lo_ulb/42-MRK.usfm

1272 lines
229 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MRK
\ide UTF-8
\h ມາຣະໂກ
\toc1 ມາຣະໂກ
\toc2 ມາຣະໂກ
\toc3 mrk
\mt ມາຣະໂກ
\s5
\c 1
\cl ບົດທີ 1
\p
\v 1 ນີ້ແມ່ນ ຈຸດເລີ່ມຕົ້ນແຫ່ງຂ່າວປະເສີດ ເລື່ອງຂອງພຣະເຢຊູຄຣິດເຈົ້າ, ຜູ້ເປັນພຣະບຸດຂອງພຣະເຈົ້າ.
\v 2 ຕາມທີ່ຜູ້ທຳນວາຍເອຊາຢາໄດ້ ຂຽນໄວ້ດັ່ງນີ້ວ່າ: “ເບິ່ງແມ, ເຮົາຈະໃຊ້ຜູ້ສົ່ງຂ່າວສານຂອງເຮົາໄປລ່ວງຫນ້າທ່ານ, ຜູ້ທີ່ຈະໄປຕຽມທາງໄວ້ໃຫ້ແກ່ທ່ານ.”
\v 3 ສຽງຂອງຄົນຫນຶ່ງທີ່ຮ້ອງອອກໄປໃນຖິ່ນທຸຣະກັນດານວ່າ ‘ຈົ່ງຈັດຕຣຽມ ຫົນທາງຂອງພຣະອົງພຣະຜູ້ເປັນເຈົ້າໃຫ້ພ້ອມ ແລະ ເຮັດໃຫ້ຊື່ໄປ.’”
\s5
\v 4 ສະນັ້ນໂຢຮັນໄດ້ມາ, ກຳລັງໃຫ້ບັບຕິສະມາ ຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ເທສະຫນາສັ່ງສອນໃນເລື່ອງການຮັບບັບຕິສະມາ ດ້ວຍການສາລະພາບກັບໃຈ ເພື່ອຮັບການຍົກໂທດບາບ.”
\v 5 ປະຊາຊົນຢ່າງຫລວງຫລາຍຈາກແຂວງຢູດາຍ ແລະຈາກນະຄອນເຢຣູຊາເລັມໄດ້ອອກໄປຫາໂຢຮັນ, ຮັບບັບຕິສະມາທີ່ແມ່ນໍ້າຈໍແດນ ແລະ ສາລະພາບບາບຂອງຕົນເອງ.
\v 6 ໂຢຮັນ, ຜູ້ນີ້ໃສ່ເສື້ອທີ່ເຮັດດ້ວຍຂົນອູດ ແລະ ໃສ່ສາຍຫນັງຮັດແອວ, ແລະ ກິນຕັກກະແຕນ ກັບນໍ້າເຜິ້ງປ່າ ເປັນອາຫານ.
\s5
\v 7 ໂຢຮັນປະກາດວ່າ, "ຍັງຈະມີທ່ານອີກຜູ້ຫນຶ່ງທີ່ຈະມາພາຍຫລັງ ຂ້າພຣະເຈົ້າພຣະອົງຈະມີອຳນາດຍິ່ງໃຫຍ່ກວ່າຂ້າພຣະເຈົ້າ, ແລະ ດ້ວຍຂ້າພຣະເຈົ້າ ບໍ່ສົມຄວນແມ່ນແຕ່ຈະກົ້ມລົງແກ້ສາຍຮັດເກີບຂອງພຣະອົງ.
\v 8 ຂ້າພຣະເຈົ້າໃຫ້ບັບຕິສະມາທ່ານໃນນໍ້າ, ແຕ່ພຣະອົງຜູ້ນີ້ຈະໃຫ້ທ່ານໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ.”
\s5
\v 9 ຢູ່ມາມື້ຫນຶ່ງ ພຣະເຢຊູເຈົ້າໄດ້ມາຈາກເມືອງນາຊາເຣັດ ໃນແຂວງຄາລີເລ, ແລະ ພຣະອົງໄດ້ຮັບບັບຕິສະມາຈາກໂຢຮັນ ໃນແມ່ນໍ້າຈໍແດນ.
\v 10 ໃນເວລາທີ່ ພຣະເຢຊູຂຶ້ນຈາກນໍ້າ, ກໍເຫັນທ້ອງຟ້າແຍກອອກ ແລະ ມີພຣະວິນຍານເຫມືອນດັ່ງນົກກາງແກລົງມາຢູ່ເທິງພຣະອົງ.
\v 11 ແລ້ວໄດ້ມີສຽງຫນຶ່ງດັງອອກມາຈາກສະຫວັນວ່າ, “ເຈົ້າເປັນບຸດທີ່ຮັກຂອງເຮົາ, ເຮົາພໍໃຈເຈົ້າຫລາຍ.”
\s5
\v 12 ແລ້ວພຣະວິນຍານ ກໍດົນໃຈພຣະອົງເຂົ້າໄປໃນຖິ່ນແຫ້ງແລ້ງທຸຣະກັນດານ,
\v 13 ພຣະອົງຢູ່ທີ່ນັ້ນເປັນເວລາສີ່ສິບວັນ, ຖືກມານຊາຕານທົດລອງ. ພຣະອົງຢູ່ ທ່າມກາງເຫລົ່າສັດຮ້າຍ, ແລະ ມີພວກທູດສະຫວັນຄອຍດູແລພຣະອົງ.
\s5
\v 14 ຫລັງຈາກທີ່ໂຢຮັນຖືກຄຸກ, ພຣະເຢຊູເຈົ້າກໍເຂົ້າໄປປະກາດຂ່າວປະເສີດຂອງພຣະເຈົ້າ ທີ່ແຂວງຄາລີເລ.
\v 15 ພຣະອົງກ່າວວ່າ, "ເວລາໄດ້ມາເຖິງແລ້ວ, ແລະ ຣາຊະອານາຈັກ ຂອງພຣະເຈົ້າກໍຢູ່ໃກ້ແລ້ວ. ຈົ່ງກັບໃຈໃຫມ່ ແລະ ເຊື່ອໃນຂ່າວປະເສີດເຖີ້ນ.”
\s5
\v 16 ຂະນະທີ່ ພຣະອົງກຳລັງຍ່າງຜ່ານມາທີ່ທະເລຄາລີເລນັ້ນ, ພຣະອົງໄດ້ເຫັນຊີໂມນ ແລະ ອັນເດອານ້ອງຊາຍຂອງເຂົາກຳລັງຢ່ອນມອງຢູ່ທະເລ, ເພາະທັງສອງເປັນຄົນຫາປາ.
\v 17 ພຣະເຢຊູເຈົ້າ ຊົງກ່າວວ່າ, “ມາ, ຈົ່ງຕາມເຮົາມາ, ແລ້ວເຮົາຈະໃຫ້ທ່ານເປັນຜູ້ຫາຄົນ.”
\v 18 ທັງສອງກໍປະມອງ ແລະ ເຮືອຂອງຕົນໄວ້ ແລ້ວຕິດຕາມ ພຣະເຢຊູເຈົ້າໄປທັນທີ.
\s5
\v 19 ເມື່ອພຣະເຢຊູເຈົ້າເດີນຕໍ່ໄປອີກຫນ້ອຍຫນຶ່ງພຣະອົງກໍເຫັນຢາໂກໂບລູກຊາຍຂອງເຊເບດາຍແລະໂຢຮັນ ນ້ອງຊາຍຂອງເຂົາ ສອງຄົນນີ້ກຳລັງແປງມອງຂອງຕົນຢູ່ໃນເຮືອ.
\v 20 ພຣະເຢຊູເຈົ້າຈຶ່ງເອີ້ນໃຫ້ທັງສອງ ຕິດຕາມພຣະອົງ ທັງສອງຈຶ່ງປະພໍ່ຂອງຕົນ ຄື ເຊເບດາຍ ກັບລູກຈ້າງໄວ້ໃນເຮືອ ແລະ ຕິດຕາມພຣະອົງໄປ.
\s5
\v 21 ແລະພວກເພິ່ນພາກັນໄປທີ່ ເມືອງກາເປນາອູມ ແລະໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ເຂົ້າໄປໃນ ທັມະສາລາ ແລະ ພຣະອົງໄດ້ຕັ້ງຕົ້ນສັ່ງສອນຢູ່ທີ່ນັ້ນ.
\v 22 ຜູ້ຄົນປະຫລາດໃຈໃນຄຳສອນຂອງພຣະເຢຊູເຈົ້າ, ເພາະພຣະອົງ ບໍ່ໄດ້ສອນເຫມືອນພວກທັມະຈານ ແລະ ແຕ່ເປັນຢ່າງຜູ້ມີສິດອຳນາດ.
\s5
\v 23 ໃນເວລານັ້ນ ມີຊາຍຄົນຫນຶ່ງໃນທັມະສາລາ ທີ່ມີຜີຊົ່ວຮ້າຍສິງຢູ່ ແລະ ຮ້ອງຂຶ້ນວ່າ,
\v 24 “ພຣະເຢຊູໄທນາຊາເຣັດເອີຍ ພຣະອົງມາຫຍຸ້ງກ່ຽວນຳພວກເຮົາເຮັດຫຍັງ? ພຣະອົງມາທີ່ນີ້ ເພື່ອທຳລາຍພວກເຮົາບໍ? ພວກເຮົາຮູ້ແລ້ວວ່າພຮະອົງເປັນຜູ້ໃດ. ພຣະອົງກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ!”
\v 25 ພຣະເຢຊູເຈົ້າ ສັ່ງຫ້າມຜີຊົ່ວຮ້າຍ ນັ້ນວ່າ, “ມິດແມ ແລະ ອອກຈາກຊາຍຄົນນີ້ສາ!”
\v 26 ວິນຍານຮ້າຍນັ້ນໄດ້ເຮັດໃຫ້ລາວຊັກດິ້ນຢ່າງແຮງ ແລະ ມັນກໍອອກຈາກຮ່າງຂອງເຂົາ ດ້ວຍສຽງຮ້ອງດັງ.
\s5
\v 27 ຄົນທັງຫລາຍກໍງຶດປະຫລາດໃຈ, ດັ່ງນັ້ນພວກເຂົາຈຶ່ງຖາມກັນ ແລະ ກັນວ່າ, “ນີ້ແມ່ນຫຍັງ? ຄຳສອນແບບໃຫມ່ຢ່າງມີສິດທິອຳນາດຢ່າງນັ້ນບໍ? ພຣະອົງສາມາດສັ່ງໃຫ້ວິນຍານຊົ່ວຮ້າຍອອກໄປ ແລະ ມັນກໍຍອມຟັງພຣະອົງ!”
\v 28 ແລ້ວຊື່ສຽງ ຂອງພຣະເຢຊູເຈົ້າ ຈຶ່ງຊ່າລືໄປທົ່ວທຸກທີ່ທຸກບ່ອນໃນແຂວງຄາລີເລ.
\s5
\v 29 ຫລັງຈາກທີ່ອອກມາຈາກ ທັມະສາລາແລ້ວ, ພວກເຂົາກໍພາກັນໄປທີ່ເຮືອນຂອງຊີໂມນ ແລະ ອັນເດອາ, ໂດຍມີຢາໂກໂບ ແລະ ໂຢຮັນໄປນຳ.
\v 30 ເວລານັ້ນ ແມ່ເມັຽຂອງຊີໂມນ ກຳລັງນອນປ່ວຍດ້ວຍໄຂ້ສູງ, ແລະ ພວກເຂົາຈຶ່ງບອກເລື່ອງຂອງນາງກັບພຣະເຢຊູເຈົ້າ.
\v 31 ດັ່ງນັ້ນພຣະອົງຈຶ່ງໄປຫາ, ແລະ ຈັບມືນາງໃຫ້ລຸກຂຶ້ນ; ໃນທັນໃດນັ້ນໄຂ້ກໍຫາຍ, ແລະ ນາງກໍຄອຍບົວລະບັດຮັບໃຊ້ພຣະອົງ ແລະ ພວກ ສາວົກ.
\s5
\v 32 ໃນຕອນຄ້າຍແລງ, ພໍຕາເວັນຕົກດິນ, ປະຊາຊົນກໍພາທຸກຄົນທີ່ເຈັບປ່ວຍທັງຫມົດ ແລະ ຄົນທີ່ຖືກຜີມານຮ້າຍສິງມາຫາພຣະເຢຊູເຈົ້າ.
\v 33 ປະຊາຊົນໃນເມືອງທັງຫມົດ ໄດ້ມາອັ່ງອໍໂຮມກັນຢູ່ປະຕູ.
\v 34 ພຣະເຢຊູເຈົ້າ ໄດ້ຮັກສາຢຽວຢາຄົນປ່ວຍຈຳນວນຫລວງຫລາຍ ໃຫ້ຫາຍຈາກໂຣກພັຍຕ່າງໆ ແລະ ຂັບໄລ່ວິນຍານຜີມານຮ້າຍຈຳນວນຫລາຍອອກຈາກຄົນ, ແຕ່ພຣະອົງບໍ່ຊົງອະນຸຍາດໃຫ້ຜີຮ້າຍເວົ້າຫຍັງ ເພາະພວກມັນຮູ້ວ່າພຣະອົງເປັນຜູ້ໃດ.
\s5
\v 35 ພຣະເຢຊູເຈົ້າຕື່ນແຕ່ເຊົ້າ, ຂະນະທີ່ຍັງມືດຢູ່; ພຣະເຢຊູເຈົ້າໄດ້ອອກຈາກບ້ານແລະໄປຍັງສະຖານທີ່ງຽບສະຫງັດແລ້ວອະທິຖານຢູ່ທີ່ນັ້ນ.
\v 36 ຊີໂມນກັບ ບັນດາຄົນທີ່ຢູ່ກັບເຂົາກໍພາກັນອອກໄປຊອກຫາພຣະອົງ,
\v 37 ເມື່ອພວກເຂົາພົບພຣະອົງກໍເວົ້າວ່າ, “ທຸກຄົນກຳລັງຊອກຫາ ພຣະອົງຢູ່.”
\s5
\v 38 ພຣະເຢຊູເຈົ້າ ຕອບວ່າ, “ໃຫ້ພວກເຮົາ ໄປບ່ອນອື່ນໄປຍັງເມືອງທີ່ຢູ່ໃກ້ຄຽງເຖີດ, ເພື່ອວ່າເຮົາຈະໄດ້ປະກາດໃຫ້ແກ່ເຂົາ, ເພາະນີ້ຄືເຫດທີ່ເຮົາ ໄດ້ອອກມາທີ່ນີ້.”
\v 39 ພຣະອົງອອກໄປທົ່ວແຂວງຄາລີເລ, ເຂົ້າໄປສັ່ງສອນໃນທັມະສາລາ ແລະຂັບໄລ່ວິນຍານຊົ່ວຮ້າຍອອກຈາກຄົນ.
\s5
\v 40 ມີຊາຍທີ່ເປັນພະຍາດຂີ້ທູດຜູ້ຫນຶ່ງ ມາຫາພຣະເຢຊູເຈົ້າ, ລາວຄຸເຂົ່າລົງ ເເລະ ຂໍກັບພຣະອົງວ່າ “ຖ້າຫາກພຣະອົງພໍໃຈ, ກໍຈະເຮັດໃຫ້ ຂ້ານ້ອຍສະອາດດີໄດ້.”
\v 41 ພຣະເຢຊູເຈົ້າເກີດມີໃຈສົງສານ, ຈຶ່ງເດ່ມືອອກໄປແຕະຕ້ອງຕົວລາວ ແລະກ່າວວ່າ,“ເຮົາພໍໃຈໃຫ້ທ່ານຫາຍແລ້ວ ຈົ່ງດີສະອາດສາ.”
\v 42 ພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້, ແລະ ກາຍເປັນຄົນປົກກະຕິໃນທັນທີ.
\s5
\v 43 ພຣະເຢຊູເຈົ້າກຳຊັບເຂົາຢ່າງເຄັ່ງຄັດ ແລະບອກລາວໃຫ້ຫນີໄປ.
\v 44 ພຣະອົງກ່າວກັບລາວວ່າ, “ຢ່າບອກເລື່ອງນີ້ສູ່ຜູ້ໃດຟັງເປັນອັນຂາດ, ແຕ່ຈົ່ງໄປຫາປະໂລຫິດແລ້ວຖວາຍເຄື່ອງບູຊາຕາມທີ່ໂມເຊສັ່ງ, ເພື່ອເປັນພະຍານໃຫ້ກັບຄົນເຫລົ່ານັ້ນ”
\s5
\v 45 ແຕ່ເມື່ອຊາຍຄົນນີ້ອອກໄປແລ້ວນັ້ນກໍເລີ້ມປະກາດຂ່າວນີ້ໃຫ້ຄົນອື່ນຮູ້ຈົນພຣະເຢຊູເຈົ້າບໍ່ອາດ ເຂົ້າໃນເມືອງໄດ້ຢ່າງເປີດເຜີຍອີກຕໍ່ໄປ. ດັ່ງນັ້ນພຣະອົງໄດ້ໄປອາສັຍຢູ່ໃນບ່ອນປ່ຽວ ແລ້ວກໍຍັງມີຄົນຈາກທຸກທີ່ທຸກບ່ອນມາຫາພຣະອົງ.
\s5
\c 2
\cl ບົດທີ 2
\p
\v 1 ເມື່ອພຣະອົງໄດ້ກັບຄືນໄປກາເປນາອູມ ຫລັງຈາກນັ້ນບໍ່ເທົ່າໃດວັນ, ຄົນທັງຫລາຍ ໄດ້ຍິນວ່າພຣະອົງພັກຢູ່ທີ່ບ້ານ.
\v 2 ຄົນຢ່າງຫລວງຫລາຍຈຶ່ງມາຊຸມນຸມກັນຈົນບໍ່ມີບ່ອນຫວ່າງ, ແມ່ນແຕ່ທີ່ປະຕູ, ແລະ ພຣະເຢຊູເຈົ້າກໍ່ກ່າວພຣະທັມສູ່ພວກເຂົາຟັງ.
\s5
\v 3 ແລ້ວຊາຍບາງຄົນນຳຄົນທີ່ເປັນເປັ້ຽມາຫາພຣະອົງ; ຊຶ່ງມີຄົນສີ່ຄົນກຳລັງຫາມຄົນເປັ້ຽມາ.
\v 4 ເມື່ອພວກເຂົາບໍ່ສາມາດນຳຊາຍຄົນນັ້ນເຂົ້າໄປຫາພຣະອົງໄດ້ເນື່ອງຈາກມີປະຊາຊົນຫນ້າບຽດສຽດກັນຢູ່, ພວກເຂົາຈຶ່ງຮື້ຫລັງຄາທີ່ຢູ່ຊື່ບ່ອນພຣະເຢຊູເຈົ້າກຳລັງນັ່ງຢູ່, ແລະ ແລ້ວພວກເຂົາກໍເຈາະຫລັງຄາເປັນປ່ອງແລ້ວ, ພວກເຂົາກໍຢ່ອນຄົນເປັ້ຽຢູ່ເທິງບ່ອນນອນຂອງລາວ ລົງມາ.
\s5
\v 5 ເມື່ອພຣະເຢຊູເຈົ້າເຫັນຄວາມເຊື່ອຂອງພວກເຂົາ, ພຣະອົງກໍຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ.”
\v 6 ແຕ່ພວກທັມະຈານທີ່ນັ່ງໃນທີ່ນັ້ນກໍຄິດຢູ່ໃນໃຈວ່າ,
\v 7 “ຊາຍຄົນນີ້ເວົ້າຢ່າງນີ້ໄດ້ຢ່າງໃດ? ເຂົາກຳລັງເວົ້າຫມິ່ນປະຫມາດພຣະເຈົ້າ! ໃຜທີ່ສາມາດຍົກໂທດບາບໄດ້ນອກຈາກພຣະເຈົ້າພຽງຜູ້ດຽວ?”
\s5
\v 8 ທັນໃດນັ້ນ ພຣະເຢຊູເຈົ້າ ຮູ້ໃນພຣະວິນຍານວ່າ ພວກເຂົາກຳລັງຄິດໃນໃຈຫຍັງຢູ່. ພຣະອົງຈຶ່ງກ່າວກັບພວກເຂົາວ່າ,“ເປັນຫຍັງພວກທ່ານຈຶ່ງຄິດເລື່ອງນີ້ຢູ່ໃນໃຈ?
\v 9 ອັນໃດຈະງ່າຍກວ່າກັນທີ່ຈະບອກຄົນເປັ້ຽນີ້ວ່າ, ‘ບາບຂອງເຈົ້າໄດ້ຮັບການອະພັຍແລ້ວ’ ຫລື ກ່າວວ່າ,‘ຈົ່ງລຸກຂຶ້ນເອົາບ່ອນນອນຂອງເຈົ້າ ແລະ ຍ່າງເມືອ?
\s5
\v 10 ແຕ່ເພື່ອພວກທ່ານຈະຮູ້ວ່າ ບຸດມະນຸດມີອຳນາດທີ່ຈະຍົກໂທດຄວາມຜິດບາບຂອງມະນຸດໄດ້.” ພຣະອົງຈຶ່ງກ່າວແກ່ຄົນທີ່ເປັນເປັ້ຽວ່າ,
\v 11 “ເຮົາສັ່ງເຈົ້າວ່າ, ຈົ່ງລຸກຂຶ້ນ, ຍົກເອົາບ່ອນນອນຂອງເຈົ້າ ແລະ ກັບໄປທີ່ບ້ານຂອງເຈົ້າ.”
\v 12 ເຂົາກໍລຸກຂຶ້ນ ແລະ ຍົກເອົາບ່ອນນອນຂອງຕົນໃນທັນທີ, ແລະ ກັບໄປບ້ານຕໍ່ຫນ້າຕໍ່ຕາທຸກຄົນ, ເຫດສະນັ້ນພວກເຂົາທຸກຄົນກໍງຶດປະຫລາດໃຈ ແລະ ພວກເຂົາກໍສັນຣະເສີນພຣະສະຫງ່າຣາສີພຣະເຈົ້າ, ແລະ ພວກເຂົາບອກວ່າ, "ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ເລີຍ."
\s5
\v 13 ພຣະເຢຊູເຈົ້າສະເດັດໄປທີ່ແຄມທະເລສາບອີກ, ປະຊາຊົນໄດ້ເຂົ້າມາຫາພຣະອົງ ແລະ ພຣະອົງໄດ້ສັ່ງສອນພວກເຂົາ.
\v 14 ຂະນະທີ່ພຣະອົງກຳລັງຍ່າງຜ່ານໄປນັ້ນ, ພຣະອົງກໍເຫັນເລວີລູກຊາຍຂອງອາລະຟາຍກຳລັງນັ່ງຢູ່ທີ່ດ່ານເກັບພາສີ, ແລະພຣະອົງກ່າວກັບລາວວ່າ,“ຈົ່ງຕາມເຮົາມາ.” ເຂົາກໍລຸກຂຶ້ນແລະຕາມພຣະອົງໄປ.
\s5
\v 15 ຂະນະທີ່ພຣະເຢຊູເຈົ້າກຳລັງຮັບປະທານອາຫານທີ່ເຮືອນຂອງເລວີ. ມີຄົນເກັບພາສີ ແລະ ຄົນບາບຈຳນວນຫລາຍກໍກຳລັງຮັບປະທານອາຫານຮ່ວມກັບພຣະເຢຊູເຈົ້າແລະ ສາວົກຂອງພຣະອົງ, ເພາະພວກເຂົາມີຈຳນວນຫລາຍແລະພວກເຂົາໄດ້ຕິດຕາມພຣະອົງ.
\v 16 ເມື່ອພວກທັມະຈານ, ຊຶ່ງເປັນຝ່າຍຟາຣີຊາຍໄດ້ເຫັນພຣະເຢຊູເຈົ້າກຳລັງກິນເຂົ້າກັບຄົນບາບ ແລະ ຄົນເກັບພາສີ, ພວກເຂົາຈຶ່ງເວົ້າກັບພວກສາວົກຂອງພຣະອົງວ່າ, “ເປັນຫຍັງເພິ່ນຈຶ່ງກິນເຂົ້າຮວ່ມກັບຄົນເກັບພາສີ ແລະ ຄົນບາບເຫລົ່ານີ້?”
\s5
\v 17 ເມື່ອພຣະເຢຊູເຈົ້າໄດ້ຍິນເຊັ່ນນີ້ ພຣະອົງຈຶ່ງຕອບພວກເຂົາວ່າ, “ຄົນທີ່ມີຮ່າງກາຍແຂງແຮງດີບໍ່ຕ້ອງການຫມໍ, ຄົນປ່ວຍເທົ່ານັ້ນທີ່ຕ້ອງການຫມໍ. ເຮົາບໍ່ໄດ້ມາຫາຄົນທີ່ເອີ້ນວ່າເປັນຄົນຊອບທັມ, ແຕ່ມາເອີ້ນຄົນທີ່ເປັນຄົນບາບ”
\s5
\v 18 ໃນເວລານັ້ນສາວົກຂອງໂຢຮັນ ແລະ ພວກຟາຣີຊາຍ ກຳລັງຖືສິນອົດອາຫານ. ມີບາງຄົນມາ ແລະ ເວົ້າກັບພຣະອົງວ່າ, “ເປັນຫຍັງສາວົກຂອງໂຢຮັນ ແລະສາວົກພວກຟາຣີຊາຍຖືສິນອົດອາຫານ, ສ່ວນສາວົກຂອງພຣະອົງຄືບໍ່ຖືສິນອົດອາຫານ?
\v 19 ພຣະເຢຊູເຈົ້າຕອບວ່າ, “ເພື່ອນຂອງເຈົ້າບ່າວຈະຖືສິນອົດອາຫານໃນຂະນະທີ່ເຈົ້າບ່າວ ຍັງຢູ່ນຳພວກເຂົາບໍ? ຕາບເທົ່າທີ່ເຈົ້າບ່າວຍັງຢູ່ກັບພວກເຂົາ, ພວກເຂົາກໍບໍ່ຕ້ອງອົດອາຫານ.
\s5
\v 20 ແຕ່ເມື່ອເວລານັ້ນມາເຖິງເມື່ອເຈົ້າບ່າວຖືກຮັບໄປຈາກພວກເຂົາ, ໃນເວລານັ້ນພວກເຂົາຈະຖືສິນອົດອາຫານ.”
\v 21 ບໍ່ມີໃຜຫຍິບເສດຜ້າໃຫມ່ລົງເທິງເສື້ອຜ້າເກົ່າ, ຊຶ່ງຈະເຮັດໃຫ້ຮອຍຕາບຂາດອອກຈາກເສື້ອຜ້າເກົ່າ ຜ້າໃຫມ່ຂາດອອກຈາກຜ້າເກົ່າ ແລະ ຮອຍຂາດຈະກ້ວາງຫລາຍຂຶ້ນ.
\s5
\v 22 ບໍ່ມີຜູ້ໃດໃສ່ເຫລົ້າອະງຸ່ນໃຫມ່ໄວ້ໃນຖົງຫນັງເກົ່າ, ເພາະການເຮັດຢ່າງນັ້ນຈະເປັນການເຮັດໃຫ້ຖົງຫນັງຂາດ ແລະ ທັງເຫລົ້າອະງຸ່ນກໍຈະເສັຽໄປແທນທີ່ຈະທຳເຊັ່ນນັ້ນ ຈົ່ງໃສ່ເຫລົ້າອະງຸ່ນໃຫມ່ໃນຖົງຫນັງໃຫມ່.”
\s5
\v 23 ໃນວັນສະບາໂຕ ພຣະເຢຊູເຈົ້າໄດ້ຍ່າງຜ່ານທົ່ງນາ ແລະ ພວກສາວົກເຫລົ່ານັ້ນກໍເດັດເອົາຮວງເຂົ້າມາກິນ.
\v 24 ພວກຟາຣີຊາຍຈຶ່ງເວົ້າຕໍ່ພຣະອົງວ່າ, “ເບິ່ງແມ "ເປັນຫຍັງ ພວກສາວົກຂອງທ່ານ ຈຶ່ງເຮັດສິ່ງທີ່ຜິດກົດບັນຍັດໃນວັນສະບາໂຕ?"
\s5
\v 25 ພຣະອົງ ຊົງຕອບພວກເຂົາວ່າ, "ທ່ານບໍ່ເຄີຍອ່ານກຽ່ວກັບດາວິດໃນຄາວທີ່ທ່ານລຳບາກ ແລະ ຫິວ - ທັງທ່ານ ແລະ ຄົນຂອງທ່ານ ບໍ?.
\v 26 ດາວິດໄດ້ເຂົ້າໄປທີ່ສະຖິດຂອງພຣະເຈົ້າໃນເວລາທີ່ອາບີອາທາເປັນມະຫາປະໂລຫິດ ແລະ ກິນເຂົ້າຈີ່ ທີ່ໄດ້ຖວາຍແກ່ ພຣະເຈົ້າ, ຊຶ່ງໃຜກໍຕາມທີ່ກິນເປັນການທຳຜິດກົດບັນຍັດນອກຈາກພວກປະໂລຫິດເທົ່ານັ້ນ, ແລະ ທ່ານກໍຍັງໃຫ້ເຂົ້າຈີ່ເຫລົ່ານັ້ນແກ່ຄົນທີ່ມາກັບທ່ານກິນດ້ວຍໄດ້ຢ່າງໃດ?"
\s5
\v 27 ພຣະເຢຊູເຈົ້າກ່າວວ່າ, “ວັນສະບາໂຕໄດ້ສ້າງໄວ້ເພື່ອມະນຸດ, ບໍ່ໄດ້ສ້າງມະນຸດໄວ້ເພື່ອວັນສະບາໂຕ.
\v 28 ເພາະເຫດນັ້ນ, ບຸດມະນຸດຄືເຈົ້ານາຍເຫນືອວັນສະບາໂຕ.”
\s5
\c 3
\cl ບົດທີ 3
\p
\v 1 ພຣະເຢຊູເຈົ້າເຂົ້າໄປໃນທັມະສາລາອີກເທື່ອຫນຶ່ງ ແລະ ທີ່ນັ້ນມີຊາຍຜູ້ຫນຶ່ງ ທີ່ມືລີບ.
\v 2 ມີບາງຄົນຈ້ອງຈັບຜິດພຣະອົງວ່າ ພຣະອົງຈະຮັກສາຊາຍຄົນນີ້ໃນວັນສະບາໂຕຫລືບໍ່? ທັງນີ້ກໍເພື່ອຈະສາມາດກ່າວຫາພຣະອົງ.
\s5
\v 3 ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ລຸກຂຶ້ນ ແລະ ຢືນຢູ່ກາງທຸກຄົນ.”
\v 4 ແລ້ວພຣະອົງກໍເວົ້າກັນຝູງຊົນນັ້ນວ່າ, “ເປັນສິ່ງທີ່ຖືກຕ້ອງຫລືບໍ່ ທີ່ຈະທຳສິ່ງດີໃນວັນສະບາໂຕແທນທີ່ຈະທຳສິ່ງຊົ່ວ; ທີ່ຈະຊ່ວຍຊີວິດຄົນແທນທີ່ຈະໃຫ້ເຂົາຕາຍ?” ແຕ່ພວກເຂົາທັງຫລາຍໄດ້ມິດຢູ່.
\s5
\v 5 ພຣະອົງຫລຽວເບິ່ງພວກເຂົາດ້ວຍຄວາມເຄືອງໃຈ ແລະ ເສົ້າໃຈຢ່າງຍິ່ງ, ຕໍ່ໃຈທີ່ແຂງກະດ້າງຂອງພວກເຂົາ. ແລະພຣະອົງໄດ້ກ່າວແກ່ຊາຍຄົນນັ້ນວ່າ, “ຢຽດມືຂອງເຈົ້າອອກ.” ລາວຈຶ່ງຢຽດມືອອກມາ, ແລ້ວພຣະເຢຊູເຈົ້າຊົງຮັກສາມືຂອງລາວໃຫ້ດີປົກກະຕິ.
\v 6 ພວກຟາຣີຊາຍຈຶ່ງຮີບອອກໄປໂດຍທັນທີ ແລະ ວາງແຜນຮ້າຍກັບພວກເຮໂຣດຕໍ່ຕ້ານພຣະອົງເພື່ອໃຫ້ເຖິງຕາຍ.
\s5
\v 7 ຕໍ່ມາພຣະເຢຊູເຈົ້າກັບພວກສາວົກ ຂອງພຣະອົງອອກໄປທີ່ທະເລສາບ, ແລະ ມີປະຊາຊົນຫມູ່ໃຫຍ່ຕາມພຣະອົງມາຈາກຄາລີເລ, ແລະ ຈາກຢູດາຍ.
\v 8 ຈາກເຢຣູຊາເລັມ, ແລະ ຈາກອີດູມາຍ, ແລະຈາກທີ່ໄກເກີນໄປຈາກຈໍແດນ ແລະ ຂົງເຂດອ້ອມແອ້ມ ເມືອງຕີເຣ ແລະ ຊີໂດນ. ເມື່ອພວກເຂົາໄດ້ຍິນທຸກສິ່ງທີ່ພຣະອົງກະທຳ, ປະຊາຊົນຫມູ່ໃຫຍ່ຈຶ່ງໄດ້ຕາມພຣະອົງມາ.
\s5
\v 9 ແລະ ພຣະອົງຈຶ່ງບອກໃຫ້ພວກສາວົກ ຕຽມເຮືອນ້ອຍລຳຫນຶ່ງໄວ້ໃຫ້ພ້ອມເນື່ອງຈາກຝູງຊົນມາກັນຈຳນວນຫລາຍແລະເພື່ອບໍ່ໃຫ້ພວກເຂົາບຽດກັບພຣະອົງ.
