lo_ulb/15-EZR.usfm

542 lines
99 KiB
Plaintext

\id EZR
\ide UTF-8
\h ເອຊະຣາ
\toc1 ເອຊະຣາ
\toc2 ເອຊະຣາ
\toc3 ezr
\mt ເອຊະຣາ
\s5
\c 1
\cl ບົດທີ 1
\p
\v 1 ໃນປີທຳອິດຂອງໄຊຣັດ, ກະສັດແຫ່ງເປີເຊຍຂຶ້ນເປັນຈັກກະພັດ, ພຣະຢາເວໄດ້ເຮັດໃຫ້ຖ້ອຍຄຳຂອງພຣະອົງອອກມາຈາກປາກເຢເຣມີຢາສຳເລັດ, ເເລະ ໄດ້ຊົງເລົ້າໂລມຈິດໃຈຂອງໄຊຣັດ. ສຽງຂອງໄຊຣັດໄດ້ປະກາດອອກທົ່ວອານາຈັກຂອງພະອົງ. ນີ້ເປັນສິ່ງທີ່ຊົງຂຽນໄວ້ ເເລະ ໄດ້ກ່າວ:
\v 2 "ໄຊຣັດ, ກະສັດແຫ່ງເປີເຊຍ, ກ່າວວ່າ: ພຣະຢາເວ, ພຣະເຈົ້າເເຫ່ງຟ້າສະຫວັນ, ໄດ້ໃຫ້ຂ້າພະເຈົ້າປົກຄອງອານາຈັກທັງຫມົດທົ່ວທັງເເຜ່ນດິນໂລກ, ເເລະ ພຣະອົງຊົງໄດ້ແຕ່ງຕັ້ງໃຫ້ເຮົາສ້າງພຣະວິຫານເເດ່ພຣະອົງໃນນະຄອນເຢຣູຊາເລັມໃນຢູດາຍ.
\s5
\v 3 ໃຜກໍຕາມທີ່ມາຈາກປະຊາກອນຂອງພຣະອົງ (ຂໍພຣະເຈົ້າຂອງເຂົາສະຖິດຢູ່ກັບເຂົາ) ຂໍໃຫ້ຂຶ້ນໄປຍັງນະຄອນເຢຣູຊາເລັມ ເເລະ ສ້າງພຣະວິຫານເເດ່ພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນ, ພຣະເຈົ້າຜູ້ສະຖິດຢູ່ເມືອງເຢຣູຊາເລັມ.
\v 4 ປະຊາຊົນຂອງຣາຊະອານາຈັກທີ່ໃດກໍຕາມ ຊຶ່ງມີຜູ້ທີ່ເຫລືອຢູ່ຂອງເເຜ່ນດິນນັ້ນອາສັຍຢູ່ ຄວນຈະໃຫ້ເງິນ ເເລະ ທອງຄຳ, ຊັບສິນ ເເລະ ສັດຕ່າງໆ, ພ້ອມກັບເຄື່່ອງບູຊາດ້ວຍຄວາມສະຫມັກໃຈສຳລັບພຣະວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມ."
\s5
\v 5 ຈາກນັ້ນພວກຫົວຫນ້າຂອງຕະກຸນຂອງບັນພະບຸຣຸດຂອງຢູດາ ເເລະ ເບັນຢາມິນ, ບັນດາປະໂລຫິດ ເເລະ ຄົນເລວີ, ເເລະ ທຸກບ່ອນທີ່ພຣະເຈົ້າຊົງເລົ້າໂລມໃຈຂອງເຂົາໃຫ້ລຸກຂຶ້ນໄປ ເເລະ ສ້າງພຣະວິຫານຂອງພຣະອົງ.
\v 6 ຄົນເຫລົ່ານັ້ນທີ່ຢູ່ໃກ້ຄຽງກັັບພວກເຂົາກໍໄດ້ຊ່ວຍເຮັດວຽກພວກເຂົາດ້ວຍສິ່ງຂອງທີ່ເປັນເງິນ ເເລະ ທອງຄຳ, ຊັບສິນ, ສັດຕ່າງໆ, ຂອງມີຄ່າ, ເເລະ ເຄ່ື່ອງບູຊາດ້ວຍຄວາມສະຫມັກໃຈ.
\s5
\v 7 ກະສັດໄຊຣັດຊົງນຳສິ່ງຂອງທີ່ເປັນຂອງພຣະວິຫານຂອງພຣະຢາເວອອກມາ ທີ່ເນບູກາດເນັດຊາໄດ້ຊົງນຳມາຈາກນະຄອນເຢຣູຊາເລັມ ເເລະ ຊົງນຳໄປໄວ້ໃນວິຫານຂອງບັນດາພະເຈົ້າຂອງພະອົງເອງ.
\v 8 ໄຊຣັດໄດ້ຊົງມອບສິ່ງເຫລົ່ານີ້ໃນການດູເເລຂອງມິດເຣດາດຫົວຫນ້າຄັງ, ຜູ້ທີ່ນັບສິ່ງຂອງເຫລົ່ານີ້ໃຫ້ເເກ່ ເຊັດບັດຊາ, ຜູ້ປົກຄອງເເຂວງຢູດາຍ.
\s5
\v 9 ນີ້ເປັນຈຳນວນຂອງສິ່່ງຂອງເຫລົ່ານັ້ນ: ຄືອ່າງທອງຄຳສາມສິບໃບ, ອ່າງເງິນຫນຶ່ງພັນໃບ, ອ່າງອື່ນໆອີກຊາວເກົ້າໃບ,
\v 10 ຊາມທອງຄຳສາມສິບໃບ, ຊາມເງິນນ້ອຍ 410 ໃບ, ເເລະພາຊະນະຢ່າງອື່ນອີກຫນຶ່ງພັນໃບ.
\v 11 ມີສິ່ງຂອງທີ່ເປັນທອງຄຳ ເເລະ ລວມທັງຫມົດ 5,400ໃບ. ເຊັດບັດຊາໄດ້ນຳສິ່ງຂອງທັງຫມົດໄປ ເມື່ອພວກທີ່ເປັນຊະເລີຍໃນຕ່າງຖິ່ນອື່ນໆ ໄດ້ອອກຈາກບາບີໂລນກັບຄືນສູ່ນະຄອນເຢຣູຊາເລັມ.
\s5
\c 2
\cl ບົດທີ 2
\p
\v 1 ເຫລົ່ານີ້ເປັນປະຊາຊົນໃນຕ່າງຖິ່ນຫລາຍຄົນໄດ້ກັບມາຈາກການເປັນຊະເລີຍຂອງເນບູກາດເນັດຊາ, ຜູ້ທີ່ໄດ້ກວາດຕ້ອນພວກເຂົາໄປເປັນຊະເລີຍໃນບາບີໂລນ, ປະຊາຊົນເຫລົ່ານີ້ກໍໄດ້ກັບມາຍັງເມືອງຂອງພວກເຂົາໃນນະຄອນເຢຣູຊາເລັມ ເເລະ ໃນຢູດາຍ. ເເຕ່ລະຄົນໄດ້ກັບສູ່ບ້ານເກີດເມືອງນອນຂອງໃຜລາວ.
\v 2 ພວກເຂົາໄດ້ມາພ້ອມກັບເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອຣາອີຢາ, ມໍເດໄກ, ບິ່ນຊານ, ມີຊະປາ, ບິກໄຫວ, ເຣຫຸມ, ເເລະ ບາອານາ. ນີ້ເປັນບັນທຶກຂອງຄົນເຫລົ່ານັ້ນຂອງປະຊາຊົນອິສະຣາເອນ.
\s5
\v 3 ເຊື້ອສາຍຂອງປາຣົດ: 2,172 ຄົນ.
\v 4 ເຊື້ອສາຍຂອງເຊຟາຕີຢາ: 372 ຄົນ.
\v 5 ເຊື້ອສາຍຂອງອາຣາ: 775 ຄົນ.
\v 6 ເຊື້ອສາຍ ປາຮາດ, ໂມອາບ ຜ່ານທາງເຊື້ອສາຍຂອງເຢຊູອາ ເເລະ ໂຢອາບ: 2,812 ຄົນ.
\s5
\v 7 ເຊື້ອສາຍຂອງເອລາມ: 1,254 ຄົນ.
\v 8 ເຊື້ອສາຍຂອງຊັດຕຸ: 945 ຄົນ.
\v 9 ເຊື້ອສາຍຂອງຊັກກາຍ: 760 ຄົນ.
\v 10 ເຊື້ອສາຍຂອງບານີ: 642 ຄົນ.
\s5
\v 11 ເຊື້ອສາຍຂອງເບບາຍ: 623 ຄົນ.
\v 12 ເຊື້ອສາຍຂອງອາຊະກາດ: 1,222 ຄົນ.
\v 13 ເຊື້ອສາຍຂອງອາໂດນີ: 666 ຄົນ.
\v 14 ເຊື້ອສາຍຂອງບິກໄຫວ: 2,056 ຄົນ.
\s5
\v 15 ເຊື້ອສາຍຂອງອາດິນ: 454 ຄົນ.
\v 16 ເຊື້ອສາຍຂອງຊາວອາເຕ, ໂດຍທາງເຮເຊກີຢາ: 98 ຄົນ.
\v 17 ເຊື້ອສາຍຂອງເບໄຊ: 323 ຄົນ.
\v 18 ເຊື້ອສາຍຂອງໂຢຣາ: 112 ຄົນ.
\s5
\v 19 ຊາວຮາຊຸມ: 223 ຄົນ.
\v 20 ຊາວ ກິບບາ: 95 ຄົນ.
\v 21 ຊາວເບັດເລເຮັມ: 123 ຄົນ.
\v 22 ຊາວເນໂຕຟາ: 56 ຄົນ.
\s5
\v 23 ຊາວອານາທົດ: 128 ຄົນ.
\v 24 ຊາວ ອາຊະມາເວດ: 42 ຄົນ.
\v 25 ຊາວກີຣີອາດ, ເຢອາຣີມ, ເກຟີຣາ, ເເລະ ເບເອໂຣດ: 743 ຄົນ.
\v 26 ຊາວຣາມາ ເເລະ ເກບາ: 621 ຄົນ.
\s5
\v 27 ຊາວມິກມາດ: 122 ຄົນ.
\v 28 ຊາວ ເບັດເອນ ເເລະ ອາອີ: 223 ຄົນ.
\v 29 ຊາວ ເນໂບ: 52 ຄົນ.
\v 30 ຊາວມັກບິດ: 156 ຄົນ.
\s5
\v 31 ຊາວເອລາມພວກອື່ນ: 1,254 ຄົນ.
\v 32 ຊາວຮາຣິມ: 320 ຄົນ.
\v 33 ຊາວໂລດ, ຮາດິດ, ເເລະ ໂອໂນ: 725 ຄົນ.
\s5
\v 34 ຊາວເຢຣິໂກ: 345 ຄົນ.
\v 35 ຊາວ ເສນາຢາ: 3,630 ຄົນ.
\s5
\v 36 ຕໍ່ໄປນີ້ເເມ່ນບັນຊີລາຍຊື່ຂອງຕະກຸນຂອງປະໂລຫິດ ທີ່ໄດ້ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນມີດັ່ງນີ້ ເຊື້ອສາຍຂອງເຢດາ ອີຢາຊູອາ: 973 ຄົນ.
\v 37 ເຊື້ອສາຍຂອງອິມເມ: 1,052 ຄົນ.
\v 38 ເຊື້ອສາຍປັດຊູ: 1,247 ຄົນ.
\v 39 ເຊື້ອສາຍຮາຣິມ: 1,017 ຄົນ.
\s5
\v 40 ຕະກຸນຕ່າງໆຂອງຊາວເລວີ ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນມີດັ່ງນີ້ຄືເຊື້ອສາຍເຢຊູອາ ເເລະ ກາດມີເເນວ, ເຊື້ອສາຍຂອງໂຮດາວີຢາ: 74 ຄົນ.
\v 41 ນັກດົນຕຣີປະຈຳພຣະວິຫານ, ເຊື້ອສາຍຂອງອາສັບ: 128 ຄົນ.
\v 42 ເຊື້ອສາຍຄົນເຝົ້າຍາມປະຈຳພຣະວິຫານ: ເຊື້ອສາຍຂອງຊັນລຸມ, ອາເຕ, ຕານໂມນ, ອັກກຸບ, ຮາຕີຕາ ເເລະ ໂຊໄບ: 139 ຄົນ.
\s5
\v 43 ຄົນເຫລົ່ານັ້ນໄດ້ຮັບຫນ້າທີ່ໃນການບົວລະບັດໃນພຣະວິຫານ: ເຊື້ອສາຍຂອງຊີຣາ, ຮາຊູຟາ, ຕັບບາອົດ,
\v 44 ເຄໂຣດ, ສີອາຮາ, ປາໂດນ,
\v 45 ເລບານາ, ຮາກາບາ, ອັກກຸບ,
\v 46 ຮາກາບ, ຊານໄມ, ເເລະ ຮານານ.
\s5
\v 47 ເຊື້ອສາຍຂອງກິດເດນ: ເເມ່ນກາຮາ, ເຣອາຣີຢາ,
\v 48 ເຣຊິນ, ເນໂກດາ, ກັດຊຳ,
\v 49 ອຸດຊາ, ປາເສຢາ, ເບສາຍ,
\v 50 ອາສະນາ, ເມອູນິມ, ແລະ ເນຟີສິມ.
\s5
\v 51 ເຊື້ອສາຍຂອງບັກບຸກ: ຮາກູຟາ, ຮາກຮູ,
\v 52 ບາຊະລຸດ, ເມຮິດາ, ຮາກຊາ,
\v 53 ບາໂກ, ສີເສຣາ, ເຕມາ,
\v 54 ເນຊີຢາ, ເເລະ ຮາຕີຟາ.
\s5
\v 55 ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນຄື: ເຊື້ອສາຍຂອງໂສໄຕ, ຮາໂສເຟເຣັດ, ເປຣູດາ,
\v 56 ຢາອາລາ, ດາກໂກນ, ກິດເດນ,
\v 57 ເຊຟາຕີຢາ, ຮັດຕີນ, ໂປເກເຣັດຮັດເຊບາອິມ, ເເລະ ອາມີ.
\v 58 ຈຳນວນເຊື້ອສາຍທັງຫມົດຂອງຄົນເຮັດວຽກໃນພຣະວິຫານທັງຫມົດ 392 ຄົນ ເເລະ ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນ.
\s5
\v 59 ຄົນເຫລົ່ານັ້ນທີ່ມາຈາກເມືອງເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ, ເເລະ ອິມເມ - ເເຕ່ພວກເຂົາພິສູດບໍ່ໄດ້ວ່າ ພວກຕົນສືບເຊື້ອສາຍຈາກອິສະຣາເອນ
\v 60 - ລວມມີເຊື້ອສາຍຂອງເດລາອີຢາ, ໂຕບີຢາ, ເເລະ ເນໂກດາລວມ 652 ຄົນ.
