lo_ulb/47-1CO.usfm

849 lines
161 KiB
Plaintext

\id 1CO
\ide UTF-8
\h 1 ໂກຣີນໂທ
\toc1 1 ໂກຣີນໂທ
\toc2 1 ໂກຣີນໂທ
\toc3 1co
\mt 1 ໂກຣີນໂທ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຜູ້ທີ່ຖືກເອີ້ນໂດຍພຣະເຢຊູຄຣິດເຈົ້າໃຫ້ເປັນອັກຄະສາວົກໂດຍພຣະປະສົງຂອງພຣະເຈົ້າ, ແລະ ໂຊສະເຖນນ້ອງຊາຍຂອງພວກເຮົາ,
\v 2 ເຖິງຄຣິສຕະຈັກຂອງພຣະເຈົ້າໃນເມືອງ ໂກຣິນໂທ, ສຳລັບຄົນເຫລົ່ານັ້ນທີ່ໄດ້ອຸທິດຕົນໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນບໍຣິສຸດ. ຂ້າພະເຈົ້າຂຽນເຖິງທຸກຄົນໃນທຸກບ່ອນທີ່ເອີ້ນນາມຊື່ຂອງອົງພຣະເຢຊູຄຣິດເຈົ້າ, ວ່າເປັນອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະ ຂອງພວກເຮົາ.
\v 3 ຂໍພຣະຄຸນ ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາ ແລະ ອົງພຣະເຢຊູຄຣິດເຈົ້າເປັນຂອງທ່ານ.
\s5
\v 4 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ຂອງຂ້າພະເຈົ້າສະເຫມີສຳລັບທ່ານເພາະພຣະຄຸນຂອງພຣະເຈົ້າທີ່ ພຣະເຢຊູຄຣິດເຈົ້າໄດ້ປະທານໃຫ້ທ່ານ.
\v 5 ພຣະອົງໄດ້ເຮັດໃຫ້ທ່ານມີຄວາມຮັ່ງມີໃນທຸກທາງ, ໃນທຸກຖ້ອຍຄຳ ແລະ ດ້ວຍຄວາມຮູ້ທັງຫມົດ,
\v 6 ເຊັ່ນດຽວກັບຄຳພະຍານກ່ຽວກັບພຣະຄຣິດເຈົ້າທີ່ໄດ້ຮັບການຢືນຢັນວ່າເປັນຄວາມຈິງໃນບັນດາພວກທ່ານ.
\s5
\v 7 ສະນັ້ນ ທ່ານບໍ່ຂາດເຂີນຂອງປະທານ ຝ່າຍວິນຍານທີ່ທ່ານໄດ້ລໍຄອຍຢ່າງກະຕືລືລົ້ນຕໍ່ການສຳແດງຂອງພຣະເຢຊູຄຣິດເຈົ້າ.
\v 8 ພຣະອົງຈະເສີມກຳລັງທ່ານຈົນເຖິງທີ່ສຸດ, ເພື່ອທີ່ທ່ານຈະໄດ້ບໍ່ມີທີ່ຕິໃນວັນຂອງອົງພຣະເຢຊູຄຣິດເຈົ້າ.
\v 9 ພຣະເຈົ້າຜູ້ຊົງສັດຊື່, ຜູ້ທີ່ຊົງເອີ້ນທ່ານເຂົ້າສູ່ການມີສາມັກຄີທັມກັບພຣະບຸດຂອງພຣະອົງຄືພຣະເຢຊູຄຣິດເຈົ້າ, ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 10 ພີ່ນ້ອງທັງຫລາຍບັດນີ້, ຂ້າພະເຈົ້າຂໍຮ້ອງທ່ານດ້ວຍນາມຂອງອົງພຣະເຢຊູຄຣິດເຈົ້າ, ໃຫ້ພວກທ່ານຢູ່ຮ່ວມກັນຢ່າງປອງດອງ, ແລະ ຢ່າມີການແບ່ງແຍກໃນບັນດາພວກທ່ານ. ຂ້າພະເຈົ້າຂໍຮ້ອງໃຫ້ທ່ານຢູ່ຮ່ວມກັນເປັນຈິດຫນື່ງໃຈດຽວກັນ ແລະ ດ້ວຍຈຸດປະສົງດຽວກັນ.
\v 11 ເນື່ອງຈາກຄົນຂອງນາງ ຂະໂລເອ ໄດ້ເວົ້າຈະແຈ້ງກັບຂ້າພະເຈົ້າ, ວ່າມີການແຕກແຍກໃນບັນດາພວກທ່ານ.
\s5
\v 12 ຂ້າພະເຈົ້າຫມາຍຄວາມວ່າ: ຕ່າງຄົນຕ່າງເວົ້າ, "ຂ້າພະເຈົ້າຢູ່ຝ່າຍຂອງໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍ ອາໂປໂລ," ຫລື "ຂ້າພະເຈົ້າຢູ່ຝ່າຍເປໂຕ," ຫລື "ຂ້າພະເຈົ້າຢູ່ຝ່າຍພຣະຄຣິດ."
\v 13 ພຣະຄຣິດໄດ້ຖືກແບ່ງແຍກແລ້ວບໍ? ໂປໂລຖືກຄຶງໄວ້ໄມ້ກາງແຂນເພື່ອທ່ານບໍ? ທ່ານໄດ້ຮັບບັບຕິສະມາໃນນາມຂອງໂປໂລບໍ?
\s5
\v 14 ຂ້າພະເຈົ້າຂອບພຣະຄຸນພຣະເຈົ້າ ທີ່ຂ້າພະເຈົ້າບໍ່ໄດ້ໃຫ້ບັບຕິສະມາແກ່ທ່ານ, ນອກຈາກກຣີສະໂປ ແລະ ໄຄໂຢ.
\v 15 ຈຸດປະສົງນີ້ ເພື່ອບໍ່ມີໃຜສາມາດເວົ້າໄດ້ວ່າທ່ານໄດ້ຮັບບັບຕິສະມາໃນນາມຂອງຂ້າພະເຈົ້າ.
\v 16 (ຂ້າພະເຈົ້າໄດ້ໃຫ້ບັບຕິສະມາຄົນໃນຄອບຄົວຂອງ ສະເຕຟານາ. ນອກຈາກນັ້ນແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າໄດ້ໃຫ້ບັບຕິສະມາຜູ້ໃດອີກ.)
\s5
\v 17 ເນື່ອງຈາກ ພຣະຄຣິດບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໃຫ້ບັບຕິສະມາ ແຕ່ເພື່ອໃຫ້ປະກາດ ຂ່າວປະເສີດ. ພຣະອົງບໍ່ໄດ້ສົ່ງຂ້າພະເຈົ້າມາເພື່ອໄປປະກາດດ້ວຍຖ້ອຍຄຳ ແຫ່ງປັນຍາຂອງມະນຸດ, ເພື່ອບໍ່ໃຫ້ໄມ້ກາງແຂນຂອງພຣະຄຣິດຖືກເຮັດໃຫ້ຫມົດຣິດເດດ
\s5
\v 18 ເນື່ອງຈາກຂໍ້ຄວາມກ່ຽວກັບໄມ້ກາງແຂນນັ້ນ ເປັນເລື່ອງໂງ່ສຳລັບຜູ້ທີ່ກຳລັງຈະຕາຍ. ແຕ່ເປັນຣິດອຳນາດຂອງພຣະເຈົ້າ, ໃນບັນດາຄົນທີ່ກຳລັງຈະໄດ້ຮັບຄວາມພົ້ນ.
\v 19 ເພາະມີຄຳຂຽນໄວ້ວ່າ, “ເຮົາຈະທຳລາຍປັນຍາຂອງຄົນມີປັນຍາ. ເຮົາຈະເຮັດໃຫ້ຄວາມເຂົ້າໃຈຂອງຄົນສະຫລາດບໍ່ມີປະໂຫຍດ."
\s5
\v 20 ຄົນມີປັນຍາຢູ່ທີ່ໃດ? ຜູ້ທີ່ຮອບຮູ້ຢູ່ທີ່ໃດ? ນັກໂຕ້ຖຽງຂອງໂລກນີ້ຢູ່ທີ່ໃດ? ພຣະເຈົ້າຈະເຮັດໃຫ້ສະຕິປັນຍາທາງໂລກກາຍເປັນຄວາມໂງ່ບໍ່ແມ່ນບໍ?
\v 21 ເນື່ອງຈາກໂລກໂດຍປັນຍາຂອງຕົນເອງບໍ່ສາມາດຮູ້ຈັກພຣະເຈົ້າໄດ້, ພຣະເຈົ້າພໍພຣະທັຍທີ່ຈະຊ່ວຍຄົນເຫລົ່ານັ້ນທີ່ເຊື່ອໃຫ້ພົ້ນໄດ້ດ້ວຍການເທດສະຫນາໂງ່ ໆ.
\s5
\v 22 ພວກຢິວຂໍຫມາຍສຳຄັນ ແລະ ພວກ ກະຣີກຊອກຫາປັນຍາ.
\v 23 ແຕ່ພວກເຮົາປະກາດເລື່ອງ ພຣະຄຣິດຜູ້ທີ່ຖືກຄຶງທີ່ໄມ້ກາງແຂນ, ຊຶ່ງເປັນສິ່ງທີ່ເຮັດໃຫ້ຄົນຢິວສະດຸດ ແລະ ເປັນເລື່ອງໂງ່ ສຳລັບພວກກະຣີກ.
\s5
\v 24 ແຕ່ສຳລັບຄົນເຫລົ່ານັ້ນ ທີ່ພຣະຜູ້ເປັນເຈົ້າເອີ້ນ, ທັງພວກຢິວ ແລະ ພວກກະຣີກ, ພວກເຮົາປະກາດເລື່ອງພຣະຄຣິດຜູ້ທີ່ເປັນຣິດອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ.
\v 25 ເພາະສິ່ງທີ່ເບິ່ງຄືວ່າເປັນຄວາມໂງ່ຂອງພຣະເຈົ້າກໍ່ຍັງສະຫລາດກວ່າປັນຍາຂອງມະນຸດ, ແລະສິ່ງທີ່ເບິ່ງຄືວ່າເປັນ ຄວາມອ່ອນແອຂອງພຣະເຈົ້າ ກໍ່ຍັງເຂັ້ມແຂງກວ່າກຳລັງຂອງມະນຸດ.
\s5
\v 26 ພີ່ນ້ອງທັງຫລາຍ ຈົ່ງພິຈາຣະນາຕອນທີ່ຊົງເອີ້ນທ່ານ, ມີຄົນຈຳນວນຫນ້ອຍ ທີ່ມີປັນຍາຕາມມາດຕະຖານຂອງມະນຸດ. ມີຫນ້ອຍຄົນທີ່ມີອຳນາດ. ມີຫນ້ອຍຄົນທີ່ເກີດໃນຄອບຄົວທີ່ສູງ.
\v 27 ແຕ່ພຣະເຈົ້າຊົງເລືອກພວກທີ່ໂລກນີ້ຖືວ່າໂງ່ເພື່ອເຮັດໃຫ້ຄົນທີ່ສະຫລາດອັບອາຍ. ພຣະເຈົ້າຊົງເລືອກເອົາພວກທີ່ໂລກນີ້ຖືວ່າອ່ອນແອເພື່ອເຮັດໃຫ້ຄົນທີ່ແຂງແຮງອັບອາຍ.
\s5
\v 28 ພຣະເຈົ້າຊົງເລືອກພວກທີ່ຕໍ່າຕ້ອຍ ແລະ ຫນ້າກຽດຊັງໃນໂລກ ພຣະອົງຊົງເລືອກສິ່ງທີ່ເບິ່ງຄືວ່າບໍ່ມີຄ່າ, ເພື່ອເຮັດໃຫ້ສິ່ງທີ່ຖືວ່າມີຄ່ານັ້ນບໍ່ມີປະໂຫຍດ.
\v 29 ພຣະອົງໄດ້ເຮັດສິ່ງນີ້ ເພື່ອວ່າຈະບໍ່ມີໃຜມີເຫດຜົນທີ່ຈະອວດອ້າງຕໍ່ພຣະອົງໄດ້.
\s5
\v 30 ເພາະສິ່ງທີ່ພຣະເຈົ້າຊົງເຮັດ, ດຽວນີ້ທ່ານໄດ້ຢູ່ໃນພຣະເຢຊູຄຣິດເຈົ້າ, ຜູ້ທີ່ມາເປັນພຣະປັນຍາຂອງພຣະເຈົ້າເພື່ອພວກເຮົາພຣະອົງຊົງເປັນຄວາມຊອບທັມ, ຄວາມບໍຣິສຸດ ແລະ ການໄຖ່ໂທດຂອງເຮົາທັງຫລາຍ.
\v 31 ເພື່ອເປັນໄປຕາມທີ່ພຣະຄັມພີໄດ້ກ່າວໄວ້ວ່າ, "ໃຫ້ຜູ້ທີ່ສະແດງອອກ ອວດອ້າງພຣະຜູ້ເປັນເຈົ້າ.”
\s5
\c 2
\cl ບົດທີ 2
\p
\v 1 ພີ່ນ້ອງທັງຫລາຍ ເມື່ອຂ້າພະເຈົ້າມາຫາທ່ານ, ເພື່ອປະກາດຄວາມເລິກລັບຂອງພຣະເຈົ້າແກ່ພວກທ່ານນັ້ນ ຂ້າພະເຈົ້າບໍ່ໄດ້ມາດ້ວຍຖ້ອຍຄຳຫວ່ານລ້ອມ ຫລື ດ້ວຍສະຕິປັນຍາ.
\v 2 ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆ ໃນບັນດາພວກທ່ານເລີຍ ຍົກເວັ້ນເລື່ອງພຣະເຢຊູຄຣິດເຈົ້າ, ແລະ ການທີ່ພຣະອົງຊົງຖືກຄຶງໄວ້ທີ່ໄມ້ກາງແຂນ.
\s5
\v 3 ແລະ ເມື່ອຂ້າພະເຈົ້າຢູ່ກັບພວກທ່ານທັງຫລາຍ ຂ້າພະເຈົ້າກໍ່ອ່ອນກຳລັງ, ມີຄວາມຢ້ານກົວ, ແລະ ໂຕສັ່ນສະເທືອນຫລາຍ.
\v 4 ຄຳເວົ້າ ແລະ ຄຳເທສະຫນາຂອງຂ້າພະເຈົ້ານັ້ນບໍ່ແມ່ນ ຄຳເວົ້າທີ່ຊັກຊວນດ້ວຍສະຕິປັນຍາ. ແຕ່ສິ່ງເຫລົ່ານັ້ນແມ່ນການສຳແດງອອກຂອງພຣະວິນຍານ ແລະ ຣິດອຳນາດ,
\v 5 ເພື່ອຄວາມສັດທາຂອງພວກທ່ານຈະບໍ່ຂື້ນກັບປັນຍາຂອງມະນຸດ, ແຕ່ຂື້ນກັບ ຣິດອຳນາດຂອງພຣະເຈົ້າ.
\s5
\v 6 ບັດນີ້ ຂ້າພະເຈົ້າກຳລັງກ່າວເຖິງປັນຍາທ່າມກາງຄົນທີ່ເປັນຜູ້ໃຫຍ່, ບໍ່ແມ່ນປັນຍາຂອງໂລກນີ້, ຫລືຂອງຜູ້ປົກຄອງຕ່າງໆ, ຂອງສະໄຫມນີ້ທີ່ກຳລັງຈະເສື່ອມສູນໄປ.
\v 7 ແຕ່ຂ້າພະເຈົ້າກ່າວເຖິງພຣະປັນຍາຂອງພຣະເຈົ້າໃນຄວາມຈິງທີ່ເຊື່ອງໄວ້, ພຣະປັນຍາທີ່ຊົງເຊືື່ອງໄວ້ນັ້ນ ພຣະເຈົ້າໄດ້ຊົງກຳນົດໄວ້ກ່ອນປະຖົມມະການ ເພື່ອສະຫງ່າລາສີແກ່ພວກເຮົາ.
\s5
\v 8 ບໍ່ມີຜູ້ປົກຄອງ ໃນສະໄຫມນີ້ທີ່ຮູ້ຈັກພຣະປັນຍານີ້, ເພາະຫາກພວກເຂົາເຂົ້າໃຈໃນເວລານັ້ນ, ພວກເຂົາກໍ່ຈະບໍ່ເອົາອົງພຣະຜູ້ເປັນເຈົ້າແຫ່ງກຽດຕິຍົດໄປຄຶງທີ່ໄມ້ກາງແຂນ.
\v 9 ຕາມທີ່ມີຂຽນໄວ້ວ່າ, “ສິ່ງທີ່ຕາເບິ່ງບໍ່ເຫັນ, ຫູບໍ່ໄດ້ຍິນ, ແລະຈິດໃຈທີ່ຄິດບໍ່ເຖິງ, ສິ່ງເຫລົ່ານັ້ນແມ່ນສິ່ງທີ່ພຣະເຈົ້າໄດ້ຊົງກຽມໄວ້ສຳລັບຄົນທັງຫລາຍທີ່ຮັກພຣະອົງ."
\s5
\v 10 ສິ່ງເຫລົ່ານີ້ຄື ສີ່ງທີ່ພຣະເຈົ້າໄດ້ເປີດເຜີຍຕໍ່ພວກເຮົາໂດຍທາງພຣະວິນຍານບໍຣິສຸດເຈົ້າ. ເພາະວ່າພຣະວິນຍານບໍຣິສຸດເຈົ້າຊົງຮູ້ທຸກຢ່າງ ແມ່ນແຕ່ສີ່ງເລິກລັບຕ່າງໆຂອງພຣະເຈົ້າ.
\v 11 ບໍ່ມີໃຜຈະຮູ້ຄວາມຄຶດຂອງຜູ້ອື່ນໄດ້ ຍົກເວັ້ນແຕ່ຈິດວິນຍານຂອງຕົນເອງ? ສະນັ້ນ, ຄວາມເລິກລັບຕ່າງໆຂອງພຣະເຈົ້າ ກໍ່ບໍ່ມີໃຜສາມາດຮູ້ໄດ້ ມີແຕ່ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເອງ.
\s5
\v 12 ແຕ່ຂ້າພະເຈົ້າບໍ່ໄດ້ຮັບເອົາວິນຍານຂອງໂລກ, ແຕ່ໄດ້ຮັບພຣະວິນຍານທີ່ມາຈາກພຣະເຈົ້າ, ເພື່ອຂ້າພະເຈົ້າຈະສາມາດຮູ້ສິ່ງຕ່າງໆທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າຢ່າງບໍ່ຈຳກັດ.
\v 13 ພວກເຮົາກ່າວເຖິງສິ່ງເຫລົ່ານີ້ດ້ວຍຖ້ອຍຄຳທີ່ປັນຍາຂອງມະນຸດບໍ່ສາມາດສອນໄດ້, ແຕ່ດ້ວຍພຣະວິນຍານບໍຣິສຸດເຈົ້າຊົງສອນພວກເຮົາ, ພຣະວິນຍານບໍຣິສຸດເຈົ້າໄດ້ແປຖ້ອຍຄຳ ຝ່າຍວິນຍານຕ່າງໆ ດ້ວຍປັນຍາຝ່າຍວິນຍານ.
\s5
\v 14 ຜູ້ທີ່ບໍ່ໄດ້ຢູ່ຝ່າຍວິນຍານ ບໍ່ສາມາດຮັບເອົາສິ່ງຕ່າງໆທີ່ເປັນຂອງພຣະວິນຍານຂອງພຣະເຈົ້າໄດ້, ເພາະວ່າສິ່ງເຫລົ່ານັ້ນເປັນເລື່ອງໂງ່ສຳລັບລາວ. ລາວບໍ່ສາມາດເຂົ້າໃຈສິ່ງຕ່າງໆເຫລົ່ານັ້ນໄດ້ ເພາະເປັນສີ່ງທີ່ຕ້ອງສັງເກດຝ່າຍວິນຍານ.
\v 15 ຄົນທີ່ຢູ່ຝ່າຍວິນຍານສາມາດສັງເກດຮູ້ທຸກສີ່ງ, ແຕ່ລາວບໍ່ໄດ້ຂື້ນກັບການຕັດສິນຂອງຄົນອື່ນໆ.
\v 16 “ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າ, ທີ່ລາວສາມາດສອນພຣະອົງໄດ້?”ແຕ່ພວກເຮົາມີຫົວໃຈຂອງພຣະຄຣິດ.
\s5
\c 3
\cl ບົດທີ 3
\p
\v 1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າ, ບໍ່ສາມາດເວົ້າກັບທ່ານຄືກັບພວກທີ່ຢູ່ຝ່າຍຈິດວິນຍານ, ແຕ່ຄືເວົ້າກັບພວກທີ່ຢູ່ຝ່າຍເນື້ອຫນັງ, ຄືກັບເວົ້າກັບເດັກນ້ອຍໃນພຣະຄຣິດ.
\v 2 ຂ້າພະເຈົ້າລ້ຽງພວກທ່ານດ້ວຍນົມບໍ່ແມ່ນອາຫານແຂງ, ເພາະໃນອະດີດທ່ານທັງຫລາຍບໍ່ພ້ອມສຳລັບອາຫານແຂງ; ແລະ ແມ່ນແຕ່ດຽວນີ້ທ່ານກໍ່ຍັງບໍ່ພ້ອມ.
\s5
\v 3 ເພາະວ່າທ່ານທັງຫລາຍຍັງຢູ່ຝ່າຍເນື້ອຫນັງ. ເນື່ອງຈາກວ່າຍັງມີຄວາມອິດສາແລະການຜິດຖຽງກັນຢູ່ໃນບັນດາພວກທ່ານ, ພວກທ່ານກໍ່ໄດ້ດຳຣົງຊີວິດຕາມເນື້ອຫນັງ ແລະ ປະພຶດໂຕຄືກັບຄົນທົ່ວໄປແມ່ນຫລືບໍ?
\v 4 ເພາະເມື່ອຄົນຫນື່ງກ່າວວ່າ, "ຂ້າພະເຈົ້າຕິດຕາມໂປໂລ," ແລະ ອີກຄົນກ່າວວ່າ, "ຂ້າພະເຈົ້າຕິດຕາມ ອາໂປໂລ," ພວກທ່ານກໍ່ແມ່ນຄົນທົ່ວໄປບໍ່ແມ່ນບໍ?
\v 5 ອາໂປໂລແມ່ນໃຜ? ໂປໂລແມ່ນໃຜ? ແມ່ນຜູ້ຮັບໃຊ້ທີ່ໄດ້ສອນພວກທ່ານໃຫ້ເຊື່ອ, ຕາມວຽກງານທີ່ອົງພຣະຜູ້ເປັນເຈົ້າໄດ້ມອບຫມາຍໄວ້ໃຫ້ແຕ່ລະຄົນ.
\s5
\v 6 ຂ້າພະເຈົ້າປູກ, ອາໂປໂລຫົດນໍ້າ, ແຕ່ພຣະເຈົ້າຊົງເຮັດໃຫ້ມັນເຕີບໃຫຍ່.
\v 7 ສະນັ້ນ, ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳບໍ່ສຳຄັນຫຍັງ. ແຕ່ພຣະເຈົ້າຜູ້ທີ່ເຮັດໃຫ້ການເຕີບໃຫຍ່ນັ້ນຕ່າງຫາກທີ່ສຳຄັນ.
\s5
\v 8 ບັດນີ້ຄົນທີ່ປູກ ແລະ ຄົນທີ່ຫົດນ້ຳກໍ່ເປັນຫນຶ່ງດຽວກັນ, ແລະ ແຕ່ລະຄົນກໍ່ຈະໄດ້ຮັບຄ່າແຮງງານຕາມທີ່ໄດ້ອອກແຮງງານໄປ.
\v 9 ເພາະຂ້າພະເຈົ້າເປັນເພື່ອນຮ່ວມງານຂອງພຣະເຈົ້າ, ທ່ານທັງຫລາຍກໍ່ເປັນໄຮ່ນາຂອງພຣະເຈົ້າ, ແມ່ນສິ່ງປູກສ້າງຂອງພຣະເຈົ້າ.