\v 10 ເນື່ອງຈາກພຣະອົງໄດ້ຮັກສາຫລາຍຄົນ ເຮັດໃຫ້ຄົນທີ່ເຈັບປ່ວຍພະຍາຍາມບຽດໃກ້ພຣະອົງ ເພື່ອຈະໄດ້ແຕະຕ້ອງພຣະອົງ.
\s5
\v 11 ເມື່ອໃດກໍຕາມ ທີ່ເຫລົ່າວິນຍານຊົ່ວເຫັນພຣະອົງພວກມັນລົ້ມລົງຕໍ່ຫນ້າພຣະອົງແລະຮ້ອງຂຶ້ນວ່າ,“ທ່ານຜູ້ເປັນພຣະບຸດຂອງພຣະເຈົ້າ.”
\v 12 ພຣະອົງຈຶ່ງສັ່ງຫ້າມພວກມັນວ່າຢ່າເປີດເຜີຍວ່າພຣະອົງຄືຜູ້ໃດ.
\s5
\v 13 ພຣະອົງຂຶ້ນໄປເທິງພູເຂົາ, ແລະ ຊົງເອີ້ນເອົາຜູ້ທີ່ພຣະອົງຕ້ອງການພົບມາຫາແລ້ວຄົນເຫລົ່ານັ້ນກໍມາຫາພຣະອົງ
\v 14 ພຣະອົງແຕ່ງຕັ້ງສິບສອງຄົນ ແລະເອີ້ນພວກເພິ່ນວ່າ,"ອັກຄະສາວົກ" ເພື່ອທີ່ພວກເຂົາຈະໄດ້ໃຊ້ເວລາຢູ່ກັບພຣະອົງ ແລະ ຈະໄດ້ສົ່ງພວກເຂົາອອກໄປປະກາດ,
\v 15 ແລະ ໃຫ້ສິດອຳນາດຂັບໄລ່ຜີມານຮ້າຍອອກໄດ້.
\v 16 ພຣະອົງແຕ່ງຕັ້ງສິບສອງຄົນດັ່ງນີ້: ຊີໂມນ ຊຶ່ງພຣະອົງເອີ້ນຊື່ວ່າ ເປໂຕ;
\s5
\v 17 ຢາໂກໂບລູກຂອງເຊເບດາຍ, ແລະ ໂຢຮັນນ້ອງຊາຍຂອງຢາໂກໂບຊຶ່ງພຣະອົງເອີ້ນທັງສອງວ່າ"ໂບອະເນເຄ", ຊຶ່ງມີຄວາມຫມາຍວ່າ, ລູກຟ້າຮ້ອງ;
\v 18 ແລະ ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ ລູກຊາຍ ຂອງອາລະຟາຍ, ທາດາຍ, ຊີໂມນ ຜູ້ຮັກຊາດ,
\v 19 ແລະ ຢູດາອິດສະກາຣີອົດຜູ້ຊຶ່ງຕໍ່ມາທໍຣະຍົດພຣະອົງ.
\s5
\v 20 ຕໍ່ມາເມື່ອພຣະເຢຊູເຈົ້າໄດ້ກັບໄປທີ່ບ້ານ, ແລະ ປະຊາຊົນກໍຍັງຫລັ່ງໄຫລຕາມພຣະອົງມາຈົນພຣະອົງບໍ່ມີຮອດເວລາກິນເຂົ້າຈີ່.
\v 21 ເມື່ອຄົນໃນຄອບຄົວຂອງພຣະອົງໄດ້ຍິນເລື່ອງນີ້ກໍຕ້ອງການມາເອົາພຣະອົງກັບໄປ, ເພາະພວກເຂົາເວົ້າກັນວ່າ, “ພຣະອົງ ເສັຽສະຕິໄປແລ້ວ”.
\v 22 ພວກທັມະຈານຊຶ່ງລົງມາຈາກເຢຣູຊາເລັມໄດ້ກ່າວວ່າ, “ພຣະອົງຖືກຄອບງຳໂດຍເບເອນເຊບູນ", ແລະ ທີ່ພຣະອົງຂັບຜີມານຮ້າຍອອກໄດ້ ກໍໂດຍອຳນາດ ຂອງເບເອນເຊບູນນາຍຜີມານຮ້າຍ.”
\s5
\v 23 ພຣະເຢຊູເຈົ້າຈຶ່ງເອີ້ນພວກເຂົາມາຫາພຣະອົງ ແລະ ຊົງກ່າວເປັນຄຳອຸປະມາວ່າ, “ມານຊາຕານຈະຂັບໄລ່ມານຊາຕານເອງໃຫ້ອອກໄດ້ຢ່າງໃດ?
\v 24 ຫາກອານາຈັກໃດ ແຕກແຍກກັນແລ້ວກໍບໍ່ອາດລວມກັນໄດ້ເຊັ່ນກັນ,
\v 25 ຖ້າຄົວເຮືອນໃດແຕກແຍກກັນແລ້ວ, ກໍບໍ່ອາດລວມກັນໄດ້ເຊັ່ນກັນ.
\s5
\v 26 ຖ້າມານຊາຕານຈະຕໍ່ສູ້ກັບຕົວມັນເອງ ແລະ ແຕກແຍກກັນມັນກໍບໍ່ສາມາດລວມກັນໄດ້, ແຕ່ຕ້ອງມາເຖິງຈຸດຈົບ.
\v 27 ບໍ່ມີຜູ້ໃດຈະເຂົ້າໄປໃນເຮືອນຂອງຄົນ ທີ່ແຂງແຮງ ແລະ ລັກເອົາສິ່ງຂອງໄປໄດ້ຫາກບໍ່ໄດ້ຈັບຄົນທີ່ແຂງແຮງນັ້ນມັດເສັຽກ່ອນ, ແລ້ວຈຶ່ງ ຈະເຂົ້າໄປປຸ້ນເຮືອນນັ້ນໄດ້.”
\s5
\v 28 ເຮົາຂໍບອກຄວາມຈິງກັບທ່ານວ່າບາບທັງຫມົດຂອງມະນຸດຈະໄດ້ຮັບການຍົກໂທດ, ແມ່ນແຕ່ຄຳເວົ້າຫມິ່ນປະຫມາດທັງຫມົດ.
\v 29 ແຕ່ຜູ້ໃດກໍຕາມທີ່ເວົ້າຫມິ່ນປະຫມາດພຣະວິນຍານບໍຣິສຸດເຈົ້າຈະບໍ່ໄດ້ຮັບການຍົກໂທດແຕ່ຈະມີຄວາມຜິດບາບຕິດຕົວຕະຫລອດໄປ.”
\v 30 ພຣະເຢຊູເຈົ້າກ່າວ ເຊັ່ນນີ້ເພາະພວກເຂົາເວົ້າກັນວ່າ, “ພຣະອົງມີວິນຍານຊົ່ວຮ້າຍເຂົ້າສິງຢູ່.”
\s5
\v 31 ຕໍ່ມາແມ່ ແລະ ພີ່ນ້ອງຂອງພຣະອົງໄດ້ມາຫາພຣະອົງ ແລະ ຢືນຢູ່ຂ້າງນອກ. ພວກເຂົາໃຊ້ຄົນເຂົ້າໄປເອີ້ນພຣະອົງ.
\v 32 ໃນຂະນະທີ່ປະຊາຊົນນັ່ງອ້ອມພຣະອົງຢູ່ ພວກເຂົາເວົ້າວ່າ, “ທ່ານເອີຍ, ແມ່ແລະພີ່ນ້ອງຂອງທ່ານກຳລັງລໍພົບທ່ານຢູ່ຂ້າງນອກ.”
\s5
\v 33 ພຣະອົງຊົງຕອບວ່າ, “ຜູ້ໃດເປັນແມ່ ແລະ ພີ່ນ້ອງຂອງເຮົາ?”
\v 34 ພຣະອົງກໍຫລຽວເບິ່ງລອບໆໄປຍັງປະຊາຊົນທີ່ນັ່ງອ້ອມ ຮອບພຣະອົງຢູ່ ແລະກ່າວວ່າ, “ຈົ່ງເບິ່ງນີ້ຄືແມ່ ແລະ ພີ່ນ້ອງຂອງເຮົາ!
\v 35 ຜູ້ໃດກໍຕາມທີ່ຍອມປະຕິບັດຕາມພຣະປະສົງຂອງພຣະເຈົ້າ, ຜູ້ນັ້ນຄືພີ່ນ້ອງຊາຍຍິງແລະແມ່ຂອງເຮົາ.”
\s5
\c 4
\cl ບົດທີ 4
\p
\v 1 ພຣະເຢຊູເຈົ້າຊົງເລີ້ມຕົ້ນສອນປະຊາຊົນອີກຄັ້ງຫນຶ່ງທີ່ແຄມທະເລຊຶ່ງມີປະຊາຊົນຫລວງຫລາຍມາຟັງຄຳສອນຂອງພຣະອົງ. ພຣະອົງຈຶ່ງສະເດັດລົງໄປໃນເຮືອ ແລະ ນັ່ງຢູ່ໃນເຮືອ ສ່ວນປະຊາຊົນໄດ້ນັ່ງທີ່ແຄມຝັ່ງທະເລ.
\v 2 ພຣະອົງສອນຫລາຍຢ່າງໂດຍໃຊ້ຄຳອຸປະມາພຣະອົງໄດ້ສອນວ່າ,
\s5
\v 3 “ຈົ່ງຟັງເຖີດ ມີຊາຍຄົນຫນຶ່ງອອກໄປຫວ່ານເມັດພືດ.
\v 4 ຂະນະທີ່ເຂົາຫວ່ານເມັດພືດລົງໄປນັ້ນ, ບາງເມັດຕົກຕາມຫົນທາງ ແລ້ວມີນົກມາສັບກິນເສັຽ.
\v 5 ບາງເມັດ ຕົກໃສ່ດິນທີ່ມີຫີນ, ທີ່ມີດິນຫນ້ອຍແລະພືດນັ້ນຈຶ່ງງອກຂຶ້ນມາໃນທັນທີເພາະພື້ນດິນບໍ່ເລິກ.
\s5
\v 6 ແຕ່ເມື່ອຖືກແສງແດດກ້າ, ພືດນັ້ນກໍຫ່ຽວແຫ້ງໄປເນື່ອງຈາກຮາກຍັງບໍ່ເລິກ.
\v 7 ເມັດພືດອື່ນທີ່ໄດ້ຕົກໃສ່ຫນາມ ແລະ ຕົ້ນຫນາມເຫລົ່ານີ້ກໍໃຫຍ່ຂຶ້ນດ້ວຍກັນແລະຫຸ້ມຮັດພືດເຫລົ່ານັ້ນໄວ້ຈຶ່ງເກີດຜົນບໍ່ໄດ້.
\s5
\v 8 ບາງເມັດກໍຕົກໃສ່ພື້ນດິນທີ່ດີ, ຊຶ່ງເຮັດໃຫ້ພືດນັ້ນງອກງາມຈະເຣີນເຕີບໂຕ ແລະເກີດຜົນໄດ້ໂດຍບາງສ່ວນກໍອອກຜົນເປັນສາມສິບເທົ່າ, ຫົກສິບເທົ່າ ແລະຮ້ອຍເທົ່າ.”
\v 9 ແລະ ພຣະອົງຈຶ່ງໄດ້ກ່າວວ່າ, “ຜູ້ໃດມີຫູຟັງຈົ່ງຟັງເຖີດ!"
\s5
\v 10 ເມື່ອພຣະເຢຊູເຈົ້າຢູ່ຕາມລຳພັງກໍມີຜູ້ຄົນທີ່ໃກ້ຊິດພຣະອົງແລະສາວົກສິບສອງຄົນ ມາຫາພຣະອົງແລະຖາມກ່ຽວກັບຄຳອຸປະມານັ້ນ.
\v 11 ພຣະອົງຈຶ່ງຊົງຕອບພວກເພິ່ນ ວ່າ,"ສຳລັບພວກທ່ານ, ເຮົາໄດ້ເປີດເຜີຍຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ກັບທ່ານ, ແຕ່ຄົນອື່ນນັ້ນເຮົາກ່າວກັບພວກເຂົາເປັນຄຳອຸປະມາ
\v 12 ເພື່ອວ່າເມື່ອພວກເຂົາເບິ່ງແລ້ວເບິ່ງອີກກໍເບິ່ງບໍ່ເຫັນ, ແລະ ເມື່ອເຂົາຟັງແລ້ວ, ຟັງອີກແຕ່ກໍບໍ່ເຂົ້າໃຈ, ບໍ່ສະນັ້ນພວກເຂົາ ຈະກັບມາຫາພຣະເຈົ້າ ແລະ ຮັບການການຍົກໂທດຈາກພຣະອົງ."
\s5
\v 13 ແລ້ວພຣະເຢຊູເຈົ້າໄດ້ເວົ້າກັບພວກເພິ່ນວ່າ, “ພວກທ່ານບໍ່ເຂົ້າໃຈຄຳອຸປະມານີ້ບໍ? ແລ້ວພວກທ່ານຈະເຂົ້າໃຈຄຳອຸປະມາທັງຫມົດນັ້ນໄດ້ຢ່າງໃດ?
\v 14 ຊາວນາຜູ້ຫວ່ານໄດ້ຫວ່ານເມັດພືດ ຄືຜູ້ທີ່ຫວ່ານພຣະທັມຂອງພຣະເຈົ້າ.
\v 15 ເມັດທີ່ຕົກຕາມຫົນທາງ, ໃນບ່ອນທີ່ໄດ້ຫວ່ານຖ້ອຍຄຳຂອງພຣະເຈົ້າ, ເມື່ອເຂົາໄດ້ຍິນພຣະທັມນັ້ນມານຊາຕານກໍມາເອົາພຣະທັມຈາກເຂົາໄປເສັຽທັນທີ.
\s5
\v 16 ບາງສ່ວນຕົກໃສ່ພື້ນຫີນທີ່ດິນທີ່ມີຫນ້ອຍ, ຄືຜູ້ທີ່ໄດ້ຍິນພຣະທັມແລ້ວ, ກໍຮັບເອົາໄວ້ທັນທີດ້ວຍຄວາມຊື່ນຊົມຍິນດີ.
\v 17 ພວກເຂົາບໍ່ມີຮາກຫມັ້ນໃນເຂົາເອງ, ຈຶ່ງເຮັດໃຫ້ເຂົາມີຄວາມອົດທົນໄດ້ພຽງເວລາສັ້ນໆ. ໃນເມື່ອໄດ້ຮັບຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະທັມພວກເຂົາຈຶ່ງສະດຸດທັນທີ.
\s5
\v 18 ແລະ ບາງເມັດຕົກໃສ່ພື້ນດິນກາງພຸ່ມຫນາມ, ຄືຜູ້ທີ່ໄດ້ຟັງພຣະທັມ.
\v 19 ແຕ່ຍັງມີຄວາມສົນໃຈກັບໂລກນີ້, ການຫລອກລວງດ້ວຍຄວາມຮັ່ງມີ, ແລະທັງມີຄວາມປາຖນາໃນສິ່ງຕ່າງໆໄດ້ເຂົ້າ ຊຶ່ງສິ່ງເຫລົ່ານີ້ມາຫຸ້ມຮັດ ພຣະທັມໄວ້ບໍ່ໃຫ້ເກີດຜົນ.
\v 20 ສ່ວນເມັດທີ່ ຕົກໃສ່ພື້ນດິນທີ່ດີ, ຄືຜູ້ທີ່ໄດ້ຟັງພຣະທັມແລ້ວ, ຮັບໄວ້ຈຶ່ງເຮັດໃຫ້ເກີດຜົນ - ສາມສິບເທົ່າ, ຫົກສິບເທົ່າ ແລະ ຫນຶ່ງຮ້ອຍເທົ່າ.”
\s5
\v 21 ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ເມື່ອທ່ານນຳຕະກຽງເຂົ້າມາໃນເຮືອນນັ້ນທ່ານນຳເອົາໄປວາງໄວ້ຢູ່ກ້ອງຖັງ, ຫລືວ່ານຳໄປວາງໄວ້ກ້ອງຕຽງນອນບໍ? ທ່ານຍ່ອມນຳໄປ ຕັ້ງໄວ້ເທິງເຊີງຕະກຽງ.
\v 22 ເຊັ່ນດຽວກັນ ບໍ່ມີສິ່ງໃດທີ່ຖືກປິດຊ້ອນໄວ້ຈະບໍ່ມີໃຜຮູ້, ແລະ ບໍ່ມີຄວາມລັບໃດຈະບໍ່ຖືກເປີດເຜີຍ,
\v 23 ຜູ້ໃດມີຫູຟັງຈົ່ງຟັງເອົາ!"
\s5
\v 24 ພຣະເຢຊູເຈົ້າກ່າວກັບພວກເຂົາ ວ່າ, “ທ່ານຈົ່ງເອົາໃຈໃສ່ໃນສິ່ງທີ່ທ່ານໄດ້ຍິນ, ດ້ວຍວ່າ ພວກທ່ານຈະວັດແທກໃຫ້ຄົນອື່ນດ້ວຍ ເຄື່ອງວັດແທກຢ່າງໃດ, ພຣະອົງກໍຈະວັດແທກໃຫ້ກັບພວກທ່ານດ້ວຍເຄື່ອງວັດແທກຢ່າງນັ້ນ.
\v 25 ດ້ວຍວ່າ, ຜູ້ໃດທີ່ມີຢູ່ແລ້ວ, ພຣະອົງກໍຈະເພີ້ມຕື່ມໃຫ້ອີກ, ແຕ່ຜູ້ໃດທີ່ບໍ່ມີ ແມ່ນວ່າເຂົາມີຢູ່ນັ້ນ ພຣະອົງກໍຈະເອົາໄປເສັຽຈາກເຂົາ.”
\s5
\v 26 ແລະພຣະອົງກ່າວວ່າ, “ອານາຈັກຂອງພຣະເຈົ້າເປັນເຫມືອນຊາຍຄົນຫນຶ່ງໄດ້ຫວ່ານເມັດພືດໃສ່ນາຂອງຕົນ.
\v 27 ເມື່ອເຂົາ ນອນຫລັບໃນເວລາກາງຄືນແລ້ວຕື່ນຂຶ້ນມາໃນຕອນກາງເວັນເມັດທີ່ເຂົາຫວ່ານກໍງອກ ແລະ ຈະເຕີບໃຫຍ່ຂຶ້ນເຂົາບໍ່ສາມາດເຂົ້າໃຈວ່າເປັນໄປໄດ້ຢ່າງໃດ.
\v 28 ເພາະວ່າແຜ່ນດິນເຮັດໃຫ້ ເມັດພືດງອກງາມເຕີບໂຕຂຶ້ນເອງ. ທຳອິດອອກເປັນໃບກ່ອນແລ້ວຕໍ່ມາເປັນຮວງຕໍ່ຈາກນັ້ນກໍມີເມັດເຂົ້າຕຶ່ງເຕັມຮວງ.
\v 29 ເມື່ອຮວງເຂົ້າສຸກ ແລະ ພ້ອມທີ່ຈະເກັບກຽ່ວພຣະອົງກໍສົ່ງຄົນມາກ່ຽວໃນທັນທີ, ເພາະເວລາທີ່ຈະເກັບກ່ຽວໄດ້ມາເຖິງແລ້ວ.”
\s5
\v 30 ພຣະເຢຊູເຈົ້າກ່າວວ່າ, “ເຮົາຈະປຽບແຜ່ນດິນສະຫວັນເຫມືອນອັນໃດດີ? ຫລືຈະເວົ້າເປັນຄຳອຸປະມາຢ່າງໃດ?
\v 31 ກໍປຽບເຫມືອນແກ່ນຜັກກາດທີ່ຖືກຫວ່ານລົງໄປໃນດິນ ຊຶ່ງເມັດຂອງມັນກໍນ້ອຍກວ່າເມັດໃດໆຂອງພືດທັງປວງໃນໂລກ
\v 32 ແຕ່ເມື່ອຖືກຫວ່ານລົງ ໄປມັນກໍເຕີບໂຕຂຶ້ນແລະ ກາຍເປັນຕົ້ນທີ່ໃຫຍ່ ກວ່າຜັກທັງປວງໃນສວນນັ້ນແລະ ມັນແຜ່ກິ່ງກ້ານໃຫຍ່ອອກມາຈຶ່ງເຮັດໃຫ້ພວກນົກປ່າສາມາດມາເຮັດຮັງຢູ່ໄດ້.”
\s5
\v 33 ພຣະອົງໄດ້ກ່າວສອນຖ້ອຍຄຳຂອງພຣະເຈົ້າເປັນຄຳອຸປະມາແບບນີ້ຫລາຍເລື່ອງ ຕາມທີ່ພວກເຂົາສາມາດເຂົ້າໃຈໄດ້.
\v 34 ແລະພຣະອົງບໍ່ໄດ້ກ່າວສອນໂດຍວິທີອື່ນເລີຍນອກຈາກໃຊ້ຄຳອຸປະມາ ແຕ່ເມື່ອປະຊາຊົນກັບໄປແລ້ວພຣະອົງໄດ້ອະທິບາຍທຸກໆສິ່ງສູ່ສາວົກຂອງພຣະອົງຟັງ.
\s5
\v 35 ໃນຕອນຄໍ່າຂອງວັນດຽວກັນນັ້ນ ພຣະເຢຊູເຈົ້າກ່າວແກ່ພວກສາວົກວ່າ,“ໃຫ້ ພວກເຮົາຂ້ວາມໄປຟາກນັ້ນກັນເທາະ.”
\v 36 ຂະນະທີ່ພວກເຂົາລາປະຊາຊົນແລ້ວພວກເຂົາໄດ້ເຊີນພຣະເຢຊູສະເດັດລົງເຮືອໄປກັບພວກເຂົາແລະມີເຮືອລຳອື່ນອີກໄປນຳດ້ວຍກັນກັບ ພຣະອົງ
\v 37 ແລະມີພະຍຸໃຫຍ່ເກີດຂຶ້ນແລະໄດ້ຊັດຄື້ນເຂົ້າໄປໃນເຮືອຈົນເຮືອເກືອບຈະເຕັມດ້ວຍນໍ້າ.
\s5
\v 38 ແຕ່ພຣະເຢຊູເຈົ້ານັ້ນນອນຫມູນຫມອນຫລັບຢູ່ທ້າຍເຮືອ. ພວກສາວົກຂອງພຣະອົງຈຶ່ງໄປປຸກພຣະອົງໃຫ້ຕື່ນຂຶ້ນ, ພວກເຂົາເວົ້າວ່າ, “ອາຈານເອີຍ, ພຣະອົງບໍ່ເປັນຫ່ວງພວກຂ້ານ້ອຍບໍ? ພວກຂ້ານ້ອຍກຳລັງຈະຕາຍແລ້ວ
\v 39 ພຣະອົງຈຶ່ງຕື່ນຂຶ້ນ ແລະ ກ່າວແກ່ທະເລວ່າ, "ຈົ່ງສະຫງົບງຽບແມ!" ແລ້ວພາຍຸກໍຢຸດທະເລກໍສະຫງົບງຽບລົງ.
\s5
\v 40 ແລ້ວພຣະເຢຊູເຈົ້າກໍກ່າວຕໍ່ພວກສາວົກວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ພວກເຈົ້າຍບໍ່ມີຄວາມເຊື່ອບໍ?”
\v 41 ແຕ່ພວກເພິ່ນຕົກໃຈຢ້ານຫລາຍຈິ່ງເວົ້າຕໍ່ກັນແລະ ກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມ ແລະ ຟອງທະເລກໍຍອມຟັງຄວາມເພິ່ນ.”
\s5
\c 5
\cl ບົດທີ 5
\p
\v 1 ພວກເຂົາຂ້ວາມມາອີກຟາກຫນຶ່ງຂອງ ທະເລເຖິງເຂດແດນເຄຣາຊາ.
\v 2 ເມື່ອພຣະເຢຊູເຈົ້າອອກຈາກເຮືອທັນໃດນັ້ນ ມີຊາຍຜູ້ຫນຶ່ງຖືກຜີຊົ່ວຮ້າຍສິງຢູ່ໄດ້ແລ່ນອອກຈາກອຸໂມງຝັງສົບມາພົບພຣະອົງ.
\s5
\v 3 ຊາຍຜູ້ນີ້ອາສັຍຢູ່ໃນອຸບໂມງຝັງສົບ. ບໍ່ມີຜູ້ໃດສາມາດມັດ ຫລື ແມ່ນແຕ່ລ່າມໂສ້ມັນໄວ້ໄດ້.
\v 4 ເຂົາຖືກລ່າມໂສ້ໃສ່ຕີນຜູກມັດໄວ້ຫລາຍເທື່ອແລ້ວ, ແຕ່ມັນກໍຫັກໂສ້ໃຫ້ຂາດ ແລະ ຫັກໃຫ້ຫມຸ່ນ. ບໍ່ມີຜູ້ໃດທີ່ມີກຳລັງທີ່ສາມາດປາບມັນໄດ້.
\s5
\v 5 ເຂົາແຜດສຽງຮ້ອງທັງຄືນທັງເວັນຢູ່ໃນອຸໂມງຝັງສົບແລະຕາມພູເຂົາ ເຂົາປາດຕາມເນື້ອຕົວຂອງຕົນເອງດ້ວຍຫີນແຫລມຄົມ.
\v 6 ເມື່ອ ເຂົາຫລຽວເຫັນພຣະເຢຊູເຈົ້າແຕ່ໄກ ເຂົາຈຶ່ງແລ່ນມາຫາແລະຂາບລົງຕໍ່ຫນ້າພຣະອົງ,
\s5
\v 7 ເຂົາຮ້ອງດ້ວຍສຽງອັນດັງວ່າ, “ພຣະເຢຊູພຣະບຸດຂອງພຣະເຈົ້າຜູ້ສູງສຸດເອີຍ, ຂ້ານ້ອຍຫຍຸ້ງກ່ຽວ ຫຍັງກັບທ່ານບໍ? ຂ້ານ້ອຍຂໍຮ້ອງທ່ານເພື່ອເຫັນແກ່ພຣະເຈົ້າຢ່າທໍຣະມານຂ້ານ້ອຍເລີຍ”.
\v 8 ເພາະພຣະເຢຊູເຈົ້າໄດ້ບອກມັນວ່າ, “ເຈົ້າຜີຊົ່ວຮ້າຍຈົ່ງອອກຈາກຊາຍຄົນນີ້ແມ”.
\s5
\v 9 ພຣະອົງໄດ້ຖາມມັນວ່າ, “ມຶງຊື່ຫຍັງ?” ມັນຕອບພຣະອົງວ່າ,“ຂ້ານ້ອຍຊື່ກອງທັບເພາະ ພວກຂ້ານ້ອຍມີຢູ່ດ້ວຍກັນຫລາຍໂຕ.”
\v 10 ມັນຂໍຮ້ອງນຳພຣະອົງຊ້ຳແລ້ວຊ້ຳອີກບໍ່ໃຫ້ຂັບໄລ່ພວກ ມັນອອກໄປຈາກເຂດແດນນີ້.
\s5
\v 11 ບັດນີ້ມີຫມູຝູງໃຫຍ່ກຳລັງຫາກິນຢູ່ຕາມເນີນພູ,
\v 12 ແລະ ພວກມັນຂໍນຳພຣະເຢຊູເຈົ້າວ່າ, “ໃຫ້ພວກເຮົາເຂົ້າໄປສິງຢູ່ໃນຝູງຫມູນັ້ນເຖີດ.”
\v 13 ພຣະອົງຈຶ່ງຊົງອະນຸຍາດຕາມນັ້ນ ພວກຜີຊົ່ວຮ້າຍຈຶ່ງອອກມາ ແລະ ເຂົ້າໄປສິງຢູ່ໃນຝູງຫມູ, ຫມູທັງຫມົດປະມານສອງພັນໂຕ ກໍຟ້າວແລ່ນໂຕນຫນ້າຜາຊັນລົງສູ່ທະເລຈົມນໍ້າຕາຍຫມົດ.
\s5
\v 14 ພວກຄົນລ້ຽງຫມູໄດ້ແລ່ນຫນີໄປ ແລະ ໄດ້ເລົ່າສິ່ງທີ່ເກີດຂຶ້ນໃຫ້ແກ່ຄົນທີ່ຢູ່ໃນເມືອງນັ້ນ ແລະ ຕາມນອກເມືອງໄດ້ຟັງ, ແລະ ດັ່ງນັ້ນຄົນຫລວງຫລາຍຈຶ່ງພາກັນອອກມາເບິ່ງເຫດການທີ່ເກີດຂຶ້ນ.
\v 15 ຫລັງຈາກນັ້ນພວກເຂົາຈຶ່ງມາຫາພຣະເຢຊູເຈົ້າ ແລະ ພວກເຂົາໄດ້ເຫັນຊາຍທີ່ຜີມານຮ້າຍທັງກອງທັບສິງຢູ່ນັ້ນກຳລັງນັ່ງສະຫງົບຢູ່ເຂົາສວມເສື້ອຜ້າ, ແລະ ມີສະຕິກັບຄືນມາ; ແລະ ພວກເຂົາຈຶ່ງຮູ້ສຶກຢ້ານກົວຫລາຍ.
\s5
\v 16 ຜູ້ທີ່ເຫັນສິ່ງທີ່ເກີດຂຶ້ນກັບຊາຍທີ່ຖືກຜີຮ້າຍສິງ ກໍໄດ້ເລົ່າເຫດການຢ່າງລະອຽດໃຫ້ພວກເຂົາຟັງ, ແລະ ກໍພວກເຂົາກໍໄດ້ຮັບຟັງເລື່ອງຫມູດ້ວຍ.
\v 17 ພວກເຂົາ ຈຶ່ງເລີ່ມຂໍຮ້ອງພຣະອົງໃຫ້ຫນີອອກໄປຈາກ ເຂດແດນຂອງພວກຕົນ.
\s5
\v 18 ເມື່ອພຣະອົງສະເດັດລົງເຮືອ, ຊາຍທີ່ຖືກຜີສິງຂໍຮ້ອງພຣະອົງໃຫ້ເຂົາຕິດຕາມໄປດ້ວຍ.
\v 19 ແຕ່ພຣະອົງບໍ່ອະນຸຍາດ. ໂດຍກ່າວກັບເຂົາວ່າ, “ຈົ່ງກັບເມືອບ້ານຫາພີ່ນ້ອງຂອງເຈົ້າແລະບອກໃຫ້ພວກເຂົາຟັງ ເຖິງສິ່ງທີ່ພຣະຜູ້ເປັນເຈົ້າໄດ້ເຮັດສຳລັບເຈົ້າ, ແລະພຣະເມດຕາທີ່ພຣະອົງຊົງສຳແດງໃຫ້ແກ່ເຈົ້າ.”
\v 20 ເຂົາຈຶ່ງຈາກໄປແລະຕັ້ງຕົ້ນປະກາດຄວາມຍິ່ງໃຫຍ່ທີ່ພຣະເຢຊູເຈົ້າໄດ້ເຮັດແກ່ຕົນໃນແຂວງເດກາໂປລີ, ແລະທຸກຄົນກໍງຶດປະຫລາດໃຈ.
\s5
\v 21 ເມື່ອ ພຣະເຢຊູເຈົ້າຂີ່ເຮືອຂ້າມຟາກໄປອີກຝັ່ງ, ຂະນະທີ່ພຣະອົງຢູ່ທີ່ແຄມທະເລໄດ້ມີປະຊາຊົນຫມູ່ໃຫຍ່ມາເຕົ້າໂຮມກັນອ້ອມພຣະອົງ.
\v 22 ມີຊາຍຄົນຫນຶ່ງຊື່ວ່າຢາອີໂຣເປັນນາຍທັມະສາລາໄດ້ມາຫາພຣະອົງເມື່ອເຂົາເຫັນພຣະເຢຊູເຈົ້າ, ຈຶ່ງກົ້ມຂາບລົງທີ່ຕີນຂອງພຣະອົງ
\v 23 ເຂົາຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຢຊູເຈົ້າວ່າ, "ລູກສາວຂ້ານ້ອຍເຈັບຫນັກໃກ້ຈະຕາຍແລ້ວ. ຂໍພຣະອົງສະເດັດໄປ ແລະວາງມືໃສ່ນາງດ້ວຍເຖີດເພື່ອລາວຈະຫາຍດີ ແລະມີຊີວິດ."
\v 24 ດັ່ງນັ້ນພຣະເຢຊູເຈົ້າກໍໄປກັບລາວມີປະຊາຊົນຫລວງຫລາຍໄດ້ຕິດຕາມພຣະອົງ ແລະ ລ້ອມຮອບບຽດສຽດພຣະອົງ.
\s5
\v 25 ມີຍິງຄົນຫນຶ່ງທີ່ເປັນພະຍາດເລືອດຕົກໄດ້ສິບສອງປີ,
\v 26 ນາງເປັນທຸກຫລາຍກັບການຮັກສາຈາກຫມໍຢ່າງມາກມາຍ ແລະ ທຸ້ມເທທຸກຢ່າງທີ່ນາງມີ, ແຕ່ບໍ່ໄດ້ຊ່ວຍອັນໃດທັງອາການກັບຮຸນແຮງຂຶ້ນກວ່າເກົ່າອີກ.
\v 27 ນາງເຄີຍໄດ້ຍິນເລື່ອງລາວກ່ຽວກັບພຣະເຢຊູເຈົ້າ, ດັ່ງນັ້ນນາງຈຶ່ງຍ່າງຕາມຫລັງພຣະອົງຂະນະຊົງເດີນໄປກັບປະຊາຊົນ ແລະ ນາງໄດ້ບາຍເຄື່ອງນຸ່ງ ຂອງພຣະອົງ.
