lo_ulb/14-2CH.usfm

1650 lines
368 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2CH
\ide UTF-8
\h 2 ຂ່າວຄາວ
\toc1 2 ຂ່າວຄາວ
\toc2 2 ຂ່າວຄາວ
\toc3 2ch
\mt 2 ຂ່າວຄາວ
\s5
\c 1
\cl ບົດທີ 1
\p
\v 1 ໂຊໂລໂມນລູກຊາຍຂອງດາວິດໄດ້ຊົງເຮັດໃຫ້ຣາຊະອານາຈັກຂອງພະອົງເຂັ້ມແຂງ, ແລະ ພຣະຢາເວພຣະເຈົ້າຂອງພະອົງຊົງສະຖິດຢູ່ກັບພະອົງ ແລະ ຊົງເຮັດໃຫ້ພະອົງຍິ່ງໃຫຍ່.
\s5
\v 2 ໂຊໂລໂມນກ່າວກັບອິສະຣາເອນທັງປວງ, ກັບນາຍພັນ ແລະ ນາຍຮ້ອຍ ທັງກັບຜູ້ພິພາກສາ ແລະ ກັບເຈົ້ານາຍທັງປວງໃນອິສະຣາເອນທັງຫມົດ, ຜູ້ເປັນຫົວຫນ້າຂອງບັນພະບຸຣຸດຂອງພວກເຂົາ.
\v 3 ໂຊໂລໂມນ ແລະ ຊຸມນຸມຊົນທັງປວງທີ່ຢູ່ກັບພະອົງໄດ້ຂຶ້ນໄປທີ່ປູຊະນີຍະສະຖານສູງຊຶ່ງຢູ່ທີ່ກິເບໂອນ, ເພາະຫໍເຕັນແຫ່ງຊຸມນຸມຂອງພຣະເຈົ້າ, ຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຢາເວ, ໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ ຢູ່ບ່ອນນັ້ນ
\v 4 ແຕ່ດາວິດໄດ້ນຳຫີບຂອງພຣະເຈົ້າຂຶ້ນມາຈາກ ກີຣິຢາດ ເຢອາຣີມ ເຖິງສະຖານທີ່ຊຶ່ງດາວິດໄດ້ຊົງຕຽມໄວ້ໃຫ້, ເພາະພະອົງໄດ້ຊົງຕັ້ງເຕັນໄວ້ໃຫ້ໃນເມືອງເຢຣູຊາເລັມ.
\v 5 ຫລາຍກວ່ານັ້ນ, ແທ່ນບູຊາທອງເຫລືອງຊຶ່ງເບຊາເລນລູກຊາຍອູຣີຜູ້ເປັນລູກຊາຮູເຣໄດ້ສ້າງໄວ້ນັ້ນ ກໍຢູ່ຕໍ່ຫນ້າຫໍເຕັນຂອງພຣະຢາເວ; ໂຊໂລໂມນ ແລະ ຊຸມນຸມຊົນກໍໄດ້ສະແຫວງຫາພຣະເຈົ້າ.
\s5
\v 6 ໂຊໂລໂມນສະເດັດຂຶ້ນໄປບ່ອນນັ້ນຄືແທ່ນບູຊາທອງເຫລືອງຕໍ່ພຣະພັກພຣະຢາເວ, ຊຶ່ງຢູ່ທີ່ຫໍເຕັນແຫ່ງຊຸມນຸມ, ແລະ ຊົງຖວາຍເຄື່ອງເຜົາບູຊາຫນຶ່ງພັນໂຕເທິງແທ່ນນັ້ນ.
\v 7 ໃນຄືນນັ້ນພຣະເຈົ້າຊົງປະກົດແກ່ໂຊໂລໂມນ ແລະ ກ່າວກັບພະອົງວ່າ “ເຈົ້າຢາກໃຫ້ເຮົາໃຫ້ອັນໃດແກ່ເຈົ້າ? ກໍຈົ່ງຂໍສາ!”
\s5
\v 8 ໂຊໂລໂມນທູນພຣະເຈົ້າວ່າ, “ພຣະອົງໄດ້ຊົງສຳແດງຄວາມຮັກອັນຫມັ້ນຄົງ ແລະ ຄວາມເມດຕາອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້າພະອົງ, ແລະ ຊົງໃຫ້ຂ້າພະອົງປົກຄອງແທນ.
\v 9 ບັດນີ້, ຂ້າແດ່ພຣະຢາເວ, ຂໍໃຫ້ພຣະສັນຍາຂອງພຣະອົງທີ່ມີຕໍ່ດາວິດ ພໍ່ຂອງຂ້າພະອົງເປັນຈິງ, ເພາະພຣະອົງໄດ້ຊົງຕັ້ງໃຫ້ຂ້າພະອົງເປັນກະສັດເຫນືອຊົນຊາດທີ່ຫລາຍຄືຂີ້ຝຸ່ນດິນແຫ່ງແຜ່ນດິນໂລກ.
\v 10 ຂໍຊົງປຣະທານສະຕິປັນຍາ ແລະ ຄວາມຮູ້ແກ່ຂ້າພະອົງ, ເພື່ອຂ້າພະອົງຈະນຳຊົນຊາດນີ້, ເພາະມີຜູ້ໃດບໍທີ່ຈະພິພາກສາປະຊາຊົນຂອງພຣະອົງອັນຫລວງຫລາຍນັ້ນໄດ້?”
\v 11 ພຣະເຈົ້າກ່າວຕອບໂຊໂລໂມນວ່າ, “ເພາະວ່າສິ່ງນີ້ຢູ່ໃນຈິດໃຈຂອງເຈົ້າ, ແລະ ເຈົ້າບໍ່ໄດ້ຂໍຊັບສົມບັດຄວາມຮັ່ງມີ, ກຽຕ ຫລື ຊີວິດຂອງຄົນເຫລົ່ານັ້ນທີ່ກຽດຊັງເຈົ້າ, ແລະ ບໍ່ໄດ້ຂໍຊີວິດໃຫ້ຍືນຍາວ, ແຕ່ໄດ້ຂໍສະຕິປັນຍາ ແລະ ຄວາມຮູ້ເພື່ອຕົວເຈົ້າເອງ, ເພື່ອເຈົ້າຈະພິຈາຣະນາປະຊາຊົນຂອງເຮົາ, ຜູ້ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດເຫນືອພວກເຂົານັ້ນ, ແລະ ສິ່ງນີ້ຄືສິ່ງທີ່ເຮົາຈະກະທຳ.
\s5
\v 12 ເຮົາປຣະທານສະຕິປັນຍາ ແລະ ຄວາມຮູ້ໃຫ້ແກ່ເຈົ້າ. ເຮົາຈະໃຫ້ຊັບສົມບັດ ຄວາມຮັ່ງມີ ແລະ ກຽຕແກ່ເຈົ້າ, ຢ່າງທີ່ບໍ່ມີກະສັດອົງໃດຜູ້ຢູ່ກ່ອນເຈົ້າໄດ້ມີ, ແລະ ບໍ່ມີຜູ້ໃດພາຍຫລັງເຈົ້າຈະມີຄືກັບເຈົ້າອີກ.”
\v 13 ດ່ັ່ງນັ້ນ ໂຊໂລໂມນຈຶ່ງສະເດັດຈາກບ່ອນນະມັສະການທີ່ກິເບໂອນ, ຈາກຕໍ່ຫນ້າຫໍເຕັນແຫ່ງຊຸມນຸມໄປເມືອງເຢຣູຊາເລັມ; ພະອົງຊົງປົກຄອງຢູ່ເຫນືອອິສຣາເອນ.
\s5
\v 14 ໂຊໂລໂມນຊົງທ້ອນໂຮມຣົດຮົບ ແລະ ພົນທະຫານມ້າ, ແລະ ພະອົງຊົງມີຣົດຮົບ 1,400 ຄັນ ແລະ ພົນທະຫານມ້າຫນຶ່ງຫມື່ນສອງພັນຄົນ ຊຶ່ງພະອົງຊົງໃຫ້ປະຈຳຢູ່ທີ່ຫົວເມືອງ, ແລະ ຣົດຮົບຢູ່ພຣະອົງເອງ, ກະສັດໃນເມືອງເຢຣູຊາເລັມ.
\v 15 ກະສັດຊົງເຮັດໃຫ້ເງິນ ແລະ ຄຳເປັນຂອງສາມັນໃນເມືອງເຢຣູຊາເລັມເຫມືອນກ້ອນຫີນ, ແລະ ຊົງເຮັດໃຫ້ມີໄມ້ສົນຫລວງຫລາຍເຫມືອນໄມ້ຫມາກເດື່ອຂອງຮ່ອມພູເຂົາ.
\v 16 ມ້າອັນເປັນສິນຄ້າຂາເຂົ້າຂອງໂຊໂລໂມນມາຈາກເອຢິບເປັນຝູງ ແລະ ເມືອງຄູເອ, ບັນດາພໍ່ຄ້າຂອງກະສັດຮັບມາເປັນຝູງຕາມລາຄາ.
\v 17 ພວກເຂົາທັງຫລາຍນຳຣົດຮົບເຂົ້າມາຈາກເອຢິບຄັນຫນຶ່ງເປັນເງິນຫົກຮ້ອຍເຊເຂເງິນ, ແລະ ມ້າໂຕຫນຶ່ງ150 ເຊເຂ. ດັ່ງນັ້ນ ໂດຍທາງພວກພໍ່ຄ້າ ພວກເຂົາກໍສົ່ງອອກໄປໃຫ້ບັນດາກະສັດຂອງຄົນຮິດຕີ ແລະ ບັນດາກະສັດຂອງຄົນອາຣາມີອານ.
\s5
\c 2
\cl ບົດທີ 2
\p
\v 1 ບັດນີ້ຝ່າຍໂຊໂລໂມນຊົງຕັ້ງພະໄທທີ່ຈະສ້າງພຣະວິຫານເພື່ອພຣະນາມຂອງພຣະຢາເວ ແລະ ສ້າງຣາຊະວັງເພື່ອຣາຊະອານາຈັກຂອງພະອົງ.
\v 2 ໂຊໂລໂມນຊົງກຳນົດໃຫ້ຜູ້ຊາຍເຈັດຫມື່ນຄົນເປັນຄົນຂົນເຄື່ອງ, ແລະ ໃຫ້ຜູ້ຊາຍແປດຫມື່ນຄົນສະກັດຫີນທີ່ເທິງພູເຂົາ, ແລະ ໃຫ້ຜູ້ຊາຍ 3.600 ຄົນເບິ່ງແຍງພວກເຂົາທັງຫລາຍ.
\v 3 ໂຊໂລໂມນຊົງສົ່ງຣາຊະສານໄປຫາ ຮູຣາມ, ກະສັດເມືອງຕີເຣວ່າ, “ທ່ານໄດ້ເຮັດທຸຣະກິດກັບດາວິດພໍ່ຂອງຂ້າພະເຈົ້າຄື ໄດ້ສົ່ງໄມ້ສົນໃຫ້ພະອົງ ເພື່ອສ້າງວັງໃຫ້ພະອົງ, ທ່ານສັນຍາຢ່າງໃດ ຂໍທ່ານໄດ້ເຮັດແກ່ຂ້າພະເຈົ້າຢ່າງນັ້ນດ້ວຍ.
\s5
\v 4 ເບິ່ງແມ, ຂ້າພະເຈົ້າກຳລັງຈະສ້າງພຣະວິຫານເພື່ອພຣະນາມຊື່ພຣະຢາເວພຣະເຈົ້າຂອງຂ້າພະເຈົ້າ, ແລະ ມອບຖວາຍແກ່ພຣະອົງ, ເພື່ອເຜົາເຄື່ອງຫອມຕໍ່ພຣະພັກພຣະອົງ, ເພື່ອເຂົ້າຈີ່ຕັ້ງຖວາຍຕະຫລອດໄປເປັນນິດ, ແລະ ເພື່ອເຄື່ອງເຜົາບູຊາທັງເຊົ້າ ແລະ ແລງ, ໃນວັນສະບາໂຕ ແລະ ໃນວັນເດືອນອອກໃຫມ່, ແລະວັນເທສະການຕາມກຳນົດຂອງພຣະຢາເວພຣະເຈົ້າຂອງເຮົາ. ຊຶ່ງເປັນກົດຕັ້ງໄວ້ຕະຫລອດໄປເປັນນິດ, ສຳລັບອິສະຣາເອນ.
\v 5 ພຣະວິຫານທີ່ຂ້າພະເຈົ້າຈະສ້າງນັ້ນໃຫຍ່ຫລວງ, ເພາະວ່າພຣະເຈົ້າຂອງເຮົາຍິ່ງໃຫຍ່ກວ່າພະເຈົ້າທັງປວງ.
\s5
\v 6 ແຕ່ຜູ້ໃດຫນໍທີ່ຈະສາມາດສ້າງພຣະວິຫານສຳລັບພຣະອົງໄດ້, ໃນເມື່ອທົ່ວຈັກກະວານ ແລະ ຟ້າສະຫວັນທີ່ສູງທີ່ສຸດຮັບຮອງພຣະອົງໄວ້ກໍບໍ່ໄດ້? ຂ້າພະເຈົ້າເປັນຜູ້ໃດຫນໍທີ່ຈະສ້າງພຣະວິຫານສຳລັບພຣະອົງ, ນອກຈາກໃຫ້ເປັນບ່ອນເຜົາເຄື່ອງບູຊາຕໍ່ພຣະພັກພຣະອົງເທົ່ານັ້ນ?
\v 7 ເພາະສະນັ້ນ ບັດນີ້ຂໍສົ່ງຊາຍຄົນຫນຶ່ງຜູ້ຊຳນານການຊ່າງຄຳ, ເງິນ, ທອງເຫລືອງ, ເຫລັກ ແລະຊຳນານໃນເລື່ອງຜ້າສີມ່ວງ, ສີແດງເຂັ້ມ, ແລະ ສີຟ້າ, ທັງເປັນຜູ້ຊຳນານໃນການແກະສະຫລັກ ເພື່ອຈະຢູ່ກັບຊ່າງຝີມືຜູ້ຢູ່ກັບຂ້າພະເຈົ້າໃນຢູດາ ແລະ ໃນເຢຣູຊາເລັມ, ຜູ້ທີ່ດາວິດພໍ່ຂອງຂ້າພະເຈົ້າໄດ້ຈັດຫາໄວ້.
\s5
\v 8 ຂໍທ່ານສົ່ງໄມ້ສົນ, ໄມ້ແປກ, ແລະ ໄມ້ດູ່ຈາກເລບານອນໃຫ້ຂ້າພະເຈົ້າດ້ວຍ, ເພາະຂ້າພະເຈົ້າຮູ້ວ່າ ຂ້າຣາຊະການຂອງທ່ານຮູ້ຈັກການຕັດໄມ້ໃນເລບານອນ. ເບິ່ງແມ, ຂ້າຣາຊະການຂອງຂ້າພະເຈົ້າຈະຢູ່ກັບຂ້າຣາຊະການຂອງທ່ານ,
\v 9 ເພື່ອຈັດຕຽມໄມ້ໃຫ້ແກ່ຂ້າພະເຈົ້າໃຫ້ໄດ້ຫລວງຫລາຍ, ເພາະວ່າພຣະວິຫານທີ່ຂ້າພະເຈົ້າຈະສ້າງນີ້ຈະໃຫຍ່ ແລະ ແປກປະຫລາດຫລາຍ.
\v 10 ເບິ່ງແມ, ສ່ວນຂ້າຣາຊະການຂອງທ່ານ, ຄືຜູ້ທີ່ຕັດໄມ້ນັ້ນ, ຂ້າພະເຈົ້າຈະໃຫ້ເຂົ້າສາລີນວດແລ້ວສອງຫມື່ນໂຄລະ ເຂົ້າບາເລສອງຫມື່ນໂຄລະ, ນ້ຳອະງຸ່ນສອງຫມື່ນບັດ, ແລະນ້ຳມັນສອງຫມື່ນບັດ ແກ່ພວກເຂົາທັງຫລາຍ.”
\s5
\v 11 ແລ້ວຮູຣາມ, ກະສັດແຫ່ງເມືອງຕີເຣ, ຊົງຕອບເປັນລາຍພຣະຫັດ, ຊຶ່ງພະອົງຊົງມີໄປເຖິງໂຊໂລໂມນວ່າ: “ເພາະວ່າພຣະຢາເວຊົງຮັກປະຊາຊົນຂອງພຣະອົງ, ພຣະອົງຈຶ່ງຊົງເຮັດໃຫ້ທ່ານເປັນກະສັດເຫນືອພວກເຂົາທັງຫລາຍ.”
\v 12 ຮູຣາມກ່າວອີກວ່າ, “ສາທຸການແດ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ຜູ້ໄດ້ປຣະທານລູກຊາຍທີ່ສະຫລາດຄົນຫນຶ່ງແກ່ດາວິດ, ປະກອບດ້ວຍຄວາມສະຫລຽວສະຫລາດ ແລະ ມີຄວາມເຂົ້າໃຈ, ຜູ້ຊຶ່ງຈະສ້າງພຣະວິຫານຖວາຍພຣະຜູ້ເປັນເຈົ້າ ແລະ ສ້າງພະຣາຊະວັງເພື່ອຣາຊະອານາຈັກຂອງພະອົງ.
\s5
\v 13 ບັດນີ້ ຂ້າພະເຈົ້າໄດ້ສົ່ງຊ່າງຝີມືຄົນຫນຶ່ງ, ປະກອບດ້ວຍຄວາມເຂົ້າໃຈຄື ຮູຣາມ, ທີ່ປຶກສາອາວຸໂສ.
\v 14 ລາວເປັນລູກຊາຍຂອງຍິງຄົນດານ. ພໍ່ຂອງລາວເປັນຊາວເມືອງຕີເຣ. ລາວຊຳນານງານຊ່າງຄຳ, ເງິນ, ທອງເຫລືອງ, ເຫລັກຫີນ ແລະ ໄມ້, ແລະ ເຮັດວຽກຊ່າງຜ້າສີມ່ວງ, ສີຟ້າ, ຜ້າປ່ານເນື້ອລະອຽດ ແລະ ຜ້າສີແດງເຂັ້ມ. ແກະສະຫລັກທຸກຊະນິດ ແລະ ສ້າງຕາມແບບລວດລາຍໃດທີ່ຈະກຳນົດໃຫ້ແກ່ລາວ. ພ້ອມກັບຊ່າງຝີມືຂອງລາວ ຄືຊ່າງຝີມືຂອງດາວິດ, ພໍ່ຂອງພະອົງຜູ້ເປັນເຈົ້ານາຍຂອງຂ້າພະເຈົ້າ.
\s5
\v 15 ເພາະສະນັ້ນ ບັດນີ້, ເລື່ອງເຂົ້າສາລີ ແລະ ເຂົ້າບາເລ, ນ້ຳມັນ ແລະ ນ້ຳອະງຸ່ນ, ທີ່ເຈົ້ານາຍຂອງຂ້າພະເຈົ້າໄດ້ກ່າວເຖິງນັ້ນ, ຂໍພະອົງໄດ້ສົ່ງໄປໃຫ້ພວກເຂົາຜູ້ຮັບໃຊ້ພະອົງສາ.
\v 16 ພວກເຮົາຈະຕັດໄມ້ເທົ່າທີ່ພະອົງຕ້ອງການຈາກເລບານອນ, ຕາມຈຳນວນໄມ້ທີ່ຕ້ອງການ. ພວກເຮົາຈະນຳມາໃຫ້ພະອົງໂດຍແພທາງທະເລເຖິງເມືອງຢົບປາ, ແລະ ເພື່ອວ່າພະອົງຈະໄດ້ນຳຂຶ້ນໄປໃນເມືອງເຢຣູຊາເລັມ.”
\v 17 ໂຊໂລໂມນຊົງເຮັດບັນຊີສຳມະໂນຄົວຄົນຕ່າງດ້າວທັງຫມົດຜູ້ຢູ່ໃນແຜ່ນດິນອິສະຣາເອນ, ພາຍຫລັງ ບັນຊີສຳມະໂນຄົວທີ່ດາວິດ, ພໍ່ຂອງພະອົງ, ໄດ້ຊົງເຮັດໄວ້. ປະກົດວ່າມີຈຳນວນ 153,600 ຄົນ.
\v 18 ພຣະອົງຊົງກຳນົດໃຫ້ເຈັດຫມື່ນຄົນເປັນຄົນຂົນເຄື່ອງ. ແລະ ໃຫ້ແປດຫມື່ນຄົນສະກັດຫີນຢູ່ເທິງພູເຂົາ, ແລະ 3,600ຄົນເປັນຜູ້ເບິ່ງແຍງໃຫ້ປະຊາຊົນເຮັດວຽກ.
\s5
\c 3
\cl ບົດທີ 3
\p
\v 1 ແລ້ວໂຊໂລໂມນຊົງເລີ່ມສ້າງພຣະວິຫານຂອງພຣະຢາເວທີ່ເມືອງເຢຣູຊາເລັມເທິງພູເຂົາໂມຣີຢາ, ຊຶ່ງເປັນບ່ອນທີ່ພຣະຢາເວຊົງປະກົດແກ່ດາວິດພໍ່ຂອງພະອົງ. ບ່ອນທີ່ດາວິດຊົງກຳນົດໄວ້, ທີ່ເດີ່ນນວດເຂົ້າຂອງອາໂຣນາຄົນເຢບຸດ.
\v 2 ພະອົງຊົງເລີ່ມສ້າງໃນວັນທີສອງເດືອນທີສອງ, ຂອງປີທີສີ່ແຫ່ງຣາຊະການຂອງພະອົງ.
\v 3 ຕໍ່ໄປນີ້ເປັນຮາກຖານທີ່ໂຊໂລໂມນຊົງວາງເພື່ອສ້າງພຣະວິຫານຂອງພຣະເຈົ້າ. ນຳໃຊ້ຮູບແບບເກົ່າຕາມສອກ, ລວງຍາວຕາມສອກບູຮານ, ຫົກສິບສອກ, ແລະ ກວ້າງຊາວສອກ.
\s5
\v 4 ລະບຽງດ້ານຫນ້າຂອງພຣະວິຫານນັ້ນຍາວຊາວສອກ, ເທົ່າກັບລວງກວ້າງຂອງພຣະວິຫານ. ລວງສູງຊາວສອກ ແລະ ໂຊໂລໂມນຊົງໂອບດ້ານໃນດ້ວຍຄຳບໍຣິສຸດ.
\v 5 ຫ້ອງໂຖງ ພະອົງຊົງໂອບດ້ວຍໄມ້ແປກ, ແລະ ພະອົງໄດ້ໂອບດ້ວຍຄຳສົດ, ແລະ ພະອົງໄດ້ແກະສະຫລັກເຮັດຕົ້ນຕານ ແລະ ລູກໂສ້ປະດັບໄວ້ເທິງນັ້ນ.
\s5
\v 6 ພະອົງຊົງແຕ່ງພຣະວິຫານດ້ວຍການຝັງເພັດພອຍຕ່າງເພື່ອຄວາມສວຍງາມ; ຄຳນັ້ນເປັນຄຳເມືອງປາວາຢິມ.
\v 7 ພະອົງຈຶ່ງຊົງໂອບພຣະວິຫານນັ້ນດ້ວຍຄຳຄືຢູ່ຄານທາງເຂົ້າປະຕູ, ຝາ, ແລະ ປະຕູ; ພະອົງໄດ້ສະຫລັກຮູບເຄຣຸບໄວ້ເທິງຝາ.
\s5
\v 8 ພະອົງຊົງສ້າງບ່ອນບໍຣິສຸດທີ່ສຸດ. ຄວາມຍາວຂອງບ່ອນນັ້ນຕາມຄວາມກວ້າງຂອງພຣະວິຫານເປັນຊາວສອກ, ແລະ ກວ້າງຊາວສອກ. ພຣະອົງຊົງໂອບດ້ວຍຄຳເນື້ອດີ, ຫນັກຫົກຮ້ອຍຕະລັນຕົນ.
\v 9 ນ້ຳຫນັກຂອງຕະປູຫ້າສິບເຊເຂນຄຳ. ພະອົງຊົງໂອບຫ້ອງຊັ້ນເທິງດ້ວຍຄຳ.
\s5
\v 10 ໃນບ່ອນບໍຣິສຸດທີ່ສຸດນັ້ນ ພະອົງຊົງສ້າງເຄຣຸບໄວ້ສອງຮູບ; ຊ່າງໄດ້ໂອບເຄຮູບທັງສອງດ້ວຍຄຳ.
\v 11 ປີກຂອງເຄຣຸບທັງສອງນັ້ນກາງອອກຍາວລວມກັນຊາວສອກ; ປີກຂ້າງຫນຶ່ງຂອງເຄຣຸບຮູບຫນຶ່ງຍາວຫ້າສອກ, ຈຸຝາພຣະວິຫານ; ອີກປີກຫນຶ່ງຍາວຫ້າສອກ, ຈຸປີກຂອງເຄຣຸບອີກຮູບຫນຶ່ງ.
\v 12 ປີກອີກຂ້າງຫນຶ່ງຂອງເຄຣຸບຍາວຫ້າສອກ, ຈຸຝາພຣະວິຫານ; ອີກປີກຫນຶ່ງກໍຍາວຫ້າສອກ, ຕິດຕໍ່ກັບປີກຂອງເຄຣຸບອີກຮູບຫນຶ່ງ.
\s5
\v 13 ປີກຂອງເຄຣຸບເຫລົ່ານີ້ກາງອອກຍາວລວມກັນຊາວສອກ. ເຄຣຸບທັງສອງນັ້ນຢືນດ້ວຍຕີນທັງສອງຂ້າງຂອງຕົນ, ຫັນຫນ້າໄປທາງຫ້ອງໂຖງໃຫ່ຍ.
\v 14 ພະອົງຊົງສ້າງຜ້າກັ້ງ ດ້ວຍຜ້າສີຟ້າ, ສີມ່ວງ, ແລະ ສີແດງເຂັ້ມ ແລະ ຜ້າປ່ານເນື້ອລະອຽດ, ແລະ ປັກຮູບເຄຣຸບໄວ້ເທິງນັ້ນ.
\v 15 ຂ້າງຫນ້າພຣະວິຫານ ພະອົງຊົງສ້າງເສົາສອງຕົ້ນ, ແຕ່ລະຕົ້ນສູງສາມສິບຫ້າສອກ, ມີບົວລົ້ມສູງຫ້າສອກຢູ່ເທິງປາຍເສົາແຕ່ລະຕົ້ນ.
\v 16 ພະອົງຊົງເຮັດລູກໂສ້ຄືໃນຫ້ອງຫລັງຕິດໄວ້ທີ່ປາຍເສົາ; ຊົງເຮັດທັບທິມຫນຶ່ງຮ້ອຍຫນ່ວຍແຂວນໄວ້ທີ່ໂສ້.
\v 17 ພະອົງຊົງຕັ້ງເສົາໄວ້ຫນ້າພຣະວິຫານ, ເບື້ອງຂວາຕົ້ນຫນຶ່ງ, ແລະ ອີກຕົ້ນຫນຶ່ງເບື້ອງຊ້າຍ; ຕົ້ນເບື້ອງຂວານັ້ນ ພະອົງຊົງຕັ້ງຊື່ວ່າ ຢາກິນ, ແລະ ຕົ້ນເບື້ອງຊ້າຍວ່າ ໂບອາດ.
\s5
\c 4
\cl ບົດທີ 4
\p
\v 1 ນອກຈາກນັ້ນ ພະອົງຊົງສ້າງແທ່ນບູຊາດ້ວຍທອງເຫລືອງ; ຍາວຊາວສອກ, ແລະ ກວ້າງຊາວສອກ. ລວງສູງສິບສອກ.
\v 2 ພະອົງຊົງສ້າງຂັນຫລໍ່, ເປັນຂັນມົນ ວັດແທກຈາກຂອບຫນຶ່ງໄປເຖິງອີກຂອບຫນຶ່ງໄດ້ສິບສອກ, ສູງຫ້າສອກ ແລະ ວັດແທກໂດຍຮອບໄດ້ສາມສິບສອກ.
\v 3 ພາຍໃຕ້ຂັນນີ້ມີຮູບງົວຢູ່ຮອບຂັນ, ໃນໄລຍະຫນຶ່ງສອກມີຮູບງົວສິບໂຕ, ຢູ່ຮອບຂັນງົວເຫລົ່ານີ້ຫລໍ່ພ້ອມກັນກັບຫລໍ່ຂັນ.
\s5
\v 4 ຂັນນັ້ນວາງຢູ່ເທິງງົວສິບສອງໂຕ, ຫັນຫນ້າໄປທິດເຫນືອ, ສາມໂຕ ຫັນຫນ້າໄປທິດຕາເວັນຕົກ, ສາມໂຕ ຫັນຫນ້າໄປທິດໃຕ້, ແລະ ສາມໂຕຫັນຫນ້າໄປທິດຕາເວັນອອກ. ຂັນນັ້ນວາງຢູ່ເທິງງົວນີ້, ແລະ ສ່ວນເບື້ອງຫລັງຂອງມັນທັງຫມົດຢູ່ຂ້າງໃນ.
\v 5 ຂັນຫນາຫນຶ່ງຄືບ, ແລະ ຂອບຂອງມັນເຮັດຄືຂອບຖ້ວຍຄືດອກບົວ. ບັນຈຸນໍ້າໄດ້ສາມພັນບັດ.
\v 6 ພະອົງຊົງເຮັດຂັນສິບຫນ່ວຍວາງຢູ່ດ້ານຂວາຫ້າຫນ່ວຍ; ແລະ ດ້ານຊ້າຍຫ້າຫນ່ວຍ, ເພື່ອໃຊ້ລ້າງສິ່ງຂອງໃນນັ້ນ; ເຂົາຈະລ້າງຂອງທີ່ໃຊ້ເປັນເຄື່ອງເຜົາບູຊາໃນນີ້. ຂັນນັ້ນ, ແມ່ນສຳລັບໃຫ້ປະໂລຫິດລ້າງໃນນັ້ນ.
\s5
\v 7 ແລ້ວພະອົງຊົງສ້າງຄັນຕະກຽງຄຳສິບຄັນຕາມທີ່ກຳນົດກ່ຽວກັບຄັນຕະກຽງ; ະພະອົງຊົງຕັ້ງໄວ້ໃນພຣະວິຫານ, ຢູ່ດ້ານຂວາຫ້າອັນ, ແລະ ດ້ານຊ້າຍຫ້າອັນ.
\v 8 ພະອົງຊົງສ້າງໂຕະສິບຫນ່ວຍ ແລະ ຕັ້ງໄວ້ໃນພຣະວິຫານ, ຢູ່ດ້ານຂວາຫ້າຫນ່ວຍ, ແລະ ດ້ານຊ້າຍຫ້າຫນ່ວຍ. ພະອົງຊົງເຮັດຖ້ວຍຄຳຫນຶ່ງຮ້ອຍຫນ່ວຍ.
\s5
\v 9 ນອກຈາກນັ້ນ, ພະອົງຊົງສ້າງລານແຫ່ງປະໂລຫິດ ແລະ ລານໃຫຍ່, ແລະ ປະຕູລານ; ພະອົງຊົງໂອບປະຕູນັ້ນດ້ວຍທອງເຫລືອງ.
\v 10 ພະອົງຊົງວາງຂັນໄວ້ທີ່ດ້ານຂວາພຣະວິຫານ, ທາງທິດຕາເວັນອອກຫັນໄປຫາທາງທິດໃຕ້.
\s5
\v 11 ຮູຣາມໄດ້ສ້າງຫມໍ້ດິນ, ຊວ້ານ, ແລະ ຖ້ວຍດັ່ງນັ້ນ. ດັ່ງນັ້ນຮູຣາມຈຶ່ງເຮັດວຽກໃຫ້ກະສັດໂຊໂລໂມນເລື່ອງພຣະວິຫານຂອງພຣະເຈົ້າສຳເລັດ:
\v 12 ຄື ເສົາສອງຕົ້ນ, ຄິ້ວ ແລະ ບົວລົ້ມທີ່ຢູ່ເທິງປາຍເສົາທັງສອງ, ແລະ ຕາຫນ່າງສອງຜືນຊຶ່ງປົກຄຸມຄິ້ວທັງສອງຂອງບົວລົ້ມທີ່ຢູ່ເທິງປາຍເສົາ.
\v 13 ພະອົງໄດ້ສ້າງທັບທິມສີ່ຮ້ອຍເມັດສຳລັບຕາຫນ່າງທັງສອງຜືນ: ຕາຫນ່າງຜືນຫນຶ່ງມີເມັດທັບທິມສອງແຖວ ເພື່ອປົກຄຸມຄິ້ວທັງສອງຂອງບົວລົ້ມທີ່ຢູ່ເທິງປາຍເສົາ.
\s5
\v 14 ພວກເຂົາເຮັດແທ່ນບູຊາ ແລະ ເຮັດຂັນໄວ້ເທິງແທ່ນບູຊານັ້ນ.
\v 15 ຂັນຫນ່ວຍຫນຶ່ງ ແລະ ງົວສິບສອງໂຕຮອງຢູ່ຂັນນັ້ນ,
\v 16 ພ້ອມທັງຫມໍ້ດິນ, ຊວ້ານ, ແລະ ຂໍເກາະຊີ້ນ ແລະ ເຄື່ອງປະກອບທັງຫມົດນີ້. ຮູຣາມທີ່ປຶກສາອາວຸໂສໄດ້ເຮັດຂຶ້ນດ້ວຍທອງເຫລືອງສຸກຖວາຍກະສັດໂຊໂລໂມນ, ສຳລັບພຣະວິຫານຂອງພຣະຢາເວ.
\s5
\v 17 ກະສັດຊົງຫລໍ່ສິ່ງເຫລົ່ານີ້ໃນທົ່ງຮາບພຽງແມ່ນ້ຳຢໍແດນ, ໃນບ່ອນດິນຫນຽວຢູ່ລະຫວ່າງສຸກໂກດກັບ ແລະ ເຊເຣດາ.
\v 18 ໂຊໂລໂມນຊົງສ້າງເຄື່ອງໃຊ້ທັງຫມົດນີ້ເປັນຈຳນວນຫລາຍ; ຈຶ່ງບໍ່ໄດ້ຫານ້ຳຫນັກຂອງທອງເຫລືອງ.
\s5
\v 19 ໂຊໂລໂມນຈຶ່ງຊົງເຮັດເຄື່ອງໃຊ້ທັງຫມົດທີ່ຢູ່ໃນພຣະວິຫານຂອງພຣະເຈົ້າຄື ແທ່ນບູຊາຄຳ, ແລະ ໂຕະເຂົ້າຈີ່ຕໍ່ຫນ້າພຣະພັກ;
\v 20 ຄັນຕະກຽງ ກັບຕະກຽງເຮັດດ້ວຍຄຳບໍຣິສຸດ, ເພື່ອໃຊ້ຕາມຕະກຽງຫນ້າຫ້ອງ—ສິ່ງຂອງເຫລົ່ານີ້ແມ່ນເຮັດດ້ວຍທອງຄຳບໍຣິສຸດ;
\v 21 ແລະ ດອກໄມ້, ຕະກຽງ ແລະ ມີດຕັດ ຕັດໃສ້ຕະກຽງ ເຮັດດ້ວຍຄຳ ຄືຄຳບໍຣິສຸດທີ່ສຸດ.
\v 22 ມີດຕັດ ຕັດໄສ້ຕະກຽງ, ຖ້ວຍ, ຊ້ອນ, ແລະ ກະຖັງໄຟ ເຮັດດ້ວຍຄຳບໍຣິສຸດ. ສ່ວນທາງເຂົ້າຂອງພຣະວິຫານຄື ປະຕູ, ຊັ້ນໃນຂອງບ່ອນບໍຣິສຸດທີ່ສຸດ, ແລະ ປະຕູພຣະວິຫານຄືປະຕູຫ້ອງໂຖງ, ເຮັດດ້ວຍຄຳ.
\s5
\c 5
\cl ບົດທີ 5
\p
\v 1 ບັນດາກິຈະການທີ່ໂຊໂລໂມນຊົງກະທຳສຳລັບພຣະວິຫານຂອງພຣະຢາເວກໍສຳເລັດດັ່ງນີ້, ໂຊໂລໂມນຊົງນຳບັນດາສິ່ງທີ່ດາວິດ, ຜູ້ເປັນບິດາ, ຊົງຖວາຍໄວ້ເຂົ້າມາຄື ເຄື່ອງເງິນ, ເຄື່ອງຄຳ, ແລະ ເຄື່ອງໃຊ້ຕ່າງ—ພະອົງໄດ້ເກັບໄວ້ໃນຄັງພຣະວິຫານຂອງພຣະເຈົ້າ.
\s5
\v 2 ແລ້ວໂຊໂລໂມນຊົງປະຊຸມພວກຜູ້ໃຫຍ່ຂອງອິສະຣາເອນ, ບັນດາຫົວຫນ້າຂອງຕະກູນ, ແລະ ບັນດາຫົວຫນ້າຂອງບັນພະບຸຣຸດຄົນອິສະຣາເອນ, ໃນເມືອງເຢຣູຊາເລັມ, ເພື່ອຈະນຳຫີບຄຳຫມັ້ນສັນຍາຂອງພຣະຢາເວຂຶ້ນມາຈາກນະຄອນດາວິດຄືເມືອງຊີໂອນ.
\v 3 ຜູ້ຊາຍທັງຫມົດຂອງອິສະຣາເອນກໍປະຊຸມຕໍ່ພຣະພັກກະສັດ, ໃນການກິນລ້ຽງໃນເດືອນທີເຈັດ.
\s5
\v 4 ພວກຜູ້ໃຫຍ່ທັງຫມົດຂອງອິສະຣາເອນກໍມາ, ແລະ ຄົນເລວີ ກໍຍົກຫີບ.
\v 5 ພວກເຂົາທັງຫລາຍກໍນຳຫີບ, ຫໍເຕັນແຫ່ງຊຸມນຸມ, ແລະ ເຄື່ອງໃຊ້ບໍຣິສຸດທັງຫມົດທີ່ຢູ່ໃນຫໍເຕັນຂຶ້ນມາ. ເຄື່ອງເຫລົ່ານີ້ບັນດາປະໂລຫິດຄົນເລວີຫາມຂຶ້ນມາ.
\v 6 ກະສັດໂຊໂລໂມນ ແລະ ຊຸມນຸມຊົນອິສະຣາເອນທັງຫມົດທີ່ໄດ້ປະຊຸມກັນຢູ່ກັບພະອົງຕໍ່ຫນ້າຫີບ, ໄດ້ຖວາຍແກະ ແລະ ງົວຫລາຍໂຕ ຊຶ່ງພວກເຂົາຈະນັບເອົາຈຳນວນກໍບໍ່ໄດ້.
\s5
\v 7 ປະໂລຫິດກໍນຳຫີບຄຳຫມັ້ນສັນຍາຂອງພຣະຢາເວມາເຖິງບ່ອນຂອງຫີບ, ຢູ່ໃນຫ້ອງຫລັງຂອງພຣະວິຫານ, ຄືໃນບ່ອນບໍຣິສຸດທີ່ສຸດ ພາຍໃຕ້ປີກເຄຣຸບ.
\v 8 ເພາະວ່າເຄຣຸບນັ້ນກາງປີກອອກຢູ່ເທິງຫລັງຂອງຫີບ, ແລະ ເຄຣຸບຈຶ່ງເປັນເຄື່ອງປົກຄຸມເຫນືອຫີບ ແລະ ໄມ້ຄານຂອງຫີບ.
\s5
\v 9 ພວກເຂົາດຶງໄມ້ຄານຫາມຂອງຫີບນັ້ນອອກນຳ ຈຶ່ງເຫັນປາຍໄມ້ຄານຫາມໄດ້ຈາກຫີບນັ້ນ ຊຶ່ງຢູ່ຕໍ່ຫນ້າຫ້ອງຫລັງ, ແຕ່ພວກເຂົາຈະເຫັນຈາກຂ້າງນອກບໍ່ໄດ້. ໄມ້ຄານຫາມກໍຍັງຢູ່ບ່ອນນັ້ນຈົນທຸກມື້ນີ້.
\v 10 ບໍ່ມີສິ່ງໃດໃນຫີບນອກຈາກສີລາສອງແຜ່ນທີ່ໂມເຊເກັບໄວ້ໃນພູເຂົາໂຮເຣັບ, ຕອນທີ່ພຣະຢາເວຊົງເຮັດຄຳຫມັ້ນສັນຍາກັບຄົນອິສະຣາເອນ, ເມື່ອພວກເຂົາທັງຫລາຍອອກມາຈາກເອຢິບ.
\s5
\v 11 ແລະຢູ່ມາ ເມື່ອປະໂລຫິດອອກມາຈາກບ່ອນບໍຣິສຸດ. ບັນດາປະໂລຫິດທັງປວງຜູ້ຢູ່ບ່ອນນັ້ນໄດ້ຊຳຣະຕົນໃຫ້ບໍຣິສຸດຕໍ່ພຣະຢາເວ, ແລະ ບໍ່ວ່າຈະຢູ່ໃນຫມວດໃດກໍຕາມ.
\v 12 ບັນດາພວກເລວີທີ່ເປັນນັກຮ້ອງທັງຫມົດ, ທັງອາສັບ, ເຮມານ, ເຢດູທູນແລະ ທັງລູກຊາຍ ແລະ ພີ່ນ້ອງຂອງພວກເຂົາທັງຫລາຍ, ແຕ່ງກາຍດ້ວຍຜ້າປ່ານສີຂາວ, ມີແຊ່ງ, ພິນໃຫຍ່, ແລະ ພິນຄູ່ຢືນຢູ່ທາງຕາເວັນອອກຂອງແທ່ນບູຊາ. ພ້ອມກັບປະໂລຫິດເປົ່າແກ120 ຄົນ.
\v 13 ຢູ່ມາພວກຄົນເປົ່າແກ ແລະພວກນັກຮ້ອງຈະເຮັດໃຫ້ຄົນໄດ້ຍິນພວກເຂົາທັງຫລາຍຮ້ອງເພງສັນຣະເສີນ ແລະ ເພງໂມທະນາພຣະຄຸນພຣະຢາເວ. ເປັນສຽງດຽວກັນ ແລະ ເມື່ອພວກເຂົາຮ້ອງຂຶ້ນພ້ອມກັບແກ ແລະ ແຊ່ງ ກັບເຄື່ອງດົນຕີຊະນິດອື່ນ ໃນການຖວາຍສັນຣະເສີນແກ່ພຣະຢາເວວ່າ. “ເພາະພຣະອົງປະເສີດ ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ.” ພຣະວິຫານຄືພຣະວິຫານຂອງພຣະຢາເວ, ກໍມີເມກເຕັມໄປຫມົດ.
\v 14 ຈົນປະໂລຫິດຢືນບົວລະບັດບໍ່ໄດ້ດ້ວຍເຫດເມກນັ້ນ ເພາະສະຫງ່າຣາສີຂອງພຣະຢາເວເຕັມພຣະວິຫານຂອງພຣະເຈົ້າ.
\s5
\c 6
\cl ບົດທີ 6
\p
\v 1 ແລ້ວໂຊໂລໂມນກ່າວວ່າ, “ພຣະຢາເວໄດ້ກ່າວວ່າ ພຣະອົງຈະປຣະທັບໃນຄວາມມືດມິດ,
\v 2 ແຕ່ຂ້າພະອົງໄດ້ສ້າງພຣະວິຫານທີ່ສູງສົ່ງ, ອັນເປັນທີ່ປຣະທັບສຳລັບພຣະອົງເປັນສະຖານທີ່ເພື່ອພຣະອົງຈະຊົງສະຖິດຢູ່ເປັນນິດ.”
\v 3 ແລ້ວກະສັດກໍຊົງຫັນພະພັກມາ ແລະ ຊົງໃຫ້ພອນແກ່ຊຸມນຸມຊົນອິສະຣາເອນທັງປວງ, ຂະນະທີ່ຊຸມນຸມຊົນອິສະຣາເອນທັງປວງຢືນຢູ່.
\s5
\v 4 ພະອົງກ່າວວ່າ, “ສາທຸການແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ຊົງກະທຳໃຫ້ສຳເລັດ ດ້ວຍພຣະຫັດຂອງພຣະອົງ ຕາມທີ່ພຣະອົງກ່າວໄວ້ດ້ວຍພຣະໂອດຕໍ່ດາວິດ ບິດາຂອງຂ້າພະເຈົ້າວ່າ,
\v 5 ‘ຕັ້ງແຕ່ມື້ທີ່ເຮົາໄດ້ນຳປະຊາຊົນຂອງເຮົາອອກຈາກແຜ່ນດິນເອຢິບ, ເຮົາບໍ່ໄດ້ເລືອກເມືອງຫນຶ່ງເມືອງໃດໃນຕະກູນອິສະຣາເອນທັງຫມົດ ເພື່ອຈະສ້າງພຣະວິຫານ, ໃຫ້ນາມຊື່ຂອງເຮົາຈະຢູ່ບ່ອນນັ້ນ. ເຮົາບໍ່ໄດ້ເລືອກຊາຍຄົນໃດໃຫ້ເປັນເຈົ້ານາຍເຫນືອອິສະຣາເອນປະຊາຊົນຂອງເຮົາ.
\v 6 ແຕ່ເຖີງຢ່າງໃດກໍ່ຕາມ, ເຮົາໄດ້ເລືອກເຢຣູຊາເລັມແລ້ວ, ເພື່ອນາມຊື່ຂອງເຮົາຈະຢູ່ບ່ອນນັ້ນ, ແລະ ເຮົາໄດ້ເລືອກດາວິດແລ້ວ ໃຫ້ຢູ່ເຫນືອອິສະຣາເອນປະຊາຊົນຂອງເຮົາ.
\s5
\v 7 ດາວິດ ບິດາຂອງຂ້າພະເຈົ້າຊົງຕັ້ງພະທັຍ, ທີ່ຈະສ້າງພຣະວິຫານສຳລັບພຣະນາມຊື່ແຫ່ງພຣະຢາເວ, ພຣະເຈົ້າຂອງອິສຣາເອນ.
\v 8 ແຕ່ພຣະຢາເວກ່າວກັບດາວິດ ບິດາຂອງຂ້າພະເຈົ້າວ່າ, ‘ທີ່ເຈົ້າຕັ້ງໃຈສ້າງພຣະວິຫານສຳລັບນາມຊື່ຂອງເຮົານັ້ນ, ເຈົ້າກໍເຮັດດີຢູ່ແລ້ວ ໃນເລື່ອງຄວາມຕັ້ງໃຈຂອງເຈົ້າ.
\v 9 ຢ່າງໃດກໍຕາມ, ເຈົ້າຈະບໍ່ສ້າງພຣະວິຫານ; ແຕ່ລູກຊາຍຂອງເຈົ້າ, ຜູ້ຊຶ່ງຈະອອກມາຈາກບັ້ນແອວຂອງເຈົ້າ, ຈະສ້າງພຣະວິຫານເພື່ອນາມຊື່ຂອງເຮົາ.
\s5
\v 10 ພຣະຢາເວຊົງໃຫ້ພຣະດຳຣັດຂອງພຣະອົງຊຶ່ງພຣະອົງຊົງກ່າວນັ້ນສຳເລັດ, ເພາະຂ້າພະເຈົ້າໄດ້ຂຶ້ນມາແທນດາວິດ ບິດາຂອງຂ້າພະເຈົ້າ, ແລະ ນັ່ງຢູ່ເທິງບັນລັງຂອງອິສະຣາເອນ, ດັ່ງທີ່ພຣະຢາເວໄດ້ຊົງສັນຍາໄວ້. ຂ້າພະເຈົ້າໄດ້ສ້າງພຣະວິຫານສຳລັບພຣະນາມຊື່ຂອງພຣະຢາເວພຣະເຈົ້າແຫ່ງອິສະຣາເອນ.
\v 11 ຂ້າພະເຈົ້າໄດ້ວາງຫີບໄວ້ບ່ອນນັ້ນ, ຄຳຫມັ້ນສັນຍາຂອງພຣະຢາເວກໍຢູ່ໃນນັ້ນ, ຊຶ່ງພຣະອົງໄດ້ຊົງໃຫ້ກັບຊົນຊາດອິສະຣາເອນ.”
\s5
\v 12 ໂຊໂລໂມນໄດ້ຊົງຢືນຢູ່ຕໍ່ຫນ້າແທ່ນບູຊາຂອງພຣະຢາເວ ຕໍ່ຫນ້າຊຸມນຸມຊົນອິສະຣາເອນທັງປວງ, ແລະ ກາງພະຫັດຂອງພະອົງອອກ.
\v 13 ເພາະໂຊໂລໂມນໄດ້ຊົງສ້າງແທ່ນທອງເຫລືອງ ຍາວຫ້າສອກ, ກວ້າງຫ້າສອກ, ແລະ ສູງສາມສອກ. ພະອົງໄດ້ຊົງຕັ້ງໄວ້ກາງເດີ່ນ. ພະອົງຊົງປະທັບຢູ່ເທິງນັ້ນ ແລະ ຊົງຂຸເຂົ່າລົງຕໍ່ຫນ້າຊຸມນຸມອິສະຣາເອນທັງປວງ, ແລະ ກາງພະຫັດຂອງພະອົງສູ່ຟ້າສະຫວັນ.
\s5
\v 14 ພະອົງທູນວ່າ, “ຂ້າແດ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ບໍ່ມີພຣະເຈົ້າອົງໃດເຫມືອນພຣະອົງ ໃນຟ້າສະຫວັນ ຫລື ທີ່ແຜ່ນດິນໂລກ, ຜູ້ຊົງຮັກສາຄຳຫມັ້ນສັນຍາ ແລະຊົງສຳແດງຄວາມເມດຕາແກ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ດຳເນີນຢູ່ຕໍ່ພຣະພັກພຣະອົງດ້ວຍສິ້ນສຸດໃຈຂອງເຂົາ;
\v 15 ພຣະອົງໄດ້ຊົງກະທຳກັບດາວິດບິດາຂອງຂ້າພະອົງ, ຜູ້ຮັບໃຊ້ຂອງພຣະອົງຕາມບັນດາສິ່ງ ທີ່ພຣະອົງຊົງສັນຍາໄວ້ ແກ່ເພິ່ນ. ພຣະອົງກ່າວດ້ວຍພຣະໂອດຂອງພຣະອົງ ແລະ ພຣະອົງໄດ້ຊົງກະທຳໃຫ້ສຳເລັດ, ໃນມື້ນີ້ດ້ວຍພຣະຫັດຂອງພຣະອົງ.
\s5
\v 16 ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ບັດນີ້ຂໍຊົງດຳຣົງຢູ່ກັບຜູ້ຮັບໃຊ້ຂອງພຣະອົງ ຄື ດາວິດ ບິດາຂອງຂ້າພະອົງ, ຕາມທີ່ພຣະອົງຊົງສັນຍາໄວ້ກັບເພິ່ນວ່າ, ‘ຖ້າລູກຫລານທັງຫລາຍຂອງເຈົ້າ ລະມັດຣະວັງ ໃນການດຳເນີນຊີວິດຂອງພວກເຂົາ ໂດຍດຳເນີນຕາມພຣະບັນຍັດຂອງເຮົາ ຄືທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ ເຈົ້າຈະບໍ່ຂາດຊາຍຜູ້ຫນຶ່ງໃນສາຍຕາຂອງເຮົາທີ່ຈະນັ່ງເທິງບັນລັງຂອງອິສະຣາເອນ.
\v 17 ສະນັ້ນ, ຂ້າແດ່ພຣະເຈົ້າແຫ່ງອິສະຣາເອນ, ຂ້າພະເຈົ້າອະທິຖານ ຂໍໃຫ້ພຣະສັນຍາຂອງພຣະອົງຈົ່ງດຳຣົງຢູ່ ຊຶ່ງພຣະອົງໄດ້ສັນຍາກັບດາວິດ ຜູ້ຮັບໃຊ້ຂອງພຣະອົງຈະເປັນຈິງ.
\s5
\v 18 ແຕ່ແທ້ຈິງແລ້ວພຣະເຈົ້າຈະຊົງປຣະທັບກັບມະນຸດທີ່ແຜ່ນດິນໂລກຫລື? ເບິ່ງແມ, ຈັກກະວານ ແລະ ຟ້າສະຫວັນອັນສູງທີ່ສຸດຍັງຮັບພຣະອົງຢູ່ບໍ່ໄດ້—ແລ້ວພຣະວິຫານທີ່ຂ້າພະອົງໄດ້ສ້າງຂຶ້ນຈະຮັບພຣະອົງໄດ້ຢ່າງໃດ!