\s5
\v 10 ໂດຍພຣະຄຸນຂອງພຣະເຈົ້າທີ່ໄດ້ຖືກມອບໃຫ້ແກ່ຂ້າພະເຈົ້າ ຂ້າພະເຈົ້າໄດ້ວາງຮາກຖານລົງແລ້ວຄ້າຍຄືນາຍຊ່າງທີ່ຊຳນານ, ແລະ ອີກຄົນຫນຶ່ງກໍ່ມາສ້າງຂື້ນຈາກຮາກຖານນັ້ນ. ແຕ່ວ່າແຕ່ລະຄົນຈົ່ງຣະວັງໃຫ້ດີວ່າ ຈະກໍ່ຂຶ້ນຈາກຮາກຖານນັ້ນແນວໃດ.
\v 11 ເພາະບໍ່ມີຜູ້ໃດຈະວາງຮາກຖານອື່ນໄດ້ອີກ ນອກຈາກທີ່ໄດ້ຖືກວາງລົງໄປແລ້ວຄື, ພຣະເຢຊູຄຣິດເຈົ້າ.
\s5
\v 12 ບັດນີ້ເທິງຮາກຖານນັ້ນ ຖ້າຜູ້ໃດສ້າງຂື້ນດ້ວຍທອງ, ເງິນ, ເພັດພອຍ, ໄມ້, ຫຍ້າແຫ້ງ, ຫລື ເຟືອງ,
\v 13 ວຽກງານຂອງແຕ່ລະຄົນຈະປາກົດໃຫ້ເຫັນ, ເພາະແສງສະຫວ່າງຈະເປີດເຜີຍໃຫ້ເຫັນ. ເຊິ່ງຈະຖືກເປີດເຜີຍໃຫ້ເຫັນດ້ວຍໄຟ. ໄຟນັ້ນຈະພິສູດວຽກງານທີ່ແຕ່ລະຄົນໄດ້ເຮັດ.
\s5
\v 14 ຖ້າວຽກງານຂອງຜູ້ໃດທີ່ສາມາດອົດທົນໄດ້, ເຂົາກໍ່ຈະໄດ້ຮັບລາງວັນ;
\v 15 ຖ້າວຽກງາານຂອງໃຜຖືກເຜົາໄຫມ້ໄປ, ເຂົາກໍ່ຈະທົນທຸກກັບການສູນເສຍ, ສ່ວນໂຕເຂົາເອງຈະພົ້ນ, ແຕ່ຄືກັບວ່າພົ້ນອອກຈາກໄຟ.
\s5
\v 16 ທ່ານບໍ່ຮູ້ບໍວ່າພວກທ່ານເປັນວິຫານຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າສະຖິດໃນພວກທ່ານ?
\v 17 ຖ້າຜູ້ໃດທຳ ລາຍວິຫານຂອງພຣະເຈົ້າ, ພຣະເຈົ້າຈະທຳລາຍຜູ້ນັ້ນ. ເພາະວ່າວິຫານຂອງພຣະເຈົ້ານັ້ນບໍຣິສຸດ, ແລະ ພວກທ່ານກໍ່ເຊັ່ນກັນ.
\s5
\v 18 ຢ່າໃຫ້ຜູ້ໃດຫລອກລວງໂຕເອງ. ຖ້າຜູ້ໃດໃນພວກທ່ານຄິດວ່າໂຕເອງມີປັນຍາຕາມຫຼັກຂອງສະໄຫມນີ້, ຈົ່ງໃຫ້ຄົນນັ້ນຍອມເປັນຄົນ“ ໂງ່” ເພື່ອທີ່ຈະໄດ້ເປັນຄົນມີປັນຍາ.
\v 19 ເພາະວ່າປັນຍາຂອງໂລກນີ້ເປັນຄວາມໂງ່ຈ້າສຳລັບພຣະເຈົ້າ. ດັ່ງທີ່ຂຽນໄວ້ວ່າ, "ພຣະອົງຈັບຄົນມີປັນຍາດ້ວຍອຸບາຍຂອງເຂົາເອງ."
\v 20 ແລະ ມີຂຽນໄວ້ອີກວ່າ, "ອົງພຣະຜູ້ເປັນເຈົ້າຊົງຮູ້ວ່າຄວາມຄິດຂອງພວກມີປັນຍານັ້ນແມ່ນບໍ່ມີປະໂຫຍດ."
\s5
\v 21 ສະນັ້ນ ຢ່າເວົ້າໂອ້ອວດເລື່ອງມະນຸດເລີຍ! ເພາະວ່າທຸກຢ່າງເປັນຂອງທ່ານທັງຫລາຍ,
\v 22 ບໍ່ວ່າໂປໂລ, ຫລື ອາໂປໂລ, ຫລື ເປໂຕ, ຫລື ໂລກ, ຫລື ຊີວິດ, ຫລື ຄວາມຕາຍ, ຫລືສິ່ງຂອງຕ່າງໆໃນປະຈຸບັນ, ຫລືສິ່ງຕ່າງໆໃນອະນາຄົດ, ທຸກສິ່ງລ້ວນເປັນຂອງທ່ານ,
\v 23 ແລະ ທ່ານທັງຫລາຍເປັນຂອງພຣະຄຣິດ, ແລະ ພຣະຄຣິດຊົງເປັນຂອງພຣະເຈົ້າ.
\s5
\c 4
\cl ບົດທີ 4
\p
\v 1 ນີ້ຄືສີ່ງທີ່ຜູ້ຄົນຄວນຈະນັບຖືເຮົາຢ່າງໃດ, ຄືແບບຜູ້ຮັບໃຊ້ຂອງພຣະຄຣິດ ແລະ ຜູ້ດູແລຮັກສາຄວາມຈິງອັນເລິກລັບຂອງພຣະເຈົ້າ.
\v 2 ໃນສາຍພົວພັນນີ້, ຜູ້ດູແລຮັກສາຕ້ອງເປັນຜູ້ທີ່ໄວ້ວາງໃຈໄດ້.
\s5
\v 3 ແຕ່ສຳລັບຂ້າພະເຈົ້າ ຂ້າພະເຈົ້າຖືວ່າເປັນເລື່ອງທີ່ບໍ່ສຳຄັນຫາກຂ້າພະເຈົ້າຕ້ອງໄດ້ຮັບການຕັດສິນໂດຍພວກທ່ານ ຫລືໂດຍມະນຸດຄົນໃດຄົນຫນື່ງ. ເພາະວ່າຂ້າພະເຈົ້າບໍ່ໄດ້ຕັດສິນໂຕເອງ.
\v 4 ຂ້າພະເຈົ້າບໍ່ຮູ້ວ່າຂ້າພະເຈົ້າເຮັດຜິດອັນໃດ. ແຕ່ນັ້ນບໍ່ໄດ້ຫມາຍ ຄວາມວ່າຂ້າພະເຈົ້າບໍ່ມີຄວາມຜິດ, ມີແຕ່ອົງພຣະຜູ້ເປັນເຈົ້າເທົ່ານັ້ນທີ່ພິພາກສາຂ້າພະເຈົ້າໄດ້.
\s5
\v 5 ສະນັ້ນ ຢ່າປະກາດການພິພາກສາ ກ່ຽວກັບສິ່ງໃດກ່ອນເຖິງເວລາ, ກ່ອນທີ່ອົງພຣະຜູ້ເປັນເຈົ້າຈະສະເດັດກັບມາ. ພຣະອົງຈະຊົງຈະເປີດເຜີຍສິ່ງຕ່າງໆຂອງຄວາມມືດທີ່ເຊື່ອງໄວ້ ແລະ ຈະຊົງເປີດເຜີຍຈຸດປະສົງຕ່າງໆໃນໃຈ. ຫຼັງຈາກນັ້ນແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ.
\s5
\v 6 ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າໄດ້ນຳຫລັກການຕ່າງໆມາໃຊ້ໃນຕົວຂ້າພະເຈົ້າເອງ ແລະ ອາໂປໂລ, ເພື່ອປະໂຫຍດຂອງພວກທ່ານ ເພື່ອທ່ານຈະໄດ້ຮຽນຮູ້ຈາກຂ້າພະເຈົ້າເຖິງຄວາມຫມາຍທີ່ໄດ້ກ່າວໄວ້ວ່າ, "ຢ່າອອກນອກເຂດແດນທີ່ໄດ້ຂຽນໄວ້." ເພື່ອວ່າຈະບໍ່ມີໃຜໃນພວກທ່ານອວດອ້າງໂດຍການຍົກໂຕເອງສູງກວ່າຄົນອື່ນ.
\v 7 ເພາະມີຄົນທີ່ເຫັນວ່າທ່ານແຕກຕ່າງຈາກຄົນອື່ນບໍ? ມີສິ່ງໃດແດ່ທີ່ທ່ານມີ ແລະ ບໍ່ໄດ້ຮັບໂດຍບໍ່ມີປະໂຫຍດແດ່? ຖ້າທ່ານໄດ້ຮັບມາໂດຍບໍ່ມີປະໂຫຍດ, ເປັນຫຍັງທ່ານຈຶ່ງເວົ້າໂອ້ອວດ ຄືກັບວ່າທ່ານບໍ່ໄດ້ຮັບມາແບບນັ້ນ?
\s5
\v 8 ທ່ານມີທຸກຢ່າງທີ່ທ່ານຕ້ອງການແລ້ວນໍ! ທ່ານກາຍເປັນຄົນຮັ່ງມີແລ້ວນໍ! ທ່ານໄດ້ເລີ່ມຕົ້ນຄອບຄອງແລ້ວ - ໂດຍບໍ່ມີເຮົາເຂົ້າຮ່ວມນຳ, ຈິງໆແລ້ວ! ຂ້າພະເຈົ້າຢາກໃຫ້ທ່ານໄດ້ຄອບຄອງ, ເພື່ອທີ່ຂ້າພະເຈົ້າຈະໄດ້ຄອບຄອງຮ່ວມກັນກັບທ່ານດ້ວຍ
\v 9 ເພາະຂ້າພະເຈົ້າຄິດວ່າພຣະເຈົ້າໄດ້ຊົງແຕ່ງຕັ້ງພວກເຮົາເຊິ່ງເປັນອັກຄະສາວົກໃຫ້ປະກົດຕົວຕາມລຳດັບສຸດທ້າຍ ແລະຢ່າງຜູ້ຖືກລົງໂທດປະຫານ. ຂ້າພະເຈົ້າໄດ້ກາຍມາເປັນພາບທີ່ປະກົດຕໍ່ໂລກ - ຕໍ່ບັນດາທູດສະຫວັນ, ແລະ ຕໍ່ມະນຸດທັງປວງ.
\s5
\v 10 ຂ້າພະເຈົ້າເປັນຄົນໂງ່ເພື່ອເຫັນແກ່ພຣະຄຣິດ, ແຕ່ທ່ານທັງຫລາຍເປັນຄົນມີປັນຍາໃນພຣະຄຣິດ. ຂ້າພະເຈົ້າອ່ອນກຳລັງ, ແຕ່ທ່ານແຂງແຮງ. ທ່ານໄດ້ຮັບກຽດ, ແຕ່ຂ້າພະເຈົ້າບໍ່ໄດ້ຮັບກຽດ.
\v 11 ຈົນຮອດເວລານີ້ຂ້າພະເຈົ້າຍັງອຶດເຂົ້າ ແລະ ຢາກນ້ຳ, ຂ້າພະເຈົ້າບໍ່ມີເຄື່ອງນຸ່ງຫົ່ມ, ຖືກທຸບຕີດ້ວຍຄວາມໂຫດຮ້າຍ ແລະ ຂ້າພະເຈົ້າບໍ່ມີບ່ອນຢູ່ອາໄສເປັນຫລັກແຫລ່ງ.
\s5
\v 12 ພວກເຮົາເຮັດວຽກດ້ວຍມື. ຂອງພວກເຮົາເອງ, ເມື່ອຖືກສາບແຊ່ງ, ພວກເຮົາກໍ່ໃຫ້ພອນ. ເມື່ອຖືກຂົ່ມເຫັງ, ພວກເຮົາກໍ່ອົດທົນ.
\v 13 ເມື່ອຖືກກ່າວຫາ, ພວກເຮົາກໍ່ເວົ້າດ້ວຍຄວາມສຸພາບ. ພວກເຮົາໄດ້ກາຍເປັນ, ຄືຂີ້ເຫຍື້ອຂອງໂລກ ແລະ ຄ້າຍຄືສີ່ງຂອງເສດເຫລືອທີ່ສຸດຂອງທຸກສິ່ງ ແລະ ຍັງເປັນຢູ່ຈົນເຖິງບັດນີ້.
\s5
\v 14 ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອເຮັດໃຫ້ທ່ານອັບອາຍ, ແຕ່ເພື່ອເຕືອນສະຕິທ່ານໃນຖານະທີ່ທ່ານເປັນລູກທີ່ຮັກຂອງຂ້າພະເຈົ້າ.
\v 15 ເພາະໃນພຣະຄຣິດ ເຖິງແມ່ນວ່າທ່ານມີຜູ້ປົກຄອງເປັນສິບພັນຄົນ, ແຕ່ທ່ານຈະມີບິດາຫລາຍຄົນກໍ່ບໍ່ໄດ້. ເພາະໃນພຣະເຢຊູຄຣິດເຈົ້າ ຂ້າພະເຈົ້າໄດ້ກາຍເປັນບິດາຂອງທ່ານຜ່ານທາງຂ່າວປະເສີດ.
\v 16 ສະນັ້ນ ຂ້າພະເຈົ້າຂໍໃຫ້ທ່ານເຮັດຕາມແບບຢ່າງຂ້າພະເຈົ້າ.
\s5
\v 17 ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງສົ່ງຕີໂມທຽວ, ລູກທີ່ຮັກ ແລະ ສັດຊື່ໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ. ລາວຈະເຕືອນທ່ານກ່ຽວກັບການດຳເນີນຊີວິດຕ່າງໆຂອງຂ້າພະເຈົ້້າໃນພຣະຄຣິດ, ດັ່ງທີ່ຂ້າພະເຈົ້າສອນພວກເຂົາໃນທຸກບ່ອນ ແລະ ທຸກຄຣິສຕະຈັກ.
\v 18 ບັດນີ້ ບາງຄົນໃນພວກທ່ານໄດ້ອວດຕົວຂຶ້ນ, ເຫມືອນກັບວ່າຂ້າພະເຈົ້າຈະບໍ່ມາຫາພວກທ່ານ.
\s5
\v 19 ຖ້າເປັນພຣະປະສົງຂອງອົງພຣະຜູ້ເປັນເຈົ້າ, ຂ້າພະເຈົ້າຈະມາຫາທ່ານໃນໄວໆນີ້. ຕອນນັ້ນຂ້າພະເຈົ້າກໍ່ຈະໄດ້ຮູ້ ບໍ່ພຽງແຕ່ຄຳເວົ້າຂອງຄົນເຫລົ່ານີ້ທີ່ອວດຕົວຂຶ້ນເທົ່ານັ້ນ, ແຕ່ທີ່ຂ້າພະເຈົ້າຈະເຫັນອຳນາດຂອງພວກເຂົາຄືກັນ.
\v 20 ເພາະວ່າຣາຊອານາຈັກຂອງພຣະເຈົ້ານັ້ນບໍ່ໄດ້ປະກອບດ້ວຍຄຳເວົ້າ ແຕ່ດ້ວຍຣິດອຳນາດ.
\v 21 ພວກທ່ານຕ້ອງການແບບໃດ? ຈະໃຫ້ຂ້າພະເຈົ້າມາຫາທ່ານດ້ວຍໄມ້ແສ້ ຫລື ດ້ວຍຄວາມຮັກ ແລະ ດ້ວຍໃຈທີ່ອ່ອນສຸພາບ?
\s5
\c 5
\cl ບົດທີ 5
\p
\v 1 ພວກຂ້າພະເຈົ້າໄດ້ຍິນຂ່າວເລົ່າລືກັນວ່າ ມີການປະພຶດຜິດທາງເພດໃນບັນດາພວກທ່ານ, ເປັນການປະພຶດຜິດທີ່ບໍ່ປ່ອຍໃຫ້ເກີດຂື້ນແມ້ແຕ່ໃນບັນດາຄົນຕ່າງຊາດ. ມີລາຍງານວ່າ ມີຄົນຫນຶ່ງໃນພວກທ່ານຫລັບນອນກັບເມຍຂອງພໍ່ຂອງລາວ.
\v 2 ແລະ ທ່ານຍັງອວດໂຕຂື້ນ! ແທນທີ່ທ່ານຄວນຈະໂສກເສົ້າບໍ່ແມ່ນບໍ? ຜູ້ທີ່ເຮັດສິ່ງນີ້ຈະຕ້ອງຖືກໄລ່ອອກຈາກພວກທ່ານ.
\s5
\v 3 ເຖິງແມ່ນວ່າໂຕຂ້າພະເຈົ້າບໍ່ໄດ້ຢູ່ນຳ ແຕ່ຂ້າພະເຈົ້າຍັງຄົງຢູ່ທີ່ນັ້ນໃນຝ່າຍວິນຍານ, ຂ້າພະເຈົ້າຈຶ່ງຕັດສິນຜູ້ກະທຳຜິດນັ້ນ, ຄືກັບວ່າຂ້າພະເຈົ້າຢູ່ທີ່ນັ້ນນຳ.
\v 4 ເມື່ອພວກທ່ານເຕົ້າໂຮມກັນໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າ, ແລະ ວິນຍານຂອງຂ້າພະເຈົ້າກໍຢູ່ທີ່ນັ້ນເຊັ່ນກັນ. ຂ້າພະເຈົ້າໄດ້ລົງໂທດຄົນນີ້ໃນຣິດທານຸພາບຂອງອົງພຣະເຢຊູຄຣິດເຈົ້າ.
\v 5 ຂ້າພະເຈົ້າເຮັດສິ່ງນີ້ເພື່ອມອບເຂົາໃຫ້ມານຊາຕານເພື່ອການທຳລາຍເນື້ອຫນັງ, ເພື່ອວິນຍານຂອງລາວຈະໄດ້ພົ້ນໃນວັນແຫ່ງອົງພຣະຜູ້ເປັນເຈົ້າ.
\s5
\v 6 ຄວາມອວດອ້າງຂອງທ່ານນັ້ນບໍ່ດີເລີຍ. ທ່ານບໍ່ຮູ້ບໍວ່າເຊື້ອແປ້ງພຽງແຕ່ເລັກນ້ອຍກໍ່ເຮັດໃຫ້ເແປ້ງດິບທັງກອ້ນຟູຂື້ນໄດ້?
\v 7 ພວກທ່ານຕ້ອງຊຳຣະບາບກັມໂຕເອງຈາກເຊື້ອເກົ່າເພື່ອທ່ານຈະກາຍເປັນແປ້ງດິບໃຫມ່, ປ່ຽນເປັນເຂົ້າຈີ່ບໍ່ມີເຊື້ອ. ເນື່ອງຈາກວ່າພຣະຄຣິດ, ຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົານັ້ນໄດ້ຖືກຖວາຍໃຫ້ເປັນເຄື່ອງບູຊາແລ້ວ.
\v 8 ສະນັ້ນ ຈົ່ງມາສະຫລອງເທສະການ, ບໍ່ແມ່ນດ້ວຍເຊື້ອເກົ່າທີ່ເປັນເຊື້ອຂອງຄວາມປະພຶດຊົ່ວ ແລະ ຄວາມຊົ່ວຮ້າຍ. ແຕ່ໃນທາງກົງກັນຂ້ວາມ, ໃຫ້ພວກເຮົາສະເຫລີມສະຫລອງດ້ວຍເຂົ້າຈີ່ບໍ່ມີເຊື້ອ ຄືດ້ວຍຄວາມສັດຊື່ແລະ ຄວາມຈິງ.
\s5
\v 9 ຂ້າພະເຈົ້າໄດ້ຂຽນຫາທ່ານວ່າ ຢ່າຄົບຫາກັບຜູ້ຄົນທີ່ປະພຶດຜິດທາງເພດ.
\v 10 ຂ້າພະເຈົ້າບໍ່ໄດ້ກ່າວເຖິງຄົນບາບຂອງໂລກນີ້, ຫລື ຄົນໂລບມາກ, ຫລື ຄົນໂກງ, ຫລື ຄົນທີ່ຂາບໄຫ້ວບູຊາຮູບປັ້ນ, ເພາະການທີ່ຈະຢູ່ຫ່າງຈາກພວກເຂົານັ້ນ ທ່ານຄົງຕ້ອງອອກໄປຈາກໂລກ.
\s5
\v 11 ແຕ່ບັດນີ້ ຂ້າພະເຈົ້າຂຽນຫາທ່ານບໍ່ໃຫ້ຄົບຫາກັບຜູ້ໃດກໍ່ຕາມທີ່ໄດ້ຊື່ວ່າເປັນພີ່ນ້ອງແຕ່ຍັງເປັນຄົນທີ່ໃຊ້ຊີວິດຢູ່ໃນການປະພຶດຜິດທາງເພດ, ຫລືຍັງເປັນຄົນໂລບ, ຫລືຍັງເປັນຄົນທີ່ຂາບໄຫ້ວຮູບເຄົາຣົບ, ຫຼືຍັງເປັນຄົນຫຍາບຊ້າ, ຫຼືຍັງເປັນຄົນຂີ້ເຫລົ້າເມົາຢາຢູ່, ຫຼືຍັງເປັນຄົນຂີ້ຕົວະ. ຢ່າກິນອາຫານຮ່ວມກັບບຸກຄົນແບບນີ້.
\v 12 ເພາະຂ້າພະເຈົ້າຈະມີສ່ວນຮ່ວມກັບການຕັດສິນລົງໂທດຄົນເຫລົ່ານັ້ນທີ່ຢູ່ພາຍນອກຄຣິສຕະຈັກໄດ້ແນວໃດ? ແຕ່ກົງກັນຂ້າມ, ທ່ານຕ້ອງຕັດສິນລົງໂທດຄົນເຫລົ່ານັ້ນຢູ່ພາຍໃນຄຣິສຕະຈັກບໍ່ແມ່ນບໍ?
\v 13 ແຕ່ພຣະເຈົ້າຈະເປັນຜູ້ທີ່ພິພາກສາຄົນເຫລົ່ານັ້ນທີ່ຢູ່ພາຍນອກເອງ. "ຈົ່ງຂັບໄລ່ຄົນຊົ່ວອອກຈາກທ່າມກາງພວກທ່ານ."
\s5
\c 6
\cl ບົດທີ 6
\p
\v 1 ເມື່ອຜູ້ໃດໃນພວກທ່ານ ຂັດແຍ້ງກັນກັບອີກຄົນ, ສົມຄວນບໍທີ່ລາວຈະໄປເວົ້າຄວາມກັນທີ່ສານຕໍ່ຫນ້າຜູ້ພິພາກສາທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອຖືແທນທີ່ຈະໄປຢູ່ຕໍ່ຫນ້າຜູ້ທີ່ເຊື່ອທັງຫລາຍ?
\v 2 ທ່ານບໍ່ຮູ້ບໍວ່າຜູ້ທີ່ເຊື່ອນັ້ນຈະພິພາກສາໂລກ? ແລະ ຖ້າທ່ານຈະພິພາກສາໂລກ, ທ່ານບໍ່ສາມາດຈັດການກັບສິ່ງຕ່າງໆທີ່ເປັນເລື່ອງເລັກນ້ອຍເຫລົ່ານີ້ໄດ້ເລີຍບໍ?
\v 3 ທ່ານບໍ່ຮູ້ບໍວ່າພວກເຮົາຈະພິພາກສາເຫລົ່າທູດສະຫວັນ? ແລ້ວຍິ່ງໄປກວ່ານັ້ນ ເຮົາຕັດສິນເລື່ອງຂອງຊີວິດນີ້ບໍ່ໄດ້ເລີຍບໍ?
\s5
\v 4 ດັ່ງນັ້ນ ຖ້າທ່ານຕ້ອງທຳການຕັດສິນຄະດີຕ່າງໆ ທີ່ກ່ຽວກັບຊີວິດປະຈຳວັນ, ເປັນຫຍັງທ່ານຈຶ່ງວາງຄະດີຄວາມຕ່າງໆນີ້ໄວ້ກັບຜູ້ທີ່ບໍ່ໄດ້ຢູ່ໃນຄຣິສຕະຈັກ?
