lo_ulb/12-2KI.usfm

1420 lines
351 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 2KI
\ide UTF-8
\h 2 ກະສັດ
\toc1 2 ກະສັດ
\toc2 2 ກະສັດ
\toc3 2ki
\mt 2 ກະສັດ
\s5
\c 1
\cl ບົດທີ 1
\p
\v 1 ໂມອາບກໍໄດ້ກະບົດຕໍ່ອິສະຣາເອນ ພາຍຫລັງຈາກອາຮາບໄດ້ຕາຍໄປ.
\v 2 ແລ້ວອາຮາຊີຢາ ໄດ້ຕົກລົງຈາກລະບຽງວັງທີ່ຫ້ອງຊັ້ນເທິງຂອງຂອງພະອົງໃນກຸງຊາມາເຣຍ, ແລະຊົງບາດເຈັບ. ດັ່ງນັ້ນພະອົງຈຶ່ງໄດ້ໃຊ້ບັນດາຜູ້ສົ່ງຂ່າວສານໄປແລະໄດ້ຊົງບອກກັບພວກເຂົາວ່າ," ຈົ່ງໄປຖາມບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ, ວ່າເຮົາຈະດີຈາກການບາດເຈັບນີ້ຫລືບໍ່?"
\s5
\v 3 ແຕ່ທູດສະຫວັນຂອງພຣະຢາເວ ໄດ້ເວົ້າກັບ ເອລີຢາຊາວຕີຊະເບວ່າ,"ຈົ່ງລຸກຂຶ້ນ, ໄປພົບບັນດາຜູ້ສົ່ງຂ່າວສານຂອງກະສັດແຫ່ງຊາມາເຣຍ, ແລະຈົ່ງເວົ້າກັບພວກເຂົາວ່າ,' ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ພວກເຈົ້າຈຶ່ງໄປປຶກສາພະເຈົ້າບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ?
\v 4 ເພາະສະນັ້ນພຣະຢາເວກ່າວດັ່ງນີ້," ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນຂອງເຈົ້າ; ແຕ່ເຈົ້າຈະຕ້ອງຕາຍແນ່."'"ແລ້ວເອລີຢາກໍໄດ້ໄປ.
\s5
\v 5 ເມື່ອຜູ້ສົ່ງຂ່າວສານນັ້ນໄດ້ກັບມາເຝົ້າອາຮາຊີຢາ, ພະອົງໄດ້ຖາມພວກເຂົາວ່າ," ເປັນຫຍັງພວກເຈົ້າຈຶ່ງພາກັນກັບມາ?"
\v 6 ພວກເຂົາໄດ້ຕອບພະອົງວ່າ," ມີຊາຍຄົນຫນຶ່ງຂຶ້ນມາພົບກັບພວກຂ້ານ້ອຍ ແລະໄດ້ເວົ້າກັບພວກຂ້ານ້ອຍວ່າ, 'ຈົ່ງກັບໄປເຝົ້າກະສັດຜູ້ຊົງໃຊ້ພວກເຈົ້າມາ, ແລະຖາມພະອົງວ່າ, "ພຣະຢາເວກ່າວດັ່ງນີ້ວ່າ: ເພາະບໍ່ມີພຣະເຈົ້າໃນອິສະຣາເອນແລ້ວບໍ ເຈົ້າຈຶ່ງໃຊ້ຄົນໄປປຶກສາບາອານເຊບຸບ, ພະເຈົ້າແຫ່ງເອກໂຣນ? ເພາະສະນັ້ນເຈົ້າຈະບໍ່ໄດ້ລຸກຂຶ້ນ; ຈາກທີ່ນອນຂອງເຈົ້າ, ແຕ່ເຈົ້າເຈົ້າຈະຕາຍ.'"'"
\s5
\v 7 ອາຮາຊີຢາໄດ້ຖາມຜູ້ສົ່ງຂ່າວສານ, ຂອງພະອົງວ່າ, "ຄົນທີ່ຂຶ້ນມາພົບເຈົ້າ ແລະບອກສິ່ງເລົ່ານີ້ແກ່ເຈົ້ານັ້ນມີລັກສະນະແນວໃດ?"
\v 8 ພວກເຂົາໄດ້ຕອບພະອົງວ່າ, "ເພິ່ນໄດ້ສວມເສື້ອຜ້າທີ່ເຮັດດ້ວຍຂົນສັດແລະມີສາຍຫນັງຄາດແອວຂອງເພິ່ນ. "ດັ່ງນັ້ນກະສັດໄດ້ກ່າວວ່າ," ນັ້ນຄືເອລີຢາຊາວຕີຊະເບ."
\s5
\v 9 ແລ້ວກະສັດກໍໄດ້ຊົງຮັບສັ່ງ ໃຫ້ນາຍກອງກັບທະຫານຫ້າສິບຄົນໄປຫາເອລີຢາ. ນາຍກອງໄດ້ຂຶ້ນໄປຫາເອລີຢາຊຶ່ງເພິ່ນກຳລັງນັ່ງຢູ່ເທິງຍອດເຂົາ. ນາຍກອງໄດ້ກ່າວແກ່ເພິ່ນວ່າ,"ທ່ານ, ຄົນຂອງພຣະເຈົ້າ, ກະສັດໄດ້ບອກດັ່ງນີ້ວ່າ,' ຈົ່ງລົງມາ.'"
\v 10 ແຕ່ເອລີຢາໄດ້ຕອບນາຍກອງແລະໄດ້ເວົ້າວ່າ,"ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ," ແລ້ວໄຟກໍໄດ້ລົງມາຈາກທ້ອງຟ້າ ແລ້ວໄຟກໍໄດ້ເຜົາຜານເຂົາກັບຄົນທັງຫ້າສິບຄົນຂອງເຂົາ.
\s5
\v 11 ແລ້ວກະສັດອາຮາຊີຢາໄດ້ຮັບສັ່ງໃຫ້ນາຍກອງອີກຄົນຫນຶ່ງ ກັບທະຫານອີກຫ້າສິບນາຍຂອງເຂົາໄປຫາເອລີຢາ. ນາຍກອງຄົນນີ້ກໍໄດ້ກາ່ວແກ່ເອລີຢາວ່າ," ທ່ານ, ຄົນຂອງພຣະເຈົ້າເອີຍ, ກະສັດກ່າວດັ່ງນີ້ວ່າ," ຈົ່ງລົງມາດຽວນີ້.'"
\v 12 ເອລີຢາໄດ້ຕອບແລະເວົ້າວ່າ," ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຂອງເຈົ້າເຖີດ."ແລ້ວໄຟຂອງພຣະເຈົ້າໄດ້ລົງມາຈາກທ້ອງຟ້າ ແລະໄດ້ເຜົາຜານເຂົາກັບຄົນທັງຫ້າສິບຂອງເຂົາອີກ.
\s5
\v 13 ອີກຄັ້ງຫນຶ່ງກະສັດຍັງໄດ້ຮັບສັ່ງໃຫ້ນາຍທະຫານກຸ່ມທີສາມ ພ້ອມດ້ວຍນາຍທະຫານຫ້າສິບຄົນຂອງເຂົາ. ນາຍກອງຄົນນີ້ກໍໄດ້ຂຶ້ນໄປ, ໄດ້ຄຸເຂົ່າຕໍ່ຫນ້າເອຊາຢາ, ແລະໄດ້ອ້ອນວອນແລະໄດ້ເວົ້າກັບເຂົາວ່າ,"ທ່ານ, ຄົນຂອງພຣະເຈົ້າ, ຂ້ານ້ອຍຂໍຮ້ອງທ່ານ, ຂໍໃຫ້ຊີວິດຂອງຂ້ານ້ອຍແລະຊີວິດຂອງຜູ້ຮັບໃຊ້ຂອງທ່ານຫ້າສິບຄົນນີ້ເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານ.
\v 14 ແທ້ຈິງແລ້ວ, ໄຟໄດ້ລົງມາຈາກທ້ອງຟ້າແລະໄດ້ເຜົາຜານນາຍທະຫານສອງຄົນທຳອິດພ້ອມທັງທະຫານຂອງເຂົາທີ່ມາກ່ອນ, ແຕ່ບັດນີ້ຂໍໃຫ້ຊີວິດຂອງຂ້ານ້ອຍເປັນສິ່ງທີ່ມີຄ່າໃນສາຍຕາຂອງທ່ານດ້ວຍເຖີດ."
\s5
\v 15 ແລ້ວທູດສະຫວັນຂອງພຣະຢາເວໄດ້ກ່າວແກ່ເອລີຢາວ່າ," ຈົ່ງລົງໄປກັບເຂົາເຖີດ ຢ່າຢ້ານເຂົາເລີຍ." ດັ່ງນັ້ນເອລີຢາກໍໄດ້ລຸກຂຶ້ນ ແລະລົງໄປກັບພວກເຂົາເພື່ອເຂົ້າເຝົ້າກະສັດ.
\v 16 ຕໍ່ມາເອລີຢາໄດ້ບອກອາຮາຊີຢາວ່າ," ນີ້ຄືເຫດທີ່ພຣະຢາເວກ່າວວ່າ, 'ເພາະເຈົ້າໄດ້ສົ່ງຜູ້ສົ່ງຂ່າວສານໄປປຶກສາ ເບເອນເຊບຸບ, ພະເຈົ້າແຫ່ງເອກໂຣນ. ເພາະບໍ່ມີພຣະເຈົ້າໃນອິສະຣາເອນໃຫ້ທູນຖາມຢ່າງນັ້ນບໍ? ດັ່ງນັ້ນ, ບັດນີ້ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນ; ແຕ່ເຈົ້າຈະຕ້ອງຕາຍແນ່.'"
\s5
\v 17 ດັ່ງນັ້ນ ກະສັດ ອາຮາຊີຢາໄດ້ຕາຍໄປຕາມຖ້ອຍຄຳຂອງພຣະຢາເວ ຊຶ່ງເອລີຢາໄດ້ກ່າວໄວ້ນັ້ນ ໂຢຣາມໄດ້ຊົງຂຶ້ນປົກຄອງແທນ, ໃນປີທີສອງແຫ່ງຣາຊການເຢໂຮຣາມລູກຊາຍຂອງເຢໂຮຊາຟັດກະສັດແຫ່ງຢູດາ, ເພາະອາຮາຢາບໍ່ມີລູກ.
\v 18 ສ່ວນວຽກອື່ນໆຂອງອາຮາຢາບໍ່ໄດ້ບັນທຶກໄວ້ໃນຫນັງສືປະຫວັດສາດຂອງກະສັດອິສະຣາເອນບໍ?
\s5
\c 2
\cl ​ບົດ​ທີ 2
\p
\v 1 ດັ່ງນັ້ນ, ເຫດການໄດ້ບັງເກີດຂຶ້ນ, ເມື່ອພຣະຢາເວ ກຳລັງຈະຮັບເອົາເອລີຢາເຂົ້າໄປໃນທ້ອງຟ້າດ້ວຍພາຍຸຫມຸນ, ເອລີຢາໄດ້ອອກເດີນທາງກັບເອລີຊາຈາກເມືອງກິເລອາດ.
\v 2 ເອລີຢາເວົ້າກັບເອລີຊາວ່າ,“ ຈົ່ງຖ້າຢູ່ທີ່ນີ້ເຖີດ, ເພາະວ່າພຣະຢາເວໄດ້ສົ່ງຂ້າພະເຈົ້າໄປທີ່ເບັດເອນ.” ເອລີຊາໄດ້ຕອບວ່າ, "ພຣະຢາເວຜູ້ຊົງພຣະຊົນຢູ່, ແລະ ເມື່ອທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ໄປຈາກທ່ານສັນນັ້ນ." ດັ່ງນັ້ນເຂົາທັງສອງຈຶ່ງລົງໄປທີ່ເບັດເອນ.
\s5
\v 3 ບັນດາບຸດຊາຍຂອງຜູ້ທຳນວາຍ ຜູ້ທີ່ຢູ່ເບດເອນໄດ້ມາຫາເອລີຊາ ແລະ ຖາມລາວວ່າ, "ທ່ານຮູ້ບໍວ່າພຣະຢາເວຈະຊົງຮັບເອົານາຍຂອງທ່ານໄປຈາກທ່ານໃນມື້ນີ້?" ເອລີຊາ ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້ແລ້ວ, ແຕ່ຢ່າເວົ້າເລື່ອງນີ້."
\v 4 ເອລີຢາກ່າວກັບລາວວ່າ, "ເອລີຊາ, ຈົ່ງລໍຖ້າຢູ່ບ່ອນນີ້ເຖີດ, ເພາະວ່າພຣະຢາເວໄດ້ສົ່ງຂ້າພະເຈົ້າໄປເມືອງເຢຣີໂກ." ຫລັງຈາກນັ້ນເອລີຊາໄດ້ຕອບວ່າ, "ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ." ດັ່ງນັ້ນພວກເຂົາເຈົ້າຈຶ່ງໄປເມືອງເຢຣິໂກ.
\s5
\v 5 ບັນດາບຸດຊາຍຂອງຜູ້ທໍານວາຍຜູ້ ທີ່ຢູ່ໃນເມືອງ ເຢຣິໂກ ໄດ້ເຂົ້າມາຫາເອລີຊາ ແລະ ໄດ້ເວົ້າກັບລາວວ່າ, "ເຈົ້າຮູ້ບໍ່ວ່າພຣະຢາເວ ຈະເອົາເຈົ້ານາຍຂອງທ່ານອອກໄປຈາກທ່ານໃນມື້ນີ້?" ເອລີຊາໄດ້ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້, ແຕ່ຢ່າເວົ້າເຖິງບັນຫານີ້."
\v 6 ແລ້ວເອລີຢາໄດ້ກ່າວກັບລາວວ່າ,“ ຈົ່ງລໍຖ້າຢູ່ບ່ອນນີ້ເຖີດ, ກະຣຸນາ, ເພາະວ່າພຣະຢາເວ ໄດ້ສົ່ງຂ້າພະເຈົ້າໄປແມ່ນໍ້າຈໍແດນ.” ເອລີຊາໄດ້ຕອບວ່າ, "ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ." ດັ່ງນັ້ນພວກເຂົາເຈົ້າທັງສອງຈຶ່ງໄດ້ເດີນຕໍ່ໄປ.
\s5
\v 7 ໃນຕໍ່ມາ, ມີບັນດາບຸດຊາຍຂອງຜູ້ທຳນວາຍ ຈຳນວນຫ້າສິບຄົນໄດ້ຢືນຢູ່ກົງກັນຂ້ວາມກັບພວກເຂົາທີ່ຢູ່ໄກອອກໄປສ່ວນເຂົາທັງສອງຄົນຢືນຢູ່ຂ້າງແມ່ນໍ້າຈໍແດນ.
\v 8 ເອລີຢາໄດ້ເອົາເສື້ອຄຸມ, ຂອງທ່ານມ້ວນເຂົ້າ, ແລະ ຟາດລົງໃນນໍ້ານັ້ນ. ແມ່ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງເພື່ອໃຫ້ພວກເຂົາທັງສອງຍ່າງຂ້ວາມໄປເທິງດິນແຫ້ງ.
\s5
\v 9 ແລ້ວສິ່ງນີ້ກໍ່ເກີດຂຶ້ນ, ຫລັງຈາກພວກເຂົາຂ້ວາມໄປ, ເອລີຢາໄດ້ເວົ້າກັບເອລີຊາວ່າ, "ຈົ່ງຂໍຂ້າພະເຈົ້າເຖີດ ວ່າທ່ານຢາກໃຫ້ເຮົາເຮັດສິ່ງໃດເພື່ອທ່ານ ກ່ອນທີ່ຂ້າພະເຈົ້າຈະຖືກຮັບເອົາໄປຈາກທ່ານ." ເອລີຊາໄດ້ຕອບວ່າ, "ຂໍໃຫ້ຈິດວິນຍານຂອງທ່ານສອງເທົ່າ ມາຢູ່ນໍາຂ້າພະເຈົ້າ."
\v 10 ເອລີຢາຕອບວ່າ, "ທ່ານໄດ້ຂໍສິ່ງທີ່ຍາກ. ເຖິງຢ່າງໃດກໍຕາມ, ຖ້າທ່ານເຫັນຂ້າພະເຈົ້າຖືກຮັບເອົາໄປຈາກທ່ານ, ສິ່ງນີ້ຈະເກີດຂຶ້ນກັບທ່ານ, ແຕ່ຖ້າທ່ານບໍ່ເຫັນ, ທ່ານກໍ່ຈະບໍ່ໄດ້."
\s5
\v 11 ໃນຂະນະທີ່ພວກເຂົາຍ່າງໄປ ແລະສົນທະນາກັນ, ມີຣົດມ້າຮົບໄຟຄັນຫນຶ່ງ ແລະ ພວກມ້າໄຟໄດ້ປະກົດຂຶ້ນ, ໄດ້ແຍກເຂົາທັງສອງອອກຈາກກັນ, ແລະ ເອລີຢາໄດ້ຂຶ້ນໄປເທິງຟ້າໂດຍພາຍຸຫມູນ.
\v 12 ເອລີຊາໄດ້ເຫັນ ແລະ ຮ້ອງຂຶ້ນວ່າ, "ພໍ່ຂອງຂ້າພະເຈົ້າ, ພໍ່ຂອງຂ້າພະເຈົ້າ, ລົດມ້າເສິກຂອງອິສະຣາເອນ ແລະ ທະຫານມ້າຂອງພວກເຂົາ!" ລາວບໍ່ເຫັນເອລີຢາອີກຕໍ່ໄປ, ແລະ ລາວໄດ້ຈັບເສື້ອຜ້າຂອງຕົນເອງ, ແລະ ໄດ້ຈີກອອກເປັນສອງສ່ວນ.
\s5
\v 13 ເອລີຊາໄດ້ເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມາ ແລະໄດ້ກັບໄປຢືນຢູ່ແຄມຝັ່ງແມ່ນໍ້າຈໍແດນ.
\v 14 ທ່ານໄດ້ເອົາເສື້ອຄຸມຂອງເອລີຢາທີ່ຕົກລົງມາຟາດໃສ່ນໍ້າ ແລະໄດ້ກ່າວວ່າ, "ພຣະຢາເວພຣະເຈົ້າຂອງເອລີຢາສະຖິດຢູ່ແຫ່ງໃດ?" ເມື່ອເຂົາໄດ້ຟາດລົງນໍ້າ, ນໍ້າກໍ່ໄດ້ແຍກອອກເປັນສອງຂ້າງ ແລະເອລີຊາໄດ້ຍ່າງຂ້ວາມໄປ.
\s5
\v 15 ເມື່ອບັນດາບຸດຊາຍຂອງຜູ້ທໍານວາຍຜູ້ທີ່ມາຈາກເມືອງເຢຣິໂກ ໄດ້ເຫັນລາວຢູ່ຕໍ່ຫນ້າພວກເຂົາ, ພວກເຂົາເວົ້າວ່າ, "ວິນຍານຂອງເອລີຢານອນຢູ່ເທິງເອລີຊາ!" ດັ່ງນັ້ນພວກເຂົາຈຶ່ງມາພົບເພິ່ນ, ແລະ ກົ້ມຕົວລົງຕໍ່ຫນ້າເພິ່ນ.
\v 16 ພວກເຂົາເວົ້າກັບເພິ່ນວ່າ,“ບັດນີ້, ໃນບັນດາຜູ້ຮັບໃຊ້ຂອງທ່ານມີຄົນແຂງແຮງຫ້າສິບຄົນ. ພວກຂ້າພະເຈົ້າຂໍໃຫ້ພວກເຂົາເຂົ້າໄປຊອກຫາເຈົ້ານາຍຂອງທ່ານ, ບາງທີພຣະວິນຍານຂອງພຣະຢາເວໄດ້ຮັບທ່ານໄປແລ້ວຍົກລາວຂຶ້ນ ແລະ ໂຍນລາວລົງເທິງພູບາງຫນ່ວຍ ຫລື ບາງຮ່ອມພູ. "ເອລີຊາຕອບວ່າ“ ຢ່າ, ຢ່າສົ່ງພວກເຂົາເຂົ້າໄປເລີຍ.”
\s5
\v 17 ແຕ່ເມື່ອພວກເຂົາຮຽກຮ້ອງເອລີຊາຈົນລາວຮູ້ສຶກລະອາຍ, ແລ້ວລາວເວົ້າວ່າ, "ສົ່ງພວກເຂົາເຂົ້າໄປເຖີດ." ຈາກນັ້ນພວກເຂົາໄດ້ສົ່ງຫ້າສິບຄົນໄປ, ແລະພວກເຂົາຊອກຫາເປັນເວລາສາມວັນ, ແຕ່ບໍ່ພົບເພິ່ນ.
\v 18 ພວກເຂົາກໍໄດ້ກັບມາຫາເອລີຊາ, ໃນຂະນະທີ່ເພິ່ນພັກຢູ່ເມືອງເຢຣີໂກ, ແລະເພິ່ນໄດ້ກ່າວກັບພວກເຂົາວ່າ, "ຂ້າພະເຈົ້າໄດ້ບອກທ່ານແລ້ວບໍ່ແມ່ນບໍ,'ຢ່າໄປເລີຍ'?"
\s5
\v 19 ບັນດາຜູ້ຊາຍໃນເມືອງນັ້ນໄດ້ເວົ້າກັບເອລີຊາວ່າ, "ເບິ່ງແມ, ພວກຂ້າພະເຈົ້າຂໍຮ້ອງທ່ານ, ສະພາບແວດລ້ອມຂອງເມືອງນີ້ຮົ່ມເຢັນດີ, ດັ່ງທີ່ເຈົ້ານາຍຂອງຂ້າພະເຈົ້າໄດ້ເຫັນ, ແຕ່ວ່ານໍ້າບໍ່ດີ ແລະແຜ່ນດິນບໍ່ໄດ້ຮັບ ຫມາກຜົນ."
\v 20 ເອລີຊາໄດ້ເວົ້າວ່າ,“ ຈົ່ງເອົາຊາມໃຫມ່ມາໃຫ້ຂ້າພະເຈົ້າ ແລະເອົາເກືອໃສ່ໃນນັ້ນ”, ດັ່ງນັ້ນພວກເຂົາຈຶ່ງເອົາມາໃຫ້ເພິ່ນ.
\s5
\v 21 ເອລີຊາໄດ້ອອກໄປທີ່ນໍ້າພຸ ແລະ ເອົາເກືອລົງໃສ່ນໍ້າ; ແລະ ໄດ້ກ່າວວ່າ, ”ພຣະຢາເວໄດ້ກ່າວດັ່ງນີ້ວ່າ, 'ເຮົາໄດ້ເຮັດນໍ້ານີ້ໃຫ້ດີແລ້ວ ນັບຈາກເວລານີ້ເປັນຕົ້ນໄປ, ຈະບໍ່ມີຄວາມຕາຍ ຫລືແຜ່ນດິນທີ່ບໍ່ເກີດຜົນຫຍັງ.'”
\v 22 ດັ່ງນັ້ນ ນໍ້າຈິ່ງດີມາຮອດທຸກມື້ນີ້, ຕາມຖ້ອຍຄໍາທີ່ເອລີຊາໄດ້ກ່າວນັ້ນ.
\s5
\v 23 ຈາກນັ້ນເອລີຊາກໍ່ຂຶ້ນຈາກບ່ອນນັ້ນໄປທີ່ເບັດເອັນ. ໃນຂະນະທີ່ເພິ່ນກຳລັງຂຶ້ນໄປຕາມທາງ, ມີພວກເດັກຊາຍຫນຸ່ມໄດ້ອອກມາຈາກເມືອງແລະເຢາະເຢີ້ຍເພິ່ນວ່າ; ພວກເຂົາເວົ້າກັບເພິ່ນວ່າ, "ໄປໃຫ້ພົ້ນເຈົ້າຫົວລ້ານ! ໄປໃຫ້ພົ້ນເຈົ້າຫົວລ້ານ!"
\v 24 ເອລີເຊໄດ້ຫລຽວຄືນຫລັງ ແລະເຫັນພວກເຂົາ; ເພິ່ນຈິ່ງໄດ້ສາບແຊ່ງພວກເຂົາໃນນາມຊື່ຂອງພະຢາເວ. ຫລັງຈາກນັ້ນມີຫມີແມ່ສອງໂຕໄດ້ອອກມາຈາກປ່າ ແລະໄດ້ທໍາຮ້າຍເດັກຊາຍສີ່ສິບສອງຄົນຈົນໄດ້ຮັບບາດເຈັບ.
\v 25 ຈາກນັ້ນເອລີຊາໄດ້ເດີນທາງຈາກນັ້ນໄປຍັງພູເຂົາກາເມນ, ແລະຈາກນັ້ນເພິ່ນໄດ້ກັບໄປເມືອງຊາມາເຣຍ.
\s5
\c 3
\cl ບົດ​ທີ 3
\p
\v 1 ປັດຈຸບັນ ໃນປີທີສິບແປດຂອງຣາຊການຂອງເຢໂຮຊາຟັດກະສັດແຫ່ງຢູດາ, ໂຢຣາມລູກຊາຍຂອງອາຮາບໄດ້ເລີ່ມຕົ້ນປົກຄອງອິສະຣາເອນໃນເມືອງຊາມາເຣຍ; ພະອົງໄດ້ປົກຄອງເມືອງສິບສອງປີ.
\v 2 ພະອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ແຕ່ພະອົງບໍ່ຄືກັບພໍ່ ແລະ ແມ່ຂອງພະອົງ; ເພາະພະອົງເອົາເສົາຫີນອັນສັກສິດຂອງພະບາອານທີ່ພໍ່ຂອງພະອົງສ້າງໄວ້ອອກ.
\v 3 ເຖິງຢ່າງໃດກໍ່ຕາມ, ພະອົງຍັງຄົງຢຶດຕິດຢູ່ກັບບາບຂອງເຢໂຣໂບອາມ ລູກຊາຍຂອງເນບັດ, ຜູ້ທີ່ເປັນສາເຫດເຮັດໃຫ້ອິສະຣາເອນເຮັດບາບ; ພະອົງບໍ່ໄດ້ຫັນຫນີຈາກບາບນັ້ນ.
\s5
\v 4 ປັດຈຸບັນນີ້ກະສັດເມຊາກ ຂອງໂມອາບໄດ້ຊົງເປັນຜູ້ເພາະພັນແກະ. ພະອົງຕ້ອງຖວາຍລູກແກະ 100,000 ໂຕ ແລະ ຂົນແກະໂຕຜູ້ 100,000 ຜືນແກ່ກະສັດອິສະຣາເອນ.
\v 5 ແຕ່ຫລັງຈາກອາຮາບໄດ້ເສຍຊີວິດແລ້ວ, ກະສັດໂມອາບໄດ້ກະບົດຕໍ່ກະສັດອິສະຣາເອນ.
\v 6 ດັ່ງນັ້ນ ກະສັດໂຢຣາມໄດ້ອອກຈາກເມືອງຊາມາເຣຍເພື່ອເຕົ້າໂຮມຄົນອິສະຣາເອນທັງຫມົດໃນການສູ້ຮົບ.
\s5
\v 7 ເພິ່ນໄດ້ສົ່ງສານໄປຫາກະສັດເຢໂຮຊາຟັດກະສັດແຫ່ງຢູດາ, ກ່າວວ່າ, "ກະສັດໂມອາບໄດ້ກະບົດຕໍ່ຂ້າພະເຈົ້າ. ທ່ານຈະໄປສູ້ຮົບກັບໂມອາບພ້ອມກັບຂ້າພະເຈົ້າຫລືບໍ່?" ເຢໂຮຊາຟັດຕອບວ່າ, "ຂ້າພະເຈົ້າຈະໄປ. ຂ້າພະເຈົ້າກໍ່ເປັນຄືກັນກັບທ່ານ, ປະຊາຊົນຂອງຂ້າພະເຈົ້າກໍ່ຄືກັບປະຊາຊົນຂອງທ່ານ, ມ້າຂອງຂ້າພະເຈົ້າຄືກັບມ້າຂອງທ່ານ."
\v 8 ແລ້ວເພິ່ນກໍ່ໄດ້ກ່າວວ່າ, "ພວກເຮົາຄວນໂຈມຕີໂດຍວິທີໃດ?" ເຢໂຮຊາຟັດຕອບວ່າ, "ໂດຍທາງຖິ່ນທຸຣະກັນດານຂອງເອໂດມ."
\s5
\v 9 ດັ່ງນັ້ນ ກະສັດຂອງອິສະຣາເອນຈິ່ງໄດ້ຍົກທັບໄປພ້ອມກັບກະສັດແຫ່ງຢູດາ ແລະ ກະສັດແຫ່ງເອໂດມ ແລະເມື່ອທັງສາມກະສັດຍົກທັບໄປອ້ອມເປັນເວລາເຈັດວັນແລ້ວ. ກໍ່ໄດ້ຫານໍ້າໃຫ້ກອງທັບຫລືໃຫ້ມ້າທັງຫລາຍຂອງພວກເຂົາ ຫລືເຫລົ່າສັດຕ່າງໆ ທີ່ມາດ້ວຍບໍ່ໄດ້.
\v 10 ດັ່ງນັ້ນກະສັດແຫ່ງອິສະຣາເອນຈິ່ງໄດ້ກ່າວວ່າ, "ອະນິຈາເອີຍ? ພຣະຢາເວໄດ້ເອີ້ນຫາສາມກະສັດມາເພື່ອຈະມອບໄວ້ໃນມືຂອງໂມອາບຫລື?
\s5
\v 11 ແຕ່ເຢໂຮຊາຟັດໄດ້ກ່າວວ່າ, "ຢູ່ແຫ່ງນີ້ບໍ່ມີຜູ້ທຳນວາຍຂອງພຣະຢາເວ, ເພື່ອພວກເຮົາຈະໄດ້ໃຫ້ທ່ານໄປປຶກສາພຣະຢາເວ?" ແລ້ວນາຍທະຫານຄົນຫນຶ່ງ ຂອງກະສັດອິສະຣາເອນໄດ້ຕອບ ແລະກ່າວວ່າ, "ເອລີຊາລູກຊາຍຂອງຊາຟັດຢູ່ທີ່ນີ້, ຜູ້ທີ່ເທນໍ້າໃສ່ມືຂອງເອລີຢາ."
\v 12 ເຢໂຮຊາຟັດໄດ້ກ່າວວ່າ, "ພຣະຄັມຂອງພຣະຢາເວແມ່ນຢູ່ກັບເພິ່ນ." ດັ່ງນັ້ນກະສັດແຫ່ງອິສະຣາເອນ, ເຢໂຮຊາຟັດ, ແລະ ກະສັດເອໂດມຈຶ່ງໄດ້ລົງໄປຫາເພິ່ນ.
\s5
\v 13 ເອລີຊາໄດ້ຖາມກະສັດອິສະລາເອນວ່າ, "ຂ້າພະເຈົ້າມີຫຍັງທີ່ກ່ຽວຂ້ອງກັບພະອົງບໍ? ຂໍຈົ່ງໄປຫາຜູ້ທໍານວາຍຂອງພໍ່ແລະແມ່ຂອງພະອົງເຖີດ." ດັ່ງນັ້ນກະສັດອິສະຣາເອນຈຶ່ງກ່າວກັບທ່ານວ່າ, "ບໍ່ໄປ, ເພາະວ່າພຣະຢາເວ ໄດ້ເອີ້ນບັນດາກະສັດທັງສາມນີ້ມາເພື່ອມອບໄວ້ໃນມືຂອງໂມອາບ."
\v 14 ເອລີຊາໄດ້ກ່າວວ່າ, “ ພຣະຢາເວຜູ້ຊົງເປັນຈອມໂຍທາ ຜູ້ຊົງພຣະຊົນຢູ່, ຜູ້ເຊິ່ງຂ້າພະເຈົ້າໄດ້ຢືນຢູ່ຕໍ່ຫນ້າພຣະອົງ, ແນ່ນອນວ່າ ຖ້າຂ້າພະເຈົ້າບໍ່ໄດ້ໃຫ້ການເຄົາຣົບນັບຖືແກ່ກະສັດເຢໂຮຊາຟັດກະສັດແຫ່ງຢູດາ, ຂ້າພະເຈົ້າຈະບໍ່ໃຈຈົດຈໍ່ຢູ່ກັບພະອົງເລີຍ.
\s5
\v 15 ແຕ່ບັດນີ້ຂໍຈົ່ງນຳເອົານັກດົນຕີມາໃຫ້ຂ້າພະເຈົ້າຈັກຄົນຫນຶ່ງ." ຕໍ່ມາສິ່ງນີ້ກໍ່ໄດ້ເກີດຂຶ້ນເມື່ອນັກຫລີ້ນພິນໄດ້ຫລິ້ນແລ້ວ, ພຣະຫັດຂອງພຣະຢາເວກໍ່ໄດ້ມາເຫນືອເອລີຊາ.
\v 16 ທ່ານໄດ້ກ່າວວ່າ, "ພຣະຢາເວໄດ້ກ່າວດັ່ງນີ້, "ຈົ່ງເຮັດໃຫ້ຮ່ອມພູນີ້ເຕັມໄປດ້ວຍສາຍນໍ້າ."
\v 17 ເພາະພຣະຢາເວກ່າວດັ່ງນີ້, 'ທ່ານທັງຫລາຍຈະບໍ່ເຫັນລົມຫລືຝົນ, ແຕ່ວ່າຮ່ອມພູນັ້ນຈະເຕັມໄປດ້ວຍແມ່ນໍ້າ, ແລະ ທ່ານຈະດື່ມນໍ້າ, ທັງຕົວທ່ານເອງ ແລະ ຝູງສັດຂອງທ່ານ ແລະ ສັດໃຊ້ວຽກທັງຫມົດຂອງທ່ານ.'
\s5
\v 18 ເລື່ອງນີ້ເປັນເລື່ອງງ່າຍໃນສາຍພຣະເນດຂອງພຣະຢາເວ. ພຣະອົງຈະໄດ້ມອບຊັຍຊະນະເຫນືອຊາວໂມອາບໃຫ້ແກ່ທ່ານ.
\v 19 ພວກທ່ານຈະໂຈມຕີເມືອງທີ່ມີປ້ອມກຳລັງທຸກເມືອງ ແລະ ເມືອງຫລັກທຸກເມືອງ, ໂຄ່ນຕົ້ນໄມ້ທີ່ດີທຸກຕົ້ນ, ຕັນບໍ່ນໍ້າພຸທຸກແຫ່ງ ແລະ ທຳລາຍໄຮ່ນາທີ່ດີທຸກແຫ່ງໃຫ້ເສຍຫາຍດ້ວຍຫີນ.”
\s5
\v 20 ດັ່ງນັ້ນ ໃນຕອນເຊົ້າປະມານເວລາຖວາຍເຄື່ອງບູຊາ, ມີນໍ້າມາທາງເມືອງເອໂດມ; ຈົນແຜ່ນດິນເຕັມໄປດ້ວຍນໍ້າ.
\s5
\v 21 ບັດນີ້ ເມື່ອຊາວໂມອາບທັງຫມົດໄດ້ຍິນວ່າບັນດາກະສັດໄດ້ມາສູ້ຮົບກັບພວກເຂົາ, ພວກເຂົາໄດ້ເຕົ້າໂຮມກັນ, ທຸກຄົນທີ່ສາມາດໃສ່ເສື້ອປ້ອງກັນອາວຸດໄດ້, ແລະພວກເຂົາກໍ່ໄດ້ໄປຕັ້ງຮັບທີ່ຊາຍແດນ.
\v 22 ພວກເຂົາໄດ້ຕື່ນແຕ່ເຊົ້າ ແລະດວງຕາເວັນໄດ້ສ່ອງແສງຢູ່ເທິງຫນ້ານໍ້າ. ເມື່ອຊາວໂມອາບໄດ້ເຫັນນໍ້າທີ່ຢູ່ກົງກັນຂ້ວາມກັບພວກເຂົາ, ສີນັ້ນເປັນສີແດງຄ້າຍຄືເລືອດ.
\v 23 ພວກເຂົາໄດ້ອຸທານອອກມາວ່າ, "ນີ້ແມ່ນເລືອດ! ບັນດາກະສັດໄດ້ສູ້ຮົບກັນແທ້ໆ, ແລະພວກເຂົາໄດ້ຂ້າກັນເອງ! ດັ່ງນັ້ນບັດນີ້, ໂມອາບເອີຍ, ຈົ່ງມາຮິບເອົາເຄື່ອງຂອງພວກເຂົາໄປເຖີດ!"
\s5
\v 24 ເມື່ອພວກເຂົາມາເຖິງຄ້າຍອິດສະຣາເອນ, ຄົນອິສະຣາເອນໄດ້ປະຫລາດໃຈແລະໄດ້ຕໍ່ສູ້ກັບຊາວໂມອາບ, ຈົນພວກເຂົາທັງຫລາຍຫນີໄປຕໍ່ຫນ້າພວກເຂົາ. ກອງທັບອິສະຣາເອນໄດ້ຂັບໄລ່ຊາວໂມອາບເຂົ້າໄປໃນແຜ່ນດິນ, ແລະຂ້າຟັນພວກເຂົາ.
\v 25 ພວກເຂົາທຳລາຍເມືອງຕ່າງໆແລະທຸກຄົນໄດ້ໂຍນຫີນເຂົ້າໄປໃນໄຮ່ນາທີ່ດີທຸກແຫ່ງ. ພວກເຂົາໄດ້ຕັນບໍ່ນໍ້າພຸທຸກແຫ່ງ ແລະໂຄ່ນຕົ້ນໄມ້ດີໆທຸກຕົ້ນ. ເຫລືອແຕ່ເມືອງກີຣະເຮເຣັດເທົ່ານັ້ນ. ແຕ່ພວກທະຫານທີ່ປະກອບອາວຸດໄດ້ລ້ອມເມືອງໄວ້ ແລະໂຈມຕີ.
\s5
\v 26 ເມື່ອກະສັດເມຊາແຫ່ງໂມອາບເຫັນວ່າຈະສູ້ຮົບບໍ່ໄດ້, ພະອົງຈິ່ງໄດ້ນຳບັນດາພົນດາບເຈັດຮ້ອຍຄົນຕີຝ່າອອກໄປທາງດ້ານກະສັດແຫ່ງເອໂດມ, ແຕ່ພວກເຂົາກໍ່ອອກມາບໍ່ໄດ້.
\v 27 ແລ້ວພະອົງໄດ້ນໍາເອົາລູກຊາຍກົກຂອງພະອົງ, ຜູ້ທີ່ຄວນຈະຂຶ້ນຄອງຣາດຕໍ່ຈາກພະອົງ, ແລະໄດ້ຖວາຍລູກຊາຍເປັນເຄື່ອງບູຊາເຜົາຢູ່ເທິງກຳແພງ. ສະນັ້ນຈຶ່ງມີຄວາມຄຽດແຄ້ນຢ່າງໃຫຍ່ຫລວງຕໍ່ອິສະຣາເອນ, ແລະກອງທັບອິສະຣາເອນຈິ່ງໄດ້ຖອຍໄປຈາກກະສັດເມຊາ ແລະກັບໄປທີ່ດິນແດນຂອງຕົນ.
\s5
\c 4
\cl ບົດ​ທີ 4
\p
\v 1 ບັດນີ້ ເມຍຂອງບຸດຊາຍຂອງຜູ້ທໍານວາຍຄົນຫນຶ່ງທີ່ຜົວຂອງລາວຢູ່ໃນກຸ່ມຜູ້ທຳນວາຍໄດ້ຮ້ອງທຸກຕໍ່ເອລີຊາ, ໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານ ກໍ່ຄືຜົວຂອງຂ້ານ້ອຍໄດ້ຕາຍໄປແລ້ວ, ແລະທ່ານຮູ້ຢູ່ແລ້ວວ່າ ຂ້າຮັບໃຊ້ຂອງທ່ານຢຳເກງພຣະຢາເວ. ບັດນີ້ເຈົ້າຫນີໄດ້ມາເພື່ອຈະເອົາລູກສອງຄົນຂອງຂ້ານ້ອຍໄປເປັນທາດຂອງເຂົາ."
\v 2 ດັ່ງນັ້ນເອລີຊາຈຶ່ງໄດ້ກ່າວຕໍ່ນາງວ່າ, "ຈະໃຫ້ຂ້ອຍເຮັດຫຍັງໃຫ້ເຈົ້າໄດ້ແດ່? ຈົ່ງບອກຂ້ອຍດ້ວຍວ່າ ເຈົ້າມີຫຍັງແດ່ຢູ່ໃນເຮືອນ?" ນາງໄດ້ກ່າວວ່າ, "ຂ້າຮັບໃຊ້ຂອງທ່ານບໍ່ມີຫຍັງຢູ່ໃນເຮືອນນອກຈາກນໍ້າມັນແກ້ວນ້ອຍເທົ່ານັ້ນ."
\s5
\v 3 ແລ້ວເອລີຊາກໍ່ໄດ້ກ່າວວ່າ, “ຈົ່ງອອກໄປຂໍຢືມແກ້ວເປົ່າຈາກເພື່ອນບ້ານ, ທຸກຄົນຂໍຢືມມາໃຫ້ໄດ້ຫລາຍທີ່ສຸດ. ເທົ່າທີ່ຈະເປັນໄປໄດ້.
\v 4 ແລ້ວເຈົ້າຈົ່ງເຂົ້າບ້ານ ແລະ ປິດປະຕູຂັງຕົວເອງ ແລະລູກຊາຍໄວ້, ແລ້ວເທນໍ້າມັນໃສ່ແກ້ວເຫລົ່ານີ້ທັງຫມົດ, ເເກ້ວທີ່ເຕັມແລ້ວໃຫ້ແຍກອອກຕ່າງຫາກ."
\s5
\v 5 ດັ່ງນັ້ນນາງກໍ່ໄດ້ອອກໄປຈາກເອລີຊາ ແລະໄດ້ປິດປະຕູຂັງຕົນເອງ ແລະ ລູກຊາຍຂອງນາງໄວ້. ພວກເຂົາໄດ້ເອົາແກ້ວມາໃຫ້ນາງ, ແລະ ນາງໄດ້ເອົານໍ້າມັນໃສ່ເເກ້ວເຫລົ່ານັ້ນ.
\v 6 ເມື່ອພາຊະນະເຕັມທັງຫມົດ, ນາງຈິ່ງໄດ້ບອກລູກຊາຍວ່າ, "ເອົາເເກ້ວອີກອັນຫນຶ່ງມາໃຫ້ແມ່." ແຕ່ເຂົາໄດ້ຕອບນາງວ່າ,“ ບໍ່ໍ່ມີເເກ້ວເຫລືອແລ້ວ." ແລ້ວນໍ້າມັນກໍ່ຢຸດໄຫລ.
\s5
\v 7 ແລ້ວນາງກໍ່ໄດ້ໄປ ແລະ ໄດ້ບອກໃຫ້ຄົນຂອງພຣະເຈົ້າຮູ້. ເພິ່ນໄດ້ບອກວ່າ, "ຈົ່ງໄປຂາຍນໍ້າມັນ, ແລ້ວເອົາເງິນໄປຊໍາຣະຫນີ້ຂອງເຈົ້າ, ແລະສ່ວນທີ່ເຫລືອນັ້ນ ເຈົ້າກັບລູກໆຂອງເຈົ້າ ຈົ່ງເອົາໄວ້ໃຊ້ລ້ຽງຊີວິດ."
\s5
\v 8 ມື້ຫນຶ່ງ ເອລີຊາໄດ້ຜ່ານໄປຍັງເມືອງຊູເນມ, ບ່ອນທີ່ແມ່ຍິງຮັ່ງມີຄົນຫນຶ່ງອາສັຍຢູ່; ນາງໄດ້ຊວນໃຫ້ເພິ່ນກິນອາຫານກັບນາງ. ດັ່ງນັ້ນ ຫລາຍຄັ້ງເມື່ອເອລີຊາຍ່າງຜ່ານໄປທາງນັ້ນ, ລາວຈະແວ່ເຂົ້າໄປຮັບປະທານອາຫານຢູ່ທີ່ນັ້ນ.
\v 9 ຜູ້ຍິງຄົນນີ້ເວົ້າກັບຜົວຂອງນາງວ່າ,“ ດຽວນີ້ຂ້ອຍເຊື່ອວ່າ ຜູ້ຊາຍຄົນທີ່ຍ່າງຜ່ານມາເຮືອນເຮົາເລື້ອຍໆ ນັ້ນເປັນຄົນບໍຣິສຸດຂອງພຣະເຈົ້າ.
\s5
\v 10 ຂໍໃຫ້ພວກຂ້ານ້ອຍສ້າງຫ້ອງນ້ອຍໆຢູ່ເທິງດາດຟ້າສຳລັບເອລີຊາ, ແລະໃຫ້ພວກຂ້ານ້ອຍເອົາຕຽງນອນ, ໂຕະ, ຕັ່ງ, ແລະໂຄມໄຟໃວ້ໃຫ້ທ່ານ. ເມື່ອທ່ານມາຮອດ ທ່ານຈະໄດ້ເຂົ້າໄປພັກຢູ່ຫ້ອງນັ້ນ.”
\v 11 ດັ່ງນັ້ນເມື່ອຮອດມື້ທີ່ເອລີຊາໄດ້ມາຢຸດຢູ່ບ່ອນນັ້ນອີກ, ທ່ານກໍ່ໄດ້ພັກຢູ່ໃນຫ້ອງນັ້ນ ແລະນອນພັກຢູ່ບ່ອນນັ້ນ.
\s5
\v 12 ເອລີຊາໄດ້ບອກເກຮາຊີຄົນຮັບໃຊ້ຂອງທ່ານວ່າ, "ຈົ່ງໄປເອີ້ນຜູ້ຍິງຊາວຊຸູເນມຄົນນີ້ມາ." ເມື່ອເຂົາໄດ້ເອີ້ນນາງ, ນາງກໍໄດ້ມາຢືນຢູ່ຕໍ່ຫນ້າທ່ານ.
\v 13 ເອລີຊາໄດ້ກ່າວກັບເກຮາຊີວ່າ,“ ຈົ່ງບອກກັບນາງວ່າ, ນາງລໍາບາກແບບນີ້ເພື່ອເຮົາ ຈະໃຫ້ເຮົາເຮັດສິ່ງໃດເພື່ອນາງໄດ້ແດ່? ຫລືຈະໃຫ້ກ່າວຫຍັງກັບຜູ້ບັນຊາການກອງທັບ?"" ນາງໄດ້ຕອບວ່າ," ຂ້ານ້ອຍຢູ່ສະບາຍດີໃນທ່າມກາງຄົນຂອງຂ້ານ້ອຍ."
\s5
\v 14 ດັ່ງນັ້ນເອລີຊາຈຶ່ງຖາມວ່າ, "ຖ້າດັ່ງນັ້ນຈະໃຫ້ເຮົາເຮັດຫຍັງ, ເພື່ອນາງ?" ເກຮາຊີ ຕອບວ່າ, "ແທ້ຈິງແລ້ວ, ນາງບໍ່ມີລູກຊາຍ, ແລະສາມີຂອງນາງເຖົ້າແກ່ແລ້ວ."
\v 15 ດັ່ງນັ້ນເອລີຊາຈຶ່ງຕອບວ່າ, "ໄປເອີ້ນນາງມາ." ເມື່ອລາວໄດ້ເອີ້ນນາງມາ, ນາງກໍ່ໄດ້ຢືນຢູ່ທີ່ຫນ້າປະຕູ.
\v 16 ເອລີຊາໄດ້ກ່າວວ່າ, "ເມື່ອເຖິງເວລານີ້ຂອງປີຫນ້າ, ເຈົ້າຈະໄດ້ອູ້ມລູກຊາຍຄົນຫນຶ່ງ." ນາງໄດ້ຕອບວ່າ, "ບໍ່, ຄົນຂອງພຣະເຈົ້າ ແລະເຈົ້ານາຍຂອງຂ້ານ້ອຍ, ຢ່າຕົວະຄົນຮັບໃຊ້ຂອງທ່ານເລີຍ."
\s5
\v 17 ແຕ່ວ່າຜູ້ຍິງຄົນນັ້ນໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນຫນຶ່ງ ເມື່ອເຖິງເວລາດຽວກັນໃນປີຕໍ່ມາ, ດັ່ງທີ່ເອລີເຊໄດ້ກ່າວກັບນາງ.
\v 18 ເມື່ອເດັກນ້ອຍຄົນນັ້ນໃຫຍ່ຂຶ້ນແລ້ວ, ມື້ຫນຶ່ງລາວອອກໄປຫາພໍ່ຂອງລາວ, ເຊິ່ງຢູ່ກັບຄົນເກັບກ່ຽວເຂົ້າ.
\v 19 ລາວເວົ້າກັບພໍ່ວ່າ, "ຫົວຂອງຂ້ອຍ, ຫົວຂອງຂ້ອຍ." ພໍ່ຂອງລາວເວົ້າກັບຄົນຮັບໃຊ້ຂອງລາວວ່າ, "ອູ້ມລາວໄປຫາແມ່ຂອງລາວ."
\v 20 ເມື່ອຄົນຮັບໃຊ້ໄດ້ພາລາວມາຫາແມ່ຂອງລາວ, ເດັກນ້ອຍຄົນນັ້ນກໍ່ໄດ້ນັ່ງຢູ່ເທິງຕັກຂອງແມ່ຈົນເຖິງຕອນທ່ຽງ ແລະ ຫລັງຈາກນັ້ນກໍ່ໄດ້ຕາຍໄປ.
\s5
\v 21 ດັ່ງນັ້ນ ນາງຈິ່ງໄດ້ລຸກຂຶ້ນແລະເອົາເດັກຊາຍຜູ້ນັ້ນນອນຢູ່ເທິງບ່ອນນອນຂອງຄົນຂອງພຣະເຈົ້າ, ປິດປະຕູ, ແລະອອກໄປຂ້າງນອກ.
\v 22 ນາງກໍ່ໄດ້ໄປເອີ້ນຜົວຂອງນາງ, ແລະກ່າວວ່າ, "ກະຣຸນາສົ່ງຄົນຮັບໃຊ້ຄົນ ຫນຶ່ງກັບລໍໂຕຫນຶ່ງມາໃຫ້ຂ້ອຍ ເພື່ອຂ້ອຍຈະຮີບໄປຫາຄົນຂອງພຣະເຈົ້າ ແລະ ຂ້ອຍຈະກັບມາ."
\s5
\v 23 ຜົວຂອງນາງໄດ້ຖາມວ່າ, "ເປັນຫຍັງເຈົ້າຈິ່ງຕ້ອງໄປຫາເພິ່ນໃນມື້ນີ້? ມັນບໍ່ແມ່ນເດືອນອອກໃຫມ່ຫລືວັນສະບາໂຕ." ນາງຕອບວ່າ, "ບໍ່ເປັນຫຍັງດອກ."
\v 24 ແລ້ວນາງກໍ່ໄດ້ຜູກອານລໍ ແລະສັ່ງຄົນຮັບໃຊ້ວ່າ, "ຈົ່ງຮີບຂີ່ລໍໄປໄວໆ; ຢ່າຊ້ານອກຈາກເຮົາສັ່ງ."
\s5
\v 25 ດັ່ງນັ້ນ ນາງກໍ່ໄດ້ຮີບອອກເດີນທາງແລະມາຮອດຄົນຂອງພຣະເຈົ້າທີ່ພູເຂົາກາເມນ. ດັ່ງນັ້ນເມື່ອຄົນຂອງພຣະເຈົ້າໄດ້ເຫັນນາງຢູ່ໃນໄລຍະໄກ, ທ່ານໄດ້ເວົ້າກັບເກຮາຊີ ຄົນຮັບໃຊ້ຂອງທ່ານວ່າ,“ ເບິ່ງແມ, ແມ່ຍິງຊາວຊູເນມຄົນນັ້ນ.
\v 26 ຈົ່ງຮີບໄປຮັບນາງເຖີດ ແລະຖາມນາງວ່າ ລາວລວມທັງຜົວຂອງລາວ ແລະເດັກສະບາຍດີບໍ່? '"ນາງໄດ້ຕອບວ່າ, "ສະບາຍດີ."
\s5
\v 27 ເມື່ອນາງມາພົບຄົນຂອງພຣະເຈົ້າຢູ່ເທິງພູເຂົາແລ້ວ, ນາງກໍ່ໄດ້ເຂົ້າໄປກອດຕີນຂອງທ່ານໄວ້. ເກຮາຊີຈິ່ງໄດ້ເຂົ້າມາຈະຈັບນາງອອກໄປ, ແຕ່ຄົນຂອງພຣະເຈົ້າກ່າວວ່າ, "ປ່ອຍນາງເຖາະ ເພາະນາງມີຄວາມຣະທົມຂົມຂື່ນຫລາຍ, ແລະ ພຣະຢາເວໄດ້ປິດເລື່ອງນີ້ໄວ້ຈາກເຮົາ, ແລະບໍ່ໄດ້ແຈ້ງໃຫ້ເຮົາຮູ້."
