lo_ulb/55-1TI.usfm

229 lines
42 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1TI
\ide UTF-8
\h 1 ຕີໂມທຽວ
\toc1 1 ຕີໂມທຽວ
\toc2 1 ຕີໂມທຽວ
\toc3 1ti
\mt 1 ຕີໂມທຽວ
\s5
\c 1
\cl ບົດທີ 1
\p
\v 1 ຈາກໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ຕາມພຣະບັນຊາຂອງພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ຜູ້ທີ່ເປັນຄວາມຫມັ້ນໃຈຂອງເຮົາ,
\v 2 ເຖິງຕີໂມທຽວ, ຜູ້ເປັນບຸດທີ່ແທ້ຈິງໃນຄວາມເຊື່ອຂອງເຮົາ: ຂໍໃຫ້ພຣະຄຸນ, ພຣະເມດຕາ, ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກພຣະເຢຊູຄຣິດເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຂອງເຮົາຈົ່ງດຳຣົງຢູ່ກັບທ່ານເຖີດ.
\s5
\v 3 ຂະນະທີ່ຂ້າພຣະເຈົ້າກໍາລັງໄປທີ່ແຂວງມາຊີໂດເນັຽ, ຂ້າພຣະເຈົ້າໄດ້ຂໍຮ້ອງໃຫ້ທ່ານຄອຍທີ່ເມືອງເອເຟໂຊເພື່ອໃຫ້ທ່ານສາມາດສອນບາງຄົນບໍ່ໃຫ້ສອນຜິດໄປຈາກຫລັກຄຳສອນ.
\v 4 ອີກທັງບໍ່ໃຫ້ໃສ່ໃຈໃນເລື່ອງລາວຕ່າງໆ ແລະ ລຳດັບພົງພັນທີ່ບໍ່ຮູ້ຈົບ. ເຫລົ່ານີ້ຈະເຮັດໃຫ້ເກີດການຜິດຖຽງກັນຫລາຍກວ່າເກົ່າ ແທນທີ່ຈະເຮັດໃຫ້ແຜນການຂອງພຣະເຈົ້າ, ສຳເລັດໂດຍທາງຄວາມເຊື່ອ.
\s5
\v 5 ເປົ້າຫມາຍຂອງຄຳສັ່ງນີ້ຄືຄວາມຮັກທີ່ມາຈາກຫົວໃຈບໍຣິສຸດ, ແລະ ຈາກຄວາມສຳນຶກທີ່ດີ, ແລະ ຈາກຄວາມເຊື່ອທີ່ຈິງໃຈ.
\v 6 ແຕ່ວ່າບາງຄົນໄດ້ຫລົງຜິດໃນເລື່ອງນີ້ໄປ ແລະ ໄດ້ຫັນໄປຈາກສິ່ງເຫລົ່ານີ້ທີ່ກ່າວຢ່າງໂງ່ຈ້າ.
\v 7 ພວກເຂົາມີຄວາມປາຖນາທີ່ຈະເປັນຜູ້ສອນພຣະບັນຍັດ, ແຕ່ວ່າພວກເຂົາບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາສອນ ຫລື ບໍ່ເຂົ້າໃຈໃນສິ່ງທີ່ພວກເຂົາກ່າວຢືນຢັນ.
\v 8 ແຕ່ພວກເຮົາຮູ້ວ່າພຣະບັນຍັດນັ້ນເປັນສິ່ງທີ່ດີ ຖ້າເຮົາໃຊ້ຢ່າງຖືກຕ້ອງ.
\s5
\v 9 ພວກເຮົາຮູ້ວ່າ, ພຣະບັນຍັດນັ້ນບໍ່ໄດ້ມີໄວ້ສຳລັບຄົນຊອບທັມ, ແຕ່ມີໄວ້ສຳລັບຄົນອະທັມ ແລະ ຄົນທີ່ມີໃຈດື້ດ້ານ, ສຳລັບຄົນທີ່ບໍ່ມີພຣະເຈົ້າແລະ ຄົນບາບ, ແລະ ຕໍ່ຄົນເຫລົ່ານັ້ນທີ່ເປັນຄົນທີ່ບໍ່ໄດ້ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ຫມິ່ນປະຫມາດພຣະເຈົ້າ. ພຣະບັນຍັດມີໄວ້ສຳລັບຄົນຂ້າພໍ່ ແລະ ແມ່ຂອງພວກເຂົາເອງ, ແລະ ຄົນທີ່ເປັນຜູ້ຂ້າຄົນ,
\v 10 ສຳລັບຄົນທີ່ປະພຶດຜິດທາງເພດ, ຄົນຮັກຮ່ວມເພດ, ຄົນລັກພາຄົນອື່ນໄປເປັນທາດ, ຄົນຂີ້ຕົວະ, ຄົນເປັນພະຍານບໍ່ຈິງ ແລະຄົນອື່ນໆທີ່ຕໍ່ຕ້ານຫລັກຄຳສອນແຫ່ງຄວາມເຊື່ອ.
\v 11 ຄຳສັ່ງສອນນີ້ ແມ່ນຕາມທີ່ມີໃນຂ່າວປະເສີດອັນສະຫງ່າຣາສີຂອງພຣະເຈົ້າ ຜູ້ສົມຄວນແກ່ການສັນຣະເສີນ ເຊິ່ງໄດ້ຊົງປະທານແກ່ຂ້າພຣະເຈົ້າ.
\s5
\v 12 ຂ້າພຣະເຈົ້າຂອບພຣະຄຸນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ. ພຣະອົງເປັນຜູ້ຊົງເສີມກຳລັງໃຫ້ແກ່ຂ້າພຣະເຈົ້າ, ພຣະອົງຊົງເຫັນວ່າຂ້າພຣະເຈົ້າເປັນຄົນສັດຊື່ ແລະ ໄດ້ຊົງໃຊ້ຂ້າພຣະເຈົ້າໃຫ້ເຮັດພັນທະກິດນີ້.
\v 13 ຂ້າພຣະເຈົ້າໄດ້ເຄີຍເປັນຄົນທີ່ຫມິ່ນປະຫມາດ, ຂົ່ມເຫັ່ງ ແລະ ໃຊ້ຄວາມຮຸນແຮງ. ແຕ່ຂ້າພຣະເຈົ້າໄດ້ຮັບພຣະເມດຕາ ເພາະຂ້າພຣະເຈົ້າໄດ້ສະແດງອອກຢ່າງໂງ່ຈ້າໃນຄວາມບໍ່ເຊື່ອ.
