lo_ulb/56-2TI.usfm

163 lines
30 KiB
Plaintext

\id 2TI
\ide UTF-8
\h 2 ຕີໂມທຽວ
\toc1 2 ຕີໂມທຽວ
\toc2 2 ຕີໂມທຽວ
\toc3 2ti
\mt 2 ຕີໂມທຽວ
\s5
\c 1
\cl ບົດທີ 1
\p
\v 1 ຂ້າພະເຈົ້າ ໂປໂລ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າຕາມພຣະປະສົງຂອງພຣະເຈົ້າ, ຕາມພຣະສັນຍາແຫ່ງຊີວິດ ຊຶ່ງເຮົາມີຢູ່ໃນພຣະເຢຊູຄຣິດເຈົ້າ,
\v 2 ຕີໂມທຽວ ລູກທີ່ຮັກ: ຂໍພຣະຄຸນ. ພຣະເມດຕາ ແລະ ສັນຕິສຸກຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າຂອງເຮົາຢູ່ກັບທ່ານເທີ້ນ.
\s5
\v 3 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ, ຜູ້ທີ່ຂ້າພະເຈົ້າຮັບໃຊ້ມານັບຕັ້ງແຕ່ ບັນພະບູລຸດຂອງຂ້າພະເຈົ້າ, ດ້ວຍມະໂນທໍາທີ່ບໍລິສຸດ, ເພາະຂ້າພະເຈົ້າລະນຶກເຖິງທ່ານຢ່າງສະຫມໍ່ສະເໝີໃນຄຳອະທິຖານຂອງຂ້າພະເຈົ້າ ຕະຫລອດ ທັງເວັນ ແລະ ຄືນ.
\v 4 ເມື່ອຂ້າພະເຈົ້າລະນຶກເຖິງນໍ້າຕາຂອງທ່ານ, ຂ້າພະເຈົ້າປາຖະຫນາ ທີ່ຈະໄດ້ພົບທ່ານ, ເພື່ອຂ້າພະເຈົ້າຈະໄດ້ເຕັມລົ້ນດ້ວຍຄວາມຍິນດີ.
\v 5 ຂ້າພະເຈົ້າໄດ້ນຶກເຖິງຄວາມເຊື່ອທີ່ແທ້ຈິງຂອງທ່ານຊຶ່ງມີຕັ້ງແຕ່ເຖົ້າຂອງທ່ານ ນາງໂລອີ ແລະ ນາງຢູນິເກ ແມ່ ຂອງທ່ານ, ແລະ ຂ້າພະເຈົ້າໄດ້ເຫັນວ່າຄວາມເຊື່ອມີຢູ່ໃນທ່ານດ້ວຍ.
\s5
\v 6 ນີ້ຄືເຫດຜົນ ທີ່ເຮັດໃຫ້ຂ້າພະເຈົ້າກຳລັງເຕືອນສະຕິທ່ານ ເພື່ອໃຊ້ຂອງປະທານ ຈາກພຣະເຈົ້າທີ່ຢູ່ໃນຕົວທ່ານ ຂຶ້ນມາອີກຄັ້ງຜ່ານການວາງມືຂອງຂ້າພຣະເຈົ້າ.
\v 7 ເພາະວ່າພຣະເຈົ້າບໍ່ໄດ້ປະທານວິນຍານແຫ່ງຄວາມຢ້ານກົວໃຫ້ພວກເຮົາ, ແຕ່ໄດ້ຊົງປະທານວິນຍານ ແຫ່ງຣິດເດດອຳນາດ ແລະ ຄວາມຮັກ ແລະ ການບັງຄັບຕົນເອງໃຫ້.
\s5
\v 8 ດັ່ງນັ້ນຢ່າລະອາຍຕໍ່ຄຳພະຍານ ກ່ຽວກັບອົງພຣະຜູ້ເປັນເຈົ້າ ຂອງເຮົາ ຫລື ກຽ່ວກັບຂ້າພະເຈົ້າຄືໂປໂລຜູ້ຖືກຈອງຈຳຢູ່ເພາະເຫັນແກ່ພຣະອົງ ແຕ່ຈົ່ງຮ່ວມທົນທຸກເພື່ອຂ່າວປະເສີດຕາມຣິດອຳນາດ ຂອງພຣະເຈົ້າ.
