lo_ulb/28-HOS.usfm

449 lines
83 KiB
Plaintext

\id HOS
\ide UTF-8
\h ໂຮເສຢາ
\toc1 ໂຮເສຢາ
\toc2 ໂຮເສຢາ
\toc3 hos
\mt ໂຮເສຢາ
\s5
\c 1
\cl ບົດທີ 1
\p
\v 1 ນີ້ເປັນພຣະຄຳຂອງພຣະຢາເວໄດ້ມາເຖິງໂຮເສຢາ ລູກຊາຍຂອງເບເອຣີ ໃນສະໄຫມຂອງອຸດຊີຢາ ໂຢທາມ, ອາຮາດ, ແລະ ເຮເຊກີຢາ, ກະສັດທັງຫລາຍຂອງຢູດາ, ແລະ ໃນສະໄຫມຂອງເຢໂຣໂບອາມລູກຊາຍຂອງໂຢອາດກະສັດແຫ່ງອິດສະຣາເອນ.
\v 2 ເມື່ອພຣະຢາເວຊົງກ່າວຜ່ານທາງໂຮເສຢາເປັນທຳອິດ, ພຣະອົງຊົງກ່າວກັບເພິ່ນວ່າ, “ຈົ່ງໄປ, ຮັບເອົາຍິງໂສເພນີມາເປັນເມຍຂອງເຈົ້າ. ນາງມີລູກຊຶ່ງເປັນລູກໂສເພນີ. ເພາະວ່າແຜ່ນດິນໄດ້ຫລິ້ນຊູ້ຢ່າງໃຫຍ່ຫລວງດ້ວຍການປະຖິ້ມພຣະຢາເວ.”
\s5
\v 3 ດ້ວຍເຫດນີ້ ໂຮເສຢາຈຶ່ງໄປ ແລະ ແຕ່ງງານກັບນາງໂກເມ ລູກສາວຂອງດິບລາຢິມ, ແລ້ວນາງໄດ້ຖືພາ ແລະ ເກີດລູກຊາຍຄົນຫນຶ່ງໃຫ້ເພີ່ນ.
\v 4 ພຣະຢາເວຊົງກ່າວຕໍ່ໂຮເສຢາວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ຢິດເຣເອນ. ເພາະວ່າຍັງອີກບໍ່ເຫິງ ເຮົາຈະລົງໂທດເຊື້ອສາຍຂອງເຢຮູ ສຳລັບເລື່ອງເລືອດໄຫລນອງທີ່ຢິດເຣເອນ, ແລະເຮົາຈະເຮັດໃຫ້ຣາຊະອານາຈັກຂອງເຊື້ອສາຍອິດສະຣາເອນສິ້ນສຸດລົງ.
\v 5 ມັນຈະເກີດຂຶ້ນໃນວັນທີ່ເຮົາຫັກທະນູຂອງອິດສະຣາເອນໃນຮ່ອມພູຢິດເຣເອນ.”
\s5
\v 6 ນາງໂກເມໄດ້ຖືພາອີກ ແລະ ໄດ້ອອກລູກມາເປັນຍິງ. ດັ່ງນັ້ນ ພຣະຢາເວຊົງກ່າວຕໍ່ໂຮເສຢາວ່າ, “ຈົ່ງຕັ້ງຊື່ໃຫ້ເຂົາວ່າ ໂລຣຸຮາມາ, ເພາະວ່າເຮົາຈະບໍ່ສົງສານຕໍ່ເຊື້ອສາຍຂອງອິດສະຣາເອນອີກຕໍ່ໄປ, ເຮົາຄວນໃຫ້ອະໄພພວກເຂົາທັງຫລາຍ.
\v 7 ແຕ່ເຮົາຈະສົງສານເຊື້ອສາຍຂອງຢູດາ, ແລະເຮົາຈະເປັນຜູ້ຊ່ວຍພວກເຂົາໃຫ້ພົ້ນດ້ວຍເຮົາເອງ, ເຮົາຄືພຣະຢາເວພຣະເຈົ້າຂອງພວກເຂົາ. ເຮົາຈະບໍ່ຊ່ວຍເຂົາໃຫ້ພົ້ນດ້ວຍຄັນທະນູ, ດ້ວຍຄົມດາບ, ດ້ວຍການຕໍ່ສູ້, ດ້ວຍມ້າ, ຫລືເຫລົ່າທະຫານມ້າ."
\s5
\v 8 ຫລັງຈາກນາງໂກເມໄດ້ໃຫ້ນາງໂລຣຸຮາມາເຊົານົມແລ້ວ, ນາງໄດ້ຖືພາ ແລະ ໄດ້ເກີດລູກຊາຍອີກຜູ້ຫນຶ່ງ.
\v 9 ແລ້ວພຣະຢາເວຊົງກ່າວວ່າ, “ໃຫ້ເອີ້ນລາວວ່າ ໂລອຳມີ, ເພາະພວກເຈົ້າທັງຫລາຍບໍ່ແມ່ນໄພ່ພົນຂອງເຮົາ, ແລະເຮົາກໍບໍ່ແມ່ນພຣະເຈົ້າຂອງພວກເຈົ້າ.
\s5
\v 10 ເຖິງປານນັ້ນ ຈຳນວນປະຊາກອນຂອງຊົນຊາດອິດສະຣາເອນ ຈະມີຫລາຍເຫມືອນເມັດຊາຍຢູ່ແຄມທະເລ, ຊຶ່ງບໍ່ສາມາດຕວງ ຫລືນັບໄດ້. ມັນຈະເປັນຢ່າງທີ່ຊົງກ່າວແກ່ພວກເຂົາວ່າ, 'ພວກເຈົ້າບໍ່ແມ່ນໄພ່ພົນຂອງເຮົາ,' ກໍຈະກ່າວກັບພວກເຂົາວ່າ, 'ພວກເຈົ້າເປັນໄພ່ພົນຂອງພຣະເຈົ້າອົງຊົງພຣະຊົນຢູ່.'
\v 11 ໄພ່ພົນຂອງຢູດາ ແລະ ໄພ່ພົນຂອງອິດສະຣາເອນຈະເຕົ້າໂຮມກັນ. ພວກເຂົາຈະແຕ່ງຕັ້ງເອົາຜູ້ນຳສຳລັບພວກເຂົາ, ແລະ ພວກເຂົາຈະຂຶ້ນມາຈາກແຜ່ນດິນ, ເພາະຈະເປັນວັນທີ່ຍິ່ງໃຫຍ່ຂອງຢິດເຣເອນ.
\s5
\c 2
\cl ບົດທີ 2
\p
\v 1 ຈົ່ງກ່າວກັບບັນດາອ້າຍນ້ອງຂອງເຈົ້າ ວ່າ, 'ໄພ່ພົນຂອງເຮົາ' ແລະ ກັບເອື້ອຍນ້ອງຂອງເຈົ້າວ່າ, 'ເຈົ້າໄດ້ຮັບຄວາມເມດຕາ.'
\s5
\v 2 ຈົ່ງຮ້ອງຟ້ອງແມ່ຂອງເຈົ້າ, ຈົ່ງຮ້ອງຟ້ອງເທີ້ນ, ເພາະນາງບໍ່ແມ່ນເມຍຂອງເຮົາ, ແລະ ເຮົາບໍ່ໄດ້ເປັນຜົວຂອງນາງ. ຈົ່ງຂໍໃຫ້ນາງປະຖິ້ມການເປັນໂສເພນີຈາກຫນ້າຂອງນາງເສຍ, ແລະ ການກະທຳທີ່ເປັນການຫລິ້ນຊູ້ຂອງນາງຈາກຫນ້າເອິກຂອງນາງ.
\v 3 ບໍ່ເຊັ່ນນັ້ນ, ເຮົາຈະເປືອຍກາຍນາງໃຫ້ເຫມືອນກັບມື້ນາງເກີດມາ. ເຮົາຈະເຮັດໃຫ້ນາງເປັນເຫມືອນຖິ່ນແຫ້ງແລ້ງກັນດານ, ເຫມືອນກັບດິນທີ່ແຫ້ງແລ້ງ, ແລະ ເຮົາຈະເຮັດໃຫ້ນາງຕາຍເພາະການຫິວນ້ຳ.
\s5
\v 4 ເຮົາຈະບໍ່ອິດູຕົນຕໍ່ລູກຫລານຂອງນາງ, ເພາະພວກເຂົາເປັນລູກຂອງໂສເພນີ.
\v 5 ເພາະແມ່ຂອງພວກເຂົາເປັນໂສເພນີ, ແລະ ນາງຖືພາພວກເຂົາຈາກການກະທຳຫນ້າອັບອາຍ. ນາງເວົ້າວ່າ, “ຂ້ອຍຈະຕາມຫາບັນດາຄົນຮັກຂອງຂ້ອຍ, ເພາະວ່າ ພວກເຂົາໄດ້ເອົາອາຫານ ແລະ ນ້ຳດື່ມໃຫ້ແກ່ຂ້ອຍ, ເຄື່ອງຂົນແກະ ແລະຜ້າໄຫມໃຫ້ແກ່ຂ້ອຍ, ນ້ຳມັນ ແລະ ເຄື່ອງດື່ມໃຫ້ແກ່ຂ້ອຍ.”
\s5
\v 6 ດ້ວຍເຫດນັ້ນ ເຮົາຈະສ້າງສິ່ງທີ່ກີດຂວາງເພື່ອປິດກັ້ນທາງຂອງນາງດ້ວຍຫນາມ. ເຮົາຈະສ້າງກຳແພງກັ້ນນາງໄວ້ ດັ່ງນັ້ນ ນາງບໍ່ສາມາດພົບທາງຂອງນາງ.
\v 7 ນາງຈະແລ່ນຕາມຫາພວກຄົນຮັກຂອງນາງ, ແຕ່ນາງຈະບໍ່ພົບພວກເຂົາ. ນາງຈະຊອກຫາພວກເຂົາ, ແຕ່ນາງຈະບໍ່ພົບພວກເຂົາ. ແລ້ວນາງຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວຄົນທຳອິດຂອງຂ້ອຍ, ເພາະວ່າມັນດີກວ່າສຳລັບຂ້ອຍຫລາຍກວ່າຕອນນີ້.”
\s5
\v 8 ເພາະນາງບໍ່ຮູ້ເລີຍວ່າເຮົາເອງເປັນຜູ້ເອົາເຂົ້າ, ເຫລົ້າອະງຸ່ນ ແລະນ້ຳມັນ, ແລະ ເຮົາເປັນຜູ້ໄດ້ໃຫ້ເງິນ ແລະ ຄຳຢ່າງເຫລືອເຟືອ, ຊຶ່ງພວກເຂົາໄດ້ເອົາໄປໃຊ້ສຳລັບພະບາອານເສຍ.
\v 9 ເພາະສະນັ້ນ ເຮົາຈະຢຶດເຂົ້າ ຂອງນາງຄືນໃນລະດູເກັບກ່ຽວ, ແລະ ເຫລົ້າອະງຸ່ນໃຫມ່ໃນລະດູຂອງມັນ. ເຮົາຈະເອົາຂົນແກະ ແລະ ຜ້າໄຫມທີ່ເຮົາໃຫ້ປົກປິດຮ່າງກາຍທີ່ເປືອຍຂອງນາງ.
\s5
\v 10 ແລ້ວເຮົາຈະເປືອຍກາຍນາງຕໍ່ຫນ້າພວກຄົນຮັກຂອງນາງ, ແລະ ຈະບໍ່ມີໃຜຊ່ອຍນາງໃຫ້ພົ້ນຈາກມືຂອງເຮົາໄດ້.
\v 11 ເຮົາຈະເຮັດໃຫ້ງານກິນລ້ຽງທັງຫລາຍຂອງນາງສິ້ນສຸດລົງ—ງານເທດສະການສະຫລອງຂອງນາງ, ການສະຫລອງມື້ຂຶ້ນຫນຶ່ງຄ່ຳ, ວັນສະບາໂຕຂອງນາງ, ແລະງານສະຫລອງທັງປວງທີ່ກຳຫນົດໄວ້ຂອງນາງ.
