lo_ulb/33-MIC.usfm

236 lines
47 KiB
Plaintext

\id MIC
\ide UTF-8
\h ມີກາ
\toc1 ມີກາ
\toc2 ມີກາ
\toc3 mic
\mt ມີກາ
\s5
\c 1
\cl ບົດທີ 1
\p
\v 1 ສິ່ງນີ້ຄື ພຣະທັມຂອງພຣະຢາເວທີ່ມາຮອດມີກາ ຊາວເມືອງໂມເຣເຊັດ ໃນຍຸກສະໄຫມໂຢທາມ, ອາຮາດ, ແລະ ເຮເຊກີຢາ, ກະສັດແຫ່ງຢູດາຍ, ຊຶ່ງເຂົາໄດ້ເຫັນກ່ຽວກັບນະຄອນຊາມາເຣັຽ ແລະນະຄອນເຢຣູຊາເລັມ.
\s5
\v 2 ຈົ່ງຟັງເອົາ, ປະຊາຊົນທຸກຊາດເອີຍ. ໂອຈົ່ງຟັງ, ແຜ່ນດິນໂລກ, ແລະ ສິ່ງທັງປວງທີ່ຢູ່ໃນທ່ານ. ຂໍໃຫ້ພຣະຢາເວອົງພຣະຜູ້ເປັນເຈົ້າເປັນພະຍານກ່າວໂທດພວກທ່ານ, ອົງພຣະຜູ້ເປັນເຈົ້າຈາກພຣະວິຫານບໍຣິສຸດຂອງພຣະອົງ.
\v 3 ເບິ່ງແມ, ພຣະຢາເວສະເດັດອອກຈາກທີ່ປຣະທັບຂອງພຣະອົງ; ພຣະອົງຈະສະເດັດລົງມາ ແລະຈະຊົງຢຽບເທິງສະຖານທີ່ສູງທັງຫລາຍເທິງແຜ່ນດິນໂລກ.
\v 4 ພູເຂົາທັງຫລາຍຈະເປື່ອຍລະລາຍໄປພາຍໃຕ້ພຣະອົງ; ບັນດາຮ່ອມພູຈະຖືກແຍກອອກ ຄືຂີ້ເຜິ້ງຖືກໄຟຮ້ອນ, ຄືສາຍນ້ຳທີ່ໄຫລລົງມາຕາມເນີນພູ.
\s5
\v 5 ເຫດການທັງຫມົດນີ້ເກີດຂຶ້ນເພາະການກະບົດຂອງຢາໂຄບ, ແລະເພາະບາບທັງຫລາຍຂອງຊາວອິສະຣາເອນ. ເຫດຜົນການກະບົດຂອງຢາໂຄບນັ້ນແມ່ນຫຍັງ? ຊາມາເຣັຽບໍ່ແມ່ນບໍ? ແມ່ນຫຍັງຄືເຫດຜົນສຳລັບສະຖານສູງຂອງຢູດາຍ? ເຢຣູຊາເລັມບໍ່ແມ່ນບໍ?
\s5
\v 6 "ເຮົາຈະເຮັດໃຫ້ຊາມາເຣັຽເປັນກອງສິ່ງຮົກຮ້າງພັງເພໃນທົ່ງຫຍ້າ, ຄືທີ່ສຳລັບເຮັດສວນອະງຸ່ນ. ເຮົາຈະເທຫີນຂອງນາງ ລົງທີ່ຮ່ອມພູ; ເຮົາຈະເຜີຍໃຫ້ເຫັນຮາກຖານຂອງນາງ.
\v 7 ຮູບເຄົາຣົບແກະສະຫລັກທັງຫມົດຂອງນາງນັ້ນຈະຖືກທັບໃຫ້ຫມຸ່ນທະລາຍ; ແລະ ສິນຈ້າງລາງວັນທີ່ນາງໄດ້ມາຈະຖືກເຜົາ. ເຮົາຈະທຳລາຍຮູບເຄົາຣົບທັງຫມົດຂອງນາງ ເພາະສິນຈ້າງຂອງໂສເພນີຂອງນາງ, ແລະ ນາງນັ້ນໄດ້ຮວບຮວມພວກເຂົາຂຶ້ນມາ, ແລະ ພວກມັນຈະກັບເປັນສິນຈ້າງຂອງໂສເພນີອີກ."
\s5
\v 8 ເພາະເຫດຜົນນີ້ ຂ້າພຣະເຈົ້າຈະຄ່ຳຄວນ ແລະຮ້ອງໄຫ້; ຂ້າພຣະເຈົ້າຈະຍ່າງໄປດ້ວຍຕີນເປົ່າ ແລະເປືອຍຕົວ; ຂ້າພຣະເຈົ້າຈະຄ່ຳຄວນຄືສຽງຫມາປ່າ ແລະ ສຽງຄວນຄາງຄືສຽງນົກເຄົ້າ.
\v 9 ເພາະວ່າບາດແຜຂອງນາງນັ້ນຮັກສາບໍ່ເຊົາ, ເພາະມັນໄດ້ລາມມາຮອດຢູດາຍ. ໄດ້ມາຮອດປະຕູເມືອງແຫ່ງປະຊາຊົນຂອງຂ້າພຣະເຈົ້າ ຄືຮອດເຢຮູຊາເລັມ.
\v 10 ຢ່າບອກເລື່ອງນີ້ໃນເມືອງກາດ; ຢ່າຮ້ອງໄຫ້ເລີຍ. ທີ່ເມືອງເບັດເລອາຟະຣາ ຂ້າພຣະເຈົ້າເກືອກກິ້ງໂຕຂອງຂ້າພຣະເຈົ້າໃນຂີ້ຝຸ່ນ.
\s5
\v 11 ຊາວເມືອງຊາເຟັຽເອີຍ, ຈົ່ງຜ່ານໄປຕາມທາງຂອງພວກເຈົ້າ, ດ້ວຍຕົວເປືອຍເປົ່າ ແລະອັບອາຍ. ຊາວເມືອງຊາອານານບໍ່ໄດ້ອອກມາ. ເບັດເອເຊນກຳລັງຮ້ອງໄຫ້, ເພາະທີ່ຫມັ້ນຂອງພວກເຈົ້າຈະຖືກເອົາໄປ.
\v 12 ເພາະຊາວເມືອງມາໂຣດເຝົ້າຄອຍຂ່າວດີໃຈຈົດຈໍ່, ເພາະສິ່ງຮ້າຍໄດ້ລົງມາຈາກພຣະຢາເວເຖິງບັນດາປະຕູເມືອງເຢຣູຊາເລັມ.
\s5
\v 13 ຈົ່ງທຽມຊຸດມ້າເຂົ້າກັບລົດມ້າເສິກ, ຊາວເມືອງລາກິດ. ພວກເຈົ້າ, ເມືອງລາກິດເອີຍ, ເຈົ້າເລີ່ມສ້າງບາບໃຫ້ແກ່ລູກສາວຂອງຊີໂອນ, ເພາະບັນດາການລະເມີດຂອງອິສະຣາເອນໄດ້ເຫັນໃນເຈົ້າ.