\v 14 ແຕ່ວ່າພຣະຄຸນຂອງພຣະເຈົ້າທີ່ມີຢ່າງລົ້ນເຫລືອ ສຳລັບຂ້າພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ ແລະຄວາມຮັກທີ່ມີໃນພຣະເຢຊູຄຣິດເຈົ້າ.
\s5
\v 15 ຄຳກ່າວນີ້ເປັນຄວາມຈິງທີ່ເຊື່ອຖືໄດ້ ແລະ ສົມຄວນທີ່ຈະຮັບໄວ້ຢ່າງຍິ່ງ, ນັ້ນຄືພຣະເຢຊູຄຣິດເຈົ້າ ໄດ້ສະເດັດເຂົ້າມາໃນໂລກນີ້ ເພື່ອຊ່ວຍຄົນບາບໃຫ້ລອດພົ້ນ. ຂ້າພຣະເຈົ້າຊົ່ວຊ້າທີ່ສຸດໃນບັນດາຄົນບາບເຫລົ່ານັ້ນ.
\v 16 ແຕ່ດ້ວຍເຫດນີ້ ຂ້າພຣະເຈົ້າຈຶ່ງໄດ້ຮັບພຣະເມດຕາ, ເພາະສິ່ງນັ້ນຢູ່ໃນຂ້າພຣະເຈົ້າ, ທີ່ສຳຄັນທີ່ສຸດ, ເພື່ອຈະໄດ້ເຫັນວ່າພຣະເຢຊູຄຣິດເຈົ້າໄດ້ມີຄວາມອົດທົນຫລວງຫລາຍ. ພຣະອົງໄດ້ເປັນແບບຢ່າງແກ່ຄົນທັງຫລາຍທີ່ຈະວາງໃຈໃນພຣະອົງ ເພື່ອໄດ້ຮັບຊີວິດອັນຕະຫລອດໄປເປັນນິດ.
\v 17 ບັດນີ້ ເຖິງກະສັດຜູ້ຊົງດຳຣົງຢູ່ນິຣັນ, ຜູ້ຊົງອຳມະຕະ, ຜູ້ບໍ່ສາມາດປາກົດເຫັນໄດ້ດ້ວຍຕາ, ຜູ້ຊົງເປັນພຣະເຈົ້າແຕ່ອົງດຽວ, ຂໍໃຫ້ພຣະກຽດ ແລະ ພຣະສະຫງ່າຣາສີຈົ່ງມີແດ່ພຣະອົງຕະຫລອດໄປເປັນນິດ ອາແມນ.
\s5
\v 18 ຂ້າພຣະເຈົ້າຂໍມອບຄຳສັ່ງນີ້ແກ່ທ່ານ, ຕີໂມທຽວ, ລູກທີ່ຮັກຂອງເຮົາເອີຍ, ເພາະຂ້າພຣະເຈົ້າເຮັດຕາມຄຳທຳນວາຍທີ່ໄດ້ກ່າວເຖິງທ່ານໃນກ່ອນຫນ້ານີ້, ດັ່ງນັ້ນທ່ານອາດຈະໃຊ້ສິ່ງເຫລົ່ານີ້ເພື່ອໃຫ້ໄດ້ຊັຍຊະນະໃນການຕໍ່ສູ້,
\v 19 ຂໍໃຫ້ທ່ານເຮັດສິ່ງເຫລົ່ານີ້ຄືມີຄວາມເຊື່ອ ແລະ ຄວາມສຳນຶກທີ່ດີ. ໂດຍການປະຕິເສດສິ່ງນີ້, ບາງຄົນໄດ້ເຮັດໃຫ້ຄວາມເຊື່ອຂອງເຂົາຫລົ້ມຈົມລົງໄປ.
\v 20 ຊຶ່ງໃນຈຳນວນຄົນເຫລົ່ານັ້ນມີ ເຮມີນາໂຢ ແລະ ອາເລັກຊັນເດີ, ຜູ້ຊຶ່ງຂ້າພຣະເຈົ້າໄດ້ມອບໄວ້ໃຫ້ກັບຊາຕານ ເພື່ອເຂົາຈະໄດ້ຮັບການສອນທີ່ຈະບໍ່ຫມິ່ນປະຫມາດພຣະເຈົ້າ.
\s5
\c 2
\cl ບົດທີ 2
\p
\v 1 ດັ່ງນັ້ນ ກ່ອນສິ່ງອື່ນໃດທັງຫມົດ, ຂ້າພຣະເຈົ້າຂໍຮ້ອງໃຫ້ທ່ານທູນຂໍ, ອະທິຖານ, ວິ້ງວອນ ແລະ ຂອບພຣະຄຸນເພື່ອຄົນທັງປວງ,
\v 2 ເພື່ອກະສັດທັງຫລາຍ ແລະ ທຸກຄົນທີ່ມີອຳນາດ, ເພື່ອວ່າເຮົາຈະດຳເນີນຊີວິດຢ່າງສັນຕິສຸກ ແລະ ມີຄວາມສະຫງົບທ່າມກາງຄົນທີ່ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ມີກຽດ.
\v 3 ການກະທຳຢ່າງນີ້ເປັນສິ່ງທີ່ດີ ແລະ ເປັນສິ່ງພໍພຣະທັຍຕໍ່ພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງເຮົາ.
\v 4 ເພາະພຣະອົງຊົງປະສົງໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ໃຫ້ໄດ້ມີຄວາມຮູ້ໃນຄວາມຈິງນັ້ນ.
\s5
\v 5 ເພາະວ່າພຣະເຈົ້າມີອົງດຽວ, ແລະ ມີຄົນກາງຣະຫວ່າງພຣະເຈົ້າ ແລະ ມະນຸດແຕ່ພຽງຜູ້ດຽວ ຄືພຣະເຢຊູຄຣິດເຈົ້າຜູ້ຊົງສະພາບມະນຸດ.
\v 6 ຜູ້ໄດ້ຊົງປຣະທານພຣະອົງເອງ ເພື່ອເປັນຄ່າໄຖ່ໃຫ້ກັບຄົນທັງປວງ, ຊຶ່ງເປັນຄຳພະຍານໃນເວລາທີ່ເຫມາະສົມ.
\v 7 ດ້ວຍເຫດນີ້ເອງ, ຂ້າພຣະເຈົ້າຈຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ປະກາດ ແລະ ເປັນອັກຄະສາວົກ. ຊຶ່ງຂ້າພຣະເຈົ້າ ເວົ້າຄວາມຈິງ. ຂ້າພຣະເຈົ້າບໍ່ໄດ້ເວົ້າຕົວະເລີຍ. ຂ້າພຣະເຈົ້າເປັນຄຣູຂອງຄົນຕ່າງຊາດໃນເລື່ອງຄວາມເຊື່ອ ແລະ ຄວາມຈິງ.