\s5
\v 12 "ເຮົາຈະທຳລາຍຕົ້ນອະງຸ່ນຂອງນາງ ແລະຕົ້ນຫມາກເດື່ອເທດຂອງນາງ, ຊຶ່ງນາງໄດ້ເວົ້າວ່າ, 'ນີ້ເປັນຄ່າຈ້າງຂອງຂ້ອຍທີ່ພວກຄົນຮັກໄດ້ໃຫ້ຂ້ອຍໄວ້.' ເຮົາຈະເຮັດໃຫ້ພວກມັນເປັນປ່າ ແລະສັດທັງຫລາຍໃນທົ່ງນາກໍຈະມາກິນມັນເສຍ.
\v 13 ເຮົາຈະລົງໂທດນາງສຳລັບວັນເທດສະການພະບາອານ, ເມືອນາງເຜົາເຄື່ອງຫອມໃຫ້ພວກເຂົາ, ເມື່ອນາງປະດັບໂຕແຫວນ ແລະ ເພັດພອຍ, ແລະນາງໄປຊອກຫາພວກຄົນຮັກຂອງນາງ ແລະ ລືມເຮົາ—ນີ້ຄືຄຳປະກາດຂອງພຣະຢາເວ.
\s5
\v 14 ດ້ວຍເຫດນັ້ນ ເຮົາຈະອອຍນາງໃຫ້ກັບມາ. ເຮົາຈະນຳນາງເຂົ້າໄປຍັງຖິ່ນແຫ້ງແລ້ງກັນດານ ແລະ ເວົ້າກັບນາງຢ່າງອ່ອນຫວານ.
\v 15 ເຮົາຈະຄືນສວນອະງຸ່ນໃຫ້ແກ່ນາງອີກ, ແລະ ໃຫ້ຮ່ອມພູຍາກແຫ່ງອາໂຄເປັນປະຕູແຫ່ງຄວາມຫວັງ. ນາງຈະຕອບເຮົາຢູ່ທີ່ນັ້ນເຫມືອນຄາວທີ່ຍັງເປັນສາວ, ຄືເມື່ອຄາວທີ່ນາງອອກຈາກແຜ່ນດິນເອຢິບນັ້ນ.
\s5
\v 16 "ມັນຈະເປັນວັນນັ້ນ—ນີ້ເປັນການປະກາດຂອງພຣະຢາເວ—ທີ່ເຈົ້າຈະເອີ້ນເຮົາວ່າ, 'ຜົວຂອງຂ້ອຍ,' ແລະ ເຈົ້າຈະບໍ່ເອີ້ນວ່າ, 'ພະບາອານຂອງຂ້ອຍ' ອີກຕໍ່ໄປ.
\v 17 ເພາະເຮົາຈະເອົາຊື່ຂອງພວກພະບາອານອອກຈາກປາກຂອງນາງ; ຊື່ຂອງພວກມັນຈະບໍ່ມີການຈົດຈຳອີກຕໍ່ໄປ."
\s5
\v 18 "ໃນວັນນັ້ນເຮົາຈະເຮັດສັນຍາສຳລັບພວກສັດທັງຫລາຍໃນທົ່ງນາ, ດ້ວຍຝູງນົກທັງປວງໃນທ້ອງຟ້າ, ແລະສັດເລືອຄານທັງຫລາຍເທິງແຜ່ນດິນ. ເຮົາຈະທຳລາຍຄັນທະນູ, ດາບ ແລະ ແລະເສິກສົງຄາມຈາກແຜ່ນດິນ, ແລະເຮົາຈະເຮັດໃຫ້ເຈົ້ານອນລົງຢ່າງປອດໄພ.
\s5
\v 19 ເຮົາສັນຍາວ່າຈະເປັນຜົວຂອງເຈົ້າຕະຫລອດໄປເປັນນິດ. ເຮົາສັນຍາວ່າຈະເປັນຜົວຂອງເຈົ້າໃນຄວາມຊອບທຳ, ຄວາມຍຸດຕິທຳ, ພຣະສັນຍາທີ່ສັດຊື່, ແລະ ເມດຕາ.
\v 20 ເຮົາຈະຮັກສາຄຳຫມັ້ນສັນຍາຂອງເຮົາໄວ້ໃນຄວາມສັດຊື່ ແລະ ເຈົ້າຈະຮູ້ຈັກພຣະຢາເວ.
\s5
\v 21 ໃນເວລານັ້ນ, ເຮົາຈະຕອບ—ນີ້ຄືຄຳປະກາດຂອງພຣະຢາເວ—ເຮົາຈະຕອບຟ້າສະຫວັນທັງຫລາຍ, ແລະພວກເຂົາຈະຕອບແຜ່ນດິນໂລກ.
\v 22 ແຜ່ນດິນໂລກຈະຕອບເມັດພຶດ, ເຫລົ້າອະງຸ່ນໃຫມ່ ແລະ ນ້ຳມັນຫມາກກອກເທດ, ແລະສິ່ງເຫລົ່ານັ້ນຈະຕອບຢິດເຣເອນ.
\s5
\v 23 ເຮົາຈະປູກນາງສຳລັບເຮົາໃນແຜ່ນດິນ, ແລະເຮົາຈະມີຄວາມເມດຕາຕໍ່ໂລຣູຮາມາ. ເຮົາຈະເວົ້າຕໍ່ໂລອັບມີວ່າ, 'ເຈົ້າເປັນອາມິອັດທາ,' ແລະພວກເຂົາຈະກ່າວກັບເຮົາວ່າ, 'ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ.'"
\s5
\c 3
\cl ບົດທີ 3
\p
\v 1 ພຣະຢາເວຊົງກ່າວຕໍ່ຂ້ານ້ອຍອີກວ່າ, “ຈົ່ງໄປອີກຄັ້ງ, ຮັກຜູ້ຍິງຄົນຫນຶ່ງຊຶ່ງຜົວຮັກນາງ, ແຕ່ນາງເປັນຄົນຫລິ້ນຊູ້. ຈົ່ງຮັກນາງເຫມືອນຢ່າງເຮົາ, ພຣະຢາເວຮັກປະຊາຊົນອິດສະຣາເອນ, ເພາະເຖິງແມ່ນວ່າພວກເຂົາກັບຄືນໄປຫາພະອື່ນ ແລະ ມັກຂະຫນົມຫມາກອະງຸ່ນແຫ້ງ.”
\v 2 ດັ່ງນັ້ນ ເຮົາຈຶ່ງຊື້ນາງດ້ວຍເງິນສິບຫ້າຫລຽນ ແລະ ເຂົ້າເດືອຍສິບຫ້າຫມື່ນຊື້ເອົານາງມາ.
\v 3 ຂ້ານ້ອຍໄດ້ບອກນາງວ່າ, "ເຈົ້າຕ້ອງຢູ່ກັບເຮົາຫລາຍມື້. ເຈົ້າຈະຕ້ອງບໍ່ເປັນໂສເພນີ ຫລື ໄປເປັນຂອງຊາຍອື່ນ. ແບບດຽວກັນນີ້, ເຮົາຈະຢູ່ກັບເຈົ້າ."
\s5
\v 4 ເພາະວ່າຄົນອິດສະຣາເອນຈະຢູ່ຢ່າງດົນນານໂດຍບໍ່ມີກະສັດ, ບໍ່ມີເຈົ້າຊາຍ, ບໍ່ມີການຄາບໄຫວ້ບູຊາ, ບໍ່ມີເສົາສັກສິດ, ບໍ່ມີເອໂຟດ ຫລື ຫໍໂຮງຮູບເຄົາລົບທັງຫລາຍ.
\v 5 ຫລັງຈາກນັ້ນ ປະຊາຊົນອິດສະຣາເອນຈະກັບຄືນໄປຫາພຣະຢາເວພຣະເຈົ້າ ຂອງພວກເຂົາອີກ ແລະດາວິດກະສັດຂອງພວກເຂົາ, ແລະໃນວັນສຸດທ້າຍ, ພວກເຂົາຈະກັບຄືນມາຢຳເກງພຣະຢາເວ ແລະຄວາມດີຂອງພຣະອົງ.
\s5
\c 4
\cl ບົດທີ 4
\p
\v 1 ຈົ່ງຟັງພຣະຄຳຂອງພຣະຢາເວ, ພວກເຈົ້າຜູ້ເປັນຊົນຊາດອິດສະຣາເອນທັງຫລາຍ. ພຣະຢາເວໄດ້ກ່າວວ່າ ເຮົາຈະດຳເນີນຄະດີຕໍ່ສູ້ຜູ້ທີ່ອາໄສຢູ່ໃນແຜ່ນດິນວ່າ, ເພາະບໍ່ມີຄວາມຈິງ ຫລື ຄວາມຊື່ສັດໃນພຣະສັນຍາ, ບໍ່ມີຄວາມຮູ້ເລື່ອງພຣະເຈົ້າໃນແຜ່ນດິນ.
\v 2 ໃນທີ່ນັ້ນຈະມີການຊາບແຊ່ງ, ການຂີ້ຕົວະ, ການຂ້າຟັນ, ການຂີ້ລັກ ແລະ ການຫລິ້ນຊູ້. ປະຊາຊົນໄດ້ທຳລາຍພັນທະສັນຍາທັງຫມົດ, ແລະ ໄດ້ມີການຫລັ່ງເລືອດຊ້ຳແລ້ວຊ້ຳອີກ.
\s5
\v 3 ດັ່ງນັ້ນ ແຜ່ນດິນນີ້ຈຶ່ງແຫ້ງແລ້ງ, ແລະ ທຸກສິ່ງທີ່ມີຊີວິດຢູ່ຈະສູນເສຍໄປ; ສັດເດຍລະສານທັງຫລາຍໃນທົ່ງນາ ແລະ ຝູງນົກທັງປວງໃນທ້ອງຟ້າ, ແມ່ນແຕ່ປາໃນທະເລ, ກໍຈະຖືກເອົາໄປເສຍ.
\s5
\v 4 ແຕ່ຢ່າໃຫ້ໃຜຟ້ອງຮ້ອງຄະດີຄວາມໃດໆ; ຫລືຢ່າໃຫ້ຜູ້ຫນຶ່ງຜູ້ໃດກ່າວໂທດໃສ່ຄົນອື່ນ. ເພາະວ່າພວກເຈົ້າ, ຄືປະໂລຫິດທັງຫລາຍ, ຄືຜູ້ທີ່ເຮົາກຳລັງກ່າວໂທດຢູ່.
\v 5 ພວກເຈົ້າປະໂລຫິດທັງຫລາຍຈະສະດຸດໃນກາງເວັນ; ພວກຜູ້ປະກາດພຣະຄຳທັງຫລາຍກໍຈະສະດຸດກັບພວກເຈົ້າໃນກາງຄືນ, ແລະ ເຮົາຈະທຳລາຍແມ່ຂອງພວກເຈົ້າ.
\s5
\v 6 ໄພ່ພົນຂອງເຮົາກໍຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ເພາະວ່າ ພວກເຈົ້າຜູ້ເປັນປະໂລຫິດກໍປະຕິເສດຄວາມຮູ້, ເຮົາຈະປະຕິເສດພວກເຈົ້າເຫມືອນພວກປະໂລຫິດໄດ້ປະຕິເສດເຮົາ. ເພາະວ່າພວກເຈົ້າໄດ້ປະຖິ້ມຄຳສອນຂອງເຮົາ, ເຖິງວ່າ ເຮົາເປັນພຣະເຈົ້າຂອງພວກເຈົ້າ, ແລະເຮົາກໍຈະລືມບັນດາລູກຫລານຂອງພວກເຈົ້າດ້ວຍ.
\v 7 ຈຳນວນປະໂລຫິດຫລາຍຂຶ້ນເທົ່າໃດ ການເຮັດບາບຕໍ່ສູ້ເຮົາກໍຈະຫລາຍຂຶ້ນເທົ່ານັ້ນ. ພວກເຂົາທັງຫລາຍໄດ້ແລກປ່ຽນກຽດສັກສີຂອງພວກເຂົາເພື່ອຄວາມອັບອາຍ.
\s5
\v 8 ພວກເຂົາລ້ຽງຊີບດ້ວຍຄວາມບາບຂອງປະຊາຊົນຂອງເຮົາ; ພວກເຂົາໂລບມາກໂລພາເພາະຄວາມຊົ່ວຮ້າຍຂອງພວກເຂົາທີ່ເພີ່ມຫລາຍຂຶ້ນ.
\v 9 ພວກປະຊາຊົນກໍເຫມືອນກັບພວກປະໂລຫິດ: ເຮົາຈະລົງຮັບໂທດພວກເຂົາທັງຫມົດເພາະການກະທຳຂອງພວກເຂົາ; ເຮົາຈະລົງໂທດພວກເຂົາເພາະການກະທຳຂອງພວກເຂົາ.
