lo_ulb/53-1TH.usfm

176 lines
34 KiB
Plaintext

\id 1TH
\ide UTF-8
\h 1 ເທສະໂລນິກ
\toc1 1 ເທສະໂລນິກ
\toc2 1 ເທສະໂລນິກ
\toc3 1th
\mt 1 ເທສະໂລນິກ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຊີລາ, ແລະ ຕີໂມທຽວ ເຖິງຄຣິສຕະຈັກເທສະໂລນິກໃນພຣະເຈົ້າ ພຣະບິດາ ແລະໃນອົງພຣະເຢຊູຄຣິດເຈົ້າ. ຂໍພຣະຄຸນ ແລະສັນຕິສຸກຈົ່ງສະຖິດຢູ່ກັບທ່ານ.
\s5
\v 2 ພວກເຮົາຂອບພຣະຄຸນພຣະເຈົ້າສະເຫມີສຳລັບພວກທ່ານທຸກຄົນ, ເມື່ອພວກເຮົາລະນຶກເຖິງພວກທ່ານ ໃນຄຳອະທິຖານຂອງພວກເຮົາ.
\v 3 ພວກເຮົາລະນຶກເຖິງຢ່າງສະຫມໍ່າສະເຫມີຕໍ່ຫນ້າພຣະເຈົ້າ ແລະ ພຣະບິດາເຈົ້າ ເລື່ອງການງານແຫ່ງຄວາມເຊື່ອ, ງານທີ່ພວກທ່ານທຸ້ມເທເຮັດດ້ວຍຄວາມຮັກ, ແລະ ຄວາມອົດທົນຊຶ່ງເກີດມາຈາກຄວາມຫມັ້ນໃຈໃນອານາຄົດໃນອົງພຣະເຢຊູຄຣິດເຈົ້າຂອງເຮົາ.
\s5
\v 4 ອ້າຍນ້ອງຊາຍທັງຫລາຍ ຜູ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຮົາຮູ້ເຖິງການຊົງເອີ້ນຂອງພວກທ່ານ,
\v 5 ເພາະວ່າຂ່າວປະເສີດຂອງພວກເຮົາບໍ່ໄດ້ມາເຖິງທ່ານໂດຍຖ້ອຍຄຳເທົ່ານັ້ນ, ແຕ່ໂດຍຣິດອຳນາດ, ໃນພຣະວິນຍານບໍຣິສຸດເຈົ້າ, ແລະ ຊຶ່ງຫມັ້ນຄົງເຊື່ອຖືໄດ້. ໃນທຳນອງດຽວກັນ, ພວກທ່ານຍັງຄົງຮູ້ວ່າ ເຮົາເປັນຄົນແບບໃດທ່າມກາງພວກທ່ານເພື່ອເປັນປະໂຫຍດແກ່ພວກທ່ານ.
\s5
\v 6 ທ່ານໄດ້ກາຍມາເປັນຜູ້ເຮັດຕາມແບບຢ່າງຂອງພວກເຮົາ ແລະ ຂອງອົງພຣະຜູ້ເປັນເຈົ້າ, ເມື່ອທ່ານຮັບເອົາພຣະຄັມນັ້ນຢ່າງຍາກລຳບາກດ້ວຍຄວາມຊື່ນຊົມຍິນດີຈາກພຣະວິນຍານບໍຣິສຸດເຈົ້າ.
\v 7 ຜົນທີ່ໄດ້ຄື, ພວກທ່ານໄດ້ກາຍມາເປັນແບບຢ່າງໃຫ້ກັບພີ່ນ້ອງໃນແຂວງມາຊີໂດເນັຽ ແລະ ແຂວງອາຄາຢາ ຜູ້ທີ່ເຊື່ອທຸກຄົນ.
\s5
\v 8 ເພາະຈາກພວກທ່ານ ຖ້ອຍຄຳຂອງພຣະເຈົ້າໄດ້ສົ່ງສຽງອອກໄປ, ແລະ ບໍ່ແມ່ນພຽງໃນມາຊີໂດເນັຽ ແລະ ອາຄາຢາເທົ່ານັ້ນ. ແຕ່ຄວາມເຊື່ອຂອງພວກທ່ານໄດ້ກະຈາຍອອກໄປທຸກຫົນທຸກແຫ່ງ. ຈຶ່ງເປັນຜົນ, ພວກເຮົາບໍ່ຈຳເປັນຕ້ອງກ່າວສິ່ງໃດເລີຍ.
\v 9 ເພາະພວກເຂົາເອງໄດ້ລາຍງານເຖິງລັກສະນະການມາຂອງພວກເຮົາ ທີ່ມີໃນທ່າມກາງພວກທ່ານ. ພວກເຂົາເລົ່າເຖິງການທີ່ທ່ານໄດ້ຫັນມາຫາພຣະເຈົ້າ ປະຖິ້ມຈາກຮູບເຄົາຣົບ ເພື່ອຮັບໃຊ້ພຣະເຈົ້າຊົງພຣະຊົນຢູ່ ແລະ ຜູ້ຊົງທ່ຽງແທ້.