\s5
\v 28 ເນື່ອງຈາກນາງໄດ້ກ່າວວ່າ, “ຖ້າເຮົາ ໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງພຣະອົງ, ເຮົາກໍຈະຫາຍດີ.”
\v 29 ໃນຂະນະທີ່ນາງບາຍເຄື່ອງນຸ່ງຂອງພຣະອົງ. ເລືອດຂອງນາງກໍຢຸດໄຫລທັນທີ, ນາງສຳພັດໄດ້ວ່າຮ່າງກາຍຂອງນາງໄດ້ຮັບການຮັກສາຈາກຄວາມເຈັບປ່ວຍທີ່ເປັນຢູ່.
\s5
\v 30 ທັນໃດນັ້ນພຣະເຢຊູເຈົ້າກໍຮູ້ໄດ້ວ່າ ຣິດອຳນາດຂອງພຣະອົງໄດ້ໄຫລອອກຈາກພຣະອົງ. ພຣະອົງຈຶ່ງຫັນຫນ້າມາທາງປະຊາຊົນ ແລະ ໄດ້ຖາມວ່າ,“ຜູ້ໃດບາຍເຄື່ອງນຸ່ງຂອງເຮົາ?”
\v 31 ສາວົກຂອງພຣະອົງເວົ້າກັບພຣະອົງວ່າ, "ພຣະອົງກໍເຫັນແລ້ວວ່າປະຊາຊົນບຸບຽດພຣະອົງຢູ່? ແລ້ວພຣະອົງຍັງຈະບອກວ່າຜູ້ໃດບາຍເຮົາ?”
\v 32 ແຕ່ພຣະເຢຊູເຈົ້າໄດ້ຫລຽວໄປອ້ອມໆ ເພື່ອເບິ່ງວ່າຜູ້ໃດເປັນຜູ້ເຮັດ.
\s5
\v 33 ສ່ວນຍິງນັ້ນ, ທີ່ສຳພັດກັບສິ່ງທີ່ເກີດຂຶ້ນກັບຕົນກໍເກີດຄວາມຢ້ານກົວ ແລະຕົວສັ່ນ. ນາງເຂົ້າມາ ແລະ ກົ້ມລົງຕໍ່ຫນ້າພຣະອົງ ແລະ ເວົ້າຄວາມຈິງທັງຫມົດສູ່ພຣະອົງຟັງ.
\v 34 ພຣະອົງຈຶ່ງກ່າວກັບນາງວ່າ, “ຍິງເອີຍ, ຄວາມເຊື່ອຂອງເຈົ້າເຮັດໃຫ້ເຈົ້າດີແລ້ວຈົ່ງໄປເປັນສຸກແລະຫາຍຈາກພະຍາດສາ.”
\s5
\v 35 ຂະນະທີ່ພຣະເຢຊູເຈົ້າຍັງກ່າວ, ມີຄົນທີ່ມາຈາກເຮືອນຂອງນາຍທັມະສາລາມາບອກ ວ່າ, “ລູກສາວຂອງເຈົ້າຕາຍແລ້ວ. ເຫດໃດຈຶ່ງລົບກວນອາຈານອີກ?”
\s5
\v 36 ແຕ່ເມື່ອພຣະເຢຊູເຈົ້າໄດ້ຍິນສິ່ງທີ່ເຂົາບອກຈຶ່ງກ່າວກັບນາຍທັມມະສາລາວ່າ,“ຢ່າວິຕົກເລີຍຈົ່ງເຊື່ອເຖີ້ນ.
\v 37 ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຕິດຕາມພຣະອົງໄປນອກຈາກ ເປໂຕ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຢາໂກໂບ.
\v 38 ພວກເຂົາມາຮອດເຮືອນຂອງນາຍທັມະສາລາ ແລ້ວ; ພຣະອົງກໍເຫັນຄົນວຸ້ນວາຍຢູ່ການຮ້ອງໄຫ້ແລະ ສຽງຄໍ່າຄວນ.
\s5
\v 39 ເມື່ອພຣະອົງສະເດັດເຂົ້າໄປໃນເຮືອນນັ້ນ, ຊົງກ່າວແກ່ພວກເຂົາວ່າ,“ພວກເຈົ້າວຸ້ນວາຍແລະຮ້ອງໄຫ້ຄໍ່າຄວນເຮັດຫຍັງ? ເດັກຍິງຜູ້ນີ້ ບໍ່ໄດ້ຕາຍດອກນາງພຽງແຕ່ຫລັບໄປເທົ່ານັ້ນ.”
\v 40 ພວກເຂົາພາກັນຫົວຂວັນພຣະອົງ. ພຣະອົງຈຶ່ງໃຫ້ພວກເຂົາທັງຫມົດອອກໄປນອກເຮືອນ ແລະ ພາພໍ່ແມ່ຂອງເດັກນ້ອຍ ແລະພວກທີ່ມາກັບພຣະອົງເຂົ້າໄປຫາເດັກນັ້ນ.
\s5
\v 41 ພຣະອົງຈັບມືເດັກນ້ອຍນັ້ນແລະກ່າວແກ່ນາງວ່າ,“ຕາລີທາກຸມ”ຫມາຍຄວາມວ່າ: ລູກເອີຍເຮົາບອກໃຫ້ເຈົ້າລຸກຂຶ້ນ.
\v 42 ທັນໃດນັ້ນເດັກຍິງກໍລຸກຂຶ້ນແລະຍ່າງໄປມາ. (ເດັກນັ້ນອາຍຸໄດ້ສິບສອງປີ) ພວກເຂົາກໍພາກັນປະຫລາດໃຈເປັນຢ່າງຍິ່ງ.
\v 43 ພຣະອົງຊົງກ່າວກັບພວກເຂົາຢ່າງຈິງຈັງວ່າບໍ່ໃຫ້ບອກເລື່ອງນີ້ແກ່ໃຜ ແລະ ຊົງບອກພວກເຂົາເອົາອາຫານມາໃຫ້ເດັກກິນ.
\s5
\c 6
\cl ບົດທີ 6
\p
\v 1 ເມື່ອອອກຈາກທີ່ນັ້ນ ພຣະເຢຊູເຈົ້າ ໄດ້ມາເຖິງບ້ານເກີດຂອງພຣະອົງ, ມີພວກສາວົກ ຕິດຕາມພຣະອົງ
\v 2 ເມື່ອເຖິງວັນສະບາໂຕ, ພຣະເຢຊູເຈົ້າໄດ້ສັ່ງສອນໃນທັມະສາລາ. ປະຊາຊົນຫລວງຫລາຍ ທີ່ໄດ້ຍິນສິ່ງທີ່ພຣະອົງສອນກໍປະຫລາດໃຈ. ພວກເຂົາເວົ້າວ່າ, "ຄົນນີ້ ເອົາຄຳສັ່ງສອນນີ້ມາແຕ່ໃສ?" "ເຂົາໄດ້ຮັບປັນຍາແບບນີ້ມາຈາກຜູ້ໃດ?" "ເຂົາເຮັດການອັດສະຈັນນີ້ດ້ວຍມືຂອງເຂົາໄດ້ຢ່າງໃດ?"
\v 3 "ເຂົາເປັນພຽງລູກຊ່າງໄມ້ບໍ່ແມ່ນບໍ?, ລູກຊາຍຂອງມາຣີ ອ້າຍຂອງຢາໂກໂບ, ໂຢເຊັບ, ຢູດາແລະ ຊີໂມນ ພວກນ້ອງສາວຂອງລາວກໍຢູ່ກັບເຮົາທີ່ນີ້ບໍ່ແມ່ນບໍ?” ແລະພວກເຂົາກໍບໍ່ພໍໃຈພຣະເຢຊູຂຶ້ນມາ.
\s5
\v 4 ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ປະກາດພຣະທັມມັກຈະບໍ່ໄດ້ຮັບກຽດ ໃນບ້ານເກີດຂອງຕົນ, ໃນຫມູ່ຍາດພີ່ນ້ອງ ແລະຄອບຄົວຂອງຕົນ.”
\v 5 ພຣະເຢຊູບໍ່ສາມາດເຮັດການອັດສະຈັນໃດ, ນອກຈາກວາງມື ແລະ ຮັກສາຄົນປ່ວຍສອງສາມຄົນ.
\v 6 ພຣະອົງປະຫລາດໃຈກັບຄວາມບໍ່ເຊື່ອຂອງເຂົາ. ຫລັງຈາກນັ້ນພຣະອົງກໍໄດ້ອອກໄປສັ່ງສອນອ້ອມຮອບເຂດນັ້ນ.
\s5
\v 7 ແລ້ວພຣະອົງໄດ້ເອີ້ນສາວົກສິບສອງຄົນເຂົ້າມາ ເພື່ອສົ່ງພວກເພິ່ນອອກໄປເປັນຄູ່ ໆ, ແລະ ພຣະອົງມອບສິດທິອຳນາດເຫນືອວິນຍານຊົ່ວຮ້າຍແກ່ເຂົາ,
\v 8 ແລະ ພຣະອົງຊົງສັ່ງພວກເພິ່ນວ່າ, ເມື່ອພວກເພິ່ນອອກເດີນທາງຢ່າເອົາຫຍັງໄປນຳ, ນອກຈາກໄມ້ຄ້ອນເທົ້າ, ເຂົ້າຈີ່, ຢ່າເອົາກະເປົາ ແລະ ເງິນທີ່ຢູ່ໃນເຂັມຂັດໄປ -
\v 9 ແຕ່ໃຫ້ໃສ່ເກີບຮັດສາຍ, ແລະ ຢ່ານຸ່ງ ເສື້ອຄຸມສອງຊັ້ນ”
\s5
\v 10 ແລ້ວພຣະອົງບອກກັບພວກເຂົາວ່າ, “ຖ້າທ່ານເຂົ້າໄປພັກທີ່ເຮືອນໃດໃຫ້ຢູ່ທີ່ນັ້ນຈົນກວ່າຈາກບ່ອນນັ້ນໄປ.
\v 11 ຖ້າເມືອງໃດບໍ່ຕ້ອນຮັບທ່ານ ຫລືບໍ່ຟັງທ່ານ, ຈົ່ງອອກຈາກທີ່ນັ້ນ, ແລະ ສັ່ນຂີ້ຝຸ່ນທີ່ຕີນຂອງພວກທ່ານອອກ.” ເພື່ອເປັນພະຍານຕໍ່ພວກເຂົາ."
\s5
\v 12 ພວກເພິ່ນກໍອອກໄປ ແລະ ໄດ້ປະກາດໃຫ້ຄົນເຫລົ່ານັ້ນຖິ້ມໃຈເກົ່າເອົາໃຈໃຫມ່ຫັນກັບຈາກຄວາມບາບຂອງເຂົາ.
\v 13 ພວກເພິ່ນໄດ້ຂັບໄລ່ ວິນຍານຮ້າຍອອກຫລາຍໂຕ ແລະໄດ້ເຈີມຄົນເຈັບປ່ວຍເຫລົ່ານັ້ນດ້ວຍນໍ້າມັນ ແລະ ໄດ້ຮັກສາພວກເຂົາໃຫ້ຫາຍດີ.
\s5
\v 14 ເມື່ອກະສັດເຮໂຣດໄດ້ຍິນເລື່ອງນີ້ເພາະຊື່ຂອງພຣະເຢຊູເຈົ້າໄດ້ຊ່າລືໄປບາງຄົນບອກວ່າເປັນ, “ໂຢຮັນບັບຕິສະໂຕທີ່ຄືນມາຈາກຄວາມຕາຍ, ດ້ວຍເຫດນີ້ເພິ່ນຈຶ່ງມີຣິດອຳນາດ ເຮັດການອັດສະຈັນ.”
\v 15 ບາງຄົນກໍບອກວ່າ,“ເພິ່ນແມ່ນ ເອລີຢາ." ບາງຄົນກໍບອກວ່າ, “ເພິ່ນເປັນຜູ້ທຳນວາຍ, ແບບດຽວກັບຜູ້ທຳນວາຍໃນສະໄຫມກ່ອນ.”
\s5
\v 16 ແຕ່ເມື່ອກະສັດເຮໂຣດໄດ້ຍິນເພິ່ນກໍເວົ້າວ່າ“ໂຢຮັນທີ່ຖືກຕັດຫົວຜູ້ນັ້ນແຫລະໄດ້ຄືນມີຊີວິດອີກ.”
\v 17 ເພາະກະສັດເຮໂຣດສັ່ງຄົນໄປຈັບໂຢຮັນແລະຂັງລາວໄວ້ໃນຄຸກ, ດ້ວຍເຫດຈາກນາງເຮໂຣເດັຽ(ເມັຽຂອງຟິລິບນ້ອງຊາຍຂອງເຂົາ) ທີ່ເຮໂຣດແຕ່ງງານນຳ.
\s5
\v 18 ໂຢຮັນບັບຕິສະໂຕໄດ້ບອກກັບ ເຮໂຣດ ວ່າ, “ບໍ່ຖືກຕ້ອງທີ່ທ່ານຈະເອົານ້ອງໃພ້ຂອງທ່ານມາເປັນເມັຽ.”
\v 19 ດັ່ງນັ້ນນາງເຮໂຣເດັຽຈຶ່ງຄຽດແຄ້ນໃຫ້ໂຢຮັນແລະຕ້ອງການຂ້າລາວ: ແຕ່ນາງເຮັດບໍ່ໄດ້,
\v 20 ຍ້ອນເຮໂຣດຢ້ານຢຳໂຢຮັນ, ເພາະວ່າໂຢຮັນເປັນຄົນດີແລະ ບໍຣິສຸດສັດຊື່. ເຮໂຣດຈຶ່ງປ້ອງກັນລາວໄວ້. ແມ່ນເຮໂຣດບໍ່ພໍໃຈໃນສິ່ງທີ່ໂຢຮັນເວົ້າ ແຕ່ເຖິງປານນັ້ນ ເພິ່ນກໍຍອມຟັງດ້ວຍຄວາມຍິນດີ.
\s5
\v 21 ກໍເປັນວັນທີ່ໄດ້ໂອກາດ ໃນວັນສະຫລອງວັນເກີດຂອງກະສັດເຮໂຣດ ເພິ່ນໄດ້ເຊີນບັນດາຂ້າຣາຊະການຂັ້ນສູງມາຮ່ວມບັນດາ ນາຍທະຫານໃນກອງທັບ, ຕະຫລອດທັງ ບຸກຄົນສຳຄັນຕ່າງໆໃນແຂວງຄາລີເລ.
\v 22 ລູກສາວ ຂອງນາງເຮໂຣເດຍ ໄດ້ເຂົ້າມາໃນງານລ້ຽງ ແລະ ຟ້ອນ ຕໍ່ຫນ້າຄົນທັງຫລາຍ, ກະສັດເຮໂຣດ ແລະ ແຂກທີ່ມາໃນງານ ພໍໃຈ. ກະສັດເຮໂຣດ ຈຶ່ງກ່າວແກ່ນາງວ່າ,“ເຈົ້າຢາກໄດ້ສິ່ງໃດຈົ່ງຂໍມາ? ເຮົາຈະໃຫ້ສິ່ງນັ້ນ.”
\s5
\v 23 ແລ້ວເຮໂຣດກໍສັນຍາກັບນາງວ່າ, “ເຈົ້າຈົ່ງຂໍຫຍັງກໍໄດ້ທີ່ເຈົ້າຕ້ອງການເຮົາຈະໃຫ້ຈະຂໍເຄິ່ງຫນຶ່ງຂອງອານາຈັກຂອງເຮົາກໍໄດ້.”
\v 24 ແລ້ວນາງຈຶ່ງອອກໄປຖາມແມ່ຂອງຕົນວ່າ,“ຈະຂໍສິ່ງໃດດີ?”ແມ່ຈຶ່ງຕອບວ່າ, “ຂໍຫົວຂອງໂຢຮັນບັບຕິສະໂຕ”.
\v 25 ນາງຈຶ່ງກັບຄືນໄປຫາກະສັດທັນທີ ແລະເວົ້າວ່າ, “ຂ້ານ້ອຍຕ້ອງການເອົາຫົວຂອງໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍດຽວນີ້.”
\s5
\v 26 ເມື່ອກະສັດໄດ້ຍິນກໍເປັນທຸກໃຈ, ແຕ່ເພິ່ນໄດ້ສັນຍາໄວ້ກັບນາງແລ້ວ ຕໍ່ຫນ້າ ບັນດາແຂກທັງຫມົດທ່ານຈຶ່ງບໍ່ສາມາດປະຕິເສດຄຳຂໍຂອງນາງໄດ້.
\v 27 ເພິ່ນຈຶ່ງສັ່ງທະຫານ ຍາມໃຫ້ອອກໄປ ແລະ ນຳເອົາຫົວຂອງໂຢຮັນເຂົ້າມາ, ທະຫານຈຶ່ງໄປທີ່ຄຸກ ແລະ ຕັດຫົວຂອງໂຢຮັນ.
\v 28 ເຂົານຳຫົວຂອງໂຢຮັນໃສ່ຖາດເຂົ້າມາມອບໃຫ້ແກ່ນາງ ແລະ ນາງກໍນຳໄປໃຫ້ແມ່ຂອງຕົນ.
\v 29 ເມື່ອພວກສິດຂອງໂຢຮັນຮູ້ຂ່າວນີ້, ກໍເຂົ້າມາຮັບຮ່າງຂອງເພິ່ນເພື່ອນຳໄປຝັງໄວ້ໃນອຸໂມງ.
\s5
\v 30 ແລ້ວອັກຄະສາວົກໄດ້ກັບມາຫາ ພຣະເຢຊູເຈົ້າແລ້ວເລົ່າທຸກສິ່ງທີ່ພວກຕົນໄດ້ເຮັດແລະໄດ້ສັ່ງສອນ
\v 31 ແລະພຣະອົງໄດ້ ກ່າວແກ່ພວກເຂົາວ່າ “ຈົ່ງແຍກກັນອອກໄປບ່ອນມິດງຽບເພື່ອໃຫ້ພວກເຈົ້າ ພັກຜ່ອນ ຈັກຄາວຫນຶ່ງ.” ເພາະມີຄົນຫລວງຫລາຍໄປໆມາໆ ແລະ ພວກເຂົາບໍ່ມີເວລາແມ່ນຈະກິນເຂົ້າ.
\v 32 ສະນັ້ນພຣະເຢຊູເຈົ້າກັບພວກສາວົກຈຶ່ງຂຶ້ນເຮືອອອກໄປບ່ອນທີ່ມິດງຽບຕ່າງຫາກ.
\s5
\v 33 ແຕ່ປະຊາຊົນຫລາຍຄົນເຫັນ ພຣະເຢຊູເຈົ້າກັບພວກສາວົກອອກໄປແລະພວກເຂົາຈື່ສາວົກໄດ້. ປະຊາຊົນຈາກເມຶອງຕ່າງໆ, ຈຶ່ງເດີນທາງຍ່າງໄປລ່ວງຫນ້າກ່ອນ ພຣະເຢຊູເຈົ້າກັບພວກສາວົກຈະໄປເຖິງນັ້ນ.
\v 34 ເມື່ອພຣະເຢຊູເຈົ້າກັບສາວົກມາເຖິງຝັ່ງກໍເຫັນປະຊາຊົນຫມູ່ໃຫຍ່ຖ້າຢູ່ ແລະພຣະອົງ ສົງສານພວກເຂົາເພາະພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນພຣະອົງຈຶ່ງຕັ້ງຕົ້ນ ສັ່ງສອນພວກເຂົາຫລາຍເລື່ອງ.
\s5
\v 35 ຄ້າຍຄໍ່າມາແລ້ວ, ພວກສາວົກກໍເຂົ້າມາຫາພຣະເຢຊູເຈົ້າ ແລະ ໄດ້ເວົ້າວ່າ, “ພຣະອົງເອີຍຕອນນີ້ກໍຄໍ່າແລ້ວເດ ແລະ ທີ່ນີ້ກໍເປັນປ່າ.
\v 36 ໃຫ້ປະຊາຊົນເລີກເມືອຍັງເມືອງ ຫລື ຫມູ່ບ້ານໃກ້ໆເພື່ອຈະຫາຊື້ອາຫານກິນຕາມບ້ານແຖບນີ້ສາ.”
\s5
\v 37 ແຕ່ພຣະອົງຕອບພວກເຂົາວ່າ, “ພວກເຈົ້າຈົ່ງຫາອາຫານໃຫ້ພວກເຂົາກິນສາ.” ພວກສາວົກຕອບພຣະອົງວ່າ, “ເຮົາຈະເອົາເງິນໄປຫາຊື້ອາຫານລາຄາເຖິງ ສອງຮ້ອຍຫລຽນເງິນ ໃຫ້ພວກເຂົາກິນບໍ?”
\v 38 ດັ່ງນັ້ນພຣະເຢຊູເຈົ້າຈຶ່ງຖາມພວກເພິ່ນ ວ່າ,“ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດູ?." ເມື່ອພວກເພິ່ນໄປຊອກເບິ່ງແລ້ວກໍມາບອກ ພຣະເຢຊູເຈົ້າວ່າ, “ມີເຂົ້າຈີ່ຫ້າກ້ອນກັບປາສອງໂຕ.”
\s5
\v 39 ແລ້ວພຣະອົງກໍບອກປະຊາຊົນນັ່ງລົງລວມເຂົ້າກັນໃຫ້ເປັນຫມູ່ໆ ນັ່ງລົງຕາມທົ່ງຫຍ້າ.
\v 40 ພວກເຂົາຈຶ່ງນັ່ງລົງເປັນກຸ່ມ; ກຸ່ມລະຮ້ອຍຄົນ ແລະ ກຸ່ມລະຫ້າສິບ ຄົນ.
\v 41 ເມື່ອພຣະອົງຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ, ແລະເງີຍຫນ້າຂຶ້ ສູ່ສະຫວັນໂມທະນາຂອບພຣະຄຸນພຣະເຈົ້າ ແລ້ວຫັກເຂົ້າຈີ່ຍື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ປະຊາຊົນ. ພຣະອົງຍັງໄດ້ແບ່ງປັນປາສອງໂຕໃຫ້ພວກເຂົາທັງຫລາຍດ້ວຍ.
\s5
\v 42 ພວກເຂົາໄດ້ກິນຈົນກວ່າທຸກຄົນໄດ້ອີ່ມເຕັມ.
\v 43 ພວກສາວົກກໍເກັບເສດເຂົ້າຈີ່, ແລະ ປາທີ່ເຫລືອໄດ້ທັງຫມົດສິບສອງກະບຸງ.
\v 44 ໃນວັນນັ້ນ ມີຜູ້ຊາຍຫ້າພັນຄົນທີ່ໄດ້ກິນເຂົ້າຈີ່.
\s5
\v 45 ແລ້ວພຣະເຢຊູເຈົ້າໃຫ້ ບັນດາພວກສາວົກລົງຂີ່ເຮືອທັນທີ ແລະ ຂ້ວາມຟາກລ່ວງຫນ້າພຣະອົງໄປເມືອງເບັດສາອີດາ, ໃນຂະນະທີ່ພຣະອົງ ຄອຍສົ່ງປະຊາຊົນໃຫ້ເລີກເມືອ.
\v 46 ເມື່ອພວກສາວົກອອກໄປແລ້ວ, ພຣະອົງໄດ້ຂຶ້ນໄປເທິງພູເຂົາເພື່ອພາວັນນາອະທິຖານ.
\v 47 ຄໍ່າມາແລ້ວ, ແລະ ພວກສາວົກໄດ້ຂີ່ເຮືອໄປນັ້ນກໍຢູ່ກາງທະເລ, ສ່ວນພຣະອົງຍັງຢູ່ທີ່ພູເຂົາຕາມລຳພັງ.
\s5
\v 48 ເມື່ອພຣະອົງເຫັນວ່າພວກເຂົາພາຍເຮືອ ໄປໄດ້ດ້ວຍຄວາມຍາກລຳບາກຫລາຍເພາະເຮືອຕ້ານທວນລົມຢູ່, ເວລາປະມານຂ້ອນແຈ້ງພຣະອົງ ຈຶ່ງຍ່າງເທິງຫນ້ານໍ້າ ແລະ ກຳລັງຈະຜ່ານພວກເຂົາ.
\v 49 ແຕ່ເມື່ອພວກສາວົກ ເຫັນພຣະອົງຍ່າງເທິງຫນ້ານໍ້າກໍຄິດວ່າເປັນຜີຈຶ່ງຮ້ອງຕົກໃຈ,
\v 50 ເພາະສາວົກໄດ້ເຫັນພຣະອົງຕ່າງກໍຢ້ານກົວ. ພວກເຂົາພາກັນຮ້ອງຕົກໃຈໃນທັນໃດນັ້ນພຣະເຢຊູເຈົ້າກ່າວວ່າ, “ຢ່າຢ້ານເລີຍແມ່ນເຮົາເອງຢ່າສູ່ຢ້ານ!"
\s5
\v 51 ພຣະອົງກໍລົງໄປໃນເຮືອຫາພວກເພິ່ນ, ແລະ ລົມກໍງຽບລົງ. ພວກສາວົກປະຫລາດໃຈໃນສິ່ງອັດສະຈັນ.
\v 52 ເພາະພວກເພິ່ນບໍ່ເຂົ້າໃຈຄວາມຫມາຍ ອັນແທ້ຈິງເລື່ອງເຂົ້າຈີ່, ແລະ ຫົວໃຈຂອງພວກເພິ່ນ ຍັງແຂງກະດ້າງ ແລະ ປຶກຕັນຢູ່.
\s5
\v 53 ເມື່ອພຣະເຢຊູເຈົ້າ ແລະ ພວກສາວົກໄດ້ຂ້ວາມຟາກມາເຖິງທ່າເມືອງເຄັນເນຊາເຣັດ ກໍຈອດເຮືອໄວ້.
\v 54 ເມື່ອພວກເຂົາຂຶ້ນຈາກເຮືອ, ປະຊາຊົນກໍຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.
\v 55 ແລະ ພວກເຂົາຈຶ່ງຮີບຟ້າວເຂົ້າໄປໃນເມືອງ ແລະ ບ່ອນໃດກໍຕາມທີ່ໄດ້ຍິນວ່າພຣະອົງຢູ່ ພວກເຂົາກໍນຳເອົາຄົນເຈັບປ່ວຍໃສ່ບ່ອນນອນຫາມມາຫາພຣະອົງ.
\s5
\v 56 ເມື່ອພຣະອົງສະເດັດເຂົ້າໄປທີ່ຫມູ່ບ້ານ, ເມືອງ ຫລື ເເຂວງໃດ, ຫລື ປະເທດໃດ, ຄົນເຫລົ່ານັ້ນຈະເອົາຄົນເຈັບປ່ວຍມາວາງໄວ້ຕາມແຄມທາງບ່ອນຊຸມຊົນ. ພວກເຂົາໃຫ້ຄົນເຈັບປ່ວຍເຫລົ່ານັ້ນໄດ້ບາຍແຕ່ແຄມເຄື່ອງນຸ່ງຫົ່ມຂອງພຣະອົງ, ແລະຄົນຈຳນວນຫລາຍໄດ້ບາຍແຄມເສື້ອພຣະອົງ ກໍຖືກໂຜດໃຫ້ດີພະຍາດທຸກຄົນ.
\s5
\c 7
\cl ບົດທີ 7
\p
\v 1 ພວກຟາຣີຊາຍ ແລະ ພວກທັມະຈານບາງຄົນຊຶ່ງມາຈາກນະຄອນເຢຣູຊາເລັມພາກັນມາຢືນອ້ອມຮອບພຣະເຢຊູເຈົ້າ.
\s5
\v 2 ພວກເຂົາໄດ້ເຫັນວ່າພວກສາວົກຂອງພຣະອົງໄດ້ກິນເຂົ້າ ດ້ວຍມືທີ່ເປື້ອນໂດຍບໍ່ໄດ້ລ້າງມື.
\v 3 (ເພາະພວກຟາຣີຊາຍ ແລະ ຊາວຢິວທຸກຄົນປະຕິບັດຕາມຄຳສອນທີ່ສືບທອດມາຈາກບັນພະບຸຣຸດວ່າ ຖ້າບໍ່ລ້າງມືໃຫ້ສະອາດເສັຽກ່ອນພວກເຂົາກໍບໍ່ກິນສິ່ງໃດ;
\v 4 ເມື່ອພວກເຂົາມາຈາກຕະຫລາດ, ພວກເຂົາຈະບໍ່ຍອມກິນສິ່ງໃດຖ້າບໍ່ໄດ້ອາບນ້ຳເສັຽກ່ອນ. ແລະ ຍັງມີກົດອື່ນໆອີກຫລາຍຢ່າງທີ່ພວກເຂົາປະຕິບັດຕາມຢ່າງເຄັ່ງຄັດເຊັ່ນວ່າ: ການລ້າງຖ້ວຍຊາມ, ຫມໍ້, ເຄື່ອງໃຊ້ ເປັນທອງແດງ ແລະ ແມ່ນທັງໂຕະອາຫານ.)
\s5
\v 5 ພວກຟາຣີຊາຍ ແລະ ພວກທັມະຈານ ຈຶ່ງຖາມພຣະເຢຊູເຈົ້າວ່າ, “ເປັນຫຍັງສາວົກຂອງທ່ານຈຶ່ງບໍ່ປະຕິບັດຕາມທຳນຽມມາຈາກ ບັນພະບຸຣຸດ, ດ້ວຍການບໍ່ລ້າງມືກ່ອນກິນອາຫານ?”
\s5
\v 6 ແຕ່ພຣະອົງຕອບພວກເຂົາວ່າ,“ເອຊາຢາ ໄດ້ທຳນວາຍໄວ້ເຖິງພວກທ່ານຄົນຫນ້າຊື່ໃຈຄົດ. ໄວ້ຖືກຕ້ອງແລ້ວວ່າ,‘ຄົນພວກນີ້ໃຫ້ກຽດ ເຮົາແຕ່ປາກ, ສ່ວນຈິດໃຈຫ່າງໄກຈາກເຮົາ.
\v 7 ພວກເຂົານະມັດສະການເຮົານັ້ນຢ່າງບໍ່ມີປະໂຫຍດ. ດ້ວຍວ່າພວກເຂົາສອນທຳນຽມຂອງມະນຸດແທນຫລັກຄຳສອນ ຂອງພຣະເຈົ້າ.’”
\s5
\v 8 ພວກເຈົ້າປະຖິ້ມພຣະບັນຍັດຂອງພຣະເຈົ້າ ແລະ ຖືປະຕິບັດຕາມຄຳສອນທີ່ສືບທອດມາຈາກມະນຸດ.”
\v 9 ແລ້ວພຣະເຢຊູເຈົ້າກໍກ່າວກັບພວກເຂົາວ່າ, "ທີ່ເຈົ້າທັງຫລາຍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າເພື່ອໄປຢ່າງງ່າຍດາຍເພື່ອຮັກສາທຳນຽມຂອງພວກເຈົ້າເອງ!
\v 10 ດ້ວຍໂມເຊໄດ້ກ່າວໄວ້ວ່າ, ‘ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ’, ແລະ, ‘ຜູ້ໃດກໍຕາມ ທີ່ກ່າວຮ້າຍຕໍ່ພໍ່ແມ່ຂອງຕົນຕ້ອງຖືກລົງໂທດເຖິງຕາຍ.
\s5
\v 11 ແຕ່ພວກເຈົ້າກັບເວົ້າວ່າ,‘ຖ້າຜູ້ໃດເວົ້າກັບບິດາມານດາວ່າ, ສິ່ງໃດຂອງຂ້ອຍທີ່ອາດຊ່ວຍເຫລືອເຈົ້າໄດ້ສິ່ງນັ້ນເປັນໂກຣະບານ’ (ຊຶ່ງຫມາຍເຖິງຂອງຖວາຍແກ່ພຣະເຈົ້າແລ້ວ),
\v 12 ເຈົ້າທັງຫລາຍຈິ່ງບໍ່ອະນຸຍາດໃຫ້ຜູ້ນັ້ນຊ່ວຍເຫລືອ ພໍ່ແມ່ຂອງຕົນ.
\v 13 ທ່ານກຳລັງເຮັດໃຫ້ພຣະບັນຍັດຂອງພຣະເຈົ້າບໍ່ມີປະໂຫຍດໄປດ້ວຍຄຳສັ່ງສອນທີ່ຕາມທຳນຽມຊຶ່ງທ່ານຮັບຕໍ່ກັນມາ. ລວມທັງເລື່ອງອື່ນໆອີກທີ່ ພວກເຈົ້າເຮັດຜິດແບບນີ້.”
\s5
\v 14 ພຣະເຢຊູເຈົ້າຊົງເອີ້ນປະຊາຊົນມາຫາພຣະອົງອີກເທື່ອຫນຶ່ງແລະກ່າວແກ່ພວກເຂົາ ວ່າ,“ເຈົ້າທັງຫລາຍຈົ່ງຟັງເຮົາເວົ້າແລະເຂົ້າໃຈເອົາ.
\v 15 ມະນຸດກິນເຂົ້າໄປແລ້ວຈະເຮັດໃຫ້ມະນຸດ ຊົ່ວມົວຫມອງ, ແຕ່ສິ່ງທີ່ອອກມາຈາກໃຈມະນຸດ ຕ່າງຫາກທີ່ເຮັດໃຫ້ເຂົາຊົ່ວມົວຫມອງ."
\v 16 ໃຜມີຫູຟັງ ຈົ່ງຟັງເອົາ.
