lo_ulb/17-EST.usfm

355 lines
81 KiB
Plaintext

\id EST
\ide UTF-8
\h ເອສະເທີ
\toc1 ເອສະເທີ
\toc2 ເອສະເທີ
\toc3 est
\mt ເອສະເທີ
\s5
\c 1
\cl ບົດທີ 1
\p
\v 1 ໃນຊ່ວງຣາຊະການຂອງກະສັດອາ​ຫາ​ສຸ​ເອ​ຣັດ (ນີ້ຄືກະສັດອາ​ຫາ​ສຸ​ເອ​ຣັດ ຜູ້ປົກຄອງຫລາຍກວ່າ 127 ແຂວງ, ຈາກແຂວງອິນເດັຽໄປໄກຈົນເຖິງເອທິໂອເປັຽ),
\v 2 ໃນເວລານັ້ນກະສັດອາ​ຫາ​ສຸ​ເອ​ຣັດ ຜູ້ປົກຄອງໄດ້ນັ່ງເທິງບັນລັງ ທີ່ປ້ອມປາການໃນເມືອງຊູຊາ.
\s5
\v 3 ໃນປີທີສາມແຫ່ງການຄອງຣາດຂອງພຣະອົງ, ພຣະອົງຊົງປຣະທານງານລ້ຽງສະຫລອງແກ່ເຈົ້ານາຍທັງຫລາຍ ແລະ ຜູ້ວ່າການທັງສິ້ນຂອງພຣະອົງ. ກອງທັບຂອງເປີເຊັຽ ແລະ ເມເດັຽ, ບັນດາຂຸນນາງ ແລະ ຜູ້ປົກຄອງຂອງແຂວງຕ່າງໆ ໄດ້ເຝົ້າຢູ່ຕໍ່ຫນ້າພຣະອົງ.
\v 4 ພຣະອົງໄດ້ຊົງສຳແດງຄວາມຈະເຣີນຮຸ່ງເຮືອງແຫ່ງຣາຊະອານາຈັກຂອງພຣະອົງແລະ ກຽດຕິຍົດສະງ່າຣາສີແຫ່ງຄວາມຍິ່ງໃຫຍ່ຂອງພຣະອົງ ເປັນເວລາຫລາຍວັນ, ຄື180ວັນ.
\s5
\v 5 ຈົນເຖິງວັນເຫລົ່ານັ້ນສິ້ນສຸດລົງ, ກະສັດໄດ້ຊົງປຣະທານງານລ້ຽງສະຫລອງຕໍ່ໄປອີກເຈັດວັນ. ແກ່ປະຊາຊົນທຸກຄົນໃນປ້ອມປາການຂອງເມືອງຊູຊາ, ຕັ້ງແຕ່ຜູ້ນ້ອຍທີ່ສຸດຈົນເຖິງຜູ້ທີ່ສຳຄັນທີ່ສຸດ. ງານລ້ຽງຈັດຂຶ້ນທີ່ລານໃນສວນທີ່ຣາຊະວັງຂອງກະສັດ.
\v 6 ທີ່ລານໃນສວນນັ້ນໄດ້ຖືກຕົບແຕ່ງດ້ວຍມ່ານຜ້າຝ້າຍສີຂາວ ແລະສີມ່ວງ, ໂຍງດ້ວຍຜ້າລິນິນຢ່າງດີ ແລະ ຜ້າລິນິນສີມ່ວງ, ແຂວນເທິງຮ່ວງເງິນຈາກເສົາຫີນອ່ອນ. ອີກທັງມ້ານັ່ງຍາວທີ່່ເຮັດຈາກເງິນ ແລະ ທອງເທິງພື້ນລາດປູນຝັງຫີນແດງ, ຫີນອ່ອນ, ໄຂ່ມຸກ ແລະປູດ້ວຍຫີນສີຕ່າງໆ.
\s5
\v 7 ເຄື່ອງດື່ມກໍໃສ່ໃນຈອກທອງຄຳ. ແຕ່ລະຈອກມີເອກະລັກຄວາມຫລາກຫລາຍ ແລະ ລິນດ້ວຍເຫລົ້າອາງຸ່ນຂອງຣາດຊະວົງ ຢ່າງອີ່ມຫນຳສຳລານດ້ວຍໃຈອັນກວ້າງຂວາງຂອງກະສັດ.
\v 8 ການດື່ມກໍເປັນໄປຕາມການບັນຊາດຳຣັດຂອງກະສັດ, "ຢ່າໃຫ້ມີການບັງຄັບໃດໆ." ກະສັດໄດ້ຊົງມີຄຳສັ່ງ ແກ່ຜູ້ວ່າການທຸກຄົນໃຫ້ຈັດຫາສິ່ງໃດກໍຕາມທີ່ແຂກປາຖນາ.
\s5
\v 9 ສ່ວນວ່າຣາຊີນີວາຊະຕີເອງກໍໄດ້ຊົງຈັດງານລ້ຽງແກ່ເຫລົ່າສະຕຣີ ຊຶ່ງຢູ່ໃນຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດດ້ວຍເຊັ່ນກັນ.
\v 10 ໃນວັນທີເຈັດ, ເມື່ອຈິດໃຈຂອງກະສັດໄດ້ຊົງເບີກບານດ້ວຍເຫລົ້າອາງຸ່ນແລ້ວ, ພຣະອົງໄດ້ຊົງບັນຊາໃຫ້ ເມຮູມານ, ບີຊະທາ, ຮັກໂບນາ, ບິກທາ, ອາບາທາ, ເຊທາເຣ ແລະ ກາກກັດ (ຊາຍຕອນທັງເຈັດຜູ້ທີ່ໄດ້ຮັບໃຊ້ພຣະອົງ),
\v 11 ໃຫ້ໄປທູນເຊີນພຣະຣາຊີນີວາຊະຕີມາພົບພຣະອົງພ້ອມດ້ວຍມຸງກຸດຂອງນາງ. ພຣະອົງໄດ້ຊົງປາຖນາໃຫ້ປະຊາຊົນ ແລະ ບັນດາຂຸນນາງທັງຫລາຍໄດ້ຊື່ນຊົມໃນຄວາມງາມຂອງພຣະນາງ.
\s5
\v 12 ແຕ່ຣາຊີນີວາຊະຕີໄດ້ຊົງປະຕິເສດຄຳເຊີນຂອງກະສັດ ຊຶ່ງໄດ້ຊົງຮັບສັ່ງໄປກັບຊາຍຕອນເຖິງພຣະນາງ. ແລ້ວກະສັດກໍໄດ້ຊົງພິໂຣດຫລາຍ; ເຮັດໃຫ້ຄວາມຄຽດຮ້າຍເກີດຂຶ້ນພາຍໃນພຣະອົງ.
\s5
\v 13 ດັ່ງນັ້ນພະອົງຈຶ່ງໄດ້ຊົງໄປປຶກສາກັບຜູ້ຊຳນານໃນເລື່ອງຂອງກາລະເທສະ (ເພາະເປັນທຳນຽມປະຕິບັດຂອງກະສັດທີ່ມີຕໍ່ບັນດາຜູ້ຊ່ຽວຊານດ້ານກົດຫມາຍ ແລະການພິພາກສາ).
\v 14 ໃນຂະນະນັ້ນເຫລົ່າທີ່ປຶກສາທີ່ຢູ່ໃກ້ກັບພຣະອົງຄືກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຮັດ, ມາກເສນາ, ແລະ ເມມູການ, ເຈົ້ານາຍທັງເຈັດແຫ່ງເປີເຊັຽ ແລະເມເດັຽ. ພວກເຂົາສາມາດເຂົ້າເຝົ້າກະສັດ, ແລະພວກເຂົາມີຕຳແຫນ່ງສູງສຸດໃນຣາຊະສຳນັກຂອງຣາຊະອານາຈັກ.
\v 15 "ຕາມກົດຫມາຍແລ້ວຕ້ອງເຮັດຢ່າງໃດຕໍ່ການກະທຳຂອງພຣະຣາຊີນີວາຊະຕີ ເພາະນາງບໍ່ໄດ້ຊົງເຊື່ອຟັງຄຳບັນຊາຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຊຶ່ງໄດ້ຊົງຮັບສັ່ງຜ່ານເຫລົ່າຂ້າຣາຊະການເຖິງພຣະນາງ?"
\s5
\v 16 ເມມູການຈຶ່ງໄດ້ທູນຕໍ່ພຣະພັກກະສັດ ແລະເຫລົ່າຂ້າຣາຊະການທັງຫລາຍວ່າ, "ການກະທຳຂອງພຣະຣາຊີນີວາຊະຕີ ນັ້ນບໍ່ພຽງແຕ່ຜິດຕໍ່ກະສັດເທົ່ານັ້ນ, ແຕ່ຍັງຜິດຕໍ່ຂ້າຣາຊະການທັງຫລາຍ ແລະ ຄົນທັງປວງຜູ້ຊຶ່ງຢູ່ໃນບັນດາແຂວງທັງຫມົດຂອງກະສັດອາ​ຫາ​ສຸ​ເອ​ຣັດດ້ວຍ.
\v 17 ເພາະການກະທຳຂອງພຣະຣາຊີນີຈະໄດ້ຍິນໄປເຖິງສະຕຣີທຸກຄົນ. ນີ້ຈະເຮັດໃຫ້ພວກນາງປະຕິເສດຕໍ່ຜົວຂອງພວກນາງຢ່າງປະຫມາດ. ພວກເຂົາຈະກ່າວວ່າ, 'ກະສັດອາ​ຫາ​ສຸ​ເອ​ຣັດ ໄດ້ສັ່ງໃຫ້ພຣະຣາຊີນີວາຊະຕີເຂົ້າເຝົ້າພຣະອົງ, ແຕ່ພຣະນາງຊົງປະຕິເສດ'
\v 18 ກ່ອນວັນນີ້ຈະສິ້ນສຸດລົງແລະ ກ່ອນທີ່ສະຕຣີຊັ້ນສູງໃນແຂວງຕ່າງໆ ແຫ່ງເປີເຊັຽ ແລະເມເດັຽ ຈະໄດ້ຍິນເລື່ອງນີ້ເຫມືອນກັບພຣະຣາຊີນີຈະຊົງກ່າວຢ່າງດຽວກັນກັບບັນດາຂ້າຣາຊະການຂອງກະສັດ. ຈະເປັນການດູຫມິ່ນ ແລະ ຄວາມຄຽດຢ່າງໃຫຍ່ຫລວງ.
\s5
\v 19 ຫາກເປັນທີ່ພໍພຣະທັຍກະສັດ, ໃຫ້ພຣະອົງໄດ້ຊົງສົ່ງສານອອກໄປ ແລະ ໃຫ້ຂຽນໃນກົດຫມາຍຂອງເປີເຊັຽ ແລະເມເດັຽ, ຊຶ່ງບໍ່ສາມາດເພີກຖອນໄດ້ວ່າ, ນາງວາຊະຕີຈະຊົງບໍ່ໄດ້ເຂົ້າພົບພຣະອົງອີກ. ຂໍໃຫ້ກະສັດໄດ້ຊົງມອບຕຳແຫນ່ງພຣະຣາຊີນີຂອງນາງ ໃຫ້ແກ່ຜູ້ອື່ນທີ່ເຫມາະສົມກວ່ານາງ.
\v 20 ເມື່ອກະສັດໄດ້ຊົງປະກາດສານອອກໄປທົ່ວຣາຊະອານາຈັກທີ່ກວ້າງໃຫຍ່ຂອງພຣະອົງ, ເມຍທັງຫລາຍຈະຕ້ອງໃຫ້ກຽດແກ່ຜົວຂອງພວກນາງ, ບໍ່ເວັ້ນແມ່ນແຕ່ຜູ້ທີ່ເລັກນ້ອຍທີ່ສຸດເຖິງຜູ້ສຳຄັນທີ່ສຸດ."
