lo_ulb/51-PHP.usfm

198 lines
40 KiB
Plaintext

\id PHP
\ide UTF-8
\h ຟີລິບປອຍ
\toc1 ຟີລິບປອຍ
\toc2 ຟີລິບປອຍ
\toc3 php
\mt ຟີລິບປອຍ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້ ຂອງພຣະເຢຊູຄຣິດເຈົ້າ, ເຖິງໄພ່ພົນທຸກຄົນ ທີ່ຖືກແຍກໄວ້ໃນພຣະເຢຊູຄຣິດເຈົ້າ ໃນເມືອງຟີລິບປອຍພ້ອມກັບບັນດາຜູ້ປົກຄອງ ແລະ ຜູ້ດູແລ.
\v 2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກ ຈາກພຣະບິດາເຈົ້າຂອງເຮົາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ ຢູ່ກັບທ່ານທັງຫຼາຍເທີ້ນ.
\s5
\v 3 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທຸກຄັ້ງເມື່ອລະນຶກເຖິງທ່ານທັງຫລາຍ
\v 4 ເພື່ອ ພວກທ່ານທັງຫລາຍຢູ່ສະເຫມີ ຂ້າພຣະເຈົ້າອະທິຖານ ດ້ວຍຄວາມຊື່ນຊົມຍິນດີ,
\v 5 ທີ່ພວກທ່ານ ໄດ້ຮ່ວມກັນປະກາດຂ່າວປະເສີດ ຕັ້ງແຕ່ຕົ້ນຈົນເຖິງບັດນີ້.
\v 6 ຂ້າພະເຈົ້າແນ່ໃຈໃນເລື້ອງນີ້ວ່າ ພຣະອົງ ຜູ້ໄດ້ຊົງ ຕັ້ງຕົ້ນການດີໄວ້ໃນ ພວກທ່ານແລ້ວ ຈະຊົງກະທຳຕໍ່ໄປໃຫ້ສຳເລັດຈົນເຖິງວັນຂອງພຣະເຢຊູຄຣິດເຈົ້າ.
\s5
\v 7 ທີ່ຂ້າພະເຈົ້າຮູ້ສືກແບບນີ້ກັບພວກ ທ່ານທັງຫລາຍ ຈິ່ງເປັນສິ່ງ ທີ່ຖືກຕ້ອງເພາະພວກທ່ານຢູ່ໃນຫົວໃຈຂອງຂ້າພະເຈົ້ົາ ພວກທ່ານທັງຫມົດໄດ້ມີສ່ວນຮ່ວມໃນພຣະຄຸນ ທັງໃນການຖືກຈຳຈ່ອງ ຂອງຂ້າພະເຈົ້າ ແລະ ໃນການປົກປອ້ງແລະ ຮັບປະກັນຂ່າວປະເສີດນີ້
\v 8 ເພາະພຣະເຈົ້າຊົງ ເປັນພະຍານ ວ່າຂ້າພະເຈົ້າປາຖະຫນາຢາກພົບພວກທ່ານທັງຫລາຍດ້ວຍຄວາມຮັກທີ່ເລິກເຊິ່ງ ຂອງພຣະເຢຊູຄຣິດເຈົ້າ.
\s5
\v 9 ຂ້າພະເຈົ້າອະທິຖານດັ່ງນີ້ ຂໍໃຫ້ຄວາມຮັກ ຂອງພວກທ່ານຈະເລີນໃຫຍ່ຂຶ້ນ ໃນຄວາມຮູ້ ແລະ ໃນຄວາມເຂົ້າໃຈທັງຫມົດ,
\v 10 ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອ ພວກທ່ານຈະໄດ້ທົດສອບ ແລະ ເລືອກເອົາ ສິ່ງດີທີ່ສຸດໄວ້ ຂ້າພະເຈົ້າອະທິຖານເພື່ອສິ່ງນີ້ ເພື່ອພວກທ່ານຈະມີ ຄວາມຈິງໃຈ ແລະ ບໍ່ມີທີ່ຕິຕຽນໄດ້ ໃນວັນຂອງພຣະເຢ​ຊ​ູຄຣິດເຈົ້າ.
\v 11 ເພື່ອໃຫ້ທ່ານເຕັມລົ້ນໄປດ້ວຍຜົນແຫ່ງຄວາມຊອບທຳ ທີ່ຜ່ານມາທາງພຣະເຢຊູຄຣິດເຈົ້າ ເພື່ອເປັນທີ່ຖວາຍກຽດ ແລະ ສັນລະເສີນພຣະເຈົ້າ.
\s5
\v 12 ພີ່ນ້ອງທີ່ຮັກ, ຂ້າພະເຈົ້າຢາກໃຫ້ ທ່ານຮູ້ວ່າ ສິ່ງທີ່ໄດ້ ເກີດຂຶ້ນກັບຂ້າພະເຈົ້າ ໄດ້ເຮັດໃຫ້ຂ່າວປະເສີດແຜ່ຂະຫຍາຍອອກໄປຢ່າງຫຼວງຫຼາຍ.
\v 13 ຜົນທີ່ປະກົດຂຶ້ນໃຫ້ເຫັນ ກໍຄື ພວກທະຫານທຸກຄົນ ແລະ ຜູ້ຄຸມຂັງ ພ້ອມກັບຄົນອື່ນໆທັງໝົດ ໄດ້ຮູ້ເລື່ອງຂອງເຮົາວ່າ ເຮົາຖືກຈຳຈ່ອງຍ້ອນເປັນຜູ້ຮັບໃຊ້ ຂອງພຣະ​ເຢ​ຊ​ູຄຣິດເຈົ້າ.
\v 14 ພີ່ນ້ອງສ່ວນໃຫຍ່ ໃນ ອົງພຣະຜູ້ເປັນເຈົ້າ ມີແຮງຈູງໃຈ ຫຼາຍຂຶ້ນ ອັັນເນື່ອງມາຈາກການຖືກຈຳຈ່ອງຂອງຂ້າພະເຈົ້າ ທີ່ຈະມີໃຈກ້າຫານ ກ່າວພຣະ​ຄຳ ຂອງພຣະເຈົ້າຢ່າງບໍ່ຢ້ານກົວ.