\s5
\v 28 ແລ້ວນາງເວົ້າວ່າ, "ຂ້ານ້ອຍໄດ້ລູກຊາຍ, ຈາກເຈົ້ານາຍຂອງຂ້ານ້ອຍບໍ? ຂ້ານ້ອຍບໍ່ໄດ້ເວົ້າບໍວ່າ ຢ່າຫລອກຂ້ານ້ອຍເລີຍ'?"
\v 29 ຫລັງຈາກນັ້ນເອລີຊາໄດ້ກ່າວຕໍ່ເກຮາຊີວ່າ, "ຄາດແອວຂອງເຈົ້າ ແລ້ວຈັບເອົາໄມ້ເທົ້າຂອງເຮົາໄວ້ໃນມືຂອງເຈົ້າ. ໄປທີ່ເຮືອນຂອງນາງເທາະ. ຖ້າເຈົ້າພົບໃຜ, ຢ່າທັກທາຍ, ແລະ ຖ້າໃຜຖາມເຈົ້າ, ກໍ່ຢ່າໄດ້ຕອບ. ຈົ່ງວາງໄມ້ເທົ້າຂອງເຮົາເທິງຫນ້າຂອງເດັກຄົນນັ້ນ."
\s5
\v 30 ແຕ່ແມ່ຂອງເດັກຄົນນັ້ນໄດ້ກ່າວວ່າ, "ພຣະຢາເວຊົງພຣະຊົນຢູ່ ແລະຕົວທ່ານເອງກໍ່ມີຊີວິດຢູ່ແທ້ສັນໃດ, ຂ້ານ້ອຍຈະບໍ່ໄປຈາກທ່ານສັນນັ້ນ." ດັ່ງນັ້ນເອລີຊາກໍ່ລຸກຂຶ້ນແລະຕິດຕາມນາງໄປ.
\v 31 ເກຮາຊີໄດ້ລ່ວງຫນ້າໄປກ່ອນ ແລະວາງໄມ້ເທົ້າເທິງຫນ້າຂອງເດັກນ້ອຍນັ້ນ, ແຕ່ເດັກນ້ອຍບໍ່ໄດ້ເວົ້າຫລືໄດ້ຍິນ. ດັ່ງນັ້ນແລ້ວ ເກຮາຊີ ຈິ່ງໄດ້ກັບມາພົບເອລີຊາ ແລະບອກທ່ານວ່າ, "ເດັກນ້ອຍຍັງບໍ່ຕື່ນເລີຍ."
\s5
\v 32 ເມື່ອເອລີຊາໄປຮອດເຮືອນ, ເດັກນັ້ນໄດ້ຕາຍແລ້ວ ແລະນອນຢູ່ເທິງຕຽງ.
\v 33 ດັ່ງນັ້ນເອລີຊາຈິ່ງໄດ້ເຂົ້າໄປທາງໃນ ແລະປິດປະຕູຢູ່ກັບເດັກນັ້ນແລະຕົວເພິ່ນເອງ ແລະອະທິຖານຫາພຣະຢາເວ.
\v 34 ເພິ່ນໄດ້ລຸກຂຶ້ນແລະໄດ້ນອນທັບເດັກນັ້ນ; ເພິ່ນໄດ້ເອົາປາກທັບປາກ ຕາທັບຕາ ແລະມືທັບມື. ເພິ່ນໄດ້ຢຽດຕົວຂອງເພິ່ນເທິງເດັກຊາຍ, ແລະຮ່າງກາຍຂອງເດັກຊາຍນັ້ນກໍ່ເລີ້ມອົບອຸ່ນຂຶ້ນມາ.
\s5
\v 35 ຈາກນັ້ນເອລີຊາກໍໄດ້ລຸກຂຶ້ນ ແລະໄດ້ຍ່າງໄປອ້ອມຫ້ອງແລ້ວກໍຂຶ້ນໄປ ແລະໄດ້ຢຽດຕົວຂອງເພິ່ນເທິງເດັກຊາຍອີກ. ເດັກນ້ອຍໄດ້ຈາມເຈັດເທື່ອ ແລ້ວກໍໄດ້ມືນຕາຂອງເຂົາ!
\v 36 ດັ່ງນັ້ນເອລີຊາຈິ່ງໄດ້ເອີ້ນເກຮາຊີ ແລະກ່າວວ່າ,“ ຈົ່ງໄປເອີ້ນຍິງຊາວຊູເນມມາ!” ດັ່ງນັ້ນເກຮາຊີຈິ່ງໄດ້ເອີ້ນນາງເຂົ້າມາໃນຫ້ອງ, ແລະເມື່ອນາງເຂົ້າໄປໃນຫ້ອງ, ເອລີຊາໄດ້ກ່າວວ່າ, "ຈົ່ງອູ້ມເອົາລູກຊາຍຂອງເຈົ້າຂຶ້ນເຖີດ."
\v 37 ແລ້ວນາງໄດ້ເຂົ້າມາກົ້ມຕົວລົງທີ່ຕີນຂອງເອລີຊາ ແລະກົ້ມຂາບລົງເຖິງພື້ນ, ແລະຫລັງຈາກນັ້ນນາງກໍ່ໄດ້ອູ້ມລູກຊາຍຂອງນາງຂຶ້ນແລະພາອອກໄປທາງນອກ.
\s5
\v 38 ຫລັງຈາກນັ້ນເອລີຊາກໍໄດ້ມາທີ່ກິນການອີກຄັ້ງ. ໃນແຜ່ນດິນເກີດມີຄວາມອຶດຢາກ, ແລະພວກຜູ້ທໍານວາຍກໍາລັງນັ່ງຢູ່ຕໍ່ຫນ້າເພິ່ນ. ເພິ່ນຈິ່ງໄດ້ເວົ້າກັບຄົນຮັບໃຊ້ຂອງເພິ່ນວ່າ, "ຈົ່ງເອົາຫມໍ້ໃຫຍ່ໃສ່ເຕົາໄຟແລະຕົ້ມນໍ້າແກງໃຫ້ແກ່ພວກຜູ້ຄໍາທໍານວາຍ."
\v 39 ມີຄົນຫນຶ່ງໃນພວກເຂົາໄດ້ອອກໄປໃນສວນເພື່ອເກັບຜັກ. ພວກເຂົາໄດ້ພົບເຄືອເຖົາປ່າເຄືອຫນຶ່ງ ແລະໄດ້ເກັບນໍ້າເຕົ້າປ່າຫໍ່ໄວ້ໃນເສື້ອຄຸມຈົນເຕັມ. ພວກເຂົາຕັດມັນລົງແລະເອົາໃສ່ໃນຫມໍ້ແກງ, ໂດຍບໍ່ຮູ້ວ່າເປັນພືດຊະນິດໃດ.
\s5
\v 40 ດັ່ງນັ້ນເຂົາຈຶ່ງເອົານໍ້າແກງອອກໃຫ້ຄົນເຫລົ່ານັ້ນກິນ. ຕໍ່ມາ, ໃນຂະນະທີ່ພວກເຂົາກຳລັງກິນຢູ່ນັ້ນ, ພວກເຂົາໄດ້ຮ້ອງຂຶ້ນ ແລະໄດ້ເວົ້າວ່າ, "ຄົນຂອງພຣະເຈົ້າ, ມີຄວາມຕາຍຢູ່ໃນຫມໍ້ນັ້ນ!" ດັ່ງນັ້ນພວກຂ້ານ້ອຍບໍ່ສາມາດຈະກິນມັນອີກຕໍ່ໄປໄດ້.
\v 41 ແຕ່ເອລີຊາເວົ້າວ່າ, "ຈົ່ງໄປເອົາແປ້ງມາ." ທ່ານໄດ້ໂຍນລົງໃນຫມໍ້ ແລະກ່າວວ່າ, "ຈົ່ງຖອກມັນອອກໃຫ້ຄົນເຫລົ່ານັ້ນກິນ." ດັ່ງນັ້ນມັນກໍບໍ່ມີອັນຕະຣາຍຢູ່ໃນຫມໍ້ນັ້ນອີກເລີຍ.
\s5
\v 42 ມີຊາຍຄົນຫນຶ່ງໄດ້ມາຈາກບາອານ ຊາລິຊາ ມາຫາຄົນຂອງພຣະເຈົ້າ ແລະໄດ້ນໍາເອົາເຂົ້າຈີ່ເຂົ້າບາເລຊາວກ້ອນຈາກການເກັບກ່ຽວພືດຜົນແລກໃສ່ກະສອບຂອງເຂົາມາແລະຮວງເຂົ້າໃຫມ່. ເພິ່ນກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ປະຊາຊົນເພື່ອພວກເຂົາຈະໄດ້ກິນ."
\v 43 ຄົນໃຊ້ຂອງເພິ່ນເວົ້າວ່າ, "ຂ້ານ້ອຍຈະຕັ້ງອາຫານພຽງເທົ່ານີ້ໃຫ້ຄົນຫນຶ່ງຮ້ອຍຄົນກິນໄດ້ແນວໃດ?" ແຕ່ເອລີຊາໄດ້ກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ຄົນເຫລົ່ານັ້ນ, ເພື່ອພວກເຂົາຈະໄດ້ກິນ, ເພາະວ່າພະຢາເວໄດ້ກ່າວວ່າ, ພວກເຂົາທັງຫລາຍຈະໄດ້ກິນ ແລະຈະຍັງເຫລືອອີກ."
\v 44 ດັ່ງນັ້ນພວກຄົນຮັບໃຊ້ຂອງເພິ່ນ ຈິ່ງໄດ້ຕັ້ງອາຫານໄວ້ຕໍ່ຫນ້າເຂົາທັງຫລາຍ, ພວກເຂົາໄດ້ກິນ, ແລະຍັງເຫລືອຢູ່ຈິງ, ຄືກັບຖ້ອຍຄຳຂອງພຣະຢາເວທີ່ໄດ້ຊົງສັນຍາໄວ້.
\s5
\c 5
\cl ບົດ​ທີ 5
\p
\v 1 ບັດນີ້ນາອາມານ, ຜູ້ບັນຊາການກອງທັບຂອງກະສັດແຫ່ງອາຣາມ, ເປັນຄົນທີ່ສໍາຄັນແລະມີກຽຕໃນສາຍຕາຂອງເຈົ້ານາຍຂອງທ່ານ, ເພາະພຣະຢາເວໄດ້ປຣະທານຊັຍຊະນະແກ່ອາຣາມ. ທ່ານຍັງເປັນຄົນແຂງແຮງ, ມີຄວາມກ້າຫານ, ແຕ່ທ່ານເປັນພະຍາດຂີ້ທູດ.
\v 2 ມີໂຈນຊາວອາຣາມໄດ້ອອກໄປ ແລະ ໄດ້ຈັບເອົາເດັກຍິງຄົນ ຫນຶ່ງມາຈາກແຜ່ນດິນອິສະຣາເອນ. ນາງໄດ້ມາຮັບໃຊ້ເມຍຂອງນາອາມານ.
\s5
\v 3 ເດັກຍິງເວົ້າກັບນາຍຜູ້ຍິງຂອງລາວວ່າ, "ຂ້ານ້ອຍປຣາຖນາຢາກໃຫ້ເຈົ້ານາຍຜູ້ຊາຍໄປພົບກັບຜູ້ທໍານວາຍ ເຊິ່ງຢູ່ເມືອງຊາມາເຣຍ ແລ້ວເພິ່ນຈະໄດ້ປິ່ນປົວເຈົ້ານາຍຂອງຂ້ານ້ອຍໃຫ້ຫາຍຈາກພະຍາດຂີ້ທູດຂອງທ່ານ."
\v 4 ດັ່ງນັ້ນນາອາມານຈິ່ງໄດ້ເຂົ້າໄປຫາກະສັດແຫ່ງອາຣາມ ແລະ ກ່າວວ່າ ເດັກຍິງຈາກແຜ່ນດິນອິສະຣາເອນເວົ້າເຊັ່ນນີ້.
\s5
\v 5 ດັ່ງນັ້ນກະສັດແຫ່ງອາຣາມຈຶ່ງໄດ້ກ່າວວ່າ, "ຈົ່ງໄປເຖີດ, ແລະເຮົາຈະສົ່ງຈົດຫມາຍ ຫາກະສັດອິສະຣາເອນ." ນາອາມານກໍ່ໄດ້ອອກໄປ ແລະ ເອົາກັບເງິນ 10 ຕະລັນ, ຄໍາຫົກພັນແຜ່ນ, ແລະເຄື່ອງນຸ່ງຮົ່ມເພື່ອປ່ຽນສິບຊຸດໄປພ້ອມ.
\v 6 ທ່ານຍັງໄດ້ເອົາຈົດຫມາຍ ໄປຍັງກະສັດອິສະຣາເອນ ມີໃຈຄວາມວ່າ, "ບັດນີ້ເມື່ອຈົດ ຫມາຍນີ້ຖືກສົ່ງມາເຖິງທ່ານ, ທ່ານຈະຊາບວ່າຂ້າພະເຈົ້າໄດ້ສົ່ງນາອາມານຜູ້ຮັບໃຊ້ຂອງຂ້າພະເຈົ້າມາຫາທ່ານ, ເພື່ອທ່ານຈະໄດ້ປິ່ນປົວໃຫ້ຫາຍຈາກພະຍາດຂີ້ທູດຂອງເຂົາ."
\s5
\v 7 ເມື່ອກະສັດແຫ່ງອິສະຣາເອນໄດ້ອ່ານຈົດຫມາຍ ດັ່ງກ່າວແລ້ວ, ພະອົງໄດ້ຈີກເສື້ອຜ້າຂອງພະອົງ ແລະ ກ່າວວ່າ, "ເຮົາແມ່ນພຣະເຈົ້າ, ເຊິ່ງຈະຂ້າໃຫ້ຕາຍແລະເຮັດໃຫ້ມີຊີວິດບໍ, ຜູ້ຊາຍຄົນນີ້ຈິ່ງຕ້ອງການໃຫ້ເຮົາປິ່ນປົວຄົນຫນຶ່ງໃຫ້ຫາຍຈາກພະຍາດຂີ້ທູດ? ເບິ່ງຄືວ່າທ່ານກຳລັງຈະເລີ່ມຕົ້ນເລື່ອງໂຕ້ຖຽງກັບເຮົາ."
\s5
\v 8 ດັ່ງນັ້ນ ເມື່ອເອລີຊາຄົນຂອງ ພຣະເຈົ້າໄດ້ຍິນວ່າ ກະສັດແຫ່ງອິສະຣາເອນໄດ້ຈີກເສື້ອຜ້າຂອງພະອົງ, ທ່ານຈິ່ງໄດ້ສົ່ງຂ່າວໄປຫາກະສັດວ່າ," ເປັນຫຍັງພະອົງຈິ່ງຈີກເສື້ອຜ້າຂອງພະອົງ? ໃຫ້ເຂົາມາຫາຂ້ານ້ອຍເຖີດ, ແລະ ເຂົາຈະຮູ້ວ່າມີຜູ້ທໍານວາຍຄົນຫນຶ່ງໃນອິສະຣາເອນ."
\v 9 ດັ່ງນັ້ນ ນາອາມານຈຶ່ງໄດ້ມາພ້ອມດ້ວຍບັນດາມ້າ ແລະ ລົດມ້າເສິກຂອງທ່ານ ແລະ ຢືນຢູ່ປະຕູເຮືອນຂອງເອລີຊາ.
\v 10 ເອລີເຊກໍ່ໄດ້ສົ່ງຜູ້ສົ່ງຂ່າວໄປບອກທ່ານວ່າ, "ຈົ່ງໄປ ແລະ ຈຸ່ມຕົວຂອງທ່ານລົງໃນແມ່ນໍ້າຈໍແດນເຈັດຄັ້ງ, ແລະ ເນື້ອຫນັງຂອງທ່ານຈະກັບຄືນມາຄືເກົ່າ, ແລະ ທ່ານຈະສະອາດ."
\s5
\v 11 ແຕ່ນາອາມານກໍ່ໃຈຮ້າຍ ແລະ ໄດ້ກ່າວວ່າ,“ ເບິ່ງແມ, ຂ້ອຍຄິດວ່າເພິ່ນຄົງຈະອອກມາຫາຂ້ອຍແທ້ໆ ແລະ ຢືນຢູ່ ແລະ ຮ້ອງຫາພຣະຢາເວພຣະເຈົ້າຂອງເພິ່ນ, ແລະໂບກມືຢູ່ເທິງບ່ອນນັ້ນ ແລະ ປິ່ນປົວພະຍາດຂີ້ທູດຂອງຂ້ອຍ.
\v 12 ອາບານາ ແລະ ຟຣາປັກ, ແມ່ນໍ້າຂອງເມືອງດາມັດກັດ, ດີກວ່າແມ່ນໍ້າ ທັງຫມົດຂອງອິສະຣາເອນ? ຂ້ອຍຈະລ້າງຕົວໃນແມ່ນໍ້າເຫລົ່ານັ້ນ ແລະ ຈະສະອາດບໍ່ໄດ້ບໍ? ສະນັ້ນທ່ານຈິ່ງຫັນຫລັງຄືນໄປ ແລະ ຈາກໄປດ້ວຍຄວາມໂກດຮ້າຍ.
\s5
\v 13 ເມື່ອຄົນຮັບໃຊ້ຂອງນາອາມານມາໄດ້ເຂົ້າໃກ້ ແລະ ເວົ້າກັບທ່ານວ່າ,“ ບິດາຂອງຂ້ານ້ອຍ, ຖ້າຜູ້ທຳນວາຍໄດ້ສັ່ງໃຫ້ທ່ານເຮັດໃນສິ່ງທີ່ຍາກຢ່າງຫນຶ່ງ, ທ່ານຈະບໍ່ເຮັດບໍ? ທ່ານຄວນຈະກະທໍາຫລາຍເທົ່າໃດ, ຖ້າເຊັ່ນນັ້ນແລ້ວ ເມື່ອຜູ້ທຳນວາຍສັ່ງທ່ານໃຫ້ເຮັດສິ່ງທີ່ງ່າຍວ່າ "ຈົ່ງໄປຈຸ່ມຕົວຂອງທ່ານ ແລະ ໃຫ້ສະອາດເຖີດ, 'ທ່ານຍິ່ງຄວນຈະເຮັດບໍ່ແມ່ນບໍ? '”
\v 14 ຫລັງຈາກນັ້ນທ່ານໄດ້ລົງໄປ ແລະ ຈຸ່ມຕົວເຈັດຄັ້ງໃນແມ່ນໍ້າຈໍແດນ, ເພາະເຊື່ອຟັງຕາມຖ້ອຍຄຳຂອງຄົນຂອງພຣະເຈົ້າ. ເນື້ອຫນັງຂອງທ່ານໄດ້ຖືກຟື້ນຟູຄືນໃຫມ່ ຄືກັບເນື້ອຫນັງຂອງເດັກນ້ອຍ, ແລະ ທ່ານໄດ້ຫາຍດີຈາກພະຍາດ.
\s5
\v 15 ນາອາມານກັບຄືນມາຫາຄົນຂອງພຣະເຈົ້າ, ທັງຕົວເຂົາພັກພວກທັງຫມົດຂອງເຂົາ, ແລະມາຢືນຢູ່ຕໍ່ຫນ້າທ່ານ. ເຂົາໄດ້ກ່າວວ່າ, "ເບິ່ງແມ, ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດຢູ່ໃນທົ່ວແຜ່ນດິນ ນອກຈາກຢູ່ໃນອິສະຣາເອນ. ດັ່ງນັ້ນ ກະຣຸນາຮັບຂອງກໍານັນຈາກຄົນຮັບໃຊ້ຂອງທ່ານເຖີດ."
\v 16 ແຕ່ເອລີຊາໄດ້ຕອບວ່າ, "ພຣະຢາເວເຊິ່ງເຮົາຮັບໃຊ້ຊົງພຣະຊົນຢູ່, ເຮົາຈະບໍ່ໄດ້ຮັບຫຍັງເລີຍ." ນາອາມານໄດ້ຮຽກຮ້ອງໃຫ້ເອລີຊາຮັບເອົາຂອງຂວັນໄວ້, ແຕ່ທ່ານໄດ້ປະຕິເສດ.
\s5
\v 17 ດັ່ງນັ້ນນາອາມານນາຈິ່ງໄດ້ກ່າວວ່າ,“ ຫາກທ່ານບໍ່ຮັບ, ກະຣຸນາໃຫ້ຄົນຮັບໃຊ້ຂອງທ່ານ ເອົາດິນແຫ່ງນີ້ກັບໄປຫລາຍພໍທີ່ລໍສອງໂຕຈະບັນທຸກໄດ້ເຖີດ, ເພາະວ່ານັບແຕ່ນີ້ໄປ, ຄົນຮັບໃຊ້ຂອງທ່ານຈະບໍ່ຖວາຍເຄື່ອງເຜົາບູຊາ ຫລື ເຄື່ອງບູຊາແກ່ພະໃດໆ ແຕ່ຈະຖວາຍແດ່ພຣະຢາເວເທົ່ານັ້ນ.
\v 18 ໃນເລື່ອງນີ້ ຂໍພຣະຢາເວ ຊົງໃຫ້ອະພັຍຄົນຮັບໃຊ້ຂອງພຣະອົງ, ຄື ເມື່ອ, ກະສັດນາຍຂອງຂ້າພະເຈົ້າເຂົ້າໄປໃນວິຫານຂອງພະຣິມໂມນເພື່ອຈະນະມັສະການຢູ່ທີ່ນັ້ນ, ແລະພະອົງໄດ້ພິງຢູ່ທີ່ມືຂອງຂ້າພະເຈົ້ າແລະ ຂ້າພະເຈົ້າໂນ້ມຕົວລົງຄຳນັບໃນວິຫານຂອງພະຣິມໂມນ, ຂໍພຣະຢາເວຊົງໃຫ້ອະພັຍແກ່ຄົນຮັບໃຊ້ຂອງພຣະອົງໃນເລື່ອງນີ້ເຖີດ."
\v 19 ເອລີຊາໄດ້ຕອບເຂົາວ່າ, "ຈົ່ງໄປດ້ວຍຄວາມສະຫວັດດີພາບເຖີດ." ດັ່ງນັ້ນນາອາມານຈຶ່ງຈາກໄປ.
\s5
\v 20 ເຂົາໄດ້ເດີນທາງໄປບໍ່ໄກປານໃດ, ໃນເວລາທີ່ເກຮາຊີ ຄົນຮັບໃຊ້ຂອງເອລີຊາຄົນຂອງພຣະເຈົ້າກ່າວກັບຕົວເອງວ່າ, "ເບິ່ງແມ, ນາຍຂອງຂ້ານ້ອຍບໍ່ຍອມຮັບເອົາຂອງຂວັນໃນມືຂອງນາອາມານຄົນຂອງອາຣາມທີ່ທ່ານໄດ້ນໍາມາໃຫ້. ພຣະຢາເວຊົງພຣະຊົນຢູ່ສັນໃດ, ຂ້ອຍຈະແລ່ນຕາມຫລັງໄປ ແລະ ຮັບເອົາບາງສິ່ງບາງຢ່າງຈາກທ່ານ."
\v 21 ດັ່​ງ​ນັ້ນເກຮາຊີໄດ້ຕາມນາອາມານໄປ. ເມື່ອນາອາມານເຫັນຄົນແລ່ນນໍາຫລັງມາ, ທ່ານກໍໄດ້ໂດດລົງຈາກຣົດມ້າຂອງທ່ານຕ້ອນຮັບເຂົາແລະໄດ້ເວົ້າວ່າ, "ທຸກຢ່າງຮຽບຮ້ອຍດີແມ່ນບໍ?"
\v 22 ເກຮາຊີໄດ້ຕອບວ່າ,“ ທຸກຢ່າງແມ່ນຮຽບຮ້ອຍດີ, ນາຍຂອງຂ້ານ້ອຍໄດ້ສົ່ງຂ້ານ້ອຍມາ, ໂດຍກ່າວວ່າ, 'ດຽວນີ້, ມີຊາຍຫນຸ່ມສອງຄົນ ທີ່ມາຈາກເນີນພູເອຟຣາອິມ ທີ່ເປັນລູກຊາຍຂອງຜູ້ທໍານວາຍ ໄດ້ມາຫາຂ້ານ້ອຍ, ກະຣຸນາໃຫ້ເງິນພວກເຂົາຈັກຫນຶ່ງຕະລັນ ແລະ ເສື້ອຜ້າເພື່ອປ່ຽນຈັກສອງຊຸດ.'"
\s5
\v 23 ນາອາມານຕອບວ່າ, "ຂ້າພະເຈົ້າຍິນດີທີ່ຈະໃຫ້ສອງຕະລັນແກ່ເຈົ້າ." ນາອາມານກໍໄດ້ເວົ້າເນັ້ນໃຫ້ເກຮາຊີ ແລະ ເອົາເງິນສອງຕະລັນໃສ່ໃນຖົງສອງຖົງ, ພ້ອມທັງເສື້ອຜ້າເພື່ອປ່ຽນສອງຊຸດ, ແລະ ໃຫ້ຄົນຮັບໃຊ້ສອງຄົນແບກຖົງເງິນນໍາຫນ້າເກຮາຊີໄປ.
\v 24 ເມື່ອ ເກຮາຊີມາຮອດເນີນພູ, ເຂົາໄດ້ຮັບເອົາຖົງເງິນຈາກມືຂອງພວກເຂົາ ແລະ ເອົາໄປເຊື່ອງໄວ້ໃນເຮືອນ; ເຂົາໄດ້ສົ່ງພວກເຂົາໄປ, ແລະພວກເຂົາກໍ່ໄດ້ອອກໄປ.
\v 25 ເມື່ອເກຮາຊີໄດ້ເຂົ້າມາ ແລະ ຢືນຢູ່ຕໍ່ຫນ້ານາຍຂອງເຂົາ, ເອລີຊາໄດ້ຖາມເຂົາວ່າ, "ເກຮາຊີ ເຈົ້າໄປໃສມາ?" ເຂົາໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານບໍ່ໄດ້ໄປໃສມາດອກ."
\s5
\v 26 ເອລີຊາໄດ້ກ່າວກັບເກຮາຊີວ່າ, "ຈິດໃຈຂອງເຮົາບໍ່ໄດ້ໄປກັບເຈົ້າບໍ ເມື່ອຊາຍຄົນນັ້ນລ້ຽວຣົດມ້າກັບມາພົບເຈົ້າ? ນີ້ແມ່ນເວລາຄວນທີ່ຈະຮັບເງິນ ແລະ ເສື້ອຜ້າ, ສວນຫມາກກອກ ແລະ ສວນອາງຸ່ນ, ແກະ ແລະ ງົວ, ແລະ ຄົນຮັບໃຊ້ຊາຍ ແລະ ຍິງບໍ?
\v 27 ດັ່ງນັ້ນ ພະຍາດຂີ້ທູດຂອງນາອາມານຈະຕິດຢູ່ກັບເຈົ້າ ແລະ ລູກຫລານຂອງເຈົ້າຕະຫລອດໄປເປັນນິດ." ດັ່ງນັ້ນເກຮາຊີຈຶ່ງຫາຍຈາກທີ່ຢູ່ຂອງເຂົາ, ແລະ ພະຍາດຂີ້ທູດເປັນສີຂາວຄືຫິມະ.
\s5
\c 6
\cl ບົດ​ທີ 6
\p
\v 1 ບັນດາຜູ້ທໍານວາຍໄດ້ກ່າວກັບເອລີຊາວ່າ, "ສະຖານທີ່ທີ່ພວກເຮົາອາສັຍຢູ່ກັບພວກທ່ານນັ້ນ ແມ່ນນ້ອຍເກີນໄປສຳລັບພວກເຮົາທຸກຄົນ.
\v 2 ຂໍໃຫ້ພວກເຮົາໄປທີ່ແມ່ນໍ້າຈໍແດນ, ແລະໃຫ້ຜູ້ຊາຍແຕ່ລະຄົນຕັດໄມ້ທ່ອນຫນຶ່ງມາ, ແລະສ້າງເປັນທີ່ອາສັຍທີ່ບ່ອນນັ້ນ. "ເອລີຊາໄດ້ຕອບວ່າ, "ເຈົ້າຈົ່ງໄປເຖີດ."
\v 3 ຄົນຫນຶ່ງໃນນັ້ນໄດ້ກ່າວວ່າ, "ກະຣຸນາໄປນຳຜູ້ຮັບໃຊ້ຂອງທ່ານດ້ວຍ." ເອລີຊາໄດ້ຕອບວ່າ, "ຂ້າພະເຈົ້າຈະໄປ."
\s5
\v 4 ດັ່ງນັ້ນທ່ານຈຶ່ງໄດ້ໄປກັບພວກເຂົາທັງຫລາຍ, ແລະເມື່ອພວກເຂົາມາຮອດແມ່ນໍ້າຈໍແດນ, ພວກເຂົາກໍເລີ່ມຕົ້ນຕັດຕົ້ນໄມ້.
\v 5 ແຕ່ໃນຂະນະທີ່ຄົນຫນຶ່ງ ກຳລັງຕັດຕົ້ນໄມ້ຢູ່, ຫົວຂວານຂອງເຂົາໄດ້ຕົກລົງໄປໃນນໍ້າ; ລາວຈິ່ງໄດ້ຮ້ອງອອກມາ ແລະ ເວົ້າວ່າ, "ໂອ້, ນາຍຂອງຂ້ານ້ອຍ, ຂວານນັ້ນຂ້ານ້ອຍໄດ້ຢືມເຂົາມາ!"
\s5
\v 6 ແລ້ວຄົນຂອງພຣະເຈົ້າຈິ່ງຖາມວ່າ, "ຂວານນັ້ນຕົກບ່ອນໃດ?" ຊາຍຄົນນັ້ນໄດ້ຊີ້ບອກບ່ອນໃຫ້ ເອລີຊາເຫັນ. ແລ້ວເພິ່ນໄດ້ຕັດໄມ້ທ່ອນຫນຶ່ງ, ໂຍນລົງໃນນໍ້າ, ແລະເຮັດໃຫ້ຂວານເຫລັກນັ້ນລອຍຂຶ້ນມາ.
\v 7 ເອລີຊາຈິ່ງໄດ້ກ່າວວ່າ, "ຈັບມັນຂຶ້ນມາແມ." ດັ່ງນັ້ນຊາຍຄົນນັ້ນໄດ້ເອົາມືຂອງລາວຈັບຂຶ້ນມາ.
\s5
\v 8 ບັດນີ້ ກະສັດແຫ່ງອາຣາມກໍາລັງເຮັດສົງຄາມກັບອິສະຣາເອນ. ທ່ານໄດ້ປຶກສາກັບຜູ້ຮັບໃຊ້ຂອງທ່ານ, ໂດຍກ່າວວ່າ, "ພວກເຮົາຈະຕັ້ງຄ້າຍພັກຂອງພວກເຮົາຢູ່ບ່ອນນັ້ນ."
\v 9 ດັ່ງນັ້ນຄົນຂອງພຣະເຈົ້າໄດ້ສົ່ງຂ່າວໄປຍັງກະສັດແຫ່ງອິສະຣາເອນ, ແລະກ່າວວ່າ, "ຂໍໃຫ້ພະອົງຈົ່ງຣະວັງ ຢ່າຜ່ານໄປບ່ອນນັ້ນ, ເພາະຊາວອາຣາມ ກຳລັງລົງໄປບ່ອນນັ້ນ."
\s5
\v 10 ກະສັດແຫ່ງອິສະຣາເອນ ໄດ້ສົ່ງຂ່າວໄປຍັງສະຖານທີ່ຊຶ່ງຄົນຂອງພຣະເຈົ້າໄດ້ບອກ ແລະ ໄດ້ເຕືອນພະອົງໄວ້. ຫລາຍກວ່າຫນຶ່ງຫລືສອງຄັ້ງ, ເມື່ອກະສັດໄປບ່ອນນັ້ນ, ພະອົງໄດ້ຣະວັງຕົວ.
\v 11 ກະສັດແຫ່ງອາຣາມໄດ້ໂກດແຄ້ນກ່ຽວກັບຄຳເຕືອນເຫລົ່ານີ້, ແລະທ່ານໄດ້ເອີ້ນຜູ້ຮັບໃຊ້ຂອງທ່ານມາ ແລະກ່າວກັບພວກເຂົາວ່າ, "ພວກເຈົ້າຈະບໍ່ບອກເຮົາບໍວ່າ ໃຜໃນພວກເຮົາ ຢູ່ຝ່າຍກະສັດແຫ່ງອິສະຣາເອນ?"
\s5
\v 12 ດັ່ງນັ້ນ ຄົນຮັບໃຊ້ຄົນຫນຶ່ງໄດ້ກ່າວວ່າ, "ບໍ່ມີໃຜ, ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ເພາະເອລີຊາຜູ້ທໍານວາຍໃນອິສະຣາເອນ ບອກກະສັດແຫ່ງອິສະຣະເອນດ້ວຍຖ້ອຍຄຳ ເຊິ່ງພະອົງໄດ້ກ່າວໃນຫ້ອງນອນຂອງພະອົງ!"
\v 13 ກະສັດຈຶ່ງກ່າວວ່າ, "ຈົ່ງໄປເບິ່ງບ່ອນທີ່ເອລີຊາອາສັຍຢູ່ນັ້ນ ເພື່ອເຮົາຈະສົ່ງຄົນໄປຈັບຕົວມາ.” ແລະ ມີບາງຄົນໄດ້ກ່າວກັບພະອົງວ່າ, "ເບິ່ງແມ, ເຂົາຢູ່ທີ່ໂດທານ."
\s5
\v 14 ດັ່ງນັ້ນກະສັດຈຶ່ງໄດ້ສົ່ງຣົດມ້າ, ຣົດຮົບ, ແລະທະຫານຈຳນວນຫລວງຫລາຍໄປທີ່ໂດທານ. ພວກເຂົາເດີນທາງໄປເວລາກາງຄືນ ແລະ ປິດລ້ອມຕົວເມືອງ.
\v 15 ເມື່ອຜູ້ຮັບໃຊ້ຂອງຄົນຂອງພຣະເຈົ້າໄດ້ຕື່ນແຕ່ເຊົ້າແລະອອກໄປຂ້າງນອກ, ຈິ່ງເຫັນກອງທັບໃຫຍ່ທີ່ມີມ້າແລະຣົດຮົບມາປິດລ້ອມຕົວເມືອງ. ຄົນຮັບໃຊ້ຂອງທ່ານໄດ້ເວົ້າວ່າ, "ໂອ້, ເຈົ້ານາຍເອີຍ, ພວກຂ້ານ້ອຍຈະເຮັດແນວໃດດີ?"
\v 16 ເອລີຊາໄດ້ຕອບວ່າ, "ຢ່າຢ້ານເລີຍ, ເພາະວ່າຄົນທີ່ຢູ່ກັບພວກເຮົາຫລາຍກວ່າຄົນທີ່ຢູ່ກັບພວກເຂົາ."
\s5
\v 17 ເອລີຊາໄດ້ອະທິຖານວ່າ, "ຂ້າແດ່ພຣະຢາເວ, ຂໍຊົງເປີດຕາຂອງເຂົາເພື່ອພວກເຂົາຈະໄດ້ເຫັນ." ແລ້ວພຣະຢາເວ ໄດ້ຊົງເປີດຕາຂອງຄົນຮັບໃຊ້ຄົນນັ້ນ, ແລະ ເຂົາກໍ່ໄດ້ເຫັນ. ພູເຂົາ, ເຕັມໄປດ້ວຍມ້າ ແລະ ຣົດຮົບໄຟອ້ອມຮອບເອລີຊາ!
\v 18 ໃນເວລາທີ່ຊາວອາຣາມໄດ້ລົງມາຫາທ່ານ, ເອລີຊາໄດ້ອະທິຖານຕໍ່ພຣະຢາເວ ແລະ ກ່າວວ່າ, "ພຣະອົງເຈົ້າ ຂໍຊົງເຮັດໃຫ້ຄົນເຫລົ່ານີ້ຕາບອດ." ດັ່ງນັ້ນພຣະຢາເວ ຈຶ່ງໄດ້ເຮັດໃຫ້ພວກເຂົາຕາບອດຄືກັບທີ່ເອລີຊາໄດ້ຂໍ.
\v 19 ແລ້ວເອລີຊາຈຶ່ງໄດ້ບອກຊາວອາຣາມເຫລົ່ານັ້ນວ່າ, "ບໍ່ແມ່ນທາງນີ້ ແລະ ບໍ່ແມ່ນເມືອງນີ້ ຈົ່ງຕິດຕາມຂ້ອຍມາ ແລະ ຂ້ອຍຈະພາພວກເຈົ້າໄປຫາຜູ້ຊາຍທີ່ພວກເຈົ້າກຳລັງຊອກຫາຢູ່." ຈາກນັ້ນທ່ານໄດ້ນຳພາພວກເຂົາໄປເມືອງຊາມາເຣຍ.
\s5
\v 20 ຕໍ່ມາເມື່ອພວກເຂົາໄດ້ເຂົ້າໄປໃນກຸງຊາມາເຣຍ, ເອລີຊາໄດ້ທູນວ່າ, "ຂ້າແດ່ພະຢາເວ, ຂໍຈົ່ງເປີດຕາຄົນເຫລົ່ານີ້ ເພື່ອພວກເຂົາຈະໄດ້ເບິ່ງເຫັນ." ພຣະຢາເວ ຈິ່ງໄດ້ເປີດຕາຂອງພວກເຂົາ, ແລະພວກເຂົາກໍ່ໄດ້ເຫັນ, ພວກເຂົາໄດ້ມາຢູ່ກາງກຸງຊາມາເຣຍ.
\v 21 ກະສັດຂອງອິສະຣາເອນຈຶ່ງໄດ້ກ່າວແກ່ເອລີຊາ, ເມື່ອພະອົງໄດ້ເຫັນພວກເຂົາວ່າ, "ບິດາຂອງຂ້ານ້ອຍ, ເຮົາຄວນຂ້າພວກເຂົາດີບໍ່? ເຮົາຄວນຂ້າພວກເຂົາເລີຍບໍ່?"
\s5
\v 22 ເອລີຊາໄດ້ຕອບວ່າ, "ຂໍພະອົງຢ່າຂ້າພວກເຂົາເລີຍ. ຄົນພວກນີ້ທີ່ພະອົງຈະຂ້ານັ້ນ ພະອົງໄດ້ຈັບມາດ້ວຍດາບ ແລະ ທະນູກໍບໍແມ່ນ? ຂໍຈົ່ງຈັດນໍ້າ ແລະ ເຂົ້າຈີ່, ໃຫ້ພວກເຂົາກິນ ແລະ ດື່ມ, ແລ້ວປ່ອຍໃຫ້ພວກເຂົາໄປຫາເຈົ້ານາຍຂອງພວກເຂົາເຖີດ."
\v 23 ດັ່ງນັ້ນກະສັດຈຶ່ງຈັດແຈ່ງອາຫານໃຫ້ພວກເຂົາຈໍານວນຫລາຍ, ແລະ ເມື່ອພວກເຂົາໄດ້ກິນ ແລະ ດື່ມແລ້ວ, ກະສັດກໍ່ໄດ້ປ່ອຍຕົວພວກເຂົາໄປ, ແລະ ພວກເຂົາກໍກັບໄປຫາເຈົ້ານາຍຂອງພວກເຂົາ. ແລະ ພວກອາຣາມບໍ່ໄດ້ກັບມາໃນດິນແດນອິສະຣາເອນອີກເລີຍ.
\s5
\v 24 ຕໍ່ມາ ພາຍຫລັງເບັນຮາດາດກະສັດແຫ່ງອາຣາມ ໄດ້ຮວບຮວມກອງທັບທັງຫມົດຂອງພະອົງ ແລະ​ໄດ້ໄປໂຈມ​ຕີເມືອງຊາມາເຣຍ​ ແລະ ປິດລ້ອມເມືອງດັ່ງກ່າວ.
\v 25 ​ດັ່ງນັ້ນຈຶ່ງ​ໄດ້​ເກີດມີຄວາມອຶດຢາກ​ຢ່າງຫ​ນັກ​ຫນ່ວງ​ໃນ​ເມືອງ​​ສະ​ມາ​ເຣຍ. ເບິ່ງເເມ, ຂະນະເມື່ອພວກເຂົາໄດ້ປິດລ້ອມເມືອງໄວ້ ຂະຫນາດຫົວຂອງລໍໂຕຫນຶ່ງຍັງມີລາຄາສູງ ເປັນເງິນຫນັກເຖິງແປດສິບເຊກຽນ, ແລະ ເມັດຖົ່ວປ່າຂະຫນາດຈຸດສີ່ມີລາຄາຂາຍເຖິງຫ້າເຊກຽນ.
\v 26 ຂະນະທີ່ກະສັດແຫ່ງອິສະຣາເອນ ກຳລັງຍ່າງຜ່ານໃກ້ກຳແພງເມືອງ, ມີຜູ້ຍິງຄົນຫນຶ່ງ ໄດ້ຮ້ອງຫາພະອົງວ່າວ່າ, "ຂ້າແດ່ກະສັດ, ຂໍຊົງຊ່ວຍດ້ວຍເຖີດ, ກະສັດຂອງຂ້ານ້ອຍ."
\s5
\v 27 ພະອົງໄດ້ກ່າວວ່າ, "ຖ້າພຣະຢາເວ ບໍ່ຊ່ວຍເຈົ້າ, ເຮົາຈະເອົາຄວາມຊ່ວຍເຫລືອຈາກໃສມາໃຫ້ເຈົ້າ? ຈາກລານນວດເຂົ້າບໍ ຫລື ຈາກບໍ່ບີບນ້ຳອະງຸ່ນ?"
\v 28 ກະສັດກ່າວຕໍ່ໄປວ່າ,“ ນາງມີເລື່ອງຫຍັງບໍ?” ນາງໄດ້ຕອບວ່າ, "ຜູ້ຍິງຄົນນີ້ເວົ້າກັບຂ້ານ້ອຍວ່າ, 'ເອົາລູກຊາຍຂອງເຈົ້າມາໃຫ້ພວກເຮົາກິນໃນມື້ນີ້ເຖີດ, ແລະພວກເຂົາຈະກິນລູກຊາຍຂອງຂ້ານ້ອຍໃນມື້ອື່ນ."
\v 29 ດັ່ງນັ້ນພວກເຮົາຈຶ່ງໄດ້ຕົ້ມລູກຊາຍຂອງຂ້ານ້ອຍ, ແລະໄດ້ກິນເຂົາ, ວັນຕໍ່ມາຂ້ານ້ອຍໄດ້ເວົ້າກັບນາງວ່າ, "ຈົ່ງເອົາລູກຊາຍຂອງເຈົ້າມາ ເພື່ອໃຫ້ພວກເຮົາກິນກັນ, ແຕ່ນາງໄດ້ເຊື່ອງລູກຊາຍຂອງນາງໄວ້."
\s5
\v 30 ດັ່ງນັ້ນເມື່ອກະສັດໄດ້ຍິນຖ້ອຍຄຳຂອງຜູ້ຍິງຄົນນັ້ນ, ພະອົງໄດ້ຈີກເສື້ອຜ້າຂອງພະອົງ (ຂະນະທີ່ພະອົງໄດ້ຍ່າງຜ່ານໃກ້ກໍາແພງ), ແລະປະຊາຊົນກໍ່ໄດ້ຫລຽວເຫັນພະອົງໄດ້ໃສ່ຜ້າກະສອບແນບເນື້ອ.
\v 31 ແລ້ວພະອົງໄດ້ກ່າວວ່າ, "ຂໍໃຫ້ພຣະເຈົ້າຈົ່ງລົງໂທດຂ້າພະເຈົ້າ, ແລະ ຫນັກກວ່າເກົ່າ, ຖ້າຫົວຂອງເອລີຊາລູກຊາຍຂອງຊາຟັດຍັງຢູ່ເທິງບ່າຂອງເຂົາໃນວັນນີ້."
\s5
\v 32 ແຕ່ເອລີຊາໄດ້ນັ່ງຢູ່ໃນເຮືອນຂອງເພິ່ນ, ແລະພວກຜູ້ອາວຸໂສກໍນັ່ງຢູ່ດ້ວຍ. ກະສັດໄດ້ສົ່ງຊາຍຄົນ ຫນຶ່ງມາຫາເພິ່ນກ່ອນ, ແຕ່ກ່ອນທີ່ຈະມີຜູ້ສົ່ງຂ່າວມາເຖິງເອລີຊາ, ເພິ່ນໄດ້ກ່າວກັບຜູ້ອາວຸໂສວ່າ,“ ທ່ານທັງຫລາຍໄດ້ເຫັນຫລືບໍ່ ຄາດຕະກອນຄົນນີ້ໄດ້ສົ່ງຄົນມາຕັດເອົາຫົວຂອງເຮົາ? ເບິ່ງແມ, ເມື່ອຜູ້ສົ່ງຂ່າວມາເຖິງ, ຈົ່ງປິດປະຕູ, ແລະຢຶດປະຕູໃຫ້ແຫນ້ນ. ກັນເຂົາໄວ້ ນັ້ນບໍ່ແມ່ນສຽງຂອງຕີນເຈົ້ານາຍຂອງເຂົາທີ່ນໍາມາບໍ?"
\v 33 ໃນຂະນະທີ່ທ່ານກຳລັງສົນທະນາກັບພວກເຂົາທັງຫລາຍຢູ່, ເບິ່ງເເມ, ຜູ້ສົ່ງຂ່າວໄດ້ລົງມາຫາທ່ານ. ກະສັດໄດ້ກ່າວວ່າ, "ຈົ່ງເບິ່ງເຖີດ, ຄວາມເດືອດຮ້ອນນີ້ມາຈາກພຣະຢາເວ. ເປັນຫຍັງຂ້າພະເຈົ້າຈຶ່ງລໍຖ້າພຣະຢາເວຕໍ່ໄປອີກ?"
\s5
\c 7
\cl ບົ​ດ​ທີ 7
\p
\v 1 ເອລີຊາໄດ້ກ່າວວ່າ, "ຈົ່ງຟັງຖ້ອຍຄຳຂອງພຣະຢາເວ. ນີ້ແມ່ນສິ່ງທີ່ພຣະຢາເວກ່າວ: 'ມື້ອື່ນປະມານເວລານີ້, ແປ້ງທີ່ດີໆຖັງຫນຶ່ງຈະຖືກຂາຍໃນລາຄາຫນຶ່ງເຊກຽນ, ແລະເຂົ້າບາເລສອງຖັງຫນຶ່ງເຊກຽນໃນປະຕູເມືອງສະມາເຣຍ."
\v 2 ຫລັງຈາກນັ້ນ, ນາຍທະຫານປະຈຳຕົວຄົນຫນຶ່ງຂອງກະສັດໄດ້ຕອບຄົນຂອງພຣະເຈົ້າ, ແລະ ໄດ້ເວົ້າວ່າ, "ເບິ່ງແມ, ເຖິງແມ່ນວ່າພຣະຢາເວຈະສ້າງປ່ອງຢ້ຽມໃນທ້ອງຟ້າ, ສິ່ງນີ້ຈະເກີດຂຶ້ນໄດ້ບໍ?" ເອລີຊາຕອບວ່າ“ ເບິ່ງເອົາເຖີດ, ທ່ານຈະສັງເກດເບິ່ງສິ່ງທີ່ຈະເກີດຂຶ້ນດ້ວຍຕາຂອງທ່ານເອງ, ແຕ່ທ່ານຈະບໍ່ກິນຫຍັງເລີຍ”.
\s5
\v 3 ບັດນີ້ມີຄົນປ່ວຍສີ່ຄົນທີ່ເປັນຂີ້ທູດຢູ່ທີ່ທາງເຂົ້ານອກປະຕູເມືອງ. ພວກເຂົາເວົ້າກັນວ່າ, "ພວກເຮົາຈະນັ່ງຖ້າຢູ່ທີ່ນີ້ຈົນຕາຍເຮັດຫຍັງ?
\v 4 ຖ້າພວກເຮົາເວົ້າວ່າພວກເຮົາຄວນຈະເຂົ້າໄປໃນເມືອງ, ຄວາມອຶດຢາກກໍຢູ່ໃນເມືອງນັ້ນ, ແລະພວກເຮົາຈະຕາຍຢູ່ທີ່ນັ້ນ. ແຕ່ຖ້າພວກເຮົາຍັງນັ່ງຢູ່ນີ້, ພວກເຮົາກໍຈະຕາຍເຫມືອນກັນ. ສະນັ້ນຈົ່ງມາເຖີດໃຫ້ພວກເຮົາໄປຍັງຄ້າຍຂອງຄົນອາຣາມ. ຖ້າພວກເຂົາໄວ້ຊີວິດຂອງພວກເຮົາ, ພວກເຮົາຈະມີຊີວິດຢູ່, ແລະຖ້າພວກເຂົາຂ້າພວກເຮົາ, ພວກເຮົາຈະຕ້ອງຕາຍເທົ່ານັ້ນ."
\s5
\v 5 ດັ່ງນັ້ນ ພວກເຂົາໄດ້ລຸກຂຶ້ນໃນເວລາທ່ຽງຄືນເພື່ອຈະເຂົ້າໄປໃນຄ້າຍຂອງຄົນອາຣາມ; ເມື່ອພວກເຂົາໄປຮອດເຂດນອກຂອງຄ້າຍ, ບໍ່ມີຜູ້ໃດຢູ່ທີ່ນັ້ນຈັກຄົນ.
\v 6 ເພາະວ່າອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ກອງທັບຂອງຊາວອາຣາມໄດ້ຍິນສຽງຂອງຣົດຮົບແລະສຽງມ້າ - ແລະ ສຽງດັງຂອງກອງທັບໃຫຍ່ອື່ນໆ, ແລະ ພວກເຂົາກ່າວຕໍ່ກັນວ່າ," ກະສັດອິສະຣາເອນໄດ້ຈ້າງພວກກະສັດຂອງຊາວຮິດຕີແລະບັນດາກະສັດຂອງຊາວເອຢີບໃຫ້ມາສູ້ກັບພວກເຮົາ."
\s5
\v 7 ດັ່ງນັ້ນ ພວກທະຫານຈຶ່ງໄດ້ລຸກຂຶ້ນແລະຫນີໄປ ໃນເວລາທ່ຽງຄືນ; ແລະໄດ້ປະເຕັນ, ມ້າ, ແລະລໍຂອງພວກເຂົາ, ແລະປະຄ້າຍພັກຂອງພວກເຂົາ, ແລະໄດ້ຫນີໄປເພື່ອເອົາຊີວິດລອດ.
\v 8 ເມື່ອຄົນທີ່ເປັນພະຍາດຂີ້ທູດເຫລົ່ານີ້ໄດ້ມາຮອດບໍລິເວນນອກສຸດຂອງຄ້າຍ, ພວກເຂົາໄດ້ເຂົ້າໄປໃນເຕັນຫລັງຫນຶ່ງ ແລະ ກິນແລະດື່ມ, ແລະ ທັງຂົນເອົາເງິນ ຄຳ ແລະເຄື່ອງນຸ່ງຫົ່ມອອກໄປ ແລະ ເຊື່ອງໄວ້. ພວກເຂົາກັບມາແລະເຂົ້າໄປໃນເຕັ້ນອີກແຫ່ງຫນຶ່ງ ແລະຂົນເອົາເຄື່ອງຂອງໄປຈາກບ່ອນນັ້ນ, ແລະໄດ້ເຊື່ອງໄວ້.
\s5
\v 9 ພວກເຂົາເວົ້າກັນວ່າ, "ພວກເຮົາເຮັດບໍ່ຖືກເສຍແລ້ວ. ມື້ນີ້ເປັນທີ່ມີຂ່າວດີ, ແຕ່ວ່າພວກເຮົາຮັກສາຄວາມງຽບສະຫງົບຢູ່. ຖ້າພວກເຮົາລໍຖ້າຈົນກ່ວາມື້ຮຸ່ງເຊົ້າ. ຖ້າການລົງໂທດຈະມາຮອດພວກເຮົາ. ບັດນີ້ແລ້ວ, ມາເຖີດ, ໃຫ້ພວກເຮົາໄປບອກສໍານັກພະຣາຊວັງ."