\s5
\v 61 ຍິ່ງກວ່ານັ້ນຈາກເຊື້ອສາຍຂອງປະໂລຫິດຄື: ເຊື້ອສາຍຂອງໂຮບາອີຢາ, ຮັກກິດ, ເເລະ ບາກຊິນໄລ (ຜູ້ທີ່ໄດ້ເມຍຂອງເຂົາຈາກບັນດາລູກສາວຂອງບາກຊິນໄລ ຊາວກິເລອາດ ເເລະ ໄດ້ເອີ້ນຊື່ຂອງພວກເຂົາ).
\v 62 ພວກເຂົາໄດ້ຄົ້ນຫາບັນທຶກຂອງລຳດັບເຊື້ອສາຍຂອງພວກເຂົາ, ເເຕ່ກໍບໍ່ພົບລາຍຊື່ເຫລົ່ານັ້ນ, ດັ່ງນັ້ນພວກເຂົາຈຶ່ງໄດ້ຖືກຕັດອອກຈາກການເປັນປະໂລຫິດເພາະເປັນມົນທິນ.
\v 63 ດັ່ງນັ້ນ ຜູ້ວ່າການເມືອງຈຶ່ງໄດ້ບອກພວກເຂົາວ່າພວກເຂົາຕ້ອງບໍ່ກິນເຄື່ອງບູຊາບໍຣິສຸດໃດໆ ຈົນກວ່າປະໂລຫິດຈະພິສູດດ້ວຍອຸຣິມ ເເລະ ທຸມມິມເສຍກ່ອນ.
\s5
\v 64 ຄົນກຸ່ມນີ້ລວມທັງຫມົດ 42,360 ຄົນ,
\v 65 ບໍ່ລວມພວກຜູ້ຮັບໃຊ້ຊາຍ ເເລະ ພວກຮັບໃຊ້ຍິງຂອງພວກເຂົາ (ຄົນເຫລົ່ານີ້ມີຢູ່ 7,337 ຄົນ) ເເລະ ນັກຮ້ອງປະຈຳພຣະວິຫານຊາຍ ເເລະ ຍິງຂອງພວກເຂົາ (ສອງຮ້ອຍຄົນ).
\s5
\v 66 ມ້າຂອງພວກເຂົາ: 736 ໂຕ. ລໍຂອງພວກເຂົາ: 245 ໂຕ.
\v 67 ອູດຂອງພວກເຂົາ: 435 ໂຕ. ລາຂອງພວກເຂົາ: 6,720 ໂຕ.
\s5
\v 68 ເມື່ອເຂົາໄດ້ໄປເຖິງພຣະວິຫານພຣະຢາເວໃນນະຄອນເຢຣູຊາເລັມ, ພວກຫົວຫນ້າຂອງຄອບຄົວກໍໄດ້ຖວາຍຂອງຖວາຍດ້ວຍຄວາມສະຫມັກໃຈເພື່ອສ້າງພຣະວິຫານ.
\v 69 ພວກເຂົາໄດ້ຖວາຍຕາມກຳລັງຂອງພວກເຂົາ ໃຫ້ເປັນກອງທຶນເພື່ອງານນີ້ໃຫ້ເປັນ: ທອງຄຳຫົກຫມື່ນຫນຶ່ງພັນດາຣິດ, ເງິນຫ້າພັນມີນາ, ເເລະ ຊຸດປະໂລຫິດຫນຶ່ງຮ້ອຍຊຸດ.
\s5
\v 70 ດັ່ງນັ້ນບັນດາຄົນປະໂລຫິດ ເເລະ ຄົນເລວີ, ພວກນັກຮ້ອງປະຈຳພຣະວິຫານ ເເລະ ພວກຄົນເຝົ້າປະຕູ, ເເລະ ພວກຄົນທີ່ໄດ້ຮັບມອບຫມາຍໃຫ້ປະຕິບັດພຣະວິຫານກໍອາສັຍຢູ່ໃນເມືອງຂອງພວກເຂົາ. ປະຊາຊົນໃນອິສະຣາເອນຕ່າງກໍອາສັຍຢູ່ໃນເມືອງຂອງພວກເຂົາ.
\s5
\c 3
\cl ບົດທີ 3
\p
\v 1 ໃນເດືອນທີເຈັດຫລັງຈາກປະຊາຊົນອິສະຣາເອນໄດ້ກັບມາຍັງບ້ານເມືອງຂອງພວກເຂົາ, ເມື່ອເຂົາມາຊຸມນຸມພ້ອມກັນໃນນະຄອນເຢຣູຊາເລັມ.
\v 2 ເຢຊູອາລູກຊາຍຂອງໂຢຊາດັກ ເເລະ ພີ່ນ້ອງຂອງປະໂລຫິດຂອງເຂົາ, ເເລະເຊຣຸບບາເບນ ລູກຊາຍຂອງເຊອານຕີເອນ, ເເລະພີ່ນ້ອງຂອງເຂົາໄດ້ລຸກຂຶ້ນໄປ ເເລະ ໄດ້ສ້າງເເທ່ນບູຊາຂອງພຣະເຈົ້າເເຫ່ງອິດສະຣາເອນ ເພື່ອຖວາຍເຄື່ອງບູຊາຕາມທີ່ໄດ້ຊົງສັນຍາໄວ້ໃນພຣະທັມບັນຍັດຂອງໂມເຊ, ຄົນຂອງພຣະເຈົ້າ.
\s5
\v 3 ເເລ້ວພວກເຂົາໄດ້ຕັ້ງເເທ່ນບູຊາໄວ້ເທິງຖ້ານຂອງມັນ, ເພາະພວກເຂົາຕົກຢູ່ໃນຄວາມຢ້ານ ເນື່ອງຈາກປະຊາຊົນໃນເເຜ່ນດິນນັ້ນ. ພວກເຂົາໄດ້ຖວາຍເຄື່ອງບູຊາເເດ່ພຣະຢາເວໃນຕອນເຊົົ້າ ເເລະ ຕອນເເລງ.
\v 4 ພວກເຂົາໄດ້ຖືເທສະການໄຟ ຕາມທີ່ມີຂຽນບັນທຶກໄວ້ ເເລະຖວາຍເຄື່ອງເຜົາບູຊາໃນມື້ຕໍ່ມື້ຕາມພຣະບັນຍັດ, ຕາມວັນທີ່ໄດ້ກຳນົດໄວ້ໃນແຕ່ລະວັນ.
\v 5 ຊຶ່ງມີດັ່ງຕໍ່ໄປນີ້, ເຄື່ອງເຜົາບູຊາປະຈຳວັນ ເເລະ ເດືອນລະຄັ້ງ ເເລະ ເຄື່ອງບູຊາສຳລັບເທສະການງານລ້ຽງຕາມກຳນົດທັງຫມົດຂອງພຣະຢາເວ, ພ້ອມກັບເຄື່ອງບູຊາດ້ວຍຄວາມສະຫມັກໃຈທັງຫມົດ.
\s5
\v 6 ພວກເຂົາເລີ່ມຖວາຍເຄື່ອງບູຊາ ເເດ່ພຣະຢາເວໃນວັນທີຫນຶ່ງເດືອນທີເຈັດ, ເຖິງເເມ່ນວ່າຈະບໍ່ໄດ້ວາງຮາກຖານຂອງພຣະວິຫານ.
\v 7 ດ້ວຍເຫດນີ້ ພວກເຂົາຈຶ່ງໄດ້ໃຫ້ເງິນເເກ່ຊ່າງສະກັດຫີນ ເເລະ ຊ່າງຝີມື, ເເລະ ພວກເຂົາໄດ້ໃຫ້ອາຫານ, ເຄື່ອງດື່ມ, ແລະ ນ້ຳມັນຫມາກກອກເທດແກ່ຄົນໄຊດອນ ແລະ ຄົນໄທຣະ, ເພື່ອໃຫ້ພວກເຂົາໄດ້ນຳຕົ້ນສົນສີດາມາຈາກເລບານອນມາຍັງເມືອງຢົບປາທາງທະເລ, ຕາມທີ່ພວກເຂົາໄດ້ຮັບອະນຸຍາດຈາກໄຊຣັສ, ກະສັດເເຫ່ງເປີເຊຍ.
\s5
\v 8 ຈາກນັ້ນໃນເດືອນທີສອງປີທີສອງ ຫລັງຈາກເຂົາໄດ້ມາຍັງພຣະວິຫານຂອງພຣະເຈົ້າໃນນະຄອນເຢຣູຊາເລັມ, ເຊຣຸບບາເບນ, ເຢຊູອາລູກຊາຍຂອງໂຢຊາດັກ, ພວກປະໂລຫິດຄົນອື່ນໆ, ຄົນເລວີ, ແລະ ພວກຄົນທີ່ກັບມາຈາກການເປັນຊະເລີຍມາຍັງນະຄອນເຢຣຸຊາເລັມກໍໄດ້ເລີ່ມງານ. ພວກເຂົາໄດ້ມອບຫມາຍໃຫ້ຄົນເລວີ ມີອາຍຸຕັ້ງແຕ່ຊາວປີຂຶ້ນໄປ ໃຫ້ເບິ່ງງານກ່ຽວກັບພຣະວິຫານຂອງພຣະຢາເວ.
\v 9 ເຢຊູອາໄດ້ຕັ້ງພວກລູກຊາຍຂອງເຂົາ ແລະ ພີ່ນ້ອງຂອງເຂົາ, ແລະກາດມີເອນ ພ້ອມກັບພວກລູກຊາຍຂອງຕົນ, ເເລະ ເຊື້້ອສາຍຂອງຢູດາ ເບິ່ງເເຍງປະຊາຊົນໃຫ້ເຮັດວຽກຕາມພຣະວິຫານຂອງພຣະເຈົ້າ. ຄືເຊື້ອສາຍຕະກຸນເຮນາດາດ, ເຊື້້ອສາຍຂອງພວກເຂົາເອງ, ແລະ ພວກພີ່ນ້ອງທີ່ເປັນຄົນເລວີດ້ວຍກັນທີ່ໄດ້ເຮັດວຽກຮ່ວມກັບພວກເຂົາ.
\s5
\v 10 ຊ່າງກໍ່ສ້າງໄດ້ວາງຮາກຖານໄວ້ສຳລັບພຣະວິຫານຂອງພຣະຢາເວ. ສິ່ງນີ້ເຮັດໃຫ້ພວກປະໂລຫິດໄດ້ເເຕ່ງເຄື່ອງຍົດພວກເຂົາ ເພື່ອຢືນພ້ອມກັບຖືເເກ, ເເລະ ຄົນເລວີ, ທີ່ເປັນລູກຊາຍຂອງອາຊັບ, ສັນຣະເສີນພຣະຢາເວຕາມຄຳແນະນຳ ຄືກັນກັບດາວິດກະສັດແຫ່ງອິສະຣາເອນໄດ້ຊົງສັ່ງໄວ້.
\v 11 ພວກເຂົາໄດ້ຮ້ອງເພງດ້ວຍການສັນຣະເສີນ ເເລະ ຂອບພຣະຄຸນແດ່ພຣະຢາເວ, "ພຣະອົງຊົງປະເສີດ! ພັນທະສັນຍາອັນສັດຊື່ຂອງພຣະອົງຕໍ່ອິສະຣາເອນດຳຣົງເປັນນິດ." ປະຊາຊົນທັງປວງກໍໄດ້ໂຮ່ຮ້ອງສັນຣະເສີນພຣະຢາເວ ດ້ວຍສຽງດັງດ້ວຍຄວາມຍິນດີ ເພາະຮາກຖານຂອງພຣະວິຫານໄດ້ວາງລົງແລ້ວ.
\s5
\v 12 ແຕ່ມີຫລາຍຄົນທີ່ເປັນປະໂລຫິດ, ຄົນເລວີ, ພວກຫົວຫນ້າຕະກຸນ, ແລະ ພວກຄົນເຖົ້າທີ່ໄດ້ເຫັນພຣະວິຫານຫລັງທຳອິດ, ເມື່ອຮາກຖານຂອງພຣະວິຫານແຫ່ງນີ້ ໄດ້ວາງຕໍ່ຫນ້າຕໍ່ຕາຂອງພວກເຂົາ, ກໍຮ້ອງໃຫ້ສຽງດັງ. ເເຕ່ຫລາຍຄົນກໍຮ້ອງດ້ວຍຍິນດີ ແລະ ດ້ວຍຄວາມຊື່ນບານ ແລະດ້ວຍສຽງທີ່ຕື່ນເຕັ້ນ.
\v 13 ດ້ວຍເຫດຜົນນີ້, ປະຊາຊົນຈຶ່ງເເຍກບໍ່ອອກລະຫວ່າງສຽງແຫ່ງຄວາມຊື່ນຊົມຍິນດີ ເເລະ ສຽງຂອງຄວາມສຸກ ຈາກສຽງຂອງປະຊາຊົນທີ່ກຳລັງຮ້ອງໄຫ້ນໍ້າຕາໄຫລ, ເພາະປະຊາຊົນກຳລັງຮ້ອງໄຫ້ອອກມາດ້ວຍຄວາມຊື່ນຊົມຍິນດີຢ່າງຍິ່ງ, ແລະ ສຽງນັ້ນກໍໄດ້ຍິນມາຈາກທີ່ໄກ.
\s5
\c 4
\cl ບົດທີ 4
\p
\v 1 ໃນຂະນະນີ້ພວກສັດຕຣູຂອງຢູດາ ເເລະເບັນຢາມິນໄດ້ຍິນວ່າປະຊາຊົນ ຜູ້ທີ່ເຄີຍຖືກກວາດຕ້ອມໄປເປັນຊະເລີຍທີ່ກຳລັງສ້າງພຣະວິຫານເເດ່ພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນຢູ່ຕອນນີ້.
\v 2 ດັ່ງນັ້ນເຂົາຈຶ່ງໄດ້ເຂົ້າມາຫາເຊຣຸບບາເບນ ເເລະ ພວກຫົວຫນ້າຕະກຸນບັນພະບຸຣຸດຂອງພວກເຂົາ. ຄົນເຫລົ່ານັ້ນໄດ້ເວົ້າກັບພວກເຂົາວ່າ, "ໃຫ້ເຮົາສ້າງດ້ວຍກັນກັບພວກທ່ານ, ເເລະ ໄດ້ຖວາຍເຄື່ອງບູຊາເເດ່ພຣະອົງ, ຕັ້ງເເຕ່ມື້ທີ່ເອສາຮັດໂດນ, ກະສັດເເຫ່ງອັດຊີເຣຍ, ໄດ້ນຳພວກເຮົາມາຍັງສະຖານທີ່ເເຫ່ງນີ້."
