lo_ulb/50-EPH.usfm

303 lines
58 KiB
Plaintext

\id EPH
\ide UTF-8
\h ເອເຟໂຊ
\toc1 ເອເຟໂຊ
\toc2 ເອເຟໂຊ
\toc3 eph
\mt ເອເຟໂຊ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ໂດຍນໍ້າພຣະໄທຂອງພຣະເຈົ້າ, ເຖິງຊາວເອເຟໂຊ ຜູ້ເປັນໄພ່ພົນຂອງພຣະເຈົ້າ, ເປັນຜູ້ຊື່ສັດໃນອົງພຣະເຢຊູຄຣິດເຈົ້າ.
\v 2 ຂໍພຣະຄຸນບັງເກີດແກ່ທ່ານທັງຫລາຍ ແລະ ທັງສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ຈາກອົງພຣະເຢຊູຄຣິດເຈົ້າ.
\s5
\v 3 ຂໍພຣະເຈົ້າ ແລະ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າໄດ້ຮັບການສັນລະເສີນ, ພຣະອົງຄືຜູ້ໄດ້ຊົງໂຜດປະທານພຣະພອນໃຫ້ເຮົາ ດ້ວຍພຣະພອນຝ່າຍວິນຍານທຸກປະການໃນສະຫວັນສະຖານໃນພຣະຄຣິດເຈົ້າ.
\v 4 ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ໃນພຣະອົງ ຕັ້ງແຕ່ກ່ອນການເນລະມິດສ້າງໂລກ, ເພື່ອເຮົາຈະໄດ້ເປັນຄົນບໍຣິສຸດ ແລະ ປາສະຈາກຂໍ້ຕິຕຽນຕໍ່ ພຣະພັກພຣະອົງ.
\s5
\v 5 ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ກ່ອນລ່ວງຫນ້າແລ້ວ ເພື່ອໃຫ້ເຮົາ ໄດ້ຮັບການແຕ່ງຕັ້ງເປັນບຸດຂອງພຣະອົງ ໂດຍທາງພຣະເຢຊູຄຣິດເຈົ້າ, ພຣະອົງຊົງກະທຳເຊັ່ນນີິ້ ເພາະພຣະອົງຊອບພຣະໄທ ທີ່ຈະກະທຳຕາມຈຸດປະສົງຂອງພຣະອົງ.
\v 6 ຜົນໄດ້ຮັັບຄືພຣະເຈົ້າຊົງໄດ້ຮັບການສັນຣະເສີນ ໃນພຣະຄຸນອັນຊົງພຣະກຽດຕິຍົດຂອງພຣະອົງ ຊຶ່ງເປັນສິ່ງທີ່ພຣະອົງປະທານ ແກ່ພວກເຮົາລ້າໆ ໂດຍທາງພຣະບຸດທີ່ຮັກ ຂອງພຣະອົງ.
\s5
\v 7 ເພາະໃນພຣະເຢຊູຄຣິດເຈົ້າ ພວກເຮົາໄດ້ຮັບການໄຖ່ ໂດຍຜ່ານທາງພຣະໂລຫິດຂອງພຣະອົງ ແລະ ການອະໄພບາບທັງປວງ, ເຮົາໄດ້ຮັບສິ່ງນີ້ເພາະຄວາມມັ່ງຄັ້ງແຫ່ງພຣະຄຸນຂອງພຣະອົງ.
\v 8 ພຣະອົງຊົງເຮັດໃຫ້ພຣະຄຸນ ບໍຣິບູນແກ່ພວກເຮົາໃນສະຕິປັນຍາ ແລະ ໃນຄວາມຮູ້ແຈ້ງທັງຫມົດ.
\s5
\v 9 ພຣະເຈົ້າ ໄດ້ເຮັດໃຫ້ພວກເຮົາຮູ້ເຖິງຄວາມຈິງແຫ່ງແຜນການ ຂອງພຣະອົງ ທີ່ຖືກປິດບັງໄວ້, ຕາມພຣະປະສົງຂອງພຣະອົງ, ແລະຊຶ່ງສະແດງໃຫ້ເຫັນແລ້ວໃນພຣະຄຣິດເຈົ້າ.
\v 10 ໃນແຜນການອັນຄົບບໍຣິບູນຂອງພຣະອົງເມື່ອເຖິງເວລາກຳນົດ, ພຣະອົງຈະຊົງຮວບຮວມທຸກສິ່ງທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ ເຂົ້າໄວ້ດ້ວຍກັນ, ໃນພຣະຄຣິດເຈົ້າ.
\s5
\v 11 ໃນພຣະຄຣິດເຈົ້ານັ້ນ ພວກເຮົາໄດ້ຖືກເລືອກໄວ້ເພື່ອເປັນມໍລະດົກຂອງພຣະເຈົ້າ. ພວກເຮົາໄດ້ຖືກຕັດສິນກ່ອນແລ້ວ ຕາມແຜນຂອງພຣະອົງ ຜູ້ຊົງກະທຳທຸກສິ່ງທຸກຢ່າງ ຕາມພຣະປະສົງແຫ່ງນໍ້າພຣະໄທ ຂອງພຣະອົງ.
\v 12 ພຣະເຈົ້າຊົງໄດ້ແຕ່ງຕັ້ງພວກເຮົາໄວ້ເພື່ອເປັນມໍລະດົກ ເພື່ອໃຫ້ພວກເຮົາ ເປັນກຸ່ມຄົນທຳອິດ ທີ່ມີຄວາມເຊື່ອຫມັ້ນຫວັງໃຈໃນພຣະຄຣິດເຈົ້າ, ເຫດສະນັ້ນພວກເຮົາດຳລົງຊີວິດຢູ່ ເພື່ອເປັນທີ່ສັນຣະເສີນແດ່ພຣະສີຣິຂອງພຣະອົງ.
\s5
\v 13 ໃນພຣະຄຣິດເຈົ້ານັ້ນ, ທ່ານທັງຫຼາຍກໍເຊັ່ນກັນ, ຫຼັງຈາກທີ່ໄດ້ຮັບຟັງພຣະວັດຈະນະທັມແຫ່ງຄວາມຈິງ, ຄືຂ່າວປະເສີດ ແຫ່ງຄວາມລອດຂອງທ່ານ ໃນພຣະອົງນັ້ນ, ທ່ານກໍໄດ້ວາງໃຈເຊື່ອແລະໄດ້ຖືກປະທັບຕາໄວ້ໂດຍພຣະວິນຍານບໍຣິສຸດເຈົ້າທີ່ຊົງສັນຍາ.
\v 14 ພຣະວິນຍານນັ້ນຄືເຄື່ອງມັດຈຳລ່ວງຫນ້າວ່າເຮົາຈະໄດ້ຮັບມໍຣະດົກ ຂອງພວກເຮົາກ່ອນເຖິງເວລາຄອບຄອງນີ້ກໍເພື່ອໃຫ້ເປັນທີ່ສັນຣະເສີນ ແດ່ພຣະກຽດຕິຍົດຂອງພຣະອົງ.
\s5
\v 15 ເຫດສະນັ້ນ, ນັບຕັ້ງແຕ່ເວລາທີ່ຂ້າພະເຈົ້າໄດ້ຍິນເຖິງເລື່ອງຄວາມເຊື່ອ ໃນອົງພຣະເຢຊູຄຣິດເຈົ້າ ແລະ ເລື່ອງຄວາມຮັກທີ່ທ່ານມີຕໍ່ໄພ່ພົນທຸກຄົນ,
\v 16 ຂ້າພຣະເຈົ້າກໍຂອບພຣະຄຸນພຣະເຈົ້າສຳລັບພວກເຈົ້າຢ່າງບໍ່ສິ້ນສຸດໄດ້ ແລະ ລະນຶກເຖິງພວກເຈົ້າ ເມື່ອເຮົາພາວັນນາອະທິຖານ.
\s5
\v 17 ຂ້າພະເຈົ້າພາວັນນາອະທິຖານ ຂໍພຣະເຈົ້າຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາ ຄືພຣະບິດາເຈົ້າ ຜູ້ຊົງພຣະສະຫງ່າຣາສີ, ໄດ້ຊົງໂຜດປະທານວິນຍານແຫ່ງປັນຍາ ແລະ ຄວາມຮູ້ແຈ້ງເຫັນຈິງເຖິງເລື່ອງຂອງພຣະອົງ.
\v 18 ຂ້າພະເຈົ້າ ຂໍອະທິຖານໃຫ້ດວງຕາແຫ່ງໃຈຂອງພວກເຈົ້າ ໄດ້ເຫັນຄວາມສະຫວ່າງ, ເພື່ອພວກເຈົ້າ ຈະໄດ້ເກີດຄວາມຫມັ້ນໃຈ ໃນການຊົງເອີ້ນຂອງພຣະອົງ ແລະອະທິຖານຂໍໃຫ້ພວກເຈົ້າຮູ້ວ່າມໍຣະດົກ ທີ່ພຣະເຈົ້າປະທານສຳລັບພວກໄພ່ພົນຂອງພຣະອົງນັ້ນມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.