\v 10 ພວກເຂົາລາຍງານວ່າພວກທ່ານກຳລັງລໍຄອຍພຣະບຸດຈາກສະຫວັນ, ຜູ້ທີ່ພຣະອົງຊົງເຮັດໃຫ້ເປັນຂຶ້ນມາຈາກຄວາມຕາຍ. ຜູ້ນີ້ຄືພຣະເຢຊູຄຣິດເຈົ້າ, ຜູ້ທີ່ຊ່ວຍເຮົາໃຫ້ພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ກຳລັງຈະມາເຖິງ.
\s5
\c 2
\cl ບົດທີ 2
\p
\v 1 ອ້າຍນ້ອງຊາຍເອີຍ, ສຳລັບພວກທ່ານເອງຮູ້, ໃນການທີ່ພວກເຮົາມາຫາພວກທ່ານນັ້ນ ບໍ່ໄດ້ເສັຽປະໂຫຍດ.
\v 2 ພວກທ່ານຮູ້ວ່າກ່ອນຫນ້ານີ້ພວກເຮົາຕ້ອງທົນທຸກ ແລະ ຖືກປະຈານຢ່າງຫນ້າອັບອາຍທີ່ເມືອງຟີລິບປອຍ. ພວກເຮົາມີຄວາມກ້າຫານໃນພຣະເຈົ້າຂອງເຮົາ ເພື່ອປະກາດຂ່າວປະເສີດຂອງພຣະເຈົ້າ ໃຫ້ແກ່ພວກທ່ານດ້ວຍຄວາມພາກພຽນພະຍາຍາມ.
\s5
\v 3 ເພາະວ່າຄຳສອນຂອງພວກເຮົານັ້ນບໍ່ໄດ້ມາຈາກຄວາມຜິດພາດ, ຫລື ຈາກຄວາມບໍ່ຈິງ ຫລື ຈາກຄວາມຫລອກຫລວງ.
\v 4 ແຕ່ພວກເຮົາໄດ້ຮັບການພິສູດແລ້ວໂດຍພຣະເຈົ້າວ່າເປັນທີ່ໄວ້ໃຈໄດ້ດ້ວຍເລື່ອງຂ່າວປະເສີດ, ດັ່ງພວກເຮົາກ່າວນັ້ນ, ພວກເຮົາບໍ່ໄດ້ເວົ້າດ້ວຍເພື່ອໃຫ້ມະນຸດພໍໃຈ, ແຕ່ເພື່ອໃຫ້ພຣະເຈົ້າພໍພຣະທັຍ. ພຣະອົງຄືຜູ້ດຽວທີ່ກວດສອບຫົວໃຈຂອງພວກເຮົາ.
\s5
\v 5 ຢ່າງທີ່ພວກທ່ານຮູ້ແລ້ວວ່າ, ສຳລັບພວກເຮົາບໍ່ມີເວລາໃດເລີຍ ທີ່ຈະໃຊ້ຖ້ອຍຄຳເພື່ອຍົກຍ້ອງ, ຫລື ກ່າວອ້າງດ້ວຍຄວາມໂລບ, ໃນເມື່ອພຣະເຈົ້າຊົງເປັນພະຍານຂອງພວກເຮົາ.
\v 6 ພວກເຮົາບໍ່ໄດ້ສະແຫວງຫາກຽດຈາກມະນຸດ, ຫລືຈາກພວກທ່ານ ຫລື ຈາກຄົນອື່ນໆ. ພວກເຮົາສາມາດຮຽກຮ້ອງສິດທິພິເສດໃນຖານະເປັນອັກຄະສາວົກຂອງພຣະຄຣິດເຈົ້າ.
\s5
\v 7 ແຕ່ພວກເຮົາເປັນເຫມືອນຄົນຕ່າງຊາດໃນທ່າມກາງພວກທ່ານ ເຫມືອນແມ່ທີ່ຫນູນໃຈລູກຂອງຕົນ.
\v 8 ເພາະເຫດນີ້ພວກເຮົາຈຶ່ງມີຄວາມຮັກ ແລະ ຄວາມຫ່ວງໄຍພວກທ່ານ. ພວກເຮົາມີຄວາມສຸກທີ່ໄດ້ແບ່ງປັນກັບພວກທ່ານ ບໍ່ແມ່ນພຽງແຕ່ຂ່າວປະເສີດຂອງພຣະເຈົ້າເທົ່ານັ້ນ ແຕ່ທັງຊີວິດຂອງພວກເຮົາເອງດ້ວຍ. ເພາະພວກທ່ານໄດ້ມາເປັນຜູ້ທີ່ພວກເຮົາຮັກຫລາຍ.
\v 9 ສຳລັບພວກທ່ານຈົ່ງຈົດຈຳໄວ້, ອ້າຍນ້ອງຂອງເຮົາເອີຍ, ການທຸ້ມເທເຮັດວຽກ ແລະ ການອັນຫນັກຫນ່ວງຂອງພວກເຮົາ. ທຸກວັນ ແລະ ຄືນພວກເຮົາກຳລັງເຮັດວຽກເພື່ອຈະບໍ່ເປັນພາຣະອັນຫນັກແກ່ພວກທ່ານຄົນໃດ. ໃນຊ່ວງເວລານັ້ນ, ພວກເຮົາໄດ້ເທສະຫນາຂ່າວປະເສີດຂອງພຣະເຈົ້າໃຫ້ກັບພວກທ່ານດ້ວຍ.