\v 14 ດັ່ງນັ້ນເຈົ້າຈະມອບຂອງໄວ້ອາລັຍໃຫ້ແກ່ໂມເຣເຊັດກາດ; ບັນດາເມືອງຂອງອັກຊິບຈະເຮັດໃຫ້ບັນດາກະສັດອິສະຣາເອນຜິດຫວັງ.
\s5
\v 15 ເຮົາຈະນຳສັດຕຣູໃຫ້ແກ່ພວກເຈົ້າ, ສັດຕຣູຊາວເມືອງມາເຣຊາເອີຍ; ຄວາມງົດງາມຂອງອິສະຣາເອນ ຈະມາຍັງເມືອງອາດຸນລຳ.
\v 16 ຈົ່ງແຖຫົວ ແລະ ຕັດຜົມຂອງເຈົ້າເພື່ອລູກໆ ທີ່ເຈົ້າຮັກ. ຈົ່ງເຮັດໃຫ້ຫົວຂອງເຈົ້າເອງລ້ານດັ່ງນົກອິນຊີ, ເພາະລູກຂອງເຈົ້າຈະຈາກເຈົ້າໄປເປັນຊະເລີຍ.
\s5
\c 2
\cl ບົດທີ 2
\p
\v 1 ວິບັດເກີດແກ່ຜູ້ວາງແຜນຮ້າຍ, ແລະ ເຖິງຜູ້ທີ່ຄິດເຮັດຊົ່ວຢູ່ເທິງບ່ອນນອນຂອງຕົນ. ໃນຕອນຮຸ່ງເຊົ້າພວກເຂົາເຮັດ ເພາະພວກເຂົາມີອຳນາດ.
\v 2 ພວກເຂົາປາຖນາໄຮ່ນາ ແລ້ວກໍຢຶດເອົາໄປ; ພວກເຂົາຢາກໄດ້ບ້ານເຮືອນ ແລະ ກໍຢຶດເອົາໄປ. ພວກເຂົາກົດຂີ່ຄົນ ແລະ ກໍຈະຢຶດບ້ານເຮືອນຂອງຄົນນັ້ນ, ແລະ ມໍຣະດົກຂອງຄົນນັ້ນ.
\s5
\v 3 ດັ່ງນັ້ນ ພຣະຢາເວຈຶ່ງກ່າວດັ່ງນີ້ວ່າ, “ເບິ່ງແມ, ເຮົາກຳລັງວາງແຜນໃຫ້ສິ່ງຊົ່ວຮ້າຍຕົກກັບຕະກຸນນີ້, ຈາກເຈົ້າຈະຫລົບຫລີກບໍ່ໄດ້. ເຈົ້າຈະຍ່າງແບບທະນົງບໍ່ໄດ້, ເພາະມັນຈະເປັນເວລາອັນຊົ່ວຮ້າຍ.
\v 4 ໃນເວລານັ້ນສັດຕຣູຂອງເຈົ້າຈະຮ້ອງເພງກ່ຽວກັບເຈົ້າ, ແລະ ຈະຮ້ອງໄຫ້ດ້ວຍການຄ້ຳຄວນຢ່າງຂົມຂື່ນ. ພວກເຂົາຈະຮ້ອງວ່າ, “ພວກເຮົາຊາວອິສະຣາເອນຖືກທຳລາຍຈົນຫມົດໄປ; ພຣະຢາເວຊົງປ່ຽນເຂດແດນດິນຂອງປະຊາຊົນຂອງຂ້ານ້ອຍ. ພຣະອົງຊົງຍ້າຍເຂດແດນໄປຈາກຂ້ານ້ອຍໄດ້ແນວໃດ? ພຣະອົງຊົງແບ່ງໄຮ່ນາຂອງພວກເຮົາແກ່ບັນດາຄົນທໍຣະຍົດ!'"
\v 5 ດັ່ງນັ້ນ, ເຈົ້າຄົນຮັ່ງມີຈະບໍ່ມີບັນດາຜູ້ສືບຕະກຸນທີ່ຈະໄດ້ຮັບສ່ວນແບ່ງເຂດແດນໂດຍຈັບສະຫລາກໃນຊຸມຊົນຂອງພຣະຢາເວພວກເຂົາ.
\s5
\v 6 "ຢ່າເຜີຍພຣະວັດຈະນະ," ພວກເຂົາກ່າວ. "ພວກເຂົາຕ້ອງບໍ່ເຜີຍພຣະວັດຈະນະເລື່ອງເຫລົ່ານີ້; "ເລື່ອງການຕິຕຽນຈະບໍ່ມາອີກ."
\v 7 ເຮືອນຂອງຢາໂຄບເອີຍ, ຄວນຈະເວົ້າແບບນີ້ແທ້ບໍ, "ພຣະວິນຍານຂອງພຣະຢາເວໂກດຮ້າຍບໍ? ຫມົດຄວາມອົດທົນແລ້ວບໍ?" ຖ້ອຍຄຳຂອງເຮົາເຮັດໃຫ້ເກີດຜົນດີ ແກ່ຜູ້ດຳເນີນຊີວິດຢ່າງຊື່ຕົງບໍ່ແມ່ນບໍ?
\v 8 ຕໍ່ມາປະຊາຊົນຂອງເຮົາລຸກຂຶ້ນຢ່າງກັບເປັນສັດຕຣູ. ເຈົ້າດຶງເອົາເສື້ອຄຸມ, ເສື້ອຜ້າຊັ້ນນອກ, ຈາກບັນດາຜູ້ຜ່ານໄປໂດຍປາສະຈາກຄວາມສົງໃສ, ຄືດັ່ງບັນດາທະຫານກັບມາຈາກສົງຄາມໂດຍຄິດວ່ານັ້ນປອດພັຍແລ້ວ.
\s5
\v 9 ພວກເຈົ້າຂັບໄລ່ພວກຜູ້ຍິງທີ່ເປັນປະຊາຊົນຂອງເຮົາອອກໄປຈາກເຮືອນອັນຜາສຸກຂອງພວກນາງ; ພວກເຈົ້າໄດ້ເອົາຄວາມສຸກຂອງເຮົາໄປຈາກລູກໆ ຂອງພວກນາງຕະຫລອດໄປ.
\v 10 ຈົ່ງລຸກຂຶ້ນ ແລະໄປສາ, ເພາະນີ້ບໍ່ແມ່ນທີ່ ທີ່ເຈົ້າຈະຕ້ອງຢູ່, ເພາະທີ່ບ່ອນນີ້ສົກກະປົກ; ມັນຖືກທຳລາຍຢ່າງສິ້ນເຊີງ.
\v 11 ຖ້າບາງຄົນມາຫາເຈົ້າດ້ວຍໃຈສົກກະປົກ ແລະ ຂີ້ຕົວະ ແລະເວົ້າວ່າ, “ຂ້ອຍຈະເຜີຍພຣະວັດຈະນະຕໍ່ເຈົ້າກ່ຽວກັບເຫລົ້າອະງຸ່ນ ແລະສຸຣາ," ເຂົາຄືຈະໄດ້ຮັບການພິຈາຣະນາເປັນຜູ້ເຜີຍພຣະວັດຈະນະສຳລັບປະຊາຊົນນີ້.