\v 5 ຂ້າພະເຈົ້າໄດ້ເວົ້າເລື່ອງນີ້ເພື່ອໃຫ້ທ່ານອັບອາຍ. ບໍ່ມີໃຜໃນທ່າມກາງພວກທ່ານມີປັນຍາພໍທີ່ຈະຈັດການກັບຄວາມຂັດແຍ້ງລະຫວ່າງພີ່ນ້ອງທັງຫລາຍບໍ?
\v 6 ແຕ່ກາຍເປັນວ່າຜູ້ທີ່ເຊື່ອຄົນຫນື່ງ, ໄປຟ້ອງຮ້ອງຜູ້ທີ່ເຊື່ອອີກຄົນກັບສານ, ແລະ ຄະດີຄວາມນັ້ນກໍ່ຖືກຍື່ນຕໍ່ຜູ້ພິພາກສາຜູ້ທີ່ບໍ່ແມ່ນຜູ້ທີ່ເຊື່ອ!
\s5
\v 7 ຄວາມຈິງຄືເມື່ອມີການຂັດແຍ້ງກັນຕ່າງໆທັງຫມົດ ໃນລະຫວ່າງຄຣິສຕຽນ ນັ້ນແມ່ນຄວາມລົ້ມເຫລວສຳລັບທ່ານ. ເປັນຫຍັງທ່ານບໍ່ຍອມທົນທຸກຍ້ອນຄວາມຮູ້ສຶກຜິດ? ເປັນຫຍັງທ່ານຈຶ່ງບໍ່ຍອມຖືກໂກງ?
\v 8 ແຕ່ທ່ານພັດເຮັດຜິດ ແລະ ຫລອກລວງຄົນອື່ນ, ແລະ ຄົນເຫລົ່ານີ້ກໍ່ແມ່ນພວກພີ່ນ້ອງຂອງທ່ານເອງ!
\s5
\v 9 ທ່ານບໍ່ຮູ້ບໍວ່າຄົນຊົ່ວຈະບໍ່ໄດ້ຮັບມູນມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ? ຢ່າຫລົງເຊື່ອຄຳຫລອກລວງ, ຄົນທີ່ປະພຶດຜິດທາງເພດ, ພວກຂາບໄຫ້ວຮູບເຄົາຣົບ, ພວກລ່ວງປະເວນີ, ພວກຜູ້ຊາຍຂາຍໂຕ, ຄົນເຫລົ່ານັ້ນທີ່ມີພຶດຕິກຳຮັກຮ່ວມເພດ,
\v 10 ພວກຂີ້ລັກ, ພວກໂລບ, ພວກຂີ້ເຫລົ້າເມົາຢາ, ພວກເວົ້າຕົວະ, ພວກຄົນໂກງ - ບໍ່ມີຄົນໃດໃນພວກເຂົາຈະໄດ້ຮັບມໍຣະດົກໃນຣາຊອານາຈັກຂອງພຣະເຈົ້າ.
\v 11 ແລະ ບາງຄົນໃນພວກທ່ານເຄີຍເປັນແບບນັ້ນ. ແຕ່ທ່ານທັງຫລາຍໄດ້ຮັບການຊຳຣະແລ້ວ, ແຕ່ທ່ານທັງຫລາຍໄດ້ຖືກມອບໄວ້ຕໍ່ພຣະເຈົ້າແລ້ວ ແຕ່ທ່ານທັງຫລາຍໄດ້ຖືກເຮັດໃຫ້ຊອບທັມຕໍ່ພຣະເຈົ້າແລ້ວ ໃນນາມຂອງອົງພຣະເຢຊູຄຣິດເຈົ້າ ແລະ ໂດຍພຣະວິນຍານຂອງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\v 12 "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ບໍ່ແມ່ນທຸກຢ່າງຈະມີປະໂຫຍດ. "ຂ້າພະເຈົ້າເຮັດທຸກຢ່າງໄດ້," ແຕ່ຂ້າພະເຈົ້າຈະບໍ່ຍອມຢູ່ໃຕ້ອຳນາດໂດຍສີ່ງໃດໆເຫລົ່ານັ້ນ.
\v 13 "ອາຫານນັ້ນມີໄວ້ສຳລັບກະເພາະ, ແລະ ກະເພາະກໍ່ມີໄວ້ສຳລັບອາຫານ," ແຕ່ພຣະເຈົ້າຈະເປັນຜູ້ທຳລາຍທັງສອງຢ່າງ. ຮ່າງກາຍບໍ່ໄດ້ໄວ້ເພື່ອການກະທຳທີ່ຜິດທາງເພດ. ແຕ່ໃນທາງກົງກັນຂ້ວາມ, ຮ່າງກາຍມີໄວ້ສຳລັບອົງພຣະຜູ້ເປັນເຈົ້າ, ແລະ ອົງພຣະຜູ້ເປັນເຈົ້າຈະຈັດຕຽມສຳລັບຮ່າງກາຍ.
\s5
\v 14 ພຣະເຈົ້າຊົງບັນດານໃຫ້ອົງພຣະຜູ້ເປັນເຈົ້າຄືນຂຶ້ນມາຈາກຕາຍຢ່າງໃດ ແລະ ຈະຊົງເຮັດໃຫ້ພວກເຮົາເປັນຂື້ນມາໂດຍຣິດອຳນາດຂອງພຣະອົງດ້ວຍ.
\v 15 ທ່ານຮູ້ບໍ່ວ່າຮ່າງກາຍຂອງພວກທ່ານເປັນອະວັຍະວະຂອງພຣະຄຣິດ? ສົມຄວນຫລືທີ່ຂ້າພະເຈົ້າຈະເອົາອະວັຍະວະຂອງພຣະຄຣິດໄປເຂົ້າສ່ວນກັບຄົນຂາຍໂຕ? ຢ່າປ່ອຍໃຫ້ເປັນແບບນັ້ນ!
\s5
\v 16 ທ່ານບໍ່ຮູ້ບໍວ່າຄົນທີ່ເຂົ້າສ່ວນກັບຍິງໂສເພນີກາຍເປັນຮ່າງກາຍດຽວກັບນາງ? ດັ່ງທີ່ ພຣະຄັມພີກ່າວໄວ້ວ່າ, "ທັງສອງຈະກາຍເປັນຮ່າງກາຍດຽວກັນ."
\v 17 ແຕ່ຜູ້ທີ່ເຂົ້າສ່ວນກັບອົງພຣະຜູ້ເປັນເຈົ້າກໍ່ກາຍເປັນວິນຍານດຽວກັນກັບພຣະອົງ.
\s5
\v 18 ຈົ່ງແລ່ນຫນີຈາກການປະພຶດທີ່ຜິດທາງເພດ! ບາບອື່ນໆນອກຈາກນີ້ທັງຫມົດທີ່ມະນຸດເຮັດນັ້ນຢູ່ນອກຮ່າງກາຍ, ແຕ່ຜູ້ທີ່ປະພຶດຜິດທາງເພດນັ້ນໄດ້ເຮັດຜິດບາບຕໍ່ຮ່າງກາຍຕົນເອງ.
\s5
\v 19 ທ່ານຮູ້ບໍ່ວ່າຮ່າງກາຍຂອງທ່ານເປັນພຣະວິຫານຂອງພຣະວິນຍານບໍຣິສຸດເຈົ້າ, ຜູ້ສະຖິດຢູ່ພາຍໃນທ່ານ, ເປັນຜູ້ທີ່ທ່ານໄດ້ຮັບມາຈາກພຣະເຈົ້າ? ທ່ານບໍ່ຮູ້ບໍວ່າທ່ານບໍ່ໄດ້ເປັນເຈົ້າຂອງໂຕທ່ານເອງ?
\v 20 ເພາະພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່ານ. ດ້ວຍເຫດນີ້ ຈົ່ງຖວາຍພຣະກຽດແດ່ພຣະເຈົ້າດ້ວຍຮ່າງກາຍຂອງທ່ານເຖີດ.
\s5
\c 7
\cl ບົດທີ 7
\p
\v 1 ກ່ຽວກັບປະເດັນທີ່ພວກທ່ານຂຽນມານັ້ນ: "ການທີ່ຜູ້ຊາຍບໍ່ແຕະຕ້ອງຜູ້ຍິງເລີຍເປັນເລື່ອງທີ່ດີແລ້ວ."
\v 2 ແຕ່ເນື່ອງຈາກມີສີ່ງລໍ້ລວງໃຈຕ່າງໆ ທີ່ຈະນຳໄປສູ່ການປະພຶດທີ່ບໍ່ຖືກຕ້ອງທາງເພດ, ຜູ້ຊາຍແຕ່ລະຄົນຄວນມີເມຍເປັນຂອງຕົນເອງ, ແລະ ແມ່ຍິງແຕ່ລະຄົນຄວນມີຜົວເປັນຂອງຕົນເອງ.
\s5
\v 3 ຜົວຄວນໃຫ້ສິດທິຄູ່ສົມຣົດຈະມີຄວາມສຳພັນກັນກັບເມຍ, ແລະ ເມຍກໍ່ຄວນໃຫ້ກັບຜົວເຊັ່ນດຽວກັນ.
\v 4 ເມຍບໍ່ມີສິດເຫນືອຮ່າງກາຍຕົນເອງ, ແຕ່ສິດນັ້ນເປັນຂອງຜົວ. ໃນທາງດຽວກັນ, ຜົວກໍ່ບໍ່ມີສິດເຫນືອຮ່າງກາຍຂອງຕົນ, ແຕ່ວ່າສິດທິນັ້ນເປັນຂອງເມຍ.
\s5
\v 5 ຢ່າປະຕິເສດການມີຄວາມສຳພັນຕໍ່ກັນລະຫວ່າງຜົວເມຍ, ນອກຈາກທີ່ໄດ້ຕົກລົງເຫັນດີກັນເປັນໄລຍະເວລາຫນື່ງຕາມທີ່ກຳນົດ. ຈົ່ງເຮັດສີ່ງນີ້ເພື່ອທີ່ທ່ານຈະໄດ້ອຸທິດຕົວໃນການອະທິຖານ. ຈາກນັ້ນກໍ່ຄວນກັບມາມີຄວາມສຳພັນຕໍ່ກັນອີກຄັ້ງ, ເພື່ອທີ່ມານຊາຕານຈະບໍ່ໄດ້ລໍ້ລວງທ່ານເພາະວ່າທ່ານຂາດການຄວບຄຸມ ຕົນເອງ.
\v 6 ແຕ່ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ກັບທ່ານເພື່ອເປັນການອະນຸຍາດ ແລະ ບໍ່ແມ່ນການສັ່ງ.
\v 7 ຂ້າພະເຈົ້າປາຖະຫນາໃຫ້ທຸກຄົນຈະເປັນຄືຂ້າພະເຈົ້າ. ແຕ່ວ່າແຕ່ລະຄົນກໍ່ມີຂອງປຣະທານຂອງຕົນເອງຈາກພຣະເຈົ້າ. ຄົນຫນື່ງມີຂອງປຣະທານປະເພດນີ້, ແລະ ອີກຄົນ ມີຂອງປະເພດນັ້ນ.
\s5
\v 8 ຂ້າພະເຈົ້າສາມາດເວົ້າກັບຄົນທີ່ບໍ່ໄດ້ແຕ່ງງານ ແລະ ຄົນທີ່ເປັນຫມ້າຍວ່າ ເປັນການດີຖ້າພວກເຂົາຈະສືບຕໍ່ເປັນໂສດ, ຄືກັນກັບຂ້າພະເຈົ້າ.
\v 9 ແຕ່ຖ້າພວກເຂົາບໍ່ສາມາດຄວບຄຸມຕົວເອງໄດ້, ພວກເຂົາກໍ່ຄວນຈະແຕ່ງງານ. ເພາະໃຫ້ພວກເຂົາແຕ່ງງານກໍ່ດີກ່ວາມີໃຈຮ້ອນຮົນດ້ວຍຕັນຫາຄວາມຢາກ.
\s5
\v 10 ສ່ວນຄົນທີ່ແຕ່ງງານແລ້ວ ຂ້າພະເຈົ້າຂໍສັ່ງ-ບໍ່ແມ່ນຕົວຂ້າພະເຈົ້າເອງ, ແຕ່ມາຈາກອົງພຣະຜູ້ເປັນເຈົ້າວ່າ ເມຍບໍ່ຄວນຢູ່ຫ່າງຈາກຜົວ,
\v 11 (ແຕ່ຖ້ານາງແຍກຈາກຜົວຂອງນາງແລ້ວ ນາງກໍ່ບໍ່ຄວນຈະແຕ່ງງານໃຫມ່ ຫລື ບໍ່ກໍ່ກັບໄປຄືນດີກັບຜົວ)-ແລະ ຜົວບໍ່ຄວນຈະປະຮ້າງເມຍ.
\s5
\v 12 ຂ້າພະເຈົ້າຂໍກ່າວກັບພວກທີ່ເຫລືອ - ຂ້າພະເຈົ້າເວົ້າເອງ,- ບໍ່ແມ່ນອົງພຣະຜູ້ເປັນເຈົ້າກ່າວ -ຖ້າພີ່ນ້ອງຄົນໃດມີເມຍທີ່ບໍ່ໄດ້ເປັນຜູ້ເຊື່ອ, ແລະ ຖ້ານາງພໍໃຈທີ່ຈະຢູ່ກັບລາວ, ລາວກໍ່ບໍ່ຄວນຢ່າຮ້າງນາງ.
\v 13 ຖ້າຜູ້ຍິງຄົນໃດມີຜົວທີ່ບໍ່ໄດ້ເປັນຜູ້ທີ່ເຊື່ອ, ແລະ ຖ້າລາວພໍໃຈທີ່ຈະຢູ່ກັບນາງ, ນາງກໍ່ບໍ່ຄວນຢ່າຮ້າງຈາກລາວ.
\v 14 ດ້ວຍວ່າຜົວທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງເມຍ, ແລະ ເມຍທີ່ບໍ່ເຊື່ອນັ້ນກໍ່ໄດ້ຮັບການຊຳຣະໃຫ້ບໍຣິສຸດຜ່ານທາງຜົວ ຖ້າບໍ່ດັ່ງນັ້ນລູກໆຂອງພວກທ່ານກໍ່ເປັນມົນທິນ. ແຕ່ໃນຄວາມເປັນຈິງຄືພວກເຂົາໄດ້ຮັບການຊຳຣະແລ້ວ
\s5
\v 15 ແຕ່ຖ້າຄູ່ຄອງທີ່ບໍ່ເປັນຄຣິສຕຽນຈະຈາກໄປ, ກໍ່ໃຫ້ລາວໄປ. ໃນກໍຣະນີແບບນີ້, ພີ່ນ້ອງຊາຍ ຫລື ຍິງບໍ່ໄດ້ຖືກຜູກມັດໄວ້ກັບຄຳສາບານຂອງພວກເຂົາ. ພຣະເຈົ້າຊົງເອີ້ນພວກເຮົາໃຫ້ຢູ່ຢ່າງສະຫງົບສຸກ.
\v 16 ທ່ານຜູ້ເປັນພັັນຣະຍາ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍສາມີຂອງທ່ານໃຫ້ພົ້ນໄດ້? ຫລື ທ່ານຜູ້ເປັນສາມີ, ທ່ານຈະຮູ້ໄດ້ແນວໃດ, ວ່າທ່ານຈະຊ່ວຍພັນຣະຍາຂອງທ່ານໃຫ້ພົ້ນໄດ້?
\s5
\v 17 ພຽງແຕ່ໃຫ້ແຕ່ລະຄົນດຳຣົງຊີວິດຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກຳນົດໃຫ້ລາວ, ແລະ ຕາມທີ່ພຣະເຈົ້າໄດ້ຊົງເອີ້ນພວກເຂົາແຕ່ລະຄົນ. ນີ້ແມ່ນຄຳສັ່ງຂອງຂ້າພະເຈົ້າຕໍ່ຄຣິສຕະຈັກທັງ ຫມົດ.
\v 18 ມີຜູ້ໃດທີ່ໄດ້ເຂົ້າພິທີຕັດແລ້ວ ເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນພະຍາຍາມເຮັດຕົວຄືກັບຄົນທີ່ຍັງບໍ່ເຂົ້າພິທີຕັດ ມີຜູ້ໃດທີ່ຍັງບໍ່ໄດ້ເຂົ້າພິທີຕັດເມື່ອລາວໄດ້ຮັບການຊົງເອີ້ນໃຫ້ມາເຊື່ອ? ລາວກໍ່ບໍ່ຄວນຕ້ອງເຂົ້າພິທີຕັດ.
\v 19 ເພາະວ່າການເຂົ້າພິທີຕັດ ຫລື ການບໍ່ເຂົ້າພິທີຕັດນັ້ນບໍ່ສຳຄັນຫຍັງ. ແຕ່ການເຊື່ອຟັງພຣະບັນຍັດຕ່າງໆຂອງພຣະເຈົ້າແມ່ນສີ່ງທີ່ສຳຄັນ.
\s5
\v 20 ແຕ່ລະຄົນຄວນຈະຢູ່ໃນສະຖານະທີ່ລາວເຄີຍຢູ່ ເມື່ອເວລາທີ່ພຣະເຈົ້າຊົງເອີ້ນລາວໃຫ້ມາເຊື່ອ.
\v 21 ພຣະເຈົ້າຊົງເອີ້ນທ່ານເມື່ອເປັນຂ້າໃຊ້ຢູ່ບໍ? ຢ່າກັງວົນເລີຍ ແຕ່ຖ້າທ່ານສາມາດເປັນອິສຣະໄດ້, ຈົ່ງໃຊ້ສິດນັ້ນ.
\v 22 ເພາະຜູ້ໃດທີ່ອົງພຣະຜູ້ເປັນເຈົ້າຊົງເອີ້ນເມື່ອເປັນຂ້າໃຊ້ ຜູ້ນັ້ນກໍ່ເປັນອິສຣະໃນຂອງອົງພຣະຜູ້ເປັນເຈົ້າ. ໃນລັກສະນະດຽວກັນ ຜູ້ທີ່ໄດ້ຮັບການຊົງເອີ້ນໃຫ້ມາເຊື່ອເມື່ອເປັນອິສຣະ ລາວເປັນຂ້າໃຊ້ຂອງພຣະຄຣິດ.
\v 23 ພຣະເຈົ້າຊົງຈ່າຍຄ່າສູງເພື່ອຊື້ທ່ານ, ສະນັ້ນຈົ່ງຢ່າເປັນຂ້າໃຊ້ຂອງມະນຸດ.
\v 24 ພີ່ນ້ອງທັງຫລາຍ, ພວກເຮົາແຕ່ລະຄົນເຄີຍຢູ່ໃນຖານະໃດເມື່ອເຮົາຖືກເອີ້ນໃຫ້ມາເຊື່ອ, ກໍ່ໃຫ້ເຮົາຢູ່ໃນຖານະນັ້ນຕໍ່ໄປ.
\s5
\v 25 ເລື່ອງຄົນເຫລົ່ານັ້ນທີ່ບໍ່ເຄີຍແຕ່ງງານ, ຂ້າພະເຈົ້າບໍ່ໄດ້ຮັບຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ. ແຕ່ຂ້າພະເຈົ້າຂໍສະແດງຄວາມເຫັນໃນຖານະທີ່ເປັນຜູ້ໄດ້ຮັບພຣະເມດຕາ, ຈາກອົງພຣະຜູ້ເປັນເຈົ້າ, ໃຫ້ເປັນຜູ້ທີ່ໄວ້ໃຈໄດ້.
\v 26 ດັ່ງນັ້ນ, ຍ້ອນວ່າຄວາມລຳບາກທີ່ກຳລັງໃກ້ເຂົ້າມາ, ຂ້າພະເຈົ້າຄິດວ່າເປັນເລື່ອງທີ່ດີທີ່ທຸກຄົນຈະຢູ່ຢ່າງທີ່ເຂົາເປັນຢູ່.
\s5
\v 27 ທ່ານຜູກພັນກັບພັນຣະຍາແລ້ວບໍ? ຢ່າຫາທາງທີ່ຈະເປັນອິສຣະຈາກນາງ. ທ່ານບໍ່ມີພັນຣະຍາບໍ? ຢ່າຊອກຫາພັນຣະຍາເລີຍ.
\v 28 ແຕ່ຖ້າທ່ານແຕ່ງງານ, ທ່ານກໍ່ບໍ່ໄດ້ເຮັດບາບ. ແລະ ຖ້າຜູ້ຍິງທີ່ຍັງບໍ່ແຕ່ງງານໄດ້ແຕ່ງງານ, ນາງກໍ່ບໍ່ໄດ້ເຮັດບາບ. ແຕ່ຄົນເຫລົ່ານັ້້ນທີ່ແຕ່ງງານຈະມີຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດ, ແລະ ຂ້າພະເຈົ້າປາຖນາທີ່ຈະຮັກສາທ່ານໄວ້ຈາກສິ່ງເຫລົ່ານັ້ນ.
\s5
\v 29 ພີ່ນ້ອງທັງຫລາຍ: ຂ້າພະເຈົ້າຫມາຍຄວາມວ່າ, ເວລາເຫລືອຫນ້ອຍແລ້ວ. ຈາກນີ້ໄປ, ໃຫ້ພວກທີ່ມີພັນຣະຍາມີຊີວິດຄືກັນກັບວ່າບໍ່ມີພັນຣະຍາ.
\v 30 ພວກທີ່ໂສກເສົ້າຄວນປະພຶດຕົວຄືກັບວ່າພວກເຂົາບໍ່ໂສກເສົ້າ, ແລະ ພວກທີ່ປິຕິຍິນດີຄືກັບວ່າພວກເຂົາບໍ່ມີປິຕິຍິນດີ, ແລະ ພວກທີ່ຊື້ເຄື່ອງຄືກັບວ່າພວກເຂົາບໍ່ໄດ້ເປັນເຈົ້າຂອງຫຍັງເລີຍ;
\v 31 ແລະ ຄົນເຫລົ່ານັ້ນທີ່ກ່ຽວຂ້ອງກັບສິ່ງຂອງທາງໂລກກໍ່ບໍ່ຄວນສະແດງອອກຄືກັບວ່າພວກເຂົາມີສ່ວນຮ່ວມຢ່າງເຕັມທີ່ກັບສິ່ງເຫລົ່ານັ້ນ. ເພາະຣະບົບຂອງໂລກນີ້ກຳລັງຈະສິ້ນສຸດ.
\s5
\v 32 ຂ້າພະເຈົ້າຢາກໃຫ້ທ່ານເປັນອິສຣະຈາກຄວາມກັງວົນຕ່າງໆ. ຜູ້ຊາຍທີ່ບໍ່ໄດ້ແຕ່ງງານກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດໃຫ້ພຣະອົງພໍພຣະທັຍ.
\v 33 ແຕ່ຜູ້ຊາຍທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ພັນຣະຍາພໍໃຈ -
\v 34 ລາວຖືກແຍກອອກເປັນສອງສ່ວນ. ຝ່າຍຜູ້ຍິງທີ່ບໍ່ແຕ່ງງານ ຫລື ຍິງສາວບໍຣິສຸດກໍ່ເອົາໃຈໃສ່ໃນວຽກງານຂອງອົງພຣະຜູ້ເປັນເຈົ້າ, ວ່າຈະເຮັດແນວໃດຈື່ງຈະໄດ້ເປັນຄົນບໍຣິສຸດໃນຝ່າຍຮ່າງກາຍ ແລະ ໃນຝ່າຍວິນຍານ. ແຕ່ຜູ້ຍິງທີ່ແຕ່ງງານແລ້ວກໍ່ເອົາໃຈໃສ່ໃນວຽກງານຂອງໂລກ, ວ່າຈະເຮັດແນວໃດໃຫ້ສາມີຂອງນາງພໍໃຈ.