\v 19 ແຕ່ຂໍພຣະອົງຊົງສົນພຣະທັຍໃນຄຳອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ໃນຄຳອ້ອນວອນນີ້, ຂ້າແດ່ພຣະຢາເວພຣະເຈົ້າຂອງຂ້າພະອົງ; ຂໍຊົງຮັບຟັງສຽງຮ້ອງ ແລະ ຄຳອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງອະທິຖານຕໍ່ພຣະພັກພຣະອົງ.
\v 20 ເພື່ອວ່າພຣະເນດຂອງພຣະອົງຈະຊົງຢູ່ເຫນືອພຣະວິຫານນີ້ທັງກາງເວັນ ແລະ ກາງຄືນ, ຄືສະຖານທີ່ຊຶ່ງພຣະອົງໄດ້ກ່າວວ່າ ຈະຕັ້ງພຣະນາມຊື່ຂອງພຣະອົງໄວ້ບ່ອນນັ້ນ. ເພື່ອວ່າພຣະອົງຈະຊົງຮັບຟັງຄຳອະທິຖານທີ່ຜູ້ຮັບໃຊ້ຂອງພຣະອົງໄດ້ອະທິຖານຢູ່ຕໍ່ຫນ້າສະຖານທີ່ນີ້.
\s5
\v 21 ດັ່ງນັ້ນ ຂໍພຣະອົງຊົງຮັບຟັງຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຂອງອິສະຣາເອນປະຊາຊົນຂອງພຣະອົງ ເມື່ອພວກເຂົາອະທິຖານຢູ່ຕໍ່ຫນ້າສະຖານທີ່ນີ້. ຂໍພຣະອົງຊົງຮັບຟັງຢູ່ໃນຟ້າສະຫວັນອັນເປັນບ່ອນປຣະທັບຂອງພຣະອົງ; ແລະ ເມື່ອພຣະອົງຊົງຮັບຟັງແລ້ວ, ກໍຂໍພຣະອົງຊົງໂຜດຍົກໂທດ.
\s5
\v 22 ເມື່ອຊາຍຄົນໃດເຮັດບາບຕໍ່ເພື່ອນບ້ານຂອງຕົນ ແລະ ຖືກບັງຄັບໃຫ້ສາບານ, ແລ້ວລາວມາໃຫ້ຄຳສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນພຣະວິຫານນີ້,
\v 23 ຂໍພຣະອົງຊົງຮັບຟັງຈາກຟ້າສະຫວັນ ແລະ ຂໍຊົງກະທຳ ແລະ ຂໍຊົງພິພາກສາຜູ້ຮັບໃຊ້ທັງຫລາຍຂອງພຣະອົງ, ລົງໂທດຜູ້ເຮັດຄວາມຜິດ, ຊົງນຳຄວາມປະພຶດຂອງພວກເຂົາໃຫ້ຕົກເທິງຫົວຂອງຕົວເຂົາເອງ. ຂໍຊົງປະກາດຄວາມບໍຣິສຸດຂອງຜູ້ຊອບທັມ, ສະຫນອງແກ່ລາວຕາມຄວາມຊອບທັມຂອງລາວ.
\s5
\v 24 ຖ້າອິສະຣາເອນປະຊາຊົນຂອງພຣະອົງພ່າຍແພ້ຕໍ່ຫນ້າສັດຕຣູ ເພາະພວກເຂົາໄດ້ເຮັດບາບຕໍ່ພຣະອົງ, ຖ້າພວກເຂົາຖອຍຫລັງກັບມາຫາພຣະອົງອີກ, ຍອມຮັບພຣະນາມຊື່ຂອງພຣະອົງ, ອະທິຖານ ແລະ ອ້ອນວອນຕໍ່ພຣະພັກ ພຣະອົງໃນພຣະວິຫານນີ້—
\v 25 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະ ໂຜດຍົກໂທດຄວາມຜິດບາບຂອງອິສະຣາເອນປະຊາຊົນຂອງພຣະອົງ; ຂໍຊົງນຳພວກເຂົາກັບມາຍັງແຜ່ນດິນ ຊຶ່ງພຣະອົງໄດ້ໂຜດປຣະທານແກ່ພວກເຂົາທັງຫລາຍ ແລະ ບັນພະບຸຣຸດຂອງພວກເຂົາ.
\s5
\v 26 ເມື່ອຟ້າສະຫວັນປິດຢູ່ ແລະ ບໍ່ມີຝົນ ເພາະພວກເຂົາທັງຫລາຍໄດ້ເຮັດບາບຕໍ່ພຣະອົງ—ຖ້າພວກເຂົາໄດ້ອະທິຖານຕໍ່ສະຖານທີ່ນີ້, ຍອມຮັບພຣະນາມຊື່ຂອງພຣະອົງ, ແລະ ຫັນຫລັງກັບຈາກບາບຂອງພວກເຂົາ ເມື່ອພຣະອົງຊົງເຮັດໃຫ້ພວກເຂົາໄດ້ຮັບຄວາມທຸກໃຈ—
\v 27 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ ແລະຂໍໂຜດຍົກໂທດຄວາມຜິດບາບຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງອິສະຣາເອນປະຊາຊົນຂອງພຣະອົງ, ເມື່ອພຣະອົງຊົງສອນທາງດີແກ່ພວກເຂົາ ຊຶ່ງພວກເຂົາຄວນຈະດຳເນີນໄປ. ຂໍຊົງປຣະທານຝົນເທິງແຜ່ນດິນຂອງພຣະອົງ, ຊຶ່ງພຣະອົງໄດ້ພຣະຣາຊະທານແກ່ປະຊາຊົນຂອງພຣະອົງເປັນມໍຣະດົກນັ້ນ.
\s5
\v 28 ຖ້າມີການອຶດຢາກອາຫານໃນແຜ່ນດິນ, ຫລື ຖ້າມີພະຍາດຣະບາດ, ພືດຫ່ຽວແຫ້ງ ຫລື ເຊື້ອຣາທຳລາຍ, ຫລື ຕັກແຕນບິນ ຫລື ຕັກແຕນຄານ; ຫລື ສັດຕຣູຂອງພວກເຂົາອ້ອມເມືອງໃນແຜ່ນດິນຂອງພວກເຂົາໄວ້ທຸກດ້ານຈະເປັນພັຍພິບັດຢ່າງໃດ, ຫລື ຄວາມເຈັບຢ່າງໃດມີຂຶ້ນກໍດີ—
\v 29 ແລະ ບໍ່ວ່າຄຳອະທິຖານຢ່າງໃດ ຫລື ຄຳອ້ອນວອນປະການໃດ ຊຶ່ງປະຊາຊົນຄົນໃດ ຫລືອິສະຣາເອນ—ປະຊາຊົນຂອງພຣະອົງທັງຫມົດທູນເພາະພັຍພິບັດ ແລະ ຄວາມທຸກໃຈ ແລ້ວໄດ້ກາງມືຂອງພວກເຂົາສູ່ພຣະວິຫານນີ້.
\v 30 ຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ, ອັນເປັນບ່ອນປຣະທັບຂອງພຣະອົງ; ພຣະຣາຊະທານອະພັຍໂທດບາບ, ແລະ ຊົງປຣະທານແກ່ທຸກຄົນທີ່ພຣະອົງຊົງຮູ້ຈິດໃຈຕາມການປະພຶດທັງຫມົດຂອງພວກເຂົາ; ພຣະອົງຊົງຮູ້ຈັກຈິດໃຈຂອງເຂົາ, ເພາະພຣະອົງເທົ່ານັ້ນທີ່ຊົງຮູ້ຈິດໃຈລູກທັງຫລາຍຂອງມະນຸດ.
\v 31 ຈົ່ງກະທຳຢ່າງນີ້ ເພື່ອວ່າພວກເຂົາຈະໄດ້ຢຳເກງພຣະອົງ, ແລະພວກເຂົາຈະດຳເນີນໃນເສັ້ນທາງຂອງພຣະອົງ ຕະຫລອດວັນເວລາທີ່ພວກເຂົາມີຊີວິດຢູ່ໃນແຜ່ນດິນ ຊຶ່ງພຣະອົງໄດ້ພຣະຣາຊະທານແກ່ບັນພະບຸຣຸດຂອງຂ້າພະອົງທັງຫລາຍ.
\s5
\v 32 ຫລາຍກວ່ານັ້ນອີກ ກ່ຽວກັບຄົນຕ່າງດ້າວ ຜູ້ທີ່ບໍ່ແມ່ນອິສະຣາເອນ, ແຕ່ປະຊາຊົນຂອງພຣະອົງ ເມື່ອພວກເຂົາມາຈາກ ປະເທດເມືອງໄກ—ເພາະເຫັນແກ່ພຣະນາມຊື່ອັນຍິ່ງໃຫຍ່ຂອງພຣະອົງ, ພຣະຫັດຊົງຣິດຂອງພຣະອົງ, ແລະ ພຣະກອນທີ່ຢຽດອອກຂອງພຣະອົງ—ເມື່ອພວກເຂົາມາ ແລະ ອະທິຖານຢູ່ຕໍ່ຫນ້າພຣະວິຫານນີ້,
\v 33 ກໍຂໍພຣະອົງຊົງຮັບຟັງໃນຟ້າສະຫວັນ, ອັນເປັນບ່ອນປຣະທັບຂອງພຣະອົງ, ແລະຂໍຊົງກະທຳຕາມທຸກສິ່ງທີ່ຄົນຕ່າງດ້າວໄດ້ທູນຂໍຕໍ່ພຣະອົງ, ເພື່ອວ່າຊົນຊາດທັງຫລາຍແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຊື່ຂອງພຣະອົງ, ແລະ ຢຳເກງພຣະອົງ, ດັ່ງອິສະຣາເອນປະຊາຊົນຂອງພຣະອົງຢຳເກງພຣະອົງຢູ່ນັ້ນ, ແລະ ເພື່ອພວກເຂົາທັງຫລາຍຈະຮູ້ວ່າພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ນີ້ເປັນບ່ອນເອີ້ນອອກພຣະນາມຊື່ຂອງພຣະອົງ.
\s5
\v 34 ຖ້າປະຊາຊົນຂອງພຣະອົງອອກໄປເຮັດສົງຄາມຕໍ່ສູ້ສັດຕຣູຂອງພວກເຂົາ, ຈະເປັນໂດຍທາງໃດທີ່ພຣະອົງຊົງໃຊ້ພວກເຂົາອອກໄປກໍຕາມ, ແລະ ພວກເຂົາໄດ້ອະທິຖານຕໍ່ພຣະອົງຢູ່ຕໍ່ຫນ້າເມືອງນີ້ ຊຶ່ງພຣະອົງຊົງເລືອກໄວ້, ແລະ ຕໍ່ຫນ້າພຣະວິຫານທີ່ຂ້າພະອົງໄດ້ສ້າງເພື່ອພຣະນາມຊື່ຂອງພຣະອົງແລ້ວ.
\v 35 ຂໍພຣະອົງຊົງຮັບຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນ, ແລະ ຂໍຊົງໃຫ້ສິດທິອັນຊອບທັມຂອງພວກເຂົາຄົງຢູ່.
\s5
\v 36 ຖ້າພວກເຂົາເຮັດບາບຕໍ່ພຣະອົງ—ເພາະບໍ່ມີມະນຸດຈັກຄົນຫນຶ່ງຊຶ່ງບໍ່ໄດ້ເຮັດບາບ—ແລະ ພຣະອົງຊົງຄຽດຮ້າຍຕໍ່ພວກເຂົາ ແລະ ພຣະອົງຊົງມອບພວກເຂົາໄວ້ຕໍ່ສັດຕຣູພວກເຂົາ, ຈຶ່ງຖືກຈັບໄປເປັນຊະເລີຍໃນແຜ່ນດິນໃດຫນຶ່ງບໍ່ວ່າໄກ ຫລື ໃກ້.
\v 37 ແຕ່ຖ້າພວກເຂົາສຳນຶກຜິດໃນໃຈໃນແຜ່ນດິນທີ່ເຂົາໄດ້ຖືກຈັບໄປເປັນຊະເລີຍນັ້ນ, ແລະ ພວກເຂົາໄດ້ກັບໃຈ ແລະ ສະແຫວງຫາຄວາມຊອບທັມຈາກພຣະອົງໃນແຜ່ນດິນຂອງເຂົາໄປເປັນຊະເລີຍ. ຖ້າເຂົາທູນຕໍ່ພຣະອົງວ່າ, ‘ຂ້າພະອົງທັງຫລາຍໄດ້ເຮັດບາບ ແລະ ໄດ້ປະພຶດຊົ່ວຮ້າຍ ໄດ້ເຮັດຄວາມຊົ່ວ.
\v 38 ຖ້າພວກເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈຂອງພວກເຂົາໃນບ່ອນທີ່ສັດຕຣູກວາດໄປເປັນຊະເລີຍນັ້ນ, ແລະໄດ້ອະທິຖານຕໍ່ພຣະອົງຢູ່ຕໍ່ຫນ້າແຜ່ນດິນຂອງພວກເຂົາ, ຊຶ່ງພຣະອົງພຣະຣາຊະທານແກ່ບັນພະບຸຣຸດຂອງພວກເຂົາ,​ແລະ ຕໍ່ເມືອງທີ່ພຣະອົງໄດ້ຊົງເລືອກໄວ້, ແລະ ຕໍ່ພຣະວິຫານທີ່ຂ້າພະອົງໄດ້ສ້າງໄວ້ເພື່ອພຣະນາມຊື່ຂອງພຣະອົງ.
\v 39 ແລ້ວຂໍພຣະອົງຊົງຮັບຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນອັນເປັນບ່ອນປະທັບຂອງພຣະອົງ, ແລະ ຂໍຊົງໃຫ້ສິດທິອັນຊອບທັມຂອງພວກເຂົາຄົງຢູ່. ຂໍຊົງໂຜດຍົກໂທດໃຫ້ແກ່ປະຊາຊົນຂອງພຣະອົງຜູ້ໄດ້ເຮັດບາບຕໍ່ພຣະອົງ.
\v 40 ບັດນີ້, ຂ້າແດ່ພຣະເຈົ້າຂອງຂ້າພະອົງ, ຂໍພຣະເນດຂອງພຣະອົງຊົງເບິ່ງຢູ່, ແລະ ຂໍພຣະກັນຂອງພຣະອົງ ຊົງຮັບຟັງຄຳອະທິຖານແຫ່ງສະຖານທີ່ນີ້.
\v 41 ຂ້າແດ່ພຣະຢາເວ, ບັດນີ້ ຂໍຊົງລຸກຂຶ້ນ, ສະເດັດໄປໃນທີ່ປຣະທັບຂອງພຣະອົງ, ທັງພຣະອົງ ແລະ ຫີບແຫ່ງຣິດທານຸພາບຂອງພຣະອົງ. ຂ້າແດ່ພຣະຢາເວພຣະເຈົ້າ. ຂໍໃຫ້ປະໂລຫິດຂອງພຣະອົງສວມຄວາມພົ້ນ, ແລະ ໃຫ້ຜູ້ບໍຣິສຸດຂອງພຣະອົງຊົມຊື່ນຍິນດີໃນຄວາມປະເສີດຂອງພຣະອົງ.
\v 42 ຂ້າແດ່ພຣະຢາເວພຣະເຈົ້າ,​ຂໍຢ່າຊົງຫັນຫນ້າຫນີຈາກຜູ້ທີ່ພຣະອົງຊົງເຈີມໄວ້ນັ້ນ. ຂໍພຣະອົງຊົງລະນຶກເຖິງຄວາມເມດຕາຂອງພຣະອົງທີ່ມີຕໍ່ດາວິດ, ຜູ້ຮັບໃຊ້ຂອງພຣະອົງ.”
\s5
\c 7
\cl ບົດທີ 7
\p
\v 1 ເມື່ອໂຊໂລໂມນຈົບຄຳອະທິຖານຂອງພຣະອົງແລ້ວ, ໄຟໄດ້ລົງມາຈາກຟ້າສະຫວັນໄຫມ້ເຄື່ອງເຜົາບູຊາ ແລະ ເຄື່ອງສັດບູຊາ, ແລະ ສະຫງ່າຣາສີຂອງພຣະຢາເວກໍເຕັມພຣະວິຫານ.
\v 2 ປະໂລຫິດເຂົ້າໄປໃນພຣະວິຫານຂອງພຣະຢາເວບໍ່ໄດ້, ເພາະວ່າພຣະຣັສມີຂອງພຣະຜູ້ເປັນເຈົ້າເຕັມພຣະວິຫານຂອງພຣະຜູ້ເປັນເຈົ້າ.
\v 3 ເມື່ອບັນດາຊົນອິສະຣາເອນໄດ້ເຫັນໄຟລົງມາ ແລະ ພຣະຣັສມີຂອງພຣະຢາເວຢູ່ເທິງພຣະວິຫານ. ພວກເຂົາທັງຫລາຍກໍກົ້ມຂາບລົງເຖິງພື້ນຫີນ, ໄດ້ນະມັສະການ,​ແລະ ສັນຣະເສີນຂອບພຣະຄຸນພຣະຢາເວ, “ເພາະພຣະອົງປະເສີດ, ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ.”
\s5
\v 4 ແລ້ວກະສັດ ແລະ ບັນດາປະຊາຊົນທັງຫລາຍໄດ້ຖວາຍເຄື່ອງສັດບູຊາຕໍ່ພຣະພັກພຣະຢາເວ.
\v 5 ກະສັດໂຊໂລໂມນຊົງຖວາຍເຄື່ອງສັດບູຊາເປັນງົວສອງຫມື່ນສອງພັນໂຕ ແລະ ແກະ120,000 ໂຕ ແລະ ແບ້ທັງຫລາຍ. ດັ່ງນີ້ແຫລະ ກະສັດ ແລະ ປະຊາຊົນທັງປວງໄດ້ອຸທິດຖວາຍພຣະວິຫານແຫ່ງພຣະເຈົ້າ.
\v 6 ບັນດາປະໂລຫິດ, ກໍຢືນປະຈຳຕຳແຫນ່ງຂອງຕົນ; ທັງຄົນເລວີພ້ອມກັບເຄື່ອງດົນຕຣີຖວາຍແດ່ພຣະຢາເວ, ຊຶ່ງກະສັດດາວິດໄດ້ຊົງກະທຳເພື່ອສັນຣະເສີນຂອບພຣະຄຸນພຣະຢາເວໃນເພງນັ້ນ, "ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ." ປະໂລຫິດກໍເປົ່າແກຂ້າງຫນ້າພວກເຂົາ, ແລະ ອິສະຣາເອນທັງປວງກໍຢືນຢູ່.
\s5
\v 7 ໂຊໂລໂມນຊົງແຍກສ່ວນກາງຂອງເດີ່ນຊຶ່ງຢູ່ຂ້າງຫນ້າພຣະວິຫານຂອງພຣະຢາເວ. ທີ່ນັ້ນພຣະອົງຊົງຖວາຍເຄື່ອງເຜົາບູຊາ ແລະ ໄຂມັນຂອງເຄື່ອງບູຊາ, ເພາະວ່າແທ່ນທອງເຫລືອງທີ່ໂຊໂລໂມນຊົງສ້າງໄວ້ນັ້ນ ບໍ່ພໍບັນຈຸເຄື່ອງເຜົາບູຊາ, ເຄື່ອງບູຊາພືດຜົນເປັນເມັດ, ແລະ ໄຂມັນ.
\s5
\v 8 ໃນເທື່ອນັ້ນ ໂຊໂລໂມນຊົງຖືເທສະການຢູ່ເຈັດມື້, ແລະ ອິສະຣາເອນທັງປວງຢູ່ກັບພະອົງດ້ວຍ, ເປັນຊຸມນຸມຊົນໃຫຍ່ຫລາຍ, ຕັ້ງແຕ່ທາງເຂົ້າເມືອງຮາມັດຈົນຮອດແມ່ນ້ຳເອຢິບ.
\v 9 ແລະໃນມື້ທີແປດ ພວກເຂົາທັງຫລາຍມີການປະຊຸມອັນສັກສິດ, ເພາະໄດ້ມີງານມອບຖວາຍແທ່ນບູຊາເຈັດມື້, ແລະ ຖືເທສະການກິນລ້ຽງມາເຈັດມື້ແລ້ວ.
\v 10 ເມື່ອວັນທີຊາວສາມຂອງເດືອນທີເຈັດ, ໂໍຊໂລໂມນຊົງໃຫ້ປະຊາຊົນກັບໄປເຕັນຂອງຕົນ ດ້ວຍຄວາມຍິນດີ ແລະ ຈິດໃຈຊື່ນບານເພາະຄວາມດີທີ່ພຣະຢາເວໄດ້ຊົງສຳແດງແກ່ດາວິດ, ແກ່ໂຊໂລໂມນ, ແລະ ແກ່ອິສະຣາເອນ, ປະຊາຊົນຂອງພຣະອົງ.
\s5
\v 11 ດັ່ງນີ້ແຫລະ ໂຊໂລໂມນຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງສຳເລັດ. ຄືທຸກຢ່າງ ທີ່ພະອົງຊົງກ່າວໃນເລື່ອງພຣະວິຫານຂອງພຣະຢາເວ ແລະ ໃນເລື່ອງພະຣາຊະສຳນັກຂອງພະອົງ, ພະອົງກໍຊົງກະທຳໃຫ້ສຳເລັດຫມົດ.
\v 12 ແລ້ວພຣະຢາເວຊົງປະກົດແກ່ໂຊໂລໂມນໃນເວລາກາງຄືນ ແລະ ກ່າວກັບພະອົງວ່າ, “ເຮົາໄດ້ຍິນຄຳອະທິຖານຂອງເຈົ້າ, ແລະ ໄດ້ເລືອກສະຖານທີ່ນີ້ສຳລັບເຮົາໃຫ້ເປັນວິຫານແຫ່ງເຄື່ອງສັດບູຊາ.
\s5
\v 13 ຖ້າເຮົາປິດຟ້າສະຫວັນບໍ່ໃຫ້ຝົນຕົກ, ຫລື ເຮົາບັນຊາໃຫ້ຕັກແຕນມາກິນແຜ່ນດິນ, ຫລື ສົ່ງພະຍາດຣະບາດມາໃນທ່າມກາງປະຊາຊົນຂອງເຮົາ,
\v 14 ຖ້າປະຊາຊົນຂອງເຮົາ, ຜູ້ທີ່ເອີ້ນອອກນາມຊື່ຂອງເຮົານັ້ນ, ຈະຖ່ອມຕົວລົງ, ອະທິຖານ, ແລ້ວສະແຫວງຫາເຮົາ, ແລະ ຫລີກຫນີຈາກທາງຊົ່ວຂອງຕົນ, ເຮົາກໍຈະຟັງຈາກສະຫວັນ, ຈະໃຫ້ອະພັຍແກ່ບາບຂອງຄົນນັ້ນ, ແລະ ຈະຮັກສາແຜ່ນດິນຂອງລາວໃຫ້ຫາຍ.
\v 15 ບັດນີ້ ຕາຂອງເຮົາຈະມືນຢູ່ ແລະ ຫູຂອງເຮົາຈະຟັງຄຳອະທິຖານທີ່ເຂົາທັງຫລາຍອະທິຖານໃນສະຖານທີ່ນີ້.
\s5
\v 16 ເພາະບັດນີ້ ເຮົາໄດ້ເລືອກ ແລະ ເຮັດໃຫ້ວິຫານນີ້ເປັນບ່ອນບໍຣິສຸດ ເພື່ອນາມຊື່ຂອງເຮົາຈະຢູ່ບ່ອນນັ້ນເປັນນິດ. ຕາຂອງເຮົາ ແລະ ໃຈຂອງເຮົາຈະຢູ່ບ່ອນນັ້ນຕະຫລອດເວລາ.
\v 17 ສ່ວນເຈົ້າ, ຖ້າເຈົ້າດຳເນີນຊີວິດຕໍ່ຫນ້າເຮົາຄືດາວິດບິດາຂອງເຈົ້າດຳເນີນນັ້ນ, ໂດຍເຮັດຕາມທຸກສິ່ງທີ່ເຮົາໄດ້ບັນຊາແກ່ເຈົ້າ ແລະ ຮັກສາກົດເກນຂອງເຮົາກັບຄຳຕັດສິນຂອງເຮົາ.
\v 18 ແລ້ວເຮົາຈະສະຖາປະນາຣາຊະບັນລັງແຫ່ງອານາຈັກຂອງເຈົ້າ, ດັ່ງທີ່ເຮົາໄດ້ເຮັດຄຳຫມັ້ນສັນຍາໄວ້ກັບດາວິດບິດາຂອງເຈົ້າວ່າ, ເມື່ອເຮົາໄດ້ກ່າວວ່າ, ‘ເຊື້ອສາຍຄົນຫນຶ່ງຂອງເຈົ້າຈະບໍ່ຂາດຊາຍຜູ້ທີ່ຈະປົກຄອງເຫນືອອິສະຣາເອນ.
\s5
\v 19 ແຕ່ຖ້າເຈົ້າຫັນໄປ, ແລະ ປະຖິ້ມກົດເກນຂອງເຮົາ ແລະກັບບັນຍັດຂອງເຮົາທີ່ເຮົາຕັ້ງໄວ້ຕໍ່ຫນ້າເຈົ້າ, ແລ້ວໄປບົວລະບັດພະອື່ນ ແລະ ນະມັສະການພະເຫລົ່ານັ້ນ,
\v 20 ເຮົາຈະຖອນຮາກພວກເຂົາທັງຫລາຍຈາກແຜ່ນດິນຂອງເຮົາ ຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ. ວິຫານຊຶ່ງເຮົາຊຳຣະໃຫ້ບໍຣິສຸດເພື່ອນາມຊື່ຂອງເຮົາ, ເຮົາຈະໂຍນອອກໄປຈາກສາຍຕາຂອງເຮົາ, ແລະ ເຮົາຈະເຮັດໃຫ້ເປັນເລື່ອງເວົ້າ ແລະ ເປັນທີ່ຫມິ່ນປະຫມາດທ່າມກາງຊົນຊາດທັງຫລາຍ.
\v 21 ເຖິງແມ່ນວ່າວິຫານທີ່ສູງສົ່ງນີ້, ທຸກຄົນທີ່ຜ່ານໄປຈະປະຫລາດໃຈ. ພວກເຂົາຈະກ່າວວ່າ, ‘ເຫດໃດພຣະຢາເວຈຶ່ງຊົງກະທຳເຊັ່ນນີ້ແກ່ແຜ່ນດິນນີ້ ແລະ ແກ່ພຣະວິຫານນີ້?
\v 22 ແລ້ວເຂົາທັງຫລາຍຈະຕອບວ່າ, ‘ເພາະພວກເຂົາປະຖິ້ມພຣະຢາເວ ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ, ຜູ້ຊົງນຳພວກເຂົາອອກຈາກແຜ່ນດິນເອຢິບ, ແລະ ໄດ້ນັບຖືພະອື່ນ ແລະ ນະມັສະການພະເຫລົ່ານັ້ນ ທັງບົວລະບັດດ້ວຍ. ສະນັ້ນ ພຣະຢາເວຈຶ່ງໄດ້ຊົງນຳເຫດຮ້າຍທັງຫມົດນີ້ມາເຖິງພວກເຂົາ.’”
\s5
\c 8
\cl ບົດທີ 8
\p
\v 1 ຢູ່ມາເມື່ອຫມົດຊາວປີ, ທີ່ໂຊໂລໂມນໄດ້ຊົງສ້າງພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງສ່ວນພະອົງ,
\v 2 ໂຊໂລໂມນໄດ້ຊົງເສີມສ້າງຫົວເມືອງຊຶ່ງຮູຣາມໄດ້ຖວາຍແກ່ພະອົງ, ແລະ ໃຫ້ຄົນອິສະຣາເອນອາສັຍຢູ່ໃນນັ້ນ.
\s5
\v 3 ໂຊໂລໂມນໄດ້ສະເດັດໄປຍັງຮາມັດໂຊບາ ແລະ ຍຶດເມືອງນັ້ນໄດ້.
\v 4 ພະອົງໄດ້ຊົງສ້າງເມືອງຕາດໂມໄວ້ໃນຖິ່ນແຫ້ງແລ້ງກັນດານ, ແລະ ຫົວເມືອງຄັງຫລວງທັງຫມົດ, ຊຶ່ງພະອົງຊົງສ້າງໄວ້ໃນຮາມັດ.
\s5
\v 5 ພະອົງໄດ້ຊົງສ້າງເມືອງເບັດໂຮໂຣນເທິງ, ແລະ ເບັດໂຮໂຣນລຸ່ມດ້ວຍ, ເປັນເມືອງທີ່ຫມັ້ນຄົງ ມີກຳແພງ, ປະຕູເມືອງ, ແລະດ່ານ.
\v 6 ພະອົງໄດ້ຊົງສ້າງເມືອງບາອາລາດ ແລະ ຫົວເມືອງຄັງຫລວງທັງປວງທີ່ໂຊໂລໂມນຊົງມີຢູ່, ແລະ ເມືອງທັງປວງສຳລັບຣົດຮົບຂອງພະອົງ, ແລະ ເມືອງທັງປວງສຳລັບພົນທະຫານມ້າຂອງພະອົງ, ແລະ ສິ່ງໃດຊຶ່ງພະອົງປະສົງຈະສ້າງໃນເຢຣູຊາເລັມ, ໃນເລບານອນ ແລະ ໃນແຜ່ນດິນທັງຫມົດທີ່ຢູ່ໃນປົກຄອງຂອງພະອົງ.
\s5
\v 7 ປະຊາຊົນທັງປວງທີ່ເຫລືອຢູ່ໃນພວກຄົນຮິດຕີ, ຄົນອະໂມຣີດ, ຄົນເປຣິຊີ, ຄົນຮີວີ, ແລະ ຄົນເຢບຸດ, ຜູ້ທີ່ບໍ່ແມ່ນອິສະຣາເອນ,
\v 8 ຈາກລູກຫລານຂອງຄົນເຫລົ່ານີ້ ຜູ້ເຫລືອຕໍ່ມາໃນແຜ່ນດິນ, ຜູ້ຊຶ່ງປະຊາຊົນອິສະຣາເອນບໍ່ໄດ້ທຳລາຍ— ໂຊໂລໂມນໄດ້ໃຫ້ປະຊາຊົນເຫລົ່ານີ້ເປັນຂ້າທາດແຮງງານ, ຊຶ່ງພວກເຂົາທັງຫລາຍກໍເປັນຢູ່ຈົນທຸກມື້ນີ້.
\s5
\v 9 ແຕ່ສ່ວນຄົນອິສຣາເອນນັ້ນໂຊໂລໂມນບໍ່ໄດ້ໃຫ້ເປັນຂ້າທາດແຮງງານ. ພວກເຂົາທັງຫລາຍເປັນທະຫານ ແລະ ເປັນນາຍທະຫານຂອງພະອົງ, ເປັນຜູ້ບັງຄັບບັນຊາຣົດຮົບຂອງພະອົງ, ແລະ ພົນທະຫານມ້າຂອງພະອົງ.
\v 10 ຄົນຕໍ່ໄປນີ້ເປັນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງກະສັດໂຊໂລໂມນ, ມີສອງຮ້ອຍຫ້າສິບຄົນ, ເປັນຜູ້ປົກຄອງປະຊາຊົນຜູ້ທີ່ໄດ້ເຮັດວຽກງານ.
\s5
\v 11 ໂຊໂລໂມນຊົງນຳທິດາຂອງຟາຣາໂອຂຶ້ນມາຈາກນະຄອນດາວິດ ມາໃນພະຣາຊະວັງທີ່ພະອົງຊົງສ້າງໄວ້ໃຫ້ພະນາງ, ເພາະພະອົງກ່າວວ່າ, “ມະເຫສີຂອງເຮົາບໍ່ຄວນຢູ່ໃນວັງຂອງດາວິດກະສັດແຫ່ງອິສະຣາເອນ, ເພາະສະຖານທີ່ທັງຫລາຍທີ່ຫີບຂອງພຣະຢາເວມາເຖິງເປັນບ່ອນບໍຣິສຸດ.”
\s5
\v 12 ແລ້ວໂຊໂລໂມນຊົງຖວາຍເຄື່ອງເຜົາບູຊາແດ່ພຣະຢາເວເທິງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງພະອົງຊົງສ້າງໄວ້ຢູ່ຫນ້າລະບຽງ.
\v 13 ພະອົງໄດ້ຖວາຍເຄື່ອງບູຊາຕາມຫນ້າທີ່ປະຈຳວັນທີ່ຕ້ອງເຮັດ, ເປັນການຖວາຍບູຊາຕາມບັນຍັດຂອງໂມເຊ, ໃນວັນສະບາໂຕ, ໃນວັນຂຶ້ນຄ່ຳຫນຶ່ງ, ແລະ ໃນວັນເທສະການຕາມກຳນົດ ປະຈຳປີສາມເທສະການຄື ເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທສະການເກັບກ່ຽວ ແລະ ເທສະການປຸກຕູບຢູ່.
\s5
\v 14 ຮັກສາຕາມພະບັນຊາຂອງດາວິດ ບິດາຂອງພະອົງ, ພະອົງຊົງກຳນົດແບ່ງເວນຍາມປະໂລຫິດສຳລັບການບົວລະບັດ, ແລະ ແບ່ງຄົນເລວີໃຫ້ປະຈຳຫນ້າທີ່ການສັນຣະເສີນ, ແລະ ການບົວລະບັດຕໍ່ຫນ້າປະໂລຫິດ, ຕາມຫນ້າທີ່ປະຈຳວັນທີ່ຕ້ອງເຮັດ. ຄົນເຝົ້າປະຕູທຸກປະຕູໂດຍເປັນພະແນກຕ່າງໆ, ເພາະວ່າດາວິດ, ຄົນຂອງພຣະເຈົ້າ, ຊົງບັນຊາໄວ້ເຊັ່ນນັ້ນ,
\v 15 ພວກເຂົາທັງຫລາຍບໍ່ໄດ້ຫັນໄປຈາກສິ່ງທີ່ກະສັດໄດ້ຊົງບັນຊາປະໂລຫິດ ແລະ ຄົນເລວີກ່ຽວກັບເລື່ອງໃດ, ຫລື ກ່ຽວກັບເລື່ອງຄັງຕ່າງໆ.
\s5
\v 16 ບັນດາພະຣາຊະກິດຂອງໂຊໂລໂມນກໍລຸລ່ວງໄປ, ຕັ້ງແຕ່ມື້ທີ່ວາງຮາກພຣະວິຫານຂອງພຣະຢາເວ ຈົນສຳເລັດງານ. ດັ່ງນັ້ນ ພຣະວິຫານຂອງພຣະຢາເວກໍສຳເລັດຄົບຖ້ວນ.
\v 17 ແລ້ວໂຊໂລໂມນສະເດັດໄປໃນເອັດຊິໂອນເກເບ ແລະ ເມືອງເອລັດທີ່ແຄມທະເລໃນແຜ່ນດິນເອໂດມ.
\v 18 ຮູຣາມໄດ້ສົ່ງມາຖວາຍພະອົງຊຶ່ງບັນຊາການໂດຍຂ້າຣາຊະການທີ່ຄຸ້ນເຄີຍກັບທະເລ. ພວກເຂົາໄດ້ໄປເຖິງເມືອງໂອຟີພ້ອມກັບຂ້າຣາຊະການຂອງໂຊໂລໂມນ.​ພວກເຂົາໄດ້ນຳເອົາຄຳຈາກບ່ອນນັ້ນຫນັກສີ່ຮ້ອຍຫ້າສິບຕາລັນຕົນມາໃຫ້ກະສັດໂຊໂລໂມນ.
\s5
\c 9
\cl ບົດທີ 9
\p
\v 1 ເມື່ອພະຣາຊີນີແຫ່ງເຊບາຊົງໄດ້ຍິນກິດຕິສັບຂອງໂຊໂລໂມນ, ພະນາງກໍສະເດັດມາເຢຣູຊາເລັມ ເພື່ອທົດລອງພະອົງດ້ວຍບັນຫາຍາກຕ່າງໆ. ພະນາງໄດ້ມາພ້ອມດ້ວຍຂ້າຣາຊະບໍຣິພານຫລວງຫລາຍ, ກັບອູດບັນທຸກເຄື່ອງຫອມ, ຄຳເປັນຈຳນວນຫລາຍ, ແລະ ກັບເພັດພອຍຕ່າງ. ເມື່ອພະນາງສະເດັດມາເຖິງໂຊໂລໂມນແລ້ວ, ພະນາງທູນເລື່ອງໃນໃຈຂອງພະນາງທຸກປະການ.
\v 2 ໂຊໂລໂມນກ່າວຕອບບັນຫາຂອງພະນາງທັງຫມົດ; ບໍ່ມີສິ່ງໃດທີ່ເຊື່ອງໄວ້ໃນໂຊໂລໂມນ; ບໍ່ມີຄຳຖາມໃດຊຶ່ງພະອົງຈະຊົງອະທິບາຍແກ່ພະນາງບໍ່ໄດ້.
\s5
\v 3 ເມື່ອພະຣາຊີນີແຫ່ງເຊບາຊົງເຫັນພະສະຕິປັນຍາຂອງໂຊໂລໂມນ ແລະ ພະຣາຊະວັງທີ່ພະອົງຊົງສ້າງ,
\v 4 ທັງອາຫານທີ່ຢູ່ເທິງໂຕະສະເຫວີຍ, ກັບບັນດາຂ້າຣາຊະການປະຈຳຢູ່, ແລະ ຂ້າໃຊ້ທີ່ຄອຍຖ້າຮັບໃຊ້ຢູ່ ແລະ ຕະຫລອດຈົນເຄື່ອງແຕ່ງກາຍ, ແລະພະນັກງານເຊີນຖ້ວຍຂອງພະອົງ ແລະ ລັກສະນະທ່າທາງທີ່ພະອົງໄດ້ຖວາຍເຄື່ອງເຜົາບູຊໃນພຣະວິຫານຂອງພຣະຢາເວ, ພະທັຍຂອງພະນາງກໍເສົ້າສະຫລົດໃຈລົງບາດດຽວ.
\s5
\v 5 ພະນາງທູນກະສັດວ່າ, “ຂ່າວຄາວທີ່ຂ້ານ້ອຍໄດ້ຍິນໃນປະເທດຂອງຂ້ານ້ອຍເຖິງພະຣາຊະກິດ ແລະ ພະສະຕິປັນຍາຂອງພະອົງເປັນຄວາມຈິງ.
\v 6 ແຕ່ຂ້ານ້ອຍບໍ່ໄດ້ເຊື່ອຖ້ອຍຄຳນັ້ນ ຈົນຂ້ານ້ອຍມາເຝົ້າ, ແລະ ຕາຂອງຂ້ານ້ອຍໄດ້ເຫັນເອງ. ເບິ່ງແມ ທີ່ພວກເຂົາບອກແກ່ຂ້ານ້ອຍກໍບໍ່ເທົ່າເຄິ່ງຫນຶ່ງຂອງພະສະຕິປັນຍາອັນຍິ່ງໃຫຍ່ຂອງພະອົງ! ພະອົງລ້ຳເລີດຫລາຍກວ່າຂ່າວຄາວທີ່ຂ້ານ້ອຍໄດ້ຍິນ.
\s5
\v 7 ບັນດາຄົນຂອງພະອົງກໍເປັນສຸກ, ບັນດາຂ້າຣາຊະການ ຜູ້ຢູ່ງານປະຈຳຕໍ່ພະພັກພະອົງ ແລະ ຟັງພະສະຕິປັນຍາຂອງພະອົງກໍເປັນສຸກ.
\v 8 ສາທຸການແດ່ພຣະຢາເວ ພຣະເຈົ້າຂອງພະອົງ, ຜູ້ຊົງພໍພຣະທັຍໃນພະອົງ, ຊົງແຕ່ງຕັ້ງພະອົງໄວ້ເທິງບັນລັງ, ເປັນກະສັດເພື່ອພຣະຢາເວ ພຣະເຈົ້າຂອງພະອົງ. ເພາະພຣະເຈົ້າຂອງພະອົງຊົງຮັກອິສະຣາເອນ, ຈະສະຖາປະນາໄວ້ເປັນນິດ, ພຣະອົງຈຶ່ງໄດ້ຊົງແຕ່ງຕັ້ງໃຫ້ພະອົງເປັນກະສັດເຫນືອພວກເຂົາທັງຫລາຍ, ເພື່ອພະອົງຈະຊົງອຳນວຍຄວາມຍຸຕິທັມ ແລະ ຄວາມທ່ຽງທັມ!”
\s5
\v 9 ແລ້ວພະນາງກໍຖວາຍ 120 ຕະລັນຕົນແກ່ກະສັດ ແລະ ທັງເຄື່ອງຫອມເປັນຈຳນວນຫລາຍ ແລະ ເພັດພອຍຕ່າງ. ບໍ່ມີເຄື່ອງຫອມໃດຄືທີ່ພະຣາຊີນີແຫ່ງເມືອງເຊບາຖວາຍແກ່ກະສັດໂຊໂລໂມນ.
\s5
\v 10 ຂ້າຣາຊະການຂອງຮູຣາມ ແລະ ຂ້າຣາຊະການຂອງໂຊໂລໂມນ, ຜູ້ນຳຄຳມາຈາກໂອຟີ, ໄດ້ນຳໄມ້ດູ່ ແລະ ເພັດພອຍຕ່າງມາ.
\v 11 ແລ້ວກະສັດຊົງໃຊ້ໄມ້ດູ່ເຮັດຂັ້ນໄດພຣະວິຫານຂອງພຣະຢາເວ ແລະ ພະຣາຊະວັງ, ທັງເຮັດພິນຄູ່ ແລະ ພິນໃຫຍ່ໃຫ້ແກ່ນັກຮ້ອງ. ຊຶ່ງແຕ່ກ່ອນບໍ່ເຄີຍເຫັນມີແບບນີ້ໃນແຜ່ນດິນຢູດາ.
\v 12 ກະສັດໂຊໂລໂມນພະຣາຊະທານທຸກຢ່າງແກ່ພະຣາຊີນີແຫ່ງເຊບາຕາມທີ່ພະນາງຊົງມີພະປະສົງ, ບໍ່ວ່າພະນາງຈະທູນຂໍສິ່ງໃດ, ນອກເຫນືອໄປຈາກສິ່ງທີ່ພະນາງນຳມາຖວາຍກະສັດ. ດັ່ງນັ້ນພະນາງກໍສະເດັດກັບໄປແຜ່ນດິນຂອງພະນາງ, ພ້ອມກັບຂ້າຣາຊະການຂອງພະນາງ.
\s5
\v 13 ນ້ຳຫນັກຄຳທີ່ນຳມາສົ່ງໂຊໂລໂມນໃນປີຫນຶ່ງນັ້ນ ເປັນຄຳ 666 ຕະລັນຕົນ,
\v 14 ນອກເຫນືອຈາກຄຳທີ່ນັກການຄ້າ ແລະ ພໍ່ຄ້າໄດ້ນຳມາ. ກະສັດທັງປວງຂອງປະເທດອາຫລັບ ແລະ ບັນດາເຈົ້າເມືອງແຫ່ງແຜ່ນດິນໄດ້ນຳຄຳ ແລະເງິນມາໃຫ້ໂຊໂລໂມນ.
\s5
\v 15 ກະສັດໂຊໂລໂມນຊົງສ້າງໂລ່ໃຫຍ່ສອງຮ້ອຍອັນດ້ວຍຄຳ. ໂລ່ອັນຫນຶ່ງໃຊ້ຄຳຕີຫົກຮ້ອຍເຊເຂ.
\v 16 ພະອົງຊົງສ້າງໂລ່ສາມຮ້ອຍອັນດ້ວຍຄຳ. ໂລ່ອັນຫນຶ່ງໃຊ້ຄຳສາມຮ້ອຍເຊເຂ; ກະສັດກໍຊົງເກັບໂລ່ໄວ້ໃນພະຣາຊະວັງແຫ່ງປ່າເລບານອນ.
\s5
\v 17 ກະສັດຊົງສ້າງພະທີ່ນັ່ງງາຊ້າງຂະຫນາດໃຫຍ່ດ້ວຍ ແລະ ຊົງໂອບດ້ວຍຄຳບໍຣິສຸດ.
\v 18 ພະທີ່ນັ່ງນັ້ນມີຂັ້ນໄດຫົກຂັ້ນ, ແລະບ່ອນຮອງພະບາດເຮັດດ້ວຍຄຳທີ່ຕິດຢູ່ກັບພະທີ່ນັ່ງ. ທັງສອງຂ້າງຂອງພະທີ່ນັ່ງມີບ່ອນວາງພະຫັດ, ແລະ ສິງໃຫຍ່ສອງໂຕຢືນຢູ່ຂ້າງບ່ອນວາງພະຫັດ.
\s5
\v 19 ມີສິງໃຫຍ່ອີກສິບສອງຕົວຢືນຢູ່ບ່ອນນັ້ນ, ເທິງບັນໄດຫົກຂັ້ນທັງສອງຂ້າງ. ພວກເຂົາບໍ່ເຄີຍເຮັດໃນຣາຊະອານາຈັກໃດຄືແບບນີ້.
\v 20 ພາຊະນະທັງຫມົດສຳລັບເຄື່ອງດື່ມຂອງກະສັດໂຊໂລໂມນເຮັດດ້ວຍຄຳ, ແລະ ພາຊະນະທັງຫມົດຂອງພະຣາຊະວັງປ່າເລບານອນເຮັດດ້ວຍຄຳບໍຣິສຸດ. ບໍ່ມີບ່ອນໃດເຮັດດ້ວຍເງິນເລີຍ ເພາະວ່າເງິນນັ້ນຖືວ່າເປັນຂອງບໍ່ມີຄ່າຫຍັງໃນສະໄຫມຂອງໂຊໂລໂມນ.
\v 21 ກະສັດມີກອງເຮືອທາງທະເລ, ພ້ອມກັບກອງເຮືອຂອງຮູຣາມ. ກຳປັ່ນຕາຊິດນຳຄຳ, ເງິນ, ແລະ ງາຊ້າງ, ທັງ ລິງ ແລະ ນົກຍູງ ມາສາມປີຕໍ່ເທື່ອ.
\s5
\v 22 ດັ່ງນັ້ນແຫລະ ກະສັດໂຊໂລໂມນຈຶ່ງໄດ້ປຽບກວ່າກະສັດອື່ນແຫ່ງແຜ່ນດິນໂລກໃນເລື່ອງຊັບສົມບັດ ແລະ ສະຕິປັນຍາ.
\v 23 ແລະກະສັດທັງຫມົດແຫ່ງແຜ່ນດິນໂລກກໍສະແຫວງຫາທີ່ຈະເຂົ້າເຝົ້າໂຊໂລໂມນ ເພື່ອຈະຟັງພະສະຕິປັນຍາ, ທີ່ພຣະເຈົ້າຊົງພຣະຣາຊະທານໄວ້ໃນໃຈຂອງພະອົງ.
\v 24 ທຸກຄົນກໍນຳເຄື່ອງບັນນາການຂອງຕົນມາ ເປັນເຄື່ອງເຮັດດ້ວຍເງິນ ເຄື່ອງເຮັດດ້ວຍຄຳ, ແລະ ເຄື່ອງແຕ່ງກາຍ, ເຄື່ອງອາວຸດ, ແລະ ເຄື່ອງຫອມ, ທັງ ມ້າ ແລະລໍ, ຕາມຈຳນວນກຳນົດທຸກປີ.
\s5
\v 25 ໂຊໂລໂມນຊົງມີໂຮງລ້ຽງມ້າສີ່ພັນບ່ອນສຳລັບມ້າ ແລະຣົດຮົບ, ແລະ ມີພົນທະຫານຂີ່ມ້າຫນຶ່ງຫມື່ນສອງພັນຄົນ, ຊຶ່ງພະອົງຊົງໃຫ້ປະຈຳຢູ່ໃນຫົວເມືອງຣົດຮົບ ແລະ ຢູ່ກັບກະສັດທີ່ເມືອງເຢຣູຊາເລັມ.
\v 26 ພະອົງຊົງປົກຄອງເຫນືອກະສັດທັງປວງຕັ້ງແຕ່ແມ່ນ້ຳຮອດແຜ່ນດິນຂອງຄົນຟີລິສະຕີນ, ແລະຮອດເຂດແດນຂອງເອຢິບ.
\s5
\v 27 ກະສັດຊົງເຮັດໃຫ້ເງິນນັ້ນເປັນຂອງທຳມະດາໃນເມືອງເຢຣູຊາເລັມ,​ເຫມືອນກ້ອນຫີນເທິງພື້ນດິນ. ພະອົງເຮັດໃຫ້ມີໄມ້ສົນຢ່າງຫລວງຫລາຍຄືກັບໄມ້ຫມາກເດື່ອທີ່ມີໃນທີ່ລຸ່ມ.
\v 28 ພວກເຂົານຳມ້າເຂົ້າມາຖວາຍໂຊໂລໂມນຈາກເອຢິບ ແລະ ຈາກແຜ່ນດິນທັງປວງ.
\v 29 ສ່ວນພະຣາຊະກິດນອກນັ້ນຂອງໂຊໂລໂມນ, ຕັ້ງແຕ່ຕົ້ນຈົນຈົບ, ກໍ່ໄດ້ບັນທຶກໄວ້ໃນຫນັງສືຂອງນາທານຜູ້ທຳນວາຍ, ໃນຄຳທຳນວາຍຂອງອາຮີຢາຊາວຊີໂລ, ແລະໃນນິມິດຂອງອິດໂດຜູ້ທຳນວາຍກ່ຽວກັບເຢໂຣໂບອາມລູກຊາຍເນບັດ?
\v 30 ໂຊໂລໂມນຊົງປົກຄອງໃນເມືອງເຢຣູຊາເລັມເຫນືອອິສະຣາເອນທັງປວງສີ່ສິບປີ.
\v 31 ໂຊໂລໂມນລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ ແລະ ພວກເຂົາຝັງພະສົບໄວ້ໃນນະຄອນດາວິດບິດາຂອງພະອົງ. ເຣໂຮໂບອາມ, ລູກຊາຍຂອງພະອົງ, ຂຶ້ນປົກຄອງແທນພະອົງ.
\s5
\c 10
\cl ບົດທີ 10
\p
\v 1 ເຣໂຮໂບອາມໄດ້ໄປເມືອງເຊເຄັມ, ເພາະອິສຣາເອນທັງປວງໄດ້ມາເຊເຄັມ ເພື່ອຈະຕັ້ງພະອົງໃຫ້ເປັນກະສັດ.
\v 2 ຢູ່ມາເມື່ອເຢໂຣໂບອາມລູກຊາຍເນບັດໄດ້ຍິນເລື່ອງນັ້ນ ເພາະເພິ່ນຍັງຢູ່ໃນເອຢິບ, ບ່ອນທີ່ເພິ່ນຫນີຈາກພະພັກກະສັດໂຊໂລໂມນ,​ແຕ່ເຢໂຣໂບອາມກໍກັບຈາກເອຢິບ.
\s5
\v 3 ພວກເຂົາທັງຫລາຍກໍໃຊ້ຄົນໄປຮຽນເຊີນເພິ່ນ, ແລະເຢໂຣໂບອາມ ແລະ ອິສະຣາເອນທັງຫມົດໄດ້ມາ; ພວກເຂົາໄດ້ທູນເຣໂຮໂບອາມວ່າ,
\v 4 “ບິດາຂອງພະອົງໄດ້ເຮັດໃຫ້ແອກຂອງຂ້າພະອົງທຸກຫນັກ. ເພາະສະນັ້ນ ບັດນີ້, ຂໍຊົງຜ່ອນການບົວລະບັດຢ່າງທຸກຫນັກຂອງບິດາຂອງພະອົງ, ແລະ ແອກອັນຫນັກຂອງພະອົງເຫນືອຂ້າພະອົງທັງຫລາຍໃຫ້ເບົາລົງ, ແລະ ຂ້າພະອົງທັງຫລາຍຈະບົວລະບັດພະອົງ.”
\v 5 ເຣໂຮໂບອາມກ່າວກັບພວກເຂົາວ່າ, “ຄົບສາມມື້ຈົ່ງກັບມາຫາເຮົາອີກ.” ປະຊາຊົນຈຶ່ງກັບໄປ.
\s5
\v 6 ກະສັດເຣໂຮໂບອາມກໍຊົງປຶກສາກັບບັນດາຜູ້ເຖົ້າ ຜູ້ຢູ່ງານປະຈຳໂຊໂລໂມນ ບິດາຂອງພະອົງ ຂະນະທີ່ພະອົງຍັງຊົງພະຊົນຢູ່; ພະອົງກ່າວວ່າ, “ທ່ານທັງຫລາຍຈະແນະນຳເຮົາໃຫ້ຕອບປະຊາຊົນນີ້ຢ່າງໃດ?”
