lo_ulb/39-MAL.usfm

123 lines
29 KiB
Plaintext

\id MAL
\ide UTF-8
\h ມາລະກີ
\toc1 ມາລະກີ
\toc2 ມາລະກີ
\toc3 mal
\mt ມາລະກີ
\s5
\c 1
\cl ບົດທີ 1
\p
\v 1 ນີ້ແມ່ນຄຳປະກາດ ພຣະທຳຂອງພຣະຢາເວ ທີ່ບອກຕໍ່ຊົນຊາດອິສຣາເອນໂດຍ ລາຍມືຂອງມາລາກີວ່າ,
\v 2 ພຣະຢາເວກ່າວວ່າ, “ເຮົາໄດ້ຮັກພວກເຈົ້າ." ແຕ່ພວກເຈົ້າຕອບວ່າ, "ພຣະອົງໄດ້ຮັກພວກຂ້ານ້ອຍຢ່າງໃດ?” ພຣະຢາເວຊົງປະກາດວ່າ, “ເອຊາວເປັນອ້າຍຂອງຢາໂຄບບໍ່ແມ່ນບໍ? ເຮົາກໍຍັງຮັກຢາໂຄບ,
\v 3 ແຕ່ເຮົາໄດ້ຊັງເອຊາວ. ເຮົາໄດ້ເຮັດໃຫ້ດິນແດນພູເຂົາຂອງເອຊາວ ເປັນທີ່ຮ້າງເປົ່າ, ແລະ ເຮັດໃຫ້ມໍລະດົກຂອງເຂົາ ເປັນທີ່ສຳລັບຫມາປ່າແຫ່ງຖິ່ນທຸລະກັນດານ.”
\s5
\v 4 ຖ້າເອໂດມເວົ້າວ່າ, “ພວກເຮົາໄດ້ຖືກທຳລາຍລົງແລ້ວ, ແຕ່ພວກເຮົາຈະສ້າງຊາກຫັກພັງນັ້ນຂື້ນມາໃຫມ່,” ພຣະຢາເວຈອມໂຍທາ ກໍຈະຕອບວ່າ, “ປ່ອຍໃຫ້ພວກເຂົາສ້າງຂຶ້ນໃຫມ່ໂລດ, ແຕ່ເຮົາຈະທຳລາຍມັນລົງອີກ. ຄົນອື່ນໆຈະເອີ້ນເມືອງນັ້ນວ່າ, 'ດິນແດນແຫ່ງຄວາມຊົ່ວຮ້າຍ' ແລະ 'ເປັນຊົນຊາດທີ່ພຣະຢາເວຊົງສາບແຊ່ງເປັນນິດ.'
\v 5 ຕາຂອງພວກເຈົ້າຈະເຫັນສິ່ງນີ້, ແລະພວກເຈົ້າຈະເວົ້າວ່າ, 'ພຣະຢາເວຊົງຍິ່ງໃຫຍ່ເກີນກວ່າອອກໄປຈາກເຂດແດນຂອງອິດສະຣາເອນ.”
\s5
\v 6 “ລູກຊາຍໃຫ້ກຽດພໍ່ຂອງຕົນ, ແລະ ຄົນຮັບໃຊ້ກໍໃຫ້ກຽດນາຍຂອງຕົນ. ແລ້ວຖ້າເຮົາເປັນພໍ່, ກຽດຂອງເຮົາຢູ່ໃສ? ຖ້າເຮົາເປັນນາຍ, ຄວາມເຄົາລົບຕໍ່ເຮົາຢູ່ໃສ? ພຣະຢາເວຈອມໂຍທາຊົງກ່າວກັບພວກປະໂລຫິດວ່າ, ຜູ້ຫມິ່ນປະຫມາດນາມຂອງເຮົາ. "ແຕ່ພວກເຈົ້າຍັງຖາມວ່າ, 'ພວກຂ້ານ້ອຍໄດ້ຫມິ່ນປະຫມາດພຣະນາມຂອງພຣະອົງຢ່າງໃດ?'
\v 7 ກໍໂດຍການຖວາຍອາຫານທີ່ມີມົນທິນ ເທິງແທ່ນບູຊາຂອງເຮົາ. ແຕ່ພວກເຈົ້າກໍຖາມວ່າ, 'ພວກຂ້ານ້ອຍໄດ້ເຮັດໃຫ້ເປັນມົນທິນ ຕໍ່ພຣະອົງຢ່າງໃດ?' ກໍໂດຍການເວົ້າວ່າແທ່ນບູຊາຂອງພຣະຢາເວເປັນທີ່ຫນ້າລັງກຽດ.