\s5
\v 10 ພວກເຂົາຈະກິນແຕ່ກໍຈະບໍ່ອີ່ມ; ພວກເຂົາຈະເປັນໂສເພນີແຕ່ບໍ່ມີລູກເພີ່ມຂຶ້ນ, ເພາະພວກເຂົາໄດ້ອອກໄປຫ່າງຈາກພຣະຢາເວ.
\s5
\v 11 ພວກເຂົາມັກການມີເພດສຳພັນແບບເປິເປື້ອນ, ມັກເຫລົ້າອະງຸ່ນ ແລະ ເຫລົ້າອະງຸ່ນໃຫມ່, ຊຶ່ງໄດ້ນຳເອົາຄວາມເຂົ້າໃຈໄປຈາກພວກເຂົາ.
\v 12 ປະຊາຊົນຂອງເຮົາຈະຫັນໄປປຶກສາບັນດາຮູບເຄົາລົບທີ່ເຮັດດ້ວຍໄມ້, ແລະ ໄມ້ຄ້ອນເທົ້າຂອງພວກເຂົາທີ່ໃຫ້ຄຳທຳນວາຍແກ່ພວກເຂົາ. ເພາະຈິດໃຈເປິເປື້ອນຂອງພວກເຂົາໄດ້ຊັກຈູງພວກເຂົາໄປໃນທາງຜິດ, ແລະ ພວກເຂົາເຮັດຄືໂສເພນີແທນທີ່ຈະສັດຊື່ຕໍ່ພຣະເຈົ້າຂອງພວກເຂົາທັງຫລາຍ.
\s5
\v 13 ພວກເຂົາຖວາຍເຄື່ອງບູຊາຢູ່ເທິງຍອດພູ ແລະ ໄດ້ເຜົາເຄື່ອງຫອມບູຊາຢູ່ເທິງເນີນພູນ້ອຍ, ຢູ່ກ້ອງຕົ້ນໂອກ, ຕົ້ນປໍປຣາ ແລະ ຕົ້ນກໍຫລວງ, ເພາະມີຮົ່ມເຢັນດີ. ດ້ວຍເຫດນີ້ແຫລະ ພວກລູກສາວຂອງເຈົ້າຈຶ່ງຜິດສິນທຳທາງເພດ ແລະພວກລູກໄພ້ຂອງພວກເຈົ້າກໍຫລິ້ນຊູ້.
\v 14 ເຮົາຈະຍັງບໍ່ລົງໂທດລູກຂອງພວກເຂົາຍ້ອນການຜິດສິນທຳທາງເພດ ຫລື ລູກໄພ້ຂອງພວກເຈົ້າເມື່ອພວກເຂົາຫລິ້ນຊູ້. ເພາະວ່າພວກຜູ້ຊາຍທັງຫລາຍກໍເຮັດຄືໂສເພນີ, ແລະ ພວກເຂົາເຜົາເຄື່ອງຖວາຍບູຊາ ດັ່ງນັ້ນ ສາມາດເຮັດຜິດສິນລະທຳກັບໂສເພນີ ທີ່ປະຈຳຢູ່ຕາມພຣະວິຫານຕ່າງໆໄດ້. ສະນັ້ນ ຄົນພວກນີ້ຜູ້ທີ່ບໍ່ໄດ້ເຂົ້າໃຈ ຈະບໍ່ເຖິງຄວາມຈິບຫາຍ.
\s5
\v 15 ເຖິງແມ່ນວ່າພວກເຈົ້າ, ອິດສະຣາເອນ, ໄດ້ຫລິ້ນຊູ້, ຂໍຢ່າໃຫ້ຢູດາມີຄວາມຜິດ. ຂໍຢ່າໄປໃນເມືອງກິນການ, ໄພ່ພົນທັງຫລາຍ; ຢ່າຂຶ້ນໄປທີ່ເບັດອາເວນ, ແລະ ຢ່າກ່າວຄຳສາບານວ່າ, "ຫາກພຣະຢາເວຊົງພຣະຊົນຢູ່ແນ່ແທ້ສັນໃດ."
\v 16 ເພາະຄົນອິດສະຣາເອນນັ້ນດື້ດ້ານ, ເຫມືອນງົວສາວທີ່ດື້. ພຣະຢາເວຈະນຳພວກເຂົາໃນທົ່ງຫຍ້າເຫມືອນລ້ຽງແກະໄດ້ຢ່າງໃດ?
\s5
\v 17 ເອຟາຣາອິມຮວບຮວມໂຕເຂົ້າກັບບັນດາຮູບເຄົາລົບ; ຈົ່ງປະພວກເຂົາໃຫ້ຢູ່ຄົນດຽວ.
\v 18 ຫລັງຈາກທີ່ພວກເຂົາສ່າງເມົາ, ພວກເຂົາຈະສືບຕໍ່ໃນການຫລິ້ນຊູ້ຕໍ່ໄປ; ຜູ້ນຳຂອງພວກເຂົາທັງຫລາຍມັກຄວາມອັບອາຍຂອງພວກເຂົາ.
\v 19 ລົມຈະຫໍ່ຫຸ້ມພວກເຂົາໄວ້ໃນປີກຂອງມັນ; ແລະພວກເຂົາທັງຫລາຍຈະອັບອາຍ ຍ້ອນການຖວາຍເຄື່ອງເຜົາບູຊາຂອງພວກເຂົາ.
\s5
\c 5
\cl ບົດທີ 5
\p
\v 1 "ປະໂລຫິດເອີຍ, ຈົ່ງຟັງຂໍ້ນີ້! ຈົ່ງລະມັດລະວັງເດີ້, ເຊື້ອສາຍຂອງອິດສະຣາເອນເອີຍ!" ຈົ່ງຟັງ, ເຊື້ອສາຍຂອງກະສັດເອີຍ! ເພາະການພິພາກສາກຳລັງມາເຖິງພວກເຈົ້າທຸກຄົນ. ພວກເຈົ້າເປັນເຫມືອນແຮ້ວທີ່ເມືອງມິດຊະປາ ແລະ ເປັນເຫມືອນຕະຂ່າຍກາງຢູ່ເທິງເມືອງຕາໂບ.
\v 2 ພວກກະບົດກໍຈົດຈໍ່ຢູ່ກັບການສັງຫານຫມູ່, ແຕ່ເຮົາຈະລົງໂທດພວກເຈົ້າທັງຫມົດ.
\s5
\v 3 ເຮົາຮູ້ຈັກເອຟາຣາອິມ, ແລະອິດສະຣາເອນກໍຈະບໍ່ລີ້ຈາກເຮົາ. ເອຟາຣາອິມ, ຕອນນີ້ເຈົ້າທັງຫລາຍກໍກາຍເປັນໂສເພນີເສຍແລ້ວ; ອິດສະຣາເອນກໍເປັນມົນທິນ.
\v 4 ການກະທຳຂອງພວກເຂົາບໍ່ຍອມໃຫ້ພວກເຂົາກັບຄືນໄປຫາພຣະເຈົ້າ, ເພາະພວກເຂົາມີໃຈແຫ່ງການຫລິ້ນຊູ້ຢູ່ໃນໂຕພວກເຂົາ, ແລະພວກເຂົາບໍ່ຮູ້ຈັກພຣະຢາເວ.
\s5
\v 5 ຄວາມອວດອ້າງຈອງຫອງຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາ; ເຫດນີ້ ອິດສະຣາເອນ ແລະ ເອຟຣາຢິມຈະສະດຸດໃນຄວາມຜິດຂອງພວກເຂົາ; ແລະ ຊາວຢູດາກໍຈະສະດຸດເຫມືອນກັນ.
\v 6 ພວກເຂົາຈະໄປກັບຝູງແບ້ ແກະ ແລະ ຝູງງົວຂອງເຂົາ ເພື່ອຈະສະແຫວງຫາພຣະຢາເວ, ແຕ່ພວກເຂົາຈະບໍ່ພົບພຣະອົງ, ແລະພຣະອົງຈະຊົງຫນີຈາກພວກເຂົາໄປ.
\v 7 ພວກເຂົາບໍ່ໄດ້ສັດຊື່ຕໍ່ພຣະຢາເວ, ເພາະພວກເຂົາໄດ້ໃຫ້ກຳເນີດລູກນອກກົດຫມາຍ. ຕອນນີ້ ເທດສະການວັນພະຈັນເຕັມດວງຈະເຜົາໄຫມ້ພວກເຂົາ ພ້ອມທົ່ງນາທັງຫລາຍຂອງເຂົາ.
\s5
\v 8 ຈົ່ງເປົ່າແກຢູ່ກິເບອາ, ແລະ ເປົ່າແກໃນຣາມາ. ສຽງໂຮ່ຮ້ອງຂອງການສູ້ຮົບທີ່ເບັດອາເວນ: 'ເຮົາຈະຕິດຕາມທ່ານເບັນຢາມິນ!'
\v 9 ເອຟາຣາອິມຈະກາຍເປັນບ່ອນຮົກຮ້າງໃນວັນແຫ່ງການພິພາກສາລົງໂທດ. ທ່າມກາງເຊື້ອຊາດຂອງອິດສະຣາເອນ. ເຮົາໄດ້ປະກາດເຖິງເຫດການທີ່ຈະເກີດຂຶ້ນ!
\s5
\v 10 ບັນດາຜູ້ນຳຂອງຢູດາເປັນເຫມືອນຄົນທີ່ຍ້າຍເສົາປັກເຂດແດນ. ເຮົາຈະຖອກເທຄວາມໂກດຮ້າຍຂອງເຮົາລົງເທີງພວກເຂົາເຫມືອນຢ່າງຖອກນ້ຳ.
\v 11 ເອຟາຣາອິມຖືກບົດ; ພວກເຂົາຖືກບົດຢູ່ໃນການພິພາກສາລົງໂທດ, ເພາະພວກເຂົາຕັ້ງໃຈຕິດຕາມຮູບເຄົາລົບ.
\s5
\v 12 ດັ່ງນັ້ນ ເຮົາຈະເປັນເຫມືອນແມງໄມ້ຕໍ່ເອຟາຣາອິມ, ແລະ ຈະເປັນເຫມືອນຄວາມເນົ່າເປື່ອຍຂອງເຊື້ອສາຍຢູດາ.
\v 13 ເມື່ອໃດເອຟາຣາອິມເຫັນຄວາມເຈັບໄຂ້ຂອງຕົນ ແລະ ຢູດາໄດ້ເຫັນບາດແຜຂອງຕົນ ແລ້ວເອຟາຣາອິມກໍໄດ້ໄປຫາອັດຊີເຣຍ ແລະ ຢູດາກໍສົ່ງຜູ້ສື່ສານໄປຫາກະສັດຜູ້ຍິ່ງໃຫຍ່. ແຕ່ພະອົງກໍບໍ່ສາມາດຮັກສາປະຊາຊົນ ຫລື ປິ່ນປົວບາດແຜຂອງເຂົາເຈົ້າໃຫ້ດີໄດ້.
\s5
\v 14 ເພາະເຫດນີ້ ເຮົາຈະເປັນເຫມືອນດັ່ງສິງໂຕຕໍ່ເອຟາຣາອິມ, ແລະ ເຫມືອນດັ່ງສິງຫນຸ່ມຕໍ່ເຊື້ອສາຍຂອງຢູດາ. ເຮົາ, ເຮົານີ້ແຫລະ, ຈະເປັນຜູ້ຈີກເຈົ້າແລະແກ່ເຈົ້າອອກໄປ; ເຮົາຈະເອົາພວກເຂົາອອກມາ ແລະ ຈະບໍ່ມີໃຜຊ່ອຍເຫລືອພວກເຂົາໄດ້.
\v 15 ເຮົາຈະໄປແລະໄປຍັງສະຖານທີ່ຂອງເຮົາ ຈົນກວ່າພວກເຈົ້າຈະຍອມຮັບຄວາມຜິດບບາບຂອງຕົນ ແລະ ສະແຫວງຫາພຣະພັກຂອງເຮົາ, ຈົນກວ່າພວກເຂົາຈະສະແຫວງຫາເຮົາຢ່າງຈິງໃຈໃນຄວາມໂສກເສົ້າຂອງເຂົາ.”
