lo_ulb/46-ROM.usfm

883 lines
175 KiB
Plaintext

\id ROM
\ide UTF-8
\h ໂຣມ
\toc1 ໂຣມ
\toc2 ໂຣມ
\toc3 rom
\mt ໂຣມ
\s5
\c 1
\cl ບົດທີ 1
\p
\v 1 ໂປໂລ, ຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ, ທີ່ໄດ້ຮັບການຊົງເອີ້ນໃຫ້ເປັນອັກຄະສາວົກ, ແລະ ຕັ້ງໄວ້ໃຫ້ປະກາດຂ່າວປະເສີດຂອງພຣະເຈົ້າ.
\v 2 ນີ້ເປັນຂ່າວປະເສີດທີ່ພຣະອົງໄດ້ຊົງສັນຍາໄວ້ລ່ວງຫນ້າໂດຍຜ່ານຜູ້ປະກາດພຣະຄັມຂອງພຣະອົງໃນພຣະຄັມພີສັກສິດ.
\v 3 ຂ່າວປະເສີດນັ້ນກ່ຽວກັບພຣະບຸດຂອງພຣະອົງ, ຜູ້ທີ່ໄດ້ຊົງບັງເກີດມາຈາກເຊື້ອສາຍຂອງດາວິດໂດຍທາງເນື້ອຫນັງ.
\s5
\v 4 ໂດຍການເປັນຄືນຂື້ນມາຈາກຄວາມຕາຍນັ້ນ, ພຣະອົງໄດ້ຮັບການປະກາດໃຫ້ເປັນພຣະບຸດຂອງພຣະເຈົ້າຜູ້ຊົງຣິດໂດຍພຣະວິນຍານແຫ່ງຄວາມບໍຣິສຸດ - ຄືພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງເຮົາ.
\v 5 ໂດຍທາງພຣະອົງນັ້ນ ພວກເຮົາຈະໄດ້ຮັບພຣະຄຸນ ແລະ ການເຮັດຫນ້າທີ່ເປັນອັກຄະສາວົກ ເພື່ອໄປປະກາດໃຫ້ຄົນທຸກຊາດເຊື່ອຟັງຕາມຄວາມເຊື່ອນັ້ນໃນທົ່ວທຸກຊາດ, ເພື່ອເຫັນແກ່ພຣະນາມຂອງພຣະອົງ.
\v 6 ໃນບັນດາຊົນຊາດເຫລົ່ານີ້, ທ່ານກໍ່ໄດ້ຮັບການຊົງເອີ້ນໃຫ້ເປັນຄົນຂອງພຣະເຢຊູຄຣິດເຈົ້າດ້ວຍ.
\s5
\v 7 ຈົດຫມາຍສະບັບນີ້ເຖິງທຸກທ່ານທີ່ຢູ່ໃນນະຄອນໂຣມ, ຜູ້ທີ່ພຣະເຈົ້າຊົງຮັກ, ແລະ ຊົງເອີ້ນໃຫ້ເປັນໄພ່ພົນ. ຂໍພຣະຄຸນ ແລະ ສັນຕິສຸກຊຶ່ງມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ, ແລະ ຈາກພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງດຳຣົງຢູ່ກັບພວກທ່ານທັງຫລາຍເຖີດ.
\s5
\v 8 ກ່ອນອື່ນ, ຂ້າພຣະເຈົ້າຂໍຂອບພຣະຄຸນພຣະເຈົ້າຂອງຂ້າພຣະເຈົ້າສຳຫລັບພວກທ່ານທຸກຄົນໂດຍທາງພຣະເຢຊູຄຣິດເຈົ້າ, ເພາະຄວາມເຊື່ອຂອງທ່ານເປັນທີ່ຮູ້ຈັກກັນໄປທົ່ວໂລກ.
\v 9 ເພາະພຣະເຈົ້າຊົງເປັນພະຍານຂອງຂ້າພຣະເຈົ້າວ່າ, ຜູ້ທີ່ຂ້າພຣະເຈົ້າໄດ້ຮັບໃຊ້ດ້ວຍວິນຍານຂອງຂ້າພຣະເຈົ້າ ໃນການປະກາດເລື່ອງຂ່າວປະເສີດຂອງພຣະບຸດນັ້ນ, ຂ້າພຣະເຈົ້າຈະກ່າວເຖິງພວກທ່ານຢ່າງຕໍ່ເນື່ອງ.
\v 10 ຂ້າພຣະເຈົ້າທູນຂໍໃນຄຳອະທິຖານຂອງຂ້າພຣະເຈົ້າສະເຫມີວ່າ ຫາກເປັນຄວາມປະສົງຂອງພຣະເຈົ້າແລ້ວ ໃນທີ່ສຸດຂ້າພຣະເຈົ້າຈະໄດ້ມາຫາທ່ານຕອນນີ້ໂດຍວິທີໃດວິທີຫນຶ່ງ.
\s5
\v 11 ເພາະວ່າຂ້າພຣະເຈົ້າປາຖນາຈະພົບທ່ານ, ເພື່ອຈະນຳຂອງປຣະທານຝ່າຍວິນຍານມາໃຫ້ແກ່ທ່ານ, ເພື່ອທີ່ຈະເສີມກຳລັງທ່ານ.
\v 12 ນັ້ນຄື, ຂ້າພຣະເຈົ້າປາຖນາທີ່ຈະໄດ້ຮັບການຫນູນໃຈຊຶ່ງກັນແລະກັນໃນບັນດາພວກທ່ານ, ຜ່ານທາງຄວາມເຊື່ອຂອງແຕ່ລະຄົນຄືຄວາມເຊື່ອຂອງ, ທ່ານ ແລະ ຂອງຂ້າພຣະເຈົ້າ.
\s5
\v 13 ອ້າຍນ້ອງທັງຫລາຍ, ບັດນີ້ຂ້າພຣະເຈົ້າບໍ່ຢາກໃຫ້ທ່ານທີ່ຈະບໍ່ຮັບຮູ້ວ່າ, ຂ້າພຣະເຈົ້າຕັ້ງໃຈຈະມາຫາທ່ານຫລາຍເທື່ອ, (ແຕ່ຈົນເຖິງປະຈຸບັນນີ້ກໍ່ຍັງມີອຸປະສັກຢູ່), ຂ້າພຣະເຈົ້າຕ້ອງການຈະເຮັດຢ່າງນີ້ເພື່ອທີ່ຈະມີການເກັບກ່ຽວ ໃນທ່າມກາງພວກທ່ານ, ເຊັ່ນດຽວກັບຊົນຊາດອື່ນໆ.
\v 14 ຂ້າ​ພຣະ​ເຈົ້າເປັນຫ​ນີ້ທັງຊາວກຣີກ ແລະ ຄົນຕ່າງຊາດ, ເປັນ​ຫ​ນີ້​ທັງພວກ​ນັກ​ປຣາດທີ່ສະຫລາດ ແລະ ຄົນໂງ່​ດ້ວຍ.
\v 15 ດັ່ງນັ້ນ, ສ​ຳ​ລັບຂ້າພຣະເຈົ້າແລ້ວ, ຂ້​າ​ພຣະ​ເຈົ້າ​ພ້ອມທີ່ຈະປະກາດຂ່າວປະເສີດແກ່ທ່ານທີ່ຢູ່ໃນນະ​ຄອນ ໂຣມດ້ວຍ.
\s5
\v 16 ເພາະຂ້າ​ພຣະ​ເຈົ້າບໍ່ລະອາຍໃນຂ່າວປະເສີດ, ເພາະວ່າຂ່າວປະເສີດນັ້ນ​ເປັນ​ຣິດ​ທາ​ນຸ​ພາບຂອງພຣະເຈົ້າ ເພື່ອໃຫ້ທຸກຄົນທີ່ເຊື່ອຈະໄດ້ຮັບຄວາມ​ພົ້ນ, ສຳລັບພວກຊາວຢິວກ່ອນ ແລະ ສຳລັບ​ພວກກຣີກນຳອີກ.
\v 17 ເພາະວ່າໃນຂ່າວປະ​ເສີດ​ນັ້​ນ ຄວາມຊອບທັມຂອງພຣະເຈົ້າກໍໄດ້ເປີດເຜີຍອອກ​ມາໂດຍເລີ້ມ​ຕົ້ນ​ຈາກຄວາມເຊື່ອສູ່ຄວາມເຊື່ອ, ດັ່ງ​ທີ່​ມີຂຽນໄວ້ວ່າ, "ຄົນຊອບທັມຈະດຳ​ຣົງຊີວິດຢູ່ໂດຍຄວາມເຊື່ອ."
\s5
\v 18 ເພາະວ່າພຣະເຈົ້າຊົງສຳແດງຄວາມໂກດຮ້າຍຂອງພຣະອົງຈາກສະຫວັນ ຕໍ່ຄວາມອະຍຸຕິທັມ ແລະ ຄວາມບໍ່ຊອບທັມທັງມວນຂອງມະນຸດ, ທີ່ເອົາຄວາມບໍ່ຊອບທັມມາຂັດຂວາງຄວາມຈິງ.
\v 19 ນີ້ເປັນເພາະວ່າການທີ່ຈະຮູ້ຈັກວ່າ ພຣະເຈົ້າໄດ້ຈະແຈ້ງກັບພວກເຂົາທັງຫລາຍ. ເພາະວ່າພຣະເຈົ້າໄດ້ຊົງສຳແດງແກ່ເຂົາແລ້ວ.
\s5
\v 20 ເພາະວ່າສະພາບຂອງພຣະເຈົ້າທີ່ບໍ່ປາກົດໃຫ້ເຫັນນັ້ນ, ກໍ່ໄດ້ປາກົດແຈ້ງຂຶ້ນ, ຕັ້ງແຕ່ທີ່ຊົງສ້າງໂລກ, ໃນສິ່ງເຫລົ່ານັ້ນ ເປັນທີ່ເຂົ້າໃຈໄດ້ຜ່ານທາງສັບພະສິ່ງທີ່ຊົງສ້າງຂຶ້ນ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ມີຂໍ້ແກ້ຕົວຫຍັງເລີຍ.
\v 21 ນີ້ເປັນເພາະວ່າ, ເຖິງແມ່ນວ່າພວກເຂົາໄດ້ຮູ້ຈັກພຣະເຈົ້າແລ້ວ, ພວກເຂົາກໍບໍ່ໄດ້ຖວາຍກຽດແດ່ພຣະເຈົ້າໃຫ້ສົມກັບທີ່ຊົງເປັນພຣະເຈົ້າ, ແລະ ພວກເຂົາກໍບໍ່ໄດ້ຂອບພຣະຄຸນພຣະອົງ. ແຕ່ພວກເຂົາກັບຄິດແບບໂງ່ ໆ ໃນສິ່ງທີ່ບໍ່ມີປະໂຫຍດ ແລະ ຈິດໃຈອັນໂງ່ຈ້າຂອງພວກເຂົາກໍມືດລົງ.
\s5
\v 22 ພວກເຂົາໄດ້ອ້າງຕົວວ່າມີປັນຍາສະຫລາດ, ແຕ່ພວກເຂົາໄດ້ກາຍເປັນຄົນໂງ່ຈ້າໄປ.
\v 23 ພວກເຂົາໄດ້ເອົາສະຫງ່າຣາສີຂອງພຣະເຈົ້າຜູ້ເປັນອຳມະຕະມາແລກປ່ຽນ ກັບຮູບພາບແກະສະຫລັກຂອງມະນຸດທີ່ຕ້ອງຕາຍ, ຫລື ຮູບນົກ, ຮູບສັດເດັຽຣະສານສີ່ຕີນ, ແລະ ຮູບສັດເລືອຄານ.
\s5
\v 24 ເຫດສະນັ້ນ ພຣະເຈົ້າຈຶ່ງຊົງປ່ອຍພວກເຂົາໃຫ້ປະພຶດການຊົ່ວຊ້າຕາມຣາຄະຕັນຫາໃນໃຈຂອງພວກເຂົາ, ໃຫ້ພວກເຂົາເຮັດສິ່ງທີ່ຫນ້າອັບອາຍຕໍ່ຮ່າງກາຍຂອງກັນ ແລະ ກັນ.
\v 25 ເພາະວ່າພວກເຂົາເອົາຄວາມຈິງຂອງພຣະເຈົ້າມາປ່ຽນກັບຄວາມຕົວະ, ແລະ ຍັງທັງນະມັດສະການແລະ ບົວຣະບັດສິ່ງທີ່ສ້າງຂຶ້ນມາແທນອົງພຣະຜູ້ສ້າງ, ຜູ້ຊຶ່ງສົມຄວນທີ່ຈະໄດ້ຮັບຄຳສັນຣະເສີນຕະຫລອດໄປເປັນນິດ. ອາເມນ.
\s5
\v 26 ເພາະເຫດນີ້, ພຣະເຈົ້າຈຶ່ງໄດ້ຊົງປ່ອຍໃຫ້ເຂົາມີກິເລດຕັນຫາອັນຫນ້າອັບອາຍ, ສຳລັບພວກຜູ້ຍິງກໍປ່ຽນຈາກຄວາມສຳພັນຕາມທັມະຊາດໃຫ້ເປັນຜິດທັມະຊາດ.
\v 27 ເຊັ່ນດຽວກັນ, ຜູ້ຊາຍກໍເລີກມີເພດສຳພັນກັບຜູ້ຍິງຕາມທັມະຊາດ. ແລະ ເຜົາຜານໄປດ້ວຍໄຟກິເລດຕັນຫາຕໍ່ກັນ ແລະ ກັນ. ພວກນີ້ຄືຜູ້ຊາຍທີ່ປະກອບກິດຕໍ່ຜູ້ຊາຍດ້ວຍກັນອັນເປັນສິ່ງທີ່ຫນ້າອັບອາຍ ແລະ ພວກເຂົາຈຶ່ງໄດ້ຮັບການລົງໂທດອັນເນື່ອງມາຈາກຄວາມບິດເບືອນຂອງພວກເຂົາ.
\s5
\v 28 ເພາະພວກເຂົາບໍ່ເຫັນດີທີ່ຈະຮູ້ຈັກພຣະເຈົ້າ ພຣະອົງຈຶ່ງຊົງປ່ອຍໃຫ້ພວກເຂົາມີຈິດໃຈຊົ່ວຮ້າຍ, ສຳລັບພວກເຂົາ ທີ່ຈະປະພຶດສິ່ງເຫລົ່ານັ້ນທີ່ບໍ່ເຫມາະສົມ.
\s5
\v 29 ພວກເຂົາເຕັມໄປດ້ວຍຄວາມບໍ່ຊອບທັມທັງຫມົດ, ຄວາມຊົ່ວຮ້າຍ, ຄວາມໂລບມາກໂລພາ, ແລະ ຄວາມປອງຮ້າຍ. ພວກເຂົາເຕັມໄປດ້ວຍຄວາມອິດສາ, ການຄາດຕະກຳ, ການຜິດຖຽງກັນ, ການຫລອກລວງ, ແລະ ການຄິດພະຍາບາດ.
\v 30 ພວກເຂົາເປັນພວກຊຸບຊິບນິນທາ, ໃສ່ຮ້າຍປ້າຍສີກັນ, ແລະ ກຽດຊັງພຣະເຈົ້າ. ພວກເຂົາມັກໃຊ້ຄວາມຮຸນແຮງ, ຈອງຫອງ ແລະ ໂອ້ອວດ, ພວກເຂົາເຮັດຄວາມຊົ່ວໃຫມ່ໆ, ແລະ ພວກເຂົາກໍບໍ່ເຊື່ອຟັງບິດາມານດາ.
\v 31 ພວກເຂົາຂາດຄວາມເຂົ້າໃຈ; ພວກເຂົາຂາດຄວາມຊື່ສັດ, ປາສະຈາກຄວາມຮັກຕໍ່ກັນ, ແລະ ບໍ່ມີຄວາມເມດຕາ.
\s5
\v 32 ພວກເຂົາຮູ້ກົດບັນຍັດຂອງພຣະເຈົ້າ, ທີ່ວ່າຄົນທຸກຄົນທັງປວງທີ່ປະພຶດເຊັ່ນນັ້ນສົມຄວນໄດ້ຮັບຄວາມຕາຍ. ແຕ່ພວກເຂົາບໍ່ພຽງແຕ່ປະພຶດສິ່ງເຫລົ່ານີ້ເທົ່ານັ້ນ, ແຕ່ຍັງເຫັນດີກັບຄົນອື່ນທີ່ປະພຶດເຊັ່ນນັ້ນດ້ວຍ.
\s5
\c 2
\cl ບົດທີ 2
\p
\v 1 ເຫດສະນັ້ນ ທ່ານບໍ່ມີຂໍ້ແກ້ຕົວເລີຍ, ທ່ານເອີຍ, ເມື່ອທ່ານຕັດສິນຄົນອື່ນນັ້ນ, ເພາະເມື່ອທ່ານກ່າວໂທດຄົນອື່ນທ່ານກໍ່ໄດ້ກ່າວໂທດຕົນເອງດ້ວຍ. ເພາະວ່າທ່ານທີ່ກ່າວໂທດ ກໍ່ຍັງປະພຶດແບບດຽວກັນ.
\v 2 ແຕ່ພວກເຮົາຮູ້ວ່າການພິພາກສາຂອງພຣະເຈົ້ານັ້ນກໍເປັນໄປຕາມຄວາມຈິງ ເມື່ອການພິພາກສານັ້ນມາຮອດຄົນທີ່ປະພຶດຕົວເຊັ່ນນັ້ນ.
\s5
\v 3 ແຕ່ພິຈາຣະນາສິ່ງນີ້, ທ່ານເອີຍ, ທ່ານທີ່ຕັດສິນຄົນທີ່ປະພຶດຕົນເຊັ່ນນັ້ນ ເຖິງແມ່ນວ່າທ່ານເອງກໍຍັງປະພຶດຕົວແບບດຽວກັນ. ທ່ານຄິດວ່າຈະລອດພົ້ນຈາກການພິພາກສາຂອງພຣະເຈົ້າໄດ້ບໍ?
\v 4 ຫລືວ່າທ່ານປະຫມາດພຣະກາຣຸນາອັນບໍຣິບູນ, ການຊະລໍໃນການລົງໂທດຂອງພຣະອົງ, ແລະ ຄວາມອົດທົນພຣະທັຍຂອງພຣະອົງ? ທ່ານບໍ່ຮູ້ບໍວ່າພຣະເມດຕາຄຸນຂອງພຣະເຈົ້ານັ້ນກໍເພື່ອທີ່ຈະນຳພາທ່ານໃຫ້ກັບໃຈໃຫມ່?
\s5
\v 5 ແຕ່ຖ້າທ່ານໃຈແຂງກະດ້າງ ແລະ ບໍ່ຍອມກັບໃຈຫລາຍເທົ່າໃດ ທ່ານກໍໄດ້ສະສົມຄວາມໂກດຮ້າຍໃຫ້ຕົວເອງເທົ່ານັ້ນ, ໃນວັນແຫ່ງຄວາມໂກດຮ້າຍ, ນັ້ນຄື, ວັນທີ່ພຣະອົງຈະຊົງສຳແດງການພິພາກສາລົງໂທດອັນທ່ຽງທັມໃຫ້ເປັນທີ່ປາກົດແຈ້ງ.
\v 6 ພຣະອົງຈະປຣະທານແກ່ທຸກຄົນຕາມທີ່ເຫມາະສົມກັບການກະທຳຂອງເຂົາ:
\v 7 ສຳຫລັບຄົນທີ່ເຮັດຄວາມດີ, ຢ່າງສະເຫມີຕົ້ນສະເຫມີປາຍ, ສະແຫວງຫາຄຳສັນຣະເສີນ, ກຽດຕິຍົດ, ແລະ ຄວາມເປັນອຳມະຕະນັ້ນ, ພຣະອົງຈະປຣະທານຊີວິດນິຣັນດອນໃຫ້.
\s5
\v 8 ແຕ່ສຳລັບຄົນທີ່ມັກຍົກຕົນຂົົ່ມຫມູ່, ຄົນທີ່ບໍ່ເຊື່ອຟັງຄວາມຈິງ ແຕ່ເຊື່ອຟັງຄວາມອະທັມ, ຄວາມໂກດຮ້າຍ ແລະ ການລົງໂທດຢ່າງຮຸນແຮງກໍຈະມາເຖິງ.
\v 9 ພຣະເຈົ້າຈະຊົງເຮັດໃຫ້ເກີດທຸກທໍຣະມານ ແລະ ຄວາມທຸກຍາກລຳບາກແກ່ທຸກຄົນທີ່ປະພຶດຕົວຊົ່ວຊ້າ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.
\s5
\v 10 ແຕ່ຄຳສັນລະເສີນ, ກຽດຕິຍົດ, ແລະ ສັນຕິສຸກຈະເກີດແກ່ທຸກຄົນທີ່ປະພຶດຕົວດີ, ແກ່ພວກຊາວຢິວກ່ອນ, ແລະ ພວກຊາວກຣີກດ້ວຍ.
\v 11 ເພາະວ່າພຣະເຈົ້າບໍ່ໄດ້ຊົງເຫັນແກ່ຜູ້ໃດເລີຍ.
\v 12 ເພາະວ່າຄົນທັງຫລາຍທີ່ໄດ້ເຮັດຜິດບາບໂດຍປາສະຈາກກົດບັນຍັດ, ກໍຈະຈິບຫາຍໂດຍປາສະຈາກກົດບັນຍັດ ແລະ ຄົນທັງຫລາຍທີ່ໄດ້ເຮັດບາບໂດຍມີດ້ວຍກົດບັນຍັດກໍຈະຖືກພິພາກສາຕາມກົດບັນຍັດ.
\s5
\v 13 ເພາະວ່າຄົນທີ່ພຽງແຕ່ຟັງກົດບັນຍັດເທົ່ານັ້ນ ບໍ່ແມ່ນຜູ້ຊອບທັມຕໍ່ພຣະພັກພຣະເຈົ້າ, ແຕ່ຄົນທີ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຊົງຖືວ່າເປັນຜູ້ຊອບທັມ.
\v 14 ເພາະວ່າເມື່ອຄົນຕ່າງຊາດ, ຊຶ່ງບໍ່ມີກົດບັນຍັດ, ໄດ້ປະພຶດຕາມກົດບັນຍັດໂດຍນິສັຍປົກກະຕິ, ພວກເຂົາກໍ່ເປັນກົດບັນຍັດໃຫ້ໂຕເອງ, ເຖິງແມ່ນວ່າພວກເຂົາບໍ່ມີກົດບັນຍັດກໍຕາມ.
\s5
\v 15 ໂດຍສິ່ງນີ້ເອງ ພວກເຂົາສະແດງໃຫ້ເຫັນວ່າ ຫລັກຄວາມປະພຶດທີ່ຣະບຸໄວ້ໃນກົດບັນຍັດນັ້ນ ມີຈາຣຶກຢູ່ໃນຫົວໃຈຂອງພວກເຂົາ. ໃຈສຳນຶກຜິດຊອບຂອງພວກເຂົາຍັງເປັນພະຍານໃຫ້ແກ່ພວກເຂົາດ້ວຍ, ແລະຄວາມຄິດຂອງພວກເຂົາເອງນັ້ນແຫລະຈະກ່າວໂທດຕົວເອງຫລືແກ້ຕົວໃຫ້ແກ່ພວກເຂົາ
\v 16 ແລະໃຫ້ແກ່ພຣະເຈົ້ານຳອີກ. ສິ່ງນັ້ນຈະເກີດຂື້ນໃນວັນທີ່ພຣະເຈົ້າຈະຊົງພິ​ພາກ​ສາຄວາມລັບຂອງມະນຸດທຸກຄົນ, ຕາມຂ່າວປະເສີດທີ່ຂ້າພະເຈົ້າໄດ້ປະກາດນັ້ນ, ໂດຍທາງພຣະເຢຊູຄຣິດເຈົ້າ.
\s5
\v 17 ແຕ່ຖ້າທ່ານເອີ້ນຕົວເອງວ່າເປັນຊາວຢິວ ແລະ ອີງໃສ່ກົດບັນ​ຍັດ ແລະ ຊື່ນ​ຊົມ​ຍິນດ​ີໃນການອວດພຣະເຈົ້າ,
\v 18 ແລະ ທ່ານຮູ້ຈັກພ​ຣະປະສົງຂອງພຣະອົງ ແລະ ອະນຸຍາດໃນສິ່ງທີ່ດີເລີດໄດ້ ເພາະວ່າທ່ານ​ໄດ້ຮຽນຮູ້ກົດບັນ​ຍັດ​ແລ້ວ;
\v 19 ແລະຖ້າທ່ານຫມັ້ນໃຈວ່າຕົວທ່ານເອງເປັນຜູ້ຈູງຄົນຕາບອດ, ເປັນຄວາມສະຫວ່າງໃຫ້​ແກ່​ຄົນ​ທັງ​ຫລາຍທີ່ຢູ່ໃນຄວາມມືດ,
\v 20 ເປັນຜູ້​ສັ່ງສອນຄົນໂງ່ຈ​້າ, ເປັນຄຣູສອນເດັກນ້ອຍ, ແລະ ວ່າທ່ານມີກົດບັນຍັດໃນຮູບແບບຂອງຄວາມຮູ້ແລະຄວາມຈິງ, ແລ້ວສິ່ງນີ້ມີຜົນແນວໃດໃນວິທີທາງທີ່ທ່ານດຳຣົງຊີວິດ?
\s5
\v 21 ທ່ານຊຶ່ງເປັນຜູ້ທີ່ສອນຄົນອື່ນ, ທ່ານຈະບໍ່ສອນໂຕເອງແດ່ບໍ? ທ່ານຜູ້ທີ່ເທ​ສະ​ຫ​ນາວ່າບໍ່ຄວນລັກຊັບ, ແລ້ວໂຕທ່ານເອງລັກ​ຫລືບໍ່?
\v 22 ທ່ານຜູ້ທີ່ສອນວ່າບໍ່​ຄວນຫລິ້ນຊູ້, ໂຕ​ທ່ານ​ເອງໄດ້ຫລີ້ນຊູ້ຫລືບ​ໍ່? ທ່ານຜູ້ທີ່ບໍ່ມັກຮູບເຄົາ​ຣົບ, ໂຕທ່ານເອງໄດ້ປຸ້ນວິ​ຫານ​ຫລືບໍ່?
