lo_ulb/49-GAL.usfm

295 lines
57 KiB
Plaintext

\id GAL
\ide UTF-8
\h ຄາລາເຕຍ
\toc1 ຄາລາເຕຍ
\toc2 ຄາລາເຕຍ
\toc3 gal
\mt ຄາລາເຕຍ
\s5
\c 1
\cl ບົດທີ 1
\p
\v 1 ຂ້າພະເຈົ້າ ໂປໂລ, ຜູ້ເປັນອັກຄະສາວົກ - ຂ້າພະເຈົ້າບໍ່ໄດ້ຮັບການແຕ່ງຕັ້ງເປັນ ອັກຄະສາວົກ ຈາກມະນຸດຄົນໃດ ຫລື ຕົວແທນຂອງມະນຸດຄົນໃດ, ແຕ່ວ່າພຣະເຢຊູຄຣິດເຈົ້າ ພຣະບິດາເຈົ້າ, ຜູ້ຊົງບັນດານໃຫ້ພຣະເຢຊູຄືນຈາກຄວາມຕາຍໄດ້ ຊົງແຕ່ງຕັ້ງ.
\v 2 ແລະ ບັນດາພີ່ນ້ອງທັງຫມົດທີ່ຢູ່ນຳເຮົາ, ເຖິງຄຣິສຕະຈັກທັງຫລາຍຢູ່ໃນແຄ້ວນ ຄາລາເຕຍ:
\s5
\v 3 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າ ແລະ ພຣະເຢຊູຄຣິດເຈົ້າ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ,
\v 4 ຜຸ້ຊົງສະຫລະພຣະອົງເພາະບາບຂອງພວກເຮົາ ເພື່ອໂຜດພວກເຮົາໃຫ້ພົ້ນຈາກຍຸກອັນຊົ່ວຊ້າ ໃນປະຈຸບັນ, ນີ້ຕາມພຣະປະສົງຂອງພຣະເຈົ້າ ແລະ ພຣະບິດາຂອງເຮົາ.
\v 5 ຂໍຖວາຍກຽດຕິຍົດ ແດ່ພຣະອົງນັ້ນສືບໆໄປເປັນນິດ. ອາແມນ.
\s5
\v 6 ຂ້າພະເຈົ້າຮູ້ສຶກປະຫລາດໃຈຢ່າງຫລາຍ ທີ່ທ່ານທັງຫລາຍພາກັນປະຖິ້ມພຣະອົງຢ່າງຮີບດ່ວນ ພຣະອົງຊົງເອີ້ນພວກທ່ານມາ ດ້ວຍພຣະຄຸນຂອງພຣະຄຣິດເຈົ້າ. ແລະ ຂ້າພະເຈົ້າຮູ້ສຶກປະຫລາດໃຈທີ່ທ່ານຕ່າວຄືນໄປຫາຂ່າວອື່ນໆຢ່າງໄວວາ.
\v 7 ບໍ່ມີຂ່າວປະເສີດຢ່າງອື່ນອີກ, ແຕ່ມີບາງຄົນໄດ້ເຮັດໃຫ້ ພວກເຈົ້າວຸ້ນວາຍໃຈ ແລະ ຢາກຫາທາງປ່ຽນແປງຂ່າວປະເສີດ ເລື່ອງພຣະຄຣິດເຈົ້າ.
\s5
\v 8 ແຕ່ເຖິງແມ່ນວ່າພວກເຮົາ ຫລື ເທວະດາຈາກສະຫວັນກໍຕາມຈະປະກາດຂ່າວປະເສີດອື່ນ ແກ່ພວກເຮົາທີ່ບໍ່ຕົງກັບທີ່ພວກເຮົາໄດ້ປະກາດແກ່ພວກເຈົ້າແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ.
\v 9 ເຫມືອນດັ່ງພວກເຮົາໄດ້ກ່າວກ່ອນແລ້ວ, ແລະ ບັດນີ້ ເຮົາຂໍກ່າວຢໍ້າອີກວ່າ "ຖ້າຜູ້ໃດ ປະກາດຂ່າວປະເສີດ ແກ່ພວກເຈົ້າທີ່ແຕກຕ່າງໄປ ຈາກທີ່ພວກເຈົ້າໄດ້ຮັບໄວ້ແລ້ວນັ້ນ, ກໍໃຫ້ຜູ້ນັ້ນຖືກສາບແຊ່ງ".
\v 10 ເຮົາສະແຫວງຫາທີ່ຈະໄດ້ຮັບການຍອມຮັບຈາກມະນຸດ ຫລື ຈາກພຣະເຈົ້າ? ຂ້າພະເຈົ້່າກຳລັງພະຍາຍາມເຮັດໃຫ້ຖືກໃຈມະນຸດບໍ? ຖ້າເຮັດເຊັ່ນນີ້, ຂ້າພະເຈົ້າກໍບໍ່ແມ່ນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າ.
\s5
\v 11 ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າຢາກບອກໃຫ້ພວກເຈົ້າ ຮູ້ວ່າຂ່າວປະເສີດ, ທີ່ຂ້າພະເຈົ້າໄດ້ປະກາດແກ່ເຈົ້າທັງຫລາຍນັ້ນບໍ່ແມ່ນມາຈາກມະນຸດ.
\v 12 ດ້ວຍວ່າ, ຂ້າພະເຈົ້າ ບໍ່ໄດ້ຮັບຈາກມະນຸດ ຫລື ບໍ່ມີມະນຸດຄົນໃດສອນຂ້າພະເຈົ້າ, ແຕ່ເປັນການທີ່ພຣະເຢຊູຄຣິດເຈົ້າ ຊົງເປີດເຜີຍແກ່ຂ້າພະເຈົ້າ.
\s5
\v 13 ພວກເຈົ້າທັງຫລາຍ ໄດ້ຍິນເຖິງຊີວິດເບື້ອງຫລັງຂອງຂ້າພະເຈົ້າ, ເມື່ອຍັງຢູ່ໃນລັດທິຢິວນັ້ນ, ຂ້າພະເຈົ້າ ໄດ້ຂົ່ມເຫັງຄຣິສຕະຈັກ ຂອງພຣະເຈົ້າ ຢ່າງຮ້າຍແຮງເຫລືອເກີນ ແລະ ໄດ້ພະຍາຍາມທຳລາຍ.
\v 14 ຂ້າພະເຈົ້າກໍລໍ້າຫນ້າ ກວ່າເພື່ອນຮ່ວມຊາດຫລາຍຄົນ ໃນດ້ານສາດສະຫນາຂອງຊາວຢິວ ທີ່ຢູ່ຮ່ວມສະໃຫມກັບຂ້າພະເຈົ້າ. ຂ້າພະເຈົ້າກະຕືລືລົ້ນຫລາຍ ໃນການປະຕິບັດປະເພນີຂອງບັນພະບຸລຸດຂອງຂ້າພະເຈົ້າ.
\s5
\v 15 ແຕ່ເມື່ອພຣະເຈົ້າ, ຜູ້ຊົງເລືອກຂ້າພະເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່, ຜູ້ຊົງເອີ້ນຂ້າພະເຈົ້າ ໂດຍພຣະຄຸນຂອງພຣະອົງ.
\v 16 ຊົງພໍພຣະໄທທີ່ຊົງສຳແດງ ພຣະບຸດ ຂອງພຣະອົງ ໃນຂ້າພະເຈົ້າ, ເພື່ອໃຫ້ຂ້າພະເຈົ້າໄດ້ປະກາດຂ່າວປະເສີດ ເລື່ອງພຣະບຸດນັ້ນ ໃນທ່າມກາງພວກຕ່າງຊາດ, ຂ້າພະເຈົ້າ ບໍ່ໄດ້ປຶກສາກັນກັບມະນຸດຄົນໃດໃນທັນທີ.
\v 17 ຂ້າພະເຈົ້າ ບໍ່ໄດ້ຂື້ນໄປຍັງນະຄອນເຢຣູຊາເລັມ ເຮົາກໍຍັງບໍ່ໄດ້ ໄປຫາຜູ້ເປັນອັກຄະສາວົກກ່ອນຂ້າພະເຈົ້າ, ແຕ່ຂ້າພະເຈົ້າ, ກັບອອກໄປຍັງປະເທດ ອາຣາເບຍ ແລ້ວກັບມາເມືອງ ດາມັສກັດອີກ.
\s5
\v 18 ຫລັງຈາກນັ້ນສາມປີ ຂ້າພະເຈົ້າຂຶ້ນໄປທີ່ນະຄອນເຢຣູຊາເລັມ ເພື່ອທຳຄວາມລື້ງເຄີຍກັບ ເຄຟາສ ແລະ ຂ້າພະເຈົ້າໄດ້ພັກຢູ່ກັບເພິ່ນເປັນເວລາສິບຫ້າວັນ.