\s5
\v 8 ເມື່ອພວກເຈົ້າຖວາຍສັດຕາບອດ ເປັນເຄື່ອງບູຊາ, ນັ້ນບໍ່ຊົ່ວຮ້າຍບໍ? ເມື່ອພວກເຈົ້າຖວາຍສັດຂາຫັກ ແລະ ສັດເປັນພະຍາດ, ນັ້ນບໍ່ຊົ່ວຮ້າຍບໍ? ຈົ່ງເອົາສັດເຫລົ່ານັ້ນໄປໃຫ້ຜູ້ປົກຄອງເມືອງຂອງເຈົ້າລອງເບິ່ງດຸ! ເພິ່ນຈະຮັບຈາກພວກເຈົ້າ ຫລື ເພີ່ນຈະພໍໃຈເຈົ້າຫລືບໍ?” ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\v 9 “ບັດນີ້ ພວກເຈົ້າຕ້ອງພະຍາຍາມສະແຫວງຫາພຣະພັກຂອງພຣະເຈົ້າຕໍ່ໄປ, ເພື່ອທີ່ພຣະອົງຈະຊົງພຣະກະລຸນາຕໍ່ພວກເຮົາ. ແຕ່ພຣະຢາເວຈອມໂຍທາຊົງກ່າວວ່າ, ເນື່ອງດ້ວຍເຄື່ອງບູຊາຢ່າງນັ້ນໃນມືຂອງພວກເຈົ້າ, ພຣະອົງຈະຊົງພໍໃຈນໍາພວກເຈົ້າບໍ?
\s5
\v 10 "ໂອ, ເຮົາຢາກໃຫ້ມີຈັກຄົນຫນຶ່ງໃນພວກເຈົ້າອັດປະຕູພຣະວິຫານ, ເພື່ອບໍ່ໃຫ້ພວກເຈົ້າໄຕ້ໄຟເທິງແທ່ນບູຊາຂອງເຮົາຢ່າງໄຮ້ປະໂຫຍດ! ເຮົາບໍ່ມີຄວາມພໍໃຈໃນພວກເຈົ້າ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ, "ແລະ ເຮົາຈະບໍ່ຍອມຮັບເຄື່ອງບູຊາໃດໆ ຈາກມືຂອງພວກເຈົ້າ.
\v 11 ເພາະຈາກທິດຕາອອກຫາທິດຕາເວັນຕົກ ນາມຂອງເຮົາກໍຍິ່ງໃຫຍ່ທ່າມກາງຊົນຊາດທັງຫລາຍ ແລະ ໃນທຸກຫົນທຸກແຫ່ງທີ່ເຄື່ອງຫອມ ແລະ ເຄື່ອງເຜົາບູຊາບໍຣິສຸດຈະຖວາຍໃນນາມຂອງເຮົາ. ເພາະນາມຂອງເຮົາຈະຍິ່ງໃຫຍ່ທ່າມກາງຊົນຊາດທັງຫລາຍ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\v 12 ແຕ່ພວກເຈົ້າກຳລັງຫມິ່ນປະຫມາດແທ່ນບູຊາຂອງເຮົາ, ເມື່ອເຈົ້າເວົ້າວ່າ ແທ່ນບູຊາຂອງອົງພຣະຜູ້ເປັນເຈົ້າຫນ້າຂີ້ດຽດ, ແລະ ວ່າຫມາກໄມ້ຂອງມັນ, ອາຫານຂອງມັນ, ເປັນທີ່ດູຫມິ່ນ.
\s5
\v 13 ພວກເຈົ້າເວົ້າອີກວ່າ, 'ຊ່າງອິດເມື່ອຍຕໍ່ການຖວາຍນີ້ແທ້,' ແລະ ພວກເຈົ້າກໍງຶກດັງຂຶ້ນປະຫມາດເຮົາ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. "ພວກເຈົ້ານຳສັດທີ່ຖືກສັດປ່າຄາບ ຫລື ສັດຂາຫັກ ຫລື ສັດເປັນພະຍາດ; ແລະ ພວກເຈົ້ານຳສິ່ງນີ້ມາເປັນເຄື່ອງຖວາຍຂອງເຈົ້າ. ເຮົາຄວນຈະຍອມຮັບສິ່ງນີ້ ຈາກມືຂອງພວກເຈົ້າບໍ? ພຣະຢາເວກ່າວ.