\v 9 ຄືພຣະເຈົ້າຜູ້ຊ່ວຍເຮົາທັງຫລາຍໃຫ້ພົ້ນ ແລະ ຊົງເອີ້ນເຮົາດ້ວຍການຊົງເອີ້ນອັນບໍຣິສຸດ ທີ່ພຣະອົງເຮັດແບບນີ້ ບໍ່ແມ່ນເພາະເປັນໄປຕາມການງານຂອງເຮົາ ແຕ່ເປັນໄປຕາມພຣະປະສົງ ແລະ ພຣະຄຸນຂອງພຣະອົງເອງ ພຣະອົງຊົງປະທານ ສິ່ງເຫລົ່ານີ້ໃຫ້ແກ່ເຮົາ ໃນພຣະເຢຊູຄຣິດເຈົ້າຕັ້ງແຕ່ກ່ອນການເວລາຈະເກີດຂຶ້ນ.
\v 10 ແຕ່ດຽວນີ້ ຄວາມລອດຂອງພຣະເຈົ້າໄດ້ຖືກ ເປີດເຜີຍໂດຍການສະເດັດມາປາກົດ ຂອງຜູ້ຊວ່ຍໃຫ້ລອດຄືພຣະເຢຊູຄຣິດເຈົ້າຂອງເຮົາພຣະຄຣິດເຈົ້າເປັນຜູ້ກຳຈັດ ຣິດແຫ່ງຄວາມຕາຍ ແລະ ນຳເອົາຊີວິດທີ່ບໍ່ເຄີຍມີຈຸດສິ້ນສຸດມາຍັງຄວາມສະຫວ່າງຜ່ານທາງຂ່າວປະເສີດ.
\v 11 ເພາະເຫດນີ້ຂ້າພະເຈົ້າ ໄດ້ຮັບການແຕ່ງຕັ້ງໃຫ້ເປັນທັງຜູ້ເທດສະໜາອັກຄະສາວົກ ແລະ ເປັນຜູ້ສອນ.
\s5
\v 12 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງຕ້ອງທົນທຸກ ຕໍ່ສິ່ງຕ່າງໆເຫຼົ່ານີ້ດ້ວຍ. ແຕ່ຂ້າພະເຈົ້າກໍບໍ່ລະອາຍ ເພາະຂ້າພະເຈົ້າຮູ້ຈັກພຣະອົງຜູ້ທີ່ຂ້າພະເຈົ້າເຊື່ອ ຂ້າພະເຈົ້າເຊື່ອໝັ້ນວ່າພຣະອົງສາມາດຮັກສາສິ່ງທີ່ຂ້າພະເຈົ້າໄດ້ມອບໄວ້ກັບພຣະອົງ ຈົນເຖິງວັນນັ້ນໄດ້.
\v 13 ຈົ່ງເຮັດຕາມແບບຢ່າງຂອງຄຳສອນ ທີ່ທ່ຽງຕົງຕາມທີ່ທ່ານໄດ້ຍິນຈາກ ຂ້າພະເຈົ້າດ້ວຍຄວາມເຊື່ອ ແລະ ຄວາມຮັກໃນພຣະເຢຊູຄຣິດເຈົ້າ.
\v 14 ສິ່ງດີທີ່ພຣະເຈົ້າ ມອບໝາຍໄວ້ແກ່ທ່ານຈົ່ງປົກປ້ອງຮັກສາໄວ້ ໂດຍຜ່ານທາງ ພຣະວິນຍານບໍຣິສຸດເຈົ້າທີ່ສະຖິດຢູ່ໃນພວກເຮົາ.
\s5
\v 15 ທ່ານຮູ້ເລື່ອງນີ້ແລ້ວວ່າທຸກຄົນໃນແຂວງ ເອເຊຍ ໄດ້ຫັນຫລັງໃຫ້ກັບຂ້າພະເຈົ້າແລ້ວ ໃນກຸ່ມນີ້ມີ ຟູເຄໂລ ແລະ ເຮຣະໂມເກນໄດ້ປະຖີ້ມເຮົາ.
\v 16 ຂໍອົງພຣະຜູ້ເປັນເຈົ້າຊົງເມດຕາແກ່ຄອບຄົວໂອເນຊີໂຟໂຣ ເພາະເຂົາໄດ້ເຮັດໃຫ້ຂ້າພະເຈົ້າຊື່ນບານຢູ່ສະເຫມີ ແລະ ບໍ່ໄດ້ລະອາຍຕໍ່ການຫລ່່າມໂສ້ຂອງຂ້າພະເຈົ້າ,
\v 17 ແຕ່ເມື່ອເຂົາຢູ່ໃນນະຄອນໂຣມ ເຂົາໄດ້ເລີ່ມຕົ້ນ ຊອກຫາຂ້າພະເຈົ້າຈົນເຂົາໄດ້ພົບຂ້າພະເຈົ້າ.