\s5
\v 19 ຂ້າພະເຈົ້າອະທິຖານ ເພື່ອໃຫ້ທ່ານຮູ້ວ່າ ຣິດອຳນາດອັນໃຫຍ່ມະຫາສານຂອງພຣະອົງ ເຊິ່ງທຳການຢູ່ພາຍໃນເຮົາ ຜູ້ທີ່ເຊື່ອ, ຄວາມຍິ່ງໃຫ່ຍນີ້ ເທົ່າກັບຂະຫນາດຄວາມແຫ່ງຣິດທານຸພາບ ອັນໃຫຍ່ຫລວງຂອງພຣະອົງ.
\v 20 ຄືຣິດເດດທີ່ກະທຳໃນພຣະຄຣິດເຈົ້າ ເມື່ອພຣະເຈົ້າຄືນພຣະຊົນ ຂຶ້ນມາຈາກຄວາມຕາຍ ແລະຊົງໃຫ້ ປະທັບທີ່ເບື້ອງຂວາພຣະຫັດ ຂອງພຣະເຈົ້າໃນສະຫວັນສະຖານ.
\v 21 ຜູ້ມີອຳນາດ, ຜູ້ມີຣິດເດດ, ຜູ້ມີອານຸພາບ ແລະ ເຫນືອກວ່ານາມຊື່ທັງປວງ ທີ່ເອີ່ຍຂຶ້ນ ພຣະອົງຊົງຕັ້ງພຣະຄຣິດໄວ້ ບໍ່ແມ່ນສະເພາະໃນສະໄຫມນີ້ເທົ່ານັ້ນ, ແຕ່ວ່າໃນສະໄຫມທີ່ຈະມາເຖິງດ້ວຍ.
\s5
\v 22 ພຣະເຈົ້າ ຊົງກະທຳໃຫ້ທຸກສິ່ງຢູ່ໃຕ້ພຣະບາດຂອງພຣະຄຣິດເຈົ້າ ແລະ ກະທຳໃຫ້ພຣະອົງເປັນປະມຸກ ເຫນືອສິ່ງສາຣະພັດໃນຄຣິສຕະຈັກ.
\v 23 ຊຶ່ງເປັນພຣະກາຍ ຂອງພຣະອົງເປັນຄວາມບໍຣິບູນ ດ້ວຍພຣະອົງຜູ້ຊົງເຕີມເຕັມທຸກສິ່ງໃນທຸກທາງ.
\s5
\c 2
\cl ບົດທີ 2
\p
\v 1 ແລະສ່ວນທ່ານນັ້ນ, ທ່ານໄດ້ຕາຍແລ້ວຝ່າຍວິນຍານ ຍ້ອນຄວາມບໍ່ເຊື່ອຟັງ ແລະ ເຮັດບາບນາໆປະການຂອງທ່ານ.
\v 2 ຄັ້ງຫນຶ່ງພວກເຈົ້າເຄີຍປະຕິບັດສິ່ງເຫຼົ່ານີ້ ຕາມຍຸກສະໃຫມຂອງໂລກ. ທ່ານໄດ້ດຳເນີນຊີວິດຕາມຜູ້ທີ່ມີຣິດອຳນາດປົກຄອງ ຢູ່ໃນຍ່ານອາກາດ, ວິນຍານຊຶ່ງຄອບງວຳ ຢູ່ທ່າມກາງຜູ້ທີ່ບໍ່ເຊື່ອຟັງ.
\v 3 ຄັ້ງຫນຶ່ງພວກເຮົາທຸກຄົນກໍເຄີຍດຳເນີນຊີວິດທ່າມກາງຄົນເຫລົ່ານີ້, ຊຶ່ງກະທຳຕາມຄວາມປາຖະໜາຊົ່ວຕາມທຳມະຊາດເນື້ອຫນັງຂອງພວກເຮົາ, ແລະ ເຮົາໄດ້ກະທຳຕາມຄວາມຕ້ອງການຂອງເນື້ອຫນັງ ແລະ ຄວາມຄິດ. ເຮົາຈຶ່ງເປັນຜູ້ທີ່ຕອ້ງຖືກລົງໂທດ ເຊັ່ນດຽວກັບຄົນອື່ນໆ.
\s5
\v 4 ແຕ່ດ້ວຍພຣະເຈົ້າ ຊົງກະລຸນາປານີ ດ້ວຍຄວາມເມດຕາ ເພາະຄວາມຮັກອັນຍິ່ງໃຫ່ຍ ທີ່ພຣະອົງຊົງຮັກພວກເຮົາ.
\v 5 ໃນຂະນະທີ່ພວກເຮົາຕາຍແລ້ວຍ້ອນຄວາມບໍ່ເຊື່ອຟັງ, ພຣະອົງຊົງນຳພວກເຮົາ ມາສູ່ຊີວິດໃຫມ່ດ້ວຍກັນກັບພຣະຄຣິດເຈົ້າ - ທີ່ພວກເຮົາໄດ້ຮັບຄວາມລອດໄດ້ນັ້ນໂດຍພຣະຄຸນ.
\v 6 ພຣະເຈົ້າເຮັດໃຫ້ເຮົາເປັນຄືນມາດ້ວຍກັນ ແລະ ນັ່ງດ້ວຍກັນກັບພຣະຄຣິດ ໃນສະຫວັນສະຖານ.
\v 7 ພຣະອົງທຳເຊັ່ນນັ້ນ ເພື່ອວ່າພຣະອົງຈະໄດ້ຊົງສຳແດງເຫັນເຖິງພຣະຄຸນອັນອຸດົມເຫລືອລົ້ນ ທີ່ຈະມາເຖິງ ທັ້ງນີ້ໂດຍທາງພຣະເມດຕາຂອງພຣະອົງທີ່ສະແດງແກ່ເຮົາທັງຫລາຍໃນພຣະເຢຊູຄຣິດເຈົ້າ.
\s5
\v 8 ດ້ວຍວ່າພຣະຄຸນຂອງພຣະເຈົ້າ, ພວກເຈົ້າທັງຫລາຍຈຶ່ງໄດ້ຮັບຄວາມລອດ ໂດຍຜ່ານທາງຄວາມເຊື່ອ ແລະ ສິ່ງເຫລົ່ານີ້ ບໍ່ໄດ້ເກີດຈາກຕົວພວກເຈົ້າເຮັດເອງ, ແຕ່ເປັນຂອງປະທານຈາກພຣະເຈົ້າ.
\v 9 ບໍ່ແມ່ນໄດ້ມາຍ້ອນການປະຕິບັດ ຂອງພວກເຈົ້າເອງ ແລະ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ຫນຶ່ງໂອ້ອວດໄດ້.
\v 10 ເຮົາທັງຫລາຍຄື ສີພຣະຫັດຂອງພຣະອົງ, ທີ່ຊົງສ້າງຂຶ້ນໃນພຣະເຢຊູຄຣິດເຈົ້າ ເພື່ອໃຫ້ປະກອບການດີ ຊຶ່ງພຣະເຈົ້າໄດ້ຊົງຈັດຕຽມລ່ວງຫນ້າໄວ້ກ່ອນແລ້ວ, ເພື່ອໃຫ້ເຮົາທັງຫລາຍໄດ້ປະຕິບັດຕາມ.
\s5
\v 11 ເຫດສະນັ້ນ ພວກເຈົ້າຊົງລະນຶກໄວ້ວ່າ ເມື່ອກ່ອນທ່ານເປັນຄົນຕ່າງຊາດໃນຝ່າຍເນື້ອຫນັງ. ພວກເຮົາຖືກເອີ້ນວ່າ, “ຝ່າຍບໍ່ຮັບພິທີຕັດ” ຈາກພວກຝ່າຍ “ຝ່າຍຮັບພິທີຕັດ” ໂດຍມືຂອງມະນຸດ.
\v 12 ເມື່ອກ່ອນນັ້ນພວກທ່ານ ຖືກແຍກອອກຈາກພຣະຄຣິດເຈົ້າ. ທ່ານເປັນຄົນຕ່າງຊາດ ສຳລັບຊາວອິດສະຣາເອນ. ເປັນຄົນແປກຫນ້າ ນອກພັນທະສັນຍາ ທີ່ປະກອບດ້ວຍພຣະສັນຍາ. ພວກເຈົ້າຈຶ່ງບໍ່ມີອະນາຄົດແນ່ນອນ ແລະ ຢູ່ໃນໂລກຢ່າງຄົນທີ່ປາສະຈາກພຣະເຈົ້າ.