\s5
\v 21 ກະສັດໄດ້ຊົງເຫັນຊອບ ແລະ ເຈົ້ານາຍທັງຫລາຍຂອງພຣະອົງເຫັນຊອບກັບຄຳແນະນຳນີ້, ແລະ ກະສັດໄດ້ຊົງເຮັດຕາມຄຳສະເຫນີຂອງເມມູການໄດ້ສະເຫນີ.
\v 22 ພຣະອົງໄດ້ສົ່ງສານໄປຍັງແຂວງຕ່າງໆ, ແລະ ໄດ້ຊົງຂຽນເຖິງແຕ່ລະແຂວງຕາມແຕ່ລະໃນພາສາຂອງທີ່ນັ້ນ. ພຣະອົງໄດ້ຊົງຂຽນເຖິງແຕ່ລະຄົນຕາມພາສາຂອງເຂົາ ພຣະອົງໄດ້ຊົງມີບັນຊາວ່າໃຫ້ຊາຍທຸກຄົນເປັນນາຍໃນຄົວເຮືອນຂອງເຂົາ. ສານນີ້ໄດ້ຖືກສົ່ງໄປຕາມແຕ່ລະພາສາທົ່ວທັງຣາຊະອານາຈັກ.
\s5
\c 2
\cl ບົດທີ 2
\p
\v 1 ພາຍຫລັງເຫດການເຫລົ່ານີ້, ເມື່ຶອຄວາມໃຈຮ້າຍຂອງກະສັດອາ​ຫາ​ສຸ​ເອ​ຣັດໄດ້ງຽບລົງ, ພຣະອົງໄດ້ຊົງລະນຶກເຖິງພຣະນາງວາຊະຕີ ແລະສິ່ງທີ່ນາງໄດ້ກະທຳ. ພຣະອົງຍັງໄດ້ຊົງລະນຶກເຖິງ ສານທີ່ພຣະອົງປະກາດອອກໄປດ້ວຍເລື່ອງຂອງນາງ.
\v 2 ຂະນະນັ້ນພວກຊາຍຫນຸ່ມຂອງກະສັດທີ່ບົວລະບັດຮັບໃຊ້ພຣະອົງຢູ່ໄດ້ທູນວ່າ, "ຂໍຊົງຕັ້ງຜູ້ແທນພຣະອົງ ເພື່ອຊອກຫາຍິງພົມມະຈາຣີທີ່ງົດງາມທັງຫລາຍເຂົ້າມາ.
\s5
\v 3 ຂໍໃຫ້ກະສັດໄດ້ຊົງແຕ່ງຕັ້ງເຈົ້າຫນ້າທີ່ໃນທົ່ວທຸກແຂວງຂອງອານາຈັກນີ້, ເພື່ອລວບລວມຍິງສາວພົມມະຈັນທີ່ງົດງາມທັງຫມົດເຂົ້າມາໃນຮາເຣັມໃນປ້ອມປາການແຫ່ງເມືອງຊູຊາ. ໃຫ້ມາຢູ່ພາຍໃຕ້ການດູແລຂອງເຮໄກ, ຊາຍຕອນຂອງກະສັດ, ຜູ້ມີຫນ້າທີ່ໃນການດູແລພວກຜູ້ຍິງ, ແລະໃຫ້ເຂົາຈັດຕຽມເຄື່ອງສຳອາງສຳລັບຍິງເຫລົ່ານັ້ນ.
\v 4 ໃຫ້ຍິງສາວທີ່ເປັນທີ່ພໍໃຈກະສັດໄດ້ຂຶ້ນເປັນພຣະຣາຊີນີແທນນາງວາຊະຕີ." ຄຳແນະນຳນີ້ເປັນທີ່ພໍພຣະທັຍກະສັດຫລາຍ, ແລະ ພຣະອົງຊົງກະທຳເຊັ່ນນັ້ນ.
\s5
\v 5 ໃນເວລານັ້ນມີຊາຍຊາວຢິວຄົນຫນຶ່ງໃນປ້ອມປາການແຫ່ງເມືອງຊູຊາຊື່ມໍເດໄກ ຜູ້ເປັນລູກຊາຍຂອງຢາອີ ຜູ້ເປັນລູກຂອງຊີເມອີ ລູກຂອງກີເຊ, ຄົນເບັນຢາມິນ.
\v 6 ເຂົາໄດ້ຖືກຂັບໄລ່ໃຫ້ອອກຈາກກຸງເຢຣູຊາເລັມພ້ອມກັບພວກຊະເລີຍຊຶ່ງໄດ້ຂັບໄລ່ໄປພ້ອມກັບເຢໂຮຍອາກິນ, ກະສັດແຫ່ງຢູດາຍ, ຜູ້ຊຶ່ງຖືກກະສັດເນບູກາດເນັດຊາ, ແຫ່ງບາບີໂລນໄດ້ຂັບໄລ່ໄປ.
\s5
\v 7 ເຂົາຫວ່ງໃຍຕໍ່ຮາດາສາ, ຄືເອສະເທີລູກສາວຂອງລູງເຂົາ, ເພາະນາງບໍ່ມີທັງພໍ່ແລະແມ່. ຍິງສາວຄົນນີ້ມີຮູບຮ່າງ ງົດງາມ ແລະ ນ່າຮັກ. ມໍເດໄກໄດ້ຮັບນາງເປັນເຫມືອນລູກສາວຂອງເຂົາເອງ.
\s5
\v 8 ເມື່ອຄຳສັ່ງສານຂອງກະສັດຖືກປະກາດອອກໄປ, ມີຍິງສາວຫລາຍຄົນຖືກນຳມາທີ່ປ້ອມປາການຂອງເມືອງຊູຊາ. ພວກເຂົາໄດ້ໃຫ້ຢູ່ພາຍໃຕ້ການດູແລຂອງເຮໄກ. ເອສະເທີກໍໄດ້ຖືກພາເຂົ້າໄປຍັງຣາຊະວັງຂອງກະສັດເຊັ່ນກັນ ແລະ ຮັບການດູແລຈາກເຮໄກ, ຜູ້ດູແລຜູ້ຍິງທັງຫມົດ.
\v 9 ຍິງສາວນັ້ນເປັນທີ່ພໍໃຈເຂົາ, ແລະ ນາງໄດ້ຮັບຄວາມກາຣຸນາຈາກເຂົາ. ເຂົາໄດ້ຈັດຕຽມເຄື່ອງສຳອາງ ແລະ ອາຫານໃຫ້ແກ່ນາງຢ່າງທັນທີ. ເຂົາຍັງໄດ້ຈັດຕັ້ງສາວໃຊ້ເຈັດຄົນໃຫ້ແກ່ນາງຈາກຣາຊະວັງຂອງກະສັດ, ແລະ ເຂົາໄດ້ຍ້າຍນາງພ້ອມທັງສາວໃຊ້ໄປຍັງສະຖານທີ ທີ່ດີທີ່ສຸດໃນເຮືອນຂອງແມ່ຍິງ.
\s5
\v 10 ເອສະເທີບໍ່ໄດ້ບອກເລົ່າໃຫ້ໃຜຟັງທັງສິ້ນວ່ານາງເປັນຊົນຊາດໃດ ຫລືເປັນຍາດພີ່ນ້ອງໃຜ, ເພາະມໍເດໄກໄດ້ບອກນາງເອົາໄວ້ວ່າບໍ່ໃຫ້ບອກໃຜ.
\v 11 ທຸກໆວັນມໍເດໄກຈະຢ່າງໄປມາຢູ່ທາງຫນ້າປະຕູທີ່ລານຂ້າງນອກເຮືອນຂອງແມ່ຍິງ, ເພື່ອຮັບຟັງເຖິງຄວາມເປັນຢູ່ຂອງເອສະເທີ, ແລະໃຫ້ຮູ້ວ່າມີຫຍັງເກີດຂຶ້ນກັບນາງແດ່.
\s5
\v 12 ເມື່ອເຖິງຜຽນຂອງຍິງສາວແຕ່ລະຄົນຈະຕ້ອງເຂົ້າໄປຫາກະສັດອາ​ຫາ​ສຸ​ເອ​ຣັດ - ຕາມຂໍ້ບັງຄັບສຳລັບຍິງສາວ, ຄືແຕ່ລະຄົນຕ້ອງຜ່ານການດູແລດ້ານຄວາມສວຍງາມໃຫ້ຄົບເປັນເວລາສິບສອງເດືອນ, ແລ້ວການຊະໂລມກາຍດ້ວຍນ້ຳມັນຫອມ ແລະ ສຳອາງເວລາຫົກເດືອນ -
\v 13 ເມື່ອຍິງສາວແຕ່ລະຄົນເຂົ້າເຝົ້າກະສັດ, ສິ່ງໃດທີ່ນາງປາຖນາຈະໄດ້ຮັບຈາກເຮືອນຂອງແມ່ຍິງ, ເພາະນາງສາມາດນຳເຂົ້າຍັງພຣະຣາຊວັງໄດ້.
\s5
\v 14 ໃນຊ່ວງເວລາຕອນແລງ ຍິງນັ້ນເຂົ້າໄປຂ້າງໃນ, ແລະ ນາງກັບອອກມາໃນຕອນເຊົ້າໄປຍັງບ້ານຂອງແມ່ຍິງຫລັງທີສອງ, ແລະ ໃນການອາລັກຂາຂອງຊາອາຊະກາດ, ຊາຍຕອນຂອງກະສັດ, ຜູ້ດູແລນາງສະຫນົມທັງຫລາຍ. ຍິງນັ້ນຈະບໍ່ໄດ້ກັບອອກມານອກຈາກ ພຣະອົງຊົງພໍພຣະທັຍໃນຕົວນາງ ແລະ ໃຫ້ນາງກັບເຂົ້າໄປບົວລະບັດອີກຄັ້ງ.
\s5
\v 15 ບັດນີ້ເມື່ອເຖິງເວລາຂອງເອສະເທີ (ລູກສາວຂອງອາບີໄຮ, ລຸງຂອງມໍເດໄກ, ຜູ້ທີ່ໄດ້ຮັບນາງໄປເປັນລູກສາວຂອງຕົນ) ເພື່ອເຂົ້າໄປບົວລະບັດກະສັດ, ນາງບໍ່ໄດ້ຮ້ອງຂໍສິ່ງໃດເລີຍ ເວັ້ນແຕ່ສິ່ງທີ່ເຮໄກ ຊາຍຕອນຂອງກະສັດ, ໄດ້ແນະນຳແກ່ນາງ, ຕອນນີ້ເອສະເທີໄດ້ເປັນທີ່ຊື່ນຊອບຂອງທຸກຄົນທີ່ໄດ້ພົບເຫັນນາງ.
\v 16 ເອສະເທີຖືກພາເຂົ້າໄປໃນພຣະຣາຊະວັງຂອງກະສັດອາ​ຫາ​ສຸ​ເອ​ຣັດໃນເດືອນທີສິບ, ຊຶ່ງເປັນເດືອນຂອງເຕເບັດຊຶ່ງເປັນປີທີເຈັດຂອງຣາຊະການຂອງພຣະອົງ
\s5
\v 17 ຫລາຍກ່ວາຍິງສາວຜູ້ອື່ນໆ, ເພິ່ນສວມມົງກຸດໃສ່ຫົວຂອງນາງໃຫ້ເປັນຣາຊີນີແທນຣາຊີນີວາຊະຕີ.
\v 18 ແລ້ວກະສັດກໍຈັດງານກິນລ້ຽງຢ່າງໃຫຍ່ຫລວງຂຶ້ນເພື່ອເປັນກຽດຕິຍົດແກ່ນາງເອສະເທີ ແລະໄດ້ເຊີນບັນດາຂ້າຣາຊະການພ້ອມທັງພວກບໍຣິຫານທຸກຄົນຂອງຕົນເຂົ້າມາຮ່ວມໃນງານນີ້ ເພິ່ນໄດ້ປະກາດໃຫ້ມື້ນັ້ນເປັນມື້ຢຸດພັກໃນທຸກໆແຂວງແລະເພິ່ນໄດ້ແຈກຂອງຂວັນໃຫ້ແກ່ທຸກຄົນຢ່າງມີໃຈກ້ວາງຂວາງໃຫ້ສົມເປັນກະສັດ.