\v 19 ແຕ່ຂ້າພະເຈົ້າ ບໍ່ໄດ້ພົບກັບ ອັກຄະສາວົກຄົນອື່ນເລີຍ ນອກຈາກ ຢາໂກໂບ, ຜູ້ທີ່ເປັນນ້ອງຊາຍຂອງ ອົງພຣະຜູ້ເປັນເຈົ້າ.
\v 20 ໃນສິ່ງທີ່ຂ້າພະເຈົ້າຂຽນເຖິງທ່ານ, ຂ້າພະເຈົ້າຮັບຮອງ ຕໍ່ຫນ້າອົງພຣະຜູ້ເປັນເຈົ້າ, ບໍ່ໄດ້ຂຽນເລື່ອງຂີ້ຕົວະ.
\s5
\v 21 ແລ້ວຂ້າພະເຈົ້າ ກໍໄປໃນເຂດແດນ ຊີເຣຍ ແລະ ກີລີເກຍ.
\v 22 ຂ້າພະເຈົ້າຍັງບໍ່ໄດ້ເປັນທີ່ຮູ້ຈັກ ໃນຄຣິສຕະຈັກ ແຂວງຢູດາຍ ຊຶ່ງຢູ່ໃນພຣະຄຣິດເຈົ້າ.
\v 23 ພວກເຂົາພຽງແຕ່ໄດ້ຍິນວ່າ, “ຜູ້ທີ່ແຕ່ກ່ອນເຄີຍໄດ້ກົດຂີ່ຂົ່ມເຫັງ ພວກເຮົາ ບັດນີ້ໄດ້ມາ ປະກາດຂ່າວປະເສີດ ເລື່ອງຂອງຄວາມເຊື່ອ ຊຶ່ງເຂົາໄດ້ເຄີຍພະຍາຍາມທຳລາຍ.”
\v 24 ພວກເຂົາໄດ້ສັນລະເສີນ ພຣະເຈົ້າ ກໍເພາະດ້ວຍເລື່ອງຂອງຂ້າພະເຈົ້າ.
\s5
\c 2
\cl ບົດທີ 2
\p
\v 1 ຫລັງຈາກນັ້ນສິບສີ່ປີ ຂ້າພະເຈົ້າໄດ້ກັບຄືນໄປທີ່ນະຄອນເຢຣູຊາເລັມກັບ ບາຣະນາບາ, ແລະ ເຮົາກໍໄດ້ເອົາ ຕີໂຕ ໄປດ້ວຍ.
\v 2 ຂ້າພະເຈົ້າໄດ້ໄປຕາມການຊົງເປີດເຜີຍ ແລະ ຂ້າພະເຈົ້າໄດ້ເລົ່າເລື່ອງຂ່າວປະເສີດແກ່ພວກເຂົາ. ຊຶ່ງຂ້າພະເຈົ້າ ປະກາດໃນທ່າມກາງຄົນຕ່າງຊາດໃຫ້ເຂົາຟັງ. ຂ້າພະເຈົ້າເລົ່າໃຫ້ຄົນທີ່ເບິ່ງ ເຫມືອນເປັນຜູ້ທີ່ສຳຄັນຟັງ ເປັນການສ່ວນຕົວ, ເພື່ອໃຫ້ຫມັ້ນໃຈວ່າ ຂ້າພະເຈົ້າບໍ່ໄດ້ກຳລັງແລ່ນແຂ່ງ ຫລື ໄດ້ແລ່ນແຂ່ງແລ້ວ - ໂດຍບໍ່ມີປະໂຫຍດ.
\s5
\v 3 ແຕ່ເຖິງແມ່ນວ່າ ຕີໂຕ, ຜູ້ຢູ່ກັບຂ້າພະເຈົ້າ ແລະ ເປັນຄົນກຣີກ ແຕ່ເຂົາກໍບໍ່ໄດ້ຖືກບັງຄັບໃຫ້ຮັບພິທີຕັດ.
\v 4 ເລື່ອງນີ້ເກີດຂື້ນເພາະພວກພີ່ນ້ອງ ທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອສອດແນມເບິ່ງເສລີພາບ ຂອງພວກເຮົາທີ່ມີຢູ່ໃນອົງພຣະເຢຊູຄຣິດເຈົ້າ. ພວກເຂົາໄດ້ຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າອີກ,
\v 5 ແຕ່ພວກເຮົາ ບໍ່ໄດ້ອ່ອນຍອມ ຕໍ່ພວກເຂົາ ແມ່ນແຕ່ນາທີດຽວ, ເພື່ອຈະໄດ້ຮັກສາຄວາມສັດຈິງ ຂອງຂ່າວປະເສີດ ນັ້ນໄວ້ສຳລັບເຈົ້າທັງຫລາຍຕໍ່ໄປຢ່າງບໍ່ມີການປ່ຽນແປງ.
\s5
\v 6 ແຕ່ບັນດາຄົນທີ່ເບິ່ງເຫມືອນເປັນຄົນສຳຄັນ (ບໍ່ວ່າພວກເຂົາຈະເຄີຍເປັນຫຍັງມາກ່ອນແລ້ວກໍຕາມ ກໍບໍ່ສຳຄັນຢ່າງໃດຕໍ່ຂ້າພະເຈົ້າ, ພຣະເຈົ້າ ຊົງບໍ່ລຳອຽງ) - ຂ້າພະເຈົ້າ ກ່າວສິ່ງເຫລົ່ານີ້, ຜູ້ທີ່ເບິ່ງ ຄືສຳຄັນແຕ່ບໍ່ໄດ້ເພີ່ມເຕີມຫຍັງໃຫ້ແກ່ຂ້າພະເຈົ້າ.
\v 7 ກົງກັນຂ້າມ, ພວກເຂົາໄດ້ເຫັນວ່າຂ້າພະເຈົ້າ ໄດ້ຮັບມອບຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ບໍ່ຖືພິທີຕັດ, ເຊັ່ນດຽວກັບເປໂຕ ທີ່ໄດ້ຮັບມອບ ຫມາຍໃຫ້ປະກາດຂ່າວປະເສີດ ແກ່ຄົນທີ່ຖືພິທີຕັດ.
\v 8 ດ້ວຍວ່າ, ພຣະເຈົ້າຜູ້ໄດ້ຊົງໃຫ້ ເປໂຕ ເປັນອັກຄະສາວົກ ໄປຫາພວກທີ່ຖືພິທີຕັດ, ກໍໄດ້ຊົງກະທຳການເຫມືອນກັນ ໃນຂ້າພະເຈົ້າເພື່ອໃຫ້ໄປຫາຄົນຕ່າງຊາດ.
\s5
\v 9 ເມື່ອຢາໂກໂບ, ກັບເກຟາ ແລະ ໂຢຮັນ, ຜູ້ທີ່ພວກເຂົາຖືວ່າ ຜູ້ກໍ່ຕັ້ງ ຄຣິສຕະຈັກ ໄດ້ເຂົ້າໃຈພຣະຄຸນ ທີ່ໄດ້ຊົງປະທານແກ່ຂ້າພະເຈົ້າແລ້ວ, ພວກເຂົາ ກໍໄດ້ຍື່ນມືຂວາ ແຫ່ງການສາມັກຄີທັມໃຫ້ແກ່ ບາຣະນາບາ ແລະ ຂ້າພະເຈົ້າ. ພວກເຂົາກະທຳດ່ັງນີ້ ເພື່ອໃຫ້ຂ້າພະເຈົ້າໄປຫາຄົນຕ່າງຊາດ, ແລະ ເພື່ອນພວກເຂົາ ຈະໄປຍັງຄົນທີ່ຖືພິທີຕັດ.
\v 10 ພວກເຂົາໄດ້ຮຽກຮ້ອງໃຫ້ ຂ້າພະເຈົ້າຄິດເຖິງ ຄົນຍາກຈົນ, ຊຶ່ງກໍເປັນສິ່ງທີ່ຂ້າພະເຈົ້າຮ້ອນຮົນໃຈທີ່ຈະເຮັດຢູ່ແລ້ວ.
\s5
\v 11 ແຕ່ເຄຟາສ ໄດ້ມາຫາອັນຕີໂອເຂັຍແລ້ວ, ຂ້າພະເຈົ້າໄດ້ຄັດຄ້ານຕໍ່ຫນ້າເພິ່ນ ເພາະວ່າເພິ່ນໄດ້ປະກາດຜິດ.