\s5
\v 3 ແຕ່ເຊຣຸບບາເບນ, ເຢຊູອາ, ເເລະ ພວກຫົວຫນ້າຂອງຕະກູນຂອງບັນພະບຸຣຸດຂອງພວກເຂົາໄດ້ກ່າວວ່າ, "ບໍ່ເເມ່ນພວກທ່ານ, ເເຕ່ພວກເຮົາເປັນຜູ້ທີ່ຕ້ອງສ້າງພຣະວິຫານເເດ່ພຣະເຈົ້າຂອງເຮົາ, ເພາະເປັນພວກເຮົານີ້ເເຫລະ ທີ່ຈະສ້າງເເດ່ພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນ, ຕາມທີ່ກະສັດໄຊຣັສກະສັດເເຫ່ງເປີເຊຍໄດ້ຊົງບັນຊາໄວ້."
\s5
\v 4 ດ້ວຍເຫດນີ້ປະຊາຊົນຂອງເເຜ່ນດິນນັ້ນ ກໍເຮັດໃຫ້ມືຂອງຄົນຢູດາຍອ່ອນກຳລັງລົງ; ພວກເຂົາເຮັດໃຫ້ຄົນຢູດາຍຢ້ານທີ່ຈະສ້າງ.
\v 5 ພວກເຂົາໃຫ້ຕິດສິນບົນທີ່ປຶກສາເພື່ອຂັດຂວາງແຜນງານຂອງພວກເຂົາດ້ວຍ. ພວກເຂົາໄດ້ເຮັດເເນວນີ້ຕະຫລອດຣາຊການຂອງໄຊຣັສເເຫ່ງເປີເຊຍ.
\v 6 ຈົນເຖິງຕົ້ນຣາຊການຂອງກະສັດເຊເຊັດ ເຫລົ່າສັດຕຣູຂອງປະຊາຊົນຢູດາຍ ເເລະ ເຢຣູຊາເລັມ ໄດ້ນຳຂໍ້ກ່າວຫາຂຽນເປັນລາຍລັກອັກສອນ.
\s5
\v 7 ໃນຣາຊການກະສັດອາ​ຫາ​ສຸ​ເອ​ຣັດ, ທີ່ບີຊະລາມ, ມິດເຣດາດ, ຕາເບເອນ, ເເລະ ຜູ້ຮ່ວມງານຂອງພວກເຂົາໄດ້ຂຽນຈົດຫມາຍຫາກະສັດອາ​ຫາ​ສຸ​ເອ​ຣັດ. ຈົດຫມາຍນັ້ນໄດ້ຂຽນເປັນພາສາອາຣາມິກ ເເລະ ກໍໄດ້ຖືກເເປ.
\v 8 ເຊັ່ນດຽວກັນກັບເຣຮູມຜູ້ປົກຄອງເເຂວງ ເເລະ ຊິມໄຊເລຂາທິການປະຈຳເເຂວງກໍໄດ້ຂຽນຈົດຫມາຍນີ້ຫາກະສັດ ອາກຕາເຊເຊັດ ກ່ຽວກັບນະຄອນເຢຣູຊາເລັມໃນລັກສະນະນີ້.
\s5
\v 9 ເເລ້ວເຣຮູມ, ຊິມໄຊ, ແລະ ຫມູ່ຄະນະຂອງພວກເຂົາ, ຜູ້ທີ່ປົກຄອງ ເເລະ ຂ້າຣາຊການຄົນອື່ນໆທັງຫມົດທີ່ມາຈາກຣັຖະບານ, ຈາກເອເຣັກ, ບາບີໂລນ ເເລະ ຊູຊາດິນເເດນເອລາມ - ພວກເຂົາໄດ້ຂຽນຈົດຫມາຍສະບັບຫນຶ່ງ -
\v 10 ເເລະ ພວກເຂົາໄດ້ຮ່ວມມືກັບພວກເຈົ້ານາຍໃຫຍ່ ເເລະ ພວກຂຸນນາງ ອາຊູບານີປານຜູ້ຍິ່ງໃຫຍ່ ໄດ້ບັງຄັບເຂົາມາຕັ້ງຖິ່ນຖານໃນສະມາເຣຍ, ພ້ອມກັບຄົນທີ່ເຫລືອໃນເເຂວງທາງຟາກຕາເວັນຕົກ ຂອງເເມ່ນ້ຳເອີຟຣັດ."
\s5
\v 11 ນີ້ເປັນສຳເນົາຂອງຈົດຫມາຍທີ່ເຂົາໄດ້ສົ່ງໄປເຖິງອາກຕາເຊເຊັດວ່າ: "ບັນດາຂ້າຣາຊການຂອງພະອົງ, ປະຊາຊົນຂອງແຂວງ, ກາຍຟາກແມ່ນ້ຳນັ້ນ, ຂຽນດັ່ງນີ້ວ່າ:
\v 12 ຂໍກະສັດຊົງຮູ້ວ່າ ພວກຢິວຜູ້ມາຈາກພະອົງໄດ້ມາຕໍ່ຕ້ານພວກເຮົາ ໃນເຢຣູຊາເລັມທີ່ຈະສ້າງເມືອງກະບົດ. ພວກເຂົາໄດ້ສ້າງກຳເເພງເຫລົ່ານັ້ນສຳເລັດ ເເລະ ໄດ້ສ້ອມເເຊມຮາກຖານເເລ້ວ.
\s5
\v 13 ບັດນີ້ກະສັດຊົງຮູ້ວ່າຖ້າເມືອງນີ້ໄດ້ສ້າງຂ​ຶ້ນ ແລະ ກຳເເພງກໍໄດ້ສ້າງສຳເລັດເເລ້ວ, ພວກເຂົາຈະບໍ່ໃຫ້ເຄື່ອງບັນນາການ ແລະ ສ່ວຍສາອາກອນຈັກຢ່າງເລີຍ, ແຕ່ພວກເຂົາຈະເຮັດຄວາມເສຍຫາຍໃຫ້ເເກ່ບັນດາກະສັດ.
\s5
\v 14 ເພາະເປັນທີ່ເເນ່ນອນວ່າພວກຂ້ານ້ອຍໄດ້ກິນເກືອຂອງຣາຊະວັງ, ຈຶ່ງບໍ່ເຫມາະສົມທີ່ພວກພະອົງຈະເບິ່ງການບໍ່ໃຫ້ກຽຕໃດໆ ເກີດຂຶ້ນຕໍ່ກະສັດໄດ້. ດ້ວຍເຫດນີ້ພວກຂ້າພະອົງຈຶ່ງກ່າວໃຫ້ພະອົງຊົງຮູ້.
\v 15 ເພື່ອພະອົງຈະຊົງຄົ້ນຫາບັນທຶກຂອງບິດາຂອງພະອົງ ເເລະ ກວດສອບວ່ານີ້ເປັນເມືອງກະບົດທີ່ຈະເຮັດໃຫ້ບັນດາກະສັດ ແລະ ແຂວງຕ່າງໆເສຍຫາຍ. ຊຶ່ງຈະເຮັດໃຫ້ເກີດບັນຫາຢ່າງຫລວງຫລາຍຕໍ່ບັນດາກະສັດ ແລະ ແຂວງຕ່າງໆ. ນີ້ເປັນສູນກາງຂອງການກະບົດມາດົນນານເເລ້ວ. ຊຶ່ງເປັນເພາະເຫດຜົນນີ້ເອງ ເມືອງນີ້ຈຶ່ງຖືກທຳລາຍ.
\v 16 ພວກຂ້ານ້ອຍໄດ້ແຈ້ງໃຫ້ກະສັດຊົງຮູ້ວ່າ ຖ້າເມືອງນີ້ ເເລະ ກຳເເພງໄດ້ສ້າງເເລ້ວ, ກໍຈະບໍ່ເຫລືອຫຍັງສຳລັບພະອົງເລີຍ ໃນອີກຟາກຂອງເເມ່ນ້ຳນັ້ນ."
\s5
\v 17 ດັ່ງນັ້ນກະສັດ ຈົດຫມາຍຕອບເຣຮູມ ເເລະ ຊິມໄຊ ແລະ ຜູ້ຮ່ວມງານໃນສະມາເຣຍ ເລະຄົນທີ່ເຫລືອຢູ່ຟາກເເມ່ນ້ຳວ່າ: "ຂໍສັນຕິສຸກດຳຣົງຢູ່ກັບພວກທ່ານເຖີດ.
\v 18 ຈົດຫມາຍທີ່ພວກທ່ານໄດ້ສົ່ງມາຍັງເຮົາໄດ້ຖືກເເປ ເເລະ ອ່ານໃຫ້ເຮົາຟັງເເລ້ວ.
\v 19 ດັ່ງນັ້ນ ເຮົາຈຶ່ງໄດ້ສັ່ງໃຫ້ສອບສວນ ເເລະ ໄດ້ພົບວ່າເເຕ່ກ່ອນພວກເຂົາໄດ້ກະບົດ ເເລະ ທໍຣະຍົດຕໍ່ກະສັດທັງຫລາຍ.
\s5
\v 20 ກະສັດຜູ້ມີອຳນາດປົກຄອງເຫນືອເຢຣູຊາເລັມ ເເລະ ມີອຳນາດເຫນືອທຸກສິ່ງ ທີ່ຢູ່ຟາກຫນຶ່ງຂອງເເມ່ນ້ຳນັ້ນ. ໃຊ້ອິດທິພົນເກັບພາສີ ເເລະ ຫາລາຍໄດ້.
\v 21 ບັດນີ້, ຈົ່ງອອກຄຳສັ່ງໃຫ້ຄົນເຫລົ່ານັ້ນຢຸດສ້າງເມືອງນີ້ ຈົນກວ່າຂ້າພະເຈົ້າຈະໃຫ້ຄຳສັ່ງໃຫມ່ອີກ.
\v 22 ຈົ່ງລະເລີຍເລື່ອງນີ້. ເປັນຫຍັງຈຶ່ງປ່ອຍໃຫ້ມີການຄຸກຄາມເຊັ່ນນີ້ຂຶ້ນ ເເລະ ເຮັດໃຫ້ເກີດຄວາມສູນເສຍຜົນປະໂຫຍດເລື່ອງນີ້ຕໍ່ໄປ?
\s5
\v 23 ເມື່ອຈົດຫມາຍຂອງກະສັດອາກຕາເຊເຊັດຖືກອ່ານສູ່ເຣຮູມ, ຊິມໄຊ, ເເລະ ເພື່ອນຮ່ວມງານຂອງພວກເຂົາ, ພວກເຂົາກໍໄດ້ຮີບອອກໄປເຢຣູຊາເລັມ ແລະ ໄດ້ບັງຄັບໃຫ້ພວກຢິວຢຸດສ້າງ.
\v 24 ດັ່ງນັ້ນ ການສ້າງພຣະວິຫານໃນເຢຣູຊາເລັມຈຶ່ງຢຸດລົງເຖິງປີທີສອງຂອງຣາຊການດາຣິອຸດເເຫ່ງເປີເຊຍ.
\s5
\c 5
\cl ບົດທີ 5
\p
\v 1 ແລ້ວຮັກກາຍຜູ້ທຳນວາຍ ເເລະ ເຊກາຣີຢາລູກຊາຍຂອງອິດໂດ ຜູ້ເຜີຍພຣະວັຈະນະ ໄດ້ເຜີຍພຣະວັຈະນະໃນພຣະນາມຊື່ຂອງພຣະເຈົ້າເເຫ່ງອິສະຣາເອນຕໍ່ພວກຢິວໃນຢູດາຍ ເເລະເຢຣູຊາເລັມ.
\v 2 ເຊຣຸບບາເບນລູກຊາຍຂອງເຊອານຕີເອນ ເເລະ ເຢຊູອາລູກຊາຍຂອງໂຢຊາດັກກໍໍໄດ້ລຸກຂຶ້ນ ເເລະ ໄດ້ເລີ່ມສ້າງພຣະນິເວດຂອງພຣະເຈົ້າໃນເຢຣູຊາເລັມກັບພວກຜູ້ເຜີຍພະວັຈະນະທີ່ຄອຍຫນູນໃຈພວກເຂົາ.
\s5
\v 3 ພໍດີໃນເວລາດຽວກັນນັ້ນ ຕັດເຕໄນ ຜູ້ປົກຄອງພາກຕາເວັນຕົກ ທີ່ຢູ່ອີກຟາກເເມ່ນໍ້າ, ເຊຕາກໂບເຊໄນ, ເເລະ ຜູ້ຮ່ວມງານໄດ້ມາ ເເລະ ໄດ້ຖາມພວກເຂົາວ່າ, "ເເມ່ນຜູ້ໃດທີ່ສັ່ງໃຫ້ເຈົ້າກໍ່ສ້າງພຣະວິຫານຫລັງນີ້ ເເລະ ກຳເເພງເຫລົ່ານີ້ຈົນເເລ້ວ?
\v 4 ແລ້ວພວກເຂົາກໍຍັງຖາມອີກວ່າ "ພວກຄົນສ້າງອາຄານຫລັງນີ້ມີຊື່ໃຜເເນ່?"
\v 5 ເເຕ່ພຣະເນດຂອງພຣະເຈົ້າຢູ່ເຫນືອພວກຜູ້ອາວຸໂສຊາວຢິວ ເເລະ ສັດຕຣູຂອງພວກເຂົາບໍ່ໄດ້ເຮັດສິ່ງໃດ. ພວກເຂົາກໍຍັງຄອຍຈົດຫມາຍທີ່ໄດ້ສົ່ງໄປຍັງກະສັດພວກເຂົາຈະບໍ່ເຮັດສິ່ງໃດຈົນກວ່າກະສັດຈະຂຽນຈົດຫມາຍກັບຄືນມາຍັງພວກເຂົາ.
\s5
\v 6 ນີ້ເປັນສຳເນົາຈົດຫມາຍຂອງຕັດເຕໄນ, ຜູ້ປົກຄອງແຂວງທີ່ຢູ່ອີກຟາກເເມ່ນ້ຳ, ແລະ ເຊຕາກໂບເຊໄນ ເເລະ ຜູ້ຮ່ວມງານຂອງເຂົາທີ່ຢູ່ຟາກເເມ່ນ້ຳ, ທີ່ເຂົາໄດ້ສົ່ງໄປຍັງກະສັດດາຣິອຸດວ່າ.
\v 7 ພວກເຂົາກ່າວວ່າ, ຮຽນກະສັດດາຣິອູດ, "ຂໍສັນຕິສຸກທັງຫລາຍເປັນຂອງພະອົງ.
\s5
\v 8 ຂໍທູນກະສັດໃຫ້ຊົງຮູ້ວ່າ ພວກຂ້າພະອົງໄດ້ໄປທີ່ຢູດາ ໄປຍັງພຣະວິຫານຂອງພຣະເຈົ້າຜູ້ຍິ່ງໃຫຍ່. ກຳລັງສ້າງດ້ວຍກ້ອນຫີນຂະຫນາດໃຫຍ່ ເເລະ ໄດ້ວາງໄມ້ເທິງກຳເເພງເຫລົ່ານັ້ນ. ງານນີ້ກຳລັງຈະເເລ້ວ ເເລະ ດຳເນີນໄປໄດ້ດີໃນມືຂອງພວກເຂົາ.