\v 18 ຂໍອົງພຣະຜູ້ເປັນເຈົ້າຊົງໂຜດປະທານພຣະເມດຕາ ຂອງພຣະອົງໃນວັນນັ້ນດ້ວຍເທີ້ນ ຝ່າຍ ເຈົ້າກໍຮູ້ວ່າດີ ເພິ່ນໄດ້ຊ່ວຍເຫລືອເຮົາຫລາຍປານໃດ ເມື່ອເຮົາຢຸ່ທີ່ເມືອງເອເຟໂຊນັ້ນ.
\s5
\c 2
\cl ບົດທີ 2
\p
\v 1 ເຫດສະນັ້ນ, ລູກຂອງເຮົາເອີຍ, ຈົ່ງເຂັ້ມແຂງຂຶ້ນ ໂດຍພຣະຄຸນທີ່ພວກເຮົາມີໃນ ພຣະຄຣິດເຈົ້າເຢຊຸ.
\v 2 ຕໍ່ຫນ້າພະຍານຫລາຍຄົນໄວ້ກັບຄົນທີ່ສັດຊື່ ທີ່ສາມາດສອນ ຄົນອື່ນໄດ້ດ້ວຍ.
\s5
\v 3 3 ຈົ່ງຮ່ວມໃນຄວາມທົນທຸກ ເຫມຶອນດັ່ງເປັນທະຫານ ທີ່ດີ ຂອງພຣະຄຣິດເຈົ້າເຢຊູ.
\v 4 ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮຶອນ. ດ້ວຍວ່າ, ເຂົາຕອ້ງເຮັດໃຫ້ຜູ້ທີ່ເກັນຕົນໄດ້ຮັບຄວາມພໍໃຈ.
\v 5 ນັກກິລາທີ່ແລ່ນຊິງໄຊ ຈະຍາດເອົາລາງວັນບໍ່ໄດ້ ຖ້າບໍ່ປະຕິບັດຕາມກົດລະບຽບ.
\s5
\v 6 ຊາວກະສີກອນທີ່ເຮັດວຽກໜັກ ກໍຄວນເປັນຜູ້ທຳອິດຜູ້ທຳອິດທີ່ໄດ້ຮັບຜົນເກັບກ່ຽວ.
\v 7 ຈົ່ງຄິດຕຶກຕອງຂໍ້ຄວາມທີ່ເຮົາເວົ້ານັ້ນ ໃຫ້ຖິ່ຖ້ວນເພາະອົງພຣະຜູ້ເປັນເຈົ້າຈະຊົງປະທານໃຫ້ເຂົາເຈົ້າເຂົ້າໃຈໃນທຸກສິ່ງ.
\s5
\v 8 ຈົ່ງລະນຶກເຖິງພຣະເຢຊູຄຣິດເຈົ້າ ຜູ້ທີ່ຖືກເຮັດໃຫ້ເປັນຄືນມາຈາກຄວາມຕາຍແລ້ວແລະຜຸ້ທີ່ເປັນເຊື້ອສາຍຂອງດາວິດ. ສິ່ງນີ້ເປັນໄປຕາມສາລະແຫ່ງຂ່າວປະເສີດ ຂອງຂ້າພະເຈົ້າ.
\v 9 ທີ່ຂ້າພະເຈົ້າໄດ້ຍອມທົນທຸກທໍລະມານ ຈົນຖືກລ່າມໂສ້ ເຫມືອນກັບເປັນຄົນຮ້າຍແຕ່ພຣະທັມ ຂອງພຣະເຈົ້າຈະບໍ່ຖືກຜູກມັດໄວ້.
\v 10 ດ້ວຍເຫດນີ້ຂ້າພະເຈົ້າ ຈຶ່ງອົດທົນຕໍ່ທຸກສິ່ງ ເພື່ອຄົນເຫລົ່ານັ້ນທີ່ໄດ້ຮັບການເລືອກໄວ້ ເພື່ອເຂົາທັງຫລາຍຈະບັນລຸເຖິງຄວາມລອດໃນພຣະເຢຊູຄຣິດເຈົ້າ ພ້ອມກັບພຣະສະຫງ່າຣາສີອັນເປັນນິຣັນດອນ.
\s5
\v 11 ຄຳກ່າວນີ້ເຊື່ອຖືໄດ້ຄື: “ຖ້າເຮົາຕາຍກັບພຣະອົງ, ເຮົາກໍຈະມີຊີວິດຢູ່ກັບພຣະອົງ.
\v 12 ເຮົາອົດທົນເຮົາກໍຈະປົກຄອງຮ່ວມກັບພຣະອົງ. ຖ້າເຮົາປະຕິເສດພຣະອົງ, ພຣະອົງກໍຈະປະຕິເສດເຮົາດ້ວຍເຫມືອນກັນ.
