lo_ulb/43-LUK.usfm

2210 lines
400 KiB
Plaintext
Raw Permalink Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id LUK
\ide UTF-8
\h ລູກາ
\toc1 ລູກາ
\toc2 ລູກາ
\toc3 luk
\mt ລູກາ
\s5
\c 1
\cl ບົດທີ 1
\p
\v 1 ມີຫລາຍຄົນພະຍາຍາມຮຽບ­ຮຽງເລື່ອງເຫດການຕ່າງໆ ທີ່ເກີດຂື້ນທ່າມກາງພວກເຮົາ,
\v 2 ເມື່ອພວກເຂົາໄດ້ມອບສິ່ງເຫລົ່ານີ້ໃຫ້ແກ່ເຮົາ, ຊຶ່ງເປັນຜູ້ທີ່ເປັນພະຍານດ້ວຍຕາ ແລະ ຜູ້ຮັບໃຊ້ສຳຄັນມາຕັ້ງແຕ່ຕົ້ນ.
\v 3 ສຳລັບຕົວຂ້າພະເຈົ້າເອງເຫັນວ່າເປັນການດີ - ທີ່ຈະໄດ້ມີການສືບສວນ ເຫດການທຸກຢ່າງທີ່ມີມາແຕ່ຕົ້ນຢ່າງຖືກຕ້ອງ - ເພື່ອທີ່ຈະໄດ້ຂຽນເລື່ອງລາວໄດ້ຢ່າງເປັນລະບຽບເພື່ອທ່ານ, ຢ່າງດີທີ່ສຸດໃຫ້ທ່ານເທ­ໂອ­ຟີ­ໂລ.
\v 4 ເພື່ອວ່າທ່ານຈະໄດ້ຮູ້ຄວາມຈິງກ່ຽວກັບເລື່ອງເຫລົ່າ­ນັ້ນ ສິ່ງທີ່ທ່ານໄດ້ຮັບການສອນ.
\s5
\v 5 ໃນຣາ­ຊະ­ການຂອງເຮ­ໂຣດ, ກະ­ສັດເມືອງຢູ­ດາຍ, ມີປະ­ໂຣ­ຫິດຕົນຫນຶ່ງຊື່ເຊ­ກາ­ຣີ­ຢາ, ຈາກກອງອາ­ບີ­ຢາ. ພັນຣະຍາຂອງເຊກາ­ຣີຢາ ຈາກລູກສາວຂອງອາ­ໂຣນ, ແລະ ນາງຊື່­ເອ­ລີ­ຊາ­ເບັດ.
\v 6 ພວກເຂົາທັງສອງເປັນຄົນຊອບທັມຕໍ່ພຣະ­ພັກພຣະ­ເຈົ້າ, ທັງສອງເຊື່ອຟັງຕາມຄຳສັ່ງ ແລະ ຂໍ້ບັນ­ຍັດທຸກຂໍ້ຂອງອົງພຣະ­ຜູ້­ເປັນເຈົ້າ.
\v 7 ແຕ່ພວກເຂົາບໍ່ມີລູກ, ເພາະເອ­ລີ­ຊາ­ເບັດເປັນຍິງຫມັນ, ແລະ ເຂົາທັງສອງກໍແກ່ຊະ­ຣາຫລາຍແລ້ວໃນເວລານັ້ນ.
\s5
\v 8 ເມື່ອເຖິງຜຽນທີ່ເຊ­ກາ­ຣີ­ຢາຕ້ອງປະ­ຕິ­ບັດຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເຊິ່ງເປັນການປະຕິບັດຫນ້າທີ່ເປັນປະ­ໂຣຫິດຕາມຄວາມຮັບຜິດຊອບຂອງເພິ່ນ.
\v 9 ຕາມທຳນຽມຂອງການເລືອກປະໂຣຫິດໃນການປະຕິບັດຮັບໃຊ້, ທ່ານຖືກເລືອກດ້ວຍການຈົກສະຫລາກ ໃຫ້ເຂົ້າໄປໃນພຣະວິຫານຂອງອົງພຣະ­ຜູ້­ເປັນ­ເຈົ້າເພື່ອເຜົາເຄື່ອງຫອມບູ­ຊາ.
\v 10 ສ່ວນພົນ­ລະ­ເມືອງທັງຫມົດກໍໄຫວ້ວອນຢູ່ຂ້າງນອກໃນເວລາເຜົາເຄື່ອງຫອມນັ້ນ.
\s5
\v 11 ເວລານັ້ນມີເທ­ວະ­ດາຕົນຫນຶ່ງຂອງອົງພຣະ­ຜູ້­ເປັນເຈົ້າໄດ້ມາປະ­ກົດແກ່ເພິ່ນ ແລະ ຢືນຢູ່ເບື້ອງຂວາມືຂອງແທ່ນເຜົາເຄື່ອງຫອມບູ­ຊານັ້ນ.
\v 12 ເມື່ອເຊກາ­ຣີ­ຢາໄດ້ເຫັນເພິ່ນ, ກໍຕົກ­ໃຈແລະ ຮູ້ສຶກຢ້ານເທວະດາຕົນນັ້ນ.
\v 13 ແຕ່ເທ­ວະ­ດາຕົນນັ້ນໄດ້ບອກກັບເພິ່ນວ່າ, “ຢ່າຊູ່ຢ້ານ, ເຊກາ­ຣີ­ຢາເອີຍ, ເພາະພຣະເຈົ້າຟັງຄຳອ້ອນ­ວອນຂອງທ່ານແລ້ວ. ນາງເອລີ­ຊາ­ເບັດ ພັນຣະຍາຂອງທ່ານຈະປະ­ສູດບຸດຊາຍໃຫ້ທ່ານຄົນຫນຶ່ງ, ແລ້ວທ່ານຈົ່ງໃສ່ຊື່ບຸດນັ້ນວ່າ ໂຢ­ຮັນ.
\s5
\v 14 ທ່ານຈະມີຄວາມຊົມ­ຊື່ນຍິນ­ດີ, ແລະ ມີຄວາມສຸກ ແລະ ມີຄົນຈຳນວນຫລາຍຈະຊື່ນຊົມຍິນ­ດີເພາະການກຳເນີດຂອງເພິ່ນ.
\v 15 ເພາະ­ວ່າບຸດນັ້ນຈະໄດ້ເປັນໃຫຍ່ຕໍ່ພຣະ­ພັກຂອງອົງພຣະ­ຜູ້­ເປັນເຈົ້າ. ເພິ່ນຈະບໍ່ດື່ມເຫລົ້າແວງ ຫລື ເຫລົ້າປຸກຢ່າງ­ໃດ, ແລະ ເພິ່ນຈະເຕັມໄປດ້ວຍພຣະວິນຍານ­ບໍ­ຣິ­ສຸດຕັ້ງ­ແຕ່ມາຈາກທ້ອງຂອງມານດາ.
\s5
\v 16 ມີປະຊາຊົນອິ­ສຣາ­ເອນຫລາຍຄົນ ຈະກັບຄືນມາຫາພຣະຜູ້­ເປັນ­ເຈົ້າຂອງພວກເຂົາ.
\v 17 ເພິ່ນຈະອອກກ່ອນຫນ້າພຣະ­ອົງໂດຍພຣະວິນຍານ ແລະ ຣິດ­ເດດຂອງເອ­ລີ­ຢາ. ເພິ່ນຈະໃຫ້ບັນ­ດາພໍ່ກັບຄືນດີກັບລູກ ແລະເພື່ອໃຫ້ບັນ­ດາຄົນທີ່ດື້ດ້ານຈະເດີນໃນສະຕິປັນ­ຍາຂອງຄົນຊອບທັມ - ເພື່ອຈັດຕຽມພົນ­ລະ­ເມືອງໄວ້ພ້ອມສຳ­ລັບອົງພຣະ­ຜູ້ເປັນ­ເຈົ້າ.”
\s5
\v 18 เຊກາ­ຣີ­ຢາໄດ້ທູນຕໍ່ເທ­ວະ­ດາຕົນນັ້ນວ່າ, “ຂ້ານ້ອຍຈະຮູ້ເຫດການນີ້ໄດ້ຢ່າງ­ໃດ? ເພາະຂ້ານ້ອຍກໍເຖົ້າແລ້ວ ແລະ ພັນຣະຍາຂອງຂ້ານ້ອຍກໍເຖົ້າແກ່ຫລາຍແລ້ວເຊັ່ນກັນ.”
\v 19 ຝ່າຍເທວະ­ດາຕົນນັ້ນຈິ່ງຕອບ ແລະ ກ່າວກັບເພິ່ນວ່າ, “ເຮົາແມ່ນຄັບ­ຣີ­ເອນ, ຊຶ່ງຢືນຢູ່ຕໍ່ພຣະ­ພັກພຣະເຈົ້າ. ເຮົາຖືກໃຊ້ມາເພື່ອບອກທ່ານ, ເຖິງຂ່າວດີນີ້.
\v 20 ເບິ່ງແມ! ທ່ານຈະເປັນຄົນໃບ້, ປາກບໍ່ໄດ້, ຈົນເຖິງວັນທີ່ເຫດການເຫລົ່າ­ນັ້ນຈະເກີດຂຶ້ນ ເພາະທ່ານບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາ, ທີ່ຈະສຳ­ເລັດຕາມກຳ­ນົດເວລາທີ່ຖືກຕ້ອງນັ້ນ.”
\s5
\v 21 ປະຊາຊົນກຳລັງລໍຄອຍຖ້າເຊ­ກາ­ຣີ­ຢາ. ພວກເຂົາໄດ້ປະ­ຫລາດໃຈ ເພາະເພິ່ນໄດ້ໃຊ້ເວລາຢູ່ໃນພຣະ­ວິ­ຫານເປັນເວລານານ.
\v 22 ແຕ່ເມື່ອເຊກາຣີຢາອອກມາ, ເພິ່ນບໍ່ສາມາດເວົ້ານຳພວກເຂົາໄດ້. ພວກເຂົາຈິ່ງສັງ­ເກດຮູ້ວ່າເພິ່ນໄດ້ເຫັນນິ­ມິດໃນຂະນະທີ່ ເພິ່ນຢູ່ໃນພຣະ­ວິ­ຫານນັ້ນ. ເພິ່ນໄດ້ສະແດງທ່າທີພາ­ສາໃບ້ຕໍ່ພວກເຂົາ ແລະ ຍັງຄົງມິດງຽບຢູ່.
\v 23 ຈົນເຖິງຫມົດເວລາບົວຣະບັດຂອງເພິ່ນ ແລ້ວເພິ່ນຈິ່ງໄດ້ກັບໄປບ້ານຂອງຕົນ.
\s5
\v 24 ຫລັງຈາກວັນນັ້ນ, ເອ­ລີ­ຊາ­ເບັດພັນຣະຍາຂອງເພິ່ນກໍມີທ້ອງ ແລະນາງຈິ່ງໄປລີ້ຕົວຢູ່ເປັນເວລາຫ້າເດືອນ. ນາງໄດ້ເວົ້າວ່າ,
\v 25 “ນີ້ເປັນສິ່ງທີ່ພຣະເຈົ້າໄດ້ຊົງເຮັດແກ່ຂ້າ­ນ້ອຍ ເມື່ອຊົງເບິ່ງຂ້ານ້ອຍດ້ວຍຄວາມຊື່ນຊົມ ເພື່ອຊົງຍົກຄວາມອັບອາຍຂອງຂ້ານ້ອຍ ຕໍ່ຫນ້າຄົນທັງຫລາຍອອກໄປເສຍ.”
\s5
\v 26 ໃນເດືອນທີຫົກ, ພຣະ­ເຈົ້າໄດ້ສົ່ງເທ­ວະດາຄັບ­ຣີເອນຂອງພຣະອົງ ມາຍັງເມືອງຫນຶ່ງໃນແຂວງຄາ­ລີ­ເລຊື່ ນາ­ຊາເ­ຣັດ,
\v 27 ມາຫາຍິງພົມ­ມະ­ຈາ­ຣີຄົນຫນຶ່ງ ຊຶ່ງເປັນຄູ່ຫມັ້ນຂອງຊາຍຄົນຫນຶ່ງຊື່ໂຢເຊັບ. ຜູ້ທີ່ເປັນເຊື້ອ­ສາຍຂອງກະ­ສັດດາ­ວິດ, ແລະ ຍິງພົມມະຈາຣີນາງນັ້ນຊື່ ມາ­ຣີ­ອາ.
\v 28 ເມື່ອເທ­ວະ­ດາມາເຖິງນາງ ແລະ ໄດ້ເວົ້າວ່າ, “ສັນຕິສຸກຈົ່ງມີແກ່ເຈົ້າ! ເຈົ້າຜູ້ທີ່ຊົງໂຜດກະຣຸນາຈາກເບື້ອງເທິງ! ຂໍພຣະ­ຜູ້­ເປັນ­ເຈົ້າຊົງສະ­ຖິດຢູ່ກັບເຈົ້າ.”
\v 29 ແຕ່ນາງຕົກໃຈກັບຖ້ອຍຄຳຂອງເທວະດາ ແລະ ນຶກສົງໃສວ່າຄຳທັກທາຍນີ້ຈະຫມາຍຄວາມວ່າຢ່າງໃດ.
\s5
\v 30 ທ­ູດສະຫວັນໄດ້ກ່າວກັບນາງວ່າ, “ຢ່າຊູ່ຢ້ານເລີຍ, ມາຣີອາ, ເພາະ­ວ່າເຈົ້າເປັນທີ່ຊົງພໍພຣະ­ທັຍຈາກອົງພຣະຜູ້ເປັນເຈົ້າແລ້ວ.
\v 31 ເບິ່ງແມ, ເຈົ້າຈະຖືພາ ແລະ ປະ­ສູດບຸດຊາຍ. ຈົ່ງຕັ້ງຊື່ບຸດນັ້ນວ່າ 'ເຢຊູ'.
\v 32 ບຸດນັ້ນຈະໄດ້ເປັນໃຫຍ່ແລະ ໄດ້ຊົງເອີ້ນວ່າພຣະບຸດຂອງຜູ້ສູງສຸດ. ອົງພຣະ­ຜູ້­ເປັນ­ເຈົ້າຈະຊົງປະ­ທານພຣະ­ບັນລັງແຫ່ງກະສັດດາວິດ ຜູ້ເປັນບັນ­ພະ­ບຸ­ຣຸດຂອງເພິ່ນ.
\v 33 ພຣະອົງຈະປົກຄອງເຫນືອເຊື້ອ­ສາຍຂອງຢາໂຄບສືບໄປ, ແລະ ຣາ­ຊະອາ­ນາ­ຈັກຂອງພຣະອົງຈະບໍ່ມີທີ່ສິ້ນສຸດ.”
\s5
\v 34 ຝ່າຍມາ­ຣີ­ອາຈິ່ງທູນຕໍ່ທ­­ູດສະຫວັນນັ້ນວ່າ, “ເຫດ­ການນີ້ຈະເກີດເປັນໄປໄດ້ຢ່າງ­ໃດ, ເພາະຂ້ານ້ອຍຍັງບໍ່ທັນໄດ້ຢູ່ຮ່ວມຫລັບນອນກັບຊາຍໃດເລີຍ?”
\v 35 ທ­ູ­ດສະຫວັັນໄດ້ຕອບນາງວ່າ, “ພຣະ­ວິນ­ຍານ­ບໍ­ຣິ­ສຸດຈະສະເດັດລົງມາເທິງເຈົ້າ ແລະ ຣິດ­ເດດຂອງຜູ້ສູງສຸດຈະປົກຄຸມເຈົ້າໄວ້. ດັ່ງນັ້ນ ອົງບໍຣິສຸດທີ່ຈະເກີດມາ ຈະຖືກເອີ້ນວ່າເປັນ ພຣະບຸດຂອງພຣະ­ເຈົ້າ.
\s5
\v 36 ເບິ່ງແມ, ນາງເອ­ລີ­ຊາ­ເບັດພີ່­ນ້ອງຂອງເຈົ້າກໍຍັງຖືພາບຸດຊາຍເຫມືອນກັນ ໃນເວລາທີ່ລາວມີອາຍຸແກ່ຊະຣາແລ້ວ. ນີ້ແມ່ນເດືອນທີຫົກແລ້ວ, ຊຶ່ງນາງເຄີຍຖືກເອີ້ນວ່າເປັນຍິງຫມັນ.
\v 37 ເພາະ­ວ່າບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພຣະ­ເຈົ້າ.”
\v 38 ມາຣີອາກ່າວວ່າ, “ຂ້ານ້ອຍເປັນຂ້ອຍຍິງຮັບໃຊ້ຂອງອົງພຣະ­ຜູ້­ເປັນ­ເຈົ້າ. ຂໍໃຫ້ສິ່ງເຫລົ່ານີ້ບັງເກີດແກ່ຂ້ານ້ອຍຕາມຄຳຂອງທ່ານເທີ້ນ!” ແລ້ວທ­ູດສະຫວັນຕົນນັ້ນກໍໄດ້ຈາກນາງໄປ.
\s5
\v 39 ຈາກນັ້ນມາ­ຣີອາໄດ້ລຸກ­ຂຶ້ນ ແລ້ວຮີບໄປຍັງເຂດພູ­ເຂົາໂດຍໄວ, ເຖິງເມືອງຫນຶ່ງໃນແຂວງຢູ­ດາຍ.
\v 40 ນາງໄດ້ເຂົ້າໄປໃນເຮືອນຂອງເຊກາ­ຣີ­ຢາ ແລະ ໄດ້ກ່າວຄຳທັກທາຍນາງເອ­ລີ­ຊາ­ເບັດ.
\v 41 ຕອນນີ້ທີ່ນາງ ເອລີຊາເບັດໄດ້ຍິນຄຳທັກທາຍຂອງນາງມາຣີອາ, ບຸດໃນທ້ອງຂອງຕົນກໍດີ້ນ, ແລະ ເອ­ລີຊາ­ເບັດກໍເຕັມໄປດ້ວຍພຣະ­ວິນ­ຍານ­ບໍ­ລິ­ສຸດ.
\s5
\v 42 ນາງຈິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ, “ພຣະພອນເປັນຂອງທ່ານໃນທ່າມກາງບັນດາພວກຜູ້­ຍິງທັງປວງ, ແລະ ພຣະພອນກໍແມ່ນລູກໃນທ້ອງທ່ານ.
\v 43 ເຫດສັນ­ໃດຂ້ານ້ອຍຈິ່ງໄດ້ຮັບຄວາມເມດຕາຢ່າງນີ້ ຄືມານດາຂອງອົງພຣະຜູ້ເປັນ­ເຈົ້າຂອງຂ້ານ້ອຍໄດ້ມາຫາຂ້າ­ນ້ອຍ?
\v 44 ເບິ່ງແມ, ພໍສຽງທັກທາຍຂອງນາງເຂົ້າຫູຂ້າ­ນ້ອຍ, ລູກໃນທ້ອງຂອງຂ້າ­ນ້ອຍໄດ້ດີ້ນດ້ວຍຄວາມຍິນ­ດີ.
\v 45 ພຣະພອນແມ່ນເປັນຂອງຜູ້ທີ່ເຊື່ອວ່າສິ່ງເຫລົ່ານີ້ ຈະສຳ­ເລັດຕາມທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ບອກກັບນາງ.”
\s5
\v 46 ມາ­ຣີອາກໍໄດ້ກ່າວວ່າ, "ຈິດໃຈຂອງຂ້ານ້ອຍສັນຣະເສີນຍ້ອງຍໍອົງພຣະ­ຜູ້­ເປັນ­ເຈົ້າ,
\v 47 ແລະ ຈິດວິນຍານຂອງຂ້ານ້ອຍກໍເກີດຄວາມຊື່ນຊົມຍິນດີ ໃນພຣະ­ເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ."
\s5
\v 48 ເພາະພຣະອົງຊົງທອດພຣະເນດ ຖານະອັນຕ່ຳຕ້ອຍຂອງຍິງຜູ້ຮັບໃຊ້ຂອງພຣະອົງ. ເບິ່ງແມ, ຈາກນີ້ເປັນຕົ້ນໄປຄົນທຸກສະໄຫມຈະເອີ້ນຂ້ານ້ອຍວ່າຜູ້ໄດ້ຮັບພຣະພອນ.
\v 49 ເພາະວ່າຜູ້ຊົງຣິດໄດ້ຊົງກະທຳການອັນຍິ່ງໃຫຍ່ແກ່ຂ້າພຣະເຈົ້າ, ແລະພຣະນາມຂອງພຣະອົງກໍບໍຣິສຸດສັກສິດ.
\s5
\v 50 ພຣະເມດຕາຂອງພຣະອົງເຈົ້າຫລັ່ງໄຫລສູ່ຄົນແຕ່ລະຍຸກສະໄຫມ ບັນດາຜູ້ທີ່ຢຳເກງພຣະອົງ.
\v 51 ພຣະອົງສະແດງພຣະກຳລັງຂອງພຣະອົງດ້ວຍແຂນຂອງພຣະອົງ; ພຣະອົງຊົງກະທຳໃຫ້ຄົນທີ່ມີຄວາມຄິດ ຈິດໃຈຈອງຫອງ ໃຫ້ກະຈັດກະຈາຍໄປ.
\s5
\v 52 ພຣະອົງຊົງປົດເຈົ້າຊາຍທັງຫລາຍລົງຈາກພຣະບັນລັງຂອງພວກເຂົາ ແລະ ພຣະອົງໄດ້ຊົງຍົກຊູຜູ້ຕ່ຳຕ້ອຍຂຶ້ນ.
\v 53 ພຣະອົງຊົງເຕີມສິ່ງດີທັງຫລາຍໃຫ້ແກ່ຜູ້ທີ່ອຶດຫິວ, ແຕ່ຄົນຮັ່ງມີ ພຣະອົງປຣະທານຄວາມວ່າງເປົ່າໃຫ້.
\s5
\v 54 ພຣະອົງຊົງປຣະທານຄວາມຊ່ອຍເຫລືອແກ່ຊາວອິ­ສຣາເອນຜູ້ຮັບໃຊ້ຂອງພຣະອົງ, ເພື່ອຊົງຈື່ຈຳທີ່ຈະສະແດງພຣະເມດຕາ
\v 55 (ຕາມທີ່ພຣະອົງໄດ້ຊົງບອກໄວ້ກັບບັນພະບຸຣຸດທັງຫລາຍຂອງພວກເຮົາ) ຕໍ່ອັບ­ຣາ­ຮາມ ແລະ ຕໍ່ເຊື້ອສາຍຂອງເພິ່ນຕະຫລອດໄປເປັນນິດ.
\s5
\v 56 ນາງມາ­ຣີອາໄດ້ອາໄສຢູ່ກັບນາງອາ­ລີຊາເບັດປະ­ມານສາມເດືອນ ແລະ ຫລັງຈາກນັ້ນນາງກໍໄດ້ກັບຄືນໄປເຮືອນຂອງຕົນ.
\v 57 ເມື່ອເຖິງເວລາທີ່ນາງເອ­ລີ­ຊາ­ເບັດຈະໃຫ້ກຳເນີດລູກ ແລະນາງກໍໄດ້ປະ­ສູດລູກຊາຍ.
\v 58 ເພື່ອນບ້ານຂອງນາງ ແລະ ພວກຍາດ­ຕິພີ່­ນ້ອງໄດ້ຍິນຂ່າວວ່າ ພຣະ­ເຈົ້າໄດ້ຊົງສະ­ແດງພຣະເ­ມດຕາອັນຍິ່ງໃຫຍ່ແກ່ນາງ, ແລະ ພວກເຂົາກໍພາ­ກັນຊົມ­ຊື່ນຍິນ­ດີຮ່ວມກັນກັບນາງ.
\s5
\v 59 ເມື່ອຄົບເຖິງວັນທີແປດ ພວກເຂົາກໍພາ­ກັນມາໃຫ້ເດັກນ້ອຍນັ້ນຮັບພິ­ທີຕັດ. ພວກເຂົາຈະໃສ່ຊື່ເດັກ­ນ້ອຍວ່າ"ເຊກາຣີ­ຢາ," ຕາມຊື່ຂອງບິ­ດາ.
\v 60 ແຕ່ແມ່ຂອງເພິ່ນໄດ້ຕອບ ແລະ ໄດ້ກ່າວແກ່ພວກເຂົາວ່າ, “ບໍ່ແມ່ນ. ເພິ່ນຈະຖືກເອີ້ນວ່າ ໂຢ­ຮັນ.”
\v 61 ພວກເຂົາໄດ້ກ່າວແກ່ນາງວ່າ, “ໃນພວກພີ່­ນ້ອງຂອງເຈົ້າບໍ່ມີໃຜທີ່ມີຊື່ຢ່າງນັ້ນ.”
\s5
\v 62 ພວກເຂົາຈິ່ງສະ­ແດງທ່າທີພາ­ສາໃບ້ ແກ່ບິ­ດາຂອງເດັກວ່າ ຢາກໃສ່ຊື່ເດັກ­ນ້ອຍນັ້ນວ່າຢ່າງ­ໃດ.
\v 63 ບິດາຂອງເພິ່ນຂໍກະດານ ແລະ ຂຽນລົງໄປວ່າ “ຊື່ຂອງລາວແມ່ນ ໂຢ­ຮັນ” ແລະ ພວກເຂົາກໍປະ­ຫລາດໃຈໃນເລື່ອງນີ້.
\s5
\v 64 ທັນ­ໃດນັ້ນ ປາກຂອງເຊກາຣີຢາກໍເປີດອອກ ແລະ ລີ້ນຂອງລາວກໍອ່ອນ. ເພິ່ນໄດ້ເວົ້າ ແລະ ໄດ້ກ່າວສັນ­ຣະເສີນພຣະ­ເຈົ້າ.
\v 65 ທຸກຄົນຢູ່ອ້ອມຮອບເພິ່ນເກີດຄວາມຢ້ານກົວ ເລື່ອງທີ່ເກີດຂຶ້ນທັງຫມົດນີ້ກໍຖືກຊ່າລືໄປທົ່ວເນີນພູເຂດແດນຂອງຢູດາຍ.
\v 66 ແລະທຸກຄົນທີ່ໄດ້ຍິນກໍເກັບເລື່ອງນີ້ໄວ້ໃນໃຈ, ຕ່າງໄດ້ເວົ້າວ່າ, “ເດັກນັ້ນຈະເຕີບໂຕເປັນຢ່າງໃດຕໍ່ໄປ?” ເພາະພຣະ­ຫັດຂອງອົງພຣະ­ຜູ້­ເປັນ­ເຈົ້າກໍສະ­ຖິດຢູ່ກັບເຂົາ.
\s5
\v 67 ເຊ­ກາ­ຣີ­ຢາບິ­ດາຂອງເດັກ ກໍເຕັມໄປດ້ວຍພຣະວິນຍານບໍ­ຣິສຸດເຈົ້າ ແລະ ໄດ້ຮັບຄຳທຳ­ນວາຍ, ໄດ້ກ່າວວ່າ,
\v 68 “ສັນຣະເສີນຜູ້ຊົງເປັນພຣະ­ເຈົ້າ, ພຣະເຈົ້າຂອງອິ­ສຣາ­ເອນ, ເພາະພຣະອົງມາເພື່ອຊ່ວຍ ແລະ ຊົງໄຖ່ເອົາພົນລະເມືອງຂອງພຣະອົງໄດ້ສຳເລັດ.
\s5
\v 69 ພຣະອົງຊົງຍົກແກແຫ່ງຄວາມລອດພົ້ນ ສຳລັບພວກເຮົາ ໃນເຮືອນຂອງດາ­ວິດ, ຜູ້ຮັບໃຊ້ຂອງພຣະອົງ,
\v 70 ຕາມທີ່ພຣະອົງໄດ້ຊົງກ່າວໄວ້ໂດຍປາກ ຂອງຜູ້ປະກາດພຣະທັມທີ່ສັກສິດ ຜູ້ຊຶ່ງຢູ່ໃນສະໄຫມບູຮານ.
\v 71 ພຣະອົງຈະນຳຄວາມພົ້ນຈາກສັດຕຣູທັງຫລາຍຂອງພວກເຮົາ ແລະ ຈາກມືຄົນທັງປວງທີ່ກຽດຊັງເຮົາ.
\s5
\v 72 ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະເມດຕາ ແກ່ບິດາຂອງພວກເຮົາທັງຫລາຍ ແລະເພື່ອຣະນຶກເຖິງພຣະສັນຍາອັນບໍຣິສຸດຂອງພຣະອົງ.
\v 73 ຊຶ່ງເປັນຄຳສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດາຂອງພວກເຮົາ.
\v 74 ພຣະອົງຊົງສັນຍາກັບພວກເຮົາວ່າ, ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕຣູ ແລະ ພວກເຮົາຈະໄດ້ບົວຣະບັດພຣະອົງໂດຍປາສະຈາກຄວາມຢ້ານ,
\v 75 ດ້ວຍຄວາມບໍຣິສຸດ ແລະຄວາມຊອບທັມຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.
\s5
\v 76 ແມ່ນແລ້ວ, ແລະ ທ່ານທີ່ເປັນລູກເອີຍ, ຈະເອີ້ນເຈົ້າວ່າ ຜູ້ປະກາດພຣະທັມຂອງພຣະເຈົ້າອົງຜູ້ສູງສຸດ, ເພາະວ່າເຈົ້າຈະໄປກ່ອນຫນ້າອົງພຣະຜູ້­ເປັນ­ເຈົ້າ, ເພື່ອຕຽມຫົນທາງຂອງພຣະອົງເພື່ອຕຽມໄພ່ພົນສຳລັບການສະເດັດມາຂອງພຣະອົງ,
\v 77 ໂດຍການຊົງໂຜດຍົກບາບກັມຂອງພວກເຂົາ.
\s5
\v 78 ນີ້ຈະເກີດຂຶ້ນດ້ວຍໃຈມີພຣະເມດຕາກາຣຸນາຂອງພຣະເຈົ້າຂອງພວກເຮົາ, ເນື່ອງດ້ວຍແສງສະຫວ່າງໃນຍາມຮຸ່ງເຊົ້າຈາກທີ່ສູງຈະມາຊ່ວຍພວກເຮົາ.
\v 79 ເພື່ອສ່ອງສະຫວ່າງໃຫ້ຜູ້ທີ່ຢູ່ໃນຄວາມມືດ ແລະ ໃນເງົາແຫ່ງຄວາມຕາຍ. ພຣະອົງຈະກະທຳສິ່ງນີ້ ເພື່ອນຳພາຕີນຂອງເຮົາໄປໃນທາງແຫ່ງສັນຕິສຸກ.”
\s5
\v 80 ບັດນີ້ ລູກ­ນ້ອຍນັ້ນກໍໃຫຍ່ຂຶ້ນ ແລະ ໄດ້ກາຍເປັນຜູ້ເຂັ້ມແຂງໃນຝ່າຍຈິດວິນຍານ, ແລະເພິ່ນໄດ້ອາໄສຢູ່ໃນປ່າຈົນເຖິງວັນທີ່ຈະໄດ້ມາປະ­ກົດແກ່ພວກອິສຣາ­ເອນ.
\s5
\c 2
\cl ບົດທີ 2
\p
\v 1 ໃນຄາວນັ້ນ, ເປັນເວລາທີ່ ກາຍ­ຊາ ໂອ­ຄຸດ­ໂຕໄດ້ສົ່ງຄຳສັ່ງໃຫ້ຈົດທະບຽນສຳ­ມະ­ໂນຄົວຂອງທຸກຄົນທີ່ດຳຣົງຊີວິດຢູ່ໃນໂລກທົ່ວຣາຊະອານາຈັກ.
\v 2 ນີ້ເປັນການຈົດທະບຽນສຳ­ມະ­ໂນຄົວເທື່ອທຳອິດ ໃນສະໄຫມທີ່ ກີ­ເຣ­ນີໂອ ເປັນຜູ້ປົກ­ຄອງແຂວງຊີ­ເຣຍ.
\v 3 ດັ່ງນັ້ນ ທຸກຄົນຕ້ອງໄປຍັງບ້ານເກີດເມືອງນອນຂອງຕົນ ເພື່ອທີ່ຈະຂຶ້ນທະບຽນສຳມະໂນຄົວ.
\s5
\v 4 ໂຢ­ເຊັບເຊັ່ນດຽວກັນກັບກໍຂຶ້ນໄປຈາກເມືອງນາ­ຊາເຣັດ, ແຂວງຄາ­ລີ­ເລ ໄປຍັງເມືອງຂອງດາ­ວິດ, ແຂວງຢູ­ດາຍ ຊຶ່ງຊື່ວ່າເບັດເລເຮັມ, ເພາະເພິ່ນເປັນເຊື້ອ­ສາຍວົງສະ­ກຸນດຽວກັບດາ­ວິດ.
\v 5 ເພິ່ນໄດ້ໄປທີ່ນັ້ນພ້ອມຂື້ນທະບຽນກັບ ມາຣີອາ ຍິງທີ່ເພິ່ນຫມັ້ນຫມາຍໄວ້ແລ້ວ ແລະ ສ່ວນນາງກໍກຳ­ລັງຖືພາຢູ່.
\s5
\v 6 ຂະນະທີ່ພວກເຂົາທັງສອງຍັງຢູ່ທີ່ນັ້ນ, ກໍເຖິງເວ­ລາທີ່ມາຣີອາຈະປະ­ສູດບຸດ.
\v 7 ນາງຈິ່ງໄດ້ປະ­ສູດບຸດຊາຍຄົນຫນຶ່ງ, ເປັນບຸດຜູ້ກົກຂອງນາງ. ແລະ ນາງໄດ້ຕູ້ມພັນພຣະອົງໄວ້ດວ້ຍຜ້າອ້ອມ ແລະວາງພຣະອົງໄວ້ໃນຮາງຫຍ້າ, ເພາະບໍ່ມີບ່ອນຫວ່າງສຳ­ລັບພວກເຂົາໃນໂຮງ­ແຮມ.
\s5
\v 8 ມີພວກລ້ຽງແກະໃນແຖບນັ້ນ ກຳລັງລ້ຽງຝູງແກະຂອງເຂົາຢູ່ທົ່ງຫຍ້າ, ໃນເວ­ລາກາງ­ຄືນ.
\v 9 ທ­ູດສະຫວັນຕົນຫນຶ່ງຂອງອົງພຣະຜູ້ເປັນ­ເຈົ້າໄດ້ມາປະ­ກົດແກ່ເຂົາ, ຣັດ­ສະ­ຫມີຂອງອົງພຣະ­ຜູ້ເປັນເຈົ້າໄດ້ສ່ອງຮອບພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສະທ້ານໃຈຫລາຍ.
\s5
\v 10 ແລ້ວທ­ູດສະຫວັນຕົນນັ້ນຈິ່ງໄດ້ກ່າວແກ່ພວກເຂົາວ່າ, “ຢ່າຊູ່ຢ້ານເລີຍ, ເພາະເຮົານຳເອົາຂ່າວດີມາໃຫ້ພວກເຈົ້າຮູ້ ຊຶ່ງເປັນທີ່ຈະນຳຄວາມຊື່ນຊົມຍິນ­ດີອັນໃຫຍ່ຫລວງມາສູ່ພົນລະ­ເມືອງທັງໝົດ.
\v 11 ມື້ນີ້ພຣະ­ຜູ້ຊົງໂຜດໃຫ້ພົ້ນອົງຫນຶ່ງມາບັງ­ເກີດສຳລັບເຈົ້າທັງ­ຫລາຍໃນຄອບຄົວຂອງດາ­ວິດ! ພຣະອົງຊົງເປັນພຣະຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ!
\v 12 ນີ້ຈະເປັນຫມາຍສຳ­ຄັນແກ່ເຈົ້າທັງ­ຫລາຍຄື: ພວກເຈົ້າຈະໄດ້ພົບກຸມມານຕົນຫນຶ່ງພັນດ້ວຍຜ້າ­ອ້ອມ ແລະ ນອນຢູ່ໃນຮາງຫຍ້າ.”
\s5
\v 13 ໃນທັນ­ໃດນັ້ນ ກໍມີກອງ­ທັບຈາກສະ­ຫວັນຈຳນວນຫລວງຫລາຍ ໄດ້ມາສັນ­ຣະ­ເສີນພຣະ­ເຈົ້າຮ່ວມກັບທ­ູດສະຫວັນນັ້ນ ແລະ ໄດ້ກ່າວວ່າ.
\v 14 “ພຣະຣັດສະຫມີຈົ່ງມີແດ່ພຣະ­ເຈົ້າໃນທີ່ສູງສຸດ, ແລະ ສັນຕິສຸກຈົ່ງບັງເກີດທີ່ແຜ່ນດິນໂລກ ແກ່ມະນຸດທັງປວງທີ່ພຣະອົງຊົງຊອບພຣະທັຍ.”
\s5
\v 15 ເມື່ອທ­ູດສະຫວັນເຫລົ່າ­ນັ້ນໄດ້ໄປຈາກພວກເຂົາຂຶ້ນສູ່ສະຫວັນແລ້ວ, ພວກລ້ຽງແກະໄດ້ເວົ້າຕໍ່ກັນວ່າ, “ໃຫ້ເຮົາໄປທີ່ເມືອງເບັດ­ເລເຮັມເທາະ, ແລະ ເພື່ອໄປເບິ່ງເຫດ­ການທີ່ເກີດຂຶ້ນ, ຊຶ່ງອົງພຣະຜູ້­ເປັນເຈົ້າໄດ້ຊົງແຈ້ງແກ່ເຮົານັ້ນ.”
\v 16 ພວກເຂົາກໍຮີບໄປແລ້ວພົບມາ­ຣີ­ອາ ກັບ ໂຢ­ເຊັບ ແລະ ໄດ້ເຫັນພຣະ­ກຸມ­ມານນັ້ນນອນຢູ່ໃນຮາງຫຍ້າ.
\s5
\v 17 ຫລັງຈາກທີ່ພວກເຂົາໄດ້ເຫັນພຣະອົງ ແລ້ວ, ພວກເຂົາກໍເລົ່າເລື່ອງທີ່ເຂົາໄດ້ຍິນເຖິງກຸມ­ມານນັ້ນ.
\v 18 ທຸກຄົນທີ່ໄດ້ຍິນເລື່ອງລາວທີ່ພວກຄົນລ້ຽງແກະເລົ່າໃຫ້ຟັງກໍພາກັນປະ­ຫລາດໃຈ.
\v 19 ແຕ່ຝ່າຍມາຣີອາກໍຄຶດຮ່ຳ­ເພິງກຽ່ວກັບທຸກສິ່ງທີ່ນາງໄດ້ຍິນ ແລະ ເກັບຮັກສາເລື່ອງນັ້ນໄວ້ໃນໃຈ.
\v 20 ພວກຄົນລ້ຽງແກະຈິ່ງກັບໄປ ຍ້ອງ­ຍໍສັນ­ຣະ­ເສີນພຣະ­ເຈົ້າ, ສຳລັບເຫດ­ການທັງປວງທີ່ເຂົາໄດ້ເຫັນ, ແລະໄດ້ຍິນ ແລະໄດ້ເຫັນ ຕາມທີ່ໄດ້ບອກໄວ້ກັບເຂົານັ້ນ.
\s5
\v 21 ເມື່ອຄົບແປດວັນແລ້ວ ເຊິ່ງເປັນວັນທີ່ພຣະອົງໄດ້ເຂົ້າພິ­ທີຕັດ, ເຂົາຈິ່ງໃສ່ຊື່ພຣະ­ອົງນັ້ນວ່າ ເຢ­ຊູ ເຊິ່ງເປັນຊື່ຕາມທີ່ທ­ູດສະຫວັນໄດ້ບອກໄວ້ກ່ອນ ທີ່ພຣະ­ອົງຈະປະ­ຕິ­ສົນ­ທິໃນທ້ອງ.
\s5
\v 22 ເມື່ອເຖິງເວ­ລາທີ່ຈະທຳພິ­ທີຊຳ­ຣະຕົວໃຫ້ສະ­ອາດຕາມພຣະບັນຍັດຂອງໂມເຊແລ້ວ, ໂຢເຊັບແລະ ມາຣີອາໄດ້ນຳພຣະອົງໄປຍັງພຣະວິຫານໃນນະຄອນເຢ­ຣູ­ຊາ­ເລັມ ເພື່ອຖວາຍແດ່ອົງພຣະ­ຜູ້ເປັນ­ເຈົ້າ.
\v 23 ຕາມທີ່ຂຽນໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນ­ເຈົ້າວ່າ, “ລູກຊາຍກົກທຸກຄົນທີ່ເກີດຈາກທ້ອງແມ່ ຈະຕ້ອງມອບຖວາຍແດ່ອົງພຣະ­ຜູ້­ເປັນ­ເຈົ້າ.”
\v 24 ດັ່ງນັ້ນ ພວກເຂົາຈິ່ງຖວາຍເຄື່ອງບູ­ຊາຕາມທີ່ຊົງກ່າວໄວ້ແລ້ວໃນພຣະ­ບັນ­ຍັດຂອງອົງພຣະຜູ້­ເປັນເຈົ້າ ຄື “ນົກເຂົາຄູ່ຫນຶ່ງຫລືນົກ­ກາງ­ແກຫນຸ່ມສອງໂຕ.”
\s5
\v 25 ນີ້ແຫລະ, ມີຊາຍຄົນຫນຶ່ງຢູ່ໃນກຸງເຢ­ຣູ­ຊາ­ເລັມຊື່ ຊິ­ເມ­ໂອນ ຊາຍຄົນນີ້ເປັນຄົນສິນທັມແລະຢຳເກງພຣະ­ເຈົ້າ ເພິ່ນໄດ້ຄອຍຖ້າຜູ້ທີ່ຈະບັນເທົາທຸກຂອງຄົນອິ­ສຣາ­ເອນ ແລະ ພຣະ­ວິນ­ຍານ­ບໍ­ຣິ­ສຸດຊົງສະຖິດຢູ່ກັບເພິ່ນ.
\v 26 ພຣະ­ວິນ­ຍານ­ບໍ­ຣິ­ສຸດໄດ້ຊົງສຳ­ແດງເປີດເຜີຍ ແກ່ເພິ່ນແລ້ວວ່າ, ເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະ­ຄຣິດເຈົ້າຜູ້ມາຈາກອົງພຣະ­ຜູ້­ເປັນ­ເຈົ້າ.
\s5
\v 27 ຊິ­ເມ­ໂອນໄດ້ເຂົ້າໄປໃນບໍ­­ຣິເວນພຣະວິຫານໂດຍພຣະວິນຍານ­ບໍ­ຣິ­ສຸດຊົງນຳ. ເມື່ອບິ­ດາມານດາໄດ້ນຳເອົາພຣະກຸມ­ມານເຢ­ຊູເຂົ້າໄປ ເພື່ອ­ທຳຕາມທຳນຽມປະຕິບັດຂອງພຣະ­ບັນ­ຍັດ.
\v 28 ຊິ­ເມ­ໂອນໄດ້ອູ້ມເອົາກຸມມານໄວ້ໃນອ້ອມແຂນ ແລະ ສັນ­ຣະ­ເສີນພຣະ­ເຈົ້າ ແລະ ກ່າວວ່າ.
\v 29 “ຂ້າແດ່ພຣະອົງເຈົ້າ ບັດນີ້ພຣະອົງໄດ້ຊົງໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກ ຕາມພຣະທັມຂອງພຣະອົງເຖີດ."
\s5
\v 30 ເພາະວ່າຕາຂ້າພຣະອົງໄດ້ເຫັນຄວາມລອດພົ້ນຂອງພຣະອົງແລ້ວ,
\v 31 ຊຶ່ງພຣະອົງໄດ້ຊົງຈັດຕຽມໄວ້ ສຳລັບຄົນໃນຍຸກນີ້.
\v 32 ແສງສະຫວ່າງແຫ່ງການເປີດເຜີຍທີ່ມາເຖິງບັນດາປະຊາຊາດ ແລະ ພຣະສະຫງ່າຣາສີທີ່ມີແກ່ພວກອິ­ສຣາ­ເອນ ປະຊາຊົນຂອງພຣະອົງ.”
\s5
\v 33 ບິ­ດາມານດາຂອງພຣະ­ກຸມ­ມານກໍປະຫລາດໃຈໃນຖ້ອຍຄຳທີ່ຊິ­ເມ­ໂອນໄດ້ກ່າວເຖິງພຣະ­ກຸມ­ມານນັ້ນ.
\v 34 ຊິ­ເມໂອນໄດ້ອວຍພອນແກ່ພວກເຂົາ ແລະ ໄດ້ກ່າວແກ່ມາ­ຣີ­ອາມານດາຂອງພຣະກຸມມານ ວ່າ, “ເບິ່ງແມ, ເດັກນ້ອຍຄົນນີ້ໄດ້ຮັບການແຕ່ງຕັ້ງໄວ້ ແລະ ເພື່ອເຮັດໃຫ້ຫລາຍຄົນໃນພວກອິ­ສຣາ­ເອນລົ້ມລົງ ແລະ ຍົກຊູ­ຂຶ້ນ ແລະ ເພື່ອເປັນຫມາຍສຳ­ຄັນທີ່ຖືກກ່າວປະຕິເສດ.
\v 35 ແລະ ດາບຈະແທງທະລຸຈິດ­ໃຈຂອງທ່ານ ເພື່ອທີ່ຄວາມຄຶດໃນໃຈຂອງຄົນຈຳ­ນວນຫລວງຫລາຍ ຈະຖືກປະ­ກົດແຈ້ງອອກມາ.”
\s5
\v 36 ຍັງມີຫມໍທຳ­ນວາຍຍິງຄົນຫນຶ່ງຊື່ ອາ­ນາ. ນາງເປັນລູກຂອງຟານູ­ເອັນໃນເຜົ່າອາ­ເຊ. ນາງເປັນຄົນແກ່ຊະ­ຣາຫລາຍແລ້ວ ນາງຢູ່ກິນນຳສາມີເປັນເວລາເຈັດປີ ຫລັງຈາກທີ່ເປັນສາວປອດ.
\v 37 ແລ້ວກໍເປັນຫມ້າຍເປັນເວລາແປດສິບສີ່ປີ ນາງບໍ່ເຄີຍອອກຈາກບໍ­ຣິເວນພຣະ­ວິ­ຫານ ແຕ່ໄດ້ຢູ່ປະ­ຕິ­ບັດພຣະ­ເຈົ້າດ້ວຍການຖືສິນອົດອາ­ຫານ ແລະໄຫວ້ວອນທັງກາງ­ເວັນແລະກາງ­ຄືນ.
\v 38 ໃນຂະນະນັ້ນ ນາງໄດ້ເຂົ້າມາຫາພວກເຂົາແລະໂມ­ທະນາພຣະ­ຄຸນພຣະເຈົ້າ ແລະນາງໄດ້ບອກກ່ຽວກັບພຣະ­ກຸມ­ມານໃຫ້ຄົນທັງປວງທີ່ກຳ­ລັງຄອຍຖ້າການຊົງໄຖ່ໃຫ້ພົ້ນ ຂອງນະຄອນເຢຣູ­ຊາ­ເລັມ.
\s5
\v 39 ເມື່ອພວກເພິ່ນໄດ້ເຮັດສຳເລັດທຸກສິ່ງຕາມພຣະ­ບັນ­ຍັດຂອງພຣະ­ຜູ້­ເປັນ­ເຈົ້າກຳນົດໃຫ້ເຮັດ ພວກເພິ່ນກໍໄດ້ກັບເມືອຍັງເມືອງນາ­ຊາ­ເຣັດ ແຂວງຄາ­ລີ­ເລບ້ານເກີດເມືອງນອນຂອງຕົນ.
\v 40 ພຣະ­ກຸມ­ມານນັ້ນກໍໃຫຍ່ຂຶ້ນ ແລະ ແຂງ­ແຮງ, ເຕັມໄປດ້ວຍສະ­ຕິ­ປັນ­ຍາ, ແລະ ພຣະຄຸນຂອງພຣະເຈົ້າກໍສະ­ຖິດຢູ່ເຫນືອພຣະອົງ.
\s5
\v 41 ຝ່າຍບິ­ດາມານດາຂອງພຣະ­ອົງ ເຄີຍໄດ້ໄປຮ່ວມເທສະການປັດ­ສະ­ຄາ ທີ່ນະຄອນເຢ­ຣູ­ຊາ­ເລັມທຸກປີ.
\v 42 ເມື່ອພຣະອົງມີອາຍຸສິບສອງປີ ພວກເພິ່ນກໍພາພຣະອົງຂຶ້ນໄປຮ່ວມເທສະການປັດສະຄານັ້ນອີກຄັ້ງຫນຶ່ງ.
\v 43 ຫລັງຈາກທີ່ພວກເພິ່ນຢູ່ຄົບກຳ­ນົດວັນປັດ­ສະ­ຄານັ້ນ­ແລ້ວ ພວກເພິ່ນກໍເລີ່ມເດີນທາງກັບບ້ານ ແຕ່ພຣະເຢ­ຊູເຈົ້າກໍຍັງຄ້າງຢູ່ທີ່ນະຄອນເຢ­ຣູຊາເລັມ ແຕ່ບິ­ດາມານດາຂອງພຣະອົງບໍ່ຮູ້­.
\v 44 ພວກເພິ່ນທັງສອງຄິດວ່າພຣະອົງຢູ່ນຳກຸ່ມຄົນທີ່ເດີນທາງມາດ້ວຍກັນກັບພວກເພິ່ນ ດັ່ງນັ້ນເມື່ອພວກເພິ່ນເດີນທາງກັບໄປໄດ້ມື້­ຫນຶ່ງ. ຈິ່ງໄດ້ເລີ່ມຕົ້ນຊອກຫາພຣະອົງໃນຫມູ່ພີ່ນ້ອງ ແລະ ຫມູ່ເພື່ອນ ຂອງພວກເພິ່ນ.
\s5
\v 45 ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈິ່ງກັບຄືນໄປທີ່ນະຄອນເຢ­ຣູ­ຊາ­ເລັມ ແລະ ຊອກຫາພຣະອົງທີ່ນັ້ນ.
\v 46 ຫລັງຈາກນັ້ນສາມວັນ ພວກເພິ່ນກໍພົບພຣະອົງນັ່ງຢູ່ໃນບໍ­ຣິເວນພຣະ­ວິ­ຫານ ທ່າມ­ກາງພວກອາ­ຈານ ກຳ­ລັງຟັງແລະຖາມຄຳຖາມພວກອາ­ຈານເຫລົ່າ­ນັ້ນຢູ່.
\v 47 ຄົນທັງປວງທີ່ໄດ້ຍິນກໍປະ­ຫລາດໃຈໃນສະ­ຕິປັນຍາແລະ ຄຳຕອບຂອງພຣະອົງ.
\s5
\v 48 ເມື່ອພວກເພິ່ນເຫັນພຣະອົງ, ພວກເພິ່ນກໍອັດ­ສະ­ຈັນໃຈ. ມານດາຂອງພຣະອົງຈິ່ງກ່າວກັບພຣະອົງວ່າ, “ລູກເອີຍ, ເປັນຫຍັງເຈົ້າຈິ່ງເຮັດຢ່າງນີ້ແກ່ເຮົາ? ຟັງເດີ, ພໍ່ກັບແມ່ໄດ້ຊອກຫາເຈົ້າດ້ວຍຄວາມທຸກໃຈຫລາຍ.”
\v 49 ຝ່າຍພຣະອົງກໍຕອບພວກເພິ່ນວ່າ, “ພວກທ່ານຊອກຫາເຮົາເຮັດຫຍັງ? ພວກທ່ານຍັງບໍ່ຮູ້ ຫລື ວ່າ ເຮົາຕ້ອງຢູ່ໃນທີ່ສະ­ຖິດແຫ່ງພຣະ­ບິ­ດາຂອງເຮົາ.”
\v 50 ແຕ່ພວກເຂົາບໍ່ໄດ້ເຂົ້າ­ໃຈຄຳຕອບເຫລົ່ານັ້ນວ່າພຣະອົງຫມາຍເຖິງຫຍັງ.
\s5
\v 51 ແລ້ວພຣະອົງກໍກັບໄປຍັງເມືອງນາ­ຊາ­ເຣັດພ້ອມກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນມານດາຂອງພຣະອົງກໍເກັບຮັກສາເລື່ອງທັງຫລາຍນີ້ໄວ້ໃນໃຈ.
\v 52 ແຕ່ພຣະ­ເຢຊູເຈົ້າກໍໄດ້ຈະ­ເຣີນຂຶ້ນໃນດ້ານສະ­ຕິ­ປັນ­ຍາ, ແລະ ດ້ານຮ່າງ­ກາຍ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະເຈົ້າ ແລະຕໍ່ມະນຸດ.
\s5
\c 3
\cl ບົດທີ 3
\p
\v 1 ໃນປີທີສິບຫ້າໃນຣາຊການຂອງຈັກກະພັດຕີ­ເບຣິ­ໂອ - ຂະນະທີ່ ປົນ­ຕີໂອປີ­ລາດ ເປັນຜູ້ປົກຄອງແຂວງຢູ­ດາຍ, ເຮ­ໂຣດເປັນຜູ້ປົກຄອງແຂວງຄາ­ລີ­ເລ, ນ້ອງຊາຍຂອງເຮ­ໂຣດຄື ຟີ­ລິບ ເປັນຜູ້ປົກຄອງແຂວງອີ­ຕູ­ຣາຍແລະ­ທຣາ­ໂຄ­ນິດ, ລີ­ຊາ­ເນຍເປັນຜູ້ປົກຄອງແຂວງອາ­ບີ­ເລັນ.
\v 2 ໃນສະໄຫມຂອງມະ­ຫາປະ­ໂຣ­ຫິດອັນ­ນາ ແລະ ກາ­ຢະ­ຟາມີພຣະ­ທັມຂອງພຣະ­ເຈົ້າໄດ້ມາເຖິງໂຢ­ຮັນບຸດເຊ­ກາ­ຣີ­ຢາໃນຖິ່ນແຫ້ງແລ້ງກັນດານ.
\s5
\v 3 ໂຢ­ຮັນໄດ້ໄປທົ່ວເຂດອ້ອມ­ແອ້ມແມ່­ນ້ຳຈໍແດນ, ປະ­ກາດບັບຕິສະ­ມາ ສະແດງການຖິ້ມໃຈເກົ່າເອົາ­ໃຈໃຫມ່ ເພື່ອຮັບການຍົກໂທດຍົກຄວາມຜິດບາບເສຍ.
\s5
\v 4 ຕາມທີ່ຂຽນໄວ້ແລ້ວໃນຫນັງ­ສືຖ້ອຍຄຳຂອງເອ­ຊາ­ຢາຜູ້ປະກາດພຣະ­ທັມວ່າ,“ມີສຽງຫນຶ່ງຮ້ອງໃນຖິ່ນແຫ້ງແລ້ງກັນດານວ່າ ‘ທ່ານຄວນຈັດແຈງທາງຂອງອົງພຣະ­ຜູ້­ເປັນ­ເຈົ້າໃຫ້ພ້ອມ, ທ່ານຄວນເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.
\s5
\v 5 ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ, ພູເຂົາແລະໂນນພູທຸກຫນ່ວຍຈະເຮັດໃຫ້ຕ່ຳລົງສະເຫມີກັນ, ທາງຄົດຈະເຮັດໃຫ້ຊື່ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ.
\v 6 ມະນຸດທັງປວງຈະໄດ້ເຫັນການຊົງຊ່ວຍຂອງພຣະ­ເຈົ້າ’.”
\s5
\v 7 ໂຢ­ຮັນຈິ່ງກ່າວແກ່ປະ­ຊາ­ຊົນກຸ່ມໃຫຍ່ທີ່ອອກມາຮັບບັບ­ຕິສະມາຈາກຕົນວ່າ, “ໂອ ອ້າຍຊາດງູຮ້າຍເອີຍ! ໃຜໄດ້ບອກສູໃຫ້ປົບຫນີຈາກພຣະ­ພິ­ໂຣດແລະໂທດທີ່ກຳລັງຈະມາເຖິງ?
\s5
\v 8 ເຫດສັນ­ນັ້ນ, ຈົ່ງສະແດງໃຫ້ເຫັນ­ຜົນຂອງການຖິ້ມໃຈເກົ່າເອົາໃຈໃຫມ່, ຢ່າຕັ້ງນຶກໃນໃຈເອົາເອງວ່າ ‘ພວກເຮົາມີອັບ­ຣາ­ຮາມເປັນບິດາ’ ເພາະເຮົາບອກເຈົ້າທັງ­ຫລາຍວ່າພຣະ­ເຈົ້າຊົງຣິດອາດຈະບັນ­ດານໃຫ້ລູກຫລານທັງຫຼາຍເກີດແກ່ອັບ­ຣາ­ຮາມຈາກກ້ອນຫີນເຫລົ່ານີ້ກໍໄດ້.
\s5
\v 9 ບັດນີ້ຂວານກໍວາງໄວ້ທີ່ເຫງົ້າຕົ້ນ­ໄມ້ແລ້ວ ດັ່ງນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີ ກໍຈະຖືກປ້ຳແລະໂຍນຖິ້ມລົງໃສ່ໄຟ.”
\s5
\v 10 ດັ່ງນັ້ນປະ­ຊາ­ຊົນຈິ່ງຖາມໂຢ­ຮັນວ່າ, “ຖ້າດັ່ງ­ນັ້ນພວກເຮົາເຮັດແນວ­ໃດ?”
\v 11 ເພິ່ນໄດ້ຕອບພວກເຂົາວ່າ, “ຫາກຜູ້ໃດທີ່ມີເສື້ອສອງໂຕ ເຈົ້າຈົ່ງປັນໃຫ້ຜູ້ບໍ່ມີ ແລະຜູ້ທີ່ມີອາ­ຫານກໍຄວນແບ່ງເຊັ່ນດຽວກັນ.”
\s5
\v 12 ພວກຄົນເກັບພາ­ສີກໍໄດ້ມາຮັບບັບ­ຕິ­ສະ­ມາເຫມືອນກັນ ແລະພວກເຂົາຖາມເພິ່ນວ່າ, “ອາ­ຈານເອີຍ, ພວກຂ້າ­ນ້ອຍຄວນຈະເຮັດຢ່າງ­ໃດ?”
\v 13 ເພິ່ນຕອບເຂົາວ່າ, “ຢ່າໄດ້ເກັບພາ­ສີເກີນອັດຕາທີ່ພວກທ່ານໄດ້ຮັບຄຳສັ່ງໃຫ້ເກັບ.”
\s5
\v 14 ມີທະ­ຫານບາງຄົນກໍຖາມເພິ່ນເຫມືອນກັນວ່າ, “ແລ້ວພວກຂ້າ­ນ້ອຍເດ? ພວກເຮົາຕ້ອງເຮັດແນວ­ໃດ?” ເພິ່ນຈິ່ງຕອບເຂົາວ່າ, “ຢ່າຂົ່ມ­ເຫັງເອົາເງິນຈາກຜູ້ໃດ, ຢ່າຫາຄວາມບໍ່ຈິງໃສ່ໃຜ. ຈົ່ງພໍ­ໃຈໃນຄ່າຈ້າງທີ່ພວກທ່ານໄດ້ຮັບ.”
\s5
\v 15 ຂະນະທີ່ປະຊາຊົນກຳລັງຄາດຫວັງຢ່າງແຮງກ້າວ່າພຣະຄຣິດຈະສະເດັດມາ, ທຸກຄົນກໍຄຶດໃນໃຈວ່າໂຢ­ຮັນອາດຈະເປັນພຣະຄຣິດ.
\v 16 ໂຢ­ຮັນຈິ່ງໄດ້ຕອບພວກເຂົາວ່າທຸກຄົນວ່າ, “ຝ່າຍເຮົາ, ເຮົາໃຫ້ເຈົ້າທັງຫລາຍຮັບບັບ­ຕິ­ສະ­ມາໃນນ້ຳກໍຈິງ, ແຕ່ມີທ່ານຜູ້ຫນຶ່ງຈະສະເດັດມາເປັນຜູ້ມີຣິອຳນາດກວ່າເຮົາອີກ, ຊຶ່ງເຮົາບໍ່ສົມ­ຄວນແມ່ນແຕ່ຈະແກ້ສາຍຮັດເກີບຂອງພຣະອົງ, ພຣະອົງຈະໃຫ້ພວກເຈົ້າຮັບບັບ­ຕິສະມາໃນພຣະວິນຍານ­ບໍ­ຣິ­ສຸດແລະໃນໄຟ.