\v 9 ພວກຂ້າພະອົງໄດ້ຖາມພວກຜູ້ອາວຸໂສວ່າ, "ໃຜໃຫ້ພາຣະກິດນີ້ເເກ່ພວກທ່ານໃຫ້ສ້າງໃຫ້ສ້າງພຣະນິເວດ ເເລະ ກຳເເພງເຫລົ່ານີ້?'
\v 10 ພວກຂ້າພະອົງຍັງຖາມເຖິງລາຍຊື່ຂອງຄົນເຫລົ່ານັ້ນດ້ວຍ ເພື່ອພະອົງຈະຊົງຮູ້ຊື່ຂອງເເຕ່ລະຄົນທີ່ໄດ້ນຳພວກເຂົາ.
\s5
\v 11 ພວກເຂົາໄດ້ຕອບ ເເລະ ກ່າວວ່າ,' ພວກເຮົາເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງດຽວທີ່ຊົງເປັນພຣະເຈົ້າເເຫ່ງຟ້າສະຫວັນ, ເເລະ ເເຜ່ນດິນໂລກ ເເລະ ເຮົາກຳລັງສ້າງພຣະວິຫານຫລັງນີ້ຂຶ້ນມາໃຫມ່ທີ່ໄດ້ເຄີຍສ້າງມາຫລາຍປີເເລ້ວ ເມື່ອກະສັດຜູ້ຍິ່ງໃຫຍ່ເເຫ່ງອິສະຣາເອນໄດ້ຊົງສ້າງວິຫານຫລັງນີ້ ເເລະ ດົນນານມາເເລ້ວ.
\s5
\v 12 ເເຕ່ເມື່ອບັນພະບຸຣຸດຂອງພວກເຮົາໄດ້ເຮັດໃຫ້ພຣະເຈົ້າເເຫ່ງຟ້າສະຫວັນບໍ່ພໍໃຈ, ພຣະອົງຈຶ່ງໄດ້ມອບພວກເຂົາໃຫ້ເນບູກາດເນັດຊາກະສັດເເຫ່ງບາບີໂລນ, ຜູ້ທີ່ໄດ້ຊົງທຳລາຍພຣະວິຫານຫລັງນີ້ເເລະຊົງກວາດຕ້ອມປະຊາຊົນໄປເປັນຊະເລີຍໃນບາບີໂລນ.
\v 13 ເເຕ່ຢ່າງໃດກໍຕາມ, ໃນປີທຳອິດໄຊຣັສໄດ້ຊົງເປັນກະສັດເເຫ່ງບາບີໂລນ, ໄຊຣັສໄດ້ຊົງອອກຄຳສັ່ງໃຫ້ສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່.
\s5
\v 14 ກະສັດໄຊຣັສໄດ້ສົ່ງສິ່ງຂອງທີ່ເປັນທອງຄຳ ເເລະເງິນ ທີ່ເປັນຂອງພຣະວິຫານຂອງພຣະເຈົ້າ ທີ່ເນບູກາດເນັດຊາໄດ້ນຳມາຈາກພຣະວິຫານໃນນະຄອນເຢຣູຊາເລັມມາຍັງວິຫານໃນບາບີໂລນ. ພະອົງໄດ້ຄືນສິ່ງເຫລົ່ານັ້ນໃຫ້ກັບເຊັດບັດຊາ, ຜູ້ທີ່ພະອົງຊົງຕັ້ງໃຫ້ເປັນຜູ້ປົກຄອງຢູດາຍ
\v 15 ພະອົງໄດ້ກ່າວກັບເຂົາວ່າ," ຈົ່ງນຳສິ່ງຂອງເຫລົ່ານີ້ໄປ. ຈົ່ງໄປ ເເລະເກັບສິ່ງຂອງເຫລົ່ານີ້ໃນພຣະວິຫານໃນເຢຣູຊາເລັມ. ໃຫ້ສ້າງພຣະວິຫານຂອງພຣະເຈົ້າຂຶ້ນມາໃຫມ່ນັ້ນ."
\s5
\v 16 ເເລ້ວເຊັດບັດຊາຈຶ່ງວາງຮາກຖານວິຫານຂອງພຣະເຈົ້າ ໃນເຢຣູຊາເລັມ; ເເລະດຳເນີນການກໍ່ສ້າງຢູ່, ເເຕ່ຍັງບໍ່ເເລ້ວ.'
\s5
\v 17 ບັດນີ້ຖ້າຫາກເລື່ອງນີ້ເປັນທີ່ພໍໃຈກະສັດ, ຂໍຊົງກວາດເບິ່ງເອກະສານໃນບາບີໂລນ ຖ້າຫາກຕັດສິນຈາກກະສັດໄຊຣັສ ໃນການສ້າງພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ. ຍັງຢູ່ທີ່ນັ້ນ ເເລ້ວກະສັດຊົງສົ່ງການຕັດສິນໃຈຂອງພະອົງມາຍັງພວກຂ້າພະອົງ.
\s5
\c 6
\cl ບົດທີ 6
\p
\v 1 ດັ່ງນັ້ນ ກະສັດຈຶ່ງຊົງບັນຊາ ໃຫ້ກວດຄົ້ນເບິ່ງຫາເອກກະສານປະຈຳວັງໃນບາບີໂລນ.
\v 2 ໄດ້ພົບຫນັງສືມ້ວນຫນຶ່ງໃນເມືອງເອັກບາທານາ ເເຂວງເມເດຍ; ຊຶ່ງມີຖ້ອຍຄຳດັ່ງຕໍ່ໄປນີ້:
\s5
\v 3 ໃນປີທີຫນຶ່ງຂອງກະສັດໄຊຣັສ, ໄຊຣັສ ໄດ້ອອກຄຳສັ່ງໃຫ້ສ້າງພຣະວິຫານຂອງພຣະເຈົ້າຂຶ້ນໃຫມ່ທີ່ນະຄອນ ເຢຣູຊາເລັມ: 'ໃຫ້ເປັນສະຖານທີ່ສຳລັບຖວາຍບູຊາ, ໃຫ້ວາງຮາກຖານຂອງສະຖານທີ່ນັ້ນ, ໃຫ້ຄວາມສູງຂອງພຣະວິຫານນັ້ນໄດ້ຫົກສິບສອກ, ເເລະກວ້າງຫົກສິບສອກ,
\v 4 ທີ່ເຮັດດ້ວຍຫີນຂະຫນາດໃຫຍ່ສາມຊັ້ນ ເເລະຊັ້ນທີ່ເຮັດດ້ວຍໄມ້ຫນຶ່ງຊັ້ນ, ເເລະໃຫ້ໃຊ້ຄ່າໃຊ້ຈ່າຍຕົກເປັນຂອງຄັງຫລວງ.
\v 5 ບັດນີ້ຈົ່ງນຳເຄື່ອງໃຊ້ຄື ຄຳ ເເລະ ເງິນ ເປັນຂອງພຣະວິຫານຂອງພຣະເຈົ້າ, ທີ່ເນບູກາດເນັດຊາໄດ້ຊົງນຳມາຈາກວິຫານໃນນະຄອນເຢຣູຊາເລັມໄປຍັງບາບີໂລນ ເເລະສິ່ງເຫລົ່ານັ້ນກັບໄປຍັງວິຫານໃນນະຄອນເຢຣູຊາເລັມ. ທ່ານຈົ່ງເກັບສິ່ງເຫລົ່ານີ້ໄວ້ໃນພຣະວິຫານຂອງພຣະເຈົ້າ.'
\s5
\v 6 ບັດນີ້ຜູ້ປົກຄອງແຂວງ, ທີ່ຢູ່ອີກຟາກຫນຶ່ງຂອງເເມ່ນ້ຳ, ເຊຕາກໂບເຊໄນ, ແລະ ລວມທັງບັນດາເຈົ້າຫນ້າທີ່ ຢູ່ໃນແຂວງນັ້ນ, ທີ່ຢູ່ອີກຟາກເເມ່ນ້ຳ, ຈົ່ງອອກໄປຫ່າງເຖີດ!
\v 7 ຈົ່ງປ່ອຍໃຫ້ງານຂອງພຣະວິຫານຂອງພຣະເຈົ້າ ດຳເນີນໄປເອງ. ຜູ້ປົກຄອງ ເເລະ ຜູ້ອາວຸໂສຊາວຢິວຈະສ້າງພຣະວິຫານຂອງພຣະເຈົ້າເເຫ່ງນີ້ທີ່ສະຖານທີ່ນັ້ນ.
\s5
\v 8 ເຮົາສັ່ງທ່ານວ່າ ທ່ານຕ້ອງເຮັດເເນວນີ້ກັບພວກຜູ້ວ່າວຸໂສຊາວຢິວເຫລົ່ານີ້ສ້າງພຣະວິຫານຂອງພຣະເຈົ້າວ່າ: ເງິນທຶນຈາກເຄື່ອງຂອງກະສັດທີ່ຢູ່ຟາກເເມ່ນ້ຳຈະໃຊ້ເພື່ອຈ່າຍໃຫ້ຄົນເຫລົ່ານີ້ເພື່ອພວກເຂົາບໍ່ຕ້ອງຢຸດການເຮັດວຽກຂອງພວກເຂົາ.
\v 9 ສິ່ງໃດທີ່ຕ້ອງການ - ບໍ່ວ່າຈະເປັນບັນດາງົວຫນຸ່ມ, ເເກະໂຕຜູ້, ຫລື ລູກເເກະສຳລັບເຄື່ອງບູຊາເເດ່ພຣະເຈົ້າເເຫ່ງຟ້າສະຫວັນ, ເຂົ້າເດືອຍ, ເກືອ, ເຫລົ້າອະງຸ່ນ ຫລື ນ້ຳມັນຫມາກກອກເທດ ຕາມຄຳສັ່ງຂອງພວກປະໂລຫິດໃນເຢຣູຊາເລັມ - ຈົ່ງເຮັດສິ່ງເຫລົ່ານີ້ແກ່ເຂົາທຸກວັນບໍ່ຂາດ.
\v 10 ຈົ່ງເຮັດດັ່ງນີ້ເພື່ອຈະຖວາຍເຄື່ອງບູຊາເເດ່ພຣະເຈົ້າເເຫ່ງຟ້າສະຫວັນ ເເລະອະທິຖານເພື່ອເຮົາ, ກະສັດ, ເເລະ ບັນດາລຸກຂອງເຮົາ.
\s5
\v 11 ເຮົາສັ່ງວ່າຖ້າຜູ້ໃດທີ່ບໍ່ເຮັດຕາມຄຳສັ່ງນີ້, ຕ້ອງຖືກຖອນຄານຫາມອອກຈາກບ້ານຂອງເຂົາ ເເລະເຂົາຕ້ອງສຽບໄວ້ເທິງໄມ້ນັ້ນ. ບ້ານຂອງເຂົາຈະກາຍເປັນຂີ້ເຫຍື້ອເພາະເລື່ອງນີ້.
\v 12 ຂໍພຣະເຈົ້າຊົງເຮັດໃຫ້ພຣະນາມຊື່ຂອງພຣະອົງສະຖິດຢູ່ທີ່ນັ້ນ ໄດ້ຊົງລົບລ້າງບໍ່ວ່າກະສັດ ອົງໃດຫລືຊົນຊາດໃດທີ່ຍົກມືຂຶ້ນປ່ຽນເເປງຄຳສັ່ງນີ້, ທຳລາຍພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ ເເຫ່ງນີ້. ເຮົາ, ຄືດາຣີອຸດ, ເປັນຜູ້ອອກຄຳສັ່ງນີ້. ຂໍໃຫ້ຂະຫຍັນຂັນເເຂງທີ່ຈະເຮັດໃຫ້ສຳເລັດ!"
\s5
\v 13 ຈາກນັ້ນເພາະພາຣາຊກິດໄດ້ສົ່ງມາຈາກກະສັດດາຣິອັດ, ຕັດເຕໄນ, ຜູ້ປົກຄອງຂອງມົນທົນທີ່ຢຸ່ອີກຟາກຂອງແມ່ນ້ຳ, ແລະ ເຊຕາກໂບເຊໄນ ແລະ ພວກຜູ້ຮ່ວມງານຂອງເຂົາ, ກໍປະຕິບັດຕາມຄຳສັ່ງຂອງກະສັດດາຣິອັດທຸກປະການ.
\v 14 ດັ່ງນັ້ນພວກຜູ້ອາວຸໂສຊາວຢິວຈຶ່ງໄດ້ສ້າງຕາມທີ່ຮັກກາຍ ເເລະ ເຊກາຣີຢາເຊື້ອສາຍຂອງອິດໂດໄດ້ສັ່ງຕາມຄຳພວກຜູ້ເຜີຍພຣະວັຈະນະ. ພວກເຂົາໄດ້ສ້າງຕາມພຣະບັນຊາຂອງພຣະເຈົ້າເເຫ່ງອິສະຣາເອນ ເເລະ ໄຊຣັສ, ດາຣີອັດ, ເເລະ ອາກຕາເຊເຊັດ, ກະສັດແຫ່ງເປີເຊຍ.
\v 15 ພວກເຂົາໄດ້ກໍ່ສ້າງພຣະວິຫານສຳເລັດໃນວັນທີ່ສາມຂອງເດືອນອາດາກ, ໃນປີທີຫົກໃນຣາຊການ ກະສັດດາຣິອັດ.
\s5
\v 16 ບັນດາຄົນອິສະຣາເອນ, ປະໂລຫິດ, ຄົນເລວີ, ເເລະພວກຊະເລີຍທີ່ເຫລືອກໍໄດ້ສະຫລອງການຖວາຍພຣະວິຫານຂອງພຣະເຈົ້າເເຫ່ງນີ້ດ້ວຍຄວາມຊື່ນຊົມຍິນດີ.
\v 17 ພວກເຂົາຖວາຍງົວຫນຸ່ມຫນຶ່ງຮ້ອຍໂຕ, ເເກະໂຕຜູ້ຫນຶ່ງຮ້ອຍໂຕ, ເເລະລູກເເກະສີ່ຮ້ອຍໂຕ ສຳລັບການຖວາຍວິຫານຂອງພຣະເຈົ້າ. ເເລະໄດ້ຖວາຍເເບ້ໂຕຜູ້ສິບສອງໂຕເປັນເຄື່ອງບູຊາລົບລ້າງບາບໃຫ້ກັບຄົນອິສະຣາເອນດ້ວຍ, ໂຕຫນຶ່ງສຳລັບເຜົ່າອິສະຣາເອນ.
\v 18 ພວກເຂົາໄດ້ມອບຫມາຍພວກປະໂລຫິດ ເເລະຄົນເລວີໃຫ້ເຮັດວຽກຕ່າງໆ ໃນການປະຕິບັດພຣະເຈົ້າໃນເຢຣູຊາເລັມດ້ວຍ, ຕາມທີ່ມີຂຽນໄວ້ໃນຫນັງສືຂອງໂມເຊ.