\v 13 ຖ້າເຮົາບໍ່ສັດຊື່ພຣະອົງກໍຍັງຄົງສັດຊື່ເພາະວ່າ ພຣະອົງບໍ່ສາມາດຈະປະຕິເສດ ພຣະອົງເອງໄດ້.”
\s5
\v 14 ທ່ານຈົ່ງຢ້ຳເຕືອນພວກເຂົາທັງຫລາຍເຖິງສິ່ງຕ່າງໆເຫລົ່ານີ້ ເຕືອນພວກເຂົາ ຢູ່ ຊ້ອງ ພຣະພັກພຣະເຈົ້າບໍ່ໃຫ້ໂຕ້ຖຽງກັນ ດ້ວຍເລື່ອງຖ້ອຍຄຳຕ່າງໆ ເພາະວ່າສິ່ງເຫລົ່ານັ້ນ ບໍ່ເປັນປະໂຫຍດອັນໃດ. ເພາະການເຮັດເຊັ່ນນີ້ເປັນການທຳລາຍຄົນເຫລົ່ານັ້ນທີ່ຮັບຟັງ.
\v 15 ທ່ານຈົ່ງເຮັດໃຫ້ດີທີ່ສຸດຕໍ່ພຣະເຈົ້າເຫມືອນຜູ້ຫນຶ່ງທີ່ຜ່ານການພິສູດແລ້ວ, ເປັນຄົນງານທີ່ບໍ່ມີເລື່ອງໃດໃຫ້ລະອາຍ ເປັນຄົນທີ່ສອນຖ້ອຍຄຳແຫ່ງຄວາມຈິງ ຢ່າງຖືກຕ້ອງ.
\s5
\v 16 ຈົ່ງຫລີກເວັ້ນຈາກການສົນທະນາ, ທີ່ບໍ່ໃຫ້ກຽດພຣະເຈົ້າເພາະນັ້ນຈະນຳເຮົາໄປສູ່ການດູຫມິ່ນພຣະເຈົ້າຫລາຍຍິ່ງຂຶ້ນ.
\v 17 ການເວົ້າຈາຂອງພວກເຂົາແຜ່ກະຈາຍໄປເຫມືອນບາດແຜເປື່ອຍເນົ່າ ໃນທ່າມກາງຄົນເຫລົ່ານັ້ນ ຄືຮີເມນາໂຢ ແລະ ຟີເລໂຕ.
\v 18 ຊາຍເຫລົ່ານີ້ຄືຄົນທີ່ໄດ້ຫລົງໄປ ຈາກຄວາມຈິງພວກເຂົາບອກວ່າການຟື້ນຄືນ ຈາກຄວາມຕາຍໄດ້ເກີດຂຶ້ນແລ້ວ, ພວກເຂົາເຮັດໃຫ້ຄວາມເຊື່ອຂອງບາງຄົນລົ້ມລະລາຍໄປ.
\s5
\v 19 ຢ່າງໃດກໍຕາມ, ຮາກຖານທີ່ຫມັ້ນຄົງຂອງພຣະເຈົ້າ ກໍຕັ້ງໝັ້ນຄົງຢູ່. ມີຄຳຂຽນ ໄວ້ວ່າ, “ອົງພຣະຜູ້ເປັນເຈົ້າ ຮູ້ຈັກຄົນເຫລົ່ານັ້ນທີ່ເປັນຄົນຂອງພຣະອົງ” ແລະ “ທຸກຄົນທີ່ເອີ່ຍພຣະນາມ ຂອງອົງພຣະຜູ້ເປັນເຈົ້າຈະຕ້ອງແຍກຕົວອອກຈາກຄວາມຊົ່ວຊ້າ.”
\v 20 ໃນບ້ານຂອງຄົນຮັ່ງມີບໍ່ໄດ້ມີແຕ່ພາຊະນະທີ່ເຮັດດ້ວຍເງິນ ແລະ ຄຳ ເທົ່ານັ້ນແຕ່ຍັງມີ ພາຊະນະທີ່ເຮັດຈາກໄມ້ ແລະ ດິນຫນຽວ ພາຊະນະ ບາງຢ່າງກໍໃຊ້ ສຳລັບງານທີ່ມີກຽດ ແລະ ບາງຢ່າງໃຊ້ສຳລັບງານທີ່ບໍ່ມີກຽດ.
\v 21 ຖ້າຜູ້ໃດຊຳລະຕົວຂອງເຂົາຈາກສິ່ງທີ່ບໍ່ມີກຽດເຂົາກໍເປັນພາຊະນະທີ່ມີກຽດ ເຂົາຈະຖືກແຍກອອກຈາກພາຊະນະອື່ນເພື່ອເປັນພາຊະນະທີ່ໃຊ້ປະໂຫຍດ ໄດ້ສຳລັບອົງເຈົ້ານາຍ, ແລະ ພ້ອມສຳລັບການດີທຸກຢ່າງ.