\s5
\v 23 ທ່ານຜູ້ທີ່ຊື່ນ​ຊົ​ມຍິນດີໃນການອວດອ້າງກົດບັນ​ຍັດ, ໂຕທ່ານເອງຍັງລົບ​ລູ່ພຣະເຈົ້າໂດຍການປະ​ພຶດ​ຜິດກົດບັນ​ຍັດ​ຫລືບໍ່?
\v 24 ເພາະມີຂຽນໄວ້ວ່າ. "ຄົນຕ່າງຊາດເວົ້າລົບ​ລູ່​ພ​ຣະ​ນາມຂອງພຣະເຈົ້າກໍເພາະທ່ານທັງ​ຫລາຍ"
\s5
\v 25 ຖ້າທ່ານເຊື່ອຟັງກົດບັນ​ຍັດ ການເຂົ້າສູ່ພິ​ທີຕັດກໍ​ເປັນປະໂຫຍດແກ່​ທ່ານແທ້ໆ, ແຕ່ຖ້າທ່ານເປັນ​ຜູ້ລະເມີດກົດບັນ​ຍັດ, ການທີ່​ທ່ານ​ເຂົ້າ​ສູ່​ພິ​ທີຕັດນັ້ນກໍເທົ່າກັບວ່າບໍ່ໄດ້ເຂົ້າເລີຍ.
\v 26 ຖ້າວ່າຜູ້​ທີ່ບໍ່ໄດ້ເຂົ້າ​ຮັບການຕັດຮັກ​ສາ​ຂໍ້​ກົດບັນ​ຍັດໄວ​້​ໄດ້​ແລ້​ວ, ການ​ທີ່​ເຂົາ​ບໍ່​ໄດ້​ເຂົ້າ​ພິ​ທີ​ການ​ຕັດ​ນັ້ນ​ກໍຈະ​ຖື​ຄື​ກັບ​ວ່າ​ໄດ້​ເຂົ້າ​ພິ​ທີ​ການ​ຕັດ​ແລ້ວ​ບໍ່​ແມ່ນ​ບໍ?
\v 27 ແລະ ຄົ​ນທີ່ບໍ່​ໄດ້​ເຂົ້າ​ພິ​ທີ​ການຕັດໂດຍ ທັມະຊາດຂອງພວກເຂົາ ຈະປັບໂທດທ່ານໄດ້ບໍ່​ແມ່ນ​ບໍຖ້າເຂົາປະຕິບັດຕາມກົດບັນ​ຍັດ​? ນີ້ເປັນ​ເພາະວ່າທ່ານມີພ​ຣະ​ຄັມ​ພີຂຽນໄວ້ແລ້ວ ແລະ ໄດ້ເຂົ້າ​ການພິທີຕັດແລ້ວ, ແຕ່ຍັງລະເມີດກົດບັນ​ຍັດນັ້ນ!
\s5
\v 28 ເພາະວ່າເຂົາບໍ່ແມ່ນຄົນຢິວທີ່ເປັນຄົນຢິວແຕ່​ພຽງ​ພາຍນອກເທົ່າ​ນັ້ນ; ແລະ ການເຂົ້າ​ພິ​ທີຕັດກໍບໍ່ແມ່ນການເຂົ້າ​ພິ​ທິຕັດພຽງແຕ່ຝ່າຍເນື້ອຫ​ນັງພາຍນອກເທົ່ານັ້ນ.
\v 29 ແຕ່ເຂົາເປັນຄົນຢິວພ​າຍໃນ, ແລະ ການເຂົ້າ​ພິ​ທີຕັດນັ້ນ​ກໍເປັນເລື່ອງຂອງຈິດໃຈ, ໃນ​ວິນ​ຍານ, ບໍ່ແມ່ນຕາມຕົວກົດບັນ​ຍັດ. ຄົນແບບນັ້ນພ​ຣະ​ເຈົ້າຈະຊົງຍົກ​ຍ້ອງ ແຕ່ມະນຸດບໍ່ຍົກ​ຍ້ອ​ງ.
\s5
\c 3
\cl ບົດ​ທີ 3
\p
\v 1 ສະນັ້ນ ພວກຊາວຢິວຈະໄດ້ປຽບຄົນອື່ນແນວໃດ? ແລະການເຂົ້າພິທິຕັດນັ້ນຈະມີປະໂຫຍດອັນໃດ?
\v 2 ມີປະໂຫຍດຫລວງຫລາຍໃນທຸກທາງ. ສິ່ງທີ່ສຳຄັນທີ່ສຸດຄື, ພວກຊາວຢິວໄດ້ເປັນຜູ້ມອບຄວາມໄວ້ວາງໃຈໃຫ້ຮັກສາພຣະຄຳສັ່ງຂອງພຣະເຈົ້າ.
\s5
\v 3 ເຖິງມີພວກຊາວຢິວບາງຄົນທີ່ບໍ່ມີຄວາມເຊື່ອ? ຄວາມບໍ່ເຊື່ອຂອງພວກເຂົານັ້ນ ຈະເຮັດໃຫ້ຄວາມຊື່ສັດຂອງພຣະເຈົ້າບໍ່ມີປະໂຫຍດບໍ?
\v 4 ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເຖິງແມ່ນວ່າ, ມະນຸດທຸກຄົນເວົ້າຕົວະ, ແຕ່ກໍຂໍໃຫ້ພຣະເຈົ້າຊົງເປັນຄວາມຈິງເຖີດ. ຕາມທີ່ມີຂຽນໄວ້ວ່າ, "ເພື່ອພຣະອົງຈະໄດ້ປະກົດວ່າ ຊົງເປັນຜູ້ຊອບທັມໃນທຸກໆພຣະຄຳສັ່ງຂອງພຣະອົງ, ແລະ ຊົງມີຊັຍເມື່ອເຂົາຕັດສິນພຣະອົງ."
\s5
\v 5 ແຕ່ຖ້າຄວາມຊອບທັມຂອງພວກເຮົາສະແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະເຈົ້າແລ້ວ, ພວກເຮົາຈະວ່າຢ່າງໃດ? ພວກເຮົາສາມາດຈະກ່າວວ່າ ພຣະເຈົ້າບໍ່ຍຸດຕິທັມເມື່ອພຣະອົງຊົງໂກດຮ້າຍລົງໂທດບໍ? (ຂ້າພະເຈົ້າເວົ້າຕາມເຫດຜົນຂອງມະນຸດ.)
\v 6 ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ! ເພາະຖ້າເປັນເຊັ່ນນັ້ນແລ້ວ ພຣະເຈົ້າຈະຊົງພິພາກສາໂລກໄດ້ແນວໃດ?
\s5
\v 7 ແຕ່ຖ້າຄວາມຈິງຂອງພຣະເຈົ້າປາກົດແຈ້ງເດັ່ນຂຶ້ນຜ່ານທາງຄຳເວົ້າຕົວະຂອງຂ້າພຣະເຈົ້າ ຈົນເຮັດໃຫ້ພຣະອົງໄດ້ຮັບຄຳສັນຣະເສີນຢ່າງເຕັມທີ່, ເປັນຫຍັງເຂົາຈຶ່ງຍັງລົງໂທດຂ້າພຣະເຈົ້າວ່າເປັນຄົນບາບ?
\v 8 ເປັນຫຍັງພວກເຮົາຈຶ່ງບໍ່ເວົ້າ, ຢ່າງທີ່ມີຄົນລາຍງານ ໃສ່ຄວາມພວກເຮົາ, ແລະດັ່ງທີ່ບາງຄົນຢືນຢັນວ່າພວກເຮົາກ່າວວ່າ, "ໃຫ້ພວກເຮົາເຮັດຄວາມຊົ່ວ, ເພື່ອທີ່ວ່າຄວາມດີຈະເກີດຂື້ນ"? ການຕັດສິນລົງໂທດຄົນເຫລົ່ານັ້ນກໍຍຸດຕິທັມແລ້ວ.
\s5
\v 9 ຖ້າເຊັ່ນນັ້ນຈະວ່າແນວໃດ? ພວກເຮົາຈະໄດ້ປຽບບໍ? ຫລືບໍ່ໄດ້ຫຍັງເລີຍ. ເພາະພວກເຮົາໄດ້ອະທິບາຍໃຫ້ເຫັນແລ້ວວ່າ ມະນຸດທຸກຄົນທັງຊາວຢິວ ແລະ ຊາວກຣີກ, ທັງຫມົດ, ຕ່າງກໍຢູ່ໃຕ້ອຳນາດຂອງຄວາມບາບ.
\v 10 ສິ່ງນີ້ເປັນຕາມທີ່ຂຽນໄວ້ວ່າ: "ບໍ່ມີຜູ້ໃດເປັນຜູ້ຊອບທັມຈັກຄົນດຽວ, ບໍ່ມີເລີຍ.
\s5
\v 11 ບໍ່ມີຄົນທີ່ເຂົ້າໃຈ, ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.
\v 12 ພວກເຂົາທຸກຄົນຫລົງຜິດໄປຫມົດ. ພວກເຂົາກາຍເປັນຄົນທີ່ບໍ່ມີຄ່າຄືກັນທັງສີ້ນ. ບໍ່ມີຄົນທີ່ເຮັດຄວາມດີ, ບໍ່ມີເລີຍແມ່ນແຕ່ຄົນດຽວ.
\s5
\v 13 ລຳຄໍຂອງພວກເຂົາຄືບ່ອນຝັງສົບທີ່ເປີດຢູ່. ພວກເຂົາໃຊ້ລີ້ນໃນການຫລອກລວງ. ພິດຂອງງູຮ້າຍຢູ່ໃຕ້ປາກຂອງພວກເຂົາ.
\v 14 ປາກຂອງພວກເຂົາເຕັມໄປດ້ວຍຄຳສາບແຊ່ງ ແລະ ຄຳຂົມຂື່ນ.
\s5
\v 15 ຕີນຂອງພວກເຂົາວ່ອງໄວໃນການເຮັດໃຫ້ນອງເລືອດ.
\v 16 ໃນເສັ້ນທາງຂອງພວກເຂົາມີຄວາມຈິບຫາຍ ແລະ ຄວາມທຸກທໍຣະມານ.
\v 17 ຄົນເຫລົ່ານີ້ ບໍ່ຮູ້ຈັກທາງແຫ່ງສັນຕິສຸກ.
\v 18 ພວກເຂົາບໍ່ເຄີຍຄິດທີ່ຈະຢ້ານກົວພຣະເຈົ້າເລີຍ."
\s5
\v 19 ບັດນີ້ ພວກເຮົາຮູ້ແລ້ວວ່າ ກົດບັນຍັດທຸກຂໍ້ທີ່ໄດ້ກ່າວນັ້ນ, ກໍໄດ້ກ່າວແກ່ຄົນເຫລົ່ານັ້ນທີ່ຢູ່ໃຕ້ກົດບັນຍັດ. ເພື່ອຈະປິດປາກທຸກຄົນ, ແລະເພື່ອໃຫ້ມະນຸດທຸກຄົນໃນໂລກສາມາດຕອບຄຳຖາມຂອງພຣະເຈົ້າ ສຳລັບຄວາມບາບທີ່ເຮັດໄດ້.
\v 20 ນີ້ເປັນເພາະວ່າໃນສາຍພຣະເນດຂອງພຣະເຈົ້າ ບໍ່ມີມະນຸດຄົນໃດເປັນຜູ້ຊອບທັມ. ໂດຍການປະພຶດຕາມກົດບັນ​ຍັດ​ໄດ້ ເພາະວ່າກົດບັນ​ຍັດນັ້ນເຮັດໃຫ້ເຮົາຮູ້ຈັກບາບ.
\s5
\v 21 ແຕ່ບັດນີ້ ຄວາມຊອບທັມຂອງພຣະເຈົ້າໄດ້ປາກົດນອກ​ເຫ​ນືອກົດບັນ​ຍັດ. ໂດຍມີພະຍານຄືກົດບັນ​ຍັດ ແລະ ພວກຜູ້ປະ​ກາດ​ພ​ຣະ​ຄັມ,
\v 22 ນັ້ນຄື, ຄວາມຊອບທັມຂອງພຣະເຈົ້າຜ່ານທາງ​ຄວາມ​ເຊື່ອໃນພຣະເຢຊູຄຣິດເຈົ້າ ສຳລັບທຸກຄົນທີ່ເຊື່ອ. ເພາະວ່າຄົນທັງ​ຫລາຍບໍ່ແຕກຕ່າງກັນ.
\s5
\v 23 ເພາະວ່າທຸກຄົນເຮັດບາບ ແລະເສື່ອມຈາກພຣະຣັດສະຫມີຂອງພຣະເຈົ້າ,
\v 24 ແຕ່ພຣະອົງຊົງມີພຣະຄຸນໃນການເຮັດໃຫ້ພວກເຂົາເປັນຜູ້ຊອບທັມໂດຍບໍ່ຮັບຜົນຕອບແທນ ໂດຍທາງການໄຖ່ຂອງພຣະເຢຊູຄຣິດເຈົ້າ.
\s5
\v 25 ເພາະພຣະເຈົ້າໄດ້ຊົງຕັ້ງພະເຢຊູຄຣິດເຈົ້າໄວ້ໃຫ້ເປັນເຄື່ອງບູຊາໄຖ່ບາບຜ່ານຄວາມເຊື່ອໃນເລືອດຂອງພຣະອົງ. ພຣະເຈົ້າໄດ້ຊົງມອບພຣະຄຣິດໃຫ້ເປັນຫລັກຖານຂອງຄວາມຍຸດຕິທັມຂອງພຣະອົງ, ເນື່ອງມາຈາກການທີ່ບໍ່ຖືໂທດຕໍ່ຄວາມບາບທີ່ຜ່ານມາ
\v 26 ໃນຄວາມອົດກັ້ນຂອງພຣະອົງ. ສິ່ງນີ້ເກີດຂຶ້ນເພື່ອສຳແດງໃຫ້ເຫັນເຖິງຄວາມຊອບທັມຂອງພຣະອົງໃນຍຸກປະຈຸບັນນີ້. ເພື່ອວ່າພຣະອົງຈະໄດ້ຊົງພິສູດພຣະອົງເອງວ່າຊົງເປັນຜູ້ຊອບທັມ, ແລະສຳແດງວ່າພຣະອົງຈະຊົງເຮັດໃຫ້ທຸກຄົນທີ່ເຊື່ອໃນພຣະເຢຊູຄຣິດເຈົ້າເປັນຜູ້ຊອບທັມດ້ວຍ.
\s5
\v 27 ຖ້າຢ່າງນັ້ນ ຂ້າພຣະເຈົ້າຈະເອົາສິ່ງໃດມາໂອ້ອວດກໍຫມົດຫົນທາງ? ຈະອ້າງຫລັກການອັນໃດວ່າຫມົດຫົນທາງ? ອ້າງຫລັກການປະຕິບັດຕາມກົດບັນຍັດບໍ? ບໍ່ແມ່ນ, ແຕ່ຕ້ອງອ້າງຫລັກຂອງຄວາມເຊື່ອ.
\v 28 ແລ້ວພວກເຮົາທັງຫລາຍສະຫຣຸບວ່າ ຄົນໃດຄົນຫນຶ່ງຈະເປັນຄົນຊອບທັມໄດ້ ກໍໂດຍຄວາມເຊື່ອ ທີ່ປາສະຈາກການປະຕິບັດຕາມກົດບັນຍັດ.
\s5
\v 29 ຫລືວ່າພຣະເຈົ້ານັ້ນຊົງເປັນພຣະເຈົ້າຂອງຊາວຢິວເທົ່ານັ້ນບໍ? ພຣະອົງບໍ່ຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍບໍ? ແມ່ນແລ້ວ, ພຣະອົງຊົງເປັນພຣະເຈົ້າຂອງຄົນຕ່າງຊາດດ້ວຍ.
\v 30 ຖ້າພຣະເຈົ້າຊົງເປັນພຣະເຈົ້າອົງດຽວຢ່າງແທ້ຈິງແລ້ວ, ພຣະອົງຈະເຮັດໃຫ້ຄົນທີ່ເຂົ້າພິທີຕັດເປັນຄົນຊອບທັມໂດຍຄວາມເຊື່ອ, ແລະ ຈະຊົງເຮັດໃຫ້ຄົນທີ່ບໍ່ເຂົ້າພິທີຕັດເປັນຄົນຊອບທັມຜ່ານທາງຄວາມເຊື່ອເຊັ່ນດຽວກັນ.
\s5
\v 31 ຖ້າເຊັ່ນນັ້ນ ພວກເຮົາຈະຍົກເລີກກົດບັນຍັດໂດຍຄວາມເຊື່ອບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ! ພວກເຮົາຍົກຊູກົດບັນຍັດຂຶ້ນຕ່າງຫາກ.
\s5
\c 4
\cl ບົດ​ທີ 4
\p
\v 1 ຖ້າເຊັ່ນນັ້ນ ພວກເຮົາຈະວ່າແນວໃດເລື່ອງອັບຣາຮາມ, ບັນພະບຸຣຸດຂອງພວກເຮົາຕາມຝ່າຍເນື້ອຫນັງ?
\v 2 ເພາະຖ້າອັບຣາຮາມເປັນຜູ້ຊອບທັມໂດຍການປະຕິບັດ, ທ່ານກໍມີເຫດຜົນທີ່ຈະອວດໄດ້, ແຕ່ກໍບໍ່ແມ່ນຈຳເພາະພຣະພັກພຣະເຈົ້າ.
\v 3 ເພາະພຣະຄັມພີວ່າແນວໃດ? ເວົ້າວ່າ "ອັບຣາຮາມເຊື່ອໃນພຣະເຈົ້າ, ແລະພຣະເຈົ້າຊົງຖືວ່າເພິ່ນເປັນຄົນຊອບທັມ."
\s5
\v 4 ຝ່າຍຄົນທີ່ເຮັດວຽກ, ກໍບໍ່ຖືວ່າຄ່າຕອບແທນທີ່ໄດ້ຮັບນັ້ນເປັນລາງວັນ, ແຕ່ຖືວ່າເປັນຄ່າແຮງຂອງງານທີ່ໄດ້ເຮັດ.
\v 5 ແຕ່ສ່ວນຄົນທີ່ບໍ່ໄດ້ອາໄສການປະຕິບັດ ແຕ່ເຊື່ອໃນພຣະອົງຜູ້ຊົງເຮັດໃຫ້ຄົນອະທັມເປັນຄົນຊອບທັມໄດ້ນັ້ນ, ພຣະເຈົ້າຊົງຖືວ່າຄວາມເຊື່ອຂອງເຂົາເປັນຄວາມຊອບທັມ.
\s5
\v 6 ດາວິດໄດ້ກ່າວເຖິງຄວາມສຸກຂອງຄົນທີ່ພຣະເຈົ້າຊົງຖືວ່າເປັນຄົນຊອບທັມໂດຍບໍ່ໄດ້ອາໄສການປະຕິບັດ.
\v 7 ເພິ່ນກ່າວວ່າ, "ຄົນທັງຫລາຍຊຶ່ງພຣະເຈົ້າຊົງໃຫ້ອະພັຍຈາກຄວາມຊົ່ວຮ້າຍຂອງພວກເຂົາແລ້ວ, ແລະ ພຣະເຈົ້າຊົງປົກປິດບາບຂອງເຂົາແລ້ວກໍໄດ້ຮັບການອວຍພອນ.
\v 8 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງຖືໂທດກໍເປັນພຣະພອນ."
\s5
\v 9 ແລ້ວເຊັ່ນນັ້ນ ພຣະພອນນີ້ມີແກ່ຄົນທີ່ເຂົ້າພິທີຕັດພວກດຽວບໍ, ຫລືວ່າມີແກ່ຄົນທີ່ບໍ່ໄດ້ເຂົ້າພິທີຕັດດ້ວຍ? ເພາະພວກເຮົາກ່າວວ່າ, "ເພາະຄວາມເຊື່ອໄດ້ຖືວ່າອັບຣາຮາມເປັນຄົນຊອບທັມ."
\v 10 ຖ້າເຊັ່ນນັ້ນແລ້ວ ພຣະເຈົ້າຖືແນວໃດ? ເມື່ອອັບຣາຮາມເຂົ້າພິທີຕັດແລ້ວບໍ, ຫລື ເມື່ອຍັງບໍ່ໄດ້ເຂົ້າພິທີຕັດ? ບໍ່ແມ່ນເມື່ອເພິ່ນເຂົ້າພິທີຕັດແລ້ວ, ແຕ່ເມື່ອເພິ່ນຍັງບໍ່ໄດ້ເຂົ້າພິທີຕັດ.
\s5
\v 11 ອັບຣາຮາມໄດ້ຮັບເຄື່ອງຫມາຍແຫ່ງການເຂົ້າພິທີຕັດ. ເຊິ່ງເປັນຕຣາປະທັບແຫ່ງຄວາມຊອບທັມ ອັນມາຈາກຄວາມເຊື່ອທີ່ທ່ານໄດ້ມີຢູ່ ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ. ຜົນແຫ່ງເຄື່ອງຫມາຍ ນີ້ຄື ທ່ານຈະໄດ້ກາຍເປັນບິດາຂອງຄົນທັງປວງທີ່ເຊື່ອ, ແມ່ນວ່າພວກເຂົາຍັງບໍ່ໄດ້ເຂົ້າພິທີການຕັດ. ນີ້ຫມາຍຄວາມວ່າພຣະເຈົ້າຈະຊົງຖືວ່າພວກເຂົາເປັນຜູ້ຊອບທັມ.
\v 12 ສີ່ງນີ້ຍັງຫມາຍຄວາມວ່າອັບຣາຮາມຈະກາຍເປັນບິດາແຫ່ງການເຂົ້າພິທີຕັດແລ້ວເທົ່ານັ້ນ ແຕ່ຍັງເປັນຄົນທີ່ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງພວກເຮົາທັງຫລາຍດ້ວຍ ແລະ ນີ້ຄືຄວາມເຊື່ອທີ່ທ່ານມີຢູ່ເມື່ອທ່ານຍັງບໍ່ໄດ້ເຂົ້າພິທີການຕັດ.
\s5
\v 13 ເພາະວ່າພຣະສັນຍາທີ່ປຣະທານແກ່ອັບຣາຮາມ ແລະຜູ້​ສືບ​ເຊື້ອ​ສາຍຂອງທ່ານ​ທີ່ວ່າພວກເຂົາຈະໄດ້ທັງແຜ່ນດິນໂລກເປັນມໍຣະດົກນັ້ນ ບໍ່ໄດ້ມາໂດຍກົດບັນ​ຍັດ ແຕ່ມາ​ໂດຍຄວາມຊອບທັມທີ່ມາຈາກຄວາມ​ເຊື່ອ.
\v 14 ເພາະຖ້າຄົນເຫລົ່ານັ້ນທີ່ຖືກົດບັນ​ຍັດເປັນເຊື້ອ​ສາຍ, ຄວາມ​ເຊື່ອ​ກໍ່ບໍ່ມີປະໂຫຍດ, ແລະພ​ຣະສັນຍາກໍ່ເປັນໂມຄະ.
\v 15 ເພາະກົດບັນຍັດນຳໄປສູ່ຄວາມຄຽດແຄ້ນ, ແຕ່ບ່ອນໃດບໍ່ມີກົດບັນຍັດ, ບ່ອນ​ນັ້ນກໍ່ບໍ່ມີການລະເມີດ.
\s5
\v 16 ດ້ວຍເຫດຜົນນີ້, ສິ່ງນີ້ຈື່ງເກີດຂຶ້ນໂດຍຄວາມເຊື່ອ ເພື່ອທີ່ຈະໄດ້ເປັນໂດຍພຣະຄຸນ ດັ່ງນັ້ນ ພ​ຣະສັນຍາຈຶ່ງ​ເປັນ​ສິ່ງ​ທີ່ແນ່ນອນສຳລັບຜູ​້​ສືບ​ເຊື້ອ​ສາຍຂອງທ່ານທຸກ​ຄົນ ແລະ ຜູ​້​ສືບ​ເຊື້ອ​ສາຍເຫລົ່ານີ້ບໍ່ແມ່ນພຽງແຕ່ຄົນທີ່ຮູ້ກົດບັນ​ຍັດເທົ່ານັ້ນ, ແຕ່ລວມ​ເຖິງຄົນເຫລົ່າ​ນັ້ນທີ່ມີຄວາມເຊື່ອຄືກັນກັບອັບຣາຮາມດ້ວຍ. ເພາະ​ທ່ານ​ເປັນບິ​ດາຂອງພວກເຮົາທຸກ​ຄົນ,
\v 17 ຕາມທີ່ມີຄຳຂຽນໄວ້ວ່າ, "ເຮົາໄດ້ໃຫ້ທ່ານເປັນບິ​ດາ​ຂອງປະຊາຊາດຫລວງຫລາຍ." ອັບຣາຮາມຢູ່ຕໍ່ຫ​ນ້າ​ພ​ຣະ​ອົງທີ່​ທ່ານເຊື່ອ, ນັ້ນ​ຄື, ພຣະເຈົ້າ, ຜູ້ທີ່ໃຫ້ຊີວິດແກ່ຄົນທີ່ຕາຍແລ້ວ ແລະ ເອີ້ນສິ່ງທີ່ຍັງບໍ່ໄດ້ມີໃຫ້ມີຂຶ້​ນ​ມາ.
\s5
\v 18 ບໍ່ວ່າ​ສະ​ຖາ​ນະ​ການ​ພາຍນອກ​ຈະ​ເປັນ​ແນວ​ໃດ, ອັບຣາຮາມຍັງເຊື່ອຫມັ້ນ​ໃຈໃນພຣະເຈົ້າສຳ​ລັບອະນາຄົດ. ດັ່ງນັ້ນ ທ່ານ​ຈຶ່ງໄດ້ກາຍເປັນບິດາຂອງປະ​ຊ​າ​ຊາດ​ຫລ​ວງຫລາຍ, ຕາມທີ່ພຣະເຈົ້າໄດ້ກ່າວໄວ້​ວ່າ, "ເຊື້ອ​ສາຍຂອງທ່ານ​ຈະ​ຫລວງ​ຫລາຍຢ່າງ​ນັ້ນ."