\s5
\v 17 ດົ້ງຝັດເຂົ້າຂອງພຣະອົງກໍຢູ່ໃນມືພຣະອົງແລ້ວ ເພື່ອຊຳຣະລານເຂົ້າ­ຂອງພຣະອົງໃຫ້ກ້ຽງດີ ແລະ ເພື່ອແຍກເຂົ້າເມັດດີໃສ່ໄວ້ໃນເລົ້າຂອງພຣະອົງ ແຕ່ພຣະອົງຈະຊົງເຜົາເຂົ້າ­ລີບດ້ວຍໄຟທີ່ບໍ່ຮູ້ມອດ.”
\s5
\v 18 ໂຢ­ຮັນໃຊ້ການກະຕຸ້ນເຕືອນຫລາຍປະການ ໃນການປະກາດຂ່າວປະ­ເສີດແກ່ປະຊາຊົນ.
\v 19 ເມື່ອເຮ­ໂຣດຜູ້ປົກຄອງເມືອງ, ເມື່ອຖືກໂຢ­ຮັນກ່າວຕິ­ຕຽນເພາະເລື່ອງນາງ ເຮໂຣ­ເດຍ ພັນຣະຍານ້ອງຊາຍຂອງຕົນ ແລະ ເພາະການຊົ່ວທັງຫລາຍທີ່ເຮ­ໂຣດໄດ້ເຮັດນັ້ນ.
\v 20 ເຮ­ໂຣດຍັງເຮັດການຊົ່ວນີ້ເພີ່ມກັບການທີ່ຕົນໄດ້ເຮັດມາແລ້ວ ຄືໄດ້ຈັບໂຢ­ຮັນຂັງໄວ້ໃນຄຸກ.
\s5
\v 21 ຢູ່ມາເມື່ອຄົນທັງປວງໄດ້ຮັບບັບ­ຕິ­ສະ­ມາ, ພຣະເຢຊູເຈົ້າກໍຊົງຮັບບັບ­ຕິ­ສະ­ມາເຫມືອນກັນ, ແລະ ຂະ­ນະທີ່ພຣະ­ອົງກຳລັງອະທິຖານຢູ່ ທ້ອງ­ຟ້າກໍໄຂອອກ.
\v 22 ແລະ ພຣະ­ວິນ­ຍານ­ບໍ­ຣິສຸດ ຊົງຮູບເຫມືອນນົກເຂົາໄດ້ສະ­ເດັດລົງມາ­ສະຖິດຢູ່ເທິງພຣະ­ອົງ ແລະມີພຣະ­ສຸ­ຣະສຽງອອກມາຈາກຟ້າສະ­ຫວັນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ໆຊອບໃຈຫລາຍໃນທ່ານ.”
\s5
\v 23 ພຣະ­ເຢຊູເຈົ້າຊົງຕັ້ງ­ຕົ້ນປະ­ຕິບັດພາຣະກິດຂອງພຣະ­ອົງ ເມື່ອພຣະອົງມີອາ­ຍຸປະ­ມານສາມສິບປີ (ຕາມຄວາມ ເຂົ້າ­ໃຈຂອງຄົນທັງ­ຫລາຍ ພວກເຂົາຄິດວ່າ) ພຣະອົງເປັນບຸດຂອງໂຢ­ເຊັບ, ໂຢເຊັບເປັນບຸດຂອງເຮລີ.
\v 24 ເຮລີເປັນບຸດຂອງມັດ­ທາດ, ມັດທາດເປັນບຸດຂອງເລ­ວີ, ເລ­ວີເປັນບຸດຂອງເມ­ລະ­ຂີ, ເມ­ລະ­ຂີເປັນບຸດຂອງຢັນ­ນາ, ຢັນ­ນາເປັນບຸດຂອງໂຢ­ເຊັບ.
\s5
\v 25 ໂຢ­ເຊັບເປັນບຸດຂອງມັດ­ຕາ­ເທຍ, ມັດ­ຕາ­ເທຍເປັນບຸດຂອງອາ­ໂມ, ອາ­ໂມເປັນບຸດຂອງນາ­ຮູມ, ນາ­ຮູມເປັນບຸດຂອງເອ­ຊະລີ, ເອ­ຊະ­ລີເປັນບຸດຂອງນາ­ຄາຍ.
\v 26 ນາ­ຄາຍເປັນບຸດຂອງມາອາດ, ມາ­ອາດເປັນບຸດຂອງມັດ­ຕາ­ເທຍ, ມັດ­ຕາ­ເທຍເປັນບຸດຂອງເຊ­ເມ­ອີນ, ເຊ­ເມ­ອີນເປັນບຸດຂອງໂຢ­ເຊັກ, ໂຢ­ເຊັກເປັນບຸດຂອງໂຢ­ດາ.
\s5
\v 27 ໂຢ­ດາເປັນບຸດຂອງໂຢ­ຮາ­ນັນ, ໂຢ­ຮາ­ນັນເປັນບຸດຂອງເຣສາ, ເຣ­ສາເປັນບຸດຂອງເຊ­ຣຸບບາ­ເບນ, ເຊ­ຣຸບ­ບາ­ເບນເປັນບຸດຂອງເຊອານ­ຕີ­ເອນ, ເຊ­ອານ­ຕີ­ເອນເປັນບຸດຂອງເນ­ຣີ.
\v 28 ເນ­ຣີເປັນບຸດຂອງເມ­ລະ­ຂີ, ເມ­ລະ­ຂີເປັນບຸດຂອງອັດ­ດີ, ອັດ­ດີເປັນບຸດຂອງໂກ­ຊາມ, ໂກ­ຊາມເປັນບຸດຂອງເອັນ­ມາ­ດາມ, ເອັນມາດາມເປັນບຸດຂອງເອ­ຣະ.
\v 29 ເອ­ຣະເປັນບຸດຂອງໂຢ­ຊວຍ, ໂຢ­ຊວຍເປັນບຸດຂອງເອລີ­ເອ­ເຊ, ເອ­ລີ­ເອ­ເຊເປັນບຸດຂອງໂຢ­ຣີມ, ໂຢ­ຣີມເປັນບຸດຂອງມັດ­ທາດ, ມັດ­ທາດເປັນບຸດຂອງເລ­ວີ.
\s5
\v 30 ເລ­ວີເປັນບຸດຂອງຊິມີ­ໂອນ, ຊິມ­ີໂອນເປັນບຸດຂອງຢູ­ດາ, ຢູດາເປັນບຸດຂອງໂຢ­ເຊັບ, ໂຢ­ເຊັບເປັນບຸດຂອງໂຢ­ນາມ, ໂຢ­ນາມເປັນບຸດຂອງເອ­ລີ­ຢາ­ກີມ.
\v 31 ເອ­ລີ­ຢາ­ກີມເປັນບຸດຂອງເມເລ­ອາ, ເມເລ­ອາເປັນບຸດຂອງເມັນ­ນາ, ເມັນ­ນາເປັນບຸດຂອງມັດຕາ­ທາ, ມັດ­ຕາ­ທາເປັນບຸດຂອງນາ­ທານ, ນາ­ທານເປັນບຸດຂອງດາ­ວິດ.
\v 32 ດາ­ວິດເປັນບຸດຂອງເຢ­ຊີ, ເຢ­ຊີເປັນບຸດຂອງໂອເບັດ, ໂອ­ເບັດເປັນບຸດຂອງໂບ­ອາດ, ໂບ­ອາດເປັນບຸດຂອງສານໂມນ, ສານໂມນເປັນບຸດຂອງນາ­ໂຊນ.
\s5
\v 33 ນາ­ໂຊນເປັນບຸດຂອງອຳ­ມີ­ນາ­ດາບ, ອຳມີ­ນາ­ດາບເປັນບຸດຂອງອັດ­ມີນ, ອັດ­ມີນເປັນບຸດຂອງອາ­ນີ, ອາ­ນີເປັນບຸດຂອງເຮຊະ­ໂຣນ, ເຮຊະ­ໂຣນເປັນບຸດຂອງເປ­ເຣັດ, ເປເຣັດເປັນບຸດຂອງຢູ­ດາ.
\v 34 ຢູ­ດາເປັນບຸດຂອງຢາ­ໂຄບ, ຢາ­ໂຄບເປັນບຸດຂອງອີຊາກ, ອີ­ຊາກເປັນບຸດຂອງອັບ­ຣາ­ຮາມ, ອັບຣາຮາມເປັນບຸດຂອງເຕ­ຣາ, ເຕ­ຣາເປັນບຸດຂອງນາ­ໂຮ.
\v 35 ນາ­ໂຮເປັນບຸດຂອງເສ­ຣຸກ, ເສ­ຣຸກເປັນບຸດຂອງເຣ­ອູ, ເຣ­ອູເປັນບຸດຂອງເປ­ເລັກ, ເປເລັກເປັນບຸດຂອງເອເບ, ເອ­ເບເປັນບຸດຂອງເຊ­ລາ.
\s5
\v 36 ເຊ­ລາເປັນບຸດຂອງກາຍ­ນານ, ກາຍ­ນານເປັນບຸດຂອງອາກປັກຊາດ, ອາ­ກ­ປັກຊາດເປັນບຸດຂອງເຊມ, ເຊມເປັນບຸດຂອງໂນ­ອາ, ໂນ­ອາເປັນບຸດຂອງລາ­ເມັກ.
\v 37 ລາ­ເມັກເປັນບຸດຂອງເມ­ທູ­ເຊ­ລາ, ເມ­ທູ­ເຊ­ລາເປັນບຸດຂອງເອ­ໂນກ, ເອ­ໂນກເປັນບຸດຂອງຢາ­ເຣັດ, ຢາ­ເຣັດເປັນບຸດຂອງມະຫາ­ລາ­ເລນ, ມະ­ຫາ­ລາ­ເລນເປັນບຸດຂອງເກ­ນານ.
\v 38 ເກນານເປັນບຸດຂອງເອ­ໂນດ, ເອໂນດເປັນບຸດຂອງເຊດ, ເຊດເປັນບຸດຂອງອາ­ດາມ, ອາ­ດາມເປັນບຸດພຣະ­ເຈົ້າ.
\s5
\c 4
\cl ບົດທີ 4
\p
\v 1 ຈາກນັ້ນ ພຣະ­ເຢຊູຊົງເຈົ້າເຕັມໄປດ້ວຍພຣະ­ວິນ­ຍານ­ບໍຣິ­ສຸດ ໄດ້ສະເດັດກັບຈາກແມ່­ນ້ຳຈໍ­ແດນ ແລະພຣະ­ວິນ­ຍານບໍຣິສຸດເຈົ້າໄດ້ຊົງນຳພຣະອົງໄປໃນຖິ່ນແຫ້ງແລ້ງກັນດານ.
\v 2 ທີ່ຊຶ່ງພຣະ­ອົງຖືກມານຮ້າຍທົດລອງເປັນເວ­ລາສີ່ສິບວັນ. ໃນວັນເວລາ­ນັ້ນພຣະ­ອົງບໍ່ໄດ້ຮັບປະທານສິ່ງໃດ ເມື່ອເວລາແຫ່ງການທົດລອງສິ້ນສຸດ ພຣະ­ອົງຊົງຢາກອາຫານ.
\s5
\v 3 ມານຮ້າຍໄດ້ທູນພຣະ­ອົງວ່າ, “ຖ້າທ່ານເປັນພຣະ­ບຸດຂອງພຣະ­ເຈົ້າ ຈົ່ງສັ່ງຫີນກ້ອນນີ້ໃຫ້ກາຍ­ເປັນເຂົ້າຈີ່.”
\v 4 ພຣະເຢຊູເຈົ້າຊົງຕອບມັນວ່າ, “ມີພຣະ­ຄັມພີຂຽນໄວ້ວ່າ ‘ມະ­ນຸດຈະບໍ່ລ້ຽງຊີວິດພຽງອາ­ຫານສິ່ງດຽວກໍບໍ່ໄດ້’.”
\s5
\v 5 ຈາກນັ້ນມານຮ້າຍໄດ້ນຳພຣະເຢຊູເຈົ້າຂຶ້ນເມືອທີ່ສູງ ແລະສະແດງບັນ­ດາຣາ­ຊະອານາຈັກຕ່າງໆຂອງໂລກໃຫ້ພຣະອົງເຫັນໃນຊົ່ວຂະນະຫນຶ່ງ.
\v 6 ມານໄດ້ທູນພຣະ­ອົງວ່າ, “ເຮົາຈະມອບຣິດອຳນາດທຸກຢ່າງແກ່ທ່ານ ລວມທັງສະ­ຫງ່າຣາ­ສີ ເພາະວ່າອານາຈັກເຫລົ່ານີ້ໄດ້ຖືກມອບສິດໄວ້ແກ່ເຮົາປົກຄອງແລ້ວ ແລະເຮົາສາມາດ­ມອບໃຫ້ແກ່ຜູ້ໃດກໍໄດ້.
\v 7 ດັ່ງນັ້ນ ຫາກທ່ານກົ້ມຂາບລົງໄຫວ້ເຮົາ ແລະນະມັດສະການເຮົາ ສັບ­ພະສິ່ງນັ້ນຈະເປັນຂອງທ່ານ.”
\s5
\v 8 ແຕ່ພຣະ­ເຢຊູເຈົ້າຊົງຕອບມານວ່າ, “ດັ່ງທີ່ມີຄຳຂຽນໄວ້ວ່າ, ‘ທ່ານຈົ່ງຂາບໄຫວ້ອົງພຣະ­ຜູ້ເປັນເຈົ້າຂອງເຈົ້າແລະຮັບໃຊ້ພຣະ­ອົງແຕ່ຜູ້ດຽວ’.”
\s5
\v 9 ຈາກນັ້ນ­ມານຮ້າຍໄດ້ນຳພຣະ­ອົງໄປຍັງນະຄອນເຢ­ຣູຊາເລັມ ແລະນຳພຣະ­ອົງຂື້ນໄປຢູ່ເທິງຫລັງ­ຄາພຣະວິຫານ ແລະທູນພຣະອົງວ່າ, “ຖ້າທ່ານເປັນພຣະ­ບຸດຂອງພຣະເຈົ້າ ຈົ່ງໂຕນລົງຈາກທີ່ນີ້.
\v 10 ເພາະ­ວ່າມີຄຳຂຽນໄວ້ວ່າ, ‘ພຣະ­ເຈົ້າຈະສັ່ງພວກທ­ູດສະຫວັນຂອງພຣະ­ອົງດູແລແລະປົກປ້ອງທ່ານ’.
\v 11 ແລະ, ‘ທ­ູ­ດສະຫວັນເຫລົ່າ­ນັ້ນຈະເອົາມືຮັບທ່ານໄວ້ບໍ່ໃຫ້ຕີນຂອງທ່ານຈະຕຳຫີນ’.”
\s5
\v 12 ພຣະ­ເຢຊູເຈົ້າຊົງຕອບມານວ່າ, “ມີຄຳກ່າວໄວ້ວ່າ, ‘ຢ່າໄດ້ທົດລອງອົງພຣະ­ຜູ້­ເປັນ­ເຈົ້າພຣະເຈົ້າຂອງເຈົ້າ’.”
\v 13 ເມື່ອມານໄດ້ທົດລອງພຣະ­ອົງທຸກປະ­ການແລ້ວ ມັນກໍຫນີຈາກໄປແລະປະພຣະ­ອົງໄວ້ຈົນກວ່າຈະມີໂອ­ກາດອີກ.
\s5
\v 14 ຈາກນັ້ນ ພຣະ­ເຢຊູເຈົ້າໄດ້ສະ­ເດັດກັບຄືນແຂວງຄາ­ລີ­ເລ ດ້ວຍຣິດອຳນາດຂອງພຣະ­ວິນ­ຍານບໍຣິສຸດເຈົ້າ, ແລະ ຂ່າວເລື່ອງຂອງພຣະ­ອົງໄດ້ຊ່າ­ລືໄປທົ່ວດິນແດນທີ່ຢູ່ອ້ອມເຂດນັ້ນ.
\v 15 ແລະພຣະ­ອົງເລີ້ມສັ່ງ­ສອນໃນໂຮງທັມະສາລາຂອງພວກເຂົາແລະທຸກຄົນກໍພາກັນສັນ­ຣະ­ເສີນພຣະອົງ.
\s5
\v 16 ພຣະ­ອົງໄດ້ສະ­ເດັດມາຍັງເມືອງນາ­ຊາ­ເຣັດ, ເມືອງທີ່ພຣະອົງຊົງຈະ­ເຣີນໃຫຍ່ຂຶ້ນ ພຣະ­ອົງໄດ້ສະ­ເດັດເຂົ້າໄປໃນໂຮງທັມະສາລາໃນວັນສະບາ­ໂຕຕາມເຄີຍ ແລະ ຊົງຢືນຂຶ້ນເພື່ອຈະອ່ານພຣະ­ທັມ.
\v 17 ພວກເຂົາໄດ້ຍື່ນພຣະ­ຄັມພີມ້ວນຂອງເອ­ຊາ­ຢາຜູ້ປະກາດພຣະທັມໃຫ້ພຣະ­ອົງ. ພຣະອົງຊົງພືຫນັງ­ສືພຣະ­ທັມມ້ວນອອກກໍພົບຂໍ້ທີ່ຂຽນໄວ້ວ່າ,
\s5
\v 18 “ພຣະ­ວິນ­ຍານຂອງອົງພຣະ­ຜູ້­ເປັນ­ເຈົ້າຊົງສະຖິດຢູ່ເທິງຂ້າພຣະເຈົ້າ, ເພາະຊົງໄດ້ຫົດສົງໃຫ້ຂ້າພຣະເຈົ້າປະກາດຂ່າວປະເສີດແກ່ຄົນຍາກຈົນ. ພຣະອົງສົ່ງຂ້າພຣະເຈົ້າປະກາດອິສຣະພາບແກ່ບັນດາຊະເລີຍ ແລະເປີດຕາຄົນຕາບອດໄດ້ເຫັນຮຸ່ງອີກ, ເພື່ອປົດປ່ອຍຜູ້ຖືກບີບບັງຄັບເປັນອິສຣະ.
\v 19 ເພື່ອປະກາດປີແຫ່ງຄວາມເມດຕາຂອງອົງພຣະ­ຜູ້­ເປັນເຈົ້າ.”
\s5
\v 20 ຈາກນັ້ນພຣະ­ອົງຊົງຮຳຫນັງ­ສືນັ້ນສົ່ງຄືນໃຫ້ເຈົ້າຫນ້າ­ທີ່ ແລະຊົງນັ່ງລົງ. ສາຍຕາຂອງຄົນທັງປວງໃນໂຮງທັມະສາລາກໍຫລຽວເບິ່ງພຣະອົງ.
\v 21 ພຣະ­ອົງຈິ່ງຊົງຕັ້ງ­ຕົ້ນກ່າວກັບພວກເຂົາວ່າ, “ພຣະ­ຄັມພີທີ່ທ່ານໄດ້ຍິນວັນນີ້ໄດ້ສຳເລັດແລ້ວ.”
\v 22 ທຸກຄົນທີ່ຢູ່ໃນທີ່ນັ້ນເປັນພະຍານໃນສິ່ງທີ່ພຣະອົງກ່າວ ແລະຕ່າງກໍພາກັນປະ­ຫລາດໃຈກັບຖ້ອຍຄຳແຫ່ງພຣະຄຸນ ຊຶ່ງອອກມາຈາກພຣະໂອດຂອງພຣະ­ອົງ, ເຂົາຈິ່ງເວົ້າກັນວ່າ, “ຄົນຜູ້ນີ້ເປັນລູກຊາຍຂອງໂຢເຊັບບໍ່ແມ່ນຫລື?”
\s5
\v 23 ພຣະ­ອົງຊົງກ່າວແກ່ເຂົາວ່າ, “ທ່ານທັງ­ຫລາຍຄົງຈະກ່າວຄຳສຸພາ­ສິດຂໍ້ນີ້ຕໍ່ເຮົາເປັນແນ່ວ່າ ‘ນາຍຫມໍເອີຍ, ຈົ່ງປົວຕົວເອງໃຫ້ດີເຖີດ. ອັນໃດກໍຕາມຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະ­ທຳໃນເມືອງກາ­ເປ­ນາ­ອູມ ກໍຈົ່ງເຮັດໃນບ້ານເກີດເມືອງນອນຂອງຕົນທີ່ນີ້ເຫມືອນກັນ.’”
\v 24 ແຕ່ພຣະ­ອົງຊົງກ່າວອີກວ່າ, “ເຮົາບອກຄວາມຈິງວ່າກັບພວກທ່ານວ່າ ບໍ່ມີຜູ້ປະ­ກາດພຣະ­ທັມຄົນໃດໄດ້ຮັບຄວາມນັບ­ຖືໃນບ້ານເກີດເມືອງນອນຂອງຕົນ.
\s5
\v 25 ແຕ່ເຮົາບອກຄວາມຈິງແກ່ພວກທ່ານວ່າ ໃນຄາວເອ­ລີ­ຢາ ມີແມ່­ຫມ້າຍຫລາຍຄົນໃນແຜ່ນດິນອິ­ສະຣາເອນ ຂະນະທີ່ຊົງອັດທ້ອງ­ຟ້າເປັນເວລາສາມປີຫົກເດືອນແລະກໍເກີດການອຶດຢາກຢ່າງຫນັກທົ່ວແຜ່ນ­ດິນ.
\v 26 ແຕ່ເອ­ລີ­ຢາກໍບໍ່ໄດ້ຖືກສົ່ງໄປຫາຜູ້ໃດ ຍົກເວັ້ນແຕ່ແມ່­ຫມ້າຍຄົນຫນຶ່ງໃນເມືອງຊາເຣ­ຟັດແຂວງຊີໂດນທີ່ອາໄສຢູ່ທີ່ນັ້ນ.
\v 27 ແລະມີຄົນຂີ້­ທູດຫລາຍຄົນໃນແຜ່ນດິນອິດສະຣາເອນໃນຄາວຂອງເອ­ລີ­ຊາຜູ້ປະ­ກາດພຣະ­ທັມ, ແຕ່ບໍ່ມີຄົນໃດໄດ້ຮັບການຊົງຊຳຣະໃຫ້ດີສະ­ອາດ ຍົກເວັ້ນແຕ່ ນາ­ອາ­ມານ ຊາວຊີເຣຍ.”
\s5
\v 28 ເມື່ອຄົນທັງປວງໃນໂຮງທັມະສາລາພາກັນເຕັມໄປດ້ວຍຄວາມຄຽດເມື່ອໄດ້ຍິນຖ້ອຍຄຳເຫລົ່າ­ນີ້
\v 29 ພວກເຂົາຈິ່ງພາກັນລຸກຂຶ້ນແລະຊຸກພຣະ­ອົງອອກໄປນອກເມືອງ ແລະ ພາພຣະ­ອົງໄປຍັງຫນ້າຜາຊັນບ່ອນເມືອງຕັ້ງຢູ່ ເພື່ອຫມາຍຈະຊຸກພຣະ­ອົງລົງຫນ້າຜາ.
\v 30 ແຕ່ພຣະ­ອົງຊົງຍ່າງຜ່ານພວກເຂົາໄປ ແລະ ໄປຍັງທີ່ອີກແຫ່ງຫນຶ່ງ.
\s5
\v 31 ຈາກນັ້ນ ພຣະ­ອົງໄດ້ສະ­ເດັດລົງໄປເຖິງເມືອງກາ­ເປ­ນາ­ອູມເຊິ່ງເປັນເມືອງຫນຶ່ງໃນແຂວງຄາ­ລີ­ເລ ແລະຊົງເລີ່ມຕົ້ນສັ່ງ­ສອນພວກເຂົາທັງ­ຫລາຍໃນວັນສະ­ບາ­ໂຕ.
\v 32 ພວກເຂົາກໍປະ­ຫລາດໃຈໃນຄຳ­ສອນຂອງພຣະ­ອົງ ເພາະພຣະ­ອົງຊົງກ່າວດ້ວຍຣິດອຳນາດ.
\s5
\v 33 ໃນໂຮງທັມະສາລານັ້ນ ມີຊາຍຄົນຫນຶ່ງມີຜີຮ້າຍເຂົ້າສິງຢູ່ ແລະ ລາວໄດ້ຮ້ອງສຽງດັງວ່າ.
\v 34 “ໂອ! ພວກເຮົາໄດ້ເຮັດອັນໃດໃຫ້ແກ່ທ່ານ, ເຢ­ຊູໄທນາ­ຊາ­ເຣັດເອີຍ? ທ່ານມາເພື່ອທຳ­ລາຍພວກເຮົາຫລື? ເຮົາກໍຮູ້ ວ່າທ່ານຄືອົງຜູ້ບໍ­ຣິສຸດຂອງພຣະ­ເຈົ້າ.”
\s5
\v 35 ພຣະ­ເຢຊູເຈົ້າຊົງຫ້າມຜີຮ້າຍໂດຍກ່າວວ່າ, “ມິດແມ ແລະອອກຈາກຄົນນີ້ເສຍ! ເມື່ອຜີຮ້າຍເຮັດໃຫ້ຄົນນັ້ນລົ້ມລົງທ່າມ­ກາງປະຊາ­ຊົນແລ້ວ ມັນໄດ້ອອກຈາກຜູ້ນັ້ນແລະບໍ່ໄດ້ເຮັດອັນ­ຕະ­ຣາຍແກ່ຄົນນັ້ນແຕ່ຢ່າງ­ໃດ.
\v 36 ຄົນທັງປວງກໍປະ­ຫລາດໃຈ ແລະເວົ້າຕໍ່ກັນກ່ຽວກັບເລື່ອງນີ້. ພວກເຂົາເວົ້າວ່າ, “ຄຳເວົ້າເຫລົ່ານີ້ເປັນຢ່າງ­ໃດຫນໍ? ເພິ່ນໄດ້ສັ່ງຜີຖ່ອຍຮ້າຍດ້ວຍສິດອຳ­ນາດແລະຣິດເດດ ແລະພວກມັນກໍອອກມາ.”
\v 37 ແລະຊື່ສຽງຂອງພຣະ­ເຢຊູເຈົ້າໄດ້ເລີ່ມຊ່າ­ລືໄປທຸກບ່ອນທົ່ວຂົງ­ເຂດນັ້ນ.
\s5
\v 38 ເມື່ອພຣະ­ອົງອອກຈາກໂຮງທັມະສາລາ ແລະສະເດັດເຂົ້າໄປໃນເຮືອນຂອງຊີ­ໂມນ. ແມ່ເມຍຂອງຊີ­ໂມນລົ້ມປ່ວຍເປັນໄຂ້ແຮງຫລາຍ, ແລະພວກເຂົາໄດ້ອ້ອນ­ວອນພຣະເຢຊູເຈົ້າໃຫ້ໂຜດຮັກສານາງ.
\v 39 ພຣະ­ອົງຊົງຢືນຢູ່ຂ້າງນາງ ແລະຊົງຂະນາບຫ້າມອາການໄຂ້ ແລະໄຂ້ກໍເຊົາໃນທັນ­ໃດນັ້ນ ນາງກໍລຸກຂຶ້ນບົວຣະບັດຮັບໃຊ້ພຣະອົງກັບພວກສາວົກ.
\s5
\v 40 ໃນເວ­ລາຕາ­ເວັນຕົກດິນ ປະຊາຊົນກໍພາທຸກຄົນທີ່ເຈັບເປັນພະ­ຍາດຕ່າງໆ ມາຫາພຣະ­ອົງ. ພຣະ­ອົງກໍຊົງວາງພຣະ­ຫັດໃສ່ເຂົາທຸກຄົນ ແລະໂຜດໃຫ້ເຂົາດີທຸກຄົນ.
\v 41 ພວກຜີມານຮ້າຍກໍໄດ້ອອກຈາກພວກເຂົາ, ພາກັນຮ້ອງແຜດສຽງ ແລະເວົ້າວ່າ, “ທ່ານເປັນພຣະບຸດຂອງພຣະ­ເຈົ້າ” ແຕ່ພຣະ­ເຢຊູຄຣິດເຈົ້າຊົງຫ້າມຜີຮ້າຍ ແລະ ບໍ່ໃຫ້ມັນເວົ້າ ເພາະພວກມັນຮູ້ແລ້ວວ່າພຣະ­ອົງຊົງເປັນພຣະ­ຄຣິດເຈົ້າ.
\s5
\v 42 ເມື່ອເຖິງເວລາຮຸ່ງເຊົ້າ ພຣະເຢຊູເຈົ້າກໍອອກໄປຍັງປ່າບ່ອນສະ­ຫງັດ. ປະ­ຊາ­ຊົນກໍຊອກຫາພຣະ­ອົງ ແລະມາຍັງສະຖານທີ່ໆພຣະອົງຊົງຢູ່. ເມື່ອພົບແລ້ວພວກເຂົາກໍພະຍາຍາມຫນ່ວງຫນ່ຽວພຣະ­ອົງໄວ້ບໍ່ໃຫ້ໄປຈາກພວກເຂົາ.
\v 43 ແຕ່ພຣະ­ອົງຊົງກ່າວແກ່ເຂົາວ່າ, “ເຮົາຕ້ອງປະ­ກາດຂ່າວປະ­ເສີດເລື່ອງຣາ­ຊະອານາ­ຈັກຂອງພຣະເຈົ້າແກ່ຄົນໃນເມືອງອື່ນໆ ອີກຫລວງຫລາຍ, ເພາະ­ນີ້ເປັນເຫດຜົນທີ່ເຮົາຖືກສົ່ງມາທີ່ນີ້.”
\v 44 ຈາກນັ້ນພຣະເຢຊູເຈົ້າຊົງເທສະ­ຫນາປ່າວປະກາດໃນໂຮງທັມະສາລາຕະຫລອດທີ່ແຂວງຢູ­ດາຍຕໍ່ໄປ.
\s5
\c 5
\cl ບົດທີ 5
\p
\v 1 ບັດນີ້ສິ່ງທີ່ເກີດຂື້ນເມື່ອປະ­ຊາ­ຊົນກຳ­ລັງບຸບຽດພຣະເຢຊູເຈົ້າແລະຟັງພຣະ­ທັມຂອງພຣະ­ເຈົ້າ, ພຣະ­ເຢຊູເຈົ້າຊົງຢືນຢູ່ແຄມທະ­ເລສາບເຄັນ­ເນ­ຊາ­ເຣັດ.
\v 2 ພຣະອົງຊົງເຫັນເຮືອສອງລຳກຳລັງຖືກລາກຂື້ນມາຮິມຝັ່ງທະ­ເລ­ສາບນັ້ນ. ພວກຄົນຫາປາໄດ້ອອກໄປຈາກເຮືອ ແລະເຂົາກຳ­ລັງລ້າງມອງຂອງພວກເຂົາ.
\v 3 ພຣະເຢຊູຈິ່ງໄດ້ສະ­ເດັດເຂົ້າໄປໃນເຮືອລຳຫນຶ່ງ ຄືເຮືອຂອງຊີ­ໂມນແລ້ວ ພຣະອົງຂໍໃຫ້ເຂົາຖອຍເຮືອອອກໄປໃນທະເລສາບໂດຍຫ່າງອອກໄປຈາກຝັ່ງຫນ້ອຍຫນຶ່ງ ແລ້ວພຣະອົງຈິ່ງປະ­ທັບລົງແລະສັ່ງ­ສອນປະ­ຊາ­ຊົນຈາກເຮືອລຳນັ້ນ.
\s5
\v 4 ເມື່ອພຣະອົງຊົງສັ່ງສອນສຳເລັດແລ້ວ, ພຣະ­ອົງຊົງກ່າວຕໍ່ຊີໂມນວ່າ, “ຈົ່ງພາຍເຮືອອອກໄປບ່ອນນໍ້າເລິກ ແລະ ຢ່ອນມອງຂອງພວກທ່ານລົງຈັບປາ.”
\v 5 ຊີ­ໂມນທູນຕອບວ່າ, “ອາ­ຈານເຈົ້າເອີຍ, ພວກຂ້າ­ນ້ອຍໄດ້ຫາຈົນອິດ­ເມື່ອຍຫມົດຄືນ ແລະ ຈັບປາບໍ່ໄດ້ເລີຍ ແຕ່ເພາະພຣະອົງສັ່ງ ຂ້າ­ນ້ອຍຈະຢ່ອນມອງລົງໄປຈັບປາ.”
\v 6 ເມື່ອພວກເຂົາຢ່ອນລົງແລ້ວ ພວກເຂົາຈັບປາໄດ້ຈຳນວນຫລາຍ ຈົນມອງຂອງເຂົາພວມຈະຂາດ.
\v 7 ດັ່ງນັ້ນພວກເຂົາຈິ່ງກວັກມືເອົາຫມູ່ທີ່­ຢູ່ເຮືອລຳອື່ນໃຫ້ມາຊ່ອຍ. ເມື່ອເຂົາມາຊ່ອຍ ແລະ ເຮືອທັງສອງລຳຂອງພວກເຂົາກໍເຕັມຈົນເຮືອເກືອບຫລົ້ມ.
\s5
\v 8 ແຕ່ເມື່ອຊີ­ໂມນເປ­ໂຕໄດ້ເຫັນດັ່ງ­ນັ້ນ ເພິ່ນຈິ່ງຂາບລົງທີ່ຕີນຂອງພຣະ­ເຢຊູຄຣິດເຈົ້າ ແລະ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍເຊີນໄປໃຫ້ຫ່າງຈາກຂ້າ­ນ້ອຍຖ້ອນ, ເພາະຂ້າ­ນ້ອຍເປັນຄົນບາບ.”
\v 9 ເປ­ໂຕກັບຄົນທັງຫລາຍທີ່­ຢູ່ນຳກັນນັ້ນ ຕ່າງກໍງຶດປະຫລາດໃຈກ່ຽວກັບເຫດການທີ່ພວກເຂົາຈັບປາໄດ້ນັ້ນ.
\v 10 ຄົນເຫລົ່ານີ້ລວມທັງຢາ­ໂກ­ໂບແລະໂຢ­ຮັນ ລູກຊາຍຂອງເຊ­ເບ­ດາຍ ທີ່ເປັນຫມູ່ຮ່ວມງານກັບຊີ­ໂມນ ແລະພຣະ­ເຢຊູເຈົ້າຊົງກ່າວກັບຊີ­ໂມນວ່າ, “ຢ່າຢ້ານເລີຍ ເພາະຕັ້ງ­ແຕ່ນີ້ໄປທ່ານຈະເປັນຜູ້ຫາຄົນ.”
\v 11 ເມື່ອພວກເຂົາໄດ້ນຳເຮືອມາເຖິງຝັ່ງແລ້ວ, ພວກເຂົາກໍສະ­ຫລະສິ່ງສາຣະ­ພັດໄວ້ບ່ອນນັ້ນແລ້ວຕາມພຣະ­ອົງໄປ.
\s5
\v 12 ໃນຂະນະທີ່ພຣະ­ເຢຊູເຈົ້າຢູ່ໃນເມືອງໆຫນຶ່ງ, ມີຊາຍຄົນຫນຶ່ງທີ່ປ່ວຍເປັນຂີ້ທູດເຕັມ­ຕົວ ເມື່ອຄົນນັ້ນໄດ້ເຫັນພຣະ­ເຢຊູເຈົ້າກໍກົ້ມຂາບລົງແລະອ້ອນ­ວອນພຣະ­ອົງວ່າ, “ພຣະອົງເຈົ້າເອີຍ, ຖ້າຫາກພຣະອົງພໍໃຈ ຂ້າພະອົງກໍຈະຫາຍສະ­ອາດ.”
\v 13 ແລ້ວພຣະເຢຊູເຈົ້າຈິ່ງຊົງຢຽດພຣະຫັດອອກຖືກຄົນນັ້ນ­, ພຣະອົງຊົງກ່າວວ່າ, “ເຮົາພໍ­ໃຈແລ້ວ ຈົ່ງດີສະ­ອາດເຖີດ” ພະ­ຍາດຂີ້­ທູດກໍຫາຍໄປຈາກຄົນນັ້ນທັນ­ທີ.
\s5
\v 14 ພຣະ­ອົງຈິ່ງສັ່ງຫ້າມຜູ້ນັ້ນບໍ່ໃຫ້ບອກຜູ້ໃດ ແຕ່ພຣະອົງຊົງກ່າວກັບລາວວ່າ, “ຈົ່ງໄປຕາມທາງຂອງທ່ານ ແລະສະ­ແດງຕົວຕໍ່ປະໂຣ­ຫິດ ແລະຖວາຍເຄື່ອງບູ­ຊາສຳລັບການຮັກສາໃຫ້ສະອາດຂອງທ່ານ ຕາມທີ່ໂມ­ເຊໄດ້ສັ່ງໄວ້ເພື່ອເປັນຄຳພະຍານຕໍ່ພວກເຂົາ.”
\s5
\v 15 ແຕ່ຊື່ສຽງຂອງພຣະ­ເຢຊູເຈົ້າແຮງຊ່າ­ລືເຜີຍແຜ່ໄປໄກອີກ ແລະ ປະຊາ­ຊົນຈຳ­ນວນຫລາຍໄດ້ຊຸມ­ນຸມກັນເພື່ອຟັງຄຳສັ່ງສອນຂອງພຣະ­ອົງ ແລະເພື່ອຈະຊົງໂຜດຮັບການຮັກສາໃຫ້ຫາຍດີຈາກພະຍາດຕ່າງໆ.
\v 16 ແຕ່ພຣະ­ອົງມັກສະ­ເດັດອອກໄປສະຖານທີ່ປຽ່ວ ແລະ ອະທິຖານ.
\s5
\v 17 ຢູ່ມາວັນຫນຶ່ງເມື່ອພຣະ­ອົງກຳລັງສັ່ງ­ສອນຢູ່, ມີພວກຟາຣີຊາຍແລະພວກອາ­ຈານສອນບັນຍັດນັ່ງຢູ່ຫັ້ນດ້ວຍ ພວກເຂົາມາຈາກບ້ານຕ່າງໆໃນແຂວງຄາ­ລີ­ເລ, ແຂວງຢູ­ດາຍ ແລະ ຈາກນະຄອນເຢ­ຣູ­ຊາ­ເລັມ. ຣິດ­ເດດອຳນາດຂອງອົງພຣະ­ຜູ້­ເປັນ­ເຈົ້າກໍສະຖິດຢູ່ກັບພຣະ­ອົງ ເພື່ອການຮັກສາພະຍາດ.
\s5
\v 18 ມີຜູ້ຊາຍບາງຄົນໄດ້ຫາມຄົນເປັ້ຽຜູ້ຫນຶ່ງນອນຢູ່ເທິງບ່ອນນອນນັ້ນມາຫາພຣະອົງ, ພວກເຂົາພະ­ຍາ­ຍາມຫາທາງທີ່ຈະຫາມຄົນເປັ້ຽນັ້ນເຂົ້າມາດ້ານໃນ ເພື່ອວາງຕໍ່ພຣະ­ພັກຂອງພຣະເຢຊູເຈົ້າ.
\v 19 ພວກເຂົາບໍ່ສາມາດຫາທາງເຂົ້າໄປໄດ້ເພາະມີຝູງຄົນບຽດກັນແຫນ້ນຫນາໄປຫມົດ, ດັ່ງນັ້ນພວກເຂົາຈິ່ງຂຶ້ນຫລັງ­ຄາເຮືອນ ແລ້ວຢ່ອນຄົນເປັ້ຍກັບທັງບ່ອນນອນລົງມາຕໍ່ພຣະ­ພັກພຣະ­ເຢຊູເຈົ້າທ່າມກາງຝູງຄົນທັງຫລາຍ.
\s5
\v 20 ພຣະ­ເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາແລ້ວກໍຊົງກ່າວກັບຄົນເປັ້ຽນັ້ນວ່າ, “ລູກເອີຍ, ຄວາມຜິດບາບຂອງເຈົ້າໄດ້ຮັບອະພັຍແລ້ວ.”
\v 21 ຝ່າຍພວກນັກ­ທັມແລະພວກຟາ­ຣີ­ຊາຍ ກໍຕັ້ງ­ຕົ້ນຄຳຖາມກ່ຽວກັບສິ່ງນີ້ ພວກເຂົາເວົ້າວ່າ, “ຜູ້ນີ້ເປັນໃຜຈິ່ງໄດ້ເວົ້າຫມິ່ນ­ປະ­ຫມາດພຣະ­ເຈົ້າເຊັ່ນນີ້? ໃຜນໍຈະຍົກຄວາມຜິດບາບໄດ້ ນອກຈາກພຣະ­ເຈົ້າແຕ່ອົງດຽວເທົ່ານັ້ນ?”
\s5
\v 22 ແຕ່ພຣະ­ເຢຊູເຈົ້າຊົງຮູ້ຄວາມຄຶດຂອງພວກເຂົາ ຈິ່ງຊົງກ່າວຕອບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຕັ້ງຄຳຖາມນີ້ໃນຫົວໃຈຂອງພວກທ່ານ?
\v 23 ອັນໃດຈະງ່າຍກວ່າກັນຫລືກັບການທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບອະ­ພັຍແລ້ວ’ ຫລື ‘ຈົ່ງລຸກຂຶ້ນແລະຍ່າງໄປ?
\v 24 ແຕ່ເຫມືອນກັບທີ່ພວກທ່ານອາດຮູ້ໄດ້ວ່າ ບຸດມະ­ນຸດມີສິດອຳ­ນາດເທິງແຜ່ນດິນໂລກນີ້ ເພື່ອໃຫ້ອະ­ພັຍຄວາມຜິດບາບໄດ້, ເຮົາບອກກັບທ່ານວ່າ “ຈົ່ງລຸກ­ຂຶ້ນຍົກເອົາບ່ອນນອນຂອງເຈົ້າແລະກັບບ້ານຂອງທ່ານ.”
\s5
\v 25 ໃນທັນ­ໃດນັ້ນຄົນເປັ້ຽໄດ້ລຸກ­ຂຶ້ນຕໍ່­ຫນ້າຄົນທັງປວງ ແລະຍົກເອົາບ່ອນນອນຊຶ່ງຕົນໄດ້ນອນນັ້ນກັບໄປບ້ານຂອງຕົນ ພ້ອມທັງຮ້ອງສັນ­ຣະ­ເສີນແດ່ພຣະ­ເຈົ້າ.
\v 26 ທຸກຄົນຕ່າງກໍງຶດປະຫລາດໃຈຫລາຍແລະພວກເຂົາພາ­ກັນສັນ­ຣະ­ເສີນພຣະ­ເຈົ້າ. ພວກເຂົາເຕັມໄປດ້ວຍຄວາມຢ້ານ ແລະເວົ້າກັນວ່າ, “ວັນນີ້ພວກເຮົາ ໄດ້ເຫັນສິ່ງທີ່ອັດສະຈັນເກີດຂື້ນ.”
\s5
\v 27 ­ຫລັງຈາກເຫດ­ການເຫລົ່າ­ນີ້ເກີດຂື້ນ ພຣະເຢຊູເຈົ້າສະ­ເດັດອອກໄປຈາກທີ່ນັ້ນ ແລະພຣະອົງເຫັນຄົນເກັບພາ­ສີຜູ້ຫນຶ່ງຊື່ ເລ­ວີ ນັ່ງຢູ່ດ່ານພາ­ສີ. ພຣະ­ອົງຈິ່ງບອກທ່ານວ່າ, “ຈົ່ງຕາມເຮົາມາ.”
\v 28 ແລ້ວເລ­ວີກໍລຸກຂື້ນ ຕາມພຣະ­ອົງໄປ ແລະສະ­ຫລະຖິ້ມຫມົດທຸກສິ່ງເອົາໄວ້.
\s5
\v 29 ແລ້ວເລ­ວີຈິ່ງໄດ້ຈັດໃຫ້ມີງານລ້ຽງອັນໃຫຍ່ຕ້ອນຮັບພຣະເຢຊູເຈົ້າໃນເຮືອນຂອງຕົນ. ມີຄົນເກັບພາ­ສີຈຳນວນຫລາຍທີ່ຢູ່ທີ່ນັ້ນ ແລະຄົນອື່ນໆ ໄດ້ເຂົ້າຮ່ວມນັ່ງທີ່ໂຕະແລະຮັບປະທານອາຫານນຳພຣະອົງ.
\v 30 ແຕ່ພວກຟາ­ຣີ­ຊາຍແລະພວກທັມະຈານກຳລັງຈົ່ມຕິ­ຕຽນພວກສິດຂອງພຣະ­ອົງ, ພວກເຂົາເວົ້າວ່າ, “ເປັນຫຍັງພວກເຈົ້າຈິ່ງກິນແລະດື່ມດ້ວຍກັນກັບພວກເກັບພາສີແລະພວກຄົນບາບອື່ນໆ?”
\v 31 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງ­ການຫມໍຮັກສາ ມີແຕ່ຄົນປ່ວຍເທົ່ານັ້ນທີ່ຕ້ອງ­ການຫມໍ.
\v 32 ເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິນທັມໃຫ້ກັບໃຈ ແຕ່ມາເອີ້ນເອົາຄົນບາບໃຫ້ກັບໃຈ.”
\s5
\v 33 ພວກເຂົາໄດ້ທູນພຣະ­ອົງວ່າ, “ພວກລູກສິດຂອງໂຢ­ຮັນຖືສິນອົດອາ­ຫານແລະອະທິຖານຢູ່ເລື້ອຍ ແລະລູກສິດຂອງພວກຟາ­ຣີຊາຍກໍເຮັດເຫມືອນກັນ. ແຕ່ສາວົກຂອງທ່ານພັດກິນແລະດື່ມ.”
\v 34 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ມີສະ­ຫາຍຂອງເຈົ້າບ່າວຄົນໃດທີ່ຖືສິນອົດອາ­ຫານໃນຂະນະທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ?”
\v 35 ແຕ່ວັນນັ້ນຈະມາເຖິງ ເມື່ອເຈົ້າບ່າວຖືກຍົກຍ້າຍໄປຈາກພວກເຂົາ, ເມື່ອ­ນັ້ນແຫລະພວກເຂົາຈິ່ງຈະຖືສິນອົດອາ­ຫານ.”
\s5
\v 36 ແລ້ວພຣະເຢຊູຈິ່ງກ່າວຄຳອຸ­ປະ­ມາຂໍ້ຫນຶ່ງແກ່ພວກເຂົາວ່າ, “ບໍ່­ຫ່ອນມີຜູ້ໃດຈີກເອົາຜ້າຈາກເສື້ອໃຫມ່ມາຕາບເສື້ອເກົ່າ. ເພາະຖ້າເຂົາເຮັດດັ່ງ­ນັ້ນກໍຈະເຮັດໃຫ້ເສື້ອໃຫມ່ຂາດເສຍໄປ ແລະຜ້າທີ່ເອົາມາຈາກເສື້ອໃຫມ່ກໍຈະບໍ່ສົມກັບເສື້ອເກົ່າເຫມືອນກັນ.
\s5
\v 37 ບໍ່ມີຜູ້ໃດເອົານ້ຳອະງຸ່ນໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດດັ່ງ­ນັ້ນນ້ຳອະງຸ່ນໃຫມ່ຈະເຮັດໃຫ້ຖົງຫນັງນັ້ນຂາດໄປ, ນ້ຳອະງຸ່ນຈະໄຫລອອກ, ແລ້ວຖົງຫນັງກໍຈະເສຍໄປໃຊ້ການບໍ່ໄດ້.
\v 38 ແຕ່ນ້ຳອະງຸ່ນໃຫມ່ຕ້ອງໃສ່ໄວ້ໃນຖົງຫນັງໃຫມ່.
\v 39 ແລະບໍ່ມີຜູ້ໃດເມື່ອກິນນ້ຳອະງຸ່ນເກົ່າແລ້ວ ຈະຢາກໄດ້ນ້ຳອະງຸ່ນໃຫມ່ເພາະເພິ່ນຍ່ອມເວົ້າວ່າ ‘ອັນເກົ່ານັ້ນແຫລະດີກວ່າ’.”
\s5
\c 6
\cl ບົດທີ 6
\p
\v 1 ເມື່ອເຖິງວັນສະ­ບາ­ໂຕ ໃນຂະນະທີ່ພຣະ­ເຢຊູເຈົ້າສະ­ເດັດຜ່ານທົ່ງນາໄປ, ພວກສາວົກຂອງພຣະ­ອົງໄດ້ເດັດເອົາຮວງເຂົ້າ ແລະ ໃສ່ຝາມື ແລະ ກິນເມັດເຂົ້ານັ້ນ.
\v 2 ແຕ່ພວກຟາ­ຣີ­ຊາຍບາງຄົນທູນຖາມວ່າ, “ເປັນຫຍັງພວກທ່ານຈິ່ງຜິດຕໍ່ກົດພຣະບັນຍັດໃນວັນສະບາ­ໂຕ?”
\s5
\v 3 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານເຖິງເລື່ອງທີ່ດາ­ວິດໄດ້ເຮັດຕອນທີ່ທ່ານຫິວ ທັງດາວິດແລະພັກພວກຂອງເພິ່ນຫລື?
\v 4 ເພິ່ນໄດ້ເຂົ້າໄປໃນພຣະວິຫານຂອງພຣະ­ເຈົ້າ ແລະເອົາເຂົ້າ­ຈີ່ທີ່ຕັ້ງຖວາຍແກ່ພຣະ­ເຈົ້າມາຮັບປະ­ທານ ແລະປັນໃຫ້ພັກພວກຂອງຕົນຮັບປະທານເຫມືອນກັນ ຊຶ່ງພຣະບັນ­ຍັດຈະກຳນົດແຕ່ປະ­ໂຣ­ຫິດເທົ່ານັ້ນທີ່ສາມາດຮັບປະທານໄດ້.”
\v 5 ແລ້ວພຣະ­ອົງຊົງບອກພວກເຂົາວ່າ, “ບຸດມະ­ນຸດເປັນເຈົ້ານາຍເຫນືອວັນສະ­ບາ­ໂຕ.”
\s5
\v 6 ໃນວັນສະ­ບາ­ໂຕອີກວັນຫນຶ່ງ ພຣະ­ອົງໄດ້ສະເດັດເຂົ້າໄປໃນໂຮງທັມະສາລາ ແລະສັ່ງ­ສອນປະຊາຊົນທີ່ນັ້ນ. ມີຊາຍຄົນຫນຶ່ງທີ່ມີມືເບື້ອງຂວາລີບຢູ່ທີ່ນັ້ນ.
\v 7 ພວກທັມະຈານແລະພວກຟາ­ຣີຊາຍຊອມເບິ່ງວ່າ ພຣະ­ອົງຈະຊົງຮັກສາໃຜໃຫ້ດີໃນວັນສະ­ບາ­ໂຕຫລືບໍ່ ເພື່ອທີ່ເຂົາຈະຫາເຫດຟ້ອງພຣະ­ອົງໃນການເຮັດຜິດ.
\v 8 ແຕ່ພຣະ­ອົງຊົງຊາບຄວາມຄຶດຂອງຄົນເຫລົ່ານັ້ນ ຈິ່ງຊົງບອກຄົນມືລີບນັ້ນວ່າ, “ລຸກ­ຂຶ້ນແລະມາຢືນຢູ່ເຄິ່ງກາງຂອງທຸກຄົນ” ດັ່ງນັ້ນ ລາວຈິ່ງລຸກຂຶ້ນແລະຢືນຢູ່ທີ່ນັ້ນ.
\s5
\v 9 ພຣະເຢຊູເຈົ້າຖາມພວກເຂົາວ່າ "ເຮົາຖາມທ່ານວ່າ, ອັນໃດທີ່ເປັນການເຮັດຕາມພຣະບັນຍັດໃນວັນສະ­ບາ­ໂຕ ການເຮັດດີ ຫລື ການເຮັດຊົ່ວ, ການຊ່ວຍຊີ­ວິດໄວ້ ຫລື ການໃຫ້ທຳລາຍຊີ­ວິດເສັຍ?”.
\v 10 ແລ້ວພຣະ­ອົງຈິ່ງທອດພຣະ­ເນດເບິ່ງອ້ອມເຂົາທຸກຄົນ ແລະຊົງກ່າວແກ່ຄົນມືລີບນັ້ນວ່າ, “ຈົ່ງຢຽດມືຂອງເຈົ້າອອກມາ” ຄົນນັ້ນກໍເຮັດຕາມ, ມືຂອງລາວກໍດີເປັນປົກກະ­ຕິ.
\v 11 ແຕ່ຄົນເຫລົ່າ­ນັ້ນກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະໄດ້ປຶກ­ສາກັນວ່າຈະເຮັດຢ່າງ­ໃດກັບພຣະ­ເຢຊູເຈົ້າ.
\s5
\v 12 ໃນຄາວນັ້ນ ພຣະ­ເຢຊູເຈົ້າໄດ້ສະ­ເດັດຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ ພຣະອົງອະທິຖານຕໍ່ພຣະ­ເຈົ້າຢູ່ນັ້ນຕະ­ຫລອດຄືນ.
\v 13 ຄັນພໍຮຸ່ງເຊົ້າພຣະ­ອົງໄດ້ຊົງເອີ້ນເອົາພວກສາວົກມາຫາພຣະອົງ, ພຣະ­ອົງຊົງເລືອກເອົາສິບສອງຄົນໃນພວກເຂົາ, ເຊິ່ງເປັນຜູ້ທີ່ພຣະອົງຊົງຕັ້ງຊື່­ວ່າ ອັກຄະສາ­ວົກ.
\s5
\v 14 ລາຍຊື່ຂອງບັນດາອັກຄະສາວົກ ຄື ຊີໂມນ (ຜູ້ທີ່ພຣະ­ອົງຊົງຕັ້ງຊື່ອີກວ່າ ເປ­ໂຕ) ແລະອັນ­ເດ­ອາ ນ້ອງຊາຍຂອງລາວ, ຢາໂກ­ໂບແລະໂຢ­ຮັນ, ຟີ­ລິບແລະບາ­ຣະໂທໂລ­ມາຍ.
\v 15 ມັດ­ທາຍແລະໂທມາ, ຢາ­ໂກ­ໂບລູກຊາຍຂອງອາລະ­ຟາຍ, ຊີ­ໂມນ(ຜູ້ທີ່ເອີ້ນກັນວ່າ. ເຊໂລເຕ)
\v 16 ຢູ­ດາລູກຊາຍຂອງຢາ­ໂກ­ໂບ, ແລະຢູດາອິ­ສະກາຣີ­ອົດ ຜູ້ທີ່ກາຍ­ເປັນຄົນທໍ­ຣະຍົດ.
\s5
\v 17 ເມື່ອພຣະເຢຊູເຈົ້າໄດ້ສະ­ເດັດລົງມາຈາກພູເຂົາ ພ້ອມກັບພວກສາວົກ ແລະຊົງຢືນຢູ່ທີ່ຮາບພຽງ ພວກສາວົກຂອງພຣະ­ອົງຫລາຍຄົນກໍຢູ່ທີ່ນັ້ນ ເຊັ່ນດຽວກັນກັບປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍທີ່ມາຈາກທົ່ວແຂວງຢູ­ດາຍ, ຈາກນະຄອນເຢ­ຣູຊາເລັມ, ແລະຈາກຝັ່ງທະ­ເລເຂດເມືອງຕີ­ເຣກັບເມືອງຊີ­ໂດນ.
\v 18 ພວກເຂົາໄດ້ມາພຣະ­ອົງ ເພື່ອຟັງພຣະອົງ ແລະເພື່ອໃຫ້ໂຜດດີພະ­ຍາດຕ່າງໆຂອງເຂົາ. ບັນດາຄົນທີ່ທຸກທໍຣະມານຈາກຜີຖ່ອຍຮ້າຍ ກໍຊົງໂຜດໃຫ້ດີເຫມືອນກັນ.
\v 19 ທຸກຄົນໃນປະ­ຊາ­ຊົນຕ່າງກໍພະ­ຍາ­ຍາມຈະແຕະຕ້ອງພຣະ­ອົງ ເພາະຣິດເດດແຫ່ງການຮັກສາໂຣກອອກມາຈາກພຣະ­ອົງ ແລະພຣະອົງຊົງຮັກສາພວກເຂົາໃຫ້ດີພະຍາດທຸກຄົນ.
\s5
\v 20 ແລ້ວພຣະ­ອົງທອດພະ­ເນດຫລຽວເບິ່ງພວກສາ­ວົກແລະຊົງກ່າວວ່າ, “ທ່ານທັງຫລາຍທີ່ຍາກຈົນກໍເປັນສຸກ ເພາະຣາຊະອານາຈັກຂອງພຣະ­ເຈົ້າເປັນຂອງພວກທ່ານ.
\v 21 ທ່ານທັງຫລາຍທີ່ອຶດຢາກດຽວນີ້ກໍເປັນສຸກ ເພາະວ່າທ່ານຈະໄດ້ອີ່ມເຕັມ. ທ່ານທັງຫລາຍທີ່ຮ້ອງໄຫ້ດຽວນີ້ກໍເປັນສຸກ, ເພາະວ່າພວກທ່ານຈະໄດ້ຫົວ.”
\s5
\v 22 “ເມື່ອຄົນທັງຫລາຍກຽດຊັງພວກທ່ານກໍເປັນສຸກ ແລະເມື່ອພວກເຂົາຂັບໄລ່ທ່ານ, ແລະປະຕິເສດຊື່ຂອງພວກທ່ານວ່າຊົ່ວຮ້າຍ ເພາະເຫັນແກ່ບຸດມະນຸດ.
\v 23 ຈົ່ງຊື່ນຊົມຍິນດີໃນວັນນັ້ນ ແລະຕື່ນເຕັ້ນດ້ວຍຄວາມຍິນດີ. ເພາະທ່ານຫມັ້ນໃຈວ່າຈະໄດ້ບຳເຫນັດອັນຍິ່ງໃຫຍ່ໃນສະຫວັນ ເພາະວ່າບັນພະບຸຣຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທັມເຫມືອນກັນ.
\s5
\v 24 “ແຕ່ວິບັດຈົ່ງມີແກ່ທ່ານທັງຫລາຍຜູ້ເປັນຄົນຮັ່ງມີ ເພາະວ່າພວກທ່ານໄດ້ຮັບຄວາມສຸກສະບາຍແລ້ວ.
\v 25 ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ອີ່ມເຕັມດຽວນີ້, ເພາະວ່າພວກທ່ານຈະອຶດຢາກໃນພາຍຫລັງ. ວິບັດຈົ່ງມີແກ່ທ່ານທັງຫລາຍທີ່ຫົວຢູ່ດຽວນີ້, ເພາະວ່າພວກທ່ານຈະທຸກໂສກແລະຮ້ອງໄຫ້ພາຍຫລັງ.”
\s5
\v 26 “ວິບັດຈົ່ງມີແກ່ພວກທ່ານ ເມື່ອຄົນທັງຫລາຍຍ້ອງຍໍວ່າທ່ານດີ, ເພາະບັນພະບຸຣຸດຂອງພວກເຂົາກໍໄດ້ເວົ້າຢ່າງດຽວກັນນັ້ນຕໍ່ຜູ້ປະກາດພຣະທັມປອມເຫມືອນກັນ.”
\s5
\v 27 “ແຕ່ເຮົາບອກແກ່ທ່ານທີ່ກຳ­ລັງຟັງຢູ່ວ່າ ຈົ່ງຮັກສັດ­ຕຣູຂອງພວກທ່ານແລະເຮັດດີແກ່ຜູ້ກຽດຊັງພວກທ່ານ.
\v 28 ຈົ່ງອວຍພອນແກ່ຜູ້ທີ່ປ້ອຍດ່າພວກທ່ານ, ແລະຈົ່ງອ້ອນ­ວອນເພື່ອຜູ້ທີ່ກ່າວຫຍາບ­ຊ້າຕໍ່ພວກທ່ານ.