\s5
\v 8 ດັ່ງນັ້ນ, ຂ້າພຣະເຈົ້າມີຄວາມປາຖນາໃຫ້ບັນດາຜູ້ຊາຍໃນທຸກໆບ່ອນ ຍົກມືອັນບໍຣິສຸດ ແລະ ອະທິຖານໂດຍບໍ່ມີຄວາມຄຽດຮ້າຍ ແລະການຜິດຖຽງກັນ.
\v 9 ເຊັ່ນດຽວກັນ, ຂ້າພຣະເຈົ້າມີຄວາມປາຖນາໃຫ້ຜູ້ຍິງແຕ່ງກາຍຢ່າງສຸພາບຮຽບຮ້ອຍ, ແລະ ຮູ້ຈັກຄວບຄຸມຕົນເອງ. ພວກເຂົາບໍ່ຄວນເຮັດຊົງຜົມເກີນໄປ, ຫລື ປະດັບຕົວດ້ວຍທອງຄຳ ຫລື ໄຂ່ມຸກ, ຫລືເຄື່ອງນຸ່ງທີ່ມີລາຄາແພງ.
\v 10 ຂ້າພຣະເຈົ້າປາຖນາທີ່ຈະໃຫ້ພວກເຂົາແຕ່ງກາຍດ້ວຍສິ່ງທີ່ເຫມາະສົມສຳລັບຜູ້ຍິງ ຄືຜູ້ທີ່ດຳເນີນຊີວິດຕາມທາງຂອງພຣະເຈົ້າດ້ວຍການເຮັດດີ.
\s5
\v 11 ແມ່ຍິງຄົນຫນຶ່ງຄວນທີ່ຈະຮຽນຢ່າງງຽບໆ ແລະ ຍອມເຊື່ອຟັງປະຕິບັດຕາມ.
\v 12 ຂ້າພຣະເຈົ້າບໍ່ອະນຸຍາດໃຫ້ແມ່ຍິງ ສອນ ຫລື ມີອຳນາດເຫນືອຜູ້ຊາຍ, ແຕ່ດຳເນີນຊີວິດຢ່າງງຽບໆ.
\s5
\v 13 ເພາະວ່າອາດາມໄດ້ຖືກສ້າງກ່ອນເອວາ,
\v 14 ອາດາມບໍ່ໄດ້ຖືກລໍ້ລວງ, ແຕ່ຍິງນັ້ນຖືກລໍ້ລວງໃຫ້ເຮັດບາບຢ່າງສິ້ນເຊີງ.
\v 15 ຢ່າງໃດກໍຕາມ, ຜູ້ຍິງຈະໄດ້ຮັບຄວາມພົ້ນ ຜ່ານທາງການມີລູກ, ຖ້າພວກເຂົາຍັງຄົງຮັກສາຄວາມເຊື່ອ ແລະ ຄວາມຮັກ ແລະ ການຊຳຣະໃຫ້ບໍຣິສຸດດ້ວຍຈິດໃຈທີ່ສະຫງົບ.
\s5
\c 3
\cl ບົດທີ 3
\p
\v 1 ຄຳນີ້ເປັນຄວາມຈິງເຊື່ອຖືໄດ້: ຖ້າວ່າຄົນໃດປາຖນາທີ່ຈະເປັນຜູ້ປົກຄອງຄຣິສຕະຈັກ, ຄົນນັ້ນກໍປາຖນາເຮັດສິ່ງທີ່ດີ.
\v 2 ດັ່ງນັ້ນຜູ້ທີ່ຈະເປັນຜູ້ປົກຄອງຈະຕ້ອງເປັນຜູ້ທີ່ບໍ່ມີທີ່ຕິຕຽນໄດ້. ເຂົາຕ້ອງມີຜົວເມຍຄົນດຽວ. ເຂົາຕ້ອງບໍ່ໃຊ້ຄວາມຮຸນແຮງ, ເປັນຄົນມີເຫດຜົນ, ມີຄວາມເປັນຣະບຽບ, ມີໄມຕຣີຈິດ. ເຂົາຕ້ອງສາມາດສັ່ງສອນໄດ້.
\v 3 ເຂົາຕ້ອງບໍ່ເປັນຄົນຕິດເຫລົ້າ, ບໍ່ເປັນຄົນມັກກໍໃຫ້ເກີດການວິວາດຜິດຖຽງກັນ, ແຕ່ມີຄວາມສຸພາບອ່ອນໂຍນ, ແລະ ຮັກສັນຕິສຸກ. ເຂົາຕ້ອງບໍ່ເປັນຄົນທີ່ຮັກເງິນຄຳ.
\s5
\v 4 ເຂົາຕ້ອງເປັນຄົນທີ່ສາມາດດູແລຄອບຄົວຂອງຕົນໄດ້ດີ, ແລະ ສາມາດສັ່ງສອນລູກຊາຍ-ຍິງໃຫ້ເຊື່ອຟັງດ້ວຍຄວາມເຄົາຣົບນັບຖືທຸກປະການ.
\v 5 ດັ່ງນັ້ນຖ້າຊາຍໃດບໍ່ສາມາດດູແລຄອບຄົວຂອງເຂົາໃຫ້ດີໄດ້ແລ້ວ, ເຂົາຈະດູແລຄຣິສຕະຈັກຂອງພຣະເຈົ້າໄດ້ຢ່າງໃດ?
\s5
\v 6 ເຂົາບໍ່ຄວນເປັນຜູ້ກັບໃຈໃຫມ່, ເພາະຢ້ານວ່າເຂົາຈະອວດຕົວດ້ວຍຄວາມຍິ່ງຈອງຫອງ ແລະ ອາດຈະລົ້ມລົງໃນການປະນາມ ເຫມືອນກັບມານນັ້ນ.
\v 7 ເຂົາຕ້ອງເປັນຄົນທີ່ມີຊື່ສຽງດີເປັນທີ່ຫນ້ານັບຖືກັບຄົນພາຍນອກ, ເພື່ອເຂົາຈະບໍ່ເຮັດໃຫ້ຕົນເອງຕ້ອງອັບອາຍ ແລະ ຕິດບ້ວງຂອງມານ.
