lo_ulb/36-ZEP.usfm

118 lines
24 KiB
Plaintext

\id ZEP
\ide UTF-8
\h ເຊຟານີຢາ
\toc1 ເຊຟານີຢາ
\toc2 ເຊຟານີຢາ
\toc3 zep
\mt ເຊຟານີຢາ
\s5
\c 1
\cl ບົດທີ 1
\p
\v 1 ນີ້ຄືພຣະທຳຂອງພຣະເຈົ້າຢາເວທີ່ມາຮອດເຊຟານີຢາລູກຊາຍຂອງຄູຊີ ຜູ້ເປັນລູກຊາຍຂອງເກດາລິຢາ, ຜູ້ເປັນລູກຊາຍຂອງອາມາຣິຢາ ຜູ້ເປັນລູກຊາຍຂອງເຮເຊກີຢາ, ໃນສະໄຫມຂອງໂຢຊີຢາ ລູກຂອງອາໂມນ, ກະສັດແຫ່ງຢູດາ.
\v 2 "ເຮົາຈະກວາດລ້າງທຸກຢ່າງໄປຈາກພື້ນແຜ່ນດິນ - ນີ້ເປັນພຣະດຳຣັດຂອງພຣະເຈົ້າຢາເວ.
\v 3 ເຮົາຈະທຳລາຍທັງຄົນ ແລະ ສັດ; ເຮົາຈະທຳລາຍນົກໃນອາກາດ ແລະ ທັງປາໃນນຳ້ດ້ວຍ, ເຮົາຈະໂຄນລົ້ມຄົນອະທຳ. ເພາະເຮົາຈະກຳຈັດມະນຸດໄປຈາກພື້ນແຜ່ນດິນ - ນີ້ເປັນພຣະດຳຣັດຂອງພຣະເຈົ້າຢາເວ.
\s5
\v 4 ເຮົາຈະຢຽດມືຂອງເຮົາອອກຕໍ່ສູ້ຢູດາ ແລະຕໍ່ສູ້ຜູ້ຢູ່ອາໄສຂອງນະຄອນເຢຣູຊາເລັມທັງຫມົດ. ເຮົາຈະກຳຈັດສ່ວນທີ່ເຫລືອຂອງພະບາອານອອກຈາກສະຖານທີ່ນີ້ທັງຫມົດ ແລະ ລວມທັງຊື່ຂອງຄົນໂງ່ທີ່ຫລົງໄຫລຂາບໄຫວ້ຮູບເຄົາຣົບທ່າມກາງພວກປະໂຣຫິດ,
\v 5 ພວກຄົນທີ່ຂາບໄຫວ້ບໍລິວານແຫ່ງທ້ອງຟ້າ, ແລະ ພວກປະຊາຊົນທີ່ນະມັດສະການ ແລະສາບານຕໍ່ພຣະເຈົ້າຢາເວແລ້ວ ແຕ່ຍັງສາບານໂດຍກະສັດຂອງພວກເຂົາ.
\v 6 ເຮົາຈະກຳຈັດຜູ້ທີ່ຫັນຫນີໄປຈາກການຕິດຕາມຂອງພຣະເຈົ້າຢາເວ, ຄືພວກທີ່ບໍ່ໄດ້ສະແຫວງຫາພຣະເຈົ້າຢາເວຫລື ຂໍການຊົງນຳຂອງພຣະອົງ."
\s5
\v 7 ຈົ່ງມິດງຽບຕໍ່ຫນ້າພຣະເຈົ້າຢາເວອົງພຣະຜູ້ເປັນເຈົ້າ! ເພາະວ່າວັນແຫ່ງພຣະເຈົ້າຢາເວກໍມາໃກ້ແລ້ວ; ພຣະເຈົ້າຢາເວຊົງຕຽມການຖວາຍບູຊາແລ້ວ ແລະຊົງແຍກຜູ້ໄດ້ຮັບເຊີນຂອງພຣະອົງໄວ້.
\v 8 " ສິ່ງນີ້ຈະເກີດຂຶ້ນ ໃນວັນແຫ່ງການບູຊາຂອງພຣະຢາເວ, ເຮົາຈະລົງໂທດພວກເຈົ້າຊາຍ ແລະ ບັນດາພະໂອຣົດຂອງກະສັດທັງຫລາຍ, ແລະ ຄົນທັງປວງທີ່ໃສ່ເສື້ອຜ້າຂອງຄົນຕ່າງຊາດ.