\s5
\c 6
\cl ບົດທີ 6
\p
\v 1 ມາເຖີດ, ໃຫ້ພວກເຮົາກັບຄືນໄປຫາພຣະຢາເວເທາະ. ເພາະວ່າພຣະອົງໄດ້ຊົງຈີກພວກເຮົາເປັນທ່ອນໆ, ແຕ່ພຣະອົງຈະຊົງຮັກສາພວກເຮົາໃຫ້ດີ, ພຣະອົງຊົງເຮັດໃຫ້ພວກເຮົາບາດເຈັບ, ແຕ່ຈະຊົງພັນບາດແຜໃຫ້ພວກເຮົາ.
\v 2 ຫລັງຈາກນັ້ນສອງມື້ ພຣະອົງຈະຊົງໃຫ້ພວກເຮົາຄ່ອຍດີຂຶ້ນ; ພຣະອົງຈະຊົງເຮັດໃຫ້ເຮົາດີຂຶ້ນໃນມື້ທີສາມ, ແລະ ພວກເຮົາຈະພວກເຮົາກໍຈະມີຊີວິດຢູ່ຕໍ່ພຣະພັກຂອງພຣະອົງ.
\v 3 ຂໍໃຫ້ພວກເຮົາມາຮູ້ຈັກພຣະຢາເວກັນເທາະ; ຂໍໃຫ້ພວກເຮົາພະຍາຍາມຮູ້ຈັກພຣະອົງ. ພຣະອົງຈະສະເດັດມາຫາພວກເຮົາຢ່າງແນ່ນອນເຫມືອນຍາມເຊົ້າວັນໃຫມ່; ພຣະອົງຈະສະເດັດມາເຫມືອນດັ່ງຫ່າຝົນ, ເຫມືອນດັ່ງຝົນປາຍລະດູທີ່ຫົດລົງເທິງແຜ່ນດິນ."
\s5
\v 4 ເອຟາຣາອິມ, ເຮົາຈະເຮັດຢ່າງໃດກັບເຈົ້ານໍ? ຢູດາ, ເຮົາຈະເຮັດຢ່າງໃດກັບເຈົ້ານໍ? ຄວາມຮັກທີ່ພວກເຈົ້າເຫມືອນກັບຫມອກໃນຍາມເຊົ້າ, ເຫມືອນກັບນ້ຳຄ້າງທີ່ເຫີຍຫາຍໄປແຕ່ເຊົ້າມືດ.
\v 5 ດັ່ງນັ້ນແຫລະ ເຮົາຈະຕັດພວກເຈົ້າເປັນທ່ອນໆໂດຍຜູ້ປະກາດພຣະຄຳ, ເຮົາຈະຂ້າພວກເຂົາດ້ວຍພຣະຄຳທີ່ອອກມາຈາກປາກຂອງເຮົາ. ການພິພາກສາຂອງພວກເຈົ້າເປັນເຫມືອນແສງທີ່ສ່ອງອອກໄປ.
\s5
\v 6 ເພາະເຮົາມີຄວາມປາຖະຫນາຄວາມສັດຊື່ ແລະ ບໍ່ແມ່ນປາຖະຫນາເຄື່ອງຖວາຍບູຊາ, ແລະ ເຮົາປາຖະຫນາໃນຄວາມຮູ້ໃນພຣະເຈົ້າຫລາຍກວ່າເຄື່ອງເຜົາຖວາຍບູຊານັ້ນ.
\v 7 ເຫມືອນຢ່າງອາດາມທີ່ໄດ້ທຳລາຍພັນທະສັນຍາ; ພວກເຂົາບໍ່ສັດຊື່ຕໍ່ເຮົາ.
\s5
\v 8 ກິເລອາດເປັນນະຄອນທີ່ເຕັມໄປດ້ວຍຄົນເຮັດຊົ່ວ ທີ່ມີຮອຍເປື້ອນເລືອດ.
\v 9 ກຸ່ມໂຈນທີ່ຄອຍດັກຊຸ່ມຄົນສັນໃດ ພວກປະໂລຫິດກໍເຕົ້າໂຮມກັນສັນນັ້ນ, ພວກເຂົາຂ້າຄົນໃນລະຫວ່າງທາງ ເມືອງເຊເຄັມ; ພວກເຂົາໄດ້ກໍ່ອາຊະຢາກຳທີ່ຫນ້າອັບອາຍ.
\s5
\v 10 ໃນເຊື້ອສາຍຂອງອິດສະຣາເອນ ເຮົາໄດ້ເຫັນສິ່ງຊົ່ວຮ້າຍ; ການຫລິ້ນຊູ້ຂອງເອຟາຣາອິມກໍຢູ່ທີ່ນັ້ນ, ແລະ ອິດສະຣາເອນກໍເປັນມົນທິນ.
\v 11 ສຳລັບພວກເຈົ້າຄືກັນຢູດາເອີຍ, ເວລາແຫ່ງການເກັບກ່ຽວໄດ້ຖືກກຳນົດໄວ້ແລ້ວ, ເຮົາຈະເຮັດໃຫ້ໄພ່ພົນຂອງເຮົາກັບຄືນສູ່ສະພາບດີ.
\s5
\c 7
\cl ບົດທີ 7
\p
\v 1 ເມື່ອໃດທີ່ເຮົາຕ້ອງການຮັກສາອິດສະຣາເອນ, ຄວາມຜິດບາບຂອງເອຟາຣາອິມກໍປາກົດຂຶ້ນ, ເຊັ່ນດຽວກັນກັບການເຮັດຄວາມຊົ່ວຂອງສະມາເລຍ, ເພາະພວກເຂົາໄດ້ລໍ້ລວງ; ຂີ້ລັກກໍເຂົ້າມາ, ໂຈນກໍເຕົ້າໂຮມກັນເພື່່ອປຸ້ນຈີ້ຕາມຖະຫນົນຫົນທາງ.
\v 2 ພວກເຂົາບໍ່ເຄີຍຮູ້ຕົວວ່າ ເຮົາໄດ້ຈົດຈຳການເຮັດຊົ່ວທັງປວງຂອງພວກເຂົາ. ບັດນີ້ ຄວາມບາບຂອງພວກເຂົາໄດ້ປິດລ້ອມພວກເຂົາ; ແລະໄດ້ຢູ່ຕໍ່ພຣະພັກຂອງເຮົາ.
\s5
\v 3 ດ້ວຍຄວາມຊົ່ວຂອງພວກເຂົາເຮັດໃຫ້ກະສັດຍິນດີ, ແລະ ການຕົວະຂອງພວກເຂົາເຮັດໃຫ້ພວກເຈົ້ານາຍພໍໃຈ.
\v 4 ພວກເຂົາທັງຫມົດຕ່າງເປັນຄົນຫລິ້ນຊູ້, ເປັນເຫມືອນເຕົາອົບທີ່ຫຸ່ມຄວາມຮ້ອນໄວ້, ໂດຍທີ່ຊ່າງເຮັດເຂົ້າຫນົມບໍ່ຕ້ອງເລັ່ງໄຟຕັ້ງແຕ່ຕອນນວດແປ້ງຈົນແປ້ງຟູຂຶ້ນເອງ.
\v 5 ໃນວັນແຫ່ງກະສັດຂອງເຮົາ ພວກເຈົ້ານາຍກໍເຮັດໃຫ້ຕົນເອງບໍ່ສະບາຍດ້ວຍຄວາມຮ້ອນຈາກເຫລົ້າອະງຸ່ນ. ກະສັດກໍເຫັນດີນຳ ແລະ ຮ່ວມມືກັບພວກທີ່ກຳລັງເຍາະເຍີ້ຍ.
\s5
\v 6 ເພາະພວກເຂົາໃຈຮ້ອນຮົນເຫມືອນຢ່າງເຕົາອົບ, ພວກເຂົາກໍວາງແຜນລໍ້ລວງຂອງພວກເຂົາ. ຄວາມໂກດຮ້າຍຢູ່ໃນໃຈຂອງພວກເຂົາຕະຫລອດຄືນ; ໃນຕອນເຊົ້າກໍລຸກໄຫມ້ເຫມືອນດັ່ງດັ່ງແປວໄຟ.
\v 7 ພວກເຂົາທັງປວງຕ່າງຮ້ອນເຫມືອນເຕົາອົບ, ແລະ ພວກເຂົາໄດ້ກືນກິນບັນດາຜູ້ປົກຄອງທັງຫລາຍເຫນືອພວກເຂົາ. ບັນດາກະສັດທັງຫລາຍຂອງພວກເຂົາກໍລົ້ມລົງ; ບໍ່ມີໃຜໃນພວກເຂົາຮ້ອງຫາເຮົາ.
\s5
\v 8 ເອຟາຣາອິມກໍຮ່ວມກັບພວກຄົນເຫລົ່ານັ້ນ. ເອຟາຣາອິມເປັນຄືຂະຫນນົມເຄ້ກທີ່ບໍ່ຟູທີ່ບໍ່ໄດ້ຖືກປີ້ນ.
\v 9 ຄົນນຕ່າງຊາດໄດ້ກືນກິນເຫື່ອແຮງຂອງພວກເຂົາ, ແຕ່ພວກເຂົາບໍ່ຮູ້ສຶກຕົວ ຜົມຂອງພວກເຂົາກໍຫງອກ, ແຕ່ພວກເຂົາກໍຍັງບໍ່ຮູ້ສຶກໂຕເອງ.
\s5
\v 10 ຄວາມອວດໂຕຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາເອງ; ແຕ່ພວກເຂົາບໍ່ກັບໄປຫາພຣະຢາເວພຣະເຈົ້າຂອງເຂົາ ແລະ ບໍ່ໄດ້ສະແຫວງຫາພຣະອົງ, ເຖິງວ່າພົບເລື່ອງເຫລົ່ານີ້.
\v 11 ເອຟາຣາອິມກໍເປັນເຫມືອນນົກກາງແກ, ໂງ່ຈ້າ, ແລະ ບໍ່ຮູ້ຈັກຄິດ, ພວກເຂົາເອີ້ນຫາເອຢິບ, ແລ້ວບິນໄປຫາອັດຊີເຣຍ.
\s5
\v 12 ເມື່ອພວກເຂົາໄປ, ເຮົາຈະກາງຂ່າຍຂອງເຮົາອອກຄຸບພວກເຂົາ, ເຮົາຈະເອົາຝູງນົກທີ່ຕົກລົງມາຈາກທ້ອງຟ້າ. ເຮົາຈະລົງໂທດພວກເຂົາ ໃນການທີ່ພວກເຂົາເຕົ້າໂຮມກັນ.
\v 13 ວິບັດແກ່ພວກເຂົາ! ເພາະພວກເຂົາໄດ້ຫລົງໄປຈາກເຮົາ. ການທຳລາຍທີ່ຮ້າຍແຮງກຳລັງມາເຖິງພວກເຂົາ! ພວກເຂົາເປັນກະບົດຕໍ່ສູ້ເຮົາ! ເຮົາຢາກຊ່ອຍພວກເຂົາ, ແຕ່ພວກເຂົາໄດ້ເວົ້າຕົວະຕໍ່ສູ້ເຮົາ.
\s5
\v 14 ພວກເຂົາບໍ່ໄດ້ຮ້ອງຫາເຮົາດ້ວຍສຸດໃຈຂອງພວກເຂົາ, ແຕ່ພວກເຂົາໄດ້ນອນຮ້ອງໄຫ້ເທີງບ່ອນນອນຂອງພວກເຂົາ. ພວກເຂົາເຕົ້າໂຮມກັນຂໍເຂົ້າ ແລະ ເຫລົ້າອະງຸ່ນໃຫມ່, ແລະພວກເຂົາໄດ້ຫັ້ນຫນ້ານີ້ຈາກເຮົາ.
\v 15 ເຖິງແມ່ນວ່າ ເຮົາໄດ້ຝຶກຝົນພວກເຂົາ ແລະ ເສີມກຳລັງແຂນຂອງພວກເຂົາ, ບັດນີ້ພວກເຂົາວາງແຜນຊົ່ວຕໍ່ສູ້ເຮົາ.
\s5
\v 16 ພວກເຂົາໄດ້ຫັນກັບ ແຕ່ພວກເຂົາບໍ່ໄດ້ຫັນກັບມາຫາເຮົາ, ຜູ້ຍິ່ງໃຫຍ່ສູງສຸດ. ພວກເຂົາເປັນເຫມືອນລູກຄັນທະນູທີ່ອ່ອນລ້າ. ພວກຜູ້ນຳຂອງພວກເຂົາຈະລົ້ມລົງດ້ວຍດາບເພາະຫລິ້ນທີ່ໂອ້ອວດຈອງຫອງຂອງພວກເຂົາ. ນີ້ຈະກາຍເປັນເລື່ອງທີ່ພວກເຂົາຖືກເຍາະເຍີ້ຍໃນແຜ່ນດິນຂອງເອຢິບ.