\s5
\v 35 ຂ້າພະເຈົ້າກ່າວເລື່ອງນີ້ເພື່ອປະໂຫຍດຂອງທ່ານເອງ, ແລະ ບໍ່ໄດ້ໃຊ້ຫຍັງມາບີບບັງຄັບທ່ານ. ຂ້າພະເຈົ້າກ່າວສິ່ງນີ້ເພື່ອໃຫ້ທ່ານເຮັດໃນສິ່ງທີ່ຖືກຕ້ອງ, ເພື່ອທີ່ທ່ານຈະອຸທິດຕົນຕໍ່ອົງພຣະຜູ້ເປັນເຈົ້າໂດຍບໍ່ມີສິ່ງໃດມາເຮັດໃຫ້ທ່ານຫວັ່ນໄຫວ.
\s5
\v 36 ແຕ່ຖ້າຊາຍໃດຄິດວ່າລາວບໍ່ສາມາດປະຕິບັດຕໍ່ຄູ່ຫມັ້ນຂອງລາວດ້ວຍການໃຫ້ກຽດໄດ້ ແລະ ຖ້ານາງມີອາຍຸເກີນວັຍແຕ່ງງານແລ້ວ ແລະມັນເຖິງເວລາທີ່ຈະແຕ່ງງານ - ຊາຍຄົນນັ້ນກໍ່ຄວນເຮັດໃນສິ່ງທີ່ລາວຕ້ອງການ ລາວບໍ່ໄດ້ເຮັດບາບ. ພວກເຂົາຄວນແຕ່ງງານກັນ.
\v 37 ແຕ່ຊາຍໃດທີ່ຕັ້ງໃຈຫມັ້ນຄົງ, ຖ້າລາວບໍ່ຮູ້ສຶກກົດດັນ ແຕ່ສາມາດຄວບຄຸມຄວາມຕ້ອງການຂອງຕົນເອງໄດ້, ແລະ ຖ້າລາວຕັດສິນໃຈວ່າຈະເຮັດສິ່ງນີ້, ທີ່ຈະຮັກສາຄູ່ຫມັ້ນຂອງລາວໃຫ້ບໍຣິສຸດ, ລາວກໍ່ເຮັດໄດ້ດີ.
\v 38 ສະນັ້ນ ຄົນທີ່ແຕ່ງງານກັບຄູ່ຫມັ້ນຂອງເຂົາກໍ່ເຮັດໄດ້ດີແລ້ວ, ແລະ ຄົນທີ່ເລືອກທີ່ຈະບໍ່ແຕ່ງງານກໍ່ເຮັດໄດ້ດີກວ່າ.
\s5
\v 39 ພັນຣະຍາຕ້ອງຜູກພັນກັບສາມີຂອງນາງຕາບໃດທີ່ລາວຍັງມີຊີວິດຢູ່. ແຕ່ຖ້າສາມີຂອງນາງຕາຍ, ນາງກໍ່ເປັນອິສຣະທີ່ຈະແຕ່ງງານກັບຜູ້ໃດກໍ່ຕາມຄົນທີ່ນາງປາຖນາທີ່ຈະແຕ່ງງານນຳ, ແຕ່ຕາມຄວາມເຫັນຂອງອົງພຣະຜູ້ເປັນເຈົ້າເທົ່ານັ້ນ.
\v 40 ແຕ່ຕາມຄວາມຄິດເຫັນຂອງຂ້າພະເຈົ້ານັ້ນ ນາງຈະມີຄວາມສຸກກວ່າຖ້າວ່ານາງມີຊີວິດຄືກັບທີ່ເປັນຢູ່. ແລະ ຂ້າພະເຈົ້າຄິດວ່າຂ້າພະເຈົ້າມີພຣະວິນຍານຂອງພຣະເຈົ້າຄືກັນ.
\s5
\c 8
\cl ບົດທີ 8
\p
\v 1 ສ່ວນເລື່ອງອາຫານທີ່ໃຊ້ບູຊາຮູບເຄົາຣົບນັ້ນ- ພວກເຮົາຮູ້ວ່າ "ພວກເຮົາທຸກຄົນຕ່າງກໍ່ມີຄວາມຮູ້" ຄວາມຮູ້ນັ້ນເຮັດໃຫ້ອວດຕົວ, ແຕ່ຄວາມຮັກກໍ່ສ້າງຂື້ນ.
\v 2 ຖ້າຜູ້ໃດຄິດວ່າເຂົາຮູ້ສີ່ງໃດແລ້ວ, ຜູ້ນັ້ນກໍ່ຍັງບໍ່ຮູ້ຢ່າງທີ່ເຂົາຄວນຮູ້ເລີຍ.
\v 3 ແຕ່ຖ້າຜູ້ໃດຮັກພຣະເຈົ້າ, ພຣະອົງກໍ່ຊົງຮູ້ຈັກຜູ້ນັ້ນ.
\s5
\v 4 ສະນັ້ນ ເລື່ອງການກິນອາຫານທີ່ບູຊາຮູບເຄົາຣົບຕ່າງໆນັ້ນ-ພວກເຮົາຮູ້ແລ້ວວ່າ "ຮູບເຄົາຣົບໃນໂລກນີ້ນັ້ນ ບໍ່ໄດ້ມີຄວາມຫມາຍຫຍັງເລີຍ" ແລະ "ມີພຣະເຈົ້າພຽງອົງດຽວ ບໍ່ມີພຣະເຈົ້າອົງອື່ນ.”
\v 5 ເຖິງແມ່ນວ່າສິ່ງທີ່ເຂົາ ເອີ້ນກັນວ່າເປັນພຣະນັ້ນ, ອາດຈະມີຢູ່ຈິງທັງໃນສະຫວັນ ແລະ ແຜ່ນດິນໂລກ, ມີພຣະ ແລະ ເຈົ້າ ຫລວງຫລາຍ.
\v 6 ແຕ່ສຳລັບພວກເຮົານັ້ນ, "ມີພຣະເຈົ້າຄືພຣະບິດາເຈົ້າພຽງອົງດຽວ, ທຸກສິ່ງມາຈາກພຣະອົງ, ແລະ ເຮົາມີຊີວິດຢູ່ເພື່ອພຣະອົງ, ແລະ ເຮົາມີອົງພຣະເຢຊູຄຣິດເຈົ້າພຽງອົງດຽວ, ທຸກສິ່ງມີຢູ່ໂດຍທາງພຣະອົງ, ແລະ ເຮົາມີຊີວິດໂດຍທາງພຣະອົງ."
\s5
\v 7 ຢ່າງໃດກໍ່ຕາມ, ບໍ່ແມ່ນທຸກຄົນມີຄວາມຮູ້ແບບນີ້. ເພາະບາງຄົນທີ່ເຄີຍບູຊາຮູບເຄົາຣົບມາກ່ອນ, ເມື່ອພວກເຂົາກິນອາຫານນີ້ກໍ່ ຖືວ່າເປັນຂອງບູຊາແກ່ຮູບເຄົາຣົບແທ້ໆ. ໃຈສຳນຶກຜິດແລະ ຊອບຂອງພວກເຂົາຍັງອ່ອນຢູ່ຈື່ງເປັນມົນທິນຍ້ອນອາຫານນັ້ນ.
\s5
\v 8 ແຕ່ອາຫານບໍ່ແມ່ນສິ່ງທີ່ສະເຫນີຕົວຕໍ່ພຣະເຈົ້າ. ພວກເຮົາບໍ່ໄດ້ຊົ່ວຊ້າລົງຖ້າພວກເຮົາບໍ່ກິນ, ແລະ ກໍ່ບໍ່ໄດ້ດີຂື້ນຖ້າພວກເຮົາກິນ.
\v 9 ແຕ່ຈົ່ງຣະມັດຣະວັງ ຢ່າປ່ອຍໃຫ້ເສຣີພາບຂອງທ່ານນັ້ນເປັນເຫດໃຫ້ຜູ້ທີ່ອ່ອນແອໃນຄວາມເຊື່ອຕ້ອງສະດຸດ.
\v 10 ເພາະຖ້າວ່າມີໃຜເຫັນທ່ານຜູ້ມີຄວາມຮູ້, ນັ່ງກິນອາຫານໃນວິຫານຂອງຮູບເຄົາຣົບ. ໃຈສຳນຶກຜິດ ແລະ ຊອບທີ່ອ່ອນແອຂອງເຂົາກໍ່ຈະຊຸກຍູ້ຂື້ນຈົນກິນຂອງທີ່ບູຊາແກ່ຮູບເຄົາຣົບບໍ່ແມ່ນບໍ?
\s5
\v 11 ສະນັ້ນ ຄວາມຮູ້ຂອງທ່ານໃນເລື່ອງທັມະຊາດແທ້ຂອງຮູບເຄົາຣົບ, ໄດ້ທຳລາຍ. ຄົນທີ່ອ່ອນແອກວ່າ, ເຊິ່ງເປັນພີ່ນ້ອງທີ່ພຣະຄຣິິດໄດ້ຊົງສີ້ນພຣະຊົນເພື່ອເຂົານັ້ນຕ້ອງຈິບຫາຍໄປ,
\v 12 ສະນັ້ນ, ເມື່ອທ່ານໄດ້ເຮັດບາບຕໍ່ພວກພີ່ນ້ອງ ແລະ ທຳຮ້າຍຈິດສຳນຶກຮູ້ສຶກຜິດ ແລະ ຊອບທີ່ອ່ອນແອຂອງພວກເຂົາ, ທ່ານກໍ່ໄດ້ເຮັດບາບຕໍ່ພຣະຄຣິດ.
\v 13 ສະນັ້ນ, ຖ້າອາຫານເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າສະດຸດ, ຂ້າພະເຈົ້າກໍ່ຈະບໍ່ກິນຊີ້ນສັດອີກຕໍ່ໄປ, ເພື່ອທີ່ຂ້າພະເຈົ້າຈະບໍ່ເຮັດໃຫ້ພີ່ນ້ອງຂອງຂ້າພະເຈົ້າລົ້ມລົງ.
\s5
\c 9
\cl ບົດທີ 9
\p
\v 1 ຂ້າພະເຈົ້າບໍ່ມີອິສຣະບໍ? ຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກບໍ? ຂ້າພະເຈົ້າບໍ່ໄດ້ເຫັນພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາບໍ? ທ່ານທັງຫລາຍບໍ່ໄດ້ເປັນຄົນງານຂອງຂ້າພະເຈົ້າໃນອົງພຣະຜູ້ເປັນເຈົ້າບໍ?
\v 2 ຖ້າຂ້າພະເຈົ້າບໍ່ໄດ້ເປັນອັກຄະສາວົກຕໍ່ຄົນອື່ນ, ຢ່າງຫນ້ອຍໆຂ້າພະເຈົ້າກໍ່ເປັນອັກຄະສາວົກຕໍ່ພວກທ່ານ. ເພາະພວກທ່ານຄືຫລັກຖານສະແດງວ່າການເປັນອັກຄະສາວົກໃນອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ.
\s5
\v 3 ນີ້ຄືຄຳໃຫ້ການຂອງຂ້າພະເຈົ້າຕໍ່ຄົນເຫລົ່ານີ້ທີ່ໄດ້ສອບຖາມຂ້າພະເຈົ້າ:
\v 4 ພວກເຮົາບໍ່ມີສິດທີ່ຈະກິນ ແລະ ດື່ມບໍ?
\v 5 ພວກເຮົາບໍ່ມີສິດທີ່ຈະພາພັນຣະຍາທີ່ເປັນຜູ້ທີ່ເຊື່ອໄປກັບເຮົາ, ຄືກັບພວກອັກຄະສາວົກຄົນອື່ນໆ, ຫລື ຢ່າງທີ່ພວກພີ່ນ້ອງໃນອົງພຣະຜູ້ເປັນເຈົ້າ, ແລະ ເປໂຕນັ້ນບໍ?
\v 6 ມີສະເພາະບາຣະນາບາ ແລະ ຂ້າພະເຈົ້າເທົ່ານັ້ນທີ່ຈະຕ້ອງເຮັດວຽກບໍ?
\s5
\v 7 ແມ່ນໃຜແດ່ທີ່ເປັນທະຫານແລ້ວອອກຄ່າໃຊ້ຈ່າຍເອງ? ມີໃຜແດ່ທີີ່ເຮັດສວນອະງຸ່ນແລ້ວບໍ່ໄດ້ກິນຫມາກຂອງມັນ? ຫລື ໃຜແດ່ລ້ຽງຝູງສັດແລ້ວບໍ່ໄດ້ດື່ມນ້ຳນົມຈາກຝູງສັດນັ້ນ?
\v 8 ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ດ້ວຍອຳນາດມະນຸດບໍ? ກົດບັນຍັດບໍ່ໄດ້ກ່າວໄວ້ເຫມືອນກັນບໍໍ?
\s5
\v 9 ເພາະມີຂຽນໄວ້ໃນກົດບັນຍັດຂອງໂມເຊວ່າ, "ຢ່າເອົາກະສອບປິດປາກງົວເມື່ອມັນກຳລັງນວດເຂົ້າ." ພຣະເຈົ້າຊົງຫ່ວງງົວແທ້ໆບໍ?
\v 10 ພຣະອົງບໍ່ໄດ້ຊົງກຳລັງກ່າວເຖິງພວກເຮົາບໍ? ສີ່ງນີ້ໄດ້ຂຽນໄວ້ເພື່ອພວກເຮົາ, ເພາະຄົນທີ່ໄຖນາກໍຄວນໄຖດ້ວຍຄວາມຫວັງ, ຜູ້ທີ່ນວດເຂົ້າກໍຄວນນວດດ້ວຍຄວາມຄາດຫວັງວ່າຈະໄດ້ສ່ວນແບ່ງເມື່ອເກັບກ່ຽວ.
\v 11 ຖ້າພວກເຮົາຫວ່ານສິ່ງຕ່າງໆຝ່າຍວິນຍານທ່າມກາງທ່ານແລ້ວ, ຫລາຍເກີນໄປບໍທີ່ພວກເຮົາຈະເກັບກ່ຽວສິ່ງຕ່າງໆຝ່າຍວັດຖຸຈາກທ່ານ?
\s5
\v 12 ຖ້າຄົນອື່ນມີສິດທີ່ຈະໄດ້ຮັບປະໂຫຍດນີ້ຈາກທ່ານ, ພວກເຮົາກໍຄວນທີ່ຈະໄດ້ຮັບຕັ້ງຫລາຍເທົ່າບໍ່ແມ່ນບໍ? ເຖິງຢ່າງໃດກໍ່ຕາມ, ພວກເຮົາບໍ່ໄດ້ອ້າງສິດນີ້ເລີຍ, ໃນທາງກົງກັນຂ້າມ, ພວກເຮົາອົດທົນທຸກຢ່າງເພື່ອຈະບໍ່ມີສີ່ງກີດຂວາງຂ່າວປະເສີດຂອງພຣະຄຣິດ.
\v 13 ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ໃນພຣະວິຫານ, ກໍ່ໄດ້ຮັບອາຫານຈາກພຣະວິຫານນັ້ນ? ທ່ານບໍ່ຮູ້ບໍວ່າຄົນເຫລົ່ານັ້ນທີ່ຮັບໃຊ້ຢູ່ແທ່ນບູຊາ ກໍ່ໄດ້ຮັບສ່ວນແບ່ງຈາກເຄື່ອງຖວາຍທີ່ແທ່ນບູຊານັ້ນ?
\v 14 ໃນທຳນອງດຽວກັນ, ອົງພຣະຜູ້ເປັນເຈົ້າຊົງສັ່ງວ່າຄົນເຫລົ່ານັ້ນທີ່ປະກາດຂ່າວປະເສີດ ຄວນຈະໄດ້ຮັບການລ້ຽງດູຈາກຂ່າວປະເສີດນັ້ນ.
\s5
\v 15 ແຕ່ຂ້າພະເຈົ້າບໍ່ໄດ້ອ້າງສິດໃດໆເຫລົ່ານີ້ເລີຍ. ແລະ ຂ້າພະເຈົ້າບໍ່ໄດ້ຂຽນສີ່ງເຫລົ່ານີ້ເພື່ອຈະໃຫ້ຜູ້ໃດເຮັດສິ່ງໃດໃຫ້ກັບຂ້າພະເຈົ້າ. ຂ້າພະເຈົ້າຍອມຕາຍເສັຍຍັງດີກ່ວາທີ່ຈະໃຫ້ຜູ້ໃດຖອດຖອນຂ້າພະເຈົ້າຈາກການອວດອ້າງນີ້.
\v 16 ເຖິງແມ່ນວ່າຂ້າພະເຈົ້າປະກາດຂ່າວປະເສີດ, ຂ້າພະເຈົ້າບໍ່ມີເຫດທີ່ຈະອວດອ້າງໄດ້, ເພາະນີ້ຄືສິ່ງທີ່ຂ້າພະເຈົ້າຕ້ອງເຮັດ. ແລະ ວິບັດແກ່ຂ້າພະເຈົ້າຖ້າຂ້າພະເຈົ້າບໍ່ໄດ້ປະກາດຂ່າວປະເສີດ!
\s5
\v 17 ເພາະຖ້າຂ້າພະເຈົ້າເຮັດສິ່ງນີ້ຢ່າງເຕັມໃຈ, ຂ້າພະເຈົ້າກໍ່ຍັງມີລາງວັນ. ແຕ່ຖ້າບໍ່ເຕັມໃຈ, ຂ້າພະເຈົ້າກໍ່ຍັງມີຄວາມຮັບຜິດຊອບທີ່ໄດ້ຮັບມອບໄວ້ກັບຂ້າພະເຈົ້າ.
\v 18 ສະນັ້ນລາງວັນຂອງຂ້າພະເຈົ້າແມ່ນຫຍັງ? ນັ້ນຄືເມື່ອຂ້າພະເຈົ້າປະກາດ, ຂ້າພະເຈົ້າໃຫ້ຂ່າວປະເສີດໂດຍບໍ່ຄິດລາຄາ ແລະ ບໍ່ໄດ້ໃຊ້ສິດໃນຂ່າວປະເສີດນັ້ນຢ່າງຄົບຖ້ວນ
\s5
\v 19 ເພາະເຖິງແມ່ນຂ້າພະເຈົ້າໄດ້ເປັນອິສຣະຈາກທຸກຄົນ, ຂ້າພະເຈົ້າກໍ່ຍອມເປັນຜູ້ຮັບໃຊ້ຂອງທຸກຄົນ, ເພື່ອຂ້າພະເຈົ້າຈະໄດ້ນຳຄົນຫວງຫລາຍມາເປັນສິດ.
\v 20 ຕໍ່ພວກຊາວຢິວຂ້າພະເຈົ້າກໍ່ໄດ້ກາຍເປັນຄົນຢິວ, ເພື່ອຈະໄດ້ໃຈພວກຊາວຢິວ. ຕໍ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະໄດ້ໃຈຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ ຂ້າພະເຈົ້າເຮັດສິ່ງນີ້ເຖິງແມ່ນວ່າຕົວຂ້າພະເຈົ້າເອງບໍ່ໄດ້ຢູ່ໃຕ້ກົດບັນຍັດ.
\s5
\v 21 ຕໍ່ຄົນເຫລົ່ານັ້ນທີ່ຢູ່ນອກກົດບັນຍັດ, ຂ້າພະເຈົ້າກໍ່ປະພຶດຕົວຄືກັບຄົນ​ທີ່​ຢູ່ນອກກົດບັ​ັນ​ຍັດ, ເຖິງແມ່ນວ່າຂ້າ​ພະ​ເຈົ້າເອງບໍ່ໄດ້ຢູ່ນອກກົດບັນຍັດຂອງພຣະເຈົ້າ, ແຕ່ຢູ່ໃຕ້ພຣະບັນຍັດຂອງພຣະຄຣິດ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອຈ​ະ​ໄດ້ໃຈຄົນ​ເຫລົ່າ​ນີ້ທີ່ຢູ່ນອກກົດບັນ​ຍັດ.
\v 22 ຕໍ່ຄົນອ່ອນແອ ຂ້າ​ພະ​ເຈົ້າ​ກໍ່ເຮັດຄືກັບຄົນອ່ອນແອ, ເພື່ອຈະໄດ້ໃຈຄົນອ່ອນແອນັ້ນ. ຂ້າພະເຈົ້າຍອມເປັນຄົນ​ທຸກຊະນິດຕໍ່ຄົນທັງ​ປວງ, ເພື່ອຂ້າພະ​ເຈົ້າຈະຊ່ວຍເຂົາໃຫ້​ພົ​້ນ​ໄດ້​ໂດຍທຸກວິທີທາງ.
\v 23 ຂ້າພະເຈົ້າເຮັດທັງ​ຫມົດກໍ່ເພາະເຫັນ​ແກ່ຂ່າວປະເສີດ, ເພື່ອຂ້າພະ​ເຈົ້າ​ຈະ​ໄດ້ມີສ່ວນໃນພ​ຣະພອນແຫ່ງ​ຂ່າວ​ປະ​ເສີດ​ນັ້ນ.
\s5
\v 24 ທ່ານບໍ່ຮູ້ບໍວ່າພວກທີ່ແລ່ນແຂ່ງນັ້ນ ຕ້ອງແລ່ນນຳກັນທຸກ​ຄົນ, ແຕ່ມີພຽງຄົນດຽວທີ່ໄດ້​ຮັ​ບ​ລາງວັນ? ສະນັ້ນ ຈົ່ງແລ່ນເພື່ອຊີງລາງວັນມາ​ໃຫ້​ໄດ້.
\v 25 ນັກກິລາຍັງຕ້ອງຄວບຄຸມໂຕເອງໃນການ​ຝຶກ​ຊ້ອມ. ຕ່າງກໍຢູ່ໃນລະບຽບວິນັຍຢ່າງເຄັ່ງຄັດ ພວກເຂົາເຮັດເພື່ອຈະ​ໄດ້ມົງກຸດທີ່​ຫ່ຽວ​ແຫ້ງໄດ້, ແຕ່ເຮົາແລ່ນເພື່ອຈະ​ໄດ້ມົງກຸດຊື່ງບໍ່ມີ​ວັນຫຽ່ວແຫ້ງ.
\v 26 ເຖິງຢ່າງໃດກໍ່ຕາມ ຂ້າ​ພະ​ເຈົ້າກໍ່ບໍ່ໄດ້ແລ່ນໂດຍບໍ່ມີເປົ້າຫມາຍ ແລະບໍ່ໄດ້ຕໍ່ສູ້ແບບນັກມວຍທີ່​ຊົກ​ລົມ.
\v 27 ແຕ່ຂ້າ​ພະ​ເຈົ້າກຳ​ຈັດເນື້ອຫນັງຂອງຂ້າ​ພະ​ເຈົ້າ ແລະ ໃຫ້ຢູ່ໃຕ້ການຄວບຄຸມ, ເພື່ອວ່າຫລັງຈາກທີ່ຂ້າ​ພະ​ເຈົ້າໄດ້ປະກາດໃຫ້ຄົນອື່ນແລ້ວ, ຂ້າ​ພະ​ເຈົ້າຈະບໍ່ເປັນຄົນທີ່ໃຊ້ການ​ບໍ່​ໄດ້ເອງ.
\s5
\c 10
\cl ບົດທີ 10
\p
\v 1 ພີ່​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າຢາກໃຫ້ພວກ​ທ່ານຮູ້ວ່າ, ບັນພະບຸຣຸດຂອງພວກເຮົາທຸກ​ຄົນເພິ່ນໄດ້ຢູ່ໃຕ້ການຄຸ້ມຄອງຂອງເສົາເມກ ແລະ ໄດ້ຍ່າງຜ່ານທະເລແດງໄປທຸກຄົນ.
\v 2 ທຸກຄົນໄດ້ຮັບບັບຕິສະມາໃນເມກ ແລະ ໃນທະເລເຂົ້າຮ່ວມກັບໂມເຊ,
\v 3 ແລະ ທຸກຄົນໄດ້ກິນອາຫານຝ່າຍວິນຍານຢ່າງດຽວກັນ.