\v 12 ກ່ອນທີ່ຄົນຂອງ ຢາໂກໂບ, ໄດ້ມາເຖິງທີ່ນັ້ນ ເຄຟາສ ໄດ້ກິນຢູ່ຮ່ວມກັບຄົນຕ່າງຊາດ. ແຕ່ພໍຄົນເຫລົ່ານັ້ນມາເຖິງແລ້ວ, ເພິ່ນໄດ້ຢຸດ ແລະ ກໍຖອຍອອກມາ ຈາກຄົນຕ່າງຊາດ. ເພາະເພິ່ນຢ້ານພວກທີ່ຖືພິທີຕັດ.
\s5
\v 13 ສ່ວນພີ່ນ້ອງຊາວຢິວທີ່ເຫຼືອ ກໍເຮັດເຫມືອນເສແຊ້ງ. ແມ່ນແຕ່ ບາຣະນາບາ ກໍຫລົງປະພຶດຕາມ ຄົນເຫລົ່ານັ້ນ ເຫມືອນກັນ.
\v 14 ແຕ່ເມື່ອຂ້າພະເຈົ້າ ໄດ້ເຫັນວ່າພວກເພິ່ນບໍ່ໄດ້ປະພຶດຕາມຄວາມຈິງ ແຫ່ງຂ່າວປະເສີດນີ້, ຂ້າພະເຈົ້າຈຶ່ງເວົ້າກັບ ເຄຟາສ ຕໍ່ຫນ້າຄົນທັງຫມົດນັ້ນວ່າ, “ຖ້າທ່ານເປັນຄົນຢິວ ຍັງດຳເນີນຊີວິດເຫມືອນຄົນຕ່າງຊາດ ແທນທີ່ຈະເຮັດເຫມືອນຄົນຢິວແລ້ວ. ທ່ານກໍຍັງບັງຄັບຄົນຕ່າງຊາດ ໃຫ້ດຳເນີນຊີວິດເຫມືອນຄົນຢິວໄດ້ແນວໃດ?”
\s5
\v 15 ພວກເຮົາເປັນຢິວ ໂດຍກຳເນີດ ແລະ ບໍ່ແມ່ນ ພວກຕ່າງຊາດທີ່ເປັນຄົນບາບ;
\v 16 ແຕ່ພວກເຮົາ ກໍຮູ້ຢູ່ວ່າ ບໍ່ມີຜູ້ໃດ ຖືກຊົງຖືວ່າ ເປັນຄົນຊອບທັມໄດ້ ໂດຍການປະຕິບັດ ຕາມກົດບັນຍັດ ແຕ່ໂດຍທາງຄວາມເຊື່ອ ໃນ ພຣະເຢຊູຄຣິດເຈົ້າເທົ່ານັ້ນ. ເຖິງແມ່ນ ພວກເຮົາກໍຍັງເຊື່ອວາງໃຈ ໃນພຣະເຢຊູຄຣິດເຈົ້າ ເພື່ອຈະໄດ້ຊົງຖືວ່າເປັນຄົນຊອບທັມ ໂດຍຄວາມເຊື່ອໃນພຣະຄຣິດເຈົ້າ ແລະ ບໍ່ແມ່ນໂດຍການປະຕິບັດຕາມກົດບັນຍັດ. ເພາະວ່າໂດຍການປະຕິບັດຕາມກົດບັນຍັດນັ້ນ ບໍ່ມີມະນຸດຄົນໃດຈະຊົງຖືວ່າເປັນ ຄົນຊອບທັມໄດ້.
\s5
\v 17 ແຕ່ຖ້າ, ຂະນະທີ່ພວກເຮົາ ສະແຫວງຫາເພື່ອໃຫ້ພວກເຮົາ ຖືກນັບຖືວ່າ ເປັນຄົນຊອບທັມ ໂດຍພຣະຄຣິດເຈົ້ານັ້ນ ກັບພົບວ່າພວກເຮົາເອງກໍຍັງເປັນຄົນບາບຢູ່, ສະນັ້ນ ພຣະຄຣິດເຈົ້າຈະຊົງເປັນຜູ້ສົ່ງເສີມຄວາມບາບບໍ? ບໍ່ເປັນຢ່າງນັ້ນຢ່າງແນ່ນອນ!
\v 18 ເພາະວ່າຖ້າຂ້າພະເຈົ້າ ສ້າງຄວາມເຊື່ອຫມັ້ນ ຂອງຂ້າພະເຈົ້າ ໂດຍການຮັກສາຄວາມຊອບທັມ ທາງກົດບັນຍັດນັ້ນ ຊຶ່ງຂ້າພະເຈົ້າເຄີຍທຳລາຍລົງ ແລ້ວຂື້ນມາອີກ ຂ້າພະເຈົ້າ ກໍສະແດງຕົວເອງວ່າເປັນຜູ້ລ່ວງລະເມີດຄຳບັນຍັດ.
\v 19 ເຫດວ່າ ໂດຍທາງກົດບັນຍັດນັ້ນ ຂ້າພະເຈົ້າໄດ້ ຕາຍຈາກກົດບັນຍັດແລ້ວ ເພື່ອເຮົາຈະໄດ້ມີຊີວິດຢູ່ ສຳລັບພຣະເຈົ້າ.
\s5
\v 20 ຖ້າຂ້າພະເຈົ້າ ຖືກຕຶງໄວ້ກັບພຣະຄຣິດເຈົ້າແລ້ວ. ຂ້າພະເຈົ້າເອງບໍ່ມີຊີວິດຢູ່ຕໍ່ໄປ, ແຕ່ພຣະຄຣິດເຈົ້າຊົງມີຊິດວິດຢູ່ໃນຂ້າພະເຈົ້າ. ຊີວິດຊຶ່ງຂ້າພະເຈົ້າ ດຳເນີນຢູ່ໃນຮ່າງກາຍນີ້. ຂ້າພະເຈົ້າດຳເນີນຢູ່ໂດຍຄວາມເຊື່ອ ໃນພຣະບຸດຂອງພຣະເຈົ້າ ຜູ້ທີ່ຊົງຮັກພວກເຮົາ ແລະ ໄດ້ຊົງສະຫລະຊີວິດຕົວເອງເພື່ອຂ້າພະເຈົ້າ.
\v 21 ຂ້າພະເຈົ້າບໍ່ໄດ້ລົບລ້າງພຣະຄຸນຂອງ ພຣະເຈົ້າ ເສຍໄປລ້າໆ, ເພາະວ່າຖ້າຄວາມຊອບທັມໄດ້ມາໂດຍ ທາງກົດບັນຍັດແລ້ວ, ພຣະຄຣິດເຈົ້າກໍຊົງສິ້ນພຣະຊົນ ໂດຍບໍ່ມີປະໂຫຍດ!
\s5
\c 3
\cl ບົດທີ 3
\p
\v 1 ໂອຊາວຄາລາເຕຍຜູ້ບໍ່ມີຄວາມຄິດເອີຍ! ແມ່ນຜູ້ໃດຫນໍ ທີ່ໄດ້ສະກົດຈິດໃຈ ຂອງພວກເຈົ້າໃຫ້ເຫັນຜິດໄປ? ທັງໆທີ່ພາບຂອງພຣະເຢຊູຄຣິດເຈົ້າ ຖືກຄຶງໄວ້ທີ່ໄມ້ກາງແຂນ ກໍໄດ້ປາກົດແຈ້ງແກ່ຕາພວກເຈົ້າຢ່າງຄັກແນ່ແລ້ວ.
\v 2 ນີ້ເປັນພຽງສິ່ງຫນຶ່ງ ທີ່ຂ້າພຣະເຈົ້າຕ້ອງການຮຽນຮູ້ຈາກທ່ານວ່າ: ທ່ານໄດ້ຮັບພຣະວິຍານນັ້ນ ໂດຍການປະຕິບັດຕາມກົດບັນຍັດ ຫລື ໂດຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?
\v 3 ເຈົ້າທັງຫລາຍ ຍັງໂງ່ເຖິງພຽງນັ້ນບໍ? ພວກເຈົ້າ ໄດ້ຕັ້ງຕົ້ນໂດຍທາງພຣະວິນຍານແລ້ວບັດນີ້ ພວກເຈົ້າ ຈະສຳເຣັດລົງໂດຍເນື້ອຫນັງບໍ?
