lo_ulb/25-LAM.usfm

311 lines
55 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id LAM
\ide UTF-8
\h ເພງຄໍ່າຄວນ
\toc1 ເພງຄໍ່າຄວນ
\toc2 ເພງຄໍ່າຄວນ
\toc3 lam
\mt ເພງຄໍ່າຄວນ
\s5
\c 1
\cl ບົດທີ 1
\p
\v 1 ຄັ້ງຫນຶ່ງໃນນະຄອນທີ່ເຕັມໄປດ້ວຍຜູ້ຄົນ ບັດນີ້ມານັ່ງດຽວດາຍແຕ່ຜູ້ດຽວ. ນາງໄດ້ເປັນກາຍເຫມືອນແມ່ຫມ້າຍແລ້ວ, ນາງເຄີຍເປັນຍິງທີມີກຽດສັກສີຂອງຊົນຊາດ. ນາງເປັນເຫມຶອນດັ່ງເຈົ້າຍິງ ທ່າມກາງຊົນຊາດທັງຫລາຍ, ແຕ່ບັດນີ້ຖືກບັງຄັບໃຫ້ເປັນທາດແລ້ວ.
\v 2 ນາງຮ້ອງໄຫ້ ແລະ ຄໍ່າຄວນຍາມກາງຄືນ, ແລະນໍ້າຕາຂອງນາງໄຫລອາບແກ້ມ. ບໍ່ມີໃຜທີຮັກນາງປອບໃຈນາງ. ເພື່ອນທຸກຄົນຂອງນາງໄດ້ທໍຣະຍົດຕໍ່ນາງ. ພວກເຂົາກາຍເປັນສັດຕຣູຂອງນາງ.
\s5
\v 3 ຫລັງຈາກຄວາມຍາກຈົນ ແລະ ຄວາມທໍຣະມານແລ້ວ, ເມື່ອຢູດາໄດ້ໄປເປັນຊະເລີຍ. ນາງຕ້ອງອາໄສຢູທ່າມກາງບັນດາປະຊາຊາດ ແລະ ບໍ່ໄດ້ພົບທີ່ພັກສະຫງົບເລີຍ. ທຸກຄົນທີ່ໄລ່ລ່ານາງ ກໍຕາມນາງທັນໃນຄວາມແຄ້ນໃຈຂອງນາງນັ້ນ.
\s5
\v 4 ຫົນທາງສູ່ຊີໂອນກໍໂສກເສົ້າ ເພາະບໍ່ມີຜູ້ໃດສັນຈອນໄປງານເທສະການງານລ້ຽງຕາມກຳນົດ. ປະຕູເມືອງທຸກບານຂອງນາງກໍຮ້າງ. ປະໂລຫິດທັງຫລາຍຂອງນາງພາກັນຖອນໃຈ. ສາວປອດຂອງນາງຕ້ອງໂສກເສົ້າໃຈ ແລະ ນາງເອງກໍຂົມຂື່ນທີ່ສຸດ.
\v 5 ຜູ້ເປັນສັດຕຣູຂອງນາງກາຍເປັນເຈົ້ານາຍຂອງນາງ; ສັດຕຣູຂອງນາງໄດ້ຈະເຣີນຮຸ່ງເຮືອງ. ພຣະຢາເວຊົງໃຫ້ນາງທົນທຸກ ເພາະບາບທັງຫລາຍຂອງນາງ. ລູກນ້ອຍທັງຫລາຍຂອງນາງເປັນຊະເລີຍຂອງສັດຕຣູ.
\s5
\v 6 ຄວາມງາມໄດ້ຫາຍໄປຈາກລູກສາວແຫ່ງຊີໂອນ. ພວກເຈົ້າຊາຍທັງຫລາຍຂອງນາງກໍເປັນ ດັ່ງຝູງກວາງທີ່ຫາທົ່ງຫຍ້າບໍ່ເຫັນ, ແລະພວກມັນກໍໄດ້ຫມົດແຮງຕໍ່ຫນ້າ ຜູ້ໄລ່ລ່າຂອງພວກມັນ.
\s5
\v 7 ໃນວັນທຸກຍາກ ແລະຍາມທີ່ບໍ່ມີເຮືອນອາໄສຢູ່ຂອງນາງ, ເຢຣູຊາເລັມຈະຣະນືກເຖິງຂອງມີຄ່າທັງຫມົດທີ່ນາງເຄີຍມີໃນອາດີດ. ເມື່ອປະຊາຊົນຂອງນາງຕົກຢູໃນມືຂອງສັດຕຣູ, ບໍ່ມີໃຜຊ່ວຍນາງໄດ້ເລີຍ. ພວກສັດຕຣູທັງຫລາຍໄດ້ເຫັນນາງແລ້ວ ແລະ ກໍເຍາະເຍີ້ຍຄວາມຫລົ້ມຈົມຂອງນາງ.
\s5
\v 8 ເຢຣູຊາເລັມໄດ້ເຮັດບາບໃຫຍ່ຫລວງ, ສະນັ້ນ, ນາງຈຶ່ງໄດ້ເປັນທີ່ເຍາະເຍີ້ຍເຫມືອນກັບສີ່ງທີ່ເປັນມົນທິນ. ທຸກຄົນທີເຄີຍໃຫ້ກຽດຕິຍົດນາງ ບັດນີ້ ຫມິ່ນປະຫມາດນາງ ເພາະພວກເຂົາເຫັນຄວາມເປືອຍກາຍຂອງນາງ. ນາງໄດ້ແຕ່ຖອນໃຈ ແລະພະຍາຍາມຫັນຫນ້າຫນີໄປເສັຽ.
\v 9 ນາງໄດ້ເປັນມົນທີນພາຍໃຕ້ກະໂປ່ງຂອງນາງ. ນາງບໍ່ຄິດເຖິງອານາຄົດອີກແລ້ວ. ດັ່ງນັ້ນຄວາມຫລົ້ມຈົມຂອງນາງ ຈຶ່ງຫນ້າຢ້ານ. ບໍ່ມີໃຜປອບໃຈນາງເລີຍ. ນາງໄດ້ແຕ່ຮ້ອງວ່າ, "ຂ້າແດ່ພຣະຢາເວ, ຂໍເບິ່ງຄວາມທຸກທໍຣະມານຂອງຂ້ານ້ອຍ, ເພາະພວກສັດຕຣູນັ້ນຍິ່ງໃຫຍ່ເກີນໄປ."
\s5
\v 10 ສັດຕຣູໄດ້ເດ່ມືອອກມາຍຶດເອົາສິ່ງຂອງລໍ້າຄ່າທຸກຢ່າງຂອງນາງໄປ. ນາງໄດ້ເຫັນບັນດາປະຊາຊາດ ບຸກເຂົ້າມາໃນສະຖານນະມັດສະການຂອງນາງ, ເຖິງແມ່ນວ່າຄົນທີ່ພຣະອົງຫ້າມວ່າ ພວກເຂົາຕ້ອງບໍ່ເຂົ້າມາໃນບ່ອນປະຊຸມຂອງພຣະອົງ.
\s5
\v 11 ປະຊາຊົນທັງຫມົດຂອງນາງໄດ້ຖອນໃຈໃຫຍ່ ເມື່ອພວກເຂົາສະແຫວງຊອກຫາອາຫານ. ພວກເຂົາໄດ້ເອົາເຄື່ອງຂອງມີຄ່າ ແລກອາຫານເພື່ອຈະໄດ້ມີຊີວິດຢູ່. ເບິ່ງແມ, ພຣະຢາເວ, ຂໍພິຈາຣະນາຂ້ານ້ອຍ, ເພາະຂ້ານ້ອຍກາຍເປັນຄົນບໍ່ມີຄ່າໃດໆ.
\v 12 ທ່ານທັງຫລາຍທີ່ຍ່າງຜ່ານໄປ, ທ່ານບໍ່ເກີດຄວາມຮູ້ສຶກອັນໃດແນ່ບໍ? ເບິ່ງແມ, ຈົ່ງເບິ່ງວ່າມີຄວາມທຸກອັນໃດແດ່ທີ່ຈະຄືກັບຄວາມທຸກທີ່ມາສູ່ຂ້ານ້ອຍ ເປັນຄວາມທຸກຊຶ່ງພຣະຢາເວໄດ້ເຮັດແກ່ຂ້ານ້ອຍ, ໃນວັນທີ່ພຣະອົງໂກດຮ້າຍຂ້ານ້ອຍຢ່າງຮ້າຍແຮງນັ້ນ.