\s5
\v 19 ໃນຄັ້ງທີສອງເມື່ອມີການລວບລວມຍິງສາວພົມມະຈັນມາອີກ ມໍເດໄກກຳລັງນັ່ງຢູ່ທີ່ປະຕູຂອງກະສັດ
\v 20 ເອສະເທີຍັງບໍ່ໄດ້ບອກໃຜດ້ວຍເລື່ອງຂອງນາງຫລືຜູ້ທີ່ກ່ຽວຂ້ອງ ເພາະມໍເດໄກໄດ້ຄຸມນາງໄວ້ ນາງຍັງຄົງເຊື່ອຟັງແລະເຮັດຕາມຄຳແນະນຳຂອງມໍເດໄກ ເຫມືອນເຊັ່ນທີ່ນາງເຄີຍເຊື່ອຟັງຕອນທີ່ເຂົາລ້ຽງດູນາງມາ
\v 21 ໃນຄັ້ງນັ້ນ ໃນຂະນະທີ່ມໍເດໄກກຳລັງນັ່ງຢູ່ທີ່ປະຕູຫນ້າວັງຂອງກະສັດ ນາຍທະຫານຍາມສອງຄົນຂອງກະສັດຄືບິກທານແລະເຕເຣເຊ ຜູ້ທີ່ເຝົ້າຍາມທີ່ປະຕູເກີດຄວາມຄຽດແຄ້ນແລະຫາທາງຈະທຳຮ້າຍກະສັດເຊເຊັດ
\s5
\v 22 ເມື່ອເລື່ອງນີ້ໄດ້ເປີດເຜີຍແກ່ມໍເດໄກທ່ານໄດ້ນຳເລື່ອງນີ້ໄປບອກແກ່ພຣະຣາຊີນີເອສະເທີ ແລະເອສະເທີ ຈຶ່ງໄດ້ນຳໄປ ກາບທູນກະສັດໃນນາມຂອງມໍເດໄກ
\v 23 ເມື່ອເລື່ອງນີ້ໄດ້ຮັບການສອບສວນແລະຢືນຢັນ ທະຫານທັງສອງຈຶ່ງຖູກຈັບໄປປະຫານໂດຍການແຂວນຄໍທີ່ເທິງຫລັກໄມ້ເຫດການນີ້ໄດ້ຖູກຂຽນບັນທຶກໄວ້ໃນ ຫນັງສືຕໍ່ຫນ້າຂອງກະສັດ.
\s5
\c 3
\cl ບົດທີ 3
\p
\v 1 ຫລັງຈາກເຫດການເຫລົ່ານີ້ ກະສັດເຊເຊັດໄດ້ເລື່ອນຍົດໃຫ້ແກ່ ຮາມານ ລູກຊາຍຂອງຮາມເມດາທາເປັນເຊື້ອສາຍຂອງຄົນອາກັກ ແລະຍົກເຂົາຂຶ້ນໃຫ້ນັ່ງໃນຕຳແຫນ່ງທີ່ມີອຳນາດເຫມືອນບັນດາຂ້າຣາຊະການຮັບໃຊ້ພຣະອົງ
\v 2 ມະຫາດເລັກທຸກຄົນຂອງກະສັດທີ່ຢູ່ປະຕູຂອງກະສັດຈະຄຸເຂົ່າລົງແລະກົ້ມກາບຣາມານ ຕາມທີ່ກະສັດໄດ້ບັນຊາໃຫ້ພວກເຂົາເຮັດ ແຕ່ມໍເດໄກບໍ່ຍອມຄຸເຂົ່າຫລືເຮັດຄວາມເຄົາຣົບ.
\s5
\v 3 ແລ້ວພວກມະຫາດເລັກຂອງກະສັດຊຶ່ງຢູ່ທີ່ປະຕູຂອງກະສັດເວົ້າກັບມໍເດໄກວ່າ "ເປັນຫຍັງທ່ານຈຶ່ງຂັດຂືນຄຳບັນຊາການຂອງກະສັດ?"
\v 4 ພວກເຂົາໄດ້ບອກທ່ານວັນແລ້ວວັນເຫລົ່າແຕ່ທ່ານກໍຍັງປະຕິເສດທີ່ຈະເຮັດຕາມຄວາມຕ້ອງການຂອງພວກເຂົາ ດັ່ງນັ້ນພວກເຂົາຈຶ່ງນຳເລື່ອງນີ້ໄປບອກກັບຣາມານເພື່ອເບິ່ງມໍເດໄກຍັງຂັດຂື່ນເຊັ່ນນັ້ນຫລືບໍ່ ເພາະທ່ານໄດ້ບອກພວກເຂົາວ່າທ່ານເປັນຄົນຢິວ.
\s5
\v 5 ເມື່ອຮາມານເຫັນວ່າມໍເດໄກບໍ່ໄດ້ຄຸເຂົ່າແລະກົ້ມກາບເຂົາ ຣາມານກໍເຕັມໄປດ້ວຍຄວາມເດືອດແຄ້ນ.
\v 6 ເຂົາຮູ້ສຶກເປັນການເສຍກຽດຕິຍົດຕໍ່ຄວາມຄິດທີ່ຈະຂ້າມໍເດໄກແຕ່ຜູ້ດຽວ ເພາະພວກມະຫາດເລັກຂອງກະສັດໄດ້ບອກເຂົາວ່າມໍເດໄກມາຈາກຊົນຊາດໃດ ຮາມານຕ້ອງການທີ່ຈະທຳຮ້າຍຊົນຊາດຢິວທັງຫມົດຄົນຂອງມໍເດໄກທີ່ຢູ່ທົ່ວທັງອານາຈັກຂອງອາສາອາເຮັບ.
\s5
\v 7 ໃນເດືອນທີຫນຶ່ງ (ຊິ່ງເປັນເດືອນນິຊານ), ໃນປີທີສິບສອງແຫ່ງຣາຊະການຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຊຶ່ງເອີ້ນກັນວ່າປູຣິມ ຫລື ສະຫລາກຕໍ່ຫນ້າຮາມານເພື່ອຫາມື້ ແລະເດືອນ. ພວກເຂົາຈັບສະຫລາກໄປເລື້ອຍໆ ຈົນເຖິງສະຫລາກໄດ້ຕົກທີ່ເດືອນສິບສອງ (ຊຶ່ງເປັນເດືອນອາດາກ).
\s5
\v 8 ແລ້ວຮາມານໄດ້ທູນກະສັດອາ​ຫາ​ສຸ​ເອ​ຣັດວ່າ, "ໃນອານາຈັກຂອງພຣະອົງມີຊົນຊາດຫນຶ່ງທີ່ກະແຈກກະຈາຍແຍກກັນຢູ່ໄປທົ່ວທຸກແຂວງ. ກົດຫມາຍຂອງພວກເຂົາແຕກຕ່າງຈາກກົດຫມາຍຂອງກະສັດ, ແລະ ຫາກປ່ອຍພວກເຂົາໄວ້ ກໍບໍ່ເກີດ ປະໂຫຍດອັນໃດຕໍ່ກະສັດ.
\v 9 ຫາກເປັນທີ່ພໍໃຈກະສັດ, ຂໍພຣະອົງໄດ້ຊົງບັນຊາໃຫ້ຂ້າພວກເຂົາເສຍ, ແລະ ຂ້າພຣະເຈົ້າຈະຖວາຍເງິນຈຳນວນຫນຶ່ງຫມື່ນຕະລັນ ໃຫ້ແກ່ຜູ້ທີ່ຮັບຜິດຊອບພຣະຣາຊກິດຂອງກະສັດ, ເພື່ອໃຫ້ເຂົາເອົາໄປໃສ່ໄວ້ໃນພຣະຄັງຂອງກະສັດ."
\s5
\v 10 ແລ້ວກະສັດຈຶ່ງໄດ້ຖອດແຫວນກາປຣະທັບຈາກມືຂອງພຣະອົງ ແລະ ໄດ້ມອບໃຫ້ແກ່ຮາມານລູກຊາຍຂອງຮາມເມດາທາ ຄົນອາກັກ, ສັດຕຣູຂອງຄົນຢິວ.
\v 11 ແລ້ວກະສັດໄດ້ເວົ້າກັບຮາມານວ່າ, "ເຮົາຈະເບິ່ງເງິນນັ້ນໄດ້ກັບຄືນມາຍັງເຈົ້າ ແລະຄົນຂອງເຈົ້າ. ຈົ່ງໄປເຮັດຕາມທີ່ເຈົ້າປາຖນາເຖີດ."
\s5
\v 12 ແລ້ວໃນວັນທີສິບສາມ ຂອງເດືອນທີຫນຶ່ງ, ເສນາຂອງກະສັດຖືກຮ້ອງເຂົ້າໄປ, ແລະຂຽນປະກາດນັ້ນຕາມຄຳສັ່ງຂອງຮາມານທຸກຢ່າງ ເຖິງພວກຜູ້ປົກຄອງເມືອງຂອງກະສັດ, ຄືຄົນເຫລົ່ານັ້ນທີ່ຢູ່ທົ່ວທຸກແຂວງ ເຖິງເຈົ້ານາຍຂອງແຕ່ລະແຂວງ ແລະຄົນທັງປວງໃນແຂວງຕ່າງໆ ແລະ ເຖິງຂ້າຣາຊະການທຸກຄົນ, ເຖິງແຂວງທັງປວງໃນພາສາຂອງພວກເຂົາເອງ, ແລະ ເຖິງສານນີ້ໄດ້ຂຽນໂດຍນາມຂອງກະສັດອາ​ຫາ​ສຸ​ເອ​ຣັດ ແລະ ປຣະທັບຕາດ້ວຍແຫວນຂອງພຣະອົງ.
\v 13 ຜູ້ສົ່ງສານໄດ້ມອບສານເຫລົ່ານັ້ນດ້ວຍມື ໄປຍັງແຂວງທັງຫມົດຂອງກະສັດ, ເພື່ອສັງຫານ, ເພື່ອຂ້າ, ແລະທຳລາຍຄົນຢິວທັງຫມົດ, ຕັ້ງແຕ່ຄົນຫນຸ່ມຈົນເຖິງຄົນແກ່, ເດັກ ແລະແມ່ຍິງ, ພາຍໃນວັນດຽວນັ້ນ - ຄືວັນທີສິບສາມຂອງເດືອນທີສິບສອງ (ເຊິ່ງເປັນເດືອນອາດາກ) - ແລະ ຄອບຄອງເອົາຊັບສິນຂອງພວກເຂົາ.
\s5
\v 14 ສຳເນົາຂອງຈົດຫມາຍສານນັ້ນຖືກຕັ້ງເປັນກົດຫມາຍທົ່ວທຸກແຂວງ. ແລະປະກາດໃຫ້ຮູ້ກັນໂດຍທົ່ວໄປແກ່ທຸກຄົນໃນແຂວງນັ້ນ. ເພື່ອໃຫ້ພວກເຂົາຕຽມຕົວສຳລັບວັນນີ້.
\v 15 ຜູ້ສົ່ງສານຮີບອອກໄປ ແລະ ເຮັດຕາມຮັບສັ່ງຂອງກະສັດ. ຈົດຫມາຍຍັງໄດ້ ປະກາດໄປຍັງໃນປ້ອມປາການແຫ່ງເມືອງຊູຊາດ້ວຍ. ກະສັດໄດ້ປຣະທັບລົງ ແລະ ຊົງດື່ມກັບຮາມານ, ແຕ່ຜູ້ຄົນໃນປ້ອມແຫ່ງເມືອງຊູຊາກຳລັງເກີດຄວາມສັບສົນວຸ້ນວາຍ.
\s5
\c 4
\cl ບົດທີ 4
\p
\v 1 ເມື່ອມໍເດໄກໄດ້ຮູ້ທຸກຢ່າງທີ່ໄດ້ເກີດຂຶ້ນແລ້ວ, ທ່ານກໍຈີກເສື້ອຜ້າຂອງທ່ານອອກ ແລະໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ, ທ່ານໄດ້ອອກໄປກາງເມືອງຮ້ອງໄຫ້ ແລະ ຄ້ຳຄວນສຽງດັງດ້ວຍຄວາມຂົມຂື່ນ.