\v 14 "ຂໍໃຫ້ຄົນຫລອກຫລວງຖືກສາບແຊ່ງ ຜູ້ທີ່ມີສັດໂຕຜູ້ໃນຝູງຂອງເຂົາ ແລະສັນຍາວ່າຈະຖວາຍສິ່ງທີ່ດີໃຫ້ແກ່ເຮົາ, ແຕ່ແລ້ວ ເຂົາໄດ້ນຳເອົາສັດທີ່ມີຕຳນິມາເຜົາຖວາຍບູຊາແກ່ເຮົາ! ເຮົາເປັນພຣະມະຫາກະສັດ," ພຣະຢາເວຈອມໂຍທາ ຊົງກ່າວດັ່ງນີ້ແຫລະ, "ແລະນາມຂອງເຮົາເປັນທີ່ຢໍາເກງ ທ່າມກາງປະຊາຊາດທັງຫລາຍ.”
\s5
\c 2
\cl ບົດທີ 2
\p
\v 1 “ບັດນີ້ພວກປະໂລຫິດທັງຫລາຍເອີຍ, ນີ້ຄືຄຳສັ່ງສຳລັບພວກເຈົ້າ. ພຣະຢາເວຈອມໂຍທາຊົງກ່າວວ່າ,
\v 2 "ຖ້າພວກເຈົ້າບໍ່ຍອມຟັງ, ແລະຖ້າພວກເຈົ້າບໍ່ໃສ່ໃຈທີ່ຈະຖວາຍກຽດຕໍ່ນາມຂອງເຮົາ, ແລ້ວເຮົາຈະສົ່ງຄວາມສາບແຊ່ງມາເຫນືອພວກເຈົ້າ, ແລະ ເຮົາຈະສາບແຊ່ງພຣະພອນຂອງພວກເຈົ້າ. ທີ່ຈິງແລ້ວ, ເຮົາໄດ້ສາບແຊ່ງພຣະພອນເຫລົ່ານັ້ນແລ້ວ, ເພາະພວກເຈົ້າບໍ່ໄດ້ໃສ່ໃຈຄຳບັນຊາຂອງເຮົາ.
\s5
\v 3 ເບິ່ງເຖີດ, ເຮົາກຳລັງຮ້າຍດ່າລູກຂອງພວກເຈົ້າ, ແລະ ເຮົາຈະເອົາຂີ້ສັດທາໃສ່ຫນ້າຂອງພວກເຈົ້າ, ທີ່ເປັນຂີ້ສັດຈາກງານລ້ຽງຂອງພວກເຈົ້າ, ແລະ ເຂົາກໍຈະໂຍນພວກເຈົ້າຖີ້ມໄປພ້ອມກັບຂີ້ສັດນັ້ນ.
\v 4 ພວກເຈົ້າກໍຈະຮູ້ວ່າ ເຮົາໄດ້ສົ່ງຄຳສັ່ງນີ້ມາໃຫ້ພວກເຈົ້າ, ແລະ ເພື່ອວ່າພັນທະສັນຍາຂອງເຮົາ ທີ່ເຮັດໄວ້ກັບຄົນເລວີຈະຍັງຄົງຢູ່ສືບໄປ,” ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\s5
\v 5 ພັນທະສັນຍາຂອງເຮົາທີ່ໃຫ້ກັບເຂົາໄດ້ເປັນຊີວິດ ແລະ ສັນຕິສຸກ, ແລະເຮົາໄດ້ໃຫ້ສິ່ງເຫລົ່ານີ້ແກ່ເຂົາ; ເຮົາໄດ້ໃຫ້ຄວາມຢໍາເກງແກ່ເຂົາ, ແລະເຂົາໃຫ້ຄວາມຢໍາເກງແກ່ເຮົາ, ແລະ ເຂົາໄດ້ຢືນຂື້ນດ້ວຍຄວາມຢ້ານກົວຕໍ່ນາມຂອງເຮົາ.
\v 6 ຄຳສອນທີ່ເປັນຄວາມຈິງໄດ້ຢູ່ໃນປາກຂອງເຂົາ, ແລະ ບໍ່ມີຄວາມຜິດໃດໆທີ່ຮີມສົບຂອງເຂົາ. ເຂົາໄດ້ເດີນໄປກັບເຮົາຢ່າງຜາສຸກ ແລະ ທ່ຽງທຳ ແລະເຂົາໄດ້ຊ່ວຍຫລາຍຄົນໃຫ້ຫັນຫນີຈາກບາບ.