\v 9 ໃນວັນນັ້ນເຮົາຈະລົງໂທດທຸກຄົນທີ່ໂດດຂ້າມປະຕູ, ແລະ ພວກທີ່ເຮັດໃຫ້ບ້ານເຈົ້ານາຍຂອງພວກເຂົາ ເຕັມໄປດ້ວຍຄວາມທາລຸນ ແລະການຫລອກຫລວງ.
\s5
\v 10 ດັ່ງນັ້ນໃນວັນນັ້ນມັນເປັນພຣະດຳລັດຂອງພຣະເຈົ້າຢາເວ - ໃນວັນນັ້ນຈະມີສຽງຮ້ອງຈາກປະຕູປາ, ແລະ ສຽງຮ້ອງໄຫ້ຈາກເຂດສ້າງໃຫມ່ທີສອງ, ແລະ ສຽງແຕກມາຈາກເນີນເຂົາ.
\v 11 ຈົ່ງຮ້ອງໄຫ້ຮໍາໄຮ, ເຈົ້າຜູ້ອາໄສໃນຍ່ານຕະຫລາດເມືອງ, ເພາະພໍ່ຄ້າທັງຫລາຍຈະຖືກທຳລາຍໃຫ້ຫມົດໄປ; ທຸກຄົນທີ່ເຫັນແກ່ເງິນຈະຖືກຕັດອອກໄປທັງຫມົດ.
\s5
\v 12 ໃນເວລານັ້ນເຮົາເອົາຕະກຽງຊ່ອງເບິ່ງນະຄອນເຢຣູຊາເລັມ ແລະ ເຮົາຈະລົງໂທດພວກບໍ່ຮູ້ຮ້ອນຮູ້ຫນາວມາດົນ, ຄືຕະກອນເຫລົ້າອະງຸ່ນ ແລະ ເວົ້າໃນໃຈຂອງພວກເຂົາວ່າ, "ພຣະເຈົ້າຢາເວຈະບໍ່ຊົງເຮັດຫຍັງເຮົາ, ບໍ່ວ່າດີຫລືຮ້າຍ."
\v 13 ແຕ່ຊັບສົມບັດຂອງພວກເຂົາຈະຖືກປຸ້ນ, ແລະ ບ້ານຂອງພວກເຂົາຈະຖືກປະໃຫ້ຮ້າງເປົ່າ! ເຖິງວ່າພວກເຂົາຈະສ້າງບ້ານເຮືອນ ແຕ່ເຂົາທັງຫລາຍກໍຈະບໍ່ໄດ້ຢູ່, ແລະ ເຖິງວ່າຈະເຮັດສວນອະງຸ່ນ ແຕ່ເຂົາທັງຫລາຍກໍຈະບໍ່ໄດ້ດື່ມເຫລົ້າອະງຸ່ນຂອງພວກເຂົາ.
\s5
\v 14 ວັນອັນຍິ່ງໃຫຍ່ແຫ່ງພຣະເຈົ້າຢາເວກໍໃກ້ເຂົ້າມາແລ້ວ, ໃກ້ເຂົ້າມາ ແລະ ມາໄວຫລາຍ! ສຽງຮ້ອງໃນວັນພຣະເຈົ້າຢາເວ ຄືນັກຮົບຈະຮ້ອງສຽງດັງຂົມຂື່ນທີ່ນັ້ນ!
\v 15 ວັນນັ້ນຈະເປັນວັນແຫ່ງພຣະພິໂລດ, ເປັນວັນທີ່ທຸກໃຈ ແລະ ລະທົມໃຈ, ເປັນວັນແຫ່ງພາຍຸ ແລະການທຳລາຍລ້າງ, ເປັນວັນທີ່ມືດ ແລະ ມົ່ນຫມອງ, ເປັນວັນທີ່ເມກຄຸມແລະມືດທຶບ.