\v 2 ທ່ານໄດ້ຂຶ້ນໄປເຖິງແຕ່ປະຕູຂອງກະສັດເທົ່ານັ້ນ ເພາະໃຜກໍຕາມທີ່ໃສ່ຜ້າກະສອບຈະບໍ່ໄດ້ຮັບອານຸຍາດໃຫ້ຜ່ານເຂົ້າໄປ.
\v 3 ໃນທຸກແຂວງ, ທີ່ຈົດຫມາຍ ແລະຄຳບັນຊາຂອງກະສັດໄດ້ໄປເຖິງ ກໍເກີດຄວາມໂສກເສົ້າເສຍໃຈຢ່າງໃຫຍ່ຫລວງ ທ່າມກາງຄົນຢິວ, ມີການອົດອາຫານ, ການຮ້ອງໄຫ້, ແລະ ການຄ້ຳຄວນ. ມີຄົນຫລາກຫລາຍໃສ່ຜ້າກະສອບ ແລະໂຮຍຂີ້ເຖົ່າ.
\s5
\v 4 ເມື່ອພວກສາວໃຊ້ ແລະພວກນາງກຳນັນຂອງພຣະນາງເອສະເທີ ພວກນາງໄດ້ມາທູນເລື່ອງນີ້ກັບພຣະນາງ, ພຣະຣາຊີນີກໍຊົງກັງວົນໃຈຫລາຍ. ນາງຈຶ່ງສົ່ງເສື້ອຄຸມໄປໃຫ້ກັບມໍເດໄກ (ເພື່ອທີ່ທ່ານຈະໄດ້ຖອດຜ້າກະສອບອອກ), ແຕ່ທ່ານປະຕິເສດບໍ່ຮັບເສື້ອຄຸມທີ່ນາງສົ່ງມາໃຫ້.
\v 5 ດັ່ງນັ້ນນາງເອສະເທີ ຈຶ່ງຮ້ອງຮາທາດ, ຊາຍຕອນຂອງພຣະນາງ ຜູ້ທີ່ກະສັດໄດ້ແຕ່ງຕັ້ງໃຫ້ມາບົວລະບັດຮັບໃຊ້ພຣະນາງ. ນາງໄດ້ສົ່ງເຂົາໄປຫາມໍເດໄກເພື່ອຖາມວ່າເກີດຫຍັງຂຶ້ນ ແລະເຮັດເຊັ່ນນັ້ນເຮັດຫຍັງ.
\s5
\v 6 ດັ່ງນັ້ນ ຮາທາດຈຶ່ງໄດ້ອອກໄປຫາມໍເດໄກທີ່ສີ່ແຍກຂອງກາງເມືອງ ດ້ານຫນ້າປະຕູຂອງກະສັດ
\v 7 ມໍເດໄກໄດ້ລາຍງານເລື່ອງລາວທັງຫມົດທີ່ເກີດຂຶ້ນກັບເຂົາ, ແລະ ເລື່ອງຈຳນວນເງິນທັງຫມົດທີ່ຮາມານສັນຍາຖວາຍໃຫ້ແກ່ກະສັດເພື່ອເອົາໄປໃສ່ໃນຄັງຂອງພະອົງ, ເພື່ອຈະໄດ້ສັງຫານຊົນຊາດຢິວທັງຫມົດ.
\v 8 ທ່ານຍັງໄດ້ມອບສຳເນົາຊອງຈົດຫມາຍເລື່ອງການທຳລາຍຊົນຊາດຢິວ ທີ່ສົ່ງໄປທົ່ວຊູຊາໃຫ້ກັບຊາຍຕອນ. ທ່ານເຮັດເຊັ່ນນີ້ຮາທາດຈະໄດ້ນຳໄປມອບໃຫ້ນາງເອສະເທີ ແລະທ່ານຕ້ອງການໃຫ້ນາງຮັບຜິດຊອບເລື່ອງການເຂົ້າເຝົ້າກະສັດ ເພື່ອອ້ອນວອນກະສັດຂໍຄວາມຊື່ນຊອບເມດຕາ, ແລະ ຂໍຮ້ອງແທນຊົນຊາດຂອງນາງ.
\s5
\v 9 ດັ່ງນັ້ນຮາທາດຈຶ່ງກັບໄປຫາເອສະເທີ ແລະໄດ້ທູນເລື່ອງທີ່ມໍເດໄກໄດ້ບອກມານັ້ນ.
\v 10 ແລ້ວເອສະເທີກໍຝາກຄຳຂອງນາງໄປກັບເຂົາເຖິງມໍເດໄກ.
\v 11 ນາງໄດ້ເວົ້າວ່າ, "ຂ້າຣາຊະການຂອງກະສັດ ແລະ ປະຊາຊົນທົ່ວທຸກແຂວງຮູ້ດີວ່າ ບໍ່ວ່າຊາຍ ຫລື ຍິງໃດທີ່ເຂົ້າໄປໃນເດີ່ນຊັ້ນໃນຂອງກະສັດໂດຍບໍ່ມີການຮັບສັ່ງມີກົດພຽງຂໍ້ດຽວເທົ່ານັ້ນຄື ຜູ້ນັ້ນຈະຕ້ອງຖືກປະຫານຊີວິດ ເວັ້ນແຕ່ຜູ້ທີ່ກະສັດໄດ້ຊົງຍື່ນໄມ້ເທົ້າທອງຄຳເພື່ອໄວ້ຊີວິດຜູ້ນັ້ນ. ຂ້ານ້ອຍກໍບໍ່ໄດ້ຖືກຮ້ອງໃຫ້ເຂົ້າພົບກະສັດເປັນເວລາສາມສິບວັນແລ້ວ."
\v 12 ດ້ວຍເຫດນັ້ນຮາທາດຈຶ່ງລາຍງານຄຳຂອງນາງເອສະເທີແກ່ມໍເດໄກ.
\s5
\v 13 ມໍເດໄກຈຶ່ງຝາກຂໍ້ຄວາມກັບໄປວ່າ: "ທ່ານຕ້ອງບໍ່ຄິດວ່າເຈົ້າ ຈະລອດພົ້ນຈາກການທຳລາຍຊົນຊາດຢິວທັງຫມົດເພາະທ່ານຢູ່ໃນ ຣາຊະວັງຂອງກະສັດນັ້ນ.
\v 14 ຖ້າຫາກທ່ານຍັງມິດງຽບເຊັ່ນນີ້ຕໍ່ໄປ, ການຊ່ວຍເຫລືອ ແລະການຊ່ວຍກູ້ຂອງຊົນຊາດຢິວຄົງມາຈາກທີ່ອື່ນ, ແຕ່ທ່ານ ແລະ ຄອບຄົວຂອງທ່ານເອງກໍຕ້ອງພິນາດດ້ວຍເຊັ່ນດຽວກັນ. ບາງທີການທີ່ທ່ານໄດ້ຮັບຕຳແຫນ່ງຣາຊີນີນີ້ ກໍເພື່ອການນີ້ກໍເປັນໄດ້ ໃຜຈະຮູ້ໄດ້?"
\s5
\v 15 ແລ້ວນາງເອສະເທີຈຶ່ງສົ່ງຂໍ້ຄວາມໄປຫາມໍເດໄກວ່າ,
\v 16 "ຖ້າເຊັ່ນນັ້ນ ທ່ານຈົ່ງໄປຮວບຮວມຊາວຢິວທຸກຄົນທີ່ຢູ່ໃນຊູຊາ, ແລະ ຈົ່ງຖືສິນອົດອາຫານເພື່ຶອຂ້ານ້ອຍ. ຢ່າໄດ້ກິນ ຫລື ດື່ມເປັນເວລາສາມວັນສາມຄືນ. ຂ້ານ້ອຍ ແລະສາວໃຊ້ຂອງຂ້ານ້ອຍກໍຈະອົດອາຫານດ້ວຍເຊັ່ນກັນ. ແລ້ວຂ້ານ້ອຍຈະໄປເຂົ້າເຝົ້າກະສັດ, ເຖິງແມ່ນວ່າຈະເປັນການຜິດກົດຫມາຍກໍຕາມ, ແລະແມ່ນວ່າຂ້ອຍຕ້ອງພິນາດ, ຂ້ອຍກໍຈະພິນາດ."
\v 17 ແລ້ວມໍເດໄກຈຶ່ງໄປເຮັດຕາມຄຳທີ່ນາງເອສະເທີຮັບສັ່ງໃຫ້ເຮັດ.
\s5
\c 5
\cl ບົດທີ 5
\p
\v 1 ຫລັງຈາກນັ້ນສາມວັນ, ນາງເອສະເທີຈຶ່ງໄດ້ນຸ່ງຊຸດພຣະຣາຊີນີ ແລະ ໄດ້ເຂົ້າມາໃນເດີ່່່່່່ນຊັ້ນໃນຂອງກະສັດ ດ້ານຫນ້າຣາຊະວັງຂອງກະສັດ, ກະສັດຊົງປຣະທັບເທິງບັນລັງໃນພຣະຣາຊວັງ, ຊົງຫັນຫນ້າໄປທາງເຂົ້າຂອງພຣະຣາຊວັງ.
\v 2 ເມື່ອກະສັດໄດ້ຫລຽວເຫັນພຣະຣາຊີນີເອສະເທີ ຢືນຢູ່ໃນເດີ່ນຫນ້າວັງ, ພຣະນາງກໍໄດ້ຮັບຄວາມອະນຸຍາດໃນທາງສາຍຕາຂອງພຣະອົງ. ພຣະອົງຈຶ່ງໄດ້ຊົງຍືນໄມ້ຄອນເທົ້າທອງຄຳໃນມືຂອງພຣະອົງໃຫ້ນາງເອສະເທີ. ດັ່ງນັ້ນນາງເອສະເທີ ກໍໄດ້ເຂົ້າມາ ແລະ ແຕະທີ່ໄມ້ຄອນເທົ້າຂອງພຣະອົງນັ້ນ.
\s5
\v 3 ແລ້ວພຣະອົງຈຶ່ງໄດ້ຖາມນາງວ່າ, "ເຈົ້າປາຖນາສິ່ງໃດນໍ, ພຣະຣາຊີນີເອສະເທີ? ເຈົ້າປະສົງສິ່ງໃດ? ຫາກເຖິງເຄິ່ງອານາຈັກຂອງເຮົາ, ເຮົາກໍຈະໃຫ້ກັບເຈົ້າ."
\v 4 ນາງເອສະເທີຈຶ່ງເວົ້າກັບພຣະອົງວ່າ, "ຖ້າຫາກຂ້ານ້ອຍ ຊົງເປັນທີ່ພໍພຣະທັຍຂອງພຣະອົງ, ຂໍພຣະອົງລົງມາ ພ້ອມຮາມານໃນວັນນີ້ທີ່ງານລ້ຽງສະຫລອງທີ່ຂ້ານ້ອຍໄດ້ຈັດຕຽມໄວ້ໃຫ້ກັບເຂົາ."
\s5
\v 5 ກະສັດຈຶ່ງເວົ້າວ່າ, "ໄປນຳຮາມານມາໂດຍໄວ, ແລະ ເຮັດຕາມທີ່ເອສະເທີໄດ້ເວົ້າ. "ດັ່ງນັ້ນກະສັດ ແລະ ຮາມານກໍໄປງານລ້ຽງສະຫລອງທີ່ນາງເອສະເທີໄດ້ຈັດຕຽມໄວ້.
\v 6 ໃນຂະນະທີ່ກຳລັງເຫຍັ້ນເຫລົ້າອາງຸ່ນໃນງານລ້ຽງສະຫລອງຢູ່ນັ້ນ, ກະສັດກໍໄດ້ຖາມນາງເອສະເທີວ່າ "ຄວາມປາຖນາຂອງເຈົ້າຄືສິ່ງໃດ? ເຮົາຈະປຣະທານໃຫ້ ເຈົ້າປະສົງສິ່ງໃດ? ເຖິງເຄິ່ງອານາຈັກ ເຮົາກໍຈະໃຫ້ເຈົ້າ."