\s5
\v 13 ຈາກເບື້ອງເທິງ ພຣະອົງໄດ້ສົ່ງໄຟມາເຜົາໃຫ້ເຂົ້າໄປໃນ ກະດູກຂອງຂ້ານ້ອຍ, ແລະມັນກໍເລິກລົງໄປໃນກະດູກແທ້. ພຣະອົງໄດ້ກາງຕາຫນ່າງໄວ້ດັກຕີນຂອງຂ້ານ້ອຍ ແລະ ໄດ້ຊົງເຮັດໃຫ້ຂ້ານ້ອຍຕ້ອງປິ່ນກັບ. ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຫມົດຫວັງ ແລະ ອ່ອນແອຕະຫລອດເວລາ.
\v 14 ແອກແຫ່ງບັນດາການລະເມີດຜິດຂອງຂ້ານ້ອຍຖືກມັດລວມກັນໂດຍມືຂອງພຣະອົງ. ການລະເມີດເຫລົ່ານັ້ນກໍຖືກຫຍິບລວມກັນ ແລະ ໃສ່ອ້ອມຄໍຂອງຂ້ານ້ອຍ. ພຣະອົງເຮັດໃຫ້ ກຳລັງຂອງຂ້ານ້ອຍອ່ອນລົງ. ອົງພຣະຜູ້ເປັນເຈົ້າໄດ້ຊົງມອບຂ້ານ້ອຍໄວ້ໃນມືຂອງພວກມັນ, ແລະຜູ້ທີ່ຂ້ານ້ອຍບໍ່ສາມາດຕໍ່ຕ້ານໄດ້.
\s5
\v 15 ພຣະຜູ້ເປັນເຈົ້າໄດ້ໂຍນຂ້ານ້ອຍໃຫ້ອອກໄປ ຜູ້ກ້າຫານທັງຫລາຍທີ່ຕໍ່ສູ້ຂ້ານ້ອຍນັ້ນ. ພຣະອົງໄດ້ເອີ້ນຝູງຊົນມາສູ້ຂ້ານ້ອຍ ເພື່ອບີບບີ້ຜູ້ຊາຍທີ່ແຂງແຮງຂອງຂ້ານ້ອຍໃຫ້ແຫລກໄປ. ອົງພຣະຜູ້ເປັນເຈົ້າໄດ້ຢຽບຢໍ້າສາວບໍຣິສຸດແຫ່ງຢູດາ ເຫມືອນຢຽບຢໍ້າອະງຸ່ນໃນອ່າງຢຽບຫມາກອະງຸ່ນ.
\s5
\v 16 ດ້ວຍເຫດນີ້ເອງ ຂ້ານ້ອຍຈຶ່ງຮ້ອງໄຫ້. ດວງຕາຂອງຂ້ານ້ອຍ, ມີແຕ່ນໍ້າຕາທີ່ໄຫລອອກຈາກດວງຕາຂອງຂ້ານ້ອຍ ເມື່ອຜູ້ປອບໃຈທີ່ຊ່ວຍຊີວິດຂອງຂ້ານ້ອຍນັ້ນ ຢູ່ຫ່າງໄກຈາກຂ້ານ້ອຍສາແລ້ວ. ບັນດາລູກຂອງຂ້ານ້ອຍຫມົດຫວັງ ເພາະສັດຕຣູມີຊັຍຊະນະແລ້ວ.
\v 17 ຊີໂອນເອີຍ ຈົ່ງກາງມືຂອງເຈົ້າອອກໃຫ້ກວ້າງ; ແຕ່ກໍບໍ່ມີໃຜທີ່ຈະປອບໃຈນາງເລີຍ. ພຣະຢາເວສັ່ງຜູ້ທີ່ຢູ່ອ້ອມຮອບຢາໂຄບ ໃຫ້ກາຍເປັນສັດຕຣູຂອງລາວ. ເຢຣູຊາເລັມເປັນມົນທິນ ສຳລັບພວກເຂົາທັງຫລາຍ.
\s5
\v 18 ພຣະຢາເວຊອບທັມແລ້ວ, ເພາະຂ້ານ້ອຍໄດ້ຂັດຂືນຕໍ່ພຣະບັນຍັດຂອງພຣະອົງ. ທຸກຊົນຊາດຈົ່ງຟັງເຖີດ, ແລະເບິ່ງການທົນທຸກຂອງຂ້ານ້ອຍ, ສາວບໍຣິສຸດທັງຫລາຍ ແລະ ຜູ້ຊາຍທີ່ແຂງແຮງທັງຫລາຍຂອງຂ້ານ້ອຍໄດ້ຕົກເປັນຊະເລີຍແລ້ວ.
\v 19 ຂ້ານ້ອຍໄດ້ຮ້ອງຫາບັນດາສະຫາຍທັງຫລາຍຂອງຂ້ານ້ອຍ, ແຕ່ເຂົາທັງຫລາຍໄດ້ຫລອກລວງຂ້ານ້ອຍ. ພວກປະໂລຫິດ ແລະພວກຜູ້ອາວຸໂສທັງຫລາຍຂອງຂ້ານ້ອຍ ກໍຕາຍຢູ່ທີ່ກາງເມືອງ, ຂະນະທີ່ຊອກຫາອາຫານພໍໃຫ້ຊີວິດຂອງພວກເຂົາ.
\s5
\v 20 ຂ້າແດ່ພຣະຢາເວ, ຂໍໂຜດເບິ່ງ, ເພາະຂ້ານ້ອຍມີຄວາມທຸກໃຈ; ທ້ອງຂອງຂ້ານ້ອຍກໍປັ່ນປ່ວນ, ໃຈຂອງຂ້ານ້ອຍກໍສັບສົນຢູ່ພາຍໃນ, ເພາະຂ້ານ້ອຍໄດ້ທໍຣະຍົດຕໍ່ພຣະອົງ. ນອກເຮືອນ, ກໍເຮັດໃຫ້ເສັຽແມ່ຍ້ອນຄົມດາບ, ສ່ວນໃນເຮືອນກໍ່ເຫລືອແຕ່ຄວາມຕາຍເທົ່ານັ້ນ.
\s5
\v 21 ເຂົາທັງຫລາຍໄດ້ຍິນສຽງວ່າ ຂ້ານ້ອຍຄໍ່າຄວນ, ແຕ່ບໍ່ໃຜປອບໃຈຂ້ານ້ອຍເລີຍ. ບັນດາສັດຕຣູທັງຫມົດຂອງຂ້ານ້ອຍ ໄດ້ຍິນເຖິງເຫດຮ້າຍທີ່ຕົກແກ່ຂ້ານ້ອຍນັ້ນ ແລະພວກເຂົາພາກັນດີໃຈ ທີ່ພຣະອົງເຮັດແນວນີ້ນັ້ນ. ເພາະພຣະອົງໄດ້ຕາມພຣະສັນຍາໄວ້ນັ້ນ; ບັດນີ້ ໃຫ້ພວກເຂົາເປັນເຫມືອນຂ້ານ້ອຍ.
\v 22 ຂໍໃຫ້ຄວາມຊົ່ວທຸກຢ່າງຂອງພວກເຂົາ ປາກົດຢູ່ຕໍ່ຫນ້າພຣະອົງດ້ວຍ. ຂໍເຮັດໃຫ້ພວກເຂົາເຫມຶອນ ເຮັດກັບຂ້ານ້ອຍ ເພາະວ່າຄວາມຜິດທັງຫມົດຂອງຂ້ານ້ອຍເຖີດ ດ້ວຍການຄໍ່າຄວນຂອງຂ້ານ້ອຍນັ້ນ ຫລວງຫລາຍ ແລະໃຈຂ້ານ້ອຍກໍອ່ອນແຮງ.
\s5
\c 2
\cl ບົດທີ 2
\p
\v 1 ພຣະຜູ້ເປັນເຈົ້າໄດ້ປົກຄຸມເຫນືອລູກສາວຂອງຊີໂອນ ພາຍໃຕ້ເມກແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງໄດ້ໂຍນຄວາມງົດງາມຂອງອິສະຣາເອນລົງຈາກຟ້າມາສູ່ດິນ. ພຣະອົງບໍ່ໄດ້ຣະນືກເຖິງຮອງຕີນຂອງພຣະອົງ ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ.
\v 2 ພຣະຜູ້ເປັນເຈົ້າກືນກິນ ແລະ ໄຮ້ຄວາມເມດຕາຕໍ່ເມືອງທຸກແຫ່ງຂອງຢາໂຄບ. ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ ພຣະອົງໄດ້ທຳລາຍກຳແພງຂອງເມືອງທັງຫລາຍ ລູກສາວຂອງຢູດານັ້ນ; ພຣະອົງລ້າງຜານອານາຈັກລົງ ແລະເຫລົ່າຜູ້ປົກຄອງດີ້ນລົງຢ່າງອັບປີທີ່ສຸດ.