\s5
\v 22 ຈົ່ງຫລີກໜີຈາກ ຣາຄະຕັນຫາຂອງຄົນໜຸ່ມສາວ ຈົ່ງຢຶດເອົາຄວາມຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ ສັນຕິສຸກ ພ້ອມກັບຄົນເຫລົ່ານັ້ນທີ່ຮ້ອງອອກພຣະນາມ ຂອງອົງພຣະຜູ້ເປັນເຈົ້າດ້ວຍຫົວໃຈທີ່ບໍຣິສຸດ.
\v 23 ແຕ່ຈົ່ງປະຕິເສດຄຳຖາມທີ່ໂງ່ງ່າວ ແລະ ຂາດຄວາມຮູ້ເພາະທ່ານຮູ້ວ່າຄຳຖາມເລົ່ານີ້ ກໍ່ໃຫ້ເກີດການຜິດຖຽງກັນ.
\s5
\v 24 ຜູ້ຮັບໃຊ້ຂອງອົງພຣະຜູ້ເປັນເຈົ້າ ຈະຕ້ອງບໍ່ວິວາດຜິດຖຽງກັນ, ແຕ່ເປັນຄົນທີ່ສຸພາບຕໍ່ຄົນທັງປວງ ສາມາດສອນຄົນອື່ນໄດ້ ແລະ ມີຄວາມອົດທົນ
\v 25 ເຂົາຕອ້ງເປັນຄົນທີ່ໃຫ້ຄວາມຮູ້ແກ່ຄົນທີ່ຕໍ່ຕ້ານເຂົາດ້ວຍຄວາມສຸພາບອ່ອນໂຍນ ເພື່ອວ່າພຣະເຈົ້າຈະເຮັດໃຫ້ຄົນເຫລົ່ານັ້ນກັບໃຈໂດຍຄວາມຮູ້ເຖິງຄວາມຈິງໄດ້.
\v 26 ພວກເຂົາອາດຈະກັບເປັນຄົນທີ່ມີສະຕິອີກຄັ້ງ ແລະ ຫລຸດພົ້ນຈາກບ່ວງແຮ້ວຂອງມານຮ້າຍ ຫລັງຈາກທີ່ພວກເຂົາຖືກຈັບໂດຍມານຮ້າຍເພື່ອໃຫ້ເຮັດຕາມຄວາມປະສົງ ຂອງມັນ.
\s5
\c 3
\cl ບົດທີ 3
\p
\v 1 ແຕ່ຈົ່ງຮູ້ວ່າໃນຊ່ວງເວລາສຸດທ້າຍ ຈະມີເວລາຄວາມຍາກລຳບາກເກີດຂຶ້ນ
\v 2 ເພາະວ່າຄົນຈະຮັກຕົວເອງ, ຮັກເງິນຄຳ, ໂອ້ອວດຈອງຫອງ, ກ່າວຮ້າຍຜູ້ອື່ນບໍ່ເຊື່ອຟັງຄວາມພໍ່ແມ່, ເນຣະຄຸນ, ແລະ ບໍ່ມີສິນທັມ;
\v 3 ພວກເຂົາຈະຢູ່ໂດຍຂາດຈາກຄວາມຮັກຕາມທຳມະຊາດ, ບໍ່ສະຫງົບສຸກ ໃສ່ຮ້າຍປ້າຍສີ ຂາດການຮູ້ຈັກບັງຄັບຕົນ, ໃຊ້ຄວາມຮຸນແຮງ ບໍ່ຮັກສິ່ງທີ່ດີ,
\v 4 ພວກເຂົາຈະເປັນຄົນທໍຣະຍົດ, ດື້ດ້ານ, ອວດສະຫາວ ຮັກຄວາມສະໜຸກສະຫນານຫລາຍກວ່າຮັກພຣະເຈົ້າ.
\s5
\v 5 ພາຍນອກພວກເຂົາເບິ່ງເໝືອນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເຂົາປະຕິເສດຣິດເດດຂອງຜູ້ທີ່ເຂົາເຊື່ອນັ້ນຈົ່ງຫລີກຫນີເສຍຈາກຄົນຢ່າງນັ້ນ.