\s5
\v 10 ພວກທ່ານເປັນພະຍານ, ແລະ ພຣະເຈົ້າກໍຊົງເປັນພະຍານດ້ວຍເຖິງຄວາມບໍຣິສຸດ, ຄວາມຊອບທັມ, ແລະ ປາສະຈາກການຕຳຫນິໃນການປະພຶດຂອງພວກເຮົາທີ່ມີຕໍ່ພວກທ່ານທີ່ເຊື່ອ.
\v 11 ໃນທຳນອງດຽວກັນ ພວກທ່ານຕ່າງກໍຮູ້ຈັກກັນເອງດີຢູ່ແລ້ວ ດັ່ງນັ້ນໃນຖານະພໍ່ກັບລູກ,
\v 12 ພວກເຮົາຈຶ່ງຮ້ອງຂໍທ່ານ ແລະ ຫນູນໃຈ ແລະ ເຕືອນສະຕິທ່ານ ເພື່ອຈະເດີນຢູ່ໃນຄວາມປະພຶດອັນເຫມາະສົມຫນ້າຍົກຍ້ອງຂອງພຣະເຈົ້າ, ຜູ້ຊົງເອີ້ນພວກທ່ານ ເຂົ້າສູ່ອານາຈັກ ແລະ ໃນສະຫງ່າຣາສີຂອງພຣະອົງ.
\s5
\v 13 ເນື່ອງຈາກເຫດຜົນນີ້ ພວກເຮົາຈຶ່ງຂອບພຣະຄຸນພຣະເຈົ້າຢ່າງສະຫມໍ່າສະເຫມີ, ດ້ວຍເຊັ່ນກັນ ເພາະເມື່ອພວກທ່ານໄດ້ຮັບຂ່າວສານ ຂອງພຣະເຈົ້າທີ່ພວກທ່ານໄດ້ຍິນຈາກພວກເຮົາແລ້ວ, ພວກທ່ານໄດ້ຍອມຮັບແລ້ວ ບໍ່ແມ່ນໃນຖານະທີ່ເປັນຖ້ອຍຄຳຂອງມະນຸດ. ແຕ່ພວກທ່ານຮັບເອົາດ້ວຍວ່າເປັນພຣະຄັມຂອງພຣະເຈົ້າຢ່າງແທ້ຈິງ. ຄືພຣະຄັມນີ້ທີ່ກຳລັງທຳງານຢູ່ທ່າມກາງພວກທ່ານຜູ້ທີ່ເຊື່ອດ້ວຍ.
\s5
\v 14 ອ້າຍນ້ອງຊາຍເອີຍ, ເພາະພວກທ່ານໄດ້ກາຍເປັນຜູ້ຮຽນແບບຜູ້ເຊື່ອ ໃນຄຣິສຕະຈັກຂອງພຣະເຈົ້າໃນຢູດາຍໃນອົງພຣະເຢຊູຄຣິດເຈົ້າ. ເພາະພວກທ່ານຕ້ອງທົນທຸກຢ່າງດຽວກັນຈາກຄົນໃນປະເທດຂອງທ່ານ, ເຫມືອນທີ່ພວກເຂົາໄດ້ຮັບຈາກພວກຢິວ.
\v 15 ຄືພວກຢິວທີ່ໄດ້ຂ້າທັງພຣະເຢຊູເຈົ້າ ແລະ ບັນດາຜູ້ປະກາດພຣະທັມ. ຄືພວກຊາວຢິວທີ່ໄດ້ຂັບໄລ່ພວກເຮົາ. ພວກເຂົາບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ. ແຕ່ພວກເຂົາຂັດຄ້ານຄົນທັງຫລາຍ.
\v 16 ພວກເຂົາຫ້າມບໍ່ໃຫ້ພວກເຮົາກ່າວຕໍ່ຄົນຕ່າງຊາດ ເພື່ອຄົນເຫລົ່ານັ້ນຈະໄດ້ຮັບຄວາມລອດພົ້ນ. ຊຶ່ງມີຜົນເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມບາບ. ທ້າຍທີ່ສຸດຄວາມໂກດຮ້າຍຂອງພຣະເຈົ້າກໍມາເຖິງພວກເຂົາ.
\s5
\v 17 ອ້າຍນ້ອງຊາຍເອີຍ, ພວກເຮົາຖືກແຍກຂາດຈາກພວກທ່ານ, ໃນຊ່ວງເວລາຫນຶ່ງ, ຊຶ່ງເປັນການແຍກຂາດທາງກາຍບໍ່ແມ່ນຫົວໃຈ. ພວກເຮົາເຮັດຢ່າງກະຕືລືລົ້ນ ໂດຍສະເພາະ ດ້ວຍຄວາມປາຖນາອັນຍິ່ງໃຫຍ່, ທີ່ຈະໄດ້ພົບຫນ້າພວກທ່ານ.