\v 7 ເພາະຮີມສົບຂອງປະໂລຫິດຄວນຮັກສາຄວາມຮູ້ໄວ້ ແລະ ປະຊາຊົນຄວນສະແຫວງຫາຄຳສອນຈາກປາກຂອງເຂົາ, ເພາະວ່າເຂົາເປັນທູດຂອງພຣະຢາເວແຫ່ງຈອມໂຍທາ.
\s5
\v 8 ແຕ່ພວກເຈົ້າໄດ້ຫັນຫນ້າຫນີຈາກທາງແຫ່ງຄວາມຈິງ. ພວກເຈົ້າໄດ້ພາໃຫ້ຫລາຍຄົນສະດຸດ ດ້ວຍການເຄົາລົບຕໍ່ກົດຫມາຍນັ້ນ. ພວກເຈົ້າໄດ້ລະເມີດພັນທະສັນຍາຂອງຄົນ ເລວີ." ພຣະຢາເວຈອມໂຍທາ ຊົງກ່າວດັ່ງນີ້ແຫລະ.
\v 9 "ສະນັ້ນ, ເຮົາກໍເຊັ່ນດຽວກັນ ເຮົາໄດ້ເຮັດໃຫ້ພວກເຈົ້າເປັນທີ່ດູຫມິ່ນ ແລະ ດູຖູກຕໍ່ຫນ້າປະຊາຊົນທັງປວງ, ເພາະວ່າພວກເຈົ້າບໍ່ໄດ້ຖືຮັກສາທາງຂອງເຮົາ, ແຕ່ໄດ້ສະແດງຄວາມລຳອຽງກ່ຽວກັບຄຳສອນນັ້ນ."
\s5
\v 10 ພວກເຮົາທຸກຄົນມີພຣະບິດາອົງດຽວກັນບໍ່ແມ່ນບໍ? ພຣະເຈົ້າອົງດຽວໄດ້ສ້າງພວກເຮົາບໍ່ແມ່ນບໍ? ດ້ວຍເຫດໃດພວກເຮົາຈຶ່ງບໍ່ຊື່ສັດຕໍ່ກັນແລະ ກັນ, ຕໍ່ພີ່ນ້ອງຂອງເຂົາ ຊຶ່ງເຮັດໃຫ້ພັນທະສັນຍາຂອງບັນພະບູລຸດ ຂອງພວກເຮົາເປັນທີ່ດູຫມິ່ນ?
\v 11 ຢູດາກໍບໍ່ຊື່ສັດ. ສິ່ງທີ່ຫນ້າກຽດຊັງໄດ້ເກີດຂຶ້ນໃນອິດສະຣາເອນ ແລະ ໃນນະຄອນເຢຣູຊາເລັມ. ພວກຢູດາໄດ້ດູຫມິ່ນສະຖານສັກສິດຂອງພຣະຢາເວ ທີ່ພຣະອົງຊົງຮັກ ແລະ ໄດ້ແຕ່ງງານກັບບຸດຍິງຂອງພະຕ່າງຊາດ.
\v 12 ຂໍໃຫ້ພຣະຢາເວທຳລາຍຄົນທີ່ກະທຳເຊັ່ນນີ້ ອອກໄປຈາກເຕັ້ນຂອງຢາໂຄບ, ພຣະອົງດຽວຜູ້ຊົງຕື່ນຢູ່ແລະ ພຣະອົງຊົງເປັນຜູ້ດຽວທີ່ຕອບ, ເຖິງແມ່ນວ່າ ພວກເຂົາກຳລັງນຳເຄື່ອງບູຊາມາຖວາຍແກ່ພຣະຢາເວຈອມໂຍທາກໍຕາມເຖີດ.
\s5
\v 13 ພວກເຈົ້າກໍເຮັດຢ່າງນີ້ດ້ວຍ: ພວກເຈົ້າໄດ້ເອົານ້ຳຕາຫົດໃສ່ທົ່ວແທ່ນບູຊາຂອງພຣະຢາເວ, ດ້ວຍການຮ້ອງໄຫ້ ແລະ ດ້ວຍການຄວນຄາງ, ເພາະວ່າພຣະອົງບໍ່ແມ່ນແຕ່ຫລຽວເບິ່ງເຄື່ອງບູຊາ ຫລື ບໍ່ໍຊົງຍອມຮັບຈາກມືຂອງພວກເຈົ້າດ້ວຍຄວາມພໍໃຈ.
