lo_ulb/52-COL.usfm

185 lines
37 KiB
Plaintext

\id COL
\ide UTF-8
\h ໂກໂລຊາຍ
\toc1 ໂກໂລຊາຍ
\toc2 ໂກໂລຊາຍ
\toc3 col
\mt ໂກໂລຊາຍ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຜູ້ທີ່ເປັນອັກຄະສາວົກ ຂອງພຣະເຢຊູຄຣິດເຈົ້າຕາມນ້ຳ​ພ​ຣະ​ໄທຂອງພຣະເຈົ້າ, ແລະ ຕີໂມທຽວນ້ອງຊາຍຂອງ​ເຮົາ.
\v 2 ຮຽນ​ບັນ​ດາ​ຜູ້​ທີ່​ເຊື່ອ ແລະ ພິ​ນ້ອງ​ທີ່​ຊື່​ສັດ​​ໃນ​ພ​ຣະ​ເຢ​ຊູ​ຄ​ຣິ​ດເຈົ້າທີ່​ຢູ່​ໃນ​ເມືອງ​ໂກ​ໂລ​ຊາຍ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາຂອງເຮົາ​ຢູ່ກັບ​ທ່ານທັງຫລາຍເທີ້ນ.
\v 3 ເຮົາ​ຂອບ​ພ​ຣະ​ຄຸນ​ພ​ຣະເຈົ້າ, ຜູ້ຊ​ົງ​ເປັນພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ​ສະ​ເໝີ ແລະ ເຮົາ​ອະ​ທິ​ຖານ​ເພື່ອ​ທ່ານ​ທັງຫຼາຍຢູ່ສະເໝີ.
\s5
\v 4 ເພາະເຮົາໄດ້ຍິນເຖິງຄວາມເຊື່ອຂອງທ່ານໃນພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກ​ຊື່ງ​ທ່ານ​ມີ​ຕໍ່ບັນ​ດາ​ຜູ້​ບໍ​ລິ​ສຸດຂອງພວກ​ເຈົ້າ.
\v 5 ເຫດທີ່ທ່ານມີຄວາມຮັກນີ້ເປັນເພາະຄວາມຫມັ້ນໃຈໃນຄວາມຫວັງທີ່ໄດ້ຖືກເກັບຮັກສາໄວ້ເພື່ອທ່ານໃນສະຫວັນ. ຊຶ່ງເມື່ອກ່ອນທ່ານເຄີຍໄດ້ຍິນເລື່ອງຄວາມຫມັ້ນໃຈໃນຄວາມຫວັງນີ້ມາແລ້ວໃນຄຳແຫ່ງຄວາມຈິງ, ຄືຂ່າວປະເສີດ
\v 6 ແລະ ໄດ້ມາເຖິງທ່ານ. ຂ່າວປະເສີດນີ້ກຳລັງເກີດຜົນ ແລະ ເຕີບໂຕໄປທົ່ວທັ້ງໂລກເຊັ່ນດຽວກັບທີ່ກຳລັງເກີດຜົນໃນທ່າມກາງ ພວກທ່ານທັງຫລາຍດ້ວຍ ຕັ້ງແຕ່ວັນທີ່ພວກທ່ານໄດ້ຍິນ ແລະໄດ້ຮຽນຮູ້ກຽ່ວກັບພຣະຄຸນຂອງພຣະເຈົ້າຕາມຄວາມຈິງນັ້ນ.
\s5
\v 7 ນີ້ຄືຂ່າວປະເສີດດັ່ງທີ່ທ່ານໄດ້ຮຽນຮູ້ ຈາກ​ເອປາ​ຟຣັ​ດ, ຊຶ່ງເປັນເພື່ອນຮ່ວມງານທີ່ ຮັກຂອງເຮົາ, ເຂົາເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຢ​ຊູຄຣິດເຈົ້າທີ່ຮັບໃຊ້ທ່ານແທນເຮົາ
\v 8 ເອປາຟຣັດ ໄດ້ເລົ່າໃຫ້ເຮົາຟັງເຖິງຄວາມຮັກທີ່ທ່ານມີໃນພຣະວິນຍານດ້ວຍ.
\s5
\v 9 ເປັນເພາະຄວາມຮັກນີ້, ນັບຕັ້ງແຕ່ມື້ທີ່ເຮົາໄດ້ຍິນເລື່ອງນີ້ເຮົາກໍບໍ່ໄດ້ຢຸດໃນການພາວັນນາອະທິຖານເພື່ອທ່ານທັງຫລາຍ. ເຮົາໄດ້ທູນຂໍໃຫ້ທ່ານເຕັມລົ້ນດ້ວຍຄວາມຮອບຮູ້ ເຖິງນໍ້າພຣະໄທຂອງພຣະອົງໃນພຣະປັນຍາທັງຫມົດ ແລະ ໃນຄວາມເຂົ້າໃຈ ຝ່າຍວິນຍານ.
\v 10 ພວກເຮົາພາວັນນາອະທິຖານເພື່ອທ່ານຈະມີຊີວິດຕາມທີ່ສົມຄວນໃນອົງພຣະຜູ້ເປັນເຈົ້າໃນວິທີທາງອັນເປັນທີ່ພໍພຣະໄທຂອງພຣະເຈົ້າ. ເຮົາອະທິຖານທີ່ທ່ານຈະເກີດຜົນໃນການດີທຸກຢ່າງ ແລະ ເພື່ອທ່ານຈະເຕີບໂຕຂຶ້ນໃນຄວາມຮອບຮູ້ຂອງພຣະເຈົ້າ.