\v 18 ເພາະພວກເຮົາປາຖນາທີ່ຈະມາຫາພວກທ່ານ, ຂ້າພຣະເຈົ້າເອງຄືໂປໂລ ກໍປາຖນາທີ່ຈະມາຫາພວກທ່ານອີກເທື່ອຫນຶ່ງ, ແຕ່ຊາຕານໄດ້ຢຸດຢັ້ງພວກເຮົາເອົາໄວ້.
\v 19 ເພາະຄວາມຫມັ້ນໃຈຂອງພວກເຮົາສຳລັບອານາຄົດ ຫລື ຄວາມຊື່ນຊົມຍິນດີ ຫລື ມົງກຸດແຫ່ງຄວາມພູມໃຈຂອງພວກເຮົານັ້ນຢູ່ຕໍ່ຫນ້າອົງພຣະເຢຊູເຈົ້າໃນການມາຂອງພຣະອົງບໍ່ແມ່ນບໍ? ບໍ່ແມ່ນພວກທ່ານບໍທີ່ມີຫລາຍເຫມືອນຜູ້ອື່ນ?
\v 20 ພວກທ່ານເປັນພຣະສີຣິ ແລະ ຄວາມຍິນດີຂອງພວກເຮົາ.
\s5
\c 3
\cl ບົດທີ 3
\p
\v 1 ເພາະສະນັ້ນ, ເມື່ອພວກເຮົາບໍ່ສາມາດທົນແບກເອົາໄວ້ໄດ້ອີກຕໍ່ໄປແລ້ວ, ພວກເຮົາຈຶ່ງຄິດວ່າເປັນການດີທີ່ຈະປະພວກເຮົາໄວ້ທີ່ນະຄອນເອແຖນໃຫ້ໂດດດ່ຽວ.
\v 2 ພວກເຮົາຈຶ່ງສົ່ງຕີໂມທຽວ, ຜູ້ເປັນອ້າຍນ້ອງຂອງເຮົາ ແລະ ເປັນເພື່ອນຮ່ວມງານເພື່ອພຣະເຈົ້າໃນຂ່າວປະເສີດຂອງພຣະຄຣິດເຈົ້າ, ເພື່ອມາເສີມກຳລັງ ແລະ ຫນູນໃຈພວກທ່ານເນື່ອງຈາກຄວາມເຊື່ອຂອງພວກທ່ານ.
\v 3 ພວກເຮົາໄດ້ເຮັດດັ່ງນີ້ ເພື່ອຈະບໍ່ມີໃຜສັ່ນສະເທືອນກັບຄວາມທຸກທໍຣະມານເຫລົ່ານີ້. ສຳລັບພວກທ່ານກໍຮູ້ແລ້ວວ່າ ພວກເຮົາກະທຳເຊັ່ນນີ້ ເພາະພວກເຮົາໄດ້ຖືກແຕ່ງຕັ້ງ.
\s5
\v 4 ແທ້ຈິງແລ້ວ, ເມື່ອພວກເຮົາຢູ່ກັບພວກທ່ານ, ພວກເຮົາໄດ້ບອກພວກທ່ານລ່ວງຫນ້າແລ້ວວ່າພວກເຮົາຈະຕ້ອງທົນທຸກກັບຄວາມເຈັບປວດຕ່າງໆ, ແລະ ສິ່ງນັ້ນກໍເກີດຂຶ້ນເຫມືອນຢ່າງທີ່ພວກທ່ານຮູ້ນັ້ນ.
\v 5 ດ້ວຍເຫດຜົນນີ້, ເມື່ອຂ້າພຣະເຈົ້າບໍ່ສາມາດຢືນສູ້ຕໍ່ໄປໄດ້, ຂ້າພຣະເຈົ້າຈຶ່ງສົ່ງຄົນໄປ ເພື່ອວ່າຂ້າພຣະເຈົ້າຈະໄດ້ຮູ້ກ່ຽວກັບຄວາມເຊື່ອຂອງພວກທ່ານ. ບາງເທື່ອເມື່ອຜູ້ທົດລອງໄດ້ເຂົ້າມາທົດລອງພວກທ່ານຢ່າງໃດຢ່າງຫນຶ່ງ, ແລະ ການທຸ້ມເທໃນການງານຂອງພວກເຮົາຈະໄຮ້ປະໂຫຍດ.
\s5
\v 6 ແຕ່ຕີໂມທຽວໄດ້ເດີນທາງໄປຫາພວກເຮົາ ແລະ ໄດ້ນຳຂ່າວດີກ່ຽວກັບຄວາມເຊື່ອ ແລະ ຄວາມຮັກຂອງພວກທ່ານມາບອກແກ່ພວກເຮົາ. ເພິ່ນໄດ້ບອກພວກເຮົາວ່າພວກທ່ານມີຄວາມຈົດຈຳທີ່ດີກ່ຽວກັບພວກເຮົາສະເຫມີ, ແລະ ພວກທ່ານລໍຄອຍທີ່ຈະໄດ້ພົບພວກເຮົາເຫມືອນກັບທີ່ພວກເຮົາລໍຄອຍທີ່ຈະໄດ້ພົບພວກທ່ານ.