\s5
\v 3 ດ້ວຍຄວາມໂກດຮ້າຍຢ່າງຮຸນແຮງ ພຣະອົງຕັດພູທຸກຫນ່ວຍຂອງອິສະຣາເອນອອກ. ພຣະອົງຖອນການປົກປ້ອງຮັກສາຈາກສັດຕຣູ. ພຣະອົງໄດ້ເຜົາຢາໂຄບ ເຫມຶອນແປວໄຟລຸກລາມ ຊຶ່ງເຜົາທຸກສິ່ງທີຢູ່ຮອບໆມັນ.
\v 4 ເຫມຶອນເປັນສັດຕຣູ ພຣະອົງໄດ້ກົ່ງຄັນທະນູແນໃສ່ພວກເຮົາ, ດ້ວຍມືຂວາຂອງພຣະອົງ ພ້ອມທີ່ຈະຍິງອອກໄປ. ພຣະອົງໄດ້ຊົງປຣະຫານທຸກຄົນ ຜູ້ເປັນທີ່ຊື່ນຕາຊື່ນໃຈພຣະອົງ ໃນເຕັນຂອງລູກສາວຂອງຊີໂອນ; ພຣະອົງໄດ້ເທຄວາມໂກດຮ້າຍຂອງພຣະອົງ ເຫມືອນໄຟແຜດເຜົາ.
\s5
\v 5 ອົງພຣະຜູ້ເປັນເຈົ້າກາຍເປັນເຫມຶອນສັດຕຣູ. ພຣະອົງໄດ້ຊົງກືນກິນອິສະຣາເອນເສັຽແລ້ວ. ພຣະອົງໄດ້ກືນກິນຣາຊະວັງທັງຫມົດຂອງນາງ. ພຣະອົງໄດ້ທຳລາຍຖານທີ່ຫມັ້ນເຂັ້ມແຂງຕ່າງໆ. ພຣະອົງໄດ້ເພີ່ມການຮ້ອງໄຫ້ ແລະການຄໍ່າຄວນສຳລັບລູກສາວຂອງຢູດາ.
\v 6 ພຣະອົງໄດ້ໂຈມຕີຫໍເຕັນຂອງພຣະອົງ ເຫມຶອນຕູບຢູ່ໃນສວນ. ພຣະອົງໄດ້ທຳລາຍບ່ອນປະຊຸມສັກສິດ. ພຣະຢາເວໄດ້ເຮັດໃຫ້ທັງບ່ອນປະຊຸມສັກສິດ ແລະວັນສະບາໂຕທັງຫລາຍໃນຊີໂອນໄດ້ຖືກລືມ, ເພາະພຣະອົງໄດ້ເຮັດໃຫ້ທັງກະສັດ ແລະ ປະໂລຫິດຖືກຫມິ່ນປະຫມາດດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
\s5
\v 7 ອົງພຣະຜູ້ເປັນເຈົ້າໄດ້ຊົງປະຕິເສດແທ່ນບູຊາຂອງພຣະອົງ ແລະ ໄດ້ຖິ້ມສະຖານນະມັດສະການຂອງພຣະອົງ. ພຣະອົງໄດ້ມອບກຳແພງຂອງຣາຊະວັງຂອງນາງໄວ້ໃນມືຂອງສັດຕຣູ. ພວກເຂົາໄດ້ສົ່ງສຽງຮ້ອງໃນພຣະວິຫານຂອງພຣະຢາເວ, ຄືກັບວັນສະຫລອງເທສະການທີ່ໄດ້ກຳນົດໄວ້.
\s5
\v 8 ພຣະຢາເວໄດ້ຕັ້ງໃຈທີ່ຈະທຳລາຍກຳແພງເມືອງຂອງລູກສາວຂອງຊີໂອນ. ພຣະອົງໄດ້ກາງສາຍວັດແທກອອກ ແລະ ບໍ່ໄດ້ຢຸດທີ່ຈະທຳລາຍກຳແພງ. ພຣະອົງໄດ້ເຮັດໃຫ້ທັງກຳແພງດິນ ແລະກຳແພງຄໍ່າຄວນ; ພວກເຂົາທັງສອງກວດທຳລາຍໄປເສັຽ.
\v 9 ປະຕູທັງຫລາຍຂອງນາງໄດ້ຍຸບລົງເຖິງດິນ; ພຣະອົງໄດ້ທຳລາຍ ແລະ ຫັກກົງປະຕູທັງຫລາຍຂອງນາງ. ກະສັດຂອງນາງ ແລະບັນດາເຈົ້າເມືອງຂອງນາງຕົກເປັນຊະເລີຍທ່າມກາງຊາດຕ່າງໆ, ກົດບັນຍັດນັ້ນກໍບໍ່ມີອີກຕໍ່ໄປແລ້ວ ແລະຜູ້ທຳນວາຍທັງຫລາຍກໍບໍ່ໄດ້ຮັບນິມິດຈາກພຣະຢາເວອີກຕໍ່ໄປ.
\s5
\v 10 ບັນດາຜູ້ອາວຸໂສຂອງລູກສາວຂອງຊີໂອນ ນັ່ງຢູ່ທີ່ຫນ້າດິນໃນຄວາມງຽບ. ພວກເຂົາໄດ້ໂຮຍຂີ້ເຖົ່າເທິງຫົວຂອງພວກເຂົາ ແລະ ນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຜ້າປ່ານ. ບັນດາສາວບໍຣິສຸດແຫ່ງນະຄອນເຢຣູຊາເລັມໄດ້ກົ້ມຫົວຂອງພວກເຂົາລົງເຖິງດິນ.
\s5
\v 11 ດວງຕາຂອງຂ້ານ້ອຍໄດ້ຫມອງຊໍ້າ ເພາະການຮ້ອງໄຫ້; ທ້ອງຂອງຂ້ານ້ອຍກໍເປັນທຸກ; ສ່ວນພາຍໃນຂອງຂ້ານ້ອຍກໍໄຫລອອກມາສູ່ດິນ ເພາະການທຳລາຍຂອງລູກສາວແຫ່ງປະຊາຊົນຂອງຂ້ານ້ອຍ, ເດັກນ້ອຍ ແລະເດັກແດງຢູ່ຕາມແຄມທາງຂອງເມືອງ.
\v 12 ພວກເຂົາເວົ້າກັບແມ່ຂອງພວກເຂົາວ່າ, "ອາຫານແລະ ເຫລົ້າອະງຸ່ນຢູ່ໃສ?" ຂະນະທີ່ພວກເຂົາເປັນລົມ ຄືຄົນບາດເຈັບກາງທາງຕ່າງໆຂອງເມືອງ, ຊີວິດຂອງພວກເຂົາກໍອອກໄປຈາກອ້ອມເອິກແມ່ຂອງພວກເຂົາ.
\s5
\v 13 ລູກສາວຂອງເຢຣູຊາເລັມເອີຍ, ຂ້ານ້ອຍຈະເວົ້າອັນໃດເພື່ອເຈົ້າໄດ້ລະ? ສາວບໍຣິສຸດຂອງຊີໂອນເອີຍ, ຂ້ານ້ອຍຈະທຽບເຈົ້າກັບສິ່ງໃດດີ, ເພື່ອຈະປອບໃຈເຈົ້າໄດ້? ບາດແຜຂອງເຈົ້າເລິກຄືດັ່ງທະເລ. ໃຜສາມາດປີ່ນປົວເຈົ້າໃຫ້ຫາຍດີໄດ້?
\v 14 ນິມິດຂອງບັນດາຜູ້ທຳນວາຍລ້ວນຈອມປອມ ແລະ ໄຮ້ຄ່າຕໍ່ເຈົ້າ. ພວກເຂົາບໍ່ໄດ້ເປີດເຜີຍຄວາມຊົ່ວຂອງເຈົ້າ ເພື່ອຈະນຳອະນາຄົດກັບມາ, ແຕ່ພວກເຂົາໄດ້ແຈ້ງຂ່າວເຈົ້ານັ້ນຈອມປອມ ແລະ ພາໃຫ້ຫລົງຜິດໄປ.