\v 10 ດັ່ງນັ້ນພວກເຂົາຈຶ່ງໄປ ແລະ ເອີ້ນຄົນເຝົ້າປະຕູເມືອງ. ພວກເຂົາໄດ້ບອກພວກເຂົາວ່າ, "ພວກເຮົາໄດ້ໄປເຖິງຄ້າຍທະຫານຂອງຊາວອາຣາມ, ແຕ່ວ່າບໍ່ມີໃຜຢູ່ທີ່ນັ້ນ, ບໍ່ມີສຽງຂອງໃຜ, ແຕ່ວ່າມີມ້າໄດ້ມັດໄວ້, ແລະ ລໍຖືກມັດໄວ້, ແລະ ເຕັນທັງຫລາຍກໍຕັ້ງຢູ່ຢ່າງນັ້ນ."
\v 11 ແລ້ວບັນດາຄົນເຝົ້າປະຕູໄດ້ຮ້ອງແຈ້ງຂ່າວອອກມາ, ແລະ ຫລັງຈາກນັ້ນກໍໄດ້ບອກໄປເຖິງສໍານັກຣາຊວັງຂອງກະສັດ.
\s5
\v 12 ແລ້ວກະສັດໄດ້ຕື່ນຂຶ້ນໃນຕອນກາງຄືນ ແລະ ກ່າວກັບຜູ້ຮັບໃຊ້ຂອງພະອົງວ່າ, "ເຮົາຈະບອກພວກເຈົ້າດຽວນີ້ ໃນສິ່ງທີ່ຊາວອາຣາມໄດ້ກະທໍາກັບພວກເຮົາ. ພວກເຂົາຮູ້ວ່າພວກເຮົາອຶດຢາກ, ດັ່ງນັ້ນພວກເຂົາຈຶ່ງໄດ້ອອກຈາກຄ້າຍເພື່ອລີ້ຊ່ອນຕົວຢູ່ໃນທົ່ງນາຂອງພວກເຂົາ ໂດຍກ່າວວ່າ, 'ເມື່ອອິສະຣາເອນອອກຈາກເມືອງ ເຮົາຈະຈັບເປັນພວກເຂົາ, ແລະ ຈະເຂົ້າໄປໃນເມືອງ.'"
\v 13 ຜູ້ຮັບໃຊ້ຄົນຫນຶ່ງຂອງກະສັດໄດ້ຕອບ ແລະ ທູນວ່າ, "ກະຣຸນາໃຫ້ບາງຄົນເອົາມ້າຫ້າໂຕທີ່ຍັງເຫລືອຢູ່ໃນເມືອງໄປ. ພວກເຂົາເປັນຄືກັບຄົນອິສະຣາເອນທີ່ເຫລືອຢູ່ - ປະຈຸບັນສ່ວນຫລາຍແມ່ນຕາຍແລ້ວ; ຂໍໃຫ້ພວກເຮົາສົ່ງພວກເຂົາໄປ ແລະ ເບິ່ງ."
\s5
\v 14 ດັ່ງນັ້ນ ພວກເຂົາຈຶ່ງໄດ້ເອົາຣົດມ້າສອງຄັນພ້ອມດ້ວຍມ້າ, ແລະກະສັດໄດ້ສົ່ງພວກເຂົາໃຫ້ໄປຕິດຕາມກອງທັບຂອງຊາວອາຣາມ, ໂດຍກ່າວວ່າ, "ຈົ່ງໄປແລະເບິ່ງ."
\v 15 ພວກເຂົາທັງຫລາຍຈິ່ງໄດ້ຕິດຕາມພວກເຂົາໄປຕາມແມ່ນໍ້າຈໍແດນ, ແລະ ທຸກຖະຫນົນຫົນທາງເຕັມໄປດ້ວຍເຄື່ອງນຸ່ງຫົ່ມ ແລະ ອຸປະກອນຕ່າງໆທີ່ຊາວອາຣາມໄດ້ຖິ້ມເພາະຄວາມຮີບດ່ວນຂອງພວກເຂົາ. ດັ່ງນັ້ນຜູ້ສົ່ງຂ່າວຈຶ່ງໄດ້ກັບມາ ແລະ ກ່າວກັບກະສັດ.
\s5
\v 16 ປະຊາຊົນກໍໄດ້ອອກໄປ ແລະຮິບເອົາເຄື່ອງຂອງໃນຄ້າຍທະຫານຂອງຊາວອາຣາມ. ດັ່ງນັ້ນ, ແປ້ງຢ່າງດີໄດ້ຖືກຂາຍໃນລາຄາຖັງລະຫນຶ່ງເຊກຽນ ແລະ ເຂົ້າບາເລສອງຖັງຂາຍຫນຶ່ງເຊກຽນ ຕາມຖ້ອຍຄໍາທີ່ພຣະຢາເວໄດ້ກ່າວໄວ້.
\v 17 ກະສັດໄດ້ສັ່ງນາຍທະຫານຄົນສະຫນິດໃຫ້ເປັນຜູ້ຮັບຜິດຊອບເຝົ້າປະຕູເມືອງ, ແລະປະຊາຊົນໄດ້ຢຽບໄປເທິງເຂົາທີ່ປະຕູ. ເຂົາໄດ້ຕາຍດັ່ງທີ່ຄົນຂອງພຣະເຈົ້າໄດ້ກ່າວໄວ້, ໃນເວລາທີ່ກະສັດໄດ້ລົງມາຫາເຂົາ.
\s5
\v 18 ດັ່ງນັ້ນ ສິ່ງນີ້ກໍໄດ້ເກີດຂຶ້ນດັ່ງທີ່ຄົນຂອງພຣະເຈົ້າໄດ້ບອກກັບກະສັດ, ກ່າວວ່າ, "ປະມານເວລານີ້ຢູ່ໃນປະຕູເມືອງຊາມາເຣຍ, ເຂົ້າບາເລສອງຖັງຈະຂາຍຫນຶ່ງເຊກຽນ, ແລະ ມີແປ້ງຢ່າງດີຫນຶ່ງຖັງຂາຍຫນຶ່ງເຊກຽນ".
\v 19 ນາຍທະຫານກໍໄດ້ຕອບຄົນຂອງພຣະເຈົ້າ ແລະ ກ່າວວ່າ, "ເບິ່ງແມ, ຖ້າແມ່ນພຣະຢາເວໄດ້ສ້າງປ່ອງຢ້ຽມໃນທ້ອງຟ້າ, ສິ່ງນີ້ຈະສາມາດເກີດຂຶ້ນໄດ້ບໍ?" ເອລີຊາໄດ້ກ່າວວ່າ, "ເບິ່ງເອົາເຖີດ, ທ່ານຈະສັງເກດເບິ່ງມັນເກີດຂຶ້ນດ້ວຍຕາຂອງທ່ານເອງ, ແຕ່ທ່ານຈະບໍ່ໄດ້ກິນຫຍັງເລີຍ."
\v 20 ເຫດການນີ້ກໍໄດ້ເກີດຂຶ້ນກັບເຂົາເອງແທ້, ເພາະວ່າປະຊາຊົນໄດ້ຢຽບເຂົາທີ່ປະຕູເມືອງ, ແລະ ເຂົາໄດ້ຕາຍເສຍ.
\s5
\c 8
\cl ບົດ​ທີ 8
\p
\v 1 ບັດນີ້ ເອລີຊາໄດ້ເວົ້າກັບຜູ້ຍິງທີ່ລູກຊາຍຂອງລາວໄດ້ກັບຄືນມາມີຊີວິດອີກ. ທ່ານໄດ້ກ່າວກັບນາງວ່າ, "ຈົ່ງລຸກຂຶ້ນແລະໄປພ້ອມກັບຄອບຄົວ, ແລະອາສັຍຢູ່ແຜ່ນດິນອື່ນທີ່ເຈົ້າສາມາດຢູ່ໄດ້, ເພາະວ່າພຣະຢາເວ ໄດ້ບັນດານໃຫ້ເກີດຄວາມອຶດຢາກອາຫານມາສູ່ແຜ່ນດິນນີ້ເປັນເວລາເຈັດປີ."
\v 2 ດັ່ງນັ້ນຍິງຄົນນັ້ນກໍໄດ້ລຸກຂຶ້ນແລະນາງໄດ້ເຊື່ອຟັງຖ້ອຍຄຳຂອງຄົນຂອງພຣະເຈົ້າ. ນາງໄດ້ໄປຢູ່ກັບຄອບຄົວແລະອາສັຍຢູ່ໃນແຜ່ນດິນຟິລິສະຕິນເຈັດປີ.
\s5
\v 3 ສິ່ງນີ້ໄດ້ເກີດຂຶ້ນເມື່ອທ້າຍປີທີເຈັດ ແລະຍິງຄົນນັ້ນກໍໄດ້ກັບມາຈາກແຜ່ນດິນຟີລິສະຕິນ, ແລະນາງໄດ້ໄປຫາກະສັດເພື່ອທູນຂໍເຮືອນແລະທີ່ດິນຂອງນາງຄືນ.
\v 4 ບັດນີ້ກະສັດໄດ້ຊົງກຳລັງກ່າວກັບເກຮາຊີຜູ້ຮັບໃຊ້ຄົນຂອງພຣະເຈົ້າ, ໂດຍກ່າວວ່າ, "ຈົ່ງບອກເຮົາເຖິງສິ່ງທີ່ຍິ່ງໃຫຍ່ທຸກຢ່າງທີ່ເອລີຊາໄດ້ກະທໍາ."
\s5
\v 5 ໃນຂະນະທີ່ເຂົາກຳລັງກ່າວກັບກະສັດ ເລື່ອງທີ່ເອລີຊາໄດ້ຊຸບຊີວິດຂອງເດັກທີ່ຕາຍແລ້ວ, ຜູ້ຍິງຄົນທີ່ທ່ານໄດ້ຊຸບຊີວິດລູກຊາຍຂອງນາງໄດ້ມາ ໄດ້ມາຮ້ອງທູນຕໍ່ກະສັດເພື່ອຂໍເຮືອນແລະທີ່ດິນຂອງນາງຄືນ. ເກຮາຊີໄດ້ກ່າວວ່າ, "ຂ້າແຕ່ກະສັດ ເຈົ້ານາຍຂອງຂ້ານ້ອຍ, ນີ້ແມ່ນຜູ້ຍິງຄົນນັ້ນແທ້ໆ, ແລະນີ້ແມ່ນລູກຊາຍຂອງນາງ, ເຊິ່ງເອລີຊາໄດ້ເຮັດໃຫ້ເປັນຄືນມາສູ່ຊີວິດ."
\v 6 ເມື່ອກະສັດໄດ້ຖາມຜູ້ຍິງນັ້ນກ່ຽວກັບລູກຊາຍຂອງນາງ, ນາງໄດ້ກ່າວກັບພະອົງ. ດັ່ງນັ້ນກະສັດຈຶ່ງສັ່ງໃຫ້ນາຍທະຫານຄົນຫນຶ່ງມາຫານາງໂດຍກ່າວວ່າ, "ຈົ່ງມອບທຸກສິ່ງທີ່ເປັນຂອງນາງໃຫ້ນາງ ແລະ ພ້ອມທັງພືດຜົນທັງຫມົດຂອງນາງ ຕັ້ງແຕ່ມື້ທີ່ນາງໄດ້ອອກຈາກແຜ່ນດິນມາຈົນເຖິງດຽວນີ້."
\s5
\v 7 ເອລີຊາ ໄດ້ມາຍັງເມືອງດາມັສກັດ ບ່ອນທີ່ເບັນຮາດາດກະສັດແຫ່ງອາຣາມປ່ວຍ. ແລະມີຄົນໄດ້ທູນກະສັດໄດ້ກ່າວວ່າ, "ຄົນຂອງພຣະເຈົ້າໄດ້ມາທີ່ນີ້."
\v 8 ກະສັດໄດ້ກ່າວກັບຮາຊາເອນວ່າ,“ ຈົ່ງນໍາເອົາຂອງຂວັນ ແລະ ໄປພົບກັບຄົນຂອງພຣະເຈົ້າ, ແລະທູນຖາມພຣະຢາເວໂດຍຜ່ານເພິ່ນ, ໂດຍກ່າວວ່າ,“ ເຮົາຈະຫາຍດີຈາກພະຍາດນີ້ບໍ?”
\v 9 ດັ່ງນັ້ນ ຮາຊາເອນຈິ່ງໄປພົບທ່ານ ແລະ ນໍາເອົາຂອງຂວັນໄປດ້ວຍ ທຸກສິ່ງຄືສິ່ງທີ່ດີຂອງເມືອງດາມັສກັດ, ຊຶ່ງໄດ້ບັນທຸກໂດຍອູດສີ່ສິບໂຕ. ດັ່ງນັ້ນຮາຊາເອນຈຶ່ງມາແລະຢືນຢູ່ຕໍ່ຫນ້າເອລີຊາ ແລະ ກ່າວວ່າ, "ກະສັດເບັນຮາດາດກະສັດແຫ່ງອາຣາມ ໄດ້ສົ່ງຂ້ານ້ອຍມາຫາທ່ານ, ຖາມວ່າ," ເຮົາຈະຫາຍດີຈາກພະຍາດນີ້ບໍ?"'
\s5
\v 10 ເອລີຊາໄດ້ຕອບເຂົາວ່າ, "ຈົ່ງໄປບອກເບັນຮາດາດວ່າ, 'ທ່ານຈະຫາຍດີຈາກການປ່ວຍແນ່ນອນ, ແຕ່ພຣະຢາເວ ໄດ້ຊົງສະແດງໃຫ້ຂ້າພະເຈົ້າເຫັນວ່າພະອົງຈະເສຍຊີວິດແນ່ນອນ."
\v 11 ແລ້ວເອລີຊາໄດ້ແນມເບິ່ງຮາຊາເອນຈົນເຂົາຮູ້ສຶກອາຍ, ແລະຄົນຂອງພຣະເຈົ້າກໍໄດ້ຮ້ອງໄຫ້.
\v 12 ຮາຊາເອນຈຶ່ງຖາມວ່າ,“ ເປັນຫຍັງເຈົ້ານາຍຂອງຂ້ານ້ອຍຈຶ່ງຮ້ອງໄຫ້?” ທ່ານໄດ້ຕອບວ່າ, "ເພາະວ່າເຮົາຮູ້ເຖິງຄວາມຊົ່ວຮ້າຍທີ່ທ່ານຈະກະທຳຕໍ່ຊາວອິສະຣາເອນ. ທ່ານຈະເອົາໄຟເຜົາປ້ອມກອງກຳລັງຂອງພວກເຂົາ, ແລະທ່ານຈະຂ້າຄົນຫນຸ່ມດ້ວຍດາບ, ຈັບເດັກນ້ອຍຟາດຈົນມຸ່ນ, ແລະຜ່າທ້ອງຜູ້ຍິງຖືພາເສຍ."
\s5
\v 13 ຮາຊາເອນໄດ້ຕອບວ່າ, "ຄົນຮັບໃຊ້ຂອງທ່ານແມ່ນໃຜ, ທີ່ຈະເຮັດສິ່ງທີ່ຍິ່ງໃຫຍ່ນີ້ບໍ? ເຂົາເປັນພຽງຫມາເທົ່ານັ້ນ." ເອລີຊາໄດ້ຕອບວ່າ, "ພຣະຢາເວໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າທ່ານຈະເປັນກະສັດປົກຄອງເມືອງອາຣາມ."
\v 14 ຫລັງຈາກນັ້ນ, ຮາຊາເອນກໍໄດ້ໄປຈາກເອລີຊາ ແລະເຂົ້າຫາເຈົ້ານາຍຂອງເຂົາ, ຜູ້ຊຶ່ງຖາມເຂົາວ່າ, "ເອລີຊາໄດ້ເວົ້າຫຍັງກັບເຈົ້າ?" ເຂົາໄດ້ຕອບວ່າ, "ທ່ານໄດ້ບອກຂ້ານ້ອຍວ່າ ພະອົງຈະຊົງດີຈາກການເຈັບປ່ວຍແນ່ນອນ."
\v 15 ມື້ຕໍ່ມາ ຮາຊາເອນ ໄດ້ເອົາຜ້າຫົ່ມມາຈຸ່ມລົງນໍ້າ, ແລະ ເອົາລົງໄປຄຸມທີ່ຫນ້າຂອງເບັນຮາດາດຈົນພະອົງເສຍຊີວິດ. ແລ້ວ ຮາຊາເອນກໍໄດ້ຂຶ້ນເປັນກະສັດແທນ.
\s5
\v 16 ໃນປີທີຫ້າຂອງຣາຊການໂຢຣາມ ລູກຊາຍຂອງກະສັດອາຮາບກະສັດແຫ່ງອິສະຣາເອນ, ກະສັດເຢໂຮຣາມເລີ່ມຂຶ້ນປົກຄອງແທນ. ທ່ານເປັນລູກຊາຍຂອງກະສັດເຢໂຮຊາຟັດກະສັດແຫ່ງຢູດາ. ທ່ານເລີ່ມປົກຄອງເມື່ອກະສັດເຢໂຮຊາຟັດເປັນກະສັດແຫ່ງຢູດາ.
\v 17 ເຢໂຮຣາມມີອາຍຸໄດ້ສາມສິບສອງປີ ເມື່ອໄດ້ເລີ່ມຂຶ້ນປົກຄອງເມືອງ ແລະ ພະອົງໄດ້ຂຶ້ນປົກຄອງເມືອງຢູ່ທີ່ກຸງເຢຣູຊາເລັມແປດປີ.
\s5
\v 18 ເຢໂຮຣາມໄດ້ດໍາເນີນຕາມແນວທາງຂອງບັນດາກະສັດແຫ່ງອິສະຣາເອນ, ຄືກັນກັບກະສັດອາຮາບໄດ້ກະທໍາ; ເພາະລູກສາວຂອງອາຮາບເປັນເມຍຂອງພະອົງ, ແລະພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ.
\v 19 ຢ່າງໃດກໍຕາມ, ເພາະໄດ້ຊົງເຫັນແກ່ດາວິດ, ຜູ້ຮັບໃຊ້ຂອງພຣະອົງ, ພຣະຢາເວບໍ່ໄດ້ມີຈຸດປະສົງທີ່ຈະທຳລາຍຢູດາ, ເຫດທີ່ພຣະອົງໄດ້ກ່າວແກ່ເຂົາວ່າ ຈະຊົງປຣະທານເຊື້ອສາຍໃຫ້ແກ່ພະອົງຕະຫລອດໄປ.
\s5
\v 20 ໃນຣາຊການຂອງເຢໂຮຣາມ, ເອໂດມໄດ້ກະບົດ ບໍ່ຍອມຢູ່ໃຕ້ອຳນາດຂອງຢູດາ, ແລະ ພວກເຂົາໄດ້ຕັ້ງກະສັດປົກຄອງເຫນືອເຂົາເອງ.
\v 21 ແລ້ວເຢໂຮຣາມ ຈຶ່ງໄດ້ຍົກທັບ ພ້ອມບັນດາແມ່ທັບ ແລະ ຣົດມ້າທັງຫມົດຂອງພະອົງ. ເຫດການນີ້ໄດ້ເກີດຂຶ້ນເມື່ອພະອົງໄດ້ລຸກຂຶ້ນໃນຕອນກາງຄືນ ແລະ ຖືກໂຈມຕີແລະ ຖືກປິດລ້ອມຈາກຊາວເອໂດມ, ຊຶ່ງຜູ້ທີ່ໄດ້ມາປິດລ້ອມພະອົງ ແລະ ບັນດາຜູ້ບັນຊາການຂອງຣົດມ້າ. ຈາກນັ້ນກອງທັບຂອງກະສັດເຢໂຮຣາມໄດ້ຫນີກັບເຂົ້າໄປໃນບ້ານເມືອງຂອງພວກເຂົາໄດ້.
\s5
\v 22 ດັ່ງນັ້ນ ເອໂດມຈຶ່ງໄດ້ກະບົດ ຕໍ່ຕ້ານການປົກຄອງຂອງຢູດາຈົນເຖິງທຸກວັນນີ້. ແລ້ວລິບນາກໍໄດ້ກະບົດໃນເວລາດຽວກັນ.
\v 23 ສ່ວນພາຣະກິດອື່ນໆຂອງເຢໂຮຣາມ, ທຸກສິ່ງທີ່ທ່ານໄດ້ກະທໍາ, ແມ່ນບໍ່ໄດ້ຖືກຂຽນໄວ້ໃນປື້ມບັນທຶກເຫດການຕ່າງໆຂອງກະສັດຢູດາ?
\v 24 ເຢໂຮຣາມໄດ້ລ່ວງລັບໄປ ແລະ ໄດ້ພັກສະຫງົບຢູ່ກັບບັນພະບຸຣຸດຂອງພະອົງ, ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງທ່ານທີ່ເມືອງດາວິດ. ແລ້ວອາຮາຊິຍາລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດແທນ.
\s5
\v 25 ໃນປີທີສິບສອງແຫ່ງຣາຊການຂອງໂຢຣາມລູກຊາຍຂອງອາຮາບ, ກະສັດແຫ່ງອິສະຣາເອນ, ອາຮາຊີຢາລູກຊາຍຂອງເຢໂຮຣາມກະສັດແຫ່ງຢູດາ, ໄດ້ຂຶ້ນປົກຄອງແທນ.
\v 26 ອາຮາຊີຢາມີອາຍຸໄດ້ຊາວສອງປີ ຕອນພະອົງເລີ່ມປົກຄອງ; ພະອົງປົກຄອງເປັນເວລາຫນຶ່ງປີໃນກຸງເຢຣູຊາເລັມ. ແມ່ຂອງເພິ່ນຊື່ວ່າອາທາລິຍາ; ນາງເປັນລູກສາວຂອງອົມຣິ, ກະສັດແຫ່ງອິສະຣາເອນ.
\v 27 ອາຮາຊິຢາດໍາເນີນຕາມເສັ້ນທາງຂອງຣາຊວົງອາຮາບ; ພະອົງໄດ້ກະທໍາສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ດັ່ງທີ່ເຊື້້ອສາຍຂອງອາຮາບກະທໍາ, ເພາະອາຮາຊິຍຢາເປັນລູກເຂີຍຂອງຣາຊະວົງອາຮາບ.
\s5
\v 28 ອາຮາຊິຢາໄດ້ເດີນທາງໄປກັບໂຢຣາມລູກຊາຍຂອງອາຮາບ, ເພື່ອເຮັດສົງຄາມກັບຮາຊາເອນ, ກະສັດແຫ່ງອາຣາມ, ທີ່ເມືອງຣາໂມດ ກິເລອາດ. ຊາວອາຣາມໄດ້ກະທໍາໃຫ້ໂຢຣາມໄດ້ຮັບບາດເຈັບ.
\v 29 ກະສັດໂຢຣາມໄດ້ກັບຄືນມາຮັບການຮັກສາທີ່ເມືອງຍິດຊະເຣເອນ ທີ່ເກີດຈາກຄົນອາຣາມໄດ້ເຮັດແກ່ພະອົງທີ່ຣາມາ, ໃນເວລາທີ່ພະອົງໄດ້ຕໍ່ສູ້ຮາຊາເອນ ກະສັດແຫ່ງອາຣາມ. ດັ່ງນັ້ນອາຮາຊີຢາລູກຊາຍຂອງເຢໂຮຣາມ, ກະສັດແຫ່ງຢູດາ, ໄດ້ລົງໄປຫາໂຢຣາມລູກຊາຍຂອງອາຮາບ, ເພາະວ່າໂຢຣາມໄດ້ຮັບບາດເຈັບ.
\s5
\c 9
\cl ບົດທີ 9
\p
\v 1 ເອລີຊາຜູ້ທຳນວຍໄດ້ເອີ້ນຄົນຫນຶ່ງໃນພວກລູກຊາຍຂອງຜູ້ທຳນວາຍ ແລະກ່າວກັບລາວວ່າ,“ ຈົ່ງແຕ່ງຕົວເພື່ອເດີນທາງ, ແລ້ວຖືນ້ຳມັນຂວດນ້ອຍນີ້ໄວ້ໃນມືຂອງເຈົ້າ ແລະໄປທີ່ເມືອງ ຣາໂມດ ກີເລອາດ.
\v 2 ເມື່ອເຈົ້າເຖິງທີ່ນັ້ນແລ້ວ, ຈົ່ງຫລຽວຫາຢາຮູລູກຊາຍຂອງເຢໂຮຊາຟັດ ລູກຊາຍຂອງນິມຊີ, ແລະຈົ່ງເຂົ້າໄປຂ້າງໃນ ແລະໃຫ້ລາວລຸກຂຶ້ນຈາກຫມູ່ຂອງລາວ, ແລະພາລາວໄປທີ່ຫ້ອງຊັ້ນໃນ.
\v 3 ແລ້ວຈົ່ງເອົານ້ຳມັນໃນຂວດໄປ ແລະເທລົງເທິງຫົວຂອງລາວແລະເວົ້າວ່າ," ພຣະຢາເວກ່າວດັ່ງນີ້ວ່າ: "ເຮົາເຈີມຕັ້ງເຈົ້າໃຫ້ເປັນກະສັດເຫນືອອິສະຣາເອນ."' ແລ້ວຈົ່ງເປີດປະຕູ, ແລະແລ່ນອອກໄປ; ຢ່າຊັກຊ້າ."
\s5
\v 4 ດ້ວຍເຫດນີ້ຊາຍຫນຸ່ມຜູ້ນັ້ນ, ຄືຜູ້ທຳນວາຍຫນຸ່ມ, ຈຶ່ງໄດ້ໄປທີ່ ຣາໂມ ກີເລອາດ.
\v 5 ເມື່ອລາວໄປຮອດ, ເບິ່ງແມ, ບັນດານາຍທະຫານກຳລັງນັ່ງຢູ່. ດັ່ງນັ້ນຜູ້ທຳນວາຍຫນຸ່ມໄດ້ກ່າວວ່າ, "ທ່ານຜູ້ບັນຊາການ, ຂ້ານ້ອຍນຳຂ່າວມາເຖິງທ່ານ,"ເຢຮູໄດ້ເວົ້າວ່າ,"ມາເຖິງໃຜໃນພວກເຮົາ?" ຜູ້ທຳນວາຍຫນຸ່ມຕອບວ່າ, "ມາເຖິງທ່ານ, ຜູ້ບັນຊາການ."
\v 6 ດັ່ງນັ້ນເຢຮູຈຶ່ງລຸກຂຶ້ນແລະເຂົ້າໄປໃນເຮືອນ ແລະຜູ້ທຳນວາຍໄດ້ເອົານໍ້າມັນລົງເທິງຫົວຂອງລາວ ແລະ ກ່າວກັບເຢຮູວ່າ, "ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ກ່າວດັ່ງນີ້: ເຮົາໄດ້ເຈີມຕັ້ງເຈົ້າໄວ້ເປັນກະສັດເຫນືອປະຊາຊົນຂອງພຣະຢາເວ, ຄືເຫນືອຄົນອິສະຣາເອນ.
\s5
\v 7 ເຈົ້າຕ້ອງຂ້າຄອບຄົວຂອງອາຮາບນາຍຂອງເຈົ້າ, ເພື່ອເຮົາຈະແກ້ແຄ້ນໃຫ້ເລືອດຂອງຜູ້ຮັບໃຊ້ຂອງເຮົາຄືບັນດາຜູ້ທຳນວາຍ, ແລະ ເລືອດຂອງຜູ້ຮັບໃຊ້ທັງຫມົດຂອງພຣະເຢວາ, ຜູ້ທີ່ຖືກຂ້າໂດຍມືຂອງເຢຊາເບນ.
\v 8 ເພາະວ່າຄອບຄົວ ຂອງອາຮາບທັງຫມົດ ຈະຕ້ອງພິນາດ, ແລະ ເຮົາຈະກຳຈັດລູກຊາຍທຸກຄົນເສຍຈາກອາຮາບ, ບໍ່ວ່າຄົນນັ້ນຈະເປັນຂ້າທາດ ຫລື ຄົນມີອິສຣະ.
\s5
\v 9 ເຮົາຈະເຮັດໃຫ້ຄອບຄົວຂອງອາຮາບ ເປັນເຫມືອນຄອບຄົວຂອງ ເຢໂຣໂບອາມ ລູກຊາຍຂອງເນບັດ ແລະ ຄືກັບຄອບຄົວຂອງ ບາອາຊາ ລູກຊາຍຂອງອາຮີຢາ.
\v 10 ພວກຫມາຈະກິນ ເຢເຊເບນໃນ ຢິດຊາເລນ, ແລະ ຈະບໍ່ມີໃຜຝັງສົບນາງ. '"ແລ້ວຜູ້ທຳນວາຍໄດ້ເປີດປະຕູ ແລະແລ່ນຫນີໄປ.
\s5
\v 11 ເມື່ອເຢຮູອອກໄປຫາຜູ້ຮັບໃຊ້ຂອງນາຍຂອງລາວ, ແລະຄົນຫນຶ່ງ ຖາມລາວວ່າ: "ທຸກຢ່າງຮຽບຮ້ອຍດີບໍ? ເປັນຫຍັງຄົນບ້າຄົນນີ້ຈຶ່ງມາຫາເຈົ້າ?" ເຢຮູໄດ້ຕອບພວກເຂົາວ່າ, "ພວກເຈົ້າຮູ້ຈັກຊາຍຄົນນັ້ນແລະສິ່ງທີ່ເຂົາເວົ້າແລ້ວ."
\v 12 ພວກເຂົາເວົ້າວ່າ, "ນັ້ນແມ່ນຄຳຕົວະ. ບອກພວກເຮົາມາເຖີດ." ເຢຮູໄດ້ຕອບວ່າ, "ລາວໄດ້ເວົ້າແນວນີ້ແລະສິ່ງນັ້ນກັບຂ້ອຍ, ແລະລາວຍັງເວົ້າອີກວ່າ," ພຣະຢາເວກ່າວດັ່ງນີ້ວ່າ: ເຮົາໄດ້ເຈີມ ຕັ້ງເຈົ້າໃຫ້ເປັນກະສັດປົກຄອງອິສະຣາເອນ.'"
\v 13 ແລ້ວພວກເຂົາແຕ່ລະຄົນກໍໄດ້ຮີບເອົາເຄື່ອງແຕ່ງກາຍທີ່ສວມຂ້າງນອກຂອງພວກເຂົາອອກມາ ແລະປູໃຫ້ເຢຮູຢຽບທີ່ບັນໄດຂັ້ນເທິງສຸດ. ພວກເຂົາເປົ່າເຂົາສັດແລະເວົ້າວ່າ, "ເຢຮູເປັນກະສັດ."
\s5
\v 14 ດ້ວຍວິທີນີ້ ເຢຮູ ລູກຊາຍຂອງເຢໂຮຊາຟັດລູກຊາຍຂອງ ນິມຊີ ສົມຮູ້ຮ່ວມຄິດກັບຄົນອື່ນຄິດກະບົດຕໍ່ໂຢຣາມ. ຕອນນີ້ໂຢຣາມໄດ້ປ້ອງກັນເມືອງ ຣາໂມດກີເລອາດ, ລາວແລະຊາວອິສະຣາເອນ, ທັງຫມົດໄວ້ຈາກຮາຊາເອນກະສັດແຫ່ງອາຣາມ,
\v 15 ແຕ່ກະສັດໂຢຣາມ ໄດ້ກັບໄປທີ່ຢິດຊາເຣນເພື່ອຮັບການຮັກສາບາດແຜທີ່ຊາວອາຣາມທຳຮ້າຍລາວ, ໃນເວລາທີ່ລາວໄດ້ຕໍ່ສູ້ກັບກະສັດ ຮາຊາເອນແຫ່ງເອຣາມ. ເຢຮຸນຈຶ່ງໄດ້ເວົ້າກັບຜູ້ຮັບໃຊ້ຂອງໂຢຣາມວ່າ, "ຖ້ານີ້ເປັນຄວາມປະສົງຂອງທ່ານ, ກໍຢ່າປ່ອຍໃຫ້ຜູ້ໃດຫນີແລະອອກຈາກເມືອງ, ເພື່ອຈະໄປບອກຂ່າວນີ້ໃນເມືອງ ຢິດຊາເຣນໄດ້."
\v 16 ດັ່ງນັ້ນ ເຢຮູໄດ້ ຂີ່ຣົດມ້າເສິກໄປຍັງຢິດຊະເຣນ; ສຳລັບ ໂຢຣາມກຳລັງພັກຜ່ອນຢູ່ທີ່ນັ້ນ. ບັດນີ້ອາຮາຢາກະສັດແຫ່ງຢູດາໄດ້ລົງມາເບິ່ງໂຢຣາມ.
\s5
\v 17 ທະຫານຍາມກຳລັງຢືນຢູ່ເທິງຫໍຄອຍໃນ ຢິດຊາເຣນ, ແລະລາວໄດ້ເຫັນກຸ່ມຂອງເຢຮູເມື່ອລາວມາທາງໄກ; ລາວເວົ້າວ່າ, "ຂ້ອຍເຫັນກຸ່ມຜູ້ຊາຍກຳລັງມາ." ໂຢຣາມໄດ້ກ່າວວ່າ, "ຈົ່ງໃຊ້ຄົນຂີ່ມ້າໄປ, ແລະສົ່ງລາວອອກໄປພົບພວກເຂົາ; ແລະໃຫ້ຖາມເຂົາວ່າ," ທ່ານມາຢ່າງສັນຕິບໍ?'"
\v 18 ດັ່ງນັ້ນລາວໄດ້ສົ່ງຊາຍຄົນຫນຶ່ງຂີ່ມ້າໄປພົບເຂົາ; ເຂົາໄດ້ເວົ້າວ່າ," ກະສັດກ່າວດັ່ງນີ້ວ່າ: ທ່ານມາຢ່າງສັນຕິບໍ?'" ດັ່ງນັ້ນເຢຮູໄດ້ຕອບວ່າ," ທ່ານກ່ຽວຂ້ອງອັນໃດກັບສັນຕິ? ຈົ່ງລ້ຽວກັບຕາມເຮົາມາ." ແລ້ວທະຫານຜູ້ເຝົ້າຍາມໄດ້ບອກກະສັດວ່າ, "ຜູ້ນຳຂ່າວໄດ້ພົບກັບພວກເຂົາ, ແຕ່ລາວບໍ່ໄດ້ກັບມາອີກ."
\s5
\v 19 ແລ້ວທ່ານໄດ້ສົ່ງຄົນທີສອງຂີ່ມ້າອອກໄປ, ຜູ້ທີ່ມາຫາພວກເຂົາແລະເວົ້າວ່າ,“ ກະສັດກ່າວດັ່ງນີ້ວ່າ: 'ເຈົ້າມາຢ່າງສັນຕິບໍ?'" ເຢຮູຕອບວ່າ, "ເຈົ້າກ່ຽວຂ້ອງອັນໃດກັບສັນຕິ? ຈົ່ງລ້ຽວກັບແລະຕາມເຮົາມາ."
\v 20 ອີກຄັ້ງນັກເຝົ້າຍາມກໍໄດ້ລາຍງານວ່າໄດ້ລາຍງານວ່າ, "ລາວໄດ້ພົບກັບພວກເຂົາ, ແຕ່ລາວບໍ່ກັບມາອີກ. ວິທີການຂັບລົດມ້ານັ້ນກໍໄດ້ເຫມືອນກັບການຂັບຣົດມ້າຂອງ ເຢຮູລູກຊາຍຂອງ ນິມຊີ; ລາວກຳລັງຂັບຣົດຢ່າງໂຫດຮ້າຍ."
\s5
\v 21 ດັ່ງນັ້ນໂຢຣາມໄດ້ກ່າວວ່າ,“ ຈົ່ງກຽມຣົດຮົບຂອງເຮົາໄວ້ເຖີ້ນ.” ພວກເຂົາໄດ້ກຽມຣົດຮົບຂອງລາວ, ແລະໂຢຮາມກະສັດແຫ່ງອິສະຣາເອນແລະອາຮາຊີຢາກະສັດແຫ່ງຢູດາໄດ້ຂີ່ຣົດມ້າ, ແຕ່ລະຄົນກໍໄດ້ຢູ່ໃນຣົດຮົບຂອງລາວ, ເພື່ອພົບກັບເຢຮູ. ພວກເຂົາທັງສອງໄດ້ພົບລາວຢູ່ທີ່ ທີ່ດິນຂອງນາໂບດຊາວຢິດຊະເຣນ.
\v 22 ເມື່ອ ໂຢຣາມໄດ້ຫລຽວເຫັນຢາຮູແລ້ວ, ເພິ່ນຈຶ່ງໄດ້ກ່າວວ່າ, "ເຢຮູ ມາຢ່າງສັນຕິຫລືບໍ່?" ເຢຮູຕອບວ່າ, "ຈະມີສັນຕິໄດ້ຢ່າງໃດ, ເມື່ອການນອກໃຈໂດຍການບູຊາຮູບເຄົາຣົບແລະການຝຶກເວດມົນຄາຖາຂອງ ເຊເບນແມ່ຂອງທ່ານຍັງມີ ຢູ່ຫລວງຫລາຍເຊັ່ນນີ້?"
\s5
\v 23 ດັ່ງນັ້ນໂຢຣາມໄດ້ຊົງຊັກບັງຫຽນຣົດມ້າຮົບຫັນກັບ ແລະ ຫນີໄປ ແລະເວົ້າກັບ ອາຮາຊີຢາວ່າ, "ອາຮາຊີຢາ, ມີກະບົດ
\v 24 ແລ້ວເຢຮູກໍໄດ້ກົ່ງທະນູຂອງເຂົາດ້ວຍສຸດກຳລັງຂອງຕົນແລະໄດ້ຍິງຖືກໂຢຣາມລະຫວ່າງບ່າຂອງທ່ານ; ລູກທະນູໄດ້ຜ່ານຫົວໃຈຂອງລາວ, ແລະລາວໄດ້ລົ້ມລົງໄປໃນຣົດຮົບຂອງລາວ.
\s5
\v 25 ຜູ້ບັນຊາການທະຫານວ່າ,“ ຈົ່ງຍົກລາວຂຶ້ນແລະໂຍນຖິ້ມລົງໄປໃນທີ່ດິນທົ່ງຂອງນາໂບດຊາວຢິດຊະເຣນ. ຂໍໃຫ້ຄິດເຖິງເມື່ອເຮົາກັບເຈົ້າໄດ້ຂີ່ມ້າຮຽງກັນມາ ໃຫ້ທ່ານຕາມອາຮາບພໍ່ຂອງທ່ານໄປ, - ພຣະຢາເວໄດ້ຊົງກ່າວໂທດທ່ານວ່າ:
\v 26 ເມື່ອວານນີ້ເຮົາໄດ້ເຫັນເລືອດຂອງນາໂບດ ແລະເລືອດຂອງລູກຊາຍຂອງເຂົາ ພຣະຢາເວກ່າວວ່າ ແລະເຮົາຈະໄດ້ຕອບສະຫນອງເຈົ້າເທິງທີ່ດິນຕອນນີ້ແຫລະ ພຣະຢາເວກ່າວ. ບັດນີ້ຈົ່ງຍົກເຂົາຂຶ້ນ, ແລະໂຍນເຂົາຖິ້ມໄວ້ເທິງທີ່ດິນຕອນນີ້ແຫລະ, - ຕາມຖ້ອຍຄຳ ຂອງພຣະຢາເວ."
\s5
\v 27 ເມື່ອອາຮາຊີຢາກະສັດແຫ່ງໄດ້ຢູດາເຫັນເຫດການນີ້, ເພິ່ນກໍ່ໄດ້ຫນີໄປຕາມທາງໄປທາງເມືອງເບັດຮາກາ. ແຕ່ ເຢຮູ ໄດ້ຕິດຕາມເພິ່ນໄປ, ແລະກ່າວວ່າ, "ຈົ່ງຂ້າລາວໃນຣົດຮົບ," ແລະພວກເຂົາກໍ່ຍິງລາວຢູ່ບ່ອນສູງຂອງເມືອງ ກຸດ, ເຊິ່ງຢູ່ໃກ້ເມືອງລິບເລອາມ. ອາຮາຊີຢາໄດ້ປົບຫນີໄປທີ່ເມກິດໂດແລະຕາຍຢູ່ທີ່ນັ້ນ.
\v 28 ພວກຜູ້ຮັບໃຊ້ຂອງທ່ານໄດ້ນຳເອົາຊາກສົບຂອງທ່ານໃສ່ຣົດຮົບໄປທີ່ກຸງເຢຣູຊາເລັມແລະໄດ້ຝັງສົບເພິ່ນໄວ້ໃນອຸບໂມງຝັງສົບກັບບັນພະບຸຣຸດຂອງເພິ່ນໃນເມືອງດາວິດ.
\s5
\v 29 ບັດນີ້ ໃນປີທີສິບເອັດແຫ່ງຣາຊການໂຢຣາມລູກຊາຍຂອງອາຮາບທີ່ອາຮາຊີຢາໄດ້ຂຶ້ນປົກຄອງເຫນືອຢູດາ.
\s5
\v 30 ເມື່ອ ເຢຮູໄດ້ມາຮອດ ເມືອງຢິດຊະເຣນ, ເຢເຊເບນໄດ້ຊົງຮູ້ເລື່ອງ, ແລະນາງກໄດ້ແຕ້ມຕາຂອງນາງ, ໄດ້ແຕ່ງຜົມຂອງນາງ, ແລະເບິ່ງອອກຈາກປ່ອງຢ້ຽມ
\v 31 ເມື່ອເຢຮູໄດ້ຜ່ານປະຕູເຂົ້າມາ, ນາງໄດ້ຖາມລາວວ່າ, "ເຈົ້າມາຢ່າງສັນຕິບໍ, ເຈົ້າຊິມຣີ, ເຈົ້າຂ້ານາຍຂອງເຈົ້າບໍ?"
\v 32 ເຢຮູໄດ້ຫລຽວໄປເບິ່ງທີ່ປ່ອງຢ້ຽມແລະໄດ້ເວົ້າວ່າ, "ໃຜຢູ່ຂ້າງຂອງຂ້ອຍແມ່ນໃຜ?" ແລ້ວກໍຊາຍຕອນສອງ ສາມຄົນຫລຽວເບິ່ງລາວທາງປ່ອງຢ້ຽມ.
\s5
\v 33 ດັ່ງນັ້ນເຢຮູໄດ້ກ່າວວ່າ, "ຖິ້ມນາງລົງມາ." ດັ່ງນັ້ນພວກເຂົາໄດ້ໂຍນເຢຊາເບນລົງມາ, ແລະເລືອດຂອງນາງບາງສ່ວນໄດ້ກະແຈກກະຈາຍຢູ່ເທິງຝາແລະມ້າ, ແລະເຢຮູກໍໄດ້ຢຽບຊາກສົບຂອງນາງໄວ້ໃຕ້ຕີນ.
\v 34 ເມື່ອເຢຮູໄດ້ເຂົ້າໄປໃນວັງ, ລາວໄດ້ກິນແລະດື່ມ. ແລ້ວໄດ້ເວົ້າວ່າ, "ເບິ່ງດຽວນີ້ກັບແມ່ຍິງທີ່ຖືກສາບແຊ່ງຄົນນີ້ເຖີດ ຈົ່ງເອົານາງໄປແລະຝັງນາງເສຍ, ເພາະວ່ານາງເປັນທິດາຂອງກະສັດ."
\s5
\v 35 ພວກເຂົາໄດ້ໄປເພື່ອຈະຝັງສົບນາງ, ແຕ່ພວກເຂົາກໍບໍ່ໄດ້ພົບຫຍັງຫມົດນອກຈາກກະໂຫລກຫົວ, ຕີນ ແລະຝາມືຂອງນາງ.
\v 36 ດັ່ງນັ້ນພວກເຂົາກໍກັບມາແລະບອກເຢຮູ. ເຂົາໄດ້ກ່າວວ່າ, "ສິ່ງນີ້ເປັນໄປຕາມຖ້ອຍຄຳ ຂອງພຣະຢາເວ ຊຶ່ງພຣະອົງໄດ້ກ່າວຜ່ານທາງເອລີຢາຊາວຕີຊະເບ, ຜູ້ຮັບໃຊ້ຂອງພຣະອົງວ່າ, 'ໃນຢິດຊະເຣນ ຫມາ ຈະກິນເນື້ອຫນັງຂອງ ເຢເຊເບນ,
\v 37 ແລະສົບຂອງເຢເຊເບນຈະເປັນເຫມືອນຂີ້ສັດເທິງທີ່ດິນຂອງແຜ່ນດິນທີ່ຢິດຊະເຣນ, ເພື່ອວ່າຈະບໍ່ມີໃຜສາມາດເວົ້າໄດ້ວ່າ,"ນີ້ຄືເຢເຊເບນ."'"
\s5
\c 10
\cl ບົດທີ 10
\p
\v 1 ຕອນນີ້ອາຮາບມີລູກຫລານເຈັດສິບຄົນຢູ່ໃນເມືອງຊາມາເຣຍ. ເຢຮຸນ ໄດ້ຂຽນຈົດຫມາຍ ແລະ ສົ່ງໄປທີ່ເມືອງຊາມາເຣຍ, ເຖິງບັນດາຜູ້ປົກຄອງຂອງ ຢິດຊະເຣນ, ລວມທັງຜູ້ເຖົ້າຜູ້ແກ່ແລະ ຜູ້ປົກຄອງເຊື້ອສາຍຂອງອາຮາບ, ໂດຍກ່າວວ່າ,
\v 2 "ໃນເມື່ອລູກຊາຍຂອງເຈົ້ານາຍຂອງເຈົ້າຢູ່ກັບເຈົ້າ, ແລະ ເຈົ້າຍັງມີຣົດຮົບແລະມ້າແລະເມືອງທີ່ມີກຳລັງເສີມ ແລະປະກອບອາວຸດ. ດັ່ງນັ້ນບັດນີ້, ເມື່ອຈົດຫມາຍສະບັບນີ້ມາເຖິງເຈົ້າ,
\v 3 ຈົ່ງຄັດເລືອກເອົາລູກຊາຍຂອງນາຍເຈົ້າທີ່ດີທີ່ສຸດແລະ ສົມຄວນທີ່ສຸດ ແລະ ຕັ້ງລາວໄວ້ເທິງບັນລັງຂອງພໍ່ຂອງເຂົາ, ແລະ ຈົ່ງຕໍ່ສູ້ເພື່ອເຊື້ອສາຍຂອງເຈົ້ານາຍຂອງພວກເຈົ້າ."
\s5
\v 4 ແຕ່ພວກເຂົາຢ້ານແລະເວົ້າກັນວ່າ, "ເບິ່ງແມ, ກະສັດສອງຄົນບໍ່ສາມາດຕ້ານທານເຢຮູໄດ້. ດັ່ງນັ້ນພວກເຮົາຈະຕ້ານທານໄດ້ຢ່າງໃດ?"
\v 5 ແລ້ວຄົນທີ່ຮັບຜິດຊອບພຣະຣາຊວັງ, ແລະ ຜູ້ທີ່ເປັນຜູ້ປົກຄອງເມືອງ, ແລະ ພວກຜູ້ເຖົ້າແກ່ພ້ອມທັງຜູ້ທີ່ລ້ຽງດູເດັກນ້ອຍ, ໄດ້ສົ່ງຂ່າວໄປຫາເຢຮູ, ໂດຍກ່າວວ່າ, "ພວກເຮົາເປັນຜູ້ຮັບໃຊ້ຂອງພວກທ່ານ. ພວກເຮົາຈະເຮັດທຸກຢ່າງທີ່ທ່ານສັ່ງພວກເຮົາ. ພວກເຮົາຈະບໍ່ແຕ່ງຕັ້ງກະສັດຜູ້ໃດເລີຍ. ຂໍເຮັດຕາມສິ່ງທີ່ດີໃນສາຍຕາຂອງທ່ານ."
\s5
\v 6 ແລ້ວເຢຮູ ໄດ້ຂຽນຈົດຫມາຍ ເປັນຄັ້ງທີສອງເຖິງພວກເຂົາ, ໂດຍກ່າວວ່າ, "ຖ້າພວກທ່ານຢູ່ຝ່າຍເຮົາ, ແລະ ຖ້າທ່ານຈະຟັງເຮົາ, ທ່ານຕ້ອງນຳເອົາຫົວຂອງບັນດາລູກຊາຍນາຍຂອງທ່ານ, ແລະ ມາຫາເຮົາຢູ່ຢິດຊະເຣນໃນມື້ອື່ນນີ້. "ບັດນີ້ບັນດາລູກຫລານຂອງກະສັດ, ມີເຈັດສິບຄົນ, ໄດ້ຢູ່ກັບພວກຄົນສຳຄັນຂອງເມືອງ, ເຊິ່ງກຳລັງລ້ຽງພວກເຂົາ.
\v 7 ດັ່ງນັ້ນ ເມື່ອຈົດຫມາຍມາເຖິງພວກເຂົາ, ພວກເຂົາໄດ້ເອົາບັນດາລູກຊາຍຂອງກະສັດ ແລະ ຂ້າພວກເຂົາເຈັດສິບຄົນ, ເອົາຫົວຂອງພວກເຂົາໃສ່ກະຕ່າແລ້ວສົ່ງໄປໃຫ້ເຢຮູທີ່ເມືອງຢິດຊາເຣນ.
\s5
\v 8 ມີຄົນສົ່ງຂ່າວໄດ້ມາຫາເຢຮູ, ບອກວ່າ," ພວກເຂົາໄດ້ນຳເອົາຫົວບັນດາລູກຊາຍຂອງກະສັດມາແລ້ວ." ດັ່ງນັ້ນລາວເວົ້າວ່າ, "ຈົ່ງກອງບັນດາຫົວໄວ້ເປັນສອງກອງທີ່ປະຕູເຂົ້າເມືອງຈົນເຖິງຕອນເຊົ້າ."
\v 9 ພໍຕອນເຊົ້າ ເຢຮູໄດ້ອອກໄປ ແລະ ໄດ້ຢືນຢູ່, ແລະ ໄດ້ເວົ້າກັບປະຊາຊົນທັງຫມົດວ່າ, "ທ່ານທັງຫລາຍເປັນຜູ້ບໍ່ມີຄວາມຜິດ, ເຮົາໄດ້ກະບົດຕໍ່ນາຍຂອງເຮົາ ແລະ ໄດ້ຂ້າເພິ່ນເສຍ, ແຕ່ແມ່ນໃຜທີ່ຂ້າຄົນເຫລົ່ານີ້?
\s5
\v 10 ບັດນີ້ທ່ານຈົ່ງຮູ້ແນ່ເຖີດວ່າ ຖ້ອຍຄຳຂອງ ພຣະຢາເວບໍ່ວ່າສ່ວນໃດກໍຕາມ, ຊຶ່ງພຣະອົງໄດ້ກ່າວກ່ຽວກັບຣາຊວົງຂອງອາຮາບ, ຈະບໍ່ຕົກດິນແຕ່ຢ່າງໃດເລີຍ, ເພາະພຣະຢາເວໄດ້ຊົງເຮັດສິ່ງທີ່ກ່າວຜ່ານທາງເອລີຢາຜູ້ຮັບໃຊ້ຂອງພຣະອົງ.
\v 11 ດັ່ງນັ້ນເຢຮູໄດ້ຂ້າທຸກຄົນທີ່ເຫລືອຢູ່ໃນຣາຊວົງຂອງອາຮາບໃນເມືອງຢິດຊະເຣນ, ແລະຜູ້ຊາຍທີ່ສໍາຄັນທັງຫມົດຂອງລາວ, ຫມູ່ເພື່ອນໃກ້ຊິດຂອງລາວ, ແລະປະໂລຫິດຂອງລາວ, ຈົນພວກເຂົາບໍ່ມີໃຜລອດຊີວິດຈັກຄົນ.
\s5
\v 12 ແລ້ວເຢຮູໄດ້ ລຸກຂຶ້ນແລະອອກໄປ; ລາວໄປເມືອງຊາມາເຣຍ. ໃນລະຫວ່າງທາງທີ່ລາວໄປຮອດທີເບັດອີເກັດ ເຂດຫມູ່ບ້ານຂອງຜູ້ລ້ຽງແກະ,
\v 13 ລາວໄດ້ພົບອ້າຍນ້ອງຂອງກະສັດອາຮາຊີຢາແຫ່ງຢູດາ. ເຢຮູໄດ້ຖາມວ່າ, "ພວກທ່ານແມ່ນໃຜ?" ພວກເຂົາຕອບວ່າ, "ພວກເຮົາເປັນອ້າຍນ້ອງຂອງອາຮາຊີຢາ, ແລະພວກເຮົາກຳລັງຈະໄປຢ້ຽມບັນດາລູກຊາຍຂອງກະສັດແລະຂອງຣາຊີນີເຢຊາເບນ."