\v 7 ພວກເຂົາທັງຫລາຍທູນພະອົງວ່າ, “ຖ້າພະອົງຊົງເມດຕາແກ່ປະຊາຊົນນີ້ ແລະ ເຮັດໃຫ້ພວກເຂົາພໍໃຈ, ແລະກ່າວຕອບຄຳດີແກ່ພວກເຂົາ, ພວກເຂົາກໍຈະເປັນຜູ້ຮັບໃຊ້ຂອງພະອົງເປັນນິດ.”
\s5
\v 8 ແຕ່ເຣໂຮໂບອາມຊົງປະຖິ້ມຄຳປຶກສາທີ່ຜູ້ເຖົ້າຖວາຍນັ້ນ, ແລະ ໄປປຶກສາກັບຄົນຫນຸ່ມ ຊຶ່ງເຕີບໃຫຍ່ຂຶ້ນມາພ້ອມກັບພະອົງ, ແລະ ຢູ່ງານປະຈຳພະອົງ.
\v 9 ພະອົງກ່າວກັບພວກເຂົາທັງຫລາຍວ່າ, “ທ່ານຈະແນະນຳເຮົາຢ່າງໃດ, ເພື່ອພວກເຮົາຈະຕອບປະຊາຊົນນີ້ຜູ້ທີ່ທູນເຮົາວ່າ, ‘ຂໍຊົງຜ່ອນແອກທີ່ບິດາຂອງພະອົງວາງຢູ່ເຫນືອຂ້າພະອົງທັງຫລາຍໃຫ້ເບົາລົງ?"
\s5
\v 10 ຄົນຫນຸ່ມເຫລົ່ານັ້ນຜູ້ໄດ້ເຕີບໃຫຍ່ມາພ້ອມກັບເຣໂຮໂບອາມທູນພະອົງ, ກ່າວວ່າ, “ພຣະອົງຈົ່ງກ່າວດັ່ງນີ້ແກ່ປະຊາຊົນວ່າຜູ້ໄດ້ກ່າວກັບພະອົງວ່າ ໂຊໂລໂມນພຣະຣາຊາບິດາຂອງພະອົງໄດ້ຊົງເຮັດໃຫ້ແອກຂອງຂ້າພະອົງທັງຫລາຍຫນັກ, ແຕ່ພະອົງຕ້ອງຊົງເຮັດໃຫ້ມັນເບົາລົງ. ນີ້ຄືສິ່ງທີ່ພະອົງຄວນກ່າວກັບພວກເຂົາ, ‘ນິ້ວກ້ອຍຂອງເຮົາກໍຫນັກກວ່າແອກຂອງ ບິດາຂອງເຮົາ.
\v 11 ດັ່ງນັ້ນ, ບັດນີ້ເຖີງແມ່ນວ່າບິດາຂອງເຮົາວາງແອກຫນັກເທິງທ່ານທັງຫລາຍກໍດີແລ້ວ, ເຮົາຈະເພີ່ມແອກໃຫ້ແກ່ທ່ານທັງຫລາຍອີກ. ບິດາຂອງເຮົາຕີສອນທ່ານທັງຫລາຍດ້ວຍໄມ້ແສ້, ແຕ່ເຮົາຈະຕີສອນທ່ານທັງຫລາຍດ້ວຍແສ້ແມງງອດ.’”
\s5
\v 12 ດັ່ງນັ້ນເຢໂຣໂບອາມກັບປະຊາຊົນທັງປວງຈຶ່ງເຂົ້າມາເຝົ້າເຣໂຮໂບອາມໃນມື້ທີສາມ, ດັ່ງທີ່ກະສັດໄດ້ຮັບສັ່ງ, "ອີກສາມວັນຈົ່ງມາຫາເຮົາ."
\v 13 ເຣໂຮໂບອາມໄດ້ກ່າວຕໍ່ເຂົາຢ່າງຫຍາບຄາຍ, ພຣະອົງຊົງປະຖິ້ມຄຳປຶກສາຂອງຜູ້ເຖົ້າ.
\v 14 ໂດຍກ່າວກັບພວກເຂົາຕາມຄຳແນະນຳຂອງພວກຄົນຫນຸ່ມວ່າ “ບິດາຂອງເຮົາເຮັດແອກຂອງທ່ານທັງຫລາຍໃຫ້ຫນັກ, ແຕ່ເຮົາຈະເພີ່ມໃຫ້ແກ່ແອກນັ້ນ. ບິດາຂອງເຮົາຕີສອນທ່ານທັງຫລາຍດ້ວຍໄມ້ແສ້, ແຕ່ເຮົາຈະຕີສອນທ່ານທັງຫລາຍດ້ວຍແສ້ແມງງອດ.”
\s5
\v 15 ດັ່ງນັ້ນ ກະສັດຈຶ່ງບໍ່ໄດ້ຊົງຟັງສຽງປະຊາຊົນ, ເພາະເຫດການນີ້ເປັນມາແຕ່ພຣະເຈົ້າ, ເພື່ອພຣະຢາເວຈະຊົງໃຫ້ ພຣະທັມຂອງພຣະອົງໄດ້ສຳເລັດ ຊຶ່ງພຣະອົງກ່າວໂດຍອາຮີຢາຊາວຊີໂລແກ່ເຢໂຣໂບອາມລູກຊາຍເນບັດ.
\s5
\v 16 ເມື່ອອິສະຣາເອນທັງປວງເຫັນວ່າກະສັດບໍ່ໄດ້ຊົງຟັງພວກເຂົາ, ປະຊາຊົນກໍທູນຕອບກະສັດ ແລະ ກາ່ວວ່າ, “ຂ້າພະອົງທັງຫລາຍມີສ່ວນຫຍັງໃນດາວິດ? ຂ້າພະອົງທັງຫລາຍບໍ່ມີສ່ວນມໍຣະດົກໃນລູກເຢຊີ! ໂອ ອິສະຣາເອນເອີຍ ກັບໄປເຕັນຂອງຕົນແຕ່ລະຄົນສາ. ຂ້າແຕ່ດາວິດ ຈົ່ງເບິ່ງແຍງຣາຊະວົງຂອງພະອົງເອງເຖີດ.” ອິສະຣາເອນທັງປວງຈຶ່ງກັບໄປໃນເຕັນຂອງໃຜລາວ.
\v 17 ແຕ່ເຣໂຮໂບອາມຊົງປົກຄອງເຫນືອປະຊາຊົນອິສະຣາເອນຜູ້ອາສັຍຢູ່ໃນຫົວເມືອງຢູດາ.
\v 18 ແລ້ວກະສັດເຣໂຮໂບອາມຊົງໃຊ້ຮາໂດຣາມ, ຄົນຄຸມແຮງງານໄປເກນຄົນ ແລະ ປະຊາຊົນອິສະຣາເອນກໍເອົາຫີນຄວ່າງເພິ່ນຈົນຕາຍ. ກະສັດເຣໂຮໂບອາມກໍຊົງຮີບຂຶ້ນຣົດຮົບຂອງພະອົງ ຊົງຫນີໄປເມືອງເຢຣູຊາເລັມ.
\v 19 ດ່ັ່ງນັ້ນຄົນອິສະຣາເອນຈຶ່ງກະບົດຕໍ່ຣາຊະວົງຂອງດາວິດເຖິງທຸກມື້ນີ້.
\s5
\c 11
\cl ບົດທີ 11
\p
\v 1 ເມື່ອເຣໂຮໂບອາມມາເຖິງເມືອງເຢຣູຊາເລັມແລ້ວ, ພະອົງໄດ້ຊົງຮວບຮວມເຊື້ອສາຍຢູດາ ແລະ ເບັນຢາມິນ, ເປັນນັກຮົບທີ່ຄັດເລືອກແລ້ວ 180,000 ຄົນ, ເພື່ອຈະສູ້ຮົບກັບອິສະຣາເອນ, ຫມາຍຈະເອົາຣາຊະອານາຈັກຄືນມາໃຫ້ແກ່ເຣໂຮໂບອາມ.
\s5
\v 2 ແຕ່ພຣະທັມຂອງພຣະຢາເວມາເຖິງເຊມາຢາຄົນຂອງພຣະເຈົ້າ, ກ່າວວ່າ,
\v 3 “ຈົ່ງໄປທູນເຣໂຮໂບອາມລູກຊາຍຂອງໂຊໂລໂມນ, ກະສັດແຫ່ງຢູດາ, ແລະ ບອກແກ່ອິສະຣາເອນທັງປວງໃນຢູດາ ແລະ ເບັນຢາມິນວ່າ,
\v 4 ‘ພຣະຢາເວກ່າວດັ່ງນີ້ວ່າ," ເຈົ້າຢ່າຂຶ້ນໄປສູ້ຮົບກັບພີ່ນ້ອງຂອງເຈົ້າ. ຈົ່ງກັບໄປເຮືອນຂອງຕົນທຸກຄົນສາ, ເພາະສິ່ງນີ້ເປັນມາຈາກເຮົາ.'” ເຫດສະນັ້ນ ພວກເຂົາຈຶ່ງເຊື່ອຟັງພຣະທັມຂອງພຣະຢາເວ ແລະ ກັບໄປ ບໍ່ໄດ້ສູ້ຮົບກັບເຢໂຣໂບອາມ.
\s5
\v 5 ເຣໂຮໂບອາມປະທັບໃນເມືອງເຢຣູຊາເລັມ ແລະ ພະອົງຊົງສ້າງຫົວເມືອງຕ່າງໆໃນຢູດາເພື່ອປ້ອງກັນ.
\v 6 ພະອົງຊົງສ້າງເມືອງເບັດເລເຮັມ, ເອຕາມ, ເຕໂກອາ
\v 7 ເບັດຊູເຣ, ໂສໂກ, ອະດຸລາມ,
\v 8 ເມືອງກັດ, ມາເຣຊາ, ແລະ ຊິເຟ
\v 9 ອາໂດຣາຢິມ, ລາກິດ, ອາເຊກາ,
\v 10 ໂຊຣາ, ອາຢາໂລນ ແລະເຮັບໂຣນ. ຫົວເມືອງຊຶ່ງມີປ້ອມທີ່ຢູ່ໃນຢູດາ ແລະ ໃນເບັນຢາມິນ.
\s5
\v 11 ພະອົງຊົງສ້າງປ້ອມປ້ອງກັນໃຫ້ແຂງແຮງ ແລະ ຕັ້ງຜູ້ບັງຄັບບັນຊາໃນປ້ອມເຫລົ່ານັ້ນ, ແລະຊົງສະສົມອາຫານ, ນ້ຳມັນ, ແລະ ນ້ຳອະງຸ່ນ.
\v 12 ພະອົງຊົງເກັບໂລ່ ແລະ ຫອກໄວ້ໃນຫົວເມືອງທັງປວງ ແລະ ເຮັດໃຫ້ຫົວເມືອງເຫລົ່ານັ້ນແຂງແຮງຫລາຍ. ພະອົງຈຶ່ງຊົງຍຶດຢູດາ ແລະ ເບັນຢາມິນໄວ້ໄດ້.
\s5
\v 13 ປະໂລຫິດກັບຄົນເລວີທີ່ຢູ່ໃນອິສະຣາເອນທັງຫມົດໄດ້ເຂົ້າມາຫາພະອົງຈາກເຂດແດນທີ່ພວກເຂົາອາສັຍຢູ່.
\v 14 ເພາະຄົນເລວີປະຖິ້ມທົ່ງຫຍ້າ ແລະ ເຮືອນທີ່ພວກເຂົາຍຶດຖືເປັນກຳສິດ ເພື່ອທີ່ຈະມາຍັງຢູດາ ແລະ ເຢຣູຊາເລັມ, ເພາະເຢໂຣໂບອາມ ແລະລູກຊາຍຂອງພະອົງໄດ້ຂັບໄລ່ພວກເຂົາອອກຈາກຕຳແຫນ່ງ, ດັ່ງນັ້ນພວກເຂົາຈຶ່ງບໍ່ສາມາດປະຕິບັດຫນ້າທີ່ປະໂລຫິດຂອງພຣະຢາເວ.
\v 15 ເຢໂຣໂບອາມຊົງແຕ່ງຕັ້ງປະໂລຫິດຂອງພະອົງຂຶ້ນສຳລັບປູຊະນີຍະສະຖານສູງທັງຫລາຍ ແລະ ສຳລັບຜີປີສາດ ແລະສຳລັບຮູບລູກງົວຊຶ່ງພະອົງຊົງສ້າງຂຶ້ນ.
\s5
\v 16 ບັນດາປະຊາຊົນຈາກຈາກຕະກູນທັງປວງໃນອິສະຣາເອນ, ຜູ້ທີ່ປັກໃຈສະແຫວງຫາພຣະຢາເວ ພຣະເຈົ້າຂອງອິສະຣາເອນ; ພວກເຂົາໄດ້ມາຍັງກຸງເຢລູຊາເລັມເພື່ອຖວາຍສັດບູຊາຕໍ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ.
\v 17 ດັ່ງນັ້ນພວກເຂົາໄດ້ເສີມກຳລັງໃຫ້ຣາຊະອານາຈັກຂອງຢູດາ ແລະ ໄດ້ເຮັດໃຫ້ເຣໂຮໂບອາມລູກຊາຍຂອງໂຊໂລໂມນເຂັ້ມແຂງຢູ່ໄດ້ສາມປີ, ແລະ ພວກເຂົາດຳເນີນຢູ່ສາມປີໃນແບບວິຖີຊີວິດຂອງດາວິດ ແລະໂຊໂລໂມນ.
\s5
\v 18 ເຣໂຮໂບອາມຊົງຮັບເອົານາງມາຮາລາດມາເປັນມະເຫສີ, ທິດາຂອງເຢຣີໂມດ, ລູກຊາຍຂອງດາວິດ, ​ແລະ ອາບີຮາຍ, ຜູ້ເປັນທິດາຂອງເອລີອາບ, ລູກຊາຍເຢຊີ.
\v 19 ພະນາງກໍປະສູດລູກຊາຍໃຫ້ພະອົງຄື ເຢອຸດ, ເຊມາຣີຢາ ແລະ ຊາຮຳ.
\s5
\v 20 ພາຍຫລັງມາຫະລັດ, ເຣໂຮໂບອາມກໍຊົງຮັບມາອາກາ, ທິດາຂອງອັບຊາໂລມ; ຜູ້ຊຶ່ງປະສູດ ອາບີຢາ, ອາດຕາຍ, ຊີຊາ ແລະເຊໂລມິດໃຫ້ພະອົງ.
\v 21 ເຣໂຮໂບອາມຊົງຮັກມາອາກາ, ທິດາຂອງອັບຊາໂລມ, ຫລາຍກວ່າມະເຫສີ ແລະ ນາງສະຫນົມຂອງພະອົງທັງຫມົດ (ພະອົງມີມະເຫສີສິບແປດອົງ ແລະ ນາງສະຫນົມຫົກສິບຄົນ, ແລະ ໃຫ້ກຳເນີດລູກຊາຍຊາວແປດອົງ ແລະ ທິດາຫົກສິບອົງ).
\s5
\v 22 ເຣໂຮໂບອາມຊົງແຕ່ງຕັ້ງໃຫ້ອາບີຢາລູກຊາຍຂອງມາອາກາເປັນລູກຊາຍອົງໃຫຍ່, ໃຫ້ເປັນຫົວຫນ້າທ່າມກາງພີ່ນ້ອງຂອງຕົນ; ເພາະພະອົງຊົງຕັ້ງພະທັຍຈະໃຫ້ເພິ່ນເປັນກະສັດ.
\v 23 ເຣໂຮໂບອາມຊົງຈັດການຢ່າງສະຫລາດ; ພະອົງໄດ້ແຈກຢາຍບັນດາລູກຊາຍຂອງພະອົງໄປທົ່ວແຜ່ນດິນທັງຫມົດຂອງຢູດາແລະ ເບັນຢາມິນ ໃນຫົວເມືອງທີ່ມີປ້ອມທັງຫມົດ. ພະອົງປຣະທານສະບຽງອາຫານໃຫ້ຢ່າງອຸດົມສົມບູນ ແລະ ຊົງມີມະເຫສີຢ່າງຫລວງຫລາຍ.
\s5
\c 12
\cl ບົດທີ 12
\p
\v 1 ແລ້ວສິ່ງນີ້ກໍໄດ້ເກີດຂື້ນ, ເມື່ອຣາຊະອານາຈັກຂອງເຣໂຮໂບອາມຕັ້ງຫມັ້ນຄົງ ແລະ ແຂງແຮງແລ້ວ, ພະອົງຊົງປະຖິ້ມພຣະບັນຍັດຂອງພຣະຢາເວເສຍ ແລະ ອິສະຣາເອນທັງປວງກໍປະຖິ້ມພ້ອມກັບພະອົງດ້ວຍ.
\s5
\v 2 ຢູ່ມາໃນປີທີຫ້າຂອງກະສັດເຣໂຮໂບອາມ, ເພາະພວກເຂົາບໍ່ສັດຊື່ຕໍ່ພຣະຢາເວ, ຊີຊາກກະສັດແຫ່ງເອຢິບສະເດັດຂຶ້ນມາສູ້ຮົບກັບເຢຣູຊາເລັມ.
\v 3 ພະອົງມີຣົດຮົບຫນຶ່ງພັນສອງຮ້ອຍຄັນ ແລະ ພົນທະຫານມ້າຫົກຫມື່ນຄົນ. ພົນຜູ້ມາກັບພະອົງຈາກເອຢິບນັບບໍ່ຖ້ວນຄື ຊາວລີເບຍ, ຄົນສຸກກີ, ແລະ ຄົນເອທີໂອເປຍ.
\v 4 ພະອົງຊົງຍຶດຫົວເມືອງທີ່ມີປ້ອມຂອງຢູດາ ແລະ ກັບມາຍັງເຢຣູຊາເລັມ.
\s5
\v 5 ບັດນີ້ເຊມາຢາຜູ້ທຳນວາຍໄດ້ມາເຝົ້າເຣໂຮໂບອາມ ແລະບັນດາເຈົ້ານາຍແຫ່ງຢູດາ ຜູ້ມາປະຊຸມກັນຢູ່ທີ່ເຢຣູຊາເລັມດ້ວຍເລື່ອງຊີຊາກ ແລ້ວກ່າວແກ່ພວກເຂົາທັງຫລາຍວ່າ, “ພຣະຢາເວກ່າວດັ່ງນີ້ວ່າ ເຈົ້າໄດ້ປະຖິ້ມເຮົາ, ເຮົາຈຶ່ງໄດ້ປະຖິ້ມເຈົ້າໃຫ້ຢູ່ໃນມືຂອງຊີຊາກ.”
\v 6 ແລ້ວເຈົ້ານາຍແຫ່ງອິສະຣາເອນ ແລະ ກະສັດໄດ້ຖ່ອມຕົວລົງ ແລະ ກ່າວວ່, “ພຣະຢາເວຊົງຊອບທັມແລ້ວ.”
\s5
\v 7 ເມື່ອພຣະຢາເວຊົງເຫັນວ່າພວກເຂົາຖ່ອມຕົວລົງ, ພຣະທັມຂອງພຣະຢາເວໄດ້ມາເຖິງເຊມາຢາ, ກ່າວວ່າ, “ເຂົາທັງຫລາຍໄດ້ຖ່ອມຕົວລົງແລ້ວ, ເຮົາຈຶ່ງຈະບໍ່ທຳລາຍພວກເຂົາ; ແຕ່ເຮົາຈະຊ່ວຍເຂົາໃຫ້ພົ້ນໃນລະດັບຫນຶ່ງ; ແລະ ພຣະພິໂຣດຂອງເຮົາຈະບໍ່ຖອກລົງມາເຫນືອເຢຣູຊາເລັມໂດຍມືຂອງຊີຊາກ.
\v 8 ຢ່າງໃດກໍດີ, ພວກເຂົາຕ້ອງເປັນຜູ້ຮັບໃຊ້ຂອງຊີຊາກ, ເພື່ອພວກເຂົາຈະໄດ້ຮູ້ຄວາມແຕກຕ່າງລະຫວ່າງການຮັບໃຊ້ເຮົາ ແລະ ຮັບໃຊ້ຣາຊະອານາຈັກທັງຫລາຍຂອງແຜ່ນດິນໂລກ.”
\s5
\v 9 ດັ່ງນັ້ນຊີຊາກ, ກະສັດແຫ່ງເອຢິບຈຶ່ງຂຶ້ນມາຕໍ່ສູ້ເຢຣູຊາເລັມແລະ ພະອົງຊົງເກັບເອົາຊັບສິນແຫ່ງພຣະວິຫານຂອງພຣະຢາເວ, ແລະ ຊັບສົມບັດໃນພະຣາຊະວັງ. ພະອົງຊົງເກັບເອົາໄປທຸກຢ່າງ; ຊົງເກັບເອົາໂລ່ຄຳທີ່ໂຊໂລໂມນຊົງສ້າງໄວ້ນັ້ນໄປນຳ.
\v 10 ກະສັດເຣໂຮໂບອາມຊົງເຮັດໂລ່ທອງເຫລືອງຂຶ້ນແທນ ແລະ ໄດ້ມອບໄວ້ໃນມືຂອງທະຫານຮັກສາພະອົງ, ຜູ້ເຝົ້າປະຕູພະຣາຊະວັງທັງຫລາຍ.
\s5
\v 11 ມັນໄດ້ເກີດຂຶ້ນທີ່ກະສັດສະເດັດເຂົ້າໄປໃນພຣະວິຫານຂອງພຣະຢາເວເມື່ອໃດ, ທະຫານຮັກສາພະອົງກໍມາຖືໂລ່ນັ້ນ; ແລ້ວນຳກັບໄປເກັບໄວ້ໃນຫ້ອງທະຫານຮັກສາພະອົງຕາມເດີມ.
\v 12 ເມື່ອເຣໂຮໂບອາມຊົງຖ່ອມພະອົງລົງ, ພຣະພິໂຣດຂອງພຣະຢາເວກໍຫັນໄປຈາກພະອົງ, ບໍ່ໄດ້ທຳລາຍພະອົງຈົນຫມົດສິ້ນ; ຫລາຍກວ່ານັ້ນອີກ, ສະພາບການກໍຍັງດີຢູ່ໃນຢູດາ.
\s5
\v 13 ດັ່ງນັ້ນກະສັດເຣໂຮໂບອາມ ຈຶ່ງສະຖາປະນາພະອົງຂຶ້ນໃນເມືອງເຢຣູຊາເລັມ, ແລະ ຊົງປົກຄອງ. ເຣໂຮໂບອາມຊົງເລີ່ມປົກຄອງນັ້ນ ເພິ່ນມີອາຍຸສີ່ສິບເອັດປີ, ແລະ ພະອົງຊົງປົກຄອງສິບເຈັດປີໃນເມືອງເຢຣູຊາເລັມ, ອັນເປັນເມືອງຊຶ່ງພຣະຢາເວຊົງເລືອກໄວ້ຈາກຕະກູນຕ່າງຂອງອິສະຣາເອນ ເພື່ອຈະຕັ້ງພຣະນາມຊື່ຂອງພຣະອົງໄວ້ບ່ອນນັ້ນ. ແມ່ຂອງພະອົງຊົງພະນາມວ່ານາອາມາ, ຄົນອຳໂມນ.
\v 14 ພະອົງໄດ້ຊົງກະທຳການຊົ່ວຮ້າຍ, ເພາະພະອົງບໍ່ຕັ້ງພະທັຍທີ່ຈະສະແຫວງຫາພຣະຢາເວ.
\v 15 ສ່ວນພະຣາຊະກິດຂອງເຣໂຮໂບອາມ, ຕັ້ງແຕ່ຕົ້ນຈົນສຸດທ້າຍ, ກໍໍບໍ່ໄດ້ບັນທຶກໄວ້ໃນຫນັງສືຂອງເຊມາຢາຜູ້ທຳນວາຍ ແລະ ຂອງອິດໂດຜູ້ທຳນວາຍ, ຊຶ່ງໄດ້ບັນທຶກຕາມແບບພົງສາວະດານ ແລະ ສົງຄາມກັນມາຕະຫລອດລະຫວ່າງ ເຣໂຮໂບອາມ ແລະ ເຢໂຣໂບອາມຫລື?.
\v 16 ເຣໂຮໂບອາມກໍລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ ພວກເຂົາກໍຝັງພະສົບໄວ້ໃນນະຄອນດາວິດ; ອາບີຢາລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ.
\s5
\c 13
\cl ບົດທີ 13
\p
\v 1 ໃນປີທີສິບແປດແຫ່ງຣາຊະການຂອງກະສັດເຢໂຣໂບອາມ, ອາບີຢາໄດ້ເລີ່ມປົກຄອງເຫນືອປະເທດຢູດາ.
\v 2 ພະອົງຊົງປົກຄອງໃນເຢຣູຊາເລັມສາມປີ; ແມ່ຂອງພະອົງມີພະນາມວ່າ ມີກາຢາ, ລູກສາວຂອງອຸຣີເອນແຫ່ງກິເບອາ. ມີສົງຄາມລະຫວ່າງອາບີຢາ ແລະ ເຢໂຣໂບອາມ.
\v 3 ອາບີຢາສະເດັດອອກເຮັດສົງຄາມ ກັບກອງທັບທະຫານທີ່ກ້າຫານ, ຊຳນານເສິກ, ເປັນຄົນຄັດເລືອກແລ້ວ 400,000 ຄົນ. ເຢໂຣໂບອາມໄດ້ຕັ້ງແນວຮົບສູ້ກັບພະອົງດ້ວຍຄົນທີ່ຖືກຄັດເລືອກ ທີ່ກ້າຫານ, ຊຳນານເສິກເປັນທະຫານ 800,000 ຄົນ.
\s5
\v 4 ອາບີຢາຊົງລຸກຢືນຢູ່ເທິງພູເຂົາເຊມາຣາຢິມ, ຊຶ່ງຢູ່ໃນພູເຂົາເອຟຣາຢິມ, ແລະ ກ່າວວ່າ, “ຂ້າແດ່ເຢໂຣໂບອາມ ແລະອິສະຣາເອນທັງປວງ, ຂໍຟັງຂ້າພະເຈົ້າ!
\v 5 ບໍ່ຄວນຫລືທີ່ທ່ານທັງຫລາຍຈະຮູ້ວ່າ ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ພຣະຣາຊະທານຕຳແຫນ່ງກະສັດເຫນືອອິສະຣາເອນເປັນນິດ, ແກ່ດາວິດ ແລະ ລູກຫລານຂອງພະອົງໂດຍຄຳຫມັ້ນສັນຍາຢ່າງເປັນທາງການ.
\s5
\v 6 ເຖິງປານນັ້ນ ເຢໂຣໂບອາມລູກຊາຍເນບັດ, ຂ້າຣາຊະການຂອງໂຊໂລໂມນລູກຊາຍຂອງດາວິດ, ໄດ້ລຸກຂຶ້ນກະບົດຕໍ່ເຈົ້ານາຍຂອງຕົນ.
\v 7 ມີພວກຜູ້ຊາຍໄຮ້ຄ່າ, ຄົນຖ່ອຍຄົນອັນທະພານບາງຄົນມົ້ວສຸມກັນກັບລາວ. ຂານສູ້ກັບເຣໂຮໂບອາມລູກຊາຍຂອງໂຊໂລໂມນ, ເມື່ອເຣໂຮໂບອາມຍັງນ້ອຍຢູ່ ແລະ ຂາດປະສົບການ ແລະ ໃຈອ່ອນແອຕ້ານທານພວກເຂົາບໍ່ໄຫວ.
\s5
\v 8 ບັດນີ້ ທ່ານຄິດວ່າຈະຕໍ່ຕ້ານຣາຊະອານາຈັກຂອງພຣະຢາເວທີ່ຢູ່ໃນມືລູກຫລານຂອງດາວິດ. ເພາະທ່ານທັງຫລາຍເປັນຄົນຫມູ່ໃຫຍ່, ແລະ ມີພະເປັນລູກງົວຄຳທີ່ເຢໂຣໂບອາມສ້າງໄວ້ໃຫ້ທ່ານ.
\v 9 ທ່ານທັງຫລາຍບໍ່ໄດ້ຂັບໄລ່ປະໂລຫິດຂອງພຣະຢາເວ, ລູກຫລານຂອງອາໂຣນ, ແລະ ຄົນເລວີອອກໄປຫລື? ພວກເຈົ້າບໍ່ໄດ້ ຕັ້ງປະໂລຫິດສຳລັບຕົນເອງຄືຊົນຊາດທັງຫລາຍຫລື? ຜູ້ໃດທີ່ນຳງົວຫນຸ່ມ ແລະ ແກະຜູ້ເຈັດໂຕມາຊຳຣະຕົວໃຫ້ບໍຣິສຸດໄວ້ ຈະໄດ້ເປັນປະໂລຫິດຂອງສິ່ງທີ່ບໍ່ແມ່ນພະແທ້.
\s5
\v 10 ແຕ່ສຳລັບເຮົາທັງຫລາຍ, ພຣະຢາເວຊົງເປັນພຣະເຈົ້າຂອງເຮົາທັງຫລາຍ, ແລະ ເຮົາທັງຫລາຍບໍ່ໄດ້ປະຖິ້ມພຣະອົງ. ເຮົາມີປະໂລຫິດ, ຜູ້ບົວລະບັດພຣະຢາເວເປັນລູກຫລານຂອງອາໂຣນ, ແລະ ທັງມີຄົນເລວີເຮັດວຽກຫນ້າທີ່ຂອງພວກເຂົາ.
\v 11 ພວກເຂົາຖວາຍເຄື່ອງເຜົາບູຊາແດ່ພຣະຢາເວທຸກເຊົ້າທຸກແລງ ທັງເຄື່ອງຫອມ. ພວກເຂົາກຽມທັງເຂົ້າຈີ່ຕໍ່ຫນ້າພຣະພັກເທິງ ໂຕະບໍຣິສຸດ, ແລະເບິ່ງແຍງຄັນຕະກຽງຄຳ ພ້ອມທັງຕະກຽງ, ເພື່ອໃຫ້ຕະກຽງລຸກຢູ່ທຸກແລງ. ເພາະເຮົາໄດ້ຮັກສາພຣະບັນຊາຂອງພຣະຢາເວ, ພຣະເຈົ້າຂອງເຮົາ, ແຕ່ທ່ານໄດ້ປະຖິ້ມພຣະອົງເສຍ.
\s5
\v 12 ແລະເບິ່ງແມ, ພຣະເຈົ້າຊົງຢູ່ກັບເຮົາ ຊົງເປັນຜູ້ບັງຄັບບັນຊາຂອງເຮົາ, ແລະ ປະໂລຫິດຂອງພຣະອົງກັບແກເສິກພ້ອມທີ່ຈະເປົ່າເອີ້ນເຮັດສົງຄາມຕໍ່ສູ້ກັບທ່ານ. ປະຊາຊົນອິສະຣາເອນເອີຍ, ຂໍຢ່າຕໍ່ສູ້ກັບພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານ, ເພາະທ່ານຈະບໍ່ຊະນະເລີຍ.”
\s5
\v 13 ແຕ່ເຢໂຣໂບອາມໄດ້ສັບຊ້ອນດັກຊຸ້ມຜູ້ຄົນໄວ້ເພື່ອຈະອ້ອມມາຫາພວກເຂົາ; ຈາກເບື້ອງຫລັງ ດັ່ງນັ້ນ ກອງທະຫານຂອງພະອົງກໍຢູ່ຕໍ່ຫນ້າຢູດາ, ແລະ ກອງຊຸ້ມກໍຢູ່ຂ້າງຫລັງພວກເຂົາ.
\v 14 ເມື່ອຢູດາຫລຽວເບິ່ງຫລັງ, ການເສິກກໍຢູ່ຂ້າງຫນ້າ ແລະຂ້າງຫລັງພວກເຂົາ. ພວກເຂົາທັງຫລາຍກໍຮ້ອງທູນຕໍ່ພຣະຢາເວ, ແລະ ບັນດາປະໂລຫິດກໍເປົ່າແກ.
\v 15 ແລ້ວຄົນຂອງຢູດາກໍເປັ່ງສຽງຮ້ອງທຳນອງເສິກ; ແລະເມື່ອຄົນຢູດາຮ້ອງຂຶ້ນ, ຢູ່ມາພຣະເຈົ້າຊົງໃຫ້ເຢໂຣໂບອາມ ແລະ ອິສະຣາເອນທັງປວງພ່າຍແພ້ໄປຕໍ່ອາບີຢາ ແລະ ຢູດາ.
\s5
\v 16 ຄົນອິສະຣາເອນໄດ້ຫນີໄປຕໍ່ຫນ້າຢູດາ, ແລະ ພຣະເຈົ້າຊົງມອບພວກເຂົາໄວ້ໃນມືຂອງອາບີຢາ.
\v 17 ອາບີຢາ ແລະປະຊາຊົນຂອງພະອົງກໍຂ້າພວກເຂົາຢ່າງຫລວງຫລາຍ; ຄົນອິສະຣາເອນທີ່ຄັດເລືອກແລ້ວຈຶ່ງລົ້ມຕາຍ 500,000 ຄົນ.
\v 18 ນີ້ແຫລະ, ຄົນອິສະຣາເອນທີ່ຖືກປາບປາມໃນເທື່ອນັ້ນ; ຄົນຢູດາກໍຊະນະ ເພາະພວກເຂົາເພິ່ງພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ.
\v 19 ອາບີຢາໄດ້ໄລ່ຕິດຕາມເຢໂຣໂບອາມ; ພະອົງໄດ້ຍຶດເອົາຫົວເມືອງຈາກພະອົງຄື ຄືເມືອງເບັດເອນກັບຫມູ່ບ້ານຂອງເມືອງນັ້ນ, ເຢຊານາກັບຫມູ່ບ້ານຂອງເມືອງນັ້ນ, ແລະ ເອຟະໂຣນກັບຫມູ່ຂອງເມືອງນັ້ນ.
\v 20 ເຢໂຣໂບອາມບໍ່ໄດ້ຟື້ນອຳນາດຂອງພະອົງໃນຣາຊະການຂອງອາບີຢາ; ພຣະຢາເວຊົງປຣະຫານພະອົງໃຫ້ສິ້ນພະຊົນເສຍ.
\v 21 ແຕ່ຝ່າຍອາບີຢາກໍມີອຳນາດຫລາຍຂຶ້ນ; ພະອົງຊົງມີມະເຫສີສິບສີ່ອົງ ແລະ ໃຫ້ກຳເນີດລູກຊາຍຊາວສອງອົງ ແລະ ລູກສາວສິບຫົກອົງ.
\v 22 ຣາຊະກິດນອກນັ້ນຂອງອາບີຢາ, ວິທີການ, ແລະ ພະດຳຣັດຂອງພະອົງໄດ້ບັນທຶກໄວ້ໃນຫນັງສືຂອງຜູ້ທຳນວາຍອິດໂດ.
\s5
\c 14
\cl ບົດທີ 14
\p
\v 1 ອາບີຢາຈຶ່ງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະ ພວກເຂົາກໍຝັງພະສົບໄວ້ໃນນະຄອນດາວິດ. ອາຊາລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ. ໃນຣາຊະການຂອງອາຊາແຜ່ນດິນໄດ້ສະຫງົບຢູ່ສິບປີ.
\v 2 ອາຊາຊົງກະທຳສິ່ງທີ່ດີ ແລະເປັນທີ່ຊອບໃນສາຍພຣະເນດພຣະຢາເວພຣະເຈົ້າຂອງພະອົງ.
\v 3 ພະອົງຊົງກຳຈັດແທ່ນບູຊາພະຕ່າງດ້າວ ແລະ ປູຊະນີຍະສະຖານສູງທັງຫລາຍ. ມ້າງເສົາສັກສິດລົງ ແລະ ໄດ້ລົ້ມເສົາຮູບເຄົາຣົບເສຍ.
\v 4 ພະອົງໄດ້ຊົງບັນຊາໃຫ້ຢູດາສະແຫວງຫາພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ, ແລະ ໃຫ້ຮັກສາກົດຫມາຍກັບພຣະບັນຍັດ.
\s5
\v 5 ພະອົງຊົງກຳຈັດປູຊະນີຍະສະຖານສູງ ແລະ ແທ່ນເຄື່ອງຫອມອອກໄປຈາກຫົວເມືອງທັງຫມົດຂອງຢູດານຳ. ຣາຊະອານາຈັກກໍໄດ້ສະຫງົບຢູ່ພາຍໃຕ້ພະອົງ.
\v 6 ພະອົງຊົງສ້າງຫົວເມືອງທີ່ມີປ້ອມໃນຢູດາ, ເພາະແຜ່ນດິນກໍສະຫງົບ, ແລະ ພະອົງບໍ່ໄດ້ເຮັດສົງຄາມໃນປີເຫລົ່ານັ້ນ, ເພາະພຣະຢາເວຊົງປຣະທານຄວາມສະຫງົບແກ່ພະອົງ.
\s5
\v 7 ເພາະອາຊາກ່າວກັບຢູດາວ່າ, “ໃຫ້ເຮົາທັງຫລາຍສ້າງຫົວເມືອງເຫລົ່ານີ້ ແລະ ອ້ອມດ້ວຍກຳແພງຫໍຄອຍ, ປະຕູເມືອງ ແລະ ດ່ານ; ແຜ່ນດິນຍັງເປັນຂອງເຮົາ ເພາະເຮົາໄດ້ສະແຫວງຫາພຣະຢາເວພຣະເຈົ້າຂອງເຮົາ. ເຮົາໄດ້ສະແຫວງຫາພຣະອົງ, ແລະພຣະອົງໄດ້ຊົງປຣະທານຄວາມສະຫງົບສຸກທຸກດ້ານ.” ດັ່ງນັ້ນພວກເຂົາທັງຫລາຍຈຶ່ງສ້າງສາ ແລະ ຈະເຣີນຂຶ້ນ.
\v 8 ອາຊາຊົງມີກອງທັບດ້ວຍໂລ່ໃຫຍ່ ແລະ ຫອກ; ຈາກຢູດາ 300,000 ຄົນ ແລະ ຈາກເບັນຢາມິນຊຶ່ງຖືໂລ່ ແລະ ທະນູ 280,000 ຄົນ. ທັງຫມົດເປັນທະຫານເອກ.
\s5
\v 9 ເຊຣາຊາວເອທີໂອເປຍໄດ້ອອກມາຕໍ່ສູ້ກັບພວກເຂົາດ້ວຍກອງທັບຫນຶ່ງລ້ານຄົນ ແລະ ລົດຮົບສາມຮ້ອຍຄັນ ແລະ ພtອົງໄດ້ມາຮອດເມືອງມາເຣຊາ.
\v 10 ແລະອາຊາຊົງຍົກອອກໄປປະທະກັບພວກເຂົາ, ແລະ ພວກເຂົາທັງຫລາຍກໍຕັ້ງແນວຮົບໃນພູເຂົາເຊຟາທາທີ່ມາເຣຊາ.
\v 11 ອາຊາຮ້ອງທູນຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງວ່າ, “ຂ້າແດ່ພຣະຢາເວ, ບໍ່ມີຜູ້ໃດຊ່ວຍໄດ້ຢ່າງພຣະອົງ ໃນການສູ້ຮົບກັນລະຫວ່າງຜູ້ທີ່ມີກຳລັງເມື່ອພວກເຂົາກຳລັງປະເຊີນກັບຄົນຫລວງຫລາຍ. ຂ້າແດ່ພຣະຢາເວພຣະເຈົ້າຂອງຂ້າພະອົງທັງຫລາຍ ຂໍຊົງຊ່ວຍພວກຂ້າພະອົງ, ເພາະຂ້າພະອົງທັງຫລາຍເພິ່ງພຣະອົງ, ແລະ ຂ້າພະອົງມາຕໍ່ສູ້ກັບຄົນຫມູ່ໃຫຍ່ນີ້ໃນພຣະນາມຂອງພຣະອົງ. ຂ້າແດ່ພຣະຢາເວ, ພຣະອົງຊົງເປັນພຣະເຈົ້າຂອງຂ້າພຣະອົງທັງຫລາຍ; ຂໍຢ່າໃຫ້ມະນຸດຊະນະພຣະອົງ.”
\s5
\v 12 ດັ່ງນັ້ນພຣະຢາເວຈຶ່ງຊົງໃຫ້ຊາວເອທີໂອເປຍພ່າຍແພ້ຕໍ່ອາຊາ ແລະ ຕໍ່ຢູດາ; ຊາວເອທີໂອເປຍກໍຫນີໄປ.
\v 13 ອາຊາ ແລະທະຫານທີ່ຢູ່ກັບພະອົງກໍໄລ່ຕາມພວກເຂົາໄປເຖິງເມືອງເກຣາ. ຊາວເອທີໂອເປຍລົ້ມ ຕາຍຫລາຍຈົນບໍ່ເຫລືອຈັກຊີວິດດຽວ, ເພາະພວກເຂົາໄດ້ແຕກພ່າຍຕໍ່ພຣະພັກພຣະຢາເວ ແລະກອງທັບຂອງພຣະອົງ. ຄົນຢູດາເກັບຂອງທີ່ຍຶດໄດ້ຢ່າງຫລວງຫລາຍ.
\v 14 ພວກເຂົາຍັງໂຈມຕີບັນດາຫົວເມືອງຮອບເມືອງເກຣາ, ເພາະວ່າຄວາມຢ້ານກົວຕໍ່ພຣະຢາເວໄດ້ມາເທິງພວກເຂົາ. ພວກເຂົາໄດ້ປຸ້ນຫົວເມືອງທັງຫມົດ, ແລະ ເພາະມີສິ່ງຂອງທີ່ຍຶດໄດ້ໃນນັ້ນຫລາຍ.
\v 15 ພວກເຂົາໄດ້ໂຈມຕີເຕັນຂອງຜູ້ທີ່ມີງົວ; ພວກເຂົາໄດ້ຢຶດເອົາແກະໄປຢ່າງຫລວງຫລາຍ, ແລະ ອູດດ້ວຍ, ແລ້ວພວກເຂົາກໍກັບໄປເຢຣູຊາເລັມ.
\s5
\c 15
\cl ບົດທີ 15
\p
\v 1 ພຣະວິນຍານຂອງພຣະເຈົ້າສະເດັດມາສະຖິດກັບອາຊາຣີຢາລູກຊາຍໂອເດັດ.
\v 2 ເພິ່ນຈິ່ງອອກໄປເຝົ້າອາຊາທູນພະອົງວ່າ, “ຂ້າແດ່ອາຊາ ແລະ ຢູດາ ກັບເບັນຢາມິນທັງປວງ ຂໍຈົ່ງຟັງຂ້າພະເຈົ້າ: ພຣະຢາເວຊົງສະຖິດກັບທ່ານທັງຫລາຍ, ກໍຕໍ່ເມື່ອທ່ານທັງຫລາຍຢູ່ກັບພຣະອົງ. ຖ້າທ່ານທັງຫລາຍສະແຫວງຫາພຣະອົງ, ທ່ານກໍຈະພົບພຣະອົງ; ແຕ່ຖ້າທ່ານທັງຫລາຍປະຖິ້ມພຣະອົງ, ພຣະອົງຈະຊົງປະຖິ້ມທ່ານທັງຫລາຍ.
\s5
\v 3 ອິສຣາເອນຢູ່ໂດຍປາສະຈາກພຣະເຈົ້າອົງທ່ຽງແທ້ເປັນເວລາດົນ, ບໍ່ມີປະໂລຫິດຜູ້ສັ່ງສອນ, ແລະ ບໍ່ມີກົດຫມາຍ.
\v 4 ແຕ່ເມື່ອເຖິງຄາວພວກເຂົາທຸກຍາກລຳບາກ ພວກເຂົາຫັນມາຫາພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ແລະ ສະແຫວງຫາພຣະອົງ ພວກເຂົາທັງຫລາຍກໍພົບພຣະອົງ.
\v 5 ໃນສມັຍນັ້ນບໍ່ມີສັນຕິພາບແກ່ຜູ້ທີ່ອອກໄປ, ຫລືຜູ້ທີ່ເຂົ້າມາ; ເພາະມີການວຸ້ນວາຍລົບກວນຊາວເມືອງທັງຫລາຍນັ້ນ.
\s5
\v 6 ພວກເຂົາແຕກແຍກກັນເປັນພວກ, ປະຊາຊາດຕໍ່ປະຊາຊາດ, ແລະ ເມືອງຕໍ່ເມືອງ, ເພາະພຣະເຈົ້າຊົງລົບກວນພວກເຂົາດ້ວຍຄວາມທຸກຍາກລຳບາກ.
\v 7 ແຕ່ທ່ານທັງຫລາຍຈົ່ງກ້າຫານ, ຢ່າໃຫ້ມືຂອງທ່ານອ່ອນລົງ, ເພາະວ່າກິຈະການຂອງທ່ານຈະໄດ້ຮັບບຳເຫນັດ.”
\s5
\v 8 ເມື່ອອາຊາຊົງຮັບຟັງຖ້ອຍຄຳເຫລົ່ານີ້, ຄືຄຳທຳນວາຍຂອງໂອເດັດຜູ້ທຳນວາຍ, ພະອົງກໍຊົງມີພະທັຍກ້າຂຶ້ນ ແລະ ຊົງກຳຈັດສິ່ງທີ່ຫນ້າກຽດຊັງຈາກແຜ່ນດິນຢູດາ ແລະ ເບັນຢາມິນຈົນຫມົດ, ແລະ ຈາກຫົວເມືອງຊຶ່ງພະອົງຍຶດມາໄດ້ຈາກພູເຂົາເອຟຣາຢິມ, ແລະ ພະອົງຊົງສ້ອມແປງແທ່ນບູຊາຂອງພຣະຢາເວ, ຊຶ່ງຢູ່ຕໍ່ຫນ້າລະບຽງພຣະວິຫານຂອງພຣະຢາເວ.
\v 9 ພະອົງຊົງຮວບຮວມຢູດາ ແລະ ເບັນຢາມິນທັງປວງ, ແລະ ຄົນເຫລົ່ານັ້ນຈາກເອຟຣາຢິມ ມານາເຊ ແລະ ຈາກຊິເມໂອນຜູ້ອາສັຍຢູ່ກັບພວກເຂົາທັງຫລາຍ. ເພາະຄົນເປັນຈຳນວນຫລາຍໄດ້ຫລົບຫນີມາຫາພະອົງຈາກອິສະຣາເອນ, ເມື່ອພວກເຂົາເຫັນວ່າພຣະຢາເວພຣະເຈົ້າຂອງພະອົງສະຖິດຢູ່ກັບພະອົງ.
\s5
\v 10 ພວກເຂົາຊຸມນຸມກັນທີ່ເຢຣູຊາເລັມໃນເດືອນທີສາມ, ຂອງປີທີສິບຫ້າໃນຣາຊະການຂອງອາຊາ.
\v 11 ພວກເຂົາຖວາຍສັດບູຊາແດ່ພຣະຢາເວໃນມື້ນັ້ນຈາກເຄື່ອງຂອງທີ່ພວກເຂົາໄດ້ຍຶດມາ: ມີງົວເຖິກເຈັດຮ້ອຍໂຕ ແລະ ແກະເຈັດພັນໂຕ.
\s5
\v 12 ພວກເຂົາກໍເຮັດຄຳຫມັ້ນສັນຍາທີ່ຈະສະແຫວງຫາພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ດ້ວຍສຸດຈິດສຸດໃຈຂອງພວກເຂົາ.
\v 13 ພວກເຂົາໄດ້ຕົກລົງວ່າຫາກຜູ້ໃດທີ່ປະຕິເສດທີ່ຈະສະແຫວງຫາພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຄວນຈະມີໂທດເຖິງຕາຍ, ບໍ່ວ່ານ້ອຍ ຫລື ໃຫຍ່, ບໍ່ວ່າຊາຍ ຫລື ຍິງ.
\s5
\v 14 ພວກເຂົາໄດ້ເຮັດຄຳສັນຍາສາບານຕໍ່ພຣະຢາເວດ້ວຍສຽງອັນດັງ, ກັບດ້ວຍສຽງໂຫ່ຮ້ອງ, ແລະ ດ້ວຍສຽງແກ ແລະ ເຂົາສັດ.
\v 15 ຄົນຢູດາທັງປວງກໍຊົມຊື່ນຍິນດີເພາະຄຳສາບານນັ້ນ, ເພາະພວກເຂົາໄດ້ປະຕິຍານດ້ວຍສຸດໃຈຂອງຕົນ, ແລະ ໄດ້ສະແຫວງຫາພຣະອົງດ້ວຍສຸດຄວາມປຣາດຖນາຂອງຕົນ, ແລະ ພວກເຂົາກໍພົບພຣະອົງ. ພຣະຢາເວຊົງປຣະທານໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ.
\s5
\v 16 ເຖິງວ່າມາອາກາແມ່ຂອງກະສັດອາຊາ ພະອົງກໍຊົງຖອດອອກຈາກການເປັນພະມານດາ, ເພາະພະນາງໄດ້ເຮັດຮູບເຄົາຣົບອັນຫນ້າກຽດຊັງໃນເສົາຮູບເຄົາຣົບ. ອາຊາຊົງທຳລາຍຮູບເຄົາຣົບຂອງພະນາງລົງ, ແລະບົດ ແລ້ວເຜົາເສຍທີ່ຫ້ວຍນ້ຳກິດໂຣນ.
\v 17 ແຕ່ສະຖານສູງຕ່າງໆຍັງບໍ່ໄດ້ຖືກຮື້ອອກຫມົດຈາກອິສະຣາເອນ. ຢ່າງໃດກໍດີ ພະທັຍຂອງອາຊາກໍບໍຣິສຸດຕະຫລອດຣາຊະການຂອງພະອົງ.
\v 18 ພະອົງຊົງນຳເຄື່ອງອຸທິດຖວາຍຂອງຜູ້ເປັນພຣະຣາຊະບິດາ ແລະ ລວມທັງເຄື່ອງທີ່ພະອົງເອງຊົງອຸທິດຖວາຍ ມີເງິນ ແລະ ຄຳ ແລະເຄື່ອງໃຊ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ.
\v 19 ບໍ່ມີສົງຄາມອີກຈົນປີທີສາມສິບຫ້າໃນຣາຊະການຂອງອາຊາ.
\s5
\c 16
\cl ບົດທີ 16
\p
\v 1 ໃນປີທີສາມສິບຫົກແຫ່ງຣາຊະການອາຊາ, ບາອາຊາ, ກະສັດແຫ່ງອິສະຣາເອນ, ຂຶ້ນມາຕໍ່ສູ້ກັບຢູດາ ແລະ ໄດ້ສ້າງເມືອງຣາມາ, ເພື່ອວ່າພະອົງຈະບໍ່ຊົງໃຫ້ຄົນຫນຶ່ງຄົນໃດອອກໄປ ຫລືເຂົ້າມາຫາແຜ່ນດິນຂອງອາຊາ, ກະສັດຂອງຢູດາ.
\s5
\v 2 ແລ້ວອາຊາຊົງເອົາເງິນ ແລະ ຄຳຈາກຄັງຂອງພຣະວິຫານຂອງພຣະຢາເວ ແລະ ຈາກລາຊະສຳນັກ, ແລະ ສົ່ງໄປໃຫ້ເບັນຮາດັດກະສັດແຫ່ງອາລາມຜູ້ປະທັບໃນເມືອງດາມາເຊ. ໄດ້ກ່າວວ່າ,
\v 3 “ຂໍໃຫ້ມີຄວາມສຳພັນລະຫວ່າງຂ້າພະເຈົ້າ ແລະພະອົງ, ດັ່ງທີ່ມີຢູ່ກັບບິດາຂອງຂ້າພະເຈົ້າ ແລະ ບິດາຂອງພະອົງ. ເບິ່ງແມ, ຂ້າພະເຈົ້າໄດ້ສົ່ງເງິນ ແລະ ຄຳມາໃຫ້ພະອົງ. ຂໍສະເດັດໄປທຳລາຍສັນຍາຂອງພະອົງທີ່ມີກັບບາອາຊາ, ​ກະສັດແຫ່ງອິສະຣາເອນ, ເພື່ອພວກເຂົາຈະຖອຍທັບໄປຈາກຂ້າພະເຈົ້າ.”