\s5
\v 14 ແຕ່ພວກເຈົ້າເວົ້າວ່າ, “ເພາະເຫດໃດພຣະອົງຈຶ່ງບໍ່ຊົງຍອມຮັບ?” ເພາະວ່າພຣະຢາເວໄດ້ຊົງເປັນພະຍານລະຫວ່າງເຈົ້າກັບເມຍ, ຜູ້ທີ່ເຈົ້າແຕ່ງງານເມື່ອຍັງຫນຸ່ມ, ຕໍ່ເຈົ້າຜູ້ທີ່ບໍ່ຊື່ສັດ, ແມ່ນວ່າເຈົ້າໄດ້ນາງເປັນຄູ່ຄອງຂອງເຈົ້າ ແລະ ເປັນເມຍຂອງເຈົ້າໂດຍພັນທະສັນຍາ.
\v 15 ພຣະອົງຊົງເຮັດໃຫ້ເຈົ້າກັບນາງເປັນຫນຶ່ງດຽວກັນ ໃຫ້ມີສ່ວນກັບພຣະວິນຍານຂອງພຣະອົງບໍ່ແມ່ນບໍ? ແລ້ວດ້ວຍເຫດໃດພຣະອົງຈຶ່ງຊົງມີເຈດຕະນາເຮັດໃຫ້ພວກເຈົ້າເປັນຫນຶ່ງດຽວກັນ? ກໍເພາະພຣະອົງປະສົງທີ່ຈະໄດ້ລູກທີ່ມາຈາກພຣະເຈົ້າ. ເພາະສະນັ້ນ ຈົ່ງລະວັງຈິດໃຈຂອງເຈົ້າເອງໃຫ້ດີ ແລະ ຢ່າລະເມີດຄຳສັນຍາທີ່ໄດ້ເຮັດໄວ້ກັບເມຍເມື່ອຄາວເຈົ້າຍັງຫນຸ່ມ.
\v 16 ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ, “ເພາະເຮົາກຽດຊັງການຢ່າຮ້າງ ແລະ ຄົນທີ່ຄຸມເສື້ອຜ້າຂອງເຂົາດ້ວຍຄວາມທາລຸນ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. "ດັ່ງນັ້ນ ຈົ່ງລະວັງຈິດໃຈຂອງເຈົ້າເອງໃຫ້ດີ ແລະ ຢ່ານອກໃຈເມຍຂອງເຈົ້າ."
\s5
\v 17 ພວກເຈົ້າໄດ້ເຮັດໃຫ້ພຣະຢາເວຊົງເມື່ອຍພຣະໄທດ້ວຍຄວາມເວົ້າຂອງເຈົ້າ. ແຕ່ເຈົ້າຍັງກ້າເວົ້າວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງຊົງເມື່ອຍພຣະໄທຢ່າງໃດ? ກໍໂດຍການເວົ້າວ່າ, “ທຸກຄົນທີ່ກະທຳຊົ່ວຮ້າຍ ກໍເປັນຄົນດີໃນສາຍພຣະເນດຂອງພຣະຢາເວ ແລະ ພຣະອົງຊົງພໍພຣະໄທໃນຄົນເຫລົ່ານັ້ນ," ຫລື "ພຣະເຈົ້າຜູ້ຊົງຍຸດຕິທຳນັ້ນຢູ່ໃສ?”
\s5
\c 3
\cl ບົດທີ 3
\p
\v 1 "ເບິ່ງເຖີດ, ເຮົາກຳລັງຈະສົ່ງທູດຂອງເຮົາໄປ, ແລະ ເຂົາຈະຕຽມຫົນທາງຂ້າງຫນ້າເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ, ທີ່ພວກເຈົ້າສະແຫວງຫາ, ກໍຈະສະເດັດມາທີ່ພຣະວິຫານຂອງພຣະອົງໃນທັນທີທັນໃດ. ທູດແຫ່ງພັນທະສັນຍາໃນພວກທີ່ພວກເຈົ້າພໍໃຈ, ເບິ່ງແມ, ພຣະອົງຈະສະເດັດມາ," ພຣະຢາເວແຫ່ງຈັກກະວານຊົງຕອບດັ່ງນີ້ແຫລະ.