\v 7 ເພາະເຫດນີ້, ອ້າຍນ້ອງຂອງເຮົາເອີຍ, ພວກເຮົາຈຶ່ງໄດ້ຮັບການເລົ້າໂລມໃຈຈາກພວກທ່ານ ເນື່ອງດ້ວຍຄວາມເຊື່ອຂອງພວກທ່ານ, ໃນຄວາມທຸກ ແລະ ຄວາມເຈັບປວດທັງຫມົດຂອງພວກເຮົາ.
\s5
\v 8 ຕອນນີ້ພວກເຮົາມີຊີວິດຢູ່ໄດ້, ຖ້າຫາກພວກທ່ານຍຶດຫມັ້ນໃນອົງພຣະຜູ້ເປັນເຈົ້າ.
\v 9 ພວກເຮົາຈະມີຄຳຂອບຄຸນໃດນໍ ໃຫ້ແກ່ພຣະເຈົ້າ ສຳລັບທ່ານ, ສຳລັບຄວາມຊື່ນຊົມຍິນດີທັງຫມົດຕໍ່ຫນ້າພຣະເຈົ້າທີ່ມີຕໍ່ທ່ານ?
\v 10 ທຸກວັນ ແລະ ຄືນພວກເຮົາ ພາວະນາອະທິຖານຢ່າງຫນັກ ເພື່ອຈະໄດ້ພົບຫນ້າຂອງພວກທ່ານ ແລະ ຈັດຕຽມສິ່ງທີ່ຂາດຢູ່ໃນຄວາມເຊື່ອຂອງພວກທ່ານໃຫ້ແກ່ພວກທ່ານ.
\s5
\v 11 ຂໍພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູເຈົ້າຂອງເຮົາ, ຊົງຈັດຕຽມຫົນທາງໃຫ້ແກ່ພວກເຮົາເພື່ອຈະໄປຫາພວກທ່ານ.
\v 12 ຂໍອົງພຣະຜູ້ເປັນເຈົ້າຊົງເພີ້ມພູນ ແລະ ຜູກພັນພວກທ່ານໃນຄວາມຮັກທີ່ມີຕໍ່ກັນແລະກັນ, ແລະ ໃນຄວາມຮັກທີ່ມີຕໍ່ຄົນທັງຫລາຍ, ເຫມືອນຢ່າງທີ່ພວກເຮົາມີຕໍ່ພວກທ່ານ.
\v 13 ຂໍພຣະອົງກະທຳສິ່ງນີ້ເພື່ອເສີມກໍາລັງໃຈຂອງພວກທ່ານ, ໃຫ້ປາສະຈາກທີ່ຕິໃດໆ ໃນຄວາມບໍຣິສຸດຕໍ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງເຮົາໃນການສະເດັດມາ ຂອງອົງພຣະເຢຊູຄຣິດເຈົ້າພ້ອມກັບບັນດາຜູ້ບໍຣິສຸດທັງຫມົດຂອງພຣະອົງ.
\s5
\c 4
\cl ບົດທີ 4
\p
\v 1 ສຸດທ້າຍນີ້, ອ້າຍນ້ອງທັງຫລາຍເອີຍ, ພວກເຮົາຂໍຫນູນໃຈ ແລະ ສອນທ່ານໃນອົງພຣະເຢຊູເຈົ້າ. ເມື່ອທ່ານຮັບເອົາຄຳສັ່ງສອນຂອງພວກເຮົາກ່ຽວກັບວິທີການດຳເນີນຊີວິດ ແລະ ເປັນທີ່ພໍພຣະທັຍພຣະເຈົ້າ, ເຊັ່ນກັນກັບການດຳເນີນໃນທາງນີ້ດ້ວຍ, ເພື່ອວ່າພວກທ່ານຈະເຮັດໄດ້ຫລາຍກວ່າເກົ່າອີກ.
\v 2 ເພາະພວກທ່ານຮູ້ເຖິງຄຳສັ່ງສອນທີ່ພວກເຮົາໃຫ້ແກ່ທ່ານໂດຍທາງພຣະເຢຊູຄຣິດເຈົ້າ.
\s5
\v 3 ເພາະນີ້ເປັນນໍ້າພຣະທັຍຂອງພຣະເຈົ້າ, ຄືຈົ່ງຊຳຣະຕົນໃຫ້ບໍຣິສຸດ, ເພື່ອພວກທ່ານຈະຫລີກຫນີຈາກຄວາມຜິດສິລະທັມທາງເພດ,
\v 4 ເພື່ອພວກທ່ານແຕ່ລະຄົນຈະຮູ້ຈັກດຳເນີນຕົວໃນທາງທີ່ບໍຣິສຸດ ແລະ ມີກຽດ,
\v 5 ຢ່າມີໃຈປາຖນາອັນເກີດມາຈາກຕັນຫາ (ເຫມືອນດັ່ງຄົນຕ່າງຊາດທີ່ບໍ່ຮູ້ຈັກກັບພຣະເຈົ້າ).