\s5
\v 17 ເມື່ອພຣະເຢຊູເຈົ້າໄດ້ຈາກປະຊາຊົນ ແລະ ໄດ້ໄປໃນເຮືອນຫລັງຫນຶ່ງ, ພວກສາວົກໄດ້ຖາມພຣະອົງເຖິງເລື່ອງຄຳອຸປະມານັ້ນ.
\v 18 ພຣະເຢຊູເຈົ້າກ່າວວ່າ, “ພວກເຈົ້າຍັງບໍ່ເຂົ້າໃຈອີກບໍ? ພວກເຈົ້າບໍ່ເຫັນບໍ? ວ່າສິ່ງໃດໆພາຍນອກທີ່ຄົນກິນເຂົ້າໄປບໍ່ອາດເຮັດໃຫ້ຊົ່ວມົວຫມອງໄດ້,
\v 19 ເພາະສິ່ງນັ້ນບໍ່ໄດ້ ເຂົ້າໄປໃນຈິດໃຈ, ແຕ່ເຂົ້າໄປໃນທ້ອງແລ້ວກໍຖ່າຍອອກມາ?.” ການເວົ້າເຊັ່ນນີ້ ເທົ່າກັບພຣະເຢຊູເຈົ້າຮັບຮອງວ່າອາຫານທຸກຊະນິດເປັນຂອງສະອາດກິນໄດ້.
\s5
\v 20 ພຣະອົງກ່າວຕໍ່ໄປວ່າ, “ສິ່ງທີ່ອອກມາຈາກໃຈຂອງຄົນນັ້ນແຫລະ ທີ່ເຮັດໃຫ້ຊົ່ວມົວຫມອງ.
\v 21 ເພາະຈາກພາຍໃນຕົນເອງ, ຈາກຫົວໃຈຂອງເຂົາຈະຟ້ອງຄວາມຄິດຊົ່ວ, ການຜິດສິລະທັມທາງເພດ, ການລັກຂະໂມຍ, ການຂ້າຄົນ,
\v 22 ການຫລິ້ນຊູ້ສູ່ຜົວເມັຽ, ຄວາມໂລບ, ການຊົ່ວຮ້າຍ, ການຫລອກລວງ, ຣາຄະຕັນຫາ, ການອິດສາ, ການດູຫມິ່ນ, ນິນທາ, ການຈອງຫອງ ແລະການກະທຳໃນສິ່ງທີ່ໂງ່ຈ້າ, ຫລັ່ງໄຫລອອກມາ
\v 23 ຄວາມຊົ່ວເຫລົ່ານີ້ລ້ວນແຕ່ອອກມາຈາກພາຍໃນໃຈຄົນແລະ ເຮັດໃຫ້ຊົ່ວມົວຫມອງ.”
\s5
\v 24 ພຣະອົງໄດ້ຈາກທີ່ນັ້ນໄປຍັງເຂດຫນຶ່ງໃກ້ກັບເມືອງຕີເຣ ແລະຊີໂດນ. ພຣະອົງ ໄດ້ເຂົ້າໄປໃນເຮືອນຫລັງຫນຶ່ງ ແລະ ພຣະອົງບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ໃນທີ່ນັ້ນ, ແຕ່ພຣະອົງກໍບໍ່ສາມາດຊ້ອນຕົວໄວ້ໄດ້.
\v 25 ແຕ່ໃນທັນໃດກໍມີຍິງຄົນຫນຶ່ງ, ທີ່ລູກສາວຖືກຜີຊົ່ວຮ້າຍສິງ, ໄດ້ຍິນເຖິງເລື່ອງພຣະເຢຊູເຈົ້າຈຶ່ງເຂົ້າມາຫາ ແລະ ຂາບລົງທີ່ຕີນຂອງພຣະອົງ.
\v 26 ຍິງຜູ້ນີ້ ເປັນຊາວກຣີກເຊື້ອສາຍຊີເຣັຽໃນໂຟນີເຊັຽ. ນາງອ້ອນວອນຂໍ ພຣະເຢຊູເຈົ້າໃຫ້ຂັບໄລ່ຜີຮ້າຍອອກຈາກລູກສາວຂອງນາງ.
\s5
\v 27 ພຣະອົງໄດ້ບອກລາວວ່າ, “ຈົ່ງໃຫ້ລູກໄດ້ກິນອີ່ມເສັຽກ່ອນ, ເພາະບໍ່ເປັນການຖືກຕ້ອງທີ່ຈະເອົາອາຫານຂອງລູກໂຍນໃຫ້ແກ່ຫມາ.”
\v 28 ແຕ່ນາງຕອບພຣະອົງວ່າ, “ແມ່ນແລ້ວທ່ານເອີຍ, ແຕ່ຫມາທີ່ຢູ່ກ້ອງໂຕະກໍຍັງໄດ້ກິນເສດອາຫານຂອງລູກ.”
\s5
\v 29 ພຣະເຢຊູເຈົ້າກ່າວກັບນາງວ່າ, “ເພາະເຫດທີ່ເຈົ້າເວົ້າຢ່າງນີ້, ເຈົ້າຈົ່ງກັບເມືອເຮືອນສາ. ຜີມານຮ້າຍໄດ້ອອກຈາກລູກສາວຂອງເຈົ້າແລ້ວ.”
\v 30 ນາງຈຶ່ງກັບເມືອເຮືອນຂອງຕົນ ແລະ ເຫັນລູກສາວນອນຢູ່ເທິງບ່ອນນອນ, ແລະ ຜີມານຮ້າຍໄດ້ອອກໄປແລ້ວ.
\s5
\v 31 ແລ້ວພຣະອົງໄດ້ສະເດັດອອກຈາກເມືອງຕີເຣ, ແລະ ຜ່ານໄປທາງເມືອງຊີໂດນຈົນເຖິງທະເລຄາລີເລຂຶ້ນໄປທາງຂົງເຂດເດກາໂປລີ.
\v 32 ພວກເຂົາໄດ້ນຳຄົນຫູຫນວກປາກກືກມາຫາພຣະເຢຊູເຈົ້າ, ແລະ ພວກເຂົາຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
\s5
\v 33 ພຣະອົງຈຶ່ງພາເຂົາອອກໄປຫ່າງຈາກປະຊາຊົນຢູ່ຕ່າງຫາກ, ແລ້ວພຣະອົງ ກໍໃຊ້ນິ້ວມືແຍ່ຫູຊາຍຄົນນີ້, ແລະ ເມື່ອຖົ່ມນໍ້າລາຍແລ້ວຈຶ່ງເອົານິ້ວແປະໃສ່ລີ້ນຂອງເຂົາ.
\v 34 ແລ້ວພຣະອົງກໍເງີຍຫນ້າຂຶ້ນສູ່ສະຫວັນ, ຊົງຖອນຫາຍໃຈແລ້ວເວົ້າກັບເຂົາວ່າ, “ເອຟາທາ” ຊຶ່ງຫມາຍຄວາມວ່າ, “ຈົ່ງໄຂອອກ!”
\v 35 ແລະ ທັນໃດນັ້ນຫູຂອງເຂົາກໍເປີດອອກ, ແລະ ສິ່ງທີ່ຂັດລີ້ນຂອງເຂົາກໍຫລຸດອອກ ແລະ ເຂົາຈຶ່ງເວົ້າໄດ້.
\s5
\v 36 ພຣະເຢຊູເຈົ້າກໍໄດ້ສັ່ງປະຊາຊົນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ. ແຕ່ຍິ່ງພຣະອົງສັ່ງຫ້າມພວກເຂົາ, ກໍຍິ່ງປ່າວປະກາດໃຫ້ຄົນຟັງໄປທົ່ວ.
\v 37 ພວກເຂົາປະຫລາດໃຈຫລາຍທີ່ສຸດ, ຈຶ່ງເວົ້າກັນວ່າ, “ພຣະອົງຊົງເຮັດທຸກສິ່ງລ້ວນແຕ່ເປັນການດີ, ແມ່ນແຕ່ຄົນຫູຫນວກກໍເຮັດໃຫ້ໄດ້ຍິນ ແລະຄົນປາກກືກກໍເຮັດໃຫ້ເວົ້າໄດ້.”
\s5
\c 8
\cl ບົດທີ 8
\p
\v 1 ໃນຊ່ວງເວລາຫລາຍມື້ນັ້ນ, ມີປະຊາຊົນກຸ່ມໃຫຍ່, ແລະ ພວກເຂົາບໍ່ມີອາຫານກິນ. ພຣະເຢຊູເຈົ້າຈຶ່ງເອີ້ນພວກສາວົກຂອງພຣະອົງມາ ແລະກ່າວກັບພວກເຂົາວ່າ,
\v 2 “ເຮົາສົງສານຄົນເຫລົ່ານີ້ຫລາຍ, ເພາະພວກເຂົາຢູ່ນຳເຮົາຕະຫລອດສາມວັນແລ້ວແລະ ພວກເຂົາບໍ່ມີອາຫານກິນ.
\v 3 ຖ້າຫາກເຮົາປ່ອຍພວກເຂົາກັບບ້ານໄປໂດຍທີ່ບໍ່ໄດ້ກິນຫຍັງ, ພວກເຂົາກໍຄົງເມື່ອຍອິດອ່ອນຕາມທາງ. ແລະ ພວກເຂົາບາງຄົນກໍເດີນທາງມາແຕ່ໄກດ້ວຍ.”
\v 4 ພວກສາວົກຈຶ່ງຕອບພຣະອົງວ່າ, “ຢູ່ໃນບ່ອນປ່ຽວເຊັ່ນນີ້ເຮົາຈະໄປຫາອາຫານມາແຕ່ໃສພໍເພື່ອຈະລ້ຽງດູຄົນທັງຫມົດນີ້ໄດ້?”
\s5
\v 5 ພຣະອົງເຈົ້າຖາມພວກເຂົາວ່າ, “ພວກເຈົ້າມີເຂົ້າຈີ່ຈັກກ້ອນ?” ພວກເຂົາຕອບວ່າມີ “ເຈັດກ້ອນ”.
\v 6 ພຣະອົງຈຶ່ງສັ່ງປະຊາຊົນໃຫ້ນັ່ງລົງທີ່ພື້ນ. ແລ້ວພຣະອົງກໍຈັບເອົາເຂົ້າຈີ່ທັງເຈັດກ້ອນຂຶ້ນມາ, ໂມທະນາຂອບພຣະຄຸນແລ້ວຫັກເຂົ້າຈີ່ແຈກຈ່າຍໃຫ້ກັບພວກສາວົກນຳໄປແຈກຢາຍແກ່ປະຊາຊົນ.
\s5
\v 7 ພວກເຂົາມີປານ້ອຍສອງສາມໂຕດ້ວຍ, ແລະ ຫລັງຈາກພຣະເຢຊູເຈົ້າອະທິຖານຂອບພຣະຄຸນສຳລັບປານ້ອຍເຫລົ່ານັ້ນ. ພຣະອົງສັ່ງໃຫ້ພວກສາວົກເອົາປາໄປແຈກຢາຍໃຫ້ປະຊາຊົນເຊັ່ນກັນ.
\v 8 ພວກເຂົາໄດ້ກິນອາຫານ ແລະ ອີ່ມທ້ອງ, ພວກສາວົກໄດ້ໄປເກັບເອົາຕ່ອນທີ່ເຫລືອໄດ້ເຈັດກະບຸງໃຫຍ່.
\v 9 ມີປະຊາຊົນປະມານສີ່ພັນຄົນ. ແລ້ວພຣະເຢຊູເຈົ້າກໍສັ່ງໃຫ້ພວກເຂົາກັບໄປ.
\v 10 ຈາກນັ້ນພຣະອົງຈຶ່ງຊົງລົງເຮືອໄປກັບພວກສາວົກເພື່ອໄປຍັງແຄ້ວນດານມານຸທາທັນທີ.
\s5
\v 11 ແລ້ວພວກຟາຣີຊາຍອອກມາຫາພຣະເຢຊູເຈົ້າ ແລະ ເລີ່ມໂຕ້ຖຽງກັບພຣະອົງ. ພວກເຂົາເສາະຫາຫມາຍສຳຄັນຈາກສະຫວັນ, ເພື່ອທົດສອບພຣະອົງ.
\v 12 ພຣະເຢຊູເຈົ້າຊົງຖອນຫາຍໃຈເລິກໃນພຣະວິນຍານຂອງພຣະອົງ ແລະ ໄດ້ຖາມວ່າ, “ເປັນຫຍັງຄົນສະໄຫມນີ້ຈຶ່ງສະແຫວງຫາຫມາຍສຳຄັນ? ແຕ່ເຮົາບອກເຈົ້າຕາມຄວາມຈິງວ່າ, ຈະບໍ່ມີການປຣະທານຫມາຍສຳຄັນໃຫ້ຄົນສະໄຫມນີ້ໄດ້ເຫັນ.”
\v 13 ຈາກນັ້ນ ພຣະອົງຈຶ່ງສະເດັດຈາກພວກເຂົາໄປ, ແລ້ວສະເດັດລົງເຮືອ, ຂ້ວາມທະເລສາບໄປຟາກອື່ນອີກ.
\s5
\v 14 ໃນເວລານີ້ພວກສາວົກລືມເອົາເຂົ້າຈີ່ມາພ້ອມກັບພວກເພິ່ນ. ພວກເຂົາມີເຂົ້າຈີ່ແຕ່ກ້ອນດຽວເທົ່ານັ້ນຢູ່ໃນເຮືອ.
\v 15 ພຣະອົງໄດ້ເຕືອນພວກເພິ່ນວ່າ, “ຈົ່ງເຝົ້າເບິ່ງ ແລະ ຣະວັງເຊື້ອແປ້ງຂອງພວກຟາຣີຊາຍ ແລະ ເຊື້ອແປ້ງຂອງເຮໂຣດ.”
\s5
\v 16 ພວກສາວົກຕ່າງໃຫ້ເຫດຜົນຕໍ່ກັນວ່າ, “ນີ້ເປັນເພາະພວກເຮົາບໍ່ມີເຂົ້າຈີ່ມານຳ.”
\v 17 ພຣະເຢຊູເຈົ້າຮູ້ສິ່ງນີ້ຈຶ່ງເວົ້າກັບພວກເພິ່ນວ່າ “ດ້ວຍເຫດໃດພວກເຈົ້າຈຶ່ງເວົ້າກັນເຖິງ ເລື່ອງບໍ່ມີເຂົ້າຈີ່? ພວກເຈົ້າຍັງເບິ່ງບໍ່ເຫັນບໍ? ພວກເຈົ້າຍັງບໍ່ເຂົ້າໃຈຫລືຢ່າງໃດ? ຫົວໃຈ ຂອງພວກເຈົ້າມືດບອດໄປແລ້ວແມ່ນບໍ?
\s5
\v 18 ພວກເຈົ້າມີຕາ, ແຕ່ເບິ່ງບໍ່ເຫັນບໍ? ພວກເຈົ້າມີຫູແຕ່ຟັງບໍ່ໄດ້ຍິນບໍ? ພວກເຈົ້າຈື່ໄດ້ແມ່ນບໍ?
\v 19 ເມື່ອເຮົາຫັກເຂົ້າຈີ່ຫ້າກ້ອນລ້ຽງຫ້າພັນຄົນນັ້ນ, ພວກເຈົ້າເກັບເສດເຂົ້າຈີ່ທີ່ເຫລືອນັ້ນໄດ້ເຕັມຈັກກະບຸງ?”ພວກເຂົາຕອບ ວ່າ,“ສິບສອງກະບຸງ”.
\s5
\v 20 "ເມື່ອເຮົາຫັກເຂົ້າຈີ່ເຈັດກ້ອນທ່າມກາງຄົນສີ່ພັນຄົນ, ພວກທ່ານເກັບເສດເຂົ້າຈີ່ທີ່ເຫລືອ ໄດ້ເຕັມທັງຫມົດຈັກກະບຸງ?" ພວກເຂົາຕອບວ່າ "ເຈັດກະບຸງ ".
\v 21 ພຣະອົງກ່າວວ່າ,“ພວກເຈົ້າຍັງບໍ່ເຂົ້າໃຈຢູ່ບໍ?”
\s5
\v 22 ພວກເຂົາໄດ້ມາທີ່ເບັດສາອີດາ. ຜູ້ຄົນທີ່ນັ້ນໄດ້ພາຄົນຕາບອດມາຫາ ແລະພຣະເຢຊູເຈົ້າແລະ ຂໍຮ້ອງພຣະອົງໃຫ້ວາງມືໃສ່ລາວ.
\v 23 ພຣະເຢຊູເຈົ້າຈູງຄົນຕາບອດອອກໄປນອກຫມູ່ບ້ານ, ພຣະອົງບ້ວນນໍ້າລາຍໃສ່ຕາຂອງເຂົາ ແລະວາງມືຂອງພຣະອົງເທິງເຂົາພຣະອົງຖາມເຂົາວ່າ, “ເຈົ້າເບິ່ງເຫັນຫຍັງແດ່ບໍ?”
\s5
\v 24 ເຂົາເງີຍຫນ້າຂຶ້ນ ແລະ ຕອບວ່າ,“ຂ້ານ້ອຍເຫັນຄົນ ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.”
\v 25 ຈາກນັ້ນພຣະອົງຈຶ່ງວາງມືເທິງດວງຕາຂອງເຂົາອີກເທື່ອ, ແລະ ເຂົາກໍມືນຕາເຕັມຫນ່ວຍ, ແລະ ສາຍຕາຂອງລາວກໍດີເປັນປົກກະຕິ, ແລະ ເຂົາຈຶ່ງເຫັນທຸກຢ່າງໄດ້ຈະແຈ້ງດີ.
\v 26 ພຣະເຢຊູເຈົ້າບອກເຂົາກັບບ້ານຂອງເຂົາພ້ອມທັງສັ່ງວ່າ, “ຢ່າເຂົ້າໄປໃນເມືອງ.”
\s5
\v 27 ພຣະເຢຊູເຈົ້າອອກໄປກັບພວກສາວົກ ໄດ້ໄປໃນເຂດເມືອງກາຍຊາເຣັຽ ຟີລິບປອຍ. ໃນລະຫວ່າງທາງໄປນັ້ນພຣະອົງໄດ້ຖາມພວກສາວົກວ່າ, “ຜູ້ຄົນເວົ້າກັນວ່າເຮົາເປັນຜູ້ໃດ?”
\v 28 ພວກສາວົກຈຶ່ງຕອບວ່າ“ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ, ບາງຄົນເວົ້າວ່າ ທ່ານແມ່ນເອລີຢາ, ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຫນຶ່ງໃນຜູ້ທຳນວາຍ.”
\s5
\v 29 ພຣະອົງຖາມພວກເພິ່ນວ່າ“ແຕ່ພວກເຈົ້າເດເວົ້າວ່າເຮົາເປັນໃຜ?”ເປໂຕຕອບພຣະອົງວ່າ, “ພຣະອົງເປັນພຣະຄຣິດ”
\v 30 ແລ້ວ ພຣະເຢຊູເຈົ້າເຕືອນບໍ່ໃຫ້ພວກເຂົາບອກຜູ້ໃດ ກ່ຽວກັບເລື່ອງຂອງພຣະອົງ.
\s5
\v 31 ພຣະເຢຊູເຈົ້າເລີ້ມຕົ້ນສອນພວກສາວົກວ່າ, ບຸດມະນຸດຈະຕ້ອງຖືກທົນທຸກ ທໍຣະມານຫລາຍປະການ, ແລະ ຈະຕ້ອງຖືກປະຕິເສດຈາກຜູ້ປົກຄອງ ພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານ, ແລະ ຈະຂ້າເພິ່ນເສັຽ, ແຕ່ໃນວັນຖ້ວນສາມພຣະອົງຈະຖືກບັນດານໃຫ້ເປັນຄືນມາ.”
\v 32 ພຣະອົງໄດ້ກ່າວເລື່ອງນີ້ສູ່ ພວກເພິ່ຟັງຈະແຈ້ງ. ດັ່ງນັ້ນ ເປໂຕຈຶ່ງເວົ້້າກັບພຣະອົງເປັນການສ່ວນຕົວ. ເລີ້ມຫ້າມພຣະອົງບໍ່ໃຫ້ເວົ້າເລື່ອງນີ້.
\s5
\v 33 ແຕ່ພຣະເຢຊູເຈົ້າຫັນຫນ້າມາເບິ່ງພວກສາວົກຂອງພຣະອົງ ແລະ ຕຳຫນິເປໂຕ ຢ່າງຮຸນແຮງວ່າ, “ຈົ່ງຖອຍຫນີຈາກເຮົາສາ, ຊາຕານເອີຍ! ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າແຕ່ຄິດຢ່າງມະນຸດ.”
\v 34 ຈາກນັ້ນພຣະອົງກໍເອີ້ນ ປະຊາຊົນກັບພວກສາວົກຂອງພຣະອົງມາຢູ່ຮ່ວມກັນແລະກ່າວວ່າ, “ຖ້າຜູ້ໃດຕ້ອງການຕິດຕາມເຮົາຜູ້ນັ້ນ, ຕ້ອງຕັດສິດຂອງຕົນເສັຽ ແລະ ແບກໄມ້ກາງແຂນຂອງຕົນ ແລະຕາມເຮົາມາ.
\s5
\v 35 ເພາະຜູ້ໃດກໍຕາມທີ່ຕ້ອງການຮັກສາຊີວິດຂອງຕົນໃຫ້ພົ້ນ, ຜູ້ນັ້ນຈະສູນເສັຽຊີວິດນັ້ນ, ແຕ່ຜູ້ໃດທີ່ຍອມສູນເສັຽຊີວິດເພື່ອຜົນປະໂຫຍດຂອງເຮົາ ແລະ ເພື່ອຂ່າວປະເສີດ, ຜູ້ນັ້ນກໍຈະຖືກຊ່ວຍຊີວິດໃຫ້ພົ້ນໄດ້.
\v 36 ຈະເກີດປະໂຫຍດອັນໃດ. ຖ້າຜູ້ໃດຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕອ້ງສູນເສັຽຊີວິດນິຣັນດອນຂອງຕົນ,
\v 37 ບໍ່ມີສິ່ງໃດທີ່ມະນຸດນຳມາ ແລກເອົາຊີວິດຂອງຕົນຄືນໄດ້.
\s5
\v 38 ຜູ້ໃດກໍຕາມມີຄວາມລະອາຍເພາະເຮົາ ແລະ ເພາະຖ້ອຍຄຳຂອງເຮົາໃນທ່າມກາງຊົນຊາດນີ້, ແລະ ໃນຍຸກທີ່ເຕັມໄປດ້ວຍຄວາມບາບການຫລິ້ນຊູ້ ແລະ ຄົນທີ່ມີບາບກັມ ບຸດມະນຸດກໍຈະມີຄວາມລະອາຍໃນ ເລື່ອງຄົນນັ້ນເມື່ອ ພຣະອົງມາປາກົດໃນສະຫງ່າຣາສີແຫ່ງ ພຣະບິດາເຈົ້າ ແລະ ພ້ອມດ້ວຍບັນດາທູດສະຫວັນອັນບໍຣິສຸດ.”
\s5
\c 9
\cl ບົດທີ 9
\p
\v 1 ພຣະອົງຍັງກ່າວແກ່ພວກເພິ່ນອີກວ່າ, “ເຮົາບອກຄວາມຈິງແກ່ພວກເຈົ້າວ່າ, ບາງຄົນໃນພວກເຈົ້າທີ່ຢືນຢູ່ທີ່ນີ້ຈະບໍ່ຮູ້ຣົດຊາດຂອງຄວາມຕາຍ ຈົນກວ່າຈະໄດ້ເຫັນຣາຊະອານາຈັກຂອງພຣະເຈົ້າມາຕັ້ງຢູ່ດ້ວຍຣິດອຳນາດ.”
\v 2 ຫົກວັນຕໍ່ມາ, ພຣະເຢຊູເຈົ້າໄດ້ພາເປໂຕ, ແລະ ຢາໂກໂບ ແລະ ໂຢຮັນ ຂຶ້ນໄປເທິງພູເຂົາສູງ, ຕາມລຳພັງ. ແລ້ວພຣະອົງນັ້ນໄດ້ປະກົດຕົວຕໍ່ຫນ້າພວກເຂົາ.
\v 3 ເຄື່ອງນຸ່ງຂອງພຣະອົງ ກໍເກີດຄວາມຮຸ່ງເຮືອງຂາວເຫຼື້ອມໃສ, ຈົນບໍ່ມີຜູ້ໃດໃນໂລກນີ້ຊັກໃຫ້ຂາວເຊັ່ນນັ້ນໄດ້.
\s5
\v 4 ຫລັງຈາກນັ້ນເອລີຢາ ກັບໂມເຊກໍປາກົດແກ່ສາວົກ, ແລະ ພວກເຂົານັ້ນກຳລັງເວົ້າກັນຢູ່ກັບພຣະເຢຊູເຈົ້າ.
\v 5 ເປໂຕຈຶ່ງຕອບ ແລະ ທູນພຣະເຢຊູເຈົ້າວ່າ, “ພຣະອາຈານເອີຍ, ຊ່າງເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້, ແລະ ຂໍໂຜດໃຫ້ພວກຂ້ານ້ອຍ ປຸກຕູບສາມຫລັງຂຶ້ນ, ຫລັງຫນຶ່ງສຳລັບທ່ານ, ຫລັງຫນຶ່ງສຳລັບໂມເຊ ແລະ ຫລັງຫນຶ່ງ ສຳລັບເອລີຢາ.”
\v 6 (ພວກເຂົາຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ, ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ).
\s5
\v 7 ແລ້ວກໍມີກ້ອນເມກລອຍມາ ແລະ ເປັນເງົາປົກຫຸ້ມພວກເພິ່ນໄວ້. ແລ້ວມີສຽງຫນຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ທ່ານຜູ້ນີ້ແຫລະ, ເປັນບຸດທີ່ຮັກຂອງເຮົາ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”
\v 8 ໃນທັນໃດນັ້ນ, ພວກສາວົກຫລຽວເບິ່ງຮອບໆຕົວ, ກໍບໍ່ເຫັນຜູ້ໃດນອກຈາກ ພຣະເຢຊູເຈົ້າເທົ່ານັ້ນທີ່ຢູ່ກັບພວກເພິ່ນ.
\s5
\v 9 ຂະນະທີ່ລົງມາແຕ່ພູນັ້ນ, ພຣະອົງເຈົ້າກໍສັ່ງຫ້າມພວກເພິ່ນວ່າ, “ຢ່າບອກສິ່ງທີ່ ພວກເຈົ້າໄດ້ເຫັນນີ້ແກ່ຜູ້ໃດ, ຈົນກວ່າບຸດມະນຸດ ໄດ້ເປັນຄືນມາຈາກຄວາມຕາຍ.”
\v 10 ດັ່ງນັ້ນພວກສາວົກຈຶ່ງບໍ່ບອກໃຜ, ແຕ່ກໍປຶກສາຫາລືກັນໃນພວກເຂົາເອງວ່າ, “ການເປັນຄືນມາຈາກຕາຍນັ້ນ ຫມາຍຄວາມແນວໃດ”
\s5
\v 11 ພວກເພິ່ນຈຶ່ງຖາມພຣະເຢຊູເຈົ້າວ່າ, “ດ້ວຍເຫດໃດ ພວກທັມະຈານຈຶ່ງເວົ້າວ່າເອລີຢາຈະຕ້ອງມາກ່ອນ?”
\v 12 ພຣະອົງຕອບພວກເພິ່ນວ່າ, “ຈິງຢູ່ເອລີຢາຕ້ອງມາກ່ອນເພື່ອຈັດແຈງທຸກສິ່ງຄືນສູ່ສະພາບເດີມ. ແລ້ວເປັນດ້ວຍເຫດໃດ ພຣະທັມພຣະເຈົ້າ ໄດ້ຂຽນໄວ້ວ່າບຸດມະນຸດ ຈະຖືກທົນທຸກທໍຣະມານຢ່າງຫນັກຫນ່ວງຫລາຍ ປະການ ແລະ ເພິ່ນຈະຖືກປະຖິ້ມ ແລະ ຖືກຫມິ່ນປະຫມາດ?
\v 13 ແຕ່ເຮົາບອກພວກເຈົ້າວ່າເອລີຢາໄດ້ມາແລ້ວ, ແລະ ຄົນທັງຫລາຍໄດ້ເຮັດກັບເພິ່ນຕາມໃຈມັກ, ດັ່ງທີ່ມີຄຳຂຽນໄວ້ເຖິງເພິ່ນໃນພຣະຄັມພີ.”
\s5
\v 14 ເມື່ອພວກເຂົາກັບມາພົບສາວົກແລ້ວ, ພວກເຂົາກໍໄດ້ເຫັນຄົນຫມູ່ໃຫຍ່ ຢູ່ອ້ອມພວກເຂົາ ແລະ ມີພວກທັມະຈານກຳລັງໂຕ້ຖຽງກັບພວກເຂົາຢູ່.
\v 15 ເມື່ອປະຊາຊົນເຫັນພຣະເຢຊູເຈົ້າ, ພວກເຂົາກໍປະຫລາດໃຈຢ່າງບໍ່ຄາດຄິດມາກ່ອນ ແລະ ພາກັນຟ້າວແລ່ນໄປຄຳນັບພຣະອົງ.
\v 16 ພຣະອົງເຈົ້າຖາມພວກສາວົກ ຂອງພຣະອົງວ່າ, “ພວກເຈົ້າກຳລັງໂຕ້ຖຽງ ກັນເຖິງເລື່ອງຫຍັງ?”
\s5
\v 17 ບາງຄົນໃນຫມູ່ປະຊາຊົນນັ້ນໄດ້ຕອບວ່າ, “ອາຈານເອີຍ, ຂ້ານ້ອຍໄດ້ນຳລູກຊາຍຂອງຂ້ານ້ອຍມາຫາທ່ານ. ເພາະຜີປາກກືກສິງລາວຈົນລາວປາກບໍ່ໄດ້.
\v 18 ເມື່ອມັນເຂົ້າສິງລາວເທື່ອໃດ ແລະ ມັນກໍເຮັດໃຫ້ລາວລົ້ມຊັກດິ້ນເທື່ອນັ້ນ ແລະ ມີນໍ້າລາຍຟູມປາກທັງຂົບແຂ້ວ ແລະ ຕົວແຂງໄປຫມົດທັງຮ່າງກາຍ. ຂ້ານ້ອຍຂໍໃຫ້ ພວກສາວົກຂອງພຣະອົງຂັບໄລ່ຜີຮ້າຍນັ້ນອອກ, ແຕ່ພວກເພິ່ນເຮັດບໍ່ໄດ້.”
\v 19 ພຣະເຢຊູເຈົ້າ ກ່າວແກ່ພວກເຂົາວ່າ, “ໂອພວກຄົນ ທີ່ຂາດຄວາມເຊື່ອເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ຈົ່ງພາເດັກນ້ອຍມາຫາເຮົາເບິ່ງດູ.”
\s5
\v 20 ພວກເຂົາກໍໄດ້ພາເດັກຊາຍມາຫາພຣະອົງ. ພໍຜີຮ້າຍທີ່ສິງຢູ່ໃນຕົວເດັກນ້ອຍ ໄດ້ເຫັນພຣະເຢຊູເຈົ້າ, ທັນໃດນັ້ນມັນກໍເຮັດ ໃຫ້ ເດັກນ້ອຍ ນັ້ນຊັກດິ້ນລົ້ມລົງກັບພື້ນດິນ, ກິ້ງເກືອກ ໄປມານໍ້າລາຍຟູມປາກ.
\v 21 ພຣະເຢຊູເຈົ້າ ໄດ້ຖາມພໍ່ຂອງເດັກນ້ອຍວ່າ, “ລູກຂອງເຈົ້າເປັນແນວນີ້ມາໄດ້ດົນປານໃດແລ້ວ?” ລາວຕອບວ່າ, “ເປັນມາຕັ້ງແຕ່ນ້ອຍພຸ້ນ.
\v 22 ຫລາຍເທື່ອແລ້ວ ທີ່ຜີຊົ່ວຮ້າຍພະຍາຍາມຂ້າລູກ ຂອງຂ້ານ້ອຍ ໂດຍຊຸກລາວໃສ່ໄຟ ແລະ ຊຸກລາວໃຫ້ຕົກນໍ້າ ແລະ ພະຍາຍາມທຳລາຍລາວ. ແຕ່ຖ້າທ່ານສາມາດຊ່ວຍໄດ້ຂໍໂຜດສົງສານຂ້ານ້ອຍແດ່ທ້ອນ.”
\s5
\v 23 ພຣະເຢຊູເຈົ້າໄດ້ກ່າວຕອບວ່າ, “ຖ້າເຈົ້າສາມາດຊ່ວຍໄດ້? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ.”
\v 24 ໃນທັນໃດນັ້ນ ພໍ່ຂອງເດັກນ້ອຍນັ້ນໄດ້ຮ້ອງໄຫ້ ທັງນໍ້າຕາໄຫລກ່າວວ່າ, “ໂຜດຊ່ວຍຂ້ານ້ອຍ! ໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ!"
\v 25 ເມື່ອພຣະເຢຊູເຈົ້າເຫັນຫມູ່ປະຊາຊົນກຳລັງບຸບຽດກັນເຂົ້າມາໃກ້, ພຣະອົງຈຶ່ງສັ່ງຜີຊົ່ວຮ້າຍນັ້ນວ່າ, “ບັກຜີປາກກືກຫູຫນວກ, ກູສັ່ງມຶງອອກຈາກເດັກນ້ອຍ ແລະ ຢ່າກັບເຂົ້າມາອີກຈັກເທື່ອ.”