\s5
\v 13 ແຕ່ບັດນີ້ໂດຍສະເພາະ ພຣະເຢຊູຄຣິດເຈົ້າ ພວກເຮົາຊຶ່ງຄັ້ງຫນຶ່ງເຄີຍຢູ່ຫ່າງໄກຈາກພຣະເຈົ້າ ຖືກນຳເຂົ້າມາໃກ້ແລ້ວ ໂດຍຜ່ານທາງພຣະໂລຫິດ ຂອງພຣະຄຣິດເຈົ້າ.
\v 14 ເພາະວ່າພຣະອົງຊົງ ເປັນອົງສັນຕິສຸກ ຂອງເຮົາທັງຫລາຍ ຜູ້ຊົງ ກະທຳໃຫ້ທັງສອງຝ່າຍ ເຂົ້າເປັນພວກດຽວກັນໄດ້. ໂດຍເນື້ອຫນັງຂອງພຣະອົງເອງ ພຣະອົງຊົງທຳລາຍກຳແພງ ແຫ່ງຄວາມແຕກແຍກທີ່ຂວາງກັ້ນເຮົາໄວ້.
\v 15 ນັ້ນຄື ພຣະອົງໄດ້ຊົງຍົກເລີກບັນຊີ ແລະ ກົດບັນຍັດຕ່າງໆ ເພື່ອຈະໄດ້ສ້າງຄົນໃຫມ່ ຄົນ ດຽວຂື້ນໃນພຣະອົງ, ແລະ ພຣະອົງຊົງສ້າງສັນຕິສຸກ.
\v 16 ພຣະຄຣິດເຈົ້າ ໃຫ້ຄົນທັງສອງພວກໄດ້ຄືນດີ ກາຍເປັນກາຍອັນດຽວກັນສຳລັບພຣະເຈົ້າ ໂດຍທາງໄມ້ກາງແຂນນັ້ນ ພຣະອົງໄດ້ກຳຈັດຄວາມເປັນສັດຕຣູກັນໃຫ້ສູນສິ້ນໄປ.
\s5
\v 17 ພຣະເຢຊູເຈົ້າໄດ້ມາ ແລະ ໄດ້ປະກາດສັນຕິສຸກໃຫ້ພວກເຮົາ ທັງຜູ້ຢູ່ຫ່າງໄກ ແລະ ຜູ້ທີ່ຢູ່ໃກ້ກັບພຣະເຈົ້າ.
\v 18 ໂດຍທາງພຣະເຢຊູຄຣິດເຈົ້າທັງສອງພວກສາມາດເຂົ້າມາເຝົ້າພຣະບິດາເຈົ້າ ໂດຍພຣະວິນຍານອົງດຽວກັນ.
\s5
\v 19 ເຫດສະນັ້ນ, ເຈົ້າທັງຫລາຍ ຊຶ່ງເປັນຄົນຕ່າງຊາດ ຈຶ່ງບໍ່ແມ່ນຄົນແປກຫນ້າ ແລະ ຕ່າງດ້າວຕ່າງແດນອີກຕໍ່ໄປ. ແຕ່ພວກເຈົ້າ ຄືໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະ ເປັນສະມະຊິກໃນຄອບຄົວຂອງພຣະເຈົ້າ.
\v 20 ພວກເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ, ແລະພຣະເຢຊູຄຣິດເຈົ້າເອງ ຊົງເປັນຫີນເສົາເອກ.
\v 21 ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະຫນິດກັນດີ ແລະ ຈະເຣີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ.
\v 22 ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນ ໃຫ້ເປັນທີ່ສະຖິດ ຂອງພຣະເຈົ້າ ໂດຍພຣະວິນຍານເຫມືອນກັນ.
\s5
\c 3
\cl ບົດທີ 3
\p
\v 1 ເພາະເຫດນີ້, ຂ້າພະເຈົ້າ ຄືໂປໂລ, ຜູ້ຖືກເປັນນັກໂທດຂອງພຣະຄຣິດເຈົ້າ ເພື່ອເຫັນແກ່ພວກເຈົ້າທີ່ເປັນຄົນຕ່າງຊາດ.
\v 2 ຂ້າພະເຈົ້າຄິດວ່າ ພວກເຈົ້າຄົງໄດ້ຍິນ ເຖິງກິຈະກຳແຫ່ງພຣະຄຸນຂອງພຣະເຈົ້າ ຊຶ່ງພຣະອົງຊົງໄດ້ມອບຫມາຍພາຣະກິດນີ້ໃຫ້ ຂ້າພະເຈົ້າ ເພື່ອພວກເຈົ້າ.
\s5
\v 3 ຂ້າພະເຈົ້າ ຂຽນເຖິງທ່ານຕາມການສຳແດງທີ່ຂ້າພະເຈົ້າໄດ້ຮັບນີ້ ຄືຄວາມຈິງທີ່ປິດບັງຢູ່ ຊຶ່ງຂ້າພະເຈົ້າໄດ້ຂຽນໄວ້ຢ່າງຫຍໍ້ໆໃນຈົດຫມາຍອີກສະບັບ.
\v 4 ເມື່ອທ່ານ ຈະອ່ານເບິ່ງແລ້ວ, ທ່ານກໍຈະສາມາດເຂົ້າໃຈ ເຖິງຄວາມເຂົ້າໃຈ ຂອງຂ້າພະເຈົ້າ ກ່ຽວກັບຄວາມຈິງເລື່ອງ ພຣະຄຣິດເຈົ້າ ທີ່ເລິກລັບໄວ້ນັ້ນ.
\v 5 ຊຶ່ງໃນສະໄຫມກ່ອນ ຄວາມຈິງເລື່ອງນີ້ ບໍ່ໄດ້ສຳແດງໃຫ້ແກ່ມະນຸດຄົນໃດ. ແຕ່ບັດນີ້ ໄດ້ເປີດເຜີຍໂດຍທາງ ພຣະວິຍານແກ່ບັນດາອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ ຂອງພຣະອົງແລ້ວ.
\s5
\v 6 ຄວາມຈິງທີ່ປິດບັງຢູ່ນີ້ໄດ້ແກ່ ຄົນຕ່າງຊາດ ໄດ້ເປັນຜູ້ຮັບມໍຣະດົກ, ແລະ ຮ່ວມກັນກັບສະມາຊິກຂອງພຣະກາຍອັນດຽວກັນ, ແລະ ເປັນຜູ້ໄດ້ຮັບສ່ວນແບ່ງຕາມພຣະສັນຍາ ໃນພຣະເຢຊູຄຣິດເຈົ້າ ໂດຍທາງຂ່າວປະເສີດ.
\v 7 ໄດ້ມາ ເປັນຜູ້ຮັບໃຊ້ຂ່າວປະເສີດນີ້ ຕາມຂອງປະທານ ແຫ່ງພຣະຄຸນຂອງພຣະເຈົ້າ ຊຶ່ງໂຜດປະທານແກ່ຂ້າພະເຈົ້າ ທາງກິຈະການທີ່ກະທຳດ້ວຍຣິດອຳນາດຂອງພຣະອົງ.
\s5
\v 8 ພຣະເຈົ້່າໄດ້ຊົງມອບຂອງປະທານນີ້ແກ່ຂ້າພະເຈົ້າ, ແມ່ນວ່າຈະເປັນຜູ້ ເລັກນ້ອຍທີ່ສຸດ ໃນບັນດາຄົນທີ່ບໍຣິສຸດຂອງພຣະເຈົ້າ. ຂອງປະທານນີ້ເພື່ອໃຫ້ຂ້າພະເຈົ້າຄວນປະກາດຂ່າວປະເສີດ ແກ່ຄົນຕ່າງຊາດ ເຖິງຄວາມບໍຣິບູນຂອງພຣະຄຣິດເຈົ້່າ ຊຶ່ງບໍ່ສາມາດສືບຄົ້ນໄດ້.
\v 9 ຂອງປະທານຈາກພຣະເຈົ້າ ເພື່ອໃຫ້ຂ້າພະເຈົ້າເປີດເຜີຍໃຫ້ ຄົນທັງປວງເຫັນແຈ້ງເຖິງແຜນການອັນລັບເລິກ ຂອງພຣະເຈົ້າ ຄືແຜນການທີ່ຊຶ່ງໄດ້ເຊື່ອງຊ້ອນໄວ້ທຸກຍຸກທຸກສະໄຫມມາແລ້ວໂດຍພຣະເຈົ້າ, ຜູ້ຊົງສ້າງສັພະທຸກສິ່ງ.
