lo_ulb/41-MAT.usfm

2025 lines
352 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id MAT
\ide UTF-8
\h ມັດທາຍ
\toc1 ມັດທາຍ
\toc2 ມັດທາຍ
\toc3 mat
\mt ມັດທາຍ
\s5
\c 1
\cl ບົດທີ 1
\p
\v 1 ບັນທຶກລຳດັບບັນພະບຸຣຸດຂອງພຣະເຢຊູຄຣິດເຈົ້າ ຜູ້ເປັນເຊື້ອສາຍຂອງກະສັດດາວິດ ຜູ້ສືບເຊື້ອສາຍມາຈາກອັບຣາຮາມ.
\v 2 ອັບຣາຮາມເປັນພໍ່ຂອງອີຊາກ ແລະ ອີຊາກເປັນພໍ່ຂອງຢາໂຄບ ແລະ ຢາໂຄບເປັນພໍ່ຂອງຢູດາ ກັບບັນດາພີ່ນ້ອງຂອງລາວ.
\v 3 ຢູດາເປັນພໍ່ຂອງເປເຣັດ ກັບເຊຣາ ເຊິ່ງເກີດມາຈາກນາງ ຕາມາ, ສ່ວນເປເຣັດເປັນພໍ່ຂອງເຮຊະໂຣນ, ແລະ ເຮຊະໂຣນເປັນພໍ່ຂອງຣາມ.
\s5
\v 4 ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, ແລະ ນາໂຊນເປັນພໍ່ຂອງຊັນໂມນ.
\v 5 ຊັນໂມນເປັນພໍ່ຂອງໂບອາດ ເຊິ່ງເກີດຈາກນາງຣາຮາບ, ໂບອາດເປັນພໍ່ຂອງໂອເບັດ ເຊິ່ງເກີດຈາກນາງຣຸດ, ໂອເບັດເປັນພໍ່ຂອງເຢຊີ.
\v 6 ເຢຊີເປັນພໍ່ຂອງດາວິດ ຜູ້ຊົງເປັນກະສັດ. ດາວິດເປັນພໍ່ຂອງຊາໂລມອນ ເຊິ່ງເກີດຈາກເມັຽຂອງອຸຣິຍາ.
\s5
\v 7 ກະສັດໂຊໂລໂມນເປັນບິດາເຣໂຮໂບອາມ, ເຣໂຮໂບອາມເປັນພໍ່ຂອງອະບີຢາ, ອະບີຢາເປັນພໍ່ຂອງອາຊາ.
\v 8 ອາຊາເປັນພໍ່ຂອງເຢໂຮຊາຟັດ, ເຢໂຮຊາຟັດເປັນພໍ່ຂອງໂຢຣາມ, ແລະ ໂຢຣາມເປັນພໍ່ອຸດຊີຢາ.
\s5
\v 9 ອຸດຊີຢາເປັນພໍ່ໍຂອງໂຢທາມ, ໂຢທາມເປັນພໍ່ຂອງອາຮາດ, ອາຮາດເປັນພໍ່ຂອງເຮເຊກີຢາ.
\v 10 ເຮເຊກີຢາເປັນພໍ່ຂອງມານາເຊ, ມານາເຊເປັນພໍ່ຂອງອາໂມນ, ແລະ ອາໂມນເປັນພໍ່ຂອງໂຢສີຢາ.
\v 11 ໂຢສີຢາເປັນພໍ່ຂອງເຢໂຮຢາກິນ ແລະ ອ້າຍນ້ອງຂອງລາວ ໃນເວລາຖືກກວາດໄປຍັງນະຄອນບາບີໂລນ.`
\s5
\v 12 ພາຍຫລັງຖືກກວາດໄປຍັງນະຄອນບາບີໂລນແລ້ວ, ເຢໂຮຍອາກິນກໍກາຍເປັນພໍ່ຂອງເຊອານຕີເອນ, ເຊອານຕີເອນເປັນບັນພະບູຣຸດຂອງເຊຣຸບບາເບນ.
\v 13 ເຊຣຸບບາເບນເປັນພໍ່ຂອງອາບີອຸດ, ອາບີອຸດເປັນພໍ່ຂອງເອລີອາກິມ, ແລະ ເອລີອາກິມເປັນພໍ່ຂອງອາເຊີ,
\v 14 ແລະ ອາເຊີເປັນພໍ່ຂອງຊາດົກ, ຊາດົກເປັນພໍ່ຂອງອາກີມ, ແລະ ອາກີມເປັນພໍ່ຂອງເອລີອຸດ.
\s5
\v 15 ເອລີອຸດເປັນພໍ່ຂອງເອເລອາຊາ, ເອເລອາຊາເປັນພໍ່ຂອງມັດທານ, ແລະ ມັດທານເປັນພໍ່ຂອງຢາໂຄບ.
\v 16 ຢາໂຄບເປັນພໍ່ຂອງໂຢເຊັບ ສາມີຂອງນາງມາຣິອາ, ເຊິ່ງເປັນຜູ້ທີ່ພຣະເຢຊູຄຣິດເຈົ້າຊົງບັງເກີດດ້ວຍ, ທີ່ຊົງຖືກເອີ້ນວ່າເປັນພຣະຄຣິດເຈົ້າ.
\v 17 ນັບຕັ້ງແຕ່ດາວິດຈົນເຖິງຄາວຖືກກວາດໄປຍັງກຸງບາບີໂລນ ເປັນເວລາສິບສີ່ຊົ່ວຄົນ ແລະ ນັບຕັ້ງແຕ່ຄາວຖືກກວາດໄປຍັງນະຄອນບາບີໂລນຈົນເຖິງພຣະຄຣິດເຈົ້າ ເປັນເວລາສິບສີ່ຊົ່ວຄົນ.
\s5
\v 18 ເລື່ອງພຣະກຳເນີດຂອງພຣະເຢຊູຄຣິດເຈົ້າເປັນດັ່ງນີ້. ມານດາຂອງພຣະອົງ, ມາຣີອາ, ໄດ້ຖືກຫມັ້ນຫມາຍເພື່ອແຕ່ງງານກັບໂຢເຊັບ, ແຕ່ກ່ອນເວລາເຂົາໄດ້ເປັນຄູ່ຜົວເມັຽກັນ, ກໍປະກົດວ່ານາງມີທ້ອງແລ້ວດ້ວຍຣິດເດດພຣະວິນຍານບໍຣິສຸດເຈົ້າ.
\v 19 ສາມີຂອງນາງ, ໂຢເຊັບ, ເປັນຄົນມີສິລະທັມ, ແລະ ເພິ່ນບໍ່ຢາກໃຫ້ເລື່ອງນີ້ເປັນທີ່ອັບອາຍຂາຍຫນ້ານາງຕໍ່ຜູ້ຄົນ. ດັ່ງນັ້ນ ເພິ່ນຈິ່ງໄດ້ວາງແຜນວ່າຈະຖອນຫມັ້ນນາງຢ່າງລັບໆ.
\s5
\v 20 ແຕ່ເມື່ອໂຢເຊັບຍັງຄິດໃນເລື່ອງນີ້ຢູ່, ກໍມີເທວະດາຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບໃນຄວາມຝັນ, ກ່າວວ່າ “ໂຢເຊັບ, ບຸດດາວິດເອີຍ, ຢ່າຊູ່ຢ້ານທີ່ຈະຮັບນາງມາຣິອາມາເປັນເມັຽຂອງເຈົ້າ, ເພາະວ່າຜູ້ຊຶ່ງປະຕິສົນທິໃນທ້ອງຂອງນາງກໍເປັນໂດຍຣິດເດດພຣະວິນຍານບໍຣິສຸດເຈົ້າ.
\v 21 ນາງຈະໃຫ້ກຳເນີດລູກຊາຍ, ແລະ ເຈົ້າຈົ່ງເອີ້ນຊື່ເພິ່ນວ່າ ‘ເຢຊູ’ ເພາະວ່າທ່ານຜູ້ນີ້ແຫລະ, ຈະເປັນຜູ້ໂຜດໄພ່ພົນຂອງຕົນໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາ.
\s5
\v 22 ສິ່ງທັງປວງນີ້ເກີດຂຶ້ນເພື່ອຈະໃຫ້ສຳເລັດ ຕາມພຣະຄັມຂອງພຣະເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມ, ກ່າວວ່າ,
\v 23 "ເບິ່ງແມ, ຍິງພົມມະຈາຣີຄົນຫນຶ່ງຈະຖືພາ ແລະ ຈະປະສູດລູກຊາຍຄົນຫນຶ່ງ, ແລະ ເຂົາຈະເອີ້ນຊື່ລູກນັ້ນວ່າ "ເອມານູເອນ" - ເຊິ່ງມີຄວາມໝາຍວ່າ, “ພຣະເຈົ້າຊົງສະຖິດຢູ່ກັບພວກເຮົາ".
\s5
\v 24 ເມື່ອໂຢເຊັບຕື່ນຂຶ້ນ ແລະ ກໍໄດ້ເຮັດຕາມຄຳທີ່ທູດສະຫວັນຂອງພຣະຜູ້ເປັນເຈົ້າສັ່ງລາວ ແລະ ລາວໄດ້ຮັບເອົານາງມາຣິອາ ມາເປັນພັນຣະຍາຂອງຕົນ.
\v 25 ແຕ່ລາວບໍ່ໄດ້ສົມສູ່ຢູ່ກັບນາງຈົນນາງໄດ້ປະສູດບຸດຊາຍແລ້ວ. ແລ້ວໂຢເຊັບໄດ້ເອີ້ນຊື່ບຸດນັ້ນວ່າ “ເຢຊູ”.
\s5
\c 2
\cl ບົດທີ 2
\p
\v 1 ຫລັງຈາກພຣະເຢຊູເຈົ້າໄດ້ຊົງປະສູດຢູ່ໃນເມືອງເບັດເລເຮັມ ໃນແຂວງຢູດາຍ ເຊິ່ງຢູ່ໃນສະໄຫມຂອງກະສັດເຮໂຣດ, ກໍ່ມີພວກໂຫຣາຈານຈາກທິດຕາເວັນອອກມາຍັງນະຄອນເຢຣູຊາເລັມ, ຖາມວ່າ,
\v 2 “ກຸມມານຜູ້ເກີດມາເປັນກະສັດຂອງຄົນຊາດຢິວນັ້ນຢູ່ທີ່ໃດ? ພວກເຮົາໄດ້ເຫັນດາວຂອງເພິ່ນປະກົດຂຶ້ນໃນທິດຕາເວັນອອກ ແລະ ຈິ່ງມາເພື່ອຈະຂາບໄຫວ້ເພິ່ນ.”
\v 3 ເມື່ອກະສັດເຮໂຣດໄດ້ຍິນດັ່ງນີ້, ກໍວຸ້ນວາຍໃຈ, ແລະ ທຸກຄົນໃນນະຄອນເຢຣູຊາເລັມກໍວຸ້ນວາຍເຊັ່ນກັນ.
\s5
\v 4 ກະສັດເຮໂຣດໄດ້ນຳເອົາຫົວຫນ້າປະໂລຫິດທັງຫມົດ ແລະ ພວກນັກທັມຂອງປະຊາຊົນ, ແລະ ກະສັດຈິ່ງໄດ້ຖາມພວກເຂົາວ່າ, “ຜູ້ເປັນພຣະຄຣິດນັ້ນຈະບັງເກີດຢູ່ທີ່ໃດ?.”
\v 5 ພວກເຂົາໄດ້ຕອບວ່າ, “ໃນເມືອງເບັດເລເຮັມແຂວງຢູດາຍ, ເພາະຜູ້ປະກາດພຣະທັມໄດ້ຂຽນໄວ້ດັ່ງນີ້,
\v 6 “ແຕ່ທ່ານ, ເມືອງເບັດເລເຮັມ, ໃນແຜ່ນດິນຢູດາຍ, ທ່ານກໍບໍ່ແມ່ນຜູ້ເລັກນ້ອຍທີ່ສຸດ ໃນຖ່າມກາງພວກເຈົ້ານາຍຂອງຢູດາຍ, ເພາະວ່າຈາກທ່ານ ເຈົ້ານາຍຜູ້ຫນຶ່ງຈະອອກມາ ຜູ້ຊຶ່ງຈະປົກຄອງອິສະຣາເອນໄຜ່ພົນຂອງເຮົາ.”
\s5
\v 7 ແລ້ວເຮໂຣດໄດ້ເອີ້ນພວກໂຫຣາຈານເຂົ້າມາຫາເປັນການລັບ ເພື່ອຖາມພວກເຂົາຢ່າງຖ້ວນຖີ່ເຖິງເວລາທີ່ດາວນັ້ນໄດ້ປະກົດຂຶ້ນ.
\v 8 ແລ້ວກະສັດໄດ້ສົ່ງພວກໂຫຣາຈານໄປຍັງເບັດເລເຮັມ, ສັ່ງວ່າ, “ຈົ່ງໄປ, ແລະ ຄົ້ນຫາກຸມມານນັ້ນຢ່າງຄັກແນ່. ເມື່ອພົບແລ້ວ, ຈົ່ງກັບມາບອກເຮົາເພື່ອເຮົາຈະໄດ້ໄປຂາບໄຫວ້ທ່ານເຫມືອນກັນ.”
\s5
\v 9 ຫລັງຈາກພວກໂຫຣາຈານໄດ້ຍິນຄຳສັ່ງຂອງກະສັດດັ່ງນີ້ແລ້ວ, ພວກເຂົາກໍພາກັນອອກໄປ, ແລະ ດາວທີ່ປາກົດແກ່ພວກເຂົາໃນພາກຕາເວັນອອກນັ້ນກໍໄດ້ນຳຫນ້າເຂົາໄປ ແລະ ຈົນມາຢຸດຢູ່ບ່ອນສະຖານທີ່ກຸມມານຢູ່ນັ້ນ.
\v 10 ເມື່ອພວກໂຫຣາຈານໄດ້ເຫັນດາວນັ້ນ, ພວກເຂົາກໍມີຄວາມຊົມຊື່ນຍິນດີອັນໃຫຍ່.
\s5
\v 11 ພວກເຂົາຈິ່ງເຂົ້າໄປໃນເຮືອນ ແລະ ກໍໄດ້ພົບກຸມມານນ້ອຍກັບນາງມາຣີອາມານດາຂອງພຣະອົງ. ພວກເຂົາຈິ່ງກົ້ມລົງຂາບໄຫວ້ ແລະ ນະມັດສະການກຸມມານນັ້ນ. ພວກເຂົາໄດ້ໄຂຫີບເອົາຊັບສົມບັດຂອງເຂົາອອກມາ ແລະ ຖວາຍແກ່ກຸມມານຄື ຄຳ, ກຳຍານ, ແລະ ຢາງໄມ້ຫອມ.
\v 12 ພຣະເຈົ້າຊົງເຕືອນພວກເຂົາທາງຄວາມຝັນ ບໍ່ໃຫ້ກັບໄປຫາເຮໂຣດອີກ, ດັ່ງນັ້ນພວກເຂົາຈິ່ງກັບໄປຍັງເມືອງຂອງຕົນໂດຍທາງອື່ນ.
\s5
\v 13 ພາຍຫລັງທີ່ພວກເຂົາກັບໄປແລ້ວ, ມີທູດສະຫວັນຕົນຫນຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດແກ່ໂຢເຊັບທາງຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ, ພາກຸມມານ ແລະ ມານດາຂອງພຣະອົງ, ຫນີໄປທີ່ປະເທດເອຢິບ. ແລ້ວຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະວ່າເຮໂຣດຈະຊອກຫາກຸມມານເພື່ອຈະຂ້າເພິ່ນເສັຽ.”
\v 14 ໃນຄືນນັ້ນເອງ ໂຢເຊັບໄດ້ລຸກຂຶ້ນ ແລະ ພາກຸມມານ ແລະ ມານດາຂອງພຣະອົງ ອອກເດີນທາງໄປຍັງປະເທດເອຢິບ.
\v 15 ແລະ ໄດ້ຢູ່ທີ່ນັ້ນຈົນເຮໂຣດຕາຍໄປ. ແລ້ວສິ່ງທີ່ເກີດຂຶ້ນດັ່ງນີ້ກໍເພື່ອຈະໃຫ້ສຳເລັດ ຕາມທີ່ພຣະຜູ້ເປັນເຈົ້າໄດ້ຊົງກ່າວໄວ້ໂດຍຜູ້ປະກາດພຣະທັມວ່າ, “ເຮົາໄດ້ເອີ້ນບຸດຊາຍຂອງເຮົາອອກມາຈາກປະເທດເອຢິບ.”
\s5
\v 16 ຈາກນັ້ນເຮໂຣດ, ເມື່ອເຫັນວ່າຕົນໄດ້ຫລົງກົນພວກໂຫຣາຈານ, ກໍໃຈຮ້າຍຫລາຍ. ຈິ່ງໃຊ້ຄົນໄປຂ້າເດັກນ້ອຍຜູ້ຊາຍທັງຫມົດຕັ້ງແຕ່ອາຍຸສອງປີລົງມາ ໃນເມືອງເບັດເລເຮັມ ແລະ ສະຖານທີ່ໃກ້ຄຽງ, ໂດຍນັບຈາກເວລາທີ່ກະສັດຮັບຊາບຈາກພວກໂຫຣາຈານນັ້ນ.
\s5
\v 17 ແລ້ວກໍສຳເລັດຕາມທີ່ຊົງກ່າວໄວ້ໂດຍຜ່ານເຢເຣມີຢາ ຜູ້ປະກາດພຣະທັມວ່າ,
\v 18 “ໄດ້ຍິນສຽງດັງໃນບ້ານຣາມາ, ເປັນສຽງຮ້ອງໄຫ້ ແລະ ສຽງຮ້ອງຄວນຄາງຄັ້ງໃຫຍ່, ນາງຣາເຊັນຮ້ອງໄຫ້ນຳລູກຂອງຕົນ, ແລະ ນາງບໍ່ຮັບຟັງຄວາມເລົ້າໂລມເພາະລູກເຂົາຕາຍແລ້ວ.”
\s5
\v 19 ເມື່ອເຮໂຣດໄດ້ຕາຍ, ເບິ່ງແມ, ມີທູດສະຫວັນຕົນຫນຶ່ງຂອງພຣະຜູ້ເປັນເຈົ້າມາປະກົດແກ່ໂຢເຊັບ ທາງຄວາມຝັນໃນປະເທດເອຢິບ ແລະ ສັ່ງວ່າ,
\v 20 “ຈົ່ງລຸກຂຶ້ນ ແລະ ພາກຸມມານກັບມານດາຂອງພຣະອົງກັບຄືນໄປແຜ່ນດິນອິສະຣາເອນ, ເພາະຜູ້ທີ່ຊອກຫາຈະປະຫານຊີວິດກຸມມານນັ້ນຕາຍແລ້ວ.”
\v 21 ໂຢເຊັບຈິ່ງລຸກຂຶ້ນ, ແລະ ພາກຸມມານກັບມານດາມາຂອງພຣະອົງ, ແລະ ມາຍັງແຜ່ນດິນອິສະຣາເອນ.
\s5
\v 22 ແຕ່ເມື່ອໄດ້ຍິນຂ່າວວ່າ ອາກເຄລາວ ໄດ້ຂຶ້ນປົກຄອງແຂວງຢູດາຍແທນເຮໂຣດຜູ້ເປັນບິດາ, ໂຢເຊັບກໍຢ້ານບໍ່ກ້າໄປທີ່ນັ້ນ. ຫລັງຈາກໄດ້ຮັບຄຳເຕືອນຈາກພຣະເຈົ້າທາງຄວາມຝັນ, ໂຢເຊັບກໍເລີຍໄປຍັງແຂວງຄາລີເລ
\v 23 ແລະ ໄປອາໃສຢູ່ເມືອງໜຶ່ງຊື່ນາຊາເຣັດ. ສິ່ງນີ້ ເພື່ອຈະສຳເລັດຕາມທີ່ຊົງກ່າວໄວ້ໂດຍຜ່ານຜູ້ປະກາດພຣະທັມວ່າ, ທ່ານຈະຖືກເອີ້ນວ່າ ‘ໄທນາຊາເຣັດ’.
\s5
\c 3
\cl ບົດທີ 3
\p
\v 1 ໃນຄາວນັ້ນໂຢຮັນບັບຕິສະໂຕໄດ້ມາປະກາດໃນປ່າຖິ່ນທຸຣະກັນດານແຂວງຢູດາຍວ່າ,
\v 2 ຈົ່ງຖິ້ມໃຈເກົ່າ, ແລ້ວເອົາໃຈໃຫມ່ ແລະ ເຊົາເຮັດບາບເພາະວ່າຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.”
\v 3 ເພາະນີ້ແມ່ນໂຢຮັນຜູ້ທີ່ເອຊາຢາ ຜູ້ປະກາດພຣະທັມ, ໄດ້ກ່າວໄວ້, “ມີສຽງປ່າວໄປໃນປ່າຖິ່ນແຫ້ງແລ້ງກັນດານວ່າ, ‘ຈົ່ງຈັດແຈ່ງທາງແຫ່ງພຣະຜູ້ເປັນເຈົ້າ, ຈົ່ງເຮັດຫົນທາງຂອງພຣະອົງໃຫ້ຊື່ໄປ.’”
\s5
\v 4 ເວລານີ້ໂຢຮັນໄດ້ນຸ່ງເສື້ອຜ້າເຮັດດ້ວຍຂົນອູດ ແລະ ໃຊ້ສາຍຫນັງຮັດແອວ. ອາຫານຂອງເພິ່ນແມ່ນ ຕັກແຕນ ແລະ ນ້ຳເຜິ້ງປ່າ.
\v 5 ຂະນະນັ້ນຄົນນະຄອນເຢຣູຊາເລັມ, ຄົນທົ່ວແຂວງຢູດາຍ, ແລະ ຄົນທັງປວງທີ່ຢູ່ຕາມລຳນ້ຳຈໍແດນກໍອອກໄປຫາໂຢຮັນ.
\v 6 ແລະ ໂຢຮັນກໍໃຫ້ພວກເຂົາຮັບບັບຕິສະມາໃນແມ່ນ້ຳຈໍແດນ, ພວກເຂົາໄດ້ສາຣະພາບຄວາມຜິດບາບຂອງຕົນ.
\s5
\v 7 ແຕ່ເມື່ອໂຢຮັນເຫັນພວກຟາຣີຊາຍ ແລະ ພວກຊາດູກາຍ ຫລາຍຄົນພາກັນມາເພື່ອຈະຮັບບັບຕິສະມາ, ເພິ່ນຈິ່ງກ່າວແກ່ເຂົາວ່າ, “ພວກລູກຫລານງູພິດ, ໃຜໄດ້ບອກສູໃຫ້ປົບຫນີຈາກພຣະພິໂຣດທີ່ກຳລັງຈະມາເຖິງນັ້ນ?
\v 8 ເຫດສັນນັ້ນຈົ່ງປະຕິບັດໃຫ້ໄດ້ຜົນສົມກັບການທີ່ພວກທ່ານໄດ້ຖິ້ມໃຈເກົ່າເອົາໃຈໃຫມ່.
\v 9 ແລະ ຢ່າຕັ້ງນຶກໃນໃຈວ່າ ‘ພວກເຮົາມີອັບຣາຮາມເປັນພໍ່ຂອງພວກເຮົາ’ ເພາະເຮົາບອກພວກເຈົ້ົາວ່າ ພຣະເຈົ້າຊົງສາມາດຈະບັນດານໃຫ້ກ້ອນຫີນເຫລົ່ານີ້ເປັນລູກຫລານຂອງອັບຣາຮາມກໍໄດ້.
\s5
\v 10 ຂວານວາງໄວ້ທີ່ເຫງົ້າຕົ້ນໄມ້ແລ້ວ. ສະນັ້ນໄມ້ທຸກຕົ້ນທີ່ບໍ່ເກີດຜົນດີຈະຖືກປ້ຳ ແລ້ວໂຍນຖິ້ມໃສ່ໄຟເສັຽ.
\v 11 ຂ້າພຣະເຈົ້າໃຫ້ພວກເຈົ້້າຮັບບັບຕິສະມາດ້ວຍນ້ຳ ສຳລັບການກັບໃຈ. ແຕ່ຜູ້ທີ່ຈະມາພາຍຫລັງຂ້າພຣະເຈົ້າກໍມີີຣິດເດດກວ່າຂ້າພຣະເຈົ້າອີກ, ຊຶ່ງຂ້າພຣະເຈົ້າບໍ່ສົມຄວນຈະຈັບແມ່ນແຕ່ເກີບຂອງເພິ່ນ. ຝ່າຍຜູ້ນັ້ນຈະໃຫ້ພວກເຈົ້າຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ດ້ວຍໄຟ.
\v 12 ມືຂອງຜູ້ນັ້ນຖືດົ້ງຟັດເຂົ້າ ເພິ່ນຈະເຮັດລານນວດເຂົ້າຂອງຕົນໃຫ້ກ້ຽງດີ ແລະ ຈະຮວບຮວມເຂົ້າເມັດດີຂອງຕົນມາໃສ່ໄວ້ໃນເລົ້າ ແຕ່ເຂົ້າລີບນັ້ນ ເພິ່ນຈະເຜົາເສັຽດ້ວຍໄຟທີ່ບໍ່ຮູ້ມອດ.”
\s5
\v 13 ແລ້ວພຣະເຢຊູໄດ້ສະເດັດຈາກແຂວງຄາລີເລຈົນມາເຖິງແມ່ນໍ້າຈໍແດນເພື່ອຈະຮັບບັບຕິສະມາຈາກໂຢຮັນ.
\v 14 ແຕ່ໂຢຮັນໄດ້ພະຍາຍາມຫ້າມພຣະອົງ, ກ່າວວ່າ, “ຂ້ານ້ອຍຕ້ອງການຈະຮັບບັບຕິສະມາໂດຍທ່ານ, ແລະ ທ່ານຈະມາຫາຂ້ານ້ອຍແນວໃດ?”
\v 15 ພຣະເຢຊູໄດ້ຊົງຕອບໂຢຮັນວ່າ, “ບັດນີ້ຈົ່ງຍອມໃຫ້ເປັນໄປຢ່າງນີ້ສາ, ເພາະສົມຄວນທີ່ເຮົາຈະເຮັດຢ່າງນີ້ໃຫ້ຖືກກັບຄວາມຊອບທັມທຸກປະການ” ແລ້ວໂຢຮັນກໍຍອມ.
\s5
\v 16 ພາຍຫລັງພຣະອົງຊົງຮັບບັບຕິສະມາແລ້ວ, ພຣະເຢຊູເຈົ້າກໍສະເດັດຂຶ້ນຈາກນ້ຳທັນທີ, ແລ້ວເບິ່ງແມ, ທ້ອງຟ້າກໍໄຂອອກ ແກ່ພຣະອົງ. ພຣະອົງຊົງເຫັນພຣະວິນຍານຂອງພຣະເຈົ້າສະເດັດລົງມາເຫມືອນດັ່ງນົກເຂົາ ແລະ ມາສະຖິດຢູ່ເທິງພຣະອົງ.
\v 17 ເບິ່ງແມ, ມີພຣະສຸຣະສຽງຈາກຟ້າສະຫວັນຊົງກ່າວວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ. ເຮົາຊອບໃຈໃນຕົວທ່ານຫລາຍ.”
\s5
\c 4
\cl ບົດທີ 4
\p
\v 1 ຈາກນັ້ນພຣະວິນຍານໄດ້ຊົງພາພຣະເຢຊູເຈົ້າເຂົ້າໄປໃນປ່າ ເພື່ອມານຮ້າຍຈະໄດ້ທົດລອງພຣະອົງ.
\v 2 ເມື່ອພຣະອົງຊົງອົດອາຫານເປັນເວລາສີ່ສິບວັນສີ່ສິບຄືນແລ້ວພຣະອົງກໍຊົງຢາກອາຫານ.
\v 3 ຜູ້ທົດລອງມາຫາພຣະອົງທູນວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງສັ່ງກ້ອນຫີນເຫລົ່ານີ້ໃຫ້ກາຍເປັນອາຫານ.”
\v 4 ແຕ່ພຣະເຢຊູເຈົ້າຊົງຕອບວ່າ, “ມີຄຳຂຽນໄວ້ໃນພຣະຄັມພີວ່າ ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານພຽງສິ່ງດຽວ ແຕ່ລ້ຽງດ້ວຍຖ້ອຍຄຳທຸກຂໍ້ທີ່ອອກມາຈາກພຣະໂອດຂອງພຣະເຈົ້າ’.”
\s5
\v 5 ແລ້ວມານຮ້າຍໄດ້ນຳພຣະເຢຊູເຈົ້າໄປຍັງນະຄອນອັນສັກສິດ ແລະ ໃຫ້ພຣະອົງປະທັບຢູ່ເທິງຈຸດສູງສຸດຂອງພຣະວິຫານ.
\v 6 ແລ້ວໄດ້ທູນຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ, ຈົ່ງໂຕນລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, ‘ພຣະເຈົ້າຈະຊົງຮັບສັ່ງພວກທູດສະຫວັນເຝົ້າເບິ່ງແຍງປົກປ້ອງທ່ານ ແລະ ‘ມືຂອງທູດສະຫວັນເຫລົ່ານັ້ນຈະຮັບທ່ານໄວ້ຢ້ານວ່າຕີນຂອງທ່ານຈະຕຳຫີນ’.”
\s5
\v 7 “ແລະມີຄຳຂຽນໄວ້ໃນພຣະຄັມພີອີກວ່າ, ‘ຢ່າທົດລອງພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ’.”
\v 8 ອີກເທື່ອຫນຶ່ງມານຮ້າຍໄດ້ພາພຣະອົງຂຶ້ນເມືອເທິງພູສູງ ແລະໄດ້ສະແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງຫມົດໃຫ້ພຣະອົງເຫັນ.
\v 9 ແລ້ວໄດ້ທູນຕໍ່ພຣະອົງວ່າ, “ເຮົາຈະເອົາສິ່ງເຫລົ່ານີ້ໃຫ້ແກ່ທ່ານ ຖ້າທ່ານຈະກົ້ມກາບ ແລະ ນະມັດສະການເຮົາ.”
\s5
\v 10 ຈາກນັ້ນພຣະເຢຊູເຈົ້າຊົງຕອບມັນວ່າ, “ຊາຕານເອີຍ, ຈົ່ງຫນີໄປເສັຽ ເພາະມີຄຳຂຽນໄວ້ໃນພຣະຄັມພີວ່າ, ‘ຈົ່ງຂາບໄຫວ້ພຣະອົງຜູ້ເປັນພຣະເຈົ້າຂອງເຈົ້າ ແລະ ຮັບໃຊ້ພຣະອົງແຕ່ຜູ້ດຽວ’.”
\v 11 ແລ້ວມານຮ້າຍຈິ່ງຫນີຈາກພຣະອົງໄປ ແລະ ເບິ່ງແມ, ມີພວກທູດສະຫວັນມາປະຕິບັດຮັບໃຊ້ພຣະອົງ.
\s5
\v 12 ບັດນີ້ ເມື່ອພຣະເຢຊູເຈົ້າໄດ້ຍິນວ່າໂຢຮັນຖືກຈັບໄວ້ແລ້ວ ພຣະອົງກໍສະເດັດອອກໄປຍັງແຂວງຄາລີເລ.
\v 13 ພຣະອົງອອກຈາກເມືອງນາຊາເຣັດ ແລ້ວໄປອາໃສຢູ່ເມືອງກາເປນາອູມ ຊຶ່ງຢູ່ຕິດແຄມທະເລສາບຄາລີເລ, ໃນເຂດແດນເຊບູລູນ ແລະ ນັບທາລີ.
\s5
\v 14 ສິ່ງນີ້ເປັນໄປຕາມທີ່ຊົງກ່າວໄວ້ດ້ວຍເອຊາຢາຜູ້ປະກາດພຣະທັມຈະໄດ້ສຳເລັດຄື.
\v 15 “ແຂວງເຊບູລູນ ແລະ ແຂວງເນັບທາລີ, ຕາມທາງທະເລຟາກແມ່ນ້ຳຈໍແດນພຸ້ນ ຄືແຂວງຄາລີເລຂອງບັນດາຄົນຕ່າງຊາດ!
\v 16 ພົນລະເມືອງຜູ້ນັ່ງຢູ່ໃນຄວາມມືດ ໄດ້ເຫັນຄວາມສະຫວ່າງອັນໃຫຍ່ ແລະສຳລັບຜູ້ທີ່ນັ່ງຢູ່ໃນແດນແລະເງົາແຫ່ງຄວາມຕາຍ ກໍມີແສງສະຫວ່າງສ່ອງຂຶ້ນເທິງພວກເຂົາແລ້ວ.”
\s5
\v 17 ຕັ້ງແຕ່ນັ້ນມາພຣະເຢຊູເຈົ້າຊົງຕັ້ງຕົ້ນປ່າວປະກາດວ່າ, “ຈົ່ງກັບໃຈໃຫມ່ເພາະຣາຊະອານາຈັກສະຫວັນໄດ້ມາໃກ້ແລ້ວ.”
\s5
\v 18 ຂະນະທີ່ພຣະເຢຊູເຈົ້າສະເດັດລຽບຕາມແຄມທະເລສາບຄາລີເລ, ກໍຊົງທອດພຣະເນດເຫັນອ້າຍນ້ອງສອງຄົນ ຄືຊີໂມນທີ່ເອີ້ນວ່າເປໂຕກັບອັນເດອານ້ອງຊາຍ ກຳລັງຖິ້ມມອງລົງນ້ຳທະເລເພາະພວກເຂົາເປັນຄົນຫາປາ.
\v 19 ພຣະເຢຊູຊົງກ່າວກັບເຂົາວ່າ, “ມາ, ຈົ່ງຕາມເຮົາມາ ແລະ ເຮົາຈະບັນດານໃຫ້ພວກເຈົ້າເປັນຜູ້ຫາຄົນ”
\v 20 ໃນທັນໃດນັ້ນພວກເຂົາກໍປະມອງແລ້ວຕິດຕາມພຣະອົງໄປ.
\s5
\v 21 ຂະນະທີ່ພຣະເຢຊູເຈົ້າກຳລັງສະເດັດຕໍ່ໄປຈາກທີ່ນັ້ນ ກໍແນມເຫັນອ້າຍນ້ອງອີກສອງຄົນ ຄືຢາໂກໂບລູກເຊເບດາຍ, ແລະ ກັບໂຢຮັນຜູ້ເປັນນ້ອງຊາຍ ກຳລັງແປງມອງຢູ່ໃນເຮືອກັບເຊເບດາຍພໍ່ຂອງເຂົາ. ພຣະອົງໄດ້ຊົງເອີ້ນເອົາເຂົາ,
\v 22 ແລະ ໃນທັນໃດນັ້ນເຂົາທັງສອງກໍປະເຮືອ ແລະ ລາພໍ່ຂອງເຂົາຕາມພຣະອົງໄປ.
\s5
\v 23 ພຣະເຢຊູເຈົ້າໄດ້ສະເດັດໄປທົ່ວແຂວງຄາລີເລ, ຊົງສັ່ງສອນໃນໂຮງທັມະສາລາຂອງເຂົາ, ຊົງປະກາດຂ່າວປະເສີດເລື່ອງຣາຊະອານາຈັກສະຫວັນ, ແລະ ຊົງໂຜດພົນລະເມືອງທີ່ເຈັບໄຂ້ໄດ້ພະຍາດທຸກຢ່າງໃຫ້ດີຫມົດ.
\v 24 ຊື່ສຽງຂອງພຣະອົງກໍຊ່າລືໄປທົ່ວປະເທດຊີເຣັຽ, ແລະ ຜູ້ຄົນຈິ່ງພາຄົນປ່ວຍໄຂ້ໄດ້ພະຍາດຕ່າງ, ຄົນທີ່ທົນທຸກທໍຣະມານ, ຄົນທີ່ຜີເຂົ້າສິງ, ຄົນເປັນບ້າຫມູ ແລະ ຄົນເປັນເປັ້ຽມາຫາພຣະອົງ. ພຣະອົງກໍຊົງໂຜດໃຫ້ເຂົາດີທຸກຄົນ.
\v 25 ມີຄົນຫມູ່ໃຫຍ່ມາຈາກແຂວງຄາລີເລ, ຈາກແຂວງເດກາໂປລີ, ຈາກກຸງເຢຣູຊາເລັມ ແລະ ຢູດາຍ ແລະ ຈາກອີກຟາກຂອງແມ່ນໍ້າຈໍແດນຕ່າງກໍໄດ້ຕິດຕາມພຣະອົງໄປ.
\s5
\c 5
\cl ບົດທີ 5
\p
\v 1 ເມື່ອທອດພຣະເນດເຫັນຄົນຫລວງຫລາຍ ພຣະອົງກໍສະເດັດຂຶ້ນເທິງພູເມື່ອປະທັບລົງແລ້ວ ພວກສາວົກກໍເຂົ້າມາຫາພຣະອົງ.
\v 2 ພຣະອົງຈິ່ງຊົງ ຕັ້ງຕົ້ນສັ່ງສອນພວກເຂົາວ່າ,
\v 3 “ພຣະພອນເປັນຂອງຜູ້ໃດທີ່ຍາກຈົນໃນຈິດວິນຍານ, ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
\v 4 ພຣະພອນເປັນຂອງຜູ້ໃດທີ່ໂສກເສົ້າເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ.
\s5
\v 5 ພຣະພອນເປັນຂອງຜູ້ໃດທີ່ມີຈິດໃຈອ່ອນຫວານ, ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍຣະດົກ.
\v 6 ພຣະພອນເປັນຂອງຜູ້ໃດທີ່ມີຄວາມອຶດຫິວ ແລະ ກະຫາຍຄວາມຊອບທັມ, ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍຣິບູນ.
\v 7 ພຣະພອນເປັນຂອງຜູ້ໃດທີ່ມີໃຈກະຣຸນາກໍເປັນສຸກ, ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະຣຸນາຕອບ.
\v 8 ພຣະພອນເປັນຂອງຜູ້ໃດທີ່ມີໃຈສະອາດບໍຣິສຸດ, ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.
\s5
\v 9 ພຣະພອນເປັນຂອງຜູ້ໃດທີ່ສ້າງຄວາມສະຫງົບສຸກ, ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດຂອງພຣະອົງ.
\v 10 ພຣະພອນເປັນຂອງຜູ້ໃດທີ່ ຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທັມ, ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
\s5
\v 11 ພຣະພອນກໍເປັນຂອງພວກເຈົ້າ ເມື່ອຄົນກ່າວຂວັນນິນທາ ແລະ ຂົ່ມເຫັງເຈົ້າທັງຫລາຍ, ແລະ ຖືກກ່າວຫາຄວາມບໍ່ຈິງທຸກຢ່າງຕໍ່ພວກເຈົ້າ ເພາະເຫັນແກ່ເຮົາ.
\v 12 ຈົ່ງຊົມຊື່ນຍິນດີ ເພາະວ່າບຳເຫນັດຂອງທ່ານທັງຫລາຍມີບໍຣິບູນໃນສະຫວັນ. ເຫມືອນດັ່ງນັ້ນແຫລະ, ເພາະເຂົາໄດ້ຂົ່ມເຫັງຜູ້ປະກາດພຣະທັມທີ່ຢູ່ກ່ອນທ່ານທັງຫລາຍ.
\s5
\v 13 ທ່ານທັງຫລາຍເປັນເກືອສຳລັບໂລກ ແຕ່ຖ້າເກືອນັ້ນຈືດຈາງໄປແລ້ວ ຈະເຮັດໃຫ້ກັບເຄັມອີກໄດ້ຢ່າງໃດ? ແຕ່ນັ້ນໄປກໍບໍ່ມີປະໂຫຍດອັນໃດ ນອກຈາກຈະມີແຕ່ຈະຖິ້ມເສັຽໃຫ້ຄົນຢຽບຢ່ຳເທົ່ານັ້ນ.
\v 14 ພວກທ່ານເປັນແສງສະຫວ່າງສຳລັບໂລກ ເມືອງທີ່ຕັ້ງຢູ່ເທິງພູຈະບັງລັບໄວ້ບໍ່ໄດ້.
\s5
\v 15 ບໍ່ຫ່ອນມີຜູ້ໃດເມື່ອໄຕ້ຕະກຽງແລ້ວເອົາບຸງມາກວມ ແຕ່ຈະຕັ້ງມັນໄວ້ເທິງຮອງຕີນໂຄມ ເພື່ອໃຫ້ມັນສ່ອງແຈ້ງໄປທົ່ວທຸກຄົນທີ່ຢູ່ໃນເຮືອນນັ້ນ.
\v 16 ຈົ່ງໃຫ້ແສງສະຫວ່າງຂອງທ່ານສ່ອງແຈ້ງແກ່ຄົນທັງປວງ ໃນວິທີການທີ່ພວກເຂົາຈະເຫັນການດີທີ່ພວກທ່ານເຮັດ ແລະ ສັນຣະເສີນພຣະບິດາເຈົ້າຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະຫວັນ.
\s5
\v 17 ຢ່າຄຶດວ່າເຮົາມາລຶບລ້າງພຣະບັນຍັດ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທັມເສັຽແຕ່ຢ່າງໃດ. ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ.
\v 18 ເຮົາບອກທ່ານທັງຫລາຍຄວາມຈິງວ່າ ແມ່ນແຕ່ຟ້າສະຫວັນ ແລະ ແຜ່ນດິນໂລກຈະລ່ວງໄປ, ແຕ່ພຽງແຕ່ຈຸດ ຫລື ຂີດດຽວ ກໍຈະບໍ່ສູນຫາຍໄປຈາກພຣະບັນຍັດ, ຈົນກວ່າສິ່ງທັງປວງນັ້ນຈະສຳເລັດສົມບູນ.
\s5
\v 19 ດ້ວຍເຫດນີ້ ຫາກຜູ້ໃດໄດ້ເຮັດໃຫ້ຂໍ້ເລັກນ້ອຍທີ່ສຸດໃນບັນດາຄຳສັ່ງນີ້ພຽງຂໍ້ດຽວ ແລະ ທັງສອນຄົນອື່ນໃຫ້ເຮັດຢ່າງນັ້ນດ້ວຍ ຜູ້ນັ້ນຈະຖືກເອີ້ນວ່າຜູ້ນ້ອຍທີ່ສຸດໃນອານາຈັກສະຫວັນ. ແຕ່ຜູ້ໃດທີ່ປະຕິບັດ ແລະ ສອນຕາມພຣະບັນຍັດ ຜູ້ນັ້ນຈະຖືກເອີ້ນວ່າຜູ້ໃຫຍ່ໃນອານາຈັກສະຫວັນ.
\v 20 ເພາະເຮົາບອກທ່ານທັງຫລາຍວ່າ ຖ້າການຖືສິລະທັມຂອງທ່ານບໍ່ລື່ນກວ່າການຖືສິລະທັມຂອງພວກນັກທັມ ແລະ ພວກຟາຣີຊາຍແລ້ວ ພວກທ່ານຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ເລີຍ.
\s5
\v 21 ທ່ານທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແລ້ວແກ່ຄົນບູຮານວ່າ 'ຢ່າຂ້າຄົນ' ແລະ 'ຖ້າຜູ້ໃດຂ້າຄົນ ຜູ້ນັ້ນຈະຕ້ອງຖືກພິພາກສາລົງໂທດ’.
\v 22 ແຕ່ຝ່າຍເຮົາ ຂໍບອກທ່ານວ່າ ຜູ້ໃດຮ້າຍອ້າຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກໂທດຢ່າງຫນັກ; ແລະຜູ້ໃດຈະເວົ້າແກ່ອ້າຍນ້ອງຂອງຕົນວ່າ ‘ເຈົ້າບໍ່ມີຄ່າ’ ຜູ້ນັ້ນຈະຖືກພິພາກສາລົງໂທດຈາກສານສູງ; ແລະ ຜູ້ໃດຈະເວົ້າວ່າ ‘ເຈົ້າໂງ່ຈ້າ’ ຜູ້ນັ້ນຈະມີໂທດໃນບຶງໄຟນະລົກ.
\s5
\v 23 ດ້ວຍເຫດນີ້, ຖ້າທ່ານກຳລັງນຳເຄື່ອງຖວາຍມາເຖິງແທ່ນບູຊາ ແລ້ວຣະນຶກຂຶ້ນໄດ້ວ່າ ທ່ານມີຂໍ້ຂຸ້ນເຄືອງກັບອ້າຍນ້ອງຂອງຕົນດ້ວຍເລື່ອງໃດເລື່ອງຫນຶ່ງ.
\v 24 ຈົ່ງວາງເຄື່ອງບູຊາໄວ້ຕໍ່ຫນ້າແທ່ນນັ້ນ ກັບໄປຄືນດີກັບອ້າຍນ້ອງຜູ້ນັ້ນເສັຽກ່ອນ ແລ້ວຈິ່ງມາຖວາຍເຄື່ອງບູຊາຂອງທ່ານ.
\s5
\v 25 ໃນຂະນະທີ່ທ່ານກຳລັງໄປຂຶ້ນສານກັບລາວ ຢ້ານວ່າໂຈດນັ້ນຈະມອບທ່ານໄວ້ກັບຕຸລາການ ແລະ ຕຸລາການຈະມອບທ່ານໄວ້ກັບອຳນາດເຈົ້າຫນ້າທີ່ ແລະ ທ່ານຈະໄດ້ຖືກຂັງໄວ້ໃນຄຸກ.
\v 26 ເຮົາບອກແກ່ທ່ານຕາມຄວາມຈິງວ່າ ທ່ານຈະອອກຈາກທີ່ນັ້ນບໍ່ໄດ້ຈົນກວ່າຈະໄດ້ໃຊ້ຫນີ້ຈົນຄົບທຸກອັດກ່ອນ.
\s5
\v 27 ທ່ານເຄີຍໄດ້ຍິນຄຳທີ່ກ່າວໄວ້ວ່າ ‘ຢ່າຫລິ້ນຊູ້ສູ່ຜົວເມັຽທ່ານ.
\v 28 ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈກຳຫນັດໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ.
\s5
\v 29 ຖ້າຕາເບື້ອງຂວາຂອງທ່ານເປັນເຫດເຮັດໃຫ້ທ່ານເຮັດບາບ ຈົ່ງຄວັດອອກຖິ້ມເສັຽ ເພາະການທີ່ເສັຽອະໄວຍະວະສ່ວນຫນຶ່ງກໍດີກວ່າຫມົດທັງຕົວຈະຖືກຖິ້ມລົງໃນນະຣົກ.
\v 30 ຖ້າມືເບື້ອງຂວາຂອງທ່ານເປັນເຫດເຮັດໃຫ້ທ່ານເຮັດບາບ ຈົ່ງຕັດຖິ້ມເສັຽ ເພາະການທີ່ເສັຽອະໄວຍະວະສ່ວນຫນຶ່ງກໍດີກວ່າຫມົດທັງຕົວຈະຕ້ອງຕົກໃນນະຣົກ.
\s5
\v 31 ຍັງມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດຈະປະຮ້າງເມັຽຂອງຕົນ, ກໍໃຫ້ເຮັດຫນັງສືຢ່າຮ້າງໃຫ້ເມັຽນັ້ນ’.
\v 32 ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຖ້າຜູ້ໃດຈະປະເມັຽຂອງຕົນ ນອກຈາກຜິດສິລະທັມທາງເພດແລ້ວ ກໍທໍ່ກັບວ່າຜູ້ນັ້ນເຮັດໃຫ້ຍິງນັ້ນຖືກຜິດໃນຖານຫລິ້ນຊູ້ ແລ້ວຖ້າຜູ້ໃດຈະແຕ່ງງານກັບຍິງນັ້ນພາຍຫລັງ ກໍຖືກຜິດໃນຖານຫລິ້ນຊູ້ເຫມືອນກັນ.
\s5
\v 33 ອີກປະການຫນຶ່ງ, ທ່ານເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ ‘ຢ່າສາບານດ້ວຍຄຳສາບານບໍ່ຈິງ ແຕ່ໃຫ້ຮັກສາຄຳສາບານທີ່ທ່ານຖວາຍຕໍ່ອົງພຣະຜູ້ເປັນເຈົ້າ.
\v 34 ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ, ຢ່າສາບານເລີຍ ໂດຍອ້າງເຖິງສະຫວັນກໍດີ, ເພາະສະຫວັນເປັນຣາຊະບັນລັງຂອງພຣະເຈົ້າ,
\v 35 ຫລື ໂດຍອ້າງເຖິງແຜ່ນດິນໂລກກໍດີ, ເພາະແຜ່ນດິນໂລກເປັນທີ່ຮອງພຣະບາດຂອງພຣະອົງ; ຫລື ໂດຍອ້າງເຖິງນະຄອນເຢຣູຊາເລັມກໍດີ, ເພາະນະຄອນເຢຣູຊາເລັມເປັນທີ່ປຣະທັບຂອງພຣະມະຫາກະສັດ.
\s5
\v 36 ຫລືຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະທ່ານບໍ່ສາມາດຈະເຮັດໃຫ້ຜົມຂາວ ຫລື ດຳຈັກເສັ້ນດຽວກໍບໍ່ໄດ້.
\v 37 ແຕ່ຈົ່ງໃຫ້ຖ້ອຍຄຳຂອງພວກທ່ານເປັນດັ່ງນີ້ ‘ແມ່ນ’ ກໍວ່າ ‘ແມ່ນ’ ‘ບໍ່ແມ່ນ’ ກໍວ່າ ‘ບໍ່ແມ່ນ’ ນອກເຫນືອໄປຈາກນັ້ນຖືວ່າມາຈາກຄວາມຊົ່ວ.
\s5
\v 38 ພວກທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາແທນຕາ ແລະ ແຂ້ວແທນແຂ້ວ’.
\v 39 ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຢ່າຕໍ່ສູ້ກັບຄົນຊົ່ວ ແຕ່ຖ້າຜູ້ໃດຕົບແກ້ມເບື້ອງຂວາຂອງທ່ານຈົ່ງປິ່ນແກ້ມເບື້ອງຊ້າຍໃຫ້ຜູ້ນັ້ນເຫມືອນກັນ.
\s5
\v 40 ຖ້າຜູ້ໃດຢາກຟ້ອງທ່ານຂຶ້ນສານ ແລະ ເອົາເສື້ອຊັ້ນໃນຂອງທ່ານໄປ, ກໍຈົ່ງໃຫ້ເສື້ອຊັ້ນນອກແກ່ເພິ່ນເຫມືອນກັນ.
\v 41 ຖ້າຜູ້ໃດຈະເກນທ່ານໃຫ້ຍ່າງໄປຫນຶ່ງຫລັກ, ກໍໃຫ້ທ່ານໄປກັບເພິ່ນເຖິງສອງຫລັກ.
\v 42 ຈົ່ງໃຫ້ກັບທຸກຄົນທີ່ຂໍຈາກທ່ານ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຢາກຢືມຈາກທ່ານ.
\s5
\v 43 ທ່ານໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ ແລະ ຊັງສັດຕຣູ.
\v 44 ແຕ່ຝ່າຍເຮົາ ບອກທ່ານທັງຫລາຍວ່າ ຈົ່ງຮັກສັດຕຣູຂອງທ່ານ ຈົ່ງອ້ອນວອນສຳລັບຜູ້ທີ່ຂົ່ມເຫັງທ່ານ,
\v 45 ເພາະພຣະອົງຊົງບັນດານໃຫ້ດວງຕາເວັນຂຶ້ນສ່ອງສະຫວ່າງໃສ່ຄົນຊົ່ວ ແລະ ຄົນດີ ແລະ ຊົງໃຫ້ຝົນຕົກໃສ່ຄົນສິລະທັມກັບຄົນບໍ່ມີສິລະທັມສະເຫມີກັນ.
\s5
\v 46 ເພາະຖ້າວ່າທ່ານຮັກຄົນທັງຫລາຍທີ່ຮັກທ່ານ ແລ້ວທ່ານຈະໄດ້ຮັບບຳເຫນັດອັນໃດ? ເຖິງພວກເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື?
\v 47 ຖ້າທ່ານຄຳນັບພີ່ນ້ອງຂອງຕົນແຕ່ຝ່າຍດຽວ ແລ້ວທ່ານໄດ້ເຮັດສິ່ງໃດລື່ນຄົນອື່ນ? ແມ່ນແຕ່ຄົນຕ່າງຊາດກໍຍັງເຮັດຢ່າງນັ້ນບໍ່ແມ່ນຫລື?
\v 48 ເຫດສັນນັ້ນທ່ານທັງຫລາຍຕ້ອງເປັນຄົນດີພ້ອມ ເພາະພຣະບິດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະຫວັນຊົງເປັນຜູ້ດີພ້ອມ.
\s5
\c 6
\cl ບົດທີ 6
\p
\v 1 ທ່ານຈົ່ງຣະ­ວັງໃຫ້ດີ ຢ່າຕັ້ງຕິເຮັດເປັນຄົນຊອບທັມຕໍ່ຫນ້າຄົນອື່ນ ເພື່ອໃຫ້ພວກເຂົາໄດ້ເຫັນ ຫລື ບໍ່ດັ່ງນັ້ນແລ້ວທ່ານຈະບໍ່ໄດ້ຮັບບຳເຫນັດຈາກພຣະ­ບິ­ດາເຈົ້າຂອງທ່ານຜູ້ຊົງສະ­ຖິດຢູ່ໃນສ­ະຫວັນ.
