lo_ulb/13-1CH.usfm

1740 lines
307 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1CH
\ide UTF-8
\h 1 ຂ່າວຄາວ
\toc1 1 ຂ່າວຄາວ
\toc2 1 ຂ່າວຄາວ
\toc3 1ch
\mt 1 ຂ່າວຄາວ
\s5
\c 1
\cl ບົດທີ 1
\p
\v 1 ອາດາມ, ເຊດ, ເອໂນດ,
\v 2 ເກນານ, ມາຮາລາເລນ, ຢາເຣັດ,
\v 3 ເອໂນກ, ເມທູເຊລາ, ລາເມັກ.
\v 4 ລູກຊາຍທັງຫລາຍຂອງໂນອາຄື, ເຊມ ຮາມ ແລະ ຢາເຟດ.
\s5
\v 5 ລູກຊາຍທັງຫລາຍຂອງຢາເຟດຄື ໂກເມ, ມາໂຄກ, ມາດາຍ, ຢາວານ, ຕູບານ, ເມເຊັກ, ແລະ ຕີຣາດ.
\v 6 ລູກຊາຍທັງຫລາຍຂອງໂກເມຄື ອັດຊະເກນາດ, ຣີຟາດ ແລະ ໂຕກາມາ.
\v 7 ລູກຊາຍທັງຫລາຍຂອງຢາວານຄື ເອລີຊາ, ຕາຊິດ, ກິດຕີມ ແລະໂດດານີມ.
\s5
\v 8 ລູກຊາຍທັງຫລາຍຂອງຮາມຄື ກູເຊ, ມິດຊະຣາຢິມ, ພຸດ ແລະ ການາອານ.
\v 9 ລູກຊາຍທັງຫລາຍຂອງກູເຊ ຄື ເສບາ, ຮາວິລາ, ສັບຕາ, ຣາອາມາ ແລະ ສັບເຕກາ. ລູກຊາຍຂອງຣາອາມາຄື ເຊບາ ແລະ ເດດານ.
\v 10 ກູເຊເປັນພໍ່ຂອງນິມໂລດ, ຊຶ່ງຜູ້ນີ້ເປັນຜູ້ທຳອິດທີ່ເກັ່ງກ້າເທິງແຜ່ນດິນໂລກ.
\s5
\v 11 ມິດຊະຣາຢິມເປັນບັນພະບຸຣຸດຂອງ ລູດີ, ພວກອານາມີມ, ພວກເລຮາບີມ, ພວກນັບຕູຮີມ,
\v 12 ກັບພວກປັດຣູສີ, ພວກກັດສະລູຮີມ (ພວກຟີລິດສະຕີນໄດ້ເກີດອອກມາຈາກພວກນີ້) ແລະ ພວກກັບໂຕຣີ.
\s5
\v 13 ການາອານເປັນບິດາຂອງຊີໂດນ, ລູກຫົວປີ, ແລະ ເຮດ.
\v 14 ເຂົາເປັນບັນພະບຸຣຸດຂອງຄົນເຢບຸດ, ຄົນອະໂມຣີດ, ຄົນກີກາຊີ,
\v 15 ຄົນອາກີ, ຄົນສີນີ,
\v 16 ຄົນເຊມາ ແລະ ຄົນຮາມັດ.
\s5
\v 17 ລູກຊາຍທັງຫລາຍຂອງເຊມຄື ເອລາມ, ອັດຊີເຣຍ, ອາປັກຊາດ, ລູດ, ອາຣາມ, ອູເຊ, ຮຸນ, ເກເທ ແລະ ເມເຊັກ.
\v 18 ອາປັກຊາດເປັນບິດາຂອງເຊລາ, ແລະ ເຊລາເປັນບິດາຂອງເຮເບ.
\v 19 ເຮເບມີລູກຊາຍສອງຄົນ. ຄົນຫນຶ່ງຊື່ເປເລັກ, ເພາະໃນສະໄຫມຂອງເພິ່ນ ແຜ່ນດິນຖືກແບ່ງປັນກັນ. ນ້ອງຊາຍຂອງລາວຊື່ໂຢກຕານ.
\s5
\v 20 ໂຢກຕານເປັນບິດາຂອງອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,
\v 21 ຮາໂດຣາມ, ອູຊານ, ດິກລາ,
\v 22 ເອບານ, ອາບີມາເອນ, ເຊບາ,
\v 23 ໂອຟີ, ຮາວິລາ ແລະ ໂຢບັບ; ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງໂຢກຕານ.
\s5
\v 24 ເຊມ, ອາປັກຊາດ, ເຊລາ,
\v 25 ເຮເບ, ເປເລັກ, ເຣອູ,
\v 26 ເສຣຸກ, ນາໂຮ, ເຕຣາ,
\v 27 ອັບຣາມ, ຜູ້ເປັນອັບຣາຮາມ.
\s5
\v 28 ລູກຊາຍຂອງອັບຣາຮາມ ຊື່ ອີຊາກ ແລະ ອິຊະມາເອນ.
\v 29 ຄົນເຫລົ່ານີ້ເປັນລູກຊາຍທັງຫລາຍຂອງພວກເຂົາ: ລູກຫົວປີຂອງອິຊະມາເອນຄື ເນບາໂຢດ, ແລະ ເກດາ, ອັດເບເອນ, ມິບສາມ,
\v 30 ມິດມາ, ດູມາ, ມັດສາ, ຮາດັດ, ເຕມາ,
\v 31 ເຢທູ, ນາຟິດ, ແລະ ເກເດມາ. ຄົນເຫລົ່ານີ້ເປັນລູກຊາຍຂອງອິຊະມາເອນ.
\s5
\v 32 ລູກຊາຍທັງຫລາຍຂອງນາງເກຕຸຣາ, ເມຍນ້ອຍຂອງອັບຣາຮາມ, ນາງໃຫ້ກຳເນີດລູກຊື່ ຊິມຣານ, ໂຢກຊານ ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. ລູກຊາຍທັງຫລາຍຂອງໂຢກຊານ ຊື່ເຊບາ ແລະ ເດດານ.
\v 33 ລູກຊາຍຂອງເມດີອານຄື ເອຟາ, ເອເຟ, ຮາໂນກ, ອາບີດາ ແລະ ເອັນດາອາ. ທັງຫມົດນີ້ເປັນລູກຫລານຂອງນາງເກຕຸຣາ.
\s5
\v 34 ອັບຣາຮາມເປັນບິດາຂອງອີຊາກ. ລູກຊາຍຂອງອີຊາກ ຊື່ ເອຊາວ ແລະ ອິສະຣາເອນ.
\v 35 ລູກຊາຍຂອງເອຊາວຊື່ ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ ໂກຣາ.
\v 36 ລູກຊາຍຂອງເອລິຟັດຊື່ ເຕມານ, ໂອມາ, ເຊຟີ, ກາຕາມ, ເກນັດ, ຕິມນາ ແລະ ອຳມາເລັກ.
\v 37 ລູກຊາຍຂອງເຣອູເອນຊື່ ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ.
\s5
\v 38 ລູກຊາຍຂອງເສອີຊື່ ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ, ເອເຊີ ແລະ ດີຊານ.
\v 39 ລູກຊາຍຂອງໂລຕັນຊື່ ໂຮຣີ ແລະ ໂຮມາມ, ແລະ ນ້ອງສາວຂອງໂລຕັນຊື່ຕິມນາ.
\v 40 ລູກຊາຍຂອງໂຊບານຊື່ ອາລີອານ, ມານາຮາດ, ເອບານ, ເຊຟີ ແລະ ໂອນາມ. ລູກຊາຍຂອງຊີເບໂອນຊື່ ອາອີຢາ ແລະ ອານາ.
\s5
\v 41 ລູກຊາຍຂອງອານາຊື່ ດີໂຊນ. ລູກຊາຍຂອງດີໂຊນ ຊື່ ຮຳຣານ, ເອຊະບານ, ອິດຣັນ ແລະ ເກຣານ.
\v 42 ລູກຊາຍຂອງເອເຊຊື່ ບິນຮານ, ຊາອາວານ ແລະ ຢາອາການ. ລູກຊາຍຂອງດີຊານຊື່ ອູເຊ ແລະ ອາຣານ.
\s5
\v 43 ຕໍ່ໄປນີ້ແມ່ນກະສັດຜູ້ທີ່ປົກຄອງຢູ່ໃນແຜ່ນດິນເອໂດມ ກ່ອນທີ່ຈະມີກະສັດປົກຄອງຄົນອິສະຣາເອນຄື ເບລາລູກຊາຍຂອງເບໂອ, ແລະ ເມືອງຫລວງຂອງເພິ່ນຊື່ດິນຮາບາ.
\v 44 ເມື່ອເບລາເສຍຊີວິດ, ໂຢບັບລູກຊາຍເຊຣາຊາວເມືອງໂບຊະຣາກໍຂຶ້ນປົກຄອງແທນ.
\v 45 ເມືື່ອໂຢບັບເສຍຊີວິດ, ຮູຊາມຊາວເມືອງເຕມານກໍຂຶ້ນປົກຄອງແທນ.
\s5
\v 46 ເມື່ອຮູຊາມເສຍຊີວິດ, ຮາດັດລູກຊາຍຂອງເບດັດ, ຜູ້ທີ່ສູ້ຮົບຊະນະຄົນມີດີອານໃນດິນແດນຂອງໂມອາບ, ກໍຂຶ້ນປົກຄອງແທນ. ໃນເມືອງຫລວງຂອງເພິ່ນຊື່ ອາວິດ.
\v 47 ເມື່ອຮາດັດເສຍຊີວິດ, ສາມລາຊາວເມືອງມາຊະເຣກາກໍຂຶ້ນປົກຄອງແທນ.
\v 48 ເມື່ອສາມລາເສຍຊີວິດ, ຊາອູນຊາວເມືອງເຣໂຮໂບດຮັນນາຮາກໍຂຶ້ນປົກຄອງແທນ.
\s5
\v 49 ເມື່ອຊາອູນເສຍຊີວິດ, ບາອານ ຮານານລູກຊາຍຂອງອັກໂບກໍຂຶ້ນປົກຄອງແທນ.
\v 50 ເມື່ອບາອານ ຮານານລູກຊາຍຂອງອັກໂບເສຍຊີວິດ, ຮາດັດກໍຂຶ້ນປົກຄອງແທນ. ເມືອງຫລວງຂອງເພິ່ນຊື່ ປາອີ. ມະເຫສີຂອງເພິ່ນຊື່ ເມເຮຕາເບນ ຊຶ່ງເປັນລູກສາວຂອງນາງມາດເຣັດລູກສາວຂອງເມຊາຮາບ.
\s5
\v 51 ຮາດັດກໍເສຍຊີວິດ. ພວກເຈົ້ານາຍຂອງເອໂດມມີຄື ເຈົ້າຕິມນາ, ເຈົ້າອັນວາ, ເຈົ້າເຢເທັດ,
\v 52 ເຈົ້າໂອໂຮລີບາມາ, ເຈົ້າເອລາ, ເຈົ້າປີໂນນ,
\v 53 ເຈົ້າເກນັດ, ເຈົ້າເຕມານ, ເຈົ້າມິບຊາ,
\v 54 ເຈົ້າມັກດີເອວ, ແລະ ເຈົ້າອີຣາມ. ຄົນເຫລົ່ານີ້ແມ່ນພວກເຈົ້ານາຍຂອງເອໂດມ.
\s5
\c 2
\cl ບົດທີ 2
\p
\v 1 ຕໍ່ໄປນີ້ເປັນລູກຊາຍຂອງອິສະຣາເອນຄື ຣູເບັນ, ຊິເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູລູນ,
\v 2 ດານ, ໂຢເຊັບ, ເບັນຢາມິນ, ນັບທາລີ, ຄາດ, ແລະ ອາເຊ.
\s5
\v 3 ລູກຊາຍຂອງຢູດາຊື່ ເອຣະ, ໂອນານ ແລະ ເຊລາ, ທັງສາມຄົນນີ້ເກີດຈາກລູກສາວຂອງຊູອາ, ຄົນການາອານ. ຝ່າຍເອຣະລູກຊາຍກົກຂອງຢູດາ, ເປັນຄົນຊົ່ວຮ້າຍຕໍ່ສາຍພຣະເນດຂອງພຣະຢາເວ, ແລະ ພຣະຢາເວໄດ້ປະຫານຊີວິດລາວເສຍ.
\v 4 ຕາມາ, ລູກໄພ້ຂອງຢູດາ, ໄດ້ກຳເນີດເປເຣັດ ແລະ ເຊຣາ. ລູກຊາຍທັງຫມົດຂອງຢູດາມີຫ້າຄົນ.
\s5
\v 5 ລູກຊາຍຂອງເປເຣັດຊື່ ເຮດຊະໂຣນ ແລະ ຮາມູນ.
\v 6 ລູກຊາຍທັງຫລາຍຂອງເຊລາຄື ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາຣາ, ທັງຫມົດມີຫ້າຄົນ.
\v 7 ລູກຊາຍຂອງຄາມີຄືອາຄານ, ຜູ້ນຳຄວາມເດືອດຮ້ອນມາໃຫ້ແກ່ອິສະຣາເອນ ເມື່ອລັກເອົາສິ່ງຂອງທີ່ສະຫງວນໄວ້ໃຫ້ພຣະເຈົ້າ.
\v 8 ລູກຊາຍຂອງເອທານຊື່ ອາຊາຣີຢາ.
\s5
\v 9 ລູກຊາຍຂອງເຮດຊະໂຣນຊຶ່ງເກີດແກ່ເພິ່ນນັ້ນຄື ເຢຣາເມເອນ, ລາມ, ແລະ ເຊລູໄບ.
\v 10 ລາມເປັນບິດາຂອງອຳມີນາດາບ, ແລະ ອຳມີນາດາບເປັນບິດາຂອງນາໂຊນ, ເຈົ້ານາຍໃນລູກຫລານຂອງຢູດາ.
\v 11 ນາໂຊນເປັນບິດາຂອງຊັນໂມນ, ແລະ ຊັນໂມນເປັນບິດາຂອງໂບອາດ.
\v 12 ໂບອາດເປັນບິດາໂອເບັດ, ແລະ ໂອເບັດເປັນບິດາ ເຢຊີ.
\s5
\v 13 ເຢຊີເປັນບິດາຂອງເອລີອາບລູກຫົວປີຂອງເພິ່ນ, ອາບີນາດາບຜູ້ທີສອງ, ຊິເມອາຜູ້ທີສາມ,
\v 14 ເນທາເນນຜູ້ທີສີ່, ຣັດດາຍຜູ້ທີຫ້າ,
\v 15 ໂອເຊມຜູ້ທີ່ຫົກ, ແລະ ດາວິດຜູ້ທີເຈັດ.
\s5
\v 16 ເອື້ອຍຂອງລາວຄື ເຊຣູຢາ ແລະ ອາບີກາຍ. ລູກຊາຍຂອງນາງເຊຣູຢາຊື່ ອາບີຊາຍ, ໂຢອາບ, ແລະ ອາສາເຮນ ສາມຄົນນຳກັນ.
\v 17 ອາບີກາຍເປັນບິດາອາມາສາ, ແລະພໍ່ຂອງອາມາສາຊື່ເຢເທຄົນອິຊະມາເອນ.
\s5
\v 18 ກາເລັບລູກຊາຍເຮດຊະໂຣນໄດ້ລູກກັບອາຊູບາເມຍຂອງຕົນ, ແລະ ນາງເຢຣີໂອດທີ່ມີລູກຊາຍຊື່ ເຢເຊ, ໂຊບາບ ແລະອາໂດນ.
\v 19 ເມື່ອອາຊູບາເສຍຊີວິດ, ແລະ ຫລັງຈາກນັ້ນກາເລັບກໍແຕ່ງງານກັບເອຟຣາທາ, ແລະໄດ້ລູກຊື່ຮູເຣໃຫ້ແກ່ເພິ່ນ.
\v 20 ຮູເຣເປັນບິດາຂອງອຸຣີ, ແລະ ອຸຣີເປັນບິດາຂອງເບຊາເລນ.
\s5
\v 21 ພາຍຫລັງທີ່ເຮດຊະໂຣນ (ເມື່ອເພີ່ນມີອາຍຸຫົກສິບປີ) ໄດ້ແຕ່ງງານກັບລູກສາວຂອງມາຄີ, ພໍ່ຂອງກິເລອາດ. ນາງໄດ້ກຳເນີດລູກໃຫ້ເພິ່ນຊື່ ເສກຸບ.
\v 22 ເສກຸບເປັນບິດາຂອງຢາອີ, ຜູ້ມີຫົວເມືອງຊາວສາມຫົວເມືອງໃນແຜ່ນດິນກິເລອາດ.
\s5
\v 23 ພວກເກຊູກັບພວກອາຣາມໄດ້ຍຶດເອົາຫົວເມືອງຕ່າງໆຂອງຢາອີ ແລະ ຫົວເມືອງເກນາດ, ລວມທັງບັນດາຫົກສິບຫົວເມືອງອ້ອມຮອບດ້ວຍກັນ. ຄົນເຫລົ່ານີ້ເປັນລູກຫລານຂອງມາກີພໍ່ຂອງກິເລອາດ.
\v 24 ພາຍຫລັງເຮດຊະໂຣນເສຍຊີວິດ, ກາເລັບໄດ້ຫລັບນອນກັບເອຟຣາທາ, ເມຍຂອງເຮດຊະໂຣນພໍ່ຂອງເຂົາ. ນາງຍັງໄດ້ເກີດລູກໃຫ້ແກ່ທ່ານຊື່ ອາຊະຮູ, ຜູ້ເປັນພໍ່ຂອງເຕໂກອາ.
\s5
\v 25 ບັນດາລູກຊາຍຂອງເຢຣາເມເອນ, ລູກຫົວປີຂອງເຮດຊະໂຣນ, ຄື ຣາມເປັນລູກຫົວປີຂອງເພິ່ນ, ບູນາ, ໂອເຣັນ ໂອເຊມ, ແລະ ອາຮີຢາ.
\v 26 ເຢຣາເມເອນມີເມຍອີກຄົນຫນຶ່ງຊື່ອາຕາຣາ. ນາງເປັນແມ່ຂອງໂອນາມ.
\v 27 ລູກຊາຍຂອງລາມ, ລູກຫົວປີຂອງເຢຣາເມເອນຊື່ ມາອາດ, ຢາມິນ ແລະ ເອເກ.
\v 28 ລູກຊາຍຂອງໂອນາມຊື່ວ່າ ຊາມມາຍ ແລະ ຢາດາ. ລູກຊາຍຂອງຊາມມາຍຊື່ ນາດາບ ແລະ ອາບີຊູ.
\s5
\v 29 ເມຍຂອງອາບີຊູຊື່ອາບີຮາຍ, ແລະ ນາງໄດ້ເກີດອາຮະບານ ແລະ ໂມລິດໃຫ້ແກ່ເພິ່ນ.
\v 30 ລູກຊາຍຂອງນາດາບຊື່ ເສເລັດ ແລະ ອັບປາຢິມ, ແຕ່ເສເລັດໄດ້ຕາຍໄປເມື່ອຍັງບໍ່ມີລູກ.
\v 31 ລູກຊາຍຂອງອັບປາຢິມຊື່ ອີຊີ. ລູກຊາຍຂອງອີຊີຊື່ ເຊຊານ. ລູກຊາຍຂອງເຊຊານຊື່ ອາຮະລາຍ.
\v 32 ລູກຊາຍຂອງຢາດາ, ນ້ອງຊາຍຂອງຊາມມາຍຊື່ວ່າ ເຢເທ ແລະ ໂຢນາທານ. ເຢເທໄດ້ຕາຍໄປເມື່ອຍັງບໍ່ມີລູກ.
\v 33 ລູກຊາຍຂອງໂຢນາທານຊື່ເປເລດ ແລະ ຊາຊາ. ຄົນເຫລົ່ານີ້ເປັນລູກຫລານຂອງເຢຣາເມເອນ.
\s5
\v 34 ຝ່າຍເຊຊານບໍ່ມີລູກຊາຍ, ມີແຕ່ລູກສາວ. ເຊຊານມີຂ້າໃຊ້, ຊາວເອຢິບຢູ່ຄົນຫນຶ່ງຊື່ ຢາຣະຮາ.
\v 35 ເຊຊານໄດ້ຍົກລູກສາວຂອງຕົນໃຫ້ເປັນເມຍຂອງຢາຣະຮາຂ້າໃຊ້ຂອງຕົນນັ້ນ. ນາງກໍເກີດລູກໃຫ້ລາວຊື່ ອາດຕາຍ.
\s5
\v 36 ອາດຕາຍເປັນບິດາຂອງນາທານ, ແລະ ນາທານເປັນບິດາຂອງຊາບາດ.
\v 37 ຊາບາດເປັນບິດາຂອງເອຟາລານ, ແລະເອຟະລານເປັນບິດາຂອງໂອເບັດ.
\v 38 ໂອເບັດເປັນບິດາຂອງເຢຮູ, ແລະ ເຢຮູເປັນບິດາຂອງອາຊາຣີຢາ.
\s5
\v 39 ອາຊາຣີຢາເປັນບິດາຂອງເຮເລັດ, ແລະ ເຮເລັດເປັນບິດາຂອງເອເລອາສາ.
\v 40 ເອເລອາສາເປັນບິດາຂອງສິສະມາຍ, ແລະ ສິສະມາຍເປັນບິດາຊານລູມ.
\v 41 ຊານລູມເປັນບິດາຂອງ ເຢກາມີຢາ ແລະ ເຢກາມີຢາເປັນບິດາເອລີຊາມາ.
\s5
\v 42 ລູກຊາຍຂອງກາເລັບ, ນ້ອງຊາຍຂອງເຢຣາເມເອນ, ຊື່ ເມຊາລູກຫົວປີຂອງເພິ່ນ, ຜູ້ຊຶ່ງເປັນພໍ່ຂອງຊິເຟ. ລູກຊາຍຜູ້ທີສອງຂອງເຂົາ, ມາເຣຊາຜູ້ເປັນພໍ່ຂອງເຮັບໂຣນ.
\v 43 ລູກຊາຍຂອງເຮັບໂຣນຊື່ໂກຣາ, ຕັບປົວ, ເຣເກັມ, ແລະ ເຊມາ.
\v 44 ເຊມາເປັນບິດາຣາຮາມ, ຜູ້ຊຶ່ງເປັນບິດາຂອງໂຢເກອາມ. ເຣເກັມເປັນບິດາຊາມມາຍ.
\s5
\v 45 ລູກຊາຍຂອງຊາມມາຍຄື ມາໂອນ, ແລະ ມາໂອນເປັນບິດາຂອງເບັດຊູເຣ.
\v 46 ເອຟາ, ເມຍນ້ອຍຂອງກາເລັບເກີດລູກຊື່ ຮາຣານ, ໂມຊາ, ແລະ ກາເຊັດ. ຮາຣານເປັນພໍ່ຂອງກາເຊັດ.
\v 47 ລູກຊາຍຂອງຢາດາຍຊື່ເຣເກມ, ໂຢທານ, ເກຊານ, ເປເລັດ, ເອຟາ, ແລະ ຊາອາບ.
\s5
\v 48 ມາອາກາ, ເມຍນ້ອຍຂອງກາເລັບ, ເກີດລູກຊື່ ເຊເບ ແລະຕີຂະນາ.
\v 49 ນາງເກີດລູກຊື່ຊາອາບຜູ້ທີ່ເປັນພໍ່ຂອງມັດມານນາ, ເຊວາຜູ້ເປັນພໍ່ຂອງມັກເບນາ ແລະ ພໍ່ຂອງກິເບອາ. ລູກສາວຂອງກາເລັບຊື່ ອັກສາ.
\v 50 ລູກຫລານຂອງກາເລັບ ລູກຊາຍຂອງຮູເຣ, ລູກຫົວປີຂອງເອຟຣາທາ: ຊື່ ໂຊບານ ພໍ່ຂອງກີຣິຢາດເຢອາຣີມ,
\s5
\v 51 ສານມາບິດາຂອງເບັດເລເຮັມ, ແລະ ຮາເຣັບບິດາຂອງເບັດກາເດ.
\s5
\v 52 ໂຊບານບິດາຂອງ ກີຣິຢາດ ເຢອາຣີມ ມີເຊື້ອສາຍອີກຊື່: ຮາໂຣເອ ແລະ ເຄິ່ງຫນຶ່ງຂອງຄົນເມນູໂຮດ,
\v 53 ແລະ ບັນດາຄອບຄົວຂອງກີຣິຢາດເຢອາຣີມ: ແມ່ນພວກຄອບຄົວອິດຣີ, ຄອບຄົວປູທີ, ຄອບຄົວຊູມາ ແລະ ຄອບຄົວມິດຊະຣາ. ຊາວໂຊຣາດ ແລະ ຊາວເອຊະຕາໂອນກໍໄດ້ສືບເຊືຶ້ອສາຍມາຈາກຄົນເຫລົ່ານີ້.
\s5
\v 54 ຕະກູນຂອງຊັນໂມນມີດັ່ງຕໍ່ໄປນີ້ຊື່ ວາເບັດເລເຮັມ, ຊາວເນໂຕຟາ, ອັດຕະໂຣດເບັດໂຢອາບ ແລະ ເຄິ່ງຫນຶ່ງຂອງຄົນ ມານາຮາດ—ຜູ້ເປັນຊາວໂຊຣີ,
\v 55 ທັງຄອບຄົວຂອງອາລັກຊຶ່ງຢູ່ ເມືອງຢາເບດຄື ຄອບຄົວຕີຣາດ, ຄອບຄົວຊິເມອາ, ແລະ ຄອບຄົວສູກາ. ພວກເຫລົ່ານີ້ ເປັນຄົນເກນີທີ່ໄດ້ເກີດມາຈາກເຊື້ອສາຍຮຳມາດບັນພະບຸຣຸດຂອງຄອບຄົວເຣກາບ.
\s5
\c 3
\cl ບົດທີ 3
\p
\v 1 ຕໍ່ໄປນີ້ເປັນລູກຊາຍຂອງດາວິດທີ່ເກີດໃຫ້ແກ່ເພິ່ນໃນເມືອງເຮັບໂຣນ: ລູກຊາຍຫົວປີ ແມ່ນ ອຳໂນນ, ລູກຂອງນາງອາຮີໂນອາມຊາວເຢດຊະເຣເອນ; ຜູ້ທີສອງຄື ດານີເອນ, ເກີດຈາກນາງອາບີກາຍຊາວກາເມນ;
\v 2 ຜູ້ທີສາມຄື ອັບຊາໂລມ ລູກຊາຍຂອງນາງມາອາກາ, ລູກສາວຂອງຕານມາຍ ກະສັດເມືອງເກຊູ. ຜູ້ທີສີ່ຄື ອາໂດນີຢາ ລູກຊາຍຂອງຮັກກິດ;
\v 3 ຜູ້ທີຫ້າຄື ເຊຟາຕີຢາລູກຂອງນາງອາບີຕານ; ຜູ້ທີຫົກຄື ອິດເຣອາມກຳເນີດຈາກນາງເອັກລາ ເມຍຂອງເພິ່ນ.
\s5
\v 4 ທັງຫົກໄດ້ເກີດໃຫ້ແກ່ດາວິດໃນເມືອງເຮັບໂຣນ, ໃນບ່ອນນັ້ນເພິ່ນໄດ້ປົກຄອງເປັນເວລາເຈັດປີກັບຫົກເດືອນ. ພະອົງໄດ້ປົກຄອງໃນນະຄອນເຢຣູຊາເລັມລະຫວ່າງສາມສິບສາມປີ.
\v 5 ລູກຊາຍທັງສີ່ທີ່ໄດ້ເກີດໃຫ້ແກ່ເພິ່ນໃນນະຄອນເຢຣູຊາເລັມຄື ຊິເມອາ, ໂຊບາບ, ນາທານ ແລະ ໂຊໂລໂມນ.
\s5
\v 6 ລູກຊາຍອີກເກົົ້າຄົນກໍມີ ອິບຮາ, ເອລີຊາມາ, ເອລີເຟເລັດ
\v 7 ໂນກາ, ເນເຟັກ, ຢາເຟຍ,
\v 8 ເອລີຊາມາ ເອລີອາດາ, ແລະ ເອລີເຟເລັດ,
\v 9 ທັງຫມົດນີ້ເປັນລູກຊາຍຂອງດາວິດ ນອກຈາກລູກຊາຍຂອງນາງສະຫນົມທັງຫລາຍ. ຕາມາເປັນນ້ອງສາວຂອງພວກລາວ.
\s5
\v 10 ລູກຊາຍຂອງໂຊໂລໂມນຊື່ເຣໂຮໂບອາມ. ລູກຊາຍຂອງເຣໂຮໂບອາມຄື ອາບີຢາ. ລູກຊາຍຂອງອາບີຢາຄືອາຊາ. ລູກຊາຍຂອງອາຊາຄື ເຢໂຮຊາຟັດ.
\v 11 ລູກຊາຍຂອງເຢໂຮຊາຟັດຄື ໂຢຣາມ. ລູກຂອງໂຢຣາມຄື ອາຮາຊີຢາ. ລູກຊາຍຂອງອາຮາຊີຢາຄື ໂຢອາດ.
\v 12 ລູກຊາຍຂອງໂຢອາດຄື ອາມາຊີຢາ. ລູກຊາຍຂອງອາມາຊີຢາຄື ອຸດຊີຢາ. ລູກຊາຍຂອງອຸດຊີຢາຄື ໂຢທາມ.
\s5
\v 13 ລູກຊາຍຂອງໂຢທາມຄື ອາຮາດ. ລູກຊາຍຂອງອາຮາດຄື ເຮເຊກີຢາ. ລູກຊາຍຂອງເຮເຊກີຢາຄື ມານາເຊ.
\v 14 ລູກຊາຍຂອງມານາເຊຄື ອາໂມນ. ລູກຊາຍຂອງອາໂມນຄື ໂຢສີຢາ.
\s5
\v 15 ລູກຊາຍຂອງໂຢສີຢາຄື ໂຢຮານານລູກຊາຍຫົວປີ, ຜູ້ທີສອງຄື ເຢໂຮຢາກີມ, ຜູ້ທີສາມຄື ເຊເດກີຢາ, ແລະ ຜູ້ທີສີ່ຄື ຊົວລູຸມ.
\v 16 ລູກຊາຍຂອງເຢໂຮຢາກີມຄື ເຢໂຮຢາກິນ ແລະ ເຊເດກີຢາ.
\s5
\v 17 ລູກຊາຍຂອງເຢໂຮຢາກິນຜູ້ຕົກເປັນຊະເລີຍຄື ເຊອານຕີເອນ,
\v 18 ມັນຄີຣາມ, ເປດາຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ, ແລະ ເນດາບີຢາ.
\s5
\v 19 ລູກຊາຍຂອງເປດາຢາຄື ເຊຣູບາເບນ ແລະ ຊິເມອີ. ລູກຊາຍຂອງເຊຣູບາເບນຄື ເມຊຸນລຳ ແລະ ຮານານີຢາ; ນ້ອງສາວຂອງລາວຄືເຊໂລມິດ.
\v 20 ລູກຊາຍອີກຫ້າຄົນຄື ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ, ແລະ ຢູຊັບເຮເຊັດ.
\v 21 ລູກຊາຍຂອງຂອງຮານານີຢາຄື ເປລາຕີຢາ ແລະ ເຢຊາຢາ. ລູກຊາຍຂອງເຂົາຄື ເຣຟາຢາ, ແລະ ລູກຫລານຕໍ່ໄປຄື ອານານ, ໂອບາດີຢາ, ແລະ ເຊການີອາ.
\s5
\v 22 ລູກຊາຍຂອງເຊການີອາຊື່ວ່າ ເຊມາຢາ. ລູກຊາຍຂອງເຊມາຢາຊື່ວ່າ ຮັດຕຸຊະ, ອີການ, ບາຣີຢາ, ເນອາຣີຢາ, ແລະຊາຟາ.
\v 23 ລູກຊາຍຂອງເນອາຣີຢາຊື່ວ່າ ເອລີໂອນາຍ, ຮີຊະກີຢາ ແລະອັດຊະຣິກາມ ສາມຄົນນຳກັນ.
\v 24 ລູກຊາຍຂອງເອລີໂອນາຍຊື່ວ່າ ໂຮດາວີຢາ, ເອລີຢາຊິບ, ເປລາຢາ, ອັກກຸບ, ໂຢຮານານ, ເດລາຢາ, ແລະ ອານານີ ມີເຈັດຄົນນຳກັນ.
\s5
\c 4
\cl ບົດທີ 4
\p
\v 1 ເຊື້ອສາຍຂອງຢູດາຊື່ວ່າ ເປເຣັດ, ເຮດຊະໂຣນ, ກາມີ, ຮູເຣ ແລະ ໂຊບານ.
\v 2 ໂຊບານເປັນບິດາຂອງເຣອາຢາ. ເຣອາຢາເປັນບິດາຂອງຢາຮາດ. ຢາຮາດເປັນບິດາຂອງອາຮຸມາຍ ແລະລາຮາດ. ຄົນເຫລົ່ານີ້ເປັນບັນພະບຸຣຸດຂອງຕະກູນຊາວໂຊຣາດ.
\s5
\v 3 ພວກນີ້ແມ່ນບັນພະບຸຣຸດຂອງຕະກູນຕ່າງໆໃນເມືອງເອຕາມຄື ເຢດຊະເຣເອນ, ອີຊະມາ, ແລະ ອິດບັດ. ນ້ອງສາວຂອງພວກເຂົາຊື່ຮັດເຊເລເລນໂປນີ.
\v 4 ເປນູເອນເປັນບັນພະບຸຣຸດຂອງຕະກູນຕ່າງໆໃນເມືອງເກໂດ. ເອເຊຜູ້ເປັນຕົ້ນຕະກູນຂອງຮູຊາ. ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຮູເຣ, ລູກຫົວປີຂອງເອຟຣາທາ ແລະ ຕົ້ນຕະກູນຂອງເບັດເລເຮັມ.
\s5
\v 5 ອາຊາຣູພໍ່ຂອງເຕໂກ ມີເມຍສອງຄົນຄື ເຮລາ ແລະ ນະອາ ຣາ.
\v 6 ນະອາຣາເກີດອາຮູດຊຳ, ເຮເຟ, ເຕເມນີ ແລະຮາຮັດຊະຕາຣີໃຫ້ແກ່ເພິ່ນ. ຄົນເຫລົ່ານີ້ເປັນລູກຊາຍຂອງນະອາຣາ.
\v 7 ລູກຊາຍຂອງເຮລາຊື່ວ່າເຊເຣັດ, ອິດຊະຮາ ແລະເອທະນັນ,
\v 8 ແລະ ໂອເຊມີລູກຊາຍຊື່ ອານຸບ ແລະ ໂຊເບບາ ແລະ ບັນດາຕະກູນທີ່ສືບເຊື້ອສາຍຂອງອາຮາລະເຮນຊຶ່ງເປັນລູກຊາຍຮາຣຸມ.
\s5
\v 9 ຢາເບດເປັນຜູ້ທີ່ມີກຽຕກວ່າພີ່ນ້ອງທັງຫລາຍຂອງລາວ. ແມ່ຂອງລາວເອີ້ນຊື່ລາວວ່າ ຢາເບດ. ນາງກ່າວວ່າ “ເພາະຂ້ອຍໄດ້ເກີດລາວດ້ວຍຄວາມເຈັບປວດ.”
\v 10 ຢາເບດໄດ້ອ້ອນວອນອອກນາມຊື່ພຣະເຈົ້າຂອງອິສະຣາເອນ ແລະກ່າວວ່າ, “ຖ້າພຽງແຕ່ພຣະອົງໄດ້ຊົງອວຍພຣະພອນຂ້າພຣະອົງໃຫ້ບໍຣິບູນ ແລະ ຂະຫຍາຍເຂດແດນຂອງຂ້າພຣະອົງໃຫ້ກວ້າງອອກໄປ ແລະ ຂໍພຣະຫັດຂອງພຣະອົງສະຖິດຢູ່ກັບຂ້າພຣະອົງ. ແລະ ເມື່ອຂໍພຣະອົງໄດ້ຮັກສາຂ້າພຣະອົງໃຫ້ພົ້ນຈາກຄວາມຊົ່ວຮ້າຍ ເພື່ອບໍ່ໃຫ້ຂ້າພຣະອົງມີຄວາມເຈັບປວດ!” ແລະ ພຣະເຈົ້າໄດ້ປຣະທານຕາມທີ່ລາວທູນຂໍ.
\s5
\v 11 ເກລຸບນ້ອງຂອງຊູຮາເປັນບິດາຂອງເມຮີ ຜູ້ເປັນບິດາຂອງເອຊະໂຕນ.
\v 12 ເອຊະໂຕນເປັນບິດາເບັດ ຣາຟາ, ປາເສອາ, ແລະ ເຕຮິນນາ ຜູ້ໄດ້ເລີ່ມຕົ້ນເມືອງນາຮາດ ຄົນເຫລົ່ານີ້ໄດ້ອາໄສຢູ່ເຣກາ.
\s5
\v 13 ລູກຊາຍຂອງເກນັດຊື່ ໂອດນີເອນ ແລະ ເສຣາຢາ. ລູກຊາຍຂອງໂອດນີເອນຄື ຮາທັດ ແລະ ເມໂອໂນທາຍ.
\v 14 ເມໂອໂນທາຍເປັນບິດາຂອງໂອຟຣາ ແລະ ເສຣາຢາເປັນບິດາໂຢອາບຜູ້ເປັນບິດາ, ຜູ້ຊຶ່ງເປັນຕົ້ນຕະກູນເກຫາລາຊິມ, ພວກເຂົາເປັນຊ່າງສີມື.
\v 15 ລູກຊາຍຂອງກາເລັບຜູ້ເປັນລູກຊາຍເຢຟຸນເນຄື ອີຣູ, ເອລາ, ແລະ ນາອາມ. ລູກຊາຍຂອງເອລາຄື ເກນັດ.
\v 16 ລູກຊາຍຂອງເຢຮັນເລເລນຄື ຊິເຟ, ຊີຟາ, ຕີເຣຍ ແລະ ອາສາເຣນ.
\s5
\v 17-18 ລູກຊາຍຂອງເອັດຊະຣາຄື ເຢເທ, ເມເຣດ, ເອເຟ, ແລະ ຢາໂລນ. ເມຍຄົນເອຢິບຂອງເມເຣດໄດ້ເກີດມີຣີອາມ, ຊາມມາຍ, ແລະ ອິຊະບາ, ຜູ້ເປັນພໍ່ຂອງເອຊະເຕມົວ. ຄົນເຫລົ່ານີ້ແມ່ນລູກຊາຍຂອງບີທີຢາລູກສາວຂອງຟາຣາໂອຜູ້ທີ່ເມເຣດໄດ້ເອົາມາເປັນເມຍ. ເມຍຂອງເພິ່ນຄົນຢູດາໄດ້ເກີດເຢເຣັດ, ພໍ່ຂອງເກໂດເຣ; ເຮເບພໍ່ຂອງໂສໂກ ແລະ ເຢກູທີເອນ, ພໍ່ຂອງຊາໂນອາ.
\s5
\v 19 ລູກຊາຍທັງສອງເມຍຂອງເພິ່ນຊື່ໂຮດີຢານ້ອງສາວຂອງນາຮາມເປັນພໍ່ຂອງເກອີລາຊາວກາມີ. ອີກຄົນຫນຶ່ງຄື ເອຊະເຕມົວຜູ້ເປັນຊາວມາອາກາ.
\v 20 ລູກຊາຍຂອງຊີໂມນຊື່ ອຳໂນນ, ຣິນນາ, ເບັນ ຮານັນ, ແລະ ຕີໂລນ. ລູກຊາຍຂອງ ອີຊີ ມີຊື່ ໂຊເຮດ ແລະ ເບັນໂຊເຮັດ.
\s5
\v 21 ລູກຊາຍຂອງເຊລາຜູ້ເປັນລູກຂອງຢູດາຊື່ວ່າ ເອຣະ ພໍ່ຂອງເລກາ, ລາອາດາພໍ່ຂອງມາເຣຊາ ແລະ ບັນດາຄອບຄົວແຫ່ງເຊື້ອສາຍຂອງພວກເຂົາທີ່ເຮັດຜ້າປ່ານເນື້ອລະອຽດແຫ່ງຄອບຄົວເບັດອາຊະເບອາ,
\v 22 ໂຢກີມ, ປະຊາຊົນເມືອງໂກເຊບາ ແລະ ໂຢອາດ ແລະ ສາຣາບ, ຜູ້ມີຊັບສິນໃນປະເທດໂມອາບ, ແລະ ໄດ້ກັບມາຍັງເມືອງເບັດເລເຮັມ. (ຂໍ້ມູນນີ້ເປັນເລື່ອງຕັ້ງແຕ່ບູຮານນະການ.)
\v 23 ຄົນເຫລົ່ານີ້ເປັນຊ່າງປັ້ນຫມໍ້ດິນ ພວກເຂົາເປັນຊາວເມືອງເນຕາຢິມ ແລະ ເກເດຣາ ຢູ່ໃນບ່ອນນັ້ນ ພວກເຂົາອາໄສຢູ່ໃກ້ກັບກະສັດ ຈຶ່ງໄດ້ເຮັດວຽກໃຫ້ກັບກະສັດ.
\s5
\v 24 ເຊື້ອສາຍຂອງຊິເມໂອນຊື່ ເນມູເອນ, ຢາມິນ, ຢາຣິບ, ເຊຣາ ແລະ ຊາອູນ.
\v 25 ລູກຊາຍຂອງຊາອູນຊື່ຊານລູມ, ລູກຊາຍຂອງຊານລູມຊື່ມິບສາມ, ແລະ ລູກຊາຍຂອງມິບສາມຊື່ມິຊະມາ.
\v 26 ເຊື້ອສາຍຂອງມິຊະມາຊື່ ຮາມມູເອນ ລູກຊາຍຂອງເຂົາ, ຊັກເກີຫລານຊາຍຂອງເຂົາ, ແລະ ຊິເມອີເຫລນຊາຍຂອງເຂົາ.
\s5
\v 27 ຊິເມອີມີລູກຊາຍສິບຫົກຄົນ ແລະ ລູກສາວຫົກຄົນ. ພີ່ນ້ອງຂອງຊິເມອີມີລູກຊາຍບໍ່ຫລາຍຄົນ, ດັ່ງນັ້ນຄອບຄົວຂອງພວກເຂົາກໍບໍ່ໄດ້ເພີ່ມທະວີຫລາຍຂຶ້ນເຫມືອນກັບພວກລູກຫລານຢູດາ.
\v 28 ພວກເຂົາອາໄສຢູ່ໃນເມືອງເບເອເຊບາ, ເມືອງໂມລາດາ, ແລະ ເມືອງຮາຊາຊູອານ.
\s5
\v 29 ພວກເຂົາອາໄສຢູ່ເມືອງບິນຮາ, ເມືອງເອເຊັມ, ເມືອງໂຕລາດ,
\v 30 ເບທູເອັນ, ເມືອງໂຮມາ, ເມືອງຊິກລັກ,
\v 31 ເມືອງເບັດມັກກາໂບດ, ເມືອງຮາຊາ ສູສີມ, ເມືອງເບັດບີຣີ, ແລະທີ່ເມືອງຊະອາຣາຢິມ. ບັນດາເມືອງເຫລົ່ານີ້ເປັນຫົວເມືອງຂອງພວກເຂົາຈົນຮອດກະສັດດາວິດຂຶ້ນປົກຄອງ.
\s5
\v 32 ບັນດາບ້ານຂອງພວກເຂົາຫ້າຫມູ່ບ້ານຊື່ວ່າ ເອຕາມ, ອາອິນ, ຣິມໂມນ, ໂຕເກນ, ແລະ ອາຊານ,
\v 33 ລວມກັບບັນດາບ້ານທັງຫລາຍອ້ອມຮອບເມືອງເຫລົ່ານີ້ໄກໄປຈົນຮອດເມືອງບາອານ. ບ່ອນເຫລົ່ານີ້ ເປັນບ່ອນຢູ່ອາໄສຂອງພວກເຂົາ, ແລະ ມີບັນຊີສຳມະໂນຄົວເຊື້ອສາຍຂອງພວກເຂົາ.