\s5
\v 29 ຖ້າຜູ້ໃດຕົບແກ້ມຂອງທ່ານເບື້ອງຫນຶ່ງ ຈົ່ງປິ່ນອີກເບື້ອງຫນຶ່ງໃຫ້ເຂົາ. ຖ້າຜູ້ໃດຍາດເອົາເສື້ອຊັ້ນນອກຂອງທ່ານໄປ ຢ່າຫວງຫ້າມທີ່ຈະເອົາເສື້ອໃນໃຫ້ພວກເຂົາ.
\v 30 ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກທ່ານ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງທ່ານໄປ, ຢ່າຊູ່ທວງຖາມເພື່ອທີ່ຈະເອົາຄືນ.
\s5
\v 31 ທ່ານຈົ່ງປະຕິບັດຕໍ່ຄົນທັງປວງເຫມືອນຢ່າງທ່ານຢາກໃຫ້ເຂົາປະຕິບັດຕໍ່ທ່ານ.
\v 32 ຖ້າທ່ານຮັກຄົນທັງ­ຫລາຍທີ່ຮັກທ່ານ ທ່ານຈະໄດ້ຮັບການຍົກຍ້ອງຫລື? ເພາະເຖິງແມ່ນຄົນບາບກໍຍັງຮັກຄົນທີ່ຮັກເຂົາເຫມືອນກັນ.
\v 33 ຖ້າທ່ານເຮັດດີສະເພາະແຕ່ຄົນທີ່ເຮັດດີຕໍ່ທ່ານ ຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ເພາະຄົນບາບກໍຍັງເຮັດຢ່າງດຽວກັນ.
\v 34 ຖ້າທ່ານທັງຫລາຍໃຫ້ຢືມແກ່ຜູ້ທີ່ທ່ານຫວັງວ່າຈະໄດ້ຮັບຄືນ ທ່ານຈະຊົງນັບວ່າເປັນຄຸນອັນໃດແກ່ທ່ານ? ແມ່ນແຕ່ຄົນບາບກໍຍັງໃຫ້ຄົນບາບຢືມໂດຍຫວັງວ່າຈະໄດ້ຮັບຄືນກັບມາເຕັມຈຳນວນ.
\s5
\v 35 ແຕ່ຈົ່ງຮັກສັດ­ຕຣູຂອງທ່ານທັງ­ຫລາຍແລະຈົ່ງເຮັດດີຕໍ່ເຂົາ ຈົ່ງໃຫ້ເຂົາຢືມໂດຍບໍ່ຫວັງຈະໄດ້ຮັບຄືນ ແລະທ່ານຈະໄດ້ຮັບບຳເຫນັດທີ່ຍິ່ງໃຫຍ່, ທ່ານທັງ­ຫລາຍຈະໄດ້ເປັນບຸດຂອງພຣະ­ເຈົ້າຜູ້ສູງສຸດ ເພາະ­ວ່າພຣະ­ອົງຍັງຊົງພຣະກາຣຸນາ ແກ່ຄົນທີ່ເນຣະ­ຄຸນແລະຄົນຊົ່ວ.
\v 36 ຈົ່ງມີຄວາມເມດຕາກະ­ຣຸ­ນາ ເຫມືອນຢ່າງພຣະບິ­ດາຂອງທ່ານຊົງມີພຣະ­ທັຍເມດຕາກະ­ຣຸ­ນາ.
\s5
\v 37 “ຢ່າໄດ້ຕັດສິນ ແລະ ທ່ານຈະບໍ່ຖືກຕັດສິນ. ຢ່າສາບແຊ່ງໃຜ ແລະ ທ່ານຈະບໍ່ຖືກສາບແຊ່ງ. ຈົ່ງຍົກ­ໂທດໃຫ້ເຂົາ ແລະ ທ່ານຈະໄດ້ຮັບການຍົກ­ໂທດ.
\s5
\v 38 ຈົ່ງໃຫ້ຄົນອື່ນ ແລະທ່ານຈະໄດ້ຮັບເຫມືອນກັນ ໃນຈຳນວນທີ່ຫລາຍ ແລະລົ້ນໄຫລ ເຊິ່ງຈະເທລົງເທິງຕັກຂອງທ່ານ. ເພາະ­ວ່າພວກທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ກໍຈະຊົງຕວງໃຫ້ພວກທ່ານດ້ວຍເຄື່ອງຜອງອັນນັ້ນ.”
\s5
\v 39 ແລ້ວພຣະ­ອົງຊົງກ່າວແກ່ເຂົາເປັນຄຳອຸ­ປະ­ມາວ່າ, “ຄົນຕາບອດຈະຈູງຄົນຕາ­ບອດໄປບໍ່ໄດ້ບໍ? ຖ້າເຂົາເຮັດແບບນັ້ນ ທັງສອງຈະບໍ່ຕົກໃນຂຸມ ບໍ່ແມ່ນບໍ?
\v 40 ສິດບໍ່­ຫ່ອນໃຫຍ່ກວ່າຄຣູ ແຕ່ສິດທຸກຄົນທີ່ຮັບການຝຶກຝົນຢ່າງດີແລ້ວ ກໍຈະເປັນ ເຫມືອນຄຣູຂອງພວກເຂົາ.
\s5
\v 41 ເປັນຫຍັງທ່ານຫລຽວເຫັນຂີ້ເຫຍື່ອທີ່­ຢູ່ໃນຕາພີ່­ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່­ຢູ່ໃນຕາຕົນເອງທ່ານບໍ່ຮູ້­ສຶກ.
\v 42 ດ້ວຍເຫດ­ໃດທ່ານຈິ່ງຈະເວົ້າກັບພີ່­ນ້ອງຂອງຕົນໄດ້ວ່າ ‘ພີ່­ນ້ອງເອີຍ, ໃຫ້ຂ້ອຍເຂັ່ຍຂີ້ເຫຍື່ອອອກຈາກຕາຂອງເຈົ້າ’ ແຕ່ທ່ານເອງໄມ້ທັງທ່ອນທີ່­ຢູ່ໃນຕາຂອງຕົນກໍຍັງບໍ່ເຫັນ ໂອ ຄົນຫນ້າຊື່ໃຈຄົດເອີຍ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນກ່ອນ ແລ້ວທ່ານຈະເຫັນໄດ້ຄັກ ຈິ່ງຈະເຂັ່ຍຂີ້ເຫຍື່ອອອກຈາກຕາພີ່­ນ້ອງຂອງທ່ານໄດ້.
\s5
\v 43 “ເພາະບໍ່­ມີຕົ້ນ­ໄມ້ດີທີ່ເກີດຜົນບໍ່ດີ ແລະຕົ້ນໄມ້ບໍ່ດີກໍບໍ່ຫ່ອນເກີດຜົນດີ.
\v 44 ເພາະ­ວ່າຈະຮູ້­ຈັກຕົ້ນ­ໄມ້ທຸກຕົ້ນໄດ້ກໍເພາະຜົນຂອງມັນ ເຫດວ່າເຂົາບໍ່­ຫ່ອນເກັບຫມາກ­ເດື່ອເທດຈາກຕົ້ນມີຫນາມ ແລະບໍ່­ຫ່ອນເກັບຫມາກອະ­ງຸ່ນຈາກພຸ່ມມີຫນາມເຊັ່ນກັນ.
\s5
\v 45 ຄົນດີຍ່ອມເອົາຂອງດີທີ່ມີຢູ່ໃນຄັງດີໃນໃຈຂອງຕົນອອກມາ, ແລະຄົນຊົ່ວກໍຍ່ອມເອົາຂອງຊົ່ວຈາກຄັງຊົ່ວໃນໃຈຂອງຕົນອອກມາ. ເພາະ­ວ່າໃຈເຕັມລົ້ນດ້ວຍອັນໃດ ປາກກໍເວົ້າອອກມາຢ່າງນັ້ນ.
\s5
\v 46 “ເຫດ­ໃດທ່ານທັງ­ຫລາຍຈິ່ງເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ ອົງພຣະຜູ້ເປັນເຈົ້າ’ ແຕ່ທ່ານບໍ່ໄດ້ເຮັດຕາມຖ້ອຍຄຳທີ່ເຮົາບອກນັ້ນ.
\v 47 ທຸກຄົນທີ່ມາຫາເຮົາ ແລະຟັງຄຳຂອງເຮົາ ແລະປະ­ຕິ­ບັດຕາມເຮົາ, ເຮົາຈະ­ແຈ້ງໃຫ້ທ່ານຮູ້ວ່າຄົນນັ້ນປຽບເຫມືອນຜູ້ໃດ.
\v 48 ເຂົາກໍປຽບເຫມືອນຄົນຜູ້ຫນຶ່ງທີ່ກໍ່­ສ້າງເຮືອນ ຜູ້ນັ້ນຂຸດດິນລົງເລິກແລ້ວຕັ້ງຮາກເທິງດານຫີນ ແລະເມື່ອນ້ຳມາຖ້ວມແລ້ວກະແສນ້ຳໄຫລທັ່ງໃສ່ ແຕ່ບໍ່ອາດຈະເຮັດໃຫ້ເຮືອນນັ້ນຫວັ່ນ­ໄຫວ ເພາະ­ວ່າໄດ້ສ້າງດີແລ້ວ.
\s5
\v 49 ແຕ່ຄົນທີ່ໄດ້ຍິນຖ້ອຍຄຳຂອງເຮົາແລະບໍ່ປະ­ຕິ­ບັດຕາມຖ້ອຍຄຳນັ້ນ, ກໍປຽບເຫມືອນຄົນຫນຶ່ງທີ່ໄດ້ກໍ່­ສ້າງເຮືອນເທິງດິນທີ່ບໍ່ມີຮາກຖານ. ເມື່ອກະແສນ້ຳໄຫລທັ່ງໃສ່ເຮືອນນັ້ນ, ມັນກໍເຈື່ອນລົງທັນ­ທີ, ແລະນຳຄວາມຈິບ­ຫາຍມາສູ່ເຮືອນນັ້ນຈົນກ້ຽງບໍ່ເຫລືອຍັງເລີຍ.”
\s5
\c 7
\cl ບົດທີ 7
\p
\v 1 ຫລັງຈາກທີ່ພຣະ­ເຢຊູເຈົ້າຊົງກ່າວຄຳເຫລົ່າ­ນັ້ນໃຫ້ປະຊາຊົນຟັງຫມົດແລ້ວ ພຣະ­ອົງກໍສະ­ເດັດເຂົ້າໄປໃນເມືອງກາ­ເປ­ນາ­ອູມ.
\s5
\v 2 ມີຂ້ອຍໃຊ້ຂອງນາຍທະ­ຫານໂຣມຄົນຫນຶ່ງທີ່ນາຍຮັກຫລາຍ ກຳລັງປ່ວຍຢູ່ແລະໃກ້ຈະຕາຍແລ້ວ.
\v 3 ເມື່ອນາຍ­ທະຫານໄດ້ຍິນກ່ຽວກັບພຣະເຢຊູເຈົ້າ ເພິ່ນໄດ້ສົ່ງເຖົ້າແກ່ບາງຄົນຂອງພວກຢິວໄປຫາພຣະເຢຊູເຈົ້າ ເພື່ອເຊີນພຣະ­ອົງສະ­ເດັດມາຊ່ວຍຊີວິດຂ້ອຍໃຊ້ຂອງຕົນບໍ່ໃຫ້ຕາຍ.
\v 4 ເມື່ອພວກເຂົາເຂົ້າມາໃກ້ພຣະ­ເຢຊູເຈົ້າແລ້ວ ເຂົາກໍອ້ອນ­ວອນພຣະ­ອົງດ້ວຍໃຈ­ຮ້ອນຮົນວ່າ, “ນາຍ­ທະຫານຜູ້ນັ້ນສົມ­ຄວນທີ່ຈະຮັບການຊ່ວຍເຫລືອນີ້ຈາກທ່ານ.
\v 5 ເພາະ­ວ່າເພິ່ນຮັກປະ­ເທດຊາດຂອງເຮົາ ແລະແມ່ນຜູ້ນີ້ແຫລະ, ໄດ້ສ້າງໂຮງທັມະສາລາໃຫ້ແກ່ພວກເຮົາ.”
\s5
\v 6 ດັ່ງນັ້ນ ພຣະ­ເຢຊູເຈົ້າຈິ່ງສະ­ເດັດໄປກັບພວກເຂົາ. ແຕ່ເມື່ອພຣະອົງໃກ້ຈະເຖິງບ້ານຂອງເຂົາແລ້ວ, ນາຍ­ທະ­ຫານໄດ້ໃຊ້ຫມູ່ສະຫາຍໄປຫາພຣະ­ອົງທູນວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າໄດ້ລຳບາກເລີຍ ເພາະ­ວ່າຂ້າ­ນ້ອຍເປັນຄົນບໍ່ສົມ­ຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງ­ຄາເຮືອນຂອງຂ້າ­ນ້ອຍ.
\v 7 ເພາະເຫດນັ້ນຂ້ານ້ອຍຈິ່ງຖືວ່າເປັນຜູ້ບໍ່ສົມ­ຄວນທີ່ຈະໄປຫາພຣະອົງ, ແຕ່ຂໍພຣະອົງພຽງແຕ່ກ່າວຄຳດຽວ ແລະຄົນໃຊ້ຂອງຂ້າ­ນ້ອຍຄົງຈະດີພະ­ຍາດ.
\v 8 ເພາະຂ້າ­ນ້ອຍເປັນຄົນທີ່­ຢູ່ໃຕ້ວິ­ໄນທະ­ຫານ ແລະຂ້ານ້ອຍຍັງມີທະ­ຫານຢູ່ໃຕ້ບັງ­ຄັບບັນ­ຊາຂອງຂ້າ­ນ້ອຍອີກ. ຄືຂ້ານ້ອຍສັ່ງຄົນນີ້ວ່າ ‘ໄປ’ ມັນກໍໄປ ສັ່ງອີກຄົນຫນຶ່ງວ່າ ‘ມາ’ ມັນກໍມາ ແລະບອກແກ່ຂ້ອຍໃຊ້ຂອງຂ້າ­ນ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ມັນກໍເຮັດ.”
\s5
\v 9 ເມື່ອພຣະ­ເຢຊູໄດ້ຍິນຄຳເຫລົ່າ­ນັ້ນ ພຣະອົງກໍປະ­ຫລາດໃຈໃນຕົວນາຍທະຫານນັ້ນ ແລະຫລຽວຫລັງກ່າວກັບປະ­ຊາ­ຊົນທີ່ຕາມມາວ່າ, “ເຮົາບອກທ່ານທັງ­ຫລາຍວ່າ ເຮົາຍັງບໍ່ເຄີຍເຫັນຜູ້ໃດມີຄວາມເຊື່ອໃຫຍ່ເທົ່ານີ້ໃນ­ອິສະຣາ­ເອນ.”
\v 10 ເມື່ອຄົນເຫລົ່ານັ້ນທີ່ຖືກສົ່ງກັບໄປເຖິງເຮືອນແລ້ວ ກໍພົບວ່າຂ້ອຍໃຊ້ຜູ້ນັ້ນດີພະ­ຍາດເປັນປົກກະຕິແລ້ວ.
\s5
\v 11 ຫລັງຈາກນັ້ນບໍ່ດົນ ພຣະ­ເຢຊູເຈົ້າກໍສະ­ເດັດໄປຍັງເມືອງຫນຶ່ງຊື່ນາ­ອິນ, ພວກສາ­ວົກຂອງພຣະ­ອົງ ພ້ອມກັບປະ­ຊາ­ຊົນຫລວງຫລາຍໄດ້ຕາມພຣະ­ອົງໄປ.
\v 12 ເມື່ອສະ­ເດັດມາໃກ້ປະ­ຕູເມືອງແລ້ວ, ເບິ່ງແມ, ມີຄົນກຳ­ລັງຫາມສົບຊາຍຫນຸ່ມຄົນຫນຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງແມ່ ຊຶ່ງເປັນແມ່­ຫມ້າຍ, ແລະມີຊາວເມືອງຫລາຍສົມ­ຄວນອອກມານຳນາງ.
\v 13 ເມື່ອເຫັນນາງແລ້ວ­ອົງພຣະຜູ້ເປັນເຈົ້າກໍຊົງເມດຕານາງຫລາຍແລ້ວຊົງກ່າວວ່າ, “ຢ່າຮ້ອງ­ໄຫ້.”
\v 14 ແລ້ວພຣະ­ອົງສະ­ເດັດເຂົ້າໄປໃກ້ແລະບາຍຂອບໄມ້ໂລງສົບທີ່ພວກເຂົາໃສ່ສົບໄວ້ ແລະຄົນທີ່ຫາມໂລງສົບນັ້ນກໍຢຸດຢືນຢູ່ ພຣະ­ອົງຈິ່ງສັ່ງວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າ ຈົ່ງລຸກຂຶ້ນ.”
\v 15 ແລ້ວຄົນທີ່ຕາຍນັ້ນ ກໍລຸກ­ຂຶ້ນນັ່ງແລະຕັ້ງ­ຕົ້ນເວົ້າ ແລ້ວພຣະ­ເຢຊູເຈົ້າຈິ່ງຊົງມອບຊາຍນັ້ນໃຫ້ແມ່ຂອງລາວ.
\s5
\v 16 ແລ້ວພວກເຂົາທຸກຄົນຈຶ່ງເຕັມໄປດ້ວຍຄວາມຢ້ານພວກເຂົາຈິ່ງສັນ­ຣະເສີນພຣະ­ເຈົ້າບໍ່ຢຸດໂດຍເວົ້າວ່າ, “ທ່ານຜູ້ປະ­ກາດພຣະ­ທັມຜູ້ຍິ່ງໃຫຍ່ໄດ້ເກີດຂຶ້ນທ່າມ­ກາງພວກເຮົາ ແລ້ວແລະພຣະເຈົ້າໄດ້ສະເດັດມາຢ້ຽມ­ຢາມພົນ­ລະ­ເມືອງຂອງພຣະ­ອົງແລ້ວ.”
\v 17 ເລື່ອງຂອງພຣະອົງໄດ້ຊ່າ­ລືໄປທົ່ວແຂວງຢູ­ດາຍແລະທົ່ວຂົງ­ເຂດທີ່­ຢູ່ລ້ອມຮອບທັງໝົດ.
\s5
\v 18 ສາວົກຂອງໂຢ­ຮັນກໍໄດ້ເລົ່າກ່ຽວກັບສິ່ງເຫລົ່ານີ້ທັງຫມົດ.
\v 19 ແລ້ວໂຢ­ຮັນຈິ່ງເອີ້ນສາວົກສອງຄົນມາແລະ ໃຊ້ເຂົາໄປຫາອົງພຣະຜູ້­ເປັນ­ເຈົ້າທູນຖາມວ່າ, "ທ່ານເປັນຜູ້ທີ່ຈະມານັ້ນຫລຶ? ຫລືວ່າເຮົາຕ້ອງລໍຄອຍອີກຄົນຫນຶ່ງອີກ."
\v 20 ເມື່ອພວກເຂົາທັງສອງໄດ້ມາໃກ້ພຣະເຢຊູຈິ່ງທູນວ່າ, "ໂຢ­ຮັນບັບ­ຕິ­ສະ­ໂຕ ໄດ້ໃຊ້ພວກຂ້ານ້ອຍມາຖາມວ່າ ‘ທ່ານເປັນຜູ້ທີ່ຈະມານັ້ນບໍ ຫລືຈະຕ້ອງລໍຄອຍຜູ້ອື່ນຕື່ມອີກ?'"
\s5
\v 21 ໃນເວ­ລານັ້ນ ພຣະ­ອົງໄດ້ຊົງໂຜດໃຫ້ຫລາຍຄົນດີພະ­ຍາດໂຣຄາຕ່າງໆ ແລະຄວາມທຸກຍາກຕ່າງໆ ແລະພົ້ນຈາກວິນຍານຜີຮ້າຍ ແລະພຣະອົງຮັກສາຄົນຕາ­ບອດຫລາຍຄົນໃຫ້ເຫັນ­ຮຸ່ງ,
\v 22 ພຣະ­ເຢຊູຕອບສິດທັງສອງນັ້ນວ່າ, “ຈົ່ງໄປແຈ້ງແກ່ໂຢ­ຮັນ ຕາມທີ່ທ່ານໄດ້ເຫັນແລະໄດ້ຍິນ ຄືວ່າຄົນຕາ­ບອດກໍເຫັນຮຸ່ງ, ຄົນຂາເສັ້ງກໍຍ່າງເປັນປົກ­ກະ­ຕິ, ຄົນຂີ້­ທູດກໍດີສະ­ອາດ, ຄົນຫູຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ, ແລະຂ່າວປະ­ເສີດກໍປະ­ກາດແກ່ຄົນອະ­ນາ­ຖາ.
\v 23 ຜູ້ໃດທີ່ບໍ່ລົ້ມເລີກຄວາມເຊື່ອໃນເຮົາ ເນື່ອງຈາກສິ່ງທີ່ເຮົາກະທຳຜູ້ນັ້ນກໍເປັນສຸກ.”
\s5
\v 24 ຫລັງຈາກພວກຮັບໃຊ້ຂອງໂຢ­ຮັນໄປແລ້ວ ພຣະ­ເຢຊູເຈົ້າກໍຊົງຕັ້ງຕົ້ນກ່າວກັບປະ­ຊາ­ຊົນເຖິງເລື່ອງໂຢ­ຮັນວ່າ, “ທ່ານທັງ­ຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື?
\v 25 ແຕ່ທ່ານທັງ­ຫລາຍອອກໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະ­ອຽດອ່ອນນວນຫລື? ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມ ແລະໃຊ້ຊີວິດຢ່າງຫລູຫລາຟຸມເຟືອຍຍ່ອມຢູ່ໃນຣາ­ຊະວັງ.
\v 26 ແຕ່ພວກທ່ານອອກໄປເບິ່ງຫຍັງ? ເບິ່ງຜູ້ປະ­ກາດພຣະ­ທັມຫລື? ແມ່ນແລ້ວ ເຮົາບອກພວກທ່ານວ່າ ເປັນຍິ່ງກວ່າຜູ້ປະ­ກາດພຣະ­ທັມອີກ.
\s5
\v 27 ທ່ານຜູ້ນີ້ແຫລະທີ່ພຣະ­ຄັມພີຂຽນໄວ້ເຖິງເພິ່ນວ່າ, ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ ຜູ້ທີ່ຈັດຕຽມຫົນ­ທາງໄວ້ກ່ອນຫນ້າທ່ານ’.
\v 28 ເຮົາບອກພວກທ່ານວ່າ ໃນບັນ­ດາຜູ້ທີ່ເກີດຈາກຜູ້­ຍິງເຫລົ່ານັ້ນ ບໍ່ມີຜູ້ໃດໃຫຍ່ກວ່າໂຢ­ຮັນ ແຕ່ຜູ້ນ້ອຍທີ່ສຸດໃນຣາ­ຊະອານາຈັກຂອງພຣະ­ເຈົ້າ ຍັງໃຫຍ່ກວ່າໂຢ­ຮັນອີກ.”
\s5
\v 29 (ເມື່ອຄົນທັງປວງທີ່ໄດ້ຍິນດັ່ງນັ້ນ, ລວມເຖິງບັນດາຄົນເກັບພາ­ສີ, ພວກເຂົາກໍໄດ້ຍອມຮັບວ່າພຣະ­ເຈົ້າຊົງຍຸດ­ຕິທັມ ໂດຍທີ່ພວກເຂົາເປັນຫນຶ່ງໃນກຸ່ມຄົນທີ່ໄດ້ຮັບບັບ­ຕິ­ສະມາຈາກໂຢ­ຮັນແລ້ວ.
\v 30 ແຕ່ພວກຟາ­ຣີຊາຍ ແລະ ພວກທັມະຈານທີ່ບໍ່ໄດ້ຮັບບັບ­ຕິ­ສະ­ມາຈາກໂຢ­ຮັນ ໄດ້ຂັດຂວາງພຣະ­ປະ­ສົງຂອງພຣະ­ເຈົ້າສຳ­ລັບເຂົາ, ເພາະວ່າພວກເຂົາບໍ່ໄດ້ຮັບປະຕິສະມາໂດຍໂຢຮັນ.)
\s5
\v 31 “ແລ້ວເຮົາຄວນຈະປຽບທຽບຄົນສະ­ໄຫມນີ້ໃສ່ກັບອັນໃດ? ພວກເຂົາເປັນເຫມືອນອັນໃດ?
\v 32 ພວກເຂົາເປັນເຫມືອນເດັກນ້ອຍທີ່ນັ່ງຢູ່ກາງຕະ­ຫລາດຮ້ອງໃສ່ກັນແລະກັນວ່າ, ‘ພວກເຮົາໄດ້ເປົ່າປີ່ໃຫ້ພວກເຈົ້າ ແຕ່ພວກເຈົ້າບໍ່ໄດ້ຟ້ອນລຳເຮົາໄດ້ຮ້ອງໄຫ້ຮ່ຳໄຮ ແຕ່ພວກເຈົ້າບໍ່ໄດ້ຕີເອິກຮ້ອງໃຫ້’.
\s5
\v 33 ເພາະ­ວ່າໂຢ­ຮັນບັບ­ຕິ­ສະ­ໂຕ ໄດ້ມາໂດຍບໍ່ກິນເຂົ້າຈີ່ ຫລື ດື່ມເຫລົ້າແວງ ແລະ ພວກທ່ານເວົ້າວ່າ ‘ເພິ່ນມີຜີສິງຢູ່’.
\v 34 ສ່ວນບຸດມະ­ນຸດໄດ້ມາທັງກິນ ແລະດື່ມ ແລະພວກທ່ານເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນ ແລະ ມັກເມົາ, ເປັນເພື່ອນຂອງຄົນເກັບພາ­ສີ ແລະ ຄົນບາບ’.
\v 35 ແຕ່ພຣະສະຕິ­ປັນ­ຍາ ກໍວ່າຖືກ­ຕ້ອງແລ້ວ ໂດຍລູກທັງຫມົດຂອງນາງ.”
\s5
\v 36 ມີຄົນຫນຶ່ງໃນພວກຟາ­ຣີ­ຊາຍ ໄດ້ເຊີນພຣະ­ເຢຊູເຈົ້າໄປຮັບປະທານອາຫານໃນເຮືອນຂອງຕົນ. ຫລັງຈາກທີ່ພຣະເຢຊູເຈົ້າສະ­ເດັດເຂົ້າໄປໃນເຮືອນຂອງຟາ­ຣີ­ຊາຍ­ແລ້ວພຣະອົງຊົງປຣະ­ທັບລົງທີ່ໂຕະເພື່ອຈະຮັບປະທານອາຫານ.
\v 37 ເບິ່ງແມ, ມີຍິງຄົນຫນຶ່ງໃນເມືອງນັ້ນຊຶ່ງເປັນຄົນບາບ. ເມື່ອນາງຮູ້ວ່າພຣະ­ເຢຊູເຈົ້າຊົງນັ່ງຮັບປະທານອາ­ຫານໃນເຮືອນຂອງຟາ­ຣີ­ຊາຍ ນາງໄດ້ຖືເຕົ້າຫີນຂາວມີນ້ຳ­ຫອມລາຄາແພງມາ.
\v 38 ນາງຢືນຂ້າງຫລັງໃກ້ຕີນຂອງພຣະ­ອົງແລະຮ້ອງ­ໄຫ້ ນ້ຳຕາໄຫລຈົນປຽກຕີນຂອງພຣະອົງ ແລ້ວນາງເອົາຜົມເຊັດທັງຈູບຕີນຂອງພຣະ­ອົງ ແລະເອົານ້ຳ­ຫອມນັ້ນຫົດສົງຕີນຂອງພຣະອົງ.
\s5
\v 39 ເມື່ອຟາ­ຣີ­ຊາຍຄົນທີ່ໄດ້ເຊີນພຣະ­ເຢຊູມາໄດ້ເຫັນດັ່ງ­ນັ້ນແລ້ວກໍນຶກໃນໃຈວ່າ “ຖ້າຜູ້ນີ້ແມ່ນຜູ້ປະ­ກາດພຣະ­ທັມ ເພິ່ນຄົງຈະໄດ້ຮູ້ວ່າຍິງຜູ້ຖືກ­ຕ້ອງກາຍຂອງເພິ່ນເປັນຜູ້ໃດ ແລະເປັນຄົນແນວ­ໃດ ເພາະມັນເປັນຄົນບາບ.”
\v 40 ພຣະ­ເຢຊູເຈົ້າຊົງຕອບເພິ່ນວ່າ, “ຊີໂມນເອີຍ, ເຮົາມີບາງຢ່າງຈະເວົ້າກັບທ່ານ” ຊີ­ໂມນທູນຕອບວ່າ, “ອາ­ຈານເອີຍ, ເຊີນເວົ້າໂລດ!”
\s5
\v 41 ພຣະເຢຊູເຈົ້າຊົງກ່າວວ່າ, “ເຈົ້າຫນີ້ຜູ້ຫນຶ່ງມີລູກຫນີ້ສອງຄົນ. ຄົນຫນຶ່ງເປັນຫນີ້ເງິນຫ້າຮ້ອຍຫລຽນເດ­ນາ­ຣິ­ອົນ ແລະອີກຄົນຫນຶ່ງເປັນຫນີ້ຫ້າສິບຫລຽນເດນາຣິອົນ.
\v 42 ເນື່ອງຈາກພວກເຂົາບໍ່ມີອັນໃດຈະໃຊ້ຫນີ້ແລ້ວ ເຈົ້າຫນີ້ຈິ່ງໂຜດຍົກຫນີ້ໃຫ້ເຂົາທັງສອງ. ໃນສອງຄົນນັ້ນຄົນໃດຈະຮັກເຈົ້າຫນີ້ຫລາຍກວ່າກັນ.”
\v 43 ຊີ­ໂມນທູນຕອບວ່າ, “ຂ້າ­ນ້ອຍຄຶດວ່ານ່າຈະເປັນຄົນທີ່ເຈົ້າຫນີ້ຍົກຫນີ້ໃຫ້ຫລາຍນັ້ນເປັນຜູ້ຮັກຫລາຍທີ່ສຸດ” ພຣະ­ເຢຊູເຈົ້າຊົງຕອບວ່າ, “ທ່ານຄຶດຖືກແລ້ວ.”
\s5
\v 44 ພຣະ­ເຢຊູເຈົ້າຫລຽວໄປຫາຜູ້ຍິງຄົນນັ້ນແລະຊົງກ່າວກັບຊີ­ໂມນວ່າ, “ທ່ານເຫັນຍິງຜູ້ນີ້ບໍ່. ເຮົາໄດ້ເຂົ້າມາໃນເຮືອນຂອງທ່ານ ທ່ານບໍ່ໄດ້ໃຫ້ນ້ຳລ້າງຕີນຂອງເຮົາ, ແຕ່ຍິງຜູ້ນີ້ໄດ້ເອົານ້ຳຕາລ້າງຕີນຂອງເຮົາ ແລະໄດ້ເອົາຜົມຂອງຕົນເຊັດ.
\v 45 ທ່ານບໍ່ໄດ້ຈູບເຮົາ, ແຕ່ຍິງຄົນນີ້ ຕັ້ງ­ແຕ່ເຮົາເຂົ້າມາລາວບໍ່ໄດ້ເຊົາຈູບຕີນຂອງເຮົາ.
\s5
\v 46 ທ່ານບໍ່ໄດ້ຫົດຫົວຂອງເຮົາດ້ວຍນ້ຳ­ມັນ ແຕ່ຍິງຜູ້ນີ້ໄດ້ຫົດຕີນຂອງເຮົາດ້ວຍນ້ຳມັນຫອມ.
\v 47 ເຫດສັນ­ນັ້ນເຮົາບອກທ່ານວ່າຄວາມຜິດບາບຂອງຍິງນີ້ຊຶ່ງມີຫລາຍນັ້ນ ແລະໄດ້ໂຜດຍົກຫລາຍກໍຮັກຫລາຍເຊັ່ນກັນ. ແຕ່ຜູ້ທີ່ໄດ້ຮັບການຍົກ­ໂທດຫນ້ອຍ ກໍຮັກຫນ້ອຍ.”
\s5
\v 48 ແລ້ວພຣະ­ອົງຊົງກ່າວແກ່ນາງວ່າ, “ຄວາມຜິດບາບຂອງເຈົ້າໂຜດຍົກເສຍແລ້ວ.”
\v 49 ຄົນທັງ­ຫລາຍທີ່ນັ່ງຮັບປະທານອາຫານຮ່ວມກັບພຣະ­ອົງກໍຕັ້ງຄຶດໃນໃຈວ່າ, “ຜູ້ນີ້ແມ່ນໃຜຈິ່ງໃຫ້ອະພັຍຄວາມຜິດບາບໄດ້ ດັ່ງ­ນັ້ນ,”
\v 50 ແລ້ວພຣະ­ເຢຊູເຈົ້າຈຶ່ງກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວຈົ່ງໄປເປັນສຸກເຖີ້ນ.”
\s5
\c 8
\cl ບົດທີ 8
\p
\v 1 ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສະ­ເດັດໄປຕາມບ້ານແລະຕາມເມືອງ, ຊົງເທດສະນາ ແລະ ປະ­ກາດຂ່າວປະ­ເສີດເລື່ອງຣາ­ຊະອານາ­ຈັກຂອງພຣະ­ເຈົ້າ ແລະສາວົກສິບສອງຄົນນັ້ນກໍຢູ່ກັບພຣະ­ອົງ.
\v 2 ພ້ອມກັບແມ່­ຍິງບາງຄົນທີ່ຊົງໂຜດໃຫ້ພົ້ນຈາກຜີມານຮ້າຍແລ້ວ ແລະພົ້ນຈາກພະ­ຍາດຕ່າງໆ ຄືມາ­ຣີ­ອາຜູ້ມີຊື່ອີກວ່າມັກດາລາ ຜູ້ທີ່ພຣະ­ອົງຊົງຂັບໄລ່ຜີເຈັດໂຕອອກ.
\v 3 ນາງໂຢ­ຮັນ­ນາພັນຣະຍາຂອງຈູ­ຊາ ຜູ້ເປັນກົມມະ­ວັງຂອງເຮ­ໂຣດ, ແລະນາງຊູ­ຊັນ­ນາແລະຍິງຄົນອື່ນໆອີກຫລາຍຄົນທີ່ໄດ້ຈັດຕຽມສິ່ງຂອງໃຫ້ພວກເຂົາ ດ້ວຍຊັບສິນຂອງພວກນາງ.
\s5
\v 4 ເມື່ອປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍໄດ້ມາຊຸມ­ນຸມກັນຢູ່ ລວມທັງຜູ້ຄົນທີ່ມາຈາກເມືອງຕ່າງໆ ພາກັນມາຫາພຣະ­ອົງ, ພຣະ­ອົງຈິ່ງຊົງກ່າວກັບເຂົາເປັນຄຳອຸ­ປະ­ມາວ່າ,
\v 5 “ມີຜູ້ຫວ່ານພືດຄົນຫນຶ່ງອອກໄປຫວ່ານເມັດພືດຂອງຕົນ, ເມື່ອກຳ­ລັງຫວ່ານຢູ່ນັ້ນ ລາງເມັດກໍຕົກຕາມທາງກໍຖືກຢຽບຢ່ຳ ແລະນົກປ່າມາກິນເສຍ.
\v 6 ລາງເມັດກໍຕົກໃສ່ບ່ອນມີຫີນ ແລະເມື່ອງອກຂຶ້ນແລ້ວກໍຫ່ຽວແຫ້ງລົງເພາະບ່ອນບໍ່ຊຸ່ມ.
\s5
\v 7 ລາງເມັດກໍຕົກກາງພຸ່ມຫນາມ ແລະຫນາມກໍປົ່ງຂຶ້ນມານຳກັບເມັດເຂົ້ານັ້ນ ແລະປົກຫຸ້ມຮັດມັນເສັຍ.
\v 8 ແຕ່ມີບາງເມັດກໍຕົກໃສ່ດິນດີຈິ່ງງອກຂຶ້ນເກີດຜົນໄດ້ຮ້ອຍຕໍ່” ຫລັງຈາກທີ່ພຣະ­ເຢຊູເຈົ້າຊົງກ່າວດັ່ງ­ນີ້ແລ້ວ ພຣະອົງຈິ່ງຊົງຮ້ອງຂຶ້ນວ່າ, “ຜູ້ໃດມີຫູທີ່ໄດ້ຍິນ ຈົ່ງຟັງເຖີດ.”
\s5
\v 9 ຫລັງຈາກນັ້ນ ພວກສາ­ວົກຂອງພຣະອົງຈິ່ງທູນຖາມພຣະ­ອົງເຖິງຄວາມຫມາຍຂອງຄຳອຸ­ປະ­ມານີ້.
\v 10 ພຣະເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ທ່ານທັງ­ຫລາຍໄດ້ຮັບສິດພິເສດທີ່ຈະເຂົ້າໃຈຂໍ້ຄວາມລັບເລິກແຫ່ງຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ ແຕ່ສຳ­ລັບຄົນອື່ນເປັນພຽງແຕ່ຄຳສອນດ້ວຍຄຳອຸ­ປະ­ມາເທົ່ານັ້ນ ພວກເຂົາເບິ່ງແຕ່ຈະບໍ່ເຫັນ, ແລະເມື່ອເຂົາຟັງຈະບໍ່ເຂົ້າ­ໃຈ."
\s5
\v 11 ບັດນີ້ ຄື “ຄວາມຫມາຍຂອງຄຳອຸ­ປະ­ມາເມັດພືດນັ້ນໄດ້ ­ແກ່ພຣະ­ທັມຂອງພຣະ­ເຈົ້າ.
\v 12 ເມັດທີ່ຕົກຕາມທາງໄດ້ແກ່ພວກຄົນທີ່ໄດ້ຍິນພຣະຄັມນັ້ນ ແຕ່ມານຮ້າຍມາແລະຍາດເອົາພຣະ­ທັມໄປຈາກໃຈຂອງພວກເຂົາ, ເພື່ອບໍ່ໃຫ້ເຊື່ອແລະບໍ່ໄດ້ຄວາມລອດພົ້ນ.
\v 13 ແລ້ວກໍຮັບພຣະ­ທັມນັ້ນດ້ວຍຄວາມຍິນດີແຕ່ບໍ່ມີຮາກ; ເຊື່ອຢູ່ແຕ່ຊົ່ວ­ຄາວເມື່ອຖືກທົດລອງເຂົາເລີກໄປ.
\s5
\v 14 ເມັດທີ່ຕົກທ່າມກາງພຸ່ມຫນາມນັ້ນໄດ້­ແກ່ພວກຄົນທີ່ໄດ້ຍິນພຣະທັມແລ້ວ ແຕ່ຍັງດຳເນີນຊີວິດໃນທາງຂອງຕົນເອງ, ພວກເຂົາຖືກປົກຄຸມດ້ວຍຄວາມກັງ­ວົນ, ຄວາມຮັ່ງມີແລະ ຄວາມສະ­ຫນຸກຂອງຊີ­ວິດນີ້ ດັ່ງນັ້ນ ພວກເຂົາຈິ່ງບໍ່ເກີດຜົນຢ່າງທີ່ພວກເຂົາຈະເປັນ.
\v 15 ແຕ່ເມັດທີ່ຕົກໃສ່ດິນດີນັ້ນໄດ້­ແກ່ຜູ້ທີ່ໄດ້ຍິນພຣະທັມດ້ວຍໃຈເຫລື້ອມໃສສັດ­ທາ ແລ້ວກໍຢຶດໄວ້ຢ່າງຫມັ້ນຄົງ ແລະ ເກີດຜົນດ້ວຍຄວາມພາກ­ພຽນ.”
\s5
\v 16 ບໍ່ມີຜູ້ໃດ ເມື່ອໄຕ້ຕະກຽງແລ້ວຈະເອົາກະບຸງປົກບັງໄວ້ ຫລື ວາງໄວ້ໄຕ້ຕຽງນອນ. ແຕ່ເຂົາຈະຕັ້ງໄວ້ເທິງເຊີງທຽນ ເພື່ອທຸກຄົນທີ່ເຂົ້າມາຈະໄດ້ເຫັນແສງສະ­ຫວ່າງ.
\v 17 ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ ຈະບໍ່ປະ­ກົດໃຫ້ເຫັນ ຫລື ສິ່ງໃດທີ່ປົກບັງໄວ້ເປັນຄວາມລັບ ຈະບໍ່ຖືກຮັບຮູ້ ແລະ ຖືກເປີດ­ເຜີຍໃນທີ່ແຈ້ງ.
\v 18 ດັ່ງນັ້ນ ຈົ່ງຟັງໃຫ້ດີຣະ­ວັງໃຫ້ດີ ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກແຕ່ຜູ້ໃດທີ່ບໍ່ມີ ຈະຊົງຖືກຍົກເອົາໄປຈາກຜູ້ນັ້ນເສຍ ເຖິງແມ່ນວ່າສິ່ງທີ່ເຂົາຄຶດວ່າມີຢູ່ນັ້ນ”
\s5
\v 19 ຫລັງຈາກນັ້ນແມ່ແລະພວກນ້ອງຊາຍຂອງພຣະ­ເຢຊູເຈົ້າໄດ້ມາຫາພຣະອົງ ແຕ່ພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງໄດ້ເພາະຄົນຫລາຍ.
\v 20 ມີຄົນໄປບອກພຣະ­ເຢຊູເຈົ້າວ່າ, “ແມ່ແລະພວກນ້ອງຊາຍທ່ານຢືນຢູ່ຂ້າງນອກຢາກມາຫາ.”
\v 21 ແຕ່ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ແມ່ແລະນ້ອງຂອງເຮົາຄືຄົນທີ່ໄດ້ຍິນພຣະ­ທັມຂອງພຣະ­ເຈົ້າແລະເຮັດຕາມ.
\s5
\v 22 ວັນຫນຶ່ງ ພຣະເຢຊູເຈົ້າແລະສາວົກຂອງພຣະອົງໄດ້ສະ­ເດັດລົງເຮືອໄປ ພຣະອົງໄດ້ກ່າວກັບເຂົາວ່າ, “ໃຫ້ພວກເຮົາພາ­ກັນຂ້ວາມໄປຟາກຫນຶ່ງຂອງທະ­ເລ­ສາບເທາະ” ແລ້ວເຂົາກໍຖອຍເຮືອອອກໄປ.
\v 23 ຂະນະທີ່ພວກເຂົາກຳລັງຂ້ວາມໄປພຣະ­ເຢຊູເຈົ້າກໍນອນຫລັບຢູ່ ແລະເກີດມີລົມພະ­ຍຸພັດລົງມາກາງທະ­ເລຢ່າງຮຸນແຮງ ແລະນ້ຳກໍເລີ່ມເຂົ້າເຮືອ ແລະພວກເຂົາກໍຕົກຢູ່ໃນອັນ­ຕະ­ຣາຍ.
\s5
\v 24 ຈາກນັ້ນ ພວກສາ­ວົກຈິ່ງເຂົ້າໄປຫາພຣະອົງ ແລະປຸກພຣະ­ອົງໃຫ້ຕື່ນຂື້ນ ແລະທູນວ່າ, “ທ່ານອາ­ຈານ, ທ່ານອາ­ຈານເຈົ້າເອີຍ, ພວກຂ້ານ້ອຍກຳ­ລັງຈະຕາຍຢູ່ແລ້ວ” ພຣະ­ອົງຈິ່ງຊົງຕື່ນຂຶ້ນຫ້າມລົມແລະຟອງ­ນ້ຳ, ລົມແລະຟອງ­ນ້ຳກໍຢຸດສະ­ຫງົບງຽບທົ່ວໄປທັນທີ.
\v 25 ພຣະ­ອົງຊົງກ່າວກັບເຂົາວ່າ, “ຄວາມເຊື່ອຂອງພວກທ່ານຢູ່ໃສ?” ເຂົາກໍຢ້ານແລະປະ­ຫລາດໃຈຈິ່ງເວົ້າກັນວ່າ, “ທ່ານຜູ້ນີ້ແມ່ນຜູ້ໃດຫນໍ ຈິ່ງຫ້າມທັງລົມແລະນ້ຳ ແລະລົມກັບນ້ຳກໍຍອມຟັງເພິ່ນ?”
\s5
\v 26 ແລ້ວ ພວກເພິ່ນໄດ້ຂີ່ເຮືອມາຈອດທີ່ເຂດແດນຂອງຊາວເຄ­ຣາ­ເຊນ ຊຶ່ງຢູ່ກົງກັນ­ຂ້າມກັບແຂວງຄາ­ລີ­ເລ.
\v 27 ເມື່ອພຣະ­ເຢຊູເຈົ້າສະ­ເດັດຂຶ້ນບົກແລ້ວມີຊາຍຄົນຫນຶ່ງຈາກໃນເມືອງນັ້ນມາພົບພຣະ­ອົງ ຊາຍຜູ້ນີ້ມີຜີມານຮ້າຍຫລາຍໂຕສິງຢູ່ ລາວບໍ່ໄດ້ນຸ່ງເຄື່ອງເປັນເວລານານແລ້ວ ເຂົາບໍ່ໄດ້ອາໄສຢູ່ໃນເຮືອນ­ ແຕ່ຢູ່ຕາມອຸບໂມງຝັງສົບ.
\s5
\v 28 ເມື່ອຄົນນັ້ນໄດ້ເຫັນພຣະ­ເຢຊູເຈົ້າກໍຮ້ອງຂຶ້ນ ແລະຂາບລົງຕໍ່ຫນ້າພຣະ­ອົງ ລາວກ່າວດ­້ວຍສຽງດັງທູນວ່າ. “ເຮົາໄດ້ເຮັດອັນໃດໃຫ້ທ່ານຫລື ເຢ­ຊູບຸດຂອງພຣະ­ເຈົ້າຜູ້ສູງສຸດເອີຍ? ຂໍຢ່າໄດ້ທໍ­ຣະມານເຮົາຖ້ອນ!”
\v 29 ເນື່ອງຈາກພຣະ­ເຢຊູເຈົ້າໄດ້ຊົງສັ່ງຜີຖ່ອຍຮ້າຍໃຫ້ອອກຈາກຊາຍຄົນນັ້ນ. ເພາະວ່າມັນໄດ້ມາກຸມເອົາຄົນນັ້ນໄປຫລາຍເທື່ອ ແມ່ນວ່າຈະຖືກລ່າມໂສ້ຂັງໄວ້ ແລະເຄີຍຖືກມັດດ້ວຍເຊືອກ ແຕ່ມັນກໍຫັກເຄື່ອງມັດນັ້ນເສຍແລ້ວໄດ້ບັງ­ຄັບໃຫ້ເຂົ້າໄປໃນປ່າ.
\s5
\v 30 ຝ່າຍພຣະ­ເຢຊູເຈົ້າຖາມມັນວ່າ, “ມຶງຊື່ຫຍັງ?” ມັນທູນຕອບວ່າ, “ຊື່ກອງ­ທັບ” ດ້ວຍວ່າຜີທີ່ເຂົ້າສິງຢູ່ນັ້ນມີຫລາຍໂຕ.
\v 31 ແລະພວກມັນໄດ້ອ້ອນ­ວອນຂໍນຳພຣະ­ອົງບໍ່ໃຫ້ບັງ­ຄັບມັນຫນີໄປສູ່ຂຸມນະຣົກ.
\s5
\v 32 ຂະນະນັ້ນ ມີຫມູຝູງໃຫຍ່ກຳ­ລັງຫາກິນຢູ່ຕາມພູ ຜີເຫລົ່ານັ້ນໄດ້ທູນຂໍພຣະ­ອົງຊົງອະ­ນຸ­ຍາດໃຫ້ພວກມັນເຂົ້າສິງຢູ່ໃນຫມູຝູງນັ້ນ ພຣະ­ອົງກໍຊົງອະ­ນຸ­ຍາດໃຫ້.
\v 33 ດັ່ງນັ້ນພວກມັນຈິ່ງໄດ້ອອກມາຈາກຊາຍຄົນນັ້ນ­ແລ້ວເຂົ້າໄປສິງຢູ່ໃນຝູງຫມູ, ແລະ ທັງຫມົດກໍແລ່ນລົງຈາກຕາຫລິ່ງຊັນ ໂຕນໃສ່ທະ­ເລ­ສາບ ແລະ ຈົມນ້ຳຕາຍ.
\s5
\v 34 ເມື່ອຄົນລ້ຽງຫມູໄດ້ເຫັນເຫດ­ການທີ່ເກີດຂຶ້ນນັ້ນ ພວກເຂົາແລ່ນໄປເລົ່າເລື່ອງນັ້ນທັງໃນເມືອງແລະນອກເມືອງ.
\v 35 ແລ້ວຄົນທັງປວງກໍອອກມາເບິ່ງເຫດ­ການທີ່ເກີດຂຶ້ນນັ້ນ ແລະ ເມື່ອມາຫາພຣະ­ເຢຊູເຈົ້າ ພວກເຂົາໄດ້ເຫັນຊາຍຄົນທີ່ຜີຮ້າຍອອກຈາກຕົວນຸ່ງຫົ່ມເສື້ອຜ້າ ແລະ ມີສະ­ຕິ ນັ່ງຢູ່ໃກ້ພຣະ­ບາດພຣະເຢ­ຊູເຈົ້າພວກເຂົາຈິ່ງມີໃຈຢ້ານ.
\s5
\v 36 ຈາກນັ້ນ ຜູ້ທີ່ເຫັນເຫດ­ການນັ້ນ ກໍພາກັນເລົ່າເຖິງເຫດການຄົນທີ່ຜີມານຮ້າຍເຂົ້າສິງນັ້ນໄດ້ໂຜດໃຫ້ດີປົກ­ກະ­ຕິຢ່າງ­ໃດ.
\v 37 ຜູ້ຄົນທີ່ຢູ່ໃນເມືອງເຄ­ຣາເ­ຊນກັບປະ­ຊາ­ຊົນທັງປວງໃນທົ່ວຮອບເຂດນັ້ນໄດ້ຂໍຮ້ອງໃຫ້ພຣະ­ອົງຫນີໄປຈາກເຂົາເສັຍ ເພາະຄວາມຢ້ານອັນໃຫຍ່ໄດ້ຕົກໃສ່ເຂົາ ພຣະ­ອົງຈິ່ງສະ­ເດັດລົງເຮືອກັບຄືນໄປ.
\s5
\v 38 ຊາຍທີ່ມີຜີມານຮ້າຍອອກຈາກຕົວນັ້ນໄດ້ຂໍຮ້ອງພຣະເຢຊູເຈົ້າອະນຸຍາດໃຫ້ເຂົາຕິດຕາມພຣະ­ອົງໄປດ້ວຍ ແຕ່ພຣະ­ເຢຊູເຈົ້າບອກໃຫ້ລາວກັບຄືນໄປໂດຍຊົງສັ່ງວ່າ.
\v 39 “ຈົ່ງກັບໄປບ້ານເຮືອນຂອງເຈົ້າ ແລະເລົ່າສິ່ງດີທຸກຢ່າງທີ່ພຣະ­ເຈົ້າໄດ້ຊົງກະ­ທຳແກ່ເຈົ້ານັ້ນ” ແລ້ວຊາຍຄົນນັ້ນກໍກັບໄປແລະປະ­ກາດສິ່ງອັນຍິ່ງໃຫຍ່ທີ່ພຣະ­ເຢຊູເຈົ້າໄດ້ຊົງກະ­ທຳແກ່ຕົນຕະຫລອດທົ່ວທັງເມືອງ.
\s5
\v 40 ເມື່ອພຣະ­ເຢຊູເຈົ້າສະ­ເດັດກັບມາ ປະ­ຊາ­ຊົນກໍໄດ້ຕ້ອນ­ຮັບພຣະອົງ ເພາະພວກເຂົາລໍຄອຍຖ້າພຣະ­ອົງຢູ່.
\v 41 ແລະເບິ່ງແມ, ມີຊາຍຄົນຫນຶ່ງຊື່ຢາ­ອີ­ໂຣ ເປັນຫົວຫນ້າໂຮງທັມະສາລ­າ ມາຂາບລົງທີ່ຕີນຂອງພຣະ­ເຢຊູເຈົ້າ ອ້ອນ­ວອນຂໍໃຫ້ພຣະ­ອົງສະ­ເດັດເຂົ້າໄປໃນເຮືອນຂອງຕົນ.
\v 42 ເພາະ­ລູກສາວຄົນດຽວຂອງລາວອາ­ຍຸສິບສອງປີປ່ວຍກຳ­ລັງຈະຕາຍ. ແຕ່ຝູງປະຊາຊົນພາກັນບຽດພຣະອົງຂະນະທີ່ພຣະອົງກຳລັງສະເດັດໄປ.
\s5
\v 43 ຍິງຄົນຫນຶ່ງເປັນພະ­ຍາດເລືອດຕົກໄດ້ສິບສອງປີມາແລ້ວ ແລະນາງໄດ້ຈ່າຍຊັບຂອງຕົນໄປກັບການຮັກສາ ແຕ່ບໍ່ມີຫມໍຄົນໃດຮັກສາໃຫ້ດີພະ­ຍາດໄດ້.
\v 44 ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະ­ເຢຊູ ແລະບາຍແຄມເຄື່ອງທົງຂອງພຣະ­ອົງ ໃນທັນ­ໃດນັ້ນເລືອດກໍເຊົາໄຫລ.
\s5
\v 45 ພຣະ­ເຢຊູຊົງຖາມວ່າ, “ແມ່ນໃຜໄດ້ບາຍເຮົາ?” ເມື່ອຄົນທັງປວງໄດ້ຕອບປະ­ຕິ­ເສດ ເປ­ໂຕ ໄດ້ທູນວ່າ, “ອາ­ຈານເຈົ້າເອີຍ, ກໍແມ່ນປະ­ຊາ­ຊົນທີ່ກຳ­ລັງກີດ­ຂວາງແລະບຽດທ່ານຢູ່.”
\v 46 ແຕ່ພຣະ­ເຢຊູຊົງຕອບວ່າ, “ມີບາງຄົນໄດ້ບາຍເຮົາ ເພາະເຮົາຮູ້ສຶກວ່າຣິດອຳນາດໄດ້ແຜ່ຊ່ານອອກຈາກເຮົາໄປ.”
\s5
\v 47 ເມື່ອຍິງນັ້ນເຫັນວ່າຈະເຊື່ອງຕົວຈາກການກະທຳຂອງຕົນເອງບໍ່ໄດ້ແລ້ວ, ນາງກໍເຂົ້າມາດ້ວຍຕົວສັ່ນຂາບລົງຕໍ່ພຣະ­ພັກຂອງພຣະ­ເຢຊູເຈົ້າຕໍ່­ໜ້າຄົນທັງປວງ. ນາງໄດ້ທູນເຖິງເຫດການທີ່ຕົນໄດ້ບາຍພຣະ­ອົງ ແລະບອກເຖິງເລື່ອງທີ່ຕົນໄດ້ດີພະ­ຍາດທັນ­ທີ.
\v 48 ພຣະ­ເຢຊູເຈົ້າກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ຈົ່ງໄປເປັນສຸກເທີ້ນ”.
\s5
\v 49 ໃນຂະ­ນະທີ່ພຣະ­ເຢຊູເຈົ້າກ່າວຢູ່ນັ້ນ ມີຄົນຫນຶ່ໍງມາແຕ່ເຮືອນຂອງນາຍໂຮງທັມມະສາລາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຂໍຢ່າໄດ້ລົບກວນອາ­ຈານຕໍ່ໄປເລີຍ.”
\v 50 ແຕ່ເມື່ອພຣະ­ເຢຊູເຈົ້າໄດ້ຍິນເຊັ່ນນັ້ນກໍຊົງກ່າວແກ່ນາຍນັ້ນວ່າ, “ຢ່າວິ­ຕົກເທາະ ຈົ່ງເຊື່ອເທົ່ານັ້ນ; ແລ້ວລູກທ່ານຈະໄດ້ລອດ.”
\s5
\v 51 ເມື່ອສະ­ເດັດເຖິງເຮືອນຂອງນາຍໂຮງທັມມະສາລາແລ້ວ ພຣະ­ອົງບໍ່ໄດ້ຊົງອະ­ນຸ­ຍາດໃຫ້ຜູ້ໃດເຂົ້າໄປນຳ ເວັ້ນແຕ່ເປໂຕ, ໂຢ­ຮັນ, ຢາ­ໂກໂບ, ແລະພໍ່ແມ່ຂອງເດັກ­ນ້ອຍນັ້ນ.
\v 52 ຄົນທັງ­ຫລາຍກໍຕີອົກຮ້ອງ­ໄຫ້ຮ່ຳ­ໄຮເພາະເດັກ­ນ້ອຍນັ້ນ, ແຕ່ພຣະ­ອົງຊົງບອກວ່າ, “ຢ່າຮ້ອງ­ໄຫ້ເທາະ ເດັກ­ນ້ອຍນັ້ນບໍ່ຕາຍດອກ, ພຽງແຕ່ຫລັບຢູ່ເທົ່ານັ້ນ.”
\v 53 ແຕ່ພວກເຂົາພາ­ກັນຫົວ­ຂວັນພຣະ­ອົງ ເພາະເຂົາຮູ້ວ່າເດັກ­ນ້ອຍນັ້ນຕາຍແລ້ວ.
\s5
\v 54 ແຕ່ພຣະ­ເຢຊູເຈົ້າຈັບມືເດັກ­ນ້ອຍ ແລ້ວຊົງຮ້ອງອອກມາວ່າ, “ລູກເອີຍ, ຈົ່ງລຸກ­ຂຶ້ນ”.
\v 55 ແລ້ວຈິດວິນຍານກໍກັບ­ເຂົ້າໃນຕົວເດັກ­ນ້ອຍນັ້ນ, ແລະລາວໄດ້ລຸກ­ຂຶ້ນທັນ­ທີ. ພຣະ­ອົງຈິ່ງຊົງສັ່ງໃຫ້ເອົາອາ­ຫານມາໃຫ້ລາວກິນ.
\v 56 ຝ່າຍພໍ່ແມ່ຂອງເດັກ­ນ້ອຍນັ້ນກໍງຶດອັດ­ສະຈັນໃຈຫລາຍ, ແຕ່ພຣະ­ອົງຊົງຫ້າມເຂົາບໍ່ໃຫ້ບອກຜູ້ໃດຮູ້ເຫດການຊຶ່ງເປັນມານັ້ນ.
\s5
\c 9
\cl ບົດທີ 9
\p
\v 1 ເມື່ອພຣະ­ເຢຊູເຈົ້າເອີ້ນສາວົກສິບສອງຄົນນັ້ນມາພ້ອມກັນແລ້ວ ກໍຊົງປະ­ທານໃຫ້ເຂົາມີຣິດເດດແລະມີສິດອຳ­ນາດເຫນືອຜີມານຮ້າຍທັງປວງ ແລະເພື່ອຈະໄດ້ເຮັດໃຫ້ການດີພະ­ຍາດຕ່າງຂອງພວກເຂົາ.
\v 2 ພຣະ­ອົງຊົງໃຊ້ເຂົາໃຫ້ອອກໄປປະ­ກາດຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ ແລະເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍດີພະ­ຍາດ.
\s5
\v 3 ພຣະ­ອົງຈິ່ງຊົງສັ່ງເຂົາວ່າ, “ເມື່ອຈະເດີນທາງນັ້ນ - ຢ່າເອົາສິ່ງໃດໄປ ບໍ່ວ່າຈະເປັນໄມ້­ຄ້ອນເທົ້າ, ຫລືຖົງ, ຫລືອາ­ຫານ, ຫລື ເງິນ, ຫລື ເສື້ອສອງໂຕ.
\v 4 ເມື່ອພວກທ່ານເຂົ້າໄປໃນເຮືອນຫລັງໃດ ກໍໃຫ້ອາໄສຢູ່ໃນເຮືອນຫລັງນັ້ນຈົນກວ່າຈະຈາກໄປ.
\s5
\v 5 ຖ້າຜູ້ໃດບໍ່ຕ້ອນ­ຮັບພວກທ່ານ ເມື່ອທ່ານອອກຈາກເມືອງນັ້ນໄປ ແລະຈົ່ງສັ່ນຂີ້­ຝຸ່ນທີ່ຕິດຕີນຂອງພວກທ່ານອອກເສັຍ ເພື່ອເປັນພະ­ຍານຕໍ່ພວກເຂົາວ່າທ່ານໄດ້ຕໍ່ຕ້ານພວກເຂົາ.”