\s5
\v 15 ບາງຄົນປະກາດ ພຣະຄຳຂອງພຣະເຈົ້າດ້ວຍໃຈອິດສາ ແລະ ຜິດຖຽງກັນ, ແລະ ບາງຄົນກໍປະກາດດ້ວຍໃຈປາຖະຫນາດີ.
\v 16 ຜູ້ທີ່ປະກາດພຣະເຢ​ຊູຄຣິດເຈົ້າ ດ້ວຍຄວາມຮັກ, ເພາະຮູ້ວ່າ ຂ້າພະເຈົ້າຖືກຈຳຈ່ອງເພາະປົກປ້ອງຂ່າວປະເສີດ.
\v 17 ສ່ວນຄົນອື່ນ ທີ່ປະກາດພຣະເຢ​ຊູຄຣິດເຈົ້າ ດ້ວຍແຮງຈູງໃຈທີ່ເຫັນແກ່ຕົວ, ບໍ່ສັດຊື່ ແລະ ອວດອ້າງ. ພວກເຂົາຫວັງຈະໃຫ້ຂ້າພະເຈົ້າເດືອດຮ້ອນໃນຂະນະທີ່ຂ້າພະເຈົ້າຖືກຈຳຈ່ອງຢູ່.
\s5
\v 18 ຖ້າຢ່າງນັ້ນແລ້ວ ຈະເປັນປະການໃດ? ບໍ່ວ່າຈະດ້ວຍວິທີໃດກໍຕາມ, ບໍ່ວ່າເຂົາຈະແກ້ງເຮັດ ຫລື ເຮັດດ້ວຍຄວາມຈິງ, ພຣະເຢ​ຊ​ູຄຣິດເຈົ້າກໍໄດ້ຖືກປະກາດອອກໄປ, ແລະ ດ້ວຍເຫດນີ້ຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີ. ແລະ ຂ້າພະເຈົ້າກໍຍິນດີຕໍ່ໄປ,
\v 19 ເພາະຂ້າພະເຈົ້າຮູ້ວ່າ ສິ່ງນີ້ຈະສົ່ງໃຫ້ຂ້າພະເຈົ້າໄດ້ຮັບການປົດປ່ອຍ ສິ່ງນີ້ຈະເກີດຂຶ້ນເພາະຄຳອະທິຖານຂອງພວກທ່ານ ແລະ ເພາະການຊ່ວຍເຫຼືອຂອງພຣະວິນຍານບໍລິສຸດຂອງພຣະເຢຊູຄຣິດເຈົ້າ.
\s5
\v 20 ຖ້າເບິ່ງຈາກຄວາມຫວັງ ອັນເຕັມໄປດ້ວຍຄວາມຫມັ້ນໃຈ ແລະ ຄວາມເຊື່ອຫມັ້ນຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າຈະບໍ່ມີຄວາມລະອາຍ, ແຕ່ໂດຍຄວາມກ້າຫານທັງຫມົດຢ່າງທີ່ເຄີຍມີມາຢູ່ສະເຫມີ ແລະ ເຊັ່ນດຽວກັນ, ພຣະເຢຊູຄຣິດເຈົ້າ ຈະໄດ້ຮັບກຽດ ໃນຮ່າງກາຍຂອງຂ້າພະເຈົ້າ, ບໍ່ວ່າຈະມີຊີວິດຢູ່ ຫລື ຕາຍກໍ່ຕາມ.
\v 21 ການມີຊີວິດຢູ່ກໍ່ເພື່ອພຣະເຢຊູຄຣິດເຈົ້າ ແລະ ການຕາຍກໍເປັນປະໂຫຍດ.
\s5
\v 22 ແຕ່ຖ້າຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍນີ້, ກໍໍ່ໃຫ້ເກີດຜົນຈາກການເຮັດວຽກຫນັກຂອງຂ້າພະເຈົ້າ, ແລ້ວຂ້າພະເຈົ້າກໍ່ບໍ່ຮູ້ວ່າ ຈະເລືອກເອົາທາງໃດດີ?.
\v 23 ເພາະຂ້າພະເຈົ້າລຳບາກໃຈທີ່ຈະເລືອກເອົາຢ່າງໃດຢ່າງຫນຶ່ງ. ຂ້າພະເຈົ້າປາຖະໜາ ທີ່ຈະຈາກໄປຢູ່ກັບພຣະເຢ​ຊ​ູຄຣິດເຈົ້າ ຊຶ່ງທີ່ປະເສີດຫລາຍກວ່າ,
\v 24 ແຕ່ການທີ່ຂ້າພະເຈົ້າຍັງມີຊີວິດຢູ່ໃນຮ່າງກາຍ ນີ້ກໍເປັນສິ່ງຈຳເປັນເພື່ອເຫັນແກ່ປະໂຫຍດຂອງພວກທ່ານຫລາຍກວ່າ.
\s5
\v 25 ເນື່ອງຈາກຂ້າພະເຈົ້າຫມັ້ນໃຈ ໃນເລື່ອງນີ້, ຂ້າພະເຈົ້າຮູ້ວ່າຍັງຄົງຢູ່ ແລະ ສືບຕໍ່ຢູ່ກັບທ່ານທັງຫລາຍຕໍ່ໄປອີກ, ເພື່ອຄວາມກ້າວຫນ້າ ແລະ ຄວາມຊື່ນຊົມຍິນດີໃນຄວາມເຊື່ອຂອງພວກທ່ານ,
\v 26 ດັ່ງນັ້ນໃນເຮົາ ຜົນກໍຄືຄວາມຊື່ນຊົມຍິນດີຂອງພວກທ່ານຈະທະວີຫລາຍຂຶ້ນ ໃນພຣະເຢຊູຄຣິດເຈົ້າ ໃນເວລາຂ້າພະເຈົ້າມາຫາທ່ານອີກ.