\s5
\c 8
\cl ບົດທີ 8
\p
\v 1 “ຈົ່ງເອົາແກໄວ້ຢູ່ຮິມສົບ! ນົກອິນຊີກຳລັງບິນມາເຫນືອຄອບຄົວຂອງພຣະຢາເວ ເພາະປະຊາຊົນໄດ້ທຳລາຍພັນທະສັນຍາຂອງເຮົາ ແລະ ໄດ້ກະບົດຕໍ່ສູ້ບັນຍັດຂອງເຮົາ.
\v 2 ພວກເຂົາຮ້ອງຕໍ່ເຮົາວ່າ, 'ພຣະເຈົ້າຂອງຂ້ານ້ອຍ, ພວກເຮົາຢູ່ໃນອິດສະຣາເອນ.'
\v 3 ແຕ່ອິດສະຣາເອນໄດ້ປະຕິເສດສິ່ງທີ່ດີ, ແລະ ສັດຕູຈະໄລ່ລ່າພວກເຂົາ.
\s5
\v 4 ພວກເຂົາໄດ້ເລືອກເອົາພວກກະສັດ, ແຕ່ບໍ່ແມ່ນເຮົາ. ພວກເຂົາໄດ້ໃຫ້ເປັນອົງຊາຍ, ໂດຍປາດສະຈາກຄວາມຮູ້ຂອງເຮົາ. ດ້ວຍເງິນແລະຄຳ ພວກເຂົາໄດ້ສ້າງຮູບເຄົາລົບສຳລັບພວກເຂົາເອງ, ແຕ່ນັ້ນກໍເປັນພຽງແຕ່ການເຮັດໃຫ້ພວກເຂົາຖືກຕັດອອກໄປເທົ່ານັ້ນ."
\v 5 "ງົວຂອງພວກເຈົ້າຖືກປະຕິເສດ, ຊາມາເລຍເອີຍ. ຄວາມໂກດຮ້າຍເຮົາຄຽດແຄ້ນໄດ້ເຜົາໄຫມ້ປະຊາຊົນເຫລົ່ານີ້. ສະນັ້ນ ພວກເຂົາຍັງຈະຄົງຢູ່ໃນຄວາມຜິດອີກດົນປານໃດ?
\s5
\v 6 ເພາະຮູບເຄົາລົບນີ້ມາຈາກອິດສະຣາເອນ; ຄົນງານໄດ້ສ້າງມັນຂື້ນມາ; ມັນບໍ່ແມ່ນພຣະເຈົ້າ! ລູກງົວຂອງຊາວຊາມາເລຍຈະແຕກຫັກເປັນທ່ອນໆ.
\v 7 ເມື່ອປະຊາຊົນຫວ່ານລົມແລະເກັບກ່ຽວລົມພະຍຸ. ຕົ້ນເຂົ້າທີ່ບໍ່ອອກຮວງ; ມັນບໍ່ອອກຜົນເພື່ອເຮັດແປ້ງ. ແຕ່ຖ້າມັນໃຫຍ່ຂຶ້ນເຕັມທີ່ແລ້ວ, ພວກຊາວຕ່າງຊາດກໍຈະກືນກິນມັນເສຍ.
\s5
\v 8 ອິດສະຣາເອນຖືກກືນກິນ; ບັດນີ້ພວກເຂົາຢູ່ທ່າມກາງຊົນຊາດທັງຫລາຍເຫມືອນກັບເປັນສິ່ງທີ່ໄຮ້ຄ່າ.
\v 9 ເພາະພວກເຂົາຂຶ້ນໄປຫາອັດຊີເຣຍເຫມືອນລາໂຕຫນຶ່ງທີ່ຢູ່ຕາມລຳພັງ. ເອຟາຣາອິມໄດ້ຈ້າງພວກຄູ່ຮັກຂອງຕົນເອງ.
\v 10 ເຖິງວ່າພວກເຂົາໄດ້ຈ້າງຄູ່ຈາກທ່າມກາງຊົນຊາດທັງຫລາຍ, ບັດນີ້ເຮົາຈະຮວບຮວມເອົາພວກເຂົາມາໄວ້ນຳກັນ. ພວກເຂົາຈະເລີ່ມອ່ອນແອລົງ ເພາະການກົດຂີ່ຂົ່ມເຫັງຂອງກະສັດ ຂອງບັນດາເຈົ້າຊາຍທັງຫລາຍ.
\s5
\v 11 ຊາວເອຟາຣາອິມມີແທ່ນບູຊາຈຳນວນຫລາຍສຳລັບການລ້າງບາບ, ແຕ່ພວກເຂົາໄດ້ກາຍເປັນແທ່ນບູຊາສຳລັບເຮັດບາບແທນ.
\v 12 ເຮົາສາມາດຂຽນພຣະບັນຍັດຂອງເຮົາເປັນຫມື່ນໆຄັ້ງເພື່ອພວກເຂົາ, ແຕ່ພວກເຂົາຈະເບິ່ງວ່າເປັນບາງສິ່ງທີ່ແປກປະຫລາດສຳລັບພວກເຂົາ.
\s5
\v 13 ເຊັ່ນດຽວກັບເຄື່່ອງຖວາຍບູຊາທີ່ຖວາຍໃຫ້ແກ່ເຮົາ, ພວກເຂົາຖວາຍບູຊາຊີ້ນ ແລະ ກິນຊີ້ນນັ້ນ, ແຕ່ເຮົາຄືພຣະຢາເວ, ບໍ່ຍອມຮັບພວກເຂົາ. ບັດນີ້ ເຮົາຈະຄິດເຖິງຄວາມຊົ່ວຂອງພວກເຂົາ ແລະ ລົງໂທດຄວາມຜິດບາບຂອງພວກເຂົາ. ພວກເຂົາຈະກັບຄືນໄປຍັງປະເທດເອຢິບອີກ.
\v 14 ປະຊາຊົນອິດສະຣາເອນໄດ້ຫລົງລືມເຮົາ, ພຣະຜູ້ສ້າງຂອງເຂົາແລ້ວ, ແລະພຣະອົງໄດ້ສ້າງພຣະຣາຊະວັງທັງຫລາຍ. ຢູດາ ໄດ້ສ້າງເມືອງຫລາຍເມືອງ, ແຕ່ເຮົາຈະສົ່ງໄຟໄປຍັງເມືອງຕ່າງໆເຫລົ່ານັ້ນຂອງພວກເຂົາ; ໄຟນັ້ນຈະທຳລາຍປ້ອມປາການທັງຫລາຍຂອງເຂົາ.
\s5
\c 9
\cl ບົດທີ 9
\p
\v 1 ປະຊາຊົນອິດສະຣາເອນເອີຍ, ຈົ່ງຢ່າຊື່ນຊົມຍິນດີ, ຢ່າມ່ວນຊື່ນເຫມືອນກັບຄົນອື່ນ. ເພາະພວກເຈົ້າເປັັນຄົນບໍໍ່ສັດຊື່, ປະຖິ້ມພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຮັກທີ່ຈະຈ່າຍຄ່າຈ້າງໃຫ້ຍິງໂສເພນີຄົນຫນຶ່ງທີ່ຕ້ອງການເອົາລານເຂົ້າທັງຫມົດ.
\v 2 ແຕ່ລານເຂົ້າ ແລະ ບໍ່ນ້ຳເຫລົ້າອະງຸ່ນໃຫມ່ບໍ່ໄດ້ລ້ຽງພວກເຂົາ; ກໍຈະເຮັດໃຫ້ພວກເຂົາບໍ່ສົມຫວັງ.
\s5
\v 3 ພວກເຂົາຈະບໍ່ອາໄສຢູ່ໃນແຜ່ນດິນຂອງພຣະຢາເວອີກຕໍ່ໄປ; ແຕ່ເອຟາຣາອິມຈະກັບໄປດິນແດນເອຢິບແທນ, ແລະ ມື້ຫນຶ່ງພວກເຂົາຈະກິນອາຫານທີ່ເປັນມົນທິນຂອງອັດຊີເຣຍ.
\v 4 ພວກເຂົາຈະບໍ່ມີເຫລົ້າອະງຸ່ນຖວາຍແດ່ພຣະຢາເວ, ແລະພວກເຂົາຈະບໍ່ເປັນທີ່ພໍພຣະໄທຂອງພຣະອົງ. ເຄື່ອງຖວາຍຂອງພວກເຂົາເປັນເຫມືອນອາຫານຂອງຄົນໄຫວ້ທຸກ: ຄົນທັງຫລາຍທີ່ກິນອາຫານຂອງພວກເຂົາກໍຈະເປັນມົນທິນ ເພາະອາຫານຂອງພວກເຂົາກໍແມ່ນສຳລັບພວກເຂົາເທົ່ານັ້ນ; ມັນຈະບໍ່ເອົາເຂົ້າມາໃນພຣະວິຫານຂອງພຣະຢາເວ.
\s5
\v 5 ພວກເຈົ້າຈະເຮັດແນວໃດ ໃນມື້ເທດສະການຕາມກຳນົດ, ໃນມື້ເທດສະການເພື່ອພຣະຢາເວຢ່າງນັ້ນ?
\v 6 ເພາະເບິ່ງແມ, ເຖິງວ່າພວກເຂົາຈະຫນີໄດ້ຈາກການທຳລາຍ, ຊາວເອຢິບຈະທ້ອນໂຮມພວກເຂົາ, ແລະ ຊາວເມັມຟິດຈະຝັງພວກເຂົາ. ເພາະຄັງເງິນຂອງພວກເຂົາ—ຖືກຟຸ່ມຫນາມປົກຫຸ້ມໄວ້, ແລະເຮືອນຂອງພວກເຂົາກໍຈະເຕັມໄປດ້ວຍຫນາມ.
\s5
\v 7 ມື້ແຫ່ງການລົງໂທດກຳລັງມາເຖິງ; ມື້ແຫ່ງການແກ້ແຄ້ນກຳລັງມາ. ຂໍໃຫ້ອິດສະຣາເອນຮູ້ຈັກສິ່ງຕ່າງໆເຫລົ່ານີ້ເທີ້ນ. ເພາະຄວາມຊົ່ວຮ້າຍ, ແລະເຈດຕະນາຮ້າຍອັນໃຫຍ່ຫລວງຂອງພວກເຂົາ ຈຶ່ງເຮັດໃຫ້ເປັນຜູ້ປະກາດພຣະຄຳເປັນຄົນໂງ່, ແລະຜູ້ໄດ້ຮັບການດົນໃຈເປັນຄົນຂາດສະຕິ.
\s5
\v 8 ພວກຜູ້ປະກາດພຣະຄຳຄືຄົນຍາມຂອງພຣະເຈົ້າ ຂອງຂ້ານ້ອຍເຫນືອຊາວເອຟາຣາອິມ ແຕ່ແຮ້ວນົກກໍຖືກຫ້າງໄວ້ຕາມເສັ້ນທາງທັງຫລາຍຂອງພວກເຂົາ, ແລະ ເຈດຕະນາຮ້າຍທີ່ມີຕໍ່ພວກເຂົາກໍຢູ່ໃນພຣະວິຫານຂອງພຣະເຈົ້າ.
\v 9 ພວກເຂົາໄດ້ທຳລາຍຕົນເອງໃຫ້ຕົກຕ່ຳລົງເຫມືອນຢ່າງໃນມື້ເຫລົ່ານັ້ນຢູ່ເມືອງກິເບອາ. ພຣະເຈົ້າຈະຊົງຈົດຈຳຄວາມບາບຊົ່ວຂອງພວກເຂົາ, ແລະ ຊົງລົງໂທດຄວາມບາບຂອງພວກເຂົາ.
\s5
\v 10 ພຣະຢາເວຊົງກ່າວວ່າ, “ເມື່ອເຮົາພົບເຫັນອິດສະຣາເອນ, ກໍເຫມືອນພົບຫມາກອະງຸ່ນໃນຖິ່ນແຫ້ງແລ້ງກັນດານ. ເຫມືອນກັບຜົນລະປູກທຳອິດຂອງຕົ້ນຫມາກເດື່ອ. ເຮົາໄດ້ພົບບັນພະບູລຸດທັງຫລາຍຂອງພວກເຈົ້າ, ແຕ່ພວກເຂົາໄດ້ໄປຫາພະເປໂອນ, ແລະ ພວກເຂົາກໍໄດ້ອຸທິດຕົນຕໍ່ຮູບເຄົາລົບອັນຫນ້າອັບອາຍນັ້ນ. ພວກເຂົາຈຶ່ງເປັນທີ່ຫນ້າກຽດຊັງເຫມືອນກັບຮູບເຄົາລົບທີ່ພວກເຂົາຮັກນັ້ນ.