\s5
\v 7 ນາງເອສະເທີຈຶ່ງທູນຕອບວ່າ, "ຄວາມປາຖນາ ແລະຄຳຮ້ອງຂໍຂອງຂ້ານ້ອຍນັ້ນຄື,
\v 8 ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ ແລະເປັນທີ່ພໍພຣະທັຍຂອງພະອົງທີ່ຈະມອບໃຫ້ຕາມຄວາມປາຖນາຂອງຂ້ານ້ອຍ, ແລະ ໃຫ້ກຽດແກ່ຄຳຂໍຂອງຂ້ານ້ອຍ, ກໍຂໍເຊີນພຣະອົງ ແລະຮາມານຊົງມາຮ່ວມງານລ້ຽງທີ່ຂ້ານ້ອຍໄດ້ຈັດຕຽມສຳລັບພຣະອົງໃນມື້ອື່ນ ແລະ ຂ້ານ້ອຍຈະຕອບຄຳຖາມຂອງພຣະອົງ."
\s5
\v 9 ຮາມານກັບໄປມື້ນັ້ນດ້ວຍຄວາມດີໃຈ ແລະ ມີອາລົມດີ. ແຕ່ເມື່ອຮາມານເຫັນມໍເດໄກທີ່ຫນ້າປະຕູຂອງກະສັດ, ກໍເຫັນວ່າມໍເດໄກບໍ່ໄດ້ຢືນຂຶ້ນ ຫລືຕົວສັ່ນສະທ້ານດ້ວຍຄວາມຢ້ານຕໍ່ຫນ້າເຂົາ, ຄວາມຄຽດຮ້າຍຕໍ່ມໍເດໄກກໍເກີດຂຶ້ນຢູ່ພາຍໃນເຂົາ.
\v 10 ເຖິງຢ່າງໃດກໍດີ, ຮາມານໄດ້ຫ້າມໃຈຕົວເອງ ແລະ ກັບບ້ານຂອງເຂົາ. ແລ້ວຮາມານກໍສົ່ງຄົນໄປເຊີນສະຫາຍຂອງເຂົາມາ ແລະຮວມຕົວກັນພ້ອມທັງ ນາງເຊເຣເຊ ເມຍຂອງເຂົາ.
\v 11 ແລ້ວຮາມານກໍເລົ່າໃຫ້ພວກເຂົາຟັງເຖິງຄວາມຮັ່ງມີຂອງເຂົາ, ຈຳນວນລູກຊາຍທັງຫລາຍຂອງເຂົາ, ແລະ ທີ່ກະສັດໄດ້ຊົງເລື່ອນຕຳແຫນ່ງທັງຫລາຍຊຶ່ງກະສັດໄດ້ໃຫ້ກຽດຕິຍົດແກ່ເຂົາ, ແລະ ອຳນາດທີ່ເຂົາໄດ້ຮັບເຫນືອຂ້າຣາຊະການ ແລະ ຂ້າຮັບໃຊ້ທັງປວງຂອງກະສັດ.
\s5
\v 12 ຮາມານໄດ້ກ່າວວ່າ "ພຣະຣາຊີນີເອສະເທີ ບໍ່ໄດ້ຊົງເຊີນຜູ້ໃດ ນອກຈາກຕົວຂ້າພຣະເຈົ້າ ເພື່ອໄປຮ່ວມສະຫລອງກັບກະສັດ. ໃນງານລ້ຽງທີ່ນາງໄດ້ຈັດຕຽມໄວ້ ມື້ອື່ນຂ້າພຣະເຈົ້າກໍຍັງໄດ້ຮັບເຊີນໃຫ້ໄປອີກຄັ້ງພ້ອມດ້ວຍກະສັດ.
\v 13 ແຕ່ທັງຫມົດນີ້ກໍບໍ່ມີຄ່າຫຍັງກັບຕົວຂ້າພຣະເຈົ້າ, ຕາບໃດທີ່ຂ້າພຣະເຈົ້າຍັງເຫັນມໍເດໄກຄົນຢິວຍັງນັ່ງຢູ່ທີ່ປະຕູພຣະຣາຊະວັງຂອງກະສັດນັ້ນ."
\s5
\v 14 ແລ້ວເຊເຮເຊ ເມຍຂອງຮາມານກໍສະເຫນີຮາມານກັບສະຫາຍເຂົາວ່າ, "ໃຫ້ພວກເຂົາສ້າງບ່ອນແຂວນຄໍສູງຊາວສອງແມັດ ແລະ ໃນຕອນເຊົ້າ ຈົ່ງທູນກະສັດເພື່ອໃຫ້ພວກເຂົານຳມໍເດໄກໄປແຂວນຄໍທີ່ນັ້ນ. ເພື່ອທີ່ທ່ານຈະໄດ້ໄປງານລ້ຽງສະຫລອງກັບກະສັດຢ່າງສະບາຍໃຈ." ຄຳສະເຫນີເປັນທີ່ພໍໃຈແກ່ຮາມານ ແລະເຂົາຈຶ່ງໄດ້ສັ່ງຄົນໄປເຮັດບ່ອນແຂວນຄໍຕຽມໄວ້.
\s5
\c 6
\cl ບົດທີ 6
\p
\v 1 ໃນຄືນນັ້ນກະສັດບໍ່ສາມາດນອນໄດ້. ພະອົງຈຶ່ງໄດ້ຊົງສັ່ງໃຫ້ຂ້າຮັບໃຊ້ນຳບັນທຶກລາຍງານໃນຣາຊະການຂອງພຣະອົງມາ, ແລະ ພວກເຂົາກໍໄດ້ອ່ານອອກສຽງດັງໃຫ້ກະສັດຟັງ.
\v 2 ໃນບັນທຶກນັ້ນພົບວ່າມີເຫດການທີ່ມໍເດໄກ ໄດ້ທູນເລື່ອງບິກທານາ ແລະ ເຕເຣເຊ, ຊາຍຕອນຂອງພຣະອົງສອງຄົນທີ່ໄດ້ເຝົ້າຍາມຕົງປະຕູຂອງກະສັດ ຊຶ່ງໄດ້ພະຍາຍາມວາງແຜນລອບສັງຫານກະສັດອາ​ຫາ​ສຸ​ເອ​ຣັດ.
\v 3 ກະສັດໄດ້ຖາມວ່າ, "ມໍເດໄກໄດ້ຮັບກຽດ ຫລືການຍ້ອງຍໍເປັນທີ່ຈົດຈຳໃດໆເພາະເລື່ອງນີ້ຫລືບໍ່?" ແລ້ວຂ້າຮັບໃຊ້ທີ່ໄດ້ບົວລະບັດຮັບໃຊ້ພຣະອົງຢູ່ ໄດ້ທູນຕອບວ່າ, "ຍັງບໍ່ໄດ້ເຮັດຫຍັງໃຫ້ເຂົາເລີຍ."
\s5
\v 4 ກະສັດກ່າວວ່າ, "ໃຜຢູ່ໃນເດີ່ນດ້ານຫນ້າ?" ຂະນະນັ້ນຮາມານໄດ້ເຂົ້າມາໃນເດີ່ນຂອງຣາຊະວັງຂອງກະສັດ ເພື່ອທູນພຣະອົງເລື່ອງທີ່ຈະນຳມໍເດໄກໄປແຂວນຄໍທີ່ບ່ອນແຂວນຄໍທີ່ເຂົາໄດ້ຈັດຕຽມເອົາໄວ້.
\v 5 ຂ້າຮັບໃຊ້ຂອງກະສັດໄດ້ທູນຕໍ່ພະອົງວ່າ, "ຮາມານກຳລັງຢູ່ທີ່ເດີ່ນດ້ານຫນ້າ." ກະສັດຈຶ່ງໄດ້ບອກວ່າ, "ໃຫ້ເຂົາເຂົ້າມາ."
\v 6 ເມື່ອຮາມານໄດ້ເຂົ້າມາແລ້ວ, ກະສັດໄດ້ເວົ້າກັບເຂົາວ່າ, "ຊາຍທີ່ໄດ້ຮັບຄວາມໂປດປານຈາກກະສັດຄວນໄດ້ຮັບສິ່ງໃດເພື່ອໃຫ້ກຽດຕອບແທນການກະທຳຂອງເຂົາ?" ຮາມານໄດ້ຄິດຢູ່ໃນໃຈ, "ມີໃຜອີກທີ່ໄດ້ຮັບຄວາມໂປດປານ ແລະກຽດຕິຍົດຈາກກະສັດຫລາຍໄປກວ່າຕົວຂ້ອຍ?"
\s5
\v 7 ຮາມານຈຶ່ງໄດ້ທູນຕໍ່ກະສັດວ່າ, "ສຳລັບຊາຍຜູ້ນັ້ນຊຶ່ງກະສັດໄດ້ຊົງໂປດປານ ແລະ ໃຫ້ກຽດແກ່ເຂົາ,
\v 8 ຂໍໃຫ້ນຳເຄື່ອງເອ້ທີ່ກະສັດເຄີຍໃສ່ ແລະ ມ້າທີ່ພຣະອົງເຄີຍຂີ່ ແລະມົງກຸດທີ່ໃສ່ເທິງມ້ານັ້ນມາ.
\v 9 ແລ້ວໃຫ້ເຂົາແຕ່ງຕົວດ້ວຍຊຸດຊົງ ແລະ ປຣະທານມ້າແກ່ຂ້າຣາຊະການສູງສຸດຂອງກະສັດ. ໃຫ້ພວກເຂົາແຕ່ງກາຍຊາຍຄົນນັ້ນຄືຜູ້ທີ່ກະສັດຊົງໂປດປານ ແລະໃຫ້ກຽດແກ່ເຂົາ, ໃຫ້ພວກເຂົາພາຊາຍຄົນນັ້ນນັ່ງເທິງມ້າ ແລະເດີນໄປຕາມທາງໃນເມືອງ. ໃຫ້ມີປະກາດນຳຫນ້າເຂົາວ່າ 'ນີ້ຄືຜູ້ທີ່ກະສັດໄດ້ຊົງໂປດປານ ເຂົາກໍເປັນເຊັ່ນນີ້ແຫລະ!'"
\s5
\v 10 ແລ້ວກະສັດກໍໄດ້ກ່າວກັບຮາມານວ່າ, "ຈົ່ງຮີບໄປ, ນຳເອົາຊຸດຂອງເຮົາ ແລະ ມ້າມາເຫມືອນທີ່ທ່ານໄດ້ກ່າວມານັ້ນ, ແລະຈົ່ງເຮັດສິ່ງນັ້ນແກ່ມໍເດໄກ ຊາຍຊາວຢິວຜູ້ທີ່ນັ່ງຢູ່ທີ່ປະຕູຂອງກະສັດ. ຢ່າໃຫ້ຂາດໄປແມ່ນແຕ່ສິ່ງດຽວ ຕາມທີ່ທ່ານໄດ້ກ່າວມານັ້ນ."
\v 11 ແລ້ວຮາມານຈຶ່ງໄດ້ນຳຊຸດ ແລະ ມ້າມາ. ເຂົາໄດ້ໃສ່ຊຸດໃຫ້ກັບມໍເດໄກ ແລະ ໄດ້ພາເຂົານັ່ງເທິງມ້າ ແລະ ຜ່ານໄປກາງເມືອງ. ເຂົາໄດ້ຮ້ອງປະກາດນຳຫນ້າເຂົາວ່າ "ນີ້ຄືຜູ້ທີ່ກະສັດໄດ້ຊົງໂປດປານ ເຂົາກໍເປັນເຊັ່ນນີ້ແຫລະ!"
\s5
\v 12 ມໍເດໄກໄດ້ກັບໄປທີ່ປະຕູຂອງກະສັດ. ແຕ່ຮາມານໄດ້ຮີບລຸກກັບໄປຍັງບ້ານຂອງເຂົາ, ເອົາຜ້າຄຸມຫົວຂອງຕົນ ແລະຮ້ອງຄຳຄວນ.