\v 2 ແຕ່ໃຜຈະທົນຢູ່ໄດ້ໃນວັນແຫ່ງການສະເດັດມາຂອງພຣະອົງ? ໃຜຈະຢືນຢູ່ໄດ້ເມື່ອພຣະອົງຊົງປະກົດ? ພຣະອົງຈະເປັນເຫມືອນໄຟທີ່ຫລອມໂລຫະ ແລະ ເປັນດັ່ງສະບູທີ່ມີພະລັງແຮງຊັກລ້າງ.
\v 3 ພຣະອົງຈະສະເດັດມາຕັດສິນດັ່ງຊ່າງຫລອມແຮ່ ແລະ ເປັນເຫມືອນກັບຊ່າງລ້າງເງິນໃຫ້ບໍຣິສຸດ, ແລະ ພຣະອົງຈະຊຳລະບັນດາລູກຊາຍຂອງເລວີໃຫ້ບໍຣິສຸດ. ພຣະອົງຈະຊົງຫລອມພວກເຂົາເຫມືອນກັບຫລອມທອງຄຳ ແລະ ເງິນ, ແລະພວກເຂົາຈະນຳເຄື່ອງບູຊາແຫ່ງຄວາມຊອບທຳມາຖວາຍແດ່ພຣະຢາເວ.
\s5
\v 4 ແລ້ວເຄື່ອງບູຊາຂອງຊາວຢູດາ ແລະ ຊາວເຢຣູຊາເລັມຈະເປັນທີ່ພໍພຣະໄທພຣະຢາເວ, ເຫມືອນກັບສະໄຫມກ່ອນ, ແລະ ເຫມືອນໃນຫລາຍໆປີໃນສະໄຫມໂບຮານ.
\v 5 “ແລ້ວເຮົາຈະມາໃກ້ພວກເຈົ້າເພື່ອພິພາກສາ. ເຮົາຈະກາຍເປັນພະຍານຢ່າງໄວເພື່ອກ່າວໂທດຕໍ່ບັນດາຄົນໃຊ້ເວດມົນຄາຖາ, ຄົນລ່ວງປະເວນີ, ຄົນທີ່ເປັນພະຍານເທັດ, ແລະ ຄົນທີ່ບີບບັງຄັບລູກຈ້າງເລື່ອງຄ່າແຮງງານຂອງພວກເຂົາ, ພວກຄົນທີ່ບີບບັງຄັບແມ່ຫມ້າຍ ແລະລູກກຳພ້າ, ຕໍ່ສູ້ຄົນຂັບໄລ່ຄົນຕ່າງດ້າວ, ແລະ ຕໍ່ພວກທີ່ບໍ່ຢຳເກງເຮົາ,” ພຣະຢາເວຈອມໂຍທາຊົງຕອບດັ່ງນີ້ແຫລະ.
\s5
\v 6 “ເພາະວ່າເຮົາຄື, ພຣະຢາເວ, ຜູ້ຊົງບໍ່ປ່ຽນແປງ; ເພາະສະນັ້ນ, ພວກເຈົ້າເຊື້ອສາຍຂອງຢາໂຄບ, ບໍ່ໄດ້ມາເຖິງຈຸດຈົບ.
\v 7 ຈາກສະໄຫມທີ່ບັນພະບູລຸດຂອງພວກເຈົ້າໄດ້ຫັນຫນີໄປຈາກກົດເກນຂອງເຮົາ ແລະ ບໍ່ໄດ້ຖືຮັກສາໄວ້. ຈົ່ງກັບມາຫາເຮົາ ແລະ ເຮົາຈະກັບໄປຫາພວກເຈົ້າ," ພຣະຢາເວຈອມໂຍທາ ຊົງເວົ້າດັ່ງນີ້ແຫລະ. "ແຕ່ພວກເຈົ້າຖາມວ່າ, 'ພວກຂ້ານ້ອຍຈະກັບໄປຫາພຣະອົງໄດ້ຢ່າງໃດ?'
\s5
\v 8 ມະນຸດຈະປຸ້ນພຣະເຈົ້າໄດ້ບໍ? ແຕ່ພວກເຈົ້າກໍາລັງປຸ້ນເຮົາຢູ່. ແຕ່ພວກເຈົ້າຖາມວ່າ, 'ພວກຂ້ານ້ອຍໄດ້ປຸ້ນພຣະອົງຢ່າງໃດ?' ກໍປຸ້ນດ້ວຍເລື່ອງຫນຶ່ງສ່ວນສິບ ແລະ ເຄື່ອງຖວາຍນັ້ນແຫລະ.