\v 14 ເຢຮູໄດ້ເວົ້າກັບພວກຄົນຂອງລາວວ່າ, "ຈັບເປັນພວກເຂົາ." ດັ່ງນັ້ນພວກເຂົາຈຶ່ງຈັບເປັນຄົນເຫລົ່ານັ້ນ ແລະ ຂ້າພວກເຂົາທັງສີ່ສິບສອງຄົນທີ່ນໍ້າສ້າງຂອງເບັດອີເກັດ. ລາວບໍ່ໄດ້ປ່ອຍໃຫ້ພວກເຂົາຢູ່ລອດຈັກຄົນດຽວ.
\s5
\v 15 ເມື່ອເຢຮູນໄດ້ອອກໄປຈາກບ່ອນນັ້ນ, ລາວໄດ້ພົບ ໂຢນາດາບລູກຊາຍຂອງ ເຣກາບຜູ້ທີ່ກຳລັງມາຫາລາວ. ເຢຮຸນໄດ້ຕ້ອນຮັບລາວແລະກ່າວກັບລາວວ່າ, "ຈິດໃຈຂອງເຈົ້າຊື່ສັດຕໍ່ເຮົາ, ຢ່າງທີ່ຈິດໃຈຂອງເຮົາຊື່ສັດກັບເຈົ້າບໍ?" ໂຢນາດາບຕອບວ່າ, "ແມ່ນແລ້ວ." ເຢຮຸນກ່າວວ່າ, "ຖ້າສັດຊື່ກໍຍື່ນມືຂອງເຈົ້າມາໃຫ້ເຮົາ." ດັ່ງນັ້ນໂຢນາດາບຈຶ່ງຍື່ນມືຂອງລາວໃຫ້ເຢຮູ, ແລະ ເຢຮູໄດ້ເອົາໂຢນາດາບຂຶ້ນໄປໃນຣົດຮົບກັບລາວ.
\v 16 ເຢຮູໄດ້ກ່າວວ່າ, "ມາກັບເຮົາເຖີດແລະ ເບິ່ງຄວາມກະຕືລືລົ້ນຂອງເຮົາເພື່ອພຣະຢາເວ." ດັ່ງນັ້ນລາວຈຶ່ງໃຫ້ໂຢນາດາບໄດ້ຂີ່ຣົດຮົບຂອງລາວໄປກັບລາວ.
\v 17 ເມື່ອລາວມາຮອດເມືອງຊາມາເຣຍ, ເຢຮູໄດ້ຂ້າທຸກຄົນໃນເຊື້ອສາຍຂອງອາຮາບທີ່ເຫລືອຢູ່ໃນເມືອງຊາມາເຣຍ, ຈົນຫມົດ, ເຢຮູໄດ້ທຳລາຍເຊື້ອສາຍທູກຄົນໃນຣາຊະວົງ ຂອງອາຮາບ, ຕາມຖ້ອຍຄຳຂອງພຣະຢາເວ, ຊຶ່ງພຣະອົງໄດ້ບອກກັບເອລີຢາ.
\s5
\v 18 ແລ້ວເຢຮູໄດ້ເຕົ້າໂຮມປະຊາຊົນທຸກຄົນມາເຕົ້າໂຮມກັນ ແລະ ກ່າວກັບພວກເຂົາວ່າ, "ອາຮາບຮັບໃຊ້ພະບາອານເລັກນ້ອຍ, ແຕ່ວ່າເຢຮູຈະຮັບໃຊ້ລາວຫລາຍກ່າວ.
\v 19 ບັດນີ້ຈົ່ງເອີ້ນຜູ້ທຳນວາຍຂອງພະບາອານມາຫາເຮົາໃຫ້ຫມົດ, ທັງຜູ້ນະມັສະການ, ແລະ ນັກບວດ. ທັງຫມົດຂອງພະບາອານ, ຢ່າໃຫ້ໃຜຂາດໄປເລີຍ, ເພາະເຮົາຈະມີການຖວາຍສັດບູຊາຄັ້ງໃຫຍ່ແກ່ພະບາອານ. ໃຜຂາດກໍຈະບໍ່ໃຫ້ມີຊີວິດຢູ່. "ແຕ່ ເຢຮູໄດ້ເຮັດສິ່ງທີ່ຫລອກລວງໂດຍເຈຕະນາທີ່ຈະຂ້າຜູ້ທີ່ນະມັສະການພະບາອານ.
\v 20 ເຢຮູໄດ້ ກ່າວວ່າ, "ຈົ່ງຈັດຊຸມນຸມ ເພື່ອນະມັສະການພະບາອານ." ດັ່ງນັ້ນພວກເຂົາຈຶ່ງປະກາດເອີ້ນປະຊຸມດັ່ງກ່າວ.
\s5
\v 21 ເເລ້ວເຢຮູໄດ້ສົ່ງຂ່າວໄປອິສະຣາເອນແລະຜູ້ທີ່ນະມັສະການພະບາອານທຸກຄົນກໍ ມາທັງຫມົດ, ດັ່ງນັ້ນຈຶ່ງບໍ່ມີເຫລືອຈັກຄົນ ຫນຶ່ງ ທີ່ບໍ່ໄດ້ມາ. ພວກເຂົາໄດ້ເຂົ້າໄປໃນວິຫານຂອງພະບາອານ, ແລະມັນກໍ່ເຕັມໄປຈາກເບື້ອງ ຫນຶ່ງ ຫາອີກເບື້ອງຫນຶ່ງ.
\v 22 ເຢຮູໄດ້ສັ່ງຜູ້ຮັບຜິດຊອບຕູ້ເສື້ອຄຸມວ່າ, "ຈົ່ງເອົາເສື້ອຄຸມສຳລັບຜູ້ທີ່ນະມັສະການພະບາອານອອກມາ." ດັ່ງນັ້ນຊາຍຄົນນັ້ນຈຶ່ງເອົາເສື້ອຄຸມອອກ.
\s5
\v 23 ດັ່ງນັ້ນ ເຢຮູ ໄດ້ໄປກັບ ໂຢນາດາບ ລູກຊາຍຂອງ ເຣກາບ ເຂົ້າໄປໃນເຮືອນຂອງພະບາອານ, ແລະລາວໄດ້ກ່າວກັບຜູ້ນະມັສະການຂອງພະບາອານວ່າ, "ຈົ່ງຊອກຫາ ແລະໃຫ້ແນ່ໃຈວ່າບໍ່ມີຜູ້ນະມັສະການພຣະຢາເວຢູ່ກັບພວກທ່ານ, ແຕ່ໃຫ້ມີຜູ້ທີ່ນະມັສະການພະບາອານເທົ່ານັ້ນ."
\v 24 ຈາກນັ້ນພວກເຂົາໄດ້ເຂົ້າໄປຖວາຍເຄື່ອງບູຊາ ແລະເຄື່ອງເຜົາບູຊາ. ດຽວນີ້ ເຢຮູໄດ້ເລືອກເອົາຜູ້ຊາຍແປດສິບຄົນທີ່ກຳລັງຢືນຢູ່ທາງນອກ, ແລະ ລາວໄດ້ບອກພວກເຂົາວ່າ,“ ຖ້າຜູ້ໃດທີ່ຂ້າພະເຈົ້າເອົາເຂົ້າໄປໃນມືຂອງທ່ານ ຫນີ, ຜູ້ໃດກໍ່ຕາມທີ່ປ່ອຍໃຫ້ຊາຍຄົນນັ້ນລອດໄປໄດ້, ລາວຈະຖືກປຣະຫານຊີວິດຂອງລາວແທນ."
\s5
\v 25 ດັ່ງນັ້ນທັນທີທີ່ເຢຮູໄດ້ຖວາຍເຄື່ອງເຜົາບູຊາ ສຳເລັດແລ້ວ, ທ່ານໄດ້ກ່າວກັບທະຫານຍາມ ແລະ ຜູ້ບັນຊາການວ່າ, "ຈົ່ງເຂົ້າໄປ ແລະ ຂ້າພວກເຂົາ. ຢ່າໃຫ້ຜູ້ໃດອອກມາ." ດັ່ງນັ້ນເມື່ອຂ້າພວກເຂົາດ້ວຍຄົມດາບແລ້ວ, ທະຫານຍາມແລະ ພວກຜູ້ບັນຊາການໄດ້ໂຍນສົບພວກເຂົາອອກໄປຂ້າງນອກ ແລະ ກໍເຂົ້າໄປໃນຫ້ອງຊັ້ນໃນຂອງວິຫານພະບາອານ.
\v 26 ພວກເຂົາໄດ້ດຶງເສົາຫີນທີ່ຕັ້ງຢູ່ໃນວິຫານຂອງພະບາອານໄປເຜົາເສຍ.
\v 27 ແລ້ວພວກເຂົາໄດ້ທຳລາຍເສົາສັກສິດຂອງພະບາອານ, ແລະ ໄດ້ທຳລາຍວິຫານຂອງພະບາອານ ແລະ ເຮັດເປັນວິດຖ່າຍ, ຈົນຮອດປະຈຸບັນນີ້.
\v 28 ນີ້ຄືວິທີທີ່ເຢຮູໄດ້ທຳລາຍຜູ້ນະມັສະການພະບາອານອອກຈາກອິສະຣາເອນ.
\s5
\v 29 ແຕ່ເຢຮູບໍ່ໄດ້ປະຖິ້ມບາບຂອງ ເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ຊຶ່ງລາວໄດ້ເຮັດໃຫ້ອິສະຣາເອນເຮັດບາບ - ນັ້ນແມ່ນການນະມັສະການລູກງົວຄຳ ຢູ່ ໃນເມືອງເບັດເອນ ແລະ ໃນເມືອງດານ.
\v 30 ດັ່ງນັ້ນພຣະຢາເວໄດ້ກ່າວກັບເຢຮູວ່າ, "ເພາະວ່າເຈົ້າໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາ, ແລະ ໄດ້ເຮັດກັບຄອບຄົວຂອງອາຮາບຕາມທຸກສິ່ງທີ່ຢູ່ໃນໃຈຂອງເຮົາ, ລູກຫລານຂອງເຈົ້າສີ່ຮຸ້ນອາຍຸຄົນຈະໄດ້ນັ່ງຢູ່ເທິງບັນລັງຂອງອິສະຣາເອນ."
\v 31 ແຕ່ເຢຮູບໍ່ສົນໃຈທີ່ຈະດຳເນີນຕາມກົດບັນຍັດຂອງພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ດ້ວຍສຸດໃຈຂອງເຂົາ. ລາວບໍ່ໄດ້ຫັນຫນີຈາກບາບຂອງ ເຢໂຣໂບອາມ, ໂດຍລາວໄດ້ນຳໃຫ້ອິສະຣາເອນເຮັດບາບດ້ວຍ.
\s5
\v 32 ໃນຄາວນັ້ນພຣະຢາເວຊົງເລີ້ມຕັດດິນແດນຂອງອິສະຣາເອນອອກ, ແລະ ຮາຊາເອວກໍໄດ້ຮົບຊະນະທົ່ວດິນແດນອິສະຣາເອນ,
\v 33 ຕັ້ງແຕ່ແມ່ນ້ຳຈໍແດນຟາກຕາເວັນອອກທັງຫມົດ ແຜ່ນດິນກີເລອາດ, ຄົນກາດ, ແລະ ຄົນລູເບັນແລະ ຄົນມານາເຊ ຕັ້ງແຕ່ເມືອງ ອາໂຣເອ, ເຊິ່ງຢູ່ຂ້າງຮ່ອມພູ ຂອງອາກໂນນ, ຜ່ານກີເລອາດໄປຈົນເຖິງບາຊານ.
\s5
\v 34 ສຳລັບເລື່ອງອື່ນກ່ຽວກັບເຢຮູ, ແລະ ທຸກສິ່ງທີ່ລາວໄດ້ເຮັດ ແລະ ອຳນາດຂອງລາວແມ່ນບໍ່ໄດ້ຖືກຂຽນໄວ້ໃນປຶ້ມບັນທຶກເຫດການຕ່າງໆຂອງກະສັດຂອງອິສະຣາເອນບໍ?
\v 35 ເຢຮູຈຶ່ງໄດ້ລ່ວງລັບໄປຢູ່ກັບບັນພະບຸຣຸດຂອງເພິ່ນ, ແລະ ພວກເຂົາໄດ້ຝັງເພິ່ນໄວ້ທີ່ເມືອງຊາມາເຣຍ. ຫລັງຈາກນັ້ນ ເຢໂຮອາຮາດລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
\v 36 ເວລາທີ່ເຢຮູໄດ້ປົກຄອງປະເທດອິສະຣາເອນຢູ່ທີ່ເມືອງຊາມາເຣຍນັ້ນຄືອາຍຸໄດ້ຊາວແປດປີ.
\s5
\c 11
\cl ບົດທີ 11
\p
\v 1 ບັດນີ້ເມື່ອ ອາທາລິຢາ, ແມ່ຂອງອາຮາຊິຢາ, ໄດ້ເຫັນວ່າລູກຊາຍຂອງນາງໄດ້ຕາຍໄປແລ້ວ, ນາງກໍໄດ້ລຸກຂຶ້ນແລະຂ້າເຊື້ອພະວົງທັງຫມົດ.
\v 2 ແຕ່ເຢໂຮເຊບາລູກສາວຂອງກະສັດເຢໂຮຣາມ, ແລະນ້ອງສາວຂອງອາຮາຊິຢາ, ໄດ້ລັກນຳໂຢອາດລູກຊາຍຂອງອາຮາຊິຢາ, ແລະໄດ້ເຊື່ອງເຂົາໄວ້ຈາກທ່າມກາງບັນດາລູກຊາຍຂອງກະສັດ ຊຶ່ງຕ້ອງຖືກຂ້າ, ລວມທັງພີ່ລ້ຽງຂອງເຂົາ; ນາງໄດ້ວາງເຂົາໄວ້ໃນຫ້ອງນອນ. ພວກເຂົາໄດ້ເຊື່ອງເຂົາໄວ້ຈາກອາທາລິຢາ ເພື່ອວ່າເຂົາຈະບໍ່ໄດ້ຖືກຂ້າ.
\v 3 ເຂົາໄດ້ຢູ່ກັບເຢໂຮເຊບາ, ຜູ້ຊຶ່ງເຊື່ອງເຂົາໄວ້ໃນວິຫານຂອງພຣະຢາເວ, ເປັນເວລາຫົກປີ, ໃນຂະນະທີ່ອາທາລິຢາໄດ້ຊົງປົກຄອງເຫນືອແຜ່ນດິນ.
\s5
\v 4 ແຕ່ໃນປີທີເຈັດ, ເຢໂຮຍອາດາໄດ້ສົ່ງສານແລະໄດ້ນຳໄປມອບໃຫ້ບັນດາຜູ້ບັນຊາການ, ແລະຂອງພວກນາຍທະຫານຍາມ, ໃຫ້ມາຫາເຂົາໃນພຣະວິຫານຂອງພຣະຢາເວ. ເພິ່ນໄດ້ເຮັດພັນທະສັນຍາກັບພວກເຂົາ, ແລະ ໃຫ້ພວກເຂົາສາບານໃນພຣະວິຫານຂອງພຣະຢາເວ. ແລ້ວເຂົາກໍໄດ້ນຳເອົາລູກຊາຍຂອງກະສັດມາໃຫ້ພວກເຂົາເຫັນ.
\v 5 ເພິ່ນໄດ້ສັ່ງພວກເຂົາວ່າ," ສິ່ງນີ້ເປັນສິ່ງທີ່ພວກເຈົ້າຕ້ອງເຮັດຄື. ກຸ່ມຫນຶ່ງໃນສາມກຸ່ມຂອງພວກເຈົ້າຜູ້ຊຶ່ງເຝົ້າຍາມໃນວັນສະບາໂຕ ຈະຕ້ອງເຝົ້າຍາມວັງຂອງກະສັດ,
\v 6 ແລະ ອີກກຸ່ມຫນຶ່ງຈະຕ້ອງຢືນຍາມທີ່ປະຕູຊູເຣ, ແລະ ອີກກຸ່ມຫນຶ່ງໃຫ້ປະຈຳຢູ່ທີ່ປະຕູຫລັງປ້ອມຍາມ,"
\s5
\v 7 ສ່ວນອີກສອງກຸ່ມທີ່ບໍ່ໄດ້ຢູ່ຍາມໃນວັນສະບາໂຕ, ພວກເຈົ້າຕ້ອງເຝົ້າຣະວັງພຣະວິຫານຂອງ ພຣະຢາເວ ສຳລັບກະສັດ.
\v 8 ພວກເຈົ້າຕ້ອງອ້ອມກະສັດໄວ້, ຜູ້ຊາຍທຸກຄົນພ້ອມບັນດາອາວຸດໃນມື. ຂອງພວກເຂົາຜູ້ໃດກໍຕາມ, ທີ່ເຂົ້າໄປໃກ້ໃນແຖວຈະຕ້ອງຖືກຂ້າ. ເຈົ້າຕ້ອງຢູ່ກັບກະສັດ ເມື່ອພະອົງອອກໄປ, ແລະເມື່ອພະອົງເຂົ້າມາ.
\s5
\v 9 ດັ່ງນັ້ນບັນດາຜູ້ບັນຊາການກອງຮ້ອຍ ກໍໄດ້ເຊື່ອຟັງທຸກສິ່ງຕາມທີ່ເຢໂຮຍອາດາປະໂລຫິດໄດ້ສັ່ງໄວ້. ແຕ່ລະຄົນຕ່າງກໍນຳຄົນຂອງຕົນ, ຜູ້ຊຶ່ງຈະເຂົ້າຍາມໃນວັນສະບາໂຕ, ແລະ ພ້ອມກັບຜູ້ທີ່ຈະອອກຍາມວັນສະບາໂຕນັ້ນ; ແລະ ພວກເຂົາໄດ້ມາຫາເຢໂຮຍອາດາປະໂລຫິດ.
\v 10 ແລ້ວເຢໂຮຍອາດາ ປະໂລຫິດກໍໄດ້ມອບຫອກ ແລະ ໂລ້ແກ່ບັນດາຜູ້ບັນຊາການ ຊຶ່ງເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ.
\s5
\v 11 ດັ່ງນັ້ນພວກທະຫານຍາມ, ແຕ່ລະຄົນໄດ້ຢືນພ້ອມບັນດາອາວຸດໃນມືຂອງພວກເຂົາ, ຈາກດ້ານຂວາໄປເຖິງດ້ານຊ້າຍຂອງພຣະວິຫານ, ໃກ້ແທ່ນບູຊາ ແລະ ພຣະວິຫານ, ອ້ອມຮອບກະສັດ.
\v 12 ແລ້ວເຢໂຮຍອາດາກໍໄດ້ນຳລູກຊາຍຂອງກະສັດໂຢອາດ, ອອກມາໄດ້ສວມມົງກຸດໃຫ້ເຂົາ, ແລະ ໄດ້ມອບກົດເກນແຫ່ງພັນທະສັນຍາໃຫ້ເຂົາ. ແລ້ວພວກເຂົາໄດ້ຕັ້ງ ແລະ ເຈີມເຂົາໃຫ້ເປັນກະສັດ ແລ້ວພວກເຂົາກໍໄດ້ຕົບມືລະບອກວ່າ,"ຂໍໃຫ້ກະສັດຈະເຣີນຫມັ້ນຍືນເຖີ້ນ!"
\s5
\v 13 ເມື່ອອາທາລິຢາໄດ້ຍິນສຽງທະຫານຍາມ ແລະ ສຽງປະຊາຊົນ, ນາງກໍໄດ້ເຂົ້າໄປຫາປະຊາຊົນໃນພຣະວິຫານຂອງພຣະຢາເວ.
\v 14 ນາງໄດ້ເບິ່ງ, ແລະ, ເບິ່ງແມ, ກະສັດໄດ້ຊົງຢືນຢູ່ຂ້າງເສົາ, ຕາມທຳນຽມທີ່ເຄີຍປະຕິບັດ, ແລະ ມີບັນດາຜູ້ບັນຊາການ ແລະ ຄົນເປົ່າແກໄດ້ຢູ່ຂ້າງກະສັດ. ປະຊາຊົນທັງຫມົດໃນແຜ່ນດິນກໍໄດ້ຊື່ນຊົມຍິນດີ ແລະ ໄດ້ເປົ່າແກ. ແລ້ວອາທາລິຢາກໍໄດ້ຈີກເສື້ອຜ້າຂອງນາງ ແລະ ໄດ້ຮ້ອງຂຶ້ນວ່າ," ກະບົດ! ກະບົດ!"
\s5
\v 15 ແລ້ວເຢໂຮຍອາດາປະໂລຫິດໄດ້ສັ່ງພວກບັນຊາການທີ່ໄດ້ຮັບການຕັ້ງໃຫ້ຄວບຄຸມ, ກອງທັບວ່າ, "ຈົ່ງນຳຕົວນາງອອກມາລະຫວ່າງແຖວທະຫານ. ໃຜກໍຕາມທີ່ຕິດຕາມນາງໄປ, ຈົ່ງຂ້າເຂົາເສຍດ້ວຍດາບ." ເພາະປະໂລຫິດໄດ້ກ່າວວ່າ, "ຢ່າຂ້ານາງໃນພຣະວິຫານຂອງພຣະຢາເວ."
\v 16 ດັ່ງນັ້ນພວກເຂົາຈຶ່ງໄດ້ຈັບນາງ ໃນຂະນະທີ່ນາງໄດ້ໄປເຖິງທາງທີ່ມ້າເຂົ້າເດີ່ນພະຣາຊວັງ, ແລະ ນາງໄດ້ຖືກຂ້າເສຍທີ່ນັ້ນ.
\s5
\v 17 ແລ້ວເຢໂຮຍອາດາໄດ້ເຮັດພັນທະສັນຍາລະຫວ່າງພຣະຢາເວແລະກັບກະສັດ ແລະກັບປະຊາຊົນ, ວ່າພວກເຂົາຄວນຈະເປັນປະຊາຊົນຂອງພຣະຢາເວ, ແລະຍັງເຮັດພັນທະສັນຍາລະຫວ່າງກະສັດແລະປະຊາຊົນດ້ວຍ.
\v 18 ດັ່ງນັ້ນປະຊາຊົນຫມົດທັງແຜ່ນດິນກໍໄດ້ເຂົ້າໄປໃນສາລາຂອງພະບາອານແລະມ້າງສາລາລົງ. ພວກເຂົາໄດ້ທຳລາຍບັນດາແທ່ນບູຊາແລະຮູບເຄົາຣົບຂອງພະບາອານຫັກເປັນຕ່ອນໆ, ແລະພວກເຂົາໄດ້ຂ້າມັດຕານ, ນັກບວດຂອງພະບາອານເສຍທີ່ຫນ້າແທ່ນບູຊາ. ແລ້ວເຢໂຮຍອາດາປະໂລຫິດໄດ້ແຕ່ງຕັ້ງພວກຍາມໄວ້ເຝົ້າພຣະວິຫານຂອງພຣະຢາເວ.
\s5
\v 19 ເຢໂຮຍອາດາໄດ້ພາພວກຜູ້ບັນຊາການ, ພວກທະຫານຍາມ, ແລະປະຊາຊົນທັງຫມົດແຫ່ງແຜ່ນດິນໄປກັບເພິ່ນ, ແລະພວກເພິ່ນໄດ້ເເຫ່ກະສັດອອກມາຈາກພຣະວິຫານຂອງພຣະຢາເວຮ່ວມກັນ ແລະພວກເຂົາໄດ້ເຂົ້າໄປໃນວັງຂອງກະສັດ, ທີ່ທາງປະຕູທະຫານຍາມ. ໂຢອາດກໍໄດ້ຂຶ້ນນັ່ງເທິງບັນລັງຂອງກະສັດ.
\v 20 ດັ່ງນັ້ນປະຊາຊົນທັງຫມົດແຫ່ງແຜ່ນດິນກໍໄດ້ຊົມຊື່ນຍິນດີ, ແລະບ້ານເມືອງກໍໄດ້ສະຫງົບຫລັງຈາກໄດ້ຂ້າອາທາລີຢາດ້ວຍດາບແລ້ວທີ່ວັງຂອງກະສັດ.
\s5
\v 21 ໂຢອາດມີອາຍຸໄດ້ເຈັດປີເມື່ອພະອົງຊົງຄອງຣາຊ.
\s5
\c 12
\cl ບົດທີ 12
\p
\v 1 ໃນປີທີເຈັດແຫ່ງຣາຊການເຢຮູ, ໂຢອາດໄດ້ປົກຄອງ; ເປັນເວລາສີ່ສິບປີໃນເຢຣູຊາເລັມ. ແມ່ຂອງພະອົງຊື່ວ່າ ຊີບີຢາ, ຊາວເບຍເອເຊບາ.
\v 2 ໂຢອາດໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍຕາຂອງພຣະຢາເວຕະຫລອດຣາຊການນັ້ນ, ເພາະເຢໂຮຍອາດາປະໂລຫິດໄດ້ແນະນຳພະອົງ.
\v 3 ແຕ່ສະຖານສູງຕ່າງໆຍັງບໍ່ໄດ້ມ້າງລົງ. ປະຊາຊົນຍັງຄົງຖວາຍສັດບູຊາ ແລະເຜົາເຄື່ອງຫອມໃນສະຖານສູງເຫລົ່ານັ້ນ.
\s5
\v 4 ໂຢອາດໄດ້ເວົ້າກັບພວກປະໂລຫິດວ່າ," ເງິນທັງຫມົດອັນເປັນຂອງຖວາຍທີ່ບໍຣິສຸດ ຊຶ່ງໄດ້ນຳເຂົ້າມາໃນພຣະວິຫານຂອງພຣະຢາເວ, ໄດ້ແກ່ເງິນທີ່ໄດ້ຮຽກຈາກແຕ່ລະຄົນ ຄືເງິນທີ່ໄດ້ເກັບໂດຍການສຳຫລວດສຳມະໂນ, ປະຊາຊົນຫລືເງິນທີ່ໄດ້ຈາກການປະຕິຍານຂອງບຸກຄົນ, ຫລືເງິນທີ່ປະຊາຊົນໄດ້ຖວາຍໂດຍການດົນໃຈຈາກພຣະຢາເວ ດ້ວຍສະມັກໃຈຂອງພວກເຂົາ
\v 5 ປະໂລຫິດຄວນຮັບເງິນນັ້ນຈາກຫນຶ່ງຂອງພວກຜູ້ເກັບເງິນທັງຫລາຍ ແລະສ້ອມແປງພຣະວິຫານບ່ອນທີ່ເຫັນວ່າເປ່ເພ."
\s5
\v 6 ແຕ່ໃນປີທີຊາວສາມຂອງຣາຊການຂອງກະສັດໂຢອາດ, ພວກປະໂລຫິດບໍ່ໄດ້ສ້ອມແປງສິ່ງໃດໃນພຣະວິຫານເລີຍ.
\v 7 ແລ້ວກະສັດໂຢອາດຈຶ່ງໄດ້ຊົງເອີ້ນເຢໂຮຍອາດາປະໂລຫິດແລະບັນດາປະໂລຫິດອື່ນໆ; ພະອົງໄດ້ກ່າວກັບພວກເຂົາວ່າ," ເປັນຫຍັງພວກທ່ານຈຶ່ງບໍ່ສ້ອມແປງສິ່ງໃດໆໃນພຣະວິຫານ? ສະນັ້ນຕໍ່ໄປນີ້ຢ່າຮັບເງິນຈາກຜູ້ບໍຣິຈາກເລີຍ, ແຕ່ໃຫ້ເກັບເງິນມາສະເພາະທີ່ຈະແປງພຣະວິຫານ ແລະ ຈ່າຍໃຫ້ແກ່ພວກຜູ້ທີ່ຈະສ້ອມແປງພຣະວິຫານເທົ່ານັ້ນ."
\v 8 ດັ່ງນັ້ນພວກປະໂລຫິດຈຶ່ງໄດ້ຕົກລົງກັນວ່າຈະບໍ່ຮັບເງິນຈາກປະຊາຊົນອີກ ແລະ ຈະບໍ່ສ້ອມແປງພຣະວິຫານດ້ວຍຕົວຂອງພວກເຂົາເອງ.
\s5
\v 9 ໄດ້ເຈາະຮູຫນຶ່ງທີ່ຝາຫີບນັ້ນ, ແລະໄດ້ໄວ້ທີ່ແທ່ນບູຊາດ້ານຂວາ, ທາງເຂົ້າພຣະວິຫານຂອງພຣະຢາເວ. ແລະປະໂລຫິດທີ່ເຝົ້າຢູ່ທາງເຂົ້າພຣະວິຫານກໍໄດ້ໃສ່ເງິນທັງຫມົດລົງໄປໃນຫີບທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ.
\v 10 ເມື່ອໃດກໍຕາມທີ່ພວກເພິ່ນເຫັນວ່າມີເງິນໃນຫີບຫລາຍພໍແລ້ວ, ເລຂາທິການແລະມະຫາປະໂລຫິດຈະມາແລະເອົາເງິນໃສ່ຖົງ, ແລ້ວເອົາເງິນທີ່ໄດ້ໃນພຣະວິຫານຂອງພຣະຢາເວໄປນັບ.
\s5
\v 11 ພວກເຂົາໄດ້ມອບເງິນທີ່ຊັ່ງແລ້ວໃຫ້ແກ່ບັນດາຄົນທີ່ດູແລພຣະວິຫານຂອງພຣະຢາເວ. ພວກເຂົາໄດ້ຈ່າຍໃຫ້ແກ່ພວກຊ່າງໄມ້ແລະພວກຊ່າງກໍ່ສ້າງ ຜູ້ຊຶ່ງໄດ້ບູຣະນະວິຫານຂອງພຣະຢາເວ,
\v 12 ແລະໃຫ້ແກ່ພວກຊ່າງກໍ່ແລະພວກຊ່າງສະກັດຫີນ, ເພື່ອຊື້ໄມ້ແລະຫີນສະກັດທີ່ໃຊ້ໃນການສ້ອມແປງພຣະວິຫານຂອງພຣະຢາເວ, ແລະສຳລັບຄ່າໃຊ້ຈ່າຍອື່ນໆທັງຫມົດທີ່ຈຳເປັນໃນການສ້ອມແປງ.
\s5
\v 13 ແຕ່ເງິນທີ່ໄດ້ນຳເຂົ້າມາໃນພຣະວິຫານຂອງພຣະຢາເວນັ້ນ ບໍ່ໃຫ້ນຳໄປໃຊ້ໃນການເຮັດພວກຖ້ວຍເງິນ, ມີດຕັດໄສ້ຕະກຽງ, ອ່າງ, ແກ, ຫລືພາຊະນະທອງຄຳ, ຫລືພາຊະນະເງິນທີ່ໃຊ້ຕົກແຕ່ງໃດໆ.
\v 14 ພວກເຂົາໄດ້ຈ່າຍເງິນໃຫ້ແກ່ພວກທີ່ເຮັດງານສ້ອມພຣະວິຫານຂອງພຣະຢາເວ.
\s5
\v 15 ຍິ່ງກວ່ານັ້ນພວກເຂົາບໍ່ຕ້ອງຂຽນລາຍງານຄ່າໃຊ້ຈ່າຍ ໃນການແປງ ທັງພວກຜູ້ທີ່ໄດ້ຮັບເງິນ ແລະພວກຜູ້ທີ່ໄດ້ຈ່າຍເງິນແກ່ພວກຄົນງານ, ເພາະພວກເຂົາໄດ້ປະຕິບັດງານດ້ວຍຄວາມສັດຊື່.
\v 16 ແຕ່ເງິນຖວາຍບູຊາເພື່ອການລົບຄວາມຜິດແລະເງິນຖວາຍບູຊາລົບລ້າງບາບ ຈະບໍ່ໄດ້ນຳມາໄວ້ໃນພຣະວິຫານຂອງພຣະຢາເວ, ເພາະເງິນນັ້ນໃຫ້ເປັນຂອງພວກປະໂລຫິດ.
\s5
\v 17 ແລ້ວຮາຊາເອນກະສັດແຫ່ງອາຣາມໄດ້ຊົງຂຶ້ນໄປຮົບກັບເມືອງກາດ, ແລະຢຶດເມືອງນັ້ນໄດ້. ແລ້ວຮາຊາເອນກໍໄດ້ຫັນຂຶ້ນໄປໂຈມຕີກຸງເຢຣູຊາເລັມ.
\v 18 ໂຢອາດກະສັດແຫ່ງຢູດາໄດ້ນຳເອົາສິ່ງຂອງສັກສິດທັງຫມົດທີ່ເຢໂຮຊາຟັດແລະເຢໂຮຣາມແລະອາຮາຊີຢາ, ບັນພະບຸຣຸດຂອງພະອົງ, ຜູ້ເປັນກະສັດແຫ່ງຢູດາ, ໄດ້ຊົງຊຳຣະໃຫ້ບໍຣິສຸດໄວ້ນັ້ນ, ແລະສິ່ງຂອງສັກສິດຂອງພະອົງເອງ, ແລະທອງຄຳທັງຫມົດທີ່ໄດ້ເຫັນໃນຄັງຂອງພຣະວິຫານພຣະຢາເວ ແລະວັງຂອງກະສັດມາແລະພະອົງໄດ້ສົ່ງສິ່ງເຫລົ່ານີ້ໄປໃຫ້ຮາຊາເອນກະສັດແຫ່ງອາຣາມ. ແລ້ວຮາຊາເອນກໍໄດ້ຊົງຖວາຍຊັບໄປຈາກກຸງເຢຣູຊາເລັມ.
\s5
\v 19 ສ່ວນພະຣາຊກິດອື່ນໆຂອງໂຢອາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ໄດ້ບັນທຶກໃນຫນັງສືພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ?
\v 20 ພວກຜູ້ຮັບໃຊ້ຂອງພະອົງໄດ້ລຸກຂຶ້ນແລະໄດ້ກໍ່ການກະບົດ; ພວກເຂົາໄດ້ຂ້າໂຢອາດເສຍໃນເບັນມິນໂລຕາມທາງທີ່ລົງໄປຍັງສິນລາ.
\v 21 ໂຢຊາການລູກຊາຍຂອງຊີເມອາດ, ແລະເຢໂຮຊາບັດລູກຊາຍຂອງໂຊເມ, ພວກຂ້າຣາຊການຂອງພະອົງໄດ້ຂ້າພະອົງເສຍ. ພວກເຂົາໄດ້ຝັງໂຢອາດໄວ້ກັບບັນພະບຸຣຸດໃນເມືອງດາວິດ, ແລະອາມາຊີຢາ, ລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດແທນ.
\s5
\c 13
\cl ບົດທີ 13
\p
\v 1 ໃນປີທີຊາວສາມແຫ່ງຣາຊການໂຢອາດ ລູກຊາຍຂອງອາຮາຊີຢາ ກະສັດແຫ່ງຢູດາ, ເຢໂຮອາຮາດ ລູກຊາຍຂອງເຢຮູໄດ້ຊົງປົກຄອງເຫນືອອິສະຣາເອນໃນກຸງສະມາເຣຍ; ພະອົງປົກຄອງເປັນເວລາສິບເຈັດປີ.
\v 2 ພະອົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວແລະໄດ້ເຮັດບາບທັງຫລາຍຕາມເຢໂຣໂບອາມ ລູກຊາຍຂອງເນບັດ, ຜູ້ໄດ້ນຳອິສະຣາເອນໃຫ້ເຮັດບາບດ້ວຍ; ແລະເຢໂຮອາຮາດບໍ່ໄດ້ຊົງຫັນຫນີຈາກບາບນັ້ນ.
\s5
\v 3 ຄວາມໂກດຮ້າຍຂອງ ພຣະຢາເວ ກໍມີຫລາຍຂຶ້ນຕໍ່ອິສະຣາເອນ, ແລະພຣະອົງໄດ້ຊົງມອບເຂົາທັງຫລາຍໄວ້ໃນມືຮາຊາເອນ ກະສັດແຫ່ງອາຣາມແລະໃນມືຂອງເບັນຮາດາດ ລູກຊາຍຂອງຮາຊາເອນ ຢ່າງຕໍ່ເນື່ອງ.
\v 4 ດັ່ງນັ້ນເຢໂຮອາຮາດໄດ້ຊົງພາວັນນາອະທິຖານຕໍ່ພຣະຢາເວ, ແລະ ພຣະຢາເວໄດ້ຊົງຟັງເພິ່ນ ເພາະພຣະອົງໄດ້ຊົງເຫັນການກົດຂີ່ອິສະຣາເອນ, ຄືທີ່ກະສັດແຫ່ງອາຣາມໄດ້ຊົງກົດຂີ່ພວກເຂົາ.
\v 5 ດັ່ງນັ້ນພຣະຢາເວໄດ້ຊົງປຣະທານຜູ້ນຳຄົນຫນຶ່ງແກ່ອິສະຣາເອນ, ແລ້ວພວກເຂົາຈຶ່ງໄດ້ລອດພົ້ນຈາກມືຂອງຄົນອາຣາມ, ແລະ ປະຊາຊົນອິສະຣາເອນກໍໄດ້ອາສັຍຢູ່ໃນບ້ານຂອງພວກເຂົາຢ່າງທີ່ເຄີຍມີມາກ່ອນນີ້.
\s5
\v 6 ເຖິງປານນັ້ນ, ພວກເຂົາກໍຫນີບໍ່ພົ້ນຈາກບາບ ຂອງຣາຊວົງຂອງເຢໂຣໂບອາມ, ຊຶ່ງພະອົງໄດ້ຊົງເປັນຕົ້ນເຫດ ໃຫ້ອິດສະຣາເອນໄດ້ກະທຳບາບດ້ວຍ, ແລະພວກເຂົາຍັງຄົງຢູໃນບາບເຫລົ່ານັ້ນຕໍ່ໄປ; ແລະຮູບເຈົ້າແມ່ອາເຊລາກໍຍັງຢູ່ໃນສະມາເຣຍຕໍ່ໄປ.
\v 7 ພວກຄົນອາຣາມ ເຢໂຮອາຮາດ ໄດ້ເຫລືອພຽງທະຫານມ້າຫ້າສິບຄົນ, ຣົດຮົບສິບຄັນ, ແລະທະຫານລາບຫນຶ່ງຫມື່ນຄົນ, ເພາະກະສັດແຫ່ງອາຣາມໄດ້ຊົງທຳລາຍພວກເຂົາ ແລະ ໃຫ້ເປັນຢ່າງແກບໃນເວລາຟາດເຂົ້າ.
\s5
\v 8 ສ່ວນພະຣາຊກິດອື່ນໆຂອງເຢໂຮອາຮາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ ແລະອຳນາດຂອງພະອົງ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດແຫ່ງອິສະຣາເອນບໍ່ແມ່ນບໍ?
\v 9 ດັ່ງນັ້ນເຢໂຮອາຮາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະພວກເຂົາໄດ້ຝັງພະອົງໄວ້ໃນກຸງສະມາເຣຍ. ເຢໂຮອາດລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດປົກຄອງແທນ.
\s5
\v 10 ໃນປີທີສາມສິບເຈັດ ແຫ່ງຣາຊການໂຢອາດກະສັດຂອງຢູດາ, ເຢໂຮອາດລູກຊາຍຂອງເຢໂຮອາຮາດໄດ້ຊົງປົກຄອງເຫນືອອິສະຣາເອນ ໃນ ສະມາເຣຍ; ເປັນເວລາສິບຫົກປີ.
\v 11 ພະອົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງບໍ່ໄດ້ຊົງຫັນຫນີຈາກບາບທັງຫມົດຂອງເຢໂຣໂບອາມລູກຊາຍຂອງເນບັດ, ຜູ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ, ແຕ່ພະອົງໄດ້ຊົງດຳເນີນໃນບາບນັ້ນ.
\s5
\v 12 ສ່ວນຣາຊິດອື່ນໆຂອງເຢໂຮອາດ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ແລະອຳນາດຊຶ່ງພະອົງໄດ້ຊົງສູ້ຮົບກັບອາມາຊີຢາກະສັດແຫ່ງຢູດາ, ໄດ້ບັນທຶກໄວ້ໃນຫນັງສືພົງສາວະດານກະສັດຂອງອິສະຣາເອນບໍ່ແມ່ນບໍ?
\v 13 ເຢໂຮອາດໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດຂອງພະອົງ, ແລະເຢໂຣໂບອາມໄດ້ຂຶ້ນນັ່ງເທິງບັນລັງຂອງພະອົງ. ເຢໂຮອາດໄດ້ຖືກຝັງໄວ້ໃນສະມາເຣຍກັບບັນດາກະສັດແຫ່ງອິສະຣາເອນ.
\s5
\v 14 ບັດນີ້ ເອລີຊາໄດ້ລົ້ມປ່ວຍດ້ວຍພະຍາດທີ່ເຂົາຈະຕ້ອງຕາຍໃນໄວໆ, ດັ່ງນັ້ນເຢໂຮອາດກະສັດຂອງອິສະຣາເອນ ໄດ້ລົງໄປຫາເພິ່ນ ແລະໄດ້ຊົງຮ້ອງໄຫ້ຕໍ່ຫນ້າເພິ່ນ. ພະອົງໄດ້ເວົ້າວ່າ, "ພໍ່ເອີຍ, ພໍ່ເອີຍ, ຣົດມ້າຮົບແຫ່ງອິສະຣາເອນ ແລະທະຫານມ້າປະຈຳຣົດກຳລັງຈະມາຮັບທ່ານແລ້ວ!"
\v 15 ເອລີຊາໄດ້ຕອບພະອົງວ່າ, "ຂໍໄດ້ເອົາຄັນທະນູ ແລະ ລູກທະນູມາຈຳນວນຫນຶ່ງດ້ວຍ, "ດັ່ງນັ້ນໂຢອາດຈຶ່ງໄດ້ເອົາຄັນທະນູ ແລະລູກທະນູມາຈຳນວນຫນຶ່ງ.
\v 16 ເອລີຊາໄດ້ບອກກະສັດແຫ່ງອິສະຣາເອນວ່າ, "ຂໍໄດ້ຊົງຈັບຄັນທະນູໄວ້ໃນມືຂອງພະອົງ," ດັ່ງນັ້ນພະອົງໄດ້ຈັບຄັນທະນູໄວ້ໃນມືຂອງພະອົງ. ແລ້ວເອລີຊາໄດ້ວາງມືເພິ່ນເທິງມືທັງສອງຂ້າງຂອງກະສັດ.
\s5
\v 17 ເອລີຊາໄດ້ບອກວ່າ,"ຂໍໄດ້ຊົງເປີດປ່ອງຢ້ຽມທາງທິດຕາເວັນອອກ,"ດັ່ງນັ້ນພະອົງໄດ້ຊົງເປີດແລ້ວ. ເອລີຊາໄດ້ບອກວ່າ," ຈົ່ງຍິງ!", ແລະພະອົງກໍໄດ້ຍິງອອກໄປ. ເອລີຊາໄດ້ບອກວ່າ," ນີ້ຈະເປັນລູກທະນູແຫ່ງຊັຍຊະນະ ຂອງພຣະຢາເວ, ລູກທະນູແຫ່ງຊັຍຊະນະເຫນືອພວກອາຣາມ, ເພາະພະອົງຈະໄດ້ທຳລາຍຄົນອາຣາມໄດ້ຢ່າງລາບຄາບທີ່ອາເຟັກ.
\v 18 ແລ້ວເອລີຊາໄດ້ບອກວ່າ," ຂໍໄດ້ຊົງຈັບລູກທະນູເຫລົ່ານັ້ນມາ," ດັ່ງນັ້ນໂຢອາດກໍໄດ້ຈັບລູກທະນູເຫລົ່ານັ້ນ. ເພິ່ນໄດ້ບອກກະສັດແຫ່ງອິສະຣາເອນວ່າ,"ຊົງຕີລູກທະນູລົງພື້ນດິນເບິ່ງ,"ແລະພະອົງໄດ້ຕີສາມເທື່ອ, ແລ້ວກໍໄດ້ຢຸດ.
\v 19 ແຕ່ຄົນຂອງພຣະເຈົ້າກໍໄດ້ຮ້າຍພະອົງ ແລະໄດ້ບອກວ່າ," ພະອົງຄວນຈະຕີຫ້າຫລືຫົກເທື່ອ. ແລ້ວພະອົງຈະໄດ້ຕີອາຣາມຈົນກວ່າຈະໄດ້ຊົງເຮັດໃຫ້ພວກເຂົາຫມົດໄປ, ແຕ່ບັດນີ້ພະອົງຈະຕີຊະນະອາຣາມໄດ້ພຽງສາມຄັ້ງເທົ່ານັ້ນ."
\s5
\v 20 ແລ້ວເອລີຊາໄດ້ຕາຍໄປ, ແລ້ວພວກເຂົາກໍໄດ້ຝັງເພິ່ນໄວ້. ປົກກະຕິໃນເວລານີ້ຊາວໂມອາບ ໄດ້ເຄີຍປຸ້ນໃນດິນແດນນັ້ນໃນຕອນຕົ້ນປີ.
\v 21 ຂະນະທີ່ພວກເຂົາກຳລັງຝັງສົບຊາຍຄົນຫນຶ່ງຢູ່, ພວກເຂົາກໍເຫັນກຸ່ມຊາວໂມອາບ, ດັ່ງນັ້ນພວກເຂົາຈຶ່ງໄດ້ໂຍນສົບຊາຍຄົນນັ້ນລົງໄປໃນຫລຸມຝັງຂອງເອລີຢາ. ເມື່ອສົບຂອງຊາຍຄົນນັ້ນໄດ້ໂດນກະດູກຂອງເອລີຊາ, ຜູ້ຊາຍຄົນນັ້ນກໍໄດ້ມີຊີວິດຂຶ້ນມາແລະຢືນຂຶ້ນດ້ວຍຕົວເອງ.
\s5
\v 22 ຮາຊາເອນກະສັດແຫ່ງອາຣາມ ໄດ້ຊົງກົດຂີ່ຊາວອິສະຣາເອນຢູ່ຕະຫລອດ ຣາຊການຂອງເຢໂຮອາຮາດ
\v 23 ແຕ່ພຣະຢາເວໄດ້ຊົງພຣະເມດຕາຕໍ່ອິສະຣາເອນ, ແລະພຣະອົງໄດ້ຊົງຫ່ວງໃຍພວກເຂົາແລະໄດ້ຊ່ວຍເຫລືອພວກເຂົາໄວ້, ເພາະພັນທະສັນຍາຂອງພຣະອົງທີ່ໄດ້ເຮັດໄວ້ກັບອັບຣາຮາມ, ອີຊາກ, ແລະຢາໂຄບ. ດັ່ງນັ້ນພຣະຢາເວຈຶ່ງບໍ່ໄດ້ຊົງທຳລາຍພວກເຂົາ, ແລະພຣະອົງຍັງຄົງບໍ່ໄດ້ໄລ່ພວກເຂົາໄປ ໃຫ້ພົ້ນພຣະພັກພຣະອົງເລີຍ.
\v 24 ຮາຊາເອນກະສັດແຫ່ງອາຣາມໄດ້ຕາຍໄປ, ແລະເບັນຮາດາດ ລູກຊາຍຂອງພະອົງໄດ້ຂຶ້ນເປັນກະສັດປົກຄອງແທນ.
\v 25 ເຢໂຮອາດລູກຊາຍຂອງເຢໂຮອາຮາດ ໄດ້ຢຶດບັນດາເມືອງຈາກເບັນຮາດາດລູກຊາຍຂອງຮາຊາເອນກັບຄືນມາ ຊຶ່ງເປັນເມືອງທີ່ພະອົງໄດ້ຊົງຢຶດຈາກເຢໂຮອາຮາດ ພໍ່ຂອງເຢໂຮອາດໄດ້ເມື່ອຕອນເຮັດເສິກ. ເຢໂຮອາດໄດ້ຮົບຊະນະພະອົງສາມເທື່ອ, ແລະໄດ້ບັນດາເມືອງອິສະຣາເອນກັບຄືນມາ.
\s5
\c 14
\cl ບົດທີ 14
\p
\v 1 ໃນປີທີສອງແຫ່ງຣາດ​ຊະ​ການໂຢອາດລູກຊາຍຂອງເຢໂຮອາຮາດ, ກະສັດຂອງອິສະຣາເອນ, ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້​ຊົງຂຶ້ນຄອງບັນລັງ ເມື່ອທ່ານໄດ້ຊົງເປັນກະສັດນັ້ນ.
\v 2 ​ພ​ະ​ອົງອາຍຸໄດ້ຊາວຫ້າປີພ​ະ​ອ​ົງເລີ່​ມ​ປົກ​ຄອງ​; ພ​ະ​ອົງໄດ້ຄອງ​ບັນ​ລັງຢູ່​ໃນ​ນະ​ຄອນ ເຢຣູຊາເລັມຊາວເກົ້າປີ. ມານ​ດາຂອງ​ພ​ະ​ອົງ​ມີຊື່ວ່າ ເຢ​ໂຮ​ອັດ​ດິນ, ຊາວ​ນະ​ຄອນ ເຢຣູຊາເລັມ.
\v 3 ພ​ະ​ອົງ​ໄດ້ຊົງເຮັດສິ່ງທີ່ຊອບ​ທັມໃນສາຍຕາຂອງພຣະຢາ​ເວ, ແຕ່ຍັງບໍ່ຄືກັນກັບດາວິດບັນພະບຸຣຸດຂອງພ​ຣະ​ອົງ. ພ​ະ​ອົງໄດ້ຊົງເຮັດທຸກຢ່າງທີ່ໂຢອາດ, ພໍ່ຂອງພ​ະອົງ, ໄດ້ຊົງເຮັດ.
\s5
\v 4 ແຕ່ສະຖານສູງເຫລົ່ານັ້ນກໍຍັງບໍ່ທັນໄດ້ຖືກທຳລາຍເທື່ອ. ປະຊາຊົນຍັງຄົງຖວາຍສັດເປັນເຄື່ອງບູຊາ ແລະ ເຜົາເຄື່ອງຫອມທີ່ສະ​ຖານ​ສູງເຫລົ່ານັ້ນ.
\v 5 ສິ່ງນີ້ໄດ້ເກີດຂຶ້ນເມື່ອຣາ​ຊອານາຈັກໄດ້​ຢູ່ໃນພ​ະ​ຫັດຂອງພ​ະ​ອົງຢ່າງ​ຫມັ້ນ​ຄົງ​ແລ້ວ, ພ​ະ​ອົງ​ກໍ​ໄດ້ຊົງຂ້າພວກ​ຜູ້ຮັບໃຊ້ທີ່ໄດ້ຂ້າບິດາ, ​ຂອງກະສັດ.
\s5
\v 6 ແຕ່ພ​ຣະ​ອົງບໍ່ໄດ້ຊົງ​ຂ້າລູກຂອງຜູ້ທີ່ໄດ້ປົງ​ພ​ຣະຊົນນັ້​ນ; ແຕ່, ພ​ະອົງໄດ້ຊົງ​ປະ​ຕິ​ບັດຕາມທີ່ໄດ້ບັນ​ທຶກໄວ້ໃນກົດບັນຍັດ, ໃນຫນັງ​ສື​, ຂອງໂມເຊ, ຊຶ່ງພຣະຢາເວໄດ້ຊົງບັນຊາວ່າ, “ຢ່າຂ້າບິ​ດາ ເພາະການກະທຳຂອງເຊື້ອ​ສາຍພວກເຂົາ, ຫລືຢ່າຂ້າລູກຫລານເພາະການກະທຳຂອງບິ​ດາມານດາ​ຂອງ​ພວກ​ເຂົາ. ແຕ່ລະຄົນຕ້ອງຖືກຂ້າຍ້ອນບາບຂອງຕົນເອງ.”
\v 7 ພ​ະ​ອົງໄດ້ຊົງຂ້າຄົນເອໂດມຫລາຍສິບພັນຄົນໃນຮ່ອມພູເກືອ; ພ​ະ​ອົງຍັງໄດ້ຊົງຢຶດເອົາເມືອງເສລາດ້ວຍສົງ​ຄາມ, ແລະ ໄດ້​ຊົງ​ເອີ້ນເມືອງນັ້ນວ່າ ໂຢກ​ເທ​ເອນ, ຊຶ່ງ​ເປັນ​ຊື່ຈົນມາເຖິງທຸກ​ມື້ນີ້.
\s5
\v 8 ແລ້ວອາມາຊີຢາໄດ້ສົ່ງຄະ​ນະທູດໄປເຝົ້າໂຢ​ອາດລູກຊາຍຂອງເຢໂຮອ​າຮາດກະສັດອິສະຣາເອນ, ກ່າວວ່າ, "ມາເຖີດ, ຂໍ​ໃຫ້ພວກທ່ານພົບກັນໃນສົງຄາມ."