\s5
\v 34 ຕະກູນຜູ້ນຳທັງຫລາຍຄື ເມໂຊບັບ, ຢາມເລກ, ໂຢຊາລູກຊາຍອາມາຊີຢາ,
\v 35 ໂຢເອັນ, ເຢຮູລູກຊາຍຂອງໂຢຊີບີອາ ເປັນລູກຊາຍຂອງເສຣາຢາເປັນລູກຊາຍ ຂອງອາຊີເອນ,
\v 36 ເອລີໂອນາຍ, ຢາອາໂກບາ, ເຢໂຊຮາຢາ, ອາສາຢາ, ອາດີເອນ, ເຢສີມີເອນ, ເບນາຢາ,
\v 37 ແລະ ຊີຊາລູກຊາຍຊິບຟີ, ຊິບຟີເປັນລູກຊາຍອັນໂລນ, ອັນໂລນເປັນລູກຊາຍເຢດາຢາ, ເປັນລູກຊາຍຂອງຊິມຣີ, ເປັນລູກຊາຍເຊມາຢາ.
\v 38 ບັນດາທ່ານທີ່ກ່າວຊື່ມານີ້ເປັນເຈົ້ານາຍໃນບັນດາຄອບຄົວທັງຫລາຍຂອງພວກເຂົາ ແລະ ຄອບຄົວບັນພະບຸຣຸດຂອງພວກເຂົາກໍເພີ່ມທະວີຂຶ້ນຢ່າງຫລວງຫລາຍ.
\s5
\v 39 ພວກເຂົາໄດ້ເດີນທາງໄປຮອດທາງເຂົ້າຂອງເມືອງເກໂດເຣຈົນຮອດທາງທິດຕາເວັນອອກຂອງຮ່ອມພູເພື່ອຊອກຫາທົ່ງຫຍ້າໃຫ້ຝູງແກະຂອງພວກເຂົາ.
\v 40 ພວກເຂົາໄດ້ພົບທົ່ງຫຍ້າທີ່ຂຽວງາມອຸດົມດີ ແລະ ແຜ່ນດິນນັ້ນກໍກວ້າງຂວາງງຽບສະຫງົບ. ເປັນດິນທີ່ເກີດຜົນລະປູກຫລາຍ ເພາະວ່າຊາວເມືອງທີ່ຢູ່ບ່ອນນັ້ນແຕ່ກ່ອນມາຈາກຄົນຮາມ.
\v 41 ແລ້ວຄົນເຫລົ່ານີ້ຊຶ່ງມີບັນຊີໃນສຳມະໂນຄົວໄດ້ເຂົ້າມາໃນສະໄຫມຂອງເຮເຊກີຢາກະສັດແຫ່ງຢູດາ, ແລະ ໄດ້ໂຈມຕີເຕັນຂອງພວກເຂົາ ພ້ອມທັງບ່ອນຢູ່ອາໄສທັງຫລາຍຂອງພວກເຂົາກັບຊາວເມອູນີມທີ່ຢູ່ໃນບ່ອນນັ້ນ. ພວກເຂົາໄດ້ກວາດລ້າງພວກເຂົາຈົນຫມົດກ້ຽງຈົນເຖິງທຸກມື້ນີ້ ແລ້ວກໍຕັ້ງພູມລຳເນົາຢູ່ໃນບ່ອນອາໄສຂອງພວກເຂົາ ເພາະບ່ອນນັ້ນມີທົ່ງຫຍ້າໃຫ້ແກ່ຝູງສັດຂອງພວກເຂົາ.
\s5
\v 42 ພວກເຂົາເຫລົ່ານັ້ນມີຄົນເຜົ່າຊິເມໂອນຫ້າຮ້ອຍຄົນພາກັນໄປທີ່ພູເຂົາເສອີ, ຮ່ວມກັບ ທ່ານເປລາຕີຢາ, ທ່ານເນອາຣີຢາ, ທ່ານເຣຟາຢາ, ແລະ ທ່ານອຸດຊີເອນລູກຊາຍທັງຫລາຍຂອງອີຊີຊຶ່ງເປັນເຈົ້ານາຍຂອງພວກເຂົາ.
\v 43 ພວກເຂົາໄດ້ໂຈມຕີຊະນະຈຳພວກຄົນທີ່ເຫລືອຢູ່ຊຶ່ງຫນີລອດພົ້ນຈາກພວກອຳມາເລັກ ແລ້ວພວກເຂົາກໍຕັ້ງຖິ່ນຖານຢູ່ບ່ອນນັ້ນຈົນທຸກມື້ນີ້.
\s5
\c 5
\cl ບົດທີ 5
\p
\v 1 ລູກຊາຍຂອງຣູເບັນຊຶ່ງເປັນລູກກົກຂອງອິສະຣາເອນ—ລາວເປັນລູກຫົວປີກໍຈິງ ແຕ່ຍ້ອນລາວໄດ້ເຮັດໃຫ້ບ່ອນນອນພໍ່ຂອງລາວມີມົນທິນ ສິດທິລູກຫົວປີຂອງລາວ ຈຶ່ງຕົກຢູ່ກັບລູກຊາຍຂອງໂຢເຊັບຜູ້ເປັນລູກຊາຍອິສະຣາເອນ, ແຕ່ໂຢເຊັບ ບໍ່ໄດ້ຂຶ້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍຕາມສິດທິລູກຫົວປີ.
\v 2 ໂຢເຊັບເປັນຜູ້ທີ່ແຂງແຮງທີ່ສຸດໃນບັນດາພີ່ນ້ອງ ແລະ ເຈົ້ານາຍອົງຫນຶ່ງກໍອອກມາຈາກພວກເຂົາແຕ່ວ່າສິດທິລູກກົກກໍເປັນຂອງໂຢເຊັບ—
\v 3 ລູກກົກຂອງອິສະຣາເອນຊື່ວ່າ ຮາໂນກ, ປານລູ, ເຮດຊະໂຣນ ແລະ ກາມີ.
\s5
\v 4 ລູກຊາຍຂອງໂຢເອນຄື ເຊມາຢາ. ລູກຊາຍຂອງເຊມາຢາຄື ໂຄກ. ລູກຊາຍຂອງໂຄກຄື ຊິເມອີ.
\v 5 ລູກຊາຍຂອງຊິເມອີຊື່ມີກາ. ລູກຊາຍຂອງມີກາຊື່ເຣອາຢາ. ລູກຊາຍຂອງເຣອາຢາຊື່ບາອານ.
\v 6 ລູກຊາຍຂອງບາອານຊື່ເບເອຣາ ຜູ້ທີ່ຕິກລັດປິເລເສ ກະສັດເມືອງອັດຊີເຣຍໄດ້ກວາດໄປເປັນທາດ. ເບເອຣາ ເພິ່ນເປັນເຈົ້ານາຍຂອງຄົນຣູເບັນ.
\s5
\v 7 ພວກພີ່ນ້ອງຂອງເບເອຣາຕາມຄອບຄົວທີ່ຂຶ້ນທະບຽນສຳມະໂນຄົວເຊື້ອສາຍໄວ້ນັ້ນຄື ເຈົ້າເຢອີເອນລູກຊາຍກົກ, ເຊຄາຣີຢາ.
\v 8 ເບລາລູກຊາຍຂອງອາດຊາດ ລູກຊາຍເຊມາ ລູກຊາຍໂຢເອນ. ຜູ້ທີ່ອາໄສຢູ່ເມືອງອາໂຣເອ, ແລະໄກອອກໄປຮອດເມືອງເນໂບ ແລະ ເມືອງບາອານເມໂອນ.
\v 9 ຊຶ່ງຢູ່ຟາກທິດຕາເວັນອອກໄປເລີ່ມແຕ່ຖິ່ນກັນດານ ຊຶ່ງຂະຫຍາຍໄປເຖີງແມ່ນ້ຳເອຟຣາດ. ເພາະຝູງສັດລ້ຽງຂອງເພິ່ນເພີ່ມທະວີຫລາຍຂຶ້ນໃນແຜ່ນດິນກິເລອາດ.
\s5
\v 10 ໃນຣາຊະການຂອງຊາອູນ, ເຜົ່າຣູເບັນເຮັດສົງຄາມຕໍ່ສູ້ກັບຄົນຮັກຣີ ແລະ ພວກນີ້ໄດ້ລົ້ມຕາຍດ້ວຍມືຂອງເພິ່ນ. ພວກເຂົາອາໄສຢູ່ໃນເຕັນຂອງຄົນຮັກກີຕະຫລອດຮອດແຖບຕາເວັນອອກຂອງກິເລອາດ.
\s5
\v 11 ລູກຫລານຂອງຄາດໄດ້ອາໄສຢູ່ໃກ້ຄຽງພວກເຂົາ, ໃນແຜ່ນດິນບາຊານໄປຈົນຮອດເມືອງສາເລກາ.
\v 12 ແລະ ຊາຟາມເປັນຜູ້ຮອງ, ຢານາຍ ແລະ ຊາຟາດໃນບາຊານ.
\v 13 ພີ່ນ້ອງຂອງພວກເຂົາ, ຕາມຄອບຄົວບັນພະບຸຣຸດຂອງພວກເຂົາຄື ມີກາເອນ, ເມຊຸນລຳ, ເຊບາ, ໂຢຣາຍ, ຢາການ, ຊີອາ ແລະ ເອເບີ—ທັງຫມົດເຈັດຄົນນຳກັນ.
\s5
\v 14 ຄົນເຫລົ່ານີ້ເປັນລູກຂອງອາບີຮາຍ, ແລະ ອາບີຮາຍເປັນລູກຊາຍຮູຣີ. ຮູຣີຜູ້ເປັນລູກຊາຍຢາໂຣອາ. ຢາໂຣອາ ເປັນລູກຊາຍກິເລອາດ ກີເລອາດເປັນລູກຊາຍມີກາເອນ. ມີກາເອັນ ເປັນລູກຊາຍເຢຊີຊາຍ. ເຢຊີຊາຍເປັນລູກຊາຍຢາໂດ. ຢາໂດຜູ້ເປັນລູກຊາຍບູເຊ.
\v 15 ອາຮີເປັນລູກຊາຍອັບດີເອນ, ເປັນລູກຊາຍກູນີ, ຜູ້ເປັນເຈົ້ານາຍໃນຄອບຄົວບັນພະບຸຣຸດຂອງພວກເຂົາ.
\s5
\v 16 ພວກເຂົາໄດ້ອາໄສຢູ່ໃນກິເລອາດ, ໃນບາຊານ ແລະຕາມຫົວເມືອງ, ແລະ ໃນເຂດທົ່ງຫຍ້າທັງຫມົດຂອງ ແຂວງຊາໂຣນຈົນສຸດເຂດແດນຂອງພວກເຂົາ.
\v 17 ຄົນເຫລົ່ານີ້ທັງຫມົດໄດ້ຂຶ້ນທະບຽນສຳມະໂນຄົວເຊື້ອສາຍໄວ້ໃນຣາຊະການຂອງໂຢທາມກະສັດແຫ່ງຢູດາ ແລະ ໃນຣາຊະການຂອງເຢໂຣໂບອາມກະສັດແຫ່ງອິສະຣາເອນ.
\s5
\v 18 ພວກລູກຫລານຣູເບັນ, ຄົນຄາດ ແລະ ຕະກູນມານາເຊອີກເຄິ່ງຫນຶ່ງມີຄົນເກັ່ງກ້າທີ່ຖືໂລ, ດາບ ແລະ ມີຄວາມຊຳນານໃນການຍິງທະນູ ໃນການເຮັດເສິກມີສີ່ຫມື່ນສີ່ພັນຄົນ ກຽມພ້ອມທີ່ຈະເຂົ້າສະຫນາມຮົບ.
\v 19 ພວກເຂົາເຮັດເສິກກັບຄົນຮັກກີ, ເຢຕູເຣ, ນາຟິດ ແລະ ໂນດາບ.
\s5
\v 20 ພວກເຂົາໄດ້ຮັບຄວາມຊ່ວຍເຫລືອຈາກພຣະເຈົ້າໃນການຕໍ່ສູ້ກັບຄົນເຫລົ່ານັ້ນ. ດ້ວຍວິທີນີ້ຄົນຮັກຣີ ແລະ ຄົນທັງຫລາຍທີ່ຢູ່ຝ່າຍພວກສັດຕຣູທຸກຄົນໄດ້ພ່າຍແພ້. ເພາະພວກອິສະຣາເອນຮ້ອງທູນຕໍ່ພຣະເຈົ້າໃນການສູ້ຮົບ ແລະ ພຣະອົງໄດ້ປຣະທານຕາມຄຳທູນຂອງພວກເຂົາ, ເພາະພວກເຂົາໄວ້ວາງໃຈໃນພຣະອົງ.
\v 21 ພວກເຂົາໄດ້ກວດເອົາຝູງສັດຂອງຂ້າເສິກຄືອູດຫ້າຫມື່ນໂຕ, ແກະສອງແສນຫ້າຫມື່ນໂຕ, ລາສອງພັນ ແລະ ຄົນຫນຶ່ງແສນຄົນ.
\v 22 ເພາະພວກເຂົາໄດ້ລົ້ມຕາຍເສຍຫາຍຫລາຍດ້ວຍການເສິກໃນເທື່ອນັ້ນຊຶ່ງເປັນມາຈາກພຣະເຈົ້າ. ພວກເຂົາອາໄສຢູ່ໃນສະຖານທີ່ຂອງພວກເຂົາຈົນຖືກກວາດໄປເປັນຊະເລີຍ.
\s5
\v 23 ຄົນຕະກູນມານາເຊເຄິ່ງຫນຶ່ງອາໄສຢູ່ໃນແຜ່ນດິນບາຊານໄກໄປເຖີງບາອານເຮີໂມນ ແລະ ເສນີ (ພູເຂົາເຮີໂມນ).
\v 24 ຕໍ່ໄປນີ້ເປັນຫົວຫນ້າຕະກູນບັນພະບຸຣຸດຂອງພວກເຂົາຄື: ເອເຟ, ອີຊີ, ເອລີເອນ, ອັດຊະຣີເອນ, ເຢເຣມີຢາ, ໂຮດາວີຢາ ແລະຢາດີເອນ. ພວກເຂົາເປັນຄົນທີ່ແຂງແຮງ ແລະ ມີໃຈເກັ່ງກ້າ, ມີຊື່ສຽງດີ, ເປັນຫົວຫນ້າຄອບຄົວບັນພະບຸຣຸດຂອງ ພວກເຂົາ.
\s5
\v 25 ແຕ່ພວກເຂົາໄດ້ຕໍ່ສູ້ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ ແລະ ໄດ້ນະມັດສະການບັນດາພະທັງຫລາຍຂອງຊົນຊາດທີ່ພຣະເຈົ້າໄດ້ທຳລາຍຕໍ່ຫນ້າພວກເຂົານັ້ນ.
\v 26 ພຣະເຈົ້າຂອງອິສະຣາເອນຈຶ່ງໄດ້ກະຕຸ້ນຈິດໃຈຂອງປູນ ກະສັດແຫ່ງອັດຊີເຣຍ (ເອີ້ນອີກຊື່ຫນື່ງວ່າ ຕິດລັດ ປີເລເສ, ກະສັດແຫ່ງອັດຊີເຣຍ). ພະອົງໄດ້ກວາດເອົາຊາວຣູເບັນ, ຊາວຄາດ ແລະ ຕະກູນມານາເຊ ເຄິ່ງຫນຶ່ງ. ພຣະອົງນຳໄປເມືອງຮາລາ, ຮາໂບ, ຮາຣາ ແລະ ແມ່ນ້ຳເມືອງໂກຊານ, ບ່ອນຊຶ່ງພວກເຂົາຍັງອາໄສຢູ່ຈົນເຖິງທຸກມື້ນີ້.
\s5
\c 6
\cl ບົດທີ 6
\p
\v 1 ລູກຊາຍຂອງເລວີຊື່ວ່າ ເກໂຊນ, ໂກຮາດ ແລະເມຣາຣີ
\v 2 ລູກຊາຍຂອງໂກຮາດຊື່ ອຳຣາມ, ອິຊະຮາ, ເຮັບໂຣນ ແລະອຸດຊີເອນ.
\v 3 ລູກຂອງອຳຣາມຊື່ ອາໂຣນ, ໂມເຊ ແລະ ນາງມີຣີອາມ. ລູກຊາຍອາໂຣນຊື່ ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
\s5
\v 4 ເອເລອາຊາເປັນບິດາຂອງຟີເນຮາດ, ແລະ ຟີເນຮາດເປັນບິດາຂອງອາບີຊູອາ.
\v 5 ອາບີຊູອາເປັນບິດາຂອງບຸກກີ, ແລະ ບຸກກີເປັນບິດາຂອງອຸດຊີ.
\v 6 ອຸດຊີເປັນບິດາຂອງເຊຣາຮີຢາ, ແລະ ເຊຣາຮີຢາເປັນບິດາຂອງເມຣາໂຢດ.
\s5
\v 7 ເມຣາໂຢດເປັນບິດາຂອງອາມາຣີຢາ, ແລະ ອາມາຣີຢາເປັນບິດາຂອງອາຮີຕຸບ.
\v 8 ອາຮີຕຸບເປັນບິດາຂອງຊາໂດກ, ແລະ ຊາໂດກເປັນບິດາຂອງອາຮີມາອາດ.
\v 9 ອາຮີມາອາດເປັນບິດາຂອງອາຊາຣີຢາ, ແລະ ອາຊາຣີຢາເປັນບິດາຂອງໂຢຮານານ.
\s5
\v 10 ໂຢຮານານເປັນບິດາຂອງອາຊາຣີຢາ, ຜູ້ທີ່ເຮັດຫນ້າທີ່ປະໂລຫິດຢູ່ໃນພຣະວິຫານ ຊຶ່ງໂຊໂລໂມນໄດ້ສ້າງໃນນະຄອນເຢຣູຊາເລັມ.
\v 11 ແລະ ອາມາຣີຢາເປັນບິດາຂອງອາຮີຕຸບ.
\v 12 ອາຮີຕຸບເປັນບິດາຂອງຊາໂດກ, ແລະ ຊາໂດກເປັນບິດາຂອງຊານລູມ.
\s5
\v 13 ຊານລູມເປັນບິດາຂອງຮິນກີຢາ ແລະ ຮິນກີຢາເປັນບິດາຂອງອາຊາຣີຢາ.
\v 14 ອາຊາຣີຢາເປັນບິດາຂອງເສຣາຢາ, ແລະ ເສຣາຢາເປັນບິດາຂອງເຢໂຮຊາດັກ.
\v 15 ເຢໂຮຊາດັກຖືກນຳໄປຕອນທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ຢູດາ ແລະ ເຢຣູຊາເລັມຖືກກວາດໄປເປັນຊະເລີຍ ດ້ວຍມືຂອງເນບູກາດເນັດຊາ.
\s5
\v 16 ລູກຊາຍຂອງເລວີຄື ເກໂຊມ, ໂກຮາດ ແລະ ເມຣາຣີ.
\v 17 ຕໍ່ໄປນີ້ແມ່ນຊື່ລູກຊາຍຂອເກໂຊມຄື ລິບນີ ແລະ ຊິເມອີ.
\v 18 ລູກຊາຍຂອງໂກຮາດຄື ອຳຣາມ, ອິດຊະຮາ, ເຮັບໂຣນ ແລະອຸດຊີເອນ.
\s5
\v 19 ລູກຊາຍຂອງເມຣາຣີຊື່ວ່າ ມາລີ ແລະ ມູຊີ. ເຫລົ່ານີ້ແມ່ນຄອບຄົວຂອງຄົນເລວີຕາມເຊື້ອສາຍພໍ່ຂອງພວກເຂົາ.
\v 20 ລູກຊາຍຂອງເກໂຊມຄື ລິບນີ. ລູກຊາຍຂອງລິບນີຄືຢາຮາດ. ລູກຊາຍຂອງຢາຮາດຄືຊິມມາ.
\v 21 ລູກຊາຍຂອງໂຢອາຄືຊິມມາຄືໂຢອາ. ລູກຊາຍຂອງໂຢອາຄືອິດໂດ. ລູກຊາຍຂອງອິດໂດຄືເຊຣາ. ລູກຊາຍຂອງເຊຣາຄືເຢອາເທຣາຍ.
\s5
\v 22 ລູກຊາຍຂອງໂກຮາດຄື ອຳມີນາດາບ. ລູກຊາຍຂອງອຳມີນາດາບຄືໂກຣາ. ລູກຊາຍຂອງໂກຣາຄືອັດສີ.
\v 23 ລູກຊາຍຂອງອັດສີຄື ເອນການາ. ລູກຊາຍຂອງເອນການາຄື ເອບີອາສັບ. ລູກຊາຍຂອງເອບີອາສັບຄືອັດສີ.
\v 24 ລູກຊາຍຂອງອັດສີຄືຕາຮາດ. ລູກຊາຍຂອງຕາຮາດຄືອຸຣີເອນ. ລູກຊາຍຂອງອຸຣີເອນຄື ອຸດຊີຢາ. ລູກຊາຍຂອງອຸດຊີຢາຄື ຊາອູນ.
\s5
\v 25 ລູກຊາຍຂອງເອນການາຄື ອາມາສາຍ, ອາຮີໂມດ ແລະ ເອນການ.
\v 26 ລູກຊາຍຂອງເອຄານານຜູ້ທີສອງຄື ໂຊຟາຍ. ລູກຊາຍຂອງໂຊຟາຍຄືນາຮາດ.
\v 27 ລູກຊາຍຂອງນາຮາດຄືເອລີອາບ. ລູກຊາຍຂອງເອລີອາບຄື ເຢໂຣຮາມ. ລູກຊາຍຂອງເຢໂຣຮາມຄືເອນການ.
\s5
\v 28 ລູກຊາຍຂອງຊາມູເອນຄື ໂຢເອນເປັນລູກຫົວປີຂອງເພິ່ນ, ໂຢເອນ ແລະ ອາບີຢາລູກຄົນທີສອງ.
\v 29 ລູກຊາຍຂອງເມຣາຣີຄື ມາລີ. ລູກຊາຍຂອງມາລີຄື ລິບນີ. ລູກຊາຍຂອງລິບນີຄື ຊິເມອີ. ລູກຊາຍຂອງຊິເມອີຄືອຸດຊາ.
\v 30 ລູກຊາຍຂອງອຸດຊາຄື ຊິເມອີ. ລູກຊາຍຂອງຊິເມອີຄືຮັກກີຢາ. ລູກຊາຍຂອງຮັກກີຢາຄືອາສາຢາ.
\s5
\v 31 ຄົນເຫລົ່ານີ້ເປັນບຸກຄົນທີ່ດາວິດໄດ້ແຕ່ງຕັ້ງໃຫ້ເບິ່ງແຍງການຮ້ອງເພງໃນພຣະວິຫານຂອງພຣະຢາເວຕັ້ງແຕ່ຫີບຄຳຫມັ້ນສັນຍາໄດ້ມາຕັ້ງຢູ່ໃນບ່ອນນັ້ນ.
\v 32 ພວກເຂົາໄດ້ບົວລະບັດຢູ່ຕໍ່ຫນ້າທີ່ພັກອາໄສໃນຫໍເຕັນແຫ່ງຊຸມນຸມ (ຫໍເຕັນສັກສິດ) ດ້ວຍການຮ້ອງເພງຈົນໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າໃນນະຄອນເຢຣູຊາເລັມ. ພວກເຂົາໄດ້ປະຕິບັດຫນ້າທີ່ຂອງພວກເຂົາຕາມຕຳແຫນ່ງ.
\s5
\v 33 ຕໍ່ໄປນີ້ເປັນບຸກຄົນທີ່ປະຕິບັດງານຢູ່ພ້ອມກັບລູກຫລານຂອງພວກເຂົາຄື ພວກລູກຫລານໂກຮາດມີເຮມານນັກຮ້ອງ, ນີ້ຄືພວກບັນພະບຸຣຸດຂອງພວກເຂົາທີ່ຈະກັບມາໃນເວລານັ້ນ. ຄືເຮມານຜູ້ເປັນລູກຊາຍໂຢເອນ, ໂຢເອນຜູ້ເປັນລູກຊາຍຊາມູເອນ.
\v 34 ຊາມູເອນເປັນລູກຊາຍເອນການາ, ເອນການາເປັນລູກຊາຍເຢໂຣຮາມ, ເຢໂຣຮາມເປັນລູກຊາຍເອລີເອນ, ເອລີເອນເປັນລູກຊາຍໂຕອາ.
\v 35 ໂຕອາເປັນລູກຊາຍຊູບ, ຊູບເປັນລູກຊາຍເອນການາ, ເອນການາເປັນລູກຊາຍມາຮາດ, ມາຮາດເປັນລູກຊາຍອາມາສາຍ, ອາມາສາຍເປັນລູກຊາຍຂອງເອນການາ.
\s5
\v 36 ເອນການາເປັນລູກຊາຍຂອງໂຢເອນ, ໂຢເອນເປັນລູກຊາຍຂອງອາຊາຣິຢາ, ອາຊາຣິຢາເປັນລູກຊາຍເຊຟານີຢາ.
\v 37 ເຊຟານີຢາເປັນລູກຊາຍຕາຮາດ, ຕາຮາດເປັນລູກຊາຍອັດສີ, ອັດສີເປັນລູກຊາຍເອບີອາສັບ, ເອບີອາສັບເປັນລູກຊາຍໂກຣາ.
\v 38 ໂກຣາເປັນລູກຊາຍຂອງອິດສະຮາ, ອິດສະຮາເປັນລູກຊາຍຂອງໂຄຮາດ, ໂຄຮາດເປັນລູກຊາຍເລວີ, ເລວີເປັນລູກຊາຍອິສະຣາເອນ.
\s5
\v 39 ແລະອາສັບພີ່ນ້ອງຂອງພວກເຂົາ ຜູ້ຊຶ່ງຢືນຢູ່ຂ້າງຂວາມືຂອງພວກເຂົາ ຄືອາສັບລູກຊາຍເບເຣກີຢາຜູ້ເປັນລູກຊາຍຂອງຊິເມອາ.
\v 40 ຊິເມອາເປັນລູກຊາຍມີກາເອນ, ມີກາເອນເປັນລູກຊາຍບາອາເສຢາ, ບາອາເສຢາເປັນລູກຊາຍມັນກີຢາ.
\v 41 ມັນກີຢາຜູ້ເປັນລູກຊາຍເອທະນີ, ເອທະນີເປັນລູກຊາຍເຊຣາ, ເຊຣາເປັນລູກຊາຍອາດາຢາ.
\v 42 ອາດາຢາຜູ້ເປັນລູກຊາຍເອທານ, ເອທານເປັນລູກຊາຍຊິມມາ, ຊິມມາເປັນລູກຊາຍຊິເມອີ.
\v 43 ຊິເມອີຜູ້ເປັນລູກຊາຍຢາຮາດ, ຢາຮາດເປັນລູກຊາຍເກໂຊມ, ເກໂຊມເປັນລູກຊາຍເລວີ.
\s5
\v 44 ຢູ່ທີ່ຂ້າງຊ້າຍມືຂອງເຮມານມີເພື່ອຮ່ວມງານຂອງເຂົາຄືລູກຊາຍຂອງເມຣາຣີ. ພີ່ນ້ອງຂອງພວກເຂົາຄື ເອທານຜູ້ເປັນລູກຊາຍກີຊີ, ກີຊີຜູ້ເປັນລູກຊາຍອັບດີ, ອັບດີຜູ້ເປັນລູກຊາຍມັນລຸກ.
\v 45 ມັນລຸກຜູ້ເປັນລູກຊາຍຮາຊາບີຢາ, ຮາຊາບີຢາຜູ້ເປັນລູກຊາຍອາມາຊີຢາ, ອາມາຊີຢາຜູ້ເປັນລູກຊາຍຮີນກີຢາ.
\v 46 ຮີນກີຢາຜູ້ເປັນລູກຊາຍອາມຊີ, ອາມຊີຜູ້ເປັນລູກຊາຍບານີ, ບານີຜູ້ເປັນລູກຊາຍເຊເມ.
\v 47 ເຊເມຜູ້ເປັນລູກຊາຍມາລີ, ມາລີຜູ້ເປັນລູກຊາຍມູຊີ, ມູຊີຜູ້ເປັນລູກຊາຍເມຣາຣີ, ເມຣາຣີຜູ້ເປັນລູກຊາຍເລວີ.
\s5
\v 48 ຄົນເລວີພີ່ນ້ອງຂອງພວກເຂົາໄດ້ຮັບແຕ່ງຕັ້ງໃຫ້ປະຕິບັດງານທຸກຢ່າງໃນຫໍເຕັນແຫ່ງພຣະວິຫານຂອງພຣະເຈົ້າ.
\s5
\v 49 ອາໂຣນ ແລະ ພວກລູກຊາຍຂອງເພິ່ນໄດ້ຖວາຍເຄື່ອງບູຊາເທິງແທ່ນເຜົາເຄື່ອງບູຊາ; ແລະ ເທິງແທ່ນເຄື່ອງຫອມບູຊາ ເພື່ອປະຕິບັດງານທັງຫມົດໃນບ່ອນບໍຣິສຸດທີ່ສຸດ ແລະ ເພື່ອໄຖ່ໂທດບາບຂອງຊາວອິສະຣາເອນ ຕາມບັນດາຖ້ອຍຄຳທີ່ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າໄດ້ສັ່ງໄວ້.
\s5
\v 50 ຕໍ່ໄປນີ້ເປັນລູກຊາຍຂອງອາໂຣນຄື ເອເລອາຊາລູກຊາຍຂອງເອເລອາຊາຄືຟີເນຮາດ. ລູກຊາຍຂອງຟີເນຮາດຄືອາບີຊູອາ.
\v 51 ລູກຊາຍຂອງອາບີຊູອາຄືບຸກກີ. ລູກຊາຍຂອງບຸກກີຄືອຸດຊີ. ລູກຊາຍຂອງອຸດຊີຄືເຊຣາຮີຢາ.
\v 52 ລູກຊາຍຂອງເຊຣາຮີຢາຄືເມຣາໂຢດ. ລູກຊາຍຂອງເມຣາໂຢດຄືອາມາຣີຢາ. ລູກຊາຍຂອງອາມາຣີຢາຄືອາຮີຕຸບ.
\v 53 ລູກຊາຍຂອງຊາໂດກຄືອາຮີມາອາດ. ລູກຊາຍຂອງຊາໂດກຄືຮີມາອາດ.
\s5
\v 54 ຕໍ່ໄປນີ້ເປັນບ່ອນຢູ່ອາໄສຂອງພວກເຂົາຕາມພູມລຳເນົາໃນເຂດແດນຂອງພວກເຂົາຄື, ລູກຫລານຂອງອາໂຣນ, ຈາກຄອບຄົວຊາວໂກຮາດ (ສະຫລາກທຳອິດຕົກຖືກພວກເຂົາ).
\v 55 ພວກເຂົາໄດ້ຮັບເມືອງເຮັບໂຣນໃນແຜ່ນດິນຢູດາ ແລະ ທົ່ງຫຍ້າຊຶ່ງຢູ່ອ້ອມຮອບນັ້ນ,
\v 56 ແຕ່ວ່າທົ່ງນາ ແລະ ຊົນນະບົດຂອງເມືອງນັ້ນ ພວກເຂົາໄດ້ຍົກໃຫ້ແກ່ກາເລັບລູກຊາຍເຢຟຸນເນ.
\s5
\v 57 ພວກເຂົາໄດ້ມອບເມືອງຕ່າງແຫ່ງຢູດາແກ່ລູກຫລານຂອງອາໂຣນຄື: (ເມືອງເຮັບໂຣນຊຶ່ງເປັນເມືອງລີ້ພັຍ), ແລະ ເມືອງລິບນາ ແລະ ທົ່ງຫຍ້າ, ເມືອງຢັດຕີ, ເມືອງເອຊະເຕມົວກັບທົ່ງຫຍ້າ.
\v 58 ຮີເລນພ້ອມກັບທົ່ງຫຍ້າ, ແລະ ເດບີພ້ອມກັບທົ່ງຫຍ້າ.
\s5
\v 59 ພວກເຂົາໄດ້ໃຫ້ລູກຫລານຂອງອາໂລນຄື: ເມືອງອາຊານພ້ອມກັບທົ່ງຫຍ້າ ແລະ ເມືອງເບັດເຊເມັດພ້ອມກັບທົ່ງຫຍ້າ.
\v 60 ຈາກດິນແດນຕະກູນເບັນຢາມິນກໍມອບເມືອງເກບພ້ອມກັບທົ່ງຫຍ້າ, ອາເລເມັດພ້ອມກັບທົ່ງຫຍ້າ ແລະ ອານາໂທດພ້ອມກັບທົ່ງຫຍ້າ. ຫົວເມືອງທັງຫມົດຂອງພວກເຂົາທຸກຄອບຄົວເປັນສິບສາມຫົວເມືອງດ້ວຍກັນ.
\s5
\v 61 ສ່ວນລູກຫລານໂກຮາດທີ່ຍັງເຫລືອຢູ່ນັ້ນໄດ້ຮັບສ່ວນມອບໂດຍສະຫລາກທີ່ໄດ້ຈາກຄອບຄົວຂອງຕະກູນເອຟຣາຢິມ, ຈາກຕະກູນດານ ແລະ ຈາກຕະກູນມານາເຊເຄິ່ງຫນຶ່ງມີສິບຫົວເມືອງ.
\v 62 ແລະ ມອບສິມສາມຫົວເມືອງຕະກູນອິດຊາຄາ, ຕະກູນອາເຊ, ຕະກູນນັບທາລີ ແລະ ຈາກຕະກູນມານາເຊໃນບາຊານໃຫ້ແກ່ຄົນເກໂຊມຕາມຄອບຄົວຂອງພວກເຂົາ.
\s5
\v 63 ແລະມອບສິບສອງຫົວເມືອງຈາກຕະກູນຣູເບັນ, ຕະກູນຄາດ ແລະຕະກູນເຊບູລູນໃຫ້ແກ່ຄົນ ເມຣາຣີຕາມ ຄອບຄົວຂອງພວກເຂົາ.
\v 64 ລູກຫລານອິສະຣາເອນໄດ້ມອບຫົວເມືອງທັງຫລາຍພ້ອມກັບທົ່ງຫຍ້າໃຫ້ແກ່ຊາວເລວີ.
\v 65 ແລະລູກຫລານອິສະຣາເອນໄດ້ມອບດ້ວຍການຈັບສະຫລາກໂດຍທີ່ພວກເຂົາເອີ້ນຫົວເມືອງເຫລົ່ານັ້ນຈາກຕະກູນຢູດາ, ຕະກູນຊິເມໂອນ, ແລະ ຕະກູນເບັນຢາມິນ.
\s5
\v 66 ສຳລັບບັນດາຄອບຄົວລູກຫລານໂກຮາດທີ່ເຫລືອຢູ່ມີຫົວເມືອງອານເປັນດິນແດນຂອງພວກເຂົາຈາກຕະກູນ ເອຟາຣາອິມ.
\v 67 ຊາວອິສະຣາເອນໄດ້ມອບເມືອງລີ້ພັຍຄື: ເມືອງເຊເຄັມພ້ອມກັບທົ່ງຫຍ້າໃນຖິ່ນພູເຂົາເອຟາຣາອິມ ແລະເມືອງເກເຊ ພ້ອມກັບທົ່ງຫຍ້າ,
\v 68 ເມືອງໂຢກພ້ອມກັບທົ່ງຫຍ້າ, ເມືອງເບັດໂຮໂຣນພ້ອມກັບທົ່ງຫຍ້າ,
\v 69 ເມືອງອາຢາໂລນພ້ອມກັບທົ່ງຫຍ້າ, ແລະ ເມືອງກັດຣິມໂມນພ້ອມກັບທົ່ງຫຍ້າ.
\s5
\v 70 ແລະມອບເມືອງຈາກຕະກູນມານາເຊເຄິ່ງຫນຶ່ງໃຫ້ກັບໂຄຮາດຄື ເມືອງອາເນພ້ອມກັບທົ່ງຫຍ້າ ແລະ ເມືອງບິເລອາມພ້ອມກັບທົ່ງຫຍ້າ. ເມືອງເຫລົ່ານີ້ໄດ້ໃຫ້ແກ່ຄອບຄົວລູກຫລານໂກຮາດທີ່ຍັງເຫລືອຢູ່.
\s5
\v 71 ດິນແດນຂອງເຜົ່າມານາເຊເຄິ່ງຕະກູນທີ່ມອບໃຫ້ແກ່ລູກຫລານເກໂຊມຄື ເມືອງໂກລານໃນແຂວງບາຊານພ້ອມກັບທົ່ງຫຍ້າ ແລະ ອາຊະຕະໂຣດພ້ອມກັບທົ່ງຫຍ້າ.
\v 72 ຈາກຕະກູນເຜົ່າອິດຊາຄາ ໄດ້ໃຫ້ແກ່ເຊື້ອສາຍຂອງເກີໂຊນ ຄືເມືອງເກເດັດພ້ອມກັບທົ່ງຫຍ້າ, ເມືອງດາເບຣາດພ້ອມກັບທົ່ງຫຍ້າ,
\v 73 ເມືອງຣາໂມດພ້ອມກັບທົ່ງຫຍ້າ ແລະ ເມືອງອາເນມພ້ອມກັບທົ່ງຫຍ້າ.
\s5
\v 74 ອິດສະຄາໄດ້ຮັບຈາກຕະກູນອາເຊຄື ເມືອງມາຊັນພ້ອມກັບທົ່ງຫຍ້າ, ເມືອງອັບໂດນພ້ອມກັບທົ່ງຫຍ້າ,
\v 75 ເມືອງຮູກໂກກພ້ອມກັບທົ່ງຫຍ້າ ແລະ ເມືອງເຣໂຮບພ້ອມກັບທົ່ງຫຍ້າ
\v 76 ພວກເຂົາໄດ້ຮັບຈາກເຜົ່ານັບທາລີຄື: ເມືອງເກເດັດໃນຄາລີເລພ້ອມກັບທົ່ງຫຍ້າ, ເມືອງຮຳໂມນພ້ອມກັບທົ່ງຫຍ້າ, ເມືອງກີຣິອາດທາຢິມພ້ອມກັບທົ່ງຫຍ້າ.
\s5
\v 77 ສ່ວນຄົນເລວີ, ໃນຕະກູນເມຣາຣີທີ່ເຫລືອຢູ່ນັ້ນໄດ້ຮັບຈາກຕະກູນເຊບູລູນຄື: ເມືອງຣິມໂມໂນພ້ອມກັບທົ່ງຫຍ້າ ແລະ ເມືອງຕາໂບ ພ້ອມກັບທົ່ງຫຍ້າ.
\v 78-79 ພວກເຂົາໄດ້ຮັບຟາກແມ່ນ້ຳຢໍແດນເບື້ອງນັ້ນຖັດຈາກເຢຣິໂກທາງທິດຕາເວັນອອກຂອງແມ່ນ້ຳຈໍແດນເບື້ອງເຢຣິໂກ, ແຄມຝາກຕາເວັນອອກຄື: ເມືອງເບເຊໃນຖິ່ນແຫ້ງແລ້ງກັນດານພ້ອມກັບທົ່ງຫຍ້າ, ເມືອງຢາຊາພ້ອມກັບທົ່ງຫຍ້າ, ເມືອງເຄເດໂມດພ້ອມກັບທົ່ງຫຍ້າ, ແລະ ເມືອງເມຟະອາດພ້ອມກັບທົ່ງຫຍ້າ. ເມືອງເຫລົ່ານີ້ໄດ້ມອບໃຫ້ຕະກູນ ຣີອູເບນ.
\s5
\v 80 ຊາວເລວີໄດ້ຮັບຈາກຕະກູນຄາດຄື: ເມືອງຣາໂມດໃນແຂວງກິເລອາດພ້ອມກັບທົ່ງຫຍ້າ, ເມືອງມາຮານາຢິມພ້ອມກັບທົ່ງຫຍ້າ.
\v 81 ເມືອງເຮັດຊະໂບນພ້ອມກັບທົ່ງຫຍ້າ, ແລະ ເມືອງຢາເຊພ້ອມກັບທົ່ງຫຍ້າ.
\s5
\c 7
\cl ບົດທີ 7
\p
\v 1 ລູກຊາຍຂອງອິດຊາຄາ ຄື ໂຕລາ, ປູອາ, ຢາຊຸບ, ແລະຊິມໂຣນສີ່ຄົນນຳກັນ.
\v 2 ລູກຊາຍຂອງໂຕລາຄື ອຸດຊີ, ເຣຟາຢາ, ເຢຣີເອນ, ຢາຮະມາຍ, ອິບສາມ ແລະ ເຊມູເອນ. ຫົວຫນ້າໃນຄອບຄົວບັນພະບູລຸດຂອງພວກເຂົາຄືໂຕລາ ຜູ້ເປັນທະຫານທີ່ມີໃຈກ້າຫານຂອງເຊື້ອສາຍຂອງພວກເຂົາ ແລະຈຳນວນຂອງຄົນເຫລົ່ານີ້ໃນສະໄຫມຂອງດາວິດເປັນສອງຫມື່ນສອງພັນຫົກຮ້ອຍຄົນ.
\v 3 ລູກຊາຍຂອງອຸດຊີຄື ອິດຊະຣາຢາ. ລູກຊາຍຂອງອິດຊະຣາຢາຄື ມີກາເອນ, ໂອບາດີຢາ, ໂຢເອນ ແລະອິດຊີຢາ ຫ້າຄົນນຳກັນ ທຸກຄົນເປັນຫົວຫນ້າ.
\s5
\v 4 ພ້ອມກັບຄົນເຫລົ່ານີ້ຕາມເຊື້ອສາຍຂອງພວກເຂົາ, ຕາມຄອບຄົວບັນພະບຸຣຸດຂອງພວກເຂົາມີກອງທະຫານທີ່ຈະເຮັດເສິກສາມຫມື່ນຫົກພັນຄົນ ເພາະພວກເຂົາມີເມຍ ແລະ ລູກຊາຍຫລາຍຄົນ.
\v 5 ຍາດພີ່ນ້ອງຂອງພວກເຂົາຈາກບັນດາຄອບຄົວຂອງອິດຊາຄາເປັນຄົນທີ່ແຂງແຮງອົງອາດກ້າຫານ ມີທັງຫມົດແປດຫມື່ນເຈັດພັນຄົນຕາມທີ່ໄດ້ຂຶ້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍ.
\s5
\v 6 ລູກຊາຍຂອງເບັນຢາມິນຄື ເບລາ, ເບເຄ, ແລະ ເຢດີອາເອນ ສາມຄົນນຳກັນ.
\v 7 ລູກຊາຍຂອງເບລາຄື ເອັດຊະໂບນ, ອຸດສີ, ອຸດຊີເອນ, ເຢຣີໂມດ ແລະ ອີຣີ ຫ້າຄົນນຳກັນ. ເປັນຫົວຫນ້າຄອບຄົວຂອງບັນພະບຸຣຸດ, ຄົນທີ່ມີກຳລັງອົງອາດກ້າຫານ.​ຈຳນວນທີ່ຂຶ້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍຂອງພວກເຂົາມີສອງຫມື່ນສອງພັນສາມສິບສີ່ຄົນ, ຕາມບັນຊີລາຍຊື່ທີ່ເປັນຂອງພວກບັນພະບຸຣຸດຂອງພວກເຂົາ.
\s5
\v 8 ລູກຊາຍຂອງເບເຄຄື ເຊມີຣາ, ໂຢອາດ, ເອລີເອເຊ, ເອລີໂອນາຍ, ອົມຣີ, ເຢເຣໂມດ, ອາບີຢາ, ອານາໂທດ ແລະອາເລເມດ. ທັງຫມົດນີ້ເປັນລູກຊາຍຂອງເບເຄ.
\v 9 ຕາມຈຳນວນເຊື້ອສາຍຂອງພວກເຂົາ, ຫົວຫນ້າຄອບຄົວມີສອງຫມື່ນສອງຮ້ອຍຄົນ ພ້ອມທີ່ຈະເຮັດເສິກ.
\v 10 ລູກຊາຍຂອງເຢດີອາເອນຄືບິນຮານ. ລູກຊາຍຂອງບິນຮານຄື ເຢອຸດ, ເບັນຢາມິນ, ເອຮຸດ, ເຄນາອານາ, ເຊທານ ຕາຊິດ, ແລະ ອາຮີຊາຮາ.
\s5
\v 11 ທັງຫມົດນີ້ເປັນລູກຊາຍຂອງເຢດີອາເອນ. ຕາມຫົວຫນ້າຄອບຄົວບັນພະບຸຣຸດຂອງພວກເຂົາ, ຄົນທີ່ມີກຳລັງມີຄວາມອົງອາດກ້າຫານມີຫນຶ່ງຫມື່ນເຈັດພັນສອງຮ້ອຍຄົນ ພ້ອມທີ່ຈະເຮັດເສິກ.