\v 2 ເຫດສັນນັ້ນ ເມື່ອທ່ານໃຫ້ທານ, ຢ່າເປົ່າແກໄປກ່ອນຫນ້າທ່ານ ເຫມືອນດັ່ງຄົນຫນ້າຊື່ໃຈຄົດເຄີຍເຮັດໃນໂຮງທັມະເທສະຫນາ ແລະ ຕາມຖະ­ຫນົນຕ່າງໆ ເພື່ອຕົນເອງຈະໄດ້ຮັບການຍ້ອງຍໍຈາກຜູ້ຄົນ. ເຮົາບອກຄວາມຈິງກັບທ່ານວ່າ, ພວກເຂົາໄດ້ຮັບບຳ­ເຫນັດແລ້ວ.
\s5
\v 3 ແຕ່ເມື່ອໃຫ້ທານຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳ­ລັງເຮັດນັ້ນ.
\v 4 ເພື່ອທານຂອງທ່ານຈະໄດ້ເປັນການລັບ ແລະພຣະ­ບິ­ດາເຈົ້າຂອງພວກທ່ານຜູ້ຊົງເຫັນໃນທີ່ລັບ­ລີ້ຈະຊົງໂຜດປຣະ­ທານບຳ­ເຫນັດແກ່ທ່ານເອງ.
\s5
\v 5 ເມື່ອທ່ານທັງ­ຫລາຍອ້ອນ­ວອນ ຢ່າເປັນເຫມືອນຄົນຫນ້າຊື່ໃຈຄົດ, ເພາະຄົນເຫລົ່ານັ້ນມັກຢືນອ້ອນ­ວອນໃນໂຮງທັມະເທສະຫນາ ແລະຕາມແຈຖະ­ຫນົນ ເພື່ອທີ່ຈະໃຫ້ມະນຸດເຫັນພວກເຂົາ. ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳ­ເຫນັດຂອງຕົນແລ້ວ.
\v 6 ແຕ່ຝ່າຍທ່ານ, ເມື່ອຈະອ້ອນ­ວອນຈົ່ງເຂົ້າໄປໃນຫ້ອງ ຄັນອັດປະ­ຕູແລ້ວ ແລະອ້ອນ­ວອນຫາພຣະ­ບິ­ດາຂອງທ່ານຜູ້ຊົງສະ­ຖິດໃນທີ່ລັບ­ລີ້ ແລ້ວພຣະ­ບິ­ດາຂອງທ່ານຜູ້ຊົງເຫັນໃນທີ່ລັບ­ລີ້ ຈະຊົງໂຜດໃຫ້ບຳ­ເຫນັດແກ່ທ່ານ.
\v 7 ເມື່ອທ່ານອະທິຖານ, ຢ່າເວົ້າຊ້ຳຄຳເກົ່າເຫມືອນຄົນຕ່າງຊາດເຄີຍເຮັດ ເພາະເຂົາຄິດວ່າ ຖ້າເວົ້າຫລາຍຄຳພຣະເຈົ້າຈະຊົງໂຜດຮັບຟັງ.
\s5
\v 8 ດ້ວຍເຫດນີ້ຢ່າເຮັດຄືຄົນເຫລົ່ານັ້ນ ເພາະ­ວ່າສິ່ງໃດທີ່ທ່ານຕ້ອງ­ການ ພຣະ­ບິ­ດາຂອງທ່ານກໍຊົງຊາບກ່ອນພວກທ່ານທູນຂໍ.
\v 9 ສະນັ້ນຈົ່ງອ້ອນ­ວອນຕາມຢ່າງນີ້ວ່າ, ‘ຂ້າແດ່ພຣະ­ບິ­ດາເຈົ້າຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດໃນສະຫວັນ, ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ເຄົາຣົບບູຊາ.
\v 10 ຂໍໃຫ້ພຣະຣາຊອານາຈັກຂອງພຣະອົງມາຕັ້ງຢູ່. ຂໍໃຫ້ເປັນໄປຕາມນ້ຳພຣະທັຍຂອງພຣະອົງ ໃນສະຫວັນເປັນຢ່າງໃດ ກໍໃຫ້ເປັນໄປຢ່າງນັ້ນທີ່ແຜ່ນດິນໂລກ.
\s5
\v 11 ຂໍຊົງໂຜດປຣະທານອາຫານປະຈຳວັນໃຫ້ແກ່ພວກຂ້ານ້ອຍທັງຫລາຍໃນກາລະວັນນີ້.
\v 12 ຂໍຊົງໂຜດຍົກໂທດໃຫ້ຂ້ານ້ອຍເຫມືອນຂ້ານ້ອຍຍົກໂທດ ໃຫ້ແກ່ຜູ້ທີ່ເຮັດຜິດຕໍ່ຂ້ານ້ອຍນັ້ນ.
\v 13 ຂໍຢ່າພາຂ້ານ້ອຍເຂົ້າໄປໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກການຊົ່ວຮ້າຍ.'
\s5
\v 14 ເພາະ­ຖ້າທ່ານຍົກຄວາມຜິດຂອງເພື່ອນມະ­ນຸດແລ້ວ ພຣະ­ບິ­ດເຈົ້າຂອງທ່ານຜູ້ຊົງສະ­ຖິດໃນສະ­ຫວັນຈະຊົງໂຜດຍົກຄວາມຜິດຂອງທ່ານດ້ວຍ.
\v 15 ແຕ່ຖ້າທ່ານບໍ່ຍົກຄວາມຜິດຂອງເພື່ອນມະນຸດ ພຣະບິ­ດາເຈົ້າຂອງທ່ານກໍຈະບໍ່ຊົງໂຜດຍົກຄວາມຜິດຂອງທ່ານເຫມືອນກັນ.
\s5
\v 16 ຍິ່ງກວ່ານັ້ນ, ເມື່ອທ່ານຖືສິນອົດອາ­ຫານ ຢ່າເຮັດຫນ້າເສົ້າ­ຫມອງເຫມືອນຄົນຫນ້າຊື່ໃຈຄົດ, ດ້ວຍວ່າເຂົາເຮັດຫນ້າເສົ້າຫມອງເພື່ອຈະໃຫ້ມະ­ນຸດເຫັນວ່າເຂົາຖືສິນອົດອາ­ຫານ ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ເຂົາໄດ້ຮັບບຳ­ເຫນັດຂອງຕົນແລ້ວ.
\v 17 ແຕ່ຝ່າຍທ່ານ, ເມື່ອຖືສິນອົດອາ­ຫານ ຈົ່ງລ້າງຫນ້າ ແລະ ເອົານ້ຳ­ມັນທາຫົວ.
\v 18 ເພື່ອຈະບໍ່ໃຫ້ມະ­ນຸດເຫັນວ່າທ່ານຖືສິນອົດອາ­ຫານ ແຕ່ໃຫ້ປະ­ກົດແກ່ພຣະ­ບິ­ດາເຈົ້າຂອງທ່ານຜູ້ຊົງສະ­ຖິດໃນທີ່ລັບ­ລີ້ ແລະພຣະ­ບິ­ດາເຈົ້າຂອງທ່ານຜູ້ຊົງເຫັນໃນທີ່ລັບ­ລີ້ ກໍຈະຊົງໂຜດປຣະ­ທານບຳ­ເຫນັດແກ່ທ່ານ.
\s5
\v 19 ຢ່າຮິບໂຮມຊັບສົມ­ບັດໄວ້ສຳ­ລັບຕົນໃນໂລກ, ຊຶ່ງເປັນບ່ອນມອດ ແລະ ຂີ້­ຫມ້ຽງກັດກິນ, ແລະ ເປັນບ່ອນທີ່ໂຈນເຈາະເຂົ້າລັກເອົາໄດ້.
\v 20 ແຕ່ຈົ່ງຮິບໂຮມຊັບສົມ­ບັດສຳ­ລັບຕົນໄວ້ໃນສະ­ຫວັນ ບ່ອນມອດ ແລະ ຂີ້­ຫມ້ຽງກັດກິນບໍ່ໄດ້ ແລະ ທັງໂຈນເຈາະ ແລະ ລັກເອົາບໍ່ໄດ້.
\v 21 ເພາະວ່າຊັບສົມ­ບັດຂອງທ່ານຢູ່ໃສ ໃຈຂອງທ່ານກໍຢູ່ທີ່ນັ້ນດ້ວຍ.
\s5
\v 22 ດວງຕາເປັນໂຄມໄຟຂອງຮ່າງ­ກາຍ ຖ້າຕາຂອງທ່ານປົກ­ກະ­ຕິດີ ຮ່າງ­ກາຍທຸກສ່ວນກໍສະ­ຫວ່າງດີ.
\v 23 ແຕ່ຖ້າຕາຂອງທ່ານບໍ່ປົກ­ກະ­ຕິດີ ຮ່າງ­ກາຍທຸກສ່ວນຂອງທ່ານກໍມືດໄປ. ເຫດສັນ­ນັ້ນ, ຖ້າຄວາມສະ­ຫວ່າງທີ່­ຢູ່ໃນຕົວຂອງທ່ານມືດໄປ ຄວາມມືດນັ້ນຈະຫນາທຶບພຽງໃດ?
\v 24 ບໍ່ມີຜູ້ໃດສາ­ມາດເປັນຂ້າສອງເຈົ້າບ່າວສອງນາຍໄດ້ ເພາະຈະຊັງນາຍຜູ້ນີ້ ແລະ ໄປຮັກນາຍຜູ້ນັ້ນ ຫລື ຈະອຸທິດຕົນຮັບໃຊ້ນາຍຜູ້ນີ້ແລ້ວຫມິ່ນປະ­ຫມາດຜູ້ນັ້ນ ທ່ານບໍ່ສາມາດຮັບໃຊ້ພຣະ­ເຈົ້າ ແລະ ເງິນຄຳພ້ອມກັນໄດ້.
\s5
\v 25 ດ້ວຍເຫດນັ້ນ ເຮົາຈິ່ງບອກທ່ານທັງ­ຫລາຍວ່າ, ຢ່າກະວົນ­ກະ­ວາຍເຖິງຊີ­ວິດຂອງຕົນວ່າ ຈະກິນຫຍັງ ຈະດື່ມຫຍັງ ຫລື ກະວົນ­ກະ­ວາຍເຖິງຮ່າງ­ກາຍຂອງຕົນວ່າ ຈະນຸ່ງຫຍັງ. ເພາະຊີ­ວິດກໍມີຄ່າລື່ນກວ່າອາ­ຫານ ແລະ ຮ່າງ­ກາຍກໍມີຄ່າລື່ນກວ່າເຄື່ອງ­ນຸ່ງຫົ່ມບໍ່ແມ່ນຫລື?
\v 26 ຈົ່ງເບິ່ງນົກເທິງອາກາດມັນບໍ່ໄດ້ຫວ່ານ, ບໍ່ໄດ້ກ່ຽວ ບໍ່ໄດ້ເກັບໂຮມໃສ່ເລົ້າໄວ້ ແຕ່ພຣະ­ບິ­ດາເຈົ້າຂອງທ່ານຜູ້ຊົງສະຖິດຢູ່ໃນສະ­ຫວັນກໍຍັງຊົງລ້ຽງພວກມັນ. ພວກທ່ານປະ­ເສີດຫລາຍກວ່ານົກບໍ່ແມ່ນຫລື?
\s5
\v 27 ແລ້ວມີໃຜໃນພວກທ່ານໂດຍຄວາມກະ­ວົນ­ກະ­ວາຍອາດຕໍ່ຊີ­ວິດຂອງຕົນໃຫ້ຍາວອອກໄປອີກຈັກສອກຫນຶ່ງໄດ້?
\v 28 ເປັນຫຍັງທ່ານທັງ­ຫລາຍຈິ່ງກະ­ວົນ­ກະ­ວາຍເຖິງເຄື່ອງ­ນຸ່ງຫົ່ມ? ຈົ່ງສັງ­ເກດເບິ່ງດອກໄມ້ໃນທົ່ງ ວ່າມັນຈະ­ເຣີນໃຫຍ່ຂຶ້ນຢ່າງ­ໃດ ມັນບໍ່ໄດ້ເຮັດການ, ບໍ່ໄດ້ເຂັນ­ຝ້າຍ.
\v 29 ແຕ່ເຮົາບອກທ່ານທັງຫລາຍວ່າ, ເຖິງແມ່ນກະ­ສັດໂຊ­ໂລ­ໂມນ ເມື່ອບໍ­ຣິ­ບູນດ້ວຍສະ­ຫງ່າຣາ­ສີຂອງທ່ານ ກໍຍັງບໍ່ງາມທໍ່ດອກໄມ້ເຫລົ່ານີ້ດອກຫນຶ່ງ.
\s5
\v 30 ຖ້າພຣະ­ເຈົ້າຊົງຕົບແຕ່ງຫຍ້າທີ່ທົ່ງຢ່າງນັ້ນ ຊຶ່ງເປັນຢູ່ມື້­ນີ້ ແລະມື້ອື່ນຕ້ອງຖືກຖິ້ມໃສ່ເຕົາ­ໄຟ, ພຣະ­ອົງຈະບໍ່ຊົງຕົບແຕ່ງທ່ານຫລາຍກວ່ານັ້ນອີກຫລື, ໂອຜູ້ມີຄວາມເຊື່ອນ້ອຍເອີຍ?
\v 31 ເຫດສັນ­ນັ້ນຢ່າກະ­ວົນ­ກະ­ວາຍວ່າ ແລະເວົ້າວ່າ ‘ພວກເຮົາຈະກິນຫຍັງ, ຈະດື່ມຫຍັງ ຫລືຈະນຸ່ງຫົ່ມຫຍັງ?
\s5
\v 32 ເພາະ­ຄົນຕ່າງຊາດສະ­ແຫວງ­ຫາສິ່ງຂອງທັງປວງນີ້, ແລະພຣະ­ບິ­ດາເຈົ້າຂອງທ່ານທັງ­ຫລາຍຜູ້ຊົງສະ­ຖິດຢູ່ໃນສະ­ຫວັນ ຊົງຮູ້ແລ້ວວ່າພວກທ່ານຕ້ອງ­ການສິ່ງທັງປວງເຫລົ່ານີ້.
\v 33 ແຕ່ກ່ອນອື່ນ, ທ່ານທັງ­ຫລາຍຈົ່ງສະ­ແຫວງ­ຫາຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າ ແລະຄວາມຊອບທັມຂອງພຣະ­ອົງກ່ອນ. ແລ້ວພຣະ­ອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ.
\v 34 ເຫດສັນ­ນັ້ນ, ຢ່າກະ­ວົນ­ກະ­ວາຍເຖິງມື້­ອື່ນ, ເພາະ­ວ່າມື້­ອື່ນຄົງມີ­ການກະ­ວົນ­ກະ­ວາຍສຳ­ລັບມັນເອງ ຄວາມ­ທຸກໃນວັນໃດກໍພໍ­ແລ້ວໃນວັນນັ້ນ.
\s5
\c 7
\cl ບົດທີ 7
\p
\v 1 ຢ່າກ່າວໂທດໃສ່ຜູ້ອື່ນ ແລະທ່ານຈະບໍ່ຖືກກ່າວໂທດ.
\v 2 ເພາະວ່າທ່ານຈະກ່າວໂທດໃສ່ຜູ້ອື່ນຢ່າງ­ໃດ, ທ່ານກໍຈະຖືກກ່າວໂທດຢ່າງນັ້ນ, ແລະທ່ານຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ, ທ່ານກໍຈະຖືກຕວງດ້ວຍເຄື່ອງຜອງອັນນັ້ນເຊັ່ນກັນ.
\s5
\v 3 ເປັນຫຍັງທ່ານຈິ່ງຫລຽວເຫັນຂີ້ເຫຍື້ອທີ່­ຢູ່ໃນຕາພີ່ນ້ອງຂອງທ່ານ ແຕ່ໄມ້ທັງທ່ອນທີ່­ຢູ່ໃນຕາຂອງຕົວທ່ານບໍ່ຮູ້­ສຶກ?
\v 4 ເປັນສັນໃດທ່ານຈິ່ງກ່າວແກ່ພີ່­ນ້ອງຂອງທ່ານວ່າ ‘ໃຫ້ຂ້ອຍເຂັ່ຽຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ແຕ່ເບິ່ງແມ, ໄມ້ທັງທ່ອນມີຢູ່ໃນຕາຂອງທ່ານເອງ?
\v 5 ຄົນຫນ້າຊື່ໃຈຄົດເອີຍ! ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງທ່ານກ່ອນ ແລ້ວຈິ່ງຈະເຂັ່ຽຂີ້ເຫຍື້ອອອກຈາກຕາຂອງພີ່ນ້ອງຂອງທ່ານໄດ້ຢ່າງຊັດເຈນ.
\s5
\v 6 ຢ່າເອົາຂອງປະ­ເສີດໃຫ້ແກ່ຫມາ, ຢ່າໂຍນໄຂ່ມຸກຂອງທ່ານໃສ່ຕໍ່­ຫນ້າຫມູ. ຢ້ານວ່າມັນຈະຢຽບຢ່ຳເສັຽ, ແລະຈະຕ່າວມາຂົບຈີກທ່ານອອກເປັນປ່ຽງໆດ້ວຍ.
\s5
\v 7 ຈົ່ງຫມັ່ນຂໍແລ້ວຈະຊົງປຣະ­ທານໃຫ້. ຈົ່ງຫມັ່ນຊອກແລ້ວຈະພົບ. ຈົ່ງຫມັ່ນເຄາະແລ້ວຈະຊົງໄຂໃຫ້.
\v 8 ເພາະ­ທຸກຄົນທີ່ຫມັ່ນຂໍກໍໄດ້ຮັບ ແລະທຸກຄົນທີ່ຫມັ່ນຊອກກໍພົບ; ແລະທຸກຄົນທີ່ຫມັ່ນເຄາະກໍຊົງໄຂໃຫ້.
\v 9 ຫຼືໃນພວກທ່ານມີຜູ້ໃດແດ່ ຖ້າລູກຂໍເຂົ້າປັ້ນຫນຶ່ງຈະບໍ່ໄດ້ເອົາກ້ອນຫີນໃຫ້ຕີ້?
\v 10 ຫລືຖ້າລູກຂໍປາ, ຈະບໍ່ໄດ້ເອົາງູໃຫ້ຕີ້?
\s5
\v 11 ເຫດສັນ­ນັ້ນ, ຖ້າພວກທ່ານຜູ້ເປັນຄົນຊົ່ວ ຍັງຮູ້­ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ແລ້ວພຣະ­ບິ­ດາເຈົ້າຂອງທ່ານຜູ້ຊົງສະ­ຖິດຢູ່ໃນສະຫວັນ ຈະຊົງປຣະ­ທານຂອງດີແກ່ຜູ້ທີ່ຂໍຈາກພຣະ­ອົງຫລາຍກວ່ານັ້ນອີກຈັກເທົ່າ­ໃດ?
\v 12 ດ້ວຍເຫດນີ້, ສິ່ງໃດກໍ່ຕາມທີ່ທ່ານປາ­ຖນາໃຫ້ເຂົາເຮັດແກ່ທ່ານ ທ່ານຈົ່ງເຮັດກັບເຂົາທຸກປະ­ການເຫມືອນກັນ ເພາະອັນນັ້ນຄືພຣະ­ບັນ­ຍັດແລະຄຳສັ່ງ­ສອນຂອງບັນ­ດາຜູ້ປະ­ກາດພຣະ­ທັມ.
\s5
\v 13 ເພາະ­ວ່າປະ­ຕູກວ້າງແລະທາງກວ້າງ­ຂວາງນັ້ນນຳ­ໄປເຖິງຄວາມຈິບ­ຫາຍ ມີຫລາຍຄົນເຂົ້າໄປຕາມທາງນັ້ນ.
\v 14 ເພາະ­ວ່າປະ­ຕູທີ່ນຳ­ໄປສູ່ຊີ­ວິດກໍຄັບແລະທາງກໍແຄບ, ແລະບໍ່ມີຫລາຍຄົນພົບທາງນັ້ນ.
\s5
\v 15 ຈົ່ງຣະ­ວັງຜູ້ປະ­ກາດພຣະ­ທັມປອມ ທີ່ສວມສະພາບເຫມືອນແກະມາຫາທ່ານ ແຕ່ທີ່ຈິງແລ້ວພາຍໃນເຂົາເປັນຫມາ­ໄນຕົວຮ້າຍ.
\v 16 ທ່ານຈະຮູ້­ຈັກເຂົາໄດ້ດ້ວຍຜົນຂອງເຂົາ ເຂົາເຄີຍເກັບຫມາກອະງຸ່ນຈາກເຄືອມີຫນາມຫລື ແລະເຂົາເຄີຍເກັບຫມາກ­ເດື່ອເທດຈາກຕົ້ນມີຫນາມຫລື?
\v 17 ເຊັ່ນດຽວກັນນີ້, ໄມ້ດີທຸກຕົ້ນຍ່ອມເກີດຜົນດີ ແຕ່ຕົ້ນ­ໄມ້ບໍ່ດີກໍເກີດຜົນບໍ່ດີ.
\s5
\v 18 ຕົ້ນ­ໄມ້ດີຈະເກີດຜົນບໍ່ດີບໍ່ໄດ້ ຫລືຕົ້ນ­ໄມ້ບໍ່ດີຈະເກີດຜົນດີກໍບໍ່ໄດ້.
\v 19 ໄມ້ທຸກຕົ້ນທີ່ບໍ່­ເກີດຜົນດີຕ້ອງຖືກປ້ຳຖິ້ມໃສ່ໄຟເສັຽ.
\v 20 ເຫດສັນ­ນັ້ນ, ພວກທ່ານຈະຮູ້­ຈັກເຂົາໄດ້ດ້ວຍຜົນຂອງເຂົາ.
\s5
\v 21 ບໍ່ແມ່ນຫມົດທຸກຄົນທີ່ກ່າວແກ່ເຮົາວ່າ, ‘ພຣະ­ອົງເຈົ້າ, ພຣະ­ອົງເຈົ້າ’ ແລ້ວຈະເຂົ້າໃນອານາຈັກສະ­ຫວັນ, ແຕ່ເຂົ້າໄດ້ແຕ່ຜູ້ທີ່ເຮັດຕາມນ້ຳພຣະ­ທັຍພຣະ­ບິ­ດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະ­ຫວັນເທົ່ານັ້ນ.
\v 22 ຫລາຍຄົນຈະຮ້ອງໃສ່ເຮົາໃນວັນນັ້ນວ່າ ‘ພຣະ­ອົງເຈົ້າ, ພຣະ­ອົງເຈົ້າ ພວກຂ້ານ້ອຍໄດ້ປະ­ກາດພຣະທັມໃນພຣະ­ນາມຂອງພຣະ­ອົງ, ໄດ້ຂັບໄລ່ຜີອອກໃນພຣະ­ນາມຂອງພຣະ­ອົງ ແລະໄດ້ເຮັດການອິດ­ທິ­ຣິດຫລາຍປະ­ການໃນພຣະ­ນາມຂອງພຣະ­ອົງບໍ່ແມ່ນຫລື?
\v 23 ແລ້ວເມື່ອ­ນັ້ນເຮົາຈະໄດ້ປະ­ກາດແກ່ເຂົາຢ່າງເປີດເຜີຍວ່າ ‘ເຮົາບໍ່ຮູ້­ຈັກພວກເຈົ້າຈັກເທື່ອ, ຈົ່ງຜ່າຍຫນີໃຫ້ພົ້ນຈາກເຮົາ, ເຈົ້າຜູ້ເຮັດການຊົ່ວຮ້າຍເອີຍ.
\s5
\v 24 ເຫດສັນ­ນັ້ນ, ທຸກຄົນທີ່ຟັງຄຳເຫລົ່ານີ້ຂອງເຮົາແລະປະ­ຕິ­ບັດຕາມ ຄົນນັ້ນກໍປຽບເຫມືອນຄົນສະ­ຫລາດ ທີ່ກໍ່­ສ້າງເຮືອນຂອງຕົນເທິງດານຫີນ.
\v 25 ຝົນກໍຕົກ, ນ້ຳກໍນອງ, ແລະລົມກໍພັດປະທະເຮືອນນັ້ນ ແຕ່ເຮືອນນັ້ນກໍບໍ່ພັງເພລົງ ເພາະຮາກມັນຕັ້ງຢູ່ເທິງຫີນ.
\s5
\v 26 ແຕ່ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາແລະບໍ່ເຊື່ອຟັງຖ້ອຍຄຳເຫຼົ່ານີ້ ກໍປຽບເຫມືອນຄົນໂງ່ທີ່ກໍ່­ສ້າງເຮືອນຂອງຕົນເທິງຫາດຊາຍ.
\v 27 ຝົນກໍຕົກ, ນ້ຳກໍນອງ, ແລະລົມກໍພັດປະທະເຮືອນນັ້ນ, ແລະເຮືອນນັ້ນກໍເພ­ພັງລົງ ແລະການເພ­ພັງຂອງມັນກໍເປັນການໃຫຍ່ຫລວງ.”
\s5
\v 28 ຢູ່ມາເມື່ອພຣະ­ເຢຊູເຈົ້າຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ປະຊາ­ຊົນທັງປວງກໍປະ­ຫລາດໃຈໃນການສັ່ງ­ສອນຂອງພຣະອົງ,
\v 29 ເພາະ­ວ່າພຣະອົງຊົງສັ່ງ­ສອນເຂົາເຫມືອນຜູ້ມີຣິດອຳ­ນາດ, ແລະບໍ່ເຫມືອນພວກທັມະຈານຂອງພວກເຂົາ.
\s5
\c 8
\cl ບົດທີ 8
\p
\v 1 ເມື່ອພຣະ­ເຢຊູເຈົ້າສະ­ເດັດລົງມາຈາກພູແລ້ວ ປະ­ຊາ­ຊົນຫລວງ­ຫລາຍໄດ້ຕິດ­ຕາມພຣະ­ອົງໄປ.
\v 2 ເບິ່ງແມ, ມີຄົນຂີ້­ທູດຜູ້ຫນຶ່ງເຂົ້າມາຂາບລົງທູນພຣະ­ອົງວ່າ, “ນາຍເອີຍ, ຖ້າທ່ານພໍ­ໃຈກໍອາດຈະເຮັດໃຫ້ຂ້ານ້ອຍດີສະ­ອາດໄດ້.”
\v 3 ພຣະເຢຊູຄຣິດເຈົ້າ ຈິ່ງຊົງຢຽດພຣະຫັດອອກຖືກຄົນນັ້ນແລະຊົງກ່າວວ່າ, “ເຮົາພໍ­ໃຈແລ້ວ ຈົ່ງດີສະອາດເສັຽ” ແລ້ວຄົນຜູ້ນັ້ນກໍດີພະຍາດຂີ້­ທູດໂດຍທັນ­ທີ.
\s5
\v 4 ພຣະ­ເຢຊູເຈົ້າຊົງກ່າວແກ່ຜູ້ນັ້ນວ່າ, “ຣະ­ວັງຢ່າບອກໃຫ້ຜູ້ໃດຟັງ ແຕ່ຈົ່ງໄປສະ­ແດງຕົວຕໍ່ປະ­ໂລ­ຫິດ ແລະຖວາຍເຄື່ອງບູ­ຊາຕາມໂມ­ເຊໄດ້ສັ່ງໄວ້ ເພື່ອເປັນຫລັກຖານຕໍ່ເຂົາ.”
\s5
\v 5 ມີນາຍ­ຮ້ອຍທະ­ຫານຜູ້ຫນຶ່ງມາອ້ອນ­ວອນພຣະ­ອົງ,
\v 6 ທູນວ່າ, “ພຣະອົງເຈົ້າເອີຍ, ຄົນໃຊ້ຂອງຂ້າ­ນ້ອຍນອນປວ່ຍຢູ່ທີ່ເຮືອນເຂົາເປັນເປັ້ຽແລະທົນທຸກເວດ­ທະ­ນາຫລາຍ.”
\v 7 ພຣະ­ເຢຊູເຈົ້າຊົງບອກກັບນາຍ­ຮ້ອຍນັ້ນວ່າ, “ເຮົາຈະໄປຮັກສາໃຫ້ລາວຫາຍດີ.”
\s5
\v 8 ນາຍຮ້ອຍທູນຕອບພຣະອົງວ່າ“ອົງພຣະຜູ້ເປັນເຈົ້າ, ຂ້າ­ນ້ອຍເປັນຄົນບໍ່ສົມ­ຄວນທີ່ຈະໃຫ້ທ່ານເຂົ້າໄປລຸ່ມຫລັງ­ຄາເຮືອນຂອງຂ້າ­ນ້ອຍ, ຂໍທ່ານກ່າວເທົ່ານັ້ນຄົນໃຊ້ຂອງຂ້ານ້ອຍກໍຈະດີພະ­ຍາດ.
\v 9 ເຫດວ່າຂ້າ­ນ້ອຍເປັນຄົນຢູ່ໃຕ້ວິ­ໄນທະຫານ ແລະຍັງມີທະຫານຢູ່ໃຕ້ບັງ­ຄັບບັນ­ຊາຂອງຂ້າ­ນ້ອຍອີກ, ຂ້າ­ນ້ອຍສັ່ງແກ່ຄົນນັ້ນວ່າ ‘ໄປ’ ເຂົາກໍໄປ ແລະສັ່ງຄົນນີ້ວ່າ ‘ມາ’ ເຂົາກໍມາ ແລະບອກແກ່ຄົນໃຊ້ຂອງຂ້າ­ນ້ອຍວ່າ ‘ຈົ່ງເຮັດສິ່ງນີ້’ ເຂົາກໍເຮັດ.”
\v 10 ເມື່ອພຣະ­ເຢຊູເຈົ້າຊົງໄດ້ຍິນດັ່ງ­ນັ້ນກໍປະ­ຫລາດໃຈ, ແລະ ຊົງກ່າວກັບຄົນທັງ­ຫລາຍທີ່ຕິດ­ຕາມພຣະ­ອົງມາວ່າ, “ເຮົາບອກທ່ານທັງ­ຫລາຍຕາມຄວາມຈິງວ່າ ເຮົາບໍ່ພົບຜູ້ໃດມີຄວາມເຊື່ອໃຫຍ່ທໍ່ນີ້ ໃນພວກອິ­ສະຣາ­ເອນເລີຍ.
\s5
\v 11 ເຮົາບອກທ່ານທັງ­ຫລາຍວ່າ ຈະມີຫລາຍຄົນຈາກທິດຕາເວັນອອກແລະທິດຕາ­ເວັນ­ຕົກ ແລ້ວພວກເຂົາຈະນັ່ງຮ່ວມໂຕະອາຫານກັບອັບ­ຣາ­ຮາມ, ອີ­ຊາກ, ແລະຢາ­ໂຄບໃນອານາຈັກສະຫວັນ.
\v 12 ແຕ່ຝ່າຍຊາວອານາຈັກແຜ່ນ­ດິນນັ້ນຈະຖືກຖິ້ມອອກໄປໃນທີ່ມືດພາຍນອກ ທີ່ນັ້ນຈະມີສຽງຮ້ອງ­ໄຫ້ແລະຂົບແຂ້ວຢູ່.”
\v 13 ພຣະ­ເຢຊູເຈົ້າຊົງບອກແກ່ນາຍຮ້ອຍຜູ້ນັ້ນວ່າ, “ຈົ່ງກັບເມືອເຖີດ ເພາະທ່ານເຊື່ອ ກໍຈະສຳເລັດຕາມທີ່ທ່ານຂໍ” ແລ້ວຄົນໃຊ້ຜູ້ນັ້ນກໍໄດ້ດີເປັນປົກ­ກະ­ຕິໃນໂມງນັ້ນ.
\s5
\v 14 ເມື່ອພຣະ­ເຢຊູເຈົ້າໄດ້ສະ­ເດັດເຂົ້າໄປໃນເຮືອນຂອງເປ­ໂຕ ພຣະອົງເຫັນແມ່ເຖົ້າຂອງເປ­ໂຕນອນເປັນໄຂ້ຢູ່.
\v 15 ພຣະ­ເຢຊູເຈົ້າຊົງຈັບມື­ນາງແລ້ວຄວາມໄຂ້ກໍຫາຍ. ຈາກນັ້ນນາງຈິ່ງລຸກ­ຂຶ້ນບົວ­ລະ­ບັດພຣະ­ອົງ.
\s5
\v 16 ເມື່ອຄ່ຳມາ ຝູງປະຊາຊົນໄດ້ພາຄົນທີ່ມີຜີຮ້າຍສິງຢູ່ຫລາຍຄົນມາຫາພຣະ­ອົງ. ພຣະ­ອົງກໍຊົງຂັບໄລ່ຜີຮ້າຍເຫລົ່າ­ນັ້ນອອກດ້ວຍຄຳສັ່ງຂອງພຣະ­ອົງ ແລະບັນ­ດາຄົນເຈັບປ່ວຍທັງຫລາຍນັ້ນ ພຣະ­ອົງກໍໄດ້ຊົງໂຜດໃຫ້ດີ.
\v 17 ທັງນີ້ເພື່ອຈະໃຫ້ສຳ­ເລັດຕາມທີ່ຊົງກ່າວໄວ້ໂດຍເອ­ຊາ­ຢາຜູ້ປະ­ກາດພຣະ­ທັມວ່າ, “ທ່ານໄດ້ແບກເອົາຄວາມເຈັບໄຂ້ ແລະຫອບເອົາພະຍາດຂອງເຮົາໄປ.”
\s5
\v 18 ບັດນີ້ເມື່ອພຣະ­ເຢຊູເຈົ້າຊົງເຫັນປະ­ຊາ­ຊົນຫລວງຫລາຍອ້ອມຮອບພຣະອົງຢູ່ ພຣະອົງກໍໄດ້ຊົງສັ່ງໃຫ້ຂ້ວາມໄປຟາກໜຶ່ງຂອງທະເລສາບຄາລີເລ.
\v 19 ຈາກທີ່ນັ້ນ ມີນັກ­ທັມຜູ້ຫນຶ່ງມາຫາພຣະ­ເຢຊູເຈົ້າແລະເວົ້າວ່າ, “ອາຈານເອີຍ, ທ່ານຈະໄປທີ່ໃດ ຂ້ານ້ອຍຈະຕິດຕາມທ່ານໄປທີ່ນັ້ນ.”
\v 20 ພຣະ­ເຢຊູເຈົ້າຊົງຕອບວ່າ, “ຫມາຈິກ­ຈອກກໍມີຮູ ແລະນົກປ່າກໍຍັງມີຮັງ ແຕ່ບຸດມະ­ນຸດບໍ່ມີບ່ອນຈະວາງຫົວລົງ.”
\s5
\v 21 ມີອີກຜູ້ຫນຶ່ງໃນພວກສິດຂອງພຣະ­ເຢຊູເຈົ້າມາທູນພຣະ­ອົງວ່າ, ພຣະອົງເຈົ້າເອີຍ, ຂໍໂຜດອະ­ນຸ­ຍາດໃຫ້ຂ້າ­ນ້ອຍໄປຝັງສົບພໍ່ຂອງຂ້າ­ນ້ອຍເສັຽກ່ອນ.”
\v 22 ແຕ່ພຣະ­ເຢຊູເຈົ້າຊົງຕອບວ່າ, “ຈົ່ງຕິດ­ຕາມເຮົາມາເສັຽ ແລະປະໃຫ້ຄົນຕາຍຝັງກັນເອງເທາະ.”
\s5
\v 23 ເມື່ອພຣະ­ເຢຊູເຈົ້າສະ­ເດັດລົງເຮືອ ພວກສາວົກຂອງພຣະ­ອົງກໍຕິດ­ຕາມພຣະ­ອົງໄປ.
\v 24 ເບິ່ງແມ, ບັງ­ເກີດມີພາຍຸລູກໃຫຍ່ເກີດທີ່ກາງທະເລ ຈົນເຮືອຖືກຄື້ນປະທະ ແຕ່ພຣະເຢຊູເຈົ້າຊົງບັນ­ທົມຫລັບຢູ່.
\v 25 ພວກສາວົກໄດ້ມາປຸກພຣະ­ອົງທູນວ່າ, ພຣະອົງເຈົ້າເອີຍ, ຊ່ວຍພວກຂ້ານ້ອຍແດ່ທ້ອນ ເພາະພວກຂ້ານ້ອຍກຳ­ລັງຈະຕາຍຢູ່ແລ້ວ.”
\s5
\v 26 ພຣະ­ເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ໂອ ຄົນມີຄວາມເຊື່ອນ້ອຍເອີຍ, ເປັນຫຍັງພວກເຈົ້າຈິ່ງຢ້ານ?” ແລ້ວພຣະ­ອົງຊົງລຸກຂຶ້ນຫ້າມລົມແລະຟອງນຳ້ໃຫ້ຢຸດ. ແລ້ວທຸກຢ່າງກໍສະ­ຫງົບງຽບ.
\v 27 ຄົນເຫລົ່າ­ນັ້ນກໍພາ­ກັນອັດ­ສະ­ຈັນໃຈ ແລະ ເວົ້າກັນວ່າ, “ທ່ານຜູ້ນີ້ເປັນໃຜນໍ ຈົນວ່າລົມ ແລະຟອງນ້ຳທະ­ເລກໍຍອມຟັງເພິ່ນ?”
\s5
\v 28 ເມື່ອພຣະເຢຊູເຈົ້າສະ­ເດັດຂ້ວາມຟາກໄປເຖິງຟາກຫນຶ່ງ ແລະມາເຖິງເຂດແດນຄາ­ດາ­ຣາ, ມີສອງຄົນທີ່ມີຜີສິງຢູ່ອອກຈາກປ່າ­ຊ້າມາພົບພຣະ­ອົງ ແລະພວກເຂົາໂຫດ­ຮ້າຍຫລາຍຈົນບໍ່ມີຜູ້ໃດອາດທຽວທາງນັ້ນໄດ້.
\v 29 ເບິ່ງແມ, ພວກເຂົາຮ້ອງໃສ່ພຣະ­ອົງທູນວ່າ, “ພຣະບຸດຂອງພຣະເຈົ້າເອີຍ, ທ່ານມາຫຍຸ້ງກ່ຽວກັບເຮົາດ້ວຍເຫດໃດ? ທ່ານມາທີ່ນີ້ເພື່ອຈະມາທໍ­ຣະ­ມານເຮົາກ່ອນເວ­ລາກຳ­ນົດຫລື?”
\s5
\v 30 ໃນຂະນະນັ້ນ ມີຫມູຝູງໃຫຍ່ກຳ­ລັງຫາກິນຢູ່ບໍລິເວນ ບໍ່ໄກຈາກພວກເຂົາ.
\v 31 “ຖ້າທ່ານຂັບໄລ່ພວກຂ້ານອ້ຍອອກໄປຂໍໃຫ້ພວກຂ້ານ້ອຍເຂົ້າໄປສິງຢູ່ໃນຝູງຫມູນັ້ນທ້ອນ.”
\v 32 ພຣະ­ເຢຊູເຈົ້າຊົງບອກຜີເຫລົ່າ­ນັ້ນວ່າ, “ໄປ” ຜີເຫລົ່າ­ນັ້ນກໍອອກໄປ ແລະເຂົ້າສິງຢູ່ໃນຝູງຫມູ ແລະເບິ່ງແມ, ຫມູທັງຝູງນັ້ນໄດ້ຟ້າວແລ່ນລົງຈາກຕາຫລິ່ງຊັນໂຕນໃສ່ທະ­ເລຕາຍດິກນ້ຳຫມົດ.
\s5
\v 33 ຝ່າຍຄົນລ້ຽງຫມູກໍພາ­ກັນປົບຫນີ ແລະເມື່ອພວກເຂົາເຂົ້າໄປໃນເມືອງ ພວກເຂົາເລົ່າບັນດາເຫດການຊຶ່ງເປັນໄປນັ້ນ ກັບເຫດທີ່ເກີດຂຶ້ນແກ່ຄົນທີ່ມີຜີສິງຢູ່.
\v 34 ເບິ່ງແມ, ຄົນທັງເມືອງກໍພາ­ກັນອອກມາຫາພຣະ­ເຢຊູເຈົ້າ. ເມື່ອພົບພຣະ­ອົງແລ້ວ, ພວກເຂົາຈິ່ງອ້ອນ­ວອນທູນຂໍໃຫ້ພຣະ­ອົງອອກໄປເສັຽຈາກເຂດແດນຂອງພວກເຂົາ.
\s5
\c 9
\cl ບົດທີ 9
\p
\v 1 ຝ່າຍພຣະ­ເຢຊູເຈົ້າໄດ້ສະ­ເດັດລົງເຮືອຂ້າມຟາກໄປຍັງເມືອງຂອງພຣະອົງ.
\v 2 ເບິ່ງແມ, ເຂົາຫາມຄົນເປັ້ຽຜູ້ຫນຶ່ງຊຶ່ງນອນຢູ່ເທິງທີ່ນອນມາຫາພຣະ­ອົງ. ເມື່ອພຣະ­ເຢຊູເຈົ້າຊົງເຫັນຄວາມເຊື່ອຂອງເຂົາ ຈິ່ງຊົງກ່າວແກ່ຄົນເປັ້ຽນັ້ນວ່າ, “ລູກເອີຍ, ຈົ່ງຊື່ນໃຈເຖີ້ນຜິດບາບຂອງເຈົ້າໄດ້ຮັບການອະ­ພັຍແລ້ວ.”
\s5
\v 3 ເບິ່ງແມ, ພວກທັມະຈານບາງຄົນເວົ້າກັນວ່າ, “ຜູ້ນີ້ກຳລັງເວົ້າຫມິ່ນ­ປະ­ຫມາດພຣະ­ເຈົ້າ.”
\v 4 ຝ່າຍພຣະ­ເຢຊູເຈົ້າຊົງຮູ້ຄວາມຄຶດຂອງເຂົາຈິ່ງຊົງກ່າວວ່າ, “ຍ້ອນເຫດໃດທ່ານທັງຫລາຍຈິ່ງຄິດຄວາມຊົ່ວໃນໃຈ?
\v 5 ທີ່ຈະວ່າ ‘ຜິດບາບຂອງເຈົ້າໄດ້ຮັບການອະ­ພັຍແລ້ວ’ ຫລືຈະວ່າ ‘ຈົ່ງລຸກ­ຂຶ້ນແລະຍ່າງໄປເຖີ້ນ’ ອັນໃດຈະງ່າຍກວ່າກັນ?
\v 6 ບຸດມະ­ນຸດມີສິດອຳ­ນາດເທິງແຜ່ນດິນໂລກທີ່ຈະໃຫ້ອະ­ພັຍຄວາມຜິດບາບໄດ້...” ພຣະ­ອົງຈິ່ງຊົງກ່າວກັບຄົນເປັ້ຽນັ້ນວ່າ, “ຈົ່ງລຸກ­ຂຶ້ນຍົກເອົາບ່ອນນອນຂອງເຈົ້າໄປບ້ານສາ.”
\s5
\v 7 ແລ້ວຄົນເປັ້ຽນັ້ນກໍລຸກ­ຂຶ້ນເມືອເຮືອນຂອງຕົນ.
\v 8 ເມື່ອປະ­ຊາ­ຊົນເຫັນດັ່ງ­ນີ້ແລ້ວ ພວກເຂົາກໍປະຫລາດໃຈ ແລະຈິ່ງພາ­ກັນສັນຣະ­ເສີນພຣະ­ເຈົ້າຜູ້ຊົງປຣະ­ທານຣິດອຳ­ນາດດັ່ງ­ນັ້ນແກ່ມະ­ນຸດ.
\v 9 ຂະນະທີ່ພຣະ­ເຢຊູເຈົ້າກຳ­ລັງສະເດັດຈາກບ່ອນນັ້ນໄປ ພຣະ­ອົງຊົງເຫັນຊາຍຜູ້ຫນຶ່ງຊື່ມັດ­ທາຍນັ່ງຢູ່ດ່ານພາ­ສີ ພຣະອົງຊົງກ່າວແກ່ຜູ້ນັ້ນວ່າ, “ຈົ່ງຕາມເຮົາມາ” ເພິ່ນກໍລຸກ­ຂຶ້ນ ແລະຕາມພຣະອົງໄປ.
\s5
\v 10 ເມື່ອພຣະ­ເຢຊູເຈົ້າຮ່ວມຮັບປະທານອາ­ຫານຄ່ຳຢູ່ໃນເຮືອນຂອງມັດທາຍ, ເບິ່ງແມ, ມີຄົນເກັບພາ­ສີແລະຄົນນອກສິລະທັມຫລາຍຄົນເຂົ້າມານັ່ງ ຮ່ວມໂຕະກັບພຣະ­ເຢຊູເຈົ້າແລະພວກສິດຂອງພຣະ­ອົງ.
\v 11 ເມື່ອພວກຟາ­ຣີຊາຍເຫັນດັ່ງ­ນັ້ນກໍພາ­ກັນຖາມພວກສິດຂອງພຣະ­ອົງວ່າ, “ເປັນຫຍັງອາ­ຈານຂອງພວກເຈົ້າຈິ່ງຮັບປະທານອາຫານ ຮ່ວມກັບຄົນເກັບພາ­ສີແລະຄົນນອກສິລະທັມເຫລົ່ານັ້ນ?”
\s5
\v 12 ສ່ວນພຣະ­ເຢຊູເຈົ້າ ເມື່ອຊົງໄດ້ຍິນດັ່ງ­ນັ້ນແລ້ວຈິ່ງຊົງກ່າວວ່າ, “ຄົນທີ່ຮ່າງກາຍແຂງແຮງບໍ່ຕ້ອງ­ການຫມໍ, ແຕ່ຄົນເຈັບກໍຕ້ອງການຫມໍ.
\v 13 ທ່ານທັງ­ຫລາຍຈົ່ງໄປຮຽນຂໍ້ນີ້ໃຫ້ເຂົ້າ­ໃຈທີ່ວ່າ ‘ເຮົາປະ­ສົງຄວາມເມດຕາແລະບໍ່ປະ­ສົງເຄື່ອງບູ­ຊາ’ ເພາະເຮົາບໍ່ໄດ້ມາເພື່ອຈະເອີ້ນເອົາຄົນສິລະທັມ ແຕ່ມາເອີ້ນເອົາຄົນນອກສິລະທັມ.”
\s5
\v 14 “ເຫດໃດພວກຂ້າ­ນ້ອຍແລະພວກຟາ­ຣີ­ຊາຍຈິ່ງຖືສິນອົດອາຫານຢູ່ເລື້ອຍ, ແຕ່ພວກສິດຂອງທ່ານບໍ່ຖື.”
\v 15 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ຜູ້ທີ່ມາຮ່ວມງານແຕ່ງງານຈະຕ້ອງໂສກເສົ້າ ເມື່ອເຈົ້າບ່າວຍັງຢູ່ກັບເຂົາບໍ? ແຕ່ມື້ນັ້ນຈະມາເມື່ອເຈົ້າບ່າວຖືກຍົກຍ້າຍຈາກເຂົາໄປ ແລ້ວເມື່ອ­ນັ້ນພວກເຂົາຈະຖືສິນອົດອາ­ຫານ.
\s5
\v 16 ບໍ່­ຫ່ອນມີຜູ້ໃດເອົາຕ່ອນຜ້າໃຫມ່ມາຕາບເສື້ອເກົ່າ, ເພາະຕ່ອນຜ້າໃຫມ່ທີ່ນຳມາຕາບຈະເຮັດເປັນຮອຍຂາດກວ້າງອອກຕື່ມອີກ.
\s5
\v 17 ຫລືບໍ່ມີໃຜທີ່ເທເຫລົ້າແວງໃຫມ່ມາໃສ່ໄວ້ໃນຖົງຫນັງເກົ່າ. ຖ້າເຮັດຢ່າງນັ້ນ, ຖົງຫນັງຈະຂາດແລະເຫລົ້າແວງຈະຮົ່ວອອກ, ແລະທັງຖົງຫນັງກໍຈະເສັຽໄປເຫມືອນກັນ, ແຕ່ເຂົາເອົາເຫລົ້າແວງໃຫມ່ໃສ່ໄວ້ໃນຖົງຫນັງໃຫມ່ ແລ້ວທັງສອງຢ່າງກໍຢູ່ດີດ້ວຍກັນ."
\s5
\v 18 ຂະນະທີ່ພຣະ­ເຢຊູເຈົ້າກຳ­ລັງກ່າວຖ້ອຍຄຳເຫລົ່ານີ້ແກ່ເຂົາຢູ່, ເບິ່ງແມ, ມີເຈົ້ານາຍຢິວຜູ້ຫນຶ່ງໄດ້ມາຄຸເຂົ່າຂາບຕໍ່ຫນ້າພຣະ­ອົງ ທູນວ່າ, “ລູກສາວຂອງຂ້າ­ນ້ອຍຫາກໍສິ້ນໃຈຕາຍ ແຕ່ຂໍເຊີນທ່ານໄປວາງມືໃສ່ນາງດ້ວຍເຖີ້ນ ແລ້ວນາງຈະຄືນມີຊີ­ວິດອີກ.”
\v 19 ແລ້ວພຣະ­ເຢຊູເຈົ້າຊົງລຸກຂຶ້ນສະ­ເດັດຕາມນາຍຜູ້ນັ້ນໄປພ້ອມດ້ວຍພວກລູກສິດຂອງພຣະອົງ.
\s5
\v 20 ໃນຂະນະນັ້ນ ມີຜູ້­ຍິງຄົນຫນຶ່ງເປັນພະ­ຍາດເລືອດຕົກໄດ້ສິບສອງປີມາແລ້ວ, ນາງໄດ້ຫຍັບເຂົ້າມາເບື້ອງຫລັງພຣະເຢຊູເຈົ້າແລ້ວບາຍແຄມເຄື່ອງທົງຂອງພຣະ­ອົງ.
\v 21 ເພາະນາງຄິດໃນໃຈວ່າ, “ຖ້າເຮົາໄດ້ບາຍແຕ່ເສື້ອຂອງເພິ່ນເທົ່ານັ້ນ ເຮົາກໍຈະດີພະ­ຍາດ.”
\v 22 ແລ້ວຊົງກ່າວວ່າ, “ລູກຍິງເອີຍ, ຈົ່ງຊື່ນໃຈເຖີ້ນ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ.” ແລະທັນໃດນັ້ນນາງກໍດີປົກ­ກະ­ຕິ.
\s5
\v 23 ເມື່ອພຣະ­ເຢຊູເຈົ້າສະ­ເດັດໄປເຖິງເຮືອນນາຍຜູ້ນັ້ນ ກໍຊົງເຫັນພວກຄົນເປົ່າປີ່ ແລະກັບຝູງຄົນອຶກກະທຶກກັນຢູ່.
\v 24 ພຣະ­ອົງຈິ່ງຊົງກ່າວແກ່ເຂົາວ່າ, “ຈົ່ງຖອຍອອກໄປເສັຽ, ເພາະວ່າສາວນ້ອຍຄົນນີ້ບໍ່ໄດ້ຕາຍດອກ, ແຕ່ຫລັບຢູ່ເທົ່ານັ້ນ.” ແຕ່ພວກເຂົາພາກັນຫົວ­ຂວັນພຣະອົງ.
\s5
\v 25 ເມື່ອຝູງຄົນໄດ້ຖືກຂັບໄລ່ອອກຫມົດແລ້ວ, ພຣະ­ອົງໄດ້ສະເດັດເຂົ້າໄປໃນຫ້ອງ ແລະຈັບມືຂອງນາງ, ແລະນາງກໍລຸກຂຶ້ນ.
\v 26 ຂ່າວກ່ຽວກັບເລື່ອງນີ້ກໍຊ່າ­ລືໄປທົ່ວເຂດແດນນັ້ນ.
\s5
\v 27 ຂະນະທີ່ພຣະ­ເຢຊູເຈົ້າສະ­ເດັດຈາກບ່ອນນັ້ນໄປ, ກໍມີຄົນຕາບອດສອງຄົນຕິດຕາມພຣະ­ອົງ. ພວກເຂົາຮ້ອງຢູ່ຕະຫລອດທາງວ່າ, “ບຸດດາວິດເອີຍ, ໂຜດເມດຕາພວກຂ້າ­ນ້ອຍແດ່ທ້ອນ!”
\v 28 ເມື່ອພຣະເຢຊູເຈົ້າສະ­ເດັດເຂົ້າໄປໃນເຮືອນແລ້ວ ຊາຍຕາບອດສອງຄົນນັ້ນກໍເຂົ້າມາຫາພຣະ­ອົງ. ພຣະ­ເຢຊູເຈົ້າຊົງຖາມເຂົາວ່າ, “ພວກເຈົ້າເຊື່ອວ່າເຮົາອາດຈະເຮັດການນີ້ໄດ້ຫລື?” ພວກເຂົາກໍຕອບພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍເຊື່ອ.”