\v 13 ຮາມານໄດ້ບອກທຸກຢ່າງທີ່ເກີດຂຶ້ນແກ່ ເຊເນເຊເມຍຂອງເຂົາ ແລະ ພວກເພື່ອນຂອງເຂົາທີ່ຢູ່ທີ່ນັ້ນ. ແລ້ວຊາຍຄົນຫນຶ່ງຂອງເຂົາຊຶ່ງເປັນຜູ້ມີສະຕິປັນຍາ ແລະເຊເຮເຊເມຍຂອງເຂົາ, ກໍໄດ້ເວົ້າກັບເຂົາວ່າ, "ຫາກມໍເດໄກ, ຄືຄົນທີ່ທ່ານໄດ້ລົ້ມລົງຕໍ່ຫນ້າເຂົາຄືຊາວຢິວ, ທ່ານບໍ່ມີວັນຊະນະເຂົາແນ່ນອນ, ແຕ່ທ່ານຈະລົ້ມລົງ ແລະພ່າຍແພ້ຕໍ່ເຂົາ."
\v 14 ໃນຂະນະທີ່ພວກເຂົາກຳລັງໄດ້ເວົ້າກັນຢູ່ນັ້ນ, ທະຫານຂອງກະສັດໄດ້ມາເຖິງ. ພວກເຂົາໄດ້ຮີບຮັບຮາມານເພື່ອພາໄປຍັງງານລ້ຽງສະຫລອງທີ່ນາງເອສະເທີໄດ້ຊົງຈັດຕຽມໄວ້.
\s5
\c 7
\cl ບົດທີ 7
\p
\v 1 ແລ້ວກະສັດກໍໄດ້ໄປກັບຮາມານ ໄປຍັງງານລ້ຽງສະຫລອງຂອງພຣະຣາຊີນີເອສະເທີ.
\v 2 ໃນວັນທີສອງນັ້ນ, ໃນຂະນະທີ່ພວກເຂົາໄດ້ ກຳລັງດື່ມເຫລົ້າອະງຸ່ນຢູ່ນັ້ນ, ກະສັດກໍໄດ້ຖາມນາງເອສະເທີວ່າ, "ຄຳຮ້ອງຂໍຂອງເຈົ້າຄືສິ່ງໃດ, ພະຣາຊີນີເອສະເທີ? ເຖິງເຄິ່ງອານາຈັກຂອງເຮົາ, ເຮົາກໍຈະມອບໃຫ້ແກ່ເຈົ້າ."
\s5
\v 3 ແລ້ວພຣະຣາຊີນີເອສະເທີຈຶ່ງໄດ້ທູນຕອບວ່າ, "ຂ້າແຕ່ກະສັດ, ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ແລະ ຫາກເປັນທີ່ພໍພະທັຍຂອງພຣະອົງ, ຂໍຊົງໄວ້ຊີວິດຂອງຂ້ານ້ອຍດ້ວຍເຖີດ - ນີ້ຄືຄຳຮ້ອງຂອງຂ້ານ້ອຍ, ແລະ ຂ້ານ້ອຍທູນຂໍຊີວິດຂອງຂ້ານ້ອຍ ແລະຊົນຊາດຂອງຂ້ານ້ອຍດ້ວຍ.
\v 4 ເພາະພວກເຮົາໄດ້ຖືກຂາຍ, ທັງຂ້ານ້ອຍ ແລະ ປະຊາຊົນຂອງຂ້ານ້ອຍໃຫ້ຖືກທຳລາຍ ຖືກຂ້າ, ແລະ ລ້າງຜານເຜົ່າພັນ. ຫາກພວກເຮົາຖືກຂາຍເພື່ອໄປເປັນທາດ ບໍ່ວ່າຜູ້ຊາຍ ຫລືຜູ້ຍິງ, ຂ້ານ້ອຍຄົງເກັບງຽບເອົາໄວ້, ແລະ ບໍ່ທຸກຮ້ອນແຕ່ຢ່າງໃດ ເພາະນັ້ນອາດຈະລົບກວນກະສັດ."
\v 5 ແລ້ວກະສັດອາ​ຫາ​ສຸ​ເອ​ຣັດ ຈຶ່ງໄດ້ຖາມພຣະຣາຊີນີເອສະເທີວ່າ, "ເຂົາຄືຜູ້ໃດ? ຄົນນັ້ນຢູ່ທີ່ໃດ ທີ່ຫົວໃຈຂອງເຂົາຊ່າງຄິດຮ້າຍຫຍັງເຊັ່ນນັ້ນ?"
\s5
\v 6 ເອສະເທີກາບທູນວ່າ, "ຊາຍຊົ່ວ ແລະ ສັດຕຣູນັ້ນຄືຮາມານ, ຜູ້ຊົ່ວຮ້າຍຄົນນີ້!" ແລ້ວຮາມານກໍເກີດຄວາມຢ້ານຕໍ່ຫນ້າຂອງກະສັດ ແລະພຣະຣາຊີນີ.
\v 7 ກະສັດກໍໄດ້ຊົງລຸກຂຶ້ນດ້ວຍຄວາມໂກດຮ້າຍຈາກການດື່ມເຫລົ້າອາງຸ່ນທີ່ງານລ້ຽງສະຫລອງ ແລະໄດ້ອອກໄປທີ່ສວນຂອງຣາຊະວັງ, ແຕ່ຮາມານນັ້ນໄດ້ຄຸກເຂົ່າ ຮ້ອງຂໍຊີວິດຂອງເຂົາຈາກພຣະຣາຊີນີເອສະເທີ. ເຂົາຮູ້ແລ້ວວ່າກະສັດຊົງຕັດສິນໂທດເຂົາແລ້ວ.
\s5
\v 8 ເມື່ອກະສັດໄດ້ກັບມາຈາກສວນໃນພຣະຣາຊະວັງເຂົ້າມາໃນຫ້ອງທີ່ກຳລັງດື່ມເຫລົ້າອາງຸ່ນນັ້ນ. ຮາມານນັ້ນລົ້ມລົງຢູ່ທີ່ປຣະທັບ ບ່ອນທີ່ນາງເອສະເທີໄດ້ປຣະທັບຢູ່. ກະສັດໄດ້ເວົ້າວ່າ, "ເຂົາຈະທຳຮ້າຍພຣະຣາຊີນີໃນບ້ານຂອງເຮົາບໍ?" ທັນທີທີ່ກະສັດໄດ້ເວົ້າເຊັ່ນນັ້ນຈາກປາກຂອງພຣະອົງ, ຂ້າຮັບໃຊ້ຂອງພຣະອົງກໍໄດ້ເຂົ້າມາປິດຫນ້າຂອງຮາມານ.
\s5
\v 9 ແລ້ວຮັກໂບນາ, ຂ້າຣາຊະການຄົນຫນຶ່ງທີ່ບົວລະບັດພຣະອົງໄດ້ທູນວ່າ, "ມີບ່ອນແຂວນຄໍສູງຊາວສອງແມັດ ທີ່ຂ້າງບ້ານຂອງຮາມານ ເຂົາໄດ້ສັ່ງໃຫ້ຕຽມເອົາໄວ້ສຳລັບມໍເດໄກ, ຜູ້ທີ່ໄດ້ກ່າວປົກປ້ອງຊີວິດຂອງພະອົງ. "ກະສັດຈຶ່ງໄດ້ເວົ້າວ່າ "ແຂວນເຂົາຢູ່ທີ່ນັ້ນສາ."
\v 10 ດັ່ງນັ້ນພວກເຂົາກໍແຂວນຄໍຮາມານ ທີ່ບ່ອນແຂວນຄໍນັ້ນທີ່ເຂົາໄດ້ຕຽມເອົາໄວ້ໃຫ້ມໍເດໄກ. ແລ້ວຄວາມໂກດແຄ້ນຂອງກະສັດກໍໄດ້ສະຫງົບລົງ.
\s5
\c 8
\cl ບົດທີ 8
\p
\v 1 ໃນວັນນັ້ນ ກະສັດອາ​ຫາ​ສຸ​ເອ​ຣັດໄດ້ມອບຊັບສິນຂອງຮາມານ, ສັດຕຣູຂອງພວກຢິວໃຫ້ແກ່ພຣະຣາຊີນີເອສະເທີ ແລະ ມໍເດໄກກໍໄດ້ເລີ່ມບົວລະບັດຮັບໃຊ້ກະສັດ, ເພາະນາງເອສະເທີໄດ້ທູນກະສັດວ່າ ມໍເດໄກກ່ຽວຂ້ອງກັບນາງຢ່າງໃດ.
\v 2 ກະສັດໄດ້ເອົາແຫວນປຣະທັບຕາຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງຍຶດຄືນມາຈາກຮາມານ, ແລະມອບໃຫ້ກັບມໍເດໄກ. ແລ້ວນາງເອສະເທີ ກໍໄດ້ແຕ່ຕັ້ງມໍເດໄກໃຫ້ເປັນຜູ້ດູແລເຫນືອຊັບສົມບັດຕ່າງໆ ຂອງຮາມານ.
\s5
\v 3 ແລ້ວນາງເອສະເທີກໍໄດ້ທູນກະສັດອີກຄັ້ງ. ນາງໄດ້ຫມູບຫນ້າລົງເທິງພື້ນ ແລະ ຮ້ອງໄຫ້ໃນຂະນະທີ່ນາງໄດ້ຊົງອ້ອນວອນຕໍ່ພຣະອົງໃຫ້ຢຸດຕິແຜນການອັນຊົ່ວຮ້າຍຂອງຮາມານຄົນອາກັກ, ຊຶ່ງເປັນອຸບາຍຊົ່ວຮ້າຍ ທີ່ເຂົາໄດ້ວາງແຜນເພື່ອຕໍ່ຕ້ານຄົນຢິວ.
\v 4 ແລ້ວກະສັດກໍໄດ້ຊົງຍື່ນໄມ້ຄ້ອນເທົ້າທອງຄຳຂອງພຣະອົງໃຫ້ແກ່ເອສະເທີ, ແລ້ວນາງກໍໄດ້ຊົງລຸກຂຶ້ນຢືນຕໍ່ຫນ້າກະສັດ.
\s5
\v 5 ນາງໄດ້ທູນວ່າ, "ຫາກສິ່ງນີ້ເປັນທີ່ພໍພຣະທັຍກະສັດ, ແລະ ຖ້າຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ຫາກຊົງເຫັນວ່າສິ່ງນີ້ເປັນສິ່ງທີ່ຖືກຕ້ອງຕໍ່ກະສັດ, ແລະ ຫາກຂ້ານ້ອຍເປັນທີ່ໂປດປານໃນສາຍຕາຂອງພຣະອົງ, ຂໍໄດ້ຊົງໃຫ້ມີການຂຽນເປັນທາງການເພື່ອຍົກເລີກສານທີ່ຂຽນໂດຍຮາມານລູກຊາຍຂອງຮາມເມດາທາ ຄົນອາກັກ, ຈົດຫມາຍທີ່ເຂົາໄດ້ຂຽນເພື່ອທຳລາຍຄົນຢິວທີ່ອາສັຍຢູ່ທົ່ວທຸກແຂວງຂອງກະສັດ.
\v 6 ເພາະຂ້ານ້ອຍຈະສາມາດທົນເບິ່ງພັຍພິບັດທີ່ຈະເກີດແກ່ຄົນຂອງຂ້ານ້ອຍໄດ້ຢ່າງໃດກັນ? ຂ້ານ້ອຍທົນເຫັນພວກຍາດພີ່ນ້ອງຂອງຂ້ານ້ອຍຖືກທຳລາຍໄດ້ຢ່າງໃດ?"