\v 9 ແຕ່ໂຢອາດກະສັດແຫ່ງອິສະຣາເອນໄດ້ສົ່ງຜູ້​ສື່​ສານໄປທີ່ອາມາຊີຢາກະສັດແຫ່ງຢູດາ, ກ່າວວ່າ, “ ຕົ້ນຫນາມໃນເລບານອນໄດ້ສົ່ງຂ່າວໄປຫາຕົ້ນສົນ​ສີ​ດາໃນເລບານອນ, ກ່າວ​ວ່າ, 'ຈົ່ງໃຫ້ລູກສາວຂອງທ່ານເປັນເມຍຂອງລູກຊາຍຂອງຂ້າ​ພະ​ເຈົ້າ,' ແຕ່ສັດປ່າໂຕ​ຫນຶ່ງທີ່ຢູ່ໃນເລບານອນໄດ້ຜ່ານມາ ແລະໄດ້ກັກຢຽບຕົ້ນຫນາມນັ້ນລົງ.
\v 10 ທ່ານໄດ້ໂຈມຕີເອໂດມ, ແລະ ຈ​ິດໃຈຂອງທ່ານກໍເຮັດໃຫ້ທ່ານຈອງ​ຫອງ​ຂຶ້ນ. ຈົ່ງພູມໃຈໃນຊັຍຊະນະຂອງທ່ານເຖີດ, ແຕ່ຈົ່ງຢູ່ກັບເຮືອນຂອງຕົນ, ເພາະວ່າເປັນຫຍັງທ່ານຈຶ່ງສ້າງບັນຫາໃຫ້ກັບຕົວເອງ ແລະ ລົ້ມລົງ, ທັງທ່ານ ແລະ ຢູດາດ້ວຍ?"
\s5
\v 11 ແຕ່ອາມາຊີຢາບໍ່ຍອມຟັງ. ດັ່ງນັ້ນເຢໂຮອາດ ກະສັດແຫ່ງອິສະຣາເອນ ຈຶ່ງໄດ້ຊົງໂຈມຕີ ແລະ ພ​ະ​ອົງ​ກັບອາມາຊີຢາ ກະສັດແຫ່ງຢູດາກໍ​ຊົງໄດ້ຜະ​ເຊີນ​ຫນ້າ​ກັນຢູ່ທີ່ເມືອງເບັດເຊເ​ມັດ, ເຊິ່ງເປັນຂອງຢູດາ.
\v 12 ຢູດາກໍໄດ້​ພ່າຍ​ແພ້ຊາວອິສະຣາເອນ, ແລະ ຜູ້ຊາຍທຸກຄົນກໍໄດ້ຫນີກັບບ້ານ.
\s5
\v 13 ເຢໂຮອາດກະສັດແຫ່ງອິສະຣາເອນ, ກໍໄດ້ຊົງຈັບອາມາຊີຢາ, ກະສັດແຫ່ງຢູດາ ລູກຊາຍຂອງກະສັດໂຢອາດ, ບຸດຊາຍ​ຂອງ​ອາ​ຮາ​ຊີ​ຢາ​, ໄດ້​ທີ່ເມືອງເບັດເຊເມດ. ແລະໄດ້ຊົງ​ທຳ​ລາຍ​ກຳ​ແພງນະ​ຄອນ ເຢຣູຊາເລັມເປັນ​ໄລຍະທາງສີ່ຮ້ອຍຊັງຕີແມັດ. ຕັ້ງ​ແຕ່​ປະຕູເອ​ຟ​ຣາ​ຢິມຈົນເຖິງປະຕູແຈ,
\v 14 ແລະພ​ະ​ອົງໄດ້ຊົງ​ຢຶດເອົາທອງຄຳ ແລະ ເງິນທັງ​ຫມົດ, ແລະເຄື່ອງໃຊ້ທັງຫມົດທີ່ພົບເຫັນຢູ່ໃນພຣະວິຫານຂອງພຣະຢາ​ເວ, ແລະ ໃນຄັງຂອງພະ​ຣາ​ຊວັງ, ພ້ອມທັງການ​ຈັບຕົວປະກັນເຊັ່ນດຽວກັນ, ແລະໄດ້ກັບໄປທີ່ເມືອງຊາມາເຣຍ.
\s5
\v 15 ສ່ວນ​ຣາຊະກິດອື່ນໆຂອງເຢ​ໂຮອາດ, ທີ່ໄດ້ຊົງເຮັດ, ທັງອຳ​ນາດຂອງພະອົງ, ແລະການສູ້ຮົບກັບອາມາຊີຢາ ກະສັດແຫ່ງຢູດານັ້ນ, ໄດ້ບັນທຶກໄວ້ໃນຫນັງສືປະຫວັດຂອງກະສັດແຫ່ງອິສະຣາເອນບໍ່ແມ່ນບໍ?
\v 16 ເຢໂຮອາດໄດ້ຊົງ​ລ່ວງ​ລັບໄປ​ຢູ່ກັບບັນພະບຸຣຸດ ແລະ ໄດ້ຊົງຖືກຝັງໄວ້ຢູ່ໃນເມືອງຊາມາເຣຍພ້ອມດ້ວຍບັນ​ດາກະສັດແຫ່ງອິສະຣາເອນ, ແລະ ເຢ​ໂຣ​ໂບ​ອາມ, ລູກຊາຍຂອງພ​ະ​ອົງ, ໄດ້ຂຶ້ນປົກຄອງແທນ.
\s5
\v 17 ອາມາຊີຢາລູກຊາຍຂອງໂຢອາດ, ກະສັດແຫ່ງຢູດາ, ໄດ້​ຊົງມີ​ຊີ​ວິດ​ຢູ່ອີກສິບຫ້າປີ ຫລັງຈາກເຢໂຮອາດລູກຊາຍຂອງເຢໂຮອາຮາດກະສັດແຫ່ງອິສະຣາເອັນໄດ້ຕາຍໄປແລ້ວ.
\v 18 ສ່ວນຣາຊະກິດອື່ນໆຂອງອາມາຊີຢາ, ໄດ້ບັນທຶກໄວ້ໃນຫ​ນັງ​ສືປະຫວັດສາດຂອງກະສັດແຫ່ງຢູດາບໍ່ແມ່ນ​ບໍ?
\v 19 ພວກເຂົາໄດ້ເຂົ້າຮ່ວມການກະບົດຕໍ່ອາມາຊີຢາໃນນະຄອນ ເຢຣູຊາເລັມ, ແລະພ​ະ​ອົງ​ໄດ້ຫລົບ​ຫນີໄປທີ່ເມືອງ​ລາ​ກິດ. ແຕ່ພວກເຂົາທັງ​ຫລາຍໄດ້ສົ່ງຄົນ​ນຳພ​ະ​ອົງໄປ​ທີ່​ເມືອງລາ​ກິດ, ແລະໄດ້​ຂ້າ​ພ​ະ​ອົງຢູ່ທີ່ນັ້ນ.
\s5
\v 20 ແລະພວກເຂົາໄດ້ນຳເອົາສົບບັນ​ທຸກໃສ່ມ້າກັບມາ, ແລະໄດ້ຝັງໄວ້ກັບບັນພະບຸຣຸດໃນເມືອງຂອງດາວິດ.
\v 21 ປະຊາຊົນທັງຫມົດຂອງຢູດາກໍຕັ້ງອາຊາຣິຢາ, ເຊິ່ງມີອາຍຸສິບຫົກປີ, ໃຫ້ເປັນກະສັດແທນອາມາຊີຢາພໍ່ຂອງພ​ະ​ອົງ.
\v 22 ອາຊາຣິຢາໄດ້ຊົງສ້າງເມືອງເອ​ລາດຂຶ້ນໃຫມ່ ແລະ ບູ​ຣະ​ນ​ະ​ໃຫ້​ກັບ​ມາຂຶ້ນ​ກັບຢູດາ, ຫລັງຈາກທີ່ກະສັດອາມາຊີຢາໄດ້​ຊົງ​ລ່ວງ​ລັບ​ໄປ​ຢູ່ກັບບັນພະບຸຣຸດຂອງທ່ານ.
\s5
\v 23 ໃນປີທີສິບຫ້າແຫ່ງການປົກຄອງຂອງອາມາຊີຢາ ລູກຊາຍຂອງໂຢອາດກະສັດແຫ່ງຢູດາ, ເຢ​ໂຣ​ໂບ​ອາມ ບຸດຊາຍຂອງໂຢອາດແຫ່ງອິສະຣາເອນໄດ້ປົກຄອງໃນ​ຊາ​ມາ​ເຣຍ; ຢູ່ສີ່ສິບເອັດປີ.
\v 24 ພ​ະ​ອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຢວາ. ພ​ຣະ​ອົງບໍ່ໄດ້ຫນີຈາກບາບທັງຫມົດຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ. ຜູ້ທີ່ໄດ້ນຳພາອິສະຣາເອນໃຫ້ເຮັດບາບດ້ວຍ.
\v 25 ພ​ະ​ອົງໄດ້ຊົງໂຈມຕີເອົາແຜ່ນດິນອິສະຣາເອນຄືນ​ມາຈາກທາງເຂົ້າ​ເມືອງ​ເລໂບຮາ​ມັດໄກ​ໄປ​ຮອດທະເລອາຣາບາ, ຕາມຄຳສັ່ງຕາມຖ້ອຍ​ຄຳ​ຂອງພຣະຢາ​ເວ, ພ​ຣະເຈົ້າຂອງອິສະຣາເອນ, ເຊິ່ງກ່າວໂດຍຜູ້ຮັບໃຊ້ຂອງພ​ຣະ​ອົງຄື​ ໂຢ​ນາ ລູກຊາຍຂອງອາ​ມິດໄ​ຕ, ຜູ້​ທຳ​ນ​ວາຍ, ທີ່​ມາ​ຈາກ​ກາດ-ເຮເ​ຟ.
\s5
\v 26 ເພາະວ່າພຣະຢາ​ເວ​ຊົງໄດ້ເຫັນວ່າ ຄວາມທຸກຂອງອິສະຣາເອນ, ນັ້ນຂົມຂື່ນຫລາຍ, ເພາະວ່າບໍ່ມີໃຜເຫລືອຢູ່, ບໍ່ວ່າຈະເປັນຂ້າທາດຫລືບໍ່​ເປັນ​ຂ້າ​ທາດ, ແລະບໍ່ມີຜູ້ໃດທີ່ຈະຊ່ອຍກອບ​ກູ້ຊາວອິສະຣາເອັນໄດ້.
\v 27 ເຫດ​ສະ​ນັ້ນ, ພຣະຢາເວບໍ່ໄດ້ກ່າວວ່າ ພ​ຣະ​ອົງຈະບໍ່ເອົາຊື່ອິສະຣາເອນອອກຈາກໃຕ້ທ້ອງຟ້າ; ແຕ່, ພ​ຣະ​ອົງ​ກັບໄດ້ຊົງຊ່ວຍພວກເຂົາດ້ວຍມືຂອງ ເຢ​ໂຣ​ໂບ​ອາມ ລູກຊາຍຂອງເຢໂຮອາດ.
\s5
\v 28 ສ່ວນ​ຣາ​ຊະ​ກິດອື່ນໆຂອງ ເຢ​ໂຣ​ໂບ​ອາມ, ແລະທຸກໆສິ່ງທີ່ໄດ້ຊົງເຮັດ, ແລະອຳ​ນາດຂອງພ​ະ​ອົງ, ການສູ້ຮົບຂອງພ​ະ​ອົງ ແລະເລື່ອງ​ທີ່​ໂຈມ​ຕີ​ເອົາເມືອງ ດາມັສກັດ ແລະເມືອງຮາມັດ, ເຊິ່ງເຄີຍເປັນຂອງຢູດາ, ຄືນໃຫ້​ແກ່ອິສະຣາເອນ, ໄດ້ບັນທຶກໄວ້ໃນຫນັງ​ສືປະຫວັດຂອງກະສັດແຫ່ງອິສະຣາເອນບໍ່ແມ່ນ​ບໍ?
\v 29 ເຢ​ໂຣ​ໂບ​ອາມໄດ້​ຊົງ​ລ່ວງ​ລັບ​ໄປ​ຢູ່ກັບບັນພະບຸຣຸດ, ຄື​ບັນ​ດາກະສັດແຫ່ງອິສະຣາເອນ, ແລ້ວເຊກາຣີຢາລູກຊາຍຂອງພ​ະ​ອົງໄດ້ຂຶ້ນປົກຄອງແທນ.
\s5
\c 15
\cl ບົດທີ 15
\p
\v 1 ໃນປີທີ່ຊາວ-ເຈັດ ແຫ່ງການປົກຄອງຂອງ ເຢ​ໂຣ​ໂບ​ອາມກະສັດແຫ່ງອິສະຣາເອນ, ອາ​ຊາ​ຣີ​ຢາບຸດຊາຍຂອງອາ​ມາ​ຊີ​ຢາກະສັດຢູດາໄດ້ຂຶ້ນຄອງບັນລັງ.
\v 2 ອາຊາຣີຢາຊົງມີອາຍຸໄດ້ສິບຫົກປີເມື່ອຕອນທີ່ຂຶ້ນປົກຄອງບັນ​ລັງ. ແລະພ​ະ​ອົງໄດ້ປົກຄອງໃນນະ​ຄອນ ເຢຣູຊາເລັມຫ້າສິບ-ສອງປີ. ແມ່ຂອງພ​ະ​ອົງຊື່ວ່າ ເຢຊີລີຢາ, ແລະນາງໄດ້ມາຈາກນະ​ຄອນ ເຢຣູຊາເລັມ.
\v 3 ພ​ະ​ອົງໄດ້ຊົງເຮັດສິ່ງທີ່ຊອບທັມໃນສາຍພຣະເນດຂອງພຣະຢາເວ, ຄືກັບທຸກຢ່າງທີ່ອາ​ມາ​ຊີ​ຢາ​ບິດາຂອງພ​ະ​ອົງໄດ້ຊົງກະທຳ.
\s5
\v 4 ເຖິງຢ່າງໃດກໍ່ຕາມ, ສະຖານສູງບໍ່ໄດ້ຖືກທ​ຳ​ລາຍ. ປະຊາຊົນກໍ່ຍັງຖວາຍສັດບູຊາ ແລະ ເຜົາເຄື່ອງຫອມເທິງສ​ະ​ຖານ​ສູງເຫລົ່າ​ນັ້ນ.
\v 5 ພຣະຢາ​ເວໄດ້ຊົງລົງໂທດກະສັດ ພ​ະອົງ​ໄດ້ຊົງ​ກາຍເປັນຄົນຂີ້ທູດຈົນເຖິງວັນຕາຍ ແລະ ພ​ະ​ອົງຢູ່ໃນພະຣາຊະວັງແຍກຕ່າງຫາກ. ໂຢ​ທາມ, ລູກຊາຍຂອງກ​ະ​ສັດ, ໄດ້ເປັນຜູ້ເບີ່ງ​ແຍງ​ຄວບ​ຄຸມສຳນັກພະຣາ​ຊະວັງ. ແລະ ໄດ້​ຊົງປົກຄອງປະຊາຊົນຂອງແຜ່ນດິນ.
\s5
\v 6 ສ່ວນ​ຣາ​ຊະກິດອື່ນໆຂອງອາ​ຊາ​ຣີ​ຢາ ແລະ ທຸກສິ່ງທີ່ພ​ະ​ອົງໄດ້ຊົງເຮັດ, ໄດ້​ຊົງບັນທຶກໄວ້ໃນຫນັງ​ສືປະຫວັດສາດຂອງກະສັດແຫ່ງຢູດາບໍ່​ແມ່ນ​ບໍ?
\v 7 ດັ່ງນັ້ນ ອາຊາຣີຢາຈຶ່ງໄດ້ຊົງ​ລ່ວງ​ລັບ​ໄປ​ຢູ່ກັບບັນພະບຸຣຸດ; ແລະພວກເຂົາໄດ້ຝັງ​ສົບ​ໄວ​້ກັບບັນພະບຸຣຸດຂອງພ​ະ​ອົງ​ໃນເມືອງດາວິດ. ໂຢ​ທ​າມລູກຊາຍຂອງພ​ະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.
\s5
\v 8 ໃນປີທີສາມ​ສິບ-ແປດແຫ່ງການປົກຄອງຂອງອາ​ຊາຣີ​ຢາກະສັດແຫ່ງຢູດາ, ເຊກາຣີຢາລູກຊາຍຂອງເຢ​ໂຣ​ໂບ​ອາມ​ຂື້ນປົກຄອງເຫນືອອິສະຣາເອນໃນ​ຊາ​ມາ​ເຣຍເປັນເວລາຫົກເດືອນ.
\v 9 ພ​ະ​ອົງ​ກ​ໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພ​ຣະ​ຢາ​ເວ, ຄືກັບບັນພະບຸຣຸດຂອງພ​ະ​ອົງທີ່​ຊົງ​ໄດ້​ກະ​ທຳ. ພ​ະ​ອົງບໍ່ໄດ້ຊົງປະຖິ້ມບາບຈາກ​ບາບ​ທັງ​ຫລາຍຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ, ຜູ້ທີ່ໄດ້ຊົງນຳອິສະຣາເອນໃຫ້ເຮັດບາບດ້ວຍ.
\s5
\v 10 ຊານລູມ ລູກຊາຍຂອງຢາເບັດໄດ້ກໍ່​ການກະບົດຕໍ່ເຊ​ກາຣີຢາ, ແລະ ໂຄ່ນ​ລົ້ມ​ພະ​ອົງກະສັດລົງໃນອິບ​ເລ​ອາມ, ແລະຂ້າພ​ະ​ອົງ. ແລະທ່ານໄດ້ຂຶ້ນເປັນກະສັດແທນ.
\v 11 ສ່ວນ​ພະ​ຣາ​ຊະກິດອື່ນໆຂອງ​ເຊກາຣີ​ຢາ, ຊົງຖືກບັນທຶກໄວ້ໃນຫນັງ​ສືປະຫວັດຂອງກະສັດແຫ່ງອິສະຣາເອນ.
\v 12 ເຫດ​ການ​ນີ້ເປັນ​ໄປ​ຕາມຄຳທີ່ພຣະຢາ​ເວໄດ້ກ່າວ​ແກ່ກັບເຢ​ຮູ, ວ່າ, "ເຊື້ອ​ສາຍຂອງເຈົ້າຈະນັ່ງຢູ່ເທິງບັນລັງຂອງອິສະຣາເອນເປັນເວລາສີ່ີຮຸ້ນຄົນ." ແລະກໍເປັນ​ດັ່ງ​ນັ້ນ.
\s5
\v 13 ​ຊານ​ລູມລູກຊາຍຂອງຢາເບັດໄດ້ຂຶ້ນຄອງຣາຊ​ໃນປີທີສາມ​ສິບ-ເກົ້າ​ແຫ່ງການປົກຄອງຂອງອ​າ​ຊາ​ຣີ​ຢາ ກະສັດແຫ່ງຢູດາ, ແລະ ພ​ະ​ອົງໄດ້ປົກຄອງໃນຊາມາເຣຍ​ໄດ້ຫນຶ່ງເດືອນ.
\v 14 ເມ​ນາ​ເຮມລູກຊາຍ ຂອງກາ​ດີ ກໍໄດ້ຂຶ້ນຈາກມາເມືອງ​ຕີ​ຣະ​ຊາໄປ​ທີ່​ເມືອງຊາມາເຣຍ. ຢູ່ທີ່ນັ້ນທ່ານໄດ້ໂຄ່ນລົ້ມຊານ​ລູມ ລູກຊາຍຂອງຢາເບັດ, ໃນຊາມາເຣຍ. ແລະໄດ້​ຂ້າພ​ະອົງ ແລະ ໄດ້​ຊົງຂຶ້ນເປັນກະສັດແທນ.
\s5
\v 15 ສ່ວນ​ຣາ​ຊ​ກິດອື່ນໆຂອງຊານລູມ ແລະການກະບົດທີ່​ພ​ະ​ອົງ​ໄດ້​ຊົງ​ເຮັດ, ໄດ້​ບັນທຶກ​ໄວ້​ໃນ​ຫນັງ​ສື​ປະ​ຫວັດ​ສາດ​ແຫ່ງ​ອິ​ສະ​ຣາ​ເອນ.
\v 16 ຕໍ່​ມາ ເມນາເຮມໄດ້ໂຈມຕີຕັບ​ປູອາ ແລະ ທຸກຄົນທີ່ຢູ່ໃນເມືອງນັ້ນ, ແລະຊາຍແດນຂອງເມືອງນັ້ນ​ຕັ້ງ​ແຕ່ຕີ​ຣະ​ຊາ​ໄປ, ເພາະວ່າພວກເຂົາບໍ່ໄດ້ເປີດປະຕູໃຫ້ລາວ. ດັ່ງນັ້ນລາວຈຶ່ງໄດ້ໂຈມຕີເມືອງນັ້ນ, ແລະເຂົາກໍໄດ້​ຜ່າ​ທ້ອງແມ່ຍິງຖືພາ​ຂອງ​ຫມູ່ບ້ານນັ້ນທຸກຄົນ.
\s5
\v 17 ໃນປີທີສາມສິບ-ເກົ້າແຫ່ງກະສັດອຸດຊີຢາ ແຫ່ງຢູດາ, ເມ​ນາ​ເຮມ ​ບຸດຊາຍຂອງກາ​ດີໄດ້ຊົງປົກຄອງເຫນືອອິສະຣາເອນ; ໃນຊາມາເຣຍເປັນເວລາສິບປີ.
\v 18 ພ​ຣະ​ອົງ​ກໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ຕະຫລອດການປົກຄອງຂອງພ​ະ​ອົງ​ກໍບໍ່ໄດ້ປະຖິ້ມບາບທັງ​ຫລາຍຂອງເຢ​ໂຣ​ໂບ​ອາມ​ບຸດຊາຍຂອງເນບັດ. ຜູ້ໄດ້ຊົງນຳພາອິສະຣາເອນໃຫ້ເຮັດບາບດ້ວຍ.
\s5
\v 19 ຕໍ່​ມາປ​ູລ ກະ​ສັດ​ແຫ່ງ​ອັດ​ຊີ​ເຣຍໄດ້​ຊົງ​ຍົກ​ທັບ​ຂື້ນ​ມາ​ຕໍ່​ສ​ູ້​ແຜ່ນ​ດິນ​ນັ້ນ, ແລະ ເມ​ນາ​ເຮມໄດ້ຊົງຖວາຍເງິນຈຳນວນຫນຶ່ງພັນຕະ​ລັນ​ຕົນໃຫ້ແກ່​ປ​ູລ, ເພື່ອໃຫ້ປ​ູລສະຫນັບສະຫນູນພ​ະ​ອົງ ແລະ ຊ່ວຍພ​ະ​ອົງຄຸມອຳນາດໃນອານາຈັກອິສະຣາເອນໄວ້​ໄດ້.
\v 20 ເມ​ນາ​ເຮມໄດ້​ຊົງຢຶດເງິນຈາກປະຊາຊົນອິສະຣາເອນຄືຈາກຄົນລວຍທຸກ​ຄົນ ຄົນ​ລະຫ້າສິບເຊ​ກຽນເພື່ອຖວາຍແດ່ກະສັດແຫ່ງອັດຊີເຣຍ. ດັ່ງນັ້ນກະສັດແຫ່ງອັດຊີເຣຍຈຶ່ງຍົກ​ທັບກັບ ແລະ ບໍ່ໄດ້ຢູ່ໃນແຜ່ນດິນນັ້ນ.
\s5
\v 21 ສ່ວນ​ພະ​ຣາ​ຊ​ະກິດກະອື່ນໆຂອງເມນາເຮມ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ໄດ້ບັນທຶກໄວ້ໃນຫນັງ​ສືປະຫວັດແຫ່ງອິສະຣາເອນບໍແມ່ນ​ບໍ?
\v 22 ດັ່ງນັ້ນ ເມນາ​ເຮມໄດ້ຊົງ​ລ່ວງ​ລັບໄປ​ຢູ່ກັບບັນພະບຸຣຸດ, ແລະເປກາ​ຮີ​ຢາບຸດຊາຍຂອງພ​ະ​ອົງ​ກໍໄດ້ຂຶ້ນເປັນກະສັດແທນ.
\s5
\v 23 ໃນປີທີຫ້າສິບແຫ່ງກະສັດອຸດຊີຢາ ກ​ະ​ສັດແຫ່ງຢູດາ, ເປ​ກາ​ຮີ​ຢາບຸດຊາຍຂອງເມ​ນາ​ເຮ​ມຊົງປົກຄອງເຫນືອອິສະຣາເອນໃນຊາມາເຣຍ; ພ​ະ​ອົງປົກຄອງໄດ້ສອງປີ.
\v 24 ພ​ະ​ອົງກໍໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພ​ະ​ອົງບໍ່ໄດ້ຊົງປະຖິ້ມບາບທັງ​ຫລາຍຂອງເຢ​ໂຣ​ໂບ​ອາມບຸດຊາຍຂອງເນບັດ, ສະນັ້ນ ພ​ຣະ​ອົງ​ຈຶ່ງໄດ້ຊົງເປັນ​ເຫດໃຫ້ອິສະຣາເອນເຮັດບາບດ້ວຍ.
\s5
\v 25 ເປກາ​ຮີ​ຢາມ​ີ​ຂ້າ​ຣ​າ​ຊ​ະການຄົນ​ຫນຶ່ງ​ຊ​ື່​ວ່າ ເປກາລູກຊາຍຂອງເ​ຣມາ​ລີ​ຢາ, ຜູ້​ທີ່​ກໍ່​ການກະບົດຕໍ່ພ​ະ​ອົງ. ເປກາຮ່ວມກັບຊາວກີເລອາດຫ້າສິບຄົນ, ໄດ້ຂ້າເປ​ກາຮີຢາພ້ອມກັບ​ອາ​ໂກບ ແລະ ອາ​ຣີ​ເອໃນປ້ອມປາການຂອງຣາຊະວັງໃນເມືອງຊາມາເຣຍ, ເປ​ກາໄດ້ຂ້າເປ​ກາ​ຮີ​ຢາແລະໄດ້​ຂຶ້ນເປັນກະສັດແທນ.
\v 26 ສ່ວນ​ຣາ​ຊະ​ກິດອື່ນໆຂອງເປກາ​ຮີ​ຢາ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ມີບັນທຶກໃນຫນັງ​ສືຂອງພົງສາວະດານກະສັດແຫ່ງອິສະຣາເອນ.
\s5
\v 27 ໃນປີ​ທີຫ້າສິບ-ສອງແຫ່ງການປົກຄອງອຸດ​ຊີຢາ ກະສັດແຫ່ງຢູດາ, ເປກາລູກຊາຍຂອງເຣມາລີອາໄດ້​ເລີ່ມປົກຄອງອິສະຣາເອນໃນເມືອງຊາມາເຣຍ; ພ​ະ​ອົງ​​ຊົງຄອງຣາ​ຊໄດ້ຊາວປີ.
\v 28 ພ​ະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພ​ະ​ອົງບໍ່ໄດ້ຊົງປະຖິ້ມບາບທັງ​ຫລາຍຂອງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ, ຜູ້ທີ່​ເປັນ​ເຫດເຮັດໃຫ້ອິສະຣາເອນເຮັດບາບດ້ວຍ.
\s5
\v 29 ໃນລະຫວ່າງການປົກຄອງຂອງເປກາກະສັດແຫ່ງອິສະຣາເອນ, ຕິກ​ະລາດ​ປີ​ເລ​ເສ ກະສັດແຫ່ງອັດຊີເຣຍໄດ້ເຂົ້າມາຢຶດເອົາເມືອງ​ອີໂຢນ, ອາເບັນເບັດມາ​ອາ​ກາ, ຢາ​ໂນ​ອາ, ຄາເດັດ, ຮາ​ໂຊ, ກິ​ເລ​ອາດ, ຄາລີເລ, ແລະດິນແດນນັບ​ທາ​ລີທັງ​ຫມົດ. ພະ​ອົງ​ຊົງ​ໄດ້​ຕ້ອນ​ໂຮ​ມ​ປະ​ຊາ​ຊົນ​ໄປ​ເປັນ​ຊະ​ເລີຍ​ໃນ​ອັດ​ຊີ​ເຣຍ.
\v 30 ດັ່ງ​ນັ້ນ ໂຮເຊຢາລູກຊາຍຂອງເອ​ລາໄດ້ຮ່ວມກັນຄິດ​ກະ​ບົດ​ຕໍ່​ເປ​ກາລູກຊາຍຂອງເຣມາລີຢາ. ລາວ​ໄດ້​ໂຄ່ນ​ລົ້ມພ​ະ​ອົງລົງ ແລະ ປຣະ​ຫານ​ພ​ະ​ອົງ. ແລ້ວລາວກໍໄດ້ຂຶ້ນເປັນກະສັດແທນ, ໃນປີທີຊາວແຫ່ງການປົກຄອງຂອງໂຢທາມລູກຊາຍຂອງອຸດຊີ​ຢາ.
\v 31 ສ່ວນ​ຣາ​ຊະ​ກິດອື່ນໆຂອງເປກາ, ແລະທຸກສິ່ງທີ່ໄດ້ຊົງເຮັດ, ມີບັນທຶກໃນຫນັງ​ສືພົງສາວະດານກະສັດແຫ່ງອິສະຣາເອນ.
\s5
\v 32 ໃນປີທີສອງແຫ່ງການປົກຄອງຂອງເປກາລູກຊາຍຂອງເຣມາລີຢາ, ກະສັດແຫ່ງອິສະລາແອນ, ໂຢ​ທາມບຸດຊາຍຂອງອຸດ​ຊີ​ຢາ, ກະສັດແຫ່ງຢູດາຊົງ​ໄດ້ຂຶ້ນຄອງ​ລ​າດ.
\v 33 ເມື່ອພ​ະ​ອົງໄດ້​ຂື້ນຄອງລາດ​ນັ້ນມີອາຍຸໄດ້ຊາວ-ຫ້າປີ; ພ​ະ​ອົງປົກຄອງໄດ້ສິບຫົກປີທີ່ນະ​ຄອນ ເຢຣູຊາເລັມ. ແມ່ຂອງພ​ະ​ອົງ​ມີຊື່ວ່າເຢ​ຣຸ​ຊາ; ເປັນລູກສາວຂອງຊາ​ໂດກ.
\s5
\v 34 ໂຢທາມໄດ້ຊົງເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ. ພ​ະ​ອົງໄດ້ຊົງເຮັດທຸກຢ່າງຕາມ​ແບບທີ່ອຸດ​ຊີ​ຢາພໍ່ຂອງ​ພ​ະ​ອົງໄດ້ຊົງເຮັດ.
\v 35 ເຖິງຢ່າງໃດກໍ່ຕາມ, ສະຖານສູງຍັງບໍ່ທັນຖືກກຳ​ຈັດເທື່ອ. ປະຊາຊົນຍັງສືບ​ຕໍ່ຖວາຍສັດບູຊາ ແລະ ເຜົາເຄື່ອງຫອມຢູ່ເທິງ​ສະ​ຖານ​ສູງເຫລົ່ານັ້ນ. ໂຢ​ທາມໄດ້ຊົງສ້າງປະຕູເທິງຂອງພ​ຣະ​ວິ​ຫານແຫ່ງພຣະຢາເວ.
\v 36 ສ່ວນ​ພະ​ຣາ​ຊະ​ກິດອື່ນໆຂອງໂຢທາມ, ແລະທຸກຢ່າງທີ່ຊົງໄດ້ເຮັດ, ໄດ້ບັນທຶກໄວ້ໃນຫນັງ​ສື​ພົງ​ສາວ​ະ​ດານຂອງກະສັດແຫ່ງຢູດາບໍ່ແມ່ນ​ບໍ?
\v 37 ໃນເວລານັ້ນພຣະຢາເວໄດ້ຊົງໃຊ້ເຣຊິນ ກະ​ສັດແຫ່ງອາຣາມ, ແລະເປກາລູກຊາຍຂອງເຣມາ​ລີ​ຢາໃຫ້ມາສູ້ຮົບກັບຢູດາ.
\v 38 ໂຢ​ທາມໄດ້ຊົງລ່ວງລັບໄປ​ຢູ່ກັບບັນພະບຸຣຸດຂອງພ​ະ​ອົງ ແລະໄດ້ຖືກຝັງໄວ້ກັບບັນພະບຸຣຸດຂອງ​ພ​ະ​ອົງທີ່ເມືອງດາວິດ, ຜູ້​ເປັນບັນພະບຸຣຸດຂອງພ​ະ​ອົງ ແລ້ວອາຮາດ, ລູກຊາຍຂອງພ​ະ​ອົງ, ໄດ້ຂຶ້ນເປັນກະສັດແທນ.
\s5
\c 16
\cl ບົດທີ 16
\p
\v 1 ໃນປີທີສິບເຈັດແຫ່ງການປົກຄອງຂອງເປກາຜູ້ເປັນລູກຊາຍຂອງເຣມາລີຢາ; ອາຮາດລູກຊາຍຂອງໂຢທາມກະສັດແຫ່ງຢູດາ, ໄດ​້​ຂຶ້ນຄອບຄອງຣາດ.
\v 2 ເມື່ອອາຮາດໄດ້​ຊົງກາຍເປັນກະສັດນັ້​ນມີອາຍຸໄດ້ພຽງຊາວປີ, ແລະພ​ະ​ອົງໄດ້ປົກຄອງໄດ້ສິບຫົກປີໃນນະ​ຄອນ ເຢຣູຊາເລັມ. ພະ​ອົງບໍ່ໄດ້ເຮັດສິ່ງທີ່ຊອບທັມໃນສາຍພຣະເນດຂອງພຣະຢາ​ເວອົງເປັນພຣະເຈົ້າຂອງພະ​ອົງ, ຄືກັບດາວິດບັນ​ພະ​ບຸ​ຣຸດຂອງພະ​ອົງໄດ້ຊົງເຮັດ.
\s5
\v 3 ແຕ່ພະ​ອົງ​ຊົງໄດ້ເດີນຕາມເສັ້ນທາງຂອງກະສັດທັງ​ຫລາຍແຫ່ງອິສະຣາເອນ; ເຖິງຈຸດທີ່, ໄດ້ຊົງອະນຸຍາດໃຫ້ລູກຊາຍຂອງພະ​ອົງລຸຍຜ່ານໄຟ, ຕາມການກະທຳອັນ​ຫນ້າ ກຽດຊັງຂອງປະ​ຊາ​ຊາດທັງ​ຫລາຍ, ຊຶ່ງພຣະຢາເວໄດ້ຊົງຂັບໄລ່ອອກໄປໃຫ້​ພົ້ນ​ຫນ້າປະ​ຊາ​ຊົນອິສະຣາເອນ.
\v 4 ພະ​ອົງໄດ້ຖວາຍສັດ​ບູ​ຊາ ແລະ ຈູດເຄື່ອງ​ຫອມຢູ່ທີ່ສະ​ຖານສູງ, ເທິງຍອດພູ, ລວມທັງກ້ອງຕົ້ນໄມ້ສີຂຽວສົດ​ທຸກ​ຕົ້ນ.
\s5
\v 5 ແລ້ວ​ເຣ​ຊິນ, ກະສັດແຫ່ງອາ​ຣາມແລະ​ເປ​ກາລູກຊາຍຂອງເຣ​ມາ​ລີ​ຢາ, ກະສັດແຫ່ງອິສະຣາເອນ, ໄດ້ຍົກ​ທັບຂຶ້ນມາໂຈມຕີນະ​ຄອນ ເຢຣູຊາເລັມ. ພວກທ່ານທັງສອງໄດ້ອ້ອມອາຮາດໄວ້, ແຕ່ພວກທ່ານ​ທັງ​ສອງບໍ່ຊົງສາມາດເອົາຊະນະພະ​ອົງໄດ້.
\v 6 ໃນເວລານັ້ນ, ຣາຊິນກະສັດແຫ່ງອາຣາມໄດ້ໂຈມຕີເມືອງເອ​ລັດຄືນໃຫ້ຊາວອາຣາມ ແລະ ໄດ້ຊົງຂັບໄລ່​ປະ​ຊາ​ຊົນຢູດາອອກຈາກເອ​ລັດ. ຫລັງຈາກນັ້ນ, ຊາວຊີເຣຍທີ່​ເອ​ລັດ ແລະ ພວກເຂົາໄດ້ຢູ່ທີ່ນັ້ນຈົນເຖິງທຸກມື້ນີ້.
\s5
\v 7 ດັ່ງນັ້ນ ອາຮາດຈຶ່ງໄດ້​ຊົງສົ່ງຜູ້ສົ່ງຂ່າວສານໄປເຝົ້າຕິກະ​ລາດປິ​ເລ​ເສ ກະສັດແຫ່ງອັດຊີເຣຍ, ເພື່ອເວົ້າວ່າ, “ຂ້າ​ພະ​ເຈົ້າເປັນຜູ້ຮັບໃຊ້ຂອງທ່ານ ແລະ ເປັນລູກຊາຍຂອງທ່ານ. ຂໍ​ຊົງ​ສະ​ເດັດ​ຂຶ້ນມາຊ່ວຍຂ້າ​ພະ​ເຈົ້າໃຫ້​ພົ້ນຈາກກຳມືຂອງກະສັດແຫ່ງຊີ​ເຣຍ ແລະ ຈາກກຳມືຂອງກະສັດອິສະຣາເອນ, ຜູ້ໄດ້ມາໂຈມຕີຂ້າ​ພະ​ເຈົ້າ​ດ້ວຍ​ເຖີ​ດ.”
\v 8 ດັ່ງນັ້ນ ອາຮາດໄດ້ຊົງນຳເອົາເງິນ ແລະ ທອງຄຳທີ່ພົບເຫັນຢູ່ໃນພຣະ​ນິ​ເວດຂອງພຣະຢາເວ ແລະ ໃນຄັງຂອງພະຣາຊະວັງ ແລະພະ​ອົງໄດ້ສົ່ງໄປເປັນ​ຂອງ​ຂັວນມອບແກ່ກະສັດແຫ່ງອັດຊີເຣຍ.
\v 9 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ຟັງພະ​ອົງ, ແລະກະສັດແຫ່ງອັດຊີເຣຍກໍໄດ້ຊົງ​ຍົກ​ທັບຂຶ້ນໄປທີ່ເມືອງດາມັສກັດ, ແລະຢຶດ​ໄດ້​ທັງ​ຕ້ອນ​ໂຮມປະ​ຊາ​ຊົນຂອງເມືອງນັ້ນໄປເປັນຊະເລີຍທີ່​ເມືອງ​ກີ​ຣະ. ພະ​ອົງຍັງໄດ້ຂ້າ​ເຣ​ຊິນກະສັດແຫ່ງຊີ​ເຣຍ​ດ້ວຍ​ເຊັ່ນ​ກັນ.
\s5
\v 10 ເມື່ອກະສັດອາຮາດໄດ້ສະ​ເດັດໄປເມືອງດາມາເຊເພື່ອ​ພົບ​ກັບຕິກະລາດປີເລເສ ກະສັດແຫ່ງອັດຊີເຣຍ. ພະ​ອົງໄດ້ເຫັນແທ່ນບູຊາຢູ່​ທີ່ໃນເມືອງດາມັສກັດ ແລະ ພະ​ອົງໄດ້ຊົງສົ່ງແບບ​ຈຳ​ລ​ອງແທ່ນບູຊາໄປທີ່ປະໂລຫິດອູຣີຢາ ພ້ອມ​ທັງ​ແບບແຜນຂອງແທ່ນບູຊານັ້ນ ແລະ ຮູບ​ແບບ​ສຳ​ລັບວຽກງານກໍ່ສ້າງທີ່ ຈຳເປັນ.
\v 11 ດັ່ງນັ້ນປະໂລຫິດອູຣີຢາກໍໄດ້ສ້າງແທ່ນບູຊານັ້ນອີງຕາມແບບທຸກຢ່າງທີ່ກະສັດອາຮາດໄດ້ສົ່ງມາຈາກດາມັສກັດ. ທ່ານຈຶ່ງໄດ້ເຮັດແທ່ນບູຊາໃຫ້ສຳເລັດກ່ອນທີ່ກະສັດອາຮາດສະ​ເດັດ​ກັບມາຈາກດາມັສກັດ.
\v 12 ເມື່ອກະສັດໄດ້ກັບມາຈາກດາມັສກັດ ພະ​ອົງໄດ້ເຫັນແທ່ນບູຊາ; ແລ້ວກະສັດໄດ້ເຂົ້າໄປໃກ້ແທ່ນບູຊາ ແລະຖວາຍເຄື່ອງບູຊາເທິງແທ່ນບູຊານັ້ນ.
\s5
\v 13 ພະ​ອົງໄດ້ຊົງເຜົາຖວາຍເຄື່ອງບູຊາ ແລະ ເຄື່ອງບູຊາພືດ​ຜົນ, ແລະໄດ້​ຊົງເທເຄື່ອງດື່ມບູຊາ, ແລະໄດ້​ຊົງຊິດເລືອດແຫ່ງເຄື່ອງສານບູຊາ ຂອງພະ​ອົງ​ລົງເທິງແທ່ນບູຊານັ້ນ.
\v 14 ແທ່ນບູຊາທອງເຫລືອງເຊິ່ງ​ຢູ່​ສະ​ເພາະພຣະພັກ​ພ​ຣະ​ຢາ​ເວ-ພະອົງໄດ້ຊົງຍ້າຍອອກໄປຈາກທາງຫນ້າຂອງພຣະວິຫານ, ພື້ນທີ່ລະຫວ່າງແທ່ນບູຊາຂອງພະ​ອົງກັບວິຫານຂອງພຣະຢາເວ ແລະ ໄດ້ຕັ້ງໄວ້ທາງເບື້ອງທິດເຫນືອຂອງແທ່ນບູຊາຂອງພະ​ອົງ​ນັ້ນ.
\s5
\v 15 ແລ້ວກະສັດອາຮາດໄດ້ຊົງ​ສັ່ງໃຫ້ປະໂລຫິດອູຣີຢ​າ, ວ່າ, "ເທິງ​ແທ່ນໃຫຍ່ນີ້ ທ່ານ​ຈົ່ງເຜົາເຄື່ອງບູຊາໃນຕອນເຊົ້າ ແລະ ​ເຄື່ອງ​ບູ​ຊາ​ພືດ​ຜົນ​ໃນ​ຕອນແລງ, ແລະເຄື່ອງເຜົາບູຊາຂອງກະສັດ ແລະ ເຄື່ອງບູ​ຊາພືດ​ຜົນຂອງພະ​ອົງ, ພ້ອມດ້ວຍເຄື່ອງເຜົາບູຊາຂອງປະຊາຊົນທັງຫມົດໃນແຜ່ນດິນ, ລວມທັງພືດ​ຜົນບູ​ຊາ ແລະເຄື່ອງດື່ມບູ​ຊາຂອງພວກເຂົາທັງ​ຫລາຍ. ຈົ່ງຊິດເລືອດທັງຫມົດຂອງເຄື່ອງເຜົາບູຊາ ແລະ ເລືອດຂອງເຄື່ອງສັດບູຊາມາຖວາຍ. ແຕ່ແທ່ນບູຊາທອງແດງໃຫ້ເປັນທີ່​ສຳ​ລັບ​ຂ້າ​ພະ​ເຈົ້າທີ່ຂ້າ​ພະ​ເຈົ້າຈະທູນຖາມພຣະເຈົ້າ.”
\v 16 ປະໂລຫິດອູ​ຣີ​ຢາໄດ້ເຮັດທຸກຢ່າງຕາມຄຳສັ່ງຂອງກະສັດອາຮາດ.
\s5
\v 17 ແລ້ວກະສັດອາຮາດໄດ້ຊົງເອົາແຜງຂອງແທ່ນບູຊານັ້ນອອກໄປ ແລະ ຊົງຍົກ​ຂັນອອກໄປ; ແລະພະອົງໄດ້ນຳເອົາອ່າງທະ​ເລ​ລົງ​ມາ​ຈາກ​ຮູບ​ງົວ​ທອງແດງທີ່ຮອງຢູ່ນັ້ນ ແລະ ​ໄດ້ຊົງວາງໄວ້ເທິງພື້ນຫີນ.
\v 18 ພະ​ອົງໄດ້ຮື້​ເອົາຊິ້ນສ່ວນປິດທາງ​ຍ່າງຂອງສາ​ລາວັນຊະບາໂຕອອກ, ເຊິ່ງພວກເຂົາໄດ້ສ້າງໄວ້ໃນພະ​ວິ​ຫານ ແລະ ທາງເຂົ້າຊັ້ນນອກສຳລັບກະສັດທີ່ໄດ້ເຂົ້າມາໃນພຣະວິຫານຂອງພຣະຢາເວ, ເພາະເຫັນແກ່ກະສັດອັດຊີເຣຍ.
\s5
\v 19 ສ່ວນ​ຣາຊະກິດອື່ນໆຂອງອາຮາດທີ່ໄດ້ຊົງເຮັດ, ໄດ້ບັນທຶກໄວ້ໃນຫນັງ​ສື​ພົງ​ສາ​ວະ​ດານຂອງກະສັດຢູດາບໍ່ແມ່ນ​ບໍ?
\v 20 ອາຮາດໄດ້ຊົງລ່ວງ​ລັບ​ໄປຢູ່ກັບບັນພະບຸລຸດ ແລະ ໄດ້ຊົງຖືກຝັງໄວ້ກັບບັນພະບຸຣຸດໃນເມືອງ ດາ​ວິດ. ເຮເຊກີຢາລູກຊາຍຂອງພະ​ອົງກໍໄດ້ຂຶ້ນເປັນກະສັດແທນ.
\s5
\c 17
\cl ບົດທີ 17
\p
\v 1 ໃນປີທີສິບສອງແຫ່ງ​ການ​ປົກ​ຄອງຂອງອາຮາດກະສັດແຫ່ງຢູດາ, ໂຮ​ເຊ​ຢາລູກຊາຍຂອງເອ​ລາຂຶ້ນ​ຄອງຣາດ. ພະ​ອົງໄດ້ປົກຄອງຢູ່ໃນເມືອງຊາມາເຣຍໃນອິ​ສະ​ຣ​າ​ເອນເກົ້າປີ.
\v 2 ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍ​ພະ​ເນດຂອງພຣະຢາເວ, ແຕ່ກໍບໍ່ຄືກັບບັນ​ດາກະສັດແຫ່ງອິສະຣາເອນທີ່ຢູ່ກ່ອນ​ທ່ານ.
\v 3 ຊານ​ມາ​ເນ​ເຊ ກະສັດແຫ່ງອັດຊີເຣຍ ໄດ້ຊົງ​ຍົກ​ທັບມາສູ້ຮົບກັບພະ​ອົງ, ແລະ ໂຮເຊຢາໄດ້ຍອມເປັນເມືອງຂຶ້ນຂອງພ​ະ​ອົງ ແລະ ຖວາຍຂອງ​ຂັວນ​ແກ່​ພະ​ອົງ.
\s5
\v 4 ແລ້ວກະສັດແຫ່ງອັດຊີເຣຍ ຮູ້ວ່າໂຮເຊຢາເປັນຜູ້ກະບົດຕໍ່ພະ​ອົງເພາະວ່າ ໂຮ​ເຊ​ຊາໄດ້ຊົງ​ໃຊ້ຜູ້​ສົ່ງຂ່າວ​ສານໄປຫາໂສກກະສັດແຫ່ງເອຢີບ; ພະ​ອົງບໍ່ໄດ້ຖວາຍ​ຂອງ​ຂັ​ວນໃຫ້ແກ່ກະສັດແຫ່ງອັດຊີເຣຍ, ຢ່າງທີ່ພະ​ອົງໄດ້ຊົງເຄີຍເຮັດມາທຸກໆປີ. ດັ່ງນັ້ນ ກະສັດແຫ່ງອັດຊີເຣຍຈຶ່ງ​ຊົງຈັບໂຮເຊອາໄວ​້ ແລະ ຊົງຂັງພະ​ອົງ​ໄວ້ຢູ່ໃນຄຸກ.
\v 5 ແລ້ວກະສັດແຫ່ງອັດຊີເຣຍກໍໄດ້ບຸກເຂົ້າໄປທົ່ວແຜ່ນດິນ, ແລະ ຂຶ້ນມາເຖິງເມືອງຊາມາເຣຍ ແລະ ໄດ້ລ້ອມເມືອງດັ່ງກ່າວໄວ້ເປັນເວລາສາມປີ.
\v 6 ໃນປີທີເກົ້າແຫ່ງ​ການ​ປົກ​ຄອງຂອງໂຮເຊຢາ, ກະສັດແຫ່ງອັດຊີເຣຍໄດ້​ຊົງຢຶດເອົາເມືອງຊາມາເຣຍໄດ້​ພະ​ອົງໄດ້ຊົງຕ້ອນ​ໂຮມ​ຄົນອິສະຣາ​ເອນເຂົ້າໄປໃນອັດຊີເຣຍ. ພະອົງໄດ້ໃຫ້ພວກເຂົາຢູ່ໃນເມືອງຮາລາ, ທີ່​ຂ້າງແມ່ນ້ຳຮາ​ໂບ​ແຫ່ງ​ເມືອງ​ໂກ​ຊານ, ແລະ ໃນເມືອງຕ່າງໆຂອງຄົນ​ເມ​ເດຍ.
\s5
\v 7 ການທີ່​ໄດ້​ຕົກເປັນຊະເລີຍໃນຄັ້ງນີ້ກໍ​ເພາະວ່າປະຊາຊົນອິສະຣາເອນໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ, ຜູ້ທີ່ໄດ້ຊົງນຳພວກເຂົາອອກຈາກແຜ່ນດິນເອຢີບ, ຈາກພາຍໃຕ້ກຳມືຂອງຟາຣາໂອກະສັດແຫ່ງເອຢິບ. ເພາະວ່າປະຊາຊົນໄດ້ນະມັສະການບັນ​ດາພະເຈົ້າອື່ນໆ
\v 8 ແລະໄດ້ປະພຶດຕາມ​ທຳ​ນຽມຂອງບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ຊົງຂັບໄລ່ຫນີໄປໃຫ້​ພົ້ນ​ຫນ້າຄົນອິສະຣາເອນ, ແລະປະຕິບັດຕາມຢ່າງ​ທີ່ກະສັດແຫ່ງອິສະຣາເອນທີ່ພວກພະ​ອົງໄດ້ຊົງເຮັດ.
\s5
\v 9 ປະຊາຊົນອິສະຣາເອນໄດ້ເຮັດສິ່ງ-ທີ່ບໍ່ຖືກຕ້ອງຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ-ຢ່າງລັບໆ. ເຂົາທັງ​ຫລາຍໄດ້ສ້າງສະຖານສູງສຳລັບຕົນເອງຢູ່ທົ່ວບ້ານທົ່ວເມືອງ, ຕັ້ງແຕ່ທີ່​ມີຫໍສັງເກດການຈົນຮອດເມືອງທີ່ມີ​ປ້ອມບັນ​ຊາ​ການ.
\v 10 ພວກເຂົາໄດ້ຕັ້ງເສົາທີ່ສັກສິດແລະເສົາຫີນຂອງອາເຊຣາຢູ່ເທິງເນີນພູສູງທຸກແຫ່ງ ແລະ ພາຍໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ.
\s5
\v 11 ຢູ່ທີ່ນັ້ນ ພວກເຂົາໄດ້ເຜົາເຄື່ອງຫອມເທິງສະ​ຖານ​ສູງທຸກບ່ອນ, ຕາມ​ຢ່າງປະຊາຊາດທັງ​ຫລາຍໄດ້ເຮັດ, ຄົນເຫລົ່ານັ້ນທີ່ພຣະຢາເວໄດ້ຊົງກວາດລ້າງໄປໃຫ້ພົ້ນຫນ້າພວກເຂົາ. ຊາວອິສະຣາເອນໄດ້ເຮັດສິ່ງທີ່ຊົ່ວຮ້າຍຕ່າງໆ ເຮັດໃຫ້ພຣະຢາເວຊົງຄຽດແຄ້ນ;
\v 12 ພວກເຂົາທັງ​ຫລາຍໄດ້ນະມັສະການຮູບເຄົາ​ຣົບ, ຊຶ່ງພຣະຢາເວໄດ້ກ່າວແກ່ພວກເຂົາແລ້ວວ່າ, "ທ່ານຢ່າເຮັດແນວນີ້."