\v 27 ຂໍພຽງດຳເນີນຊີວິດ ໃຫ້ສົມກັບຂ່າວປະເສີດ ຂອງພຣະເຢຊູຄຣິດເຈົ້າ, ຈົ່ງກະທຳເຊັ່ນນີ້ເພື່ອວ່າ ຖ້າຂ້າພະເຈົ້າມາຫາພວກທ່ານ ຫລື ບໍ່ມາກໍຕາມ, ຂ້າພະເຈົ້າກໍຈະໄດ້ຍິນວ່າພວກທ່ານຕັ້ງໝັ້ນຄົງຢູ່ ໃນວິນຍານດຽວກັນ, ຂ້າພະເຈົ້າຢາກໄດ້ຍິນຂ່າວວ່າພວກທ່ານໄດ້ຮ່ວມກັນຕໍ່ສູ້ ດ້ວຍຈິດໃຈດຽວກັນ ເພື່ອຄວາມເຊື່ອໃນຂ່າວປະເສີດ.
\s5
\v 28 ຢ່າຢ້ານໃນສິ່ງທີ່ສັດຕູຂອງພວກທ່ານໄດ້ເຮັດ. ສິ່ງນີ້ເປັນເຄື່ອງຫມາຍແຫ່ງການຖືກທຳລາຍຂອງພວກເຂົາ, ແຕ່ສຳລັບພວກທ່ານ ຄືເປັນເຄື່ອງຫມາຍແຫ່ງຄວາມລອດພົ້ນ - ແລະ ສິ່ງນີ້ແມ່ນມາຈາກພຣະເຈົ້າ.
\v 29 ສິ່ງນີ້ໄດ້ປະທານໃຫ້ແກ່ພວກທ່ານ, ເພື່ອເຫັນແກ່ພຣະເຢຊູຄຣິດເຈົ້າ, ບໍ່ພຽງແຕ່ໃຫ້ເຊື່ອໃນພຣະອົງເທົ່ານັ້ນ, ແຕ່ໃຫ້ຍອມທົນທຸກ ເພື່ອພຣະອົງດ້ວຍ.
\v 30 ເພາະທ່ານກໍມີ ການຕໍ່ສູ້ຢ່າງດຽວກັບທີ່ພວກທ່ານໄດ້ເຫັນມາແລ້ວຈາກຂ້າພະເຈົ້າ, ແລະ ໄດ້ຍິນວ່າຂ້າພະເຈົ້າກຳລັງຕໍ່ສູ້ຢູ່ໃນເວລານີ້.
\s5
\c 2
\cl ບົດທີ 2
\p
\v 1 ຖ້າມີການຊູໃຈໃນພຣະເຢ​ຊູຄຣິດເຈົ້າ, ຖ້າມີການເລົ້າໂລມໃຈຈາກຄວາມຮັກຂອງພຣະອົງ, ຖ້າມີການສາມັກຄີທຳໃນ​ຝ່າຍ​ຈິດວິນຍານ, ຖ້າມີຄວາມເຫັນອົກເຫັນໃຈ ແລະ ຄວາມເມດຕາປານີ ປະການໃດ,
\v 2 ແລ້ວ ຈົ່ງເຮັດໃຫ້ຄວາມຍິນດີຂອງຂ້າພະເຈົ້າ ເຕັມລົ້ນ ດ້ວຍການຄິດເຫມືອນຢ່າງດຽວກັນ, ມີຄວາມຮັກເຫມືອນຢ່າງດຽວກັນ, ແລະ ມີຄວາມສາມັກຄີ ເປັນນໍ້າຫນຶ່ງໃຈດຽວກັນໃນຝ່າຍ​ຈິດວິນຍານ.
\s5
\v 3 ຢ່າເຮັດສິ່ງໃດ ເພາະເຫັນແກ່ຕົວ ຫລື ຊີງດີຊີງເດັ່ນກັນ. ແຕ່ຈົ່ງຖ່ອມໃຈລົງຖືວ່າຄົນອື່ນດີກວ່າຕົນເອງ.
\v 4 ຢ່າໃຫ້ຜູ້ໃດເຫັນແກ່ປະໂຫຍດສ່ວນຕົວຝ່າຍດຽວ, ແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ.
\s5
\v 5 ຈົ່ງຄິດເໝືອນຢ່າງພຣະເຢຊູຄຣິດເຈົ້າ.
\v 6 ພຣະອົງຊົງສະພາບ ເປັນພຣະເຈົ້າ, ແຕ່ ພຣະອົງບໍ່ໄດ້ຖືວ່າຄວາມເທົ່າທຽມຂອງພຣະອົງກັບພຣະເຈົ້າ ນັ້ນເປັນສິ່ງທີ່ຕ້ອງຢຶດຫວງໄວ້.
\v 7 ແຕ່ພຣະອົງຊົງຍອມສະຫລະຖານະຂອງພຣະອົງເອງ, ພຣະອົງມາຮັບສະພາບເປັນຂ້ອຍຂ້າ. ພຣະອົງຊົງຖືກຳເນີດເປັນມະນຸດ.
\v 8 ແລະ ພຣະອົງຊົງຍອມເຊື່ອຟັງຈົນເຖິງຄວາມມໍຣະນາເທິງໄມ້ກາງແຂນ!
\s5
\v 9 ດ້ວຍເຫດນີ້ ພຣະເຈົ້າ ຈຶ່ງໄດ້ຊົງຍົກພຣະອົງຂຶ້ນເຖິງທີ່ສູງສຸດ. ໄດ້ຊົງປະທານພຣະນາມຂອງພຣະອົງ ຢູ່ເຫນືອນາມທຸກນາມທັງປວງ.
\v 10 ພຣະອົງກະທຳດັ່ງນີ້ ເພື່ອວ່າໃນພຣະນາມຂອງພຣະເຢຊູຄ​ຣິ​ດເຈົ້າ ທຸກຫົວເຂົ່າໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກ ແລະ ໃຕ້ພື້ນດິນ ຈະຄຸເຂົ່າລົງຂາບ​ພຣະອົງ.