\s5
\v 7 ກະສັດອາ​ຫາ​ສຸ​ເອ​ຣັດ ຈຶ່ງໄດ້ເວົ້າກັບພຣະຣາຊີນີເອສະເທີ ແລະ ມໍເດໄກຄົນຢິວວ່າ, "ເບິ່ງເຖີດ, ເຮົາໄດ້ມອບບ້ານເຮືອນຂອງຮາມານໄວ້ແກ່ເອສະເທີແລ້ວ, ແລະ ເຮົາໄດ້ແຂວນຮາມານເທິງບ່ອນແຂວນຄໍເພາະເຂົາຄິດທີ່ຈະໂຈມຕີພວກຢິວ,
\v 8 ຈົ່ງຂຽນປະກາດອີກສະບັບຫນຶ່ງສຳລັບຄົນຢິວໃນນາມຂອງກະສັດ ແລະປຣະທັບຕາດ້ວຍແຫວນຂອງກະສັດ. ເພາະປະກາດທີ່ໄດ້ຂຽນໄປແລ້ວນັ້ນໃນນາມຂອງກະສັດ ແລະປຣະທັບດ້ວຍແຫວນຕຣາຂອງກະສັດບໍ່ສາມາດເພີກຖອນໄດ້."
\s5
\v 9 ແລ້ວເລຂາທິການຂອງກະສັດກໍໄດ້ຖືກຮ້ອງເຂົ້າມາໃນເວລານັ້ນ, ໃນເດືອນທີສາມ, ຄືເດືອນຊີວານ, ໃນວັນທີຊາວສາມຂອງເດືອນນັ້ນ. ປະກາດກໍໄດ້ຂຽນຂຶ້ນຕາມມໍເດໄກໄດ້ບັນຊາກ່ຽວກັບພວກຢິວ. ເຖິງບັນດາຜູ້ປົກຄອງແຂວງຕ່າງໆ, ເຖິງຂ້າຣາຊະການ ແລະ ຜູ້ປົກຄອງເມືອງໃນແຂວງຕ່າງໆ ທີ່ຢູ່ໃນອິນເດັຽໄປຈົນເຖິງເອທິໂອເປັຽທັງຫມົດຈຳນວນ 127 ແຂວງ, ເຖິງທຸກແຂວງໃນພາສາຂຽນຂອງເຂົາ, ແລະ ເຖິງທຸກຄົນໃນພາສາຂອງເຂົາ ແລະເຖິງຄົນຢິວທຸກຄົນ ຂຽນໃນພາສາຂອງເຂົາ.
\s5
\v 10 ມໍເດໄກໄດ້ຂຽນໃນນາມຂອງກະສັດອາ​ຫາ​ສຸ​ເອ​ຣັດ ແລະ ໄດ້ປຣະທັບຕຣາດ້ວຍຕຣາປຣະທັບຂອງກະສັດ. ເຂົາໄດ້ສົ່ງສານອອກໄປໂດຍຜູ້ສົ່ງສານມ້າໄວ ຊຶ່ງໃຊ້ສຳລັບຣາຊະການຂອງກະສັດ ເປັນມ້າທີ່ໄວທີ່ສຸດຈາກຄອກມ້າ.
\v 11 ກະສັດໄດ້ຊົງມີຄຳສັ່ງອານຸຍາດ ໃຫ້ຄົນຢິວໃນທຸກແຂວງຮວມຕົວກັນເພື່ອຕຽມພ້ອມປົກປ້ອງຊີວິດຂອງພວກເຂົາຄືໃຫ້ທຳລາຍ ໃຫ້ຂ້າ ແລະໃຫ້ສັງຫານກອງທັບໃດກໍຕາມຫລືໃຜກໍຕາມ, ໃນແຂວງໃດກໍຕາມທີ່ອາດຈະໂຈມຕີພວກເຂົາ ລວມທັງເດັກແລະຜູ້ຍິງ, ແລະ ໂຈນທີ່ຈະມາປຸ້ນເອົາຊັບສົມບັດຂອງພວກເຂົາ.
\v 12 ນີ້ຈະຕ້ອງມີຂໍ້ບັງຄັບໃຊ້ໃນທຸກແຂວງຂອງກະສັດອາ​ຫາ​ສຸ​ເອ​ຣັດ, ຄືວັນທີສິບສາມຂອງເດືອນສິບສອງ ຄືເດືອນອາດານ.
\s5
\v 13 ສຳເນົາຂອງຄຳສັ່ງການນັ້ນໄດ້ອອກເປັນກົດຫມາຍ ແລະ ສົ່ງເປັນອອກແຈ້ງການເຖິງຜູ້ຄົນທັງຫມົດ. ພວກຢິວຈະຕ້ອງພ້ອມໃນວັນນັ້ນເພື່ອລ້າງແຄ້ນແກ່ສັດຕຣູຂອງພວກເຂົາ.
\v 14 ແລ້ວຜູ້ສົ່ງສານກໍໄດ້ຮີບໄປ ຜູ້ປົກຄອງເມືອງຂອງກະສັດ. ພວກເຂົາໄດ້ອອກໄປໂດຍປາສະຈາກຄວາມຊັກຊ້າ. ຄຳສັ່ງຂອງກະສັດໄດ້ອອກຈາກຣາຊະວັງໃນຊູຊາ.
\s5
\v 15 ຕໍ່ຫນ້າຂອງກະສັດ ມໍເດໄກໄດ້ສວມໃສ່ເສື້ອຂອງກະສັດເປັນເສື້ອສີຟ້າ ແລະສີຂາວ, ແລະໄດ້ສວມມົງກຸດທອງຄຳ ແລະເສື້ອຄຸມຜ້າປ່ານສີມ່ວງ, ແລ້ວຄົນໃນເມືອງຊູຊາຕ່າງກໍໄດ້ພາກັນໂຮ່ຮ້ອງຍິນດີ.
\v 16 ພວກຢິວກໍເກີດຄວາມເບີກບານ ແລະ ຊື່ນຊົມຍິນດີ ແລະ ເປັນກຽດຕິຍົດ.
\v 17 ໃນທຸກແຂວງ ແລະ ເມືອງຕ່າງໆ, ແລະ ຜູ້ປົກຄອງເມືອງໄປເຖິງ, ກໍໄດ້ເກີດຄວາມຊື່ນບານ ແລະ ຍິນດີທ່າມກາງພວກຄົນຢິວ, ມີການລ້ຽງສະຫລອງ ແລະວັນຢຸດພັກມີຄົນຢ່າງຫລວງຫລາຍຈາກແຜ່ນດິນຕ່າງໆ ໄດ້ກາຍເປັນຄົນຢິວ, ເພາະວ່າຄວາມຢ້ານຂອງຄົນຢິວໄດ້ຕົກຢູ່ເຫນືອພວກເຂົາ.
\s5
\c 9
\cl ບົດທີ 9
\p
\v 1 ບັດນີ້ໃນເດືອນທີສິບສອງ, ຄືເດືອນອາດານ, ໃນວັນທີສິບສາມ, ເມື່ອກົດຫມາຍຂອງກະສັດ ແລະ ຄຳສັ່ງກຳລັງຈະຖືກສົ່ງອອກໄປນັ້ນ, ໃນວັນທີ່ສັດຕຣູຂອງພວກຢິວໄດ້ຫວັງວ່າຈະມີອຳນາດເຫນືອພວກເຂົາ, ແຕ່ກັບກາຍເປັນພວກຢິວທີ່ໄດ້ມີອຳນາດເຫນືອຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.
\v 2 ພວກຢິວກໍໄດ້ມາລວມຕົວກັນໃນເມືອງຕ່າງໆ ຂອງພວກເຂົາຕະຫລອດຈົນທົ່ວທຸກແຂວງຂອງກະສັດອາ​ຫາ​ສຸ​ເອ​ຣັດ, ເພື່ອຂ້າຄົນເຫລົ່ານັ້ນທີ່ພະຍາຍາມນຳຄວາມຫາຍະນະມາໃຫ້ພວກເຂົາ. ບໍ່ມີໃຜຢືນຢັດຕໍ່ສູ້ພວກເຂົາໄດ້, ເພາະຄວາມຢ້ານທີ່ມີຕໍ່ພວກຢິວໄດ້ຕົກຢູ່ນຳຄົນທັງປວງ.
\s5
\v 3 ບັນດາຂ້າຣາຊະການໃນແຂວງຕ່າງໆ, ພວກຜູ້ປົກຄອງແຂວງ, ພວກຂ້າຣາຊະການ ແລະ ຄົນທີ່ປະຕິບັດຣາຊະການຂອງກະສັດ, ໄດ້ຊ່ວຍພວກຢິວເພາະວ່າຄວາມຢ້ານຕໍ່ມໍເດໄກໄດ້ຕົກເຫນືອພວກເຂົາ.
\v 4 ເພາະມໍເດໄກເປັນໃຫຍ່ໃນຣາຊະວັງຂອງກະສັດ, ແລະ ຊື່ສຽງຂອງເຂົາກໍໄດ້ຊ່າລືໄປທົ່ວທຸກແຂວງ, ເພາະຊາຍມໍເດໄກຄົນນີ້ໄດ້ເປັນຜູ້ຍິ່ງໃຫຍ່.
\v 5 ພວກຢິວໄດ້ໂຈມຕີສັດຕຣູຂອງພວກເຂົາ ແລະເຮັດຕາມທີ່ພວກເຂົາໃຈມັກຕໍ່ຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາ.
\s5
\v 6 ທີ່ປ້ອມປາການໃນເມືອງຊູຊານັ້ນ ພວກຢິວໄດ້ຂ້າ ແລະ ໄດ້ທຳລາຍຫ້າຮ້ອຍຄົນ.
\v 7 ພວກເຂົາໄດ້ຂ້າປາກຊານດາທາ, ດານໂຟນອາ, ຊະປາທາ
\v 8 ໂປຣາທາ, ອາດາລີອາ, ອາຣີດາທາ
\v 9 ປາກມາຊະຕາ, ອາຣີໄສ, ອາຣີໄດ, ແລະ ໄວຊາທາ
\v 10 ແລະລູກຊາຍທັງສິບຄົນຂອງຮາມານ, ລູກຊາຍຮາມເມດາທາ, ສັດຕຣູຂອງພວກຢິວແຕ່ພວກເຂົາບໍ່ໄດ້ເອົາຊັບສົມບັດໃດໆເລີຍ.
\s5
\v 11 ໃນວັນນັ້ນ ຈຳນວນຄົນທີ່ຖືກຂ້າໃນປ້ອມປາການແຫ່ງເມືອງຊູຊາ, ກໍໄດ້ຖືກລາຍງານແກ່ກະສັດ.
\v 12 ກະສັດກໍໄດ້ຊົງກ່າວກັບຣາຊີນີເອສະເທີວ່າ, "ພວກຢິວໄດ້ຂ້າຄົນຫ້າຮ້ອຍຄົນໃນປ້ອມແຫ່ງເມືອງຊູຊາ, ລວມທັງລູກຊາຍສິບຄົນຂອງຮາມານ, ພວກເຂົາໄດ້ເຮັດສິ່ງໃດອີກໃນແຂວງທີ່ເຫລືອຂອງກະສັດ? ບັດນີ້ຄຳປາຖນາຂອງເຈົ້າຄືຫຍັງ? ເຮົາຈະໃຫ້ແກ່ເຈົ້າ. ຄຳຮ້ອງຂໍຂອງເຈົ້າຄືຫຍັງ? ເຮົາຈະໃຫ້ແກ່ເຈົ້າ."
\s5
\v 13 ແລ້ວເອສະເທີກໍໄດ້ຊົງທູນວ່າ, "ຫາກສິ່ງນີ້ເປັນທີ່ພໍພຣະທັຍພຣະອົງ ໃຫ້ພວກຢິວໃນຊູຊາໄດ້ຮັບອະນຸຍາດໃຫ້ປະຕິບັດຕາມຜູ້ປົກຄອງແຂວງໃນວັນນີ້ ແລະມື້ອື່ນດ້ວຍ, ແລະ ເອົາສົບລູກຊາຍທັງສິບຄົນຂອງຮາມານໄປແຂວນທີ່ບ່ອນແຂວນຄໍ."
\v 14 ດັ່ງນັ້ນກະສັດກໍໄດ້ມີຮັບສັ່ງ ແລະ ສິ່ງນີ້ກໍໄດ້ເຮັດແລ້ວ. ຄຳສັ່ງນັ້ນໄດ້ແຈ້ງອອກໄປໃນຊູຊາ ແລະ ພວກເຂົາກໍແຂວນສົບລູກຊາຍສິບຄົນຂອງຮາມານເສຍ.