\s5
\v 11 ສ່ວນເອຟາຣາອິມ, ສະຫງ່າຣາສີຂອງພວກເຂົາຈະບິນຫນີເຫມືອນນົກໂຕຫນຶ່ງ, ຈະບໍ່ມີການໃຫ້ກຳເນີດລູກ, ບໍ່ມີການຖືພາ, ບໍ່ມີການປະຕິສົນທິ.
\v 12 ເຖິງແມ່ນວ່າ ພວກເຂົາໄດ້ໃຫ້ກຳເນີດລູກທັງຫລາຍ, ແຕ່ເຮົາກໍຈະເອົາພວກເຂົາຫນີໄປເສຍໂດຍບໍ່ປະໄວ້ຈັກຄົນ. ວິບັດແກ່ພວກເຂົາ ເມື່ອເຮົາຫັນຫນີຈາກພວກເຂົາ!
\s5
\v 13 ເຮົາໄດ້ເຫັນເອຟາຣາອິມ, ຖືກປູກຂຶ້ນໃນທົ່ງຫນ້າເຫມືອນກັບເມືອງໄທຣະ, ແຕ່ເອຟາຣາອິມຈະໃຫ້ກຳເນີດລູກທັງຫລາຍ ຂອງພວກເຂົາແກ່ຄົນທີ່ຈະຂ້າພວກເຂົາຢ່າງໂຫດຮ້າຍ.”
\v 14 ຊົງປະທານໃຫ້ພວກເຂົາເທີ້ນ, ພຣະຢາເວ—ພຣະອົງຈະປະທານສິ່ງໃດໃຫ້ແກ່ພວກເຂົາຫລື? ຂໍໍຊົງປະທານມົດລູກທີ່ລຸລູກ ແລະ ເຕົ້ານົມທີ່ບໍ່ມີນ້ຳນົມໃຫ້ແກ່ພວກເຂົາ.
\s5
\v 15 ເພາະການຊົ່ວຮ້າຍທັງປວງຂອງພວກເຂົາໃນເມືອງກິນການ, ຈຶ່ງເປັນບ່ອນເລີ່ມຕົ້ນໃຫ້ເຮົາກຽດຊັງພວກເຂົາ. ເພາະວ່າພວກເຂົາເຮັດບາບຊົ່ວ, ແທ້ຈິງ, ເຮົາຈະຂັບໄລ່ພວກເຂົາອອກຈາກພຣະວິຫານຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ພວກຜູ້ນຳທັງຫມົດຂອງພວກເຂົາເປັນຄົນກະບົດ.
\s5
\v 16 ເອຟາຣາອິມປ່ວຍເປັນພະຍາດ, ແລະ ຮາກຂອງພວກເຂົາກໍຫ່ຽວແຫ້ງໄປ; ພວກເຂົາບໍ່ເກີດຫມາກ. ເຖິງວ່າ ພວກເຂົາຈະມີລູກຫລາຍ, ເຮົາກໍຈະເຮັດໃຫ້ລູກທີ່ພວກເຂົາຮັກນັ້ນເສຍຊີວິດ.”
\v 17 ພຣະເຈົ້າຂອງຂ້ານ້ອຍຈະປະຕິເສດພວກເຂົາ ເພາະພວກເຂົາບໍ່ເຊື່ອຟັງພຣະອົງ. ພວກເຂົາຈະກາຍເປັນຄົນພະເນຈອນຢູ່ໃນທ່າມກາງຊົນຊາດທັງຫລາຍ.
\s5
\c 10
\cl ບົດທີ 10
\p
\v 1 ອິດສະຣາເອນເປັນເຫມືອນເຄືອອະງຸ່ນທີ່ສົມບູນທີ່ອອກຫມາກດົກ. ຍິ່ງມີການເກີດຜົນຫລາຍເທົ່າໃດ, ກໍຍິ່ງມີການສ້າງແທ່ນບູຊາຫລາຍເທົ່ານັ້ນ. ແຜ່ນດິນຂອງພວກເຂົາໄດ້ຮັບຜົນຜະລິດຫລາຍຂຶ້ນເທົ່າໃດ, ພວກເຂົາກໍມີການປັບປຸງເສົາສັກສິດທັງຫລາຍຂອງພວກເຂົາຫລາຍຂຶ້ນ.
\v 2 ຈິດໃຈຂອງພວກເຂົາບໍ່ສັດຊື່; ບັດນີ້ ພວກເຂົາຈະຕ້ອງໄດ້ຮັບຜົນແຫ່ງຄວາມຜິດຂອງຕົນ. ພຣະຢາເວຈະຊົງມ້າງແທ່ນບູຊາທັງຫລາຍຂອງເຂົາ; ພຣະອົງຈະທຳລາຍເສົາສັກສິດຂອງພວກເຂົາ.
\s5
\v 3 ຈາກນັ້ນພວກເຂົາຈະເວົ້າວ່າ, “ພວກເຂົາບໍ່ມີກະສັດ, ເພາະວ່າພວກເຮົາບໍ່ຢຳເກງພຣະຢາເວ, ແລະ ກະສັດ—ຈະເຮັດຫຍັງແດ່ໃຫ້ແກ່ພວກເຮົາໄດ້?”
\v 4 ພວກເຂົາເວົ້າຂອງພວກເຂົາບໍ່ມີປະໂຫຍດຫຍັງ ແລະ ເປັນການໃຫ້ສັນຍາບໍ່ຈິງ. ດັ່ງນັ້ນ ຄວາມຍຸດຕິທຳກໍງອກງາມຂຶ້ນເຫມືອນພືດທີ່ມີພິດທົ່ວທັງທົ່ງຫຍ້າ.”
\s5
\v 5 ຜູ້ທີ່ອາໄສຢູ່ໃນນະຄອນຊາມາເຣຍຈະຢ້ານກົວຍ້ອນລູກງົວແຫ່ງເມືອງເບັດອາເວນ. ປະຊາຊົນຂອງພວກມັນຈະໄຫວ້ທຸກ ແລະ ພວກປະໂລຫິດຂອງຮູບເຄົາລົບຜູ້ຊຶ່ງມີຄວາມຍິນດີເຫນືອຮູບເຄົາລົບເຫລົ່ານັ້ນ ແລະ ຄວາມງົດງາມຂອງຮູບເຄົາລົບ, ກໍຈະບໍ່ມີອີກຕໍ່ໄປ.
\v 6 ພວກມັນຈະຖືກນຳໄປຍັງອັດຊີເຣຍ ເພື່ອເປັນເຄື່ອງບັນນາການແກ່ກະສັດອົງຍິ່ງໃຫຍ່. ເອຟາຣາອິມຈະໄດ້ຮັບຄວາມເສື່ອມເສຍ ແລະ ອິດສະຣາເອນຈະອັບອາຍຍ້ອນຮູບເຄົາລົບຂອງມັນ.
\s5
\v 7 ກະສັດຂອງຊະມາເຣຍຈະຖືກທຳລາຍ, ເຫມືອນກັບງ່າໄມ້ທີ່ຖືກນ້ຳພັດໄປ.
\v 8 ປູນິຍະສະຖານແຫ່ງຄວາມຊົ່ວຮ້າຍທັງຫລາຍຈະຖືກທຳລາຍ. ນີ້ຄືຄວາມຜິດບາບຂອງອິດສະຣາເອນ! ຕົ້ນໄມ້ ແລະ ພືດທີ່ມີຫນາມ ຈະປົ່ງຂຶ້ນມາປົກຫຸ້ມແທ່ນບູຊາທັງຫລາຍຂອງພວກເຂົາ. ປະຊາຊົນຈະເວົ້າຕໍ່ພູທັງຫລາຍວ່າ, “ຈົ່ງປິດບັງເຮົາໄວ້!” ແລະ ກ່າວກັບເນີນພູວ່າ, “ຈົ່ງລົ້ມທັບເຮົາເທີ້ນ!”
\s5
\v 9 “ອິດສະຣາເອນເອີຍ, ພວກເຈົ້າໄດ້ເຮັດບາບມາຕັ້ງແຕ່ຄາວຢູ່ທີ່ເມືອງກິເບອາ; ພວກເຈົ້າຍັງສືບຕໍ່ເຮັດເລື້ອຍມາ. ສົງຄາມຈະບໍ່ນຳມາທັນລູກຊາຍທັງຫລາຍ ຂອງຄວາມຜິດບາບໃນກິເບອາບໍ?
\s5
\v 10 ເມື່ອເຮົາປາດຖະຫນາ, ເຮົາຈະສັ່ງສອນພວກເຂົາ. ບັນດາ ຊົນຊາດທັງຫລາຍຈະຮ່ວມກັນຕໍ່ສູ້ ພວກເຂົາ ແລະ ລົງໂທດພວກເຂົາ ຍ້ອນຄວາມຊົ່ວຮ້າຍສສອງເທົ່າຂອງພວກເຂົານັ້ນ.
\v 11 ເອຟາຣາອິມເປັນເຫມືອນງົວສາວທີ່ຖືກເຝິກແອບທີ່ມັກນວດເຂົ້າ, ດັ່ງນັ້ນ ເຮົາຈະເອົາແອກວາງລົງໃສ່ຄໍອັນງົດງາມຂອງມັນ. ເຮົາຈະເອົາແອກວາາງໃສ່ຊາວເອຟາຣາອິມ; ຢູດາຈະເປັນຜູ້ໄຖ່; ຢາໂຄບຈະເປັນຜູ້ດຶງຄາດດ້ວຍຕົນເອງ.
\s5
\v 12 ຈົ່ງຫວ່ານຄວາມຊອບທຳເພື່ອໂຕພວກເຈົ້າເອງ, ແລະ ເກັບກ່ຽວພືດຜົນແຫ່ງພຣະສັນຍາຢ່າງສັດຊື່. ຈົ່ງໄຖໃນບ່ອນທີ່ຍັງບໍ່ໄດ້ໄຖ, ເພາະມັນຮອດເວລາທີ່ເຈົ້າຈະສະແຫວງຫາພຣະຢາເວ, ຈົນກວ່າເຮົາຈະມາ ແລະ ຖອກເທຄວາມຊອບທຳລົງເຫນືອພວກເຈົ້າ.
\v 13 ພວກເຈົ້າໄດ້ໄຖ່ເອົາຄວາມຊົ່ວຮ້າຍ; ແລະ ເກັບກ່ຽວຄວາມອະທຳ. ພວກເຈົ້າໄດ້ກິນພືດຜົນຂອງການຕົວະ ເພາະວ່າ ພວກເຈົ້າໄວ້ວາງໃຈໃນແຜນການທັງຫລາຍຂອງພວກເຈົ້າ ແລະ ໃນກຳລັງທະຫານອັນຫລວງຫລາຍຂອງພວກເຈົ້າ.
\s5
\v 14 ດັ່ງນັ້ນ ຄວາມວຸ້ນວາຍຂອງສົງຄາມຈະເກີດຂຶ້ນທ່າມກາງປະຊາຊົນຂອງພວກເຈົ້າ, ແລະ ປ້ອມປາການທັງຫລາຍໃນທຸກເມືອງຈະຖືກທຳລາຍ. ມັນຈະເປັນຄືກັນກັບມື້ທີ່ຊາມັນ ໄດ້ທຳລາຍບັດອາເບນໃນວັນແຫ່ງສົງຄາມ, ເມື່ອມານດາພ້ອມກັບລູກທັງຫລາຍຂອງພວກເຂົາຖືກທຸບຕີຢ່າງແຮງ.
\v 15 ສິ່ງນີ້ແຫລະຈະເກີດຂຶ້ນກັບພວກເຈົ້າ, ຊາວເບັດເອນເອີຍ, ຍ້ອນຄວາມຊົ່ວຮ້າຍທີ່ຍິ່ງໃຫຍ່ຂອງພວກເຈົ້າ. ໃນຍາມຮຸ່ງເຊົ້າ ກະສັດຂອງອິດສະຣາເອນຈະຖືກຕັດອອກຢ່າງຫມົດສີ້ນ.”