\s5
\v 29 ຈາກນັ້ນພຣະເຢຊູເຈົ້າຊົງບາຍຕາຂອງເຂົາພ້ອມກັບຊົງກ່າວວ່າ, “ໃຫ້ເປັນໄປຕາມຄວາມເຊື່ອຂອງເຈົ້າ,”
\v 30 ແລະຕາຂອງພວກເຂົາກໍເປີດອອກເຫັນ­ຮຸ່ງ ແລ້ວພຣະ­ເຢຊູເຈົ້າຊົງສັ່ງຫ້າມເຂົາຢ່າງແຂງ­ແຮງວ່າ, “ຈົ່ງຣະ­ວັງຢ່າໃຫ້ຜູ້ໃດຮູ້ເລື່ອງນີ້ເດັດຂາດ.”
\v 31 ແຕ່ເມື່ອຊາຍທັງສອງຈາກໄປ ແລ້ວພວກເຂົາ ກໍປະກາດຂ່າວກ່ຽວກັບ ພຣະອົງໃຫ້ຊ່າລືໄປທົ່ວທັງຂົງເຂດນັ້ນ.
\s5
\v 32 ໃນຂະ­ນະທີ່ຊາຍທັງສອງກຳ­ລັງອອກໄປ, ເບິ່ງແມ, ມີຜູ້ພາຄົນປາກ­ກືກຜູ້ຫນຶ່ງທີ່ມີຜີສິງຢູ່ມາຫາພຣະເຢຊູເຈົ້າ.
\v 33 ເມື່ອຜີນັ້ນຖືກຂັບໄລ່ອອກແລ້ວ ຄົນປາກ­ກືກກໍປາກໄດ້. ຝູງຄົນທັງຫລາຍກໍອັດ­ສະ­ຈັນໃຈເວົ້າກັນວ່າ, “ສິ່ງນີ້ບໍ່ເຄີຍປະ­ກົດເຫັນຈັກເທື່ອໃນຊາດອິ­ສະຣາ­ເອນ,”
\v 34 ແຕ່ພວກຟາ­ຣີ­ຊາຍເວົ້າວ່າ, “ຄົນນີ້ຂັບໄລ່ຜີອອກໄດ້ດ້ວຍຣິດຂອງນາຍຜີຮ້າຍ.”
\s5
\v 35 ພຣະ­ເຢຊູເຈົ້າໄດ້ສະ­ເດັດໄປທົ່ວທຸກເມືອງ ແລະທຸກບ້ານ. ພຣະອົງຊົງສັ່ງ­ສອນໃນໂຮງທັມະສາລາຂອງພວກເຂົາ, ຊົງປະກາດຂ່າວປະ­ເສີດຂອງ­ອາ­ນາ­ຈັກສະຫວັນ, ແລະ ຊົງໂຜດຮັກສາຄົນມີພະ­ຍາດ ແລະ ຄວາມ­ເຈັບໄຂ້ທຸກຢ່າງໃຫ້ດີຫມົດ.
\v 36 ເມື່ອພຣະ­ອົງຊົງເຫັນປະ­ຊາ­ຊົນຫລວງ­ຫລາຍກໍຊົງສົງ­ສານເຂົາ, ເພາະເຂົາຖືກລົບກວນແລະຂາດກຳລັງໃຈ. ພວກເຂົາເປັນເຫມືອນຝູງແກະທີ່ບໍ່ມີຜູ້ລ້ຽງ.
\s5
\v 37 ພຣະ­ອົງຊົງກ່າວແກ່ພວກລູກສິດຂອງພຣະ­ອົງວ່າ, “ເຂົ້າທີ່ຈະກ່ຽວນັ້ນກໍຫລາຍແທ້ ແຕ່ຄົນງານມີຫນ້ອຍຢູ່.
\v 38 ເພາະສັນ­ນັ້ນ ພວກທ່ານຈົ່ງອ້ອນ­ວອນຜູ້ເປັນເຈົ້າຂອງນາ ໃຫ້ຈ້າງຄົນງານມາໃນການເກັບກ່ຽວພືດຜົນຂອງຕົນເສັຽ.”
\s5
\c 10
\cl ບົດທີ 10
\p
\v 1 ພຣະ­ເຢຊູເຈົ້າຊົງເອີ້ນສາ­ວົກສິບສອງຄົນຂອງພຣະອົງມາພ້ອມກັນ ແລະຊົງປຣະ­ທານໃຫ້ເຂົາມີອຳ­ນາດເຫນືອຜີຖ່ອຍຮ້າຍ, ເພື່ອຂັບໄລ່ມັນອອກໄດ້ ແລະເພື່ອໃຫ້ພະ­ຍາດທັງຄວາມ­ເຈັບໄຂ້ທຸກຢ່າງດີໄດ້.
\s5
\v 2 ບັດນີ້ ພວກອັກຄະສາ­ວົກສິບສອງຄົນມີຊື່ດັ່ງ­ນີ້: ຜູ້ທຳອິດຊື່ ຊີ­ໂມນທີ່ເອີ້ນວ່າເປ­ໂຕ ກັບອັນ­ເດ­ອານ້ອງຊາຍຂອງລາວ, ຢາໂກ­ໂບລູກເຊ­ເບ­ດາຍ ກັບໂຢ­ຮັນນ້ອງຊາຍຂອງລາວ;
\v 3 ຟີລິບ ແລະ ບາຣະໂທໂລ­ມາຍ, ໂທ­ມາ ແລະ ມັດ­ທາຍຜູ້ເກັບພາ­ສີ. ຢາ­ໂກ­ໂບລູກອາລະຟາຍແລະທາ­ດາຍ,
\v 4 ຊີ­ໂມນພັກຊາດນິ­ຍົມ ແລະ ຢູ­ດາອິ­ສະ­ກາ­ຣີອົດ, ຜູ້ທີ່ທໍ­ຣະຍົດຕໍ່ພຣະ­ອົງ.
\s5
\v 5 ພວກສິບສອງຄົນນີ້ພຣະ­ເຢຊູເຈົ້າຊົງໃຊ້ໃຫ້ອອກໄປ ແລະຊົງສັ່ງເຂົາວ່າ, “ຢ່າໄດ້ເຂົ້າໄປໃນເມືອງຂອງພວກຕ່າງຊາດ ແລະຢ່າເຂົ້າໄປໃນເມືອງໃດຂອງຊາວຊາ­ມາ­ເຣັຽ.
\v 6 ແຕ່ຈົ່ງໄປຫາຝູງແກະທີ່ເສັຽຄືຕະກູນອິ­ສະຣາ­ເອນ;
\v 7 ໃນຂະ­ນະທີ່ພວກທ່ານໄປຈົ່ງປະກາດວ່າ ‘ອານາ­ຈັກສະ­ຫວັນມາໃກ້ແລ້ວ.
\s5
\v 8 ຈົ່ງຮັກສາຄົນເຈັບໄຂ້ໃຫ້ດີ, ຄົນຕາຍແລ້ວຈົ່ງໃຫ້ເປັນຄືນມາ, ຄົນຂີ້­ທູດຈົ່ງໃຫ້ດີສະ­ອາດ, ແລະຈົ່ງຂັບໄລ່ຜີຮ້າຍອອກເສັຽ. ທ່ານທັງຫລາຍໄດ້ຮັບລ້າ ໆ ຈົ່ງໃຫ້ລ້າ ໆ.
\v 9 ຢ່າເອົາເງິນ, ຫລືຄຳ, ຫລືທອງແດງໃສ່ໄວ້ໃນກະ­ເປົາຂອງທ່ານ.
\v 10 ຢ່ານຳຖົງສິ່ງຂອງໃດໆໄປ, ຢ່າເອົາເສື້ອສອງໂຕ, ຫລືເກີບ, ຫລືໄມ້­ເທົ້າ, ເພາະ­ວ່າຄົນງານກໍສົມ­ຄວນຈະໄດ້ຮັບອາ­ຫານຂອງຕົນ.
\s5
\v 11 ເມື່ອພວກທ່ານເຂົ້າໄປໃນບ້ານໃດຫລືເມືອງໃດກໍຕາມ, ຈົ່ງເບິ່ງວ່າຜູ້ໃດເປັນຜູ້ເຫມາະສົມ­ ແລະໃຫ້ໄປອາໃສຢູ່ກັບຜູ້ນັ້ນຈົນກວ່າຈະອອກໄປ.
\v 12 ຂະ­ນະເມື່ອທ່ານເຂົ້າໄປເຮືອນໃດຈົ່ງຄຳນັບໄທເຮືອນນັ້ນ.
\v 13 ຖ້າຄົວເຮືອນນັ້ນສົມ­ຄວນຮັບພຣະພອນ ກໍໃຫ້ຄວາມສະຫງົບສຸກຂອງທ່ານຢູ່ກັບເຮືອນນັ້ນ ແຕ່ຖ້າຄົວເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ຄວາມສະ­ຫງົບສຸກນັ້ນກັບຄືນມາ­ສູ່ທ່ານອີກ.
\s5
\v 14 ຖ້າຜູ້ໃດບໍ່ຕ້ອນ­ຮັບພວກທ່ານຫລືບໍ່ຟັງຄຳຂອງທ່ານ, ເມື່ອທ່ານອອກຈາກເຮືອນນັ້ນຫລືເມືອງນັ້ນ, ຈົ່ງສັ່ນຂີ້­ຝຸ່ນທີ່ຕິດຕີນຂອງທ່ານອອກເສັຽ.
\v 15 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນວັນພິພາກສາໂທດຂອງເມືອງໂຊ­ໂດມ ແລະ ເມືອງໂກໂມຣາ ຈະເບົາກວ່າໂທດຂອງເມືອງນັ້ນ.
\s5
\v 16 ເບິ່ງເເມ, ເຮົາໃຊ້ພວກທ່ານໄປເຫມືອນດັ່ງແກະຢູ່ທ່າມກາງຝູງຫມາ­ໄນ, ສະນັ້ນຈົ່ງສະ­ຫລາດເຫມືອນງູ ແລະ ອ່ອນສຸພາບເຫມືອນນົກເຂົາ.
\v 17 ຣະວັງໃຫ້ດີ! ເພາະເຂົາຈະມອບທ່ານກັບສານສູງ ແລະ ພວກເຂົາຈະຂ້ຽນທ່ານໃນໂຮງທັມະເທສະ­ຫນາຂອງເຂົາ.
\v 18 ແລ້ວທ່ານຈະຖືກນຳຕົວໄປຫາເຈົ້າເມືອງ ແລະ ກະ­ສັດເພາະເຫັນ­ແກ່ເຮົາ, ເພື່ອໃຫ້ເປັນພະ­ຍານແກ່ພວກເຂົາ ແລະ ແກ່ຄົນຕ່າງຊາດ.
\s5
\v 19 ເມື່ອພວກເຂົາມອບທ່ານໄວ້ນັ້ນ, ຢ່າຄິດອຸກໃຈວ່າຈະເວົ້າຢ່າງ­ໃດຫລືຈະກ່າວອັນໃດ, ເພາະ­ໃນເວລານັ້ນເອງພຣະ­ເຈົ້າຈະຊົງປຣະ­ທານຄຳເວົ້າໃຫ້ແກ່ທ່ານ.
\v 20 ເພາະບໍ່ແມ່ນພວກທ່ານເອງຈະເປັນຜູ້ກ່າວ ແຕ່ແມ່ນພຣະ­ວິນ­ຍານແຫ່ງພຣະ­ບິ­ດາເຈົ້າຂອງພວກທ່ານຊົງເປັນຜູ້ກ່າວຜ່ານທ່ານ.
\s5
\v 21 ອ້າຍກັບນ້ອງຕ່າງຄົນກໍຈະມອບເຊິ່ງກັນແລະກັນໃຫ້ເຖີງແກ່ຄວາມຕາຍ, ແລະພໍ່ຈະມອບລູກ. ສ່ວນລູກກໍຈະລຸກຂຶ້ນຕໍ່­ສູ້ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ.
\v 22 ທຸກຄົນຈະກຽດຊັງທ່ານເພາະນາມຂອງເຮົາແຕ່ຜູ້ໃດທີ່ອົດທົນໄດ້ເຖິງທີ່ສຸດ, ຜູ້ນັ້ນຈະໄດ້ລອດພົ້ນ.
\v 23 ເມື່ອເຂົາຂົ່ມ­ເຫັງພວກທ່ານໃນເມືອງຫນຶ່ງ ຈົ່ງຫນີໄປຍັງເມືອງອື່ນ ເພາະເຮົາບອກພວກທ່ານຕາມຄວາມຈິງວ່າ ພວກທ່ານຈະບໍ່ໄປທົ່ວເມືອງຕ່າງໆທັງໝົດໃນຊາດອິ­ສະຣາ­ເອນ ກ່ອນທີ່ບຸດມະ­ນຸດຈະມາ.
\s5
\v 24 ລູກສິດບໍ່ຫ່ອນໃຫຍ່ກວ່າຄຣູ, ຫຼື ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.
\v 25 ໃຫ້ສິດສະເຫມີກັບຄຣູ ແລະ ຂ້ອຍໃຊ້ສະເຫມີກັບນາຍຂອງຕົນກໍພໍ­ດີແລ້ວ. ຖ້າເຂົາໄດ້ເອີ້ນເຈົ້າເຮືອນວ່າ ເບ­ເອນ­ເຊ­ບູນ ເຂົາກໍຈະເອີ້ນໄທເຮືອນຫລາຍກວ່ານັ້ນອີກຫລາຍເທົ່າ­ໃດນໍ!
\s5
\v 26 ສະນັ້ນຈົ່ງຢ່າຢ້ານພວກເຂົາເພາະ­ວ່າບໍ່ມີສິ່ງໃດປົກບັງໄວ້ທີ່ຈະບໍ່ເປີດ­ເຜີຍ, ແລະສິ່ງລັບລີ້ທີ່ບໍ່ປະ­ກົດໃຫ້ຮູ້.
\v 27 ສິ່ງທີ່ເຮົາກ່າວແກ່ພວກທ່ານໃນທີ່ມືດ ພວກທ່ານຈົ່ງກ່າວໃນທີ່ແຈ້ງ, ແລະ ສິ່ງທີ່ພວກທ່ານໄດ້ຍິນຈາກສຽງຊິ່ມ ຈົ່ງປ່າວປະ­ກາດເທິງຫລັງ­ຄາເຮືອນ.
\s5
\v 28 ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງ­ກາຍ ແຕ່ຈະຂ້າຈິດວິນຍານບໍ່ໄດ້ ແຕ່ຈົ່ງຢ້ານພຣະ­ເຈົ້າຜູ້ຊົງຣິດທີ່ອາດໃຫ້ທັງຈິດວິນຍານແລະຮ່າງ­ກາຍຈິບ­ຫາຍໃນຫມໍ້ນະ­ຣົກ.
\v 29 ນົກກະຈອກສອງໂຕຖືກຂາຍລາຄາຫລຽນດຽວບໍ່ແມ່ນບໍ? ເຖິງປານນັ້ນ ນົກນັ້ນແມ່ນແຕ່ໂຕດຽວຈະຕົກ­ລົງດິນກໍບໍ່ໄດ້ ຖ້າພຣະ­ບິ­ດາເຈົ້າຂອງທ່ານບໍ່ຊົງເຫັນຊອບ.
\v 30 ແມ່ນແຕ່ຜົມເທິງຫົວຂອງເຈົ້າກໍຖືກນັບໄວ້ຫມົດທຸກ ເສັ້ນແລ້ວ.
\v 31 ຢ່າຢ້ານເລີຍພວກທ່ານກໍປະເສີດກວ່ານົກຈອກ. ຫລວງຫລາຍ
\s5
\v 32 ດັ່ງ­ນັ້ນ ທຸກຄົນທີ່ຈະຮັບເຮົາຕໍ່­ຫນ້າມະ­ນຸດ ຝ່າຍເຮົາຈະຮັບຜູ້ນັ້ນຕໍ່ພຣະ­ພັກພຣະ­ບິ­ດາເຈົ້າຂອງເຮົາ ຜູ້ຊົງສະ­ຖິດຢູ່ໃນສະຫວັນ.
\v 33 ແຕ່ຜູ້ທີ່ປະ­ຕິ­ເສດເຮົາຕໍ່­ຫນ້າມະ­ນຸດ ຝ່າຍເຮົາກໍຈະປະຕິ­ເສດຜູ້ນັ້ນຕໍ່ພຣະພັກພຣະ­ບິ­ດາເຈົ້າຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນເຫມືອນກັນ.
\s5
\v 34 ຢ່າຄິດວ່າເຮົາມາເພື່ອຈະນຳຄວາມສະ­ຫງົບສຸກມາ­ສູ່ໂລກ ເຮົາບໍ່ໄດ້ມາເພື່ອນຳຄວາມສະ­ຫງົບສຸກມາໃຫ້, ແຕ່ເຮົານຳດາບມາ.
\v 35 ເພາະເຮົາມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ແລະລູກຍິງບໍ່ຖືກກັນກັບແມ່, ແລະລູກໃພ້ບໍ່ຖືກກັບແມ່ຍ່າຂອງຕົນ.
\v 36 ຜູ້ທີ່­ຢູ່ຮ່ວມເຮືອນດຽວກັນກໍຈະເປັນສັດ­ຕຣູຕໍ່ກັນ.
\s5
\v 37 ຜູ້ໃດທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ, ແລະຜູ້ໃດທີ່ຮັກລູກຊາຍ ແລະລູກຍິງຫຼາຍກວ່າເຮົາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ.
\v 38 ຜູ້ໃດບໍ່ຮັບເອົາໄມ້ກາງແຂນຂອງຕົນຕິດ­ຕາມເຮົາມາ ຜູ້ນັ້ນກໍບໍ່ສົມຄວນເປັນສາວົກຂອງເຮົາ. ຜູ້ທີ່ຈະຮັກຊີ­ວິດຂອງຕົນກໍຕ້ອງເສັຽຊີ­ວິດນັ້ນ.
\v 39 ແຕ່ຜູ້ທີ່ຍອມເສັຽຊີ­ວິດຂອງຕົນ ເພາະເຫັນ­ແກ່ພຣະນາມຂອງເຮົາ ກໍຈະໄດ້ພົບຊີ­ວິດ.
\s5
\v 40 ຜູ້ໃດທີ່ຮັບຕ້ອນພວກທ່ານກໍຮັບຕ້ອນເຮົາ, ແລະຜູ້ໃດທີ່ຮັບຕ້ອນເຮົາກໍຮັບຕ້ອນພຣະ­ອົງຜູ້ຊົງໃຊ້ເຮົາມາ.
\v 41 ແລະ ຜູ້ທີ່ຮັບຕ້ອນຄົນສິລະທັມເພາະເປັນຄົນສິລະທັມ ກໍຈະໄດ້ບຳ­ເຫນັດເຫມືອນຄົນສິລະທັມ.
\s5
\v 42 ຜູ້ໃດກໍຕາມທີ່ໃຫ້ກັບຜູ້ເລັກນ້ອຍຄົນໃດຄົນຫນຶ່ງໃນນີ້ ເຖິງຈະເປັນພຽງນ້ຳເຢັນຈອກດຽວໄດ້ດື່ມ ເພາະເຂົາເປັນລູກສິດ ເຮົາບອກຄວາມຈິງກັບທ່ານວ່າ ຜູ້ນັ້ນຈະບໍ່ຂາດບຳ­ເຫນັດຂອງຕົນຈັກເທື່ອ.”
\s5
\c 11
\cl ບົດທີ 11
\p
\v 1 ເມື່ອພຣະ­ເຢຊູເຈົ້າຊົງສັ່ງພວກສາ­ວົກສິບສອງຄົນຂອງຕົນແລ້ວ ພຣະ­ອົງໄດ້ສະ­ເດັດຈາກທີ່ນັ້ນໄປສັ່ງ­ສອນແລະປ່າວປະກາດໃນເມືອງທັງ­ຫລາຍຂອງພວກເຂົາ.
\v 2 ໂຢຮັນບັບຕິສະໂຕໄດ້ຍິນຂ່າວກິດ­ຈະ­ການຂອງພຣະ­ຄຣິດຂະນະທີ່ຈຳຈ່ອງໃນຄຸກ, ກໍໄດ້ໃຊ້ລູກສິດບາງຄົນໄປ
\v 3 ແລະ ທູນຖາມພຣະ­ອົງວ່າ. “ທ່ານເປັນຜູ້ທີ່ຈະມານັ້ນຫລື, ຫລືຈະຕ້ອງຄອງຖ້າຜູ້ອື່ນ?”
\s5
\v 4 ຝ່າຍພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ຈົ່ງໄປແລະແຈ້ງແກ່ໂຢຮັນຕາມທີ່ທ່ານໄດ້ຍິນ ແລະ ໄດ້ເຫັນ.
\v 5 ຄົນເປັນເປັ້ຽເປັນງ່ອຍກໍຍ່າງໄດ້, ຄົນຂີ້­ທູດກໍດີສະ­ອາດ, ຄົນຫູ­ຫນວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະຂ່າວປະເສີດກໍປະ­ກາດແກ່ຄົນອະ­ນາ­ຖາ.
\v 6 ຜູ້ໃດທີ່ບໍ່ສົງໄສເຮົາກໍເປັນສຸກ.
\s5
\v 7 ຂະນະທີ່ສິດເຫລົ່າ­ນັ້ນກຳ­ລັງອອກໄປ, ພຣະ­ເຢຊູເຈົ້າຊົງຕັ້ງຕົ້ນກ່າວກັບປະ­ຊາ­ຊົນເຖິງເລື່ອງໂຢ­ຮັນວ່າ, “ທ່ານທັງ­ຫລາຍໄດ້ອອກໄປໃນປ່າເພື່ອເບິ່ງຫຍັງ ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື?
\v 8 ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະ­ອຽດອ່ອນນຸ່ມຫລື? ແທ້ຈິງແລ້ວ, ຄົນທີ່ນຸ່ງຫົ່ມເຄື່ອງລະ­ອຽດອ່ອນນຸ່ມກໍຢູ່ໃນພຣະ­ຣາ­ຊະ­ວັງຂອງກະສັດ.
\s5
\v 9 ແລ້ວພວກທ່ານອອກໄປເບິ່ງຫຍັງ ໄປເບິ່ງຜູ້ປະ­ກາດພຣະ­ທັມຫລື? ແມ່ນແລ້ວ, ເຮົາບອກທ່ານທັງ­ຫລາຍວ່າ ທ່ານຜູ້ນັ້ນກໍໃຫຍ່ກວ່າຜູ້ປະ­ກາດພຣະ­ທັມອີກ.
\v 10 ‘ເບິ່ງແມ, ເຮົາໃຊ້ຜູ້ຮັບໃຊ້ຂອງເຮົາໄປກ່ອນຫນ້າທ່ານ, ຜູ້ຮັບໃຊ້ນັ້ນຈະຈັດແຈງຫົນທາງໄວ້ກ່ອນຫນ້າທ່ານ'.
\s5
\v 11 ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນບັນ­ດາຜູ້ທີ່ເກີດຈາກແມ່­ຍິງ ບໍ່ມີຜູ້ໃດໃຫຍ່ກວ່າໂຢ­ຮັນບັບ­ຕິ­ສະ­ໂຕ. ແຕ່ເຖິງຢ່າງນັ້ນ ຜູ້ນ້ອຍທີ່ສຸດໃນຣາ­ຊະອາ­ນາ­ຈັກສະ­ຫວັນກໍໃຫຍ່ກວ່າໂຢຮັນອີກ.
\v 12 ນັບຕັ້ງ­ແຕ່ຄາວໂຢ­ຮັນບັບ­ຕິ­ສະ­ໂຕເຖິງທຸກວັນນີ້ ຣາຊະອາ­ນາ­ຈັກສະ­ຫວັນກໍເປັນທີ່ຍາດຊີງເອົາຢ່າງຮຸນແຮງ, ແລະຜູ້ທີ່ມີ­ໃຈຮຸນແຮງກໍເປັນຜູ້ຍາດເອົາໄດ້.
\s5
\v 13 ເພາະ­ວ່າບັນ­ດາຜູ້ປະ­ກາດພຣະ­ທັມ ແລະພຣະ­ບັນ­ຍັດໄດ້ທຳ­ນວາຍມາຈົນເຖິງໂຢ­ຮັນນີ້;
\v 14 ແລະຖ້າທ່ານຢາກຈະຮັບໄວ້ນັ້ນກໍແມ່ນໂຢ­ຮັນນີ້ແຫລະ ເປັນເອ­ລີ­ຢາທີ່ຈະມານັ້ນ.
\v 15 ໃຜມີຫູຟັງກໍຈົ່ງຟັງເອົາເຖີ້ນ.
\s5
\v 16 ເຮົາຄວນປຽບຄົນສະ­ໄຫມນີ້ຄືກັບຜູ້ໃດ? ປຽບເຫມືອນກັບເດັກ­ນ້ອຍນັ່ງຢູ່ກາງຕະ­ຫລາດ
\v 17 ‘ເຮົາໄດ້ເປົ່າປີ່ໃຫ້ສູ ແຕ່ສູບໍ່ໄດ້ຟ້ອນລຳ, ເຮົາໄດ້ຮ້ອງໄຫ້ໄວ້ອາລັຍ ແຕ່ສູບໍ່ໄດ້ຮ້ອງໄຫ້.
\s5
\v 18 ເພາະ­ວ່າໂຢ­ຮັນໄດ້ມາເພິ່ນບໍ່ກິນຂະຫນົມປັງ ແລະບໍ່ດື່ມເຫລົ້າແວງ, ແລ້ວພວກເຂົາເວົ້າວ່າ ‘ຊາຍຄົນນີ້ມີຜີສິງຢູ່’.
\v 19 ແລ້ວພວກເຂົາກໍເວົ້າວ່າ ‘ເບິ່ງແມ, ນີ້ເປັນຄົນກິນເກີນສ່ວນແລະມັກເມົາ ເປັນຫມູ່ຂອງຄົນເກັບພາ­ສີແລະຄົນນອກສິນທັມ’ ແຕ່ສະ­ຕິ­ປັນ­ຍາຂອງພຣະ­ເຈົ້າກໍປະ­ກົດວ່າ ຖືກ­ຕ້ອງແລ້ວດ້ວຍຜົນແຫ່ງສະ­ຕິ­ປັນ­ຍານັ້ນ.”
\s5
\v 20 ຈາກນັ້ນພຣະເຢຊູເຈົ້າກໍຊົງເລີ້ມວ່າກ່າວເມືອງຕ່າງໆຄືບ່ອນທີ່ພຣະອົງໄດ້ຊົງກະ­ທຳການອັດສະຈັນຫຼາຍຢ່າງແລ້ວນັ້ນ ເພາະພວກເຂົາບໍ່ໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່.
\v 21 “ວິ­ບັດແກ່ເຈົ້າ, ເມືອງໂຂ­ຣາ­ຊິນ ວິ­ບັດແກ່ເຈົ້າ, ເມືອງເບັດ­ຊາ­ອີ­ດາເອີຍ ເພາະຖ້າການອັດ­ສະຈັນທີ່ໄດ້ກະ­ທຳໃນທ່າມ­ກາງພວກເຈົ້ານັ້ນ ໄດ້ກະ­ທຳໃນເມືອງຕີ­ເຣ ແລະເມືອງຊີ­ໂດນ ຄົນໃນເມືອງທັງສອງຄົງໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່, ນຸ່ງຫົ່ມຜ້າຫຍາບນັ່ງເທິງຂີ້­ເທົ່າແຕ່ດົນນານມາແລ້ວ.
\v 22 ແຕ່ໃນວັນພິ­ພາກ­ສາ ໂທດຂອງເມືອງຕີ­ເຣ ແລະເມືອງຊີໂດນກໍຈະເບົາກວ່າໂທດຂອງພວກເຈົ້າ.
\s5
\v 23 ຝ່າຍເຈົ້າ, ເມືອງກາ­ເປ­ນາ­ອູມເອີຍ ເຈົ້າຄິດວ່າຈະຖືກຍົກຂຶ້ນພຽງຟ້າສະຫວັນຫລື? ບໍ່ເລີຍ ເຈົ້າຈະຕ້ອງລົງໄປເຖິງແດນມໍ­ຣະ­ນາ. ເພາະຖ້າການອັດ­ສະຈັນທີ່ໄດ້ກະ­ທຳໃນທ່າມ­ກາງເຈົ້ານັ້ນ ຖ້າໄດ້ກະທຳໃນເມືອງໂຊ­ໂດມ ເມືອງນັ້ນຄົງໄດ້ຕັ້ງຢູ່ຈົນເຖິງທຸກວັນນີ້.
\v 24 ແຕ່ເຮົາບອກເຈົ້າວ່າໃນວັນພິ­ພາກ­ສາ ໂທດຂອງເມືອງໂຊ­ໂດມຈະເບົາກວ່າໂທດຂອງເຈົ້າ.”
\s5
\v 25 ໃນເວ­ລານັ້ນພຣະ­ເຢຊູເຈົ້າໄດ້ກ່າວວ່າ, “ຂ້າແດ່ພຣະ­ບິ­ດາເຈົ້າຜູ້ເປັນເຈົ້າສະ­ຫວັນແລະແຜ່ນ­ດິນໂລກ ຂ້ານ້ອຍຂໍສັນລະເສີນພຣະ­ອົງ ເພາະພຣະ­ອົງຊົງປົກບັງສິ່ງເຫລົ່ານີ້ໄວ້ຈາກຜູ້ມີປັນ­ຍາແລະຜູ້ທີ່ເຂົ້າໃຈ, ແຕ່ຊົງສະ­ແດງໃຫ້ເເກ່ຜູ້ທີ່ບໍ່ໄດ້ຮຽນຮູ້.
\v 26 ແມ່ນແລ້ວ, ພຣະບິ­ດາເຈົ້າເອີຍ, ພຣະ­ອົງຊົງເຫັນຊອບດັ່ງ­ນັ້ນ.
\v 27 ພຣະບິດາເຈົ້າໄດ້ມອບສິ່ງສາ­ຣະ­ພັດໃຫ້ແກ່ເຮົາ. ແລະບໍ່ມີຜູ້ໃດຮູ້­ຈັກພຣະ­ບິດາເຈົ້ານອກ­ຈາກພຣະ­ບຸດ ກັບຜູ້ທີ່ພຣະບຸດປະ­ສົງຈະສຳ­ແດງໃຫ້ຮູ້.
\s5
\v 28 ຈົ່ງມາຫາເຮົາ, ບັນ­ດາຜູ້ທີ່ເຮັດການຫນັກຫນ່ວງແລະແບກພາ­ລະຫນັກ ແລ້ວເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ.
\v 29 ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະ­ວ່າເຮົາເປັນຜູ້ໃຈອ່ອນສຸ­ພາບແລະຖ່ອມລົງ ແລ້ວຈິດ­ໃຈຂອງທ່ານຈະໄດ້ພົບຄວາມສະຫງົບ.
\v 30 ດ້ວຍວ່າແອກຂອງເຮົາກໍພໍເຫມາະ ແລະ ພາລະຂອງເຮົາກໍເບົາ."
\s5
\c 12
\cl ບົດທີ 12
\p
\v 1 ໃນເວ­ລານັ້ນ ພຣະ­ເຢຊູເຈົ້າໄດ້ສະ­ເດັດຜ່ານທົ່ງນາໄປໃນວັນສະບາ­ໂຕ ສ່ວນພວກສິດຂອງພຣະ­ອົງກໍຫີວເຂົ້າ ຈິ່ງຕັ້ງ­ຕົ້ນເດັດເອົາຮວງເຂົ້າມາແກະກິນ.
\v 2 ແຕ່ເມື່ອພວກຟາ­ຣີ­ຊາຍເຫັນດັ່ງ­ນັ້ນ ຈິ່ງທູນພຣະ­ອົງວ່າ, “ເບິ່ງແມ, ພວກສິດຂອງທ່ານເຮັດຜິດຕໍ່ກົດຂອງວັນສະ­ບາ­ໂຕ.”
\s5
\v 3 ແຕ່ພຣະ­ເຢຊູເຈົ້າຊົງກ່າວແກ່ເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານຫລື ຕອນທີ່ດາ­ວິດ ແລະ ພັກພວກອຶດ­ຫິວນັ້ນ?
\v 4 ດາ­ວິດໄດ້ເຂົ້າໄປໃນພຣະວິຫານທີ່ສະ­ຖິດຂອງພຣະ­ເຈົ້າ ແລະ ໄດ້ກິນເຂົ້າ­ຈີ່ທີ່ຕັ້ງຖວາຍແກ່ພຣະເຈົ້າ ຊຶ່ງທ່ານແລະພັກພວກບໍ່ມີສິດຈະກິນເຂົ້າຈີ່ນັ້ນເຊິ່ງມີແຕ່ປະໂລ­ຫິດພວກດຽວທີ່ສາມາດກິນເຂົ້າຈີ່ນັ້ນ
\s5
\v 5 ແລ້ວພວກທ່ານບໍ່ໄດ້ອ່ານໃນພຣະ­ບັນ­ຍັດຫລືທີ່ວ່າ ທຸກວັນສະ­ບາໂຕພວກປະ­ໂລ­ຫິດເຄີຍລະ­ເມີດຕໍ່ກົດວັນສະ­ບາ­ໂຕແຕ່ບໍ່ມີຄວາມຜິດ?
\v 6 ແຕ່ເຮົາບອກພວກທ່ານວ່າ ຜູ້ທີ່ຍິ່ງໃຫຍ່ກວ່າພຣະ­ວິ­ຫານກໍຢູ່ທີ່ນີ້ແລ້ວ.
\s5
\v 7 ຖ້າພວກທ່ານໄດ້ເຂົ້າ­ໃຈຄວາມຫມາຍຂອງພຣະ­ຄັມພີທີ່ວ່າ, ‘ເຮົາປະ­ສົງຄວາມເມດຕາບໍ່ປະ­ສົງເຄື່ອງບູ­ຊາ, ທ່ານກໍຄົງຈະບໍ່ກ່າວໂທດໃສ່ຄົນທີ່ບໍ່ມີຄວາມຜິດ;
\v 8 ເພາະ­ບຸດມະ­ນຸດຄືອົງພຣະຜູ້ເປັນເຈົ້າຂອງວັນສະ­ບາ­ໂຕ.”
\s5
\v 9 ຈາກນັ້ນພຣະ­ເຢຊູເຈົ້າໄດ້ສະ­ເດັດອອກຈາກທີ່ນັ້ນແລະເຂົ້າໄປໃນໂຮງທັມະສາລາຂອງພວກເຂົາ.
\v 10 ເບິ່ງແມ, ຢູ່ທີ່ນັ້ນມິຄົນມືລີບເບື້ອງຫນຶ່ງຄົນຢາກຫາຂໍ້ຟ້ອງພຣະເຢຊູເຈົ້າ ດັ່ງນັ້ນເຂົາຈິ່ງທູນພຣະ­ອົງວ່າ, “ຄວນຫລືຈະເຮັດໃຫ້ດີພະ­ຍາດໃນວັນສະ­ບາ­ໂຕ?”
\s5
\v 11 ພຣະ­ເຢຊູຊົງຕອບເຂົາວ່າ, “ມີຜູ້ໃດໃນພວກທ່ານ ຖ້າມີແກະໂຕດຽວ ແລະແກະໂຕນັ້ນຕົກຂຸມໃນວັນສະ­ບາ­ໂຕ ແລ້ວຜູ້ນັ້ນຈະບໍ່ພະຍາຍາມດຶງມັນຂຶ້ນມາຈາກຂຸມຫລື?
\v 12 ດ້ວຍເຫດນັ້ນ ຈິ່ງອະ­ນຸຍາດໃຫ້ເຮັດການດີໃນວັນສະ­ບາ­ໂຕ ໂດຍຖືວ່າຖືກຕ້ອງຕາມກົດບັນຍັດ.”
\s5
\v 13 ແລ້ວພຣະ­ອົງຊົງບອກຄົນມືລີບວ່າ, “ຈົ່ງຢຽດມືຂອງເຈົ້າອອກ.” ຄົນນັ້ນກໍຢຽດມືອອກ ແລ້ວມືນັ້ນກໍດີປົກກະ­ຕິເຫມືອນມືອີກເບື້ອງຫນຶ່ງ.
\v 14 ຝ່າຍພວກຟາ­ຣີ­ຊາຍຈິ່ງອອກໄປປຶກ­ສາກັນເຖິງເລື່ອງພຣະ­ອົງວ່າ ຈະເຮັດຢ່າງ­ໃດຈິ່ງຈະຂ້າພຣະອົງໄດ້.
\s5
\v 15 ເມື່ອພຣະ­ເຢຊູເຈົ້າຊົງຮູ້ເລື່ອງນີ້ ພຣະອົງຊົງສະເດັດອອກໄປຈາກທີ່ນັ້ນ. ປະ­ຊາ­ຊົນຫລວງ­ຫລາຍກໍຕິດ­ຕາມພຣະ­ອົງໄປ, ພຣະ­ອົງກໍຊົງໂຜດໃຫ້ເຂົາດີພະ­ຍາດທຸກຄົນ.
\v 16 ພຣະອົງໄດ້ສັ່ງຫ້າມພວກເຂົາຢ່າງເດັດຂາດບໍ່ໃຫ້ບອກເລື່ອງກ່ຽວກັບ ພຣະອົງສູ່ຜູ້ໃດຟັງ,
\v 17 ກໍເພື່ອຈະໃຫ້ສຳເລັດຕາມຖ້ອຍຄຳ ຂອງຜູ້ທຳນວາຍ ເອຊາຢາໄດ້ກ່າວໄວ້ວ່າ,
\s5
\v 18 “ນີ້ແມ່ນ, ຜູ້ຮັບໃຊ້ທີ່ເຮົາໄດ້ເລືອກໄວ້ ຜູ້ເປັນທີ່ຮັກແລະຊອບໃຈຂອງເຮົາ. ເຮົາຈະເອົາວິນຍານຂອງເຮົາໃສ່ໄວ້ເທິງເພິ່ນ. ເພື່ອຈະປະກາດຄວາມຍຸຕິທັມແກ່ບັນດາຄົນຕ່າງຊາດ.
\s5
\v 19 ເພິ່ນຈະບໍ່ກໍ່ການວິວາດຜິດຖຽງແລະບໍ່ຮ້ອງສຽງດັງ; ບໍ່ມີໃຜຈະໄດ້ຍິນສຽງຂອງເພິ່ນຕາມຖະຫນົນ;
\v 20 ທ່ານຈະບໍ່ຫັກຕົ້ນອໍ້ທີ່ບວບຊໍ້າ ເພິ່ນຈະບໍ່ຫັກໃສ້ຕະກຽງເປັນຄວັນ ຈວນຈະມອດເພິ່ນຈະບໍ່ມອດ ຈົນກວ່າເພິ່ນຈະໄດ້ນຳຄວາມຍຸຕິທັມໃຫ້ມີຊັຍຊະນະ.
\v 21 ໃນນາມຂອງເພິ່ນບັນດາປະຊາຊາດຈະມີຄວາມຫວັງ.
\s5
\v 22 ເມື່ອ­ນັ້ນເຂົາໄດ້ພາຄົນຕາ­ບອດແລະປາກ­ກືກ ພ້ອມກັບຜູ້ຫນຶ່ງທີ່ມີຜີຮ້າຍເຂົ້າສິງຢູ່ ມາຫາພຣະເຢຊູເຈົ້າ. ພຣະ­ອົງຊົງໂຜດໃຫ້ ຊາຍຄົນນັ້ນດີປົກກະ­ຕິ, ແລະຜົນຄືຊາຍຄົນປາກກືກສາມາດເວົ້າໄດ້ ແລະ ເບິ່ງເຫັນໄດ້.
\v 23 “ຄົນນີ້ເປັນເຊື້ອສາຍຂອງກະສັດດາ­ວິດບໍ່ແມ່ນຫລື?”
\s5
\v 24 ເມື່ອໄດ້ຍິນດັ່ງ­ນັ້ນກໍເວົ້າກັນວ່າ, “ຜູ້ນີ້ຂັບໄລ່ຜີອອກໄດ້ໂດຍໃຊ້ອຳ­ນາດເບ­ເອນ­ເຊ­ບູນຄືນາຍຜີນັ້ນ.”
\v 25 ແຕ່ພຣະ­ເຢຊູຊົງຮູ້ຄວາມຄິດຂອງເຂົາຈິ່ງຊົງກ່າວແກ່ເຂົາວ່າ, “ອາ­ນາຈັກໃດ ທີ່ແບ່ງແຍກກັນເອງ ແລ້ວກໍຄົງຈິບ­ຫາຍ, ແລະທຸກເມືອງໃດຫລືເຮືອນໃດ ທີ່ແບ່ງແຍກກັນເອງແລ້ວຈະຕັ້ງຫມັ້ນຢູ່ບໍ່ໄດ້.
\s5
\v 26 ຖ້າຊາ­ຕານຂັບໄລ່ຊາ­ຕານອອກເອງ ມັນກໍແຕກແຍກກັນໃນຕົວມັນເອງ ແລ້ວອາ­ນາ­ຈັກຂອງມັນຈະຕັ້ງຫມັ້ນໄດ້ຢ່າງໃດ?
\v 27 ແລະຖ້າເຮົາຂັບໄລ່ຜີອອກດ້ວຍອຳ­ນາດເບ­ເອນເຊ­ບູນ ພວກລູກຫລານຂອງທ່ານທັງ­ຫລາຍເຄີຍຂັບມັນອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້ແຫລະ, ເຂົາຈະເປັນຜູ້ຕັດສິນພວກທ່ານ.
\s5
\v 28 ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍພຣະ­ວິນ­ຍານຂອງພຣະເຈົ້າເຊັ່ນນີ້ຣາ­ຊະອາ­ນາ­ຈັກຂອງພຣະ­ເຈົ້າກໍມາເຖິງພວກທ່ານ.
\v 29 ແລ້ວບໍ່ມີໃຜຈະເຂົ້າໄປປຸ້ນເອົາຊັບໃນເຮືອນຂອງຄົນແຂງແຮງໄດ້ເວັ້ນໄວ້ແຕ່ຈະມັດຄົນແຂງ­ແຮງນັ້ນໄວ້ເສັຽກ່ອນ? ແລ້ວເຈິ່ງປຸ້ນເອົາຊັບໃນເຮືອນຂອງເພິ່ນໄດ້.
\v 30 ຜູ້ທີ່ບໍ່ຢູ່ຝ່າຍເຮົາກໍຕໍ່­ສູ້ກັບເຮົາແລະຜູ້ທີ່ບໍ່ໂຮມເຂົ້າກັບເຮົາກໍເປັນຜູ້ເຮັດໃຫ້ແຕກກະ­ຈາຍໄປ.
\s5
\v 31 ດ້ວຍເຫດນີ້ເຮົາບອກພວກທ່ານວ່າ, ຄວາມຜິດບາບແລະຄວາມຫມິ່ນ­ປະ­ຫມາດທຸກຢ່າງຈະຊົງໂຜດອະ­ພັຍໃຫ້ມະນຸດໄດ້, ແຕ່ຄຳຫມິ່ນ­ປະ­ຫມາດພຣະ­ວິນ­ຍານຈະຊົງໂຜດອະ­ພັຍໃຫ້ບໍ່ໄດ້.
\v 32 ຜູ້ໃດທີ່ເວົ້າຄຳຂັດ­ຂວາງຕໍ່ບຸດມະ­ນຸດ ກໍຍັງຊົງໂຜດໃຫ້ອະ­ພັຍແກ່ຜູ້ນັ້ນໄດ້ ແຕ່ຜູ້ໃດທີ່ເວົ້າຄຳຂັດ­ຂວາງຕໍ່ພຣະ­ວິນ­ຍານບໍ­ຣິສຸດເຈົ້າ, ກໍຈະບໍ່ໂຜດອະ­ພັຍໃຫ້ແກ່ຜູ້ນັ້ນ ທັງໃນໂລກນີ້ແລະໃນໂລກທີ່ຈະມາເຖິງ.
\s5
\v 33 ຫາກເປັນຕົ້ນ­ໄມ້ດີ ຜົນມັນຈິ່ງດີ, ຫລື ຖ້າຕົ້ນ­ໄມ້ບໍ່ດີ ຜົນມັນກໍບໍ່ດີ ເພາະ­ວ່າຈະໄດ້ຮູ້­ຈັກຕົ້ນ­ໄມ້ດ້ວຍຫມາກຜົນຂອງມັນ.
\v 34 ພວກຊາດງູຮ້າຍເອີຍ, ເນື່ອງຈາກພວກຜູ້ຊົ່ວແລ້ວຈະເວົ້າຄວາມດີໄດ້ຢ່າງ­ໃດ? ດ້ວຍວ່າໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າຕາມສິ່ງນັ້ນ.
\v 35 ຄົນດີກໍເອົາສິ່ງທີ່ດີອອກມາຈາກຄັງແຫ່ງຄວາມດີ ເພາະໃຈຂອງເຂົາກໍເກີດຜົນທີ່ດີ, ແລະ ຄົນຊົ່ວນັ້ນ ກໍເອົາສິ່ງທີ່ຊົ່ວອອກມາຈາກຄັງແຫ່ງຄວາມຊົ່ວຂອງຕົນ ດ້ວຍໃຈຂອງລາວກໍມີແຕ່ສິ່ງທີ່ຊົ່ວຮ້າຍ.
\s5
\v 36 ເຮົາບອກພວກທ່ານວ່າໃນວັນພິ­ພາກ­ສາ ມະນຸດຈະຕ້ອງໃຫ້ການເພາະຖ້ອຍຄຳເປົ່າປະໂຫຍດທຸກຄຳທີ່ພວກເຂົາເວົ້າອອກໄປ.
\v 37 ເພາະດ້ວຍຖ້ອຍຄຳຂອງທ່ານ ທີ່ທ່ານຈະຖືກຕັດສິນ, ແລະ ທ່ານຈະຕ້ອງຖືກກ່າວໂທດ ກໍດ້ວຍຖ້ອຍຄຳຂອງຕົນເອງ.”
\s5
\v 38 ຈາກນັ້ນມີບາງຄົນໃນພວກນັກ­ທັມແລະພວກຟາ­ຣີຊາຍສວນຕອບພຣະ­ອົງວ່າ, “ອາ­ຈານເອີຍ, ພວກຂ້າ­ນ້ອຍຢາກເຫັນຫມາຍສຳ­ຄັນຈາກທ່ານ.”
\v 39 “ຄົນສະ­ໄຫມຄວາມຊົ່ວແລະລ່ວງປະເວນີ ມັກສະ­ແຫວງ­ຫາຫມາຍສຳ­ຄັນໃດທີ່ຈະໃຫ້ແກ່ເຂົາ ເວັ້ນແຕ່ຫມາຍສຳ­ຄັນຂອງໂຢ­ນາຜູ້ປະກາດພຣະ­ທັມ.
\v 40 ເພາະໂຢ­ນາໄດ້ຢູ່ໃນທ້ອງປາໃຫຍ່ເປັນເວລາສາມວັນສາມຄືນສັນ­ໃດ ບຸດມະ­ນຸດຈະຢູ່ໃນພື້ນຂອງແຜ່ນ­ດິນໂລກສາມວັນສາມຄືນສັນ­ນັ້ນ.
\s5
\v 41 ຊາວເມືອງນີ­ເນ­ເວຈະຢືນຂຶ້ນໃນວັນພິ­ພາກ­ສາ ພ້ອມກັບຄົນສະ­ໄຫມນີ້ແລະຈະກ່າວໂທດໃສ່ເຂົາ. ເພາະພວກຊາວເມືອງນີ­ເນ­ເວໄດ້ຖິ້ມໃຈເກົ່າເອົາ­ໃຈໃຫມ່ເພາະຄຳປະ­ກາດຂອງໂຢ­ນາ, ແລະ ເບິ່ງແມ, ທີ່ນີ້ຍັງມີຜູ້ຫນຶ່ງ, ທີ່ຍິ່ງໃຫຍ່ກວ່າໂຢ­ນາ.
\s5
\v 42 ຣາຊີນີຝ່າຍທິດ­ໃຕ້ຈະລຸກ­ຂຶ້ນໃນວັນພິ­ພາກ­ສາພ້ອມກັບຄົນຈາກຍຸກນີ້ ແລະກ່າວໂທດໃສ່ພວກເຂົາ. ເພາະນາງໄດ້ສະເດັດມາແຕ່ທີ່ສຸດໂລກເພື່ອຈະຊົງຟັງພຣະ­ສະ­ຕິ­ປັນ­ຍາຂອງກະສັດໂຊໂລໂມນ, ແລະເບິ່ງແມ, ຊຶ່ງໃຫຍ່ກວ່າກະ­ສັດໂຊ­ໂລ­ໂມນກໍມີຢູ່ທີ່ນີ້ແລ້ວ.
\s5
\v 43 ເມື່ອຜີຖ່ອຍຮ້າຍອອກມາຈາກຜູ້ໃດແລ້ວ ມັນກໍທຽວໄປໃນບ່ອນກັນ­ດານນ້ຳ ແລະສະ­ແຫວງ­ຫາບ່ອນເຊົາເມື່ອຍ ແຕ່ມັນບໍ່ພົບ.
\v 44 ແລ້ວມັນເວົ້າວ່າ ‘ເຮົາຈະຕ່າວຄືນໄປຍັງເຮືອນທີ່ເຮົາໄດ້ອອກມານັ້ນ. ເມື່ອມັນມາເຖິງກໍເຫັນວ່າເຮືອນນັ້ນເປົ່າຫວ່າງກວາດກ້ຽງ ແລະຕົບແຕ່ງໄວ້ແລ້ວຢ່າງດີ.
\v 45 ແລ້ວມັນຈິ່ງໄປຮັບເອົາຜີອື່ນອີກເຈັດໂຕຮ້າຍກວ່າມັນເອງ ແລະພວກມັນທັງຫມົດກໍເຂົ້າໄປອາໃສຢູ່ທີ່ນັ້ນ ແລະສະພາບບັ້ນ­ປາຍຂອງຄົນນັ້ນກໍຮ້າຍກວ່າບັ້ນຕົ້ນ. ຄົນສະ­ໄຫມຊົ່ວນີ້ກໍຈະເປັນຢ່າງນັ້ນແຫລະ.”
\s5
\v 46 ຂະ­ນະທີ່ພຣະ­ເຢຊູເຈົ້າກຳ­ລັງຊົງກ່າວກັບປະ­ຊາ­ຊົນຢູ່ນັ້ນ, ເບິ່ງແມ, ມານດາກັບພວກນ້ອງຊາຍຂອງພຣະ­ອົງກໍຢືນຢູ່ຂ້າງນອກ, ຫາໂອ­ກາດຈະເວົ້າກັບພຣະ­ອົງ. ມີຄົນຫນຶ່ງທູນພຣະ­ອົງວ່າ,
\v 47 “ເບິ່ງແມ, ມານດາກັບພວກນ້ອງຊາຍຂອງທ່ານຢືນຢູ່ຂ້າງນອກ ຫາໂອ­ກາດຈະເວົ້າກັບທ່ານ.”
\s5
\v 48 ແຕ່ພຣະ­ອົງຊົງກ່າວກັບຜູ້ທີ່ມາທູນນັ້ນວ່າ “ໃຜເປັນມານດາແລະໃຜເປັນນ້ອງຊາຍຂອງເຮົາ.”
\v 49 ແລະຊົງກ່າວວ່າ, “ນີ້ແຫລະ, ຄືມານດາແລະນ້ອງຊາຍຂອງເຮົາ.
\v 50 ເພາະຜູ້ໃດຈະເຮັດຕາມນ້ຳພຣະທັຍພຣະ­ບິ­ດາຂອງເຮົາຜູ້ຊົງສະ­ຖິດໃນສະ­ຫວັນ, ຜູ້ນັ້ນແຫລະເປັນນ້ອງຊາຍ, ເປັນນ້ອງສາວ, ແລະເປັນມານດາຂອງເຮົາ.”
\s5
\c 13
\cl ບົດທີ 13
\p
\v 1 ໃນວັນນັ້ນພຣະເຢຊູເຈົ້າໄດ້ສະເດັດອອກຈາກເຮືອນໄປປະທັບຢູ່ແຄມຝັ່ງ ທະເລ.
\v 2 ປະຊາຊົນຢ່າງຫລວງຫລາຍ ໄດ້ມາເຕົ້າໂຮມກັນອ້ອມພຣະອົງຈົນພຣະອົງຕ້ອງ ຂຶ້ນຂີ່ເຮືອ ແລະ ປ່ອຍໃຫ້ປະຊາຊົນຢືນຢູ່ທີ່ແຄມຝັ່ງ.
\s5
\v 3 ແລ້ວພຣະ­ເຢຊູຊົງກ່າວກັບເຂົາຫລາຍປະການເປັນຄຳອຸ­ປະ­ມາ ພຣະອົງກ່າວວ່າ, “ເບິ່ງແມ, ມີຄົນຫນຶ່ງອອກໄປຫວ່ານພືດ.
\v 4 ເມື່ອກຳ­ລັງຫວ່ານຢູ່ນັ້ນບາງເມັດກໍຕົກຕາມທາງ, ແລະ ນົກກໍມາກິນເສັຽ.
\v 5 ບາງເມັດກໍຕົກໃສ່ບ່ອນຫີນຫລາຍດິນຫນ້ອຍ, ຈິ່ງງອກຂຶ້ນໂລດເພາະດິນບໍ່ເລິກ.