\v 19 ທ່ານບໍ່ໄດ້ອ່ອນແອໃນຄວາມ​ເຊື່ອ. ອັບຣາຮາມເຂົ້າໃຈວ່າຮ່າງກາຍຂອງທ່ານບໍ່ສາມາດທີ່​ຈ​ະມີບຸດໄດ້ແລ້ວ (ເພາະທ່ານມີອາຍຸປະມານຮ້ອຍປີແລ້ວ). ທ່ານຍັງຍອມຮັບວ່າມົດລູກຂອງນາງຊາຣາບໍ່ສາມາດມີບຸ​ດ​ໄດ້ແລ້ວອີກຕໍ່ໄປ.
\s5
\v 20 ແຕ່ເພາະເປັນ​ພ​ຣະສັນຍາຂອງພຣະເຈົ້າ, ອັບຣາຮາມຈຶ່ງບໍ່ໄດ້ຫວັ່ນ​ໄຫວ​ເລີຍ. ແຕ່, ທ່ານ​ກັບມີຄວາມເຊື່ອຫມັ້ນຄົງຫລາຍຂຶ້ນ ແລະຖວາຍສັນຣະເສີນແດ່ພຣະເຈົ້າ.
\v 21 ທ່ານເຊື່ອຫມັ້ນຢ່າງສຸດ​ໃຈວ່າ ສິ່ງທີ່ພຣະເຈົ້າໄດ້ຊົງສັນຍາໄວ້, ພ​ຣະ​ອົງຈະສາມາດເຮັດໃຫ້ສຳເລັດໄດ້.
\v 22 ດ້ວຍເຫດນີ້ ພຣະເຈົ້າຈຶ່ງ​ຖືວ່າຄວາມເຊື່ອຂອງທ່ານເປັນຄວາມຊອບທັມຂອງທ່ານດ້ວຍ.
\s5
\v 23 ການຖື​ວ່າ​ເປັນຄວາມຊອບທັມຂອງທ່ານນັ້ນ, ບໍ່ໄດ້ມີຂຽນໄວ້ ສຳລັບອັບຣາຮາມແຕ່​ພຽງ​ຜູ້​ດຽວ.
\v 24 ແຕ່ຂຽນໄວ້ສຳລັບພວກເຮົານຳອີກ, ເພາະຈະຊົງຖືວ່າຂ້າ​ພຣະ​ເຈົ້າເປັນຄົນຊອບທັມ, ຄືພວກເຮົາທີ່ເຊື່ອໃນພ​ຣະ​ອົງ ຜູ້ຊົງໃຫ້​ອົງພຣະເຢຊູຄ​ຣິດເຈົ້າຂອງພວກເຮົາຟື້ນຄືນຂຶ້ນຈາກຄວາມຕາຍ.
\v 25 ນັ້ນຄືຜູ້ທີ່ຊົງຖືກຢຶດໄວ້ເພາະການລ່ວງລະເມີດຂອງພວກເຮົາ ແລະໄດ້ຊົງ​ຟື້ນຂຶ້ນຈາກຄວາມຕາຍ ເພື່ອໃຫ້ພວກເຮົາເປັນຄົນຊອບທັມ.
\s5
\c 5
\cl ບົດ​ທີ 5
\p
\v 1 ເມື່ອພວກ​ເຮົາໄດ້ເປັນຄົນຊອບທັມໂດຍຄວາມເຊື່ອແລ້ວ, ພວກເຮົາຈື່ງມີສັນ​ຕິສຸກໃນພຣະເຈົ້າຜ່ານທາງພຣະເຢຊູຄຣິດເຈົ້າຂອງພວກເຮົາ.
\v 2 ໂດຍ​ທາງ​ພຣະອົງ ພວກເຮົາຍັງໄດ້ເຂົ້າມ​າ​ຢູ່ໃນພຣະຄຸນນີ້ທີ່ພວກເຮົາຢືນຢູ່ໂດຍຄວາມ​ເຊື່ອ. ພວກເຮົາຈື່ງມີຄວາມຊື່ນ​ຊົມຍິນດີໃນຄວາມຫມັ້ນໃຈທີ່ພຣະເຈົ້າປຣະທານໃຫ້ແກ່ພວກເຮົາເພື່ອອະນາຄົດ, ແມ່ນຄວາມຫມັ້ນໃຈທີ່ວ່າພວກເຮົາຈະມີສ່ວນໃນ​ພ​ຣະ​ສະຫງ່າຣາສີຂອງພຣະເຈົ້າ.
\s5
\v 3 ຍິ່ງ​ໄປກ່ວານັ້ນ, ພວກເຮົາຍັງຊື່ນ​ຊົມຍິນດີໃນຄວາມທຸກ​ຍາກຂອງພວກເຮົາ. ເພາະພວກເຮົາຮູ້ວ່າຄວາມທຸກຍາກ​ນັ້ນເຮັດໃຫ້ເກີດຄວາມອົດທົນ.
\v 4 ແລະ ຄວາມອົດທົນເຮັດໃຫ້ພຣະເຈົ້າຊົງເຫັນວ່າພວກເຮົາເປັນຄົນ​ຮັບ​ໃຊ້​ທີ່​ໃຊ້​ການ​ໄດ້, ແລະ ການ​ທີ່ພຣະເຈົ້າຊົງເຫັນເຊັ່ນ​ນັ້ນເຮັດໃຫ້ເກີດຄວາມຫມັ້ນໃຈໃນອະນາຄົດ.
\v 5 ຄວາມຫມັ້ນ ໃຈນີ້ຈະບໍ່ເຮັດໃຫ້ເຮົາຜິດຫວັງ, ເພາະວ່າຄວາມຮັກຂອງພຣະເຈົ້າໄດ້ຫລັ່ງໄຫລເຂົ້າສູ່ຈິດໃຈຂອງພວກເຮົາ ຜ່ານທາງພຣະວິນຍານບໍຣິສຸດເຈົ້າ ຊຶ່ງພຣະເຈົ້າໄດ້ປຣະ​ທານໃຫ້ແກ່ພວກເຮົາແລ້ວ.
\s5
\v 6 ໃນຂະນະທີ່ພວກເຮົາອ່ອນແອຢູ່ນັ້ນ, ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອ​ະ​ທັມໃນເວລາທີ່ເຫມາະສົມ.
\v 7 ເພາະວ່າບໍ່ມີໃຜຈະຕາຍແທນຄົນຊອບທັມ. ແຕ່ບາງຄັ້ງ, ກໍ່ມີຄົນກ້າທີ່​ຈະຕາຍເພື່ອຄົນດີກໍ່​ໄດ້.
\s5
\v 8 ແຕ່ພຣະເຈົ້າໄດ້ພິສູດຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຮົາທັງ​ຫລາຍ, ເພາະວ່າໃນຂະນະທີ່ພວກເຮົາຍັງເປັນຄົນບາບຢູ່ນັ້​ນ, ພຣະຄຣິດໄດ້ສິ້ນພຣະຊົນເພື່ອພວກເຮົາ.
\v 9 ເຫດ​ສະນັ້ນ, ໃນ​ຂະ​ນະນີ້, ພວກເຮົາໄດ້ເປັນຄົນຄວາມຊອບທັມແລ້ວໂດຍພຣະໂລຫິດຂອງພຣະອົງ, ພວກເຮົາຍິ່ງຈະພົ້ນຈາກຄວາມໂກດຮ້າຍຂອງພຣະເຈົ້າໂດຍພ​ຣະ​ໂລ​ຫິດ​ນັ້ນຫລາຍ​ຍິ່ງ​ຂື້ນ​ໄປ​ອີກ.
\s5
\v 10 ເພາະວ່າ, ຖ້າຂະນະທີ່ພວກເຮົາຍັງເປັນສັດຕຣູກັບພຣະເຈົ້າ, ພວກເຮົາໄດ້ກັບຄືນດີກັບພຣະອົງຜ່ານທາງການສິ້ນພຣະຊົນຂອງພຣະບຸດຂອງພຣະອົງ, ຫລັງຈາກທີ່ພວກເຮົາໄດ້ກັບຄືນດີແລ້ວ, ພວກເຮົາກໍຈະໄດ້ຮັບຄວາມພົ້ນໂດຍຊີວິດຂອງພຣະອົງຫລາຍຂຶ້ນ.
\v 11 ບໍ່ພຽງແຕ່ເທົ່ານັ້ນ, ພວກເຮົາທັງ​ຫລາຍຍັງຊື່ນຊົມຍິນດີໃນພຣະເຈົ້າຜ່ານທາງ​ພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ຊົງເຮັດໃຫ້ພວກເຮົາໄດ້​ກັບຄືນດີກັບພຣະເຈົ້າ.
\s5
\v 12 ເຫດສະນັ້ນ, ເຊັ່ນ​ດຽວ​ກັບ​ທີ່ບາບເຂົ້າມາໃນໂລກ​ຜ່ານທາງຄົນໆດຽວ, ໂດຍທາງນີ້ ຄວາມຕາຍກໍ​ເຂົ້າມາຜ່ານທາງບາບ​ນັ້ນ. ແລະຄວາມຕາຍກໍໄດ້ແຜ່ລາມອອກໄປສູ່ມະນຸດທຸກຄົນ, ເພາະວ່າມະນຸດທຸກຄົນໄດ້ເຮັດບາບ.
\v 13 ຄວາມຈິງບາບໄດ້ມີຢູ່ໃນໂລກແລ້​ວ, ກ່ອນທີ່​ຈ​ະ​ມີກົດບັນຍັດ, ແຕ່ບໍ່ມີເຫດຜົນທີ່ຈະນັບວ່າເປັນບາບໃນເມື່ອບໍ່ມີກົດບັນຍັດ.
\s5
\v 14 ເຖິງຢ່າງໃດກໍຕາມ, ຄວາມຕາຍໄດ້ຄອບ​ງຳ​ຕະ​ຫລອດ​ມາ ຕັ້ງ​ແຕ່ອາດາມຈົນ​ເຖິງໂມເຊ, ແມ່ນຄົນທີ່ບໍ່ໄດ້ເຮັດບາບຢ່າງດຽວກັບການບໍ່ເຊື່ອຟັງຂອງອາດາມ, ຜູ້​ຊຶ່ງ​ເປັນ​ແບບ​ຂອງຜູ້ທີ່ຈະສະ​ເດັດມາພາຍຫຼັງ.
\v 15 ແຕ່ເຖິງຢ່າງນັ້ນ, ຂອງປະທານແຫ່ງພຣະຄຸນບໍ່ຄືກັບການລ່ວງລະເມີດນັ້ນ. ເພາະວ່າຖ້າຄົນຫລວງ​ຫລາຍຕ້ອງຕາຍເພາະການລະເມີດຂອງ​ຄົນໆດຽວແລ້ວ, ຍິ່ງໄປກວ່ານັ້ນ ພຣະຄຸນຂອງພຣະເຈົ້າ ແລະຂອງປະທານ​ໂດຍພຣະຄຸນ​ຂອງ​ພ​ຣະອົງຜູ້​ດຽວ, ຄືພຣະເຢຊູຄຣິດເຈົ້ານັ້ນ, ກໍມີຄວາມອຸດົມສົມບູນສຳລັບຫລາຍໆຄົນ.
\s5
\v 16 ເພາະຂອງ​ປຣະ​ທານ​ນັ້ນ​ກໍ​ບໍ່​ຄື​ຜົນ​ທີ່​ເກີດ​ຈາກ​ຄົນ​ດຽວ​ທີ່​ເຮັດ​ບາບ. ເພາະ​ວ່າ​ໃນ​ດ້ານ​ຫ​ນຶ່ງ, ການ​ພິ​ພາກ​ສາ​ລົງ​ໂທດ​ເກີດ​ຂຶ້ນ​ເນື່ອງ​ຈາກ​ການ​ລະ​ເມີດ​ຂອງ​ມະ​ນຸດ​ຄົນ​ຫ​ນຶ່ງ. ແຕ່​ໃນ​ອີກ​ດ້ານ​ຫ​ນຶ່ງ, ຂອງ​ປຣະ​ທານ​ແຫ່ງ​ພ​ຣະ​ຄຸນ​ທີ່​ນຳ​ໄປ​ສ​ູ່​ການ​ເປັນ​ຄົນ​ຊອບ​ທັມນັ້ນ​ ເກີດ​ຂຶ້​ນ​ພາຍ​ຫລັງ​ຈາກ​ທີ່​ມີ​ການ​ລະ​ເມີດ​ຫລາຍ​ຄັ້ງ.
\v 17 ເພາະ​ວ່າ​ຖ້າໂດຍການ​ລະ​ເມີດ​ຂອງ​ຄົນໆ​ດຽວ, ​ເຮັດ​ໃຫ້​ຄວ​າມ​ຕາຍ​ຄອບ​ງຳ​ຜ່ານ​ທາງ​ຄົນ​ນັ້ນ, ​ຍິ່ງ​ໄປ​ກວ່າ​ນັ້ນ ຄົນ​ທັງ​ຫລາຍ​ທີ່​ຮັບ​ພ​ຣະ​ຄຸນ​ອັນ​ສົມ​ບູ​ນ ແລະ ຂອງ​ປຣະ​ທານ​ແຫ່ງ​ຄວາມ​ຊອບ​ທັມກໍໄດ້​ຄອບ​ຄອງ​ຜ່ານ​ທາງ​ຊີ​ວິດ​ຂອງ​ພ​ຣະ​ອົງ​ຜູ້​ດຽວ, ຄື​ພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າ.
\s5
\v 18 ເຫດ​ສະ​ນັ້​ນ, ການພິພາກສາລົງ​ໂທດໄດ້ມາສູ່ມະນຸດທັງ​ປວງຜ່ານ​ທາງການລະເມີດຄັ້ງ​ດຽວ​ສັນ​ໃດ, ການກ​ະ​ທຳ​ອັ​ນຊອບທັມຄັ້ງ​ດຽວ​ກໍນຳຄວາມຊອບທັມແຫ່ງຊີວິດມາເຖິງຄົນທັງປວງສັນນັ້ນ.
\v 19 ເພາະຄົນຈຳນວນຫລວງຫລາຍກາຍເປັນຄົນບາບ, ເພາະຄົນດຽວທີ່ບໍ່ເຊື່ອຟັງ ສັນໃດ ຄົນເປັນຈຳນວນຫລາຍກໍຈະກາຍເປັນຄົນຊອບທັມ ເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ.
\s5
\v 20 ແຕ່ການທີ່ມີກົດບັນຍັດມາປະກອບ, ກໍເພື່ອທີ່ຈະເຮັດໃຫ້ການລະເມີດເບິ່ງເຫັນໄດ້ຊັດເຈນຂຶ້ນ. ແຕ່ບ່ອນໃດທີ່ມີບາບເກີດຂຶ້ນຫລາຍ, ພຣະຄຸນກໍຍິ່ງຈະມີຄ່າຫລາຍໄປກວ່ານັ້ນອີກ.
\v 21 ສິ່ງນີ້ເກີດຂຶ້ນເພື່ອທີ່ວ່າ, ບາບໄດ້ຄອບງຳເຮັດໃຫ້ເຖິງຄວາມຕາຍສັນໃດ, ພຣະຄຸນກໍຄອບຄອງຜ່ານທາງຄວາມຊອບທັມໃຫ້ເຖິງຊີວິດນິຣັນດອນໂດຍທາງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສັນນັ້ນ.
\s5
\c 6
\cl ບົດ​ທີ 6
\p
\v 1 ຖ້າຢ່າງນັ້ນ ພວກເຮົາຈະເວົ້າແນວໃດ? ພວກເຮົາຄວນຈະເຮັດບາບຢູ່ຕໍ່ໄປ ເພື່ອໃຫ້ພຣະຄຸນປະກົດຫລາຍຂຶ້ນບໍ?
\v 2 ຢ່າໃຫ້ເປັນຢ່າງນັ້ນເລີຍ. ພວກເຮົາທີ່ຕາຍຕໍ່ບາບແລ້ວ, ຈະຍັງຄົງມີຊີວິດຢູ່ໃນບາບໄດ້ຢ່າງໃດ?
\v 3 ທ່ານບໍ່ຮູ້ບໍວ່າຄົນທັງຫລາຍທີ່ໄດ້ຮັບບັບຕິສະມາເຂົ້າໃນພຣະເຢຊູຄຣິດເຈົ້າ ກໍຍັງໄດ້ຮັບບັບຕິສະມາເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ?
\s5
\v 4 ເຫດສະນັ້ນ, ພວກເຮົາຈຶ່ງຖືກຝັງໄວ້ກັບພຣະອົງແລ້ວ ໂດຍການຮັບບັບຕິສະມາເຂົ້າໃນການຕາຍນັ້ນ. ສິ່ງນີ້ເກີດຂຶ້ນເພື່ອວ່າພຣະຄຣິດໄດ້ຊົງຖືກຟື້ນຄືນຂຶ້ນມາຈາກຄວາມຕາຍໂດຍພຣະສະຫງ່າຣາສີຂອງພຣະບິດາເຈົ້າສັນໃດ, ພວກເຮົາກໍຈະໄດ້ດຳເນີນໃນຊີວິດໃຫມ່ສັນນັ້ນ.
\v 5 ເພາະວ່າຖ້າພວກເຮົາໄດ້ເຂົ້າໃກ້ຊິດກັບພຣະອົງໃນຄວາມຕາຍຄືກັບພຣະອົງແລ້ວ, ພວກເຮົາກໍຈະໄດ້ໃກ້ຊິດກັບພຣະອົງໃນການຟື້ນຄືນຂື້ນມາຈາກຄວາມຕາຍຄືກັນກັບພຣະອົງດ້ວຍເຊັ່ນກັນ.
\s5
\v 6 ພວກເຮົາທັງຫລາຍຮູ້ແລ້ວວ່າ, ຕົວເກົ່າຂອງພວກເຮົານັ້ນໄດ້ຖືກຄຶງໄວ້ກັບພຣະອົງແລ້ວ, ເພື່ອວ່າຕົວທີ່ມີບາບນັ້ນຈະໄດ້ຖືກທຳລາຍໄປ. ສິ່ງນີ້ເກີດຂຶ້ນເພື່ອວ່າພວກເຮົາຈະບໍ່ໄດ້ເປັນທາດຂອງບາບອີກຕໍ່ໄປ.
\v 7 ເພາະວ່າຜູ້ທີ່ຕາຍແລ້ວກໍໄດ້ຮັບການປະກາດວ່າຊອບທັມໃນເບື້ອງຂອງຄວາມບາບ.
\s5
\v 8 ແຕ່ຖ້າພວກເຮົາໄດ້ຕາຍແລ້ວກັບພຣະຄຣິດ, ພວກເຮົາເຊື່ອວ່າພວກເຮົາຈະມີຊີວິດຢູ່ກັບພຣະອົງດ້ວຍ.
\v 9 ພວກເຮົາຮູ້ຢູ່ວ່າ ພຣະຄຣິດໄດ້ຊົງເປັນຄືນຂຶ້ນມາຈາກຕາຍແລ້ວ, ແລະ ພຣະອົງຈະບໍ່ຕາຍອີກຕໍ່ໄປ. ຄວາມຕາຍຈະບໍ່ມີອຳນາດເຫນືອພຣະອົງອີກຕໍ່ໄປ.
\s5
\v 10 ໃນເລື່ອງທີ່ກ່ຽວກັບຄວາມຕາຍ ທີ່ວ່າພຣະອົງໄດ້ຊົງຕາຍຕໍ່ບາບນັ້ນ, ພຣະອົງໄດ້ຊົງຕາຍຄັ້ງດຽວເປັນພໍ. ຢ່າງໃດກໍຕາມ, ຊີວິດທີ່ພຣະອົງຊົງດຳເນີນຢູ່ນັ້ນກໍເພື່ອພຣະເຈົ້າ.
\v 11 ໃນທຳນອງດຽວກັນ, ທ່ານຕ້ອງຖືວ່າຕົນເອງໄດ້ຕາຍຕໍ່ບາບ, ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູຄຣິດເຈົ້າ.
\s5
\v 12 ເຫດສະນັ້ນ ຢ່າໃຫ້ບາບມີອຳນາດເຫນືອຮ່າງກາຍທີ່ຕ້ອງຕາຍຂອງທ່ານ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕັນຫາຂອງຮ່າງກາຍນັ້ນ.
\v 13 ຢ່າຍົກອະໄວຍະວະໃນຮ່າງກາຍຂອງທ່ານໃຫ້ແກ່ບາບ, ເພື່ອເປັນເຄື່ອງມືໃນຄວາມຊົ່ວ. ແຕ່ຈົ່ງຖວາຍຕົວຂອງທ່ານແດ່ພຣະເຈົ້າ, ຄືກັບຄົນທີ່ຟື້ນຄືນມາຈາກຄວາມຕາຍແລ້ວ ແລະມີຊີວິດຢູ່. ແລະຈົ່ງຍົກອະໄວຍະວະໃນຮ່າງກາຍຂອງທ່ານແດ່ພຣະເຈົ້າເພື່ອເປັນເຄື່ອງໃຊ້ໃນຄວາມຊອບທັມ.
\v 14 ຢ່າປ່ອຍໃຫ້ບາບມີອຳນາດເຫນືອທ່ານ. ເພາະວ່າທ່ານບໍ່ໄດ້ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນ.
\s5
\v 15 ຖ້າເຊັ່ນນັ້ນຈະເປັນຢ່າງໃດ? ພວກເຮົາຈະເຮັດບາບເພາະວ່າພວກເຮົາບໍ່ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນບໍ? ຢ່າໃຫ້ເປັນຢ່າງນັ້ນເລີຍ.
\v 16 ທ່ານບໍ່ຮູ້ບໍວ່າ ຖ້າທ່ານຍົກຕົວເອງໃຫ້ເປັນຜູ້ຮັບໃຊ້ຂອງຜູ້ໃດ ທ່ານກໍຕ້ອງເຊື່ອຟັງ ແລະເຮັດຕາມຄຳສັ່ງຂອງຜູ້ນັ້ນ? ນີ້ແມ່ນຄວາມຈິງບໍ່ວ່າທ່ານຈະເປັນຜູ້ຮັບໃຊ້ຂອງບາບທີ່ນຳໄປສູ່ຄວາມຕາຍ, ຫລືເປັນຜູ້ຮັບໃຊ້ຂອງການເຊື່ອຟັງຊຶ່ງນຳໄປສູ່ຄວາມຊອບທັມກໍຕາມ.
\s5
\v 17 ແຕ່ຈົ່ງຂອບພຣະຄຸນພຣະເຈົ້າ! ເພາະວ່າໃນອະດີດ ນັ້ນ ທ່ານເປັນຜູ້ຮັບໃຊ້ຂອງບາບ, ແຕ່ທ່ານມີໃຈເຊື່ອຟັງຫລັກຄຳສອນນັ້ນທີ່ຊົງປຣະທານໃຫ້ແກ່ທ່ານ.
\v 18 ທ່ານໄດ້ຮັບການປົດປ່ອຍໃຫ້ພົ້ນຈາກບາບແລ້ວ, ແລະທ່ານກໍໄດ້ກາຍເປັນຜູ້ຮັບໃຊ້ຂອງຄວາມຊອບທັມ.
\s5
\v 19 ຂ້າພະເຈົ້າເວົ້າຢ່າງມະນຸດ ເພາະເນື້ອຫນັງຂອງທ່ານອ່ອນກຳລັງ. ເພາະທ່ານເຄີຍໃຫ້ອະໄວຍະວະຂອງຮ່າງກາຍທ່ານເປັນທາດຂອງຄວາມຊົ່ວມົວຫມອງ ແລະຂອງການຊົ່ວຮ້າຍສັນໃດ, ໃນທຳນອງດຽວກັນ, ບັດນີ້, ທ່ານຈົ່ງໃຫ້ອະໄວຍະວະຂອງທ່ານເປັນທາດຂອງຄວາມຊອບທັມ ເພື່ອການຊຳຣະໃຫ້ບໍຣິສຸດສັນນັ້ນ.
\v 20 ເພາະວ່າເມື່ອທ່ານເປັນທາດຂອງບາບ, ທ່ານກໍບໍ່ໄດ້ຢູ່ໃນຄວາມຊອບທັມ.
\v 21 ຂະນະນັ້ນ, ທ່ານໄດ້ປະໂຫຍດອັນໃດໃນການເຫລົ່ານັ້ນ ຊຶ່ງຕອນນີ້ທ່ານຮູ້ສຶກລະອາຍ? ດ້ວຍວ່າຜົນສຸດທ້າຍຂອງການເຫລົ່ານັ້ນກໍຄືຄວາມຕາຍ.
\s5
\v 22 ແຕ່ຂະນະນີ້ ເມື່ອທ່ານທັງຫລາຍພົ້ນຈາກການເປັນທາດຂອງບາບ ແລະໄດ້ເປັນທາດຂອງພຣະເຈົ້າແລ້ວ, ຜົນທີ່ທ່ານໄດ້ຮັບກໍຄືການເຮັດໃຫ້ບໍຣິສຸດ. ແລະຜົນສຸດທ້າຍຄືຊີວິດນິຣັນດອນ.
\v 23 ເພາະວ່າຄ່າຈ້າງຂອງຄວາມບາບຄືຄວາມຕາຍ, ແຕ່ຂອງປຣະທານທີ່ບໍ່ເສັຽຄ່າຈາກພຣະເຈົ້າຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.
\s5
\c 7
\cl ບົດ​ທີ 7
\p
\v 1 ຫລືທ່ານບໍ່ຮູ້ບໍ, ອ້າຍນ້ອງທັງຫລາຍເອີຍ (ຂ້າພະເຈົ້າເວົ້າກັບຄົນທີ່ຮູ້ກົດບັນຍັດແລ້ວ), ວ່າກົດບັນຍັດນັ້ນມີອຳນາດເຫນືອມະນຸດ ກໍສະເພາະໃນຂະນະທີ່ລາວຍັງມີຊີວິດຢູ່ເທົ່ານັ້ນ?
