lo_ulb/31-OBA.usfm

52 lines
9.6 KiB
Plaintext

\id OBA
\ide UTF-8
\h ໂອ​ບາ​ດີຢ​າ
\toc1 ໂອ​ບາ​ດີຢ​າ
\toc2 ໂອ​ບາ​ດີຢ​າ
\toc3 oba
\mt ໂອ​ບາ​ດີຢ​າ
\s5
\c 1
\cl ​ບົດ​ທີ 1
\p
\v 1 ນິ​ມິດຂອງ ໂອ​ບາ​ດີ​ຢາ. ພຣະຢາເວອົງພຣະຜູ້ເປັນເຈົ້າກ່າວກ່ຽວກັບເອໂດມວ່າ: ພວກເຮົາໄດ້ຍິນຂ່າວຈາກພຣະຢາເວ ແລະ ທູດຜູ້​ຫນຶ່ງໄດ້ຖືກສົ່ງເຂົ້າໄປໃນ​ທ່າມ​ກາງປະຊາຊາດ ໃຫ້ກ່າວວ່າ, “ຈົ່ງລຸກຂຶ້ນ! ໃຫ້​ພວກເຮົາ​ລຸກຂຶ້ນເຮັດສົງຄາມ​ຕໍ່ສູ່ກັບເອໂດມ!”
\v 2 ເບິ່ງເຖີດ, ເຮົາຈະເຮັດໃຫ້ເຈົ້າ​ເລັກນ້ອຍໃນທ່າມກາງປະຊາຊາດ, ເຈົ້າຈະເປັນທີ່​ຖືກ​ຫມິ່ນ​ປະ​ຫມາດ​ຢ່າງຫລາຍ.
\s5
\v 3 ຄວາມອວດ​ອົ່ງໃນຫົວໃຈຂອງເຈົ້າຫລອກລວງເຈົ້າ, ເຈົ້າຜູ້ທີ່ອາໄສຢູ່ຕາມໂງ່ນ​ຫີນ, ໃນທີ່ຢູ່ອາໄສທີ່ຢູ່ສູງຂອງເຈົ້າ; ເຈົ້າຄຳນຶງໃນຫົວໃຈຂອງເຈົ້າວ່າ, "ໃຜສາມາດເອົາຂ້າ​ພຣະ​ເຈົ້າລົງມາສູ່ພື້ນດິນໄດ້?"
\v 4 ເຖິງແມ່ນວ່າເຈົ້າບິນສູງເທົ່າກັບນົກອິນຊີ ແລະ ແມ່ນແຕ່ຮັງຂອງເຈົ້າຢູ່ທ່າມ​ກາງຫມູ່ດາວ, ຂ້າ​ພຣະ​ເຈົ້າຈະເອົາເຈົ້າລົງຈາກບ່ອນນັ້ນ, ພຣະຢາເວກ່າວດັ່ງນີ້.
\s5
\v 5 ຖ້າພວກໂຈນໄດ້ມາຫາເຈົ້າ, ຖ້າພວກໂຈນໄດ້ມາ​ຕອນກາງຄືນ (ເຈົ້າຈະຈິບ​ຫາຍຫລາຍເທົ່າໃດ), ພວກເຂົາຈະບໍ່ລັກເອົາພຽງພໍສຳ​ລັບຕົນເອງບໍ? ຖ້າຜູ້ເກັບຫມາກອະງຸ່ນມາຫາເຈົ້າ, ພວກເຂົາຈະບໍ່ປະເຫລືອ​ໄວ​້​ແດ່ບໍ?
\v 6 ເອຊາວຖືກ​ປຸ້ນ​ຊັບ, ແລະ ຊັບສົມບັດທີ່ເຊື່ອງໄວ້ຂອງລາວໄດ້ຖືກຄົ້ນອອກ​ມາ​ຫລາຍເທົ່າໃດ!