\v 12 (ຊຸບປີມ ແລະຮຸບປີມ ເປັນລູກອີ, ແລະ ຮູຊີມ ລູກຊາຍອາເຮ)
\s5
\v 13 ລູກຊາຍຂອງນັບທາລີຄື ຢາຊີເອນ, ກູນີ, ເຢດເຊ, ແລະຊານລູມ. ຄົນເຫລົ່ານີ້ແມ່ນລູກຫລານຂອງຂອງນາງບິນຮາ.
\s5
\v 14 ລູກຊາຍຂອງມານາເຊຄື ອາຊະຣີເອນ, ຊຶ່ງເມຍນ້ອຍຂອງເພິ່ນຊາວອາຣາມໄດ້ໃຫ້ກຳເນີດ. ນາງໄດ້ປະສູດລູກ ຊື່ ມາກີ, ຜູ້ເປັນພໍ່ຂອງກິເລອາດ.
\v 15 ມາກີໄດ້ເອົາເມຍຈາກພວກຮຸບປີມ ແລະ ຊຸບປີມມາເປັນເມຍ, ເອື້ອຍຂອງລາວຊື່ວ່າມາອາກາ. ເຊື້ອສາຍອີກຄົນຫນຶ່ງຂອງມານາເຊຊື່ເຊໂລເຟຂາດ, ແລະ ເຊໂລເຟຂາດມີແຕ່ລູກສາວ.
\v 16 ມາອາກາເມຍຂອງມາກີໄດ້ເກີດລູກຊາຍຄົນຫນຶ່ງ ນາງເອີ້ນຊື່ວ່າ ເປເຣັດ. ນ້ອງຊາຍຂອງລາວ ຊື່ເຊເຣັດ ແລະ ລູກຊາຍຂອງລາວຊື່ ອຸລາມ ແລະ ຣາເກມ.
\s5
\v 17 ລູກຊາຍຂອງອຸລາມຊື່ ເບດານ. ຈຳນວນຄົນເຫລົ່ານີ້ແມ່ນເຊື້ອສາຍກິເລອາດຜູ້ເປັນລູກຊາຍມາກີລູກຂອງມານາເຊ.
\v 18 ນາງຮຳໂມເລເກັດນ້ອງສາວຂອງລາວກໍໃຫ້ກຳເນີດ ອີຊະໂຮດ, ອາບີເອເຊ ແລະ ມາລາ.
\v 19 ລູກຊາຍຂອງເຊມີດາຄື, ອາຮີອານ ເຊເຄັມ, ລີຄີ, ແລະ ອານີອາມ.
\s5
\v 20 ເຊື້ອສາຍຂອງເອຟາຣາອິມມີດັ່ງຕໍ່ໄປນີ້: ລູກຊາຍຂອງເອຟາຣາອິມຊື່ຊູເທລາ, ລູກຊາຍຂອງຊູເທລາຊື່ ເບເຣັດ. ລູກຊາຍຂອງເບເຣັດຊື່ຕາຮາດ. ລູກຊາຍຂອງຕາຮາດຊື່ເອເລອາດາ. ລູກຊາຍຂອງເອເລອາດາຊື່ຕາຮາດ.
\v 21 ລູກຊາຍຂອງຕາຮາດຄື ຊາບາດ. ລູກຊາຍຂອງຊາບາດຄືຊູເທລາ. (ຊາວເມືອງກັດຜູ້ທີ່ໄດ້ກຳເນີດໃນເມືອງນັ້ນກໍໄດ້ຂ້າພວກເຂົາ ເພາະພວກເຂົາລົງມາປຸ້ນສັດລ້ຽງຂອງຊາວເມືອງກັດ.
\v 22 ເອຟາຣາອິມພໍ່ຂອງພວກເຂົາໄດ້ໄວ້ທຸກຫລາຍມື້, ແລະ ພີ່ນ້ອງຂອງເພິ່ນກໍມາເລົ້າໂລມໃຈເພິ່ນ.
\s5
\v 23 ລາວໄດ້ຫລັບນອນກັບເມຍຂອງລາວ. ນາງກໍຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງ. ເອຟາຣາອິມໄດ້ເອີ້ນຊື່ເດັກນັ້ນວ່າ ເບຣິອາ, ເພາະລູກໄດ້ເກີດມາໃນເວລາມີເຫດຮ້າຍໃນຄອບຄົວຂອງຕົນ.
\v 24 ລູກສາວຂອງເພິ່ນຊື່ເຊເອຣາ, ນາງໄດ້ກໍ່ສ້າງເບັດໂຮໂຣນເມືອງໃຕ້ ແລະ ເມືອງເຫນືອ ແລະ ເມືອງອຸດເຊັນເຊເອຣາ.)
\s5
\v 25 ເອຟາຣາອິມມີລູກຊາຍຊື່ເຣຟາ. ລູກຊາຍຂອງເຣຟາຄືເຣເຊັບ ລູກຊາຍຂອງເຣເຊັບຄືເຕລາ. ລູກຊາຍຂອງເຕລາ ຄືຕາຮານ.
\v 26 ລູກຊາຍຂອງຕາຮານຄືລາດານ. ລູກຊາຍຂອງລາດານຄືອຳມີຮຸດ. ລູກຊາຍຂອງອຳມີຮຸດຄືເອລີຊາມາ.
\v 27 ລູກຊາຍຂອງເອລີຊາມາຄື ນູນ. ລູກຊາຍຂອງນູນຄືໂຢຊວຍ.
\s5
\v 28 ທີ່ດິນທີ່ເປັນມໍຣະດົກ ແລະ ພູມລຳເນົາຂອງພວກເຂົາຄື ເບັດເອນ ພ້ອມກັບບັນດາຫົວເມືອງຕ່າງໆອ້ອມຮອບ. ພວກເຂົາໄດ້ຂະຫຍາຍອານາເຂດໄປທາງດ້ານຕາເວັນອອກເຖິງເມືອງນາອາລັນ ແລະ ເກເຊ ດ້ານທິດຕາເວັນຕົກພ້ອມກັບບັນດາຫົວເມືອງ ແລະ ເຊເຄັມພ້ອມກັບບັນດາຫົວເມືອງໄປເຖິງອັດຊາ ພ້ອມກັບບັນດາຫົວເມືອງຕ່າງໆ.
\v 29 ເຂດແດນຂອງລູກຫລານມານາເຊ ມີເມືອງເບັດເຊອານພ້ອມກັບບັນດາຫົວເມືອງ, ຕາອານັກພ້ອມກັບບັນດາຫົວເມືອງ, ເມກິດໂດພ້ອມກັບບັນດາຫົວເມືອງ, ໂດເຣພ້ອມກັບບັນດາຫົວເມືອງ. ລູກຫລານໂຢເຊັບລູກຊາຍອິສະຣາເອນ ກໍໄດ້ອາໄສຢູ່ໃນບ່ອນເຫລົ່ານີ້.
\s5
\v 30 ລູກຊາຍຂອງອາເຊຄື ອິມນາ, ອີຊະວາ, ອີຊະວີ, ເບຣິອາ. ເສຣານ້ອງສາວຂອງພວກເຂົາ.
\v 31 ລູກຊາຍ ເບລິອາຄື ເຮເບ ແລະ ມັນກີເອນ ຜູ້ເປັນພໍ່ຂອງບິຊາອິດ.
\v 32 ເຮເບເປັນບິດາຂອງຢາຟະເລດ, ໂຊເມ, ໂຮທາມ. ຊູອານ້ອງສາວຂອງພວກເຂົາ.
\s5
\v 33 ລູກຊາຍຂອງຢາຟະເລດ ຊື່ ປາສັກ, ບິມຮັນ, ແລະອາຊະວາດ. ຄົນເຫລົ່ານີ້ເປັນລູກຢາຟະເລດ.
\v 34 ເຊເມເປັນນ້ອງຊາຍຂອງຢາເຟເລັດ, ມີລູກຊາຍຄື ໂຣຮະກາ, ເຢຮຸບບາ, ແລະອາຣາມ.
\v 35 ນ້ອງຊາຍຂອງເຊເມຄື ເຮເລັມມີລູກຊາຍ ຄື ໂຊຟາ, ອິມນາ, ເຊເລັດ, ແລະ ອາມານ.
\s5
\v 36 ລູກຊາຍຂອງໂຊຟາຄື ສູອາ, ຮາເນເຟ, ຊູອານ, ເບຣີ, ແລະ ອິມຣາ.
\v 37 ເບເສ, ໂຮດ, ຊາມມາ, ຊິນຊາ, ອິດຣັນ ແລະເບເອຣາ.
\v 38 ລູກຊາຍຂອງເຢເທຄື ເຢຟຸນເນ, ປິຊະປາ, ແລະອາຣາ.
\s5
\v 39 ລູກຊາຍຂອງອຸນລານັນຄື ອາຣາ, ຮານນີເອນ ແລະ ຣິຊີຢາ.
\v 40 ທັງຫມົດເຫລົ່ານີ້ແມ່ນລູກຫລານຂອງອາເຊ. ຫົວຫນ້າໃນຄອບຄົວບັນພະບຸຣຸດຂອງພວກເຂົາ, ເປັນຄົນແຂງແຮງອົງອາດກ້າຫານ, ແລະ ເປັນເຈົ້ານາຍໃຫຍ່ທ່າມກາງພວກຜູ້ນຳ. ໄດ້ຂຶ້ນທະບຽນໄວ້ໃນສຳມະໂນຄົວເຊື້ອສາຍສຳລັບກອງທັບທະຫານໄດ້ສອງຫມື່ນຫົກພັນຄົນ, ໂດຍອີງໃສ່ຈຳນວນລາຍຊື່ທີ່ນັບໄດ້.
\s5
\c 8
\cl ບົດທີ 8
\p
\v 1 ເບັນຢາມິນໃຫ້ກຳເນີດເບລາລູກຫົວປີ, ອາຊະເບັນເປັນຄົນທີສອງ, ອາຮາຣາເປັນຄົນທີສາມ,
\v 2 ໂນຮາຄົນທີສີ່, ຣາຟາຄົນທີຫ້າ.
\v 3 ລູກຊາຍຂອງເບລາຄື ອັດດາ, ເກຣະ, ອາບີຮູດ.
\v 4 ອາບີຊູອາ, ນາອາມານ, ອາໂຮອາ,
\v 5 ເກຣະ, ເຊຟູຟານ ແລະຮູຣາມ.
\s5
\v 6 ຕໍ່ໄປນີ້ເປັນເຊື້ອສາຍຂອງເອຮຸດ ຊຶ່ງພວກເຂົາເປັນຫົວຫນ້າບັນພະບຸຣຸດຂອງຊາວເມືອງເກບາ ແລະ ພວກເຂົາໄດ້ຖືກກວາດໄປເປັນຊະເລີຍໃນເມືອງມານາຮາດ:
\v 7 ນາອາມານ, ອາຮີຢາ ແລະ ເກຣະ. ພວກເຂົາໄດ້ຖືກກວາດໄປເປັນຊະເລີຍ ແລະ ໄດ້ລູກຊື່ອຸດຊາ ແລະ ອາຮີຮູດ.
\s5
\v 8 ຊາຮາຣາຢິມໄດ້ລູກໃນດິນແດນໂມອາບ ຫລັງຈາກທີ່ລາວໄດ້ປະຮ້າງຮູຊີມ ແລະ ບາອາຣາເມຍຂອງລາວໄປແລ້ວ.
\v 9 ລາວໄດ້ລູກກັບນາງໂຮເດັດເມຍຂອງລາວຄື ໂຢບັບ, ຊິບີຢາ, ເມຊາ, ແລະ ມັນກາມ,
\v 10 ເຢອູດ, ຊາເຄຍ ແລະ ມິຣະມາ. ຄົນເຫລົ່ານີ້ເປັນລູກຊາຍຂອງຊາຮາຣາຢິມ ຊຶ່ງເປັນຫົວຫນ້າບັນພະບຸຣຸດຂອງພວກເຂົາ.
\v 11 ລາວໄດ້ກາຍເປັນພໍ່ຂອງລູກຄືອາບີຕຸບ ແລະ ເອນປາອານ ຊຶ່ງໄດ້ຈາກນາງຮູຊີມ.
\s5
\v 12 ລູກຊາຍຂອງເອນປາອານຄື ເອເບີ, ມີຊາມ ແລະ ເຊເມັດ (ຜູ້ນີ້ໄດ້ສ້າງເມືອງໂອໂນ ແລະ ເມືອງໂລດ ພ້ອມກັບຫມູ່ບ້ານອ້ອມຂ້າງ).
\v 13 ຍັງມີເບຣິອາ ແລະ ເຊມາ. ພວກເຂົາເປັນຫົວຫນ້າບັນພະບຸຣຸດຂອງຊາວເມືອງອາຢາໂລນ ແມ່ນພວກນີ້ເອງທີ່ໄດ້ຂັບໄລ່ຊາວເມືອງກັດໃຫ້ຫນີໄປ.
\s5
\v 14 ອາຮີໂອ, ຊາຊັກ ແລະ ເຢເຣໂມດ.
\v 15 ເຊບາດີຢາ, ອາຣັດ, ເອເດ,
\v 16 ມີກາເອນ, ອິຊະປາ ແລະ ໂຢຮາ ຊຶ່ງເປັນລູກຊາຍຂອງເບຣິອາ.
\v 17-18 ເຊບາດີຢາ, ເມຊຸນລຳ, ຮິດຊະກີ, ເຮເບ, ອີຊະເມຣາຍ, ອິດຊະລີຢາ, ແລະ ໂຢບັບເປັນລູກຊາຍຂອງເອນປາອານ.
\s5
\v 19-21 ຢາກີມ, ຊິກຣີ, ຊັບດີ, ເອລີເອນາຍ, ຊິນເລທາຍ, ເອລີເອນ, ອາດາຢາ, ເບຣາຢາ, ແລະ ຊິມຣາດເປັນລູກຊາຍຂອງຊິເມອີ.
\s5
\v 22-25 ອີຊະປັນ, ເຮເບ, ເອລີເອນ, ອັບໂດນ, ຊິກຣີ, ຮານານ ຮານານີຢາ, ເອລາມ, ອັນໂທທີຢາ, ອິບເດຢາ, ແລະ ເປນູເອນຜູ້ເປັນລູກຊາຍຂອງຊາຊັກ.
\s5
\v 26-27 ເຢໂຣຮາມມີລູກຊາຍດັ່ງນີ້: ເຊຮາຣີຢາ, ອາທາລີຢາຢາອາເຣຊີຢາ, ເອລີຢາ ແລະ ຊິກຣີ.
\v 28 ຄົນເຫລົ່ານີ້ເປັນຫົວຫນ້າບັນພະບຸຣຸດຂອງພວກເຂົາ ຕາມເຊື້ອສາຍຂອງພວກເຂົາເປັນຊັ້ນຫົວຫນ້າຜູ້ທີ່ໄດ້ອາໃສຢູ່ໃນນະຄອນເຢຣູຊາເລັມ.
\s5
\v 29 ພໍ່ຂອງກິເບໂອນ, ເຢອີເອັນ, ກໍໄດ້ອາໄສຢູ່ໃນເມືອງກິເບໂອນພ້ອມກັບເມຍຂອງເພິ່ນຊື່ມາອາກາ.
\v 30 ລູກຊາຍຫົວປີຂອງເພິ່ນຊື່ອັບໂດນ ແລ້ວກໍມີ ຊູເຣ, ກີເຊ, ບາອານ, ນາດາບ,
\v 31 ເກໂດເຣ, ອາຮີໂອ, ແລະ ເຊເກ.
\s5
\v 32 ລູກຊາຍຂອງເຢອີເອນອີກຄົນຫນຶ່ງຄື ມິກໂລດ, ຊຶ່ງເປັນພໍ່ຂອງຊິເມອາ. ພວກເຂົາໄດ້ອາໄສຢູ່ຟາກກົງກັນຂ້ວາມກັບຍາດພີ່ນ້ອງຂອງພວກເຂົາໃນນະຄອນເຢຣູຊາເລັມເຫມືອນກັນໂດຍທີ່ພວກເຂົາອາໄສຢູ່ກັບພວກພີ່ນ້ອງຂອງພວກເຂົາ.
\v 33 ເນ ເປັນບິດາຂອງກີເຊ. ກີເຊເປັນບິດາຂອງຊາອູນ. ຊາອູນເປັນບິດາຂອງໂຢນາທານ, ມັນກີຊົວ, ອາບີນາດາບ ແລະ ເອຊະບາອານ.
\v 34 ລູກຊາຍຂອງໂຢນາທານຄື ເມຣິບບາອານ ແລະ ເມຣິບບາອານເປັນບິດາຂອງມີກາ.
\s5
\v 35 ລູກຊາຍຂອງມີກາຄື ປີໂທນ, ເມເລັກ, ຕາເຣອາ ແລະອາຮາດ.
\v 36 ອາຮາດ ເປັນບິດາຂອງເຢໂຮອາດດາ. ເຢໂຮອາດດາເປັນບິດາຂອງອາເລເມດ, ອາຊະມາເວດ, ແລະ ຊິມຣີ. ຊິມຣີເປັນບິດາຂອງໂມຊາ.
\v 37 ໂມຊາເປັນບິດາຂອງບິເນອາ. ລູກຊາຍຂອງບິເນອາຄື ຣາຟາ. ລູກຊາຍຂອງລາຟາຄືເອເລອາສາ. ລູກຊາຍຂອງເອເລອາສາຄື ອາເຊນ.
\s5
\v 38 ອາເຊນມີລູກຊາຍຫົກຄົນ ແລະຕໍ່ໄປນີ້ແມ່ນຊື່ຂອງພວກເຂົາຄື ອັດຊະຣິກາມ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ ໂອບາດີຢາ, ແລະ ຮານານ. ທັງຫມົດນີ້ເປັນພວກລູກຊາຍຂອງອາເຊວ.
\v 39 ພວກລູກຊາຍຂອງເອເຊັກນ້ອງຊາຍຂອງເພິ່ນຄື ອຸລາມລູກກົກ, ເຢອຸດຜູ້ທີສອງ ແລະ ເອລີເຟເລັດ ເປັນຜູ້ທີສາມ.
\v 40 ລູກຊາຍຂອງອຸລາມເປັນທະຫານທີ່ເກັ່ງກ້າ ແລະ ນັກຍິງທະນູທີ່ຊຳນານ. ພວກເຂົາມີລູກຫລານຫລາຍກວ່າຫນຶ່ງຮ້ອຍຫ້າສິບຄົນ. ຄົນທັງຫມົດເຫລົ່ານີ້ເປັນລູກຫລານຂອງເບັນຢາມິນ.
\s5
\c 9
\cl ບົດທີ 9
\p
\v 1 ຊາວອິສະຣາເອນທັງຫມົດໄດ້ຂຶ້ນທະບຽນສຳມະໂນຄົວໄວ້ຕາມບັນດາເຊື້ອສາຍ ແລະ ເບິ່ງແມ໋ ທະບຽນສຳມະໂນນີ້ກໍຖືກບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິສະຣາເອນ. ຢູດາຜູ້ຖືກກວາດໄປເປັນຊະເລີຍໃນບາບີໂລນ ເພາະການບາບຂອງພວກເຂົາ.
\v 2 ພວກທຳອິດທີ່ເຂົ້າມາອາໄສໃນບັນດາຫົວເມືອງຕ່າງທີ່ເປັນກຳມະສິດຂອງພວກເຂົານັ້ນຄື ຊາວອິສະຣາເອນ, ພວກປະໂລຫິດ, ພວກເລວີ ແລະ ພວກຜູ້ຮັບໃຊ້ປະຈຳພຣະວິຫານ.
\v 3 ມີປະຊາຊົນບາງຄົນຈາກພວກຢູດາ, ພວກເບັນຢາມິນ, ພວກເອຟາຣາອິມ ແລະ ພວກມານາເຊໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ.
\s5
\v 4 ບັນດາຜູ້ຕັ້ງຖິ່ນຖານລວມທັງອຸທາຍເປັນລູກຊາຍຂອງອຳມີຮຸດ, ເປັນລູກຊາຍຂອງອົມຣີ, ເປັນລູກຊາຍຂອງບານີຈາກເຊື້ອສາຍຂອງເປເຣັດ ຜູ້ເປັນລູກຢູດາ.
\v 5 ຈາກພວກຊີໂລຄື ອາສາຢາລູກຫົວປີ ແລະ ບັນດາລູກຊາຍຂອງລາວ.
\v 6 ຈາກພວກເຊື້ອສາຍຂອງເຊຣາຄື ເຢອູເອນ. ເຊື້ອສາຍຂອງລາວຫົກຮ້ອຍເກົ້າສິບຄົນ.
\s5
\v 7 ທ່າມກາງເຊື້ອສາຍຂອງເບັນຢາມິນຄື ສັນລູຜູ້ເປັນລູກຊາຍເມຊຸນລຳ, ເປັນລູກຊາຍໂຮດາວີຢາ, ເປັນລູກຊາຍ ຮັດເສນູອາ.
\v 8 ຍັງມີອິບເນຢາລູກຊາຍເຢໂຣຮາມ; ເອລາລູກຊາຍອຸດຊີ, ອຸດຊີເປັນລູກຊາຍມິກຣີ; ແລະ ເມຊຸນລຳລູກຊາຍເຊຟາຕີຢາ, ເປັນລູກຊາຍເຣອູເອນ, ເປັນລູກຊາຍອິບນີຢາ.
\v 9 ພີ່ນ້ອງທັງຫລາຍຂອງພວກເຂົາໄດ້ຖືກບັນທຶກໄວ້ໃນບັນຊີເຊື້ອສາຍນັບໄດ້ເກົ້າຮ້ອຍຫ້າສິບຫົກຄົນ. ທັງຫມົດນີ້ເປັນຫົວຫນ້າຂອງບັນພະບຸຣຸດຕາມຄອບຄົວບັນພະບຸຣຸດຂອງພວກເຂົາ.
\s5
\v 10 ຈາກບັນດາປະໂລຫິດມີ ເຢດາຢາ, ເຢໂຮຢາຣິບ, ແລະ ຢາກິນ.
\v 11 ຜູ້ເປັນລູກຊາຍຮິນກີຢາ, ເປັນລູກຊາຍເມຊຸນລຳ, ເປັນລູກຊາຍຊາໂດກ, ເປັນລູກຊາຍເມຣາໂຢດ, ເປັນລູກຊາຍອາຮີຕຸບ ຊຶ່ງເປັນເຈົ້າຫນ້າທີ່ປົກຄອງຂອງພຣະວິຫານຂອງພຣະເຈົ້າ.
\s5
\v 12 ມີອາດາຢາຜູ້ເປັນລູກຊາຍເຢໂຣຮາມ, ເປັນລູກຊາຍປັດຊູ, ເປັນລູກຊາຍມັນກີຢາ. ຍັງມີມາອາໄສ, ເປັນລູກຊາຍອາດີເອນ, ເປັນລູກຊາຍຢາເຊຣາຜູ້ເປັນລູກຊາຍເມຊຸນລຳ, ເປັນລູກຊາຍເມຊິນເລມິດ, ເປັນລູກຊາຍອິມເມ.
\v 13 ຍາດພີ່ນ້ອງທີເປັນຫົວຫນ້າຄອບຄົວບັນພະບຸຣຸດຂອງພວກເຂົາລວມມີຫນຶ່ງພັນເຈັດຮ້ອຍຫົກສິບຄົນເປັນຄົນ. ພວກເຂົາເປັນຜູ້ທີ່ເກັ່ງກ້າສາມາດຫລາຍ ເພື່ອເຮັດວຽກບົວລະບັດໃນພຣະວິຫານຂອງພຣະເຈົ້າ.
\s5
\v 14 ທ່າມກາງພວກເລວີ, ມີເຊມາຢາຜູ້ເປັນລູກຊາຍຮັດຊຸບ, ເປັນລູກຊາຍອັດຊະຣິກາມ, ເປັນລູກຊາຍຮາຊາບີຢາ ລູກຫລານຂອງເມຣາຣີ.
\v 15 ຍັງມີບັກບັກກາ, ເຮເຣັດ, ກາລັນ ແລະມັດຕານີຢາ ຜູ້ເປັນລູກຊາຍມີກາ, ເປັນລູກຊາຍຊິກຣີ, ເປັນລູກຊາຍ ອາສັບ.
\v 16 ຍັງມີໂອບາດີຢາຜູ້ເປັນລູກຊາຍເຊມາຢາ, ເປັນລູກຊາຍກາລັນ, ເປັນລູກຊາຍເຢດູທູນ; ແລະ ເບເຣກີຢາ, ຜູ້ເປັນລູກຊາຍອາຊາ, ເປັນລູກຊາຍເອນການາ, ພວກທີ່ອາໄສຢູ່ໃນຊົນນະບົດຂອງຊາວເນໂຕຟາ.
\s5
\v 17 ພວກຜູ້ເຝົ້າປະຕູຄື ຊານລູມ, ອັກກຸບ, ຕັນໂມນ, ອາຮີມານ, ແລະ ພີ່ນ້ອງຂອງພວກເຂົາ ຊານລູມເປັນຫົວຫນ້າ.
\v 18 ແຕ່ກ່ອນພວກເຂົາເປັນຜູ້ເຝົ້າປະຕູຂອງກະສັດທາງດ້ານທິດຕາເວັນອອກສຳລັບຄ້າຍຂອງພວກລູກຫລານເລວີ.
\v 19 ຊານລູມເປັນລູກຊາຍໂກເຣ, ເປັນລູກຊາຍເອບີອາສັບ, ເປັນລູກຊາຍໂກຣາ, ພີ່ນ້ອງຂອງພວກເຂົາຈາກຄອບຄົວບັນພະບຸຣຸດຂອງພວກເຂົາຄື ຄົນໂກຣາ ຊຶ່ງເປັນຜູ້ເບິ່ງແຍງວຽກງານໃນການບົວລະບັດ, ເປັນຜູ້ເຝົ້າຍາມປະຕູຫໍເຕັນ, ເຫມືອນກັບບັນພະບຸຣຸດຂອງພວກເຂົາ, ແລະ ເປັນຜູ້ເບິ່ງແຍງຄ້າຍຂອງພຣະຢາເວ ແລະ ທາງເຂົ້າ.
\s5
\v 20 ຟີເນຮາດລູກຊາຍຂອງເອເລອາຊາເປັນຜູ້ປົກຄອງພວກເຂົາໃນຄາວກ່ອນ, ແລະພຣະຢາເວໄດ້ສະຖິດຢູ່ກັບພວກເຂົາ.
\v 21 ເຊຄາຣີຢາລູກຊາຍເມເຊເລມີຢາ ເປັນຜູ້ເຝົ້າທາງເຂົ້າປະຕູສູ່ທາງເຂົ້າພຣະວິຫານ, "ຫໍເຕັນແຫ່ງການຊຸມນຸມ."
\s5
\v 22 ພວກທີ່ຖືກເລືອກໃຫ້ເປັນຜູ້ເຝົ້າປະຕູນັ້ນມີສອງຮ້ອຍສິບສອງຄົນ. ພວກເຂົາໄດ້ຂຶ້ນທະບຽນສຳມະໂນຄົວເຊື້ອສາຍໄວ້ໃນເມືອງຕ່າງໆຂອງພວກເຂົາ. ກະສັດດາວິດ ແລະ ຊາມູເອນຜູ້ທຳນວາຍໄດ້ສະຖາປະນາພວກເຂົາໄວ້ໃນຕຳແຫນ່ງຫນ້າທີ່ນັ້ນແລ້ວ.
\v 23 ດັ່ງນັ້ນ ພວກເຂົາ ແລະ ລູກຫລານຂອງພວກເຂົາຈຶ່ງເປັນຜູ້ເບິ່ງແຍງປະຕູທາງເຂົ້າພຣະວິຫານຂອງພຣະຢາເວ, ແລະ ເປັນຜູ້ເຝົ້າຍາມປະຕູພຣະວິຫານຂອງຫໍເຕັນ.
\v 24 ພວກຜູ້ເຝົ້າຍາມປະຕູກໍຢູ່ທັງສີ່ທິດຄື ທິດຕາເວັນອອກ, ທິດຕາເວັນຕົກ, ທິດເຫນືອ, ແລະ ທິດໃຕ້.
\s5
\v 25 ພີ່ນ້ອງຂອງພວກເຂົາ, ທີ່ຢູ່ໃນຫມູ່ບ້ານຂອງພວກເຂົານັ້ນ, ໄດ້ຫມຸນວຽນເຂົ້າມາເຮັດວຽກທຸກໆເຈັດມື້ ຕາມເວລາກຳນົດ
\v 26 ເພາະສີ່ທ່ານທີ່ເປັນຜູ້ນຳໃນຫນ້າທີ່ການເຝົ້າຍາມ, ເປັນຊາວເລວີ, ມີຕຳແຫນ່ງເປັນຜູ້ເບິ່ງແຍງຫ້ອງ ແລະ ຄັງຂອງພຣະວິຫານຂອງພຣະເຈົ້າ.
\v 27 ພວກເຂົາໄດ້ເຝົ້າອ້ອມຮອບພຣະວິຫານຂອງພຣະເຈົ້າທັງຄືນ ເພາະຫນ້າທີ່ເຝົ້າຮັກສາໄດ້ຕົກຢູ່ກັບພວກເພິ່ນ. ພວກເພິ່ນຖືກະແຈ ຊຶ່ງມີຫນ້າທີ່ໄຂປະຕູໃນທຸກເຊົ້າ.
\s5
\v 28 ບາງຄົນເປັນຄົນປະຈຳການເບິ່ງແຍງເຄື່ອງໃຊ້ໃນການບົວລະບັດພຣະວິຫານ; ເພາະວ່າຈະເບີກອອກໄປ ຫລື ຮັບເຂົ້າມາຕ້ອງນັບທຸກເທື່ອ.
\v 29 ບາງຄົນຖືກແຕ່ງຕັ້ງໃຫ້ເບິ່ງແຍງຮັກສາເຄື່ອງໃຊ້ທົ່ວໄປ ແລະ ເບິ່ງແຍງເຄື່ອງໃຊ້ຂອງສະຖານທີ່ບໍຣິສຸດທັງຫມົດ ລວມທັງເບິ່ງແຍງແປ້ງເຂົ້າທີ່ລະອຽດ, ນ້ຳອະງຸ່ນ, ນ້ຳມັນ, ກຳຍານ, ແລະ ເຄື່ອງຫອມຕ່າງໆ.
\s5
\v 30 ບາງຄົນຊຶ່ງເປັນລູກຊາຍຂອງປະໂລຫິດກໍຕຽມເຄື່ອງຫອມຕ່າງໆປະສົມກັນເຮັດນ້ຳມັນຫອມ.
\v 31 ມັດຕີທີຢາຄົນເລວີຄົນຫນຶ່ງ ຜູ້ເປັນລູກຫົວປີຂອງຊານລູມຄົນໂກຣາ ເປັນຜູ້ປະຈຳການເຮັດເຂົ້າຈີ່ສຳລັບການຖວາຍ.
\v 32 ພີ່ນ້ອງຂອງພວກເຂົາບາງຄົນຊຶ່ງເປັນຄົນໂກຮາດ, ເປັນຜູ້ເບິ່ງແຍງເຂົ້າຈີ່ທີ່ຢູ່ຫນ້າພຣະພັກ ມີຫນ້າທີ່ຈັດຕຽມໃນທຸກໆວັນສະບາໂຕ.
\s5
\v 33 ຕໍ່ໄປນີ້ເປັນພວກນັກຮ້ອງທີ່ເປັນຫົວຫນ້າຂອງບັນພະບຸຣຸດພວກເລວີຜູຸ້ອາໄສຢູ່ໃນຫ້ອງໃນພຣະວິຫານໂດຍບໍ່ຕ້ອງເຮັດການບົວລະບັດຢ່າງອື່ນ ເພາະພວກເຂົາຢູ່ເວນຍາມທັງກາງເວັນ ແລະກາງຄືນ.
\v 34 ຄົນເຫລົ່ານີ້ແມ່ນບັນດາຫົວຫນ້າຂອງຄົນເລວີ ຕາມເຊື້ອສາຍຂອງພວກເຂົາເປັນຫົວຫນ້າຊຶ່ງອາໄສຢູ່ທີ່ນະຄອນເຢຣູຊາເລັມ.
\s5
\v 35 ໃນເມືອງກິເບໂອນນັ້ນ ເຢອີເອນພໍ່ຂອງກິເບໂອນອາໄສຢູ່ ພ້ອມກັບເມຍຂອງເພິ່ນຊື່ມາອາກາ.
\v 36 ລູກຊາຍກົກຂອງເພິ່ນຊື່ອັບໂດນ, ແລະ ຊູເຣ ກີເຊ, ບາອານ, ເນ, ແລະ ນາດາບ,
\v 37 ເກໂດເຣ, ອາຮີໂອ, ເຊຄາຣີຢາ ແລະ ມິກໂລດ.
\s5
\v 38 ມີກໂລດໄດ້ລູກຊື່ ຊີເມອານ. ຄົນເຫລົ່ານີ້ໄດ້ອາໄສຢູ່ໃກ້ພວກພີ່ນ້ອງຂອງພວກເຂົາໃນນະຄອນເຢຣູຊາເລັມ.
\v 39 ເນເປັນບິດາຂອງກີເຊ, ກີເຊເປັນບິດາຂອງຊາອູນ. ຊາອູນເປັນບິດາຂອງໂຢນາທານ, ມັນກີຊົວ, ອາບີນາດາບ ແລະ ເອຊະບາອານ.
\v 40 ລູກຊາຍຂອງໂຢນາທານຊື່ເມຣິບບາອານ. ເມຣິບບາອານເປັນບິດາຂອງມີກາ.
\s5
\v 41 ລູກຊາຍຂອງມີກາຄື ປີໂທນ, ເມເລັກ, ຕາເຣອາ ແລະອາຮາດ.
\v 42 ອາຮາດເປັນບິດາຂອງຢາຣາ. ຢາຣາເປັນບິດາຂອງອາເລເມດ, ອາຊະມາເວດ ແລະ ຊິມຣີ. ຊິມຣີ ເປັນບິດາຂອງໂມຊາ.
\v 43 ໂມຊາເປັນບິດາຂອງບິເນອາ. ລູກຊາຍຂອງບິເນອາຄືເຣຟາຢາ. ລູກຊາຍຂອງເຣຟາຢາຄືເອເລອາສາ. ລູກຊາຍຂອງເອເລອາສາຄື ອາເຊນ.
\v 44 ອາເຊນມີລູກຊາຍຫົກຄົນ ແລະຕໍ່ໄປນີ້ເປັນຊື່ຂອງພວກເຂົາຄື ອັດຊະຣິກາມ, ໂບເກຣູ, ອິດຊະມາເອນ, ເຊອາຣີຢາ, ໂອບາດີຢາ, ແລະ ຮານານ. ຄົນເຫລົ່ານີ້ເປັນລູກຊາຍຂອງອາເຊນ.
\s5
\c 10
\cl ບົດທີ 10
\p
\v 1 ບັດນີ້ຄົນຟີລິສະຕີນໄດ້ສູ້ຮົບກັບຄົນອິສະຣາເອນ. ຄົນອິສະຣາເອນໄດ້ປົບຫນີຕໍ່ຫນ້າຄົນຟີລິສະຕີນ ແລະ ໄດ້ລົ້ມຕາຍຢູ່ເທິງພູເຂົາກິນໂບອາ.
\v 2 ພວກຟີລິສະຕີນໄດ້ໄລ່ທັນຊາອູນກັບພວກລູກຊາຍ. ຄົນຟີລິສະຕີນໄດ້ຂ້າໂຢນາທານ, ອາບີນາດາບ, ແລະ ມັນກີຊົວລູກຊາຍຂອງຊາອູນ.
\v 3 ການສູ້ຮົບຂອງຊາອູນດຸເດືອດຫລາຍ ແລະ ນັກຍິງທະນູໄດ້ມາເຖິງພະອົງ. ພະອົງບາດເຈັບສາຫັດດ້ວຍສີມື ຂອງນັກຍິງທະນູ.
\s5
\v 4 ຊາອູນສັ່ງຄົນທີ່ຖືອາວຸດຂອງພະອົງວ່າ “ຈົ່ງຖອດດາບອອກແທງເຮົາໃຫ້ຊອດເຖີດ. ຖ້າບໍ່ດັ່ງນັ້ນ, ຢ້ານວ່າຄົນທີ່ບໍ່ໄດ້ຮັບພິທີຕັດເຫລົ່ານີ້ຈະເຂົ້າມາແທງເຮົາ ແລະ ປະຈານຂາຍຫນ້າເຮົາ.” ແຕ່ຜູ້ຖືອາວຸດບໍ່ຍອມເຮັດຕາມ ເພາະລາວຢ້ານຫລາຍ ຊາອູນຈຶ່ງໄດ້ຖອດດາບຂອງພະອົງອອກ ແລະ ລົ້ມທັບປາຍດາບນັ້ນ.
\s5
\v 5 ເມື່ອຜູ້ຖືອາວຸດເຫັນວ່າຊາອູນສິ້ນພະຊົນແລ້ວ, ລາວກໍລົ້ມທັບດາບຂອງລາວຕາຍນຳກັນ.
\v 6 ດັ່ງນັ້ນ, ຊາອູນໄດ້ສິ້ນພະຊົນ, ພ້ອມກັບລູກຊາຍທັງສາມຂອງພະອົງ, ແລະ ຄອບຄົວທັງຫມົດຂອງພະອົງກໍຕາຍໄປພ້ອມກັນ.
\s5
\v 7 ເມື່ອບັນດາຊາວອິສະຣາເອນທີ່ຢູ່ໃນຮ່ອມພູເຫັນວ່າກອງທັບປົບຫນີໄປ, ແລະ ຊາອູນພ້ອມລູກຊາຍຂອງພະອົງກໍສິ້ນພະຊົນແລ້ວ, ພວກເຂົາກໍປະຖິ້ມບ້ານເມືອງຂອງພວກເຂົາ ແລະຫລົບຫນີໄປ. ພວກຟີລິສະຕີນກໍເຂົ້າມາອາໄສຢູ່ໃນບ່ອນນັ້ນ.
\v 8 ຢູ່ມາໃນເຊົ້າມື້ໃຫມ່, ເມື່ອຄົນຟີລິສະຕີນມາຖອດເອົາສິ່ງຂອງຈາກຄົນທີ່ຖືກຂ້າ, ພວກເຂົາກໍໄດ້ພົບສົບຂອງຊາອູນ ແລະ ລູກຊາຍທັງສາມຢູ່ເທິງພູເຂົາກິນໂບອາ.
\s5
\v 9 ພວກເຂົາກໍຖອດເອົາເຄື່ອງ ແລະ ເອົາຫົວພ້ອມກັບອາວຸດຂອງພະອົງໄປ. ພວກເຂົາໄດ້ສົ່ງຜູ້ສົ່ງຂ່າວໄປທົ່ວດິນແດນຟີລິສະຕີນ ໃຫ້ນຳຂ່າວດີໄປເຖິງຮູບເຄົາຣົບທັງຫລາຍ ແລະປະຊາຊົນຂອງພວກເຂົາ.
\v 10 ພວກເຂົາເອົາເຄື່ອງອາວຸດຂອງພະອົງໄປວາງໄວ້ໃນວິຫານຮູບເຄົາຣົບຂອງພວກເຂົາ, ແລະ ເອົາເຫລັກຕະປູຕອກໃສ່ຫົວຂອງພະອົງຕິດໄວ້ໃນວິຫານຂອງພະດາໂກນ.
\s5
\v 11 ເມື່ອຄົນທັງຫລາຍໃນເມືອງຢາເບັດແຂວງກິເລອາດໄດ້ຍິນເລື່ອງທັງຫມົດທີ່ຄົນຟີລິສະຕີນໄດ້ເຮັດແກ່ຊາອູນ,
\v 12 ທະຫານທີ່ເກັ່ງກ້າທັງຫມົດກໍໄດ້ລຸກຂຶ້ນໄປເອົາສົບຂອງຊາອູນ ແລະ ຊາກສົບຂອງພວກລູກຊາຍຂອງພະອົງ ໂດຍນຳມາໄວ້ທີ່ຢາເບັດ. ພວກເຂົາໄດ້ຝັງກະດູກຂອງພວກເພິ່ນຢູ່ກ້ອງຕົ້ນໂອກໃນຢາເບັດ ແລະ ໄດ້ພາກັນອົດອາຫານເຈັດມື້.
\s5
\v 13 ດັ່ງນັ້ນຊາອູນໄດ້ຕາຍໃນຄວາມບາບທີ່ພະອົງໄດ້ເຮັດຕໍ່ພຣະຢາເວ. ພະອົງບໍ່ໄດ້ຮັກສາພຣະຄຳຂອງພຣະຜູ້ເປັນເຈົ້າ, ແຕ່ວ່າ ອີກບັນຫາຫນຶ່ງ ຍ້ອນພະອົງຊອກຫາການນຳ ໂດຍໄປປຶກສາກັບຄົນເຂົ້າຊົງ.
\v 14 ດັ່ງນັ້ນພຣະຢາເວຈຶ່ງໄດ້ສັງຫານພະອົງ ແລະ ໄດ້ຍົກຣາຊະອານາຈັກໃຫ້ແກ່ດາວິດລູກຊາຍຂອງເຢຊີ.
\s5
\c 11
\cl ບົດທີ 11
\p
\v 1 ແລ້ວຄົນອິສະຣາເອນທັງຫມົດກໍຊຸມນຸມກັນເພື່ອເຂົ້າເຝົ້າດາວິດທີ່ເມືອງເຮັບໂຣນທູນວ່າ “ເບິ່ງແມ໋, ຂ້າພະອົງທັງຫລາຍເປັນກະດູກ ແລະ ເນື້ອຫນັງຂອງພະອົງ.
\v 2 ໃນຄາວກ່ອນ, ເມື່ອຊາອູນເປັນກະສັດ ພະອົງໄດ້ເປັນຜູ້ນຳທະຫານອິສະຣາເອນ. ພຣະຢາເວ ພຣະເຈົ້າຂອງພະອົງກ່າວແກ່ພະອົງວ່າ ‘ເຈົ້າຈະລ້ຽງດູອິສະຣາເອນປະຊາຊົນຂອງເຮົາ, ແລະ ເຈົ້າຈະເປັນເຈົ້ານາຍປົກຄອງອິສະຣາເອນປະຊາຊົນຂອງເຮົາ.’”
\v 3 ດັ່ງນັ້ນພວກຜູ້ໃຫຍ່ທັງຫມົດຂອງຄົນອິສະຣາເອນກໍໄດ້ເຂົ້າເຝົ້າກະສັດທີ່ເມືອງເຮັບໂຣນ, ແລະ ດາວິດໄດ້ເຮັດຄຳຫມັ້ນສັນຍາກັບພວກເຂົາທີ່ເມືອງເຮັບໂຣນຕໍ່ພຣະພັກພຣະຢາເວ. ພວກເຂົາກໍເຈີມດາວິດໃຫ້ເປັນກະສັດປົກຄອງອິສະຣາເອນ. ດ້ວຍເຫດນີ້, ຕາມພຣະຄັມຂອງພຣະຢາເວທີ່ປະກາດໂດຍຜ່ານຊາມູເອນຈຶ່ງເປັນຄວາມຈິງ.
\s5
\v 4 ດາວິດ ແລະ ຄົນອິສະຣາເອນທັງຫມົດໄດ້ໄປນະຄອນເຢຣູຊາເລັມ (ນັ້ນຄືຄົນເຢບຸດ). ຂະນະນັ້ນຄົນເຢບຸດຄືຜູ້ອາໄສຂອງແຜ່ນດິນຢູ່ບ່ອນນັ້ນ.
\v 5 ຊາວເມືອງເຢບຸດທູນດາວິດວ່າ “ພະອົງຈະສະເດັດເຂົ້າມາບ່ອນນີ້ບໍ່ໄດ້.” ຢ່າງໃດກໍດີ ດາວິດໄດ້ຍຶດເອົາປ້ອມເມືອງຊີໂອນໄວ້ເປັນເມືອງຂອງດາວິດ.
\v 6 ດາວິດໄດ້ກ່າວ, “ຜູ້ໃດກໍຕາມທີ່ໂຈມຕີຊະນະຄົນເຢບຸດໄດ້ກ່ອນຫມູ່ຈະໄດ້ເປັນຫົວຫນ້າ ແລະ ຜູ້ບັງຄັບບັນຊາ.” ດັ່ງນັ້ນໂຢອາບລູກຊາຍຂອງນາງເຊຣູຢາໄດ້ໂຈມຕີກ່ອນ ລາວຈຶ່ງໄດ້ເປັນຫົວຫນ້າ.