\s5
\v 12 ໂອຢາໂຄບເອີຍ, ເຮົາຈະລວບລວມເຈົ້າທັງຫລາຍຢ່າງແນ່ນອນ. ເຮົາຈະລວມຄົນອິສະຣາເອນທີ່ເຫລືອຢູ່ຢ່າງແນ່ນອນ. ເຮົາຈະນຳພວກເຂົາມາໄວ້ນຳກັນ, ຄືແກະຢູ່ໃນຄອກ ຄືຝູງສັດຢູ່ກາງທົ່ງຫຍ້າຂອງມັນ. ທີ່ສຽງດັງເພາະປະຊາຊົນທີ່ລົ້ນຫລາມ.
\v 13 ຜູ້ທີ່ເປີດທາງສຳລັບພວກເຂົາຈະຍ່າງນຳຫນ້າພວກເຂົາໄປ ພວກເຂົາຈະຜ່ານປະຕູເມືອງ ແລະ ອອກໄປ; ກະສັດຂອງພວກເຂົາຈະສະເດັດນຳຫນ້າພວກເຂົາ. ຄືພຣະຢາເວຈະຊົງນຳຫນ້າພວກເຂົາ.
\s5
\c 3
\cl ບົດທີ 3
\p
\v 1 ຂ້າພຣະເຈົ້າກ່າວວ່າ “ບັດນີ້ ຈົ່ງຟັງ, ພວກທ່ານທີ່ເປັນຜູ້ນຳຂອງຢາໂຄບ ແລະ ພວກທ່ານຜູ້ທີ່ປົກຄອງຄົວເຮືອນຂອງອິສະຣາເອນ: ເປັນການຖືກຕ້ອງບໍ່ແມ່ນບໍທີ່ພວກທ່ານຕ້ອງເຂົ້າໃຈຄວາມຍຸຕິທັມ?
\v 2 ພວກທ່ານຜູ້ທີ່ກຽດຊັງຄວາມດີ ແລະຮັກຄວາມຊົ່ວ, ພວກທ່ານຜູ້ທີ່ລອກຫນັງຂອງພວກເຂົາອອກ, ແລະ ຂູດຊີ້ນອອກຈາກກະດູກຂອງພວກເຂົາ -
\v 3 ພວກທ່ານຜູ້ທີ່ກິນຊີ້ນປະຊາຊົນຂອງເຮົາ, ແລະ ລອກຫນັງຂອງພວກເຂົາອອກ, ແລະ ຫັກກະດູກຂອງພວກເຂົາຕັດເປັນຕ່ອນໆ, ຄືຊີ້ນຢູ່ໃນຫມໍ້.
\s5
\v 4 ແລ້ວພວກທ່ານຜູ້ທີ່ປົກຄອງຈະຮ້ອງຂໍຕໍ່ພຣະຢາເວ, ແຕ່ພຣະອົງຈະບໍ່ຊົງຕອບພວກທ່ານ. ພຣະອົງຈະປິດບັງຫນ້າຂອງພຣະອົງຈາກທ່ານ ໃນເວລານັ້ນ ພຣະອົງຈະບໍ່ຟັງຄຳອະທິຖານຂອງພວກທ່ານ, ເພາະພວກທ່ານໄດ້ເຮັດຊົ່ວໄວ້ຫລາຍຢ່າງ."
\s5
\v 5 ພຣະຢາເວໄດ້ກ່າວດັ່ງນີ້ກ່ຽວກັບ ຜູ້ປະກາດພຣະທັມຜູ້ຊຶ່ງໄດ້ນຳປະຊາຊົນຂອງເຮົາໃຫ້ຫລົງທາງໄປ, "ສຳລັບຜູ້ທີ່ລ້ຽງພວກເຂົາ, ພວກເຂົາຮ້ອງວ່າ, ' ຈົ່ງມີຄວາມຮຸ່ງເຮືອງ.' ແຕ່ເພື່ອຜູ້ຄົນເຫລົ່ານັ້ນທີ່ບໍ່ຍື່ນອີ່ຫຍັງໃສ່ປາກຂອງພວກເຂົາ, ພວກເຂົາຈະປະກາດສົງຄາມຕໍ່ຕ້ານເຂົາ.
\v 6 ດັ່ງນັ້ນ, ຈະມີແຕ່ກາງຄືນທີ່ປາສະຈາກນິມິດແກ່ພວກທ່ານ; ຄວາມມືດຄຶ້ມຈະບັງເກີດເພື່ອວ່າພວກທ່ານຈະທຳນວາຍອີ່ຫຍັງບໍ່ໄດ້. ດວງອາທິດຈະຫາຍໄປສຳລັບພວກຜູ້ເຜີຍພຣະວັດຈະນະ, ແລະ ກາງເວັນກໍຈະກາຍເປັນຄວາມມືດສຳລັບພວກເຂົາ.
\v 7 ຜູ້ເຫັນນິມິດຈະອັບອາຍ, ແລະ ຜູ້ທຳນວາຍຈະສັບສົນ. ພວກເຂົາທຸກຄົນຈະປິດປາກຂອງພວກເຂົາ, ເພາະວ່າບໍ່ມີຄຳຕອບມາຈາກເຮົາ."
\s5
\v 8 ແຕ່ສຳລັບຂ້າພຣະເຈົ້າ, ຂ້າພຣະເຈົ້າເຕັມດ້ວຍຣິດອຳນາດດ້ວຍພຣະວິນຍານຂອງພຣະຢາເວ, ແລະ ເຕັມໄປດ້ວຍຄວາມຍຸຕິທັມ ແລະ ຣິດອຳນາດ ເພື່ອປະກາດການລະເມີດຂອງຢາໂຄບແກ່ຕົວເຂົາ, ແລະ ເຖິງຄວາມບາບອິສະຣາເອນຂອງພວກເຂົາ.
\s5
\v 9 ບັດນີ້ ຈົ່ງຟັງຂໍ້ຄວາມນີ້ເຖີ້ນ, ພວກທ່ານຜູ້ທີ່ເປັນຜູ້ນຳຂອງເຊື້ອສາຍຂອງຢາໂຄບ, ແລະ ຜູ້ປົກຄອງເຊື້ອສາຍຂອງອິສະຣາເອນ, ພວກທ່ານຜູ້ຊຶ່ງຕໍ່ຕ້ານຄວາມຍຸຕິທັມ, ແລະ ຜູ້ບິດເບືອນຄວາມຖືກຕ້ອງທັງຫມົດ.
\v 10 ພວກທ່ານຜູ້ທີ່ສ້າງຊີໂອນດ້ວຍໂລຫິດ ແລະ ສ້າງເຢຣູຊາເລັມດ້ວຍຄວາມອະຍຸຕິທັມ.
\v 11 ພວກທ່ານຜູ້ນຳຂອງເມືອງນີ້ຕັດສິນດ້ວຍຄວາມເຫັນແກ່ສິນບົນ, ບັນດາປະໂລຫິດສັ່ງສອນດ້ວຍເຫັນແກ່ລາຄາຄ່າສອນ, ແລະ ອີກທັງບັນດາຜູ້ເຜີຍພຣະວັດຈະນະກໍທຳນວາຍດ້ວຍເຫັນແກ່ເງິນ. ເຖິງຢ່າງນັ້ນເຂົາທັງຫລາຍຍັງອ້າງວ່າເພິ່ງພາພຣະຢາເວ ແລະ ກ່າວວ່າ “ພຣະຢາເວສະຖິດທ່າມກາງເຮົາບໍ່ແມ່ນບໍ? ບໍ່ມີຄວາມຫາຍະນະອີ່ຫຍັງເກີດຂື້ນແກ່ເຮົາໄດ້."