\s5
\v 8 ຝ່າຍຜູ້ດູແລ, ກໍເຊັ່ນດຽວກັນ, ຄວນເປັນຄົນທີ່ປະພຶດດີ, ບໍ່ເວົ້າກັບໄປກັບມາ. ພວກເຂົາບໍ່ຄວນດື່ມເຫລົ້າ ຫລື ບໍ່ເປັນຄົນໂລບ.
\v 9 ພວກເຂົາຄວນຮັກສາຄວາມຈິງທີ່ໄດ້ເປີດເຜີຍໄວ້ ໃນຄວາມເຊື່ອດ້ວຍຄວາມສຳນຶກອັນບໍຣິສຸດ.
\v 10 ພວກເຂົາຄວນໄດ້ຮັບການພິສູດກ່ອນ, ຫາກເຂົາບໍ່ມີຕຳຫນິຈຶ່ງຄ່ອຍຮັບໃຊ້.
\s5
\v 11 ຝ່າຍແມ່ຍິງກໍ່ເຫມືອນກັນຈະຕ້ອງເປັນຄົນທີ່ມີຄວາມປະພຶດທີ່ດີ. ພວກເຂົາບໍ່ຄວນເປັນຄົນທີ່ບໍ່ກ່າວຮ້າຍ. ພວກເຂົາຄວນເປັນຄົນທີ່ບໍ່ມັກຄວາມຮຸນແຮງ ແລະ ມີຄວາມສັດຊື່ໃນທຸກສິ່ງ.
\v 12 ຜູ້ດູແລຈະຕ້ອງມີຜົວເມັຽຄົນດຽວ. ພວກເຂົາຕ້ອງສາມາດດູແລລູກຊາຍຍິງ ແລະ ບ້ານເຮືອນຂອງຕົນໃຫ້ໄດ້ດີ.
\v 13 ຝ່າຍຄົນເຫລົ່ານັ້ນທີ່ຮັບໃຊ້ຢ່າງດີແລ້ວກໍຈະມີຄວາມຫມັ້ນຄົງໃນຈຸດຢືນຂອງຕົນ ແລະ ມີຄວາມຫມັ້ນໃຈຢ່າງໃຫຍ່ຫລວງໃນຄວາມເຊື່ອຂອງຕົນໃນພຣະເຢຊູຄຣິດເຈົ້າ.
\s5
\v 14 ຂ້າພຣະເຈົ້າກຳລັງຂຽນສິ່ງເຫລົ່ານີ້ເຖິງທ່ານ, ແລະ ຂ້າພຣະເຈົ້າຫວັງວ່າ ຈະມາຫາທ່ານໃນໄວໆນີ້.
\v 15 ແຕ່ຖ້າຂ້າພຣະເຈົ້າມາຊ້າ, ຂ້າພຣະເຈົ້າຈະຂຽນສິ່ງນີ້ເພື່ອທ່ານກໍຈະໄດ້ຮູ້ວ່າທ່ານຄວນຈະປະຕິບັດຢ່າງໃດ ຕໍ່ຄົນໃນຄອບຄົວຂອງພຣະເຈົ້າ, ຄືຄຣິສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຜູ້ຊຶ່ງເປັນຫລັກ ແລະ ເສົາຄໍ້າຂອງຄວາມຈິງ.
\s5
\v 16 ເປັນສິ່ງທີ່ປະຕິເສດບໍ່ໄດ້ເລີຍວ່າການເປີດເຜີຍຄວາມຈິງທີ່ຍິ່ງໃຫຍ່ຂອງຄົນທີ່ເຊື່ອໃນພຣະເຈົ້ານັ້ນຄືວ່າ: "ພຣະອົງຊົງໄດ້ປາກົດດ້ວຍສະພາບເນື້ອຫນັງ, ເປັນຜູ້ຊອບທັມດ້ວຍພຣະວິນຍານ, ຊົງປາກົດຕໍ່ຫນ້າເຫລົ່າທູດສະຫວັນ, ຊົງໄດ້ຮັບການປະກາດອອກໄປທ່າມກາງບັນດາປະຊາຊາດທັງຫລາຍ, ໄດ້ຮັບການຍອມຮັບຈາກຄົນທົ່ວໂລກ ແລະ ຊົງຖືກຮັບຂື້ນໄປດ້ວຍພຣະສະຫງ່າຣາສີ."
\s5
\c 4
\cl ບົດທີ 4
\p
\v 1 ດຽວນີ້ ພຣະວິນຍານໄດ້ກ່າວຢ່າງຊັດເຈນວ່າ ຕໍ່ມາພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ແລະ ສົນໃຈໃນພວກວິນຍານທີ່ຫລອກລວງ ແລະບັນດາຄຳສອນຂອງພວກມານ.
\v 2 ຄຳສັ່ງສອນເຫລົ່ານັ້ນມາຈາກຄົນຫນ້າຊື່ໃຈຄົດ ແລະ ຄົນຂີ້ຕົວະ ຄືພວກທີ່ຄວາມສຳນຶກຕາຍດ້ານ.
\s5
\v 3 ພວກເຂົາຈະຫ້າມແຕ່ງງານ ແລະ ຫ້າມກິນອາຫານທີ່ພຣະເຈົ້າໄດ້ຊົງສ້າງມາໃຫ້ກັບຄົນທີ່ເຊື່ອ ແລະ ຄົນທີ່ຮູ້ຈັກຄວາມຈິງໄດ້ແບ່ງປັນກັນດ້ວຍຄວາມຂອບພຣະຄຸນພຣະເຈົ້າຮ່ວມກັນ.
\v 4 ເພາະວ່າທຸກສິ່ງທີ່ພຣະເຈົ້າໄດ້ຊົງສ້າງນັ້ນເປັນສິ່ງທີ່ດີ. ບໍ່ມີອັນໃດເປັນສິ່ງຕ້ອງຫ້າມ ຖ້າກິນດ້ວຍການຂອບພຣະຄຸນ.
\v 5 ເພາະໄດ້ຊຳຣະໃຫ້ບໍຣິສຸດ ໂດຍພຣະຄັມຂອງພຣະເຈົ້າ ແລະ ການອະທິຖານ.
\s5
\v 6 ຖ້າທ່ານໄດ້ສອນສິ່ງເຫລົ່ານີ້ຕໍ່ພີ່ນ້ອງຂອງທ່ານ, ທ່ານກໍຈະເປັນຜູ້ຮັບໃຊ້ທີ່ດີຂອງພຣະເຢຊູຄຣິດເຈົ້າ. ເພາະທ່ານໄດ້ຮັບການລ້ຽງດູໂດຍຖ້ອຍຄຳແຫ່ງຄວາມເຊື່ອ ແລະ ດ້ວຍຄຳສອນທີ່ດີທີ່ທ່ານໄດ້ປະຕິບັດຕາມ.