\s5
\v 7 ຈາກນັ້ນ ດາວິດໄດ້ຢູ່ໃນທີ່ປ້ອມອັນເຂັ້ມແຂງ. ເພາະສະນັ້ນພວກເຂົາຈຶ່ງໃຫ້ຊື່ບ່ອນນັ້ນວ່າເມືອງຂອງດາວິດ.
\v 8 ພະອົງໄດ້ກໍ່ສ້າງກຳແພງອ້ອມຮອບເມືອງຕັັ້ງແຕ່ມິນໂລໂດຍຮອບ. ໂຢອາບກໍໄດ້ສ້ອມແປງສ່ວນທີ່ເຫລືອຂອງເມືອງນັ້ນ.
\v 9 ດາວິດໄດ້ຈະເຣີນຍິ່ງໃຫຍ່ຂຶ້ນ ເພາະວ່າພຣະຢາເວຈອມໂຍທາໄດ້ສະຖິດຢູ່ກັບພະອົງ.
\s5
\v 10 ຕໍ່ໄປນີ້ແມ່ນຄົນທີ່ເກັ່ງກ້າໃນພວກວິຣະບຸຣຸດທີ່ຢູ່ຝ່າຍດາວິດ, ຜູ້ທີ່ສະຫນັບສະຫນູນພະອົງຢ່າງແຂງແຮງໃນຣາຊະອານາຈັກຂອງພະອົງດ້ວຍກັນກັບຊາວອິສະຣາເອນທັງຫມົດ, ຕັ້ງພະອົງໃຫ້ເປັນກະສັດຕາມພຣະຄັມຂອງພຣະຢາເວກ່ຽວກັບເລື່ອງອິສະຣາເອນ.
\v 11 ຕໍ່ໄປນີ້ແມ່ນຈຳນວນວິຣະບຸຣຸດຂອງດາວິດຄື ຢາໂຊເບອາມລູກຊາຍຂອງຄົນຮັກໂມນີເປັນຫົວຫນ້າ, ພວກຜູ້ບັງຄັບບັນຊາທະຫານສາມສິບຄົນ. ລາວຍົກຫອກຂອງລາວສູ້ຮົບກັບຄົນສາມຮ້ອຍຄົນ ແລະ ຂ້າຕາຍໃນຄາວດຽວກັນ.
\s5
\v 12 ຖັດຈາກລາວຄືເອເລອາຊາ ລູກຊາຍໂດໂດ, ຄົນອາໂຮອາ, ຊຶ່ງເປັນຜູ້ຫນຶ່ງໃນວິຣະບຸຣຸດທັງສາມຄົນຂອງດາວິດ.
\v 13 ລາວຢູ່ກັບດາວິດທີ່ປັດດຳມີມ, ແລະ ເມື່ອຄົນຟີລິສະຕີນຊຸມນຸມກັນເຮັດສົງຄາມຢູ່ບ່ອນນັ້ນ, ມີທີ່ດິນຕອນຫນຶ່ງມີເຂົ້າບາເລເຕັມໄປຫມົດ ແລະ ຄົນທັງຫລາຍກໍປົບຫນີຕໍ່ຫນ້າຄົນຟີລິສະຕີນ.
\v 14 ພວກເຂົາໄດ້ຢືນຢູ່ທ່າມກາງທີ່ດິນຕອນນັ້ນ. ພວກເຂົາປ້ອງກັນດິນຕອນນັ້ນໄວ້ ແລະ ໄດ້ຂ້າຄົນຟີລິສະຕີນ ພຣະຢາເວໄດ້ຊ່ວຍພວກເຂົາໃຫ້ພົ້ນດ້ວຍຊັຍຊະນະອັນຍິ່ງໃຫຍ່.
\s5
\v 15 ຈາກນັ້ນໃນພວກນາຍທະຫານເອກສາມສິບຄົນນັ້ນ ມີສາມຄົນໄດ້ລົງໄປຮອດກ້ອນຫີນດານ ເພື່ອໄປຫາດາວິດຢູ່ໃນຖ້ຳອະດຸລາມ. ໃນຂະນະທີ່ກອງທັບຂອງຄົນຟີລິສະຕີນຕັ້ງຄ້າຍພັກທີ່ຮ່ອມພູເຣຟາຢິມ.
\v 16 ໃນຄາວນັ້ນ ດາວິດຢູ່ໃນປ້ອມທີ່ເຂັ້ມແຂງ ໃນຂະນະທີ່ກອງທັບຟີລິສະຕີນໄດ້ຕັ້ງປ້ອມຢູ່ທີ່ເບັດເລເຮັມ.
\v 17 ດາວິດໄດ້ກະຫາຍນ້ຳ ແລະ ກ່າວດ້ວຍຄວາມອາລັຍວ່າ, “ໂອ້ ໃຜນໍຈະສົ່ງນ້ຳຈາກບໍ່ນ້ຳທີ່ເບັດເລເຮັມ, ຊຶ່ງຢູ່ໃກ້ຂ້າງປະຕູເມືອງມາໃຫ້ເຮົາດື່ມໄດ້!”.
\s5
\v 18 ດັ່ງນັ້ນຄົນທັງສາມກໍແຫກຄ້າຍຂອງຄົນຟີລິສະຕີນເຂົ້າໄປ ແລະ ຕັກນ້ຳມາຈາກບໍ່ເບັດເລເຮັມ, ທີ່ຢູ່ຂ້າງປະຕູເມືອງ. ພວກເຂົາໄດ້ນຳເອົາມາຖວາຍແກ່ດາວິດ, ແຕ່ດາວິດບໍ່ໄດ້ດື່ມນ້ຳນັ້ນ. ແຕ່ພະອົງໄດ້ຖອກອອກຖວາຍແດ່ພຣະຢາເວແທນ.
\v 19 ຫລັງຈາກນັ້ນກ່າວວ່າ, “ໂອ້ ພຣະຢາເວ, ຂໍຢ່າໃຫ້ຂ້ານ້ອຍເຮັດການຢ່າງນີ້, ຄວນບໍທີ່ຂ້ານ້ອຍຈະດື່ມເລືອດຂອງຄົນເຫລົ່ານີ້ ຜູ້ທີ່ສ່ຽງຊີວິດຂອງພວກເຂົາ?” ເພາະຍ້ອນການສ່ຽງຊີວິດຂອງພວກເຂົາເອງ ພວກເຂົາຈຶ່ງໄດ້ເອົານ້ຳນີ້ມາ ເພາະສະນັ້ນ ດາວິດຈຶ່ງບໍ່ໄດ້ດື່ມນ້ຳທີ່ທະຫານເກັ່ງກ້າສາມຄົນນັ້ນໄດ້ເອົາມາ.
\s5
\v 20 ອາບີຊາຍນ້ອງຊາຍຂອງໂຢອາບ, ເປັນຫົວຫນ້າຂອງສາມຄົນນັ້ນ. ເພິ່ນໄດ້ຍົກຫອກຂອງເພິ່ນສູ້ຮົບກັບຄົນສາມຮ້ອຍ ແລະ ຂ້າພວກເຂົາ. ເພິ່ນຈຶ່ງໄດ້ຮັບຊື່ສຽງເຫມືອນກັບວິຣະບຸຣຸດສາມຄົນນັ້ນ.
\v 21 ໃນຈຳນວນສາມຄົນ, ເພິ່ນມີຊື່ສຽງຫລາຍກວ່າອີກສອງຄົນນັ້ນ ແລະ ໄດ້ເປັນຜູ້ບັງຄັບບັນຊາພວກເຂົາ. ແຕ່ເພິ່ນບໍ່ມີຍົດເທົ່າກັບສາມຄົນທຳອິດນັ້ນ.
\s5
\v 22 ເບນາຢາເປັນລູກຊາຍຂອງເຢໂຮຢາດາເປັນລູກຊາຍຜູ້ແຂງແຮງ ຜູ້ຊຶ່ງໄດ້ກະທຳໃນສິ່ງທີ່ກ້າຫານຫລາຍ. ລາວໄດ້ຂ້າລູກຊາຍສອງຄົນຂອງອາລີເອນຄົນໂມອາບ. ລາວໄດ້ລົງໄປຂ້າສິງໃຫຍ່ໃນຫລຸມໃນມື້ທີ່ມີຫິມະຕົກ.
\v 23 ລາວໄດ້ຂ້າຄົນເອຢິບ, ຄົນຫນຶ່ງເປັນຊາຍທີ່ມີຮູບຮ່າງໃຫຍ່ ສູງຫ້າສອກ. ຄົນເອຢິບຄົນນັ້ນຖືຫອກເຫມືອນໄມ້ກຳພັ້ນ ຕ່ຳແຜ່ນ, ແຕ່ເບນາອີຢາຖືໄມ້ເທົ້າລົງໄປຫາລາວ ແລະ ຍາດເອົາຫອກຈາກມືຂອງຄົນເອຢິບ ແລະ ຂ້າດ້ວຍຫອກຂອງລາວເອງ.
\s5
\v 24 ສິ່ງເຫລົ່ານີ້ເບນາຢາລູກຊາຍເຢໂຮຢາດາໄດ້ເຮັດ ແລະ ໄດ້ຮັບຊື່ສຽງໃນຫມູ່ທະຫານທີ່ເກັ່ງກ້າສາມຄົນນັ້ນ.
\v 25 ເບິ່ງແມ໋ ລາວມີຊື່ສຽງໂດງດັງກວ່າສາມສິບຄົນນັ້ນ, ແຕ່ລາວບໍ່ມີຍົດສັກເທົ່າກັບສາມຄົນທຳອິດ. ດາວິດໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ບັງຄັບບັນຊາທະຫານຮັກສາພະອົງ.
\s5
\v 26 ຍັງມີພວກທະຫານທີ່ເກັ່ງກ້າຂອງກອງທັບຄື ອາສາເຮນນ້ອງຊາຍຂອງໂຢອາບ, ເອນຮະນັນລູກຊາຍຂອງໂດໂດຊາວເບັດເລເຮັມ,
\v 27 ຊາມໂມດຊາວເມືອງຮາໂຣ, ເຮເລັດຄົນເປໂລນ,
\v 28 ອີຣາລູກຊາຍອິກເກດຊາວເມືອງເຕໂກອາ, ອາບີເອເຊຊາວເມືອງອານາໂທດ,
\v 29 ສິບເບກາຍຄົນຮູຊາຍ, ອີລາຍ ຄົນອາໂຮອາ,
\s5
\v 30 ມາຮາຣາຍຊາວເນໂຕຟາ, ເຮເລັດລູກຊາຍບາອານາຊາວເນໂຕຟາ,
\v 31 ອີໄທລູກຊາຍຣີບາຍເມືອງກີເບອາຄົນເບັນຢາມິນ, ເບນາຢາ ຊາວປີຣາໂທນ,
\v 32 ຮູຣາຍຊາວລາມທານກາອາດ, ອາບີເອນ ຄົນອາບາດ,
\v 33 ອາຊະມາເວດຄົນບາຮູຣູມ, ເອລີຢາບາ ຊາວຊາອານໂບນ.
\s5
\v 34 ລູກຫລານຮາເຊັມຄົນກິໂຊນ, ໂຢນາທານລູກຊາຍຊາກີ ຊາວຮາຣາ,
\v 35 ອາຮີອາມລູກຊາຍສາກາ ຊາວຮາຣາ, ເອລີຟັນ ລູກຊາຍອູເຣ,
\v 36 ເຮເຟ ຄົນເມເກຣາດ, ອາຮີຢາຄົນເປໂລນ,
\v 37 ເຮດຊະໂຣ ຊາວກາເມນ, ນາອາຣາຍລູກຊາຍເອຊະບາຍ.
\s5
\v 38 ໂຢເອນນ້ອງຊາຍນາທານ, ມິບຮາລາລູກຊາຍຮັກຣີ,
\v 39 ເຊເລັກຄົນອຳໂມນ, ນາຮາຣາຍ ຊາວເບໂຣທາຍ (ຜູ້ຖືອາວຸດຂອງໂຢອາບລູກຊາຍຂອງນາງເຊຣູຢາ),
\v 40 ອີຣາຄົນອິດຣີ, ກາເຣບຄົນອິດຣີ,
\v 41 ອູຣີຢາຄົນຮິດຕີ, ຊາບາດລູກຊາຍອາຮະລາຍ.
\s5
\v 42 ອາດີນາລູກຊາຍຊີຊາຄົນຣູເບັນ (ເປັນຫົວຫນ້າຂອງຄົນຣູເບັນ) ແລະສາມສິບຄົນທີ່ຢູ່ນຳກັນກັບພວກເຂົາ.
\v 43 ຮານານລູກຊາຍມາອາກາ, ແລະ ໂຢຊາຟັດ ຄົນມິດນີ,
\v 44 ອຸດຊີຢາຊາວອັດຊະເຕຣາດ, ຊາມາ ແລະ ເຢອີເອນລູກຊາຍໂຮທາມຄົນອາໂຣເອຄົນອາໂຣເອ,
\s5
\v 45 ເຢດີອາເອນລູກຊາຍຊິມຣີ, ໂຢຮາ (ນ້ອງຊາຍຂອງລາວ ຊາວຕີເຊ),
\v 46 ເອລີເອນຊາວມາຮາວາ, ເຢຣີບາຍ ແລະໂຢຊາວີຢາ ລູກຊາຍເອນນາອາມ, ອີທະມາ ຊາວໂມອາບ,
\v 47 ເອລີິເອນ, ໂອເບັດ ແລະ ຢາອາສີເອນ ຊາວເມໂຊບາ.
\s5
\c 12
\cl ບົດທີ 12
\p
\v 1 ຜູ້ຊາຍເຫລົ່ານີ້ໄດ້ມາຫາດາວິດທີ່ຊິກລັກ, ຂະນະທີ່ພະອົງຍັງລີ້ຊາອູນລູກຊາຍຂອງກີເຊ. ພວກເຂົາເປັນຄົນໃນຈຳພວກທີ່ເກັ່ງກ້າ ຊຶ່ງຊ່ວຍພະອົງໃນການສູ້ຮົບ.
\v 2 ພວກເຂົາເປັນນັກຍິງທະນູ ພວກເຂົາແກວ່ງກ້ອນຫີນດ້ວຍສະຫລິ່ງ ແລະ ຍິງທະນູໄດ້ດ້ວຍມືຂວາ ແລະ ຫລືມືຊ້າຍ. ພວກເຂົາເປັນຄົນເບັນຢາມິນ, ຊຶ່ງເປັນພີ່ນ້ອງຂອງຊາອູນ.
\s5
\v 3 ອາຮີເອເຊເປັນຫົວຫນ້າ, ຖັດໄປແມ່ນໂຢອາດລູກຊາຍຂອງເຊມາອາຊາວເມືອງກິເບອາ. ເຢຊີເອນ ກັບເປເລັດ ລູກຊາຍທັງສອງຂອງອາຊະມາເວດ. ຍັງມີເບຣາກາ, ເຢຮູຊາວອານາໂທດ,
\v 4 ອີຊະມາຢາຊາວກິເບໂອນ, ເປັນຄົນທີ່ເກັ່ງກ້າໃນຈຳພວກສາມສິບຄົນນັ້ນ (ແລະເປັນຫົວຫນ້າໃຫຍ່ໃນຈຳນວນສາມສິບຄົນນັ້ນ); ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ, ໂຢຊາບັດຊາວເມືອງເກເດຣາ,
\s5
\v 5 ເອລູຊາຍ, ເຢຣີໂມດ, ເບອາລີຢາ, ເຊມາຣີຢາ, ເຊຟາຕີຢາຄົນຮາຣຸບ,
\v 6 ອິດຊີຢາ, ອັດຊາເຣນ, ໂຢເອເຊ, ຢາໂຊເບອາມຄົນໂກຣາ, ແລະ
\v 7 ໂຢເອລາແລະ ເຊບາດີຢາ ລູກຊາຍຂອງເຢໂຣຮາມຊາວເກໂດເຣ.
\s5
\v 8 ຄົນຄາດບາງສ່ວນໄດ້ເຂົ້າໄປຫາດາວິດທີ່ປ້ອມອັນເຂັ້ມແຂງໃນຖິ່ນແຫ້ງແລ້ງກັນດານ. ພວກເຂົາເປັນຜູ້ທີ່ມີໃຈກ້າຫານ ແລະ ເປັນຜູ້ຊຳນານໃນການເຮັດເສິກ, ພວກເຂົາຖືໂລ່ ແລະ ຫອກ; ຮູບຫນ້າຂອງພວກເຂົາເຫມືອນຫນ້າໂຕສິງ. ພວກເຂົາແລ່ນໄວເຫມືອນກວາງຢູ່ເທິງພູເຂົາ.
\s5
\v 9 ເອເຊເປັນຜູ້ນຳ, ໂອບາດີຢາທີສອງ ແລະ ເອລີອາບທີສາມ,
\v 10 ມິດຊະມັນນາທີສີ່, ເຢເຣມີຢາທີຫ້າ,
\v 11 ອາດຕາຍທີຫົກ, ເອລີເອນທີເຈັດ,
\v 12 ໂຢຮານານທີແປດ, ເອນຊາບັດທີເກົ້າ,
\v 13 ເຢເຣມີຢາທີສິບ, ມັກບັນນາຍທີສິບເອັດ.
\s5
\v 14 ຄົນເຫລົ່ານີ້ເປັນລູກຊາຍຂອງຄົນຄາດ ເປັນນາຍທະຫານ. ເປັນຜູ້ນຳທະຫານຢ່າງຫນ້ອຍຫນຶ່ງຮ້ອຍຄົນ, ແລະເປັນຜູ້ນຳທະຫານຫລາຍທີ່ສຸດຫນຶ່ງພັນຄົນ.
\v 15 ພວກເຫລົ່ານີ້ເປັນຄົນທີ່ຂ້ວາມແມ່ນ້ຳຈໍແດນໃນເດືອນທຳອິດ ເມື່ອນ້ຳຖ້ວມຕາຝັ່ງທັງຫມົດ, ແລະ ຂັບໄລ່ຄົນທີ່ອາໄສຢູ່ຕາມບັນດາຮ່ອມພູ, ແຕກຫນີໄປທາງທິດຕາເວັນອອກ ແລະ ທິດຕາເວັນຕົກ.
\s5
\v 16 ມີຜູ້ຊາຍເບັນຢາມິນ ແລະ ຄົນຢູດາມາເຝົ້າຍາມດາວິດໃນປ້ອມກຳບັງທີ່ເຂັ້ມແຂງແລ້ວ.
\v 17 ດາວິດໄດ້ອອກໄປພົບພວກເຂົາ ແລະ ໄດ້ກ່າວກັບພວກເຂົາວ່າ: “ຖ້າທ່ານທັງຫລາຍມາຫາຂ້າພະເຈົ້າເພື່ອເປັນມິດໄມຕີ ເພື່ອຊ່ວຍຂ້າພະເຈົ້າ, ເພື່ອຮ່ວມກັບຂ້າພະເຈົ້າ, ແຕ່ຖ້າມາເພື່ອຈະມອບຂ້າພະເຈົ້າໃຫ້ແກ່ພວກສັດຕຣູຂອງຂ້າພະເຈົ້າ, ຂໍໃຫ້ພຣະເຈົ້າແຫ່ງບັນພະບຸຣຸດຂອງຂ້າພະເຈົ້າທັງຫລາຍທອດພຣະເນດ ແລະ ລົງໂທດທ່ານທັງຫລາຍເຖີດ, ເນື່ອງຈາກຂ້າພະເຈົ້າບໍ່ມີຄວາມຜິດໃດ.”
\s5
\v 18 ແລ້ວພຣະວິນຍານໄດ້ມາເທິງອາມາສາຍ, ຫົວຫນ້າພວກຜູ້ບັງຄັບບັນຊາທັງສາມສິບຄົນນັ້ນ ແລະ ເພິ່ນທູນວ່າ “ຂ້າແດ່ດາວິດ, ພວກຂ້ານ້ອຍທັງຫລາຍເປັນຂອງພະອົງ. ຂ້າແດ່ບຸດຂອງເຢຊີເອີຍ, ພວກເຮົາຢູ່ຝ່າຍພະອົງ, ລູກຂອງເຢຊີເອີຍ. ສັນຕິສຸກ, ຂໍສັນຕິສຸກ ຈົ່ງມີແດ່ພະອົງ. ຂໍສັນຕິສຸກຈົ່ງມີແດ່ຄົນທັງຫລາຍທີ່ຊ່ວຍພະອົງ, ເພາະວ່າພຣະເຈົ້າຂອງພະອົງໄດ້ອຸປະຖຳພະອົງຢູ່.” ແລ້ວດາວິດກໍໄດ້ຮັບພວກເຂົາໄວ້ ແລະ ໄດ້ຕັ້ງໃຫ້ເປັນນາຍທະຫານໃນກອງທັບ.
\s5
\v 19 ຈາກຕະກູນມານາເຊກໍມີຄົນຈຳນວນຫລາຍທີ່ໄດ້ຫລົບຫນີໄປເຂົ້າຝ່າຍດາວິດເຫມືອນກັນ ເມື່ອພະອົງມາກັບຄົນຟີລິດສະຕີນຕໍ່ສູ້ກັບຊາອູນ. ແຕ່ພວກຝ່າຍດາວິດບໍ່ໄດ້ຊ່ວຍຄົນຟີລິສະຕີນ, ເພາະພວກຜູ້ປົກຄອງຄົນຟີລິສະຕີນ ໄດ້ປຶກສາກັນ ແລະ ໄດ້ສົ່ງດາວິິດໄປ. ພວກເຂົາເວົ້າກັນວ່າ, “ລາວຈະຫລົບຫນີໄປຄືນດີກັບຊາອູນນາຍຂອງລາວ ຊຶ່ງສ່ຽງຕໍ່ຊີວິດຂອງພວກເຮົາ.”
\v 20 ຂະນະທີ່ດາວິດໄປເຖິງເມືອງຊິກລັກ, ຊາວມານາເຊພວກນີ້ໄດ້ຫລົບຫນີໄປສົມທົບກັບພະອົງຄື ອັດນາ, ໂຢຊາບັດ, ເຢດີອາເອນ, ມີກາເອນ, ໂຢຊາບັດ, ເອລີຮູ ແລະ ຊິນເລທາຍ, ຫົວຫນ້າບັນດາກອງພັນທີ່ຢູ່ໃນຕະກູນມານາເຊ.
\s5
\v 21 ພວກເຂົາຊ່ວຍເຫລືອດາວິດຕໍ່ສູ້ພວກໂຈນປຸ້ນ, ເພາະພວກເຂົາທັງຫມົດເປັນທະຫານທີ່ເກັ່ງກ້າ ແລະ ເປັນຜູ້ບັງຄັບບັນຊາໃນກອງທັບ.
\v 22 ໃນສມັຍນັ້ນ, ທຸກມື້ມີຄົນມາເຂົ້າຮ່ວມຝ່າຍຂອງດາວິດ ເພື່ອຈະຊ່ວຍເຫລືອພະອົງ, ຈົນເປັນກອງທັບໃຫຍ່ ເຫມືອນກອງທັບຂອງພຣະເຈົ້າ.
\s5
\v 23 ນີ້ເປັນບັນທຶກຂອງຈຳນວນທະຫານທີ່ຖືອາວຸດສຳລັບສົງຄາມທີ່ໄດ້ມາຫາດາວິດໃນເມືອງເຮັບໂຣນ, ເພື່ອຈະມອບຣາຊະອານາຈັກ ຂອງຊາອູນໃຫ້ແກ່ພະອົງ, ຕາມພຣະຄັມຂອງພຣະຢາເວ.
\v 24 ຈາກຢູດາທີ່ຖືໂລ່ ແລະ ຫອກມີຫົກພັນແປດຮ້ອຍຄົນ, ເປັນທະຫານທີ່ຕິດອາວຸດພ້ອມສຳລັບສົງຄາມ.
\v 25 ຈາກລູກຫລານຊິເມໂອນ ມີທະຫານທີ່ເກັ່ງກ້າຊຳນານໃນການເຮັດເສິກ ເຈັດພັນຫນຶ່ງຮ້ອຍຄົນ.
\s5
\v 26 ຈາກລູກຫລານຊາວເລວີສີ່ພັນຫົກຮ້ອຍຄົນ ພ້ອມເຂົ້າສູ້ຮົບ.
\v 27 ເຢໂຮຢາດາເປັນຫົວຫນ້າລູກຫລານອາໂຣນ ແລະ ມີຄົນຊຳນານມານຳເພີ່ນສາມພັນເຈັດຮ້ອຍຄົນ.
\v 28 ຊາໂດກທະຫານຫນຸ່ມທີ່ມີໃຈກ້າຫານ, ແລະ ຄົນຈາກຄອບຄົວບັນພະບຸຣຸດຂອງລາວເອງ ຊຶ່ງເປັນຜູ້ບັງຄັບບັນຊາຊາວສອງຄົນ.
\s5
\v 29 ຈາກລູກຫລານເບັນຢາມິນ, ພີ່ນ້ອງຂອງຊາອູນສາມພັນຄົນ. ຊຶ່ງພວກເຂົາຍັງຄົງຈົງຮັກພັກດີຕໍ່ເຊື້ອສາຍຂອງຊາອູນຈົນເຖິງເວລານີ້.
\v 30 ຈາກພວກລູກຫລານເອຟຣາຢິມ ທະຫານເກັ່ງກ້າສອງຫມື່ນແປດຮ້ອຍຄົນ, ເປັນຄົນທີ່ມີຊື່ສຽງດີໃນຄອບຄົວ ບັນພະບຸຣຸດຂອງພວກເຂົາ.
\v 31 ຈາກມານາເຊເຄິ່ງຕະກູນຫນຶ່ງຫມື່ນແປດພັນຄົນ ຜູ້ຊຶ່ງພວກເຂົາໄດ້ບົ່ງຊື່ໄວ້, ໄດ້ພາກັນມາ ແລະ ຕັ້ງດາວິດເປັນກະສັດ.
\s5
\v 32 ຈາກລູກຫລານອິດຊາຄ, ຊຶ່ງມີຜູ້ນຳສອງຮ້ອຍຄົນຜູ້ທີ່ເຂົ້າໃຈໃນເລື່ອງຈັງຫວະເວລາ ແລະ ໄດ້ຮູ້ວ່າອິສະຣາເອນຄວນເຮັດສິ່ງໃດ. ພວກພີ່ນ້ອງທັງຫມົດກໍຢູ່ໃຕ້ການບັງຄັບບັນຊາຂອງພວກເຂົາ.
\v 33 ຈາກຄົນເຊບູລູນມີຫ້າຫມື່ນຄົນທີ່ເຝິກແລ້ວກຽມພ້ອມເຂົ້າສູ້ຮົບ, ມີອາວຸດທຸກຢ່າງເພື່ອເຮັດສົງຄາມ, ແລະ ບໍ່ແມ່ນດ້ວຍສອງຈິດສອງໃຈ.
\s5
\v 34 ຈາກພວກນັບທາລີ ຜູ້ບັງຄັບບັນຊາຫນຶ່ງພັນຄົນ, ແລະ ຊຶ່ງມີຄົນຖືໂລ່ ແລະ ຫອກມາດ້ວຍສາມຫມື່ນເຈັດພັນຄົນ.
\v 35 ຈາກພວກດານມີຄົນທີ່ໄດ້ເຝິກແອບໃນການສູ້ຮົບແລ້ວສອງຫມື່ນແປດພັນຫົກຮ້ອຍຄົນ.
\s5
\v 36 ຈາກພວກອາເຊ ສີ່ຫມື່ນຄົນທີ່ໄດ້ເຝິກແອບແລ້ວພ້ອມທີ່ຈະໄປສົງຄາມ.
\v 37 ຈາກຟາກແມ່ນ້ຳຢໍແດນຟາກນັ້ນ ຊາວຣູເບັນ, ຊາວຄາດ ແລະ ຈາກມານາເຊເຄິ່ງຕະກູນ, ມີຫນຶ່ງແສນສອງຫມື່ນຄົນທີ່ຕິດອາວຸດທຸກຢ່າງເພື່ອສູ້ຮົບ.
\s5
\v 38 ທະຫານທັງຫມົດເຫລົ່ານີ້, ພ້ອມທີ່ຈະອອກສະຫນາມຮົບກໍມາຮອດເມືອງເຮັບໂຣນ ດ້ວຍຄວາມຕັ້ງໃຈທີ່ຈະຕັ້ງດາວິດເປັນກະສັດປົກຄອງອິສະຣາເອນທັງຫມົດ. ບັນດາອິສະຣາເອນທີ່ເຫລືອຢູ່ ກໍເປັນໃຈອັນດຽວກັນທີ່ຈະແຕ່ງຕັ້ງດາວິດໃຫ້ເປັນກະສັດ.
\v 39 ພວກເຂົາທັງຫລາຍໄດ້ຢູ່ບ່ອນນັ້ນກັບດາວິດສາມມື້, ທັງກິນແລະດື່ມ, ເພາະວ່າພີ່ນ້ອງຂອງພວກເຂົາໄດ້ຕຽມອາຫານໄວ້ສຳລັບພວກເຂົາແລ້ວ.
\v 40 ຫລາຍໄປກວ່ານັ້ນ, ອີກຄົນທັງຫລາຍທີ່ຢູ່ໃກ້ບ່ອນນັ້ນຈົນໄປຮອດອິດຊາຄາ, ແລະ ເຊບູລູນ ແລະ ນັບທາລີກໍໄດ້ຈັດອາຫານບັນທຸກໃສ່ຫລັງລວາ, ອູດ, ຫລັງລໍ ແລະ ງົວ, ແລະ ມີອາຫານຢ່າງຫລວງຫລາຍເປັນແປ້ງ ແຜ່ນຫມາກເດື່ອເທດ, ຫໍ່ອະງຸ່ນແຫ້ງ, ນ້ຳອະງຸ່ນ, ນ້ຳມັນ, ງົວ, ແລະ ແກະ ສຳລັບອິສະຣາເອນໃນການສະເຫລີມສະຫລອງ.
\s5
\c 13
\cl ບົດທີ 13
\p
\v 1 ດາວິດໄດ້ປຶກສາຫາລືກັບນາຍພັນ ແລະ ນາຍຮ້ອຍ, ກັບບັນດາຫົວຫນ້າທຸກຄົນ.
\v 2 ດາວິດກ່າວກັບຊຸມນຸມຊົນອິສະຣາເອນທັງປວງວ່າ, “ຖ້າທ່ານທັງຫລາຍເຫັນດີ, ແລະ ຖ້າເປັນນ້ຳພຣະທັຍຂອງພຣະຢາເວພຣະເຈົ້າຂອງເຮົາ, ກໍໃຫ້ເຮົາທັງຫລາຍສົ່ງຄົນໄປຫາພີ່ນ້ອງຂອງເຮົາຜູ້ທີ່ເຫລືອຢູ່ໃນແຜ່ນດິນອິສະຣາເອນທັງຫມົດໃຫ້ໄປຫາພວກປະໂລຫິດ ແລະ ພວກເລວີຊຶ່ງຢູ່ໃນຫົວເມືອງ ແລະ ທົ່ງຫຍ້າຂອງພວກເຂົາ ເພື່ອໃຫ້ພວກເຂົາມາໂຮມກັບພວກເຮົາພ້ອມກັນ.
\v 3 ໃຫ້ເຮົາທັງຫລາຍນຳຫີບແຫ່ງພຣະເຈົ້າຂອງພວກເຮົາມາຢູ່ນຳພວກເຮົາອີກ, ເພາະໃນສມັຍຂອງຊາອູນ ພວກເຮົາບໍ່ໄດ້ສະແຫວງຫາພຣະອົງ.”
\v 4 ຊຸມນຸມຊົນທັງຫມົດກໍຕົກລົງທີ່ຈະເຮັດຕາມ, ເພາະສິ່ງນັ້ນເປັນສິ່ງທີ່ພໍໃຈໃນສາຍຕາຂອງປະຊາຊົນທັງປວງ.
\s5
\v 5 ເພາະສະນັ້ນ ດາວິດຈຶ່ງປະຊຸມຊາວອິສະຣາເອນທັງຫມົດ, ຕັ້ງແຕ່ຊີໂຮແຫ່ງເອຢິບຈົນຮອດທາງເຂົ້າເມືອງຮາມັດ, ເພື່ອຈະນຳເອົາຫີບພັນທະສັນຍາຂອງພຣະເຈົ້າມາຈາກກີຣິຢາດ ເຢອາຣີມ.
\v 6 ດາວິດກັບອິສະຣາເອນທັງປວງໄດ້ຂຶ້ນໄປເຖິງບາອາລາ, ຊຶ່ງຢູ່ກີຣິຢາດ ເຢອາຣີມທີ່ເປັນຂອງຢູດາ, ເພື່ອຈະໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າຈາກບ່ອນນັ້ນ, ຊຶ່ງຖືກເອີ້ນໃນພຣະນນາມຂອງພຣະຢາເວ, ພຣະຢາເວຜູ້ຊົງສະຖິດຢູ່ລະຫວ່າງພວກເຄຣຸບ.
\s5
\v 7 ດັ່ງນັ້ນພວກເຂົາກໍບັນທຸກຫີບພັນທະສັນຍາຂອງພຣະເຈົ້າໄປໃນກວຽນຄັນໃຫມ່. ພວກເຂົາໄດ້ນຳອອກຈາກຄອບຄົວຂອງອາບີນາດາບ. ອຸດຊາ ແລະ ອາຮີໂອ ຊຶ່ງເປັນຜູ້ທີ່ບັນຊາກວຽນໄປ.
\v 8 ດາວິດກັບອິສະຣາເອນທັງປວງກໍຊົມຊື່ນຍິນດີຢູ່ຕໍ່ພຣະພັກພຣະເຈົ້າດ້ວຍເຕັມກຳລັງຂອງພວກເຂົາ. ດ້ວຍເພງ ພິນຄູ່, ພິນໃຫຍ່, ກອງ, ແສ່ງ, ແລະ ແກ.
\s5
\v 9 ເມື່ອພວກເຂົາມາເຖິງລານຟາດເຂົ້າຂອງກີໂດນ, ອຸດຊາກໍຢຽດມືອອກເພື່ອຈັບຫີບໄວ້ ເພາະງົວເຕະສະດຸດ.
\v 10 ແລ້ວພຣະພິໂຣດຂອງພຣະຢາເວໄດ້ພຸ່ງຂຶ້ນຕໍ່ອຸດຊາ, ແລະ ພຣະຢາເວໄດ້ປະຫານຊີວິດລາວ ເພາະລາວຢຽດມືແຕະຕ້ອງຫີບນັ້ນ. ລາວກໍສິ້ນຊີວິດຕໍ່ພຣະພັກພຣະເຈົ້າ.
\v 11 ດາວິດບໍ່ຊົງພໍໃຈ ເພາະພຣະຜູ້ເປັນເຈົ້າໄດ້ທຳລາຍອຸດຊາ. ສະນັ້ນ ຈຶ່ງເອີ້ນບ່ອນນັ້ນວ່າ ເປເຣັດອຸດຊາຈົນເຖິງທຸກມື້ນີ້.
\s5
\v 12 ໃນມື້ນັ້ນດາວິດໄດ້ຢ້ານຢຳນັບຖືພຣະເຈົ້າ. ລາວກ່າວວ່າ “ເຮົາຈະນຳຫີບຂອງພຣະ-ເຈົ້າເຂົ້າໄປໃນເຮືອນຂອງເຮົາຢ່າງໃດ?
\v 13 ດາວິດຈຶ່ງບໍ່ໄດ້ຍ້າຍຫີບພັນທະສັນຍາໄປໄວ້ໃນເມືອງຂອງດາວິດ, ແຕ່ໄດ້ນຳຫີບແວະໄປໄວ້ທີ່ເຮືອນໂອເບັດເອໂດມ ຊາວກັດ.
\v 14 ຫີບພັນທະສັນຍາຂອງພຣະເຈົ້າໄດ້ຄ້າງຢູ່ກັບຄອບຄົວຂອງໂອເບັດເອໂດມທີ່ເຮືອນຂອງລາວສາມເດືອນ. ດ່ັ່ງນັ້ນ ພຣະຢາເວໄດ້ອວຍພຣະພອນແກ່ຄອບຄົວຂອງໂອເບັດເອໂດມ ແລະ ສິ່ງທັງຫມົດທີ່ລາວມີຢູ່.
\s5
\c 14
\cl ບົດທີ 14
\p
\v 1 ຈາກນັ້ນຮີຣາມກະສັດເມືອງຕີເຣໄດ້ໃຊ້ຜູ້ສົ່ງຂ່າວໄປຫາດາວິດ, ແລະ ໄດ້ສົ່ງໄມ້ແປກ ພ້ອມທັງຊ່າງກໍ່ ແລະ ຊ່າງໄມ້ເພື່ອຈະສ້າງວັງຖວາຍແກ່ດາວິດ.
\v 2 ດາວິດຮູ້ວ່າ ພຣະຢາເວໄດ້ສະຖາປະນາຕົນເອງໃຫ້ເປັນກະສັດອິສະຣາເອນ, ແລະ ເພາະຣາຊະອານາຈັກຂອງພະອົງ ກໍເປັນທີ່ຍົກຍໍຫລາຍຂຶ້ນ ເພື່ອເຫັນແກ່ອິສະຣາເອນປະຊາຊົນຂອງພຣະອົງ.
\s5
\v 3 ດາວິດໄດ້ເອົາເມຍເພີ່ມຂຶ້ນໃນນະຄອນເຢຣູຊາເລັມ ແລະ ໄດ້ມີບຸດຊາຍ ແລະ ບຸດຍິງຫລາຍຂຶ້ນຕື່ມອີກ.
\v 4 ຕໍ່ໄປນີ້ແມ່ນລາຍຊື່ລູກຊາຍ ຊຶ່ງເກີດຢູ່ໃນນະຄອນເຢຣູຊາເລັມຄື ຊາມມູອາ, ໂຊບາບ, ນາທານ, ໂຊໂລໂມນ,
\v 5 ອິບຮາ, ເອລີຊຸອາ, ເອນເປເລັດ,
\v 6 ໂນຄາ, ເນເຟັກ, ຢາເຟຍ,
\v 7 ເອລີຊາມາ, ເບເອລີຢາດາ, ແລະ ເອລີເຟເລັດ.
\s5
\v 8 ເມື່ອຄົນຟີລິສະຕີນໄດ້ຍິນຂ່າວວ່າດາວິດໄດ້ຮັບການເຈີມໃຫ້ເປັນກະສັດປົກຄອງອິສະຣາເອນທັງປວງແລ້ວ, ຄົນຟີລິສະຕີນທັງຫລາຍກໍຂຶ້ນໄປຊອກຫາດາວິດ. ແຕ່ເມື່ອດາວິດໄດ້ຍິນເລື່ອງນັ້ນກໍສະເດັດອອກໄປສູ້ຮົບກັບພວກເຂົາ.
\v 9 ຂະນະນັ້ນຝ່າຍຄົນຟີລິສະຕີນໄດ້ບຸກຂຶ້ນໄປໃນຮ່ອມພູເຣຟາຢິມ.
\s5
\v 10 ຈາກນັ້ນດາວິດໄດ້ທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ພະອົງໄດ້ກ່າວວ່າ, “ສົມຄວນບໍທີ່ຂ້າພະອົງຈະຂຶ້ນໄປຕໍ່ສູ້ພວກຟີລິສະຕີນ? ພຣະອົງຈະມອບພວກເຂົາໄວ້ໃນມືຂອງຂ້າພະອົງຫລືບໍ່?” ພຣະຢາເວກ່າວຕອບພະອົງວ່າ, “ຈົ່ງຂຶ້ນໄປເຖີດ ແລະ ເຮົາຈະມອບພວກເຂົາໄວ້ໃນມືຂອງເຈົ້າ.”
\v 11 ແລ້ວກະສັດດາວິດຈຶ່ງໄດ້ຂຶ້ນໄປບາອານເປຣາຊີມ, ແລະ ໄດ້ໂຈມຕີຊະນະພວກເຂົາຢູ່ບ່ອນນັ້ນ. ດາວິດໄດ້ກ່າວວ່າ “ພຣະຢາເວໄດ້ທຸບຂ້າເສິກຂອງຂ້າພະເຈົ້າດ້ວຍມືຂອງຂ້າພະເຈົ້າເຫມືອນດັ່ງກະແສນ້ຳທີ່ໄຫລທັ່ງໃສ່” ດັ່ງນັ້ນ ພວກເຂົາຈຶ່ງເອີ້ນບ່ອນນັ້ນວ່າ ບາອານເປຣາຊີມ.
\v 12 ພວກຟີລິສະຕິນໄດ້ປະຖິ້ມຮູບເຄົາຣົບຂອງພວກເຂົາໃນບ່ອນນັ້ນ, ແລະ ດາວິດສັ່ງໃຫ້ຈູດຮູບເຄົາຣົບເຫລົ່ານັ້ນຖິ້ມເສຍ.
\s5
\v 13 ແລ້ວພວກຟີລິສະຕີນໄດ້ໄປທົ່ວຮ່ອມພູນັ້ນອີກ,
\v 14 ເມື່ອດາວິດທູນຖາມພຣະເຈົ້າອີກ, ພຣະເຈົ້າກໍກ່າວຕອບພະອົງວ່າ “ເຈົ້າຢ່າຂຶ້ນໄປຕາມພວກເຂົາ ຈົ່ງເວັ້ນຫນີໄປອ້ອມຮອບພວກເຂົາ ແລະ ໄປໂຈມຕີພວກເຂົາຢູ່ຖັດຈາກປ່າຕົ້ນມອນ.
\s5
\v 15 ເມື່ອເຈົ້າໄດ້ຍິນສຽງຂະບວນທັບຍ່າງຢູ່ເທິງຍອດຕົ້ນມອນ ເວລານັ້ນຈົ່ງອອກໄປເຮັດເສິກ. ເພາະວ່າພຣະເຈົ້າໄດ້ສະເດັດອອກໄປກ່ອນຫນ້າເຈົ້າແລ້ວ ເພື່ອຈະໂຈມຕີກອງທັບຂອງພວກຟີລິສະຕີນ.”
\v 16 ດັ່ງນັ້ນ ກະສັດດາວິດໄດ້ປະຕິບັດຕາມທີ່ພຣະເຈົ້າໄດ້ບັນຊາແກ່ພະອົງ. ພະອົງໄດ້ໂຈມຕີກອງທັບພວກຟີລິສະຕີນ ຕັ້ງແຕ່ເມືອງກິເບໂອນຮອດເມືອງເກເຊ.
\v 17 ຈາກນັ້ນ ຊື່ສຽງຂອງດາວິດກໍຊ່າລືໄປສູ່ບັນດາປະເທດທັງຫລາຍ, ແລະ ພຣະຢາເວໄດ້ຊົງນຳໃຫ້ປະຊາຊາດທັງປວງຢ້ານກົວດາວິດ.
\s5
\c 15
\cl ບົດທີ 15
\p
\v 1 ດາວິດໄດ້ສ້າງພະຣາຊະວັງຂອງພະອົງຫລາຍຫລັງໃນເມືອງຂອງດາວິດ. ພະອົງໄດ້ຕຽມສະຖານທີ່ຫນຶ່ງໄວ້ສຳລັບຫີບພັນທະສັນຍາຂອງພຣະເຈົ້າ ແລະ ໄດ້ຕັ້ງເຕັນໄວ້ສຳລັບຫີບນັ້ນ.
\v 2 ເມື່ອນັ້ນ ດາວິດໄດ້ກ່າວວ່າ, “ນອກຈາກຄົນເລວີແລ້ວ ບໍ່ສົມຄວນທີ່ຈະໃຫ້ຄົນອື່ນຫາມຫີບພັນທະສັນຍາຂອງພຣະເຈົ້າ, ເພາະວ່າພຣະຢາເວໄດ້ຊົງເລືອກພວກນີ້ໄວ້ໃຫ້ຫາມຫີບພັນທະສັນຍາຂອງພຣະຢາເວ, ແລະ ບົວລະບັດພຣະອົງຕະຫລອດໄປ.”
\v 3 ດາວິດໄດ້ໂຮມປະຊຸມອິສະຣາເອນທັງຫມົດຢູ່ທີ່ນະຄອນເຢຣູຊາເລັມ, ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວມາສູ່ບ່ອນ ຊຶ່ງພະອົງໄດ້ຈັດຕຽມໄວ້ແລ້ວສຳລັບຫີບນັ້ນ.