\s5
\v 12 ດັ່ງນັ້ນ, ເພາະພວກທ່ານນີ້ເອງ, ຊີໂອນຈະຖືກໄຖຄືທົ່ງນາ, ເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ, ແລະ ເນີນພູແຫ່ງພຣະວິຫານຈະເປັນຄືເນີນພູປ່າຮົກ.
\s5
\c 4
\cl ບົດທີ 4
\p
\v 1 ແຕ່ໃນບັ້ນປາຍ ສິ່ງນີ້ຈະເກີດຂຶ້ນວ່າ ພູເຂົາທີ່ພຣະວິຫານຂອງອົງພຣະຢາເວ ຈະສະຖາປະນາຂຶ້ນຢູ່ເຫນືອຫມູ່ພູເຂົາທັງຫລາຍ. ຈະໄດ້ຮັບການຍົກຊູເຫນືອບັນດາພູເຂົາ, ແລະ ຊົນຊາດຕ່າງໆ ຈະລັ່ງໄຫລໄປບ່ອນນັ້ນ.
\s5
\v 2 ປະຊາຊາດຫລວງຫລາຍຈະມາ ແລະກ່າວວ່າ, "ມາເຖີ້ນ, ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະຢາເວ, ໄປສູ່ພຣະນິເວດຂອງພຣະເຈົ້າຂອງຢາໂຄບ. ພຣະອົງຈະຊົງສອນພວກເຮົາໃນທາງຂອງພຣະອົງແກ່ເຮົາ, ແລະ ເຮົາຈະດຳເນີນໃນວິຖີທາງຂອງພຣະອົງ." ເພາະບົດບັນຍັດຈະອອກມາຈາກຊີໂອນ, ແລະ ພຣະວັດຈະນະຂອງພຣະຢາເວຈະອອກມາຈາກເຢຣູຊາເລັມ.
\v 3 ພຣະອົງຈະຊົງຕັດສິນຄວາມໃນທ່າມກາງຊົນຊາດທັງຫລາຍ ແລະ ຈະຕັດສິນໃຫ້ບັນດາຊາດຕ່າງໆ ຈຳນວນຫລາຍທີ່ຢູ່ໄກອອກໄປ. ພວກເຂົາຈະຕີດາບຂອງພວກເຂົາໃຫ້ເປັນໝາກສົບໄຖນາ ແລະ ຕີຫອກຂອງພວກເຂົາໃຫ້ເປັນມີດຕັດກິ່ງໄມ້. ປະຊາຊາດຈະບໍ່ຍົກດາບຂຶ້ນຕໍ່ສູ້ກັນອີກ, ທັງຈະບໍ່ມີການຝຶກອົບຮົມດ້ານການສົງຄາມອີກຕໍ່ໄປ.
\s5
\v 4 ທຸກຄົນຕ່າງກໍນັ່ງຢູ່ໃຕ້ຊຸ້ມອະງຸ່ນ ແລະ ໃຕ້ຕົ້ນຫມາກເດື່ອຂອງຕົນ. ຈະບໍ່ມີໃຜເຮັດໃຫ້ພວກເຂົາຢ້ານ, ເພາະປາກຂອງພຣະຢາເວຈອມໂຍທາໄດ້ກ່າວຢ່າງນີ້ແລ້ວ.
\v 5 ເພາະວ່າຊົນຊາດທັງຫລາຍຕ່າງກໍດຳເນີນ, ໃນນາມແຫ່ງພຣະຕ່າງໆຂອງຕົນ. ແຕ່ພວກເຮົາຈະດຳເນີນໃນພຣະນາມຂອງພຣະຢາເວພຣະເຈົ້າຂອງເຮົາຕະຫລອດໄປເປັນນິດ.
\s5
\v 6 ພຣະຢາເວປະກາດວ່າ, "ໃນວັນນັ້ນເຮົາຈະລວບລວມຄົນພິການ ແລະ ຈະລວບລວມບັນດາຜູ້ຖືກຂັບໄລ່ໄປ ແລະ ບັນດາຜູ້ທີ່ເຮົາໄດ້ໃຫ້ທຸກໃຈ.
\v 7 ເຮົາຈະໃຫ້ຄົນພິການເປັນຄົນທີ່ເຫລືອຢູ່, ແລະ ໃຫ້ຄົນທີ່ຖືກຂັບອອກໄປເປັນຊາດທີ່ແຂງແກ່ງ, ແລະ ພຣະຢາເວຈະຊົງປົກຄອງເຫນືອພວກເຂົາທີ່ພູເຂົາຊີໂອນ, ຕັ້ງແຕ່ບັດນີ້ເປັນຕົ້ນ ແລະ ຕະຫລອດໄປເປັນນິດ.
\v 8 ສ່ວນເຈົ້າຜູ້ເປັນຫໍສັງເກດການຂອງຝູງເເກະ, ເປັນພູເຂົາຂອງທິດາແຫ່ງຊີໂອນ - ເຖິງພຣະອົງ, ອານາຈັກດັ້ງເດີມຈະກັບມາ ຄືຣາຊອານາຈັກແຫ່ງລູກຍິງເຢຣູຊາເລັມ.
\s5
\v 9 ເວລານີ້, ເປັນຫຍັງເຈົ້າຮ້ອງສຽງດັງແທ້? ບໍ່ມີກະສັດປົກຄອງເຈົ້າບໍ? ທີ່ປຶກສາຂອງເຈົ້າຕາຍແລ້ວບໍ? ເປັນຫຍັງເຈົ້າຈຶ່ງເຈັບປວດທໍຣະມານຄືກັບຍິງຈະອອກລູກແບບນີ້?
\v 10 ທິດາແຫ່ງຊີໂອນເອີຍ, ຈົ່ງເຈັບປວດທໍຣະມານ ດ້ວຍຄວາມເຈັບປວດແສນສາຫັດ ຄືຜູ້ຍິງທີ່ກຳລັງເກີດລູກ. ເພາະບັດນີ້ເຈົ້າຕ້ອງອອກຈາກເມືອງໄປອາໄສຢູ່ໃນທົ່ງນາ, ແລະ ຈະໄປທີ່ນະຄອນບາບີໂລນ. ເຈົ້າຈະໄດ້ຮັບການຊ່ວຍກູ້ບ່ອນນັ້ນ. ແລ້ວອົງພຣະຜູ້ເປັນເຈົ້າຈະຊົງຊ່ວຍກູ້ເຈົ້າ ໃຫ້ພົ້ນຈາກມືຂອງສັດຕຣູທັງຫລາຍຂອງເຈົ້າ.
\s5
\v 11 ບັດນີ້ຫລາຍຊົນຊາດ ໄດ້ຊຸມນຸມຕໍ່ສູ້ເຈົ້າ; ເຂົາກ່າວວ່າ, “ໃຫ້ນາງຖືກຢຽບຢ່ຳ ໃຫ້ຕາຂອງເຮົາໄດ້ເບິ່ງຊີໂອນດ້ວຍຄວາມສະໃຈ.'"