\v 7 ແຕ່ຈົ່ງປະຕິເສດຕໍ່ການສົນໃຈໃນນິຍາຍຕ່າງໆໃນໂລກນີ້ທີ່ຜູ້ຍິງແກ່ມັກ. ແຕ່ຈົ່ງຝຶກຕົນໃນທາງຂອງພຣະເຈົ້າ.
\v 8 ເພາະວ່າການຝຶກຕົນໃນຝ່າຍຮ່າງກາຍນັ້ນອາດຈະມີປະໂຫຍດຫນ້ອຍດຽວ, ແຕ່ວ່າຝຶກຕົນໃນທາງຂອງພຣະເຈົ້ານັ້ນ ກໍເປັນປະໂຫຍດທຸກປະການ ຊຶ່ງເປັນຄຳສັນຍາຕໍ່ຊີວິດນີ້ແລະ ຊີວິດໃນອານາຄົດທີ່ກຳລັງຈະມາເຖິງ.
\s5
\v 9 ຄຳກ່າວນີ້ເຊື່ອຖືໄດ້ ແລະ ເປັນສິ່ງທີ່ສົມຄວນຈະຮັບເອົາໄວ້ ແລະ ເຊື່ອຢ່າງຄົບຖ້ວນ.
\v 10 ເພາະເລື່ອງນີ້ພວກເຮົາຈຶ່ງຕ້ອງຕໍ່ສູ້ ແລະ ທຳງານຢ່າງຫນັກ. ເພາະວ່າເຮົາມີຄວາມຫມັ້ນໃຈໃນພຣະເຈົ້າຜູ້ຊົງພຣະຊົນ, ຜູ້ຊຶ່ງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງທຸກຄົນ, ໂດຍສະເພາະຂອງບັນດາຜູ້ທີ່ເຊື່ອ.
\s5
\v 11 ທ່ານຈົ່ງປະກາດ ແລະ ສັ່ງສອນສິ່ງເຫລົ່ານີ້
\v 12 ຢ່າໃຫ້ໃຜຫມິ່ນປະຫມາດຄວາມຫນຸ່ມແຫນ້ນຂອງທ່ານໄດ້, ແຕ່ຈົ່ງເປັນແບບຢ່າງໃຫ້ກັບຄົນເຫລົ່ານັ້ນຄືຜູ້ເຊື່ອ, ໃນຄຳສອນ, ດ້ວຍການປະພຶດ, ຄວາມຮັກ, ຄວາມສັດຊື່ ແລະ ຄວາມບໍຣິສຸດ.
\v 13 ໃຫ້ພຽນເອົາໃຈໃສ່ໃນການອ່ານ, ການໃຫ້ຄຳແນະນຳ ແລະ ການສອນຈົນກວ່າຂ້າພຣະເຈົ້າຈະມາ.
\s5
\v 14 ຢ່າລະເລີຍຂອງປຣະທານທີ່ມີຢູ່ໃນທ່ານ, ຊຶ່ງທ່ານໄດ້ຮັບຜ່ານທາງການເຜີຍພຣະວັດຈະນະ ທີ່ບັນດາຜູ້ອາວຸໂສໄດ້ວາງມືເທິງທ່ານນັ້ນ.
\v 15 ຈົ່ງເອົາໃຈໃສ່ສິ່ງເຫລົ່ານີ້. ຈົ່ງເຮັດຕາມສິ່ງເຫລົ່ານີ້, ເພື່ອວ່າຄວາມກ້າວຫນ້າຂອງທ່ານຈະປະກົດຊັດເຈນຕໍ່ຫນ້າຄົນທັງປວງ.
\v 16 ຈົ່ງເອົາໃຈໃສ່ຕໍ່ຕົວທ່ານເອງ ແລະ ຄຳສອນຂອງທ່ານຢ່າງຮອບຄອບ ແລະ ດຳເນີນຕໍ່ໄປໃນສິ່ງເຫລົ່ານີ້. ເພາະວ່າການກະທຳຢ່າງນີ້, ຈະເຮັດໃຫ້ທັງຕົວທ່ານເອງ ແລະ ບັນດາຜູ້ທີ່ໄດ້ຟັງຖ້ອຍຄຳຂອງທ່ານໄດ້ຮັບຄວາມພົ້ນດ້ວຍ.
\s5
\c 5
\cl ບົດທີ 5
\p
\v 1 ຢ່າເວົ້າຈາຫມິ່ນປະຫມາດຜູ້ອາວຸໂສກວ່າ. ແຕ່ຈົ່ງເວົ້າຫນູນໃຈເພິ່ນເຫມືອນເປັນບິດາ. ຈົ່ງປະຕິບັດຕໍ່ຊາຍຫນຸ່ມກວ່າ ເຫມືອນພວກເຂົາເປັນອ້າຍນ້ອງ.
\v 2 ຈົ່ງກ່າວຫນູນໃຈບັນດາແມ່ຍິງທີ່ອາວຸໂສກວ່າເຫມືອນເປັນແມ່, ແລະ ຕັກເຕືອນບັນດາຜູ້ຍິງຫນຸ່ມກວ່າເຫມືອນພວກເຂົາເປັນນ້ອງສາວດ້ວຍຄວາມບໍຣິສຸດທຸກຢ່າງ.
\s5
\v 3 ຈົ່ງໃຫ້ກຽດບັນດາຍິງຫມ້າຍ, ທີ່ຂາດທີ່ເພີ່ງພາ.
\v 4 ແຕ່ຖ້າຍິງຫມ້າຍຄົນໃດມີລູກ ຫລື ຫລານ, ກໍໃຫ້ພວກເຂົາໃຫ້ກຽດຄົນໃນຄອບຄົວຂອງພວກເຂົາເອງກ່ອນ. ໃຫ້ເຂົາໄດ້ຕອບແທນຄຸນຂອງບິດາມານດາຂອງຕົນ, ເພາະການກະທຳສິ່ງນີ້ເປັນສິ່ງທີ່ພໍພຣະທັຍພຣະເຈົ້າ.
\s5
\v 5 ແຕ່ຜູ້ທີ່ເປັນຍິງຫມ້າຍແທ້ໆ ທີ່ຖືກປະຖິ້ມໃຫ້ຢູ່ຜູ້ດຽວ. ໃຫ້ນາງຫມັ້ນໃຈໃນພຣະເຈົ້າ. ນາງຄວນອະທິຖານທູນຂໍຕໍ່ພຣະເຈົ້າຢູ່ສະເຫມີທັງເວັນ ແລະ ຄືນ.