\s5
\v 2 ເພາະວ່າຜູ້ຍິງທີ່ສາມີຍັງມີຊີວິດຢູ່ນັ້ນ ຕ້ອງຢູ່ໃນກົດປະເພນີສາມີພັນຣະຍາ, ແຕ່ຖ້າສາມີຕາຍ, ນາງກໍພົ້ນຈາກກົດປະເພນີສາມີພັນຣະຍານັ້ນ.
\v 3 ສະນັ້ນ, ຖ້າຜູ້ຍິງນັ້ນໄປຢູ່ກັບຊາຍຄົນອື່ນໃນຂະນະທີ່ສາມີຍັງມີຊີວິດຢູ່, ນາງຈະຖືກເອີ້ນວ່າການຫລິ້ນຊູ້. ແຕ່ຖ້າສາມີຕາຍແລ້ວ, ນາງກໍພົ້ນຈາກປະເພນີສາມີພັນຣະຍານັ້ນ, ເຖິງແມ່ນວ່ານາງໄປຢູ່ກັບຊາຍຄົນອື່ນນາງກໍບໍ່ໄດ້ຫລິ້ນຊູ້.
\s5
\v 4 ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ທ່ານໄດ້ຕາຍຕໍ່ກົດບັນຍັດຜ່ານທາງພຣະກາຍຂອງພຣະຄຣິດເຈົ້າ. ເພື່ອວ່າທ່ານຈະໄດ້ເປັນຂອງຜູ້ອື່ນ, ນັ້ນຄື, ພຣະອົງຜູ້ຊົງຟື້ນຄືນຂຶ້ນມາຈາກຄວາມຕາຍແລ້ວ, ເພື່ອພວກເຮົາທັງຫລາຍຈະໄດ້ເກີດຜົນຖວາຍແດ່ພຣະເຈົ້າ.
\v 5 ເພາະວ່າເມື່ອພວກເຮົາດຳເນີນຊີວິດຕາມເນື້ອຫນັງ, ຕັນຫາຄວາມບາບ, ທີ່ກົດບັນຍັດເຮັດໃຫ້ເກີດຂື້ນນັ້ນ, ໄດ້ເຮັດໃຫ້ອະໄວຍະວະຂອງພວກເຮົາເກີດຜົນທີ່ຈະນຳໄປສູ່ຄວາມຕາຍ.
\s5
\v 6 ແຕ່ບັດນີ້ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ. ພວກເຮົາໄດ້ຕາຍຕໍ່ກົດບັນຍັດທີ່ເຄີຍດຶງພວກເຮົາໄວ້. ເພື່ອທີ່ພວກເຮົາຈະໄດ້ຮັບໃຊ້ໃນແບບໃຫມ່ຕາມພຣະວິນຍານບໍຣິສຸດເຈົ້າ, ບໍ່ແມ່ນໃນຮູບແບບເກົ່າຕາມຕົວອັກສອນນັ້ນ.
\s5
\v 7 ຖ້າເຊັ່ນນັ້ນ ພວກເຮົາຈະເວົ້າແນວໃດ? ວ່າກົດບັນຍັດຄືບາບບໍ? ຢ່າໃຫ້ເປັນເຊັ່ນນັ້ນເລີຍ. ຢ່າງໃດກໍຕາມ, ຖ້າບໍ່ແມ່ນເພາະກົດບັນຍັດແລ້ວ. ຂ້າພຣະເຈົ້າກໍຄົງບໍ່ຮູ້ຈັກບາບ ເພາະວ່າຖ້າກົດບັນຍັດ ບໍ່ໄດ້ຫ້າມວ່າ, "ຢ່າໂລບມາກ ຂ້າພຣະເຈົ້າກໍຈະບໍ່ຮູ້ວ່າແມ່ນຫຍັງຄືຄວາມໂລບ.
\v 8 ແຕ່ວ່າບາບໄດ້ຖືເອົາພຣະບັນຍັດເປັນຊ່ອງທາງທີ່ຈະເຮັດໃຫ້ຕັນຫາທຸກຢ່າງເກີດຂຶ້ນໃນຕົວຂ້າພຣະເຈົ້າ. ເພາະຖ້າບໍ່ມີກົດບັນຍັດ, ບາບກໍຕາຍໄປ.
\s5
\v 9 ແຕ່ກ່ອນ ຂ້າພຣະເຈົ້າມີຊີວິດໂດຍບໍ່ມີກົດບັນຍັດ, ແຕ່ເມື່ອກົດບັນຍັດຂອງພຣະເຈົ້າມາເຖິງ, ບາບກໍໄດ້ຊີວິດອີກຄັ້ງ, ແລະ ຂ້າພຣະເຈົ້າກໍຕາຍ.
\v 10 ພຣະບັນຍັດຂອງພຣະເຈົ້າຊຶ່ງມີຂື້ນເພື່ອທີ່ຈະໄດ້ຊີວິດ ກໍກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າ.
\s5
\v 11 ເພາະວ່າບາບໄດ້ຖືໂອກາດໂດຍຜ່ານພຣະບັນຍັດຂອງພຣະເຈົ້າ ແລະ ໄດ້ຫລອກລວງຂ້າພຣະເຈົ້າ. ໂດຍຜ່ານພຣະບັນຍັດຂອງພຣະເຈົ້ານັ້ນ ໄດ້ປະຫານຂ້າພຣະເຈົ້າໃຫ້ຕາຍເສັຽ.
\v 12 ເຫດສະນັ້ນ ກົດບັນຍັດຈຶ່ງເປັນສິ່ງບໍຣິສຸດ, ແລະຂໍ້ບັນຍັດກໍບໍຣິສຸດ, ຍຸດຕິທັມ, ແລະ ດີງາມ.
\s5
\v 13 ຖ້າດັ່ງນັ້ນ ສິ່ງທີ່ດີກັບກາຍເປັນຄວາມຕາຍສຳລັບຂ້າພຣະເຈົ້າບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ. ແຕ່ບາບຕ່າງຫາກຄືເພື່ອທີ່ຈະສະແດງໃຫ້ເຫັນວ່າເປັນບາບທີ່ແທ້ຈິງຜ່ານທາງສິ່ງທີ່ດີນັ້ນ, ໄດ້ນຳຄວາມຕາຍມາສູ່ຂ້າພຣະເຈົ້າ. ສິ່ງນີ້ກໍເພື່ອວ່າໂດຍອາໄສພຣະບັນຍັດນັ້ນ, ບາບກໍປະກົດວ່າຊົ່ວຮ້າຍຫລາຍຂຶ້ນ.
\v 14 ເພາະພວກເຮົາຮູ້ວ່າກົດບັນຍັດນັ້ນເປັນມາໂດຍຝ່າຍພຣະວິນຍານ, ແຕ່ຂ້າພຣະເຈົ້າເປັນເນື້ອຫນັງທີ່ໄດ້ຖືກຂາຍໄປໃຫ້ເປັນທາດທີ່ຢູ່ໃຕ້ບາບ.
\s5
\v 15 ເພາະວ່າສິ່ງທີ່ຂ້າພຣະເຈົ້າເຮັດ, ຂ້າພຣະເຈົ້າກໍບໍ່ເຂົ້າໃຈຢ່າງແທ້ຈິງ. ເພາະວ່າສິ່ງທີ່ຂ້າພຣະເຈົ້າປາຖນາຈະເຮັດ, ຂ້າພຣະເຈົ້າກໍບໍ່ເຮັດ, ແລະ ສິ່ງທີ່ຂ້າພຣະເຈົ້າກຽດຊັງນັ້ນ, ຂ້າພຣະເຈົ້າພັດເຮັດ.
\v 16 ແຕ່ຖ້າຂ້າພຣະເຈົ້າເຮັດສິ່ງທີ່ຂ້າ​ພຣະ​ເຈົ້າບໍ່ປາ​ຖ​ນາ​ທີ່​ຈະເຮັດ, ຂ້າພຣະເຈົ້າກໍເຫັນດ້ວຍກັບກົດບັນຍັດວ່າກົດບັນ​ຍັດ​ນັ້ນດີ.
\s5
\v 17 ແຕ່ບັດນີ້ ຂ້າພຣະເຈົ້າຈຶ່ງບໍ່ແມ່ນຜູ້ເຮັດອີກຕໍ່ໄປ, ແຕ່ວ່າບາບທີ່ມີຢູ່ໃນຕົວຂ້າພຣະເຈົ້ານັ້ນເປັນຜູ້ເຮັດ.
\v 18 ດ້ວຍວ່າຂ້າພຣະເຈົ້າຮູ້ວ່າໃນຕົວຂອງຂ້າພຣະເຈົ້ານັ້ນ, ບໍ່ມີຄວາມດີອັນໃດເລີຍທີ່ຢູ່ໃນເນື້ອຫນັງຂອງຂ້າພຣະເຈົ້າ. ເພາະວ່າຄວາມປາຖນາທີ່ຈະເຮັດສິ່ງທີ່ດີນັ້ນຂ້າພຣະ​ເຈົ້າ​ກໍມີຢູ່, ແຕ່ຂ້າ​ພຣະ​ເຈົ້າບໍ່ສາມາດທີ່​ຈະເຮັດໄດ້.
\s5
\v 19 ດ້ວຍ​ວ່າການ​ດີ ຊຶ່ງ​ຂ້າ​ພຣະ​ເຈົ້າ​ປາ​ຖ​ນາ​ທີ່​ຈະ​ເຮັດ​ນັ້ນ ຂ້າ​ພຣະ​ເຈົ້າ​ບໍ່​ໄດ້​ເຮັດ, ແຕ່​ການ​ຊົ່ວ​ຊຶ່ງ​ຂ້າ​ພຣະ​ເຈົ້າ​ບໍ່​ໄດ້​ປາຖນາ​ທີ່​ຈະ​ເຮັດນັ້ນ, ຂ້າ​ພຣະ​ເຈົ້າ​ພັດ​ເຮັດ.
\v 20 ບັດ​ນີ້ ຖ້າ​ຂ້າ​ພຣະ​ເຈົ້າ​ເຮັດ​ໃນ​ສີ່ງ​ທີ່​ຂ້າ​ພຣະ​ເຈົ້າ​ບໍ່​ປາ​ຖນາ​ທີ່​ຈະ​ເຮັດ, ກໍ​ບໍ່​ແມ່ນ​ຕ​ົວຂ້າ​ພຣະ​ເຈົ້າ​ເປັນ​ຜູ້​ເຮັດ​ອີກ​ຕໍ່​ໄປ, ແຕ່​ເປັນ​ບາບ​ທີ່​ຢູ່​ໃນ​ຕ​ົວຂ້າ​ພຣະ​ເຈົ້າ​ເປັນ​ຜູ້​ເຮັດ.
\v 21 ດັ່ງ​ນັ້ນ, ຂ້າ​ພຣະ​ເຈົ້າ​ຈຶ່ງ​ພົບວ່າໃນ​ຕ​ົວຂ້າ​ພຣ​ະ​ເຈົ້າ​ນັ້ນ​ມີ​ກົດ​ຢ່າງ​ຫ​ນື່ງ​ຄື ຂ້າ​ພຣະ​ເຈົ້າ​ປາ​ຖ​ນາ​ທີ່​ຈະ​ເຮັດ​ຄວາມ​ດີ ແຕ່​ຄວາມ​ຊົ່ວ​ນັ້ນ​ກໍ​ຍັງ​ຢູ່​ໃນ​ຕົວ​ຂ້າ​ພຣະ​ເຈົ້າ.
\s5
\v 22 ເພາະ​ວ່າ​ສ່ວນ​ເລິກ​ໃນ​ໃຈຂອງຂ້າ​ພຣະ​ເຈົ້າ​ນັ້ນ ຂ້າພຣະເຈົ້າຊື່ນຊົມໃນກົດບັນຍັດຂອງພຣະເຈົ້າ.
\v 23 ແຕ່ຂ້າພຣະເຈົ້າເຫັນມີກົດອີກຢ່າງ​ຫ​ນຶ່ງ​ຢູ່ໃນອະ​ໄວ​ຍະ​ວະຂອງຂ້າພຣະເຈົ້າ. ຊຶ່ງຕໍ່ສູ້ກັບກົດລະບຽບໃຫມ່ໃນຈິດໃຈຂອງຂ້າ​ພຣະ​ເຈົ້າ. ແລະໄດ້ນຳພາໃຫ້ຂ້າ​ພຣະ​ເຈົ້າຢູ່ໃຕ້ກົດແຫ່ງຄວາມບາບຊຶ່ງຢູ່ໃນອະ​ໄວ​ຍະ​ວະຂອງຂ້າ​ພຣະ​ເຈົ້າ.
\s5
\v 24 ຂ້າ​ພຣະ​ເຈົ້າ​ເປັນ​ຄົນ​ຫ​ນ້າ​ສົມ​ເພດ​ຂະ​ຫ​ນາດ​ນັ້ນ​ນໍ! ໃຜ​ຈະ​ຊ່ວຍ​ຂ້າ​ພຣະ​ເຈົ້າ​ໃຫ້​ພົ້ນ​ຈາກ​ຮ່າງ​ກາຍ​ແຫ່ງ​ຄວາມ​ຕາຍ​ນີ້​ໄດ້?
\v 25 ແຕ່​ຂ້າ​ພຣະ​ເຈົ້າ​ຂອບພຣະ​ຄຸນ​ພ​ຣະ​ເຈົ້າໂດຍ​ທາງພ​ຣະ​ເຢ​ຊູ​ຄ​ຣິດ​ເຈົ້າອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ພຣ​ະ​ເຈົ້າ! ດັ່ງ​ນັ້ນ, ດ້ານ​ຈິດ​ໃຈ​ຂອງ​ຂ້າ​ພຣະ​ເຈົ້າ​ນັ້ນ. ຂ້າ​ພຣະ​ເຈົ້າ​ຮັບ​ໃຊ້​ກົດ​ຂອງ​ພ​ຣະ​ເຈົ້າ​ ແຕ່​ດ້ານ​ເນື້ອ​ຫ​ນັງ​ນັ້ນ​ຂ້າ​ພຣະ​ເຈົ້າ​ຮັບ​ໃຊ້​ກົດ​ແຫ່ງ​ບາບ.
\s5
\c 8
\cl ບົດທີ 8
\p
\v 1 ເພາະສະນັ້ນ ຈຶ່ງບໍ່ມີການລົງໂທດສຳລັບຄົນ​ເຫລົ່າ​ນັ້ນທີ່ຢູ່ໃນພຣະເຢຊູຄຣິດເຈົ້າ.
\v 2 ເພາະວ່າກົດຂອງພຣະວິນຍານແຫ່ງຊີວິດໃນພຣະເຢຊູຄຣິດເຈົ້າໄດ້ປົດປ່ອຍໃຫ້ຂ້າພຣະເຈົ້າພົົົ້ນຈາກກົດແຫ່ງຄວາມບາບ ແລະ ຄວາມຕາຍ.
\s5
\v 3 ເພາະວ່າສິ່ງທີ່ກົົດ​ບັນຍັດເຮັດບໍ່ໄດ້ ເພາະເນື້ອຫ​ນັງເຮັດ​ໃຫ້ອ່ອນ​ກຳ​ລັງ​ນັ້ນ, ພຣະເຈົ້າໄດ້ຊົງເຮັດແລ້ວ. ພຣະອົງຊົງສົ່ງພຣະບຸດຂອງພຣະອົງລົງມາໃນສະພາບຂອງເນື້ອຫນັງທີ່ຜິດບາບ ເພື່ອເປັນເຄື່ອງບູຊາໄຖ່ບາບ, ແລະພຣະບຸດຈຶ່ງໄດ້ຊົງລົງໂທດບາບທີ່​ຢູ່ໃນເນື້ອຫນັງ.
\v 4 ພ​ຣະ​ອົງ​ຊົງໄດ້ເຮັດສິ່ງນີ້ເພື່ອວ່າ​ຂໍ້​ກຳ​ນົດຂອງກົດບັນຍັດຈ​ະ​ໄດ້ບັນລຸໃນຕົວພວກເຮົາ, ຜູ້ທີ່ບໍ່ໄດ້ດ​ຳ​ເນີນຕາມເນື້ອຫ​ນັງ, ແຕ່ຕາມພຣະວິນຍານ.
\v 5 ຄົນ​ທັງ​ຫລາຍ​ທີ່ດຳຣົງຊີວິດຕາມເນື້ອຫ​ນັງ ກ​ໍຈະສົນໃຈໃນສິ່ງຂອງທີ່ເປັນເນື້ອຫ​ນັງ, ແຕ່ຄົນ​ທັງ​ຫລາຍທີ່ດຳຣົງຊີວິດຕາມພຣະວິນຍານບໍ​ຣິ​ສຸດ​ເຈົ້າ ກໍຈະສົນໃຈໃນສິ່ງທີ່ເປັນຂອງ​ພ​ຣະວິນຍານ.
\s5
\v 6 ເພາະການເອົາ​ໃຈ​ໃສ່ຝ່າຍເນື້ອຫນັງກ​ໍ່​ຄື​ຄວາມຕາຍ, ແຕ່ການເອົາໃຈໃສ່ຝ່າຍພຣະວິນຍານກໍ​ຄືຊີວິດ ແລະ ສັນ​ຕິສຸກ.
\v 7 ນີ້ເປັນ​ເພາະວ່າການເອົາໃຈໃສ່ຝ່າຍເນື້ອຫ​ນັງຄື​ການເປັນສັດຕຣູຕໍ່ພຣະເຈົ້າ, ເພາະນັ້ນບໍ່ໄດ້ຂື້ນ​ກັບກົດບັນຍັດຂອງພຣະເຈົ້າ, ແລະບໍ່ສາມາດທີ່​ຈະເປັນໄດ້.
\v 8 ຄົນເຫລົ່າ​ນັ້ນທີ່ຢູ່ໃນເນື້ອຫ​ນັງບໍ່ສາມາດເຮັດໃຫ້ເປັນທີ່ພໍພຣະທັຍພ​ຣະເຈົ້າ​ໄດ້.
\s5
\v 9 ເຖິງຢ່າງໃດກໍ່ຕາມ, ຖ້າພຣະວິນຍານຂອງພຣະເຈົ້າສະ​ຖິດຢູ່ໃນພວກທ່ານແລ້ວທ່ານກໍບໍ່ໄດ້ຢູ່ໃນເນື້ອຫນັງ ແຕ່ຢູ່ໃນພຣະວິນຍານ, ແຕ່ຖ້າຜູ້ໃດບໍ່ມີພຣະວິນຍານຂອງພຣະຄຣິດ, ຄົນນັ້ນກໍບໍ່ເປັນຂອງພ​ຣະ​ອົງ.
\v 10 ຖ້າພຣະຄຣິດສະຖິດຢູ່ໃນທ່ານແລ້ວ, ຮ່າງກາຍຂອງທ່ານຈະຕາຍໄປໃນເບື້ອງ​ຂອງຄວາມບາບ, ແຕ່ວິນຍານຈະດຳ​ຣົງ​ຢູ່ໃນເບື້ອງຂອງຄວາມຊອບທັມ.
\s5
\v 11 ຖ້າພຣະວິນຍານຂອງພຣະອົງ ຜູ້ຊົງໃຫ້ພຣະເຢຊູ​ຄ​ຣ​ິດ​ເຈົ້າເປັນຂຶ້ນມາຈາກຕາຍສະ​ຖິດຢູ່ໃນທ່ານທັງ​ຫລາຍ, ພ​ຣະ​ອົງຜູ້ຊົງ​ໃຫ້ພຣະເຢຊູຄຣິດເຈົ້າຂຶ້ນມາຈາກຕາຍນັ້ນຈະຊົງ​ປຣະ​ທານຊີວິດໃຫ້ແກ່ຮ່າງກາຍທີ່ຕ້ອງຕາຍຂອງທ່ານດ້ວຍ ໂດຍ​ທາງພຣະວິນຍານຂອງພຣະອົງ, ຜູ້ສະ​ຖິດຢູ່ໃນທ່ານ.
\s5
\v 12 ເພາະ​ສະນັ້ນ, ອ້າຍນ້ອງທັງຫລາຍ, ພວກເຮົາເປັນຫ​ນີ້, ແຕ່ບໍ່ແມ່ນເປັນ​ຫ​ນີ້ຝ່າຍເນື້ອ​ຫ​ນັງທີ່​ຈະດຳເນີນຊີວິດຕາມເນື້ອຫ​ນັງ.
\v 13 ເພາະວ່າຖ້າທ່ານດຳເນີນຊີວິດຕາມເນື້ອຫ​ນັງແລ້ວ, ທ່ານຈະຕ້ອງຕາຍ. ແຕ່ຖ້າໂດຍພຣະວິນຍານ ທ່ານທຳລາຍການງານຂອງຝ່າຍເນື້ອຫນັງນັ້ນເສັຽ, ທ່ານ​ກໍ່ຈະມີຊີວິດຢູ່.
\s5
\v 14 ເພາະວ່າຖ້າພຣະວິນຍານຂອງພຣະເຈົ້າຊົງ​ນຳ​ພາ​ຜູ້ໃດ, ຄົນເຫລົ່ານັ້ນກໍເປັນບຸດຂອງພຣະເຈົ້າ.
\v 15 ເພາະວ່າ​ທ່ານບໍ່ໄດ້ຮັບວິນຍານ​ແຫ່ງການເປັນຂ້າທາດອີກເພື່ອ​ໃຫ້ຕົກຢູ່ໃນຄວາມຢ້ານ, ແຕ່ທ່ານໄດ້ຮັບວິນຍານແຫ່ງການເປັນບຸດຂອງພຣະເຈົ້າ, ເຊິ່ງພວກເຮົາເອີ້ນພຣະເຈົ້າວ່າ "ອັບບາ, ພຣະບິດາ!"
\s5
\v 16 ພຣະວິນຍານນັ້ນເປັນພະຍານຮ່ວມກັບວິນຍານຂອງພວກຮົາວ່າ ພວກເຮົາເປັນລູກຂອງພຣະເຈົ້າ.
\v 17 ຖ້າພວກເຮົາເປັນລູກແລ້ວ, ພວກເຮົາກໍເປັນຜູ້ສືບທອດດ້ວຍ, ຄືເປັນຜູ້ສືບທອດຈາກພຣະເຈົ້າ. ແລະເປັນຜູ້ສືບທອດຮ່ວມກັບພຣະຄຣິດ, ຖ້າພວກເຮົາທົນທຸກທໍຣະມານດ້ວຍກັນກັບພຣະອົງຢ່າງແທ້ຈິງເພື່ອທີ່ຈະໄດ້ຮັບສະຫງ່າຣາສີດຽວກັນກັບພຣະອົງດ້ວຍ.
\s5
\v 18 ເພາະຂ້າພຣະເຈົ້າເຫັນວ່າຄວາມທຸກທໍຣະມານໃນປະຈຸບັນບໍ່ຄູ່ຄວນທີ່ຈະເອົາໄປປຽບທຽບກັບພຣະສີຣິທີ່ຈະຊົງເປີດເຜີຍໃຫ້ແກ່ພວກເຮົາໃນອະນາຄົດ.
\v 19 ເພາະວ່າທຸກສິ່ງທີ່ຊົງສ້າງກຳລັງລໍຄອຍດ້ວຍຄວາມຄາດຫວັງຢ່າງເຕັມລົ້ນໃຫ້ບັນດາບຸດທັງຫລາຍຂອງພຣະເຈົ້າໄດ້ຮັບການເປີດເຜີຍ.
\s5
\v 20 ເພາະວ່າທຸກສິ່ງເຫລົ່ານັ້ນຕ້ອງຢູ່ພາຍໃຕ້ຄວາມອະນິຈັງ. ບໍ່ແມ່ນຕາມໃຈມັກຂອງຕົນເອງ, ແຕ່ເປັນໄປຕາມຄວາມປະສົງຂອງພຣະເຈົ້າຜູ້ທີ່ຄວບຄຸມຢູ່. ດ້ວຍມີຄວາມຫມັ້ນໃຈທີ່ແນ່ນອນ
\v 21 ວ່າທຸກສິ່ງເຫລົ່ານັ້ນຈະພົ້ນຈາກອຳນາດແຫ່ງການເສື່ອມສະຫລາຍ, ແລະຈະໄດ້ເຂົ້າໃນເສລີພາບແຫ່ງກຽດຕິຍົດຂອງບັນດາບຸດຂອງພຣະເຈົ້າ.
\v 22 ເພາະພວກເຮົາຮູ້ຢູ່ວ່າທຸກສິ່ງທີ່ຊົງສ້າງທັງຫມົດນັ້ນກຳລັງຮ້ອງໄຫ້ ແລະເຈັບປວດຄືກັບແມ່ຍິງໄດ້ເກີດລູກຈົນເຖິງທຸກວັນນີ້.
\s5
\v 23 ບໍ່ແມ່ນພຽງເທົ່ານັ້ນ ແຕ່ຕົວເຮົາເອງດ້ວຍ, ຜູ້ໄດ້ຮັບຫມາກຜົນທຳອິດແຫ່ງພຣະວິນຍານ ຕົວເຮົາກໍຍັງຄວນຄາງຢູ່ພາຍໃນ, ລໍຄອຍການທີ່ພຣະເຈົ້າຈະຊົງໃຫ້ເປັນບຸດ, ຄືການທີ່ຈະຊົງໄຖ່ຮ່າງກາຍຂອງພວກເຮົາ.
\v 24 ເພາະວ່າໂດຍຄວາມຫມັ້ນໃຈນີ້ ພວກເຮົາໄດ້ຮັບຄວາມພົ້ນ. ແຕ່ວ່າສິ່ງທີ່ພວກເຮົາຫມັ້ນໃຈວ່າຈະເກີດຂຶ້ນນັ້ນ ພວກເຮົາຍັງເບີ່ງບໍ່ເຫັນ, ໃຜຈະລໍຄອຍດ້ວຍຄວາມຫມັ້ນໃຈໃນສິ່ງທີ່ຕົນເອງເຫັນແລ້ວ?