\v 11 ພຣະອົງກະທຳດັ່ງນີ້ ເພື່ອໃຫ້ທຸກລີ້ນຍອມຮັບດ້ວຍປາກວ່າພຣະເຢຊູຄຣິດເຈົ້າ ຊົງເປັນອົງພຣະຜູ້ເປັນເຈົ້າ, ເພື່ອຖວາຍພຣະກຽດແກ່ພຣະເຈົ້າພຣະບິດາ.
\s5
\v 12 ດັ່ງນັ້ນ, ທ່ານທີ່ຮັກ ຂອງຂ້າພະເຈົ້າເອີຍ, ເຫມືອນດັ່ງທີ່ທ່ານເຊື່ອຟັງຢູ່ສະເຫມີມາ, ບໍ່ພຽງສະເພາະເວລາທີ່ຂ້າພະເຈົ້າຢູ່ດ້ວຍເທົ່ານັ້ນ ແຕ່ຈົ່ງເຮັດຫລາຍກວ່ານັ້ນອີກ ໃນເມື່ອເວລາທີ່ຂ້າພະເຈົ້າບໍ່ຢູ່, ຈົ່ງປະ​ພ​ືດຕົວໃຫ້ສົມກັບຄວາມພົ້ນທີ່ໄດ້ຮັບດ້ວຍຄວາມຢຳເກງ ແລະ ຕົວສັ່ນ.
\v 13 ເພາະພຣະເຈົ້າເປັນຜູ້ກຳລັງກະທຳ ການຢູ່ພາຍໃນທ່ານ ເພື່ອໃຫ້ທ່ານມີຄວາມຕັ້ງໃຈ ແລະ ດຳເນີນງານເພື່ອໃຫ້ເປັນທີ່ພໍພຣະໄທຂອງພຣະອົງ.
\s5
\v 14 ຈົ່ງເຮັດທຸກສິ່ງ ໂດຍບໍ່ມີການຈົ່ມ ຫລື ຖົກຖຽງກັນ,
\v 15 ໃຫ້ປະຕິບັດເຊັ່ນນີ້ ເພື່ອວ່າທ່ານຈະເປັນຜູ້ທີ່ບໍ່ຖືກຕິຕຽນ ແລະ ບໍ່ມີຄວາມຜິດ, ລູກຂອງພຣະເຈົ້າ ຜູ້ບໍ່ມີຄວາມຜິດ. ຈົ່ງປະຕິບັດຢ່າງນີ້ ເພື່ອທີ່ທ່ານຈະສ່ອງແສງດັ່ງຄວາມສະຫວ່າງຢູ່ໃນໂລກ, ທ່າມກາງຄົນໃນຍຸກນີ້ ເຊິ່ງເຕັມໄປດ້ວຍການສໍ້ໂກງ ແລະ ຊົ່ວຮ້າຍ.
\v 16 ຈົ່ງຍຶດຫມັ້ນໃນຖ້ອຍ​ຄຳ ແຫ່ງຊີວິດ ເພື່ອວ່າຂ້າພະເຈົ້າຈະມີເຫດໃຫ້ອວດອ້າງໄດ້ ໃນວັນແຫ່ງພຣະ​ເຢ​ຊ​ູຄຣິດເຈົ້າ. ເມື່ອນັ້ນຂ້າພະເຈົ້າຈະຮູ້ວ່າ ຂ້າພະເຈົ້າບໍ່ໄດ້ບາກບັ່ນ ແລະ ເຮັດງານຫນັກຢ່າງໄຮ້ປະໂຫຍດ.
\s5
\v 17 ແຕ່ເຖິງແມ່ນວ່າ ຂ້າພະເຈົ້າ ຈະຕ້ອງສະຫລະຊີວິດຖວາຍເປັນເຄື່ອງບູຊາ ເທິງແທ່ນບູຊາ ແລະ ເປັນປະໂຫຍດຕໍ່ຄວາມເຊື່ອຂອງທ່ານທັງຫລາຍ, ຂ້າພະເຈົ້າກໍຍັງມີ ຄວາມຍິນດີ, ແລະ ຊົມຊື່ນຍິນດີຮ່ວມກັບພວກທ່ານທັງຫລາຍດ້ວຍ.
\v 18 ໃນລັກສະນະຢ່າງດຽວກັນທ່ານກໍຄວນຈະຍິນດີ, ແລະ ຊື່ນຊົມຮ່ວມກັບຂ້າພະເຈົ້າດ້ວຍ.
\s5
\v 19 ແຕ່ຂ້າພະເຈົ້າຫວັງໃຈໃນອົງພຣະເຢຊູຄຣິດເຈົ້າ ວ່າຈະສົ່ງຕີໂມທຽວ ໄປຫາທ່ານໂດຍໄວ ເພື່ອທີ່ຂ້າພະເຈົ້າຈະໄດ້ຮັບຄວາມໜູນໃຈ ເມື່ອໄດ້ຮັບຮູ້ສິ່ງທີ່ກ່ຽວກັບພວກທ່ານ.
\v 20 ເພາະຂ້າພະເຈົ້າບໍ່ມີຜູ້ໃດ ທີ່ມີຄວາມຫ່ວງໄຍທ່ານທັງຫລາຍ ເຫມືອນຢ່າງຕີໂມທຽວ.
\v 21 ສ່ວນຄົນອື່ນໆຫ່ວງແຕ່ຜົນປະໂຫຍດສ່ວນຕົວ ບໍ່ແມ່ນສິ່ງທີ່ກ່ຽວກັບພຣະເຢຊູຄຣິດເຈົ້າ
\s5
\v 22 ແຕ່ທ່ານຮູ້ວ່າເຂົາເຫມາະສົມຢ່າງຍິ່ງ ເພາະເຂົາຮ່ວມງານກັບຂ້າພະເຈົ້າ ໃນຂ່າວປະເສີດ ເຫມືອນດັ່ງລູກທີ່ຄອຍປະຕິບັດຕໍ່ພໍ່ຂອງຕົນ
\v 23 ດັ່ງນັ້ນ ຂ້າພະເຈົ້າຫວັງໃຈວ່າ ຈະສົ່ງເຂົາມາຫາທ່ານໂດຍໄວທັນທີ ທີ່ຂ້າພະເຈົ້າຮູ້ວ່າເກີດຫຍັງຂຶ້ນກັບຂ້າພະເຈົ້າ.