\v 6 ແມ່ຍິງທີ່ໃຊ້ຊີວິດປ່ອຍຕົວຕາມໃຈຕົນເອງກໍເຫມືອນຄົນທີ່ຕາຍແລ້ວ, ແມ່ນວ່ານາງຍັງມີຊີວິດຢູ່ກໍຕາມ.
\s5
\v 7 ຈົ່ງສອນສິ່ງເຫລົ່ານີ້ດ້ວຍເພື່ອທີ່ພວກເຂົາຈະບໍ່ເປັນທີ່ຕິຕຽນໄດ້.
\v 8 ແຕ່ຖ້າໃຜທີ່ບໍ່ລ້ຽງດູຍາດພີ່ນ້ອງຂອງເຂົາ, ໂດຍສະເພາະຄົນເຫລົ່ານັ້ນໃນຄອບຄົວຂອງເຂົາເອງ, ຜູ້ນັ້ນກໍໄດ້ປະຕິເສດຄວາມເຊື່ອ ແລະ ຊົ່ວຍິ່ງກວ່າຄົນບໍ່ເຊື່ອອີກ.
\s5
\v 9 ຜູ້ທີ່ຂືຶ້ນທະບຽນເປັນຍິງຫມ້າຍໄດ້ນັ້ນຕ້ອງມີອາຍຸບໍ່ຕໍ່າກວ່າຫົກສິບປີ, ເປັນເມັຽຂອງຊາຍຄົນດຽວ.
\v 10 ນາງຕ້ອງເປັນທີ່ຮູ້ຈັກວ່າເປັນຄົນທີ່ມີຄວາມປະພຶດອັນດີ, ເຊັ່ນໃນເລື່ອງທີ່ນາງເອົາໃຈໃສ່ລ້ຽງດູລູກໆ, ຫລື ທີ່ມີໄມຕີຈິດຕ້ອນຮັບແຂກແປກຫນ້າຕ່າງໆ ຫລື ທີ່ເຄີຍລ້າງຕີນຜູ້ເຊື່ອທັງຫລາຍ, ຫລື ທີ່ເຄີຍບັນເທົາຄວາມເດືອດຮ້ອນຂອງຜູ້ທຸກຍາກ, ຫລື ທີ່ເຄີຍທຸ້ມເທຕົນເອງໃນການເຮັດສິ່ງດີທຸກຢ່າງ.
\s5
\v 11 ແຕ່ຍິງຫມ້າຍສາວໆນັ້ນ, ຢ່າຮັບພວກນາງຂຶ້ນທະບຽນ. ເພາະເມື່ອພວກນາງຍອມຕໍ່ຄວາມຕ້ອງການທາງກາຍ ກໍຈະຕໍ່ຕ້ານພຣະຄຣິດເຈົ້າ, ພວກນາງກໍຕ້ອງການແຕ່ງງານອີກ.
\v 12 ທີ່ພວກນາງເຮັດສິ່ງນີ້ກໍ່ຖືວ່າເປັນຄວາມຜິດເພາະພວກນາງໄດ້ຖອນຂໍ້ຜູກພັນທີ່ໃຫ້ໄວ້ແຕ່ຕົ້ນນັ້ນແລ້ວ.
\v 13 ພວກນາງກໍກາຍເປັນຄົນມັກຢູ່ລ້າໆ, ທຽວເລາະໄປຕາມເຮືອນນັ້ນເຮືອນນີ້, ແຕ່ຍິ່ງຮ້າຍກວ່ານັ້ນ ແຕ່ກາຍເປັນຄົນມັກເວົ້າຂວັນຄົນອື່ນ ແລະ ຫຍຸ້ງກ່ຽວກັບເລື່ອງຂອງຄົນອື່ນ. ພວກເຂົາເວົ້າໃນເລື່ອງທີ່ບໍ່ສົມຄວນເວົ້າ.
\s5
\v 14 ເຫດສະນັ້ນ ຂ້າພຣະເຈົ້າຈຶ່ງຢາກໃຫ້ຍິງຫມ້າຍສາວໆນັ້ນ, ແຕ່ງງານມີລູກ, ດູແລບ້ານເຮືອນ ເພື່ອບໍ່ໃຫ້ສັດຕຣູມີໂອກາດກ່າວຫາໄດ້ວ່າເຮົາເຮັດຊົ່ວ.
\v 15 ດ້ວຍວ່າມີບາງຄົນໄດ້ຫັນໄປຕິດຕາມຊາຕານແລ້ວ.
\v 16 ຖ້າຫາກຜູ້ເຊື່ອທີ່ເປັນສະຕຣີຄົນໃດມີຍິງຫມ້າຍຢູ່ດ້ວຍ, ກໍ່ຈົ່ງຊ່ວຍເຫລືອພວກນາງ ເພື່ອຈະໄດ້ບໍ່ໄປເພີ້ມພາຣະໃຫ້ກັບຄຣິສຕະຈັກ, ເພື່ອຄຣິສຕະຈັກເອງຈະໄດ້ຊ່ວຍຍິງຫມ້າຍທີ່ບໍ່ມີທີ່ຢູ່ແທ້ໆ.
\s5
\v 17 ຈົ່ງຖືວ່າບັນດາຜູ້ປົກຄອງທີ່ປົກຄອງໄດ້ດີນັ້ນສົມຄວນ ໄດ້ຮັບກຽດເປັນສອງເທົ່າ, ໂດຍສະເພາະຄົນເຫລົ່ານັ້ນທີ່ເຮັດວຽກໃນການເທສະຫນາ ແລະ ການສັ່ງສອນ.
\v 18 ເພາະພຣະຄັມພີກ່າວວ່າ, "ຢ່າເອົາບັ້ງຫຽງອັດປາກງົວເມື່ອມັນຢຽບເຂົ້າ" ແລະ "ຄົນງານຄວນໄດ້ຮັບຄ່າຈ້າງຂອງຕົນ."
\s5
\v 19 ຢ່າຍອມຮັບຄຳກ່າວຫາຜູ້ປົກຄອງຄົນໃດ ໂດຍປາສະຈາກພະຍານສອງ ຫລື ສາມຄົນ.
\v 20 ຈົ່ງຕັກເຕືອນຄົນບາບເຫລົ່ານັ້ນຕໍ່ໜ້າທຸກຄົນ ເພື່ອຄົນອື່ນໆທີ່ເຫລືອຈະໄດ້ຢ້ານ.