\v 25 ແຕ່ຖ້າພວກເຮົາຫມັ້ນໃຈໃນສິ່ງທີ່ພວກເຮົາຍັງບໍ່ເຫັນນັ້ນແລ້ວ, ພວກເຮົາກໍຈະລໍຄອຍດ້ວຍຄວາມອົດທົນສຳລັບສິ່ງນັ້ນ.
\s5
\v 26 ໃນທຳນອງດຽວກັນ, ພຣະວິນຍານກໍຊົງຊ່ວຍເມື່ອເຮົາອ່ອນກຳລັງດ້ວຍ. ເພາະພວກເຮົາບໍ່ຮູ້ວ່າພວກເຮົາຄວນອະທິຖານແນວໃດ, ແຕ່ພຣະວິນຍານຊົງຊ່ວຍຂໍແທນດ້ວຍການຄຳຄວນຊຶ່ງກ່າວເປັນຖ້ອຍຄຳບໍ່ໄດ້.
\v 27 ພຣະອົງຜູ້ຊົງສອດສ່ອງໃຈມະນຸດ ກໍຊົງຮູ້ຄວາມຫມາຍຂອງພຣະວິນຍານ, ເພາະວ່າພຣະວິນຍານຊົງອະທິຖານເພື່ອຜູ້ທີ່ເຊື່ອຕາມພຣະປະສົງຂອງພຣະເຈົ້າ.
\s5
\v 28 ພວກເຮົາຮູ້ວ່າສຳລັບຄົນເຫລົ່ານັ້ນທີ່ຮັກພຣະເຈົ້າ, ພຣະອົງຊົງໃຫ້ເຫດການທຸກຢ່າງເກີດຂຶ້ນຮ່ວມກັນເພື່ອສົ່ງຜົນດີ, ແກ່ຄົນທັງຫລາຍທີ່ໄດ້ຮັບການເອີ້ນຕາມພຣະປະສົງຂອງພຣະອົງ.
\v 29 ເພາະວ່າຄົນທັງຫລາຍທີ່ພຣະອົງໄດ້ຮູ້ລ່ວງຫນ້າແລ້ວ, ພະອົງໄດ້ກຳນົດໄວ້ກ່ອນໃຫ້ເປັນຕາມລັກຊະນະແຫ່ງພຣະບຸດຂອງພຣະອົງ, ເພື່ອພຣະບຸດນັ້ນຈະໄດ້ເປັນບຸດຫົວປີໃນບັນດາອ້າຍນ້ອງທັງຫລາຍ.
\v 30 ບັນດາຜູ້ທີ່ພຣະອົງໄດ້ກຳນົດໄວ້ກ່ອນນັ້ນ. ພຣະອົງຊົງເອີ້ນມາດ້ວຍ. ຜູ້ທີ່ພຣະອົງຊົງເອີ້ນມານັ້ນ, ພຣະອົງຊົງໃຫ້ເປັນຄົນຊອບທັມ. ຜູ້ທີ່ພຣະອົງຊົງໃຫ້ເປັນຄົນຊອບທັມນັ້ນ, ພຣະອົງກໍຍັງໃຫ້ມີພຣະສະຫງ່າຣາສີດ້ວຍ.
\s5
\v 31 ຖ້າຢ່າງນັ້ນ ພວກເຮົາຈະວ່າຢ່າງໃດກ່ຽວກັບສິ່ງເຫລົ່ານີ້? ຖ້າພຣະເຈົ້າຊົງຢູ່ຝ່າຍພວກເຮົາ, ໃຜຈະຂັດຂວາງໄດ້?
\v 32 ພຣະອົງຜູ້ບໍ່ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ປຣະທານພຣະບຸດນັ້ນເພື່ອເປັນຕົວແທນຂອງພວກເຮົາທຸກຄົນ, ຖ້າເຊັ່ນນັ້ນພຣະອົງຈະບໍ່ປຣະທານສິ່ງສາຣະພັດໃຫ້ພວກເຮົາດ້ວຍກັນກັບພຣະບຸດນັ້ນບໍ?
\s5
\v 33 ໃຜຈະກ່າວຫາຄົນທີ່ພຣະເຈົ້າໄດ້ຊົງເລືອກໄວ້? ພຣະເຈົ້າຊົງເປັນຜູ້ທີ່ເຮັດໃຫ້ພວກເຂົາເປັນຄົນຊອບທັມແລ້ວ.
\v 34 ໃຜຈະເປັນຜູ້ລົງໂທດອີກ? ພຣະຄຣິດເຈົ້າເປັນຜູ້ຊົງສິ້ນພຣະຊົນເພື່ອພວກເຮົາແລ້ວ, ແລະ ຍິ່ງໄປກວ່ານັ້ນອີກ, ພຣະເຈົ້າຊົງໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ. ພຣະອົງຊົງປົກຄອງຮ່ວມກັບພຣະເຈົ້າໃນທີ່ປະທັບອັນມີກຽດ, ແລະ ພຣະອົງກໍເປັນຜູ້ຊົງອະທິຖານຂໍເພື່ອພວກເຮົາດ້ວຍ.
\s5
\v 35 ແລ້ວໃຜຈະເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະຄຣິດເຈົ້າໄດ້? ຈະເປັນຄວາມທຸກ, ຫລືຄວາມຍາກລຳບາກ, ຫລືການຂົ່ມເຫັງ, ຫລືຄວາມອຶດຫິວ, ຫລືການເປືອຍກາຍ, ຫລືພັຍອັນຕະຣາຍ, ຫລືການຖືກຄົມດາບບໍ?
\v 36 ຕາມທີ່ມີຂຽນໄວ້ວ່າ, "ເພາະເຫັນແກ່ປະໂຫຍດຂອງພຣະອົງ. ຂ້າພະອົງທັງຫລາຍຈື່ງຖືກຂ້າຫມົດມື້ຈົນຄຳ່ແລະຖືກນັບວ່າເປັນແກະສຳຫລັບເອົາໄປຂ້າ."
\s5
\v 37 ໃນເຫດການທັງຫມົດນີ້ ພວກເຮົາມີຊັຍເຫລືອລົ້ນໂດຍທາງພຣະອົງຜູ້ທີ່ຮັກເຮົາທັງຫລາຍ.
\v 38 ເພາະຂ້າພະເຈົ້າແນ່ໃຈວ່າແມ່ນແຕ່ຄວາມຕາຍ, ຫລືຊີວິດ, ຫລືບັນດາເທວະດາ, ຫລືຜູ້ປົກຄອງ, ຫລືສິ່ງທີ່ມີຢູ່ໃນປະຈຸບັນນີ້, ຫລືສິ່ງທີ່ຈະມາໃນອະນາຄົດ, ຫລືຣິດເດດທັງຫລາຍ,
\v 39 ຫລືຄວາມສູງ, ຫລືຄວາມເລິກ, ຫລືສິ່ງອື່ນໆທີ່ຊົງສ້າງແລ້ວນັ້ນ, ຈະບໍ່ສາມາດເຮັດໃຫ້ພວກເຮົາຂາດຈາກຄວາມຮັກຂອງພຣະເຈົ້າ, ຊຶ່ງມີຢູ່ໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້.
\s5
\c 9
\cl ບົດທີ 9
\p
\v 1 ຂ້າພຣະເຈົ້າຈະເວົ້າຄວາມຈິງໃນພຣະຄຣິດເຈົ້າ. ຂ້າພຣະເຈົ້າບໍ່ໄດ້ຕົວະ, ແລະ ຈິດສຳນຶກຜິດຊອບຂອງຂ້າພຣະເຈົ້າເປັນພະຍານກັບຂ້າພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ,
\v 2 ວ່າຂ້າພຣະເຈົ້າມີຄວາມທຸກທໍຣະມານ ແລະ ຄວາມເຈັບປວດໃນໃຈຢູ່ສະເຫມີ.
\s5
\v 3 ເພາະຂ້າພຣະເຈົ້າປາຖນາໃຫ້ຕົວຂ້າພຣະເຈົ້າເອງຖືກສາບແຊ່ງ ແລະ ຕັດຂາດຈາກພຣະຄຣິດເຈົ້າ ເພາະເຫັນແກ່ອ້າຍນ້ອງຂອງຂ້າພຣະເຈົ້າ, ຄືເຊື້ອຊາດຂອງຂ້າພຣະເຈົ້າຕາມເນື້ອຫນັງ.
\v 4 ພວກເຂົາເປັນຄົນອິສະຣາເອນ. ເຊິ່ງໄດ້ຮັບສິດໃຫ້ເປັນບຸດຂອງພຣະເຈົ້າ, ເຫັນພຣະສະຫງ່າຣາສີຂອງພຣະອົງ, ໄດ້ຮັບພັນທະສັນຍາຕ່າງໆ, ແລະຂອງປຣະທານແຫ່ງກົດບັນຍັດ, ລວມທັງການນະມັດສະການພຣະເຈົ້າ ແລະ ພັນທະສັນຍາຕ່າງໆ.
\v 5 ອີກທັງບັນພະບຸຣຸດກໍເປັນຂອງພວກເຂົາດ້ວຍ ແລະ ພຣະຄຣິດເຈົ້າກໍມາຈາກພວກເຂົາໂດຍທາງເນື້ອຫນັງຄືພຣະອົງຜູ້ຊົງເປັນພຣະເຈົ້າເຫນືອສິ່ງທັງປວງ. ຂໍໃຫ້ພຣະອົງໄດ້ຮັບການສັນຣະເສີນເປັນນິດ. ອາແມນ.
\s5
\v 6 ແຕ່ບໍ່ແມ່ນວ່າ​ພ​ຣະສັນຍາຂອງພຣະເຈົ້າໄດ້ຫລົ້ມເຫລວໄປ. ເພາະວ່າບໍ່ແມ່ນທຸກຄົນທີ່​ຢູ່ໃນອິສະຣາເອນນັ້ນ ຈະເປັນຄົນອິສະຣາເອນແທ້ຈິງ.
\v 7 ແລະບໍ່ແມ່ນທຸກຄົນທີ່​ເປັນເຊື້ອສາຍຂອງອັບຣາຮາມ ຈະເປັນບຸດ​ທີ່ແທ້ຈິງຂອງທ່ານ. ແຕ່, "ເຊື້ອສາຍຂອງທ່ານຈະໄດ້ຮັບ​ການເອີ້ນຜ່ານທາງອີຊາກ."
\s5
\v 8 ນັ້ນຄື, ຄົນ​ທີ່​ເປັນບຸດຂອງເນື້ອຫນັງບໍ່ແມ່ນບຸດຂອງພຣະເຈົ້າ. ແຕ່ບຸດຂອງພ​ຣະສັນຍານັ້ນຈະຖືວ່າເປັນຜູ້​ສຶບເຊື້ອສາຍໄດ້.
\v 9 ເພາະ​ພ​ຣະສັນຍາມີດັ່ງນີ້ຄື: "ໃນເວລານີ້ເຮົາຈະມາ, ແລະນາງຊາຣາຈະມີບຸດຊາຍ.”
\s5
\v 10 ບໍ່ພຽງເທົ່ານັ້ນ, ແຕ່ໃນ​ເວ​ລາຕໍ່ມານາງເລເບກາກໍໄດ້ຖືພາກັບຜູ້ຊາຍຄົນ​ຫ​ນຶ່ງ​ດ້ວຍ, ຄືອີຊາກບັນພະບຸຣຸດຂອງພວກເຮົາ
\v 11 ເພາະວ່າບຸດນັ້ນຍັງບໍ່ໄດ້ເກີດມາ ແລະ ຍັງບໍ່ໄດ້​ເຮັດດີຫລືຊົ່ວ, ເພື່ອ​ວ່າ​ພ​ຣະປະສົງຂອງພຣະເຈົ້າຕາມການເລືອກນັ້ນຈະຕັ້ງຫມັ້ນ​ຄົງ​ຢູ່, ບໍ່ແມ່ນເພາະການ​ປ​ະຕິບັດ, ແຕ່ເປັນເພາະພ​ຣະ​ອົງ​ຊົງ​ເອີ້ນ
\v 12 ພຣະອົງຈຶ່ງໄດ້​ກ່າວແກ່ນາງນັ້ນວ່າ, "ອ້າຍຈະບົວ​ລະ​ບັດ​ນ້ອງ."
\v 13 ຕາມທີ່ີມີຂຽນໄວ້ວ່າ: “ຢາໂຄບນັ້ນ​ເຮົາຮັກ, ແຕ່ເອຊາວເຮົາຊັງ."
\s5
\v 14 ຖ້​າ​ຢ່າງນັ້ນ ພວກເຮົາຈະເວົ້າ​ແນວ​ໃດ? ພຣະເຈົ້າບໍ່ຍຸດຕິທັມ ບໍ? ຂໍຢ່າໃຫ້ເປັນເຊັ່ນນັ້ນເລີຍ.
\v 15 ເພາະພ​ຣະ​ອົງເວົ້າກັບໂມເຊວ່າ, "ເຮົາປະ​ສົງຈະກາຣຸນາໃຜ ເຮົາກໍຈະກາຣຸນາຄົນນັ້ນ, ແລະ ເຮົາຈະເມດຕາໃຜ ເຮົາກໍຈະເມດຕາຕໍ່ຄົນນັ້ນ.”
\v 16 ເພາະສະນັ້ນ, ຈຶ່ງບໍ່ແມ່ນຍ້ອນຄວາມຕັ້ງໃຈ ຫລື ຄວາມພະຍາຍາມຂອງມະນຸດ, ແຕ່ເປັນເພາະພຣະເຈົ້າ, ຜູ້ຊົງສຳແດງຄວາມເມດຕາກະຣຸນາ.
\s5
\v 17 ເພາະມີຂໍ້ພ​ຣະ​ຄັມ​ພີທີ່ກ່າວເຖິງຟາໂຣວ່າ, "ເພື່ອຈຸດປະສົງນີ້ເອງຂ້າ​ພຣະ​ເຈົ້າຈຶ່ງໄດ້ຍົກເຈົ້າຂຶ້ນ, ເພື່ອທີ່ເຮົາຈະສຳແດງຣິດ​ທາ​ນຸ​ພາບຂອງເຮົາໃຫ້​ປະ​ກົດໃນຕົວທ່ານ, ແລະເພື່ອໃຫ້ນາມຊື່ຂອງເຮົາໄດ້ຮັບການປະກາດໄປທົ່ວໂລກ."
\v 18 ດັ່ງນັ້ນ, ພຣະເຈົ້າຊົງກາຣຸນາຄົນ​ທີ່ພຣະອົງຊົງປະສົງຈະ​ກະຣຸ​ນາ, ແລະ ຄົນທີ່ພຣະອົງຊົງ​ປະ​ສົງໃຫ້ມີ​ໃຈແຂງກະດ້າງນັ້ນ, ພ​ຣະ​ອົງ​ກໍ​ຈະຊົງໃຫ້ມີໃຈແຂງກະດ້າງ.
\s5
\v 19 ທ່ານ​ກໍຈະເວົ້າກັບຂ້າ​ພຣະ​ເຈົ້າວ່າ, "ເປັນຫຍັງພ​ຣະ​ອົງ​ຈຶ່ງຍັງຊົງ​ຕິຕຽນ ເພາະໃຜຈະຕໍ່ຕ້ານພຣະປະສົງຂອງພຣະອົງໄດ້?”
\v 20 ໃນ​ທາງກົງກັນຂ້ວາມ, ມະນຸດເອີຍ, ທ່ານເປັນໃຜທີ່ຈະໂຕ້​ຕອບກັບພຣະເຈົ້າ? ສິ່ງທີ່ຖືກປັ້ນຈະເວົ້າແກ່ຜູ້ປັ້ນໄດ້ບໍ,? "ເປັນຫຍັງພຣະອົງຈຶ່ງປັ້ນຂ້າ​ພຣະ​ເຈົ້າແບບນີ້?"
\v 21 ສ່ວນ​ຊ່າງປັ້ນຫມໍ້​ນັ້ນບໍ່ມີສິດເຫ​ນືອດິນກ້ອນດຽວກັນໃນ​ການ​ທີ່​ຈະ​ເອົາ​ມາປັ້ນເປັນພາຊະນະທີ່ໃຊ້ໃນໂອກາດພິເສດອັນ​ຫ​ນຶ່ງ, ແລະໃຊ້ໃນຊີວິດປະຈຳວັນອີກ​ອັນ​ຫ​ນຶ່ງ​ບໍ?
\s5
\v 22 ແລ້ວຖ້າພຣະຈົ້າ, ຜູ້ທີ່ປ​ະ​ສົງ​ຈ​ະສຳແດງຄວາມໂກດຮ້າຍຂອງພ​ຣະ​ອົງ ແລະ ໃຫ້​ຣິດ​ເດ​ດຂອງພຣະອົງປະກົດນັ້ນ, ໄດ້ຊົງອົດ​ກັ້ນ​ພ​ຣະ​ທັຍຢ່າງຫຼວງຫຼາຍຕໍ່​ພາ​ຊະ​ນະ​ແຫ່ງ​ຄວາມ​ໂກດ​ຮ້າຍ ເຊິ່ງໄດ້ກະກຽມໄວ​້ສໍາຫລັບຄວາມ​ຈິບ​ຫາຍ?
\v 23 ຖ້າ​ພ​ຣະ​ອົງ​ຊົງເຮັດສິ່ງນີ້ເພື່ອທີ່​ຈະ​ໄດ້ເຮັດໃຫ້ພ​ຣະສະຫງ່າຣາ​ສີອັນ​ອຸ​ດົມຂອງພ​ຣະ​ອົງປາກົດແກ່​ບັນ​ດາພາ​ຊະ​ນະ​ແຫ່ງພ​ຣະເມດຕາ, ຊຶ່ງພ​ຣະ​ອົງໄດ້ກະກຽມໄວ​້​ກ່ອນສຳ​ລັບກຽດຕິຍົດນັ້ນ?
\v 24 ແລ້ວຖ້າພ​ຣະ​ອົງ​ຊົງເຮັດສິ່ງນີ້ເພື່ອ​ພວ​ກ​ເຮົາ, ຜູ້ທີ່ພ​ຣະ​ອົງ​ຊົງເອີ້ນດ້ວຍ, ບໍ່ແມ່ນຈາກບັນ​ດາຊາວຢິວເທົ່ານັ້ນ, ແຕ່ຈາກບັນ​ດາຄົນຕ່າງຊາດດ້ວຍ.
\s5
\v 25 ດັ່ງທີ່ພ​ຣະ​ອົງກ່າວໄວ້ໃນພ​ຣະ​ຄັມ​ພີ ໂຮ​ເສອາ ວ່າ "ເຮົາ​ຈະ​ເອີ້ນ​ຄົນ​ຂອງ​ເຮົາ ເຊິ່ງໃນອະດີດບໍ່ແມ່ນບຸກຄົນຂອງເຮົາ, ແລະຄົນທີ່ເປັນ​ທີ່ຮັກ ເຊິ່ງໃນອະດີດບໍ່ໄດ້ເປັນທີ່ຮັກ.
\v 26 ແລະຈະເປັນ​ແບບ​ນັ້ນໃນບ່ອນທີ່ຊົງ​ກ່າວກັບພວກເຂົາວ່າ, 'ພວກ​ທ່ານ​ທັງ​ຫລາຍບໍ່ແມ່ນຄົນຂອງຂ້າ​ພຣ​ະ​ເຈົ້າ,' ຢູ່ທີ່ນັ້ນເອງ ພວກເຂົາຈະໄດ້​ຊື່​ວ່າ​ເປັນ 'ບຸດຂອງພຣະເຈົ້າຜູ້ຊົງ​ພຣະຊົນຢູ່."
\s5
\v 27 ເອຊາຢາ ໄດ້ຮ້ອງປະ​ກາດກ່ຽວກັບອິສະຣາເອນວ່າ, "ຖ້າຈຳນວນຂອງ​ບັນ​ດາ​ບຸດແຫ່ງອິສະຣາເອນເພີ່ມຂຶ້ນຢ່າງຫລວງຫລາຍຄືດັ່ງເມັດຊາຍໃນທະເລແລ້ວ, ຜູ້​ທີ່​ຈະ​ພົ້ນກໍມີຫ​ນ້ອຍ,
\v 28 ເພາະ​ວ່າ​ອົງ​ພຣະຜູ້ເປັນເຈົ້າຈະຊົງເຮັດໃຫ້ເປັນ​ໄປ​ຕາມ​ພ​ຣະຄຳສັ່ງ. ຂອງພຣະອົງທັງຫມົດຢ່າງໄວວາຢູ່ເທິງແຜ່ນດິນໂລກ,”
\v 29 ແລະຕາມທີ່ ເອຊາຢາ ໄດ້ກ່າວໄວ້ລ່ວງຫ​ນ້າວ່າ, "ຖ້າອົງພຣະຜູ້ເປັນເຈົ້າຈອມ​ໂຍ​ທາບໍ່ໄດ້​ຊົງເຫລືອເຊື້ອ​ສາຍ​ໄວ້​ໃຫ້ຂ້າ​ພຣະ​ເຈົ້າ​ເລີຍ, ພວກ​ທ່ານ​ຈະ​ເປັນຄືເມືອງ​ໂຊ​ໂດມ, ແລະ ເມືອງ​ໂກ​ໂມ​ຣາ."
\s5
\v 30 ຖ້​າ​ຢ່າງນັ້ນ ພວກທ່ານ​ຈະເວົ້າແນວ​ໃດ? ຈະວ່າພວກ​ຕ່າງ​ຊາດທີ່ບໍ່ໄດ້ສະແຫວງຫາຄວາມຊອບທັມ, ກໍຍັງໄດ້ຮັບຄວາມຊອບທັມ, ຄືຄວາມຊອບທັມທີ່ເກີດຂື້ນໂດຍຄວາມເຊື່ອ.
\v 31 ແຕ່ອິສະຣາເອນເຊິ່ງໄດ້ສະ​ແຫວງ​ຫາກົດ​ບັນ​ຍັດແຫ່ງຄວາມຊອບທັມ, ກໍຍັງບໍ່ໄດັບັ​ນ​ລຸ​ຕາມກົດບັນຍັດນັ້ນ.
\s5
\v 32 ເພາະ​ອັນ​ໃດ? ເພາະພວກເຂົາບໍ່ໄດ້ສະແຫວງຫາໂດຍຄວາມ​ເຊື່ອ, ແຕ່ໂດຍການ​ປ​ະຕິບັດ. ພວກເຂົາລົ້ມລົງເທິງກ້ອນຫີນທີ່ເຮັດໃຫ້ສະດຸດນັ້ນ,
\v 33 ດັ່ງທີ່ມີຂຽນໄວ້ວ່າ, "ເບິ່ງແມ ຂ້າພຣະເຈົ້າວາງຫີນກ້ອນຫ​ນຶ່ງທີ່ຈະເຮັດໃຫ້ສະ​ດຸດ ແລະ ຫີນອີກກ້ອນຫ​ນຶ່ງທີ່ຈະເຮັດໃຫ້ໃຈ​ຮ້າຍ​ໃນ​ຊີໂອນ. ແຕ່ຜູ້ທີ່ເຊື່ອໃນພຣະອົງຈະບໍ່ໄດ້​ຮັບ​ຄວາມອັບອາຍ."
\s5
\c 10
\cl ບົດທີ 10
\p
\v 1 ພີ່​ນ້ອງ​ທັງ​ຫລາຍ, ຄວາມປາຖນາໃນໃຈຂອງ​ຂ້າ​ພຣະ​ເຈົ້າ ແລະຄຳອ້ອນວອນຂອງຂ້າພຣະເຈົ້າຕໍ່ພຣະຜູ້ເປັນເຈົ້າ, ກໍ່​ເພື່ອຄົນເຫລົ່ານັ້ນ ເພື່ອໃຫ້ພວກ​ທ່ານໄດ້ຮັບຄວາມພົ້ນ.
\v 2 ເພາະຂ້າພຣະເຈົ້າເປັນພະຍານໃຫ້ພວກເຂົາວ່າ ພວກເຂົາມີ​ຄວາມກະຕືລືລົ້ນທີ່ຈະຮັບໃຊ້ພຣະເຈົ້າ, ແຕ່ບໍ່ແມ່ນຕາມຄວາມຮູ້.
\v 3 ເພາະພວກເຂົາບໍ່ຮູ້ຈັກຄວາມຊອບທັມຂອງພຣະເຈົ້າ, ແລະ ພະຍາຍາມທີ່​ຈະຕັ້ງຄວາມຊອບທັມຂອງຕົນເອງຂຶ້ນ. ພວກເຂົາຈຶ່ງບໍ່​ຍອມ​ຢູ່ໃນຄວາມຊອບທັມຂອງພຣະເຈົ້າ.
\s5
\v 4 ເພາະວ່າພຣະຄຣິດເຈົ້າຊົງ​ເຮັດ​ຕາມກົດ​ບັນຍັດໄດ້ຢ່າງສົມບູນຄົບ​ຖ້ວ​ນທຸກປະ​ການ ເພື່ອໃຫ້ທຸກຄົນທີ່ມີຄວາມ​ເຊື່ອໄດ້ຮັບຄວາມຊອບທັມ.
\v 5 ເພາະໂມເຊໄດ້ຂຽນ​ເລື່ອງຄວາມຊອບທັມທີ່ມາຈາກກົດບັນ​ຍັດ: "ຄົນ​ທີ່​ປະ​ພຶດ​ຕາມຄວາມຊອບທັມແຫ່ງກົດບັນຍັດກໍຈະມີຊີວິດຢູ່ໂດຍຄວາມຊອບທັມນັ້ນ."
\s5
\v 6 ແຕ່ຄວາມຊອບທັມທີ່ມາຈາກຄວາມເຊື່ອວ່າດັ່ງນີ້ຄື, "ຢ່າເວົ້າໃນໃຈຂອງທ່ານເອງວ່າ, 'ໃຜຈະຂຶ້ນໄປເທິງສະຫວັນ?' (ນັ້ນຄືຈະເຊື້ອເຊີນພຣະຄຣິດລົງມາ);
\v 7 ແລະຢ່າເວົ້າວ່າ, 'ໃຜຈະລົງໄປໃນທີ່ຄວາມເລິກ?'" (ນັ້ນຄືຈະເຊື້ອເຊີນພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ).