\s5
\v 11 ເຮົາອະທິຖານຂໍໃຫ້ທ່ານມີ ກຳລັງຫລາຍຂຶ້ນທີ່​ມີ​ຄວາມ​ຂະ​ຫຍັນ​ພາກ​ພຽນ ​ແລະ ມື​ຄວາມ​ອົດ​ທົນ​ໃນ​ທຸກ​ຢ່າງ ໃນຄວາມຂະຫຍັນພາກພຽນ ແລະ ຄວາມອົດທົນທຸກຢ່າງ​ຕາມ​ລິດ​ທາ​ນຸ​ພາບ​ແຫ່ງ​ພ​ຣະ​ສິ​ຣິ​ຂອງ​ພ​ຣະ​ອົງ.
\v 12 ເຮົາອະທິຖານຂໍໃຫ້ທ່ານມີຄວາມຊື່ນຊົມຍິນດີ ໃນການຂອບພຣະຄຸນ ພຣະບິດາເຈົ້າ, ຜູ້ຊົງໃຫ້ທ່ານທັງຫລາຍ ໄດ້ມີສ່ວນຮ່ວມໄດ້ຮັບມໍຣະດົກດ້ວຍກັນກັບ ພວກໄພ່ພົນທັງຫລາຍທີ່ຢູ່ໃນຄວາມສະຫວ່າງ.
\s5
\v 13 ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກອຳນາດຄອບ​ຄອງ​ຂອງຄວາມມືດ ແລະ ໄດ້ຍ້າຍເຮົາມາສູ່ຣາ​ຊາອານາຈັກແຫ່ງພຣະບຸດທີ່ຮັກຂອງພຣະອົງ,
\v 14 ໃນພຣະບຸດນັ້ນເຮົາ ຈຶ່ງໄດ້ຮັບການໄຖ່ໃຫ້ພົ້ນ ແລະ ການຊົງຍົກໂທດບາບທັງຫລາຍ.
\s5
\v 15 ພຣະບຸດຊົງເປັນພາບລັກສະນະຂອງພຣະເຈົ້າ ຜູ້ຊຶ່ງເບິ່ງບໍ່ເຫັນໄດ້ດ້ວຍຕາ. ພຣະອົງຊົງເປັນບຸດຫົວ​ປີຂອງ​ທຸກສິ່ງທີ່ພຣະເຈົ້າສ້າງ.
\v 16 ເພາະວ່າທຸກສິ່ງໄດ້ຖືກສ້າງ ຂຶ້ນມາໂດຍພຣະອົງ, ບໍ່ວ່າເປັນສິ່ງທີ່ຢູ່ໃນສະຫວັນ ແລະ ສິ່ງທີ່ຢູ່ເທິງແຜ່ນດິນໂລກ, ທັງສິ່ງທີ່ເບິ່ງເຫັນດ້ວຍຕາ ແລະ ບໍ່ວ່າສິ່ງທີ່ບໍ່ສາມາດເຫັນໄດ້ດ້ວຍຕາ. ບໍ່ວ່າຈະເປັນ ພຣະທີ່ນັ່ງ ຫລື ອານຸພາບ ຫລື ບັນດາຜູ້ຄອບຄອງ ແລະ ບັນດາຜູ້ມີສິດອຳນາດທັງຫມົດນີ້ ຕ່າງຖືກສ້າງໂດຍທາງພຣະອົງ ແລະ ສຳລັບພຣະອົງ.
\v 17 ພຣະອົງຊົງເປັນຢູ່ກ່ອນສິ່ງທັງປວງ ແລະ ສິ່ງທັງປວງກໍດຳລົງຢູ່ດ້ວຍກັນໄດ້ໃນພຣະອົງ.
\s5
\v 18 ແລະ ພຣະອົງຊົງເປັນຫົວຂອງຮ່າງກາຍ, ຄືຄຣິສຕະຈັກ. ພຣະອົງຊົງເປັນຜູ້ຕັ້ງຕົ້ນ ແລະ ເປັນລູກກົກຈາກທ່າມກາງພວກຄົນຕາຍ, ດັ່ງນັ້ນພຣະອົງ ຈິ່ງໄດ້ເປັນ ເອກໃນສັບພະສິ່ງທັງປວງ.
\v 19 ເພາະວ່າ ພຣະເຈົ້າຊົງພໍພຣະໄທທີ່ຈະໃຫ້ຄວາມບໍລິບູນທັງສີ້ນ ຂອງພຣະອົງສະຖິດຢູ່ໃນພຣະອົງ.
\v 20 ແລະ ໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງເອງ ໂດຍຜ່ານທາງພຣະບຸດພຣະເຈົ້າ ໄດ້ເຮັດໃຫ້ມີສັນຕິສຸກ ຜ່ານທາງພຣະໂລຫິດ ແຫ່ງໄມ້ກາງແຂນຂອງພຣະອົງ. ພຣະອົງເຮັດໃຫ້ທຸກສິ່ງໄດ້ກັບຄືນດີກັບພຣະອົງບໍ່ວ່າຈະເປັນສິ່ງທັງຫລາຍທີ່ຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ.
\s5
\v 21 ແລະ ພວກທ່ານກໍເຊັ່ນກັນ, ຄັ້ງຫນຶ່ງທ່ານເຄີຍເປັນຄົນແປກຫນ້າຕໍ່ພຣະເຈົ້າ ແລະ ເປັນສັດຕູ ຕໍ່ພຣະເຈົ້າໃນທາງດ້ານຄວາມຄິດ ແລະ ໃນການຊົ່ວຮ້າຍຕ່າງໆ.