\s5
\v 19 ດັ່ງນັ້ນຄົນເຫລົ່ານັ້ນທີ່ຖືກກວາດຕ້ອມໄປເປັນຊະເລີຍກໍໄດ້ສະຫລອງເທສະການປັສະຄາໃນວັນທີສິບສີ່ຂອງເດືອນທີຫນຶ່ງ.
\v 20 ພວກປະໂລຫິດເເລະຄົນເລວີທຸກຄົນກໍໄດ້ຊຳຣະຕົວເອງໃຫ້ບໍຣິສຸດ ເເລະຂ້າເເກະປັສະຄາເປັນເຄື່ອງບູຊາສຳລັບຄົນເຫລົ່ານັ້ນທັງຫມົດທີ່ຖືກກວາດຕ້ອນໄປເປັນຊະເລີຍ, ລວມທັງຕົວພວກເຂົາເອງດ້ວຍ.
\s5
\v 21 ຄົນອິສະຣາເອນໄດ້ກິນຊີ້ນເເກະປັສະຄາທີ່ເປັນຄົນໄດ້ກັບມາຈາກການເປັນຊະເລີຍ ເເລະໄດ້ເເຍກຕົວເອງຈາກການເປັນມົນທິນ ຂອງຊົນຊາດໃນເເຜ່ນດິນນັ້ນ ເເລະ ໄດ້ສະເເຫວງຫາພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນ.
\v 22 ພວກເຂົາໄດ້ສະຫລອງເທສະການກິນເຂົ້າຈີ່ບໍ່ມີເຊື້ອເເປ້ງດ້ວຍຄວາມຊື່ນຊົມຍິນດີເປັນເວລາເຈັດວັນ, ເພາະພຣະຢາເວ ໄດ້ເຮັດໃຫ້ພວກເຂົາມີຄວາມຊື່ນຊົມຍິນດີ ເເລະໄດ້ຊົງປ່ຽນກະສັດເເຫ່ງອັດຊີເຣຍ ສະຫນັບສະຫນູນພວກເຂົາໃນການສ້າງວິຫານ, ພຣະວິຫານຂອງພຣະເຈົ້າເເຫ່ງອິສະຣາເອນ.
\s5
\c 7
\cl ບົດທີ 7
\p
\v 1 ຫລັງຈາກນີ້ໃນຣາຊການຂອງອາກຕາເຊເຊັດເປັນກະສັດເເຫ່ງເປີເຊຍ, ເອຊະຣາ ລາວໄດ້ສືບເຊື້ອສາຍມາຈາກມະຫາປະໂລຫິດອາໂຣນ. ບັນພະບຸຣຸດຂອງເອຊະຣາຄື ເສຣາອີຢາ, ອາຊາຣີຢາ, ຮິນກີຢາ,
\v 2 ຊານລູມ, ຊາດົກ, ອາຮີຕຸບ,
\v 3 ອາມາຣີຢາ, ອາຊາຣີຢາ, ເມຣາອີໂຢດ,
\v 4 ເຊຣາຮີຢາ, ອຸດຊີ, ບຸກກີ,
\v 5 ອາບີຊູອາ, ຟີເນຮາ, ເອເລອາຊາ, ຜູ້ເປັນລູກຊາຍຂອງອາໂຣນມະຫາປະໂລຫິດ.
\s5
\v 6 ເອຊະຣາ ໄດ້ຂຶ້ນມາຈາກບາບີໂລນ ເເລະເຂົາເປັນຄົນທຳມະດາທີ່ມີຄວາມຊຳນານໃນ ພຣະບັນຍັດຂອງ ໂມເຊທີ່ພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນ, ໄດ້ປຣະທານ. ໃຫ້ກະສັດ ໄດ້ປຣະທານສິ່ງທີ່ເຂົາທູນຂໍເເກ່ເຂົາ ເພາະວ່າພຣະຫັດຂອງພຣະຢາເວ ໄດ້ຢູ່ນຳພວກເຂົາ.
\v 7 ໃນປີທີເຈັດຂອງກະສັດອາກຕາເຊເຊັດ ມີພົງພັນຂອງອິສະຣາເອນບາງຄົນ, ເເລະບັນດາປະໂລຫິດ, ຄົນເລວີ, ນັກຮ້ອງປະຈຳພຣະວິຫານ, ຄົນເຝົ້າປະຕູ ເເລະຄົນເຫລົ່ານັ້ນໄດ້ຮັບມອບຫມາຍໃຫ້ປະຕິບັດໃນພຣະວິຫານ ກໍໄດ້ຂຶ້ນໄປຍັງເຢຣູຊາເລັມ.
\s5
\v 8 ເຂົາໄດ້ມາເຖິງເຢຣູຊາເລັມໃນເດືອນທີຫ້າຂອງປີດຽວກັນນັ້ນ.
\v 9 ເຂົາເຈົ້າອອກຈາກບາບີໂລນໃນວັນທີ່ຫນຶ່ງ ເດືອນທີຫນຶ່ງ. ວັນທີເຂົາໄດ້ມາເຖິງເຢຣູຊາເລັມ, ຄືວັນທີ່ຫນຶ່ງ ເດືອນຫ້າ. ເພາະວ່າພຣະຫັດອັນປະເສີດຂອງພຣະອົງໄດ້ມາເຖິງເຢຣູຊາເລັມ, ເພາະວ່າພຣະຫັດອັນປະເສີດໄດ້ຢູ່ກັບເຂົາ.
\v 10 ເອຊະຣາໄດ້ຕັ້ງໃຈຂອງເຂົາທີ່ຈະປຶກສາ, ຄືປະຕິບັດ, ເເລະ ສອນກົດເກນ, ເເລະ ກົດຂໍ້ບັງຄັບຂອງພຣະບັນຍັດພຣະຢາເວ.
\s5
\v 11 ກະສັດອາກຕາເຊເຊັດ ໄດ້ມອບຈົດຫມາຍໃຫ້ເອຊະຣາ ປະໂລຫິດ ເເລະ ນັດຮຽນຜູ້ທີ່ມີຄວາມຮູ້ດ້ານກົດບັນຍັດເເລະກົົດເກນ ຂອງພຣະບັນຍັດພຣະຢາເວ ສຳລັບອິສະຣາເອນ:
\v 12 "ຈາກກະສັດ ອາກຕາເຊເຊັດ, ເຫນືອກະສັດທັງຫລາຍເຖິງເອຊະຣາ, ປະໂລຫິດທີ່ຮຽນ ເເລະສຶກສາບັນຍັດພຣະເຈົ້າເເຫ່ງຟ້າສະຫວັນ:
\v 13 ເຮົາສັ່ງວ່າຄົນໃດທີ່ມາຈາກອິສະຣາເອນ ໃນຣາຊອານາຈັກພ້ອມກັບບັນດາປະໂລຫິດ ເເລະ ຄົນເລວີ ພວກເຂົາຜູ້ທີ່ປຣາຖນາຈະໄປເຢຣູຊາເລັມ, ກໍໃຫ້ໄປກັບເຈົ້າໄດ້.
\s5
\v 14 ເຮົາກະສັດ, ເເລະທີ່ປຶກສາທັງເຈັດຄົນຂອງເຮົາ, ສົ່ງພວກເຈົ້າທັງຫມົດອອກໄປເພື່ອຖາມກ່ຽວກັບຢູດາ ເເລະເຢຣູຊາເລັມ ຕາມພຣະບັນຍັດຂອງພຣະເຈົ້າ, ທີ່ຢູ່ໃນມືຂອງພວກເຈົ້າ.
\v 15 ເຈົ້າຕ້ອງນຳເງິນ ເເລະທອງຄຳທີ່ພວກເຂົາໄດ້ຖວາຍເເກ່ພຣະເຈົ້າເເຫ່ງອິສະຣາເອນ, ຜູ້ສະຖິດຢູ່ໃນເຢຣູຊາເລັມ.
\v 16 ເງິນ ເເລະທອງຄຳທັງຫມົດທີ່ໃຫ້ດ້ວຍຄວາມສະຫມັກໃຈທີ່ທຸກຄົນໃນບາບີໂລນ ໄດ້ມອບກັບສິ່ງທີ່ໄດ້ສະຫມັກໃຈຖວາຍຈາກຄົນເຫລົ່ານັ້ນ ເເລະພວກປະໂລຫິດ ເເດ່ພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ.
\s5
\v 17 ດັ່ງນັ້ນຈົ່ງຊື້ບັນດາງົວ, ເເກະໂຕຜູ້, ເເລະລູກເເກະ, ເຄື່ອງບູຊາ, ເເລະເຄື່ອງດື່ມບູຊາ, ໄປຢ່າງເຕັມທີ່ ຈົ່ງຖວາຍສິ່ງເຫລົ່ານີ້ເທິງເເທ່ນບູຊາໃນພຣະວິຫານຂອງພຣະເຈົ້າໃນເຢຣູຊາເລັມ.
\v 18 ຈົ່ງໃຊ້ເງິນ ເເລະທອງຄຳທີ່ເຫລືອຕາມທີ່ພີ່ນ້ອງ ເເລະເພື່ອນຮ່ວມຊາດຂອງພວກເຈົ້າໄດ້ເຫັນດີ, ເພື່ອໃຫ້ພຣະເຈົ້າຂອງພວກເຈົ້າຊົງອະພັຍ.
\s5
\v 19 ຈົ່ງວາງເຄື່ອງໃຊ້ເຫລົ່ານີ້ມອບໃຫ້ກັບເຈົ້າດ້ວຍສະຫມັກໃຈຕໍ່ພຣະພັກພຣະອົງສຳລັບການປະຕິບັດໃນພຣະວິຫານພຣະເຈົ້າໃນນະຄອນເຢຣູຊາເລັມ.
\v 20 ສິ່ງອື່ນໃດທີ່ຕ້ອງການສຳລັບພຣະວິຫານຂອງພຣະເຈົ້າທີ່ເຈົ້າຈະຕ້ອງຈັດຫາ, ຈົ່ງເອົາຄ່າຈ່າຍຈາກຄັງຫລວງໄດ້.
\s5
\v 21 ເຮົາ, ກະສັດອາຕາເຊເຊັດ, ໄດ້ອອກຄຳສັ່ງເຖິງບັນດາຄັງຂ້າຣາຊການທັງຫມົດທີ່ຢູ່ອີກຟາກຂອງເເມ່ນ້ຳວ່າ, ສິ່ງໃດທີ່ ເອຊະຣາ ຂໍຈາກທ່ານກໍຈົ່ງໃຫ້ເຕັມທີ່,
\v 22 ເຖິງເງິນສາມພັນສີ່ຮ້ອຍ ກິໂລກຣາມ, ເຂົ້າເດືອຍສິບພັນກິໂລກຣາມ, ເຫລົ້າອະງຸ່ນສອງພັນລິດ, ນ້ຳມັນຫມາກກອກເທດສອງພັນລິດ, ເເລະ ເກືອໃຫ້ເອົາຕາມທີ່ຕ້ອງການ.
\v 23 ສິ່ງໃດທີ່ມາຈາກພຣະບັນຊາພຣະເຈົ້າເເຫ່ງຟ້າສະຫວັນ, ຈົ່ງເຮັດດ້ວຍຄວາມທຸ້ມເທເພື່ອພຣະວິຫານຂອງພຣະອົງ. ເພາະເປັນຫຍັງຈຶ່ງເຮັດຄວາມໂກດຮ້າຍຂອງພຣະອົງລົງມາເຫນືອອານາຈັກຂອງເຮົາ ເເລະ ບັນດາລູກຂອງເຮົາ?
\s5
\v 24 ເຮົາເເຈ້ງພວກເຂົາໃຫ້ຮູ້ກ່ຽວກັບເຈົ້າ ທີ່ບໍ່ໃຫ້ເກັບພາສີກັບພວກປະໂລຫິດ, ພວກເລວີ, ພວກນັກດົນຕຣີ, ຄົນເຝົ້າປະຕູ, ຄົນທີ່ໄດ້ມອບຫມາຍໃຫ້ເຮັດຫນ້າທີ່ໃນພຣະວິຫານເເລະຄົນຮັບໃຊ້ໃນພຣະນິເວດຂອງພຣະເຈົ້າອົງນີ້.
\s5
\v 25 ເອຊະຣາ, ດ້ວຍສະຕິປັນຍາທີ່ພຣະເຈົ້າໄດ້ມອບໃຫ້ເເກ່ເຈົ້າ, ເຈົ້າຕ້ອງເເຕ່ງຕັ້ງຜູ້ພິພາກສາ ເເລະຄົນທີ່ເຂົ້າໃຈໃນການເຮັດຫນ້າທີ່ຕໍ່ປະຊາຊົນທັງຫມົດທີ່ຢູ່ເເມ່ນ້ຳຟາກນັ້ນອີກ, ເເລະປະຕິບັດຄົນທີ່ຮູ້ຈັກພຣະບັນຍັດຂອງພຣະເຈົ້າຂອງເຈົ້າ. ເຈົ້າຕ້ອງສອນຄົນເຫລົ່ານີ້ໃຫ້ຮູ້ຈັກບັນຍັດ.
\v 26 ຈົ່ງລົງໂທດຜູ້ໃດກໍຕາມທີ່ບໍ່ເຮັດຕາມພຣະບັນຍັດຂອງພຣະເຈົ້າ ຫລືບັນຍັດຂອງກະສັດຢ່າງສຸດໃຈ, ບໍ່ວ່າຈະເປັນໂທດເຖິງຕາຍ, ການເນຣະເທດ ຖືກຢຶດຊັບສິນ, ຫລືຖືກຈຳຄຸກ.
\s5
\v 27 ສາທຸການເເດ່ພຣະຢາເວ, ພຣະເຈົ້າຂອງບັນພະບຸຣຸດຂອງເຮົາ, ຜູ້ທີ່ວາງທັງຫມົດນີີ້ໃນໃຈຂອງກະສັດ ເພື່ອຖວາຍກຽຕຕໍ່ພຣະວິຫານພຣະຢາເວ ໃນເຢຣູຊາເລັມ,
\v 28 ແລະ ຜູ້ຂະຫຍາຍພັນທະສັນຍາອັນສັດຊື່ຕໍ່ຂ້ານ້ອຍຕໍ່ຫນ້າກະສັດ, ທີ່ພວກປຶກສາຂອງພະອົງ, ເເລະພວກຂ້າຣາຊການມີອຳນາດຂອງພຣະອົງ. ຂ້ານ້ອຍໄດ້ຮັບການເສີມກຳລັງຈາກພຣະຫັດພຣະຢາເວພຣະເຈົ້າ, ຂອງຂ້ານ້ອຍ ເເລະໄດ້ລວມຜູ້ນຳພວກອິສະຣາເອນໄປນຳຂ້ານ້ອຍ.