\s5
\v 7 ເຫລົ່າພັນທະມິດຂອງເຈົ້າຈະຂັບໄລ່ທ່ານໄປຕາມທາງຂອງເຈົ້າຈົນ​ເຖິງຊາຍແດນ. ພວກຄົນທີ່ຢູ່​ຢ່າງສະຫງົບກັບເຈົ້າຈະຫລອກລວງເຈົ້າ, ແລະ ເອົາຊະນະເຈົ້າ. ຜູ້ຄົນທີ່ກິນອາຫານຂອງເຈົ້າຈະວາງກັບດັກໄວ້ພາຍໃຕ້ເຈົ້າ. ບໍ່ມີຄວາມເຂົ້າໃຈ​ໃນຕົວ​ເຂົາເລີຍ.
\v 8 "ພຣະຢ​າ​ເວກ່າວວ່າ, "ໃນວັນນັ້ນ" ຂ້າ​ພຣະ​ເຈົ້າຈະບໍ່ທຳລາຍພວກຄົນມີ​ປັນ​ຍາຈາກເອໂດມ ແລະ ຄວາມເຂົ້າໃຈອອກ​ໄປ​ຈາກພູເຂົາຂອງເອຊາວ​ຫລື?"
\v 9 ເຕ​ມານ​ເອີຍ, ນັກ​ຮົບ​ຂອງ​ເຈົ້າຈະ​ທໍ້​ໃຈ, ດັ່ງ​ນັ້ນທຸກຄົນຈະຖືກຕັດອອກຈາກພູເຂົາເອຊາວໂດຍການຂ້າຕາຍ.
\s5
\v 10 ເພາະຄວາມຮຸນແຮງທີ່ໄດ້ເກີດຂື້ນຕໍ່ຢາໂຄບນ້ອງຊາຍຂອງເຈົ້າ, ທ່ານຖືກປົກຄຸມດ້ວຍຄວາມອາຍ, ແລະ ເຈົ້າຈະຖືກຕັດຂາດຕະຫລອດໄປ.
\v 11 ໃນມື້ນັ້ນເຈົ້າຢືນຢູ່ໄກໆ, ໃນມື້ທີ່ຄົນແປກຫນ້າເອົາຄວາມຮັ່ງມີຂອງອ້າຍຂອງນ້ອງເຈົ້າ​ໄປ, ແລະ ຄົນຕ່າງຊາດເຂົ້າໄປໃນປະຕູເມືອງຂອງເຂົາ, ແລະ ຈັບ​ສະ​ຫລາກເພື່ອແບ່ງນະ​ຄອນ ເຢຣູຊາເລັມ, ເຈົ້າ​ກໍເປັນເຫມືອນຫນຶ່ງໃນພວກ​ເຂົາ.
\s5
\v 12 ເຈົ້າຢ່າເບິ່ງດ້ວຍຄວາມ​ພໍ​ໃຈໃນມື້​ຂອງ​ນ້ອງຊາຍຂອງເຈົ້າ, ໃນມື້​ແຫ່ງເຄາະ​ຮ້າຍຂອງລາວ, ແລະ ຢ່າດີໃຈເຫນືອຜູ້ຄົນຢູດາໃນມື້​ທີ່ພວກເຂົາຖືກທຳລາຍ; ຢ່າເຢາະເຢີ້ຍໃນມື້ທີ່ພວກເຂົາທຸກຍາກ.
\v 13 ຢ່າເຂົ້າໄປໃນປະຕູເມືອງ​ແຫ່ງປະຊາຊົນຂອງເຮົາໃນມື້​ແຫ່ງພັຍພິບັດຂອ​ງ​ພວກ​ເຂົາ; ຢ່າເບິ່ງຄວາມທຸກຍາກລຳ​ບາກຂອງພວກເຂົາ ໃນມື້ທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນດ້ວຍຄວາມພໍໃຈ, ຢ່າປຸ້ນຊັບສິນຂອງ​ພວກເຂົາໃນມື້ທີ່ພວກເຂົາຖືກປະຣາໄຊ.
\v 14 ຢ່າຢືນຂວາງໃນທາງແຍກ, ເພື່ອສະກັດກັ້ນຜູ້ທີ່ຫລົບຫນີຂອງ​ເຂົາ ແລະ ຢ່າສົ່ງກັບຜູ້ທີ່ລອດຊີວິດຂອງພວກເຂົາໃນມື້ແຫ່ງຄວາມທຸກຍາກ.