\v 16 ວັນທີ່ມີສຽງແກ ແລະສຽງໂຫ່ຮ້ອງຂອງສົງຄາມ ຕໍ່ສູ້ບັນດາເມືອງທີ່ມີປ້ອມປ້ອງກັນ ແລະ ມີຫໍຄອຍສູງ
\s5
\v 17 ເພາະເຮົາຈະນຳຄວາມທຸກມາສູ່ມະນຸດ, ພວກເຂົາຈະຍ່າງແບບຄົນຕາບອດ ເພາະເຂົາໄດ້ເຮັດບາບຕໍ່ພຣະເຈົ້າຢາເວ. ໂລຫິດຂອງເຂົາຈະຖືກເທອອກຄືຝຸ່ນລະອອງ, ແລະ ອະໄວຍະວະພາຍໃນຂອງເຂົາຈະຖືກເທອອກຄືມູນສັດ.
\v 18 ເງິນຫລືທອງຄຳຂອງເຂົາ ຈະບໍ່ສາມາດຊ່ວຍກູ້ເຂົາໄດ້ ໃນວັນແຫ່ງພຣະພິໂລດຂອງພຣະເຈົ້າຢາເວ. ດ້ວຍໄຟແຫ່ງຄວາມຫວງແຫນຂອງພຣະອົງ ໂລກພິພົບທັງຫມົດຈະຖືກເຜົາຜານ, ເພາະພຣະອົງຈະເຮັດໃຫ້ຜູ້ຢູ່ອາໄສເທິງໂລກພິພົບທັງຫມົດ ເຖິງຈຸດຈົບແບບສິ້ນເຊີງ ແລະ ດ້ວຍຄວາມສະທ້ານຢ້ານກົວ."
\s5
\c 2
\cl ບົດທີ 2
\p
\v 1 ລວມໂຕກັນເຖາະ ຊົນຊາດທີ່ບໍ່ມີຄວາມອັບອາຍເອີຍ -
\v 2 ກ່ອນທີ່ຄຳບັນຊາຈະມາຮອດ ແລະ ວັນເວລາຜ່ານໄປຄືແກບທີ່ປິວ, ກ່ອນທີ່ຄວາມໂກດຮ້າຍໂມໂຫຂອງພຣະເຈົາຢາເວຈະມາຮອດເຈົ້າ, ກ່ອນວັນທີ່ພຣະພິໂລດຂອງພຣະເຈົ້າຢາເວຈະລົງມາເຫນືອເຈົ້າ.
\v 3 ຈົ່ງສະແຫວງຫາພຣະເຈົ້າຢາເວເທີ້ນ, ບັນດາຜູ້ຖ່ອມໃຈໃນແຜ່ນດິນໂລກ ຜູ້ທີ່ເຮັດຕາມພຣະບັນຊາຂອງພຣະອົງ! ຈົ່ງຊອກຫາຄວາມຊອບທຳ. ສະແຫວງຫາຄວາມຖ່ອມໃຈ, ແລະ ບາງທີເຈົ້າຈະໄດ້ຮັບການປົກປ້ອງ ໃນວັນແຫ່ງພຣະພິໂລດຂອງພຣະເຈົ້າຢາເວ.
\s5
\v 4 ເພາະກາຊາຈະຖືກປ່ອຍຮ້າງ, ແລະ ອາຊະເກໂລນຈະຖືກປ່ອຍໃຫ້ຮົກຮ້າງ. ພວກເຂົາຈະຂັບໄລ່ອາຊະໂດດໃນຍາມທ່ຽງວັນ, ແລະ ພວກເຂົາຈະຖອນຮາກເອັກໂຣນ!
\v 5 ວິບັດຈົ່ງມີແກ່ເຈົ້າຜູ້ອາໄສຢູ່ແຄມທະເລ, ຊາວເກເຣັດເອີຍ! ພຣະດຳຣັດຂອງພຣະເຈົ້າຢາເວໄດ້ກ່າວໂທດເຈົ້າວ່າ, ການາອານ, ດິນແດນແຫ່ງຊາວຟີລິດສະຕິນ. ເຮົາຈະທຳລາຍເຈົ້າ ບໍ່ໃຫ້ເຫລືອແມ່ນແຕ່ຄົນດຽວ.
\s5
\v 6 ດັ່ງນັ້ນດິນແດນແຄມທະເລ ຈະກາຍເປັນທົ່ງຫຍ້າສຳລັບບັນດາຜູ້ລ້ຽງແກະ ແລະ ສຳລັບຄອກແກະ.