\s5
\v 4 ດາວິດໄດ້ຮວບຮວມລູກຫລານຂອງອາໂຣນ ແລະ ຄົນເລວີມາໂຮມກັນ.
\v 5 ຄືຈາກລູກຫລານໂກຮາດ, ອຸຣີເອນເປັນຫົວຫນ້າ ພ້ອມກັບພີ່ນ້ອງຂອງລາວ, ຫນຶ່ງຮ້ອຍຊາວຄົນ,
\v 6 ຈາກລູກຫລານເມຣາຣີ, ອາສາຢາເປັນຫົວຫນ້າ ພ້ອມກັບພີ່ນ້ອງຂອງລາວ, ສອງຮ້ອຍຊາວຄົນ.
\s5
\v 7 ຈາກລູກຫລານເກໂຊມ, ໂຢເອນເປັນຫົວຫນ້າກັບພີ່ນ້ອງຂອງລາວ, ຫນຶ່ງຮ້ອຍສາມສິບຄົນ.
\v 8 ຈາກລູກຫລານເອລີຊາຟັນ, ເຊມາຢາເປັນຫົວຫນ້າກັບພີ່ນ້ອງຂອງລາວ, ສອງຮ້ອຍຄົນ.
\v 9 ຈາກລູກຫລານເຮັບໂຣນ, ເອລີເອນເປັນຫົວຫນ້າ ກັບພີ່ນ້ອງຂອງລາວ, ແປດສິບຄົນ.
\v 10 ຈາກລູກຫລານອຸດຊີເອນ, ອຳມີນາດາບເປັນຫົວຫນ້າກັບພີ່ນ້ອງຂອງລາວ, ຫນຶ່ງຮ້ອຍສິບສອງຄົນ.
\s5
\v 11 ດາວິດໄດ້ເອີ້ນປະໂລຫິດຄື ຊາໂດກ ແລະ ອາບີອາທາ ແລະພວກເລວີ ຄື ອຸຣີເອນ, ອາສາຢາ, ໂຢເອນ, ເຊມາຢາ, ເອລີເອນ ແລະ ອຳມີນາດາບ.
\v 12 ພະອົງໄດ້ກ່າວກັບພວກເຂົາວ່າ, “ພວກເຈົ້າເປັນຫົວຫນ້າຂອງບັນພະບຸຣຸດຂອງຄົນເລວີ. ຈົ່ງຊຳຣະຕົນຂອງພວກເຈົ້າ, ພວກພີ່ນ້ອງຂອງພວກເຈົ້າ, ເພື່ອພວກເຈົ້າຈະນຳຫີບພັນທະສັນຍາຂອງພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ຂຶ້ນໄປສະຖານທີ່ ຊຶ່ງເຮົາໄດ້ຈັດຕຽມໄວ້ສຳລັບຫີບນັ້ນ.
\s5
\v 13 ພວກເຈົ້າບໍ່ໄດ້ໄປຫາມໃນເທື່ອກ່ອນ. ສະນັ້ນ ພຣະຢາເວພຣະເຈົ້າຂອງພວກເຮົາ ຈຶ່ງໄດ້ລົງໂທດພວກເຮົາ, ເພາະເຮົາບໍ່ໄດ້ສະແຫວງຫາພຣະອົງຕາມກົດບັນຍັດ.”
\v 14 ແລ້ວພວກປະໂລຫິດ ແລະ ຄົນເລວີ ຈຶ່ງໄດ້ຊຳຣະຕົນຂອງພວກເຂົາໃຫ້ບໍຣິສຸດ ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງອິສະຣາເອນຂຶ້ນໄປ.
\v 15 ຄົນເລວີໄດ້ຫາມຫີບຂອງພຣະເຈົ້າເທິງບ່າດ້ວຍຄານຫາມ— ຕາມທີ່ໂມເຊໄດ້ສັ່ງພວກເຂົາໄວ້ໃນພຣະຄັມຂອງພຣະຢາເວ.
\s5
\v 16 ດາວິດໄດ້ສັ່ງແກ່ບັນດາຫົວຫນ້າຂອງຄົນເລວີໃຫ້ແຕ່ງຕັ້ງພວກພີ່ນ້ອງຂອງພວກເຂົາໃຫ້ເປັນນັກຮ້ອງ, ຫລິ້ນເຄື່ອງດົນຕຣີ, ພິນໃຫຍ່, ພິນຄູ່ ແລະ ແສ່ງ, ຫລິ້ນດ້ວຍສຽງດັງ ແລະ ຍົກສຽງໂຫ່ຮ້ອງດ້ວຍຄວາມຊົມຊື່ນຍິນດີ.
\v 17 ຄົນເລວີ ຈຶ່ງແຕ່ງຕັ້ງເຮມານລູກຊາຍໂຢເອນ ແລະ ພີ່ນ້ອງຂອງລາວຄື ອາສັບລູກຊາຍເບເຣກີຢາ. ພວກເຂົາໄດ້ແຕ່ງຕັ້ງຈາກລູກຫລານເມຣາຣີພີ່ນ້ອງຂອງພວກເຂົາຄື ເອທານລູກຊາຍກູຊາຢາ.
\v 18 ພ້ອມກັບພວກເຂົານັ້ນ ຍັງໄດ້ແຕ່ງຕັ້ງພີ່ນ້ອງຂອງພວກເຂົາໃນອັນດັບທີສອງຄື ເຊຄາຣີຢາ, ເບັນ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາຢາ, ມາອາເສຢາ, ມັດຕີທີຢາ, ເອລີເຟເລຮູ, ມິກເນຢາ, ກັບໂອເບັດເອໂດມ, ແລະ ເຢອີເອນເປັນຄົນເຝົ້າຍາມປະຕູ.
\s5
\v 19 ຈຳພວກນັກຮ້ອງມີຄື ເຮມານ, ອາສັບ, ແລະ ເອທານ ຊຶ່ງຖືກແຕ່ງຕັ້ງເປັນຄົນຕີແຊ່ງທອງເຫລືອງ.
\v 20 ເຊຄາຣີຢາ, ອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ມາອາເສຢາ ແລະ ເບນາຢາ ຫລິ້ນພິນໃຫຍ່ຕາມສຳນຽງອາລາໂມດ.
\v 21 ແຕ່ມັດຕີທີຢາ, ເອລີເຟເລຮູ, ມິກເນຢາ, ໂອເບັດເອໂດມ, ເຢອີເອນ ແລະ ອາຊາຊີຢາ ເປັນຜູ້ນຳການຫລິ້ນພິນຄູ່ຕາມສຳນຽງເຊມີນິດ.
\s5
\v 22 ເກນານີຢາ, ຫົວຫນ້າຂອງຄົນເລວີ, ເປັນຜູ້ຄວບຄຸມການຮ້ອງເພງ ເພາະລາວເປັນຄຣູສອນດົນຕຣີ.
\v 23 ເບເຣກີຢາ ແລະ ເອນການາ ເປັນຜູ້ເຝົ້າປະຕູຫີບພັນທະສັນຍາ.
\v 24 ປະໂລຫິດເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາສາຍ, ເຊຄາຣີຢາ, ເບນາຢາ ແລະ ເອລີເອເຊໄດ້ເປົ່າແກຕໍ່ຫນ້າຫີບພັນທະສັນຍາຂອງພຣະເຈົ້າ. ໂອເບັດເອໂດມ ກັບເຢຮີຢາ ເປັນຜູ້ເຝົ້າປະຕູຫີບພັນທະສັນຍາ.
\s5
\v 25 ດັ່ງນັ້ນ ດາວິດ, ບັນດາພວກເຖົ້າແກ່, ແລະ ພວກຜູ້ປົກຄອງຂອງອິສະຣາເອນ ແລະ ຜູ້ບັນຊາກອງພັນໄດ້ໄປນຳເອົາຫີບພັນທະສັນຍາຂອງພຣະຢາເວຂຶ້ນມາຈາກເຮືອນຂອງ ໂອເບັດເອໂດມ ດ້ວຍຄວາມຊົມຊື່ນຍິນດີ.
\v 26 ຢູ່ມາ ເມື່ອພຣະເຈົ້າໄດ້ຊ່ວຍຄົນເລວີຜູ້ຫາມຫີບພັນທະສັນຍາຂອງພຣະຢາເວໄປ, ພວກເຂົາກໍໄດ້ເອົາລູກງົວຖວາຍເປັນເຄື່ອງບູຊາເຈັດໂຕ ແລະ ແກະຜູ້ເຈັດໂຕ.
\s5
\v 27 ດາວິດໄດ້ນຸ່ງເຄື່ອງຜ້າປ່ານເນື້ອລະອຽດ, ເຫມືອນກັບພວກຄົນເລວີທີ່ໄດ້ຫາມຫີບພັນທະສັນຍາ, ພວກນັກຮ້ອງ, ແລະ ເກນານີຢາເປັນຜູ້ນຳດ້ານການຮ້ອງເພງໃຫ້ແກ່ນັກຮ້ອງ. ສ່ວນກະສັດດາວິດໄດ້ນຸ່ງເສື້ອເອໂຟດຜ້າປ່ານໂຕຫນຶ່ງ.
\v 28 ດັ່ງນີ້ແຫລະ ຄົນອິສະຣາເອນທັງປວງໄດ້ນຳຫີບພັນທະສັນຍາຂອງພຣະຢາເວຂຶ້ນໄປດ້ວຍສຽງໂຫ່ຮ້ອງຍິນດີ, ແລະ ສຽງເປົ່າເຂົາສັດ, ສຽງແກ ແລະ ສຽງແສ່ງພ້ອມດ້ວຍດີດພິນໃຫຍ່ ແລະ ພິນຄູ່.
\s5
\v 29 ແຕ່ຕໍ່ມາເມື່ອຫີບພັນທະສັນຍາຂອງພຣະຢາເວມາເຖິງເມືອງຂອງດາວິດແລ້ວ, ມີການລູກສາວຂອງຊາອູນ, ໄດ້ເບິ່ງທາງປ່ອງຢ້ຽມເຫັນກະສັດດາວິດເຕັ້ນລຳ ແລະ ຊື່ນຊົມຍິນດີ. ນາງກໍມີໃຈຫມິ່ນປະຫມາດພະອົງ.
\s5
\c 16
\cl ບົດທີ 16
\p
\v 1 ພວກເຂົາໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າ ແລະເອົາເຂົ້າມາຕັ້ງໄວ້ພາຍໃນເຕັນ ຊຶ່ງດາວິດໄດ້ຈັດຕຽມໄວ້ສຳລັບຫີບນັ້ນ. ແລ ພວກເຂົາໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທັມຕໍ່ພຣະພັກພຣະເຈົ້າ.
\v 2 ເມື່ອດາວິດໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທັມສຳເລັດແລ້ວ, ພະອົງໄດ້ອວຍພອນປະຊາຊົນໃນພຣະນາມຂອງພຣະຢາເວ.
\v 3 ພະອົງໄດ້ແຈກເຂົ້າຈີ່ຄົນລະກ້ອນ, ແລະ ຊີ້ນຄົນລະສ່ວນ, ນ້ຳອະງຸ່ນ ແລະ ອະງຸ່ນແຫ້ງຄົນລະອັນແກ່ບັນດາປະຊາຊົນ ອິສະຣາເອນທັງຊາຍ ແລະ ຍິງ.
\s5
\v 4 ດາວິດໄດ້ຕັ້ງຄົນເລວີບາງຄົນໃຫ້ເປັນຜູ້ບົວລະບັດຕໍ່ຫນ້າຫີບພັນທະສັນຍາຂອງພຣະຢາເວ, ແລະ ໃຫ້ເປັນການສະເຫລີມສະຫລອງ, ລະນຶກເຖິງການຖວາຍໂມທະນາ, ແລະ ຍົກຍໍສັນຣະເສີນພຣະຢາເວ, ພຣະເຈົ້າຂອງອິສະຣາເອນ.
\v 5 ໂດຍແມ່ນອາສັບເປັນຫົວຫນ້າ, ແລະເຊຄາຣີຢາເປັນຜູ້ຮອງ, ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາຢາ, ໂອເບັດເອໂດມ ແລະ ເຢອີເອນ. ພວກເຂົາຈະຫລິ້ນພິນໃຫຍ່ ແລະ ພິນຄູ່. ສ່ວນອາສັບເປັນຄົນຕີແສ່ງ.
\v 6 ປະໂລຫິດເບນາຢາ ແລະ ຢາຮາຊີເອນໄດ້ເປົ່າແກຢູ່ເລື້ອຍ, ຕໍ່ຫນ້າຫີບພັນທະສັນຍາຂອງພຣະເຈົ້າ.
\s5
\v 7 ແລ້ວໃນມື້ນັ້ນ ດາວິດໄດ້ກຳນົດເປັນເທື່ອທຳອິດມີການຮ້ອງເພງໂມທະນາຖວາຍແດ່ພຣະຢາເວໂດຍອາສັບ ແລ ພວກພີ່ນ້ອງຂອງເພິ່ນ.
\v 8 ຈົ່ງໂມທະນາຂອບຄຸນພຣະຢາເວ, ຈົ່ງຮ້ອງທູນອອກພຣະນາມຂອງພຣະອົງ, ຈົ່ງໃຫ້ບັນດາພຣະຣາຊະກິດຂອງພຣະອົງປະກົດແຈ້ງທ່າມກາງຊົນຊາດທັງຫລາຍ.
\v 9 ຈົ່ງຮ້ອງເພງຖວາຍພຣະອົງ, ຮ້ອງເພງສັນຣະເສີນຖວາຍພຣະອົງ; ຈົ່ງເວົ້າເຖິງການມະຫັດສະຈັນທັງຫມົດຂອງພຣະອົງ.
\s5
\v 10 ຈົ່ງອວດພຣະນາມອັນບໍຣິສຸດຂອງພຣະອົງ; ໃຫ້ຈິດໃຈຂອງບັນດາຜູ້ທີ່ສະແຫວງຫາພຣະຢາເວຊົມຊື່ນຍິນດີ.
\v 11 ຈົ່ງຊອກຫາພຣະຜູ້ເປັນເຈົ້າ ແລະ ພຣະກຳລັງຂອງພຣະອົງ; ຊອກຫາພຣະພັກຂອງພຣະອົງເລື້ອຍໄປ.
\s5
\v 12 ຈົ່ງລະນຶກເຖິງການອັສະຈັນ ຊຶ່ງພຣະອົງໄດ້ຊົງກະທຳ, ການມະຫັດສະຈັນ ແລະ ຄຳພິພາກສາທັງປວງທີ່ອອກມາຈາກພຣະໂອດຂອງພຣະອົງ,
\v 13 ໂອ ທ່ານທັງຫລາຍຜູ້ເປັນເຊື້ອສາຍຂອງອິສະຣາເອນ ຜູ້ຮັບໃຊ້ຂອງພຣະອົງ, ຜູ້ເປັນລູກຫລານຂອງຢາໂຄບ, ທີ່ພຣະອົງໄດ້ຊົງເລືອກໄວ້.
\v 14 ພຣະອົງຄືພຣະຢາເວ, ພຣະເຈົ້າຂອງເຮົາ. ຄຳພິພາກສາທັງຫລາຍຂອງພຣະອົງກໍຢູ່ທົ່ວໄປໃນແຜ່ນດິນໂລກ.
\s5
\v 15 ຈົ່ງຈົດຈຳຄຳສັນຍາຂອງພຣະອົງຕະຫລອດໄປເປັນນິດ, ຈົ່ງຈົດຈຳພຣະທັມທີ່ພຣະອົງໄດ້ສັ່ງໄວ້ຕະຫລອດຫນຶ່ງພັນຊົ່ວຄົນ.
\v 16 ຄືຄຳສັນຍາຊຶ່ງພຣະອົງໄດ້ສັນຍາໄວ້ກັບອັບຣາຮາມ, ແລະ ຄຳປະຕິຍານ ຊຶ່ງໄດ້ໃຫ້ໄວ້ກັບອີຊາກ.
\v 17 ຊຶ່ງພຣະອົງໄດ້ຢືນຢັນໄວ້ອີກກັບຢາໂຄບໃຫ້ເປັນພຣະບັນຍັດສຳລັບອິສະຣາເອນ, ແລະ ໃຫ້ເປັນຄຳຫມັ້ນສັນຍາຕະຫລອດໄປເປັນິດ.
\v 18 ພຣະອົງໄດ້ກ່າວວ່າ, "ເຮົາຈະມອບແຜ່ນດິນການາອານໃຫ້ແກ່ເຈົ້າ ຊຶ່ງເປັນມໍຣະດົກຂອງພວກເຈົ້າ."
\s5
\v 19 ເຮົາໄດ້ກ່າວສິ່ງນີ້ ເມື່ອເຈົ້າທັງຫລາຍຍັງບໍ່ທັນມີຫລາຍຄົນຊຶ່ງມີຈຳນວນຫນ້ອຍກໍຈິງ, ແລະ ເປັນຄົນທີ່ອາໄສຢູ່ໃນແຜ່ນດິນນັ້ນ.
\v 20 ແລະພວກເຂົາໄດ້ເດີນທາງຈາກປະເທດນີ້ໄປປະເທດອື່ນ, ຈາກຣາຊະອານາຈັກນີ້ໄປຫາອີກຣາຊະອານາຈັກຫນຶ່ງ.
\v 21 ພຣະອົງບໍ່ຍອມໃຫ້ຜູ້ໃດບີບບັງຄັບພວກເຂົາ; ພຣະອົງໄດ້ນາບຂູ່ກະສັດຫລາຍອົງເພື່ອເຫັນແກ່ພວກເຂົາ.
\v 22 ພຣະອົງໄດ້ກ່າວວ່າ, ‘ຢ່າແຕະຕ້ອງບັນດາຜູ້ທີ່ເຮົາໄດ້ເຈີມຕັ້ງໄວ້, ແລະ ຢ່າເຮັດອັນຕະຣາຍແກ່ຜູ້ປະກາດພຣະທັມທັງຫລາຍຂອງເຮົາ.
\s5
\v 23 ແຜ່ນດິນໂລກທັງຫມົດ, ຈົ່ງຮ້ອງເພງຖວາຍພຣະຢາເວ,​ຈົ່ງປະກາດຄວາມພົ້ນຂອງພຣະອົງທຸກມື້.
\v 24 ຈົ່ງເວົ້າເຖິງສະຫງ່າຣາສີຂອງພຣະອົງໃນທ່າມກາງບັນດາປະຊາຊາດທັງຫລາຍ, ເຖິງບັນດາກິຈະການທີ່ອັສະຈັນຂອງພຣະອົງທ່າມກາງບັນດາຊົນຊາດທັງປວງ.
\s5
\v 25 ເພາະພຣະຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນທີ່ຈະສັນຣະເສີນຢ່າງໃຫຍ່ຫລວງ, ​ແລະ ພຣະອົງເປັນທີ່ຢຳເກງເຫນືອພະທັງປວງ.
\v 26 ເພາະພະທັງປວງຂອງຊົນຊາດທັງຫລາຍເປັນພຽງຮູບເຄົາຣົບ, ແຕ່ພຣະຢາເວໄດ້ເປັນຜູ້ສ້າງຟ້າສະຫວັນ.
\v 27 ຣິດທານຸພາບ ແລະ ຣັສມີທີ່ຮຸ່ງເຮືອງກໍຢູ່ຕໍ່ພຣະພັກພຣະອົງ. ຣິດເດດ ແລະ ຄວາມຍິນດີກໍຢູ່ໃນສະຖານທີ່ປຣະທັບຂອງພຣະອົງ.
\s5
\v 28 ຈົ່ງພັນລະນາແກ່ພຣະຢາເວ, ຕະກູນແຫ່ງຊົນຊາດທັງຫລາຍເອີຍ, ຈົ່ງຖວາຍພຣະສະຫງ່າຣາສີ ແລະ ຣິດເດດແດ່ພຣະຢາເວ;
\v 29 ຈົ່ງຖວາຍສະຫງ່າຣາສີແຫ່ງນາມຊື່ຂອງພຣະອົງແດ່ພຣະຢາເວ. ຈົ່ງນຳເອົາເຄື່ອງຖວາຍມາ ແລະ ຈົ່ງເຂົ້າເຝົ້າຕໍ່ພຣະພັກພຣະອົງ. ຈົ່ງກົ້ມກາບພຣະຢາເວໃນຮັດສະຫມີອັນຮຸ່ງເຮືອງແຫ່ງຄວາມບໍຣິສຸດຂອງພຣະອົງ.
\s5
\v 30 ຊາວໂລກທັງຫມົດເອີຍ ຈົ່ງຢ້ານຈົນຕົວສັ່ນຕໍ່ພຣະພັກພຣະອົງ. ໂລກຖືກສະຖາປະນາແລ້ວ; ຈະບໍ່ຖືກຫວັ່ນໄຫວ.
\v 31 ຂໍໃຫ້ຟ້າສະຫວັນຍິນດີ, ແລະ ແຜ່ນດິນໂລກຊື່ນຊົມຍິນດີ; ໃຫ້ເວົ້າທ່າມກາງບັນດາປະຊາຊາດທັງຫລາຍວ່າ, "ພຣະຢາເວຊົງຄອບຄອງ."
\s5
\v 32 ຂໍໃຫ້ນ້ຳທະເລ, ແລະ ທຸກໆສິ່ງທີ່ຢູ່ໃນບ່ອນນັ້ນຮ້ອງດ້ວຍຄວາມຍິນດີ. ຂໍໃຫ້ທົ່ງນາທັງຫລາຍ ແລະ ທຸກສິ່ງທີ່ຢູ່ໃນບ່ອນນັ້ນ ຊົມຊື່ນຍິນດີ.
\v 33 ແລ້ວຕົ້ນໄມ້ທັງຫມົດໃນປ່າດົງຮ້ອງອອກມາເປັນຄວາມຍິນດີຕໍ່ພຣະພັກພຣະຢາເວ, ເພາະວ່າ ພຣະອົງຈະສະເດັດມາ ເພື່ອພິພາກສາໂລກນີ້.
\s5
\v 34 ໂອ ຈົ່ງໂມທະນາຂອບພຣະຄຸນພຣະຢາເວ ເພາະຄວາມດີຂອງພຣະອົງດີປະເສີດ, ເພາະຄວາມສັດຊື່ໃນພຣະສັນຍາຂອງພຣະອົງກໍດຳຣົງຢູ່ເປັນນິດ.
\v 35 ຈາກນັ້ນຈົ່ງກ່າວວ່າ, "ຂ້າແດ່ພຣະເຈົ້າແຫ່ງຄວາມພົ້ນຂອງຂ້າພຣະອົງທັງຫລາຍ, ຂໍຊົງໄຖ່ຂ້າພຣະອົງທັງຫລາຍໃຫ້ຫລຸດພົ້ນ ແລະ ຂໍຊົງໂຜດຊ່ວຍຂ້າພຣະອົງທັງປວງໃຫ້ພົ້ນຈາກປະຊາຊາດທັງປວງ, ເພື່ອຂ້າພຣະອົງທັງຫລາຍຈະໄດ້ໂມທະນາຂອບພຣະຄຸນພຣະນາມອັນບໍຣິສຸດຂອງພຣະອົງ ແລະ ໄດ້ຍ້ອງຍໍພຣະສະຫງ່າຣາສີຂອງພຣະອົງ."
\s5
\v 36 ຂໍໃຫ້ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ເປັນທີ່ສັນຣະເສີນຕັ້ງແຕ່ຄາວຜ່ານມາແລ້ວ ຈົນເຖິງຄາວພາຍຫນ້າສືບໆໄປເປັນນິດ. ແລ້ວປະຊາຊົນທັງປວງໄດ້ກ່າວວ່າ “ອາແມນ” ແລະໄດ້ສັນຣະເສີນພຣະຢາເວ.
\s5
\v 37 ດາວິດຈຶ່ງໄດ້ປະອາສັບ ແລະ ພີ່ນ້ອງຂອງເພິ່ນຢູ່ໃນບ່ອນນັ້ນ ຕໍ່ຫນ້າຫີບພັນທະສັນຍາຂອງພຣະຢາເວ, ເພື່ອໃຫ້ບົວລະບັດຢູ່ຕໍ່ຫນ້າຫີບນັ້ນ, ເຫມືອນວຽກປະຈຳວັນທີ່ຈະຕ້ອງເຮັດ.
\v 38 ພ້ອມທັງໂອເບັດ ເອໂດມ ແລະ ພີ່ນ້ອງຫົກສິບແປດຄົນຂອງເພິ່ນນຳ. ຝ່າຍໂອເບັດເອໂດມ, ລູກຊາຍເຢດູທູນ ກັບໂຮສາໃຫ້ເປັນຄົນເຝົ້າປະຕູ.
\v 39 ດາວິດໄດ້ໃຫ້ປະໂລຫິດຊາໂດກ ກັບພີ່ນ້ອງຂອງເພິ່ນຜູ້ເປັນປະໂລຫິດ ຢູ່ຫນ້າຫໍເຕັນຂອງພຣະຢາເວຊຶ່ງຢູ່ບ່ອນສູງໃນເມືອງກິເບໂອນ.
\s5
\v 40 ພວກເຂົາໄດ້ຈະຖວາຍເຄື່ອງເຜົາບູຊາແດ່ພຣະຢາເວເທິງແທ່ນເຄື່ອງເຜົາບູຊາໃນຕອນເຊົ້າ ແລະ ຕອນແລງສະເຫມີ, ຕາມທີ່ໄດ້ບັນທຶກໄວ້ໃນພຣະບັນຍັດຂອງພຣະຢາເວ, ຊຶ່ງພຣະອົງໄດ້ສັ່ງແກ່ຊາວອິສະຣາເອນ.
\v 41 ແລະຢູ່ກັບພວກເຂົາຍັງມີເຮມານ ແລະ ເຢດູທູນ, ລວມທັງບັນດາຄົນທີ່ຖືກເລືອກຈາກຈຳນວນຄົນທີ່ຖືກເລືອກ, ບົ່ງຊື່ໄວ້ ໃຫ້ຖວາຍໂມທະນາພຣະຄຸນແດ່ພຣະຢາເວ, ເພາະຄວາມເມດຕາຂອງພຣະອົງດຳຣົງຢູ່ເປັນນິດນິຣັນດອນ.
\s5
\v 42 ເຮມານ ແລະ ເຢດູທູນໄດ້ມີຫນ້າທີ່ໃນການຖືແກ, ສາບ ແລະ ເຄື່ອງດົນຕຣີຕ່າງໆ ໃນການເພງອັນສັກສິດ. ສ່ວນລູກຫລານຂອງເຢດູທູນໄດ້ຮັບແຕ່ງຕັ້ງໃຫ້ປະຈຳຢູ່ທີ່ປະຕູ.
\v 43 ຈາກນັ້ນປະຊາຊົນທັງປວງຕ່າງກໍກັບເມືອເຮືອນຂອງຕົນທຸກຄົນ, ແລະ ດາວິດກໍສະເດັດກັບເມືອ ເພື່ອອວຍພອນແດ່ຄອບຄົວຂອງພະອົງ.
\s5
\c 17
\cl ບົດທີ 17
\p
\v 1 ມັນໄດ້ເກີດຂຶ້ນຫລັງຈາກທີ່ກະສັດໄດ້ປະທັບໃນພະຣາຊະວັງຂອງພະອົງ, ດາວິດກ່າວກັບຜູ້ປະກາດພຣະທັມນາທານວ່າ “ເບິ່ງແມ໋, ເຮົາຢູ່ໃນເຮືອນທີ່ເຮັດດ້ວຍໄມ້ສົນສີດາ, ແຕ່ຫີບພັນທະສັນຍາຂອງພຣະຢາເວຢູ່ພາຍໃຕ້ຜ້າເຕັນ.”
\v 2 ແລ້ວນາທານໄດ້ຕອບດາວິດວ່າ, “ຂໍພະອົງໄດ້ເຮັດຕາມຄວາມປະສົງຂອງພະອົງເຖີດ, ເພາະພຣະເຈົ້າໄດ້ສະຖິດຢູ່ກັບພະອົງແລ້ວ.”
\s5
\v 3 ແຕ່ຢູ່ມາໃນຄືນມື້ນັ້ນເອງພຣະທັມຂອງພຣະເຈົ້າໄດ້ມາເຖິງນາທານວ່າ,
\v 4 “ຈົ່ງໄປບອກດາວິດຜູ້ຮັບໃຊ້ຂອງເຮົາວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເຈົ້າຢ່າສ້າງພຣະວິຫານໃຫ້ເຮົາຢູ່.
\v 5 ເພາະເຮົາບໍ່ເຄີຍຢູ່ໃນວິຫານນັບແຕ່ມື້ທີ່ເຮົາໄດ້ໃຫ້ພວກອິສະຣາເອນຂຶ້ນມາຈົນເຖິງທຸກມື້ນີ້. ແຕ່ເຮົາໄດ້ຍ້າຍຈາກເຕັນນີ້ໄປເຕັນນັ້ນ ແລະ ຈາກຫໍເຕັນແຫ່ງນີ້ໄປຫໍເຕັນແຫ່ງນັ້ນແທນ.
\v 6 ໃນບ່ອນຕ່າງໆທີ່ເຮົາເຄື່ອນໄປມາກັບອິສະຣາເອນທັງຫມົດ, ເຮົາບໍ່ໄດ້ເຄີຍເວົ້າຈັກຄຳກັບຜູ້ພິພາກສາຂອງອິສະຣາເອນຄົນໃດຄົນຫນຶ່ງທີ່ເຮົາໄດ້ສັ່ງໃຫ້ເຂົາລ້ຽງດູປະຊາຊົນຂອງເຮົາວ່າ, “ເປັນຫຍັງເຈົ້າບໍ່ໄດ້ສ້າງວິຫານດ້ວຍໄມ້ສົນສີດາໃຫ້ແກ່ເຮົາ?"
\s5
\v 7 ເຫດສະນັ້ນ, ບັດນີ້ ເຈົ້າຈົ່ງກ່າວແກ່ດາວິດຜູ້ຮັບໃຊ້ຂອງເຮົາວ່າ, ‘ນີ້ຄືສິ່ງທີ່ພຣະຢາເວຈອມໂຍທາຊົງກ່າວ: ເຮົາໄດ້ເອົາເຈົ້າອອກມາຈາກທົ່ງຫຍ້າ, ຈາກການຕາມຝູງແບ້ຝູງແກະ, ເພື່ອໃຫ້ເຈົ້າເປັນເຈົ້ານາຍປົກຄອງອິສະຣາເອນປະຊາຊົນຂອງເຮົາ.
\v 8 ເຮົາໄດ້ສະຖິດຢູ່ກັບເຈົ້າໃນທຸກບ່ອນທີ່ເຈົ້າໄປ ແລະ ໄດ້ຕັດບັນດາສັດຕຣູຂອງເຈົ້າອອກຕໍ່ຫນ້າເຈົ້າ, ແລະ ເຮົາໄດ້ເຮັດໃຫ້ເຈົ້າມີຊື່ສຽງໃຫຍ່ໂຕ, ເຫມືອນກັບຊື່ສຽງຂອງຜູ້ຍິ່ງໃຫຍ່ທີ່ຢູ່ເທິງແຜ່ນດິນໃນໂລກ.
\s5
\v 9 ເຮົາຈະກຳນົດບ່ອນຢູ່ສຳລັບອິສະຣາເອນປະຊາຊົນຂອງເຮົາ, ເຮົາຈະປູກຝັງພວກເຂົາໄວ້, ເພື່ອພວກເຂົາຈະໄດ້ຢູ່ໃນບ່ອນຂອງພວກເຂົາເອງ ແລະ ຈະບໍ່ຖືກກົດຂີ່ຂົ່ມເຫັງອີກຕໍ່ໄປ. ພວກລູກຂອງຄົນຊົ່ວຮ້າຍຈະບໍ່ມາປຸ້ນໂຈມຕີພວກເຂົາ, ຄືດັ່ງແຕ່ກ່ອນຜ່ານມາ,
\v 10 ຕັ້ງແຕ່ຄາວທີ່ເຮົາຕັ້ງຜູ້ພິພາກສາໄວ້ປົກຄອງອິສະຣາເອນປະຊາຊົນຂອງເຮົາ. ເຮົາຈະປາບປາມສັດຕຣູທັງຫມົດຂອງເຈົ້າລົງ. ຫລາຍໄປກວ່ານັ້ນອີກ ເຮົາກ່າວແກ່ເຈົ້າວ່າ, ພຣະຢາເວ, ຈະໃຫ້ເຈົ້າມີເຊື້ອສາຍສືບໄປ.
\s5
\v 11 ເມື່ອມື້ທັງຫລາຍຂອງເຈົ້າຄົບແລ້ວ ເຈົ້າຕ້ອງໄປຢູ່ກັບບັນພະບຸຣຸດຂອງເຈົ້າ, ເຮົາຈະຍົກເຊື້ອສາຍຂອງເຈົ້າທີ່ມາພາຍຫລັງເຈົ້າຂຶ້ນ, ​ແລະ ຜູ້ຊຶ່ງຈະເປັນລູກຊາຍຄົນຫນຶ່ງຂອງເຈົ້າເອງ, ເຮົາຈະສະຖາປະນາອານາຈັກຂອງລາວ.
\v 12 ຜູ້ນັ້ນຈະເປັນຜູ້ສ້າງວິຫານສຳລັບເຮົາ, ແລະ ເຮົາຈະໃຫ້ບັນລັງຂອງລາວຕັ້ງຫມັ້ນຄົງຢູ່ເປັນນິດ.
\s5
\v 13 ຝ່າຍເຮົາຈະເປັນພໍ່ຂອງລາວ, ແລະ ລາວຈະເປັນບຸດຂອງເຮົາ. ເຮົາຈະບໍ່ນຳຄວາມເມດຕາຂອງເຮົາອອກໄປຈາກລາວ, ເຫມືອນຢ່າງທີ່ເຮົາໄດ້ເອົາອອກໄປຈາກຊາອູນ, ຄົນທີ່ຢູ່ກ່ອນເຈົ້ານັ້ນ.
\v 14 ແຕ່ເຮົາຈະຕັ້ງລາວໄວ້ໃນວິຫານຂອງເຮົາ ແລະ ໃນອານາຈັກຂອງເຮົາຕະຫລອດໄປເປັນນິດ, ແລະບັນລັງຂອງລາວຈະຕັ້ງຫມັ້ນຄົງຢູ່ຕະຫລອດໄປ.’”
\v 15 ນາທານໄດ້ກາບທູນດາວິດຕາມຖ້ອຍຄຳທັງປວງເຫລົ່ານີ້ ແລະ ຕາມນິມິດທັງຫມົດ.
\s5
\v 16 ແລ້ວກະສັດດາວິດກໍສະເດັດເຂົ້າໄປ ແລະ ນັ່ງລົງຕໍ່ພຣະພັກພຣະຢາເວ; ພະອົງກາບທູນວ່າ “ຂ້າແດ່ພຣະຜູ້ເປັນເຈົ້າ ພຣະຢາເວ, ແລະ ຂ້າພຣະອົງແມ່ນຜູ້ໃດນໍ ແລະ ເຊື້ອສາຍຂອງຂ້າພຣະອົງທີ່ພຣະອົງໄດ້ນຳມາໄກຈົນເຖິງບ່ອນນີ້?
\v 17 ສິ່ງນີ້ເປັນຂອງເລັກນ້ອຍໃນສາຍພຣະເນດຂອງພຣະອົງ, ເພາະພຣະອົງໄດ້ກ່າວເຖິງເຊື້ອສາຍຂອງຂ້າໃຊ້ຂອງພະອົງໃນອະນາຄົດອັນໄກນັ້ນ, ແລະ ໄດ້ສຳແດງເຖິງຄົນລຸ້ນຕໍ່ມາ, ຂ້າແດ່ພຣະຢາເວພຣະຜູ້ເປັນພຣະເຈົ້າ.
\v 18 ແລະ ດາວິດຈະກ່າວທູນອີກວ່າ, ຂ້ານ້ອຍຈະກ່າວສິ່ງໃດຕໍ່ພຣະອົງໄດ້ອີກ? ເພາະພຣະອົງຮູ້ຈັກຜູ້ຮັບໃຊ້ຂອງພຣະອົງ. ພຣະອົງຊົງໃຫ້ກຽຕແກ່ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 19 ຂ້າແດ່ພຣະຢາເວ, ພຣະອົງໄດ້ກະທຳການອັນຍິ່ງໃຫຍ່ທັງຫມົດເຫລົ່ານີ້, ແລະ ເພື່ອເຫັນແກ່ຜູ້ຮັບໃຊ້ຂອງພຣະອົງ ແລະ ຕາມນ້ຳພຣະທັຍຂອງພຣະອົງເອງ ເພື່ອຈະເຮັດໃຫ້ສິ່ງທີ່ຍິ່ງໃຫຍ່ນີ້ເປັນທີ່ຮູ້ກັນທົ່ວໄປ.
\v 20 ຂ້າແດ່ພຣະຢາເວ, ບໍ່ມີຜູ້ໃດເທົ່າທຽມກັບພຣະອົງ, ແລະ ບໍ່ມີພະອື່ນໃດນອກຈາກພຣະອົງ, ຕາມທີ່ຂ້າພຣະອົງທັງຫລາຍໄດ້ຍິນກັບຫູຂອງຂ້າພຣະອົງ.
\v 21 ບໍ່ມີປະຊາຊາດໃດໆໃນໂລກທີ່ເຫມືອນກັບປະຊາຊົນອິສະຣາເອນຂອງພຣະອົງ, ແມ່ນພຽງຊາດດຽວທີ່ຢູ່ເທິງແຜ່ນດິນໂລກ ທີ່ພຣະອົງຊົງໂຜດຊ່ວຍອອກຈາກເອຢິບໃຫ້ເປັນປະຊາຊົນຂອງພຣະອົງ, ເພື່ອຈະເຮັດໃຫ້ພຣະນາມຂອງພຣະອົງຊ່າລືໄປດ້ວຍກິຈະການທີ່ຍິ່ງໃຫຍ່ອັນຫນ້າຢ້ານ ແລະ ຢຳເກງ? ໂດຍຂັບໄລ່ປະຊາຊາດທັງຫລາຍອອກໄປໃຫ້ພົ້ນຕໍ່ຫນ້າປະຊາຊົນຂອງພຣະອົງ, ຜູ້ຊຶ່ງພຣະອົງໄດ້ໄຖ່ອອກມາຈາກປະເທດເອຢິບນັ້ນ.
\s5
\v 22 ພຣະອົງໄດ້ຊົງຖືເອົາອິສະຣາເອນມາເປັນປະຊາຊົນຂອງພຣະອົງຕະຫລອດໄປເປັນນິດ, ແລະ ຂ້າແດ່ພຣະຢາເວ, ພຣະອົງກາຍເປັນພຣະເຈົ້າຂອງພວກເຂົາ.
\v 23 ບັດນີ້, ຂ້າແດ່ພຣະຢາເວ, ຂໍໃຫ້ພຣະທັມຊຶ່ງພຣະອົງໄດ້ກ່າວໄວ້ກ່ຽວກັບຜູ້ຮັບໃຊ້ຂອງພຣະອົງ ແລະ ກ່ຽວກັບເຊື້ອສາຍຂອງລາວ ຈົ່ງຕັ້ງຫມັ້ນຄົງຢູ່ສືບໄປເປັນນິດ. ຂໍພຣະອົງຊົງໂຜດກະທຳຕາມທີ່ພຣະອົງກ່າວໄວ້ແລ້ວນັ້ນເຖີດ.
\v 24 ຂໍໃຫ້ການນັ້ນຕັ້ງຫມັ້ນຄົງຢູ່ ແລະ ຂໍໃຫ້ພຣະນາມຂອງພຣະອົງເປັນທີ່ຍົກຍ້ອງສັນຣະເສີນຕະຫລອດໄປເປັນນິດ, ແລະ ຂໍໃຫ້ພວກເຂົາເວົ້າວ່າ ‘ພຣະຢາເວຈອມໂຍທາເປັນພຣະເຈົ້າຂອງອິສະຣາເອນ,' ໃນເວລາຂອງຂ້າພຣະອົງຄື ດາວິດ, ຜູ້ຮັບໃຊ້ຂອງພຣະອົງຕັ້ງຫມັ້ນຄົງຢູ່ຕໍ່ພຣະພັກຂອງພຣະອົງເຖີດ.
\s5
\v 25 ເພາະວ່າ ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ, ພຣະອົງໄດ້ສຳແດງແກ່ຜູ້ຮັບໃຊ້ຂອງພຣະອົງວ່າ ພຣະອົງຈະຕັ້ງເຊື້ອສາຍໃຫ້ລາວ. ເຫດສະນັ້ນ, ຜູ້ຮັບໃຊ້ຂອງພຣະອົງຈຶ່ງມີຄວາມກ້າຫານທີ່ຈະອະທິຖານຕໍ່ພຣະພັກພຣະອົງ.
\v 26 ບັດນີ້, ຂ້າແດ່ພຣະຢາເວ, ພຣະອົງເປັນພຣະເຈົ້າ, ແລະ ພຣະອົງໄດ້ສັນຍາສິ່ງທີ່ດີນີ້ໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ:
\v 27 ເພາະສະນັ້ນ ບັດນີ້ຂໍໃຫ້ເປັນທີ່ພໍພຣະທັຍພຣະອົງທີ່ຈະໄດ້ອວຍພຣະພອນແກ່ເຊື້ອສາຍຂອງຜູ້ຮັບໃຊ້ຂອງພຣະອົງ, ເພື່ອເຊື້ອສາຍນັ້ນຈະດຳຣົງຢູ່ຕໍ່ພຣະພັກພຣະອົງຕະຫລອດໄປເປັນນິດ. ເພາະວ່າ ພຣະຢາເວ, ໄດ້ອວຍພຣະພອນໃຫ້ແກ່ພວກເຂົາ, ແລະ ພວກເຂົາຈະມີພຣະພອນສືບເປັນໄປນິດ.”
\s5
\c 18
\cl ບົດທີ 18
\p
\v 1 ຢູ່ຕໍ່ມາດາວິດໄດ້ໂຈມຕີພວກຟີລິສະຕີນ ແລະ ໄດ້ປາບປາມພວກເຂົາ. ພ້ອມທັງຍຶດເມືອງກັດ ແລະ ຊົນະບົດຂອງເມືອງນັ້ນຈາກມືຂອງພວກຟີລິສະຕີນ.
\v 2 ພະອົງໄດ້ໂຈມຕີຄົນໂມອາບ, ແລະ ຄົນໂມອາບໄດ້ກາຍເປັນຜູ້ຮັບໃຊ້ຂອງດາວິດ ແລະ ນຳເອົາເຄື່ອງຖວາຍມາຖວາຍໃຫ້ແກ່ດາວິດ.
\s5
\v 3 ດາວິດໄດ້ໂຈມຕີຮາດັດເອເຊີ, ກະສັດໂຊບາໃນເມືອງຮາມັດ, ຂະນະທີ່ພະອົງກຳລັງສະເດັດໄປຕັ້ງອຳນາດປົກຄອງຂອງພະອົງທີ່ແມ່ນ້ຳເອຟຣາດ.
\v 4 ດາວິດໄດ້ຍຶດລົດຮົບຫນຶ່ງພັນຄັນພ້ອມທັງທະຫານມ້າເຈັດພັນຄົນ, ແລະ ທະຫານຣາບສອງຫມື່ນຄົນອອກຈາກພະອົງ. ດາວິດໄດ້ຕັດເອັນຂາມ້າຣົດຮົບທັງຫມົດ, ແຕ່ດາວິດໄດ້ຍຶດເອົາຣົດມ້າໄວ້ຫນຶ່ງຮ້ອຍຄັນ.
\s5
\v 5 ເມື່ອຄົນຊີເຣຍແຫ່ງເມືອງດາມາເຊໄດ້ມາຊ່ວຍຮາດັດເອເຊີກະສັດແຫ່ງເມືອງໂຊບາ, ດາວິດໄດ້ປະຫານຄົນຊີເຣຍສອງຫມື່ນສອງພັນຄົນ.
\v 6 ແລ້ວດາວິດໄດ້ຕັ້ງກອງທະຫານປະຈຳປ້ອມໄວ້ໃນຊີເຣຍແຫ່ງເມືອງດາມັສະກັດ, ແລະ ຄົນຊີເຣຍໄດ້ເປັນຜູ້ຮັບໃຊ້ຂອງດາວິດ ແລະ ພວກເຂົາເປັນຜູ້ນຳເອົາເຄື່ອງຖວາຍມາຖວາຍແກ່ພະອົງ. ພຣະຢາເວໄດ້ປຣະທານຊັຍຊະນະໃຫ້ແກ່ພະອົງໃນທຸກທີ່ທຸກບ່ອນທີ່ພະອົງໄປ.