\s5
\v 15 ພວກຢິວທີ່ໄດ້ຢູ່ໃນເມືອງຊູຊາກໍມາຮ່ວມຕົວກັນໃນວັນທີສິບສີ່ໃນເດືອນອາດານ, ແລະ ໄດ້ຂ້າຊາຍໃນເມືອງຊູຊາອີກສາມຮ້ອຍຄົນ, ແຕ່ພວກເຂົາບໍ່ໄດ້ຢຶດເອົາສົມບັດໃດໆເລີຍ.
\v 16 ສ່ວນພວກຢິວທີ່ເຫລືອຢູ່ໃນແຂວງຂອງກະສັດກໍມາລວມຕົວກັນເພື່ອປົກປ້ອງຊີວິດຂອງພວກເຂົາ, ແລະ ພວກເຂົາກໍຮູ້ສຶກໂລ່ງໃຈຈາກສັດຕຣູ ຂອງພວກເຂົາ ແລະໄດ້ຂ້າຄົນເຫລົ່ານັ້ນທີ່ກຽດຊັງພວກເຂົາກວ່າເຈັດຫມື່ນຫ້າພັນຄົນ, ແຕ່ພວກເຂົາບໍ່ໄດ້ເອົາຂອງມີຄ່າໃດໆ ຂອງຄົນເຫລົ່ານັ້ນທີ່ພວກເຂົາໄດ້ຂ້າເລີຍ.
\s5
\v 17 ເຫດການເຫລົ່ານີ້ເກີດຂຶ້ນໃນວັນທີສິບສາມ ຄືເດືອນອາດານ. ໃນວັນທີສິບສີ່ພວກເຂົາກໍພັກ ແລະມີການລ້ຽງ ແລະຍິນດີໃນວັນນັ້ນ.
\v 18 ແຕ່ພວກຢິວທີ່ຢູ່ໃນເມືອງຊູຊາໄດ້ມາລວມຕົວກັນໃນວັນທີສິບສາມ ແລະວັນທີສິບສີ່ ພວກເຂົາຈຶ່ງພັກໃນວັນທີສິບຫ້າ ແລະໃຫ້ວັນນັ້ນເປັນວັນແຫ່ງການລ້ຽງສະຫລອງ ແລະຍິນດີ.
\v 19 ເຫດນີ້ເອງພວກຢິວໃນຊົນນະບົດທີ່ອາສັຍຢູ່ແຖບຮອບນອກ ໄດ້ໃຫ້ວັນທີສິບສີ່ໃນເດືອນອາດານເປັນວັນລ້ຽງສະຫລອງ ແລະ ຍິນດີຂອງພວກເຂົາແລະ ໃຫ້ເປັນວັນ ທີ່ພວກເຂົາຈະສົ່ງຂອງຂວັນເປັນອາຫານໃຫ້ແກ່ກັນແລະກັນ.
\s5
\v 20 ແລ້ວມໍເດໄກກໍໄດ້ບັນທຶກສິ່ງຕ່າງໆເຫລົ່ານີ້ ແລະ ໄດ້ສົ່ງຈົດຫມາຍໄປຍັງພວກຢິວທັງປວງທີ່ຢູ່ໃນແຂວງທັງຫມົດຂອງກະສັດອາ​ຫາ​ສຸ​ເອ​ຣັດ, ທັງໃກ້ ແລະໄກ,
\v 21 ບັງຄັບໃຫ້ພວກເຂົາຮັກສາວັນທີສິບສີ່ ແລະ ວັນທີສິບຫ້າໃນເດືອນອາດານຂອງທຸກໆປີ.
\v 22 ວັນເຫລົ່ານີ້ຄືວັນທີພວກຢິວໄດ້ພົ້ນຈາກສັດຕູຂອງພວກເຂົາ ແລະເປັນວັນທີຄວາມໂສກເສົ້າຂອງພວກເຂົາໄດ້ປ່ຽນເປັນຄວາມຊື່ນຊົມຍິນດີ ແລະປ່ຽນການຄ່ຳຄວນເປັນວັນແຫ່ງການສະເຫລີມສະຫລອງ. ພວກເຂົາຕ້ອງຈັດການສະເຫລີມສະຫລອງ ແລະ ຍິນດີແລະສົ່ງຂອງຂວັນຊຶ່ງເປັນອາຫານໃຫ້ແກ່ກັນແລະກັນແລະ ໃຫ້ຂອງຂວັນແກ່ຄົນຍາກຈົນ.
\s5
\v 23 ດັ່ງນັ້ນພວກຢິວຈຶ່ງໄດ້ເຮັດການສະຫລອງຕໍ່ຈາກທີ່ໄດ້ເລີ່ມໄປເເລ້ວ, ເພື່ອປະຕິບັດຕາມທີ່ມໍເດໄກໄດ້ຂຽນໄວ້ເເກ່ພວກເຂົາ.
\v 24 ໃນເວລານັ້ນ ຮາມານລູກຊາຍ ສັດຕູຂອງພວກຢິວ, ໄດ້ວາງອຸບາຍຕໍ່ຕ້ານພວກຢິວຫວັງທຳລາຍພວກເຂົາ ເເລະ ເຂົາໄດ້ຈັບສະຫລາກ ເພື່ອຫາວັນທຳລາຍລ້າງຜານພວກເຂົາ, ເພື່ອບົດເຂົາໃຫ້ຫມຸ່ນ ແລະ ທຳລາຍພວກເຂົາ.
\v 25 ເເຕ່ເມື່ອກະສັດໄດ້ຮູ້ເລື່ອງນີ້ ພຣະອົງກໍໄດ້ມີຮັບສັ່ງໂດຍການສົ່ງສານອອກໄປເພື່ອປ່ຽນແຜນການອັນຊົ່ວຮ້າຍຂອງຮາມານທີ່ຕໍ່ຕ້ານພວກຢິວ, ໃຫ້ກັບມາຕົກລົງເຫນືອຫົວ, ແລະ ທີ່ເຂົາ ແລະ ລູກບັນດາລູກຊາຍຂອງເຂົາຕ້ອງຖືກແຂວນທີ່ບ່ອນແຂວນຄໍ.
\s5
\v 26 ດັ່ງນັ້ນພວກເຂົາຈຶ່ງຮ້ອງວັນນັ້ນວ່າ ປູຣິມ, ຕາມຊື່ຂອງການຈົກສະຫລາກ. ເພາະວ່າທຸກສິ່ງໄດ້ຂຽນເອົາໄວ້ໃນຈົດຫມາຍ, ແລະ ທຸກສິ່ງທີ່ໄດ້ເຫັນ ແລະທຸກສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຂົາ,
\v 27 ພວກຢິວໄດ້ຍອມຮັບເອົາທຳນຽມໃຫມ່ແລະ ຫນ້າທີ່ຂອງພວກເຂົາ. ທຳນຽມນີ້ມີໄວ້ສຳລັບພວກເຂົາເອງ, ຕະຫລອດຈົນລູກຫລານຂອງພວກເຂົາ ແລະທຸກຄົນທີ່ຮ່ວມກັບພວກເຂົາ. ເພື່ອໃຫ້ພວກເຂົາໄດ້ສະເຫລີມສະຫລອງໃນສອງວັນນີ້ຂອງທຸກໆປີ. ທີ່ພວກເຂົາຈະສະເຫລີມສະຫລອງໃນແບບທີ່ພວກເຂົາທຳ ແລະໃນຊ່ວງເວລາດຽວກັນນັ້ນຂອງທຸກໆປີ.
\v 28 ໃຫ້ວັນເຫລົ່ານີ້ເປັນວັນສະເຫລີມສະຫລອງ ແລະໃຫ້ຖືປະຕິບັດກັນໃນທຸກຊົ່ວອາຍຸຄົນ, ທຸກຄອບຄົວ, ທຸກແຂວງແລະທຸກເມືອງ. ໃຫ້ພວກຢິວ ແລະລູກຫລານຂອງພວກເຂົາທີ່ຈະບໍ່ຢຸດ ແລະຖືປະຕິບັດວັນປູຣິມ ນີ້ຢ່າງສັດຊື່ ເພື່ອບໍ່ໃຫ້ພວກເຂົາລືມວັນເຫລົ່ານີ້.
\s5
\v 29 ພຣະຣາຊີນີເອສະເທີລູກຍິງຂອງອາບີໄຮ ແລະມໍເດໄກຄົນຢິວໄດ້ຂຽນ ຈົດຫມາຍສະບັບທີສອງນີ້ດ້ວຍອຳນາດຢ່າງເຕັມທີ່ເພື່ອຢືນຍັນເລື່ອງຂອງເທສະການປູຣິມ.
\s5
\v 30 ຈົດຫມາຍເຫລົ່ານັ້ນກໍໄດ້ຖືກສົ່ງໄປເຖິງພວກຢິວໃນແຂວງທັງ 127 ແຫ່ງທົ່ວອານາຈັກຂອງກະສັດອາ​ຫາ​ສຸ​ເອ​ຣັດ, ອວຍພອນໃຫ້ພວກຢິວປອດພັຍ ແລະຢູ່ເຢັນເປັນສຸກ.
\v 31 ຈົດຫມາຍເຫລົ່ານີ້ຢືນຢັນໃຫ້ຖືຮັກສາວັນຕ່າງໆ ຂອງປູຣີມຕາມເວລາທີ່ໄດ້ກຳນົດໄວ້, ຕາມທີ່ມໍເດໄກຊາວຢິວ ແລະພຣະຣາຊີນີເອສະເທີໄດ້ໃຫ້ຊາວຢິວຖືປະຕິບັດ. ພວກຢິວກໍຍອມຮັບ ແລະຖືປະຕິບັດສຳລັບພວກເຂົາ ແລະລູກຫລານຂອງພວກເຂົາ ເຫມືອນເຊັ່ນດຽວກັບທີ່ພວກເຂົາໄດ້ຍອມຮັບການອົດອາຫານ ແລະ ການຄ້ຳຄວນ.
\v 32 ຄຳສັ່ງຂອງນາງເອສະເທີ ໄດ້ຢືນຢັນຂໍ້ບັງຄັບເຫລົ່ານີ້ເຖິງເລື່ອງຂອງເທສະການປູຣີມ ແລະໄດ້ມີບັນທຶກໄວ້ໃນຫນັງສື.
\s5
\c 10
\cl ບົດທີ 10
\p
\v 1 ແລ້ວກະສັດອາ​ຫາ​ສຸ​ເອ​ຣັດກໍໄດ້ມີຄຳສັ່ງໃຫ້ຈັດເກັບພາສີທົ່ວທັງແຜ່ນດິນ ແລະຕາມຊາຍຝັ່ງທະເລ.
\v 2 ຄວາມສຳເລັດທັງຫມົດແຫ່ງອຳນາດ ແລະ ອານຸພາບຂອງພຣະອົງພ້ອມດ້ວຍຄວາມຍິ່ງໃຫຍ່ຂອງມໍເດໄກ ທີ່ກະສັດໄດ້ຊົງຍົກເຂົາຂຶ້ນ, ສິ່ງເຫລົ່ານີ້ໄດ້ມີບັນທຶກໄວ້ໃນຫນັງສື ປະຫວັດສາດຂອງກະສັດແຫ່ງມີເດັຽ ແລະເປີເຊັຽ.
\s5
\v 3 ມໍເດໄກຄົນຢິວມີຕຳແຫນ່ງຮອງເປັນອັນດັບສອງຖັດຈາກກະສັດອາ​ຫາ​ສຸ​ເອ​ຣັດ. ທ່ານເປັນຜູ້ຍິ່ງໃຫຍ່ທ່າມກາງພວກຢິວ ແລະເປັນທີ່ຊື່ນຊອບຂອງພີ່ນ້ອງຊາວຢິວທັງຫລາຍ. ເພາະທ່ານໄດ້ສະແຫວງຫາ ສະຫວັດດີພາບແກ່ຄົນຂອງທ່ານແລະ ທ່ານໄດ້ເວົ້າໃຫ້ເກີດສັນຕິສຸກແກ່ຊົນຊາດຂອງທ່ານທັງຫມົດ.