\s5
\v 4 ທ່ານໄດ້ຮັບປະສົບການຫລາຍຢ່າງ ໂດຍເສັຍປະໂຫຍດບໍ? ຖ້າເປັນການເສັຍປະໂຫຍດແທ້
\v 5 ແລະ ພຣະອົງຜູ້ຊົງປະທານ ພຣະວິນຍານ ແກ່ພວກເຈົ້າທັງຫລາຍ ແລະ ຊົງສຳແດງການອັດສະຈັນ ທ່າມກາງພວກເຈົ້າ ກໍຊົງກະທຳການເຫລົ່ານັ້ນ, ເພາະດ້ວຍການປະຕິບັດ ຕາມກົດບັນຍັດ, ຫລື ເພາະດ້ວຍການເຊື່ອຟັງຂໍ້ຄວາມທີ່ໄດ້ຍິນນັ້ນ?
\s5
\v 6 ອັບຣາຮາມກ່າວວ່າ, “ໄດ້ເຊື່ອພຣະເຈົ້າ ແລະ ເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຮັບວ່າເພິ່ນເປັນຄົນຊອບທັມ
\v 7 ໃນທາງດຽວກັນ, ພວກເຈົ້າຈົ່ງຮັບຮູ້ໄວ້ວ່າ, ບັນດາຜູ້ທີ່ມີຄວາມເຊື່ອນັ້ນ ເປັນເຊື້ອສາຍຂອງອັບຣາຮາມ.
\v 8 ພຣະຄັມພີ ໄດ້ບອກໃຫ້ຮູ້ລ່ວງຫນ້າວ່າ, ພຣະເຈົ້າ ຈະຊົງນັບຄົນຕ່າງຊາດວ່າ ເປັນຜູ້ຊອບທັມໂດຍທາງຄວາມເຊື່ອ, ຈຶ່ງໄດ້ປະກາດຂ່າວປະເສີດແຈ້ງແກ່ ອັບຣາຮາມ ກ່ອນວ່າ, “ຊົນຊາດທັງຫລາຍ ຈະໄດ້ຮັບພຣະພອນຈາກພຣະເຈົ້າ.”
\v 9 ເຫດສະນັ້ນ, ບັັນດາຄົນທີ່ມີຄວາມເຊື່ອຈຶ່ງໄດ້ຮັບພຣະພອນ ຮ່ວມກັບອັບຣາຮາມ, ບຸກຄົນແຫ່ງຄວາມເຊື່ອ.
\s5
\v 10 ດ້ວຍວ່າ, ທຸກຄົນທີ່ອາໄສການປະຕິບັດ ຕາມກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ; ແລະ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຜູ້ໃດ ກໍຕາມທີ່ບໍ່ໄດ້ປະຕິບັດ ຕາມທຸກຂໍ້ທີ່ຂຽນໄວ້ໃນກົດບັນຍັດ ກໍຢູ່ໃຕ້ຄຳສາບແຊ່ງ.”
\v 11 ເປັນທີ່ ຮູ້ແຈ້ງ ແລ້ວວ່າ ບໍ່ມີມະນຸດຄົນໃດ ທີ່ຊົງຖືວ່າເປັນຄົນຊອບທັມ ຕໍ່ຫນ້າພຣະເຈົ້າ ໂດຍການປະຕິບັດຕາມກົດບັນຍັດ, ເພາະມີຂຽນໄວ້ໃນພຣະຄັມພີວ່າ, ຜູ້ທີ່ຊົງຖືວ່າ ເປັນຄົນຊອບທັມ ເພາະດ້ວຍຄວາມເຊື່ອເທົ່ານັ້ນຈະມີຊີວິດ.
\v 12 ແຕ່ກົດບັນຍັດນັ້ນ ບໍ່ໄດ້ມາຈາກຄວາມເຊື່ອ, ເພາະ “ຜູ້ໃດກໍຕາມທີ່ເຮັດທຸກສິ່ງເຫລົ່ານັ້ນຕາມກົດບັນຍັດ ກໍຈະດຳລົງຊີວິດຢູ່ຕາມກົດນັ້ນ.”
\s5
\v 13 ພຣະຄຣິດເຈົ້າ ໄດ້ຊົງໄຖ່ພວກເຮົາ ໃຫ້ພົ້ນຈາກການສາບແຊ່ງ ຂອງກົດບັນຍັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງແທນພວກເຮົາ - ເພາະພຣະຄັມພີ ໄດ້ຂຽນໄວ້ວ່າ, “ທຸກຄົນທີ່ຖືກແຂວນໄວ້ທີ່ຕົ້ນໄມ້ ກໍຖືກສາບແຊ່ງແລ້ວ.”-
\v 14 ໂດຍມີຈຸດປະສົງ ເພື່ອໃຫ້ພຣະພອນທາງ ອັບຣາຮາມ ຈະໄດ້ມາເຖິງ ບັນດາຄົນຕ່າງຊາດ ໂດຍທາງພຣະເຢຊູຄຣິດເຈົ້າ, ເພື່ອພວກເຮົາ ຈະໄດ້ຮັບພຣະວິນຍານຕາມພຣະສັນຍາ ໂດຍທາງຄວາມເຊື່ອ.
\s5
\v 15 ພີ່ນ້ອງທັງຫລາຍ ຂອງເຮົາເອີຍ, ຂ້າພະເຈົ້າຂໍກ່າວຕາມແບບມະນຸດ. ໃນເມື່ອມະນຸດໄດ້ເຮັດຂໍ້ຄວາມ ຕົກລົງກັນໄວ້ແລ້ວ, ກໍບໍ່ມີຜູ້ໃດຈະລົ້ມເລີກຂໍ້ຕົກລົງ ຫລື ເພີ້ມເຕີມໄດ້ອີກ.
\v 16 ບັດນີ້ ບັນດາພຣະສັນຍາທັງຫລາຍທີ່ໄດ້ກ່າວໄວ້ກັບ ອັບຣາຮາມ ແລະ ເຊື້ອສາຍຂອງເພິ່ນນັ້ນ ບໍ່ໄດ້ກ່າວວ່າ, “ເຫມືອນໃຫ້ແກ່ຄົນທັງຫລາຍ, ແຕ່ພຽງແຕ່ຄົນດຽວເທົ່ານັ້ນວ່າ, “ແລະ ໃຫ້ແກ່ເຊື້ອສາຍຂອງທ່ານ.” ຜູ້ທີ່ເປັນ ພຣະຄຣິດເຈົ້າ.
\s5
\v 17 ບັດນີ້, ຂ້າພະເຈົ້າວ່າ: ກົດບັນຍັດ, ທີ່ມາພາຍຫລັງເຖິງ ສີ່ຮ້ອຍສາມສິບປີ, ຈະບໍ່ເຮັດໃຫ້ ພັນທະສັນຍາຊຶ່ງພຣະເຈົ້າ ໄດ້ຊົງແຕ່ງຕັ້ງໄວ້ກ່ອນນັ້ນ ຖືກລຶບລ້າງໄດ້.
\v 18 ເພາະວ່າ ຖ້າການຮັບມໍຣະດົກ ມີມາໂດຍທາງກົດບັນຍັດ, ກໍບໍ່ແມ່ນ ໂດຍທາງພຣະສັນຍາອີກຕໍ່ໄປ. ແຕ່ພຣະເຈົ້າໄດ້ຊົງໂຜດປະທານ ມໍຣະດົກນັ້ນ ໃຫ້ແກ່ອັບຣາຮາມ ໂດຍທາງພຣະສັນຍາ.
\s5
\v 19 ແລ້ວມີກົດບັນຍັດ ໄວ້ເພື່ອຫຍັງ? ໄດ້ເພີ້ມກົດບັນຍັດໄວ້ ເປັນເພາະການລ່ວງລະເມີດ, ຈົນກວ່າເຊື້ອສາຍຂອງອັບຣາຮາມຈະໄດ້ມາເຖິງບັນດາຄົນທີ່ຮັບໃຊ້ພຣະສັນຍານັ້ນ ພວກເທວະດາໄດ້ແຕ່ງຕັ້ງ. ກົດບັນຍັດນັ້ນໄວ້ ໂດຍມືຂອງຄົນກາງຄົນຫນ່ຶ່ງ.
\v 20 ບັດນີ້ຖ້າມີຄົນກາງ ກໍສະແດງວ່າ ຕອ້ງມີສອງຝ່າຍ. ແຕ່ພຣະເຈົ້າຊົງເປັນຝ່າຍດຽວນັ້ນ.
\s5
\v 21 ຖ້າດັ່ງນັ້ນ ກົດບັນຍັດຂັດແຍ້ງ ກັບພຣະສັນຍາຂອງພຣະເຈົ້າບໍ? ບໍ່ແມ່ນເຊັ່ນນັ້ນແນ່ນອນ! ເພາະວ່າ ຖ້າກົດບັນຍັດ ທີ່ໃຫ້ໄວ້ສາມາດເຮັດໃຫ້ມີຊີວິດຢູ່ໄດ້, ແລ້ວຄວາມຊອບທັມ ກໍຄົງຈະໄດ້ມີຢູ່ໂດຍທາງກົດບັນຍັດນັ້ນແທ້.