\s5
\v 4 ເບັນຮາດັດຊົງເຊື່ອຟັງກະສັດອາຊາ ແລະ ສົ່ງຜູ້ບັງຄັບບັນຊາກອງທັບຂອງພະອົງໄປຕໍ່ສູ້ກັບຫົວເມືອງຂອງອິສະຣາເອນ. ພວກເຂົາທັງຫລາຍໂຈມຕີເມືອງອີໂຢນ, ດານ, ອາເບັນມາຢິມ, ແລະ ຫົວເມືອງຄັງຫລວງທັງຫມົດຂອງນັບທາລີ.
\v 5 ຕໍ່ມາເມື່ອບາອາຊາຊົງໄດ້ຍິນເລື່ອງນັ້ນ, ພະອົງຊົງຢຸດສ້າງເມືອງຣາມາ, ແລະ ໃຫ້ພະຣາຊະກິດຂອງພະອົງຢຸດຊະງັກ.
\v 6 ແລ້ວກະສັດອາຊາຊົງນຳຢູດາທັງຫມົດ. ພວກເຂົາທັງຫລາຍຂົນຫີນຂອງເມືອງຣາມາ ແລະ ເຄື່ອງໄມ້ຂອງເມືອງນັ້ນ ຊຶ່ງບາອາຊາໃຊ້ສ້າງ. ແລ້ວກະສັດອາຊາໄດ້ຊົງໃຊ້ສິ່ງກໍ່ສ້າງນັ້ນເອົາມາສ້າງເມືອງເກບາ ແລະ ເມືອງມິດຊະປາ.
\s5
\v 7 ເວລານັ້ນຮານານີຜູ້ທຳນວາຍໄດ້ມາເຝົ້າອາຊາ, ກະສັດຂອງຢູດາ, ແລະ ທູນພະອົງວ່າ, “ເພາະທ່ານເພິ່ງກະສັດຂອງຊີເຣຍ, ໂດຍບໍ່ໄດ້ເພິ່ງພຣະຢາເວພຣະເຈົ້າຂອງທ່ານ, ເພາະສະນັ້ນ ກອງທັບຂອງກະສັດຊີເຣຍຈຶ່ງໄດ້ຫລຸດພົ້ນມືທ່ານໄປ.
\v 8 ຄົນເອທີໂອເປຍ ແລະ ຊາວລີເບຍບໍ່ແມ່ນກອງທັບໃຫຍ່, ທີ່ມີຣົດຮົບ ແລະ ທະຫານມ້າຢ່າງຫລວງຫລາຍຫລື? ແຕ່ເພາະທ່ານເພິ່ງພຣະຢາເວ, ພຣະອົງຈະຊົງມອບພວກເຂົາທັງຫລາຍໄວ້ໃນມືຂອງທ່ານ.
\s5
\v 9 ເພາະວ່າພຣະເນດຂອງພຣະຢາເວກໍຢູ່ເຫນືອແຜ່ນດິນໂລກທັງຫມົດ, ເພື່ອສະແດງຣິດທານຸພາບຂອງພຣະອົງໂດຍເຫັນແກ່ຜູ້ທີ່ມີໃຈຈິງຕໍ່ພຣະອົງ. ໃນເລື່ອງນີ້ທ່ານໄດ້ເຮັດຢ່າງໂງ່ຈ້າ. ເພາະຕັ້ງແຕ່ນີ້ໄປທ່ານຈະມີການເສິກສົງຄາມ.”
\v 10 ຝ່າຍອາຊາກໍຊົງຮ້າຍຕໍ່ຜູ້ທຳນວາຍນັ້ນ; ແລະພະອົງຈັບລາວຂັງໄວ້ໃນຄຸກ, ເພາະພະອົງຊົງຮ້າຍຫລາຍແກ່ລາວໃນເລື່ອງນີ້. ໃນເວລາດຽວກັນ, ອາຊາຍັງໄດ້ຊົງຂົ່ມເຫັງປະຊາຊົນບາງຄົນດ້ວຍ.
\s5
\v 11 ເບິ່ງແມ, ພະຣາຊະກິດຂອງອາຊາ, ຕັ້ງແຕ່ຕົ້ນຈົນສຸດທ້າຍ, ໄດ້ບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະອິສະຣາເອນ.
\v 12 ໃນປີທີສາມສິບເກົ້າແຫ່ງຣາຊະການຂອງພະອົງ, ອາຊາຊົງເປັນພະຍາດທີ່ພະບາດຂອງພະອົງ; ພະຍາດຂອງພະອົງກໍຮ້າຍແຮງຫລາຍ. ແມ່ນວ່າ, ເປັນພະຍາດຢູ່ພະອົງກໍບໍ່ໄດ້ຊົງສະແຫວງຫາພຣະຢາເວ, ແຕ່ໄດ້ສະແຫວງຫາຄວາມຊ່ວຍເຫລືອຈາກແພດຫມໍ.
\s5
\v 13 ອາຊາຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ; ພະອົງສິ້ນພະຊົນໃນປີທີສີ່ສິບເອັດແຫ່ງຣາຊະການຂອງພະອົງ.
\v 14 ພວກເຂົາຝັງພະສົບໄວ້ໃນຂຸມຝັງສົບຂອງພະອົງ, ຊຶ່ງພະອົງໄດ້ສະກັດໄວ້ແລ້ວໃນນະຄອນດາວິດ. ພວກເຂົາວາງພະສົບຂອງພະອົງໄວ້ເທິງແທ່ນທີ່ມີເຄື່ອງຫອມຕ່າງເຕັມໄປຫມົດ ຊຶ່ງຊ່າງປຸງເຄື່ອງຫອມໄດ້ປຸງໄວ້. ແລະເຂົາທັງຫລາຍໄດ້ກໍ່ແປວໄຟໃຫຍ່ຖວາຍພະອົງ.
\s5
\c 17
\cl ບົດທີ 17
\p
\v 1 ເຢໂຮຊາຟັດລູກຊາຍຂອງພະອົງຂຶ້ນປົກຄອງແທນພະອົງ. ເຢໂຮຊາຟັດໄດ້ຊົງເສີມກຳລັງທະຫານຕໍ່ສູ້ອິສະຣາເອນ.
\v 2 ພະອົງຊົງວາງກຳລັງທະຫານໄວ້ໃນຫົວເມືອງທີ່ມີປ້ອມທັງປວງຂອງຢູດາ, ແລະ ຊົງຕັ້ງທະຫານປະຈຳປ້ອມໃນແຜ່ນດິນຢູດາ ແລະ ໃນຫົວເມືອງເອຟຣາຢິມ, ຊຶ່ງອາຊາບິດາຂອງພະອົງໄດ້ຍຶດໄວ້.
\s5
\v 3 ພຣະຢາເວຊົງສະຖິດກັບເຢໂຮຊາຟັດ ເພາະພະອົງຊົງດຳເນີນໃນທາງຂອງດາວິດ ບິດາຂອງພະອົງ, ແລະ ພະອົງບໍ່ໄດ້ຊົງສະແຫວງຫາບັນດາພະບາອານ.
\v 4 ແຕ່ພະອົງໄດ້ສະແຫວງຫາພຣະຢາເວພຣະເຈົ້າຂອງບິດາພະອົງ, ແລະ ດຳເນີນໃນພຣະບັນຍັດຂອງພຣະອົງ, ບໍ່ໄດ້ຊົງດຳເນີນຕາມອິສະຣາເອນເລີຍ.
\s5
\v 5 ເພາະສະນັ້ນ ພຣະຢາເວຊົງສະຖາປະນາຣາຊະອານາຈັກໄວ້ໃນພະຫັດຂອງພະອົງ, ແລະ ທັງຢູດາກໍນຳເຄື່ອງບັນນາການມາຖວາຍເຢໂຮຊາຟັດ. ພະອົງຈຶ່ງຮັ່ງມີຢ່າງຫລວງຫລາຍ ແລະ ມີກຽຕ.
\v 6 ພະທັຍຂອງພະອົງເຂັ້ມແຂງຂຶ້ນໃນເສັ້ນທາງຂອງພຣະຢາເວ. ພະອົງຈຶ່ງຊົງກຳຈັດປູຊະນີຍະສະຖານສູງ ແລະ ບັນດາເສົາຮູບເຄົາຣົບໄປຈາກຢູດາ.
\s5
\v 7 ໃນປີທີສາມແຫ່ງຣາຊະການຂອງພະອົງ ພະອົງຊົງໃຊ້ເຈົ້ານາຍຂອງພະອົງຄື ເບັນຮາຍ, ໂອບາດີຢາ, ເຊຄາຣີຢາ, ເນທາເນນ ແລະ ມີກາຢາ, ໄປສັ່ງສອນໃນຫົວເມືອງຂອງຢູດາ.
\v 8 ມີຄົນເລວີໄປກັບພວກເຂົາດ້ວຍຄື ເຊມາຢາ, ເນທານີອາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ແລະ ໂຕບີຢາ; ແລະ ໂຕບອາໂດນີຢາ ຄົນເລວີ ພ້ອມກັບຄົນເຫລົ່ານີ້ມີ ເອລີຊາມາ ແລະ ເຢໂຮຣາມ ຜູ້ເປັນປະໂລຫິດ.
\v 9 ພວກເຂົາທັງຫລາຍໄດ້ສັ່ງສອນໃນຢູດາ, ມີຫນັງສືພຣະບັນຍັດຂອງພຣະຢາເວໄປກັບພວກເຂົາດ້ວຍ. ພວກເຂົາທ່ຽວໄປທົ່ວຫົວເມືອງທັງຫມົດແຫ່ງຢູດາ ແລະ ໄດ້ສັ່ງສອນທ່າມກາງປະຊາຊົນ.
\s5
\v 10 ຄວາມຢ້ານກົວອັນມາຈາກພຣະຢາເວຕົກຢູ່ເຫນືອບັນດາຣາຊະອານາຈັກແຫ່ງແຜ່ນດິນຕ່າງທີ່ຢູ່ຮອບຢູດາ, ແລະ ພວກເຂົາບໍ່ໄດ້ເຮັດສົງຄາມກັບເຢໂຮຊາຟັດ.
\v 11 ຄົນຟີລິສະຕີນບາງພວກໄດ້ນຳເອົາຂອງຂວັນມາຖວາຍເຢໂຮຊາຟັດ, ແລະ ນຳເງິນມາເປັນບັນນາການ. ພວກອາຫລັບໄດ້ນຳຝູງແບ້ແກະ ຄືແກະຜູ້ 7,700 ໂຕ, ແລະ ແບ້ຜູ້ 7,700 ໂຕມາຖວາຍພະອົງ.
\s5
\v 12 ເຢໂຮຊາຟັດຊົງຈະເລີນຍິ່ງໃຫຍ່ຂຶ້ນເປັນລຳດັບ. ພະອົງຊົງສ້າງປ້ອມ ແລະ ຫົວເມືອງຄັງຫລວງໄວ້ໃນຢູດາ.
\v 13 ພະອົງຊົງມີພະຣາຊະກິດຫລວງຫລາຍໃນຫົວເມືອງຂອງຢູດາ, ແລະ ພະອົງຊົງມີທະຫານຜູ້ເກັ່ງກ້າໃນເມືອງເຢຣູຊາເລັມ.
\s5
\v 14 ຕໍ່ໄປນີ້ເປັນຈຳນວນຕາມເຮືອນບັນພະບຸຣຸດຂອງພວກເຂົາຄື ຂອງຢູດາ, ຜູ້ບັງຄັບບັນຊາກອງພັນມີ ອັດນາຜູ້ບັງຄັບບັນຊາ, ພ້ອມກັບທະຫານ 300,000 ຄົນ;
\v 15 ຖັດລາວໄປຄື ເຢໂຮຮານັນ ຜູ້ບັງຄັບບັນຊາ, ແລະ ພ້ອມກັບ 280,00 ຄົນ;
\v 16 ຖັດຈາກອາມາສີຢາ ລູກຊາຍຊິກຣີ, ເປັນຄົນອາສາສະຫມັກເພື່ອການບົວລະບັດພຣະຢາເວ; ແລະ ພ້ອມກັບທະຫານສອງແສນຄົນ.
\v 17 ຈາກເຜົ່າເບັນຢາມິນຄື ເອລີອາດາທະຫານທີ່ເກັ່ງ, ກັບຄົນ 200,000 ຄົນພ້ອມດ້ວຍທະນູ ແລະ ໂລ່;
\v 18 ຖັດລາວໄປຄື ເຢໂຮຊາບັດ, ແລະ ພ້ອມກັບຄົນຕິດອາວຸດ 180,000 ຄົນ.
\v 19 ເຫລົ່ານີ້ເປັນຂ້າຣາຊະການຂອງກະສັດ, ນອກເຫນືອຈາກຜູ້ທີ່ກະສັດຊົງວາງໄວ້ໃນຫົວເມືອງທີ່ມີປ້ອມທົ່ວແຜ່ນດິນຢູດາ.
\s5
\c 18
\cl ບົດທີ 18
\p
\v 1 ບັດນີ້, ຝ່າຍເຢໂຮຊາຟັດຊົງຮັ່ງມີ ແລະ ມີກຽຕຍິ່ງໃຫຍ່; ພະອົງໄດ້ຊົງກະທຳໃຫ້ພະອົງເອງເປັນທອງແຜ່ນດຽວກັນກັບອາຮາບດ້ວຍການໃຫ້ລູກຊາຍອົງຫນຶ່ງຂອງພະອົງແຕ່ງງານກັບລູກສາວຂອງອາຮາບ.
\v 2 ຄັນລ່ວງມາຫລາຍປີ, ພະອົງສະເດັດລົງໄປເຝົ້າອາຮາບໃນຊາມາເຣຍ. ອາຮາບຊົງຂ້າແກະ ແລະ ງົວຫລາຍໂຕສຳລັບພະອົງ ແລະ ສຳລັບທະຫານທີ່ມາກັບພະອົງ. ອາຮາບຊົງຊັກຊວນພະອົງໃຫ້ຂຶ້ນໄປຕໍ່ສູ້ກັບຣາໂມດກິເລອາດ.
\v 3 ອາຮາບ, ກະສັດແຫ່ງອິສະຣາເອນ, ກ່າວກັບເຢໂຮຊາຟັດ, ກະສັດແຫ່ງຢູດາວ່າ, “ທ່ານຈະໄປກັບຂ້າພະເຈົ້າທີ່ຣາໂມດກິເລອາດຫລືບໍ?” ພະອົງທູນຕອບກະສັດອາຮາບວ່າ, “ຂ້າພະເຈົ້າກໍເປັນຄືກັບທີ່ທ່ານເປັນ, ແລະ ປະຊາຊົນຂອງຂ້າພະເຈົ້າກໍເປັນດັ່ງປະຊາຊົນຂອງທ່ານ; ເຮົາຈະຢູ່ກັບທ່ານໃນສົງຄາມນັ້ນ.”
\s5
\v 4 ເຢໂຮຊາຟັດກ່າວກັບກະສັດແຫ່ງອິສະຣາເອນວ່າ, “ຂໍສອບຖາມເບິ່ງພຣະຄັມຈາກພຣະຢາເວມື້ນີ້ກ່ອນ.”
\v 5 ແລ້ວກະສັດແຫ່ງອິສະຣາເອນກໍເອີ້ນປະຊຸມພວກຜູ້ທຳນວາຍ, ປະມານສີ່ຮ້ອຍຄົນ, ແລະ ກ່າວກັບພວກເຂົາວ່າ, “ຄວນທີ່ເຮົາຈະໄປຕີຣາໂມດກິເລອາດຫລືບໍ່ ຫລື ເຮົາບໍ່ຄວນໄປ?” ພວກເຂົາທັງຫລາຍທູນຕອບວ່າ, “ຂໍເຊີນສະເດັດຂຶ້ນໄປໂລດ, ເພາະພຣະເຈົ້າຈະຊົງມອບໄວ້ໃນພະຫັດຂອງກະສັດ.”
\s5
\v 6 ແຕ່ເຢໂຮຊາຟັດທູນວ່າ, “ບ່ອນນີ້ບໍ່ມີຜູ້ທຳນວາຍຂອງພຣະຢາເວຈັກຄົນຫນຶ່ງເລີຍບໍ ຊຶ່ງເຮົາຈະສອບຖາມໄດ້?”
\v 7 ກະສັດແຫ່ງອິສະຣາເອນທູນເຢໂຮຊາຟັດວ່າ, “ຍັງມີຊາຍອີກຄົນຫນຶ່ງ ຊຶ່ງເຮົາຈະໃຫ້ທູນຖາມພຣະຢາເວໄດ້, ຄືມີຄາຢາລູກຊາຍຂອງອິມລາ, ແຕ່ຂ້າພະເຈົ້າຊັງລາວ ເພາະລາວທຳນວາຍແຕ່ຄວາມຮ້າຍສະເຫມີ ບໍ່ເຄີຍບອກຄວາມດີກ່ຽວກັບຂ້າພະເຈົ້າເລີຍ.” ຝ່າຍເຢໂຮຊາຟັດທູນວ່າ, “ຂໍກະສັດຢ່າກ່າວດັ່ງນັ້ນເລີຍ.”
\v 8 ແລ້ວກະສັດແຫ່ງອິສະຣາເອນຈຶ່ງເອີ້ນຂ້າຣາຊະການປະຈຳວັງຄົນຫນຶ່ງເຂົ້າມາ ແລະ ກ່າວສັ່ງວ່າ, “ໄປພາມີກາຢາລູກຊາຍອິມລາມາໄວ.”
\s5
\v 9 ບັດນີ້ຝ່າຍກະສັດແຫ່ງອິສະຣາເອນ ແລະ ເຢໂຮຊາຟັດກະສັດແຫ່ງຢູດາ ຕ່າງປຣະທັບເທິງພະທີ່ນັ່ງ, ຊົງນຸ່ງເຄື່ອງປະຈຳຕຳແຫນ່ງຂອງພະອົງ, ໃນບ່ອນວ່າງຊື່ທາງເຂົ້າປະຕູເມືອງຊາມາເຣຍ, ແລະ ຜູ້ທຳນວາຍທັງປວງກໍພວມທຳນວາຍຖວາຍເພິ່ນຢູ່.
\v 10 ແລ້ວເຊເດກີຢາລູກຊາຍເຄນາອານາ ຈຶ່ງເອົາເຫລັກເຮັດເປັນເຂົາ ແລະ ເວົ້າວ່າ, “ພຣະຢາເວກ່າວດັ່ງນີ້ວ່າ ‘ດ້ວຍສິ່ງເຫລົ່ານີ້ ເຈົ້າຈະຊຸກຄົນຊີເຣຍໄປຈົນພວກເຂົາຖືກທຳລາຍຫມົດ.’”
\v 11 ບັນດາຜູ້ທຳນວາຍກໍທຳນວາຍຢ່າງດຽວກັນນັ້ນ, ທູນວ່າ, “ຂໍສະເດັດຂຶ້ນໄປຣາໂມດກິເລອາດເຖີດ ແລະ ຈະມີຊັຍຊະນະ, ເພາະພຣະຢາເວຈະຊົງມອບເມືອງນັ້ນໄວ້ໃນພະຫັດຂອງກະສັດ.”
\s5
\v 12 ຜູ້ສົ່ງຂ່າວທີ່ໄປຫາມີກາຢາໄດ້ບອກເພິ່ນ, ກ່າວວ່າ, “ເບິ່ງແມ, ຖ້ອຍຄຳຂອງບັນດາຜູ້ທຳນວາຍກໍເວົ້າສິ່ງທີ່ດີແກ່ກະສັດເປັນປາກດຽວກັນ. ຂໍໃຫ້ຖ້ອຍຄຳຂອງທ່ານເປັນເຫມືອນຖ້ອຍຄຳຂອງຄົນຫນຶ່ງໃນພວກນັ້ນ ແລະ ເວົ້າແຕ່ສິ່ງທີ່ດີ.”
\v 13 ແຕ່ມີກາຢາຕອບວ່າ, “ພຣະຢາເວຊົງພຣະຊົນຢູ່ສັນໃດ, ພຣະເຈົ້າຂອງຂ້າພະເຈົ້າກ່າວວ່າຢ່າງໃດ ຂ້າພະເຈົ້າຈະເວົ້າຢ່າງນັ້ນ.”
\v 14 ເມື່ອເພິ່ນມາເຝົ້າກະສັດ, ກະສັດກ່າວຖາມເພິ່ນວ່າ, “ມີກາຢາ, ຄວນທີ່ເຮົາຈະໄປຕີຣາໂມດກິເລອາດບໍ່ ຫລື ເຮົາບໍ່ຄວນໄປ?” ເພິ່ນທູນຕອບພະອົງວ່າ, “ຂໍເຊີນສະເດັດຂຶ້ນໄປ ແລະ ຈະມີຊັຍຊະນະ! ພວກເຂົາທັງຫລາຍຈະຖືກມອບໄວ້ໃນພະຫັດຂອງພະອົງ.”
\s5
\v 15 ” ແຕ່ກະສັດກ່າວກັບເພິ່ນວ່າ, “ເຮົາໄດ້ໃຫ້ເຈົ້າປະຕິຍານຈັກເທື່ອແລ້ວວ່າ ເຈົ້າຈະເວົ້າກັບເຮົາແຕ່ຄວາມຈິງໃນພຣະນາມຊື່ຂອງພຣະຢາເວ?”
\v 16 ດັ່ງນັ້ນມີຄາຢາຈຶ່ງທູນວ່າ, “ຂ້າພະອົງໄດ້ເຫັນຄົນອິສະຣາເອນທັງປວງກະຈັດກະຈາຍຢູ່ເທິງພູເຂົາ, ເປັນເຫມືອນແກະທີ່ບໍ່ມີຜູ້ລ້ຽງ, ແລະ ພຣະຢາເວາກ່າວວ່າ, ‘ຄົນເຫລົ່ານີ້ບໍ່ມີເຈົ້ານາຍ. ໃຫ້ເຂົາກັບເມືອເຮືອນຂອງຕົນໂດຍສະຫວັດດີພາບສາ.’”
\s5
\v 17 ດັ່ງນັ້ນກະສັດແຫ່ງອິສະຣາເອນຈຶ່ງທູນເຢໂຮຊາຟັດວ່າ, “ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນຫລືວ່າ ລາວຈະບໍ່ທຳນວາຍສິ່ງດີກ່ຽວກັບຂ້າພະເຈົ້າເລີຍ, ມີແຕ່ສິ່ງຊົ່ວຮ້າຍຕ່າງຫາກ?”
\v 18 ແລ້ວມີກາຢາທູນວ່າ “ສະນັ້ນ ຂໍຮັບຟັງພຣະທັມຂອງພຣະຢາເວ: ຂ້າພະອົງໄດ້ເຫັນພຣະຢາເວປະທັບເທິງພຣະທີ່ນັ່ງຂອງພຣະອົງ, ແລະ ບັນດາບໍລິວານແຫ່ງຟ້າສະຫວັນຢືນຢູ່ຂ້າງຂວາພຣະຫັດ ແລະ ຂ້າງຊ້າຍ.
\s5
\v 19 ພຣະຢາເວາກ່າວວ່າ, ‘ຜູ້ໃດຈະຫລອກລວງອາຮາບ, ກະສັດແຫ່ງອິສະຣາເອນ, ເພື່ອພວກເຂົາຈະຂຶ້ນໄປ ແລະ ລົ້ມລົງທີ່ຣາໂມດກິເລອາດ? ບາງຄົນກໍທູນຢ່າງນີ້ ບາງຄົນກໍທູນຢ່າງນັ້ນ.
\s5
\v 20 ແລ້ວມີວິນຍານດວງຫນຶ່ງມາເຝົ້າຕໍ່ພຣະພັກພຣະຢາເວ ແລະ ທູນວ່າ, ‘ຂ້າພະອົງຈະຫລອກລວງພວກເຂົາເອງ. ພຣະຢາເວກ່າວກັບວິນຍານນັ້ນວ່າ, ‘ຈະເຮັດຢ່າງໃດ?
\v 21 ຝ່າຍວິນຍານນັ້ນກໍທູນວ່າ, ‘ຂ້າພະອົງຈະອອກໄປ ແລະ ຈະເປັນວິນຍານຂີ້ຕົວະຢູ່ໃນປາກຂອງຜູ້ທຳນວາຍຂອງພວກເຂົາທຸກຄົນ. ພຣະຢາເວກ່າວວ່າ, ‘ເຈົ້າໄປຫລອກລວງພວກເຂົາໄດ້, ແລະ ເຈົ້າຈະເຮັດໄດ້ສຳເລັດ. ຈົ່ງໄປເຮັດເຊັ່ນນັ້ນສາ.
\s5
\v 22 ບັດນີ້ ເບິ່ງແມ, ພຣະຢາເວຊົງໃສ່ວິນຍານຂີ້ຕົວະໃນປາກຂອງພວກຜູ້ທຳນວາຍຂອງພະອົງ, ແລະ ພຣະຢາເວຊົງລັ່ນພຣະຄັມເວົ້າເປັນຄວາມຮ້າຍກ່ຽວກັບພະອົງ.”
\s5
\v 23 ແລ້ວເຊເດກີຢາລູກຊາຍເຄນາອານາ, ໄດ້ເຂົ້າມາໃກ້, ແລະຕົບແກ້ມມີກາຢາ, ແລະ ເວົ້າວ່າ, “ພຣະວິນຍານຂອງພຣະຢາເວອອກຈາກຂ້ອຍເວົ້າກັບເຈົ້າໄດ້ຢ່າງໃດ?”
\v 24 ຝ່າຍມີກາຢາຕອບວ່າ, “ເບິ່ງແມ, ເຈົ້າຈະເຫັນໃນມື້ນັ້ນ, ເມື່ອເຈົ້າເຂົ້າໄປໃນຫ້ອງຊັ້ນໃນ ເພິ່ນຈະເຊື່ອງຕົວເຈົ້າໄວ້.”
\s5
\v 25 ກະສັດແຫ່ງອິສະຣາເອນກ່າວວ່າ, “ຈົ່ງຈັບມີກາຢາ ພາລາວກັບໄປມອບໃຫ້ອາໂມນ, ຜູ້ວ່າຣາຊະການເມືອງ, ແລະ ແກ່ໂຢອາດລູກຊາຍ.
\v 26 ພວກເຈົ້າຈົ່ງບອກວ່າ, ‘ກະສັດກ່າວດັ່ງນີ້ວ່າ ເອົາຄົນນີ້ໄປຂັງຄຸກເສຍ ໃຫ້ອາຫານແຫ່ງຄວາມທຸກກັບນ້ຳແຫ່ງຄວາມທຸກ, ຈົນກວ່າເຮົາຈະກັບມາໂດຍສະຫວັດດີພາບ.’”
\v 27 ແລະມີກາຢາທູນວ່າ “ຖ້າພະອົງສະເດັດກັບມາໂດຍສະຫວັດດີພາບ, ພຣະຢາເວກໍບໍ່ໄດ້ກ່າວໂດຍຂ້າພະອົງ.” ແລະເພິ່ນກ່າວຕໍ່ອີກວ່າ, “ບັນດາຊົນຊາດທັງຫລາຍເອີຍ ຂໍຈົ່ງຟັງເຖີດ.”
\s5
\v 28 ດັ່ງນັ້ນອາຮັບ, ກະສັດແຫ່ງອິສະຣາເອນ, ກັບເຢໂຮຊາຟັດ, ກະສັດແຫ່ງຢູດາ, ຈຶ່ງສະເດັດຂຶ້ນໄປຣາໂມດກິເລອາດ.
\v 29 ກະສັດແຫ່ງອິສະຣາເອນກ່າວກັບເຢໂຮຊາຟັດວ່າ, “ຂ້າພະເຈົ້າຈະປອມຕົວເຂົ້າໄປເຮັດເສິກ ແຕ່ທ່ານຈົ່ງສວມເຄື່ອງຊົງຂອງທ່ານ.” ດັ່ງນັ້ນກະສັດແຫ່ງອິສະຣາເອນກໍຊົງປອມພະອົງ, ແລ້ວທັງສອງພະອົງກໍເຂົ້າເຮັດສົງຄາມ.
\v 30 ຝ່າຍກະສັດປະເທດຊີເຣຍຊົງບັນຊາບັນດາຜູ້ບັນຊາການຣົດຮົບຂອງພະອົງ, ກ່່າວວ່າ, “ຢ່າຮົບກັບທະຫານນ້ອຍ ຫລືໃຫຍ່. ແຕ່ມຸ້ງໂຈມຕີສະເພາະກະສັດແຫ່ງອິສະຣາເອນ.”
\s5
\v 31 ແລະຢູ່ມາເມື່ອຜູ້ບັນຊາການຣົດຮົບແລເຫັນເຢໂຮຊາຟັດ ພວກເຂົາທັງຫລາຍກໍເວົ້າວ່າ, “ນັ້ນເປັນກະສັດອິສະຣາເອນແລ້ວ.” ພວກເຂົາຈຶ່ງຫັນເຂົ້າໄປຈະສູ້ຮົບກັບພະອົງ, ແຕ່ເຢໂຮຊາຟັດຊົງຮ້ອງຂຶ້ນ, ແລະ ພຣະຢາເວຈຶ່ງຊົງຊ່ວຍພະອົງ. ພຣະເຈົ້າຊົງໃຫ້ພວກເຂົາທັງຫລາຍອອກໄປຈາກພະອົງ.
\v 32 ແລະຢູ່ມາເມື່ອຜູ້ບັນຊາການຣົດຮົບເຫັນວ່າບໍ່ແມ່ນກະສັດອິສະຣາເອນ, ພວກເຂົາກໍຫັນຣົດກັບຈາກການໄລ່ຕາມພະອົງ.
\s5
\v 33 ແຕ່ມີຊາຍຄົນຫນຶ່ງຍິງທະນູໄປ ແລະ ຖືກກະສັດແຫ່ງອິສະຣາເອນເຂົ້າລະຫວ່າງເກັດເກາະແຜ່ນບັງພະອຸລະ. ພະອົງຈຶ່ງຮັບສັ່ງກັບຄົນຂັບຣົດວ່າ, “ຖອຍຫລັງກັບສາ ແລະ ພາເຮົາອອກຈາກການຮົບ, ເພາະເຮົາບາດເຈັບແລ້ວ.”
\v 34 ມື້ນັ້ນການຮົບກໍດຸເດືອດຂຶ້ນ, ແລະ ກະສັດອິສະຣາເອນກໍດຶງພະອົງເອງຂຶ້ນໄປໃນຣົດຮົບຂອງພະອົງ ຫັນພະພັກເຂົ້າສູ້ຄົນຊີເຣຍຈົນຮອດຕອນແລງ. ແລ້ວປະມານເວລາຕາເວັນຕົກ, ພະອົງກໍສິ້ນພະຊົນ.
\s5
\c 19
\cl ບົດທີ 19
\p
\v 1 ເຢໂຮຊາຟັດກະສັດແຫ່ງຢູດາສະເດັດກັບໄປໂດຍສະຫວັດດີພາບເຖິງພະຣາຊະວັງຂອງພະອົງໃນເມືອງເຢຣູຊາເລັມ.
\v 2 ແຕ່ເຢຮູລູກຊາຍຮານານີ, ຜູ້ທຳນວາຍ, ໄດ້ອອກໄປເຝົ້າພະອົງ ທູນກະສັດເຢໂຮຊາຟັດວ່າ, “ຄວນທີ່ພະອົງ ຈະຊ່ວຍຄົນອະທັມ? ແລະຮັກຜູ້ທີ່ກຽດຊັງພຣະຢາເວຫລື? ເພາະເລື່ອງນີ້, ພຣະພິໂຣດຂອງພຣະຢາເວໄດ້ອອກມາເຖິງພະອົງ.
\v 3 ຢ່າງໃດກໍດີ, ພຣະເຈົ້າຍັງພົບຄວາມດີໃນພະອົງຢູ່ຄື ທີ່ໄດ້ຊົງທຳລາຍບັນດາເສົາອາເຊລາເສຍຈາກແຜ່ນດິນ ແລະ ໄດ້ຕັ້ງພະທັຍສະແຫວງຫາພຣະເຈົ້າ.”
\s5
\v 4 ເຢໂຮຊາຟັດປຣະທັບຢູ່ທີ່ເຢຣູຊາເລັມ, ແລະ ພະອົງຊົງອອກໄປທ່າມກາງປະຊາຊົນອີກ ຕັ້ງແຕ່ເບເອເຊບາຮອດພູເຂົາເອຟຣາຢິມ ແລະ ນຳພວກເຂົາທັງຫລາຍກັບມາຫາພຣະຢາເວພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ.
\v 5 ພະອົງຊົງຕັ້ງຜູ້ປົກຄອງໃນແຜ່ນດິນນັ້ນ ໃນຫົວເມືອງທີ່ມີປ້ອມທັງຫມົດຂອງຢູດາ, ແຕ່ລະຫົວເມືອງ.
\s5
\v 6 ພະອົງກ່າວກັບຜູ້ປົກຄອງເຫລົ່ານັ້ນວ່າ, “ຈົ່ງພິຈາຣະນາສິ່ງທີ່ທ່ານທັງຫລາຍຈະເຮັດ, ເພາະທ່ານບໍ່ໄດ້ພິພາກສາເພື່ອມະນຸດ, ແຕ່ເພື່ອພຣະຢາເວ, ພຣະອົງຊົງສະຖິດກັບທ່ານໃນການພິພາກສາ.
\v 7 ສະນັ້ນ ຈົ່ງໃຫ້ຄວາມຢຳເກງພຣະຢາເວຢູ່ເຫນືອທ່ານ. ຈົ່ງລະມັດຣະວັງສິ່ງທີ່ທ່ານເຮັດ, ເພາະພຣະຢາເວ ພຣະເຈົ້າຂອງເຮົາ, ບໍ່ມີຄວາມອະຍຸດຕິທັມ ບໍ່ເຫັນແກ່ຫນ້າຄົນໃດ ແລະ ບໍ່ມີການຮັບສິນບົນ.”
\s5
\v 8 ຫລາຍກວ່ານັ້ນອີກ, ໃນເຢຣູຊາເລັມ ເຢໂຮຊາຟັດຊົງຕັ້ງຄົນເລວີ ແລະ ປະໂລຫິດນຳ, ກັບຫົວຫນ້າຂອງບັນພະບຸຣຸດແຫ່ງອິດສະຣາເອນ ເພື່ອຈະໃຫ້ການພິພາກສາແຫ່ງພຣະຢາເວ, ແລະພິຈາຣະນາຄະດີທີ່ຂັດແຍ່ງກັນໃນເຢຣູຊາເລັມ.
\v 9 ພຣະອົງຊົງສັ່ງພວກເຂົາ, ກ່າວວ່າ, “ທ່ານທັງຫລາຍຈົ່ງກະທຳການນີ້ດ້ວຍຄວາມຢຳເກງພຣະຢາເວ, ດ້ວຍຄວາມສັດຊື່, ແລະ ດ້ວຍສຸດໃຈຂອງທ່ານ.
\s5
\v 10 ເມື່ອມີຄະດີມາເຖິງທ່ານຈາກພີ່ນ້ອງຂອງທ່ານຜູ້ອາສັຍຢູ່ໃນຫົວເມືອງຂອງຕົນ, ກ່ຽວກັບເລື່ອງຂ້າຟັນກັນ, ກົດຫມາຍ ຫລື ພຣະບັນຍັດ, ກົດເກນ ຫລື ຄຳຕັດສິນ ທ່ານທັງຫລາຍກໍຄວນຈະຕັກເຕືອນ, ເພື່ອລາວຈະບໍ່ປົກປິດຄວາມຊົ່ວຕໍ່ພຣະຢາເວ, ຫລື ພຣະພິໂຣດຈຶ່ງຈະບໍ່ມາເຫນືອທ່ານ ແລະ ພີ່ນ້ອງຂອງທ່ານ. ທ່ານຈົ່ງເຮັດເຊັ່ນນີ້ ແລ້ວທ່ານຈະບໍ່ກະທຳຊົ່ວ.
\s5
\v 11 ເບິ່ງແມ, ອາມາຣີຢາປະໂລຫິດໃຫຍ່ກໍຢູ່ເຫນືອທ່ານໃນພັນທະກິດຂອງພຣະຢາເວ. ເຊບາດີຢາລູກຊາຍອິຊະມາເອນ, ເຈົ້ານາຍຂອງເຊື້ອສາຍຢູດາ, ກໍຢູ່ເຫນືອທ່ານໃນພັນທະກິດຂອງກະສັດ. ແລະຄົນເລວີຈະມີເຈົ້າຫນ້າທີ່ບົວລະບັດທ່ານ. ຈົ່ງກະທຳການຢ່າງກ້າຫານ ແລະ ເຊື່ອຟັງຄຳສັ່ງສອນທັງຫລາຍ, ແລະ ຂໍພຣະຜູ້ເປັນເຈົ້າຊົງສະຖິດຢູ່ກັບຜູ້ທ່ຽງທັມ.”
\s5
\c 20
\cl ບົດທີ 20
\p
\v 1 ຢູ່ມາພາຍຫລັງ, ຄົນໂມອາບ ແລະ ຄົນອຳໂມນ ພ້ອມກັບພວກເຂົາຍັງມີຄົນອື່ນນອກຈາກຄົນອຳໂມນ ໄດ້ຂຶ້ນມາເຮັດສົງຄາມກັບເຢໂຮຊາຟັດ.
\v 2 ມີຄົນມາທູນເຢໂຮຊາຟັດ, ກ່າວວ່າ, “ມີຄົນຫມູ່ໃຫຍ່ມາສູ້ຮົບກັບພະອົງຈາກຊີເຣຍເບື້ອງນີ້ ຈາກຟາກທະເລຟາກນັ້ນ, ແລະ ເບິ່ງແມ, ເຂົາທັງຫລາຍຢູ່ໃນຮາຊາໂຊນຕາມາ," ຄືເອັນເກດີ.
\s5
\v 3 ເຢໂຮຊາຟັດກໍຢ້ານກົວ ແລະ ຊອກສະແຫວງຫາພຣະຢາເວ. ພະອົງໄດ້ຊົງປະກາດໃຫ້ອົດອາຫານທົ່ວຢູດາ.
\v 4 ຢູດາໄດ້ຊຸມນຸມກັນສະແຫວງຫາຄວາມຊ່ວຍເຫລືອຈາກພຣະຢາເວ; ພວກເຂົາທັງຫລາຍພາກັນມາຈາກຫົວເມືອງທັງຫມົດແຫ່ງຢູດາ ເພື່ອສະແຫວງຫາພຣະຢາເວ.
\s5
\v 5 ເຢໂຮຊາຟັດປະທັບຢືນຢູ່ໃນທີ່ປະຊຸມຂອງຢູດາ ແລະເຢຣູຊາເລັມ, ໃນພຣະວິຫານຂອງພຣະຢາເວ, ຕໍ່ຫນ້າເດີ່ນໃຫມ່.
\v 6 ພະອົງໄດ້ກ່າວວ່າ, “ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຂ້າພະເຈົ້າທັງຫລາຍ, ພຣະອົງບໍ່ໄດ້ ເປັນພຣະເຈົ້າໃນຟ້າສະຫວັນ ຫລື? ພຣະອົງບໍ່ໄດ້ປົກຄອງເຫນືອບັນດາຣາຊະອານາຈັກຂອງປະຊາຊາດຫລື? ໃນພຣະຫັດຂອງພຣະອົງມີຣິດ ແລະ ອຳນາດ ຈຶ່ງບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້.
\v 7 ພຣະອົງເປັນພຣະເຈົ້າຂອງຂ້າພຣະອົງທັງຫລາຍບໍ່ແມ່ນຫລື ຜູ້ຊົງຂັບໄລ່ຊາວແຜ່ນດິນນີ້ອອກໄປເສຍໃຫ້ພົ້ນຫນ້າອິສະຣາເອນປະຊາຊົນຂອງພຣະອົງ ແລະ ຊົງມອບໄວ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງເປັນນິດ?
\s5
\v 8 ພວກເຂົາໄດ້ອາໄສຢູ່ໃນນັ້ນ ແລະ ໄດ້ສ້າງສະຖານທີ່ບໍຣິສຸດແຫ່ງຫນຶ່ງໃນນັ້ນຖວາຍພຣະອົງ ເພື່ອພຣະນາມຊື່ຂອງພຣະອົງ ແລ້ວທູນວ່າ,
\v 9 ‘ຖ້າເຫດຊົ່ວຮ້າຍເກີດຂຶ້ນມາເຫນືອຂ້າພະອົງທັງຫລາຍ, ຈະເປັນດາບ, ການພິພາກສາ, ຫລື ພະຍາດຣະບາດ, ຫລື ການອຶດຢາກອາຫານ ຂ້າພະອົງທັງຫລາຍຈະຢືນຢູ່ຕໍ່ຫນ້າພຣະວິຫານນີ້ ແລະ ຕໍ່ພຣະພັກພຣະອົງ (ເພາະພຣະນາມຊື່ຂອງພຣະອົງຢູ່ໃນພຣະວິຫານນີ້), ແລະ ຮ້ອງທູນຕໍ່ພຣະອົງໃນຄວາມທຸກໃຈຂອງຂ້າພະອົງທັງຫລາຍ, ແລະ ພຣະອົງຈະຊົງຟັງ ແລະຊ່ວຍໃຫ້ລອດພົ້ນ.
\s5
\v 10 ເບິ່ງແມ ບັດນີ້, ຄົນອຳໂມນ, ໂມອາບ ແລະ ພູເຂົາເສອີ ຜູ້ຊຶ່ງພຣະອົງບໍ່ຊົງຍອມໃຫ້ຄົນອິສະຣາເອນບຸກລຸກ ຕອນທີ່ພວກເຂົາອອກມາຈາກແຜ່ນດິນເອຢິບ; ແລະ ຜູ້ຊຶ່ງພວກເຂົາໄດ້ຫລີກໄປບໍ່ໄດ້ທຳລາຍເສຍ.
\v 11 ເບິ່ງແມ, ພວກເຂົາໄດ້ໃຫ້ບຳເຫນັດແກ່ເຮົາຢ່າງໃດ; ດ້ວຍການມາຂັບໄລ່ເຮົາອອກເສຍຈາກແຜ່ນດິນກຳມະສິດຂອງພຣະອົງ ທີ່ພຣະອົງປະທານໃຫ້ແກ່ຂ້າພະອົງທັງຫລາຍເປັນມໍຣະດົກ.
\s5
\v 12 ຂ້າແດ່ພຣະເຈົ້າຂອງຂ້າພະອົງທັງຫລາຍ, ພຣະອົງຈະບໍ່ຊົງກະທຳການພິພາກສາເຫນືອພວກເຂົາຫລື? ເພາະວ່າຂ້າ ພຣະອົງທັງຫລາຍບໍ່ມີຣິດທີ່ຈະຕໍ່ສູ້ຄົນຫມູ່ໃຫຍ່ນີ້ ຊຶ່ງກຳລັງມາຕໍ່ສູ້ກັບຂ້າພະອົງ. ຂ້າພະອົງບໍ່ຮູ້ວ່າຈະເຮັດປະການໃດ, ແຕ່ດວງຕາຂອງຂ້າພະອົງທັງຫລາຍເບິ່ງທີ່ພຣະອົງ.”
\v 13 ໃນລະຫວ່າງນັ້ນຄົນທັງປວງຂອງຢູດາກໍຢືນຢູ່ຕໍ່ພຣະພັກພຣະຢາເວ, ພ້ອມກັບເມຍ, ແລະ ລູກຫລານຂອງພວກເຂົາ.
\s5
\v 14 ໃນທ່າມກາງທີ່ປະຊຸມ, ພຣະວິນຍານຂອງພຣະຢາເວສະເດັດມາສະຖິດກັບຢາຮາຊີເອນ, ລູກຊາຍເຊຄາຣີຢາ, ຜູ້ເປັນລູກຊາຍເບນາຢາ, ຜູ້ເປັນລູກຊາຍເຢອີເອນ, ຜູ້ເປັນລູກຊາຍມັດຕານີຢາ, ເປັນຄົນເລວີ, ລູກຫລານຂອງອາສັບ.
\v 15 ຢາຮາຊີເອັນ, ເພິ່ນໄດ້ເວົ້າວ່າ, “ຄົນຢູດາທັງປວງ ແລະ ຊາວເຢຣູຊາເລັມທັງຫລາຍ ກັບກະສັດເຢໂຮຊາຟັດ ຂໍຈົ່ງຟັງ. ພຣະຢາເວກ່າວດັ່ງນີ້ແກ່ທ່ານທັງຫລາຍວ່າ, ‘ຢ່າຢ້ານເລີຍ ແລະ ຢ່າທໍ້ຖອຍດ້ວຍຄົນຫມູ່ໃຫຍ່ນີ້ ເພາະວ່າເສິກສົງຄາມນັ້ນບໍ່ແມ່ນຂອງທ່ານ, ແຕ່ເປັນຂອງພຣະເຈົ້າ.
\s5
\v 16 ມື້ອື່ນເຊົ້ານີ້ທ່ານທັງຫລາຍຈົ່ງລົງໄປຕໍ່ສູ້ກັບພວກເຂົາ. ເບິ່ງແມ, ພວກເຂົາຈະຂຶ້ນມາເຖິງໂດຍຜ່ານທາງຊິສ. ທ່ານຈະພົບພວກເຂົາທີ່ສົ້ນສຸດຂອງພູເຂົາ, ຕໍ່ຫນ້າຖິ່ນແຫ້ງແລ້ງກັນດານເຢຣູເອນ.
\v 17 ບໍ່ຈຳເປັນທີ່ທ່ານຈະຕ້ອງສູ້ຮົບໃນສົງຄາມເທື່ອນີ້. ໂອ, ຢູດາ ແລະ ເຢຣູຊາເລັມ ຈົ່ງເຂົ້າປະຈຳທີ່ ຢືນມິດຢູ່ ແລະເບິ່ງຊັຍຊະນະຂອງພຣະຢາເວເພື່ອທ່ານ, ກໍຢ່າຢ້ານເລີຍ ຢ່າທໍ້ຖອຍ ມື້ອື່ນນີ້ຈົ່ງອອກໄປສູ້ກັບພວກເຂົາ ເພາະພຣະຢາເວຈະຊົງສະຖິດຢູ່ກັບທ່ານ.”
\s5
\v 18 ເຢໂຮຊາຟັດກົ້ມພະພັກຂອງພະອົງລົງເຖິງດິນ. ຢູດາທັງປວງກັບຊາວເຢຣູຊາເລັມໄດ້ຂາບລົງຕໍ່ພຣະພັກພຣະຢາເວ, ນະມັສະການພຣະອົງ.
\v 19 ຄົນເລວີ, ຈາກລູກຫລານຄົນໂກຮາດ ແລະ ລູກຫລານຄົນໂກຣາ, ໄດ້ຢືນຂຶ້ນຖວາຍສັນຣະເສີນແດ່ພຣະຢາເວ, ພຣະເຈົ້າແຫ່ງອິສຣາເອນດ້ວຍສຽງອັນດັງໃນທີ່ສູງ.
\s5
\v 20 ພວກເຂົາໄດ້ລຸກຂຶ້ນແຕ່ເຊົ້າ ແລະ ອອກໄປໃນຖິ່ນແຫ້ງແລ້ງກັນດານແຫ່ງເຕໂກອາ. ແລະເມື່ອອອກໄປ, ເຢໂຮຊາຟັດປຣະທັບຢືນ ແລະ ກ່າວວ່າ, “ໂອ ຢູດາ, ແລະ ຊາວເຢຣູຊາເລັມເອີຍ ຈົ່ງຟັງຂ້າພະເຈົ້າ! ຈົ່ງ ເຊື່ອພຣະຢາເວພຣະເຈົ້າຂອງທ່ານ, ແລະ ທ່ານຈະຕັ້ງຫມັ້ນຄົງຢູ່. ຈົ່ງເຊື່ອບັນດາຜູ້ທຳນວາຍຂອງພຣະອົງ, ແລະ ທ່ານຈະສຳເລັດຜົນ.”
\v 21 ເມື່ອພະອົງໄດ້ປຶກສາກັບປະຊາຊົນແລ້ວ, ພະອົງໄດ້ຊົງແຕ່ງຕັ້ງບັນດາຜູ້ທີ່ຈະຮ້ອງເພງຖວາຍພຣະຢາເວ ແລະ ໃຫ້ສັນຣະເສີນພຣະອົງດ້ວຍເຄື່ອງປະດັບແຫ່ງຄວາມບໍຣິສຸດ, ຂະນະທີ່ພວກເຂົາຍ່າງອອກໄປຕໍ່ຫນ້າສັດຕຣູ, ແລະ ຮ້ອງເພງວ່າ, “ຈົ່ງຖວາຍໂມທະນາແດ່ພຣະຢາເວ, ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດ.”
\s5
\v 22 ເມື່ອພວກເຂົາຕັ້ງຕົ້ນຮ້ອງເພງ ແລະ ສັນຣະເສີນ, ພຣະຢາເວຊົງຈັດກອງຊຸ້ມຄອຍຖ້າຕໍ່ສູ້ກັບຄົນອຳໂມນ, ໂມອາບ ແລະຊາວພູເຂົາເສອີ, ຜູ້ໄດ້ເຂົ້າມາຕໍ່ສູ້ກັບຢູດາ. ດັ່ງນັ້ນ ພວກເຂົາຈຶ່ງແຕກພ່າຍໄປ.
\v 23 ເພາະວ່າຄົນຂອງອຳໂມນ ແລ ະຂອງໂມອາບໄດ້ລຸກຂຶ້ນຕໍ່ສູ້ກັບຊາວພູເຂົາເສອີ, ທຳລາຍພວກເຂົາເສຍຢ່າງສິ້ນເຊີງ. ເມື່ອພວກເຂົາທຳລາຍຊາວເສອີຫມົດແລ້ວ, ພວກເຂົາກໍຊ່ວຍກັນທຳລາຍກັນເອງ.
\s5
\v 24 ເມື່ອຢູດາຂຶ້ນໄປຢູ່ທີ່ຫໍຄອຍໃນຖິ່ນແຫ້ງແລ້ງກັນດານ, ແລ້ວເບິ່ງຊື່ໄປທີ່ຄົນຫມູ່ໃຫຍ່ນັ້ນ. ເບິ່ງແມ, ມີແຕ່ສົບນອນຢູ່ເທິງແຜ່ນດິນ, ນອນຢູ່ພື້ນດິນ; ບໍ່ມີຈັກຄົນດຽວທີ່ລອດພົ້ນໄປໄດ້.
\s5
\v 25 ເມື່ອເຢໂຮຊາຟັດ ແລະ ປະຊາຊົນຂອງພະອົງມາເກັບເຄື່ອງທີ່ຍຶດໄດ້ພ້ອມກັບສົບທັງຫລາຍນັ້ນ, ເຂົາພົບສິ່ງຂອງເປັນຈຳນວນຫລາຍ, ເຄື່ອງນຸ່ງ, ທັງຊັບສົມບັດ, ແລະ ເພັດພອຍຕ່າງ, ຊຶ່ງພວກເຂົາເກັບມາສຳລັບຕົວຈົນຂົນໄປບໍ່ໄຫວ. ພວກເຂົາເກັບເຄື່ອງທີ່ຍຶດໄດ້ນັ້ນສາມມື້ ເພາະຫລາຍເຫລືອເກີນ.
\v 26 ໃນມື້ທີສີ່ ພວກເຂົາທັງຫລາຍໄດ້ຊຸມນຸມກັນທີ່ພູເຂົາເບຣາກາ. ໃນບ່ອນນັ້ນ ພວກເຂົາໄດ້ສັນຣະເສີນພຣະຢາເວ, ສະຖານທີ່ນັ້ນຈຶ່ງຖືກເອີ້ນວ່າ, "ພູເຂົາເບຣາກາ" ຈົນເຖິງທຸກມື້ນີ້.
\s5
\v 27 ຄົນຢູດາ ແລະ ເຢຣູຊາເລັມທຸກຄົນ ແລະ ເຢໂຮຊາຟັດຊົງນຳຫນ້າ ກັບໄປໃນເຢຣູຊາເລັມດ້ວຍຄວາມຊື່ນບານ ເພາະພຣະຢາເວໄດ້ຊົງກະທຳໃຫ້ພວກເຂົາຊື່ນຊົມຍິນດີເຢາະເຍີ້ຍສັດຕຣູຂອງຕົນ.
\v 28 ພວກເຂົາເຂົ້າມາໃນເຢຣູຊາເລັມດ້ວຍພິນໃຫຍ່ ພິນຄູ່ ແລະແກ ມາຫາພຣະວິຫານຂອງພຣະຢາເວ.
\s5
\v 29 ຄວາມຢຳເກງພຣະເຈົ້າກໍຢູ່ເຫນືອບັນດາຣາຊະອານາຈັກຂອງປະເທດທັງປວງ ເມື່ອເຂົາໄດ້ຍິນວ່າພຣະຢາເວຊົງຕໍ່ສູ້ສັດຕຣູຂອງອິສະຣາເອນ.