\s5
\v 10 ແຜນການນີ້ ເພື່ອໃຫ້ບັນດາຜູ້ຄອບຄອງ ແລະ ຜູ້ມີອຳນາດ ໃນສະຫວັນສະຖານ ໄດ້ຮູ້ເຖິງພຣະສະຕິປັນຍາອັນສັບຊ້ອນ ຂອງພຣະເຈົ້າ ໂດຍທາງຄຣິສຕະຈັກ.
\v 11 ສິ່ງນີ້ຈະເກີດຕາມແຜນການ ນິຣັນດອນ ຊຶ່ງພຣະອົງຊົງກະທຳສຳເຣັດ ໂດຍທາງ ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 12 ເພາະໃນພຣະຄຣິດເຈົ້ານັ້ນ, ພວກເຮົາສາມາດເຂົ້າມາເຝົ້າໄດ້ ດ້ວຍຄວາມຫມັ້ນໃຈ ເພາະເຫດຄວາມເຊື່ອໃຈໃນພຣະອົງ.
\v 13 ເຫດສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮ້ອງພວກເຈົ້າວ່າ ຢ່າທໍ້ຖອຍໃຈ ຍ້ອນຂ້າພະເຈົ້າຖືກທົນທຸກລຳບາກ ເພື່ອພວກເຈົ້າ, ນັ້ນຄືກຽດຕິຍົດ ຂອງພວກເຈົ້າເອງ.
\s5
\v 14 ເພາະເຫດນີ້ ຂ້າພະເຈົ້າຈຶ່ງຄຸເຂົ່າລົງ ຕໍ່ຫນ້າພຣະບິດາເຈົ້າ.
\v 15 ຜູ້ຊົງເປັນຕົ້ນແບບຂອງການເອີ້ນຊື່ ສຳລັບທຸກໆ ຄອບຄົວໃນສະຫວັນ ແລະ ເທິງແຜ່ນດິນໂລກ.
\v 16 ຂ້າພະເຈົ້າ ພາວັນນາອະທິຖານ ຂໍພຣະອົງ ຊົງໂຜດກະທຳໃຫ້ພວກທ່ານ ເຂັ້ມແຂງ ຕາມຂະຫນາດຄວາມອຸດົມສົມບູນ ແຫ່ງພຣະສະຫງ່າຣາສີຂອງພຣະອົງ ດ້ວຍຣິດເດດ ຜ່ານທາງພຣະວິຍານ ຂອງພຣະອົງ, ຜູ້ຊົງສະຖິດພາຍໃນພວກເຈົ້າ.
\s5
\v 17 ຂ້າພະເຈົ້າອະທິຖານ ໃຫ້ພຣະຄຣິດເຈົ້າ ສະຖິດຢູ່ໃນຈິດໃຈຂອງພວກທ່ານ ໂດຍທາງຄວາມເຊື່ອ, ຂ້າພະເຈົ້າອະທິຖານຂໍໃຫ້ວາງຮາກ ແລະ ປັກຫລັກລົງ ຢ່າງຫມັ້ນຄົງ ໃນຄວາມຮັກຂອງພຣະອົງ.
\v 18 ຂໍໃຫ້ພວກເຈົ້າ ຢູ່ໃນຄວາມຮັກຂອງພຣະອົງ ເພື່ອພວກເຈົ້າຈະໄດ້ເຂົ້າໃຈ, ພ້ອມກັບຜູ້ເຊື່ອ ທັງປວງວ່າ ແມ່ນຫຍັງ ຄື ຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກ ແຫ່ງຄວາມຮັກ ຂອງພຣະຄຣິດເຈົ້າ.
\v 19 ແລະ ເພື່ອທ່ານຈະເຂົ້າໃຈຄວາມຍິ່ງໃຫ່ຍ ແຫ່ງຄວາມຮັກ ຂອງພຣະຄຣິດເຈົ້າ, ຊຶ່ງເກີນຄວາມຮູ້, ແລະ ເພື່ອເຈົ້າທັງຫລາຍ ຈະໄດ້ຮັບຄວາມເຕັມບໍຣິບູນ ຂອງພຣະເຈົ້າ.
\s5
\v 20 ບັດນີ້ ແດ່ພຣະອົງ ຜູ້ຊົງຣິດສາມາດກະທຳທຸກສິ່ງໄດ້ຫຼວງຫຼາຍມະຫາສານ ເກີນກວ່າ ທີ່ພວກເຮົາຈະຂໍ ຫລື ຄິດໄດ້ ຕາມຣິດອຳນາດ ທີ່ກະທຳກິດຢູ່ພາຍໃນ ຕົວຂອງພວກເຮົາ.
\v 21 ມີແດ່ພຣະອົງໃນຄຣິສຕະຈັກ ແລະ ໃນພຣະເຢຊູຄຣິດເຈົ້າທຸກຍຸກທຸກສະໄຫມ ຕະຫລອດໄປເປັນນິດເທີ້ນ ອາແມນ.
\s5
\c 4
\cl ບົດທີ 4
\p
\v 1 ເຫດສະນັ້ນ, ຂ້າພະເຈົ້າ ໃນຖານະຜູ້ຖືກຄຸກ ເພື່ອອົງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈຶ່ງຂໍຮ້ອງພວກທ່ານວ່າ, ຈົ່ງດຳເນີນໃຫ້ສົມກັບໄດ້ຖືກຊົງເອີ້ນ ຊຶ່ງພວກເຈົ້າເອງໄດ້ຮັບນັ້ນ.
\v 2 ຈົ່ງດຳເນີນຊີວິດດ້ວຍຄວາມຖ່ອມໃຈ ອ່ອນສຸພາບ ແລະ ຄວາມອົດທົນ, ຈົ່ງຍອມຮັບ ຊຶ່ງກັນແລະກັນ ດ້ວຍຄວາມຮັກ.
\v 3 ເພື່ອຮັກສາຄວາມເປັນນໍ້າຫນຶ່ງໃຈດຽວກັນ ຂອງພຣະວິນຍານ ໂດຍມີສັນຕິພາບເປັນເຄື່ອງຜູກມັດ.
\s5
\v 4 ມີຮ່າງກາຍດຽວ ແລະ ມີພຣະວິນຍານອົງດຽວ, ເຫມືອນກັບພວກເຈົ້າໄດ້ຊົງເອີ້ນໃຫ້ເຂົ້າມາໃນ ຄວາມເຊື່ອຫມັ້ນ ທີ່ເຕັມໄປດ້ວຍຄວາມຫວັງດຽວ ໃນການຊົງເອີ້ນ ຂອງພວກທ່ານເທົ່ານັ້ນ.
\v 5 ແລະ ມີອົງພຣະຜູ້ເປັນເຈົ້າອົງດຽວ, ມີຄວາມເຊື່ອດຽວ ແລະ ມີບັບຕິສະມາດຽວ.
\v 6 ແລະ ມີພຣະເຈົ້າອົງດຽວ ຄືພຣະບິດາເຈົ້າຂອງຄົນ ທັງປວງ ພຣະອົງຊົງຄອບຄອງຢູ່ເຫນືອທຸກສິ່ງ, ຜ່ານທາງທຸກສິ່ງ ແລະ ຢູ່ໃນທຸກສິ່ງ.
\s5
\v 7 ພວກເຮົາແຕ່ລະຄົນ ໄດ້ຮັັບຂອງປະທານຢ່າງຫນຶ່ງຕາມຂະຫນາດຂອງປະທານຂອງພຣະຄຣິດເຈົ້າ.
\v 8 ເຫມືອນທີ່ພຣະຄັມໄດ້ກ່າວເອົາໄວ້ວ່າ, “ເມື່ອພຣະອົງໄດ້ສະເດັດຂຶ້ນໄປເຖິງທີ່ສູງສຸດແລ້ວ, ໄດ້ຊົງນຳບັນດາ ພວກຊະເລີຍເຂົ້າໄປໃນທີ່ຄຸກ ພຣະອົງໄດ້ປະທານ ຂອງປະທານຕ່າງໆໃຫ້ແກ່ຜູ້ຄົນ.”
\s5
\v 9 ແມ່ນຫຍັງຄືຄວາມຫມາຍຄຳກ່າວວ່າ, “ພຣະອົງໄດ້ສະເດັດຂຶ້ນເມືອ”, ນອກຈາກວ່າ ການທີ່ພຣະອົງໄດ້ສະເດັດລົງໄປສູ່ເບື້ອງຕໍ່າ ຂອງແຜ່ນດິນໂລກແລ້ວ?
\v 10 ພຣະອົງຜູ້ສະເດັດລົງໄປນັ້ນ ກໍຄືພຣະອົງຜູ້ທີ່ໄດ້ ສະເດັດຂຶ້ນເມືອສູ່ທີ່ສູງເຫນືອ ຟ້າສະຫວັນທັງປວງ, ພຣະອົງກະທຳເຊັ່ນນີ້ ເພື່ອພຣະອົງ ຈະຊົງສາມາດເຮັດໃຫ້ທຸກສິ່ງ ບໍຣິບູນໄດ້.