\v 22 ແຕ່ພຣະຄັມພີໄດ້ຮວບຮວມ ສິ່ງທັງໝົດໃຫ້ເຂົ້າຢູ່ພາຍໃຕ້ ອຳນາດຄວາມຜິດບາບ. ເພື່ອວ່າທຸກຄົນທີ່ເຊື່ອຈະໄດ້ຮັບຂອງປະທານ ຕາມທີ່ຊົງສັນຍາໄວ້ ຊຶ່ງໄດ້ຊົງໂຜດປະທານ ໂດຍອາໄສ ຄວາມເຊື່ອໃນ ພຣະເຢຊູຄຣິດເຈົ້າເປັນຫລັກ.
\s5
\v 23 ແຕ່ກ່ອນທີ່ຄວາມເຊື່ອໃນພຣະຄຣິດ ຈະມາເຖິງນັ້ນ, ພວກເຮົາໄດ້ຕົກຢູ່ໃນຂອບເຂດອຳນາດຂອງກົດບັນຍັດ, ຖືກຄວບຄຸມໄວ້ ຈົນເຖິງຄວາມເຊື່ອຈະໄດ້ມາປາກົດ.
\v 24 ເພາະສະນັ້ນກົດບັນຍັດ ຈຶ່ງໄດ້ຄວບຄຸມ ພວກເຮົາໄວ້ ຈົນກວ່າ ພຣະຄຣິດເຈົ້າສະເດັດມາ, ເພື່ອວ່າພວກເຮົາ ຈະໄດ້ເປັນຄົນຊອບທັມ ໂດຍທາງຄວາມເຊື່ອ.
\v 25 ແຕ່ບັດນີ້ຄວາມເຊື່ອນັ້ນກໍມາເຖິງແລ້ວ, ພວກເຮົາຈຶ່ງບໍ່ໄດ້ຢູ່ພາຍໃຕ້ຜູ້ຄວບຄຸມອີກແລ້ວ.
\v 26 ເພາະວ່າເຈົ້າທັງຫລາຍ ກໍເປັນບຸດຂອງພຣະເຈົ້າ ໂດຍທາງຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ.
\s5
\v 27 ພວກທ່ານທຸກຄົນ ທີ່ໄດ້ຮັບບັບຕິສະມາ ເຂົ້າໃນພຣະຄຣິດເຈົ້າແລ້ວ, ຄົນນັ້ນ ກໍໄດ້ສວມຊີວິດຂອງພຣະຄຣິດເຈົ້າ.
\v 28 ຈະບໍ່ມີຄົນຢິວ ແລະ ຄົນກຣີກ, ຈະບໍ່ມີ ທາດ ແລະ ໄຖ່, ຈະບໍ່ເປັນ ຊາຍ ແລະ ຍິງ, ເພາະພວກເຈົ້າທຸກຄົນ ເປັນອັນຫນຶ່ງອັນດຽວກັນ ໃນອົງພຣະເຢຊູຄຣິດເຈົ້າ.
\v 29 ຖ້າພວກເຈົ້າ ເປັນຄົນຂອງພຣະຄຣິດເຈົ້າ ແລ້ວ ພວກເຈົ້າກໍເປັນເຊື້ອສາຍຂອງອັບຣາຮາມ, ຄືເປັນຜູ້ໄດ້ຮັບມໍຣະດົກ ຕາມພຣະສັນຍາ.
\s5
\c 4
\cl ບົດທີ 4
\p
\v 1 ຂ້າພະເຈົ້າ ຂໍກ່າວດັ່ງນີ້ວ່າ, ຕາບໃດທີ່ເຈົ້າຂອງມໍຣະດົກ ຍັງເປັນເດັກນ້ອຍຢູ່ ກໍບໍ່ ແຕກຕ່າງຫຍັງກັບຂ້ອຍຂ້າ, ເຖິງແມ່ນວ່າ ເປັນເຈົ້າຂອງຊັບສິນທັງຫມົດກໍຕາມ.
\v 2 ແຕ່ເຂົາກໍຍັງຢູ່ໃຕ້ບັງຄັບຂອງຜູ້ປົກຄອງ ແລະ ຜູ້ດູແລຊັບສິນ ຈົນເຖິງເວລາທີ່ພໍ່ຂອງລາວໄດ້ກຳນົດ.
\s5
\v 3 ພວກເຮົາ ກໍເຫມືອນກັນເມື່ອຍັງເປັນເດັກນ້ອຍ, ພວກເຮົາກໍຍັງຕົກເປັນທາດຮັບໃຊ້ ຢູ່ໃຕ້ອຳນາດຂອງສິ່ງສັກສິດຂອງໂລກ.
\v 4 ແຕ່ເມື່ອຄົບກຳນົດເວລາແລ້ວ ພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງ, ມາຊົງບັງເກີດນຳຍິງຄົນຫນຶ່ງ, ແລະ ຊົງມີຊີວິດຢູ່ພາຍໃຕ້ກົດບັນຍັດ.
\v 5 ເພື່ອຈະຊົງໄຖ່ເອົາຄົນເຫລົ່ານັ້ນ, ທີ່ຢູ່ໃຕ້ກົດບັນຍັດ ເພື່ອໃຫ້ພວກເຮົາ ໄດ້ຖານະເປັນບຸດ.
\s5
\v 6 ແລະ ເພາະເຈົ້າທັງຫລາຍ ເປັນບຸດຂອງພຣະເຈົ້າແລ້ວ, ພຣະອົງຈຶ່ງຊົງໃຊ້ ພຣະວິນຍານ ແຫ່ງພຣະບຸດຂອງພຣະອົງເຂົ້າມາໃນໃຈຂອງພວກເຮົາ, ແລ້ວຮ້ອງວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”
\v 7 ດັ່ງນັ້ນ ທ່ານຈຶ່ງບໍ່ແມ່ນຂ້ອຍຂ້າອີກຕໍ່ໄປແຕ່ເປັນບຸດ ແລະ ຖ້າເປັນບຸດ ທ່ານກໍເປັນເຈົ້າຂອງມໍຣະດົກໂດຍຜ່ານທາງພຣະເຈົ້າດ້ວຍ.
\s5
\v 8 ແຕ່ກ່ອນນີ້, ເມື່ອເຈົ້າທັງຫລາຍຍັງບໍ່ຮູ້ຈັກພຣະເຈົ້າ, ພວກເຈົ້າກໍເປັນທາດຂອງສິ່ງຕ່າງໆຕາມທຳມະດາແລ້ວ, ມັນບໍ່ແມ່ນພະແທ້.
\v 9 ແຕ່ບັດນີ້ເມື່ອພວກເຈົ້າທັງຫລາຍຮູ້ຈັກພຣະເຈົ້າແລ້ວ, ຫລື ຈະເວົ້າໃຫ້ຖືກກວ່າ ກໍວ່າພຣະເຈົ້າຊົງຮູ້ຈັກພວກເຈົ້າທັງຫລາຍແລ້ວ, ດ້ວຍເຫດໃດ ພວກເຈົ້າຈຶ່ງຈະກັບໄປຫາພວກວິຍານທີ່ຄອບງວໍາຟ້າອາກາດທີ່ອ່ອນແອ ແລະ ບໍ່ມີປະໂຫຍດ? ພວກເຈົ້າ ຢາກຕົກເປັນຂ້ອຍຂ້າຂອງສິ່ງເຫລົ່ານັ້ນອີກບໍ?
\s5
\v 10 ພວກເຈົ້າທັງຫລາຍຖືຮັກສາ ວັນພິເສດ, ເດືອນ, ຣະດູ ແລະ ປີຕ່າງໆ!
\v 11 ຂ້າພະເຈົ້າ ວິຕົກນຳການທີ່ຂ້າພະເຈົ້າໄດ້ຫນັກຫນ່ວງ ເພື່ອທີ່ໄດ້ເຮັດ ສຳລັບພວກເຈົ້ານັ້ນ ຈະບໍ່ເປັນປະໂຫຍດ.
\s5
\v 12 ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຂ້າພະເຈົ້າຮ້ອງຂໍພວກທ່ານໃຫ້ເປັນເຫມືອນດັ່ງຂ້າພະເຈົ້າ, ຕາມທີ່ຈິງແລ້ວຂ້າພະເຈົ້າ ກໍເຄີຍເປັນດັ່ງພວກທ່ານເຫມືອນກັນ. ພວກທ່ານ ບໍ່ໄດ້ທຳຮ້າຍຫຍັງຕໍ່ຂ້າພະເຈົ້າ.