\v 30 ດິນແດນຂອງເຢໂຮຊາຟັດຈຶ່ງສະຫງົບງຽບ, ເພາະວ່າພຣະເຈົ້າຂອງພະອົງຊົງປຣະທານໃຫ້ພະອົງມີຄວາມສະຫງົບຢູ່ຮອບດ້ານ.
\s5
\v 31 ເຢໂຮຊາຟັດຊົງປົກຄອງຢູ່ເຫນືອຢູດາ: ເມື່ອພະອົງຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸສາມສິບຫ້າປີ ແລະ ພະອົງຊົງປົກຄອງໃນເຢຣູຊາເລັມຊາວຫ້າປີ. ພະມານດາຂອງພະອົງຊົງພະນາມວ່າ ອາຊູບາ, ລູກສາວຊິນຮີ.
\v 32 ພະອົງຊົງດຳເນີນຕາມວິທີຂອງອາຊາບິດາຂອງພະອົງ, ແລະ ບໍ່ໄດ້ຊົງຫັນເຫໄປຈາກທາງນັ້ນ; ພະອົງຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຢາເວ.
\v 33 ຢ່າງໃດກໍດີ, ປູຊະນີຍະສະຖານສູງຍັງບໍ່ໄດ້ຖືກກຳຈັດອອກໄປ. ປະຊາຊົນຍັງບໍ່ໄດ້ປັກໃຈໃນພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ.
\s5
\v 34 ສ່ວນພະຣາຊະກິດນອກນັ້ນຂອງເຢໂຮຊາຟັດ, ຕັ້ງແຕ່ຕົ້ນຈົນເຖິງທີ່ສຸດ, ໄດ້ມີບັນທຶກໄວ້ໃນຫນັງສືປະຫວັດສາດຂອງເຢຮູລູກຊາຍຮານານີ, ຊຶ່ງລວມເຂົ້າໃນຫນັງສືຂອງກະສັດແຫ່ງອິສະຣາເອນ.
\s5
\v 35 ຫລັງຈາກນີ້ເຢໂຮຊາຟັດ, ກະສັດຂອງຢູດາ, ໄດ້ຊົງຮ່ວມງານກັບອາຮາຊີຢາ, ກະສັດຂອງອິສະຣາເອນ, ຜູ້ຊົງກະທຳໃນສິ່ງທີ່ຊົ່ວຮ້າຍຫລາຍ.
\v 36 ພະອົງຊົງຮ່ວມງານໃນເລື່ອງການສ້າງເຮືອໄປຫາເມືອງຕາຊິດ. ພວກເຂົາໄດ້ສ້າງເຮືອໃນເອັດຊິໂອນເກເບ.
\v 37 ແລ້ວເອລີເອເຊລູກຊາຍໂດດາວາຮູແຫ່ງເມືອງມາເຣຊາ, ໄດ້ທຳນວາຍເຖີງເຢໂຮຊາຟັດວ່າ, “ເພາະພະອົງ ຊົງຮ່ວມງານກັບອາຮາຊີຢາ, ພຣະຢາເວຈະຊົງທຳລາຍສິ່ງທີ່ພະອົງເຮັດ.” ເຮືອກໍແຕກບໍ່ສາມາດໄປເມືອງຕາຊິດໄດ້.
\s5
\c 21
\cl ບົດທີ 21
\p
\v 1 ເຢໂຮຊາຟັດກໍລ່ວງຫລັບໄປຢູ່ກັບບັນພະບຸຣຸດຂອງພະອົງ ແລະ ພວກເຂົາຝັງພະສົບໄວ້ກັບບັນພະບຸຣຸດຂອງພະອົງໃນນະຄອນດາວິດ; ເຢໂຮຣາມ, ລູກຊາຍຂອງພະອົງ, ປົກຄອງແທນ.
\v 2 ຜູ້ເປັນລູກຊາຍຂອງເຢໂຮຊາຟັດຄື ອາຊາຣີຢາ, ເຢຮີເອນ, ເຊຄາຣີຢາ, ອາຊາຣີຢາ, ມີກາເອນ, ແລະ ເຊຟາຕີຢາ. ພວກເຫລົ່ານີ້ທັງຫມົດເປັນລູກຊາຍຂອງເຢໂຮຊາຟັດກະສັດຂອງອິສະຣາເອນ.
\v 3 ບິດາຂອງພວກເຂົາປະທານເງິນ, ຄຳ, ແລະເຄື່ອງຂອງອັນມີຄ່າຫລວງຫລາຍ, ພ້ອມກັບຫົວເມືອງທີ່ມີປ້ອມໃນຢູດາ, ແຕ່ພະອົງປຣະທານຣາຊະອານາຈັກແກ່ເຢໂຮຣາມ, ເພາະວ່າເພິ່ນເປັນລູກຊາຍຫົວປີ.
\s5
\v 4 ບັດນີ້ເມື່ອເຢໂຮຣາມໄດ້ຂຶ້ນປົກຄອງຣາຊະອານາຈັກຂອງພະບິດາ ແລະ ທີ່ໄດ້ສະຖາປະນາໄວ້ແລ້ວໃຫ້ຕົນເອງເປັນກະສັດ, ພະອົງຊົງປຣະຫານນ້ອງຊາຍຂອງພະອົງຈົນຫມົດດ້ວຍດາບ, ແລະ ທັງເຈົ້ານາຍບາງຄົນຂອງອິສະຣາເອນດ້ວຍ.
\v 5 ເຢໂຮຣາມມີອາຍຸສາມສິບສອງປີເມື່ອໄດ້ຊົງເປັນກະສັດ, ແລະ ຊົງປົກຄອງໃນເຢຣູຊາເລັມແປດປີ.
\s5
\v 6 ພະອົງຊົງດຳເນີນຕາມເສັ້ນທາງຂອງບັນດາກະສັດແຫ່ງອິສະຣາເອນ, ຕາມຄືທີ່ຣາຊະວົງອາຮາບກະທຳ, ເພາະວ່າທິດາຂອງອາຮາບເປັນມະເຫສີຂອງພະອົງ, ແລະ ພະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດພຣະຢາເວ.
\v 7 ຢ່າງໃດກໍດີ, ພຣະຢາເວຈະບໍ່ຊົງທຳລາຍເຊື້ອສາຍຂອງດາວິດ, ເພາະເຫດຄຳຫມັ້ນສັນຍາຊຶ່ງພຣະອົງຊົງ ກະທຳໄວ້ກັບດາວິດ, ເຫດທີ່ພຣະອົງຊົງສັນຍາວ່າຈະປຣະທານຕະກຽງແກ່ດາວິດ ແລະ ແກ່ລູກຫລານຂອງພະອົງເປັນນິດ.
\s5
\v 8 ໃນຣາຊະການຂອງເຢໂຮອາມ, ເອໂດມໄດ້ກະບົດອອກຈາກການປົກຄອງຂອງຢູດາ, ແລະ ຕັ້ງກະສັດຂຶ້ນເຫນືອຕົນ.
\v 9 ແລ້ວເຢໂຮຣາມກໍສະເດັດອອກໄປພ້ອມກັບບັນດາເຈົ້ານາຍ ແລະຣົດຮົບທັງຫມົດຂອງພະອົງ. ພະອົງຊົງລຸກຂຶ້ນໃນກາງຄືນໂຈມຕີຄົນເອໂດມທີ່ມາອ້ອມພະອົງ ແລະ ຜູ້ບັງຄັບບັນຊາຣົດຮົບໄວ້.
\v 10 ດັ່ງນັ້ນເອໂດມຈຶ່ງໄດ້ກະບົດອອກຈາກການປົກຄອງຂອງຢູດາຈົນທຸກມື້ນີ້. ເທື່ອນັ້ນລິບນາກໍໄດ້ກະບົດອອກຈາກການປົກຄອງຂອງພະອົງດ້ວຍ, ເພາະວ່າເຢໂຮອາມໄດ້ຊົງປະຖິ້ມພຣະຢາເວ, ພຣະເຈົ້າຂອງບັນພະບຸຣຸດຂອງພະອົງ.
\s5
\v 11 ນອກຈາກນັ້ນອີກ, ເຢໂຮອາມຊົງສ້າງປູຊະນີຍະສະຖານສູງໃນພູເຂົາຂອງຢູດາ ແລະ ຊົງນຳຊາວເຢຣູຊາເລັມມີຊີວິດເຫມືອນໂສເພນີ, ແລະ ຊົງກະທຳໃຫ້ຢູດາຫລົງຜິດໄປ.
\s5
\v 12 ຈົດຫມາຍສະບັບຫນຶ່ງມາຈາກເອລີຢາ, ຜູ້ທຳນວາຍວ່າ, “ພຣະຢາເວພຣະເຈົ້າຂອງ ດາວິດ ບັນພະບຸຣຸດຂອງພະອົງ ກ່າວດັ່ງນີ້ວ່າ: ‘ເພາະເຈົ້າບໍ່ໄດ້ດຳເນີນໃນບັນດາເສັ້ນທາງຂອງເຢໂຮຊາຟັດ, ບິດາຂອງເຈົ້າ, ຫລືໃນບັນດາເສັ້ນທາງຂອງອາຊາກະສັດຂອງຢູດາ.
\v 13 ແຕ່ໄດ້ເດີນໃນເສັ້ນທາງຂອງບັນດາກະສັດແຫ່ງອິສະຣາເອນ, ແລະ ໄດ້ນຳຢູດາກັບຊາວເຢຣູຊາເລັມໄປໃນທາງເຊັ່ນໂສເພນີ, ຄືກັບຣາຊະວົງອາຮາບ ແລະ ເຈົ້າໄດ້ຂ້າພວກນ້ອງຊາຍຂອງເຈົ້າ ຜູ້ເປັນເຊື້ອວົງບິດາຂອງເຈົ້າ ທັງທີ່ພວກເຂົາດີກວ່າເຈົ້າ.
\v 14 ເບິ່ງແມ, ພຣະຢາເວຈະຊົງນຳພັຍພິບັດອັນຍິ່ງໃຫຍ່ມາເຫນືອຊົນຊາດຂອງເຈົ້າ, ລູກຫລານຂອງເຈົ້າ, ເມຍຂອງເຈົ້າ, ແລະ ສິ່ງຂອງທັງຫມົດຂອງເຈົ້າ.
\v 15 ຕົວເຈົ້າເອງຈະມີຄວາມເຈັບປ່ວຍສາຫັດດ້ວຍພະຍາດລຳໄສ້ຮ້າຍແຮງ ຈົນກວ່າລຳໄສ້ຂອງເຈົ້າຈະອອກມາ ເພາະເຫດພະຍາດນັ້ນນັບມື້ນັບຮ້າຍແຮງ, ເພາະໂຣກນັ້ນ.’”
\s5
\v 16 ພຣະຢາເວຊົງເຮັດໃຫ້ຄວາມຮ້າຍຂອງຄົນຟີລິສະຕີນ ແລະ ຂອງຄົນອາຫລັບ ຜູ້ຢູ່ໃກ້ກັບຄົນເອທີໂອເປຍທີ່ມີຕໍ່ເຢໂຮຣາມ.
\v 17 ພວກເຂົາທັງຫລາຍຍົກທັບມາຕໍ່ສູ້ກັບຢູດາ, ແລະ ບຸກລຸກເຂົ້າໄປໃນນັ້ນ ແລະຂົນສິ່ງຂອງທັງຫມົດທີ່ມີໃນຣາຊະສຳນັກ. ທັງບັນດາລູກຊາຍ ແລະ ມະເຫສີຂອງພະອົງ. ຈຶ່ງບໍ່ມີລູກຊາຍເຫລືອໄວ້ໃຫ້ແກ່ພະອົງນອກຈາກເຢໂຮອາຮາດລູກຊາຍອົງສຸດທ້າຍຂອງພະອົງ.
\s5
\v 18 ພາຍຫລັງເລື່ອງເຫລົ່ານີ້, ພຣະຢາເວຊົງເຮັດໃຫ້ລຳໄສ້ຂອງເຢໂຮຣາມເປັນພະຍາດຊຶ່ງຮັກສາບໍ່ໄດ້.
\v 19 ຕໍ່ມາເປັນເວລາຄົບສອງປີ, ລຳໄສ້ຂອງພະອົງກໍອອກມາເພາະພະຍາດນັ້ນ ແລະພະອົງກໍສິ້ນພະຊົນດ້ວຍຄວາມທຸກທໍຣະມານຢ່າງຍິ່ງ. ປະຊາຊົນຂອງພະອົງບໍ່ໄດ້ກໍ່ແປວໄຟຖວາຍກຽຕແກ່ພະອົງ ຄືກັບທີ່ໄດ້ກໍ່ແປວໄຟໃຫ້ກັບບັນພະບຸຣຸດຂອງພະອົງ.
\v 20 ເມື່ອພະອົງຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸສາມສິບສອງປີ; ຊົງປົກຄອງໃນເຢຣູຊາເລັມແປດປີ, ແລະ ພະອົງໄດ້ຊົງຈາກໄປໂດຍບໍ່ມີໃຜອາໄລ. ພວກເຂົາຝັງພະສົບໄວ້ໃນນະຄອນດາວິດ ແຕ່ບໍ່ແມ່ນໃນຂຸມຝັງສົບຂອງບັນດາກະສັດ.
\s5
\c 22
\cl ບົດທີ 22
\p
\v 1 ຊາວເຢຣູຊາເລັມໄດ້ໃຫ້ອາຮາຊີຢາ, ລູກຊາຍອົງສຸດທ້າຍຂອງພະອົງ, ເປັນກະສັດແທນພະອົງ, ເພາະຄົນຫມູ່ນັ້ນມາເຖິງຄ້າຍກັບຄົນອາຫລັບໄດ້ຂ້າລູກຊາຍຜູ້ເປັນອ້າຍເສຍທັງຫມົດ. ດັ່ງນັ້ນອາຮາຊີຢາລູກຊາຍຂອງເຢໂຮຣາມ, ກະສັດຂອງຢູດາ, ຈຶ່ງຂຶ້ນປົກຄອງ.
\v 2 ອາຮາຊີຢາເລີ່ມປົກຄອງນັ້ນ ພະອົງມີອາຍຸສີ່ສິບສອງປີ ເມື່ອຊົງປົກຄອງໃນເຢຣູຊາເລັມຫນຶ່ງປີ. ພະມານດາຂອງພະອົງຊົງພະນາມວ່າ ນາງອາທາລີຢາ; ນາງເປັນລູກສາວຂອງອົມຣີ.
\v 3 ພະອົງຊົງດຳເນີນໃນທາງທັງຫລາຍແຫ່ງຣາຊະວົງຂອງອາຮາບດ້ວຍ ເພາະວ່າພະມານດາຂອງພະອົງເປັນທີ່ປຶກສາໃນການເຮັດຄວາມຊົ່ວຮ້າຍຂອງພະອົງ.
\s5
\v 4 ອາຮາຊີຢາຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຄືກັບຣາຊະວົງຂອງອາຮາບໄດ້ເຮັດ, ເພາະວ່າຫລັງຈາກພະບິດາຂອງພະອົງສິ້ນພະຊົນແລ້ວ ພວກເຂົາທັງຫລາຍກໍເປັນທີ່ປຶກສາຂອງພະອົງ, ນຳໄປສູ່ຄວາມຈິບຫາຍຂອງພະອົງ.
\v 5 ພະອົງຊົງປະຕິບັດຕາມຄຳປຶກສາຂອງພວກເຂົາ; ແລະສະເດັດໄປກັບເຢໂຮຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິສະຣາເອນ, ເພື່ອເຮັດສົງຄາມກັບຮາຊາເອນ, ກະສັດຂອງອາຣາມ, ທີ່ເມືອງຣາໂມດກິເລອາດ. ຄົນຊີເຣຍໄດ້ເຮັດໃຫ້ໂຢຣາມບາດເຈັບ.
\s5
\v 6 ໂຢຮາມຊົງກັບມາທີ່ເຢດຊະເຣເອນ ເພື່ອຮັກສາບາດແຜຊຶ່ງພະອົງໄດ້ຮັບທີ່ເມືອງຣາມາ, ພະອົງຊົງຕໍ່ສູ້ກັບຮາຊາເອນ, ກະສັດຂອງຊີເຣຍ, ດັ່ງນັ້ນອາຊາຣີຢາລູກຊາຍຂອງເຢໂຮຣາມ, ກະສັດຂອງຢູດາ, ສະເດັດລົງໄປເຝົ້າເຢໂຮຣາມ ລູກຊາຍຂອງອາຮາບໃນເມືອງເຢດຊະເຣເອນ, ເພາະວ່າພະອົງປ່ວຍຫນັກ.
\s5
\v 7 ບັດນີ້ພຣະເຈົ້າຊົງກຳນົດໄວ້ແລ້ວວ່າ ຄວາມຫລົ້ມຈົມຂອງອາຮາຊີຢາຈະມາໂດຍທີ່ພະອົງສະເດັດລົງໄປຢ້ຽມ ໂຢຣາມ. ເພາະເມື່ອພະອົງສະເດັດໄປບ່ອນນັ້ນ, ພະອົງສະເດັດອອກໄປກັບເຢໂຮຣາມ ເພື່ອຈະປະທະກັບເຢຮູລູກຊາຍນິມຊີ, ຜູ້ຊຶ່ງພຣະຢາເວໄດ້ຊົງຕັ້ງໄວ້ໃຫ້ຕັດຣາຊະວົງຂອງອາຮາບອອກເສຍ.
\v 8 ຢູ່ມາເມື່ອເຢຮູກຳລັງສຳເລັດໂທດຣາຊະວົງຂອງອາຮາບ, ເພິ່ນໄດ້ພົບເຈົ້ານາຍຂອງຢູດາ ແລະ ບັນດາລູກຊາຍອ້າຍຂອງອາຮາຊີຢາ ຜູ້ມາບົວລະບັດອາຮາຊີຢາ. ເພິ່ນກໍໄດ້ປະຫານພວກເຂົາທັງຫລາຍເສຍ.
\s5
\v 9 ເຢຮູໄດ້ຄົ້ນຫາອາຮາຊີຢາ; ພະອົງກໍຖືກຈັບຕອນທີ່ລີ້ພະອົງຢູ່ໃນຊາມາເຣຍ, ພວກເຂົາພາພະອົງມາຫາເຢຮູ, ເພື່ອປະຫານຊີວິດພະອົງເສຍ. ພວກເຂົາກໍຝັງພະສົບໄວ້, ໂດຍກ່າວວ່າ, “ພະອົງຊົງເປັນລູກຊາຍຂອງເຢໂຮຊາຟັດ, ຜູ້ສະແຫວງຫາພຣະຢາເວດ້ວຍສິ້ນສຸດພະທັຍຂອງພະອົງ,” ດັ່ງນັ້ນຣາຊະວົງຂອງອາຮາຊີຢາບໍ່ມີຜູ້ໃດສາມາດປົກຄອງຣາຊະອານາຈັກໄດ້.
\s5
\v 10 ບັດນີ້ອາທາລີຢາ, ແມ່ຂອງອາຮາຊີຢາ, ເຫັນວ່າລູກຊາຍຂອງພະນາງສິ້ນພະຊົນແລ້ວ, ພະນາງກໍລຸກຂຶ້ນທຳລາຍເຊື້ອພະວົງແຫ່ງຣາຊະວົງຂອງຢູດາຈົນຫມົດ.
\v 11 ແຕ່ພະນາງເຢໂຮຊາບາ, ລູກສາວຂອງກະສັດ, ໄດ້ນຳໂຢອາດ, ລູກຊາຍຂອງອາຮາຊີຢາ, ໄປເສຍຈາກທ່າມກາງບັນດາລູກຊາຍຂອງກະສັດ ຜູ້ຊຶ່ງຈະຕ້ອງຖືກປຣະຫານ. ນາງກໍເຊື່ອງໂຢອາດ ທັງຜູ້ລ້ຽງຂອງນາງໄວ້ໃນຫ້ອງນອນ. ດັ່ງນັ້ນແຫລະ ເຢໂຮຊາບາ, ລູກສາວຂອງກະສັດເຢໂຮຣາມ, ເມຍຂອງປະໂລຫິດເຢໂຮຢາດາ (ເພາະວ່າພະນາງເປັນນ້ອງສາວຂອງອາຮາຊີຢາ), ໄດ້ເຊື່ອງໂຢອາດ, ໃຫ້ພົ້ນຈາກພະນາງອາທາລີຢາເພື່ອບໍ່ໃຫ້ພະນາງປຣະຫານໂຢອາດໄດ້.
\v 12 ໂຢອາດໄດ້ຢູ່ກັບນາງໃນພຣະວິຫານຂອງພຣະເຈົ້າເຊື່ອງຕົວຢູ່ຫົກປີ, ຝ່າຍພະນາງອາທາລີຢາກໍໄດ້ປົກຄອງແຜ່ນດິນ.
\s5
\c 23
\cl ບົດທີ 23
\p
\v 1 ໃນປີທີເຈັດ, ເຢໂຮຢາດາໄດ້ສະແດງຄວາມກຳລັງ ແລະ ໃຫ້ພວກນາຍຮ້ອຍເຮັດຄຳຫມັ້ນສັນຍາກັບຕົນ, ມີອາຊາຣີຢາລູກຊາຍເຢໂຣຮາມ, ອິດຊະມາເອນລູກຊາຍເຢໂຮຮານັນ, ອາຊາຣີຢາລູກຊາຍໂອເບັດ, ມາອາເສຢາລູກຊາຍອາດາຢາ, ແລະ ເອລີຊາຟັດລູກຊາຍຊິກຣີ.
\v 2 ພວກເຂົາທັງຫລາຍທ່ຽວໄປທົ່ວຢູດາ ແລະຮວບຮວມຄົນເລວີມາຈາກທຸກຫົວເມືອງຂອງຢູດາ, ທັງບັນດາຫົວຫນ້າຂອງບັນພະບຸຣຸດຂອງອິສະຣາເອນ, ແລະ ມາຍັງເຢຣູຊາເລັມ.
\v 3 ບັນດາຊຸມນຸມຊົນທັງຫມົດກໍເຮັດຄຳຫມັ້ນສັນຍາກັບກະສັດໃນພຣະວິຫານຂອງພຣະເຈົ້າ. ເຢໂຮຢາດາກ່າວແກ່ພວກເຂົາທັງຫລາຍວ່າ, “ເບິ່ງແມ ລູກຊາຍຂອງກະສັດຈະປົກຄອງ, ຕາມທີ່ພຣະຢາເວກ່າວກ່ຽວກັບບັນດາເຊື້ອສາຍຂອງດາວິດ.
\s5
\v 4 ທ່ານທັງຫລາຍຈົ່ງເຮັດຢ່າງນີ້ຄື ທ່ານຜູ້ເປັນປະໂລຫິດ ແລະຄົນເລວີຜູ້ອອກເວນຍາມໃນວັນສະບາໂຕຫນຶ່ງໃນສາມ, ໃຫ້ເປັນຄົນເຝົ້າປະຕູ.
\v 5 ອີກຫນຶ່ງໃນສາມໃຫ້ຢູ່ທີ່ພະຣາຊະສຳນັກ, ແລະ ຫນຶ່ງໃນສາມໃຫ້ຢູ່ທີ່ປະຕູໂຂງ. ໃຫ້ປະຊາຊົນທັງປວງຢູ່ໃນເດີ່ນພຣະວິຫານຂອງພຣະຢາເວ.
\s5
\v 6 ຢ່າໃຫ້ຈັກຄົນຫນຶ່ງເຂົ້າໄປໃນພຣະວິຫານຂອງພຣະຢາເວ, ນອກຈາກປະໂລຫິດ ແລະ ຄົນເລວີທີ່ບົວລະບັດຢູ່. ພວກເຂົາທັງຫລາຍເຂົ້າໄປໄດ້ ເພາະພວກເຂົາບໍຣິສຸດ. ແຕ່ປະຊາຊົນທັງປວງຈະຕ້ອງຮັກສາການບັງຄັບບັນຊາຂອງພຣະຢາເວ.
\v 7 ໃຫ້ຄົນເລວີອ້ອມກະສັດໄວ້, ແຕ່ລະຄົນໃຫ້ຖືອາວຸດ. ຜູ້ໃດເຂົ້າໄປໃນພຣະວິຫານນັ້ນຈະຕ້ອງຖືກປຣະຫານ. ຈົ່ງຢູ່ກັບກະສັດເມື່ອພະອົງສະເດັດເຂົ້າມາ ແລະ ເມື່ອພະອົງສະເດັດອອກໄປ.”
\s5
\v 8 ດັ່ງນັ້ນຄົນເລວີ ແລະ ຄົນຢູດາທັງປວງໄດ້ເຮັດທຸກສິ່ງທີ່ປະໂລຫິດເຢໂຮຢາດາໄດ້ບັນຊາໄວ້. ພວກເຂົາຕ່າງກໍນຳຄົນຂອງຕົນມາ, ຄືທັງຄົນທີ່ອອກເວນຍາມໃນວັນສະບາໂຕ, ແລະ ບັນດາຄົນເຫລົ່ານັ້ນທີ່ຈະເຂົ້າເວນຍາມ ໃນວັນສະບາໂຕ, ເພາະເຢໂຮຢາດາ, ປະໂລຫິດໄດ້ບໍ່ໄດ້ປ່ອຍກອງເວນຍາມໃຫ້ອອກເວນ.
\v 9 ເຢໂຮຢາດາ, ປະໂລຫິດ, ໄດ້ມອບຫອກກັບຫອກ ແລະ ໂລ່ຊຶ່ງເປັນຂອງກະສັດດາວິດທີ່ຢູ່ໃນພຣະວິຫານຂອງພຣະເຈົ້າໃຫ້ຜູ້ບັງຄັບບັນຊາກອງຮ້ອຍ.
\s5
\v 10 ເຢໂຮຢາດາໄດ້ຕັ້ງທະຫານທັງຫມົດ, ໃຫ້ອ້ອມກະສັດໄວ້ ທຸກຄົນຖືອາວຸດຕັ້ງແຕ່ດ້ານຂວາຂອງພຣະວິຫານຮອດດ້ານຊ້າຍຂອງພຣະວິຫານ, ຮອບແທ່ນບູຊາ ແລະ ພຣະວິຫານ.
\v 11 ແລ້ວພວກເຂົານຳລູກຊາຍຂອງກະສັດອອກມາ, ແລະ ສຸບມົງກຸດໃຫ້ພະອົງ ມອບພະໂອວາດໃຫ້ແກ່ພະອົງ. ຕັ້ງພະອົງໄວ້ເປັນກະສັດ, ແລະ ເຢໂຮຢາດາກັບລູກຊາຍຂອງເພິ່ນກໍເຈີມພະອົງ, ແລະຮ້ອງວ່າ, “ຂໍກະສັດຊົງພະຈະເຣີນ.”
\s5
\v 12 ເມື່ອອາທາລີຢາໄດ້ຍິນສຽງປະຊາຊົນແລ່ນ ແລະສັນຣະເສີນກະສັດ, ພະນາງກໍສະເດັດເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ.
\v 13 ແລະ ເມື່ອພະນາງທອດພະເນດ ເບິ່ງແມ, ມີກະສັດປຣະທັບຢືນຢູ່ທີ່ເສົາຂອງພະອົງຊື່ທາງເຂົ້າ, ແລະ ບັນດາຜູ້ບັງຄັບກອງທັບ ແລະ ທະຫານເປົ່າແກກໍຢູ່ຂ້າງກະສັດ. ປະຊາຊົນທັງປວງ ແຫ່ງແຜ່ນດິນ ກໍຊົມຊື່ນຍິນດີ ແລະ ເປົ່າແກ, ບັນດານັກຮ້ອງພ້ອມກັບເຄື່ອງດົນຕຣີຂອງພວກເຂົາກໍນຳການສັນຣະເສີນ. ພະນາງອາທາລີຢາກໍຈີກເສື້ອຜ້າຂອງພະນາງ ແລະ ຊົງຮ້ອງວ່າ, “ກະບົດ! ກະບົດ!”
\s5
\v 14 ປະໂລຫິດເຢໂຮຢາດາ, ຈຶ່ງນຳບັນດານາຍຮ້ອຍຜູ້ບັນຊາການກອງທັບອອກມາ ສັ່ງພວກເຂົາວ່າ, “ຈົ່ງຄຸມຕົວພະນາງອອກມາລະຫວ່າງແຖວທະຫານ; ຜູ້ໃດທີ່ຕາມພະນາງໄປ, ກໍໃຫ້ປຣະຫານຊີວິດເສຍດ້ວຍດາບ.” ເພາະປະໂລຫິດກ່າວວ່າ, “ຢ່າປຣະຫານພະນາງໃນພຣະວິຫານຂອງພຣະຢາເວ.”
\v 15 ດັ່ງນັ້ນພະນາງກໍສະເດັດໄປທີ່ທາງເຂົ້າປະຕູຄອກມ້າໃນພະຣາຊະວັງ, ແລ້ວຖືກປະຫານເສຍບ່ອນນັ້ນ.
\s5
\v 16 ເຢໂຮຢາດາໄດ້ເຮັດຄຳຫມັ້ນສັນຍາລະຫວ່າງເພິ່ນເອງ, ກັບປະຊາຊົນທັງປວງ, ແລະ ກະສັດວ່າ, ພວກເຂົາທັງຫລາຍຈະເປັນປະຊາຊົນຂອງພຣະຢາເວ.
\v 17 ແລ້ວປະຊາຊົນທັງປວງກໍໄປທີ່ວິຫານຂອງພະບາອານ ແລະ ເພື່ອທຳລາຍເສຍ. ພວກເຂົາໄດ້ທຸບແທ່ນບູຊາກັບຮູບເຄົາຣົບຂອງພະບາອານນັ້ນໃຫ້ເປັນປ່ຽງ, ແລະ ພວກເຂົາປຣະຫານປະໂລຫິດມັດຕານ, ຂອງພະບາອານ, ເສຍຕໍ່ຫນ້າແທ່ນບູຊາ.
\s5
\v 18 ເຢໂຮຢາດາໄດ້ແຕ່ງຕັ້ງເວນຍາມໄວ້ເບິ່ງແຍງພຣະວິຫານຂອງພຣະເຢເວພາຍໃຕ້ການຄວບຄຸມຂອງປະໂລຫິດ, ທີ່ເປັນຄົນເລວີ, ຜູ້ທີ່ດາວິດຊົງຈັດຕັ້ງໃຫ້ເບິ່ງແຍງພຣະວິຫານຂອງພຣະຢາເວ, ໃຫ້ຖວາຍເຄື່ອງເຜົາບູຊາແກ່ພຣະຢາເວ, ຕາມທີ່ບັນທຶກໄວ້ໃນພຣະບັນຍັດຂອງໂມເຊ, ດ້ວຍຄວາມຊົມຊື່ນຍິນດີ ແລະການຮ້ອງເພງ, ຕາມຄຳສັ່ງຂອງດາວິດ.
\v 19 ເຢໂຮຢາດາໄດ້ຕັ້ງຜູ້ເຝົ້າປະຕູໄວ້ທີ່ປະຕູຮົ້ວພຣະວິຫານຂອງພຣະຢາເວ, ເພື່ອບໍ່ໃຫ້ຜູ້ມີມົນທິນດ້ວຍປະການຫນຶ່ງປະການໃດເຂົ້າໄປ.
\s5
\v 20 ເຢໂຮຢາດາໄດ້ນຳຜູ້ບັງຄັບກອງຮ້ອຍ, ຂ້າຣາຊະການ, ຜູ້ປົກຄອງປະຊາຊົນ, ແລະ ບັນດາປະຊາຊົນແຫ່ງແຜ່ນດິນ. ໄດ້ເຊີນກະສັດລົງມາຈາກພຣະວິຫານຂອງພຣະຢາເວ; ປະຊາຊົນໄປທາງປະຕູເທິງ ໄປສູ່ພະຣາຊະສຳນັກ ແລະ ໄດ້ເຊີນກະສັດປະທັບເທິງພະຣາຊະບັນລັງແຫ່ງຣາຊະອານາຈັກ.
\v 21 ດັ່ງນັ້ນບັນດາປະຊາຊົນແຫ່ງແຜ່ນດິນກໍປິຕິຍິນດີ, ແລະ ເມືອງກໍສະຫງົບງຽບ. ຫລັງຈາກທີ່ພວກເຂົາໄດ້ປຣະຫານພະນາງອາທາລີຢາເສຍດ້ວຍດາບແລ້ວ.
\s5
\c 24
\cl ບົດທີ 24
\p
\v 1 ໂຢອາດໄດ້ເລີ່ມປົກຄອງນັ້ນ ພະອົງມີອາຍຸເຈັດປີ; ພະອົງຊົງປົກຄອງໃນເມືອງເຢຣູຊາເລັມສີ່ສິບບີ. ມານດາຂອງພະອົງຊົງພະນາມວ່າ ນາງຊີບີຢາ, ແຫ່ງເມືອງເບເອເຊບາ.
\v 2 ໂຢອາດຊົງກະທຳສິ່ງທີ່ຊອບໃນສາຍພຣະເນດຂອງພຣະຢາເວຕະຫລອດຊົ່ວອາຍຸຂອງປະໂລຫິດເຢໂຮຢາດາ.
\v 3 ເຢໂຮຢາດາຫາມະເຫສີໃຫ້ພະອົງສອງອົງ, ແລະ ພະອົງກໍໃຫ້ກຳເນີດລູກຊາຍ ແລະ ລູກສາວຫລາຍອົງ.
\s5
\v 4 ຕໍ່ມາພາຍຫລັງ, ໂຢອາດຊົງຕັ້ງພະທັຍທີ່ຈະສ້ອມແປງພຣະວິຫານຂອງພຣະຢາເວ.
\v 5 ພະອົງຊົງປະຊຸມປະໂລຫິດ ແລະ ຄົນເລວີ, ແລະ ໂດຍກ່າວກັບພວກເຂົາວ່າ, “ຈົ່ງອອກໄປຕາມຫົວເມືອງຢູດາ ແລະ ເກັບເງິນຈາກອິສະຣາເອນທັງປວງ ເພື່ອສ້ອມແປງພຣະວິຫານຂອງພຣະເຈົ້າຂອງເຈົ້າເປັນປີໄປ. ຈົ່ງຮີບເຮັດວຽກນັ້ນ.” ແຕ່ຄົນເລວີບໍ່ເລັ່ງເຮັດວຽກ.
\s5
\v 6 ດັ່ງນັ້ນກະສັດຈຶ່ງເອີ້ນເຢໂຮຢາດາ, ຜູ້ເປັນຫົວຫນ້າ, ແລະກ່າວກັບເພິ່ນວ່າ, “ເຫດໃດທ່ານບໍ່ຮຽກຮ້ອງໃຫ້ຄົນເລວີນຳເງິນເສຍສ່ວຍເຂົ້າມາຈາກຢູດາ ແລະ ເຢຣູຊາເລັມຊຶ່ງໂມເຊຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າກຳນົດໄວ້ ໃຫ້ຊຸມນຸມຊົນອິສະຣາເອນ, ນຳມາເພື່ອຫໍເຕັນພຣະໂອວາດ?”
\v 7 ເພາະບັນດາລູກຊາຍຂອງພະນາງອາທາລີຢາ, ຍິງຜູ້ຊົ່ວຮ້າຍ, ຄົນນັ້ນໄດ້ປຸ້ນພຣະວິຫານຂອງພຣະເຈົ້າ ແລະ ໄດ້ເອົາສິ່ງຂອງທີ່ມອບຖວາຍທັງຫມົດຂອງພຣະວິຫານຂອງພຣະຢາເວມອບໃຫ້ແກ່ພະບາອານ.
\s5
\v 8 ດັ່ງນັ້ນກະສັດຈຶ່ງຊົງບັນຊາ, ແລະ ພວກເຂົາໃຫ້ເຮັດຫີບຫນ່ວຍຫນຶ່ງວາງໄວ້ນອກປະຕູພຣະວິຫານຂອງພຣະຢາເວ.
\v 9 ແລ້ວມີຄຳປະກາດໄປທົ່ວຢູດາ ແລະ ເຢຣູຊາເລັມ, ໃຫ້ເສຍສ່ວຍຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າກຳນົດແກ່ອິສະຣາເອນໃນຖິ່ນແຫ້ງແລ້ງກັນດານ ເຂົ້າມາຖວາຍພຣະຢາເວ.
\v 10 ບັນດາເຈົ້ານາຍທັງຫມົດ ແລະ ປະຊາຊົນທັງປວງກໍປິຕິຍິນດີ ແລະ ນຳຄ່າເສຍສ່ວຍຂອງພວກເຂົາທັງຫລາຍມາປ່ອນລົງໃນຫີບຈົນຄົບ.
\s5
\v 11 ແລະມັນກໍໄດ້ເກີດຂື້ນເມື່ອຄົນເລວີນຳຫີບເຂົ້າມາໃຫ້ພະນັກງານຂອງກະສັດເມື່ອໃດ, ແລະ ເມື່ອພວກເຂົາເຫັນວ່າມີເງິນຫລາຍ ເລຂາ ແລະ ເຈົ້າຫນ້າທີ່ຂອງມະຫາປະໂລຫິດຈະເຂົ້າມາຖອກຫີບອອກ ແລະ ນຳຫີບກັບໄປໄວ້ບ່ອນເກົ່າ ພວກເຂົາເຮັດຢ່າງນີ້ທຸກມື້ ແລະ ເກັບເງິນໄດ້ເປັນຈຳນວນຫລາຍ.
\v 12 ກະສັດ ແລະ ເຢໂຮຢາດາກໍມອບໃຫ້ແກ່ບັນດາຜູ້ເບິ່ງແຍງກິຈະການຂອງພຣະວິຫານຂອງພຣະຢາເວ. ຄົນເຫລົ່ານີ້ໄດ້ຈ້າງຊ່າງກໍ່ ແລະ ຊ່າງໄມ້ໃຫ້ສ້ອມແປງພຣະວິຫານຂອງພຣະຢາເວ, ທັງຄົນງານຊ່າງເຫລັກ ແລະ ຊ່າງທອງເຫລືອງ ໃຫ້ສ້ອມແປງພຣະວິຫານຂອງພຣະຢາເວ.
\s5
\v 13 ດັ່ງນັ້ນບັນດາຄົນທີ່ຮັບຈ້າງເຮັດວຽກຈຶ່ງໄດ້ເຮັດວຽກ ແລະງານສ້ອມແປງກໍດຳເນີນກ້າວຫນ້າໃນມືຂອງພວກເຂົາ; ພວກເຂົາໄດ້ສ້ອມແປງພຣະວິຫານຂອງພຣະເຈົ້າຕາມຂະຫນາດເດີມ ແລະ ເສີມໃຫ້ແຂງແຮງຂຶ້ນ.
\v 14 ເມື່ອພວກເຂົາໄດ້ເຮັດສຳເລັດແລ້ວ, ເຂົາກໍນຳເງິນທີ່ເຫລືອຢູ່ມາຕໍ່ຫນ້າພະພັກກະສັດ ແລະ ເຢໂຮຢາດາ. ພວກເຂົາຈຶ່ງເອົາເງິນນັ້ນເຮັດເຄື່ອງໃຊ້ສຳລັບພຣະວິຫານແຫ່ງພຣະຢາເວ, ຄືເຄື່ອງໃຊ້ສຳລັບການບົວລະບັດ ທັງສຳລັບການຖວາຍເຄື່ອງບູຊາ ແລະ ຖ້ວຍ ແລະ ພາຊະນະຄຳ ແລະ ເງິນ. ພວກເຂົາໄດ້ຖວາຍເຄື່ອງເຜົາບູຊາໃນພຣະວິຫານຂອງພຣະຢາເວຕະຫລອດຊົ່ວອາຍຸຂອງເຢໂຮຢາດາ.
\s5
\v 15 ເຢໂຮຢາດາເຖົ້າແກ່ຫລາຍແລ້ວ, ກໍສິ້ນຊີວິດ; ເມື່ອສິ້ນຊີວິດນັ້ນເພິ່ນມີອາຍຸ 130 ປີ.
\v 16 ພວກເຂົາກໍຝັງສົບເພິ່ນໄວ້ໃນນະຄອນຂອງດາວິດທ່າມກາງບັນດາກະສັດ, ເພາະເພິ່ນໄດ້ກະທຳການດີໃນອິສະຣາເອນ, ຕໍ່ພຣະເຈົ້າ, ແລະພຣະວິຫານຂອງພຣະອົງ.
\s5
\v 17 ບັດນີ້ຫລັງຈາກທີ່ເຢໂຮຢາດາສິ້ນຊີວິດແລ້ວ, ບັນດາເຈົ້ານາຍແຫ່ງຢູດາໄດ້ເຂົ້າມາຖວາຍບັງຄົມຕໍ່ກະສັດ. ແລ້ວກະສັດຊົງຟັງຄຳທູນຂອງພວກເຂົາ.
\v 18 ພວກເຂົາໄດ້ປະຖິ້ມພຣະວິຫານຂອງພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ແລະບົວລະບັດບັນດາເສົາຮູບເຄົາຣົບ ແລະ ຮູບເຄົາຣົບ. ພຣະພິໂຣດໄດ້ລົງມາເຫນືອຢູດາ ແລະ ເຢຣູຊາເລັມ ເພາະບາບຂອງພວກເຂົາ.
\v 19 ແຕ່ພຣະອົງຍັງຊົງໃຊ້ຜູ້ທຳນວາຍມາທ່າມກາງພວກເຂົາເພື່ອຈະນຳພວກເຂົາໃຫ້ກັບມາຫາພຣະຢາເວ; ຄົນເຫລົ່ານີ້ເປັນພະຍານຕໍ່ສູ້ພວກເຂົາ, ແຕ່ພວກເຂົາກໍບໍ່ຍອມຫງ່ຽງຫູຟັງ.
\s5
\v 20 ພຣະວິນຍານຂອງພຣະເຈົ້າໄດ້ສວມທັບເຊຄາຣີຢາລູກຊາຍເຢໂຮຢາດາ, ປະໂລຫິດ; ເພິ່ນຢືນຢູ່ເຫນືອປະຊາຊົນ ແລະ ກ່າວແກ່ພວກເຂົາວ່າ, “ພຣະເຈົ້າກ່າວດັ່ງນີ້ວ່າ ‘ເປັນຫຍັງທ່ານທັງຫລາຍຈຶ່ງລະເມີດພຣະບັນຍັດຂອງພຣະຢາເວ, ອັນເປັນເຫດໃຫ້ທ່ານຈະເຣີນຂຶ້ນບໍ່ໄດ້? ເພາະທ່ານທັງຫລາຍໄດ້ປະຖິ້ມພຣະຢາເວ, ພຣະອົງຈຶ່ງປະຖິ້ມທ່ານ.”
\v 21 ພວກເຂົາທັງຫລາຍຄິດຮ້າຍຕໍ່ເຊຄາຣີຢາ; ແລະ ໂດຍຄຳບັນຊາຂອງກະສັດ, ພວກເຂົາຈຶ່ງແກວ່ງຫີນໃສ່ເພິ່ນໃນເດີ່ນພຣະວິຫານຂອງພຣະຜູ້ຢາເວ.
\v 22 ດັ່ງນີ້ແຫລະ, ກະສັດ, ໂຢອາດຈຶ່ງບໍ່ໄດ້ຊົງລະນຶກເຖິງຄວາມກະຣຸນາທີ່ເຢໂຮຢາດາ, ບິດາຂອງເຊຄາຣີຢາ, ໄດ້ສະແດງຕໍ່ພະອົງ. ແຕ່ໄດ້ຊົງປະຫານລູກຊາຍຂອງເພິ່ນເສຍ. ເມື່ອພວກເຂົາກຳລັງຈະຕາຍ, ພວກເຂົາເວົ້າວ່າ, “ຂໍພຣະຢາເວຊົງທອດພຣະເນດ ແລະແກ້ແຄ້ນແທນ.”
\s5
\v 23 ຕໍ່ມາເມື່ອຮອດທ້າຍປີ, ກອງທັບຂອງຄົນຊີເຣຍກໍມາຕໍ່ສູ້ກັບໂຢອາດ. ພວກເຂົາມາຮອດຢູດາ ແລະ ເຢຣູຊາເລັມ; ແລ້ວໄດ້ທຳລາຍບັນດາເຈົ້ານາຍຂອງປະຊາຊົນຈາກຫມູ່ປະຊາຊົນ ແລະ ສົ່ງເຄື່ອງທີ່ຍຶດໄດ້ທັງຫມົດໄປໃຫ້ກະສັດແຫ່ງດາມາເຊ.
\v 24 ເຖິງວ່າກອງທັບຄົນຊີເຣຍມາແຕ່ຫນ້ອຍຄົນ, ພຣະຢາເວຊົງມອບກອງທັບໃຫຍ່ໄວ້ໃນມືຂອງພວກເຂົາ, ເພາະຢູດາໄດ້ປະຖິ້ມພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ. ດັ່ງນີ້ແຫລະ ຄົນຊີເຣຍຈຶ່ງໄດ້ລົງໂທດໂຢອາດ.
\s5
\v 25 ໃນເວລາເມື່ອງຄົນຊີເຣຍພວກເຂົາຈາກພະອົງໄປ, ໂຢອາດໄດ້ຊົງບາດເຈັບ. ຂ້າຣາຊະການຂອງພະອົງ ກໍຄິດຮ້າຍຕໍ່ພະອົງ ເພາະເລືອດຂອງລູກຊາຍເຢໂຮຢາດາ, ປະໂລຫິດ. ພວກເຂົາໄດ້ປຣະຫານພະອົງເສຍທີ່ເທິງຕຽງນອນ ພະອົງກໍສິ້ນພະຊົນ ພວກເຂົາຝັງພະສົບໄວ້ໃນນະຄອນດາວິດ, ແຕ່ບໍ່ໄດ້ຝັງພະສົບໄວ້ໃນຂຸມຝັງສົບຂອງບັນດາກະສັດ.
\v 26 ຄົນເຫລົ່ານັ້ນທີ່ຄິດຮ້າຍຕໍ່ພະອົງຄື ຊາບາດລູກຊາຍນາງຊິເມອາດຄົນອຳໂມນ, ແລະເຢໂຮຊາບັດລູກຊາຍນາງຊິມຣີດ, ຄົນໂມອາບ.
\s5
\v 27 ບັດນີ້ເລື່ອງລາວແຫ່ງລູກຊາຍຂອງພະອົງ, ພາຣະອັນຫນັກໃຫຍ່ຫລວງທີ່ຕົກຢູ່ແກ່ພະອົງ, ແລະ ການສ້ອມແປງພຣະວິຫານຂອງພຣະເຈົ້າ, ກໍມີບັນທຶກໄວ້ໃນຫນັງສືເລື່ອງລາວຂອງກະສັດ ແລະອາມາຊີຢາລູກຊາຍຂອງພະອົງ, ຂຶ້ນປົກຄອງແທນພະອົງ.
\s5
\c 25
\cl ບົດທີ 25
\p
\v 1 ອາມາຊີຢາເລີ່ມປົກຄອງນັ້ນ ພະອົງມີອາຍຸຊາວຫ້າປີ; ພະອົງຊົງປົກຄອງໃນເຢຣູຊາເລັມຊາວເກົ້າປີ. ພະມານດາຂອງພະອົງຊົງພະນາມວ່າ ເຢໂຮອັດດັນ, ຊາວເຢຣູຊາເລັມ;
\v 2 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ແຕ່ບໍ່ແມ່ນດ້ວຍພະທັຍທີ່ແທ້ຈິງ.
\s5
\v 3 ຢູ່ມາພໍຣາຊະອານາຈັກຢູ່ໃນພະຫັດຂອງພະອົງຢ່າງຫມັ້ນຄົງແລ້ວ, ພະອົງຊົງປະຫານຊີວິດຂ້າຣາຊະການຂອງພະອົງ, ຜູ້ທີ່ຂ້າບິດາຂອງພະອົງ.
\v 4 ແຕ່ພະອົງບໍ່ໄດ້ຊົງປະຫານຊີວິດລູກຫລານຂອງພວກເຂົາ, ແຕ່ໄດ້ຊົງກະທຳຕາມທີ່ມີບັນທຶກໄວ້ໃນຫນັງສືພຣະບັນຍັດຂອງໂມເຊ, ທີ່ພຣະຢາເວຊົງບັນຊາໄວ້ນັ້ນວ່າ, “ຢ່າໃຫ້ພໍ່ຕ້ອງຮັບໂທດເຖິງຕາຍແທນລູກຂອງຕົນ, ຫລືໃຫ້ລູກຕ້ອງຮັບໂທດເຖິງຕາຍແທນພໍ່ຂອງຕົນ, ແຕ່ ໃຫ້ທຸກຄົນຮັບໂທດເຖິງຕາຍເນື່ອງດ້ວຍບາບຂອງຄົນນັ້ນເອງ.”
\s5
\v 5 ນອກຈາກນັ້ນ, ອາມາຊີຢາໄດ້ປະຊຸມພວກຢູດາ, ແລະ ໃຫ້ພວກເຂົາຢູ່ພາຍໃຕ້ຜູ້ບັງຄັບກອງພັນ, ແລະຜູ້ບັງຄັບກອງຮ້ອຍ ຕາມເຮືອນບັນພະບຸຣຸດຂອງຕົນ—ຄື ຢູດາ ແລະ ເບັນຢາມິນທັງຫມົດ. ພະອົງໄດ້ຊົງນັບຄົນທີ່ມີອາຍຸຊາວປີຂຶ້ນໄປ ແລະ ຊົງເຫັນວ່າມີຊາຍຫນຸ່ມສາມແສນຄົນ, ສາມາດເຂົ້າເຮັດສົງຄາມ, ສາມາດຖືຫອກ ແລະ ໂລ່.
\v 6 ພະອົງຊົງຈ້າງທະຫານທີ່ເກັ່ງກ້າຈາກອິສະຣາເອນຫນຶ່ງແສນຄົນເປັນເງິນຫນຶ່ງຮ້ອຍຕະລັນຕົນ.
\s5
\v 7 ແຕ່ຄົນຂອງພຣະເຈົ້າຄົນຫນຶ່ງມາເຝົ້າພະອົງທູນວ່າ, “ຂ້າແດ່ກະສັດ, ຂໍຢ່າໃຫ້ກອງທັບອິສະຣາເອນໄປກັບພະອົງ, ເພາະພຣະຢາເວບໍ່ໄດ້ຊົງສະຖິດຢູ່ກັບອິສະຣາເອນ—ຄືກັບຄົນເອຟຣາຢິມເຫລົ່ານີ້ທັງຫມົດ.
\v 8 ແຕ່ຖ້າພະອົງຄາດຫມາຍວ່າໂດຍວິທີນີ້ ພະອົງຈະເຂັ້ມແຂງພໍທີ່ຈະເຂົ້າສົງຄາມ, ພຣະເຈົ້າຈະຊົງແກວ່ງພະອົງລົງຕໍ່ຫນ້າສັດຕຣູ, ເພາະວ່າພຣະເຈົ້າຊົງຣິດທີ່ຈະຊ່ວຍໄວ້ ຫລືຖິ້ມໄປໄດ້.”
\s5
\v 9 ອາມາຊີຢາກ່າວກັບຄົນຂອງພຣະເຈົ້າວ່າ, “ແຕ່ເຮົາຈະເຮັດປະການໃດໃນເລື່ອງເງິນຫນຶ່ງຮ້ອຍຕະລັນຕົນຊຶ່ງເຮົາໄດ້ໃຫ້ແກ່ກອງທັບອິສະຣາເອນໄປແລ້ວນັ້ນ?” ແລ້ວຄົນຂອງພຣະເຈົ້າທູນຕອບວ່າ, “ພຣະຢາເວຊົງສາມາດທີ່ຈະປຣະທານແກ່ພະອົງຫລາຍກວ່ານີ້ອີກຫລາຍເທົ່າ.”
\v 10 ດັ່ງນັ້ນອາມາຊີຢາກໍຊົງປົດປ່ອຍກອງທັບຊຶ່ງມາຫາພະອົງຈາກເອຟຣາຢິມ; ໃຫ້ກັບໄປເຮືອນອີກ. ພວກເຂົາຈຶ່ງຮ້າຍຢູດາຫລາຍ ແລະ ໄດ້ກັບເຮືອນດ້ວຍຄວາມໂກດຮ້າຍ ຢ່າງຮຸນແຮງ.
\s5
\v 11 ອາມາຊີຢາຊົງກ້າແຂງຂຶ້ນ ແລະ ຊົງນຳທະຫານຂອງພະອົງອອກໄປຍັງພູເຂົາເກືອ; ທີ່ນັ້ນພະອົງໄດ້ໂຈມຕີຊະນະຄົນເສອີຫນຶ່ງຫມື່ນຄົນ.