\s5
\v 8 ແຕ່ຄວາມຊອບທັມວ່າ​ແນວ​ໃດ? "ຖ້ອຍຄຳນັ້ນຢູ່ໃກ້ທ່ານ, ໃນປາກຂອງທ່ານ ແລະ ໃນໃຈຂອງທ່ານ.” ນັ້ນຄື​ຖ້ອຍຄຳແຫ່ງຄວາມເຊື່ອ, ທີ່ພວກເຮົາທັງ​ຫລາຍໄດ້ປະກາດຢູ່.
\v 9 ເພາະຖ້າວ່າທ່ານຈະຍອມຮັບດ້ວຍປາກຂອງທ່ານວ່າພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ, ແລະເຊື່ອໃນໃຈຂອງທ່ານວ່າພຣະເຈົ້າໄດ້ຊົງໃຫ້ພ​ຣະ​ອົງຄືນມາຈາກຕາຍ, ທ່ານຈະພົ້ນ.
\v 10 ເພາະວ່າການ​ທີ່​ມະ​ນຸດ​ເຊື່ອດ້ວຍ​ໃຈ​ກໍນຳໄປສູ່ຄວາມຊອບທັມ, ແລະການທີ່ຍອມຮັບດ້ວຍປາກກໍນຳໄປສູ່ຄວາມພົ້ນ.
\s5
\v 11 ເພາະຂໍ້ພຣະຄັມພີກ່າວວ່າ, "ທຸກຄົນທີ່ເຊື່ອໃນພຣະອົງຈະບໍ່ໄດ້​ຮັບຄວາມອັບອາຍ."
\v 12 ເພາະວ່າບໍ່ມີຄວາມແຕກຕ່າງກັນລະຫວ່າງຊາວຢິວ ແລະ ຊາວກຣີກ. ດ້ວຍວ່າອົງພຣະຜູ້ເປັນເຈົ້າອົງດຽວກັນຊົງເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ, ແລະ​ປຣ​ະ​ທານ​ຢ່າງສົມ​ບູນໃຫ້ທຸກຄົນທີ່ຮ້ອງຂໍ​ຕໍ່​ພ​ຣະ​ອົງ.
\v 13 ເພາະ​ວ່າທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະພົ້ນ.
\s5
\v 14 ແລ້ວ​ຄົນເຫລົ່ານັ້ນທີ່ຍັງບໍ່ເຊື່ອໃນພຣະອົງ ຈະຮ້ອງຂໍຕໍ່​ພ​ຣະ​ອົງ​ໄດ້​ແນວ​ໃດ? ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນເລື່ອງ​ຂອງ​ພ​ຣະ​ອົງຈະເຊື່ອໃນພ​ຣະ​ອົງ​ໄດ້​ແນວ​ໃດ? ແລະເມື່ອບໍ່ມີຜູ້ປະ​ກາດພວກເຂົາຈະໄດ້ຍິນໄດ້ແນວໃດ?
\v 15 ແລະຖ້າບໍ່ມີໃຜສົ່ງພວກເຂົາໄປ, ພວກເຂົາຈະປະກາດໄດ້ແນວໃດ? ຕາມ​ທີ່ມີຂຽນໄວ້ວ່າ, “ຕີນຂອງຄົນເຫລົ່າ​ນັ້ນທີ່ປະກາດຂ່າວປະ​ເສີດ​ແຫ່ງ​ສິ່ງ​ປະ​ເສີດຊ່າງ ງົດງາມເເທ້ນໍ!"
\s5
\v 16 ແຕ່ບໍ່​ແມ່ນວ່າພວກ​ເຂົາທຸກຄົນໄດ້ສົນໃຈຟັງຂ່າວປະ​ເສີດນັ້ນ. ເພາະ ເອຊາຢາ ໄດ້ກ່າວວ່າ, “ອົງພຣະຜູ້ເປັນເຈົ້າ, ໃຜຈະໄດ້ເຊື່ອໃນ​ສິ່ງທີ່ລາວໄດ້ຍິນຈາກຂ້າພຣະ​ເຈົ້າ?”
\v 17 ດັ່ງນັ້ນ ຄວາມ​ເຊືຶ່ອເກີດຂື້ນຈາກການໄດ້ຍິນ, ແລະການໄດ້ຍິນເກີດຂຶ້ນໂດຍການປະກາດພຣະຄຣິດ.
\s5
\v 18 ແຕ່ຂ້າ​ພຣະ​ເຈົ້າເວົ້າວ່າ, "ພວກເຂົາບໍ່ໄດ້ຍິນບໍ?" ໄດ້ຍິນ, ຢ່າງ​ແນ່ນອນ​ທີ່​ສຸດ. "ສຽງຂອງພວກເຂົາໄດ້ກະຈາຍອອກໄປທົ່ວໂລກ, ແລະຖ້ອຍຄຳຂອງພວກເຂົາກໍໄດ້ປະກາດອອກໄປຈົນ​ເຖິງທີ່ສຸດຂອງປາຍແຜ່ນດິນໂລກ."
\s5
\v 19 ນອກເຫ​ນືອໄປກວ່ານັ້ນ, ຂ້າພຣະເຈົ້າກ່າວອີກວ່າ, "ອິສະຣາເອນບໍ່ຮູ້ບໍ?" ໃນຕອນທຳອິດໂມເຊກ່າວວ່າ, "ຂ້າ​ພຣະ​ເຈົ້າຈະເຮັດໃຫ້ເຈົ້າອິດສາຜູ້ທີ່ບໍ່ໄດ້ເປັນ​ຊົນຊາດ. ເຮົາຈະເຮັດໃຫ້ພວກ​ທ່ານໂກດແຄ້ນ." ດ້ວຍ​ຊົນ​ຊາດ​ທີ່ບໍ່ເຂົ້າໃຈ,
\s5
\v 20 ແລ້ວ ເອຊາຢາ ກ້າທີ່​ຈະກ່າວ​ວ່າ, "ຄົນ​ເຫລົ່າ​ນັ້ນທີ່ບໍ່ໄດ້ສະແຫວງຫາຂ້າ​ພຣ​ະ​ເຈົ້າ. ໄດ້ເຫັນຂ້າ​ພຣະ​ເຈົ້າ ຂ້າ​ພຣະ​ເຈົ້າໄດ້ປະກົດຕໍ່ຄົນ​ເຫລົ່າ​ນັ້ນທີ່ບໍ່ໄດ້ຖາມຫາຂ້າ​ພຣະ​ເຈົ້າ."
\v 21 ແຕ່ທ່ານ​ໄດ້​ກ່າວແກ່ອິສະລາເອນວ່າ, "ຕະຫລອດທັງວັນ ຂ້າ​ພຣະ​ເຈົ້າໄດ້ເດ່ມືຂອງ​ຂ້າ​ພຣະ​ເຈົ້າອອກໄປຫາຜ​ູ້ຄົນທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ.”
\s5
\c 11
\cl ບົດທີ 11
\p
\v 1 ເມື່ອເປັນເຊັ່ນນັ້ນ, ຂ້າພຣະເຈົ້າຈຶ່ງເວົ້າວ່າ, ພຣະເຈົ້າຊົ​ງປະຕິເສດຄົນຂອງພຣະອົງແລ້​ວບໍ? ຂໍຢ່າໃຫ້ເປັນແບບນັ້ນເລີຍ. ເພາະຂ້າພຣະ​ເຈົ້າ​ເອ​ງ​ກໍ່ເປັນຄົນອິສະຣາເອນ, ເຊິ່ງແມ່ນເຊື້ອສາຍຂອງອັບຣາຮາມ, ໃນເຜົ່າເບັນຢາມິນ.
\v 2 ພຣະເຈົ້າບໍ່ຊົງປະຕິເສດຄົນຂອງພຣະອົງ, ທີ່​ພ​ຣະ​ອົງ​ຊົງເລືອກໄວ້​ກ່ອນແລ້ວ. ທ່ານບໍ່ຮູ້ວ່າພ​ຣະ​ຄ​ັມພີກ່າວເຖິງ ເອລີຢາ ວ່າ​ແນວ​ໃດ, ທ່ານໄດ້ກ່າວຫາຄົນອິສະຣາເອນ​ຕໍ່ພຣະເຈົ້າວ່າ?
\v 3 "ອົງພຣະຜູ້ເປັນເຈົ້າ, ພວກເຂົາໄດ້ຂ້າບັນ​ດາຜູ້​ທ​ຳ​ນວາຍຂອງພຣະອົງ, ພວກເຂົາທຳລາຍແທ່ນບູຊາຂອງພ​ຣະ​ອົງ. ເຫລືອຂ້າ​ພຣະ​ອົງພຽງຄົນດຽວ, ແລະພວກເຂົາຊອກຫາວິທີທີ່ຈະເອົາຊີວິດຂອງຂ້າ​ພຣະ​ອົງ."
\s5
\v 4 ແຕ່ພຣະເຈົ້າຊົງຕອບລາວວ່າແນວໃດ? "ເຮົາໄດ້ສະຫງວນຄົນ​ໄວ້ສຳ​ລັບ​ເຮົາເຈັດພັນ​ຄົນ ເຊິ່ງ​ເປັນຜູ້ທີ່ບໍ່ໄດ້ກ​າ​ບ​ໄຫວ້ພຣະບາອານ.”
\v 5 ເຖິງຢ່າງນັ້ນກໍ່ຕາມ, ໃນປະ​ຈຸ​ບັນນີ້, ຍັງມີຄົນຈຳນວນຫ​ນຶ່ງ​ທີ່ເຫລືອຢ​ູ່ເພາະພຣະເຈົ້າໄດ້ຊົງເລືອກໄວ້ໂດຍພຣະຄຸນ.
\s5
\v 6 ແຕ່ຖ້າເປັນໂດຍພຣະຄຸນ, ກໍບໍ່ໄດ້​ເປັນໂດຍການ​ປະຕິບັດອີກຕໍ່ໄປ. ຖ້າບໍ່ດັ່ງນັ້ນ ພຣະຄຸນກໍຈະບໍ່ແມ່ນພຣະຄຸນອີກຕໍ່ໄປ.
\v 7 ຖ້າ​ຢ່າງ​ນັ້ນຈະ​ວ່າ​ແນວ​ໃດ? ສິ່ງທີ່ຄົນອິສະຣາເອນສະແຫວງຫານັ້ນ, ພວກເຂົາບໍ່ໄດ້ຮັບ, ແຕ່ຄົນທີ່ພ​ຣະ​ເຈົ້າ​ໄດ້​ຊົງເລືອກນັ້ນ​ເປັນ​ຜູ້​ໄດ້​ຮັບ, ແລະຄົນ​ອື່ນທີ່ເຫລືອກໍມີ​ໃຈແຂງກະດ້າງໄປ.
\v 8 ຕາມທີ່ມີການຂຽນໄວ້ວ່າ: “ພຣະເຈົ້າຈ​ະ​ປຣະ​ທານ​ໃຈທີ່ອ່ອນເພັຽ, ຕາທີ່ເບິ່ງບໍ່ເຫັນ, ແລະຫູທີ່ບໍ່ໄດ້ຍິນແກ່ພວກເຂົາ, ຈົນເຖິງທຸກວັນນີ້."
\s5
\v 9 ແລະດາວິດກ່າວວ່າ, "ໃຫ້ໂຕະອາຫານຂອງເຂົາເປັນຕາຫ​ນ່າງກັບດັກທ່ອນຫີນທີ່ເຮັດໃຫ້ສະດຸດ, ແລະເປັນສີ່ງ​ທີ່​ຕອບ​ແທນພວກເຂົາ.
\v 10 ໃຫ້ຕາຂອງພວກເຂົາມືດໄປເພື່ອທີ່​ຈ​ະ​ໄດ້ເບິ່ງບໍ່ເຫັນ, ແລະໃຫ້​ຫລັງຂອງພວກເຂົາກົ່ງ​ລົງ​ຢູ່​ສະ​ເຫມີ."
\s5
\v 11 ຂ້າ​ພຣະ​ເຈົ້າເວົ້າວ່າ, "ພວກເຂົາສະດຸດຈົນລົ້ມລົງ​ບໍ?" ຂໍຢ່າໃຫ້ເປັນແບບນັ້ນເລີຍ. ແຕ່, ຄວາມຫລົ້ມເຫລວຂອງພວກເຂົານັ້ນ, ເປັນ​ເຫດໃຫ້ຄວາມພົ້ນ​ມາ​ເຖິງ​ພວກຕ່າງຊາດ, ເພື່ອທີ່​ຈະເຮັດໃຫ້ພວກເຂົາອິດສາ.
\v 12 ຖ້າຄວາມຫລົ້ມເຫລວຂອງພວກເຂົານັ້ນເປັນ​ເຫດໃຫ້ທົ່ວໂລກໄດ້ຮັບຄວາມສົມບູນ, ແລະຖ້າຄວາມພ່າຍແພ້ຂອງພວກເຂົາ ເປັນ​ເຫດໃຫ້ພວກຕ່າງຊາດໄດ້ຮັບຄວາມສົມບູນແລ້ວ, ຖ້າພວກເຂົາທັງຫມົດໄດ້ເຂົ້າຮ່ວມດ້ວຍ ຈະດີຍິ່ງກວ່ານັ້ນ​ອີກເທົ່າໃດຫນໍ?
\s5
\v 13 ບັດນີ້ ຂ້າ​ພຣະ​ເຈົ້າຂໍກ່າວແກ່ພວກທ່ານ​ທີ່​ເປັນຄົນຕ່າງຊາດ, ຕາບເທົ່າທີ່ຂ້າ​ພຣະ​ເຈົ້າເປັນອັກຄະສາວົກມາ​ຍັງຄົນຕ່າງຊາດນັ້ນ, ຂ້າ​ພຣະ​ເຈົ້າຍົກຍ້ອງພັນທະກິດຂອງຂ້າ​ພຣະ​ເຈົ້າ.
\v 14 ບາງທີຂ້າພຣະເຈົ້າອາດເຮັດໃຫ້ພີ່​ນ້ອງ​ຮ່ວມ​ຊາດຂອງຂ້າ​ພຣະ​ເຈົ້າອິດສາ. ບາງທີພວກເຮົາອາດຈະ​ໄດ້ຊ່ວຍບາງຄົນໃຫ້​ພົ້ນ.
\s5
\v 15 ເພາະວ່າຖ້າການທີ່ພວກຊາວອິສະຣາເອນຖືກປະຕິເສດ ເປັນ​ເຫດໃຫ້ຄົນ​ທັງໂລກກັບ​ມາຄືນດີກັບພຣະເຈົ້າ, ການທີ່​ພ​ຣະ​ອົງ​ຊົງ​ຮັບ​ເຂົາກັບມາອີກຄັ້ງນັ້ນ ຄືກັບວ່າເຂົາໄດ້ຕາຍໄປແລ້ວ ແລະກັບມາມີຊີວິດອີກຄັ້ງ?
\v 16 ຖ້າໄດ້​ມີ​ການ​ສະ​ຫງວນແປ້ງ​ດິບໄວ້ເພື່ອຖວາຍຜົນທຳອິດ, ແປ້ງດິບທັງຫມົດກໍ່ເປັນຂອງພ​ຣະ​ອົງ​ດ້ວຍ. ແລະຖ້າໄດ້​ມີ​ການສະຫງວນຮາກໄວ້ເພື່ອຖວາຍແດ່ພຣະເຈົ້າ, ກິ່ງທັງຫມົດກໍເປັນຂອງພຣະອົງດ້ວຍ.
\s5
\v 17 ແຕ່ຖ້າບາງກິ່ງຖືກຫັກອອກແລ້ວ, ແລະຖ້າພຣະເຈົ້າຊົງນຳທ່ານ, ທີ່ເປັນກິ່ງຫມາກກອກປ່າມາຕໍ່ໄວ້ແທນກິ່ງເຫລົ່ານັ້ນ, ແລະຖ້າທ່ານໄດ້ຮັບນ້ຳລ້ຽງຈາກຮາກຕົ້ນຫມາກກອກທີ່ອຸດົມສົມບູນນັ້ນຮ່ວມກັບກິ່ງອື່ນໆແລ້ວ,
\v 18 ກໍ່ຢ່າອວດດີຕໍ່ກິ່ງເຫລົ່ານັ້ນ. ແຕ່ຖ້າທ່ານອວດດີ, ຢ່າລືມວ່າທ່ານບໍ່ໄດ້ລ້ຽງຮາກນັ້ນ, ແຕ່ຮາກຕ່າງຫາກທີ່ລ້ຽງທ່ານ.
\s5
\v 19 ທ່ານອາດຈະເວົ້າວ່າ, "ກິ່ງເຫລົ່ານັ້ນຖືກຫັກອອກເພື່ອຂ້າພຣະເຈົ້າຈະໄດ້ຖືກຕໍ່ເຂົ້າແທນທີ່."
\v 20 ຖືກແລ້ວ. ພວກເຂົາຖືກຫັກອອກກໍເພາະບໍ່ເຊື່ອ, ແຕ່ທີ່ທ່ານຢືດຫມັ້ນຢູ່ຢ່າງຫມັ້ນຄົງໄດ້ເພາະຄວາມເຊື່ອຂອງທ່ານເທົ່ານັ້ນ. ຢ່າໂອ້ອວດໄປ, ແຕ່ຈົ່ງຢ້ານກົວ.
\v 21 ເພາະວ່າຖ້າພຣະເຈົ້າບໍ່ໄດ້ລະເວັ້ນກິ່ງເກົ່າຈາກທັມະຊາດເຫລົ່ານັ້ນ, ພຣະອົງກໍຈະບໍ່ລະເວັ້ນທ່ານເຊັ່ນກັນ.
\s5
\v 22 ເຫດສະນັ້ນ, ຈົ່ງພິຈາຣະນາເບິ່ງ, ທັງຄວາມເມດຕາ ແລະ ຄວາມເຄັ່ງຄັດຂອງພຣະເຈົ້າ. ແຕ່ອີກດ້ານຫນຶ່ງ, ພຣະອົງຊົງເຄັ່ງຄັດກັບພວກຢິວທີ່ຫລົງຜິດໄປ. ແຕ່ໃນອີກດ້ານຫນຶ່ງ, ພຣະອົງຊົງເມດຕາຕໍ່ທ່ານ, ຖ້າທ່ານຈະດຳຣົງຊີວິດຢູ່ໃນພຣະເມດຕາຂອງພຣະອົງ, ຖ້າບໍ່ດັ່ງນັ້ນ ທ່ານກໍຈະຖືກຕັດອອກດ້ວຍ.
\s5
\v 23 ອີກປະການຫນຶ່ງຄື, ຖ້າພວກເຂົາບໍ່ຍອມຢູ່ໃນຄວາມບໍ່ເຊື່ອຕໍ່ໄປ, ພວກເຂົາກໍຈະໄດ້ຮັບການເຊື່ອມຕໍ່ກັບເຂົ້າໄປໃຫມ່. ເພາະວ່າພຣະເຈົ້າສາມາດເຊື່ອມຕໍ່ກັບພວກເຂົາອີກຄັ້ງໄດ້.
\v 24 ເພາະວ່າຖ້າພຣະເຈົ້າຊົງຕັດທ່ານອອກຈາກຕົ້ນຫມາກກອກເທດທັມະຊາດ, ແລະຊົງນຳມາ​ຕໍ່​ກັບຕົ້ນຫມາກກອກພັນ​ດີ, ເຊິ່ງ​ຜິດ​ທັມະຊາດແລ້ວ ການ​ທີ່​ຈະເອົາ​ພວກຢິວເຫລົ່ານັ້ນ, ເຊິ່ງເປັນງ່າເດີມ​ຕາມ​ທ​ັ​ມະ​ຊາດເຂົ້າມາ​ຕໍ່​ກັບ​ເຂົ້າ​ໄປໃນຕົ້ນຂອງມັນເອງ, ຈະເປັນ​ເລື່ອງງ່າຍກ່ວານັ້ນ​ຫລາຍເທົ່າໃດ?
\s5
\v 25 ພີ່ນ້ອງທັງ​ຫລາຍ, ຂ້າພຣະເຈົ້າຢາກໃຫ້ທ່ານເຂົ້າໃຈຂໍ້​ຄວາມ​ອັນເລິກລັບນີ້, ເພື່ອທີ່ວ່າທ່ານຈະໄດ້ບໍ່ອວດ​ຮູ້ຄວາມເລິກລັບນີ້ ຄືສ່ວນຫ​ນຶ່ງ ຂອງຊົນຊາດອິສະຣາເອນ, ຈະມີ​ໃຈແຂງກະດ້າງໄປຈົນກ່ວາຄົນຕ່າງ​ຊາດ​ຈະໄດ້ເຂົ້າມາຄົບ​ຕາມ​ຈຳ​ນວ​ນ.
\s5
\v 26 ເມື່ອເປັນແນວນັ້ນ ຊົນ​ຊາດອິສະຣາເອນທັງຫມົດກໍຈະໄດ້​ຮັບ​ຄວາມພົ້ນ, ຕາມ​ທີ່​ມີຂຽນໄວ້ວ່າ: “ພຣະຜູ້ຊ່ວຍໃຫ້ພົ້ນຈະສະ​ເດັດມາຈາກພູ​ເຂົາຊີໂອນ. ພຣະອົງຈະກຳຈັດຄວາມຊົ່ວອອກ​ໄປຈາກຢາໂຄບ,
\v 27 ແລະນີ້ຈະເປັນພັນທະສັນຍາຂອງເຮົາກັບພວກເຂົາ, ເມື່ອເຮົາຈະໃຫ້ອະພັຍໂທດບາບຂອງພວກເຂົາ.”
\s5
\v 28 ໃນອີກດ້ານຫນຶ່ງ ເລື່ອງຂ່າວປະເສີດນັ້ນ, ພວກເຂົາກໍເປັນສັດຕຣູຂອງພຣະເຈົ້າເພື່ອປະໂຫຍດຂອງພວກທ່ານ. ແຕ່ໃນອີກດ້ານຫນຶ່ງຕາມການຊົງເລືອກຂອງພຣະເຈົ້ານັ້ນ, ພວກເຂົາເປັນທີ່ຮັກເນື່ອງຈາກບັນພະບຸຣຸດທັງຫລາຍ.
\v 29 ເພາະວ່າຂອງປຣະທານ ແລະ ການຊົງເອີ້ນຂອງພຣະເຈົ້ານັ້ນບໍ່ມີມື້ປ່ຽນແປງ.
\s5
\v 30 ໃນອະດີດພວກທ່ານບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ດຽວນີ້ໄດ້ຮັບພຣະເມດຕາເພາະຄວາມບໍ່ເຊື່ອຟັງຂອງພວກເຂົາ.
\v 31 ໃນທຳນອງດຽວກັນ, ບັດນີ້ຊາວຢິວເຫລົ່ານັ້ນກໍບໍ່ໄດ້ເຊື່ອຟັງ. ຜົນກໍຄືພວກເຂົາຈະໄດ້ຮັບພຣະເມດຕາໂດຍພຣະເມດຕາທີ່ໄດ້ຊົງສຳແດງແກ່ພວກທ່ານ.
\v 32 ເພາະວ່າພຣະເຈົ້າໄດ້ກຳນົດໃຫ້ມະນຸດທຸກຄົນຢູ່ໃນຄວາມບໍ່ເຊື່ອຟັງ, ເພື່ອທີ່ວ່າພຣະອົງຈະໄດ້ສຳແດງພຣະເມດຕາແກ່ພວກເຂົາທັງຫລາຍທຸກຄົນ.
\s5
\v 33 ໂອ້, ພຣະສະຕິປັນຍາ ແລະ ຄວາມຮອບຮູ້ຂອງພຣະເຈົ້ານັ້ນເລິກເຊິ່ງຫລາຍປານໃດ! ຂໍ້ຕັດສິນຂອງພຣະອົງນັ້ນກໍເຫລືອທີ່ຈະເຂົ້າໃຈໄດ້, ແລະທາງຂອງພຣະອົງກໍເຫລືອທີ່ຈະຄົ້ນພົບໄດ້!
\v 34 ເພາະວ່າຜູ້ໃດຮູ້ຈັກຈິດໃຈຂອງອົງພຣະຜູ້ເປັນເຈົ້າໄດ້ ຫລືໃຜສາມາດເປັນທີ່ປຶກສາຂອງພຣະອົງໄດ້?
\s5
\v 35 ຫລືຜູ້ໃດໄດ້ມອບຫຍັງແດ່ແກ່ພຣະເຈົ້າກ່ອນ, ເພື່ອທີ່ພຣະອົງຈະຊົງຕອບແທນເຂົາ?”
\v 36 ເພາະວ່າທຸກສິ່ງທຸກຢ່າງທັງຫມົດມາຈາກພຣະອົງໂດຍພຣະອົງ ແລະ ເພື່ອພຣະອົງ. ຂໍພຣະສີຣິຈົ່ງມີແດ່ພຣະອົງສືບໄປເປັນນິດ. ອາແມນ.
\s5
\c 12
\cl ບົດທີ 12
\p
\v 1 ດ້ວຍເຫດນີ້, ພີ່ນ້ອງທັງຫລາຍ, ໂດຍເຫັນແກ່ພຣະເມດຕາຂອງພຣະເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານທັງຫລາຍ, ໃຫ້ຖວາຍຕົວຂອງພວກທ່ານແດ່ພຣະຜູ້ເປັນເຈົ້າ. ເພື່ອເປັນເຄື່ອງບູຊາທີ່ມີຊີວິດບໍຣິສຸດ ແລະເປັນທີ່ພໍພຣະທັຍພຣະເຈົ້າ ນີ້ແມ່ນການຮັບໃຊ້ທີ່ເຫມາະສົມຂອງທ່ານ.
\v 2 ຢ່າປະພຶດຕາມຢ່າງຄົນໃນໂລກນີ້, ແຕ່ຈົ່ງຮັບການປ່ຽນແປງຈິດໃຈໃຫມ່. ເພື່ອທີ່ວ່າຕົວຂອງທ່ານຈະໄດ້ປ່ຽນແປງໄປດ້ວຍ ເພື່ອທ່ານຈະໄດ້ຮູ້ວ່າສິ່ງໃດດີ, ສິ່ງໃດເປັນທີ່ພໍພຣະທັຍ, ແລະສິ່ງໃດເປັນພຣະປະສົງອັນສົມບູນແບບຂອງພຣະເຈົ້າ.