\s5
\v 7 ດາວິດໄດ້ຍຶດໂລ່ທອງຄຳທີ່ເປັນຂອງຜູ້ຮັບໃຊ້ຂອງຮາດັດເອເຊີ ແລະ ໄດ້ນຳມານະຄອນເຢຣູຊາເລັມ.
\v 8 ດາວິດໄດ້ຍຶດເອົາທອງເຫລືອງເປັນຈຳນວນຫລາຍຈາກເມືອງຕິບຮາດ ແລະ ຈາກເມືອງກູນທີ່ເປັນຫົວເມືອງຂອງຮາດັດເອເຊີ, ຊຶ່ງໂຊໂລໂມນໄດ້ໃຊ້ເຮັດຊາມທະເລທອງເຫລືອງ, ແລະ ເສົາທັງສອງ ພ້ອມກັບເຄື່ອງໃຊ້ທີ່ເປັນທອງເຫລືອງ.
\s5
\v 9 ເມື່ອໂຕຍ, ກະສັດແຫ່ງເມືອງຮາມັດ, ໄດ້ຍິນວ່າດາວິດໄດ້ໂຈມຕີກອງທັບທັງຫມົດຂອງຮາດັດເອເຊີ ກະສັດໂຊບາແລ້ວ,
\v 10 ໂຕຍໄດ້ໃຊ້ໂຢຣາມລູກຊາຍຂອງພະອົງໄປເຝົ້າກະສັດດາວິດ ເພື່ອຈະຄຳນັບ ແລະ ຖວາຍພະພອນພະອົງ, ເພາະດາວິດໄດ້ສູ້ຮົບຮາດາເດເຊ ແລະ ເອົາຊະນະລາວ, ເພາະວ່າຮາດາເດເຊໄດ້ສູ້ຮົບກັບໂຕຍ. ຮັດໂດຣາມໄດ້ສົ່ງເຄື່ອງຕ່າງໆ ທີ່ເຮັດດ້ວຍທອງຄຳ, ດ້ວຍເງິນ ແລະ ດ້ວຍທອງເຫລືອງໄປຖວາຍພະອົງ.
\v 11 ກະສັດດາວິດໄດ້ຖວາຍສິ່ງເຫລົ່ານີ້ແກ່ພຣະຢາເວ, ພ້ອມກັບເງິນ ແລະທອງຄຳ ຊຶ່ງພະອົງໄດ້ນຳມາຈາກປະຊາຊາດທັງປວງເຊັ່ນ: ຈາກເອໂດມ, ໂມອາບ, ລູກຫລານອຳໂມນ, ຄົນຟີລິສະຕີນ ແລະ ຈາກພວກອຳມາເລັກ.
\s5
\v 12 ອາບີຊາຍລູກຊາຍນາງເຊຣູຢາໄດ້ໂຈມຕີພວກເອໂດມຫນຶ່ງຫມື່ນແປດພັນຄົນໃນຮ່ອມພູເຂົາເກືອ.
\v 13 ພະອົງຕັ້ງກອງທັບທະຫານໄວ້ໃນເອໂດມ, ແລະ ຊາວເອໂດມທັງຫມົດໄດ້ກາຍມາເປັນຄົນຮັບໃຊ້ຂອງດາວິດ. ພຣະຢາເວໄດ້ປະທານຊັຍຊະນະແກ່ດາວິດໃນທຸກທີ່ທຸກບ່ອນທີ່ພະອົງໄປ ບໍ່ວ່າພະອົງຈະສະເດັດໄປບ່ອນໃກໍຕາມ.
\s5
\v 14 ດາວິດຈຶ່ງໄດ້ປົກຄອງອິສະຣາເອນທັງຫມົດ, ແລະ ພະອົງໄດ້ໃຫ້ຄວາມຍຸຕິທັມກັບຄວາມທ່ຽງທັມແກ່ປະຊາຊົນຂອງພະອົງທຸກຄົນ.
\v 15 ໂຢອາບລູກຊາຍນາງເຊຣູຢາເປັນຜູ້ບັນຊາການກອງທັບ, ແລະ ເຢໂຮຊາຟັດລູກຊາຍອາຮີລຸດເປັນເຈົ້າກົມເອກກະສານຕ່າງ.
\v 16 ຊາໂດກລູກຊາຍອາຮີຕຸບ ແລະ ອາບີເມເລັກລູກຊາຍອາບີອາທາເປັນປະໂລຫິດ, ແລະ ຊາວະຊາເປັນເລຂາ.
\v 17 ເບນາຢາລູກຊາຍເຢໂຮຢາດາເປັນຫົວຫນ້າຊັ້ນຄົນເຫນືອຊາວເກເຣັດ ແລະ ຄົນເປເລດ, ແລະ ບັນດາລູກຊາຍຂອງດາວິດກໍເປັນຫົວຫນ້າໃນຣາຊະການຂອງກະສັດ.
\s5
\c 19
\cl ບົດທີ 19
\p
\v 1 ຢູ່ຕໍ່ມາພາຍຫລັງຈາກເຫດການນີ້ ນາຮາດ, ກະສັດຂອງຄົນອຳໂມນກໍສິ້ນພະຊົນ, ແລະ ລູກຊາຍຂອງພະອົງໄດ້ຂຶ້ນປົກຄອງແທນ.
\v 2 ດາວິດໄດ້ກ່າວວ່າ, “ເຮົາຈະສະແດງຄວາມເມດຕາຕໍ່ຮານຸນລູກຊາຍຂອງນາຮາດ, ເພາະວ່າພໍ່ຂອງເພິ່ນໄດ້ສະແດງຄວາມເມດຕາຕໍ່ເຮົາ.” ດາວິດຈຶ່ງໄດ້ສົ່ງຜູ້ສົ່ງຂ່າວໄປເລົ້າໂລມໃຈເພິ່ນກ່ຽວກັບພໍ່ຂອງເພິ່ນທີ່ຕາຍໄປ. ຂ້າຣາຊະການຂອງດາວິດກໍໄດ້ໄປຮອດຮານຸນໃນແຜ່ນດິນຂອງລູກຫລານອຳໂມນ ເພື່ອຈະເລົ້າໂລມໃຈເພິ່ນ.
\v 3 ແຕ່ບັນດາເຈົ້ານາຍຂອງລູກຫລານອຳໂມນທູນຮານຸນວ່າ, “ທ່ານຄິດວ່າກະສັດດາວິດສົ່ງຜູ້ເລົ້າໂລມໃຈມາຫາທ່ານ ເພາະນັບຖືບິດາຂອງທ່ານຢ່າງນັ້ນບໍ? ຂ້າຣາຊະການຂອງດາວິດມາຫາທ່ານເພື່ອຄົ້ນຫາ, ທຳລາຍ ແລະ ສອດແນມແຜ່ນດິນນີ້ບໍ່ແມ່ນບໍ?”
\s5
\v 4 ດັ່ງນັ້ນ, ຮານຸນຈຶ່ງຈັບຂ້າຣາຊະການຂອງດາວິດ ແລະ ແຖຂົນຂອງພວກເຂົາ, ຕັດເຄື່ອງນຸ່ງພວກເຂົາຜ່າກາງຈົນຮອດສະໂພກ, ແລະ ປ່ອຍພວກເຂົາກັບໄປ.
\v 5 ເມື່ອມີບາງຄົນໄປທູນດາວິດເຖິງເລື່ອງຄົນເຫລົ່ານັ້ນ, ພະອົງກໍໄດ້ໃຊ້ໃຫ້ໄປຮັບເອົາພວກເຂົາ, ເພາະຄົນເຫລົ່ານັ້ນ ອັບອາຍຫລາຍ. ກະສັດກ່າວວ່າ, “ຈົ່ງພັກຢູ່ທີ່ເມືອງເຢຣິໂກຈົນກວ່າຫນວດຂອງທ່ານທັງຫລາຍຈະປົ່ງຂຶ້ນໃຫມ່ ແລ້ວຈຶ່ງຄ່ອຍກັບຄືນມາ.”
\s5
\v 6 ເມື່ອລູກຫລານອຳໂມນເຫັນວ່າ ພວກເຂົາໄດ້ເຮັດຜິດຕໍ່ດາວິດ, ຮານຸນ ແລະ ລູກຫລານອຳໂມນ ຈຶ່ງສົ່ງເງິນຫນຶ່ງພັນຕະລັນໄປຈ້າງຣົດຮົບ ແລະ ທະຫານມ້າຈາກປະເທດເມໂຊໂປຕາເມຍ, ຈາກອາຣາມ, ມາອາກາ, ແລະຈາກໂຊບາ.
\v 7 ພວກເຂົາໄດ້ຈ້າງຣົດຮົບສາມຫມື່ນສອງພັນຄັນ ແລະ ກະສັດແຫ່ງເມືອງມາອາກາກັບກອງທັບຂອງຕົນ, ພວກເຂົາໄດ້ຕັ້ງຄ້າຍພັກຢູ່ຕໍ່ຫນ້າເມືອງເມເດບາ. ລູກຫລານອຳໂມນກໍທ້ອນໂຮມກັນຈາກເມືອງຕ່າງໆ, ແລະ ໄດອອກມາເພື່ອສູ້ຮົບ.
\s5
\v 8 ເມື່ອດາວິດໄດ້ຍິນເລື່ອງນັ້ນ, ພະອົງຈຶ່ງໃຊ້ໂຢອາບ ແລະ ກອງທະຫານທີ່ເກັ່ງກ້າທັງຫມົດອອກໄປ.
\v 9 ແລະ ບັນດາຄົນອຳໂມນກໍອອກມາຕັ້ງແຖວສູ້ຮົບຢູ່ປະຕູເມືອງ, ໃນຄະນະທີ່ກະສັດທັງຫລາຍ ຜູ້ທີ່ມາກໍຍົກຍ້າຍຕົນເອງໄປຢູ່ໃນທົ່ງນາ.
\s5
\v 10 ເມື່ອໂຢອາບເຫັນວ່າການເສິກນັ້ນໄດ້ຕັ້ງຖານທັບຢູ່ທາງຂ້າງຫນ້າ ແລະ ຂ້າງຫລັງ, ເພິ່ນຈຶ່ງເອົາຄົນທີ່ກ້າຫານຈາກຊາວອິສະຣາເອນທີ່ໄດ້ຄັດເລືອກໄວ້ແລ້ວ ແລະ ຈັດທັບເຂົ້າໄປຕໍ່ສູ້ຄົນຊີເຣຍ.
\v 11 ສ່ວນຄົນຂອງເພິ່ນທີ່ຍັງເຫລືອຢູ່, ເພິ່ນກໍມອບໄວ້ໃນການບັງຄັບບັນຊາຂອງອາບີຊາຍນ້ອງຊາຍຂອງຕົນ, ແລະ ຄົນເຫລົ່ານັ້ນກໍຈັດຕຽມເຂົ້າສູ້ຮົບກັບລູກຫລານອຳໂມນ.
\s5
\v 12 ໂຢອາບໄດ້ກ່າວວ່າ “ຖ້າຄົນຊີເຣຍມີກຳລັງແຮງກວ່າກຳລັງຂອງເຮົາ ແລ້ວອາບີຊາຍ, ເຈົ້າຈົ່ງຊ່ວຍເຮົາ. ແຕ່ຖ້າກຳລັງຄົນອຳໂມນເຫນືອກວ່າກຳລັງຂອງເຈົ້າ, ແລ້ວເຮົາຈະມາ ແລະ ຊ່ວຍເຈົ້າ.
\v 13 ຈົ່ງມີຄວາມກ້າຫານເຖີດ, ແລະ ໃຫ້ເຮົາສະແດງວ່າພວກເຮົາເອງເຂັ້ມແຂງ ເພື່ອປະຊາຊົນຂອງເຮົາ ແລະ ເພື່ອຫົວເມືອງຕ່າງໆຂອງພຣະເຈົ້າຂອງເຮົາ, ຂໍພຣະຢາເວໄດ້ກະທຳສິ່ງທີ່ພໍພຣະທັຍໃນສາຍພຣະເນດຂອງພຣະອົງເຖີດ.”
\s5
\v 14 ດັ່ງນັ້ນ ໂຢອາບ ແລະ ທະຫານຜູ້ທີ່ຢູ່ກັບເພິ່ນຈຶ່ງໄດ້ຫຍັບເຂົ້າໄປໃກ້ຂ້າງຫນ້າຄົນຊີເຣຍ, ເພື່ອສູ້ຮົບ ແລະ ພວກເຂົາກໍແຕກຫນີໄປຕໍ່ຫນ້າກອງທັບອິສະຣາເອນ.
\v 15 ເມື່ອທະຫານຂອງອຳໂມນເຫັນວ່າຄົນຊີເຣຍໄດ້ປົບຫນີໄປແລ້ວ, ພວກເຂົາກໍປົບຫນີໄປຕໍ່ຫນ້າອາບີຊາຍນ້ອງຊາຍຂອງໂຢອາບດ້ວຍ ແລະ ເຂົ້າໄປໃນເມືອງ. ແລ້ວໂຢອາບໄດ້ກັບໄປຈາກປະຊາຊົນອຳໂມນ ແລະ ກໍໄປນະຄອນເຢຣູຊາເລັມ.
\s5
\v 16 ແຕ່ເມື່ອຄົນຊີເຣຍເຫັນວ່າພວກເຂົາພ່າຍແພ້ຕໍ່ຊາວອິສະຣາເອນ, ພວກເຂົາຈຶ່ງສົ່ງຜູ້ຮັບໃຊ້ໄປຫາຄົນຊີເຣຍ ຊຶ່ງຢູ່ຟາກແມ່ນ້ຳເບື້ອງນັ້ນ, ມີໂຊຟາກ ຜູ້ບັງຄັບບັນຊາກອງທັບຂອງຮາດັດເອເຊີເປັນຫົວຫນ້ານຳພາພວກເຂົາ.
\v 17 ແລະເມື່ອມີຄົນກາບທູນດາວິດ, ພະອົງກໍໄດ້ທ້ອນໂຮມອິສະຣາເອນທັງຫມົດເຂົ້າກັນ, ແລະຂ້ວາມແມ່ນ້ຳຢໍແດນ, ແລະ ມາຫາພວກເຂົາ. ພະອົງໄດ້ຈັດຕຽມທັບເຂົ້າຕໍ່ສູ້ກັບຄົນຊີເຣຍ, ພວກເຂົາກໍເລີ່ມຕໍ່ສູ້ກັບພະອົງ.
\s5
\v 18 ຄົນຊີເຣຍກໍຫນີໄປຕໍ່ຫນ້າຊາວອິສະຣາເອນ, ແລະ ດາວິດໄດ້ຂ້າຄົນຊີເຣຍ ຄືຄົນຂັບຣົດຮົບເຈັດພັນຄົນ ແລະ ທະຫານຣາບສີ່ຫມື່ນຄົນ. ພະອົງໄດ້ຊົງຂ້າໂຊຟາກ, ຜູ້ບັນຊາການກອງທັບຂອງພວກເຂົາ.
\v 19 ເມື່ອເຫລົ່າກະສັດທັງຫລາຍ ຜູ້ຊຶ່ງເປັນຜູ້ຮັບໃຊ້ຂອງຮາດັດເອເຊີເຫັນວ່າພວກເຂົາພ່າຍແພ້ຕໍ່ອິສະຣາເອນແລ້ວ, ລາວຈຶ່ງຍອມເຮັດສັນຕິພາບກັບດາວິດ ແລະ ເປັນຜູ້ຮັບໃຊ້ຂອງພະອົງ. ດັ່ງນັ້ນຄົນຊີເຣຍ ຈຶ່ງບໍ່ຍິນຍອມຊ່ວຍລູກຫລານອຳໂມນອີກຕໍ່ໄປ.
\s5
\c 20
\cl ບົດທີ 20
\p
\v 1 ຢູ່ມາພໍຫມົດປີແລ້ວ, ໃນເວລາທີ່ບັນດາກະສັດຍົກກອງທັບອອກໄປສູ້ຮົບ, ໂຢອາບກໍນຳກຳລັງກອງທັບໄປກວາດລ້າງແຜ່ນດິນຂອງລູກຫລານອຳໂມນ. ລາວໄດ້ປິດລ້ອມເມືອງລັບບາໄວ້ ແຕ່ດາວິດຄ້າງຢູ່ທີ່ນະຄອນເຢຣູຊາເລັມ. ໂຢອາບກໍໄດ້ໂຈມຕີ ແລະ ທຳລາຍເມືອງລັບບາ.
\s5
\v 2 ດາວິດໄດ້ຖອດມົງກຸດອອກຈາກຫົວຂອງກະສັດຂອງພວກເຂົາ, ພະອົງຮູ້ວ່າມົງກຸດນັ້ນມີທອງຄຳຫນັກຫນຶ່ງຕະລັນ, ແລະ ມີເພັດພອຍຕ່າງໆ. ຕໍ່ມາພວກເຂົາໄດ້ເອົາມົງກຸດນັ້ນສວມເທິງຫົວຂອງກະສັດດາວິດ, ແລະພະອົງໄດ້ຍຶດເອົາສິ່ງຂອງຈາກເມືອງນັ້ນຢ່າງຫລວງຫລາຍ.
\v 3 ພະອົງໄດ້ນຳປະຊາຊົນທີ່ຢູ່ໃນເມືອງນັ້ນອອກມາ ແລະ ບັງຄັບພວກເຂົາໃຫ້ເຮັດວຽກຫນັກຢູ່ກັບເລື່ອຍ, ຈົກ ແລະ ຂວານ. ກະສັດດາວິດໄດ້ເຮັດເຊັ່ນນີ້ກັບບັນດາເມືອງທັງຫມົດຂອງລູກຫລານອຳໂມນໃຫ້ເຮັດວຽກກຳມະກອນນີ້. ແລ້ວດາວິດກັບກອງທັບທັງຫລາຍກໍກັບຄືນໄປນະຄອນເຢຣູຊາເລັມ.
\s5
\v 4 ຢູ່ມາພາຍຫລັງທີ່ເກີດສົງຄາມຂຶ້ນກັບຄົນຟີລິສະຕິນທີ່ເມືອງເກເຊ. ແລ້ວສິບເບກາຍເຊື້ອສາຍຮູຊາຍໄດ້ຂ້າສິບປາຍ, ຜູ້ເປັນລູກຫລານຂອງຄົນເລຟາອິມ ແລະ ຄົນຟີລິສະຕີນກໍຖືກປາບປາມ.
\v 5 ແລະ ເກີດມີສົງຄາມກັບຄົນຟີລິສະຕິນທີ່ເມືອງໂກບ, ແລ້ວເອນຮະນັນລູກຊາຍຢາອີໄດ້ຂ້າລາມີລູກຊາຍຂອງໂກລີຢາດຊາວກັດ, ຜູ້ມີຫອກທີ່ມີດ້າມໃຫຍ່ເທົ່າໄມ້ກຳພັ້ນຕ່ຳແຜ່ນ.
\s5
\v 6 ມີສົງຄາມທີ່ເມືອງກັດອີກ ມີຊາຍຄົນຫນຶ່ງຮູບຮ່າງໃຫຍ່ໂຕ ຜູ້ທີ່ມີມືເບື້ອງລະຫົກນິ້ວ ແລະ ນິ້ວຕີນເບື້ອງລະຫົກນິ້ວ, ລາວເປັນລູກຊາຍຂອງຄົນເລຟາອິມດ້ວຍ.
\v 7 ເມື່ອລາວໄດ້ທ້າທາຍທະຫານຂອງອິສະຣາເອນ, ໂຢນາທານລູກຊາຍຊິເມອີ ອ້າຍຂອງດາວິດກໍໄດ້ປະຫານລາວ.
\v 8 ຄົນເຫລົ່ານີ້ເປັນບັນດາເຊື້ອສາຍທັງຫລາຍຂອງຄົນເລຟາອິມເມືອງກາດ, ແລະ ລາວໄດ້ລົ້ມຕາຍດ້ວຍມືຂອງກະສັດດາວິດ ແລະ ດ້ວຍມືຜູ້ຮັບໃຊ້ຂອງພະອົງ.
\s5
\c 21
\cl ບົດທີ 21
\p
\v 1 ຊາຕານໄດ້ລຸກຂຶ້ນຕໍ່ສູ້ອິສະຣາເອນ ແລະ ດົນໃຈໃຫ້ດາວິດນັບຈຳນວນອິສະຣາເອນ.
\v 2 ດາວິດຈຶ່ງກ່າວກັບໂຢອາບ ແລະ ຜູ້ບັງຄັບບັນຊາກອງທັບວ່າ, “ຈົ່ງໄປນັບຈຳນວນຄົນອິສະຣາເອນ ຕັ້ງແຕ່ເມືອງເບເອເຊບາຮອດເມືອງດານ ແລ້ວນຳມາລາຍງານໃຫ້ເຮົາ ເພື່ອຈະໄດ້ຮູ້ຈຳນວນທັງຫມົດຂອງພວກເຂົາ.”
\v 3 ແຕ່ໂຢອາບທູນວ່າ, “ຂໍພຣະຢາເວໄດ້ເພີ່ມປະຊາຊົນຂອງພຣະອົງອີກຮ້ອຍເທົ່າ ພ້ອມກັບສິ່ງຂອງທີ່ມີຢູ່ແລ້ວ. ຂ້າແດ່ກະສັດເຈົ້ານາຍຂອງຂ້າພຣະອົງ, ປະຊາຊົນທັງຫມົດນີ້ເປັນຜູ້ຮັບໃຊ້ຂອງເຈົ້ານາຍຂອງຂ້າພຣະອົງບໍ່ແມ່ນບໍ? ເປັນຫຍັງເຈົ້ານາຍຂອງຂ້າພຣະອົງຈຶ່ງສັ່ງການເຊັ່ນນີ້? ເຫດໃດພຣະອົງຈຶ່ງໄດ້ນຳການລະເມີດມາສູ່ອິສະຣາເອນ?”
\s5
\v 4 ແຕ່ໂຢອາບຂັດຄຳສັ່ງຂອງກະສັດບໍ່ໄດ້. ໂຢອາບຈຶ່ງຈາກໄປ ແລະ ໄປທົ່ວອິສະຣາເອນທັງຫມົດ ແລະ ກັບມາເຖິງເຢຣູຊາເລັມ.
\v 5 ແລ້ວໂຢອາບໄດ້ລາຍງານຈຳນວນບັນຊີຜູ້ຊາຍທີ່ເປັນນັກຮົບທີ່ນັບໄດ້ໃຫ້ແກ່ດາວິດ. ໃນອິສະຣາເອນທັງຫມົດມີຫນຶ່ງລ້ານຫນຶ່ງແສນຄົນທີ່ຖືດາບ. ໃນຢູດາມີສີ່ແສນເຈັດຫມື່ນຄົນທີ່ຖືດາບ.
\s5
\v 6 ແຕ່ວ່າເພິ່ນບໍ່ໄດ້ນັບພວກເລວີ ແລະ ເບັນຢາມິນໃນທ່າມກາງພວກເຂົາ, ເພາະວ່າຄຳສັ່ງຂອງກະສັດເປັນທີ່ຫນ້າກຽດຊັງແກ່ໂຢອາບ.
\v 7 ພຣະເຈົ້າບໍ່ໄດ້ພໍພຣະທັຍໃນເລື່ອງນີ້, ພຣະອົງຈຶ່ງໄດ້ລົງໂທດຊາວອິສະຣາເອນ.
\v 8 ແລະ ດາວິດກາບທູນພຣະເຈົ້າວ່າ, “ຂ້າພຣະອົງໄດ້ເຮັດບາບອັນຍິ່ງໃຫຍ່ໃນການທີ່ຂ້າພຣະອົງໄດ້ເຮັດໃນສິ່ງນີ້. ຂ້າພຣະອົງອ້ອນວອນຕໍ່ພຣະອົງບັດນີ້ຂໍໂຜດຍົກໂທດບາບແຫ່ງຄວາມຊົ່ວຮ້າຍຂອງຜູ້ຮັບໃຊ້ຂອງພຣະອົງ, ເພາະຂ້າພຣະອົງໄດ້ເຮັດການອັນໂງ່ຈ້າຫລາຍ.”
\s5
\v 9 ພຣະຢາເວກ່າວກັບຄາດຜູ້ທຳນວາຍຂອງດາວິດວ່າ,
\v 10 “ຈົ່ງໄປບອກດາວິດວ່າ, ‘ພຣະຢາເວກ່າວດັ່ງນີ້ວ່າ: ເຮົາສະເຫນີເຈົ້າສາມປະການ. ຈົ່ງເລືອກເອົາປະການຫນຶ່ງ.’”
\s5
\v 11 ດັ່ງນັ້ນຄາດຈຶ່ງເຂົ້າເຝົ້າດາວິດ ແລະ ກາບທູນພະອົງວ່າ, “ພຣະຢາເວກ່າວດັ່ງນີ້ວ່າ ຈົ່ງເລືອກເອົາຕາມທີ່ທ່ານພໍໃຈ:
\v 12 ຄື ຄວາມອຶດຢາກລະຫວ່າງສາມປີ, ຫລືສັດຕຣູຂອງເຈົ້າໄລ່ຕິດຕາມເຈົ້າລະຫວ່າງສາມເດືອນ ຂະນະທີ່ດາບຂອງສັດຕຣູ ຈະຕາມເຈົ້າທັນ, ຫລື ຖືກດາບຂອງພຣະຢາເວສາມມື້, ຄືພະຍາດຣະບາດເກີດຂຶ້ນເທິງແຜ່ນດິນ ແລະ ທູດສະຫວັນຂອງພຣະຢາເວມາທຳລາຍໃນດິນແດນຂອງອິສະຣາເອນທັງຫມົດ. ' ບັດນີ້ຂໍໄດ້ພິຈາຣະນາເບິ່ງວ່າຈະໃຫ້ຂ້າພຣະອົງກາບທູນພຣະອົງຜູ້ໄດ້ໃຊ້ຂ້າພຣະອົງມາວ່າຢ່າງໃດ.”
\s5
\v 13 ແລ້ວດາວິດກ່າວກັບຄາດວ່າ, “ເຮົາມີຄວາມກະວົນກະວາຍໃຈຫລາຍ. ຂໍໃຫ້ເຮົາຕົກຢູ່ໃນພຣະຫັດຂອງພຣະຢາເວ ເພາະວ່າຄວາມເມດຕາຂອງພຣະອົງກໍຍິ່ງໃຫຍ່ຫລາຍ ຂໍຢ່າໃຫ້ເຮົາຕົກເຂົ້າໄປໃນມືຂອງມະນຸດເລີຍ.”
\v 14 ດັ່ງນັ້ນ ພຣະຢາເວໄດ້ໃຫ້ພະຍາດຣະບາດເກີດຂຶ້ນໃນອິສະຣາເອນ, ແລະ ຄົນອິສະຣາເອນໄດ້ລົ້ມຕາຍເຈັດຫມື່ນຄົນ.
\v 15 ພຣະເຈົ້າໄດ້ໃຊ້ທູດສະຫວັນອົງຫນຶ່ງໄປທຳລາຍນະຄອນເຢຣູຊາເລັມ. ເມື່ອທູດສະຫວັນກຳລັງຈະທຳລາຍ, ພຣະຢາເວໄດ້ທອດພຣະເນດ ແລະ ຊົງກັບພຣະທັຍຈາກເຫດຮ້າຍນັ້ນ. ພຣະອົງໄດ້ບອກກັບທູດສະຫວັນຜູ້ກຳລັງຈະທຳລາຍນັ້ນວ່າ, “ພໍແລ້ວ ຫ້າມມືຂອງເຈົ້າດຽວນີ້.” ໃນເວລານັ້ນທູດສະຫວັນຂອງພຣະຢາເວກໍກຳລັງຢືນຢູ່ທີ່ລານຟາດເຂົ້າຂອງອາໂຣນາ ຄົນເຢບຸດ.
\s5
\v 16 ດາວິດແຫງນຫນ້າຂຶ້ນ ແລະ ກໍໄດ້ເຫັນທູດສະຫວັນຂອງພຣະຢາເວຢືນຢູ່ລະຫວ່າງແຜ່ນດິນໂລກ ແລະ ຟ້າສະຫວັນ, ໃນມືຖືດາບຢຽດອອກເທິງນະຄອນເຢຣູຊາເລັມ. ແລ້ວດາວິດ ແລະ ພວກເຖົ້າແກ່ຂອງອິສະຣາເອນ, ຜູ້ໄດ້ສວມຜ້າກະສອບໄດ້ກົ້ມຫນ້າລົງພື້ນ.
\v 17 ດາວິດທູນພຣະເຈົ້າວ່າ, “ຂ້າພະອົງບໍ່ແມ່ນບໍທີ່ອອກຄຳສັ່ງໃຫ້ນັບກອງທັບ? ຂ້າພະອົງເປັນຜູ້ເຮັດບາບ ແລະໄດ້ເຮັດການຮ້າຍທີ່ໃຫຍ່ຫລວງນີ້. ແຕ່ບັນດາຝູງແກະເຫລົ່ານີ້ ພວກເຂົາໄດ້ເຮັດສິ່ງໃດ? ຂ້າແດ່ພຣະຢາເວ! ພຣະເຈົ້າຂອງຂ້າພຣະອົງ ຂໍໃຫ້ພຣະຫັດຂອງພຣະອົງຢູ່ເຫນືອຂ້າພຣະອົງ ແລະ ຄອບຄົວຂອງຂ້າພຣະອົງ, ແຕ່ຂໍຢ່າໃຫ້ພະຍາດຮ້າຍນັ້ນຢູ່ເຫນືອປະຊາຊົນຂອງພຣະອົງ.”
\s5
\v 18 ດັ່ງນັ້ນທູດສະຫວັນຂອງພຣະຢາເວໄດ້ສັ່ງໃຫ້ຄາດທູນດາວິດວ່າ ໃຫ້ດາວິດຂຶ້ນໄປສ້າງແທ່ນບູຊາຖວາຍແດ່ພຣະຢາເວທີ່ລານຟາດເຂົ້າຂອງອາໂຣນາຄົນເຢບຸດ.
\v 19 ສະນັ້ນ ດາວິດຂຶ້ນໄປຕາມຄຳຂອງຄາດ ຊຶ່ງເພິ່ນໄດ້ບອກໃນພຣະນາມຂອງພຣະຢາເວ.
\v 20 ຝ່າຍອາໂຣນາກຳລັງຟາດເຂົ້າຢູ່, ເພິ່ນຫລຽວມາເຫັນທູດສະຫວັນ. ເພິ່ນພ້ອມກັບລູກຊາຍສີ່ຄົນທີ່ຢູ່ນຳກັນກໍໄປລີ້.
\s5
\v 21 ເມື່ອດາວິດສະເດັດມາເຖິງອາໂຣນາ, ​ອາໂຣນາຫລຽວເຫັນດາວິດ. ລາວໄດ້ອອກມາຈາກລານຟາດເຂົ້າ ແລະ ໄດ້ຄຳນັບດາວິດ ດ້ວຍການຫມູບຫນ້າລົງດິນຕໍ່ຫນ້າດາວິດ.
\v 22 ແລ້ວດາວິດກ່າວກັບອາໂຣນາວ່າ “ຈົ່ງຂາຍລານຟາດເຂົ້ານີ້ໃຫ້ແກ່ເຮົາເຖີດ, ເພື່ອເຮົາຈະສ້າງແທ່ນບູຊາສຳລັບພຣະຢາເວ. ໃນບ່ອນນີ້ ຈົ່ງຄິດຕາມລາຄາເຕັມ ເພື່ອວ່າພະຍາດຣະບາດນັ້ນຈະໄດ້ຫາຍໄປຈາກປະຊາຊົນ.”
\s5
\v 23 ອາໂຣນາກາບທູນດາວິດວ່າ, “ເຊີນເອົາບ່ອນນີ້ສຳລັບພະອົງເຖີດ, ຂໍໃຫ້ເຈົ້ານາຍຂອງຂ້າພະອົງເຮັດໃນສິ່ງທີ່ພະອົງໄດ້ເຫັນດີສາ. ຂ້າພະອົງຂໍຖວາຍງົວເພື່ອເປັນເຄື່ອງເຜົາບູຊາ, ຖວາຍໄມ້ຟາດເຂົ້າໃຫ້ເປັນຟືນ ແລ້ວເຂົ້າສາລີເປັນເຄື່ອງບູຊາພືດຜົນເປັນເມັດ; ສິ່ງເຫລົ່ານີ້ຂ້ານ້ອຍຂໍຖວາຍທັງຫມົດ.”
\v 24 ກະສັດດາວິດກ່າວກັບອາໂຣນາວ່າ, “ບໍ່ໄດ້ດອກ, ແຕ່ເຮົາຈະຊື້ເອົາຕາມລາຄາເຕັມ. ເຮົາຈະບໍ່ເອົາສິ່ງຂອງເຈົ້າ ແລະ ຖວາຍພຣະຜູ້ເປັນເຈົ້າເປັນເຄື່ອງເຜົາບູຊາໂດຍທີ່ເຮົາບໍ່ໄດ້ເສຍຄ່າ.”
\s5
\v 25 ດາວິດຈຶ່ງໄດ້ຈ່າຍໃຫ້ອາໂຣນາເປັນທອງຄຳຫນັກຫົກຮ້ອຍເຊເຂສຳລັບບ່ອນນັ້ນ.
\v 26 ດາວິດໄດ້ກໍ່ສ້າງແທ່ນບູຊາຖວາຍສຳລັບພຣະຢາເວຢູ່ບ່ອນນັ້ນ ແລະ ຊົງຖວາຍເຄື່ອງເຜົາບູຊາ ກັບເຄື່ອງບູຊາໂມທະນາພຣະຄຸນ. ພະອົງໄດ້ຊົງກາບທູນອອກພຣະນາມພຣະຢາເວຜູ້ໄດ້ຊົງຕອບພະອົງດ້ວຍໄຟຈາກສະຫວັນຕົກເທິງແທ່ນເຜົາບູຊາ.
\v 27 ແລ້ວພຣະຢາເວກໍໄດ້ສັ່ງແກ່ທູດສະຫວັນ, ແລະ ທູດນັ້ນກໍໄດ້ເອົາດາບເຂົ້າໃສ່ໄວ້ໃນຝັກຄືນ.
\s5
\v 28 ເທື່ອນັ້ນ ເມື່ອດາວິດໄດ້ເຫັນວ່າພຣະຢາເວໄດ້ຕອບຕົນໃນລານຟາດເຂົ້າຂອງອາໂຣນາຄົນເຢບຸດ, ພະອົງກໍໄດ້ຖວາຍບູຊາໃນບ່ອນນັ້ນໃນເວລາດຽວກັນ.
\v 29 ໃນຂະນະນັ້ນ, ຫໍເຕັນຂອງພຣະຢາເວ ຊຶ່ງໂມເຊໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານ, ແລະແທ່ນເຜົາບູຊາກໍຢູ່ໃນບ່ອນສູງທີ່ກິເບໂອນໃນສມັຍນັ້ນ.
\v 30 ແຕ່ດາວິດບໍ່ກ້າທີ່ຈະໄປທູນຖາມພຣະເຈົ້າຢູ່ຕໍ່ຫນ້າແທ່ນບູຊານັ້ນ, ເພາະພະອົງຢ້ານດາບຂອງທູດສະຫວັນຂອງພຣະຢາເວ.
\s5
\c 22
\cl ບົດທີ 22
\p
\v 1 ແລ້ວດາວິດໄດ້ກ່າວວ່າ, “ນີ້ແຫລະ ພຣະວິຫານຂອງພຣະຢາເວ ພຣະເຈົ້າ ກໍຢູ່ບ່ອນນີ້, ແລະ ແທ່ນສຳລັບເຜົາເຄື່ອງບູຊາຂອງຊາວອິສະຣາເອນກໍແມ່ນແທ່ນນີ້.”
\v 2 ດາວິດໄດ້ອອກຄຳສັ່ງໃຫ້ຮວບຮວມຄົນຕ່າງດ້າວທີ່ຢູ່ໃນແຜ່ນດິນອິສະຣາເອນ. ພະອົງໄດ້ຈັດໃຫ້ພວກເຂົາເປັນຄົນສະກັດຫີນ, ໃຫ້ຕຽມສະກັດຫີນເພື່ອສ້າງພຣະວິຫານຂອງພຣະເຈົ້າ.
\s5
\v 3 ດາວິດໄດ້ຈັດຕຽມເຫລັກເປັນຈຳນວນຫລາຍ ເພື່ອເປັນເຫລັກຕະປູສຳລັບບານປະຕູ, ແລະ ເຫລັກຈອດພ້ອມທັງທອງເຫລືອງເປັນຈຳນວນຫລວງຫລາຍຈົນບໍ່ສາມາດທີ່ຈະຊັ່ງນ້ຳຫນັກໄດ້,
\v 4 ແລະ ໄມ້ສົນສີດາຈົນນັບຈຳນວນບໍ່ຖ້ວນ (ເພາະວ່າຊາວຊີໂດນ ແລະ ຊາວຕີເຣ ໄດ້ນຳໄມ້ສົນສີດາເປັນຈຳນວນຫລວງຫລາຍມາຖວາຍແກ່ດາວິດ.)
\v 5 ເພາະດາວິດໄດ້ກ່າວວ່າ, “ໂຊໂລໂມນລູກຊາຍຂອງເຮົາກໍຍັງນ້ອຍຢູ່ ແລະ ບໍ່ເຄີຍຜ່ານວຽກງານ, ແລະ ພຣະວິຫານຊຶ່ງຈະສ້າງຖວາຍພຣະຢາເວນັ້ນຕ້ອງສວຍງາມກວ້າງໃຫຍ່ ມີຊື່ສຽງ ແລະ ມີສະຫງ່າຣາສີໃນທ່າມກາງບັນດາປະເທດທັງຫລາຍ. ເພາະສະນັ້ນ ເຮົາຈຶ່ງຈະຈັດຕຽມໄວ້.” ດາວິດຈຶ່ງໄດ້ຈັດຕຽມວັດຖຸເປັນຈຳນວນຫລວງຫລາຍກ່ອນພະອົງຈະສິ້ນພະຊົນ.
\s5
\v 6 ແລ້ວພະອົງໄດ້ເອີ້ນໂຊໂລໂມນລູກຊາຍຂອງຕົນມາ ແລະ ສັ່ງລາວໃຫ້ສ້າງພຣະວິຫານສຳລັບພຣະຢາເວ ພຣະເຈົ້າຂອງອິສະຣາເອນ.
\v 7 ດາວິດໄດ້ບອກແກ່ໂຊໂລໂມນວ່າ, “ລູກຊາຍເອີຍ, ເຮົາມີໃຈປະສົງທີ່ຈະສ້າງພຣະວິຫານສຳລັບພຣະນາມແຫ່ງພຣະຢາເວພຣະເຈົ້າຂອງເຮົາ.
\v 8 ແຕ່ພຣະຢາເວໄດ້ສະເດັດມາຫາເຮົາ ແລະ ກ່າວວ່າ, ‘ເຈົ້າໄດ້ເຮັດໃຫ້ຄົນເລືອດຕົກຫລາຍ ແລະ ໄດ້ເຮັດສົງຄາມຢ່າງຫລວງຫລາຍ. ເຈົ້າຢ່າໄດ້ສ້າງພຣະວິຫານເພື່ອນາມຂອງເຮົາເລີຍ, ເພາະເຈົ້າໄດ້ເຮັດໃຫ້ເລືອດຕົກລົງດິນຢ່າງຫລາຍເຫລືອລົ້ນຕໍ່ຫນ້າຂອງເຮົາເທິງແຜ່ນດິນໂລກ.
\s5
\v 9 ເບິ່ງແມ໋ ລູກຊາຍຄົນຫນຶ່ງຂອງເຈົ້າຈະບັງເກີດມາ ລາວຈະມີຄວາມສະຫງົບສຸກ. ເຮົາຈະປຣະທານໃຫ້ລາວຢູ່ເຢັນເປັນສຸກພົ້ນຈາກສັດຕຣູທັງຫມົດທີ່ຢູ່ອ້ອມຂ້າງລາວ. ເພາະວ່າ ລາວຈະມີຊື່ວ່າໂຊໂລໂມນ, ແລະ ໃນສມັຍຂອງລາວ ເຮົາຈະໂຜດ ໃຫ້ອິສະຣາເອນມີສັນຕິພາບ ແລະ ຄວາມສະຫງົບສຸກ.
\v 10 ລາວຈະສ້າງພຣະວິຫານເພື່ອນາມຂອງເຮົາ, ​ແລະ ລາວຈະເປັນບຸດຂອງເຮົາ, ແລະ ເຮົາຈະເປັນບິດາຂອງລາວ. ເຮົາຈະສະຖາປະນາຣາຊະບັນລັງຂອງລາວປົກຄອງອິສະຣາເອນຕະຫລອດໄປເປັນນິດ.
\s5
\v 11 ນີ້ແຫລະ ລູກຊາຍເອີຍ, ຂໍພຣະຢາເວໄດ້ສະຖິດຢູ່ກັບເຈົ້າ ແລະ ຂໍໃຫ້ເຈົ້າມີຄວາມຈະເຣີນຮຸ່ງເຮືອງຂຶ້ນ. ຂໍໃຫ້ເຈົ້າກໍ່ສ້າງພຣະວິຫານຂອງພຣະຢາເວພຣະເຈົ້າຂອງເຈົ້າສຳເລັດຕາມທີ່ພຣະອົງໄດ້ກ່າວເຖິງເຈົ້າເຖີດ.
\v 12 ຂໍພຽງແຕ່ພຣະຢາເວປຣະທານສະຕິປັນຍາ ແລະ ຄວາມເຂົ້າໃຈໃຫ້ແກ່ເຈົ້າ, ແລະຕັ້ງເຈົ້າໃຫ້ປົກຄອງອິສະຣາເອນ ແລະ ໂຜດໃຫ້ເຈົ້າຖືຮັກສາພຣະບັນຍັດຂອງພຣະຢາເວ ພຣະເຈົ້າຂອງເຈົ້າ.
\v 13 ເມື່ອນັ້ນ ເຈົ້າຈະຈະເຣີນຮຸ່ງເຮືອງຂຶ້ນ, ຖ້າເຈົ້າລະມັດຣະວັງທີ່ຈະປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງທັງຫລາຍ ຊຶ່ງພຣະຢາເວໄດ້ສັ່ງໄວ້ກັບໂມເຊສຳລັບຊົນຊາດອິສະຣາເອນ. ຈົ່ງເຂັ້ມແຂງ ແລະ ກ້າຫານເຖີດ ຢ່າຢ້ານ ຫລື ຢ່າຕົກໃຈເລີຍ.
\s5
\v 14 ເບິ່ງແມ໋, ໃນຄວາມຍາກລຳບາກຂອງຂ້າພຣະອົງ, ຂ້າພຣະອົງໄດ້ຈັດຕຽມໄວ້ສຳລັບພຣະວິຫານຂອງພຣະຢາເວ ເປັນທອງຄຳຫນັກຫນຶ່ງແສນຕະລັນຕົນ, ເງິນຫນັກຫນຶ່ງລ້ານຕະລັນ, ແລະ ທອງເຫລືອງ ແລະ ເຫລັກທີ່ບໍ່ສາມາດຈະຊັ່ງໄດ້ ເພາະມີຈຳນວນຢ່າງຫລວງຫລາຍ. ເຮົາໄດ້ຈັດຕຽມໄມ້ ແລະ ຫີນທັງຫລາຍ. ເຈົ້າຈະເພີ່ມຕື່ມເຂົ້າອີກກໍໄດ້.
\s5
\v 15 ຫລາຍໄປກວ່ານັ້ນ ຍັງມີຄົນເຮັດວຽກຢ່າງຫລວງຫລາຍທີ່ຢູ່ນຳເຈົ້າຄື ຊ່າງສະກັດຫີນ, ຊ່າງກໍ່, ຊ່າງໄມ້, ແລະ ຊ່າງສີມືທຸກປະເພດ.
\v 16 ເງິນ, ທອງເຫລືອງ, ແລະ ເຫລັກ. ດັ່ງນັ້ນ ຈົ່ງລຸກຂຶ້ນ ແລະ ເຮັດການນັ້ນເຖີດ, ແລະ ຂໍພຣະຢາເວສະຖິດຢູ່ກັບເຈົ້າ”.