\v 6 ເພາະວ່າບາງຄົນໃນພວກເຂົາ ຄືພວກຜູ້ຊາຍທີ່ໄດ້ເຂົ້າໄປໃນບ້ານເຮືອນ ແລະ ຫລົງໄຫລໃນຜູ້ຍິງທີ່ໂງ່ງາ່ວ ຜູ້ຍິງເຫລົ່ານີ້ຄືຄົນທີ່ມັກສຸມກອງຄວາມບາບເອົາໄວ້ ແລະ ຖືກຊັກຈູງດ້ວຍຄວາມປາຖະຫນາຕ່າງໆ,
\v 7 ຜູ້ຍິງເຫລົ່ານີ້ຈະຍອມຮຽນຮູ້ຢູ່ສະເຫມີແຕ່ພວກເຂົາບໍ່ເຄີຍເຂົ້າເຖິງຄວາມຮູ້ໃນເລື່ອງຄວາມຈິງເລີຍ.
\s5
\v 8 ເຫມືອນກັບທີ່ຢາເນກັບຢຳເບ ໄດ້ລຸກຂຶ້ນຕໍ່ຕ້ານໂມເຊພວກຜູ້ສອນປອມເຫຼົ່ານີ້ ກໍໄດ້ຢືນຂຶ້ນຕໍ່ຕ້ານຄວາມຈິງພວກເຂົາເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ຄວາມເຊື່ອ ຂອງເຂົາ ກໍໃຊ້ການບໍ່ໄດ້ເລີຍ,
\v 9 ແຕ່ພວກເຂົາຈະບໍ່ກ້າວໜ້າໄປໄກເພາະວ່າ ຄວາມໂງ່ງາ່ວຂອງພວກເຂົາຈະປາກົດແຈ້ງ ແກ່ຄົນທັງປວງເໝືອນ ກັບພວກຜູ້ຊາຍ ເຫລົ່ານັ້ນ.
\s5
\v 10 ແຕ່ສຳລັບທ່ານໆໄດ້ເຮັດຕາມຄຳສອນຂອງຂ້າພະເຈົ້າ ຄືການປະພຶດ, ເປົ້າຫມາຍຂອງຊີວິດ, ຄວາມເຊື່ອ, ຄວາມອົດທົນດົນນານ, ຄວາມຮັກ, ແລະ ຄວາມອົດກັ້ນ.
\v 11 ການຖືກຂົ່ມເຫັງ ການທຸກລຳບາກ ເເລະ ສິ່ງທີ່ເກີດຂຶ້ນກັບຂ້າພະເຈົ້າທີ່ເມືອງ ອັນຕີໂອເຂຍ ທີ່ເມືອງອີໂກນີອົມ ແລະ ທີ່ເມືອງລີສະຕຣາ ຂ້າພະເຈົ້າໄດ້ອົດທົນຕໍ່ການຂົ່ມເຫັງໃນເຫດການທັງປວງ ອົງພຣະຜູ້ເປັນເຈົ້າໄດ້ຊ່ວຍຊີວິດຂ້າພະເຈົ້າ
\v 12 ແຕ່ຄົນທັງປວງເຫລົ່ານັ້ນ ທີ່ຕ້ອງການດຳເນີນ ຊີວິດຢ່າງຄົນຊອບທັມໃນພຣະເຢຊູຄຣິດເຈົ້າຈະຕ້ອງຖືກກົດຂີ່ຂົ່ມເຫັງ,
\v 13 ຄົນຊົ່ວຮ້າຍ ແລະ ຄົນຫລອກລວງຈະເພີ້ມທະວີຫລາຍຂຶ້ນ ຍິ່ງກວ່າຄົນທີ່ນຳຜູ້ອື່ນໃຫ້ຫລົງຜິດພວກເຂົາກໍນຳໃຫ້ຕົນເອງຫລົງຜິດດ້ວຍ.
\s5
\v 14 ແຕ່ສຳລັບທ່ານຈົ່ງດຳລົງຢູ່ໃນສິ່ງທີ່ທ່ານໄດ້ຮຽນຮູ້ ແລະ ເຊື່ອຢ່າງໝັ້ນຄົງ ທ່ານຮູ້ວ່າທ່ານໄດ້ຮຽນມາຈາກຜູ້ໃດ.
\v 15 ຖ້ອຍຄຳບັນທຶກອັນສັກສິດ ສິ່ງເຫລົ່ານີ້ສາມາດເຮັດໃຫ້ທ່ານເຕັມລົ້ນດ້ວຍປັນຍາໃນເລື່ອງຂອງ ຄວາມພົ້ນຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.
\s5
\v 16 ພຣະຄັມພີທຸກຂໍ້ໄດ້ຮັບການດົນໃຈໂດຍພຣະເຈົ້າ ຊຶ່ງເປັນປະໂຫຍດ ຕໍ່ຫລັກຄຳສອນ, ຄວາມເຊື່ອອັນແຮງກ້າ ການປັບປຸງແກ້ໄຂ ແລະ ການຝຶກຝົນໃນຄວາມ ຊອບທັມ,
\v 17 ນີ້ກໍເພື່ອວ່າຄົນຂອງພຣະເຈົ້າ ຈະເປັນຄົນທີ່ມີຄວາມສາມາດ ຕຽມ ພ້ອມສຳລັບການດີທຸກຢ່າງ.