\s5
\v 11 ພຣະຄຣິດເຈົ້າ ໄດ້ມອບຂອງປະທານເຫລົ່ານີ້ ຄືອັກຄະສາວົກ, ເປັນຜູ້ປະກາດພຣະທຳ, ເປັນຜູ້ປະກາດຂ່າວປະເສີດ ແລະ ເປັນສິດຍາພິບານ ແລະ ຄູສາສະຫນາ.
\v 12 ພຣະອົງກະທຳເພື່ອເສີມສ້າ ງຄົນທີ່ບໍຣິສຸດຂອງພຣະອົງໃຫ້ພ້ອມສຳລັບການງາານ ແຫ່ງການເປັນຜູ້ຮັບໃຊ້, ເພື່ອເສີມສ້າງພຣະກາຍຂອງພຣະຄຣິດເຈົ້າ.
\v 13 ພຣະອົງ ກຳລັງກະທຳສິ່ງນີ້ ເພື່ອສ້າງພຣະກາຍຂອງພຣະອົງ ຈົນກວ່າພວກເຮົາທຸກຄົນ ຈະບັນລຸເຖິງ ຄວາມເປັນນໍ້າຫນຶ່ງໃຈດຽວກັນ ໃນຄວາມເຊື່ອ ແລະ ໃນຄວາມຮູ້ເຖິງເລື່ອງ ພຣະບຸດຂອງພຣະເຈົ້າ, ແລະ ພວກເຮົາ ຈະເປັນຄົນຜູ້ໃຫຍ່ເຫມືອນກັນກັບ ຄົນເຫລົ່ານັ້ນ ທີ່ໄດ້ບັນລຸເຖິງຄວາມສົມບູນຂອງພຣະຄຣິດເຈົ້າແລ້ວ.
\s5
\v 14 ທັ້ງນີ້ ພຣະຄຣິດເຈົ້າເສີມສ້າງ ພວກເຮົາ ເພື່ອພວກເຮົາຈະບໍ່ເປັນເຫມືອນ ເດັກນ້ອຍອີກຕໍ່ໄປ ເພື່ອພວກເຮົາຈະບໍ່ຕ້ອງຖືກເຮັດໃຫ້ພັດໄປມາ ແລະ ຫັນເຫ ໄປຕາມລົມ ແຫ່ງຄຳສັ່ງສອນທຸກຢ່າງ ແລະ ດ້ວຍກົນອຸບາຍຂອງຄົນ ທີ່ສະຫລາດ ໃນການຫຼອກຫລວງຂອງເຂົາ.
\v 15 ແຕ່ໃຫ້ພວກເຮົາຢຶດເອົາຄວາມຈິງດ້ວຍຄວາມຮັກ, ແລະ ເຕີບໂຕຂຶ້ນທຸກທາງ ເພື່ອເຂົ້າສະຫນິດໃນພຣະອົງ ຜູ້ເປັນກຽດຕິຍົດ ຄື ພຣະຄຣິດເຈົ້າ.
\v 16 ພຣະຄຣິດເຈົ້າ ເປັນຜູ້ປະສານຮ່າງກາຍທັງສິ້ນ, ແລະ ຮວບຮວມເອົາບັນດາຜູ້ເຊື່ອ ທັງຫລາຍເຂົ້າດ້ວຍຮ່າງກາຍນີ້ ຕິດສະຫນິດ ແລະ ຜູກພັນກັນ, ໂດຍທຸກໆຂໍ້ຕໍ່ ແລະ ເສັ້ນເອັນທຸກເສັ້ນ ເພື່ອທັງຮ່າງກາຍ ທີ່ໄດ້ຈະເຕີບໂຕ ແລະ ສ້າງຕົນເອງຂຶ້ນດ້ວຍຄວາມຮັກ.
\s5
\v 17 ເຫດສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍກ່າວ ແລະ ຊີ້ແຈງໃຫ້ພວກເຈົ້າໃນອົງພຣະຜູ້ເປັນເຈົ້າວ່າ, ພວກເຈົ້າທັງຫລາຍ ຢ່າດຳເນີນຊີວິດຕາມຢ່າງຄົນຕ່າງຊາດ ທີ່ມີຄວາມຄິດ ອັນໂງ່ອັນຫາປະໂຫຍດບໍ່ໄດ້ອີກຕໍ່ໄປ.
\v 18 ພວກເຂົາຖືກເຮັດໃຫ້ຄວາມຄິດມືດມົນໄປ. ພວກເຂົາຖືກເຮັດໃຫ້ຫ່າງຈາກ ຊີວິດຂອງພຣະເຈົ້າ ໂດຍຄວາມໂງ່ທີ່ຢູ່ໃນຕົວພວກເຂົາ ອັນເນື່ອງຈາກຫົວໃຈທີ່ແຂງກະດ້າງ.
\v 19 ພວກເຂົາບໍ່ມີຄວາມຮູ້ສຶກລະອາຍ ແລະ ພວກເຂົາປ່ອຍຕົວ ໄປໃນທາງໂລພາຕັນຫາ, ແລະ ດ້ວຍການປະພຶດທີ່ບໍ່ບໍຣິສຸດຢ່າງເກີນ ຄວນໃນທຸກແບບ.
\s5
\v 20 ແຕ່ນັ້ນບໍ່ແມ່ນວິທີ ທີ່ພວກເຈົ້າຈະຮຽນຮູ້ ກ່ຽວກັບພຣະຄຣິດເຈົ້າ ໃນລັກສະນະນີ້.
\v 21 ຂ້າພະເຈົ້າຖືວ່າພວກເຈົ້າ ໄດ້ຍິນເລື່ອງພຣະອົງແລ້ວ, ແລະ ຂ້າພະເຈົ້າຖືວ່າພວກເຈົ້າໄດ້ຮັບຄຳສັ່ງສອນ ເລື່ອງພຣະອົງ, ຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເຢຊູເຈົ້າ.
\v 22 ພວກເຈົ້າຈົ່ງຖອດຖິ້ມ ສິ່ງທີ່ເປັນໄປຕາມຄວາມປະພຶດເດີມ ຊຶ່ງເປັນຊີວິດເກົ່າ ຂອງພວກເຈົ້າ, ເພາະວ່າຕົວຕົນເກົ່າ ນັ້ນກຳລັງເສື່ອມສູນໄປ ເນື່ອງຈາກຄວາມປາຖະນາທີ່ຫລອກຫລວງ.
\s5
\v 23 ພວກເຈົ້າໄດ້ຖືກສັ່ງສອນ ເພື່ອຈະໄດ້ຮັບການປ່ຽນແປງໃຫມ່ ທັງໃນຈິດວິນຍານ ແລະ ຄວາມຄິດຂອງພວກເຈົ້າ,
\v 24 ແລະ ເພື່ອພວກເຈົ້າຈະໄດ້ສວມໃສ່ ຕົວຕົນຄົນໃຫມ່ ຊຶ່ງໄດ້ຖືກສ້າງຕາມພຣະລັກສະນະຂອງພຣະເຈົ້າ ແລະ ໄດ້ຮັັບການສ້າງຂຶ້ນໃນຄວາມຊອບທຳ ແລະ ຄວາມບໍຣິສຸດ ທີ່ແທ້ຈິງ.
\s5
\v 25 ດັ່ງນັ້ນ, ຈົ່ງເລີກໃສ່ໃຈສິ່ງທີ່ບໍ່ຈິງ, ແລະ ພວກເຈົ້າແຕ່ລະຄົນ ຈົ່ງເວົ້າແຕ່ຄວາມຈິງຕໍ່ເພື່ອນບ້ານຂອງຕົນ, ເພາະພວກເຮົາທຸກຄົນເປັນອະໄວຍະວະຂອງກັນ ແລະ ກັນ.
\v 26 ຄຽດຮ້າຍໄດ້ ແຕ່ຢ່າໃຫ້ຜິດບາບ. ຢ່າປອ່ຍໃຫ້ຕາເວັນຕົກດິນ ໄປໂດຍທີ່ພວກເຈົ້າຍັງຄຽດຢູ່.
\v 27 ຈົ່ງຢ່າໃຫ້ທີ່ຢູ່ອາໃສແກ່ມານຊົ່ວຮ້າຍ.