\s5
\v 15 ຄົນທັງຫລາຍທີ່ຍ່າງຜ່ານໄປມາຕາມທາງ ໄດ້ຕົບມືຂອງພວກເຂົາຫມິ່ນປະຫມາດເຈົ້າ. ພວກເຂົາຖາກຖາງ ແລະ ແກ່ວງຫົວສົມນໍ້າຫນ້າລູກສາວຂອງເຢຣູຊາເລັມ ແລະ ກ່າວວ່າ,"ນີ້ບໍຄືນະຄອນທີ່ໄດ້ຮັບການຂະຫນານນາມວ່າ 'ຄວາມງາມພຽບພ້ອມ'?"
\v 16 ສັດຕຣູທັງຫມົດຂອງເຈົ້າອ້າປາກ ແລະ ສົ່ງສຽງເຍາະເຍີ້ຍ. ພວກເຂົາໄດ້ຍີ່ງແຂ້ວ ແລະ ຂົບແຂ້ວ ແລະ ກ່າວວ່າ,"ພວກເຮົາໄດ້ກືນເຈົ້າລົງໄດ້ແລ້ວ! ນີ້ເປັນວັນທີ່ເຮົາລໍຖ້າ! ພວກເຮົາຢູ່ຈົນໄດ້ເຫັນສິ່ງນີ້ເກີດຂຶ້ນ!"
\s5
\v 17 ພຣະຢາເວໄດ້ເຮັດຕາມທີ່ພຣະອົງໄດ້ວາງແຜນໄວ້ວ່າ ຈະຊົງເຮັດ. ພຣະອົງໄດ້ເຮັດໃຫ້ສຳເລັດຕາມພຣະຄັມຂອງພຣະອົງ. ພຣະອົງໄດ້ໂຄ່ນລົ້ມເຈົ້າລົງໂດຍບໍ່ມີຄວາມປານີ, ເພາະພຣະອົງຍອມໃຫ້ສັດຕຣູມີຄວາມຍີນດີເຫນືອເຈົ້າ; ພຣະອົງໄດ້ເຂົ້າຂອງສັດຕຣູຂອງເຈົ້າ.
\s5
\v 18 ຫົວໃຈຂອງພວກເຂົາຮ້ອງຫາພຣະຜູ້ເປັນເຈົ້າ, ກຳແພງຂອງລູກສາວຂອງຊີໂອນເອີຍ! ໃຫ້ນໍ້າຕາຂອງເຈົ້າໄຫລມາ ຄືແມ່ນໍ້າທັງກາງເວັນ ແລະກາງຄືນ. ຢ່າໄດ້ຢຸດຢ່ອນ, ຢ່າໃຫ້ຕາຂອງເຈົ້າໄດ້ພັກເລີຍ.
\v 19 ຈົ່ງຮ້ອງອອກມາ, ຮ້ອງໄຫ້ໃນເວລາກາງຄືນ, ຕັ້ງແຕ່ເລີ່ມມືດນັ້ນ! ຈົ່ງເທຄວາມໃນໃຈຂອງເຈົ້າອອກມາ ເຫມືອນດັ່ງສາຍນໍ້າຕໍ່ຫນ້າຂອງພຣະຜູ້ເປັນເຈົ້າ. ຈົງຍົກມືຂຶ້ນອ້ອນວອນຕໍ່ພຣະອົງ ເພື່ອຂໍຊີວິດລູກທັງຫລາຍຂອງເຈົ້າ ຊຶ່ງເປັນລົມໄປ ເພາະຄວາມຫີວຢູ່ທຸກແຈຂອງຫົນທາງ."
\s5
\v 20 ຂໍຊົງເບິ່ງດ້ວຍ, ພຣະຢາເວ, ແລະພິຈາຣະນາຄົນເຫລົ່ານັ້ນແດ່ພຣະອົງຈັດການ. ຄວນຫລືທີ່ຜູ້ຍິງຈະກິນຫມາກໄມ້ຈາກການຖືພາຂອງນາງ, ຄືບັນດາລູກໆທີ່ນາງເຝົ້າລ້ຽງດູມາຫລື? ຄວນທີ່ປະໂລຫິດ ແລະ ຜູ້ທຳນວາຍຖືກຂ້າໃນສະຖານນະມັດສະການຂອງພຣະຜູ້ເປັນເຈົ້າຫລື?
\s5
\v 21 ທັງຄົນຫນຸ່ມ ແລະ ຄົນເຖົ້າທັງຫລາຍ ນອນເກືອກຝຸ່ນນຳກັນຕາມຫົນທາງ. ຍິງສາວ ແລະຊາຍຫນຸ່ມຂອງຂ້ານ້ອຍ ໄດ້ລົ້ມລົງດ້ວຍຄົມດາບ. ພຣະອົງຂ້າພວກເຂົາໂດຍບໍ່ປານີເລີຍ.
\v 22 ພຣະອົງໄດ້ລະດົມ ຄວາມຫນ້າຢ້ານກົວສັ່ນໄຫວຮອບດ້ານເຂົ້າໃສ່ຂ້ານ້ອຍ ເຫມືອນເກນເອົາຄົນມາໃນມື້ງານລ້ຽງຕາມເທສະການ, ໃນວັນແຫ່ງຄວາມໂກດຮ້າຍຂອງພຣະຢາເວ ບໍ່ມີໃຜຫນີໄດ້ ຫລື ລອດຊີວິດໄປໄດ້; ສັດຕຣູຂອງຂ້ານ້ອຍໄດ້ທຳລາຍບັນດາຜູ້ທີ່ຂ້ານ້ອຍເບິ່ງແຍງ ແລະ ລ້ຽງດູ.
\s5
\c 3
\cl ບົດທີ 3
\p
\v 1 ຂ້ານ້ອຍຄືຜູ້ເຫັນຄວາມທຸກລຳບາກ ຈາກໄມ້ແສ້ຂອງຄວາມໂກດຮ້າຍຂອງພຣະຢາເວ.
\v 2 ພຣະອົງໄດ້ຊົງຂັບໄລ່ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍຍ່າງໄປໃນຄວາມມືດ ແທນທີ່ຈະຍ່າງໄປໃນຄວາມສະຫວ່າງ.
\v 3 ອັນທີ່ຈິງ ພຣະອົງຊົງຫັນມືຂອງພຣະອົງມາຕໍ່ສູ້ຂ້ານ້ອຍ ຊໍ້າແລ້ວຊໍ້າອີກ, ຈົນຫມົດມື້.
\v 4 ພຣະອົງໄດ້ເຮັດໃຫ້ຊີ້ນ ແລະ ຫນັງຂອງຂ້ານ້ອຍຫ່ຽວຍານໄປ; ພຣະອົງໄດ້ຫັກກະດູກຂອງຂ້ານ້ອຍ.
\s5
\v 5 ພຣະອົງໄດ້ສ້າງເຄື່ອງດັກຈັບຂ້ານ້ອຍ, ແລະລ້ອມຂ້ານ້ອຍໄວ້ດ້ວຍຄວາມຂົມຂື່ນ ແລະ ຄວາມທຸກລຳບາກ.
\v 6 ພຣະອົງໄດ້ເຮັດໃຫ້ຂ້ານ້ອຍຢູ່ໃນສະຖານທີ່ມືດ, ເຫມືອນຄົນທີ່ຕາຍໄປດົນແລ້ວ.
\v 7 ພຣະອົງໄດ້ລ້ອມຂ້ານ້ອຍໄວ້ ແລະ ຂ້ານ້ອຍບໍ່ສາມາດຫນີໄດ້. ພຣະອົງໄດ້ຖ່ວງຂ້ານ້ອຍດ້ວຍໂສ້ອັນຫນັກ.
\v 8 ແລະເຖິງແມ່ນວ່າ ຂ້ານ້ອຍຮ້ອງອ້ອນວອນ ແລະ ຂໍຄວາມຊ່ວຍເຫລືອ, ພຣະອົງກໍລະເລີຍຕໍ່ຄຳອະທິຖານຂອງຂ້ານ້ອຍ.
\s5
\v 9 ພຣະອົງໄດ້ຕັນທາງຂອງຂ້ານ້ອຍດ້ວຍກຳແພງຫີນສະກັດ; ພຣະອົງໄດ້ເຮັດໃຫ້ຫົນທາງທັງຫລາຍຂອງຂ້ານ້ອຍຄົດລ້ຽວ.
\v 10 ພຣະອົງເປັນເຫມືອນຫມີທີຄອຍໂດດຄຸບຂ້ານ້ອຍ, ເຫມືອນໂຕສິງທີ່ດັກຊຸ້ມຢູ່;
\v 11 ພຣະອົງໄດ້ລາກຂ້ານ້ອຍອອກຈາກທາງ, ພຣະອົງໄດ້ເຮັດໃຫ້ຂ້ານ້ອຍເສົ້າໃຈ.