\s5
\v 3 ຂ້າພຣະເຈົ້າຂໍກ່າວໂດຍພຣະຄຸນທີ່ປຣະທານແກ່ຂ້າພຣະເຈົ້າວ່າ. ທຸກຄົນໃນພວກທ່ານບໍ່ຄວນຄິດຖືຕົວເກີນກວ່າທີ່ຕົນຄວນຈະຄິດ. ແຕ່ຈົ່ງ, ຄິດຢ່າງສະຫລາດຮອບຄອບໃຫ້ສົມກັບຂະຫນາດ, ຂອງຄວາມເຊື່ອທີ່ພຣະເຈົ້າໄດ້ປຣະທານໃຫ້ແກ່ທ່ານແຕ່ລະຄົນ.
\s5
\v 4 ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງໃນຮ່າງກາຍດຽວນີ້, ແຕ່ບໍ່ແມ່ນອະໄວຍະວະທັງຫມົດມີຫນ້າທີ່ຄືກັນ.
\v 5 ໃນທຳນອງດຽວກັນ, ພວກເຮົາຫຼາຍຄົນກໍເປັນຮ່າງກາຍດຽວໃນພຣະຄຣິດເຈົ້າ, ແລະຕ່າງກໍເປັນອະໄວຍະວະຂອງກັນແລະກັນຢ່າງນັ້ນ.
\s5
\v 6 ພວກເຮົາທຸກຄົນມີຂອງປຣະທານທີ່ແຕກຕ່າງກັນ ຕາມພຣະຄຸນທີ່ໄດ້ປຣະທານໃຫ້ແກ່ພວກເຮົາ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການເຜີຍພຣະທັມ, ກໍ່ຈົ່ງເຮັດຕາມສັດສ່ວນຄວາມເຊື່ອຂອງເຂົາ.
\v 7 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຮັບໃຊ້, ກໍ່ໃຫ້ເຂົາຮັບໃຊ້. ຖ້າຄົນຫນຶ່ງມີຂອງປຣະທານແຫ່ງການສິດສອນ, ກໍ່ໃຫ້ເຂົາສອນ.
\v 8 ຖ້າຂອງປຣະທານຂອງຄົນຫນຶ່ງຄືການຫນູນໃຈ, ກໍໃຫ້ເຂົາຫນູນໃຈ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການໃຫ້, ກໍ່ຈົ່ງໃຫ້ດ້ວຍໃຈກ້ວາງຂວາງ. ຖ້າຂອງປຣະທານຂອງຄົນຫນຶ່ງຄືການນຳ, ກໍ່ຈົ່ງນຳດ້ວຍຄວາມເອົາໃຈໃສ່. ຖ້າຂອງປຣະທານຂອງຄົນຫນຶ່ງຄືການສະແດງຄວາມເມດຕາ, ກໍ່ຈົ່ງເຮັດດ້ວຍໃຈຍິນດີ.
\s5
\v 9 ຂໍໃຫ້ຄວາມຮັກປາສະຈາກຄວາມເສແສ້ງ. ຈົ່ງກຽດຊັງສິ່ງທີ່ຊົ່ວ; ຈົ່ງຍຶດຫມັ້ນໃນສິ່ງທີ່ດີ.
\v 10 ໃນເລື່ອງຄວາມຮັກແບບພີ່ນ້ອງນັ້ນ, ຈົ່ງຮັກແພງເຊິ່ງກັນແລະກັນ. ໃນເລື່ອງກຽດນັ້ນ, ຈົ່ງໃຫ້ກຽດເຊິ່ງກັນແລະກັນ.
\s5
\v 11 ໃນເລື່ອງຄວາມດຸຫມັ່ນນັ້ນ, ຈົ່ງຢ່າລັງເລໃຈ. ໃນເລື່ອງພຣະວິນຍານນັ້ນ, ຈົ່ງມີໃຈກະຕືລືລົ້ນ. ໃນເລື່ອງຂອງອົງພຣະຜູ້ເປັນເຈົ້ານັ້ນ, ຈົ່ງຮັບໃຊ້ພຣະອົງ.
\v 12 ຈົ່ງຊື່ນຊົມຍິນດີໃນຄວາມຫມັ້ນໃຈທີ່ທ່ານມີຕໍ່ອະນາຄົດ. ຈົ່ງອົດທົນໃນຄວາມຍາກລຳບາກຂອງທ່ານ. ຈົ່ງສືບຕໍ່ອະທິຖານ.
\v 13 ຈົ່ງຊ່ວຍເຫລືອຜູ້ທີ່ເຊື່ອໃນເວລາທີ່ເຂົາເຈົ້າຕ້ອງການ. ພະຍາຍາມຕ້ອນຮັບຄົນແປກຫນ້າໃຫ້ດີທີ່ສຸດ.
\s5
\v 14 ຈົ່ງອວຍພອນຄົນທີ່ຂົ່ມເຫັງທ່ານ; ຈົ່ງອວຍພອນ ແລະ ຢ່າດ່າກັນເລີຍ.
\v 15 ຈົ່ງຊື່ນຊົມຍິນດີກັບຄົນເຫລົ່ານັ້ນທີ່ຊື່ນຊົມຍິນດີ; ຈົ່ງຮ້ອງໄຫ້ກັບຄົນເຫລົ່ານັ້ນທີ່ຮ້ອງໄຫ້.
\v 16 ຈົ່ງເປັນນ້ຳຫນຶ່ງໃຈດຽວກັນ. ຢ່າຄິດໃນທາງທີ່ໂອ້ອວດ, ແຕ່ຈົ່ງຍອມຮັບເອົາຄົນທີ່ຕໍ່າຕ້ອຍກວ່າ. ຢ່າຄິດວ່າຕົນເອງສະຫລາດ.
\s5
\v 17 ຢ່າເຮັດສິ່ງທີ່ຊົ່ວຮ້າຍຕອບແທນຕໍ່ຜູ້ໃດເລີຍ. ຈົ່ງເຮັດສິ່ງທີ່ດີໃນສາຍຕາຂອງທຸກຄົນ.
\v 18 ຖ້າເປັນໄປໄດ້, ໃນຂອບເຂດເລື່ອງນີ້ຂຶ້ນຢູ່ກັບທ່ານ. ມີຊີວິດສະຫງົບສຸກກັບທຸກໆຄົນ.
\s5
\v 19 ທ່ານຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ, ຢ່າແກ້ແຄ້ນເອງເລີຍ, ແຕ່ຈົ່ງມອບໄວ້ໃຫ້ກັບພຣະເຈົ້າເປັນຜູ້ຊົງພິພາກສາລົງໂທດ. ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ."'ການແກ້ແຄ້ນເປັນທຸລະຂອງເຮົາ; ເຮົາຈະຕອບແທນເອງ,'
\v 20 ແຕ່ຖ້າສັດຕຣູຂອງທ່ານຫິວ, ຈົ່ງໃຫ້ອາຫານລາວກິນ. ຖ້າລາວຫິວນ້ຳ, ຈົ່ງໃຫ້ນໍ້າລາວດື່ມ. ເພາະວ່າຖ້າທ່ານເຮັດແບບນີ້ ທ່ານຈະສຸມຖ່ານໄຟທີ່ລຸກຢູ່ໄວ້ເທິງຫົວຂອງລາວ.”
\v 21 ຢ່າໃຫ້ຄວາມຊົ່ວຮ້າຍເອົາຊະນະທ່ານໄດ້, ແຕ່ຈົ່ງເອົາຊະນະຄວາມຊົ່ວດ້ວຍຄວາມດີ.
\s5
\c 13
\cl ບົດທີ 13
\p
\v 1 ໃຫ້ທຸກຄົນຍອມເຊື່ອຟັງຜູ້ທີ່ມີອຳນາດປົກຄອງ, ເພາະວ່າບໍ່ມີອຳນາດໃດເລີຍທີ່ບໍ່ໄດ້ມາຈາກພຣະເຈົ້າ. ແລະອຳນາດທີ່ມີຢູ່ນັ້ນໄດ້ຮັບການແຕ່ງຕັ້ງໂດຍພຣະເຈົ້າ.
\v 2 ດັ່ງນັ້ນ ຜູ້ທີ່ຕໍ່ຕ້ານອຳນາດນັ້ນກໍບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າ; ແລະຜູ້ທີ່ຕໍ່ຕ້ານນັ້ນຈະຖືກພິພາກສາລົງໂທດ.
\s5
\v 3 ເພາະວ່າຜູ້ທີ່ປົກຄອງນັ້ນບໍ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມດີ, ແຕ່ເປັນຕາຢ້ານສຳຫລັບຄົນທີ່ເຮັດຄວາມຊົ່ວ. ທ່ານຕ້ອງການຈະບໍ່ຮູ້ສຶກຢ້ານຜູ້ມີອຳນາດບໍ? ຈົ່ງເຮັດໃນສິ່ງທີ່ດີ, ແລະທ່ານຈະໄດ້ຮັບການຍົກຍ້ອງຈາກຜູ້ມີອຳນາດນັ້ນ.
\v 4 ເພາະວ່າເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າເພື່ອໃຫ້ທ່ານໄດ້ຜົນປະໂຫຍດ. ແຕ່ຖ້າທ່ານເຮັດສິ່ງທີ່ຊົ່ວ, ຈົ່ງຢ້ານເຖີດ. ເພາະວ່າເຂົາບໍ່ໄດ້ຖືດາບໄວ້ລ້າ ໆ. ແຕ່ເຂົາເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ເຊິ່ງກໍຄືຜູ້ແກ້ແຄ້ນໂທດບາບທີ່ມີໃນທຸກຄົນທີ່ເຮັດຄວາມຊົ່ວ.
\v 5 ດັ່ງນັ້ນ ທ່ານຕ້ອງເຊື່ອຟັງຜູ້ປົກຄອງ, ບໍ່ແມ່ນຍ້ອນຢ້ານການລົງໂທດພຽງຢ່າງດຽວ, ແຕ່ຍ້ອນຈິດສຳນຶກຜິດແລະຊອບດ້ວຍ.
\s5
\v 6 ດ້ວຍເຫດນີ້ ທ່ານຈຶ່ງຕ້ອງໄດ້ເສັຽພາສີດ້ວຍ. ເພາະວ່າຜູ້ມີອຳນາດນັ້ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ທີ່ເຮັດຫນ້າທີ່ນີ້ຢ່າງຕໍ່ເນື່ອງ.
\v 7 ຈົ່ງຈ່າຍໃຫ້ແກ່ທຸກຄົນຕາມທີ່ທ່ານຕ້ອງຈ່າຍໃຫ້ພວກເຂົາ: ຄືພາສີແກ່ຄົນທີ່ຕ້ອງໄດ້ຮັບພາສີ; ຄ່າທຳນຽມແກ່ຄົນທີ່ຕ້ອງໄດ້ຮັບຄ່າທຳນຽມ; ຄວາມຢ້ານກົວແກ່ຄົນທີ່ຕ້ອງໄດ້ຮັບຄວາມຢ້ານກົວ; ໃຫ້ກຽດແກ່ຄົນທີ່ຕ້ອງໄດ້ຮັບກຽດ.
\s5
\v 8 ຢ່າເປັນຫນີ້ສິ່ງໃດຕໍ່ໃຜເລີຍ, ນອກຈາກຄວາມຮັກຕໍ່ກັນ ແລະກັນ. ເພາະວ່າຜູ້ທີ່ຮັກເພື່ອນບ້ານໄດ້ເຮັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ.
\v 9 ຂໍ້ທີ່ວ່າ "ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ," ແລະຖ້າມີພຣະບັນຍັດອື່ນໆນຳແລ້ວ, ກໍຈະສະຫລຸບໄດ້ໃນປະໂຫຍກນີ້ຄື: “ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.”
\v 10 ຄວາມຮັກບໍ່ເປັນອັນຕະຣາຍຕໍ່ເພື່ອນບ້ານຂອງເຂົາ; ດັ່ງນັ້ນ, ຄວາມຮັກຈຶ່ງເປັນສິ່ງທີ່ເຮັດໃຫ້ກົດບັນຍັດສົມບູນ.
\s5
\v 11 ດ້ວຍເຫດນີ້, ທ່ານຄວນຮູ້ເວລາ, ວ່ານີ້ເປັນເວລາທີ່ທ່ານຈະຕ້ອງຕື່ນຈາກຫລັບນອນແລ້ວ. ເພາະວ່າຄວາມພົ້ນຂອງພວກເຮົາໄດ້ເຂົ້າມາໃກ້ກວ່າຕອນທີ່ພວກເຮົາເລີ່ມເຊື່ອແລ້ວ.
\v 12 ເວລານີ້ເດິກຫລາຍແລ້ວ, ແລະຕອນເຊົ້າກຳລັງໃກ້ເຂົ້າມາ. ດັ່ງນັ້ນ ໃຫ້ພວກເຮົາປະຖິ້ມການງານແຫ່ງຄວາມມືດ, ແລະ ໃສ່ເສື້ອເກາະແຫ່ງຄວາມສະຫວ່າງ.
\s5
\v 13 ໃຫ້ພວກເຮົາດຳເນີນຊີວິດຢ່າງເຫມາະສົມ, ເຫມືອນໃນເວລາກາງເວັນ, ບໍ່ແມ່ນການກິນລ້ຽງຢ່າງເຖິງໃຈ ຫລື ການເມົາມາຍ; ແລະຢ່າໃຫ້ພວກເຮົາດຳເນີນໃນຄວາມຜິດບາບທາງເພດ ຫລື ໃນຕັນຫາທີ່ບໍ່ສາມາດຄວບຄຸມໄດ້, ແລະບໍ່ແມ່ນໃນການໂຕ້ຖຽງ ຫລື ອິດສາກັນ.
\v 14 ແຕ່ຈົ່ງແຕ່ງກາຍດ້ວຍພຣະເຢຊູຄຣິດເຈົ້າ, ແລະຢ່າກະກຽມສິ່ງໃດໄວ້ເພື່ອເນື້ອຫນັງ, ແລະເພື່ອຕັນຫາຂອງມັນ.
\s5
\c 14
\cl ບົດທີ 14
\p
\v 1 ຈົ່ງຕ້ອນຮັບຜູ້ທີ່ອ່ອນແອໃນຄວາມເຊື່ອ., ໂດຍທີ່ບໍ່ຕ້ອງຕັດສິນໃນຂໍ້ໂຕ້ຖຽງຕ່າງໆ.
\v 2 ຄົນຫນຶ່ງມີຄວາມເຊື່ອວ່າຈະກິນຫຍັງກໍໄດ້, ແຕ່ອີກຄົນຫນຶ່ງທີ່ອ່ອນແອໃນຄວາມເຊື່ອກໍກິນພຽງແຕ່ຜັກເທົ່ານັ້ນ.
\s5
\v 3 ຂໍຢ່າໃຫ້ຄົນທີ່ກິນທຸກຢ່າງນັ້ນ ດູຖູກຜູ້ທີ່ບໍ່ກິນທຸກຢ່າງ. ແລະຢ່າໃຫ້ຜູ້ທີ່ບໍ່ກິນທຸກຢ່າງຕັດສິນຄົນອື່ນຜູ້ທີ່ກິນທຸກຢ່າງ ເພາະວ່າພຣະເຈົ້າຊົງຍອມຮັບເຂົາແລ້ວ
\v 4 ທ່ານແມ່ນໃຜ, ທີ່ຈະຕັດສິນຜູ້ຮັບໃຊ້ຄົນອື່ນ? ຜູ້ຮັບໃຊ້ຄົນນັ້ນຈະຢືນຢູ່ ຫລື ຈະລົ້ມລົງກໍຂື້ນຢູ່ກັບນາຍຂອງເຂົາ. ແຕ່ເຂົາຈະໄດ້ຮັບການເຮັດໃຫ້ຢືນຢູ່, ເພາະວ່າອົົງພຣະຜູ້ເປັນເຈົ້າຊົງສາມາດທີ່ຈະເຮັດໃຫ້ເຂົາຢືນຢູ່ໄດ້.
\s5
\v 5 ຄົນຫນຶ່ງຖືວ່າມື້ຫນຶ່ງດີກ່ວາອີກມື້. ອີກຄົນຫນຶ່ງຖືວ່າທຸກໆມື້ຄືກັນ. ໃຫ້ແຕ່ລະຄົນເຊື່ອໃນຄວາມຄິດຂອງຕົນເອງ.
\v 6 ຄົນທີ່ຖືມື້, ກໍຖືເພື່ອອົງພຣະຜູ້ເປັນເຈົ້າ; ແລະຄົນທີ່ກິນ, ກໍກິນເພື່ອອົງພຣະຜູ້ເປັນເຈົ້າ, ເພາະເຂົາຂອບພຣະຄຸນພຣະເຈົ້າ. ຄົນທີ່ບໍ່ກິນ, ກໍບໍ່ກິນເພື່ອອົງພຣະຜູ້ເປັນເຈົ້າ, ແລະເຂົາກໍຍັງຂອບພຣະຄຸນພຣະເຈົ້າດ້ວຍ.
\s5
\v 7 ເພາະພວກເຮົາທຸກຄົນບໍ່ໄດ້ຢູ່ເພື່ອຕົວເອງ, ແລະບໍ່ໄດ້ຕາຍເພື່ອຕົວເອງ.
\v 8 ເພາະຖ້າພວກເຮົາມີຊີວິດຢູ່, ພວກເຮົາກໍຢູ່ເພື່ອອົງພຣະຜູ້ເປັນເຈົ້າ, ແລະຖ້າພວກເຮົາຕາຍ, ພວກເຮົາກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ດັ່ງນັ້ນ ບໍ່ວ່າພວກເຮົາຈະຢູ່ ຫລື ຕາຍພວກເຮົາກໍເປັນຄົນຂອງພຣະຜູ້ເປັນເຈົ້າ.
\v 9 ເພາະເພື່ອຈຸດປະສົງນີ້ເອງ ພຣະຄຣິດຈຶ່ງໄດ້ສິ້ນພຣະຊົນ ແລະ ຟື້ນຄືນພຣະຊົນອີກ, ເພື່ອທີ່ພຣະອົງຈະໄດ້ກາຍເປັນອົງພຣະຜູ້ເປັນເຈົ້າທັງຂອງຄົນຕາຍ ແລະ ຄົນເປັນ.
\s5
\v 10 ແຕ່ທ່ານ, ເປັນຫຍັງທ່ານຈຶ່ງຕັດສິນພີ່ນ້ອງຂອງທ່ານ? ແລະທ່ານ, ເປັນຫຍັງທ່ານຈຶ່ງດູຫມິ່ນພີ່ນ້ອງຂອງທ່ານ? ເພາະວ່າພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ຫນ້າບັນລັງແຫ່ງການພິພາກສາຂອງພຣະເຈົ້າ.
\v 11 ເພາະມີຂຽນໄວ້ວ່າ, "ອົງພຣະຜູ້ເປັນເຈົ້າກ່າວວ່າ, "ພວກເຮົາມີຊີວິດ," ຢູ່ເປັນເວລາດົນນານທຸກຄົນຈະຄຸເຂົ່າລົງກົ້ມຂາບເຮົາ, ແລະ ທຸກລີ້ນຈະສັນຣະເສີນພຣະເຈົ້າ.'"
\s5
\v 12 ສະນັ້ນ, ເຮົາແຕ່ລະຄົນຈະຕ້ອງລາຍງານເລື່ອງຂອງຕົວເອງຕໍ່ພຣະເຈົ້າ.
\v 13 ດ້ວຍເຫດນີ້, ຢ່າໃຫ້ພວກເຮົາຕັດສິນກັນ ແລະ ກັນອີກຕໍ່ໄປເລີຍ, ແຕ່ຈົ່ງຕັດສິນໃຈໃນສິ່ງນີ້, ວ່າຈະບໍ່ມີຜູ້ໃດວາງກ້ອນຫີນທີ່ຈະເຮັດໃຫ້ທ່ານສະດຸດ ຫລື ດັກໃຫ້ແກ່ພີ່ນ້ອງຂອງເຂົາເລີຍ.
\s5
\v 14 ຂ້ອຍຮູ້ແລະເຊື່ອໃນອົງພຣະເຢຊູຄຣິດເຈົ້າ ບໍ່ມີສິ່ງໃດທີ່ເປັນມົນທິນໃນຕົວເອງເລີຍ. ແຕ່ສຳລັບຄົນທີ່ຖືວ່າສິ່ງໃດສິ່ງ ຫນຶ່ງ ທີ່ບໍ່ສະອາດ ນັ້ນຈະເປັນສິ່ງທີ່ບໍ່ສະອາດ ສຳ ລັບລາວ.
\v 15 ຖ້າພີ່ນ້ອງຮູ້ສຶກທຸກໃຈເພາະອາຫານທີ່ທ່ານກິນນັ້ນ, ທ່ານກໍບໍ່ໄດ້ຍ່າງໃນຄວາມຮັກອີກຕໍ່ໄປ. ຢ່າທຳລາຍຄົນນັ້ນທີ່ພຣະຄຣິດເຈົ້າໄດ້ສິ້ນພຣະຊົນເພື່ອເຂົາດ້ວຍອາຫານທີ່ທ່ານກິນເລີຍ.
\s5
\v 16 ສະນັ້ນ, ຢ່າໃຫ້ການກະທຳທີ່ດີຂອງທ່ານເປັນເຫດໃຫ້ຄົນອື່ນເຍາະເຍີ້ຍພວກເຂົາເລີຍ.
\v 17 ເພາະວ່າອານາຈັກຂອງພຣະເຈົ້ານັ້ນບໍ່ແມ່ນການກິນ ແລະ ການດື່ມ, ແຕ່ເປັນຄວາມຊອບທັມ, ສັນຕິສຸກ, ແລະຄວາມຊື່ນຊົມຍິນດີໃນພຣະວິນຍານບໍຣິສຸດເຈົ້າ.
\s5
\v 18 ເພາະຄົນທີ່ຮັບໃຊ້ພຣະຄຣິດໃນລັກສະນະນີ້ ກໍເປັນທີ່ພໍພຣະທັຍ ພຣະເຈົ້າ ແລະເປັນທີ່ຍອມຮັບຂອງມະນຸດດ້ວຍ.
\v 19 ເຫດສະນັ້ນ, ໃຫ້ພວກເຮົາສະແຫວງຫາສິ່ງທີ່ຈະເຮັດໃຫ້ເກີດສັນຕິສຸກ ແລະ ສິ່ງທີ່ຈະເສີມສ້າງກັນ ແລະ ກັນຂຶ້ນ.
\s5
\v 20 ຢ່າທຳລາຍການງານຂອງພຣະເຈົ້າເພາະອາຫານເລີຍ. ທຸກຢ່າງບໍ່ມີທີ່ຕິຢ່າງແນ່ນອນ, ແຕ່ຖ້າຄົນນັ້ນກິນ ແລະ ເຮັດໃຫ້ຄົນອື່ນສະດຸດກໍເປັນສິ່ງທີ່ບໍ່ດີ.
\v 21 ເປັນການດີທີ່ຈະບໍ່ກິນຊີ້ນສັດ, ຫລືບໍ່ດື່ມເຫລົ້າອະງຸ່ນ, ຫລືສິ່ງໃດກໍຕາມທີ່ຈະເຮັດໃຫ້ພີ່ນ້ອງຮູ້ສຶກບໍ່ດີ.
\s5
\v 22 ຄວາມເຊື່ອໃນສິ່ງເຫລົ່ານີ້ທີ່ທ່ານມີ, ຈົ່ງຮັກສາໄວ້ໃຫ້ເປັນເລື່ອງລະຫວ່າງທ່ານກັບພຣະເຈົ້າ. ຄົນທີ່ບໍ່ຕຳນິຕິຕຽນຕົນເອງໃນສິ່ງທີ່ຕົນເຫັນດີກໍເປັນສຸກ.
\v 23 ຖ້າເຂົາກິນ, ກໍຈະຖືກກ່າວໂທດ. ເພາະເປັນສິ່ງທີ່ບໍ່ໄດ້ມາຈາກຄວາມເຊື່ອ ແລະສິ່ງໃດກໍຕາມທີ່ບໍ່ໄດ້ມາຈາກຄວາມເຊື່ອກໍເປັນຄວາມບາບ.
\s5
\c 15
\cl ບົດທີ 15
\p
\v 1 ບັດນີ້ ພວກເຮົາມີຄວາມເຊື່ອທີ່ເຂັ້ມແຂງ ຄວນຈະອົດທົນຕໍ່ຈຸດອ່ອນຂອງຄົນທີ່ອ່ອນແອ, ແລະບໍ່ຄວນເຮັດຫຍັງຕາມຄວາມພໍໃຈຂອງຕົວເອງ.
\v 2 ໃຫ້ເຮົາແຕ່ລະຄົນເຮັດໃຫ້ເພື່ອນບ້ານພໍໃຈເພື່ອຄວາມດີ, ຄືເປັນການເສີມສ້າງເຂົາຂື້ນ.
\s5
\v 3 ເພາະແມ່ນແຕ່ພຣະຄຣິດກໍຍັງບໍ່ຊົງເຮັດໃນສິ່ງທີ່ພຣະອົງພໍພຣະທັຍ. ແຕ່, ເປັນຕາມທີ່ມີຂຽນໄວ້ວ່າ, "ຄຳເວົ້າການໃສ່ຮ້າຍຂອງຄົນເຫລົ່ານັ້ນທີ່ດູຖູກພຣະອົງຕົກຢູ່ກັບຂ້າພຣະອົງ."
\v 4 ເພາະສິ່ງໃດກໍຕາມທີ່ໄດ້ຂຽນໄວ້ກ່ອນຫນ້ານີ້ ກໍຂຽນໄວ້ເພື່ອສັ່ງສອນພວກທ່ານ, ເພື່ອທີ່ວ່າພວກທ່ານຈະໄດ້ມີຄວາມເຊື່ອຫມັ້ນໂດຍຄວາມອົດທົນ ແລະໂດຍການຫນູນໃຈຈາກພຣະຄັມພີ.