\v 4 ທຸກຄົນໄດ້ດື່ມນ້ຳ​ຝ່າຍວິນຍານຢ່າງດຽວ​ກັນ. ເພາະທຸກຄົນໄດ້ດື່ມຈາກສີ​ລາຝ່າຍວິນຍານທີ່ຕິດຕາມພວກ​ເຂົາ, ສີ​ລາ​ນັ້ນ​ຄືພຣະເຢຊູຄຣິດເຈົ້າ.
\s5
\v 5 ແຕ່ພຣະເຈົ້າບໍ່ໄດ້​ຊົງພໍ​ພ​ຣະ​ທັຍຄົນສ່ວນຫຼາຍໃນ​ພວກ​ເຂົາ, ແລະ ສົບຂອງພວກເຂົາກໍ່ຖືກກະແຈກກະຈາຍຢູ່ໃນຖິ່ນແຫ້ງແລ້ງກັນດານ.
\v 6 ດຽວນີ້ສິ່ງຕ່າງໆ ເຫລົ່ານີ້ກໍ່​ເປັນບົດຮຽນໃຫ້​ກັບ​ເຮົາ, ຢ່າໃຫ້ເຮົາປາຖນາທີ່ຈະເຮັດສິ່ງທີ່ຊົ່ວຮ້າຍ​ຕ່າງໆ ຄືກັບທີ່ພວກເຂົາເຄີຍເຮັດ
\s5
\v 7 ຢ່າເປັນຄົນ​ກາບໄຫ້ວຮູບເຄົາ​ຣົບ, ດັ່ງທີ່ບາງຄົນໃນພວກເຂົາເຄີຍເປັນ. ຕາມ​ທີ່​ມີຄຳຂຽນໄວ້ວ່າ, "ປະ​ຊາ​ຊົນ​ກໍ່ນັ່ງລົງ ກິນ ແລະ ດື່ມ, ແລ້ວກໍລຸກຂຶ້ນເຕັ້ນລຳກັນ."
\v 8 ຢ່າ​ໃຫ້​ເຮົາ​ປະ​ພຶດ​ຜິດ​ທາງ​ເພດ​ຄື​ກັບ​ທີ່​ຫລາຍ​ຄົນ​ໃນ​ພວກ​ເຂົາ​ໄດ້​ເຄີຍ​ເຮັດ. ເພາະໃນວັນດຽວ ຄົນ​ຈຳ​ນວນສອງຫມື່ນສາມພັນຄົນຕ້ອງຕາຍຍ້ອນເຫດນີ້.
\s5
\v 9 ເຊັ່ນດຽວກັນ ຢ່າທົດ​ລອງອົງພຣະຜູ້ເປັນເຈົ້າ, ຢ່າງທີ່ຫລາຍ​ຄົນ​ໃນພວກເຂົາເຮັດ ແລ້ວກໍຕ້ອງຕາຍດ້ວຍງູພິດຕອດ.
\v 10 ເຊັ່ນດຽວກັນ ຢ່າຈົ່ມເຫມືອນທີ່ຫລາຍຄົນໃນພວກເຂົາເຮັດ, ແລ້ວກໍ່​ຖືກທຳລາຍດ້ວຍເພັ​ຊະ​ຄາດ.
\s5
\v 11 ສິ່ງຕ່າງໆເຫລົ່ານີ້ໄດ້ເກີດຂື້ນກັບພວກເຂົາເພື່ອເປັນຕົວຢ່າງແກ່ຜູ້ອື່ນ ໄດ້ຮັບການບັນທຶກໄວ້ເພື່ອເເນວທາງແກ່ເຮົາ ສຳລັບພວກເຮົາຜູ້ຊຶ່ງມາເຖິງວາຣະສຸດທ້າຍຂອງຍຸກນີ້.
\v 12 ເຫດສະນັ້ນທຸກຄົນທີ່ຄິດວ່າຕົນເອງຫມັ້ນຄົງດີແລ້ວ ຈົ່ງຣະວັງໃຫ້ດີເພື່ອທີ່ເຂົາຈະບໍ່ລົ້ມລົງ
\v 13 ບໍ່ມີການທົດລອງໃດໆ ເກີດຂື້ນກັບທ່ານ ນອກເຫນືອຈາກການທົດລອງທີ່ເຄີຍເກີດກັບມະນຸດທຸກຄົນ ພຣະເຈົ້າຊົງສັດຊື່ ພຣະອົງຈະບໍ່ຍອມໃຫ້ທ່ານຖືກທົດລອງເກີນກວ່າທີ່ທ່ານຈະທົນໄດ້. ພ້ອມກັບການທົດລອງນັ້ນ ພຣະອົງຈະຊົງໂຜດໃຫ້ມີທາງຫນີລອດດ້ວຍ ເພື່ອໃຫ້ທ່ານສາມາດອົດທົນໄດ້
\s5
\v 14 ພວກທີ່ຮັກຂອງຂ້າ​ພະ​ເຈົ້າ, ຈົ່ງ​ຫລີກ​ຫ​ນີການຂາບໄຫວ້ຮູບເຄົາຣົບ.
\v 15 ຂ້າ​ພະ​ເຈົ້າເວົ້າກັບທ່ານຄືກັບເວົ້າກັບຄົນທີ່ມີ​ປັນ​ຍາ, ເພື່ອທ່ານຈະພິຈາຣະນາວ່າຂ້າ​ພະ​ເຈົ້າຫ​ມາຍເຖິງ​ອັນ​ໃດ.
\v 16 ຖ້ວຍແຫ່ງ​ພ​ຣະພອນທີ່ພວກເຮົາໄດ້ຂໍ​ພ​ຣະ​ພອນ​ນັ້ນ, ເຮັດ​ໃຫ້ເຮົາ​ໄດ້ເຂົ້າສ່ວນໃນພ​ຣະ​ໂລ​ຫິດຂອງພຣະຄຣິດບໍ່​ແມ່ນບໍ? ເຂົ້າຈີ່ທີ່ເຮົາຫັກອອກ, ເຮັດ​ໃຫ້ພວກເຮົາໄດ້ເຂົ້າສ່ວນໃນພ​ຣະກາຍຂອງພຣະຄຣິດບໍ່​ແມ່ນ​ບໍ?
\v 17 ເນື່ອງ​ຈາກ​ມີເຂົ້າຈີ່ກ້ອນດຽວ, ພວກເຮົາຊຶ່ງເປັນຫລາຍ​ບຸກຄົນ ຄືເປັນກາຍດຽວ. ເຮົາທຸກຄົນຕ່າງ​ໄດ້ຮັບ​ຈາກເຂົ້າຈີ່ກ້ອ​ນດຽວກັນນັ້ນ.
\s5
\v 18 ຈົ່ງເບິ່ງຊາວອິສະຣາເອນ: ພວກ​ເຂົາ​ເຫລົ່າ​ນັ້ນທີ່ກິນເຄື່ອງຖວາຍບູຊາ ກໍ່​ມີ​ສ່ວນຮ່ວມທີ່ແທ່ນບູຊາບໍ່​ແມ່ນບໍ?
\v 19 ດັ່ງນັ້ນ ຂ້າ​ພະ​ເຈົ້າຈະເວົ້າແນວ​ໃດ? ຮູບ​ເຄົາ​ຣົບ​ນັ້ນ​ສຳ​ຄັນ​ຫ​ຍັງ? ຫລື ອາຫານທີ່ຖວາຍບູ​ຊາ​ແກ່​ຮູບ​ເຄົາ​ຣົບ​ນັ້ນສຳ​ຄັນ​ຫ​ຍັງ?
\s5
\v 20 ແຕ່ຂ້າ​ພະ​ເຈົ້າ ໄດ້ເວົ້າ​ເຖິງ​ການທີ່​ຄົນ​ຕ່າງ​ຊາດຖວາຍ​ບູ​ຊາ​ນັ້ນ, ພວກ​ເຂົາ​ຖວາຍ​ສິ່ງ​ຕ່າງໆເຫລົ່ານີ້ໃຫ້ກັບຜີມານຮ້າຍ ບໍ່ໄດ້ຖວາຍແກ່ພຣະເຈົ້າ. ຂ້າ​ພະ​ເຈົ້າບໍ່ຕ້ອງ​ການໃຫ້ທ່ານເປັນຜູ້ມີ​ສ່ວນຮ່ວມກັບຜີມານຮ້າຍເຫລົ່ານັ້ນ!
\v 21 ທ່ານບໍ່ສາມາດທີ່​ຈະດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າ ແລະ ດື່ມຈາກຈອກຂອງ​ຜີມານຊາຕານໄດ້. ທ່ານບໍ່ສາມາດກິນຮ່ວມໂຕະຂອງອົງພຣະຜູ້ເປັນເຈົ້າແລະ ຮ່ວມໂຕະຂອງຜີມານຮ້າຍໄດ້ເຊັ່ນກັນ.
\v 22 ຫລື ພວກເຮົາຈະ​ຍຸ​ຍົງອົງພຣະຜູ້ເປັນເຈົ້າໃຫ້​ຫຶງ​ຫວງ​ບໍ? ພວກເຮົາມີກຳ​ລັງຫລາຍກວ່າພຣະອົງບໍ?
\s5
\v 23 "ຂ້າ​ພະ​ເຈົ້າເຮັດສິ່ງສາຣະພັດໄດ້," ແຕ່ບໍ່ແມ່ນທຸກສິ່ງມີປະໂຫຍດ. "ຂ້າ​ພະ​ເຈົ້າເຮັດສິ່ງສາຣະພັດໄດ້" ແຕ່ບໍ່ແມ່ນທຸກສິ່ງທີ່ເຮັດໃຫ້ຈະເຣີນຂື້ນ.
\v 24 ບໍ່ຄວນໃຫ້​ຜູ້ໃດສະແຫວງຫາຄວາມດີຂອງຕົນເອງ. ແຕ່ໃນ​ທາງ​ກົງ​ກັນ​ຂ້າມ, ແຕ່ລະຄົນຄວນສະແຫວງຫາຄວາມດີຂອງເພື່ອນບ້ານຂອງຕົນ.
\s5
\v 25 ທ່ານອາດຈະກິນ​ໄດ້ທຸກຢ່າງທີ່ຂາຍໃນຕະຫລາດ, ໂດຍບໍ່ຕ້ອງມີຄຳຖາມເລື່ອງໃຈສຳນຶກຜິດແລະຊອບ.
\v 26 "ເພາະວ່າແຜ່ນດິນໂລກນີ້ເປັນຂອງອົງພຣະຜູ້ເປັນເຈົ້າ, ແລະ ທຸກຢ່າງທັງ​ຫມົດທີ່ຢູ່ໃນນັ້ນດ້ວຍ.”
\v 27 ຖ້າຜູ້ບໍ່ເຊື່ອເຊີນທ່ານໄປກິນອາ​ຫານ, ແລະ ທ່ານຢາກໄປ, ແລ້ວ​ກິນສິ່ງໃດກໍ່ຕາມທີ່ເຂົາ​ກຽມໄວ້ໃຫ້ທ່ານ ໂດຍບໍ່ຕ້ອງຖາມຄຳຖາມເລື່ອງ​ໃຈສຳນຶກຜິດແລະຊອບ.
\s5
\v 28 ແຕ່ຖ້າມີໃຜ​ມາບອກທ່ານວ່າ, "ອາຫານນີ້ເຂົາໄດ້ຖວາຍ​ແກ່ຮູບເຄົາ​ຣົບ​ແລ້ວ," ກໍຢ່າສູ່ກິນອາຫານນັ້ນ. ເພື່ອເຫັ​ນ​ແກ່ຄົນທີ່ບອກກັບທ່ານ, ແລະ ເຫັນ​ແກ່ໃຈ​ສຳນຶກ​ຜິດ ແລະຊອບ.
\v 29 ຂ້າ​ພະ​ເຈົ້າບໍ່ໄດ້ຫມາຍເຖິງໃຈ​ສຳນຶກຜິດແລະຊອບຂອງທ່ານເອງ, ແຕ່ເປັນໃຈ​ສຳນຶກຜິດແລະຊອບຂອງຄົນອື່ນໆ. ເພາະເປັນຫຍັງເສຣີພາບຂອງຂ້າ​ພະ​ເຈົ້າຄວນຖືກຕັດສິນໂດຍໃຈ​ສຳນຶກຜິດແລະຊອບຂອງຄົນອື່ນ?
\v 30 ຖ້າຂ້າ​ພະ​ເຈົ້າຮ່ວມ​ກິນ​ອາ​ຫານດ້ວຍໃຈຂອບ​ພ​ຣະ​ຄຸນ, ເປັນຫຍັງຂ້າ​ພະ​ເຈົ້າ​ຕ້ອງຖືກຕິ​ຕຽນ​ດ້ວຍ ສິ່ງຊຶ່ງຂ້າ​ພະ​ເຈົ້າໄດ້ຂອບ​ພ​ຣະ​ຄຸນ​ນັ້ນ​ແລ້ວ?
\s5
\v 31 ດັ່ງນັ້ນແຫລະ, ບໍ່ວ່າທ່ານຈະກິນ ຫລື ດື່ມ, ຫລື ເຮັດສິ່ງ​ໃດກໍ່ຕາມ, ຈົ່ງເຮັດທຸກສິ່ງເພື່ອຖວາຍພ​ຣະກຽດຂອງພຣະເຈົ້າ.
\v 32 ຢ່າເຮັດໃຫ້ຊາວຢິວ ຫລື ຊາວກະຣີກ, ຫລື ຄຣິສຕະຈັກຂອງພຣະເຈົ້າສະ​ດຸດ​ໄປ.
\v 33 ຂ້າ​ພະ​ເຈົ້າພະຍາຍາມເຮັດໃຫ້ທຸກຄົນພໍໃຈໃນ​ທຸກສິ່ງ. ຂ້າ​ພະ​ເຈົ້າບໍ່ໄດ້ສະແຫວງຫາຜົນປະໂຫຍດຂອງຕົວເອງ, ແຕ່ເພື່ອປະໂຫຍດຂອງຄົນມາກມາຍ. ຂ້າ​ພະ​ເຈົ້າເຮັດສິ່ງນີ້ເພື່ອພວກເຂົາຈະໄດ້ພົ້ນ.
\s5
\c 11
\cl ບົດທີ 11
\p
\v 1 ຈົ່ງ​ຮຽນແບບຢ່າງຂ້​າ​ພະ​ເຈົ້າ, ດັ່ງທີ່ຂ້າ​ພະ​ເຈົ້າ​ຮຽນແບບພຣະຄຣິດ.
\v 2 ບັດນີ້ ຂ້າ​ພະ​ເຈົ້າຂໍ​ຊົມ​ເຊີຍທ່ານທັງຫລາຍ ເພາະທ່ານລະ​ນຶກ​ເຖິງ​ຂ້າ​ພະ​ເຈົ້າໃນທຸກເລື່ອງ. ຂ້າ​ພະ​ເຈົ້າໄດ້ຊົມ​ເຊີຍ​ທ່ານເພາະທ່ານໄດ້ປະຕິບັດຕາມຮີດຄອງປະເພນີຕ່າງໆ ທີ່​ຂ້າ​ພະ​ເຈົ້າໄດ້ໃຫ້ພວກ​ທ່ານໄວ້.
\v 3 ແຕ່ຂ້າ​ພະ​ເຈົ້າ​ຕ້ອງ​ການໃຫ້ພວກ​ທ່ານເຂົ້າໃຈວ່າພຣະຄຣິດຊົງເປັນປະ​ມຸກຂອງຜູ້ຊາຍທຸກຄົນ, ຢ່າງທີ່ຜົວເປັນປະ​ມຸກຂອງເມັຍ, ແລະ ທີ່ພຣະເຈົ້າເປັນປະ​ມຸກຂອງພຣະຄຣິດ.
\v 4 ດັ່ງນັ້ນຊາຍຄົນໃດທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທັມໂດຍການປົກຄຸມຫົວນັ້ນ ເຮັດ​ຄວາມອັບອາຍຕໍ່ພຣະປະມຸກຂອງຕົນ.
\s5
\v 5 ແຕ່ຜູ້ຍິງທີ່ອະທິຖານ ຫລື ປະ​ກາດ​ພ​ຣະ​ທັມໂດຍບໍ່ໄດ້ປົກຄຸມຫົວຂອງນາງ. ກໍ່​ເຮັດຄວາມອັບອາຍຕໍ່ຫົວຂອງນາງ. ແບບດຽວກັນກັບທີ່ນາງແຖຫົວ.
\v 6 ເພາະຖ້າຜູ້ຍິງບໍ່ປົກຄຸມຫົວ, ນາງກໍ່ຄວນຕັດຜົມສັ້ນ. ແຕ່ຖ້າການຕັດຜົມສັ້ນ ຫລື ແຖຜົມເປັນ​ເລື່ອງ​ຫ​ນ້າອັບອາຍ, ກໍ່ໃຫ້ນາງປົກຄຸມຫົວຂອງນາງດີກວ່າ.
\s5
\v 7 ສຳລັບຜູ້ຊາຍ ບໍ່ຄວນປົກຄຸມຫົວເພາະເຂົາເປັນແບບລັກ​ສ​ະ​ນະ ແລະ ສະຫງ່າ​ຣາ​ສີຂອງພຣະເຈົ້າ. ແຕ່ຜູ້ຍິງເປັນສະຫງ່າ​ຣາ​ສີຂອງຜູ້ຊາຍ.
\v 8 ເພາະວ່າບໍ່ໄດ້ຊົງສ້າງຜູ້ຊາຍຈາກຜູ້ຍິງ. ແຕ່ຊົງສ້າງ, ຜູ້ຍິງຈາກຜູ້ຊາຍ.
\s5
\v 9 ແລະບໍ່ໄດ້ຊົງສ້າງຜູ້ຊາຍໄວ້ສຳລັບຜູ້ຍິງ. ແຕ່ຊົງສ້າງ, ຜູ້ຍິງໄວ້ສຳລັບຜູ້ຊາຍ.
\v 10 ນີ້ຄືເຫດຜົນທີ່ວ່າເປັນ​ຫ​ຍັງຜູ້ຍິງຄວນມີສັນຍາລັກຂອງສິດອຳນາດເຫ​ນືອຫົວຂອງນາງ ເພາະ​ເຫັ​ນ​ແກ່ເຫລົ່າທູດ​ສະ​ຫວັນ
\s5
\v 11 ຢ່າງໃດກໍ່ຕາມ, ໃນອົງພຣະຜູ້ເປັນເຈົ້າ, ຜູ້ຍິງຕ້ອງເພິ່ງຜູ້ຊາຍ, ແລະ ຜູ້ຊາຍກໍ່ຕ້ອງເພິ່ງຜູ້ຍິງ.
\v 12 ເພາະວ່າຜູ້ຍິງແມ່ນມາຈາກຜູ້ຊາຍ, ແລະ ຜູ້ຊາຍແມ່ນມາຈາກຜູ້ຍິງ. ແລະ ທຸກສິ່ງທຸກຢ່າງແມ່ນມາຈາກພຣະເຈົ້າ.
\s5
\v 13 ຈົ່ງພິຈາຣະນາເອົາເອງວ່າ: ສົມຄວນຫລືບໍ່ທີ່ຜູ້ຍິງຈະອະທິຖານຕໍ່ພຣະເຈົ້າ ໂດຍບໍ່ປົກຄຸມຫົວ?
\v 14 ທັມະຊາດເອງກໍ່ສອນພວກທ່ານບໍ່ແມ່ນບໍ? ວ່າຖ້າຜູ້ຊາຍໄວ້ຜົມຍາວ, ກໍ່ເປັນເລື່ອງຫນ້າອັບອາຍສຳລັບເຂົາ?
\v 15 ທັມມະຊາດບໍ່ໄດ້ສອນທ່ານບໍ? ວ່າຖ້າຜູ້ຍິງໄວ້ຜົມຍາວ, ນັ້ນຄືສະຫງ່າຣາສີຂອງນາງ? ເພາະຜົມຂອງນາງຄືສີ່ງທີ່ປົກຄຸມຫົວ.
\v 16 ແຕ່ຖ້າຈະມີບາງຄົນໂຕ້ຖຽງກັນເລື່ອງນີ້, ພວກເຮົາ ແລະ ຄຣິສຕະຈັກຕ່າງໆຂອງພຣະເຈົ້າ, ບໍ່ມີວິທີການປະຕິບັດອື່ນ.
\s5
\v 17 ແຕ່ໃນຄຳສັ່ງຕ່າງໆຕໍ່ໄປນີ້, ຂ້າພະເຈົ້າຊົມເຊີຍທ່ານບໍ່ໄດ້. ເພາະເມື່ອພວກທ່ານມາປະຊຸມນັ້ນ, ເຮັດໃຫ້ເກີດຜົນເສັຍຫລາຍກວ່າຜົນດີ.
\v 18 ເປັນຕົ້ນ, ຂ້າພະເຈົ້າໄດ້ຍິນວ່າເມື່ອພວກທ່ານມາປະຊຸມກັນທີ່ຄຣິສຕະຈັກ, ມີການແບ່ງແຍກກັນໃນບັນດາພວກທ່ານ, ແລະ ຂ້າພະເຈົ້າເຊື່ອວ່າມີມູນຄວາມຈິງ.
\v 19 ເພາະຕ້ອງມີການຂັດແຍ້ງກັນໃນບັນດາພວກທ່ານ, ເພື່ອຄົນເຫລົ່ານັ້ນທີ່ເປັນຝ່າຍຖືກຕ້ອງຈະໄດ້ປະກົດແຈ້ງຂື້ນໃນບັນດາພວກທ່ານ.
\s5
\v 20 ເມື່ອພວກທ່ານໄດ້ມາປະຊຸມກັນນັ້ນ, ບໍ່ໄດ້ເປັນການກິນໃນງານລ້ຽງຂອງອົງພຣະຜູ້ເປັນເຈົ້າ.
\v 21 ເພາະວ່າໃນການກິນອາຫານນັ້ນ, ແຕ່ລະຄົນຕ່າງກິນອາຫານຂອງຕົນກ່ອນ. ໃນຂະນະທີ່ຄົນຫນຶ່ງກຳລັງຫີວ, ແຕ່ອີກຄົນ ເມົາແລ້ວ.
\v 22 ພວກທ່ານບໍ່ມີເຮືອນທີ່ຈະກິນ ແລະ ດື່ມບໍ? ຫລື ທ່ານກຳລັງດູຫມິ່ນຄຣິສຕະຈັກຂອງພຣະເຈົ້າ ແລະ ກຳລັງດູຫມິ່ນຄົນເຫລົ່ານັ້ນທີ່ຂັດສົນ? ຂ້າພະເຈົ້າຄວນກ່າວຫຍັງຕໍ່ພວກທ່ານອີກ? ສົມຄວນບໍ່ທີ່ຈະຊົມເຊີຍທ່ານ? ຂ້າພະເຈົ້າບໍ່ໄດ້ຊົມເຊີຍທ່ານໃນເລື່ອງນີ້!
\s5
\v 23 ເພາະເລື່ອງທີ່ຂ້າພະເຈົ້າໄດ້ຮັບຈາກອົງພຣະຜູ້ເປັນເຈົ້ານັ້ນ ຂ້າພະເຈົ້າໄດ້ມອບໄວ້ກັບພວກທ່ານແລ້ວ, ຄືໃນຄືນທີ່ຢູດາທໍຣະຍົດພຣະເຢຊູຄຣິດເຈົ້ານັ້ນ, ພຣະອົງຊົງຈັບເອົາເຂົ້າຈີ່ມາ.
\v 24 ເມື່ອໂມທະນາຂອບພຣະຄຸນແລ້ວ, ພຣະອົງຊົງຫັກເຂົ້າຈີ່ ແລະ ກ່າວວ່າ, "ນີ້ຄືຮ່າງກາຍຂອງເຮົາ, ເຊິ່ງມອບໃຫ້ແກ່ທ່ານທັງຫລາຍ. ຈົ່ງເຮັດສິ່ງນີ້ເພື່ອລະນຶກເຖິງເຮົາ."
\s5
\v 25 ຫລັງຈາກຮັບປະທານເຂົ້າແລງແລ້ວ ພຣະອົງຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ, ແລະ ກ່າວວ່າ, “ຈອກນີ້ແມ່ນພັນທະສັນຍາໃຫມ່ ດ້ວຍເລືອດຂອງເຮົາ. ຈົ່ງເຮັດສີ່ງນີ້ທຸກຄັ້ງທີ່ທ່ານດື່ມ, ເພື່ອລະນຶກເຖິງເຮົາ.”