\v 6 ແຕ່ເມື່ອຕາ­ເວັນຂຶ້ນມາກໍແຫ້ມ ເພາະບໍ່ມີຮາກ, ແລະ ພວກມັນຈິ່ງຄ່ອຍໆຫ່ຽວແຫ້ງໄປ.
\s5
\v 7 ບາງເມັດອື່ນກໍຕົກກາງພຸ່ມຫນາມ ໆ ກໍປົ່ງຂຶ້ນຫຸ້ມຮັດເສັຽ.
\v 8 ບາງເມັດກໍຕົກໃສ່ດິນດີແລ້ວກໍເກີດຜົນເມັດຫນຶ່ງຮ້ອຍຕໍ່, ເມັດຫນຶ່ງຫົກສິບຕໍ່, ເມັດຫນຶ່ງສາມສິບຕໍ່.
\v 9 ຜູ້ໃດມີຫູຟັງ ຈົ່ງຟັງເອົາ.”
\s5
\v 10 ພວກສາ­ວົກຈິ່ງມາ ແລະ ທູນກັບພຣະ­ອົງວ່າ, “ເຫດສັນໃດທ່ານຈິ່ງກ່າວກັບເຂົາເປັນຄຳອຸ­ປະ­ມາ?”
\v 11 ພຣະ­ເຢຊູຊົງຕອບເຂົາວ່າ, “ທ່ານທັງຫຼາຍໄດ້ຮັບສິດທິພິເສດທີ່ຈະເຂົ້າໃຈເຖິງຂໍ້­ຄວາມເລິກລັບເລື່ອງຣາຊະອາ­ນາ­ຈັກສະ­ຫວັນ, ແຕ່ຄົນເຫລົ່າ­ນັ້ນບໍ່ຊົງໂຜດໃຫ້ຮູ້.
\v 12 ດ້ວຍວ່າຜູ້ໃດມີຢູ່ແລ້ວຈະຊົງເພີ່ມເຕີມໃຫ້ແກ່ຜູ້ນັ້ນອີກ, ແຕ່ຜູ້ນັ້ນຈະມີບໍຣິ­ບູນ, ແຕ່ຜູ້ທີ່ບໍ່ມີນັ້ນ ເຖິງແມ່ນສິ່ງທີ່ຕົນມີຢູ່ກໍຈະຊົງຍົກເອົາໄປຈາກຜູ້ນັ້ນເສັຽ.
\s5
\v 13 ດ້ວຍເຫດນີ້, ເຮົາຈິ່ງກ່າວແກ່ເຂົາເປັນຄຳອຸ­ປະ­ມາ: ເພາະເມື່ອເຂົາເບິ່ງກໍບໍ່ໄດ້ເຫັນ; ເມື່ອເຂົາຟັງກໍບໍ່ໄດ້ຍິນ, ຫລື ບໍ່ເຂົ້າໃຈ.
\v 14 ຄຳທຳ­ນວາຍຂອງເອ­ຊາ­ຢາກໍຖືກ­ຕ້ອງກັບເຂົາ ຄືຄຳທີ່ວ່າ, ‘ເຈົ້າທັງຫລາຍຈະໄດ້ຍິນ, ແຕ່ຈະບໍ່ເຂົ້າໃຈຈັກເທື່ອ; ເມື່ອເບິ່ງເຈົ້າກໍຈະເຫັນ, ແຕ່ທ່ານຈະບໍ່ໄດ້ສັງເກດຈັກເທື່ອ.
\s5
\v 15 ເພາະຫົວໃຈຂອງປະຊາຊົນນີ້ກໍດ້ານຊາ, ຫູກໍຫນັກ, ຕາຂອງເຂົາກໍຫລັບເສັຽ, ດັ່ງນັ້ນ ພວກເຂົາຈະເບິ່ງບໍ່ເຫັນດ້ວຍຕາຕົນເອງ, ຫລືໄດ້ຍິນດ້ວຍຫູ ຫລືຮູ້ດ້ວຍໃຈຂອງພວກເຂົາ, ບໍ່ດັ່ງນັ້ນແລ້ວພວກເຂົາຈະຕ່າວກັບມາ ແລະ ເຮົາຈະຊົງໂຜດຮັກສາໃຫ້ເຂົາດີ’.
\s5
\v 16 ແຕ່ດວງຕາຂອງພວກທ່ານກໍເປັນພອນ, ເພາະໄດ້ເຫັນ ແລະ ຫູຂອງພວກທ່ານກໍໄດ້ຮັບພຣະພອນ ພວກທ່ານໄດ້ຍິນ.
\v 17 ເຮົາບອກຄວາມຈິງກັບພວກທ່ານວ່າ ບັນດາຜູ້ປະ­ກາດພຣະ­ທັມ ແລະ ບັນດາຜູ້ມີສິລະທັມຫລາຍຄົນ ປຣາຖນາຢາກເຫັນ, ຊຶ່ງພວກທ່ານເຫັນຢູ່ນີ້ ແຕ່ເຂົາບໍ່ໄດ້ເຫັນ. ພວກເຂົາປຣາຖະນາຢາກໄດ້ຍິນຊຶ່ງພວກທ່ານໄດ້ຍິນ, ແຕ່ບໍ່ໄດ້ຍິນ.
\s5
\v 18 ຈົ່ງຟັງຄຳອຸ­ປະ­ມາເລື່ອງຜູ້ຫວ່ານພືດນັ້ນ.
\v 19 ເມື່ອຜູ້ໃດກໍຕາມໄດ້ຍິນພຣະ­ທັມເລື່ອງຣາ­ຊະອາ­ນາ­ຈັກນັ້ນ ແຕ່ບໍ່ເຂົ້າ­ໃຈໃນພຣະທັມນັ້ນ, ມານຮ້າຍມາ ແລະ ຍາດເອົາພຣະທັມທີ່ຫວ່ານໃສ່ໃນໃຈຄົນນັ້ນໄປເສັຽ. ນີ້ຄືເມັດພັນທີ່ຫວ່ານຕົກລົງຕາມແຄມທາງ.
\s5
\v 20 ເມັດທີ່ຫວ່ານຕົກໃນບ່ອນມີຫີນຫລາຍນັ້ນ ໄດ້­ແກ່ຄົນທີ່ໄດ້ຍິນພຣະ­ທັມ ແລ້ວກໍຮັບເອົາທັນ­ທີດ້ວຍຄວາມຍິນ­ດີ.
\v 21 ແຕ່ບໍ່ມີຮາກໃນຕົວເອງ ແລະ ເຂົາຈິ່ງທົນຢູ່ຊົ່ວ­ຄາວ ເມື່ອເກີດຄວາມຍາກລຳບາກ ຫລື ການຂົ່ມເຫັງເພາະພຣະ­ທັມນັ້ນ ຕົນກໍສະດຸດທໍ້­ຖອຍໃຈເສັຽທັນ­ທີ.
\s5
\v 22 ເມັດທີ່ຫວ່ານຕົກກາງພຸ່ມຫນາມ, ໄດ້­ແກ່ບຸກ­ຄົນທີ່ໄດ້ຍິນພຣະ­ທັມ ແຕ່ຍັງກັງ­ວົນຕໍ່ຊີວິດໃນໂລກນີ້ ແລະ ຄວາມຫລອກລວງໃນຊັບສົມ­ບັດ ໄດ້ຫຸ້ມຮັດພຣະ­ທັມນັ້ນເສັຽ ແລະ ເຂົາຈິ່ງບໍ່­ເກີດຜົນ.
\v 23 ໄດ້­ແກ່ຜູ້ທີ່ໄດ້ຍິນພຣະ­ທັມ ແລະ ເຂົ້າໃຈ. ຜູ້ນັ້ນກໍເກີດຜົນ ແລະ ພັດທະນາຂຶ້ນ, ບາງຄົນເກີດຜົນຮ້ອຍຕໍ່, ຫົກສິບຕໍ່, ແລະ ສາມສິບຕໍ່.”
\s5
\v 24 ພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາທັງຫລາຍຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນ ປຽບເຫມືອນຊາຍຜູ້ຫນຶ່ງທີ່ຫວ່ານພືດເມັດດີໃນນາຂອງຕົນ.
\v 25 ແຕ່ເມື່ອຄົນທັງ­ຫລາຍກຳ­ລັງນອນຫລັບຢູ່ ສັດ­ຕຣູຂອງຜູ້ນັ້ນມາຫວ່ານເຂົ້າ­ນົກໃສ່ທ່າມກາງເຂົ້າດີ ແລ້ວກໍຫນີຈາກໄປເສັຽ.
\v 26 ເມື່ອຕົ້ນເຂົ້າງອກອອກດອກເປັນຮວງແລ້ວ ເຂົ້າ­ນົກກໍປະ­ກົດຂຶ້ນເຫມືອນກັນ.
\s5
\v 27 ພວກຂ້ອຍໃຊ້ຂອງເຈົ້າເຮືອນມາແຈ້ງຄວາມແກ່ນາຍວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເຂົ້າດີໃນນາຂອງທ່ານບໍ່ແມ່ນບໍ? ເພາະເຫດໃດຈິ່ງມີເຂົ້າ­ນົກເກີດຂຶ້ນ?
\v 28 ຝ່າຍນາຍຈິ່ງຕອບວ່າ ‘ສັດ­ຕຣູໄດ້ກະທຳສິ່ງນີ້’ ພວກຂ້ອຍໃຊ້ຈິ່ງຖາມນາຍວ່າ ‘ທ່ານຢາກໃຫ້ຫມູ່ຂ້າ­ນ້ອຍໄປຫລົກເຂົ້າ­ນົກນັ້ນອອກຫລືບໍ່?
\s5
\v 29 ນາຍຈິ່ງຕອບວ່າ ‘ບໍ່ຕ້ອງ. ເພາະເມື່ອພວກເຈົ້າຫລົກເຂົ້າ­ນົກນັ້ນຢ້ານຈະຫລົກເຂົ້າດີດ້ວຍ.
\v 30 ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນດ້ວຍກັນຈົນເຖິງຣະ­ດູເກັບກ່ຽວ ໃນເວ­ລາເກັບກ່ຽວນັ້ນເຮົາຈະສັ່ງພວກກ່ຽວວ່າ, ຈົ່ງກ່ຽວເຂົ້າ­ນົກກ່ອນ, ມັດເປັນຟ່ອນເຜົາໄຟເສັຽ ສ່ວນເຂົ້າດີນັ້ນຈົ່ງໂຮມໄວ້ໃນເລົ້າຂອງເຮົາ’.”
\s5
\v 31 ຈາກນັ້ນພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນແກ່ນຜັກກາດເມັດຫນຶ່ງ ທີ່ຄົນຜູ້ຫນຶ່ງນຳເອົາໄປຫວ່ານໃນສວນຂອງຕົນ.
\v 32 ເມັດນັ້ນນ້ອຍກວ່າເມັດທັງປວງ. ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກອື່ນໃນສວນ, ກາຍເປັນຕົ້ນ­ໄມ້ຈົນວ່ານົກປ່າໄດ້ມາເຮັດຮັງອາໃສຢູ່ຕາມກິ່ງກ້ານມັນທັງຫລາຍ.”
\s5
\v 33 ພຣະ­ເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາອີກເລື່ອງຫນຶ່ງໃຫ້ເຂົາຟັງວ່າ, “ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນເຊື້ອແປ້ງ ທີ່ຜູ້­ຍິງຄົນຫນຶ່ງເອົາປົນໃສ່ໃນແປ້ງສາມຜອງ ຈົນແປ້ງນັ້ນຟູຂຶ້ນທັງຫມົດ.”
\s5
\v 34 ຂໍ້­ຄວາມເຫລົ່ານີ້ພຣະ­ເຢຊູເຈົ້າຊົງກ່າວແກ່ປວງຊົນເປັນຄຳອຸ­ປະມາທັງຫມົດ; ແລະນອກ­ຈາກຄຳອຸ­ປະ­ມາພຣະ­ອົງບໍ່ໄດ້ຊົງກ່າວກັບເຂົາຈັກປະ­ການ.
\v 35 ເພື່ອຈະໃຫ້ສຳ­ເລັດຕາມທີ່ຊົງກ່າວໄວ້ດ້ວຍຜູ້ປະກາດພຣະທັມວ່າ, “ເຮົາຈະອ້າປາກອອກເປັນຄຳອຸປະມາເຮົາຈະບອກຂໍ້ຄວາມທີ່ປົກອຳໄວ້ ຕັ້ງແຕ່ຕົ້ນເດີມສ້າງໂລກ.”
\s5
\v 36 ຈາກນັ້ນພຣະ­ເຢຊູເຈົ້າໄດ້ສະ­ເດັດໄປຈາກຄົນເຫລົ່ານັ້ນ ແລະສະເດັດເຂົ້າໄປໃນເຮືອນ. ພວກສາ­ວົກມາເຝົ້າພຣະອົງ ແລະ ທູນວ່າ, “ຂໍທ່ານໂຜດອະ­ທິ­ບາຍໃຫ້ພວກຂ້າ­ນ້ອຍເຂົ້າ­ໃຈຄຳອຸປະ­ມາເລື່ອງເຂົ້າ­ນົກໃນນານັ້ນແດ່.”
\v 37 “ຜູ້ຊາຍຫວ່ານເມັດດີນັ້ນຄືບຸດມະ­ນຸດ.
\v 38 ທົ່ງນານັ້ນຄືແຜ່ນ­ດິນໂລກ; ແລະ ເມັດດີນັ້ນໄດ້ແກ່ພົນ­ລະເມືອງແຫ່ງຣາ­ຊະອາ­ນາ­ຈັກຂອງພຣະເຈົ້າ. ເຂົ້າ­ນົກໄດ້ແກ່ພົນລະເມືອງຂອງມານຮ້າຍ.
\v 39 ແລະ ສັດ­ຕຣູຜູ້ຫວ່ານເຂົ້າ­ນົກຄືມານຊາຕານ. ລະ­ດູເກັບກ່ຽວໄດ້­ແກ່ຄາວສຸດໂລກ ແລະ ຜູ້­ເກັບກ່ຽວນັ້ນຄືຝູງເທວະ­ດາ.
\s5
\v 40 ເຫດສັນ­ນັ້ນ, ເມື່ອໄດ້ຮວບຮວມເກັບເຂົ້າ­ນົກ ແລະ ເຜົາໄຟເສັຽແລ້ວ ກໍຈະເຖິງຄາວສຸດໂລກນີ້.
\v 41 ບຸດມະ­ນຸດຈະໃຊ້ພວກເທ­ວະ­ດາຂອງພຣະອົງອອກໄປ, ແລະ ພວກເພິ່ນຈະເກັບກວາດສິ່ງເຫລົ່ານີ້ອອກຈາກຣາ­ຊະອານາຈັກຂອງພຣະອົງ ໃນທຸກສິ່ງທີ່ເປັນເຫດເກີດຈາກຄວາມບາບ, ແລະ ກັບບັນ­ດາຜູ້ທີ່ເຮັດຄວາມຜິດບາບ.
\v 42 ພວກເພິ່ນຈະໂຍນພວກເຂົາໄປຖິ້ມໃສ່ເຕົາໄຟຮ້ອນກ້າ, ທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີ­ການຮ້ອງ­ໄຫ້ ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ.
\v 43 ຄາວນັ້ນພວກສິລະທັມຈະຮຸ່ງ­ເຮືອງດັ່ງດວງຕາເວັນ ໃນຣາ­ຊະອານາຈັກຂອງພຣະບິດາເຈົ້າຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ.
\s5
\v 44 ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນຂຸມຊັບທີ່ເຊື່ອງໄວ້ໃນທົ່ງນາ. ຊຶ່ງຊາຍຜູ້ຫນຶ່ງໄດ້ພົບ ແລະ ໄດ້ເຊື່ອງໄວ້ອີກ. ລາວຈິ່ງໄປຂາຍສິ່ງທັງປວງທີ່ຕົນມີຢູ່ດ້ວຍຄວາມຍິນດີ ແລ້ວ­ຊື້ນາທົ່ງນັ້ນ.
\v 45 ອີກປະ­ການຫນຶ່ງຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນພໍ່­ຄ້າຜູ້ຫນຶ່ງທີ່ຊອກຫາໄຂ່ມຸກຢ່າງດີ.
\v 46 ເມື່ອໄດ້ພົບໄຂ່ມຸກເມັດຫນຶ່ງທີ່ມີຄ່າຫລາຍ ລາວຈິ່ງຂາຍທຸກສິ່ງທີ່ຕົນມີຢູ່ແລ້ວ­ໄປຊື້ໄຂ່ມຸກນັ້ນ.
\s5
\v 47 ອີກປະ­ການຫນຶ່ງ, ຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນມອງທີ່ຖິ້ມລົງໃນທະ­ເລ, ແລະ ດັກເອົາສັດທະເລທຸກຊະ­ນິດ.
\v 48 ເມື່ອມອງເຕັມແລ້ວ, ຄົນຫາປາກໍດຶງຂຶ້ນເທິງຝັ່ງ. ແລ້ວເຂົາຈະນັ່ງລົງເລືອກເອົາໂຕດີໃສ່ໃນຄຸໄວ້, ສ່ວນໂຕບໍ່ດີນັ້ນກໍຖືກໂຍນຖິ້ມເສັຽ.
\s5
\v 49 ໃນຄາວສຸດໂລກກໍຈະເປັນຢ່າງນັ້ນແຫລະ. ພວກເທ­ວະ­ດາຈະອອກມາ ແລະແຍກຄົນຊົ່ວອອກຈາກຄົນສິນທັມ.
\v 50 ພວກເຂົາຈະໂຍນຄົນຊົ່ວຖິ້ມໃສ່ເຕົາ­ໄຟຮ້ອນກ້າທີ່ບໍ່ມີວັນດັບມອດ ທີ່ນັ້ນຈະມີ­ການຮ້ອງ­ໄຫ້ຄວນຄາງ ແລະ ກັດແຂ້ວຄ້ຽວຟັນ.
\s5
\v 51 ພວກທ່ານເຂົ້າໃຈຂໍ້­ຄວາມເຫລົ່ານີ້ແລ້ວຫລືຍັງ?” ພວກສາວົກໄດ້ທູນຕອບວ່າ, “ເຂົ້າ­ໃຈແລ້ວ.”
\v 52 ຈາກນັ້ນພຣະເຢຊູເຈົ້າຊົງກ່າວກັບເຂົາວ່າ, “ດ້ວຍເຫດນີ້ ນັກ­ທັມທຸກຄົນທີ່ໄດ້ມາເປັນສາວົກຂອງຣາຊະອາ­ນາ­ຈັກສະ­ຫວັນ ກໍເຫມືອນເຈົ້າຂອງເຮືອນ, ຜູ້ທີ່ເອົາສິ່ງຂອງທັງເກົ່າ ແລະ ໃຫມ່ອອກມາຈາກສາງຂອງຕົນ.”
\v 53 ເມື່ອພຣະເຢຊູເຈົ້າຊົງກ່າວຄຳອຸ­ປະ­ມາເຫລົ່ານີ້ສິ້ນສຸດລົງແລ້ວ, ພຣະອົງກໍສະ­ເດັດໄປຈາກທີ່ນັ້ນ.
\s5
\v 54 ແລະ ໄດ້ຊົງສັ່ງ­ສອນຄົນທັງ­ຫລາຍໃນໂຮງທັມະສາລາຂອງພວກເຂົາ. ຜົນຄືພວກເຂົາທັງຫລາຍງຶດປະ­ຫລາດໃຈແລ້ວເວົ້າກັນວ່າ, “ຊາຍຜູ້ນີ້ໄດ້ສະ­ຕິ­ປັນ­ຍາ ແລະ ເຮັດການ ອັດສະຈັນ ເຫລົ່ານີ້ມາແຕ່ໃສ?
\v 55 ລາວເປັນລູກຊ່າງໄມ້ບໍ່ແມ່ນບໍ? ແມ່ຂອງລາວຊື່ມາ­ຣິ­ອາ ບໍ່ແມ່ນບໍ? ພວກນ້ອງຊາຍຂອງລາວຊື່ ຢາໂກໂບ, ໂຢ­ເຊັບ, ຊີ­ໂມນ, ແລະ ຢູ­ດາ ບໍ່ແມ່ນບໍ?
\v 56 ແລ້ວພວກນ້ອງສາວຂອງລາວກໍຢູ່ກັບຫມູ່ເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງປວງເຫລົ່ານີ້ມາແຕ່ໃສ?”
\s5
\v 57 ພວກເຂົາຈຶ່ງບໍ່ພໍໃຈພຣະ­ເຢຊູເຈົ້າ. ແຕ່ພຣະ­ເຢຊູເຈົ້າຊົງກ່າວກັບເຂົາວ່າ, “ຜູ້ປະ­ກາດພຣະ­ທັມຈະບໍ່ຂາດຄວາມນັບ­ຖື ເວັ້ນໄວ້ແຕ່ໃນປະເທດ ແລະ ໃນຄົວເຮືອນຂອງຕົນ.”
\v 58 ແລ້ວພຣະ­ອົງບໍ່ໄດ້ຊົງກະທຳການ ອັດສະຈັນຫລາຍ ເພາະເຂົາບໍ່ມີຄວາມເຊື່ອ.
\s5
\c 14
\cl ບົດທີ 14
\p
\v 1 ໃນເວ­ລານັ້ນເອງ, ເຮ­ໂຣດຜູ້ປົກ­ຄອງໄດ້ຍິນເຖິງຂ່າວຂອງພຣະເຢຊູເຈົ້າ.
\v 2 ເຂົາຈິ່ງກ່າວແກ່ພວກຄົນໃຊ້ວ່າ, “ຜູ້ນີ້ແມ່ນໂຢ­ຮັນບັບ­ຕິສະ­ໂຕ; ເພິ່ນໄດ້ເປັນຄືນມາຈາກຕາຍ. ເພາະເຊັ່ນນີ້ເອງ ຣິດອຳນາດເຫລົ່ານີ້ຈິ່ງສະແດງອອກມາໃນຕົວເພິ່ນ.”
\s5
\v 3 ແລະ ຂັງຄຸກໄວ້. ເພາະເຫັນ­ແກ່ນາງເຮ­ໂຣ­ເດັຽພັນຣະຍາຂອງຟີ­ລິບນ້ອງຊາຍຂອງຕົນ.
\v 4 “ເປັນການບໍ່ສົມຄວນທີ່ທ່ານຈະເອົານາງນັ້ນມາເປັນພັນຣະຍາຂອງທ່ານ.”
\v 5 ເຮ­ໂຣດມີ­ໃຈຢາກຂ້າໂຢ­ຮັນແຕ່ກໍຢ້ານປະ­ຊາ­ຊົນ, ເພາະວ່າພວກເຂົາໄດ້ຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.
\s5
\v 6 ແຕ່ເມື່ອເຖີງວັນສະ­ຫລອງວັນເກີດຂອງເຮ­ໂຣດ, ລູກສາວຂອງນາງເຮ­ໂຣ­ເດັຽໄດ້ຟ້ອນລຳ ທ່າມ­ກາງບັນ­ດາແຂກ ແລະ ເຮັດໃຫ້ເຮໂຣດພໍໃຈ.
\v 7 ດ້ວຍເຫດນີ້, ຈຶ່ງໃຫ້ເຮ­ໂຣດໃຫ້ຄຳສັນ­ຍາສາ­ບານກັບນາງວ່າ ຈະໃຫ້ໃນທຸກສິ່ງທີ່ນາງຂໍ.
\s5
\v 8 ຫຼັງຈາກທີ່ໄດ້ຮັບຄຳແນະນຳຈາກແມ່, ນາງຈິ່ງໄດ້ທູນວ່າ, “ຂໍໂຜດໃຫ້ຫົວໂຢ­ຮັນບັບ­ຕິ­ສະ­ໂຕໃສ່ຖາດມາໃຫ້ຂ້າ­ນ້ອຍທີ່ນີ້.”
\v 9 ຝ່າຍເຮ­ໂຣດຜູ້ປົກ­ຄອງກໍທຸກໃຈຫຼາຍ ແຕ່ເພາະເຫດທີ່ໄດ້ສັນຍາສາ­ບານ ແລະ ເພາະເຫັນ­ແກ່ຄົນທັງປວງທີ່ນັ່ງຮ່ວມຮັບປະທານຢູ່ນັ້ນ, ເພິ່ນຈິ່ງຈຳເປັນອອກຄຳສັ່ງອະ­ນຸ­ຍາດໃຫ້ຕາມນັ້ນ.
\s5
\v 10 ທ່ານໃຊ້ຄົນໄປຕັດເອົາຫົວໂຢ­ຮັນໃນຄຸກ.
\v 11 ແລ້ວເອົາຫົວໃສ່ຖາດມາໃຫ້ນາງນັ້ນ ແລະ ນາງກໍໄປສົ່ງໃຫ້ແມ່ຂອງຕົນ.
\v 12 ແລ້ວພວກສາວົກຂອງໂຢ­ຮັນກໍພາ­ກັນມາຮັບເອົາສົບໄປຝັງໄວ້. ຫຼັງຈາກແລ້ວກໍມາທູນໃຫ້ພຣະ­ເຢຊູເຈົ້າຊົງຊາບ.
\s5
\v 13 ບັດນີ້ ເມື່ອພຣະ­ເຢຊູເຈົ້າໄດ້ຊົງຊາບແລ້ວ, ພຣະອົງຊົງແຍກຕົວອອກໄປຈາກທີ່ນັ້ນ ລົງເຮືອສະ­ເດັດໄປຍັງສະຖານທີ່ຢູ່ຕ່າງ­ຫາກ. ເມື່ອປະ­ຊາ­ຊົນທັງປວງໄດ້ຍິນຂ່າວນັ້ນ, ພວກເຂົາກໍອອກຈາກເມືອງ, ພວກເຂົາໄດ້ຍ່າງຕິດ­ຕາມພຣະ­ອົງໄປ.
\v 14 ແລ້ວເມື່ອພຣະເຢຊູເຈົ້າໄດ້ສະ­ເດັດອອກຈາກເຮືອແລ້ວກໍຊົງເຫັນປະ­ຊາ­ຊົນໝູ່ໃຫຍ່ ພຣະ­ອົງຊົງສົງ­ສານເຂົາ ຈິ່ງຊົງໂຜດຄົນເຈັບປ່ວຍທັງ­ຫລາຍ ໃຫ້ພວກເຂົາຫາຍດີ.
\s5
\v 15 ເມື່ອເວ­ລາແລງມາ, ພວກສາ­ວົກໄດ້ມາທູນຕໍ່ພຣະ­ອົງວ່າ, “ບ່ອນນີ້ເປັນປ່າກັນດານ ແລະ ບັດນີ້ຄ່ຳແລ້ວ. ປ່ອຍໃຫ້ປະ­ຊາ­ຊົນເລີກໄປເສັຽ, ເພື່ອພວກເຂົາຈະໄດ້ໄປໃນເມືອງ ແລະ ຊື້ອາ­ຫານຮັບປະ­ທານໃຫ້ຕົນເອງ.”
\s5
\v 16 ແຕ່ພຣະ­ເຢຊູຊົງຕອບເຂົາວ່າ, “ພວກເຂົາບໍ່ຈຳ­ເປັນຕ້ອງໄປ ພວກທ່ານຈົ່ງຫາອາຫານລ້ຽງພວກເຂົາສາ.”
\v 17 “ພວກຂ້າ­ນ້ອຍມີພຽງແຕ່ເຂົ້າ­ຈີ່ຫ້າກ້ອນແລະປາສອງໂຕເທົ່ານັ້ນ.”
\v 18 ພຣະເຢຊູເຈົ້າຊົງບອກວ່າ, “ນຳເອົາເຫຼົ່ານັ້ນມາໃຫ້ເຮົາ.”
\s5
\v 19 ຈາກນັ້ນພຣະເຢຊູຊົງສັ່ງໃຫ້ປະ­ຊາ­ຊົນນັ່ງລົງຕາມປ່າຫຍ້າ. ພຣະອົງຊົງເອົາເຂົ້າ­ຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນ­. ແລ້ວກໍຊົງເງີຍພຣະ­ພັກສູ່ສະຫວັນ, ພຣະອົງໄດ້ຂໍພຣະ­ພອນ ແລ້ວຫັກເຂົ້າ­ຈີ່ແລ້ວກໍຍື່ນໃຫ້ພວກສາວົກ, ແລ້ວພວກສາ­ວົກກໍແຈກຢາຍໃຫ້ຄົນທັງປວງ.
\v 20 ສ່ວນສາວົກກໍເກັບອາຫານທີ່ເຫລືອນັ້ນ ໄດ້ເຕັມສິບສອງບຸງ.
\v 21 ຄົນທັງຫຼາຍທີ່ກິນນັ້ນມີຜູ້ຊາຍປະ­ມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງ ແລະ ເດັກ­ນ້ອຍ.
\s5
\v 22 ທັນໃດນັ້ນພຣະ­ອົງຊົງສັ່ງໃຫ້ພວກສາ­ວົກລົງເຮືອຂ້າມຟາກໄປກ່ອນ ຂະ­ນະທີ່ພຣະ­ອົງຊົງສັ່ງໃຫ້ປະ­ຊາ­ຊົນເລີກໄປ.
\v 23 ຫຼັງຈາກພຣະອົງຊົງໃຫ້ປະ­ຊາ­ຊົນເຫລົ່າ­ນັ້ນເລີກໄປໝົດແລ້ວ ພຣະ­ອົງຈິ່ງສະເດັດຂຶ້ນພູຢູ່ຕ່າງ­ຫາກເພື່ອໄຫວ້ວອນ. ເມື່ອຄ່ຳມາແລ້ວພຣະ­ອົງກໍຍັງຊົງຢູ່ທີ່ນັ້ນແຕ່ຕົນດຽວ.
\v 24 ແລະເກືອບຈະຄວບຄຸມເຮືອບໍ່ໄດ້ ແລະຖືກຟອງ­ນ້ຳຕີໄປມາເພາະທວນລົມຕ້ານຢູ່.
\s5
\v 25 ໃນເວລາສີ່ໂມງຂ້ອນແຈ້ງ ພຣະ­ເຢຊູເຈົ້າຊົງຍ່າງເທິງນ້ຳໄປຫາພວກສາ­ວົກ.
\v 26 ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານໍ້າທະເລ, ພວກເຂົາກໍຕົກ­ໃຈຢ້ານ ແລະ ໄດ້ເວົ້າກັນວ່າ, “ນັ້ນແມ່ນຜີ” ແລ້ວພວກເຂົາຈິ່ງຮ້ອງຂຶ້ນເພາະຄວາມຢ້ານ.
\v 27 ແຕ່ ພຣະເຢຊູເຈົ້າ ໄດ້ກ່າວໂດຍທັນທີ “ຈົ່ງກ້າຫານເຖີດ ນີ້ແມ່ນເຮົາເອງ ຢ່າສູ່ຢ້ານ.”
\s5
\v 28 ເປ­ໂຕຈິ່ງທູນຕອບພຣະ­ອົງວ່າ, “ນາຍເອີຍ, ຖ້າແມ່ນທ່ານແນ່ແລ້ວ ຂໍສັ່ງໃຫ້ຂ້າ­ນ້ອຍຍ່າງເທິງນ້ຳໄປຫາທ່ານ.”
\v 29 ພຣະເຢຊູເຈົ້າຊົງບອກວ່າ, “ມາ­ສາ” ດັ່ງນັ້ນເປ­ໂຕຈິ່ງອອກຈາກເຮືອຍ່າງເທິງນ້ຳໄປຫາພຣະ­ເຢຊູເຈົ້າ.
\v 30 ແຕ່ເມື່ອເຫັນລົມກໍຢ້ານແລະເມື່ອກຳ­ລັງຈະຈົມກໍຮ້ອງວ່າ, “ນາຍເອີຍ, ຊ່ອຍຂ້າ­ນ້ອຍໃຫ້ພົ້ນແດ່ທ້ອນ.”
\s5
\v 31 ໃນທັນ­ໃດນັ້ນພຣະ­ເຢຊູເຈົ້າຊົງຢື້ພຣະ­ຫັດຈັບເປ­ໂຕໄວ້ແລ້ວຊົງກ່າວວ່າ, “ໂອ ຜູ້ມີຄວາມເຊື່ອນ້ອຍເອີຍ ເປັນຫຍັງ ຈິ່ງສົງໄສ?”
\v 32 ເມື່ອພຣະ­ເຢຊູເຈົ້າ ແລະ ເປໂຕໄດ້ຂຶ້ນໄປ ໃນເຮືອແລ້ວ, ລົມກໍເຊົາພັດ.
\v 33 ແລ້ວພວກທີ່­ຢູ່ໃນເຮືອໄດ້ມາກົ້ມຂາບໃສ່ພຣະ­ເຢຊູ ແລະເວົ້າວ່າ, “ພຣະອົງຊົງເປັນພຣະ­ບຸດຂອງພຣະ­ເຈົ້າຈິງແທ້.”
\s5
\v 34 ເມື່ອພວກເຂົາຂ້ວາມນໍ້າໄປເຖິງແລ້ວ, ພວກເຂົາໄດ້ມາເຖີງທ່າເມືອງເຄັນ­ເນ­ຊາ­ເຣັດ.
\v 35 ເມື່ອຄົນໃນເຂດນັ້ນໄດ້ຮູ້­ຈັກພຣະ­ເຢຊູເຈົ້າແລ້ວ, ພວກເຂົາກໍໃຊ້ຄົນໄປບອກກ່າວທົ່ວຕະ­ຫລອດເຂດນັ້ນ ແລະ ພວກເຂົາຈິ່ງພາບັນ­ດາຄົນເຈັບປ່ວຍມາຫາພຣະອົງ.
\v 36 ແລ້ວຜູ້ໃດໄດ້ບາຍແລ້ວກໍຖືກຊົງໂຜດໃຫ້ດີປົກ­ກະ­ຕິ.
\s5
\c 15
\cl ບົດທີ 15
\p
\v 1 ຈາກນັ້ນພວກຟາ­ຣີ­ຊາຍ ແລະ ພວກນັກ­ທັມອອກມາຈາກນະຄອນເຢຣູ­ຊາ­ເລັມມາຫາພຣະເຢຊູ. ພວກເຂົາທູນຖາມພຣະ­ເຢຊູວ່າ,
\v 2 “ເປັນຫຍັງພວກສິດຂອງທ່ານຈິ່ງລະ­ເມີດຕໍ່ຄຳສອນປະເພນີ ທີ່ຕົກທອດມາຈາກເຖົ້າເກົ່າບູ­ຮານນັ້ນ? ເພາະພວກເຂົາບໍ່ລ້າງມືກ່ອນຮັບປະທານອາ­ຫານ”.
\v 3 ພຣະ­ອົງຊົງຕອບເຂົາວ່າ, “ເຫດສັນ­ໃດພວກທ່ານຈິ່ງລະ­ເມີດຕໍ່ຂໍ້ບັນ­ຍັດຂອງພຣະເຈົ້າ ດ້ວຍເຫັນ­ແກ່ຄຳສອນປະເພນີທີ່ຕົກທອດສືບ­ຕໍ່ກັນມານັ້ນ?"
\s5
\v 4 ເພາະພຣະ­ເຈົ້າໄດ້ຊົງບັນ­ຍັດໄວ້ວ່າ ‘ຈົ່ງນັບ­ຖືບິ­ດາມານດາຂອງເຈົ້າ’ ແລະ ‘ຜູ້ໃດໝິ່ນ­ປະ­ຫມາດບິ­ດາມານດາ ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ’.
\v 5 ‘ຜູ້ໃດທີ່ຈະເວົ້າກັບບິ­ດາມານດາວ່າ, “ສິ່ງໃດຂອງຂ້ອຍທີ່ອາດຊ່ອຍເຫລືອເຈົ້າໄດ້ ສິ່ງນັ້ນກໍເປັນຂອງຖວາຍສຳລັບພຣະເຈົ້າແລ້ວ.”
\v 6 ຜູ້ນັ້ນຈິ່ງບໍ່ຕ້ອງນັບ­ຖືບິ­ດາມານດາຂອງຕົນ’ ດັ່ງ­ນັ້ນແຫລະ, ພວກທ່ານໄດ້ລຶ­ບລ້າງພຣະ­ທັມຂອງພຣະ­ເຈົ້າ ເພາະເຫັນແກ່ຄຳສອນປະເພນີທີ່ຕົກທອດສືບປະຕິບັດ­ຕໍ່ກັນມາຂອງພວກເຈົ້າ.
\s5
\v 7 ໂອ ຄົນຫນ້າຊື່ໃຈຄົດເອີຍ, ເອ­ຊາ­ຢາໄດ້ທຳ­ນວາຍຄັກແນ່ເຖິງພວກທ່ານວ່າ,
\v 8 ພົນລະເມືອງເຫລົ່ານີ້ໃຫ້ກຽດເຮົາແຕ່ປາກສ່ວນໃຈຂອງເຂົາຫ່າງໄກຈາກເຮົາ.
\v 9 ເຂົານະມັດສະການເຮົາໂດຍອັບປະໂຫຍດ ດ້ວຍເປົ່າປະໂຫຍດ ເມື່ອຄຳສັ່ງສອນຂອງພວກມະນຸດເອົາບົດບັດຍັດຂອງພວກເຂົາ ອັນເປັນຄຳສັ່ງສອນເກີດຈາກມະນຸດ’.”
\s5
\v 10 ຈາກນັ້ນພຣະ­ອົງຊົງເອີ້ນເອົາປະ­ຊາ­ຊົນ ແລະຊົງກ່າວກັບເຂົາວ່າ, “ຈົ່ງຟັງແລະເຂົ້າ­ໃຈສາ.
\v 11 ບໍ່ແມ່ນສິ່ງທີ່ເຂົ້າໄປໃນປາກນັ້ນ ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ ແຕ່ແມ່ນສິ່ງທີ່ອອກມາຈາກປາກນັ້ນແຫລະ ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.”
\s5
\v 12 ຈາກນັ້ນພວກສາ­ວົກມາທູນຖາມພຣະ­ອົງວ່າ, “ທ່ານຊາບແລ້ວຫລືວ່າເມື່ອພວກຟາ­ຣີ­ຊາຍໄດ້ຍິນຄຳກ່າວນັ້ນ ເຂົາກໍເສັຽໃຈ.”
\v 13 ພຣະ­ອົງຊົງຕອບວ່າ, “ໄມ້ທຸກຕົ້ນທີ່ພຣະ­ບິ­ດາຂອງເຮົາ ຜູ້ຊົງສະຖິດຢູ່ໃນສະ­ຫວັນ ບໍ່ໄດ້ຊົງປູກໄວ້ຈະຕ້ອງຫລົກເສັຽ.
\v 14 ຊ່າງພວກເຂົາເທາະ ເພາະພວກເຂົາເປັນຄົນນຳທາງທີ່ຕາບອດ ຖ້າຄົນຕາບອດຈູງຄົນຕາ­ບອດໄປເຂົາທັງສອງກໍຈະຕົກໃນຂຸມ.”
\s5
\v 15 ເປ­ໂຕຈິ່ງທູນພຣະ­ອົງວ່າ, “ຂໍທ່ານໂຜດອະທິບາຍຄຳອຸ­ປະ­ມານີ້ໃຫ້ພວກຂ້າ­ນ້ອຍແດ່.”
\v 16 ພຣະ­ເຢຊູເຈົ້າຊົງຕອບວ່າ, “ພວກທ່ານກໍຍັງຂາດຄວາມເຂົ້າ­ໃຈເຫມືອນກັນບໍ?
\v 17 ສິ່ງໃດທີ່ເຂົ້າໄປໃນປາກກໍລົງໃນທ້ອງ ແລ້ວກໍຖ່າຍອອກມາລົງໃສ່ໂຖສ້ວມ?
\s5
\v 18 ແຕ່ສິ່ງທີ່ອອກຈາກປາກ ກໍອອກມາຈາກໃຈດ້ວຍ. ສິ່ງນັ້ນແຫລະເຮັດໃຫ້ມະ­ນຸດຊົ່ວມົວຫມອງ.
\v 19 ການຂ້າຄົນ, ການຫລິ້ນຊູ້ຈາກຜົວເມັຍ, ການຜິດຊາຍຍິງ, ການລັກຊັບ, ການເປັນພະ­ຍານບໍ່ຈິງ, ແລະການນິນ­ທາ ກໍອອກມາຈາກໃຈ.
\v 20 ສິ່ງເຫລົ່ານີ້ແຫລະ, ທີ່ເຮັດໃຫ້ມະ­ນຸດຊົ່ວມົວຫມອງ ແຕ່ການຮັບປະ­ທານອາ­ຫານບໍ່ລ້າງມືກ່ອນນັ້ນ ບໍ່ໄດ້ເຮັດໃຫ້ມະ­ນຸດຊົ່ວມົວຫມອງ.”
\s5
\v 21 ຈາກນັ້ນພຣະ­ເຢຊູໄດ້ສະ­ເດັດຈາກບ່ອນນັ້ນເຂົ້າໄປໃນເຂດເມືອງຕີ­ເຣແລະເມືອງຊິໂດນ.
\v 22 ເບິ່ງແມ, ມີຍິງຊາວກາ­ນາ­ອານຄົນຫນຶ່ງມາຈາກເຂດນັ້ນຮ້ອງທູນພຣະ­ອົງວ່າ, “ໂຜດເມດຕາຕໍ່ຂ້ານ້ອຍແດ່ຖ້ອນ ອົງຜູ້ເປັນພຣະເຈົ້າ ບຸດດາ­ວິດເອີຍ, ລູກສາວຂອງຂ້າ­ນ້ອຍມີຄວາມລຳ­ບາກຫລາຍຍ້ອນຜີຮ້າຍບັງຄັບ.”
\v 23 ແຕ່ພຣະອົງບໍ່ໄດ້ຊົງຕອບຍິງນັ້ນຈັກຄຳ ແລ້ວພວກສາວົກໄດ້ມາທູນພຣະອົງວ່າ, “ຂໍບອກໃຫ້ນາງເມືອເສັຽ ເພາະນາງກຳລັງຮ້ອງຕາມຫລັງພວກເຮົາ.”
\s5
\v 24 ແຕ່ພຣະເຢຊູຊົງຕອບວ່າ, “ເຮົາບໍ່ໄດ້ຖືກສົ່ງໃຊ້ມາຫາຜູ້ອື່ນ ເວັ້ນແຕ່ຝູງແກະທີ່ເສັຽແລ້ວ ຄືຕະກຸນອິ­ສະຣາເອນເທົ່ານັ້ນ.”
\v 25 ແຕ່ຍິງນັ້ນໄດ້ມາຂາບທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຂໍໂຜດຊ່ອຍຂ້າ­ນ້ອຍແດ່­ຖ້ອນ.”
\v 26 ພຣະ­ອົງຊົງຕອບວ່າ, “ບໍ່ສົມ­ຄວນຈະເອົາອາ­ຫານຂອງລູກໂຍນໃຫ້ແກ່ຫມາ­ນ້ອຍ.”
\s5
\v 27 ຍິງນັ້ນທູນຕອບວ່າ, “ຈິງຢູ່ຂ້າ­ນ້ອຍ ແຕ່ເຖິງແມ່ນຫມານ້ອຍກໍເຄີຍກິນເມັດທີ່ຕົກຈາກໂຕະນາຍຂອງມັນ.”
\v 28 “ນາງເອີຍ, ຄວາມເຊື່ອຂອງເຈົ້າກໍໃຫຍ່ ຈົ່ງເປັນໄປຕາມຄວາມປະ­ສົງຂອງເຈົ້າເຖີ້ນ” ແລ້ວລູກສາວຂອງຍິງນັ້ນກໍດີເປັນປົກ­ກະ­ຕິຕັ້ງ­ແຕ່ໂມງນັ້ນ.
\s5
\v 29 ພຣະ­ເຢຊູເຈົ້າໄດ້ສະ­ເດັດອອກຈາກທີ່ນັ້ນ ແລະໄປເລາະລຽບຝັ່ງທະ­ເລຄາ­ລີ­ເລ. ຈາກນັ້ນພຣະອົງສະ­ເດັດຂຶ້ນພູຊົງປະ­ທັບນັ່ງລົງທີ່ນັ້ນ.
\v 30 ເຂົາພາຄົນຂາເສັ້ງ, ຄົນຕາ­ບອດ, ຄົນປາກ­ກືກ, ຄົນເປັ້ຽລ່ອຍ ແລະຄົນເຈັບອື່ນໆຫລາຍຄົນ ມາຫາພຣະ­ເຢຊູເຈົ້າ ວາງໄວ້ທີ່ໃກ້ຕີນຂອງພຣະອົງ ແລະພຣະ­ອົງໄດ້ຊົງໂຜດໃຫ້ເຂົາດີ.
\v 31 ຝູງຄົນເຫລົ່າ­ນັ້ນງຶດອັດ­ສະ­ຈັນໃຈ ເມື່ອເຫັນຄົນປາກ­ກືກປາກໄດ້, ຄົນແຂນຂາເສັ້ງດີປົກ­ກະ­ຕິ, ຄົນເປັ້ຽລ່ອຍຍ່າງໄປໄດ້, ແລະຄົນຕາ­ບອດເຫັນໄດ້ ແລ້ວເຂົາຈິ່ງສັນ­ຣະ­ເສີນພຣະເຈົ້າຂອງຊາດອິ­ສະຣາເອນ.
\s5
\v 32 ພຣະ­ເຢຊູເຈົ້າຊົງເອີ້ນພວກສາ­ວົກຂອງຕົນມາ ແລ້ວຊົງກ່າວວ່າ, “ເຮົາສົງ­ສານຄົນເຫລົ່ານີ້ ເພາະເຂົາຄ້າງຢູ່ກັບເຮົາໄດ້ສາມວັນແລ້ວ ແລະບໍ່ມີອາ­ຫານກິນ ເຮົາບໍ່ຢາກໃຫ້ເຂົາກັບໄປໃນຂະ­ນະທີ່ຍັງຫິວຢູ່ ເພາະຢ້ານວ່າເຂົາຈະເມື່ອຍອິດອ່ອນຕາມທາງ.”
\v 33 “ໃນປ່າຢ່າງນີ້ພວກຂ້ານ້ອຍຈະຊອກອາ­ຫານທີ່ໃດພໍລ້ຽງຄົນເຫລົ່ານີ້ໃຫ້ອີ່ມໄດ້.”
\v 34 “ພວກທ່ານມີເຂົ້າ­ຈີ່ຈັກກ້ອນ” ເຂົາທູນຕອບວ່າ, “ມີເຈັດກ່ອນກັບປານ້ອຍສອງສາມໂຕ.”
\v 35 ຈາກນັ້ນພຣະ­ເຢຊູເຈົ້າຊົງສັ່ງໃຫ້ປະຊາ­ຊົນນັ່ງລົງຕາມດິນ.
\s5
\v 36 ພຣະອົງຮັບເຂົ້າ­ຈີ່ເຈັດກ້ອນກັບປາເຫລົ່າ­ນັ້ນມາໂມທະ­ນາຂອບພຣະຄຸນ ພຣະອົງຊົງຫັກເຂົ້າຈີ່ ແລະຍື່ນໃຫ້ພວກສາ­ວົກຂອງຕົນ. ພວກສາ­ວົກກໍໄດ້ແຈກຢາຍໃຫ້ປະ­ຊາ­ຊົນ.
\v 37 ຄົນທັງປວງໄດ້ກິນອີ່ມຫມົດດທຸກຄົນຕ່ອນຫັກທີ່ເຫລືອນັ້ນເຂົາເກັບໄດ້ເຕັມເຈັດບຸງ.
\v 38 ສ່ວນຄົນທີ່ໄດ້ກິນນັ້ນມີຜູ້ຊາຍເຖິງສີ່ພັນຄົນ ບໍ່ນັບແມ່ຍິງກັບເດັກນ້ອຍ.
\v 39 ຈາກນັ້ນພຣະເຢຊູຊົງໃຫ້ຝູງຄົນກັບໄປ ພຣະອົງກໍສະເດັດລົງເຮືອໄປຍັງເຂດເມືອງມາ­ຄາ­ດານ.
\s5
\c 16
\cl ບົດທີ 16
\p
\v 1 ພວກຟາ­ຣີ­ຊາຍກັບພວກຊາ­ດູ­ກາຍໄດ້ມາຫາແລະທົດລອງພຣະອົງ ໂດຍຂໍໃຫ້ພຣະ­ອົງຊົງສະ­ແດງຫມາຍສຳ­ຄັນຢ່າງຫນຶ່ງຈາກສະຫວັນໃຫ້ເຂົາເຫັນ.
\v 2 ພຣະ­ອົງຊົງຕອບເຂົາວ່າ, “ເມື່ອຄ່ຳມາພວກທ່ານເຄີຍເວົ້າວ່າ ‘ອາ­ກາດຈະດີເພາະຟ້າສີ­ແດງ.
\s5
\v 3 ແລະເວ­ລາເຊົ້າພວກທ່ານກໍເວົ້າວ່າ ‘ມື້­ນີ້ຈະເກີດພາ­ຍຸເພາະຟ້າສີແດງ ແລະມືດມົວ’ ພວກທ່ານຍັງສັງ­ເກດຮູ້ຄວາມຫມາຍຂອງລັກສະນະທ້ອງຟ້າຢ່າງໃດ, ແຕ່ພວກທ່ານບໍ່ອາດສັງເກດໄດ້ຫມາຍສຳ­ຄັນແຫ່ງສະ­ໄຫມຕ່າງໆໄດ້.
\v 4 ແຕ່ຈະບໍ່ຊົງໂຜດຫມາຍສຳ­ຄັນໃຫ້ແກ່ເຂົາ ເວັ້ນໄວ້ແຕ່ຫມາຍສຳ­ຄັນເລື່ອງໂຢນາ” ແລ້ວພຣະ­ອົງກໍສະ­ເດັດຈາກເຂົາໄປ.
\s5
\v 5 ເຫລົ່າສາ­ວົກເມື່ອຂ້ວາມໄປຟາກນັ້ນ, ກໍໄດ້ລືມເອົາເຂົ້າ­ຈີ່ໄປນຳ.
\v 6 ພຣະ­ເຢຊູເຈົ້າຊົງບອກເຂົາວ່າ, “ຈົ່ງສັງ­ເກດ ແລະ ຣະວັງເຊື້ອແປ້ງຂອງພວກຟາ­ຣີ­ຊາຍແລະພວກຊາ­ດູ­ກາຍໃຫ້ດີ.”
\v 7 ພວກສາ­ວົກກໍເວົ້າຖ່າມກາງພວກກັນເອງວ່າ, “ເພາະຫມູ່ເຮົາບໍ່ໄດ້ເອົາເຂົ້າ­ຈີ່ມານຳ.”
\v 8 ພຣະເຢຊູເຈົ້າຊົງຊາບແລະຈິ່ງຊົງກ່າວວ່າ, “ທ່ານຜູ້ມີຄວາມເຊື່ອຫນ້ອຍ ເຫດໃດພວກທ່ານຈິ່ງເວົ້າກັນແລະກັນເຖິງເລື່ອງບໍ່ໄດ້ເອົາເຂົ້າ­ຈີ່ມານຳ?
\s5
\v 9 ພວກທ່ານຍັງບໍ່ເຂົ້າໃຈແລະຈື່ບໍ່ໄດ້ບໍເລື່ອງເຂົ້າ­ຈີ່ຫ້າກ້ອນສຳ­ລັບຄົນຫ້າພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ?
\v 10 ຫລືເລື່ອງເຂົ້າ­ຈີ່ເຈັດກ້ອນສຳ­ລັບຄົນສີ່ພັນຄົນນັ້ນ ແລະພວກທ່ານເກັບໄດ້ຈັກບຸງ?
\s5
\v 11 ເປັນສັນ­ໃດພວກທ່ານຈິ່ງບໍ່ເຂົ້າໃຈວ່າ ເຮົາບໍ່ໄດ້ເວົ້າກັບພວກທ່ານດ້ວຍເລື່ອງເຂົ້າ­ຈີ່? ຈົ່ງເອົາໃຈໃສ່ແລະຣະ­ວັງເຊື້ອແປ້ງຂອງພວກຟາ­ຣີ­ຊາຍແລະພວກຊາ­ດູ­ກາຍ.”
\v 12 ແລ້ວພວກເຂົາໄດ້ເຂົ້າໃຈວ່າ ພຣະອົງບໍ່ໄດ້ຊົງສັ່ງເຂົາໃຫ້ຣະ­ວັງເຊື້ອແປ້ງນັ້ນ, ແຕ່ໃຫ້ຣະ­ວັງຄຳສອນຂອງພວກຟາ­ຣີ­ຊາຍ ແລະ ພວກຊາ­ດູ­ກາຍ.
\s5
\v 13 ບັດນີ້ ເມື່ອພຣະ­ເຢຊູສະ­ເດັດມາເຖີງເຂດເມືອງກາຍ­ຊາ­ເຣັຽຟີ­ລິບ­ປອຍ, ພຣະ­ອົງຊົງຖາມພວກສາ­ວົກຂອງຕົນວ່າ, “ຄົນທັງ­ຫລາຍເວົ້າກັນວ່າບຸດມະ­ນຸດແມ່ນຜູ້ໃດ?”