\v 22 ແຕ່ບັດນີ້ ພຣະອົງໄດ້ໃຫ້ຄືນດີກັບພຣະອົງຜ່ານທາງຄວາມຕາຍ ແຫ່ງພຣະກາຍ ຄື ເນື້ອຫນັງຂອງພຣະອົງພຣະເຈົ້າໄດ້ຊົງເຮັດຢ່າງນີ້ເພື່ອຈະໄດ້ຖວາຍທ່ານ ໃຫ້ເປັນຜູ້ບໍຣິສຸດ ແລະ ບໍ່ມີທີ່ຕິຕຽນຢູ່ຊ້ອງຫນ້າພຣະອົງ,
\v 23 ຖ້າທ່ານຍັງຕັ້ງຫມັ້ນຢູ່ຕໍ່ໄປໃນຄວາມເຊື່ອ ແລະ ບໍ່ຍົກຍ້າຍໄປຈາກຄວາມຫມັ້ນໃຈໃນຄວາມຫວັງໃຈ ແຫ່ງຂ່າວປະເສີດຊຶ່ງທ່ານເຄີຍໄດ້ຍິນມາແລ້ວນັ້ນ. ນີ້ຄືຂ່າວປະເສີດທີ່ໄດ້ປະກາດແກ່ທຸກຄົນທີ່ພຣະເຈົ້າສ້າງ ໃຫ້ຢູ່ໃຕ້ຟ້າ. ນີ້ຄືຂ່າວປະເສີດ, ທີ່ຂ້າພະເຈົ້າໂປໂລ, ໄດ້ກາຍເປັນຜູ້ຮັບໃຊ້.
\s5
\v 24 ບັດນີ້ ຂ້າພະເຈົ້າຊື່ນຊົມຍິນດີໃນການທົນທຸກຂອງຂ້າພະເຈົ້າ ເພື່ອພວກທ່ານ, ແລະ ຂ້າພະເຈົ້າກໍເຕີມໃຫ້ເຕັມໃນເນື້ອຫນັງຂອງຂ້າພະເຈົ້າໃນການທົນທຸກຂອງພຣະເຢ​ຊູຄຣິດເຈົ້າທີ່ຍັງຂາດຢູ່ນັ້ນ ເພື່ອເຫັນແກ່ພຣະກາຍ, ກໍຄືຄຣິສຕະຈັກ.
\v 25 ຂ້າພະເຈົ້າໄດ້ ມາເປັນຜູ້ຮັບໃຊ້ຂອງຄຣິສຕະຈັກນີ້ ຕາມຄວາມຮັບຜິດຊອບທີ່ພຣະເຈົ້າໄດ້ຊົງມອບຫມາຍໃຫ້ຂ້າພະເຈົ້າເພື່ອທ່ານ, ຈະໄດ້ກ່າວພຣະຄຳຂອງພຣະເຈົ້າຢ່າງ ຄົບຖ້ວນ.
\v 26 ນິ້ເປັນຂໍ້ຄວາມອັນເລິກລັບທີ່ພຣະອົງໄດ້ເຊື່ອງຊ້ອນໄວ້ ຢູ່ຫລາຍຍຸກ ແລະ ຫລາຍຊົ່ວອາຍຸນັ້ນ. ແຕ່ບັດນີ້ໄດ້ຖືກເປີດເຜີຍໃຫ້ແກ່ຜູ້ທີ່ເຊື່ອໃນພຣະອົງ.
\v 27 ພຣະເຈົ້າຊົງຕ້ອງການ ໃຫ້ພວກເຂົາໄດ້ ຮູ້ຈັກຄວາມຮັ່ງມີແຫ່ງສະຫງ່າຣາສີຂອງຄວາມຈິງ ທີ່ເລິກລັບນີ້ໃນທ່າມກາງຄົນຕ່າງຊາດ. ຄືການທີ່ພຣະເຢ​ຊູຄຣິດເຈົ້າ ຊົງ ສະຖິດຢູ່ໃນທ່ານ, ອັນເປັນຄວາມຫມັ້ນໃຈແຫ່ງສະຫງ່າຣາສີໃນອານາຄົດ
\s5
\v 28 ພຣະອົງນີ້ແຫຼະຄືຜູ້ທີ່ເຮົາປະກາດຢູ່. ໂດຍເຕືອນສະຕິທຸກຄົນ, ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ, ເພື່ອເຮົາຈະໄດ້ຖວາຍແກ່ທຸກຄົນໃຫ້ເປັນຜູ້ທີ່ສົມບູນໃນພຣະເຢ​ຊູຄຣິດເຈົ້າ.
\v 29 ເພື່ອເຫດນີ້ເອງຂ້າພະເຈົ້າຈຶ່ງທົນທຸກ ແລະ ສູ້ການຫນັກຫນ່ວງດ້ວຍພຣະກຳລັງຂອງພຣະອົງ ທີ່ຊົງທຳງານຢູ່ໃນຕົວຂ້າພະເຈົ້າ.
\s5
\c 2
\cl ບົດທີ 2
\p
\v 1 ເພາະຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າຂ້າພະເຈົ້າພະ​ຍາ​ຍາມຕໍ່ສູ້ຫລາຍພຽງໃດເພື່ອພວກທ່ານທີ່ຢູ່ໃນ ເມືອງລາວດີເກອາ, ແລະ ຄົນ​ອີກຫຼາຍ​ຄົນທີ່ຍັງບໍ່ໄດ້ເຫັນໜ້າຂອງຂ້າພະເຈົ້າ.