\s5
\v 17 ດາວິດໄດ້ອອກຄຳສັ່ງໃຫ້ຫົວຫນ້າເຜົ່າທັງປວງຂອງອິສະຣາເອນໃຫ້ຊ່ວຍໂຊໂລໂມນລູກຊາຍຂອງພະອົງດ້ວຍ ກ່າວວ່າ,
\v 18 ພຣະຢາເວພຣະເຈົ້າຂອງພວກທ່ານຊົງຢູ່ກັບພວກທ່ານ ແລະ ພຣະອົງໄດ້ປຣະທານໃຫ້ພວກເຈົ້າມີຄວາມສະຫງົບສຸກໃນທຸກດ້ານ. ເພາະພຣະອົງໄດ້ມອບຊາວແຜ່ນດິນນີ້ໄວ້ໃນມືຂອງເຮົາ. ແຜ່ນດິນນັ້ນກໍສະຫງົບຕໍ່ພຣະພັກພຣະຢາເວ ແລະ ຕໍ່ຫນ້າປະຊາຊົນຂອງພຣະອົງ.
\v 19 ບັດນີ້ຈົ່ງຕັ້ງຈິດຕັ້ງໃຈຂອງເຈົ້າທີ່ຈະຊອກຫາພຣະຢາເວພຣະເຈົ້າຂອງເຈົ້າດ້ວຍຈິດໃຈ ແລະ ຈິດວິນຍານ. ຈົ່ງລຸກຂຶ້ນສ້າງສະຖານທີ່ບໍຣິສຸດຂອງພຣະຢາເວພຣະເຈົ້າ. ຈາກນັ້ນພວກເຈົ້າຈະເອົາຫີບພັນທະສັນຍາຂອງພຣະຢາເວ ແລະ ເຄື່ອງໃຊ້ອັນບໍຣິສຸດຂອງພຣະອົງມາໄວ້ໃນພຣະວິຫານທີ່ຈະສ້າງຂຶ້ນສຳລັບພຣະນາມຂອງພຣະຢາເວ.”
\s5
\c 23
\cl ບົດທີ 23
\p
\v 1 ເມື່ອດາວິດເຖົ້າຫລາຍແລ້ວ ແລະ ຊົງໃກ້ຈະເຖິງວາຣະສຸດທ້າຍແຫ່ງຊີວິດ, ພະອົງໄດ້ຕັ້ງໂຊໂລໂມນລູກຊາຍຂອງພະອົງໃຫ້ເປັນກະສັດປົກຄອງອິສະຣາເອນ.
\v 2 ພະອົງໄດ້ເອີ້ນເຈົ້ານາຍທັງຫມົດຂອງອິສະຣາເອນ, ບັນດາປະໂລຫິດ ແລະ ຄົນເລວີມາປະຊຸມກັນ.
\v 3 ພວກເຂົາໄດ້ນັບຈຳນວນຄົນເລວີນັບຕັ້ງແຕ່ອາຍຸສາມສິບປີຂຶ້ນໄປ. ຊຶ່ງມີຈຳນວນສາມຫມື່ນແປດພັນຄົນ.
\s5
\v 4 ຈາກພວກນີ້ສອງຫມື່ນສີ່ພັນຄົນຈະຕ້ອງເບິ່ງແຍງວຽກງານໃນພຣະວິຫານຂອງພຣະຢາເວ, ແລະ ຫົກພັນຄົນເປັນເຈົ້າຫນ້າທີ່ ແລະ ຜູ້ຕັດສິນ.
\v 5 ອີກສີ່ພັນຄົນເປັນຜູ້ເຝົ້າຍາມບັນດາປະຕູ ແລະ ອີກສີ່ພັນຄົນຈະຖວາຍສັນຣະເສີນແດ່ພຣະຢາເວ ດ້ວຍເຄື່ອງດົນຕຣີຕ່າງທີ່ເຮົາໄດ້ສ້າງໄວ້ສຳລັບການສັນຣະເສີນ,”
\v 6 ດາວິດໄດ້ຈັດແບ່ງພວກເຂົາເປັນພະແນກຕາມລູກຊາຍຂອງເລວີຄື ເກໂຊນ, ໂກຮາດ ແລະ ເມຣາຣີ.
\s5
\v 7 ໃນຈຳພວກເກໂຊນຄື ລາດານ ແລະ ຊິເມອີ.
\v 8 ລູກຊາຍຂອງລາດານຊື່ວ່າ ເຢຮີເອນເປັນຫົວຫນ້າ, ເຊທາມ ແລະ ໂຢເອນ. ມີທັງຫມົດສາມຄົນ.
\v 9 ລູກຊາຍຂອງຊິເມອີຊື່ວ່າເຊໂລມິດ, ຮາຊີເອນ, ແລະ ຮາຣານ. ທັງຫມົດສາມຄົນ ຄົນເຫລົ່ານີ້ເປັນຫົວຫນ້າຂອງບັນພະບຸຣຸດຂອງລາດານ.
\s5
\v 10 ລູກຊາຍຂອງຊີເມອີມີສີ່ຄົນຄື: ຢາຮາດ, ຊີນາ, ເຢອຸດ, ແລະເບຣິອາ.
\v 11 ຢາຮາດເປັນຜູ້ກົກ, ຊີຊາເປັນຜູ້ທີສອງ, ແຕ່ເຢອຸດ ແລະ ເບຣິອາບໍ່ມີລູກຊາຍຫລາຍຄົນ, ເພາະສະນັ້ນ ໃນການນັບຈຳນວນຈຶ່ງລວມເຂົ້າເປັນຄອບຄົວບັນພະບຸຣຸດດຽວກັນມີຫນ້າທີ່ທັງຫລາຍຢ່າງດຽວກັນ.
\s5
\v 12 ລູກຊາຍຂອງໂກຮາດມີສີ່ຄົນຄື: ອຳຣາມ, ອິດຊະຮາ, ເຮັບໂຣນ, ແລະ ອຸດຊີເອນ.
\v 13 ລູກຊາຍຂອງອຳຣາມຄື ອາໂຣນ ແລະ ໂມເຊ. ພວກເຂົາຕັ້ງອາໂຣນໄວ້ຕ່າງຫາກໃຫ້ເປັນຜູ້ເຮັດພິທີຊຳຣະສິ່ງຂອງທີ່ບໍຣິສຸດທີ່ສຸດ, ທັງລາວ ແລະ ລູກຊາຍຂອງລາວສືບໄປເປັນນິດ ເພື່ອເຜົາເຄື່ອງຫອມຖວາຍຕໍ່ພຣະພັກພຣະຢາເວ, ແລະ ບົວລະບັດພຣະອົງ ແລະ ອວຍພຣະພອນໃນພຣະນາມຂອງພຣະອົງຕະຫລອດໄປເປັນນິດ.
\v 14 ຝ່າຍໂມເຊຄົນຂອງພຣະເຈົ້ານັ້ນ, ລູກຊາຍຂອງເພິ່ນມີຊື່ໃນທ່າມກາງຕະກູນເລວີ.
\s5
\v 15 ລູກຊາຍຂອງໂມເຊຊື່ວ່າ ເກໂຊມ ແລະ ເອລີເອເຊ.
\v 16 ລູກຫລານຂອງເກໂຊມຊື່ວ່າ ເຊບູເອນຜູ້ເປັນຜູ້ກົກ.
\v 17 ລູກຫລານຂອງເອລີເອເຊຄື ເຣຮາບີຢາຜູ້ເປັນຫົວຫນ້າ, ເອລີເອເຊບໍ່ມີລູກຊາຍອີກ ແຕ່ລູກຊາຍຂອງເຣຮາບີຢາມີ ຫລາຍຄົນ.
\v 18 ລູກຊາຍຂອງອິດຊະຮາຄື ເຊໂລມິດຜູ້ເປັນຫົວຫນ້າ.
\s5
\v 19 ລູກຊາຍຂອງເຮັບໂຣນຄື ເຢຣີຢາເປັນຜູ້ກົກ, ອາມາຣີຢາຜູ້ທີສອງ, ຢາຮາຊີເອນຜູ້ທີສາມ ແລະ ເຢກາເມອາມຜູ້ທີສີ່.
\v 20 ລູກຊາຍຂອງອຸດຊີເອນຄື ມີກາເປັນຜູ້ກົກ, ແລະ ອິດຊີຢາຜູ້ທີສອງ.
\s5
\v 21 ລູກຊາຍຂອງເມຣາຣີຄື ມາລີ ແລະ ມູຊີ. ລູກຊາຍຂອງມາລີຄື ເອເລອາຊາ ແລະ ກີເຊ.
\v 22 ເອເລອາຊາສິ້ນຊີວິດໂດຍທີ່ບໍ່ມີລູກຊາຍ. ມີແຕ່ລູກສາວ. ລູກຊາຍຂອງກີເຊຜູ້ເປັນພີ່ນ້ອງຂອງລາວໄດ້ແຕ່ງງານກັບພວກຜູ້ຍິງເຫລົ່ານັ້ນ.
\v 23 ລູກຊາຍຂອງມູຊີຄື ມາລີ, ເອເດ, ແລະ ເຢເຣໂມດ, ລວມສາມຄົນ.
\s5
\v 24 ຄົນເຫລົ່ານີ້ເປັນຄົນເລວີຕາມເຊື້ອສາຍບັນພະບຸຣຸດຂອງພວກເຂົາ. ພວກເຂົາເປັນຫົວຫນ້າຕາມບັນພະບຸຣຸດຂອງພວກເຂົາ ຕາມທີ່ພວກເຂົາໄດ້ຂຶ້ນທະບຽນໄວ້, ຕາມຈຳນວນລາຍຊື່ຂອງບຸກຄົນ ຕັ້ງແຕ່ອາຍຸຊາວປີຂຶ້ນໄປຜູ້ທີ່ຈະເຮັດວຽກບົວຣະບັດໃນພຣະວິຫານຂອງພຣະຢາເວ.
\v 25 ເພາະດາວິດໄດ້ກ່າວວ່າ, “ພຣະຢາເວ ພຣະເຈົ້າຂອງອິສະຣາເອນໄດ້ໂຜດໃຫ້ປະຊາຊົນຂອງພຣະອົງຢູ່ຢ່າງສະຫງົບສຸກ. ເພື່ອພວກເຂົາຈະໄດ້ອາໄສຢູ່ໃນເຢຣູຊາເລັມສືບໄປເປັນນິດ.
\v 26 ຄົນເລວີຈຶ່ງບໍ່ຕ້ອງຫາມຫໍເຕັນ ຫລື ເຄື່ອງໃຊ້ໃດໆເພື່ອວຽກງານບົວຣະບັດອີກເລີຍ.”
\s5
\v 27 ເພາະວ່າພວກເຂົາໄດ້ນັບຈຳພວກລູກຫລານເລວີຕັ້ງແຕ່ອາຍຸຊາວປີຂຶ້ນໄປຕາມຄຳສັ່ງສຸດທ້າຍຂອງດາວິດ.
\v 28 ຫນ້າທີ່ຂອງພວກເຂົາຈະຕ້ອງຄອຍຖ້າຊ່ວຍລູກຫລານຂອງອາໂຣນໃນການເຂົ້າເຝົ້າໃນພຣະວິຫານ. ເພື່ອດູແລເດີ່ນດ້ານຫນ້າ, ຫ້ອງທັງຫລາຍ ແລະ ວຽກງານຊຳຣະສິ່ງຂອງທີ່ເປັນຂອງພຣະຢາເວ, ແລະ ທຸກວຽກ ຊຶ່ງເປັນການບົວຣະບັດໃນພຣະວິຫານຂອງພຣະເຈົ້າ.
\v 29 ພວກເຂົາຊ່ວຍເບີ່ງແຍງໃນການເອົາເຂົ້າຈີ່ໄປວາງໄວ້ຕໍ່ພຣະພັກ, ແປ້ງເນື້ອລະອຽດສຳລັບຖວາຍບູຊາ, ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ, ເຄື່ອງອົບຖວາຍ, ເຂົ້າຈີ່ປີ້ງທີ່ທາດ້ວຍນ້ຳມັນ, ເຄື່ອງຜອງ ແລະ ເຄື່ອງວັດແທກທຸກຂະຫນາດ.
\s5
\v 30 ທຸກຕອນເຊົ້າພວກເຂົາໄດ້ຢືນໂມທະນາຂອບພຣະຄຸນ ແລະ ສັນຣະເສີນພຣະຢາເວ. ເວລາແລງພວກເຂົາກໍເຮັດເຊັ່ນດຽວກັນ.
\v 31 ພ້ອມທັງການຖວາຍບັນດາເຄື່ອງເຜົາບູຊາແດ່ພຣະຢາເວ, ໃນວັນສະບາໂຕ ແລະ ໃນເດືອນອອກໃຫມ່ມື້ຂຶ້ນຫນຶ່ງຄ່ຳໃນວັນເທສະການ. ຕາມຈຳນວນ, ທີ່ກຳນົດໃຫ້ຖວາຍບູຊາໂດຍຄຳສັ່ງຕໍ່ພຣະພັກພຣະຢາເວທຸກມື້ເລື້ອຍໄປ.
\s5
\v 32 ພວກເຂົາໄດ້ຮັບໃຊ້ເບິ່ງແຍງຫໍເຕັນ, ແຫ່ງຊຸມນຸມ, ແລະ ຮັບໃຊ້ໃນບ່ອນບໍຣິສຸດ ທັງການຮັບໃຊ້ຮ່ວມກັບລູກຫລານຂອງອາໂຣນພີ່ນ້ອງຂອງພວກເຂົາ ເພື່ອງານບົວຣະບັດໃນພຣະວິຫານຂອງພຣະຢາເວ.
\s5
\c 24
\cl ບົດທີ 24
\p
\v 1 ຫນ່ວຍງານຂອງລູກຫລານອາໂຣນມີດັ່ງນີ້ ລູກຊາຍຂອງອາໂຣນມີຄື ນາດາບ, ອາບີຮູ, ເອເລອາຊາ ແລະ ອີທາມາ.
\v 2 ນາດາບ ແລະ ອາບີຮູໄດ້ເສຍຊີວິດກ່ອນພໍ່ຂອງຕົນ ແລະ ຍັງບໍ່ທັນມີລູກ, ດັ່ງນັ້ນ ເອເລອາຊາ ແລະ ອີທາມາຈຶ່ງເຮັດຫນ້າທີ່ຕຳແຫນ່ງປະໂລຫິດ.
\v 3 ດາວິດໄດ້ແຕ່ງຕັ້ງພວກເຂົາເປັນແຕ່ລະຫນ່ວຍງານຕາມຫນ້າທີ່ໃນການບົວຣະບັດຂອງພວກເຂົາຄືກັບພວກປະໂລຫິດມີຊາໂດກລູກຫລານ, ເອເລອາຊາ ແລະ ອາຮີເມເລັກລູກຫລານອີທາມາ.
\s5
\v 4 ເຫັນວ່າຫົວຫນ້າໃນພວກລູກຊາຍຂອງເອເລອາຊາຫລາຍກວ່າຫມູ່ໃນພວກລູກຫລານຂອງອີທາມາພວກເຂົາໄດ້ຈັດ, ດັ່ງນັ້ນ, ພວກເຂົາໄດ້ແບ່ງລູກຫລານເປັນສິບຫົກຫນ່ວຍງານ. ພວກເຂົາໄດ້ກະທຳສິ່ງນີ້ໂດຍຫົວຫນ້າທັງຫລາຍຂອງຕະກູນ ແລະ ໂດຍພວກລູກຫລານຂອງອີທາມາ. ການແບ່ງເຫລົ່ານີ້ມີຈຳນວນ ແປດຫນ່ວຍງານ, ອີງຕາມຄອບຄົວບັນພະບູລຸດຂອງພວກເຂົາ.
\v 5 ພວກເຂົາຈັດແບ່ງຫນ່ວຍງານດ້ວຍການຈົກສະຫລາກ ເພາະວ່າພວກເຈົ້າຫນ້າທີ່ຂອງສະຖານທີ່ບໍຣິສຸດ ແລະ ເຈົ້າຫນ້າທີ່ແຫ່ງພຣະວິຫານຂອງພຣະເຈົ້າ, ມາຈາກລູກຫລານຂອງເອເລອາຊາກັບລູກຫລານຂອງອີທາມາ.
\s5
\v 6 ເຊມາຢາລູກຊາຍເນທາເນນເປັນເລຂາ, ຊຶ່ງເປັນຄົນເລວີ, ໂດຍໄດ້ບັນທຶກໄວ້ຕໍ່ພຣະພັກກະສັດຕໍ່ຫນ້າເຈົ້ານາຍ ແລະປະໂລຫິດຊາໂດກ, ແລະ ອາຮີເມເລັກລູກຊາຍອາບີອາທາ ແລະ ຕໍ່ຫນ້າຫົວຫນ້າບັນພະບູລຸດຂອງປະໂລຫິດ ແລະ ຂອງຄົນເລວີ. ພວກເຂົາຈົກສະຫລາກຄອບຄົວຫນຶ່ງຈາກເອເລອາຊາ ແລະ ຄອບຄົວຫນຶ່ງຈາກອີທາມາ.
\s5
\v 7 ສະຫລາກທຳອິດຕົກຖືກເຢໂຮຢາຣິບ, ທີສອງຕົກຖືກເຢດາຢາ,
\v 8 ທີສາມຕົກຖືກຮາລິມ, ທີສີ່ຕົກຖືກເສໂອຣີມ,
\v 9 ທີຫ້າຕົກຖືກມັນກີຢາ, ທີຫົກຕົກຖືກມິຢາມິນ,
\v 10 ທີເຈັດຕົກຖືກຮັກກົດ, ທີແປດຕົກຖືກອາບີຢາ,
\s5
\v 11 ທີເກົ້າຕົກຖືກເຢຊູອາ, ທີສິບຕົກຖືກເຊການີອາ,
\v 12 ທີສິບເອັດຕົກຖືກອາລີອາຊີບ, ສິບສອງຕົກຖືກຢາກີມ,
\v 13 ທີສິບສາມຕົກຖືກຮຸບປາ, ທີສິບສີ່ຕົກຖືກເຢເຊເບອາບ,
\v 14 ທີສິບຫ້າຕົກຖືກບິນກາ, ທີສິບຫົກຕົກຖືກອິມເມ,
\s5
\v 15 ທີສິບເຈັດຕົກຖືກເຮຊີ, ທີສິບແປດຕົກຖືກຮາບປິດເຊັດ,
\v 16 ທີສິບເກົ້າຕົກຖືກເປທາຮີຢາ, ທີຊາວຕົກຖືກເຢເຮັດຊະເກັນ,
\v 17 ທີຊາວເອັດຕົກຖືກຢາກິນ, ທີຊາວສອງຕົກຖືກກາມູນ,
\v 18 ທີຊາວສາມຕົກຖືກເດລາຢາ, ແລະ ທີຊາວສີ່ຕົກຖືກມາອາຊີຢາ.
\s5
\v 19 ຄົນເຫລົ່ານີ້ມີການກຳນົດຫນ້າທີ່ຂອງພວກເຂົາໃນການບົວຣະບັດ, ເພື່ອທີ່ຈະເຂົ້າໄປໃນພຣະວິຫານຂອງພຣະຢາເວ, ຕາມຫນ້າທີ່ ແລະ ລະບຽບການຊຶ່ງອາໂຣນພໍ່ຂອງພວກເຂົາໄດ້ຕັ້ງໄວ້ສຳລັບພວກເຂົາ, ດັ່ງທີ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ໄດ້ສັ່ງພວກເຂົາໄວ້.
\s5
\v 20 ສ່ວນພວກລູກຫລານເລວີທີ່ຍັງເຫລືອຢູ່ມີຄື: ຈາກລູກຊາຍຂອງອຳຣາມ; ຊູບາເອນ ຈາກລູກຊາຍຂອງຊູບາເອນ, ແມ່ນເຢເດຢາ.
\v 21 ຈາກລູກຊາຍຂອງເຣຮາບີຢາ: ອິດຊີຢາເປັນຫົວຫນ້າ.
\v 22 ຈາກຄົນອິດຊະຮາ, ເຊໂລມິດ, ຈາກລູກຊາຍຂອງເຊໂລມິດແມ່ນຢາຮາດ.
\s5
\v 23 ຈາກພວກລູກຊາຍຂອງເຮັບໂຣນຄື: ເຢຣີຢາຜູ້ເປັນຫົວຫນ້າ, ອາມາຣີຢາຜູ້ທີສອງ, ຢາຮາຊີເອນຜູ້ທີສາມ, ແລະ ເຢກາເມອາມຜູ້ທີສີ່.
\v 24 ພວກລູກຊາຍຂອງອຸດຊີເອນຄື: ມີກາ. ລູກຊາຍຂອງມີກາຄື ຊາມີ.
\v 25 ນ້ອງຊາຍຂອງມີກາຄື ອິດຊີຢາ, ລູກຊາຍຂອງອິດຊີຢາຄື ເຊຄາຣີຢາ.
\s5
\v 26 ລູກຊາຍຂອງເມຣາຣີຊື່ວ່າ ມາລີ ແລະ ມູຊີ. ລູກຊາຍຂອງຢາອາຊີຢາຊື່ວ່າ ເບໂນ.
\v 27 ເບໂນ, ໂຊຮາມ, ຊາກູ, ແລະ ອິບຣີ,
\v 28 ລູກຊາຍຂອງຈາກມາລີຄື ເອເລອາຊາຊຶ່ງເພິ່ນບໍ່ມີລູກຊາຍ.
\s5
\v 29 ພວກລູກຊາຍຂອງກີເຊ, ພວກລູກຊາຍຂອງກີເຊ ຄື ເຢຣາເມເອນ
\v 30 ພວກລູກຊາຍຂອງໂມຊີຄື ມາລີ, ເອເດ ແລະເຢຣີໂມດ. ຄົນເຫລົ່ານີ້ເປັນລູກຊາຍຂອງຄົນເລວີ, ຕາມຄອບຄົວບັນພະບຸຣຸດຂອງພວກເຂົາ.
\v 31 ຈຳພວກຜູ້ຊາຍຄົນເຫລົ່ານີ້ ແຕ່ລະຄົນເປັນຫົວຫນ້າຄອບຄົວບັນພະບຸຣຸດ ແລະ ນ້ອງຊາຍຂອງພວກເຂົາແຕ່ລະຄົນກໍໄດ້ຈັບສະຫລາກຕໍ່ຫນ້າກະສັດດາວິດ, ແລະ ຊາໂດກ, ແລະ ອາຮີເມເລັກ ພ້ອມທັງຜູ້ນຳທັງຫລາຍຂອງຄອບຄົວຂອງບັນພະບຸຣຸດຂອງປະໂລຫິດ ແລະ ຂອງຄົນເລວີ. ພວກເຂົາໄດ້ຈັບສະຫລາກຄືກັນກັບລູກຫລານຂອງອາໂຣນທີ່ໄດ້ຈັບສະຫລາກຢ່າງດຽວກັນ.
\s5
\c 25
\cl ບົດທີ 25
\p
\v 1 ດາວິດ ແລະ ຜູ້ບັນຊາການກອງທັບໄດ້ຄັດເລືອກເອົາບາງຄົນຈາກພວກລູກຊາຍຂອງອາສັບ, ເຮມານ ແລະ ຂອງເຢດູທູນໄວ້ສຳລັບການບົວຣະບັດ. ພວກນີ້ຈະທຳນວາຍດ້ວຍພິນຄູ່, ດ້ວຍພິນໃຫຍ່, ແລະ ດ້ວຍແສ່ງ. ຈຳນວນຄົນທີ່ເຮັດວຽກຕາມຫນ້າທີ່ຂອງພວກເຂົາມີຄື:
\v 2 ລູກຊາຍຂອງອາສັບຄື ຊາກູເຣ, ໂຢເຊັບ, ເນທານີອາ, ແລະ ອາຊາເຣລາ, ລູກຊາຍຂອງອາສັບ ໂດຍພາຍໃຕ້ການແນະນຳຂອງອາສັບ, ທີ່ເປັນຜູ້ທຳນວາຍຕາມພະຣາຊະດຳຣັດສັ່ງຂອງກະສັດ.
\v 3 ຈາກເຢດູທູນຄື ພວກລູກຊາຍຂອງເຢດູທູນຊື່ວ່າ: ເກດາລີຢາ, ເຊຣີ, ເຢຊາຢາ, ຊິເມອີ ຮາຊາບີຢາ, ແລະ ມັດຕີທີຢາ, ຫົກຄົນພາຍໃຕ້ການນຳຂອງເຢດູທູນພໍ່ຂອງພວກເຂົາ, ຜູ້ຊຶ່ງພະຍາກອນດ້ວຍພິນຄູ່ໃນການໂມທະນາ ແລະ ການສັນຣະເສີນພຣະຢາເວ.
\s5
\v 4 ຈາກພວກລູກຊາຍຂອງເຮມານຊື່ວ່າ: ບຸກກີຢາ, ມັດຕານີຢາ, ອຸດຊີເອນ, ເຊບູເອນ, ແລະ ເຢຣີໂມດ, ຮານານີຢາ ຮານານີ, ເອລີອາທາ, ກິດດັນຕີ, ໂຣມາມຕີເອເຊີ, ໂຢຊະເບກາຊາ, ມັນໂລທີ, ໂຮທີ ແລະ ມາຮາຊີໂອດ.
\v 5 ຄົນເຫລົ່ານີ້ເປັນລູກຊາຍຂອງເຮມານຜູ້ທຳນວາຍຂອງກະສັດ. ພຣະເຈົ້າໄດ້ປຣະທານລູກຊາຍສິບສີ່ຄົນ ແລະ ລູກສາວສາມຄົນໃຫ້ເຮມານເພື່ອໃຫ້ກຽຕແດ່ພຣະເຈົ້າ.
\s5
\v 6 ພວກເຂົາທຸກຄົນຢູ່ພາຍໃຕ້ຄຳແນະນຳຜູ້ເປັນພໍ່ຂອງພວກເຂົາ. ພວກເຂົາເປັນນັກດົນຕຣີໃນພຣະວິຫານຂອງພຣະຢາເວດ້ວຍແສ່ງ, ພິນໃຫຍ່ ແລະ ພິນຄູ່ ເພື່ອການບົວຣະບັດໃນພຣະວິຫານຂອງພຣະເຈົ້າ. ອາສັບ, ເຢດູທູນ ແລະ ເຮມານ ຢູ່ພາຍໃຕ້ພະຣາຊະດຳຣັດສັ່ງຂອງກະສັດ.
\v 7 ພວກເຂົາ ແລ ພີ່ນ້ອງຂອງພວກເຂົາທີ່ໄດ້ຮັບການຝຶກໃນການຮ້ອງເພງຖວາຍພຣະຜູ້ເປັນເຈົ້າທີ່ມີຄວາມຊຳນານ ທັງຫມົດມີສອງຮ້ອຍແປດສິບແປດຄົນ.
\v 8 ພວກເຂົາຈັບສະຫລາກສຳລັບຫນ້າທີ່ຂອງພວກເຂົາທັງຜູ້ນ້ອຍ, ຜູ້ໃຫຍ່, ຄຣູສອນ ແລະ ລູກສິດກໍຄືກັນ.
\s5
\v 9 ບັດນີ້ກ່ຽວກັບລູກຊາຍຂອງອາສັບ: ສະຫລາກທຳອິດຕົກຖືກຄອບຄົວຂອງໂຢເຊັບ; ທີສອງໄດ້ແກ່ຄອບຄົວຂອງເກດາລີຢາ, ພ້ອມກັບພີ່ນ້ອງ ແລະ ລູກຊາຍຂອງລາວສິບສອງຄົນ.
\v 10 ສະຫລາກທີສາມຕົກຖືກຊາກູເຣ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ.
\v 11 ສະຫລາກທີສີ່ຕົກຖືກອິດຊະຣີ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ.
\v 12 ສະຫລາກທີຫ້າຕົກຖືກເນທານີອາ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ.
\s5
\v 13 ສະຫລາກທີຫົກຕົກຖືກບຸກກີຢາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 14 ສະຫລາກທີເຈັດຕົກຖືກເຢຊາເຣລາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 15 ສະຫລາກທີແປດຕົກຖືກເຢຊາຢາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 16 ສະຫລາກທີເກົ້າຕົກຖືກຕານີຢາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\s5
\v 17 ທີສິບຕົກຖືກຊິເມອີ, ພ້ອມກັບລູກຊາຍຂອງລາວ ແລະພີ່ນ້ອງຂອງລາວສິບສອງຄົນ;
\v 18 ທີສິບເອັດຕົກຖືກອັດຊາເຣນ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 19 ທີສິບສອງຕົກຖືກຮາຊາບີຢາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 20 ທີສິບສາມຕົກຖືກຊູບາເອນ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\s5
\v 21 ທີສິບສີ່ຕົກຖືກມັດຕີທີຢາ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 22 ທີສິບຫ້າຕົກຖືກເຢເຣໂມດ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 23 ທີສິບຫົກຕົກຖືກຮານານີຢາ; ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 24 ທີສິບເຈັດຕົກຖືກໂຢຊະເບກາຊາ, ພ້ອມກັບລູກຊາຍຂອງລາວ ແລະພີ່ນ້ອງຂອງລາວສິບສອງຄົນ;
\s5
\v 25 ທີສິບແປດຕົກຖືກຮານານີ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 26 ທີສິບເກົ້າຕົກຖືກມັນໂລທີ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 27 ທີຊາວຕົກຖືກເອລີອາທາ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 28 ທີຊາວເອັດຕົກຖືກໂຮທີ, ພ້ອມກັບລູກຊາຍຂອງລາວ ແລະ ພີ່ນ້ອງຂອງລາວສິບສອງຄົນ;
\s5
\v 29 ທີຊາວສອງຕົກຖືກກິດດັນຕີ, ພ້ອມກັບລູກຊາຍຂອງລາວ. ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 30 ທີຊາວສາມຕົກຖືກມາຮາຊີໂອດ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ;
\v 31 ທີຊາວສີ່ຕົກຖືກໂຣມາມຕີເອເຊີ, ພ້ອມກັບລູກຊາຍຂອງລາວ, ແລະ ພີ່ນ້ອງຂອງລາວສິບສອງຄົນ.
\s5
\c 26
\cl ບົດທີ 26
\p
\v 1 ນີ້ຄືແຜນການທັງຫລາຍຂອງຝ່າຍກອງເຝົ້າຍາມປະຕູ: ແມ່ນຈາກພວກໂກຣາມີ, ເມເຊເລມີຢາລູກຊາຍໂກເຣ, ຈາກລູກຫລານຂອງອາສັບ.
\v 2 ເມເຊເລມີຢາມີລູກຊາຍຄື: ເຊຄາຣີຢາລູກກົກ, ເຢດີອາເອນຜູ້ທີສອງ, ເຊບາດີຢາຜູ້ທີສາມ, ຢາດນີເອນຜູ້ທີສີ່,
\v 3 ເອລາມຜູ້ທີຫ້າ, ເຢໂຮຮານັນຜູ້ທີຫົກ, ເອລີເອໂຮນາຍຜູ້ທີເຈັດ.
\s5
\v 4 ໂອເບັດເອໂດມມີລູກຊາຍຄື: ເຊມາຢາເປັນລູກກົກ, ເຢໂຮຊາບັດຜູ້ທີສອງ, ໂຢອາຜູ້ທີສາມ, ສາກາຜູ້ທີສີ່, ເນທາເນນຜູ້ທີຫ້າ,
\v 5 ອຳມີເອັນຜູ້ທີຫົກ, ອິດຊາຄາຜູ້ທີເຈັດ, ເປອູເລທາຍຜູ້ທີແປດ ເພາະວ່າພຣະເຈົ້າໄດ້ອຳນວຍພຣະພອນໃຫ້ແກ່ໂອເບັດເອໂດມ.
\v 6 ພ້ອມທັງເຊມາຢາລູກຊາຍຂອງເພິ່ນດ້ວຍ ຊຶ່ງມີລູກຊາຍຫລາຍຄົນເກີດແກ່ລາວເປັນຜູ້ປົກຄອງໃນຄອບຄົວພໍ່ຂອງພວກເຂົາ; ເພາະພວກເຂົາເປັນຄົນມີອຳນາດ ແລະ ກ້າຫານ.
\s5
\v 7 ລູກຊາຍຂອງເຊມາກີຢາຄື, ໂອທະນີ, ເຣຟາເອນ, ໂອເບັດ ແລະ ເອນຊາບັດ. ພີ່ນ້ອງຂອງລາວເປັນຄົນທີ່ມີຄວາມກ້າຫານຄື ເອລີຮູ ແລະ ເຊມາກີຢາ.
\v 8 ຄົນທັງຫມົດເຫລົ່ານີ້ເປັນລູກຫລານຂອງໂອເບັດເອໂດມ. ທັງລາວເອງກັບລູກຊາຍ ແລະພີ່ນ້ອງຂອງລາວເປັນຄົນທີ່ມີຄວາມສາມາດ, ມີກຳລັງເຫມາະສົມແກ່ການບົວຣະບັດ. ໂດຍມາຈາກໂອເບັດເອໂດມຫົກສິບສອງຄົນ.
\v 9 ເມເຊເລມີຢາມີລູກຊາຍ ແລະ ພີ່ນ້ອງເປັນຄົນທີ່ມີກຳລັງຄວາມສາມາດສິບແປດຄົນ.
\s5
\v 10 ໂຮສາ, ຜູ້ເປັນລູກຫລານຂອງເມຣາຣີມີ, ລູກຊາຍຄື: ຊິມຣີຜູ້ເປັນຫົວຫນ້າ (ເຖິງລາວຈະບໍ່ແມ່ນລູກຫົວປີ, ພໍ່ຂອງລາວກໍໃຫ້ລາວເປັນຫົວຫນ້າ),
\v 11 ຮິນກີຢາຜູ້ທີສອງ, ເຕບາລີຢາຜູ້ທີສາມ, ເຊຄາຣີຢາຜູ້ທີສີ່ລູກຊາຍ ແລະ ພີ່ນ້ອງຂອງໂຮສາທັງຫມົດມີສິບສາມຄົນ.
\s5
\v 12 ພະແນກທັງຫລາຍຂອງຄົນເຝົ້າຍາມປະຕູ, ພວກຫົວຫນ້າຂອງພວກເຂົາມີຫນ້າທີ່ເຊັ່ນດຽວກັບພີ່ນ້ອງ ຂອງພວກເຂົາໃນການບົວຣະບັດໃນພຣະວິຫານຂອງພຣະຢາເວ.
\v 13 ພວກເຂົາຈັບສະຫລາກກັນຕາມຄອບຄົວບັນພະບຸຣຸດຂອງພວກເຂົາ ທັງຜູ້ນ້ອຍ ແລະ ຜູ້ໃຫຍ່ກໍເຮັດຄືກັນ ສຳລັບວ່າໃຜຢູ່ແຕ່ລະປະຕູ.
\v 14 ເມື່ອສະຫລາກນັ້ນຖືກຈັບສຳັບປະຕູດ້ານຕາເວັນອອກ ສະຫລາກນັ້ນໄດ້ຕົກຖືກເຊເລມີຢາ. ເພິ່ນຈັບສະຫລາກໃຫ້ລູກຊາຍຂອງເພິ່ນຄື ເຊຄາຣີຢາ, ລາວເປັນທີ່ປຶກສາທີ່ສະຫລຽວສະຫລາດ, ແລະ ສະຫລາກຂອງລາວຕົກຖືກດ້ານເຫນືອ.
\s5
\v 15 ສະຫລາກທາງທິດໃຕ້ໄດ້ຕົກຖືກໂອເບັດເອໂດມ, ແລະ ສາງເກັບມ້ຽນສິ່ງຂອງນັ້ນຈັດໃຫ້ລູກຊາຍຂອງເພິ່ນເບິ່ງແຍງ.
\v 16 ສະຫລາກດ້ານຕາເວັນຕົກນັ້ນຕົກຖືກຊຸບປີມ ແລະ ໂຮສາ ທີ່ປະຕູຊັນເລເກັດ, ຂຶ້ນໄປຕາມຖະຫນົນ. ມີຜູ້ເຝົ້າຍາມຕິດຕໍ່ກັນໄປສຳລັບແຕ່ລະຄອບຄົວ.
\s5
\v 17 ດ້ານຕາເວັນອອກມີຄົນເລວີຫົກຄົນ, ດ້ານເຫນືອທຸກມື້ມີສີ່ຄົນ, ດ້ານໃຕ້ມື້ລະສີ່ຄົນທຸກມື້, ແລະ ມີສອງຄູ່ຍາມຢູ່ທີ່ສາງເຄື່ອງ.
\v 18 ສຳລັບລະບຽງທາງຕາເວັນຕົກນັ້ນ ມີສີ່ຄົນຢູ່ທີ່ຖນົນ, ແລະ ສອງຄົນຍາມຢູ່ທີ່ລະບຽງ.
\v 19 ຄົນເຫລົ່ານີ້ເປັນພວກເຝົ້າຍາມປະຕູ ຊຶ່ງມາຈາກລູກຫລານຂອງໂກຣາ ແລະລູກຫລານຂອງເມຣາຣີ.
\s5
\v 20 ຈາກຄົນເລວີນັ້ນ, ອາຮີຢາເປັນຜູ້ເບິ່ງແຍງຄັງພຣະວິຫານຂອງພຣະເຈົ້າ ແລະ ຄັງສິ່ງຂອງຖວາຍຂອງພຣະຢາເວ.
\v 21 ລູກຫລານຂອງລາດານ, ພວກລູກຫລານຄົນເກໂຊນຂອງລາດານ, ຜ່ານທາງເຂົາ ແລະ ຜູ້ຊຶ່ງເປັນຫົວຫນ້າບັນພະບຸຣຸດຂອງລາດານຄື ເຢຮີເອລີຄົນເກໂຊນ ແລະ ພວກລູກຊາຍຂອງເຂົາ.
\v 22 ເຊທາມ, ແລະ ໂຢເອນນ້ອງຊາຍຂອງລາວ, ຊຶ່ງເປັນຜູ້ເບິ່ງແຍງຄັງພຣະວິຫານຂອງພຣະຢາເວ.
\s5
\v 23 ມີພວກຮັກສາຄວາມປອດພັຍຈາກພວກຕະກູນຂອງອຳຣາມ, ຄົນອິດຊະຮາ, ຄົນເຮັບໂຣນ, ແລະ ຈາກຄົນອຸດຊີເອນ.
\v 24 ເຊບູເອນ ລູກຊາຍຂອງເກໂຊມ ຜູ້ເປັນລູກຊາຍຂອງໂມເຊ, ຊຶ່ງເປັນຜູ້ດູແລຄັງທັງຫລາຍ.
\v 25 ພີ່ນ້ອງຂອງລາວ ຊາວເອລີເອເຊຄື ເຣຮາບີຢາລູກຊາຍລາວ, ລູກຊາຍຂອງເຣຮາບີຢາຄືເຢຊາຢາ, ລູກຊາຍຂອງເຢຊາຢາຄືໂຢຣາມ, ລູກຊາຍຂອງໂຢຣາມຄື ຊິກຣີ, ແລະ ລູກຊາຍຂອງຊິກຣີຄືເຊໂລມິດ.
\s5
\v 26 ເຊໂລມິດ ແລະ ພີ່ນ້ອງຂອງລາວເປັນຜູ້ເບິ່ງແຍງຄັງເຄື່ອງຖວາຍທັງຫມົດ ຊຶ່ງເປັນຂອງພຣະຢາເວ, ກະສັດດາວິດ ແລະ ບັນດາບັນພະບຸຣຸດທັງຫລາຍທີ່ເປັນຫົວຫນ້າ ແລະ ນາຍພັນນາຍຮ້ອຍ ພ້ອມທັງຜູ້ບັນຊາການກອງທັບໄດ້ມອບຖວາຍໄວ້.
\v 27 ພວກເພິ່ນໄດ້ແຍກສິ່ງທີ່ຍຶດມາໄດ້ຈາກສົງຄາມ ພວກເພິ່ນໄດ້ມອບຖວາຍເພື່ອການສ້ອມແປງພຣະວິຫານຂອງພຣະຢາເວ.
\v 28 ພວກເຂົາໄດ້ຮັບຜິດຊອບທຸກທີ່ແຍກໄວ້ຕ່າງຫາກເພື່ອພຣະຢາເວ ໂດຍຊາມູເອນຜູ້ທຳນວາຍ, ຊາອູນລູກຊາຍກີເຊ, ອັບເນລູກຊາຍເນ, ແລະ ໂຢອາບລູກຊາຍນາງເຊຣູຢາ. ທຸກຢ່າງທີ່ຖືກແຍກໄວ້ຕ່າງຫາກເພື່ອພຣະຢາເວຢູ່ພາຍໃຕ້ການເບິ່ງແຍງຂອງເຊໂລມິດ ແລະ ພີ່ນ້ອງຂອງລາວ.
\s5
\v 29 ຈາກຄົນອິດຊະຮາ, ເກນານີຢາ ແລະ ຫລານຂອງລາວໄດ້ຮັບແຕ່ງຕັ້ງໃຫ້ມີຫນ້າທີ່ຮັບຜິດຊອບນອກເຂດສຳລັບຄວບຄຸມອິສະຣາເອນ. ໂດຍໃຫ້ເປັນເຈົ້າຫນ້າທີ່ ແລະ ເປັນຜູ້ຕັດສິນ.
\v 30 ຈາກຄົນເຮັບໂຣນ; ຮາຊາບີຢາ ແລະ ພີ່ນ້ອງຂອງລາວເປັນຄົນທີ່ມີຄວາມກ້າຫານມີຫນຶ່ງພັນເຈັດຮ້ອຍຄົນ, ໂດຍເປັນຜູ້ເບິ່ງແຍງກິຈະການທັງຫມົດຂອງພຣະຢາເວ ແລະ ຣາຊະການຂອງກະສັດ. ພວກເຂົາຢູ່ທາງຟາກຕາເວັນຕົກຂອງແມ່ນ້ຳຢໍແດນຟາກນັ້ນ.
\s5
\v 31 ຈາກລູກຫລານຂອງເຮັບໂຣນຄື, ເຢຣີຢາເປັນຫົວຫນ້າພວກລູກຫລານຂອງເຂົາ, ໄດ້ນັບຈາກບັນຊີລາຍຊື່ຂອງຄອບຄົວທັງຫລາຍຂອງພວກເຂົາ. ໃນປີທີສີ່ສິບຂອງຣາຊະການດາວິດ ພວກເຂົາໄດ້ສຳຫລວດບັນທຶກຕ່າງໆ ແລະພົບວ່າທ່າມກາງພວກເຂົາໄດ້ພົບຄົນທີ່ມີຄວາມສາມາດ ແລະ ກ້າຫານໃນເມືອງຢາເຊ ແຂວງກິເລອາດ.
\v 32 ເຢຣີຢາມີພີ່ນ້ອງສອງພັນເຈັດຮ້ອຍຄົນຄືເປັນຫົວຫນ້າຄອບຄົວທີ່ກ້າຫານ. ກະສັດດາວິດໄດ້ແຕ່ງຕັ້ງໃຫ້ເພິ່ນໃຫ້ເປັນຜູ້ເບິ່ງແຍງຄົນຣູເບັນ, ແລະ ຄົນຄາດ, ແລະ ຄົນຕະກູນມານາເຊເຄິ່ງຫນຶ່ງ ໃນກິຈະການທຸກຢ່າງກ່ຽວກັບພຣະເຈົ້າ, ແລະ ກິຈະການກ່ຽວກັບກະສັດ.
\s5
\c 27
\cl ບົດທີ 27
\p
\v 1 ຕໍ່ໄປນີ້ເປັນລາຍຊື່ຂອງຫົວຫນ້າຄອບຄົວອິສະຣາເອນ, ບັນດາບັນພະບຸຣຸດທີ່ເປັນຫົວຫນ້າບັນດານາຍພັນ, ນາຍຮ້ອຍ ແລະ ບັນດາເຈົ້າຫນ້າທີ່ຜູ້ຮັບໃຊ້ກະສັດໃນຣາຊະການທຸກຢ່າງ. ກອງທະຫານ. ແຕ່ລະສ່ວນຮັບໃຊ້ເດືອນຕໍ່ເດືອນຕະຫລອດປີ. ກອງເວນຍາມຫນຶ່ງ ມີຜູ້ຊາຍຈຳນວນສອງຫມື່ນສີ່ພັນຄົນ.