\v 24 ແຕ່ຂ້າພະເຈົ້າຫມັ້ນໃຈໃນ ອົງພຣະຜູ້ເປັນເຈົ້າ ວ່າຂ້າພະເຈົ້າເອງຈະໄດ້ມາຫາພວກທ່ານໃນໄວໆນີ້ເໝືອນກັນ.
\s5
\v 25 ແຕ່ຂ້າພຣະເຈົ້າ ຄິດເຫັນວ່າມີຄວາມຈຳເປັນຕ້ອງສົ່ງເອປາໂຟດີໂຕ ກັບໄປຫາພວກທ່ານ. ເຂົາເປັນເຫມືອນນ້ອງຊາຍ ແລະ ເພື່ອນຮ່ວມງານ ແລະ ເປັນເພື່ອນທະຫານຂອງຂ້າພະເຈົ້າ, ແລະ ຍັງເປັນຕົວແທນຂອງທ່ານ ແລະ ຜູ້ຮັບໃຊ້ທີ່ຄອຍ ຊ່ວຍເຫລືອໃນຄວາມຈຳເປັນຂອງຂ້າພະເຈົ້າ.
\v 26 ເພາະວ່າເພິ່ນກັງວົນໃຈ ແລະ ປາຖະຫນາທີ່ຈະຢູ່ກັບທ່ານທັງຫລາຍເພາະພວກທ່ານທັງຫລາຍເປັນທຸກໃຈ ເນື່ອງ ຈາກພວກທ່ານໄດ້ຮັບຂ່າວວ່າເພິ່ນບໍ່ສະບາຍ.
\v 27 ເພິ່ນປ່ວຍຫນັກເກືອບຕາຍແຕ່ພຣະເຈົ້າໄດ້ຊົງໂຜດເມດຕາແກ່ເພິ່ນ, ແລະ ບໍ່ພຽງແຕ່ແກ່ເພິ່ນຜູ້ດຽວເທົ່ານັ້ນ, ແຕ່ແກ່ຂ້າພະເຈົ້າດ້ວຍເພື່ອວ່າຂ້າພະເຈົ້າຈະບໍ່ມີຄວາມທຸກຫນັກໄປກວ່ານີ້.
\s5
\v 28 ເພາະສະນັ້ນຂ້າພະເຈົ້າຈຶ່ງປາຖະຫນາທີ່ຈະສົ່ງເຂົາໄປຫາພວກທ່ານໂດຍໄວຍິ່ງຂື້ນ, ເພື່ອວ່າພວກທ່ານເຫັນເພິ່ນກັບຄືນ ທ່ານຈະຍິນດີ ແລະ ຂ້າພະເຈົ້າກໍຈະຫາຍກັງວົນ.
\v 29 ຈົ່ງຕ້ອນຮັບເອປາໂຟດີໂຕໄວ້ໃນອົງພຣະຜູ້ເປັນເຈົ້າ ດ້ວຍຄວາມຊົມຊື່ນຍິນດີ ຈົ່ງໃຫ້ກຽດແກ່ຄົນດັ່ງເພິ່ນ,
\v 30 ເພາະເພື່ອງານຂອງພຣະເຢ​ຊູຄຣິດເຈົ້າ ເພິ່ນເກືອບຈະສູນເສຍຊີວິດ ເພາະເພິ່ນໄດ້ສ່ຽງຊີວິດຂອງເພິ່ນເພື່ອ ບົວລະບັດຮັບໃຊ້ ຂ້າພະເຈົ້າ ແລະ ເຮັດແທນໃນສິ່ງທີ່ທ່ານບໍ່ອາດເຮັດໃຫ້ຂ້າພະເຈົ້າໄດ້.
\s5
\c 3
\cl ບົດທີ 3
\p
\v 1 ສຸດທ້າຍນີ້, ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ. ສຳລັບຂ້າພະເຈົ້າແລ້ວການຂຽນຂໍ້ຄວາມຢ່າງດຽວກັນນີ້ ເຖິງທ່ານອີກຄັ້ງຫນຶ່ງບໍ່ແມ່ນເລື່ອງທີ່ລຳບາກ. ສິ່ງນີ້ອາດຈະເຮັດໃຫ້ທ່ານທັງຫລາຍປອດໄພ.
\v 2 ລະວັງພວກຫມາ, ຈົ່ງລະວັງພວກທີ່ເຮັດຊົ່ວຮ້າຍ, ຈົ່ງລະວັງພວກຖືການປາດເນື້ອເຖືອຫນັງ.
\v 3 ເພາະວ່າທ່ານທັງຫລາຍເປັນຜູ້ທີ່ຖືພິທີຕັດ ເປັນຜູ້ທີ່ນະມັດສະການ ດ້ວຍພຣະວິນຍານຂອງພຣະເຈົ້າ. ເປັນຜູ້ທີ່ອວດອ້າງໃນພຣະເຢຊູຄຣິດເຈົ້າ ແລະ ເປັນຜູ້ທີ່ບໍ່ໄວ້ໃຈໃນຝ່າຍເນື້້ອຫນັງ.
\s5
\v 4 ເຖິງຢ່າງນັ້ນ, ຕົວຂ້າພະເຈົ້າເອງອາດມີເຫດໃຫ້ໄວ້ໃຈໃນເນື້້ອຫນັງກໍຕາມ. ຖ້າ ຜູ້ໃດຄິດວ່າຕົນເອງໄວ້ໃຈໃນເນື້້ອຫນັງນັ້ນ. ຂ້າພະເຈົ້າກໍມີຫລາຍກວ່າເຂົາອີກ.
\v 5 ຂ້າພະເຈົ້າເຂົ້າສູ່ພິທີຕັດ ເມື່ອເກີດມາໄດ້ແປດວັນ, ເປັນຄົນອິດສະຣາເອນ ໃນເຜົ່າເບັນຢາມິນ, ເປັນຄົນເຮັບເຣີ ທີ່ເກີດຈາກຊາວເຮັບເຣີ; ໃນດ້ານກົດບັນຍັດ, ກໍຢູ່ໃນຄະນະຟາຣີຊາຍ.