\s5
\v 26 ຜີຮ້າຍນັ້ນຮ້ອງແຜດສຽງຂຶ້ນ ແລະ ມັນເຮັດໃຫ້ເດັກນ້ອຍຊັກດິ້ນຢ່າງແຮງ ຈົນເຕັມກຳລັງແລ້ວກໍອອກຫນີໄປ. ເດັກນັ້ນກາຍເປັນເຫມືອນຄົນຕາຍ, ຈົນຫລາຍຄົນເວົ້າອອກມາວ່າ, “ມັນຕາຍແລ້ວ.”
\v 27 ແຕ່ພຣະເຢຊູເຈົ້າຈັບມືເດັກນ້ອຍ ແລະ ດຶງໃຫ້ລຸກຂຶ້ນແລ້ວເດັກນັ້ນກໍລຸກຢືນຂຶ້ນ.
\s5
\v 28 ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປໃນເຮືອນແລ້ວ, ພວກສາວົກຂອງພຣະອົງກໍຖາມ ພຣະອົງເປັນທາງສ່ວນຕົວວ່າ, “ເຫດສັນໃດພວກຂ້ານ້ອຍ ຈຶ່ງຂັບໄລ່ມັນອອກບໍ່ໄດ້?"
\v 29 ພຣະເຢຊູເຈົ້າຕອບພວກເພິ່ນວ່າ, “ຜີຮ້າຍແນວນີ້ຈະຂັບໄລ່ອອກດ້ວຍວິທີອື່ນ ບໍ່ໄດ້, ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານເທົ່ານັ້ນ.”
\s5
\v 30 ພວກເຂົາໄດ້ອອກຈາກທີ່ນັ້ນ ແລະ ໄດ້ຜ່ານແຂວງຄາລີເລ. ພຣະເຢຊູເຈົ້າບໍ່ຢາກໃຫ້ຜູ້ໃດຮູ້ວ່າພຣະອົງຢູ່ທີ່ໃດ,
\v 31 ເພາະພຣະອົງກຳລັງສັ່ງສອນພວກສາວົກຢູ່. ພຣະອົງກ່າວແກ່ພວກເພິ່ນວ່າ, “ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນທັງຫລາຍ ແລະ ເຂົາຈະຂ້າເພິ່ນ, ແຕ່ຫລັງຈາກຖືກຂ້າແລ້ວໄດ້ສາມວັນເພິ່ນຈະຖືກບັນດານໃຫ້ເປັນຄືນມາອີກຄັ້ງ.”
\v 32 ແຕ່ພວກສາວົກບໍ່ເຂົ້າໃຈຄວາມຫມາຍຂອງຖ້ອຍຄຳເຫລົ່ານີ້, ແລະ ພວກເພິ່ນກໍບໍ່ກ້າຈະຖາມພຣະອົງ.
\s5
\v 33 ແລະ ເມື່ອພວກເຂົາໄດ້ມາຮອດເມືອງກາເປນາອູມ. ເມື່ອເຂົ້າໄປໃນເຮືອນແລ້ວພຣະອົງກໍຖາມພວກສາວົກຂອງພຣະອົງວ່າ, “ເມື່ອມາຕາມທາງນັ້ນ, ພວກເຈົ້າ ໄດ້ຖົກຖຽງ ກັນເຖິງເລື່ອງຫຍັງ?”
\v 34 ພວກເພິ່ນມິດຢູ່, ເພາະເມື່ອມາຕາມທາງນັ້ນພວກເພິ່ນໄດ້ຖົກຖຽງກັນວ່າ ຜູ້ໃດຈະເປັນໃຫຍ່ທີ່ສຸດ ໃນທ່າມກາງພວກເພິ່ນ.
\v 35 ສະນັ້ນ ພຣະອົງຈຶ່ງນັ່ງລົງ, ພຣະອົງເອີ້ນພວກສາວົກສິບສອງຄົນມາ ພຣະອົງກ່າວແກ່ພວກເພິ່ນວ່າ, “ຖ້າຜູ້ໃດທີ່ຢາກເປັນຜູ້ຕົ້ນ, ກໍໃຫ້ຜູ້ນັ້ນເປັນຜູ້ປາຍ ແລະ ເປັນຜູ້ຮັບໃຊ້ຄົນທັງຫມົດ.”
\s5
\v 36 ພຣະອົງກໍເອົາເດັກນ້ອຍຜູ້ຫນຶ່ງ ແລະ ມາຢືນຢູ່ຕໍ່ຫນ້າພວກເພິ່ນ. ພຣະອົງກໍອຸ້ມເອົາເດັກນ້ອຍນັ້ນ ແລະ ກ່າວແກ່ພວກສາວົກວ່າ,
\v 37 “ຖ້າຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍຄົນຫນຶ່ງ ຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ, ຜູ້ໃດທີ່ຕ້ອນຮັບເຮົາ, ຜູ້ນັ້ນກໍບໍ່ໄດ້ຕ້ອນຮັບເຮົາເທົ່ານັ້ນ, ແຕ່ຍັງຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາ ມາເຫມືອນກັນ.”
\s5
\v 38 ໂຢຮັນໄດ້ເວົ້າກັບພຣະອົງວ່າ, “ອາຈານເອີຍ, ພວກຂ້ານ້ອຍໄດ້ເຫັນຊາຍຄົນຫນຶ່ງຂັບໄລ່ຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍບອກໃຫ້ເຊົາ ເພາະເຂົາບໍ່ເປັນຝ່າຍຂອງພວກເຮົາ.”
\v 39 ແຕ່ພຣະເຢຊູເຈົ້າ ໄດ້ຕອບວ່າ, “ຢ່າຫ້າມເຂົາເທາະ ເພາະວ່າບໍ່ມີຜູ້ໃດ ທີ່ກະທຳການອັດສະຈັນໃນນາມຂອງເຮົາ ແລະ ພາຍຫລັງມາຈະກັບມາເວົ້າ ຫມິ່ນປະຫມາດເຮົາ.
\s5
\v 40 ດ້ວຍວ່າ, ຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ ພວກເຮົາກໍເປັນຝ່າຍຂອງພວກເຮົາ.
\v 41 ເຮົາບອກເຈົ້າຄວາມຈິງວ່າ, ຜູ້ໃດທີ່ເອົານໍ້າຈອກຫນຶ່ງໃຫ້ ພວກເຈົ້າດື່ມເພາະເຈົ້າເປັນຝ່າຍພຣະຄຣິດ, ຜູ້ນັ້ ກໍຈະບໍ່ຂາດບຳເຫນັດຂອງຕົນ.
\s5
\v 42 “ຜູ້ໃດກໍຕາມທີ່ເຮັດໃຫ້ຜູ້ເລັກນ້ອຍທີ່ເຊື່ອ ຜູ້ທີ່ເຊື່ອໃນເຮົາຕົກໃນບາບ, ກໍໃຫ້ເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະ ຖິ້ມເຂົາລົງໃນທະເລເລິກເສັຽກໍດີກວ່າ.
\v 43 ຖ້າມືຂອງເຈົ້າເຮັດໃຫ້ສະດຸດ, ກໍໃຫ້ຕັດມືນັ້ນອອກເສັຽ. ທີ່ຈະເຂົ້າສູ່ຊີວິດດ້ວຍມືເບື້ອງດຽວກໍດີກວ່າມີສອງມືແຕ່ເຂົ້າສູ່ນະຣົກໃນໄຟທີ່ບໍ່ມີວັນມອດຈັກເທື່ອ.
\v 44 ໂຕຫນອນບໍ່ຮູ້ຕາຍ ໄຟບໍ່ຮູ້ມອດ.
\s5
\v 45 ຖ້າຕີນຂອງເຈົ້າ ເຮັດໃຫ້ເຮັດບາບ, ກໍໃຫ້ຕັດອອກຖິ້ມເສັຽ, ທີ່ຈະເຂົ້າສູ່ຊີວິດດ້ວຍຕີນເບື້ອງດຽວ ກໍດີກວ່າມີຕີນສອງຂ້າງແຕ່ຕ້ອງ ຖືກໂຍນຖິ້ມລົງໃນໄຟນະຣົກ.
\v 46 ຢູ່ບອ່ນນັ້ນໂຕຫນອນບໍ່ຮູ້ຕາຍ ແລະໄຟບໍ່ຮູ້ມອດຈັກເທື່ອ.
\s5
\v 47 ຖ້າຕາຂອງເຈົ້າພາໃຫ້ເຮັດບາບ, ຈົ່ງຄວັກອອກຖິ້ມເສັຽ, ທີ່ຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າດ້ວຍຕາຂ້າງດຽວ ກໍດີກວ່າມີຕາສອງຂ້າງ ແຕ່ຕ້ອງຖືກຖິ້ມລົງໃນໄຟ ນະຣົກ.
\v 48 ທີ່ຊຶ່ງຫນອນບໍ່ຮູ້ຕາຍ ແລະ ໄຟບໍ່ຮູ້ມອດຈັກເທື່ອ.
\s5
\v 49 ເພາະວ່າ ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອແລ້ວຊຳຣະດ້ວຍໄຟ.
\v 50 ເກືອເປັນສິ່ງທີ່ດີ, ແຕ່ຖ້າເກືອຫມົດຣົດເຄັມແລ້ວ ຈະກັບເຮັດໃຫ້ເຄັມອີກໄດ້ຢ່າງໃດ? ເຈົ້າທັງຫລາຍ ຈົ່ງຮັກສາເກືອໄວ້ໃນຕົວຂອງພວກເຈົ້າ ແລະ ຢູ່ດ້ວຍກັນຢ່າງສະຫງົບສຸກເຖີ້ນ.”
\s5
\c 10
\cl ບົດທີ 10
\p
\v 1 ແລ້ວພຣະເຢຊູເຈົ້າອອກຈາກທີ່ນັ້ນໄປແຂວງຢູດາຍ ແລ້ວກໍຂ້ວາມໄປອີກຟາກຫນຶ່ງຂອງແມ່ນໍ້າຈໍແດນ, ແລະປະຊາຊົນຫມູ່ໃຫຍ່ ເຂົ້າມາຫາພຣະອົງອີກ. ພຣະອົງຊົງສອນພວກເຂົາ, ດັ່ງທີ່ພຣະອົງເຄີຍເຮັດມາ.
\v 2 ພວກຟາຣີຊາຍກໍເຂົ້າມາຖາມເພື່ອທົດລອງ ພຣະອົງຖາມເຂົາວ່າ “ຕາມກົດບັນຍັດຜູ້ຊາຍຢ່າຮ້າງເມັຽຂອງຕົນໄດ້ບໍ?”
\v 3 ພຣະອົງກໍຕອບພວກເຂົາວ່າ,“ແລ້ວໂມເຊ ໄດ້ໃຫ້ຂໍ້ຄຳສັ່ງໄວ້ຢ່າງໃດ?”
\v 4 ພວກເຂົາຕອບວ່າ, “ໂມເຊອະນຸຍາດໃຫ້ເຮັດຫນັງສືຢ່າຮ້າງ ແລະ ປ່ອຍເມັຽໄປໄດ້.”
\s5
\v 5 "ມັນເປັນເພາະໃຈຂອງພວກທ່ານແຂງກະດ້າງ ເຮັດໃຫ້ໂມເຊຕ້ອງຂຽນບັນຍັດນີ້," ພຣະເຢຊູເຈົ້າບອກພວກເຂົາວ່າ,
\v 6 ຕັ້ງແຕ່ຕົ້ນເລີ້ມວາງຮາກສ້າງໂລກ' ພຣະເຈົ້າໄດ້ຊົງສ້າງມະນຸດໃຫ້ເປັນຊາຍ ແລະຍິງ.'
\s5
\v 7 ເພາະເຫດນີ້ຜູ້ຊາຍຈຶ່ງຈາກພໍ່ແມ່ ຂອງຕົນແລະໄປຕິດພັນຢູ່ກັບເມັຽຂອງຕົນ,
\v 8 ແລ້ວເຂົາທັງສອງກໍຈະເປັນກາຍເປັນເນື້ອດຽວກັນ.’ພວກເຂົາຈຶ່ງບໍ່ເປັນສອງອີກຕໍ່ໄປ, ແຕ່ເປັນເຫມືອນກາຍດຽວກັນ.
\v 9 ເຫດສະນັ້ນເມື່ອພຣະເຈົ້າໄດ້ໃຫ້ເຂົ້າຮ່ວມກັນຢູ່ແລ້ວ, ກໍຢ່າໃຫ້ມະນຸດ ເຮັດໃຫ້ແຍກຈາກກັນເລີຍ.”
\s5
\v 10 ເມື່ອພວກເຂົາຢູ່ໃນເຮືອນແລ້ວ, ພວກສາວົກກໍມາຖາມ ພຣະເຢຊູເຈົ້າເລື່ອງການຢ່າຮ້າງນີ້ອີກ.
\v 11 ພຣະອົງຕອບພວກເພິ່ນວ່າ, “ໃຜກໍຕາມທີ່ຢ່າຮ້າງເມັຽຂອງຕົນແລ້ວໄປ ແຕ່ງງານກັບຍິງອື່ນຊາຍຜູ້ນັ້ນ ກໍເຮັດຜິດໃນຖານຫລິ້ນຊູ້.
\v 12 ແລະຖ້າຍິງໃດທີ່ຢ່າຮ້າງຜົວຂອງຕົນແລະໄປແຕ່ງງານກັບຊາຍອື່ນຍິງນັ້ນກໍເຮັດຜິດໃນຖານຫລິ້ນຊູ້.”
\s5
\v 13 ແລ້ວພວກເຂົາ ໄດ້ພາເດັກນ້ອຍມາຫາ ພຣະອົງເພື່ອໃຫ້ພຣະອົງໄດ້ວາງມືໃສ່ ພວກເຂົາ, ແຕ່ພວກສາວົກໄດ້ຫ້າມພວກເຂົາໄວ້.
\v 14 ເເລ້ວພຣະເຢຊູເຈົ້າຊົງສັງເກດເຫັນດັ່ງນັ້ນ, ພຣະອົງກໍບໍ່ພໍໃຈ ແລະຊົງບອກພວກເຂົາວ່າ, “ຈົ່ງປ່ອຍເດັກນ້ອຍໃຫ້ເຂົ້າມາຫາເຮົາ, ແລະ ຢ່າຫ້າມພວກເຂົາເລີຍ ເພາະວ່າອານາຈັກຂອງພຣະເຈົ້າກໍເປັນຂອງຜູ້ທີ່ເປັນດັ່ງເດັກນ້ອຍເຫລົ່ານີ້ແຫລະ.
\s5
\v 15 ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດບໍ່ຮັບຣາຊະອານາຈັກຂອງພຣະເຈົ້າ ເຫມືອນເດັກນ້ອຍຈະບໍ່ໄດ້ເຂົ້າໄປໃນຣາຊະອານາຈັກນັ້ນ."
\v 16 ແລ້ວພຣະອົງກໍໄດ້ອູ້ມເດັກນ້ອຍນັ້ນ ພຣະອົງວາງມືໃສ່ ແລະ ອວຍພອນໃຫ້ພວກເຂົາ.
\s5
\v 17 ເມື່ອ ພຣະອົງຊົງເລີ້ມອອກເດີນທາງກໍມີຊາຍຄົນຫນຶ່ງແລ່ນມາຄຸເຂົ່າລົງ ຕໍ່ຫນ້າ ພຣະອົງແລະຖາມວ່າ,“ພຣະອາຈານ ຜູ້ປະເສີດເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຮັບຊີວິດນິຣັນດອນ?”
\v 18 ພຣະເຢຊູເຈົ້າ ຕອບລາວວ່າ,“ດ້ວຍເຫດໃດເຈົ້າຈຶ່ງເອີ້ນເຮົາ ວ່າຜູ້ປະເສີດ? ບໍ່ມີຜູ້ໃດປະເສີດດອກ ນອກຈາກພຣະເຈົ້າອົງດຽວເທົ່ານັ້ນ.
\v 19 ເຈົ້າຮູ້ຈັກພຣະບັນຍັດທີ່ບອກວ່າ, ‘ຢ່າຂ້າຄົນ, ຢ່າຫລິ້ນຊູ້ສູ່ຜົວເມັຽຜູ້ອື່ນ, ຢ່າລັກຊັບ, ຢ່າເປັນພະຍານບໍ່ຈິງ, ຢ່າຫລອກລວງ, ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງຕົນ.
\s5
\v 20 ຊາຍຄົນນັ້ນຕອບວ່າ, “ທ່ານອາຈານເອີຍ, ຂ້ານ້ອຍໄດ້ຖືຮັກສາ ແລະເຊື່ອຟັງເຮັດຕາມກົດເຫລົ່ານັ້ນຕັ້ງແຕ່ເປັນເດັກນ້ອຍພຸ້ນ.”
\v 21 ພຣະເຢຊູເຈົ້າໄດ້ເພັ່ງຕາເບິ່ງເຂົາດ້ວຍຄວາມຮັກ, ພຣະອົງເວົ້າກັບເຂົາວ່າ “ເຈົ້າຍັງຂາດຢູ່ສິ່ງຫນຶ່ງ. ຈົ່ງໄປຂາຍທຸກສິ່ງທີ່ເຈົ້າມີຢູ່ ແລະ ບໍຣິຈາກເງິນນັ້ນໃຫ້ແກ່ຄົນຍາກຈົນ ແລະເຈົ້າຈະມີຊັບສົມບັດໃນສະຫວັນ, ແລ້ວຈົ່ງຕາມເຮົາມາ.
\v 22 ແຕ່ຊາຍຄົນນັ້ນທໍ້ໃຈຫລາຍເພາະຄຳເວົ້ານັ້ນລາວເດີນອອກໄປດ້ວຍຄວາມໂສກເສົ້າ ແລະ ເປັນທຸກໃຈເພາະລາວເປັນຄົນຮັ່ງມີຫລາຍ.
\s5
\v 23 ພຣະເຢຊູເຈົ້າ ແນມເບິ່ງອ້ອມຮອບ ແລ້ວກ່າວແກ່ພວກສາວົກຂອງພຣະອົງວ່າ,“ຄົນຮັ່ງມີຈະເຂົ້າໃນຣາຊະອານາຈັກຂອງພຣະເຈົ້າກໍເປັນເລື່ອງຍາກ”
\v 24 ແລ້ວພວກສາວົກກໍປະຫລາດໃຈໃນຄຳເວົ້າຂອງພຣະອົງ. ພຣະເຢຊູເຈົ້າໄດ້ກ່າວແກ່ພວກເພິ່ນອີກວ່າ, “ລູກເອີຍ,"ການທີ່ຄົນຮັ່ງມີຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າກໍຍາກແທ້ໆ
\v 25 ເພາະອູດຈະລອດຮູເຂັມ, ກໍງ່າຍກວ່າຄົນຮັ່ງມີຜູ້ທີ່ຈະເຂົ້າໄປໃນຣາຊະອານາຈັກຂອງພຣະເຈົ້າ.”
\s5
\v 26 ພວກເຂົາປະຫລາດໃຈຫລາຍແລະເວົ້າກັນວ່າ,“ແລ້ວຜູ້ໃດຈະລອດພົ້ນໄດ້?”
\v 27 ພຣະເຢຊູເຈົ້າແນມເບິ່ງພວກເຂົາ ແລະກ່າວວ່າ, “ເປັນໄປບໍ່ໄດ້ສຳລັບມະນຸດ ແຕ່ບໍ່ແມ່ນກັບພຣະເຈົ້າ. ເພາະຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ.”
\v 28 ເປໂຕກໍເລີ້ມທູນພຣະອົງວ່າ “ເບິ່ງດູ ພວກຂ້ານ້ອຍໄດ້ສະຫລະທຸກສິ່ງ ແລະ ໄດ້ຕິດຕາມພຣະອົງມາ.”
\s5
\v 29 ພຣະເຢຊູເຈົ້າກ່າວວ່າ, “ເຮົາບອກເຈົ້າຕາມຄວາມຈິງວ່າ, ຜູ້ໃດທີ່ຍອມລະບ້ານເຮືອນ, ຫລືອ້າຍເອື້ອຍນ້ອງ, ຫລືພໍ່ແມ່, ຫລືລູກໆ, ຫລືທີ່ດິນເພາະເຫັນແກ່ເຮົາແລະ ເຫັນແກ່ຂ່າວປະເສີດຂອງເຮົາ.
\v 30 ເປັນພີ່ນ້ອງຊາຍຍິງ ແລະພໍ່ແມ່, ແລະລູກໆ, ແລະ ທີ່ດິນຮ້ອຍເທົ່າໃນຍຸກນີ້, ພ້ອມກັບການຖືກຂົ່ມເຫັງ ແລະ ໃນໂລກຫນ້າກໍຈະໄດ້ຮັບຊີວິດນິຣັນດອນ.
\v 31 ແຕ່ຫລາຍຄົນທີ່ເປັນຜູ້ຕົ້ນຈະກັບເປັນຜູ້ປາຍ ແລະ ຜູ້ທີ່ເປັນປາຍໃນເວລານີ້ກໍຈະເປັນຜູ້ຕົ້ນ.”
\s5
\v 32 ພວກເຂົາກຳລັງເດີນທາງ, ໄປກຸງເຢຣູຊາເລັມ, ແລະພຣະເຢຊູເຈົ້າຍ່າງລ່ວງຫນ້າໄປກ່ອນພວກເຂົາ. ພວກສາວົກຕ່າງກໍວຸ້ນວາຍໃຈແລະພວກອື່ນທີ່ຍ່າງມາຕາມຫລັງກໍມີ ຄວາມຢ້ານ. ແລ້ວພຣະເຢຊູເຈົ້າກໍພາສາວົກສິບສອງຄົນຍ່າງຫລີກອອກໄປທາງຂ້າງອີກເທື່ອຫນຶ່ງແລະກ່າວເຖິງເຫດການທີ່ຈຳຕ້ອງເກີດຂຶ້ນກັບພຣະອົງ.
\v 33 “ເບິ່ງແມ! ພວກເຮົາກຳລັງຈະໄປຍັງກຸງເຢຣູຊາເລັມ, ແລ້ວບຸດມະນຸດຈະຖືກມອບໄວ້ກັບພວກຫົວຫນ້າປະໂລຫິດແລະພວກທັມະຈານ. ພວກເຫລົ່ານີ້ຈະ ຕັດສິນລົງໂທດພຣະອົງໃຫ້ເຖິງຕາຍແລະຈະມອບພຣະອົງໄວ້ກັບຄົນຕ່າງຊາດ.
\v 34 ພວກເຂົາຈະເຢາະເຢີ້ຍພຣະອົງຈະຖົ່ມນໍ້າລາຍໃສ່ພຣະອົງ, ແລະຂ້ຽນຕີພຣະອົງແລະຈະຂ້າພຣະອົງເສັຽ. ແຕ່ໃນວັນຖ້ວນສາມພຣະອົງກໍຈະເປັນຄືນມາຈາກຄວາມຕາຍ.”
\s5
\v 35 ຢາໂກໂບແລະໂຢຮັນລູກຊາຍຂອງເຊເບດາຍ, ໄດ້ເຂົ້າມາຫາພຣະອົງແລະເວົ້າວ່າ, “ທ່ານອາຈານເອີຍ, ຂໍພຣະອົງຊ່ວຍເຮັດຕາມທີ່ເຮົາຕ້ອງການໄດ້ບໍ?
\v 36 ພຣະອົງຊົງຕອບວ່າ, “ຈະໃຫ້ເຮົາເຮັດຫຍັງເພື່ອພວກເຈົ້າ?”
\v 37 ພວກເຂົາຕອບວ່າ,“ເມື່ອທ່ານຢູ່ໃນສະຫງ່າຣາສີ, ແລ້ວ ຂໍໃຫ້ພວກຂ້ານ້ອຍ ທັງສອງນັ່ງທີ່ເບື້ອງຂວາຂອງທ່ານ ຄົນຫນຶ່ງ ແລະ ທີ່ເບື້ອງຊ້າຍຄົນຫນຶ່ງ.”
\s5
\v 38 ແລ້ວພຣະເຢຊູເຈົ້າຊົງກ່າວແກ່ພວກເຂົາວ່າ,“ທີ່ພວກເຈົ້າ ຂໍຮ້ອງ ນັ້ນ ພວກເຈົ້າບໍ່ຮູ້ຈັກ. ທ່ານສາມາດ ດື່ມຈອກ ທີ່ເຮົາຈະດື່ມນັ້ນ ພວກເຈົ້າຈະດື່ມໄດ້ບໍ? ແລະ ບັບຕິສະມາ ທີ່ເຮົາ ຮັບນັ້ນ ພວກເຈົ້າ ຈະຮັບໄດ້ ບໍ?”
\v 39 ພວກເພິ່ນ ຕອບວ່າ, “ໄດ້ຢູ່ຂ້ານ້ອຍ.” ພຣະເຢຊູເຈົ້າ ກ່າວແກ່ ພວກເພິ່ນວ່າ, “ພວກເຈົ້າ ຈະດື່ມຈາກຈອກ ທີ່ ເຮົາ ຕ້ອງດື່ມແທ້ ແລະ ບັບຕິສະມາ ທີ່ເຮົາຮັບ, ພວກເຈົ້າ ກໍຕ້ອງຮັບ ແທ້.
\v 40 ແຕ່ ຈະເລືອກ ວ່າຜູ້ໃດ ຈະນັ່ງທີ່ເບື້ອງ ຂວາ ຫລື ທີ່ ເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ ເຮົາ ຈະຈັດໃຫ້, ແຕ່ ພຣະເຈົ້າ ໄດ້ຈັດໄວ້ ສຳລັບຜູ້ໃດ ກໍເປັນຂອງຜູ້ນັ້ນ.”
\s5
\v 41 ເມື່ອສາວົກຄົນອື່ນໆ ອີກສິບຄົນ ໄດ້ຍິນເຖິງເລື່ອງນີ້ແລ້ວ, ພວກເຂົາກໍເຄືອງໃຈຫລາຍໃຫ້ຢາໂກໂບ ແລະ ໂຢຮັນ.
\v 42 ພຣະເຢຊູເຈົ້າໄດ້ເອີ້ນພວກເພິ່ນມາເຕົ້າໂຮມກັນແລ້ວ ກ່າວວ່າ, “ພວກເຈົ້າຕ່າງກໍຮູ້ວ່າຜູ້ທີ່ມະນຸດຖືວ່າ ເປັນຜູ້ປົກຄອງ ປະຊາຊົນກໍມີອຳນາດເຫນືອປະຊາຊົນ ທີ່ເຂົາປົກຄອງ ແລະ ຜູ້ມີຕໍາແຫນ່ງໃຫຍ່ກໍໃຊ້ສິດອຳນາດເຫນືອພວກເຂົາ.
\s5
\v 43 ແຕ່ໃນທ່າມກາງພວກເຈົ້າແລ້ວບໍ່ເປັນດັ່ງນັ້ນເລີຍ, ຖ້າຜູ້ໃດກໍຕາມໃນພວກເຈົ້າຢາກເປັນໃຫຍ່ ເຂົາຕ້ອງເປັນຜູ້ຮັບໃຊ້ເຈົ້າທັງຫລາຍ;
\v 44 ແລະ ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກເຂົາກໍຕ້ອງເປັນຂ້ອຍໃຊ້ຂອງທຸກຄົນ.
\v 45 ເພາະບຸດມະນຸດ ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້, ຕົນແຕ່ມາເພື່ອຮັບໃຊ້ຄົນອື່ນ, ແລະ ປຣະທານຊີວິດຂອງພຣະອົງເປັນຄ່າໄຖ່ຄົນຈຳນວນລວງຫລາຍ.”
\s5
\v 46 ພວກເພິ່ນໄດ້ເດີນທາງມາເຖິງເມືອງເຢຣີໂກ. ເມື່ອພຣະອົງກຳລັງອອກຈາກເມືອງເຢຣິໂກໄປກັບພວກສາວົກ ແລະ ປະຊາຊົນໝູ່ໃຫຍ່, ມີຂໍທານຕາບອດຜູ້ຫນຶ່ງຊື່ວ່າບາຣະຕີມາຍ, ເປັນລູກຊາຍຂອງຕີມາຍ, ນັ່ງຂໍທານທີ່ແຄມທາງ.
\v 47 ເມື່ອລາວໄດ້ຍິນວ່າພຣະເຢຊູເຈົ້າ ໄທນາຊາເຣັດ, ກຳລັງມາໃກ້ລາວກໍຮ້ອງຂຶ້ນວ່າ, “ເຢຊູ, ບຸດດາວິດເອີຍ, ຂໍຊົງເມດຕາສົງສານຂ້ານ້ອຍແດ່ທ້ອນ!”
\v 48 ມີຫລາຍຄົນໄດ້ຫ້າມຄົນຕາບອດ, ບອກເຂົາໃຫ້ມິດ. ແຕ່ລາວແຮງຮ້ອງດັງຂຶ້ນຕື່ມວ່າ, “ເຢຊູ, ບຸດດາວິດເອີຍ, ຂໍໂຜດເມດຕາສົງສານຂ້ານ້ອຍແດ່ຖ້ອນ!”
\s5
\v 49 ພຣະເຢຊູເຈົ້າຈຶ່ງຢຸດ ແລະ ສັ່ງວ່າໄປເອີ້ນເອົາລາວມາ. ພວກເຂົາຈຶ່ງໄປເອີ້ນເອົາຊາຍຕາບອດນັ້ນ, ເວົ້າວ່າ, “ຈົ່ງກ້າຫານ ແລະ ລຸກຂຶ້ນ! ພຣະອົງກຳລັງເອີ້ນເອົາເຈົ້າ.”
\v 50 ຊາຍຕາບອດຖິ້ມຜ້າຕູ້ມຂອງຕົນ, ຮີບລຸກ, ແລະ ຂຶ້ນມາຫາພຣະເຢຊູເຈົ້າ.
\s5
\v 51 ພຣະເຢຊູເຈົ້າໄດ້ຖາມລາວວ່າ, “ເຈົ້າຢາກໃຫ້ເຮົາເຮັດຫຍັງແກ່ເຈົ້າ?” ຊາຍຕາບອດຕອບວ່າ, “ພຣະອາຈານເອີຍ, ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນຮຸ່ງແດ່ຖ້ອນ.”
\v 52 ແລ້ວພຣະເຢຊູເຈົ້າໄດ້ຕອບວ່າ, “ໄປສາ. ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ໃນທັນໃດນັ້ນລາວກໍເຫັນຮຸ່ງອີກຄັ້ງ, ແລະ ເຂົາກໍເດີນຕິດຕາມພຣະເຢຊູເຈົ້າ ໄປ.
\s5
\c 11
\cl ບົດທີ 11
\p
\v 1 ເມື່ອພວກເຂົາໄດ້ມາໃກ້ຮອດນະຄອນເຢຣູຊາເລັມແລ້ວ, ພວກເຂົາຢູ່ໃກ້ບ້ານເບັດຟາເຄ ແລະ ບ້ານເບັດທານີ, ທີ່ພູເຂົາຫມາກກອກເທດ, ແລະ ພຣະເຢຊູເຈົ້າໄດ້ສົ່ງສາວົກສອງຄົນລ່ວງຫນ້າໄປກ່ອນ
\v 2 ແລະ ໄດ້ສັ່ງພວກເພິ່ນວ່າ, “ຈົ່ງເຂົ້າໄປໃນບ້ານທີ່ຢູ່ຕໍ່ກົງກັນຂ້ວາມກັບພວກເຈົ້ານັ້ນ. ເມື່ອເຈົ້າໄປຮອດທີ່ນັ້ນແລ້ວ, ພວກເຈົ້າຈະພົບລໍນ້ອຍໂຕຫນຶ່ງ, ທີ່ບໍ່ມີຜູ້ໃດເຄີຍຂີ່ຈັກເທື່ອ. ຈົ່ງແກ້ເຊືອກນັ້ນອອກ ແລະ ຈູງມັນມາທີ່ນີ້.
\v 3 ຖ້າມີຜູ້ໃດຖາມວ່າ, ‘ເປັນຫຍັງຈຶ່ງເຮັດແນວນີ້? ເຈົ້າຄວນກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າຕ້ອງການມັນ ແລະ ທັນໃດນັ້ນຈະສົ່ງມັນຄືນມາໃຫ້ທີ່ນີ້.’”
\s5
\v 4 ແລ້ວພວກເພິ່ນຈຶ່ງຈາກໄປ ແລະ ກໍໄດ້ພົບລໍນ້ອຍໂຕຫນຶ່ງທີ່ເຂົາຜູກໄວ້ຢູ່ໃກ້ປະຕູເຮືອນແຄມທາງ, ແລະ ພວກເພິ່ນກໍແກ້ເຊືອກມັດລໍອອກ,
\v 5 ບາງຄົນທີ່ຢືນຢູ່ ໃນທີ່ນັ້ນກໍຖາມວ່າ, “ພວກເຈົ້າເຮັດຫຍັງຢູ່, ແກ້ເອົາລໍນ້ອຍໄປເຮັດຫຍັງ?”
\v 6 ພວກເພິ່ນຈຶ່ງຕອບຕາມທີ່ພຣະເຢຊູເຈົ້າໄດ້ບອກແລ້ວ, ແລະ ຄົນເຫລົ່ານັ້ນກໍຍອມໃຫ້ພວກເພິ່ນເອົາໄປ.
\s5
\v 7 ສາວົກສອງຄົນໄດ້ຈູງລໍນ້ອຍນັ້ນມາຫາພຣະເຢຊູເຈົ້າ ແລະ ພວກເພິ່ນກໍເອົາເຄື່ອງນຸ່ງຂອງຕົນປູຫລັງຂອງມັນ ແລະ ໃຫ້ພຣະເຢຊູເຈົ້າຂຶ້ນຂີ່.