\v 2 ຂ້າພະເຈົ້າເຮັດວຽກເພື່ອພວກເຂົາ ຈະໄດ້ຮັບຄວາມຊູໃຈໂດຍການເຂົ້າຕິດສະໜິດດ້ວຍກັນ ໃນຄວາມຮັກ ແລະ ມີຄວາມເຂົ້າໃຈຢ່າງສົມບູນໃນຄວາມຮູ້ແຫ່ງຄວາມຈິງອັນລັບເລິກ ຂອງພຣະເຈົ້າ, ຊຶ່ງກໍຄືພຣະເຢ​ຊູຄຣິດເຈົ້າ,
\v 3 ໃນພຣະອົງ ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະ ຄວາມຮູ້ທຸກຢ່າງໄດ້ຖືກບັງຊ້ອນໄວ້.
\s5
\v 4 ຂ້າພະເຈົ້າກ່າວ ຢ່າງນີ້ກໍເພື່ອບໍ່ໃຫ້ຜູ້ໃດຫລອກລວງທ່ານ ດ້ວຍຄຳລໍ້ລວງອັນໜ້າຟັງ.
\v 5 ເຖິງແມ່ນວ່າຕົວຂອງຂ້າພະເຈົ້າບໍ່ຢູ່ກັບທ່ານທັງຫລາຍ, ແຕ່ວິນຍານຂອງຂ້າພະເຈົ້າຍັງຢູ່ກັບທ່ານ. ຂ້າພະເຈົ້າມີຄວາມຊື່ນຊົມຍິນດີທີ່ໄດ້ເຫັນລະບຽບທີ່ດີຂອງພວກທ່ານ ແລະ ພະລັງແຫ່ງຄວາມເຊື່ອ ຂອງທ່ານໃນອົງພຣະເຢ​ຊູຄຣິດເຈົ້າ.
\s5
\v 6 ເມື່ອທ່ານໄດ້ຮັບເອົາອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າ, ແລ້ວດຳເນີນຊີວິດຢູ່ໃນພຣະອົງ.
\v 7 ຈົ່ງຢັ່ງຮາກຫມັ້ນຄົງ ແລະ ກໍ່ຮ່າງສ້າງຂຶ້ນເທິງພຣະອົງ, ຈົ່ງຕັ້ງໝັ້ນຄົງ ຢູ່ໃນຄວາມເຊື່ອຕາມທີ່ທ່ານໄດ້ຮັບຄຳສັ່ງສອນມາ ແລະ ຈົ່ງເຕັມລົ້ນດ້ວຍການຂອບພຣະຄຸນ.
\s5
\v 8 ຈົ່ງລະວັງຢ່າໃຫ້ຜູ້ໃດນຳພວກເຈົ້າຕົກໄປເປັນເຫຍື່ອຂອງສະຕິປັນຍາອັນ ຫລອກລວງ ແລະ ງົມງວຍຕາມປະເພນີຂອງມະນຸດ, ໃຫ້ຫລົງໄຫລໄປຕາມວິນຍານຕ່າງໆຂອງໂລກ ແລະ ທີ່ບໍ່ໄດ້ປຽ່ນໄປຕາມພຣະເຢ​ຊູຄຣິດເຈົ້າ.
\v 9 ເພາະວ່າ ສະພາບ ຂອງພຣະເຈົ້າກໍດຳລົງຢູ່ຢ່າງເຕັມບໍລິບູນພາຍໃນພຣະອົງ.
\s5
\v 10 ພວກທ່ານເອງກໍຮັບຄວາມບໍລິບູນນັ້ນຢູ່ໃນພຣະອົງ. ພຣະອົງຊົງເປັນຫົວແຫ່ງຣິດອຳນາດ ແລະ ການຄອບຄອງທັງປວງ.
\v 11 ໃນພຣະອົງນັ້ນ ທ່ານໄດ້ເຂົ້າຮັບພິທີຕັດແລ້ວ ບໍ່ແມ່ນທີ່ມະນຸດໄດ້ກະທຳໂດຍພິທີຕັດເນື້ອຫນັງເສຍ, ແຕ່ໃນການເຂົ້າພິທີຕັດແຫ່ງອົງພຣະ​ເຢ​ຊ​ູຄຣິດເຈົ້າ.
\v 12 ທ່ານໄດ້ຖືກຝັງໄວ້ ກັບພຣະອົງໃນພິທີບັບຕິສະມາແລ້ວ, ແລະ ໃນພະອົງນັ້ນທ່ານເປັນຄືນມາຈາກຕາຍໂດຍຄວາມເຊື່ອໃນຣິດເດດອຳນາດຂອງພຣະເຈົ້າ, ຜູ້ຊົງທຳໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ.
\s5
\v 13 ເມື່ອກ່ອນນັ້ນທ່ານຕາຍແລ້ວດ້ວຍການລະເມີດທັງຫລາຍຂອງທ່ານ ແລະ ໃນເນື້ອຫນັງຂອງທ່ານທີ່ບໍ່ໄດ້ເຂົ້າຮັບພິທີຕັດ, ພຣະອົງໄດ້ຊົງໃຫ້ທ່ານມີຊີວິດ ຮ່ວມກັບ ພຣະອົງ ແລະ ຊົງໂຜດຍົກໂທດການລະເມີດທັງຫລາຍຂອງເຮົາ.
\v 14 ພຣະອົງໄດ້ ຊົງລຶບລາຍການຫນີ້ທັງຊິ້ນ ແລະ ກົດລະບຽບຕ່າງໆ ທີ່ຕໍ່ຕ້ານເຮົາພຣະອົງຊົງເອົາທັງຫມົດນັ້ນໄປຕອກຕິດໄວ້ທີ່ໄມ້ກາງແຂນແລ້ວ.