\v 7 ດິນແດນຝັ່ງທະເລນັ້ນຈະຕົກເປັນຂອງຄົນທີ່ເຫລືອຂອງຢູດາ, ທີ່ນັ້ນພວກເຂົາຈະລ້ຽງຝູງແກະ. ປະຊາຊົນຂອງພວກເຂົາຈະນອນລົງໃນບ້ານເຮືອນຂອງອາຊະເກໂລນ ໃນຍາມແລງ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຈະຊົງດູແລພວກເຂົາ ແລະ ຊົງໃຫ້ເຂົາຄືນສູ່ສະພາບດີອີກເທື່ອຫນຶ່ງ ແລະ ຈະນຳຊະເລີຍຂອງພວກເຂົາກັບມາ.
\s5
\v 8 "ເຮົາໄດ້ຍິນຄຳຫມິ່ນປະຫມາດຂອງໂມອາບ ແລະ ຄຳສຽດສີຂອງປະຊາຊົນຊາວອຳໂມນ ເມື່ອພວກເຂົາຫມິ່ນປະຫມາດປະຊາຊົນຂອງເຮົາ ແລະ ຂົ່ມຂູ່ເອົາດິນແດນຂອງພວກເຂົາ.
\v 9 ສະນັ້ນ, ດັ່ງເຮົາມີຊີວິດຢູ່ - ນີ້ແມ່ນຄຳປະກາດຂອງພຣະເຈົ້າຢາເວຈອມໂຢທາ, ພຣະເຈົ້າແຫ່ງອິດສະຣາເອນ, - ໂມອາບຈະເປັນເຫມືອນໂຊໂດມ, ແລະ ຊາວອຳໂມນຈະເປັນເຫມືອນໂກໂມຣາ; ຢ່າງແທ້ສັນນັ້ນເປັນແຫລ່ງບໍ່ເກືອ, ເປັນແດນທີ່ຮົກຮ້າງຕະຫລອດໄປ. ແຕ່ປະຊາຊົນຂອງພວກເຮົາທີ່ເຫລືອຢູ່ ຈະປຸ້ນພວກເຂົາ ແລະຊົນຊາດຂອງເຮົາທີ່ລອດຊີວິດມາ ຈະຄອບຄອງດິນແດນຂອງພວກເຂົາ."
\s5
\v 10 ສິ່ງນີ້ໄດ້ເກີດຂຶ້ນຕໍ່ຊາວໂມອາບ ແລະຊາວອຳໂມນເພາະຄວາມຍິ່ງຈອງຫອງຂອງພວກເຂົາ, ເມື່ອພວກເຂົາໄດ້ຫມິ່ນປະຫມາດ ແລະ ເຢາະເຍີ້ຍປະຊາຊົນຂອງພຣະເຈົ້າຢາເວຈອມໂຢທາ.
\v 11 ແລ້ວພວກເຂົາຈະຢຳເກງພຣະເຈົ້າຢາເວ, ເມື່ອພຣະອົງຈະຊົງທຳລາຍພະເຈົ້າທັງປວງຂອງທາງໂລກນັ້ນ. ທຸກຄົນຈະນະມັດສະການພຣະອົງ, ໃນດິນແດນຂອງຕົນ, ຈາກຊາຍຝັ່ງທະເລທຸກແຫ່ງ.
\s5
\v 12 ພວກເຈົ້າຊາວເອທິໂອເປຍທັງຫລາຍເອີຍຈະຖືກປະຫານດ້ວຍດາບຂອງເຮົາເຊັ່ນກັນ,
\v 13 ແລະ ພຣະຫັດຂອງພຣະເຈົ້າຈະຕໍ່ສູ້ກັບດິນແດນພາກເຫນືອ ແລ ະຊົງທຳລາຍອັດຊີເຣຍ, ດັ່ງນັ້ນນະຄອນນີເນເວຈະເປັນທີ່ຮ້າງເປົ່າ, ແລະ ແຫ້ງແລ້ງເຫມືອນດັ່ງທະເລຊາຍ.
\v 14 ແລ້ວຝູງສັດທັງຫລາຍຈະນອນທີ່ນັ້ນ, ລວມທັງສິ່ງສາລາສັດທຸກຊະນິດຂອງບັນດາປະຊາຊາດ, ທັງນົກເຄົ້າ ແລະ ກາດຳຈະຢູ່ບ່ອນເທິງສຸດຂອງເສົາ. ສຽງຮ້ອງຂອງມັນດັງກ້ອງຜ່ານປະຕູປ່ອງຢ້ຽມ; ຕາມທາງຈະມີກອງເສດຫີນເສດປູນ; ຄານໄມ້ສົນແກະສະລັກຂອງເມືອງຈະລອກອອກ.