\s5
\v 28 ໃຜທີ່ເຄີຍຂີ້ລັກ ກໍຢ່າລັກອີກຕໍ່ໄປ. ແຕ່ໃຫ້ທຸ້ມເທລົງມືເຮັດວຽກຫນັກດີກວ່າ, ທຳງານທີ່ເປັນປະໂຫຍດດ້ວຍເຫື່ອແຮງຂອງເຂົາ, ເພື່ອເຂົາຈະສາມາດແບ່ງປັນ ໃຫ້ກັບຄົນອຶ່ນທີ່ຍາກຈົນໄດ້.
\v 29 ຢ່າໃຫ້ມີຄຳຫຍາບຊ້າ ອອກຈາກປາກຂອງພວກເຈົ້າ, ແຕ່ໃຫ້ໃຊ້ຖ້ອຍຄຳທີ່ເວົ້າອອກມານັ້ນ ເກີດປະໂຫຍດເຫມາະສົມຕໍ່ຄວາມຈຳເປັນ, ເປັນຖ້ອຍຄຳເວົ້າທີ່ໃຫ້ຜົນດີ ຕໍ່ຜູ້ກຳລັງໄດ້ຍິນຢູ່ນັ້ນ.
\v 30 ແລະ ຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າ ຂອງພຣະເຈົ້າເສັຍພຣະໄທ, ເພາະໂດຍພຣະວິນຍານນັ້ນ ພວກເຈົ້າທັງຫລາຍ ໄດ້ຮັບການປະທັບຕາໄວ້ ເພື່ອວັນແຫ່ງຊົງໄຖ່.
\s5
\v 31 ພວກເຈົ້່ຕ້ອງຖີ້ມ ຄວາມຂົມຂື່ນທຸກຢ່າງ, ຄວາມຄຽດຮ້າຍ, ຄວາມຄຽດແຄ້ນ, ການຜິດຖຽງກັນ ແລະ ການກ່າວສຽດສີຕ່າງໆ ພ້ອມກັບຄວາມຊົ່ວ ໃນທຸກຮູບແບບ.
\v 32 ຈົ່ງມີໃຈເມດຕາຕໍ່ກັນ, ຈົ່ງມີຫົວໃຈອ່ອນສຸພາບ, ຈົ່ງຍົກໂທດໃຫ້ກັນ ແລະກັນ ເຫມືອນດັ່ງທີ່ພຣະເຈົ້າໃນພຣະຄຣິດເຈົ້າ ໄດ້ຍົກໂທດໃຫ້ແກ່ພວກເຈົ້າ.
\s5
\c 5
\cl ບົດທີ 5
\p
\v 1 ເພາະສະນັ້ນ ໃນຖານະທີ່ເປັນບຸດທີ່ຮັກຂອງພຣະເຈົ້າ, ຈົ່ງເປັນຜູ້ຕາມແບບພຣະເຈົ້າເທີ້ນ.
\v 2 ແລະ ຈົ່ງດຳເນີນຢູ່ໃນຄວາມຮັກ, ເຫມືອນດັ່ງທີ່ພຣະຄຣິດເຈົ້າ ໄດ້ຊົງຮັກເຮົາ ແລະ ຍອມເສຍສະຫລະພຣະອົງເອງໃຫ້ແກ່ເຮົາ, ພຣະອົງເປັນເຄື່ອງບູຊາ ແລະ ເຄື່ອງຖວາຍ ທີ່ມີກິ່ນຫອມຫວານ ທີ່ພຣະເຈົ້າພໍພຣະໄທ.
\s5
\v 3 ການກ່າວເຖິງເລື່ອງ ຄວາມປະພຶດຜິດສິນທຳທາງເພດ, ຄວາມບໍໍ່ບໍຣິສຸດ, ຫລືຄວາມໂລພາຕັນຫາໃດໆ, ຢ່າໃຫ້ມີຂື້ນທ່າມກາງພວກເຈົ້າເປັນເດັດຂາດ ເພາະສິ່ງເຫລົ່ານີ້ ບໍ່ສົມຄວນກັບເປັນຄົນບໍຣິສຸດ ຂອງພຣະເຈົ້າ.
\v 4 ທັງຢ່າກ່າວຄຳຫຍາບຊ້າ, ເລື່ອງບໍ່ມີແກ່ນສານ, ຫລື ເວົ້າຕະຫລົກຫລິ້ນ ຊຶ່ງເປັນການບໍ່ສົມຄວນ, ແຕ່ໃນທາງກັບກັນ ຄວນຈະເຕັມໄປດ້ວຍການຂອບພຣະຄຸນ.
\s5
\v 5 ເຈົ້າຈົ່ງຮູ້ແນ່ວ່າ ຜູ້ທີ່ຫລິ້ນຊູ້, ຄົນທີ່ບໍ່ບໍຣິສຸດ ຫລື ຜູ້ທີ່ໃຈໂລບ, ຂາບໄຫວ້ຮູບເຄົາຣົບ ຈະບໍ່ມີສິດໄດ້ຮັບມໍລະດົກ ໃນອານາຈັກ ຂອງພຣະຄຣິດເຈົ້າ ແລະ ຂອງພຣະເຈົ້າ.
\v 6 ຢ່າໃຫ້ຜູ້ໃດຫລອກລວງພວກເຈົ້າ ດ້ວຍຄຳເວົ້າ ອັນໄຮ້ປະໂຫຍດ ເພາະສິ່ງເຫລົ່ານີ້ ພຣະເຈົ້າຊົງຄຽດຮ້າຍ ຄົນທີ່ບໍ່ເຊື່ອຟັງພຣະອົງ.
\v 7 ດັ່ງນັ້ນ, ຢ່າໄປມີສ່ວນຮ່ວມໃດໆ ກັບຄົນເຫລົ່ານີ້ເລີຍ.
\s5
\v 8 ເມື່ອກ່ອນ ພວກເຈົ້າເຄີຍຢູ່ໃນຄວາມມືດ, ແຕ່ຕອນນີ້ພວກເຈົ້າໄດ້ ກາຍເປັນຄວາມສະຫວ່າງ ໃນອົງພຣະຜູ້ເປັນເຈົ້າແລ້ວ. ດ່ັ່ງນັ້ນ, ຈົ່ງດຳເນີນຢ່າງບຸດ ຂອງຄວາມສະຫວ່າງ.
\v 9 (ດ້ວຍວ່າ, ຜົນຂອງຄວາມສະຫວ່າງ ປະກອບດ້ວຍຄຸນຄວາມດີ, ຄວາມຊອບທັມ ແລະ ຄວາມຈິງທຸກປະການ)
\v 10 ແລະ ຈົ່ງຄົ້ນຫາສິ່ງໃດ ເປັນທີ່ພໍພຣະໄທ ຂອງອົງພຣະຜູ້ເປັນເຈົ້າ.
\v 11 ກັບການກະທຳ ຂອງຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ໃນທາງກັບກັນ ຈົ່ງເປີດເຜີຍການກະທຳ ເຫລົ່ານັ້ນ ໃຫ້ປະກົດ.
\v 12 ເພາະວ່າກິຈະການຂອງຄວາມມືດ ເຫລົ່ານີ້ທີ່ພວກເຂົາເຮັດໃນທີ່ລັບ ແມ່ນແຕ່ຈະເວົ້າເຖິງກໍຍັງເປັນການຫນ້າອາຍແລ້ວ.
\s5
\v 13 ແຕ່ທຸກສິ່ງເມື່ອຖືກເປີດເຜີຍອອກມາໂດຍຄວາມສະຫວ່າງ, ກໍເທົ່າກັບ ເຮັດໃຫ້ເປັນທີ່ປາກົດແຈ້ງ.
\v 14 ເພາະທຸກສິ່ງທີ່ເປີດເຜີຍ ກໍຢູ່ໃນຄວາມສະຫວ່າງ, ສະນັ້ນຈຶ່ງມີຄຳກ່າວວ່າ “ຈົ່ງຕື່ນຂື້ນຜູ້ທີ່ນອນຫລັບເອີຍ, ແລະ ຈົ່ງຟື້ນຂຶ້ນມາຈາກ ຄວາມຕາຍ ແລະ ອົງພຣະຄຣິດເຈົ້າ ຈະສ່ອງສະຫວ່າງໃສ່ເຈົ້າ.”
\s5
\v 15 ດັ່ງນັ້ນ ຈົ່ງລະວັງໃນການດຳເນີນຊີວິດ ຂອງພວກເຈົ້າ- ຢ່າເປັນໃຫ້ເຫມືອນ ຄົນໂງ່ບໍ່ມີປັນຍາ ແຕ່ໃຫ້ເປັນເຫມືອນມີປັນຍາ.
\v 16 ຈົ່ງໃຊ້ເວລາໃຫ້ເປັນປະໂຫຍດ ເພາະທຸກວັນນີ້ເປັນເວລາແຫ່ງຄວາມຊົ່ວຮ້າຍ.