\s5
\v 13 ພຣະຢາເວຍັງໄດ້ຊົງ​ຕັກເຕືອນອິສະຣາເອນ ແລະ ຢູດາ ຜ່ານທາງ​ຜູ້​ປະ​ກາດພ​ຣະ​ຄັມ ແລະ ຜູ້​ທຳ​ນ​ວາຍທຸກ​ຄົນ, ກ່າວວ່າ, “ຈົ່ງຫັນຫນີ​ໄປຈາກທາງທີ່ຊົ່ວທັງ​ຫລາຍຂອງເຈົ້າ ແລະ ຮັກສາພຣະບັນຍັດຂອງ​ເຮົາ ແລະ ກົດເກນຂອງເຮົ​າ ຕາມກົດບັນ​ຍັດທຸກຂໍ້ທີ່ເຮົາໄດ້ສັ່ງແກ່ບັນພະບຸຣຸດຂອງເຈົ້າ, ແລະ ທີ່ເຮົາໄດ້ສົ່ງມາໃຫ້ເຈົ້າທາງ​ບັນ​ດາ​ຜູ້​ປະ​ກາດ​ພ​ຣະ​ຄັມຜູ້ຮັບໃຊ້ຂອງເຮົາ."
\s5
\v 14 ແຕ່ພວກເຂົາບໍ່ຟັງ; ພວກເຂົາແຂງກະດ້າງຫລາຍຄືກັບບັນພະບຸຣຸດຂອງພວກເຂົາຜູ້ທີ່ບໍ່ເຊື່ອວາງໃຈໃນພຣະຢາເວພຣະເຈົ້າຂອງພວກເຂົາ.
\v 15 ພວກເຂົາໄດ້ປະຕິເສດກົດເກນ ແລະ ພັນທະສັນຍາຂອງພ​ຣະອົງ ເຊິ່ງພຣະອົງໄດ້ເຮັດກັບບັນພະບຸຣຸດຂອງພວກເຂົາ, ລວມທັງຄຳຕັກເຕືອນທີ່ໄດ້ໃຫ້ແກ່ພວກເຂົາ. ພວກເຂົາທັງ​ຫລາຍໄດ້ຕິດຕາມສິ່ງທີ່ບໍ່ມີຄ່າ ແລະ ພວກເຂົາໄດ້ກາຍເປັນຄົນບໍ່ມີຄ່າໄປ. ພວກເຂົາໄດ້ຕິດຕາມຊົ​ນ​ຊາດ​ທີ່​ຢູ່ອ້ອມຂ້າງພວກ​ເຂົາ, ທີ່ບໍ່ໄດ້ນັບຖືພ​ຣະ​ເຈົ້າ ຊຶ່ງພຣະຢາເວໄດ້​ຊົງ​ຫ້າມບໍ່ໃຫ້ພວກເຂົາເອົາແບບພວກເຂົາເຫລົ່າ​ນັ້ນ.
\s5
\v 16 ພວກເຂົາທັງ​ຫລາຍບໍ່ໄດ້ສົນໃຈພ​ຣະບັນຍັດທັງຫມົດ ຂອງພຣະຢາເວພຣະເຈົ້າຂອງພວກເຂົາ. ພວກເຂົາໄດ້ສ້າງຮູບ​ເຄົາ​ຣົບ​ດ້ວຍໂລ​ຫ​ະປັ້ນ​ເປັນລູກ​ງົວສອງໂຕເພື່ອນະ​ມັ​ສະ​ການ. ແລະພວກ​ເຂົາໄດ້ສ້າງເສົາ​ອາ​ເຊ​ຣາ, ແລະ ພວກເຂົາກໍນະມັສະການດວງດາວຕ່າງໆໃນທ້ອງຟ້າ ແລະ ພະບາອານ.
\v 17 ພວກເຂົາໄດ້ເອົາລູກຊາຍຍິງຂອງພວກເຂົາລຸຍໄຟ, ແລະພວກ​ເຂົາໄດ້ທຳ​ນ​ວາຍ​ໂຊກ​ຊະ​ຕາ ແລະເຮັດເວ​ດມົນ​ຄາ​ຖາ, ທັງ​ໄດ້ຂາຍຕົວເອງເພື່ອໄປເຮັດ​ສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາ​ເວ, ແລະ ໄດ້​ສ້າງ​ຄວາມ​ໃຈ​ຮ້າຍໃຫ້ພ​ຣະ​ອົງ.
\v 18 ເພາະສະນັ້ນ ພຣະຢາ​ເວໃຈຮ້າຍຕໍ່ອິສະຣາເອນຫລາຍ ແລະ ໄດ້ຊົງ​ໃຫ້ພວກເຂົາອອກໄປຈາກທີ່ປຣະທັບຂອງພຣະອົງ. ບໍ່ມີໃຜ​ເຫລືອ​ຢູ່ເລີຍນອກຈາກເຜົ່າຢູດາເທົ່າ​ນັ້ນ.
\s5
\v 19 ແມ່ນແຕ່ເຜົ່າຂອງຢູດາບໍ່ໄດ້ຮັກສາພຣະບັນຍັດຂອງພຣະຢາເວ ພຣະເຈົ້າຂອງພວກເຂົາ. ແຕ່ປະຕິບັດຕາມ ຄຳ ສອນທີ່ຊາວອິສະຣາເອນໄດ້ເຮັດ.
\v 20 ດັ່ງນັ້ນ ພຣະຢາ​ເວຈຶ່ງປະຕິເສດເຊື້ອສາຍຂອງອິສະຣາເອນທັງຫມົດ; ພຣະອົງໄດ້ຊົງເຮັດໃຫ້ພວກເຂົາທຸກທໍຣະມານ ແລະໄດ້​ມອບພວກ​ເຂົາໄວ້ໃນມືຂອງໂຈນ, ຈົນກ່ວາພ​ຣະ​ອົງ​ໄດ້ຊົງໂຍນພວກເຂົາພົ້ນ​ຈາກພ​ຣະ​ພັກ​ຂອງ​ພ​ຣະ​ອົງ.
\s5
\v 21 ພ​ຣະ​ອົງໄດ້ຊົງຈີກອິສະຣາເອນຈາກຣາ​ຊະ​ວົງຂອງດາວິດ, ແລະພວກເຂົາໄດ້ຕັ້ງເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດໃຫ້ເປັນກະສັດ. ເຢ​ໂຣ​ໂບ​ອາມໄດ​ຊົງ​ຊັກນໍາອິສະຣາເອນໄປຈາກການຕິດຕາມພຣະຢາເວ ແລະຊົງເຮັດໃຫ້ພວກເຂົາກະທຳບາບຢ່າງໃຫຍ່​ຫລວງ.
\v 22 ປະຊາຊົນອິສະຣາເອນໄດ້ເດີນໄປໃນຄວາມບາບທຸກຢ່າງຂອງເຢໂຣໂບອາມໄດ້ຊົງເຮັດ ພວກເຂົາບໍ່ໄດ້ປະຖິ້ມຈາກບາບເຫລົ່າ​ນັ້ນ​ເລີຍ,
\v 23 ດັ່ງນັ້ນ ພຣະຢາເວໄດ້ຊົງ​ໃຫ້ຊາວອິສະຣາເອນອອກໄປໃຫ້​ພົ້ນຈາກທີ່ປຣະທັບຂອງພ​ຣະອົງ, ຕາມທີ່​ກ່າວ​ທາງ​ບັນດາຜູ້​ປະ​ກາດ​ພ​ຣະ​ຄັມຜູ້ຮັບໃຊ້ຂອງພ​ຣະ​ອົງ. ດັ່ງນັ້ນຊາວອິສະຣາເອນຈຶ່ງຖືກຢຶດເອົາຈາກດິນແດນຂອງຕົນໄປເປັ​ນ​ຊະ​ເລີຍໃນອັດຊີເຣຍ, ແລະຈົນເຖິງທຸກມື້ນີ້.
\s5
\v 24 ກະສັດແຫ່ງອັດຊີເຣຍໄດ້ຊົງນຳປະຊາຊົນຈາກບາບີໂລນ ແລະ ຈາກກູ​ດ, ອີວາ, ຮາ​ມັດ, ເສຟາກ​ວາ​ອິມ, ແລະໄດ້ໃຫ້ພວກເຂົາອາສັຍຢູ່ໃນເມືອງຕ່າງໆ, ຂອງຊາມາເຣຍແທນປະ​ຊາ​ຊົນອິສະຣາເອນ. ພວກເຂົາໄດ້ເຂົ້າຢຶດເອົາເມືອງຊາມາເຣຍ ແລະ ໄດ້ອາສັຍຢູ່ໃນເມືອງເຫລົ່ານັ້ນ.
\v 25 ສິ່ງນີ້ໄດ້ເກີດຂຶ້ນຕັ້ງແຕ່ທຳ​ອິດທີ່ພວກເຂົາມາອາສັຍຢູ່ບ່ອນນັ້ນ ພວກເຂົາກໍບໍ່ໄດ້ໃຫ້​ກຽຕພຣະຢາ​ເວ. ສະນັ້ນ ພຣະຢາເວຈຶ່ງໄດ້​ຊົງສົ່ງສິງໂຕໄປຂ້າບາງຄົນໃນບັນດາພວກເຂົາ.
\v 26 ເພາະ​ສະນັ້ນ ມີ​ຜູ້ໄດ້ໄປກ່າວກັບກະສັດອັດຊີເຣຍ, ວ່າ, "ບັນດາປະ​ຊາ​ຊາດທີ່ທ່ານໄດ້ນຳພາໄປ​ຢູ່ໃນເມືອງຕ່າງໆຂອງຊາມາເຣຍນັ້ນ ບໍ່ຮູ້ປະເພນີປ​ະ​ຕິ​ບັດຂອງພະເຈົ້າຂອງແຜ່ນດິນນັ້ນ, ສະນັ້ນພະຈິ່ງໃຫ້ສິງ​ໂຕມາຢູ່ໃນບັນດາພວກເຂົາ, ແລະ, ເບິ່ງແມ, ພວກສິງໂຕໄດ້ຂ້າພວກເຂົາຢູ່ທີ່ນັ້ນ ເພາະວ່າພວກເຂົາບໍ່ຮູ້ຮີດຄອງປະເພນີປະ​ຕິ​ບັດຂອງພະເຈົ້າໃນແຜ່ນດິນນັ້ນ."
\s5
\v 27 ແລ້ວກະສັດອັດຊີເຣຍຈື່ງໄດ້, ສັ່ງວ່າ, “ຈົ່ງນຳເອົາປະໂລຫິດຄົນຫນື່ງທີ່ພວກເຈົ້າໄດ້ກວ​າດ​ຕ້ອນຈາກຊາ​ມາ​ເຣຍກັບ​ໄປ​ຢູ່​ທີ່ນັ້ນ, ແລະໃຫ້ພວກເຂົາສັ່ງສອນຕາມຮີດຄອງປະເພນີຂອງພະຕ່າງໆໃນແຜ່ນດິນນັ້ນ.”
\v 28 ສະ​ນັ້ນພວກປະໂລຫິດຄົນຫນຶ່ງທີ່ພວກເຂົາໄດ້ກວາດ​ຕ້ອນມາຈາກຊາມາເຣຍ ແລະ ໄດ້ອາສັຍຢູ່ໃນ​ເມືອງເບັດເອນ; ເຂົາໄດ້ສັ່ງສອນພວກເຂົາ​ເຖິງການ​ທີ່ພວກເຂົາຈະຖວາຍກຽຕແດ່ພຣະຢາເວ.
\s5
\v 29 ແຕ່ວ່າທຸກປະຊາຊາດທັງ​ຫມົດຍັງສ້າງພວກຮູບພະເຈົ້າຂອງຕົນເອງ, ແລະຕັ້ງໄວ້ໃນເຮືອນ​ແຫ່ງສະ​ຖານສູງຕ່າງໆ ຊຶ່ງຊາວຊາມາເຣຍໄດ້ສ້າງ-ໄວ້ໃນເມືອງຕ່າງໆ ທີ່ທຸກ​ປະ​ຊາ​ຊາດທັງ​ຫມົດ​ອາ​ສັຍ​ຢູ່.
\v 30 ປະຊາຊົນຊາວບາບີໂລນໄດ້ສ້າງພະ​ຊຸກ​ໂກດ​ເບ​ໂນດ; ປະ​ຊາຊົນ​ຊາວ​ກູກໄດ້ສ້າງພະເນ​ການ; ປະຊາຊົນຊາວ​ຮາ​ມັດໄດ້ສ້າງພະ​ອາ​ຊີ​ມາ.
\v 31 ຄົນອິບວາໄດ້ສ້າງພ​ະນິບ​ຮາດ ແລະ ພະ​ຕາ​ກຕັກ. ຄົນເສ​ຟາກວາອິມໄດ້ເຜົາລູກຂອງຕົນໃນໄຟເພື່ອ​ຖວາຍ​ພະອັດ​ຣຳ​ເມ​ເລັກ ແລະ​ ພະອາ​ນາມ​ເມ​ເລັກ, ເຊິ່ງເປັນພະເຈົ້າຂອງຊາວ​ເສ​ຟາ​ກວາ​ອິມ.
\s5
\v 32 ພວກເຂົາຍັງໄດ້​ຖວາຍກຽຕແດ່ພຣະຢາເວ​ດ້ວຍ, ແລະໄດ້ຕັ້ງນັກ​ບວດແຫ່ງ​ສະ​ຖານ​ສູງ, ຈາກທ່າມ​ກາງພວກເຂົາໃຫ້​ເຮັດ​ຫນ້າ​ທີ່ເພື່ອ​ພວກ​ເຂົາໃນສາລາແຫ່ງ​ສະ​ຖານ​ສູງ.
\v 33 ພວກເຂົາຍັງໄດ້​ຖວາຍກຽຕແດ່ພຣະຢາເວ ແລະ ໄດ້ນະມັສະການບັນ​ດາພະເຈົ້າຂອງພວກເຂົາ​ເອງດ້ວຍ, ຕາມປະເພນີຂອງບັນ​ດາປະຊາຊາດຈາກທ່າມກາງພວກທີ່ໄດ້​ກວາດ​ຕ້ອນພວກເຂົາ​ມາ.
\s5
\v 34 ໃນທຸກວັນນີ້ພວກເຂົາກໍຍັງຄົງປະຕິບັດຕາມຮີດຄອງເກົ່າຂອງພວກເຂົາ. ພວກເຂົາທັງ​ຫລາຍບໍ່ໄດ້​ຖວາຍກຽຕແດ່ພຣະຢາເວ​, ແລະບໍ່ປະຕິບັດຕາມກົດລະບຽບ, ຫລື​ກົດ​ຫມາຍ, ຫລືກົດ​ບັນຍັດ, ຫລືພ​ຣະບັນຍັດຕ່າງໆ ຊຶ່ງພຣະຢາ​ເວໄດ້ຊົງບັນຊາ​ແກ່ຄົນ-ຂອງຢາໂຄບ ຜ​ູ້​ທີ່​ພ​ຣະ​ອົງໄດ້ຕັ້ງຊື່ໃຫ້ວ່າອິສະຣາເອນ-
\v 35 ແລະຜູ້ທີ່ພຣະຢາເວໄດ້ຊົງເຮັດພັນທະສັນຍາກັບພວກເຂົາທັງ​ຫລາຍ ແລະ ໄດ້​ຊົງສັ່ງພວກເຂົາວ່າ, "ຢ່າຢຳ​ເກງພະເຈົ້າອົງອື່ນໆ, ຫລືກາບ​ນະ​ມັ​ສະ​ການພະນັ້ນ, ຫລືບົວ​ລ​ະ​ບັດ, ຫລືຖວາຍສັດບູຊາແກ່ພະນັ້ນ.
\s5
\v 36 ແຕ່ເຈົ້າຈົ່ງຢຳ​ເກງພຣະຢາເວ, ຜູ້ທີ່ໄດ້ນຳເຈົ້າອອກຈາກແຜ່ນ​ດິນເອຢິບ ດ້ວຍຣິດ​ອຳນາດອັນຍິ່ງໃຫຍ່ ແລະດ້ວຍພຣ​ະ​ຫັດທີ່ເດ່ອອກ, ເຈົ້າຈົ່ງຖວາຍ​ພ​ຣະ​ກຽຕພຣະອົງ; ແລະຈົ່ງຖວາຍສັດບູຊາແດ່ພຣະອົງ, ແລະມັນແມ່ນການທີ່ເຈົ້າຈະເສຍສະຫລະ.
\v 37 ກົດລະບຽບ, ກົດຫມາຍ ແລະທຳ​ບັນ​ຍັດ ແລະພ​ຣະ​ບັນ​ຍັດຕ່າງໆ ຊຶ່ງພຣະອົງໄດ້ຈາ​ຣຶກໄວ້ສຳລັບພວກເຈົ້າ, ເຈົ້າຈົ່ງຣະວັງທີ່​ຈະ​ເຮັດຕາມສະເຫມີ. ດັ່ງນັ້ນເຈົ້າບໍ່ຕ້ອງຢຳ​ເກງພະເຈົ້າອື່ນໃດ​ເລີຍ,
\v 38 ແລະເຈົ້າຢ່າລືມຄຳ ສັນຍາທີ່ເຮົາໄດ້ເຮັດໄວ້ກັບເຈົ້າ, ເຈົ້າບໍ່ຕ້ອງລືມ; ຢ່າຖວາຍກຽຕບັນ​ດາພະເຈົ້າອື່ນເລີຍ.
\s5
\v 39 ແຕ່ເຈົ້າທັງ​ຫລາຍຈົ່ງ​ຖວາຍກຽຕແກ່ພຣະຢາ​ເວພຣະເຈົ້າຂອງເຈົ້າ. ແລະພຣະອົງຈະໄດ້​ຊົງຊ່ອຍກູ້​ພວກເຈົ້າໃຫ້ພົ້ນຈາກອຳນາດຂອງສັດຕຣູທັງຫມົດຂອງພວກເຈົ້າ."
\v 40 ພວກເຂົາບໍ່ຍອມຟັງ, ເພາະວ່າພວກເຂົາຍັງໄດ້ຄົງສືບຕໍ່ເຮັດສິ່ງ​ທີ່​ໄດ້​ເຮັດໃນອະດີດເລື້ອຍໆ.
\v 41 ດັ່ງນັ້ນປະຊາຊາດເຫລົ່ານີ້ຈຶ່ງບໍ່​ໄດ້ຢຳເກງພຣະຢາ​ເວ ແລະ ພວກເຂົາກໍໄດ້ຂາບໄຫວ້ຮູບປັ້ນເຄົາ​ຣົບ​ແກະ​ສະ​ຫລັກຂອງພວກເຂົາດ້ວຍ, ພວກລູກຂອງພວກເຂົາກໍໄດ້ເຮັດ-ເຊັ່ນດຽວກັນ. ຫລານຂອງພວກເຂົາກໍໄດ້ເຮັດເຊັ່ນ​ດຽວ​ກັນ. ພວກເຂົາກໍຍັງເຮັດໃນສິ່ງທີ່ບັນພະບຸຣຸດຂອງພວກເຂົາໄດ້ເຮັດ, ຈົນເຖິງທຸກວັນນີ້.
\s5
\c 18
\cl ບົດທີ 18
\p
\v 1 ບັດນີ້ ໃນປີທີສາມແຫ່ງໂຮເຊຢາລູກຊາຍຂອງເອ​ລາ, ກະສັດແຫ່ງອິສະຣາເອນ, ເຮເຊກິຍາລູກຊາຍຂອງອາຮາດ, ກະສັດແຫ່ງຢູດາໄດ້​ຊົງ​ຂຶ້ນຄອງຣາ​ຊ.
\v 2 ເມື່ອພະ​ອົງໄດ້ປົກຄອງຣາຊນັ້ນ; ພະ​ອົງມີອາຍຸຊາວ-ຫ້າປີ ພະ​ອົງໄດ້ປົກຄອງຣາຊໃນ​ນະ​ຄອນ ເຢ​ຣູ​ຊາ​ເລັມຊາວ-ເກົ້າປີ. ແມ່ຂອງພະ​ອົງມີຊື່ວ່າ ອາບີຢາ; ນາງເປັນລູກສາວຂອງເຊກາຣີຢາ.
\v 3 ພະ​ອົງໄດ້ເຮັດສິ່ງທີ່ຊອບ​ທັມໃນສາຍພະ​ເນດຂອງພຣະຢາເວ, ຕາມທີ່ດາ​ວິດ, ບັນພະບຸຣຸດຂອງພະ​ອົງ, ​ໄດ້​ເຮັດ​ແບບ​ຢ່າງ​ໄວ້ທັງ​ຫມົດ.
\s5
\v 4 ພະ​ອົງໄດ້ຊົງທຳ​ລາຍ​ສະ​ຖານສູງຖິິ້ມ​ໄປ, ໄດ້ທຳລາຍເສົາຫີນສັກສິດ, ແລະໄດ້ຊົງ​ໂຄ່ນ​ລົ້ມ​ພວກ​ເສົາ​ຂອງອາ​ເຊ​ຣາ​ລົງ. ພະ​ອົງ​ໄດ້​ຊົງທຳລາຍງູທອງແດງທີ່ໂມເຊໄດ້ສ້າງ​ຂຶ້ນ​ນັ້ນເປັນຕ່ອນໆ, ເພາະ​ວ່າຊາວອິສະຣາເອນໄດ້ເຜົາເຄື່ອງ​ຫອມໃຫ້​ແກ່ງູນັ້ນຈົນຮອດມື້​ເຫລົ່ານັ້ນ; ງູນັ້ນເອີ້ນວ່າ "ເນຮູຊະ​ຕານ."
\v 5 ເຮເຊກິຢ​າໄດ້​ຊົງວາງໃຈໃນອົງພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ເພາະສະນັ້ນໃນບັນດາກະສັດແຫ່ງຢູດາຫລັງຈາກພະ​ອົງ​ມາ, ຫລືໃນບັນດາຜູ້ທີ່ຢູ່ກ່ອນພະ​ອົງ ບໍ່ມີຜູ້ໃດຄືກັບ​ພະ​ອົງ.
\s5
\v 6 ເພາະວ່າພ​ະ​ອົງໄດ້​ຊົງວາງໃຈໃນພຣະຢາ​ເວຢ່າງ​ຫມັ້ນ​ຄົງ. ພ​ະ​ອົງບໍ່ໄດ້ຢຸດ​ການຕິດຕາມພ​ຣະ​ອົງເລີຍ, ແຕ່ໄດ້​ຊົງຮັກສາ​ພ​ຣະ​ບັນ​ຍັດທີ່ພຣະ​ຢາ​ເວໄດ້​ຊົງສັ່ງໂມເຊ.
\v 7 ດັ່ງນັ້ນ ພຣະຢາ​ເວ​ໄດ້​ສະ​ຖິດຢູ່ກັບເຮເຊກີຢາ ແລະ ພ​ະ​ອົງໄດ້​ຊົງປະສົບຜົນສຳເລັດທຸກບ່ອນທີ່ພ​ະ​ອົງ​ໄດ້​ຊົງເຮັດ. ພ​ະ​ອົງໄດ້ຊົງກະບົດຕໍ່ກະສັດ​ແຫ່ງອັດຊີເຣຍ ແລະປະຕິເສດທີ່ຈະຮັບໃຊ້ພ​ະ​ອົງ.
\v 8 ພ​ະ​ອົງໄດ້ໂຈມຕີຊາວຟີລິສະຕີນໄປຈົນ​ເຖິງເມືອງກາຊາ ແລະ ​ດິນ​ແດນອ້ອມແອ້ມ​ໃນບໍຣິເວນນັ້ນ, ຕັ້ງ​ແຕ່ຫໍຄອຍຈົນເຖິງປ້ອມປາການ.
\s5
\v 9 ໃນປີທີສີ່ແຫ່ງການປົກຄອງຂອງເຮເຊກີຢາ, ເຊິ່ງເປັນປີທີເຈັດແຫ່ງການປົກຄອງຂອງ ໂຮ​ເຊ​ຢາ ລູກຊາຍຂອງ ເອ​ລາ ກະສັດແຫ່ງອິສະຣາເອນ, ຊານ​ມາ​ເນ​ເຊ ກະສັດແຫ່ງອັດຊີເຣຍໄດ້ຍົກ​ທັບຂຶ້ນມາຕໍ່ສູ້ກັບຊາມາເຣຍ ແລະ ອ້ອມຮອບຕົວເມືອງໄວ້.
\v 10 ພາຍໃນເວລາສາມປີກໍຢຶດເອົາເມືອງນັ້ນ​ໄດ້, ໃນປີທີຫົກແຫ່ງການປົກຄອງຂອງເຮເຊກີຢາ, ເຊິ່ງເປັນປີທີ່ເກົ້າແຫ່ງການປົກຄອງຂອງ ໂຮ​ຊາ​ຢາ ກະສັດແຫ່ງອິສະຣາເອນ; ເມືອງຊາມາເຣຍກໍຖືກ​ຢຶດ​ຄອງ​ໄປ​ໄດ້.
\s5
\v 11 ດັ່ງນັ້ນກະສັດແຫ່ງອັດຊີເຣຍໄດ້ກວາດ​ຕ້ອນ​ຊາວອິສະຣາເອນໄປທີ່ອັດຊີເຣຍ ແລະໄດ້ນຳພາພວກເຂົາໄປໄວ້ທີ່ ຮາ​ລາ, ແລະທີ່ແມ່ນ້ຳ ຮາ​ໂບ ແຫ່ງ​ເມືອງ​ໂກ​ຊານ, ແລະໃນເມືອງຕ່າງໆຂອງຊາວ​ເມ​ເດຍ.
\v 12 ພ​ຣະ​ອົງ​ໄດ້​ຊົງເຮັດໃນສິ່ງນີ້ເພາະວ່າພວກເຂົາບໍ່ເຊື່ອຟັງພ​ຣະ​ສຸ​ຣະສຽງຂອງພຣະຢາ​ເວພຣະເຈົ້າຂອງພວກເຂົາ, ແຕ່ພວກເຂົາໄດ້ເຮັດ​ຜິ​ດ​ຕໍ່ຂໍ້​ກຳ​ນົດຂອງພັນທະສັນຍາຂອງ​ພ​ຣະ​ອົງ, ຄືໄດ້ເຮັດຜິດຕໍ່ທຸກຢ່າງ​ເຊິ່ງໂມເຊຜູ້ຮັບໃຊ້ຂອງພຣະຢາ​ເວໄດ້ສັ່ງໄວ້. ພວກເຂົາທັງ​ຫລາຍໄດ້ປະຕິເສດທີ່ຈະເຊື່ອຟັງ ຫລື ປະ​ຕິ​ບັດ​ຕາມ.
\s5
\v 13 ແລ້ວໃນປີທີ່ສິບສີ່ແຫ່ງການປົກຄອງຂອງກະສັດເຮເຊກີຢາ, ເຊນ​ນາ​ຄາເລັດ ກະສັດແຫ່ງອັດຊີເຣຍໄດ້ຍົກ​ທັບຂຶ້ນຕໍ່ສູ້ກັບບັນດາເມືອງທີ່ມີປ້ອມ​ກຳ​ບັງຂອງຢູດາ ແລະ ຢຶດ​ເມືອງ​ເຫລົ່າ​ນັ້ນ​ໄດ້.
\v 14 ດັ່ງນັ້ນເຮເຊກີຢາກະສັດແຫ່ງຢູດາໄດ້​ໃຊ້ຄົນໄປກ່າວ​ແກ່ກະສັດແຫ່ງອັດຊີເຣຍ, ໃນເມືອງລາກິດ, ວ່າ, "ຂ້າ​ພະ​ເຈົ້າໄດ້ເຮັດຜິດຕໍ່ທ່ານ. ຂໍ​ໃຫ້​ທ່ານກະຣຸນາຖອນທັບ​ໄປຈາກຂ້າ​ພະ​ເຈົ້າ. ຂ້າພະເຈົ້າຈະຍອມເສຍ​ເຄື່ອງ​ບັນ​ນາ​ການຕາມທີ່ທ່ານຮຽກຮ້ອງ.” ແລະກະສັດແຫ່ງອັດຊີເຣຍໄດ້ຮຽກ​ຮ້ອງເອົາຈາກເຮເຊກີຢາກະສັດແຫ່ງຢູດາເປັນເງິ​ນສາມຮ້ອຍຕະ​ລັນ ແລະ ທອງ​ຄຳ​ສາມ​ສິບ​ຕະ​ລັນ.
\v 15 ດັ່ງນັ້ນ ເຮເຊກີຢາໄດ້ມອບເງິນທັງຫມົດທີ່ຢູ່ໃນພ​ຣະ​ນິ​ເວດຂອງພຣະຢາເວ ແລະ ໃນຄັງຂອງພ​ຣະ​ຣາ​ຊວັງຂອງກະສັດ.
\s5
\v 16 ແລ້ວເຮເຊກີຢາ​ຊົງໄດ້ລອກເອົາທອງຄຳຈາກປະຕູທັງ​ຫລາຍຂອງພ​ຣະວິຫານຂອງພຣະຢາເວ. ແລະຈາກເສົາປະ​ຕູ​ທັງ​ຫລາຍ​ເຊິ່ງເຮເຊກີຢາກະສັດແຫ່ງຢູດາໄດ້ຫໍ່ໄວ້; ພະ​ອົງໄດ້ມອບແກ່ກະສັດແຫ່ງອັດຊີເຣຍ.
\v 17 ແຕ່ກະສັດແຫ່ງອັດຊີເຣຍໄດ້ຊົງສັ່ງໃຫ້ຍ້າຍກອງທັບອັນຍິ່ງໃຫຍ່ຂອງຕົນ, ໂດຍການສົ່ງຣາ​ທານ ແລະ ຮັບຊາຣິສ ແລະ ຜູ້ບັນຊາການໃຫຍ່ຈາກເມືອງ ລາກິດ ເພື່ອໄປພົບກະສັດເຮເຊກີ​ຢາທີ່​ນະ​ຄອນ ເຢຣູຊາເລັມ. ພວກເຂົາກໍໄດ້ຂຶ້ນໄປທາງຖະຫນົນ ແລະ ໄປຮອດທາງນອກນະຄອນ ເຢຣູຊາເລັມ. ພວກເຂົາຍ່າງທັບເຂົ້າມາໃກ້ບໍຣິເວນທາງ​ເທິງຮ່ອງລະບາຍສະນ້ຳ, ເຊິ່ງເປັນເສັ້ນທາງຂອງການຊັກລ້າງ, ແລະ ໄດ້ຢຸດທັບຢູ່ທີ່ນັ້ນ.
\v 18 ເມື່ອພວກເຂົາ​ຮ້ອງ​ຫາກະສັດເຮເຊກີຢາ, ອີ​ລີ​ຢາ​ກີມລູກຊາຍຂອງ ຮິນ​ກີ​ຢາ, ຜູ້ເຈົ້າ​ຫນ້າ​ທີ່ໃນ​ຣາຊະວັງ, ເຊັບ​ນາ​ຣາ​ຊະ​ອາ​ລັກ; ແລະ ໂຢ​ອາ ລູກຊາຍຂອງອາ​ຊັບ, ຣາ​ຊເລຂາ, ໄດ້ອອກມາພົບ​ພວກ​ເຂົາ.
\s5
\v 19 ດັ່ງນັ້ນ ຜູ້ບັນຊາການໃຫຍ່ຈຶ່ງເວົ້າກັບພວກເຂົາໃຫ້ໄປບອກເຮເຊກີຢາ ກະ​ສັດ​ແຫ່ງອັດຊີເຣຍ, ວ່າ: "ແມ່ນຫຍັງ​ຄືແຫລ່ງຂອງຄວາມວາງໃຈຂອງພວກ​ທ່ານ?
\v 20 ພວກ​ທ່ານເວົ້າແຕ່ສິ່ງທີ່ບໍ່ມີປະໂຫຍດ, ກ່າວວ່າມີພັນທະມິດ ແລະ​ແສນ​ຍາ​ນຸ​ພາບ​ເພື່ອ​ການ​ສ້າງສົງຄາມ. ບັດນີ້ ພວກທ່ານໄວ້ໃຈໃນຜູ້​ໃດ? ມີໃຜຫລືທີ່ມອບ​ຄວາມ​ກ້າ​ຫານໃຫ້ພວກ​ທ່ານເພື່ອ​ຕໍ່​ສູ້​ຂ້າ​ພະ​ເຈົ້າ?
\v 21 ຈົ່ງເບິ່ງເຖີດ, ທ່ານອາສັຍໄມ​້​ຄ້ຳ​ເທົ້າຂອງຕົ້ນກົກທີ່​ຫັກ​ຄືປະເທດເອຢິບ, ເຊິ່ງຈະຕຳມືຂອງຜູ້ທີ່ໃຊ້ໄມ້​ເທົ້າ​ນັ້ນ, ນັ້ນແມ່ນຟາຣາໂອ ກະສັດແຫ່ງເອຢີບເປັນ​ເຊັ່ນ​ນີ້​ຕໍ່​ທຸກ​ຄົນ​ທີ່​ອາ​ສັຍ​ລາວ.
\s5
\v 22 ແຕ່ຖ້າທ່ານ​ທັງ​ຫລາຍຈະບອກຂ້າ​ພະ​ເຈົ້າ​ວ່າ, 'ພວກທ່ານເພິ່ງພຣະຢາ​ເວພຣະເຈົ້າຂອງພວກທ່ານ,' ກໍ​ສະ​ຖານສູງ ແລະ ແທ່ນບູຊາຂອງພຣະເຈົ້ານັ້ນບໍ່ແມ່ນບໍທີ່ເຮເຊກີຢາທຳ​ລາຍ​ມັນລົງ, ແລະກ່າວກັບຢູດາ ແລະເຢຣູຊາເລັມວ່າ, 'ທ່ານ​ທັງ​ຫລາຍ​ຈົ່ງນະມັສະການທີ່​ຫນ້າ ແທ່ນບູຊານີ້ໃນນະ​ຄອນ ເຢຣູຊາເລັມ'?
\v 23 ດັ່ງນັ້ນ, ມາ​ເຮັດ​ຂໍ້​ຕໍ່​ລອງກັບກະສັດແຫ່ງອັດຊີເຣຍ​ເຈົ້າ​ນາຍຂອງຂ້າພະເຈົ້າ. ແລ້ວຂ້າ​ພະ​ເຈົ້າຈະໃຫ້ມ້າສອງພັນໂຕແກ່ທ່ານ, ຖ້າທ່ານສາມາດຊອກຫາຄົນຂີ່ມ້າເຫລົ່ານັ້ນໄດ້.
\s5
\v 24 ທ່ານຈະຕ້ານທານກັບນາຍ​ທະ​ຫານ​ຄົນ​ດຽວໃນ​ຫມ​ູ່​ຂ້າ​ຣ​າ​ຊ​ການ​ຜູ້​ອ່ອນ​ແອ​ທີ່​ສຸດຂອງເຈົ້ານາຍ​ຂ້າ​ພະ​ເຈົ້າໄດ້ແນວໃດ? ເພາະວ່າທ່ານຍັງອາ​ສັຍປະເທດເອຢິບ ເລື່ອງຣົດມ້າຮົບ ແລະຣົດມ້າທະ​ຫານ!
\v 25 ຂ້າ​ພະ​ເຈົ້າໄດ້ເດີນ​ທາງມາທີ່ນີ້ໂດຍທີ່ບໍ່ມີພຣະຢາເວ ໃນສະຖານທີ່ນີ້ເພື່ອຕໍ່ສູ້ ແລະ ທຳລາຍບໍ? ພຣະຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, 'ຈົ່ງຂຶ້ນໄປຕໍ່ສູ້​ກັບແຜ່ນດິນນີ້ ແລະທຳລາຍມັນ.'"
\s5
\v 26 ແລ້ວ​ເອ​ລີອ​າ​ກີມ ລູກຊາຍຂອງຮິນ​ກີ​ຢາ, ແລະ ເຊັບ​ນາ, ແລະ ໂຢ​ອາດໄດ້ເວົ້າກັບຜູ້ບັນຊາການໃຫຍ່ວ່າ, "ຂໍເວົ້າກັບຜູ້ຮັບໃຊ້ຂອງທ່ານດ້ວຍພາສາອາຣາມເຖີດ, ເພາະວ່າພວກຂ້າ​ພະ​ເຈົ້າເຂົ້າໃຈພາສານັ້ນ. ຢ່າເວົ້າກັບຂ້າ​ພະ​ເຈົ້າດ້ວຍພາສາຢູດາໃຫ້​ເຂົ້າ​ຫ​ູປະຊາຊົນຜູ້ຢູ່ເທິງກຳແພງນັ້ນ​ເລີຍ.”
\v 27 ແຕ່​ຜູ້​ບັນ​ຊາ​ການ​ໃຫຍ່​ໄດ້​ເວົ້າ​ກັບ​ພວກ​ເຂົາ​ທັງ​ຫລາຍ​ວ່າ, "ເຈົ້າ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ໃຊ້​ໃຫ້​ມາ​ເວົ້າ​ຖ້ອຍ​ຄ​ຳ​ເຫລົ່າ​ນີ້​ແກ່​ເຈົ້າ​ນາຍ​ຂອງ​ທ່ານ ແລະ ແກ່​ທ່ານ​ເທົ່າ​ນັ້ນ​ບໍ? ບໍ່ແມ່ນໃຫ້ເວົ້າກັບຄົນທີ່ນັ່ງຢູ່ເທິງກຳແພງ, ຜູ້​ທີ່​ຈະຕ້ອງກິນອາຈົມ ແລະ ດື່ມ​ຍ່ຽວ​ຂອງພວກ​ເຂົາເອງພ້ອມກັບທ່ານ​ດ້ວຍ​ບໍ?"
\s5
\v 28 ແລ້ວຜູ້ບັນຊາການໃຫຍ່ໄດ້ຢືນຮ້ອງສຽງດັງເປັນພາສາເຮັບເລີ, ວ່າ, "ຈົ່ງຟັງຖ້ອຍຄຳຂອງກະສັດຣາ​ທິ​ຣາ​ຊ​, ກະສັດແຫ່ງອັດຊີເຣຍ.
\v 29 ກະສັດກ່າວວ່າ, 'ຢ່າໃຫ້ເຮເຊກີຢາ ຫລອກລວງທ່ານທັງ​ຫລາຍ, ເພາະວ່າລາວຈະບໍ່ສາມາດຊ່ວຍທ່ານໃຫ້ພົ້ນຈາກອຳນາດຂອງຂ້າ​ພະ​ເຈົ້າ.
\v 30 ຢ່າໃຫ້ເຮເຊກີຢາເຮັດໃຫ້ທ່ານເພິ່ງພຣະຢາເວ, ໂດຍກ່າວວ່າ, "ພຣະຢາເວຈະໄດ້​ຊົງຊ່ອຍກູ້ພວກຂ້າ​ພະ​ເຈົ້າແນ່ນອນ, ແລະ ຈະບໍ່ໄດ້​ຊົງມອບເມືອງນີ້ໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ."'
\s5
\v 31 ຢ່າຟັງເຮເຊກີຢາ, ເພາະວ່າກະສັດແຫ່ງອັດຊີເຣຍໄດ້ກ່າວວ່າ: 'ຈົ່ງ​ຍອມ​ຈຳ​ນົນ​ຕໍ່​ຂ້າ​ພະ​ເຈົ້າ ແລະ ອອກ​ມາ​ຫາ​ຂ້າ​ພະ​ເຈົ້າ. ແລ້ວທ່ານແຕ່ລະຄົນຈະກິນຈາກເຄືອອະ​ງຸ່ນຂອງຕົນ ແລະຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະຈະໄດ້ດື່ມນ້ຳຈາກບໍ່ເກັບນໍ້າຂອງ​ຕົນ.
\v 32 ຈົນກ່ວາຂ້າພະເຈົ້າຈະ​ມາພາທ່ານໄປທີ່ແຜ່ນ​ດິນ​ທີ່ຄ້າຍຄືກັບແຜ່ນ​ດິນຂອງທ່ານເອງ, ເປັນ​ແຜ່ນດິນທີ່​ມີເຂົ້າ ແລະ ເຫລົ້າອະ​ງຸ່ນໃຫມ່, ເປັນ​ແຜ່ນ​ດິນ​ທີ່​ມີເຂົ້າຈີ່ ແລະ ພວກສວນອະງຸ່ນ, ແຜ່ນດິນທີ່​ມີພວກຕົ້ນ​ຫມາກກອກ ແລະ ນໍ້າເຜິ້ງ, ເພື່ອວ່າທ່ານ​ທັງ​ຫລາຍຈະມີຊີວິດຢູ່ ແລະ ບໍ່ຕາຍ.' ຢ່າຟັງເຮເຊກີຢາເມື່ອທີ່ລາວຊັກຊວນທ່ານ, ໂດຍກ່າວວ່າ, 'ພຣະຢາເວຈະຊົງຊ່ວຍກູ້ພວກຂ້າ​ພ​ະ​ເຈົ້າ.'
\s5
\v 33 ມີພ​ະເຈົ້າ​ອົງໃດຂອງ​ປະ​ຊາ​ຊາດເຄີຍ​ກູ້ແຜ່ນດິນຂອງຕົນໃຫ້​ພົ້ນຈາກກຳມືຂອງກະສັດແຫ່ງອັດຊີເຣຍໄດ້​ແດ່?
\v 34 ພະເຈົ້າຂອງເມືອງ ຮາ​ມັດ ແລະ ອັກປັດຢູ່ໃສ? ພະເຈົ້າຂອງເສ​ຟາ​ກວາ​ອິມ, ເຮ​ນາ, ແລະ ອີ​ວາ​ນັ້ນຢູ່ໃສ? ພະເຫລົ່ານີ້ໄດ້ຊ່ວຍກູ້ຊາມາເຣຍຈາກມືຂອງຂ້າ​ພະ​ເຈົ້າໄດ້ບໍ?
\v 35 ພະເຈົ້າອົງ​ໃດ​ໃນບັນດາພະເຈົ້າທັງ​ຫມົດຂອງປະເທດທັງ​ຫລາຍ, ໄດ້ຊ່ວຍກູ້ປະເທດຂອງຕົນຈາກມືຂອງຂ້າ​ພະ​ເຈົ້າ​ບໍ? ພຣະຢາເວຈະຊ່ອຍກູ້ເຢຣູຊາເລັມຈາກມືຂອງຂ້າ​ພະ​ເຈົ້າ​ໄດ້​ບໍ?"
\s5
\v 36 ແຕ່ປະຊາຊົນໄດ້ແຕ່ມິດງຽບຢູ່ ແລະ ບໍ່ຕອບໂຕ້ແມ່ນ​ແຕ່ຄຳດຽວ, ເພາະວ່າກະສັດໄດ້ມີ​ຄຳສັ່ງວ່າ, "ຢ່າຕອບລາວ."
\v 37 ແລ້ວເອ​ລີ​ອາ​ກີມ ລູກຊາຍຂອງຮິນ​ກີ​ຢາ, ຜູ້ຮັບຜິດຊອບຣາຊວັງ; ແລະ ເຊັບ​ນາ ເລຂາ​ທິການ; ແລະ ໂຢ​ອາ ລູກຊາຍຂອງອາ​ຊັບ, ເລຂາ, ໄດ້​ເຂົ້າເຝົ້າເຮເຊກີຢາດ້ວຍເຄື່ອງນຸ່ງທີ່ຂາດ, ແລະ ໄດ້ກາບ​ທູນ​ພ​ະ​ອົງ​ເຖິງ​ຖ້ອຍຄຳຂອງ​ຜູ້​ບັນຊາການໃຫຍ່.
\s5
\c 19
\cl ບົດທີ 19
\p
\v 1 ສິ່ງນີ້ໄດ້ເກີດຂຶ້ນເມື່ອກະສັດເຮເຊກີ​ຢາໄດ້ຟັງການລາຍງານຂອງພວກເຂົາ, ພະ​ອົງ​ກໍ​ຊົງ​ຈີກເສື້ອຜ້າຂອງພະ​ອົງ. ໄດ້​ເອົາ​ຜ້າ​ກະ​ສອບ​, ມາປົກຄຸມພະ​ອົງ, ແລະໄດ້ເຂົ້າໄປໃນພ​ຣະວິຫານຂອງພຣະຢາເວ.
\v 2 ພະ​ອົງ​ຊົງໃຊ້ເອ​ລີ​ຢາ​ກີມ, ຫົວ​ຫນ້າກົມ​ມ​ະ​ວັງ, ແລະ​ເຊັບ​ນາຣາຊອົງຄະ​ລັກ, ແລະພວກປະໂລຫິດຜູ້ອາວຸໂສ, ປົກ​ຄຸມ​ຕົວດ້ວຍຜ້າກະ​ສອບ, ໄດ້ໄປຫາຜູ້ປະ​ກາດ​ພ​ຣະ​ຄັມ. ເອຊາຢາລູກຊາຍຂອງອາໂມດ,
\s5
\v 3 ພວກເຂົາທັງ​ຫລາຍໄດ້ກ່າວກັບ​ພ​ະ​ອົງວ່າ, "ເຮເຊກີ​ຢາໄດ້ກ່າວດັ່ງນີ້, 'ມື້ນີ້ເປັນມື້ແຫ່ງຄວາມທຸກໃຈ, ມື້ໄດ້ຖືກຕິ​ຕຽນ, ແລະ ທົນທຸກ, ເພາະວ່າເດັກກໍ​ເຖິງກຳ​ນົດເກີດ, ແຕ່ພວກເຂົາບໍ່ມີກຳລັງໃນການເກີດອອກມາ.
\v 4 ອາດຈະເປັນເພາະວ່າພຣະຢາເວພຣະເຈົ້າຂອງທ່ານຈະໄດ້ຍິນຖ້ອຍຄຳທັງຫມົດ, ຂອງຜູ້ບັນຊາການໃຫຍ່ຜູ້ທີ່ກະສັດແຫ່ງອັດຊີເຣຍ ເຈົ້າ​ນາຍ​ຂອງ​ລາວໄດ້ສົ່ງ​ມາເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່, ແລະ ພຣະອົງຈະໄດ້ສັ່ງສອນພວກເຂົາດ້ວຍຖ້ອຍຄຳທີ່ພຣະຢາ​ເວພຣະເຈົ້າຂອງທ່ານໄດ້ຍິນ. ບັດ​ນີ້ ຂໍ​ໃຫ້​ທ່ານ​ອະ​ທິ​ຖານ​ເພື່ອ​ຄົນ​ທີ່​ຍັງ​ຄົງ​ເຫລືອ​ຢູ່​ທີ່​ນີ້.'"
\s5
\v 5 ດັ່ງນັ້ນ ເມື່ອຜູ້ຮັບໃຊ້ຂອງກະສັດເຮເຊກີຢາ​ໄດ້​ມາເຖິງເອຊາຢາ,
\v 6 ແລະເອຊາຢາໄດ້ບອກພວກເຂົາທັງ​ຫລາຍວ່າ, "ຈົ່ງ​ບອກນາຍຂອງທ່ານ​ເຖີດວ່າ: 'ພຣະຢາ​ເວໄດ້ກ່າວດັ່ງນີ້ວ່າ, "ຢ່າຢ້ານເພາະຖ້ອຍຄຳທີ່ທ່ານໄດ້ຍິນນັ້ນ, ເຊິ່ງຜູ້ຮັບໃຊ້ທັງ​ຫລາຍຂອງກະສັດແຫ່ງອັດຊີເຣຍໄດ້ຫມິ່ນປະຫມາດເຮົາ.
\v 7 ​ເບິ່ງ​ເຖີດ, ເຮົາ​ຈະ​ໃສ່​ວິນ​ຍານ​ຢ່າງ​ຫນຶ່ງ​ໃນ​ລາວ, ເພື່ອວ່າລາວອາດຈະໄດ້ຍິນຂ່າວລື ແລະ ກັບໄປທີ່ແຜ່ນດິນຂອງລາວ. ແລະ ເຮົາຈະເຮັດໃຫ້ລາວລົ້ມລົງດ້ວຍດາບໃນດິນແດນຂອງລາວເອງ."'
\s5
\v 8 ແລ້ວ​ຜູ້ບັນຊາການໃຫຍ່ໄດ້ກັບໄປ ແລະ ໄດ້ພົບວ່າກະສັດແຫ່ງອັດຊີເຣຍກຳ​ລັງຕໍ່ສູ້ກັບເມືອງລິບ​ນາ, ເພາະວ່າລາວໄດ້ຍິນວ່າກະສັດໄດ້ສະ​ເດັດ​ອອກຈາກລາກິດ​ແລ້ວ.
\v 9 ແລ້ວເຊນ​ນາ​ເກ​ຣິບຊົງໄດ້ຍິນວ່າ ຕີຣາ​ກາກະສັດແຫ່ງເອທິໂອເປຍ ແລະ ປະເທດເອຢິບໄດ້ຍົກ​ກອງ​ທັບອອກມາເພື່ອຕໍ່ສູ້ກັບພ​ະ​ອົງ​ແລ້ວ, ດັ່ງນັ້ນ ພ​ະ​ອົງ​ຈຶ່ງໄດ້ສົ່ງບັນ​ດາຜູ້ສົ່ງຂ່າວໄປເຝົ້າເຮເຊກີຢາອີກເທື່ອຫນຶ່ງດ້ວຍຂໍ້ຄວາມວ່າ:
\s5
\v 10 "ທ່ານຈົ່ງເວົ້າກັບກະສັດເຮເຊກີຢາ​ກະ​ສັດແຫ່ງຢູດາດັ່ງ​ນີ້ວ່າ, 'ຢ່າໃຫ້ພຣະເຈົ້າຂອງທ່ານເຊິ່ງຜູ້ທີ່ທ່ານໄວ້ວາງໃຈນັ້ນຫລອກລວງທ່ານ, ວ່າ, "ເຢຣູຊາເລັມຈະບໍ່ຖືກມອບ​ໄວ້ໃນກຳມືຂອງກະສັດແຫ່ງອັດຊີເຣຍ."
\v 11 ເບິ່ງ​ເຖີດ, ທ່ານ​ໄດ້​ຍິນ​ແລ້ວ​ວ່າ​ສີ່ງ​ທີ່​ບັນ​ດາ​ກະ​ສັດ​ແຫ່ງ​ອັດ​ຊີ​ເຣຍ​ໄດ້​ຊົງ​ເຮັດ​ກັບ​ແຜ່ນ​ດິນ​ທັງ​ຫມົດ​ໂດຍ​ການ​ທຳ​ລາຍ​ລ້າງ​ຈົນ​ຫມົດ​ສິ້ນ. ສະນັ້ນແລ້ວທ່ານເອງຈະລອດ​ພົ້ນບໍ?
\s5
\v 12 ມີບັນດາພະເຈົ້າຂອງເຫລົ່າປະຊາ​ຊາດເຊິ່ງບັນພະບຸຣຸດຂອງຂ້າພະເຈົ້າໄດ້ທຳລາຍຄື: ຊົນ​ຊາດ​ໂກ​ຊານ, ຮາ​ຣານ, ເຣ​ເຊັບ, ແລະປະຊາຊົນຂອງ​ເອ​ເດນທີ່​ອາ​ສັຍ​ຢູ່ໃນເຕ​ລາສາໄດ້​ຊ່​ວຍ​ພວກ​ເຂົາ​ໃຫ້​ພົ້ນ​ບໍ?
\v 13 ກະສັດຮາມັດ, ກະສັດແຫ່ງອາກປັດ, ກະສັດຂອງເມືອງເສ​ຟາກ​ວາ​ອິມ, ເມືອງເຮນາ, ແລະ ເມືອງອີວາຢູ່​ໃສ? '"
\s5
\v 14 ເຮເຊກີ​ຢາໄດ້​ຊົງຮັບຈົດຫມາຍຈາກມືຂອງຜູ້​ສົ່ງ​ຂ່​າວສານ ແລະ ຊົງ​ໄດ້ອ່ານມັນ. ແລະໄດ້ຂຶ້ນໄປທີ່ພ​ຣະ​ວິຫານຂອງພຣະຢາເວ ແລະ ເຮເຊກີຢາໄດ້ເປີດຈົດ​ຫມາຍ​ນັ້ນອອກ​ສ​ະ​ເພາະພຣະພັກ​ພ​ຣະ​ຢາເວ.
\v 15 ແລ້ວເຮເຊກີຢາໄດ້ຊົງອະທິຖານສະ​ເພາະພຣະພັກ​ພ​ຣະ​ຢາເວ ແລະ ກ່າວວ່າ, “ຂ້າ​ແດ່ພຣະຢາເວ​ຈອມ​ໂຍ​ທາ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ທີ່ປຣະ​ທັບຢູ່ເທິງເຫລົ່າ​ເຄ​ຣູບ, ພຣະອົງເປັນພຣະເຈົ້າອົງດຽວເຫນືອທຸກຣາ​ຊອານາຈັກຂອງ​ແຜ່ນ​ດິນໂລກທັງ​ຫມົດ. ພຣະອົງໄດ້ຊົງສ້າງສະຫວັນ ແລະ ແຜ່ນດິນໂລກ.