\v 15 ໂດຍໄມ້ກາງແຂນພຣະອົງປົດວິນຍານຄອບຄອງ ແລະ ວິນຍານຊົ່ວທັງຫລາຍເສຍ, ພຣະອົງໄດ້ຊົງປະຈານພວກເຂົາ, ແລະ ຊະນະພວກເຂົາໂດຍກາງແຂນຂອງພຣະອົງ.
\s5
\v 16 ເຫດສະນັ້ນ, ຢ່າໃຫ້ຜູ້ໃດຕັດສິນທ່ານໃນເລື່ອງການກິນ ຫລື ການດື່ມ ຫລື ໃນເລື່ອງວັນສຳຄັນທາງສາສະໜາ ຫລື ວັນຕົ້ນເດືອນ, ຫລື ໃນເລື່ອງວັນຊະບາໂຕ.
\v 17 ສິ່ງເຫຼົ່ານັ້ນເປັນພຽງແຕ່ເງົາຂອງສິ່ງທີ່ຈະມີມາເຖິງ, ແຕ່ແກ່ນແທ້ນັ້ນກໍຄືພຣະ​ເຢ​ຊູຄຣິດເຈົ້າ.
\s5
\v 18 ຢ່າໃຫ້ພວກທີ່ຢາກຖ່ອມຕົວ ແລະ ນະມັດສະການເຫລົ່າທູດສະຫວັນມາຕັດສິນບຳເນັດລາງວັນຂອງທ່ານ. ຄົນແບບນັ້ນຫລົງໄຫລໃນສິ່ງທີ່ເຂົາເຫັນ ແລະ ອວດອ້າງຕົວຂຶ້ນຕາມຄວາມຄິດຂອງເນື້ອຫນັງຂອງເຂົາ.
\v 19 ເຂົາບໍ່ໄດ້ຍຶດຫມັ້ນ ໃນສ່ວນທີ່ເປັນຫົວ, ຫົວນັ້ນເປັນເຫດໃຫ້ກາຍທັງຫມົດ ແລະ ທີ່ເຊື່ອມຕໍ່ກັນດ້ວຍຂໍ້ແລະ ເອັນຕ່າງໆໄດ້ຮັບການບຳລຸງລ້ຽງ; ຈຶ່ງໄດ້ຈະເລີນຂຶ້ນຕາມທີ່ພຣະເຈົ້າຊົງປະທານໃຫ້ນັ້ນ.
\s5
\v 20 ຖ້າທາ່ນໄດ້ຕາຍກັບພຣະເຢ​ຊູຄຣິດເຈົ້າ ແລະ ໄດ້ພົ້ນຈາກວິນຍານຕ່າງໆແຫ່ງໂລກນີ້ແລ້ວ, ເປັນຫຍັງທ່ານຈຶ່ງຍັງມີຊີວິດຢຶດຕິດກັບຝ່າຍໂລກ:
\v 21 “ຢ່າເອົາມືຈັບ, ຢ່າຊີມ, ຢ່າແຕະຕ້ອງ”?
\v 22 ສິ່ງເຫລົ່ານີ້ຖືກກຳນົດໃຫ້ວິບັດເມື່ອໃຊ້ມັນ, ຕາມຄຳແນະນຳ ຫລື ຄຳສັ່ງສອນຂອງມະນຸດ.
\v 23 ກົດບັນຍັດເຫລົ່ານີ້ມີປັນຍາຕາມຄວາມເຊື່ອທີ່ສ້າງຂຶ້ນມາເອງ ແລະ ການຖ່ອມຕົວ ແລະ ການທໍລະມານຮ່າງກາຍ. ແຕ່ກໍບໍ່ມີປະໂຫຍດອັນໃດ ທີ່ຈະຕໍ່ສູ້ກັບຄວາມປາຖະຫນາຝ່າຍເນື້ອ​ຫນັງ.
\s5
\c 3
\cl ບົດທີ 3
\p
\v 1 ຖ້າພຣະເຈົ້າໄດ້ຊົງທຳໃຫ້ທ່ານເປັນຂຶ້ນມາດ້ວຍກັນກັບພຣະເຢ​ຊູຄຣິດເຈົ້າແລ້ວ, ກໍ ຈົ່ງສະແຫວງຫາສິ່ງທີ່ຢູ່ເບື້ອງເທິງໃນທີ່ພຣະ​ເຢ​ຊູຄຣິດເຈົ້າຊົງປະທັບຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ.
\v 2 ຈົ່ງເອົາໃຈໃສ່ສິ່ງທີ່ຢູ່ເບື້ອງເທິງ, ບໍ່ແມ່ນສິ່ງທີ່ຢູ່ແຜ່ນດິນໂລກນີ້.
\v 3 ເພາະວ່າທ່ານໄດ້ຕາຍແລ້ວ, ແລະ ຊີວິດຂອງທ່ານກໍຖືກເຊື່ອງຊ້ອນໄວ້ກັບ ພຣະ​ເຢ​ຊູຄຣິດເຈົ້າໃນພຣະເຈົ້າ.
\v 4 ເມື່ອພຣະເຢ​ຊູຄຣິດເຈົ້າສະເດັດປາກົດ, ຜູ້ຊົງເປັນຊີວິດຂອງທ່ານ, ແລ້ວທ່ານກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າຣາສີດ້ວຍ.
\s5
\v 5 ພວກເຈົ້າຕ້ອງປະຫານຕັນຫາທີ່ເປັນຝ່າຍໂລກນີ້ເສຍອັນໄດ້ແກ່ການຜິດສິນທຳທາງເພດ, ການຊົ່ວຮ້າຍ, ຣາຄະຕັນຫາ, ຄວາມປາຖະໜາໃນທາງຊົ່ວຮ້າຍ ແລະ ຄວາມໂລບຊຶ່ງເປັນການຂາບໄຫວ້ຮູບເຄົາຣົບ.