\s5
\c 8
\cl ບົດທີ 8
\p
\v 1 ຄົນເຫລົ່ານີ້ເປັນພວກຜູ້ນຳຂອງຄອບຄົວ ຂອງບັນພະບຸຣຸດຂອງພວກເຂົາ ທີ່ໄດ້ອອກຈາກບາບີໂລນ ກັບຂ້ານ້ອຍໃນຣາຊການຂອງກະສັດອາກຕາເຊເຊັດ.
\v 2 ຄືຈາກເຊື້ອສາຍເກໂຊນ. ຕະກຸນຟີເນຮາດ, ດານີເອນ. ຕະກຸນອີທາມາ, ຮັດຕຸ. ຕະກູນຂອງດາວິດ,
\v 3 ຜູ້ທີ່ເປັນເຊື້ອສາຍຂອງເກຊາຣີຢາ ຜູ້ທີ່ມາຈາກເຊື້ອສາຍປາຣົດ, ພ້ອມທັງຜູ້ຊາຍໃນຕະກຸນຂອງຕົນ 150 ຄົນ ແລະທຸກຄົນມີທະບຽນບັນທຶກບອກເຖິງບັນພະບຸຣຸດຂອງພວກເຂົາ.
\s5
\v 4 ຈາກເຊື້ອສາຍຂອງປາຮາດ ໂມອາບ, ພ້ອມທັງຜູ້ຊາຍ ສອງຮ້ອຍຄົນທີ່ມາກັບເຂົາ.
\v 5 ຈາກເຊື້ອສາຍ ເຊການີຢາ, ລູກຊາຍຂອງເບັນຢາຮາຊີເອນ ຕະກຸນຊັດຕຸ ພ້ອມທັງພວກຜູ້ຊາຍສາມລ້ອຍຄົນທີ່ມາກັບເຂົາ.
\v 6 ຈາກເຊື້ອສາຍອາດິນ, ເອບັດລູກຊາຍຂອງໂຢນາທານ ແລະ ພ້ອມທັງພວກຜູ້ຊາຍຫ້າສິບຄົນ.
\v 7 ຈາກເຊື້ອສາຍເອລາມ, ເຢຊາອີຢາລູກຊາຍຂອງອາທາລີຢາ ແລະ ພ້ອມທັງພວກຜູ້ຊາຍເຈັດສິບຄົນ.
\s5
\v 8 ຈາກເຊື້ອສາຍຂອງເຊຟາຕີຢາ, ຄືເຊບາດີຢາລູກຊາຍຂອງມີກາເອນ ແລະພ້ອມດ້ວຍຜູ້ຊາຍ ເເປດສິບຄົນ.
\v 9 ຈາກເຊື້ອສາຍໂຢອາບ, ຄືໂອບາດີຢາລູກຊາຍຂອງເຢຮີເອນ ແລະພ້ອມທັງຜູ້ຊາຍສອງຮ້ອຍສິບເເປດຄົນ.
\v 10 ຈາກເຊື້ອສາຍຂອງບານີ, ເຊໂລມິດລູກຊາຍຂອງໂຢສີຟີຢາກັບພວກຜູ້ຊາຍທີ່ມານຳເຂົາໄດ້ຈົດທະບຽນໄວ້ຫນຶ່ງຮ້ອຍຫົກສິບຄົນ
\v 11 ຈາກເຊື້ອສາຍຂອງເບບາຍ, ເຊກາຣິຢາລູກຊາຍຂອງເບບາຍ ແລະ ພ້ອມທັງພວກຜູ້ຊາຍຊາວເເປດຄົນ.
\s5
\v 12 ຈາກເຊື້ອສາຍ ອາຊະກາດ, ໂຢຮານານລູກຊາຍຂອງຮັກກາຕານ ພ້ອມທັງຜູ້ຊາຍ 110 ຄົນ.
\v 13 ຈາກເຊື້ອສາຍຂອງອາໂດນີກຳ, ເອລີເຟເລັດ, ເຢອູເອນ, ເເລະ ເຊມາອີຢາ ແລະພ້ອມທັງຜູ້ຊາຍຫົກສິບຄົນ.
\v 14 ຈາກເຊື້ອສາຍບິກໄຫວ, ອູໄທ ແລະ ຊັກກູເຣ ແລະ ພ້ອມທັງຜູ້ຊາຍເຈັດສິບຄົນ.
\s5
\v 15 ຂ້ານ້ອຍໄດ້ລວມພວກທີ່ເດີນທາງບ່ອນຫ້ວຍນ້ຳໄຫລໄປສູ່ອາຮາວາ, ເເລະເຮົາໄດ້ຕັ້ງຄ້າຍຢູ່ທີ່ນັ້ນສາມວັນ. ຂ້ານ້ອຍໄດ້ກວາດເບິ່ງພວກປະຊາຊົນ ເເລະພວກປະໂລຫິດ, ເເຕ່ບໍ່ເຫັນເຊື້ອສາຍຂອງເລວີຢູ່ທີ່ນັ້ນເລີຍ.
\v 16 ດັ່ງນັ້ນຂ້ານ້ອຍຈຶ່ງສົ່ງຄົນໄປຫາເອລີເອເຊ, ອາຣີເອນ, ເຊມາອີຢາ, ເອນນາທານ, ຢາຣິບ, ແລະເອນນາທານ, ແລະນາທານ, ເຊກາຣີຢາ, ເເລະເມຊຸນລຳ ຜູ້ທີ່ເປັນພວກຜູ້ນຳ ເເລະໄປຫາໂຢອີອາຣິບເເລະເອນນາທານ.
\s5
\v 17 ຕໍ່ມາຂ້ານ້ອຍໄດ້ສົ່ງເຂົາໄປຫາອິດໂດ, ຜູ້ນຳກາສີຟີອາ. ຂ້ານ້ອຍບອກພວກເຂົາເວົ້າກັບອິດໂດເເລະຍາດພີ່ນ້ອງຂອງເຂົາ, ພວກຄົົນຮັບໃຊ້ປະຈຳວິຫານອາສັຍຢູ່ໃນກາສີຟີອາ, ນັ້ນເເມ່ນ, ຂໍໃຫ້ສົ່ງພວກຄົນຮັບໃຊ້ສຳລັບພຣະວິຫານຂອງພຣະເຈົ້າມາໃຫ້ເຮົາ.
\s5
\v 18 ດັ່ງນັ້ນດ້ວຍພຣະຄຸນຂອງພຣະເຈົ້າ ພວກເຂົາຈຶ່ງໄດ້ສົ່ງຊາຍຄົນຫນຶ່ງຊື່ເຊເຣບີຢາ, ທີ່ເປັນຄົນມີຄວາມສະຫລາດມາໃຫ້ເຮົາ ເຂົາເປັນເຊື້ອສາຍຂອງເມຣາຣີ ລູກຊາຍຂອງຄົນເລວີຜູ້ເປັນລູກຊາຍຂອງອິສະຣາເອນ. ເຂົາໄດ້ມາພ້ອມບັນດາລູກຊາຍ ເເລະພີ່ນ້ອງສິບເເປດຄົນ.
\v 19 ພວກເຂົາຍັງສົ່ງຮາຊາບີຢາມາກັບເຂົາ. ເເລ້ວຍັງມີເຢຊາອີຢາ, ຊຶ່ງເປັນຄົນຫນຶ່ງໃນບັນດາລູກຊາຍເມຣາຣີ, ທີ່ມາກັບພວກພີ່ນ້ອງ ເເລະລູກຊາຍຂອງເຂົາ, ລວມທັງຫມົດຊາວຄົນ.
\v 20 ຈາກຄົນເຫລົ່ານັ້ນໄດ້ມອບຫມາຍໃຫ້ປະຕິບັດໃນວິຫານ, ຜູ້ທີ່ດາວິດ ເເລະຂ້າຣາຊການຂອງພະອົງໄດ້ມອບໃຫ້ປະຕິບັດຄົນເລວີ: ສອງຮ້ອຍຊາວຄົນ, ເເຕ່ລະຄົນຂອງພວກເຂົາໄດ້ຮັບມອບຫມາຍຕາມຊື່.
\s5
\v 21 ເເລ້ວຂ້ານ້ອຍກໍໄດ້ປະກາດໃຫ້ອົດອາຫານທີ່ຫ້ວຍອາຮາວາ ຂ້ານ້ອຍໄດ້ອອກຄຳສັ່ງໃຫ້ທຸກຄົນຖືສິນອົດອາຫານເພື່ອຖ່ອມໃຈພວກເຮົາເອງ ລົງຕໍ່ພຣະພັກພຣະເຈົ້າ, ເພື່ອສະເເຫວງຫາທາງຈາກພຣະອົງ, ເພື່ອເຮົາກັບລູກນ້ອຍໆຂອງເຮົາ, ເເລະຊັບສິນທັງຫມົດຂອງເຮົາ.
\v 22 ຂ້ານ້ອຍບໍ່ກ້າຂໍທະຫານມ້າຈາກກະສັດ ເພາະຂ້ານ້ອຍບອກເພິ່ນວ່າ, ພຣະຫັດຂອງພຣະເຈົ້າເຮົາຢູ່ເຫນືອທຸກຄົນທີ່ໄວ້ວາງໃຈພຣະອົງ ເພື່ອໃຫ້ເກີດຜົນດີ, ເເຕ່ຣິທານຸພາບ ເເລະຄວາມໂກດຮ້າຍຂອງພຣະອົງໄດ້ຢູ່ເທິງທຸກຄົນທີ່ລືມພວກພຣະອົງ.'
\v 23 ດັ່ງນັ້ນເຮົາຈຶ່ງໄດ້ອົດອາຫານ ເເລະສະເເຫວງຫາພຣະເຈົ້າກ່ຽວກັບເລື່ອງນີ້, ເເລະ ເຮົາວິງວອນຕໍ່ພຣະອົງ.
\s5
\v 24 ຕໍ່ມາຂ້ານ້ອຍໄດ້ເລືອກຊາຍສິບສອງຄົນຈາກພວກທີ່ມີຕຳເເຫນ່ງປະໂລຫິດຄື: ເຊເຣບີຢາ, ຮາຊາບີຢາ, ເເລະ ຄົນອື່ນໆອີກສິບຄົນຈາກພວກປະໂລຫິດຊັ້ນຜູ້ນຳ.
\v 25 ເເລ້ວຂ້ານ້ອຍໄດ້ສັ່ງເອົາເຄື່ອງໃຊ້ເງິນ, ຄຳ, ແລະ ເຄື່ອງຖວາຍສຳລັບພຣະວິຫານຂອງພຣະເຈົ້າທີ່ກະສັດ, ພວກທີ່ປຶກສາ, ແລະ ບັນດາຂ້າຣາຊາການຂອງເພິ່ນ, ເເລະ ປະຊາຊົນອິສະຣາເອນ ໄດ້ມອບສິ່ງຂອງເຫລົ່ານັ້ນໃຫ້ພວກປະໂລຫິດຢ່າງເຕັມໃຈ.
\s5
\v 26 ດັ່ງນັ້ນຂ້ານ້ອຍໄດ້ສັ່ງນ້ຳຫນັກເງິນຊາວຫ້າໂຕນ ເຄື່ອງໃຊ້ເປັນເງິນລ້ອຍອັນ ຫນັກ ເຈັດສິບກຣາມ,
\v 27 ເເລະທອງຄຳຫນັກສາມພັນສີ່ຮ້ອຍກິໂລກຣາມ ຖວ້ຍຄຳຊາວໃບຫນັກເເປດສິບສີ່ກິໂລກຣາມ ຖ້ວຍທອງສຳຣິດຂັດມັນຢ່າງດີມີຄ່າເທົ່າກັບທອງຄຳ.
\s5
\v 28 ເເລ້ວຂ້ານ້ອຍໄດ້ກ່າວກັບພວກເຂົາວ່າ," ພວກທ່ານໄດ້ອຸທິດຕົນເເດ່ພຣະຢາເວ, ເເລະ ເຄື່ອງໃຊ້ເຫລົ່ານີ້ເຊັ່ນກັນ ເງິນ, ເເລະທອງຄຳເປັນເຄື່ອງຖວາຍດ້ວຍຄວາມສະຫມັກໃຈເເດ່ພຣະຢາເວ, ພຣະເຈົ້າເເຫ່ງບັນພະບຸຣຸດຂອງພວກທ່ານ.
\v 29 ຈົ່ງເຝົ້າເບິ່ງເເລະຮັກສາສິ່ງຂອງເຫລົ່ານີ້ ຈົນກວ່າພວກທ່ານຈະຊັ່ງນ້ຳຫນັກສິ່ງຂອງເຫລົ່ານີ້ຕໍ່ຫນ້າພວກທີ່ເປັນປະໂລຫິດ, ຄົນເລວີ, ເເລະພວກຜູ້ນຳຂອງຕະກຸນຂອງບັນພະບຸຣຸດຂອງອິສະຣາເອນ ໃນນະຄອນເຢຮູຊາເລັມໃນຫ້ອງພຣະວິຫານຂອງພຣະເຈົ້າ."
\v 30 ພວກປະໂລຫິດ ເເລະ ພວກເລວີໄດ້ຮັບເງິນ, ທອງຄຳ, ເເລະເຄື່ອງໃຊ້ຕ່າງໆ ທີ່ໄດ້ສັ່ງນ້ຳຫນັກເເລ້ວເພື່ອຈະນຳສິ່ງຂອງເຫລົ່ານີ້ໄປຍັງເຢຣູຊາເລັມ, ຍັງພຣະວິຫານຂອງພຣະເຈົ້າຂອງເຮົາ.
\s5
\v 31 ເຮົາໄດ້ອອກໄປຈາກຫ້ວຍອາຮາວາໃນວັນທີສິບສອງຂອງເດືອນທີຫນຶ່ງໄປຍັງເຢຣູຊາເລັມ. ພຣະຫັດຂອງພຣະເຈົ້າຢູ່ເຫນືອເຮົາ; ພຣະອົງໄດ້ຊົງປົກປ້ອງເຮົາຈາກມືສັດຕຣູເເລະບັນດາຜູ້ທີ່ໄດ້ປຣາຖນາທີ່ຈະຊຸ້ມຄອຍເຮົາຢູ່ຕາມທາງ.
\v 32 ດັ່ງນັ້ນ ເຮົາໄດ້ເຂົ້າມາເຢຣູຊາເລັມ ເເລະພັກທີ່ນີ້ສາມວັນ.
\s5
\v 33 ເເລ້ວວັນທີສີ່ກໍໄດ້ມີການຊັ່ງນ້ຳຫນັກເງິນ, ທອງຄຳ ເເລະເຄື່ອງໃຊ້ໃນພຣະວິຫານຂອງພຣະເຈົ້າໃນການດູເເລຂອງເມເຣໂມດ ລູກຊາຍຂອງອຸຣີຢາ, ແລະ ເອເຣອາຊາລູກຊາຍຂອງຟີເນຮາ, ໂຢຊາບັດລູກຊາຍຂອງເຢຊູອາ ເເລະໂນອາອີຢາ ລູກຊາຍຂອງບິນນູອີ.