\s5
\v 21 ຂ້າພຣະເຈົ້າສັ່ງທ່ານຢ່າງຈິງຈັງຕໍ່ໜ້າພຣະພັກພຣະເຈົ້າ ແລະ ຕໍ່ພຣະເຢຊູຄຣິດເຈົ້າ ແລະເຫລົ່າທູດສະຫວັນທີ່ຊົງເລືອກສັນໄວ້, ເພື່ອໃຫ້ທ່ານຮັກສາຄຳສັ່ງເຫລົ່ານີ້ໄວ້ໂດຍບໍ່ໄດ້ເຂົ້າຂ້າງອອກຂາ ແລະ ເພື່ອວ່າທີ່ທ່ານຈະບໍ່ໄດ້ເຮັດສິ່ງໃດດ້ວຍຄວາມລຳອຽງ.
\v 22 ຢ່າດ່ວນວາງມືເທິງຄົນໃດ. ຢ່າມີສ່ວນຮ່ວມໃນການເຮັດບາບໃດໆຂອງຜູ້ອື່ນ. ທ່ານຄວນຮັກສາຕົນເອງໃຫ້ບໍຣິສຸດ.
\s5
\v 23 ທ່ານບໍ່ຄວນດື່ມແຕ່ນໍ້າ, ແຕ່ຄວນດື່ມເຫລົ້າອະງຸ່ນແດ່ເລັກນ້ອຍ ເພື່ອປະໂຫຍດແກ່ກະເພາະອາຫານຂອງທ່ານ ເພາະທ່ານມັກບໍ່ສະບາຍຢູ່ເລື່ອຍໆ.
\v 24 ການບາບຂອງບາງຄົນປາກົດຊັດເຈນ, ແລະ ນຳພວກເຂົາໄປສູ່ການພິພາກສາ. ສ່ວນບາບອື່ນໆ ຈະຕາມມາພາຍຫລັງ.
\v 25 ເຊັ່ນນັ້ນແຫລະ, ການດີບາງຢ່າງກໍ່ປາກົດຊັດເຈນ, ສ່ວນການດີອື່ນໆທີຍັງບໍ່ປາກົດຊັດເຈນ ກໍ່ບໍ່ສາມາດປິດບັງໄວ້ໄດ້ເຊັ່ນກັນ.
\s5
\c 6
\cl ບົດທີ 6
\p
\v 1 ຝ່າຍບັນດາຄົນທີ່ເປັນທາດນັ້ນຕ້ອງຖືນາຍຂອງພວກຕົນວ່າ ເປັນຜູ້ສົມຄວນໄດ້ຮັບກຽດໃນທຸກຢ່າງ. ພວກເຂົາຄວນເຮັດສິ່ງນີ້ ເພື່ອວ່າຈະບໍ່ມີຜູ້ໃດຫມິ່ນປະຫມາດນາມຂອງພຣະເຈົ້າ ແລະຄຳສັ່ງສອນຂອງພວກເຮົາໄດ້.
\v 2 ສ່ວນບັນດາທາດທີ່ມີນາຍເປັນຜູ້ທີ່ເຊື່ອ ກໍ່ບໍ່ຄວນລົດຄວາມນັບຖືຍ້ອນວ່ານາຍນັ້ນເປັນພີ່ນ້ອງຂອງພວກຕົນ. ແຕ່ໃຫ້ພວກເຂົາຮັບໃຊ້ນາຍໃຫ້ດີຍິ່ງຂື່້ນອີກ. ເພາະບັນດານາຍເຫລົ່ານັ້ນຜູ້ໄດ້ຮັບປະໂຫຍດຈາກວຽກຂອງພວກເຂົາກໍ່ເປັນຜູ້ເຊື່ອ ແລະ ເປັນທີ່ຮັກດ້ວຍ. ຈົ່ງສອນ ແລະ ປະກາດສິ່ງເຫລົ່ານີ້.
\s5
\v 3 ຜຸ້ໃດກໍ່ຕາມທີ່ສອນຜິດໄປຈາກນີ້ ແລະ ທັງບໍ່ເຫັນພ້ອມກັບຫລັກຄຳສອນອັນແທ້ຈິງຂອງພຣະເຢຊູຄຣິດເຈົ້າຂອງເຮົາ. ຫາກວ່າພວກເຂົາບໍ່ຍອມຮັບກັບຄຳສັ່ງສອນອັນຖືກຕ້ອງ ທີ່ຊີ້ນຳໃນທາງຂອງພຣະເຈົ້າ.
\v 4 ຄົນນັ້ນກໍ່ອວດຕົວ ແລະບໍ່ຮູ້ຫຍັງເລີຍ. ແຕ່ເຂົາປ່ວຍ ດ້ວຍຄວາມຂັດແຍ້ງແລະ ໂຕ້ຖຽງກັນເລື່ອງຖ້ອຍຄຳ. ຖ້ອຍຄຳເຫລົ່ານີ້ມີຜົນເຮັດໃຫ້ອິດສາກັນ, ຜິດຖຽງກັນ ຫມິ່ນປະໝາດກັນ, ລະແວງສົງໃສກັນ, ແລະ
\v 5 ຄວາມຂັດແຍ້ງກັນຢ່າງບໍ່ມີທີ່ສິ້ນສຸດ ລະຫວ່າງຄົນໃຈດ້ານ. ພວກເຂົາຫັນຫນີຈາກຄວາມຈິງ. ພວກເຂົາຄິດວ່າທາງຂອງພຣະເຈົ້າ ເປັນທາງທີ່ຈະເຮັດໃຫ້ຮັ່ງມີໄດ້.
\s5
\v 6 ບັດນີ້ຕາມທາງພຣະເຈົ້າ ດ້ວຍຄວາມພຶງພໍໃຈນັ້ນ ເຮັດໃຫ້ຮັ່ງມີສີສຸກຫລວງຫລາຍ.
\v 7 ເພາະເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກ. ສັນໃດ ເຮົາກໍ່ບໍ່ສາມາດເອົາສິ່ງໃດອອກໄປໄດ້ສັນນັ້ນ.
\v 8 ສະນັ້ນ, ໃຫ້ເຮົາພໍໃຈໃນອາຫານ ແລະ ເສື້ອຜ້າທີ່ມີຢູ່.