\v 6 ເພາະສິ່ງເຫຼົ່ານີ້ຄວາມໂກດຮ້າຍ ຂອງພຣະເຈົ້າຈະມາເຖິງຄົນທັງຫລາຍ ທີ່ບໍ່ເຊື່ອຟັງ.
\v 7 ຄັ້ງຫນຶ່ງທ່ານເຄີຍປະພຶດສິ່ງເຫລົ່ານີ້ດ້ວຍ ເມື່ອຊິວິດຂອງທ່ານໄດ້ຖືກຄອບງຳຢູ່ກັບສິ່ງເຫລົ່ານີ້.
\v 8 ແຕ່ບັດນີ້ ທ່ານຈົ່ງກຳຈັດສິ່ງເຫລົ່ານັ້ນທັງໝົດຖິ້ມເສຍຄື. ຄວາມຄຽດຮ້າຍ, ຄວາມຂັດເຄືອງໃຈ ແລະ ການຄິດປອງຮ້າຍ, ຄຳສຽດສີ ແລະ ຄຳຊົ່ວຊ້າລາມົກ ໃຫ້ຫມົດໄປຈາກປາກ ຂອງທ່ານ.
\s5
\v 9 ຢ່າເວົ້າຕົວະຕໍ່ກັນ ແລະ ກັນ, ເພາະວ່າທ່ານໄດ້ຖອດຖິ້ມສະພາບມະນຸດເກົ່າ ແລະ ຄວາມປະພຶດແບບເກົ່ານັ້ນແລ້ວ.
\v 10 ແລະ ທ່ານໄດ້ສວມສະພາບມະນຸດຄົນໃໝ່ ທີ່ກຳລັງສ້າງຂຶ້ນໃຫມ່ໃນຄວາມຮູ້ຕາມພຣະສັນຍາຂອງພຣະອົງຜູ້ຊົງສ້າງ.
\v 11 ຈຶ່ງບໍ່ມີພວກກຣີກ ຫລື ພວກຢິວ, ບໍ່ເປັນຜູ້ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ພວກຄົນຕ່າງຊາດຫລື ຄົນສີວິໄລ, ບໍ່ເປັນທາດຮັບໃຊ້ ຫລື ປ່າເຖື່ອນອີກຕໍ່ໄປ ເພາະພຣະ​ເຢ​ຊູຄຣິດ​ເຈົ້າຊົງ ເປັນເຈົ້າຂອງສັບພະທຸກສິ່ງ ແລະ ຊົງສະຖິດຢູ່ໃນທຸກສິ່ງ.
\s5
\v 12 ໃນຖານະທີ່ເປັນພວກຊຶ່ງ ພຣະເຈົ້າຊົງເລືອກໄວ້ ຄືພວກທີ່ບໍລິສຸດເປັນທີ່ຮັກຍິ່ງ, ຈົ່ງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ.
\v 13 ຈົ່ງຜ່ອນໜັກຜ່ອນເບົາ ຊຶ່ງກັນແລະກັນ. ຈົ່ງສຸພາບຕໍ່ກັນຖ້າໃຜມີເລື່ອງຮ້ອງຮຽນຕໍ່ຄົນອື່ນກໍຈົ່ງຍົກໂທດໃຫ້ ກັນ ແລະ ກັນ ເຊັ່ນດຽວກັບອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດຍົກໂທດໃຫ້ທ່ານ.
\v 14 ຈົ່ງມີຄວາມຮັກເຫນືອທຸກສິ່ງເຫລົ່ານີ້, ຊື່ງເປັນ ສິ່ງຜູກພັນທຸກສິ່ງໄວ້ຈົນຄົບຖ້ວນ.
\s5
\v 15 ຈົ່ງໃຫ້ສັນຕິສຸກຂອງພຣະຄຣິດເຈົ້າຄຸ້ມຄອງຈິດໃຈຂອງທ່ານ. ພຣະເຈົ້າໄດ້ຊົງເອີ້ນທ່ານໄວ້ໃຫ້ເປັນກາຍອັນດຽວ ກໍເພື່ອສັນຕິສຸກນັ້ນ ແລະ ຈົ່ງມີໃຈຂອບພຣະຄຸນ.
\v 16 ຈົ່ງໃຫ້ຖ້ອຍ​ຄຳຂອງພຣະເຢ​ຊູຄຣິດເຈົ້າສະຖິດຢູ່ ໃນຕົວທ່ານຢ່າງຫມັ້ນຄົງຈົ່ງໃຊ້ສະຕິປັນຍາທຸກຢ່າງ ໃນການສັ່ງສອນ ແລະ ເຕືອນສະຕິກັນດ້ວຍການຮ້ອງເພງດ້ວຍເພງຍ້ອງຍໍສັນລະເສີນ, ເພງນະມັດສະການ ແລະ ເພງຝ່າຍວິນຍານ ຄືຈົ່ງຮ້ອງເພງຖວາຍ ແດ່ພຣະເຈົ້າດ້ວຍໃຈຂອບພຣະຄຸນແດ່ພຣະເຈົ້າ.
\v 17 ແລະເມື່ອທ່ານຈະເຮັດສິ່ງໃດດ້ວຍວາຈາ ຫລື ດ້ວຍການກະທຳກໍຕາມ, ຈົ່ງເຮັດທຸກສິ່ງນີ້ໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ຂອບພຣະຄຸນ ພຣະບິດາເຈົ້າໂດຍພຣະອົງນັ້ນ.