\s5
\c 11
\cl ບົດທີ 11
\p
\v 1 “ເມື່ອອິດສະຣາເອນເປັນເດັກນ້ອຍ ເຮົາກໍຮັກແພງລາວ, ແລະ ເຮົາໄດ້ເອີ້ນລູກຊາຍຂອງເຮົາໃຫ້ອອກມາຈາກປະເທດເອຢິບ.
\v 2 ແຕ່ເມື່ອພວກເຂົາຖືກເອີ້ນຫລາຍເທົ່າໃດ, ພວກເຂົາກໍຍິ່ງຫນີຫ່າງຈາກເຮົາຫລາຍຂຶ້ນເທົ່ານັ້ນ. ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພະບາອານ ແລະ ໄດ້ເຜົາເຄື່ອງຫອມບູຊາແດ່ຮູບເຄົາລົບ.
\s5
\v 3 ເຖິງປານນັ້ນເຮົາເປັນຄົນສອນເອຟາຣາອິມການດຳເນີນຊີວິດ. ເຮົາກໍອຸ້ມເຂົາທັງຫລາຍໄວ້, ແຕ່ພວກເຂົາບໍ່ຮູ້ວ່າເຮົາເປັນຜູ້ດູແລພວກເຂົາ.
\v 4 ເຮົາໄດ້ນຳພວກເຂົາດ້ວຍແສ້ແຫ່ງມະນຸດຊະທຳ, ແລະ ສາຍຫັດແຫ່ງຄວາມຮັກ. ເຮົາເຮັດໃຫ້ເເອກຢູ່ຄາງກະໄຕຂອງພວກເຂົາເບົາລົງ, ແລະ ເຮົາໄດ້ຖ່ອມຕົວລົງມາຫາພວກເຂົາ ແລະ ລ້ຽງດູພວກເຂົາ.
\s5
\v 5 ພວກເຂົາຈະບໍ່ກັບຄືນໄປຍັງປະເທດເອຢິບອີກບໍ? ອັດຊີເຣຍຈະບໍ່ປົກຄອງພວກເຂົາ ເພາະວ່າພວກເຂົາປະຕິເສດທີ່ຈະກັບຄືນໄປຫາເຮົາຫລື?
\v 6 ດາບຈະຕົກລົງມາຍັງບັນດາຫົວເມືອງຂອງເຂົາ ແລະ ເພື່ອທຳລາຍບານປະຕູເມືອງຂອງພວກເຂົາ; ທຳລາຍພວກເຂົາ ເພາະແຜນການພວກເຂົາ.
\v 7 ປະຊາຊົນຂອງເຮົາໄດ້ຫນີໄປຈາກເຮົາ. ເຖິງວ່າພວກເຂົາຈະຮ້ອງຫາພຣະຜູ້ສູງສຸດ, ກໍບໍ່ມີໃຜຊ່ວຍພວກເຂົາໄດ້.
\s5
\v 8 ໂອ້ ເອຟາຣາອິມເອີຍ, ເຮົາຈະປະຖິ້ມພວກເຈົ້າໄດ້ແນວໃດ? ໂອ້ ອິດສະຣາເອນເອີີຍ, ເຮົາຈະປະພວກເຈົ້າໃຫ້ເປັນເຫມືອນອັດມາໄດ້ບໍ? ເຮົາຈະເຮັດກັບພວກເຈົ້າເຫມືອນທີ່ເຮົາໄດ້ເຮັດກັບເມືອງເຊໂບຢິມນັ້ນໄດ້ບໍ? ຈິດໃຈເຮົາກໍວຸ້ນວາຍ; ຄວາມເມດຕາຂອງຂ້ານ້ອຍກໍແສນກະວົນກະວາຍ.
\v 9 ເຮົາຈະບໍ່ລົງໂທດພວກເຈົ້າດ້ວຍຄວາມຄຽດແຄ້ນຂອງເຮົາ; ເຮົາຈະບໍ່ທຳລາຍເອຟາຣາອິມອີກ. ເພາະວ່າເຮົາເປັນພຣະເຈົ້າບໍ່ແມ່ນມະນຸດ; ເຮົາເປັນຜູ້ບໍຣິສຸດທີ່ຢູ່ທ່າມກາງພວກເຈົ້າ, ແລະ ເຮົາຈະບໍ່ໂກດຮ້າຍພວກເຂົາອີກ.
\s5
\v 10 ເຮົາຈະຕິດຕາມພຣະຢາເວ; ແລະ ພຣະອົງຈະຊົງຮ້ອງແຜດສຽງເຫມືອນໂຕສິງ. ເມື່ອພຣະອົງຊົງຮ້ອງຂຶ້ນ, ໄພ່ພົນຂອງພຣະອົງຈະຕິດຕາມມາດ້ວຍຄວາມຢຳເກງຈາກທິດຕາເວັນຕົກ.
\v 11 ພວກເຂົາຈະມາດ້ວຍຄວາມຢ້ານກົວເຫມືອນນົກທີ່ມາຈາກເອຢິບ, ເຫມືອນນົກເຂົາທີ່ອອກມາຈາກດິນແດນຂອງອັດຊີເຣຍ. ເຮົາຈະນຳພວກເຂົາໄປຢູ່ໃນບ້ານເຮືອນຂອງພວກເຂົາອີກ—ນີ້ເປັນຄຳປະກາດຂອງພຣະຢາເວ.
\s5
\v 12 ເອຟາຣາອິມອ້ອມຮອບເຮົາໄວ້ດ້ວຍການຕົວະ, ແລະ ອິດສະຣາເອນກໍເຕັມໄປດ້ວຍການຫລອກລວງ. ແຕ່ຊາວຢູດາກໍຍັງຕິດຕາມເຮົາ, ພຣະເຈົ້າ, ແລະຊົງເປັນຜູ້ສັດຊື່, ບໍຣິສຸດແຕ່ອົງດຽວ."
\s5
\c 12
\cl ບົດທີ 12
\p
\v 1 ເອຟາຣາອິມລ້ຽງຕົນດ້ວຍລົມ ແລະ ຕາມຫລັງລົມຕາເວັນອອກ. ເຂົາຍັງເພີ່ມການເວົ້າຕົວະ ແລະ ຄວາມຮຸ່ນແຮງເພີ່ມຂຶ້ນເລື້ອຍໆ. ພວກເຂົາໄດ້ເຮັດສັນຍາກັບອັດຊີເຣຍ ແລະ ໄດ້ຂົນນ້ຳມັນຫມາກກອກໄປເອຢິບ.
\v 2 ພຣະຢາເວຊົງຟ້ອງຮ້ອງປະຊາຊົນຢູດາ ແລະ ຈະຊົງລົງໂທດຢາໂຄບໃນສິ່ງທີ່ພວກເຂົາໄດ້ເຮັດ; ພຣະອົງຈະຊົງຕອບແທນຕາມການກະທຳຂອງພວກເຂົາ.
\s5
\v 3 ໃນທ້ອງຂອງເເມ່ນັ້ນ ຢາໂຄບໄດ້ດຶງສົ້ນຕີນຂອງອ້າຍລາວ, ແລະ ເມື່ອລາວເປັນຜູ້ໃຫຍ່ລາວຕໍ່ສູ້ກັບພຣະເຈົ້າ.
\v 4 ລາວໄດ້ປ້ຳສູ້ກັບເທວະດາ ແລະ ໄດ້ຊະນະ. ລາວໄດ້ຮ້ອງໄຫ້ ແລະ ຂໍຄວາມເມດຕາ. ລາວພົບພຣະເຈົ້າຢູ່ເບັດເອນ; ໃນບ່ອນນັ້ນພຣະເຈົ້າຊົງກ່າວກັບລາວ.
\s5
\v 5 ນີ້ຄືພຣະຢາເວ, ພຣະເຈົ້າຈອມໂຢທາ; "ພຣະຢາເວ" ແມ່ນພຣະນາມທີ່ໄດ້ຮັບການຊົງເອີ້ນ.
\v 6 ດ້ວຍເຫດນີ້ ຈົ່ງກັບມາຫາພຣະເຈົ້າຂອງພວກເຈົ້າ. ຈົ່ງຮັກສາຄວາມສັດຊື່ແຫ່ງພຣະສັນຍາ ແລະ ຄວາມຍຸຕິທຳ, ແລະຄອຍຖ້າພຣະເຈົ້າຂອງເຈົ້າຢູ່ສະເຫມີ.
\s5
\v 7 ບັນດາພໍ່ຄ້າມີຊີງທີ່ຄົດໂກງຢູ່ໃນມືຂອງພວກເຂົາ; ພວກເຂົາມັກສໍ້ໂກງ.
\v 8 ເອຟາຣາອິມເວົ້າວ່າ, “ຂ້ານ້ອຍໄດ້ກາຍເປັນຄົນາຮັ່ງມີຢ່າງແນ່ນອນ; ຂ້ານ້ອຍໄດ້ຮັ່ງມີດ້ວຍໂຕຂອງຂ້ານ້ອຍເອງ. ໃນວຽກງານທຸກຢ່າງຂອງຂ້ານ້ອຍ ພວກເຂົາຈະບໍ່ພົບຄວາມຊົ່ວໃດໆໃນຂ້ານ້ອຍ, ໃນທຸກໆສິ່ງທີ່ເປັນຄວາມບາບ."
\s5
\v 9 "ເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ ຜູ້ຊຶ່ງນຳພວກເຈົ້າອອກຈາກແຜ່ນດິນເອຢິບ. ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນຕູບຜ້າເຕັ້ນອີກ, ເຫມືອນສະໄຫມທີ່ມີເທດສະການຕ່າງໆນັ້ນ.
\v 10 ເຮົາໄດ້ເວົ້າກັບພວກຜູ້ປະກາດພຣະທຳ, ແລະ ໄດ້ໃຫ້ພວກເຂົາເຫັນນິມິດຫລາຍຢ່າງສຳລັບເຈົ້າ. ໂດຍທາງຜູ້ປະກາດພຣະທຳ ເຮົາໄດ້ໃຫ້ຄຳອຸປະມາ."
\s5
\v 11 ຖ້າມີຄວາມຊົ່ວຢູ່ໃນກິເລອາດ, ພວກເຂົາທັງຫລາຍກໍບໍ່ມີຄ່າຢ່າງແນ່ນອນ. ໃນກິນການ ພວກເຂົາໄດ້ເອົາງົວມາເຜົາຖວາຍບູຊາ; ແທ່ນບູຊາຂອງພວກເຂົາທັງຫລາຍຈຶ່ງຈະກາຍເປັນກອງຫີນຢູ່ໃນທົ່ງກວ້າງ.”
\v 12 ຢາໂຄບຕ້ອງປົບຫນີໄປຍັງແຜ່ນດີນອາຣາມ; ອິສະເອນຕ້ອງເຮັດວຽກເພື່ອຈະໄດ້ເມຍ; ແລະ ພວກເຂົາໄດ້ລ້ຽງຝູງແກະເພື່ອຈະເມຍ.
\s5
\v 13 ພຣະຢາເວຊົງນຳອິດສະຣາເອນອອກຈາກເອຢິບໂດຍຊົງໃຊ້ຜູ້ປະກາດພຣະທຳຄົນຫນຶ່ງ, ແລະ ໂດຍຜູ້ປະກາດພຣະທຳຄົນຫນຶ່ງ ພຣະອົງຊົງລ້ຽງດູພວກເຂົາ.
\v 14 ເອຟາຣາອິມໄດ້ເຮັດໃຫ້ພຣະຢາເວຊົງໂກດຮ້າຍຢ່າງຂົມຂື່ນ. ດັ່ງນັ້ນ ພຣະຜູ້ເປັນເຈົ້າຂອງພວກເຂົາຈະຊົງຖິ້ມເລືອດຂອງພຣະອົງໃສ່ພວກເຂົາ ແລະ ຕອບແທນພວກເຂົາດ້ວຍຄວາມເສື່ອມເສຍຂອງພຣະອົງ.
\s5
\c 13
\cl ບົດທີ 13
\p
\v 1 "ເມື່ອເອຟາຣາອິມເວົ້າ, ກໍມີຄວາມຢ້ານກົວ. ພວກເຂົາຍົກຍ້ອງຕົນເອງໃນອິດສະຣາເອນ, ແຕ່ພວກເຂົາໄດ້ເຮັດຜິດ ເພາະຂາບໄຫວ້ພະບາອານ, ແລະ ພວກເຂົາກໍຕາຍ.