\v 12 ຜູ້ເຜີຍພຣະວັດຈະນະເວົ້າວ່າ, “ເຂົາທັງຫລາຍບໍ່ເຂົ້າໃຈໃນແຜນການຂອງພຣະອົງ, ທີ່ພຣະອົງຊົງຮວບຮວມເຂົາທັງຫລາຍເຂົ້າມາ ຄືລວມຟ່ອນເຂົ້າໄວ້ທີ່ລານນວດເຂົ້າ."
\s5
\v 13 ພຣະຢາເວກ່າວວ່າ, "ທິດາແຫ່ງຊີໂອນເອີຍ, ຈົ່ງລຸກຂຶ້ນ ແລະນວດເຂົ້າເຖີ້ນ, ເພາະເຮົາຈະໃຫ້ເຈົ້າມີເຂົາເຫລັກ, ແລະ ເຮົາຈະໃຫ້ເຈົ້າມີກີບຕີນເປັນທອງສຳຣິດ. ເຈົ້າຈະຢຽບຢ່ຳທຳລາຍປະຊາຊົນຫລາຍຊາດ. ເຮົາຈະອຸທິດ ສິ່ງທີ່ພວກເຂົາໄດ້ມາໂດຍບໍ່ຊອບທັມນັ້ນແກ່ເຮົາເອງ, ຄືພຣະຢາເວ, ຖວາຍຊັບສິນຂອງພວກເຂົາແກ່ເຮົາ, ຄືອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງຫມົດ."
\s5
\c 5
\cl ບົດທີ 5
\p
\v 1 ບັດນີ້ເຈົ້າຈົ່ງລະດົມໄພ່ພົນເຂົ້າຮ່ວມກັນ, ລູກຍິງແຫ່ງເຫລົ່າທະຫານ; ເຫລົ່າທະຫານໄດ້ຕັ້ງຄ້າຍລ້ອມເມືອງໄວ້ແລ້ວ, ພວກເຂົາຈະຕີຜູ້ນຳຂອງຊາດອິສະຣາເອນທີ່ແກ້ມດ້ວຍໄມ້ກະບອງ.
\s5
\v 2 ແຕ່ເຈົ້າ, ເບັດເລເຮັມ ເອຟຣາທາເອີຍ, ເຖິງແມ່ນວ່າເຈົ້າເປັນຄົນເລັກນ້ອຍໃນບັນດາຕະກຸນຂອງຢູດາຍ, ແຕ່ຈາກເຈົ້າຈະມີຜູ້ຫນຶ່ງອອກມາເພື່ອເຮົາ ເພື່ອເປັນຜູ້ທີ່ຈະປົກຄອງໃນອິສະຣາເອນ, ຜູ້ທີ່ການເລີ່ມຕົ້ນມາຈາກອະດີດຕະການ, ຈາກນິຣັນການ.
\v 3 ດັ່ງນັ້ນ ພຣະເຈົ້າຈະຊົງຖິ້ມພວກເຂົາ, ຈົນເຖິງເວລາທີ່ຍິງຜູ້ເຈັບທ້ອງຈະເກີດລູກ, ແລ້ວບັນດາພີ່ນ້ອງທີ່ເຫລືອຢູ່ຈະກັບມາຍັງປະຊາຊົນອິສະຣາເອນ.
\s5
\v 4 ເພິ່ນຈະປົກຄອງປະຊາຊົນຂອງເພິ່ນ ໂດຍພຣະກຳລັງຂອງພຣະຢາເວ, ດ້ວຍຄວາມຍິ່ງໃຫຍ່ແຫ່ງພຣະນາມພຣະຢາເວພຣະເຈົ້າຂອງເຂົາ. ເຂົາທັງຫລາຍຈະດຳຣົງຢູ່ໄດ້. ເພາະບັດນີ້ເຂົາຈະເປັນໃຫຍ່ຈົນເຖິງສຸດປາຍແຜ່ນດິນໂລກ.
\v 5 ເຂົາຈະເປັນສັນຕິສຸກຂອງພວກເຮົາ. ເມື່ອຄົນອັດຊີເຣັຽເຂົ້າມາໃນແຜ່ນດິນຂອງພວກເຮົາ, ແລ້ວພວກເຮົາຈະຕັ້ງຄົນລ້ຽງແກະຈຳນວນເຈັດຄົນ ແລະ ຜູ້ນຳຈຳນວນແປດຄົນຂຶ້ນມາສູ້ກັບພວກເຂົາ.
\s5
\v 6 ພວກເຂົາຈະເບິ່ງແຍງແຜ່ນດິນອັດຊີເຣັຽດ້ວຍດາບ, ແລະ ແຜ່ນດິນນິມໂຣດທາງເຂົ້າເມືອງ. ເຂົາຈະຊ່ວຍກູ້ພວກເຮົາໃຫ້ພົ້ນຈາກຄົນອັດຊີເຣັຽ, ເມື່ອເຂົາທັງຫລາຍມາຍັງແຜ່ນດິນຂອງພວກເຮົາ, ເມື່ອພວກເຂົາຍ່າງເຂົ້າໄປໃນເຂດແດນຂອງພວກເຮົາ.
\v 7 ຄົນທີ່ເຫລືອຢູ່ຂອງຢາໂຄບຈະຢູ່ທ່າມກາງປະຊາຊາດທັງຫລາຍ ຄືນ້ຳຄ້າງຈາກພຣະຢາເວ, ຄືນ້ຳຝົນທີ່ຕົກລົງພືດພັນ, ຊຶ່ງບໍ່ຖ້າມະນຸດ ແລະ ພວກເຂົາບໍ່ຖ້າຄອຍລູກຫລານຂອງມະນຸດ.
\s5
\v 8 ຄົນທີ່ເຫລືອຢູ່ຂອງຢາໂຄບຈະຢູ່ທ່າມກາງປະຊາຊາດ, ຢູ່ທ່າມກາງບັນດາປະຊາຊົນ, ຄືສິງໂຕຫນຶ່ງໃນທ່າມກາງສັດປ່າທັງຫລາຍ, ຄືສິງໂຕຫນຸ່ມໃນຝູງແກະ. ເມື່ອເຂົາຍ່າງຜ່ານພວກເຂົາໄປ, ເຂົາຈະຢຽບຢ່ຳຄືພວກເຂົາ ແລະ ຈີກພວກເຂົາອອກເປັນຕ່ອນໆ, ແລະ ທີ່ນັ້ນຈະບໍ່ມີໃຜຊ່ວຍພວກເຂົາໄດ້.
\v 9 ມືຂອງເຈົ້າຈະຍົກຂຶ້ນຕໍ່ຕ້ານສັດຕຣູຂອງເຈົ້າ, ແລະສັດຕຣູທັງຫມົດຈະຖືກກຳຈັດ.
\s5
\v 10 "ໃນມື້ນັ້ນສິ່ງນີ້ຈະເກີດຂຶ້ນ," ພຣະຢາເວກ່າວວ່າ, "ເຮົາຈະກຳຈັດບັນດາມ້າຂອງເຈົ້າໃຫ້ຫມົດໄປຈາກບັນດາທ່າມກາງເຈົ້າ ແລະຈະທຳລາຍບັນດາລົດມ້າເສິກຂອງເຈົ້າ.