\v 14 ເຂົາທູນຕອບວ່າ, “ຜູ້ລາງຄົນວ່າເປັນໂຢ­ຮັນບັບ­ຕິ­ສະ­ໂຕ ແລະ ຄົນອື່ນວ່າເປັນເອ­ລີ­ຢາ ແຕ່ຄົນອື່ນອີກວ່າເປັນເຢ­ເຣ­ມີ­ຢາ ຫລືເປັນຄົນຫນຶ່ງໃນພວກຜູ້ປະ­ກາດພຣະ­ທັມ.”
\v 15 ພຣະ­ອົງຊົງຖາມເຂົາວ່າ, “ແລ້ວຝ່າຍພວກທ່ານເດ, ວ່າເຮົາເປັນໃຜ?”
\v 16 ຊີ­ໂມນເປ­ໂຕທູນຕອບວ່າ, “ທ່ານເປັນພຣະຄຣິດ, ພຣະບຸດຂອງພຣະ­ເຈົ້າຜູ້ຊົງພຣະ­ຊົນຢູ່.”
\s5
\v 17 ພຣະ­ເຢຊູຊົງກ່າວກັບເປ­ໂຕວ່າ, “ທ່ານກໍເປັນສຸກ ຊີ­ໂມນບາຣະໂຢ­ນາເອີຍ, ເພາະ­ວ່າບໍ່ແມ່ນມະ­ນຸດທີ່ໄດ້ສະ­ແດງຄຳນີ້ແກ່ທ່ານ, ແຕ່ແມ່ນພຣະ­ບິ­ດາຂອງເຮົາຜູ້ຊົງສະ­ຖິດໃນສະ­ຫວັນຊົງໃຫ້ຊາບ.
\v 18 ເຮົາຍັງບອກທ່ານວ່າທ່ານຄືເປ­ໂຕ, ແລະເທິງສີລາກ້ອນນີ້ ເຮົາຈະສ້າງຄຣິສ­ຕະຈັກຂອງເຮົາຂຶ້ນ ແລະປະ­ຕູແຫ່ງແດນມໍ­ຣະ­ນາ‘ຈະມີໄຊຕໍ່ຄຣິສ­ຕະ­ຈັກນັ້ນບໍ່ໄດ້.
\s5
\v 19 ເຮົາຈະມອບກະ­ແຈແຫ່ງອານາຈັກສະ­ຫວັນໄວ້ໃຫ້ທ່ານ ສິ່ງໃດກໍຕາມທ່ານຈະຜູກມັດໄວ້ໃນໂລກ, ສິ່ງນັ້ນກໍຈະຊົງຜູກມັດໄວ້ແລ້ວໃນສະ­ຫວັນ ແລະສິ່ງໃດກໍຕາມທ່ານຈະແກ້ໃນໂລກ, ສິ່ງນັ້ນກໍຈະຊົງແກ້ໃຫ້ຫລຸດແລ້ວໃນສະ­ຫວັນ.”
\v 20 ຈາກນັ້ນພຣະເຢຊູຊົງຫ້າມພວກສາວົກບໍ່ໃຫ້ບອກຜູ້ໃດວ່າຕົນຊົງເປັນພຣະ­ຄຣິດ.
\s5
\v 21 ນັບຕັ້ງ­ແຕ່ເວ­ລານັ້ນມາພຣະ­ເຢຊູເຈົ້າຊົງຕັ້ງ­ຕົ້ນສຳແດງແກ່ພວກສາ­ວົກຂອງຕົນວ່າ ພຣະ­ອົງຈະຕ້ອງສະ­ເດັດໄປນະຄອນເຢ­ຣູ­ຊາເລັມ ຕ້ອງທົນທຸກ­ທໍ­ຣະ­ມານຫລາຍປະ­ການຈາກພວກເຖົ້າແກ່, ຈາກພວກປະ­ໂລ­ຫິດຕົນໃຫຍ່, ແລະຈາກພວກນັກ­ທັມ, ພຣະອົງຈະຖືກຂ້າຕາຍ ແລະພຣະ­ອົງຈະຖືກຊົງບັນ­ດານໃຫ້ເປັນຄືນມາໃນວັນຖ້ວນສາມ.
\v 22 ຈາກນັ້ນເປ­ໂຕໄດ້ພາພຣະ­ອົງໄປຕ່າງຫາກ ແລະຕັ້ງ­ຕົ້ນຕຳນິພຣະ­ອົງຢ່າງແຂງ­ແຮງວ່າ, “ຂໍໃຫ້ສິ່ງນີ້ຫ່າງໄກຈາກພຣະອົງ; ອົງພຣະຜູ້ເປັນເຈົ້າຂໍຢ່າໃຫ້ສິ່ງນີ້­ເກີດມີແກ່ທ່ານຈັກເທື່ອ.”
\v 23 “ໄອ້ຊາ­ຕານເອີຍ, ຈົ່ງຖອຍຫນີຈາກເຮົາເສັຽ ເຈົ້າເປັນສິ່ງກີດ­ຂວາງເຮົາ ເພາະເຈົ້າບໍ່ຄິດຢ່າງພຣະ­ເຈົ້າ ແຕ່ຄິດຢ່າງມະ­ນຸດ.”
\s5
\v 24 ຈາກນັ້ນພຣະ­ເຢຊູເຈົ້າຊົງບອກພວກສາ­ວົກຂອງຕົນວ່າ, “ຖ້າຜູ້ໃດປາຖນາ ຢາກຕາມເຮົາມາໃຫ້ຜູ້ນັ້ນຕັດສິດຂອງຕົນເສັຽແລ້ວຮັບແບກໄມ້ກາງແຂນຂອງຕົນ ແລ້ວຕິດຕາມເຮົາມາ.
\v 25 ເພາະ­ຜູ້ໃດຢາກຊ່ອຍຊີ­ວິດຂອງຕົນໃຫ້ພົ້ນ ຜູ້ນັ້ນຈະເສັຽຊີວິດນັ້ນ, ແລະຖ້າຜູ້ໃດຈະເສັຽຊີວິດເພາະເຫັນ­ແກ່ເຮົາ ຜູ້ນັ້ນກໍຈະພົບຊີ­ວິດນັ້ນ.
\v 26 ເພາະຈະມີ ຈະໄດ້ປະ­ໂຫຍດອັນໃດ ສຳລັບຜູ້ນັ້ນ ຖ້າຈະໄດ້ສິ່ງຂອງຫມົດທັງໂລກ ແຕ່ຕ້ອງເສັຽຊີ­ວິດອັນແທ້ຂອງຕົນເອງ? ແລ້ວຜູ້ນັ້ນຈະນຳເອົາສິ່ງໃດໄປແລກເອົາຊີ­ວິດອັນແທ້ຂອງຕົນກັບຄືນມາ?
\s5
\v 27 ເພາະບຸດມະ­ນຸດຈະມາດ້ວຍສະ­ຫງ່າຣາ­ສີແຫ່ງພຣະບິ­ດາຂອງຕົນ ພ້ອມດ້ວຍພວກເທ­ວະ­ດາຂອງພຣະ­ອົງ. ຈາກນັ້ນພຣະອົງຈະຊົງປຣະ­ທານບຳ­ເຫນັດໃຫ້ແກ່ທຸກຄົນຕາມການທີ່ເຂົາເຮັດນັ້ນ.
\v 28 ເຮົາບອກພວກທ່ານຕາມຄວາມຈິງວ່າ ຈະມີພວກທ່ານບາງຄົນທີ່ຢືນຢູ່ນີ້ ທີ່ຈະບໍ່ຮູ້ຣົດແຫ່ງຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະ­ນຸດສະ­ເດັດມາດ້ວຍຣາ­ຊະອຳ­ນາດຂອງພຣະ­ອົງ.”
\s5
\c 17
\cl ບົດທີ 17
\p
\v 1 ຫົກວັນຕໍ່ມາພຣະ­ເຢຊູຊົງພາເປ­ໂຕ, ຢາ­ໂກ­ໂບ, ແລະ ໂຢຮັນນ້ອງຊາຍຂອງຢາ­ໂກ­ໂບ, ແລະ ໄດ້ຂຶ້ນພູສູງຢູ່ຕ່າງ­ຫາກ.
\v 2 ພຣະອົງໄດ້ຊົງປ່ຽນແປງພຣະກາຍຕໍ່ຫນ້າພວກເຂົາ. ພຣະພັກຂອງພຣະອົງສ່ອງແສງດັ່ງຕາເວັນ, ແລະ ເຄື່ອງນຸ່ງ ຂອງພຣະອົງກໍຂາວຜ່ອງເຫລື້ອມເຫມືອນແສງສະຫວ່າງກ້າ.
\s5
\v 3 ເບິ່ງແມ, ໂມ­ເຊແລະເອ­ລີ­ຢາກໍມາປະ­ກົດແກ່ສາ­ວົກເຫລົ່ານັ້ນ ເຝົ້າສົນ­ທະ­ນາຢູ່ກັບພຣະ­ອົງ.
\v 4 ເປໂຕໄດ້ຕອບ ແລະ ກ່າວຕໍ່ພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ເປັນການດີທີ່ພວກເຮົາຈະຢູ່ທີ່ນີ້ກໍດີຢູ່. ຖ້າທ່ານປະສົງ, ຂ້ານ້ອຍຈະປຸກຕູບສາມຫລັງຂຶ້ນທີ່ນີ້, ສຳ­ລັບທ່ານຫລັງຫນຶ່ງ ສຳ­ລັບໂມ­ເຊຫລັງໜຶ່ງ ແລະ ຫລັງຫນຶ່ງສຳ­ລັບເອ­ລີ­ຢາ.”
\s5
\v 5 ຂະນະທີ່ເປ­ໂຕກຳລັງເວົ້າຍັງບໍ່ທັນຂາດຄຳເບິ່ງແມ, ມີເມກສຸກໃສມາປົກຫຸ້ມເຂົາໄວ້ ແລະເບິ່ງແມ, ມີພຣະ­ສຸ­ຣະສຽງອອກມາຈາກເມກນັ້ນວ່າ, “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ, ຊຶ່ງເຮົາຊອບໃຈຫລາຍ ພວກເຈົ້າຈົ່ງເຊື່ອຟັງເພິ່ນ.”
\v 6 ຝ່າຍພວກສາ­ວົກເມື່ອໄດ້ຍິນດັ່ງ­ນັ້ນກໍກົ້ມຫນ້າຂາບລົງແລະຢ້ານຫລາຍ.
\v 7 ແລະໂດຍຊົງກ່າວວ່າ, “ຈົ່ງລຸກ­ຂຶ້ນເຖີດ ຢ່າຊູ່ຢ້ານເລີຍ.”
\v 8 ເມື່ອເງີຍຫນ້າຂຶ້ນແລ້ວເຂົາກໍບໍ່ເຫັນຜູ້ໃດ ເຫັນແຕ່ພຣະ­ເຢຊູເຈົ້າຜູ້ດຽວເທົ່ານັ້ນ.
\s5
\v 9 ເມື່ອເຂົາກຳ­ລັງລົງມາຈາກພູນັ້ນ, ພຣະ­ເຢຊູຊົງສັ່ງເຂົາໄວ້ວ່າ, “ນິ­ມິດຊຶ່ງພວກທ່ານໄດ້ເຫັນນັ້ນ ຢ່າໄດ້ບອກແກ່ຜູ້ໃດ ຈົນກວ່າບຸດມະ­ນຸດຈະໄດ້ເປັນຄືນມາຈາກຕາຍ.”
\v 10 ພວກສາ­ວົກກໍທູນຖາມພຣະ­ອົງວ່າ, “ດ້ວຍເຫດ­ໃດພວກນັກ­ທັມເຄີຍເວົ້າວ່າເອ­ລີ­ຢາຈະຕ້ອງມາກ່ອນ?”
\s5
\v 11 ພຣະ­ອົງຊົງຕອບວ່າ, “ຈິງແທ້ ເອ­ລີ­ຢາຈະມາກ່ອນແລະເຮັດໃຫ້ສິ່ງທັງປວງຄືນສູ່ສະ­ພາບເດີມ.
\v 12 ແຕ່ເຮົາບອກພວກທ່ານວ່າ, ເອ­ລີ­ຢານັ້ນໄດ້ມາແລ້ວ ແລະເຂົາບໍ່ຮູ້­ຈັກເພິ່ນ. ແຕ່ເຂົາໄດ້ເຮັດແກ່ເພິ່ນຕາມ­ໃຈຊອບຕໍ່ເພິ່ນ ທຳນອງດຽວກັນ ບຸດມະນຸດກໍຈະຕ້ອງທົນທຸກທໍ­ຣະ­ມານດ້ວຍມືຂອງພວກເຂົາເຫມືອນກັນ’.”
\v 13 ແລ້ວພວກສາວົກໄດ້ເຂົ້າໃຈວ່າ ພຣະ­ອົງຊົງກ່າວກັບພວກເຂົາເຖິງເລື່ອງໂຢຮັນບັບ­ຕິ­ສະ­ໂຕ.
\s5
\v 14 ເມື່ອພວກເຂົາໄດ້ມາເຖິງປະ­ຊາ­ຊົນທັງ­ຫລາຍແລ້ວ ມີຊາຍຄົນຫນຶ່ງມາຫາພຣະ­ອົງຄຸ­ເຂົ່າລົງຕໍ່ຫນ້າພຣະອົງ ແລະທູນວ່າ,
\v 15 “ນາຍເອີຍ, ຂໍໂຜດເມດຕາລູກຊາຍຂອງຂ້າ­ນ້ອຍແດ່ຖ້ອນ ດ້ວຍວ່າລາວເປັນບ້າ­ຫມູ ມີຄວາມ­ທຸກລຳ­ບາກຫລາຍເພາະລາວຕົກໃສ່ໄຟໃສ່ນ້ຳຫລາຍເທື່ອ.
\v 16 ແຕ່ພວກເຂົາບໍ່ສາມາດຮັກສາໃຫ້ເຊົາດີໄດ້.”
\s5
\v 17 ພຣະ­ເຢຊູເຈົ້າຊົງຕອບວ່າ, “ໂອຄົນໃນສະ­ໄຫມທີ່ຂາດຄວາມເຊື່ອແລະຊົ່ວ­ຊ້າເອີຍ, ເຮົາຈະຕ້ອງຢູ່ກັບພວກເຈົ້າອີກເຫິງປານໃດ? ເຮົາຈະຕ້ອງອົດ­ທົນກັບພວກເຈົ້ານານປານ­ໃດ? ຈົ່ງພາລາວມາຫາເຮົາທີ່ນີ້ສາ.”
\v 18 ພຣະເຢຊູເຈົ້າສັ່ງຜີມານຮ້າຍໃຫ້ອອກ ແລະມັນໄດ້ອອກຫນີໄປ ແລ້ວເດັກ­ນ້ອຍນັ້ນກໍດີປົກ­ກະ­ຕິ ຕັ້ງ­ແຕ່ໂມງນັ້ນໄປ.
\s5
\v 19 ຈາກນັ້ນພວກສາ­ວົກໄດ້ເຂົ້າມາຫາພຣະ­ເຢຊູເຈົ້າຕ່າງຫາກແລະທູນຖາມວ່າ, “ເພາະເຫດໃດພວກຂ້າ­ນ້ອຍຈິ່ງຂັບໄລ່ຜີນັ້ນອອກບໍ່ໄດ້?”
\v 20 ພຣະເຢຊູໄດ້ເວົ້າແກ່ພວກເຂົາວ່າ, “ເພາະພວກທ່ານມີຄວາມເຊື່ອຫນ້ອຍ. ເຮົາບອກພວກທ່ານຕາມຄວາມຈິງວ່າ, ຖ້າພວກທ່ານມີຄວາມເຊື່ອທໍ່ກັບເມັດຜັກກາດເມັດຫນຶ່ງ, ພວກທ່ານຈະສາມາດສັ່ງພູຫນ່ວຍນີ້ວ່າ ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ, ແລະບໍ່ມີສິ່ງໃດທີ່ທ່ານເຮັດບໍ່ໄດ້.
\v 21 ແຕ່ຜີແບບນີ້ບໍ່ເຄີຍຖືກຂັບອອກ ເວັ້ນໄວ້ແຕ່ດ້ວຍການພາວັນນາອະທິຖານແລະຖືສິນອົດອາຫານ.
\s5
\v 22 ຂະນະທີ່ພຣະ­ເຢຊູເຈົ້າຍັງຄົງຢູ່ໃນແຂວງຄາ­ລີ­ເລ ພຣະ­ອົງຊົງບອກບັນດາສາວົກຂອງພຣະອົງວ່າ, “ບຸດມະ­ນຸດຈະຕ້ອງຖືກມອບໄວ້ໃນມືມະ­ນຸດ.
\v 23 ເຂົາຈະຂ້າພຣະອົງເສັຽ ແລະໃນວັນຖ້ວນສາມພຣະອົງຈະຖືກຊົງບັນ­ດານໃຫ້ເປັນຄືນມາ.” ພວກສາ­ວົກກໍມີຄວາມ­ທຸກຫນັກໃຈ.
\s5
\v 24 ເມື່ອມາເຖິງເມືອງກາ­ເປ­ນາ­ອູມແລ້ວ ມີພວກເກັບຄ່າບຳ­ລຸງພຣະວິ­ຫານມາຫາເປ­ໂຕຖາມວ່າ, “ອາ­ຈານຂອງພວກທ່ານບໍ່ເສັຽເງິນບຳ­ລຸງພຣະ­ວິ­ຫານບໍ?”
\v 25 ເປ­ໂຕຕອບວ່າ, “ເສັຽ” ເມື່ອເປ­ໂຕເຂົ້າໄປໃນເຮືອນ ພຣະ­ເຢຊູເຈົ້າຊົງກ່າວຂຶ້ນກ່ອນຖາມວ່າ, “ຊີໂມນເອີຍ, ເຈົ້າຄິດເຫັນເປັນຢ່າງ­ໃດ? ພວກເຈົ້າແຜ່ນ­ດິນເຄີຍເກັບພາສີ ແລະເງິນສ່ວຍຈາກຜູ້ໃດ? ຈາກປະຊາຊົນຂອງພຣະອົງເອງ ຫລື ຈາກຄົນຕ່າງຊາດ?”.
\s5
\v 26 ເມື່ອເປ­ໂຕທູນຕອບວ່າ, “ເຄີຍເກັບຈາກຄົນຕ່າງຊາດ” ພຣະເຢຊູຊົງກ່າວວ່າ, “ຖ້າຢ່າງນັ້ນ ປະຊາຊົນກໍບໍ່ຕ້ອງເສັຽ.
\v 27 ແຕ່ດັ່ງນັ້ນພວກເຮົາກໍບໍ່ໄດ້ເປັນເຫດໃຫ້ຄົນເກັບພາສີຕ້ອງເຮັດບາບ, ຈົ່ງໄປຕຶກ­ເບັດທີ່ທະ­ເລ ເມື່ອໄດ້ປາໂຕທຳອິດຂຶ້ນມາໃຫ້ງະປາກມັນ ແລ້ວທ່ານຈະພົບເງິນຫລຽນຫນຶ່ງ ຈົ່ງເອົາເງິນນັ້ນໄປເສັຽຄ່າບຳ­ລຸງພຣະ­ວິ­ຫານສຳ­ລັບເຮົາກັບທ່ານ.”
\s5
\c 18
\cl ບົດທີ 18
\p
\v 1 ໃນເວ­ລາດຽວກັນນັ້ນພວກສາ­ວົກມາຫາພຣະ­ເຢຊູເຈົ້າ ແລະທູນວ່າ, “ໃຜເປັນໃຫຍ່ທີ່ສຸດໃນຣາ­ຊະອາ­ນາ­ຈັກສະ­ຫວັນ?”
\v 2 ໃຫ້ຢືນຖ້າມ­ກາງພວກເພິ່ນ.
\v 3 ແລ້ວກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຖ້າພວກທ່ານບໍ່ກັບໃຈ ແລະ ກາຍ­ເປັນເຫມືອນເດັກ­ນ້ອຍຄົນນີ້ ທ່ານຈະເຂົ້າໃນຣາ­ຊະອານາຈັກສະ­ຫວັນບໍ່ໄດ້ເລີຍ.
\s5
\v 4 ເຫດສະນັ້ນ, ຜູ້ໃດກໍຕາມທີ່ຖ່ອມ­ຕົວລົງເຫມືອນເດັກນ້ອຍຜູ້ນີ້ ຜູ້ນັ້ນຈະເປັນໃຫຍ່ໃນຣາ­ຊະອາ­ນາ­ຈັກສະ­ຫວັນ.
\v 5 ຖ້າຜູ້ໃດຈະຮັບເດັກນ້ອຍຜູ້ຫນຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍໄດ້ຮັບເຮົາ.
\v 6 ແຕ່ຜູ້ໃດເຮັດໃຫ້ຄົນຫນຶ່ງໃນຫມູ່ເດັກ­ນ້ອຍເຫລົ່ານີ້ ທີ່ເຊື່ອໃນເຮົາຫລົງຜິດ, ຈະດີກວ່າສຳລັບເຂົາ ຖ້າເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ, ແລະ ໃຫ້ຈົມລົງນ້ຳທະ­ເລເລິກເສັຽ.
\s5
\v 7 ເພາະເຫດການລໍ້ລວງມະນຸດໃຫ້ຕົກໃນບາບ ທີ່ເວລາເຫຼົ່ານີ້ຈະເກີດຂຶ້ນ ແຕ່ວິ­ບັດແກ່ຜູ້ທີ່ກໍ່ເຫດໃຫ້ເກີດການຫລົງຜິດນັ້ນ.
\v 8 ຖ້າມື ຫລື ຕີນຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຕັດຖິ້ມເສັຽ ທີ່ຈະເຂົ້າສູ່ຊີ­ວິດດ້ວຍມືແລະຕີນກຸດຫລືພິ­ການ. ຍັງດີກວ່າຖືກຖິ້ມໃສ່ໄຟທີ່ໄຫມ້ຢູ່ເປັນ­ນິດທັງໆທີ່ຍັງມີມືຫລືຕີນສອງເບື້ອງ.
\s5
\v 9 ຖ້າດວງຕາຂອງທ່ານເຮັດໃຫ້ຕົນຫລົງຜິດ ຈົ່ງຄວັກອອກ ແລະ ຖິ້ມໄປໃຫ້ໄກເສັຽ ເພາະຈະດີສຳລັບທ່ານທີ່ຈະເຂົ້າສຸ່ຊີ­ວິດດ້ວຍຕາເບື້ອງດຽວ ແທນທີ່ຈະຖືກໂຍນລົງໄປໃນໄຟນະ­ຣົກທັ່ງໆ ທີ່ຍັງມີຕາຄົບສອງເບື້ອງ.”
\s5
\v 10 ຈົ່ງລະ­ວັງໃຫ້ດີ ທ່ານຢ່າດູຫມິ່ນເດັກ­ນ້ອຍຫມູ່ນີ້ຈັກຄົນຫນຶ່ງ. ເພາະເຮົາບອກພວກທ່ານວ່າ ເທ­ວະ­ດາປະ­ຈຳຂອງເຂົາໃນສະ­ຫວັນເຝົ້າຢູ່ສະ­ເຫມີ. ຕໍ່ພຣະ­ພັກພຣະ­ບິ­ດາຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະຫວັນ. ເພາະບຸດມະ­ນຸດໄດ້ມາໂຜດເອົາຜູ້ທີ່ເລັກນ້ອຍເຫລົ່ານີ້ໃຫ້ພົ້ນ.
\v 11 ຍ້ອນວ່າບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສັຽໄປໃຫ້ພົ້ນ.
\s5
\v 12 ພວກທ່ານຄຶດເຫັນຢ່າງ­ໃດ? ຖ້າຜູ້ຫນຶ່ງມີແກະຢູ່ຮ້ອຍໂຕ ແລະມີໂຕຫນຶ່ງຫລົງເສັຽໄປຈາກຝູງ, ຜູ້ນັ້ນຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ພູ ແລ້ວ­ໄປຊອກຫາໂຕທີ່ຫລົງເສັຽໄປນັ້ນບໍ?
\v 13 ຖ້າພົບແກະໂຕທີ່ເສັຽ ເຮົາບອກພວກທ່ານຕາມຄວາມຈິງວ່າ ຜູ້ນັ້ນຄົງມີຄວາມຊົມ­ຊື່ນຍິນ­ດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສັຽໄປ.
\v 14 ໃນທຳນອງດຽວກັນພຣະບິ­ດາຂອງພວກທ່ານຜູ້ຊົງສະຖິດຢູ່ໃນສະ­ຫວັນ ຈິ່ງບໍ່ຊົງປາ­ຖນາໃຫ້ເດັກນ້ອຍເຫລົ່ານີ້ຈິບ­ຫາຍແມ່ນແຕ່ຄົນດຽວເລີຍ.”
\s5
\v 15 ຖ້າພີ່­ນ້ອງຂອງທ່ານເຮັດຜິດບາບຕໍ່ທ່ານ, ຈົ່ງໄປແຈ້ງຄວາມຜິດນັ້ນແກ່ເພິ່ນສອງ­ຕໍ່­ສອງເທົ່ານັ້ນ. ຖ້າເພິ່ນຍອມຟັງ, ທ່ານກໍໄດ້ພີ່ນ້ອງຄືນມາ.
\v 16 ແຕ່ຖ້າເຂົາບໍ່ຍອມຟັງທ່ານ, ທ່ານຈົ່ງເອົາຄົນຫນຶ່ງ ຫລື ສອງຄົນໄປນຳ ໃຫ້ເປັນພະ­ຍານ, ເພາະເຫດນັັ້ນດ້ວຍ ສອງ ຫລື ສາມປາກ ເພື່ອສາມາດຮັບຮອງຄຳເວົ້າໄດ້ໂດຍພະຍານເຫລົ່ານັ້ນ.
\s5
\v 17 ແລະຖ້າເພິ່ນບໍ່ຍອມຟັງຄົນເຫລົ່າ­ນັ້ນ ຈົ່ງໄປແຈ້ງຄວາມນັ້ນຕໍ່ຄຣິສ­ຕະ­ຈັກ. ຖ້າເພິ່ນບໍ່ຍອມຟັງຄຣິສ­ຕະ­ຈັກອີກ, ກໍໃຫ້ຖືເສັຽວ່າເພິ່ນເປັນເຫມືອນຄົນບໍ່ເຊື່ອພຣະເຈົ້າແລະເປັນຄົນເກັບພາສີ.
\s5
\v 18 ເຮົາບອກພວກທ່ານຄວາມຈິງວ່າ ສິ່ງໃດກໍຕາມທີ່ພວກທ່ານຈະຜູກມັດໄວ້ ໃນໂລກ ກໍຈະຊົງຜູກມັດໄວ້ແລ້ວໃນສະຫວັນ; ແລະສິ່ງໃດທີ່ພວກທ່ານຈະແກ້ ໃນໂລກ ກໍຈະຊົງແກ້ໃຫ້ຫລຸດເສັຽແລ້ວໃນສະ­ຫວັນເຫມືອນກັນ.
\v 19 ເຮົາບອກແກ່ພວກທ່ານວ່າ ຫາກສອງຄົນໃນພວກທ່ານຈະຮ່ວມໃຈກັນຂໍສິ່ງຫນຶ່ງສິ່ງໃດໃນໂລກນີ້ ກໍຈະເປັນໄປຕາມນັ້ນສຳລັບພວກເຂົາ ພຣະບິ­ດາຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນກໍຈະຊົງກະທຳໃຫ້.
\v 20 ດ້ວຍວ່າມີສອງຫລືສາມຄົນປະ­ຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງເຂົາຢູ່ບ່ອນນັ້ນແຫລະ.”
\s5
\v 21 ຈາກນັ້ນເປ­ໂຕໄດ້ມາທູນຖາມພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຄວນຈະຍົກໂທດໃຫ້ແກ່ພີ່­ນ້ອງຂອງຂ້າ­ນ້ອຍເຮັດຜິດຕໍ່ຂ້າ­ນ້ອຍ ຕ້ອງຍົກໂທດເຖິງຈັກເທື່ອບໍ? ຈົນຄົບເຈັດເທື່ອບໍ?”
\v 22 ພຣະເຢຊູເຈົ້າຊົງຕອບວ່າ, “ເຮົາບໍ່ໄດ້ບອກພຽງເຈັດເທື່ອເທົ່ານັ້ນ ແຕ່ເຖິງເຈັດສິບເທື່ອຄູນກັບເຈັດ.
\s5
\v 23 ເຫດສະ­ນັ້ນຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນເຈົ້າກະ­ສັດອົງຫນຶ່ງ ຜູ້ຊົງປະ­ສົງຢາກຄິດບັນ­ຊີເງິນທີ່ພວກຂ້າໃຊ້ເປັນຫນີ້.
\v 24 ແມ່ນເຂົາເລີ່ມຕົ້ນຄິດໄລ່ບັນຊີຢູ່, ເຂົາພາຜູ້ຮັບໃຊ້ຜູ້ຫນຶ່ງ ທີ່ເປັນຫນີ້ເພິ່ນຫມື່ນຕາລັນຕົນມາຫາພຣະອົງ.
\v 25 ແຕ່ເມື່ອລາວບໍ່ມີຫຍັງຈະໃຊ້ຫນີ້ຄືນ, ນາຍຂອງເຂົາຈິ່ງສັ່ງໃຫ້ຂາຍຕົວເຂົາ ລວມທັງເມັຽ ແລະ ລູກ ແລະ ບັນ­ດາສິ່ງຂອງທີ່ເຂົາມີຢູ່ເອົາມາໃຊ້ຫນີ້ເສັຽ.
\s5
\v 26 ຄົນໃຊ້ຜູ້ນັ້ນຈິ່ງຂາບລົງວອນຕໍ່ທ່ານວ່າ, ‘ໂອຍທ່ານເອີຍ, ຂໍຊົງໂຜດຜ່ອນ­ຜັນຂ້າ­ນ້ອຍກ່ອນ ແລ້ວຂ້າ­ນ້ອຍຈະຫາໃຊ້ແທນໃຫ້ຫມົດ’.
\v 27 ກະສັດຄິດເມດຕາສົງສານ ລາວ. ດັ່ງນັ້ນເພິ່ນ ຈຶ່ງຍົກຫນີ້ໃຫ້ແລ້ວປ່ອຍໃຫ້ ລາວໄປ.
\s5
\v 28 ຕໍ່ມາຊາຍຜູ້ນີ້ກໍພົບເພື່ອນຜູ້ຫນຶ່ງທີ່ເປັນຂ້າໃຊ້ດ້ວຍກັນ, ຊຶ່ງເປັນຫນີ້ຕົນຫນຶ່ງຮ້ອຍເດ­ນາ­ຣິ­ອົນ. ລາວຈິ່ງຈັບເພື່ອນຄົນນັ້ນບີບຄໍ, ແລະເວົ້າວ່າ ‘ເງິນທີ່ມຶງເປັນຫນີ້ກູນັ້ນເອົາມາແທນເສັຽແມ.
\v 29 ແຕ່ຂ້ອຍໃຊ້ຜູ້ນັ້ນຈິ່ງຂາບລົງອ້ອນ­ວອນວ່າ ‘ຂໍຜ່ອນ­ຜັນໃຫ້ເຮົາເສັຽກ່ອນທ້ອນ, ແລ້ວເຮົາຈະໃຊ້ໃຫ້ທັງຫມົດ.
\s5
\v 30 ແຕ່ຂ້າໃຊ້ຄົນທຳອິດບໍ່ຍອມ ແລະຈັບລູກຫນີ້ຜູ້ນັ້ນໄປຂັງໄວ້ຈົນກວ່າຈະໃຊ້ຫນີ້ນັ້ນ.
\v 31 ຝ່າຍພວກເພື່ອນຂ້າໃຊ້ດ້ວຍກັນ ເມື່ອໄດ້ເຫັນເຫດ­ການຢ່າງນັ້ນກໍພາ­ກັນໃຈຮ້າຍຫລາຍ ແລະນຳເຫດການທັງປວງໄປກາບທູນຕໍ່ເຈົ້ານາຍໃນທຸກສິ່ງທີ່ເກີດຂື້ນ.
\s5
\v 32 ກະສັດຈິ່ງເອີ້ນລາວມາ ແລະ ຊົງກ່າວວ່າ ‘ອ້າຍຂີ້­ຂ້າຊາດຊົ່ວເຮີຍ, ເຮົາໄດ້ຍົກຫນີ້ໃຫ້ເຈົ້າທັງຫມົດເພາະເຈົ້າໄດ້ອ້ອນ­ວອນຂໍນຳເຮົາ.
\v 33 ເຈົ້າຄວນຈະສົງ­ສານເພື່ອນຂອງເຈົ້າເຫມືອນດັ່ງເຮົາໄດ້ສົງ­ສານເຈົ້າບໍ່ແມ່ນບໍ?
\s5
\v 34 ເຈົ້ານາຍອົງນັ້ນກໍຮ້າຍຫລາຍແລະມອບມັນໄວ້ແກ່ເຈົ້າຫນ້າ­ທີ່ໃຫ້ທໍຣະ­ມານຈົນກວ່າຈະໃຊ້ຫນີ້ໃຫ້ຫມົດ.
\v 35 ດັ່ງນັ້ນພຣະ­ບິ­ດາເຈົ້າຂອງເຮົາຜູ້ຊົງສະ­ຖິດຢູ່ໃນສະ­ຫວັນ ກໍຈະເຮັດດັ່ງ­ນັ້ນແກ່ພວກທ່ານທຸກຄົນ ຖ້າພວກທ່ານບໍ່ຍົກຄວາມຜິດໃຫ້ພີ່­ນ້ອງຂອງຕົນດ້ວຍໃຈບໍຣິສຸດຂອງທ່ານເອງ.”
\s5
\c 19
\cl ບົດທີ 19
\p
\v 1 ເມື່ອພຣະ­ເຢຊູເຈົ້າຊົງກ່າວຄຳເຫລົ່ານີ້ຈົບລົງແລ້ວ ພຣະ­ອົງໄດ້ສະ­ເດັດຈາກແຂວງຄາ­ລີ­ເລ ເຂົ້າໄປໃນເຂດແດນແຂວງຢູ­ດາຍຟາກແມ່ນ້ຳຈໍ­ແດນເບື້ອງນັ້ນ.
\v 2 ແລະ ພຣະ­ອົງໄດ້ຊົງໂຜດໃຫ້ເຂົາດີພະ­ຍາດໃນທີ່ນັ້ນ.
\s5
\v 3 ພວກຟາ­ຣີ­ຊາຍໄດ້ເຂົ້າມາທົດລອງພຣະ­ອົງທູນວ່າ, “ເປັນເລື່ອງທີ່ຖືກ­ຕ້ອງຕາມກົດບັດຍັດຫລືບໍ ຖ້າຜູ້ຊາຍຈະຢ່າຮ້າງກັບເມັຍເພາະເຫດໃດກໍຕາມ?”
\v 4 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານບໍ່ໄດ້ອ່ານຫລືວ່າ ‘ພຣະ­ຜູ້ຊົງສ້າງມະ­ນຸດແຕ່ຕົ້ນເດີມໄດ້ຊົງສ້າງໃຫ້ເປັນຊາຍແລະຍິງໃຫ້ຄູ່ກັນ.
\s5
\v 5 ‘ດ້ວຍເຫດນັ້ນຜູ້ຊາຍຈິ່ງລະພໍ່ແມ່ນຂອງຕົນໄປຜູກພັນຢູ່ກັບເມັຽ ແລະເຂົາທັງສອງຈະເປັນກາຍອັນດຽວກັນ.
\v 6 ດັ່ງນັ້ນພວກເຂົາຈິ່ງບໍ່ເປັນສອງຕໍ່ໄປແຕ່ເປັນກາຍອັນດຽວ. ເພາະເຫດ­ນີ້ພຣະ­ເຈົ້າຜູ້ຜູກພັນໄວ້ຕໍ່ກັນແລ້ວນັ້ນ ຢ່າໃຫ້ມະ­ນຸດເຮັດໃຫ້ພາກຈາກກັນເລີຍ.”
\s5
\v 7 ພວກເຂົາຈິ່ງຢ້ອນຖາມພຣະ­ອົງວ່າ, “ຖ້າຢ່າງນັ້ນເປັນຫຍັງໂມ­ເຊຈິ່ງສັ່ງໃຫ້ເຮັດຫນັງ­ສືຢ່າຮ້າງ ແລະໃຫ້ປະເມັຽໄປໄດ້”.
\v 8 ພຣະ­ອົງຊົງຕອບເຂົາວ່າ, “ກໍເພາະໃຈຂອງພວກທ່ານ­ດື້ດ້ານຫລາຍ ໂມ­ເຊຈິ່ງຍອມອະ­ນຸ­ຍາດໃຫ້ພວກທ່ານປະເມັຽຂອງຕົນໄດ້ ແຕ່ເມື່ອຕົ້ນເດີມບໍ່ເປັນຢ່າງນັ້ນ.
\v 9 ຜູ້ໃດຈະປະເມັຽຂອງຕົນ, ໂດຍເມັຽບໍ່ເປັນຊູ້ກັບຊາຍອື່ນ ແລ້ວ­ໄປເອົາເມັຽໃຫມ່ ຜູ້ນັ້ນມີຄວາມຜິດໃນຖານຫລິ້ນຊູ້ ແລະຜູ້ໃດຈະເອົາແມ່­ຮ້າງນັ້ນມາເປັນເມັຽ ກໍຜິດໃນຖານຫລິ້ນຊູ້ເຫມືອນກັນ.”
\s5
\v 10 ພວກສາ­ວົກຈິ່ງທູນພຣະ­ອົງວ່າ, “ຖ້າເປັນເຊັ່ນນັ້ນລະຫວ່າງຜົວເມັຽຂອງຕົນແລ້ວ ການບໍ່ແຕ່ງງານກໍຈະດີກວ່າ.”
\v 11 “ບໍ່ແມ່ນຫມົດທຸກຄົນທີ່ຈະຮັບປະຕິ­ບັດຕາມຂໍ້ນີ້ໄດ້ ເວັ້ນແຕ່ຜູ້ທີ່ຊົງໂຜດເທົ່ານັ້ນ.
\v 12 ຜູ້ທີ່ເປັນຫມັນແຕ່ເກີດກໍມີ ຜູ້ທີ່ມະນຸດເຮັດໃຫ້ເປັນຫມັນກໍມີຜູ້ທີ່ເຮັດໃຫ້ຕົນເອງເປັນຫມັນເພາະເຫັນ­ແກ່ຣາຊະອາ­ນາ­ຈັກກໍມີ, ຜູ້ໃດທີ່ສາມາດຮັບປະຕິບັດໄດ້ ກໍໃຫ້ຮັບເອົາເຖີດ.”
\s5
\v 13 ຈາກນັ້ນພວກເຂົາໄດ້ພາພວກເດັກ­ນ້ອຍໆມາຫາພຣະ­ອົງ ເພື່ອຈະໃຫ້ພຣະ­ອົງຊົງວາງພຣະ­ຫັດແລະະອະທິຖານເພື່ອເຂົາ, ແຕ່ພວກສາ­ວົກໄດ້ຫ້າມປາມໄວ້.
\v 14 ແຕ່ພຣະ­ເຢຊູເຈົ້າຊົງກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍມາຫາເຮົາ ຢ່າຊູ່ຫ້າມເຂົາ ເພາະວ່າຣາ­ຊະອານາຈັກສະຫວັນ ເປັນຂອງຄົນທີ່ເຫມືອນເດັກ­ນ້ອຍເຫລົ່ານີ້ແຫລະ.”
\v 15 ພຣະ­ອົງຊົງວາງພຣະ­ຫັດໃສ່ພວກເດັກ­ນ້ອຍແລ້ວ ກໍໄດ້ສະເດັດໄປຈາກບ່ອນນັ້ນ.
\s5
\v 16 ເບິ່ງແມ, ມີຄົນຫນຶ່ງເຂົ້າມາທູນພຣະ­ອົງວ່າ, “ອາ­ຈານເອີຍ, ຂ້ານ້ອຍຈະຕ້ອງເຮັດດີປະ­ການໃດ ຈິ່ງຈະໄດ້ຊີ­ວິດອັນຕະຫລອດໄປເປັນ­ນິດ?”
\v 17 ພຣະ­ເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງທ່ານຖາມເຮົາເຖິງສິ່ງທີ່ດີ ຜູ້­ດີມີແຕ່ຜູ້ດຽວ, ຖ້າທ່ານປາ­ຖນາຈະເຂົ້າສູ່ຊີ­ວິດ ໃຫ້ຖືຮັກ­ສາຂໍ້ບັນ­ຍັດທັງ­ຫລາຍໄວ້.”
\s5
\v 18 ຊາຍຜູ້ນັ້ນທູນຖາມວ່າ, “ພຣະ­ບັນ­ຍັດຂໍ້ໃດ?” ພຣະເຢຊູຊົງຕອບວ່າ, “ຄືຂໍ້ທີ່ວ່າ ‘ຢ່າຂ້າຄົນ, ຢ່າລ່ວງປະເວນີ, ຢ່າລັກຊັບ, ແລະຢ່າເປັນພະ­ຍານບໍ່ຈິງ.
\v 19 ແລະຈົ່ງຮັກເພື່ອນບ້ານເຫມືອນຮັກຕົວເອງ’.”
\s5
\v 20 ຊາຍຫນຸ່ມຜູ້ນັ້ນທູນຕອບພຣະ­ອົງອີກວ່າ, “ຂໍ້ເຫລົ່ານັ້ນຂ້າ­ນ້ອຍໄດ້ຖືຮັກ­ສາມາແລ້ວ ຂ້າ­ນ້ອຍຍັງຂາດສິ່ງໃດອີກ?”
\v 21 ພຣະ­ເຢຊູເຈົ້າຊົງຕອບວ່າ, “ຖ້າທ່ານປາຖນາຢາກເປັນຜູ້­ດີຄົບຖ້ວນ ຈົ່ງໄປຂາຍບັນ­ດາສິ່ງຂອງຊຶ່ງທ່ານມີຢູ່ ແຈກຢາຍແກ່ຄົນອະ­ນາ­ຖາ ແລ້ວທ່ານຈະມີຊັບສົມ­ບັດໃນສະ­ຫວັນ ແລະຈົ່ງຕາມເຮົາມາເສັຽ.”
\v 22 ແຕ່ເມື່ອຊາຍຫນຸ່ມໄດ້ຍິນດັ່ງ­ນັ້ນກໍອອກໄປເປັນທຸກຫນັກໃຈ ເພາະຕົນມີຊັບສິ່ງຂອງຈຳ­ນວນຫລາຍ.
\s5
\v 23 ພຣະ­ເຢຊູເຈົ້າຊົງກ່າວກັບພວກສາ­ວົກຂອງຕົນວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຍາກເຫລືອເກີນທີ່ຄົນຮັ່ງມີຈະເຂົ້າໄປໃນຣາ­ຊະອານາຈັກຂອງສະຫວັນ.
\v 24 ໂຕອູດຈະລອດຮູເຂັມກໍງ່າຍກວ່າຄົນຮັ່ງ­ມີຄົນຫນຶ່ງຈະເຂົ້າໄປໃນອານາຈັກຂອງພຣະເຈົ້າ.”
\s5
\v 25 ເມື່ອພວກສາ­ວົກໄດ້ຍິນດັ່ງ­ນັ້ນກໍປະ­ຫລາດໃຈຫລາຍ ແລະເວົ້າວ່າ, “ຖ້າຢ່າງນັ້ນ ໃຜຈະພົ້ນໄດ້?”
\v 26 “ຝ່າຍມະ­ນຸດກໍເຫລືອກຳ­ລັງທີ່ຈະເຮັດໄດ້ ແຕ່ສຳລັບພຣະ­ເຈົ້າແລ້ວທຸກສິ່ງລ້ວນແຕ່ເປັນໄປໄດ້.” ແລ້ວເປ­ໂຕທູນຕອບວ່າ,
\v 27 “ເບິ່ງແມ, ຂ້າ­ນ້ອຍທັງຫລາຍໄດ້ສະ­ຫລະຫມົດທຸກສິ່ງແລ້ວແລະໄດ້ຕິດ­ຕາມພຣະອົງມາ ແລ້ວພວກຂ້າ­ນ້ອຍຈະໄດ້ຫຍັງແດ່?”
\s5
\v 28 ພຣະ­ເຢຊູເຈົ້າຊົງກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ໃນໂລກໃຫມ່ຄາວເມື່ອບຸດມະ­ນຸດຈະນັ່ງເທິງພຣະ­ທີ່ນັ່ງອັນຮຸ່ງເຮືອງຂອງຕົນນັ້ນ ຝ່າຍພວກທ່ານກໍຈະນັ່ງເທິງບັນລັງສິບສອງບ່ອນ, ພິພາກ­ສາທັງສິບສອງເຜົ່າຂອງອິ­ສະຣາ­ເອນ.
\s5
\v 29 ທຸກໆ ຄົນທີ່ໄດ້ສະ­ຫລະເຮືອນຊານ, ອ້າຍເອື້ອຍນ້ອງ, ພໍ່ແມ່, ລູກ, ຫລືໄຮ່­ນາເພາະເຫັນ­ແກ່ນາມຂອງເຮົາ, ຜູ້ນັ້ນຈະໄດ້ຮັບຜົນຕອບແທນຮ້ອຍທໍ່ ແລະຈະໄດ້ຮັບມໍ­ຣະ­ດົກຄືຊີ­ວິດອັນຕະຫລອດໄປເປັນ­ນິດ.
\v 30 ແລະຜູ້ທີ່ເປັນປາຍຈະກັບເປັນ­ຕົ້ນ.”
\s5
\c 20
\cl ບົດທີ 20
\p
\v 1 ເພາະ­ວ່າຣາ­ຊະອາ­ນາ­ຈັກສະ­ຫວັນປຽບເຫມືອນພໍ່ເຮືອນຜູ້ຫນຶ່ງທີ່ອອກໄປແຕ່ເຊົ້າ ເພື່ອຈ້າງຄົນມາທຳງານໃນສວນອະ­ງຸ່ນຂອງຕົນ.
\v 2 ຄັນຕົກ­ລົງກັບລູກ­ຈ້າງວັນລະຫນຶ່ງເດ­ນາ­ຣິ­ອົນແລ້ວ ຈິ່ງໃຊ້ໃຫ້ໄປທຳງານໃນສວນອະງຸ່ນຂອງຕົນ.
\s5
\v 3 ໃນເວລາເກົ້າໂມງເຊົ້າ ເຈົ້າຂອງສວນກໍອອກໄປອີກ ແລະພົບຄົນອື່ນຢືນຢູ່ລ້າກາງຕະ­ຫລາດ.
\v 4 ‘ພວກເຈົ້າຈົ່ງໄປທຳງານໃນສວນອະ­ງຸ່ນຂອງຂ້ອຍເຫມືອນກັນ ແລະຂ້ອຍຈະໃຫ້ຄ່າຈ້າງແກ່ພວກເຈົ້າຕາມສົມ­ຄວນ. ດັ່ງນັ້ນພວກເຂົາກໍພາ­ກັນໄປເຮັດວຽກ.
\s5
\v 5 ອີກຄັ້ງຫນຶ່ງ ເພິ່ນກໍອອກໄປເມື່ອປະມານເວ­ລາທ່ຽງແລະບ່າຍສາມໂມງ ເພິ່ນກໍອອກໄປອີກເຮັດເຫມືອນແຕ່ກ່ອນ.
\v 6 ພໍຕອນຫ້າໂມງແລງ ເພິ່ນກໍອອກໄປອີກເທື່ອຫນຶ່ງແລະພົບອີກພວກຫນຶ່ງຢືນຢູ່ຈິ່ງຖາມເຂົາວ່າ ‘ເປັນຫຍັງພວກເຈົ້າຈິ່ງຢືນຢູ່ນີ້ຫມົດມື້ລ້າ ໆ?
\v 7 ‘ເພາະບໍ່ມີຜູ້ໃດຈ້າງພວກເຮົາ. ເພິ່ນຈິ່ງບອກເຂົາວ່າ, ‘ພວກເຈົ້າຈົ່ງໄປທຳງານໃນສວນອະ­ງຸ່ນເຫມືອນກັນ.
\s5
\v 8 ຄັນເຖິງເວ­ລາຄ່ຳແລງແລ້ວ, ເຈົ້າຂອງສວນອະງຸ່ນຈິ່ງບອກເຈົ້າພະ­ນັກ­ງານວ່າ ‘ຈົ່ງເອີ້ນພວກຄົນງານມາ ແລ້ວໃຫ້ຄ່າຈ້າງແກ່ເຂົາ ຕັ້ງ­ແຕ່ຜູ້ທຳງານສຸດທ້າຍຈົນເຖິງຜູ້ມາກ່ອນ.
\v 9 ເຂົາແຕ່ລະຄົນໄດ້ຮັບຄ່າຈ້າງຄົນລະຫນຶ່ງເດນາຣິ­ອົນ.
\v 10 ເມື່ອພວກຄົນງານທີ່ມາກ່ອນເຫັນ ກໍນຶກວ່າຄົງຈະໄດ້ຮັບຫລາຍກວ່ານັ້ນ, ແຕ່ກໍໄດ້ຮັບຄົນລະຫນຶ່ງເດນາ­ຣິ­ອົນເຫມືອນກັນ.
\s5
\v 11 ເມື່ອໄດ້ຮັບເງິນແລ້ວເຂົາກໍຈົ່ມຕໍ່ເຈົ້າຂອງສວນ.
\v 12 ພວກເຂົາເວົ້າວ່າ ‘ພວກທີ່ມາຕາມຫລັງເຮັດວຽກໄດ້ແຕ່ຊົ່ວ­ໂມງດຽວ ແຕ່ທ່ານໄດ້ໃຫ້ເຂົາທໍ່ກັນກັບພວກຂ້າ­ນ້ອຍ ທີ່ອົດທຳງານຫນັກຕາກ­ແດດຮ້ອນຕະຫລອດວັນ.
\s5
\v 13 ແຕ່ເຈົ້າຂອງສວນໄດ້ຕອບໂດຍກ່າວກັບຄົນຫນຶ່ງໃນພວກເຂົາວ່າ ‘ສະ­ຫາຍເອີຍ, ຂ້ອຍບໍ່ໄດ້ເຮັດຜິດຕໍ່ເຈົ້າດອກ. ເຈົ້າໄດ້ຕົກ­ລົງກັນແລ້ວກັບຂ້ອຍວັນລະຫນຶ່ງເດ­ນາ­ຣິ­ອົນ ບໍ່ແມ່ນຫລື?
\v 14 ສ່ວນທີ່ຕົກເປັນຂອງເຈົ້າຈົ່ງເອົາໄປເສັຽ. ຂ້ອຍພໍ­ໃຈຈະໃຫ້ຄ່າຈ້າງຄົນງານກຸ່ມທີ່ເຂົ້າການສຸດທ້າຍນີ້ ທໍ່ກັນກັບເຈົ້າ.
\s5
\v 15 ຂ້ອຍມີສິດທີ່ຈະໃຊ້ເງິນຄຳຂອງຂ້ອຍຕາມ­ໃຈຂອງຂ້ອຍ ບໍ່ຄວນບໍ? ເປັນຫຍັງເຈົ້າອິດ­ສາເມື່ອເຫັນຂ້ອຍໃຈ­ດີ?
\v 16 ແລະຜູ້ເປັນ­ຕົ້ນຈະກັບເປັນປາຍ.”
\s5
\v 17 ເມື່ອພຣະ­ເຢຊູເຈົ້າກຳ­ລັງສະ­ເດັດຂຶ້ນເມືອນະຄອນເຢ­ຣູຊາເລັມ, ພຣະອົງກໍຊົງພາພວກສາ­ວົກສິບສອງຄົນໄປເປັນຫມູ່ຕ່າງຫາກແລະຕາມທາງນັ້ນພຣະ­ອົງຊົງບອກເຂົາວ່າ.
\v 18 ພວກເຮົາກຳ­ລັງຂຶ້ນເມືອນະຄອນເຢ­ຣູ­ຊາ­ເລັມ, ແລະບຸດມະນຸດຈະຖືກມອບໄວ້ກັບພວກປະ­ໂລ­ຫິດຕົນໃຫຍ່ແລະພວກນັກ­ທັມ. ພວກເຫລົ່ານີ້ຈະຕັດສິນລົງ­ໂທດຈົນເຖິງແກ່ຊີ­ວິດ
\v 19 ແລະຈະມອບໄວ້ກັບຄົນຕ່າງຊາດໃຫ້ເຍາະເຍີ້ຍ, ຂ້ຽນຕີ ແລະຕອກຕິດແຂນໄວ້ທີ່ໄມ້ກາງແຂນ. ແຕ່ໃນວັນຖ້ວນສາມເພິ່ນຈະຖືກຊົງບັນ­ດານໃຫ້ເປັນຄືນມາໃຫມ່.”
\s5
\v 20 ຈາກນັ້ນມານດາຂອງລູກຊາຍເຊ­ເບ­ດາຍພາລູກທັງສອງຂອງຕົນມາຫາພຣະ­ອົງ. ນາງຂາບໄຫວ້ຕໍ່ຫນ້າພຣະອົງ ແລະທູນຂໍບາງສິ່ງຈາກພຣະ­ອົງ.