\v 13 ພວກທ່ານທັງຫລາຍຮູ້ຢູ່ວ່າ ເປັນເພາະຄວາມເຈັບປວດທາງຮ່າງກາຍ ເມື່ອຕອນທີ່ຂ້າພະເຈົ້າເລີ້ມຕົ້ນ ປະກາດເລື່ອງຂ່າວປະເສີດແກ່ພວກທ່ານນັ້ນ.
\v 14 ເຖິງແມ່ນວ່າ ສຸຂະພາບຂອງຂ້າພະເຈົ້າ ຈະເປັນການທົດລອງໃຈເຈົ້າທັງຫລາຍກໍຕາມ, ພວກເຈົ້າ ກໍບໍ່ໄດ້ຫມິ່ນປະຫມາດ ຫລື ເບື່ອຫນ່າຍຂ້າພະເຈົ້າ. ແຕ່ໄດ້ຕ້ອນຮັບຂ້າພະເຈົ້າເຫມືອນກັບ ເປັນທູດຂອງພຣະເຈົ້າ ຫລື ເຫມືອນກັບພຣະເຢຊູຄຣິດເຈົ້າເອງ.
\s5
\v 15 ເຫດສະນັ້ນ, ຄວາມສຸກຂອງພວກທ່ານທັງຫລາຍໄປໃສແລ້ວ ໃນຕອນນີີ້? ເພາະຂ້າພະເຈົ້າເປັນພະຍານໃຫ້ພວກທ່ານໄດ້ວ່າ, ຖ້າເປັນໄປໄດ້, ພວກທ່ານຄົງຈະຄວັດຫນ່ວຍຕາ ຂອງພວກທ່ານໃຫ້ແກ່ຂ້າພະເຈົ້າ.
\v 16 ເວລານີ້, ຂ້າພະເຈົ້າໄດ້ກາຍເປັນສັດຕູ ຂອງພວກທ່ານທັງຫລາຍ ຍ້ອນຂ້າພະເຈົ້າບອກຄວາມຈິງ ແກ່ພວກທ່ານຊັ້ນບໍ?
\s5
\v 17 ຄົນເຫລົ່ານັ້ນ ສົນໃຈພວກທ່ານທັງຫລາຍຢ່າງກະຕືລືລົ້ນ, ແຕ່ບໍ່ແມ່ນດ້ວຍຄວາມຫວັງດີເລີຍ. ພວກເຂົາພຽງແຕ່ຢາກແຍກພວກທ່ານອອກຈາກຂ້າພະເຈົ້າ ເທົ່ານັ້ນ, ເພື່ອວ່າ ພວກທ່ານທັງຫລາຍຈະໄດ້ຕິດຕາມພວກເຂົາ.
\v 18 ການເອົາອົກເອົາໃຈ ດ້ວຍຄວາມຫວັງດີ ກໍເປັນການດີຢູ່ທຸກເວລາ, ແລະ ບໍ່ແມ່ນແຕ່ເມື່ອເວລາ ຂ້າພະເຈົ້າຢູ່ນຳພວກທ່ານເທົ່ານັ້ນ.
\s5
\v 19 ລູກນ້ອຍທີ່ຮັກຂອງ ຂ້າພະເຈົ້າເອີຍ, ຂ້າພະເຈົ້າຕ້ອງເຈັບປວດ ເພາະພວກເຈົ້າທັງຫລາຍ ຈົນກວ່າພຣະຄຣິດເຈົ້າ ຈະໄດ້ເປັນທີ່ສ້າງຂຶ້ນຢູ່ໃນພວກເຈົ້າ.
\v 20 ຂ້າພະເຈົ້າປາຖະຫນາຢາກ ຢູ່ກັບພວກເຈົ້າໃນເວລານີ້ ແລະ ຢາກປ່ຽນວິທີເວົ້າຈາ ກັບພວກເຈົ້າ, ເພາະເຮົາວິຕົກກັງວົນໃຈນຳ ພວກເຈົ້າທັງຫລາຍ.
\s5
\v 21 ພວກເຈົ້າທັງຫລາຍ, ຜູ້ທີ່ຢາກຢູ່ໃຕ້ກົດບັນຍັດ, ບອກຂ້າພະເຈົ້າວ່າພວກເຈົ້າ ບໍ່ໄດ້ຍິນສິ່ງທີ່ກົດບັນຍັດກ່າວບໍ?
\v 22 ເພາະພຣະຄັມໄດ້ຂຽນໄວ້ວ່າ, ອັບຣາຮາມ ມີລູກຊາຍ ສອງຄົນ, ຄົນຫນຶ່ງເກີດຈາກຍິງທີ່ເປັນຂ້ອຍຂ້າ ແລະ ອີກຄົນຫນຶ່ງເກີດຈາກຍິງທີ່ມີອິດສະຫລະ.
\v 23 ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງຂ້ອຍຂ້າ ນັ້ນເກີດຕາມ ທັມະດາ, ແຕ່ລູກຊາຍຂອງ ຜູ້ທີ່ໄດ້ຈາກຍິງ ທີ່ມີອິດສະຫລະ ນັ້ນແມ່ນເກີດຕາມພຣະສັນຍາ.
\s5
\v 24 ຂໍ້ຄວາມນີ້ ສາມາດອະທິບາຍໄດ້ ໂດຍໃຊ້ຄຳອຸປາມາປຽບທຽບ, ຍິງທັງສອງນັ້ນ ໄດ້ແກ່ພັນທະສັນຍາສອງຢ່າງ. ຜູ້ຫນຶ່ງຊື່ວ່າຮາກາ ນາງເກີດລູກ ທີ່ເປັນຂ້ອຍຂ້າ ຈຶ່ງໄດ້ຮັບ ພັນທະສັນຍາ ມາຈາກພູເຂົາຊີນາຍ.
\v 25 ນາງຮາການັ້ນໄດ້ແກ່ ພູເຂົາຊີນາຍ ໃນປະເທດອາຣາເບຍ; ປຽບເຖິງນະຄອນເຢຣູຊາເລັມ, ໃນປະຈຸບັນເພາະນາງຢູ່ໃນສະພາບຂອຍຂ້າ ພ້ອມທັງລູກໆຂອງນາງ.
\s5
\v 26 ແຕ່ວ່ານະຄອນເຢຣູຊາເລັມ ທີ່ຢູ່ເບື້ອງເທິງນັ້ນເປັນອິດສະຫລະ ແລະ ນາງກໍເປັນແມ່ຂອງພວກເຮົາ.
\v 27 ເພາະມີພຣະຄັມພີ ຂຽນໄວ້ວ່າ,“ຈົ່ງຊົມຊື່ນຍິນດີ ໂອຍິງຫມັນຜູ້ບໍ່ເຄີຍເກີດລູກເອີຍ, ຈົ່ງໂຮ່ຮ້ອງຂຶ້ນດ້ວຍຄວາມຊົມຊື່ນຍິນດີສາ ເຈົ້າຜູ້ບໍ່ເຄີຍເຈັບທ້ອງຖືພາ ເພາະວ່າຄົນທີ່ເປັນບຸດຂອງແມ່ ທີ່ເຄີຍເປັນຫມັນ ກໍຍັງມີຫລວງຫລາຍກວ່າບຸດຂອງຍິງທີ່ມີຜົວ.”
\s5
\v 28 ແຕ່ບັດນີ້, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າກໍເປັນລູກໆແຫ່ງພຣະສັນຍາເຊັ່ນດຽວກັບ ອີຊາກ.
\v 29 ໃນຄາວນັ້ນ ຜູ້ທີ່ເກີດຕາມເນື້ອຫນັງ ໄດ້ຂົ່ມເຫັງ ຜູ້ທີ່ເກີດຕາມພຣະວິນຍານ ສັນໃດ ແລະ ປະຈຸບັນນີ້ ກໍຍັງເປັນເຫມືອນກັນ ສັນນັ້ນ.
\s5
\v 30 ແຕ່ພຣະຄັມພີ ກ່າວວ່າຢ່າງໃດ? ກໍກ່າວວ່າ, “ຈົ່ງໄລ່ຍິງຂ້ອຍຂ້າ ແລະ ລູກຂອງນາງຫນີໄປເສັຍ. ດ້ວຍວ່າ, ລູກຂອງຍິງຂ້ອຍຂ້າຈະບໍ່ໄດ້ຮັບມໍຣະດົກ ຮ່ວມກັບລູກຂອງຍິງ ທີ່ບໍ່ເປັນຂ້ອຍຂ້າ.”