\v 8 ມີຫລາຍຄົນ ໄດ້ເອົາເສື້ອຜ້າຂອງຕົນປູລົງຕາມທາງນັ້ນ, ແລະ ຄົນອື່ນກໍໄດ້ຕັດເອົາງ່າໄມ້ຕາມທົ່ງນາ ມາ.
\v 9 ຄົນທີ່ຍ່າງໄປກ່ອນ ແລະ ບາງຄົນກັບທີ່ຕາມຫລັງພຣະເຢຊູເຈົ້າໄປຕ່າງກໍຮ້ອງຂຶ້ນວ່າ, “ໂຮຊັນນາ! ຂໍພຣະເຈົ້າອວຍພອນທ່ານ ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ.
\v 10 ຂໍພຣະເຈົ້າອວຍພອນ ອານາຈັກທີ່ກຳລັງຈະມາເຖິງ ຄືອານາຈັກຂອງດາວິດບັນພະບຸຣຸດຂອງພວກເຮົາ! ໂຮຊັນນາໃນທີ່ສະຫວັນສູງສຸດ!”
\s5
\v 11 ແລ້ວພຣະເຢຊູເຈົ້າ ໄດ້ເຂົ້າໄປນະຄອນເຢຣູຊາເລັມ ແລະ ເຂົ້າໄປໃນພຣະວິຫານ ແລະ ລຽບເບິ່ງທົ່ວໄປໃນທຸກສິ່ງ. ເມື່ອ, ຄໍ່າຫລາຍແລ້ວ, ພຣະອົງຈຶ່ງກັບຄືນ ໄປບ້ານເບັດທານີ ກັບສາວົກສິບສອງຄົນ.
\v 12 ໃນວັນຕໍ່ມາ, ເມື່ອພຣະເຢຊູເຈົ້າ ກັບພວກສາວົກ ອອກຈາກບ້ານເບັດທານີໄປ, ພຣະອົງກໍຫິວເຂົ້າ.
\s5
\v 13 ເມື່ອແນມເບິ່ງແຕ່ໄກ ເຫັນຕົ້ນຫມາກເດື່ອເທດຕົ້ນຫນຶ່ງ ຊຶ່ງມີໃບດົກດີ, ພຣະອົງກໍໄປເບິ່ງວ່າມັນມີຫມາກຫລືບໍ່, ແລະ ເມື່ອພຣະອົງໄປເຖິງແລ້ວ, ພຣະອົງກໍບໍ່ເຫັນຫມາກມັນເລີຍ, ເຫັນແຕ່ໃບເທົ່ານັ້ນ, ເພາະບໍ່ແມ່ນຣະດູສຳລັບຕົ້ນຫມາກເດື່ອເທດເທື່ອ.
\v 14 ດັ່ງນັ້ນ ພຣະອົງຈຶ່ງກ່າວ ຕໍ່ຕົ້ນຫມາກເດື່ອເທດວ່າ, “ຢ່າໃຫ້ຜູ້ໃດ ໄດ້ກິນຫມາກຈາກຕົ້ນເຈົ້າອີກຈັກເທື່ອ.” ແລະ ຝ່າຍສາວົກຂອງພຣະອົງກໍໄດ້ຍິນຄຳທີ່ ພຣະອົງໄດ້ກ່າວນັ້ນ.
\s5
\v 15 ພວກເຂົາໄດ້ມາເຖິງນະຄອນເຢຣູຊາເລັມ, ແລະ ພຣະອົງໄດ້ເຂົ້າໄປໃນ ບໍຣິເວນ ພຣະວິຫານ ແລະ ໄດ້ຕັ້ງຕົ້ນຂັບໄລ່ບັນດາພວກຄົນຊື້ ແລະ ຂາຍໃນພຣະວິຫານ. ພຣະອົງໄດ້ຂວໍ້າໂຕະຂອງພວກຮັບແລກປ່ຽນເງິນ ແລະ ຂວໍ້າບ່ອນນັ່ງຂອງຄົນຂາຍນົກເຂົາ.
\v 16 ພຣະອົງບໍ່ອະນຸຍາດໃຫ້ຜູ້ໃດຂົນສິ່ງຂອງຜ່ານພຣະວິຫານໄປ.
\s5
\v 17 ພຣະອົງກໍໄດ້ສັ່ງສອນພວກເຂົາ ແລະ ກ່າວວ່າ, “ບໍ່ມີຄຳຂຽນໄວ້, ‘ພຣະວິຫານ ຂອງເຮົາຈະເອີ້ນວ່າເປັນສະຖານທີ່ພາວັນນາອະທິຖານ ສຳລັບຄົນທຸກຊາດ? ແຕ່ ພວກເຈົ້າໄດ້ເຮັດໃຫ້ເປັນຖໍ້າຂອງໂຈນ.”
\v 18 ເມື່ອພວກຫົວຫນ້າປະໂລຫິດ ແລະ ພວກທັມະຈານໄດ້ຍິນ, ແລະ ພວກເຂົາຈຶ່ງຊອກຫາວິທີທາງຈະຂ້າພຣະເຢຊູເຈົ້າ. ເພາະພວກເຂົາຢ້ານພຣະອົງ ເພາະມີປະຊາຊົນທັງຫມົດໄດ້ປະຫລາດໃຈ ໃນຄຳສັ່ງສອນຂອງພຣະອົງ.
\v 19 ພໍຕອນຄໍ່າມາ, ພວກເພິ່ນກໍພາກັນອອກໄປຈາກເມືອງ.
\s5
\v 20 ເມື່ອພວກເຂົາໄດ້ຍ່າງໃນຕອນເຊົ້າ, ພວກເຂົາໄດ້ເຫັນຕົ້ນເດື່ອເທດນັ້ນມັນໄດ້ຫ່ຽວແຫ້ງຈົນເຖິງຮາກ.
\v 21 ເປໂຕໄດ້ຈື່ ແລະ ເວົ້າວ່າ, “ພຣະອາຈານເອີຍ, ເບິ່ງແມ! ຕົ້ນເດື່ອເທດທີ່ທ່ານໄດ້ສາບແຊ່ງນັ້ນຕາຍເສັຽແລ້ວ.”
\s5
\v 22 ພຣະເຢຊູເຈົ້າໄດ້ຕອບພວກເຂົາວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ.
\v 23 ເຮົາ ບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ສັ່ງພູຫນ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’, ແລະ ຖ້າບໍ່ມີຄວາມສົງສັຍໃນໃຈ ແຕ່ເຊື່ອສິ່ງທີ່ເຂົາເວົ້າກັບພຣະເຈົ້າ ວ່າຈະເປັນໄປຕາມຄຳສັ່ງນັ້ນ, ແລ້ວກໍເປັນໄປຕາມນັ້ນ.
\s5
\v 24 ດ້ວຍເຫດນັ້ນເຮົາບອກເຈົ້າທັງຫລາຍວ່າ: ທຸກສິ່ງທີ່ພວກເຈົ້າພາວັນນາອະທິຖານ ແລະ ຂໍນັ້ນ, ຈົ່ງເຊື່ອວ່າໄດ້ຮັບແລ້ວ, ແລະ ຈະເປັນແກ່ເຈົ້າທັງຫລາຍ.
\v 25 ເມື່ອເຈົ້າຢືນ ແລະ ພາວັນນາອະທິຖານ, ເຈົ້າຕ້ອງຈົ່ງຍົກໂທດອະພັຍໃຫ້ທຸກຄົນໃນທຸກສິ່ງທີ່ທ່ານໄດ້ຜິດແກ່ຜູ້ອື່ນ, ເພື່ອພຣະບິດາເຈົ້າຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນຈະຍົກຄວາມຜິດບາບ ຂອງພວກເຈົ້າດ້ວຍ."
\v 26 ແຕ່ຖ້າເຈົ້າບໍ່ຍົກໂທດນັ້ນ ພຣະບິດາຂອງເຈົ້າຜູ້ຊົງສະຖິດໃນສະຫວັນ ກໍຈະບໍ່ຍົກຄວາມຜິດຂອງເຈົ້າເຫມືອນກັນ.
\s5
\v 27 ພວກເຂົາໄດ້ກັບຄືນໄປໃນນະຄອນເຢຣູຊາເລັມອີກຄັ້ງຫນຶ່ງ, ເມື່ອພຣະເຢຊູເຈົ້າ ຍ່າງເຂົ້າໄປໃນພຣະວິຫານ, ພວກຫົວຫນ້າປະໂລຫິດ, ພວກທັມະຈານ ແລະ ພວກຜູ້ອາວຸໂສກໍ ມາຫາພຣະອົງ.
\v 28 ພວກເຂົາໄດ້ຖາມວ່າ, “ເຈົ້າມີສິດອຳນາດຫຍັງ ຈຶ່ງເຮັດການເຫລົ່ານີ້, ແລະ ຜູ້ໃດໃຫ້ສິດນີ້ແກ່ເຈົ້າ?”
\s5
\v 29 ພຣະເຢຊູເຈົ້າຊົງຕອບພວກເຂົາວ່າ, “ເຮົາຈະຖາມທ່ານຂໍ້ຫນຶ່ງ. ບອກແກ່ເຮົາ ແລະ ເຮົາຈະບອກພວກເຈົ້າວ່າ, ເຮົາເຮັດການເຫລົ່ານີ້ດ້ວຍສິດອັນໃດ.
\v 30 ຈົ່ງບອກເຮົາມາເບິ່ງດູວ່າ, ‘ຜູ້ໃດໃຫ້ສິດແກ່ໂຢຮັນ ເພື່ອໃຫ້ຮັບບັບຕິສະມາ ຈາກສະຫວັນ ຫລື ວ່າຈາກມະນຸດ?
\s5
\v 31 ພວກເຂົາໄດ້ປຶກສາກັນ ແລະ ກ່າວວ່າ, “ຖ້າພວກເຮົາບອກວ່າ, 'ມາຈາກສະຫວັນ', ພຣະອົງກໍຈະກ່າວວ່າ ‘ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອໂຢຮັນ?
\v 32 ແຕ່ພວກເຮົາຈະຕອບວ່າ, ‘ຈາກມະນຸດ...’” ພວກເຂົາກໍຢ້ານປະຊາຊົນ, ເພາະທຸກຄົນ ຖືວ່າໂຢຮັນເປັນຜູ້ທຳນວາຍ.
\v 33 ແລ້ວພວກເຂົາຈຶ່ງຕອບ ພຣະເຢຊູເຈົ້າວ່າ, “ພວກເຮົາບໍ່ຮູ້.” ແລ້ວພຣະເຢຊູເຈົ້າກໍຕອບພວກເຂົາວ່າ, “ດັ່ງນັ້ນເຮົາ ກໍຈະບໍ່ບອກ ພວກເຈົ້າຄືກັນວ່າຂ້ອຍ ເຮັດການເຫລົ່ານີ້ດ້ວຍສິດອັນໃດ.”
\s5
\c 12
\cl ບົດທີ 12
\p
\v 1 ແລ້ວ ພຣະເຢຊູເຈົ້າ ກໍໄດ້ເລີ່ມຕົ້ນສອນ ພວກເຂົາ ເປັນຄຳອຸປະມາວ່າ, ພຣະອົງກາ່ວວ່າ “ມີຊາຍຄົນຫນຶ່ງເຮັດສວນອະງຸ່ນ, ເພິ່ນເຮັດຮົ້ວລ້ອມສວນໄວ້, ແລະສະກັດອ່າງເພື່ອໃຊ້ເປັນ ບ່ອນບີບຄັ້ນເອົານໍ້າອະງຸ່ນ. ແລະທັງໄດ້ສ້າງຫໍຄອຍ ເພື່ອເຝົ້າຍາມໄວ້ດ້ວຍ, ແລະຕໍ່ມາເພິ່ນເອົາ ສວນອະງຸ່ນໃຫ້ຄົນເຊົ່າ, ແລ້ວເພິ່ນກໍອອກເດີນທາງໄປ.
\v 2 ເມື່ອເຖິງເວລາອັນເຫມາະສົມ, ເຂົາກໍໃຫ້ ຄົນຮັບໃຊ້ ຂອງເຂົາມາເພື່ອຮັບເອົາຫມາກອະງຸ່ນຈາກສວນຂອງຕົນ
\v 3 ແຕ່ຄົນເຊົ່າສວນ ໄດ້ຈັບຄົນຮັບໃຊ້ ຄົນນັ້ນມາ ຂ້ຽນຕີ ແລະ ສົ່ງເຂົາກັບໄປໂດຍບໍ່ໃຫ້ສິ່ງໃດແກ່ເຂົາເລີຍ
\s5
\v 4 ຊາຍຄົນນັ້ນຈຶ່ງສົ່ງຄົນຮັບໃຊ້ ຄົນຫນຶ່ງໄປອີກ, ພວກຄົນເຊົ່າ ສວນກໍທຸບຕີເຂົາ ຈົນຫົວມີບາດແຜ ແລະ ປ້ອຍດ່າດູຖູກ ເຂົາຢ່າງຫນ້າອັບອາຍ.
\v 5 ເຂົາຈຶ່ງສົ່ງຄົນຮັບໃຊ້ ອີກຄົນຫນຶ່ງໄປຄັ້ງນີ້ພວກເຂົາ ກໍໄດ້ຂ້າຄົນຮັບໃຊ້ຄົນນັ້ນ; ພວກເຂົາກະທຳຢ່າງດຽວກັນນີ້ກັບຄົນອື່ນໆ ອີກຫລາຍໆຄົນ, ພວກເຂົາກໍຂ້ຽນຕີບາງຄົນແລະຂ້າບາງຄົນ.
\s5
\v 6 ຊາຍຄົນນັ້ນກໍເຫລືອແຕ່ລູກຊາຍຜູ້ ເປັນສຸດທີ່ຮັກຂອງເຂົາ, ເຂົາຈຶ່ງໃຊ້ລູກຄົນນັ້ນໄປເປັນຄົນສຸດທ້າຍ. ເພິ່ນເວົາວ່າ, ‘ພວກເຂົາ ຄົງຈະໃຫ້ ຄວາມເຄົາຣົບນັບຖືລາວ.
\v 7 ແຕ່ຄົນເຊົ່າສວນ ເຫລົ່ານັ້ນເວົ້າກັນວ່າ, ‘ຄົນນີ້ແຫລະ ເປັນເຈົ້າຂອງມໍຣະດົກ, ໃຫ້ພວກເຮົາ ຂ້າເຂົາ, ແລ້ວມໍຣະດົກທັງຫມົດຈະຕົກເປັນ ຂອງພວກເຮົາ.
\s5
\v 8 ພວກເຂົາຈຶ່ງຈັບຕົວລູກຊາຍຄົນນັ້ນຂ້າເຂົາ, ແລ້ວໂຍນຊາກສົບ ຂອງເຂົາຖິ້ມອອກໄປ ນອກສວນ.”
\v 9 ເມື່ອເປັນດັ່ງນັ້ນແລ້ວເຈົ້າຂອງສວນຈະເຮັດຢ່າງໃດ? ເຂົາຈະມາຂ້າຄົນເຊົ່າສວນເຫລົ່ານັ້ນແລະຈະເອົາສວນອະງຸ່ນ ໃຫ້ຄົນອື່ນ.
\s5
\v 10 ພວກເຈົ້າບໍ່ໄດ້ອ່ານ ພຣະຄັມພີ ຂໍ້ນີ້ບໍວ່າ,‘ຫີນທີ່ນາຍຊ່າງກໍ່ໄດ້ໂຍນຖິ້ມແລ້ວນັ້ນ, ໄດ້ກາຍເປັນຫີນເສົາ ເອກ.
\v 11 ສິ່ງນີ້ເປັນມາຈາກອົງພຣະຜູ້ເປັນເຈົ້າ ແລະ ເປັນການ ອັດສະຈັນແກ່ ຕາຂອງພວກເຮົາ.’”
\v 12 ພວກເຂົາຈຶ່ງພະຍາຍາມຈະຈັບຕົວ ພຣະເຢຊູຄຣິດເຈົ້າເພາະພວກເຂົາ ຮູ້ວ່າ ພຣະອົງໄດ້ກ່າວ ຄຳອຸປະມາເພື່ອຕໍ່ສູ້ພວກເຂົາ, ແຕ່ພວກເຂົາຢ້ານປະຊາຊົນ. ດັ່ງນັ້ນ ພວກເຂົາຈຶ່ງປະພຣະອົງແລະຈາກໄປ.
\s5
\v 13 ດັ່ງນັ້ນພວກເຂົາຈຶ່ງສົ່ງພວກຟາຣີຊາຍບາງຄົນແລະພັກພວກຂອງເຮໂຣດມາເພື່ອຄອຍຈັບຜິດ ໃນຄຳເວົ້າ ຂອງພຣະອົງ.
\v 14 ເມື່ອພວກເຂົາມາເຖິງພວກເຂົາເວົ້າກັບພຣະອົງວ່າ “ອາຈານເອີຍ, ພວກເຮົາຮູ້ວ່າ ທ່ານບໍ່ໄດ້ເຫັນແກ່ຄວາມຄິດເຫັນຂອງຜູ້ໃດ ເພາະທ່ານບໍ່ເຫັນແກ່ຫນ້າຜູ້ໃດ. ແຕ່ທ່ານສັ່ງສອນຄວາມຈິງ ໃນທາງຂອງພຣະເຈົ້າຢ່າງແທ້ຈິງ. ການທີ່ເສັຽພາສີໃຫ້ແກ່ກາຍຊານັ້ນຖືກຕ້ອງຕາມກົດບັນຍັດບໍ? ພວກເຮົາຄວນເສັຽຫລືບໍ່ເສັຽ?”
\v 15 ແຕ່ພຣະເຢຊູເຈົ້າຮູ້ເຖິງອຸບາຍຂອງພວກເຂົາ ພຣະອົງຈຶ່ງຕອບພວກເຂົາວ່າ, ເປັນຫຍັງພວກເຈົ້າຈຶ່ງມາທົດລອງເຮົາ? ຈົ່ງນຳເງິນ ຫລຽນເດນາລິອົນມາໃຫ້ເຮົາເບິ່ງຈັກຫນຶ່ງຫລຽນ.”
\s5
\v 16 ພວກເຂົາ ກໍນຳຫລຽນຫນຶ່ງມາໃຫ້ ພຣະເຢຊູເຈົ້າ. ພຣະອົງຈຶ່ງຖາມວ່າ“ຮູບແລະຄຳຈາຣຶກນີ້ເປັນຂອງຜູ້ໃດ?”ພວກເຂົາຕອບວ່າ, “ເປັນຂອງກາຍຊາ.”
\v 17 ພຣະເຢຊູເຈົ້າ ກ່າວວ່າ, “ສິ່ງທີ່ເປັນຂອງກາຍຊາຈົ່ງຄືນໃຫ້ ແກ່ກາຍຊາແລະສິ່ງທີ່ເປັນຂອງພຣະເຈົ້າຈົ່ງສົ່ງຄືນແກ່ພຣະເຈົ້າ.”ພວກເຂົາຕ່າງກໍປະຫລາດໃຈ ໃນພຣະອົງ.
\s5
\v 18 ແລ້ວພວກຊາດູກາຍຄືພວກທີ່ເຄີຍເວົ້າວ່າ, ບໍ່ມີການເປັນຄືນມາຈາກຄວາມຕາຍກໍໄດ້ມາຫາພຣະອົງ. ພວກເຂົາຖາມພຣະອົງວ່າ,
\v 19 “ທ່ານອາຈານ, ໂມເຊໄດ້ຂຽນຖ້ອຍຄຳເອົາໄວ້ໃຫ້ກັບພວກເຮົາ ວ່າ, ‘ຖ້າພີ່ນ້ອງຂອງຊາຍຄົນຫນຶ່ງ ຕາຍໄປແລະໄດ້ປະເມັຽໄວ້ໂດຍທີ່ຍັງ ບໍ່ທັນມີລູກ, ພີ່ນ້ອງຂອງລາວສົມຄວນຮັບເອົາເມັຽຂອງລາວມາເປັນເມັຽແລະມີລູກດ້ວຍກັນເພື່ອສືບເຊື້ອສາຍ.
\s5
\v 20 ມີພີ່ນ້ອງທັງຫມົດເຈັດຄົນນຳກັນ, ອ້າຍກົກໄດ້ເອົາເມັຽແລ້ວ ຕາຍໄປໂດຍ ບໍ່ມີລູກ.
\v 21 ພີ່ນ້ອງຄົນທີສອງກໍໄດ້ຮັບເອົາຍິງນັ້ນມາເປັນເມັຽຈາກນັ້ນລາວກໍຕາຍໄປອີກໂດຍບໍ່ມີລູກຈາກນັ້ນພີ່ນ້ອງຄົນທີສາມກໍເປັນເຊັ່ນນັ້ນເຫມືອນກັນ.
\v 22 ຈົນມາເຖິງພີ່ນ້ອງຄົນທີເຈັດຍັງບໍ່ມີລູກ, ແລ້ວໃນທີ່ສຸດຍິງຄົນນັ້ນ ກໍຕາຍໄປເຫມືອນກັນ.
\v 23 ໃນການເປັນຄືນມາຈາກຄວາມຕາຍ ເມື່ອພວກເຂົາທຸກຄົນ, ເປັນຄືນມາສູ່ຊີວິດນັ້ນ, ຜູ້ຍິງຄົນນີ້ ຈະເປັນ ເມັຽຂອງຜູ້ໃດ? ດ້ວຍວ່າ, ຊາຍທັງເຈັດຄົນກໍໄດ້ເປັນຜົວຂອງນາງທຸກຄົນແລ້ວ.”
\s5
\v 24 ພຣະເຢຊູເຈົ້າຕອບວ່າ,“ນີ້ຄືເຫດຜົນທີ່ເຮັດໃຫ້ພວກເຈົ້າເຂົ້າໃຈຜິດສາແລ້ວ, ເພາະພວກເຈົ້າບໍ່ຮູ້ຈັກພຣະຄັມພີແລະບໍ່ຮູ້ຈັກຣິດເດດຂອງພຣະເຈົ້າ.
\v 25 ເພາະເມື່ອພວກເຂົາເປັນຂຶ້ນມາຈາກຄວາມຕາຍແລ້ວພວກເຂົາຈະບໍ່ມີ, ການແຕ່ງງານຫລືຍົກກັນໃຫ້ເປັນຜົວເມັຽ ອີກ, ແຕ່ພວກເຂົາຈະເປັນເຫມືອນທູດສະຫວັນທີ່ຢູ່ໃນສະຫວັນ.
\s5
\v 26 ແຕ່ກຽ່ວກັບເລື່ອງຄົນຕາຍ ທີ່ຖືກເຮັດໃຫ້ເປັນຄືນມານັ້ນ, ພວກເຈົ້າບໍ່ເຄີຍອ່ານຫນັງສືຂອງໂມເຊທີ່ບັນທຶກເອົາໄວ້. ເລື່ອງພຸ່ມໄມ້, ທີ່ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າ ຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ.
\v 27 ພຣະອົງບໍ່ໄດ້ເປັນພຣະເຈົ້າຂອງຄົນຕາຍ, ແຕ່ເປັນພຣະເຈົ້າຂອງຄົນເປັນ, ພວກເຈົ້າຫລົງຜິດໄປຢ່າງໃຫຍ່ຫລວງແລ້ວ.”
\s5
\v 28 ມີທັມະຈານຄົນຫນຶ່ງມາເຖິງແລະໄດ້ຍິນການຖົກຖຽງກັນຂອງພວກເຂົາ; ລາວໄດ້ຍິນວ່າພຣະເຢຊູເຈົ້າຕອບຄຳຖາມຂອງຄົນເຫລົ່ານັ້ນໄດ້ດີ. ລາວຈຶ່ງຖາມພຣະອົງວ່າ,“ກົດບັນຍັດຂໍ້ໃດສຳຄັນຫລາຍທີ່ສຸດ?”
\v 29 ພຣະເຢຊູເຈົ້າ ຕອບລາວວ່າ, “ກົດບັນຍັດຂໍ້ສຳຄັນທີ່ສຸດຄືດັ່ງນີ້ ‘ຈົ່ງຟັງອິສະຣາເອນເອີຍ ອົງພຣະຜູ້ເປັນເຈົ້າຄືພຣະເຈົ້າຂອງເຮົາ ອົງພຣະຜູ້ເປັນເຈົ້າຊົງເປັນຫນຶ່ງດຽວ.
\v 30 ຈົ່ງຮັກອົງພຣະຜູ້ເປັນເຈົ້າຂອງເຈົ້າ ດ້ວຍສຸດຄວາມຄິດ ແລະດ້ວຍສຸດກຳລັງຂອງເຈົ້າ.
\v 31 ພຣະບັນຍັດຂໍ້ທີສອງນັ້ນຄື: ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ. ບໍ່ມີພຣະບັນຍັດໃດທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ.”
\s5
\v 32 ທັມະຈານຄົນນັ້ນເວົ້າວ່າ, “ດີແລ້ວ ອາຈານເອີຍ ທີ່ທ່າໄດ້ກ່າວນັ້ນຖືກແລ້ວທີ່ວ່າ, ພຣະເຈົ້າເປັນຫນຶ່ງດຽວແລະບໍ່ມີພຣະເຈົ້າອົງອື່ນນອກຈາກພຣະອົງ.
\v 33 ການທີ່ຈະຮັກພຣະເຈົ້າດ້ວຍສິ້ນສຸດໃຈ ແລະດ້ວຍສິ້ນສຸດຈິດດ້ວຍສຸດຄວາມຄິດແລະດ້ວຍສຸດກຳລັງແລະການຮັກເພື່ອນບ້ານ ເຫມືອນຮັກຕົນເອງນັ້ນ ກໍດີກວ່າການເຜົາຂອງຖວາຍແລະເຄື່ອງບູຊາ ທັງສິ້ນ”
\v 34 ເມື່ອພຣະເຢຊູເຈົ້າເຫັນວ່າ ລາວໃຫ້ຄຳຕອບດ້ວຍຄວາມສະຫລາດ ພຣະອົງຈຶ່ງບອກລາວວ່າ, “ເຈົ້າບໍ່ໄດ້ຢູ່ຫ່າງໄກຈາກອານາຈັກ ຂອງພຣະເຈົ້າເລີຍ.” ຫລັງຈາກນັ້ນ, ບໍ່ມີຜູ້ໃດກ້າຖາມຄຳຖາມໃດໆຕໍ່ພຣະອົງ ອີກ
\s5
\v 35 ເເລະພຣະເຢຊູເຈົ້າ ກຳລັງສັ່ງສອນໃນ ພຣະວິຫານຢູ່ນັ້ນ; ພຣະອົງໄດ້ຖາມວ່າ,“ພວກທັມະຈານເວົ້າຢ່າງໃດໃນເລື່ອງພຣະຄຣິດ ເປັນບຸດຂອງດາວິດ?
\v 36 ດາວິດເອງໄດ້ ກ່າວດ້ວຍພຣະວິນຍານບໍຣິສຸດເຈົ້າວ່າ,‘ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍວ່າ, ຈົ່ງນັ່ງທີ່ເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະເຮັດໃຫ້ບັນດາສັດຕຣູຂອງເຈົ້າໃຫ້ລົງຢູ່ໃຕ້ຕີນຂອງເຈົ້າ.
\v 37 ເເມ່ນແຕ່ ກະສັດດາວິດເອງຍັງເອີ້ນພຣະຄຣິດວ່າ, ອົງພຣະຜູ້ເປັນເຈົ້າ’ແລ້ວ ພຣະເມຊີອາຈະເປັນ ເຊື້ອສາຍຂອງດາວິດໄດ້ຢ່າງໃດ?”ປະຊາຊົນ ກຸ່ມໃຫຍ່ກຳລັງຟັງພຣະອົງດ້ວຍຄວາມຍິນດີ.
\s5
\v 38 ໃນ ຄຳສອນຂອງພຣະອົງ ພຣະເຢຊູເຈົ້າກ່າວວ່າ, “ຈົ່ງຣະວັງພວກທັມະຈານ, ພວກເຂົາ ມັກນຸ່ງເສື້ອລ່າມ ຍ່າງໄປມາແລະມັກໃຫ້ຄົນຄຳນັບໃນທີ່ຊຸມນຸມຊົນ,
\v 39 ບ່ອນນັ່ງ ອັນສຳຄັນໃນທັມະສາລາແລະມີຕຳແຫນ່ງສຳຄັນໃນເທສະການຕ່າງໆ
\v 40 ພວກເຂົາບຽດບຽນທີ່ຢູ່ອາສັຍຂອງຍິງແມ່ຫມ້າຍ ແລະ ພວກເຂົາອະທິຖານດ້ວຍຄຳອະທິຖານຍືດຍາວເພື່ອໃຫ້ຜູ້ຄົນ. ຫລຽວເຫັນພວກນີ້ຈະຖືກໂທດຢ່າງຫນັກ.”
\s5
\v 41 ນັ່ງຢູ່ໃກ້ກັບບໍຣິເວນທີ່ວາງຕູ້ຖວາຍໃນພຣະວິຫານ, ພຣະອົງ ກໍສັງເກດ ເບິ່ງປະຊາຊົນໃນຂະນະທີ່ພວກເຂົາປ່ອນເງິນລົງໃນຕູ້ຖວາຍ ຄົນຮັ່ງມີຫລາຍຄົນ ໄດ້ປ່ອນເງິນລົງຢ່າງຫລວງຫລາຍ.
\v 42 ແລ້ວ ມີແມ່ຫມ້າຍທີ່ຍາກຈົນຄົນຫນຶ່ງເອົາເງິນຈຳນວນສອງຫລຽນທີ່ມີຄ່າປະມານສາມສິບຫ້າສະຕາງມາປ່ອນລົງໃນຕູ້ຖວາຍນັ້ນ.
\s5
\v 43 ແລະພຣະອົງຈຶ່ງເອີ້ນພວກສາວົກຂອງພຣະອົງມາແລະກ່າວແກ່ພວກເພິ່ນວ່າ,“ເຮົາ ບອກຄວາມຈິງແກ່ເຈົ້າທັງຫລາຍວ່າ, ‘ແມ່ຫມ້າຍຍາກຈົນ ຄົນນີ້ໄດ້ໃສ່ເງິນລົງບໍຣິຈາກ ຫລາຍກວ່າ ຄົນອື່ນທັງຫມົດ.
\v 44 ເພາະຄົນອື່ນນັ້ນເອົາເງິນສ່ວນທີ່ເຫລືອຈາກທີ່ພວກເຂົາມີຢ່າງບໍຣິບູນ. ແຕ່ຍິງຫມ້າຍຄົນນີ້, ມີຄວາມຂັດສົນແຕ່ລາວໃຫ້ທັງຫມົດທີ່ຕົນມີຢູ່ສຳລັບລ້ຽງຊີວິດຂອງຕົນ.
\s5
\c 13
\cl ບົດທີ 13
\p
\v 1 ເມື່ອພຣະເຢຊູເຈົ້າກຳລັງຍ່າງອອກຈາກພຣະວິຫານໄປ, ສາວົກ ຄົນຫນຶ່ງກໍເວົ້າກັບພຣະອົງວ່າ, “ອາຈານ, ເບິ່ງແມ ກ້ອນຫີນອັນງົດງາມ ແລະ ຕຶກອາຄານກໍງາມແທ້ໆ!”
\v 2 ພຣະອົງເຈົ້າຕອບເຂົາວ່າ, “ເຈົ້າເຫັນຕຶກໃຫຍ່ເຫລົ່ານັ້ນບໍ? ບໍ່ພຽງແຕ່ຫີນກ້ອນຫນຶ່ງຈະທັບໃສ່ກ້ອນອື່ນ ຊຶ່ງຈະບໍ່ຖືກທຳລາຍລົງ.”
\s5
\v 3 ເມື່ອພຣະອົງນັ່ງຢູ່ເທິງ ພູເຂົາຫມາກກອກເທດ ກົງກັນຂ້ວາມກັບພຣະວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ ໄດ້ຖາມພຣະອົງເປັນການສ່ວນຕົວວ່າ,
\v 4 “ບອກພວກເຮົາແດ່ວ່າ ສິ່ງເຫລົ່ານີ້ຈະເກີດຂຶ້ນເມື່ອໃດ? ແລະ ສິ່ງໃດຈະເປັນສັນຍານວ່າສິ່ງເຫລົ່ານີ້ກຳລັງຈະເກີດຂຶ້ນ?.”
\s5
\v 5 ພຣະເຢຊູເຈົ້າບອກພວກເຂົາວ່າ,“ຈົ່ງຣະວັງເພື່ອທີ່ຈະບໍ່ມີຜູ້ໃດຫລອກລວງພວກເຈົ້າ ໃຫ້ຫລົງ.
\v 6 ດ້ວຍວ່າ, ຈະມີຫລາຍຄົນຈະມາໃນນາມຂອງເຮົາແລະບອກວ່າ, ‘ເຮົາຄືຜູ້ນັ້ນແລະພວກເຂົາຈະນຳຄົນເປັນຈຳນວນຫລາຍໃຫ້ຫລົງເສັຽໄປ.
\s5
\v 7 ເມື່ອທ່ານໄດ້ຍິນກຽ່ວກັບການເຮັດເສິກສົງຄາມນັ້ນ ຢ່າສະທ້ານຢ້ານກົວເລີຍ. ເພາະສິ່ງເຫລົ່ານີ້ ຈຳເປັນຕ້ອງ ເກີດຂຶ້ນ ແຕ່ວັນສຸດທ້າຍ ຍັງ ບໍ່ໄດ້ມາເຖິງ.