\v 21 ພຣະເຢຊູເຈົ້າຈິ່ງຊົງຖາມນາງວ່າ, “ນາງປາຖນາສິ່ງໃດ?” ນາງທູນຕອບວ່າ, “ຂໍທ່ານຮັບສັ່ງໃຫ້ລູກຊາຍຂອງຂ້າ­ນ້ອຍສອງຄົນນີ້ນັ່ງໃນອາ­ນາ­ຈັກຂອງທ່ານ ເບື້ອງຂວາຜູ້ຫນຶ່ງ ເບື້ອງຊ້າຍຜູ້ຫນຶ່ງ ແດ່ທ້ອນ.”
\s5
\v 22 ແຕ່ພຣະ­ເຢຊູຊົງຕອບວ່າ, “ພວກທ່ານບໍ່ເຂົ້າໃຈໃນສິ່ງທີ່ທ່ານຂໍນັ້ນ. ຈອກທີ່ເຮົາກຳລັງຈະດື່ມນັ້ນທ່ານຈະດື່ມໄດ້ບໍ?” ເຂົາທູນຕອບວ່າ, ‘ໄດ້ຢູ່ຂ້າ­ນ້ອຍ.”
\v 23 ພຣະ­ອົງຊົງກ່າວກັບເຂົາວ່າ, “ພວກທ່ານຈະດື່ມຈອກຂອງເຮົາກໍຈິງຢູ່ ແຕ່ທີ່ຈະນັ່ງເບື້ອງຂວາແລະເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນຫນ້າ­ທີ່ຂອງເຮົາຈະຈັດໃຫ້, ແຕ່ພຣະ­ບິ­ດາຂອງເຮົາຊົງຈັດແຈງໄວ້ສຳ­ລັບຜູ້ໃດກໍເປັນຂອງຜູ້ນັ້ນ.”
\v 24 ເມື່ອພວກສາ­ວົກສິບຄົນໄດ້ຍິນດັ່ງ­ນັ້ນແລ້ວ ກໍມີຄວາມເຄືອງໃຈເພາະອ້າຍນ້ອງສອງຄົນນັ້ນ.
\s5
\v 25 ແຕ່ພຣະ­ເຢຊູເຈົ້າຊົງເອີ້ນເຂົາມາແລ້ວກ່າວວ່າ, “ພວກທ່ານຮູ້ຢູ່ວ່າພວກຜູ້ຄຸ້ມຄອງຄົນຕ່າງຊາດກໍບັງ­ຄັບໃຫ້ຄົນທັງຫລາຍຕ້ອງເຊື່ອຟັງພວກເຂົາ ແລະພວກຜູ້ໃຫຍ່ກໍໃຊ້ອຳນາດເຫນືອເຂົາ.
\v 26 ຜູ້ໃດຢາກເກີດເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ແທນ.
\v 27 ແລະຖ້າຜູ້ໃດຢາກເປັນເອກຜູ້ນັ້ນຈະຕ້ອງເປັນຂ້ອຍໃຊ້ຂອງພວກທ່ານ.
\v 28 ເຫມືອນຢ່າງບຸດມະນຸດບໍ່ໄດ້ມາໃຫ້ຄົນອື່ນຮັບໃຊ້ ແຕ່ໄດ້ມາເພື່ອຈະບົວລະ­ບັດເຂົາ ແລະປຣະທານຊີ­ວິດຂອງຕົນໃຫ້ເປັນຄ່າໄຖ່ຄົນຈຳ­ນວນຫລາຍ.”
\s5
\v 29 ເມື່ອພວກເຂົາອອກໄປຈາກເມືອງເຢ­ຣິ­ໂກ, ມີປະ­ຊາຊົນຈຳ­ນວນຫລາຍໄດ້ຕາມພຣະ­ອົງໄປ.
\v 30 ມີຊາຍຕາບອດສອງຄົນທີ່ນັ່ງຢູ່ແຄມທາງເມື່ອໄດ້ຍິນວ່າພຣະ­ເຢຊູເຈົ້າສະ­ເດັດກາຍມາເຂົາຈິ່ງຮ້ອງຂຶ້ນວ່າ “ທ່ານຜູ້ເປັນບຸດດາ­ວິດເອີຍ, ຂໍຈົ່ງເມດຕາພວກຂ້າ­ນ້ອຍແດ່­ຖ້ອນ.”
\v 31 ແຕ່ເຂົາແຮ່ງຊ້ຳຮ້ອງດັງຂຶ້ນວ່າ, “ທ່ານຜູ້ເປັນບຸດດາ­ວິດເອີຍ, ຂໍຈົ່ງເມດຕາພວກຂ້າ­ນ້ອຍແດ່­ຖ້ອນ.”
\s5
\v 32 ແລ້ວພຣະ­ເຢຊູເຈົ້າຊົງຢຸດຢູ່ແລະເອີ້ນເຂົາມາແລ້ວຊົງຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາເຮັດຫຍັງເພື່ອເຈົ້າ?”
\v 33 ພວກເຂົາຈິ່ງທູນຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍໂຜດເຮັດໃຫ້ຕາຂອງພວກຂ້າ­ນ້ອຍມືນເຫັນ­ຮຸ່ງແດ່­ຖ້ອນ.”
\v 34 ພຣະເຢຊູເຈົ້າສົງສານພວກເຂົາຈິ່ງຊົງບາຍຕາຂອງເຂົາ ໃນທັນ­ໃດນັ້ນເຂົາກໍເຫັນ­ຮຸ່ງແລະຕິດຕາມພຣະ­ອົງໄປ.
\s5
\c 21
\cl ບົດທີ 21
\p
\v 1 ເມື່ອພຣະ­ເຢຊູເຈົ້າແລະພວກສາ­ວົກຂອງພຣະອົງມາໃກ້ນະຄອນເຢ­ຣູຊາ­ເລັມ, ແລະມາເຖິງບ້ານເບັດ­ຟາ­ເຄ ທີ່ພູຫມາກກອກ­ເທດ, ພຣະ­ເຢຊູໄດ້ຊົງໃຊ້ສາ­ວົກສອງຄົນໄປ,
\v 2 ໂດຍຊົງສັ່ງເຂົາວ່າ, “ຈົ່ງເຂົ້າໄປໃນບ້ານທີ່­ຢູ່ຕໍ່­ຫນ້າທ່ານ ແລ້ວທ່ານຈະພົບລໍແມ່ໂຕຫນຶ່ງທີ່ຖືກມັດໄວ້ຢູ່ກັບລູກຂອງມັນ. ຈົ່ງແກ້ຈູງມາໃຫ້ເຮົາ.
\v 3 ‘ອົງພຣະຜູ້ເປັນເຈົ້າຈຳເປັນຕ້ອງໃຊ້ພວກມັນ’ ແລ້ວຄົນນັ້ນຈະປ່ອຍພວກມັນໃຫ້ມາກັບພວກທ່ານໂດຍທັນທີ.”
\s5
\v 4 ເຫດການໄດ້ເກີດຂຶ້ນເພື່ອໃຫ້ສຳເລັດ ຕາມທີ່ຜູ້ທຳນວາຍກ່າວໄວ້ວ່າ,
\v 5 “ຈົ່ງບອກແກ່ລູກສາວຂອງເມືອງຊີໂອນວ່າ ‘ເບິ່ງແມ, ກະສັດຂອງທ່ານກຳລັງສະເດັດມາຫາທ່ານ ກະສັດຜູ້ມີພຣະທັຍອ່ອນສຸພາບ ແລະຊົງປຣະທັບເທິງຫລັງລໍ ໂຕຫນຶ່ງ ເຊິ່ງເປັນລູກລໍທີ່ຫາກໍເກີດຈາກທ້ອງແມ່ມັນ’.”
\s5
\v 6 ຈາກນັ້ນພວກສາ­ວົກສອງຄົນນັ້ນກໍໄປເຮັດຕາມທີ່ພຣະເຢຊູຊົງສັ່ງສອນພວກເຂົາ,
\v 7 ຈິ່ງຈູງລໍແມ່ກັບລູກມັນມາ ແລະເອົາເສື້ອຜ້າຂອງຕົນຢູ່ເທິງຫລັງມັນ ແລ້ວພຣະ­ອົງໄດ້ຊົງຂຶ້ນປຣະ­ທັບ.
\v 8 ປະຊາ­ຊົນສ່ວນຫລາຍໄດ້ເອົາເສື້ອຜ້າຂອງຕົນປູຕາມຫົນ­ທາງ ບາງຄົນກໍຕັດຟົດໄມ້ມາປູຕາມທາງ.
\s5
\v 9 ຝ່າຍຝູງຄົນທີ່ຍ່າງໄປກ່ອນກັບຜູ້ທີ່ມາຕາມຫລັງໄດ້ໂຫ່ຮ້ອງວ່າ, “ໂຮຊັນນາ ແກ່ຣາ­ຊະ­ບຸດຂອງດາ­ວິດ ສາທຸການແດ່ຜູ້ທີ່ສະ­ເດັດມາໃນພຣະ­ນາມຂອງອົງພຣະ­ຜູ້­ເປັນ­ເຈົ້າຈົ່ງຊົງພຣະຈະເຣີນ ໂຮ­ຊັນ­ນາໃນທີ່ສູງສຸດ.”
\v 10 ເມື່ອພຣະ­ເຢຊູເຈົ້າເຂົ້າໄປໃນນະຄອນເຢ­ຣູຊາ­ເລັມແລ້ວ ປະ­ຊາ­ຊົນທົ່ວທັງນະຄອນກໍພາກັນແຕກຕື່ນຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?”
\v 11 “ນີ້ຄືພຣະ­ເຢຊູເຈົ້າຜູ້ປະ­ກາດພຣະ­ທັມ ຊຶ່ງມາຈາກເມືອງນາຊາ­ເຣັດແຂວງຄາ­ລີ­ເລ.”
\s5
\v 12 ຈາກນັ້ນພຣະ­ເຢຊູເຈົ້າໄດ້ສະ­ເດັດເຂົ້າໄປໃນບໍ­ຣິເວນພຣະວິຫານ. ພຣະອົງຊົງຂັບໄລ່ບັນ­ດາຜູ້ຊື້ຂາຍໃນບໍ­ຣິ­ເວນພຣະວິ­ຫານນັ້ນອອກເສັຽ ແລະຂວ້ຳໂຕະຜູ້ແລກເງິນກັບທັງບ່ອນນັ່ງຂອງຜູ້ຂາຍນົກເຂົາເສັຽ.
\v 13 “ມີຄຳຂຽນໄວ້ໃນພຣະຄັມ­ພີວ່າ, ‘ວິ­ຫານຂອງເຮົາ ເຂົາຈະເອີ້ນວ່າເປັນສະ­ຖານ­ທີ່ໄຫ້ວວອນ’ ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ ‘ຖ້ຳຂອງໂຈນ’.”
\v 14 ພວກຄົນຕາ­ບອດແລະຄົນຂາເສັ້ງກໍພາ­ກັນມາຫາພຣະ­ອົງໃນບໍ­ຣິເວນພຣະ­ວິ­ຫານ, ແລະພຣະ­ອົງໄດ້ຊົງໂຜດໃຫ້ເຂົາດີຫມົດ.
\s5
\v 15 ແຕ່ເມື່ອພວກປະ­ໂລ­ຫິດຕົນໃຫຍ່ແລະພວກນັກ­ທັມໄດ້ເຫັນການອັດ­ສະ­ຈັນທີ່ພຣະ­ອົງຊົງເຮັດນັ້ນ, ແລະທັງໄດ້ຍິນພວກເດັກນ້ອຍຮ້ອງຂຶ້ນໃນບໍ­ຣິ­ເວນພຣະ­ວິ­ຫານວ່າ, “ໂຮຊັນນາແກ່ຣາ­ຊະບຸດຂອງດາ­ວິດ” ເຂົາກໍພາ­ກັນເຄືອງແຄ້ນໃຈ.
\v 16 ພວກເຂົາຈິ່ງທູນຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເຂົາຮ້ອງຢູ່ບໍ?” ພຣະ­ເຢຊູຊົງເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານຈັກເທື່ອຫລືຄຳທີ່ວ່າ, ‘ພຣະ­ອົງຊົງຈັດໃຫ້ຄຳສັນ­ຣະ­ເສີນອັນແທ້ຈິງອອກມາຈາກປາກຂອງເດັກ­ນ້ອຍແລະແອນ້ອຍຜູ້ທີ່ຍັງກິນນົມຢູ່’.”
\v 17 ແລ້ວພຣະເຢຊູເຈົ້າກໍສະ­ເດັດອອກຈາກເມືອງໄປປະ­ທັບຢູ່ບ້ານເບັດ­ທາ­ນີ ແລ້ວຊົງຄ້າງຄືນທີ່ນັ້ນ.
\s5
\v 18 ຂະນະທີ່ພຣະເຢຊູເຈົ້າສະເດັດກັບຄືນເຂົ້າໄປໃນນະຄອນພຣະອົງຊົງຫີວອາ­ຫານ.
\v 19 ເມື່ອທອດພຣະ­ເນດເຫັນຕົ້ນເດື່ອເທດຕົ້ນຫນຶ່ງຢູ່ແຄມທາງ ພຣະ­ອົງກໍສະ­ເດັດເຂົ້າໄປໃກ້ ເມື່ອຊົງເຫັນບໍ່ມີຫມາກ ມີແຕ່ໃບເທົ່ານັ້ນ ພຣະ­ອົງຈິ່ງຊົງກ່າວແກ່ຕົ້ນນັ້ນວ່າ, “ຈົ່ງຢ່າໄດ້ເກີດຫມາກຕໍ່ໄປຈັກເທື່ອ” ແລະຕົ້ນເດື່ອກໍຫ່ຽວ­ແຫ້ງລົງໃນທັນທີ.
\s5
\v 20 ເມື່ອພວກສາ­ວົກເຫັນດັ່ງ­ນັ້ນກໍປະ­ຫລາດໃຈ ແລະເວົ້າກັນວ່າ, “ເປັນໄດ້ຢ່າງໃດ­ ຕົ້ນເດື່ອນັ້ນຈິ່ງຫ່ຽວ­ແຫ້ງໄປໃນທັນ­ທີ?”
\v 21 ພຣະ­ເຢຊູເຈົ້າຕອບວ່າ, “ເຮົາ ບອກພວກເຈົ້າຄວາມຈິງວ່າ ຖ້າພວກທ່ານຫາກມີຄວາມເຊື່ອ ແລະ ບໍ່ສົງ­ໄສເລີຍ ທ່ານຈະເຮັດໄດ້ຢ່າງທີ່ເຮົາໄດ້ເຮັດແກ່ຕົ້ນເດື່ອນີ້ ແລະ ບໍ່ພຽງເທົ່ານັ້ນ ແຕ່ວ່າທ່ານຈະບອກພູນີ້ວ່າ ຈົ່ງຍ້າຍໄປຕົກ­ລົງນ້ຳທະ­ເລເສັຽ ກໍຈະເປັນໄປດັ່ງ­ນັ້ນ.
\v 22 ທຸກສິ່ງທີ່ພວກເຈົ້າທູນຂໍ ພາວັນນາອະທິຖານ ພວກເຈົ້າມີຄວາມເຊື່ອ, ພວກເຈົ້າກໍຈະໄດ້ຮັບ ໃນສິ່ງນັ້ນ.”
\s5
\v 23 ເມື່ອພຣະ­ເຢຊູເຈົ້າສະ­ເດັດເຂົ້າໄປໃນບໍ­ຣິ­ເວນພຣະ­ວິ­ຫານ ໃນເວລາທີ່ຊົງສັ່ງ­ສອນຢູ່ນັ້ນ ພວກປະ­ໂລ­ຫິດຕົນໃຫຍ່ແລະພວກເຖົ້າແກ່ແຫ່ງພົນ­ລະ­ເມືອງໄດ້ມາທູນຖາມພຣະ­ອົງວ່າ, “ທ່ານເຮັດສິ່ງເຫລົ່ານີ້ໂດຍສິດອຳນາດອັນໃດ? ແລະໃຜໃຫ້ສິດນີ້ແກ່ເຈົ້າ?”
\v 24 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ເຮົາກໍຈະຖາມພວກທ່ານສິ່ງຫນຶ່ງເຫມືອນກັນ ຖ້າທ່ານຕອບໄດ້ເຮົາຈະບອກພວກທ່ານວ່າ ເຮົາເຮັດການນີ້ດ້ວຍສິດອຳນາດຈາກຜູ້ໃດ.
\s5
\v 25 ການບັບ­ຕິ­ສະ­ມາຂອງໂຢ­ຮັນນັ້ນມາຈາກໃສ? ມາຈາກສະ­ຫວັນຫລືຈາກມະ­ນຸດ?” ພວກເຂົາໄດ້ປຶກ­ສາທ່າມກາງກັນເອງ ໂດຍເວົ້າວ່າ, “ຖ້າເຮົາຈະຕອບວ່າ ‘ມາຈາກສະ­ຫວັນ’ ລາວຄົງຈະຖາມເຮົາວ່າ ‘ດ້ວຍເຫດໃດພວກທ່ານຈິ່ງບໍ່ເຊື່ອໂຢຮັນ.
\v 26 ຖ້າພວກເຮົາວ່າ‘ມາຈາກມະ­ນຸດ’ ກໍຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນທັງປວງຖືວ່າໂຢ­ຮັນເປັນຜູ້ປະ­ກາດພຣະ­ທັມ.”
\v 27 “ພວກເຮົາບໍ່ຮູ້” ພຣະ­ອົງຈິ່ງຊົງບອກເຂົາວ່າ, “ຖ້າເຊັ່ນນັ້ນ ເຮົາກໍຈະບໍ່ບອກພວກທ່ານເຫມືອນກັນວ່າ ເຮົາເຮັດການນີ້ດ້ວຍສິດອຳນາດໃດ.”
\s5
\v 28 ແຕ່ທ່ານຄິດຢ່າງ­ໃດ? ຊາຍຜູ້ຫນຶ່ງມີລູກຊາຍສອງຄົນ. ລາວໄປຫາລູກ­ກົກບອກວ່າ ‘ລູກເອີຍ, ຈົ່ງໄປເຮັດວຽກໃນສວນອະງຸ່ນມື້­ນີ້ເນີ.
\v 29 ເຂົາຕອບພໍ່ວ່າ ‘ລູກບໍ່ໄປ’, ແຕ່ພາຍລຸນມາໄດ້ປ່ຽນໃຈ ແລະ ກໍໄປເຮັດວຽກ.
\v 30 ແລະ ພໍ່ຈິ່ງໄປຫາລູກຜູ້ທີ່ສອງເວົ້າຢ່າງດຽວກັນ ລູກຜູ້ນີ້ຕອບວ່າ ‘ຂ້າ­ນ້ອຍຈະໄປ’ ແຕ່ເຂົາກໍບໍ່ໄປ.
\s5
\v 31 ໃນລູກຊາຍສອງຄົນນີ້ແມ່ນຜູ້ໃດເຮັດຕາມ­ໃຈຂອງພໍ່” ພວກເຂົາທູນຕອບວ່າ, “ແມ່ນລູກ­ກົກນັ້ນ” ພຣະ­ເຢຊູຊົງເຈົ້າກ່າວກັບເຂົາວ່າ, “ເຮົາບອກພວກທ່ານຄວາມຈິງວ່າ ພວກເກັບພາ­ສີແລະຍິງແມ່­ຈ້າງກໍກຳ­ລັງເຂົ້າໃນຣາ­ຊະອານາຈັກຂອງພຣະ­ເຈົ້າກ່ອນພວກທ່ານ.
\v 32 ແຕ່ພວກທ່ານບໍ່ໄດ້ເຊື່ອ ສ່ວນພວກເກັບພາ­ສີແລະຍິງແມ່­ຈ້າງໄດ້ເຊື່ອເພິ່ນ. ແລະພວກທ່ານ ເມື່ອໄດ້ເຫັນສິ່ງທີ່ເກີດຂື້ນແລ້ວ ກໍຍັງບໍ່ກັບໃຈທີ່ຫລັງແລະເຊື່ອເພິ່ນ.”
\s5
\v 33 ຈົ່ງຟັງຄຳອຸ­ປະ­ມາເລື່ອງຫນຶ່ງອີກ ຄືມີພໍ່ເຮືອນຜູ້ຫນຶ່ງໄດ້ເຮັດສວນອະ­ງຸ່ນ ແລ້ວອ້ອມຮົ້ວໄວ້ ເພິ່ນໄດ້ສະ­ກັດອ່າງຢຽບຫມາກອະ­ງຸ່ນເອົານ້ຳ ແລະສ້າງຫໍເຝົ້າໃຫ້ຊາວສວນເຊົ່າ. ຈາກນັ້ນຕົນກໍອອກໄປຕ່າງປະ­ເທດ.
\v 34 ເພິ່ນຈິ່ງໃຊ້ຂ້ອຍໃຊ້ໄປຫາພວກເຊົ່າສວນນັ້ນ ເພື່ອຈະຮັບຜົນອະງຸ່ນຂອງຕົນ.
\s5
\v 35 ແຕ່ຝ່າຍຄົນເຊົ່າສວນນັ້ນໄດ້ຈັບຂ້ອຍໃຊ້ຂອງເພິ່ນ ຂ້ຽນຕີຜູ້ຫນຶ່ງ, ຂ້າເສັຽຜູ້ຫນຶ່ງ, ແລະ ເອົາຫີນຄວ່າງໃສ່ຜູ້ຫນຶ່ງ.
\v 36 ແຕ່ຄົນເຝົ້າສວນໄດ້ເຮັດແກ່ເຂົາຢ່າງດຽວກັນ.
\v 37 ຫລັງຈາກນັ້ນ, ເຈົ້າຂອງສວນໄດ້ໃຊ້ລູກຊາຍຂອງຕົນມາ ໂດຍຄິດວ່າ ‘ເຂົາຄົງຈະນັບ­ຖືລູກຊາຍຂອງເຮົາ,
\s5
\v 38 ແຕ່ເມື່ອພວກເຊົ່າສວນເຫັນລູກຊາຍຂອງເພິ່ນມາ ພວກເຂົາກໍເວົ້າກັນວ່າ ‘ຜູ້ນີ້ແຫລະ, ເປັນເຈົ້າມໍ­ຣະ­ດົກ. ມາເຖີດໃຫ້ພວກເຮົາຂ້າມັນເສັຽ ແລ້ວຍຶດເອົາສັບສິນເຫລົ່ານີ້ແທນ.
\v 39 ດັ່ງນັ້ນພວກເຂົາຈຶ່ງຈັບລູກຊາຍຂອງເຈົ້າຂອງສວນໂຍນຖິ້ມອອກນອກສວນແລະຂ້າລາວເສັຽ.
\s5
\v 40 ບັດນີ້ ເມື່ອເຈົ້າຂອງສວນມາ, ແລ້ວທ່ານຈະເຮັດຢ່າງ­ໃດແກ່ຄົນເຊົ່າສວນເຫລົ່າ­ນັ້ນ.”
\v 41 “ທ່ານຈະລົງ­ໂທດຢ່າງຮ້າຍແຮງໃສ່ຄົນຊົ່ວເຫລົ່າ­ນັ້ນດ້ວຍວິທີຮຸນແຮງ ແລ້ວຈະເອົາສວນອະ­ງຸ່ນນັ້ນໃຫ້ຜູ້ອື່ນເຊົ່າ ຊຶ່ງຈະນຳຜົນມາສົ່ງໃຫ້ເພິ່ນເມື່ອເຖິງຣະ­ດູເກັບກ່ຽວ.”
\s5
\v 42 ພຣະ­ເຢຊູເຈົ້າຊົງກ່າວກັບພວກເຂົາວ່າ, “ພວກທ່ານຍັງບໍ່ໄດ້ອ່ານໃນພຣະ­ຄັມພີຫລືທີ່ວ່າ, 'ຫີນທີ່ນາຍຊ່າງໄດ້ປະຕິເສດ ຖືກເຮັດໃຫ້ກາຍເປັນຫີນເສົາເອກແລ້ວ. ການນີ້ເປັນມາຈາກອົງພຣະຜູ້ເປັນ­ເຈົ້າ, ເປັນການປະຫລາດແກ່ຕາຂອງເຮົາ.”
\s5
\v 43 ດ້ວຍເຫດ­ນັ້ນ ເຮົາບອກພວກທ່ານວ່າ ຣາ­ຊະອານາຈັກຂອງພຣະ­ເຈົ້າ ຈະຊົງຍົກເອົາໄປຈາກພວກທ່ານ ແລະຊົງປຣະ­ທານແກ່ຊົນຊາດຫນຶ່ງທີ່ຈະໃຫ້ຜົນ.
\v 44 ຜູ້ໃດກໍຕາມທີ່ລົ້ມທັບຫີນນີ້ ຜູ້ນັ້ນຈະຕ້ອງແຕກຫັກເປັນປ່ຽງ ໆ. ແຕ່ຫີນນັ້ນຈະຕົກທັບຜູ້ໃດ ຜູ້ນັ້ນຈະແຫລກມຸ່ນ.”
\s5
\v 45 ເມື່ອພວກປະ­ໂລ­ຫິດຕົນໃຫຍ່ກັບພວກຟາ­ຣີ­ຊາຍ ໄດ້ຍິນຄຳອຸ­ປະມາຂອງພຣະ­ອົງແລ້ວ ເຂົາກໍຮູ້ວ່າພຣະ­ອົງຊົງກ່າວເຖິງພວກເຂົາ.
\v 46 ຂະນະກຳລັງພະ­ຍາ­ຍາມຈັບພຣະ­ອົງນັ້ນ ພວກເຂົາຢ້ານປະ­ຊາ­ຊົນ ເພາະປະ­ຊາ­ຊົນຖືວ່າພຣະ­ອົງເປັນຜູ້ປະ­ກາດພຣະທັມຜູ້ຫນຶ່ງ.
\s5
\c 22
\cl ບົດທີ 22
\p
\v 1 ພຣະເຢຊູເຈົ້າໄດ້ກ່າວກັບພວກເຂົາອີກເທື່ອຫນຶ່ງວ່າ,
\v 2 ຣາຊະອານາຈັກສະຫວັນ ປຽບເຫມືອນ ກະສັດຜູ້ຫນຶ່ງຕຽມງານກິນລ້ຽງ ເນື່ອງໃນພິທີສົມຣົດລູກຊາຍຂອງຕົນ.
\v 3 ພຣະ­ອົງຊົງສົ່ງຄົນໃຊ້ໄປເອີ້ນຜູ້ທີ່ຖືກເຊີນໃນງານນີ້ ແຕ່ເຂົາບໍ່ຢາກມາ.
\s5
\v 4 ແລ້ວກະສັດຈິ່ງຊົງໃຊ້ຂ້າໃຊ້ໄປຕື່ມອີກຄົນຫນຶ່ງ ພຣະອົງສັ່ງເຂົາວ່າ ‘ຈົ່ງບອກພວກທີ່ຖືກເຊີນນັ້ນວ່າ, “ເບິ່ງແມ, ເຮົາໄດ້ຈັດຕຽມອາຫານແລງໄວ້ແລ້ວ ງົວແລະສັດອ້ວນພີກໍໄດ້ຂ້າໄວ້ແລ້ວ ແລະສິ່ງສາ­ຣະ­ພັດກໍຕຽມໄວ້ພ້ອມແລ້ວ. ເຊີນມາຮ່ວມງານລ້ຽງພິທີສົມຣົດນັ້ນເຖີ້ນ”
\s5
\v 5 ແຕ່ເຂົາກໍເພີກ­ເສີຍບໍ່ສົນໃຈໃນຄຳເຊື້ອເຊີນແລະພວກເຂົາກໍຫນີໄປເສັຽ, ບາງຄົນກໍໄປໄຮ່ໄປນາ ແລະ ບາງຄົນໄປຄ້າ­ຂາຍ.
\v 6 ສ່ວນພວກອື່ນນັ້ນກໍຈັບພວກຂ້າໃຊ້ເຮັດການຫຍາບ­ຊ້າແລ້ວຂ້າເຂົາເສັຽ.
\v 7 ພຣະອົງຈິ່ງຊົງຮັບສັ່ງໃຫ້ກອງທະ­ຫານໄປປະ­ຫານຊີວິດຄາ­ດຕະ­ກອນເຫລົ່າ­ນັ້ນ ແລະໃຫ້ເຜົາບ້ານເຮືອນຂອງເຂົາເສັຽ.
\s5
\v 8 ຈາກນັ້ນ ພຣະ­ອົງຈິ່ງຊົງຮັບສັ່ງຂ້າໃຊ້ວ່າ, ‘ງານສົມຣົດກໍພ້ອມຢູ່ແລ້ວ ແຕ່ຜູ້ຖືກເຊີນນັ້ນບໍ່ສົມກັບງານ.
\v 9 ພົບຄົນໃດກໍໃຫ້ເຊີນມາໃນງານລ້ຽງສົມຣົດນີ້.
\v 10 ພວກຂ້າໃຊ້ນັ້ນຈິ່ງອອກໄປຕາມຖະ­ຫນົນຫົນ­ທາງ ພາຄົນທັງປວງທັງດີແລະຊົ່ວທີ່ເຂົາໄດ້ພົບໃຫ້ເຂົ້າມາໃນງານສົມຣົດນີ້ ຈົນຫ້ອງພິ­ທີສົມ­ຣົດເຕັມດ້ວຍແຂກ.
\s5
\v 11 ແຕ່ເມື່ອກະ­ສັດອົງນັ້ນສະ­ເດັດເຂົ້າມາທອດພຣະ­ເນດແຂກທັງຫລາຍ, ກໍຊົງເຫັນຜູ້ຫນຶ່ງຢູ່ທີ່ນັ້ນບໍ່ໄດ້ນຸ່ງເຄື່ອງສຳ­ລັບງານ.
\v 12 ກະສັດຈິ່ງຊົງຖາມຜູ້ນັ້ນວ່າ ‘ສະ­ຫາຍເອີຍ, ເຫດໃດທ່ານເຂົ້າມາທີ່ນີ້ໂດຍບໍ່ນຸ່ງເຄື່ອງສຳ­ລັບງານສົມ­ຣົດ? ສ່ວນຄົນນັ້ນກໍມິດຢູ່ປາກບໍ່ອອກ.
\s5
\v 13 ແລ້ວກະ­ສັດຈິ່ງຊົງສັ່ງແກ່ພວກຂ້າໃຊ້ວ່າ ‘ຈົ່ງມັດຕີນມັດມືຄົນນີ້ເອົາໄປຖິ້ມເສັຽບ່ອນມືດພາຍນອກ’ ທີ່ນັ້ນມີ­ການຮ້ອງໃຫ້ແລະຂົບແຂ້ວຢູ່.
\v 14 ດ້ວຍວ່າຜູ້ຮັບເຊີນກໍມີຫລາຍ ແຕ່ຜູ້ທີ່ຊົງເລືອກໄວ້ກໍມີຫນ້ອຍ.”
\s5
\v 15 ຫລັງຈາກນັ້ນພວກຟາ­ຣີ­ຊາຍໄປປຶກ­ສາກັນແລະໄດ້ວາງແຜນເພື່ອຈະຈັບຜິດໃນຖ້ອຍຄຳຂອງພຣະ­ອົງໃຫ້ໄດ້ຢ່າງໃດ.
\v 16 ຈາກນັ້ນພວກເຂົາຈິ່ງໃຊ້ພວກສິດຂອງຕົນກັບພວກເຮໂຣດໄປທູນພຣະ­ເຢຊູເຈົ້າວ່າ, “ອາ­ຈານເອີຍ, ພວກຂ້າ­ພຣະ­ເຈົ້າຊາບຢູ່ວ່າທ່ານເປັນຜູ້ສັດ­ຊື່, ໄດ້ສັ່ງ­ສອນໃນທາງຂອງພຣະ­ເຈົ້າຢ່າງສັດຊື່. ທ່ານບໍ່ໄດ້ເອົາ­ໃຈຜູ້ໃດ ແລະທ່ານບໍ່ໄດ້ເຂົ້າຂ້າງຝ່າຍໃດຝ່າຍຫນຶ່ງ.
\v 17 ຂໍໂຜດໃຫ້ພວກຂ້າ­ພຣະ­ເຈົ້າຊາບແດ່ວ່າ ທ່ານຄຶດເຫັນຢ່າງ­ໃດ? ການທີ່ເສັຽສ່ວຍໃຫ້ແກ່ກາຍ­ຊານັ້ນສົມ­ຄວນ ຫລືບໍ່?”
\s5
\v 18 ແຕ່ພຣະ­ເຢຊູຊົງຊາບແຜນການຮ້າຍຂອງພວກເຂົາ ຈິ່ງຊົງກ່າວວ່າ, “ໂອຄົນຫນ້າຊື່ໃຈຄົດເອີຍ, ເຈົ້າຈະມາທົດລອງເຮົາເຮັດຫຍັງ?
\v 19 ຈົ່ງເອົາເງິນຫລຽນທີ່ໃຊ້ເສັຽພາສີນັ້ນ ມາໃຫ້ເຮົາເບິ່ງດູ.” ຈາກນັ້ນເຂົາຈິ່ງເອົາເງິນຫນຶ່ງເດນາ­ລີອົນມາໃຫ້ພຣະ­ອົງ.
\s5
\v 20 ພຣະ­ເຢຊູເຈົ້າຈິ່ງຊົງຖາມເຂົາວ່າ, “ຮູບແລະຄຳຈາຣຶກນີ້ເປັນຂອງໃຜ?”
\v 21 “ເປັນຂອງກາຍຊາ.” ແລ້ວພຣະ­ເຢຊູເຈົ້າຈິ່ງຊົງກ່າວກັບພວກເຂົາວ່າ, “ເຫດສັນ­ນັ້ນສິ່ງທີ່ເປັນຂອງກາຍ­ຊາ ຈົ່ງຄືນຖວາຍແກ່ກາຍ­ຊາ ແລະສິ່ງທີ່ເປັນຂອງພຣະ­ເຈົ້າ ຈົ່ງຄືນຖວາຍແກ່ພຣະ­ເຈົ້າ.”
\v 22 ເມື່ອພວກເຂົາໄດ້ຍິນເຊັ່ນນັ້ນພວກເຂົາຈິ່ງພາ­ກັນຫນີຈາກພຣະ­ອົງໄປ.
\s5
\v 23 ໃນວັນດຽວກັນນັ້ນໄດ້ມີພວກຊາ­ດູ­ກາຍມາຫາພຣະອົງ, ພວກນີ້ເຄີຍເວົ້າວ່າ, ບໍ່ມີ­ການຄືນມາຈາກຕາຍ. ເຂົາທູນຖາມພຣະ­ອົງ
\v 24 ກ່າວວ່າ, “ອາ­ຈານເອີຍ, ໂມ­ເຊໄດ້ສັ່ງໄວ້ວ່າ, ‘ຖ້າຜູ້ໃດຕາຍ, ໃນເມື່ອຍັງບໍ່ມີລູກ, ກໍໃຫ້ນ້ອງຊາຍຂອງຜູ້ນັ້ນເອົາເອື້ອຍໄພ້ໄວ້ເປັນພັນຣະຍາ ເພື່ອສືບເຊື້ອ­ສາຍອ້າຍຂອງຕົນ.
\s5
\v 25 ໃນພວກເຂົາມີພີ່ນ້ອງຜູ້ຊາຍນຳກັນທັງຫມົດເຈັດຄົນ. ອ້າຍກົກເອົາເມັຽແລ້ວໄດ້ຕາຍໄປເມື່ອຍັງບໍ່ມີລູກ ກໍປະເມັຽໄວ້ໃຫ້ແກ່ນ້ອງຊາຍ.
\v 26 ຈົນເຖິງຜູ້ຖ້ວນເຈັດ.
\v 27 ພາຍ­ຫລັງເຂົາທັງເຈັດ ຍິງນັ້ນກໍຕາຍ.
\v 28 ຍິງນັ້ນຈະເປັນເມັຽຂອງຜູ້ໃດໃນເຈັດຄົນນັ້ນ? ເພາະວ່ານາງໄດ້ເປັນເມັຽຂອງຊາຍທັງເຈັດຄົນແລ້ວ.”
\s5
\v 29 ແຕ່ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ພວກທ່ານຫລົງຜິດແລ້ວ ເພາະທ່ານບໍ່ຮູ້­ຈັກພຣະ­ຄັມພີຫລືຣິດ­ເດດຂອງພຣະ­ເຈົ້າ.
\v 30 ເພາະເມື່ອມະນຸດເປັນຄືນມາຈາກຄວາມຕາຍນັ້ນ ຈະບໍ່ມີ­ການແຕ່ງ­ງານ ຫລືຍົກໃຫ້ເປັນຜົວເມັຽກັນອີກ. ແຕ່ເຂົາຈະເປັນເຫມືອນເທ­ວະດາໃນສະຫວັນ.
\s5
\v 31 ທ່ານທັງຫລາຍຍັງບໍ່ໄດ້ອ່ານຫລືຊຶ່ງພຣະ­ເຈົ້າໄດ້ຊົງກ່າວໄວ້ກັບພວກທ່ານວ່າ,
\v 32 ‘ຝ່າຍເຮົາເປັນພຣະ­ເຈົ້າຂອງອັບຣາຮາມ, ພຣະ­ເຈົ້າຂອງຂອງອີຊາກ, ແລະພຣະເຈົ້າຂອງຢາ­ໂຄບ? ພຣະ­ອົງບໍ່ໄດ້ຊົງເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະ­ເຈົ້າຂອງຄົນເປັນ.”
\v 33 ເມື່ອຄົນທັງປວງໄດ້ຍິນດັ່ງ­ນີ້ແລ້ວ ກໍພາກັນປະຫລາດໃຈດ້ວຍຄຳສັ່ງ­ສອນຂອງພຣະ­ອົງ.
\s5
\v 34 ແຕ່ເມື່ອພວກຟາ­ຣີ­ຊາຍ ເມື່ອໄດ້ຍິນວ່າພຣະອົງຊົງເຮັດໃຫ້ພວກຊາ­ດູ­ກາຍມິດຢູ່ ພວກເຂົາຈິ່ງປະ­ຊຸມກັນ,
\v 35 ມີນັກກົດຫມາຍຜູ້ຫນຶ່ງໃນພວກເຂົາໄດ້ທົດລອງ ໂດຍທູນຖາມພຣະອົງວ່າ,
\v 36 “ທ່ານອາຈານເອີຍ, ໃນພຣະ­ບັນ­ຍັດຂໍ້ໃດເປັນຂໍ້ໃຫຍ່ທີ່ສຸດ?”
\s5
\v 37 ພຣະ­ເຢຊູເຈົ້າຕອບພວກເຂົາວ່າ, “ຈົ່ງຮັກອົງພຣະ­ຜູ້­ເປັນ­ເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ແລະດ້ວຍສຸດຄວາມຄຶດຂອງເຈົ້າ.
\v 38 ນັ້ນແລະຄືກົດບັນຍັດຂໍ້ໃຫຍ່ແລະຂໍ້ຕົ້ນ.
\s5
\v 39 ແລະພຣະບັນຍັດຂໍ້ທີສອງກໍເຫມືອນກັນຄື ‘ຈົ່ງຮັກເພື່ອນບ້ານເຫມືອນຮັກຕົນເອງ.
\v 40 ກົດບັນຍັດທັງຫມົດກໍຂຶ້ນຢູ່ກັບພຣະ­ບັນ­ຍັດສອງຂໍ້ນີ້.”
\s5
\v 41 ພຣະ­ເຢຊູເຈົ້າຊົງຖາມເຂົາວ່າ,
\v 42 “ພວກທ່ານຄິດເຫັນຢ່າງ­ໃດດ້ວຍເລື່ອງພຣະ­ຄຣິດ ເພິ່ນເປັນເຊື້ອສາຍຂອງຜູ້ໃດ?” ພວກເຂົາທູນຕອບວ່າ, “ເປັນເຊື້ອສາຍຂອງດາວິດ.”
\s5
\v 43 ພຣະ­ເຢຊູຈິ່ງຊົງຖາມພວກເຂົາວ່າ, “ຖ້າຢ່າງນັ້ນ ເຫດໃດດາວິດຈິ່ງຊົງເອີ້ນ­ພຣະອົງວ່າອົງພຣະຜູ້ເປັນເຈົ້າ ໂດຍເດດພຣະ­ວິນ­ຍານ ແລະຊົງກ່າວວ່າ,
\v 44 “ຈົ່ງນັ່ງເບື້ອງຂວາມືຂອງເຮົາ ຈົນກວ່າເຮົາຈະປາບສັດຕຣູຂອງທ່ານໃຫ້ຢູ່ໃຕ້ຕີນຂອງທ່ານ?”
\s5
\v 45 ຖ້າດາ­ວິດເອີ້ນພຣະ­ຄຣິດວ່າ ‘ອົງພຣະ­ຜູ້­ເປັນ­ເຈົ້າ’ ແລ້ວພຣະອົງຈະເປັນເຊື້ອ­ສາຍຂອງດາ­ວິດໄດ້ຢ່າງ­ໃດ?”
\v 46 ບໍ່ມີຜູ້ໃດໃນພວກເຂົາສາມາດຕອບພຣະອົງໄດ້ ຕັ້ງ­ແຕ່ວັນນັ້ນມາບໍ່ມີຜູ້ໃດກ້າຖາມພຣະ­ອົງອີກ.
\s5
\c 23
\cl ບົດທີ 23
\p
\v 1 ຫລັງຈາກ­ນັ້ນພຣະ­ເຢຊູເຈົ້າຊົງກ່າວກັບປະ­ຊາ­ຊົນແລະບັນດາສາ­ວົກຂອງພຣະອົງວ່າ
\v 2 “ພວກນັກ­ທັມແລະພວກຟາ­ຣີຊາຍນັ່ງບ່ອນນັ່ງຂອງໂມ­ເຊ.
\v 3 ເຫດສັນ­ນັ້ນ ທຸກສິ່ງທີ່ເຂົາບອກສອນພວກທ່ານ ຈົ່ງເຮັດຕາມ. ແຕ່ຢ່າໄດ້ເຮັດຕາມກິດ­ຈະ­ການຂອງເຂົາ, ເພາະພວກເຂົາບອກສອນສິ່ງຕ່າງໆເຫລົ່ານີ້ໄວ້ ແຕ່ບໍ່ໄດ້ເຮັດຕາມ.
\s5
\v 4 ດ້ວຍວ່າພວກເຂົາເອົາພາຣະຫນັກມາວາງໃສ່ບ່າມະ­ນຸດ ສ່ວນເຂົາເອງ ແມ່ນແຕ່ນິ້ວມືດຽວກໍບໍຍອມຈັບຍົກໄປ.
\v 5 ພວກເຂົາບັນ­ຈຸຂໍ້ພຣະ­ທັມປະ­ຈຳຕົວ ເຂົາກໍເຮັດໃຫ້ໃຫຍ່ ແລະຍອຍເສື້ອຂອງເຂົາ ກໍໃຫ້ຍາວອອກໄປ.
\s5
\v 6 ພວກເຂົາມັກບ່ອນນັ່ງອັນມີກຽດໃນງານລ້ຽງຕ່າງໆແລະໃນໂຮງທັມະເທສະ­ຫນາ,
\v 7 ແລະມັກໃຫ້ມະ­ນຸດເອີ້ນເຂົາວ່າ ‘ອາ­ຈານ’
\s5
\v 8 ແຕ່ຝ່າຍພວກທ່ານ ຢ່າໃຫ້ໃຜເອີ້ນວ່າ ‘ອາ­ຈານເຈົ້າຂ້າ’ ເພາະ­ວ່າພວກທ່ານມີແຕ່ພຣະ­ອາ­ຈານຜູ້ດຽວ ແລະພວກທ່ານເປັນພີ່ນ້ອງກັນທັງຫມົດ.
\v 9 ແລະຢ່າເອີ້ນຜູ້ໃດໃນໂລກວ່າ ‘ບິດາ’ ເພາະພວກທ່ານມີພຣະ­ບິ­ດາແຕ່ພຽງຜູ້ດຽວ ຄືຜູ້ທີ່ຊົງສະຖິດຢູ່ໃນສະ­ຫວັນ.
\v 10 ຢ່າໃຫ້ຜູ້ໃດເອີ້ນພວກທ່ານວ່າ‘ນາຍ’ ເພາະ­ວ່ານາຍຂອງພວກທ່ານມີແຕ່ຜູ້ດຽວ ຄືພຣະ­ຄຣິດເຈົ້າ.
\s5
\v 11 ເພາະວ່າຜູ້ໃດທີ່ເປັນໃຫຍ່ທີ່ສຸດໃນພວກທ່ານ ຜູ້ນັ້ນຕ້ອງຮັບໃຊ້ຄົນອື່ນ.
\v 12 ຜູ້ນັ້ນຈະຖືກເຮັດໃຫ້ຕ່ຳລົງ ຜູ້ໃດຖ່ອມຕົວລົງ ຜູ້ນັ້ນຈະຖືກຍົກຂຶ້ນ.
\s5
\v 13 ແຕ່ວິ­ບັດແກ່ພວກ­ທັມະຈານແລະພວກຟາ­ຣີຊາຍ ຄົນຫນ້າຊື່ໃຈຄົດເອີຍ! ດ້ວຍວ່າພວກເຈົ້າອັດປະ­ຕູຣາ­ຊະອານາຈັກສະຫວັນຕັນທາງມະ­ນຸດ. ເພາະວ່າພວກເຈົ້າເອງກໍບໍ່ເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍບໍ່ໃຫ້ເຂົ້າໄປ.
\v 14 ວິບັດແກ່ເຈົ້າພວກທັມະຈານແລະພວກຟາຣີຊາຍພວກເຈົ້າສໍ້ໂກງເອົາສິ່ງຂອງໆບັນດາແມ່ຫມ້າຍແລະແກ້ງອະທິຖານຍືດຍາວ
\v 15 ແລະ ພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ ດ້ວຍວ່າພວກເຈົ້າທຽວໄປທາງ­ນ້ຳແລະທາງ­ບົກທົ່ວໄປ ເພື່ອຈະໃຫ້ແມ່ນແຕ່ຄົນດຽວເຂົ້າສາ­ສນາ ແຕ່ເມື່ອໄດ້ເຂົ້າແລ້ວ ພວກເຈົ້າກໍເຮັດໃຫ້ຄົນນັ້ນສົມກັບນະ­ຣົກຫລາຍກວ່າເຈົ້າເອງເຖິງສອງທໍ່.
\s5
\v 16 ວິ­ບັດແກ່ເຈົ້າ, ຄົນນຳທາງຕາ­ບອດທີ່ສອນວ່າ ‘ຖ້າຜູ້ໃດຈະສາບານອ້າງໃສ່ພຣະ­ວິ­ຫານ ຄຳສາ­ບານນັ້ນກໍບໍ່ມີຂໍຜູກມັດ ແຕ່ຖ້າຜູ້ໃດສາ­ບານອ້າງໃສ່ທອງ­ຄຳຂອງພຣະ­ວິ­ຫານ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາ­ບານ.
\v 17 ໂອ ຄົນຕາ­ບອດ ແລະ ໂງ່ເອີຍ, ສິ່ງໃດຈະສຳ­ຄັນກວ່າກັນທອງ­ຄຳ ຫລືພຣະ­ວິ­ຫານ ທີ່ເຮັດໃຫ້ທອງ­ຄຳນັ້ນສັກ­ສິດ?
\s5
\v 18 ແລະສອນວ່າ ‘ຖ້າຜູ້ໃດຈະສາ­ບານອ້າງໃສ່ແທນບູ­ຊາ ຄຳສາບານນັ້ນກໍບໍ່ມີຂໍ້ຜູກມັດ ແຕ່ຖ້າຜູ້ໃດຈະສາ­ບານໃສ່­ເຄື່ອງຖວາຍເທິງແທ່ນບູ­ຊາ ຜູ້ນັ້ນຈະຕ້ອງເຮັດຕາມຄຳທີ່ຕົນໄດ້ສາບານ.
\v 19 ສິ່ງໃດຈະສຳ­ຄັນກວ່າກັນ ເຄື່ອງຖວາຍຫລືແທ່ນບູຊາທີ່ເຮັດໃຫ້ເຄື່ອງຖວາຍນັ້ນສັກ­ສິດ?
\s5
\v 20 ເຫດສະນັ້ນ, ຜູ້ໃດຈະສາ­ບານອ້າງໃສ່ແທ່ນບູຊາ ແລະ ໃສ່­ເຄື່ອງຖວາຍທັງປວງທີ່­ຢູ່ເທິງແທ່ນນັ້ນເຫມືອນກັນ.
\v 21 ຜູ້ໃດຈະສາ­ບານອ້າງໃສ່ພຣະ­ວິ­ຫານ ກໍອ້າງໃສ່ພຣະ­ອົງຜູ້ຊົງສະ­ຖິດຢູ່ໃນພຣະ­ວິ­ຫານນັ້ນເຫມືອນກັນ.
\v 22 ແລະ ຜູ້ໃດຈະສາ­ບານອ້າງໃສ່ສະ­ຫວັນ ກໍອ້າງໃສ່ພຣະ­ທີ່­ນັ່ງແລະອ້າງໃສ່ພຣະ­ອົງຜູ້ປະ­ທັບເທິງພຣະ­ທີ່­ນັ່ງນັ້ນເຫມືອນກັນ.
\s5
\v 23 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າຖວາຍສິບລົດທີ່ເປັນຜັກກ້ານກ່ຳ, ຜັກ­ຊີ, ແຕ່ພວກເຈົ້າຕັດຂໍ້ສຳ­ຄັນຂອງພຣະ­ບັນ­ຍັດ ຄືຄວາມຍຸ­ຕິທັມ, ຄວາມເມດຕາ, ຄວາມສັດ­ຊື່ນັ້ນໄດ້ປະຖິ້ມເສັຽ ເຊິ່ງສິ່ງເຫລົ່ານີ້ແຫລະ, ທີ່ພວກເຈົ້າຄວນໄດ້ປະ­ຕິ­ບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ.
\v 24 ໂອ ພວກຄົນນຳທາງຕາ­ບອດເອີຍ, ເຈົ້າຕອງແມງ­ມີ່ອອກແຕ່ກືນໂຕອູດທັງໂຕເຂົ້າໄປ.
\s5
\v 25 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ເຫດວ່າພວກເຈົ້າເຄີຍລ້າງຖ້ວຍ­ຊາມໃຫ້ສະອາດແຕ່ຂ້າງນອກ ແຕ່ຂ້າງໃນຖ້ວຍ­ຊາມນັ້ນເຕັມໄປດ້ວຍການຂູ່ຊິງເອົາແລະການມົວເມົາກິເລດ.
\v 26 ໂອຟາ­ຣີ­ຊາຍຕາ­ບອດເອີຍ, ຈົ່ງຊໍຳຣະຖ້ວຍ­ຊາມຂ້າງໃນເສັຽກ່ອນ, ເພື່ອຂ້າງນອກຈະສະ­ອາດເຫມືອນກັນ.
\s5
\v 27 ວິ­ບັດແກ່ເຈົ້າພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົດຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າເປັນເຫມືອນອຸບໂມງຝັງສົບ ທາດ້ວຍປູນຂາວຂ້າງນອກເບິ່ງງົດງາມ ແຕ່ຂ້າງໃນເຕັມໄປດ້ວຍກະ­ດູກຄົນຕາຍ ແລະ ສາ­ຣະ­ພັດທີ່ຫນ້າຂີ້­ດຽດ.
\v 28 ພາຍນອກປະ­ກົດຕໍ່ມະ­ນຸດວ່າເປັນຄົນສິນທັມ, ແຕ່ພາຍໃນເຕັມໄປດ້ວຍການຫນ້າຊື່ໃຈຄົດ ແລະ ຄວາມຊົ່ວຊ້າ.
\s5
\v 29 ວິ­ບັດແກ່ເຈົ້າ ພວກນັກ­ທັມແລະພວກຟາ­ຣີ­ຊາຍ ຄົນຫນ້າຊື່ໃຈຄົດເອີຍ. ດ້ວຍວ່າພວກເຈົ້າສ້າງອຸບໂມງຝັງສົບຂອງພວກປະ­ກາດພຣະ­ທັມແລະຕົບ­ແຕ່ງທາດຂອງພວກຄົນສິນທັມໃຫ້ງົດງາມ.
\v 30 ເຈົ້າກ່າວວ່າ ‘ຖ້າພວກເຮົາໄດ້ຢູ່ໃນສະໄຫມບັັນພະບຸຣຸດຂອງເຮົານັ້ນກໍຈະບໍ່ມີສ່ວນກັບເຂົາໃນການຂ້າ ພວກຜູ້ປະກາດພຣະ­ທັມນັ້ນ.
\v 31 ດັ່ງນັ້ນພວກເຈົ້າຈິ່ງເປັນພະ­ຍານຕໍ່­ສູ້ຕົນເອງວ່າເປັນລູກຂອງຜູ້ທີ່ໄດ້ຂ້າພວກຜູ້ປະ­ກາດພຣະ­ທັມເຫລົ່າ­ນັ້ນ.