\v 17 ຢ່າເປັນຄົນໂງ່ຈ້າ, ແຕ່ຈົ່ງເຂົ້າໃຈເຖີດວ່າ ສິ່ງໃດຄືນໍ້າພຣະໄທ ຂອງພຣະຜູ້ເປັນເຈົ້າ.
\s5
\v 18 ແລະ ຢ່າເມົາເຫລົ້າແວງ, ຊຶ່ງພາໃຫ້ເສັຍຄົນ ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ.
\v 19 ຈົ່ງສົນທະນາກັນດ້ວຍ ບົດເພງສັນຣະເສີນ ແລະ ບົດເພງຝ່າຍພຣະວິນຍານ, ຈົ່ງຮ້ອງເພງສັນຣະເສີນຖວາຍແດ່ອົງພຣະຜູ້ເປັນເຈົ້າ ດ້ວຍໃຈຂອງພວກເຈົ້າ.
\v 20 ຈົ່ງໂມທະນາ ຂອບພຣະຄຸນໃນທຸກໆສິ່ງຢູ່ສະຫມີ, ໂດຍພຣະນາມ ຂອງອົງພຣະເຢຊູຄຣິດເຈົ້າ ແດ່ພຣະເຈົ້າພຣະບິດາ.
\v 21 ຈົ່ງຍອມຟັງ ຊຶ່ງກັນແລະກັນ ດ້ວຍຄວາມຢໍາເກງໃນອົງພຣະຄຣິດເຈົ້າ.
\s5
\v 22 ຝ່າຍເມຍ, ຈົ່ງຍອມອ່ອນນ້ອມ ຕໍ່ຜົວຂອງຕົນ ເຫມືອນດັ່ງທີ່ຍອມອ່ອນນ້ອມ ຕໍ່ ອົງພຣະຜູ້ເປັນເຈົ້າ.
\v 23 ເພາະວ່າ ຜົວເປັນຫົວ ຂອງເມຍ ເຫມືອນພຣະຄຣິດເຈົ້າ ຊົງເປັນປະມຸກ ຂອງຄຣິສຕະຈັກ, ແລະ ພຣະຄຣິດເຈົ້າ ພຣະອົງເອງເປັນພຣະຜູ້ຊ່ວຍ.
\v 24 ແຕ່ເຫມືອນດັ່ງທີ່ຄຣິສຕະຈັກ ຢູ່ໃຕ້ພຣະຄຣິດເຈົ້າສັນໃດ, ກໍໃຫ້ເມຍຄວນຍອມອ່ອນນ້ອມ ຕໍ່ຜົວຂອງຕົນໃນທຸກສິ່ງສັນນັ້ນ.
\s5
\v 25 ຝ່າຍຜົວ, ຈົ່ງຮັກເມຍຂອງຕົນ, ເຫມືອນດັ່ງທີ່ພຣະຄຣິດເຈົ້າຊົງຮັກ ຄຣິສຕະຈັກ ແລະ ຊົງສະຫລະພຣະອົງເອງ ເພື່ອຄຣິສຕະຈັກ.
\v 26 ພຣະອົງຊົງເຮັດເຊັ່ນນີ້ ເພື່ອໃຫ້ຄຣິສຕະຈັກບໍຣິສຸດ, ເພາະພຣະອົງ ຊົງຊຳລະດ້ວຍນໍ້າ ກັບດ້ວຍຖ້ອຍຄຳ.
\v 27 ເພື່ອພຣະອົງນັ້ນ ຈະໄດ້ຮັບຄຣິສຕະຈັກ ທີ່ມີສະຫງ່າຣາສີບໍ່ມີຈຸດດ່າງພ້ອຍ ຫລື ຮອຍຫ່ຽວແຫ້ງ ແລະ ມົນທິນໃດໆ ແຕ່ບໍຣິສຸດ ແລະ ບໍ່ມີຕຳຫນິ.
\s5
\v 28 ໃນທຳນອງດຽວກັນ, ຜົວຄວນຮັກເມຍຂອງຕົນ ເຫມືອນດັ່ງຮັກຮ່າງກາຍຂອງຕົນເອງ. ຊາຍໃດ ທີ່ຮັກເມັຍຂອງຕົນ ຊາຍນັ້ນກໍຮັກຕົນເອງ.
\v 29 ເພາະບໍ່ມີຜູ້ໃດ ທີ່ກຽດຊັງຮ່າງກາຍຂອງຕົນເອງແຕ່ເຂົາຈະບຳລຸງລ້ຽງ ແລະ ຖະນຸຖະຫນອມຮ່າງກາຍຂອງເຂົາ ເຫມືອນດັ່ງທີ່ ພຣະຄຣິດເຈົ້າຊົງຮັກຄຣິສຕະຈັກ.
\v 30 ພວກເຮົາເປັນ ອະໄວຍະວະໃນພຣະກາຍຂອງພຣະອົງ.
\s5
\v 31 “ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈະລາຈາກພໍ່ແມ່ຂອງຕົນ ໄປຜູກພັນຢູ່ກັບເມັຍ, ແລະ ເຂົາທັງສອງ ຈະເປັນເນື້ອກາຍດຽວກັນ.”
\v 32 ເລື່ອງນີ້ເປັນຄວາມຈິງ ຍິ່ງໃຫຍ່ທີ່ເລິກລັບຢູ່ ແຕ່ຂ້າພະເຈົ້າກຳລັງ ຫມາຍເຖິງພຣະຄຣິດເຈົ້າ ກັບຄຣິສຕະຈັກ.
\v 33 ເຖິງຢ່າງໃດກໍດີ, ຜົວທຸກຄົນຈົ່ງຮັກເມັຍຂອງຕົນ ເຫມືອນດັ່ງຮັກຕົນເອງ ແລະ ເມັຍທຸກຄົນຈົ່ງເຄົາຣົບຢຳເກງຜົວຂອງຕົນ.
\s5
\c 6
\cl ບົດທີ 6
\p
\v 1 ຝ່າຍບຸດທັງຫລາຍ, ຈົ່ງນົບນ້ອມເຊື່ອຟັງບິດາມານດາຂອງຕົນ ໃນອົງພຣະຜູ້ເປັນເຈົ້າ, ເພາະເຮັດແນວນັ້ນເປັນການຖືກຕ້ອງ.
\v 2 "ຈົ່ງນັບຖືບິດາ ມານດາຂອງຕົນ" (ຊຶ່ງເປັນກົດບັນຍັດໃນຂໍ້ທຳອິດກັບພຣະສັນຍາໄວ້).
\v 3 "ເພື່ອເຈົ້າຈະຢູ່ເຢັນເປັນສຸກ ແລະ ມີອາຍຸຫມັ້ນຍືນໃນດິນແດນນີ້."
\s5
\v 4 ຝ່າຍພໍ່, ຢ່າເຮັດໃຫ້ລູກຂອງຕົນ ຂັດເຄືອງໃຈ. ແຕ່ຈົ່ງອົບຮົມສັ່ງສອນ ພວກເຂົາ ຕາມລະບຽບ ແລະ ຫລັກຄຳສັ່ງສອນທຸກຢ່າງ ຂອງອົງພຣະຜູ້ເປັນເຈົ້າ.
\s5
\v 5 ຝ່າຍຜູ້ທີ່ເປັນຄົນຮັບໃຊ້, ຈົ່ງຍອມເຊື່ອຟັງເຈົ້ານາຍຝ່າຍໂລກ ຂອງພວກເຈົ້າ ດ້ວຍຄວາມເຄົາຣົບ ຢ່າງເລິກເຊິງ ແລະ ດ້ວຍຄວາມຢຳເກງ, ໃນຄວາມຈິງໃຈ ທີ່ຊື່ຕົງ ຊົງເຊື່ອຟັງ ເຈົ້ານາຍຂອງຕົນ ເຫມືອນເຊື່ອຟັງ ພຣະຄຣິດເຈົ້າ.
\v 6 ຢ່າສູ່ເຮັດພຽງແຕ່ ເມື່ອຢູ່ຕໍ່ຫນ້າເຈົ້ານາຍ ເພາະຢາກໃຫ້ຖືກໃຈເພິ່ນ. ແຕ່ຈົ່ງເຮັດເຫມືອນດັ່ງເປັນຜູ້ຮັບໃຊ້ ຂອງພຣະຄຣິດເຈົ້າ ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ ດ້ວຍຄວາມເຕັມໃຈ.
\v 7 ຈົ່ງຮັບໃຊ້ດ້ວຍສຸດໃຈຂອງພວກເຈົ້າ, ໃຫ້ເຫມືອນກັບວ່າ ພວກເຈົ້າໄດ້ຮັບໃຊ້ອົງພຣະຜູ້ເປັນເຈົ້າ ແລະ ບໍ່ແມ່ນຮັບໃຊ້ມະນຸດ.