\s5
\v 15 ເພາະ​ມື້​ແຫ່ງພ​ຣະ​ຢາ​ເວທີ່ມາເຫນືອປະຊາຊົນທັງຫມົດ, ໃກ້ເຂົ້າມາແລ້ວ. ເຈົ້າໄດ້ເຮັດໄວ້ແນວໃດ, ມັນກໍຈະເກີດຂຶ້ນກັບທ່ານແນວນັ້ນ; ການກະທຳຂອງເຈົ້າຈະກັບມາ​ຕົກລົງຢູ່ເທິງຫົວຂອງເຈົ້າ.
\v 16 ເພາະວ່າເມື່ອທ່ານໄດ້ດື່ມຢູ່ເທິງພູເຂົາສັກສິດຂອງເຮົາ, ດັ່ງ​ນັ້ນ, ປະຊາຊາດທັງ​ປວງຈະດື່ມຢ່າງບໍ່ເຊົາ​ຄື​ກັນ. ພວກເຂົາຈະດື່ມ ແລະ ກືນລົງ​ໄປ ແລະ ຈະເປັນຢ່າງ​ທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
\s5
\v 17 ແຕ່ໃນພູເຂົາຊີໂອນຈະມີບັນ​ດາຄົນທີ່ລອດຊີວິດມາ ແລະ ທີ່​ນັ້ນຈະມີຄວາມບໍຣິສຸດ; ແລະ ເຊື້ອສາຍຂອງຢາໂຄບຈະປົກ​ຄອງ​ຊັບ​ສິນຂອງພວກເຂົາ.
\v 18 ເຊື້ອສາຍຂອງຢາໂຄບຈະເປັນໄຟ, ແລະ ເຊື້ອສາຍຂອງໂຢເຊັບຈະເປັນແປວໄຟ, ແລະ ເຊື້ອສາຍຂອງເອຊາວຈະເປັນເຟືອງເຂົ້າ, ໄຟ ແລະ ແປວໄຟຈະ​ເຜົາ​ຜານ ແລະກືນເຟືອງເຂົ້າ​ນັ້ນ. ຈະບໍ່ເຫລືອຜູ້ລອດຊີວິດໃນເຊື້ອ​ສາຍຂອງເອຊາວເລີຍ, ເພາະວ່າພຣະຢາ​ເວໄດ້ກ່າວໄວ້ແລ້ວ."
\s5
\v 19 ບັນ​ດາຜູ້ຄົນທີ່ມາຈາກເນ​ເກບຈະໄດ້ປົກຄອງພູເຂົາຂອງເອຊາວ ແລະ ບັນ​ດາ​ຄົນຂອງເຊຟາລາຈະໄດ້ປົກຄອງແຜ່ນດິນຟີລິດສະຕິນ. ພວກເຂົາຈະປົກຄອງແຜ່ນດິນເອຟຣາອິມ ແລະ ແຜ່ນດິນຊາມາເຣັຽ; ແລະເບັນຢາມິນໄດ້ຈະປົກຄອງເມືອງກິເລອາດ.
\s5
\v 20 ພວກທີ່ຖືກເນລະເທດຈາກອິສະຣາເອນຈະໄດ້ປົກຄອງແຜ່ນດິນການາອານ ໄກຈົນເຖິງ​ເມືອງ ເຊເຣຟັດ. ຜູ້ທີ່ຖືກເນລະເທດອອກຈາກນະ​ຄອນ ເຢຣູຊາເລັມ, ເຊິ່ງ​ເປັນຜູ້ທີ່ຢູ່ເມືອງເສ​ຟາ​ຣາດ, ຈະໄດ້ປົກຄອງເມືອງຕ່າງໆຂອງ​ ເນ​ເກບ.
\v 21 ບັນ​ດາຜູ້ຊ່ອຍກູ້ຈະຂຶ້ນໄປເທິງພູຊີໂອນ ເພື່ອປົກຄອງພູເຂົາເອຊາວ, ແລະ ອານາຈັກຈະກາຍເປັນຂອງພຣະຢາ​ເວ.