\v 11 ເຮົາຈະກຳຈັດເມືອງໃຫ້ຫມົດໄປຈາກແຜ່ນດິນຂອງເຈົ້າ ແລະ ທັບມ້າງທີ່ກຳບັງເຂັ້ມແຂງຂອງເຈົ້າທັງຫມົດ.
\s5
\v 12 ເຮົາຈະທຳລາຍມົນຄາຖາທີ່ພວກເຈົ້າໃຊ້ນັ້ນ, ແລະ ເຈົ້າຈະບໍ່ມີຫມໍດູຄົນໃດໆ ອີກຕໍ່ໄປ.
\v 13 ເຮົາຈະທຳລາຍຮູບແກະສະລັກຂອງເຈົ້າ ແລະ ເສົາຫີນສັກສິດທັງຫລາຍຈາກທ່າມກາງເຈົ້າ. ເຈົ້າຈະບໍ່ນະມັດສະການສິ່ງຕ່າງໆທີ່ເຈົ້າເຮັດຈາກມືຂອງເຈົ້າເອງອີກຕໍ່ໄປ.
\v 14 ເຮົາຈະຖອນບັນດາເສົາອາເຊຣາຂອງເຈົ້າທ່າມກາງເຈົ້າ, ແລະເຮົາຈະທຳລາຍເມືອງຕ່າງໆຂອງເຈົ້າອີກດ້ວຍ.
\v 15 ເຮົາຈະແກ້ແຄ້ນດ້ວຍຄວາມໂກດຮ້າຍຕໍ່ບັນດາປະຊາຊາດຊຶ່ງບໍ່ໄດ້ເຊື່ອຟັງເຮົາ."
\s5
\c 6
\cl ບົດທີ 6
\p
\v 1 ບັດນີ້ ຈົ່ງຟັງສິ່ງທີ່ພຣະຢາເວເວົ້າ, “ຈົ່ງລຸກຂຶ້ນ ເເລະ ສະເຫນີຄະດີຂອງພວກເຈົ້າຕໍ່ຫນ້າພູເຂົາທັງຫລາຍ; ຈົ່ງໃຫ້ເນີນເຂົາທັງຫລາຍຟັງສຽງຂອງພວກເຈົ້າ.
\v 2 ພວກເຈົ້າພູເຂົາທັງຫລາຍ, ຈົ່ງຟັງການກ່າວໂທດຂອງພຣະຢາເວ ເເລະ ພວກເຈົ້າຜູ້ເປັນຮາກຖານອັນຫມັ້ນຄົງຂອງເເຜ່ນດິນໂລກເອີຍ. ເພາະພຣະຢາເວຊົງມີຄະດີຄວາມກັບປະຊາຊົນຂອງພຣະອົງ, ເເລະພຣະອົງຈະສູ້ຄວາມກັບອິສະຣາເອນ."
\s5
\v 3 "ໂອປະຊາຊົນຂອງເຮົາ, ເຮົາໄດ້ເຮັດຫຍັງໃຫ້ເເກ່ພວກເຈົ້າເເນ່? ເຮົາເຮັດໃຫ້ພວກເຈົ້າລຳບາກບ່ອນໃດ? ຈົ່ງໃຫ້ການຕໍ່ເຮົາເເມ!
\v 4 ເພາະວ່າເຮົາໄດ້ນຳພວກເຈົ້າຂຶ້ນມາຈາກເເຜ່ນດິນເອຢິບ ເເລະ ຊ່ວຍກູ້ພວກເຈົ້າອອກມາຈາກເຮືອນທາດ. ເຮົາໄດ້ໃຊ້ໂມເຊ, ອາໂຣນ, ເເລະ ມີຣີອາມໄປຫາພວກເຈົ້າ.
\v 5 ໂອປະຊາຊົນຂອງເຮົາເອີຍ, ຈົ່ງຈົດຈຳສິ່ງຊົ່ວຮ້າຍຂອງບາລາດ ກະສັດໂມອາບ, ເເລະ ຈົດຈຳການທີ່ບາລາອາມ ລູກຊາຍຂອງເບອໍໄດ້ຕອບເຂົາ ໃນຂະນະທີ່ພວກເຈົ້າອອກຈາກຊິດຕີມໄປຫາກິນການ, ເພື່ອພວກເຈົ້າຈະໄດ້ຮູ້ພຣະຣາຊະກິດອັນຊອບທັມຂອງພຣະຢາເວ."
\s5
\v 6 ຂ້າພຣະເຈົ້າຈະນຳອີ່ຫຍັງເຂົ້າມາເຝົ້າພຣະຢາເວ, ເມື່ອຂ້າພຣະເຈົ້າກົ້ມກາບພຣະເຈົ້າຜູ້ສູງສຸດ? ຂ້າພຣະເຈົ້າຄວນທີ່ຈະເຂົ້າເຝົ້າພຣະອົງດ້ວຍເຄື່ອງເຜົາບູຊາ, ດ້ວຍບັນດາລູກງົວອາຍຸຫນຶ່ງປີບໍ?
\v 7 ພຣະຢາເວຈະພໍພຣະທັຍ ໃນການຖວາຍແກະຜູ້ຫລາຍພັນຕົວ, ຫລື ດ້ວຍທານນ້ຳມັນຫລາຍຫມື່ນສາຍບໍ? ຂ້າພຣະເຈົ້າຄວນທີ່ຈະຖວາຍລູກຊາຍຫົວປີເພື່ອໄຖ່ການລະເມີດຂອງຂ້າພຣະເຈົ້າ, ຄືຜົນຂອງກາຍຂອງຂ້າພຣະເຈົ້າ ເພື່ອການຊຳຣະບາບຂອງຂ້າພຣະເຈົ້າເອງບໍ?
\v 8 ມະນຸດເອີຍ, ພຣະອົງໄດ້ຊົງສຳແດງແກ່ພວກເຈົ້າແລ້ວວ່າແມ່ນຫຍັງດີ, ແລະ ພຣະຢາເວຊົງປະສົງຫຍັງຈາກພວກເຈົ້າ: ໃຫ້ເຮັດສິ່ງທີ່ຍຸຕິທັມ, ຮັກຄວາມເມດຕາ, ແລະ ດຳເນີນຊີວິດໄປກັບພຣະເຈົ້າຂອງພວກເຈົ້າດ້ວຍຄວາມຖ່ອມໃຈ.
\s5
\v 9 ພຣະສຸຣະສຽງຂອງພຣະຢາເວ ປະກາດແກ່ນະຄອນນັ້ນ - ເຖິງຢ່າງໃດ- ບັດນີ້ຄົນສະຫລາດຈະຮູ້ຈັກພຣະນາມຂອງພຣະອົງ: “ຈົ່ງຣະວັງປະຊາຊົນນັ້ນເຖີ້ນ, ແລະ ຜູ້ທີ່ໄດ້ເອົາມັນໃສ່ໄວ້ໃນທີ່ຂອງມັນ.
\v 10 ຍັງມີຊັບສົມບັດໃນເຮືອນຂອງຄົນອະທັມທີ່ບໍ່ໄດ້ສັດຊື່, ແລະ ມີການຄົດໂກງທີ່ຫນ້າລັງກຽດ.