\v 26 ເພາະວ່າເມື່ອໃດທີ່ທ່ານກິນເຂົ້າຈີ່ນີ້ ແລະ ດື່ມຈາກຈອກນີ້, ທ່ານໄດ້ປະກາດການຕາຍຂອງອົງພຣະຜູ້ເປັນເຈົ້າຈົນກວ່າພຣະອົງຈະກັບມາ.
\s5
\v 27 ສະນັ້ນ, ຖ້າຜູ້ໃດ, ກິນເຂົ້າຈີ່ ຫລື ດື່ມຈາກຈອກຂອງອົງພຣະຜູ້ເປັນເຈົ້າຢ່າງບໍ່ຖືກຕ້ອງ, ກໍໄດ້ເຮັດຜິດຕໍ່ພຣະກາຍ ແລະ ເລືອດຂອງອົງພຣະຜູ້ເປັນເຈົ້າ.
\v 28 ທຸກຄົນຈົ່ງສຳຫລວດຕົວເອງກ່ອນ, ແລ້ວຈື່ງກິນເຂົ້າຈີ່ ແລະ ດື່ມຈາກຈອກນີ້.
\v 29 ເພາະວ່າຄົນທີ່ກິນ ແລະ ດື່ມໂດຍບໍ່ໄດ້ສັງເກດເຖິງພຣະກາຍ, ເຂົາກໍ່ກິນ ແລະ ດື່ມການພິພາກສາຕົວເຂົາເອງ.
\v 30 ນັ້ນແມ່ນເຫດຜົນທີ່ວ່າເປັນຫຍັງຫລາຍຄົນໃນບັນດາພວກທ່ານອ່ອນແອ ແລະ ເຈັບປ່ວຍ, ແລະ ບາງຄົນກໍ່ລ່ວງຫລັບໄປ.
\s5
\v 31 ແຕ່ຖ້າພວກເຮົາສັງເກດໂຕເອງກ່ອນ, ເຮົາກໍ່ຈະບໍ່ຖືກລົງໂທດ.
\v 32 ແຕ່ເມື່ອອົງພຣະຜູ້ເປັນເຈົ້າຊົງລົງໂທດເຮົານັ້ນ, ພຣະອົງຊົງຕີສອນເຮົາ, ເພື່ອບໍ່ໃຫ້ຖືກລົງໂທດໄປພ້ອມກັບໂລກ.
\s5
\v 33 ສະນັ້ນ, ພີ່ນ້ອງຂອງຂ້າພະເຈົ້າ, ເມື່ອພວກທ່ານມາປະຊຸມກັນເພື່ອຮັບປະທານອາຫານນັ້ນ, ຈົ່ງລໍຖ້າກັນ ແລະ ກັນ.
\v 34 ຖ້າຜູ້ໃດຫິວ, ກໍ່ໃຫ້ເຂົາກິນຢູ່ເຮືອນກ່ອນ, ເພື່ອວ່າເມື່ອມາເຕົ້າໂຮມກັນພວກທ່ານຈະບໍ່ຖືກລົງໂທດ. ສ່ວນເປັນປະເດັນອື່ນໆ ທີ່ທ່ານຂຽນມານັ້ນ, ຂ້າພະເຈົ້າຈະໃຫ້ຄຳແນະນຳຕ່າງໆເມື່ອຂ້າພະເຈົ້າມາ.
\s5
\c 12
\cl ບົດທີ 12
\p
\v 1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຢາກໃຫ້ທ່ານເຂົ້າໃຈ. ກ່ຽວກັບຂອງປະທານຕ່າງໆຝ່າຍວິນຍານ,
\v 2 ພວກທ່ານຮູ້ບໍ່ວ່າແຕ່ກ່ອນທ່ານຍັງເປັນຄົນທີ່ບໍ່ເຊື່ອ, ທ່ານຖືກນຳໃຫ້ຫລົງໄປນັບຖືຮູບເຄົາຣົບເຊິ່ງເວົ້າບໍ່ໄດ້, ແລ້ວແຕ່ວ່າພວກມັນຈະພາທ່ານໄປທາງໃດ.
\v 3 ສະນັ້ນ ຂ້າພະເຈົ້າຕ້ອງການໃຫ້ພວກທ່ານຮູ້ວ່າ ບໍ່ມີຜູ້ໃດທີ່ເວົ້າໂດຍພຣະວິນຍານຂອງພຣະເຈົ້າຈະເວົ້າວ່າ, "ພຣະເຢຊູຄຣິດເຈົ້າຖືກສາບແຊ່ງ" ບໍ່ມີໃຜສາມາດເວົ້າວ່າ "ພຣະເຢຊູຄຣິດເຈົ້າຄືອົງພຣະຜູ້ເປັນເຈົ້າ" ນອກຈາກຈະເວົ້າໂດຍພຣະວິນຍານບໍຣິສຸດ.
\s5
\v 4 ຂອງ​ປຣະ​ທານ​ນັ້ນມີແຕກຕ່າງກັນ, ແຕ່ມີພຣະວິນຍານອົງດຽວກັນ.
\v 5 ການ​ຮັ​ບ​ໃຊ້ນັ້ນ​ມີ​ແຕກຕ່າງກັນ, ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວກັນ;
\v 6 ແລະ ການ​ດຳ​ເນີນ​ງານນັ້ນມີແຕກຕ່າງກັນ, ແຕ່​ມີອົງພຣະຜູ້ເປັນເຈົ້າອົງດຽວຊົງ​ເປັນສາເຫດແຫ່ງ​ການ​ດຳ​ເນີນ​ງານ​ຕ່າງໆໃນທຸກຄົນ.
\s5
\v 7 ການສຳແດງຂອງພຣະວິນຍານບໍຣິສຸດນັ້ນ ພ​ຣະ​ອົງປະ​ທານໃຫ້ແຕ່ລະຄົນເພື່ອປະໂຫຍດຮ່ວມກັນ.
\v 8 ເພາະໂດຍຜ່ານທາງພຣະວິນຍານບໍຣິສຸດ ຊົ​ງໃຫ້ຄົນຫ​ນື່ງ​ມີ​ຖ້ອຍຄຳແຫ່ງປັນຍາ, ອີກຄົນຫ​ນຶ່ງມີຖ້ອຍຄຳແຫ່ງຄວາມຮູ້ ໂດຍພຣະວິນຍານອົງດຽວກັນ.
\s5
\v 9 ໃຫ້ຄົນຫ​ນຶ່ງມີຄວາມເຊື່ອ, ໂດຍພຣະວິນຍານອົງດຽວກັນ ແລະ ໃຫ້ອີກຄົນຫ​ນຶ່ງ​ມີ​ຂອງ​ປຣ​ະ​ທານ​ໃນ​ການ​ຮັກ​ສາ​ພະ​ຍາດ ໂດຍພຣະວິນຍານອົງດຽວກັນ.
\v 10 ໃຫ້ອີກຄົນຫ​ນຶ່ງ​ມີຣິດ​ອຳ​ນາດເຮັດການ​ອັດ​ສະ​ຈັນ, ໃຫ້ອີກຄົນຫ​ນຶ່ງປະ​ກາດ​ພ​ຣະ​ທັມ, ໃຫ້ອີກຄົນຫ​ນຶ່ງມີຄວາມສາມາດສັງເກດເບິ່ງວິນຍານຕ່າງໆ, ໃຫ້ອີກຄົນຫ​ນຶ່ງເວົ້າພາສາແປກໆ, ແລະ ໃຫ້ອີກຄົນຫ​ນຶ່ງແປພາສາແປກໆໄດ້.
\v 11 ສິ່ງສາຣະພັດເຫລົ່ານີ້ແມ່ນພຣະວິນຍານອົງດຽວກັນຊົງທຳການ, ແລະ ມອບຂອງ​ປຣະ​ທານເຫລົ່ານີ້ທັງ​ຫມົດໃຫ້ແຕ່ລະຄົນ, ຕາ​ມ​ທີ່​ພ​ຣະ​ອົງ​ໄດ້ຊົງເລືອກໄວ້.
\s5
\v 12 ເພາະວ່າເຫມືອນກັບຮ່າງກາຍດຽວທີ່ມີຫລາຍໆ ອະໄວຍະວະ ແລະ ອະໄວຍະວະທັງຫມົດເປັນຂອງຮ່າງກາຍດຽວກັນ, ເຊັ່ນດຽວກັນກັບພຣະຄຣິດເຈົ້າ.
\v 13 ເພາະວ່າບໍ່ວ່າຈະເປັນຊາວຢິວ, ຫລື ຊາວກະຣີກ, ເປັນຂ້າທາດ ຫລື ເປັນອິສຣະ, ເຮົາໄດ້ຮັບບັບຕິສະມາໃນ​ພ​ຣະວິນຍານອົງດຽວເຂົ້າ​ເປັນ​ກາຍດຽວກັນ, ແລະ ຊົງສ້າງເຮົາທຸກ​ຄົນໃຫ້ດື່ມຈາກພຣະວິນຍານອົງດຽວກັນ.
\s5
\v 14 ເພາະວ່າຮ່າງກາຍບໍ່ໄດ້ປະກອບດ້ວຍອະໄວຍະວະດຽວ, ແຕ່ດ້ວຍ​ຫລາຍອະໄວຍະວະ.
\v 15 ຖ້າຕີນຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້​ເປັນມື, ຂ້ອຍຈື່ງບໍ່ແມ່ນອະໄວຍະວະຂອງ​ຮ່າງ​ກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ.
\v 16 ແລະ ຖ້າຫູຈະເວົ້າວ່າ, "ເພາະຂ້ອຍບໍ່ໄດ້​ເປັນຕາ, ຂ້ອຍຈຶ່ງບໍ່ແມ່ນອະໄວຍະວະຂອງ​ຮ່າງ​ກາຍ,” ບໍ່ມີພາກສ່ວນໃດທີ່ຕໍ່າກວ່າໃນຮ່າງກາຍ.
\v 17 ຖ້າຮ່າງກາຍທັງຫມົດ ເປັນຕາ, ການໄດ້​ຍິນ​ຈະຢູ່ບ່ອນ​ໃດ? ຖ້າຮ່າງກາຍທັງຫມົດເປັນຫູ, ການ​ດົມກິ່ນຈະຢູ່ບ່ອນ​ໃດ?
\s5
\v 18 ແຕ່ວ່າພຣະເຈົ້າຊົງຕັ້ງອະ​ໄວ​ຍະ​ວະ ແຕ່ລະອະໄວຍະວະໄວ້ໃນແຕ່ລະສ່ວນຂອງຮ່າງກາຍຕາມທີ່ພ​ຣະ​ອົງ​ຊົງອອກແບບໄວ້.
\v 19 ຖ້າອະໄວຍະວະທຸກສ່ວນໃນຮ່າງກາຍເປັນອັນດຽວກັນ, ຮ່າງກາຍຈະ​ມີ​ຢູ​ໃສ?
\v 20 ສະນັ້ນ ຈຶ່ງມີອະໄວຍະວະຫລາຍຢ່າງ ແຕ່ມີພຽງຮ່າງກາຍດຽວ.
\s5
\v 21 ຕາກໍ່ບໍ່ສາມາດເວົ້າກັບມືວ່າ, "ຂ້ອຍບໍ່ຕ້ອງການເຈົ້າ." ຫລື ຫົວຈະເວົ້າກັບຕີນ, "ຂ້ອຍບໍ່ຕ້ອງການເຈົ້າ."
\v 22 ແຕ່ຫລາຍໆອະໄວຍະວະທີ່ເຮົາຄິດວ່າອ່ອນແອກວ່າ ກໍ່ຍັງມີຄວາມຈຳເປັນ,
\v 23 ອ​ະ​ໄວ​ຍະ​ວ​ະຂອງຮ່າງກາຍທີ່ເຮົາ​ຄິດວ່າບໍ່ມີກຽດ, ເຮົາຕ້ອງໃຫ້ກຽດຫລາຍຂຶ້ນ. ແລະ ອະໄວຍະວະທີ່ຕ້ອງປົກປິດ, ກໍ່ຕ້ອງໃຫ້ກຽດຕື່ມອີກ.
\v 24 ເພາະວ່າອະໄວຍະວະທີ່ເປັນ​ຕາ​ເບີ່ງຢູ່ແລ້ວ, ກໍ່ບໍ່ຈຳເປັນຕ້ອງຕົບແຕ່ງອີກ. ເພາະພວກເຂົາມີຄວາມສະຫງ່າງາມຢູ່ແລ້ວ. ແຕ່ພຣະເຈົ້າຊົງຈັດ​ວາງອະໄວຍະວະຕ່າງໆເຂົ້ານຳກັນ, ແລະ ໄດ້​ຊົງ​ປະ​ທານກຽດຫລາຍຂຶ້ນແກ່​ອະ​ໄວ​ຍະ​ວະ​ຕ່າງໆ​ເຫລົ່າ​ນັ້ນທີ່​ຕ່ຳ​ຕ້ອຍ.
\s5
\v 25 ພ​ຣະ​ອົງ​ຊົງເຮັດສິ່ງນີ້ເພື່ອບໍ່ໃຫ້ມີ​ການແບ່ງແຍກກັນໃນຮ່າງກາຍ, ແຕ່ໃຫ້ອະໄວຍະວະຕ່າງໆ ມີ​ຄວາມ​ຫວ່ງ​ໃຍກັນ ແລະ ກັນດ້ວຍຄວາມຮັກແບບດຽວກັນ.
\v 26 ເມື່ອອະໄວຍະວະຫ​ນຶ່ງທຸກ, ອະໄວຍະວະທັງຫມົດກໍ່ຮ່ວມ​ທຸກ​ນຳ; ຫລື ເມື່ອອະໄວຍະວະຫ​ນຶ່ງ ໄດ້ຮັບກຽດ, ອະໄວຍະວະທັງຫມົດກໍ່ປິຕິຍິນດີນຳ.
\v 27 ສ່ວນທ່ານທັງ​ຫລາຍເປັນຮ່າງກາຍຂອງພຣະຄຣິດ ແລະ ແຕ່ອະໄວຍະວະກໍ່​ເປັນສ່ວນ ຫ​ນຶ່ງຂອງຮ່າງກາຍນັ້ນ.
\s5
\v 28 ແລະ ພຣະເຈົ້າໄດ້ຊົງຕັ້ງບາງຄົນໄວ້ໃນຄ​ຣິ​ສ​ຕ​ະຈັກ ຄື​ຫ​ນຶ່ງ ແມ່ນອັກຄະສາວົກ, ສອງແມ່ນຜູ້ປະກາດພຣະທັມ, ສາມ ແມ່ນອາຈານ, ຫລັງຈາກນັ້ນ ຜູ້ເຮັດການອິດ​ທິ​ຣິດຕ່າງໆ, ຫລັງຈາກນັ້ນຂອງປຣະທານແຫ່ງການຮັກສາພະ​ຍາດ, ພວກທີ່ໃຫ້ຄວາມຊ່ວຍເຫລືອ, ພວກທີ່ເຮັດວຽກໃນການຄຸ້ມຄອງ, ແລະ ພວກທີ່ເວົ້າພາສາແປກໆ​ຊະ​ນິດຕ່າງໆ.
\v 29 ທຸກ​ຄົນເປັນອັກຄະສາວົກບໍ? ທຸກຄົນເປັນ​ຜູ້ທຳ​ນ​ວາຍບໍ? ທຸກຄົນເປັນອາ​ຈານບໍ? ທຸກຄົນເປັນ​ຜູ້ເຮັດການດ້ວຍຣິດອຳນາດບໍ?
\s5
\v 30 ທຸກຄົນມີຂອງປຣະທານສຳລັບການຮັກສາພະຍາດບໍ? ທຸກຄົນເວົ້າພາສາແປກໆບໍ? ທຸກຄົນແປພາສາແປກໆບໍ?
\v 31 ຈົ່ງພະຍາຍາມຊອກຫາຂອງປຣະທານຕ່າງໆ. ທີ່ຍິ່ງໃຫຍ່ກວ່າ ແລະ ຂ້າພະເຈົ້າຈະຊີ້ທາງໃຫ້ພວກທ່ານເຫັນເຖິງທາງທີ່ດີເລີດກວ່ານັ້ນອີກ.
\s5
\c 13
\cl ບົດທີ 13
\p
\v 1 ເຖິງແມ່ນວ່າຂ້າພະເຈົ້າເວົ້າເປັນພາສາແປກ ທີ່ເປັນພາສາຂອງມະນຸດ ແລະ ທູດສະຫວັນໄດ້. ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້າກໍ່ເປັນຄືກັບຄ້ອງ ຫລື ແຊ່ງ ທີ່ສົ່ງສຽງດັງ.
\v 2 ເຖິງແມ່ນວ່າຂ້າພະເຈົ້າມີຂອງປຣະທານໃນການປະກາດພຣະທັມ ແລະ ເຂົ້າໃຈຄວາມຈິງ ແລະ ຄວາມຮູ້ທັງຫມົດ, ທີ່ຖືກປິດບັງໄວ້ ແລະ ເຖິງແມ່ນວ່າຂ້າພະເຈົ້າມີຄວາມເຊື່ອທີ່ຍ້າຍພູເຂົາໄດ້ ແຕ່ບໍ່ມີຄວາມຮັກ, ຂ້າພະເຈົ້້າກໍ່ບໍ່ມີຄ່າອັນໃດ.
\v 3 ແລະເຖິງແມ່ນຂ້າພະເຈົ້າໄດ້ບໍຣິຈາກທັງຫມົດທີ່ຂ້າພະເຈົ້າມີເພື່ອລ້ຽງຄົນຍາກຈົນ, ແລະເຖິງແມ່ນວ່າໃຫ້ຮ່າງກາຍຂອງຂ້າພະເຈົ້າໄປເຜົາໄຟ. ແຕ່ຖ້າບໍ່ມີຄວາມຮັກ ຂ້າພະເຈົ້າກໍ່ບໍ່ມີຄ່າອັນໃດ.
\s5
\v 4 ຄວາມຮັກຄືຄວາມອົດທົນດົນນານ ຄວາມຮັກຄືຄວາມເມດຕາກະຣຸນາ. ຄວາມຮັກບໍ່ອິດສາ, ບໍ່ໂອ້ອວດ, ບໍ່ຈອງຫອງ
\v 5 ບໍ່ເຮັດການອັນບໍ່ສຸພາບ. ບໍ່ເຫັນແກ່ຕົວ. ບໍ່ໃຈຮ້າຍ, ບໍ່ຈົດຈຳຄວາມຜິດ.
\v 6 ບໍ່ຊື່ນຊົມຍິນດີໃນຄວາມ ອະທັມ. ແຕ່ຊື່ນຊົມຍິນດີໃນຄວາມຈິງ.
\v 7 ຄວາມຮັກສູ້ທົນໄດ້ທຸກສິ່ງ, ເຊື່ອທຸກສິ່ງ, ມີຄວາມຫວັງ ແລະ ຄວາມອົດທົນຢູ່ສະເຫມີ
\s5
\v 8 ຄວາມຮັກບໍ່ເຄີຍສູນຫາຍໄປ. ເຖິງແມ່ນວ່າການປະກາດພຣະທັມຈະຊຸດໂຊມລົງ, ເຖິງແມ່ນວ່າການເວົ້າພາສາແປກໆຈະຢຸດການເວົ້າ, ເຖິງແມ່ນວ່າຄວາມຮູ້ຈະສູນຫາຍໄປກໍ່ຕາມ.
\v 9 ເພາະວ່າເຮົາຮູ້ພຽງບາງສ່ວນ ແລະ ກໍ່ປະກາດພຣະທັມພຽງແຕ່ບາງສ່ວນ.
\v 10 ແຕ່ເມື່ອຄວາມສົມບູນມາເຖິງ ສີ່ງທີ່ບໍ່ສົມບູນຈະສູນຫາຍໄປ.
\s5
\v 11 ຕອນທີ່ຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າເວົ້າຄືກັບເດັກນ້ອຍ, ຄິດຄືກັບເດັກນ້ອຍ, ຫາເຫດຜົນຄືກັບເດັກນ້ອຍ. ແຕ່ເມື່ອຂ້າພະເຈົ້າເປັນຜູ້ໃຫຍ່, ຂ້າພະເຈົ້າກໍ່ເຊົາປະພຶດອາການຄືກັບເດັກນ້ອຍ.
\v 12 ເພາະວ່າເວລານີ້ເຮົາເຫັນພໍມົວໆຄືກັບເບິ່ງໃນແວ່ນ, ແຕ່ຕໍ່ມາແມ່ນຈະເຫັນແບບຫນ້າ ຕໍ່ ຫນ້າ. ເວລານີ້ຂ້າພະເຈົ້າຮູ້ພຽງບາງສ່ວນ, ແຕ່ຕໍ່ມາຂ້າພະເຈົ້າຈະຮູ້ແຈ້ງຄືກັບທີ່ພຣະອົງຮູ້ຈັກຂ້າພະເຈົ້າ.
\v 13 ແຕ່ບັດນີ້ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ, ຄວາມຫມັ້ນໃຈໃນອະນາຄົດ, ແລະ ຄວາມຮັກ. ແຕ່ຄວາມຮັກນັ້ນແມ່ນໃຫຍ່ທີ່ສຸດໃນສາມສີ່ງນີ້.
\s5
\c 14
\cl ບົດທີ 14
\p
\v 1 ຈົ່ງຕັ້ງຈຸດມຸ້ງຫມາຍຫາຄວາມຮັກ ແລະ ພະຍາຍາມຊອກຫາຂອງປຣະທານຝ່າຍວິນຍານ, ໂດຍສະເພາະການປະກາດ ພຣະທັມ.
\v 2 ເພາະວ່າຄົນທີ່ເວົ້າພາສາແປກໆນັ້ນ ບໍ່ໄດ້ເວົ້າກັບມະນຸດ ແຕ່ກ່າວຕໍ່ພຣະເຈົ້າ. ບໍ່ມີໃຜເຂົ້າໃຈເຂົາ ເພາະເຂົາໄດ້ເວົ້າສິ່ງທີ່ເປັນຄວາມເລິກເຊິ່ງໃນພຣະວິນຍານ.
\v 3 ແຕ່ຜູ້ທີ່ປະກາດພຣະທັມນັ້ນ ເວົ້າກັບມະນຸດເພື່ອໃຫ້ພວກເຂົາເຕີບໃຫຍ່ຂື້ນ, ເພື່ອຫນູນໃຈ ແລະ ໃຫ້ກຳລັງໃຈພວກເຂົາ,
\v 4 ຄົນທີ່ເວົ້າພາສາແປກໆນັ້ນ ເຮັດໃຫ້ໂຕເອງເຕີບໃຫຍ່ຂື້ນ, ແຕ່ຜູ້ທີ່ປະກາດ ພຣະທັມເຮັດໃຫ້ຄຣິສຕະຈັກຈະເຣີນຂື້ນ.
\s5
\v 5 ຂ້າພະເຈົ້າຕ້ອງການໃຫ້ພວກທ່ານທຸກຄົນເວົ້າພາສາແປກໆ. ແຕ່ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າຕ້ອງການໃຫ້ພວກທ່ານປະກາດພຣະທັມ. ຄົນທີ່ປະກາດພຣະທັມນັ້ນໃຫຍ່ກວ່າຄົນທີ່ເວົ້າພາສາແປກໆ (ນອກຈາກວ່າມີຄົນແປ ຄຣິສຕະຈັກກໍ່ຈະເຣີນຂື້ນ.)
\v 6 ແຕ່ວ່າ, ພີ່ນ້ອງທັງຫລາຍ, ຖ້າຂ້າພະເຈົ້າມາຫາທ່ານ ແລະ ເວົ້າພາສາແປກໆ, ຈະເປັນປະໂຫຍດຫຍັງຕໍ່ທ່ານ? ຂ້າພະເຈົ້າບໍ່ສາມາດເປັນປະໂຫຍດຫຍັງເລີຍ, ຖ້າຂ້າພະເຈົ້າບໍ່ເວົ້າກັບພວກທ່ານໂດຍການສຳແດງ, ຫລື ຄວາມຮູ້, ຫລື ປະກາດພຣະທັມ, ຫລື ຄຳສອນ.