\s5
\v 12 ພຣະອົງໄດ້ກົ່ງຄັນທະນູ ແລະ ໄດ້ແນໃສ່ຂ້ານ້ອຍດ້ວຍລູກທະນູຂອງພຣະອົງ.
\v 13 ພຣະອົງໄດ້ຍິງເຂົ້າຫມາກໄຂ່ຫລັງຂອງຂ້ານ້ອຍ ດ້ວຍລູກທະນູຈາກບັ້ງທະນູຂອງພຣະອົງ.
\v 14 ຂ້ານ້ອຍຕົກເປັນຂີ້ປາກຂອງປະຊາຊົນທັງຫມົດ ຊຶ່ງຫົວຂວັນໃສ່ຂ້ານ້ອຍ, ເປັນສິ່ງທີ່ເຮັດໃຫ້ພວກເຂົາເຍາະເຍີ້ຍຂ້ານ້ອຍທັງກາງເວັນກາງຄືນ.
\v 15 ພຣະອົງໄດ້ໃຫ້ຂ້ານ້ອຍເຕັມໄປດ້ວຍຄວາມຂົມຂື່ນ ແລະໄດ້ບັງຄັບຂ້ານ້ອຍໃຫ້ດື່ມນໍ້າບໍລະເພັດ.
\s5
\v 16 ພຣະອົງໄດ້ຫລົກແຂ້ວຂ້ານ້ອຍດ້ວຍເສດແກ້ວ; ພຣະອົງໄດ້ຢຽບຢໍ່າຂ້ານ້ອຍໃຫ້ຈົມເຖິງຂີ້ຝຸ່ນດິນ.
\v 17 ຈິດໃຈຂອງຂ້ານ້ອຍກໍບໍ່ມີສັນຕິສຸກ: ຂ້ານ້ອຍລືມສິ່ງທີ່ເປັນຄວາມສຸກໄປແລ້ວ.
\v 18 ດັ່ງນັ້ນຂ້ານ້ອຍຈຶ່ງກ່າວວ່າ, "ຄວາມອົດທົນຂອງຂ້ານ້ອຍຈິບຫາຍໄປ ແລະ ຄວາມຫວັງຂອງຂ້ານ້ອຍໃນພຣະຢາເວໄດ້ສູນຫາຍແລ້ວ."
\s5
\v 19 ໂຜດຣະນຶກເຖິງຄວາມລຳບາກຂອງຂ້ານ້ອຍ ແລະການພະເນຈອນຂອງຂ້ານ້ອຍ, ນໍ້າບໍລະເພັດ ແລະຄວາມຂົມຂື່ນ.
\v 20 ຂ້ານ້ອຍຈື່ຈຳສິ່ງເຫລົ່ານີ້ໄດ້ດີ ແລະຂ້ານ້ອຍກໍຫົດຫູ່ຢູ່ພາຍໃນຂ້ານ້ອຍສະເຫມີ.
\v 21 ແຕ່ຂ້ານ້ອຍກຳຫວນຄິດເຖິງ ແລະຂ້ານ້ອຍກໍໄດ້ມີຄວາມຫວັງ.
\s5
\v 22 ຄວາມຮັກອັນຫມັ້ນຄົງຂອງພຣະຢາເວ ບໍ່ເຄີຍສິ້ນສຸດ ແລະຄວາມເມດຕາຂອງພຣະອົງບໍ່ເຄີຍຫມົດສິ້ນ,
\v 23 ຄວາມສັດຊື່ຂອງພຣະອົງຍິ່ງໃຫຍ່ຫລາຍ; ມັນໃຫມ່ທຸກໆເຊົ້າ.
\v 24 "ພຣະຢາເວຊົງເປັນມໍຣະດົກຂອງຂ້ານ້ອຍ," ຂ້ານ້ອຍກ່າວວ່າ, ເຫດສະນັ້ນ ຂ້ານ້ອຍຈະຫວັງໃນພຣະອົງ.
\s5
\v 25 ພຣະຢາເວດີຕໍ່ຜູ້ທີ່ລໍຖ້າພຣະອົງ, ຕໍ່ຄົນທີ່ສະແຫວງຫາພຣະອົງ.
\v 26 ເປັນການດີທີ່ຈະລໍຖ້າຄວາມພົ້ນພຣະຢາເວຢ່າງງຽບໆ.
\v 27 ເປັນການດີທີ່ຈະແບກແອກໄວ້ ຂະນະທີ່ລາວຍັງຫນຸ່ມຢູ່.
\v 28 ໃຫ້ລາວນັ່ງງຽບໆ ຢູ່ຕາມລຳພັງ ເມື່ອພຣະອົງວາງແອກນັ້ນໄວ້ເທິງເຂົາ.
\v 29 ໃຫ້ລາວເອົາປາກລົງໄປຈຸຂີ້ຝຸ່ນດິນກໍຍັງຈະມີຄວາມຫວັງ.
\s5
\v 30 ໃຫ້ລາວອ່ຽງແກ້ມໃຫ້ຜູ້ທີ່ຈະຕົບລາວ, ແລະໃຫ້ລາວຍອມຮັບຄວາມອັບປະຍົດ.
\v 31 ເພາະພຣະຜູ້ເປັນເຈົ້າຈະບໍ່ໄດ້ລະຖິ້ມພວກເຮົາຕະຫລອດໄປ,
\v 32 ແຕ່ເຖິງວ່າພຣະອົງໃຫ້ເກີດຄວາມໂສກເສົ້າ, ພຣະອົງກໍຈະສະແດງຄວາມເມດຕາຕາມ ຄວາມຮັກຫມັ້ນຄົງຂອງພຣະອົງຢ່າງບໍຣິບູນ.
\v 33 ເພາະພຣະອົງບໍ່ໄດ້ຊົງເຕັມໃຈທີ່ຈະໃຫ້ເກີດຄວາມທຸກທໍຣະມານ ຫລືຄວາມໂສກເສົ້າແກ່ລູກຫລານຂອງມະນຸດຊາດ.
\s5
\v 34 ການຢຽບຢໍ່ານັກໂທດແຫ່ງແຜ່ນດິນໂລກທັງຫມົດໃຫ້ຢູ່ໃຕ້ຕີນ,
\v 35 ການບໍ່ໃຫ້ຄວາມຍຸຕິທັມ ແກ່ຜູ້ຫນຶ່ງຜູ້ໃດຕໍ່ພຣະພັກຂອງອົງຜູ້ສູງສຸດ,
\v 36 ທີ່ໄດ້ປະຕິເສດຄວາມຍຸຕິທັມແຕ່ຄົນເຊັ່ນນັ້ນ—ພຣະຜູ້ເປັນເຈົ້າຈະບໍ່ເຫັນດີນຳໃນສິ່ງເຫລົ່ານີ້.
\s5
\v 37 ໃຜທີ່ໄດ້ເວົ້າ ແລະ ມັນເປັນໄປໄດ້, ນອກຈາກພຣະຜູ້ເປັນເຈົ້າຈະສັ່ງໃຫ້ມັນເກີດຂຶ້ນຕາມນັ້ນ?
\v 38 ນອກຈາກລົມປາກຂອງອົງຜູ້ສູງສຸດ ທັງພັຍພິບັດ ແລະ ສິ່ງດີງາມລ້ວນເກີດຂຶ້ນບໍ່ແມ່ນບໍ?
\v 39 ມະນຸດຈະຈົ່ມໄດ້ຢ່າງໃດ? ຄົນຫນຶ່ງຈະຈົ່ມເມື່ອຖືກລົງໂທດ ເພາະບາບທັງຫລາຍຂອງຕົນໄດ້ແນວໃດ?
\s5
\v 40 ໃຫ້ພວກເຮົາສຳຫລວດເບິ່ງທາງທັງຫລາຍຂອງພວກເຮົາ ແລະທົດສອບສິ່ງເຫລົ່ານີ້, ແລະໃຫ້ພວກເຮົາກັບມາຫາພຣະຢາເວ.
\v 41 ໃຫ້ພວກເຮົາຊູໃຈ ແລະ ຍົກມືຂື້ນຕໍ່ພຣະເຈົ້າໃນທ້ອງຟ້າ:
\v 42 "ຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດ, ແລະ ພຣະອົງບໍ່ໄດ້ໃຫ້ອະພັຍ.