\s5
\v 15 ນີ້ແຫລະນະຄອນເຈົ້າສຳລານ ເຊິ່ງຢູ່ມາແບບບໍ່ມີຄວາມຢ້ານກົວ, ແລະໄດ້ເວົ້າໃນໃຈຂອງນາງວ່າ, "ນີ້ແຫລະເຮົາ, ແລະ ບໍ່ມີໃຜສະເຫມີເຫມືອນເຮົາ." ແລ້ວນາງກໍຈະພົບກັບຄວາມພິນາດຂະຫນາດໃດ, ສະຖານທີ່ເປັນທີ່ອາໄສຂອງສັດປ່າ. ຄົນທັງປວງທີ່ຜ່ານນາງໄປ ມາກໍເຢາະເຢີ້ຍ ແລະ ສັ່ນກຳປັ້ນໃສ່ນາງ.
\s5
\c 3
\cl ບົດທີ 3
\p
\v 1 ວິບັດຈົ່ງມີແກ່ເມືອງທີ່ທໍລະຍົດ! ເມືອງທີ່ມີຄວາມຮຸນແຮງເປັນມົນທິນ.
\v 2 ນາງບໍ່ຍອມຟັງສຽງຂອງພຣະເຈົ້າ, ຫລື ຍອມຮັບການແກ້ໄຂຈາກພຣະເຈົ້າຢາເວ. ນາງບໍ່ໄດ້ໄວ້ວາງໃຈໃນພຣະເຈົ້າຢາເວ ແລະ ບໍ່ຍອມເຂົ້າມາໃກ້ພະເຈົ້າຂອງນາງ.
\s5
\v 3 ເຈົ້ານາຍຂອງເມືອງນີ້ເປັນຄືສິງໂຕທີ່ຮ້ອງຄາມຣາມໃນທ່າມກາງພວກນາງ. ຜູ້ຕັດສິນຂອງນາງເປັນຄືຫມາປ່າໃນຍາມກາງຄືນ ຜູ້ຊຶ່ງບໍ່ເຫລືອອີ່ຫຍັງໄວ້ເຖິງຕອນເຊົ້າ.
\v 4 ພວກຜູ້ເຜີຍພະວັດຈະນະຂອງນາງເປັນຄົນອວດອ້າງ ແລະ ເປັນຄົນທໍລະຍົດ. ບັນດາປະໂຣຫິດຂອງນາງກໍດູຫມິ່ນປະຫມາດສິ່ງສັກສິດ ແລະ ຝ່າຝືນກົດບັນຍັດ.
\s5
\v 5 ພຣະເຈົ້າຢາເວຜູ້ຊົງຊອບທຳ ໃນທ່າມກາງນາງ. ພຣະອົງບໍ່ຊົງເຮັດຜິດເລີຍ. ທຸກເຊົ້າພຣະອົງຈະຊົງເຮັດຄວາມຍຸດຕິທຳຂອງພຣະອົງໃຫ້ປະຈັກ! ບໍ່ເກັບໄວ້ໃນຄວາມສະຫວ່າງເລີຍ, ແຕ່ຄົນອະທຳນັ້ນບໍ່ຮູ້ຈັກອາຍ.
\s5
\v 6 "ເຮົາໄດ້ທຳລາຍປະຊາຊາດທັງຫລາຍ; ປ້ອມປາການຂອງພວກເຂົາໄດ້ຖືກທຳລາຍລ້າງ. ເຮົາເຮັດໃຫ້ຖະຫນົນຫົນທາງຂອງພວກເຂົາຮ້າງເປົ່າປ່ຽວ, ເພື່ອວ່າບໍ່ມີໃຜຜ່ານໄປມາ. ເມືອງຕ່າງໆ ຂອງເຂົາຖືກທຳລາຍ ເພື່ອບໍ່ມີໃຜອາໄສຢູ່ໃນນັ້ນເລີຍຈັກຄົນ.