\v 8 ເພາະ, ປະຊາຊາດຈະລຸກຂຶ້ນຕໍ່ສູ້ກັບປະຊາຊາດ, ແລະ ຣາຊະອານາຈັກຈະຕໍ່ສູ້ກັບຣາຊະອານາຈັກ. ທັງຈະ ເກີດແຜ່ນດິນ ໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫລົ່ານີ້ເປັນການເລີ້ມຕົ້ນ ຂອງຄວາມທຸກລຳບາກ.
\s5
\v 9 ແຕ່ຈົ່ງລະວັງຕົວທ່ານໃຫ້ດີ. ພວກເຂົາ ຈະມອບພວກເຈົ້າຂຶ້ນສານແລະຈະຖືກຂ້ຽນຕີ ໃນທຳມະສາລາ. ພວກເຈົ້າຈະຢືນຢູ່ຕໍ່ຫນ້າເຈົ້າເມືອງແລະກະສັດເພື່ອທີ່ຈະເປັນພະຍານຕໍ່ພວກເຂົາເພາະເຫັນແກ່ເຮົາ.
\v 10 ແຕ່ຂ່າວປະເສີດຈຳເປັນຕ້ອງຖືກປະກາດອອກໄປເຖິງຄົນທຸກຊາດກ່ອນ.
\s5
\v 11 ເມື່ອພວກເຂົາຈັບກຸມເຈົ້າແລະມອບຕົວເຈົ້າໄວ້, ຈົ່ງຢ່າກັງວົນວ່າເຈົ້າຈະເວົ້າຫຍັງ ເພາະໃນຊົ່ວໂມງນັ້ນ ຈະມີຖ້ອຍຄຳສົ່ງມາໃຫ້ເຈົ້າຊຶ່ງຄຳເວົ້ານັ້ນ ບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ, ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ.
\v 12 ອ້າຍນ້ອງຕ່າງຄົນ ກໍຈະມອບກັນ ແລະກັນ ໄວ້ພໍ່ກໍຈະມອບລູກ ແລະ ລູກກໍຈະລຸກຂຶ້ນຕໍ່ສູ້ພໍ່ແມ່ໃຫ້ເຖິງ ແກ່ຄວາມຕາຍ.
\v 13 ທຸກຄົນຈະກຽດຊັງພວກເຈົ້າເພາະນາມຂອງເຮົາ, ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະລອດພົ້ນ.”
\s5
\v 14 “ເມື່ອໃດເຈົ້າເຫັນ ສິ່ງທີ່ຫນ້າກຽດຫນ້າຊັງ’ ທີ່ເຮັດໃຫ້ຮົກຮ້າງຫວ່າງເປົ່າ (ພິຈາຣະນາອີກຄັ້ງ) ຕັ້ງຢູ່ໃນທີ່ໆບໍ່ຄວນຈະຕັ້ງໄວ້( ໃຫ້ຜູ້ອ່ານເຂົ້າໃຈເອົາເອງເຖີດ). ຄົນເຫລົ່ານັ້ນທີ່ຢູ່ໃນແຂວງຢູດາຍຈົ່ງຫນີໄປຍັງພູເຂົາ
\v 15 ຜູ້ທີ່ຢູ່ເທິງຫລັງຄາເຮືອນຢ່າໄດ້ລົງມາແລະເຂົ້າໄປໃນເຮືອນເກັບເອົາສິ່ງຂອງອອກໄປ.
\v 16 ຜູ້ທີ່ຢູ່ໃນທົ່ງນາກໍຢ່າກັບຄືນມາເອົາເສື້ອຜ້າຂອງຕົນ.
\s5
\v 17 ແຕ່ ວິບັດຈະເກີດຂຶ້ນຕໍ່ຜູ້ຍິງທີ່ຖືພາແລະຄົນທີ່ລຽ້ງລູກອ່ອນກິນນົມຢູ່
\v 18 ຈົ່ງພາວັນນາອະທິຖານ ເພື່ອວ່າ ເຫດການນີ້ຈະບໍ່ເກີດຂຶ້ນໃນຣະດູຫນາວ.
\v 19 ເພາະຈະມີຄວາມທຸກລຳບາກຢ່າງຫນັກຫນ່ວງ, ຢ່າງບໍ່ເຄີຍ ມີມາກ່ອນຕັ້ງແຕ່ຕົ້ນເດີມ, ເມື່ອພຣະເຈົ້າຊົງສ້າງໂລກຈົນເຖິງທຸກວັນນີ້, ແລະຈະບໍ່ມີເຫດການເຊັ່ນນີ້ອີກຈັກເທື່ອ.
\v 20 ຖ້າ ອົງພຣະຜູ້ເປັນເຈົ້າຊົງເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ, ກໍຈະບໍ່ມີ ຜູ້ໃດລອດຊີວິດໄດ້ເລີຍ, ແຕ່ເພາະເຫັນແກ່ພວກທີ່ ພຣະອົງໄດ້ເລືອກໄວ້ແລ້ວນັ້ນພຣະອົງໄດ້ເຮັດໃຫ້ວັນເຫລົ່ານັ້ນສັ້ນເຂົ້າ.
\s5
\v 21 ແລ້ວຖ້າໃຜບາງຄົນບອກເຈົ້າທັງຫລາຍ ວ່າ, ‘ເບິ່ງແມ! ພຣະຄຣິດຢູ່ທີ່ນີ້’ຫລືວ່າ‘ເບິ່ງດູ ພຣະອົງຢູ່ທີ່ນັ້ນ’ ຈົ່ງຢ່າເຊື່ອຄຳບອກນັ້ນ.
\v 22 ເພາະພຣະຄຣິດປອມແລະຜູ້ທຳນວາຍປອມ ຈະປາກົດຕົວອອກມາຈະເຮັດການອັດສະຈັນ, ແລະຫມາຍສຳຄັນຕ່າງໆ ເພື່ອຈະຫລອກລວງ, ແມ່ນວ່າຈະເປັນຜູ້ທີ່ພຣະເຈົ້າຊົງເລືອກໄວ້.
\v 23 ຈົ່ງຣະວັງຕົວໄວ້ໃຫ້ດີ, ເຮົາໄດ້ບອກເລື່ອງນີ້ແກ່ເຈົ້າທຸກຄົນກ່ອນທີ່ເຫດການເຫລົ່ານັ້ນຈະເກີດຂຶ້ນ.”
\s5
\v 24 ແຕ່ຫລັງຈາກວັນເວລາແຫ່ງຄວາມທຸກຍາກຄັ້ງຍິ່ງໃຫຍ່ເຫລົ່ານັ້ນ. ດວງອາທິດ ຈະມືດໄປ, ດວງຈັນຈະບໍ່ສ່ອງແສງ,
\v 25 ດວງດາວຈະຕົກລົງຈາກຟ້າແລະ ຣິດອຳນາດ ທີ່ມີໃນສະຫວັນ ກໍຈະສັ່ນສະທ້ານຫວັ່ນໄຫວ.
\v 26 ເມື່ອນັ້ນພວກ ເຂົາຈະ ເຫັນ‘ບຸດມະນຸດສະເດັດມາໃນເມກ’ ດ້ວຍຣິດທານຸພາບ ແລະ ພຣະສະຫງ່າຣາສີ ອັນຍິ່ງໃຫຍ່.
\v 27 ພຣະອົງຈະສົ່ງທູດສະຫວັນຂອງພຣະອົງມາເພື່ອຮວບຮວມເອົາຄົນທັງຫລາຍທີ່ພຣະເຈົ້າຊົງເລືອກໄວ້ດ້ວຍກັນຈາກທິດທັງສີ່, ຕັ້ງແຕ່ທີ່ສຸດປາຍແຜ່ນດິນຈົນເຖິງທີ່ສຸດຂອບຟ້າ.”
\s5
\v 28 ຈົ່ງຮຽນຮູ້ບົດຮຽນ ຄຳອຸປະມາ ຈາກຕົ້ນຫມາກເດື່ອ. ເມື່ອກິ່ງມັນເລີ້ມແຕກໃບອ່ອນອອກມາ, ເຈົ້າກໍຮູ້ວ່າຣະດູຮ້ອນໃກ້ເຂົ້າມາເເລ້ວ
\v 29 ໃນທຳນອງດຽວກັນ, ເມື່ອພວກເຈົ້າເຫັນສິ່ງເຫລົ່ານີ້ ເກີດຂຶ້ນ ເຈົ້າກໍຈະຮູ້ວ່າ ພຣະອົງໃກ້ເຂົ້າມາແລ້ວຢູ່ທີ່ຫນ້າປະຕູ.
\s5
\v 30 ເຮົາບອກຄວາມຈິງ, ແກ່ເຈົ້າທັງຫລາຍວ່າ, ຄົນສະໄຫມນີ້ຈະ ຍັງບໍ່ລ່ວງລັບໄປກ່ອນທີ່ ເຫດການເຫລົ່ານີ້ຈະເກີດຂຶ້ນ.
\v 31 ຟ້າສະຫວັນ ແລະ ແຜ່ນດິນໂລກຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ສູນຫາຍໄປ.
\v 32 ແຕ່ບໍ່ມີໃຜຮູ້ກຽ່ວກັບວັນຫລື ຊົ່ວໂມງນັ້ນ, ແມ່ນແຕ່ເທວະດາໃນສະຫວັນ ແລະ ພຣະບຸດກໍບໍ່ຮູ້, ຮູ້ແຕ່ພຣະບິດາເຈົ້າອົງດຽວເທົ່ານັ້ນ.
\s5
\v 33 ຈົ່ງຕື່ນຕົວຈົ່ງເຝົ້າຣະວັງຢູ່ເພາະ ເຈົ້າທັງຫລາຍບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ.
\v 34 ເຊັ່ນດຽວກັບຊາຍຄົນຫນຶ່ງທີ່ອອກເດີນທາງໄປ ເພິ່ນອອກຈາກ ເຮືອນ ຂອງເພິ່ນ ແລະ ໄດ້ມອບຫມາຍໃຫ້ຄົນຮັບໃຊ້ ຮັບຜິດຊອບເຮັດວຽກຂອງໃຜລາວແລະສັ່ງຄົນເຝົ້າຍາມ ເຮືອນໄວ້ໃຫ້ດີ.
\s5
\v 35 ດັ່ງນັ້ນ ຈົ່ງເຝົ້າຣະວັງຕຽມພ້ອມຢູ່, ເພາະ ເຈົ້າທັງຫລາຍ ບໍ່ຮູ້ວ່າເຈົ້າຂອງເຮືອນຈະກັບມາຍາມໃດບໍ່ວ່າ ຈະເປັນຫົວຄໍ່າຫລື ຕອນທ່ຽງຄືນຫລືຕອນໄກ່ຂັນຫລືໃນຕອນເຊົ້າ.
\v 36 ຖ້າເຂົາມາຢ່າງບໍ່ທັນຮູ້ຕົວກໍຢ່າໃຫ້ເຂົາພົບເຈົ້າທັງຫລາຍ ນອນຫລັບຢູ່.
\v 37 ເຮົາບອກເຈົ້າເເລະບອກທຸກຄົນວ່າຈົ່ງເຝົ້າຣະວັງຢູ່.”
\s5
\c 14
\cl ບົດທີ 14
\p
\v 1 ຍັງອີກສອງວັນ ກໍຈະເຖິງເທສະການປັດສະຄາ ແລະ ເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. ພວກຫົວໜ້າປະໂລຫິດ ແລະ ພວກທັມະຈານ ຕ່າງກໍຄິດຫາອຸບາຍຈັບພຣະເຢຊູເຈົ້າ ເພື່ອຈະ ສັງຫານພຣະອົງ.
\v 2 ຄືພວກເຂົາເວົ້າຕໍ່ກັນ ແລະ ກັນວ່າ, “ພວກເຮົາບໍ່ຕ້ອງເຮັດຍາມເທສະການ, ບໍ່ດັ່ງນັ້ນປະຊາຊົນອາດຈະລຸກຮື້ຂຶ້ນກໍໄດ້.”
\s5
\v 3 ໃນເວລາດຽວກັນນັ້ນພຣະເຢຊູເຈົ້າ ໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດ, ໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ, ກໍມີຍິງຜູ້ຫນຶ່ງໄດ້ມາຫາພຣະອົງ ທັງຖືເຕົ້າຫີນຂາວຊຶ່ງ ບັນຈຸນໍ້າມັນຫອມລາຄາແພງຊະນິດຫນຶ່ງ. ນາງຫັກຄໍເຕົ້ານັ້ນ ແລະ ຖອກນໍ້າມັນຫອມຫົດສົງຫົວພຣະອົງ.
\v 4 ມີບາງຄົນໃນທີ່ນັ້ນໃຈຮ້າຍ ຈຶ່ງເວົ້າຕໍ່ກັນວ່າ, “ເຫດໃດຈຶ່ງເຮັດໃຫ້ນໍ້າມັນຫອມນີ້ເສັຽໄປລ້າໆ?
\v 5 ຖ້າຂາຍກໍຄົງໄດ້ກວ່າສາມຮ້ອຍຫລຽນເງິນ, ແລະ ເພື່ອເອົາໄປແຈກໃຫ້ຄົນຍາກຈົນ.” ແລ້ວພວກເຂົາກໍຕຳຫນິຕິຕຽນ ຍິງຜູ້ນີ້.
\s5
\v 6 ແຕ່ພຣະເຢຊູເຈົ້າກ່າວວ່າ, “ປະນາງໄວ້, ພວກເຈົ້າກວນໃຈນາງ ເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາ.
\v 7 ພວກເຈົ້າຈະມີຄົນຍາກຈົນ ຢູ່ກັບພວກເຈົ້າສະເຫມີ, ແລະ ພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເຫມີໄປ.
\v 8 ນາງເຮັດເທົ່າທີ່ນາງສາມາດເຮັດໄດ້, ນາງຖອກນໍ້າມັນຫອມເຈີມໃສ່ຮ່າງກາຍ ຂອງເຮົາເພື່ອຕຽມການປົງສົບຂອງເຮົາລ່ວງຫນ້າ.
\v 9 ເຮົາບອກ ພວກເຈົ້າຄວາມຈິງວ່າ ໃນທຸກບ່ອນທົ່ວໂລກ ທີ່ມີການປະກາດຂ່າວປະເສີດ, ສິ່ງທີ່ຍິງຜູ້ນີ້ໄດ້ເຮັດຈະເປັນທີ່ເລື່ອງລືກັນໄປ, ເພື່ອເປັນການຣະນຶກເຖິງນາງ.”
\s5
\v 10 ແລ້ວຢູດາອິດສະກາຣີອົດ, ຄົນຫນຶ່ງໃນພວກສາວົກສິບສອງ ຄົນກໍໄດ້ຫນີໄປຫາບັນດາຫົວຫນ້າປະໂລຫິດ, ເພື່ອຈະມອບ ພຣະເຢຊູເຈົ້າໃຫ້ພວກເຂົາ.
\v 11 ບັນດາຫົວຫນ້າປະໂລຫິດ ດີໃຈ ຫລາຍ ທີ່ໄດ້ຍິນເລື່ອງນີ້ ແລະ ສັນຍາວ່າຈະເອົາເງິນໃຫ້ລາວ. ດັ່ງນັ້ນ ຢູດາຈຶ່ງຊອກຫາໂອກາດອັນດີເພື່ອຈະມອບພຣະເຢຊູເຈົ້າໃຫ້ພວກເຂົາ.
\s5
\v 12 ໃນວັນທີຫນຶ່ງຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ຄື ວັນທີ່ພວກເຂົາ ຂ້າລູກແກະ, ສາວົກຂອງພຣະອົງໄດ້ຖາມພຣະອົງວ່າ, “ທ່ານຢາກໃຫ້ພວກຂ້ານ້ອຍ ໄປຈັດແຈ່ງອາຫານປັດສະຄາ ສຳລັບທ່ານຢູ່ທີ່ໃດ?”
\v 13 ພຣະອົງຈຶ່ງໃຊ້ສາວົກສອງຄົນໄປ ແລະ ກ່າວກັບພວກເຂົາວ່າ, “ຈົ່ງເຂົ້າໄປໃນເມືອງ, ແລະ ຈະມີຊາຍຄົນຫນຶ່ງ ແບກໄຫນໍ້າມາພົບພວກເຈົ້າ, ເຈົ້າຈົ່ງຕາມຜູ້ນັ້ນໄປ.
\v 14 ລາວຈະ ເຂົ້າໄປໃນເຮືອນຫລັງໃດ ຈົ່ງເວົ້າກັບເຈົ້າຂອງເຮືອນນັ້ນວ່າ, ‘ອາຈານຖາມວ່າ, ຫ້ອງພັກຂອງເຮົາ ທີ່ເຮົາຈະກິນອາຫານປັດສະຄາກັບບັນດາສາວົກຂອງເຮົາຢູ່ໃສ?
\s5
\v 15 ເຈົ້າຂອງເຮືອນ ເຂົາກໍຈະຊີ້ໃຫ້ພວກເຈົ້າເຫັນຫ້ອງໂຖງໃຫຍ່ ຢູ່ຊັ້ນເທິງ ທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ. ທີ່ນັ້ນແລ້ວທີ່ໄດ້ຈັດແຈ່ງທຸກສິ່ງຕຣຽມໄວ້ ສຳລັບພວກເຮົາ.”
\v 16 ສາວົກສອງຈຶ່ງໄດ້ອອກໄປ ແລະ ໄດ້ເຂົ້າໄປໃນເມືອງ. ພວກເພິ່ນໄດ້ພົບຕາມທີ່ພຣະເຢຊູເຈົ້າໄດ້ບອກໄວ້ທຸກປະການ ແລະ ພວກເພິ່ນກໍໄດ້ຈັດແຈ່ງອາຫານສຳລັບປັດສະຄາ.
\s5
\v 17 ເມື່ອເຖິງຕອນຄໍ່າ, ພຣະອົງ ກັບ ພວກສາວົກສິບສອງຄົນກໍໄດ້ເຂົ້າມາ.
\v 18 ເມື່ອພວກເພິ່ນກຳລັງຮັບປະທານອາຫານເທິງໂຕະ ຢູ່ນັ້ນພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາບອກພວກເຈົ້າຄວາມຈິງວ່າ, ຜູ້ຫນຶ່ງໃນພວກເຈົ້າ ຜູ້ທີ່ຮ່ວມພາເຂົ້າຢູ່ນຳເຮົານີ້ແຫລະ ຈະທໍຣະຍົດ ເຮົາ.”
\v 19 ພວກສາວົກ ຕ່າງກໍເປັນທຸກໃຈຫລາຍ ແລະ ຖາມ ພຣະອົງເທື່ອລະຄົນວ່າ, “ທ່ານຄົງບໍ່ຫມາຍເຖິງຂ້ານ້ອຍແມ່ນບໍ່?”
\s5
\v 20 ພຣະເຢຊູເຈົ້າຊົງຕອບວ່າ, “ແມ່ນຄົນຫນຶ່ງ ໃນນພວກເຈົ້າ ຈຳນວນສິບສອງຄົນນີ້ແຫລະ ຄືຜູ້ທີ່ເອົາເຂົ້າຈີ່ຈໍ້າຮ່ວມຖ້ວຍດຽວກັນກັບເຮົາ.
\v 21 ດ້ວຍວ່າ, ບຸດມະນຸດຈະຈາກໄປຕາມທີ່ມີຂຽນໄວ້ໃນພຣະຄັມພີ, ແຕ່ພັຍພິບັດຈະຕົກຖືກຜູ້ທີ່ທໍຣະຍົດບຸດມະນຸດ. ຖ້າຄົນຜູ້ນີ້ບໍ່ເກີດມາກໍເປັນການດີກວ່າ.”
\s5
\v 22 ໃນລະຫວ່າງອາຫານແລງ ຄາບສຸດທ້າຍນັ້ນ, ພຣະເຢຊູເຈົ້າ ໄດ້ ຈັບເອົາເຂົ້າຈີ່ມາໂມທະນາຂອບພຣະຄຸນແລ້ວ, ພຣະເຢຊູເຈົ້າກໍຫັກເຂົ້າຈີ່ນັ້ນ ແລະ ຍື່ນໃຫ້ແກ່ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຖີ້ນນີ້ແຫຼະ ຄືກາຍຂອງເຮົາ.”
\v 23 ແລ້ວພຣະອົງກໍຈັບເອົາຈອກມາໂມທະນາຂອບພຣະຄຸນ ແລະ ຍື່ນໃຫ້ພວກເພິ່ນ ແລະ ພວກເພິ່ນກໍຮັບດື່ມທຸກຄົນ.
\v 24 ພຣະເຢຊູເຈົ້າກ່າວວ່າ, “ນີ້ແຫຼະຄື ເລືອດຂອງເຮົາ ແມ່ນເລືອດຂອງພັນທະສັນຍາໃຫມ່ ທີ່ຫລັ່ງໄຫລອອກສຳລັບຄົນທັງຫລາຍ.
\v 25 ເຮົາບອກພວກເຈົ້າຄວາມຈິງ ວ່າ ເຮົາຈະບໍ່ດື່ມນໍ້າອະງຸ່ນນີ້ອີກຈັກເທື່ອ ຈົນກວ່າເຖິງວັນນັ້ນຄືເຮົາ ຈະດື່ມອັນໃຫມ່ໃນອານາຈັກຂອງພຣະເຈົ້າ.”
\s5
\v 26 ເມື່ອພວກເຂົາໄດ້ຮ້ອງເພງສັນຣະເສີນ ບົດຫນຶ່ງແລ້ວ, ພວກເພິ່ນກໍພາກັນອອກໄປ ທີ່ພູເຂົາຫມາກກອກເທດ.
\v 27 ພຣະເຢຊູເຈົ້າຊົງກ່າວ ແກ່ພວກສາວົກວ່າ, “ພວກເຈົ້າທຸກຄົນຈະປະຖິ້ມເຮົາໄປເພາະ ມີຂຽນໄວ້ໃນພຣະຄັມພີວ່າ, ‘ເຮົາຈະປຣະຫານ ຜູ້ລ້ຽງແກະ ແລະ ຝູງແກະຈະແຕກຊະກັນໄປ.
\s5
\v 28 ແຕ່ຫລັງຈາກເຮົາເປັນຄືນມາ, ເຮົາຈະໄປທີ່ແຂວງຄາລີເລ ກ່ອນຫນ້າພວກເຈົ້າ.”
\v 29 ເປໂຕເວົ້າວ່າ, “ເຖິງແມ່ນວ່າທຸກຄົນ ຈະປະຖິ້ມທ່ານ ໄປກໍຕາມຂ້ານ້ອຍຈະບໍ່ປະຖິ້ມທ່ານໄປຈັກເທື່ອ.”
\s5
\v 30 ພຣະເຢຊູເຈົ້າຊົງກ່າວຕອບເຂົາວ່າ, “ເຮົາບອກເຈົ້າຄວາມຈິງວ່າ, ໃນຄືນນີ້ແຫລະ ກ່ອນໄກ່ຂັນສອງເທື່ອ, ເຈົ້າຈະປະຕິເສດວ່າ ບໍ່ຮູ້ຈັກ ເຮົາເຖິງສາມເທື່ອ.”
\v 31 ແຕ່ເປໂຕໄດ້ຕອບວ່າ, “ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ, ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ.” ຝ່າຍສາວົກທຸກຄົນຕ່າງກໍສັນຍາຢ່າງນັ້ນ.
\s5
\v 32 ພວກເຂົາກໍມາຮອດສະຖານທີ່ຫນຶ່ງ ທີ່ເອີ້ນວ່າເຄັດເຊມາເນ, ແລະ ພຣະເຢຊູເຈົ້າໄດ້ກ່າວແກ່ບັນດາສາວົກວ່າ, “ຈົ່ງນັ່ງຢູ່ທີ່ນີ້ ໃນຂະນະທີ່ເຮົາພາວັນນາອະທິຖານ.”
\v 33 ພຣະອົງໄດ້ພາເປໂຕ, ຢາໂກໂບ, ແລະ ໂຢຮັນ ໄປກັບພຣະອົງ, ແລະ ພຣະອົງກໍໂສກເສົ້າ ແລະ ເປັນທຸກໃນໃຈຫລາຍ
\v 34 ຈຶ່ງກ່າວແກ່ພວກເພິ່ນວ່າ, “ຈິດໃຈຂອງເຮົາເປັນທຸກຫນັກ, ແທບຈະຕາຍຢູ່ແລ້ວ. ຈົ່ງເຝົ້າຄອຍ ແລະ ເຝົ້າເບິ່ງຢູ່ທີ່ນີ້ເຖີ້ນ.”
\s5
\v 35 ພຣະເຢຊູເຈົ້າໄດ້ຍ່າງເລີຍໄປໄກຫນ້ອຍຫນຶ່ງ, ກໍໄດ້ຄຸເຂົ່າລົງກັບພື້ນ, ແລ້ວພຣະອົງກໍພາວັນນາອະທິຖານວ່າ, ຖ້າເປັນໄປໄດ້ຂໍໃຫ້ໂມງເວລາແຫ່ງຄວາມທົນທຸກທໍຣະມານນີ້ຜ່ານພົ້ນໄປຈາກພຣະອົງ.
\v 36 ພຣະອົງອະທິຖານວ່າ, “ພຣະບິດາເຈົ້າເອີຍ, ພຣະບິດາ ຂອງລູກພຣະອົງເຮັດໄດ້ທຸກສິ່ງ. ຂໍໃຫ້ຈອກແຫ່ງຄວາມທົນທຸກທໍຣະມານນີ້ເລື່ອນພົ້ນໄປຈາກລູກຖ້ອນ, ແຕ່ຂໍຢ່າໃຫ້ເປັນໄປຕາມໃຈປາຖນາ ຂອງລູກ, ແຕ່ໃຫ້ເປັນໄປຕາມ ພຣະປະສົງຂອງພຣະອົງດ້ວຍເຖີ້ນ.”
\s5
\v 37 ພຣະອົງກໍກັບຄືນມາ ແລະ ໄດ້ພົບພວກສາວົກກຳລັງນອນ ຫລັບຢູ່, ແລະ ພຣະອົງຊົງກ່າວແກ່ເປໂຕວ່າ, “ຊີໂມນເອີຍ, ເຈົ້າຍັງນອນຫລັບຢູ່ບໍ? ເຈົ້າບໍ່ສາມາດ ເຝົ້າຢູ່ຈັກຊົ່ວໂມງບໍ?”
\v 38 ຈົ່ງເຝົ້າຣະວັງ ແລະ ພາວັນນາອະທິຖານຢູ່ ເພື່ອຈະບໍ່ຕົກໃນການທົດລອງ. ຈິດວິນຍານພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍອ່ອນແຮງ.”
\v 39 ພຣະອົງກັບໄປພາວັນນາອະທິຖານອີກຄັ້ງ ໂດຍກ່າວຖ້ອຍຄຳເຫມືອນເທື່ອກ່ອນ.
\s5
\v 40 ພຣະອົງກັບຄືນມາຫາພວກສາວົກ ແລະ ກໍພົບພວກເພິ່ນ ນອນຫລັບຢູ່, ເພາະພວກເພິ່ນບໍ່ອາດມືນຕາຂຶ້ນໄດ້ເລີຍ ແລະ ບໍ່ຮູ້ວ່າ ຈະເວົ້າຫຍັງ.
\v 41 ພຣະອົງໄດ້ກັບຄືນມາເທື່ອທີສາມ ພຣະອົງກໍ ກ່າວແກ່ພວກເພິ່ນວ່າ, “ພວກເຈົ້າຍັງພັກຜ່ອນຫລັບນອນຢູ່ບໍ? ພໍສາ ເວລາມາເຖິງແລ້ວ. ເບິ່ງແມ! ບຸດມະນຸດກຳລັງຈະຖືກມອບໄວ້ ໃນກຳມືຂອງຄົນບາບທັງຫລາຍ.
\v 42 ຈົ່ງລຸກຂຶ້ນພາກັນໄປເທາະ ເບິ່ງແມ! ຄົນທີ່ມອບເຮົາໄວ້ກໍມາທີ່ນີ້ແລ້ວ.”
\s5
\v 43 ໃນເວລາທີ່ພຣະອົງກ່າວຍັງບໍ່ທັນຂາດຄຳ, ໃນທັນໃດນັ້ນ ຢູດາຜູ້ເປັນສາວົກຄົນຫນຶ່ງ ໃນພວກສາວົກສິບສອງຄົນກໍມາພ້ອມ ກັບປະຊາຊົນຈຳນວນຫລວງຫລາຍ ທັງຖືດາບ, ທັງຖືໄມ້ຄ້ອນ, ຈາກພວກຫົວໜ້າປະໂລຫິດ, ພວກທັມະຈານ ແລະ ພວກອາວຸໂສ ໄດ້ໃຊ້ຄົນເຫລົ່ານີ້ມາ.
\v 44 ບັດນີ້ຜູ້ທີ່ທໍຣະຍົດຕໍ່ພຣະອົງນັ້ນ ໄດ້ໃຊ້ສັນຍານບອກ ແກ່ພວກເຂົາວ່າ, “ຂ້ອຍຈູບຄຳນັບຜູ້ໃດ, ເພິ່ນກໍແມ່ນຜູ້ນັ້ນແຫລະ, ຈົ່ງຈັບກຸມຕົວເອົາໄປຮັກສາໄວ້ໃຫ້ດີ.”
\v 45 ພໍຢູດາ ມາຮອດເຂົາກໍຫຍັບເຂົ້າໄປໃກ້ພຣະເຢຊູເຈົ້າທັນທີ ແລະ ເວົ້າຕໍ່ ພຣະອົງວ່າ, “ພຣະອາຈານເອີຍ” ແລ້ວລາວກໍຈູບພຣະອົງ.
\v 46 ແລ້ວພວກເຂົາຈຶ່ງຄວ້າຈັບພຣະອົງ ແລະ ຈັບກຸມພຣະອົງໄວ້.
\s5
\v 47 ແຕ່ມີຄົນຫນຶ່ງໃນຈຳນວນຄົນທີ່ຢືນຢູ່ໃນທີ່ນັ້ນຊັກດາບ ອອກ ຟັນຄົນຮັບໃຊ້ຄົນຫນຶ່ງ ຂອງມະຫາປະໂລຫິດ ຖືກຫູຂາດເບື້ອງຫນຶ່ງ.
\v 48 ພຣະເຢຊູເຈົ້າກໍໄດ້ກ່າວແກ່ພວກເຂົາວ່າ, “ພວກເຈົ້າຖືດາບຖື ໄມ້ຄ້ອນອອກມາຈັບເຮົາ ເຫມືອນດັ່ງຈັບໂຈນຊັ້ນບໍ?
\v 49 ທຸກໆ ວັນເມື່ອເຮົາຢູ່ກັບພວກເຈົ້າ ແລະ ໄດ້ສັ່ງສອນໃນພຣະວິຫານ ແລະ ພວກເຈົ້າບໍ່ໄດ້ຈັບເຮົາ. ແຕ່ກ່ຽວກັບເລື່ອງທີ່ເກີດຂຶ້ນນີ້ກໍເພື່ອໃຫ້ ສຳເລັດຕາມທີ່ມີກ່າວໄວ້ໃນພຣະຄັມພີ.”
\v 50 ແລ້ວພວກສາວົກ ທັງຫມົດກໍປະຖິ້ມພຣະເຢຊູເຈົ້າ ແລະ ແລ່ນຫນີຈາກພຣະອົງໄປ.
\s5
\v 51 ມີຊາຍຫນູ່ມຄົນຫນຶ່ງ, ນຸ່ງພຽງຜ້າປ່ານແຕ່ຜືນດຽວຕາມພຣະເຢຊູເຈົ້າໄປ, ພວກເຂົາໄດ້ຄວ້າຈັບບາຍຊາຍຫນູ່ມນັ້ນ,
\v 52 ແຕ່ຊາຍນັ້ນໄດ້ປະຜ້າປ່ານຜືນທີ່ນຸ່ງຢູ່ນັ້ນຖິ້ມເສັຽ ແລະ ແລ່ນປົບຫນີໄປຕົວເປົ່າ.
\s5
\v 53 ພວກເຂົາໄດ້ພາພຣະເຢຊູເຈົ້າ ໄປຫາມະຫາປະໂລຫິດ. ບ່ອນທີ່ ພວກຫົວໜ້າປະໂລຫິດ, ພວກເຖົ້າແກ່ ແລະ ພວກທັມະຈານ ທັງຫມົດໄດ້ ປະຊຸມກັນຢູ່ທີ່ນັ້ນ.
\v 54 ບັດນີ້ເປໂຕ ກໍໄດ້ຕິດຕາມ ພຣະເຢຊູເຈົ້າ ໄປໃນໄລຍະຫ່າງໄກພໍສົມຄວນ ແລະ ເຂົ້າໄປໃນເດີ່ນບ້ານຂອງມະຫາປະໂລຫິດແລ້ວ ນັ່ງຝີງໄຟຢູ່ກັບພວກຄົນຍາມ.
\s5
\v 55 ບັດນີ້ພວກຫົວຫນ້າປະໂລຫິດ ແລະ ພວກສະມາຊິກສະພາຊາວຢິວທັງຫມົດໄດ້ຫາຫລັກຖານ ມາຕໍ່ສູ້ພຣະເຢຊູເຈົ້າເພື່ອຫວັງຈະຂ້າພຣະອົງເສັຽ. ແຕ່ຫາຫຍັງບໍ່ໄດ້ເລີຍ.
\v 56 ດ້ວຍວ່າ, ມີຫລາຍຄົນກ່າວຄຳພະຍານ ຕົວະ ຕໍ່ສູ້ພຣະອົງ, ແຕ່ຄຳເວົ້າຂອງພວກເຂົາ ຂັດແຍ້ງກັນເອງ.