\s5
\v 18 ຝ່າຍພັນລະຍາ ຈົ່ງຍອມ ອ່ອນນ້ອມເຊື່ອຟັງສາມີຂອງທ່ານຊື່ງເປັນສິ່ງ ເຫມາະສົມໃນອົງພຣະຜູ້ເປັນເຈົ້າ
\v 19 ຝ່າຍສາມີກໍຈົ່ງຮັກ ພັນລະຍາຂອງທ່ານ, ແລະ ຢ່າເຮັດຮຸນແຮງຕໍ່ນາງ.
\v 20 ຝ່າຍບຸດທັງຫລາຍຈົ່ງເຊື່ອຟັງບິດາມານດາຂອງຕົນ, ທຸກຢ່າງເພາະການນີ້ເປັນທີ່ພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ.
\v 21 ຝ່າຍບິດາມານດາກໍຢ່າກຸກກວນບຸດຂອງຕົນໃຫ້ຂັດເຄືອງໃຈເພື່ອວ່າພວກເຂົາຈະບໍ່ທໍ້ຖອຍໃຈ.
\s5
\v 22 ບັນດາຜູ້ຮັບໃຊ້, ຈົ່ງເຊື່ອຟັງນາຍຂອງຕົນຕາມເນື້ອຫນັງທຸກສິ່ງບໍ່ແມ່ນຕາມຢ່າງຄົນທີ່ທຳແຕ່ຕໍ່ຫນ້າຢ່າງຄົນປະຈົບສໍພໍແຕ່ຈົ່ງເຮັດສິ່ງນັ້ນດ້ວຍຄວາມຈິງໃຈຈົ່ງຢຳເກງ ອົງພຣະຜູ້ເປັນເຈົ້າ.
\v 23 ບໍ່ວ່າຈະເຮັດສິ່ງໃດກໍຕາມ, ຈົ່ງເຮັດດ້ວຍຄວາມເຕັມໃຈເໝືອນ ເຮັດຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າບໍ່ແມ່ນເຮັດສຳລັບມະນຸດ.
\v 24 ເພາະທ່ານຮູ້ວ່າທ່ານຈະໄດ້ຮັບມໍຣະດົກຈາກອົງພຣະຜູ້ເປັນເຈົ້າເປັນຄ່າບຳເໜັດ ແລະ ຜູ້ທີ່ທ່ານຮັບໃຊ້ນັ້ນກໍແມ່ນອົງພຣະເຢ​ຊູຄຣິດເຈົ້າ.
\v 25 ສ່ວນຜູ້ທີ່ເຮັດການຊົ່ວນັ້ນກໍຈະໄດ້ຮັບໂທດຕາມກຳຊົ່ວຂອງຕົນ ທີ່ໄດ້ກະທຳນັ້ນພຣະເຈົ້າຕັດສິນທຸກຄົນບໍ່ມີການເຫັນແກ່ໜ້າຜູ້ໃດເລີຍ.
\s5
\c 4
\cl ບົດທີ 4
\p
\v 1 ຝ່າຍນາຍທັງຫລາຍກໍຈົ່ງປະຕິບັດຕໍ່ຄົນຮັບໃຊ້ຂອງຕົນຕາມຄວາມຖືກຕ້ອງ ແລະ ທ່ຽງທຳ. ເພາະທ່ານຮູ້ວ່າທ່ານກໍມີນາຍອົງໜຶ່ງຢູ່ໃນສະຫວັນເໝືອນກັນ.
\s5
\v 2 ຈົ່ງອຸທິດຕົວໃນການ ພາວັນນາອະທິຖານ. ຈົ່ງເຝົ້າລະວັງຢູ່ໃນການນັ້ນດ້ວຍການຂອບພຣະຄຸນ.
\v 3 ຈົ່ງພາວັນນາອະທິຖານ ເພື່ອພວກເຮົາດ້ວຍເພື່ອພຣະເຈົ້າ ຈະຊົງໂຜດໄຂປະຕູໄວ້ ສຳລັບພຣະທຳນັ້ນ, ໃຫ້ເຮົາກ່າວຄວາມຈິງອັນເລິກລັບຂອງ ພຣະເຢ​ຊູຄຣິດເຈົ້າ, ທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່ກໍເພາະເຫດນີ້ແຫຼະ.
\v 4 ແລະ ຈົ່ງອະທິຖານເພື່ອຂ້າພະເຈົ້າຈະໄດ້ກ່າວຂໍ້ເລິກລັບໄດ້ຢ່າງຊັດເຈນຕາມທີ່ເຮົາຄວນຈະກ່າວ.
\s5
\v 5 ຈົ່ງປະຕິບັດຕໍ່ຄົນພາຍນອກ ດ້ວຍໃຊ້ສະຕິປັນຍາໂດຍສວຍໂອກາດ.
\v 6 ໃຫ້ວາຈາຂອງທ່ານປະກອບດ້ວຍເມດຕາຄຸນຢູ່ສະເໝີ. ປະສົມດ້ວຍເກືອ, ເພື່ອທ່ານຈະໄດ້ຮູ້ວ່າຈະຕອບໃຫ້ແກ່ແຕ່ລະຄົນຢ່າງໃດ.
\s5
\v 7 ຕີຂິໂກ ເປັນນ້ອງທີ່ຮັກ ແລະ ທັງເປັນ ຜູ້ທີ່ບົວລະບັດຢ່າງສັດຊື່ ແລະ ເປັນຜູ້ຮັບໃຊ້ຮ່ວມກັນກັບຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າ ຈະບອກໃຫ້ທ່ານຮູ້ເຖິງເຫດການ ທັງໝົດທີ່ເກີດຂຶ້ນກັບຂ້າພະເຈົ້າ.