\s5
\v 6 ເມື່ອໃຈຮ້ອນຮົນ, ຂ້າພະເຈົ້າກໍໄດ້ຂົ່ມເຫັງຄຣິສຕະຈັກ; ໃນດ້ານຄວາມຊອບທຳ ຊຶ່ງມີຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າ ບໍ່ໄດ້ມີທີ່ຕິຕຽນໄດ້.
\v 7 ແຕ່ ທີ່ເປັນປະໂຫຍດ ແກ່ຂ້າພະເຈົ້າ, ຂ້າພະເຈົ້າໄດ້ພິຈາລະນາຖືສິ່ງເຫລົ່ານັ້ນວ່າເປັນອັນໄຮ້ປະໂຫຍດ ເພາະເຫັນແກ່ພຣະເຢ​ຊູຄຣິດເຈົ້າ.
\s5
\v 8 ທີ່ຈິງແລ້ວ, ຂ້າພະເຈົ້າຖືວ່າ ທຸກສິ່ງເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າອັນສູງກວ່ານັ້ນຄື ການຮູ້ຈັກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ເພື່ອພຣະອົງນັ້ນ ຂ້າພະເຈົ້າຍອມສະຫລະທຸກສິ່ງ. ແລະ ຂ້າພະເຈົ້າຖືວ່າສິ່ງ ເຫຼົ່ານັ້ນ ເປັນເໝືອນຂີ້ເຫຍື້ອເພື່ອວ່າຂ້າພະເຈົ້າ ຈະໄດ້ອົງພຣະເຢ​ຊູຄຣິດເຈົ້າມາເປັນ ປະໂຫຍດ.
\v 9 ແລະ ຈະໄດ້ເຫັນວ່າຂ້າພະເຈົ້າຢູ່ໃນພຣະອົງ. ຂ້າພະເຈົ້າບໍ່ມີຄວາມຊອບທຳຂອງຂ້າພະເຈົ້າເອງ ຊຶ່ງໄດ້ມາໂດຍກົດບັນຍັດ. ແຕ່ ຂ້າພະເຈົ້າມີຄວາມຊອບທຳມາໂດຍຄວາມເຊື່ອ ໃນພຣະເຢ​ຊູຄຣິດເຈົ້າ, ຄືຄວາມຊອບທຳທີ່ມາຈາກພຣະເຈົ້າ ຊຶ່ງອາໄສຄວາມເຊື່ອ.
\v 10 ເຫດສະນັ້ນ, ບັດນີ້ຂ້າພະເຈົ້າ ຕ້ອງການຈະໄດ້ຮູ້ຈັກພຣະອົງ ແລະ ຣິດອຳນາດແຫ່ງການຟື້ນຄືນພຣະຊົນຂອງພຣະອົງ ແລະ ມີສ່ວນຮ່ວມໃນການທົນທຸກຂອງພຣະອົງດ້ວຍ. ຂ້າພະເຈົ້າປາຖະຫນາຈະໄດ້ຮັບການປ່ຽນແປງ ໃຫ້ເປັນເຫມືອນພຣະອົງໃນການຕາຍຂອງພຣະອົງ,
\v 11 ເພື່ອທີ່ວ່າຂ້າພະເຈົ້າ ຈະໄດ້ປະສົົບການໃນການເປັນຄືນມາຈາກຄວາມຕາຍດ້ວຍ.
\s5
\v 12 ບໍ່ແມ່ນວ່າ ຂ້າພະເຈົ້າໄດ້ຮັບສິ່ງເຫລົ່ານີ້ແລ້ວ, ຫລື ຂ້າພະເຈົ້າດີພ້ອມແລ້ວ. ແຕ່ຂ້າພະເຈົ້າກຳລັງບາກບັ່ນມຸ່ງໜ້າໄປເພື່ອ ທີ່ຈະໄດ້ຮັບເອົາເຫມືອນດັ່ງພຣະເຢຊູຄຣິດເຈົ້າ ທີ່ພຣະອົງໄດ້ຊົງຮັບຂ້າພະເຈົ້າໄວ້ແລ້ວ.
\v 13 ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າບໍ່ຄິດວ່າ ຂ້າພະເຈົ້າໄດ້ຮັບແລ້ວ. ແຕ່ກຳລັງເຮັດສິ່ງຫນຶ່ງ: ຄືຂ້າພະເຈົ້າລືມສິ່ງທີ່ຜ່ານມາແລ້ວເສຍ ແລະ ໂນ້ມຕົວໄປຫາສິ່ງທີ່ຢູ່ເບື້ອງໜ້າ.
\v 14 ຂ້າພະເຈົ້າບາກບັ່ນມຸ່ງໄປ ສູ່ຫລັກໄຊ ເພື່ອຈະໄດ້ຮັບລາງວັນ ຄືການຊົງເອີ້ນຈາກພຣະເຈົ້າ ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ.
\s5
\v 15 ພວກເຮົາທີ່ເປັນຜູ້ໃຫຍ່ ແລ້ວຝ່າຍຄວາມເຊື່ອ, ໃຫ້ຄິດຢ່າງດຽວກັນນີ້; ແລະ ຖ້າທ່ານຄິດເຫັນເປັນຢ່າງອື່ນໃນເລື່ອງໃດ, ພຣະເຈົ້າກໍຈະຊົງໂພດສຳແດງສິ່ງເຫລົ່ານັ້ນໃຫ້ທ່ານເຫັນດ້ວຍ.
\v 16 ຢ່າງໃດກໍຕາມ, ເມື່ອພວກເຮົາເຖິງຂັ້ນໃດແລ້ວ, ກໍໃຫ້ພວກເຮົາດຳເນີນຕາມນັ້ນຕໍ່ໄປ.