\s5
\v 57 ມີບາງຄົນຢືນຂຶ້ນ ແລະ ກ່າວຄຳພະຍານຕົວະຕໍ່ສູ້ພຣະອົງວ່າ,
\v 58 “ພວກເຮົາໄດ້ຍິນລາວເວົ້າວ່າ, ‘ເຮົາຈະມ້າງພຣະວິຫານຫລັງນີ້ ທີ່ສ້າງດ້ວຍມືມະນຸດ ແລະ ຫລັງຈາກສາມວັນເຮົາຈະສ້າງຫລັງໜຶ່ງ ຂຶ້ນໃຫມ່ ທີ່ບໍ່ໄດ້ເຮັດດ້ວຍມືມະນຸດ.’”
\v 59 ເຖິງປານນັ້ນຄຳພະຍານຂອງພວກເຂົາ ກໍຍັງບໍ່ຖືກຕ້ອງກັນ.
\s5
\v 60 ມະຫາປະໂລຫິດຈຶ່ງໄດ້ລຸກຢືນຂຶ້ນໃນທ່າມກາງທີ່ປະຊຸມ ແລະ ໄດ້ຖາມພຣະເຢຊູເຈົ້າວ່າ, “ເຈົ້າບໍ່ມີຫຍັງ ບໍ ທີ່ຈະແກ້ຄຳກ່າວຫາທີ່ ຄົນເຫລົ່ານີ້ກ່າວຕໍ່ສູ້ເຈົ້າ?”
\v 61 ແຕ່ພຣະເຢຊູເຈົ້າມິດງຽບຢູ່ ແລະ ບໍ່ ຕອບຫຍັງຈັກຄຳ, ແລ້ວມະຫາປະໂລຫິດຈຶ່ງຖາມພຣະອົງອີກວ່າ, “ເຈົ້າເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ຊົງພຣະກຽດບໍ?”
\v 62 ພຣະເຢຊູເຈົ້າໄດ້ກ່າວວ່າ, “ເຮົາ; ແລະ ພວກເຈົ້າຈະໄດ້ເຫັນບຸດມະນຸດນັ່ງທີ່ເບື້ອງຂວາຂອງພຣະຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະ ກຳລັງລົງມາເທິງເມກໃນສະຫວັນ.”
\s5
\v 63 ມະຫາປະໂລຫິດ ຜູ້ນັ້ນໄດ້ຈີກເສື້ອລ່າມຂອງຕົນ ແລະ ກ່າວ ສຽງດັງວ່າ, “ພວກເຮົາຍັງຈະຕ້ອງການພະຍານອັນໃດອີກ
\v 64 ເຈົ້າທັງຫລາຍກໍໄດ້ຍິນ ຄຳເວົ້າຫມິ່ນປະຫມາດພຣະເຈົ້າແລ້ວ ເຈົ້າທັງຫລາຍ ຈະຕັດສິນໃຈຢ່າງໃດ?” ພວກເຂົາໃນທີ່ປະຊຸມທັງໝົດ ຈຶ່ງລົງມະຕິວ່າ, ພຣະເຢຊູເຈົ້າຕ້ອງຖືກໂທດປຣະຫານຊີວິດ.
\v 65 ມີບາງຄົນໃນພວກເຂົາ ໄດ້ຖົ່ມນໍ້າລາຍໃສ່ ພຣະເຢຊູເຈົ້າ ພວກເຂົາ ເອົາຜ້າມັດຕາພຣະອົງ ແລະ ທຸບຕີພຣະອົງພວກເຂົາເວົ້າຕໍ່ພຣະເຢຊູເຈົ້າວ່າ, “ທວາຍເບິ່ງດູ! ວ່າແມ່ນຜູ້ໃດຕີມຶງຢູ່!” ແລ້ວພວກ ທະຫານຍາມກໍຮັບເອົາພຣະອົງໄປຕົບຕີ ແລະ ເອົາໄມ້ແສ້ຂ້ຽນຕີ ພຣະອົງ.
\s5
\v 66 ຂະນະທີ່ເປໂຕຍັງຢູ່ທາງລຸ່ມທີ່ເດີ່ນບ້ານນັ້ນ, ມີສາວໃຊ້ຄົນ ຫນຶ່ງຂອງມະຫາປະໂລຫິດ.
\v 67 ເມື່ອນາງໄດ້ເຫັນເປໂຕນັ່ງຝີງໄຟຢູ່ ນາງກໍຈ້ອງຕາເບິ່ງເພິ່ນ ແລະ ທ້ວງວ່າ, “ເຈົ້າກໍເຄີຍໄປມາ ກັບ ເຢຊູ ໄທນາຊາເຣັດຄືກັນ.”
\v 68 ແຕ່ລາວໄດ້ຕອບປະຕິເສດວ່າ, “ຂ້ອຍ ບໍ່ ຮູ້... ຂ້ອຍ ບໍ່ເຂົ້າໃຈຄຳທີ່ ເຈົ້າໄດ້ ເວົ້ານັ້ນ,” ແລ້ວເປໂຕ ກໍຍ່າງ ອອກໄປທາງປະຕູບ້ານ ແລະ ໄກ່ກໍຂັນ.
\s5
\v 69 ສ່ວນສາວໃຊ້ຜູ້ນັ້ນເຫັນເປໂຕ ຈຶ່ງເວົ້າຕໍ່ຄົນທີ່ຢືນຢູ່ໃນທີ່ນັ້ນອີກວ່າ, “ຄົນນີ້ແຫລະ ເປັນຜູ້ຫນຶ່ງໃນພວກເຂົາ.”
\v 70 ແຕ່ເປໂຕ ໄດ້ປະຕິເສດອີກ. ຫລັງຈາກນັ້ນ, ຄົນທີ່ຢືນຢູ່ໃນທີ່ນັ້ນກໍເວົ້າຕໍ່ເປໂຕ ວ່າ, “ແມ່ນແທ້ແລ້ວ ເຈົ້າເປັນຜູ້ຫນຶ່ງໃນພວກນັ້ນ ເພາະເຈົ້າເປັນຄົນ ຄາລີເລເຫມືອນກັນ.”
\s5
\v 71 ແລ້ວເຂົາກໍເລີ່ມປ້ອຍດ່າສາບແຊ່ງຕົວເອງ ແລະ ສາບານວ່າ, “ຂ້ອຍບໍ່ຮູ້ຈັກຄົນທີ່ພວກເຈົ້າເວົ້າເຖິງນັ້ນ.”
\v 72 ໃນທັນໃດນັ້ນ ໄກ່ກໍຂັນເປັນເທື່ອທີສອງ. ແລ້ວເປໂຕຈຶ່ງຈື່ໄດ້ໃນຄຳທີ່ພຣະເຢຊູເຈົ້າ ໄດ້ກ່າວແກ່ຕົນວ່າ, “ກ່ອນໄກ່ຂັນສອງເທື່ອ ເຈົ້າຈະປະຕິເສດ ວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ.” ເມື່ອຫວນຄິດໄດ້ເຂົາຈຶ່ງຮ້ອງໄຫ້ຮໍ່າໄຮ.
\s5
\c 15
\cl ບົດທີ 15
\p
\v 1 ພໍຮຸ່ງເຊົ້າມາ, ບັນດາຫົວຫນ້າປະໂລຫິດ ໄດ້ພົບກັບພວກຜູ້ອາວຸໂສ ແລະ ພວກທັມະຈານ ແລະ ບັນດາສະມາຊິກສະພາຊາວຢິວທັງຫມົດໄດ້ປຶກສາຫາລືກັນ. ແລ້ວພວກເຂົາໄດ້ມັດ ພຣະເຢຊູເຈົ້າ ແລະ ນຳພາພຣະອົງໄປມອບໃຫ້ປີລາດ.
\v 2 ສ່ວນປີລາດ ກໍໄດ້ຖາມ ພຣະເຢຊູເຈົ້າວ່າ, “ເຈົ້າເປັນກະສັດຂອງຊາວຢິວບໍ?” ພຣະເຢຊູເຈົ້າຊົງຕອບວ່າ, “ທ່ານເວົ້ານັ້ນຖືກແລ້ວ.”
\v 3 ພວກຫົວໜ້າປະໂລຫິດໄດ້ກ່າວໂທດໃສ່ພຣະເຢຊູເຈົ້າຫລາຍເລື່ອງ.
\s5
\v 4 ປີລາດຈຶ່ງໄດ້ຖາມພຣະອົງອີກຄັ້ງວ່າ, “ເຈົ້າບໍ່ຕອບຈັກຄຳບໍ? ເບິ່ງແມ! ພວກເຂົາກ່າວຟ້ອງເຈົ້າຕັ້ງຫລາຍເລື່ອງ!”
\v 5 ແຕ່ ພຣະເຢຊູເຈົ້າ ບໍ່ຕອບຈັກຄຳຈົນປີລາດປະຫລາດໃຈ.
\s5
\v 6 ບັດນີ້ໃນເທສະການປັດສະຄາ, ຕາມປົກະຕິແລ້ວປີລາດຈະ ປ່ອຍນັກໂທດ ຄົນຫນຶ່ງໃຫ້ເປັນອິສຣະ, ຕາມທີ່ປະຊາຊົນໄດ້ຂໍຮ້ອງ.
\v 7 ມີຊາຍຄົນຫນຶ່ງຊື່ວ່າ ບາຣາບາ, ທີ່ຖືກຂັງຄຸກຮ່ວມກັບ ພວກກະບົດທີ່ໄດ້ຂ້າຄົນ ເນື່ອງຈາກການກະບົດນັ້ນ.
\v 8 ປະຊາຊົນ ໄດ້ໄປຫາປີລາດ ແລະ ຕັ້ງຕົ້ນຖາມເພິ່ນ ເພື່ອເຮັດຕາມທີ່ເຄີຍໄດ້ປະຕິບັດມາ.
\s5
\v 9 ປີລາດຈຶ່ງໄດ້ຕອບພວກເຂົາວ່າ, “ພວກທ່ານຢາກໃຫ້ ຂ້າພຣະເຈົ້າປ່ອຍກະສັດຂອງຊາວຢິວໃຫ້ແກ່ພວກທ່ານບໍ?”
\v 10 ເພາະປີລາດ ຮູ້ດີວ່າການ ທີ່ພວກຫົວຫນ້າປະໂລຫິດ ນຳພຣະເຢຊູເຈົ້າມາມອບໃຫ້ແກ່ຕົນນັ້ນ ເພາະຄວາມອິດສາ.
\v 11 ແຕ່ພວກຫົວຫນ້າປະໂລຫິດ ໄດ້ຍຸຍົງປະຊາຊົນ ເພື່ອຮ້ອງໄຫ້ປີລາດ ປ່ອຍບາຣາບາແທນ ພຣະເຢຊູເຈົ້າ.
\s5
\v 12 ປີລາດ ໄດ້ຕອບພວກເຂົາອີກວ່າ, “ດັ່ງນັ້ນແລ້ວ ພວກທ່ານ ຢາກໃຫ້ຂ້າພຣະເຈົ້າເຮັດຢ່າງໃດກັບ ກະສັດຂອງຊາວຢິວ?”
\v 13 ພວກເຂົາໄດ້ຮ້ອງຕອບຂຶ້ນວ່າ, “ຄຶງເຂົາໄວ້ທີ່ໄມ້ກາງແຂນ!”
\s5
\v 14 ປີລາດຈຶ່ງໄດ້ຖາມພວກເຂົາວ່າ, “ຊາຍຜູ້ນີ້ໄດ້ເຮັດຜິດຫຍັງ?” ແຕ່ພວກເຂົາຊໍ້າພັດຮ້ອງແຮງຍິ່ງຂຶ້ນວ່າ, “ຄຶງມັນໄວ້ທີ່ໄມ້ກາງແຂນ.”
\v 15 ປີລາດຕ້ອງການເອົາໃຈປະຊາຊົນ, ເພິ່ນຈຶ່ງໄດ້ປ່ອຍບາຣາບາ ໃຫ້ພວກເຂົາ. ເມື່ອເພິ່ນໄດ້ສັ່ງໃຫ້ເຂົາຂ້ຽນຕີ ພຣະເຢຊູເຈົ້າ ແລະແລ້ວກໍມອບພຣະອົງ ໃຫ້ຖືກຄຶງໄວ້ທີ່ໄມ້ກາງແຂນ.
\s5
\v 16 ພວກທະຫານໄດ້ນຳເອົາພຣະເຢຊູເຈົ້າ ເຂົ້າໄປໃນເດີ່ນບ້ານ (ຊຶ່ງແມ່ນສຳນັກງານໃຫຍ່ຂອງຣັຖະບານ), ແລະ ພວກເຂົາກໍເອີ້ນກອງທັບທະຫານທັງຫມົດມາກັນໃນທີ່ນັ້ນ.
\v 17 ພວກເຂົາໄດ້ເອົາເສື້ອສີມ່ວງມາໃຫ້, ແລະ ເອົາເຄືອຫນາມຖັກເປັນໂຄ້ງແທນ ມົງກຸດມາສຸບໃສ່ຫົວຂອງພຣະອົງ.
\v 18 ພວກເຂົາກໍຕັ້ງຕົ້ນ ຄຳນັບແບບເຢາະເຢີ້ຍພຣະອົງໂດຍກ່າວວ່າ, “ກະສັດແຫ່ງຊາດຢິວເອີຍ, ຈົ່ງຊົງພຣະຈະເຣີນເຖີ້ນ!”
\s5
\v 19 ພວກເຂົາໃຊ້ໄມ້ອໍ້ຕີຫົວພຣະອົງ ແລະ ຖົ່ມນໍ້າລາຍໃສ່ຫນ້າ ພຣະອົງ ແລະ ຄຸເຂົ່າຂາບລົງທຳທ່າຄຳນັບພຣະອົງ.
\v 20 ເມື່ອເຢາະເຢີ້ຍພຣະອົງສົມໃຈແລ້ວ. ພວກເຂົາຈຶ່ງແກ້ເສື້ອຄຸມສີມ່ວງອອກ ແລະ ເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ຄືນ, ແລ້ວນຳພຣະອົງອອກໄປ ເພື່ອຄຶງໄວ້ທີ່ໄມ້ກາງແຂນ.
\v 21 ເມື່ອ ໄປຕາມທາງນັ້ນ ພວກເຂົາ ບັງຄັບໃຫ້ຊາຍຄົນຫນຶ່ງທີ່ຍ່າງຜ່ານມາ ຊຶ່ງກຳລັງມາແຕ່ບ້ານນອກ ໃຫ້ແບກໄມ້ກາງແຂນຂອງພຣະເຢຊູເຈົ້າ. ຊາຍຄົນນີ້ ຊື່ວ່າຊີໂມນ ໄທ ກີເຣເນເປັນພໍ່ຂອງອາເລັກຊັນເດີ ແລະ ຣູໂຟ.
\s5
\v 22 ພວກທະຫານໄດ້ພາພຣະເຢຊູເຈົ້າໄປສະຖານທີ່ຫນຶ່ງ ທີ່ຄົນເອີ້ນວ່າໂຄລະໂຄທາ (ຊຶ່ງແປຄວາມຫມາຍວ່າ, “ບ່ອນກະໂຫລກຫົວ.”)
\v 23 ພວກເຂົາໄດ້ເອົາເຫລົ້າອະງຸ່ນ ປົນກັບເຄື່ອງຢາຊະນິດຫນຶ່ງ ໃຫ້ພຣະອົງດື່ມ, ແຕ່ພຣະອົງບໍ່ຍອມດື່ມ.
\v 24 ພວກເຂົາໄດ້ຄຶງ ພຣະອົງໃສ່ໄມ້ກາງແຂນໄວ້ແລ້ວ ພວກເຂົາກໍເອົາເຄື່ອງນຸ່ງຂອງພຣະອົງມາຈົກສະຫລາກ ແບ່ງປັນກັນເພື່ອຈະຮູ້ວ່າຜູ້ໃດຈະໄດ້ຜືນໃດ.
\s5
\v 25 ເປັນຊົ່ວໂມງທີ່ສາມທີ່ ພວກເຂົາຄຶງພຣະອົງທີ່ໄມ້ກາງແຂນ.
\v 26 ເທິງແຜ່ນປ້າຍ ພວກເຂົາຂຽນຂໍ້ຄວາມຕໍ່ຕ້ານກ່າວຫາພຣະອົງວ່າ, “ກະສັດຂອງຊາດຢິວ.”
\v 27 ພວກເຂົາ ຍັງໄດ້ຄຶງນັກໂທດຂີ້ລັກສອງຄົນ ພ້ອມກັບພຣະອົງ ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍອີກຄົນຫນຶ່ງ.
\v 28 ຕ້ອງສຳເລັດຕາມພຣະຄັມພີທີ່ຂຽນໄວ້ວ່າ"ເພິ່ນຖືກນັບເຂົ້າກັບຄາຕະກອນ".
\s5
\v 29 ປະຊາຊົນຜູ້ທີ່ຜ່ານໄປມາ ຕ່າງກໍເວົ້າຫມິ່ນປະຫມາດ, ດູຖູກ ພຣະອົງ, ທັງສັ່ນຫົວ ແລະ ກ່າວວ່າ, “ເຮີຍ! ເຈົ້າຜູ້ທີ່ມ້າງ ພຣະວິຫານ ແລະ ຈະສ້າງຂຶ້ນໃຫມ່ໃນສາມວັນ,
\v 30 ຈົ່ງຊ່ວຍຕົນເອງໃຫ້ ພົ້ນແມ ແລະ ຈົ່ງລົງມາຈາກໄມ້ກາງແຂນແມ!”
\s5
\v 31 ໃນທຳນອງດຽວກັນ ພວກຫົວຫນ້າປະໂລຫິດ ກັບພວກ ທັມະຈານ ກໍໄດ້ພາກັນເຢາະເຢີ້ຍພຣະອົງ ໃນທ່າມກາງພວກເຂົາເອງ ເຫມືອນກັນໂດຍເວົ້າວ່າ, “ມັນຊ່ວຍຜູ້ອື່ນໃຫ້ພົ້ນໄດ້, ແຕ່ຊ່ວຍ ຕົນເອງບໍ່ໄດ້.
\v 32 ຂໍໃຫ້ພຣະຄຣິດ, ກະສັດຂອງຊາດ ອິສະຣາເອນ, ລົງມາຈາກໄມ້ກາງແຂນດຽວນີ້ເທາະ, ເພື່ອພວກເຮົາ ຈະໄດ້ເຫັນ ແລະ ໄດ້ເຊື່ອ.” ສ່ວນສອງຄົນນັ້ນ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ ພ້ອມກັບພຣະເຢຊູເຈົ້າ ກໍເວົ້າຫມິ່ນປະຫມາດ ພຣະອົງເຫມືອນກັນ.
\s5
\v 33 ໃນເວລາຊົ່ວໂມງທີຫົກ, ທົ່ວແຜ່ນດິນກໍບັງເກີດມີຄວາມມືດ ຈົນເຖິງຊົ່ວໂມງທີ່ເກົ້າ.
\v 34 ເວລາຊົ່ວໂມງທີ່ເກົ້າ ພຣະເຢຊູເຈົ້າກໍຮ້ອງດ້ວຍສຽງອັນດັງວ່າ, “ເອໂລອີ, ເອໂລອີ, ແລມາ, ສາບັກທານີ?” ຊຶ່ງແປວ່າ, “ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍເອີຍ, ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມຂ້ານ້ອຍເສັຽ?”
\v 35 ບາງຄົນໃນ ປະຊາຊົນທີ່ຢືນຢູ່ໃນທີ່ນັ້ນໄດ້ຍິນພຣະອົງຈຶ່ງເວົ້າວ່າ, “ເບິ່ງແມ! ມັນ ຮ້ອງຫາເອລີຢາ.”
\s5
\v 36 ມີຄົນຫນຶ່ງແລ່ນໄປ, ເອົາຟອງນໍ້າຈຸ່ມເຫລົ້າອະງຸ່ນສົ້ມ ແລະ ສຽບໃສ່ປາຍໄມ້ອໍ້ ແລ້ວຍື່ນຂຶ້ນໃຫ້ພຣະອົງດື່ມ ແລະ ເວົ້າວ່າ, “ໃຫ້ພວກເຮົາໄດ້ເບິ່ງເອລີຢາ ຈະມາຊ່ວຍມັນລົງຈາກໄມ້ກາງແຂນ".
\v 37 ເມື່ອພຣະເຢຊູເຈົ້າ ຮ້ອງສຽງດັງແລ້ວກໍສິ້ນລົມຫາຍໃຈ ແລະ ຕາຍ.
\v 38 ໃນຂະນະນັ້ນຜ້າກັ້ງໃນພຣະວິຫານ ໄດ້ຈີກອອກເປັນສອງຕ່ອນຕັ້ງແຕ່ເທິງຮອດລຸ່ມ.
\s5
\v 39 ເມື່ອນາຍທະຫານ ຜູ້ທີ່ຢືນຢູ່ ແລະ ສ່ອງຫນ້າ ພຣະເຢຊູເຈົ້າ ໄດ້ເຫັນພຣະອົງຕາຍໄປຢ່າງໃດ ລາວຈຶ່ງເວົ້າວ່າ, “ຈິງແທ້ແລ້ວ ທ່ານ ຜູ້ນີ້ເປັນພຣະບຸດ ຂອງພຣະເຈົ້າ.”
\v 40 ໃນທີ່ນັ້ນມີພວກແມ່ຍິງບາງຄົນທີ່ຄອຍເບິ່ງຢູ່ຫ່າງໆ ໃນພວກເຂົານັ້ນມີ: ມາຣີ ໄທມັກດາລາ, ມາຣີ (ແມ່ຂອງຢາໂກໂບ ຜູ້ນ້ອງ ແລະ ຂອງໂຢເຊກັບນາງ ຊາໂລເມ).
\v 41 ຍິງເຫລົ່ານີ້ໄດ້ຕິດຕາມ ແລະ ບົວຣະບັດ ພຣະເຢຊູເຈົ້າ ເມື່ອພຣະອົງຍັງຢູ່ໃນແຂວງຄາລີເລ ແລະ ກໍຍັງມີຍິງຄົນອື່ນອີກຫລາຍຄົນ ທີ່ໄດ້ຂຶ້ນໄປນະຄອນເຢຣູຊາເລັມ ກັບພຣະອົງກໍຢູ່ທີ່ນັ້ນເຫມືອນກັນ.
\s5
\v 42 ເມື່ອເຖິງເວລາຄໍ່າແລ້ວ, ເນື່ອງຈາກວ່າ ວັນນັ້ນເປັນວັນຈັດຕຣຽມ, ຊຶ່ງວ່າ, ເປັນວັນກ່ອນເຖິງວັນສະບາໂຕ,
\v 43 ໂຢເຊັບ ໄທ ອາຣີມາທາຍໄດ້ມາທີ່ນັ້ນ. ເພິ່ນເປັນສະມາຊິກສະພາສູງສຸດ ທີ່ມີກຽດຄົນຫນຶ່ງ, ເປັນຜູ້ທີ່ລໍຄອຍ ຖ້າການມາປາກົດ ແຫ່ງອານາຈັກຂອງພຣະເຈົ້າ. ເພິ່ນກ້າເຂົ້າໄປພົບປີລາດ ເພື່ອຂໍພຣະສົບຂອງພຣະເຢຊູເຈົ້າ.
\v 44 ແຕ່ປີລາດປະຫລາດໃຈຫລາຍ ທີ່ໄດ້ຍິນວ່າ ພຣະອົງໄດ້ຕາຍແລ້ວ; ສະນັ້ນເພິ່ນຈຶ່ງເອີ້ນນາຍທະຫານເຂົ້າມາຫາ ແລະ ຖາມວ່າພຣະອົງໄດ້ຕາຍດົນນານປານໃດແລ້ວ.
\s5
\v 45 ເມື່ອປີລາດໄດ້ຮູ້ຈາກນາຍທະຫານ ວ່າພຣະເຢຊູເຈົ້າໄດ້ຕາຍແລ້ວ, ເພິ່ນກໍໄດ້ມອບພຣະສົບຂອງພຣະເຢຊູເຈົ້າໃຫ້ແກ່ໂຢເຊັບ.
\v 46 ໂຢເຊັບໄດ້ຊື້ຜ້າປ່ານແລ້ວ. ລາວໄດ້ເອົາພຣະສົບລົງມາຈາກໄມ້ກາງແຂນ, ໃຊ້ຜ້າປ່ານນັ້ນຫໍ່ພຣະສົບ ແລະ ນຳໄປວາງໄວ້ໃນອຸໂມງຫີນທີ່ສະກັດແລ້ວ ແລະ ເພິ່ນກໍກື່ງກ້ອນຫີນໃຫຍ່ ອັດປາກອຸໂມງໄວ້.
\v 47 ສ່ວນມາຣີໄທມັກດາລາ ແລະ ມາຣີແມ່ຂອງໂຢເຊ ກໍຢູ່ທີ່ນັ້ນ ໄດ້ເຫັນບ່ອນທີ່ໄວ້ພຣະສົບຂອງພຣະເຢຊູເຈົ້າ.
\s5
\c 16
\cl ບົດທີ 16
\p
\v 1 ເມື່ອວັນສະບາໂຕຜ່ານພົ້ນໄປແລ້ວ, ມາຣີ ໄທມັກດາລາ ແລະ ມາຣີແມ່ຂອງຢາໂກໂບ, ແລະ ນາງຊາໂລເມ ກໍຊື້ເຄື່ອງຫອມ ເພື່ອເອົາ ໄປຫົດສົງພຣະສົບຂອງພຣະເຢຊູເຈົ້າ.
\v 2 ຕັ້ງແຕ່ຕອນເຊົ້າວັນທຳອິດຂອງອາທິດ, ພໍຕາເວັນຂຶ້ນ ພວກນາງກໍໄປເຖິງອຸໂມງນັ້ນ.
\s5
\v 3 ພວກນາງຖາມກັນວ່າ, “ແມ່ນຜູ້ໃດຈະກິ້ງກ້ອນຫີນນັ້ນອອກຈາກປາກອຸໂມງໃຫ້ພວກເຮົາ?”
\v 4 ພໍເມື່ອ ພວກນາງແນມເບິ່ງກໍ ເຫັນວ່າຫີນກ້ອນໃຫຍ່ນັ້ນ ຖືກກິ້ງອອກໄປແລ້ວ, ເພາະເປັນຫີນກ້ອນໃຫຍ່ຫລາຍ.
\s5
\v 5 ພວກນາງເຂົ້າໄດ້ໄປໃນອຸໂມງ ແລະ ກໍໄດ້ເຫັນຊາຍໜຸ່ມຜູ້ຫນຶ່ງ ນຸ່ງເສື້ອລ່າມສີຂາວ, ນັ່ງຢູ່ເບື້ອງຂວາ, ແລະ ພວກນາງກໍມີຄວາມສະທ້ານຢ້ານກົວຕົກໃຈຫລາຍ.
\v 6 ເພິ່ນກ່າວແກ່ພວກນາງວ່າ, “ຢ່າສູ່ຕົກໃຈເລີຍ. ພວກເຈົ້າມາຊອກຫາ ເຢຊູ, ໄທນາຊາເຣັດ, ຜູ້ ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງເປັນຄືນມາແລ້ວ! ພຣະອົງບໍ່ໄດ້ຢູ່ທີ່ນີ້. ເບິ່ງບ່ອນພວກເຂົາໄດ້ວາງພຣະສົບຂອງພຣະອົງໄວ້.
\v 7 ແຕ່ຈົ່ງໄປ, ບອກພວກສາວົກຂອງພຣະອົງ ແລະ ເປໂຕດ້ວຍວ່າ, ‘ພຣະອົງ ຈະໄປທີ່ແຂວງຄາລີເລ ກ່ອນພວກເຈົ້າທັງຫລາຍ. ໃນທີ່ນັ້ນແຫລະເຈົ້າທັງຫລາຍຈະເຫັນພຣະອົງ, ຕາມທີ່ພຣະອົງໄດ້ບອກພວກເຈົ້າໄວ້ແລ້ວ.’”
\s5
\v 8 ພວກນາງ ຟ້າວແລ່ນອອກໄປຈາກອຸໂມງນັ້ນ; ພວກເຂົາທັງວຸ້ນວາຍສັບສົນ ຕົວສັ່ນເຊັນ ແລະ ຫວາດກົວ. ພວກນາງບໍ່ໄດ້ບອກ ເລື່ອງນີ້ສູ່ຜູ້ໃດຟັງເພາະຢ້ານຫລາຍ.
\s5
\v 9 ເມື່ອຮຸ່ງເຊົ້າວັນທຳອິດຂອງອາທິດ, ຫລັງຈາກພຣະເຢຊູເຈົ້າ ເປັນຄືນມາຈາກຕາຍແລ້ວ, ພຣະອົງໄດ້ປາກົດແກ່ນາງ ມາຣີ ໄທ ມັກດາລາເປັນຜູ້ທຳອິດ, ຄືຜູ້ທີ່ພຣະອົງຊົງໄດ້ຂັບໄລ່ ຜີມານຮ້າຍ ເຈັດໂຕອອກນັ້ນ.
\v 10 ນາງຈຶ່ງໄປບອກພວກທີ່ເຄີຍ ຢູ່ກັບພຣະອົງ, ໃນຂະນະທີ່ພວກເຂົາ ກຳລັງໄວ້ທຸກ ແລະ ຮ້ອງໄຫ້ຢູ່,
\v 11 ພວກເຂົາໄດ້ຍິນວ່າພຣະເຢຊູເຈົ້າຊົງມີຊີວິດຢູ່ ແລະ ທັງໄດ້ຍິນນາງເວົ້າວ່າ ຕົນໄດ້ເຫັນພຣະອົງດ້ວຍ, ແຕ່ພວກເຂົາກໍບໍ່ໄດ້ເຊື່ອ.
\s5
\v 12 ຫລັງຈາກນັ້ນ, ແລ້ວພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະ ຫນຶ່ງທີ່ແຕກຕ່າງ ແກ່ສາວົກສອງຄົນ, ໃນຂະນະທີ່ພວກເພິ່ນກຳລັງເດີນທາງອອກໄປບ້ານນອກ.
\v 13 ພວກເພິ່ນທັງສອງໄດ້ກັບຄືນ ມາບອກສາວົກຄົນອື່ນໆ, ແຕ່ພວກສາວົກກໍຍັງບໍ່ເຊື່ອ.
\s5
\v 14 ພາຍລຸນມາ ພຣະເຢຊູເຈົ້າກໍໄດ້ປາກົດແກ່ສາວົກສິບເອັດຄົນ ໃນຂະນະທີ່ ພວກເພິ່ນກຳລັງກິນເຂົ້າຢູ່, ແລະ ພຣະອົງໄດ້ຕຳຫນິຕິຕຽນພວກເຂົາທີ່ເຊື່ອ ແລະ ມີຫົວໃຈທີ່ແຂງກະດ້າງ, ເພາະພວກເຂົາບໍ່ເຊື່ອ ພວກຄົນທີ່ໄດ້ເຫັນພຣະອົງໄດ້ຄືນພຣະຊົນຈາກຄວາມຕາຍ.
\v 15 ພຣະອົງກໍໄດ້ສັ່ງພວກເພິ່ນວ່າ, “ເຈົ້າທັງຫລາຍຈົ່ງອອກໄປ ທົ່ວໂລກ, ແລະ ເທສະຫນາຂ່າວປະເສີດ ໃຫ້ແກ່ມະນຸດທີ່ພຣະອົງຊົງສ້າງທັງຫມົດ.
\v 16 ຜູ້ທີ່ເຊື່ອ ແລະ ຮັບບັບຕິສະມາຈະໄດ້ພົ້ນຜູ້ທີ່ບໍ່ ເຊື່ອຈະຖືກໂທດ.
\s5
\v 17 ຫມາຍສຳຄັນເຫລົ່ານີ້ ຈະຕິດຕາມຄົນທີ່ເຊື່ອຄື: ພວກເຂົາຈະຂັບໄລ່ຜີມານຮ້າຍອອກໄດ້ ໃນນາມຂອງເຮົາ. ພວກເຂົາຈະເວົ້າພາສາໃຫມ່ໄດ້,
\v 18 ພວກເຂົາຈະຈັບງູດ້ວຍມືຂອງພວກເຂົາ, ແລະ ຖ້າພວກເຂົາດື່ມຂອງມີພິດ, ກໍຈະບໍ່ເປັນອັນຕະຣາຍແກ່ພວກເຂົາ. ເມື່ອ ພວກເຂົາວາງມືໃສ່ຄົນເຈັບປ່ວຍ ແລະ ພວກເຂົານັ້ນກໍຈະຫາຍດີ.”
\s5
\v 19 ຫລັງຈາກອົງພຣະຜູ້ເປັນເຈົ້າໄດ້ກ່າວແກ່ພວກເຂົາ, ແລ້ວ ພຣະອົງກໍຖືກຮັບຂຶ້ນສູ່ສະຫວັນ ແລະ ປະທັບນັ່ງທີ່ເບື້ອງຂວາ ພຣະຫັດຂອງພຣະເຈົ້າ.
\v 20 ພວກສາວົກເຫລົ່ານັ້ນກໍອອກໄປປະກາດ ຂ່າວປະເສີດທົ່ວທຸກທີ່ທຸກບ່ອນ, ໃນຂະນະອົງພຣະຜູ້ປັນເຈົ້າ ໄດ້ຮ່ວມງານກັບພວກເພິ່ນ ແລະ ໄດ້ຢັ້ງຢືນໃຫ້ເຫັນວ່າການປະກາດຂ່າວປະເສີດຂອງພວກເພິ່ນ ເປັນຄວາມຈິງແທ້ ດ້ວຍຫມາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ໄດ້ເກີດຂຶ້ນກັບພວກເພິ່ນ.