\v 2 ຕອນນີ້ ພວກເຂົາກໍຍິ່ງເຮັດບາບເພີ່ມຂຶ້ນເລື້ອຍໆ. ພວກເຂົາຍັງຫລໍ່ຮູບດ້ວຍໂລຫະທີ່ເຮັດຈາກເງິນ, ຮູບເຄົາລົບຂາບທີ່ຫລໍ່ດ້ວຍສຸດຝີມືເທົ່າທີ່ເຮັດໄດ້, ພວກເຂົາທຸກຄົນເປັນຊ່າງຫັດຖະກຳ. ຄົນກ່າວເຖິງພວກເຂົາວ່າ, 'ຄົນເຫລົ່ານີ້ເປັນຜູ້ຖວາຍເຄື່ອງບູຊາດ້ວຍການຈູບລູກງົວ.'
\s5
\v 3 ສະນັ້ນ ພວກເຂົາຈະເປັນເຫມືອນຫມອກໃນຍາມເຊົ້າ, ເປັນເຫມືອນນ້ຳຄ້າງທີ່ຈາງຫາຍໄປໃນຍາມຮຸ່ງເຊົ້າ, ເປັນເຫມືອນແກບທີ່ປິວໄປຕາມສາຍລົມພັດຈາກລານຟາດເຂົ້າ, ແລະ ເປັນເຫມືອນຄວັນທີ່ອອກມາຈາກປ່ອງດູດຄວັນໄຟ.
\s5
\v 4 ແຕ່ເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ ຕັ້ວແຕ່ແຜ່ນດີນເອຢິບ. ພວກເຈົ້າຕ້ອງຮັບຮູ້ວ່າບໍ່ມີພະອື່ນໃດນອກຈາກເຮົາ; ພວກເຈົ້າຕ້ອງຮັບຮູ້ວ່ານອກຈາກເຮົາແລ້ວ, ບໍ່ມີພຣະຜູ້ຊ່ວຍໃຫ້ພົ້ນອົງອື່ນ.
\v 5 ເຮົາຮູ້ວ່າພວກເຈົ້າຢູ່່ໃນຖິ່ນແຫ້ງແລ້ງກັນດານ, ໃນປະເທດແຫ້ງແລ້ງ.
\v 6 ເມື່ອພວກເຈົ້າມີທົ່ງຫຍ້າ, ແລ້ວພວກເຈົ້າກໍໄດ້ກິນຈົນອີ່ມ; ແລະເມື່ອພວກເຈົ້າອີ່ມບໍລິບູນແລ້ວ, ໃຈຂອງພວກເຈົ້າກໍໂອ້ອວດຈອງຫອງຂຶ້ນ. ເພາະເຫດນີ້ ພວກເຈົ້າຈຶ່ງລືມເຮົາ.
\s5
\v 7 ເຮົາຈະເປັນເຫມືອນໂຕສິງຕໍ່ພວກເຂົາ; ຈະເປັນເຫມືອນເສືອດາວທີ່ຄອຍຈອບເບິ່ງຢູ່ຕາມທາງທຽວ.
\v 8 ເຮົາຈະຄຸບພວກເຈົ້າເຫມືອນຫມີໂຕຫນຶ່ງທີ່ລູກມັນຖືກລັກໄປ. ເຮົາຈະຈີກຫນ້າເອິກພວກເຂົາ, ແລະ ເຮົາຈະກັດກິນພວກເຂົາເຫມືອນໂຕສິງ ແລະ ຈີກພວກເຈົ້າອອກເປັນຕ່ອນໆ ຄືກັບສັດປ່າຈີກ.
\s5
\v 9 ເຮົາຈະທຳລາຍພວກເຈົ້າ, ອິດສະຣາເອນເອີຍ; ໃຜຈະຊ່ວຍພວກເຈົ້າໄດ້?
\v 10 ຕອນນີ້ ກະສັດຂອງພວກເຈົ້າຢູ່ໃສ, ຜູ້ຊຶ່ງອາດຊ່ວຍພວກເຈົ້າໃຫ້ປອດໄພໃນທຸກເມືອງຢູ່ໃສ? ພວກຜູ້ນຳຂອງພວກເຈົ້າຢູ່ໃສ, ຄົນທີ່ພວກເຈົ້າບອກກັບເຮົາວ່າ, 'ຂໍມອບກະສັດ ແລະ ເຈົ້ານາຍໃຫ້ແກ່ພວກຂ້ານ້ອຍເທີ້ນ'?
\v 11 ເຮົາໄດ້ເອົາກະສັດໃຫ້ພວກເຈົ້າດ້ວຍຄວາມຄຽດຂອງເຮົາ, ແລະ ເຮົາໄດ້ເຂົາໄປດ້ວຍຄວາມໂກດຮ້າຍຂອງເຮົາ.
\s5
\v 12 ຄວາມຊົ່ວຮ້າຍຂອງເອຟາຣາອິມໄດ້ເພີ່ມສູງຂື້ນ; ຄວາມຜິດຂອງພວກເຂົາກໍ່ງອກຂື້ນ.
\v 13 ການເຈັບທ້ອງເກີດລູກຈະມາເຖິງພວກເຂົາ, ແຕ່ພວກເຂົາເປັນລູກຊາຍທີ່ໄຮ້ປັນຍາ, ເພາະເມື່ອເຖິງເວລາທີ່ຈະເກີດ, ພວກເຂົາບໍ່ໄດ້ອອກມາຈາກມົດລູກແມ່.
\s5
\v 14 ເຮົາຈະຊ່ວຍພວກເຂົາໃຫ້ພົ້ນມືຂອງຈາກແດນມໍລະນາຫລື? ເຮົາຈະຊ່ວຍພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍຫລື? ຄວາມຕາຍເອີຍ, ໄພພິບັດຂອງເຈົ້າຢູ່ບ່ອນໃດ? ແດນມໍລະນາເອີຍ, ຄວາມຈິບຫາຍຂອງເຈົ້າຢູ່ບ່ອນໃດ? ຄວາມເມດຕາໄດ້ຖືກເຊື່ອງໄວ້ຈາກສາຍຕາຂອງຂ້ານ້ອຍ."
\s5
\v 15 ເຖິງແມ່ນວ່າ ເອຟາຣາອິມໄດ້ຈະເລີນຮຸ່ງເຮືອງທ່າມກາງພີ່ນ້ອງຂອງພວກເຂົາ, ລົມທາງທິດຕາເວັນອອກຈະພັດມາ; ລົມຂອງພຣະຢາເວກໍຈະມາຈາກຖິ່ນແຫ້ງແລ້ງກັນດານ. ນ້ຳພຸຂອງເອຟຣາຢິມກໍຈະແຫ້ງ, ແລະ ນ້ຳສ້າງຂອງພວກເຂົາກໍຈະບໍ່ມີນ້ຳ. ສັດຕູຂອງພວກເຂົາຈະປຸ້ນເອົາເຄື່ອງຂອງມີຄ່າທຸກຢ່າງໄປຈາກຄັງຂອງເຂົາ.
\s5
\v 16 ຊະມາເລຍຈະມີຄວາມຜິດ, ເພາະນາງໄດ້ເປັນກະບົດຕໍ່ສູ້ພຣະເຈົ້າຂອງນາງ. ພວກເຂົາຈະລົ້ມລົງດ້ວຍດາບ; ພວກລູກນ້ອຍຂອງພວກເຂົາຈະຖືກຟາດໃຫ້ມົ່ນ, ແລະ ແມ່ຍິງທີ່ຖືພາກໍຈະຖືກຜ່າທ້ອງ.
\s5
\c 14
\cl ບົດທີ 14
\p
\v 1 ອິດສະຣາເອນເອີຍ, ຈົ່ງກັບຄືນມາຫາພຣະຢາເວພຣະເຈົ້າຂອງພວກເຈົ້າເທີ້ນ, ທີ່ພວກເຈົ້າໄດ້ລົ້ມລົງນັ້ນກໍຍ້ອນຄວາມຜິດບາບຂອງພວກເຈົ້າ.
\v 2 ຈົ່ງນຳເອົາຖ້ອຍຄຳມາ ແລະກັບຄືນມາຫາພຣະຢາເວສາ. ອ້ອນວອນຕໍ່ພຣະອົງວ່າ, “ຂໍຊົງໂຜດຍົກເອົາຄວາມຜິດບາບທັງປວງຂອງພວກຂ້ານ້ອຍ ແລະ ຂໍຊົງຮັບເອົາສິງທີ່ດີແດ່ທ້ອນ, ເພື່ອພວກຂ້ານ້ອຍຈະໄດ້ຖວາຍຫມາກແຫ່ງສົບປາກຂອງພວກຂ້ານ້ອຍ.
\s5
\v 3 ອັດຊີເຣຍຈະບໍ່ຊ່ວຍພວກຂ້ານ້ອຍ; ພວກເຮົາຈະບໍ່ໄດ້ຂີ່ລົດມ້າເຂົ້າໄປສູ່ສົງຄາມ. ພວກເຮົາກໍຈະບໍ່ໄດ້ເວົ້າກັບສິ່ງທີ່ມືຂອງເຮົາສ້າງຂຶ້ນອີກຕໍ່ໄປວ່າ, 'ພະອົງເປັນພະທັງຫລາຍຂອງພວກຂ້ານ້ອຍ' ເພາະລູກກຳພ້າພໍ່ໄດ້ພົບຄວາມເມດຕາ.”
\s5
\v 4 "ເຮົາຈະຮັກສາພວກເຂົາຈາກການຫັນຫນີຂອງພວກເຂົາ; ເຮົາຈະຮັກພວກເຂົາຢ່າງບໍ່ມີເງື່ອນໄຂ, ເພາະຄວາມໂກດຮ້າຍຂອງເຮົາໄດ້ຫັນຫນີຈາກພວກເຂົາແລ້ວ.
\v 5 ເຮົາຈະເປັນຄືນ້ຳຫມອກແກ່ຊົນຊາດອິດສະຣາເອນ; ພວກເຂົາຈະເບັ່ງບານເຫມືອນດອກລິນລີ້ ແລະ ຮາກຈະຢັ່ງລົງເຫມືອນຢ່າງຕົ້ນສົນໃນປະເທດເລບານອນ.
\v 6 ງ່າຂອງພວກມັນຊີ້ອອກ; ຄວາມງົດງາມຂອງພວວກມັນຈະເຫມືອນຕົ້ນຫມາກກອກເທດ, ແລະ ກິ່ນຂອງມັນກໍຈະເຫມືອນຕົ້ນສົນໃນເລບານອນ.
\s5
\v 7 ບັນດາຜູ້ທີ່ອາໄສຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາຈະກັບຄືນມາ; ພວກເຂົາຈະຟື້ນຂຶ້ນເຫມືອເມັດເຂົ້າອີກ ແລະ ເກີດຜົນເຫມືອນເຄືອອະງຸ່ນ. ຊື່ສຽງຂອງພວກເຂົາຈະເຫມືອນນ້ຳເຫລົ້າອະງຸ່ນຂອງເລບານອນ.
\v 8 ເອຟາຣາອິມເອີຍ, ເຮົາຈະກ່ຽວຂ້ອງກັບຮູບເຄົາລົບອີກຫລາຍປານໃດ? ເຮົາຈະຕອບສະຫນອງພວກເຂົາ ແລະ ຈະດູແລພວກເຂົາ. ເຮົາເປັນເຫມືອນຕົ້ນສົນທີ່ມີໃບຂຽວສົດຢູ່ສະເຫມີ; ຜົນຂອງພວກເຈົ້າເກີດຂຶ້ນໄດ້ກໍເພາະເຮົາ.
\s5
\v 9 ໃຜຄືຜູ້ສະຫລາດທີ່ຈະເຂົ້າໃຈສິ່ງເຫລົ່ານີ້? ໃຜທີ່ເຂົ້າໃຈເຖິງສິ່ງເຫລົ່ານີ້ ເພື່ອພວກເຂົາຈະໄດ້ຮູ້ເລື່ອງເຫລົ່ານີ້? ເພາະທາງຂອງພຣະຢາເວກໍໍຖືກຕ້ອງ, ແລະຄົນຊອບທຳທັງຫລາຍກໍຈະເດີນໃນທາງນັ້ນ, ແຕ່ຄົນກະບົດຈະລົ້ມລົງໃນທາງນັ້ນ.