\s5
\v 16 ຂ້າ​ແດ່ພຣະຢາເວ​, ຂໍໄດ້ຊົງ​ງ່ຽງ​ຫູ, ແລະ ​ຊົງຟັງ, ຂ້າ​ແຕ່ພຣະຢາເວ, ຂໍຫລຽວເບິ່ງ, ແລະ ໄດ້ຊົງຟັງຖ້ອຍຄຳຂອງເຊັນນາເກຣິບ, ເຊິ່ງ​ເຂົາໄດ້ສົ່ງມາເພື່ອເຢາະເຢີ້ຍພຣະເຈົ້າຜູ້ຊົງພຣະຊົນຢູ່.
\v 17 ຂ້າ​ແດ່, ພຣະຢາເວ. ເປັນຄວາມຈິງທີ່ກະສັດແຫ່ງອັດຊີເຣຍໄດ້ເຮັດ​ໃຫ້ປະ​ຊາ​ຊາດ ແລະ ແຜ່ນດິນຂອງພວກເຂົາຮ້າງເປົ່າ​.
\v 18 ພວກເຂົາໂຍນພະເຈົ້າຂອງພວກເຂົາລົງໃສ່ໃນ​ກອງໄຟ, ເພາະສິ່ງເຫລົ່ານັ້ນບໍ່ແມ່ນພະເຈົ້າ ພຽງແຕ່ເປັນຜົນງານຂອງມືມະນຸດ, ແມ່ນໄມ້ ແລະ ຫີນ. ເພາະສະນັ້ນຊາວອັດຊີເຣຍຈຶ່ງທຳລາຍສິ່ງເຫລົ່ານັ້ນໄດ້.
\s5
\v 19 ສະນັ້ນບັດນີ້, ຂ້າ​ແດ່ພຣະຢາເວ​, ພຣະເຈົ້າຂອງຂ້າ​ນ້ອຍທັງ​ຫລາຍ, ຂໍ​ຊົງຊ່ວຍພວກຂ້າ​ນ້ອຍ​ໃຫ້​ພົ້ນຈາກອຳນາດຂອງເຂົາ, ເພື່ອວ່າຣາ​ຊອານາຈັກທັງຫມົດແຫ່ງ​ແຜ່ນ​ດິນໂລກຈະຮູ້ວ່າພຣະອົງຄື, ພຣະຢາເວ, ໄດ້ຊົງເປັນພຣະເຈົ້າພຽງ​ແຕ່ອົງດຽວເທົ່ານັ້ນ.”
\s5
\v 20 ແລ້ວເອຊາຢາລູກຊາຍຂອງອາໂມດໄດ້ສົ່ງຂ່າວໄປຫາເຮເຊກີຢາ, ກ່າວ​ວ່າ, "ພຣະຢາ​ເວ, ພຣະເຈົ້າແຫ່ງອິສະຣາເອນໄດ້ກ່າວດັ່ງນີ້ວ່າ, 'ເພາະວ່າທ່ານໄດ້ອະທິຖານຫາເຮົາກ່ຽວກັບເຊັນນາເກຣິບກະສັດແຫ່ງອັດຊີເຣຍ, ເຮົາໄດ້ຍິນຄຳອະທິຖານຂອງທ່ານແລ້ວ.
\v 21 ສິ່ງນີ້ແມ່ນຖ້ອຍຄຳຂອງພຣະ​ຢາເວທີ່ໄດ້ກ່າວ​ເຖິງລາວ: "ລູກສາວພົມ​ມະ​ຈາ​ຣີແຫ່ງຊີໂອນ ດູ​ຖູກ​ທ່ານ ແລະ ຫົວເຢາະ​ເຢີ້ຍ​ທ່ານ. ລູກສາວ​ແຫ່ງເຢຣູຊາເລັມສັ່ນ​ຫົວ​ຂອງນ​າງ​ໃສ່​ທ່ານ.
\v 22 ທ່ານໄດ້ເຢາະເຢີ້ຍ ແລະ ກ່າວ​ຫຍາບ​ຊ້າຕໍ່​ຜູ້​ໃດບໍ? ທ່ານໄດ້ຂຶ້ນສຽງຂອງ​ທ່ານຕໍ່​ຜູ້ໃດ ແລະ ໄດ້​ເບິ່ງ​ຕາ​ຂອງ​ທ່ານດ້ວຍຄວາມຍິ່ງ​ຈອງ​ຫອງ​ຕໍ່​ຜູ້​ໃດ​ບໍ? ກໍ​ຕໍ່​ອົງບໍຣິສຸດ​ແຫ່ງອິສະຣາເອນນັ້ນແຫລະ!
\s5
\v 23 ດ້ວຍຜູ້​ສື່​ສານຂອງເຈົ້າ ໆໄດ້ເຢາະເຢີ້ຍອົງພຣະຜູ້ເປັນເຈົ້າ, ແລະ ເຈົ້າໄດ້ເວົ້າວ່າ, 'ດ້ວຍຣົດຮົບ​ມ້າຫລວງຫລາຍຂອງເຈົ້າ, ເຈົ້າໄດ້ຂຶ້ນໄປເຖິງບ່ອນສູງຂອງພູເຂົາຕ່າງໆ, ເຖິງ​ບ່ອນໄກທີ່ສຸດຂອງເລບານອນ. ເຈົ້າຈະຕັດຕົ້ນແປກສີ​ດາທີ່ສູງທີ່ສຸດຂອງ​ມັນ​ລົງ ທັງຕົ້ນ​ແປກສາມໃບທີ່ດີທີ່ສຸດຂອງມັນ. ​ເຈົ້າຈະໄປທີ່ພັກອາສັຍທີ່ໄກສຸດຂອງມັນ, ໃນປ່າທີ່ອຸດົມສົມບູນທີ່ສຸດຂອງມັນ.
\v 24 ​ເຈົ້າ​ໄດ້ຂຸດ​ຫນອງ ແລະ ໄດ້ດື່ມນ້ຳໃນດິນແດນຕ່າງດ້າວ. ເຈົ້າໄດ້ເອົາຕີນ​ເຈົ້າເຮັດໃຫ້ກະແສທັງຫມົດຂອງເອຢີບແຫ້ງແລ້ງໄປ.'
\s5
\v 25 ເຈົ້າບໍ່ໄດ້ຍິນບໍວ່າ ເຮົາໄດ້ຕັດສິນໃຈໄວ້ມາດົນແລ້ວ, ແລະ ເຮົາໄດ້ວາງແຜນການ​ໄວ້ແຕ່ດຶກ​ດຳ​ບັນ​ຢ່າງ​ໃດ? ດຽວນີ້ ເຮົາໄດ້ເຮັດໃຫ້ເປັນໄປໄດ້ແລ້ວ. ເຈົ້າຢູ່ທີ່ນີ້ເພື່ອທຳລາຍບັນ​ດາເມືອງທີ່ເຂັ້ມແຂງຫັກ​ເພ​ລົງໃຫ້ກາຍເປັນຊາກຫັກພັງ.
\v 26 ສ່ວນ​ຊາວ​ເມືອງຜູ້ອາສັຍຢູ່ໃນເມືອງນັ້ນ, ກໍ​ມີ​ກຳ​ລັງ​ຫນ້ອຍ, ຕົກໃຈ ແລະ ອັບອາຍ. ພວກເຂົາປຽບເຫມືອນຕົ້ນໄມ້ທີ່​ທົ່ງນາ, ແລະ ຄ້າຍຄືຫຍ້າສີຂຽວອ່ອນ, ຄ້າຍຄືຫຍ້າເທິງຫລັງ​ຄາເຮືອນ ຫລື ໃນທົ່ງນາ, ຖືກເຜົາໄຫມ້ກ່ອນທີ່ຈະງອກງ​າມ.
\s5
\v 27 ແຕ່ເຮົາໄດ້ຮູ້ຈັກ​ການ​ທີ່ເຈົ້ານັ່ງລົງ, ການ​ທີ່ເຈົ້າອອກໄປ, ແລະ ການ​ທີ່ເຈົ້າເຂົ້າມາ, ແລະຄວາມໂກດແຄ້ນຂອງເຈົ້າ​ຕໍ່ເຮົາ.
\v 28 ເພາະຄວາມໂກດແຄ້ນຂອງເຈົ້າຕໍ່ເຮົາ, ແລະ ຄວາມຈອງ​ຫອງຂອງເຈົ້າໄດ້ເຂົ້າມາໃນຫູຂອງເຮົາ, ສະນັ້ນເຮົາຈະໄດ້​ເອົາ​ຂໍ​ຂອງເຮົາເກາະໃສ່ດັງຂອງເຈົ້າ, ແລະ ຈະເອົາບັງ​ຫຽນຂອງເຮົາໃສ່ປາກຂອງເຈົ້າ; ແລ້ວເຮົາຈະຫັນເຈົ້າກັບໄປຕາມທາງຈາກບ່ອນທີ່ເຈົ້າມານັ້ນ."
\s5
\v 29 ແລະນີ້ຈະເປັນຫມາຍສຳຄັນ​ແກ່ເຈົ້າຄື: ໃນປີນີ້ເຈົ້າຈະກິນສິ່ງເກີດຂຶ້ນເອງ, ແລະໃນປີທີສອງສິ່ງ​ທີ່​ເຕີບໃຫຍ່ຕັ້ງແຕ່ຕົ້ນ. ແລ້ວໃນປີທີສາມຈົ່ງຫວ່ານ ແລະ ເກັບກ່ຽວແລະ ເຮັດ​ສວນອະງຸ່ນ, ແລະກິນຫມາກຂອງມັນ.
\v 30 ຄົນທີ່ເຫລືອຢູ່ໃນເຊື້ອ​ສາຍ​ຂອງຢູດາຈະຢັ່ງຮາກລົງ ແລະ ເກີດ​ຜົນ​ຂຶ້ນ​ອີກ​ຄັ້ງ.
\v 31 ເພາະຄົນທີ່ເຫລືອຢູ່ຈະອອກຈາກນະ​ຄອນ ເຢຣູຊາເລັມ, ແລະ ຜູ້ທີ່ລອດຊີວິດຢູ່ຈະອອກມາຈາກພູເຂົາຊີໂອນ. ຄວາມກະຕືລືລົ້ນຂອງພ​ຣະ​ຢາ​ເວຈອມ​ໂຢ​ທາຈະເຮັດສິ່ງນີ້.
\s5
\v 32 ເພາະ​ສະນັ້ນ ພຣະຢາເວໄດ້ກ່າວກ່ຽວກັບກະສັດແຫ່ງອັດຊີເຣຍດັ່ງນີ້ວ່າ: "ລາວຈະບໍ່ເຂົ້າໄປໃນເມືອງນີ້ ຫລື ຍິງລູກສອນມາບ່ອນນີ້. ຫລືວ່າລາວຈະບໍ່ເຂົ້າມາກ່ອນດ້ວຍເຄື່ອງປ້ອງກັນ ຫລື ກໍ່ສ້າງຂັ້ນໄດບຸກຂຶ້​ນ​ມາ.
\v 33 ລາວເຂົ້າໄປທາງໃດ ກໍຈະເປັນທາງດຽວກັນກັບທີ່ລາວຈະກັບໄປທາງນັ້ນ; ລາວຈະບໍ່ເຂົ້າໄປໃນເມືອງນີ້-ພຣະຢາ​ເວໄດ້ກ່າວດັ່ງນີ້."
\v 34 ເພາະວ່າເຮົາຈະຊ່ວຍປ້ອງ​ກັນເມືອງນີ້ໄວ້ໃຫ້ລອດພົ້ນ, ເພື່ອເຫັນ​ແກ່ປະໂຫຍດຂອງເຮົາເອງ ແລະ ເຫັນ​ແກ່ດາວິດຜູ້ຮັບໃຊ້ຂອງເຮົາ.'"
\s5
\v 35 ແລະຢູ່ມາ​ໃນຄືນນັ້ນ ເທວະດາຂອງພຣະຢາເວໄດ້ອອກໄປ ແລະ ໄດ້ຂ້າທະຫານໃນ​ຄ້າຍ​ອັດ​ຊີ​ເຣຍ, ຈຳນວນ 185.000 ຄົນ. ແລະ ເມື່ອຄົນຕື່ນຂຶ້ນໃນຕອນເຊົ້າ, ພວກເຂົາທຸກຄົນໄດ້ກາຍ​ເປັນ​ຊາກ​ສົບໄປທົ່ວທຸກບ່ອນ.
\v 36 ດັ່ງນັ້ນເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ຍົກທັບຂອງລາວອອກຈາກອິສະຣາເອນ ແລະ ໄດ້​ຊົງ​ກັບໄປທີ່ວັງ ແລະ ໄດ້​ຢູ່​ໃນ​ນະ​ຄອນ ນີ​ເນ​ເວ.
\v 37 ຕໍ່​ມາ, ເມື່ອພ​ະ​ອົງນະມັສະການຢູ່ໃນສາ​ລາຂອງ ພະນີຊະ​ຣົກ ພະ​ຂອງ​ພະ​ອົງ, ອັດ​ຣຳ​ເມ​ເລັກ ແລະ ຊາ​ເຣເຊລູກຊາຍຂອງພະ​ອົງ​ກໍໄດ້ຂ້າພະ​ອົງດ້ວຍດາບ. ແລ້ວພວກເຂົາທັງສອງກໍໄດ້ຫນີໄປທີ່ແຜ່ນດິນ ອາ​ຣາ​ຣັດ. ແລ້ວເອ​ສາ​ຮັດ​ໂດນລູກຊາຍຂອງພະ​ອົງ​ກໍໄດ້ຊົງຂຶ້ນເປັນກະສັດແທນ.
\s5
\c 20
\cl ບົດທີ 20
\p
\v 1 ໃນເວລານັ້ນເຮເຊກີຢາໄດ້​ປ່ວຍໃກ້​ຈະ​ຕາຍ​. ດັ່ງນັ້ນ ຜູ້​ທຳ​ນ​ວາຍເອຊາຢາຜູ້ເປັນລູກຊາຍຂອງອາໂມດ, ໄດ້ມາເຂົ້າເຝົ້າ​ພະ​ອົງ, ແລະໄດ້ກ່າວກັບພະ​ອົງວ່າ, "ພຣະຢາ​ເວກ່າວດັ່ງນີ້​ວ່າ: 'ຈົ່ງ​ຈັດ​ກ​ານ​ບ້ານ​ເມືອງຂອງທ່ານໃຫ້​ຮຽບ​ຮ້ອຍ; ເພາະວ່າທ່ານຈະຕາຍ, ແລະ ຈະບໍ່ມີຊີວິດຢູ່.'"
\v 2 ແລ້ວເຮເຊກີຢາ​ໄດ້ຫັນຫນ້າເຂົ້າໄປຫາຝາ ແລະ ອະທິຖານຕໍ່ພຣະຢາເວ, ວ່າ,
\v 3 ຂ້າ​ແດ່ພຣະຢາເວ, ກະຣຸນາ​ຣະ​ລຶ​ກ​ວ່າ, ຂ້ານ້ອຍໄດ້ດຳ​ເນີນ​ຢູ່​ສະ​ເພາະ​ພ​ຣະ​ພັກ​ຂອງພ​ຣະ​ອົງດ້ວຍຄວາມຊື່ສັດ ແລະ ດ້ວຍສຸດຫົວໃຈຂອງຂ້ານ້ອຍ, ແລະ ໄດ້ເຮັດໃນສິ່ງທີ່ດີໃນສາຍພ​ຣະ​ເນດຂອງພ​ຣະ​ອົງ.” ແລ້ວເຮເຊກີຢາໄດ້ຮ້ອງໃຫ້ສຽງ​ດັງ.
\s5
\v 4 ກ່ອນທີ່ເອຊາຢາຈະ​ອອກໄປຮອດໃຈກາງເດີ່ນ, ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງ​ທ່ານ, ວ່າ,
\v 5 “ຈົ່ງກັບໄປ, ບອກເຮເຊກີຢາ, ຜູ້ນຳຂອງປະຊາຊົນຂອງເຮົາວ່າ, 'ນີ້ແມ່ນສິ່ງທີ່ພຣະຢາເວ, ພຣະເຈົ້າຂອງດາວິດບັນພະບຸຣຸດຂອງເຈົ້າ, ກ່າວ: "ເຮົາໄດ້ຍິນຄຳອະທິຖານຂອງເຈົ້າ​ແລ້ວ, ເຮົາໄດ້ເຫັນນໍ້າຕາຂອງເຈົ້າແລ້ວ. ເຮົາຈະ​ຮັກ​ສາ​ເຈົ້າໃນມື້ທີສາມ, ແລະເຈົ້າຈະຂຶ້ນໄປທີ່ພຣະ​ວິ​ຫານຂອງພຣະຢາເວ.
\s5
\v 6 ເຮົາຈະເພີ່ມຊີວິດຂອງ​ເຈົ້າອີກສິບຫ້າປີ, ເຮົາຈະຊ່ອຍກູ້ເຈົ້າແລະ ເມືອງນີ້ໃຫ້ພົ້ນຈາກກຳມືຂອງກະສັດແຫ​່ງອັດຊີເຣຍ, ແລະ ເຮົາຈະປົກປ້ອງເມືອງນີ້ໄວ້ເພື່ອເຫັນ​ແກ່ເຮົາເອງ. ແລະ ເພື່ອເຫັນ​ແກ່ດາວິດຜູ້ຮັບໃຊ້ຂອງເຮົາ​."'
\v 7 ດັ່ງນັ້ນ ເອຊາຢາໄດ້ບອກວ່າ, "ຈົ່ງເອົາເຂົ້າຫນົມຫມາກເດື່ອມາອັນ​ຫນຶ່ງ.” ພວກເຂົາກໍເອົາມາວາງ​ໄວ້ເທິງພ​ະຍາດຂອງພະ​ອົງ​ນັ້ນ, ແລະພະ​ອົງກໍຫາຍດີເປັນ​ປົກ​ກະ​ຕິ.
\s5
\v 8 ເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, “ອັນໃດຈະເປັນຫມາຍສຳຄັນທີ່ສະ​ແດງວ່າພຣະຢາເວຈະຊົງປິ່ນປົວຂ້າ​ພະ​ເຈົ້າ, ແລະ ສິ່ງນັ້ນສະແດງໃຫ້ເຫັນວ່າຂ້າ​ພະ​ເຈົ້າຈະໄດ້ຂຶ້ນໄປພຣະ​ວິ​ຫານຂອງພຣະຢາ​ເວໃນມື້ທີສາມ?"
\v 9 ເອຊາຢາໄດ້ກ່າວວ່າ, "ນີ້ເປັນຫມາຍສຳ​ຄັນສຳລັບພະ​ອົງຈາກພຣະຢາເວ, ທີ່ພຣະຢາເວຈະໄດ້​ຊົງເຮັດຕາມທີ່ພຣະອົງໄດ້ກ່າວໄວ້. ຄືຈະໃຫ້ເງົາຕາເວັນກ້າວໄປທາງ​ຫນ້າສິບຂັ້ນ, ຫລື ຈະໃຫ້ຢ້​ອນກັບມາສິບຂັ້ນ?"
\s5
\v 10 ເຮເຊກີຢາ​ໄດ້ຕອບວ່າ, "ມັນເປັນສິ່ງງ່າຍທີ່ຈະໃຫ້ເງົາຍ້າຍອອກໄປສິບຂັ້ນ. ຢ່າເລີຍ, ຂໍໃຫ້ເງົາຢ້ອນກັບຄືນມາສິບຂັ້ນ​ເຖີດ."
\v 11 ດັ່ງນັ້ນ ຜູ້​ທຳ​ນ​ວາຍເອຊາຢາໄດ້ຮ້ອງທູນຕໍ່ພຣະ​ຢາເວ, ແລະພ​ຣະ​ອົງໄດ້ຊົງ​ນຳເອົາເງົາຢ້ອນ​ກັບຄືນມາສິບຂັ້ນ, ຈາກບ່ອນທີ່ມັນຢ້ອນກັບຄືນຂຶ້ນ​ໄປເທິງຂັ້ນໄດຂອງອາຮາດ.
\s5
\v 12 ໃນເວລານັ້ນ ເມໂຣ​ດັກ​ບາ​ລາ​ດານ ລູກຊາຍຂອງບາລາດານກະສັດແຫ່ງບາບີໂລນ ໄດ້​ຊົງສົ່ງຈົດຫມາຍ ແລະ ຂອງຂວັນມາໃຫ້ແກ່ເຮເຊກີຢາ, ເພາະພະ​ອົງຊົງໄດ້ຍິນວ່າເຮເຊກີຢາ​ຊົງເຈັບປ່ວຍ.
\v 13 ເຮເຊກີຢາໄດ້ຊົງຟັງຈົດຫມາຍ​ເຫລົ່າ​ນັ້ນ, ແລະຊົງໄດ້ພາ​ພວກຜູ້ສົ່ງຂ່າວໄປເບິ່ງຄັງຊັບສົມບັດທັງຫມົດຂອງພະ​ອົງ, ເພື່ອໃຫ້ເບິ່ງເງິນ, ທອງຄຳ, ເຄື່ອງເທດ ແລະ ນ້ຳມັນຢ່າງດີ, ແລະ ຄັງອາວຸດຂອງ​ພະ​ອົງ, ແລະໃຫ້ເບິ່ງທຸກຢ່າງທີ່ມີຢູ່ໃນຄັງຂອງພະ​ອົງ. ບໍ່ມີສິ່ງ​ໃດຢູ່ໃນພ​ະຣາ​ຊະວັງ, ຫລື ໃນຣາ​ຊະອານາຈັກທັງຫມົດຂອງພະ​ອົງ, ເຊິ່ງເຮເຊກີຢາບໍ່ໄດ້ເປີດເຜີຍແກ່ພວກພະ​ອົງ.
\s5
\v 14 ຈາກນັ້ນເອຊາຢາຜູ້ທຳນວາຍກໍໄດ້ເຂົ້າເຝົ້າກະສັດເຮເຊກີຢາ ແລະ ທູນຖາມພະ​ອົງ​ວ່າ, "ຄົນເຫລົ່ານີ້ທູນຫຍັງແດ່? ແລະພວກເຂົາມາຫາ​ພະ​ອົງຈາກໃສແດ່?" ເຮເຊກີຢາກ່າວວ່າ, "ພວກ​ເຂົ​າມາ​ຈາກ​ເມືອງ​ໄກ​ຄື​ມາຈາກ​ປະ​ເທດ​ບາ​ບີ​ໂລນ."
\v 15 ເອຊາຢ​າ​ໄດ້ຖາມວ່າ, "ພວກເຂົາໄດ້ເຫັນຫຍັງຢູ່ໃນພະຣາຊະວັງຂອງພະ​ອົງ​ແດ່?" ເຮເຊກີຢາຕອບວ່າ, "ພວກ​ເຂົາໄດ້ເຫັນທຸກຢ່າງຢູ່ໃນວັງຂອງຂ້າ​ພ​ະ​ເຈົ້າ. ບໍ່​ມີ​ສິ່ງ​ມີຄ່າຫຍັງໃນ​ພະ​ຄັງ​ຂອງ​ຂ້າ​ພະ​ເຈົ້າທີ່ຂ້າ​ພະ​ເຈົ້າບໍ່ໄດ້ເປີດເຜີຍແກ່ພວກເຂົາ."
\s5
\v 16 ດັ່ງນັ້ນ ເອຊາຢາໄດ້ກ່າວກັບເຮເຊກີຢາວ່າ, "ຈົ່ງຟັງຖ້ອຍຄຳຂອງພຣະຢາເວ:
\v 17 "ຈົ່ງເບິ່ງ, ວັນເວລາກຳລັງຈະມາເຖິງເມື່ອທຸກສິ່ງໃນວັງຂອງທ່ານ, ແລະ ສິ່ງຂອງທີ່ບັນພະບຸຣຸດຂອງທ່ານໄດ້ສະສົມມາຈົນເຖິງທຸກມື້ນີ້, ຈະຕ້ອງຖືກເອົາໄປທີ່ບາບີໂລນ. ແລະ ບໍ່ມີ​ສິ່ງ​ໃດເຫລືອເລີຍ, ພຣະຢາ​ເວກ່າວດັ່ງນີ້ແຫລະ.
\v 18 ລູກບາງຄົນເຊິ່ງ​ຖືກຳ​ເນີດມາຈາກທ່ານ, ຜູ້ເຊິ່ງເກີດມາກັບທ່ານ-ຄົນເຫລົ່ານັ້ນຈະນຳເອົາໂຕພວກເຂົາໄປ, ແລະ ພວກເຂົາຈະໄປເປັນຂັນ​ທີໃນພະ​ຣາ​ຊະວັງຂອງກະສັດແຫ່ງບາບີໂລນ.'"
\s5
\v 19 ຫລັງຈາກນັ້ນເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, "ຖ້ອຍຄຳຂອງພຣະຢາ​ເວທີ່ທ່ານໄດ້ກ່າວມານັ້ນເປັນສິ່ງທີ່ດີແລ້ວ." ເພາະວ່າພ​ຣະອົງຊົງໄດ້ຄິດວ່າ, "ກໍດີແລ້ວບໍ່​ແມ່​ນ​ບໍ ໃນເມື່ອມີຄວາມສະຫງົບສຸກ ແລະ ຄວາມປອດພັຍໃນສມັຍຂອງຂ້າ​ພະ​ເຈົ້າ?"
\v 20 ສ່ວນ​ພະ​ຣາ​ຊ​ະກິດອື່ນໆຂອງເຮເຊກີຢາ ແລະ ​ອຳນາດທັງຫມົດຂອງພະ​ອົງ, ແລະການທີ່ພະ​ອົງໄດ້ສ້າງສະ ແລະ ຮ່ອງລະບາຍນ້ຳ, ແລະວິ​ທີ​ທີ່​ພ​ະ​ອົງ​ໄດ້​ນຳເອົານ້ຳເຂົ້າມາໃນເມືອງ-ໄດ້ແນວໃດ ໄດ້ບັນທຶກໄວ້ໃນຫນັງ​ສື​ພົງສາວະດານກະສັດແຫ່ງຢູດາບໍ່ແມ່ນບໍ?
\v 21 ເຮເຊກີຢາໄດ້ຊົງລ່ວງ​ລັບ​ໄປ​ຢູ່ກັບບັນພະບຸຣຸດຂອງພະ​ອົງ, ແລະມາ​ນາ​ເຊລູກຊາຍຂອງພະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.
\s5
\c 21
\cl ບົດທີ 21
\p
\v 1 ມານາເຊມີອາຍຸໄດ້ສິບສອງປີເມືອໄດ້ຊົງຄອງ​ຣາ​ຊ; ພະ​ອົງໄດ້ຊົງປົກຄອງຫ້າສິບ-ຫ້າປີໃນນະ​ຄອນ ເຢຣູຊາເລັມ. ແມ່ຂອງພະ​ອົງ​ມີ​ນາມຊື່ວ່າ ເຮັບ​ຊີ​ບາ.
\v 2 ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພ​ຣະ​ເນດຂອງພຣະຢາເວ, ຕາມການກະທຳທີ່ຫນ້າກຽດຊັງຂອງປະ​ຊາຊາດທັງ​ຫລາຍ ເຊິ່ງພຣະຢາເວໄດ້ຊົງ​ຂັບໄລ່ອອກໄປໃຫ້ພົ້ນ​ຫນ້າ​ປະ​ຊາ​ຊາດອິສະຣາເອນ.
\v 3 ພຣະອົງໄດ້ຊົງສ້າງສະຖານສູງ ເຊິ່ງເຮເຊກີຢາພໍ່ຂອງພະ​ອົງໄດ້ຊົງທຳລາຍນັ້ນ, ແລະ ພະ​ອົງ​ຊົງໄດ້ຕັ້ງແທ່ນບູຊາຕ່າງໆແດ່ພະບາອານ, ແລະຊົງ​ໄດ້​ສ້າງຕັ້ງເສົາພະອາ​ເຊ​ຣາ​ຂຶ້ນ​ໃຫມ່, ຄືກັນກັບອາຮາບກະສັດແຫ່ງອິສະຣາເອນໄດ້ຊົງເຮັດ, ແລະ ໄດ້​ຊົງກົ້ມກາບດວງດາວທຸກດວງຂອງທ້ອງຟ້າ ແລະ ບູຊາສິ່ງເຫລົ່ານັ້ນ.
\s5
\v 4 ມານາເຊໄດ້​ຊົງສ້າງແທ່ນບູຊາຂອງພະຕ່າງຊາດໃນ​ພ​ຣະ​ວິ​ຫານຂອງພຣະຢາເວ, ເຖິງວ່າພ​ຣະ​ຢາ​ເວໄດ້ກ່າວວ່າ, "ເຮົາຈະໃສ່ຊື່ຂອງເຮົາໄວ້ໃນນະ​ຄອນເຢຣູຊາເລັມຕະຫລອດໄປ."
\v 5 ພະ​ອົງໄດ້ສ້າງແທ່ນບູຊາຕ່າງໆ​ແດ່ດວງ​ດາວຕ່າງໆ​ທັງ​ຫມົດ​ຂອງທ້ອງຟ້າທັງ ໃນລານທັງສອງຂ້າງຂອງພ​ຣະ​ວິ​ຫານຂອງພຣະຢາເວ.
\v 6 ພະ​ອົງໄດ້ຊົງນຳເອົາລູກຊາຍໄປເຜົາໄຟ; ແລະໄດ້ຊົງ​ຖື​ເລິກ​ຍາມເພື່ອເຮັດເວດມົນຄາ​ຖາ ແລະຊົງ​ໄດ້ຕິດຕໍ່ກັບຄົນ​ທີ່​ຕາຍ​ໄປ​ແລ້ວ ແລະຄົນທີ່ເວົ້າກັບ​ຜີວິນຍານຕ່າງໆໄດ້. ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍຫລວງຫລາຍໃນ​ສາຍ​ພ​ຣະ​ເນດພຣະຢາເວ ຍຸ​ແຍ່ໃຫ້ພຣະເຈົ້າຊົງ​ໃຈ​ຮ້າຍ.
\s5
\v 7 ສ່ວນຮູບແກະສະຫລັກຂອງອາເຊຣາທີ່ພ​ະອົງໄດ້ຊົງສ້າງນັ້ນ, ພະ​ອົງ​ໄດ້​ຊົງຕັ້ງໄວ້ໃນພຣະະ​ວິ​ຫານ. ເຊິ່ງ​ພ​ຣະ​ວິ​ຫານນີ້ພຣະຢາເວໄດ້ກ່າວກັບດາວິດ ແລະ ຊາໂລໂມນລູກຊາຍຂອງພ​ະ​ອົງວ່າ; “ໃນວິ​ຫານນີ້ ແລະ ໃນນະ​ຄອນເຢຣູຊາເລັມ, ເຊິ່ງເຮົາໄດ້ເລືອກອອກຈາກຊົນເຜົ່າທັງ​ຫມົດ​ຂອງ​ອິສະຣາເອນ, ທີ່​ເຮົາຈະໃສ່ຊື່ຂອງເຮົາໄວ້ຕະຫລອດໄປ.
\v 8 ເຮົາຈະບໍ່ເປັນ​ເຫດໃຫ້ຕີນຂອງອິສະຣາເອນພະ​ເນ​ຈອນ​ອອກຈາກແຜ່ນດິນທີ່ເຮົາໄດ້ມອບໃຫ້ກັບບັນພະບຸຣຸດຂອງພວກເຂົາອີກ, ຖ້າພຽງແຕ່ພວກເຂົາລະມັດຣະວັງທີ່ຈະປະຕິບັດຕາມທຸກສິ່ງທີ່ເຮົາໄດ້ສັ່ງພວກເຂົາ, ແລະປະຕິບັດຕາມທັມ​ບັນຍັດທຸກຢ່າງທີ່ໂມເຊຜູ້ຮັບໃຊ້ຂອງເຮົ​າໄດ້ສັ່ງພວກເຂົາ.”
\v 9 ແຕ່ປະຊາຊົນບໍ່ຍອມຟັງ, ແລະ ມານາ​ເຊໄດ້ຊົງນຳພວກເຂົາໃຫ້​ຫລົງໄປໃນທາງທີ່ຊົ່ວຮ້າຍກວ່າບັນ​ດາປະຊາຊາດ ເຊິ່ງພຣະຢາເວໄດ້ຊົງທຳລາຍໃຫ້​ພົ້ນ​ຫນ້າປະຊາຊົນອິສະຣາເອນ.
\s5
\v 10 ດັ່ງນັ້ນ ພຣະຢາເວໄດ້ກ່າວກັບພວກຜູ້​ທຳ​ນວ​າຍຜູ້ຮັບໃຊ້, ຂອງພ​ຣະ​ອົງ, ວ່າ,
\v 11 "ເພາະ​ວ່າມານາເຊກະສັດ​ແຫ່ງຢູດາໄດ້ເຮັດສິ່ງທີ່ຫນ້າກຽດຊັງເຫລົ່ານີ້, ແລະການເຮັດສິ່ງທີ່ຊົ່ວຮ້າຍກວ່າຄົນອະໂມ​ຣິດ​ຜ​ູ້ທີ່ຢູ່ມາກ່ອນລາວໄດ້ເຮັດທັງ​ຫມົດ, ອີກ​ທັງຍັງເຮັດໃຫ້ຢູດາເຮັດບາບກັບບັນ​ດາຮູບເຄົາຣົບຂອງລາວ,
\v 12 ເພາະ​ສະນັ້ນ ພຣະຢາເວ, ພ​ຣະ​ເຈົ້າ​ແຫ່ງອິສະຣາເອນ, ກ່າວດັ່ງນີ້ວ່າ: ເບິ່ງ​ເຖີດ, ເຮົາ​ກຳ​ລັງນຳ​ເຫດ​ຮ້າຍ​ມາ​ເຫນືອນະ​ຄອນ ເຢ​ຣູ​ຊາ​ເລັມ ແລະ ຢູ​ດາ​ທີ່ໃຜ​ກໍ​ຕາມທີ່ໄດ້ຍິນແລ້ວ, ຫູທັງ​ສອງ​ຂ້າງຂອງລາວຈະອື້​ໄປ.
\s5
\v 13 ເຮົາຈະວັດແທກນະຄອນເຢຣູຊາເລັມໂດຍໃຊ້ເຊືອກເສັ້ນດຽວກັບທີ່ເຮົາໄດ້ວັດແທກໃນເມືອງຊາມາເຣຍ, ແລະໄດ້ໃຊ້ລູກ​ດິ່ງ​ອັນ​ດຽວກັນກັບ​ທີ່ວັດແທກ​ເຊື້ອ​ສາຍ​ອາຮາບ, ເຮົາຈະລ້າງນະ​ຄອນເຢຣູຊາເລັມໃຫ້ສະອາດຄືກັບຄົນລ້າງຈານ, ຄືລ້າງແລ້ວ​ກໍ​ຂວ້ຳ​ລົງ.
\v 14 ເຮົາຈະຖິ້ມມໍຣະດົກສ່ວນທີ່ເຫລືອຂອງເຮົາໄປ ແລະມອບພວກເຂົາໃຫ້ຢູ່ໃນກຳມືສັດຕຣູຂອງພວກເຂົາ. ແລະພວກເຂົາຈະຕົກເປັນເຫຍື່ອ ແລະ ເປັນ​ເຄື່ອງ​ປຸ້ນຂອງສັດຕຣູທັງ​ຫມົດຂອງພວກເຂົາ,
\v 15 ເພາະວ່າພວກເຂົາໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງເຮົາ, ແລະ ກະຕຸ້ນເຮົາໃຫ້ໃຈຮ້າຍ, ນັບແຕ່ມື້ທີ່ບັນພະບຸຣຸດຂອງພວກເຂົາອອກຈາກປະເທດເອຢິບ, ຈົນເຖິງທຸກມື້ນີ້."
\s5
\v 16 ຍິ່ງໄປກວ່ານັ້ນອີກ, ມານາເຊໄດ້ເຮັດໃຫ້ເລືອດຂອງ​ຜູ້ບໍຣິສຸດໄຫລ​ອອກ​ເປັນ​ຈຳ​ນວນ​ຫລາຍ, ຈົນພະ​ອົງ​ເຮັດ​ໃຫ້ຄວາມ​ຕາຍເຕັມນະ​ຄອນເຢຣູຊາເລັມຈາກ​ດ້ານຫນຶ່ງໄປອີກ​ດ້ານຫນຶ່ງ. ນອກ​ເຫນືອຈາກບາບທີ່ໄດ້ເຮັດໃຫ້ຢູດາເຮັດຜິດ, ເມື່ອພວກເຂົາໄດ້ເຮັດຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ.
\v 17 ສ່ວນ​ພະ​ຣາ​ຊ​ກິດອື່ນໆຂອງມານາເຊ, ແລະ ທຸກສິ່ງທີ່ຊົງໄດ້ເຮັດ, ແລະ ບາບທີ່ພະ​ອົງໄດ້ເຮັດ, ໄດ້ບັນທຶກໄວ້ໃນ​ຫນັງ​ສື​ພົງ​ສາ​ວະ​ດານ​ກະ​ສັດແຫ່ງຢູດາບໍ່ແມ່ນບໍ?
\v 18 ມານາເຊໄດ້ຊົງລ່ວງ​ລັບໄປ​ຢູ່ກັບບັນພະບຸຣຸດຂອງ ແລະ ໄດ້ຊົງຖືກຝັງໄວ້ໃນສວນຂອງ​ພະຣາຊະວັງຂອງພະ​ອົງເອງ, ໃນສວນ​ອຸດ​ສາ. ອາໂມນລູກຊາຍຂອງພະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.
\s5
\v 19 ອາໂມນມີອາຍຸໄດ້ຊາວ​ສອງປີເມື່ອພະ​ອົງ​ໄດ້​ຊົງຄອງຣາ​ຊ; ພະ​ອົງໄດ້ປົກຄອງຢູ່ທີ່ນະ​ຄອນເຢຣູຊາເລັມເປັນເວລາສອງປີ. ແມ່ຂອງພະ​ອົງມີ​ນາ​ມຊື່ວ່າ ເມ​ຊຸນ​ເລ​ເມດ; ນາງເປັນລູກສາວຂອງຮາ​ຣຸດຊາວ​ຢົດ​ບາ.
\v 20 ພະ​ອົງໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍພ​ຣະ​ເນດຂອງພຣະຢາເວ, ຄືກັບມານາເຊພໍ່ຂອງພະ​ອົງ​ໄດ້​ຊົງ​ເຮັດ.
\s5
\v 21 ອາໂມນໄດ້​ຊົງ​ດຳ​ເນີນໃນ​ທາງທຸກຢ່າງທີ່ພໍ່ຂອງພະ​ອົງໄດ້ຊົງ​ດຳ​ເນີນ, ແລະ ໄດ້ບູຊາຮູບປັ້ນທີ່ພໍ່ຂອງພະ​ອົງໄດ້ຊົງບູຊາ, ແລະ ກົ້ມຂາບຮູບເຄົາ​ຣົບເຫລົ່ານັ້ນ.
\v 22 ພະ​ອົງໄດ້ປະຖິ້ມພຣະ​ຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພະ​ອົງ, ແລະ ບໍ່ໄດ້ຊົງດ​ຳເນີນໄປໃນເສັ້ນທາງຂອງພຣະຢາເວ.
\v 23 ຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມ​ກັນ​ຄິດການກະບົດ ແລະ ໄດ້ຂ້າກະສັດໃນພະ​ຣາ​ຊວັງຂອງພະ​ອົງ​ເອງ.
\s5
\v 24 ແຕ່ປະຊາຊົນໃນແຜ່ນດິນໄດ້ຂ້າທຸກຄົນທີ່ສົມຮູ້ຮ່ວມຄິດກັນ​ກະ​ບົດ​ຕໍ່ກະສັດອາໂມນ, ແລ້ວປະຊາຊົນໃນແຜ່ນດິນໄດ້ຕັ້ງໂຢຊີ​ຢາລູກຊາຍຂອງພະ​ອົງຂຶ້ນເປັນກະສັດແທນ.
\v 25 ສ່ວນ​ພະ​ຣາ​ຊ​ກິດອື່ນໆ ຂອງ​ອາ​ໂມນທີ່ໄດ້ຊົງເຮັດມາແລ້ວ, ໄດ້ບັນທຶກໄວ້ໃນຫນັງ​ສື​ພົງ​ສາ​ວະ​ດານຂອງກະສັດແຫ່ງຢູດາບໍ່ແມ່ນບໍ?
\v 26 ປະຊາຊົນໄດ້ຝັງພະ​ອົງໃນອຸບໂມງຝັງ​ສົບຂອງພະ​ອົງໃນສວນອຸດ​ຊາ, ແລະ ໂຢ​ຊິ​ຢາລູກຊາຍຂອງພະ​ອົງໄດ້ຊົງຂຶ້ນເປັນກະສັດແທນ.
\s5
\c 22
\cl ບົດທີ 22
\p
\v 1 ໂຢຊີ​ຢາຊົງມີອາຍຸໄດ້ແປດປີເມື່ອພະ​ອົງຄອງຣາຊ​; ພະ​ອົງໄດ້ປົກຄອງສາມສິບ-ເອັດປີໃນນະ​ຄອນເຢຣູຊາເລັມ. ແມ່ຂອງພະ​ອົງ​ມີ​ນາມຊື່ວ່າ ເຢ​ດີ​ດາ (ນາງເປັນລູກສາວຂອງອາ​ດາ​ຢາ ແລະ ເປັ​ນ​ຊາວ​ເມືອງ​ໂບ​ຊະ​ກາດ).
\v 2 ພະ​ອົງໄດ້ເຮັດສິ່ງທີ່ຊອບ​ທັມໃນສາຍ​ພະ​ເນດຂອງພຣະຢາເວ. ພະ​ອົງໄດ້ຊົງ​ດຳເນີນຕາມທາງຫມົດຂອງດາວິດບັນພະບຸຣຸດຂອງພະ​ອົງ, ແລະ ພະ​ອົງບໍ່ໄດ້ຊົງຫັນເຫໄປທາງຂວາ ຫລື ທາງຊ້າຍ.
\s5
\v 3 ສີ່ງນີ້ໄດ້ເກີດຂຶ້ນໃນປີທີສິບແປດແຫ່ງການປົກຄອງຂອງກະສັດໂຢ​ຊິ​ຢາ, ພະ​ອົງໄດ້ຊົງໃຊ້ຊາຟານລູກຊາຍຂອງອາຊາລີຢາລູກຊາຍຂອງເມ​ຊຸນ​ລຳ, ​ອົງຄະ​ລັກໄປທີ່ພ​ຣະ​ວິຫານຂອງພຣະຢາເວ, ໂດຍກ່າວວ່າ,
\v 4 "ຈົ່ງຂຶ້ນໄປຫາຮິນ​ກີ​ຢາ​ມະ​ຫາປະໂລຫິດ ແລະ ບອກທ່ານໃຫ້ນັບເງິນທີ່ຖືກນຳເຂົ້າມາໃນພ​ຣະ​ວິ​ຫານຂອງພຣະຢາເວ, ເຊິ່ງເຈົ້າຫນ້າທີ່ທີ່ເກັບຈາກປະຊາຊົນ.
\v 5 ຂໍໃຫ້ມອບໄວ້ໃນມືຂອງຜູ້ເຮັດ​ຫນ້າ​ທີ່​ຮັກ​ສາພ​ຣວິຫານຂອງພຣະຢາເວ, ແລະ ໃຫ້ພວກເຂົາຈ່າຍຄ່າແຮງງານຜູ້ທີ່ຢູ່ໃນພ​ຣະ​ວິຫານຂອງພຣະຢາເວເພື່ອສ້ອມແປງພຣະວິຫານ​ສຳ​ລັບພວກເຂົາ.
\s5
\v 6 ຂໍໃຫ້ພວກເຂົາເອົາເງິນໃຫ້ແກ່ຊ່າງໄມ້, ຊ່າງກໍ່ສ້າງ, ແລະ ຊ່າງ​ປູນ, ແລະຍັງຈະຊື້ໄມ້ ແລະ ກ້ອນຫີນເພື່ອສ້ອມແປງພຣະວິຫານເຊັ່ນດຽວກັນ."
\v 7 ແຕ່ບໍ່ຈຳເປັນຕ້ອງຂໍເອົາບັນຊີຈາກເງິນທີ່ມອບໄວ້ໃນມືຂອງພວກເຂົາ, ເພາະວ່າພວກເຂົາໄດ້ເຮັດຢ່າງຊື່ສັດ.
\s5
\v 8 ຮິນກີຢາ​ມະ​ຫາປະໂລຫິດ​ໄດ້ເວົ້າກັບ​ຊາ​ຟານ​ອົງ​ຄະ​ລັກວ່າ, "ຂ້າ​ພະ​ເຈົ້າໄດ້ເຫັນຫນັງ​ສືກົດບັນ​ຍັດໃນພ​ຣະ​ວິຫານຂອງພຣະຢາເວ." ດັ່ງນັ້ນ ຮິນກີ​ຢາໄດ້ມອບ​ຫນັງ​ສື​ນັ້ນໃຫ້ຊາ​ຟານ, ແລະ ລາວກໍໄດ້ອ່ານ.
\v 9 ຊາ​ຟານໄດ້ຈາກໄປ ແລະ ໄດ້ເອົາຫນັງສືໄປ​ຖວາຍກະສັດ, ແລະ ໄດ້ລາຍງານກັບພະ​ອົງ, ວ່າ, “ຜູ້ຮັບໃຊ້ຂອງພະ​ອົງໄດ້ຈ່າຍເງິນທີ່ພົບໃນພຣະວິຫານ ແລະ ພວກເຂົາໄດ້ນຳເງິນເຂົ້າໄປມອບໄວ້ໃນກຳມືຂອງ​ຄົນ​ງ​ານ​ຜູ້ທີ່ເຮັດ​ຫນ້າ​ທີ່ເບິ່ງ​ແຍງພ​ຣະ​ວິຫານຂອງພຣະຢາເວ."
\v 10 ແລ້ວຊາ​ຟານ​​ອົງ​ຄະ​ລັກໄດ້​ກ່າວ​ຕໍ່​ກ​ະ​ສັດວ່າ, "ຮິນກີຢາ​ມະ​ຫາປະໂລຫິດໄດ້ມອບ​ຫນັງ​ສືແກ່ຂ້າ​ພະ​ອົງ​ຫນຶ່ງ​ເຫລັ້ມ." ແລ້ວ​ຊາ​ຟານ​ກໍ​ໄດ້ອ່ານຖວາຍກະສັດ.
\s5
\v 11 ສິ່ງນີ້ໄດ້ເກີດຂຶ້ນເມື່ອກະສັດໄດ້ຊົງຟັງຖ້ອຍຄຳຂອງຫນັງສືກົດ​ບັນ​ຍັດ, ແລະ ພະ​ອົງ​ກໍໄດ້ຊົງ​ຈີກເສື້ອຜ້າຂອງພະ​ອົງ.
\v 12 ກະສັດໄດ້​ຊົງສັ່ງໃຫ້ປະໂລຫິດຮິນ​ກີ​ຢາ, ແລະອາຮີກຳລູກຊາຍຂອງຊາ​ຟານ, ແລະ ອັກ​ໂບລູກຊາຍຂອງມີ​ກາ​ອີຢາ ແລະ ຊາ​ຟານ, ທີ່​ເປັນ​ອົງ​ຄະ​ລັກ ແລະ ອາ​ສາ​ອີຢາອົງ​ຄະ​ລັກ​ພະ​ອົງ​ເອງ, ກ່າວວ່າ,
\v 13 "ຈົ່ງໄປທູນຖາມພຣະ​ຢາເວເພື່ອ​ຂ້າ​ພະ​ເຈົ້າ, ແລະ ເພື່ອປະຊາຊົນ ແລະ ເພື່ອຢູດາທັງຫມົດ, ກ່ຽວກັບຖ້ອຍຄຳສັບຕ່າງໆໃນຫນັງ​ສືນີ້ທີ່ພົບເຫັນ. ເພາະວ່າຄວາມຄຽດແຄ້ນຂອງພຣະຢາເວເຊິ່ງກຳລັງລຸກຂຶ້ນຕໍ່ສູ້ພວກເຮົາແມ່ນໃຫຍ່ຫລວງຫລາຍ ເພາະວ່າບັນພະບຸຣຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງຫນັງ​ສືນີ້ ທີ່​ຈະ​ເຮັດ​ທຸກສິ່ງຕາມທີ່ຂຽນໄວ້ກ່ຽວກັບພວກເຮົາ."
\s5
\v 14 ດັ່ງນັ້ນ ຮິນ​ກີ​ຢາປະໂລຫິດ, ອາ​ຮີ​ກຳ, ອັກ​ໂບ, ຊາ​ຟານ, ແລະ ອາ​ສາອີ​ຢາຈຶ່ງໄດ້ໄປຫາຮຸນ​ດາ​ຜູ້​ປະ​ກາດ​ພ​ຣະ​ຄັມ, ຍິງຜູ້​ເປັນເມຍຂອງຊານ​ລູມລູກ​ຊາຍ​ຂອງ​ຕິກວາ​ລູກ​ຊາຍ​ຂອງ​ຮາ​ຮັດ, ຜູ້​ເບິ່ງ​ແຍງ​ເສື້ອ​ຜ້າ (ນາງໄດ້ຢູ່ໃນນະ​ຄອນ ເຢຣູຊາເລັມໃນພາກພື້ນທີ່ສອງ), ແລະພວກເຂົາໄດ້ສົນ​ທະ​ນາກັນກັບນາງ.
\v 15 ນາງໄດ້ບອກພວກເຂົາວ່າ, "ນີ້ແຫລະແມ່ນສິ່ງທີ່ພຣະຢາເວພຣະເຈົ້າແຫ່ງອິສະຣາເອນ, ໄດ້ກ່າວວ່າ: 'ຈົ່ງບອກຜູ້ທີ່ໃຊ້ພວກ​ທ່ານມາຫາເຮົາ​ວ່າ,
\v 16 “ນີ້​ແຫລະ​ຄືສິ່ງ​ທີ່​ພ​ຣະ​ຢາເວໄດ້ກ່າວ: ນີ້​ແຫລະ ເຮົາຈະ ນຳເອົາເຫດຮ້າຍມາສູ່ສະຖານທີ່ແຫ່ງນີ້ ແລະ ມາຫາປະຊາຊົນຂອງເມືອງນີ້, ຕາມຖ້ອຍຄຳທັງຫມົດໃນຫນັງ​ສືທີ່ກະສັດຢູດາໄດ້ອ່ານນັ້ນ.
\s5
\v 17 ເພາະວ່າພວກເຂົາໄດ້ປະຖິ້ມເຮົາແລະ ໄດ້ເຜົາເຄື່ອງ​ຫອມ​ຖວາຍພະເຈົ້າອົງອື່ນໆ, ເຊິ່ງເຮັດໃຫ້ເຮົາໃຈຮ້າຍກັບທຸກໆການກະທຳທັງ​ຫມົດທີ່ພວກເຂົາໄດ້ເຮັດ—ດັ່ງນັ້ນ ຄວາມໃຈຮ້າຍຂອງເຮົາຈະສະຫວ່າງໄປສູ່ສະຖານທີ່ແຫ່ງນີ້, ແລະ ຈະບໍ່ສາມາດດັບໄດ້.'"
\v 18 ແຕ່ກະສັດແຫ່ງຢູດາ, ຜູ້ທີ່ຊົງໃຊ້ພວກທ່ານມາຖາມຄວາມປະສົງຂອງພຣະຢາເວ​ນັ້ນ, ຈົ່ງໄປບອກ​ພະ​ອົງວ່າ: "ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນກ່າວໄວ້​ວ່າ: 'ທຸກຖ້ອຍຄຳທີ່ເຈົ້າໄດ້ຍິນ,
\v 19 ເພາະວ່າຫົວໃຈຂອງເຈົ້າອ່ອນ​ນ້ອມ, ແລະ ເຈົ້າຖ່ອມຕົວລົງຕໍ່ພຣະພັກ​ພ​ຣະ​ຢາ​ເວ, ເມື່ອເຈົ້າໄດ້ຍິນຖ້ອຍຄຳເຊິ່ງເຮົາກ່າວໂທດສະຖານທີ່ນີ້ ແລະ ປະຊາຊົນໃນເມືອງນີ້, ເຊິ່ງຈະກາຍເປັນທີ່​ເປົ່າ​ຮ້າງ ແລະ ຖືກສາບແຊ່ງ, ແລະ ເຈົ້າໄດ້ຈີກເຄື່ອງນຸ່ງຂອງເຈົ້າ ແລະ ຮ້ອງໄຫ້ຕໍ່ຫນ້າເຮົາ, ເຮົາ​ເອງກໍໄດ້ຍິນທ່ານເຊັ່ນກັນ-ພຣະຢາເວກ່າວດັ່ງນີ້​ແຫລະ.