\v 12 ຄົນຢູດາຈັບເປັນໄດ້ຫນຶ່ງຫມື່ນຄົນ ແລະພາພວກເຂົາໄປທີ່ຈອມຜາ ແລະ ໄດ້ໂຍນພວກເຂົາມາຈາກຍອດຫນ້າຜາ ແລະຖິ້ມລົງເຫວນັ້ນ, ດັ່ງນັ້ນພວກເຂົາກໍຕົກລົງມຸ່ນເປັນຕ່ອນ.
\s5
\v 13 ແຕ່ຄົນຂອງກອງທັບຊຶ່ງອາມາຊີຢາຊົງປົດໃຫ້ກັບໄປ, ແລະບໍ່ໃຫ້ໄປຮົບດ້ວຍນັ້ນ, ພວກເຂົາລ້າຖອຍເຂົ້າໂຈມຕີຫົວເມືອງຂອງຢູດາ ຕັ້ງແຕ່ຊາມາເຣຍເຖິງເບັດໂຮໂຣນ. ຂ້າປະຊາຊົນສາມພັນຄົນ ແລະ ຢຶດສິ່ງຂອງໄປເປັນຈຳນວນຫລາຍ.
\s5
\v 14 ຢູ່ມາ, ເມື່ອອາມາຊີຢາສະເດັດກັບຈາກການຂ້າຟັນຄົນເອໂດມ, ພະອົງຊົງນຳຮູບເຄົາຣົບຂອງຊາວເສອີມາຕັ້ງໄວ້ເປັນພະຂອງພະອົງ, ແລະ ກາບນະມັສະການພະເຫລົ່ານັ້ນ. ຊົງເຜົາເຄື່ອງຫອມຖວາຍ​.
\v 15 ເພາະສະນັ້ນ ພຣະຢາເວຊົງຮ້າຍຕໍ່ອາມາຊີຢາ. ພະອົງຊົງໃຊ້ຜູ້ທຳນວາຍຄົນຫນຶ່ງໄປຫາ, ທູນພະອົງວ່າ, “ເປັນຫຍັງເຈົ້າຈຶ່ງສະແຫວງຫາພະຂອງຊົນຊາດຫນຶ່ງ ຊຶ່ງບໍ່ສາມາດຊ່ວຍຊົນຊາດຂອງຕົນເອງໃຫ້ພົ້ນຈາກມືຂອງເຈົ້າໄດ້?”
\s5
\v 16 ຢູ່ມາຂະນະທີ່ລາວກຳລັງທູນຢູ່ ກະສັດກ່າວກັບລາວວ່າ, “ເຮົາໄດ້ແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດຫລື? ຢຸດ! ເປັນຫຍັງເຈົ້າຈະຕ້ອງຕາຍ?” ຜູ້ທຳນວາຍນັ້ນຈຶ່ງຢຸດ ແຕ່ທູນວ່າ, “ຂ້າພະອົງຮູ້ວ່າພຣະເຈົ້າຊົງຕັ້ງພຣະທັຍຈະທຳລາຍພະອົງ ເພາະພະອົງຊົງກະທຳເຊັ່ນນີ້ ແລະ ບໍ່ໄດ້ຊົງຟັງຄຳປຶກສາຂອງຂ້າພະອົງ.”
\s5
\v 17 ອາມາຊີຢາກະສັດແຫ່ງຢູດາໄດ້ຊົງຮັບຄຳປຶກສາ ແລະ ຊົງໃຊ້ໃຫ້ໄປເຝົ້າໂຢອາດລູກຊາຍຂອງເຢໂຮອາຮາດ ລູກຊາຍຂອງເຢຮູ ກະສັດຂອງອິສະຣາເອນ, ທູນວ່າ, “ມາແມ, ໃຫ້ເຮົາທັງສອງມາຜະເຊີນຫນ້າກັນຕໍ່ຫນ້າໃນສົງຄາມ.”
\s5
\v 18 ແຕ່ໂຢອາດກະສັດແຫ່ງອິສະຣາເອນຊົງໃຊ້ໄປຍັງອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ຕົ້ນຜັກຫນາມເທິງເລບານອນສົ່ງຂ່າວໄປຫາຕົ້ນສົນເທິງເລບານອນ, ກ່າວວ່າ, ‘ຈົ່ງຍົກລູກສາວຂອງເຈົ້າໃຫ້ເປັນເມຍລູກຊາຍຂອງເຮົາ, ແຕ່ສັດປ່າໂຕຫນຶ່ງແຫ່ງເລບານອນຜ່ານມາ ຢຽບຕົ້ນຜັກຫນາມລົງເສຍ.
\v 19 ທ່ານໄດ້ກ່າວວ່າ, ‘ເບິ່ງແມ, ຂ້າພະເຈົ້າໄດ້ໂຈມຕີເອໂດມ, ແລະ ຈິດໃຈຂອງທ່ານກໍຈອງຫອງຂຶ້ນໃນຄວາມໂອ້ອວດ. ພູມໃຈໃນຊັຍຊະນະຂອງທ່ານ, ແຕ່ຈົ່ງຢູ່ກັບເຮືອນເຖີດ, ເພາະເຫດໃດທ່ານຈຶ່ງເລົ້າໃຈຕົນເອງໃຫ້ຕໍ່ສູ້ ແລະ ຮັບອັນຕະຣາຍ ອັນຈະໃຫ້ທ່ານລົ້ມລົງ, ທັງທ່ານ ແລະ ຢູດາ?”
\s5
\v 20 ແຕ່ອາມາຊີຢາບໍ່ຊົງຟັງ, ເພາະເປັນມາຈາກພຣະເຈົ້າ, ເພື່ອວ່າພະອົງຈະຊົງມອບພວກເຂົາທັງຫລາຍໄວ້ໃນມືຂອງສັດຕຣູ, ເພາະພວກເຂົາໄດ້ຊອກຫາພະແຫ່ງເອໂດມ.
\v 21 ດັ່ງນັ້ນໂຢອາດ, ກະສັດແຫ່ງອິສະຣາເອນ, ຈຶ່ງໄດ້ໂຈມຕີ, ພະອົງກັບອາມາຊີກະສັດແຫ່ງຢູດາໄດ້ຜະເຊີນຫນ້າກັນທີ່ເບັດເຊເມັດ ຊຶ່ງເປັນຂອງຢູດາ.
\v 22 ຢູດາກໍພ່າຍແພ້ອິສະຣາເອນ ແລະ ທຸກຄົນກໍຫນີກັບໄປເຕັນຂອງຕົນ.
\s5
\v 23 ໂຢອາດ, ກະສັດແຫ່ງອິສະຣາເອນ, ຊົງຈັບອາມາຊີຢາກະສັດແຫ່ງຢູດາລູກຊາຍຂອງໂຢອາດ ລູກຊາຍຂອງເຢໂຮອາຮາດທີ່ເບັດເຊເມັດ. ພະອົງໄດ້ຊົງນຳພະອົງມາຍັງເຢຣູຊາເລັມ ຊົງທຳລາຍກຳແພງເຢຣູຊາເລັມລົງສີ່ຮ້ອຍສອກ ຕັ້ງແຕ່ປະຕູເອຟຣາຢິມເຖິງປະຕູແຈ.
\v 24 ເງິນທັງຫມົດ ທັງເຄື່ອງໃຊ້ທັງຫມົດຊຶ່ງພົບໃນພຣະວິຫານຂອງພຣະເຈົ້າໃນຄວາມຮັກສາຂອງໂອເບັດເອໂດມ, ທັງຄັງຊັບຂອງສຳນັກພະຣາຊະວັງ ພ້ອມກັບຄົນປະກັນດ້ວຍ, ແລະ ພະອົງສະເດັດກັບໄປຍັງຊາມາເຣຍ.
\s5
\v 25 ອາມາຊີຢາ ລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ຊົງພະຊົນຢູ່ສິບຫ້າປີ ຫລັງຈາກການສະຫວັນນະຄົດຂອງໂຢອາດ, ລູກຊາຍຂອງເຢໂຮອາຮາດ, ກະສັດແຫ່ງອິສະຣາເອນ.
\v 26 ສ່ວນພະຣາຊະກິດນອກນັ້ນຂອງອາມາຊີຢາ, ຕັ້ງແຕ່ຕົ້ນຈົນຈົບ, ກໍໄດ້ບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິສະຣາເອນ?
\s5
\v 27 ນັບແຕ່ເວລາທີ່ອາມາຊີຢາຊົງຫັນໄປຈາກການຕິດຕາມພຣະຢາເວ, ພວກເຂົາທັງຫລາຍກໍຄິດກະບົດ ຕໍ່ພະອົງໃນເຢຣູຊາເລັມ. ພະອົງຊົງຫນີໄປທີ່ລາກິດ, ແຕ່ພວກເຂົາໄປຕາມພະອົງທີ່ລາກິດ ແລະ ປຣະຫານພະອົງເສຍບ່ອນນັ້ນ.
\v 28 ພວກເຂົານຳພະສົບໃສ່ຫລັງມ້າກັບມາ ແລະ ຝັງໄວ້ກັບບັນພະບຸຣຸດຂອງພະອົງໃນເມືອງແຫ່ງຢູດາ.
\s5
\c 26
\cl ບົດທີ 26
\p
\v 1 ປະຊາຊົນທັງຫມົດແຫ່ງຢູດາຈຶ່ງຕັ້ງອຸດຊີຢາ, ຜູ້ຊຶ່ງມີອາຍຸສິບຫົກປີ, ແລະ ໃຫ້ເປັນກະສັດແທນອາມາຊີຢາບິດາຂອງພະອົງ.
\v 2 ພະອົງຊົງສ້າງເມືອງເອລັດ ແລະ ໃຫ້ກັບຄືນແກ່ຢູດາ. ຫລັງຈາກທີ່ກະສັດຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ.
\v 3 ເມື່ອອຸດຊີຢາຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸສິບຫົກປີ. ພະອົງຊົງປົກຄອງໃນເມືອງເຢຣູຊາເລັມຫ້າສິບສອງປີ. ພະມານດາຂອງພະອົງຊົງພະນາມວ່າ ເຢໂກລີຢາຊາວເຢຣູຊາເລັມ.
\s5
\v 4 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ຕາມທີ່ອາມາຊີຢາ ບິດາຂອງພະອົງໄດ້ຊົງກະທຳທຸກປະການ.
\v 5 ພະອົງຊົງສະແຫວງຫາພຣະເຈົ້າໃນສະໄຫມຂອງເຊຄາຣີຢາ, ຜູ້ເຂົ້າໃຈໃນນິມິດຕ່າງຈາກພຣະເຈົ້າ. ຕາບໃດທີ່ພະອົງສະແຫວງຫາພຣະຢາເວ, ພຣະເຈົ້າກໍຊົງກະທຳໃຫ້ພະອົງຈະເຣີນ.
\s5
\v 6 ອຸດຊີຢາສະເດັດອອກໄປເຮັດສົງຄາມຕໍ່ສູ້ກັບຄົນຟີລິສະຕີນ. ພະອົງໄດ້ຊົງພັງກຳແພງເມືອງກັດ, ກຳແພງເມືອງຢັບເນ, ແລະ ກຳແພງເມືອງອາຊະໂດດ; ພະອົງຊົງສ້າງຫົວເມືອງໃນເຂດແດນອາຊະໂດດ ແລະ ບ່ອນອື່ນອີກທ່າມກາງຄົນຟີລິສະຕີນ.
\v 7-8 ພຣະເຈົ້າຊົງຊ່ວຍພະອົງໃນການຕໍ່ສູ້ຄົນຟີລິສະຕີນ, ຕໍ່ສູ້ຄົນອາຫລັບທີ່ອາສັຍຢູ່ໃນກູເຣບາອານ, ແລະ ຕໍ່ສູ້ກັບຄົນເມອູນີມ. ຄົນອຳໂມນໄດ້ຖວາຍບັນນາການແກ່ອຸດຊີຢາ, ແລະ ພະນາມຂອງພະອົງກໍແຜ່ອອກໄປເຖິງເຂດແດນເອຢິບ, ເພາະພະອົງຊົງເຂັ້ມແຂງຂຶ້ນຫລາຍ.
\s5
\v 9 ຫລາຍກວ່ານັ້ນອີກ, ອຸດຊີຢາຊົງສ້າງປ້ອມໃນເຢຣູຊາເລັມທີ່ປະຕູແຈ, ທີ່ປະຕູພູເຂົາ, ແລະ ບ່ອນກຳແພງໂຄ້ງຢ່າງແຂງແຮງ ແລະ ປ້ອງກັນປ້ອມເຫລົ່ານັ້ນ.
\v 10 ພະອົງຊົງສ້າງປ້ອມໃນຖິ່ນແຫ້ງແລ້ງກັນດານ ແລະ ຊົງຂຸດນ້ຳສ້າງຫລາຍແຫ່ງ, ເພາະພະອົງຊົງມີຝູງສັດໃຫຍ່, ທັງໃນພູເຂົາ ແລະ ໃນທົ່ງພຽງ. ພະອົງໄດ້ຊົງມີຊາວນາ ແລະ ຄົນຕັດແຕ່ງຕົ້ນອະງຸ່ນໃນໂນນພູໃນກາເມນ ແລະ ໃນທົ່ງນາທີ່ອຸດົມສົມບູນ, ເພາະພະອົງຊົງຮັກການກະເສດຫລາຍ.
\s5
\v 11 ຫລາຍກວ່ານັ້ນອີກ, ອຸດຊີຢາຊົງມີກອງທະຫານທີ່ອອກໄປເຮັດເສິກເປັນກອງຕາມຈຳນວນທີ່ເຢອີເອນເລຂາໄດ້ຮວບຮວມໄວ້ນຳກັນ ກັບມາອາເສຢາ, ເຈົ້າຫນ້າທີ່ພາຍໃຕ້ການຄວບຄຸມຂອງຮານານີຢາ, ຜູ້ບັງຄັບກອງທະຫານຄົນຫນຶ່ງຂອງກະສັດ.
\v 12 ຈຳນວນທັງຫມົດຂອງບັນດາຫົວຫນ້າຕະກູນພວກນັກຮົບມີຈຳນວນ2,600ຄົນ.
\v 13 ພາຍໃຕ້ການບັງຄັບບັນຊາຂອງຄົນເຫລົ່ານີ້ ມີກອງທັບທະຫານ 307,500 ຄົນ ຜູ້ເຮັດສົງຄາມໄດ້ດ້ວຍກຳລັງຫລາຍ ເພື່ອຊ່ວຍກະສັດໃຫ້ຕໍ່ສູ້ກັບສັດຕຣູ.
\s5
\v 14 ອຸດຊີຢາຊົງຕຽມ—ໂລ່, ຫອກ, ຫມວກເຫລັກ, ເສື້ອເກາະ, ທະນູ, ແລະ ກ້ອນຫີນສຳລັບສະຫລິງໄວ້ໃຫ້—ກອງທັບ.
\v 15 ໃນເຢຣູຊາເລັມ ພະອົງຊົງເຮັດເຄື່ອງກົນໄກໂດຍຄົນຊ່າງປະດິດ, ເຮັດຂຶ້ນໄວ້ເທິງປ້ອມ ແລະ ຕາມແຈ, ເພື່ອຍິງລູກທະນູ ແລະ ໂຍນກ້ອນຫີນໃຫຍ່. ພະນາມຂອງພະອົງກໍຊ່າລືໄປຍັງບັນດາແຜ່ນດິນໄກ, ເພາະພະອົງຊົງໄດ້ຮັບຄວາມຊ່ວຍເຫລືອຢ່າງອັສະຈັນຈົນພະອົງເຂັ້ມແຂງ.
\s5
\v 16 ແຕ່ເມື່ອພະອົງຊົງແຂງແຮງແລ້ວ, ພະອົງກໍມີພະທັຍຈອງຫອງຂຶ້ນ ຈຶ່ງຊົງກະທຳຄວາມເສຍຫາຍ; ເພາະພະອົງລະເມີດຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງ, ໂດຍເຂົ້າໄປໃນພຣະວິຫານຂອງພຣະຢາເວເພື່ອເຜົາເຄື່ອງຫອມເທິງແທ່ນບູຊາ.
\v 17 ອາຊາຣີຢາ, ປະໂລຫິດໄດ້ເຂົ້າໄປຕິດຕາມພະອົງພ້ອມກັບປະໂລຫິດຂອງພຣະຢາເວແປດສິບຄົນຜູ້ຊຶ່ງເກັ່ງກ້າ.
\v 18 ພວກເຂົາທັງຫລາຍໄດ້ຂັດຂວາງກະສັດອຸດຊີຢາ ແລະ ທູນພະອົງວ່າ, “ຂ້າແດ່ອຸດຊີຢາ ບໍ່ແມ່ນຫນ້າທີ່ຂອງພະອົງທີ່ຈະເຜົາເຄື່ອງຫອມຖວາຍແດ່ພຣະຢາເວ, ແຕ່ເປັນຫນ້າທີ່ຂອງປະໂລຫິດລູກຫລານຂອງອາໂຣນ, ຜູ້ຊຶ່ງຊຳຣະໄວ້ໃຫ້ບໍຣິສຸດ ເພື່ອເຜົາເຄື່ອງຫອມ. ຂໍເຊີນພະອົງສະເດັດອອກໄປຈາກສະຖານທີ່ບໍຣິສຸດນີ້, ເພາະພະອົງໄດ້ຊົງລ່ວງເກີນ ແລະ ຈະບໍ່ໄດ້ຮັບກຽຕອັນໃດຈາກພຣະຢາເວພຣະເຈົ້າເລີຍ.”
\s5
\v 19 ແລ້ວອຸດຊີຢາຊົງຮ້າຍ. ພະອົງມີກະຖາງໄຟຢູ່ໃນພຣະຫັດຈະຊົງເຜົາເຄື່ອງຫອມ. ເມື່ອພະອົງຊົງຮ້າຍຕໍ່ພວກປະໂລຫິດ, ພະຍາດຂີ້ທູດກໍເກີດຂຶ້ນມາທີ່ຫນ້າຜາກຂອງພະອົງຕໍ່ຫນ້າປະໂລຫິດໃນພຣະວິຫານຂອງພຣະຢາເວ, ຂ້າງແທ່ນເຜົາເຄື່ອງຫອມ.
\v 20 ອາຊາຣີຢາປະໂລຫິດໃຫຍ່ ແລະ ບັນດາປະໂລຫິດທັງປວງເບິ່ງພະອົງ, ແລະເບິ່ງແມ, ພະອົງຊົງເປັນພະຍາດຂີ້ທູດທີ່ຫນ້າຜາກ. ພວກເຂົາທັງຫລາຍຈຶ່ງຊຸກພະອົງອອກໄປຈາກບ່ອນນັ້ນ. ໂດຍແທ້ຈິງ, ພະອົງເອງກໍຊົງຮີບສະເດັດອອກໄປ, ເພາະວ່າພຣະຢາເວຊົງລົງໂທດພະອົງແລ້ວ.
\s5
\v 21 ກະສັດອຸດຊີຢາຊົງເປັນພະຍາດຂີ້ທູດຈົນມື້ສິ້ນພະຊົນ ແລະເພາະເປັນພະຍາດຂີ້ທູດຈຶ່ງຊົງປຣະທັບໃນວັງຕ່າງຫາກ, ເພາະພະອົງຊົງຖືກຕັດອອກຈາກພຣະວິຫານຂອງພຣະຢາເວ. ໂຢທາມ, ລູກຊາຍຂອງພະອົງ, ເປັນຜູ້ເບິ່ງແຍງຣາຊະສຳນັກປົກຄອງປະຊາຊົນແຫ່ງແຜ່ນດິນ.
\s5
\v 22 ສ່ວນພະຣາຊະກິດນອກນັ້ນຂອງອຸດຊີຢາ, ຕັ້ງແຕ່ຕົ້ນຈົນຈົບ, ເອຊາຢາຜູ້ທຳນວາຍ ລູກຊາຍອາໂມດ, ໄດ້ບັນທຶກໄວ້.
\v 23 ແລະອຸດຊີຢາກໍຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ; ພວກເຂົາກໍຝັງພະສົບໄວ້ກັບບັນພະບຸຣຸດຂອງພະອົງໃນນາບ່ອນຝັງສົບອັນເປັນຂອງກະສັດ, ໂດຍກ່າວວ່າ, “ພະອົງຊົງເປັນພະຍາດຂີ້ທູດ.” ໂຢທາມ, ລູກຊາຍຂອງພະອົງກໍຂຶ້ນປົກຄອງແທນ.
\s5
\c 27
\cl ບົດທີ 27
\p
\v 1 ເມື່ອໂຢທາມຊົງເລີ່ມປົກຄອງນັ້ນ ພະອົງມີອາຍຸຊາວຫ້າປີ; ພະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ. ພະມານດາຂອງພະອົງມີພະນາມວ່າ ເຢຣຸຊາ; ລູກສາວຂອງຊາໂດກ.
\v 2 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ຕາມທີ່ອຸດຊີຢາ ບິດາຂອງພະອົງໄດ້ຊົງກະທຳທຸກປະການ ເວັ້ນແຕ່ພະອົງບໍ່ໄດ້ເຂົ້າໄປໃນພຣະວິຫານຂອງພຣະຢາເວ. ແຕ່ປະຊາຊົນຍັງປະຕິບັດໃນທາງເສຍຫາຍ.
\s5
\v 3 ພະອົງຊົງສ້າງປະຕູເທິງຂອງພຣະວິຫານແຫ່ງພຣະຢາເວ, ແລະ ຊົງກະທຳການກໍ່ສ້າງຫລາຍບ່ອນທີ່ກຳແພງຕາແສງໂອເຟນ.
\v 4 ຫລາຍກວ່ານັ້ນອີກ ພະອົງຊົງສ້າງຫົວເມືອງໃນແຖບພູເຂົາແຫ່ງຢູດາ, ແລະ ສ້າງປ້ອມກັບຫໍຄອຍຕາມປ່າໄມ້.
\s5
\v 5 ພະອົງຊົງສູ້ຮົບກັບກະສັດຄົນອຳໂມນ ແລະ ຊົງຊະນະພວກເຂົາ. ໃນປີນັ້ນ, ຄົນອຳໂມນໄດ້ຖວາຍເງິນແກ່ພະອົງຫນຶ່ງຮ້ອຍຕະລັນຕົນ, ແລະ ເຂົ້າສາລີຫນຶ່ງຫມື່ນ, ງົວກັບເຂົ້າບາເລຫນຶ່ງຫມື່ນ. ຄົນອຳໂມນໄດ້ຖວາຍເທົ່າກັນໃນປີທີສອງ ແລະ ໃນປີທີສາມ.
\s5
\v 6 ດັ່ງນັ້ນໂຢທາມຈຶ່ງຊົງມີກຳລັງຫລາຍຂຶ້ນ ເພາະພະອົງຊົງກະກຽມທາງທັງຫລາຍຂອງພະອົງຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພະອົງ.
\v 7 ສ່ວນພະຣາຊະກິດນອກນັ້ນຂອງໂຢທາມ, ແລະການສົງຄາມທັງຫມົດຂອງພະອົງ, ກິຈະກຳປະຈຳວັນຂອງພະອົງ ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ ແລະ ຢູດາ.
\s5
\v 8 ເມື່ອພະອົງຊົງເລີ່ມປົກຄອງ ພະອົງມີອາຍຸຊາວຫ້າປີ; ພະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ.
\v 9 ໂຢທາມລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນນະຄອນດາວິດ. ອາຮາດ, ລູກຊາຍຂອງພະອົງ, ຂຶ້ນປົກຄອງແທນ.
\s5
\c 28
\cl ບົດທີ 28
\p
\v 1 ອາຮາດຊົງເລີ່ມປົກຄອງ ພະອົງມີອາຍຸຊາວປີ, ແລະ ພະອົງຊົງປົກຄອງໃນເຢຣູຊາເລັມສິບຫົກປີ. ພະອົງບໍ່ໄດ້ຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ຄືກັບດາວິດບັນພະບຸຣຸດຂອງພະອົງ.
\v 2 ແຕ່ຊົງດຳເນີນຕາມທາງຂອງກະສັດແຫ່ງອິສະຣາເອນ; ພະອົງໄດ້ຊົງສ້າງຮູບເຄົາຣົບສຳລັບບັນດາພະບາອານ.
\s5
\v 3 ນອກຈາກນັ້ນ, ພະອົງໄດ້ຊົງເຜົາເຄື່ອງຫອມທີ່ພູເຂົາລູກຊາຍຂອງຮິນໂນມ ແລະ ຊົງເຜົາບັນດາລູກຊາຍຂອງພະອົງໃນໄຟ, ຕາມການເຮັດອັນຫນ້າກຽດຊັງຂອງບັນດາປະຊາຊາດ ຊຶ່ງພຣະຢາເວຊົງຂັບໄລ່ອອກໄປເສຍໃຫ້ພົ້ນຫນ້າປະຊາຊົນອິສະຣາເອນ.
\v 4 ພະອົງຊົງຖວາຍສັດບູຊາ ແລະ ຊົງເຜົາເຄື່ອງຫອມທີ່ປູຊະນີຍະສະຖານສູງ ແລະ ເທິງໂນນພູ ແລະ ກ້ອງຕົ້ນໄມ້ຂຽວສົດທຸກຕົ້ນ.
\s5
\v 5 ເພາະສະນັ້ນ ພຣະຢາເວພຣະເຈົ້າຂອງອາຮາດ, ຈຶ່ງຊົງມອບພະອົງໄວ້ໃນພະຫັດຂອງກະສັດແຫ່ງຊີເຣຍ. ຄົນຊີເຣຍຊະນະພະອົງ ແລະ ຈັບປະຊາຊົນຂອງພະອົງເປັນຊະເລີຍຈຳນວນຫລາຍ, ນຳມາຍັງດາມາເຊ. ອາຮາດຊົງຖືກມອບໄວ້ໃນພະຫັດຂອງກະສັດແຫ່ງອິສະຣາເອນ ຜູ້ຊະນະພະອົງດ້ວຍການຂ້າຟັນຢ່າງໃຫຍ່ຫລວງ.
\v 6 ເພາະວ່າເປກາລູກຊາຍເຣມາລີຢາ, ໄດ້ຂ້າ 120,00 ຄົນໃນຢູດາໃນມື້ດຽວ, ທັງຫມົດເປັນທະຫານເກັ່ງກ້າ, ເພາະພວກເຂົາທັງຫລາຍໄດ້ປະຖິ້ມພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ.
\s5
\v 7 ຊິກຣີ, ທະຫານກ້າຂອງເອຟຣາຢິມໄດ້ສັງຫານມາອາເສຢາລູກຊາຍຂອງກະສັດ, ອັດຊະຣິກາມຫົວຫນ້າປົກຄອງກົມມະວັງ, ແລະ ເອນການາຜູ້ຮອງກະສັດ.
\v 8 ຄົນອິສະຣາເອນໄດ້ຈັບຍາດພີ່ນ້ອງຂອງຕົນເປັນຊະເລີຍ 200,000 ຄົນ, ມີຜູ້ຍິງ, ລູກຊາຍ ແລະ ລູກສາວ. ໄດ້ຍຶດສິ່ງຂອງເປັນຈຳນວນຫລາຍມາຈາກພວກເຂົານຳມາຍັງຊາມາເຣຍ.
\s5
\v 9 ແຕ່ຜູ້ທຳນວາຍຄົນຫນຶ່ງຂອງພຣະຢາເວຢູ່ບ່ອນນັ້ນ, ຊື່ວ່າໂອເດັດ. ເພິ່ນອອກໄປພົບກອງທັບທີ່ມາຊາມາເຣຍ. ພະອົງເວົ້າກັບພວກເຂົາວ່າ, “ເບິ່ງແມ ເພາະພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານທັງຫລາຍ, ຊົງຮ້າຍຕໍ່ຢູດາ, ພະອົງຊົງມອບພວກເຂົາໄວ້ໃນມືຂອງທ່ານ. ແຕ່ທ່ານທັງຫລາຍໄດ້ສັງຫານພວກເຂົາເສຍດ້ວຍຄວາມຮ້າຍຊຶ່ງຂຶ້ນໄປເຖິງຟ້າສະຫວັນ.
\v 10 ບັດນີ້ທ່ານທັງຫລາຍເຈຕະນາຈະຂົ່ມເຫັງປະຊາຊົນແຫ່ງຢູດາເຢຣູຊາເລັມໃຫ້ເປັນຂ້າທາດ ຊາຍ ແລະ ຂ້າທາດຍິງຂອງທ່ານ. ແຕ່ຕົວທ່ານເອງບໍ່ມີບາບຕໍ່ພຣະຢາເວພຣະເຈົ້າຂອງທ່ານຫລື?
\v 11 ບັດນີ້, ຂໍຟັງຂ້າພະເຈົ້າ: ແລະຂໍສົ່ງຊະເລີຍຊຶ່ງທ່ານໄດ້ນຳມາຈາກຍາດພີ່ນ້ອງຂອງທ່ານກັບໄປ, ເພາະວ່າພະພິໂຣດອັນແຮງກ້າຂອງພຣະຢາເວຢູ່ເຫນືອທ່ານທັງຫລາຍ.”
\s5
\v 12 ບາງຄົນໃນຫົວຫນ້າຄົນເອຟຣາຢິມ—ຄື ອາຊາຣີຢາລູກຊາຍໂຢຮານານ, ເບເຣກີຢາລູກຊາຍເມຊິນເລໂມດ, ເຢຮີຊະກີຢາລູກຊາຍຊານລູມ, ແລະ ອາມາສາລູກຊາຍຮັດໄລ, ໄດ້ຢືນຂຶ້ນຂັດຂວາງບັນດາຜູ້ທີ່ກັບມາຈາກສົງຄາມ.
\v 13 ໂດຍເວົ້າກັບພວກເຂົາວ່າ, “ເຈົ້າຢ່ານຳຊະເລີຍເຂົ້າມາບ່ອນນີ້, ເພາະເຈົ້າມຸ້ງຫມາຍທີ່ຈະນຳໂທດບາບມາເຫນືອເຮົາຕໍ່ພຣະຢາເວ, ເພີ່ມເຂົ້າກັບບາບ ແລະ ກຳຊົ່ວໃນປະຈຸບັນຂອງເຮົາ, ເພາະວ່າກັມຊົ່ວຂອງເຮົາກໍໃຫຍ່ຫລາຍ, ແລະ ພຣະພິໂຣດອັນແຮງກ້າຕໍ່ອິສະຣາເອນມີຢູ່ແລ້ວ.”
\s5
\v 14 ເພາະສະນັ້ນ ຜູ້ຖືອາວຸດຈຶ່ງຖິ້ມຊະເລີຍ ແລະ ສິ່ງຂອງທີ່ຍືດມາຕໍ່ຫນ້າເຈົ້ານາຍ ແລະ ຊຸມນຸມຊົນທັງປວງ.
\v 15 ຜູ້ຊາຍທີ່ຖືກລະບຸຊື່ນັ້ນໄດ້ລຸກຂຶ້ນເອົາເສື້ອຜ້າທີ່ຍຶດມາໃຫ້ແກ່ຄົນທີ່ເປືອຍກາຍຢູ່ໃນພວກຊະເລີຍ ແລະ ພວກເຂົາກໍນຸ່ງຫົ່ມໄວ້ ທັງເອົາເກີບໃຫ້ພວກເຂົາໃສ່. ພວກເຂົາຈັດຫາອາຫານ ເຄື່ອງດື່ມໃຫ້. ພວກເຂົາທັງທາບາດແຜໃຫ້ພວກເຂົາ ແລະ ນຳຄົນທີ່ອ່ອນເພຍຂຶ້ນລາ. ນຳພວກເຂົາກັບມາຫາຍາດພີ່ນ້ອງຂອງພວກເຂົາທີ່ເມືອງເຢຣິໂກ, (ຄືເມືອງແຫ່ງຕົ້ນຕານ) ແລະ ພວກເຂົາທັງຫລາຍກໍກັບໄປຊາມາເຣຍ.
\s5
\v 16 ໃນເວລານັ້ນນັ້ນກະສັດອາຮາດຊົງໃຊ້ໃຫ້ໄປຫາກະສັດແຫ່ງອັດຊີເຣຍເພື່ອຂໍຄວາມຊ່ວຍເຫລືອ.
\v 17 ເພາະຄົນເອໂດມໄດ້ບຸກລຸກເຂົ້າມາອີກ ໄດ້ໂຈມຕີຢູດາ, ແລະ ຈັບໄປເປັນຊະເລີຍນຳ.
\v 18 ຄົນຟີລິສະຕີນໄດ້ເຂົ້າປຸ້ນຫົວເມືອງໃນພູເຂົາ ແລະ ທີ່ພາກໃຕ້ຂອງຢູດາ. ພວກເຂົາໄດ້ຍຶດເມືອງເບັດເຊເມັດ, ອາຢາໂລນ, ເກເດໂຣດ, ໂສໂກກັບຫມູ່ບ້ານ, ຕິມນາກັບຫມູ່ບ້ານ, ແລະ ທັງກິມໂຊກັບຫມູ່ບ້ານ. ພວກເຂົາກໍຕັ້ງເຕັນຢູ່ບ່ອນນັ້ນ.
\s5
\v 19 ເພາະພຣະຢາເວໄດ້ຊົງກະທຳໃຫ້ຢູດາອ່ອນແອລົງດ້ວຍອາຮາດ, ກະສັດແຫ່ງອິສະຣາເອນ; ເພາະອາຮາດຊົງປ່ອຍໃຫ້ຫລົງອຳນາດຢູ່ໃນຢູດາ ແລະ ບໍ່ສັດຊື່ຕໍ່ພຣະຢາເວຢ່າງຫນັກ.
\v 20 ສະນັ້ນ ຕິກລັດປີເລເສ, ກະສັດແຫ່ງອັດຊີເຣຍ, ຈຶ່ງຍົກທັບຂຶ້ນມາຕໍ່ສູ້ກັບພະອົງ ແລະ ເຮັດໃຫ້ພະອົງທຸກພະທັຍແທນທີ່ຈະສະຫນັບສະຫນູນພະອົງໃຫ້ເຂັ້ມແຂງ.
\v 21 ເພາະອາຮາດຊົງເອົາສິ່ງຂອງສ່ວນຫນຶ່ງຈາກພຣະວິຫານຂອງພຣະຢາເວ ແລະ ຈາກຣາຊະສຳນັກຈາກເຈົ້ານາຍ, ທີ່ຖວາຍເປັນບັນນາການແກ່ກະສັດຂອງອັດຊີເຣຍ. ແຕ່ການກະທຳນີ້ບໍ່ເປັນປະໂຫຍດແກ່ພຣະອົງ.
\s5
\v 22 ໃນຄາວທຸກຍາກຂອງພະອົງຍັງບໍ່ສັດຊື່ຕໍ່ພຣະຢາເວຄືກະສັດອາຮາດອົງດຽວກັນນີ້ແຫລະ.
\v 23 ເພາະພະອົງຊົງຖວາຍສັດບູຊາແກ່ພະຂອງເມືອງດາມາເຊ, ຊຶ່ງໄດ້ໃຫ້ພະອົງພ່າຍແພ້. ພະອົງໄດ້ກ່າວວ່າ, “ເພາະວ່າພະຂອງກະສັດຊີເຣຍໄດ້ຊ່ວຍພວກເຂົາທັງຫລາຍ, ເຮົາຈຶ່ງຈະຖວາຍສັດບູຊາແກ່ພະເຫລົ່ານັ້ນ, ເພື່ອຈະຊ່ວຍເຮົາ.” ແຕ່ພະເຫລົ່ານັ້ນເປັນເຄື່ອງທຳລາຍພະອົງ ແລະອິສະຣາເອນທັງປວງດ້ວຍ.
\s5
\v 24 ອາຮາດຊົງຮວບຮວມເຄື່ອງໃຊ້ຂອງພຣະວິຫານແຫ່ງພຣະເຈົ້າ ແລະ ຕັດເຄື່ອງໃຊ້ແຫ່ງພຣະວິຫານຂອງພຣະເຈົ້າເປັນຕ່ອນ. ພະອົງຊົງປິດປະຕູພຣະວິຫານຂອງພຣະຢາເວ ແລະຊົງສ້າງແທ່ນບູຊາສຳລັບພະອົງທຸກແຈເມືອງເຢຣູຊາເລັມ.
\v 25 ພະອົງຊົງສ້າງປູຊະນີຍະສະຖານສູງໃນຫົວເມືອງຂອງຢູດາທຸກຫົວເມືອງ ເພື່ອເຜົາເຄື່ອງຫອມຖວາຍພະອື່ນ. ເຮັດໃຫ້ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພະອົງຊົງພຣະພິໂຣດ.
\s5
\v 26 ສ່ວນພະຣາຊະກິດນອກນັ້ນຂອງພະອົງ, ແລະ ກິຈະກຳປະຈຳວັນຂອງພະອົງທັງຫມົດ, ຕັ້ງແຕ່ຕົ້ນຈົນຈົບ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງຢູດາ ແລະ ອິສະຣາເອນ.
\v 27 ອາຮາດກໍລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນກຸງເຢຣູຊາເລັມ, ແຕ່ເຂົາບໍ່ໄດ້ນຳພະສົບໄປໄວ້ໃນຂຸມຝັງສົບຂອງກະສັດແຫ່ງອິສະຣາເອນ. ເຮເຊກີຢາ, ລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນພະອົງ.
\s5
\c 29
\cl ບົດທີ 29
\p
\v 1 ເມື່ອເຮເຊກີຢາໄດ້ຊົງເລີ່ມປົກຄອງເມື່ອພະອົງມີອາຍຸຊາວຫ້າປີ; ພະອົງຊົງປົກຄອງໃນເມືອງເຢຣູຊາເລັມຊາວເກົ້າປີ. ພະນາມຂອງພະອົງຊົງພະນາມວ່າ ອາບີຢາ; ລູກສາວຂອງເຊຄາຣີຢາ.
\v 2 ແລະພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ຕາມທີ່ດາວິດບັນພະບຸຣຸດຂອງພະອົງໄດ້ຊົງກະທຳທຸກປະການ.
\s5
\v 3 ໃນປີທຳອິດແຫ່ງຣາຊະການຂອງພະອົງ, ໃນເດືອນທຳອິດ, ເຮຊາກີຢາຊົງເປີດປະຕູພຣະວິຫານຂອງພຣະຢາເວ ແລະ ໄດ້ຊົງສ້ອມແປງປະຕູນັ້ນ.
\v 4 ພະອົງຊົງນຳປະໂລຫິດ ແລະ ຄົນເລວີເຂົ້າມາ, ແລະ ຊົງໃຫ້ພວກເຂົາຊຸມນຸມທີ່ຖະຫນົນທາງທິດຕາເວັນອອກ.
\v 5 ໂດຍກ່າວກັບພວກເຂົາວ່າ, “ຄົນເລວີ ເອີຍ! ຂໍຟັງເຮົາ, ຈົ່ງຊຳຣະຕົວໃຫ້ບໍຣິສຸດ ແລະ ຊຳຣະພຣະວິຫານຂອງພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງທ່ານໃຫ້ບໍຣິສຸດ, ແລະ ຂົນສິ່ງເປື້ອນເປິອອກໄປຈາກສະຖານທີ່ບໍຣິສຸດ.
\s5
\v 6 ເພາະບັນພະບຸຣຸດຂອງເຮົາທັງຫລາຍໄດ້ກະທຳການບໍ່ສັດຊື່ ແລະ ໄດ້ເຮັດສິ່ງທີ່ຊົ່ວໃນສາຍພຣະເນດພຣະຢາເວພຣະເຈົ້າຂອງເຮົາ; ພວກເຂົາໄດ້ປະຖິ້ມພຣະອົງ, ຫັນຫນ້າຫນີໄປຈາກທີ່ປຣະທັບຂອງພຣະຢາເວເສຍ.
\v 7 ພວກເຂົາປິດປະຕູລະບຽງພຣະວິຫານ ແລະ ໄດ້ດັບຕະກຽງເສຍ; ທັງບໍ່ໄດ້ເຜົາເຄື່ອງຫອມ ຫລືຖວາຍເຄື່ອງເຜົາບູຊາໃນສະຖານທີ່ບໍຣິສຸດແດ່ພຣະເຈົ້າແຫ່ງອິສະຣາເອນ.
\s5
\v 8 ເພາະສະນັ້ນ ພຣະພິໂຣດຂອງພຣະຢາເວຈຶ່ງມາເທິງຢູດາ ແລະ ເຢຣູຊາເລັມ, ແລະ ພຣະອົງຊົງເຮັດໃຫ້ເປັນທີ່ຫນ້າຢ້ານກົວ, ແລະ ເປັນທີ່ເຢາະເຍີ້ຍ, ຕາມທີ່ທ່ານໄດ້ເຫັນກັບຕາຂອງທ່ານແລ້ວ.
\v 9 ນີ້ແມ່ນເຫດຜົນວ່າເປັນຫຍັງ ບິດາທັງຫລາຍຂອງເຮົາໄດ້ລົ້ມລົງດ້ວຍດາບ, ແລະ ລູກຊາຍລູກສາວກັບເມຍຂອງເຮົາໄດ້ຕົກເປັນຊະເລີຍເພາະເຫດນີ້.
\s5
\v 10 ບັດນີ້ ເຮົາມີໃຈປະສົງທີ່ຈະເຮັດຄຳຫມັ້ນສັນຍາກັບພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ເພື່ອວ່າພຣະພິໂຣດອັນແຮງກ້າຂອງພຣະອົງຈະຫັນໄປຈາກເຮົາ.
\v 11 ລູກຊາຍທັງຫລາຍຂອງຂ້າພະເຈົ້າເອີຍ, ຢ່າເມີນເສີຍເພາະພຣະຢາເວໄດ້ຊົງເລືອກທ່ານໃຫ້ຢືນຢູ່ສະເພາະພຣະພັກຂອງພຣະອົງ, ແລະ ເພື່ອບົວລະບັດພຣະອົງ ແລະ ເຜົາເຄື່ອງຫອມ.”
\s5
\v 12 ແລ້ວຄົນເລວີກໍລຸກຂຶ້ນຄື ມາຮາດລູກຊາຍອາມາສາຍ, ແລະ ໂຢເອນລູກຊາຍອາຊາຣີຢາ, ຜູ້ເປັນລູກຫລານຂອງໂກຮາດ; ແລະ ລູກຫລານຂອງເມຣາຣີ, ກີເຊລູກຊາຍອັບດີ, ແລະ ອາຊາຣີຢາລູກຊາຍເຢຮັນເລເລນ; ແລະ ຂອງຄົນເກໂຊນ, ມີໂຢອາລູກຊາຍຊິມມາ, ແລະ ເອເດັນລູກຊາຍໂຢອາ.
\v 13 ລູກຫລານຂອງເອລີຊາຟັນ, ມີຊິມຣີ ແລະ ເຢອູເອນ; ແລະ ລູກຫລານຂອງອາສັບ, ມີເຊຄາຣີຢາ ແລະ ມັດຕານີຢາ;
\v 14 ລູກຫລານຂອງເຮມານ, ມີເຢຮູເອນ, ແລະ​ ຊິເມອີ; ແລະ ລູກຫລານຂອງເຢດູທູນ, ມີເຊມາຢາ ແລະ ອຸດຊີເອນ.
\s5
\v 15 ພວກເຂົາທັງຫລາຍຮວບຮວມພີ່ນ້ອງຂອງຕົນ, ແລ້ວຊຳຣະຕົນໃຫ້ບໍຣິສຸດ, ແລະ ເຂົ້າໄປ, ຕາມທີ່ກະສັດໄດ້ຊົງບັນຊາ, ໂດຍພຣະທັມຂອງພຣຢາເວ, ໃຫ້ຊຳຣະພຣະວິຫານຂອງພຣະຢາເວໃຫ້ບໍຣິສຸດ.
\v 16 ປະໂລຫິດໄດ້ເຂົ້າໄປຂ້າງໃນຂອງພຣະວິຫານຂອງພຣະຢາເວເພື່ອຊຳຣະໃຫ້ບໍຣິສຸດ; ພວກເຂົານຳສິ່ງທີ່ເປື້ອນເປິທີ່ພົບເຫັນໃນພຣະວິຫານຂອງພຣະຢາເວອອກມາທີ່ເດີ່ນພຣະວິຫານຂອງພຣະຢາເວ. ຄົນເລວີກໍຂົນເອົາສິ່ງຂອງນັ້ນອອກໄປຍັງຫ້ວຍນ້ຳກິດໂຣນ.
\v 17 ພວກເຂົາເລີ່ມຊຳຣະໃນມື້ທຳອິດຂອງເດືອນທຳອິດ.​ໃນວັນທີແປດຂອງເດືອນນັ້ນ ພວກເຂົາມາຍັງລະບຽງຂອງພຣະຢາເວ. ພວກເຂົາຊຳຣະພຣະວິຫານຂອງພຣະຢາເວຢູ່ແປດມື້ ແລະ ໃນມື້ທີສິບຫົກຂອງເດືອນທຳອິດ ກໍສຳເລັດ.
\s5
\v 18 ແລ້ວເຂົ້າໄປຫາກະສັດເຮເຊກີຢາ, ໃນພະຣາຊະວັງ ແລະ ໂດຍທູນວ່າ, “ຂ້າພະອົງທັງຫລາຍໄດ້ເຮັດຄວາມສະອາດພຣະວິຫານຂອງພຣະຢາເວສຳເລັດແລ້ວ, ທັງແທ່ນເຄື່ອງເຜົາບູຊາ, ແລະ ເຄື່ອງໃຊ້ຂອງແທ່ນນັ້ນທັງຫມົດ ແລະ ໂຕະເຂົ້າຈີ່ຫນ້າພຣະພັກ, ທັງເຄື່ອງໃຊ້ຂອງໂຕະນັ້ນ.
\v 19 ເຄື່ອງໃຊ້ທັງຫມົດທີ່ກະສັດອາຮາດເລືອກຖິ້ມໃນຣາຊະການຂອງພະອົງ ຕອນທີ່ພະອົງບໍ່ສັດຊື່ຕໍ່ພຣະເຈົ້າ ຂ້າພະອົງທັງຫລາຍໄດ້ຕຽມພ້ອມ ແລະ ໄດ້ຊຳຣະແລ້ວ. ເບິ່ງແມ, ສິ່ງຂອງເຫລົ່ານັ້ນກໍຢູ່ຫນ້າແທ່ນບູຊາຂອງພຣະຢາເວ.”
\s5
\v 20-21 ແລ້ວກະສັດເຮເຊກີຢາຊົງລຸກຂຶ້ນແຕ່ເຊົ້າ ແລະ ຮວບຮວມເອົາເຈົ້ານາຍຂອງເມືອງ; ໃຫ້ໄປນະມັສະການພຣະເຈົ້າໃນພຣະວິຫານອີກ ແລະ ສະເດັດຂຶ້ນໄປໃນພຣະວິຫານຂອງພຣະຢາເວ. ພວກເຂົາໄດ້ນຳງົວເຖິກເຈັດໂຕ, ແກະຜູ້ເຈັດໂຕ, ລູກແກະເຈັດໂຕ, ແລະ ແບ້ຜູ້ເຈັດໂຕເປັນເຄື່ອງບູຊາໄຖ່ບາບສຳລັບຣາຊະອານາຈັກ, ສະຖານທີ່ບໍຣິສຸດ, ແລະ ຢູດາ. ພະອົງຊົງບັນຊາໃຫ້ລູກຫລານຂອງອາໂຣນຄື ປະໂລຫິດໃຫ້ຖວາຍຂອງເຫລົ່ານັ້ນເທິງແທ່ນບູຊາຂອງພຣະຢາເວ.
\s5
\v 22 ພວກເຂົາຈຶ່ງຂ້າງົວເຖິກ, ແລະ ປະໂລຫິດກໍຮັບເລືອດຊິດໃສ່ທີ່ແທ່ນບູຊາ. ພວກເຂົາທັງຫລາຍຂ້າແກະຜູ້ ແລ ະເອົາເລືອດຂອງມັນຊິດໃສ່ແທ່ນບູຊາ; ແລະ ຂ້າລູກແກະ ເອົາເລືອດຂອງມັນຊິດໃສ່ແທ່ນບູຊາ.
\v 23 ພວກເຂົາໄດ້ນຳເອົາແບ້ຜູ້ສຳລັບເປັນເຄື່ອງບູຊາໄຖ່ບາບນັ້ນ ພວກເຂົານຳມາໃຫ້ກະສັດ ແລະ ທີ່ປະຊຸມ; ພວກເຂົາທັງຫລາຍກໍເອົາມືຂອງຕົນວາງເທິງແບ້ນັ້ນ.
\v 24 ປະໂລຫິດກໍຂ້າແບ້ເສຍ, ແລະ ເອົາເລືອດຂອງມັນເຮັດການຄືນດີກັນເທິງແທ່ນນັ້ນ ເພື່ອເຮັດການລຶບລ້າງມົນທິນບາບໃຫ້ອິດສະຣາເອນທັງປວງ, ເພາະກະສັດຊົງບັນຊາວ່າໃຫ້ເຮັດເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບສຳລັບອິສະຣາເອນທັງປວງ.
\s5
\v 25 ເຮເຊກີຢາຊົງໃຫ້ຄົນເລວີປະຈຳຢູ່ໃນພຣະວິຫານຂອງພຣະຢາເວ ມີແຊ່ງ, ພິນໃຫຍ່, ແລະ ພິນຄູ່​, ຕາມບັນຍັດຂອງດາວິດ, ຂອງຄາດ, ຜູ້ທຳນວາຍຂອງກະສັດ, ແລະ ຂອງນາທານ, ຜູ້ທຳນວາຍເພາະວ່າພຣະບັນຍັດນັ້ນມາຈາກພຣະຢາເວທາງຜູ້ທຳນວາຍຂອງພຣະອົງ.
\v 26 ຄົນເລວີກໍຢືນຢູ່ ຖືເຄື່ອງດົນຕຣີຂອງດາວິດ, ແລະ ປະໂລຫິດຖືແກ.
\s5
\v 27 ເຮເຊກີຢາຊົງບັນຊາວ່າ ໃຫ້ຖວາຍເຄື່ອງເຜົາບູຊານັ້ນເທິງແທ່ນ. ເມື່ອເລີ່ມຖວາຍເຄື່ອງເຜົາບູຊາ, ກໍໃຫ້ເລີ່ມຖວາຍເພງແດ່ພຣະຢາເວ ແລະ ແກກັບເຄື່ອງດົນຕຣີຂອງດາວິດ, ກະສັດຂອງອິສະຣາເອນກໍເລີ່ມດ້ວຍ.
\v 28 ຊຸມນຸມຊົນທັງຫມົດກໍນະມັສະການ, ນັກຮ້ອງກໍຮ້ອງເພງ, ແລະ ຄົນດົນຕຣີກໍເປົ່າແກ; ເຮັດແບບນີ້ຢູ່ຈົນຖວາຍເຄື່ອງເຜົາບູຊາສຳເລັດ.
\s5
\v 29 ເມື່ອການຖວາຍບູຊາສຳເລັດແລ້ວ, ກະສັດ ແລະ ຄົນທັງປວງທີ່ຢູ່ກັບພະອົງກໍກາບລົງນະມັສະການ.
\v 30 ຍິ່ງໄປກວ່ານັ້ນ, ກະສັດເຮເຊກີຢາ, ແລະ ເຈົ້ານາຍກໍບັນຊາໃຫ້ຄົນເລວີຮ້ອງເພງສັນຣະເສີນພຣະຢາເວດ້ວຍຖ້ອຍຄຳຂອງດາວິດ ແລະຂອງອາສັບຜູ້ທຳນວາຍ. ພວກເຂົາທັງຫລາຍຮ້ອງເພງສັນຣະເສີນດ້ວຍຄວາມຍິນດີ ແລະ ກົ້ມຫົວລົງນະມັສະການ.
\s5
\v 31 ແລ້ວເຮເຊກີຢາກ່າວວ່າ, “ບັດນີ້ ທ່ານທັງຫລາຍໄດ້ຊຳຣະຕົວຂອງທ່ານໃຫ້ບໍຣິສຸດຕໍ່ພຣະຢາເວ. ຈົ່ງເຂົ້າມາໃກ້ ແລະ ນຳເອົາເຄື່ອງສັດບູຊາ ແລະ ເຄື່ອງບູຊາໂມທະນາພຣະຄຸນມາຍັງພຣະວິຫານຂອງພຣະຢາເວ.” ແລະຊຸມນຸມຊົນກໍນຳ ເຄື່ອງສັດບູຊາ ແລະ ເຄື່ອງບູຊາໂມທະນາພຣະຄຸນ, ແລະ ທຸກຄົນທີ່ມີໃຈສະຫມັກກໍໄດ້ນຳເຄື່ອງເຜົາບູຊາມາ.