\v 6 ຫລັງຈາກນັ້ນ ພວກສາ­ວົກກໍພາ­ກັນອອກໄປ ຕາມບ້ານເມືອງຕ່າງໆ ເພື່ອປະ­ກາດຂ່າວປະເສີດ ແລະໄດ້ຮັກສາພະຍາດໃຫ້ຄົນເຈັບປ່ວຍທົ່ວທຸກບ່ອນດີພະ­ຍາດ.
\s5
\v 7 ໃນເວລານັ້ນ ເຮ­ໂຣດຜູ້ປົກ­ຄອງໄດ້ຍິນເລື່ອງເຫດ­ການທັງປວງຊຶ່ງເກີດຂຶ້ນນັ້ນ ຈິ່ງເກີດຄວາມກະວົນກະວາຍໃຈ ເພາະບາງຄົນເວົ້າວ່າ, “ໂຢ­ຮັນບັບຕິສະໂຕເປັນຄືນມາຈາກຕາຍແລ້ວ.”
\v 8 ລາງຄົນວ່າ, “ເປັນເອ­ລີ­ຢາມາປະ­ກົດ” ແຕ່ຄົນອື່ນກໍວ່າ, “ເປັນຜູ້ປະ­ກາດພຣະ­ທັມແຕ່ບູ­ຮານກັບເປັນຄືນມາແລະມີຊີວິດອີກ.”
\v 9 ເຮ­ໂຣດຈິ່ງກ່າວວ່າ, “ໂຢ­ຮັນນັ້ນເຮົາໄດ້ຕັດຫົວແລ້ວ ແຕ່ຄົນຜູ້ທີ່ເຮົາໄດ້ຍິນຂ່າວນີ້ແມ່ນຜູ້ໃດຫນໍ?” ແລ້ວເຮໂຣດຈຶ່ງໄດ້ຫາໂອ­ກາດທີ່ຈະໄປພົບພຣະ­ເຢຊູເຈົ້າ.
\s5
\v 10 ເມື່ອອັກຄະສາ­ວົກທີ່ຖືກສົ່ງອອກໄປນັ້ນກັບຄືນມາລາຍງານໃນສິ່ງທີ່ພວກເຂົາໄດ້ເຮັດນັ້ນ. ແລ້ວພຣະ­ອົງຊົງພາພວກເພິ່ນອອກໄປເຖິງເມືອງຫນຶ່ງ ຊື່ເບັດ­ສາ­ອີ­ດາ.
\v 11 ແຕ່ເມື່ອປະ­ຊາຊົນຮູ້­ຈັກ ເຂົາກໍຕາມໄປຫາພຣະ­ອົງ ແລະພຣະ­ອົງກໍຊົງຕ້ອນ­ຮັບພວກເຂົາ ແລະຊົງບອກເຂົາເຖິງຣາ­ຊະອານາຈັກຂອງເຈົ້າ ແລະພຣະ­ອົງກໍຊົງໂຜດຮັກສາພະ­ຍາດໃຫ້ກັບບັນດາຄົນເຫລົ່ານັ້ນທີ່ຕ້ອງການເຊົາປ່ວຍ.
\s5
\v 12 ໃນເວລາໃກ້ຄ່ຳ ສາວົກສິບສອງຄົນນັ້ນໄດ້ມາທູນພຣະ­ອົງວ່າ, “ຂໍໃຫ້ປະ­ຊາ­ຊົນເລີກໄປຕາມບ້ານແລະເມືອງໃນແຖບນີ້ ເພື່ອຫາບ່ອນພັກນອນແລະຊື້ອາ­ຫານກິນ ເພາະບ່ອນນີ້ຢູ່ກາງປ່າ.”
\v 13 ແຕ່ພຣະ­ອົງຊົງຕອບເຂົາວ່າ, “ພວກທ່ານຈົ່ງລ້ຽງເຂົາສາ!” ພວກສາ­ວົກຈິ່ງທູນວ່າ, “ພວກຂ້າ­ນ້ອຍບໍ່ມີຫຍັງນອກຈາກເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ ເວັ້ນແຕ່ພວກຂ້າ­ນ້ອຍຈະໄປຊື້ອາຫານສຳ­ລັບຄົນທັງຫມົດນີ້.”
\v 14 ເພາະ­ວ່າຄົນເຫລົ່າ­ນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ແລ້ວພຣະເຢຊູເຈົ້າສັ່ງພວກສາ­ວົກວ່າ, “ຈົ່ງໃຫ້ພວກເຂົານັ່ງລົງເປັນຫມູ່ ໆ ລະຫ້າສິບຄົນ.”
\s5
\v 15 ດັ່ງນັ້ນ ພວກເຂົາກໍເຮັດຕາມ ແລະຈັດໃຫ້ປະຊາຊົນທັງຫມົດນັ່ງລົງ.
\v 16 ສ່ວນພຣະ­ອົງຊົງຮັບເອົາເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕນັ້ນ­ແລ້ວກໍຊົງເງີຍຫນ້າຂຶ້ນຟ້າ ແລະຂໍພຣະ­ພອນສຳລັບອາຫານນັ້ນ ແລ້ວຊົງຫັກເຂົ້າ­ຈີ່ນັ້ນຍື່ນໃຫ້ພວກສາ­ວົກເພື່ອແຈກໃຫ້ແກ່ປະຊາຊົນ.
\v 17 ພວກເຂົາກໍກິນອີ່ມທຸກຄົນ ແລະເກັບເສດສ່ວນຕ່ອນຫັກທີ່ເຫລືອນັ້ນກໍເກັບໄດ້ສິບສອງບຸງ.
\s5
\v 18 ຢູ່ມາມື້ຫນຶ່ງ ຂະນະທີ່ພຣະເຢຊູເຈົ້າກຳ­ລັງອະທິຖານຢູ່ໃນບ່ອນຕ່າງ­ຫາກ ມີແຕ່ພວກສາ­ວົກຢູ່ນຳພຣະ­ອົງແລະພຣະອົງຊົງຖາມພວກເຂົາວ່າ, “ປະ­ຊາ­ຊົນເວົ້າກັນວ່າເຮົາແມ່ນຜູ້ໃດ?”.
\v 19 ພວກສາ­ວົກທູນຕອບວ່າ, “ເຂົາວ່າແມ່ນໂຢ­ຮັນບັບ­ຕິ­ສະ­ໂຕ, ແຕ່ລາງຄົນວ່າແມ່ນເອ­ລີ­ຢາ, ແຕ່ຄົນອື່ນວ່າແມ່ນຜູ້ປະ­ກາດພຣະ­ທັມແຕ່ບູ­ຮານກັບເປັນຄືນມາອີກຄັ້ງຫນຶ່ງ.”
\s5
\v 20 ພຣະ­ອົງຖາມພວກເຂົາວ່າ, “ແຕ່ພວກທ່ານເດຄິດວ່າເຮົາແມ່ນໃຜ?” ເປ­ໂຕທູນຕອບວ່າ, “ແມ່ນພຣະຄຣິດມາແຕ່ພຣະ­ເຈົ້າ.”
\v 21 ແຕ່ພຣະເຢຊູເຈົ້າສັ່ງຫ້າມເຂົາຢ່າງແຂງ­ແຮງ ບໍ່ໃຫ້ບອກສິ່ງນີ້ແກ່ຜູ້ໃດ.
\v 22 ທີ່ກ່າວຢ່າງນັ້ນ ເພາະວ່າ “ບຸດມະນຸດຈະຕ້ອງທົນທຸກ­ທໍ­ຣະ­ມານຫລາຍປະ­ການ ພວກເຖົ້າແກ່ກັບພວກປະ­ໂຣ­ຫິດຕົນໃຫຍ່ແລະພວກ­ທັມະຈານຈະບໍ່ຍອມ­ຮັບພຣະອົງ ເຂົາຈະຂ້າພຣະອົງເສັຍ ແລ້ວໃນວັນຖ້ວນສາມພຣະອົງຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”
\s5
\v 23 ພຣະ­ອົງກ່າວກັບຄົນທັງ­ຫລາຍວ່າ, “ຖ້າຜູ້ໃດຈະຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນເອງ ແລະແບກໄມ້ກາງແຂນຂອງຕົນທຸກວັນແລະຕິດ­ຕາມເຮົາມາ.
\v 24 ຜູ້ໃດຢາກຊ່ອຍຊີວິດຂອງຕົນໃຫ້ພົ້ນ, ແຕ່ຜູ້ນັ້ນຈະເສັຍຊີ­ວິດ, ແຕ່ຜູ້ໃດຈະເສັຍຊີວິດຂອງຕົນເພາະເຫັນ­ແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີ­ວິດຂອງຕົນໃຫ້ພົ້ນ.
\v 25 ຈະໄດ້ປະ­ໂຫຍດອັນໃດສຳລັບມະນຸດ ຖ້າເຂົາໄດ້ຮັບສິ່ງຂອງຫມົດທັງໂລກ ແຕ່ຈະຕ້ອງສູນເສັຍ ຫຼືຖືກຕັດຊີວິດຂອງຕົນໄປ?
\s5
\v 26 ຜູ້ໃດກໍຕາມທີ່ມີຄວາມລະ­ອາຍຕໍ່ເຮົາແລະຖ້ອຍຄຳຂອງເຮົາ, ບຸດມະ­ນຸດກໍຈະມີຄວາມລະ­ອາຍຕໍ່ຜູ້ນັ້ນເມື່ອເຮົາມາປາກົດດ້ວຍສະ­ຫງ່າຣາ­ສີຂອງພຣະອົງ, ແລະສະ­ຫງ່າຣາ­ສີຂອງພຣະ­ບິ­ດາເຈົ້າພ້ອມດ້ວຍພວກທ­ູດສະຫວັນບໍ­ຣິ­ສຸດ.
\v 27 ແຕ່ເຮົາບອກທ່ານທັງຫລາຍຕາມຄວາມຈິງວ່າ ມີລາງຄົນທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຄວາມຕາຍຈົນກວ່າຈະໄດ້ເຫັນຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ.”
\s5
\v 28 ປະ­ມານແປດວັນຕໍ່ມາ ຫລັງຈາກພຣະ­ເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ແລ້ວ, ພຣະ­ອົງໄດ້ຊົງພາເປ­ໂຕ, ໂຢ­ຮັນ, ແລະຢາໂກ­ໂບ ຂຶ້ນໄປເທິງພູເພື່ອອະທິຖານ.
\v 29 ຂະນະທີ່ພຣະ­ອົງກຳ­ລັງອະທິຖານຢູ່ນັ້ນ ພຣະ­ພັກຂອງພຣະ­ອົງກໍປ່ຽນໄປແລະເຄື່ອງທົງຂອງພຣະ­ອົງກໍຂາວເຫລື້ອມ.
\s5
\v 30 ເບິ່ງແມ, ມີຊາຍສອງຄົນກຳລັງສົນ­ທະ­ນາຢູ່ກັບພຣະ­ອົງ ຄືໂມ­ເຊແລະເອ­ລີ­ຢາ.
\v 31 ຜູ້ມາປະ­ກົດດ້ວຍຣັດ­ສະ­ຫມີ ພວກເຂົາກ່າວເຖິງການທີ່ພຣະ­ອົງຈະສະເດັດຈາກໂລກໄປ ຊຶ່ງຈະສຳ­ເລັດໃນນະຄອນເຢ­ຣູ­ຊາ­ເລັມ.
\s5
\v 32 ຝ່າຍເປ­ໂຕກັບຫມູ່ຂອງຕົນກໍເຫງົາ­ນອນ ແຕ່ເມື່ອພວກເຂົາຕື່ນຂຶ້ນແລ້ວ ພວກເຂົາກໍໄດ້ເຫັນພຣະ­ຫງ່າຣາສີຂອງພຣະ­ເຢຊູເຈົ້າ ແລະ ເຫັນສອງຄົນນັ້ນຢືນຢູ່ກັບພຣະ­ອົງ.
\v 33 ຂະນະທີ່ສອງຄົນນັ້ນກຳ­ລັງລາຈາກພຣະ­ເຢຊູເຈົ້າໄປ, ເປ­ໂຕໄດ້ທູນພຣະ­ເຢຊູວ່າ, “ອາຈານເຈົ້າເອີຍ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ ແລະ ພວກຂ້າ­ນ້ອຍພາ­ກັນປຸກຕູບສາມຫລັງ, ຫລັງຫນຶ່ງສຳ­ລັບທ່ານ, ຫລັງຫນຶ່ງສຳ­ລັບໂມ­ເຊ, ແລະ ຫລັງຫນຶ່ງສຳ­ລັບເອ­ລີ­ຢາ” (ເພິ່ນບໍ່ຮູ້ສຶກຕົວວ່າຕົນກຳ­ລັງເວົ້າຫຍັງ.)
\s5
\v 34 ຂະນະທີ່ເປ­ໂຕກຳລັງກ່າວຢູ່ນັ້ນກໍມີກ້ອນເມກມາປົກຫຸ້ມເພິ່ນໄວ້ ແລະເພິ່ນກໍຢ້ານເມື່ອຢູ່ໃນກ້ອນເມກນັ້ນ.
\v 35 ແລະມີພຣະ­ສຸຣະ­ສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດຂອງເຮົາຜູ້ທີ່ເຮົາເລືອກໄວ້ ຈົ່ງເຊື່ອຟັງທ່ານ.”
\v 36 ເມື່ອພຣະ­ສຸ­ຣະ­ສຽງນັ້ນສະ­ຫງົບລົງແລ້ວ ກໍມີແຕ່ພຣະ­ເຢຊູເຈົ້າຜູ້ດຽວຊົງຢູ່ທີ່ນັ້ນ, ສ່ວນພວກເຂົາທັງສາມກໍມິດຢູ່ ແລະໃນຄາວນັ້ນເຂົາບໍ່ໄດ້ບອກເຫດ­ການທີ່ເຂົາໄດ້ເຫັນນັ້ນຈັກ­ຢ່າງໃຫ້ຜູ້ໃດຟັງ.
\s5
\v 37 ວັນຕໍ່ມາ, ເມື່ອພຣະ­ເຢຊູເຈົ້າພ້ອມກັບພວກສາ­ວົກລົງມາຈາກພູເຂົາແລ້ວ ມີປະ­ຊາ­ຊົນຈຳ­ນວນຫລາຍໄດ້ມາພົບພຣະ­ອົງ.
\v 38 ດັ່ງ­ນີ້, ມີຊາຍຄົນຫນຶ່ງໃນຫມູ່ປະ­ຊາຊົນນັ້ນຮ້ອງຂຶ້ນວ່າ, “ອາ­ຈານເອີຍ, ຂໍໂຜດເບິ່ງລູກຊາຍຂ້າ­ນ້ອຍແດ່­ທ້ອນ ເພາະຂ້ານ້ອຍມີແຕ່ລູກຄົນດຽວ.
\v 39 ເບິ່ງແມ, ເມື່ອຜີຮ້າຍເຂົ້າສິງເດັກ­ນ້ອຍ ມັນກໍຮ້ອງຂຶ້ນທັນ­ທີ, ເຮັດໃຫ້ເດັກ­ນ້ອຍຊັກດີ້ນ, ນ້ຳລາຍຟູມປາກ, ແລະໃຫ້ຕົວເດັກ­ນ້ອຍຟົກຊ້ຳໄປ ແລະບໍ່ຍອມອອກໄປຈາກມັນໄດ້ງ່າຍໆ.
\v 40 ຂ້າ­ນ້ອຍໄດ້ຂໍໃຫ້ພວກສາ­ວົກຂອງທ່ານຂັບໄລ່ຜີນັ້ນອອກເສຍ ແຕ່ເຂົາເຮັດບໍ່ໄດ້.”
\s5
\v 41 ພຣະ­ເຢຊູເຈົ້າຕອບວ່າ, “ໂອຄົນໃນສະ­ໄຫມທີ່ຂາດຄວາມເຊື່ອແລະມີໃຈຊົ່ວ­ຊ້າ, ເຮົາຈະຕ້ອງທົນຢູ່ກັບເຈົ້າທັງ­ຫລາຍເຫິງປານໃດ? ຈົ່ງພາລູກຂອງທ່ານມານີ້ສາ!”.
\v 42 ເມື່ອເດັກ­ນ້ອຍນັ້ນກຳ­ລັງມາ ຜີໄດ້ເຮັດໃຫ້ມັນລົ້ມກິ້ງ­ເກືອກໄປມາ ແຕ່ພຣະ­ເຢຊູເຈົ້າກ່າວຊຳ­ຣະຜີຖ່ອຍຮ້າຍນັ້ນ ແລະຊົງເຮັດໃຫ້ເດັກ­ນ້ອຍດີແລ້ວສົ່ງຄືນໃຫ້ພໍ່ຂອງລາວ.
\s5
\v 43 ຄົນທັງຫລາຍກໍງຶດປະ­ຫລາດໃຈໃນຣິດເດດອຳນາດອັນຍິ່ງໃຫຍ່ຂອງພຣະ­ເຈົ້າ. ແຕ່ເມື່ອຂະນະທີ່ຄົນເຫລົ່ານັ້ນຍັງປະ­ຫລາດໃຈຢູ່ກັບສິ່ງເຫລົ່ານັ້ນທີ່ພຣະ­ເຢຊູເຈົ້າຊົງກະ­ທຳ, ພຣະ­ອົງຈິ່ງກ່າວກັບພວກສາ­ວົກຂອງພຣະອົງວ່າ,
\v 44 “ຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໄປໃນຫູຂອງພວກທ່ານ ເພາະ­ວ່າບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືມະ­ນຸດ.”
\v 45 ແຕ່ພວກສາ­ວົກບໍ່ໄດ້ເຂົ້າ­ໃຈເຖິງຄວາມຫມາຍນີ້ ແລະມັນຖືກປິດບັງໄວ້ຈາກພວກເຂົາ, ດັ່ງນັ້ນພວກເຂົາຈິ່ງບໍ່ເຂົ້າໃຈໃນເລື່ອງນີ້ ແຕ່ພວກເຂົາບໍ່ກ້າຖາມເລື່ອງນັ້ນກັບພຣະ­ອົງ.
\s5
\v 46 ຫລັງຈາກນັ້ນ ໄດ້ເກີດການຖຽງກັນຂຶ້ນໃນທ່າມກາງພວກສາ­ວົກ ວ່າໃຜຈະເປັນໃຫຍ່ກວ່າຫມູ່.
\v 47 ຝ່າຍພຣະເຢຊູເຈົ້າຊົງຊາບຄວາມຄຶດໃນໃຈຂອງເພິ່ນ ພຣະອົງຈິ່ງຊົງໃຫ້ເດັກ­ນ້ອຍຄົນຫນຶ່ງມາຢືນຢູ່ໃກ້ພຣະ­ອົງ.
\v 48 ແລະພຣະອົງກ່າວກັບເພິ່ນວ່າ, “ຖ້າຜູ້ໃດຍອມຮັບເດັກ­ນ້ອຍຄົນນີ້ໃນນາມຂອງເຮົາ ຜູ້ນັ້ນກໍຍອມຮັບເຮົາ ແລະຖ້າຜູ້ໃດຍອມຮັບເຮົາ ຜູ້ນັ້ນກໍຍອມຮັບພຣະ­ອົງຜູ້ຊົງໃຊ້ເຮົາມາ ເພາະວ່າໃນພວກທ່ານທັງຫລາຍ ຜູ້ໃດເປັນຜູ້ເລັກນ້ອຍທີ່ສຸດ ຜູ້ນັ້ນແຫລະ, ເປັນຜູ້ຍິ່ງໃຫຍ່.”
\s5
\v 49 ຝ່າຍໂຢ­ຮັນທູນພຣະ­ອົງວ່າ, “ທ່ານອາ­ຈານເອີຍ, ພວກຂ້າ­ນ້ອຍໄດ້ເຫັນບາງຄົນຂັບໄລ່ຜີອອກໃນນາມຂອງພຣະອົງ ແລະພວກຂ້າ­ນ້ອຍໄດ້ຫ້າມຄົນນັ້ນເສັຍ ເພາະເພິ່ນບໍ່ຮ່ວມຕິດຕາມພຣະ­ອົງກັບພວກຂ້າ­ນ້ອຍ.”
\v 50 ແຕ່ພຣະ­ເຢຊູເຈົ້າຕອບໂຢຮັນວ່າ, “ຢ່າຫ້າມເທາະ, ເພາະ­ວ່າຜູ້ໃດບໍ່ຕໍ່­ສູ້ພວກທ່ານກໍເປັນຝ່າຍທ່ານແລ້ວ.”
\s5
\v 51 ໃນເວລານັ້ນຊຶ່ງໃກ້ວ­ັນທີ່ພຣະ­ເຢຊູເຈົ້າຈະຖືກຮັບຂຶ້ນເມື່ອສູ່ສະຫວັນ, ພຣະ­ອົງຊົງຕັ້ງພຣະ­ໃຈຢ່າງຄັກແນ່ທີ່ຈະໄປນະຄອນເຢ­ຣູ­ຊາ­ເລັມ.
\v 52 ພຣະ­ອົງໄດ້ຊົງໃຊ້ຜູ້ຮັບໃຊ້ໄປກ່ອນຫນ້າພຣະ­ອົງ, ພວກເພິ່ນຈິ່ງອອກໄປແລະເຂົ້າໄປໃນບ້ານຫນຶ່ງຂອງຊາວຊາ­ມາ­ເຣັຍ ເພື່ອຈັດຕຽມທຸກສິ່ງໄວ້ສຳ­ລັບພຣະ­ອົງ.
\v 53 ແຕ່ຊາວບ້ານນັ້ນບໍ່ໄດ້ຕ້ອນ­ຮັບພຣະ­ອົງ ເພາະພຣະ­ອົງກຳລັງມຸ້ງຫນ້າທີ່ຈະໄປນະຄອນເຢ­ຣູ­ຊາ­ເລັມ.
\s5
\v 54 ດັ່ງນັ້ນ ເມື່ອສາ­ວົກຂອງພຣະ­ອົງ ຄືຢາ­ໂກໂບແລະໂຢ­ຮັນ ໄດ້ເຫັນດັ່ງ­ນັ້ນພວກເຂົາຈິ່ງທູນວ່າ, “ພຣະອົງເຈົ້າເອີຍ, ພຣະອົງຢາກໃຫ້ພວກຂ້າ­ນ້ອຍສັ່ງໄຟລົງມາຈາກສະ­ຫວັນ ເພື່ອເຜົາຜານເມືອງນີ້ຫລືບໍ?”.
\v 55 ແຕ່ພຣະ­ອົງຊົງຫລຽວຫລັງແລະຫ້າມພວກເພິ່ນທັງສອງ,
\v 56 ແລະພຣະ­ອົງໄດ້ສະ­ເດັດພ້ອມກັບພວກສາ­ວົກເຂົ້າໄປທີ່ບ້ານອື່ນ.
\s5
\v 57 ຂະ­ນະທີ່ພຣະ­ອົງເຢຊູເຈົ້າພ້ອມກັບພວກສາ­ວົກກຳ­ລັງສະເດັດໄປຕາມທາງ ມີຊາຍຄົນຫນຶ່ງທູນພຣະອົງວ່າ, “ຂ້ານ້ອຍຈະຕິດ­ຕາມພຣະອົງໄປທຸກບ່ອນ.”
\v 58 ພຣະ­ເຢຊູເຈົ້າຕອບລາວວ່າ, “ຫມາຈິກຈອກຍັງມີຫມົ້ງນອນແລະນົກປ່າກໍຍັງມີຮັງ, ແຕ່ບຸດມະ­ນຸດບໍ່ມີບ່ອນຈະວາງຫົວລົງ.”
\s5
\v 59 ພຣະ­ອົງກ່າວກັບອີກຄົນຫນຶ່ງວ່າ, “ຈົ່ງຕາມເຮົາມາ” ຄົນນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ ຂໍໂຜດອະ­ນຸຍາດໃຫ້ຂ້າ­ນ້ອຍໄປຝັງສົບພໍ່ຂອງຂ້າ­ນ້ອຍເສັຍກ່ອນ.”
\v 60 ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຈົ່ງປະໃຫ້ຄົນຕາຍຝັງກັນເອງເທາະ ແຕ່ທ່ານຈົ່ງໄປແລະປະ­ກາດກ່ຽວກັບຣາ­ຊະອາ­ນາ­ຈັກຂອງພຣະເຈົ້າທຸກຫົນທຸກແຫ່ງ.”
\s5
\v 61 ແຕ່ມີອີກຄົນຫນຶ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າຂ້ານ້ອຍຈະຕາມທ່ານໄປ ແຕ່ຂໍ­ອະ­ນຸ­ຍາດໃຫ້ຂ້າ­ນ້ອຍໄປລາໄທເຮືອນຂອງຂ້ານ້ອຍກ່ອນ.”
\v 62 ພຣະເຢຊູເຈົ້າຕອບເຂົາວ່າ“ຜູ້ໃດເອົາມືຈັບງ້ອນໄຖແລ້ວຫລຽວຄືນຫລັງ ຜູ້ນັ້ນບໍ່ສົມ­ຄວນກັບຣາຊະອາ­ນາ­ຈັກຂອງພຣະ­ເຈົ້າ.”
\s5
\c 10
\cl ບົດທີ10
\p
\v 1 ຫລັງຈາກ­ນັ້ນ ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຕັ້ງອີກເຈັດສິບຄົນ ແລະສົ່ງພວກເຂົາອອກໄປເປັນຄູ່ ໆ ລ່ວງຫນ້າາພຣະອົງເຂົ້າໄປໃນທຸກເມືອງແລະທຸກບ້ານບ່ອນພຣະ­ອົງຈະສະເດັດໄປນັ້ນ.
\v 2 ພຣະ­ອົງຊົງກ່າວກັບເຂົາວ່າ, “ເຂົ້າທີ່ຈະກ່ຽວກໍມີຫລາຍແທ້, ແຕ່ຄົນທຳງານມັນຫນ້ອຍຢູ່. ເພາະສັນ­ນັ້ນພວກທ່ານຈົ່ງພາວັນ­ນາອະທິຖານຕໍ່ຜູ້ເປັນເຈົ້າຂອງນາ ໃຫ້ສົ່ງຄົນງານມາເກັບກ່ຽວເຂົ້າຂອງພຣະອົງ.
\s5
\v 3 ຈົ່ງອອກໄປຕາມທາງຂອງທ່ານ. ເບິ່ງແມ! ເຮົາໄດ້ໃຊ້ພວກທ່ານໄປເຫມືອນດັ່ງແກະນ້ອຍຢູ່ທ່າມ­ກາງຝູງຫມາ­ໄນ.
\v 4 ຢ່າຖືກະ­ເປົາເງິນ, ຫລືຖືຖົງ, ຫລືຖືເກີບໄປນຳ ແລະຢ່າຄຳ­ນັບຜູ້ໃດຕາມທາງ.
\s5
\v 5 ເມື່ອທ່ານທັງຫລາຍເຂົ້າໄປໃນເຮືອນຫລັງໃດກໍຕາມ ຈົ່ງເວົ້າກ່ອນວ່າ ‘ຂໍໃຫ້ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້!.
\v 6 ຖ້າມີຄົນມັກສັນຕິສຸກຢູ່ໃນເຮືອນນັ້ນ ສັນຕິສຸກຂອງທ່ານຈະສະ­ຖິດຢູ່ກັບຜູ້ນັ້ນ ຖ້າຫາກບໍ່ມີ, ສັນຕິສຸກນັ້ນຈະກັບຄືນມາຫາທ່ານອີກ.
\v 7 ຈົ່ງອາໄສຢູ່ໃນເຮືອນນັ້ນ, ຈົ່ງກິນແລະດື່ມຕາມທີ່ເຂົາມີຢູ່ ດ້ວຍວ່າຜູ້ທຳງານກໍຄວນຈະໄດ້ຮັບຄ່າຈ້າງຂອງຕົນ ຢ່າອອກຫນີຈາກເຮືອນນີ້ເຂົ້າໄປຢູ່ເຮືອນອື່ນ.
\s5
\v 8 ບໍ່ວ່າທ່ານຈະເຂົ້າໄປໃນເມືອງໃດ ແລະພວກເຂົາຕ້ອນ­ຮັບທ່ານໄວ້ ຈົ່ງກິນຂອງທີ່ພວກເຂົາຈັດໃຫ້ຕໍ່ຫນ້າທ່ານ.
\v 9 ແລະຈົ່ງຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນດີພະ­ຍາດ, ບອກແກ່ພວກເຂົາວ່າ ‘ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໄດ້ມາໃກ້ທ່ານທັງ­ຫລາຍແລ້ວ’.
\s5
\v 10 ແຕ່ເມື່ອພວກທ່ານເຂົ້າໃນເມືອງໃດ ແລະເຂົາບໍ່ຕ້ອນ­ຮັບທ່ານໄວ້ ຈົ່ງອອກໄປກາງຖະ­ຫນົນແລະກ່າວວ່າ.
\v 11 ‘ແມ່ນວ່າຂີ້ຝຸ່ນດິນໃນເມືອງຂອງເຈົ້າທີ່ຕິດຕີນຂອງພວກເຮົາ ເຮົາຂໍປັດອອກຕໍ່­ສູ້ພວກເຈົ້າ! ແຕ່ຈົ່ງເຂົ້າ­ໃຈຂໍ້ນີ້ວ່າ: ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’.
\v 12 ເຮົາບອກພວກທ່ານວ່າໃນວັນພິພາກສາ ໂທດຂອງເມືອງໂຊດົມໃນວັນນັ້ນຈະເບົາກວ່າ ໂທດຂອງເມືອງນີ້.”
\s5
\v 13 “ວິ­ບັດແກ່ເຈົ້າເມືອງໂຂ­ຣາ­ຊິນ, ວິ­ບັດແກ່ເຈົ້າເມືອງເບັດຊາ­ອີ­ດາ ເອີຍ, ຖ້າການອັດ­ສະ­ຈັນເຫລົ່ານັ້ນທີ່ໄດ້ກະທຳໃນທ່າມ­ກາງພວກເຈົ້ານັ້ນ ໄດ້ຖືກກະ­ທຳໃນຖ້າມ­ກາງເມືອງຕີ­ເຣແລະເມືອງຊີໂດນແລ້ວນັ້ນ, ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່, ນຸ່ງຫົ່ມຜ້າຫຍາບ, ນັ່ງເທິງຂີ້­ເຖົ່າແຕ່ດົນນານມາແລ້ວ.
\v 14 ແຕ່ໂທດຂອງເມືອງຕີ­ເຣແລະເມືອງຊີ­ໂດນຈະເບົາກວ່າໂທດຂອງພວກເຈົ້າ ໃນວັນພິ­ພາກ­ສາ.
\v 15 ຝ່າຍເຈົ້າ, ເມືອງກາ­ເປ­ນາ­ອູມເຮີຍເຈົ້າຄິດວ່າ ເຈົ້າຈະຖືກຍົກຂຶ້ນສູງພຽງຟ້າຫລື? ແຕ່ເຈົ້າຈະຖືກຖິ້ມລົງໄປໃນບຶງໄຟນະຣົກ.
\s5
\v 16 “ຜູ້ທີ່ຟັງທ່ານທັງ­ຫລາຍກໍໄດ້ຟັງເຮົາ, ແລະຜູ້ທີ່ບໍ່ຍອມຮັບທ່ານທັງ­ຫລາຍກໍບໍ່ຍອມ­ຮັບເຮົາ, ແລະຜູ້ທີ່ບໍ່ຍອມ­ຮັບເຮົາກໍບໍ່ຍອມ­ຮັບຜູ້ທີ່ຊົງໃຊ້ເຮົາມາ.”
\s5
\v 17 ຝ່າຍພວກເຈັດສິບຄົນ ໄດ້ກັບຄືນມາດ້ວຍຄວາມຊື່ນຊົມຍິນດີ ທູນວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ຜີມານຮ້າຍກໍຍອມຟັງຄວາມຂອງພວກຂ້າ­ນ້ອຍໃນນາມຊື່ຂອງພຣະອົງ.”
\v 18 ພຣະເຢຊູເຈົ້າກ່າວກັບເພິ່ນວ່າ, “ເຮົາໄດ້ເຫັນຊາ­ຕານຕົກຈາກຟ້າເຫມືອນດັ່ງຟ້າ­ແມບ.
\v 19 ເບິ່ງແມ! ເຮົາໄດ້ໃຫ້ພວກທ່ານມີອຳ­ນາດຢຽບງູແລະແມງ­ງອດ, ແລະໃຫ້ມີອຳ­ນາດເຫນືອກຳລັງຂອງສັດ­ຕຣູ ແລະບໍ່ມີສິ່ງໃດເຮັດອັນ­ຕະ­ຣາຍແກ່ພວກທ່ານໄດ້ເລີຍ.
\v 20 ແຕ່ຢ່າໄດ້ຊື່ນຊົມຍິນ­ດີໃນສິ່ງເຫລົ່ານີ້ເພາະຜີທັງ­ຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມ­ຊື່ນຍິນ­ດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສະ­ຫວັນແລ້ວ.”
\s5
\v 21 ໃນຂະນະດຽວກັນ ພຣະ­ເຢຊູເຈົ້າຊົງມີຄວາມຊົມ­ຊື່ນຍິນ­ດີໃນພຣະວິນ­ຍານ­ບໍ­ຣິສຸດ ເຈົ້າແລະກ່າວວ່າ, “ຂ້າພຣະ­ອົງສັນ­ຣະ­ເສີນແດ່ພຣະບິ­ດາເຈົ້າ, ອົງພຣະຜູ້ເປັນເຈົ້າແຫ່ງຟ້າສະ­ຫວັນແລະແຜ່ນ­ດິນໂລກ ເພາະພຣະອົງຊົງໄດ້ປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນ­ຍາແລະຜູ້ສະ­ຫລາດ ແຕ່ໄດ້ຊົງເປີດເຜີຍສິ່ງນັ້ນໃຫ້ແກ່ບັນດາຄົນທີ່ບໍ່ໄດ້ຮັບການສອນ ເຊິ່ງເປັນເຫມືອນເດັກນ້ອຍ, ແມ່ນແລ້ວ, ພຣະ­ບິ­ດາ, ເພາະນີ້ເປັນສິ່ງທີ່ເຫັນຊອບຕໍ່ສາຍຕາຂອງພຣະອົງ.”
\s5
\v 22 “ພຣະ­ບິ­ດາຂອງເຮົາໄດ້ມອບສິ່ງສາ­ຣະ­ພັດໃຫ້ແກ່ເຮົາ ແລະບໍ່ມີໃຜຮູ້ວ່າພຣະ­ບຸດແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະ­ບິ­ດາ ແລະບໍ່ມີໃຜຮູ້ວ່າພຣະ­ບິ­ດາແມ່ນຜູ້ໃດ ເວັ້ນໄວ້ແຕ່ພຣະ­ບຸດ ກັບຜູ້ທີ່ພຣະ­ບຸດປະ­ສົງຈະສະ­ແດງໃຫ້ຮູ້.”
\s5
\v 23 ແລ້ວພຣະ­ເຢຊູເຈົ້າກໍຫລຽວໄປຫາພວກສາ­ວົກ ແລະກ່າວແກ່ພວກເພິ່ນເປັນການສ່ວນຕົວວ່າ, “ບັນດາຜູ້ທີ່ເຫັນແບບດຽວກັບທີ່ທ່ານເຫັນກໍເປັນສຸກ.
\v 24 ເຮົາບອກທ່ານທັງຫລາຍວ່າ ຜູ້ປະ­ກາດພຣະ­ທັມຫລາຍຄົນ ແລະກະ­ສັດຫລາຍອົງປາຖນາຈະເຫັນສິ່ງທີ່ພວກທ່ານເຫັນຢູ່ນີ້ ແຕ່ກໍບໍ່ໄດ້ເຫັນ ແລະປາ­ຖນາທີ່ໄດ້ຍິນສິ່ງທີ່ພວກທ່ານໄດ້ຍິນ ແຕ່ກໍບໍ່ໄດ້ຍິນສິ່ງນັ້ນ.”
\s5
\v 25 ເບິ່ງແມ, ມີອາຈານສອນພຣະບັນຍັດຂອງພວກຄົນຢີວຄົນຫນຶ່ງຢືນຂຶ້ນ ເພື່ອທົດລອງພຣະ­ເຢຊູເຈົ້າ ທູນຖາມວ່າ, “ທ່ານອາ­ຈານເອີຍ, ຂ້າ­ນ້ອຍຈະຕ້ອງເຮັດແນວ­ໃດຈິ່ງຈະໄດ້ຊີ­ວິດອັນຕະ­ຫລອດໄປເປັນ­ນິດ?”.
\v 26 ພຣະ­ເຢຊູເຈົ້າ ຕອບລາວວ່າ, “ພຣະ­ບັນ­ຍັດຂຽນໄວ້ວ່າຢ່າງ­ໃດ? ທ່ານໄດ້ອ່ານແລ້ວເຂົ້າ­ໃຈຢ່າງ­ໃດ?”.
\v 27 ເພິ່ນທູນຕອບວ່າ, “ທ່ານຈົ່ງຮັກອົງພຣະ­ຜູ້­ເປັນເຈົ້າ ຜູ້ເປັນພຣະ­ເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳ­ລັງ, ແລະດ້ວຍສຸດຄວາມຄິດຂອງເຈົ້າ’ ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ’.”
\v 28 ພຣະ­ເຢຊູເຈົ້າຕອບເພິ່ນວ່າ, “ທ່ານຕອບຖືກແລ້ວ. ຈົ່ງເຮັດຢ່າງນັ້ນ ­ແລ້ວທ່ານຈະໄດ້ຊີ­ວິດ.”
\s5
\v 29 ແຕ່ອາຈານທ່ານນັ້ນຢາກສະ­ແດງວ່າຕົນເປັນຄົນສິນທັມ ຈິ່ງທູນພຣະ­ເຢຊູເຈົ້າວ່າ, “ແມ່ນໃຜເປັນເພື່ອນບ້ານຂອງຂ້າ­ນ້ອຍ?”
\v 30 ພຣະ­ເຢຊູເຈົ້າຕອບວ່າ, “ມີຊາຍຄົນຫນຶ່ງລົງຈາກນະຄອນເຢ­ຣູຊາ­ເລັມຈະໄປເມືອງເຢ­ຣິ­ໂກ. ເພີ່ນໄດ້ຕົກໃນມືພວກໂຈນທີ່ປຸ້ນເອົາສິ່ງຂອງຜູ້ນັ້ນໄປ ແລະທັງທຸບຕີ ແລ້ວປະຖິ້ມໄວ້ເກືອບຕາຍ.
\s5
\v 31 ບັງ­ເອີນມີປະ­ໂຣ­ຫິດຄົນຫນຶ່ງໄດ້ລົງໄປທາງນັ້ນ ເມື່ອເຂົາໄດ້ເຫັນຄົນເຈັບນັ້ນກໍເວັ້ນໄປຟາກອື່ນເສັຍ.
\v 32 ເຊັ່ນດຽວກັບເລ­ວີຄົນຫນຶ່ງ ເມື່ອມາເຖິງບ່ອນນັ້ນແລະເຫັນຄົນເຈັບນັ້ນ ກໍເວັ້ນກາຍ­ໄປຟາກອື່ນເສັຍ.
\s5
\v 33 ແຕ່ມີໄທຊາ­ມາ­ເຣັຍຄົນຫນຶ່ງໄດ້ເດີນ­ທາງຜ່ານມາທີ່ຄົນເຈັບນອນຢູ່ນັ້ນ, ຄັນເຂົາເຫັນຄົນເຈັບແລ້ວກໍມີໃຈເມດຕາ.
\v 34 ເພິ່ນຈິ່ງເຂົ້າໄປເອົາຜ້າ­ພັນບາດໃຫ້ ແລະເອົານ້ຳ­ມັນກັບເຫລົ້າແວງຖອກໃສ່ບາດນັ້ນ ຈິ່ງໂຈມຂຶ້ນຂີ່ສັດຂອງຕົນພາໄປເຖິງໂຮງ­ແຮມ, ແລະເອົາໃຈ­ໃສ່ບົວຣະ­ບັດລາວ.
\v 35 ໃນມື້ຖັດມາ ທ່ານໄດ້ອອກເງິນສອງເດ­ນາ­ຣິ­ອົນໃຫ້ເຈົ້າຂອງໂຮງ­ແຮມ ບອກວ່າ, ‘ຈົ່ງເບິ່ງແຍງຄົນນີ້ເດີ, ຖ້າທ່ານຈ່າຍເກີນນີ້ໄປເທົ່າ­ໃດ ເມື່ອເຮົາກັບມາກໍຈະໃຊ້ໃຫ້’.
\s5
\v 36 ທ່ານຄິດວ່າຄົນໃດໃນສາມຄົນນີ້ເປັນເພື່ອນບ້ານຂອງຄົນທີ່ຖືກໂຈນປຸ້ນນັ້ນ.”
\v 37 ອາຈານຜູ້ນັ້ນທູນຕອບວ່າ, “ຊາຍທີ່ໄດ້ສະ­ແດງຄວາມເມດຕາໃຫ້ແກ່ຄົນເຈັບ,” ພຣະ­ເຢຊູເຈົ້າບອກລາວວ່າ, “ຈົ່ງໄປເຮັດແບບດຽວກັນເຖີດ.
\s5
\v 38 ໃນຂະນະເມື່ອພວກເຂົາເດີນທາງ, ພຣະ­ອົງກໍເຂົ້າໄປໃນຫມູ່ບ້ານຫນຶ່ງ ແລະມີຍິງຄົນຫນຶ່ງຊື່ມາ­ທາໄດ້ຕ້ອນ­ຮັບພຣະ­ອົງເຂົ້າໃນເຮືອນຂອງຕົນ.
\v 39 ມາ­ທາມີນ້ອງສາວຊື່ມາ­ຣິ­ອາ ເຊິ່ງເປັນຜູ້ທີ່ນັ່ງໃກ້ຕີນຂອງອົງພຣະ­ເຢຊູຄຣິດ­­ເຈົ້າ ແລະຟັງຖ້ອຍຄຳຂອງພຣະອົງ.
\s5
\v 40 ແຕ່ມາ­ທາໄດ້ມົວ­ເມົາຢູ່ໃນການຈັດຕຽມອາຫານຫລາຍເກີນໄປ. ນາງຈິ່ງໄດ້ມາຫາພຣະເຢຊູ ແລະບອກວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງບໍ່ສົນ­ໃຈຫລືວ່ານ້ອງສາວຂອງຂ້າ­ນ້ອຍປະໃຫ້ຂ້າ­ນ້ອຍປະ­ຕິ­ບັດແຕ່ຜູ້ດຽວ? ສະນັ້ນຂໍບອກໃຫ້ລາວມາຊ່ອຍຂ້ານ້ອຍແດ່!”.
\v 41 ແຕ່ອົງພຣະ­ຜູ້­ເປັນ­ເຈົ້າຕອບລາວວ່າ, “ມາ­ທາ, ມາ­ທາເອີຍ, ເຈົ້າວຸ້ນວາຍ­ໃຈກັບຫລາຍສິ່ງແທ້!
\v 42 ສິ່ງຊຶ່ງຈຳເປັນນັ້ນມີແຕ່ສິ່ງດຽວ ມາ­ຣິ­ອາໄດ້ເລືອກເອົາສ່ິ່ງທີ່ດີທີ່ສຸດນັ້ນ ເຊິ່ງຈະຍົກເອົາໄປຈາກນາງບໍ່ໄດ້.”
\s5
\c 11
\cl ບົດທີ 11
\p
\v 1 ໃນຂະນະທີ່ພຣະ­ເຢຊູເຈົ້າກຳລັງອະທິຖານຢູ່ທີ່ແຫ່ງຫນຶ່ງ ສາ­ວົກຂອງພຣະ­ອົງຄົນຫນຶ່ງທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍສອນພວກຂ້າ­ນ້ອຍໃຫ້ອະທິຖານເຫມືອນກັບທີ່ໂຢ­ຮັນໄດ້ສອນພວກລູກ­ສິດຂອງເພິ່ນດວ້ຍ.”
\s5
\v 2 ພຣະ­ເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເມື່ອພວກທ່ານອະທິຖານຈົ່ງກ່າວວ່າ, ‘ຂ້າແດ່ພຣະ­ບິ­ດາເຈົ້າ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ ຂໍໃຫ້ຣາຊະອານາຈັກຂອງພຣະອົງມາຕັ້ງຢູ່.
\s5
\v 3 ຂໍຊົງໂຜດປຣະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍ.
\v 4 ຂໍຊົງໂຜດຍົກໂທດຄວາມຜິດບາບຂອງພວກຂ້ານ້ອຍ ເຫມືອນທີ່ພວກຂ້ານ້ອຍຍົກໂທດແກ່ທຸກຄົນ ທີ່ເຮັດຜິດຕໍ່ພວກຂ້ານ້ອຍນັ້ນ. ຂໍຢ່າຊົງນໍາພວກຂ້ານ້ອຍ ເຂົ້າໄປໃນການທົດລອງ’.”
\s5
\v 5 ພຣະ­ເຢຊູເຈົ້າຊົງກ່າວກັບຄົນເຫລົ່ານັ້ນວ່າ, “ຜູ້ໃດໃນພວກທ່ານມີມິດສະ­ຫາຍຄົນຫນຶ່ງ ແລະໄປຫາມິດສະ­ຫາຍນັ້ນໃນເວ­ລາທ່ຽງຄືນແລະເວົ້າວ່າ ‘ສະ­ຫາຍເອີຍ, ຂໍໃຫ້ຂ້ອຍຢືມເຂົ້າ­ຈີ່ຈັກສາມກ້ອນແດ່.
\v 6 ເພາະເພື່ອນຄົນຫນຶ່ງຂອງເຮົາເດີນ­ທາງຈາກບ່ອນອື່ນມາແວ່ເຮົາແລະເຮົາບໍ່ໄດ້ກຽມອັນໃດຈະສູ່ເພິ່ນກິນ’.
\v 7 ຝ່າຍມິດສະຫາຍທີ່­ຢູ່ຂ້າງໃນຈະຕອບອອກມາວ່າ, ‘ຢ່າລົບກວນເຮົາເທາະປະ­ຕູກໍອັດແລ້ວ, ພວກລູກຂອງເຮົາກໍນອນຢູ່ກັບເຮົາຫມົດແລ້ວ, ເຮົາລຸກ­ຂຶ້ນເອົາເຂົ້າຈີ່ໃຫ້ເຈົ້າບໍ່ໄດ້’.
\v 8 ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນວ່າຜູ້ນັ້ນຈະບໍ່ລຸກ­ຂຶ້ນເອົາໃຫ້ເພາະການເປັນເພື່ອນກັນກໍຕາມ ແຕ່ຖ້າເພາະເຫັນ­ແກ່ການດື້ຂໍຢ່າງບໍ່ລະອາຍ ເພິ່ນກໍຈະລຸກ­ຂຶ້ນແລະເອົາເຂົ້າຈີ່ໃຫ້ທ່ານເທົ່າທີ່ທ່ານຕ້ອງ­ການ.
\s5
\v 9 ແລະເຮົາບອກພວກທ່ານວ່າ ຈົ່ງຫມັ່ນຂໍ ແລ້ວຈະຊົງປຣະທານໃຫ້ ຈົ່ງຫມັ່ນຊອກແລ້ວຈະພົບ ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.
\v 10 ເພາະ­ວ່າທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ທຸກຄົນທີ່ຫມັ່ນຊອກຫາກໍໄດ້ພົບ ແລະທຸກຄົນທີ່ຫມັ່ນເຄາະກໍຈະເປີດໃຫ້ແກ່ເຂົາ.
\s5
\v 11 ມີພໍ່ຄົນໃດໃນພວກທ່ານ ຖ້າລູກຂໍປາຈະເອົາງູໃຫ້ລູກແທນປາບໍ?
\v 12 ຫລືເມື່ອລູກຂໍໄຂ່ ທ່ານຈະເອົາແມງງອດໃຫ້ລູກ?
\v 13 ເຫດສັນ­ນັ້ນຖ້າທ່ານທັງ­ຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້­ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ ຫລາຍກວ່ານັ້ນອີກຈັກເທົ່າ­ໃດ ພຣະບິ­ດາເຈົ້າຜູ້ຊົງສະ­ຖິດໃນສະ­ຫວັນຈະປຣະ­ທານພຣະວິນຍານ­ບໍ­ຣິ­ສຸດເຈົ້າໃຫ້ແກ່ຜູ້ທີ່ຂໍຈາກພຣະ­ອົງ?"
\s5
\v 14 ຫລັງຈາກນັ້ນ ພຣະ­ເຢຊູເຈົ້າໄດ້ຂັບໄລ່ຜີຮ້າຍອອກ ເປັນຜີໃບ້. ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວຊາຍທີ່ເປັນຄົນໃບ້ກໍເລີ່ມປາກໄດ້, ປະ­ຊາ­ຊົນກໍປະ­ຫລາດໃຈ.
\v 15 ແຕ່ບາງຄົນໃນຫມູ່ນັ້ນໄດ້ເວົ້າວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳ­ນາດຂອງເບ­ເອນ­ເຊ­ບູນຊຶ່ງເປັນນາຍຂອງພວກຜີຮ້າຍ.
\s5
\v 16 ສ່ວນຄົນອື່ນຢາກຈະທົດລອງພຣະ­ເຢຊູເຈົ້າ ແລະຖາມຫາຫມາຍສຳ­ຄັນຈາກຟ້າສະ­ຫວັນ.
\v 17 ແຕ່ພຣະ­ອົງຊົງຊາບຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ທຸກອາ­ນາ­ຈັກທີ່ແຕກແຍກກັນແລ້ວກໍຄົງຈິບ­ຫາຍ, ຄອບຄົວທີ່ແຕກແຍກກັນ ແລ້ວກໍຈະຕັ້ງຢູ່ບໍ່ໄດ້."
\s5
\v 18 ຖ້າຊາ­ຕານແຕກແຍກກັນເອງ ອາ­ນາ­ຈັກຂອງມັນຈະຕັ້ງຫມັ້ນຢູ່ໄດ້ຢ່າງ­ໃດ? ເພາະທ່ານທັງ­ຫລາຍເວົ້າວ່າເຮົາຂັບໄລ່ຜີອອກໂດຍເບ­ເອນ­ເຊ­ບູນ.
\v 19 ຖ້າເຮົາຂັບໄລ່ຜີອອກໂດຍເບ­ເອນ­ເຊບູນນັ້ນ, ພວກສາວົກຂອງທ່ານທັງ­ຫລາຍເຄີຍຂັບມັນອອກດ້ວຍອຳ­ນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ພວກສາວົກຈະຕັດສິນພິພາກສາພວກທ່ານ.
\v 20 ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍຣິດອຳນາດຂອງພຣະ­ເຈົ້າ, ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າກໍມາເຖິງພວກທ່ານແລ້ວ.
\s5
\v 21 ເມື່ອຊາຍທີ່ແຂງ­ແຮງຖືອາ­ວຸດຄົບຖ້ວນເຝົ້າເຮືອນຂອງຕົນຢູ່ ສິ່ງຂອງທັງຫມົດຂອງລາວກໍປອດພັຍ.
\v 22 ແຕ່ເມື່ອຊາຍທີ່ແຂງແຮງກວ່າເອົາຊະ­ນະຄົນນັ້ນໄດ້, ຄົນແຂງແຮງກວ່າຈະຍຶດເອົາອາວຸດໄປຈາກເຂົາ ແລະລັກເອົາຊັບສົມບັດຂອງເຂົາໄປເສັຍ.
\v 23 ຜູ້ໃດບໍ່ຢູ່ຝ່າຍເຮົາ ກໍຕໍ່­ສູ້ກັບເຮົາ ແລະຜູ້ໃດບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະຈາຍໄປ.
\s5
\v 24 “ເມື່ອຜີຖ່ອຍຮ້າຍອອກຈາກຊາຍຄົນຫນຶ່ງ ມັນກໍເດີນທາງຜ່ານໄປໃນບ່ອນກັນ­ດານເພື່ອ­ຊອກຫາບ່ອນເຊົາເມື່ອຍ, ເມື່ອຫາບໍ່ພົບ ມັນຈິ່ງເວົ້າວ່າ ‘ເຮົາຈະກັບຄືນໄປຍັງເຮືອນຂອງເຮົາທີ່ເຮົາໄດ້ອອກມານັ້ນ.
\v 25 ເມື່ອຜີນັ້ນກັບມາແລະເຫັນວ່າເຮືອນນັ້ນຖືກເຮັດໃຫ້ສະອາດດີແລະຕົກ­ແຕ່ງໄວ້ແລ້ວ.
\v 26 ເມື່ອ­ນັ້ນມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະກໍເຂົ້າໄປອາໄສຢູ່ເຮືຶນຫລັງນັ້ນ ແລະໃນທີ່ສຸດ ຊາຍຄົນນັ້ນກໍຕົກຢູ່ໃນສະພາບຮ້າຍກວ່າຕອນຕົ້ນ.”
\s5
\v 27 ໃນຂະນະທີ່ພຣະ­ອົງຊົງກ່າວຖ້ອຍຄຳເຫລົ່າ­ນັ້ນຢູ່ ກໍມີຍິງສາວຄົນຫນຶ່ງໃນຫມູ່ປະ­ຊາ­ຊົນຮ້ອງທູນພຣະ­ອົງວ່າ, “ທ້ອງ­ຂອງຍິງທີ່ໃຫ້ກຳເນີດທ່ານແລະເຕົ້າ­ນົມທີ່ລຽ້ງທ່ານນັ້ນກໍເປັນສຸກ.”
\v 28 ແຕ່ພຣະອົງຊົງຕອບວ່າ, “ບໍ່ແມ່ນເລີຍ ຄົນທັງ­ຫລາຍທີ່ຟັງພຣະ­ທັມຂອງພຣະເຈົ້າ ແລະຖືຮັກ­ສາພຣະ­ທັມໄວ້ຕ່າງຫາກທີ່ເປັນສຸກ.”
\s5
\v 29 ເມື່ອປະ­ຊາ­ຊົນເລີ່ມມາໂຮມກັນຫນາແຫນ້ນຂຶ້ນ ພຣະ­ອົງຊົງກ່າວວ່າ, “ຄົນໃນຍຸກນີ້ເປັນຍຸກທີ່ຊົ່ວຮ້າຍ ເຂົາສະແຫວງ­ຫາຫມາຍສຳ­ຄັນ ແຕ່ຈະບໍ່ມີຫມາຍສຳ­ຄັນອັນໃດເປີດເຜີຍໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳ­ຄັນເລື່ອງໂຢ­ນາ.
\v 30 ເຫມືອນກັບທີ່ໂຢ­ນາໄດ້ເປັນຫມາຍສຳ­ຄັນແກ່ຊາວເມືອງນີ­ເນ­ເວ, ດັ່ງນັ້ນ ບຸດມະ­ນຸດຈະເປັນຫມາຍສຳ­ຄັນແກ່ຄົນໃນຍຸກນີ້.
\s5
\v 31 ຣາຊີນີແຫ່ງທິດ­ໃຕ້ຈະລຸກ­ຂຶ້ນໃນການພິ­ພາກ­ສາພ້ອມກັບຜູ້ຊາຍໃນຍຸກນີ້ ແລະລົງໂທດຄົນໃນຍຸກນີ້ ເພາະນາງໄດ້ມາແຕ່ທີ່ສຸດປາຍແຜ່ນດິນໂລກ ເພື່ອຈະຟັງຄຳສັ່ງສອນທີ່ມີສະ­ຕິ­ປັນ­ຍາຂອງກະ­ສັດໂຊ­ໂລ­ໂມນ ແລະ ເບິ່ງແມ! ຜູ້ທີ່ຍິ່ງໃຫຍ່ກວ່າກະ­ສັດໂຊ­ໂລໂມນກໍຢູ່ທີ່ນີ້.
\s5
\v 32 ຊາວເມືອງນີ­ເນ­ເວຈະຢືນຂຶ້ນໃນວັນພິ­ພາກ­ສາພ້ອມກັບຄົນໃນຍຸກນີ້ ແລະຈະກ່າວໂທດຄົນໃນຍຸກນີ້ ເມື່ອພວກເຂົາໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ເພາະການປະ­ກາດຂອງໂຢ­ນາ ແລະເບິ່ງແມ, ຜູ້ທີ່ຍິ່ງໃຫຍ່ກວ່າໂຢ­ນາກໍຢູ່ທີ່ນີ້.
\s5
\v 33 ບໍ່­ຫ່ອນມີຜູ້ໃດ, ເມື່ອໄຕ້ໂຄມແລ້ວຈະຕັ້ງໄວ້ໃນຕູ້ທີ່ລັບມືດ ຫລືເອົາບຸງມາກວບໄວ້ ແຕ່ເຄີຍຕັ້ງໄວ້ເທິງເຄື່ອງຮອງຕີນໂຄມ ເພື່ອຜູ້ທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ.
\v 34 ຕາຂອງທ່ານເປັນດວງສະ­ຫວ່າງຂອງຮ່າງ­ກາຍ ເມື່ອຕານັ້ນດີຮ່າງ­ກາຍຂອງທ່ານກໍສະ­ຫວ່າງໄປເຫມືອນກັນ, ແຕ່ເມື່ອຕາຂອງທ່ານມືດໄປ ຮ່າງ­ກາຍຂອງທ່ານກໍຈະມືດໄປເຫມືອນກັນ.
\v 35 ເຫດສັນນັ້ນ ຈົ່ງຣະ­ວັງຢ່າໃຫ້ແສງສະ­ຫວ່າງທີ່ມີຢູ່ໃນທ່ານມືດໄປ.
\v 36 ຖ້າຮ່າງກາຍຂອງທ່ານທຸກສ່ວນເຕັມດ້ວຍຄວາມສະ­ຫວ່າງ ທັງຕົວກໍຈະສະຫວ່າງໄປດ້ວຍຮ່າງກາຍຂອງທ່ານທັງຫມົດຈະເປັນເຫມືອນແສງໂຄມໄຟນັ້ນ ທີ່ສ່ອງສະຫວ່າງແກ່ທ່ານ.”
\s5
\v 37 ເມື່ອພຣະ­ເຢຊູເຈົ້າກ່າວສຳເລັດແລ້ວ ມີຟາ­ຣີ­ຊາຍຜູ້ຫນຶ່ງໄດ້ທູນເຊີນພຣະ­ອົງໄປຮັບປະທານອາ­ຫານທີ່ເຮືອນຂອງຕົນ ເມື່ອພຣະເຢຊູເຈົ້າໄປເຖິງແລະຊົງນັ່ງອີງຕົວລົງ.
\v 38 ຟາ­ຣີ­ຊາຍຜູ້ນັ້ນກໍປະຫລາດໃຈ ທີ່ພຣະ­ອົງບໍ່ໄດ້ລ້າງມືກ່ອນຈະຮັບປະທານອາຫານແລງ.
\s5
\v 39 ແລ້ວອົງພຣະ­ຜູ້­ເປັນ­ເຈົ້າກ່າວແກ່ລາວວ່າ, “ບັດນີ້, ເຈົ້າພວກຟາ­ຣີ­ຊາຍ, ເຈົ້າລ້າງຖ້ວຍ­ຊາມໃຫ້ສະ­ອາດແຕ່ຂ້າງນອກ ແຕ່ຂ້າງໃນຕົວເຈົ້າເຕັມໄປດ້ວຍຄວາມໂລບແລະຄວາມຊົ່ວຮ້າຍ.
\v 40 ໂອ ຄົນໂງ່ເອີຍ! ຜູ້ທີ່ໄດ້ສ້າງຂ້າງນອກກໍໄດ້ສ້າງຂ້າງໃນເຫມືອນກັນບໍ່ແມ່ນບໍ?
\v 41 ຈົ່ງບໍ­ຣິ­ຈາກແກ່ຄົນທຸກຍາກດ້ວຍສິ່ງຊຶ່ງຢູ່ຂ້າງໃນ ແລ້ວທຸກສິ່ງກໍຈະສະ­ອາດສຳລັບພວກທ່ານ.