\v 31 ເຫດສະນັ້ນ, ພີ່ນ້ອງທັງຫລາຍເອີຍ, ພວກເຮົາບໍ່ເປັນລູກຂອງຍິງຂ້ອຍຂ້າ ແຕ່ເປັນລູກຂອງຍິງທີ່ບໍ່ເປັນຂ້ອຍຂ້າ.
\s5
\c 5
\cl ບົດທີ 5
\p
\v 1 ເພື່ອເສລີພາບນັ້ນແຫລະ ພຣະຄຣິດເຈົ້າຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນ ອິດສະຫລະ. ສະນັ້ນ, ຈົ່ງຕັ້ງຫມັ້ນຢູ່ ແລະ ຢ່າຍອມປ່ອຍຕົວເອງ ໃຫ້ຕົກເປັນຂ້ອຍຂ້າອີກ.
\v 2 ຂ້າພະເຈົ້າ, ຄືໂປໂລ, ຂໍບອກພວກເຈົ້າວ່າ ຖ້າພວກເຈົ້າຍອມຮັບພິທີຕັດ, ກໍຫມາຍຄວາມວ່າ ພຣະຄຣິດເຈົ້າ ບໍ່ເປັນປະໂຫຍດຫຍັງ ສຳລັບພວກເຈົ້າເລີຍ.
\s5
\v 3 ຂ້າພະເຈົ້າຂໍຢັ້ງຢືນໃຫ້ທຸກຄົນ ທີ່ຮັບເຂົ້າພິທີຕັດອີກວ່າ ຜູ້ນັ້ນກໍຖືກຜູກມັດ ໃຫ້ປະຕິບັດຕາມກົດບັນຍັດທັງຫມົດ.
\v 4 ພວກເຈົ້າທີ່ພະຍາຍາມເປັນຜູ້ຊອບທັມ ໂດຍປະຕິບັດຕາມກົດບັນຍັດ, ຄົນນັ້ນກໍຕັດຕົນເອງ ອອກຈາກພຣະຄຣິດເຈົ້າ, ທ່ານໄດ້ຫລຸດຕົກ ຈາກພຣະຄຸນເສຍແລ້ວ.
\s5
\v 5 ເພາະວ່າໂດຍພຣະວິນຍານ, ໂດຍຄວາມເຊື່ອ, ພວກເຮົາກໍກຳລັງລໍຄອຍ ເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ.
\v 6 ການຮັບພິທີຕັດຫລື ບໍ່ຮັບ ກໍບໍ່ມີຜົນຫຍັງ, ແຕ່ສິ່ງສຳຄັນແມ່ນຄວາມເຊື່ອ ທີ່ສະແດງອອກ ໂດຍທາງຄວາມຮັກເທົ່ານັ້ນ.
\v 7 ພວກເຈົ້າ ກຳລັງແລ່ນແຂ່ງຂັນດີຢູ່ແລ້ວ ແມ່ນຜູ້ໃດຂັດຂວາງ ພວກເຈົ້າບໍ່ໃຫ້ເຊື່ອຟັງຄວາມຈິງ?
\v 8 ການຊັກຊວນນັ້ນບໍ່ໄດ້ມາຈາກພຣະເຈົ້າ ອົງຜູ້ຊົງເອີ້ນເອົາພວກເຈົ້າ!
\s5
\v 9 ເຊື້ອແປ້ງພຽງແຕ່ນ້ອຍດຽວ ກໍເຮັດໃຫ້ແປ້ງນວດທັງກ້ອນຟູຂຶ້ນ.
\v 10 ຂ້າພະເຈົ້າໄວ້ໃຈໃນຕົວທ່ານ ໃນອົງພຣະຜູ້ເປັນເຈົ້າວ່າເຈົ້າທັງຫລາຍ ຈະບໍ່ມີຄວາມຄິດຢ່າງອື່ນ. ແຕ່ຝ່າຍຜູ້ທີ່ມາກໍ່ກວນ ຈະໄດ້ຮັບໂທດຂອງຕົນເອງ ແມ່ນແຕ່ພວກເຂົາຈະເປັນຜູ້ໃດກໍຕາມ.
\s5
\v 11 ພີ່ນ້ອງ ທັງຫລາຍເອີຍ, ຖ້າຂ້າພະເຈົ້າຍັງເທດສະຫນາ ຊັກຊວນໃຫ້ຮັບພິທີຕັດ ດ້ວຍເຫດໃດ ຂ້າພະເຈົ້າຈຶ່ງຍັງຖືກຂົ່ມເຫັງຢູ່? ຖ້າເປັນດັ່ງນັ້ນ ອຸປະສັກເລື່ອງໄມ້ກາງແຂນຖືກທຳລາຍໄປແລ້ວ.
\v 12 ຖ້າຂ້າພະເຈົ້າ ຢາກໃຫ້ບັນດາຄົນທີ່ນຳພວກທ່ານຫລົງທາງຕອນຕົວເອງເສັຍ.
\s5
\v 13 ພີ່ນ້ອງທັງຫລາຍທີ່ຂ້າພະເຈົ້າເອີຍ ພວກເຈົ້າໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນ ເປັນຊ່ອງທາງປ່ອຍຕົວ ໄປຕາມຕັນຫາຂອງຮ່າງກາຍ; ແຕ່ຈົ່ງຮັບໃຊ້ຊຶ່ງກັນ ແລະ ກັນດ້ວຍຄວາມຮັກເທີ້ນ.
\v 14 ດ້ວຍວ່າ, ກົດບັນຍັດທັງຫມົດກໍລວມເຂົ້າໃນຂໍ້ດຽວນີ້ ຄື: “ຈົ່ງຮັກ ເພື່ອນບ້ານ ເຫມືອນຮັກຕົນເອງ.”
\v 15 ແຕ່ຖ້າພວກເຈົ້າ ກັດ ແລະ ກິນເນື້ອກັນ ແລະກັນ, ຈົ່ງລະວັງໃຫ້ດີພວກເຈົ້າຈະທຳລາຍ ຊຶ່ງກັນແລະກັນ.
\s5
\v 16 ແຕ່ຂ້າພະເຈົ້າຂໍບອກວ່າ, ຈົ່ງດຳເນີນຊີວິດຕາມພຣະວິນຍານ ແລະ ພວກເຈົ້າ ຈະບໍ່ໄດ້ເຮັດຕາມສັນດານ ຕັນຫາມະນຸດ.
\v 17 ດ້ວຍວ່າ, ຄວາມຕ້ອງການຂອງ ເນື້ອຫນັງ ກໍຕໍ່ສູ້ ກັບ ພຣະວິນຍານຢ່າງຮຸນແຮງ ແລະ ຄວາມຕ້ອງການ ຂອງພຣະວິນຍານ ກໍຕໍ່ສູ້ ກັບ ສັນດານ ຕັນຫາ ມະນຸດຢ່າງຮຸນແຮງ, ເພາະທັງສອງຝ່າຍຕ່າງຕໍ່ຕ້ານກັນ. ດັ່ງນັ້ນ, ສິ່ງທີ່ ພວກເຈົ້າຢາກເຮັດຈຶ່ງເຮັດບໍ່ໄດ້.
\v 18 ສະນັ້ນ, ຖ້າ ພຣະວິນຍານ ຊົງນຳພາ ພວກເຈົ້າ, ພວກເຈົ້າ ກໍບໍ່ຢູ່ໃຕ້ກົດບັນຍັດ.
\s5
\v 19 ບັດນີ້ ກິຈະການແຫ່ງ ສັນດານມະນຸດ ກໍປາກົດແຈ້ງດັ່ງນີ້: ຄື ການຫລິ້ນຊູ້, ຄວາມບໍ່ສະອາດ, ຄວາມປະພຶດຊົ່ວຮ້າຍ,
\v 20 ການຂາບໄຫວ້ຮູບເຄົາຣົບ, ການເຊື່ອ, ເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,
\v 21 ການອິດສາກັນ, ການເສບ ສຸຣາຢາເມົາ, ການກິນລ້ຽງແບບຊົ່ວຊ້າ ແລະ ການອື່ນໆ ອີກ ໃນທຳນອງດຽວກັນນີ້, ຂ້າພະເຈົ້າ ຂໍຕືອນ ພວກເຈົ້າເຫມືອນກັນ ທີ່ເຄີຍເຕືອນມາແລ້ວວ່າ, ຄົນທີ່ເຮັດສິ່ງເຫລົ່ານີ້ຈະບໍ່ມີໄດ້ຮັບ ແຜ່ນດິນຂອງພຣະເຈົ້າເປັນມໍລະດົກ.