\v 6 ຢ່າຍອມໃຫ້ມີຄົນໃດຝ່າຝືນ ແລະ ກະທຳຜິດຕໍ່ອ້າຍນ້ອງຂອງເຂົາໃນເລື່ອງນີ້. ເພາະອົງພຣະຜູ້ເປັນເຈົ້າຊົງເປັນຜູ້ແກ້ແຄ້ນໃນສິ່ງຕ່າງໆເຫລົ່ານີ້, ເຫມືອນດັ່ງທີ່ພວກເຮົາໄດ້ເຕືອນ ແລະ ເປັນພະຍານຕໍ່ທ່ານກ່ອນແລ້ວ.
\s5
\v 7 ເພາະພຣະເຈົ້າບໍ່ໄດ້ເອີ້ນພວກເຮົາໃຫ້ເປັນມົນທິນ ແຕ່ໃຫ້ບໍຣິສຸດ.
\v 8 ດ້ວຍເຫດນີ້, ຜູ້ໃດທີ່ປະຕິເສດສິ່ງນີ້ ບໍ່ໄດ້ປະຕິເສດມະນຸດ, ແຕ່ໄດ້ປະຕິເສດພຣະເຈົ້າ, ຜູ້ຊົງປຣະທານພຣະວິນຍານບໍຣິສຸດໃຫ້ແກ່ພວກທ່ານ.
\s5
\v 9 ສຳລັບເລື່ອງທີ່ພວກທ່ານຮັກອ້າຍນ້ອງນັ້ນ, ພວກທ່ານບໍ່ຈຳເປັນໃຫ້ມີໃຜຂຽນບອກພວກທ່ານໃນເລື່ອງນີ້, ເພາະພວກທ່ານເອງໄດ້ຮັບການຊົງສອນຈາກພຣະເຈົ້າໃຫ້ຮັກເຊິ່ງກັນ ແລະ ກັນ.
\v 10 ແທ້ຈິງແລ້ວ, ພວກທ່ານໄດ້ເຮັດສິ່ງນີ້ຕໍ່ພີ່ນ້ອງທັງຫມົດໃນແຂວງມາຊີໂດເນັຽ. ແຕ່ພີ່ນ້ອງທັງຫລາຍ ພວກເຮົາຂໍແນະນຳພວກທ່ານວ່າ ຂໍໃຫ້ພວກທ່ານເຮັດໃຫ້ດີຂຶ້ນຕື່ມອີກ.
\v 11 ພວກເຮົາຂໍແນະນຳໃຫ້ພວກທ່ານມີຄວາມປາຖນາ ທີ່ຈະໃຊ້ຊີວິດຢູ່ຢ່າງສະຫງົບ, ໃສ່ໃຈຕໍ່ທຸຣະກິດແລະ ການງານຂອງພວກທ່ານ, ແລະ ເຮັດວຽກດ້ວຍເຫື່ອແຮງຂອງພວກທ່ານເອງ ເຫມືອນກັບທີ່ພວກເຮົາໄດ້ສັ່ງພວກທ່ານໃຫ້ເຮັດແລ້ວນັ້ນ,
\v 12 ເພື່ອພວກທ່ານຈະສາມາດດຳເນີນຊີວິດໃຫ້ເປັນທີ່ຫນ້າເຄົາຣົບນັບຖືຈາກຄົນພາຍນອກ ທີ່ຍັງບໍ່ເຊື່ອພຣະເຈົ້າ ແລະ ເພື່ອພວກທ່ານຈະບໍ່ຂາດເຂີນສິ່ງໃດເລີຍ.
\s5
\v 13 ພວກເຮົາບໍ່ຕ້ອງການໃຫ້ພວກທ່ານເຂົ້າໃຈຜິດ, ອ້າຍນ້ອງທັງຫລາຍເອີຍ, ກ່ຽວກັບຄົນເຫລົ່ານັ້ນທີ່ຫລັບໄປນັ້ນ ເພື່ອພວກທ່ານຈະບໍ່ຕ້ອງໂສກເສົ້າຄືກັບຄົນທີ່ເຫລືອຢູ່ ຊຶ່ງບໍ່ຮູ້ວ່າອັນໃດແນ່ນອນກ່ຽວກັບອານາຄົດ.
\v 14 ເພາະຖ້າເຮົາເຊື່ອວ່າພຣະເຢຊູເຈົ້າໄດ້ຕາຍ ແລະ ຊົງໄດ້ຄືນພຣະຊົນມາແລ້ວ, ດັ່ງນັ້ນພຣະເຈົ້າຈະຊົງນຳຄົນເຫລົ່ານັ້ນທີ່ລ່ວງລັບໄປແລ້ວໃນພຣະອົງໃຫ້ມາພ້ອມກັນກັບພຣະເຢຊູດ້ວຍ.
\v 15 ເພາະເຫດນີ້ ພວກເຮົາຈຶ່ງກ່າວແກ່ພວກທ່ານໂດຍພຣະທັມຂອງພຣະເຈົ້າ, ວ່າພວກເຮົາທີ່ຍັງມີຊີວິດຢູ່, ພວກເຮົາທີ່ຖືກປະເອົາໄວ້ ເມື່ອພຣະເຢຊູສະເດັດກັບມາ, ຈະບໍ່ລ່ວງຫນ້າໄປກ່ອນຄົນເຫລົ່ານັ້ນທີ່ເຜີຫລັບໄປແລ້ວ.