\s5
\c 4
\cl ບົດທີ 4
\p
\v 1 ຂ້າພະເຈົ້າໃຫ້ຄຳສັ່ງທີ່ສຳຄັນຕໍ່ພຣະພັກພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ, ຜູ້ທີ່ ພິພາກສາທັງຄົນເປັນ ແລະຄົນຕາຍ ແລະ ເພາະໂດຍການມາປາກົດຂອງພຣະອົງເແລະ ຣາຊອານາຈັກຂອງພຣະອົງ.
\v 2 ຈົ່ງສັ່ງສອນພຣະທັມຈົ່ງພ້ອມຢູ່ສະເຫມີທັງໃນເວລາທີ່ມີໂອກາດ ແລະ ບໍ່ມີໂອກາດ, ຈົ່ງວ່າກ່າວຈົ່ງເຕືອນສະຕິ ດ້ວຍຄວາມອົດທົນແລະ ການສິດສອນທຸກຢ່າງ.
\s5
\v 3 ເພາະເວລານັ້ນຈະມາເຖິງເມື່ອຄົນບໍ່ຍອມຟັງຄຳສອນທີ່ດີແຕ່ເຂົາຈະສະສົມອາຈານສອນຂອງຕົນຕາມ ແຕ່ຄວາມປາຖະໜາຂອງເຂົາເອງ ເພື່ອບັນເທົາອາການຄັນຫູຂອງພວກເຂົາ.
\v 4 ພວກເຂົາຈະຫັນໄປຈາກຄວາມຈິງແລ້ວໄປສົນໃຈນິຍາຍ ເລື່ອງເປົ່າໆ.
\v 5 ແຕ່ສຳລັບທ່ານຈົ່ງມີຄວາມຄິດທີ່ສຸຂຸມໃນທຸກໆສິ່ງຈົ່ງຍອມທົນ ທຸກໃນຄວາມຍາກລຳບາກ ແລະ ຈົ່ງເຮັດໜ້າທີ່ຂອງຜູ້ປະກາດ ຂ່າວປະເສີດປະຕິບັດ ໜ້າທີ່ ການຮັບໃຊ້ຂອງທ່ານໃຫ້ ຄົບບໍລິບູນ.
\s5
\v 6 ເພາະຂ້າພະເຈົ້າກຳລັງຖືກເທອອກເວລາທີ່ຕ້ອງຈາກໄປນັ້ນມາເຖິງແລ້ວ
\v 7 ຂ້າພະເຈົ້າໄດ້ແລ່ນແຂ່ງຂັນ ຢ່າງດີຈົນສຳເລັດຂ້າພະເຈົ້າແລ່ນຈົນເຖິງເສັ້ນໄຊ ຂ້າພະເຈົ້າຮັກສາຄວາມເຊື່ອຈົນເຖິງທີ່ສຸດ
\v 8 ມົງກຸດແຫ່ງຄວາມຊອບທຳໄດ້ຖືກຕຽມໄວ້ໃຫ້ກັບຂ້າພະເຈົ້າຊຶ່ງອົງພຣະຜູ້ເປັນເຈົ້າຜູ້ພິພາກສາທີ່ຍຸດຕິທຳຈະມອບໃຫ້ແກ່ ຂ້າພະເຈົ້າໃນວັນນັ້ນ. ແຕ່ບໍ່ແມ່ນແກ່ຂ້າພະເຈົ້າເທົ່ານັ້ນແຕ່ສຳລັບຄົນທັງຫລາຍທີ່ຮັກໃນການຊົງມາປາກົດຂອງພຣະອົງດ້ວຍ.
\s5
\v 9 ທ່ານຈົ່ງພະຍາຍາມມາຫາ ຂ້າພະເຈົ້າໃຫ້ໄວທີ່ສຸດ
\v 10 ເພາະວ່າເດມາ ໄດ້ ປະຖິ້ມຂ້າພະເຈົ້າເສັຍແລ້ວ. ເຂົາຮັກໂລກປະຈຸບັນນີ້ ແລະ ໄດ້ໄປຍັງເມືອງ ເທສະໂລນິກ. ເກເຊັນ ໄດ້ໄປທີ່ເມືອງຄາລາເຕຍ ແລະ ສ່ວນຕີໂຕໄປຍັງເມືອງດັນມາເຕຍ.