\s5
\v 22 ແຕ່ຜົນຂອງພຣະວິນຍານນັ້ນຄື: ຄວາມຮັກ, ຄວາມຊົມຊື່ນຍິນດີ, ສັນຕິສຸກ, ຄວາມອົດທົນດົນນານ, ຄວາມເມດຕາປານີ, ຄວາມດີ, ຄວາມສັດຊື່,
\v 23 ຄວາມສຸພາບອ່ອນຫວານ, ການຮູ້ຈັກບັງຄັບຕົນ, ກົດຫມາຍທີ່ຫ້າມສິ່ງເຫລົ່ານີ້ກໍບໍ່ມີ.
\v 24 ຜູ້ທີ່ຢູ່ຝ່າຍພຣະເຢຊູຄຣິດເຈົ້ານັ້ນ ກໍໄດ້ເອົາຂອງສັນດານມະນຸດ ແລະ ຄວາມປາຖະຫນາ ກັບ ກິເລດຕັນຫາ ຄຶງໄວ້ທີ່ໄມ້ກາງແຂນແລ້ວ.
\s5
\v 25 ຖ້າພວກເຮົາມີຊີວິດຢູ່ໂດຍພຣະວິນຍານ, ກໍຈົ່ງດຳເນີນຊີວິດໄປຕາມພຣະວິນຍານນັ້ນ.
\v 26 ພວກເຮົາບໍ່ຕ້ອງເປັນຄົນອວດຕົວ ຫລື ກຸກກວນໃຈກັນ ຫລື ອິດສາກັນ ແລະ ກັນ.
\s5
\c 6
\cl ບົດທີ 6
\p
\v 1 ພີ່ນ້ອງທັງຫລາຍເອີຍ, ຖ້າພວກເຮົາ ຫາກພົບຄົນທີ່ຫລົງເຮັດຜິດປະການໃດປະການຫນຶ່ງ, ພວກເຈົ້າທີ່ຢູ່ຝ່າຍພຣະວິນຍານ. ຄວນຊ່ວຍສ້າງຜູ້ນັ້ນກັບຕົວໃຫມ່ ດ້ວຍວິນຍານແຫ່ງຄວາມສຸພາບອ່ອນຫວານ ຈົ່ງຄອຍລະວັງຕົວເອົາໄວ້, ເພື່ອວ່າ ຕົນເອງຈະບໍ່ໄດ້ຖືກທົດລອງ ໃຫ້ເຮັດຜິດເຫມືອນກັນ.
\v 2 ຈົ່ງຊ່ວຍຮັບພາລະຫນັກຂອງກັນແລະກັນ, ແລະ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດເຈົ້າໃຫ້ສຳເລັດ.
\s5
\v 3 ເພາະຖ້າຜູ້ໃດຄິດວ່າຕົນເປັນຄົນສຳຄັນ ທັງໆທີ່ຕົນບໍ່ສຳຄັນຫຍັງ ຜູ້ນັ້ນກໍຫລອກລວງຕົນເອງ.
\v 4 ທຸກຄົນຄວນສຳຫລວດ ເບິ່ງການງານຂອງຕົນເອງ, ຖ້າການງານດີ ກໍຈົ່ງພູມໃຈໃນການງານນັ້ນ ໂດຍບໍ່ຕ້ອງປຽບທຽບ ໃສ່ກັບການງານຂອງຄົນອື່ນ.
\v 5 ດ້ວຍວ່າ, ທຸກຄົນຕ້ອງຮັບຜິດຊອບຕໍ່ພາຣະຂອງຕົນເອງ.
\s5
\v 6 ສ່ວນຄົນທີ່ຮັບພຣະທັມ ຄຳສອນ ແລ້ວຈົ່ງແບ່ງສິ່ງທີ່ດີທຸກຢ່າງ ໃຫ້ແກ່ຜູ້ທີ່ ສັ່ງສອນຕົນ.
\v 7 ຢ່າເຂົ້າໃຈຜິດ ພວກເຈົ້າຈະຫລອກລວງພຣະເຈົ້າບໍ່ໄດ້. ເພາະວ່າ ຜູ້ໃດຫວ່ານສິ່ງໃດ ລົງກໍຈະເກັບກ່ຽວສິ່ງນັ້ນ.
\v 8 ເພາະຜູ້ທີ່ຫວ່ານເມັດ ຕາມຕັນຫາ ຂອງສັນດານມະນຸດ ກໍຈະໄດ້ເກັບກ່ຽວ ຄວາມເປື່ອຍເນົ່າຕາມ ຕັນຫານັ້ນ. ແຕ່ຜູ້ທີ່ຫວ່ານຕາມພຣະວິນຍານ ກໍຈະໄດ້ເກັບກ່ຽວຜົນແຫ່ງຊີວິດນິຣັນດອນ ຈາກພຣະວິຍານ.
\s5
\v 9 ຢ່າໃຫ້ພວກເຮົາ ອິດເມື່ອຍໃນການເຮັດດີ, ເພາະຖ້າໃຈພວກເຮົາ ບໍ່ທໍ້ຖອຍ ພວກເຮົາກໍຈະໄດ້ເກັບກ່ຽວ ຜົນດີ ຕາມເວລາອັນສົມຄວນ.
\v 10 ເພາະສະນັ້ນ, ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວ ທີ່ຮ່ວມຢູ່ໃນຄວາມເຊື່ອ.
\s5
\v 11 ຈົງສັງເກດເບິ່ງໂຕຫນັງສື ທີ່ຂ້າພະເຈົ້າ ໄດ້ຂຽນມາຫາພວກເຈົ້າ ດ້ວຍມືຂອງຂ້າພະເຈົ້າເອງວ່າ ໂຕໃຫຍ່ເທົ່າໃດ.
\v 12 ຕາມເນື້ອກາຍ ຂົ່ມເຫັງບັງຄັບ ພວກເຈົ້າໃຫ້ ຮັບພິທີຕັດ ພວກເຂົາເຮັດແບບນີ້ ເພື່ອພວກເຂົາຈະບໍ່ໄດ້ຖືກ ຂົ່ມເຫັງຍ້ອນເລື່ອງໄມ້ກາງແຂນຂອງພຣະຄຣິສ ພຽງແຕ່ເທົ່ານັ້ນ.
\v 13 ເຖິງແມ່ນຄົນທີ່ໃຫ້ຮັບພິທີຕັດແລ້ວກໍຍັງບໍ່ປະຕິບັດຕາມກົດບັນຍັດ, ແຕ່ພວກເຂົາຢາກໃຫ້ພວກເຈົ້າຮັບພິທີຕັດ ເພື່ອພວກເຂົາຈະເອົາເລື່ອງ ເນື້ອກາຍຂອງພວກເຈົ້າໄປອວດອ້າງ.
\s5
\v 14 ຂໍຢ່າໃຫ້ຂ້າພະເຈົ້າອວດອ້າງໃນເລື່ອງອື່ນເລີຍ. ນອກຈາກເລື່ອງໄມ້ກາງແຂນ ຂອງອົງພຣະເຢຊູຄຣິດເຈົ້າ ຂອງເຮົາຊຶ່ງໂດຍທາງພຣະອົງນີ້ແຫລະ ໂລກໄດ້ຖືກຄຶງໄວ້ຈາກຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຖືກຄຶງໄວ້ສຳລັບໂລກ.
\v 15 ເພາະວ່າການຮັບພິທີຕັດ ຫລື ບໍ່ຮັບກໍບໍ່ແມ່ນສິ່ງສຳຄັນ, ແຕ່ສິ່ງສຳຄັນ ແມ່ນການໄດ້ຖືກສ້າງຂຶ້ນໃຫມ່.
\v 16 ຂໍໃຫ້ສັນຕິສຸກ ແລະ ພຣະກະລຸນາຈົ່ງມີແກ່ທຸກຄົນ ທີ່ປະຕິບັດຕາມກົດຢ່າງນີ້ ແລະ ທັງອິດສະຣາເອນ ຂອງພຣະເຈົ້າເທີ້ນ.
\s5
\v 17 ແຕ່ນີ້ໄປ ຂໍຢ່າໃຫ້ຜູ້ໃດລົບກວນ ຂ້າພະເຈົົ້າ ເພາະຮອຍບາດແຜຂ້າພະເຈົ້າ ມີຮອຍເປັນຕາປະທັບຂອງພຣະເຢຊູເຈົົ້າ ຕິດຢູ່ທີ່ກາຍຂອງພຣະເຈົ້າ.
\v 18 ພີ່ນ້ອງ ທັງຫລາຍເອີຍ, ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ ຂອງພວກເຮົາ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າເທີ້ນ. ອາແມນ.