\v 9 ພວກເຈົ້າໄດ້ຖືກສາບແຊ່ງດ້ວຍຄຳສາບແຊ່ງ ເພາະພວກເຈົ້າທັງຊົນຊາດ, ກຳລັງປຸ້ນເຮົາ.
\s5
\v 10 ຈົ່ງນຳເງິນຫນຶ່ງສ່ວນສິບເຕັມຈຳນວນມາໄວ້ທີ່ຄັງ, ເພື່ອວ່າຈະມີອາຫານໃນພຣະວິຫານຂອງເຮົາ, ແລະ ຈົ່ງລອງເບິ່ງເຮົາໃນເລື່ອງນີ້," ພຣະຢາເວຈອມໂຍທາ ຊົງກ່າວດັ່ງນີ້ແຫລະ, "ວ່າເຮົາຈະໄຂປະຕູສະຫວັນ ແລະ ເທພຣະພອນລົງມາໃຫ້ພວກເຈົ້າ ຈົນບໍ່ມີບ່ອນຫວ່າງສຳລັບເກັບພຣະພອນທັງຫມົດຫລືບໍ.
\v 11 ເຮົາຈະກ່າວໂທດໃສ່ພວກຄົນທີ່ມາທຳລາຍຜົນລະປູກຂອງພວກເຈົ້າ, ເພື່ອພວກເຂົາຈະບໍ່ທຳລາຍການເກັບກ່ຽວຂອງແຜ່ນດິນຂອງເຈົ້າ. ເຄືອອະງຸ່ນຂອງພວກເຈົ້າໃນສວນຈະບໍ່ໄຮ້ຜົນ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\v 12 ຊົນຊາດທັງຫລາຍຈະເອີ້ນພວກເຈົ້າວ່າ ຜູ້ຮັບພຣະພອນ, ເພາະວ່າພວກເຈົ້າຈະເປັນແຜ່ນດິນທີ່ຫນ້າພໍໃຈ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\s5
\v 13 “ຖ້ອຍຄຳຂອງພວກເຈົ້າທີ່ກ່າວໃສ່ຮ້າຍຕໍ່ເຮົານັ້ນຮຸນແຮງ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ. "ແຕ່ພວກເຈົ້າເວົ້າວ່າ, 'ພວກຂ້ານ້ອຍໄດ້ເວົ້າກ່າວໃສ່ຮ້າຍຫຍັງແກ່ພຣະອົງທ່າມກາງພວກຂ້ານ້ອຍ?'
\v 14 ພວກເຈົ້າໄດ້ເວົ້າວ່າ, 'ຮັບໃຊ້ພຣະເຈົ້າເປັນການໄຮ້ປະໂຫຍດ. ການທີ່ເຮົາໄດ້ຖືຮັກສາຕາມພຣະປະສົງຂອງພຣະອົງ ຫລື ຍ່າງຢ່າງໂສກເສົ້າຕໍ່ພຣະພັກຂອງພຣະຢາເວຈອມເຈົ້ານາຍຈະມີປະໂຫຍດອັນໃດ?
\v 15 ດັ່ງນັ້ນ ບັດນີ້ ພວກເຮົາອວດຕົວວ່າເປັນຜູ້ໄດ້ຮັບພຣະພອນ ຄົນເຮັດຊົ່ວບໍ່ພຽງແຕ່ຮັ່ງມີ, ແຕ່ພວກເຂົາຍັງໄດ້ທົດລອງພຣະເຈົ້າ ແລະ ຫນີລອດໄປໄດ້.”
\s5
\v 16 ແລ້ວຄົນເຫລົ່ານັ້ນທີ່ຢຳເກງພຣະຢາເວໄດ້ເວົ້າກັນວ່າ, ພຣະຢາເວໄດ້ຊົງໃສ່ພຣະໄທ ແລະ ຊົງຟັງ, ແລະ ມີປຶ້ມບັນທຶກຄວາມຈຳຫົວຫນຶ່ງໄດ້ຂຽນຕໍ່ພຣະພັກຂອງພຣະອົງກ່ຽວກັບຄົນເຫລົ່ານັ້ນ ທີ່ຢຳເກງພຣະຢາເວ ແລະ ຖວາຍກຽດແດ່ພຣະນາມຂອງພຣະອົງ.