\s5
\v 20 ຈົ່ງເບິ່ງເຖີດ, ເຮົາຈະນຳພາເຈົ້າໄປໄວ້ກັບບັນພະບຸຣຸດທັງ​ຫລາຍຂອງເຈົ້າ, ແລະ ເຈົ້າຈະຖືກນຳພາໄປບ່ອນອຸບ​ໂມງຝັງສົບຂອງເຈົ້າດ້ວຍຄວາມສະຫງົບສຸກ. ດວງຕາຂອງເຈົ້າຈະບໍ່ເຫັນຄວາມໂຊກຮ້າຍທັງຫ​ມົດທີ່ເຮົານຳມາສູ່ສະຖານທີ່ນີ້.'"'" "ດັ່ງນັ້ນ ພວກຜູ້ຊາຍທັງ​ຫລາຍກໍໄດ້ນຳເອົາຂ່າວສານນີ້ກັບມາທູນກະສັດ.
\s5
\c 23
\cl ບົດທີ 23
\p
\v 1 ດັ່ງນັ້ນ ກະສັດໄດ້​ຊົງ​ໃຊ້ຜູ້ສົ່ງຂ່າວສານຜູ້​ທີ່​ຮວບ​ຮ​ວມ​ອາ​ວຸດທັງຫມົດຂອງຢູດາ ແລະ ຂອງນະ​ຄອນເຢຣູຊາເລັມໃຫ້ມາເຂົ້າ​ເຝົ້າພະ​ອົງ.
\v 2 ຈາກນັ້ນກະສັດໄດ້ສະ​ເດັດ​ຂຶ້ນໄປທີ່ພຣະ​ວິ​ຫານຂອງພຣະຢາເວ, ແລະພ້ອມດ້ວຍປະຊາຊົນຢູດາທັງ​ຫມົດ ແລະ ຊາວນະ​ຄອນເຢຣູຊາເລັມທັງ​ຫມົດທີ່ຢູ່ກັບພະ​ອົງ, ລວມທັງພວກປະໂລຫິດ, ພວກ​ປະ​ກາດ​ພ​ຣະ​ຄັມ, ແລະ ປະ​ຊາ​ຊົນທັງ​ຫມົດ, ບໍ່ວ່າຈະເປັນຜູ້ເລັກ​ນ້ອຍຫລືຜູ້ໃຫຍ່. ແລ້ວ​ພະ​ອົງ​ໄດ້​ທ່ອງ​ອ່ານ​ຖ້ອຍ​ຄຳທັງ​ຫມົດໃນຫນັງ​ສືພັນທະສັນຍາ ທີ່ເຫັນຢູ່ໃນພ​ຣະ​ວິ​ຫານຂອງພຣະຢາເວ​ໃຫ້​ພວກ​ເຂົາ​ຟັງ.
\s5
\v 3 ກະສັດ​ໄດ້ຢືນຢູ່ຂ້າງເສົາ ແລະ ໄດ້ຊົງເຮັດພັນທະສັນຍາຕໍ່ພຣະພັກ​ພ​ຣະຢາເວ, ວ່າ​ຈ​ະ​ດຳ​ເນີນຕາມພຣະຢາເວ ແລະ ຈະຮັກສາພຣະບັນຍັດ, ຄຳສອນ, ແລະ ກົດຂອງພຣະອົງ, ດ້ວຍສຸດຈິດສຸດໃຈຂອງພ​ະ​ອົງ, ຈະຢືນຢັນຖ້ອຍຄຳຂອງພັນທະສັນຍານີ້ທີ່ຂຽນໄວ້ໃນຫນັງ​ສືນີ້. ດັ່ງນັ້ນ ປະຊາຊົນທັງຫມົດ​ກໍໄດ້ເຂົ້າຮ່ວມໃນພັນທະສັນຍານັ້ນ.
\s5
\v 4 ກະສັດໄດ້ສັ່ງໃຫ້ຮິນ​ກີ​ຢາປະໂລຫິດໃຫຍ່, ແລະ ພວກປະໂລຫິດທີ່ຮອງ​ລົງມາ, ແລະ ຜູ້ເຝົ້າປະຕູໃຫ້ນຳເຄື່ອງໃຊ້ທັງ​ຫມົດທີ່ເຮັດຂຶ້ນສຳລັບພະບາອານ ສຳ​ລັບ​ພະ​ອາ​ເຊ​ຣາ ແລະ ສຳລັບດວງ​ດາວຂອງ​ທ້ອງ​ຟ້າ​ທັງ​ຫມົດ. ທີ່ອອກມາຈາກພ​ຣະວິຫານຂອງພຣະຢາເວ, ພ​ະ​ອົງ​ກໍໄດ້ເຜົາຜານໄປຢູ່ນອກນະ​ຄອນເຢຣູຊາເລັມໃນເຂດທົ່ງນາແຫ່ງ​ຮ່ອມພູ​ເຂົາກິດໂຣນ ແລະ ໄດ້ຊົງເອົາຂີ້ເຖົ່າຂອງມັນໄປທີ່ເມືອງເບັດເອນ.
\v 5 ພະ​ອົງໄດ້ຊ​ົງກຳ​ຈັດ​ພວກ​ນັກ​ບວດ​ຂອງຮູບເຄົາ​ຣົບ ຜູ້ທີ່ບັນ​ດາກະສັດແຫ່ງຢູດາໄດ້ແຕ່ງຕັ້ງໃຫ້ເຜົາເຄື່ອງຫອມຢູ່ສະຖານສູງ ໃນເມືອງຕ່າງໆຂອງຢູດາ ແລະ ທົ່ວໆ​ນະ​ຄອນເຢຣູຊາເລັມ-ລວມທັງຄົນ​ເຫລົ່າ​ນັ້ນທີ່ຈູດເຄື່ອງ​ຫອມ​ຖວາຍພະບາອານ, ຖວາຍດວງອາທິດ, ດວງຈັນ, ດາວເຄາະ, ແລະ ຫມູ່ດາວທັງ​ຫມົດຂອງທ້ອງ​ຟ້າ.
\s5
\v 6 ພະ​ອົງໄດ້​ຊົງນຳເອົາພະອາເຊຣາອອກຈາກພຣະວິຫານຂອງພຣະຢາເວ, ໄປທີ່ຮ່ອມພູກິດ​ໂຣນ ພາຍນອກນະ​ຄອນ ເຢຣູຊາເລັມ ແລະ ໄດ້ຊົງເຜົາທີ່ນັ້ນ. ພະອົງໄດ້ຊົງທຸບໃຫ້ເປັນຂີ້ຝຸ່ນ ແລະ ໂຍນຜົງ​ຂີ້​ຝຸ່ນ​ນັ້ນລົງໃນຂຸມຝັງສົບຂອງຄົນທົ່ວໄປ.
\v 7 ພະອົງໄດ້ຊົງ​ມ້າງ​ທີ່​ຢູ່​ອາ​ສັຍຂອງຍິງໂສເພນີໃນພິທີທາງສາສະນາ ເຊິ່ງ​ຢູ່ໃນພ​ຣະ​ວິ​ຫານຂອງພຣະຢາເວ, ທີ່ຜູ້ຍິງໄດ້ຫຍິບເສື້ອຜ້າສຳລັບພະອາເຊຣາ.
\s5
\v 8 ໂຢຊີຢາໄດ້ຊົງໃຫ້​ນັກບວດທັງ​ຫມົດ​ອອກຈາກເມືອງຕ່າງໆຂອງຢູດາ ແລະ ໄດ້​ຊົງເຮັດໃຫ້ສະຖານທີ່ສູງຄືບ່ອນທີ່ນັກບວດໄດ້ຈູດເຄື່ອງ​ຫອມ​ເສຍ​ຄວາມ​ສັກ​ສິດ, ຕັ້ງ​ແຕ່​ເມືອງ​ເກ​ບາເຖິງເບ​ເອນ​ເຊ​ບາ. ແລະ ພະ​ອົງໄດ້ທຳລາຍສະຖານທີ່ສູງຂອງປະຕູເຊິ່ງຢູ່ທາງເຂົ້າປະຕູຂອງໂຢຊວຍ (ເຈົ້າເມືອງ), ທີ່ຢູ່ເບື້ອງຊ້າຍມືທີ່ປະຕູເມືອງ.
\v 9 ເຖິງແມ່ນວ່າບັນ​ດານັກບວດທຸກແຫ່ງ​ສະຖານສູງບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດຫນ້າທີ່ຢູ່ທີ່ແທ່ນບູຊາຂອງພຣະຢາເວໃນນະ​ຄອນ ເຢຣູຊາເລັມ, ແຕ່ພວກເຂົາທັງ​ຫລາຍ​ໄດ້ກິນເຂົ້າຈີ່ບໍ່ມີເຊື້ອ ໃນບັນດາພ​ວກອ້າຍນ້ອງຂອງພວກເຂົາເອງ.
\s5
\v 10 ໂຢ​ຊີຢາ​ໄດ້​ຊົງ​ເຮັດ​ໃຫ້ໂຕ​ເຟັດ, ໃນຮ່ອມພູຮິນ​ໂນມເປັນ​ມົນ​ທິນ, ເພື່ອວ່າຈະບໍ່ມີຜູ້ໃດເຜົາລູກຊາຍ ຫລື ລູກສາວຂອງຕົນໃຫ້ເປັນເຄື່ອງບູຊາຕໍ່​ພະໂມເລັກ.
\v 11 ພະ​ອົງໄດ້ ຊົງກຳຈັດພວກມ້າທີ່ບັນດາກະສັດແຫ່ງຢູດາໄດ້ຖວາຍ​ແກ່ດວງຕາເວັນ. ທີ່ຢູ່ໃນ​ບໍ​ຣິ​ເວນທາງເຂົ້າພ​ຣະ​ວິ​ຫານຂອງພຣະຢາເວ, ໃກ້ກັບຫ້ອງນາ​ທານ​ເມ​ເລັກ, ຂ້າ​ຣາ​ຊະ​ການ​ຄົນ​ຫນຶ່ງ. ໂຢຊິຢາໄດ້ຊົງຈູດຣົດ​ມ້າຂອງດວງອາທິດ.
\s5
\v 12 ກະສັດໂຢຊີຢາໄດ້ທຳລາຍແທ່ນບູຊາເທິງຫລັງຄາຫ້ອງຊັ້ນເທິງຂອງອາຮາດ, ເຊິ່ງບັນ​ດາກະສັດຂອງຢູດາໄດ້ສ້າງຂຶ້ນ, ແລະ ແທ່ນບູຊາທີ່ມານາເຊໄດ້ສ້າງຂຶ້ນໃນເດີ່ນທັງສອງຂອງພ​ຣະວິຫານຂອງພຣະຢາເວ, ໂຢ​ຊີ​ຢາ​ໄດ້​ຊົງ​ທຸບ​ມ້າງສິ່ງເຫລົ່ານັ້ນເປັນປ່ຽງໆ ແລະ ໂຍນມັນ​ຖິ້ມໄປໃນຮ່ອມພູກິດ​ໂຮນ.
\v 13 ກະສັດໄດ້ທຳລາຍສະຖານທີ່ສູງເຊິ່ງທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ຢູ່ທາງທິດໃຕ້ຂອງພູເຂົາແຫ່ງການຊົ່ວ​ຊ້າ​ນັ້ນເສຍ​ຄວາມ​ບໍ​ຣິ​ສຸດ ທີ່ຊາໂລໂມນກະສັດແຫ່ງອິສະຣາເອນໄດ້ສ້າງໄວ້ສຳລັບພະອັດ​ສະ​ຕາກ​, ເປັນຮູບບູຊາສິ່ງທີ່ຫນ້າ​ລັງ​ກຽດ​ຂອງຊາວຊີໂດນ; ແລະ ສຳລັບພະເຄ​ໂມດ, ເປັນ​ຮູບ​ເຄົາ​ຣົບສິ່ງທີ່ຫນ້າລັງກຽດຂອງຊາວໂມອາບ; ແລະ ສຳລັບພະມິນກົມ, ເປັນຮູບ​ເຄົາ​ຣົບ​ທີ່​ຫນ້າ​ລັງກຽດຂອງຊາວອຳໂມນ.
\v 14 ພະ​ອົງ​ໄດ້​ທຸບ​ເສົາທີ່ສັກສິດອອກເປັນປ່ຽງໆ ແລະ ໂຄ່ນ​ບັນ​ດາເສົາທັງຂອງອາເຊຣາລົງແລ້ວກໍເອົາບັນ​ດາກະດູກຂອງມະນຸດຖົມ​ໃສ່ທີ່ນັ້ນ.
\s5
\v 15 ໂຢຊີຢາໄດ້ທຳລາຍແທ່ນບູຊາທີ່ເບັດ​ເອນກັບສະຖານທີ່ສູງເຊິ່ງໄດ້​ຊົງຕັ້ງຂຶ້ນໂດຍເຢ​ໂຣ​ໂບ​ອາມລູກຊາຍຂອງເນບັດ (ຜູ້​ໄດ້​ນຳອິສະຣາເອນໃຫ້ເຮັດບາບ) ພະ​ອົງໄດ້ຊົງເຜົາແທ່ນບູຊາກັບສະ​ຖານ​ທີ່ສູງນັ້ນ​ລົງ. ແລະໄດ້ເຜົາສະ​ຖານ​ທີ່ສູງນັ້ນ​ແລ້ວບົດໃຫ້ເປັນຝຸ່ນ. ພະ​ອົງຍັງໄດ້ເຜົາເສົາອາເຊຣາດ້ວຍ.
\v 16 ໃນຂະນະທີ່ໂຢຊີຢາໄດ້ສັງ​ເກດ​ໄປ​ອ້ອມໆບໍລິເວນນັ້ນ, ພະ​ອົງໄດ້ສັງເກດເຫັນຫລຸມຝັງ​ສົບທີ່ຢູ່ຂ້າງພູເຂົາ. ພະ​ອົງໄດ້ສົ່ງຄົນໃຫ້ໄປເອົາບັນ​ດາກະດູກອອກຈາກຫລຸມຝັງສົບ; ແລະ ພະ​ອົງ​ໄດ້ເຜົາເທິງແທ່ນບູຊາ, ເພື່ອເຮັດໃຫ້ຄວາມສັກ​ສິດເສຍຫາຍ. ຕາມຖ້ອຍຄຳຂອງອົງພຣະຢາເວເຊິ່ງຄົນຂອງພຣະເຈົ້າໄດ້ກ່າວໄວ້, ຄົນທີ່ເຄີຍກ່າວເຖິງສິ່ງເຫລົ່ານີ້ໄວ້ກ່ອນແລ້ວ.
\s5
\v 17 ແລ້ວ​ພະ​ອົງກ່າວວ່າ, "ນັ້ນແມ່ນອູບໂມງຝັງສົບຂອງໃຜທີ່ເຮົາຫລຽວເຫັນ?" ພວກຄົນໃນເມືອງນັ້ນ​ກໍ​ໄດ້ເວົ້າກັບພ​ະ​ອົງວ່າ, "ເປັນບ່ອນຝັງສົບຂອງປະຊາຊົນຂອງພຣະເຈົ້າ ຜູ້ທີ່ມາຈາກຢູດາ ແລະ ເວົ້າເຖິງສິ່ງເຫລົ່ານີ້ ເຊິ່ງພ​ະ​ອົງຫາກໍໄດ້​ຊົງເຮັດແທ່ນບູຊາທີ່ເບັດ​ເອນ​.”
\v 18 ດັ່ງນັ້ນ ໂຢຊີຢາໄດ້ກ່າວວ່າ, "ໃຫ້ລາວຢູ່ທີ່ນັ້ນເຖີດ. ຢ່າປ່ອຍໃຫ້ຜູ້ໃດຍ້າຍກະດູກຂອງລາວໄປ.” ພວກ​ເຂົາ​ທັງ​ຫລາຍ​ຈຶ່ງ​ປະ​ກະ​ດູກ​ຂອງ​ລາວ​ໄວ້​ຢ່າງ​ນັ້ນ, ພ້ອມກັບກະດູກຂອງຜູ້ປະ​ກາດ​ພ​ຣະ​ຄັມ ຜູ້ອອກມາຈາກເມືອງຊາມາເຣຍ.
\s5
\v 19 ແລ້ວໂຢຊີຢາໄດ້ຊົງຍ້າຍບັນດາສາລາທັງຫມົດຂອງສະຖານສູງທີ່ຢູ່ໃນເມືອງຕ່າງໆຂອງຊາມາເຣຍ, ຊຶ່ງບັນດາກະສັດແຫ່ງອິສະຣາເອນໄດ້ຊົງສ້າງໄວ້, ແລະເປັນການເຮັດໃຫ້ພຣະຢາເວໂກດຮ້າຍ. ພະອົງໄດ້ຊົງເຮັດຕໍ່ສິ່ງເຫລົ່ານັ້ນເຫມືອນທຸກຢ່າງທີ່ໄດ້ຊົງເຮັດທີ່ເບັດເອນ
\v 20 ພະອົງໄດ້ຂ້ານັກບວດແຫ່ງສະຖານສູງທັງຫມົດເທິງແທ່ນບູຊາ ແລະໄດ້ຊົງເຜົາກະດູກຄົນເທິງແທ່ນເຫລົ່ານັ້ນ ແລ້ວພະອົງກໍໄດ້ກັບຄືນໄປກຸງເຢຣູຊາເລັມ.
\s5
\v 21 ຈາກນັ້ນກະສັດໄດ້ອອກ ຄຳ ສັ່ງໃຫ້ປະຊາຊົນ, ທັງຫມົດ ວ່າ“ ຈົ່ງຖືເທສະການປັສະຄາຖວາຍແດ່ ພຣະຢາເວພຣະເຈົ້າ, ຂອງພວກເຈົ້າ. ດັ່ງທີ່ມີຂຽນໄວ້ໃນປື້ມບັນທຶກຂອງພັນທະສັນຍານີ້.”
\v 22 ເພາະວ່າການສະຫລອງເທສະການປັສະຄາເຊັ່ນນີ້ບໍ່ໄດ້ຖືກັນມາຕັ້ງແຕ່ສມັຍຂອງຜູ້ພິພາກສາທີ່ໄດ້ປົກຄອງອິສະຣາເອນ. ບໍ່ເຄີຍມີໃນສມັຍ ບັນດາກະສັດແຫ່ງອິສະຣາເອນ, ແລະກະສັດແຫ່ງຢູດາ.
\v 23 ແຕ່ໃນປີທີສິບແປດແຫ່ງການປົກຄອງຂອງກະສັດໂຢຊີຢາ ມີການສະຫລອງເທສະການ ປັສະຄາຂອງພຣະຢາເວ ຢ່າງນີ້ໃນກຸງເຢຣູຊາເລັມ.
\s5
\v 24 ໂຢຊີຢາ ຍັງໄດ້ລົບລ້າງຜູ້ທີ່ເວົ້າລົມກັບຄົນຕາຍ, ຫລືຜີ. ລາວຍັງໄດ້ຊົງກຳຈັດ ບັນດາເຄື່ອງລາງ, ຮູບປັ້ນເຄົາຣົບ, ແລະສິ່ງຫນ້າກຽດຫນ້າຊັງທັງຫມົດ ຊຶ່ງເຫັນກັນຢູ່ໃນແຜ່ນດິນຢູດາແລະເຢຣູຊາເລັມ, ເພື່ອຊົງຢັ້ງຢືນ ຖ້ອຍຄຳ ຂອງກົດບັນຍັດເຊິ່ງມີຂຽນໄວ້ໃນປຶ້ມທີ່ປະໂລຫິດ ຮິນກີຢາ ໄດ້ເຫັນໃນພຣະວິຫານຂອງພຣະຢາເວ.
\v 25 ກ່ອນໂຢຊີຢາ, ກໍບໍ່ມີກະສັດອົງໃດຄືກັບລາວ. ຜູ້ໄດ້ຫັນກັບມາຫາພຣະຢາເວ ດ້ວຍສຸດຈິດ, ສຸດໃຈ, ແລະ ດ້ວຍສຸດກຳລັງຂອງລາວ, ຜູ້ທີ່ໄດ້ເຮັດຕາມກົດບັນຍັດທັງຫມົດ ຂອງໂມເຊ, ຫລັງຈາກໂຢຊີຢາກໍບໍ່ມີກະສັດອົງໃດຂຶ້ນມາຄືພະອົງ.
\s5
\v 26 ເຖິງຢ່າງໃດກໍ່ຕາມ, ພຣະຢາເວ ກໍບໍ່ໄດ້ຫັນຈາກຄວາມໂກດຮ້າຍອັນແຮງກ້າຂອງພຣະອົງ,. ເຊິ່ງໄດ້ລຸກຂຶ້ນຕໍ່ຢູດາ ຍ້ອນການນະມັສະການພະຂອງຄົນຕ່າງຊາດທີ່ມານາເຊໄດ້ເຮັດໃຫ້ພຣະອົງໂກດຮ້າຍ.
\v 27 ດັ່ງນັ້ນພຣະຢາເວໄດ້ກ່າວວ່າ, "ເຮົາຈະເຮັດໃຫ້ຢູດາອອກໄປໃຫ້ພົ້ນສາຍຕາຂອງເຮົາດ້ວຍ, ຄືກັບທີ່ເຮົາໄດ້ເຮັດກັບອິສະຣາເອນ ແລະເຮົາຈະຂັບໄລ່ເມືອງນີ້ທີ່ເຮົາໄດ້ເລືອກອອກໄປເສຍ, ຄືກຸງເຢຣູຊາເລັມ, ແລະພຣະວິຫານ ເຊິ່ງເຮົາໄດ້ເວົ້າວ່າ 'ນາມຂອງເຮົາຈະຢູ່ທີ່ນັ້ນ.'"
\s5
\v 28 ສ່ວນພະຣາຊກິດ ອື່ນໆຂອງໂຢຊີຢາ, ແລະທຸກສິ່ງທີ່ໄດ້ຊົງກະທຳ, ໄດ້ບັນທຶກໄວ້ໃນປຶ້ມປະຫວັດສາດຂອງກະສັດຢູດາບໍ່ແມ່ນບໍ?
\v 29 ໃນສມັຍ, ຂອງພະອົງຟາຣາໂອ ເນໂກ, ກະສັດຂອງປະເທດເອຢິບ, ໄດ້ຍົກທັບສູ້ກັບກະສັດອັດຊີເຣຍຢູ່ທີ່ແມ່ນ້ຳເອີຟຣັດ, ກະສັດ ໂຢຊີຢາໄດ້ໄປພົບກັບ ເນໂກ ໃນຢູ່ສະຫນາມຮົບ, ແລະ ເນໂກໄດ້ຂ້າພະອົງໃນ ເມືອງເມກິດໂດ.
\v 30 ພວກຂ້າຣາຊການຂອງໂຢຊີຢາໄດ້ ນຳ ສົບໃສ່ຣົດມ້າເສິກຈາກເມກິດໂດ, ເອົາໄປຍັງກຸງເຢຣູຊາເລັມ, ແລະໄດ້ຝັງພະອົງໄວ້ໃນບ່ອນຝັງສົບຂອງພະອົງເອງ. ແລະປະຊາຊົນໃນແຜ່ນດິນນັ້ນໄດ້ ນຳ ເອົາເຢໂຮອາຮາດລູກຊາຍຂອງ ໂຢຊີຢາ, ມາແລະຊົງແຕ່ງຕັ້ງລາວ, ແລະໄດ້ແຕ່ງຕັ້ງໃຫ້ເປັນກະສັດແທນພໍ່ຂອງຕົນ.
\s5
\v 31 ເຢໂຮອາຮາດ ມີອາຍຸໄດ້ຊາວສາມປີໃນເວລາທີ່ລາວໄດ້ຂຶ້ນຄອງຣາຊ, ແລະລາວໄດ້ຊົງປົກຄອງໃນກຸງເຢຣູຊາເລັມ. ໄດ້ສາມເດືອນ. ແມ່ຂອງລາວຊື່ວ່າ ຮາມູຕານ, ນາງເປັນລູກສາວຂອງເຢເຣມີຢາ ຊາວລີບນາ.
\v 32 ເຢໂຮອາຮາດໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຕາມທຸກສິ່ງທີ່ບັນພະບຸຣຸດຂອງພະອົງໄດ້ກະທຳ.
\v 33 ຟາຣາໂອ ເນໂກໄດ້ຈັບພະອົງຂັງໄວ້ທີ່ ຣິບລາ ໃນເມືອງ ຮາມັດ,. ເພື່ອບໍ່ໃຫ້ພະອົງປົກຄອງຢູ່ໃນເມືອງເຢຣູຊາເລັມ, ແລ້ວ ເນໂກໄດ້ປັບຢູດາດ້ວຍເງິນຫນຶ່ງຮ້ອຍຕະລັນ. ແລະທອງ ຄຳຫນຶ່ງຕະລັນ
\s5
\v 34 ຟາຣາໂອເນໂກໄດ້ແຕ່ງຕັ້ງ ເອລີອາກິມ ລູກຊາຍຂອງ ໂຢຊີຢາ ໃຫ້ເປັນກະສັດແທນໂຢຊີຢາບິດາຂອງພະອົງ, ແລະໄດ້ປ່ຽນຊື່ເປັນ ເຢໂຮຍອາກິມ. ແຕ່ພະອົງໄດ້ຊົງພາ ເຢໂຮອາຮາດໄປປະເທດອີຢີບ, ແລະ ເຢໂຮອາຮາດໄດ້ຕາຍຢູ່ທີ່ນັ້ນ.
\v 35 ເຢໂຮຍອາກິມ ໄດ້ຈ່າຍເງິນແລະ ຄຳ ໃຫ້ຟາຣາໂອ. ຕາມ ຄຳ ສັ່ງຂອງຟາຣາໂອ, ເຢໂຮຍອາກິມໄດ້ ເກັບພາສີທີ່ດິນ ແລະບັງຄັບປະຊາຊົນ ແຕ່ລະຄົນຂອງແຜ່ນດິນໃຫ້ເງິນແລະທອງຄຳມາຖວາຍໃຫ້ພະອົງ ຕາມການປະເມີນຂອງພວກເຂົາ.
\s5
\v 36 ເຢໂຮຍອາກິມໄດ້ຊົງ ມີອາຍຸຊາວຫ້າປີ. ໃນເວລາທີ່ພະອົງໄດ້ຂຶ້ນຄອງບັນລັງ, ແລະພະອົງໄດ້ປົກຄອງຢູ່ໃນກຸງເຢຣູຊາເລັມ. ສິບເອັດປີ ແມ່ຂອງພະອົງຊື່ວ່າ ເຊບີດາ, ນາງເປັນລູກສາວຂອງ ເປດາອີຢາ ຈາກເມືອງ ຣູມາ.
\v 37 ເຢໂຮຍອາກິມ ໄດ້ເຮັດຄວາມຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຕາມທຸກສິ່ງທີ່ບັນພະບຸຣຸດຂອງພະອົງໄດ້ຊົງກະທຳ.
\s5
\c 24
\cl ບົດທີ 24
\p
\v 1 ໃນລະຫວ່າງການປົກຄອງຂອງກະສັດເຢໂຮຢາກິມ, ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ໂຈມຕີຢູດາ; ເຢໂຮຍອາກິມໄດ້ກາຍເປັນຜູ້ຮັບໃຊ້ຂອງພະອົງ ເປັນເວລາສາມປີ. ຈາກນັ້ນ ເຢໂຮຍອາກິມກໍ ໄດ້ກັບເປັນກະບົດຕໍ່ເນບູກາດເນັດຊາ.
\v 2 ພຣະຢາເວໄດ້ຊົງໃຊ້ຊາວເຄເດຍ, ຊາວອາຣາມ, ຊາວໂມອາບ, ແລະຊາວອຳໂມນ, ມາຕໍ່ສູ້ກັບເຢໂຮຍອາກິມ. ພຣະອົງໄດ້ຊົງໃຊ້ພວກເຂົາທັງຫລາຍໄປຕໍ່ສູ້ຢູດາ ເພື່ອຈະທຳລາຍເສຍ. ສິ່ງເຫລົ່ານີ້ໄດ້ເກີດຂຶ້ນຕາມຖ້ອຍຄຳຂອງພຣະຢາເວ ທີ່ໄດ້ກ່າວຜ່ານທາງບັນດາຜູ້ທຳນວາຍ, ຜູ້ຮັບໃຊ້ຂອງພຣະອົງ.
\s5
\v 3 ແທ້ຈິງແລ້ວສິ່ງນີ້ໄດ້ເກີດຂຶ້ນກັບຢູດາ, ຕາມຄຳເວົ້າຂອງພຣະຢາເວ ເພື່ອຈະໃຫ້ພວກເຂົາອອກໄປໃຫ້ພົ້ນຈາກສາຍຕາຂອງພຣະອົງ, ເພາະບາບທັງຫລາຍຂອງມານາເຊ, ທຸກຢ່າງທີ່ພຣະອົງໄດ້ຊົງກະທຳ,
\v 4 ແລະສະເພາະເລືອດທີ່ບໍ່ມີຄວາມຜິດ, ຊຶ່ງພະອົງໄດ້ເຮັດໃຫ້ໄຫລອອກນັ້ນດ້ວຍ ເພາະພະອົງໄດ້ເຮັດໃຫ້ເມືອງເຢຣູຊາເລັມເຕັມໄປດ້ວຍເລືອດທີ່ບໍ່ມີຄວາມຜິດ. ພຣະຢາເວບໍ່ຊົງປະສົງທີ່ຈະໃຫ້ອະພັຍ.
\s5
\v 5 ສ່ວນພະຣາຊກິດອື່ນໆ ຂອງເຢໂຮຍອາກິມ, ແລະທຸກສິ່ງທີ່ພະອົງໄດ້ກະທຳ, ບັນທຶກໄວ້ໃນປື້ມປະຫວັດສາດຂອງກະສັດຢູດາບໍ່ແມ່ນບໍ?
\v 6 ເຢໂຮຍອາກິມໄດ້ຊົງລ່ວງລັບໄປຢູ່ກັບບັນພະບຸຣຸດ, ແລະ ເຢໂຮຢາກິນລູກຊາຍຂອງພະອົງ ໄດ້ຂຶ້ນເປັນກະສັດແທນ.
\s5
\v 7 ກະສັດແຫ່ງເອຢີບບໍ່ໄດ້ຊົງຍົກທັບມາໂຈມຕີຈາກແຜ່ນດິນຂອງພະອົງອີກຕໍ່ໄປ. ເພາະວ່າກະສັດແຫ່ງບາບີໂລນໄດ້ຢຶດເອົາດິນແດນທັງຫມົດ ຊຶ່ງຄວບຄຸມໂດຍກະສັດຂອງປະເທດເອຢິບຕັ້ງແຕ່ຈາກແຄມຝັ່ງເອຢິບໄປຫາແມ່ນໍ້າ ເອີຟຣັດ.
\s5
\v 8 ເຢໂຮຍອາກິນ ມີອາຍຸໄດ້ສິບແປດປີເມື່ອລາວໄດ້ຄອງຣາຊ; ພະອົງໄດ້ປົກຄອງຢູ່ກຸງເຢຣູຊາເລັມສາມເດືອນ. ແມ່ຂອງພະອົງຊື່ວ່າ ເນຮູຊະຕາ. ນາງເປັນລູກສາວຂອງເອນນາທານ, ຄົນໃນເມືອງເຢຣູຊາເລັມ.
\v 9 ລາວໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ. ພະອົງໄດ້ເຮັດທຸກສິ່ງທີ່ບິດາຂອງພະອົງໄດ້ກະທຳ.
\s5
\v 10 ໃນເວລານັ້ນກອງທັບກອງທັບຂອງເນບຸດກາເນັດຊາກະສັດແຫ່ງບາບີໂລນ ໄດ້ຍົກທັບຂຶ້ນມາໂຈມຕີກຸງເຢລູຊາແລັມ ແລະໄດ້ລ້ອມກຸງໄວ້.
\v 11 ເນບູກາດເນັດຊາ ກະສັດແຫ່ງບາບີໂລນ ໄດ້ມາທີ່ເມືອງນັ້ນ ຂະນະທີ່ພວກທະຫານຂອງພະອົງຍັງລ້ອມເມືອງນັ້ນຢູ່,
\v 12 ແລະເຢໂຮຍອາກິມ ກະສັດແຫ່ງຢູດາ ໄດ້ຊົງອອກໄປຫາກະສັດແຫ່ງບາບີໂລນ, ທັງຕົວພະອົງ, ພ້ອມກັບແມ່, ພວກນາຍທະຫານ, ພວກເຈົ້າເມືອງ, ແລະພວກຂ້າຣາຊການປະຈຳວັງຂອງພະອົງ. ກະສັດແຫ່ງບາບີໂລນໄດ້ຈັບພະອົງເປັນຊະເລີຍໃນປີທີແປດແຫ່ງການຄອງຣາຊຂອງພະອົງ.
\s5
\v 13 ເນບູກາດເນັດຊາ ໄດ້ຊົງຂົນເອົາສິ່ງທີ່ມີຄ່າໃນພຣະວິຫານຂອງພຣະຢາເວທັງຫມົດ, ແລະຊັບສົມບັດໃນພະຣາຊະວັງຂອງກະສັດ. ພະອົງໄດ້ຕັດເຄື່ອງໃຊ້ທອງຄຳ ທີ່ກະສັດໂຊໂລໂມນ ແຫ່ງອິສະຣາເອນໄດ້ສ້າງຂຶ້ນໃນພຣະວິຫານຂອງພຣະຢາເວ, ອອກເປັນທ່ອນ ໆດັ່ງທີ່ພຣະຢາເວໄດ້ກ່າວໄວ້ກ່ອນແລ້ວວ່າຈະເກີດຂຶ້ນ.
\v 14 ພະອົງໄດ້ຊົງຈັບເອົາຊະເລີຍທັງຫມົດ ຂອງເຢຣູຊາເລັມໄປ, ຄືຜູ້ນຳທຸກຄົນ, ນັກຮົບທຸກຄົນ, ເປັນຊະເລີຍສິບພັນຄົນ. ລວມທັງຊ່າງຫັຖະ ກຳ ແລະຊ່າງສີມືທຸກຄົນ ບໍ່ມີຜູ້ໃດເລີຍນອກຈາກປະຊາຊົນໃນທີ່ດິນທີ່ທຸກຍາກທີ່ສຸດ.
\s5
\v 15 ເນບູກາດເນັດຊາ ໄດ້ຊົງນຳເຢໂຮຍອາກິມໄປເປັນຊະເລີຍໃນບາບີໂລນ, ລວມທັງແມ່ຂອງກະສັດ, ບັນດາມະເຫສີ, ຂ້າຣາຊສຳນັກຂອງພະອົງ, ແລະຫົວຫນ້າຂອງແຜ່ນດິນເຊັ່ນກັນ. ພະອົງໄດ້ ນຳ ພວກເຂົາຈາກກຸງເຢຣູຊາເລັມໄປບາບີໂລນເພື່ອເປັນຊະເລີຍ.
\v 16 ນັກຮົບທັງຫມົດ, ເຈັດພັນຄົນ ຊ່າງຝີມື, ແລະຊ່າງແກະສະຫລັກ, ຈຳນວນຫນຶ່ງພັນຄົນ ແລະທຸກຄົນເຫມາະ ສົມກັບການສູ້ຮົບ ກະສັດແຫ່ງບາບີໂລນໄດ້ ນຳ ເອົາຄົນເຫລົ່ານີ້ໄປສູ່ບາບີໂລນໃນການເປັນຊະເລີຍ.
\v 17 ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງທ່ານ ມັດຕານີຢາ, ບັນພະບຸຣຸດຂອງເຢໂຮຍອາກິນຂຶ້ນເປັນກະສັດແທນພະອົງ, ແລະໄດ້ປ່ຽນຊື່ເປັນເຊເດກີຢາ.
\s5
\v 18 ເຊເດກີຢາມີອາຍຸໄດ້ ຊາວເອັດປີ ເມື່ອພະອົງໄດ້ຊົງຄອງຣາຊ; ພະອົງໄດ້ປົກຄອງໃນກຸງເຢຣູຊາເລັມ. ແມ່ຂອງພະອົງຊື່ວ່າຮາມູຕານ; ນາງເປັນລູກສາວ ຂອງເຢລີມີຢາ ຊາວລິບນາ.
\v 19 ພະອົງຊົງໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ; ພະອົງໄດ້ຊົງເຮັດທຸກຢ່າງຕາມທີ່ເຢໂຮຍອາກິມໄດ້ເຮັດ.
\v 20 ເພາະຄວາມໂກດຮ້າຍຂອງພຣະຢາເວ, ສິ່ງເຫລົ່ານີ້ທັງປວງຈຶ່ງໄດເກີດຂຶ້ນຕໍ່ເຢຣູຊາເລັມແລະຢູດາ, ຈົນເຖິງພຣະອົງໄດ້ຊົງຂັບໄລ່ທັງສອງໄປໃຫ້ພົ້ນຫນ້າຂອງພຣະອົງ. ແລ້ວເຊເດກີຢາ ກໍໄດ້ຊົງກະບົດຕໍ່ບາບີໂລນ.
\s5
\c 25
\cl ບົດທີ 25
\p
\v 1 ເຫດການນີ້ເກີດຂຶ້ນໃນປີທີເກົ້າຂອງການປົກຄອງຂອງກະສັດເຊເດກີຢາ, ໃນເດືອນທີສິບ, ແລະໃນມື້ທີສິບ, ເນບູກາດເນັດຊາກະສັດແຫ່ງບາບີໂລນໄດ້ຊົງຍົກກອງທັບທັງຫມົດ ຂອງພະອົງໄປໂຈມຕີເມືອງເຢຣູຊາເລັມ. ພະອົງໄດ້ຕັ້ງຄ້າຍພັກຢູ່ທາງກົງກັນຂ້ວາມ, ແລະພວກເຂົາກໍ່ສ້າງ ກຳ ແພງອ້ອມມັນອີກ.
\v 2 ດັ່ງນັ້ນເມືອງນັ້ນຈຶ່ງຖືກລ້ອມຈົນຮອດປີທີສິບເອັດຂອງກະສັດເຊເດກີຢາ.
\v 3 ໃນວັນທີເກົ້າຂອງເດືອນທີສີ່ໃນປີນັ້ນ ໃນເມືອງນັ້ນມີຄວາມອຶດຢາກຮຸນແຮງ. ບໍ່ມີອາຫານ ສຳ ລັບປະຊາຊົນໃນແຜ່ນດິນ.
\s5
\v 4 ຈາກນັ້ນເມືອງກໍ່ແຕກສະຫລາຍ. ແລະທະຫານທັງຫມົດ ໄດ້ຫນີອອກໄປໃນຕອນກາງຄືນຜ່ານປະຕູເມືອງໃນລະຫວ່າງກຳແພງທັງສອງດ້ານ, ທີ່ຢູ່ຂ້າງສວນຂອງກະສັດ, ເຖິງແມ່ນວ່າຊາວເຄເດຍຈະຢູ່ອ້ອມຮອບເມືອງ, ກະສັດໄດ້ອອກໄປຜ່ານທະເລຊາຍ ອາຣາບາ.
\v 5 ແຕ່ກອງທັບຂອງຊາວເຄເດຍໄດ້ໄລ່ຕາມກະສັດເຊເດກີຢາ. ແລະໄດ້ມາພົບລາວໃນເຂດທົ່ງພຽງແມ່ນ້ຳຈໍແດນໃກ້ກັບເມືອງ ເຢຣີໂກ. ກອງທັບທັງຫມົດຂອງພະອົງກໍກະຈັດກະຈາຍໄປຈາກລາວ.
\s5
\v 6 ດັ່ງນັ້ນພວກເຂົາຈຶ່ງຈັບກະສັດ ແລະໄດ້ພາລາວໄປຫາກະສັດແຫ່ງບາບີໂລນທີ່ ເມືອງຣິບລາ, ບ່ອນທີ່ພວກເຂົາລົງໂທດພະອົງ.
\v 7 ສຳ ລັບລູກຊາຍທຸກຄົນຂອງເຊເດກີຢາ, ພວກເຂົາຖືກຂ້າຕໍ່ ຫນ້າ ຂອງພະອົງ. ຫລັງຈາກນັ້ນ, ເຂົາໄດ້ຄວັກຕາຂອງເຊເດກີຢາອອກ ຕີສາຍໂສ້ທອງເຫລືອງ ແລະໄດ້ພາລາວໄປບາບີໂລນ
\s5
\v 8 ບັດນີ້, ໃນມື້ທີເຈັດ, ເດືອນທີຫ້າ, ຊຶ່ງເປັນປີທີເກົ້າ, ແຫ່ງການປົກຄອງຂອງກະສັດເນບູກາດເນັດຊາກະສັດແຫ່ງບາບີໂລນ, ເນບູກາດເນັດຊາ, ເຊິ່ງເປັນຜູ້ປົກຄອງຂອງກະສັດແຫ່ງບາບີໂລນ ແລະເປັນຜູ້ບັນຊາການທະຫານຜູ້ຮັກສາພະອົງ ມາຮອດກຸງເຢຣູຊາເລັມ.
\v 9 ພວກເຂົາໄດ້ເຜົາພຣະວິຫານຂອງພຣະຢາເວ, ຣາຊະວັງຂອງກະສັດ, ແລະບ້ານເຮືອນທັງຫມົດ ຂອງເຢຣູຊາເລັມ; ເຂົາຍັງໄດ້ເຜົາທຳລາຍອາຄານສຳຄັນທັງຫມົດໃນເມືອງ.
\v 10 ສຳລັບກຳແພງອ້ອມເມືອງເຢຣູຊາເລັມ, ທະຫານຊາວບາບີໂລນທຸກຄົນທີ່ຢູ່ກັບຜູ້ບັນຊາການກອງເຝົ້າຍາມໄດ້ຖືກ ທຳ ລາຍແລ້ວ.
\s5
\v 11 ສ່ວນປະຊາຊົນທີ່ເຫລືອຂອງຜູ້ທີ່ອາສັຍຢູ່ໃນເມືອງ, ແລະຜູ້ທີ່ຫນີໄປຫາກກະສັດແຫ່ງບາບີໂລນ, ແລະກັບມະຫາຊົນທີ່ຍັງເຫລືອຢູ່ນັ້ນ ເນບູຊາຣະດານ, ຜູ້ບັນຊາການກອງ ທະຫານຮັກສາພະອົງ, ໄດ້ຈັບພວກເຂົາໄປເປັນຊະເລີຍ.
\v 12 ແຕ່ຜູ້ບັນຊາການທະຫານຮັກສາພະອົງໄດ້ປະປະຊາຊົນຜູ້ທຸກຍາກທີ່ສຸດໃນດິນແດນໄວ້ໃຫ້ເປັນຄົນເຮັດສວນອະງຸ່ນແລະເປັນຄົນເຮັດໄຮ່ໄຖນາ.
\s5
\v 13 ສຳລັບເສົາທອງແດງທີ່ຢູ່ໃນພຣະວິຫານຂອງພຣະຢາເວ, ແລະແທ່ນບູຊາແລະພື້ນຖານຂອງທະເລທອງແດງທີ່ຢູ່ໃນພຣະວິຫານຂອງພຣະຢາເວນັ້ນ, ຊາວເຄເດຍໄດ້ທຸບເປັນປ່ຽງໆ. ແລະໄດ້ຂົນເອົາທອງເເດງໄປທີ່ບາບີໂລນ.
\v 14 ບັນດາຫມໍ້, ຊ້ວານ, ແລະມີດຕັດໄສ້ຕະກຽງ, ແລະບ່ວງແລະເຄື່ອງໃຊ້ທອງແດງທັງຫມົດຊຶ່ງປະໂລຫິດໃຊ້ໃນງານຂອງພຣະວິຫານ ພວກຊາວເຄເດຍເອົາໄປຫມົດ.
\v 15 ກະຖາງສຳລັບຕັກຂີ້ເຖົ່າພ້ອມດ້ວຍຊາມເຮັດດ້ວຍທອງຄຳ, ແລະເງິນ ຜູ້ບັນຊາການທະຫານຮັກສາພະອົງກໍໄດ້ຂົນເອົາໄປຫມົດດ້ວຍ.
\s5
\v 16 ເສົາໃຫຍ່ສອງເສົາ, ອ່າງທະເລ, ແລະພວກຂາຕັ້ງທີ່ໂຊໂລໂມນໄດ້ສ້າງ ສຳ ລັບພຣະວິຫານຂອງພຣະຢາເວນັ້ນ ທອງແດງຂອງພາຊະນະເຫລົ່ານີ້ກໍຫນັກ ເກີນກວ່າທີ່ຈະຊັ່ງໄດ້.
\v 17 ເປັນເສົາໃຫຍ່ທີ່ສູງປະມານສິບແປດສອກ, ແລະມີບົວຂວ້ຳທອງເເດງເທິງເສົາ, ບົວຂວ້ຳນັ້ນສູງປະມານສາມສອກ, ມີຕາ ຫນ່າງ ແລະລູກທັບທິມທີ່ອ້ອມຮອບບົວ. ທັງ ຫມົດ ແມ່ນເຮັດດ້ວຍທອງແດງ. ເສົາໃຫຍ່ອີກຕົ້ນແລະຕາຫນ່າງແມ່ນຄ້າຍຄືກັບເສົາຕົ້ນ ທຳ ອິດ.
\s5
\v 18 ຜູ້ບັນຊາການທະຫານຮັກສາພະອົງກໍໄດ້ຈັບເອົາເຊຣາອີຢາປະໂລຫິດໃຫຍ່, ແລະເຊຟານີຢາຮອງປະໂລຫິດ, ກັບຜູ້ເຝົ້າປະຕູສາມຄົນໄປດ້ວຍ.
\v 19 ຈາກເມືອງນັ້ນ, ລາວໄດ້ຈັບຂ້າຣາຊສຳນັກ. ເຊິ່ງແມ່ນຜູ້ບັນຊາການກອງທັບ ສະມາຊິກສະພາຂອງກະສັດທັງ 5 ຄົນທີ່ຍັງຄົງຢູ່ໃນເມືອງນັ້ນແມ່ນເປັນນັກໂທດ. ນອກນັ້ນທ່ານຍັງໄດ້ ນຳ ເອົາເຈົ້າຫນ້າ ທີ່ຣັຖະບານຂອງກະສັດທີ່ຮັບຜິດຊອບແຕ່ງຕັ້ງຜູ້ຊາຍເຂົ້າເປັນທະຫານ. ກັບຊາຍຫົກສິບຄົນຂອງແຜ່ນດິນທີ່ຖືກພົບເຫັນໃນເມືອງເປັນນັກໂທດ.
\s5
\v 20 ແລ້ວເນບູຊາຣາດານ, ຜູ້ບັນຊາການທະຫານຮັກສາພະອົງໄດ້ຈັບພວກເຂົາເຫລົ່ານີ້, ແລະນໍາລາວໄປຫາກະສັດບາບີໂລນທີ່ ຣິບລາ.
\v 21 ກະສັດແຫ່ງບາບີໂລນໄດ້ຂ້າພວກເຂົາທີ່ ຣິບລາ ໃນເມືອງ ຮາມັດ. ໃນວິທີການນີ້, ຢູດາໄດ້ເຂົ້າໄປໃນການເປັນຊະເລີຍຈາກແຜ່ນດິນຂອງຕົນເອງ.
\s5
\v 22 ສຳ ລັບປະຊາຊົນທີ່ເຫລືອໃນແຜ່ນດິນຢູດາ, ຜູ້ທີ່ເນບູກາດເນັດຊາ ກະສັດແຫ່ງບາບີໂລນໄດ້ຊົງເຫລືອໄວ້, ພະອົງໄດ້ຊົງແຕ່ງຕັ້ງເກດາລິຍາລູກຊາຍຂອງ ອາຮີກຳ, ພວກລູກຊາຍຂອງຊາຟານ, ເພື່ອຄວບຄຸມພວກເຂົາ.
\v 23 ບັດນີ້, ເມື່ອຜູ້ບັນຊາການກອງທັບທັງຫມົດ, ພວກເຂົາ ແລະຄົນຂອງເຂົາໄດ້ຍິນແນວນັ້ນ ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລິຍາໃຫ້ເປັນຜູ້ປົກຄອງ. ພວກເຂົາມາຮອດເກດາລິຍາທີ່ເມືອງມິຊະປາ. ພວກນີ້ແມ່ນອິດຊະມາເອນ, ພວກລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາ ລູກຊາຍຂອງຕັນຮູເມັດ, ຊາວເນໂຕຟາ, ແລະ ຢາອາຊານີຢາລູກຊາຍຂອງ ຕະກູນມາອາກາ ທັງຕົວຂອງເຂົາເອງແລະຜູ້ຄົນຂອງພວກເຂົາ.
\v 24 ກີເດໂອນໄດ້ສາບານກັບພວກເຂົາແລະຜູ້ຄົນຂອງພວກເຂົາ, ໂດຍກ່າວວ່າ, “ ຢ່າຢ້ານພວກຂ້າຣາຊະການ ເຄເດຍເລີຍ ຈົ່ງອາສັຍຢູ່ໃນແຜ່ນດິນແລະຮັບໃຊ້ກະສັດແຫ່ງບາບີໂລນ. ຈາກນັ້ນທ່ານຈະຢູ່ເຢັນເປັນສຸກ."
\s5
\v 25 ແຕ່ໃນເດືອນທີເຈັດ ອິດຊະມາເອນ, ລູກຊາຍຂອງ ເນທານີຢາ ລູກຊາຍຂອງເອຣີຊາມາ, ຄອບຄົວຣາຊະວົງ ໄດ້ເຂົ້າມາພ້ອມກັບຊາຍສິບຄົນ ໄດ້ໂຈມຕີເກດາລິຢາ. ເກດາຣິຢາ, ໄດ້ເສຍຊີວິດກັບຄົນຂອງຢູດາແລະຊາວບາບີໂລນຜູ້ທີ່ຢູ່ກັບລາວທີ່ ມີຊະປາ.
\v 26 ແລ້ວປະຊາຊົນທຸກຄົນ, ທັງຄົນນ້ອຍແລະຜູ້ເຖົ້າຜູ້ແກ່, ແລະຜູ້ບັນຊາການກອງທັບໄດ້ລຸກຢືນຂຶ້ນ. ແລະໄປອີຢີບ ເພາະວ່າພວກເຂົາຢ້ານຊາວບາບີໂລນ.
\s5
\v 27 ຕໍ່ມາໃນປີທີສາມສິບເຈັດທີ່ເຢໂຮອາກິນກະສັດແຫ່ງຢູດາ, ໄດ້ຖືກເນຣະເທດໃນເດືອນທີສິບສອງ. ໃນວັນທີຊາວເຈັດຂອງເດືອນນັ້ນ, ທີ່ເອວິນເມໂຣດັກກະສັດແຫ່ງບາບີໂລນ, ໄດ້ປ່ອຍຕົວ ເຢໂຮຍອາກິນກະສັດແຫ່ງຢູດາ ອອກຈາກຄຸກ. ສິ່ງນີ້ໄດ້ເກີດຂຶ້ນໃນປີທີ່ ເອວິນເມໂຣດັກ ຂຶ້ນຄອງບັນລັງ.
\s5
\v 28 ກະສັດໄດ້ເວົ້າດ້ວຍຄວາມເມດຕາຕໍ່ເພິ່ນ ແລະໃຫ້ມີບ່ອນນັ່ງທີ່ມີກຽຕສູງກວ່າທີ່ນັ່ງຂອງບັນດາກະສັດທັງຫມົດ ທີ່ຢູ່ໃນກຸງບາບີໂລນກັບພະອົງ.
\v 29 ເອວິນເມໂຣດັກຈຶ່ງໄດ້ຖອດເສື້ອຜ້າຂອງນັກໂທດອອກເຢໂຮຍອາກິນ, ແລະໄດ້ກິນອາຫານເປັນປະ ຈຳ ຢູ່ທີ່ໂຕະກະສັດ. ທຸກໆມື້ຂອງຊີວິດລາວ.
\v 30 ສ່ວນຄ່າໃຊ້ຈ່າຍ ນັ້ນກໍໄດ້ຮັບອະນຸຍາດຈາກກະສັດ. ອີງຕາມຄວາມຕ້ອງການຂອງແຕ່ລະມື້ຕະຫລອດຊີວິດຂອງລາວ.