\v 43 ພຣະອົງໄດ້ຊົງປົກຄຸມພຣະອົງເອງໄວ້ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແລະຊົງໄລ່ຕາມລ່າພວກຂ້ານ້ອຍທັງຫລາຍ, ພຣະອົງປຣະຫານຂ້ານ້ອຍ ແລະ ພຣະອົງບໍ່ໄດ້ຍົກເວັ້ນໃຜເລີຍ.
\s5
\v 44 ພຣະອົງໄດ້ປົກຄຸມພຣະອົງເອງໄວ້ດ້ວຍເມກ ເພື່ອບໍ່ໃຫ້ຄຳອະທິຖານສາມາດຜ່ານຂຶ້ນໄປໄດ້.
\v 45 ພຣະອົງໄດ້ເຮັດໃຫ້ຂ້ານ້ອຍທັງຫລາຍສົກກະປົກ ແລະຖືກປະຕິເສດໃນຫມູ່ປະຊາຊາດ,
\v 46 ສັດຕຣູທັງຫລາຍສາບແຊ່ງນ້ອຍທັງຫລາຍ.
\v 47 ຄວາມຢ້ານແລະຂຸມດັກຈັບໄດ້ມາຍັງຂ້ານ້ອຍທັງຫລາຍ, ຄວາມວິບັດແລະການທຳລາຍກໍຕາມມາ.
\s5
\v 48 ດວງຕາຂອງຂ້ານ້ອຍມີແຕ່ນໍ້າຕາໄຫລ ເຫມືອນດັ່ງແມ່ນໍ້າເພາະປະຊາຊົນຂອງຂ້ານ້ອຍຖືກທຳລາຍ.
\v 49 ດວງຕາຂອງຂ້ານ້ອຍຈະຫລັ່ງນໍ້າຕາບໍ່ຢຸດເຊົາ; ບໍ່ໄດ້ບັນເທົາເລີຍ.
\v 50 ຈົນກວ່າພຣະອົງຈະເບິ່ງລົງມາ ແລະ ພຣະຢາເວຈະເຫັນຈາກສະຫວັນ.
\s5
\v 51 ດວງຕາຂອງຂ້ານ້ອຍເຮັດໃຫ້ຂ້ານ້ອຍເປັນທຸກ ເພາະບັນດາລູກສາວແຫ່ງເມືອງຂອງຂ້ານ້ອຍ.
\v 52 ຂ້ານ້ອຍຖືກຕາມລ່າເຫມືອນກັບນົກ ຈາກຜູ້ເປັນສັດຕຣູທັງຫລາຍຂອງຂ້ານ້ອຍ; ພວກເຂົາໄດ້ໄລ່ລ່າຂ້ານ້ອຍໂດຍບໍ່ມີເຫດຜົນ.
\v 53 ພວກເຂົາໄດ້ໂຍນຂ້ານ້ອຍລົງໃນຂຸມເລິກ ແລະພວກເຂົາໄດ້ແກ່ວງກ້ອນຫີນໃສ່ຂ້ານ້ອຍ,
\v 54 ແລະນໍ້າໄດ້ໄຫລຖ້ວມຫົວຂອງຂ້ານ້ອຍ. ຂ້ານ້ອຍກ່າວວ່າ, "ຂ້ານ້ອຍເຖິງຈຸດຈົບແລ້ວ!"
\s5
\v 55 ຂ້ານ້ອຍຮ້ອງຫາພຣະນາມຂອງພຣະອົງ, ພຣະຢາເວ, ຈາກເບື້ອງລຸ່ມຂອງຂຸມເລິກ.
\v 56 ພຣະອົງຍິນສຽງຂອງຂ້ານ້ອຍ ເມື່ອຂ້ານ້ອຍອ້ອນວອນວ່າ, "ຂໍຢ່າປິດຫູຂອງພຣະອົງຈາກຄຳຮ້ອງຂໍການຊ່ວຍເຫລືອຂອງຂ້ານ້ອຍ."
\v 57 ພຣະອົງໄດ້ມາໃກ້ເມື່ອຂ້ານ້ອຍໄດ້ຮ້ອງຫາພຣະອົງ; ພຣະອົງໄດ້ກ່າວວ່າ, "ຢ່າຢ້ານເລີຍ."
\s5
\v 58 ໂອ້, ພຣະຜູ້ເປັນເຈົ້າ, ພຣະອົງຮັບຄຳຮ້ອງຂອງຂ້ານ້ອຍ, ພຣະອົງໄດ້ຊ່ວຍຊີວິດຂອງຂ້ານ້ອຍ!
\v 59 ພຣະຢາເວ, ພຣະອົງໄດ້ເຫັນຄວາມຜິດທີ່ພວກເຂົາເຫັນແກ່ຂ້ານ້ອຍ; ຂໍໃຫ້ຄວາມເປັນທັມແກ່ຂ້ານ້ອຍ.
\v 60 ພຣະອົງໄດ້ເຫັນການຫມິ່ນປະຫມາດ, ສິ່ງທັງຫມົດທີ່ພວກເຂົາຄິດກັນເພື່ອຕໍ່ສູ້ຂ້ານ້ອຍ.
\v 61 ພຣະອົງໄດ້ຍິນຄຳຮ້ອງຂອງຂ້ານ້ອຍ, ໂອ້ພຣະຢາເວ, ແລະສິ່ງທັງຫມົດທີ່ພວກເຂົາຄິດກັນຕໍ່ສູ້ຂ້ານ້ອຍ.
\s5
\v 62 ຮີມສົບທີ່ກ່າວໃສ່ຮ້າຍຂ້ານ້ອຍ ແລະຄຳກ່າວຕໍ່ສູ້ຂ້ານ້ອຍຂອງພວກເຂົາຫມົດມື້.
\v 63 ໂຜດເບິ່ງວິທີທີ່ພວກເຂົາຈະລຸກຂຶ້ນ ແລະນັ່ງລົງ; ພວກເຂົາໄດ້ຮ້ອງເພງທັງຫລາຍຂອງພວກເຂົາຖາກຖາງຂ້ານ້ອຍ.
\s5
\v 64 ໂອ້ພຣະຢາເວ, ຂໍຊົງສະຫນອງຄືນພວກເຂົາ, ໃຫ້ສົມກັບສິ່ງທີ່ມືຂອງພວກເຂົາໄດ້ເຮັດ.
\v 65 ຂໍພຣະອົງໃຫ້ໃຈຂອງພວກເຂົາບໍ່ອາຍ! ຂໍໃຫ້ຄຳສາບແຊ່ງຂອງພຣະອົງຕົກໃສ່ພວກເຂົາ!
\v 66 ຂໍພຣະອົງໄລ່ຕາມພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງ ແລະທຳລາຍລ້າງພວກເຂົາຈາກພາຍໃຕ້ຟ້າສະຫວັນເຖີ້ນ, ພຣະຢາເວ.
\s5
\c 4
\cl ບົດທີ 4
\p
\v 1 ຄຳໄດ້ມົວຫມອງລົງແລ້ວຫນໍ; ຄຳບໍຣິສຸດທີ່ສຸດໄດ້ປ່ຽນໄປເສັຽແລ້ວ! ອັນຍະມະນີສັກສິດໄດ້ກະຈັດກະຈາຍຢູ່ທຸກແຈຂອງຖະຫນົນ.
\v 2 ບັນດາລູກຊາຍຫົວແກ້ວຫົວແຫວນແຫ່ງຊີໂອນ ຊຶ່ງເຄີຍສູງຄ່າທຽບກັບຄຳບໍຣິສຸດ, ແຕ່ບັດນີ້ພວກເຂົາມີຄ່າບໍ່ຫລາຍໄປກວ່າຫມໍ້ດິນ, ຜົນງານຈາກມືຂອງຊ່າງປັ້ນຫມໍ້!
\s5
\v 3 ເຖິງແມ່ນຫມາໄນຍັງໃຫ້ນົມຟູມຟັກລູກໆຂອງມັນ, ແຕ່ລູກສາວຂອງປະຊາຊົນຂອງຂ້ານ້ອຍກັບໃຈດຳ, ເຫມືອນຝູງນົກກະຈອກເທດໃນທະເລຊາຍ.
\s5
\v 4 ລີ້ນຂອງເດັກແດງແຫ້ງ ຕິດເພດານປາກເພາະຄວາມຫີວນໍ້າ; ເດັກນ້ອຍໄດ້ຮ້ອງຂໍອາຫານ, ແຕ່ບໍ່ມີໃຜເອົາໃຫ້ພວກເຂົາ.