\s5
\v 42 ແຕ່ວິ­ບັດແກ່ເຈົ້າ, ພວກຟາ­ຣີ­ຊາຍ ພວກເຈົ້າຖວາຍຫນຶ່ງສ່ວນສິບໃນເຄື່ອງປູກຕາມຣະດູການແກ່ພຣະເຈົ້າຄືຜັກກ້ານກ່ຳ ຜັກແພວ, ແລະຜັກອື່ນໆ ຈາກສວນ ແຕ່ພວກເຈົ້າໄດ້ລະເລີຍຄວາມຍຸດ­ຕິທັມແລະຄວາມຮັກຂອງພຣະ­ເຈົ້າ ຈຳເປັນຢ່າງຍິ່ງທີ່ຈະປະຕິບັດຢ່າງຄົນທີ່ມີຄວາມຍຸດຕິທັມແລະຮັກພຣະເຈົ້າ ໂດຍບໍ່ບົກພ່ອງໃນການເຮັດສິ່ງອື່ນໆດ້ວຍ.
\s5
\v 43 ແຕ່ວິ­ບັດແກ່ເຈົ້າ, ພວກຟາ­ຣີ­ຊາຍ ພວກເຈົ້າມັກບ່ອນນັ່ງອັນມີກຽດໃນໂຮງທັມະສາລາ ແລະມັກໃຫ້ຄົນຄຳນັບໃຫ້ກຽດໃນຕະຫລາດ.
\v 44 ວິ­ບັດແກ່ພວກເຈົ້າ, ເຫມືອນຂຸມຝັງສົບທີ່ຄົນທັງ­ຫລາຍກໍທຽວຜ່ານໄປມາໂດຍບໍ່ຮູ້ ເພາະບໍ່ໄດ້ຕິດປ້າຍບອກໄວ້.”
\s5
\v 45 ແລ້ວມີຄົນຫນຶ່ງໃນທັມະບັນດິດ ຕອບພຣະອົງວ່າ, “ອາ­ຈານເອີຍ, ທ່ານກຳລັງຫມິ່ນປະ­ຫມາດພວກເຮົາເຫມືອນກັນ.”
\v 46 ພຣະເຢຊູເຈົ້າຕອບວ່າ, “ແຕ່ວິ­ບັດຈະມີແກ່ພວກເຈົ້າເຫມືອນກັນ, ພວກທັມະບັນ­ດິດ ພວກເຈົ້າເອົາພາຣະທີ່ຫນັກຫນາມາວາງໃສ່ບ່າຂອງຜູ້ອື່ນ, ແຕ່ສ່ວນພວກເຈົ້າເອງ, ແມ່ນແຕ່ນິ້ວມືດຽວກໍບໍ່ແຕະພາຣະນັ້ນ.
\s5
\v 47 ວິ­ບັດແກ່ພວກເຈົ້າ, ທີ່ມັກສ້າງອຸບໂມງເທິງຫລຸມຝັງສົບຂອງພວກຜູ້ປະ­ກາດພຣະ­ທັມ, ທີ່ພວກບັນ­ພະ­ບຸ­ຣຸດຂອງເຈົ້າໄດ້ຂ້າພວກເຂົາ.
\v 48 ພວກເຈົ້າໄດ້ເປັນພະ­ຍານແລະເຫັນດີກັບບັນພະບຸດຣຸດຂອງພວກເຈົ້າ ເພາະພວກເຂົາໄດ້ຂ້າພວກຜູ້ປະ­ກາດພຣະ­ທັມ ທີ່ພວກເຈົ້າໄດ້ສ້າງອຸບໂມງໃຫ້ແກ່ພວກເຂົາ.
\s5
\v 49 ດ້ວຍເຫດນີ້ ພຣະ­ປັນ­ຍາຂອງພຣະ­ເຈົ້າຈິ່ງຊົງກ່າວວ່າ, ‘ເຮົາຈະໃຊ້ພວກຜູ້ປະ­ກາດພຣະ­ທັມແລະອັກຄະສາ­ວົກໄປຫາພວກເຂົາ ແລະພວກເຂົາຈະຂ້າບາງຄົນແລະຂົ່ມ­ເຫັງບາງຄົນ.
\v 50 ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບ ໃນເລືອດຂອງພວກຜູ້ປະກາດພຣະ­ທັມແລະອັກຄະສາ­ວົກເຫລົ່ານັ້ນ ທີ່ໄຫລອອກຕັ້ງ­ແຕ່ແຮກສ້າງໂລກ.
\v 51 ຕັ້ງ­ແຕ່ເລືອດຂອງອາ­ເບັນຈົນເຖິງເລືອດຂອງຊາ­ຂາ­ຣີ­ຢາ ຜູ້ທີ່ຖືກຂ້າທີ່ແທ່ນບູ­ຊາແລະທີ່ລີ້ລັບ. ຈິງແທ້, ເຮົາບອກເຈົ້າໃນເລື່ອງນີ້ ເພາະຄົນໃນຍຸກນີ້ຈະຕ້ອງຮັບ­ຜິດ­ຊອບ.
\s5
\v 52 ວິ­ບັດແກ່ພວກເຈົ້າ, ທັມະບັນ­ດິດຂອງຄົນຍິວ ເພາະ­ທ່ານໄດ້ເອົາກະ­ແຈແຫ່ງຄວາມຮູ້ນັ້ນໄປເສັຍ ພວກເຈົ້າເອງກໍບໍ່ເຂົ້າໄປແລະຄົນທີ່ຢາກເຂົ້າໄປ ພວກເຈົ້າກໍປິດເສັຍຈາກເຂົາ.”
\s5
\v 53 ຫລັງຈາກທີ່ພຣະເຢຊູເຈົ້າສະ­ເດັດອອກຈາກທີ່ນັ້ນ, ພວກທັມະຈານແລະພວກຟາ­ຣີ­ຊາຍໄດ້ໂຈມຕີແລະໂຕ້ຖຽງກັບພຣະອົງອີກຫລາຍເລື່ອງ.
\v 54 ຫວັງຈະໃຫ້ພຣະອົງຕິດກັບດັກຈາກຄຳເວົ້າຂອງພຣະອົງ.
\s5
\c 12
\cl ບົດທີ 12
\p
\v 1 ໃນເວ­ລານັ້ນ ມີປະ­ຊາ­ຊົນຫລາຍພັນຄົນມາເຕົ້າ­ໂຮມກັນ ຫລາຍຈົນພວກເຂົາບຽດຢຽບກັນ, ພຣະ­ເຢຊູເຈົ້າຕັ້ງ­ຕົ້ນກ່າວກັບພວກສາ­ວົກວ່າ, “ຈົ່ງຣະ­ວັງເຊື້ອແປ້ງຂອງພວກຟາ­ຣີ­ຊາຍ ຄືຄວາມຫນ້າຊື່ໃຈຄົດຂອງພວກເຂົາ.
\s5
\v 2 ບໍ່ມີຄວາມລັບໃດປົກບັງໄວ້ທີ່ຈະບໍ່ເປີດ­ເຜີຍ ຫລືສິ່ງລັບທີ່ບໍ່ປະກົດໃຫ້ຮູ້.
\v 3 ບໍ່ວ່າສິ່ງໃດທີ່ທ່ານເວົ້າໃນບ່ອນມືດ ກໍໄດ້ຍິນໃນບ່ອນແຈ້ງ ແລະສິ່ງທີ່ພວກທ່ານຊີ່ມໃສ່ຫູໃນຫ້ອງຊັ້ນໃນ ກໍຈະຕ້ອງປ່າວປະ­ກາດເທິງຫລັງ­ຄາເຮືອນ.
\s5
\v 4 ເຮົາບອກທ່ານທັງ­ຫລາຍທີ່ເປັນມິດສະ­ຫາຍຂອງເຮົາວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງ­ກາຍ ແລະບໍ່ສາມາດທີ່ຈະເຮັດອັນໃດໄດ້ອີກຕໍ່ໄປ.
\v 5 ແຕ່ເຮົາຢາກຈະເຕືອນໃຫ້ພວກທ່ານຮູ້ວ່າຄວນຢ້ານຜູ້ໃດ. ຈົ່ງຢ້ານຜູ້ທີ່ຖືກຂ້າຊຶ່ງພາຍຫລັງມີອຳ­ນາດທີ່ຈະຖິ້ມທ່ານລົງໃນນະ­ຣົກໄດ້, ນັ້ນແຫລະ ເຮົາບອກພວກທ່ານວ່າ ຈົ່ງຢ້ານຜູ້ນັ້ນ.
\s5
\v 6 ນົກຈອກຫ້າໂຕເຂົາຂາຍສອງອັດບໍ່ແມ່ນບໍ? ແລະນົກນັ້ນ, ແມ່ນແຕ່ໂຕດຽວກໍບໍ່ຢູ່ນອກສາຍຕາຂອງພຣະເຈົ້າ.
\v 7 ແມ່ນແຕ່ເສັ້ນຜົມເທິງຫົວຂອງທ່ານກໍຊົງນັບໄວ້ແລ້ວທຸກເສັ້ນ ຢ່າຊູ່ຢ້ານເລີຍ. ພວກທ່ານກໍປະ­ເສີດກວ່ານົກຈອກຢ່າງຫລວງຫລາຍ.
\s5
\v 8 ເຮົາບອກແກ່ທ່ານວ່າ ທຸກຄົນທີ່ຍອມຮັບເຮົາຕໍ່­ຫນ້າມະ­ນຸດ ບຸດມະ­ນຸດກໍຈະຍອມຮັບຜູ້ນັ້ນຕໍ່­ຫນ້າພວກເທ­ວະດາຂອງພຣະ­ເຈົ້າເຫມືອນກັນ.
\v 9 ແຕ່ຜູ້ໃດຈະປະ­ຕິ­ເສດເຮົາຕໍ່­ຫນ້າມະ­ນຸດ ກໍຈະຖືກປະ­ຕິ­ເສດຕໍ່­ຫນ້າພວກເທ­ວະ­ດາຂອງພຣະ­ເຈົ້າເຫມືອນກັນ.
\v 10 ຜູ້ໃດທີ່ຈະກ່າວຕໍ່­ສູ້ບຸດມະ­ນຸດຈະໄດ້ຮັບການອະ­ພັຍ ແຕ່ຜູ້ໃດທີ່ກ່າວຄຳຫມິ່ນ­ປະ­ຫມາດຕໍ່ພຣະ­ວິນ­ຍານ­ບໍ­ຣິສຸດເຈົ້າ ບໍ່ອາດຈະໂຜດອະພັຍໃຫ້ໄດ້.
\s5
\v 11 ເມື່ອພວກເຂົານຳພວກທ່ານໄປຢູ່ຕໍ່ຫນ້­າໃນທັມະສາລາ, ຕໍ່­ຫນ້າຜູ້ປົກ­ຄອງແລະຜູ້ມີອຳ­ນາດ, ຢ່າຄຶດອຸກໃຈວ່າຈະແກ້ຕົວ­ຢ່າງໃດ ຫລືຈະເວົ້າຫຍັງ.
\v 12 ເພາະໃນໂມງນັ້ນພຣະວິນຍານ­ບໍ­ຣິ­ສຸດເຈົ້າຈະຊົງໂຜດສອນທ່ານໃນສິ່ງທີ່ຄວນຈະເວົ້າ.
\s5
\v 13 ຈາກນັ້ນ ມີບາງຄົນໃນຫມູ່ປະ­ຊາ­ຊົນໄດ້ທູນພຣະເຢຊູເຈົ້າວ່າ, “ອາຈານເອີຍ, ຊ່ວຍບອກອ້າຍຂອງຂ້າ­ນ້ອຍແບ່ງມໍຣະດົກໃຫ້ຂ້ານ້ອຍແດ່.”
\v 14 ພຣະເຢຊູເຈົ້າຕອບວ່າ, “ຊາຍເອີຍ, ໃຜໄດ້ຕັ້ງເຮົາໃຫ້ເປັນຜູ້ພິພາກສາຫລືເປັນຜູ້ແບ່ງປັນມໍຣະດົກໃຫ້ທ່ານ?”
\v 15 ແລະພຣະ­ອົງບອກພວກເຂົາວ່າ, “ຈົ່ງຣະ­ວັງຮັກ­ສາຕົນໄວ້ໃຫ້ເວັ້ນຈາກການໂລບທຸກຢ່າງ ເພາະຊີ­ວິດຂອງມະ­ນຸດບໍ່ຂຶ້ນຢູ່ກັບຊັບສົມບັດອັນອຸດົມສົມບູນຂອງຕົນ.”
\s5
\v 16 ຈາກນັ້ນ ພຣະເຢຊູເຈົ້າຈິ່ງບອກກັບພວກເຂົາດ້ວຍຄຳອຸປະ­ມາວ່າ, “ມີເສດ­ຖີຄົນຫນຶ່ງໄດ້ຜົນຜະລິດຈຳນວນຫລາຍ.
\v 17 ແລະລາວຄຶດກັບຕົນເອງວ່າ ‘ເຮົາຈະເຮັດແນວ­ໃດດີ ເພາະບໍ່ມີບ່ອນຈະເກັບຜົນ­ລະ­ປູກຂອງເຮົາແລ້ວ?
\v 18 ເພິ່ນຈິ່ງເວົ້າວ່າ ‘ສິ່ງທີ່ເຮົາຈະເຮັດຄືດັ່ງ­ນີ້ ເຮົາຈະມ້າງເລົ້າທັງຫລາຍອອກແລະຈະສ້າງຫລັງໃຫມ່ໃຫ້ໃຫຍ່ກວ່າເກົ່າ ແລ້ວເຮົາຈະຮວບ­ຮວມເຂົ້າ ແລະສິ່ງຂອງທັງຫມົດຂອງເຮົາໄວ້ທີ່ນັ້ນ.
\v 19 ເຮົາຈະເວົ້າແກ່ຈິດ­ໃຈຂອງເຮົາວ່າ, “ຈິດ­ໃຈເອີຍ, ເຈົ້າມີເຂົ້າ­ຂອງເກັບໄວ້ໃຊ້ໄດ້ອີກຫລາຍປີ. ຈົ່ງພັກຢູ່ສະ­ບາຍ, ກິນແລະດື່ມດ້ວຍຄວາມປິ­ຕິ­ຍິນ­ດີສະຫນຸກສະຫນານເທາະ’.”
\s5
\v 20 ແຕ່ພຣະ­ເຈົ້ກ່າວແກ່ລາວວ່າ ‘ໂອຄົນໂງ່ເອີຍ, ໃນຄືນວັນນີ້ເຂົາຈະເອີ້ນເອົາຈິດ­ໃຈຂອງເຈົ້າໄປຈາກເຈົ້າ ແລ້ວສິ່ງຂອງທັງຫລາຍທີ່ເຈົ້າຈັດແຈ່ງໄວ້ນັ້ນຈະຕົກເປັນຂອງໃຜ?.
\v 21 ນັ້ນກໍເຫມືອນຄົນທີ່ທ້ອນ­ໂຮມຊັບສົມ­ບັດໄວ້ສຳ­ລັບຕົນເອງ ແຕ່ບໍ່ໄດ້ຮັ່ງມີຕໍ່ພຣະ­ຈົ້າ.”
\s5
\v 22 ພຣະເຢຊູເຈົ້າກ່າວກັບພວກສາວົກຂອງພຣະອົງວ່າ, “ດັ່ງນັ້ນ ເຮົາບອກທ່ານທັງ­ຫລາຍວ່າ ຢ່າກະ­ວົນ­ກະ­ວາຍເຖິງຊີ­ວິດວ່າຈະກິນຫຍັງ ຫລືເຖິງຮ່າງ­ກາຍວ່າຈະນຸ່ງຫົ່ມຫຍັງ?
\v 23 ເພາະຊີວິດກໍມີຄ່າກວ່າອາ­ຫານ ແລະຮ່າງ­ກາຍກໍມີຄ່າກວ່າເຄື່ອງ­ນຸ່ງຫົ່ມ.
\s5
\v 24 ຈົ່ງພິ­ຈາ­ຣະ­ນາເບິ່ງຝູງກາ ມັນບໍ່ໄດ້ຫວ່ານຫລືກ່ຽວ, ມັນບໍ່ມີເລົ້າຫລືບ່ອນເກັບເຄື່ອງ ແຕ່ພຣະ­ເຈົ້າຍັງຊົງລ້ຽງພວກມັນ ພວກທ່ານປະ­ເສີດກວ່ານົກເຫົ່ລານັ້ນ.
\v 25 ແລະມີຄວາມກະວົນ­ກະ­ວາຍໃດ ທີ່ອາດຕໍ່ຊີ­ວິດໃຫ້ຍາວອອກໄປຈັກສອກຫນຶ່ງໄດ້?
\v 26 ຖ້າສິ່ງເລັກນ້ອຍທ່ານຍັງເຮັດບໍ່ໄດ້ ເຫດໃດທ່ານຈິ່ງກະ­ວົນ­ກະ­ວາຍເຖິງສິ່ງອື່ນໆ ອີກ?
\s5
\v 27 ຈົ່ງພິ­ຈາ­ຣະ­ນາເບິ່ງດອກລີລີ່ວ່າມັນເຕີບໃຫຍ່ຂຶ້ນຢ່າງ­ໃດ ມັນບໍ່ໄດ້ເຮັດການ, ມັນບໍ່ໄດ້ເຂັນ­ຝ້າຍ ແຕ່ເຮົາບອກທ່ານທັງຫລາຍວ່າ ເຖິງແມ່ນກະ­ສັດໂຊ­ໂລ­ໂມນເມື່ອບໍ­ຣິ­ບູນດ້ວຍສະ­ຫງ່າຣາ­ສີ ກໍບໍ່ໄດ້ທົງເຄື່ອງງາມທໍ່ດອກໄມ້ນີ້ດອກຫນຶ່ງ.
\v 28 ຖ້າພຣະເຈົ້າຊົງຕົກແຕ່ງຫຍ້າທີ່ທົ່ງນາຢ່າງນັ້ນຊຶ່ງເປັນຢູ່ວັນນີ້ ແລະມື້ອື່ນຕ້ອງຖິ້ມໃສ່ເຕົາ­ໄຟເສັຍ ພຣະ­ອົງຈະບໍ່ຕົກ­ແຕ່ງພວກທ່ານຫລາຍກວ່ານັ້ນເທົ່າ­ໃດ? ໂອ ທ່ານຜູ້ມີຄວາມເຊື່ອຫນ້ອຍເອີຍ.
\s5
\v 29 ຢ່າສະແຫວງຫາວ່າຈະກິນຫຍັງ, ແລະຈະດື່ມຫຍັງ, ແລະຢ່າກະ­ວົນ­ກະ­ວາຍ.
\v 30 ເພາະບັນດາປະຊາຊາດທົ່ວໂລກຊອກຫາສິ່ງຂອງທັງປວງນີ້ ແລະພຣະ­ບິ­ດາເຈົ້າຂອງພວກທ່ານກໍຊົງຊາບແລ້ວວ່າທ່ານຕ້ອງ­ການສິ່ງເຫລົ່ານີ້.
\s5
\v 31 ແຕ່ຈົ່ງສະແຫວງຫາຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ ແລ້ວສິ່ງເຫລົ່ານີ້ພຣະອົງຈະຊົງເພີ່ມເຕີມໃຫ້ທ່ານ.
\v 32 ຢ່າຊູ່ຢ້ານເລີຍ ຝູງແກະນ້ອຍເອີຍ, ເພາະພຣະ­ບິ­ດາເຈົ້າຂອງພວກທ່ານຊົງພໍພຣະ­ທັຍຈະປຣະ­ທານຣາ­ຊະອາ­ນາ­ຈັກໃຫ້ແກ່ພວກທ່ານ.
\s5
\v 33 ຈົ່ງຂາຍຊັບສົມບັດຂອງທ່ານແລະແຈກຈ່າຍໃຫ້ກັບຄົນຍາກຈົນ. ຈົ່ງເຮັດຖົງເງິນອັນບໍ່ຮູ້ເກົ່າໄວ້ສຳ­ລັບຕົນ ຄືຊັບສົມ­ບັດໃນສະຫວັນຊຶ່ງບໍ່ຮູ້ຈັກຫມົດ ບ່ອນທີ່ໂຈນເຂົ້າໄປໃກ້ບໍ່ໄດ້ແລະບ່ອນທີ່ມອດທຳ­ລາຍບໍ່ໄດ້.
\v 34 ເພາະ­ວ່າຊັບສົມ­ບັດຂອງທ່ານຢູ່ທີ່ໃດ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.
\s5
\v 35 ຈົ່ງຮັດແອວເສື້ອຄຸມຂອງທ່ານໄວ້ ແລະໄຕ້ໂຄມຂອງທ່ານໃຫ້ສະຫວ່າງຢູ່ສະເຫມີ.
\v 36 ແລະຈົ່ງເປັນເຫມືອນກັບຄົນທີ່ຄອຍເຈົ້ານາຍຂອງຕົນກັບມາຈາກການສະຫລອງແຕ່ງ­ງານ ດັ່ງນັ້ນ ເມື່ອເຈົ້ານາຍກັບມາແລະເຄາະປະ­ຕູແລ້ວ ພວກເຂົາຈະໄຂໃຫ້ກັບເຈົ້ານາຍໃນທັນທີ.
\s5
\v 37 ພຣະພອນຈົ່ງມີແກ່ຜູ້ຮັບໃຊ້ເຫລົ່ານີ້ຊຶ່ງນາຍກັບມາແລະພົບວ່າພວກເຂົາກຳ­ລັງຄອຍຖ້າຢູ່. ເຮົາບອກຄວາມຈິງແກ່ພວກທ່ານວ່າ, ນາຍຈະຮັດແອວຂອງຕົນໄວ້ແລະໃຫ້ພວກຜູ້ຮັບໃຊ້ນັ່ງຮ່ວມໂຕະອາຫານ ແລະເພິ່ນຈະມາບົວ­ຣະ­ບັດເຂົາ.
\v 38 ຖ້າເຈົ້ານາຍເຂົ້າມາໃນຕອນທຽ່ງຄືນຫລືຂ້ອນແຈ້ງ ແລະເຫັນວ່າພວກຮັບໃຊ້ຕຽມພ້ອມຢູ່ ພຣະພອນຈິ່ງມີແກ່ຜູ້ຮັບໃຊ້ເຫລົ່ານັ້ນ
\s5
\v 39 ຍິ່ງກວ່ານັ້ນ ຈົ່ງຮູ້ວ່າ ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາໃນໂມງໃດ, ຕົນຈະບໍ່ປະໃຫ້ໂຈນເຈາະເຂົ້າເຮືອນໄດ້.
\v 40 ພວກເຈົ້າກໍເຫມືອນກັນຈົ່ງຕຽມພ້ອມຢູ່ສະເຫມີ ເພາະໃນໂມງທີ່ພວກທ່ານບໍ່ຄາດຄິດນັ້ນ ບຸດມະນຸດຈະສະ­ເດັດມາ.
\s5
\v 41 ເປ­ໂຕຈິ່ງທູນວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກຳລັງບອກຄຳອຸ­ປະ­ມານີ້ແກ່ພວກຂ້ານ້ອຍ ຫລືແກ່ຄົນທຸກຄົນ?”
\v 42 ອົງພຣະ­ຜູ້­ເປັນ­ເຈົ້າກ່າວວ່າ, “ໃຜເປັນຜູ້ຈັດ­ການທີ່ສັດ­ຊື່ແລະມີສະຕິປັນຍາ ທີ່ນາຍໄດ້ຕັ້ງໃຫ້ເປັນໃຫຍ່ເຫນືອຄົນໃຊ້ອື່ນໆ ເພື່ອແຈກຈ່າຍສ່ວນແບ່ງອາ­ຫານໃຫ້ຕາມເວ­ລາ?
\v 43 ພຣະພອນມີແກ່ຄົນຮັບໃຊ້ນັ້ນ ຜູ້ທີ່ເຈົ້ານາຍຂອງເຂົາພົບວ່າກຳລັງເຮັດຢ່າງນັ້ນຢູ່ເມື່ອເຈົ້ານາຍເຂົ້າມາ.
\v 44 ເຮົາບອກຄວາມຈິງແກ່ພວກທ່ານວ່າ ເຈົ້ານາຍຈະຕັ້ງຜູ້ນັ້ນໃຫ້ດູແລຊັບສົມບັດທັງຫມົດທີ່ມີຢູ່.
\s5
\v 45 ແຕ່ຖ້າຄົນຮັບໃຊ້ຄິດວ່າ‘ນາຍຂອງເຮົາຈະກັບມາຊ້າ’ ແລ້ວກໍຕັ້ງ­ຕົ້ນທຸບຕີພວກຄົນໃຊ້ຊາຍຍິງ ທັງກິນແລະດື່ມຈົນເມົາ.
\v 46 ເຈົ້າ ນາຍຂອງຄົນຮັບໃຊ້ນັ້ນກັບມາໃນວັນທີ່ເຂົາບໍ່ຄາດຄິດ, ແລະໃນໂມງທີ່ເຂົາບໍ່ຮູ້. ຜູ້ເປັນນາຍຈະຜ່າມັນໃຫ້ເປັນຕ່ອນໆ, ແລະໃຫ້ເຂົາໄປຢູ່ໃນສະຖານທີ່ຫນຶ່ງກັບຄົນທີ່ບໍ່ເຊື່ອຟັງ.
\s5
\v 47 ຄົນຮັບໃຊ້ນັ້ນ ທີ່ຮູ້­ເຖິງຄວາມຕັ້ງໃຈຂອງເຈົ້ານາຍຂອງຕົນແລະບໍ່ໄດ້ຕຽມຕົວໄວ້ ຫລືບໍ່ໄດ້ເຮັດໃຫ້ຄວາມຕັ້ງໃຈຂອງເຈົ້ານາຍສຳເລັດ ຈະຕ້ອງຖືກຂ້ຽນຕີຢ່າງຫນັກ.
\v 48 ແຕ່ຜູ້ທີ່ບໍ່ຮູ້­ ແລະໄດ້ເຮັດສິ່ງທີ່ສົມຄວນຖືກຂ້ຽນຕີ ກໍຈະຖືກຂ້ຽນຫນ້ອຍ ຜູ້ໃດໄດ້ຮັບຫລາຍກໍຈະທວງເອົາຈາກຜູ້ນັ້ນຫລາຍ ສ່ວນຜູ້ທີ່ໄດ້ຮັບຝາກໄວ້ຫລາຍເພິ່ນຈະທວງເອົາຈາກຜູ້ນັ້ນຫລາຍເຊັ່ນກັນ.
\s5
\v 49 ເຮົາມາເພື່ອໂຍນໄຟລົງເທິງແຜ່ນດິນໂລກ, ແລະ ໄຟທີ່ເຮົາປາຖນາກໍໄດ້ຖືກຈູດໃຫ້ລຸກແລ້ວ.
\v 50 ແຕ່ເຮົາຈະຕ້ອງຮັບບັບ­ຕິ­ສະ­ມາຢ່າງຫນຶ່ງທີ່ທໍຣະມານ ແລະຕ້ອງເຈັບປວດຈົນກວ່າຈະສຳ­ເລັດ.
\s5
\v 51 ພວກທ່ານຄິດວ່າເຮົາມາເພື່ອໃຫ້ເກີດຄວາມສະ­ຫງົບສຸກໃນໂລກບໍ? ບໍ່ແມ່ນດອກ ເຮົານຳຄວາມແຕກແຍກມາໃຫ້ຕ່າງຫາກ.
\v 52 ຕັ້ງ­ແຕ່ນີ້ເປັນຕົ້ນໄປ ຄອບຄົວຫນຶ່ງທີ່ມີຫ້າຄົນໃນເຮືອນດຽວຈະແຕກແຍກກັນຄື ສາມຄົນຈະຕໍ່ສູ້ສອງຄົນ ແລະສອງຄົນຈະຕໍ່ສູ້ກັບຄົນສາມຄົນ.
\v 53 ພວກເຂົາຈະຖືກແບ່ງແຍກກັນ, ພໍ່ຈະຕໍ່ສູ້ກັບລູກຊາຍແລະລູກຊາຍຈະຕໍ່ສູ້ກັບພໍ່; ແມ່ຈະຕໍ່ສູ້ກັບລູກສາວແລະລູກສາວຈະຕໍ່ສູ້ກັບແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ແລະລູກໃພ້ຈະຕໍ່ສູ້ແມ່ຍ່າ.”
\s5
\v 54 ພຣະເຢຊູເຈົ້າກ່າວກັບປະ­ຊາ­ຊົນອີກວ່າ, “ເມື່ອທ່ານເຫັນເມກກຳລັງຂຶ້ນທາງທິດ­ຕາ­ເວັນ­ຕົກ ທ່ານກໍເວົ້າທັນ­ທີວ່າຝົນ­ກຳລັງຈະຕົກ ແລະມັນກໍເປັນຢ່າງນັ້ນແທ້.
\v 55 ແລະເມື່ອລົມໄຕ້ກຳລັງພັດ ທ່ານເວົ້າວ່ານັ້ນຄືລົມຮ້ອນເອົ້າທີ່ກຳລັງແຜດເຜົາ, ແລະມັນກໍເປັນຢ່າງນັ້ນແທ້.
\v 56 ໂອ ຄົນຫນ້າຊື່ໃຈຄົດ, ທ່ານຮູ້­ສັງເກດຄວາມເປັນໄປທີ່ເກີດຂຶ້ນຂອງແຜ່ນດິນໂລກແລະທ້ອງ­ຟ້າອາກາດ, ແຕ່ເພາະເຫດໃດພວກທ່ານບໍ່ຮູ້ສັງເກດຄວາມເປັນໄປຂອງປະຈຸບັນນີ້ວ່າເປັນຢ່າງໃດ?
\s5
\v 57 ເຫດ­ໃດທ່ານຈິ່ງບໍ່ຕັດສີນວ່າສິ່ງໃດເປັນສິ່ງຖືກ­ຕ້ອງດ້ວຍຕົວຂອງທ່ານເອງ?
\v 58 ເມື່ອເຈົ້າກັບໂຈດພາ­ກັນໄປຫາຜູ້ປົກຄອງ ລະຫວ່າງທາງຈົ່ງພະ­ຍາ­ຍາມຫາຊ່ອງທາງປອງດອງກັນ, ເພື່ອວ່າໂຈດຈະບໍ່ລາກເຈົ້າເຂົ້າໄປຫາຕຸ­ລາ­ການ ແລະເພື່ອວ່າຕຸລາ­ການຈະບໍ່ມອບເຈົ້າ ໃຫ້ແກ່ເຈົ້າຫນ້າທີ່ແລະເຈົ້າຫນ້າທີ່ຈະບໍ່ຂັງເຈົ້າໄວ້ໃນຄຸກ.
\v 59 ເຮົາບອກແກ່ທ່ານວ່າ ທ່ານຈະບໍ່ໄດ້ອອກຈາກທີ່ນັ້ນ ຈົນກວ່າຈະໄດ້ໃຊ້ຫນີ້ໃຫ້ຈົນຄົບ.
\s5
\c 13
\cl ບົດທີ 13
\p
\v 1 ໃນຂະ­ນະນັ້ນ ມີລາງຄົນຢູ່ທີ່ນັ້ນໄດ້ເລົ່າສູ່ພຣະເຢຊູເຈົ້າຟັງເລື່ອງຊາວຄາ­ລີ­ເລ ທີ່ປີ­ລາດໄດ້ເອົາເລືອດຂອງພວກເຂົາປົນກັບເຄື່ອງບູ­ຊາຂອງພວກເຂົາເອງ.
\v 2 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານຄິດວ່າຊາວຄາລີ­ເລເຫລົ່ານັ້ນເປັນຄົນບາບລື່ນກວ່າຊາວຄາ­ລີ­ເລພວກອື່ນໆ ທຸກຄົນ ເພາະວ່າພວກເຂົາທົນ­ທຸກລຳ­ບາກຢ່າງນີ້ບໍ?
\v 3 ເຮົາບອກທ່ານວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານບໍ່ຖິ້ມໃຈເກົ່າເອົາ­ໃຈໃຫມ່ ພວກທ່ານກໍຈະຈິບ­ຫາຍໄປເຊັ່ນດຽວກັນ.
\s5
\v 4 ຫລືຄົນທັງສິບແປດຄົນທີ່ຕາຍ ເພາະຖືກປ້ອມພັງລົງມາທັບພວກເຂົາໃນຊີ­ໂລ­ອາມ ທ່ານຄຶດວ່າພວກເຂົາເຫລົ່ານັ້ນເປັນຄົນຜິດລື່ນກວ່າຄົນທັງປວງທີ່ອາໄສຢູ່ໃນກຸງເຢ­ຣູ­ຊາ­ເລັມບໍ?
\v 5 ເຮົາບອກທ່ານທັງ­ຫລາຍວ່າ ບໍ່ແມ່ນດອກ ແຕ່ຖ້າພວກທ່ານຫມົດທຸກຄົນບໍ່ຖິ້ມໃຈເກົ່າເອົາ­ໃຈໃຫມ່ ກໍຈະຈິບ­ຫາຍໄປເຫມືອນກັນ.”
\s5
\v 6 ພຣະເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາວ່າ, ມີ“ຄົນຫນຶ່ງໄດ້ປູກຕົ້ນເດື່ອເທດໄວ້ໃນສວນອະ­ງຸ່ນຂອງຕົນ ແລ້ວເຂົາມາຊອກຫາຫມາກເດື່ອໃນຕົ້ນນັ້ນ ແຕ່ກໍບໍ່ພົບເລີຍ.
\v 7 ຊາຍຄົນນັ້ນຈິ່ງບອກກັບຄົນງານໃນສວນອະ­ງຸ່ນນັ້ນວ່າ ‘ເບິ່ງແມ, ເຮົາມາຊອກຫາຫມາກ­ເດື່ອໃນຕົ້ນນີ້ໄດ້ສາມປີແລ້ວ ແຕ່ກໍບໍ່ພົບເລີຍ ຈົ່ງປ້ຳຖິ້ມເສັຽ ຈະເອົາໄວ້ຮົກດິນລ້າເຮັດຫຍັງ?
\s5
\v 8 ແຕ່ຄົນງານຕອບວ່າ ‘ຂໍປະມັນໄວ້ອີກຕື່ມປີຫນຶ່ງກ່ອນ ແລະຂ້າ­ນ້ອຍຈະຂຸດດິນອ້ອມເອົາຝຸ່ນໃສ່.
\v 9 ຖ້າມັນເກີດຫມາກປີຫນ້າກໍດີຢູ່, ແຕ່ຖ້າບໍ່­ເກີດຫມາກຈິ່ງປ້ຳມັນຖິ້ມເສັຽ!'"
\s5
\v 10 ພຣະ­ເຢຊູເຈົ້າຊົງສັ່ງ­ສອນຢູ່ໃນທັມະສາລາ ບ່ອນຫນຶ່ງໃນວັນສະ­ບາ­ໂຕ.
\v 11 ເບິ່ງແມ, ມີຍິງຄົນຫນຶ່ງຢູ່ທີ່ນັ້ນ ນາງຖືກວິນຍານແຫ່ງຄວາມອ່ອນແອເຂົ້າສິງຢູ່ເຮັດໃຫ້ເຈັບປ່ວຍມາເປັນເວລາສິບແປດປີແລ້ວ ມັນເຮັດໃຫ້ນາງຫລັງກົ່ງຢືນຊື່ບໍ່ໄດ້ຢ່າງເຕັມທີ.
\s5
\v 12 ເມື່ອພຣະ­ເຢຊູເຈົ້າຊົງເຫັນນາງ ພຣະອົງຈິ່ງເອີ້ນນາງມາ ແລະຊົງບອກວ່າ, “ນາງເອີຍ, ເຈົ້າໄດ້ຮັບການປົດປ່ອຍຈາກຄວາມເຈັບປ່ວຍຂອງເຈົ້າແລ້ວ.”
\v 13 ພຣະ­ອົງຊົງຢຽດພຣະຫັດວາງໃສ່ນາງ, ທັນ­ໃດນັ້ນຕົວນາງກໍຢຽດຊື່ ແລະນາງກໍສັນ­ຣະ­ເສີນພຣະເຈົ້າ.
\v 14 ແຕ່ນາຍທັມະສາລາບໍ່ພໍໃຈ ເພາະພຣະເຢຊູເຈົ້າໄດ້ຊົງໂຜດໃຫ້ດີພະ­ຍາດໃນວັນສະ­ບາ­ໂຕ. ດັ່ງນັ້ນລາວຈິ່ງກ່າວແກ່ປະຊາຊົນວ່າ, “ມີຫົກວັນທີ່ຈັດໄວ້ສຳລັບເຮັດງານ ຈົ່ງມາຮັກສາໃຫ້ດີພະ­ຍາດໃນວັນເຫລົ່ານັ້ນເຖີດ, ແຕ່ຢ່າມາໃນວັນສະ­ບາ­ໂຕ.”
\s5
\v 15 ອົງພຣະ­ຜູ້­ເປັນ­ເຈົ້າຊົງກ່າວວ່າ, “ພວກຄົນຫນ້າຊື່ໃຈຄົດເອີຍ! ພວກເຈົ້າບໍ່ໄດ້ແກ້ງົວຫລືລໍຂອງຕົນ ຈູງອອກຈາກຄອກໄປກິນນ້ຳໃນວັນສະ­ບາ­ໂຕບໍ?
\v 16 ເຊັ່ນດຽວກັນກັບຍິງຄົນນີ້ເປັນລູກສາວຂອງອັບ­ຣາ­ຮາມ ທີ່ຊາຕານໄດ້ຜູກມັດໄວ້ໄດ້ສິບແປດປີແລ້ວ ບໍ່ສົມ­ຄວນທີ່ຈະໃຫ້ນາງພົ້ນຈາກເຄື່ອງຜູກມັດນີ້ໃນວັນສະ­ບາ­ໂຕບໍ?”
\s5
\v 17 ເມື່ອພຣະ­ອົງກ່າວຄຳເຫລົ່ານີ້ແລ້ວ ບັນ­ດາຄົນທີ່ຕໍ່­ສູ້ພຣະອົງກໍໄດ້ຮັບຄວາມອັບອາຍ ແຕ່ປະ­ຊາ­ຊົນທັງຫລາຍກໍພາກັນຊົມຊື່ນຍິນ­ດີ ທີ່ພຣະອົງໄດ້ຊົງກະທຳທຸກສິ່ງທີ່ນ່າສັນຣະເສີນ.
\s5
\v 18 ແລ້ວພຣະເຢຊູເຈົ້າກ່າວອີກວ່າ, “ຣາ­ຊະອາ­ນາ­ຈັກຂອງພຣະເຈົ້າເຫມືອນສິ່ງໃດ, ເຮົາຈະປຽບຣາ­ຊະອາ­ນາ­ຈັກນັ້ນກັບສິ່ງໃດ?
\v 19 ກໍເປັນເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນນຳໄປຫວ່ານໃນສວນຂອງຕົນ ມັນກໍງອກຂຶ້ນເປັນກົກໃຫຍ່ ແລະນົກປ່າກໍມາເຮັດຮັງອາໄສຢູ່ຕາມກິ່ງກ້ານຂອງມັນ.”
\s5
\v 20 ພຣະເຢຊູເຈົ້າກ່າວຕໍ່ອີກວ່າ, “ເຮົາຈະປຽບຣາ­ຊະອານາ­ຈັກຂອງພຣະ­ເຈົ້າກັບສິ່ງໃດດີ?
\v 21 ກໍປຽບເຫມືອນເຊື້ອແປ້ງທີ່ຜູ້ຍິງຄົນຫນຶ່ງໄດ້ເອົາປົນໃສ່ໃນແປ້ງສາມຖັງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.”
\s5
\v 22 ພຣະເຢຊູເຈົ້າໄດ້ສະ­ເດັດໄປຕາມບ້ານເມືອງຕ່າງໆ ທີ່ຢູ່ລະຫວ່າງທາງທີ່ໄປສູ່ນະຄອນເຢ­ຣູ­ຊາ­ເລັມ ແລະຊົງສັ່ງສອນພວກເຂົາ.
\v 23 ບາງຄົນທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ຈະພົ້ນນັ້ນມີພຽງແຕ່ຫນ້ອຍຄົນເທົ່ານັ້ນບໍ?” ພຣະ­ອົງຈິ່ງຕອບພວກເຂົາວ່າ,
\v 24 “ຈົ່ງພຽນພະຍາຍາມທີ່ຈະເຂົ້າໄປທາງປະ­ຕູຄັບ­ແຄບ ເຮົາບອກທ່ານວ່າ ມີຫລາຍຄົນຈະພະ­ຍາ­ຍາມເຂົ້າໄປ ແຕ່ບໍ່ສາ­ມາດທີ່ຈະເຂົ້າໄປໄດ້.
\s5
\v 25 ໃນວັນຫນຶ່ງ ເມື່ອເຈົ້າຂອງເຮືອນລຸກ­ຂຶ້ນແລະອັດປະ­ຕູແລ້ວ, ພວກທ່ານທັງ­ຫລາຍຢືນຢູ່ຂ້າງນອກຕັ້ງ­ຕົ້ນເຄາະປະ­ຕູວ່າ ‘ນາຍເອີຍ, ນາຍເອີຍ, ຂໍໄຂໃຫ້ພວກຂ້າ­ນ້ອຍເຂົ້າໄປຂ້າງໃນແດ່ທ້ອນ! ແລະເຈົ້າເຮືອນຈະຕອບພວກທ່ານວ່າ ‘ເຮົາບໍ່ຮູ້­ຈັກເຈົ້າ ຫລືບໍ່ຮູ້ວ່າເຈົ້າມາແຕ່ໃສ?.
\v 26 ແລ້ວພວກທ່ານຈະຕອບວ່າ ‘ພວກຂ້ານ້ອຍໄດ້ກິນແລະດື່ມຕໍ່ຫນ້າທ່ານ ແລະທ່ານໄດ້ສັ່ງ­ສອນໃນບ້ານເມືອງຂອງພວກຂ້າ­ນ້ອຍ’.
\v 27 ຝ່າຍເຈົ້າຂອງເຮືອນນັ້ນຈະເວົ້າວ່າ ‘ເຮົາບອກເຈົ້າວ່າ ເຮົາບໍ່ຮູ້­ຈັກວ່າເຈົ້າມາແຕ່ໃສ, ຈົ່ງຖອຍໄປຈາກເຮົາເສັຍເຈົ້າຄົນຊົ່ວ.
\s5
\v 28 ທີ່ນັ້ນຈະມີ­ການຮ້ອງ­ໄຫ້ແລະຂົບແຂ້ວຄຽ້ວຟັນ ເມື່ອທ່ານທັງຫລາຍຈະໄດ້ເຫັນອັບ­ຣາ­ຮາມ, ອີ­ຊາກ, ແລະຢາ­ໂຄບ ກັບບັນ­ດາຜູ້ປະ­ກາດພຣະ­ທັມ ທຸກຄົນຢູ່ໃນຣາ­ຊະອານາ­ຈັກຂອງພຣະເຈົ້າ, ສ່ວນທ່ານຈະຖືກໂຍນອອກໄປຂ້າງນອກ.
\v 29 ພວກເຂົາຈະມາຈາກທິດຕາເວັນ­ອອກ, ທິດ­ຕາ­ເວັນ­ຕົກ, ທິດ­ເຫນືອ, ທິດ­ໃຕ້ ແລະພັກສະບາຍໃນຣາ­ຊະອານາຂອງພຣະ­ເຈົ້າ.
\v 30 ແລະເບິ່ງແມ! ຜູ້ທີ່ເປັນປາຍຈະກັບເປັນ­ຕົ້ນ ແລະຜູ້ທີ່ເປັນຕົ້ນຈະກັບເປັນປາຍ.”
\s5
\v 31 ຫລັງຈາກນັ້ນບໍ່ດົນ ມີພວກຟາ­ຣີ­ຊາຍລາງຄົນມາຫາແລະທູນພຣະ­ອົງວ່າ, “ຈົ່ງອອກໄປຈາກທີ່ນີ້ ເພາະກະ­ສັດເຮ­ໂຣດຊົງຢາກປະ­ຫານຊີ­ວິດທ່ານເສັຍ.”
\v 32 ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປບອກຫມາຈິກ­ຈອກໂຕນັ້ນວ່າ ‘ເບິ່ງແມ! ມື້­ນີ້ແລະມື້­ອື່ນເຮົາຈະຂັບໄລ່ຜີມານຮ້າຍອອກແລະເຮັດໃຫ້ດີພະ­ຍາດ ແລ້ວວັນທີ່ສາມເຮົາຈະເຖິງທີ່ສຳ­ເລັດຕາມເປົ້າຫມາຍຂອງເຮົາ'.
\v 33 ບໍ່ວ່າຈະເກີດຫຍັງຂື້ນກໍຕາມ, ເຮົາຈຳເປັນຈະຕ້ອງດຳເນີນຕໍ່ໄປມື້­ນີ້, ມື້ອື່ນ, ແລະຕໍ່ໆໄປ, ເພາະການທີ່ຈະຂ້າຜູ້ປະກາດພຣະ­ທັມໃນນະຄອນເຢ­ຣູ­ຊາ­ເລັມເປັນເລື່ອງທີ່ຍອມຮັບບໍ່ໄດ້.
\s5
\v 34 ເຢ­ຣູ­ຊາ­ເລັມເອີຍ, ເຢ­ຣູ­ຊາ­ເລັມເຈົ້າໄດ້ຂ້າບັນ­ດາຜູ້ປະ­ກາດພຣະທັມ ແລະເອົາຫີນຄວ່າງໃສ່ພວກຮັບໃຊ້ທີ່ໄດ້ສົ່ງມາເພື່ອເຈົ້າ. ຫລາຍເທື່ອແລ້ວທີ່ເຮົາປາ­ຖນາຈະຮວບ­ຮວມລູກຂອງເຈົ້າ ເຫມືອນກັບແມ່ໄກ່ຮວບ­ຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມໃຫ້ເປັນເຊັ່ນນັ້ນ.
\v 35 ເບິ່ງແມ, ເຮືອນຂອງເຈົ້າຈະຖືກປະຖິ້ມໃຫ້ຮົກຮ້າງ. ເຮົາບອກພວກທ່ານວ່າ ພວກທ່ານຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກທ່ານຈະບອກ­ວ່າ, ‘ຂໍໃຫ້ທ່ານຜູ້ທີ່ສະເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າຈົ່ງຊົງພຣະຈະເຣີນ’.”
\s5
\c 14
\cl ບົດທີ 14
\p
\v 1 ໃນວັນສະ­ບາ­ໂຕເມື່ອພຣະ­ເຢຊູເຈົ້າສະ­ເດັດເຂົ້າໄປໃນເຮືອນຫລັງຫນຶ່ງຂອງພວກຫົວຫນ້າຟາ­ຣີ­ຊາຍ ເພື່ອຮັບປະ­ທານອາ­ຫານ, ທີ່ນັ້ນເຂົາກໍເຝົ້າເບິ່ງພຣະ­ອົງຢ່າງໃກ້ຊິດ.
\v 2 ເບິ່ງແມ, ມີຊາຍຄົນຫນຶ່ງເປັນພະ­ຍາດທ້ອງມານຢູ່ຕໍ່ຫນ້າພຣະ­ອົງ.
\v 3 ພຣະ­ເຢຊູເຈົ້າຖາມພວກຊ່ຽວຊານບັນຍັດຂອງຢິວແລະພວກຟາ­ຣີ­ຊາຍວ່າ, “ຖ້າເຮັດໃຫ້ດີພະ­ຍາດໃນວັນສະ­ບາ­ໂຕ ຈະຖືກຕ້ອງຕາມພຣະບັນຍັດຫລືບໍ່?”
\s5
\v 4 ແຕ່ພວກເຂົາກໍມິດຢູ່. ດັ່ງນັ້ນພຣະ­ເຢຊູເຈົ້າຈິ່ງຈັບຕົວຊາຍທີ່ປ່ວຍເປັນພະ­ຍາດນັ້ນ, ພຣະອົງຮັກສາເຂົາ ແລະປ່ອຍເຂົາກັບໄປ.
\v 5 ພຣະ­ອົງກ່າວກັບພວກເຂົາວ່າ, “ມີຄົນໃດໃນພວກທ່ານມີລູກຄົນຫນຶ່ງ ຫລືງົວໂຕຫນຶ່ງຕົກນ້ຳ­ສ້າງໃນວັນສະ­ບາ­ໂຕ ແລ້ວຈະບໍ່ຮີບຊ່ວຍລູກ ຫລືດຶງງົວນັ້ນອອກມາທັນທີບໍ?”
\v 6 ພວກເຂົາບໍ່ສາມາດຈະຕອບພຣະ­ອົງໃນເລື່ອງນີ້ໄດ້.
\s5
\v 7 ເມື່ອພຣະ­ເຢຊູເຈົ້າສັງເກດເຫັນພວກທີ່ຮັບເຊີນມານັ້ນເລືອກນັ່ງໃນບ່ອນທີ່ມີກຽດ ພຣະ­ອົງຈິ່ງກ່າວຄຳອຸ­ປະ­ມາແກ່ເຂົາວ່າ.
\v 8 “ເມື່ອຜູ້ໃດເຊີນທ່ານໄປໃນການກິນລ້ຽງສົມ­ຣົດ ຈົ່ງຢ່າຊູ່ນັ່ງບ່ອນມີກຽດ ເພາະອາດຈະມີບາງຄົນທີ່ໄດ້ຮັບເຊີນຜູ້ມີກຽດຫລາຍກວ່າທ່ານອີກ.
\v 9 ເມື່ອເຈົ້າ­ພາບທີ່ໄດ້ເຊີນທ່ານທັງສອງມາເຖິງ ເຂົາຈະເວົ້າກັບທ່ານວ່າ, ‘ຂໍທ່ານລຸກຂຶ້ນຈາກທີ່ນັ່ງນີ້ເພື່ອໃຫ້ອີກຄົນຫນຶ່ງ’ ແລ້ວທ່ານກໍຈະຕ້ອງອັບອາຍ ເພາະຕ້ອງຍ້າຍໄປນັ່ງບ່ອນຕ່ຳທີ່ສຸດ.
\s5
\v 10 ແຕ່ເມື່ອທ່ານໄດ້ຮັບເຊີນແລ້ວຈົ່ງໄປນັ່ງບ່ອນຕ່ຳທີ່ສຸດ ແລະເມື່ອເຈົ້າ­ພາບມາເວົ້າກັບທ່ານວ່າ ‘ສະ­ຫາຍເອີຍ, ຂໍເຊີນໄປນັ່ງບ່ອນສູງກວ່າເຖີດ’ ເມື່ອນັ້ນທ່ານກໍຈະໄດ້ຮັບກຽດຕໍ່ຫນ້າຄົນທັງຫລາຍທີ່ນັ່ງຮ່ວມໂຕະດຽວກັນກັບທ່ານ.
\v 11 ເພາະທຸກຄົນທີ່ຍົກຕົວເອງຂຶ້ນຈະຕ້ອງຖືກເຮັດໃຫ້ຖອຍລົງ ແຕ່ຜູ້ທີ່ຖ່ອມຕົວລົງຈະໄດ້ຮັບການຍົກຍ້ອງ.”
\s5
\v 12 ພຣະເຢຊເຈົ້າກ່າວກັບຊາຍຄົນນັ້ນຜູ້ທີ່ເຊີນພຣະ­ອົງວ່າ, “ເມື່ອທ່ານຈັດການກິນລ້ຽງຂຶ້ນຕອນກາງເວັນ ຫລືກາງຄືນກໍຕາມ, ຢ່າເຊີນບັນ­ດາມິດສະ­ຫາຍ, ຫລືພວກອ້າຍນ້ອງ, ຫລືບັນດາວົງຕະກູນ, ຫລືເພື່ອນບ້ານຜູ້ຮັ່ງ­ມີ ຢ້ານວ່າເຂົາຈະເຊີນທ່ານກັບເປັນການຕອບແທນທ່ານ.
\s5
\v 13 ແຕ່ເມື່ອທ່ານຈັດ­ການກິນລ້ຽງ, ຈົ່ງເຊີນຄົນຍາກຈົນ, ຄົນພິ­ການ, ຄົນຂາເສັ້ງ, ຄົນຕາ­ບອດ.
\v 14 ແລ້ວທ່ານໄດ້ຮັບພຣະພອນ ເພາະ­ວ່າເຂົາບໍ່ມີອັນໃດຈະຕອບແທນທ່ານໄດ້ ແຕ່ທ່ານຈະໄດ້ຮັບການຕອບແທນໃນວັນທີ່ຄົນຊອບທັມເປັນຄືນມາຈາກຄວາມຕາຍ.”
\s5
\v 15 ເມື່ອຄົນຫນຶ່ງໃນທ່າມກາງພວກເຂົາທີ່ນັ່ງຮ່ວມໂຕະກັບພຣະເຢຊູເຈົ້າ ໄດ້ຍິນດັ່ງ­ນັ້ນຈິ່ງທູນພຣະ­ອົງວ່າ, “ພຣະພອນເປັນຂອງຄົນທີ່ຈະໄດ້ຮັບປະ­ທານອາ­ຫານໃນອານາຈັກຂອງພຣະ­ເຈົ້າ.”
\v 16 ແຕ່ພຣະເຢຊູເຈົ້າຕອບຜູ້ນັ້ນວ່າ, “ຊາຍຄົນຫນຶ່ງຈັດຕຽມງານກິນລ້ຽງຂຶ້ນ ແລະໄດ້ເຊີນຫລາຍຄົນມາ.
\v 17 ເມື່ອອາຫານແລງໄດ້ຖືກຈັດຕຽມໄວ້ພ້ອມແລ້ວ ເພິ່ນໄດ້ບອກຄົນຮັບໃຊ້ຂອງຕົນໄປບອກຄົນເຫລົ່ານັ້ນທີ່ໄດ້ຮັບເຊີນນັ້ນວ່າ ‘ເຊີນມາເຖີດ ເພາະທຸກສິ່ງຢ່າງຕຽມພ້ອມຮຽບຮ້ອຍແລ້ວ’.
\s5
\v 18 ບັນ­ດາຄົນເຫລົ່າ­ນັ້ນກໍຕັ້ງ­ຕົ້ນຫາຂໍ້ແກ້ຕົວ ຜູ້ທຳ­ອິດເວົ້າວ່າ ‘ເຮົາໄດ້ຊື້ນາໄວ້ຕອນຫນຶ່ງ ແລະເຮົາຈຳ­ເປັນຕ້ອງໄປເບິ່ງນານັ້ນ ຂໍອະພັຍທີ່ໄປຮ່ວມງານບໍ່ໄດ້’.
\v 19 ແລະອີກຄົນຫນຶ່ງເວົ້າວ່າ, ‘ເຮົາໄດ້ຊື້ງົວໄວ້ຫ້າຄູ່ ແລະເຮົາຈະຕ້ອງໄປລ້ຽງງົວພວກນັ້ນ ຂໍໂທດທີ່ໄປຮ່ວມງານບໍ່ໄດ້’.
\v 20 ແລະອີກຄົນຫນຶ່ງເວົ້າວ່າ ‘ເຮົາໄດ້ແຕ່ງ­ງານມີເມັຽແລ້ວ ເຮົາບໍ່ສາມາດໄປຮ່ວມງານໄດ້’.
\s5
\v 21 ຄົນຮັບໃຊ້ນັ້ນຈິ່ງມາແລະເລົ່າເລື່ອງນີ້ໃຫ້ເຈົ້ານາຍຂອງຕົນ, ແລ້ວເຈົ້ານາຍຂອງເຮືອນນັ້ນກໍໃຈຮ້າຍຫລາຍ ແລະສັ່ງຄົນຮັບໃຊ້ນັ້ນວ່າ ‘ຈົ່ງຮີບອອກໄປຕາມຖະ­ຫນົນໃຫຍ່ແລະຮ່ອມນ້ອຍໃນເມືອງ ແລະພາຄົນຍາກ­ຈົນ, ຄົນພິ­ການ, ຄົນຕາ­ບອດ, ແລະຄົນຂາເສັ້ງເຂົ້າມາທີ່ງານລ້ຽງ’.
\v 22 ແລ້ວຄົນຮັບໃຊ້ຈິ່ງມາບອກວ່າ ‘ນາຍເອີຍ, ສິ່ງທີ່ທ່ານສັ່ງຂ້າ­ນ້ອຍກໍເຮັດແລ້ວ ແຕ່ຍັງມີບ່ອນວ່າງເປົ່າເຫລືອຢູ່’.
\s5
\v 23 ເຈົ້ານາຍຄົນນັ້ນໄດ້ບອກຄົນຮັບໃຊ້ນັ້ນວ່າ ‘ຈົ່ງອອກໄປຕາມທາງຫລວງຕ່າງໆ ແລະຕາມເຂດນອກເມືອງ ແລະເກນຜູ້ຄົນໃຫ້ເຂົ້າມາ ເພື່ອເຮືອນຂອງເຮົາຈະບໍ່ມີທີ່ວ່າງ’.
\v 24 ເຮົາບອກເຈົ້າວ່າຈະບໍ່ມີຄົນໃດໃນພວກທີ່ໄດ້ຮັບເຊີນນັ້ນ ໄດ້ຊີມຣົດຊາດອາຫານຂອງເຮົາຈັກຄົນເລີຍ.”
\s5
\v 25 ຕອນນີ້ປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍກຳລັງຕິດຕາມພຣະເຢຊູເຈົ້າ, ພຣະ­ອົງຈຶ່ງຫັນໄປກ່າວກັບພວກເຂົາວ່າ.
\v 26 “ຖ້າຜູ້ໃດມາຫາເຮົາແລະບໍ່ຊັງພໍ່ແມ່, ລູກເມັຽ, ອ້າຍນ້ອງຊາຍ-ຍິງ ກັບທັງຊີ­ວິດຂອງຕົນເອງ, ຜູ້ນັ້ນຈະເປັນສິດຂອງເຮົາບໍ່ໄດ້.
\v 27 ຜູ້ໃດບໍ່ໄດ້ແບກໄມ້ກາງແຂນຂອງຕົນຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
\s5
\v 28 ເພາະວ່າມີຜູ້ໃດໃນພວກທ່ານ ທີ່ປາຖນາຈະສ້າງຫໍສູງ ແລ້ວຈະບໍ່ນັ່ງລົງຄິດໄລ່ງົບຕົ້ນທຶນທີ່ຈະໃຊ້ເພື່ອສ້າງຫໍສູງນັ້ນໃຫ້ສຳເລັດກ່ອນຫລືບໍ່?
\v 29 ບໍ່ດັ່ງນັ້ນເມື່ອໄດ້ວາງຮາກລົງແລະບໍ່ສາມາດເຮັດໃຫ້ສຳ­ເລັດໄດ້ ທຸກຄົນທີ່ເຫັນກໍຈະກ່າວເຍາະ­ເຍີ້ຍວ່າ,
\v 30 ‘ຊາຍຄົນນີ້ຕັ້ງ­ຕົ້ນສ້າງແຕ່ເຮັດໃຫ້ສຳ­ເລັດບໍ່ໄດ້’.
\s5
\v 31 ຫລືມີກະ­ສັດອົງໃດ ເມື່ອຈະຍົກກອງ­ທັບໄປຕໍ່­ສູ້ກັບກະ­ສັດອົງອື່ນໃນເສິກສົງຄາມ ແລ້ວຈະບໍ່ໄດ້ນັ່ງລົງ ແລະຄຶດຫາຄຳປຶກສາກ່ອນວ່າ ດ້ວຍກຳລັງ­ທະ­ຫານຫນຶ່ງຫມື່ນຈະສາມາດສູ້ກັບກອງກຳລັງທະຫານສອງຫມື່ນຂອງກະສັດອີກອົງຫນຶ່ງໄດ້ຫລືບໍ່?
\v 32 ແລະຖ້າຫາກບໍ່ສາມາດສູ້ຊະນະໄດ້ ໃນຂະນະທີ່ກອງທັບອີກຝ່າຍຍັງຢູ່ຫ່າງໄກ ກະສັດອົງນີ້ຈະໃຊ້ທູດຄົນຫນຶ່ງໄປ ເພື່ອຖາມເງື່ອນໄຂຂອງການສະຫງົບເສິກ.