\s5
\v 16 ເພາະພຣະຜູ້ເປັນເຈົ້າຈະສະເດັດລົງມາຈາກສະຫວັນ. ພຣະອົງຈະສະເດັດມາດ້ວຍສຽງອັນດັງ, ດ້ວຍສຽງຂອງຫົວໜ້າທູດສະຫວັນ, ດ້ວຍສຽງແກຂອງພຣະເຈົ້າ, ແລະ ຄົນທີ່ຕາຍແລ້ວໃນພຣະຄຣິດເຈົ້າຈະຖືກເຮັດໃຫ້ເປັນຄືນມາຈາກຕາຍກ່ອນ.
\v 17 ຈາກນັ້ນພວກເຮົາຜູ້ຊຶ່ງຍັງມີຊີວິດຢູ່, ຜູ້ທີ່ຖືກປະໄວ້ ຈະຖືກຮັບໄປໃນເມກ ພ້ອມກັນກັບພວກເຂົາ ເພື່ອໄປພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ດ້ວຍເຫດນີ້ພວກເຮົາຈະໄດ້ຢູ່ກັບພຣະຜູ້ເປັນເຈົ້າຂອງພວກເຮົາສະເຫມີໄປ.
\v 18 ເພາະສະນັ້ນຈົ່ງຫນູນໃຈກັນ ແລະ ກັນດ້ວຍຖ້ອຍຄຳເຫລົ່ານີ້ເຖີ້ນ.
\s5
\c 5
\cl ບົດທີ 5
\p
\v 1 ພີ່ນ້ອງທັງຫລາຍ, ບັດນີ້ກ່ຽວກັບເລື່ອງເວລາ ແລະ ວາລະຕ່າງໆນັ້ນ, ທ່ານບໍ່ຈຳເປັນຈະຕ້ອງມີສິ່ງໃດຂຽນເຖິງພວກທ່ານອີກ.
\v 2 ເພາະພວກທ່ານຮູ້ດີແລ້ວວ່າວັນຂອງອົງພຣະຜູ້ເປັນເຈົ້າກຳລັງໃກ້ເຂົ້າມາແລ້ວເຫມືອນຂະໂມຍມາໃນເວລາກາງຄືນ.
\v 3 ເມື່ອພວກເຂົາເວົ້າກັນວ່າ "ສະຫງົບສຸກ ແລະ ປອດພັຍແລ້ວ", ເມື່ອນັ້ນຄວາມພິນາດຈິບຫາຍຈະມາເຖິງພວກເຂົາທັນທີ ເຫມືອນດັ່ງຄວາມເຈັບປວດຂອງຍິງຖືພາທີ່ກຳລັງຈະເກີດລູກ. ພວກເຂົາຈະບໍ່ມີທາງຫນີພົ້ນໄດ້ເລີຍ.
\s5
\v 4 ອ້າຍນ້ອງທັງຫລາຍ, ແຕ່ພວກທ່ານບໍ່ໄດ້ຢູ່ໃນຄວາມມືດ ເພື່ອວັນນັ້ນຈະບໍ່ມາຫລອນໃສ່ພວກທ່ານເຫມືອນຂະໂມຍມາ.
\v 5 ເພາະພວກທ່ານເປັນລູກແຫ່ງຄວາມສະຫວ່າງ ແລະ ເປັນລູກແຫ່ງກາງເວັນ. ບໍ່ແມ່ນເປັນລູກແຫ່ງກາງຄືນ ແລະ ຄວາມມືດ
\v 6 ແຕ່ຂໍໃຫ້ພວກເຮົາຢ່າເຜີຫລັບນອນດັ່ງຄົນອື່ນ. ໃຫ້ເຝົ້າຣະວັງຢູ່ ແລະ ມີສະຕິໃຫ້ດີ.
\v 7 ເພາະຄົນເຫລົ່ານັ້ນ ຊຶ່ງນອນຫລັບໃນເວລາກາງຄືນ, ແລະ ເມົາເຫລົ້າໃນເວລາກາງຄືນ.
\s5
\v 8 ແຕ່ໃນເມື່ອພວກເຮົາເປັນລູກຂອງກາງເວັນ, ຂໍໃຫ້ພວກເຮົາຢູ່ຢ່າງມີສະຕິ ແລະ ຂໍໃຫ້ພວກເຮົາສວມຄວາມເຊື່ອ ແລະ ຄວາມຮັກເປັນເຄື່ອງປ້ອງກັນເອິກ, ແລະ ສວມຫມວກເຫລັກຄືຄວາມແນ່ໃຈໃນຄວາມລອດພົ້ນໃນອານາຄົດຂອງພວກເຮົາ.