\s5
\v 17 ພີ່ນ້ອງທັງຫລາຍເອີຍ, ຈົ່ງປະຕິບັດຕາມແບບຢ່າງຂ້າພະເຈົ້າ ແລະ ເຝົ້າເບິ່ງຄົນທັງຫລາຍເຫລົ່ານັ້ນທີ່ເດີນຕາມແບບຢ່າງທີ່ທ່ານເຫັນໃນພວກເຮົາ.
\v 18 ຊຶ່ງຂ້າພະເຈົ້າໄດ້ບອກທ່ານເຖິງເລື່ອງນີ້ຫລາຍຄັ້ງແລ້ວ ແລະ ບັດນີ້ຂ້າພະເຈົ້າກໍຂໍບອກດ້ວຍນໍ້າຕາໄຫລວ່າ ມີຫລາຍຄົນທີ່ປະພຶດຕົວ ເປັນສັດຕູຕໍ່ໄມ້ກາງແຂນຂອງພຣະເຢ​ຊູຄຣິດເຈົ້າ.
\v 19 ເພາະພະເຈົ້າຂອງພວກເຂົາ ແມ່ນທ້ອງຂອງພວກເຂົາເອງ, ພວກເຂົາອວດອ້າງ ໃນສິ່ງທີ່ໜ້າອັບອາຍຂອງພວກເຂົາ. ພວກເຂົາຄິດຖຶງແຕ່ສິ່ງຂອງຝ່າຍໂລກ.
\s5
\v 20 ແຕ່ເຮົາທີ່ເປັນພົນລະເມືອງແຫ່ງສະຫວັນ, ທີ່ເຮົາຄອງຄອຍພຣະຜູ້ຊ່ວຍໃຫ້ພົ້ນ ຄືອົງພຣະເຢຊູຄຣິດເຈົ້າ.
\v 21 ພຣະອົງ ຈະຊົງປ່ຽນຮ່າງກາຍອັນຕໍ່າຕ້ອຍຂອງເຮົາ ໃຫ້ ເປັນເໝືອນພຣະກາຍອັນຊົງສະຫງ່າຣາສີຂອງພຣະອົງ, ດ້ວຍຣິດທານຸພາບຂອງພຣະອົງ ທີ່ຈະຊົງສາມາດ ປາບສັບພະທຸກສິ່ງໃຫ້ລົງຢູ່ໃຕ້ ອຳນາດຂອງພຣະອົງ.
\s5
\c 4
\cl ບົດທີ 4
\p
\v 1 ເຫດສະນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ ຜູ້ຊຶ່ງຂ້າພະເຈົ້າປາຖະໜາຢາກພົບພວກທ່ານຜູ້ເປັນຄວາມຊື່ນຊົມຍິນດີ ແລະ ເປັນມົງກຸດຂອງຂ້າພະເຈົ້າ, ຈົ່ງຕັ້ງຫມັ້ນຢູ່ໃນອົງພຣະຜູ້ເປັນເຈົ້າ.
\v 2 ຂ້າພະເຈົ້າຂໍຮ້ອງນາງຢູໂອເດຍ, ແລະ ນາງຊີນຕີເຂ, ໃຫ້ມີຄວາມຄິດຖືກຕ້ອງປອງດອງກັນ ໃນອົງພຣະຜູ້ເປັນເຈົ້າ.
\v 3 ຄວາມຈິງແລ້ວຂ້າພະເຈົ້າຂໍຮ້ອງ ພວກທ່ານເຊັ່ນກັນຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງ ຂອງຂ້າພະເຈົ້າໂຜດຊ່ວຍເຫລືອຜູ້ຍິງເຫລົ່ານີ້. ເພາະພວກເຂົາໄດ້ເຮັດວຽກຢ່າງຫນັກຫນ່ວງ ກັບຂ້າພະເຈົ້າໃນການປະກາດຂ່າວປະເສີດພ້ອມກັບ ກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງຂ້າພະເຈົ້າດ້ວຍ, ຊຶ່ງມີລາຍຊື່ຢູ່ໃນທະບຽນແຫ່ງຊີວິດ
\s5
\v 4 ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າຕະຫລອດເວລາ. ຂ້າພະເຈົ້າຂໍຢໍ້າອີກວ່າຈົ່ງ ຊົມຊື່ນຍິນດີເທີ້ນ.
\v 5 ຈົ່ງໃຫ້ໃຈອ່ອນສຸພາບຂອງທ່ານທັງຫລາຍປາກົດແກ່ຜູ້ຄົນທັງປວງອົງພຣະຜູ້ເປັນເຈົ້າຊົງຢູ່ໃກ້ແລ້ວ.
\v 6 ຢ່າທຸກຮ້ອນໃຈໃນສິ່ງໃດເລີຍແຕ່ຈົ່ງທູນເລື່ອງທຸກສິ່ງດ້ວຍການພາວັນນາອະທິຖານ ແລະ ດ້ວຍການອ້ອນວອນຂໍ, ດ້ວຍການຂອບພຣະຄຸນໃຫ້ພຣະເຈົ້າຊົງຊາບການຮ້ອງຂໍຂອງພວກທ່ານ.
\v 7 ແລ້ວສັນຕິສຸກຂອງພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈທັງຫມົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກທ່ານທັງຫລາຍໄວ້ໃນພຣະເຢຊູຄຣິດເຈົ້າ.
\s5
\v 8 ສຸດທ້າຍນີ້ພີ່ນ້ອງ ທັງຫລາຍເອີຍ ສິ່ງໃດທີ່ເປັນຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ ຍຸດຕິທຳສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດ ທີ່ລໍ້າເລີດ ແລະ ຖ້າມີ ສິ່ງໃດທີ່ຫນ້າສັນລະເສີນໃຫ້ຄິດເຖິງ ສິ່ງເຫລົ່ານັ້ນ.
\v 9 ສິ່ງທີ່ພວກທ່ານໄດ້ຮຽນຮູ້ ໄດ້ຮັບ ໄດ້ຍິນ ແລະ ເຄີຍເຫັນໃນຂ້າພະເຈົ້າ ໃຫ້ເຮັດສິ່ງເຫລົ່ານີ້ແລ້ວ ພຣະເຈົ້າແຫ່ງສັນຕິສຸກຈະຊົງສະຖິດຢູ່ນຳທ່ານທັງຫລາຍ.