\s5
\v 7 ເຖິງແມ່ນວ່າເຄື່ອງດົນຕຣີທີ່ບໍ່ມີຊີວິດຍັງມີສຽງໄດ້ເຊັ່ນປີ່ຫລືພິນຖ້າເຄື່ອງດົນຕຣີພວກນັ້ນບໍ່ເຮັດສຳນຽງສຽງແຕກຕ່າງກັນ, ໃຜຈະຮູ້ໄດ້ແນວໃດວ່າປີ່ ຫລື ພີນນັ້ນກຳລັງບັນເລງທຳນອງແນວໃດ?
\v 8 ຖ້າສຽງແກດັງບໍ່ຈະແຈ້ງ, ໃຜຈະຮູ້ໄດ້ແນວໃດວ່າຮອດເວລາກຽມພ້ອມສຳລັບສູ້ຮົບ?
\v 9 ສະນັ້ນ ເປັນເລື່ອງຂອງພວກທ່ານ. ຖ້າທ່ານສົ່ງສຽງທີ່ບໍ່ສາມາດເຂົ້າໃຈໄດ້, ໃຜຈະເຂົ້າໃຈວ່າທ່ານເວົ້າຫຍັງ? ທ່ານເວົ້າ, ແຕ່ບໍ່ມີໃຜເຂົ້າໃຈທ່ານ.
\s5
\v 10 ໃນໂລກນີ້ມີຫລາຍພາສາແຕກຕ່າງແນ່ນອນ, ແລະບໍ່ມີພາສາໃດທີ່ບໍ່ມີຄວາມຫມາຍ.
\v 11 ແຕ່ຖ້າຂ້າພະເຈົ້າບໍ່ຮູ້ຄວາມຫມາຍຂອງພາສານັ້ນ, ຂ້າພະເຈົ້າກໍ່ເປັນຄົນຕ່າງພາສາຕໍ່ຄົນທີ່ເວົ້າພາສານັ້ນ, ແລະ ຄົນທີ່ເວົ້າພາສານັ້ນກໍ່ເປັນຄົນຕ່າງພາສາຕໍ່ຂ້າພະເຈົ້າ
\s5
\v 12 ທ່ານທັງຫລາຍກໍ່ເປັນແບບນັ້ນຄືກັນ. ຖ້າທ່ານຮ້ອນໃຈຕໍ່ການສຳແດງຂອງພຣະວິນຍານ, ຈົ່ງສະແຫວງຫາເຮັດໃຫ້ຄຣິສຕະຈັກເຕັມໄປດ້ວຍຄວາມຈະເຣີນຂື້ນ.
\v 13 ສະນັ້ນ ຄົນທີ່ເວົ້າພາສາແປກໆ ຄວນອະທິຖານຂໍໃຫ້ເຂົາແປພາສາໄດ້ຄືກັນ.
\v 14 ເພາະຖ້າຂ້າພະເຈົ້າອະທິຖານເປັນພາສາແປກໆ, ຈິດວິນຍານຂອງຂ້າພະເຈົ້າກຳລັງອະທິຖານ, ແຕ່ຄວາມຄິດຂອງຂ້າພະເຈົ້າກໍ່ບໍ່ໄດ້ປະໂຫຍດ.
\s5
\v 15 ຂ້າພະເຈົ້າຕ້ອງເຮັດອັນໃດ? ຂ້າພະເຈົ້າຈະອະທິຖານດ້ວຍຈິດວິນຍານກໍຈິງ. ແລະດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ. ຂ້າພະເຈົ້າຈະຮ້ອງເພງດ້ວຍວິນຍານ, ແລະ ດ້ວຍຄວາມຄິດຂອງຂ້າພະເຈົ້າເຊັ່ນດຽວກັນ.
\v 16 ບໍ່ດັ່ງນັ້ນ, ຖ້າທ່ານສັນຣະເສີນພຣະເຈົ້າດ້ວຍວິນຍານ, ຄົນພາຍນອກຈະເວົ້າວ່າ "ອາແມນ" ໄດ້ແນວໃດໃນຂະນະທີ່ທ່ານກຳລັງຂອບພຣະຄຸນ ຖ້າເຂົາບໍ່ຮູ້ວ່າທ່ານກຳລັງເວົ້າຫຍັງ?
\s5
\v 17 ເຖິງແມ່ນວ່າຄຳໂມທະນາຂອບພຣະຄຸນພຣະເຈົ້າຂອງທ່ານຄັກດີ, ແຕ່ບໍ່ໄດ້ເຮັດໃຫ້ຄົນອື່ນຈະເຣີນຂື້ນ.
\v 18 ຂ້າພະເຈົ້າຂອບພຣະຄຸນພະເຈົ້າທີ່ຂ້າພະເຈົ້າເວົ້າພາສາແປກໆຫລາຍກ່ວາທ່ານທັງຫລາຍ.
\v 19 ແຕ່ໃນຄຣິສຕະຈັກ ຂ້າພະເຈົ້າຕ້ອງການເວົ້າພຽງຫ້າຄຳດ້ວຍຄວາມເຂົ້າໃຈເພື່ອສອນຄົນອື່ນ, ກໍ່ດີກວ່າທີ່ຈະເວົ້າຫລາຍສິບພັນຄຳເປັນພາສາທີ່ແປກໆ.
\s5
\v 20 ພີ່ນ້ອງທັງຫລາຍ, ຢ່າເປັນເດັກໃນດ້ານຄວາມຄິດ. ແຕ່ໃນເລື່ອງ, ຄວາມຊົ່ວຮ້າຍ, ຈົ່ງເປັນຄືກັບເດັກອ່ອນ. ແຕ່ໃນດ້ານຄວາມຄິດນ້ັນຈົ່ງເປັນຜູ້ໃຫຍ່.
\v 21 ໃນກົດບັນຍັດມີຂຽນໄວ້ວ່າ, "ເຮົາຈະເວົ້າກັບຊົນຊາດນີ້ດ້ວຍຄົນຕ່າງພາສາ ແລະ ດ້ວຍຮິມສົບຂອງຄົນແປກຫນ້າ. ແມ່ນວ່າພວກເຂົາຈະບໍ່ຟັງເຮົາ, "ອົງພຣະຜູ້ເປັນເຈົ້າກ່າວໄວ້ດັ່ງນີ້.
\s5
\v 22 ສະນັ້ນ, ການເວົ້າໃນພາສາແປກໆ, ຈຶ່ງບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ເຊື່ອ, ແຕ່ສຳລັບພວກທີ່ບໍ່ເຊື່ອ, ແຕ່ການປະກາດພຣະທັມນັ້ນ, ບໍ່ແມ່ນຫມາຍສຳຄັນສຳລັບພວກທີ່ບໍ່ເຊື່ອ, ແຕ່ ສຳລັບພວກທີ່ເຊື່ອ.
\v 23 ສະນັ້ນ, ຖ້າ, ທັງຄຣິສຕະຈັກມາປະຊຸມກັນ ແລະ ທຸກຄົນຕ່າງກໍ່ເວົ້າພາສາແປກໆ, ແລະ ມີຄົນພາຍນອກ ແລະ ຄົນບໍ່ເຊື່ອຖືກເຂົ້າມາ, ພວກເຂົາບໍ່ຄິດວ່າພວກທ່ານເປັນບ້າບໍ?
\s5
\v 24 ແຕ່ຖ້າທຸກຄົນປະກາດພຣະທັມ ແລະ ຄົນບໍ່ເຊື່ອ ຫລື ຄົນນອກເຂົ້າມາ, ເຂົາຈະສຳນຶກບາບດ້ວຍກັບສິ່ງທີ່ໄດ້ຟັງໄປທັງຫມົດນັ້ນ. ເຂົາຈະຖືກກວດກາໂດຍສິ່ງທີ່ໄດ້ເວົ້າໄປນັ້ນ.
\v 25 ຄວາມລັບໃນໃຈຂອງເຂົາຈະຖືກເປີດເຜີຍ. ສົ່ງຜົນໃຫ້, ພວກເຂົາຫມູບຫນ້າລົງແລະ ນະມັດສະການພຣະເຈົ້າ. ເຂົາຈະປະກາດວ່າພຣະເຈົ້າສະຖິດທ່າມກາງພວກທ່ານແທ້ ໆ.
\s5
\v 26 ເພາະສະນັ້ນ, ພີ່ນ້ອງທັງຫລາຍຈະເວົ້າແນວໃດ? ເມື່ອພວກທ່ານມາປະຊຸມກັນ, ແຕ່ລະຄົນກໍ່ມີເພງສັນຣະເສີນ, ມີຄຳສອນ, ການສະແດງອອກ, ມີພາສາແປກໆ, ຫລື ມີການແປ. ຈົ່ງທຸກຢ່າງເພື່ອໃຫ້ຄຣິສຕະຈັກຈະເຣີນຂື້ນ.
\v 27 ຖ້າຜູ້ໃດຈະເວົ້າພາສາແປກໆ, ຈົ່ງໃຫ້ເວົ້າພຽງສອງຄົນ ຫລື ຢ່າງຫລາຍສາມຄົນ, ແລະ ໃຫ້ເວົ້າເທື່ອລະຄົນ, ແລ້ວໃຫ້ອີກຄົນຫນຶ່ງແປ.
\v 28 ແຕ່ຖ້າບໍ່ມີໃຜແປ, ກໍ່ໃຫ້ເຂົາມິດຢູ່ໃນຄຣິສຕະຈັກ. ໃຫ້ເວົ້າກັບໂຕເອງຕາມລຳພັງ ແລະ ກ່າວຕໍ່ພຣະເຈົ້າ.
\s5
\v 29 ໃຫ້ພວກຜູ້ປະກາດພຣະທັມ ເວົ້າໄດ້ສອງ ຫລື ສາມຄົນ, ແລະ ໃຫ້ຄົນອື່ນໆ ກວດກາສິ່ງທີ່ເວົ້າ.
\v 30 ແລະ ຖ້າມີການຊົງສຳແດງຕໍ່ຄົນອື່ນທີ່ນັ່ງຢູ່ໃນກອງປະຊຸມນຳ, ກໍ່ໃຫ້ຄົນທຳອິດນັ້ນມິດໄວ້ກ່ອນ.
\s5
\v 31 ເພາະພວກທ່ານສາມາດປະກາດພຣະທັມ ໄດ້ເທື່ອລະຄົນ ເພື່ອໃຫ້ແຕ່ລະຄົນໄດ້ຮຽນຮູ້ ແລະ ໄດ້ຮັບການເສີມສ້າງ.
\v 32 ເພາະວິນຍານຂອງພວກຜູ້ປະກາດພຣະທັມນັ້ນ ຢູ່ໃຕ້ການບັງຄັບຂອງພວກຜູ້ປະກາດພຣະທັມ.
\v 33 ເພາະວ່າພຣະເຈົ້າບໍ່ແມ່ນພຣະເຈົ້າແຫ່ງຄວາມວຸ່ນວາຍ, ແຕ່ເປັນພຣະເຈົ້າແຫ່ງສັນຕິສຸກ. ດັ່ງທີ່ເປັນຢູ່ໃນຄຣິສຕະຈັກທຸກແຫ່ງຂອງບັນດາຜູ້ທີ່ເຊື່ອ.
\s5
\v 34 ຈົ່ງໃຫ້ບັນດາຜູ້ຍິງຢູ່ມິດໆໃນຄຣິສຕະຈັກ. ເພາະພວກເຂົາບໍ່ໄດ້ຮັບອະນຸຍາດໃຫ້ເວົ້າ, ແຕ່ໃຫ້ມີຄວາມຖ່ອມຕົວ, ຄືກັບທີ່ກົດບັນຍັດກ່າວໄວ້.
\v 35 ຖ້າພວກເຂົາຕ້ອງການຮຽນຮູ້ຫຍັງ, ກໍ່ໃຫ້ຖາມສາມີຂອງຕົນຢູ່ເຮືອນ. ເພາະວ່າການທີ່ຜູ້ຍິງທີ່ຈະເວົ້າໃນຄຣິສຕະຈັກນັ້ນເປັນເລື່ອງຫນ້າອາຍ.
\v 36 ເພາະຖ້ອຍຄຳຂອງພຣະເຈົ້າມາຈາກພວກທ່ານບໍ? ຖ້ອຍຄຳມາຮອດທ່ານພວກດຽວບໍ?
\s5
\v 37 ຖ້າໃຜຄິດວ່າຕົນເປັນຜູ້ປະກາດ ພຣະທັມ ຫລື ເປັນຄົນຝ່າຍວິນຍານ, ກໍ່ຈົ່ງຍອມຮັບວ່າ ຂໍ້ຄວາມທີ່ຂ້າພະເຈົ້າຂຽນມາເຖິງພວກທ່ານນັ້ນ ເປັນພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
\v 38 ແຕ່ຖ້າຜູ້ໃດບໍ່ສົນໃຈໃນຂໍ້ຄວາມນີ້, ຄົນນັ້ນກໍ່ຈະບໍ່ໄດ້ຮັບການເອົາໃຈໃສ່.
\s5
\v 39 ສະນັ້ນ, ພີ່ນ້ອງທັງຫລາຍ, ຈົ່ງສະແຫວງຫາການປະກາດພຣະທັມ, ແລະ ຢ່າຫ້າມການເວົ້າພາສາແປກໆ.
\v 40 ແຕ່ໃຫ້ເຮັດທຸກສິ່ງຢ່າງຖືກຕ້ອງ ແລະ ເປັນຣະບຽບ.
\s5
\c 15
\cl ບົດທີ 15
\p
\v 1 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າຂໍໃຫ້ຄຳນຶງເຖິງ, ຂ່າວປະເສີດທີ່ຂ້າພະເຈົ້າເຄີຍໄດ້ປະກາດກັບທ່ານທັງຫລາຍນັ້ນ, ພວກທ່ານໄດ້ຮັບໄວ້ ແລະ ໄດ້ຕັ້ງຫມັ້ນຢູ່ເທີ່ງນັ້ນແລ້ວ.
\v 2 ທ່ານໄດ້ຮັບຄວາມພົ້້ນໂດຍທາງຂ່າວປະເສີດນີ້, ຖ້າພວກທ່ານຍັງຢຶດຫມັ້ນໃນຄຳທີ່ຂ້າພະເຈົ້າປະກາດນັ້ນ, ບໍ່ດັ່ງນັ້ນທ່ານກໍ່ຈະເຊື່ອຢ່າງບໍ່ມີປະໂຫຍດ.
\s5
\v 3 ເພາະວ່າຂ້າພະເຈົ້າໄດ້ມອບເລື່ອງສຳຄັນທີ່ສຸດທີ່ຂ້າພະເຈົ້າໄດ້ຮັບມານັ້ນແກ່ພວກທ່ານ: ຄືພຣະຄຣິດເຈົ້າຊົງສິ້ນພຣະຊົນ ເພາະບາບຂອງເຮົາ ຕາມທີ່ຂຽນໄວ້ໃນພຣະຄັມພີ,
\v 4 ແລະ ຊົງຖືກຝັງ, ແລ້ວໃນມື້ທີສາມຊົງຖືກເຮັດໃຫ້ຟື້ນຄືນມາ ຕາມທີ່ຂຽນໄວ້ໃນພຣະຄັມພີ.
\s5
\v 5 ພຣະອົງຊົງປະກົດຕົວຕໍ່ ເປໂຕ, ແລ້ວຕໍ່ອັກຄະສາວົກສິບສອງຄົນ;
\v 6 ຕໍ່ຈາກນັ້ນພຣະອົງຊົງໄດ້ປະກົດຕົວຕໍ່ພີ່ນ້ອງກວ່າຫ້າຮ້ອຍຄົນໃນເວລາດຽວກັນ. ທີ່ສ່ວນຫລາຍຍັງມີຊີວິດຢູ່ຈົນຮອດປະຈຸບັນນີ້, ແຕ່ບາງຄົນກໍ່ລ່ວງລັບໄປແລ້ວ.
\v 7 ຕໍ່ຈາກນັ້ນ ພຣະອົງຊົງປະກົດຕົວຕໍ່ຢາໂກໂບ, ແລ້ວຕໍ່ອັກຄະສາວົກທັງຫມົດ.
\s5
\v 8 ຫລັງສຸດ, ພ​ຣະ​ອົງ​ຈະ​ຊົງປະກົດຕົວຕໍ່ຂ້າ​ພະ​ເຈົ້າ, ຜູ້​ເປັນເຫມືອນເດັກນ້ອຍທີ່ເກີດຜິດເວລາ.
\v 9 ເພາະວ່າຂ້າ​ພະ​ເຈົ້າເປັນ​ຜູ້​ເລັກນ້ອຍທີ່ສຸດໃນອັກຄະສາວົກ. ແລະ ບໍ່ສົມຄວນທີ່ຈະຖືກເອີ້ນວ່າເປັນອັກຄະສາວົກ ເພາະວ່າຂ້າ​ພະ​ເຈົ້າໄດ້ຂົ່ມເຫັງຄ​ຣິສ​ຕະ​ຈັກຂອງພຣະເຈົ້າ.
\s5
\v 10 ແຕ່ໂດຍພຣະຄຸນຂອງພຣະເຈົ້າ ຂ້າ​ພ​ຣະ​ເຈົ້າຈື່ງ​ເປັນຢ່າງ​ທີ່ຂ້າ​ພະ​ເຈົ້າ​ເປັນຢູ່​ນີ້, ແລະ ພ​ຣະ​ຄຸນຂອງພຣະອົງທີ່ໄດ້ມອບໃຫ້ແກ່ຂ້າ​ພະ​ເຈົ້າ​ນັ້ນ​ກໍ່ບໍ່ແມ່ນສິ່ງທີ່ບໍ່ມີປະໂຫຍດ. ທາງ​ກົງ​ກັນ​ຂ້ວາມ, ຂ້າ​ພະ​ເຈົ້າ​ເຮັດ​ການ​ຫ​ນັກ​ຫ​ນ່ວງກວ່າ​ພວກ​ເຂົ​າ​ທັງ​ຫມົດ. ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ເອງ​ເປັນ​ຄົນ​ເຮັດ, ແຕ່ເປັນພຣະຄຸນຂອງພຣະເຈົ້າທີ່ຢູ່ໃນຂ້າ​ພະ​ເຈົ້າ​ເຮັດ.
\v 11 ເພາະສະນັ້ນ ຕົວຂ້າພະເຈົ້າ ຫລື ພວກເຂົາກໍ່ດີ, ເຮົາ​ກໍ່​ປະກາດ ແລະ ທ່ານກໍ່​ໄດ້ເຊື່ອ.
\s5
\v 12 ຖ້າເຮົາປະກາດວ່າພຣະຄຣິດໄດ້ຊົງເປັນຄືນມາຈາກຄວາມຕາຍແລ້ວ, ເປັນຫຍັງບາງຄົນໃນພວກທ່ານຈຶ່ງເວົ້າວ່າ​ການເປັນຄືນມາຈາກຄວາມຕາຍນັ້ນບໍ່ມີ?
\v 13 ຖ້າການເປັນຄືນມາຈາກຕາຍ ນັ້ນບໍ່ມີ, ພຣະຄຣິດເຈົ້າກໍ່ບໍ່ໄດ້ຖືກເຮັດ​ໃຫ້​ເປັນຄືນ​ຂຶ້ນມາ;
\v 14 ຖ້າພຣະຄຣິດບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນຂຶ້ນມາ, ການປະກາດຂອງເຮົານັ້ນກໍ່ບໍ່ມີປະໂຫຍດຫຍັງ, ແລະ ຄວາມເຊື່ອຂອງທ່ານທັງ​ຫລາຍກໍໄຮ້ປະໂຫຍດດ້ວຍ.
\s5
\v 15 ແລະ ຄົນກໍ່​ຈະເຫັນວ່າເຮົາເປັນພະຍານທີ່ບໍ່ຖືກຕ້ອງເລື່ອງພຣະເຈົ້າ, ເພາະວ່າເຮົາເປັນພະຍານໃນການຂັດແຍ້ງກັບພຣະເຈົ້າ, ທີ່ເວົ້າວ່າພ​ຣະ​ອົງຊົງ​ເຮັດ​ໃຫ້ພຣະຄຣິດເປັນ​ຄືນຂຶ້ນມາແລ້ວ ໃນເມື່ອພ​ຣະ​ອົງບໍ່ໄດ້ຊົງເຮັດ.
\v 16 ເພາະວ່າຖ້າຄົນຕາຍບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ ພຣະຄຣິດກໍບໍ່ໄດ້ຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ;
\v 17 ແລະ ຖ້າພຣະຄຣິດບໍ່ໄດ້ຊົງຖືກເຮັດ​ໃຫ້​ເປັນ​ຄືນ​ຂື້ນ​ມາ, ຄວາມ​ເຊື່ອຂອງພວກທ່ານກໍບໍ່ມີປະໂຫຍດ ແລະ ທ່ານ​ກໍຍັງຄົງຢູ່ໃນບາບຂອງຕົນ.
\s5
\v 18 ແລະ ຖ້າເປັນ​ແບບ​ນັ້ນຄົນທີ່ລ່ວງ​ລັບໃນພຣະຄຣິດກໍ່ຈິບ​ຫາຍ​ໄປເຊັ່ນກັນ.
\v 19 ຖ້າເຮົາມີຄວາມຫວັງໃນພຣະຄຣິດ, ພຽງ​ແຕ່ຊີວິດນີ້ ເຮົາກໍ່ເປັນພວກຫ​ນ້າ​ສັງ​ເວດທີ່ສຸດໃນ​ຄ​ົນ​ທັງ​ປວງ.
\s5
\v 20 ແຕ່ບັດນີ້ ພຣະຄຣິດຊົງ​ຖືກເຮັດ​ໃຫ້ເປັນ​ຄືນຂຶ້ນມາແລ້ວ, ຊົງເປັນຜົນທຳອິດຂອງພວກທີ່ລ່ວງ​ລັບ​ໄປ.
\v 21 ເພາະວ່າໃນເມື່ອຄວາມຕາຍເກີດຂື້ນໂດຍມະນຸດຄົນ​ຫ​ນຶ່ງ, ການເປັນຄືນຂື້​ນມາຈາກຕາຍກໍ່ເກີດຂື້ນມາຈາກມະນຸດຄົນ​ຫ​ນຶ່ງ​ດ້ວຍ.
\s5
\v 22 ເພາະວ່າໂດຍທາງອາດາມເຮົາທຸກຄົນໄດ້ຕາຍໄປ, ດັ່ງນັ້ນໂດຍທາງພຣະຄຣິດເຮົາທຸກຄົນໄດ້ຖືກເຮັດໃຫ້ມີຊີວິດ.
\v 23 ແຕ່ເປັ​ນໄປຕາມລຳດັບຄື: ພຣະຄຣິດ, ຊົງເປັນຜົນທຳອິດ, ຕໍ່ຈາກນັ້ນ ຄື​ຄົນ​ເຫລົ່າ​ນັ້ນທີ່ເປັນຂອງພຣະຄຣິດທີ່ຈະຖືກເຮັດໃຫ້ມີຊີວິດເມື່ອພຣະອົງສະ​ເດັດກັບຄືນມາ.
\s5
\v 24 ແລ້ວ​ກໍ່ຈະເປັນເວ​ລາສິ້ນສຸດ, ຊຶ່ງພຣະຄຣິດຈະຊົງມອບຣາຊອານາຈັກໃຫ້ພຣະເຈົ້າພຣະບິດາ. ເມື່ອພ​ຣະ​ອົງຈະຊົງທຳລາຍການ​ປົກ​ຄອງທັງຫມົດ ອຳ​ນາດ ແລະ ຣິດເດດທັງຫມົດ.
\v 25 ເພາະວ່າພ​ຣະອົງ​ຕ້ອງຊົງຄອບຄອງຈົນກວ່າພ​ຣະ​ອົງຈະ​ຊົງປາບສັດຕູທັງຫມົດໃຫ້​ຢູ່ໃຕ້ຕີນຂອງພຣະອົງ.