\s5
\v 11 ຂ້າພຣະເຈົ້າຄວນທີ່ຈະພິຈາຣະນາບຸກຄົນຜູ້ໄຮ້ດຽງສາ ຖ້າເຂົາໃຊ້ຕາຊັ່ງຂີ້ໂກງ, ພ້ອມດ້ວຍຖົງທີ່ເຕັມດ້ວຍລູກຕຸ້ມຂີ້ໂກງໄດ້ບໍ?
\v 12 ບັນດາຄົນຮັ່ງມີຂອງນະຄອນນັ້ນ ກໍເຕັມໄປດ້ວຍຄວາມໂຫດຮ້າຍ, ແລະ ຜູ້ຢູ່ອາໄສຂອງນະຄອນນັ້ນກໍເວົ້າຂີ້ຕົວະ, ແລະ ລີ້ນຂອງພວກເຂົາກໍເວົ້າແຕ່ຄຳຫລອກຫລວງ.
\s5
\v 13 ເພາະສະນັ້ນເຮົາຈະຕີພວກເຈົ້າໃຫ້ບາດເຈັບສາຫັດ, ເຮົາຈະເຮັດໃຫ້ພວກເຈົ້າຮົກຮ້າງໄປເພາະຄວາມບາບທັງຫລາຍຂອງພວກເຈົ້າ.
\v 14 ພວກເຈົ້າຈະກິນ ແຕ່ບໍ່ອີ່ມ; ຄວາມວ່າງເປົ່າຂອງພວກເຈົ້າຈະຍັງຄົງຢູ່ພາຍໃນຕົວພວກເຈົ້າ. ພວກເຈົ້າຈະຈັດເກັບສິນຄ້າໄວ້ແຕ່ຈະບໍ່ເຫລືອຢູ່, ແລະສິ່ງທີ່ພວກເຈົ້າເກັບໄວ້ເຮົາຈະໃຫ້ດາບທຳລາຍເສັຽ.
\v 15 ພວກເຈົ້າຈະຫວ່ານ ແຕ່ຈະບໍ່ໄດ້ເກັບກ່ຽວ; ພວກເຈົ້າຈະບີບຫມາກກອກເທດ ແຕ່ຈະບໍ່ໄດ້ເຈີມຕົວພວກເຈົ້າເອງດ້ວຍນ້ຳມັນ; ພວກເຈົ້າຈະຢຽບຫມາກອະງຸ່ນ ແຕ່ຈະບໍ່ໄດ້ດື່ມເຫລົ້າອະງຸ່ນ.
\s5
\v 16 ພວກເຈົ້າໄດ້ຮັກສາກົດເກນທີ່ອົມຣີໄດ້ເຮັດຂຶ້ນ, ແລະ ເຮັດຕາມກິດຈະການທັງຫມົດຂອງເຊື້ອຊາດຂອງອາຮາບ. ພວກເຈົ້າດຳເນີນການຕາມແຜນການຂອງພວກເຂົາ. ດັ່ງນັ້ນ, ເຮົາຈະເຮັດໃຫ້ພວກເຈົ້າ, ຄືເມືອງພິນາດ ແລະ ພວກເຈົ້າ ບັນດາຜູ້ອາໄສຈະເປັນສິ່ງທີ່ເຢາະເຢີ້ຍ ແລະ ພວກເຈົ້າຈະແບກຮັບການເຢາະເຢີ້ຍຈາກປະຊາຊົນຂອງເຮົາ."
\s5
\c 7
\cl ບົດທີ 7
\p
\v 1 ວິບັດແກ່ຕົວຂ້າພຣະເຈົ້າ! ເພາະຂ້າພຣະເຈົ້າເປັນຄືການເກັບກ່ຽວຂອງຫມາກໄມ້ຣະດູຮ້ອນທີ່ຜ່ານໄປແລ້ວ, ແລະ ເປັນຄືຜົນອະງຸ່ນທີ່ຕົກຄ້າງຈາກການເກັບກ່ຽວຜົນໃນສວນອະງຸ່ນ: ຈຶ່ງບໍ່ມີພວງອະງຸ່ນໃຫ້ກິນແລ້ວ, ບໍ່ມີທັງຫມາກເດື່ອສຸກຄາຕົ້ນຣະດູທີ່ຕົວຂ້າພຣະເຈົ້າປາຖນາ.
\v 2 ຄົນຈົງຮັກພັກດີຕາຍໄປຈາກແຜ່ນດິນ, ບໍ່ມີຄົນຊື່ຕົງເຫລືອຢູ່ຈັກຄົນດຽວ. ພວກເຂົາທຸກຄົນຕ່າງກໍລໍຄອຍຈະຂ້າຟັນລັນແທງກັນ; ຕ່າງຄົນກໍຕາມລ່າພີ່ນ້ອງຂອງຕົນ.
\s5
\v 3 ມືຂອງພວກເຂົາເກັ່ງເເຕ່ທີ່ຈະທຳຮ້າຍຄົນອື່ນ: ຜູ້ປົກຄອງຮຽກຮ້ອງເເຕ່ເງິນ, ຜູ້ພິພາກສາໄຝ່ຫາເເຕ່ສິນບົນ, ເເລະ ຜູ້ມີອິດທິພົນມັກເຮັດຕາມໃຈມັກ ດັ່ງນັ້ນພວກເຂົາຕ່າງຫາກກໍຄົບຄິດກັນ.
\v 4 ຄົນດີທີ່ສຸດຂອງພວກເຂົາກໍກາຍເປັນເຫມືອນຕົ້ນຫນາມ, ຄົນທີ່ຊື່ຕົງທີ່ສຸດກໍຊົ່ວຍິ່່ງກວ່າຫນາມເເຫລມ. ວັນເເຫ່ງການລົງໂທດພວກເຈົ້າ ຄືວັນທີ່ບັນດາຄົນຍາມໄດ້ບອກໄວ້ລ່ວງຫນ້າ ກໍມາເຖິງເເລ້ວ ບັດນີ້ເຖິງເວລາເເລ້ວທີ່ພວກເຂົາຈະສັບສົນວຸ້ນວາຍ.
\s5
\v 5 ຢ່າວາງໃຈເພື່ອນບ້ານຄົນໃດເລີຍ; ຢ່າຫມັ້ນໃຈມິດສະຫາຍ. ຈົ່ງຣະວັງຄຳເວົ້າຂອງທ່ານ ເເມ່ນເເຕ່ຜູ້ຍິງຜູ້ທີ່ຢູ່ໃນອ້ອມເເຂນຂອງພວກເຈົ້າ.
\v 6 ເພາະວ່າລູກຊາຍດູຫມິ່ນພໍ່ຂອງເຂົາ, ລູກສາວກໍລຸກຂຶ້ນສູ່ກັບແມ່ຂອງລາວ, ເເລະ ລູກໄພ້ຕໍ່ສູ້ເເມ່ຍ່າ. ສັດຕຣູຂອງເຂົາຈະເປັນຄົນໃນຄົວເຮືອນຂອງເຂົາເອງ.
\s5
\v 7 ເເຕ່ສຳລັບຂ້າພຣະເຈົ້າ, ຂ້າພຣະເຈົ້າຈະເບິ່ງພຣະຢາເວ. ຂ້າພຣະເຈົ້າຈະເຝົ້າຄອຍພຣະເຈົ້າເເຫ່ງຄວາມລອດຂອງຂ້າພຣະເຈົ້າ; ພຣະເຈົ້າຂອງຂ້າພຣະເຈົ້າຈະຊົງຟັງຂ້າພຣະເຈົ້າ.