\s5
\v 32 ເຈົ້າທັງ­ຫລາຍຈົ່ງເຮັດຕາມທີ່ບັນ­ພະ­ບຸ­ຣຸດໄດ້ເຮັດນັ້ນໃຫ້ຄົບຖ້ວນສາ.
\v 33 ເຈົ້າພວກງູ ພວກຊາດງູຮ້າຍເອີຍ, ພວກເຈົ້າຈະຫນີພົ້ນໂທດນະ­ຣົກໄດ້ຢ່າງ­ໃດ?
\s5
\v 34 ເຫດສັນ­ນັ້ນ, ເບິ່ງເຖີດ, ເຮົາໃຊ້ຜູ້ປະ­ກາດພຣະ­ທັມ ແລະ ນັກ­ປຣາດ, ແລະ ນັກ­ທັມຕ່າງໆມາຫາພວກເຈົ້າ. ເຈົ້າກໍຈະຂ້າບາງຄົນເສັຽແດ່ ແລະ ພວກເຈົ້າໄດ້ຂ້ຽນຕີພວກເຂົາໃນໂຮງທັມະເທສະຫນາ ແລະ ຂົ່ມ­ເຫັງໄລ່ເຂົາອອກຈາກເມືອງນີ້ໄປເມືອງນັ້ນແດ່.
\v 35 ເລືອດອັນບໍ່ມີຜິດທັງຫມົດທີ່ຕົກໃສ່ແຜ່ນດິນ ຕັ້ງແຕ່ເລືອດຂອງອາ­ເບັນຜູ້ບໍ່ມີຜິດຈົນເຖິງເລືອດຂອງຊາ­ຂາ­ລີຢາລູກຊາຍຂອງບາ­ຣາ­ຂີ­ຢາ ທີ່ພວກເຈົ້າໄດ້ຂ້າໃນລະຫວ່າງພຣະວິຫານແລະແທ່ນບູ­ຊາ.
\v 36 ເຮົາບອກພວກເຈົ້າຄວາມຈິງວ່າ ເຫດເຫລົ່ານີ້ຈະຕົກໃສ່ຄົນສະໄຫມນີ້.”
\s5
\v 37 ໂອ ເຢ­ຣູ­ຊາ­ເລັມ ເຢ­ຣູ­ຊາ­ເລັມເອີຍ, ເມືອງທີ່ໄດ້ຂ້າບັນ­ດາຜູ້ປະ­ກາດພຣະ­ທັມແລະເອົາຫີນຄວ່າງໃສ່ພວກທີ່ຮັບໃຊ້ມາຫາເຈົ້າ. ເຮົາປາ­ຖນາຈັກເທື່ອແລ້ວຫນໍ ວ່າຈະຮວບ­ຮວມເອົາລູກຂອງເຈົ້າໄວ້ ເຫມືອນແມ່ໄກ່ຮວບ­ຮວມລູກໄວ້ໃຕ້ປີກຂອງມັນ, ແຕ່ພວກເຈົ້າບໍ່ຍິນຍອມ.
\v 38 ເບິ່ງແມ, ບ້ານເຮືອນຂອງເຈົ້າກໍຈະຖືກປະຮ້າງໄວ້ໃຫ້ຢູ່ວ່າງເປົ່າແກ່ເຈົ້າ.
\v 39 ດັ່ງນັ້ນເຮົາຈິ່ງກ່າວກັບພວກເຈົ້າວ່າ ຕັ້ງ­ແຕ່ນີ້ຕໍ່ໄປພວກເຈົ້າຈະບໍ່ເຫັນເຮົາອີກ ຈົນກວ່າພວກເຈົ້າຈະອອກ­ປາກກ່າວວ່າ ‘ສັນຣະເສີນແດ່ພຣະເຈົ້າຜູ້ເຊິ່ງສະເດັດມາໃນພຣະ­ນາມຂອງອົງພຣະຜູ້­ເປັນ­ເຈົ້າ.”
\s5
\c 24
\cl ບົດທີ 24
\p
\v 1 ພຣະ­ເຢຊູເຈົ້າສະ­ເດັດອອກຈາກບໍ­ລິ­ເວນພຣະ­ວິ­ຫານ ແລະ ເມື່ອກຳ­ລັງສະ­ເດັດໄປນັ້ນ. ພວກສາ­ວົກຂອງພຣະ­ອົງໄດ້ມາຫາພຣະອົງ ແລະຊີ້ໄປທີ່ຕຶກໃນບໍລິເວນພຣະວິ­ຫານ.
\v 2 ແຕ່ພຣະ­ອົງຈິ່ງຊົງຕອບວ່າ, “ພວກທ່ານເຫັນສິ່ງທັງປວງເຫລົ່ານີ້ແລ້ວບໍ່ແມ່ນບໍ? ເຮົາບອກພວກທ່ານຕາມຄວາມຈິງວ່າ ກ້ອນຫີນທີ່ຊ້ອນທັບກັນຢູ່ທີ່ນີ້ ຈະຖືກທຳ­ລາຍລົງຈົນບໍ່ເຫລືອຈັກກ້ອນ.”
\s5
\v 3 ຂະນະທີ່ພຣະ­ອົງປຣະ­ທັບຢູ່ພູຫມາກ­ກອກ­ເທດ ພວກສາວົກມາເຝົ້າພຣະ­ອົງຕ່າງ­ຫາກກາບທູນວ່າ, “ຂໍໂຜດໃຫ້ພວກຂ້າ­ນ້ອຍຊາບແດ່ວ່າ ເຫດ­ການເຫລົ່ານີ້ຈະເກີດຂຶ້ນໃນເວ­ລາໃດ ສິ່ງໃດເປັນຫມາຍສຳ­ຄັນແຫ່ງການສະເດັດມາຂອງພຣະອົງແລະສະໄຫມເກົ່າຈະສິ້ນສຸດລົງ.”
\v 4 ພຣະ­ເຢຊູເຈົ້າຊົງຕອບວ່າ, “ຈົ່ງຣະ­ວັງໃຫ້ດີ ຢ່າໃຫ້ຜູ້ໃດຫລອກລວງພວກທ່ານໃຫ້ຫລົງ.
\v 5 ດ້ວຍວ່າຈະມີຫລາຍຄົນມາອ້າງນາມຂອງເຮົາວ່າ ‘ເຮົານີ້ແຫລະ, ເປັນພຣະ­ຄຣິດ’ ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ.
\s5
\v 6 ພວກທ່ານຈະໄດ້ຍິນເຖິງເລື່ອງການເສິກ ແລະ ຂ່າວເລົ່າລືເລື່ອງສົງ­ຄາມ ເມື່ອເຖິງເວລານັ້ນທ່ານຢ່າຕົກ­ໃຈ ດ້ວຍວ່າເຫດ­ການເຫລົ່ານີ້ຈຳ­ເປັນຕ້ອງເກີດຂຶ້ນ; ແຕ່ວ່າທີ່ສຸດປາຍຍັງບໍ່ມາເຖິງ.
\v 7 ດ້ວຍວ່າປະ­ເທດຕໍ່ປະ­ເທດແລະອາ­ນາ­ຈັກຕໍ່ອາ­ນາ­ຈັກຈະສູ້ຮົບກັນ ທັງຈະເກີດການອຶດຢາກແລະແຜ່ນ­ດິນໄຫວໃນບ່ອນຕ່າງ.
\v 8 ແຕ່ເຫດການທັງປວງນີ້ເປັນເຫມືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກເທົ່ານັ້ນ.
\s5
\v 9 ຈາກນັ້ນພວກເຂົາຈະມອບພວກທ່ານໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສັຽ. ຄົນທຸກຊາດຈະກຽດຊັງພວກທ່ານເພາະເຫັນ­ແກ່ນາມຂອງເຮົາ.
\v 10 ແລະຫັກ­ຫລັງກັນແລະກັນ, ລວມທັງຈະກຽດຊັງເຊິ່ງກັນແລະກັນ.
\v 11 ແລະຈະຫລອກລວງຫລາຍຄົນໃຫ້ຫລົງໄປ.
\s5
\v 12 ເພາະວ່າຄວາມຮັກຂອງຄົນສ່ວນຫລາຍຈະເຢັນລົງ ເພາະຄວາມອະ­ທັມຈະແຜ່ກວ້າງອອກໄປ.
\v 13 ແຕ່ຜູ້ໃດອົດທົນໄດ້ຈົນເຖິງທີ່ສຸດຜູ້ນັ້ນຈະໄດ້ລອດພົ້ນ.
\v 14 ຂ່າວປະເສີດຂອງຣາຊະອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກໃຫ້ເປັນຄຳພະ­ຍານແກ່ທຸກຊາດ. ແລ້ວທີ່ສຸດປາຍຈະມາເຖິງ.”
\s5
\v 15 ເຫດສັນ­ນັ້ນ, ເມື່ອໃດທ່ານທັງ­ຫລາຍເຫັນສິ່ງທີ່ຫນ້າກຽດຫນ້າຊັງ, ທີ່ເຮັດໃຫ້ເກີດວິ­ບັດຕັ້ງຢູ່ໃນສະ­ຖານທີ່ສັກ­ສິດ ຕາມພຣະ­ທັມທີ່ຊົງໄດ້ກ່າວໄວ້ດ້ວຍດາ­ນີ­ເອນຜູ້ປະ­ກາດພຣະທັມນັ້ນ (ໃຫ້ຜູ້ອ່ານເຂົ້າ­ໃຈເອງເຖີດ),
\v 16 ແລະ ຜູ້ທີ່ຢູ່ໃນແຂວງຢູດາຍໃຫ້ປົບຫນີສູ່ພູເຂົາທັງຫລາຍໄປ
\v 17 ຜູ້ທີ່­ຢູ່ເທິງຫລັງ­ຄາເຮືອນ ຢ່າໃຫ້ລົງມາເກັບເອົາສິ່ງຂອງທີ່­ຢູ່ໃນເຮືອນຂອງຕົນອອກໄປ.
\v 18 ສ່ວນຜູ້ທີ່­ຢູ່ຕາມທົ່ງນາກໍຢ່າຕ່າວຄືນມາເອົາເສື້ອຜ້າຂອງຕົນ.
\s5
\v 19 ແຕ່ໃນວັນເຫລົ່າ­ນັ້ນເປັນຫນ້າເວດ­ທະນາເຕັມ­ທີຕໍ່ຜູ້ຍິງທີ່ມີລູກນ້ອຍແລະຍັງໃຫ້ລູກອ່່ອນກິນນົມຢູ່.
\v 20 ຈົ່ງພາວັນນາອະທິຖານຂໍຕໍ່ພຣະເຈົ້າເພື່ອການທີ່ພວກເຈົ້າປົບຫນີໄປນັ້ນຈະບໍ່ຖືກໃນຣະດູຫນາວ
\v 21 ຕັ້ງ­ແຕ່ຕົ້ນເດີມໂລກ ຈົນເຖິງບັດນີ້, ຄວາມທຸກອັນຮ້າຍແຮງຢ່າງນີ້ຈະບໍ່ມີຕໍ່ໄປອີກຈັກເທື່ອ.
\v 22 ກໍຈະບໍ່ມີມະ­ນຸດຄົນໃດລອດພົ້ນໄດ້. ແຕ່ເພາະເຫັນ­ແກ່ພວກທີ່ຊົງເລືອກໄວ້ນັ້ນ, ວັນເຫລົ່າ­ນັ້ນຈິ່ງໄດ້ຊົງບັນ­ດານໃຫ້ສັ້ນເຂົ້າ.
\s5
\v 23 ແລະຖ້າຜູ້ໃດຈະບອກພວກທ່ານວ່າ ‘ເບິ່ງແມ, ອົງພຣະຄຣິດຢູ່ທີ່ນີ້’ ຫລື ‘ຢູ່ທີ່ນັ້ນ’ ຢ່າຊູ່ເຊື່ອເຂົາ.
\v 24 ແລະສະແດງຫມາຍສຳ­ຄັນອັນໃຫຍ່ ແລະການອັດ­ສະ­ຈັນຕ່າງ, ຖ້າເປັນໄດ້ ມັນຈະຫລອກລວງຜູ້ທີ່ພຣະ­ເຈົ້າຊົງເລືອກໄວ້ໃຫ້ຫລົງໄປ.
\v 25 ເບິ່ງແມ, ເຮົາໄດ້ບອກພວກທ່ານໃຫ້ຮູ້ໄວ້ກ່ອນທີ່ເວລານັ້ນຈະມາເຖິງ.
\s5
\v 26 ເຫດສະນັ້ນ, ຖ້າພວກເຂົາບອກພວກທ່ານວ່າ ‘ເບິ່ງແມ, ພຣະອົງຊົງປຣະທັບຢູ່ໃນປ່າ’, ຢ່າໄດ້ອອກໄປໃນປ່ານັ້ນ. ຫລື, 'ເບິ່ງແມ, ພຣະອົງປຣະທັບຢູ່ໃນຫ້ອງ’, ກໍຢ່າຊູ່ເຊື່ອພວກເຂົາເລີຍ.
\v 27 ເພາະວ່າແສງໄຟໄດ້ສ່ອງອອກຈາກທິດຕາເວັນອອກ ແລະ ສ່ອງໄປເຖິງທິດຕາເວັນຕົກຢ່າງ­ໃດ, ການທີ່ບຸດມະ­ນຸດຈະສະ­ເດັດມາກໍຈະເປັນດັ່ງ­ນັ້ນ.
\v 28 ເມື່ອຊາກສົບຢູ່ບ່ອນໃດ ຝູງແຮ້ງກໍຈະຕອມບ່ອນນັ້ນ.”
\s5
\v 29 ແຕ່ພໍຫມົດຄວາມ­ທຸກລຳ­ບາກຂອງວັນເຫລົ່າ­ນັ້ນໄດ້ຜ່ານພົ້ນໄປແລ້ວ, ດວງອາ­ທິດຈະມືດດັບໄປ, ດວງຈັນຈະບໍ່ສ່ອງແສງ, ດວງດາວທັງປວງຈະຕົກ­ລົງຈາກຟ້າ, ແລະ ບັນ­ດາສິ່ງທີ່ມີອຳ­ນາດໃນທ້ອງ­ຟ້າຈະສະ­ທ້ານຫວັ່ນ­ໄຫວ.
\s5
\v 30 ຕໍ່ຈາກນັ້ນຫມາຍສຳ­ຄັນຂອງບຸດມະ­ນຸດຈະປະ­ກົດຂຶ້ນໃນທ້ອງ­ຟ້າ, ແລະ ມະ­ນຸດທຸກຊາດທົ່ວໂລກຈະຮ້ອງ­ໄຫ້ໂສກເສົ້າ. ພວກເຂົາຈະເຫັນບຸດມະ­ນຸດກຳ­ລັງສະ­ເດັດມາເທິງເມກໃນທ້ອງຟ້າ ພ້ອມດ້ວຍຣິດ­ທາ­ນຸ­ພາບ ແລະ ສະ­ຫງ່າຣາ­ສີອັນຍິ່ງໃຫຍ່.
\v 31 ພຣະອົງຈະສົ່ງທູດສະຫວັນຂອງພຣະອົງດ້ວຍສຽງແກ, ແລະ ພວກເຂົາຈະຮວບ­ຮວມເອົາຄົນທັງປວງທີ່ພຣະອົງຊົງເລືອກໄວ້ແລ້ວ ຈາກທິດທັງສີ່ທິດ ແລະ ຈາກທີ່ສຸດຂອງປາຍຟ້າເບື້ອງນີ້ ຈົນເຖິງທີ່ສຸດຟ້າເບື້ອງນັ້ນ.
\s5
\v 32 ຮຽນຮູ້ບົດຮຽນຫນຶ່ງຈາກຕົ້ນໝາກເດື່ອ. ເມື່ອກິ່ງກ້ານມັນແຕກໃບອ່ອນອອກ, ພວກທ່ານກໍຮູ້ວ່າຣະ­ດູຮ້ອນໃກ້ຈະມາເຖິງແລ້ວ.
\v 33 ດັ່ງນັ້ນແຫລະ ຢ່າງດຽວກັນ, ເມື່ອພວກທ່ານເຫັນເຫດ­ການເຫລົ່າ­ນີ້, ທ່ານຈົ່ງຮູ້ວ່າພຣະ­ອົງສະ­ເດັດມາໃກ້, ຈະເຖິງປະ­ຕູແລ້ວ.
\s5
\v 34 ເຮົາບອກພວກທ່ານຕາມຄວາມຈິງວ່າ, ຄົນໃນສະ­ໄຫມນີ້ຈະບໍລ່ວງລັບໄປ ກ່ອນເຫດ­ການທັງປວງນີ້ບັງ­ເກີດຂຶ້ນ.
\v 35 ຟ້າ ແລະ ດິນກໍຈະລ່ວງພົ້ນໄປ, ແຕ່ຖ້ອຍຄຳຂອງເຮົາຈະບໍ່ລ່ວງພົ້ນໄປຈັກເທື່ອ.”
\s5
\v 36 ແຕ່ເລື່ອງວັນ ແລະ ໂມງນັ້ນບໍ່ມີໃຜຮູ້, ແມ່ນກະທັ້ງທູດສະຫວັນໃນສະຫວັນ, ຫລື ພຣະ­ບຸດກໍບໍ່ຮູ້, ມີແຕ່ພຣະ­ບິ­ດາອົງດຽວເທົ່ານັ້ນທີ່ຮູ້.
\s5
\v 37 ດ້ວຍວ່າສະ­ໄຫມຂອງໂນ­ອາໄດ້ເປັນຢ່າງ­ໃດ, ການສະເດັດມາຂອງບຸດມະ­ນຸດກໍຈະເປັນຢ່າງນັ້ນ.
\v 38 ເພາະ­ວ່າກ່ອນທີ່ຈະມີນ້ຳຖ້ວມນັ້ນ ຄົນທັງ­ຫລາຍໄດ້ກິນແລະດື່ມ, ໄດ້ແຕ່ງ­ງານແລະຍົກໃຫ້ເປັນຜົວເມັຍກັນ, ຈົນເຖິງວັນທີ່ໂນ­ອາໄດ້ເຂົ້າໄປໃນນາ­ວາ,
\v 39 ແລະໂດຍບໍ່ທັນໄດ້ຮູ້ຕົວຢ່າງໃດ ຈົນເຖິງເວລານ້ຳໄດ້ມາຖ້ວມກວາດເອົາພວກເຂົາໄປ ເມື່ອບຸດມະ­ນຸດສະ­ເດັດມາກໍຈະເປັນຢ່າງນັ້ນ.
\s5
\v 40 ໃນເວລານັ້ນຈະມີຊາຍສອງຄົນຢູ່ທົ່ງນາ ຈະຊົງຮັບຄົນຫນຶ່ງໄປ ຈະຊົງປະຄົນຫນຶ່ງໄວ້.
\v 41 ຍິງສອງຄົນກຳລັງໂມ້ແປ້ງຢູ່, ຈະຊົງຮັບຄົນຫນຶ່ງໄວ້ ຈະຊົງປະຄົນຫນຶ່ງໄວ້.
\v 42 ເຫດສັນນັ້ນພວກທ່ານຈົ່ງເຝົ້າຣະ­ວັງຢູ່ ເພາະພວກທ່ານບໍ່ຮູ້ວ່າ ອົງພຣະຜູ້ເປັນ­ເຈົ້າຂອງພວກທ່ານຈະສະ­ເດັດມາໃນເວ­ລາໃດ.
\s5
\v 43 ແຕ່ຈົ່ງເຂົ້າ­ໃຈຢ່າງນີ້ວ່າ, ຖ້າເຈົ້າຂອງເຮືອນໄດ້ຮູ້ກ່ອນວ່າໂຈນຈະມາຍາມໃດໃນຍາມກາງຄືນ, ເຂົາກໍຈະເຝົ້າຣະ­ວັງໄວ້ ແລະ ບໍ່ໃຫ້ໂຈນເຈາະເຂົ້າເຮືອນໄດ້.
\v 44 ເພາະເຫດນັ້ນ ພວກທ່ານກໍເຫມືອນກັນ ຈົ່ງຕຽມໄວ້ໃຫ້ພ້ອມ ເພາະໃນໂມງທີ່ພວກທ່ານບໍ່ທັນຄິດນັ້ນ ບຸດມະ­ນຸດຈະສະເດັດມາ.”
\s5
\v 45 ດັ­່ງນັ້ນ ຜູ້ໃດເປັນຂ້າໃຊ້ສັດ­ຊື່ແລະສະ­ຫລາດ ທີ່ນາຍໄດ້ຕັ້ງໄວ້ໃຫ້ເປັນໃຫຍ່ເຫນືອພວກຄົນໃຊ້ໃນເຮືອນຂອງຕົນ ເພື່ອແຈກອາຫານໃຫ້ເຂົາຕາມເວ­ລາ.
\v 46 ຄົນຮັບໃຊ້ຜູ້ນີ້ກໍຈະເປັນສຸກ, ເມື່ອຜູ້ເປັນນາຍກັບມາ
\v 47 ນາຍຈະຕັ້ງຜູ້ນັ້ນໄວ້ເຫນືອບັນ­ດາຊັບສິນ­ຂອງເຂົາທຸກຢ່າງ.
\s5
\v 48 ແຕ່ຖ້າຂ້າໃຊ້ຜູ້ນັ້ນຊົ່ວ ຄຶດໃນໃຈວ່າ ‘ນາຍຂອງເຮົາຄົງອອກມາຊ້າ’,
\v 49 ລາວກໍຈະຂຽ້ນຕີຄົນຮັບໃຊ້ດ້ວຍກັນທັງກິນແລະດື່ມນຳຄົນຂີ້ເຫລົ້າ;
\v 50 ແລ້ວວັນຫນຶ່ງນາຍກັບມາໂດຍທີ່ລາວບໍ່ຄາດຄິດ
\v 51 ນາຍຂອງຂ້າໃຊ້ຜູ້ນັ້ນຈະຜ່າລາວອອກເປັນຕ່ອນໆ ແລະຈະຂັບໄລ່ໃຫ້ໄປຢູ່ກັບຄົນຫນ້າຊື່ໃຈຄົດ ເຊິ່ງບ່ອນນັ້ນຈະມີ­ການຮ້ອງ­ໄຫ້ແລະຂົບແຂ້ວຢູ່.”
\s5
\c 25
\cl ບົດທີ 25
\p
\v 1 ຣາ­ຊະອາ­ນາ­ຈັກສະ­ຫວັນຈະປຽບເຫມືອນສາວປອດສິບຄົນ ທີ່ຖືໂຄມຂອງຕົນອອກໄປຮັບເຈົ້າບ່າວ.
\v 2 ໃນພວກນາງເປັນຄົນໂງ່ຫ້າຄົນ ແລະ ຄົນສະ­ຫລາດຫ້າຄົນ.
\v 3 ຝ່າຍຄົນໂງ່ນັ້ນເອົາໂຄມຂອງຕົນໄປ ແຕ່ບໍ່ໄດ້ເອົານ້ຳ­ມັນໄປນຳ.
\v 4 ແຕ່ຄົນສະ­ຫລາດນັ້ນໄດ້ເອົານ້ຳ­ມັນໃສ່ກວດກັບທັງໂຄມຂອງຕົນໄປດ້ວຍ.
\s5
\v 5 ເນື່ອງຈາກເຈົ້າບ່າວຍັງມາລ້າຊ້າຢູ່ ເຂົາກໍພາ­ກັນເຫງົານອນແລະຫລັບໄປ.
\v 6 ‘ເບິ່ງແມ, ເຈົ້າບ່າວມາແລ້ວ! ຈົ່ງອອກມາແລະຕ້ອນຮັບເພິ່ນສາ’.
\s5
\v 7 ຍິງສາວທຸກຄົນຈຶ່ງລຸກຂຶ້ນແລະຈັດຕຽມໂຄມໄຟຂອງຕົນ
\v 8 ຝ່າຍຄົນໂງ່ນັ້ນຈິ່ງເວົ້າກັບພວກຄົນສະ­ຫລາດວ່າ ‘ຂໍປັນນ້ຳ­ມັນຂອງເຈົ້າໃຫ້ພວກເຮົາແດ່ ເພາະ­ວ່າໂຄມຂອງເຮົາກຳລັງຈະມອດແລ້ວ.
\v 9 ແຕ່ຝ່າຍພວກສະ­ຫລາດຈິ່ງຕອບວ່າ ‘ຫນ້າຢ້ານວ່ານ້ຳ­ມັນຈະບໍ່ພໍສຳ­ລັບເຮົາແລະເຈົ້າ ຈົ່ງໄປຫາຜູ້ຂາຍແລ້ວຊື້ເອົາສຳ­ລັບຕົນກໍດີກວ່າ.
\s5
\v 10 ຂະນະທີ່ພວກເຂົາກຳ­ລັງໄປຊື້ນ້ຳມັນນັ້ນ ເຈົ້າບ່າວກໍມາເຖິງ ແລະຜູ້ທີ່ພ້ອມຢູ່ແລ້ວກໍເຂົ້າໄປນຳເຈົ້າບ່າວໃນການລ້ຽງເນື່ອງໃນງານສົມ­ລົດ ແລ້ວປະ­ຕູກໍອັດເສັຽ
\v 11 ຫລັງຈາກນັ້ນຍິງສາວປອດພວກອື່ນນັ້ນມາຮ້ອງວ່າ ‘ນາຍເອີຍ, ນາຍເອີຍ ຂໍໄຂປະ­ຕູໃຫ້ຫມູ່ຂ້າ­ນ້ອຍແດ່.
\v 12 ແຕ່ເພິ່ນໄດ້ຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງ­ລາຍວ່າ ເຮົາບໍ່ຮູ້­ຈັກພວກທ່ານ.
\v 13 ພວກທ່ານຈົ່ງເຝົ້າຣະວັງຢູ່ ເພາະທ່ານທັງ­ຫລາຍບໍ່ຮູ້­ຈັກວັນຫລືໂມງນັ້ນ.”
\s5
\v 14 ຣາ­ຊະອາ­ນາ­ຈັກສະ­ຫວັນຍັງປຽບເຫມືອນຊາຍຜູ້ຫນຶ່ງກຳ­ລັງຈະອອກເດີນ­ທາງໄປ. ຈິ່ງເອີ້ນພວກຂ້ອຍໃຊ້ຂອງຕົນມາຝາກຊັບສົມບັດໄວ້ກັບເຂົາ.
\v 15 ຄົນຫນຶ່ງໄດ້ຮັບເງິນຫ້າຕາລັນຕົນ ຄົນຫນຶ່ງສອງຕາລັນຕົນ, ແລະອີກຄົນຫນຶ່ງໃຫ້ຕາລັນຕົນດຽວ ຕາມຄວາມສາ­ມາດຂອງແຕ່­ລະ­ຄົນ, ແລ້ວກໍອອກເດີນ­ທາງໄປ.
\v 16 ຜູ້ທີ່ໄດ້ຮັບຫ້າຕາລັນຕົນກໍເອົາເງິນນັ້ນໄປຄ້າຂາຍທັນ­ທີ ແລະໄດ້ກຳ­ໄຣອີກຫ້າຕາລັນຕົນ.
\s5
\v 17 ໃນທຳນອງດຽວກັນ ຄົນທີ່ຮັບສອງຕາລັນຕົນກໍໄດ້ກຳ­ໄຣອີກສອງຕະລັນຕົນເຫມືອນກັນ.
\v 18 ແຕ່ຜູ້ໄດ້ຮັບຕາລັນຕົນດຽວກໍໄດ້ໄປ ແລະຂຸດຂຸມ ແລ້ວເຊື່ອງເງິນນາຍໄວ້.
\s5
\v 19 ຢູ່ດົນນານຕໍ່ມານາຍຂອງຂ້ອຍໃຊ້ເຫລົ່າ­ນັ້ນກໍກັບມາ ແລະຄິດບັນ­ຊີກັບພວກເຂົາ.
\v 20 ກໍເອົາເງິນກຳ­ໄຣຫ້າຕາລັນຕົນມາແຈ້ງ­ວ່າ ‘ນາຍເອີຍ, ນາຍໄດ້ຝາກເງິນຫ້າຕາລັນຕົນໄວ້ນຳຂ້າ­ນ້ອຍ ນີ້ແຫລະ, ຂ້າ­ນ້ອຍໄດ້ກຳ­ໄຣຕື່ມອີກຫ້າຕາລັນຕົນ.
\v 21 ‘ດີແລ້ວ, ຂ້ອຍໃຊ້ຜູ້­ດີແລະສັດ­ຊື່ເອີຍ ເຈົ້າເປັນຜູ້ສັດ­ຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນ­ດີກັບນາຍເຈົ້າເຖີ້ນ’.
\s5
\v 22 ‘ນາຍເອີຍ, ນາຍໄດ້ຝາກເງິນສອງຕາລັນຕົນໄວ້ນຳຂ້າ­ນ້ອຍ ນີ້ແຫລະ, ຂ້າ­ນ້ອຍໄດ້ກຳ­ໄຣອີກສອງຕາລັນຕົນ.
\v 23 ຝ່າຍນາຍກໍຕອບວ່າ ‘ດີແລ້ວ, ຂ້ອຍໃຊ້ຜູ້­ດີແລະສັດ­ຊື່ເອີຍ ເຈົ້າເປັນສັດ­ຊື່ໃນຂອງເລັກນ້ອຍ ເຮົາຈະຕັ້ງໃຫ້ເຈົ້າເປັນຜູ້ເບິ່ງ­ແຍງຂອງຫລາຍຢ່າງ. ຈົ່ງເຂົ້າຮ່ວມຄວາມຍິນ­ດີກັບນາຍເຈົ້າເຖີ້ນ.
\s5
\v 24 ຫຼັງຈາກນັ້ນ ຜູ້ທີ່ໄດ້ຮັບຕາລັນຕົນດຽວນັ້ນກໍໄດ້ເຂົ້າມາເຫມືອນກັນແຈ້ງ­ວ່າ ‘ນາຍເອີຍ, ຂ້າ­ນ້ອຍຮູ້­ຈັກທ່ານແລ້ວວ່າທ່ານເປັນຄົນໃຈແຂງ, ເຄີຍກ່ຽວຜົນໃນສິ່ງທີ່ຕົນບໍ່ໄດ້ຫວ່ານ, ແລະຮິບໂຮມເອົາສິ່ງທີ່ຕົນບໍໄດ້ຝັດ.
\v 25 ຂ້າ­ນ້ອຍຢ້ານຈິ່ງໄດ້ເອົາເງິນຕາລັນຕົນຂອງທ່ານໄປເຊື່ອງໄວ້ໃຕ້ພື້ນດິນ. ເບິ່ງແມ, ນີ້ຄືສິ່ງທີ່ເປັນຂອງທ່ານ.
\s5
\v 26 ‘ອ້າຍຂ້ອຍໃຊ້ຊົ່ວແລະຂີ້­ຄ້ານເອີຍ ເຈົ້າຮູ້ແລ້ວວ່າເຮົາເຄີຍເກັບຜົນໃນສິ່ງທີ່ເຮົາບໍ່ໄດ້ຫວ່ານ ແລະ ຮິບໂຮມເອົາສິ່ງທີ່ເຮົາບໍ່ໄດ້ຝັດ.
\v 27 ເຫດສັນນັ້ນ, ເຈົ້າຄວນຈະເອົາເງິນຂອງເຮົາໄປຝາກໄວ້ກັບນາຍທະ­ນາ­ຄານ ແລະເມື່ອເຮົາກັບມາກໍຈະໄດ້ຮັບສິ່ງທີ່ເປັນຂອງເຮົາກັບທັງດອກເບັ້ຽ.
\s5
\v 28 ແລະເອົາໃຫ້ແກ່ຜູ້ມີສິບຕາລັນຕົນ.
\v 29 ເພາະທຸກຄົນທີ່ມີຢູແລ້ວຈະຊົງເພີ້ມຕື່ມໃຫ້ຈົນມີບໍ­ຣິ­ບູນ. ແຕ່ຜູ້ທີ່ບໍ່ມີ, ແມ່ນວ່າສິ່ງທີ່ຕົນມີຢູ່ນັ້ນກໍຈະຊົງຍົກໄປຈາກຕົນເສັຽ.
\v 30 ເອົາອ້າຍຂ້າໃຊ້ຜູ້ບໍ່ມີປະ­ໂຫຍດໄປຖິ້ມເສັຽບ່ອນມືດພາຍນອກ ແລະບ່ອນນັ້ນຈະມີ­ການຮ້ອງ­ໄຫ້ແລະຂົບແຂ້ວຢູ່.”
\s5
\v 31 ເມື່ອບຸດມະ­ນຸດຊົງກັບມາດ້ວຍພຣະ­ຣັດ­ສະ­ຫມີ ແລະມາພ້ອມດ້ວຍຝູງເທ­ວະ­ດາ, ເມື່ອ­ນັ້ນພຣະ­ອົງຈະຊົງປຣະ­ທັບເທິງພຣະທີ່­ນັ່ງອັນຮຸ່ງ­ເຮືອງຂອງພຣະ­ອົງ.
\v 32 ຈະຖືກຊົງໂຮມກັນຕໍ່ພຣະ­ພັກຂອງພຣະ­ອົງ ແລະພຣະ­ອົງຈະຊົງແຍກເຂົາອອກຈາກກັນ, ເໝືອນຜູ້ລ້ຽງ­ສັດແຍກຝູງແກະອອກຈາກຝູງແບ້.
\v 33 ພຣະອົງຈະໃຫ້ຝູງແກະນັ້ນຈັດໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະ­ອົງ, ແຕ່ຝູງແບ້ນັ້ນຈະຊົງຈັດໃຫ້ຢູ່ເບື້ອງຊ້າຍຂອງພຣະອົງ.
\s5
\v 34 ຫຼັງຈາກ­ນັ້ນ ພຣະ­ມະ­ຫາ­ກະ­ສັດຈະຊົງກ່າວແກ່ບັນ­ດາຜູ້ທີ່­ຢູ່ເທິງພຣະ­ຫັດຂວາຂອງພຣະ­ອົງວ່າ ‘ພວກທ່ານທີ່ໄດ້ຮັບພຣະ­ພອນຈາກພຣະ­ບິ­ດາຂອງເຮົາເອີຍ, ຈົ່ງມາຮັບເອົາຣາ­ຊະອານາ­ຈັກ ຊຶ່ງໄດ້ ຊົງຈັດຕຽມໄວ້ສຳ­ລັບທ່ານຕັ້ງ­ແຕ່ວາງຮາກສ້າງໂລກ.
\v 35 ພວກທ່ານກໍໃຫ້ເຮົາກິນ; ເຮົາຫິວນ້ຳ ພວກທ່ານກໍໃຫ້ເຮົາດື່ມ; ເຮົາເປັນແຂກແປກຫນ້າ ພວກທ່ານກໍໄດ້ຕ້ອນ­ຮັບເຮົາໄວ້;
\v 36 ເຮົາເປືອຍຕົວ ພວກທ່ານກໍໄດ້ເອົາເຄື່ອງມາໃຫ້ເຮົານຸ່ງຫົ່ມ; ເຮົາເຈັບປ່ວຍ ພວກທ່ານກໍມາຢ້ຽມ­ຢາມເຮົາ; ເຮົາຢູ່ໃນຄຸກພວກທ່ານກໍມາໄດ້ຫາ.
\s5
\v 37 ເມື່ອ­ນັ້ນບັນ­ດາພວກສິລະທັມຈະທູນວ່າ ‘ພຣະ­ອົງເຈົ້າເອີຍ, ພວກຂ້າ­ພະ­ອົງໄດ້ເຫັນພຣະ­ອົງຊົງຢາກເຂົ້າຫລືຫິວນ້ຳ ແລ້ວໄດ້ຈັດມາຖວາຍພຣະ­ອົງເມື່ອໃດ?
\v 38 ແລະໄດ້ຕ້ອນ­ຮັບໄວ້? ຫລືຊົງເປືອຍພຣະ­ກາຍແລ້ວໄດ້ເອົາເຄື່ອງມາໃຫ້ນຸ່ງເມື່ອໃດ?
\v 39 ພວກຂ້າໄດ້ເຫັນພຣະ­ອົງຊົງປະ­ຊວນຢູ່ ຫລືຢູ່ໃນຄຸກ ແລະໄດ້ມາເຝົ້າພຣະອົງເມື່ອໃດ?
\v 40 ແລະພຣະ­ມະ­ຫາກະສັດຈະຊົງຕອບວ່າ ‘ເຮົາບອກຄວາມຈິງກັບທ່ານທັງຫລາຍວ່າ ສິ່ງທີ່ພວກທ່ານໄດ້ເຮັດການເຫລົ່ານີ້ແກ່ພວກຕ່ຳຕ້ອຍທີ່ສຸດຄົນຫນຶ່ງໃນພວກພີ່­ນ້ອງຂອງເຮົານີ້, ກໍໄດ້ເຮັດໃຫ້ເຮົາເຫມືອນກັນ.
\s5
\v 41 ແລະໃນວັນນັ້ນພຣະ­ອົງຈະຊົງກ່າວກັບບັນ­ດາຜູ້ທີ່­ຢູ່ເບື້ອງພຣະຫັດຊ້າຍຂອງພຣະ­ອົງວ່າ ‘ສູທັງ­ຫລາຍຜູ້ຖືກສາບແຊ່ງຈົ່ງຖອຍຫນີຈາກເຮົາແລະເຂົ້າໄປຢູ່ໃນໄຟທີ່ໄຫມ້ຢູ່ເປັນ­ນິດ ຊຶ່ງຊົງຈັດຕຽມໄວ້ສຳ­ລັບມານຊາຕານແລະບໍ­ລິ­ວານຂອງມັນ.
\v 42 ເມື່ອເຮົາຫີວເຂົ້າ ສູບໍ່ໄດ້ໃຫ້ເຮົາກິນ ເຮົາຫິວນ້ຳ ສູບໍ່ໃຫ້ເຮົາດື່ມ;
\v 43 ເມື່ອເຮົາເປັນແຂກບ້ານສູບໍ່ໄດ້ຕ້ອນຮັບເຮົາ; ເຮົາເປືອຍຕົວ ແຕ່ສູບໍ່ໄດ້ເອົາເຄື່ອງມາໃຫ້ນຸ່ງ; ເຮົາເຈັບປ່ວຍແລະຢູ່ໃນຄຸກ ແຕ່ສູບໍ່ໄດ້ມາຢ້ຽມ­ຢາມເຮົາ.
\s5
\v 44 ‘ພຣະ­ອົງເຈົ້າເອີຍ, ພວກຂ້າ­ນ້ອຍໄດ້ເຫັນພຣະ­ອົງຊົງຢາກເຂົ້າຫລືຊົງຫີວນ້ຳ ຊົງເປັນແຂກແປກຫນ້າ, ຊົງເປືອຍພຣະ­ກາຍ, ຊົງເຈັບປ່ວຍຫລືຊົງຢູ່ໃນຄຸກ ແລະພວກຂ້າ­ນ້ອຍບໍ່ໄດ້ປະ­ຕິ­ບັດພຣະ­ອົງຍາມໃດ?
\v 45 ເມື່ອ­ນັ້ນພຣະ­ອົງຈະຊົງຕອບແກ່ເຂົາວ່າ ‘ເຮົາບອກສູທັງ­ຫລາຍຄວາມຈິງວ່າ, ທີ່ສູບໍ່ໄດ້ເຮັດການເຫລົ່າ­ນັ້ນແກ່ຜູ້ຕ່ຳຕ້ອຍທີ່ສຸດໃນພວກນີ້, ພວກສູກໍບໍ່ໄດ້ເຮັດແກ່ເຮົາເຫມືອນກັນ.
\v 46 ແລ້ວພວກເຫລົ່ານີ້ ຈະອອກໄປສູ່ໂທດອັນຕະຫລອດໄປເປັນ­ນິດ ແຕ່ພວກສິລະທັມກໍເຂົ້າສູ່ຊິ­ວິດອັນຕະ­ຫລອດ ໄປເປັນ­ນິດ.
\s5
\c 26
\cl ບົດທີ 26
\p
\v 1 ເມື່ອພຣະເຢຊູເຈົ້າກ່າວຖ້ອຍຄຳເຫລົ່ານີ້ຈົບ ພຣະອົງຊົງບອກພວກສາ­ວົກຂອງຕົນວ່າ,
\v 2 “ພວກທ່ານທັງ­ຫລາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທ­ສະ­ການປັດ­ສະ­ຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄຶງໄວ້ທີ່ໄມ້ກາງແຂນ.”
\s5
\v 3 ຈາກນັ້ນພວກປະ­ໂລ­ຫິດຕົນໃຫຍ່ກັບພວກເຖົ້າແກ່ຂອງພົນ­ລະເມືອງໄດ້ປະ­ຊຸມກັນຢູ່ທີ່ສຳ­ນັກຂອງມະ­ຫາປະໂລ­ຫິດຊື່ກາຍະຟາ.
\v 4 ພວກເຂົາປຶກ­ສາກັນເພື່ອຈະໄດ້ຈັບພຣະ­ເຢຊູດ້ວຍກົນອຸບາຍ ແລະຈະຂ້າພຣະອົງເສັຽ.
\v 5 “ຈະບໍ່ເຮັດໃນລະ­ຫວ່າງວັນເທ­ສະ­ການ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍທ່າມກາງພົນ­ລະເມືອງ.”
\s5
\v 6 ໃນລະຫວ່າງທີ່ພຣະ­ເຢຊູເຈົ້າປຣະ­ທັບຢູ່ບ້ານເບັດທາ­ນີໃນເຮືອນຂອງຊີໂມນຄົນຂີ້­ທູດ,
\v 7 ມີຍິງຜູ້ຫນຶ່ງຖືເຕົ້າຫີນຂາວເຕັມດ້ວຍນ້ຳ­ມັນຫອມທີ່ມີລາ­ຄາແພງເຂົ້າມາເຝົ້າພຣະ­ອົງ ແລ້ວນາງໄດ້ຖອກນ້ຳຫອມໃສ່ພຣະ­ສຽນຂອງພຣະ­ອົງ.
\v 8 ແຕ່ເມື່ອພວກສາ­ວົກເຫັນດັ່ງນັ້ນກໍເຄື່ອງໃຈແລະຈິ່ງເວົ້າວ່າ, “ເຫດໃດຈິ່ງເຮັດໃຫ້ເສັຽຂອງ ຢ່າງນີ້?
\v 9 ເພາະຖ້າຂາຍນ້ຳມັນຫອມນີ້ກໍຄົງໄດ້ເງິນຫລວງຫລາຍແລ້ວຈະແຈກໃຫ້ຄົນຍາກຈົນກໍໄດ້.”
\s5
\v 10 ແຕ່ພຣະ­ເຢຊູຊົງຊາບຄວາມຄິດນີ້, ຈິ່ງໄດ້ກ່າວແກ່ເຂົາວ່າ, “ເປັນຫຍັງພວກທ່ານກວນໃຈຍິງນີ້? ເພາະນາງໄດ້ເຮັດການດີແກ່ເຮົາແລ້ວ.
\v 11 ດ້ວຍວ່າຄົນຍາກ­ຈົນມີຢູ່ກັບພວກທ່ານສະເຫມີ, ແຕ່ຝ່າຍເຮົາບໍ່ຢູ່ກັບພວກທ່ານສະເຫມີໄປ.
\s5
\v 12 ດ້ວຍວ່າການທີ່ນາງໄດ້ຖອກນ້ຳ­ມັນຫອມໃສ່ກາຍຂອງເຮົາ, ນາງກໍໄດ້ເຮັດເພື່ອການຝັງຂອງເຮົາ.
\v 13 ເຮົາບອກພວກທ່ານຕາມຄວາມຈິງວ່າ, ບ່ອນໃດກໍຕາມ ທີ່ຂ່າວປະເສີດນີ້ໄດ້ຖືກເທສະຫນາປະກາດໃນທົ່ວໂລກ, ໃນສິ່ງທີ່ຍິງຄົນນີ້ໄດ້ກະທຳ ເພື່ອເປັນທີ່ຣະ­ນຶກເຖິງນາງ.”
\s5
\v 14 ເວລານັ້ນຜູ້ຫນຶ່ງໃນພວກສິບສອງດັ່ງກ່າວ, ຜູ້ຊື່ຢູດາອິສະກາຣີ­ອົດ, ໄດ້ໄປຫາພວກຫົວໜ້າປະໂລຫິດ,
\v 15 ແລະໄດ້ກ່າວວ່າ, “ພວກທ່ານ, ຂ້ານ້ອຍຈະມອບພຣະອົງໃຫ້ແກ່ພວກທ່ານ ແລ້ວພວກທ່ານຈະຍອມໃຫ້ອັນໃດໃຫ້ແກ່ຂ້າ­ນ້ອຍ?” ພວກເຂົາຈິ່ງເອົາເງິນສາມສິບຫລຽນໃຫ້ແກ່ຢູ­ດາ.
\v 16 ຕັ້ງ­ແຕ່ນັ້ນມາ ຢູ­ດາໄດ້ຊອກຫາໂອ­ກາດເພື່ອຈະມອບພຣະ­ອົງໄວ້ກັບພວກຫົວຫນ້າປະໂລຫິດ.
\s5
\v 17 ເມື່ອວັນຕົ້ນເທ­ສະ­ການກິນເຂົ້າ­ຈີ່ບໍ່ມີເຊື້ອແປ້ງ ພວກສາ­ວົກໄດ້ມາທູນຖາມພຣະ­ອົງວ່າ, “ທ່ານປະ­ສົງຈະໃຫ້ພວກຂ້າ­ນ້ອຍຈັດແຈ່ງປັດ­ສະ­ຄາໃຫ້ເພິ່ນຮັບປະ­ທານບ່ອນໃດ?”
\v 18 ພຣະອົງຊົງຕອບວ່າ, “ຈົ່ງເຂົ້າໄປຫາຄົນຫນຶ່ງໃນເມືອງ ແລະ ບອກວ່າ ‘ອາ­ຈານກ່າວວ່າ ເວ­ລາກຳ­ນົດຂອງເຮົາມາໃກ້ແລ້ວ ເຮົາຈະຖືສິລປັດ­ສະ­ຄາທີ່ເຮືອນຂອງທ່ານພ້ອມກັບສາ­ວົກຂອງເຮົາ.”
\v 19 ແລ້ວພວກສາ­ວົກຈິ່ງໄດ້ເຮັດຕາມທີ່ພຣະ­ເຢຊູເຈົ້າຊົງສັ່ງ ແລະ ພວກເຂົາໄດ້ຈັດແຈ່ງປັດ­ສະ­ຄາໄວ້ພ້ອມ.
\s5
\v 20 ຄັນເຖິງເວ­ລາຄ່ຳແລ້ວພຣະ­ອົງຊົງປະ­ທັບຮ່ວມໂຕະກັບພວກສາວົກສິບສອງຄົນ.
\v 21 ຂະນະກຳ­ລັງຮັບປະ­ທານອາຫານຢູ່, ພຣະ­ອົງຊົງກ່າວວ່າ, “ເຮົາບອກພວກທ່ານຕາມຄວາມຈິງວ່າ ຄົນຫນຶ່ງໃນພວກທ່ານຈະທໍ­ຣະຍົດຕໍ່ເຮົາ.”
\v 22 ຝ່າຍສາ­ວົກກໍມີຄວາມທຸກໃຈຫລາຍ, ແລະ ທຸກຄົນຕ່າງກໍຕັ້ງ­ຕົ້ນທູນພຣະ­ອົງວ່າ, “ອົງພຣະຜູ້ເປັນເຈົ້າ ບໍ່ອາດຈະແມ່ນຂ້າ­ນ້ອຍຕິ໊?”
\s5
\v 23 ພຣະ­ອົງຊົງຕອບວ່າ, “ຜູ້ທີ່ໄດ້ຈ້ຳຮ່ວມຈານດຽວກັນກັບເຮົານີ້ແຫລະ ຄືຄົນຈະທໍ­ຣະຍົດຕໍ່ເຮົາ.
\v 24 ບຸດມະ­ນຸດສະເດັດໄປຕາມທີ່ໄດ້ຂຽນໄວ້ໃນພຣະ­ຄັມພີເຖິງເລື່ອງພຣະອົງນັ້ນ ແຕ່ວິ­ບັດແກ່ຜູ້ທີ່ຈະທໍ­ຣະຍົດຕໍ່ບຸດມະ­ນຸດ ຖ້າຜູ້ນັ້ນບໍ່­ເກີດມາກໍດີກວ່າ.”
\v 25 ຢູ­ດາຜູ້ທີ່ທໍ­ຣະຍົດຕໍ່ພຣະ­ອົງທູນຖາມວ່າ, “ພຣະອາຈານ ບໍ່ອາດຈະແມ່ນຂ້າ­ນ້ອຍຕີ໊?” ພຣະ­ອົງຊົງຕອບວ່າ, “ທ່ານເວົ້າເອງແລ້ວ.”
\s5
\v 26 ລະ­ຫວ່າງກຳລັງຮັບປະທານອາຫານຢູ່ນັ້ນ, ພຣະ­ເຢຊູຊົງຈັບເຂົ້າ­ຈີ່ມາ ແລະ ເມື່ອຂໍພຣະ­ພອນແລ້ວ. ພຣະອົງຊົງຫັກເຂົ້າ­ຈີ່ນັ້ນໃຫ້ພວກສາ­ວົກ ໂດຍຊົງກ່າວວ່າ, “ຈົ່ງຮັບ, ແລະກິນສາເຖີດ, ນີ້ແຫລະຄືກາຍຂອງເຮົາ.”
\s5
\v 27 ແລ້ວພຣະ­ອົງຊົງຈັບເອົາຈອກມາໂມ­ທະ­ນາຂອບພຣະ­ຄຸນ, ແລະ ໄດ້ຍື່ນໃຫ້ເຂົາ ໂດຍຊົງກ່າວວ່າ, “ຈົ່ງດື່ມຈອກນີ້, ທຸກຄົນເຖີດ.
\v 28 ເພາະວ່ານີ້ແຫລະເປັນເລືອດແຫ່ງພັນທະສັນຍາທີ່ຫລັ່ງອອກມາ ເພື່ອຍົກໂທດບາບຂອງຄົນຈຳ­ນວນຫລາຍ.
\v 29 ແຕ່ເຮົາບອກທ່ານທັງ­ຫລາຍວ່າ ເຮົາຈະບໍ່ດືມນ້ຳຜົນອະ­ງຸ່ນຕໍ່ໄປອີກຈົນກວ່າວັນນັ້ນຈະມາເຖິງ ຄືວັນທີ່ຈະດື່ມນ້ຳອະງຸ່ນໃຫມ່ກັບພວກທ່ານໃນຣາຊະອານາຈັກພຣະ­ບິ­ດາຂອງເຮົາ.”
\s5
\v 30 ເມື່ອພວກເຂົາຮ້ອງ­ເພງສັນ­ຣະ­ເສີນແລ້ວ, ພວກເຂົາກໍພາກັນອອກໄປຍັງພູຫມາກ­ກອກ­ເທດ.
\v 31 ແລ້ວເມື່ອ­ນັ້ນພຣະເຢຊູຊົງກ່າວກັບພວກສາ­ວົກວ່າ, “ໃນຄືນນີ້ທ່ານທຸກຄົນຈະສະ­ດຸດໃຈເພາະເຮົາ, ເພາະມີຄຳຂຽນໄວ້ໃນພຣະ­ຄັມພີວ່າ ‘ເຮົາຈະປະ­ຫານຜູ້ລ້ຽງແກະ ແລະ ຝູງແກະນັ້ນຈະແຕກຊະກັນໄປ.
\v 32 ແຕ່ຫຼັງຈາກທີ່ເຮົາຖືກຊົງບັນ­ດານໃຫ້ເປັນຄືນມາຈາກຕາຍແລ້ວ, ເຮົາຈະໄປເຖິງແຂວງຄາ­ລີ­ເລກ່ອນຫນ້າພວກທ່ານ.”
\s5
\v 33 ຝ່າຍເປ­ໂຕຈິ່ງທູນຕອບພຣະ­ອົງວ່າ, “ຖ້າຄົນທັງປວງຈະສະ­ດຸດໃຈເພາະທ່ານ, ຝ່າຍຂ້າ­ນ້ອຍຈະບໍ່ສະ­ດຸດໃຈຈັກເທື່ອ.”
\v 34 ພຣະເຢຊູເຈົ້າຊົງຕອບເປ­ໂຕວ່າ, “ເຮົາບອກຄວາມຈິງກັບທ່ານວ່າ "ໃນຄືນວັນນີ້ກ່ອນໄກ່ຈະຂັນ ທ່ານຈະປະ­ຕິ­ເສດເຮົາເຖິງສາມເທື່ອ.”
\v 35 ເປ­ໂຕໄດ້ທູນຕອບພຣະ­ອົງວ່າ, “ເຖິງແມ່ນຂ້າ­ນ້ອຍຈະຕ້ອງຕາຍກັບທ່ານ ຂ້າ­ນ້ອຍຈະບໍ່ປະ­ຕິ­ເສດທ່ານຈັກເທື່ອ” ຝ່າຍພວກສາ­ວົກກໍທູນຢ່າງນັ້ນເຫມືອນກັບທຸກຄົນ.