\v 5 ບັນດາຜູ້ທີເຄີຍກິນອາຫານຊັ້ນເລີດ ບັດນີ້ກໍອົດຢາກຢູ່ຕາມຖະຫນົນທັງຫລາຍ; ບັນດາຜູ້ຄົນທີ່ຖືກລ້ຽງໃຫ້ນຸ່ງຜ້າສີມ່ວງນັ້ນ, ແຕ່ບັດນີ້ນອນເລືອຢູ່ກອງຂີ້ເຫຍື່ອ.
\s5
\v 6 ໂທດກັມຂອງລູກສາວຂອງປະຊາຊົນຂອງຂ້ານ້ອຍນັ້ນ ໃຫຍ່ກວ່າໂທດກັມຂອງເມືອງໂຊໂດມ, ແລະຊຶ່ງຖືກໂຄ່ນລົ້ມໃນຊົ່ວພິບຕາດຽວ ແລະບໍ່ມີໃຜຍື່ນມືເຂົ້າມາຊ່ວຍນາງເລີຍ.
\s5
\v 7 ບັນດາຜູ້ນຳຂອງນາງຂາວຍິ່ງກວ່າຫິມະ, ຂາວຍິ່ງກວ່ານໍ້ານົມ; ຮ່າງກາຍຂອງພວກເຂົາສົດໃສຍິ່ງກວ່າທັບທິມ, ຮູບຮ່າງຫນ້າຕາສະຫງ່າງາມດັ່ງອັນຍະມະນີ.
\v 8 ແຕ່ບັດນີ້ຜີວພັນຂອງພວກເຂົາດຳຄໍ້າຍິ່ງກວ່າຂີ້ຄວັນໄຟ; ພວກເຂົາຢູ່ຕາມຖະຫນົນໂດຍບໍ່ມີໃຜຈື່ໄດ້. ຜີວຫນັງຂອງເຂົາຫ່ຽວແຫ້ງໃນກະດູກຂອງພວກເຂົາ; ມັນຈ່ອຍຜອມຫລາຍຈົນຫນັງຕິດກະດູກ.
\s5
\v 9 ບັນດາຄົນທີ່ຖືກຂ້າດ້ວຍຄົມດາບ ຍັງດີກວ່າຄົນທີ່ຕາຍຍ້ອນຄວາມອຶດຢາກ, ຊຶ່ງໄດ້ທົນທຸກທໍຣະມານ, ເພາະບໍ່ມີການເກັບກ່ຽວຈາກທົ່ງນາ.
\v 10 ມືຂອງຍິງທີ່ເຕັມໄປດ້ວຍຄວາມຮັກ ໄດ້ຕົ້ມລູກຂອງພວກນາງເອງ ລູກໄດ້ກາຍມາເປັນອາຫານຂອງພວກນາງໃນອຶດຢາກນີ້ ເມື່ອລູກສາວຂອງປະຊາຊົນຂອງຂ້ານ້ອຍຖືກທຳລາຍ.
\s5
\v 11 ພຣະຢາເວໄດ້ສຳແດງຄວາມໂກດຮ້າຍຂອງພຣະອົງ; ພຮະອົງໄດ້ລະບາຍຄວາມໂກດຮ້າຍອັນຮຸນແຮງອອກມາ. ພຣະອົງໄດ້ຈູດໄຟຂື້ນໃນຊີໂອນ ເພື່ອເຜົາຜານຮາກຖານຂອງເມືອງນີ້.
\s5
\v 12 ບໍ່ມີກະສັດອົງໃດເຊື່ອ, ຫລືບໍ່ມີຜູ້ໃດຢູ່ອາໄສໃດໆທົ່ວໂລກນີ້ເຊື່ອ, ວ່າສັດຕຣູ ຫລືຄູ່ແຂ່ງຈະສາມາດລ່ວງລໍ້າຜ່ານປະຕູນະຄອນເຢຣູຊາເລັມເຂົ້າມາໄດ້.
\v 13 ສິ່ງນີ້ໄດ້ເກີດຂຶ້ນ ເພາະວ່າຄວາມບາບທັງຫລາຍຂອງບັນດາຜູ້ທຳນວາຍຂອງນາງ ແລະ ຄວາມຊົ່ວຮ້າຍຂອງເຫລົ່າປະໂລຫິດ ຊຶ່ງເຮັດໃຫ້ເລືອດຂອງຄົນຊອບທັມ ໄຫລນອງຢູ່ກາງເມືອງຂອງນາງ.
\s5
\v 14 ພວກເຂົາໄດ້ເດີນທາງພະເນຈອນ, ເຫມືອນຄົນຕາບອດ, ຜ່ານຖະຫນົນ. ພວກເຂົາໄດ້ເປື້ອນໄປດ້ວຍເລືອດ ຈົນບໍ່ມີໃຜກ້າແຕະຕ້ອງເສື້ອຜ້າຂອງພວກເຂົາ.
\v 15 ປະຊາຊົນຮ້ອງໃສ່ພວກເຂົາວ່າ. "ຫນີໄປ! ເຈົ້າຄົນຜູ້ບໍ່ສະອາດ!" "ຫນີໄປ! ຫນີໄປ! ຢ່າໄດ້ແຕະຕ້ອງພວກເຂົາ! "ດັ່ງນັ້ນພວກເຂົາຈຶ່ງພະເນຈອນໄປ; ປະຊາຊົນເວົ້າກັນທ່າມກາງຊາດຕ່າງໆວ່າ, "ພວກເຂົາຢູ່ບ່ອນນີ້ຕໍ່ໄປບໍ່ໄດ້."
\s5
\v 16 ພຣະຢາເວເອງນີ້ແຫລະໄດ້ຊົງເຮັດໃຫ້ພວກເຂົາແຕກຊະຊາຍໄປ; ພຣະອົງບໍ່ໄດ້ເບິ່ງແຍງພວກເຂົາອີກແລ້ວ. ພວກເຂົາບໍ່ໃຫ້ກຽດປະໂລຫິດອີກ, ແລະພວກເຂົາບໍ່ໄດ້ນິຍົມຊົມຊອບຜູ້ອາວຸໂສອີກຕໍ່ໄປ.
\s5
\v 17 ດວງຕາຂອງພວກເຮົາກໍ່ອ່ອນລ້າ, ເບິ່ງຫາຄວາມຊ່ວຍເຫລືອຈາກເຂົາບໍ່ໄດ້; ຈາກຫໍຄອຍຂອງພວກເຮົາ ພວກເຮົາເຝົ້າເບິ່ງຊົນຊາດຫນຶ່ງ ຊຶ່ງບໍ່ສາມາດຊ່ວຍເຫລືອພວກເຮົາໄດ້.
\v 18 ພວກເຂົາໄດ້ໄລ່ຕິດຕາມຮອຍທາງຍ່າງຂອງພວກເຮົາ, ພວກເຮົາບໍ່ສາມາດຍ່າງຕາມທາງຂອງພວກເຮົາໄດ້. ຈຸດຈົບຂອງພວກເຮົາໃກ້ເຂົ້າມາແລ້ວ ແລະ ວັນເວລາຂອງພວກເຮົາໄດ້ໃກ້ຄົບກຳນົດແລ້ວ, ເພາະຈຸດຈົບຂອງພວກເຮົາໄດ້ມາເຖິງແລ້ວ.
\s5
\v 19 ຄົນທີ່ຕາມລ່າພວກເຮົາ ໄວຍິ່ງກວ່າບັນດານົກອິນຊີຢູ່ເທິງຟ້າ. ພວກເຂົາໄດ້ບຸກໄລ່ພວກເຮົາເທິງພູຕ່າງໆ ແລະດັກພວກເຮົາຢູໃນຖິ່ນແຫ້ງແລ້ງກັນດານ.
\v 20 ເຈົ້າຊີວິດຂອງພວກເຮົາ —ຄືພຣະຢາເວຜູ້ທີ່ເຈີມແລ້ວ—ພຣະອົງເປັນຜູ້ດຽວທີດັກຈັບພວກເຂົາໃຫ້ຕິດຢູ່ໃນກັບດັກຕ່າງໆຂອງພວກເຂົາ; ທີ່ພວກເຂົາເຄີຍເວົ້າວ່າ, "ໃຕ້ຮົ່ມເງົາຂອງເຂົາ ພວກເຮົາຈຶ່ງມີຊິວີດຢູ່ທ່າມກາງຂອງບັນດາປະຊາຊາດ."