\v 34 ທຸກໆສິ່ງໄດ້ຖືກສັ່ງນ້ຳຫນັກ ເເລະໄດ້ບັນທຶກໄວ້ໃນຕອນນັ້ນ.
\s5
\v 35 ປະຊາຊົນໄດ້ຖືກກວາດຕ້ອມມາຈາກການເປັນຊະເລີຍໄດ້ຖວາຍເຄື່ອງເຜົາບູຊາເເດ່ພຣະເຈົ້າຂອງອິສະຣາເອນ: ຄືງົວໂຕຜູ້ສິບສອງໂຕສຳຫລັບຄົນອິສະຣາເອນ ທັງຫມົດ, ເເລະເເກະໂຕຜູ້ເກົ້າສິບຫົກໂຕ, ລູກເເກະເຈັດສິບໂຕ, ເເບ້ຜູ້ສອງໂຕເປັນເຄື່ອງບູຊາລົບລ້າງບາບທັງຫມົດ. ນີ້ເປັນເຄື່ອງເຜົາບູຊາເເກ່ພຣະຢາເວ.
\v 36 ເເລ້ວພວກເຂົາໄດ້ມອບເອກກະສານທີ່ກະສັດມອບໃຫ້ນັ້ນໄປໃຫ້ຜູ້ປົກຄອງເເລະບັນດາຂ້າຣາຊການຂອງເເຂວງທາງພາກຕາເວັນຕົກເເມ່ນ້ຳເອີຟຣັດ, ດັ່ງນັ້ນພວກເຂົາຈຶ່ງໄດ້ຊ່ວຍເຫລືອປະຊາຊົນເເລະເພື່ອວິຫານຂອງພຣະເຈົ້າ.
\s5
\c 9
\cl ບົດທີ 9
\p
\v 1 ຫລັງຈາກເຫດການເຫລົ່ານີ້, ພວກຫົວຫນ້າໄດ້ເຂົ້າມາຫາຂ້ານ້ອຍ ເເລະໄດ້ກ່າວວ່າ, "ຊົນຊາດອິສະຣາເອນ, ບັນດາປະໂລຫິດ, ເເລະຄົນເລວີໄດ້ເເຍກຕົວເອງຈາກຊົນຊາດຂອງເເຜ່ນດິນອື່ນໆ ເເລະສິ່ງທີ່ຫນ້າກຽດຂອງພວກເຂົາ ຄື: ຈາກຊາວການາອານ, ຄົນຮິດຕີ, ເເພຣີຊິດ, ເຢບຸດ, ອຳໂມນ, ໂມອາບ, ເອຢິບ, ອາໂມຣິດ.
\v 2 ເພາະພວກເຂົາໄດ້ຮັບບັນດາລູກຜູ້ຍິງເເລະລູກຜູ້ຊາຍ, ຂອງບັນດາຄົນເຫລົ່ານັ້ນມາ ເເລະໄດ້ປະປົນຊົນຊາດບໍຣິສຸດກັບຊົນຊາດຂອງແຜ່ນດິນອື່ນໆ, ເເລະພວກຫົວຫນ້າ ເເລະພວກຜູ້ນຳກໍໄດ້ເລີ່ມກໍ່ຄວາມບໍ່ສັດຊື່ນີ້."
\s5
\v 3 ເມື່ອຂ້ານ້ອຍໄດ້ຍິນເຊັ່ນນີ້, ຂ້ານ້ອຍກໍຈີກເສື້ອຜ້າ ເເລະ ເສື້ອຄຸມ ເເລະ ດຶງຜົມ, ເເລະ ຫນວດອອກຈາກຫົວເເລ້ວຖິ້ມ, ເເລະ ນັ່ງລົງດ້ວຍຄວາມສິ້ນຫວັງ.
\v 4 ຄົນເຫລົ່ານີ້ທັງຫມົດເບິ່ງຄືຢ້ານຢຳຕໍ່ຖ້ອຍຄຳຂອງພຣະເຈົ້າເເຫ່ງອິສະຣາເອນ ກ່ຽວກັບຄວາມບໍ່ສັດຊື່ນີ້ກໍໄດ້ມາລວມໂຕກັນກັບຂ້ານ້ອຍ ຂະນະທີ່ຂ້ານ້ອຍກຳລັງນັ່ງລົງດ້ວຍຄວາມລະອາຍໃຈ ຈົນເຖິງເວລາຖວາຍເຄື່ອງບູຊາຕອນເເລງ.
\s5
\v 5 ເເຕ່ຕອນທີິ່ຖວາຍເຄື່ອງບູຊາຕອນເເລງ ຂ້ານ້ອຍລຸກຂຶ້ນຈາກສະພາບທີ່ຫນ້າລະອາຍໃນເສື້ອຜ້າເເລະເສື້ອຄຸມທີ່ຈີກຂາດ, ເເລະ ຄຸກເຂົ່າລົງ ເເລະ ຊູມືຕໍ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍ.
\v 6 ຂ້ານ້ອຍທູນວ່າ, "ຂ້າເເຕ່ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍອັບອາຍ ເເລະ ຂາຍຫນ້າທີ່ຈະເງີຍຫນ້າຂອງຂ້ານ້ອຍຕໍ່ພຣະອົງ, ເເລະ ຄວາມຜິດຂອງຂ້ານ້ອຍ, ເເລະ ຄວາມຜິດຂອງພວກຂ້ານ້ອຍກໍຂຶ້ນໄປເຖິງຟ້າສະຫວັນ.
\s5
\v 7 ຕັ້ງເເຕ່ສມັຍບັນພະບຸຣຸດຂອງພວກຂ້ານ້ອຍຈົນເຖິງບັດນີ້ ພວກຂ້ານ້ອຍໄດ້ຢູ່ໃນຄວາມຜິດອັນໃຫຍ່ຫລວງໃນຄວາມບາບຂອງພວກຂ້ານ້ອຍ, ບັນດາກະສັດຂອງພວກຂ້ານ້ອຍ, ເເລະພວກປະໂລຫິດຂອງພວກຂ້ານ້ອຍ ເເລະ ຖືກມອບໄວ້ໃນບັນດາກະສັດໃນໂລກນີ້, ໃຫ້ເເກ່ດາບ ເປັນຊະເລີຍ, ເເລະ ການປຸ້ນ ເເລະ ການອັບອາຍຂາຍຫນ້າຢ່າງທີ່ພວກຂ້ານ້ອຍເປັນທຸກວັນນີ້.
\s5
\v 8 ບັດນີ້ເປັນເວລາສັ້ນ, ຄວາມເມດຕາຈາກພຣະຢາເວ ພຣະເຈົ້າຂອງພວກເຮົາ ພຣະອົງຊົງປ່ອຍໃຫ້ພວກຂ້ານ້ອຍເປັນຜູ້ລອດຊີວິດຢູ່ ເເລະ ຊົງມອບທີ່ນັ້ນໃນສະຖານທີ່ອັນສັກສິດຂອງພຣະອົງ. ນີ້ເປັນເພາະພຣະເຈົ້າຂອງພວກຂ້ານ້ອຍທັງຫລາຍ ໄດ້ຊົງເຮັດໃຫ້ສາຍຕາຂອງພວກຂ້ານ້ອຍໃສສະຫວ່າງຂຶ້ນ ເເລະ ປຣະທານຄວາມບັນເທົາຈາກການເປັນທາດຂອງພວກຂ້ານ້ອຍ.
\v 9 ເພາະພວກຂ້ານ້ອຍເປັນທາດ, ເເຕ່ພຣະເຈົ້າຂອງພວກຂ້ານ້ອຍ ບໍ່ໄດ້ລືມພວກເຮົາ ເເຕ່ໄດ້ຂະຫຍາຍສັນຍາອັນສັດຊື່ຂອງພວກຂ້ານ້ອຍ. ພຣະອົງໄດ້ຊົງເຮັດດັ່ງນີ້ ໃນສາຍຕາກະສັດເເຫ່ງເປີເຊຍ ເພື່ອຈະປຣະທານກຳລັງໃຫມ່ເເກ່ພວກຂ້ານ້ອຍ, ດ້ວຍເຫດນີ້ພວກຂ້ານ້ອຍຈຶ່ງສາມາດສ້າງພຣະວິຫານຂອງພຣະເຈົ້າຂອງພວກຂ້ານ້ອຍຂຶ້ນໃຫມ່ໄດ້ ເເລະ ຟື້ນຟູສ່ວນທີ່ຫັກເພພັງນັ້ນ. ພຣະອົງໄດ້ຊົງເຮັດເຊັ່ນນີ້ ເພື່ອພຣະອົງຈະຊົງໃຫ້ກຳເເພງທີ່ປອດພັຍເເກ່ພວກເຂົາໃນຢູດາ ເເລະເຢຣູຊາເລັມ.
\s5
\v 10 ເເຕ່ບັດນີ້, ພຣະເຈົ້າຂອງຂ້ານ້ອຍທັງຫລາຍ, ຕໍ່ຈາກນີ້ພວກຂ້ານ້ອຍຈະກ່າວຫຍັງໄດ້? ພວກຂ້ານ້ອຍໄດ້ລືມພຣະບັນຍັດຂອງພຣະອົງ,
\v 11 ພຣະບັນຍັດຂອງພຣະອົງທີ່ພຣະອົງໄດ້ປຣະທານໃຫ້ຜູ້ຮັບໃຊ້ ເເລະ ຜູ້ເຜີຍພຣະວັຈະນະຂອງພຣະອົງ, ເມື່ອພຣະອົງກ່າວວ່າ, "ເເຜ່ນດິນທີ່ເປິະເປື້ອນຈາກຊົນຊາດຂອງເເຜ່ນດິນນັ້ນ. ດ້ວຍສິ່ງທີ່ຫນ້າລັງກຽດຂອງພວກເຂົາ. ພວກເຂົາໄດ້ເຮັດໃຫ້ເເຜ່ນດິນເຕັມໄປດ້ວຍມົນທິນຂອງພວກເຂົາ ຕັ້ງເເຕ່ສຸດປາຍດ້ານຫນຶ່ງໄປຍັງສຸດປາຍອີກດ້ານຫນຶ່ງ.
\v 12 ບັດນີ້, ຢ່າຍົກລູກຜູ້ຍິງຂອງພວກເຈົ້າ ໃຫ້ລູກຜູ້ຊາຍຂອງພວກເຂົາ; ແລະ ຢ່າຮັບລູກຜູ້ຍິງຂອງພວກເຂົາມາເປັນລູກຜູ້ຍິງຂອງພວກເຈົ້າ ເເລະ ຢ່າສະເເຫວງຫາສັນຕິສຸກ ເເລະ ເອກະພາບຈາກພວກເຂົາເປັນນິດ, ເພື່ອພວກເຈົ້າຈະເຂັ້ມເເຂງ ເເລະ ກິນສິ່ງດີຂອງເເຜ່ນດິນນັ້ນ, ເພາະເຫດນີ້ພວກເຂົາຈະເຮັດໃຫ້ລູກຫລານຂອງພວກເຈົ້າໄດ້ຄອບຄອງເເຜ່ນດິນນັ້ນຕະຫລອດໄປ."
\s5
\v 13 ເເຕ່ຫລັງຈາກທຸກສິ່ງທີ່ເກີດຂຶ້ນກັບພວກຂ້ານ້ອຍ ເພາະການປະພຶດຊົ່ວຂອງພວກຂ້ານ້ອຍ ເເລະ ຄວາມຜິດອັນໃຫຍ່ຫລວງຂອງພວກຂ້ານ້ອຍ, ເນື່ອງຈາກພຣະອົງຄືພຣະເຈົ້າ, ຂອງພວກຂ້ານ້ອຍໄດ້ຊົງອົດກັ້ນພຣະທັຍຕໍ່ຄວາມບາບຊົ່ວຂອງພວກຂ້ານ້ອຍທີ່ສົມຄວນໄດ້ຮັບ ເເລະ ຊົງເຫລືອພວກຂ້ານ້ອຍທີ່ເປັນຜູ້ລອດຊີວິດ.
\v 14 ເຮົາຄວນຈະລະເມີດບັນຍັດຂອງພຣະອົງອີກ ເເລະປະປົນກັບຊົນຊາດຕ່າງໆທີ່ຫນ້າກຽດເຫລົ່ານີ້ດ້ວຍການເເຕ່ງານຫລື? ພຣະອົງຈະບໍ່ໃຈຮ້າຍ ເເລະທຳລາຍພວກຂ້ານ້ອຍ ຈົນບໍ່ມີໃຜເຫລືອຢູ່ຈັກຄົນດຽວ ບໍ່ມີໃຜລອດເລີຍບໍ?
\s5
\v 15 ຂ້າເເຕ່ພຣະຢາເວ, ພຣະເຈົ້າເເຫ່ງອິສະຣາເອນ, ພຣະອົງຊົງຊອບທັມ, ເພາະພວກຂ້ານ້ອຍຍັງເຫລືອຄົນລອດຊີວິດຢູ່ຫນ້ອຍຄົນໃນທຸກວັນນີ້. ເບິ່ງແມ! ພວກຂ້ານ້ອຍຢູ່ທີ່ນີ້ຕໍ່ພຣະພັກພຣະອົງຄວາມຜິດຂອງພວກຂ້ານ້ອຍ ເພາະບໍ່ມີໃຜຈັກຄົນດຽວທີ່ສາມາດຢືນຢູ່ຕໍ່ພຣະພັກພຣະອົງໄດ້ເພາະເຫດນີ້.
\s5
\c 10
\cl ບົດທີ 10
\p
\v 1 ຂະນະທີ່ເອຊະຣາໄດ້ອະທິຖານ ເເລະສາຣະພາບບາບ, ເຂົາໄດ້ຮ້ອງໄຫ້ ເເລະ ຖິ້ມໂຕລົງຕໍ່ຫນ້າພຣະວິຫານຂອງພຣະເຈົ້າ. ມີການຊຸມນຸມຄັ້ງໃຫຍ່ຂອງພວກອິສະຣາເອນ, ທັງພວກຜູ້ຊາຍ, ພວກຜູ້ຍິງ ເເລະ ເດັກນ້ອຍກໍໄດ້ມາຮ່ວມຊຸມນຸມກັບເຂົາ, ເພາະປະຊາຊົນໄດ້ຮ້ອງໄຫ້ຢ່າງໃຫຍ່.