\s5
\v 11 ຕອນນີ້ມີພຽງແຕ່ ລູກາ ທີ່ຢູ່ກັບຂ້າພະເຈົ້າທ່ານຈົ່ງໄປຫາມາຣະໂກ ແລະ ພາເຂົາໄປດ້ວຍ ເພາະເຂົາມີປະໂຫຍດຢ່າງຫລາຍ ຕໍ່ງານຂອງຂ້າພະເຈົ້າ
\v 12 ຂ້າພະເຈົ້າສັ່ງ ຕີຂີໂກ ໄປຍັງເມືອງເອເຟໂຊ.
\v 13 ເມື່ອທ່ານມາກໍໃຫ້ນຳເສື້ອຄຸມ ທີ່ຂ້າພະເຈົ້າປະໄວ້ກັບ ກາລະໂປ ທີ່ເມືອງໂທອາດ ແລະ ໜັງສືເປັນຕົ້ນ ມ້ວນໜັງສືທີ່ເປັນໜັງສັດ.
\s5
\v 14 ອາເລັກຊັນເດີ ຊ່າງເຮັດເຄື່ອງທອງແດງ ໄດ້ເຮັດການຊົ່ວຮ້າຍຕໍ່ຕ້ານຂ້າພະເຈົ້າຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຕອບແທນການກະທຳຂອງເຂົາ.
\v 15 ເເຕ່ທ່ານເອງ ກໍຄວນປ້ອງກັນຕົວ ທ່ານຈາກເຂົາດ້ວຍ ເພາະວ່າເຂົາຕໍ່ຕ້ານຖອ້ຍຄຳຂອງເຮົາ ຢ່າງຮຸນແຮງ.
\v 16 ໃນການແກ້ຄະດີ ເທື່ອທຳອິດນັ້ນ ບໍ່ມີຜູ້ໃດຢູ່ກັບຂ້າພະເຈົ້າເຂົາທັງຫລາຍປະຖິ້ມ ຂ້າພະເຈົ້າໄວ້ແຕ່ພຽງຜູ້ດຽວ ຂໍຢ່າໃຫ້ພວກເຂົາຖືກນັບວ່າຜິດເລີຍ.
\s5
\v 17 ແຕ່ອົງພຣະຜູ້ເປັນເຈົ້າຊົງຢູ່ກັບຂ້າພະເຈົ້າ ແລະ ເສີມກຳລັງຂ້າພະເຈົ້າ ເພື່ອວ່າໂດຍຜ່ານຂ້າພະເຈົ້ານັ້ນການປະກາດຂ່າວປະເສີດ ຈະໄດ້ສຳເລັດຢ່າງສົມບູນ ແລະ ຄົນຕ່າງຊາດທັງປວງໄດ້ຍິນ ຂ້າພະເຈົ້າໄດ້ຮັບການຊ່ວຍເຫລືອອອກຈາກປາກຂອງສິງໂຕ.
\v 18 ອົງພຣະຜູ້ເປັນເຈົ້າຈະຊ່ວຍຂ້າພະເຈົ້າຈາກສິ່ງຊົ່ວຮ້າຍທຸກຢ່າງ ແລະ ປົກປ້ອງຂ້າພະເຈົ້າໄວ້ສຳລັບ ອານາຈັກແຫ່ງແຜ່ນດິນສະຫວັນ ຂໍພຣະສະຫງ່າຣາສີຈົ່ງມີແກ່ ພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ.
\s5
\v 19 ເຮົາຂໍຝາກຄວາມຄິດເຖິງໄປເຖິງ ປີຊະກີລາ ກັບ ອາກີລາ ແລະ ຄອບຄົວຂອງ ໂອເນຊີໂຟໂຣ.
\v 20 ເອຣາຊະໂຕ ຍັງຢູ່ທີ່ເມືອງໂກຣິນໂທ ແຕ່ຂ້າພະເຈົ້າໄດ້ປະ ໂທຟີໂມ ທີ່ປວ່ຍຢູ່ໄວ້ທີ່ເມືອງ ມີເລໂຕ
\v 21 ຂໍທ່ານພະຍາຍາມມາໃຫ້ໄວທີ່ສຸດກ່ອນຈະເຖິງລະດູໜາວ. ຢູບູໂລ, ໄດ້ຝາກຄວາມຄິດເຖິງມາເຖິງທ່ານດ້ວຍລວມທັງ ປູເດັນ, ລີໂນ, ກະໂລເດຍ ແລະພີ່ນ້ອງ ຄົນອື່ນໆ.
\v 22 ຂໍອົງພຣະຜູ້ເປັນເຈົ້າຈົ່ງ ສະຖິດຢູ່ກັບວິນຍານຂອງທ່ານ ຂໍໃຫ້ພຣະຄຸນສະຖິດຢູ່ກັບທາ່ນດ້ວຍ.