\v 7 ເຮົາໄດ້ກ່າວວ່າ, "ແນ່ນອນພວກເຈົ້າຈະຢຳເກງເຮົາ. ຈົ່ງຍອມຮັບການຕີສອນ ແລະ ບໍ່ຕ້ອງຖືກຕັດອອກຈາກຄອບຄົວຂອງເຈົ້າໂດຍທຸກສິ່ງທີ່ເຮົາວາງແຜນທີ່ຈະເຮັດຕໍ່ເຈົ້າ." ແຕ່ເຂົາທັງຫລາຍໄດ້ກະຕືລືລົ້ນຂຶ້ນທຸກເຊົ້າໂດຍການກະທຳສິ່ງທີ່ຊົ່ວຮ້າຍທຸກຢ່າງຂອງພວກເຂົາ.
\s5
\v 8 ພຣະເຈົ້າຢາເວໄດ້ຊົງປະກາດດັ່ງນີ້ວ່າ - “ເພາະສະນັ້ນຈົ່ງຄອຍເຮົາ - ຈົນເຖິງວັນທີ່ເຮົາລຸກຂຶ້ນເພື່ອຜູ້ຕົກເປັນເຫຍື່ອ. ເພາະເຮົາຕັດສິນໃຈທີ່ຈະລວບລວມປະຊາຊາດ, ແລະ ໃຫ້ອານາຈັກມາຊຸມນຸມກັນ, ເພື່ອເທຄວາມໂກດຮ້າຍ, ພຣະພິໂຣດອັນຮ້າຍແຮງທັງຫມົດຂອງເຮົາ, ເພື່ອວ່າໂລກພິພົບທັງຫມົດຈະຖືກເຜົາຜານດ້ວຍໄຟແຫ່ງຄວາມໂມໂຫຂອງເຮົາ.
\s5
\v 9 ແຕ່ແລ້ວເຮົາຈະໃຫ້ສົບປາກທີ່ບໍຣິສຸດແກ່ປະຊາຊົນທັງຫລາຍ, ເພື່ອວ່າທຸກຄົນຈະຮ້ອງທູນອອກພຣະນາມພຣະເຈົ້າຢາເວ ເພື່ອບົວລະບັດຮັບໃຊ້ພຣະອົງດ້ວຍໃຈອັນດຽວກັນ.
\v 10 ຜູ້ທີ່ນະມັດສະການເຮົາ ຈາກຟາກຂ້າງຂອງແມ່ນຳ້ເອທິໂອເປຍ - ປະຊາຊົນຂອງເຮົາ ທີ່ກະຈັດກະຈາຍໄປ - ຈະນຳເຄື່ອງບູຊາມາຍັງເຮົາ.
\v 11 ໃນມື້ນັ້ນເຈົ້າຈະບໍ່ຖືກເຮັດໃຫ້ອັບອາຍ ຈາກການກະທຳທັງຫມົດທີ່ເຈົ້າໄດ້ຕໍ່ຕ້ານເຮົາ, ຕັ້ງແຕ່ເວລານັ້ນເຮົາຈະເອົາຄົນທີ່ຊື່ນຊົມຄວາມຈອງຫອງຂອງຕົນໃຫ້ອອກໄປຈາກທ່າມກາງພວກເຈົ້າ, ແລະ ເພາະເຈົ້າກໍຈະບໍ່ຍິ່ງຈອງຫອງ ທີ່ພູເຂົາອັນບໍຣິສຸດຂອງເຮົາອີກຕໍ່ໄປ.
\s5
\v 12 ແຕ່ເຮົາຈະປະເຈົ້າໃຫ້ເຫມືອນຢ່າງຄົນທີ່ຕ່ຳຕ້ອຍ ແລະ ທຸກຈົນ, ແລະ ເຈົ້າຈະສະແຫວງຫາທີ່ລີ້ໄພໃນພຣະນາມຂອງພຣະເຈົ້າຢາເວ.
\v 13 ບັນດາຄົນທີ່ເຫລືອຢູ່ໃນອິດສະຣາເອນ ຈະບໍ່ເຮັດຄວາມບໍ່ຍຸດຕິທຳອີກຕໍ່ໄປ ຫລື ເວົ້າຂີ້ຕົວະ, ແລະໃນປາກຂອງພວກເຂົານັ້ນຈະບໍ່ພົບຄວາມຫລອກຫລວງ; ເພາະພວກເຂົາທັງຫລາຍຈະຫາກິນ ແລະນອນລົງ, ແລະ ບໍ່ມີໃຜເຮັດໃຫ້ເຂົາຢ້ານກົວ."