\v 8 ສັດຕຣູເອີຍ, ຢ່າເຢາະເຢີ້ຍຂ້າພຣະເຈົ້າເລີຍ. ເມື່ອຂ້າພຣະເຈົ້າລົ້ມລົງ, ຂ້າພຣະເຈົ້າຈະລຸກຂຶ້ນອີກ. ເມື່ອຂ້າພຣະເຈົ້ານັ່ງຢູ່ໃນຄວາມມືດ, ພຣະຢາເວຈະຊົງເປັນເເສງສະຫວ່າງເເກ່ຂ້າພຣະເຈົ້າ.
\s5
\v 9 ເພາະຂ້າພຣະເຈົ້າໄດ້ເຮັດບາບຕໍ່ພຣະຢາເວ, ຂ້າພຣະເຈົ້າກໍຈະທົນຮັບພຣະພິໂຣດຂອງພຣະອົງ ຈົນກວ່າພຣະອົງພິພາກສາຄະດີຂອງຂ້າພຣະເຈົ້າ, ເເລະ ຊົງຕັດສິນຄວາມເພື່ອຂ້າພຣະເຈົ້າ. ພຣະອົງຈະຊົົງນຳຂ້າພຣະເຈົ້າອອກໄປຍັງຄວາມສະຫວ່າງ, ເເລະ ຂ້າພຣະເຈົ້າຈະເຫັນການຊ່ວຍກູ້ຂອງພຣະອົງໃນຄວາມຊອບທັມຂອງພຣະອົງ.
\s5
\v 10 ເເລ້ວສັດຕຣູຂອງຂ້າພຣະເຈົ້າຈະເຫັນ, ເເລະຄວາມອັບອາຍຈະທັບຖົມຄົນຜູ້ກ່າວເເກ່ຂ້າພຣະເຈົ້າ, "ພຣະຢາເວຂອງທ່ານຢູ່ໃສ?" ຕາຂອງຂ້າພຣະເຈົ້າຈະເເນມເບິ່ງນາງລົ້ມລົງ; ນາງຈະຖືກຢຽບຢູ່ໃຕ້ຝາຕີນຄືຂີ້ຕົ້ມຢູ່ຕາມຖະຫນົນຫົນທາງ.
\s5
\v 11 ມື້ຫນຶ່ງທີ່ຈະສ້າງກຳເເພງເມືອງຂອງພວກເຈົ້າຈະມາຮອດ; ໃນວັນນັ້ນເຂດເເດນຂອງພວກເຈົ້າຈະຂະຫຍາຍອອກໄປໄກຫລາຍ.
\v 12 ໃນວັນນັ້ນປະຊາຊົນຈະມາຫາພວກເຈົ້າ, ຈາກອັດຊີເຣັຽ ເເລະເມືອງຕ່າງໆຂອງອີຢິບ, ເເລະຈາກອີຢິບຈົນຮອດເເມ່ນ້ຳ, ແມ່ນໍ້າເອີຟຣັດ, ຈາກທະເລເຖິງທະເລ, ເເລະ ຈາກພູເຂົາຈົນເຖິງພູເຂົາ.
\v 13 ເເຕ່ເເຜ່ນດິນຈະຖືກຖິ້ມຮ້າງເປົ່າວ່າງເພາະຄົນທີ່ຢູ່ອາໄສທີ່ນັ້ນບັດນີ້ເປັນເຫດເນື່ອງດ້ວຍຜົນການກະທຳຂອງພວກເຂົາ.
\s5
\v 14 ຂໍຊົງລ້ຽງດູປະຊາຊົນຂອງພຣະອົງ, ຄືລ້ຽງເເກະດ້ວຍໄມ້ແສ້ຂອງພຣະອົງ, ຝູງເເກະທີ່ເປັນມໍຣະດົກຂອງພຣະອົງ. ຜູ້ອາໄສຢ່າງໂດດດ່ຽວໃນປ່າຮົກ, ໃນທ່າມກາງທົ່ງຫຍ້າອຸດົມສົມບູນຂໍໃຫ້ເຂົາເລັມຫຍ້າຢູ່ໃນບາຊານ ເເລະກິເລອາດຢ່າງໃນໂບຮານນະການ.
\v 15 ດັ່ງໃນສະໄຫມເມື່ອພວກເຈົ້າອອກຈາກເເຜ່ນດິນອີຢິບ, ເຮົາຈະໃຫ້ພວກເຈົ້າເຫັນສິ່ງອັດສະຈັນຕ່າງໆ.
\s5
\v 16 ບັນດາປະຊາຊົນຈະເຫັນເເລ້ວອັບອາຍໃນອຳນາດທັງສິ້ນຂອງພວກເຂົາ. ພວກເຂົາຈະເອົາມືປິດປາກພວກເຂົາໄວ້; ຫູຂອງພວກເຂົາຈະຫນວກໄປ.
\v 17 ພວກເຂົາຈະລີເລືອຂີ້ຝຸ່ນເຫມືອນງູ, ເຫມືອນສັດທີ່ເລືອຄານໃນໂລກ. ພວກເຂົາຈະອອກມາຈາກຖ້ຳຂອງພວກເຂົາດ້ວຍຄວາມຢ້ານກົວ; ພວກເຂົາຈະອອກມາຫາດ້ວຍຄວາມຢຳເກງພຣະອົງ, ພຣະຢາເວ ພຣະເຈົ້າຂອງພວກເຮົາ, ເເລະ ພວກເຂົາຈະຢ້ານເຫດເພາະພຣະອົງ.
\s5
\v 18 ໃຜຈະເປັນພຣະເຈົ້າເຫມືອນພຣະອົງ, ຜູ້ຊົງອະພັຍບາບ, ເເລະ ຊົງເບິ່ງຂ້ວາມການທໍຣະຍົດຂອງຄົນທີ່ເຫລືອຢູ່ອັນເປັນມໍຣະດົກຂອງພຣະອົງບໍ? ພຣະອົງຊົງບໍ່ຮັກສາພຣະພິໂຣດເປັນນິດ, ເພາະພຣະອົງປິຕິຍິນດີໃນພັນທະສັນຍາອັນສັດຊື່ຂອງພຣະອົງ.
\s5
\v 19 ພຣະອົງຈະຊົງເມດຕາເເກ່ພວກເຮົາອີກ; ຈະຊົງຢຽບຄວາມຜິດທັງຫລາຍຂອງພວກເຮົາໄວ້ໃຕ້ພຣະບາດຂອງພຣະອົງ. ພຣະອົງຈະຊົງດຶກບາບທັງຫມົດຂອງພວກເຂົາລົງໄປໃນທະເລເລິກ.
\v 20 ພຣະອົງຈະຊົງສຳແດງຄວາມຈິງຕໍ່ຢາໂຄບ ແລະ ຄວາມຮັກຫມັ້ນຄົງຕໍ່ອັບຣາຮາມ, ດັ່ງທີ່ພຣະອົງຊົງປະຕິຍານຕໍ່ບຸດຂອງເຮົາ ຕັ້ງເເຕ່ສະໄຫມບູຮານນະການ.