\v 33 ເພາະສະນັ້ນແຫລະ, ໃຜກໍຕາມໃນພວກທ່ານທີ່ບໍ່ໄດ້ສະ­ຫລະສິ່ງສະ­ຣະພັດທີ່ຕົນມີຢູ່ ຈະເປັນສາວົກຂອງເຮົາບໍ່ໄດ້.
\s5
\v 34 ເກືອເປັນສິ່ງດີ ແຕ່ຖ້າເກືອນັ້ນຫມົດຣົດເຄັມໄປແລ້ວ, ຈະເຮັດໃຫ້ກັບມາມີຣົດເຄັມອີກໄດ້ຢ່າງ­ໃດ?
\v 35 ມັນຈະບໍ່ສາມາດນຳມາໃຊ້ເປັນຝຸ່ນໃສ່ດິນ ຫລືໃຊ້ຫມັກກັບຝຸ່ນທັມະຊາດໄດ້ອີກ, ມັນຈະຖືກເອົາໄປຖິ້ມເສັຍ. ຜູ້ໃດມີຫູເພື່ອຟັງ, ກໍຈົ່ງຟັງເອົາເທີ້ນ.”
\s5
\c 15
\cl ບົດທີ15
\p
\v 1 ໃນເວລານັ້ນ ພວກຄົນເກັບພາ­ສີແລະພວກຄົນບາບທັງຫລາຍເຂົ້າມາຫາພຣະເຢຊູເຈົ້າເພື່ອຈະຟັງພຣະ­ອົງ.
\v 2 ທັງພວກຟາ­ຣີ­ຊາຍແລະພວກ­ທັມະຈານກໍຈົ່ມຕໍ່ກັນແລະກັນວ່າ, “ຊາຍຜູ້ນີ້ຕ້ອນ­ຮັບຄົນບາບແລະເຖິງຂັ້ນກິນຮ່ວມກັນກັບພວກເຂົາ.”
\s5
\v 3 ພຣະເຢຊູເຈົ້າຈິ່ງກ່າວຄຳອຸ­ປະ­ມານີ້ແກ່ພວກເຂົາຟັງວ່າ.
\v 4 ແລະມີໂຕຫນຶ່ງເສັຽໄປ, ຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນກາງປ່າ ແລະໄປຊອກຫາໂຕທີ່ຫລົງເສັຽໄປນັ້ນຈົນກວ່າຈະໄດ້ພົບບໍ?
\v 5 ແລະເມື່ອໄດ້ພົບແລ້ວເພິ່ນກໍຍົກແກະຂຶ້ນແບກເທິງບ່າດ້ວຍຄວາມຊົມ­ຊື່ນຍິນ­ດີ.
\s5
\v 6 ເມື່ອເພິ່ນມາເຖິງບ້ານແລ້ວ ເພິ່ນຈິ່ງເຊີນບັນ­ດາມິດສະ­ຫາຍແລະເພື່ອນບ້ານຂອງຕົນມາ ແລ້ວບອກແກ່ພວກເຂົາວ່າ ‘ມາຮ່ວມຊົມ­ຊື່ນຍິນ­ດີກັບເຮົາເຖີ້ນ ເພາະ­ວ່າເຮົາໄດ້ພົບແກະຂອງເຮົາໂຕທີ່ເສັຍໄປແລ້ວນັ້ນ’.
\v 7 ເຮົາບອກທ່ານທັງ­ຫລາຍວ່າ ໃນທຳນອງດຽວກັນນີ້, ຈະມີຄວາມປິ­ຕິ­ຍິນ­ດີໃນສະ­ຫວັນ ເມື່ອຄົນບາບຄົນຫນຶ່ງກັບໃຈ ຫລາຍກວ່າຄົນສິລະທັມເກົ້າສິບເກົ້າຄົນທີ່ບໍ່ຕ້ອງ­ການກັບໃຈ.
\s5
\v 8 ຫລືຍິງຄົນໃດທີ່ມີເງິນຢູ່ສິບຫລຽນ ຖ້ານາງເຮັດເສັຽຫລຽນຫນຶ່ງຈະບໍ່ໄຕ້ໂຄມແລະກວາດເຮືອນຄົ້ນຫາຖ້ວນຖີ່ຈົນກວ່າຈະພົບບໍ.
\v 9 ແລະເມື່ອນາງພົບແລ້ວ ນາງກໍຈະເອີ້ນພວກສະ­ຫາຍແລະບັນ­ດາເພື່ອນບ້ານຂອງຕົນມາພ້ອມ­ພຽງກັນ ແລະບອກວ່າ, ‘ຈົ່ງມາຊົມ­ຊື່ນຍິນ­ດີກັບເຮົາເຖີ້ນ ເພາະເຮົາໄດ້ພົບເງິນຫລຽນຫນຶ່ງຂອງເຮົາໄດ້ເຮັດເສັຽໄປແລ້ວນັ້ນ’.
\v 10 ໃນທຳນອງດຽວກັນນີ້ ເຮົາບອກທ່ານທັງ­ຫລາຍວ່າ ຈະມີຄວາມປິ­ຕິ­ຍິນ­ດີໃນທ່າມ­ກາງພວກເທ­ວະ­ດາຂອງພຣະ­ເຈົ້າ, ເມື່ອມີຄົນບາບຄົນຫນຶ່ງກັບໃຈ.”
\s5
\v 11 ແລ້ວພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ຊາຍຄົນຫນຶ່ງມີລູກຊາຍສອງຄົນ.
\v 12 ຜູ້ນ້ອງເວົ້າກັບພໍ່ວ່າ ‘ພໍ່ເອີຍ, ສ່ວນຊັບສົມບັດທີ່ຕົກເປັນຂອງຂ້ອຍນັ້ນ ຂໍພໍ່ແບ່ງໃຫ້ຂ້າ­ນ້ອຍສາ’ ແລ້ວພໍ່ຈິ່ງໄດ້ແບ່ງຊັບສົມບັດໃຫ້ລູກທັງສອງຄົນ.
\s5
\v 13-14 ຕໍ່ມາບໍ່ເທົ່າໃດວັນຜູ້ນ້ອງກໍໄດ້ຮວບ­ຮວມເອົາຊັບສິນທີ່ເປັນຂອງຕົນ ແລະເດີນທາງໄປທຽວເມືອງໄກແລະລາວໄດ້ຜານເງິນຂອງຕົນທີ່ນັ້ນດ້ວຍການຢູ່ກິນໃຊ້ຈ່າຍຢ່າງຟຸມເຟືອຍ ເມື່ອລາວໄດ້ໃຊ້ຈ່າຍຊັບເຫລົ່າ­ນັ້ນຫມົດແລ້ວ ກໍເລີຍເກີດການອຶດຢາກອັນໃຫຍ່ທົ່ວເມືອງນັ້ນ, ລາວຈິ່ງເລີ່ມຂັດສົນ.
\s5
\v 15 ລາວຈິ່ງໄປຂໍອາໄສຢູ່ກັບຄົນຜູ້ຫນຶ່ງໃນເມືອງນັ້ນ ແລ້ວຜູ້ນັ້ນໄດ້ໃຊ້ລາວໄປລ້ຽງຫມູທີ່ທົ່ງນາ.
\v 16 ລາວຄິດຢາກກິນຫມາກຖົ່ວທີ່ຫມູກິນໃຫ້ອີ່ມທ້ອງ ແຕ່ບໍ່ມີໃຜເອົາໃຫ້ລາວກິນ.
\s5
\v 17 ແຕ່ເມື່ອລາວຮູ້­ເມື່ອຄີງໄດ້ ລາວຈິ່ງເວົ້າວ່າ ‘ລູກ­ຈ້າງຂອງພໍ່ເຮົາມີຫລາຍຄົນ ເຂົາຍັງມີອາ­ຫານກິນອີ່ມຈົນເຫລືອ ສ່ວນເຮົາຈະມາຕາຍອຶດຢາກຢູ່ທີ່ນີ້.
\v 18 ເຮົາຈະຕ້ອງອອກຈາກທີ່ນີ້ກັບຄືນໄປຫາພໍ່ຂອງເຮົາ ແລ້ວຈະເວົ້ານຳເພິ່ນວ່າ, “ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະ­ຫວັນແລະຕໍ່ພໍ່ແລ້ວ.
\v 19 ແລະບໍ່ສົມຄວນຈະໄດ້ເອີ້ນຊື່ວ່າເປັນລູກຂອງພໍ່ອີກຕໍ່ໄປ ແຕ່ຂໍໃຫ້ລູກເປັນເຫມືອນລູກ­ຈ້າງຂອງພໍ່ຄົນຫນຶ່ງຖ້ອນ.”’
\s5
\v 20 ດັ່ງນັ້ນ ລູກຊາຍຫລ້າກໍລຸກ­ຂຶ້ນຄືນເມືອຫາພໍ່ຂອງຕົນ. ຂະນະທີ່ລາວຍັງຢູ່ໄກ, ພໍ່ໄດ້ແນມເຫັນລາວກໍມີຄວາມເມດຕາ ຈິ່ງແລ່ນອອກໄປກອດ ແລະຈູບລາວ.
\v 21 ລູກຊາຍນັ້ນໄດ້ເອີ່ຍຂຶ້ນຕໍ່ພໍ່ວ່າ ‘ພໍ່ເອີຍ, ລູກໄດ້ເຮັດຜິດຕໍ່ສະ­ຫວັນແລະຕໍ່ພໍ່ແລ້ວ. ບໍ່ສົມຄວນຈະໄດ້ເອີ້ນຊື່­ວ່າເປັນລູກຂອງພໍ່ຕໍ່ໄປ’.
\s5
\v 22 ພໍ່ໄດ້ເອີ້ນບອກພວກຂ້ອຍໃຊ້ວ່າ ‘ຈົ່ງຮີບເອົາເສື້ອຄຸມຢ່າງດີທີ່ສຸດມານຸ່ງໃຫ້ລູກຂອງເຮົາ ແລະເອົາແຫວນມາສວມໃສ່ມື ແລະເອົາເກີບມາສຸບໃສ່ຕີນ.
\v 23 ແລ້ວຈົ່ງເອົາງົວຫນຸ່ມໂຕອ້ວນພີມາຂ້າລ້ຽງສະຫລອງກັນ.
\v 24 ເພາະລູກຊາຍຂອງເຮົາຄົນນີ້ຕາຍແລ້ວແຕ່ຕອນນີ້ກັບເປັນຄືນມາອີກຄັ້ງ, ເຂົາໄດ່້ເສຍໄປແລ້ວແຕ່ຕອນນີ້ກັບໄດ້ພົບກັນອີກຄັ້ງ’. ແລ້ວເຂົາທັງ­ຫລາຍກໍຕັ້ງຕົ້ນສະຫລອງດ້ວຍຄວາມຍິນດີ.
\s5
\v 25 ຝ່າຍລູກຊາຍຜູ້ກົກນັ້ນອອກໄປທີ່ທົ່ງນາ ເມື່ອລາວກຳ­ລັງກັບມາໃກ້ຈະເຖິງເຮືອນແລ້ວກໍໄດ້ຍິນສຽງເສບແລະການເຕັ້ນລຳ.
\v 26 ລາວຈິ່ງເອີ້ນເອົາຄົນໃຊ້ຜູ້ຫນຶ່ງອອກມາຖາມວ່າ, ‘ເກີດຫຍັງຂຶ້ນ?.
\v 27 ຄົນໃຊ້ຈິ່ງບອກເພິ່ນວ່າ ‘ນ້ອງຂອງທ່ານໄດ້ກັບມາເຮືອນແລ້ວ, ພໍ່ຂອງທ່ານໄດ້ຈັດຂ້າງົວຫນຸ່ມມຕົວອ້ວນພີ ຕ້ອນຮັບລູກທີ່ກັບມາດ້ວຍຄວາມປອດພັຍ.
\s5
\v 28 ຜູ້ອ້າຍກໍຄຽດ ແລະບໍ່ຍອມເຂົ້າມາເຮືອນ, ພໍ່ກໍໄດ້ອອກໄປອອຍໃຈຊວນເຂົ້າມາ.
\v 29 ແຕ່ລູກຊາຍກົກໄດ້ຕອບພໍ່ວ່າ ‘ເບິ່ງເເມ, ຫລາຍປີມານີ້ລູກໄດ້ປະ­ຕິ­ບັດຮັບໃຊ້ພໍ່ ແລະລູກບໍ່ເຄີຍລະ­ເມີດຕໍ່ຄຳສັ່ງ­ສອນຂອງພໍ່ຈັກເທື່ອ ແຕ່ພໍ່ຍັງບໍ່ໃຫ້ລູກແກະແມ່ນແຕ່ໂຕດຽວ ເພື່ອຈະຈັດ­ການລ້ຽງສະຫລອງຮ່ວມກັບມິດສະຫາຍ.
\v 30 ແຕ່ເມື່ອລູກຊາຍຂອງພໍ່ຜູ້ນີ້, ທີ່ຜານສົມບັດຂອງພໍ່ດ້ວຍການຄົບຄ້າກັບພວກຍິງແມ່­ຈ້າງກັບຄືນມາ ພໍ່ກໍຂ້າງົວຫນຸ່ມໂຕອ້ວນພີຈັດ­ການລ້ຽງໃຫ້ມັນ’.
\s5
\v 31 ພໍ່ຕອບວ່າ ‘ລູກເອີຍເຈົ້າໄດ້ຢູ່ນຳພໍ່ມາຕະຫລອດ, ແລະທຸກສິ່ງທີ່ເປັນຂອງພໍ່ ກໍເປັນຂອງເຈົ້າຢູ່ນີ້ແລ້ວ.
\v 32 ແຕ່ເປັນເລື່ອງສົມຄວນທີ່ພໍ່ຕ້ອງມີຄວາມຊົມ­ຊື່ນຍິນ­ດີແລະສະຫລອງ, ເພາະນ້ອງຂອງເຈົ້າຄົນນີ້ຕາຍແລ້ວ ແຕ່ດຽວນີ້ກັບເປັນຄືນມາອີກ; ລາວໄດ້ເສັຍແລ້ວ ແຕ່ດຽວນີ້ໄດ້ພົບອີກ’.”
\s5
\c 16
\cl ບົດທີ16
\p
\v 1 ພຣະ­ເຢຊູເຈົ້າກ່າວກັບພວກສາ­ວົກດ້ວຍວ່າ, “ຍັງມີເສດຖີຄົນຫນຶ່ງທີ່ມີພະນັກງານເປັນຜູ້ຈັດການຊັບສິນຂອງເພິ່ນ ມີຄົນມາລາຍງານຕໍ່ເສດ­ຖີວ່າພະນັກງານຄົນ ນັ້ນໄດ້ຜານຊັບສົມບັດຂອງທ່ານ.
\v 2 ດັ່ງນັ້ນເສດ­ຖີຈິ່ງເອີ້ນຜູ້ຈັດການມາຖາມວ່າ ‘ເລື່ອງທີ່ເຮົາໄດ້ຍິນມາກຽ່ວກັບເຈົ້ານັ້ນເປັນຢ່າງໃດ? ຈົ່ງລາຍງານກ່ຽວກັບຫນ້າ­ທີ່ຂອງເຈົ້າສາ ເພາະເຈົ້າຈະເປັນຜູ້ຈັດການຕໍ່ໄປອີກບໍ່ໄດ້.'
\s5
\v 3 ເຈົ້າພະນັກງານນັ້ນຈິ່ງຄຶດໃນໃຈວ່າ ‘ເຮົາຄວນເຮັດແນວ­ໃດຫນໍ ເພາະນາຍຈະຖອດເຮົາອອກເສັຽຈາກຫນ້າ­ທີ່ຜູ້ຈັດການແລ້ວ ເຮົາຂຸດດິນກໍບໍ່ມີ­ແຮງ, ແລະຈະຂໍ­ທານກໍອາຍເຂົາ.
\v 4 ເຮົາຮູ້ແລ້ວວ່າຈະເຮັດແນວ­ໃດດີ, ເພື່ອເວ­ລາເຮົາຖືກຖອດຈາກຫນ້າ­ທີ່ແລ້ວ, ຄວນມີ ຫມູ່ເພື່ອນທີ່ຈະຕ້ອນຮັບເຮົາໄວ້ໃນເຮືອນຂອງພວກເຂົາ’.
\s5
\v 5 ດັ່ງນັ້ນລາວຈິ່ງເອີ້ນລູກຫນີ້ຂອງນາຍແຕ່ລະຄົນມາ ແລ້ວຖາມຜູ້ທຳ­ອິດວ່າ, ‘ເຈົ້າເປັນຫນີ້ນາຍຂອງເຮົາເທົ່າ­ໃດ?.
\v 6 ຜູ້ນັ້ນກໍຕອບວ່າ ‘ເປັນຫນີ້ນ້ຳ­ມັນຫມາກກອກຈຳນວນຮ້ອຍຖັງ’ ແລະລາວບອກກັບລູກຫນີ້ຄົນນັ້ນວ່າ ‘ເອົາບັນ­ຊີຂອງເຈົ້າ ນັ່ງລົງໄວໆ ແລ້ວແກ້ເປັນຫ້າສິບຖັງ’.
\v 7 ຈາກນັ້ນລາວກໍຖາມອີກຄົນຫນຶ່ງວ່າ ‘ເຈົ້າເດ, ເຈົ້າເປັນຫນີ້ເທົ່າ­ໃດ? ຜູ້ນີ້ຕອບວ່າ ‘ເປັນຫນີ້ເຂົ້າ­ສາລີຈຳນວນຮ້ອຍເປົາ’ ເຂົາຈິ່ງບອກກັບລູກຫນີ້ຄົນນັ້ນວ່າ ‘ຈົ່ງເອົາບັນ­ຊີຂອງເຈົ້າມາ ແລ້ວແກ້ເປັນແປດສິບເປົາ’.
\s5
\v 8 ແລ້ວເສດຖີກໍຍ້ອງຍໍຜູ້ຈັດການບໍ່ສັດ­ຊື່ນັ້ນວ່າ ເພິ່ນໄດ້ເຮັດດ້ວຍຄວາມສະ­ຫລາດ ເພາະວ່າຄົນຝ່າຍໂລກນີ້ກໍສະຫລາດໃນການຈັດການກັບພວກເຂົາເອງ ຫລາຍກວ່າຄົນຝ່າຍຄວາມສະ­ຫວ່າງ’.
\v 9 ເຮົາບອກທ່ານທັງ­ຫລາຍວ່າ ຈົ່ງເຮັດໃຫ້ຕົນມີມິດສະ­ຫາຍດ້ວຍຊັບສົມ­ບັດອັນບໍ່ຍຸດ­ຕິທັມ ເພື່ອເວ­ລາຊັບນັ້ນເສັຽໄປແລ້ວ, ເຂົາຈະໄດ້ຕ້ອນ­ຮັບພວກທ່ານໄວ້ໃນບ່ອນອາໄສອັນຖາວອນເປັນ­ນິດ.
\s5
\v 10 ຄົນທີ່ສັດ­ຊື່ໃນຂອງເລັກນ້ອຍທີ່ສຸດ ກໍສັດ­ຊື່ໃນສິ່ງຂອງທີ່ໃຫຍ່ດ້ວຍ, ແລະຄົນທີ່ບໍ່ສັດ­ຊື່ໃນຂອງເລັກນ້ອຍທີ່ສຸດ ກໍບໍ່ສັດ­ຊື່ໃນສິ່ງຂອງທີ່ໃຫຍ່ເຫມືອນກັນ.
\v 11 ຖ້າຫາກພວກທ່ານບໍ່ສັດ­ຊື່ໃນຊັບສົມ­ບັດອັນບໍ່ທ່ຽງແທ້ ໃຜຈະໄວ້ວາງໃຈທ່ານສຳລັບຊັບສົມບັດອັນທ່ຽງແທ້?
\v 12 ແລະຖ້າຫາກພວກທ່ານບໍ່ສັດ­ຊື່ໃນສິ່ງຂອງທີ່ເປັນຂອງຜູ້ອື່ນ ໃຜຈະມອບສິ່ງຂອງທີ່ເປັນຂອງທ່ານໃຫ້ແກ່ທ່ານ?.
\s5
\v 13 ບໍ່ມີຜູ້ໃດສາ­ມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຄົນຫນຶ່ງແລະຮັກນາຍອີກຄົນຫນຶ່ງ, ຫລືຈະທຸ້ມເທຕໍ່ນາຍຜູ້ນີ້ແລະປະ­ຫມາດນາຍຜູ້ນັ້ນ. ທ່ານບໍ່ສາມາດເປັນຂ້ອຍໃຊ້ຂອງພຣະ­ເຈົ້າແລະຄວາມຮັ່ງມີໄປພ້ອມກັນໄດ້.”
\s5
\v 14 ຝ່າຍພວກຟາ­ຣີ­ຊາຍຊຶ່ງເປັນຄົນເຫັນແກ່ເງິນໄດ້ຍິນຄຳເຫລົ່າ­ນີ້ທັງຫມົດ ພວກເຂົາກໍກ່າວເຍາະ­ເຍີ້ຍພຣະ­ອົງ.
\v 15 ພຣະ­ອົງກ່າວຕໍ່ພວກເຂົາວ່າ, “ທ່ານທັງ­ຫລາຍອ້າງຕົວວ່າເປັນຄົນຊອບທັມຕໍ່­ຫນ້າມະ­ນຸດ ແຕ່ພຣະ­ເຈົ້າຊົງຊາບຈິດໃຈຂອງພວກທ່ານ. ດ້ວຍວ່າຊຶ່ງເປັນທີ່ຍົກຍ້ອງທ່າມ­ກາງມະ­ນຸດກັບເປັນທີ່ຫນ້າລັງກຽດຕໍ່ພຣະ­ພັກພຣະ­ເຈົ້າ.
\s5
\v 16 ພຣະ­ບັນ­ຍັດແລະຜູ້ປະ­ກາດພຣະ­ທັມມີຜົນໃຊ້ຈົນເຖິງສະໄຫມໂຢ­ຮັນໄດ້ມາ. ນັບຕັ້ງ­ແຕ່ນັ້ນມາຂ່າວປະ­ເສີດແຫ່ງຣາ­ຊະອານາຈັກຂອງພຣະ­ເຈົ້າກໍໄດ້ຖືກປະ­ກາດອອກໄປ ແລະທຸກຄົນພະຍາຍາມບາກບັ່ນທີ່ຈະເຂົ້າໄປໃນຣາຊະອານາຈັກນັ້ນ.
\v 17 ການທີ່ຈະໃຫ້ຟ້າສະຫວັນແລະໂລກສະຫລາຍລ່ວງໄປ ກໍງ່າຍກວ່າທີ່ຈະໃຫ້ຈຸດດຽວຂອງພຣະບັນ­ຍັດຖືກຍົກເລີກ.
\s5
\v 18 ຄົນໃດທີ່ຢ່າຮ້າງເມັຽຂອງຕົນ ແລ້ວ­ໄປເອົາເມັຽໃຫມ່ກໍຜິດຖານຫລິ້ນຊູ້, ແລະຜູ້ຊາຍທີ່ແຕ່ງງານກັບຍິງທີ່­ຮ້າງຈາກຜົວຂອງນາງກໍຜິດຖານຫລິ້ນຊູ້ເຫມືອນກັນ.
\s5
\v 19 ຍັງມີເສດ­ຖີຄົນຫນຶ່ງນຸ່ງຫົ່ມເສື້ອສີ­ມ່ວງອ່ອນເນື້ອລະອຽດ ລາວມີຄວາມປິ­ຕິ­ຍິນ­ດີດ້ວຍຊັບອັນຮັ່ງມີຂອງຕົນທຸກວັນ.
\v 20 ແລະມີຂໍທານຜູ້ຫນຶ່ງຊື່ ລາ­ຊະ­ໂຣ ເປັນບາດເຕັມຕົວ ໄດ້ມານອນຢູ່ທີ່ປະ­ຕູຮົ້ວບ້ານຂອງເສດ­ຖີ.
\v 21 ແລະ ລາ­ຊະ­ໂຣ ຄິດຢາກກິນຂອງທີ່ຕົກຈາກໂຕະຂອງເສດ­ຖີນັ້ນ. ແລະຫລາຍກວ່ານັ້ນຫມາກໍຍັງມາເລັຍບາດແຜຂອງລາວ.
\s5
\v 22 ຢູ່ມາເມື່ອຂໍທານຍາກ­ຈົນຜູ້ນັ້ນຕາຍແລະຝູງເທວະ­ດາໄດ້ຮັບເອົາໄປຢູ່ຂ້າງກາຍອັບ­ຣາ­ຮາມ. ຝ່າຍເສດ­ຖີນັ້ນກໍຕາຍເຫມືອນກັນແລະຖືກຝັງໄວ້.
\v 23 ແລະຢູ່ໃນແດນມໍ­ຣະ­ນາ ຢູ່ໃນສະພາບທີ່ທຸກຂະເວ­ທະ­ນາຫລາຍ, ເສດ­ຖີນັ້ນຈິ່ງເງີຍຫນ້າຂຶ້ນເຫັນອັບຣາ­ຮາມຢູ່ໄກໆ ແລະລາ­ຊະ­ໂຣຢູ່ແນບເອິກຂອງທ່ານ.
\s5
\v 24 ເສດ­ຖີຈິ່ງຮ້ອງວ່າ ‘ອັບ­ຣາ­ຮາມບິ­ດາເອີຍ, ຂໍເອັນ­ດູຂ້າ­ນ້ອຍແດ່­ທ້ອນ, ຂໍໃຊ້ ລາ­ຊະ­ໂຣມາ ເພື່ອຈະໄດ້ເອົາປາຍນິ້ວມືຈຸ່ມນ້ຳມາແປະໃສ່ລີ້ນຂ້າ­ນ້ອຍໃຫ້ຊຸ່ມເຢັນ ເພາະຂ້າ­ນ້ອຍກຳ­ລັງທົນທຸກ­ທໍຣະ­ມານຢູ່ໃນແປວ­ໄຟນີ້’.
\s5
\v 25 ແຕ່ອັບ­ຣາ­ຮາມຕອບວ່າ, ‘ລູກເອີຍ, ຈົ່ງຣະ­ນຶກວ່າເມື່ອເຈົ້າຍັງມີຊີ­ວິດຢູ່ ເຈົ້າໄດ້ຮັບຂອງດີສຳ­ລັບຕົວທຸກຢ່າງ ແຕ່ ລາ­ຊະ­ໂຣຢູ່ໃນສະພາບທີ່ບໍ່ດີທຸກຢ່າງ, ມາບັດນີ້ ລາ­ຊະ­ໂຣ ໄດ້ຮັບຄວາມເລົ້າໂລມຢູ່ທີ່ນີ້ ແຕ່ເຈົ້າຢູ່ໃນຄວາມ­ທຸກທໍ­ຣະ­ມານສາຫັດ.
\v 26 ນອກນັ້ນອີກ, ຍັງມີເຫວອັນໃຫຍ່ຊຶ່ງຊົງຕັ້ງຂວາງຢູ່ ເພື່ອວ່າຖ້າຜູ້ໃດທີ່ຕ້ອງການຈະຂ້າມທີ່ນີ້ໄປເຖິງພວກເຈົ້າກໍບໍ່ໄດ້, ແລະບໍ່ມີຜູ້ໃດທີ່ຈະຂ້ວາມຈາກທີ່ນັ້ນມາເຖິງພວກເຮົາໄດ້ເຊັ່ນກັນ.
\s5
\v 27 ເສດ­ຖີນັ້ນເວົ້າວ່າ ‘ຂ້ານ້ອຍຂໍຮ້ອງທ່ານອັບຣາຮາມບິດາຂອງຂ້ານ້ອຍ ຂໍທ່ານຊ່ວຍສົ່ງລາ­ວໄປຍັງເຮືອນພໍ່ຂອງຂ້ານ້ອຍ.
\v 28 ເພາະ­ວ່າຂ້າ­ນ້ອຍມີອ້າຍນ້ອງຫ້າຄົນ ເພື່ອໃຫ້ລາ­ຊະໂຣໄປເຕືອນເຂົາ, ເພື່ອໃຫ້ພວກເຂົາຢ້ານທີ່ຈະມາໃນບ່ອນທໍ­ຣະ­ມານແຫ່ງນີ້’.
\s5
\v 29 ແຕ່ອັບ­ຣາ­ຮາມຕອບວ່າ ‘ພວກເຂົາມີໂມ­ເຊແລະພວກຜູ້ປະກາດພຣະ­ທັມແລ້ວ ໃຫ້ເຂົາຟັງຄົນເຫລົ່າ­ນັ້ນສາ’.
\v 30 ເສດ­ຖີນັ້ນຈິ່ງວ່າ ‘ບໍ່ໄດ້, ອັບ­ຣາ­ຮາມບິ­ດາເອີຍ, ເພາະຫາກມີໃຜບາງຄົນຈາກຫມູ່ຄົນຕາຍໄປຫາພວກເຂົາ ພວກເຂົາຈະຖິ້ມໃຈເກົ່າເອົາ­ໃຈໃຫມ່’.
\v 31 ແຕ່ອັບ­ຣາ­ຮາມຕອບວ່າ ‘ຖ້າພວກເຂົາບໍ່ຟັງໂມ­ເຊແລະພວກຜູ້ປະ­ກາດພຣະ­ທັມແລ້ວ, ເຖິງຈະມີໃຜບາງຄົນຄືນມາຈາກຕາຍ ກໍບໍ່ສາມາດທີ່ຈະເຮັດໃຫ້ພວກເຂົາເຊື່ອໄດ້ເລີຍ’.”
\s5
\c 17
\cl ບົດທີ 17
\p
\v 1 ພຣະເຢຊູເຈົ້າກ່າວກັບພວກສາ­ວົກຂອງພຣະ­ອົງວ່າ, “ຈຳ­ເປັນທີ່ຈະມີເຫດໃຫ້ເກີດການຕ່າງໆເປັນສາເຫດຫລົງຜິດ ແຕ່ວິ­ບັດແກ່ຜູ້ທີ່ເປັນຕົ້ນເຫດ.
\v 2 ຖ້າຈະເອົາຫີນໂມ້ຜູກຄໍຄົນນັ້ນແລະຈົມນ້ຳທະ­ເລເສັຽກໍດີກວ່າທີ່ຈະເຮັດໃຫ້ຄົນຫນຶ່ງໃນບັນດາຄົນເລັກນ້ອຍເຫລົ່ານີ້ເກີດການຫລົງຜິດ.
\s5
\v 3 ຈົ່ງຣະ­ວັງໃຫ້ດີ, ຖ້າພີ່­ນ້ອງຂອງພວກທ່ານເຮັດຜິດບາບ, ຈົ່ງຕິ­ຕຽນເພິ່ນ ຖ້າເພິ່ນກັບ­ໃຈ, ພວກທ່ານຈົ່ງຍົກ­ໂທດໃຫ້ເພິ່ນ.
\v 4 ຖ້າຫາກເພິ່ນເຮັດຜິດຕໍ່ທ່ານເຈັດເທື່ອໃນມື້ຫນື່ງ ແລ້ວເພິ່ນມາຫາທ່ານທັງເຈັດເທື່ອນັ້ນ ແລ້ວເວົ້າວ່າ ‘ຂ້າພຣະເຈົ້າກັບ­ໃຈ’ ທ່ານຕ້ອງຍົກ­ໂທດໃຫ້ເພິ່ນ.”
\s5
\v 5 ພວກອັກຄະສາ­ວົກໄດ້ທູນຕໍ່ອົງພຣະ­ຜູ້­ເປັນ­ເຈົ້າວ່າ, “ຂໍໂຜດຕື່ມຄວາມເຊື່ອ ໃຫ້ພວກຂ້າ­ນ້ອຍແດ່ທ້ອນ.”
\v 6 ອົງພຣະ­ຜູ້­ເປັນ­ເຈົ້າຈິ່ງກ່າວວ່າ, “ຖ້າພວກທ່ານມີຄວາມເຊື່ອທໍ່ກັບແກ່ນຜັກກາດ ພວກທ່ານຈະບອກກົກມອນກົກນີ້ໄດ້ວ່າ ‘ຈົ່ງຖອນຮາກອອກແລະໄປປັກຢູ່ໃນທະ­ເລ’ ມັນກໍຈະເຊື່ອຟັງຄວາມທ່ານ.
\s5
\v 7 ສົມມຸດວ່າພວກທ່ານມີຄົນຮັບໃຊ້ຄົນຫນຶ່ງ, ເປັນຄົນໄຖນາຫລືຄົນລ້ຽງແກະ, ທ່ານຈະເວົ້າກັບເຂົາເມື່ອເຂົາກັບມາແຕ່ທົ່ງນາ ຫລືວ່າ ‘ມາໄວ ມານັ່ງລົງແລະກິນອາຫານແລງນຳກັນ'?
\v 8 ແຕ່ຜູ້ເປັນນາຍຈະບໍ່ເວົ້າດັ່ງນີ້ຫລືວ່າ ‘ຈົ່ງຈັດແຈງອາຫານໃຫ້ເຮົາກິນແລະຈົ່ງຄາດແອວຂອງເຈົ້າ ແລະຮັບໃຊ້ເຮົາ ຈົນກວ່າເຮົາຈະກິນແລະດື່ມອີ່ມແລ້ວ, ຈາກນັ້ນເຈົ້າຈິ່ງຄ່ອຍກິນແລະດື່ມ’?
\s5
\v 9 ນາຍບໍ່ຕ້ອງຂອບ­ໃຈຄົນຮັບໃຊ້ເພາະຄົນຮັບໃຊ້ເຮັດສິ່ງຕ່າງໆ ຕາມຄຳສັ່ງຂອງນາຍບໍ່ແມ່ນບໍ?
\v 10 ພວກທ່ານກໍເຫມືອນກັນນັ້ນ ເມື່ອພວກທ່ານໄດ້ເຮັດຕາມຄຳສັ່ງທີ່ໄດ້ຮັບແລ້ວ ກໍສົມຄວນເວົ້າວ່າ ‘ພວກຂ້າ­ນ້ອຍເປັນຄົນຮັບໃຊ້ທີ່ບໍ່ມີປະ­ໂຫຍດ ເພາະພວກຂ້ານ້ອຍພຽງແຕ່ໄດ້ເຮັດຕາມສິ່ງ­ທີ່ພວກຂ້າ­ນ້ອຍສົມຄວນເຮັດຢູ່ແລ້ວ’.”
\s5
\v 11 ເຫດການນີ້ເກີດຂື້ນໃນຂະນະທີ່ພຣະ­ອົງສະເດັດໄປນະຄອນເຢ­ຣູ­ຊາ­ເລັມ, ພຣະ­ອົງໄດ້ສະ­ເດັດຜ່ານເຂດຊາຍແດນແຂວງຊາມາ­ເຣຍແລະແຂວງຄາ­ລີ­ເລ.
\v 12 ເມື່ອພຣະ­ອົງສະ­ເດັດເຂົ້າໄປໃນບ້ານແຫ່ງຫນຶ່ງ ພຣະອົງພົບຊາຍສິບຄົນທີ່ເປັນພະຍາດຂີ້­ທູດ ພວກເຂົາຢືນຢູ່ແຕ່ໄກຈາກພຣະອົງ.
\v 13 ແລະພວກເຂົາໄດ້ເປັ່ງສຽງຮ້ອງວ່າ, “ພຣະເຢ­ຊູຜູ້ເປັນອາ­ຈານເຈົ້າເອີຍ, ຂໍໂຜດເມດຕາພວກຂ້າ­ນ້ອຍແດ່­ຖ້ອນ”.
\s5
\v 14 ເມື່ອພຣະ­ເຢຊູເຈົ້າເຫັນພວກເຂົາ ພຣະອົງຈິ່ງກ່າວແກ່ພວກເຂົາວ່າ, “ຈົ່ງໄປແລະສະ­ແດງຕົວຂອງພວກທ່ານຕໍ່ພວກປະໂລຫິດ” ແລະສິ່ງທີ່ເກີດຂື້ນຄືໃນຂະນະທີ່ພວກເຂົາກຳ­ລັງອອກຈາກບ່ອນນັ້ນໄປ ພວກເຂົາກໍດີຈາກພະຍາດຂີ້ທູດ.
\v 15 ເມື່ອຄົນຫນຶ່ງໃນພວກເຂົາເຫັນວ່າຕົນໄດ້ຮັບການຮັກສາໃຫ້ດີພະ­ຍາດແລ້ວ, ລາວກໍຕ່າວຄືນມາແລະກ່າວດ້ວຍສຽງອັນດັງສັນ­ຣະ­ເສີນພຣະ­ເຈົ້າ.
\v 16 ລາວຂາບລົງທີ່ພຣະ­ບາດຂອງພຣະ­ເຢຊູເຈົ້າ ແລະໂມທະ­ນາຂອບພຣະ­ຄຸນຂອງພຣະ­ອົງ. ຄົນນັ້ນເປັນໄທຊາ­ມາ­ເຣັຍ.
\s5
\v 17 ພຣະ­ເຢຊູເຈົ້າຖາມຜູ້ນັ້ນວ່າ, “ທັງສິບຄົນທີ່ໄດ້ຮັບການສາຮັກໃຫ້ດີສະ­ອາດບໍ່ແມ່ນບໍ? ແລ້ວອີກເກົ້າຄົນນັ້ນຢູ່ໃສ?
\v 18 ບໍ່ເຫັນຜູ້ໃດກັບມາຖວາຍພຣະ­ກຽດແດ່ພຣະ­ເຈົ້າ, ເວັ້ນໄວ້ແຕ່ຄົນຕ່າງຊາດຜູ້ນີ້?”
\v 19 ພຣະ­ເຢຊູເຈົ້າບອກລາວວ່າ, “ຈົ່ງລຸກ­ຂຶ້ນແລະໄປເຖີ້ນ. ຄວາມເຊື່ອຂອງເຈົ້າໄດ້ຮັກສາໃຫ້ເຈົ້າດີແລ້ວ."
\s5
\v 20 ພວກຟາ­ຣີ­ຊາຍໄດ້ທູນຖາມພຣະເຢຊູເຈົ້າວ່າ ເມື່ອໃດຣາ­ຊະອານາຈັກຂອງພຣະ­ເຈົ້າຈະມາເຖິງ, ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າບໍ່ມາປະ­ກົດຢ່າງໃດຢ່າງຫນຶ່ງທີ່ສັງເກດເຫັນໄດ້.
\v 21 ຫລືສິ່ງທີ່ໃຜຈະເວົ້າວ່າ ‘ຢູ່ທີ່ນີ້' ຫລື 'ຢູ່ທີ່ນັ້ນ’ ເພາະຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າຢູ່ທ່າມ­ກາງພວກທ່ານ.”
\s5
\v 22 ພຣະເຢຊູເຈົ້າກ່າວກັບພວກສາ­ວົກວ່າ, “ວັນເຫລົ່ານັ້ນຈະມາເຖິງເມື່ອພວກທ່ານປາ­ຖນາທີ່ຈະເຫັນຫນຶ່ງໃນບັນດາວັນຂອງບຸດມະ­ນຸດ ແຕ່ພວກທ່ານຈະບໍ່ໄດ້ເຫັນ.
\v 23 ພວກເຂົາຈະເວົ້າກັບພວກທ່ານວ່າ ‘ມາເບິ່ງນີ້ແມຫລື ມາເບິ່ງພຸ້ນແມ’ ແຕ່ຢ່າອອກໄປ ຫລືຢ່າຕິດ­ຕາມເຂົາໄປ.
\v 24 ເຫມືອນກັບຟ້າ­ແມບ ທີ່ເຮັດໃຫ້ທ້ອງຟ້າສະຫວ່າງຈາກເບື້ອງຫນຶ່ງໄປເຖິງອີກເບື້ອງຫນຶ່ງ ບຸດມະນຸດກໍຈະເປັນຢ່າງນັ້ນແຫລະ ໃນວັນຂອງພຣະອົງ.
\s5
\v 25 ແຕ່ພຣະ­ອົງຈະຕ້ອງທົນທຸກຫລາຍປະ­ການ ແລະຖືກປະຕິເສດໂດຍຄົນໃນຍຸກນີ້.
\v 26 ແລະສິ່ງທີ່ຈະເກີດຂື້ນໃນບັນດາວັນຂອງບຸດມະ­ນຸດນັ້ນ ກໍຈະເຫມືອນກັນກັບເຫດ­ການທີ່ເກີດຂຶ້ນໃນສະ­ໄຫມຂອງໂນອາ.
\v 27 ພວກເຂົາກິນ, ດື່ມ, ແຕ່ງ­ງານ ແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນ­ອາໄດ້ເຂົ້າໄປໃນເຮືອ ແລະນ້ຳກໍໄດ້ຖ້ວມລ້າງ­ຜານພວກເຂົາທຸກຄົນ.
\s5
\v 28 ຢ່າງດຽວກັນກັບສະ­ໄຫມຂອງ ໂລດ ທີ່ພວກເຂົາກິນ, ດື່ມ, ຊື້ຂາຍ, ປູກ­ຝັງ ແລະກໍ່­ສ້າງ.
\v 29 ຈົນເຖິງວັນທີ່ ໂລດ ໄດ້ອອກຈາກເມືອງໂຊ­ໂດມ, ມີໄຟແລະມາດໄດ້ຕົກລົງຈາກຟ້າສະຫວັນ ເຫມືອນຮ່າຝົນ ແລະພວກເຂົາກໍຖືກເຜົາຜານຈົນຫມົດ.
\s5
\v 30 ຫລັງຈາກທີ່ສິ່ງດຽວກັນນີ້ເກີດຂື້ນແລ້ວ ກໍຈະເຖິງວັນທີ່ບຸດມະ­ນຸດປາ­ກົດໃຫ້ເຫັນ.
\v 31 ໃນວັນນັ້ນຢ່າໃຫ້ຄົນທີ່­ຢູ່ເທິງຫລັງຄາເຮືອນລົງມາເພື່ອເກັບເອົາສິ່ງຕ່າງໆຂອງຕົນ ແລະຢ່າໃຫ້ຄົນທີ່­ຢູ່ທົ່ງນາຕ່າວຄືນມາເຮືອນ.
\s5
\v 32 ຈົ່ງລະ­ນຶກເຖິງສິ່ງທີ່ເກີດຂື້ນກັບພັນຣະຍາຂອງໂລດໃຫ້ດີ.
\v 33 ຜູ້ໃດກໍຕາມພະ­ຍາ­ຍາມຮັກ­ສາຊີ­ວິດຂອງຕົນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມຍອມເສັຍຊີ­ວິດ ຜູ້ນັ້ນຮັກ­ສາຊີ­ວິດໃຫ້ລອດໄດ້.
\s5
\v 34 ເຮົາບອກທ່ານວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນຢູ່ຕຽງດຽວ. ຄົນຫນຶ່ງຈະຖືກຮັບໄປແລະຈະປະອີກຄົນຫນຶ່ງໄວ້.
\v 35 ຈະມີຍິງສອງຄົນກຳ­ລັງໂມ້ແປ້ງຢູ່ນຳກັນ ຄົນຫນຶ່ງຈະຖືກຮັບໄປແລະຈະປະຄົນຫນຶ່ງໄວ້.
\v 36 ຈະມີຊາຍສອງຄົນຢູ່ທົ່ງນາ ຄົນຫນຶ່ງຈະຖືກຮັບໄປແລະຈະຊົງປະຄົນຫນຶງງໄວ້.
\v 37 ພວກເຂົາຈິ່ງທູນຖາມພຣະ­ອົງວ່າ, “ຈະເກີດຂຶ້ນຢູ່ບ່ອນໃດ, ອົງພຣະຜູ້ເປັນເຈົ້າ?” ພຣະ­ເຢຊູເຈົ້າຕອບວ່າ, “ຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມຢູ່ບ່ອນນັ້ນ.”
\s5
\c 18
\cl ບົດທີ 18
\p
\v 1 ແລ້ວພຣະ­ເຢຊູເຈົ້າກ່າວຄຳອຸ­ປະ­ມາເລື່ອງຫນຶ່ງແກ່ພວກເຂົາກ່ຽວກັບການທີ່ພວກເຂົາຄວນອະທິຖານຢູ່ສະ­ເຫມີແລະບໍ່ໃຫ້ອ່ອນກຳ­ລັງໃຈ.
\v 2 ພຣະ­ອົງຊົງກ່າວວ່າ, “ໃນເມືອງຫນຶ່ງມີຕຸ­ລາ­ການຜູ້ຫນຶ່ງທີ່ບໍ່ຢຳເກງພຣະ­ເຈົ້າແລະບໍ່ເຫັນແກ່ຫນ້າຜູ້ໃດ.
\s5
\v 3 ໃນເມືອງນັ້ນມີແມ່ຫມ້າຍຜູ້ຫນຶ່ງແລະນາງຫມັ່ນມາຫາຕຸ­ລາການຜູ້ນັ້ນ, ໂດຍເລົ່າວ່າ ‘ຂໍຊ່ວຍຕັດສິນໃຫ້ຂ້ານ້ອຍໄດ້ຮັບຄວາມຍຸດ­ຕິທັມ ຕໍ່ຝ່າຍຄູ່ກໍຣະນີຂອງຂ້າ­ນ້ອຍແດ່­ທ້ອນ.
\v 4 ຈົນເວລາຜ່ານໄປດົນນານ ຝ່າຍຕຸ­ລາ­ການຜູ້ນີ້ບໍ່ເຕັມໃຈຈະຊ່ວຍນາງ, ແຕ່ພາຍລຸນມາທ່ານກໍນຶກໃນໃຈວ່າ ‘ແມ່ນວ່າເຮົາບໍ່ຢຳເກງພຣະເຈົ້າແລະບໍ່ເຫັນແກ່ຫນ້າມະນຸດກໍດີ.
\v 5 ແຕ່ເພາະແມ່ຫມ້າຍຄົນນີ້ມາກວນໃຈເຮົາ, ເຮົາຈະຊ່ວຍໃຫ້ນາງໄດ້ຮັບຄວາມຍຸດ­ຕິທັມ ເພື່ອນາງຈະບໍ່ຕ້ອງມາລົບກວນເຮົາຢູ່ເລື້ອຍໆ’.”
\s5
\v 6 ແລ້ວອົງພຣະ­ຜູ້­ເປັນ­ເຈົ້າກ່າວວ່າ, “ຈົ່ງຟັງສິ່ງທີ່ຕຸ­ລາການຜູ້ບໍ່ຍຸດ­ຕິທັມຄົນນີ້ໄດ້ເວົ້າ.
\v 7 ແລ້ວພຣະ­ເຈົ້າຈະບໍ່ຊົງນຳຄວາມຍຸດ­ຕິທັມມາຍັງຄົນທີ່ພຣະອົງເລືອກເຂົາໄວ້ຄືຜູ້ທີ່ຮ້ອງຫາພຣະ­ອົງທັງກາງ­ເວັນແລະກາງ­ຄືນ. ພຣະ­ອົງຈະຊ້ານານໃນເລື່ອງຂອງພວກເຂົາບໍ່?
\v 8 ເຮົາບອກທ່ານທັງ­ຫລາຍວ່າ ພຣະອົງຈະຊົງໂຜດຄວາມຍຸດ­ຕິທັມໃຫ້ແກ່ເຂົາໂດຍໄວ ແຕ່ເຖິງປານນັ້ນ, ເມື່ອບຸດມະ­ນຸດສະເດັດມາ ພຣະ­ອົງຈະພົບຄວາມເຊື່ອຢູ່ໃນໂລກບໍ່?”
\s5
\v 9 ແລ້ວພຣະ­ອົງໄດ້ກ່າວຄຳອຸ­ປະ­ມານີ້ແກ່ບາງຄົນທີ່ຫລົງຄິດວ່າຕົວເອງວ່າເປັນຄົນຊອບທັມແລະຫມິ່ນ­ປະ­ຫມາດຄົນອື່ນວ່າ.
\v 10 “ມີຊາຍສອງຄົນຂຶ້ນໄປອະທິຖານໃນບໍ­ຣິ­ເວນພຣະວິຫານ, ຜູ້ຫນຶ່ງເປັນຟາ­ຣີ­ຊາຍ ອີກຄົນເປັນຄົນເກັບພາ­ສີ.
\s5
\v 11 ຟາ­ຣີ­ຊາຍໄດ້ຢືນຂື້ນອະທິຖານກ່ຽວກັບຕົນເອງວ່າ ‘ຂ້າແດ່ພຣະ­ເຈົ້າ, ຂ້າ­ນ້ອຍຂໍໂມ­ທະ­ນາຂອບພຣະ­ຄຸນພຣະ­ອົງ ທີ່ຂ້າ­ນ້ອຍບໍ່ເຫມືອນຄົນອື່ນທີ່ເປັນໂຈນ, ເປັນຄົນອະທັມ, ເປັນຄົນຫລິ້ນຊູ້ສູ່ຜົວເມຍ, ຫລືເປັນເຫມືອນຄົນເກັບພາ­ສີຄົນນີ້.
\v 12 ຂ້ານ້ອຍຖືສິນອົດອາ­ຫານສອງເທື່ອໃນທຸກອາ­ທິດ ຂ້ານ້ອຍຖະຫວາຍຫນຶ່ງສ່ວນສິບຈາກທັງຫມົດທີ່ຂ້ານ້ອຍໄດ້ຮັບ’.
\s5
\v 13 ແຕ່ຄົນເກັບພາ­ສີຜູ້ນັ້ນຢືນຢູ່ແຕ່ໄກອອກໄປ ບໍ່ກ້າແມ່ນແຕ່ຈະເງີຍຫນ້າເບິ່ງຟ້າ, ໄດ້ແຕ່ຕີເອິກຂອງຕົນກ່າວວ່າ, ‘ຂ້າແດ່ພຣະ­ເຈົ້າ ຂໍຊົງໂຜດພຣະ­ເມດ­ຕາແກ່ຂ້ານ້ອຍຜູ້ເປັນຄົນບາບແດ່­ທ້ອນ!.
\v 14 ເຮົາບອກທ່ານທັງ­ຫລາຍວ່າ ເມື່ອຊາຍຄົນນີ້ກັບໄປຍັງເຮືອນຂອງຕົນ ກໍຊົງນັບວ່າເຂົາເປັນຄົນຊອບທັມຫລາຍກວ່າຄົນອື່ນ, ເພາະ­ວ່າທຸກຄົນທີ່ຍົກຕົວຂຶ້ນຈະຖືກຖອຍລົງ ແຕ່ທຸກຄົນທີ່ຖ່ອມຕົວລົງຈະຖືກຍົກຂຶ້ນ.”
\s5
\v 15 ແລ້ວບັນດາປະຊາຊົນກໍພາເດັກນ້ອຍທັງຫລາຍມາຫາພຣະເຢຊູເຈົ້າຢຽດພຣະ­ຫັດໃສ່ເຂົາ, ເມື່ອພວກສາ­ວົກເຫັນກໍຫ້າມຄົນເຫລົ່ານັ້ນໄວ້.
\v 16 ແຕ່ພຣະ­ເຢຊູເຈົ້າຊົງເອີ້ນພວກເຂົາມາຫາພຣະອົງແລະຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກ­ນ້ອຍມາຫາເຮົາເຖີດ ຢ່າຊູ່ຫ້າມເຂົາ, ເພາະ­ວ່າຣາ­ຊະອານາຈັກຂອງພຣະ­ເຈົ້າເປັນຂອງເດັກ­ນ້ອຍເຫລົ່ານີ້ແຫລະ.
\v 17 ເຮົາບອກຄວາມຈິງແກ່ພວກທ່ານວ່າ, ຜູ້ໃດບໍ່ຮັບເອົາຣາ­ຊະອານາຈັກຂອງພຣະ­ເຈົ້າເຫມືອນດັ່ງເດັກນ້ອຍໆ ຜູ້ນັ້ນຈະເຂົ້າໃນຣາ­ຊະອານາຈັກຂອງພຣະ­ເຈົ້ານັ້ນບໍ່ໄດ້ຢ່າງແນ່ນອນ.”
\s5
\v 18 ມີເຈົ້ານາຍຜູ້ຫນຶ່ງທູນຖາມພຣະ­ອົງວ່າ, “ທ່ານອາ­ຈານຜູ້ປະເສີດເອີຍ, ຂ້າ­ນ້ອຍຈະຕ້ອງເຮັດແນວ­ໃດ ຈິ່ງຈະໄດ້ຊີ­ວິດອັນຕະ­ຫລອດໄປເປັນ­ນິດ?”
\v 19 ພຣະ­ເຢຊູເຈົ້າຕອບລາວວ່າ, “ເປັນຫຍັງທ່ານຈິ່ງເອີ້ນເຮົາວ່າຜູ້ປະ­ເສີດ? ບໍ່ມີໃຜປະເສີດເວັ້ນແຕ່ພຣະ­ເຈົ້າອົງດຽວເທົ່ານັ້ນ.
\v 20 ທ່ານຮູ້­ຈັກພຣະບັນ­ຍັດແລ້ວຊຶ່ງວ່າ ‘ຢ່າຫລີ້ນຊູ້ຊູ່ຜົວເມັຽເພີ່ນ, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຈົ່ງນັບ­ຖືບິ­ດາມານດາຂອງທ່ານ’.”
\v 21 ເຈົ້ານາຍຄົນນັ້ນທູນຕອບວ່າ, “ພຣະບັນຍັດເຫລົ່ານີ້ຂ້າ­ນ້ອຍໄດ້ຖືຮັກ­ສາໄວ້ຕັ້ງ­ແຕ່ເປັນເດັກ­ນ້ອຍມາ.”
\s5
\v 22 ເມື່ອພຣະ­ເຢຊູເຈົ້າໄດ້ຍິນດັ່ງ­ນັ້ນ ພຣະອົງກ່າວແກ່ຄົນນັ້ນວ່າ, “ທ່ານຍັງຂາດຢູ່ສິ່ງຫນຶ່ງ ທ່ານຕ້ອງໄປຂາຍສິ່ງຂອງທັງຫມົດຊຶ່ງທ່ານມີຢູ່ ແລະແຈກຢາຍໃຫ້ແກ່ຄົນຍາກຈົນ ແລ້ວທ່ານຈະມີຊັບສົມ­ບັດໃນສະ­ຫວັນ ແລະຈົ່ງຕາມເຮົາມາ.”
\v 23 ແຕ່ເມື່ອຊາຍຮັ່ງມີໄດ້ຍິນດັ່ງ­ນີ້, ເຂົາກໍເປັນທຸກໃຈຫລາຍ ເພາະ­ວ່າລາວຮັ່ງ­ມີຫລາຍ.
\s5
\v 24 ແລ້ວພຣະເຢຊູເຈົ້າເຫັນເຂົາເສົ້າໂສກຈິ່ງກ່າວວ່າ, “ເປັນການຍາກແທ້ຫນໍທີ່ບັນດາຄົນຮັ່ງ­ມີຈະເຂົ້າໃນຣາ­ຊະອານາຈັກຂອງພຣະ­ເຈົ້າ!
\v 25 ເພາະ­ໂຕອູດຈະລອດຮູເຂັມ ກໍງ່າຍກວ່າຄົນຮັ່ງ­ມີຈະເຂົ້າໃນຣາ­ຊະອານາຈັກຂອງພຣະເຈົ້າ.”
\s5
\v 26 ຝ່າຍຄົນທັງ­ຫລາຍທີ່ໄດ້ຍິນຈິ່ງເວົ້າວ່າ, “ແລ້ວໃຜຈະລອດພົ້ນໄດ້?”
\v 27 ພຣະເຢຊູເຈົ້າຕອບວ່າ, “ສິ່ງທີ່ເປັນໄປບໍ່ໄດ້ສຳລັບມະ­ນຸດນັ້ນ ແຕ່ເປັນໄປໄດ້ສຳລັບພຣະ­ເຈົ້າ.”
\s5
\v 28 ເປ­ໂຕທູນວ່າ, “ພວກຂ້າ­ນ້ອຍໄດ້ສະ­ຫລະທຸກສິ່ງທີ່ເປັນຂອງພວກຂ້າ­ນ້ອຍແລະໄດ້ຕິດ­ຕາມພຣະອົງ.”
\v 29 ແລ້ວພຣະເຢຊູຊົງກ່າວກັບພວກເຂົາວ່າ, “ເຮົາບອກຄວາມຈິງແກ່ທ່ານທັງ­ຫລາຍວ່າ ຜູ້ໃດທີ່ໄດ້ສະ­ຫລະຢ້າວເຮືອນ, ຫລືເມັຽ, ຫລືອ້າຍນ້ອງ, ຫລືພໍ່ແມ່, ຫລືລູກ­ເຕົ້າ ເພື່ອເຫັນ­ແກ່ຣາ­ຊະອານາຈັກຂອງພຣະ­ເຈົ້າ.
\v 30 ກໍຈະເປັນຜູ້ໄດ້ຮັບຜົນຫລາຍໃນໂລກນີ້ ແລະຈະໄດ້ຊີ­ວິດອັນຕະ­ຫລອດໄປເປັນ­ນິດໃນໂລກຫນ້າ.”
\s5
\v 31 ຫລັງຈາກທີ່ພຣະ­ອົງຊົງເອີ້ນພວກສາວົກສິບສອງຄົນເຂົ້າມາ, ພຣະອົງຊົງກ່າວແກ່ພວກເຂົາວ່າ, “ເບິ່ງແມ, ເຮົາກຳ­ລັງຈະຂຶ້ນໄປນະຄອນເຢ­ຣູ­ຊາ­ເລັມ ແລະສິ່ງສາ­ຣະ­ພັດຊຶ່ງພວກຜູ້ປະ­ກາດພຣະທັມໄດ້ຂຽນໄວ້ເຖິງບຸດມະ­ນຸດຈະສຳ­ເລັດ.
\v 32 ເພາະວ່າພຣະອົງຈະຖືກມອບໃຫ້ແກ່ຄົນຕ່າງຊາດ, ແລ້ວເຂົາຈະເຍາະ­ເຍີ້ຍ ແລະຈະຖືກເຮັດໃຫ້ອັບອາຍ ແລະຈະຖືກຖົ່ມ­ນ້ຳ­ລາຍໃສ່່ເພິ່ນ.
\v 33 ຫລັງຂ້ຽນຕີພຣະອົງແລ້ວ ພວກເຂົາກໍຈະປຣະຫານພຣະອົງແລະໃນວັນທີສາມ ພຣະອົງຈະເປັນຄືນມາອີກຄັ້ງຫນຶ່ງ.”
\s5
\v 34 ພວກສາ­ວົກບໍ່ໄດ້ເຂົ້າ­ໃຈສິ່ງເຫລົ່າ­ນີ້ເລີຍ ແລະຄຳນັ້ນກໍຖືກອັດບັງໄວ້ຈາກພວກເຂົາ ແລະພວກເຂົາຈິ່ງບໍ່ເຂົ້າໃຈສິ່ງທີ່ພຣະອົງຊົງກ່າວນັ້ນ.
\s5
\v 35 ຕໍ່ມາ ເມື່ອພຣະເຢຊູເຈົ້າສະ­ເດັດມາໃກ້ເມືອງເຢ­ຣິ­ໂກ, ມີຊາຍຕາບອດຜູ້ຫນຶ່ງກຳລັງນັ່ງຂໍ­ທານຢູ່ແຄມທາງ.
\v 36 ເມື່ອໄດ້ຍິນສຽງປະ­ຊາ­ຊົນກຳລັງຍ່າງກາຍ­ໄປ, ລາວກໍຖາມວ່າແມ່ນເກີດເລື່ອງອັນໃດ?
\v 37 ພວກເຂົາຈິ່ງຕອບຊາຍຕາບອດວ່າ ພຣະເຢ­ຊູໄທນາຊາ­ເຣັດກຳລັງສະເດັດຜ່ານມາ.
\s5
\v 38 ຊາຍຕາ­ບອດນັ້ນໄດ້ຮ້ອງຂຶ້ນວ່າ, “ພຣະເຢ­ຊູບຸດດາ­ວິດເຈົ້າເອີຍ, ຂໍໂຜດເມດຕາຂ້າ­ນ້ອຍແດ່­ຖ້ອນ!”