\s5
\v 10 ຂ້າພະເຈົ້າຊື່ນຊົມຍິນດີ ໃນອົງພຣະຜູ້ເປັນເຈົ້າຢ່າງຍິ່ງ ເພາະໃນທີ່ສຸດພວກທ່ານໄດ້ລະນຶກເຖິງຂ້າພະເຈົ້າອີກໃນຕອນນີ້ ເມື່ອກ່ອນພວກທ່ານເຄີຍເປັນຫ່ວງຂ້າພະເຈົ້າຢ່າງຈິງຈັງ ແຕ່ກໍຍັງບໍ່ໄດ້ມີໂອກາດທີ່ຈະໃຫ້ພວກທ່ານຊ່ວຍຂ້າພະເຈົ້າ
\v 11 ຂ້າພະເຈົ້າບໍ່ໄດ້ຮຽກຮ້ອງເພື່ອຄວາມຕ້ອງການຂອງຂ້າພະເຈົ້າ ເພາະຂ້າພະເຈົ້າຮຽນຮູ້ທີ່ຈະພໍໃຈຢູ່ໃນທຸກສະຖານະການ.
\v 12 ຂ້າພະເຈົ້າຮຽນຮູ້ທີ່ຈະຢູ່ຢ່າງຂັດສົນ ຫລື ຢູ່ຢ່າງອຸດົມສົມບູນໃນທຸກທາງ ແລະ ໃນທຸກສິ່ງຂ້າພະເຈົ້າຮຽນຮູ້ເຖິງ ຄວາມລັບໃນເມື່ອຍາມອີ່ມທ້ອງ ແລະ ເມື່ອຍາມອຶດຢາກ ທັງເມື່ອຍາມມີຢ່າງຫລວງ​ຫລາຍ ແລະ ເມື່ອຍາມຂັດສົນ.
\v 13 ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍ ພຣະອົງຜູ້ຊົງເສີມກຳລັງຂ້າພະເຈົ້າ.
\s5
\v 14 ຢ່າງໃດກໍຕາມພວກທ່ານໄດ້ມີສ່ວນຮ່ວມໃນຄວາມທຸກລຳບາກທັງຫລາຍຂອງຂ້າພະເຈົ້າ.
\v 15 ພີ່ນ້ອງຊາວຟີລິບປອຍເອີຍ, ທ່ານຮູ້ວ່າ ເມື່ອເລີ້ມຕົ້ນ ໃນການປະກາດຂ່າວປະເສີດເມື່ອຂ້າພະເຈົ້າໄດ້ອອກຈາກແຂວງມາເກໂດເນຍໄປນັ້ນ ບໍ່ມີໃຜສະຫນັບສະຫນູນຂ້າພະເຈົ້າ ທັງໃນການໃຫ້ຂອງບໍລິຈາກ ແລະ ການຮັບຂອງບໍລິຈາກເລີຍນອກຈາກພວກທ່ານເທົ່ານັ້ນ.
\v 16 ເມື່ອຕອນທີ່ຂ້າພະເຈົ້າຢູ່ໃນເມືອງເທສະໂລນິກ ພວກທ່ານກໍໄດ້ ສົ່ງສິ່ງທີ່ຂ້າພະເຈົ້າຂາດຢູ່ ມາຊ່ວຍຂ້າພະເຈົ້າຫລາຍຄັ້ງ.
\v 17 ຂ້າພະເຈົ້າບໍ່ໄດ້ຫວັງໃນຂອງບໍລິຈາກ ແຕ່ຂ້າພະເຈົ້າຢາກເຫັນຜົນເພີ່ມຂຶ້ນໃນບັນຊີຂອງພວກທ່ານ
\s5
\v 18 ຂ້າພະເຈົ້າໄດ້ຮັບທຸກຢ່າງແລ້ວ ແລະ ຂ້າພະເຈົ້າມີຢ່າງຫລວງ​ຫລາຍ ຂ້າພະເຈົ້າອີ່ມ ເຕັມແລ້ວ ຂ້າພະເຈົ້າໄດ້ຮັບສິ່ງຂອງທີ່ພວກທ່ານໄດ້ຝາກເອປາໂຟດີໂຕ ຊຶ່ງເປັນກິ່ນຫອມຫວານ ແລະ ເປັນເຄື່ອງບູຊາ ຊື່ງເປັນທີ່ພໍພຣະໄທພຣະເຈົ້າ.
\v 19 ແລ້ວພຣະເຈົ້າຈະຊົງໂຜດເພີ່ມເຕີມທຸກສິ່ງສາລະພັດ ທີ່ພວກທ່ານຂາດ ຢູ່ນັ້ນຈາກຊັບອັນຮຸ່ງເຮືອງ ຂອງພຣະອົງໃນພຣະເຢຊູຄຣິດເຈົ້າ.
\v 20 ຂໍໃຫ້ພຣະເຈົ້າພຣະບິດາຂອງເຮົາໄດ້ຮັບພຣະກຽດສືບໆໄປເປັນນິດ ອາແມນ.
\s5
\v 21 ຂໍຝາກຄວາມຄິດເຖິງທັກທາຍມາຍັງຜູ້ທີ່ເຊື່ອໃນອົງພຣະເຢຊູຄຣິດເຈົ້າ ພີ່ນ້ອງທັງຫລາຍ ທີ່ຢູ່ກັບຂ້າພະເຈົ້າກໍສົ່ງຄວາມຄິດເຖິງມາຫາພວກທ່ານດ້ວຍ.
\v 22 ບັນດາຜູ້ເຊື່ອທັງຫລາຍທີ່ນີ້ ຝາກທັກທາຍທ່ານທັງຫລາຍ ໂດຍສະເພາະຄົນ ທີ່ຢູ່ໃນພະຣາຊະວັງຂອງຈັກກະພັດຊີຊາ.
\v 23 ຂໍພຣະຄຸນ ຂອງອົງພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ກັບ ຈິດວິນຍານຂອງພວກທ່ານ.