\s5
\v 14 ທິດາແຫ່ງຊີໂອນເອີຍ ຈົ່ງຮ້ອງເພງເຖາະ ອິດສະຣາເອນເອີຍ ຈົ່ງໂຮ່ຮ້ອງໃຫ້ກຶກກ້ອງ ຈົ່ງເປມປີແລະຊື່ນຊົມຍິນດີດ້ວຍສຸດໃຈຂອງເຈົ້າເຖາະ ທິດາແຫ່ງເຢຣູຊາເລັມເອີຍ,
\v 15 ພຣະເຈົ້າຢາເວຊົງຍົກເລີກການລົງໂທດເຈົ້າແລ້ວ; ພຣະອົງຊົງຂັັບໄລ່ສັດຕູຂອງເຈົ້າໄປແລ້ວ! ພຣະເຈົ້າຢາເວຊົງເປັນກະສັດແຫ່ງຊົນຊາດອິດສະຣາເອນຢູ່ທ່າມກາງພວກເຈົ້າ. ເຈົ້າຈະບໍ່ຢ້ານຄວາມຊົ່ວຮ້າຍອີກຕໍ່ໄປ!
\v 16 ໃນມື້ນັ້ນພວກເຂົາຈະເວົ້າກັບເຢຣູຊາເລັມວ່າ, "ໂອຊີໂອນເອີຍ, ຢ່າຢ້ານເລີຍ. ຢ່າໃຫ້ມືຂອງເຈົ້າອ່ອນເພຍໄປ.
\s5
\v 17 ພຣະຢາເວພຣະເຈົ້າຂອງເຈົ້າຊົງຢູ່ທ່າມກາງເຈົ້າ, ພຣະອົງຊົງຣິດອຳນາດທີ່ຈະຊ່ວຍກູ້ພວກເຈົ້າ. ພຣະອົງຈະຊົງໃຫ້ຄວາມເບີກບານມ່ວນຊື່ນແກ່ເຈົ້າ ແລະ ເພາະເຈົ້າດ້ວຍຄວາມຍິນດີ ແລະ ຊົງສະຫງົບໃນຄວາມຮັກຂອງພຣະອົງ. ພຣະອົງຈະຊົງເບີກບານເພາະເຈົ້າດ້ວຍການຮ້ອງເພງສຽງດັງ ດ້ວຍຄວາມຊື່ນຊົມຍິນດີ.
\v 18 ເມື່ອໃນມື້ແຫ່ງເທດສະການຕາມກຳນົດ. ເຮົາຈະກຳຈັດຄວາມໄພພິບັດອອກຈາກເຈົ້າ. ເພື່ອເຈົ້າຈະບໍ່ຕ້ອງທົນຮັບການອັບອາຍເພາະເລື້ອງນີ້ອີກ.
\s5
\v 19 ເບິ່ງແມ, ເຮົາຈະຈັດການກັບທຸກຄົນທີ່ກົດຂີ່ເຈົ້າ. ໃນເວລານັ້ນ, ເຮົາຈະຊ່ວຍຄົນພິການ ແລະ ລວບລວມຜູ້ທີ່ຖືກຂັບໄລ່ໄປ. ເຮົາຈະເຮັດໃຫ້ພວກເຂົາເປັນທີ່ສັນລະເສີນ, ແລະ ເຮົາຈະປ່ຽນຄວາມອັບອາຍຂອງພວກເຂົາໃຫ້ເປັນຊື່ສຽງໂດ່ງດັງໄປທັງໂລກ.
\v 20 ໃນເວລານັ້ນເຮົາຈະນຳພວກເຈົ້າ; ຄືໃນເວລາທີ່ເຮົາລວບລວມເຈົ້າເຂົ້າດ້ວຍກັນ. ເຮົາຈະເຮັດໃຫ້ທຸກປະຊາຊາດຂອງແຜ່ນດິນໂລກເຄົານັບຖື ແລະສັນລະເສີນເຈົ້າ, ເມື່ອເຈົ້າເຫັນວ່າເຮົາໄດ້ໃຫ້ເຈົ້າກັບສູ່ສະພາບເດີມ" ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.