\v 9 ເພາະພຣະເຈົ້າບໍ່ໄດ້ກໍາຫນົດໃຫ້ພວກເຮົາຕ້ອງພົບກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໂດຍຜ່ານທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\v 10 ຄືພຣະອົງຜູ້ຊົງຍອມຕາຍເພື່ອພວກເຮົາ, ບໍ່ວ່າພວກເຮົາຈະຕື່ນຢູ່ ຫລື ນອນຫລັບ ພວກເຮົາກໍ່ຈະມີຊີວິດຢູ່ກັບພຣະອົງ
\v 11 ເພາະສະນັ້ນຈົ່ງຫນູນໃຈກັນ ແລະ ກັນ ແລະ ເສີມສ້າງກັນ ແລະ ກັນຂຶ້ນເຫມືອນຢ່າງທີ່ພວກທ່ານກຳລັງເຮັດຢູ່ນັ້ນ.
\s5
\v 12 ອ້າຍນ້ອງທັງຫລາຍ, ພວກເຮົາຂໍໃຫ້ພວກທ່ານຍອມຮັບຄົນເຫລົ່ານັ້ນ ທີ່ທຳງານຫນັກທ່າມກາງທ່ານ ແລະ ຄົນທີ່ດູແລພວກທ່ານໃນອົງພຣະຜູ້ເປັນເຈົ້າ ແລະ ຄອຍຖ້າຕັກເຕືອນພວກທ່ານ.
\v 13 ພວກເຮົາຂໍໃຫ້ພວກທ່ານສະແດງຄວາມເຄົາຣົບຢ່າງສູງຕໍ່ພວກເພິ່ນດ້ວຍຄວາມຮັກ ເພາະການງານຂອງພວກເພິ່ນ ພວກທ່ານຈົ່ງຢູ່ຮ່ວມກັນຢ່າງສະຫງົບສຸກ.
\v 14 ອ້າຍນ້ອງທັງຫລາຍ, ພວກເຮົາຂໍແນະນຳພວກທ່ານໃຫ້ຕັກເຕືອນຄົນທີ່ສ້າງຄວາມວຸ້ນວາຍ, ຫນູນໃຈຄົນທີ່ທໍ້ກຳລັງໃຈ, ຊ່ວຍເຫລືອຄົນທີ່ອ່ອນແອ, ແລະຈົ່ງອົດທົນຕໍ່ທຸກໆຄົນ.
\s5
\v 15 ຈົ່ງເຝົ້າເບິ່ງວ່າຈະບໍ່ມີໃຜທີ່ຕອບແທນຄວາມຮ້າຍດ້ວຍຄວາມຮ້າຍ. ແຕ່ໃຫ້ຍຶດຫມັ້ນໃນສິ່ງດີຕໍ່ກັນ ແລະ ຕໍ່ຄົນທັງຫລາຍ.
\v 16 ຈົ່ງຊື່ນຊົມຍິນດີທຸກເວລາ.
\v 17 ຈົ່ງອະທິຖານສະຫມໍ່າສະເຫມີ ຢ່າຢຸດ.
\v 18 ຈົ່ງໂມທະນາຂອບພຣະຄຸນໃນທຸກສິ່ງ. ເພາະເຫດນີ້ແຫລະ ເປັນນໍ້າພຣະທັຍຂອງພຣະເຈົ້າໃນພຣະເຢຊູຄຣິດເຈົ້າສຳລັບພວກທ່ານ.
\s5
\v 19 ຢ່າຣະງັບພຣະວິນຍານ.
\v 20 ຢ່າຫມິ່ນປະຫມາດຄຳທຳນວາຍ.
\v 21 ຈົ່ງພິສູດທຸກສິ່ງ. ຈົ່ງຍຶດຫມັ້ນໃນສິ່ງທີ່ດີກວ່າ
\v 22 ຈົ່ງຫລີກຫນີຈາກການກະທຳຊົ່ວຮ້າຍທຸກຮູບແບບ.
\s5
\v 23 ຂໍພຣະເຈົ້າແຫ່ງສັນຕິສຸກເຮັດໃຫ້ທ່ານບໍຣິສຸດຢ່າງສົມບູນ. ຂໍໃຫ້ທັງວິນຍານຈິດໃຈແລະ ຮ່າງກາຍຂອງພວກທ່ານໄດ້ຮັບການປົກປ້ອງໂດຍປາສະຈາກຄວາມຜິດເພື່ອການສະເດັດມາຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາ
\v 24 ຜູ້ສັດຊື່ຄືພຣະອົງຜູ້ຊົງເອີ້ນທ່ານ, ພຣະອົງຜູ້ດຽວຈະເຮັດຢ່າງນັ້ນດ້ວຍ.
\s5
\v 25 ອ້າຍນ້ອງທັງຫລາຍ, ຈົ່ງອະທິຖານເພື່ອພວກເຮົາ.
\v 26 ຈົ່ງທັກທາຍພີ່ນ້ອງທຸກຄົນດ້ວຍຮອຍຈູບອັນບໍຣິສຸດ.
\v 27 ຂ້າພຣະເຈົ້າຂໍຮ້ອງພວກທ່ານໃນອົງພຣະຜູ້ເປັນເຈົ້າໃຫ້ອ່ານຈົດຫມາຍນີ້ ໃຫ້ກັບພີ່ນ້ອງທຸກຄົນຟັງ
\v 28 ຂໍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ດຳຣົງຢູ່ກັບພວກທ່ານເຖີ້ນ.