\s5
\v 36 ແລ້ວພຣະ­ເຢຊູເຈົ້າກໍສະ­ເດັດພ້ອມກັບພວກສາວົກ ໄປເຖິງບ່ອນຫນຶ່ງຊື່ເຄັດ­ເຊ­ມາ­ເນ ແລ້ວຊົງກ່າວກັບພວກເຂົາວ່າ, “ຈົ່ງນັ່ງຢູ່ທີ່ນີ້ ຂະນະທີ່ເຮົາຈະໄປອ້ອນ­ວອນອະທິຖານຢູ່ທີ່ນັ້ນ.”
\v 37 ພຣະ­ອົງຊົງພາເປ­ໂຕ ແລະ ລູກຊາຍທັງສອງຂອງເຊເບດາຍໄປນຳ ແລະ ຊົງເລີ້ມຕົ້ນເກີດມີຄວາມໂສກເສົ້າ ແລະ ທຸກໃຈຫລາຍ.
\v 38 ແລ້ວພຣະ­ອົງຊົງກ່າວກັບພວກເຂົາວ່າ, “ຈິດໃຈຂອງເຮົາທຸກຫນັກແທບຈະຕາຍຢູ່ແລ້ວ, ຈົ່ງຄົງຢູ່ ແລະ ເຝົ້າເບິ່ງກັບເຮົາຢູ່ທີ່ນີ້ເຖີ້ນ.”
\s5
\v 39 ພຣະອົງໄດ້ສະ­ເດັດໄປຕື່ມອີກຫນ້ອຍຫນຶ່ງ, ຈິ່ງຊົງຫມູບພຣະ­ພັກລົງເຖິງດິນ ແລະ ໄດ້ອ້ອນ­ວອນອະທິຖານວ່າ, “ໂອພຣະບິ­ດາຂອງຂ້ານ້ອຍເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກຖ້ອນ. ແຕ່ຢ່າງ­ໃດກໍດີ, ຂໍຢ່າໃຫ້ເປັນໄປຕາມ­ໃຈປາຖນາຂອງລູກ ແຕ່ໃຫ້ເປັນໄປຕາມພຣະ­ທັຍຂອງພຣະອົງເຖີ້ນ.”
\v 40 ແລ້ວພຣະ­ອົງໄດ້ສະ­ເດັດກັບມາຫາສາ­ວົກເຫລົ່ານັ້ນ ຊົງເຫັນເຂົານອນຫລັບຢູ່ ແລະ ຊົງກ່າວແກ່ເປ­ໂຕວ່າ, “ເປັນຈັງໃດ ພວກທ່ານບໍ່ສາມາດຈະຄອຍເຝົ້າຢູ່ກັບເຮົາແມ່ນແຕ່ຊົ່ວໂມງດຽວບໍ?
\v 41 ຈົ່ງເຝົ້າຣະວັງ ແລະ ອ້ອນ­ວອນ ຢູ່ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ ຈິດ­ໃຈພ້ອມຢູ່ແລ້ວກໍຈິງ ແຕ່ກາຍກໍອ່ອນກຳ­ລັງ.”
\s5
\v 42 ພຣະ­ອົງໄດ້ສະ­ເດັດອອກໄປອີກເປັນເທື່ອທີສອງ ຊົງອ້ອນ­ວອນວ່າ, “ພຣະບິ­ດາຂອງຂ້າ­ນ້ອຍເອີຍ, ຖ້າຈອກນີ້ເລື່ອນພົ້ນໄປບໍ່ໄດ້ເວັ້ນແຕ່ຂ້າ­ນ້ອຍຈຳຕ້ອງດື່ມ, ແລ້ວກໍຂໍໃຫ້ເປັນໄປຕາມນ້ຳພຣະ­ທັຍຂອງພຣະອົງ.”
\v 43 ພຣະອົງສະ­ເດັດກັບຄືນມາກໍຊົງເຫັນພວກສາວົກນອນຫລັບຢູ່ເພາະຕາຂອງເຂົາມືນບໍ່ຂຶ້ນ.
\v 44 ຈິ່ງຊົງປະເຂົາໄວ້, ພຣະອົງກໍໄດ້ສະ­ເດັດໄປອ້ອນ­ວອນເປັນເທື່ອທີ່ສາມ ໂດຍຊົງກ່າວຄຳເກົ່ານັ້ນອີກ.
\s5
\v 45 ແລ້ວພຣະ­ເຢຊູເຈົ້າ ໄດ້ສະ­ເດັດມາຍັງພວກສາ­ວົກແລ້ວຊົງກ່າວວ່າ, “ພວກທ່ານຍັງນອນຫລັບເຊົາເມື່ອຍຢູ່ບໍ? ເບິ່ງແມ, ເວ­ລາມາໃກ້ແລ້ວ, ແລະ ບຸດມະ­ນຸດກຳ­ລັງຈະຖືກມອບໄວ້ໃນມືຄົນບາບ.
\v 46 ຈົ່ງລຸກຂື້ນ ແລະ ໄປກັນເທາະ. ເບິ່ງແມ, ຜູ້ທີ່ທໍຣະຍົດເຮົານັ້ນມາໃກ້ແລ້ວ.”
\s5
\v 47 ໃນຂະນະທີ່ພຣະເຢຊູເຈົ້າຍັງຊົງກ່າວບໍ່ທັນຂາດຄຳ, ຫນຶ່ງໃນຈຳພວກສິບສອງຄົນນັ້ນຄືຢູ­ດາ, ໄດ້ເຂົ້າມາພ້ອມດ້ວຍປະ­ຊາຊົນຈຳນວນຫລາຍ ມາພ້ອມກັບພວກຫົວໜ້າປະໂລຫິດ ກັບພວກຜູ້ອາວຸໂສຖືດາບ ແລະ ຖືໄມ້­ຕະບອງມານຳ.
\v 48 ໃນເວລານັ້ນຄົນທີ່ຈະທໍຣະຍົດພຣະເຢຊູໄດ້ໃຫ້ສັນຍານໃຫ້ແກ່ເຂົາວ່າ, “ເຮົາຈະຈູບຜູ້ໃດ, ກໍແມ່ນຜູ້ນັ້ນແຫລະ ຈົ່ງຈັບກຸມລາວໄວ້.”
\s5
\v 49 ໃນທັນໃດນັ້ນເອງຢູ­ດາເຂົ້າມາຫາພຣະ­ເຢຊູເຈົ້າ ແລ້ວທູນວ່າ, “ສະບາຍ­ດີ, ທ່ານອາ­ຈານ!” ແລ້ວເຂົາກໍຈູບພຣະ­ອົງ.
\v 50 ພຣະເຢຊູເຈົ້າຊົງກ່າວວ່າແກ່ຢູ­ດາວ່າ, “ສະ­ຫາຍເອີຍ, ທ່ານມາທີ່ນີ້ເຮັດຫຍັງ.” ແລ້ວຄົນເຫລົ່ານັ້ນເຂົ້າມາ, ແລະ ຍື່ນ­ມືເພື່ອຈັບກຸມພຣະເຢຊູໄວ້.
\s5
\v 51 ເບິ່ງແມ, ມີຜູ້ຫນຶ່ງທີ່­ຢູ່ກັບພຣະ­ເຢຊູ ຊັກດາບອອກ ແລະ ໄດ້ຟັນຫູຂ້ອຍໃຊ້ຄົນຫນຶ່ງຂອງມະ­ຫາປະ­ໂລ­ຫິດຂາດເບື້ອງຫນຶ່ງ.
\v 52 ພຣະ­ເຢຊູເຈົ້າຈິ່ງຊົງບອກຜູ້ນັ້ນວ່າ, “ຈົ່ງເອົາດາບຂອງທ່ານມ້ຽນໄວ້, ເພາະ­ວ່າບັນ­ດາຜູ້ທີ່ຖືດາບກໍຈະຖືກທຳລາຍດ້ວຍດາບ.
\v 53 ທ່ານຄິດວ່າເຮົາຈະຮ້ອງຂໍຄວາມຊ່ວຍເຫລືອຈາກພຣະ­ບິ­ດາຂອງເຮົາບໍ່ໄດ້ບໍ? ແລະ ໃນທັນ­ທີພຣະ­ອົງຈະໃຊ້ຫມູ່ທູດສະຫວັນມາຫາເຮົາກວ່າສິບສອງກອງທັບບໍ່ໄດ້ບໍ?
\v 54 ແຕ່ຖ້າຢ່າງນັ້ນພຣະຄັມພີທີ່ໄດ້ກ່າວໄວ້ ຈະເຮັດສຳເລັດໄດ້ຢ່າງໃດ, ເພາະສະນັ້ນສິ່ງນີ້ຕ້ອງເກີດຂຶ້ນ?”
\s5
\v 55 ໃນເວ­ລານັ້ນ ພຣະ­ເຢຊູເຈົ້າໄດ້ຊົງກ່າວກັບປວງຊົນວ່າ, “ທ່ານທັງຫລາຍຖືດາບຖືໄມ້­ຕະບອງອອກມາຈັບເຮົາເຫມືອນຈັບໂຈນບໍ? ເຮົາໄດ້ນັ່ງສັ່ງ­ສອນໃນບໍ­ລິ­ເວນພຣະ­ວິ­ຫານທຸກວັນ ແລະ ພວກທ່ານບໍ່ໄດ້ຈັບເຮົາ.
\v 56 ແຕ່ເຫດ­ການທັງປວງນີ້ໄດ້ບັງ­ເກີດຂຶ້ນເພື່ອຈະສຳ­ເລັດຕາມທີ່ຜູ້ປະ­ກາດພຣະ­ທັມໄດ້ຂຽນໄວ້.” ຫລັງຈາກນັ້ນພວກສາ­ວົກທັງຫມົດໄດ້ປະພຣະ­ອົງ ແລະ ໄດ້ພາ­ກັນຫນີໄປ.
\s5
\v 57 ພວກທີ່ຈັບພຣະ­ເຢຊູໄດ້ພາພຣະ­ອົງໄປຫາມະ­ຫາປະໂລຫິດຊື່ກາຢະ­ຟາ, ບ່ອນທີ່ພວກນັກ­ທັມ ແລະ ພວກຜູ້ອາວຸໂສໄດ້ມາປະ­ຊຸມກັນນັ້ນ.
\v 58 ແຕ່ເປ­ໂຕໄດ້ຕາມພຣະ­ອົງໄປໃນໄລ­ຍະຫ່າງໆ ຈົນມາເຖິງເດີ່ນບ້ານຂອງມະ­ຫາປະ­ໂລ­ຫິດແລ້ວເຂົ້າໄປນັ່ງຢູ່ກາງເດີນບ້ານກັບພວກຍາມ ເພື່ອຊອມເບິ່ງວ່າທີ່ສຸດຂອງເລື່ອງນັ້ນຈະເປັນຢ່າງ­ໃດ.
\s5
\v 59 ໃນເວລານັ້ນ ພວກຫົວໜ້າປະໂລຫິດ ກັບບັນດາສະມາຊິກສານ ໄດ້ຫາພະ­ຍານຕົວະມາເບີກຕໍ່­ສູ້ພຣະ­ເຢຊູເຈົ້າ, ເພື່ອຂ້າພຣະອົງເສັຽ.
\v 60 ເຖິງແມ່ນວ່າມີພະ­ຍານຕົວະຫລາຍປາກມາໃຫ້ການກໍດີ ແຕ່ພວກເຂົາກໍຫາຫລັກຖານຫຍັງບໍ່ໄດ້. ແຕ່ຫລັງຈາກນັ້ນມີສອງຄົນໄດ້ມາໃຫ້­ການວ່າ,
\v 61 “ຜູ້ນີ້ແຫລະ, ໄດ້ກ່າວວ່າເຮົາສາ­ມາດຈະມ້າງພຣະວິ­ຫານຂອງພຣະ­ເຈົ້າ ແລະ ຈະສ້າງຂຶ້ນໃຫມ່ພາຍໃນສາມວັນ’.”
\s5
\v 62 ມະ­ຫາປະ­ໂລ­ຫິດໄດ້ຢືນຂຶ້ນແລະ ໄດ້ຖາມພຣະ­ອົງວ່າ, “ເຈົ້າຈະບໍ່ຕອບຫຍັງບໍ? ຄຳພະ­ຍານທີ່ຄົນເຫລົ່ານີ້ກ່າວຕໍ່­ສູ້ເຈົ້າດ້ວຍເລື່ອງອັນໃດ?”
\v 63 ແຕ່ພຣະ­ເຢຊູເຈົ້າຊົງມິດຢູ່ ແລ້ວມະ­ຫາປະໂລຫິດຈິ່ງກ່າວວ່າ, “ເຮົາໃຫ້ເຈົ້າສາ­ບານໂດຍອ້າງພຣະ­ເຈົ້າຜູ້ຊົງພຣະ­ຊົນຢູ່, ໃຫ້ເຈົ້າບອກເຮົາວ່າເຈົ້າເປັນພຣະ­ຄຣິດພຣະ­ບຸດຂອງພຣະ­ເຈົ້າຫລືບໍ່?”
\v 64 ພຣະ­ເຢຊູເຈົ້າຊົງຕອບເຂົາວ່າ, “ທ່ານເວົ້ານັ້ນແລ້ວ, ແຕ່ເຮົາບອກພວກທ່ານວ່າ ຕັ້ງແຕ່ນີ້ຕໍ່ໄປພວກທ່ານຈະເຫັນບຸດມະ­ນຸດນັ່ງຢູ່ເບື້ອງຂວາຂອງຜູ້ຊົງຣິດ­ທາ­ນຸ­ພາບ ແລະ ກຳລັງສະ­ເດັດມາເທິງເມກໃນທ້ອງ­ຟ້າ.”
\s5
\v 65 ແລ້ວມະ­ຫາປະ­ໂລ­ຫິດໄດ້ຈີກເສື້ອຜ້າຂອງຕົນອອກ ແລະ ກ່າວວ່າ, “ມັນໄດ້ເວົ້າຫມິ່ນ­ປະ­ຫມາດພຣະ­ເຈົ້າແລ້ວ! ແລ້ວພວກເຮົາຍັງຈະຕ້ອງ­ການພະ­ຍານອັນໃດອີກ? ນີ້ແຫລະ, ທ່ານໄດ້ຍິນຄຳປະ­ຫມາດພຣະເຈົ້ານັ້ນ­ແລ້ວ.
\v 66 ພວກທ່ານຄິດເຫັນຢ່າງ­ໃດ?” ພວກເຂົາກໍຕອບວ່າ, “ມັນສົມຄວນຕາຍ.”
\s5
\v 67 ແລ້ວພວກເຂົາໄດ້ຖົ່ມ­ນ້ຳ­ລາຍໃສ່ພຣະ­ພັກ ແລະ ທັງທຸບຕີພຣະ­ອົງ, ແລະ ບາງຄົນໄດ້ເອົາມືຕົບພຣະ­ອົງ,
\v 68 ແລ້ວເວົ້າວ່າ, “ຖ້າແມ່ນພຣະ­ຄຣິດ, ຈົ່ງທວາຍໃຫ້ແກ່ພວກເຮົາຮັບຮູ້ວ່າແມ່ນໃຜຕົບມຶງ?”
\s5
\v 69 ຂະນະທີ່ເປ­ໂຕນັ່ງຢູ່ນອກກາງ­ເດີ່ນນອກບ້ານຢູ່ນັ້ນ, ແລະ ມີຍິງໃຊ້ຄົນຫນຶ່ງມາຫາກ່າວວ່າ, “ເຈົ້າເຄີຍຢູ່ກັບເຢ­ຊູໄທຄາ­ລີ­ເລເຫມືອນກັນ.”
\v 70 ແຕ່ເປ­ໂຕຕອບປະ­ຕິ­ເສດຕໍ່­ຫນ້າຄົນທັງປວງ ໂດຍກ່າວວ່າ, “ທີ່ເຈົ້າເວົ້ານັ້ນ, ຂ້ອຍບໍ່ຮູ້ເລື່ອງ.”
\s5
\v 71 ເມື່ອລາວຍ່າງອອກໄປປະ­ຕູບ້ານ ມີຍິງໃຊ້ອີກຄົນຫນຶ່ງຫລຽວເຫັນ ຈິ່ງກ່າວແກ່ຄົນທັງ­ຫລາຍທີ່­ຢູ່ຫັ້ນວ່າ, “ຄົນນີ້ແຫລະ, ເຄີຍຢູ່ກັບເຢ­ຊູໄທນາ­ຊາ­ເຣັດ.”
\v 72 ເປ­ໂຕໄດ້ປະ­ຕິ­ເສດທັງສາ­ບານວ່າ, “ຂ້ອຍບໍ່ຮູ້­ຈັກຊາຍຄົນນັ້ນ!”
\s5
\v 73 ຫລັງຈາກນັ້ນຫນ້ອຍຫນຶ່ງ ຄົນທັງ­ຫລາຍທີ່ຢືນຢູ່ໃກ້ໆກັນນັ້ນກໍມາເວົ້າກັບເປ­ໂຕວ່າ, “ແມ່ນແລ້ວ, ເຈົ້າເປັນຄົນຫນຶ່ງໃນພວກນັ້ນແທ້ ດ້ວຍວ່າສຳ­ນຽງຂອງເຈົ້າກໍສໍ່ໃຫ້ຮູ້ໂຕເອງ.”
\v 74 ຈາກ­ນັ້ນເປໂຕກໍຕັ້ງ­ຕົ້ນປ້ອຍດ່າ ແລະ ສາ­ບານວ່າ, “ເຮົາບໍ່ຮູ້­ຈັກຄົນນັ້ນ, ” ແລະ ໃນທັນໃດນັ້ນໄກ່ກໍຂັນ.
\v 75 ເປ­ໂຕຈິ່ງໄດ້ຣະ­ນຶກເຖິງຄຳທີ່ພຣະ­ເຢຊູຊົງກ່າວໄວ້ວ່າ, “ກ່ອນໄກ່ຂັນ ທ່ານຈະປະ­ຕິ­ເສດເຮົາເຖິງສາມເທື່ອ,” ແລ້ວເປ­ໂຕກໍອອກໄປຂ້າງນອກຮ້ອງ­ໄຫ້ຂົມຂື່ນເປັນທຸກຫນັກໃຈ.
\s5
\c 27
\cl ບົດທີ 27
\p
\v 1 ເມື່ອຮຸ່ງເຊົ້າມາ, ພວກຫົວຫນ້າປະ­ໂລ­ຫິດທັງຫມົດ ແລະ ພວກຜູ້ອາວຸໂສຂອງພົນ­ລະ­ເມືອງທັງຫມົດ ໄດ້ປຶກ­ສາກັນຕໍ່­ສູ້ພຣະ­ເຢຊູເຈົ້າເພື່ອຈະປະຫານຊີວິດພຣະ­ອົງ.
\v 2 ພວກເຂົາໄດ້ມັດພຣະ­ອົງ, ແລະ ພາໄປມອບໃຫ້ປີ­ລາດຜູ້ປົກ­ຄອງ.
\s5
\v 3 ຫລັງຈາກນັ້ນຢູ­ດາ, ຜູ້ທໍ­ຣະຍົດຕໍ່ພຣະ­ອົງນັ້ນ, ເມື່ອໄດ້ເຫັນວ່າພຣະ­ອົງຕ້ອງຖືກໂທດ, ເຂົາກໍກິນ­ແຫນງໄດ້ກັບໃຈ ແລະ ຈິ່ງໄດ້ນຳເອົາເງິນສາມສິບຫລຽນນັ້ນມາສົ່ງຄືນໃຫ້ແກ່ພວກປະ­ໂລ­ຫິດ ແລະ ພວກຜູ້ອາວຸໂສ,
\v 4 ແລະ ໄດ້ເວົ້າວ່າ, “ຂ້າ­ນ້ອຍຜິດບາບແລ້ວ ເພາະໄດ້ມອບຜູ້ບໍ່ມີຄວາມຜິດໃຫ້ເຖິງຄວາມຕາຍ.” ແຕ່ຄົນເຫລົ່າ­ນັ້ນຕອບວ່າ, “ການນັ້ນແມ່ນທຸ­ລະອັນໃດກັບພວກເຮົາ? ໃຫ້ເປັນທຸ­ລະຂອງເຈົ້າເອງ.”
\v 5 ແລ້ວຢູ­ດາຈິ່ງໂຍນຖິ້ມເງິນໄວ້ໃນພຣະ­ວິ­ຫານ, ແລະ ຈາກໄປແລ້ວອອກໄປຜູກຄໍຕົວເອງຕາຍເສັຽ.
\s5
\v 6 ບັນດາຫົວຫນ້າປະ­ໂລ­ຫິດຈິ່ງເກັບເອົາເງິນນັ້ນໄວ້ແລ້ວເວົ້າວ່າ, “ເປັນການຜິດກົດບັນ­ຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ, ເພາະເປັນຄ່າເລືອດ.”
\v 7 ພວກເຂົາໄດ້ປຶກ­ສາຕົກ­ລົງກັນ ແລ້ວຈິ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນຫມໍ້.
\v 8 ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ. ເພາະສັນ­ນັ້ນເຂົາຈິ່ງເອີ້ນທີ່ດິນນັ້ນວ່າ "ດິນເລືອດ" ຈົນເຖິງທຸກວັນນີ້.
\s5
\v 9 ເມື່ອ­ນັ້ນກໍສຳ­ເລັດຕາມພຣະ­ທັມທີ່ຊົງບອກໄວ້ ໂດຍເຢເຣມີ­ຢາຜູ້ປະ­ກາດພຣະ­ທັມ, ທີ່ວ່າ, “ເຂົາໄດ້ຮັບເງິນສາມສິບຫລຽນ ຊຶ່ງເປັນລາ­ຄາຜູ້ນັ້ນ ທີ່ຄົນອິ­ສະຣາ­ເອນໄດ້ຕີລາ­ຄາໄວ້,
\v 10 ແລະ ພວກເຂົາໄດ້ເອົາເງິນນັ້ນໄປເປັນຄ່າສຳ­ລັບນາຂອງຊ່າງປັ້ນຫມໍ້, ຕາມທີ່ອົງພຣະຜູ້­ເປັນ­ເຈົ້າໄດ້ຊົງສັ່ງຂ້າພຣະ­ເຈົ້າໄວ້.”
\s5
\v 11 ເມື່ອພຣະ­ເຢຊູຊົງຢືນຢູ່ຕໍ່­ຫນ້າຜູ້ປົກຄອງ, ແລະ ຜູ້ປົກ­ຄອງຈິ່ງໄດ້ຖາມພຣະ­ອົງວ່າ, “ເຈົ້າເປັນກະ­ສັດຂອງຊາດຢິວບໍ?” ພຣະ­ເຢຊູເຈົ້າຊົງຕອບວ່າ, “ຕາມທີ່ທ່ານເວົ້ານັ້ນ­ແລ້ວ.”
\v 12 ແຕ່ເມື່ອພວກຫົວຫນ້າປະ­ໂລ­ຫິດ ແລະ ພວກຜູ້ອາວຸໂສ, ໄດ້ກ່າວໂທດໃສ່ພຣະອົງ, ພຣະ­ອົງກໍບໍ່ໄດ້ຊົງຕອບປະ­ການໃດ.
\v 13 ໃນເວລານັ້ນ ປີລາດຈິ່ງກ່າວແກ່ພຣະ­ອົງວ່າ, “ພວກເຂົາໃສ່ຮ້າຍຕໍ່­ສູ້ທ່ານຫລາຍປະການ ທ່ານບໍ່ໄດ້ຍິນບໍ?.”
\v 14 ແຕ່ພຣະ­ເຢຊູເຈົ້າບໍ່ໄດ້ຊົງຕອບຈັກຄຳ ຈົນຜູ້ປົກ­ຄອງປະ­ຫລາດໃຈຫລາຍ.
\s5
\v 15 ມີທຳນຽມທີ່ຜູ້ປົກຄອງຈະປ່ອຍນັກ­ໂທດຄົນຫນຶ່ງ ຕາມທີ່ປະ­ຊາ­ຊົນຮ້ອງຂໍ.
\v 16 ໃນຄາວນັ້ນມີນັກໂທດຄົນຫນຶ່ງຜູ້ທີ່ພວກເຂົາຮູ້­ຈັກທົ່ວໄປ ຊື່ບາ­ຣາ­ບາ.
\s5
\v 17 ດັ່ງນັ້ນເມື່ອປະ­ຊາ­ຊົນມາປະ­ຊຸມກັນແລ້ວ ປີລາດໄດ້ຖາມເຂົາວ່າ, “ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ ປ່ອຍບາ­ຣາ­ບາ ຫລື ເຢ­ຊູຜູ້ທີ່ຖືກເອີ້ນວ່າພຣະ­ຄຣິດ?”
\v 18 ເພາະປີ­ລາດຮູ້ຢູ່ວ່າພວກເຂົາໄດ້ມອບພຣະ­ເຢຊູເຈົ້າໃຫ້ແກ່ລາວໄວ້ດ້ວຍຄວາມອິດ­ສາ.
\v 19 ໃນຂະ­ນະທີ່ປີ­ລາດນັ່ງຢູ່ບ່ອນພິພາກ­ສານັ້ນ, ພັນຣະຍາຂອງທ່ານໄດ້ໃຊ້ຄົນມາຮຽນວ່າ, “ຢ່າໄດ້ພົວ­ພັນກັບເລື່ອງຄົນທີ່ບໍ່ມີຜິດນັ້ນ. ດ້ວຍວ່າວັນນີ້ຂ້ານ້ອຍມີຄວາມ­ທຸກໃຈຫລາຍຍ້ອນຂ້ານ້ອຍມີຄວາມຝັນກ່ຽວກັບຜູ້ນີ້.”
\s5
\v 20 ຂະນະນັ້ນຫົວຫນ້າພວກປະ­ໂລ­ຫິດ ແລະ ພວກອາວຸໂສໄດ້ ປຸກລະດົມໃຫ້ປະ­ຊາ­ຊົນຮ້ອງຂໍໃຫ້ປ່ອຍບາ­ຣາ­ບາ, ແລະ ໃຫ້ຂ້າພຣະ­ເຢຊູເຈົ້າເສັຽ.
\v 21 ແລ້ວຜູ້ປົກ­ຄອງຈິ່ງຖາມເຂົາອີກວ່າ, “ໃນສອງຄົນນີ້ພວກເຈົ້າຢາກໃຫ້ເຮົາປ່ອຍຜູ້ໃດ?” ເຂົາຕອບວ່າ, “ບາ­ຣາ­ບາ.”
\v 22 ແລ້ວປີລາດຈິ່ງກ່າວກັບເຂົາວ່າ, “ຖ້າຢ່າງນັ້ນ, ເຮົາຈະເຮັດຢ່າງ­ໃດ ແກ່ເຢ­ຊູຜູ້ເອີ້ນວ່າພຣະ­ຄຣິດ?” ພວກເຂົາພາ­ກັນຕອບວ່າ, “ໃຫ້ຄຶງເຂົາທີ່ໄມ້ກາງແຂນ.”
\s5
\v 23 ແລ້ວປີລາດຈິ່ງເວົ້າວ່າ, “ເປັນຫຍັງ, ຄົນນີ້ໄດ້ເຮັດຜິດອັນໃດ?” ແຕ່ພວກເຂົາກໍພາ­ກັນຮ້ອງຂຶ້ນຕື່ມວ່າ, “ໃຫ້ຄຶງເຂົາເສັຽທີ່ໄມ້ກາງແຂນ.”
\v 24 ດັ່ງນັ້ນ ເມື່ອປີ­ລາດໄດ້ເຫັນວ່າຕົນເອງບໍ່ສາມາດເຮັດສິ່ງໃດໄດ້, ມີແຕ່ຈະເກີດການວຸ້ນ­ວາຍຂຶ້ນ, ທ່ານຈິ່ງໄດ້ເອົານ້ຳມາລ້າງມືຕໍ່­ຫນ້າປະ­ຊາ­ຊົນ ແລະ ໄດ້ກ່າວວ່າ, “ເຮົາບໍ່ມີຄວາມຜິດໃນເລື່ອງການຕາຍ ຂອງຜູ້ນີ້. ໃຫ້ເປັນທຸ­ຣະຂອງພວກເຈົ້າເອງສາ.”
\s5
\v 25 ປະ­ຊາ­ຊົນພາ­ກັນຕອບວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງມັນຕົກໃສ່ພວກເຮົາ ແລະ ລູກຫລານຂອງພວກເຮົາ.”
\v 26 ຈາກນັ້ນປີລາດຈິ່ງປ່ອຍບາຮາບາໃຫ້ເຂົາ ແລະ ເມື່ອໃຫ້ຂ້ຽນພຣະ­ເຢຊູເຈົ້າແລ້ວ ກໍມອບໃຫ້ຄຶງໄວ້ທີ່ໄມ້ກາງແຂນ.
\s5
\v 27 ແລ້ວພວກທະ­ຫານຂອງຜູ້ປົກ­ຄອງໄດ້ພາພຣະ­ເຢຊູເຈົ້າເຂົ້າໄປໃນເດີ່ນບ້ານຂອງຜູ້ປົກຄອງ ແລະ ໄດ້ຮວບ­ຮວມທະ­ຫານທັງກອງມາອ້ອມພຣະ­ອົງໄວ້.
\v 28 ພວກເຂົາໄດ້ແກ້ເຄື່ອງທົງຂອງພຣະ­ອົງອອກ ແລ້ວເອົາເສື້ອສີ­ແດງສົດມານຸ່ງໃຫ້ພຣະອົງ.
\v 29 ພວກເຂົາໄດ້ເອົາມົງກຸດຫນາມມາສຸບໃສ່ຫົວຂອງພຣະ­ອົງ, ແລ້ວເອົາໄມ້ອໍ້ໃຫ້ພຣະ­ອົງຖືໄວ້ໃນພຣະ­ຫັດເບື້ອງຂວາ ແລະ ຄຸ­ເຂົ່າລົງຕໍ່ພຣະ­ພັກພຣະ­ອົງ, ກ່າວຄຳເຍາະ­ເຍີ້ຍພຣະອົງວ່າ, “ກະ­ສັດຂອງຊາດຢິວເອີຍ, ຂໍຊົງພຣະ­ຈະ­ເຣີນເຖີ້ນ!”
\s5
\v 30 ພວກເຂົາໄດ້ຖົ່ມ­ນ້ຳ­ລາຍໃສ່ພຣະ­ອົງ ແລະ ໄດ້ເອົາໄມ້ອໍ້ນັ້ນຕີຫົວພຣະ­ອົງຫລາຍຄັ້ງຕີແລ້ວຕີອີກ.
\v 31 ເມື່ອພວກເຂົາເຍາະ­ເຍີ້ຍພຣະ­ອົງແລ້ວ, ພວກເຂົາໄດ້ຖອດເຄື່ອງອອກຈາກພຣະອົງ ແລະ ເອົາເຄື່ອງຂອງພຣະ­ອົງເອງມານຸ່ງໃຫ້ ແລະ ໄດ້ນຳພຣະ­ອົງອອກໄປເພື່ອຄຶງໄວ້ທີ່ໄມ້ກາງແຂນ.
\s5
\v 32 ຂະນະທີ່ພວກເຂົາໄດ້ອອກໄປນັ້ນ, ພວກເຂົາໄດ້ພົບຊາຍຄົນຫນຶ່ງທີ່ຊື່ຊີໂມນມາຈາກໄທກີ­ເຣ­ເນ, ຈິ່ງເກນຄົນນັ້ນໃຫ້ແບກໄມ້ກາງແຂນຂອງພຣະ­ອົງໄປ.
\v 33 ເມື່ອມາເຖິງບ່ອນຫນຶ່ງເອີ້ນວ່າໂຄລະໂຄ­ທາ ທີ່ແປວ່າ "ກະ­ໂຫລກ­ຫົວ."
\v 34 ພວກເຂົາໄດ້ເອົາເຫລົ້າແວງປະ­ສົມກັບນ້ຳ­ບີມາໃຫ້ພຣະ­ອົງດື່ມ. ແຕ່ເມື່ອຊົງຊິມແລ້ວ, ພຣະ­ອົງບໍ່ຊົງຍອມດື່ມ.
\s5
\v 35 ເມື່ອພວກເຂົາໄດ້ຄຶງພຣະ­ອົງທີ່ໄມ້ກາງແຂນແລ້ວ, ພວກເຂົາກໍເອົາເຄື່ອງຂອງພຣະ­ອົງມາຈົກສະ­ຫລາກແບ່ງ­ປັນກັນ.
\v 36 ແລ້ວກໍພາກັນນັ່ງເຝົ້າພຣະ­ອົງຢູ່ທີ່ນັ້ນ.
\v 37 ພວກເຂົາຕິດປ້າຍທີ່ມີຂໍ້ຄວາມກ່າວໂທດຕິດໄວ້ເຫນືອຫົວຂອງພຣະ­ອົງ ຊຶ່ງອ່ານວ່າ, “ຜູ້ນີ້ຄືເຢ­ຊູກະ­ສັດຂອງຊາດຢິວ.”
\s5
\v 38 ມີໂຈນສອງຄົນຖືກຄຶງກາງແຂນພ້ອມກັບພຣະ­ອົງ, ທີ່ເບື້ອງຂວາຄົນຫນຶ່ງ ແລະ ເບື້ອງຊ້າຍຄົນຫນຶ່ງ.
\v 39 ຝ່າຍຄົນທັງປວງທີ່ຍ່າງຜ່ານໄປມານັ້ນ, ກໍຫມິ່ນ­ປະຫມາດພຣະ­ອົງ ແລະ ແກວ່ງຫົວເຍາະເຍີ້ຍພຣະອົງ, ແລະ ກ່າວວ່າ,
\v 40 ແລະ ສ້າງຂຶ້ນໃຫມ່ໃນສາມວັນເອີຍ, ຈົ່ງຊ່ວຍຕົວເອງໃຫ້ພົ້ນແມ!, ຖ້າເຈົ້າເປັນບຸດຂອງພຣະ­ເຈົ້າ, ກໍ ຈົ່ງລົງມາຈາກໄມ້ກາງແຂນສະ!”
\s5
\v 41 ໃນທຳ­ນອງດຽວກັນນັ້ນພວກຫົວໜ້າປະໂລຫິດ ກັບພວກນັກທັມ ແລະພວກຜູ້ອາວຸໂສກໍໄດ້ເຍາະ­ເຍີ້ຍພຣະ­ອົງວ່າ,
\v 42 “ມັນຊ່ອຍຄົນອື່ນໃຫ້ພົ້ນໄດ້, ແຕ່ຊ່ອຍຕົວເອງບໍ່ໄດ້. ມັນເປັນກະສັດອິ­ສະຣາ­ເອນ. ໃຫ້ມັນລົງມາຈາກໄມ້ກາງເ­ເຂນດຽວ­ນີ້ແມ, ແລ້ວພວກເຮົາຈະໄດ້ເຊື່ອຖືມັນ.
\s5
\v 43 ທ່ານໄດ້ວາງ­ໃຈໃນພຣະ­ເຈົ້າ, ຖ້າພຣະ­ເຈົ້າຊົງພໍພຣະທັຍໃນທ່ານ, ກໍໃຫ້ພຣະ­ເຈົ້າໂຜດໃຫ້ທ່ານພົ້ນໄດ້ໃນບັດນີ້. ເພາະທ່ານໄດ້ເວົ້າວ່າ ‘ເຮົາເປັນບຸດຂອງພຣະ­ເຈົ້າ’.”
\v 44 ຢ່າງດຽວກັນນັ້ນ ພວກໂຈນຜູ້ຖືກຄຶງໄວ້ພ້ອມກັນກັບພຣະ­ອົງກໍໄດ້ກ່າວຄຳຫຍາບ­ຊ້າຕໍ່ພຣະ­ອົງເຫມືອນກັນ.
\s5
\v 45 ໃນເວລານັ້ນ ໄດ້ເກີດການມືດມົວປົກຄຸມທົ່ວແຜ່ນດິນຕັ້ງ­ແຕ່ທ່ຽງຈົນຮອດບ່າຍສາມໂມງ.
\v 46 ພໍຮອດເວລາປະມານບ່າຍສາມໂມງພຣະ­ເຢຊູຊົງຮ້ອງສຽງດັ່ງວ່າ, “ເອ­ລີ ເອລີ ແລ­ມາ ຊາບັກທາ­ນີ” ເຊິ່ງມີຄວາມຫມາຍວ່າ, “ພຣະ­ເຈົ້າຂອງຂ້າພຣະ­ອົງ, ພຣະ­ເຈົ້າຂອງຂ້າພຣະ­ອົງເອີຍ, ເຫດສັນ­ໃດຈິ່ງຊົງປະຖິ້ມຂ້າພຣະ­ອົງເສັຽ?”
\v 47 ເມື່ອບາງຄົນທີ່ຢືນຢູ່ນັ້ນເມື່ອໄດ້ຍິນກໍເວົ້າວ່າ, “ຄົນຜູ້ນີ້ເອີ້ນຫາອາ­ລີຢາ.”
\s5
\v 48 ໃນທັນ­ໃດນັ້ນມີຜູ້ຫນຶ່ງໃນພວກເຂົາແລ່ນໄປເອົາຟອງ­ນ້ຳຈຸ່ມເຫລົ້າແວງສົ້ມໃຫ້ເຕັມ. ແລ້ວສຽບໃສ່ປາຍໄມ້ອໍ້ ແລະ ຍື່ນໃຫ້ພຣະ­ອົງກິນ.
\v 49 ແຕ່ຄົນອື່ນເວົ້າວ່າ, “ຢ່າໄປຫຍຸ້ງກັບມັນເລີຍ, ຖ້າເບິ່ງກ່ອນວ່າເອ­ລີ­ຢາຈະມາຊ່ອຍມັນໃຫ້ພົ້ນຫລືບໍ່?”
\v 50 ຈາກນັ້ນພຣະເຢຊູເຈົ້າກໍຊົງຮ້ອງສຽງດັ່ງຂຶ້ນອີກຄັ້ງດ້ວຍສຽງດັງ ແລ້ວຊົງສິ້ນລົມຫາຍໃຈ.
\s5
\v 51 ເບິ່ງແມ, ຜ້າ­ກັ້ງໃນພຣະ­ວິ­ຫານກໍຊົງຖືກຈີກໄປເປັນສອງຕ່ອນ ຕັ້ງ­ແຕ່ເທິງລົງເຖິງລຸ່ມ, ແລະ ແຜ່ນ­ດິນກໍສະທ້ານຫວັ່ນ­ໄຫວ, ແລະ ສີລາກໍແຕກອອກຈາກກັນ.
\v 52 ອຸບໂມງຝັງສົບກໍໄຂອອກ ສົບພວກໄພ່ພົນຂອງພຣະ­ເຈົ້າຫລາຍຄົນທີ່ລ່ວງລັບໄປແລ້ວກໍເປັນຄືນມາ.
\v 53 ພວກເຂົາທັງ­ຫລາຍຈິ່ງພາ­ກັນອອກຈາກອຸບໂມງ ແລະ ເມື່ອພຣະ­ເຢຊູຊົງເປັນຄືນມາ ແລ້ວກໍໄດ້ເຂົ້າໄປໃນນະຄອນສັກ­ສິດປະ­ກົດຕົວໃຫ້ຫລາຍຄົນເຫັນ.
\s5
\v 54 ໃນເວລານັ້ນ ເມື່ອນາຍ­ຮ້ອຍ ແລະ ທະ­ຫານທີ່ເຝົ້າພຣະສົບພຣະເຢຊູຢູ່ນຳກັນ ເມື່ອໄດ້ເຫັນແຜ່ນ­ດິນຫວັ່ນ­ໄຫວ ແລະ ເຫດການທັງປວງທີ່ເກີດຂຶ້ນນັ້ນ, ກໍພາ­ກັນຢ້ານຫລາຍຈິ່ງເວົ້າກັນວ່າ, “ຈິງແທ້ແລ້ວ, ທ່ານຜູ້ນີ້ແມ່ນພຣະ­ບຸດຂອງພຣະເຈົ້າ.”
\v 55 ຢູ່ທີ່ນັ້ນມີຜູ້­ຍິງຫລາຍຄົນຄອຍເບິ່ງແຕ່ຫ່າງໄກ ຄືພວກຍິງທີ່ໄດ້ຕິດ­ຕາມ ແລະບົວລະບັດພຣະ­ເຢຊູຕັ້ງ­ແຕ່ແຂວງຄາ­ລີ­ເລມາ.
\v 56 ໃນພວກນັ້ນມີມາ­ຣິ­ອາໄທມັກດາລາ, ມາ­ຣິ­ອາມານດາຂອງຢາ­ໂກ­ໂບ ແລະ ໂຢ­ເຊັບກັບມານດາຂອງລູກຊາຍຂອງເຊ­ເບດາຍ.
\s5
\v 57 ເມື່ອເຖິງເວລາຄ່ຳ, ມີເສດ­ຖີຄົນຫນຶ່ງ ເຊິ່ງມາຈາກອາ­ຣີມາ­ທາຍ ຊື່ໂຢ­ເຊັບ, ຜູ້ເປັນລູກສິດຄົນຫນຶ່ງຂອງພຣະ­ເຢຊູເຫມືອນກັນ.
\v 58 ທ່ານຜູ້ນີ້ໄດ້ໄປຫາປີ­ລາດຂໍເອົາພຣະ­ສົບພຣະ­ເຢຊູເຈົ້າ. ແລ້ວປີ­ລາດຈິ່ງຊົງໃຫ້ມອບພຣະ­ສົບນັ້ນແກ່ເພິ່ນ.
\s5
\v 59 ໂຢ­ເຊັບໄດ້ນຳເອົາພຣະ­ສົບ, ແລະ ຫຸ້ມຫໍ່ພຣະສົບໄວ້ດ້ວຍຜ້າປ່ານສະ­ອາດ,
\v 60 ແລະ ນຳພຣະ­ສົບໄປບັນ­ຈຸວາງໃນອຸບໂມງໃຫມ່ຂອງຕົນ ຊຶ່ງທ່ານໄດ້ສະ­ກັດໄວ້ໃນຫີນ. ແລະ ທ່ານກຶ່ງຫີນໃຫຍ່ກ້ອນຫນຶ່ງອັດປາກອຸບໂມງໄວ້ແລ້ວກໍຈາກຫນີໄປ.
\v 61 ມາຣີ ຊາວມັກດາລາ ແລະ­ ມາຣິ­ອາອີກຄົນຫນຶ່ງນັ້ນກໍຢູ່ທີ່ນັ້ນ ພວກເຂົານັ່ງຢູ່ຕໍ່­ຫນ້າອຸບໂມງນັ້ນ.
\s5
\v 62 ພໍຮຸ່ງເຊົ້າຂຶ້ນໃນວັນຕໍ່ມາ, ເຊິ່ງເປັນວັນຖັດຈາກວັນຈັດແຈ່ງ, ພວກຫົວໜ້າປະໂລຫິດ ແລະ ພວກຟາ­ຣີ­ຊາຍໄດ້ພາ­ກັນໄປຫາປີ­ລາດ.
\v 63 “ທ່ານຜູ້ປົກຄອງທີ່ນັບ­ຖື, ພວກຜູ້ຂ້າຈື່ຈຳໄດ້ວ່າຄົນຫລອກລວງຜູ້ນັ້ນ ເມື່ອຍັງມີຊີ­ວິດຢູ່ ມັນໄດ້ເວົ້າວ່າ ‘ພາຍ­ຫລັງສາມວັນແລ້ວເຮົາຈະເປັນຄືນມາໃຫມ່’.
\v 64 ເຫດສັນນັ້ນຂໍທ່ານບັນ­ຊາສັ່ງການເພື່ອໃຫ້ມີການເຝົ້າອຸບໂມງຝັງສົບ ໄວ້ຢ່າງແຂງ­ແຮງຈົນເຖິງວັນຖ້ວນສາມ, ເພາະຢ້ານວ່າພວກສາ­ວົກຂອງມັນຈະມາລັກເອົາສົບໄປແລ້ວຈະກ່າວຕໍ່ພົນ­ລະ­ເມືອງວ່າ, ‘ເພິ່ນເປັນຄືນມາຈາກຕາຍແລ້ວ’, ແລະ ການຫລອກລວງຄັ້ງສຸດທ້າຍນີ້ຈະຮ້າຍແຮງກວ່າຄັ້ງກ່ອນ.”
\s5
\v 65 ປີ­ລາດໄດ້ບອກກັບພວກເຂົາວ່າ, “ເອົາຄົນຍາມໄປເຖີດ ແລະ ຈົ່ງເຝົ້າໃຫ້ປອດພັຍເທົ່າທີ່ທ່ານຈະເຮັດໄດ້.”
\v 66 ແລະ ເຝົ້າອຸບໂມງຝັງສົບນັ້ນຢ່າງຄັກແນ່, ປະ­ທັບຕາໃສ່ຫີນໄວ້ ແລະ ຕັ້ງທະ­ຫານຍາມໃຫ້ເຝົ້າຢູ່.
\s5
\c 28
\cl ບົດທີ 28
\p
\v 1 ບັດນີ້ໃນວັນສະບາໂຕ, ເວ­ລາໃກ້ຮຸ່ງເຊົ້າວັນຕົ້ນສັບ­ປະ­ດາ, ມາ­ຣິ­ອາ ໄທມັກດາລາ ແລະ ມາ­ຣິ­ອາອີກຄົນຫນຶ່ງກໍ່ໄດ້ພາ­ກັນໄປເບິ່ງອຸບໂມງຝັງສົບ.
\v 2 ເບິ່ງແມ, ໄດ້ເກີດແຜ່ນ­ດິນຫວັ່ນ­ໄຫວຢ່າງຫນັກ, ດ້ວຍວ່າມີທູດສະຫວັນຕົນຫນຶ່ງຂອງອົງພຣະ­ຜູ້­ເປັນ­ເຈົ້າລົງມາຈາກສະ­ຫວັນ ແລະ ໄດ້ກິ້ງກ້ອນຫີນອອກ, ແລ້ວກໍນັ່ງເທິງຫີນນັ້ນ.
\s5
\v 3 ໃບຫນ້າຂອງເພິ່ນນັ້ນເຫມືອນແສງ­ຟ້າແມບ, ແລະ ເຄື່ອງ­ນຸ່ງກໍຂາວເຫມືອນຫິ­ມະ.
\v 4 ແລະ ກາຍ­ເປັນເຫມືອນຄົນຕາຍ.
\s5
\v 5 ທູດສະຫວັນຕົນນັ້ນໄດ້ກ່າວແກ່ພວກຜູ້­ຍິງວ່າ, “ຢ່າຢ້ານເລີຍ ດ້ວຍວ່າເຮົາຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະ­ເຢຊູເຈົ້າ, ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ.
\v 6 ແຕ່ຖືກຊົງບັນ­ດານໃຫ້ເປັນຄືນມາ, ຕາມທີ່ພຣະ­ອົງໄດ້ຊົງກ່າວແລ້ວ. ຈົ່ງມາເບິ່ງບ່ອນທີ່ພຣະ­ອົງໄດ້ບັນ­ທົມຢູ່ນັ້ນ.
\v 7 ‘ພຣະ­ອົງຖືກຊົງບັນ­ດານໃຫ້ເປັນຄືນມາຈາກ​ຄວາມ​ຕາຍແລ້ວ, ເບິ່ງແມ, ພຣະ­ອົງສະ­ເດັດໄປຍັງແຂວງຄາ­ລີ­ເລກ່ອນທ່ານທັງ­ຫລາຍ. ພວກທ່ານຈະໄດ້ເຫັນພຣະ­ອົງຢູ່ທີ່ນັ້ນ, ນີ້ແຫລະ, ເຮົາໄດ້ບອກພວກເຈົ້າແລ້ວ.”
\s5
\v 8 ພວກຜູ້ຍິງເຫລົ່າ­ນັ້ນກໍຮີບແລ່ນອອກຈາກອຸບໂມງຝັງສົບຢ່າງໄວ ດ້ວຍທັງຢ້ານທັງຍິນ­ດີຫລາຍ, ແລະ ໄດ້ແລ່ນໄປບອກພວກສາ­ວົກຂອງພຣະ­ອົງ.
\v 9 ພຣະ­ເຢຊູໄດ້ສະ­ເດັດມາພົບເຂົາ ແລະ ໄດ້ຊົງກ່າວວ່າ, “ສັນຕິສຸກຈົ່ງມີແກ່ພວກເຈົ້າເຖີ້ນ” ຍິງເຫລົ່າ­ນັ້ນກໍເຂົ້າມາຈັບພຣະ­ບາດນະ­ມັດສະ­ການພຣະ­ອົງ.
\v 10 “ຢ່າຊູ່ຢ້ານ ຈົ່ງໄປບອກພວກພີ່­ນ້ອງຂອງເຮົາ ໃຫ້ໄປຍັງແຂວງຄາ­ລີ­ເລ. ແລ້ວພວກເຂົາໄດ້ເຫັນເຮົາທີ່ນັ້ນ.”
\s5
\v 11 ບັດນີ້ໃນຂະນະທີ່ພວກຜູ້ຍິງເຫລົ່າ­ນັ້ນກຳ­ລັງໄປ, ເບິ່ງແມ, ມີຜູ້ເຝົ້າຍາມບາງຄົນໄດ້ເຂົ້າໄປໃນເມືອງ ແລະ ໄດ້ເລົ່າເຫດ­ການທັງປວງທີ່ເກີດຂຶ້ນນັ້ນ ໃຫ້ພວກຫົວໜ້າປະ­ໂລ­ຫິດຂອງຕົນຟັງ.
\v 12 ແລະ ພວກຜູ້ອາວຸໂສໄດ້ພົບ ປະ­ຊຸມປຶກ­ສາກັນເຖິງເລື່ອງທີ່ເກີດຂື້ນນັ້ນ, ພວກເຂົາກໍເອົາເງິນຈຳ­ນວນຫລາຍແຈກໃຫ້ພວກທະ­ຫານເຫລົ່ານັ້ນ,
\v 13 ແລະ ສັ່ງພວກທະຫານວ່າ, “ໃຫ້ພວກເຈົ້າເວົ້າວ່າ ‘ພວກສາ­ວົກຂອງ 'ພຣະເຢຊູ' ໄດ້ມາໃນເວ­ລາກາງ­ຄືນ ແລະ ໄດ້ລັກເອົາສົບໄປເວ­ລາຫມູ່ເຮົານອນຫລັບຢູ່.
\s5
\v 14 ຖ້າເລື່ອງນີ້ຮູ້ໄປເຖິງຜູ້ປົກ­ຄອງແລ້ວ, ພວກເຮົາຈະເວົ້າແກ້ຕົວໃຫ້ທ່ານເອງ ແລະ ບໍ່ໃຫ້ພວກເຈົ້າຕ້ອງກັງວົນ­ໃຈ.”
\v 15 ດັ່ງນັ້ນບັນດາທະຫານຈິ່ງໄດ້ຮັບເງິນແລະ ພວກເຂົາກໍພາ­ກັນເຮັດຕາມຄຳແນະ­ນຳນັ້ນ. ຊຶ່ງເລື່ອງນີ້ໄດ້ຊ່າ­ລືໄປໃນບັນ­ດາພວກຢິວ ແລະ ສືບເນື່ອງຈົນເຖິງທຸກວັນນີ້.
\s5
\v 16 ແຕ່ພວກສາວົກສິບເອັດຄົນໄດ້ໄປຍັງແຂວງຄາລີເລ, ໄປເຖິງພູທີ່ພຣະເຢຊູເຈົ້າໄດ້ຊົງນຳພາກຳ­ນົດໄວ້ກັບເຂົາ.
\v 17 ເມື່ອພວກເຂົາເຫັນພຣະ­ອົງແລ້ວ, ພວກເຂົາຈິ່ງນະ­ມັດ­ສະ­ການພຣະອົງ, ແຕ່ບາງຄົນກໍຍັງສົງໃສຢູ່.
\s5
\v 18 ພຣະເຢຊູເຈົ້າໄດ້ສະເດັດມາຫາພວກເຂົາ ແລະ ຊົງກ່າວກັບເຂົາວ່າ, “ສິດທິອຳນາດທັງຫມົດໃນສະ­ຫວັນ ແລະ ທີ່ແຜ່ນ­ດິນໂລກກໍໄດ້ຊົງມອບໃຫ້ແກ່ເຮົາແລ້ວ.
\v 19 ພວກທ່ານຈົ່ງອອກໄປ ແລະ ຈົ່ງເຮັດໃຫ້ຄົນທຸກຊາດເປັນລູກສິດ. ບັບ­ຕິ­ສະ­ມາພວກເຂົາໃນພຣະນາມຂອງພຣະບິດາ, ຂອງພຣະບຸດ, ແລະ ຂອງພຣະ­ວິນ­ຍານບໍ­ຣິ­ສຸດເຈົ້າ.
\s5
\v 20 ສັ່ງ­ສອນພວກເຂົາໃຫ້ເຊື່ອຟັງສິ່ງ­ສາ­ຣະ­ພັດຊຶ່ງເຮົາໄດ້ສັ່ງພວກເຈົ້າໄວ້ແລ້ວນັ້ນ, ເບິ່ງແມ, ເຮົາຢູ່ກັບທ່ານທັງ­ຫລາຍສະເຫມີໄປ, ຈົນກວ່າຈະເຖິງວັນທີ່ສິ້ນໂລກ."