\v 8 ຂ້າພະເຈົ້າໃຊ້ລາວໄປຫາທ່ານກໍເພາະເຫດນີ້ ເພື່ອທ່ານຈະໄດ້ຮູ້ເລື່ອງລາວກຽ່ວກັບພວກເຮົາ ແລະ ເພື່ອໃຫ້ເຂົາຫນູນນ້ຳໃຈຂອງທ່ານ.
\v 9 ໂອເນຊີໂມຜູ້ເປັນນ້ອງທີ່ຮັກ ແລະ ສັດຊື່ຊຶ່ງເປັນຜູ້ໜຶ່ງໃນພວກທ່ານໄປກັບດ້ວຍເຂົາທັງສອງຈະເລົ່າໃຫ້ທ່ານຮູ້ເຖິງທຸກສິ່ງທີ່ໄດ້ເກີດຂຶ້ນໃນທີ່ນີ້.
\s5
\v 10 ອາຣິດຕາໂຂ, ເພື່ອນຮ່ວມໃນການຖືກຈຳຈ່ອງກັບຂ້າພະເຈົ້າ, ຝາກຄວາມຄິດເຖິງມາຍັງທ່ານທັງຫລາຍເຊັ່ນດຽວກັນກັບມາຣະໂກ, ລູກອ້າຍລູກນ້ອງຂອງບາຣະນາບາ (ທ່ານໄດ້ຮັບຄຳສັ່ງເຖິງ ເລື່ອງນີ້ແລ້ວວ່າຖ້າເຂົາມາຫາທ່ານ ກໍຈົ່ງຕ້ອນຮັບເຂົາ.)
\v 11 ແລະ ເຢຊູ ເຊິ່ງມີອີກຊື່ຫນຶ່ງວ່າຢູສະໂຕ. ຄົນເຫລົ່ານີ້ເທົ່ານັ້ນທີ່ເປັນຄົນເຂົ້າພິທີຕັດໃນບັນດາ ເພື່ອນຮ່ວມງານຂອງຂ້າພະເຈົ້າເພື່ອອານາຈັກຂອງພຣະເຈົ້າ. ແລະ ພວກເຂົາເປັນຜູ້ຊ່ວຍຊູໃຈຂ້າພະເຈົ້າ.
\s5
\v 12 ເອປາຟຣັດເປັນຄົນຫນຶ່ງໃນພວກເຈົ້າ ແລະ ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າກໍ ຝາກຄວາມຄິດເຖິງມາຍັງທ່ານເໝືອນກັນ. ເພິ່ນສູ້ພາວັນນາອະທິຖານ ເພື່ອທ່ານຢູ່ສະເຫມີ, ເພື່ອໃຫ້ທ່ານຫມັ້ນຄົງຢູ່ຄົບຖ້ວນ ແລະ ເຕັມໄປດ້ວຍຄວາມຫມັ້ນໃຈຕາມນໍ້າພຣະໄທ ທຸກຢ່າງຂອງພຣະເຈົ້າ.
\v 13 ຂ້າພະເຈົ້າເປັນພະຍານໃຫ້ເພິ່ນໄດ້ວ່າ ເພິ່ນໄດ້ເຮັດການຫນັກຫນ່ວງເພື່ອທ່ານ ແລະ ເພື່ອຄົນທີ່ຢູ່ເມືອງລາວດີເກອາ, ແລະ ເພື່ອຄົນທີ່ຢູ່ເມືອງເຮຍຣາໂປລີ.
\v 14 ລູກາທ່ານຫມໍທີ່ຮັກ ແລະ ເດມາ ກໍຝາກຄວາມຄິດເຖິງມາຍັງພວກທ່ານ.
\s5
\v 15 ຈົ່ງທັກທາຍພວກພີ່ນ້ອງ ທີ່ຢູ່ໃນເມືອງລາວດີເກອາ, ແລະ ນາງນິມຟາ ກັບ ພີ່ນ້ອງຄຣິສຕຽນທີ່ຢູ່ໃນເຮືອນຂອງນາງດ້ວຍ.
\v 16 ເມື່ອພວກທ່ານໄດ້ອ່ານ ຈົດໝາຍ ສະບັບນີ້ ແລ້ວຈົ່ງສົ່ງຕໍ່ໄປໃຫ້ ພີ່ນ້ອງຄຣິສຕະຈັກທີ່ເຊື່ອຢູ່ໃນເມືອງ ລາວດີເກອາອ່ານດ້ວຍ ແລະ ໃຫ້ທ່ານອ່ານຈົດໝາຍທີ່ສົ່ງມາຈາກເມືອງລາວດີເກອາ ເໝືອນກັນ.
\v 17 ໃຫ້ບອກອາຂີໂປວ່າ, “ການບົວລະບັດຮັບໃຊ້ອົງພຣະຜູ້ເປັນເຈົ້ານັ້ນ ທ່ານຄວນເຮັດໃຫ້ບັນລຸຜົນສຳເລັດ.”
\s5
\v 18 ຄຳທັກທາຍນີ້ເປັນລາຍມືຂອງຂ້າພະເຈົ້າ ຄືໂປໂລ ຈົ່ງລະນຶກເຖິງໂສ້ທວນຂອງຂ້າພະເຈົ້າດ້ວຍ. ຂໍໃຫ້ພຣະຄຸນຈົ່ງສະຖິດຢູ່ກັບທ່ານດ້ວຍເທີ້ນ.