\s5
\v 5 ບັດນີ້, ຂໍພຣະເຈົ້າຜູ້ປຣະທານຄວາມອົດທົນ ແລະ ການຫນູນໃຈ ປຣະທານຄວາມເປັນນ້ຳຫນຶ່ງໃຈດຽວກັນໃນພວກທ່ານທັງຫລາຍ ຕາມຢ່າງພຣະເຢຊູຄຣິດເຈົ້າ.
\v 6 ຂໍພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າທ່ານຈະໄດ້ສັນຣະເສີນພຣະເຈົ້າ ແລະ ພຣະບິດາເຈົ້າຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາດ້ວຍໃຈດຽວກັນ ແລະ ປາກດຽວກັນ.
\v 7 ດ້ວຍເຫດນີ້ ຈົ່ງຕ້ອນຮັບກັນ ແລະ ກັນ, ຄືກັນກັບທີ່ພຣະຄຣິດໄດ້ຊົງຕ້ອນຮັບທ່ານດ້ວຍ, ເພື່ອເປັນການສັນຣະເສີນພຣະເຈົ້າ.
\s5
\v 8 ເພາະຂ້າພຣະເຈົ້າເວົ້າວ່າ ພຣະຄຣິດໄດ້ຊົງເປັນຜູ້ຮັບໃຊ້ຂອງພວກທີ່ເຂົ້າພິທີຕັດ ເພື່ອເປັນຕົວແທນແຫ່ງຄວາມຈິງຂອງພຣະເຈົ້າ, ພຣະອົງຊົງເຮັດເຊັ່ນນີ້ເພື່ອທີ່ວ່າພຣະອົງຈະໄດ້ຊົງຢືນຢັນພຣະສັນຍາທີ່ໄດ້ປຣະທານໃຫ້ແກ່ບັນພະບຸຣຸດນັ້ນ,
\v 9 ແລະເພື່ອໃຫ້ບັນດາຄົນຕ່າງຊາດໄດ້ຖວາຍກຽດແດ່ພຣະເຈົ້າ ສຳລັບຄວາມເມດຕາຂອງພຣະອົງ. ຕາມທີ່ມີຂຽນໄວ້ວ່າ, “ດ້ວຍເຫດນີ້ ຂ້າພຣະອົງຈະສັນຣະເສີນພຣະອົງໃນບັນດາຄົນຕ່າງຊາດ ແລະ ຮ້ອງເພງສັນຣະເສີນພຣະນາມຂອງພຣະອົງ."
\s5
\v 10 ແລະມີຄຳກ່າວອີກວ່າ, “ບັນດາ, ຄົນຕ່າງຊາດທັງຫລາຍ, ຈົ່ງຊື່ນ​ຊົມຍິນດີກັບປະ​ຊາ​ຊົນຂອງພຣະອົງ.”
\v 11 ແລະຍັງ​ມີກ່າວອີກວ່າ, “ບັນ​ດາຄົນຕ່າງຊາດທັງຫມົດ ຈົ່ງສັນຣະເສີນອົງພຣະຜູ້ເປັນເຈົ້າ, ແລະ ໃຫ້ປະຊາຊົນທັງຫມົດຍົກ​ຍ້ອງພຣະອົງ."
\s5
\v 12 ແລະ, ເອຊາຢາ ກ່າວອີກວ່າ, "ຈະມີຮາກແຫ່ງ ເຢ​ຊີ, ແລະຜູ້​ທີ່ຈະຊົງລຸກຂຶ້ນ​ມາ​ປົກຄອງບັນ​ດາຄົນຕ່າງຊາດ. ຄົນຕ່າງຊາດທັງ​ປວງຈະມີຄວາມຫມັ້ນໃຈໃນພ​ຣະ​ອົງ."
\s5
\v 13 ບັດ​ນີ້ ຂໍພຣະເຈົ້າແຫ່ງຄວາມຫມັ້ນໃຈ ໂຜດເຕີມເຕັມທ່ານດ້ວຍຄວາມຊື່ນຊົມຍິນດີ ແລະ ສັນຕິສຸກທັງປວງໃນຄວາມເຊື່ອນັ້ນ, ເພື່ອທີ່ທ່ານຈະໄດ້ເຕັມປ່ຽມໃນຄວາມຫມັ້ນໃຈ, ໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ.
\s5
\v 14 ພີ່ນ້ອງທັງຫລາຍ. ຂ້າພຣະເຈົ້າເຊື່ອຫມັ້ນໃນທ່ານ, ຂ້າພຣະເຈົ້າເຊື່ອຫມັ້ນວ່າທ່ານກໍເຕັມປ່ຽມດ້ວຍຄວາມດີ, ແລະສົມບູນໄປດ້ວຍຄວາມຮູ້ທຸກຢ່າງ. ແລະຂ້າພຣະເຈົ້າເຊື່ອວ່າທ່ານຈະສາມາດເຕືອນສະຕິກັນ ແລະ ກັນໄດ້.
\s5
\v 15 ແຕ່ຂ້າພຣະເຈົ້າຂຽນເຖິງທ່ານດ້ວຍໃຈກ້າຫານກ່ຽວກັບບາງສິ່ງເພື່ອທີ່ຈະເຕືອນຄວາມຈຳຂອງທ່ານ, ເນື່ອງຈາກຂອງປຣະທານທີ່ພຣະເຈົ້າໄດ້ປຣະທານແກ່ຂ້າພຣະເຈົ້າ.
\v 16 ຂອງປຣະທານນີ້ຄືໃຫ້ຂ້າພຣະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າຕໍ່ຄົນຕ່າງຊາດ, ເພື່ອທີ່ຈະປະຕິບັດຫນ້າທີ່ ເປັນປະໂລຫິດໃນເລື່ອງຂ່າວປະເສີດຂອງພຣະເຈົ້າ. ຂ້າພຣະເຈົ້າຄວນເຮັດເຊັ່ນນີ້ເພື່ອທີ່ຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພໍພຣະທັຍ, ທີ່ມອບຖວາຍແດ່ພຣະເຈົ້າໂດຍພຣະວິນຍານບໍຣິສຸດເຈົ້າ.
\s5
\v 17 ດັ່ງນັ້ນ ຄວາມຍິນດີຂອງຂ້າພຣະເຈົ້າຢູ່ໃນພຣະເຢຊູຄຣິດເຈົ້າ ແລະ ໃນສີ່ງທີ່ກ່ຽວກັບພຣະເຈົ້າ.
\v 18 ເພາະວ່າຂ້າພຣະເຈົ້າບໍ່ກ້າກ່າວໃນສິ່ງໃດ ນອກຈາກສິ່ງທີ່ພຣະຄຣິດໄດ້ເຮັດໃຫ້ສຳເລັດຜ່ານທາງຂ້າພຣະເຈົ້າໃນເລື່ອງຄວາມເຊື່ອຂອງຄົນຕ່າງຊາດ. ນີ້ຄືສີ່ງທີ່ເກີດຂື້ນໄດ້ໂດຍຄຳສອນ ແລະ ການກະທຳ,
\v 19 ໂດຍຣິດເດດແຫ່ງຫມາຍສຳຄັນ ແລະການອັດສະຈັນ, ແລະໂດຍຣິດເດດແຫ່ງພຣະວິນຍານບໍຣິສຸດເຈົ້າ. ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ປະກາດຂ່າວປະເສີດຂອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ນະຄອນ ເຢຣູຊາເລັມ, ອ້ອມໄປໄກຮອດແຂວງ ອີລີຣິກົນ.
\s5
\v 20 ໂດຍການນີ້, ຄວາມປາຖນາຂອງຂ້າພຣະເຈົ້າຄື ການປະກາດຂ່າວປະເສີດ, ແຕ່ບໍ່ແມ່ນໃນບ່ອນທີ່ມີການອອກພຣະນາມຂອງພຣະຄຣິດເຈົ້າມາກ່ອນ, ເພື່ອທີ່ວ່າຂ້າພຣະເຈົ້າຈະໄດ້ບໍ່ກໍ່ຂຶ້ນເທິງຮາກຖານຂອງຄົນອື່ນ.
\v 21 ຕາມທີ່ມີຂຽນໄວ້ວ່າ: "ຄົນເຫລົ່ານັ້ນທີ່ບໍ່ເຄີຍມີໃຜບອກຂ່າວເລື່ອງພຣະອົງກໍຈະໄດ້ເຫັນພຣະອົງ, ແລະຄົນເຫລົ່ານັ້ນທີ່ຍັງບໍ່ໄດ້ຍິນກໍຈະເຂົ້າໃຈ."
\s5
\v 22 ດັ່ງນັ້ນ ຈຶ່ງມີເຫດຂັດຂວາງຂ້າພຣະເຈົ້າຫລາຍເທື່ອບໍ່ໃຫ້ມາຫາພວກທ່ານ.
\v 23 ແຕ່ບັດນີ້, ຂ້າພະເຈົ້າໄດ້ປະກາດໄປທົ່ວທຸກບ່ອນໃນແຜ່ນດິນເຫລົ່ານີ້ແລ້ວ, ແລະຂ້າພຣະເຈົ້າມີຄວາມປາຖນາເປັນເວລາຫລາຍປີແລ້ວທີ່ຈະມາຫາທ່ານ.
\s5
\v 24 ເມື່ອໃດກໍຕາມທີ່ຂ້າພຣະເຈົ້າໄປປະເທດສະເປນ, ຂ້າພຣະເຈົ້າຫວັງວ່າຈະມາຢ້ຽມຢາມຫາພວກທ່ານ, ເພື່ອໃຫ້ພວກທ່ານສົ່ງຂ້າພຣະເຈົ້າເດີນທາງຕໍ່ໄປ, ຫລັງຈາກທີ່ໄດ້ໃຊ້ເວລາອັນເບີກບານໃຈຢູ່ກັບພວກທ່ານເປັນເວລາຊົ່ວຄາວແລ້ວ.
\v 25 ແຕ່ຂະນະນີ້ ຂ້າພຣະເຈົ້າກຳລັງຈະເດີນທາງໄປທີ່ນະຄອນ ເຢຣູຊາເລັມເພື່ອຮັບໃຊ້ຜູ້ທີ່ເຊື່ອ.
\s5
\v 26 ເພາະບັນດາຜູ້ທີ່ເຊື່ອໃນແຂວງ ມາເກໂດເນັຽ ແລະ ແຂວງ ອະຂາຢາ ເຕັມໃຈທີ່ຈະຫາເງິນຈຳນວນຫນຶ່ງ ເພື່ອມອບໃຫ້ແກ່ຄົນທຸກຍາກໃນບັນດາຜູ້ທີ່ເຊື່ອໃນນະຄອນ ເຢຣູຊາເລັມ.
\v 27 ພວກເຂົາເຕັມໃຈທີ່ຈະເຮັດສິ່ງນີ້, ແລະ, ໃນຄວາມຈິງແລ້ວ, ພວກເຂົາເປັນຫນີ້ຜູ້ທີ່ເຊື່ອເຫລົ່ານັ້ນດ້ວຍ. ເພາະຖ້າຄົນຕ່າງຊາດໄດ້ມີສ່ວນຮ່ວມໃນຂອງປຣະທານຝ່າຍວິນຍານຈາກປະຊາຊົນຈາກຊາວເຢຣູຊາເລັມແລ້ວ ກໍເປັນການສົມຄວນທີ່ພວກເຂົາຈະໄດ້ຮັບໃຊ້ຊາວເຢຣູຊາເລັມໃນເລື່ອງສິ່ງຂອງທາງໂລກດ້ວຍ.
\s5
\v 28 ດັ່ງນັ້ນ, ເມື່ອຂ້າພຣະເຈົ້າຈັດການເລື່ອງນີ້ສຳເລັດແລ້ວ ແລະໄດ້ມອບຜົນແຫ່ງການສົມທົບເງິນໃຫ້ແກ່ພວກເຂົາແລ້ວ, ຂ້າພຣະເຈົ້າກໍຈະເດີນທາງຕໍ່ໄປທີ່ປະເທດສະເປນໂດຍການແວ່ຢ້ຽມຢາມທ່ານລະຫວ່າງທາງ.
\v 29 ຂ້າພຣະເຈົ້າຮູ້ວ່າ ເມື່ອຂ້າພຣະເຈົ້າມາຫາທ່ານນັ້ນ ຂ້າພຣະເຈົ້າຈະມາພ້ອມກັບພຣະພອນຢ່າງເຕັມທີ່ຂອງພຣະຄຣິດ.
\s5
\v 30 ບັດນີ້, ພີ່ນ້ອງທັງຫລາຍ, ໂດຍພຣະເຢຊູຄຣິດເຈົ້າພຣະຜູ້ເປັນເຈົ້າຂອງພວກເຮົາ, ແລະໂດຍຄວາມຮັກຂອງພຣະວິນຍານບໍຣິສຸດເຈົ້າ, ຂ້າພຣະເຈົ້າຂໍອ້ອນວອນທ່ານໃຫ້ຮ່ວມອະທິຖານກັບຂ້າພຣະເຈົ້າ. ຕໍ່ພຣະເຈົ້າດ້ວຍໃຈຕັ້ງຫມັ້ນເພື່ອຂ້າພຣະເຈົ້າ.
\v 31 ຂໍອະທິຖານເພື່ອທີ່ຂ້າພຣະເຈົ້າຈະໄດ້ຮັບການຊ່ວຍກູ້ຈາກຄົນເຫລົ່ານັ້ນທີ່ບໍ່ເຊື່ອໃນແຂວງ ຢູດາຍ, ແລະເພື່ອໃຫ້ການຮັບໃຊ້ຂອງຂ້າພຣະເຈົ້າສຳລັບນະຄອນ ເຢຣູຊາເລັມເປັນທີ່ພໍໃຈຂອງຜູ້ທີ່ເຊື່ອ.
\v 32 ແລະຈົ່ງອະທິຖານເພື່ອໃຫ້ຂ້າພຣະເຈົ້າໄດ້ມາຫາທ່ານຕາມພຣະປະສົງຂອງພຣະເຈົ້າດ້ວຍຊື່ນຊົມຍິນດີ, ແລະຂ້າພຣະເຈົ້າຈະໄດ້ພັກຜ່ອນຮ່ວມກັນກັບພວກທ່ານ.
\s5
\v 33 ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກສະຖິດຢູ່ກັບທ່ານທັງຫລາຍທຸກຄົນ. ອາແມນ.
\s5
\c 16
\cl ບົດທີ 16
\p
\v 1 ຂ້າພຣະເຈົ້າຂໍຝາກນ້ອງສາວຂອງຂ້າພຣະເຈົ້າໄວ້ກັບພວກທ່ານຄືນາງ ຟອຍເບ, ທີ່ເປັນຜູ້ຮັບໃຊ້ໃນຄຣິສຕະຈັກເມືອງ ເກັນເຂໄອ,
\v 2 ເພື່ອໃຫ້ທ່ານໄດ້ຕ້ອນຮັບນາງໃນອົງພຣະຜູ້ເປັນເຈົ້າ. ກະຣຸນາຕ້ອນຮັບນາງຕາມທີ່ເຫມາະສົມທີ່ຜູ້ເຊື່ອຈະເຮັດ, ແລະກະຣຸນາເບິ່ງແຍງຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການໃຫ້ທ່ານຊ່ວຍ. ເພາະໂຕນາງເອງກໍໄດ້ຊ່ວຍເຫລືອຜູ້ຄົນຫລວງຫລາຍ, ລວມທັງຂ້າພຣະເຈົ້າດ້ວຍ.
\s5
\v 3 ຂໍຝາກທັກທາຍນາງ ປີຊະກີລາ ແລະ ທ່ານ ອາກີລາ ຜູ້ຮ່ວມງານກັບຂ້າພຣະເຈົ້າໃນພຣະເຢຊູຄຣິດເຈົ້າ,
\v 4 ເຊິ່ງໄດ້ສ່ຽງຊີວິດຂອງຕົນເອງເພື່ອຊ່ວຍຊີວິດຂອງຂ້າພຣະເຈົ້າ. ຂ້າພຣະເຈົ້າຂໍຂອບໃຈພວກເຂົາທັງສອງ, ແລະບໍ່ພຽງແຕ່ຂ້າພຣະເຈົ້າຄົນດຽວ, ແຕ່ລວມເຖິງຄຣິສຕະຈັກທຸກແຫ່ງຂອງຄົນຕ່າງຊາດດ້ວຍ.
\v 5 ແລະຂໍຝາກທັກທາຍຄຣິສຕະຈັກທີ່ຢູ່ໃນເຮືອນຂອງພວກເຂົາດ້ວຍ. ຂໍຝາກທັກທາຍທ່ານ ເອປາຍເນດ ເພື່ອນທີ່ຮັກຂອງຂ້າພຣະເຈົ້າ. ຜູ້ເປັນຄົນທຳອິດທີ່ເຂົ້າມາເຊື່ອໃນພຣະຄຣິດໃນແຂວງ ເອເຊັຽ.
\s5
\v 6 ຂໍຝາກທັກທາຍນາງ ມາຣີ, ຜູ້ທີ່ໄດ້ເຮັດວຽກຫນັກເພື່ອທ່ານທັງຫລາຍ.
\v 7 ຂໍຝາກທັກທາຍທ່ານ ອັນດາໂລນິໂກ ກັບ ນາງ ຢູເນັຽ, ຜູ້ທີ່ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ, ແລະເຄີຍຖືກຈັບກຸມຮ່ວມກັບຂ້າພຣະເຈົ້າ. ພວກເຂົາເປັນທີ່ຮູ້ຈັກກັນດີໃນບັນດາອັກຄະສາວົກ. ອີກທັງໄດ້ຢູ່ໃນພຣະຄຣິດກ່ອນຂ້າພຣະເຈົ້າດ້ວຍ.
\v 8 ຂໍຝາກທັກທາຍທ່ານ ອຳເປັຽ ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າໃນອົງພຣະຜູ້ເປັນເຈົ້າ.
\s5
\v 9 ຂໍຝາກທັກທາຍທ່ານ ອູຣະບານ, ຜູ້ຮ່ວມງານກັບພວກເຮົາໃນພຣະຄຣິດ, ແລະ ທ່ານ ຊະຕາຂີ, ຜູ້ເປັນທີ່ຮັກຂອງຂ້າພຣະເຈົ້າ.
\v 10 ຂໍຝາກທັກທາຍທ່ານ ອະເປເລ, ຜູ້ເປັນທີ່ພໍພຣະທັຍໃນພຣະຄຣິດ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ອາຣິສະໂຕບູໂລ.
\v 11 ຂໍຝາກທັກທາຍທ່ານ ເຮໂຣດີໂອນ, ຜູ້ເປັນຍາດພີ່ນ້ອງຂອງຂ້າພຣະເຈົ້າ. ຂໍຝາກທັກທາຍຄົນໃນຄອບຄົວຂອງທ່ານ ນາຣະກິດ, ຜູ້ຢູ່ໃນອົງພຣະຜູ້ເປັນເຈົ້າ.
\s5
\v 12 ຂໍ ຝາກທັກທາຍຕີຝາຍນາ ແລະ ທີໂຟຊາ, ຜູ້ເຮັດວຽກຫນັກ ໃນອົງພຣະຜູ້ເປັນເຈົ້າ. ຂໍຝາກທັກທາຍເປຊີດາທີ່ຮັກ, ຜູ້ທີ່ໄດ້ເຮັດວຽກຫລວງຫລາຍໃນອົງພຣະຜູ້ເປັນເຈົ້າ.
\v 13 ຂໍຝາກທັກທາຍ ຣູໂຟ, ຜູ້ທີ່ຊົງເລືອກໄວ້ໃນອົງພຣະຜູ້ເປັນເຈົ້າ, ແລະມານດາຂອງລາວເຊິ່ງເປັນມານດາຂອງຂ້າພຣະເຈົ້າດ້ວຍ.
\v 14 ຂໍຝາກທັກທາຍອາຊິນກຣິດ, ຟະເລໂກນ, ເຮຣະມີ, ປະໂຕບາ, ເຮຣະມາ, ແລະພີ່ນ້ອງທັງຫລາຍທີ່ຢູ່ກັບພວກເຂົາ.
\s5
\v 15 ຂໍຝາກທັກທາຍກັບ ຟິໂລໂລກ ແລະ ຢູລີອາ, ເນເຣ ແລະ ນ້ອງສາວຂອງເຂົາ, ແລະ ໂອລິມປາ, ກັບຜູ້ທີ່ເຊື່ອທຸກຄົນທີ່ຢູ່ກັບພວກເຂົາ.
\v 16 ຈົ່ງທັກທາຍເຊິ່ງກັນ ແລະ ກັນດ້ວຍປະເພນີການຈູບອັນບໍຣິສຸດ, ຄຣິສຕະຈັກທຸກໆແຫ່ງຂອງພຣະຄຣິດຝາກທັກທາຍມາຫາພວກທ່ານດ້ວຍ.
\s5
\v 17 ພີ່ນ້ອງທັງຫລາຍ, ຂ້າພຣະເຈົ້າຂໍຮ້ອງທ່ານ, ໃຫ້ລະວັງຄົນເຫລົ່ານັ້ນທີ່ສ້າງຄວາມແບ່ງແຍກ ແລະເຮັດໃຫ້ຄົນອື່ນສະດຸດ. ພວກເຂົາຫລົງຜິດໄປຈາກຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ. ຈົ່ງປິ່ນຫນ້າຫນີຈາກຄົນເຫຼົ່ານັ້ນ.
\v 18 ເພາະວ່າຄົນແບບນັ້ນບໍ່ໄດ້ຮັບໃຊ້ພຣະຄຣິດອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ແຕ່ຮັບໃຊ້ປາກທ້ອງຂອງໂຕເອງ. ແລະໄດ້ລໍ້ລວງຫົວໃຈຂອງຜູ້ບໍຣິສຸດດ້ວຍຖ້ອຍຄຳທີ່ຫນ້າຟັງ ແລະປະຈົບປະແຈງ.
\s5
\v 19 ເພາະວ່າຕົວຢ່າງແຫ່ງການເຊື່ອຟັງຂອງພວກທ່ານ. ໄດ້ແຜ່ຂະຫຍາຍ, ໄປທົ່ວ, ທຸກຄົນແລ້ວ, ດັ່ງນັ້ນຂ້າພຣະເຈົ້າຈຶ່ງມີຄວາມຊື່ນຊົມຍິນດີເພາະທ່ານ ແຕ່ຂ້າພຣະເຈົ້າຢາກໃຫ້ທ່ານສະຫລາດໃນການດີ, ແລະໂງ່ໃນການຊົ່ວ.
\v 20 ອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຈະຊົງທຳ ລາຍຊາຕານຢູ່ໃຕ້ຕີນຂອງພວກທ່ານ. ຂໍພຣະຄຸນແຫ່ງພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາສະຖິດຢູ່ກັບທ່ານເຖີດ.
\s5
\v 21 ຕີໂມທຽວ, ຜູ້ຮ່ວມງານກັບຂ້າພຣະເຈົ້າ, ລູກີໂອຢາໂຊນ, ແລະໂຊຊິປາໂທ, ຜູ້ເປັນພີ່ນ້ອງຂອງຂ້າພຣະເຈົ້າຝາກທັກທາຍທ່ານທັງຫລາຍດ້ວຍ.
\v 22 ຂ້າພຣະເຈົ້າ, ເຕຣະຕຽວ, ຜູ້ຂຽນຈົດຫມາຍນີ້ຕາມຄຳ ເວົ້າ, ຂໍທັກທາຍມາຍັງທ່ານທັງຫລາຍໃນອົງພຣະຜູ້ເປັນເຈົ້າດ້ວຍ.
\s5
\v 23 ໄຄໂຢ, ເຈົ້າຂອງເຮືອນຜູ້ເບິ່ງແຍງຂ້າພຣະເຈົ້າ ແລະ ເປັນຜູ້ເບີ່ງແຍງຄຣິສຕະຈັກທັງຫມົດ, ຝາກທັກທາຍທ່ານ, ເອຣາຊະໂຕ, ນາຍຄັງປະຈຳເມືອງ, ແລະ ກູອາໂຕເຊິ່ງເປັນພີ່ນ້ອງຂອງພວກຂ້າພຣະເຈົ້າ. ຝາກທັກທາຍພວກທ່ານດ້ວຍ
\v 24 "ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າຂອງພວກເຮົາສະຖິດຢູ່ກັບພວກທ່ານທຸກໆຄົນ. ອາແມນ."
\s5
\v 25 ບັດນີ້ ຈົ່ງຖວາຍກຽດແດ່ພຣະອົງຜູ້ຊົງທີ່ສາມາດໃຫ້ທ່ານທັງຫລາຍຕັ້ງຫມັ້ນຄົງຕາມຂ່າວປະເສີດ ເຊິ່ງຂ້າພຣະເຈົ້າໄດ້ປະກາດ ແລະ ຄຳສອນຂອງພຣະເຢຊູຄຣິດເຈົ້າ, ຕາມການຊົງເປີດເຜີຍຂໍ້ລ້ຳເລິກເຊິ່ງໄດ້ປິດໄວ້ເປັນຄວາມລັບໄວ້ຕັ້ງແຕ່ສະໄຫມບູຮານ,
\v 26 ແຕ່ບັດນີ້ມັນໄດ້ຊົງເປີດເຜີຍ, ແລະເຮັດໃຫ້ເຫັນຢ່າງຈະແຈ້ງໂດຍຂໍ້ພຣະຄັມພີເຊິ່ງຂຽນໄວ້ໂດຍບັນດາຜູ້ທຳນວາຍ, ຕາມພຣະບັນຊາຂອງພຣະເຈົ້າຜູ້ຊົງດຳຣົງເປັນນິດ, ເພື່ອໃຫ້ບັນດາຄົນຕ່າງຊາດທັງຫມົດປະຕິບັດຕາມຄວາມເຊື່ອນັ້ນ.
\s5
\v 27 ໂດຍພຣະເຢຊູຄຣິດເຈົ້າ, ຂໍພຣະສິຣິຈົ່ງມີແດ່ພຣະເຈົ້າ, ຜູ້ຊົງເປັນຣັດສະຫມີແຕ່ອົງດຽວສືບໄປເປັນນິດ. ອາເມນ.