\v 8 ຈົ່ງຈົດຈຳໄວ້ວ່າ ຄວາມດີທຸກຢ່າງທີ່ແຕ່ລະຄົນເຮັດໄປນັ້ນ ຈະເປັນເຫດໃຫ້ເຂົາໄດ້ຮັບບຳເຫນັດຈາກພຣະຜູ້ເປັນເຈົ້າ ບໍ່ວ່າຈະເປັນຂ້ອຍໃຊ້ ຫລື ບໍ່ເປັນກໍຕາມ.
\s5
\v 9 ຝ່າຍພວກເປັນເຈົ້ານາຍ, ກໍຈົ່ງປະພຶດຕໍ່ຂ້ອຍໃຊ້ຂອງຕົນ ໃນທຳນອງດຽວກັນ. ຢ່າຂູ່ເຂັນພວກເຂົາ. ພວກເຈົ້າຊາບວ່າພຣະອົງຜູ້ເປັນທັງເຈົ້ານາຍຂອງພວກເຂົາ ແລະ ຂອງພວກເຈົ້າ ຊົງປະທັບຢູ່ໃນສະຫວັນ, ພວກເຈົ້າກໍຊາບວ່າພຣະອົງ ບໍ່ຊົງລຳອຽງເຂົ້າຂ້າງໃຜເລີຍ.
\s5
\v 10 ສຸດທ້າຍນີ້, ຈົ່ງມີກຳລັງເພີ່ມຂຶ້ນ ໃນອົງພຣະຜູ້ເປັນເຈົ້າ ແລະ ດ້ວຍພະລັງ ແຫ່ງອະນຸພາບຂອງພຣະອົງ.
\v 11 ຈົ່ງສວມ ຍຸດທະພັນ ຂອງພຣະເຈົ້າໃຫ້ຄົບຊຸດ, ເພື່ອວ່າ ພວກເຈົ້າຈະສາມາດ ຢືນຢັດຕໍ່ສູ້ກັບກົນອຸບາຍ ຂອງມານຮ້າຍໄດ້.
\s5
\v 12 ເພາະສົງຄາມຂອງພວກເຮົານັ້ນ ບໍ່ແມ່ນການຕໍ່ສູ້ກັບມະນຸດ ແລະ ທີ່ມີເລືອດເນື້ອ. ແຕ່ກົງກັນຂ້າມ, ມັນເປັນການຕໍ່ສູ້ກັບອຳນາດປົກຄອງຕ່າງໆ, ອຳນາດຂອງຝ່າຍວິນຍານ ແລະ ຜູ້ປົກຄອງໃນຄວາມມືດອັນຊົ່ວຮ້າຍ, ຕໍ່ສູ້ກັບເຫລົ່າວິນຍານຊົ່ວຮ້າຍ ໃນສະຖານຟ້າອາກາດ.
\v 13 ເຫດສະນັ້ນ ຈົ່ງໃສ່ຍຸດທະພັນ ຂອງພຣະເຈົ້າໃຫ້ຄົບຊຸດ, ເພື່ອພວກເຈົ້າທັງຫລາຍ ຈະສາມາດຢຶດຫມັ້ນຄົງໄດ້ ໃນການຕໍ່ສູ້ກັບສິ່ງຊົ່ວຮ້າຍ ໃນຍຸກທີ່ຊົ່ວຮ້າຍນີ້. ຫລັງຈາກພວກເຈົ້າເຮັດທຸກສິ່ງຄົບຖ້ວນແລ້ວ ພວກເຈົ້າຈະໄດ້ຢູ່ຢ່າງຫມັ້ນຄົງໄດ້.
\s5
\v 14 ເຫດສະນັ້ນ, ຈົ່ງຢືດຫມັ້ນ, ຈົ່ງເຮັດສິ່ງນີ້ ຫລັງຈາກທີ່ພວກເຈົ້າໄດ້ຄາດແອວ ແຫ່ງຄວາມຈິງ ແລະ ສວມເສື້ອເກາະແຫ່ງຄວາມຊອບທັມແລ້ວ.
\v 15 ຈົ່ງເຮັດສິ່ງນີ້ຫລັງຈາກທີ່ພວກເຈົ້າ ໄດ້ໃສ່ເກີບ ດ້ວຍການມີໃຈພ້ອມ ທີ່ຈະປະກາດຂ່າວປະເສີດແຫ່ງສັນຕິສຸກແລ້ວ.
\v 16 ຈົ່ງຍົກເອົາເຂນແຫ່ງຄວາມເຊື່ອ ເພື່ອພວກເຈົ້າ ສາມາດ ດັບ ລູກສອນໄຟຈາກມານຊົ່ວຮ້າຍໄດ້
\s5
\v 17 ແລະ ຈົ່ງຮັບເອົາຫມວກແຫ່ງຄວາມລອດ ແລະ ດາບແຫ່ງພຣະວິນຍານ, ຊຶ່ງກໍຄືພຣະທັມຂອງພຣະເຈົ້າ.
\v 18 ດ້ວຍທຸກຄຳພາວັນນາອະທິຖານ ແລະ ວິ້ງວອນ ໃນພຣະວິນຍານໃນທຸກເວລາດ້ວຍການອະທິຖານ. ແລະ ຄຳຂໍທຸກຢ່າງດ້ວຍທ່າທີເຊັ່ນນີ້ໃນໃຈ, ໃຫ້ເຝົ້າຣະວັງຢູ່ສະເຫມີດ້ວຍຄວາມພຽນພະຍາຍາມ, ແລະ ດ້ວຍການພາວັນນາອະທິຖານ ເພື່ອຜູ້ເຊື່ອທຸກຄົນ.
\s5
\v 19 ແລະ ຈົ່ງພາວັນນາອະທິຖານ ເພື່ອຂ້າພະເຈົ້າດ້ວຍ, ເພື່ອໃຫ້ມີຖ້ອຍຄຳສັ່ງສອນ ທຸກຄັ້ງທີ່ຂ້າພະເຈົ້າອອກປາກ. ຈົ່ງອະທິຖານເພື່ອໃຫ້ຂ້າພະເຈົ້າ ກ້າຫານໃນການກ່າວຂ່າວປະເສີດ,
\v 20 ຍ້ອນຂ່າວປະເສີດນີ້ແຫລະ ຂ້າພະເຈົ້າຈຶ່ງກາຍເປັນຣາຊທູດ ຜູ້ຕິດໂສ້ຢູ່, ເພື່ອຂ້າພະເຈົ້າໄດ້ມີໃຈກ້າຫານ ຈະປະກາດຂ່າວປະເສີດນັ້ນ, ຕາມສົມຄວນທີ່ຂ້າພະເຈົ້າຈະກ່າວ.
\s5
\v 21 ຕີຂີໂກ, ພີ່ນ້ອງທີ່ຮັກເອີຍ ແລະ ແຕ່ພວກເຈົ້າຈະໄດ້ຮັບຮູ້ເຖິງຄວາມເປັນຢູ່ ແລະ ສະຖານະການຂອງຂ້າພະເຈົ້າ ແລະ ຜູ້ຮັບໃຊ້ທີ່ສັດຊື່ ໃນອົງພຣະຜູ້ເປັນເຈົ້າ ຈະເລົ່າເລື່ອງທັງໝົດ ກ່ຽວກັບຂ້າພະເຈົ້າ ສູ່ພວກເຈົ້າຟັງທຸກຢ່າງ.
\v 22 ສະນັ້ນຂ້າພະເຈົ້າ ຈຶ່ງໃຊ້ລາວມາຫາພວກເຈົ້າ ເພື່ອແຈ້ງຈຸດປະສົງຂໍ້ນີ້, ຄືເພື່ອໃຫ້ໄດ້ຮູ້ເຖິງຂ່າວຄາວ ຂອງພວກເຂົາ ແລະ ໃຫ້ເຂົາຫນູນໃຈພວກເຈົ້າດ້ວຍ.
\s5
\v 23 ຂໍໃຫ້ສັນຕິສຸກ ຈົ່ງມີແກ່ພີ່ນ້ອງທຸກຄົນ, ພ້ອມທັງຄວາມຮັກ ແລະ ຄວາມເຊື່ອ ຈາກພຣະເຈົ້າພຣະບິດາເຈົ້າ ແລະ ອົງພຣະເຢຊູຄຣິດເຈົ້າດ້ວຍເທີ້ນ.
\v 24 ຂໍໃຫ້ ພຣະຄຸນຈົ່ງສະຖິດຢູ່ນຳທຸກຄົນທີ່ຮັກ ໃນອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາດ້ວຍຄວາມຮັກທີ່ບໍ່ມີວັນເສື່ອມສູນ.