\s5
\v 21 ລູກສາວແຫ່ງເອໂດມເອີຍ, ຜູ້ອາໄສຢູ່ໃນດິນແດນອູເຊ, ຊື່ນຊົມແລະຍິນດີໄປເຖີດ. ແຕ່ສຳລັບເຈົ້າ ຈອກແຫ່ງຄວາມໂກດຮ້າຍກໍວຽນໄປເຖິງເຈົ້າ; ເຈົ້າຈະເມົາ ແລະ ເຈົ້າເອງຈະເປືອຍກາຍລ່ອນຈ້ອນ.
\v 22 ລູກສາວແຫ່ງຊີໂອນເອີຍ ການລົງໂທດຂອງເຈົ້າໃກ້ຈະເຖິງທີ່ສິ້ນສຸດແລ້ວ, ພຣະອົງຈະບໍ່ປ່ອຍໃຫ້ເຈົ້າຕົກເປັນຊະເລີຍຢູ່ຢ່າງນີ້ດົນດອກ ແຕ່ລູກສາວແຫ່ງເອໂດມເອີຍ; ພຣະອົງຈະລົງໂທດບາບຂອງເຈົ້າ, ແລະພຣະອົງຈະເປີດເຜີຍຄວາມບາບທັງຫລາຍຂອງເຈົ້າ.
\s5
\c 5
\cl ບົດທີ 5
\p
\v 1 ຂໍຊົງຣະນຶກ, ໂອຂ້າແດ່ພຣະຢາເວ, ໃນສິ່ງທີ່ເກີດຂຶ້ນແກ່ຂ້ານ້ອຍທັງຫລາຍ ເບິ່ງເຖີດ ແລະ ຂໍຊົງພິຈາຣະນາເບິ່ງຄວາມອົດສູຂອງພວກຂ້ານ້ອຍທັງຫລາຍ.
\v 2 ມໍຣະດົກຂອງພວກຂ້ານ້ອຍທັງຫລາຍກັບເປັນຂອງຄົນແປກຫນ້າ; ບັນດາເຮືອນຂອງພວກຂ້ານ້ອຍເປັນຂອງພວກຕ່າງດ້າວ.
\v 3 ພວກຂ້ານ້ອຍໄດ້ກາຍເປັນບັນດາລູກກໍາພ້າ, ບໍ່ມີພໍ່, ແລະແມ່ຂອງພວກນ້ອຍທັງຫລາຍກໍເປັນດັ່ງແມ່ຫມ້າຍ.
\v 4 ພວກຂ້ານ້ອຍຕ້ອງຈ່າຍເງິນຊື້ນໍ້າໃຫ້ພວກເຮົາດື່ມ, ແລະ ພວກຂ້ານ້ອຍຕ້ອງຈ່າຍເງິນ ຊື້ຟືນຂອງພວກຂ້ານ້ອຍໃຊ້ເອງ.
\s5
\v 5 ຜູ້ຄົນເຫລົ່ານັ້ນທີ່ໄລ່ຕິດຕາມພວກຂ້ານ້ອຍນັ້ນ ໃກ້ພວກຂ້ານ້ອຍເຂົ້າມາແລ້ວ; ພວກຂ້ານ້ອຍທັງອ່ອນເພັຽ ແລະພວກຂ້ານ້ອຍບໍ່ໄດ້ພັກຜ່ອນເລີຍ.
\v 6 ພວກຂ້ານ້ອຍຍອມຈຳນົນຕົນເອງຕໍ່ຊາວ ອີຢິບ ແລະ ຊາວອັດຊີເລັຽເພື່ອຈະໄດ້ອາຫານພໍກິນ.
\v 7 ບັນດາບັນພະບູຣຸດຂອງຂ້ານ້ອຍທັງຫລາຍເຮັດບາບ, ແລະພວກເຂົາບໍ່ຢູ່ແລ້ວ, ແລະພວກຂ້ານ້ອຍຕ້ອງຮັບໂທດເພາະບາບຂອງພວກເຂົາແທນ.
\s5
\v 8 ພວກທາດປົກຄອງເຫນືອພວກຂ້ານ້ອຍທັງຫລາຍ, ແລະບໍ່ມີໃຜຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກເຂົາໄດ້.
\v 9 ພວກຂ້ານ້ອຍໄດ້ອົດອາຫານມາໂດຍສ່ຽງຊີວິດຂອງພວກຂ້ານ້ອຍ, ຍ້ອນຄົມດາບໃນຖິ່ນແຫ້ງແລ້ງກັນດານ.
\v 10 ຜີວຫນັງຂອງພວກຂ້ານ້ອຍກໍຮ້ອນປານເຕົາອົບ ເພາະຄວາມຮ້ອນເຜົາຜານແຫ່ງຄວາມອຶດຫິວອາຫານ.
\s5
\v 11 ຜູ້ຍິງໃນຊີໂອນຖືກຂືນໃຈ, ແລະລວມທັງສາວບໍຣິສຸດໃນເມືອງຕ່າງໆຂອງຢູດາ.
\v 12 ຜູ້ປົກຄອງເມືອງຕ້ອງຖືກມັດມືໂດຍແຂວນໄວ້ດ້ວຍມືຂອງຕົນເອງ, ແລະບໍ່ມີໃຜນັບຖືພວກຜູ້ອາວຸໂສອີກແລ້ວ.
\s5
\v 13 ພວກຄົນຫນຸ່ມຖືກບັງຄັບໃຫ້ໂມ້ແປ້ງດ້ວຍຫີນໂມ້, ແລະພວກເດັກຊາຍຕ້ອງເດີນໂຊເຊເພາະແບກຟືນຫນັກ.
\v 14 ພວກຜູ້ອາວຸໂສຫາຍໄປຈາກປະຕູເມືອງ, ແລະພວກຄົນຫນຸ່ມໄດ້ຢຸດຫລິ້ນດົນຕຣີຂອງພວກເຂົາແລ້ວ.
\s5
\v 15 ຄວາມຍີນດີລົ້ນກໍຫາຍໄປຈາກໃຈຂອງພວກຂ້ານ້ອຍ ແລະການເຕັ້ນລໍາຂອງພວກຂ້ານ້ອຍກາຍເປັນການໄວ້ທຸກ.
\v 16 ມົງກຸດໄດ້ຕົກຈາກຫົວຂອງພວກຂ້ານ້ອຍ; ແລ້ວວິບັດກໍມີແກ່ພວກຂ້ານ້ອຍ, ເພາະພວກຂ້ານ້ອຍໄດ້ເຮັດບາບ!
\s5
\v 17 ເພາະເຫດນີ້ຫົວໃຈຂອງພວກຂ້ານ້ອຍຈຶ່ງເຈັບປ່ວຍ, ແລະດວງຕາຂອງພວກຂ້ານ້ອຍຈຶ່ງມົວໄປ, ເພາະສິ່ງເຫລົ່ານີ້ດວງຕາຂອງພວກເຮົາຈຶ່ງມືດມົວໄປ
\v 18 ເພາະພູຊີໂອນຮົກຮ້າງເພພັງ, ດ້ວຍຝູງຫມາໄນທີ່ທ່ຽວໄປມາຢູ່ບ່ອນນັ້ນ.
\s5
\v 19 ໂອ ຂ້າແດ່ພຣະຢາເວ, ຂໍພຣະອົງຊົງຄອບຄອງຢູ່ເປັນນິດ, ແລະ ພຣະອົງຈະນັ່ງເທິງບັນລັງຂອງພຣະອົງ ຈາກຄົນຮຸ້ນຫນຶ່ງໄປສູ່ອີກຮຸ້ນຫນຶ່ງ.
\v 20 ດ້ວຍເຫດໃດ ພຣະອົງຈຶ່ງລືມພວກຂ້ານ້ອຍເປັນນິດ? ດ້ວຍເຫດໃດ ຈຶ່ງຊົງປະຖິ້ມພວກຂ້ານ້ອຍດົນປານນີ້?
\v 21 ຂ້າແດ່ພຣະຢາເວ, ຂໍຊ່ວຍເຫລືອພວກຂ້ານ້ອຍໃຫ້ກັບສູ່ພຣະອົງດ້ວຍເຖີດ, ແລະຂໍຊົງຟື້ນຟູວັນເວລາຂອງຂ້ານ້ອຍໃຫ້ຄືດັ່ງແຕ່ກ່ອນ —
\v 22 ເວັ້ນແຕ່ພຣະອົງຈະປັດພວກຂ້ານ້ອຍຖິ້ມຢ່າງເດັດຂາດເສັຽແລ້ວ ແລະ ພຣະອົງໂມໂຫຮ້າຍພວກຂ້ານ້ອຍຢ່າງເຫລືອຫລາຍແລ້ວ.