\v 2 ເຊການີຢາລູກຊາຍຂອງເຢຮີເອນ ເຊື້ອສາຍເອລາມ ຈຶ່ງໄດ້ກ່າວກັບອິດຊະຣາວ່າ, "ພວກເຮົາບໍ່ໄດ້ສັດຊື່ຕໍ່ພຣະເຈົ້າຂອງເຮົາ ເເລະ ໄດ້ເເຕ່ງງານກັບພວກຜູ້ຍິງຕ່າງຊາດຈາກຊົນຊາດຂອງເເຜ່ນດິນອື່ນໆ. ເເຕ່ເຖິງຈະມີເລື່ອງເຊັ່ນນີ້ ກໍຍັງມິຄວາມຫວັງສຳລັບອິສະຣາເອນ.
\s5
\v 3 ດັ່ງນັ້ນ ບັດນີ້ ໃຫ້ເຮົາເຮັດພັນທະສັນຍາກັບພຣະເຈົ້າຂອງເຮົາທີ່ຈະປະພວກຜູ້ຍິງ ເເລະລູກທັງຫລາຍຂອງພວກເຂົາໄປ ຕາມພຣະບັນຊາຂອງອົງພຣະຜູ້ເປັນເຈົ້າ ເເລະຄຳສັ່ງຂອງຄົນເຫລົ່ານັ້ນຜູ້ທີ່ຢຳເກງຕໍ່ພຣະບັນຍັດຂອງພຣະເຈົ້າຂອງເຮົາ, ເເລະຂໍໃຫ້ເປັນໄປຕາມກົດຫມາຍນັ້ນ.
\v 4 ຈົ່ງລຸກຂຶ້ນເຖີດເພາະສິ່ງນີ້ເປັນສິ່ງທີ່ທ່ານຕ້ອງເຮັດໃຫ້ສຳເລັດ, ເເລະເຮົາຈະຢູ່ກັບເຈົ້າ. ຈົ່ງເຂັ້ມເເຂງ ເເລະເຮັດສິ່ງນີ້ເຖີດ."
\s5
\v 5 ດັ່ງນັ້ນເອຊະຣາຈຶ່ງໄດ້ລຸກຂຶ້ນ ເເລະໄດ້ໃຫ້ພວກຫົວຫນ້າປະໂລຫິດ, ຄົນເລວີ, ເເລະອິສະຣາເອນທັງຫມົດສັນຍາວ່າຈະເຮັດຕາມນີ້. ດັ່ງນັ້ນພວກເຂົາທຸກຄົນຈຶ່ງໄດ້ໃຫ້ຄຳປະຕິຍານຢ່າງຫນັກເເຫນ້ນ.
\v 6 ເເລ້ວ ເອຊະຣາ ອິດໄດ້ລຸກຂຶ້ນໄປຢູ່ຕໍ່ຫນ້າພຣະວິຫານຂອງພຣະເຈົ້າ ເເລະໄດ້ໄປທີ່ຫ້ອງຂອງເຢໂຮຮານານລູກຊາຍຂອງເອລີອາຊິບ. ເຂົາບໍ່ໄດ້ກິນເຂົ້າຈີ່ຫລືດື່ມນ້ຳເລີຍ, ເນື່ອງຈາກເຂົາໂສກເສົ້າກ່ຽວກັບຄວາມບໍ່ສັດຊື່ຂອງຄົນເຫລົ່ານັ້ນທີ່ເຄີຍຕົກເປັນຊະເລີຍ.
\s5
\v 7 ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຂ່າວໄປຍັງຢູດາ ເເລະເຢຣູຊາເລັມຕໍ່ປະຊາຊົນທັງຫມົດທີ່ໄດ້ກັບມາຈາກການເປັນຊະເລີຍໃຫ້ມາຊຸມນຸມກັນໃນເຢຣູຊາເລັມ.
\v 8 ຄົນໃດທີ່ບໍ່ໄດ້ມາຫລັງຈາກສາມວັນຕາມຄຳສັ່ງຂອງພວກຫົວຫນ້າ ເເລະພວກຜູ້ອາວຸໂສ ຈະຖືກຍຶດຊັບສົມບັດຂອງເຂົາທັງຫມົດ ເເລະຖືກຕັດອອກຈາກການຊຸມນຸມຄັ້ງໃຫຍ່ຂອງປະຊາຊົນທີ່ກັບມາຈາກການເປັນຊະເລີຍ.
\s5
\v 9 ດັ່ງນັ້ນພວກຜູ້ຊາຍທຸກຄົນຂອງເຜົ່າຢູດາ ເເລະເຜົ່າເບັນຢາມິນກໍໄດ້ມາຊຸມນຸມກັນໃນເຢຣູຊາເລັມພາຍໃນສາມວັນ. ເດືອນທີເກົ້າວັນທີຊາວຂອງເດືອນນັ້ນ. ປະຊາຊົນທຸກຄົນກໍຢືນຢູ່ທີ່ນັ້ນຂ້າງຫນ້າພຣະວິຫານຂອງພຣະເຈົ້າ ເເລະຕົວສັ່ນເພາະຖ້ອຍຄຳ ເເລະຝົນຕົກຫນັກ.
\v 10 ເອຊະຣາ ປະໂລຫິດໄດ້ລຸກຂຶ້ນ ເເລະກ່າວວ່າ, "ພວກເຈົ້າເອງເຮັດການລະເມີດ. ພວກເຈົ້າໄດ້ຢູ່ກັບພວກຜູ້ຍິງ ຕ່າງຊາດ ທີ່ເປັນການທະວີຄວາມຜິດຂອງອິສະຣາເອນຫລາຍຂຶ້ນ.
\s5
\v 11 ເເຕ່ບັດນີ້ຈົ່ງຖວາຍຄຳສັນຣະເສີນເເດ່ພຣະຢາເວ, ພຣະເຈົ້າເເຫ່ງບັນພະບຸຣຸດຂອງພວກເຈົ້າ, ເເລະເຮັດຕາມນ້ຳພຣະທັຍຂອງພຣະອົງ. ຈົ່ງເເຍກຕົວອອກຈາກປະຊາຊົນຂອງເເຜ່ນດິນນີ້ ເເລະຈາກພວກຜູ້ຍິງຕ່າງຊາດ."
\s5
\v 12 ຊຸມນຸມຊົນທັງຫມົດກໍໄດ້ຕອບດ້ວຍສຽງດັງວ່າ, "ເຮົາຈະເຮັດຕາມທີ່ທ່ານໄດ້ເວົ້າ.
\v 13 ເເຕ່ມີປະຊາຊົນຫລວງຫລາຍ, ເເລະຕອນນີ້ເປັນຣະດູຝົນ, ພວກເຮົາບໍ່ມີກຳລັງທີ່ຈະຢືນຢູ່ຂ້າງນອກ, ເເລະນີ້ບໍ່ເເມ່ນວຽກເເຕ່ມື້ສອງມື້, ເພາະເຮົາໄດ້ລະເມີດຢ່າງຮ້າຍເເຮງໃນເລື່ອງນີ້.
\s5
\v 14 ດັ່ງນັ້ນຂໍໃຫ້ພວກຫົວຫນ້າຂອງເຮົາເປັນຕົວເເທນຂອງຊຸມນຸມຊົນທັງຫມົດ. ຂໍໃຫ້ທຸກຄົນທີ່ຍອມໃຫ້ພວກຜູ້ຍິງຕ່າງຊາດອາສັຍຢູ່ໃນເມືອງຂອງພວກເຮົາມາໃນເວລາທີ່ກຳນົດນັ້ນ ພ້ອມກັບຜູ້ອາວຸໂສຂອງເມືອງ ເເລະຜູ້ພິພາກສາຂອງເມືອງຈົນກວ່າຄວາມໂກດຮ້າຍອັນຮຸນເເຮງຂອງພຣະເຈົ້າຂອງເຮົາຈະໄປຈາກເຮົາ."
\v 15 ໂຢນາທານ ລູກຊາຍ ຂອງອາສາເຮນ ເເລະຢາເຊອີຢາລູກຊາຍຂອງຕິກວາ ໄດ້ຕໍ່ຕ້ານເລື່ອງນີ້, ແລະເມຊຸນລຳແລະຊັບເບທາຍ ຄົນເລວີ ໄດ້ສະຫນັບສະຫນູນພວກເຂົາ.
\s5
\v 16 ດັ່ງນັ້ນປະຊາຊົນທີ່ໄດ້ກັບມາຈາກການເປັນຊະເລີຍກໍໄດ້ເຮັດດັ່ງນີ້. ເອຊະຣາ ປະໂລຫິດໄດ້ເລືອກຜູ້ຊາຍ, ທີ່ເປັນພວກຜູ້ນຳໃນຕະກູນ, ເເລະເຊື້ອສາຍຂອງບັນພະບຸຣຸດ ພວກເຂົາທຸກຄົນໄດ້ລະບຸຊື່ໄວ້ ເເລະພວກເຂົາໄດ້ສືບຄົ້ນເລື່ອງນີ້ ໃນວັນທີຫນຶ່ງຂອງເດືອນທີສິບ.
\v 17 ພໍຮອດວັນຫນຶ່ງໃນເດືອນທີຫນຶ່ງພວກເຂົາໄດ້ເຊົາການຄົ້ນຫາເລື່ອງທີ່ພວກ ຜູ້ຊາຍໄດ້ອາສັຍຢູ່ກັບຜູ້ຍິງຕ່າງຊາດ.
\s5
\v 18 ໃນພວກເຊື້ອສາຍພວກປະໂລຫິດໄດ້ມີຄົນເຫລົ່ານັ້ນທີ່ອາສັຍຢູ່ພວກຜູ້ຍິງຕ່າງຊາດ. ໃນພວກເຊື້ອສາຍ ເຢຊູອາ ລູກຊາຍໂຢຊາດັກ ແລະພວກພີ່ນ້ອງຂອງເຂົາມີ ມາອາເສອີຢາ, ເອລີເອເຊ, ຢາຣິບ, ແລະ ເກດາລີຢາ.
\v 19 ດັ່ງນັ້ນພວກເຂົາຈຶ່ງໄດ້ຕັດສິນໃຈປະບັນດາເມຍຂອງພວກເຂົາ. ເນື່ອງຈາກພວກເຂົາເຮັດຜິດ, ພວກເຂົາຈຶ່ງໄດ້ຖວາຍແກະໂຕຜູ້ໂຕຫນຶ່ງຈາກຝູງສັດ ສຳລັບຄວາມຜິດຂອງພວກເຂົາ.
\s5
\v 20 ໃນພວກເຊື້ອສາຍອິມເມ ມີ: ຮານານີ ແລະເຊບາດີຢາ.
\v 21 ໃນພວກເຊື້ອສາຍຂອງຮາຣິມ ມີ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ, ແລະ ອູດຊີຢາ.
\v 22 ໃນພວກເຊື້ອສາຍປັດຊູມີ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ, ແລະເອລາສາ.
\s5
\v 23 ໃນພວກເຊື້ອສາຍເລວີມີ: ໂຢຊາບັດ, ຊີເມອີ, ເກລາອີຢາ ນັ້ນກໍຄື ເກລີຕາ, ເປທາຮີຢາ, ຢູດາ,
\v 24 ໃນພວກນັກຮ້ອງມີ: ເອລີອາຊິບ. ໃນຄົນເຝົ້າປະຕູມີ: ຊານລູມ, ເຕເລັມ, ແລະອູຣິ.
\v 25 ໃນພວກຄົນອິສະຣາເອນທີ່ເຫລືອ ໃນພວກເຊື້ອສາຍ ປາຣົດມີ: ຣາມີຢາ, ອິດຊີຢາ, ມັນກີຢາ, ມີຢາມິນ, ເອເລອາຊາ, ມັນກີຢາ, ແລະເບນາອີຢາ.
\s5
\v 26 ໃນພວກເຊື້ອສາຍເອລາມ ມີ: ມັດຕານີຢາ, ເຊກາຣິຢາ, ເຢຮີເອນ, ອັບດີ, ເຢເຣໂມດ, ແລະ ເອລີຢາ.
\v 27 ໃນພວກເຊື້ອສາຍຊັດຕຸມີ: ເອລີໂອນາຍ, ເອລີອາຊິບ, ມັດຕານິຢາ, ເຢເຣໂມດ, ຊາບັດ, ແລະອາຊີຊາ.
\v 28 ໃນພວກເຊື້ອສາຍ ເບບາຍມີ: ເຢໂຮຢານານ, ຮານານີຢາ, ຊັບບາຍ, ແລະ ອັດໄລ.
\v 29 ໃນພວກເຊື້ອສາຍບານີມີ: ເມຊຸນລຳ, ມັນລຸກ, ອາດາອີຢາ, ຢາຊຸບ, ເຊອານ, ແລະເຢລີໂມດ.
\s5
\v 30 ໃນພວກເຊື້ອສາຍຂອງປາຮາດໂມອາບມີ: ອັດນາ, ເກລານ, ເບນາອີຢາ, ມາອາເສອີຢາ, ມາຕານີຢາ, ເບຊາເລນ, ບິນນູອີ, ແລະມານາເຊ.
\v 31 ໃນພວກເຊື້ອສາຍຮາຣິມມີ: ເອລີເອເຊ, ອິດຊີຢາ, ມັນກີຢາ, ເຊມາອີຢາ, ຊີເມໂອນ.
\v 32 ເບັນຢາມິນ, ມັນລຸກ, ແລະເຊມາຣີຢາ.
\s5
\v 33 ໃນພວກເຊື້ອສາຍຂອງຮາຊຸມມີ: ມັດເຕໄນ, ມັດຕາຕາ, ຊາບັດ, ເອລີເຟເລັດ, ເຢເຣມາຍ, ມານາເຊ, ແລະຊີເມອີ.
\v 34 ໃນພວກເຊື້ອສາຍບານີ ມີ: ມາອາດາຍ, ອາຣາມ, ອູເອນ,
\v 35 ເບນາອີຢາ, ເບເດອີຢາ, ເກລູຮີ,
\v 36 ວານີຢາ, ເມເຣໂມດ, ເອລີອາຊິບ,
\s5
\v 37 ມັດຕານີຢາ, ມັດເຕໄນ, ແລະຢາອາສູ,
\v 38 ໃນພວກເຊື້ອສາຍບິນນູອີມີ: ຊີເມອີ,
\v 39 ເຊເລມີຢາ, ນາທານ, ອາດາອີຢາ,
\v 40 ມັກນາເດບາຍ, ຊາຊາຍ, ຊາລາຍ,
\s5
\v 41 ອາຊາເຣນ, ເຊເລມີຢາ, ເຊມາຣີຢາ,
\v 42 ຊານລູມ, ອາມາຣີຢາ, ແລະໂຢເຊັບ.
\v 43 ໃນພວກເຊື້ອສາຍເນໂບມີ: ເຢອີເອນ, ມັດຕີທີຢາ, ຊາບັດ, ເຊບີນາ, ອັດໂດ, ໂຢເອນ, ແລະເບນາອີຢາ.
\v 44 ຄົນເຫລົ່ານີ້ທັງຫມົດໄດ້ຮັບພວກຜູ້ຍິງຕ່າງຊາດເປັນເມຍແລະມີລູກກັບພວກນາງບາງຄົນ.