\v 39 ຄົນທີ່ຍ່າງໄປກ່ອນຈິ່ງຫ້າມໃຫ້ຊາຍຕາບອດມິດງຽບລົງ, ແຕ່ຜູ້ນັ້ນຊ້ຳຮ້ອງແຮງຂຶ້ນກວ່າເກົ່າ, “ບຸດດາ­ວິດເຈົ້າເອີຍ, ໂຜດເມດຕາຂ້າ­ນ້ອຍແດ່ຖ້ອນ!”
\s5
\v 40 ພຣະ­ເຢຊູເຈົ້າຊົງຢຸດຢູ່ແລະສັ່ງເຂົາໃຫ້ພາຊາຍຕາ­ບອດມາຫາພຣະ­ອົງ. ເມື່ອຊາຍຕາບອດເຂົ້າມາໃກ້ແລ້ວ, ພຣະ­ອົງຊົງຖາມລາວວ່າ.
\v 41 “ເຈົ້າຢາກໃຫ້ເຮົາເຮັດຫຍັງໃຫ້ເຈົ້າ?” ຊາຍນັ້ນທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້າ­ນ້ອຍຢາກເຫັນ­ຮຸ່ງ.”
\s5
\v 42 ພຣະ­ເຢຊູເຈົ້າກ່າວແກ່ຊາຍຕາ­ບອດວ່າ, “ຈົ່ງເຫັນຮຸ່ງສາ ຄວາມເຊື່ອຂອງເຈົ້າໄດ້ຊ່ອຍໃຫ້ເຈົ້າດີປົກ­ກະ­ຕິແລ້ວ.”
\v 43 ແລ້ວລາວກໍເຫັນຮຸ່ງໃນທັນ­ໃດນັ້ນ ແລະໄດ້ຕິດ­ຕາມພຣະ­ອົງໄປແລະຖວາຍກຽດແດ່ພຣະ­ເຈົ້າ, ເມື່ອຄົນທັງປວງໄດ້ເຫັນຢ່າງນັ້ນກໍພາກັນສັນ­ຣະ­ເສີນພຣະ­ເຈົ້າ.
\s5
\c 19
\cl ບົດທີ 19
\p
\v 1 ພຣະ­ເຢຊູເຈົ້າສະ­ເດັດເຂົ້າໄປແລະກຳລັງຊົງຜ່ານເມືອງເຢຣິ­ໂກ.
\v 2 ເບິ່ງແມ! ມີຊາຍຄົນຫນຶ່ງທີ່ຢູ່ທີ່ນັ້ນຊື່ວ່າ ຊັກ­ຂາຍ ເພິ່ນເປັນນາຍດ່ານພາ­ສີແລະເປັນຄົນຮັ່ງ­ມີ.
\s5
\v 3 ເພີ່ນກຳລັງພະ­ຍາ­ຍາມຈະໄດ້ເຫັນພຣະ­ເຢຊູເຈົ້າວ່າເປັນຄົນແນວ­ໃດ, ແຕ່ເພາະຕົນເປັນຄົນເຕັ້ຽເຂົາຈິ່ງບໍ່ສາມາດເບິ່ງເຫັນໄດ້ເພາະຄົນຫນ້າແຫນ້ນ.
\v 4 ດັ່ງນັ້ນ ຊັກ­ຂາຍຈິ່ງແລ່ນລັດຫນ້າໄປຂຶ້ນຕົ້ນຫມາກເດື່ອເພື່ອຈະໄດ້ເຫັນພຣະ­ອົງ, ເພາະພຣະ­ອົງກຳ­ລັງສະເດັດໄປທາງນັ້ນ.
\s5
\v 5 ເມື່ອພຣະ­ເຢຊູເຈົ້າສະ­ເດັດມາເຖິງບ່ອນນັ້ນ, ພຣະ­ອົງຊົງແຫງນຫນ້າຂື້ນແລະເວົ້າກັບເພີ່ນວ່າ, “ຊັກ­ຂາຍເອີຍ, ຈົ່ງຮີບລົງມາເຖີດ, ເພາະ­ວ່າວັນນີ້ເຮົາຈະຕ້ອງພັກຢູ່ໃນເຮືອນຂອງເຈົ້າ.”
\v 6 ດັ່ງນັ້ນ ເຂົາຈິ່ງຮີບລົງມາແລະຕ້ອນ­ຮັບພຣະ­ອົງດ້ວຍຄວາມຍິນ­ດີເບີກບານໃຈ.
\v 7 ເມື່ອຄົນທັງຫລາຍໄດ້ເຫັນດັ່ງ­ນີ້ ພວກເຂົາທັງຫມົດພາກັນຈົ່ມວ່າ, “ເປັນຫຍັງ ພຣະອົງຈິ່ງເຂົ້າໄປພັກຢູ່ກັບຊາຍທີ່ເປັນບາບ.”
\s5
\v 8 ຊັກ­ຂາຍກໍຢືນຂຶ້ນແລະທູນກັບ­ອົງພຣະຜູ້ເປັນເຈົ້າວ່າ, “ພຣະອົງເຈົ້າ, ຂ້າ­ນ້ອຍຈະຍອມມອບຊັບສິນເຄິ່ງຫນຶ່ງຂອງຂ້າຂ້ອຍໃຫ້ແກ່ຄົນຍາກ­ຈົນ ແລະຖ້າຂ້າ­ນ້ອຍໄດ້ສໍ້ໂກງເອົາຂອງຜູ້ໃດ ຂ້າ­ນ້ອຍກໍຍອມສົ່ງຄືນແກ່ເຂົາສີ່ເທົ່າ.”
\v 9 ພຣະ­ເຢຊູເຈົ້າກ່າວກັບເພິ່ນວ່າ, “ວັນນີ້ຄວາມພົ້ນໄດ້ມາເຖິງເຮືອນຫລັງນີ້ແລ້ວ ເພາະຄົນນີ້ເປັນລູກຫລານຂອງອັບ­ຣາ­ຮາມເຫມືອນກັນ.
\v 10 ເພາະວ່າບຸດມະນຸດໄດ້ມາ ເພື່ອຊອກຫາແລະໂຜດຊ່ວຍຄົນທີ່ຫລົງເສັຽໄປແລ້ວນັ້ນໃຫ້ລອດພົ້ນ.”
\s5
\v 11 ຂະນະທີ່ພວກເຂົາໄດ້ຍິນເລື່ອງເຫລົ່ານີ້, ພຣະ­ອົງກຳລັງກ່າວຕໍ່ໄປອີກເປັນຄຳອຸ­ປະ­ມາ, ເພາະພຣະອົງສະ­ເດັດມາໃກ້ນະຄອນເຢ­ຣູຊາ­ເລັມແລ້ວ ແລະເພາະຄົນທັງຫລາຍຄິດເອົາເອງວ່າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າກຳລັງຈະມາປາ­ກົດໂດຍທັນທີ.
\v 12 ພຣະ­ອົງກ່າວວ່າ, “ມີເຈົ້ານາຍຜູ້ຫນຶ່ງຈະເດີນທາງອອກໄປປະ­ເທດທີ່ໄກ ເພື່ອໄປຮັບເອົາຣາ­ຊະອານາຈັກນີ້ເປັນຂອງຕົນແລ້ວຈິ່ງກັບຄືນມາ.
\s5
\v 13 ທ່ານໄດ້ເອີ້ນຄົນຮັບໃຊ້ຂອງຕົນສິບຄົນມາຫາແລະມອບເງິນສິບມະນາໃຫ້ແກ່ພວກເຂົາ ແລ້ວສັ່ງວ່າ ‘ຈົ່ງເອົາເງິນນີ້ໄປເປັນທຶນຄ້າ­ຂາຍຈົນກວ່າເຮົາຈະກັບມາ’.
\v 14 ແຕ່ປະຊາຊົນໃນ­ເມືອງນັ້ນກຽດຊັງເຈົ້ານາຍຄົນນີ້ ແລະສົ່ງຄະ­ນະທູດຜູ້ແທນຕາມຫລັງທ່ານໄປ ໂດຍບອກວ່າ ‘ເຮົາຈະບໍ່ໃຫ້ຊາຍທ່ານນີ້ປົກ­ຄອງພວກເຮົາ’.
\v 15 ເມື່ອເຖິງເວລາ ນາຍຄົນນັ້ນກໍກັບມາອີກຄັ້ງ ແລະໄດ້ຮັບອຳນາດປົກຄອງອານາຈັກແລ້ວ. ທ່ານຈິ່ງເອີ້ນພວກຄົນຮັບໃຊ້ທີ່ທ່ານໄດ້ໃຫ້ເງິນໄວ້ນັ້ນມາຫາ ເພື່ອທີ່ທ່ານຈະຮູ້ວ່າເຂົາທຸກຄົນຄ້າໄດ້ກຳໄຣເທົ່າ­ໃດ?
\s5
\v 16 ຄົນຮັບໃຊ້ຜູ້ທຳອິດເຂົ້າມາຕໍ່ຫນ້າທ່ານແລ້ວທູນວ່າ ‘ນາຍເຈົ້າເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳ­ໄຣເພີ່ມອີກສິບມະນາ’.
\v 17 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນວ່າ ‘ດີຫລາຍ, ເຈົ້າເປັນຜູ້ຮັບໃຊ້ທີ່ດີ, ເພາະເຈົ້າຊື່ສັດໃນຂອງເລັກນ້ອຍ, ເຈົ້າຈົ່ງມີອຳ­ນາດປົກ­ຄອງໄດ້ສິບຫົວເມືອງ’.
\s5
\v 18 ຄົນທີສອງເຂົ້າມາແລ້ວທູນວ່າ, ‘ນາຍເອີຍ, ເງິນມະນາຫນຶ່ງຂອງທ່ານໄດ້ກຳ­ໄຣເພີ່ມຂື້ນອີກຫ້າມະນາ’.
\v 19 ທ່ານເຈົ້ານາຍຈິ່ງກ່າວກັບຄົນນັ້ນເຫມືອນກັນວ່າ, ‘ເຈົ້າຈະໄດ້ປົກ­ຄອງຫ້າຫົວເມືອງ’.
\s5
\v 20 ອີກຄົນຫນຶ່ງເຂົ້າມາແລ້ວທູນວ່າ ‘ນາຍເຈົ້າເອີຍ, ນີ້ຄືເງິນມະນາຫນຶ່ງຂອງທ່ານ, ຂ້າ­ນ້ອຍໄດ້ຫໍ່ມ້ຽນໄວ້ໃນຜ້າຢ່າງປອດພັຍ.
\v 21 ເພາະຂ້າ­ນ້ອຍຢ້ານທ່ານ, ດ້ວຍວ່າທ່ານເປັນຄົນເຄັ່ງຄັດ ທ່ານເຄີຍເກັບເອົາສິ່ງທີ່ທ່ານບໍ່ໄດ້ລົງແຮງ ແລະເກັບກ່ຽວອັນທີ່ທ່ານບໍ່ໄດ້ຫວ່ານໄວ້’.
\s5
\v 22 ເຈົ້ານາຍທ່ານນັ້ນຈິ່ງຕອບກັບຄົນຮັບໃຊ້ນັ້ນວ່າ ‘ເຮົາຈະລົງໂທດດ້ວຍຄຳປາກຂອງເຈົ້າເອງ, ອ້າຍຂ້ອຍໃຊ້ຜູ້ຊົ່ວເຮີຍ, ເຈົ້າຮູ້ວ່າ ເຮົາເປັນຜູ້ເຄັ່ງຄັດ, ເຄີຍເກັບເອົາອັນທີ່ເຮົາບໍ່ໄດ້ລົງແຮງ, ແລະເກັບກ່ຽວອັນທີ່ເຮົາບໍ່ໄດ້ຫວ່ານ.
\v 23 ແລ້ວຍ້ອນຫຍັງເຈົ້າຈິ່ງບໍ່ຝາກເງິນຂອງເຮົາໄວ້ທີ່ທະ­ນາ­ຄານ, ເມື່ອເຮົາກັບມາກໍຈະໄດ້ເງິນຂອງເຮົາຄືນພ້ອມກັບດອກເບັ້ຍດ້ວຍ’.
\s5
\v 24 ທ່ານເຈົ້ານາຍຈິ່ງສັ່ງຄົນທີ່ຢືນຢູ່ໃກ້ຫັ້ນວ່າ ‘ຈົ່ງຍົກເງິນມະນາຫນຶ່ງນັ້ນໄປຈາກມັນເສັຽ ເອົາໃຫ້ແກ່ຜູ້ທີ່ມີສິບມະນາ’.
\v 25 ຄົນເຫລົ່າ­ນັ້ນຕອບວ່າ ‘ນາຍເຈົ້າເອີຍ, ແຕ່ຊາຍຜູ້ນັ້ນມີສິບມະນາແລ້ວ.
\s5
\v 26 ເຮົາບອກເຈົ້າທັງຫລາຍວ່າ ຄົນທີ່ມີຫລາຍຢູ່ແລ້ວຈະຊົງເພີ່ມເຕີມໃຫ້ຜູ້ນັ້ນອີກ, ແຕ່ສຳລັບຜູ້ທີ່ບໍ່ມີ ແມ່ນວ່າສິ່ງທີ່ເຂົາມີຢູ່ນັ້ນກໍຈະຖືກຍົກເອົາໄປເສັຽ.
\v 27 ແຕ່ບັນດາສັດ­ຕຣູຂອງເຮົາ ຜູ້ທີ່ບໍ່ຍອມໃຫ້ເຮົາປົກ­ຄອງເຂົານັ້ນ ຈົ່ງພາເຂົາມາທີ່ນີ້ແລ້ວຂ້າມັນເສັຽຕໍ່­ຫນ້າເຮົາ.”
\s5
\v 28 ເມື່ອພຣະເຢຊູເຈົ້າກ່າວຄຳເຫລົ່ານີ້ແລ້ວ ກໍສະ­ເດັດນຳຫນ້າ ຂື້ນໄປເມືອງເຢ­ຣູ­ຊາ­ເລັມ.
\s5
\v 29 ຈົນເມື່ອພຣະ­ອົງສະ­ເດັດມາໃກ້ບ້ານເບັດຟາ­ເຄແລະບ້ານເບັດ­ທາ­ນີ, ມາພູເຂົາທີ່ເອີ້ນວ່າພູຫມາກ­ກອກ­ເທດ, ແລ້ວພຣະ­ອົງໄດ້ຊົງໃຊ້ສາ­ວົກສອງຄົນໄປ.
\v 30 ໂດຍສັ່ງວ່າ, “ຈົ່ງເຂົ້າໄປໃນບ້ານທີ່­ຢູ່ຕໍ່­ຫນ້າ, ເມື່ອພວກທ່ານເຂົ້າໄປຈະພົບລູກລໍນ້ອຍ ທີ່ຍັງບໍ່ມີໃຜຂຶ້ນຂີ່ຈັກເທື່ອ, ຈົ່ງແກ້ມັດແລ້ວຈູງມາທີ່ນີ້.
\v 31 ຫາກມີໃຜຖາມທ່ານວ່າ ‘ແກ້ມັນໄປເຮັດຫຍັງ? ຈົ່ງຕອບຢ່າງນີ້ວ່າ ‘ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.’”
\s5
\v 32 ພວກສາ­ວົກທີ່ຖືກໃຊ້ໄປນັ້ນ ໄດ້ພົບລູກລໍຕາມທີ່ພຣະເຢຊູເຈົ້າໄດ້ບອກແກ່ພວກເພິ່ນ.
\v 33 ຂະນະທີ່ພວກເພິ່ນກຳ­ລັງແກ້ມັດລໍນ້ອຍຢູ່ນັ້ນ, ພວກເຈົ້າຂອງໄດ້ຖາມວ່າ, “ທ່ານແກ້ມັດລູກລໍເຮັດຫຍັງ?”.
\v 34 ເຂົາຕອບວ່າ, “ອົງພຣະຜູຸ້ເປັນເຈົ້າຕ້ອງການໃຊ້ມັນ.”
\v 35 ພວກເຂົາໄດ້ຈູງລູກລໍນັ້ນມາໃຫ້ພຣະ­ເຢຊູເຈົ້າແລ້ວເອົາເສື້ອຜ້າຂອງເຂົາປູຫລັງມັນ, ແລ້ວໃຫ້ພຣະເຢຊູເຈົ້າຂຶ້ນຂີ່ລໍ.
\v 36 ຂະນະທີ່ພຣະ­ອົງກຳ­ລັງສະ­ເດັດໄປນັ້ນ, ພວກເຂົາໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງ.
\s5
\v 37 ເມື່ອພຣະ­ອົງກຳ­ລັງສະ­ເດັດມາໃກ້ບ່ອນຈະລົງຈາກພູເຂົາຫມາກກອກ­ເທດ, ພວກລູກ­ສິດທັງຫມົດກໍຕັ້ງ­ຕົ້ນຊົມ­ຊື່ນຍິນ­ດີສັນ­ຣະ­ເສີນພຣະ­ເຈົ້າດ້ວຍສຽງດັງ, ເຖິງການອັດ­ສະຈັນທີ່ພວກເຂົາໄດ້ເຫັນ.
\v 38 ແລະເວົ້າວ່າ, “ສາທຸການແດ່ກະສັດຜູ້ທີ່ສະເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າ, ສັນ­ຕິສຸກຈົ່ງມີໃນສະຫວັນແລະພຣະ­ຣັດ­ສະ­ຫມີໃນທີ່ສູງສຸດ.”
\s5
\v 39 ຝ່າຍຟາ­ຣີ­ຊາຍໃນຫມູ່ປະ­ຊາ­ຊົນນັ້ນໄດ້ທູນພຣະ­ອົງວ່າ, “ອາຈານເອີຍ, ຈົ່ງຫ້າມພວກສາ­ວົກຂອງທ່ານແດ່!”
\v 40 ພຣະອົງຊົງຕອບເຂົາວ່າ, “ເຮົາບອກທ່ານທັງ­ຫລາຍວ່າ ຖ້າຄົນເຫລົ່ານີ້ມິດງຽບສຽງໄປ ກ້ອນຫີນທັງ­ຫລາຍກໍຈະເປັ່ງສຽງແທນ.”
\s5
\v 41 ເມື່ອພຣະເຢຊູເຈົ້າສະ­ເດັດມາໃກ້ເມືອງ, ພຣະອົງກໍຊົງຮ້ອງໄຫ້ເສັຽໃຈໃຫ້ກັບເມືອງນີ້.
\v 42 ໂດຍຊົງກ່າວວ່າ, “ຖ້າຫາກໃນວັນນີ້ແມ່ນເຈົ້າເອງຄວນຮູ້ວ່າສິ່ງໃດຈະນຳສັນ­ຕິສຸກມາໃຫ້ເຈົ້າ, ແຕ່ບັດນີ້ສິ່ງເຫລົ່າ­ນັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ.
\s5
\v 43 ເພາະວັນນັ້ນຈະມາເຖິງທ່ານ, ວັນທີ່ສັດ­ຕຣູຂອງເຈົ້າຈະຂຸດຄູອ້ອມຮອບເຈົ້າ ແລະຈະໂຈມຕີເຈົ້າທຸກໆ ດ້ານ.
\v 44 ພວກເຂົາຈະທຸບຕີທ່ານແລະລູກທັງຫລາຍທີ່ຢູ່ນຳທ່ານໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະໃຫ້ກ້ອນຫີນຊ້ອນທັບກັນໄວ້ພາຍໃນເຈົ້າ, ເພາະທ່ານບໍ່ຍອມຮັບຕອນທີ່ພຣະເຈົ້າກຳລັງພະຍາຍາມຊ່ວຍໃຫ້ທ່ານລອດ.”
\s5
\v 45 ພຣະເຢຊູເຈົ້າໄດ້ສະ­ເດັດເຂົ້າໄປໃນພຣະ­ວິ­ຫານ ແລະຂັບໄລ່ບັນ­ດາພວກທີ່ກຳລັງຊື້ຂາຍຢູ່ອອກໄປ.
\v 46 ພຣະອົງບອກພວກເຂົາວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ພຣະວິ­ຫານຂອງເຮົາເປັນສະຖານ­ທີ່ໄຫວ້ວອນ’ ແຕ່ພວກເຈົ້າມາເຮັດໃຫ້ເປັນຖ້ຳຂອງໂຈນ’'
\s5
\v 47 ພຣະເຢຊູເຈົ້າສັ່ງ­ສອນຢູ່ໃນບໍ­ຣິ­ເວນພຣະ­ວິ­ຫານທຸກວັນ, ພວກປະ­ໂລ­ຫິດ. ພວກທັມະຈານ ແລະພວກຜູ້ນຳຂອງຄົນຢິວຕ້ອງການຈະຂ້າພຣະອົງເສັຽ.
\v 48 ແຕ່ເຂົາຍັງບໍ່ໄດ້ພົບຊ່ອງທາງທີ່ຈະເຮັດໄດ້, ເພາະຄົນທັງຫລາຍກໍາລັງເອົາ­ໃຈ­ໃສ່ຟັງຄຳສອນຂອງພຣະ­ອົງ.
\s5
\c 20
\cl ບົດທີ 20
\p
\v 1 ຢູ່ມາມື້ຫນຶ່ງ, ຂະນະທີ່ພຣະ­ເຢຊູເຈົ້າກຳ­ລັງສັ່ງ­ສອນປະຊາຊົນ ແລະປະ­ກາດຂ່າວປະ­ເສີດໃນບໍ­ຣິ­ເວນພຣະ­ວິ­ຫານນັ້ນ ມີພວກຫົວຫນ້າປະໂລ­ຫິດ, ກັບພວກທັມະຈານ ພ້ອມດ້ວຍພວກເຖົ້າແກ່ໄດ້ມາຫາພຣະອົງ.
\v 2 ພວກເຂົາທູນພຣະ­ອົງວ່າ, “ບອກພວກເຮົາແດ່ ວ່າທ່ານໄດ້ກະທຳການເຫລົ່ານີ້ດ້ວຍສິດອຳນາດອັນໃດ ຫລືແມ່ນໃຜໃຫ້ສິດອຳນາດແກ່ທ່ານ?”
\s5
\v 3 ພຣະ­ອົງໄດ້ຕອບພວກເຂົາວ່າ, “ເຮົາຈະຖາມທ່ານທັງຫລາຍຂໍ້ຫນຶ່ງດ້ວຍເຫມືອນກັນ, ບອກເຮົາມາເບິ່ງດູວ່າ.
\v 4 ບັບ­ຕິສະມາຂອງໂຢຮັນນັ້ນມາຈາກສະ­ຫວັນຫລືມາຈາກມະ­ນຸດ?”
\s5
\v 5 ພວກເຂົາຈິ່ງປຶກ­ສາກັນວ່າ, “ຖ້າພວກເຮົາຈະຕອບວ່າ ‘ມາຈາກສະ­ຫວັນ’ ເພິ່ນຄົງຈະຖາມເຮົາວ່າ ‘ແລ້ວເຫດໃດພວກທ່ານບໍ່ເຊື່ອໂຢ­ຮັນ?.
\v 6 ແຕ່ຖ້າພວກເຮົາຈະວ່າ ‘ມາຈາກມະນຸດ’ ຄົນທັງປວງກໍຈະຄວ່າງກ້ອນຫີນໃສ່ພວກເຮົາ ເພາະເຂົາເຊື່ອຫມັ້ນວ່າ ໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.”
\s5
\v 7 ດັ່ງນັ້ນ ພວກເຂົາຈິ່ງທູນຕອບວ່າ ບໍ່ຮູ້­ຈັກວ່າມາຈາກໃສ.
\v 8 ພຣະ­ເຢຊູເຈົ້າກ່າວຕອບເຂົາວ່າ “ເຮົາຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາກະທຳການນີ້ດ້ວຍສິດອຳນາດອັນໃດ.”
\s5
\v 9 ພຣະ­ອົງໄດ້ເລົ່າຄຳອຸ­ປະ­ມາເລື່ອງນີ້ໃຫ້ປະຊາຊົນຟັງວ່າ, “ຊາຍຄົນຫນຶ່ງໄດ້ປູກສວນອະ­ງຸ່ນໄວ້ ແລ້ວໃຫ້ຊາວສວນເຊົ່າ ແລ້ວອອກໄປຕ່າງ­ປະ­ເທດເປັນເວ­ລາດົນນານ.
\v 10 ເມື່ອເຖິງເວ­ລາກຳນົດ ທ່ານຈິ່ງສົ່ງຄົນຮັບໃຊ້ຜູ້ຫນຶ່ງມາຫາພວກເຊົ່າສວນນັ້ນ ເພື່ອເກັບສ່ວນແບ່ງຈາກສວນອະ­ງຸ່ນນັ້ນ ແຕ່ຝ່າຍພວກເຊົ່າສວນນັ້ນ ໄດ້ຂ້ຽນຕີຄົນຮັບໃຊ້ຄົນນັ້ນ ແລະໄລ່ໃຫ້ກັບໄປມືເປົ່າ.
\s5
\v 11 ເພິ່ນຈິ່ງສົ່ງຄົນຮັບໃຊ້ອີກຜູ້ຫນຶ່ງໄປ ພວກເຊົ່າສວນໄດ້ຂ້ຽນຕີຄົນໃຊ້ຜູ້ນັ້ນ, ເຮັດຕໍ່ລາວຢ່າງຫນ້າອັບ­ອາຍ ແລ້ວໄລ່ເຂົາໃຫ້ໄປມືເປົ່າ.
\v 12 ເຈົ້າຂອງສວນໄດ້ໃຊ້ຄົນ­ທີສາມໄປ ແລະພວກເຊົ່າສວນກໍໄດ້ທຳຮ້າຍ ແລ້ວໂຍນລາວອອກນອກສວນໄປ.
\s5
\v 13 ຝ່າຍເຈົ້າຂອງສວນອະ­ງຸ່ນຈິ່ງເວົ້າວ່າ ‘ເຮົາຈະເຮັດແນວ­ໃດ? ເຮົາຈະໃຊ້ລູກທີ່ຮັກຂອງເຮົາໄປ ເມື່ອພວກເຊົ່າສວນເຫັນ ບາງທີ່ເຂົາຈະນັບ­ຖືແລະໃຫ້ກຽດເຮົາ .
\v 14 ແຕ່ເມື່ອພວກເຊົ່າສວນເຫັນລູກນັ້ນເຂົາກໍປຶກ­ສາກັນວ່າ ‘ຜູ້ນີ້ແຫລະ ເປັນເຈົ້າຂອງມໍ­ຣະ­ດົກ ຈົ່ງຂ້າມັນເສັຍ ເພື່ອມໍ­ຣະ­ດົກຈະຕົກມາເປັນຂອງເຮົາ’.
\s5
\v 15 ດັ່ງນັ້ນ ພວກເຂົາຈຶ່ງໂຍນລູກຊາຍລາວຖິ້ມອອກນອກສວນ ແລ້ວຂ້າລາວເສັຍ, ເຫດສັນ­ນັ້ນ ຜູ້ເປັນເຈົ້າຂອງສວນຈະເຮັດຢ່າງ­ໃດກັບຄົນເຫລົ່ານັ້ນ?
\v 16 ທ່ານຈະມາຂ້າຄົນເຊົ່າສວນເຫລົ່າ­ນັ້ນ ແລ້ວຍົກສວນໃຫ້ຜູ້ອື່ນເຊົ່າ” ເມື່ອເຂົາທັງ­ຫລາຍໄດ້ຍິນດັ່ງ­ນັ້ນຈິ່ງພາກັນຮ້ອງຂຶ້ນວ່າ, “ພຣະເຈົ້າຂໍຢ່າໃຫ້ເກີດເປັນຢ່າງນັ້ນ!”.
\s5
\v 17 ແຕ່ພຣະ­ເຢຊູເຈົ້າເພັ່ງເບິ່ງເຂົາແລ້ວກ່າວວ່າ, “ຂໍ້ພຣະຄັມພີຕອນນີ້ມີຄວາມຫມາຍວ່າຢ່າງໃດ?, ຫີນທີ່ນາຍຊ່າງກໍ່ສ້າງບໍ່ຍອມຮັບ ໄດ້ກາຍເປັນຫີນເສົາເອກແລ້ວ?
\v 18 ທຸກຄົນທີ່ລົ້ມທັບຫີນນີ້, ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງໆ ແຕ່ຖ້າຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນລະອຽດ.
\s5
\v 19 ເພາະສະນັ້ນ ພວກ­ທັມະຈານແລະຫົວຫນ້າປະໂລຫິດຈິ່ງພະ­ຍາ­ຍາມຈະຈັບພຣະ­ອົງໃນເວ­ລານັ້ນ ເພາະພວກເຂົາຮູ້ວ່າ ພຣະ­ອົງຊົງກ່າວຄຳອຸ­ປະ­ມານັ້ນຕໍ່­ສູ້ພວກເຂົາ ແຕ່ເຂົາກໍຢ້ານປະຊາຊົນ.
\v 20 ຈິ່ງສົ່ງຄົນປອມຕົວເປັນພວກເຄັ່ງສາສນາ ເຝົ້າສອດ­ແນມພຣະອົງຢ່າງໃກ້ຊິດ ເພື່ອຈັບຜິດໃນຖ້ອຍຄຳຂອງພຣະ­ອົງ ເພື່ອຫາທາງຈັບກຸມພຣະ­ອົງສົ່ງໃຫ້ຜູ້ມີອຳນາດ ແລະເຈົ້າຫນ້າທີ່ຂອງຜູ້ປົກ­ຄອງ.
\s5
\v 21 ພວກເຂົາຖາມພຣະ­ອົງວ່າ, “ອາ­ຈານເອີຍ ພວກຂ້າ­ນ້ອຍຮູ້ຢູ່ວ່າທ່ານກ່າວແລະສັ່ງ­ສອນຢ່າງຖືກຕ້ອງ, ແລະທ່ານບໍ່ເຫັນແກ່ຫນ້າຜູ້ໃດ, ແຕ່ໄດ້ສັ່ງ­ສອນຄວາມຈິງໃນທາງຂອງພຣະ­ເຈົ້າຢ່າງສັດ­ຊື່.
\v 22 ເປັນເລື່ອງສົມຄວນຫລືບໍ່ທີ່ເຮົາຈະເສັຽພາສີໃຫ້ແກ່ກາຍ­ຊາ?”
\s5
\v 23 ແຕ່ພຣະເຢຊູເຈົ້າຊົງຮູ້ກົນ­ອຸ­ບາຍຂອງພວກເຂົາ ຈິ່ງກ່າວກັບພວກເຂົາວ່າ.
\v 24 “ຈົ່ງເອົາເງິນຫລຽນຫນຶ່ງມາໃຫ້ເຮົາເບິ່ງ ຮູບແລະຄຳຈາ­ຣຶກນີ້ເປັນຂອງໃຜ?” ພວກເຂົາຕອບວ່າ, “ເປັນຂອງກາຍ­ຊາ.”
\s5
\v 25 ພຣະ­ອົງຊົງກ່າວກັບພວກເຂົາວ່າ, “ຖ້າຢ່າງນັ້ນ ສິ່ງທີ່ເປັນຂອງກາຍ­ຊາ ຈົ່ງຄືນໃຫ້ແກ່ກາຍ­ຊາ, ແລະສິ່ງທີ່ເປັນຂອງພຣະ­ເຈົ້າ ຈົ່ງຄືນໃຫ້ແດ່ພຣະ­ເຈົ້າ.”
\v 26 ພວກເຂົາຈິ່ງບໍ່ອາດໂຕ້ແຍ້ງເລື່ອງທີ່ພຣະອົງສອນ. ຕໍ່ຫນ້າປະຊາຊົນ ຕ່າງກໍປະ­ຫລາດໃຈໃນຄຳຕອບຂອງພຣະ­ອົງ ແລະບໍ່ເວົ້າຫຍັງອີກ.
\s5
\v 27 ພວກຊາ­ດູ­ກາຍບາງຄົນມາຫາພຣະ­ອົງ ພວກນີ້ທີ່ບໍ່ເຊື່ອໃນການເປັນຄືນມາຈາກຕາຍ.
\v 28 ພວກເຂົາຖາມພຣະ­ອົງວ່າ, “ອາຈານເອີຍ, ໂມ­ເຊໄດ້ຂຽນສັ່ງພວກເຮົາໄວ້ວ່າ, ຖ້າຊາຍຄົນໃດມີເມັຽແລະເຂົາຕາຍໄປໂດຍບໍ່ມີລູກ, ກໍໃຫ້ອ້າຍ ຫລືນ້ອງຊາຍຜູ້ນັ້ນຮັບເອົາຍິງນັ້ນມາເປັນເມັຽເພື່ອຊ່ວຍໃຫ້ພີ່ນ້ອງຂອງຕົນມີລູກໄວ້ສືບມໍຣະດົກ?
\s5
\v 29 ຄອບຄົວຫນຶ່ງມີອ້າຍນ້ອງທີ່ເປັນຜູ້ຊາຍເຈັດຄົນ, ອ້າຍກົກເອົາເມັຽ ແລ້ວຕາຍໄປເມື່ອຍັງບໍ່ມີລູກ.
\v 30 ຜູ້ທີ່ສອງກໍເອົານາງມາເປັນເມັຽ.
\v 31 ແລະເປັນແບບນັ້ນຈົນເຖິງຄົນທີເຈັດກໍຕາຍໄປໂດຍຍັງບໍ່ມີລູກ.
\v 32 ຕໍ່ມາພາຍ­ຫລັງຍິງນັ້ນກໍຕາຍເຫມືອນກັນ.
\v 33 ສັນ­ນັ້ນ ໃນວັນທີ່ມີການເປັນຄືນມາຈາກຕາຍ ຂໍຖາມແດ່ວ່າ ຍິງນັ້ນຈະເປັນເມັຽຂອງຜູ້ໃດ? ເພາະຄົນທັງເຈັດຕ່າງກໍໄດ້ນາງເປັນເມັຽເຫມືອນກັນ.”
\s5
\v 34 ພຣະ­ເຢຊູເຈົ້າກ່າວກັບເຂົາວ່າ, “ຄົນໃນໂລກນີ້ແຕ່ງ­ງານແລະຖືກຍົກໃຫ້ເປັນຜົວເມັຽກັນ.
\v 35 ແຕ່ຄົນທີ່ຊົງສົມຄວນຈະເປັນຄືນມາຈາກຕາຍໃນຍຸກນັ້ນ ຈະບໍ່ມີ­ການແຕ່ງງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ.
\v 36 ແລະຈະຕາຍບໍ່ໄດ້ອີກ ເພາະເຂົາຈະເປັນເຫມືອນເທ­ວະ­ດາແລະເປັນບຸດຂອງພຣະ­ເຈົ້າ ເພາະເປັນຜູ້ທີ່ໄດ້ເປັນຄືນມາຈາກຄວາມຕາຍແລ້ວ.
\s5
\v 37 ສ່ວນເລື່ອງການເປັນຄືນມາຈາກຄວາມຕາຍນັ້ນ ແມ່ນແຕ່ໂມ­ເຊກໍຍັງໄດ້ສະ­ແດງໃຫ້ເຮົາເຫັນຈາກເຫດການທີ່ພຸ່ມໄມ້ນັ້ນ, ທ່ານເອີ້ນອົງພຣະ­ຜູ້­ເປັນ­ເຈົ້າວ່າຊົງເປັນ ພຣະ­ເຈົ້າຂອງອັບຣາຮາມ, ພຣະ­ເຈົ້າຂອງອີ­ຊາກ, ແລະພຣະ­ເຈົ້າຂອງຢາໂຄບ.
\v 38 ເທົ່າກັບພຣະ­ອົງບໍ່ແມ່ນພຣະ­ເຈົ້າຂອງຄົນຕາຍ, ແຕ່ຊົງເປັນພຣະ­ເຈົ້າຂອງຄົນເປັນ ­ເພາະທຸກຄົນຕ້ອງເປັນຢູ່ຕໍ່ຫນ້າພຣະອົງ.”
\s5
\v 39 ພວກ­ທັມະຈານບາງຄົນຈິ່ງຕອບວ່າ, “ອາ­ຈານເອີຍ ທ່ານເວົ້າຖືກແລ້ວ,”
\v 40 ພວກເຂົາບໍ່ກ້າຖາມອັນໃດກັບພຣະ­ອົງອີກເລີຍ.
\s5
\v 41 ພຣະ­ເຢຊູເຈົ້າຖາມພວກເຂົາວ່າ, “ເປັນຫຍັງຄົນທັງ­ຫລາຍເວົ້າວ່າ ພຣະ­ຄຣິດເປັນບຸດຂອງດາວິດ?
\v 42 ເພາະກະ­ສັດດາ­ວິດເອງໄດ້ຊົງກ່າວໄວ້ໃນພຣະ­ທັມເພງສັນ­ຣະ­ເສີນວ່າ, ‘ອົງພຣະ­ຜູ້ເປັນເຈົ້າຊົງກ່າວກັບພຣະອົງເຈົ້າ­ຂອງຂ້ານ້ອຍວ່າ, “ຈົ່ງນັ່ງເບື້ອງຂວາມືຂອງເຮົາ,
\v 43 ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ”.
\v 44 ດັ່ງນັ້ນຖ້າດາ­ວິດຍັງເອີ້ນພຣະ­ຄຣິດວ່າ ‘ອົງພຣະ­ຜູ້­ເປັນ­ເຈົ້າ’ ແລ້ວພຣະ­ອົງຈະເປັນບຸດຂອງດາ­ວິດໄດ້ຢ່າງ­ໃດ.”
\s5
\v 45 ຂະນະທີ່ປະຊາຊົນກຳ­ລັງຟັງຢູ່ນັ້ນ ພຣະ­ອົງກໍກ່າວແກ່ພວກສາ­ວົກຂອງພຣະອົງວ່າ.
\v 46 “ຈົ່ງຣະ­ວັງພວກ­ທັມະຈານໃຫ້ດີ ພວກເຂົາມັກນຸ່ງເສື້ອຄຸມຍາວ ຍ່າງໄປມາຕາມຕະຫລາດ, ມັກໃຫ້ຄົນຄຳ­ນັບຕົວເປັນພິເສດ, ພວກເຂົາມັກບ່ອນນັ່ງອັນມີກຽດໃນທັມະສ­າລາແລະຕາມງານລ້ຽງ.
\v 47 ແຕ່ພວກເຂົາມັກກືນກິນຄອບ­ຄົວຂອງແມ່­ຫມ້າຍ ແລະແກ້ງອະທິຖານໃຫ້ຍືດຍາວ ພວກເຂົາຈະຕ້ອງຮັບໂທດຫນັກກວ່າຄົນອື່ນໃນການພິພາກສາ.”
\s5
\c 21
\cl ບົດທີ 21
\p
\v 1 ພຣະເຢຊູເຈົ້າເງີຍຫນ້າຂຶ້ນແລະເຫັນເສດຖີຄົນຫນຶ່ງກຳ­ລັງປ່ອນເງິນລົງໃນຕູ້ຖວາຍ.
\v 2 ແລ້ວພຣະ­ອົງເຫັນແມ່­ຫມ້າຍຍາກຈົນຄົນຫນຶ່ງ ກຳລັງເອົາເງິນຈຳນວນສອງອັດປ່ອນລົງຖວາຍ.
\v 3 ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກຄວາມຈິງວ່າ ແກ່ທ່ານວ່າ ແມ່­ຫມ້າຍຍາກ­ຈົນຜູ້ນີ້ຖວາຍເງິນຫລາຍກວ່າບັນດາຄົນທັງປວງ.
\v 4 ເພາະ­ຄົນເຫລົ່ານັ້ນ ໄດ້ຖວາຍເງິນສ່ວນທີ່ເຫລືອໃຊ້, ແຕ່ຍິງຫມ້າຍຍາກຈົນຄົນນີ້ໄດ້ ຖວາຍເງິນທັງຫມົດສຳ­ລັບລ້ຽງຊີ­ວິດຂອງຕົນ.”
\s5
\v 5 ແລ້ວສາວົກບາງຄົນກ່າວເຖິງພຣະ­ວິ­ຫານ ທີ່ຕົບແຕ່ງດ້ວຍຫີນສວຍງາມແລະເຄື່ອງຖວາຍເຫລົ່ານັ້ນ, ພຣະ­ອົງກ່າວວ່າ.
\v 6 “ແຕ່ສິ່ງເຫລົ່ານີ້ທີ່ທ່ານເຫັນ ເມື່ອວັນນັ້ນມາເຖິງ ກ້ອນຫີນຈະພັງລົງຈົນບໍ່ເຫລືອໃຫ້ຊ້ອນທັບກັນຢູ່ເລີຍ.”
\s5
\v 7 ເຂົາເຫລົ່ານັ້ນຈິ່ງຖາມພຣະ­ອົງວ່າ, “ທ່ານອາ­ຈານເອີຍ, ເຫດການເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະສິ່ງໃດຈະເປັນຫມາຍສຳ­ຄັນວ່າສິ່ງທັງຫມົດນີ້ຈະ­ເກີດຂຶ້ນ?”
\v 8 ພຣະເຢຊູເຈົ້າຕອບວ່າ, “ຈົ່ງຣະ­ວັງ, ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ, ດ້ວຍວ່າຈະມີຫລາຍຄົນມາ ອ້າງນາມຂອງເຮົາ ກ່າວວ່າ ‘ເຮົານີ້ແຫລະເປັນຜູ້ນັ້ນ’ ແລະ‘ເວ­ລາກຳ­ນົດໃກ້ເຂົ້າມາແລ້ວ’ ຢ່າຕາມພວກເຂົາໄປ.
\v 9 ເມື່ອທ່ານໄດ້ຍິນສຽງເລື່ອງເສິກສົງ­ຄາມແລະການປັ່ນປ່ວນວຸ້ນ­ວາຍເກີດຂຶ້ນ, ຢ່າຕົກ­ໃຈ ດ້ວຍ­ວ່າສິ່ງເຫລົ່ານີ້ຈຳເປັນຈະຕ້ອງເກີດຂຶ້ນກ່ອນ, ແຕ່ທີ່ສຸດປາຍນັ້ນຈະບໍ່ມາເຖິງທັນທີ.”
\s5
\v 10 ແລ້ວພຣະ­ອົງກ່າວແກ່ພວກເຂົາວ່າ, “ປະ­ເທດຈະສູ້ຮົບກັບປະ­ເທດ, ອາ­ນາ­ຈັກຈະລຸກຂຶ້ນສູ້ຮົບກັບອາ­ນາ­ຈັກ.
\v 11 ຈະມີແຜ່ນ­ດິນໄຫວໃຫຍ່ເກີດຂຶ້ນ ແລະໃນຫລາຍໆບ່ອນຈະເກີດການອຶດຢາກແລະພະ­ຍາດຣະບາດຢ່າງຮ້າຍແຮງ, ຈະມີເຫດການຫນ້າຢ້ານທີ່ສຸດຫລາຍຢ່າງເກີດຂື້ນແລະຫມາຍສຳ­ຄັນຕ່າງໆຈາກ­ຟ້າສະຫວັນ.
\s5
\v 12 ແຕ່ກ່ອນສິ່ງເຫລົ່ານີ້ທັງຫມົດຈະເກີດຂຶ້ນ ພວກເຂົາຈະຍື່ນມືອອກມາຂົ່ມ­ເຫັງພວກທ່ານ, ສົ່ງທ່ານໄປຍັງທັມະສາລາແລະໃນຄຸກ, ພາພວກທ່ານໄປຕໍ່­ຫນ້າກະ­ສັດແລະຜູ້ປົກ­ຄອງ ເພາະນາມຂອງເຮົາ.
\v 13 ສິ່ງນີ້ຈະເປັນໂອກາດໃຫ້ທ່ານໄດ້ເປັນພະ­ຍານ.
\s5
\v 14 ດັ່ງ­ນັ້ນ ຈົ່ງຕຽມຫົວໃຈຂອງທ່ານໄວ້ໃຫ້ຫມັ້ນຄົງ ຢ່າວິຕົກກັງວົນໄປກ່ອນວ່າຈະແກ້ຂໍ້ຫາເຫລົ່ານັ້ນຢ່າງໃດ?
\v 15 ເພາະເຮົາຈະປຣະ­ທານຖ້ອຍຄຳແລະສະ­ຕິ­ປັນ­ຍານັ້ນແກ່ທ່ານ ຈົນກວ່າສັດ­ຕຣູທັງ­ຫມົດບໍ່ສາມາດຕໍ່­ຕ້ານຫລືຂັດຄ້ານທ່ານໄດ້.
\s5
\v 16 ແຕ່ທ່ານຈະຖືກມອບໄວ້ໃນມືຂອງພໍ່ແມ່ ຍາດ­ຕິພີ່­ນ້ອງແລະມິດສະ­ຫາຍ ແລະພວກເຂົາຈະເຮັດໃຫ້ລາງຄົນໃນພວກທ່ານເຖິງແກ່ຄວາມຕາຍ.
\v 17 ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາ.
\v 18 ແມ່ນແຕ່ຜົມພຽງເສັ້ນດຽວຈະບໍ່ລົ່ນເສັຽໄປຈາກຫົວຂອງພວກທ່ານ.
\v 19 ທ່ານຈະຮັກ­ສາຊີ­ວິດຈິດໃຈຂອງທ່ານໄວ້ໃຫ້ລອດເພາະຄວາມພຽນອົດທົນຂອງທ່ານ.
\s5
\v 20 “ເມື່ອທ່ານເຫັນນະຄອນເຢ­ຣູ­ຊາ­ເລັມຖືກລ້ອມໂດຍກອງທັບຫລວງຫລາຍ, ເມື່ອ­ນັ້ນທ່ານຈົ່ງຮູ້ວ່າເວລາແຫ່ງການທຳລາຍມາເຖິງແລ້ວ.
\v 21 ໃຫ້ຄົນທີ່­ຢູ່ແຂວງຢູດາຍປົບຫນີໄປຍັງພູ ແລະໃຫ້ຄົນທີ່­ຢູ່ໃນເມືອງຫນີອອກໄປ ແລະຢ່າໃຫ້ຄົນທີ່ຢູ່ນອກເມືອງນັ້ນເຂົ້າມາ.
\v 22 ເພາະ­ວ່າວັນເຫລົ່ານີ້ຄືວັນແຫ່ງການລົງໂທດ ເພື່ອໃຫ້ສິ່ງສາ­ຣະ­ພັດທີ່ຖືກຂຽນໄວ້ຈະສຳເລັດເປັນຈິງທຸກປະການ.
\s5
\v 23 ຫນ້າເວ­ທະ­ນາຕໍ່ຜູ້­ຍິງທີ່ມີທ້ອງແລະມີລູກອ່ອນກິນນົມໃນວັນເຫລົ່າ­ນັ້ນ ເພາະຈະມີຄວາມ­ທຸກລຳບາກເກີດຂຶ້ນເທິງແຜ່ນດິນແລະພຣະ­ພິ­ໂຣດຈະຕົກແກ່ຄົນເຫລົ່ານັ້ນ.
\v 24 ແລ້ວພວກເຂົາຈະລົ້ມລົງດ້ວຍຄົມດາບແລະຖືກກວາດໄປເປັນຊະ­ເລີຍໃນທົ່ວທຸກປະເທດແລະຄົນຕ່າງຊາດຈະຢຽບຢ່ຳນະຄອນເຢ­ຣູ­ຊາ­ເລັມ ຈົນກວ່າຈະຄົບກຳນົດເວ­ລາຂອງພວກເຂົາ.
\s5
\v 25 ຈະມີຫມາຍສຳ­ຄັນໃນດວງອາ­ທິດ, ດວງຈັນ, ແລະດວງດາວ ໃນໂລກນີ້ ຊົນຊາດຕ່າງໆຈະໄດ້ຮັບຄວາມ­ເຈັບປວດ ພົບກັບຄວາມຫມົດຫວັງ ເພາະສຽງກ້ອງອັນໃຫຍ່ຫລວງຂອງທະ­ເລແລະຟອງນ້ຳ.
\v 26 ຈະມີຄົນລົ້ມຕາຍ ເພາະຄວາມຢ້ານ ດ້ວຍຄວາມຫວາດຫວັ່ນຕໍ່ສິ່ງທີ່ຈະບັງເກີດຂື້ນໃນໂລກ ເພາະຣິດເດດແຫ່ງສະຫວັນຈະສັ່ນສະທ້ານຫວັ່ນ­ໄຫວ.
\s5
\v 27 ພວກເຂົາຈະເຫັນບຸດມະ­ນຸດສະ­ເດັດມາໃນເມກ ດ້ວຍຣິດອໍານາດແລະສະ­ຫງ່າຣາ­ສີອັນຍິ່ງໃຫຍ່.
\v 28 ເມື່ອເຫດ­ການເຫລົ່ານີ້ທັງຫມົດເລີ່ມ­ຕົ້ນ­ເກີດຂຶ້ນ ຈົ່ງລຸກຂື້ນແລະເງີຍຫນ້າຂຶ້ນ, ເພາະການປົດປ່ອຍຂອງທ່ານມາໃກ້ແລ້ວ.”
\s5
\v 29 ພຣະເຢຊູເຈົ້າກ່າວກັບເຂົາເປັນຄຳອຸ­ປະ­ມາວ່າ, “ຈົ່ງເບິ່ງຕົ້ນເດື່ອເທດແລະຕົ້ນ­ໄມ້ທັງຫມົດ.
\v 30 ເມື່ອຕົ້ນພວກມັນປົ່ງໃບອອກແລ້ວ ທ່ານກໍຈະຮູ້ວ່າຣະ­ດູຮ້ອນໃກ້ຈະເຖິງແລ້ວ.
\v 31 ຢ່າງດຽວກັນນັ້ນ, ເມື່ອທ່ານເຫັນເຫດ­ການເຫລົ່າ­ນີ້ເກີດຂຶ້ນ ຈົ່ງຮູ້ວ່າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າໃກ້ຈະເຖິງແລ້ວ.
\s5
\v 32 ເຮົາບອກຄວາມຈິງແກ່ທ່ານວ່າ ຄົນໃນຍຸກນີ້ຈະບໍ່ລ່ວງລັບໄປ ຈົນກວ່າເຫດ­ການເຫລົ່ານີ້­ຈະເກີດຂຶ້ນ.
\v 33 ຟ້າແລະດິນຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປຈັກເທື່ອ.
\s5
\v 34 ແຕ່ຈົ່ງຣະ­ວັງຕົວທ່ານໃຫ້ດີ ຢ່າໃຫ້ໃຈຂອງພວກທ່ານຫນັກໄປໃນການກິນລ້ຽງແລະ, ຄວາມມົວ­ເມົາແລະວິຕົກກັງ­ວົນໃນຊີ­ວິດ ເພາະວັນນັ້ນຈະມາເຖິງພວກທ່ານໃນທັນທີເຫມືອນດັ່ງກັບດັກ.
\v 35 ເພາະສິ່ງນີ້ຈະຕົກໃສ່ທຸກຄົນ ທີ່ມີຊີວິດຢູ່ເທິງແຜ່ນ­ດິນໂລກ.
\s5
\v 36 ແຕ່ຈົ່ງເຝົ້າຣະ­ວັງຕະຫລອດເວລາ, ຈົ່ງອະທິຖານເພື່ອທ່ານຈະເຂັ້ມແຂງຈົນສາມາດຫລີກຫນີ ຈາກເຫດ­ການທີ່ຈະ­ເກີດຂື້ນ ແລະເພື່ອຈະຍຶດຫມັ້ນຢູ່ຕໍ່­ຫນ້າຂອງບຸດມະ­ນຸດໄດ້.”
\s5
\v 37 ໃນຊ່ວງເວລາກາງ­ເວັນ ພຣະ­ອົງສັ່ງ­ສອນຢູ່ໃນບໍ­ຣິເວນພຣະວິຫານ, ສ່ວນຕອນກາງ­ຄືນກໍສະ­ເດັດອອກໄປຂ້າງນອກ ເພື່ອອະທິຖານຢູ່ທີ່ພູເຂົາຫມາກ­ກອກ­ເທດ.
\v 38 ມີຝູງຄົນມາລໍຖ້າຟັງຄຳສອນຂອງພຣະ­ອົງໃນບໍ­ຣິ­ເວນພຣະວິຫານຕັ້ງແຕ່ຂ້ອນເຊົ້າ.
\s5
\c 22
\cl ບົດທີ 22
\p
\v 1 ເມື່ອໃກ້ຈະຮອດເທດສະ­ການກິນເຂົ້າ­ຈີ່ບໍ່ມີເຊື້ອແປ້ງທີ່ເອີ້ນວ່າປັດ­ສະຄາ­.
\v 2 ພວກຫົວຫນ້າປະ­ໂລ­ຫິດແລະພວກ­ທັມະຈານ ກໍປຶກສາກັນວ່າ ຈະເຮັດຢ່າງໃດດີຈິ່ງຈະຂ້າພຣະເຢຊູໄດ້ ເພາະເຂົາຢ້ານປະຊາຊົນ.
\s5
\v 3 ຊາ­ຕານໄດ້ເຂົ້າສູນໃຈຢູ­ດາອິ­ສະ­ກາ­ຣີ­ອົດ ຊຶ່ງເປັນຄົນຫນຶ່ງໃນພວກສາວົກສິບສອງຄົນ.
\v 4 ຢູ­ດາໄດ້ອອກໄປປຶກ­ສາກັບພວກຫົວຫນ້າປະ­ໂລ­ຫິດແລະພວກນາຍທະ­ຫານ ເຖິງແຜນການທີ່ເພິ່ນຈະມອບພຣະເຢຊູເຈົ້າໃຫ້ກັບພວກເຂົາ.
\s5
\v 5 ຄົນເຫລົ່າ­ນັ້ນດີ­ໃຈຫລາຍແລະຕົກ­ລົງກັນວ່າຈະເອົາເງິນໃຫ້ແກ່ຢູ­ດາ.
\v 6 ສ່ວນຢູ­ດາຈິ່ງຕອບຕົກລົງ ແລະພະຍາຍາມຊອກຫາໂອ­ກາດທີ່ຈະມອບພຣະ­ອົງໃຫ້ແກ່ພວກເຂົາ ໃນສະຖານທີ່ຫ່າງໄກຈາກປະຊາຊົນ.
\s5
\v 7 ເມື່ອເຖິງວັນກິນເຂົ້າ­ຈີ່ບໍ່ມີເຊື້ອແປ້ງ ເຊິ່ງເປັນວັນທີ່ລູກແກະປັດ­ສະ­ຄາຕ້ອງຖືກຖວາຍເປັນເຄື່ອງບູຊາ.
\v 8 ພຣະເຢຊູເຈົ້າຈິ່ງໃຊ້ເປ­ໂຕແລະໂຢ­ຮັນໄປໂດຍສັ່ງເຂົາວ່າ, “ຈົ່ງໄປແລະຈັດແຈງອາຫານປັດ­ສະ­ຄາສຳລັບພວກເຮົາ ເພື່ອທີ່ຈະໄດ້ຮັບປະທານຮ່ວມກັນ.”
\v 9 ເຂົາທູນຖາມພຣະ­ອົງວ່າ, “ພຣະອົງຢາກຈະໃຫ້ພວກຂ້າ­ນ້ອຍໄປຈັດຕຽມໄວ້ບ່ອນໃດ?”
\s5
\v 10 ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ຟັງເດີ, ເມື່ອພວກທ່ານເຂົ້າໄປໃນເມືອງ, ຈະມີຊາຍຄົນຫນຶ່ງແບກຫມໍ້ນ້ຳມາພົບທ່ານ ຈົ່ງຕາມເຂົ້າໃນເຮືອນທີ່ຜູ້ນັ້ນຈະເຂົ້າໄປ.
\v 11 ແລ້ວບອກກັບເຈົ້າເຮືອນນັ້ນວ່າ ‘ອາ­ຈານໃຫ້ຖາມທ່ານວ່າ, "ຫ້ອງຮັບ­ແຂກທີ່ເຮົາຈະກິນປັດ­ສະ­ຄາກັບພວກສາ­ວົກຂອງເຮົາຢູ່ທີ່ໃດ?"
\s5
\v 12 ເຂົາຈະຊີ້ໃຫ້ພວກທ່ານເຫັນຫ້ອງໃຫຍ່ຊັ້ນເທິງ ທີ່ຕົກແຕ່ງໄວ້ແລ້ວ,"
\v 13 ດັ່ງນັ້ນ, ພວກເຂົາຈິ່ງໄປແລະພົບທຸກສິ່ງເຫມືອນຢ່າງພຣະ­ອົງຊົງກ່າວແກ່ພວກເຂົາ, ແລ້ວພວກເຂົາໄດ້ຈັດຕຽມອາຫານປັດ­ສະ­ຄາທີ່ນັ້ນ.
\s5
\v 14 ເມື່ອເຖິງໂມງແລ້ວ ພຣະ­ອົງຊົງນັ່ງລົງກັບພວກອັກຄະສາວົກ.
\v 15 ພຣະ­ອົງກ່າວກັບພວກເຂົາວ່າ, “ເຮົາມີຄວາມປາ­ຖນາຢ່າງຍິ່ງ ທີ່ຈະກິນອາຫານປັດສະ­ຄານີ້ກັບພວກທ່ານ ກ່ອນເຮົາຈະຕ້ອງທຸກ­ທໍ­ຣະ­ມານ.
\v 16 ເພາະເຮົາບອກພວກທ່ານທັງ­ຫລາຍວ່າ, ເຮົາຈະບໍ່ກິນປັດ­ສະ­ຄານີ້ອີກ ຈົນກວ່າສິ່ງນັ້ນຈະສຳເລັດໃນຣາ­ຊະອານາຈັກຂອງພຣະ­ເຈົ້າ.”
\s5
\v 17 ແລ້ວພຣະ­ເຢຊູເຈົ້າຊົງຈັບເອົາຈອກແລະເມື່ອພຣະອົງຊົງໂມທະນາຂອບພຣະ­ຄຸນແລ້ວ ຊົງກ່າວວ່າ, “ຈົ່ງເອົາຈອກນີ້ແຈກຢາຍໃນພວກທ່ານ.
\v 18 ເພາະເຮົາບອກທ່ານທັງ­ຫລາຍວ່າ ເຮົາຈະບໍ່ດື່ມ­ຈາກຜົນອະ­ງຸ່ນອີກ ຈົນກວ່າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າຈະມາເຖິງ.”
\s5
\v 19 ແລ້ວພຣະ­ເຢຊູເຈົ້າຊົງຈັບເຂົ້າ­ຈີ່ມາແລະເມື່ອໂມ­ທະ­ນາຂອບພຣະ­ຄຸນແລ້ວ ພຣະອົງຊົງຫັກເຂົ້າ­ຈີ່ ແລະຊົງກ່າວວ່າ, “ນີ້ ຄືກາຍຂອງເຮົາທີ່ໃຫ້ແກ່ທ່ານທັງ­ຫລາຍ, ຈົ່ງເຮັດຢ່າງນີ້ ເພື່ອເປັນທີ່ຣະນຶກເຖິງເຮົາ.”
\v 20 ພຣະອົງຊົງຈັບເອົາຈອກນັ້ນ ດ້ວຍອາການຢ່າງດຽວກັນຫລັງຮັບປະ­ທານເຂົ້າແລງແລ້ວ, ແລະກ່າວວ່າ, “ຈອກນີ້ເປັນພັນທະສັນ­ຍາໃຫມ່ໃນເລືອດຂອງເຮົາ ທີ່ຖອກອອກເພື່ອພວກທ່ານ."
\s5
\v 21 ຈົ່ງຕັ້ງໃຈຟັງໃຫ້ດີ, ມືຄົນຫນຶ່ງທີ່ທໍ­ຣະຍົດເຮົາຢູ່ຮ່ວມໂຕະກັບເຮົາທີ່ນີ້.
\v 22 ເພາະອັນທີ່ຈິງບຸດມະ­ນຸດຈະເປັນໄປຕາມທີ່ໄດ້ກຳນົດໄວ້ແລ້ວ, ແຕ່ວິ­ບັດແກ່ຊາຍຜູ້ນັ້ນຜ່ານທາງຜູ້ທີ່ເຂົາໄດ້ທໍ­ຣະຍົດ!"