\s5
\v 32 ຈຳນວນເຄື່ອງເຜົາບູຊາທີ່ຊຸມນຸມຊົນນຳມາຄື ງົວເຖິກເຈັດສິບໂຕ, ແກະຜູ້ຫນຶ່ງຮ້ອຍໂຕ, ແລະ ລູກແກະສອງຮ້ອຍໂຕ. ທັງຫມົດນີ້ເປັນເຄື່ອງເຜົາບູຊາແດ່ພຣະຢາເວ.
\v 33 ເຄື່ອງບູຊາທີ່ມອບຖວາຍໄວ້ ມີງົວເຖິກຫົກຮ້ອຍໂຕ ແລະ ແກະສາມພັນໂຕ.
\s5
\v 34 ແຕ່ມີປະໂລຫິດຫນ້ອຍເກີນໄປ ຈົນຫລົກຫນັງເຄື່ອງເຜົາບູຊາທັງຫມົດບໍ່ໄດ້, ຄົນເລວີພີ່ນ້ອງຂອງພວກເຂົາກໍໄດ້ຊ່ວຍຈົນງານສຳເລັດ, ແລະ ຈົນກວ່າປະໂລຫິດຄົນອື່ນຈະສຳເລັດການຊຳຣະຕົນໃຫ້ບໍຣິສຸດ, ເພາະໃນການຊຳຣະຕົນນັ້ນຄົນເລວີຈິງຈັງຫລາຍກວ່າພວກປະໂລຫິດ.
\s5
\v 35 ນອກຈາກເຄື່ອງເຜົາບູຊາຈຳນວນຫລວງຫລາຍແລ້ວ; ຍັງມີໄຂມັນຂອງເຄື່ອງບູຊາເພື່ອຄວາມສາມັກຄີທັມ, ແລະ ມີເຄື່ອງດື່ມບູຊາຄູ່ກັບເຄື່ອງເຜົາບູຊາດ້ວຍ. ດັ່ງນີ້ແຫລະ ວຽກບົວລະບັດໃນພຣະວິຫານຂອງພຣະຢາເວກໍຟື້ນຄືນມາອີກ.
\v 36 ເຮເຊກີຢາກັບປະຊາຊົນທັງປວງກໍຊົມຊື່ນຍິນດີ ແລະ ດ້ວຍການທີ່ພຣະເຈົ້າໄດ້ຊົງຊ່ວຍປະຊາຊົນ, ເພາະເລື່ອງນີ້ເກີດຂຶ້ນ ແລະສຳເລັດລົງຢ່າງວ່ອງໄວ.
\s5
\c 30
\cl ບົດທີ 30
\p
\v 1 ເຮເຊກີຢາຊົງຮັບສັ່ງໄປເຖິງອິສະຣາເອນ ແລະ ຢູດາທັງປວງ, ແລະ ຊົງຂຽນຫນັງສືເຖິງເອຟຣາຢິມກັບມານາເຊດ້ວຍວ່າ, ພວກເຂົາທັງຫລາຍຄວນຈະມາພຣະວິຫານຂອງພຣະຢາເວທີ່ເຢຣູຊາເລັມ, ເພື່ອຈະຖືເທສະການປັດສະຄາຖວາຍແດ່ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ.
\v 2 ເພາະວ່າກະສັດ, ເຈົ້ານາຍຂອງພະອົງ, ແລະ ທັງຊຸມນຸມຊົນທັງປວງໃນເຢຣູຊາເລັມໄດ້ປຶກສາກັນທີ່ຈະຖືເທສະການປັດສະຄາໃນເດືອນທີສອງ.
\v 3 ພວກເຂົາຈະຖືປັດສະຄາຕາມກຳນົດບໍ່ໄດ້, ເພາະວ່າພວກປະໂລຫິດຍັງບໍ່ໄດ້ຊຳຣະຕົນໃຫ້ບໍຣິສຸດພຽງພໍແກ່ຈຳນວນ, ແລະປະຊາຊົນຍັງບໍ່ໄດ້ຊຸມນຸມກັນໃນເຢຣູຊາເລັມເທື່ອ.
\s5
\v 4 ແຜນງານນັ້ນກໍເປັນທີ່ພໍໃຈແກ່ກະສັດ ແລະ ຊຸມນຸມຊົນທັງປວງ.
\v 5 ພວກເຂົາຈຶ່ງລົງມະຕິໃຫ້ເຮັດປະກາດອອກໄປທົ່ວອິສະຣາເອນ, ຕັ້ງແຕ່ເບເອເຊບາຮອດເມືອງດານວ່າ, ປະຊາຊົນຄວນມາຖືປັດສະຄາຖວາຍແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນທີ່ເຢຣູຊາເລັມ. ເພາະພວກເຂົາບໍ່ໄດ້ຖືເປັນເວລາດົນຕາມທີ່ໄດ້ກຳນົດໄວ້.
\s5
\v 6 ດັ່ງນັ້ນແຫລະຄົນແລ່ນຫນັງສືຈຶ່ງອອກໄປທົ່ວອິສະຣາເອນ ແລະ ຢູດາ, ຖືຫນັງສືຈາກກະສັດ ແລະ ບັນດາເຈົ້ານາຍຂອງພະອົງ ເພາະກະສັດໄດ້ຊົງບັນຊາວ່າ, “ຊົນອິສະຣາເອນເອີຍ ຈົ່ງກັບມາຫາພຣະຢາເວ, ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ, ເພື່ອພຣະອົງຈະຖອຍຫລັງກັບມາຫາຄົນສ່ວນທີ່ເຫລືອຢູ່ຂອງທ່ານ ຜູ້ຊຶ່ງລອດພົ້ນຈາກພະຫັດຂອງກະສັດແຫ່ງອັດຊີເຣຍ.
\s5
\v 7 ຢ່າໃຫ້ເປັນຄືບິດາ ແລະ ພີ່ນ້ອງຂອງທ່ານ, ຜູ້ບໍ່ສັດຊື່ຕໍ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ, ພຣະອົງຈຶ່ງຊົງມອບພວກເຂົາໄວ້ໃຫ້ປະສົບກັບຄວາມຈິບຫາຍຕາມທີ່ທ່ານເຫັນຢູ່.
\v 8 ແລະບັດນີ້ ຢ່າຄໍແຂງ, ຄືບິດາຂອງທ່ານທັງຫລາຍເລີຍ, ແຕ່ຈົ່ງຍອມມອບຕົວທ່ານແດ່ພຣະຢາເວ ແລະ ມາໃນສະຖານທີ່ບໍຣິສຸດຂອງພຣະອົງ, ຊຶ່ງພຣະອົງຊົງຊຳຣະໄວ້ໃຫ້ບໍຣິສຸດເປັນນິດ, ແລະ ບົວລະບັດພຣະຢາເວພຣະເຈົ້າຂອງທ່ານ, ເພື່ອພຣະພິໂຣດອັນແຮງກ້າຂອງພຣະອົງຈະຫັນໄປເສຍຈາກທ່ານ.
\v 9 ເພາະຖ້າທ່ານທັງຫລາຍຫັນຫນ້າກັບມາຫາພຣະຢາເວ, ພີ່ນ້ອງຂອງທ່ານ ແລະ ລູກຫລານຂອງທ່ານຈະປະສົບກັບຄວາມເມດຕາຈາກຜູ້ທີ່ຈັບພວກເຂົາໄປເປັນຊະເລີຍ, ແລະ ຈະໄດ້ກັບມາໃນແຜ່ນດິນນີ້ອີກ. ເພາະພຣະຢາເວ, ພຣະເຈົ້າຂອງທ່ານຊົງພຣະເມດຕາ ແລະກະຣຸນາ, ແລະ ຖ້າທ່ານກັບມາຫາພຣະອົງ ພຣະອົງຈະບໍ່ຊົງຫັນພຣະພັກໄປຈາກທ່ານ.”
\s5
\v 10 ດັ່ງນັ້ນຄົນແລ່ນຫນັງສືຈຶ່ງໄປຕາມຫົວເມືອງຕ່າງທົ່ວແຜ່ນດິນເອຟຣາຢິມ ແລະ ມານາເຊ, ໄກໄປຈົນຮອດເຊບູລູນ, ແຕ່ຄົນທັງຫລາຍກໍຫົວເຍາະເຍີ້ຍພວກເຂົາ.
\v 11 ຢ່າງໃດກໍ່ຕາມ, ມີແຕ່ຄົນອາເຊ ມານາເຊ ແລະ ເຊບູລູນບາງຄົນທີ່ຖ່ອມຕົວ ແລະ ມາເຢຣູຊາເລັມ.
\v 12 ພຣະຫັດຂອງພຣະເຈົ້າຢູ່ເຫນືອຢູດາໂດຍຊົງໃຫ້ພວກເຂົາເປັນໃຈດຽວກັນທີ່ຈະເຮັດຕາມທີ່ກະສັດ ແລະ ເຈົ້ານາຍໄດ້ບັນຊາໄວ້ຕາມພຣະທັມຂອງພຣະຢາເວ.
\s5
\v 13 ປະຊາຊົນເປັນຈຳນວນຫລາຍມາປະຊຸມກັນໃນເຢຣູຊາເລັມເພື່ອຖືເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນເດືອນທີສອງ ເປັນການຊຸມນຸມທີ່ໃຫຍ່ຫລາຍ.
\v 14 ພວກເຂົາລຸກຂຶ້ນ ແລະ ໄດ້ກຳຈັດແທ່ນບູຊາທີ່ຢູ່ໃນເຢຣູຊາເລັມ, ແລະ ແທ່ນສຳລັບເຜົາເຄື່ອງຫອມທັງປວງນັ້ນ, ພວກເຂົາຂົນໄປຖິ້ມເສຍໃນຫ້ວຍນ້ຳກິດໂຣນ.
\v 15 ພວກເຂົາທັງຫລາຍໄດ້ຂ້າແກະປັດສະຄາໃນວັນທີສິບສີ່ຂອງເດືອນທີສອງ. ປະໂລຫິດ ແລະ ຄົນເລວີກໍຮູ້ສຶກລະອາຍທີ່ຍັງບໍ່ໄດ້ຊຳຣະຕົນຈາກມົນທິນ, ພວກເຂົາຈຶ່ງຊຳຣະຕົວໃຫ້ບໍຣິສຸດ ແລະ ນຳເຄື່ອງເຜົາບູຊາໃນພຣະວິຫານຂອງພຣະຢາເວ.
\s5
\v 16 ພວກເຂົາເຂົ້າປະຈຳຕຳແຫນ່ງທີ່ເຄີຍເຮັດ, ຕາມບົດບັນຍັດຂອງໂມເຊ, ຄົນຂອງພຣະເຈົ້າ. ປະໂລຫິດກໍເອົາເລືອດທີ່ຕົນຮັບມາຈາກມືຂອງຄົນເລວີມາຊິດໃສ່.
\v 17 ເພາະວ່າມີຫລາຍຄົນໃນຊຸມນຸມຊົນນັ້ນຍັງບໍ່ໄດ້ຊຳຣະຕົນໃຫ້ບໍຣິສຸດ. ຄົນເລວີຈຶ່ງຕ້ອງຂ້າແກະປັດສະຄາແທນທຸກຄົນທີ່ມີມົນທິນ ເພື່ອເຮັດໃຫ້ບໍຣິສຸດຕໍ່ພຣະຢາເວ.
\s5
\v 18 ເພາະວ່າໃນນັ້ນມີຄົນເປັນຈຳນວນຫລາຍ, ທີ່ມາຈາກເອຟຣາຢິມ ແລະ ມານາເຊ, ອິດຊາຄາ ແລະ ເຊບູລູນ,​ຍັງບໍ່ໄດ້ຊຳຣະຕົນ, ເຖິງປານນັ້ນ ພວກເຂົາກໍຍັງຮັບປະທານປັດສະຄາ, ຊຶ່ງຜິດຕໍ່ຂໍ້ທີ່ກຳນົດໄວ້. ແຕ່ເຮເຊກີຢາຊົງອະທິຖານເພື່ອພວກເຂົາວ່າ, “ຂໍພຣະຢາເວຜູ້ປະເສີດ ຊົງໃຫ້ອະພັຍແກ່ທຸກຄົນ.
\v 19 ຜູ້ທີ່ປັກໃຈສະແຫວງຫາພຣະເຈົ້າ ຄືພຣະຢາເວພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ເຖິງແມ່ນວ່າ ຈະບໍ່ຊຳຣະຕົວຕາມກົດຂອງຄວາມບໍຣິສຸດແຫ່ງສະຖານທີ່ບໍຣິສຸດນີ້.”
\v 20 ພຣະຢາເວຊົງຟັງເຮເຊກີຢາ ແລະ ຊົງຮັກສາປະຊາຊົນ.
\s5
\v 21 ປະຊາຊົນອິສະຣາເອນທີ່ຢູ່ໃນເຢຣູຊາເລັມໄດ້ຖືເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງເຈັດມື້ດ້ວຍຄວາມຍິນດີຫລາຍ. ຄົນເລວີກັບປະໂລຫິດໄດ້ສັນຣະເສີນພຣະຢາເວທຸກມື້ ຮ້ອງເພງເຮັດສຽງດັງດ້ວຍເຄື່ອງດົນຕຣີຂອງພວກເຂົາຖວາຍແດ່ພຣະຢາເວ.
\v 22 ຝ່າຍເຮເຊກີຢາກໍໄດ້ກ່າວຫນູນໃຈພວກຄົນເລວີທັງປວງຜູ້ສອນເຖິງຄວາມຮູ້ອັນປະເສີດແຫ່ງພຣະຢາເວ. ພວກເຂົາຈຶ່ງຮັບປະທານອາຫານໃນເທສະການນັ້ນເຈັດວັນ, ໄດ້ຖວາຍສັດເປັນເຄື່ອງບູຊາເພື່ອຄວາມສາມັກຄີທັມ ແລະສາຣະພາບຄວາມຜິດບາບຕໍ່ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງຕົນ.
\s5
\v 23 ແລ້ວຊຸມນຸມຊົນທັງຫມົດກໍຕົກລົງກັນທີ່ຈະຖືເທສະການໄປອີກເຈັດມື້, ແລະ ພວກເຂົາຈຶ່ງຖືເທສະການໄປອີກເຈັດມື້ດ້ວຍຄວາມຍິນດີ.
\v 24 ເພາະເຮເຊກີຢາກະສັດແຫ່ງຢູດາໄດ້ຊົງປະທານງົວເຖິກຫນຶ່ງພັນໂຕ ແລະ ແກະເຈັດພັນໂຕແກ່ຊຸມນຸມຊົນໃຫ້ເປັນເຄື່ອງເຜົາບູຊາ; ແລະ ພວກເຈົ້ານາຍໄດ້ໃຫ້ງົວເຖິກຫນຶ່ງພັນໂຕ ແລະ ແກະຫນຶ່ງຫມື່ນໂຕແກ່ຊຸມນຸມຊົນ. ປະໂລຫິດເປັນຈຳນວນຫລາຍກໍໄດ້ຊຳຣະຕົນໃຫ້ບໍຣິສຸດ.
\s5
\v 25 ຊຸມນຸມຊົນທັງຫມົດຂອງຢູດາ, ກັບບັນດາປະໂລຫິດ ແລະຄົນເລວີ​, ແລະ ທັງຊຸມນຸມຊົນທັງຫມົດທີ່ອອກມາຈາກອິສະຣາເອນ, ແລະ ຄົນຕ່າງດ້າວທີ່ອອກມາຈາກແຜ່ນດິນອິສະຣາເອນ ແລະ ຊຶ່ງຢູ່ໃນຢູດາ—ກໍຊົມຊື່ນຍິນດີພ້ອມກັນ.
\v 26 ຈຶ່ງມີຄວາມຍິນດີອັນໃຫຍ່ໃນເຢຣູຊາເລັມ, ເພາະຕັ້ງແຕ່ສມັຍຂອງໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິສະຣາເອນ ບໍ່ເຄີຍມີຢ່າງນີ້ເລີຍໃນເຢຣູຊາເລັມ.
\v 27 ແລ້ວບັນດາປະໂລຫິດ, ແລະ ຄົນເລວີໄດ້ລຸກຂຶ້ນອວຍພອນປະຊາຊົນ. ສຽງຂອງພວກເຂົາກໍເຖິງພຣະກັນ, ແລະ ຄຳອະທິຖານຂອງພວກເຂົາກໍຂຶ້ນໄປທີ່ປະທັບບໍຣິສຸດຂອງພຣະອົງຄືສະຫວັນ.
\s5
\c 31
\cl ບົດທີ 31
\p
\v 1 ເມື່ອສຳເລັດງານນີ້ທັງຫມົດແລ້ວ, ອິສະຣາເອນທັງປວງຜູ້ຢູ່ບ່ອນນັ້ນໄດ້ອອກໄປໃນຫົວເມືອງຢູດາ ແລະ ທຳລາຍເສົາສັກສິດເປັນທ່ອນ ແລະ ລົ້ມບັນດາເສົາຮູບເຄົາຣົບລົງ, ແລະ ທັງທຳລາຍປູຊະນີຍະສະຖານສູງລົງ ແລະ ພັງແທ່ນທົ່ວຢູດາ ແລະ ເບັນຢາມິນທັງຫມົດ, ແລະ ໃນເອຟຣາຢິມກັບມານາເຊ, ຈົນພວກເຂົາທຳລາຍຫມົດສິ້ນ. ປະຊາຊົນອິສະຣາເອນທັງປວງກໍກັບໄປໃນຫົວເມືອງຂອງຕົນ, ທຸກຄົນກັບໄປຕາມຊັບສິນຂອງເຂົາ ແລະ ເມືອງຂອງຕົນ.
\s5
\v 2 ເຮເຊກີຢາໄດ້ຊົງຈັດການແບ່ງບັນດາປະໂລຫິດ ແລະ ຄົນເລວີອອກເປັນຫມວດ, ແຕ່ລະຫມວດຕາມຫນ້າທີ່ບົວລະບັດຂອງຕົນຄື ບັນດາປະໂລຫິດ ແລະ ຄົນເລວີ. ພະອົງໄດ້ຊົງກຳນົດໃຫ້ພວກເຂົາຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທັມ, ໃຫ້ບົວລະບັດ, ຖວາຍໂມທະນາພຣະຄຸນ, ແລະ ສັນຣະເສີນພາຍໃນປະຕູຄ້າຍຂອງພຣະຢາເວ.
\v 3 ສ່ວນທີ່ກະສັດຊົງບໍຣິຈາກຈາກຊັບສິນສ່ວນພະອົງນັ້ນ ເປັນເຄື່ອງເຜົາບູຊາຄື ເຄື່ອງເຜົາບູຊາສຳລັບຕອນເຊົ້າ ແລະ ຕອນແລງ, ແລະ ເຄື່ອງເຜົາບູຊາສຳລັບວັນສະບາໂຕ, ວັນຂຶ້ນຫນຶ່ງຄ່ຳ ແລະ ເທສະການຕາມກຳນົດ, ດັ່ງທີ່ບັນທຶກໄວ້ໃນພຣະບັນຍັດຂອງພຣະຢາເວ.
\s5
\v 4 ນອກຈາກນັ້ນ, ພະອົງຊົງບັນຊາປະຊາຊົນຜູ້ຢູ່ໃນເຢຣູຊາເລັມໃຫ້ບໍຣິຈາກສ່ວນທີ່ເປັນຂອງປະໂລຫິດ ແລະ ຂອງຄົນເລວີ, ເພື່ອພວກເຂົາເຫລົ່ານັ້ນຈະໄດ້ເຂັ້ມແຂງຂຶ້ນໃນພຣະບັນຍັດຂອງພຣະຢາເວ.
\v 5 ເມື່ອພຣະບັນຊາກະຈາຍອອກໄປ, ປະຊາຊົນອິສະຣາເອນກໍໄດ້ບໍຣິຈາກເຂົ້າມາຢ່າງຫລວງຫລາຍມີເຂົ້າລຸ້ນທຳອິດ, ນ້ຳອະງຸ່ນ, ນ້ຳມັນ, ນ້ຳເຜິ້ງ, ແລະຜະລິດຜົນທຸກຢ່າງຂອງໄຮ່ນາ. ພວກເຂົາຍັງນຳເອົາຫນຶ່ງສ່ວນສິບຂອງທຸກຊະນິດເຂົ້າມາຢ່າງຫລວງຫລາຍ.
\s5
\v 6 ປະຊາຊົນອິສະຣາເອນ ແລະ ຢູດາຜູ້ອາສັຍຢູ່ໃນຫົວເມືອງຂອງຢູດາໄດ້ນຳຫນຶ່ງສ່ວນສິບຂອງງົວ ແລະ ແກະ, ແລະ ຫນຶ່ງສ່ວນສິບຂອງສິ່ງບໍຣິສຸດທີ່ມອບຖວາຍແດ່ພຣະຢາເວ, ພຣະເຈົ້າຂອງຕົນ ແລະ ເກັບໄວ້ເປັນກອງ.
\v 7 ໃນເດືອນທີສາມ ພວກເຂົາເລີ່ມກອງສູງຂຶ້ນ, ແລະ ສຳເລັດໃນເດືອນທີເຈັດ.
\v 8 ເມື່ອເຮເຊກີຢາ ແລະ ເຈົ້ານາຍມາເຫັນກອງເຫລົ່ານັ້ນ, ພວກເພິ່ນກໍຖວາຍສາທຸການແດ່ພຣະຢາເວ ແລະ ອວຍພອນແກ່ອິສະຣາເອນ ແລະ ປະຊາຊົນຂອງພຣະອົງ.
\s5
\v 9 ເຮເຊກີຢາຊົງໄຕ່ຖາມປະໂລຫິດ ແລະ ຄົນເລວີເຖິງເລື່ອງກອງເຫລົ່ານັ້ນ.
\v 10 ອາຊາຣີຢາ, ປະໂລຫິດໃຫຍ່, ຜູ້ເປັນເຊື້ອສາຍຂອງຊາໂດກທູນຕອບພະອົງວ່າ, “ຕັ້ງແຕ່ປະຊາຊົນໄດ້ເລີ່ມນຳສ່ວນບໍລິຈາກເຂົ້າມາໃນພຣະວິຫານຂອງພຣະຢາເວ, ພວກຂ້າພະອົງໄດ້ຮັບປະທານ ແລະ ມີພຽງພໍຈົນເຫລືອຫລາຍ, ເພາະພຣະຢາເວໄດ້ຊົງອຳນວຍພະພອນປະຊາຊົນຂອງພະອົງ. ຈຶ່ງມີເຫລືອຢູ່ຫລວງຫລາຍຢ່າງນີ້.”
\v 11 ແລ້ວເຮເຊກີຢາຈຶ່ງຊົງບັນຊາໃຫ້ພວກເຂົາຈັດຫ້ອງໃນພຣະວິຫານຂອງພຣະຢາເວ, ແລະພວກເຂົາທັງຫລາຍກໍຈັດໄວ້.
\v 12 ພວກເຂົານຳສິ່ງບໍຣິຈາກເຂົ້າມາຢ່າງສັດຊື່, ທັງຫນຶ່ງສ່ວນສິບ ແລະ ສິ່ງຂອງມອບຖວາຍຊຶ່ງເປັນຂອງພຣະຢາເວ. ເຈົ້າຫນ້າທີ່ຜູ້ເບິ່ງແຍງຄືໂກນານີຢາ, ຄົນເລວີ ກັບຊິເມອີນ້ອງຊາຍເປັນຄົນຮອງ.
\v 13 ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣີໂມດ, ໂຢຊາບັດ, ເອລີເອນ, ອິສະມາກີຢາ, ມາຮາດ, ແລະ ເບນາຢາ ເປັນຜູ້ຄວບຄຸມຊ່ວຍເຫລືອໂກນານີຢາ ແລະ ຊິເມອີນ້ອງຊາຍຂອງລາວ, ໂດຍການແຕ່ງຕັ້ງຂອງກະສັດເຮເຊກີຢາ, ແລະ ອາຊາຣີຢາ, ເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ຂອງພຣະວິຫານຂອງພຣະເຈົ້າ.
\s5
\v 14 ໂກເຣ ລູກຊາຍອິມນາຄົນເລວີ, ຜູ້ເຝົ້າປະຕູດ້ານຕາເວັນອອກ, ເປັນຜູ້ເບິ່ງແຍງຂອງບູຊາທີ່ຖວາຍຕາມໃຈ ສະຫມັກແດ່ພຣະເຈົ້າ, ແຈກຢາຍສ່ວນບໍຣິຈາກທີ່ສະຫງວນໄວ້ສຳລັບພຣະຢາເວ ແລະ ສິ່ງບໍຣິສຸດທີ່ສຸດ.
\v 15 ພາຍໃຕ້ເຂົາຄື ເອເດັນ, ມິນຢາມິນ, ເຢຊູອາ, ເຊມາຢາ, ອາມາຣີຢາ, ແລະ ເຊການີອາ ໃນເມືອງຕ່າງໆຂອງປະໂລຫິດ. ພວກເຂົາໄດ້ເຮັດໃຫ້ບັນດາຫນ້າທີ່ຕ່າງ ເປັນທີ່ໄວ້ວາງໃຈ, ເພື່ອພວກເຂົາແຈກຢາຍເຄື່ອງບູຊາຖວາຍເຫລົ່ານີ້ໃຫ້ແກ່ພີ່ນ້ອງຂອງພວກເຂົາທັງຫລາຍ, ໂດຍໃຫ້ທັງຜູ້ທີ່ສຳຄັນ ແລະ ຜູ້ທີ່ບໍ່ສຳຄັນ.
\s5
\v 16 ພວກເຂົາໄດ້ໃຫ້ຜູ້ຊາຍເຫລົ່ານັ້ນຕັ້ງແຕ່ສາມປີຂຶ້ນໄປຜູ້ທີ່ໄດ້ຂື້ນທະບຽນໄວ້ຕາມບັນທຶກຂອງບັນພະບຸຣຸດຂອງພວກເຂົາ ຜູ້ທີ່ເຂົ້າໄປໃນພຣະວິຫານຂອງພຣະຢາເວ, ຕາມຜຽນທີ່ໄດ້ກຳນົດໄວ້ຕາມຫນ້າທີ່ປະຈຳວັນ, ເພື່ອບົວລະບັດຕາມຫນ້າທີ່ໂດຍກອງຂອງພວກເຂົາ ແລະ ໃນສ່ວນຕ່າງໆຂອງພວກເຂົາ.
\s5
\v 17 ພວກເຂົາໄດ້ແຈກຢາຍໃຫ້ກັບບັນດາປະໂລຫິດກໍເຮັດຕາມເຊື້ອສາຍແຫ່ງບັນພະບຸຣຸດຂອງພວກເຂົາ ແລະ ຄືກັນກັບ ສ່ວນຄົນເລວີຕັ້ງແຕ່ອາຍຸຊາວປີຂຶ້ນໄປ ແລະ ຫລາຍກວ່າ, ຕາມຫນ້າທີ່ຂອງພວກເຂົາ ຕາມຜຽນຂອງພວກເຂົາທັງຫລາຍ.
\v 18 ພວກເຂົາໄດ້ລວມທັງລູກນ້ອຍຂອງຕົນ, ເມຍຂອງຕົນ, ແລະ ລູກຊາຍລູກສາວຂອງປວງຊົນທັງຫມົດ, ເພາະພວກເຂົາທັງຫລາຍສັດຊື່ໃນການຮັກສາຕົວໃຫ້ບໍຣິສຸດ.
\v 19 ສຳລັບເຊື້ອສາຍຂອງອາໂຣນຄືພວກປະໂລຫິດ, ຜູ້ຢູ່ໃນທົ່ງນາອ້ອມຮອບຫົວເມືອງຂອງພວກເຂົານັ້ນ, ຫລື ໃນຫົວເມືອງຕ່າງໆ, ມີຜູ້ຊາຍທີ່ຖືກລະບຸຊື່ໃຫ້ແຈກຢາຍສ່ວນແບ່ງແກ່ຜູ້ຊາຍທຸກຄົນໃນພວກປະໂລຫິດ, ແລະ ແກ່ທຸກຄົນທີ່ໄດ້ບັນທຶກຢູ່ໃນບັນຊີໃນບັນທຶກຂອງບັນດາບັນພະບຸຣຸດຂອງພວກເຂົາໃນທ່າມກາງພວກເລວີ.
\s5
\v 20 ເຮເຊກີຢາຊົງກະທຳດັ່ງນີ້ທົ່ວທັງຢູດາ. ພະອົງຊົງກະທຳສິ່ງທີ່ດີ ແລະ ຊອບ, ແລະ ເປັນຄວາມຈິງຕໍ່ພຣະພັກພຣະຢາເວ, ພຣະເຈົ້າຂອງພະອົງ.
\v 21 ວຽກງານທຸກຢ່າງທີ່ພະອົງຊົງເລີ່ມເຮັດໃນການບົວລະບັດພຣະວິຫານຂອງພຣະເຈົ້າ, ຕາມກົດຫມາຍ, ແລະ ຕາມພຣະບັນຍັດ, ເພື່ອສະແຫວງຫາພຣະເຈົ້າຂອງພະອົງ, ພະອົງຊົງກະທຳດ້ວຍເຕັມພະທັຍ, ແລະ ຊົງຈະເຣີນຂຶ້ນ.
\s5
\c 32
\cl ບົດທີ 32
\p
\v 1 ພາຍຫລັງເຫດການເຫລົ່ານີ້ ແລະ ການກະທຳທີ່ສັດຊື່, ເສັນນາເກຣິບ, ກະສັດອັດຊີເຣຍ, ໄດ້ຍົກທັບມາບຸກລຸກຢູດາ. ພະອົງໄດ້ຕັ້ງຄ້າຍອ້ອມຫົວເມືອງທີ່ມີປ້ອມໄວ້, ຊຶ່ງໄດ້ຕັ້ງໃຈຈະຢຶດເອົາໄວ້ສຳລັບພຣະອົງເອງ.
\s5
\v 2 ເມື່ອເຮເຊກີຢາຊົງເຫັນວ່າເສັນນາເກຣິບຍົກທັບມາດ້ວຍເຈຕະນາຈະຕໍ່ສູ້ກັບເຢຣູຊາເລັມ,
\v 3 ພະອົງຊົງວາງແຜນການກັບເຈົ້ານາຍຂອງພະອົງ ແລະ ທະຫານຜູ້ເກັ່ງກ້າຂອງພະອົງ ທີ່ຈະອັດນ້ຳຕາມນ້ຳພຸທີ່ຢູ່ນອກເມືອງເສຍ ແລະ ພວກເຂົາທັງຫລາຍກໍຊົງຊ່ວຍພະອົງ.
\v 4 ມີປະຊາຊົນເປັນຈຳນວນຫລາຍຮວບຮວມກັນເຂົ້າມາ ແລະ ອັດນ້ຳພຸ ປິດລຳທານທີ່ໄຫລຜ່ານແຜ່ນດິນເສຍ. ໂດຍເວົ້າວ່າ, “ເປັນຫຍັງຈະໃຫ້ບັນດາກະສັດອັດຊີເຣຍຍົກທັບມາພົບນ້ຳເປັນຈຳນວນຫລາຍ.”
\s5
\v 5 ເຮເຊກີຢາໄດ້ຊົງກ້າຫານ ແລະ ໄດ້ຊົງສ້າງກຳແພງທີ່ເພພັງຂຶ້ນໃຫມ່. ພະອົງໄດ້ສ້າງຫໍຄອຍສູງຂຶ້ນ ແລະ ຊົງສ້າງກຳແພງຂ້າງນອກອີກຊັ້ນຫນຶ່ງ ພະອົງຊົງເສີມກຳແພງປ້ອມມິນໂລທີ່ນະຄອນດາວິດ,​ແລະ ຊົງສ້າງຫອກ ແລະ ໂລ່ເປັນຈຳນວນຫລາຍ.
\s5
\v 6 ພະອົງຊົງຕັ້ງຜູ້ບັງຄັບການໄວ້ເຫນືອປະຊາຊົນ. ພະອົງໄດ້ຊົງຮວບຮວມເຂົ້າໄວ້ນຳກັນໃນຖະຫນົນທີ່ປະຕູເມືອງ ແລະ ກ່າວຫນູນໃຈພວກເຂົາທັງຫລາຍ. ພະອົງກ່າວວ່າ,
\v 7 “ຈົ່ງເຂັ້ມແຂງ ແລະກ້າຫານເຖີດ. ຢ່າຢ້ານ ຫລື ທໍ້ຖອຍຕໍ່ກະສັດອັດຊີເຣຍ ແລະ ຕໍ່ກອງທັບທັງຫມົດທີ່ຢູ່ກັບພວກເຂົານັ້ນ, ເພາະມີຜູ້ຫນຶ່ງໃນຝ່າຍເຮົາທີ່ໃຫຍ່ກວ່າຝ່າຍພວກເຂົາ.
\v 8 ຝ່າຍພວກເຂົາມີແຕ່ກຳລັງເນື້ອຫນັງ, ແຕ່ຝ່າຍເຮົາມີພຣະຢາເວ, ພຣະເຈົ້າຂອງເຮົາ, ຊົງສະຖິດກັບເຮົາ, ທີ່ຊົງຊ່ອຍເຮົາ ແລະ ສູ້ຮົບກັບຝ່າຍເຮົາ.” ປະຊາຊົນກໍວາງໃຈໃນພຣະດຳຣັດຂອງເຮເຊກີຢາກະສັດແຫ່ງຢູດາ.
\s5
\v 9 ພາຍຫລັງ, ເສັນນາເກຣິບ, ກະສັດແຫ່ງອັດຊີເຣຍ, (ຜູ້ທີ່ກຳລັງອ້ອມເມືອງລາກິດຢູ່ດ້ວຍກຳລັງຮົບທັງຫມົດຂອງພະອົງ) ໄດ້ຮັບສັ່ງໃຫ້ຂ້າຣາຊະການຂອງພະອົງໄປເມືອງເຢຣູຊາເລັມເຖິງເຮເຊກີຢາກະສັດຂອງຢູດາ, ແລະ ເຖິງປະຊາຊົນທັງປວງຂອງຢູດາທີ່ຢູ່ໃນເຢຣູຊາເລັມ. ຊົງກ່າວວ່າ,
\v 10 “ເສັນນາເກຣິບກະສັດແຫ່ງອັດຊີເຣຍ, ກ່າວດັ່ງນີ້ວ່າ: ເຈົ້າທັງຫລາຍເພິ່ງຫຍັງ ເຈົ້າຈຶ່ງຢືນຫມັ້ນອ້ອມຢູ່ໃນເມືອງເຢຣູຊາເລັມ?
\s5
\v 11 ເຮເຊກີຢາບໍ່ໄດ້ພາເຈົ້າໃຫ້ຫລົງເພື່ອຈະມອບເຈົ້າໃຫ້ຕາຍດ້ວຍການອົດອາຫານ ແລະ ຄວາມກະຫາຍຫລື, ໃນເມື່ອລາວບອກເຈົ້າວ່າ, 'ພຣະຢາເວພຣະເຈົ້າຂອງເຮົາຈະຊົງຊ່ອຍເຮົາໃຫ້ພົ້ນຈາກມືຂອງກະສັດແຫ່ງອັດຊີເຣຍ'?
\v 12 ເຮເຊກີຢາຄົນນີ້ແຫລະ ບໍ່ແມ່ນຫລື ທີ່ໄດ້ກຳຈັດປູຊະນີຍະສະຖານອັນສັກສິດ ແລະແທ່ນບູຊາຂອງພະອົງ ແລະ ບັນຊາແກ່ຢູດາກັບເຢຣູຊາເລັມວ່າ, 'ເຈົ້າຈົ່ງນະມັດສະການຢູ່ຫນ້າແທ່ນບູຊາແທ່ນດຽວ, ແລະ ເຈົ້າຈົ່ງເຜົາເຄື່ອງຫອມເທິງແທ່ນນັ້ນ'?
\s5
\v 13 ເຈົ້າບໍ່ຮູ້ຫລືວ່າ ເຮົາ ແລະ ບັນພະບຸຣຸດຂອງເຮົາໄດ້ເຮັດຫຍັງແກ່ຊົນຊາດທັງຫລາຍແຫ່ງປະເທດຕ່າງໆ? ພະຂອງບັນດາປະຊາຊາດແຫ່ງປະເທດເຫລົ່ານັ້ນສາມາດຊ່ອຍປະເທດຂອງພວກເຂົາໃຫ້ພົ້ນຈາກມືຂອງເຮົາໄດ້ບໍ?
\v 14 ໃນພວກພະທັງປວງແຫ່ງປະຊາຊາດເຫລົ່ານັ້ນທີ່ບັນພະບຸຣຸດຂອງເຮົາໄດ້ທຳລາຍເສຍຈົນຫມົດສິ້ນ, ຍັງມີພະອົງໃດແດ່ທີ່ສາມາດຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາ? ແລ້ວພຣະເຈົ້າຂອງເຈົ້ານັ້ນຫລືຈະສາມາດຊ່ອຍເຈົ້າໃຫ້ພົ້ນຈາກມືຂອງເຮົາ?
\v 15 ເພາະສະນັ້ນ ບັດນີ້ຢ່າໃຫ້ເຮເຊກີຢາຫລອກລວງເຈົ້າ ຫລື ພາເຈົ້າໃຫ້ຫລົງໃນທຳນອງນີ້. ຢ່າເຊື່ອລາວ, ເພາະບໍ່ມີພະແຫ່ງປະຊາຊາດ ຫລືຣາຊະອານາຈັກໃດທີ່ສາມາດຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາ, ຫລືຈາກມືບັນພະບຸຣຸດຂອງເຮົາ. ພຣະເຈົ້າຂອງເຈົ້າຈະຊ່ອຍເຈົ້າໃຫ້ພົ້ນຈາກມືຂອງເຮົາໄດ້ຫລາຍກວ່ານັ້ນຈັກເທົ່າໃດ?"
\s5
\v 16 ພວກຂ້າຣາຊະການຂອງເຮເຊກີຢາກໍກ່າວທັບຖົມພຣະເຈົ້າຢາເວ ແລະ ເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງຫລາຍກວ່ານັ້ນ.
\v 17 ເຮເຊກີຢາຍັງໄດ້ຊົງຂຽນຫນັງສືຫມິ່ນປະຫມາດພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ແລະ ກ່າວທັບຖົມພຣະອົງ. ກ່າວວ່າ “ພະຂອງບັນດາປະຊາຊາດແຫ່ງປະເທດທັງຫລາຍບໍ່ໄດ້ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນໃດ, ພຣະເຈົ້າຂອງເຮເຊກີຢາກໍຈະບໍ່ຊ່ອຍປະຊາຊົນຂອງຕົນໃຫ້ພົ້ນຈາກມືຂອງເຮົາສັນນັ້ນ.”
\s5
\v 18 ພວກເຂົາທັງຫລາຍກໍຮ້ອງຄວາມນີ້ດ້ວຍສຽງອັນດັ່ງເປັນພາສາເຮັບເຣີໃຫ້ຊາວເຢຣູຊາເລັມຜູ້ຢູ່ເທິງກຳແພງຟັງ, ເພື່ອໃຫ້ພວກເຂົາຕົກໃຈ ແລະ ຫວັ່ນໄຫວ, ແລ້ວຈະໄດ້ຍຶດເອົາເມືອງນັ້ນ.
\v 19 ພວກເຂົາໄດ້ເວົ້າເຖິງພຣະເຈົ້າແຫ່ງເຢຣູຊາເລັມຄືກັບທີ່ພວກເຂົາເວົ້າເຖິງພະແຫ່ງຊົນຊາດທັງຫລາຍຂອງແຜ່ນດິນໂລກ, ຊຶ່ງເປັນຜົນງານຂອງມືມະນຸດ.
\s5
\v 20 ກະສັດ, ເຮເຊກີຢາ, ແລະ ຜູ້ທຳນວາຍເອຊາຢາລູກຊາຍອາໂມດ, ໄດ້ອະທິຖານ ເພາະເລື່ອງນີ້ ໂດຍຮ້ອງທູນຕໍ່ສະຫວັນ.
\v 21 ພຣະຢາເວຊົງໃຊ້ຜູ້ສົ່ງຂ່າວສະຫວັນອົງຫນຶ່ງ, ຊຶ່ງໄດ້ຕັດທະຫານກ້າທັງປວງ, ຜູ້ບັງຄັບກອງທັບ, ແລະ ນາຍທະຫານໃນຄ້າຍຂອງກະສັດແຫ່ງອັດຊີເຣຍອອກເສຍ. ເພາະສະນັ້ນ ພະອົງຈຶ່ງສະເດັດກັບໄປໃນແຜ່ນດິນຂອງພະອົງດ້ວຍຄວາມອັບອາຍຂາຍຫນ້າ. ເມື່ອພະອົງສະເດັດເຂົ້າໃນວິຫານແຫ່ງພະຂອງພະອົງ, ລູກຊາຍຂອງພະອົງເອງໄດ້ຂ້າພະອົງດ້ວຍດາບ.
\s5
\v 22 ດ້ວຍວິທີນີ້, ພຣະຢາເວຈຶ່ງຊົງຊ່ອຍເຮເຊກີຢາ ແລະ ຊາວເຢຣູຊາເລັມໃຫ້ພົ້ນຈາກພະຫັດຂອງເສັນນາເກຣິບ, ກະສັດຂອງອັດຊີເຣຍ, ແລະ ຈາກມືຂອງສັດຕຣູທັງຫມົດຂອງພະອົງ, ແລະພະອົງຊົງນຳພວກເຂົາທັງຫລາຍຢູ່ທຸກດ້ານ.
\v 23 ຄົນເປັນຈຳນວນຫລາຍນຳເຄື່ອງຖວາຍພຣະຢາເວມາໃນເຢຣູຊາເລັມ, ແລະ ນຳຂອງຂອງຂັວນອັນມີຄ່າຕ່າງໆມາຖວາຍເຮເຊກີຢາກະສັດແຫ່ງຢູດາ, ພະອົງຈຶ່ງຊົງເປັນທີ່ຍົກຍ້ອງໃນສາຍຕາຂອງປະຊາຊາດທັງປວງຕັ້ງແຕ່ເວລານັ້ນເປັນຕົ້ນມາ.
\s5
\v 24 ຄັ້ງນັ້ນ ເຮເຊກີຢາຊົງເຈັບປ່ວຍໃກ້ຈະສິ້ນພະຊົນ. ພະອົງທູນອະທິຖານຕໍ່ພຣະຢາເວ, ພຣະຜູ້ເປັນເຈົ້າຊົງຕອບ ແລະ ປຣະທານຫມາຍສຳຄັນຢ່າງຫນຶ່ງໃຫ້ແກ່ເຮເຊກີຢາ.
\v 25 ແຕ່ເຮເຊກີຢາບໍ່ໄດ້ສະຫນອງພຣະຄຸນນັ້ນແກ່ພຣະຢາເວສຳລັບການຊ່ວຍເຫລືອທີ່ພຣະອົງຊົງໄດ້ປຣະທານແກ່ພະອົງ, ເພາະພະທັຍຂອງພະອົງຈອງຫອງຂຶ້ນ. ພຣະພິໂຣດຈຶ່ງມາເຫນືອພະອົງ, ຢູດາ ແລະເຢຣູຊາເລັມ.
\v 26 ເຖິງຢ່າງໃດກໍ່ຕາມ, ເຮເຊກີຢາຊົງອ່ອນນ້ອມຖ່ອມພະທັຍທີ່ແຮງນັ້ນລົງ, ທັງພະອົງ ແລະ ຊາວເຢຣູຊາເລັມ, ພຣະພິໂຣດຂອງພຣະຢາເວຈຶ່ງບໍ່ໄດ້ມາເຫນືອພວກເຂົາທັງຫລາຍໃນຣາຊະການຂອງເຮເຊກີຢາ.
\s5
\v 27 ເຮເຊກີຢາຊົງມີຣາຊະສົມບັດ ແລະ ກຽຕຍິ່ງໃຫຍ່. ພະອົງຊົງສ້າງຄັງໄວ້ສຳລັບພະອົງ ເພື່ອເກັບເງິນ, ຄຳ, ແລະ ເພັດພອຍຕ່າງໆ, ເຄື່ອງເທດ, ໂລ່, ແລະ ສຳລັບຊັບສິນທີ່ມີຄ່າທຸກຊະນິດ.
\v 28 ທັງສາງສຳລັບເຂົ້າ, ນ້ຳອະງຸ່ນໃຫມ່, ແລະ ນ້ຳມັນ ທີ່ຜະລິດມາ ແລະ ໂຮງມ້ຽນສັດລ້ຽງທຸກຊະນິດກັບຄອກແກະ. ພະອົງຍັງມີຝູງສັດຕ່າງໆໃນຄອກຕ່າງໆ.
\v 29 ພະອົງຊົງຈັດຫົວເມືອງເພື່ອພະອົງດ້ວຍ ທັງຝູງແບ້ແກະ ແລະ ຝູງງົວເປັນຈຳນວນຫລາຍ, ເພາະພຣະເຈົ້າຊົງປຣະທານຊັບສິນໃຫ້ພະອົງຫລວງຫລາຍ.
\s5
\v 30 ເຮເຊກີຢາອົງນີ້ເອງຊົງປິດທາງນ້ຳອອກຕອນເທິງຂອງນ້ຳພຸກີໂຮນເສຍ, ແລະ ເຮັດໃຫ້ໄຫລລົງໄປທາງທິດຕາເວັນຕົກຂອງນະຄອນດາວິດ. ເຮເຊກີຢາຊົງຈະເຣີນໃນພະຣາຊະກິດທັງຫມົດຂອງພະອົງ.
\v 31 ຢ່າງໃດກໍຕາມ, ໃນເລື່ອງຜູ້ສົ່ງຂ່າວທີ່ເຈົ້ານາຍເມືອງບາບີໂລນ, ຜູ້ໃຊ້ໃຫ້ມາຖາມເຖິງການມະຫັດສະຈັນທີ່ໄດ້ເກີດຂຶ້ນໃນແຜ່ນດິນ, ພຣະເຈົ້າກໍຊົງປ່ອຍພະອົງຕາມໃຈ, ເພື່ອຈະທົດລອງພະອົງ, ແລະ ເພື່ອຈະຮູ້ຄຳກ່າວທັງຫມົດໃນພະທັຍຂອງພະອົງ.
\s5
\v 32 ຝ່າຍພະຣາຊະກິດນອກນັ້ນຂອງເຮເຊກີຢາ, ລວມທັງຄວາມດີຂອງພະອົງ ກໍມີບັນທຶກໄວ້ໃນນິມິດຂອງເອຊາຢາຜູ້ທຳນວາຍລູກຊາຍອາໂມດ, ແລະ ໃນຫນັງສືຂອງກະສັດແຫ່ງຢູດາ ແລະອິສະຣາເອນ.
\v 33 ເຮເຊກີຢາລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນຂຸມຝັງສົບສຳຄັນທີ່ສຸດໃນບັນດາລູກຊາຍຂອງດາວິດ. ຄົນຢູດາ ແລະ ຊາວເຢຣູຊາເລັມທັງປວງໄດ້ຖວາຍກຽຕ ເມື່ອພະອົງສິ້ນພະຊົນ. ມານາເຊລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ.
\s5
\c 33
\cl ບົດທີ 33
\p
\v 1 ເມື່ອມານາເຊເລີ່ມປົກຄອງ ພະອົງມີອາຍຸສິບສອງປີ ແລະຊົງປົກຄອງໃນເຢຣູຊາເລັມຫ້າສິບຫ້າປີ.
\v 2 ພະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຕາມການເຮັດທີ່ຫນ້າກຽດຊັງແຫ່ງປະຊາຊາດ ຊຶ່ງພຣະຢາເວຊົງຂັບໄລ່ໄປເສຍຈາກປະຊາຊົນອິສະຣາເອນ.
\v 3 ເພາະພະອົງຊົງສ້າງສະຖານທີ່ສັກສິດ ຊຶ່ງເຮເຊກີຢາ ບິດາຂອງພະອົງໄດ້ຊົງທຳລາຍນັ້ນ. ແລະ ຊົງສ້າງແທ່ນບູຊາແກ່ພະບາອານ, ຊົງເຮັດບັນດາເສົາຮູບເຄົາຣົບ, ແລະ ຊົງນະມັສະການບໍລິວານທັງຫມົດຂອງຟ້າສະຫວັນ ແລະບົວລະບັດພະເຫລົ່ານັ້ນ.
\s5
\v 4 ພະອົງຊົງສ້າງແທ່ນບູຊາໃນພຣະວິຫານຂອງພຣະຢາເວ, ຊຶ່ງພຣະຢາເວໄດ້ຊົງບັນຊາໄວ້ວ່າ, “ນາມຊື່ຂອງເຮົາຈະຢູ່ໃນເຢຣູຊາເລັມຕະຫລອດໄປເປັນນິດ.”
\v 5 ພະອົງໄດ້ຊົງສ້າງແທ່ນບູຊາສຳລັບບັນດາບໍລິວານແຫ່ງຟ້າສະຫວັນໃນເດີ່ນທັງສອງແຫ່ງພຣະວິຫານຂອງພຣະຢາເວ.
\v 6 ໃນຫຸບເຂົາເບັນຂອງຮິນໂນມພະອົງໄດ້ຊົງໃຫ້ລູກຊາຍຂອງພະອົງບຸກໄຟ ເພື່ອຖືເລີກຍາມ ແລະ ເວດມົນຄາຖາ ແລະ ຕິດຕໍ່ກັບຄົນຊົງ ແລະ ພໍ່ມົດແມ່ມົດ ຫມໍຜີ. ພະອົງຊົງກະທຳສິ່ງທີ່ຊົ່ວຮ້າຍເປັນຈຳນວນຫລາຍໃນສາຍພຣະເນດຂອງພຣະຢາເວ ແລະ ເຮັດໃຫ້ພຣະອົງຊົງພຣະພິໂຣດ.
\s5
\v 7 ຮູບເຄົາຣົບສະຫລັກຄື ຮູບເຄົາຣົບທີ່ພະອົງຊົງສ້າງນັ້ນ, ພະອົງຊົງຕັ້ງໄວ້ໃນພຣະວິຫານຂອງພຣະເຈົ້າ. ຊຶ່ງພຣະເຈົ້າກ່າວກັບດາວິດ ແລະ ໂຊໂລໂມນລູກຊາຍຂອງດາວິດ; ກ່່າວວ່າ, “ໃນວິຫານນີ້ແລະ ໃນເຢຣູຊາເລັມ, ຊຶ່ງເຮົາໄດ້ເລືອກອອກຈາກຕະກູນທັງຫມົດຂອງອິສະຣາເອນ, ເຮົາຈະບັນຈຸນາມຊື່ຂອງເຮົາໄວ້ເປັນນິດ.
\v 8 ແລະເຮົາຈະບໍ່ໃຫ້ຕີນຂອງອິສະຣາເອນພະເນຈອນອອກໄປຈາກແຜ່ນດິນຊຶ່ງເຮົາໄດ້ກຳນົດໃຫ້ບັນພະບຸຣຸດຂອງເຈົ້າອີກເລີຍ, ຖ້າພວກເຂົາພຽງແຕ່ລະມັດຣະວັງ ເຮັດທຸກຢ່າງທີ່ເຮົາໄດ້ບັນຊາພວກເຂົາໄວ້ ຄືກົດຫມາຍ, ກົດເກນ, ແລະ ກົດທັງຫມົດທີ່ໄດ້ໃຫ້ໄວ້ໂດຍທາງໂມເຊ.”
\v 9 ມານາເຊຊົງຊັກຈູງຢູດາ ແລະ ຊາວເຢຣູຊາເລັມໃຫ້ຫລົງໄປ ພວກເຂົາຈຶ່ງເຮັດຄວາມຊົ່ວຮ້າຍຫລາຍກວ່າບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ຊົງທຳລາຍໃຫ້ພົ້ນຈາກຫນ້າປະຊາຊົນອິສະຣາເອນນັ້ນ.
\s5
\v 10 ພຣະຢາເວກ່າວກັບມານາເຊ, ແລະ ປະຊາຊົນຂອງພະອົງ, ແຕ່ພວກເຂົາທັງຫລາຍບໍ່ຟັງ.