\v 26 ສັດຕຣູຕົວສຸດທ້າຍທີ່ຈະຖືກທຳລາຍຄືຄວາມຕາຍ.
\s5
\v 27 ເພາະວ່າ “ພຣະອົງຊົງເຮັດ​ໃຫ້ທຸກສິ່ງຢູ່ໃຕ້ພ​ຣະ​ບາດຂອງພະອົງ.” ແຕ່ເມື່ອພ​ຣະຄຳພີກ່າວວ່າ "ພຣະອົງຊົງ​ເຮັດ​ໃຫ້ທຸກສິ່ງ" ນັ້ນຊັດເຈນວ່າຍົກເວັ້ນແຕ່ພຣະອົງຜູ້ຊົງເຮັດ​ໃຫ້ທຸກສິ່ງ​ຢູ່ໃຕ້ ອຳນາດພຣະອົງ.
\v 28 ເມື່ອທຸກສິ່ງຢູ່ໃຕ້ອຳນາດພຣະອົງແລ້ວ, ເມື່ອນັ້ນພຣະບຸດພຣະອົງເອງກໍ່ຈະຊົງຢູ່ໃຕ້ອຳນາດພຣະເຈົ້າຜູ້ຊົງ​ເຮັດ​ໃຫ້ທຸກສິ່ງຢູ່ໃຕ້ອຳນາດພຣະອົງ. ເພື່ອພຣະເຈົ້າຈະຊົງເປັນເອກໃນທຸກສິ່ງ.
\s5
\v 29 ສະ​ນ​ັ້ນ ຄົນ​ເຫລົ່​າ​ນັ້ນທີ່ຮັບບັບຕິສະມາເພື່ອຄົນຕາຍຈະເຮັດແນວໃດ? ຖ້າຄົນຕາຍບໍ່ໄດ້ຖືກ​ເຮັດໃຫ້​ເປັນ​ຄືນຂື້ນມາ​ເລີຍ, ແລ້ວ​ພວກເຂົາຮັບບັບຕິສະມາເພື່ອ​ຄົນ​ຕາຍ​ໄດ້ແນວໃດ?
\v 30 ແລະ ເປັນຫຍັງເຮົາຈຶ່ງສ່ຽງອັນ​ຕະ​ຣາຍຕະຫລອດເວລາ?
\s5
\v 31 ພີ່ນ້ອງທັງ​ຫລ​າຍ ຂ້າ​ພະ​ເຈົ້າຕາຍທຸກວັນ! ນັ້ນຄືສິ່ງທີ່ຂ້າ​ພະ​ເຈົ້າຢືນຢັນໂດຍຄວາມພາກພູມໃຈໃນ​ພວກ​ທ່ານ, ເຊິ່ງຂ້າ​ພະ​ເຈົ້າມີໃນພຣະເຢຊູຄຣິດເຈົ້າຂອງເຮົາ.
\v 32 ຂ້າ​ພະ​ເຈົ້າໄດ້ຮັບຫຍັງ, ໃນສາຍຕາມະນຸດ, ຖ້າຂ້າ​ພະ​ເຈົ້າຕໍ່ສູ້ກັບສັດປ່າໃນເມືອງເອເຟໂຊ, ຖ້າຄົນຕາຍບໍ່ໄດ້ເປັນ​ຄືນຂື້ນມາ? “ກໍໃຫ້ເຮົາກິນ ແລະ ດື່ມເຖີດ, ເພາະມື້ອື່ນເຮົາກໍຈະຕາຍ."
\s5
\v 33 ຢ່າຫລົງຜິດເລີຍ: "ການ​ຄົບຄົນຊົ່ວຍ່ອມທຳລາຍສິລະທັມທີ່ດີງາມ."
\v 34 ຈົ່ງມີສະຕິ! ຈົ່ງ​ໃຊ້ຊີວິດຢ່າງຖືກຕ້ອງ! ຢ່າເຮັດບາບອີກຕໍ່ໄປເລີຍ. ເພາະບາງຄົນໃນພວກທ່ານບໍ່ມີຄວາມຮູ້ເລື່ອງພຣະເຈົ້າ. ທີ່ຂ້າພະເຈົ້າເວົ້າດັ່ງນີ້ ກໍ່ເພື່ອໃຫ້ພວກທ່ານມີຄວາມລະອາຍໃຈ.
\s5
\v 35 ແຕ່​ຈະມີຄົນເວົ້າວ່າ, “ຄົນຕາຍຖືກເຮັດໃຫ້ເປັນຄືນຂື້ນມາໄດ້ແນວໃດ, ແລະ ພວກເຂົາຈະມາດ້ວຍຮ່າງກາຍແບບໃດ?”
\v 36 ໂອ້ ຄົນ​ທີ່​ໂງ່ຈ້າ! ສິ່ງທີ່ທ່ານຫວ່ານນັ້​ນຖ້າບໍ່ຕາຍກ່ອນມັນ​ກໍ່ຈະບໍ່ງອກ​ຂື້ນ​ໃຫ​ມ່.
\s5
\v 37 ແລະສິ່ງທີ່ທ່ານຫວ່ານນັ້ນບໍ່ແມ່ນລຳຕົ້ນ, ແຕ່ຫວ່ານແກ່ນລ້າໆ. ທີ່ຈະກາຍເປັນຕົ້​ນເຂົ້າສາລີ ຫລື ຢ່າງອື່ນ.
\v 38 ແຕ່ວ່າພຣະເຈົ້າປະ​ທານຮູບຮ່າງໃຫ້ກັບເມັດນັ້ນ ຕາມທີ່ພຣະອົງ​ຊົງເລືອກ, ແລະ ປະ​ທານ​ຮູບຮ່າງຂອງ​ມັນເອງໃຫ້ກັບເມັດແຕ່ລະຊະ​ນິດ.
\v 39 ຊີ້ນນັ້ນບໍ່ຄືກັນທັງ​ຫມົດ. ຊີ້ນມະນຸດນັ້ນ​ກໍ່ແບບ​ຫ​ນຶ່ງ, ຊີ້ນສັດ​ກໍ່​ແບບ​ຫ​ນຶ່ງ, ຊີ້ນນົກກໍ່​ແບບ​ຫ​ນຶ່ງ, ຊີ້ນປາກໍ່​ແບບ​ຫ​ນຶ່ງ.
\s5
\v 40 ຮ່າງກາຍສຳລັບສະຫວັນກໍ່​ມີ ແລະ ຮ່າງກາຍສຳ ລັບໂລກກໍ່​ມີ. ແຕ່ສະ​ຫງ່າ​ຣາ​ສີຂອງຮ່າງກາຍ ສຳລັບສະຫວັນກໍ່​ແບບ​ຫ​ນຶ່ງ ແລະ ສະ​ຫງ່າ​ຣາ​ສີຂອງຮ່າງກາຍ ສຳລັບໂລກກໍ່​ແບບ​ຫ​ນຶ່ງ.
\v 41 ສະ​ຫງ່າຣາສີຂ​ອງ ດວງ​ຕາ​ເວັນກໍ່​ແບບ​ຫ​ນຶ່ງ, ສະ​ຫງ່າ​ຣາ​ສີຂອງ ດວງ​ຈັນກໍ່​ແບບ​ຫ​ນຶ່ງ, ສະ​ຫງ່າ​ຣາ​ສີຂອງ ດວງງ​ດາວກໍ່​ແບບ​ຫ​ນຶ່ງ. ດາວດວງ​ຫ​ນຶ່ງ​ກໍ່​ມີ​ສະ​ຫງ່າ​ຣາ​ສີ​ທີ່​ແຕກ​ຕ່າງ​ຈາກ ສະ​ຫງ່າ​ຣາ​ສີ​ຂອງ​ດາວດວງ​ອື່ນ​ໆ​ດ້ວຍ.
\s5
\v 42 ການເປັນຄືນຂຶ້ນມາຂອງຄົນຕາຍກໍ່ຄືກັນ. ສິ່ງທີ່ຖືກຫວ່ານລົງ​ໄປ​ນັ້ນກໍເປື່ອຍເນົ່າ, ແຕ່ສິ່ງທີ່ຖືກເຮັດໃຫ້​ເປັນ​ຂຶ້ນ​ມາ​ນັ້ນບໍ່ໄດ້ເປື່ອຍເນົ່າອີກ.
\v 43 ສິ່ງທີ່​ຖືກ​ຫວ່ານໃນຄວາມອັບອາຍ; ສິ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂຶ້ນມາໃນສະ​ຫງ່າ​ຣາ​ສີ. ສິ່ງທີ່ຖືກ​ຫວ່ານໃນຄວາມອ່ອນແອ; ສິ່ງນັ້ນຖືກເຮັດໃຫ້​ເປັ​ນ​ຄືນຂຶ້ນມາໃນຣິດ​ທາ​ນຸ​ພາບ.
\v 44 ສິ່ງທີ່ຖື​ກ​ຫວ່ານໃນຮ່າງກາຍຝ່າຍທັມະຊາດ; ສິ່ງນັ້ນຖືກເຮັດໃຫ້​ເປັນ​ຄືນຂຶ້ນມາໃນຮ່າງກາຍຝ່າຍວິນຍານ. ຖ້າຫາກມີຮ່າງກາຍ​ຝ່າຍທັມະຊາດ, ກໍ່​ຍ່ອ​ມມີຮ່າງກາຍຝ່າຍວິນຍານນຳອີກ.
\s5
\v 45 ຕາມທີ່ຂຽນໄວ້​ວ່າ, “ມະນຸດຄົນທຳອິດຄື ອາດາມເປັນຈິດວິນຍານທີ່ມີຊີວິດ.” ສ່ວນອາດາມຄົນສຸດທ້າຍນັ້ນ ເປັນຈິດວິນຍານຜູ້​ປະ​ທານຊີວິດ.
\v 46 ແຕ່ຝ່າຍວິນຍານນັ້ນບໍ່ໄດ້ມາກ່ອນ ຝ່າຍທັມະຊາດກ່ອນ, ແລ້ວ​ຈຶ່ງເປັນຝ່າຍຈິດວິນຍານ.
\s5
\v 47 ມະນຸດຄົນທຳອິດຂອງແຜ່ນດິນໂລກ, ມາ​ຈາກ​ດິນຈຶ່ງກາຍເປັນຂີ້ຝຸ່ນດິນ. ມະນຸດຄົນທີສອງເປັນມາຈາກສະຫວັນ.
\v 48 ຜູ້​ທີ່​ຖືກສ້າງຂື້ນຈາກດິນເປັນ​ຢ່າງໃດ, ຄົນ​ເຫລົ່າ​ນັ້ນທີ່ຖືກສ້າງຈາກດິນກໍ່ເປັນຢ່າງນັ້ນ, ແລະ ຜູ້​ທີ່​ສະເດັດມາຈາກສະຫວັນເປັນ​ຢ່າງໃດ, ຄົນ​ເຫລົ່າ​ນັ້ນ​ທີ່ເປັນຂອງສະຫວັນກໍ່ເປັນຢ່າງນັ້ນດ້ວຍ.
\v 49 ເຊັ່ນ​ດຽວກັບທີ່ເຮົາມີລັກສະນະຂອງມະນຸດທີ່​ມາຈາກດິນ, ພວກເຮົາກໍ່​ຈະສະທ້ອນລັກສະນະຂອງມະນຸດຈາກສະຫວັນດ້ວຍ.
\s5
\v 50 ພີ່ນ້ອງທັງ​ຫລາຍ, ຂ້າພະເຈົ້າຫມາຍຄວາມວ່າ, ສິ່ງທີ່ເປັນເນື້ອຫ​ນັງແລະເລືອດບໍ່ສາມາດເປັນສ່ວນຫ​ນຶ່ງໃນ​ຣາ​ຊອານາຈັກຂອງພຣະເຈົ້າໄດ້. ແລະກາຍທີ່ເປື່ອຍເນົ່າບໍ່ສາມາດມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າ.
\v 51 ຈົ່ງເບິ່ງ! ຂ້າ​ພະ​ເຈົ້າມີຄວາມຈິງອັນເລິກເຊິ່ງທີ່ຈະບອກແກ່​ທ່ານຄື: ເຮົາຈະບໍ່ລ່ວງ​ລັບ​ຫມົດທຸກຄົນ, ແຕ່ຈະຖືກປ່ຽນໃຫມ່​ຫມົດ​ທຸກ​ຄົນ.
\s5
\v 52 ພວກເຮົາຈະຖືກປ່ຽນໃນຊົ່ວຂະນະດຽວ, ໃນກະພິບຕາ, ເມື່ອເປົ່າແກຄັ້ງສຸດທ້າຍ. ເມື່ອສຽງແກດັງຂື້ນ. ຄົນຕາຍຈະຖືກເຮັດ​ໃຫ້ເປັນ​ຄືນ​ຂຶ້ນມາໂດຍບໍ່ມີການເປື່ອຍເນົ່າ, ແລະ ພວກເຮົາຈະໄດ້ຮັບການປ່ຽນໃຫມ່.
\v 53 ເພາະວ່າສິ່ງຊຶ່ງເປື່ອຍເນົ່າໄດ້ນີ້ຕ້ອງໄດ້ສວ​ມໃສ່ກັບສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ຕ້ອງສວມໃສ່ດ້ວຍສະພາບທີ່ບໍ່ຕາຍ.
\s5
\v 54 ເມື່ອສິ່ງທີ່ເປື່ອຍເນົ່າໄດ້​ນີ້ ສວມໃສ່ດ້ວຍສິ່ງທີ່ເປື່ອຍເນົ່າບໍ່ໄດ້, ແລະ ສະພາບທີ່ຕ້ອງຕາຍນີ້ສວມໃສ່ດ້ວຍສະພາບທີ່ບໍ່ຕາຍ, ຈາກນັ້ນ ພ​ຣະຄັມ ທີ່ຂຽນໄວ້ຈະສຳເລັດວ່າ, "ຄວາມຕາຍຖືກກືນເຂົ້າໃນຊັຍຊະນະແລ້ວ.
\v 55 "ໂອ້ ຄວາມຕາຍ, ຊັຍ​ຊະ​ນະຂອງມຶງຢູ່ໃສ? ໂອ້ ຄວາມຕາຍ, ໄລ​ພິດຂອງມຶງຢູ່ໃສ?
\s5
\v 56 ໄລ​ຜິດ​ຂອງຄວາມຕາຍນັ້ນຄືຄວາມບາບ, ແລະ ອຳນາດຂອງຄວາມບາບຄືກົດບັນ​ຍັດ.
\v 57 ຂໍ​ໂມ​ທະ​ນາຂອບຄຸນ​ແດ່ພຣະເຈົ້າ, ຜູ້ປະ​ທານຊັຍຊະນະແກ່ເຮົາ ໂດຍທາງອົງພຣະເຢຊູຄຣິດເຈົ້າຂອງເຮົາ!
\s5
\v 58 ສະນັ້ນ, ພີ່ນ້ອງທີ່ຮັກຂອງຂ້າພະເຈົ້າ, ຈົ່ງ​ຫມັ້ນຄົງຢູ່ແລະຢ່າຫວັ່ນໄຫວ. ຈົ່ງ​ປະ​ຕິ​ບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ຄົບບໍຣິບູນທຸກເວລາ, ເພາະວ່າທ່ານທັງຫລາຍຮູ້ວ່າ ໃນອົງພຣະຜູ້ເປັນເຈົ້າ ການພຽນພະຍາຍາມຂອງທ່ານຈະບໍ່ເສັຍປະໂຫຍດ.
\s5
\c 16
\cl ບົດທີ 16
\p
\v 1 ເລື່ອງກຽ່ວກັບຊັບຊຶ່ງມີການແຜ່ເພື່ອສົງເຄາະແກ່ໄພ່ພົນຂອງພຣະເຈົ້ານັ້ນ, ຂ້າພະເຈົ້າສັ່ງຄຣິສຕະຈັກໃນແຂວງຄາລາເຕຍວ່າແນວໃດ, ທ່ານທັງຫລາຍກໍ່ຈົ່ງເຮັດເຊັ່ນນັ້ນ.
\v 2 ທຸກວັນຕົ້ນອາທິດໃດ, ໃຫ້ພວກທ່ານແຕ່ລະຄົນແຍກເງິນອອກ ແລະ ສະສົມໄວ້ຕາມທີ່ທ່ານສາມາດເຮັດໄດ້. ເພື່ອຈະບໍ່ຕ້ອງເກັບສັ່ງສົມເມື່ອຂ້າພະເຈົ້າມາຮອດ.
\s5
\v 3 ແລະເມື່ອຂ້າພະເຈົ້າມາແລ້ວ, ຖ້າພວກທ່ານເຫັນດີນຳໃຜ, ຂ້າພະເຈົ້າຈະສົ່ງຄົນນັ້ນໃຫ້ນຳເງິນຖວາຍຂອງທ່ານ ພ້ອມກັບຈົດຫມາຍໄປທີ່ນະຄອນ ເຢຣູຊາເລັມ.
\v 4 ແລະຖ້າເຫັນວ່າຂ້າພະເຈົ້າຄວນຈະໄປດ້ວຍ ພວກເຂົາກໍ່ຈະໄປພ້ອມກັບຂ້າພະເຈົ້າ.
\s5
\v 5 ເມື່ອຂ້າພະເຈົ້າຜ່ານແຂວງມາເກໂດເນຍແລ້ວ. ຂ້າພະເຈົ້າຈະມາຫາທ່ານທັງຫລາຍ. ເພາະຂ້າພະເຈົ້າຈະໄປທາງມາເກໂດເນຍ.
\v 6 ແລະ ຂ້າພະເຈົ້າອາດຈະພັກກັບທ່ານ ຫລື ອາດຈະຢູ່ຈົນຮອດຣະດູຫນາວ, ເພື່ອວ່າເມື່ອຂ້າພະເຈົ້າຈະໄປທາງໃດ, ພວກທ່ານຈະໄດ້ສົ່ງຂ້າພະເຈົ້າໄປ.
\s5
\v 7 ເພາະວ່າຂ້າພະເຈົ້າບໍ່ຕ້ອງການພົບພວກທ່ານໃນຊ່ວງເວລາສັ້ນໆ. ແຕ່ຂ້າພະເຈົ້າຫວັງວ່າຈະໄດ້ຢູ່ກັບພວກທ່ານໃນໄລຍະຫນຶ່ງ, ຖ້າອົງພຣະຜູ້ເປັນເຈົ້າເຫັນດີ.
\v 8 ແລະ ຂ້າພະເຈົ້າຈະຢູ່ທີ່ເມືອງ ເອເຟໂຊ, ຈົນຮອດເທດສະການ ເພັນເຕຄໍສະເຕ.
\v 9 ເພາະວ່າທີ່ນີ້ມີປະຕູເປີດໃຫ້ກັບຂ້າພະເຈົ້າຢ່າງກວ້າງຂວາງ, ແລະ ຄົນຂັດຂວາງກໍ່ມີຫລາຍ.
\s5
\v 10 ເມື່ອຕີໂມທຽວມາຫາທ່ານ, ຈົ່ງຣະວັງຢ່າເຮັດໃຫ້ລາວບໍ່ສະບາຍໃຈເມື່ອຢູ່ກັບພວກທ່ານ, ເພາະລາວເຮັດວຽກຂອງອົງພຣະຜູ້ເປັນເຈົ້າຄືກັບຂ້າພະເຈົ້າ.
\v 11 ຢ່າໃຫ້ຄົນດູຫມິ່ນລາວ. ຈົ່ງຊ່ວຍລາວໃຫ້ເດີນທາງໄປໂດຍສັນຕິສຸກ, ເພື່ອລາວຈະກັບມາຫາຂ້າພະເຈົ້າ. ເພາະຂ້າພະເຈົ້າກຳລັງລໍຖ້າລາວກັບພວກພີ່ນ້ອງຢູ່.
\v 12 ສ່ວນເລື່ອງຂອງ ອາໂປໂລ, ເຊິ່ງເປັນພີ່ນ້ອງຂອງເຮົານັ້ນ. ຂ້າພະເຈົ້າຂໍຮ້ອງໃຫ້ລາວໃຫ້ໄປຢ້ຽມຢາມທ່ານທັງຫລາຍ ພ້ອມກັບພວກພີ່ນ້ອງ. ແຕ່ລາວຍັງບໍ່ຕ້ອງການໄປໃນເວລານີ້. ເຖິງຢ່າງໃດກໍ່ຕາມ, ລາວຈະໄປເມື່ອຮອດເວລາທີ່ເຫມາະສົມ.
\s5
\v 13 ຈົ່ງເຝົ້າຣະວັງໃຫ້ດີ ຈົ່ງຫມັ້ນຄົງໃນຄວາມເຊື່ອ ຈົ່ງເປັນຄົນກ້າຫານ, ຈົ່ງເຂັ້ມແຂງ.
\v 14 ຈົ່ງເຮັດທຸກສິ່ງດ້ວຍຄວາມຮັກ.
\s5
\v 15 ທ່ານຮູ້ວ່າຄອບຄົວຂອງສະເຕຟານາ, ເປັນຄຣິສຕຽນພວກທຳອິດໃນແຂວງ ອະຂາຢາ, ແລະ ພວກເຂົາໄດ້ອຸທິດຕົນໃນງານບົວຣະບັດຮັບໃຊ້ໄພ່ພົນຂອງພຣະເຈົ້າ. ຂ້າພະເຈົ້າຂໍຮ້ອງ, ທ່ານທັງຫລາຍ,
\v 16 ໃຫ້ຖ່ອມຕົວຕໍ່ຄົນເຊັ່ນນີ້ ແລະ ຕໍ່ທຸກຄົນທີ່ຮ່ວມເຮັດວຽກ ແລະ ພຽນພະຍາຍາມກັບພວກເຮົາ.
\s5
\v 17 ແລະຂ້າພະເຈົ້າດີໃຈທີ່ ສະເຕຟານາ, ຟອກຕູນາໂຕ, ແລະ ອະຂາອີໂກມາຫາ. ພວກເຂົາໄດ້ຊົດເຊີຍການທີ່ພວກທ່ານບໍ່ມານັ້ນຈົນຄົບຖ້ວນ.
\v 18 ເພາະວ່າພວກເຂົາເຮັດໃຫ້ວິນຍານຂອງຂ້າພະເຈົ້າແລະ ຂອງພວກກທ່ານມີຄວາມສຸກ. ເພາະສະນັ້ນ, ທ່ານທັງຫລາຍຈົ່ງຍອມຮັບຄົນແບບນີ້.
\s5
\v 19 ຄຣິສຕະຈັກຕ່າງໆໃນແຂວງເອ​ເຊຍຝາກຄຳທັກທາຍມາຫາທ່ານທັງຫລາຍ. ອາກີລາ ແລະ ປີຊະກີລາ, ກັບຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາຝາກຄຳທັກທາຍມາຫາພວກທ່ານໃນອົງພຣະຜູ້ເປັນເຈົ້າ.
\v 20 ພີ່ນ້ອງທຸກຄົນຝາກຄຳທັກທາຍມາຫາທ່ານ. ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍຈູບທີ່ບໍຣິສຸດ.
\s5
\v 21 ຂ້າພະເຈົ້າ, ໂປໂລ, ຂຽນຈົດຫມາຍ ນີ້ດ້ວຍລາຍມືຂອງຂ້າພະເຈົ້າເອງ.
\v 22 ຖ້າຜູ້ໃດບໍ່ຮັກອົງພຣະຜູ້ເປັນເຈົ້າ, ກໍ່ຂໍໃຫ້ຄົນນັ້ນຖືກສາບແຊ່ງ. ຂໍອົງພຣະຜູ້ເປັນເຈົ້າຂອງເຮົາ, ສະເດັດມາເຖີດ!
\v 23 ຂໍພຣະຄຸນຂອງພຣະເຢຊູຄຣິດເຈົ້າສະຖິດກັບທ່ານທັງຫລາຍ.
\v 24 ຄວາມຮັກຂອງຂ້າພະເຈົ້າຢູ່ກັບພວກທ່ານທຸກຄົນໃນພຣະເຢຊູຄຣິດເຈົ້າ.