\v 23 ພວກສາ­ວົກກໍເລີ່ມ­ຕົ້ນຖາມກັນເອງ ວ່າໃຜໃນພວກເຂົາທີ່ຈະເຮັດເຊັ່ນນັ້ນ.
\s5
\v 24 ມີ­ການໂຕ້ຖຽງກັນເກີດຂຶ້ນໃນພວກສາວົກວ່າໃນພວກເພິ່ນທີ່ຖືວ່າເປັນຜູ້ໃຫຍ່ທີ່ສຸດ.
\v 25 ພຣະ­ເຢຊູເຈົ້າຈິ່ງກ່າວກັບພວກເພິ່ນວ່າ, “ບັນດາກະສັດຂອງຄົນຕ່າງຊາດເປັນເຈົ້ານາຍແລະມີອຳ­ນາດເຫນືອພວກເຂົາ ແລະໄດ້ຮັບການເອີ້ນເພິ່ນວ່າເປັນຜຸ້ຄອບຄອງທີ່ມີກຽດ.
\s5
\v 26 ແຕ່ບໍ່ເປັນຢ່າງນັ້ນໃນພວກທ່ານ. ແທນທີ່ຈະເປັນຢ່າງນັ້ນ ຂໍໃຫ້ຄົນທີ່ຍິ່ງໃຫຍ່ທີ່ສຸດໃນພວກທ່ານ, ຈົ່ງເປັນເຫມືອນກັບຜູ້ທີ່ເລັກນ້ອຍທີ່ສຸດ, ແລະຂໍໃຫ້ຜູ້ທີ່ເປັນຄົນສຳຄັນທີ່ສຸດ ຈົ່ງເປັນເຫມືອນກັບຄົນຮັບໃຊ້.
\v 27 ເພາະວ່າໃຜທີ່ຍິ່ງໃຫຍ່ກວ່າກັນ? ຄົນທີ່ນັ່ງຢູ່ໂຕະ, ຫລືຄົນທີ່ຮັບໃຊ້ ຄົນທີ່ນັ່ງຢູ່ໂຕະບໍ່ແມ່ນບໍ? ເຮົາຢູ່ຖ້າມ­ກາງພວກທ່ານເຫມືອນກັບເປັນຄົນທີ່ຮັບໃຊ້.
\s5
\v 28 ແຕ່ພວກທ່ານເປັນຄົນທີ່ຍັງຢູ່ກັບເຮົາເມື່ອເຮົາເຂົ້າສູ່ການທົດລອງ.
\v 29 ເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ທ່ານ ຢ່າງທີ່ພຣະ­ບິ­ດາເຈົ້າຂອງເຮົາໄດ້ມອບຣາຊະອານາຈັກໃຫ້ແກ່ເຮົາ.
\v 30 ເພື່ອທີ່ພວກທ່ານຈະໄດ້ກິນແລະດື່ມທີ່ໂຕະຂອງເຮົາໃນຣາ­ຊະອານາຈັກຂອງເຮົາ, ແລະເພື່ອພວກທ່ານຈະໄດ້ນັ່ງເທິງບັນ­ລັງເພື່ອພິພາກ­ສາທັງສິບສອງເຜົ່າຂອງອິ­ສຣາ­ເອນ.
\s5
\v 31 ຊີ­ໂມນເອີຍ, ຊີ­ໂມນເອີຍ ຈົ່ງຣະວັງໃຫ້ດີ, ຊາ­ຕານໄດ້ຂໍທີ່ຈະທຳຮ້າຍທ່ານ ມັນຈະຝັດຮ່ອນທ່ານເຫມືອນຝັດເຂົ້າ­ສາລີ.
\v 32 ແຕ່ເຮົາໄດ້ອະທິຖານສຳ­ລັບທ່ານ ເພື່ອຄວາມເຊື່ອຂອງທ່ານຈະບໍ່ລົ້ມລົງ. ຫລັງຈາກທີ່ທ່ານໄດ້ຫັນກັບຄືນມາແລ້ວ, ທ່ານຈົ່ງຫນູນກຳລັງພີ່­ນ້ອງຂອງທ່ານ.”
\s5
\v 33 ເປໂຕທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂ້າ­ນ້ອຍພ້ອມທີ່ຈະໄປກັບພຣະອົງ, ບໍ່ວ່າຈະຕ້ອງຕິດຄຸກ ຫລືຕາຍກໍຕາມ.”
\v 34 ພຣະເຢຊູເຈົ້າກ່າວວ່າ, “ ເປ­ໂຕເອີຍ, ໃນວັນນີ້, ທ່ານຈະໄດ້ປະ­ຕິ­ເສດວ່າບໍ່ຮູ້­ຈັກເຮົາເຖິງສາມເທື່ອ ກ່ອນໄກ່ຂັນ.”
\s5
\v 35 ແລ້ວພຣະເຢຊູເຈົ້າຊົງກ່າວກັບພວກສາວົກວ່າ, “ເມື່ອເຮົາໄດ້ໃຊ້ທ່ານທັງ­ຫລາຍອອກໄປ ໂດຍບໍ່ມີກະ­ເປົາເງິນ, ບໍ່ມີຖົງໃສ່ອາຫານ, ຫລືເກີບນັ້ນ, ພວກທ່ານໄດ້ຂາດ­ເຂີນສິ່ງໃດແດ່?” ພວກເຂົາທູນຕອບວ່າ, “ບໍ່ໄດ້ຂາດ­ເຂີນສິ່ງໃດເລີຍ.”
\v 36 ພຣະ­ອົງຈິ່ງກ່າວກັບພວກເພິ່ນວ່າ, “ແຕ່ຕອນ­ນີ້ ຄົນທີ່ມີກະ­ເປົາເງິນ ກໍໃຫ້ຖືຕິດຕົວໄປແລະຖົງໃສ່ອາຫານກໍໃຫ້ຖືໄປເຫມືອນກັນ, ຄົນທີ່ບໍ່ມີດາບກໍໃຫ້ຂາຍເສື້ອຄຸມຂອງຕົນ ແລ້ວຊື້ດາບມາ.
\s5
\v 37 ເພາະເຮົາບອກທ່ານວ່າ, ສິ່ງທີ່ຂຽນໄວ້ກ່ຽວກັບເຮົາຈະຕ້ອງສຳເລັດ, ‘ທ່ານຖືກນັບເຂົ້າກັບຄົນອະ­ທັມ’ ເພາະຄຳທຳນວຍກ່ຽວກັບເຮົານັ້ນກໍຈະຕ້ອງສຳ­ເລັດ.”
\v 38 ແລ້ວພວກເຂົາທູນພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ເບິ່ງແມ ມີດາບສອງດວງຢູ່ທີ່ນີ້” ແລະພຣະອົງຊົງຕອບເຂົາວ່າ, “ພໍ­ແລ້ວ.”
\s5
\v 39 ຫລັງກິນອາຫານແລງ, ພຣະເຢຊູເຈົ້າໄດ້ສະ­ເດັດໄປຍັງພູເຂົາຫມາກກອກ­ເທດຕາມເຄີຍ ແລະພວກສາ­ວົກໄດ້ຕາມພຣະ­ອົງໄປ.
\v 40 ເມື່ອພວກເຂົາມາເຖິງ, ພຣະ­ອົງຊົງກ່າວກັບເຂົາວ່າ, “ຈົ່ງອະທິຖານ ເພື່ອທີ່ພວກທ່ານຈະບໍ່ໄດ້ເຂົ້າໃນການທົດລອງ.”
\s5
\v 41 ພຣະ­ອົງສະ­ເດັດອອກໄປຫ່າງຈາກພວກເຂົາປະມານຄວ່າງກ້ອນຫີນເຖິງ. ພຣະອົງຊົງຄຸ­ເຂົ່າລົງແລະອະທິຖານວ່າ,
\v 42 “ພຣະ­ບິ­ດາເຈົ້າເອີຍ, ຖ້າຫາກເປັນນໍ້າພຣະ­ທັຍຂອງພຣະອົງ ຂໍຊົງເລື່ອນຈອກນີ້ອອກໄປຈາກຂ້າພຣະອົງຖ້ອນ. ແຕ່ຢ່າງ­ໃດກໍຕາມ, ຢ່າໃຫ້ເປັນໄປຕາມໃຈຂອງຂ້າພຣະອົງ, ແຕ່ໃຫ້ເປັນຕາມພຣະປະສົງຂອງພຣະ­ບິດາເຈົ້າເຖີ້ນ.”
\s5
\v 43 ແລ້ວມີເທວະດາຕົນຫນຶ່ງຈາກສະຫວັນມາປາກົດແກ່ພຣະອົງ, ຊູກຳ­ລັງພຣະ­ອົງຂຶ້ນ.
\v 44 ເມື່ອພຣະອົງຊົງທົນທຸກ ພຣະ­ອົງກໍຍິ່ງອະທິຖານຢ່າງຈິງຈັງຫລາຍຂຶ້ນ, ຈົນເຫື່ອຂອງພຣະ­ອົງເກີດເປັນເຫມືອນເລືອດເມັດໃຫຍ່ໄຫລຢາດລົງສູ່ພື້ນດິນ.
\s5
\v 45 ພຣະອົງຊົງລຸກ­ຂຶ້ນຈາກການອະທິຖານ ແລະສະເດັດມາຫາພວກສາ­ວົກແລະຊົງເຫັນວ່າພວກເຂົາກຳ­ລັງນອນຫລັບຢູ່ ເພາະຄວາມ­ທຸກໂສກເສົ້າ,
\v 46 ພຣະອົງຈິ່ງຖາມພວກເຂົາວ່າ, “ເປັນຫຍັງຈິ່ງຍັງນອນຫລັບຢູ່? ຈົ່ງລຸກ­ຂຶ້ນແລະອະທິຖານ ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ.”
\s5
\v 47 ຂະນະທີ່ພຣະ­ອົງຊົງກ່າວຢູ່ນັ້ນ, ເບິ່ງແມ, ມີຄົນຈຳນວນ ຫລາຍປາກົດຕົວຂື້ນ ພ້ອມກັບຢູ­ດາຫນຶ່ງໃນສາວົກສິບສອງຄົນ ທີ່ໄດ້ນຳຫນ້າພວກເຂົາມາ ຢູ­ດາໄດ້ຫຍັບເຂົ້າມາໃກ້ພຣະເຢຊູເຈົ້າແລະຈູບພຣະ­ອົງ.
\v 48 ແຕ່ພຣະ­ເຢຊູເຈົ້າຊົງຖາມວ່າ, “ຢູ­ດາເອີຍ, ເຈົ້າຈະທໍຣະຍົດຕໍ່ບຸດມະ­ນຸດດ້ວຍການຈູບບໍ?”
\s5
\v 49 ເມື່ອພວກສາວົກທີ່ອ້ອມຮອບພຣະເຢຊູເຈົ້າຢູ່ ໄດ້ເຫັນວ່າແມ່ນຫຍັງຈະເກີດຂຶ້ນ, ພວກເຂົາຈິ່ງທູນພຣະ­ອົງວ່າ, ‘ອົງພຣະຜູ້ເປັນເຈົ້າ ຈະໃຫ້ພວກຂ້າ­ນ້ອຍເອົາດາບມາຕໍ່ສູ້ບໍ?”
\v 50 ແລ້ວມີຜູ້ຫນຶ່ງໃນພວກເພິ່ນໄດ້ຟັນຄົນຮັບໃຊ້ຂອງມະ­ຫາປະໂຣ­ຫິດ ແລະຟັນຫູຂວາຂອງເຂົາຂາດ.
\v 51 ພຣະ­ເຢຊູເຈົ້າກ່າວວ່າ, ເຊົາແມ “ພໍແລ້ວ” ແລ້ວພຣະ­ອົງຊົງບາຍຫູຄົນນັ້ນແລະຮັກສາເຂົາໃຫ້ຫາຍດີ.
\s5
\v 52 ພຣະ­ເຢຊູເຈົ້າກ່າວກັບພວກຫົວຫນ້າປະ­ໂລ­ຫິດ ກັບພວກນາຍທະ­ຫານທີ່ຮັກ­ສາພຣະ­ວິ­ຫານ, ແລະພວກເຖົ້າແກ່ທີ່ອອກມາຕໍ່­ສູ້ພຣະ­ອົງນັ້ນວ່າ, “ພວກທ່ານອອກມາຕໍ່ສູ້ເຮັດຄືວ່າເຮົາເປັນໂຈນ, ດ້ວຍດາບແລະດ້ວຍຕະບອງບໍ?
\v 53 ເມື່ອເຮົາຢູ່ກັບພວກທ່ານໃນພຣະ­ວິ­ຫານທຸກວັນນັ້ນ, ພວກທ່ານບໍ່ໄດ້ຍື່ນມືຕໍ່­ສູ້ເຮົາ, ແຕ່ນີ້ເປັນເວ­ລາຂອງທ່ານ, ແລະເປັນອຳ­ນາດແຫ່ງຄວາມມືດ.”
\s5
\v 54 ພວກເຂົາຈັບກຸມພຣະ­ອົງ ແລະຄຸມພຣະ­ອົງໄປທີ່ເຮືອນຂອງມະ­ຫາປະ­ໂລ­ຫິດ, ແຕ່ເປ­ໂຕໄດ້ຕິດຕາມໄປຫ່າງໆ.
\v 55 ຫລັງຈາກທີ່ພວກເຂົາດັງ­ໄຟທີ່ກາງ­ເດີ່ນບ້ານແລະນັ່ງລົງຢູ່ດ້ວຍກັນ ເປໂຕກໍເຂົ້າຢູ່ທ່າມກາງພວກເຂົາ.
\s5
\v 56 ສາວໃຊ້ຄົນຫນຶ່ງເຫັນເປ­ໂຕນັ່ງຜີງໄຟຢູ່ ແລະເພັ່ງເບິ່ງແລ້ວເວົ້າວ່າ, “ຊາຍຄົນນີ້ຢູ່ກັບເພິ່ນນຳ.”
\v 57 ແຕ່ເປ­ໂຕຕອບປະ­ຕິເສດແລະບອກວ່າ “ຍິງເອີຍ, ຂ້ອຍບໍ່ຮູ້­ຈັກເພິ່ນເລີຍ.”
\v 58 ຫລັງຈາກນັ້ນບໍ່ດົນກໍມີຊາຍອີກຄົນຫນຶ່ງເຫັນເປໂຕແລະບອກວ່າ, “ເຈົ້າເປັນຄົນຫນຶ່ງໃນພວກເພິ່ນ” ແຕ່ເປ­ໂຕບອກວ່າ “ຊາຍເອີຍ, ຂ້ອຍບໍ່ໄດ້ເປັນ.”
\s5
\v 59 ຫລັງຈາກນັ້ນປະ­ມານຫນຶ່ງຊົ່ວ­ໂມງ ກໍມີອີກຄົນຫນຶ່ງຢືນຢັນຢ່າງແຂງ­ແຮງ ວ່າ, “ແມ່ນແທ້­ແລ້ວ, ຊາຍຄົນນີ້ຢູ່ກັບຄົນນັ້ນດ້ວຍ, ເພາະລາວເປັນຄົນຄາ­ລີ­ເລ.”
\v 60 ເປ­ໂຕຕອບວ່າ, “ຊາຍເອີຍ, ທີ່ທ່ານເວົ້ານັ້ນ ຂ້ອຍບໍ່ຮູ້ເລື່ອງເລີຍ” ໃນທັນ­ໃດນັ້ນ ຂະນະທີ່ເປ­ໂຕຍັງເວົ້າຢູ່ໄກ່ກໍຂັນ.
\s5
\v 61 ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງຫລຽວເບິ່ງເປ­ໂຕ, ແລ້ວເປ­ໂຕກໍຣະ­ນຶກເຖິງຖ້ອຍຄຳທີ່ອົງພຣະ­ຜູ້­ເປັນ­ເຈົ້າໄດ້ຊົງກ່າວແກ່ຕົນວ່າ, “ກ່ອນໄກ່ຂັນວັນນີ້ ທ່ານຈະປະ­ຕິ­ເສດເຮົາເຖິງສາມເທື່ອ.”
\v 62 ເປ­ໂຕກໍອອກໄປຂ້າງນອກແລະຮ້ອງ­ໄຫ້ຢ່າງຂົມຂື່ນເປັນທຸກຫນັກໃຈ.
\s5
\v 63 ພວກທີ່ຄຸມພຣະ­ເຢຊູເຈົ້າກໍເຍາະ­ເຍີ້ຍແລະທຸບຕີພຣະ­ອົງ.
\v 64 ຫລັງຈາກທີ່ພວກເຂົາເອົາຜ້າມັດຕາພຣະ­ອົງແລ້ວ ກໍຖາມພຣະອົງວ່າ, “ທວາຍເບິ່ງດຸວ່າໃຜຕີເຈົ້າ?”
\v 65 ພວກເຂົາເວົ້າອີກຫລາຍປະ­ການກ່ຽວກັບພຣະເຢຊູເຈົ້າ ເປັນການຫມິ່ນປະມາດພຣະອົງ.
\s5
\v 66 ຄັນຮຸ່ງເຊົ້າ ບັນດາພວກເຖົ້າແກ່ຂອງປະຊາຊົນກໍມາຊຸມນຸມກັນ, ລວມທັງພວກຫົວຫນ້າປະ­ໂຣຫິດແລະພວກນັກ­ທັມະຈານ. ພວກເຂົາໄດ້ພາພຣະ­ອົງເຂົ້າໄປໃນສານສູງສຸດ,
\v 67 ແລະເວົ້າວ່າ, “ຖ້າທ່ານເປັນພຣະ­ຄຣິດ ຈົ່ງບອກເຮົາມເຖີດ” ແຕ່ພຣະ­ອົງຊົງຕອບເຂົາວ່າ, “ຖ້າເຮົາບອກທ່ານ, ທ່ານກໍຈະບໍ່ເຊື່ອເຮົາ,
\v 68 ແລະຖ້າເຮົາຖາມພວກເຈົ້າ, ພວກເຈົ້າກໍຈະບໍ່ຕອບເຮົາ.
\s5
\v 69 ຕັ້ງ­ແຕ່ນີ້ໄປ, ບຸດມະ­ນຸດຈະນັ່ງເບື້ອງຂວາຂອງພຣະ­ເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່­.”
\v 70 ພວກເຂົາທຸກຄົນຈິ່ງເວົ້າວ່າ, “ທ່ານເປັນພຣະ­ບຸດຂອງພຣະ­ເຈົ້າບໍ?” ແລະພຣະເຢຊູເຈົ້າຕອບພວກເຂົາວ່າ, “ທ່ານກໍບອກແລ້ວວ່າເຮົາເປັນ.”
\v 71 ພວກເຂົາເວົ້າວ່າ, “ເປັນຫຍັງພວກເຮົາຍັງຈະຕ້ອງ­ການພະ­ຍານອັນໃດອີກ? ເພາະເຮົາກໍໄດ້ຍິນກັບຫູຕົວເອງຈາກປາກຂອງມັນເອງແລ້ວ.”
\s5
\c 23
\cl ບົດທີ 23
\p
\v 1 ພວກເຂົາທັງຫມົດໄດ້ລຸກ­ຂຶ້ນແລະພາພຣະ­ເຢຊູເຈົ້າໄປຫາປີ­ລາດ.
\v 2 ພວກເຂົາເລີ້ມກ່າວຫາພຣະ­ເຢຊູເຈົ້າວ່າ, “ພວກເຮົາພົບວ່າຊາຍຄົນນີ້ໄດ້ຊັກຊວນຊົນຊາດຂອງເຮົາໃຫ້ຫລົງໄປ, ດ້ວຍການຫ້າມບໍ່ໃຫ້ເສັຍສ່ວຍແກ່ກາຍ­ຊາແລະຊາຍຄົນນີ້ກ່າວວ່າຕົວເອງເປັນພຣະ­ຄຣິດແລະເປັນກະ­ສັດ.”
\s5
\v 3 ປີ­ລາດຖາມພຣະ­ເຢຊູເຈົ້າວ່າ, “ທ່ານເປັນກະ­ສັດຂອງຄົນຢິວບໍ່?” ແລະພຣະເຢຊູເຈົ້າຕອບວ່າ, “ກໍທ່ານເວົ້ານີ້.”
\v 4 ປີ­ລາດຈິ່ງເວົ້າກັບພວກຫົວຫນ້າປະ­ໂຣຫິດແລະກັບປະ­ຊາ­ຊົນນັ້ນວ່າ, “ເຮົາບໍ່ພົບຄວາມຜິດຂອງຊາຍຄົນນີ້ຈັກປະ­ການເລີຍ.”
\v 5 ແຕ່ພວກເຂົາກ່າວຄຳແຂງຂຶ້ນວ່າ, “ຊາຍຄົນນີ້ໄດ້ຍຸຍົງປະຊາຊົນໃຫ້ວຸ້ນວາຍ ແລະສັ່ງ­ສອນທົ່ວແຂວງຢູ­ດາຍເລີ່ມຕົ້ນແຕ່ແຂວງຄາ­ລີເລຈົນມາເຖິງທີ່ນີ້.”
\s5
\v 6 ດັ່ງນັ້ນເມື່ອປີ­ລາດໄດ້ຍິນເລື່ອງນີ້ ທ່ານຈິ່ງຖາມວ່າ ຊາຍຄົນນີ້ເປັນຊາວຄາ­ລີ­ເລບໍ?
\v 7 ເມື່ອປີລາດຮູ້ວ່າພຣະ­ອົງຢູ່ພາຍໃຕ້ການປົກ­ຄອງຂອງເຮ­ໂຣດ, ທ່ານຈິ່ງສົ່ງພຣະເຢຊູເຈົ້າໄປຫາເຮ­ໂຣດ ຜູ້ຊຶ່ງພັກຢູ່ໃນນະຄອນເຢ­ຣູ­ຊາ­ເລັມໃນເວ­ລານັ້ນ.
\s5
\v 8 ເມື່ອເຮ­ໂຣດເຫັນພຣະ­ເຢຊູເຈົ້າທ່ານກໍມີຄວາມຍິນ­ດີຫລາຍ, ດ້ວຍວ່າທ່ານຢາກພົບກັບພຣະເຢຊູມາ­ແຕ່ດົນແລ້ວ; ເພາະທ່ານໄດ້ຍິນເຖິງເລື່ອງຂອງພຣະ­ອົງແລະຫວັງວ່າຈະເຫັນການອັດ­ສະ­ຈັນບາງປະ­ການຈາກພຣະເຢຊູເຈົ້າ.
\v 9 ເຮໂຣດໄດ້ຖາມພຣະເຢຊູເຈົ້າຫລາຍຂໍ້, ແຕ່ພຣະ­ເຢຊູເຈົ້າບໍ່ໄດ້ຕອບສິ່ງໃດເລີຍ.
\v 10 ຝ່າຍພວກຫົວຫນ້າມະຫາປະ­ໂລຫິດແລະພວກ­ທັມະຈານໄດ້ລຸກຂຶ້ນຢືນ ແລະກ່າວຟ້ອງພຣະ­ອົງຢ່າງຮຸນ­ແຮງ.
\s5
\v 11 ຝ່າຍເຮ­ໂຣດກັບພວກທະ­ຫານຂອງທ່ານໄດ້ດູຫມິ່ນແລະກ່າວເຍາະ­ເຍີ້ຍພຣະ­ອົງແລະເອົາເສື້ອໂຕງົດງາມມາຫົ່ມໃຫ້ພຣະ­ອົງ, ແລ້ວສົ່ງພຣະ­ອົງຄືນໄປຫາປີ­ລາດອີກ.
\v 12 ເຮ­ໂຣດແລະປີ­ລາດຈິ່ງໄດ້ກາຍເປັນມິດຕໍ່ກັນໃນວັນນັ້ນ (ກ່ອນຫນ້ານີ້ພວກເຂົາເປັນສັດຕຣູກັນ).
\s5
\v 13 ຈາກນັ້ນປີ­ລາດຈິ່ງໄດ້ເອີ້ນພວກຫົວຫນ້າປະ­ໂລຫິດ, ພວກເຈົ້ານາຍ, ກັບປະຊາຊົນໃຫ້ມາປະ­ຊຸມພ້ອມກັນ.
\v 14 ແລະປີລາດກ່າວແກ່ພວກເຂົາວ່າ, “ພວກທ່ານພາຄົນນີ້ມາຫາເຮົາເຫມືອນກັບວ່າຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ເຮັດໃນສິ່ງຊົ່ວຊ້າ, ແລະເບິ່ງແມ, ເຮົາໄດ້ສືບ­ສວນຕໍ່­ຫນ້າພວກທ່ານແລະເຮົາບໍ່ເຫັນວ່າຊາຍຄົນນີ້ມີຄວາມຜິດຕາມທີ່ທ່ານກ່າວຟ້ອງເພິ່ນ.
\s5
\v 15 ເຮ­ໂຣດກໍບໍ່ເຫັນວ່າເພິ່ນມີຄວາມຜິດເພາະເຂົາສົ່ງຕົວຊາຍຄົນນີ້ກັບມາຫາເຮົາອີກ. ເບິ່ງແມ, ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດທີ່ເພິ່ນ­ຄວນຈະມີໂທດເຖິງຕາຍ.
\v 16 ດັ່ງ­ນັ້ນ ເຮົາຈຶ່ງສັ່ງໃຫ້ຂ້ຽນເພິ່ນແລະປ່ອຍເພິ່ນໄປ.”
\v 17 ດ້ວຍວ່າ, ໃນງານເທສະການນັ້ນ ເພິ່ນຕ້ອງປ່ອຍຄົນຫນຶ່ງໃຫ້ພວກເຂົາ.
\s5
\v 18 ແຕ່ປະຊາຊົນເຫລົ່ານັ້ນຮ້ອງຂຶ້ນພ້ອມກັນວ່າ, “ຈົ່ງຂ້າຊາຍຄົນນີ້, ແລ້ວຈົ່ງປ່ອຍບາ­ຣາ­ບາໃຫ້ກັບພວກເຮົາ.”
\v 19 ບາຣາ­ບານັ້ນກໍຍັງຕິດຄຸກຢູ່, ເພາະການຈະ­ຣາ­ຈົນທີ່ເກີດຂຶ້ນໃນເມືອງແລະຂ້າຄົນ.
\s5
\v 20 ປີ­ລາດນັ້ນຍັງຕ້ອງການຢາກປ່ອຍພຣະ­ເຢຊູເຈົ້າຈິ່ງກ່າວກັບເຂົາອີກຄັ້ງຫນຶ່ງ.
\v 21 ແຕ່ພວກເຂົາໄດ້ຮ້ອງຕອບກັບວ່າ, “ຄຶງມັນເສັຍ, ຄຶງມັນເສັຍ”.
\v 22 ປີ­ລາດຈິ່ງຖາມພວກເຂົາເປັນເທື່ອທີສາມວ່າ, “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຊົ່ວຮ້າຍອັນໃດ? ເຮົາບໍ່ພົບເຫດຜົນອັນໃດທີ່ເພີ່ນສົມ­ຄວນຈະຮັບໂທດເຖິງຕາຍ, ດັ່ງນັ້ນຫລັງຈາກທີ່ເຮົາລົງໂທດແລ້ວເຮົາຈະປ່ອຍເພິ່ນເສັຽ.”
\s5
\v 23 ແຕ່ພວກເຂົາປຸກຣະດົມພ້ອມກັນຮ້ອງສຽງດັງ ເພື່ອຮຽກຮ້ອງໃຫ້ນຳພຣະເຢຊູເຈົ້າໄປຄຶງທີ່ໄມ້ກາງແຂນແລະສຽງຂອງພວກເຂົາກໍສາມາດໂນ້ມນ້າວປີລາດໄດ້.
\v 24 ດັ່ງນັ້ນ, ປີ­ລາດຈິ່ງສັ່ງໃຫ້ເປັນໄປຕາມທີ່ເຂົາທັງຫລາຍປາຖນາ.
\v 25 ທ່ານຈິ່ງປ່ອຍຄົນທີ່ເຂົາຂໍນັ້ນເຊິ່ງຕິດຄຸກຢູ່ດ້ວຍຂໍ້ຫາການຈະ­ຣາ­ຈົນແລະຂ້າຄົນ, ແຕ່ໄດ້ມອບພຣະ­ເຢຊູເຈົ້າໄວ້ຕາມໃຈຂອງພວກເຂົາ.
\s5
\v 26 ຂະນະທີ່ພວກເຂົາພາພຣະ­ອົງອອກໄປ, ພວກເຂົາໄດ້ຈັບຊີໂມນໄທກີ­ເຣ­ເນທີ່ມາຈາກບ້ານ­ນອກ ແລ້ວເອົາໄມ້ກາງແຂນວາງເທິງບ່າເຂົາໃຫ້ແບກຕາມພຣະ­ເຢຊູໄປ.
\s5
\v 27 ປະ­ຊາ­ຊົນຈຳ­ນວນຫລວງ­ຫລາຍແລະພວກແມ່­ຍິງທີ່ຕີເອິກຮ້ອງ­ໄຫ້ກັບພຣະ­ອົງຕິດຕາມພຣະ­ອົງໄປ.
\v 28 ແຕ່ພຣະເຢຊູເຈົ້າຊົງຫລຽວຫລັງມາກ່າວກັບພວກເຂົາວ່າ, “ລູກສາວແຫ່ງເຢ­ຣູ­ຊາ­ເລັມເອີຍ, ຢ່າຊູ່ຮ້ອງ­ໄຫ້ສົງ­ສານເຮົາເລີຍ, ແຕ່ຈົ່ງຮ້ອງ­ໄຫ້ສົງ­ສານຕົນເອງແລະລູກໆ ຂອງທ່ານເຖີດ.
\s5
\v 29 ເບິ່ງແມ, ຈະມີວັນທີ່ພວກເຂົາຈະເວົ້າວ່າ, ‘ພຣະພອນຈົ່ງມີແກ່ຍິງທີ່ເປັນຫມັນແລະທ້ອງ­ທີ່ບໍ່­ເກີດລູກ, ແລະຫົວນົມທີ່ລູກບໍ່ໄດ້ດູດຈັກເທື່ອ’.
\v 30 ແລ້ວພວກເຂົາຈະເລີ່ມເວົ້າກັບພູເຂົາວ່າ ‘ຈົ່ງເຈື່ອນລົງມາທັບເຮົາ’ ແລະກ່າວແກ່ໂນນວ່າ ‘ຈົ່ງປົກຄຸມເຮົາໄວ້’.
\v 31 ເພາະ­ວ່າຖ້າເຂົາເຮັດສິ່ງເຫລົ່ານີ້ຂະນະທີ່ຕົ້ນໄມ້ຍັງຂຽວສົດຢູ່, ແລ້ວແມ່ນຫຍັງຈະເກີດຂື້ນຕອນທີ່ຕົ້ນ­ໄມ້ຫ່ຽວແຫ້ງ?”
\s5
\v 32 ຍັງມີຊາຍອີກສອງຄົນທີ່ເປັນຜູ້ຮ້າຍ ຊຶ່ງຖືກລົງໂທດໃຫ້ເຖິງຄວາມຕາຍພ້ອມກັບພຣະ­ອົງ.
\s5
\v 33 ເມື່ອພວກເຂົາມາເຖິງບ່ອນຫນຶ່ງທີ່ເອີ້ນວ່າ "ພູເຂົາກະໂຫລກຫົວ" ພວກເຂົາໄດ້ຄຶງພຣະ­ອົງແລະຄຶງໂຈນຄົນຫນຶ່ງໄວ້ເບື້ອງຂວາແລະອີກຄົນຫນຶ່ງໄວ້ເບື້ອງຊ້າຍຂອງພຣະອົງ.
\v 34 ພຣະ­ເຢຊູກ່າວວ່າ, “ພຣະບິ­ດາເຈົ້າ, ຂໍຊົງໂຜດຍົກ­ໂທດໃຫ້ພວກເຂົາ, ເພາະ­ວ່າພວກເຂົາບໍ່ຮູ້­ຈັກວ່າພວກເຂົາກຳ­ລັງເຮັດອັນໃດ” ແລະພວກເຂົາກໍຈົກສະຫລາກ ເພື່ອເອົາເຄື່ອງທົງຂອງພຣະ­ອົງມາແບ່ງກັນ.
\s5
\v 35 ປະ­ຊາ­ຊົນພາກັນຢືນເບິ່ງຂະນະທີ່ພວກຜູ້ນຳຊາວຢິວກໍເຍາະ­ເຍີ້ຍພຣະອົງວ່າ, “ເຂົາຊ່ອຍຄົນອື່ນໃຫ້ລອດພົ້ນໄດ້ ກໍຈົ່ງໃຫ້ເຂົາຊ່ອຍຕົນເອງໃຫ້ລອດເຖີດ ຖ້າເຂົາເປັນພຣະ­ຄຣິດທີ່ພຣະ­ເຈົ້າໄດ້ຊົງເລືອກໄວ້ນັ້ນ.”
\s5
\v 36 ພວກທະ­ຫານພາກັນເຍາະ­ເຍີ້ຍພຣະ­ອົງ ແລະເຂົ້າມາຫາພຣະອົງແລະເອົາເຫລົ້າອະງຸ່ນສົ້ມສົ່ງໃຫ້ພຣະ­ອົງ.
\v 37 ແລ້ວເວົ້າວ່າ, “ຖ້າທ່ານເປັນກະ­ສັດຊາດຢິວ, ຈົ່ງຊ່ອຍຕົວເອງໃຫ້ພົ້ນເຖີດ.”
\v 38 ມີປ້າຍຕິດໄວ້ເທິງຫົວພຣະ­ອົງວ່າ, “ນີ້ຄືກະ­ສັດຂອງຊາດຢິວ.”
\s5
\v 39 ໂຈນຄົນຫນຶ່ງທີ່ກຳລັງຖືກຄຶງນັ້ນເວົ້າໝິ່ນປະ­ໝາດພຣະອົງວ່າ, “ທ່ານເປັນພຣະ­ຄຣິດບໍ່ແມ່ນບໍ? ຈົ່ງຊ່ອຍຕົວທ່ານເອງແລະຊ່ອຍເຮົາໃຫ້ພົ້ນເຖີດ.”
\v 40 ແຕ່ໂຈນອີກຄົນຫນຶ່ງໄດ້ຫ້າມວ່າ, “ເຈົ້າບໍ່ຢ້ານກົວພຣະ­ເຈົ້າບໍ ເຈົ້າກໍຖືກລົງໂທດເຫມືອນກັນ?
\v 41 ອັນທີ່ຈິງເຮົາກໍສົມຄວນໄດ້ຮັບໂທດຕາມການກະທຳຂອງເຮົາແລ້ວ, ແຕ່ຊາຍຄົນນີ້ບໍ່ໄດ້ເຮັດຜິດອັນໃດ.”
\s5
\v 42 ເຂົາກ່າວຕໍ່ໄປອີກ, “ພຣະ­ເຢຊູເຈົ້າ, ຂໍໂຜດຣະ­ນຶກຈື່ຈຳເຖິງຂ້ານ້ອຍເມື່ອພຣະອົງສະເດັດເຂົ້າສູ່ອານາຈັກຂອງພຣະອົງດ້ວຍເຖີດ.”
\v 43 ພຣະເຢຊູເຈົ້າຕອບລາວວ່າ, “ເຮົາບອກຄວາມຈິງແກ່ທ່ານວ່າ, ວັນນີ້ເຈົ້າຈະຢູ່ກັບເຮົາໃນທີ່ສຸຂະເສີມ.”
\s5
\v 44 ເວ­ລານັ້ນ­ປະ­ມານທ່ຽງວັນ ຄວາມມືດປົກຄຸມທົ່ວແຜ່ນ­ດິນຈົນເຖິງບ່າຍສາມໂມງ.
\v 45 ເມື່ອແສງ­ຕາເວັນມືດໄປ, ຜ້າ­ກັ້ງໃນພຣະ­ວິ­ຫານກໍຖືກຈີກອອກເປັນສອງຕ່ອນ.
\s5
\v 46 ພຣະ­ເຢຊູເຈົ້າຊົງຮ້ອງສຽງດັງວ່າ, “ພຣະ­ບິ­ດາເຈົ້າເອີຍ, ລູກຂໍມອບຈິດວິນຍານຂອງຂ້າ­ນ້ອຍໄວ້ໃນພຣະ­ຫັດຂອງພຣະ­ອົງ” ຫລັງຈາກກ່າວຢ່າງນັ້ນ­ແລ້ວພຣະອົງກໍສິ້ນພຣະ­ຊົນ.
\v 47 ເມື່ອນາຍ­ຮ້ອຍໄດ້ເຫັນສິ່ງທີ່ເກີດຂຶ້ນ, ເພິ່ນຈິ່ງສັນ­ຣະ­ເສີນພຣະ­ເຈົ້າວ່າ, “ນີ້ເປັນຜູ້ທີ່ຊອບທັມທີ່ແທ້ຈິງ.”
\s5
\v 48 ເມື່ອຄົນທັງປວງທີ່ມາຊຸມ­ນຸມກັນເພື່ອເປັນພະຍານສິ່ງທີ່ເກີດຂື້ນ ຜູ້ທີ່ໄດ້ເຫັນສິ່ງທີ່ເກີດຂື້ນກັບຕາ, ກໍພາກັນຕີເອິກດ້ວຍຄວາມທຸກກັບໄປ.
\v 49 ແຕ່ທຸກຄົນທີ່ຮູ້ຈັກພຣະ­ອົງ ແລະພວກແມ່­ຍິງທີ່ໄດ້ຕິດຕາມພຣະ­ອົງຈາກແຂວງຄາ­ລີ­ເລຢືນເບິ່ງສິ່ງເຫລົ່ານີ້ແຕ່ໄກ.
\s5
\v 50 ເບິ່ງແມ, ມີຊາຍຄົນຫນຶ່ງຊື່ໂຢ­ເຊັບ ເປັນສະ­ມາ­ຊິກສະພາ, ທ່ານເປັນຄົນດີແລະຊອບທັມ.
\v 51 ທ່ານຜູ້ນີ້ບໍ່ໄດ້ເຫັນດີກັບການຕັດສິນໃຈແລະການກະທຳຂອງພວກເຂົາ. ທ່ານມາຈາກອາຣີ­ມາ­ທາຍ ຊຶ່ງເປັນເມືອງຫນຶ່ງຂອງຄົນຢິວ, ທ່ານເປັນຜູ້ຄອຍຖ້າຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ.
\s5
\v 52 ທ່ານຜູ້ນີ້ໄດ້ເຂົ້າໄປຫາປີ­ລາດເພື່ອຂໍພຣະ­ສົບພຣະເຢຊູເຈົ້າ.
\v 53 ເພີ່ນນຳພຣະ­ສົບຂອງພຣະອົງລົງມາແລະຫໍ່ຫຸ້ມດ້ວຍຜ້າລີນິນ ແລະວາງພຣະອົງໄວ້ໃນອຸບໂມງທີ່ສະ­ກັດໄວ້ໃນຫີນ ແລະຍັງບໍ່ເຄີຍວາງສົບຜູ້ໃດມາກ່ອນ.
\s5
\v 54 ວັນນັ້ນເປັນວັນຈັດຕຽມ ແລະໃກ້ເຖິງວັນສະ­ບາ­ໂຕ.
\v 55 ພວກແມ່­ຍິງທີ່ຕິດຕາມພຣະ­ອົງຈາກແຂວງຄາ­ລີ­ເລໄດ້ຕາມໄປ, ແລະໄດ້ເຫັນອຸບໂມງແລະເຫັນວ່າພຣະ­ສົບຂອງພຣະ­ອົງວາງໄວ້ໃນທີ່ນັ້ນຢ່າງໃດ.
\v 56 ພວກນາງຈິ່ງໄດ້ກັບໄປແລະຈັດຕຽມເຄື່ອງເທດແລະນ້ຳ­ມັນຫອມ, ແລະໃນວັນສະບາໂຕ ພວກເຂົາກໍເຊົາພັກຕາມພຣະບັນຍັດ.
\s5
\c 24
\cl ບົດທີ 24
\p
\v 1 ຮຸ່ງເຊົ້າຂອງວັນຕົ້ນສັບ­ປະ­ດາ (ວັນອາທິດ) ພວກຜູ້­ຍິງນຳເອົາເຄື່ອງຫອມທີ່ໄດ້ຕຽມໄວ້ມາທີ່ອຸບໂມງຝັງສົບ.
\v 2 ພວກເຂົາພົບກ້ອນຫີນຖືກກື່ງອອກຈາກອຸບໂມງ.
\v 3 ພວກເຂົາເຂົ້າໄປທາງໃນແຕ່ບໍ່ເຫັນພຣະ­ສົບຂອງພຣະເຢຊູອົງພຣະຜູ້ເປັນເຈົ້າ.
\s5
\v 4 ຕໍ່ມາຂະນະທີ່ພວກເຂົາກຳ­ລັງສັບ­ສົນໃນເລື່ອງນີ້ ທັນໃດນັ້ນກໍມີຊາຍສອງຄົນນຸ່ງເຄື່ອງອັນງົດງາມຈົນເຫລື້ອມຕາ ຢືນຢູ່ໃກ້ພວກເຂົາ.
\v 5 ຂະນະທີ່ແມ່­ຍິງເຫລົ່າ­ນັ້ນຕ່າງກໍຢ້ານກົວແລະກົ້ມຫນ້າລົງພື້ນດິນ, ຊາຍສອງຄົນນັ້ນຈິ່ງເວົ້າກັບພວກເຂົາວ່າ, “ເປັນຫຍັງພວກທ່ານຈິ່ງຊອກຫາຄົນເປັນໃນຫມູ່ຄົນຕາຍ?
\s5
\v 6 ພຣະ­ອົງບໍ່ຢູ່ທີ່ນີ້ ແຕ່ໄດ້ເປັນຂື້ນຈາກຄວາມຕາຍແລ້ວ, ຈົ່ງຣະ­ນຶກເຖິງສິ່ງທີ່ພຣະ­ອົງຊົງກ່າວກັບທ່ານທັງ­ໃນຂະນະທີ່ພຣະ­ອົງຍັງຢູ່ທີ່ແຂວງຄາ­ລີ­ເລ.
\v 7 ທີ່ກ່າວວ່າ ບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືຂອງພວກຄົນບາບ, ແລະຕ້ອງຖືກຄຶງໄວ້ທີ່ໄມ້ກາງແຂນ, ແລ້ວໃນວັນທີ່ສາມຈະເປັນຄືນມາໃຫມ່ອີກຄັ້ງ.”
\s5
\v 8 ແມ່­ຍິງເຫລົ່າ­ນັ້ນຈິ່ງຣະ­ນຶກເຖິງຖ້ອຍຄຳຂອງພຣະ­ອົງ.
\v 9 ຈິ່ງອອກຈາກອຸບໂມງຝັງສົບໄປບອກສິ່ງເຫລົ່ານີ້ໃຫ້ກັບພວກສາວົກສິບເອັດຄົນແລະຄົນອື່ນທີ່ເຫລືອທັງຫມົດ.
\v 10 ຜູ້ທີ່ນຳສິ່ງເຫລົ່ານີ້ມາລາຍງານແກ່ພວກອັກຄະສາ­ວົກ ຄື ມາ­ຣີ ­ໄທມັກດາລາ, ໂຢ­ຮັນ­ນາ, ມາ­ຣີ­ແມ່ຂອງຢາ­ໂກ­ໂບ, ແລະແມ່ຍິງຄົນອື່ນໆທີ່­ຢູ່ກັບເຂົາ.
\s5
\v 11 ແຕ່ຂ່າວສານນີ້ ເບິ່ງຄືເປັນຄຳເວົ້າທີ່ໄຮ້ສາຣະຕໍ່ພວກອັກຄະສາ­ວົກ, ພວກເຂົາບໍ່ເຊື່ອຄຳເວົ້າຂອງພວກຍິງເຫລົ່ານັ້ນ.
\v 12 ແຕ່ເປໂຕລຸກ­ຂຶ້ນແລະແລ່ນໄປທີ່ອຸບໂມງຝັງສົບ, ເຂົາກົ້ມລົງແລະເບິ່ງເຂົ້າໄປທາງໃນ, ເຂົາເຫັນແຕ່ຜ້າລີນີນວາງຢູ່, ເປໂຕຈິ່ງກັບໄປບ້ານຂອງຕົນ ແລະຄຶດປະ­ຫລາດໃຈກັບສິ່ງທີ່ໄດ້ເກີດຂື້ນ.
\s5
\v 13 ເບິ່ງແມ, ໃນວັນນັ້ນມີສາ­ວົກສອງຄົນກຳ­ລັງເດີນທາງໄປທີ່ບ້ານແຫ່ງຫນຶ່ງຊື່ວ່າ ເອ­ມາ­ອູດ, ຊຶ່ງຢູ່ຫ່າງໄກຈາກເຢ­ຣູ­ຊາ­ເລັມປະມານສິບເອັດກີໂລແມັດ.
\v 14 ພວກເຂົາໄດ້ສົນ­ທະນາກັນເຖິງເຫດ­ການທີ່ເກີດຂຶ້ນ.
\s5
\v 15 ຕໍ່ມາໃນຂະນະທີ່ພວກເຂົາກຳ­ລັງສົນ­ທະ­ນາກັນແລະສົງໃສກັນຢູ່ນັ້ນ, ພຣະ­ເຢຊູເຈົ້າສະ­ເດັດມາໃກ້ແລະຮ່ວມເດີນທາງໄປກັບພວກເຂົາ.
\v 16 ແຕ່ສາຍຕາຂອງພວກເຂົາຖືກປິດບັງເອົາໄວ້ ຈິ່ງຈື່ພຣະ­ອົງບໍ່ໄດ້.
\s5
\v 17 ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພວກທ່ານທັງສອງສົນທະນາກັນເຖິງເລື່ອງອັນໃດຂະນະທີ່ເດີນມານີ້?” ພວກເຂົາຢືນຢູ່ທີ່ນັ້ນຫນ້າຕາໂສກ­ເສົ້າ.
\v 18 ຄົນຫນຶ່ງທີ່ຊື່ວ່າ ກະໂລ­ປາ ຈິ່ງຕອບພຣະ­ອົງວ່າ, “ທ່ານຄືຄົນດຽວໃນເຢ­ຣູຊາເລັມທີ່ບໍ່ຮູ້ວ່າມີເລື່ອງອັນໃດເກີດຂຶ້ນທີ່ນັ້ນໃນສາມວັນນີ້ບໍ?”
\s5
\v 19 ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເລື່ອງອັນໃດບໍ?” ພວກເຂົາຕອບພຣະອົງວ່າ, “ເລື່ອງພຣະເຢ­ຊູໄທນາ­ຊາ­ເຣັດ ຜູ້ເປັນຜູ້ປະກາດພຣະ­ທັມ ຜູ້ເຕັມໄປດ້ວຍຣິດອຳນາດ, ທັງໃນການກະທຳແລະຄຳເວົ້າຕໍ່ພຣະ­ພັກພຣະ­ເຈົ້າແລະຕໍ່­ຫນ້າຄົນທັງປວງ.
\v 20 ແລະພວກຫົວຫນ້າປະ­ໂລ­ຫິດ ກັບພວກຜູ້ມີອຳນາດປົກຄອງໄດ້ມອບເພິ່ນໄວ້ແກ່ການລົງ­ໂທດເຖິງຄວາມຕາຍ ແລະໄດ້ຄຶງເພິ່ນໄວ້ທີ່ໄມ້ກາງແຂນ.
\s5
\v 21 ແຕ່ເຮົາຫວັງວ່າ ພຣະອົງຈະເປັນຜູ້ທີ່ຊ່ວຍກູ້ອິ­ສະຣາ­ເອນໃຫ້ເປັນອິສຣະ, ຫລາຍກວ່ານັ້ນອີກ, ນີ້ກໍຜ່ານໄປສາມວັນແລ້ວ ນັບຕັ້ງ­ແຕ່ເຫດການເຫລົ່ານັ້ນເກີດຂຶ້ນ.
\s5
\v 22 ແຕ່ພວກແມ່­ຍິງລາງຄົນທີ່ຢູ່ກັບພວກເຮົາຍັງເຮັດໃຫ້ພວກເຮົາປະ­ຫລາດໃຈ ເມື່ອພວກນາງໄດ້ໄປທີ່ອຸບໂມງຝັງສົບໃນຕອນຮຸ່ງເຊົ້າ.
\v 23 ຄືພວກນາງບໍ່ໄດ້ເຫັນພຣະສົບຂອງພຣະອົງ, ພວກນາງຈິ່ງມາບອກວ່າໄດ້ເຫັນນິ­ມິດຂອງເຫລົ່າທູດສະຫວັນທີ່ເວົ້າວ່າພຣະອົງມີຊີ­ວິດຢູ່.
\v 24 ຜູ້ຊາຍບາງຄົນທີ່­ຢູ່ກັບພວກເຮົາໄດ້ໄປທີ່ອຸບໂມງແລະໄດ້ພົບເຫັນຕາມສິ່ງທີ່ພວກແມ່­ຍິງໄດ້ບອກໄວ້, ແຕ່ພວກເຂົາບໍ່ເຫັນພຣະອົງ.”
\s5
\v 25 ພຣະ­ເຢຊູເຈົ້າກ່າວກັບພວກເຂົາວ່າ, “ໂອ, ພວກຄົນໂງ່ເອີຍ, ພວກທ່ານມີ­ໃຈເສີຍຊ້າທີ່ຈະເຊື່ອທຸກສິ່ງທີ່ພວກຜູ້ປະ­ກາດພຣະທັມໄດ້ກ່າວໄວ້.
\v 26 ພຣະ­ຄຣິດເຈົ້າຈຳ­ເປັນຕ້ອງທົນທຸກ­ຕໍ່ສິ່ງເຫລົ່ານີ້ແລະເຂົ້າສູ່ພຣະສະຫງ່າຣາສີຂອງພຣະ­ອົງບໍ່ແມ່ນບໍ?”
\v 27 ເລີ່ມຕົ້ນຈາກໂມເຊຈົນມາຮອດບັນ­ດາຜູ້ປະ­ກາດພຣະ­ທັມທຸກຄົນ, ພຣະເຢຊູເຈົ້າ­ໄດ້ອະ­ທິ­ບາຍຄວາມຫມາຍຂອງພຣະ­ຄັມພີທຸກຂໍ້ ເຖິງສິ່ງຕ່າງໆ ທີ່ກ່ຽວຂ້ອງກັບພຣະ­ອົງເອງໃຫ້ແກ່ພວກເຂົາ.
\s5
\v 28 ເມື່ອພວກເຂົາໃກ້ຮອດບ້ານທີ່ພວກເຂົາກຳລັງເດີນທາງໄປນັ້ນ ພຣະເຢຊູເຈົ້າເຮັດເຫມືອນກັບວ່າຈະເດີນທາງຕໍ່ໄປ.
\v 29 ແຕ່ພວກເພິ່ນທັງສອງຫນ່ວງຫນ່ຽວພຣະ­ອົງວ່າ, “ຂໍພັກເຊົາຢູ່ກັບພວກເຮົາຕໍ່ເຖີດ ຕອນນີ້ໃກ້ຈະຄ່ຳແລ້ວແລະວັນກໍກຳລັງຈະຫມົດໄປ.” ດັ່ງນັ້ນພຣະເຢຊູເຈົ້າຈິ່ງເຂົ້າໄປທາງໃນແລະພັກຢູ່ກັບພວກເພິ່ນ.
\s5
\v 30 ຕໍ່ມາເມື່ອພຣະອົງກຳລັງນັ່ງໂຕະຮ່ວມຮັບປະທານອາຫານຢູ່ກັບພວກເພິ່ນ, ພຣະ­ອົງຈັບເອົາເຂົ້າ­ຈີ່ຂື້ນມາ ໂມ­ທະ­ນາຂອບພຣະຄຸນ ແລ້ວຊົງຫັກຍື່ນໃຫ້ພວກເພິ່ນ.
\v 31 ດັ່ງນັ້ນຕາຂອງພວກເພິ່ນຈຶ່ງເປີດອອກພວກເພິ່ນຮູ້ຈັກພຣະອົງແລະພຣະ­ອົງຈິ່ງຫາຍໄປຈາກສາຍຕາຂອງພວກເພິ່ນ.
\v 32 ພວກເພິ່ນເວົ້າຕໍ່ກັນວ່າ, “ຫົວໃຈຂອງເຮົາກໍຮ້ອນ­ຮົນຢູ່ພາຍໃນບໍ່ແມ່ນບໍ?, ເມື່ອພຣະ­ອົງຊົງເວົ້ານຳເຮົາຕາມທາງ ຂະນະທີ່ພຣະອົງອະ­ທິ­ບາຍພຣະ­ຄັມພີໃຫ້ກັບພວກເຮົາຟັງນັ້ນ?”
\s5
\v 33 ພວກເຂົາຈິ່ງລຸກ­ຂຶ້ນໃນເວລານັ້ນແລ້ວກັບໄປຍັງເຢ­ຣູຊາເລັມ. ພວກເຂົາໄດ້ພົບສາວົກສິບເອັດຄົນນັ້ນຊຸມນຸມກັນຢູ່ພ້ອມກັບຄົນເຫລົ່ານັ້ນທີ່ຢູ່ກັບພວກເຂົາ.
\v 34 ສາວົກທັງສອງຄົນເວົ້າວ່າ, “ອົງພຣະ­ຜູ້­ເປັນ­ເຈົ້າ ເປັນຄືນມາຈາກຄວາມຕາຍແລ້ວແນ່ແທ້, ແລະໄດ້ປະ­ກົດແກ່ຊີ­ໂມນ.”
\v 35 ດັ່ງນັ້ນພວກເຂົາທັງສອງຈິ່ງເລົ່າເຖິງສິ່ງຕ່າງໆ ທີ່ເກີດຂຶ້ນຕາມທາງແລະເຖິງວິທີ ທີ່ພຣະ­ເຢຊູເຈົ້າສະແດງແກ່ພວກເຂົາດ້ວຍການຫັກເຂົ້າ­ຈີ່.
\s5
\v 36 ໃນຂະນະທີ່ພວກເຂົາເລົ່າເຖິງ­ສິ່ງເຫລົ່ານີ້, ພຣະເຢຊູເຈົ້າໄດ້ຢືນຢູ່ທ່າມ­ກາງພວກເພິ່ນ, ແລະໄດ້ກ່າວກັບພວກເພິ່ນວ່າ, “ສັນ­ຕິສຸກຈົ່ງດຳຣົງຢູ່ກັບທ່ານທັງ­ຫລາຍເຖີດ.”
\v 37 ແຕ່ພວກເຂົາກໍຢ້ານ ສະ­ດຸ້ງຕົກ­ໃຈ ແລະ ຄິດວ່າພວກເຂົາເຫັນວິນຍານ.
\s5
\v 38 “ເປັນຫຍັງພວກທ່ານຈຶ່ງເດືອດຮ້ອນໃຈຂະນາດນີ້? ເປັນຫຍັງຈິ່ງປ່ອຍໃຫ້ຄວາມສົງໃສເກີດຂື້ນໃນຫົວໃຈ?
\v 39 ຈົ່ງເບິ່ງມືແລະຕີນຂອງເຮົາດູ. ນີ້ແມ່ນເຮົາເອງ, ຈົ່ງຈັບຕົວເຮົາແລະເບິ່ງ, ເພາະ­ວ່າຜີບໍ່ມີເນື້ອແລະກະ­ດູກຢ່າງທີ່ພວກທ່ານເຫັນວ່າເຮົາມີຢູ່ນີ້.”
\v 40 ເມື່ອພຣະອົງກ່າວສິ່ງນີ້ພຣະອົງສະ­ແດງໃຫ້ພວກເຂົາເຫັນມືແລະຕີນຂອງພຣະອົງ.
\s5
\v 41 ໃນຂະນະທີ່ພວກເຂົາມີຄວາມຍິນ­ດີແຕ່ກໍຍັງສົງໃສແລະຍັງບໍ່ວາງ­ໃຈເຊື່ອ. ພຣະເຢຊູເຈົ້າຈິ່ງຖາມເຂົາວ່າ, “ພວກທ່ານມີຫຍັງໃຫ້ກິນແດ່?”
\v 42 ພວກເຂົາກໍເອົາປາປີ້ງຕ່ອນຫນຶ່ງມາໃຫ້ພຣະອົງ.
\v 43 ພຣະ­ອົງຮັບມາແລະ­ກິນຢູ່ຕໍ່­ຫນ້າພວກເພິ່ນ
\s5
\v 44 ພຣະ­ອົງກ່າວແກ່ພວກເຂົາວ່າ, “ ເມື່ອເຮົາຍັງຢູ່ກັບພວກທ່ານ ເຮົາບອກພວກທ່ານແລ້ວເຖິງທຸກສິ່ງທີ່ຖືກບັນທຶກໄວ້ໃນບັນຍັດຂອງໂມ­ເຊ, ໃນຫນັງສືຂອງພວກຜູ້ປະ­ກາດພຣະ­ທັມ, ແລະໃນຫນັງສືເພງສັນ­ຣະ­ເສີນຈະຕ້ອງສຳ­ເລັດ.”
\s5
\v 45 ແລ້ວພຣະ­ອົງຈິ່ງເປີດ­ໃຈຂອງພວກເພິ່ນ ເພື່ອພວກເພິ່ນຈະເຂົ້າ­ໃຈພຣະ­ຄັມພີ.
\v 46 ພຣະ­ອົງກ່າວແກ່ເພິ່ນວ່າ, “ນີ້ຄືສິ່ງທີ່ຂຽນໄວ້ ຄືພຣະ­ຄຣິດເຈົ້າຈະຕ້ອງທົນທຸກ­ທໍ­ຣະ­ມານແລະເປັນຄືນມາອີກຄັ້ງຈາກຕາຍໃນວັນທີ່ສາມ.
\v 47 ແລະເລື່ອງການຖິ້ມໃຈເກົ່າເອົາ­ໃຈໃຫມ່ກັບການໃຫ້ອະພັຍຄວາມຜິດບາບ ຈໍຳຕ້ອງປະ­ກາດອອກໄປໃນພຣະ­ນາມຂອງພຣະ­ອົງໃຫ້ໄປເຖິງທຸກຊົນຊາດໂດຍເລີ້ມຕົ້ນແຕ່ກຸງເຢ­ຣູຊາເລັມ.
\s5
\v 48 ພວກທ່ານເປັນພະ­ຍານເຖິງສິ່ງເຫລົ່ານີ້.
\v 49 ເບິ່ງແມ, ເຮົາຈະປະທານສິ່ງທີ່ພຣະ­ບິ­ດາເຈົ້າຊົງສັນ­ຍາໃຫ້ແກ່ພວກທ່ານ ແຕ່ຈົ່ງລໍຄອຍຢູ່ໃນເມືອງຈົນກວ່າພວກທ່ານຈະໄດ້ຮັບຣິດ­ອຳນາດມາຈາກເບື້ອງເທິງ.”
\s5
\v 50 ແລ້ວພຣະເຢຊູເຈົ້າຈິ່ງນຳພວກເຂົາອອກໄປໃກ້ຈະເຖິງບ້ານເບັດທາ­ນີ. ພຣະອົງຊົງຍົກພຣະ­ຫັດຂອງພຣະອົງຂື້ນແລະອວຍພອນພວກເພິ່ນ.
\v 51 ຕໍ່ມາໃນຂະນະທີ່ພຣະອົງກຳລັງອວຍພອນພວກເພິ່ນ, ພຣະ­ອົງໄດ້ສະ­ເດັດຈາກພວກເພິ່ນໄປແລະຊົງຖືກຮັບຂຶ້ນໄປສູ່ສະຫວັນ.
\s5
\v 52 ດັ່ງນັ້ນພວກເພິ່ນຈິ່ງນະ­ມັດ­ສະ­ການພຣະ­ອົງ ແລະກັບໄປຍັງນະຄອນເຢ­ຣູ­ຊາ­ເລັມດ້ວຍຄວາມຊື່ນຊົມຍິນ­ດີຢ່າງໃຫຍ່ຫລວງ.
\v 53 ພວກເພິ່ນຢູ່ໃນພຣະ­ວິ­ຫານເປັນປະຈຳ ເພື່ອສັນຣະ­ເສີນພຣະ­ເຈົ້າ.