\s5
\v 17 “ພວກເຂົາຈະເປັນໄພ່ພົນຂອງເຮົາ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ, "ກຳມະສິດອັນລໍ້າຄ່າຂອງເຮົາເອງ, ໃນວັນນັ້ນທີ່ເຮົາເຮັດພະລະກິດ. ເຮົາຈະກະລຸນາພວກເຂົາເຫມືອນກັບພໍ່ກະລຸນາລູກຊາຍຂອງເຂົາເອງ ທີ່ຮັບໃຊ້ເຂົາ.
\v 18 ພວກເຈົ້າຈະແຍກແຍະລະຫວ່າງຄົນຊອບທຳ ກັບຄົນຊົ່ວຮ້າຍ ລະຫວ່າງຄົນທີ່ນະມັດສະການພຣະເຈົ້າ ກັບຄົນທີ່ບໍ່ນະມັດສະການພຣະອົງໄດ້ອີກຄັ້ງຫນຶ່ງ.”
\s5
\c 4
\cl ບົດທີ 4
\p
\v 1 ຈົ່ງເບິ່ງເຖີດ, ມື້ນັ້ນກຳລັງມາເຖິງ, ຊຶ່ງຈະເຜົາຜານເຫມືອນໄຟໃນເຕົາໄຟ, ເມື່ອຄົນອວດອ້າງທຸກຄົນ ກັບຄົນທີ່ເຮັດຊົ່ວທັງຫມົດ ຈະເປັນເຫມືອນຕໍເຂົ້າ. ມື້ນັ້ນທີ່ກຳລັງຈະມາເຖິງຈະເຜົາຜານພວກເຂົາທັງຫມົດ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ, "ເພື່ອວ່າມື້ນັ້ນຈະບໍ່ມີເຫລືອພວກເຂົາໄວ້ເລີຍບໍ່ວ່າຮາກ ຫລື ກິ່ງ.
\v 2 ແຕ່ສຳລັບພວກເຈົ້າທີ່ຢຳເກງພຣະນາມຂອງເຮົາ, ດວງຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາ ດ້ວຍການຮັກສາໃນປີກຂອງມັນ. ພວກເຈົ້າຈະອອກໄປ, ແລະ ພວກເຈົ້າຈະກະໂດດໂລດເຕັ້ນ ເຫມືອນລູກງົວທີ່ອອກຈາກຄອກ.
\v 3 ໃນມື້ນັ້ນພວກເຈົ້າຈະຢຽບຄົນຊົ່ວຮ້າຍ, ເພາະພວກເຂົາຈະເປັນຂີ້ເຖົ່າຢູ່ກ້ອງພື້ນຕີນຂອງພວກເຈົ້າ ໃນມື້ທີ່ເຮົາປະກອບພາລະກິດນັ້ນ," ພຣະຢາເວຈອມໂຍທາຊົງກ່າວດັ່ງນີ້ແຫລະ.
\s5
\v 4 "ຈົ່ງຈື່ຄຳສອນຂອງໂມເຊຜູ້ຮັບໃຊ້ຂອງເຮົາ ພ້ອມທັງກົດເກນ ແລະ ກົດຫມາຍທີ່ເຮົາໄດ້ມອບໃຫ້ແກ່ເຂົາສຳລັບປະຊາຊົນອິດສະຣາເອນ ທັງຫມົດທີ່ພູເຂົາ ໂຮເຣັບ.
\v 5 ເບິ່ງເຖີດ, ເຮົາຈະສົ່ງ ເອລີຢາ ຜູ້ປະກາດພຣະທຳມາຫາພວກເຈົ້າກ່ອນວັນຍິ່ງໃຫຍ່ ແລະ ຫນ້າຢ້ານຂອງພຣະຢາເວຈະມາເຖິງ.
\v 6 ເຂົາຈະເຮັດໃຫ້ໃຈຂອງພໍ່ຫັນໄປຫາລູກທັງຫລາຍ ແລະເຮັດໃຫ້ໃຈຂອງລູກທັງຫລາຍຫັນມາຫາພໍ່ຂອງພວກເຂົາ, ເພື່ອທີ່ເຮົາຈະບໍ່ມາ ແລະ ໂຈມຕີແຜ່ນດິນນັ້ນດ້ວຍການທຳລາຍຈົນສີ້ນຊາກ.”