\v 2 ຫົວຫນ້າຂອງກອງເວນຍາມທຳອິດທີ່ປະຈຳການໃນເດືອນທີຫນຶ່ງແມ່ນຢາໂຊເບອາມ ລູກຊາຍຊັບດີເອນ. ໃນກອງເວນຍາມຂອງລາວມີສອງຫມື່ນສີ່ພັນຄົນ.
\v 3 ລາວມາຈາກລູກຫລານຂອງເປເຣັດ ແລະ ເປັນຫົວຫນ້າຜູ້ບັນຊາການກອງທັບທັງຫມົດໃນເດືອນທຳອິດ.
\s5
\v 4 ຫົວຫນ້າຂອງກອງເວນຍາມທີ່ເຂົ້າປະຈຳການໃນເດືອນທີສອງແມ່ນໂດດາຍ, ຈາກເຊື້ອສາຍຂອງຄົນອາໂຮອາ. ມິກໂລດເປັນທີສອງໃນສ່ວນຂອງລາວ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\v 5 ຜູ້ບັງຄັບບັນຊາການກອງທັບຄົນທີສາມສຳລັບເດືອນທີສາມຄືເບນາຢາ ລູກຊາຍເຢໂຮຢາດາ, ຊຶ່ງເປັນຫົວຫນ້າປະໂລຫິດຄົນຫນຶ່ງ ແລະ ຜູ້ນຳ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\v 6 ເບນາຢາ ເປັນຄົນທີ່ເຂັ້ມແຂງກ້າຫານໃນຈຳນວນສາມສິບຄົນ, ແລະເປັນຜູ້ບັນຊາການຂອງສາມສິບຄົນນັ້ນ. ອຳມິດຊາບັດ ລູກຊາຍຂອງລາວກໍຢູ່ໃນກອງເວນຂອງລາວ.
\s5
\v 7 ຜູ້ບັນຊາການຄົນທີສີ່ສຳລັບເດືອນທີສີ່ແມ່ນອາສາເຮນ ນ້ອງຊາຍຂອງໂຢອາບ. ເຊບາດີຢາ ລູກຊາຍຂອງລາວເປັນຜູ້ຮອງຈາກລາວ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\v 8 ຜູ້ບັນຊາການຄົນທີ່ຫ້າສຳລັບເດືອນທີ່ຫ້າຄື ຊາມຮູດຄົນອິດຊະຣາ, ລູກຫລານຂອງອິດຊະຣາ, ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\v 9 ຜູ້ບັນຊາການຄົນທີຫົກສຳລັບເດືອນທີຫົກຄື ອີຣາ, ລູກຊາຍອິກເກດຊາວເຕໂກອາ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\s5
\v 10 ຜູ້ບັນຊາການຜູ້ທີເຈັດສຳລັບເດືອນທີເຈັດຄື ເຮເລັດຊາວເປໂລນ, ເປັນຄົນເອຟາຣາອິມ. ໃນກອງເວນຍາມຂອງລາວ ມີສອງຫມື່ນສີ່ພັນຄົນ.
\v 11 ຜູ້ບັນຊາການຜູ້ທີແປດສຳລັບເດືອນທີແປດຄື ສິບເບກາຍຊາວຮູຊາຍ ຊາວຫຸຊາ, ຈາກຕະກູນລູກຫລານຂອງຄົນເຊຣາ. ໃນກອງເວນຂອງລາວມີ ສອງຫມື່ນສີ່ພັນຄົນ.
\v 12 ຜູ້ບັນຊາການຜູ້ທີເກົ້າສຳລັບເດືອນທີເກົ້າຄື ອາບີເອເຊຊາວ, ອານາໂທດ ຄົນເບັນຢາມິນ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\s5
\v 13 ຜູ້ບັນຊາການຜູ້ທີສິບສຳລັບເດືອນທີສິບຄື ມາຮາຣາຍຊາວເນໂຕຟາ, ຈາກຕະກູນທີ່ສືບເຊື້ອສາຍຈາກຄົນເຊຣາ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\v 14 ຜູ້ບັນຊາການຜູ້ທີ່ສິບເອັດສຳລັບເດືອນທີສິບເອັດຄື ເບນາຢາຊາວປີຣາໂທນ, ຈາກຄົນເອຟາຣາອິມ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນ. ຄົນ
\v 15 ຜູ້ບັນຊາການຜູ້ທີສິບສອງສຳລັບເດືອນທີສິບສອງຄື ເຮນດາຍຊາວເນໂຕຟາ, ຈາກຕະກູນທີ່ສືບເຊື້ອສາຍມາຈາກຄົນໂອດນີເອນ. ໃນກອງເວນຂອງລາວມີສອງຫມື່ນສີ່ພັນຄົນ.
\s5
\v 16 ຫົວຫນ້າຕະກູນຕ່າງຂອງອິສະຣາເອນຄື: ເອລີເອເຊ ລູກຊາຍຊິກຣີເປັນຫົວຫນ້າຄົນຣູເບັນ, ເຊຟາຕີຢາລູກຊາຍມາອາກາເປັນຫົວຫນ້າຄົນຊິເມໂອນ.
\v 17 ຮາຊາບີຢາລູກຊາຍເກມູເອນເປັນຫົວຫນ້າຄົນເລວີ, ແລະ ຊາໂດກເປັນຫົວຫນ້າເຫລົ່າເຊື້ອສາຍຂອງຄົນອາໂຣນ.
\v 18 ເອລີຮູ ອ້າຍຄົນຫນຶ່ງຂອງດາວິດເປັນຫົວຫນ້າຄົນຢູດາມີອົມຣີລູກຊາຍມີກາເອນເປັນຫົວຫນ້າຄົນອິດຊາຄາ.
\s5
\v 19 ອີຊະມາຢາລູກຊາຍໂອບາດີຢາເປັນຫົວຫນ້າຄົນເຊບູລູນ. ເຢເຣໂມດລູກຊາຍອັດຊະຣີເອນເປັນຫົວຫນ້າຄົນນັບທາລີ.
\v 20 ໂຮເຊອາລູກຊາຍອາຊາຊີຢາ ເປັນຫົວຫນ້າຄົນເອຟາຣາອິມ. ໂຢເອນລູກຊາຍເປດາຢາເປັນຫົວຫນ້າມານາເຊເຄິ່ງຕະກູນ.
\v 21 ສຳລັບມານາເຊເຄິ່ງຕະກູນໃນກິເລອາດ, ແມ່ນອິດໂດລູກຊາຍເຊຄາຣີຢາເປັນຫົວຫນ້າ. ຢາອາສີເອນລູກຊາຍອັບເນເປັນຫົວຫນ້າສຳລັບຄົນເບັນຢາມິນ.
\v 22 ສຳລັບຄົນດານແມ່ນ, ອັດຊາເຣນລູກຊາຍເຢໂຣຮາມເປັນຫົວຫນ້າ. ຄົນເຫລົ່ານີ້ເປັນຫົວຫນ້າຕະກູນຕ່າງຂອງອິສະຣາເອນ.
\s5
\v 23 ດາວິດບໍ່ໄດ້ນັບຈຳນວນຄົນທີ່ມີອາຍຸຕ່ຳກວ່າຊາວປີ, ເພາະພຣະຢາເວໄດ້ກ່າວໄວ້ວ່າ, ພຣະອົງຈະເຮັດໃຫ້ພວກອິສະຣາເອນເພີ່ມທະວີຫລາຍຂຶ້ນເຫມືອນດັ່ງດວງດາວທັງຫລາຍໃນທ້ອງຟ້າ.
\v 24 ໂຢອາບລູກຊາຍນາງເຊຣູຢາໄດ້ເລີ່ມຕົ້ນນັບ, ແຕ່ບໍ່ສຳເລັດ. ຍ້ອນເຫດການນີ້ ພຣະພິໂຣດຈຶ່ງຢູ່ເຫນືອຊາວອິສະຣາເອນ. ໃນຈຳນວນທີ່ນັບນັ້ນບໍ່ໄດ້ບັນທຶກໄວ້ໃນຫນັງສືຂ່າວຄາວຂອງກະສັດດາວິດ.
\s5
\v 25 ອາຊະມາເວດລູກຊາຍອາດີເອນເປັນຜູ້ຮັບຜິດຊອບຄັງເງິນຂອງກະສັດ. ໂຢນາທານລູກຊາຍຂອງອຸດຊີຢາ ເປັນຜູ້ຮັບຜິດຊອບຄັງນອກນະຄອນ, ໃນຫົວເມືອງ, ແລະ ໃນຊົນະບົດ ແລະ ໃນບັນດາປ້ອມຍາມ.
\v 26 ເອຊະຣີລູກຊາຍເກລຸບ ເປັນຜູ້ເບິ່ງແຍງບັນດາຜູ້ທີ່ເຮັດໄຮ່ເຮັດນາຂອງກະສັດ, ບັນດາຄົນເຫລົ່ານັ້ນຜູ້ໄຖແຜ່ນດິນ.
\v 27 ຊິເມອີຊາວຣາມາດປະຈຳການເບິ່ງແຍງສວນອະງຸ່ນ ແລະ ຊັບດີຈາກຊາວຊິບເບິ່ງແຍງຜະລິດຜົນຂອງສວນອະງຸ່ນ ແລະ ຫ້ອງເກັບນ້ຳອະງຸ່ນ.
\s5
\v 28 ບາອານຮານານຊາວເກເດເປັນຜູ້ເບິ່ງແຍງຕົ້ນຫມາກກອກເທດ ແລະ ຕົ້ນຫມາກເດື່ອທີ່ຢູ່ຕາມທົ່ງພຽງ, ແລະ ໂຢອາດເປັນຜູ້ເບິ່ງແຍງຄັງນ້ຳມັນ.
\v 29 ຊິດຣາຍຊາວຊາໂຣນເບິ່ງແຍງຝູງງົວ ແລະ ຕ້ອນຝູງງົວໄປກິນຫຍ້າຢູ່ທີ່ຊາໂຣນ, ຊາຟາດລູກຊາຍອາດະລາຍເບິ່ງແຍງຝູງງົວທີ່ຢູ່ຕາມຮ່ອມພູ.
\s5
\v 30 ໂອບິນຄົນອິຊະມາເອນເບິ່ງແຍງຝູງອູດ, ແລະ ເຢເດຢາຊາວເມໂຣໂນດເບິ່ງແຍງລາໂຕແມ່. ຢາຊິດຊາວຮັກຣີເບິ່ງແຍງຝູງແບ້.
\v 31 ບັນດາຄົນເຫລົ່ານີ້ເປັນພະນັກງານທີ່ດູແລເບິ່ງແຍງຊັບສົມບັດຂອງກະສັດດາວິດ.
\s5
\v 32 ໂຢນາທານ, ລຸງຂອງດາວິດເປັນທີ່ປຶກສາ, ເປັນຄົນທີ່ມີຄວາມເຂົ້າໃຈ ແລະ ເປັນເລຂາ. ເຢຮີເອນລູກຊາຍຮັກໂມນີເປັນຜູ້ເບິ່ງແຍງລ້ຽງດູພວກລູກຊາຍ.
\v 33 ອາຮີໂທເຟັນເປັນທີ່ປຶກສາຂອງກະສັດ, ແລະ ຮູຊາຍຄົນອາຄີເປັນທີ່ປຶກສາສ່ວນຕົວຂອງກະສັດ.
\v 34 ເຢໂຮຢາດາລູກຊາຍເບນາຢາ, ແລະອາບີອາທາເປັນຜູ້ເຮັດວຽກຕໍ່ຈາກອາຮີໂທເຟັນ. ໂຢອາບເປັນຜູ້ບັນຊາການກອງທັບຂອງກະສັດ.
\s5
\c 28
\cl ບົດທີ 28
\p
\v 1 ດາວິດໄດ້ເອິ້ນບັນດາເຈົ້ານາຍທັງຫມົດຂອງອິສະຣາເອນມາປະຊຸມໃນອິສະຣາເອນຄື: ຫົວຫນ້າຂອງຕະກູນ, ຜູ້ບັນຊາການກອງທັບທີ່ຮັບຣາຊະການຕາມການເວນຍາມ, ນາຍພັນນາຍຮ້ອຍ, ພະນັກງານທັງຫມົດ ພວກທີ່ເບິ່ງແຍງຊັບສົມບັດ ແລະ ຝູງສັດຂອງກະສັດ, ແລະ ລູກຊາຍຂອງພະອົງ, ພ້ອມກັບພະນັກງານຣາຊະສຳນັກ ແລະ ທະຫານທີ່ເກັ່ງກ້າສາມາດ, ລວມເຖິງວິຣະບຸຣຸດທັງຫມົດຂອງພວກເຂົາ.
\s5
\v 2 ແລ້ວກະສັດດາວິດໄດ້ລຸກຢືນຂຶ້ນ ແລະ ກ່າວວ່າ, “ພີ່ນ້ອງຂອງຂ້າພະເຈົ້າ ແລະ ປະຊາຊົນຂອງຂ້າພະເຈົ້າ ຂໍຈົ່ງຟັງຂ້າພະເຈົ້າ. ຂ້າພະເຈົ້າມີໃຈປະສົງທີ່ຈະສ້າງພຣະວິຫານ ຊຶ່ງເປັນບ່ອນພັກຂອງຫີບພັນທະສັນຍາຂອງພຣະຢາເວ; ເພື່ອເປັນທີ່ຮອງພຣະບາດຂອງພຣະເຈົ້າຂອງພວກເຮົາ, ແລະ ຂ້າພະເຈົ້າໄດ້ຈັດຕຽມເພື່ອການກໍ່ສ້າງໄວ້ສຳເລັດແລ້ວ.
\v 3 ແຕ່ພຣະເຈົ້າກ່າວກັບຂ້າພະເຈົ້າວ່າ, ‘ເຈົ້າຢ່າສ້າງວິຫານເພື່ອນາມຂອງເຮົາເລີຍ, ເພາະເຈົ້າເປັນນັກຮົບ ແລະ ໄດ້ເຮັດໃຫ້ເລືອດໄຫລອອກ.
\s5
\v 4 ເຖິງປານນັ້ນກໍຕາມ, ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ໄດ້ເລືອກຂ້າພະເຈົ້າຈາກຄອບຄົວບັນພະບຸຣຸດຂອງຂ້າພະເຈົ້າທັງຫມົດໃຫ້ເປັນກະສັດປົກຄອງອິສະຣາເອນສືບໄປເປັນນິດ. ເພາະພຣະອົງໄດ້ເລືອກຢູດາໃຫ້ເປັນຫົວຫນ້າ. ໃນເຊື້ອສາຍຂອງຢູດາ, ແລະ ຄອບຄົວບັນພະບຸຣຸດຂອງຂ້າພະເຈົ້າ, ໃນບັນດາລູກຊາຍຂອງພໍ່ຂ້າພະເຈົ້າ, ພຣະອົງໄດ້ພໍພຣະທັຍໃນ ຂ້າພະເຈົ້າ ແລະ ໄດ້ໃຫ້ຂ້າພະເຈົ້າເປັນກະສັດປົກຄອງອິສະຣາເອນທັງປວງ.
\v 5 ແຕ່ພຣະຢາເວໄດ້ປຣະທານລູກຊາຍເປັນຈຳນວນຫລາຍແກ່ຂ້າພະເຈົ້າ, ພຣະອົງໄດ້ເລືອກໂຊໂລໂມນ, ລູກຊາຍຂອງຂ້າພະເຈົ້າໃຫ້ນັ່ງບັນລັງແຫ່ງຣາຊະອານາຈັກຂອງພຣະຢາເວ, ປົກຄອງຊາວອິສະຣາເອນ.
\s5
\v 6 ພຣະອົງກ່າວກັບຂ້າພະເຈົ້າວ່າ, ‘ໂຊໂລໂມນລູກຊາຍຂອງເຈົ້າຈະກໍ່ສ້າງວິຫານຂອງເຮົາ ແລະ ເດີ່ນລານວິຫານຂອງເຮົາ, ເພາະເຮົາໄດ້ເລືອກລາວໃຫ້ເປັນລູກຂອງເຮົາ ແລະ ເຮົາຈະເປັນພໍ່ຂອງລາວ.
\v 7 ເຮົາຈະສະຖາປະນາຣາຊະອານາຈັກຂອງລາວໃຫ້ຕັ້ງຫມັ້ນຄົງຢູ່ສືບໄປເປັນນິດ, ຖ້າລາວຈະຕັ້ງຫມັ້ນຄົງຢູ່ໃນການປະຕິບັດຕາມຄຳສັ່ງ ແລະ ພຣະບັນຍັດທັງຫລາຍຂອງເຮົາ, ເຫມືອນກັບທີ່ລາວໄດ້ເຮັດຢູ່ໃນມື້ນີ້.
\s5
\v 8 ເພາະສະນັ້ນ, ບັດນີ້ໃນສາຍຕາຂອງບັນດາຊາວອິສະຣາເອນ, ທີ່ເປັນຊຸມນຸມຊົນຂອງພຣະຢາເວແຫ່ງນີ້, ແລະ ໃນການປຣະທັບຢູ່ຂອງພຣະເຈົ້າ, ເຮົາທ່ານທັງຫລາຍຈົ່ງປະພຶດຕາມ ແລະ ຖືຮັກສາພຣະບັນຍັດທັງຫມົດຂອງພຣະຢາເວພຣະເຈົ້າຂອງພວກເຈົ້າ. ຈົ່ງກະທຳຢ່າງນີ້ເພື່ອເຈົ້າຈະໄດ້ແຜ່ນດິນອັນດີນີ້ເປັນກຳມະສິດ ແລະ ມອບໄວ້ໃຫ້ເປັນມໍຣະດົກຂອງລູກຫລານຜູ້ມາພາຍຫລັງ ເຈົ້າສືບໄປເປັນນິດ.
\s5
\v 9 ສ່ວນເຈົ້າ, ໂຊໂລໂມນລູກຂອງເຮົາເອີຍ, ຈົ່ງເຊື່ອຟັງພຣະເຈົ້າຂອງພໍ່ເຈົ້າ, ແລະ ຈົ່ງບົວຣະບັດພຣະອົງດ້ວຍໃຈຈິງ ແລະ ດ້ວຍຄວາມເຕັມໃຈຂອງເຈົ້າ. ຈົ່ງກະທຳຢ່າງນີ້ ເພາະພຣະຢາເວໄດ້ພິຈາຣະນາຈິດໃຈທັງປວງ ແລະ ໄດ້ເຂົ້າໃຈໃນແຮງຈູງໃຈຂອງຄວາມຄິດທັງປວງຂອງທຸກຄົນ. ຖ້າເຈົ້າຊອກຫາພຣະອົງ, ເຈົ້າຈະພົບພຣະອົງ, ແຕ່ຖ້າເຈົ້າປະຖິ້ມພຣະອົງ, ພຣະອົງຈະໄດ້ຖິ້ມເຈົ້າອອກໄປເປັນນິດ.
\v 10 ບັດນີ້ ຈົ່ງຟັງໃຫ້ດີ ເພາະວ່າຢາເວໄດ້ເລືອກເຈົ້າໃຫ້ກໍ່ສ້າງພຣະວິຫານ ເພື່ອເປັນສະຖານທີ່ບໍຣິສຸດ. ຈົ່ງເຂັ້ມແຂງ ແລະ ເຮັດໃຫ້ສຳເລັດເຖີດ.”
\s5
\v 11 ແລ້ວດາວິດໄດ້ມອບແຜນຜັງໃຫ້ກັບໂຊໂລໂມນລູກຊາຍຂອງພະອົງ, ຊຶ່ງແຜນຜັງຫໍປະຕູຂອງພຣະວິຫານ ແລະ ແຜນຜັງຫ້ອງຕ່າງໆຂອງພຣະວິຫານນັ້ນ, ຄັງ, ຫ້ອງຊັ້ນເທິງ, ບັນດາຫ້ອງຊັ້ນໃນ, ​ແລະ ກັບຫ້ອງສຳລັບບ່ອນນັ່ງແຫ່ງພຣະຄຸນ.
\v 12 ພຣະອົງໄດ້ຊົງມອບແຜນຜັງທຸກແຜນຜັງທີ່ກະສັດໄດ້ຮັບດ້ວຍພຣະວິນຍານ ວ່າດ້ວຍເດີ່ນຂອງພຣະວິຫານຂອງພຣະຢາເວ, ແລະ ບັນດາຫ້ອງລະບຽງອ້ອມຮອບ, ແລະ ຄັງສຳລັບພຣະວິຫານຂອງພຣະເຈົ້າ, ແລະ ຄັງສຳລັບບັນດາເຄື່ອງຖວາຍທີ່ເປັນຂອງພຣະຢາເວ.
\s5
\v 13 ພຣະອົງໄດ້ຊົງມອບກົດລະບຽບຕ່າງໆ ສຳລັບສ່ວນຂອງບັນດາປະໂລຫິດກັບຄົນເລວີ, ເພື່ອງານບົວຣະບັດທັງຫມົດໃນພຣະວິຫານຂອງພຣະຢາເວ, ແລະ ສຳລັບບັນດາເຄື່ອງຮັບໃຊ້ໃນວຽກງານບົວຣະບັດໃນພຣະວິຫານຂອງພຣະຢາເວ.
\v 14 ພະອົງໄດ້ສັ່ງນ້ຳຫນັກທອງຄຳຂອງເຄື່ອງໃຊ້ທອງຄຳທຸກຢ່າງທີ່ໃຊ້ໃນການບົວຣະບັດແຕ່ລະຢ່າງ ແລະ ຕິດສັ່ງນ້ຳຫນັກເງິນ, ສຳລັບເຄື່ອງໃຊ້ເງິນທຸກຢ່າງໃນວຽກງານບົວຣະບັດແຕ່ລະຢ່າງ.
\v 15 ລາຍລະອຽດຕໍ່ໄປນີ້ໄດ້ຖືກກຳນົດໂດຍນ້ຳຫນັກ, ລວມທັງລາຍລະອຽດສຳລັບ, ສັ່ງນ້ຳຫນັກເຄື່ອງຮອງຕະກຽງທອງຄຳ ແລະຕະກຽງທອງຄຳ, ນ້ຳຫນັກຂອງເຄື່ອງຮອງຕະກຽງແຕ່ລະອັນກັບຕະກຽງແຕ່ລະຫນ່ວຍ; ນ້ຳຫນັກເງິນຂອງຄັນຕະກຽງ ທັງຄັນ,​ແລະ ຕະກຽງກັບຕະກຽງນັ້ນ, ແລະ ຕາມທີ່ຈະໃຊ້ຄັນຕະກຽງແຕ່ລະອັນ.
\s5
\v 16 ສັ່ງນ້ຳຫນັກທອງຄຳສຳລັບໂຕະເຂົ້າຈີ່ຕໍ່ຫນ້າພຣະພັກແຕ່ລະຫນ່ວຍ, ເງິນສຳລັບໂຕະເງິນ.
\v 17 ໄດ້ຊົງກຳນົດນ້ຳຫນັກທອງຄຳບໍຣິສຸດສຳຫລັບພວກຊ້ອມແທງເນື້ອ, ພວກອ່າງ ພວກຈອກ. ໄດ້ກຳນົດນ້ຳຫນັກຂອງຖ້ວຍທອງຄຳແຕ່ລະຫນ່ວຍກັບນ້ຳຫນັກທອງຄຳຂອງແຕ່ລະຫນ່ວຍ ແລະ ນ້ຳຫນັກຂອງຖ້ວຍເງິນຂອງແຕ່ລະຫນ່ວຍ.
\s5
\v 18 ແທ່ນເຄື່ອງຫອມເຮັດດ້ວຍທອງຄຳເນື້ອລະອຽດ, ແລະ ນ້ຳຫນັກທອງຄຳສຳລັບອອກແບບຂອງພວກເຄຣຸບ ຊຶ່ງກາງປີກອອກປົກຫີບພຣະສັນຍາຂອງພຣະຢາເວ.
\v 19 ດາວິດກ່າວວ່າ, “ສິ່ງທັງປວງເຫລົ່ານີ້ພຣະຢາເວໄດ້ເຮັດໃຫ້ຂ້າພະເຈົ້າເຂົ້າໃຈໂດຍອາໄສລາຍພຣະຫັດຂອງພຣະອົງຢູ່ເທິງຂ້າພະເຈົ້າ ຊຶ່ງການງານທຸກຢ່າງຈະຕ້ອງເຮັດຕາມແຜນຜັງນັ້ນ.”
\s5
\v 20 ແລ້ວດາວິດກ່າວກັບໂຊໂລໂມນລູກຊາຍຂອງຕົນວ່າ, “ຈົ່ງເຂັ້ມແຂງ ແລະ ກ້າຫານ. ເຮັດໃຫ້ສຳເລັດສາ. ຢ່າຢ່າຢ້ານ ຫລື ກັງວົນເລີຍ, ເພາະວ່າພຣະຢາເວຄືພຣະເຈົ້າຂອງເຮົາ, ໄດ້ສະຖິດຢູ່ກັບເຈົ້າ. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າລົ້ມເຫລວ ຫລື ປະຖິ້ມເຈົ້າຈົນກວ່າວຽກງານກໍ່ສ້າງທັງຫມົດແຫ່ງພຣະວິຫານຂອງພຣະຢາເວຈະສຳເລັດ.
\v 21 ເບິ່ງແມ໋, ມີຫນ່ວຍງານຂອງພວກປະໂລຫິດ ແລະ ຄົນເລວີ ຈະຢູ່ກັບເຈົ້າໃນການບົວຣະບັດທຸກຢ່າງແຫ່ງພຣະວິຫານຂອງພຣະເຈົ້າ. ຄົນທັງຫລາຍທີ່ມີນ້ຳໃຈຮັບຜິດຊອບ ແລະ ມີຄວາມຊຳນານໃນວຽກງານນີ້ກໍຈະມີຢູ່ກັບເຈົ້າ, ເພື່ອຊ່ວຍເຈົ້າເຮັດວຽກ ແລະ ປະຕິບັດງານ. ພວກຫົວຫນ້າ ແລະ ປະຊາຊົນທັງປວງກໍຈະຢູ່ພາຍໃຕ້ຄຳບັນຊາຂອງເຈົ້າ.”
\s5
\c 29
\cl ບົດທີ 29
\p
\v 1 ກະສັດດາວິດກ່າວກັບພວກຊຸມນຸມຊົນທັງຫມົດວ່າ, “ໂຊໂລໂມນລູກຊາຍຂອງເຮົາ, ຊຶ່ງເປັນຜູ້ດຽວທີ່ພຣະເຈົ້າໄດ້ເລືອກໄວ້ນັ້ນ, ກໍຍັງເປັນຄົນຫນຸ່ມຢູ່ ແລະ ຍັງບໍ່ທັນມີຄວາມຊຳນານ, ແລະ ການງານກໍໃຫຍ່ໂຕຫລາຍ. ເພາະວ່າມະຫາວິຫານນັ້ນ ບໍ່ແມ່ນສຳລັບມະນຸດແຕ່ສຳລັບພຣະຢາເວ.
\v 2 ເພາະສະນັ້ນ, ເຮົາຈຶ່ງຈັດຕຽມໄວ້ສຳລັບພຣະວິຫານຂອງພຣະເຈົ້າຂອງເຮົາດ້ວຍເຕັມຄວາມສາມາດຂອງເຮົາຄື ທອງຄຳສຳລັບສິ່ງທີ່ເຮັດດ້ວຍທອງຄຳ, ເງິນສຳລັບສິ່ງທີ່ເຮັດດ້ວຍເງິນ, ທອງເຫລືອງສຳລັບສິ່ງທີ່ເຮັດດ້ວຍທອງເຫລືອງ, ແລະ ເຫລັກສຳລັບສິ່ງທີ່ເຮັດດ້ວຍເຫລັກ, ແລະ ໄມ້ສຳລັບສິ່ງທີ່ເຮັດດ້ວຍໄມ້. ຂ້າພະເຈົ້າໃຫ້ຫີນແກ້ວ, ໂມຣາ ແລະ ພອຍສຳລັບຝັງທີ່ຈະບັນຈຸເຂົ້າກັບຫີນແກ້ວເຫລື້ອມໃສ, ກັບຫີນແກ້ວສີຕ່າງທຸກຢ່າງ ເພັດພອຍທຸກຊະນິດ ແລະ ຫີນອ່ອນຢ່າງຫລວງຫລາຍ.
\s5
\v 3 ​ຫລາຍໄປກວ່ານັ້ນອີກ, ນອກຈາກສິ່ງທັງປວງທີ່ເຮົາໄດ້ຈັດຫາໄວ້ສຳລັບວິຫານຂອງພຣະເຈົ້າແລ້ວ, ຂ້າພະເຈົ້າໄດ້ຖວາຍທອງຄຳ ແລະ ເງິນເປັນສົມບັດ. ຂ້າພະເຈົ້າເຮັດສິ່ງທັງຫມົດເຫລົ່ານີ້ ເພື່ອເປັນນການຕຽມໃນການສ້າງພຣະວິຫານບໍຣິສຸດຂອງຂອງເຮົາທັງຫລາຍ:
\v 4 ມີຄືດັ່ງນີ້ ທອງຄຳສາມພັນຕະລັນຕົນເປັນທອງຄຳເມືອງໂອຟີ, ແລະ ເງິນບໍຣິສຸດທີ່ຫລອມແລ້ວເຈັດພັນຕະລັນຕົນ, ເພື່ອຈະຕົບແຕ່ງຝາພຣະວິຫານ.
\v 5 ເຮົາໄດ້ຖວາຍທອງຄຳສຳລັບສິ່ງທີ່ເຮັດດ້ວຍທອງຄຳ, ແລະ ເງິນສຳລັບສິ່ງທີ່ເຮັດດ້ວຍເງິນ, ແລະ ສຳລັບວຽກງານທັງຫມົດທີ່ຊ່າງຈະຕ້ອງເຮັດດ້ວຍມື. ໃນມື້ນີ້ມີໃຜແດ່ທີ່ຈະເຕັມໃຈຖວາຍສິ່ງຂອງພ້ອມກັບຖວາຍຕົວແດ່ພຣະຢາເວ?”
\s5
\v 6 ແລ້ວເຈົ້ານາຍຂອງບັນພະບຸຣຸດ ບັນດາຫົວຫນ້າຂອງຕະກູນແຫ່ງອິສະຣາເອນ, ທັງນາຍພັນນາຍຮ້ອຍ ແລະພະນັກງານເບິ່ງແຍງຣາຊະການກໍໄດ້ເອົາສິ່ງຂອງມາຖວາຍດ້ວຍຄວາມເຕັມໃຈ.
\v 7 ພວກເຂົາຖວາຍເພື່ອງານບົວຣະບັດແຫ່ງພຣະວິຫານຂອງພຣະເຈົ້າ ເປັນທອງຄຳຫ້າພັນຕະລັນຕົນ ແລະຫນຶ່ງຫມື່ນດາຣິກ, ເງິນຫນຶ່ງຫມື່ນຕະລັນຕົນ, ທອງເຫລືອງຫນຶ່ງຫມື່ນແປດພັນຕະລັນຕົນ, ແລະເຫລັກຫນຶ່ງແສນຕະລັນຕົນ.
\s5
\v 8 ຜູ້ໃດທີ່ມີເພັດພອຍກໍຖວາຍໄວ້ທີ່ຄັງພຣະວິຫານຂອງພຣະຢາເວ, ໃນຄວາມເບິ່ງແຍງຂອງເຢຮີເອນຄົນເກໂຊນ.
\v 9 ແລ້ວປະຊາຊົນກໍຊົມຊື່ນຍິນດີທີ່ພວກເຂົາໄດ້ຖວາຍສິ່ງເຫລົ່ານີ້ຕາມຄວາມສະມັກໃຈຂອງພວກເຂົາ, ແລະ ພວກເຂົາຖວາຍດ້ວຍຄວາມເຕັມໃຈແດ່ພຣະຢາເວ. ກະສັດດາວິດກໍໄດ້ຊື່ນຊົມຍິນດີຢ່າງໃຫຍ່ຫລວງໃນການນັ້ນ.
\s5
\v 10 ດັ່ງນັ້ນ ດາວິດໄດ້ສັນຣະເສີນພຣະຢາເວຕໍ່ຫນ້າຊຸມນຸມຊົນທັງປວງ. ດາວິດທູນວ່າ, “ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ, ສາທຸການແດ່ພຣະອົງສືບໄປເປັນນິດ.
\v 11 ຂ້າແດ່ພຣະຢາເວ, ຄວາມຍິ່ງໃຫຍ່, ຣິດທານຸພາບ, ສະຫງ່າຣາສີ, ຊັຍຊະນະ ແລະ ຄວາມງົດງາມເປັນຂອງພຣະອົງ. ບັນດາສິ່ງທີ່ມີຢູ່ໃນຟ້າສະຫວັນ ແລະໃນແຜ່ນດິນໂລກເປັນຂອງພຣະອົງ. ຂ້າແດ່ພຣະຢາເວ ຣາຊະອານາຈັກເປັນຂອງພຣະອົງ, ແລະ ພຣະອົງໄດ້ເປັນທີ່ຍົກຍ້ອງສັນຣະເສີນ, ເປັນຈອມຣາຊາຂອງສິ່ງສາຣະພັດ.
\s5
\v 12 ທັງຄວາມຮັ່ງມີ ແລະ ກຽດຕິຍົດມາຈາກພຣະອົງ ແລະພຣະອົງໄດ້ຄອບຄອງຢູ່ເຫນືອທຸກສິ່ງ. ຣິດທານຸພາບ ແລະ ຣິດອຳນາດທີ່ຍິ່ງໃຫຍ່ຢູ່ໃນພຣະຫັດຂອງພຣະອົງ. ພຣະຫັດຂອງພຣະອົງມີອຳນາດທີ່ຈະເຮັດໃຫ້ທຸກສິ່ງຈະເຣີນຂຶ້ນ ແລະ ຕັ້ງຫມັ້ນຄົງຢູ່.
\v 13 ບັດນີ້, ຂ້າພະອົງທັງຫລາຍໂມທະນາຂອບພຣະຄຸນພຣະອົງຜູ້ເປັນພຣະເຈົ້າຂອງຂ້ານ້ອຍ ແລະ ສັນຣະເສີນພຣະນາມອັນຮຸ່ງເຮືອງຂອງພຣະອົງ.
\s5
\v 14 ແຕ່ຂ້າພຣະອົງເປັນຜູ້ໃດ, ແລະ ຊົນຊາດຂອງຂ້າພຣະອົງເປັນຜູ້ໃດ, ທີ່ຂ້າພຣະອົງທັງຫລາຍຈະສາມາດຖວາຍແດ່ພຣະອົງ ດ້ວຍຄວາມເຕັມໃຈເຊັ່ນນີ້? ເພາະວ່າ ສິ່ງຂອງທຸກຢ່າງມາຈາກພຣະອົງ, ແລະ ສິ່ງຂອງທີ່ອອກມາຈາກພຣະຫັດຂອງພຣະອົງ ພວກຂ້າພຣະອົງທັງຫລາຍໄດ້ນຳມາຖວາຍແດ່ພຣະອົງເທົ່ານັ້ນ.
\v 15 ເພາະວ່າຂ້າພຣະອົງທັງຫລາຍເປັນຄົນຕ່າງດ້າວທ້າວຕ່າງແດນຕໍ່ພຣະພັກພຣະອົງ, ແລະ ເປັນຄົນອາໄສຢູ່ຊົ່ວຄາວດັ່ງທີ່ບັນພະບຸຣຸດຂອງຂ້າພຣະອົງໄດ້ເປັນຢ່າງນັ້ນມາແລ້ວ. ວັນເດືອນປີຂອງພວກຂ້າພຣະອົງເທິງແຜ່ນດິນໂລກເປັນເຫມືອນເງົາ ແລະ ບໍ່ມີຄວາມຫມັ້ນຄົງແນ່ນອນ.
\s5
\v 16 ຂ້າແດ່ພຣະຢາເວ, ພຣະເຈົ້າຂອງຂ້າພຣະອົງທັງຫລາຍ, ວັດຖຸທີ່ຫລວງຫລາຍເຫລົ່ານີ້ທັງຫມົດ ຊຶ່ງຂ້າພຣະອົງໄດ້ຈັດຫາເພື່ອກໍ່ສ້າງພຣະວິຫານຖວາຍແດ່ພຣະອົງ ເພື່ອພຣະນາມອັນບໍຣິສຸດຂອງພຣະອົງ—ທຸກຢ່າງກໍມາຈາກພຣະຫັດຂອງພຣະອົງ ແລະ ເປັນຂອງພຣະອົງທັງຫມົດ.
\v 17 ຂ້າແດ່ພຣະເຈົ້າຂອງຂ້າພຣະອົງ, ຂ້າພຣະອົງຮູ້ແນ່ວ່າ ພຣະອົງໄດ້ທົດລອງເບິ່ງຈິດໃຈ ແລະ ໄດ້ພໍພຣະທັຍໃນຄວາມທ່ຽງທັມ. ສ່ວນຂ້າພຣະອົງ, ໄດ້ຖວາຍທຸກສິ່ງເຫລົ່ານີ້ທັງຫມົດດ້ວຍຄວາມເຕັມໃຈໃນຄວາມສັດຊື່ແຫ່ງຈິດໃຈຂອງຂ້າພຣະອົງ, ແລະ ບັດນີ້ຂ້າພຣະອົງຊື່ນໃຈຍິນດີທີ່ໄດ້ເຫັນປະຊາຊົນຂອງພຣະອົງຜູ້ຊຶ່ງຢູ່ທີ່ນີ້ໄດ້ເຕັມໃຈຖວາຍແດ່ພຣະອົງ.
\s5
\v 18 ຂ້າແດ່ພຣະຢາເວ, ພຣະເຈົ້າຂອງອັບຣາຮາມ ອີຊາກ ແລະອິສະຣາເອນ—ບັນພະບຸຣຸດຂອງຂ້າພຣະອົງທັງຫລາຍ—ຂໍພຣະອົງໄດ້ຮັກສາຄວາມປະສົງ ແລະ ຄວາມຄິດໃນໃຈຂອງປະຊາຊົນຂອງພຣະອົງໃຫ້ເປັນເຊັ່ນນີ້ສະເຫມີໄປ. ຂໍໄດ້ຕັ້ງຈິດໃຈຂອງພວກເຂົາໃຫ້ຫມັ້ນຄົງໃນພຣະອົງ.
\v 19 ຂໍພຣະອົງໄດ້ໂຜດໂຊໂລໂມນລູກຊາຍຂອງຂ້າພຣະອົງໃຫ້ມີຈິດໃຈສັດຊື່ທີ່ຈະຮັກສາບັນດາພຣະບັນຍັດຂອງພຣະອົງ, ພຣະໂອວາດຂອງພຣະອົງ, ແລະກົດເກນຂອງພຣະອົງ, ແລະ ໃຫ້ເຮັດທຸກຢ່າງເຫລົ່ານີ້ ທັງກໍ່ສ້າງພຣະວິຫານຕາມທີ່ຂ້າພຣະອົງໄດ້ກະກຽມໄວ້ແລ້ວນັ້ນ.”
\s5
\v 20 ແລ້ວດາວິດກ່າວກັບຊຸມນຸມຊົນທັງປວງວ່າ, “ຈົ່ງຖວາຍສາທຸການແດ່ພຣະຢາເວພຣະເຈົ້າຂອງທ່ານທັງຫລາຍ.” ຊຸມນຸມຊົນທັງປວງກໍສັນຣະເສີນພຣະຜູ້ເປັນເຈົ້າພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ກົ້ມຫົວຂອງພວກເຂົາລົງນະມັດສະການພຣະຢາເວ ແລະ ຖວາຍກຽຕແດ່ກະສັດ.
\v 21 ໃນເຊົ້າມື້ຕໍ່ມາ, ພວກເຂົາໄດ້ຖວາຍສັດບູຊາແດ່ພຣະຜູ້ເປັນເຈົ້າ ແລະ ຖວາຍເຄື່ອງເຜົາບູຊາແດ່ພຣະຜູ້ເປັນເຈົ້າ. ພວກເຂົາໄດ້ຖວາຍເປັນງົວເຖິກຫນຶ່ງພັນໂຕ, ແກະຜູ້ຫນຶ່ງພັນໂຕ, ແລະ ລູກແກະຫນຶ່ງພັນໂຕພ້ອມກັບເຄື່ອງດື່ມບູຊາ ແລະ ຖວາຍສັດບູຊາຢ່າງຫລວງຫລາຍ ເພື່ອຊາວອິສະຣາເອນທັງປວງ.
\s5
\v 22 ໃນວັນນັ້ນ, ພວກເຂົາໄດ້ກິນໄດ້ດື່ມຕໍ່ພຣະພັກພຣະຢາເວ ດ້ວຍການສະຫລອງທີ່ຍິ່ງໃຫຍ່. ພວກເຂົາໄດ້ຕັ້ງ ໂຊໂລໂມນ, ລູກຊາຍຂອງດາວິດເປັນກະສັດເປັນເທື່ອທີ່ສອງ, ແລະ ພວກເຂົາໄດ້ເຈີມພະອົງໄວ້ໃຫ້ເປັນເຈົ້ານາຍພາຍໃຕ້ອຳນາດຂອງພຣະຢາເວ. ພວກເຂົາໄດ້ເຈີມຊາໂດກໃຫ້ເປັນປະໂລຫິດ.
\v 23 ແລ້ວໂຊໂລໂມນໄດ້ປຣະທັບເທິງພະທີ່ນັ່ງຂອງພຣະຢາເວເປັນກະສັດແທນດາວິດພໍ່ຂອງຕົນ. ພະອົງໄດ້ຈະເຣີນຂຶ້ນ, ແລະ ອິສະຣາເອນທັງປວງກໍເຊື່ອຟັງພະອົງ.
\s5
\v 24 ບັນດາເຈົ້ານາຍທັງປວງ, ທະຫານທີ່ເກັ່ງກ້າທັງຫລາຍ, ແລະ ບັນດາລູກຊາຍຂອງກະສັດດາວິດໄດ້ປະຕິຍານຕົວຕໍ່ກະສັດໂຊໂລໂມນ.
\v 25 ພຣະຢາເວໄດ້ປຣະທານຊື່ສຽງທີ່ຍິ່ງໃຫຍ່ແກ່ໂຊໂລໂມນເປັນພິເສດໃນສາຍຕາຂອງອິສະຣາເອນທັງປວງ ແລະ ໄດ້ປຣະທານຄວາມອຸດົມຮັ່ງມີຂອງກະສັດໃຫ້ແກ່ພະອົງຢ່າງທີ່ບໍ່ມີກະສັດອົງໃດໃນອິສະຣາເອນທີ່ຢູ່ກ່ອນພະອົງໄດ້ຮັບ.
\s5
\v 26 ຝ່າຍດາວິດລູກຊາຍເຢຊີໄດ້ປົກຄອງອິສະຣາເອນທັງປວງ.
\v 27 ເວລາທີ່ພະອົງໄດ້ປົກຄອງອິສະຣາເອນນັ້ນ ເປັນເວລາສີ່ສິບປີ. ພະອົງໄດ້ປົກຄອງໃນເຮັບໂຣນເຈັດປີ ແລະ ໄດ້ ປົກຄອງໃນນະຄອນເຢຣູຊາເລັມສາມສິບສາມປີ.
\v 28 ພະອົງໄດ້ຕາຍເມື່ອເຖົ້າແກ່ຫລາຍແລ້ວ, ຫລັງຈາກທີ່ໄດ້ມີຊີວິດຍືນຍາວ, ທັງໄດ້ຮັ່ງມີ ແລະ ມີກຽຕ. ໂຊໂລໂມນລູກຊາຍຂອງພະອົງໄດ້ປົກຄອງແທນພະອົງ.
\s5
\v 29 ສ່ວນພະຣາຊະກິດຂອງກະສັດດາວິດ ຕັ້ງແຕ່ຕົ້ນຈົນສຸດທ້າຍໄດ້ບັນທຶກໄວ້ໃນຫນັງສືຂອງຊາມູເອນຜູ້ທຳນວາຍ, ແລະ ໃນຫນັງສືປະຫວັດສາດຂອງນາທານຜູ້ທຳນວາຍ, ແລະ ໃນຫນັງສືປະຫວັດສາດຂອງຄາດຜູ້ທຳນວາຍ.
\v 30 ໄດ້ມີການບັນທຶກເລື່ອງລາວການປົກຄອງຂອງເພິ່ນທັງຫມົດ, ອຳນາດຂອງເພິ່ນ ແລະ ເລື່ອງລາວທີ່ບັງເກີດຂຶ້ນກັບເພິ່ນ, ອິສະຣາເອນ, ແລະ ທັງບັນດາຣາຊະອານາຈັກທັງຫມົດຂອງປະເທດຕ່າງໆ.