\s5
\v 9 ບັດນີ້ບັນດາຄົນເຫລົ່ານັ້ນທີ່ຢາກຮັ່ງມີ ກໍຕົກຢູ່ໃນການທົດລອງ, ຖືກບ້ວງກັບດັກ. ພວກເຂົາຕົກຢູ່ໃນຄວາມໂງ່ງ່າວ ແລະ ບັນດາກິເລດຕັນຫາອັນຕະຣາຍ, ແລະ ເຮັດໃຫ້ເຈັບປວດ ຊຶ່ງຈ່ອງດຶງຄົນເຫລົ່ານັ້ນຈົມລົງສູ່ຄວາມພິນາດຈິບຫາຍ ແລະການທຳລາຍ.
\v 10 ດ້ວຍວ່າການຮັກເງິນຄຳເປັນຮາກຂອງຄວາມຊົ່ວທຸກຢ່າງ. ບາງຄົນຢາກຮັ່ງມີຫລາຍຈົນໄດ້ປະຖິ້ມຄວາມເຊື່ອ ແລ້ວກໍ່ເປັນທຸກຣະທົມໃຈຕົນຫລາຍປະການ.
\s5
\v 11 ແຕ່ທ່ານທັງຫລາຍ, ຊຶ່ງເປັນຄົນຂອງພຣະເຈົ້າ, ຈົ່ງຫລີກຫນີຈາກສິ່ງເຫລົ່ານີ້. ຈົ່ງສະແຫວງຫາຄວາມຊອບທັມ, ທາງຂອງພຣະເຈົ້າ ຄວາມສັດຊື່, ຄວາມຮັກ, ຄວາມອົດທົນ, ແລະຄວາມອ່ອນສຸພາບ.
\v 12 ໃຫ້ຕໍ່ສູ້ຢ່າງສຸດກຳລັງໃນຄວາມເຊື່ອ. ຍຶດຫມັ້ນໃນຊີວິດອັນຕະຫລອດໄປເປັນນິດ ຕາມທີ່ທ່ານໄດ້ຖືກເອີ້ນໃຫ້ໄປຮັບນັ້ນ. ເພາະເລື່ອງນີ້ພວກທ່ານໄດ້ເປັນພະຍານຕໍ່ຫນ້າພະຍານທັງຫລາຍວ່າ ແມ່ນຫຍັງແມ່ນປະເສີດ.
\s5
\v 13 ຂ້າພຣະເຈົ້າຂໍສັ່ງພວກທ່ານຕໍ່ພຣະພັກພຣະເຈົ້າ, ຜູ້ຊົງເຮັດໃຫ້ທຸກສິ່ງມີຊີວິດ, ແລະ ຕໍ່ພຣະພັກຂອງພຣະເຢຊູຄຣິິດເຈົ້າ, ຜູ້ຊົງກ່າວທີ່ເປັນຄວາມຈິງຕໍ່ຫນ້າປີລາດຜູ້ປົກຄອງ:
\v 14 ຈົ່ງຮັກສາພຣະບັນຊານີ້ໄວ້ຢ່າງສົມບູນ, ໂດຍບໍ່ໃຫ້ມີທີ່ຕິຕຽນໄດ້, ຈົນເຖິງການມາປະກົດຂອງອົງພຣະເຢຊູຄຣີດເຈົ້າ ພຣະເຈົ້າຂອງເຮົາ.
\s5
\v 15 ພຣະເຈົ້າຈະຊົງເປີດເຜີຍການມາປາກົດຂອງພຣະອົງເມື່ອເຖິງເວລາອັນເໝາະສົມ -ພຣະເຈົ້າຜູ້ຊົງສົມຄວນຮັບຄຳສັນຣະເສີນ, ເປັນຜູ້ດຽວທີ່ຊົງຣິດ, ເປັນມະຫາກະສັດຜູ້ຄອບຄອງ, ເປັນອົງພຣະຜູ້ເປັນເຈົ້າທີ່ປົກຄອງ.
\v 16 ພຣະອົງຜູ້ດຽວທີ່ຕາຍບໍ່ເປັນ ແລະ ພຣະອົງຢູ່ໃນຄວາມສະຫວ່າງເຊິ່ງບໍ່ມີໃຜເຂົ້າເຖິງໄດ້. ບໍ່ມີຄົນໃດເບິ່ງເຫັນພຣະອົງ. ຂໍພຣະກຽດ ແລະ ຣິດເດດນິຣັນດອນມີແດ່ພຣະອົງ. ອາແມນ.
\s5
\v 17 ຈົ່ງບອກຄົນທີ່ຮັ່ງມີໃນໂລກນີ້ຢ່າອວດຕົວ, ແລະ ຢ່າຕັ້ງຄວາມຫວັງໃນຄວາມຮັ່ງມີ, ຊຶ່ງບໍ່ແນ່ນອນ. ແຕ່ພວກເຂົາຄວນຕັ້ງຄວາມຫວັງໃນພຣະເຈົ້າ. ພຣະອົງຊົງມອບຄວາມຮັ່ງມີທີ່ແທ້ຈີງໃຫ້ເຮົາໄດ້ຊື່ນຊົມຍິນດີ.
\v 18 ຈົ່ງບອກພວກເຂົາໃຫ້ເຮັດຄວາມດີ, ໃຫ້ຮັ່ງມີໃນການກະທຳດີ ໃຫ້ມີໃຈກວ້າງຂວາງ ແລະ ເຕັມໃຈທີ່ຈະແບ່ງປັນ.
\v 19 ໂດຍການເຮັດເຊັ່ນນັ້ນ, ພວກເຂົາຈະໄດ້ສະສົມຮາກຖານທີ່ດີ ເພື່ອພວກເຂົາເອງໃນເວລາຂ້າງຫນ້າ, ເພື່ອພວກເຂົາຈະໄດ້ຍຶດໃນຊີວິດທີ່ແທ້ຈິງ.
\s5
\v 20 ຕີໂມທຽວເອີຍ, ໃຫ້ປົກປ້ອງສິ່ງທີ່ທ່ານໄດ້ຮັບ. ຫລີກຫນີຈາກການເວົ້າທີ່ໂງ່ງ່າວ ແລະ ການຜິດຖຽງຂັດແຍ້ງກັນໃນເລື່ອງທີ່ບໍ່ເປັນສາຣະຮຽກວ່າຄວາມຮູ້.
\v 21 ບາງຄົນໄດ້ປະກາດສິ່ງເຫລົ່ານີ້ ແລະ ດັ່ງນັ້ນພວກເຂົາຈຶ່ງພາດຈາກຄວາມເຊື່ອ. ຂໍພຣະຄຸນຈົ່ງສະຖິດກັບທ່ານເຖີ້ນ.