\v 11 ເພາະສະນັ້ນ ພຣະຢາເວຊົງໃຫ້ຜູ້ບັງຄັບກອງທະຫານຂອງກະສັດແຫ່ງອັດຊີເຣຍມາຕໍ່ສູ້ພວກເຂົາ, ໂດຍເອົາໂຊ້ມັດມານາເຊໄວ້ກັບເຄື່ອງຈອງຈຳ ແລະ ນຳພະອົງມາບາບີໂລນ.
\s5
\v 12 ເມື່ອມານາເຊຊົງທຸກຍາກ, ພະອົງຊົງອ້ອນວອນຂໍພະກະຣຸນາຕໍ່ພຣະຢາເວ, ພຣະເຈົ້າຂອງພະອົງ, ແລະ ຊົງຖ່ອມພະທັຍລົງຢ່າງຫລາຍຕໍ່ພຣະພັກພຣະເຈົ້າຂອງບັນພະບຸຣຸດຂອງພະອົງ.
\v 13 ພະອົງຊົງອະທິຖານຕໍ່ພຣະເຈົ້າ; ແລະ ພຣະເຈົ້າຊົງຟັງຄຳອ້ອນວອນຂອງພະອົງ, ແລະ ໂດຍນຳພະອົງກັບມາເມືອງເຢຣູຊາເລັມ, ໃນຣາຊະອານາຈັກຂອງພະອົງອີກ. ແລ້ວມານາເຊຊົງຮູ້ວ່າພຣະຢາເວຊົງເປັນພຣະເຈົ້າ.
\s5
\v 14 ພາຍຫລັງ ພະອົງຊົງສ້າງກຳແພງຊັ້ນນອກໃຫ້ນະຄອນດາວິດ, ທາງຕາເວັນຕົກຂອງກີໂຮນ, ໃນພູເຂົາ, ໄປຈົນຮອດທາງເຂົ້າປະຕູປາ. ພະອົງຊົງສ້າງອ້ອມຮອບໂອເຟນ ແລະ ກໍ່ຂຶ້ນໃຫ້ສູງ. ພະອົງຊົງຕັ້ງຜູ້ບັງຄັບບັນຊາກອງທັບໃຫ້ຢູ່ໃນຫົວເມືອງມີປ້ອມໃນຢູດາທັງຫມົດ.
\v 15 ພະອົງຊົງເອົາພະຕ່າງດ້າວ, ຮູບເຄົາຣົບໄປເສຍຈາກພຣະວິຫານຂອງພຣະຢາເວ ແລະ ແທ່ນບູຊາທັງຫມົດທີ່ພະອົງໄດ້ຊົງສ້າງໄວ້ເທິງພູເຂົາແຫ່ງພຣະວິຫານຂອງພຣະຢາເວ ແລະ ໃນເຢຣູຊາເລັມ, ແລະ ພະອົງຊົງຖິ້ມອອກໄປນອກເມືອງ.
\s5
\v 16 ພະອົງຊົງສ້ອມແປງແທ່ນບູຊາຂອງພຣະຢາເວ ແລະ ຊົງຖວາຍເຄື່ອງສັດບູຊາເປັນເຄື່ອງບູຊາເພື່ອຄວາມສາມັກຄີທັມ ແລະ ເຄື່ອງໂມທະນາພຣະຄຸນເທິງແທ່ນນັ້ນ; ພະອົງຊົງບັນຊາໃຫ້ຢູດາບົວລະບັດພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ.
\v 17 ເຖິງປານນັ້ນກໍດີ, ປະຊາຊົນກໍຍັງຖວາຍສັດບູຊາທີ່ສະຖານທີ່ສັກສິດ, ແຕ່ຖວາຍຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາເທົ່ານັ້ນ.
\s5
\v 18 ສ່ວນພະຣາຊະກິດອືື່ນໆ ຂອງມານາເຊ, ແລະ ຄຳອະທິຖານຂອງພະອົງຕໍ່ພຣະເຈົ້າ, ແລະ ຖ້ອຍຄຳຂອງຜູ້ທຳນວາຍ ຜູ້ທູນພະອົງໃນພຣະນາມຊື່ຂອງພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ.
\v 19 ໃນບັນທຶກນັ້ນໄດ້ມີເລື່ອງ ຄຳອະທິຖານຂອງຂອງພະອົງ, ແລະເລື່ອງທີ່ພຣະເຈົ້າຊົງຮັບຄຳອ້ອນວອນຂອງພະອົງ. ແລະ ເລື່ອງຂອງຄວາມບາບທັງຫມົດຂອງພະອົງ ແລະ ການບໍ່ສັດຊື່ຂອງພະອົງ ແລະ ສະຖານທີ່ສັກສິດຊຶ່ງພະອົງຊົງສ້າງ ແລະ ຕັ້ງບັນດາເສົາຮູບເຄົາຣົບ ກັບຮູບເຄົາຣົບສະຫລັກ, ກ່ອນທີ່ພະອົງຊົງຖ່ອມພະອົງລົງນັ້ນ ພວກເຂົາບັນທຶກໄວ້ໃນຫນັງສືປະຫວັດທີ່ຜູ້ທຳນວາຍຂຽນ.
\v 20 ແລ້ວມານາເຊຈຶ່ງຊົງລ່ວງລັບໄປຢູ່ກັບບັນພະບຸຣຸຂອງພະອົງ, ແລະ ພວກເຂົາຝັງພະສົບໄວ້ໃນພະຣາຊະວັງຂອງພະອົງ. ອາໂມນ, ລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ.
\s5
\v 21 ອາໂມນເລີ່ມປົກຄອງ ພະອົງມີອາຍຸຊາວສອງປີ; ແລະຊົງປົກຄອງໃນເຢຣູຊາເລັມສອງປີ.
\v 22 ພະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ແບບມານາເຊ, ບິດາຂອງພະອົງຊົງກະທຳນັ້ນ. ອາໂມນຖວາຍສັດບູຊາແກ່ຮູບເຄົາຣົບສະຫລັກທັງຫມົດທີ່ມານາເຊພໍ່ຂອງພະອົງໄດ້ຊົງສ້າງຂຶ້ນ, ແລະ ຊົງບົວລະບັດຮູບເຄົາຣົບນັ້ນ.
\v 23 ພະອົງບໍ່ໄດ້ຖ່ອມພະອົງລົງຕໍ່ພຣະພັກພຣະຢາເວ, ຄືມານາເຊ ບິດາຂອງພະອົງໄດ້ຖ່ອມລົງນັ້ນ. ແຕ່ອາໂມນອົງນີ້ໄດ້ກໍ່ກັມຫລາຍຂຶ້ນ.
\s5
\v 24 ຂ້າຣາຊະການຂອງພະອົງກໍຮ່ວມກັນຄິດກະບົດຕໍ່ພະອົງ ໂດຍໄດ້ຂ້າພະອົງເສຍໃນພະຣາຊະວັງຂອງພະອົງ.
\v 25 ແຕ່ປະຊາຊົນແຫ່ງແຜ່ນດິນໄດ້ປຣະຫານບັນດາຄົນເຫລົ່ານັ້ນທີ່ຄິດກະບົດຕໍ່ກະສັດອາໂມນ, ແລະ ປະຊາຊົນແຫ່ງແຜ່ນດິນໄດ້ແຕ່ງຕັ້ງໃຫ້ໂຢສີຢາ, ລູກຊາຍຂອງພະອົງຂຶ້ນປົກຄອງແທນພະອົງ.
\s5
\c 34
\cl ບົດທີ 34
\p
\v 1 ເມື່ອໂຢສີຢາເລີ່ມປົກຄອງ ພະອົງມີອາຍຸແປດປີ; ແລະຊົງປົກຄອງໃນເຢຣູຊາເລັມສາມສິບເອັດປີ.
\v 2 ພະອົງຊົງກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະຢາເວ, ແລະ ດຳເນີນໃນເສັ້ນທາງຂອງດາວິດບັນພະບຸຣຸດຂອງພະອົງ, ແລະ ບໍ່ໄດ້ຊົງຫັນໄປທາງຂວາ ຫລື ທາງຊ້າຍ.
\v 3 ເພາະໃນປີທີແປດແຫ່ງຣາຊະການຂອງພະອົງ, ເມື່ອພະອົງຍັງຊົງເປັນເດັກນ້ອຍຢູ່, ພະອົງຊົງເລີ່ມສະແຫວງຫາພຣະເຈົ້າຂອງດາວິດບັນພະບຸຣຸດຂອງພະອົງ. ໃນປີທີສິບສອງ, ພະອົງຊົງເລີ່ມກວາດລ້າງຢູດາ ແລະ ເຢຣູຊາເລັມດ້ວຍການກຳຈັດສະຖານທີ່ສັກສິດ, ທັງບັນດາເສົາຮູບເຄົາຣົບ ແລະ ຮູບເຄົາຣົບແກະສະຫລັກກັບຮູບເຄົາຣົບຫລໍ່.
\s5
\v 4 ປະຊາຊົນທຳລາຍແທ່ນບູຊາພະບາອານລົງຕໍ່ພະພັກຂອງພະອົງ; ພະອົງຊົງລົ້ມບັນດາຮູບເຄົາຣົບ ທີ່ຕັ້ງຢູ່ເທິງນັ້ນລົງ. ພະອົງຊົງທຸບບັນດາເສົາຮູບເຄົາຣົບ ແລະ ຮູບເຄົາຣົບແກະສະຫລັກກັບຮູບເຄົາຣົບ ຫລໍ່ເປັນທ່ອນ, ແລະ ຊົງກະທຳໃຫ້ເປັນຝຸ່ນ. ພະອົງໄດ້ໂຮຍຜົງເທິງຂຸມສົບຂອງບັນດາຄົນທີ່ຖວາຍສັດບູຊາແກ່ພະເຫລົ່ານັ້ນ.
\v 5 ພະອົງຊົງເຜົາກະດູກຂອງປະໂລຫິດເທິງແທ່ນພະເຫລົ່ານັ້ນ. ດ້ວຍເຫດນີ້, ພະອົງຊົງກວາດລ້າງຢູດາ ກັບເຢຣູຊາເລັມ.
\s5
\v 6 ພະອົງຊົງກະທຳເຊັ່ນກັນໃນຫົວເມືອງຂອງມານາເຊ, ເອຟຣາຢິມ, ແລະ ຊິເມໂອນ, ໄປຮອດນັບທາລີ, ແລະ ໃນທີ່ຫັກພັງໂດຍອ້ອມຮອບ.
\v 7 ເມື່ອພະອົງຊົງທຳລາຍແທ່ນບູຊາ, ບັນດາເສົາຮູບເຄົາຣົບ ແລະ ຊົງທຸບຮູບເຄົາຣົບສະຫລັກໃຫ້ເປັນຝຸ່ນ, ແລະ ຊົງລົ້ມບັນດາຮູບເຄົາຣົບທັງຫມົດລົງທົ່ວແຜ່ນດິນອິສະຣາເອນ; ແລ້ວພະອົງສະເດັດກັບເຢຣູຊາເລັມ.
\s5
\v 8 ໃນປີທີສິບແປດແຫ່ງຣາຊະການຂອງພະອົງ, ເມື່ອພະອົງຊົງກວາດລ້າງແຜ່ນດິນ ແລະ ພຣະວິຫານແລ້ວ, ພະອົງຊົງໃຊ້ຊາຟານລູກຊາຍອາຊາລີຢາ ແລະ ມາອາເສຢາຜູ້ວ່າຣາຊະການນະຄອນ ແລະ ໂຢອາລູກຊາຍ ໂຢອາຮັດຂ້າຣາຊະການຊັ້ນຜູ້ໃຫຍ່ ໃຫ້ສ້ອມແປງພຣະວິຫານຂອງພຣະຢາເວພຣະເຈົ້າຂອງພະອົງ.
\v 9 ເມື່ອພວກເຂົາມາຫາຮິນກີຢາ, ມະຫາປະໂລຫິດແລ້ວ, ແລະ ໄດ້ມອບເງິນທີ່ຄົນທັງຫລາຍນຳມາພຣະວິຫານຂອງພຣະເຈົ້າ, ຊຶ່ງຄົນເລວີ, ຜູ້ເຝົ້າປະຕູໄດ້ເກັບຈາກມານາເຊ ແລະ ເອຟຣາຢິມ, ແລະ ຈາກບັນດາຄົນທີ່ເຫລືອຂອງອິສະຣາເອນ ແລະ ຈາກຢູດາກັບເບັນຢາມິນທັງຫມົດ, ແລ້ວພວກເຂົາກັບໄປເຢຣູຊາເລັມ.
\s5
\v 10 ພວກເຂົາມອບເງິນໃຫ້ແກ່ຜູ້ເບິ່ງແຍງພຣະວິຫານຂອງພຣະຢາເວ. ພວກເຂົາເຫລົ່ານີ້ໄດ້ມອບເງິນໃຫ້ແກ່ຜູ້ເຮັດວຽກຢູ່ໃນພຣະວິຫານ ເພື່ອການສ້ອມແປງພຣະວິຫານໃຫ້ຫມັ້ນຄົງ.
\v 11 ພວກເຂົາໄດ້ຈ່າຍເງິນນັ້ນແກ່ພວກຊ່າງໄມ້ ແລະ ພວກກໍ່ສ້າງເພື່ອຈະຊື້ຫີນສະຫລັກ ແລະ ໄມ້ກະດານເພື່ອປະກອບເປັນຄານສຳລັບອາຄານ ທີ່ກະສັດແຫ່ງຢູດາໄດ້ປ່ອຍໃຫ້ຊຸດໂຊມ.
\s5
\v 12 ຄົນທັງຫລາຍກໍເຮັດງານຢ່າງສັດຊື່. ຜູ້ຄຸມງານມີຢາຮາດແລະ ໂອບາດີຢາ, ຄົນເລວີ, ລູກຫລານຂອງເມຣາຣີ; ແລະເຊຄາຣີຢາ ກັບເມຊຸນລຳ, ລູກຫລານຂອງຄົນໂກຮາດເປັນຜູ້ເບິ່ງແຍງ ຄົນເລວີທຸກຄົນທີ່ຊຳນານເຄື່ອງດົນຕຣີ.
\v 13 ພວກຄົນເລວີເຫລົ່ານີ້ເປັນຜູ້ເບິ່ງແຍງຄົນຫາມເຄື່ອງ ແລະ ບັນດາຄົນທີ່ເຮັດວຽກບົວລະບັດທຸກຢ່າງ. ຄົນເລວີບາງຄົນເປັນຄົນຮັກສາ, ເປັນເຈົ້າຫນ້າທີ່ ແລະ ເປັນຄົນເຝົ້າຍາມປະຕູ.
\s5
\v 14 ຂະນະທີ່ພວກເຂົາທັງຫລາຍນຳເງິນທີ່ໄດ້ຖວາຍໃນພຣະວິຫານຂອງພຣະຢາເວອອກມາ, ຮິນກີຢາປະໂລຫິດໄດ້ພົບຫນັງສືພຣະບັນຍັດຂອງພຣະຢາເວທີ່ຊົງປະທານທາງໂມເຊ.
\v 15 ແລະ ຮິນກີຢາເວົ້າກັບຊາຟານເລຂາວ່າ, “ຂ້າພະເຈົ້າໄດ້ພົບຫນັງສືພຣະບັນຍັດໃນພຣະວິຫານຂອງພຣະຢາເວ” ແລະ ຮິນກີຢາກໍມອບຫນັງສືນັ້ນໃຫ້ຊາຟານ.
\v 16 ຊາຟານໄດ້ນຳຫນັງສືໄປຖວາຍກະສັດ ແລະ ທູນລາຍງານກະສັດວ່າ, “ສິ່ງທັງປວງທີ່ພະອົງຊົງມອບຫມາຍແກ່ຜູ້ຮັບໃຊ້ຂອງພະອົງໃຫ້ເຮັດນັ້ນ ພວກເຂົາກຳລັງເຮັດຢູ່ແລ້ວ.”
\s5
\v 17 ພວກເຂົາຮວບຮວມເງິນຊຶ່ງພົບໃນພຣະວິຫານຂອງພຣະຢາເວ, ແລະ ໄດ້ມອບໄວ້ໃນມືຂອງຜູ້ເບິ່ງແຍງ ແລະ ຄົນງານ.
\v 18 ຊາຟານເລຂາທູນກະສັດວ່າ, “ຮິນກີຢາປະໂລຫິດໄດ້ມອບຫນັງສືແກ່ຂ້າພະອົງມ້ວນຫນຶ່ງ.” ແລ້ວຊາຟານກໍອ່ານຖວາຍຕໍ່ພະພັກກະສັດ.
\v 19 ຢູ່ມາເມື່ອກະສັດຊົງຮັບຟັງຖ້ອຍຄຳຂອງພຣະບັນຍັດນັ້ນ, ພະອົງຊົງຈີກເສື້ອຜ້າຂອງພະອົງ.
\s5
\v 20 ກະສັດຊົງບັນຊາແກ່ຮິນກີຢາ, ອາຮີກາມລູກຊາຍຊາຟານ, ອັບໂດນລູກຊາຍມີກາ, ຊາຟານເລຂາ, ແລະ ອາສາຢາຜູ້ຮັບໃຊ້ຂອງກະສັດ, ຂ້າຣາຊະການຂອງພະອົງກ່າວວ່າ,
\v 21 “ຈົ່ງໄປທູນຖາມພຣະຢາເວໃຫ້ແກ່ເຮົາ, ແລະ ໃຫ້ແກ່ບັນດາຜູ້ທີ່ເຫລືອຢູ່ໃນອິສະຣາເອນ ແລະ ໃນຢູດາ, ກ່ຽວກັບຖ້ອຍຄຳໃນຫນັງສືທີ່ໄດ້ພົບນັ້ນ. ເພາະວ່າພຣະພິໂຣດຂອງພຣະຢາເວທີ່ຖອກລົງເຫນືອເຮົານັ້ນຍິ່ງໃຫຍ່ຫລາຍ. ດ້ວຍວ່າບັນພະບຸຣຸດຂອງເຮົາບໍ່ໄດ້ຮັກສາພຣະທັມຂອງໃນຫນັງສືນີ້ ຕາມທີ່ຂຽນໄວ້ໃນຫນັງສືນີ້ທຸກປະການ.”
\s5
\v 22 ດັ່ງນັ້ນຮິນກີຢາ, ແລະ ຄົນເຫລົ່ານັ້ນທີ່ກະສັດຊົງໃຊ້ໄປຈຶ່ງ, ໄປຫາຮຸນດາຍິງຜູ້ທຳນວາຍເມຍຂອງຊານລູມ, ລູກຊາຍຕິກວາ ລູກຊາຍຮາສະຣາຜູ້ເບິ່ງແຍງເສື້ອຜ້າຂອງພະອົງ (ນາງຢູ່ໃນເຢຣູຊາເລັມໃນເມືອງທີ່ສອງ ຫລືເຂດທີ່ສ້າງຂຶ້ນໃຫມ່) ແລະ ເວົ້າກັບນາງເຖິງເລື່ອງນັ້ນ.
\s5
\v 23 ນາງເວົ້າກັບພວກເຂົາວ່າ, “ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ກ່າວດັ່ງນີ້ວ່າ: ຈົ່ງບອກຊາຍຜູ້ທີ່ໃຊ້ພວກເຈົ້າໃຫ້ມາຫາເຮົາວ່າ,
\v 24 ‘ພຣະຢາເວກ່າວດັ່ງນີ້ວ່າ: ເບິ່ງແມ, ເຮົາຈະນຳເຫດຊົ່ວຮ້າຍມາເຫນືອສະຖານທີ່ນີ້ ແລະ ເຫນືອຊາວເມືອງນີ້ ຄືຄຳສາບແຊ່ງທັງຫມົດທີ່ບັນທຶກໄວ້ໃນຫນັງສືຊຶ່ງໄດ້ອ່ານຖວາຍຕໍ່ພຣະພັກກະສັດແຫ່ງຢູດານັ້ນ.
\v 25 ເພາະວ່າພວກເຂົາໄດ້ປະຖິ້ມເຮົາ ແລະ ໄດ້ເຜົາເຄື່ອງຫອມຖວາຍພະອື່ນ, ເພື່ອພວກເຂົາຈະເຮັດໃຫ້ເຮົາຮ້າຍດ້ວຍການງານທັງຫມົດແຫ່ງມືຂອງພວກເຂົາ. ເພາະສະນັ້ນ ພຣະພິໂຣດຂອງເຮົາຈະຖອກລົງເຫນືອສະຖານທີ່ນີ້ ແລະ ຈະດັບບໍ່ໄດ້.
\s5
\v 26 ແຕ່ກະສັດຂອງຢູດາ, ຜູ້ໃຊ້ເຈົ້າໃຫ້ມາທູນພຣະຢາເວນັ້ນ ເຈົ້າຈົ່ງທູນທ່ານດັ່ງນີ້ວ່າ, ‘ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນກ່າວດັ່ງນີ້ວ່າ: ເລື່ອງຖ້ອຍຄຳທີ່ເຈົ້າໄດ້ຍິນນັ້ນ,
\v 27 ເພາະຈິດໃຈຂອງເຈົ້າອ່ອນແອ, ແລະ ເຈົ້າໄດ້ຖ່ອມຕົວລົງຕໍ່ພຣະພັກພຣະເຈົ້າ ເມື່ອເຈົ້າໄດ້ຍິນຖ້ອຍຄຳທີ່ກ່າວຕໍ່ສູ້ສະຖານທີ່ນີ້ ແລະ ຊາວເມືອງນີ້, ເຈົ້າໄດ້ຖ່ອມຕົວລົງຕໍ່ຫນ້າເຮົາ ແລະ ເຈົ້າໄດ້ຈີກເສື້ອຜ້າຂອງເຈົ້າ ແລະ ຮ້ອງໄຫ້ຕໍ່ຫນ້າເຮົາ ພຣະຢາເວກ່າວວ່າ ເຮົາໄດ້ຟັງເຈົ້າດ້ວຍ—ນີ້ເປັນຄຳປະກາດຂອງພຣະຢາເວ—
\v 28 ເບິ່ງແມ, ເຮົາຈະພາເຈົ້າໄປຢູ່ກັບບັນພະບຸຣຸດຂອງເຈົ້າ. ພວກເຂົາຈະພາເຈົ້າໄປສູ່ບ່ອນຝັງສົບຢ່າງສັນຕິ, ແລະ ຕາຂອງເຈົ້າຈະບໍ່ເຫັນບັນດາເຫດຊົ່ວຮ້າຍທີ່ເຮົາຈະນຳມາເຫນືອສະຖານທີ່ນີ້ ແລະ ຊາວເມືອງນີ້.’” ພວກເຂົາທັງຫລາຍຈຶ່ງນຳພຣະທັມກັບມາຫາກະສັດ.
\s5
\v 29 ແລ້ວກະສັດຮັບສັ່ງໃຫ້ຮວບຮວມບັນດາຜູ້ໃຫຍ່ຂອງຢູດາແລະ ເຢຣູຊາເລັມ.
\v 30 ແລ້ວກະສັດສະເດັດຂຶ້ນໄປພຣະວິຫານຂອງພຣະຢາເວ, ພ້ອມກັບຄົນທັງປວງຂອງຢູດາ ແລະ ຊາວເຢຣູຊາເລັມກັບປະໂລຫິດ ແລະ ຄົນເລວີຄົນທັງປວງທັງໃຫຍ່ ແລະ ນ້ອຍ. ພະອົງຊົງອ່ານຖ້ອຍຄຳທັງຫມົດໃນຫນັງສືຄຳຫມັ້ນສັນຍາທີ່ພົບໃນພຣະວິຫານຂອງພຣະຢາເວໃຫ້ພວກເຂົາຟັງ.
\s5
\v 31 ກະສັດປຣະທັບຢືນຢູ່ໃນບ່ອນຂອງພະອົງ ແລະ ເຮັດຄຳຫມັ້ນສັນຍາຕໍ່ພຣະພັກພຣະຢາເວ,​ວ່າຈະຊົງດຳເນີນຕາມພຣະຜູ້ເປັນເຈົ້າ, ແລະ ຮັກສາພຣະບັນຍັດ ແລະ ກົດເກນຂອງພຣະອົງດ້ວຍສຸດຈິດສຸດໃຈ, ຈະຊົງປະກອບກິດຕາມຖ້ອຍຄຳຂອງຄຳຫມັ້ນສັນຍາຊຶ່ງບັນທຶກໄວ້ໃນຫນັງສືມ້ວນນີ້,
\v 32 ແລ້ວພະອົງຊົງຮັບສັ່ງບັນດາຜູ້ທີ່ຢູ່ໃນເຢຣູຊາເລັມ ແລະ ໃນເບັນຢາມິນໃຫ້ເຂົ້າສ່ວນໃນຄຳຫມັ້ນສັນຍານັ້ນ. ແລະຊາວເຢຣູຊາເລັມກໍເຮັດຕາມຄຳຫມັ້ນສັນຍາຂອງພຣະເຈົ້າ ພຣະເຈົ້າຂອງບັນພະບຸຣຸດຂອງພວກເຂົາທັງຫລາຍ.
\s5
\v 33 ໂຢສີຢາໄດ້ເອົາສິ່ງຫນ້າກຽດຊັງທັງປວງໄປເສຍຈາກເຂດແດນທັງຫມົດທີ່ເປັນຂອງປະຊາຊົນອິດສະຣາເອນ. ຊົງກະທຳໃຫ້ບັນດາຜູ້ທີ່ຢູ່ໃນອິສະຣາເອນບົວລະບັດພຣະຢາເວ, ພຣະເຈົ້າຂອງພວກເຂົາ. ຕະຫລອດຣາຊະການຂອງພະອົງ, ພວກເຂົາບໍ່ໄດ້ຫັນໄປຈາກການຕິດຕາມພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ.
\s5
\c 35
\cl ບົດທີ 35
\p
\v 1 ໂຢສີຢາຊົງຖືເທສະການປັດສະຄາຖວາຍແດ່ພຣະຢາເວໃນເມືອງເຢຣູຊາເລັມ, ແລະ ພວກເຂົາຂ້າແກະປັດສະຄາໃນວັນທີສິບສີ່ຂອງເດືອນຕົ້ນ.
\v 2 ພະອົງຊົງແຕ່ງຕັ້ງປະໂລຫິດໃຫ້ປະຈຳຫນ້າທີ່ ແລະ ຊົງສະຫນັບສະຫນູນພວກເຂົາໃນການບົວລະບັດພຣະວິຫານແຫ່ງພຣະຢາເວ.
\s5
\v 3 ພະອົງກ່າວກັບຄົນເລວີ ຜູ້ບໍຣິສຸດສະເພາະພຣະຢາເວ, ຜູ້ສອນອິສະຣາເອນທັງປວງວ່າ, “ຈົ່ງວາງຫີບບໍຣິສຸດໄວ້ໃນພຣະວິຫານທີ່ໂຊໂລໂມນລູກຊາຍຂອງດາວິດ, ກະສັດຂອງອິສະຣາເອນຊົງສ້າງໄວ້. ເຈົ້າທັງຫລາຍບໍ່ຕ້ອງໃສ່ບ່າຫາມໄປອີກ. ບັດນີ້ຈົ່ງບົວຣະບັດພຣະຢາເວພຣະເຈົ້າຂອງເຈົ້າ ແລະ ອິສະຣາເອນປະຊາຊົນຂອງພຣະອົງ​
\v 4 ຕາມບັນທຶກພະຣາຊະດຳລັດຊີ້ແຈງຂອງດາວິດກະສັດແຫ່ງອິສະຣາເອນ ແລະ ຕາມບັນທຶກພະຣາຊະດຳຣັດຊີ້ແຈງຂອງໂຊໂລໂມນ, ລູກຊາຍຂອງພະອົງ.
\s5
\v 5 ຈົ່ງຢືນປະຈຳຢູ່ໃນສະຖານທີ່ບໍຣິສຸດ, ຕາມຕຳແຫນ່ງຂອງພວກເຈົ້າ ພ້ອມກອງຕ່າງໆ ຕາມຊື່ຄອບຄົວຂອງບັນພະບຸຣຸດທີ່ເປັນພີ່ນ້ອງຂອງທ່ານ, ບັນດາເຊື້ອສາຍຂອງເປັນປະຊາຊົນ, ແລະ ຕາມສ່ວນແບ່ງຂອງແຕ່ລະຄອບຄົວຂອງຄົນເລວີ.
\v 6 ຈົ່ງຂ້າແກະປັດສະຄາຊຳຣະຕົນໃຫ້ບໍຣິສຸດ, ແລະ ຕຽມແກະໄວ້ໃຫ້ພີ່ນ້ອງຂອງເຈົ້າ, ເພື່ອໃຫ້ພວກເຂົາເຮັດຕາມພຣະທັມຂອງພຣະຢາເວຊຶ່ງຊົງປຣະທານໄວ້ກັບໂມເຊນັ້ນ.”
\s5
\v 7 ໂຢສີຢາໄດ້ຊົງບໍຣິຈາກແກ່ປະຊາຊົນເປັນເຄື່ອງປັດສະຄາບູຊາສຳລັບຄົນທັງປວງທີ່ຢູ່ບ່ອນນັ້ນເປັນລູກແກະ ແລະ ລູກແບ້ຈາກຝູງແບ້ແກະຈຳນວນສາມຫມື່ນໂຕ. ພະອົງຍັງໄດ້ຊົງປຣະທານງົວເຖິກສາມພັນໂຕ; ສັດເຫລົ່ານີ້ໄດ້ມາຈາກຊັບສິນຂອງກະສັດ.
\v 8 ເຈົ້ານາຍຂອງພະອົງບໍຣິຈາກດ້ວຍຄວາມເຕັມໃຈແກ່ປະຊາຊົນ, ແກ່ປະໂລຫິດ, ແລະ ແກ່ຄົນເລວີ. ຮິນກີຢາ, ເຊຄາຣີຢາ, ແລະ ເຢຮີເອນ, ເຈົ້າຫນ້າທີ່ຊັ້ນຫົວຫນ້າຂອງພຣະວິຫານແຫ່ງພຣະເຈົ້າ, ໄດ້ມອບລູກແກະ ແລະລູກແບ້ 2,600 ໂຕກັບງົວເຖິກສາມຮ້ອຍໂຕແກ່ປະໂລຫິດເປັນເຄື່ອງປັດສະຄາບູຊາ.
\v 9 ສ່ວນໂຄນານິຢາ, ແລະ ເຊມາຢາ, ກັບເນທາເນນ, ພວກນ້ອງຊາຍຂອງພວກເຂົາ, ຮາຊາບີຢາ ແລະເຢອີເອນ, ກັບໂຢຊາບັດ, ຫົວຫນ້າຂອງຄົນເລວີ, ໄດ້ໃຫ້ລູກແກະ ແລະ ລູກແບ້ຫ້າພັນໂຕກັບງົວເຖິກຫ້າຮ້ອຍໂຕ ແກ່ຄົນເລວີເປັນເຄື່ອງປັດສະຄາບູຊາ.
\s5
\v 10 ເມື່ອຕຽມການຮຽບຮ້ອຍແລ້ວ, ບັນດາປະໂລຫິດກໍຢືນປະຈຳຫນ້າທີ່ຂອງຕົນ ແລະ ຄົນເລວີກໍຢູ່ຕາມຫມວດຂອງຕົນ, ຕາມພະບັນຊາຂອງກະສັດ.
\v 11 ພວກເຂົາກໍຂ້າແກະປັດສະຄາ, ແລະ ປະໂລຫິດກໍເອົາເລືອດຊຶ່ງຮັບຈາກມືພວກເຂົາມາຊິດໃສ່ ສ່ວນຄົນເລວີກໍລອກຫນັງສັດນັ້ນ.
\v 12 ແລ້ວພວກເຂົາກໍແຍກສ່ວນທີ່ເປັນເຄື່ອງເຜົາບູຊາໄວ້ຕ່າງຫາກ, ເພື່ອແຈກຢາຍໄດ້ຕາມພວກຕ່າງ ຜູ້ເປັນປະຊາຊົນທີ່ແບ່ງເປັນແຕ່ລະຄອບຄົວ, ໃຫ້ຖວາຍແດ່ພຣະຢາເວ, ດັ່ງທີ່ບັນທຶກໄວ້ໃນຫນັງສືຂອງໂມເຊ. ພວກເຂົາເຮັດກັບງົວເຖິກທຳນອງດຽວກັນນີ້.
\s5
\v 13 ພວກເຂົາກໍປີ້ງແກະປັດສະຄາດ້ວຍໄຟຕາມກົດ. ເພື່ອເປັນເຄື່ອງບູຊາທີ່ບໍຣິສຸດ, ພວກເຂົາຕົ້ມເຄື່ອງບູຊາບໍຣິສຸດອື່ນໃນຫມໍ້ດິນ, ໃນຫມໍ້ນ້ຳຊາ, ແລະ ໃນກະທະ, ແລະ ນຳໄປໃຫ້ປະຊາຊົນທັງປວງໂດຍໄວ.
\v 14 ພາຍຫລັງພວກເຂົາຈຶ່ງຈັດຕຽມເຄື່ອງບູຊາສຳລັບຕົນເອງ ແລະ ແກ່ບັນດາປະໂລຫິດ, ເພາະວ່າປະໂລຫິດລູກຫລານຂອງອາໂຣນ, ຕ້ອງກະກຽມໃນການຖວາຍເຄື່ອງເຜົາບູຊາ ແລະ ສ່ວນໄຂມັນຈົນຮອດກາງຄືນ, ດັ່ງນັ້ນຄົນເລວີຈຶ່ງຕຽມເຄື່ອງບູຊາ ເພື່ອຕົນເອງ ແລະ ເພື່ອປະໂລຫິດລູກຫລານຂອງອາໂຣນ.
\s5
\v 15 ບັນດານັກຮ້ອງທີ່ເປັນລູກຫລານຂອງອາສັບ, ຢູ່ປະຈຳທີ່ຂອງຕົນ, ຕາມບັນຊາຂອງດາວິດ, ອາສັບ, ແລະ ເຮມານ ກັບເຢດູທູນຜູ້ທຳນວາຍຂອງກະສັດ, ແລະ ຄົນເຝົ້າປະຕູກໍຢູ່ປະຈຳທຸກປະຕູ. ພວກເຂົາບໍ່ໃຫ້ປະວຽກງານຫນ້າທີ່ຂອງຕົນ ເພາະຄົນເລວີພີ່ນ້ອງຂອງພວກເຂົາໄດ້ຈັດຕຽມໄວ້ໃຫ້ພວກເຂົາແລ້ວ.
\s5
\v 16 ໃນເວລານັ້ນ, ພວກເຂົາຈຶ່ງຕຽມການບົວລະບັດທັງຫມົດແດ່ພຣະຢາເວໃນມື້ດຽວນັ້ນ ເພື່ອຈະຖືເທສະການປັດສະຄາ ແລະ ຖວາຍເຄື່ອງເຜົາບູຊາເທິງແທ່ນບູຊາຂອງພຣະຢາເວ, ຕາມພະບັນຊາຂອງກະສັດໂຢສີຢາ.
\v 17 ປະຊາຊົນອິສະຣາເອນຜູ້ຢູ່ບ່ອນນັ້ນໄດ້ຖືເທສະການປັດສະຄາເວລານັ້ນ, ແລະ ເທສະການກິນເຂົ້າຈີ່ບໍ່ມີເຊື້ອແປງເຈັດມື້.
\s5
\v 18 ຕັ້ງແຕ່ສມັຍຂອງຜູ້ທຳນວາຍຊາມູເອນ ກໍບໍ່ມີເທສະການປັດສະຄາຄືຢ່າງນີ້ໃນອິສະຣາເອນ, ບໍ່ມີກະສັດແຫ່ງອິສະຣາເອນຈັກອົງຫນຶ່ງທີ່ຖືເທສະການປັດສະຄາຢ່າງທີ່ໂຢສີຢາໄດ້ຊົງຖືນີ້, ບັນດາປະໂລຫິດກັບຄົນເລວີ, ແລະ ຢູດາກັບອິສະຣາເອນທັງປວງທີ່ຢູ່ພ້ອມກັນ, ແລະ ທັງຊາວເຢຣູຊາເລັມ.
\v 19 ເຂົາຖືເທສະການປັດສະຄານີ້ໃນປີທີສິບແປດແຫ່ງາຊະການໂຢສີຢາ.
\s5
\v 20 ຫລັງຈາກສິ່ງທັງປວງເຫລົ່ານີ້, ເມື່ອໂຢສີຢາໄດ້ຈັດຕຽມພຣະວິຫານໄວ້ ເນໂກກະສັດແຫ່ງເອຢິບໄດ້ສະເດັດຂຶ້ນໄປສູ້ຮົບທີ່ກາເກມິດຢູ່ແມ່ນ້ຳເອຟຣາດ ແລະ ໂຢສີຢາກໍສະເດັດອອກໄປສູ້ຮົບກັບພະອົງ.
\v 21 ແຕ່ເນໂຄໄດ້ສົ່ງທູດໄປຖາມພະອົງວ່າ, “ກະສັດແຫ່ງຢູດາເອີຍ ເຮົາກັບທ່ານກ່ຽວຂ້ອງກັນຢ່າງໃດ? ມື້ນີ້ເຮົາບໍ່ໄດ້ມາຕໍ່ສູ້ທ່ານ, ແຕ່ຕໍ່ສູ້ກັບເຊື້ອສາຍທີ່ເຮົາເຮັດສົງຄາມດ້ວຍ. ເພາະພຣະເຈົ້າຊົງບັນຊາເຮົາໃຫ້ຮີບລົງມືເຮັດ ຂໍຢ່າຂັດຂວາງພຣະເຈົ້າ, ຜູ້ຊົງສະຖິດຢູ່ກັບເຮົາ, ຫລື ຢ້ານວ່າພຣະອົງຈະຊົງທຳລາຍທ່ານເສຍ.”
\s5
\v 22 ເຖິງປານນັ້ນກໍດີ, ໂຢສີຢາບໍ່ໄດ້ຫັນພະພັກໄປຈາກພະອົງ ແຕ່ຊົງປອມພະອົງ. ພະອົງໄດ້ຊົງປອມພະອົງເພື່ອຈະສູ້ຮົບກັບພະອົງ. ພະອົງບໍ່ໄດ້ຟັງພະດໍາຣັດຂອງເນໂກທີ່ອອກຈາກພຣະໂອດຂອງພຣະເຈົ້າ; ແຕ່ເຂົ້າຮົບໃນພູເຂົາເມກິດໂດ.
\s5
\v 23 ນັກທະນູໄດ້ຍິງກະສັດໂຢສີຢາ, ແລະ ກະສັດໂຢສີຢາກ່າວກັບຂ້າຣາຊະການຂອງພະອົງວ່າ, “ຈົ່ງພາເຮົາໄປເສຍ, ເພາະເຮົາຖືກບາດເຈັບສາຫັດແລ້ວ.”
\v 24 ຂ້າຣາຊະການຂອງພະອົງຈຶ່ງນຳພະອົງອອກຈາກຣົດຮົບ ແລະ ໃຫ້ພະອົງປຣະທັບໃນຣົດຮົບຄັນທີສອງຂອງພະອົງ. ພວກເຂົາພາພະອົງມາເຢຣູຊາເລັມ, ຕໍ່ມາພະອົງກໍສິ້ນພະຊົນ. ພວກເຂົາຝັງພະສົບໄວ້ໃນອຸບໂມງແຫ່ງບັນພະບຸຣຸດຂອງພະອົງ. ຢູດາ ແລະ ເຢຣູຊາເລັມທັງປວງໄດ້ໄວ້ທຸກໃຫ້ໂຢສີຢາ.
\s5
\v 25 ເຢເຣມີຢາກ່າວບົດເພງຄ່ຳຄວນຖວາຍໂຢສີຢາດ້ວຍ, ແລະບັນດານັກຮ້ອງຊາຍ ແລະ ນັກຮ້ອງຍິງທັງປວງກ່າວເຖິງໂຢສີຢາໃນບົດເພງຂອງເພິ່ນຈົນທຸກມື້ນີ້. ພວກເຂົາເຮັດເລື່ອງນີ້ໃຫ້ເປັນກົດໃນອິສະຣາເອນ; ເພງນີ້ກໍມີບັນທຶກໄວ້ໃນຫນັງສືເພງຄ່ຳຄວນ.
\v 26 ສຳລັບພະຣາຊະກິດຂອງໂຢສິຢາ ແລະ ຄວາມດີຂອງພະອົງຕາມທີ່ບັນທຶກໄວ້ໃນພຣະບັນຍັດຂອງພຣະຢາເວ
\v 27 ແລະ ການງານຂອງພະອົງ ຕັ້ງແຕ່ຕົ້ນຈົນຈົບ ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ ແລະ ຢູດາ.
\s5
\c 36
\cl ບົດທີ 36
\p
\v 1 ປະຊາຊົນແຫ່ງແຜ່ນດິນໄດ້ຕັ້ງເຢໂຮອາຮາດລູກຊາຍຂອງໂຢສີຢາ, ແລະ ໃຫ້ພະອົງເປັນກະສັດແທນບິດາຂອງພະອົງໃນເຢຣູຊາເລັມ.
\v 2 ເມື່ອເຢໂຮອາຮາດເລີ່ມປົກຄອງ ພະອົງມີອາຍຸຊາວສາມປີ, ແລະ ຊົງປົກຄອງໃນເຢຣູຊາເລັມສາມເດືອນ.
\s5
\v 3 ແລ້ວກະສັດແຫ່ງເອຢິບຊົງຖອດພະອົງໃນເຢຣູຊາເລັມ, ແລະ ກຳນົດໃຫ້ແຜ່ນດິນນັ້ນຖວາຍບັນນາການເປັນເງິນຫນຶ່ງຮ້ອຍຕະລັນຕົນ ແລະ ຄຳຫນຶ່ງຕະລັນຕົນ.
\v 4 ກະສັດແຫ່ງເອຢິບຕັ້ງໃຫ້ເອລີຢາກີມນ້ອງຊາຍຂອງພະອົງເປັນກະສັດເຫນືອຢູດາ ແລະ ເຢຣູຊາເລັມ, ແລະ ຊົງປ່ຽນພະນາມຂອງພະອົງໃຫມ່ວ່າເຢໂຮຢາກີມ. ແລ້ວພະອົງກໍ່ໄດ້ຊົງນຳອ້າຍຂອງເອລີຢາຄິມຄື ໂຢຮາດຜູ້ເປັນອ້າຍນຳໄປຍັງເອຢິບ.
\s5
\v 5 ເມື່ອເຢໂຮຢາກີມເລີ່ມປົກຄອງ ພະອົງມີອາຍຸຊາວຫ້າປີ ແລະ ຊົງປົກຄອງໃນເຢຣູຊາເລັມສິບເອັດປີ. ພະອົງຊົງເຮັດຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວພຣະເຈົ້າຂອງພະອົງ.
\v 6 ເນບູກາດເນັດຊາ, ກະສັດແຫ່ງບາບີໂລນ, ໄດ້ສະເດັດຂຶ້ນມາຕໍ່ສູ້ກັບພະອົງ ແລະ ຈຳຈອງພະອົງດ້ວຍໂສ້ ເພື່ອພາພະອົງໄປຍັງບາບີໂລນ.
\v 7 ເນບູກາດເນັດຊາຊົງນຳເຄື່ອງໃຊ້ສ່ວນຫນຶ່ງໃນພຣະວິຫານຂອງພຣະຢາເວໄປນຳ, ແລະ ຊົງເກັບໄວ້ໃນວິຫານຂອງພະອົງໃນບາບີໂລນ.
\s5
\v 8 ສ່ວນພະຣາຊະກິດນອກນັ້ນຂອງເຢໂຮຢາກີມ, ແລະ ການຫນ້າກຽດຊັງຊຶ່ງພະອົງຊົງກະທຳ, ແລະ ເຫດການອື່ນທີ່ກ່ຽວກັບພະອົງ, ກໍມີບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ ແລະ ຢູດາ. ເຢໂຮຢາກິນລູກຊາຍຂອງພະອົງໄດ້ປົກຄອງແທນ.
\s5
\v 9 ເຢໂຮຢາກິນເລີ່ມປົກຄອງ ພະອົງມີອາຍຸສິບແປດປີ; ແລະ ຊົງປົກຄອງໃນເຢຣູຊາເລັມສາມເດືອນກັບສິບມື້. ພະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ.
\v 10 ເມື່ອເຖິງສິ້ນປີແລ້ວ, ກະສັດເນບູກາດເນັດຊາຊົງໃຊ້ໃຫ້ນຳພະອົງມາຍັງບາບີໂລນ, ພ້ອມກັບເຄື່ອງໃຊ້ປະເສີດແຫ່ງພຣະວິຫານຂອງພຣະຢາເວ, ແລະ ຕັ້ງໃຫ້ເຊເດກີຢາບິຕຸລາດ ລຸງຂອງພະອົງ, ເປັນກະສັດເຫນືອຢູດາ ແລະ ເຢຣູຊາເລັມ.
\s5
\v 11 ເມື່ອເຊເດກີຢາເລີ່ມປົກຄອງ ພະອົງມີອາຍຸຊາວເອັດປີ, ແລະ ຊົງປົກຄອງໃນເຢຣູຊາເລັມສິບເອັດປີ.
\v 12 ພະອົງຊົງກະທຳຄວາມຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວພຣະເຈົ້າຂອງພະອົງ. ພະອົງບໍ່ໄດ້ຖ່ອມພະອົງລົງຕໍ່ຜູ້ທຳນວາຍເຢເຣມີຢາ ຜູ້ກ່າວຈາກພຣະໂອດຂອງພຣະຢາເວ.
\s5
\v 13 ເຊເດກີຢາຊົງກະບົດເຊັ່ນກັນຕໍ່ກະສັດເນບູກາດເນັດຊາ, ຜູ້ທີ່ຊົງໃຫ້ພະອົງສາບານໃນພຣະນາມຊື່ຂອງພຣະເຈົ້າ. ພະອົງຊົງແຂງຂໍ້ຂອງພະອົງ ເຮັດພະທັຍໃຫ້ແຂງກະດ້າງ ບໍ່ຫັນໄປຫາພຣະຢາເວ,​ພຣະເຈົ້າແຫ່ງອິສະຣາເອນ.
\v 14 ນອກຈາກນັ້ນ, ບັນດາປະໂລຫິດຜູ້ສຳຄັນ ແລະ ປະຊາຊົນກໍເຊັ່ນດຽວກັນ ພວກເຂົາບໍ່ສັດຊື່, ແລະ ໂດຍຕິດຕາມບັນດາສິ່ງຫນ້າກຽດຊັງຂອງປະຊາຊາດ. ພວກເຂົາເຮັດໃຫ້ພຣະວິຫານຂອງພຣະຢາເວໃນເຢຣູຊາເລັມ ຊຶ່ງພຣະອົງຊົງຊຳຣະໃຫ້ບໍຣິສຸດນັ້ນເປັນມົນທິນໄປ.
\s5
\v 15 ພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ຊົງໃຊ້ໃຫ້ທູດສະຫວັນຂອງພຣະອົງມາຢ່າງບໍ່ຢຸດຍັ້ງ, ເພາະພຣະອົງຊົງມີພຣະທັຍກະຣຸນາຕໍ່ປະຊາຊົນຂອງພຣະອົງ ແລະ ຕໍ່ທີ່ປຣະທັບຂອງພຣະອົງ
\v 16 ແຕ່ພວກເຂົາທັງຫລາຍເຢາະເຍີ້ຍທູດສະຫວັນຂອງພຣະເຈົ້າ, ຫມິ່ນປະຫມາດພຣະທັມຂອງພຣະອົງ, ແລະ ທັງດ່າຜູ້ທຳນວາຍຂອງພຣະອົງ, ຈົນພຣະພິໂຣດຂອງພຣະຢາເວເກີດຂຶ້ນຕໍ່ປະຊາຊົນຂອງພຣະອົງແບບແກ້ບໍ່ໄຫວ.
\s5
\v 17 ພຣະອົງຈຶ່ງຊົງນຳກະສັດແຫ່ງຄົນຄັນເດອາມາຕໍ່ສູ້ພວກເຂົາທັງຫລາຍ, ຜູ້ຊຶ່ງຂ້າຊາຍຫນຸ່ມຂອງພວກເຂົາດ້ວຍດາບໃນ ພຣະວິຫານອັນເປັນສະຖານທີ່ບໍຣິສຸດຂອງພວກເຂົາ, ແລະ ບໍ່ມີຄວາມກະຣຸນາແກ່ຊາຍຫນຸ່ມ, ຫລື ຍິງພົມມະຈາຣີ, ຄົນເຖົ້າຫລືຄົນຊະຣາ. ພຣະອົງຊົງມອບທັງຫມົດໄວ້ໃນມືຂອງພວກເຂົາ.
\s5
\v 18 ເຄື່ອງໃຊ້ທັງຫມົດຂອງພຣະວິຫານຂອງພຣະເຈົ້າ, ທັງໃຫຍ່ແລະ ນ້ອຍ, ທັງຊັບສົມບັດແຫ່ງພຣະວິຫານຂອງພຣະຢາເວ, ແລະຊັບສົມບັດແຫ່ງກະສັດ ແຫ່ງເຈົ້ານາຍຂອງພະອົງ ສິ່ງທັງຫມົດນີ້ພະອົງຊົງນຳມາບາບີໂລນ.
\v 19 ພວກເຂົາເຜົາພຣະວິຫານຂອງພຣະເຈົ້າ, ພວກເຂົາພັງກຳແພງເຢຣູຊາເລັມລົງ, ແລ້ວເອົາໄຟເຜົາວັງຂອງເມືອງນັ້ນຈົນຫມົດ, ແລະ ທັງທຳລາຍເຄື່ອງໃຊ້ປະເສີດທັງປວງໃນນັ້ນ.
\s5
\v 20 ກະສັດໄດ້ພາບັນດາຜູ້ທີ່ລອດພົ້ນຈາກດາບນັ້ນພະອົງຊົງໃຫ້ກວາດໄປເປັນຊະເລີຍໃນບາບີໂລນ. ພວກເຂົາໄດ້ກາຍມາເປັນຜູ້ຮັບໃຊ້ຂອງພະອົງແກ່ຣາຊະວົງຂອງພະອົງ ຈົນຮອດການສະຖາປະນາຣາຊະອານາຈັກເປີເຊຍ.
\v 21 ສິີ່ງໄດ້ເກີດຂື້ນເພື່ອໃຫ້ສຳເລັດຕາມພຣະທັມຂອງພຣະຜູ້ເປັນເຈົ້າທາງປາກຂອງເຢເຣມີຢາ, ຈົນແຜ່ນດິນໄດ້ຊົມຊື່ນຍິນດີກັບປີສະບາໂຕຄົບຖ້ວນ. ເພາະທີ່ຖືກຖິ້ມຮ້າງຢູ່ນັ້ນ, ເພື່ອມັນໄດ້ຢຸດພັກສະຫງົບໃຫ້ສຳເລັດກຳນົດເຈັດສິບປີ.
\s5
\v 22 ບັດນີ້ໃນປີທຳອິດແຫ່ງຣາຊະການໄຊຣັດ, ກະສັດຂອງເປີເຊຍ, ເພື່ອພຣະທັມຂອງພຣະຢາເວ ທາງປາກຂອງ ເຢເຣມີຢາຈະສຳເລັດ, ພຣະຢາເວຊົງປຸກຈິດໃຈຂອງໄຊຣັດ, ກະສັດຂອງເປີເຊຍ, ກະສັດຈຶ່ງຊົງມີປະກາດຕະຫລອດຣາຊະອານາຈັກຂອງພະອົງ ແລະ ບັນທຶກເປັນລາຍລັກອັກສອນລົງດ້ວຍວ່າ,
\v 23 “ໄຊຣັດ, ກະສັດແຫ່ງເປີເຊຍ, ກ່າວດັ່ງນີ້ວ່າ, ‘ພຣະຢາເວ, ພຣະເຈົ້າຂອງຟ້າສະຫວັນ, ໄດ້ພະຣາຊະທານບັນດາຣາຊະອານາຈັກແຫ່ງແຜ່ນດິນໂລກແກ່ເຮົາ. ພຣະອົງຊົງສັ່ງໃຫ້ເຮົາສ້າງພຣະວິຫານໃຫ້ພຣະອົງທີ່ເຢຣູຊາເລັມ, ຊຶ່ງຢູ່ໃນຢູດາ. ມີຜູ້ໃດໃນທ່າມກາງທ່ານທັງຫລາຍທີ່ເປັນປະຊາຊົນຂອງພຣະອົງ, ຂໍພຣະຢາເວ, ພຣະເຈົ້າຂອງທ່ານສະຖິດກັບທ່ານ. ຂໍໃຫ້ທ່ານກັບມາແຜ່ນດິນເຖີດ."