lo_ulb/11-1KI.usfm

1605 lines
336 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1KI
\ide UTF-8
\h 1 ກະສັດ
\toc1 1 ກະສັດ
\toc2 1 ກະສັດ
\toc3 1ki
\mt 1 ກະສັດ
\s5
\c 1
\cl ບົດທີ 1
\p
\v 1 ເມື່ອກະສັດດາວິດກໍເຖົ້າເເກ່ຫລາຍເເລ້ວ, ເຖິງວ່າພວກເຂົາກໍຫົ່ມຜ້າໃຫ້ເພິ່ນ, ແຕ່ກໍຍັງບໍ່ອົບອຸ່ນ.
\v 2 ດັ່ງນັ້ນຜູ້ຮັບໃຊ້ຂອງເພິ່ນຈຶ່ງໄດ້ບອກເພິ່ນວ່າ, "ຂໍໃຫ້ພວກຂ້ານ້ອຍຊອກຫາສາວພົມມະຈາລີມາຖວາຍແດ່ກະສັດ ເຈົ້ານາຍຂອງພວກຂ້ານ້ອຍ. ໃຫ້ນາງຖວາຍການບົວລະບັດ ເເລະ ຄອຍດູເເລພະອົງ. ໃຫ້ນາງນອນໃນອ້ອມກອດຂອງພະອົງ ເພື່ອກະສັດເຈົ້ານາຍຂອງຂ້ານ້ອຍຈະໄດ້ອົບອຸ່ນ."
\s5
\v 3 ດັ່ງນັ້ນພວກເຂົາຈຶ່ງໄດ້ເສາະຊອກຫາຍິງງາມທົ່ວເຂດເເດນຂອງອິດສະຣາເອນ. ພວກເຂົາກໍໄດ້ພົບອາບີຊາກຜູ້ຍິງຊາວຊູເນມ ເເລະ ໄດ້ນຳຕົວນາງມາເຝົ້າກະສັດ.
\v 4 ຜູ້ຍິງຄົນນັ້ນງາມຫລາຍ. ນາງໄດ້ຖວາຍການບົວລະບັດກະ​ສັດ ເເລະ ຄອຍດູເເລພະອົງ, ເເຕ່ກະສັດບໍ່ໄດ້ສົມສູ່ກັບນາງ.
\s5
\v 5 ໃນເວລານັ້ນ, ອາໂດນີຢາລູກຊາຍຂອງຮັກກິດໄດ້ຍົກຕົວເອງຂຶ້ນ, ກ່າວວ່າ, "ເຮົາ​ຈະເປັນກະສັດ." ດັ່ງນັ້ນ ທ່ານຈຶ່ງໄດ້ຕຽມບັນດາລົດມ້າເສິກ ເເລະ ກອງທະຫານມ້າສຳລັບທ່ານເອງກັບຄົນຫ້າສິບຄົນໄວ້ເເລ່ນນຳຫນ້າທ່ານ.
\v 6 ພະບິດາຂອງເພິ່ນກໍບໍ່ໄດ້ເຄີຍຂັດໃຈ, ໂດຍ​ກ່າວວ່າ, "ເປັນຫຍັງເຈົ້າຈຶ່ງເຮັດເເບບນັ້ນ?" ອາໂດນີຢາເປັນ​ຜູ້ຊາຍ​ທີ່ງາມຫລາຍ, ທ່ານເກີດມາຫລັງຈາກອັບຊາໂລມ.
\s5
\v 7 ທ່ານໄດ້ຄົບຄິດກັບໂຢອາບ ລູກຊາຍຂອງນາງເຊຣູອີຢາ ເເລະ ກັບອາບີຢາປະໂລຫິດ. ພວກເຂົາໄດ້ຕິດຕາມອາໂດນີຢາ ເເລະ ໄດ້ຊ່ວຍເຫລືອທ່ານ.
\v 8 ເເຕ່ຊາດົກປະໂຣຫິດ, ເບນາອີຢາ ລູກຊາຍຂອງເຢໂຮຍຢາດາ, ນາທານຜູ້ເຜີຍພຣະວັດຈະນະ, ຊີເມອີ, ເຣອີ ແລະ ພວກທະຫານກ້າຂອງດາວິດບໍ່ໄດ້ຕິດຕາມອາໂດນີຢາ.
\s5
\v 9 ອາໂດນີຢາໄດ້ຖວາຍບູຊາແກະ, ງົວ, ແລະລູກງົວຕຸ້ຍພີທີ່ໂງ່ນຫີນໃກ້ກັບເອນໂຣເກນ, ທ່ານໄດ້ເຊີນພີ່ນ້ອງທັງຫມົດຂອງທ່ານ ຄືບັນດາລູກຊາຍຂອງດາວິດ ແລະ ປະຊາຊົນທັງຫມົດແຫ່ງຢູດາ, ທີ່ເປັນພວກຂ້າຣາຊການຂອງກະສັດ.
\v 10 ແຕ່ທ່ານບໍ່ໄດ້ເຊີນນາທານຜູ້ເຜີຍພຣະວັດຈະນະ, ເບນາອີຢາ, ພວກທະຫານກ້າ ຫລື ຊາໂລໂມນນ້ອງຊາຍຂອງທ່ານ.
\s5
\v 11 ເເລ້ວນາທານກໍໄດ້ຖາມຣາຊິນີບັດເຊບາແມ່ຂອງໂຊໂລໂມນ, ວ່າ, "ຣາຊີນີບໍ່ໄດ້ຍິນບໍ່ວ່າອາໂດນີຢາ ລູກຊາຍຂອງນາງຮັກກິດໄດ້ແຕ່ງຕັ້ງຕົນເອງຂຶ້ນເປັນກະສັດແລ້ວ, ແລະ ດາວິດ​ຜູ​ນຳ​ຂອງ​ພວກ​ເຮົາກໍບໍ່ຊົງຮູ້ເລື້ອງນີ້ບໍ?
\v 12 ບັດນີ້ຂໍໃຫ້ຂ້ານ້ອຍຖວາຍຄຳແນະນຳ, ເພື່ອຣາຊິນີຈະໄດ້ຊ່ວຍຊີວິດຂອງຕົນເອງ ແລະ ຊີວິດຂອງໂຊໂລໂມນລູກຊາຍຂອງຣາຊິນີດ້ວຍ.
\s5
\v 13 ໃຫ້ຣາຊິນີເຂົ້າເຝົ້າກະສັດດາວິດ; ແລະທູນຖາມພະອົງວ່າ, "ຂ້າແດ່ພະຣາຊາ, ພະອົງໄດ້ສັນຍາກັບຂ້ານ້ອຍແລ້ວບໍ່ແມ່ນບໍວ່າ, "ໂຊໂລໂມນລູກຊາຍຂອງຂ້ານ້ອຍຈະເປັນກະສັດສືບແທນທ່ານ? "ແລ້ວເປັນຫຍັງຈຶ່ງໃຫ້ອາໂດນີຢາຂຶ້ນເປັນກະສັດ?"
\v 14 ໃນຂະນະທີ່ຣາຊິນີກາບທູນກະສັດຢູ່, ຂ້ານ້ອຍນຳເຂົ້າໄປເຝົ້າ ແລະ ສະຫນັບສະຫນູນຄຳເວົ້າຂອງຣາຊິນີ."
\s5
\v 15 ດັ່ງນັ້ນບັດເຊບາ ກໍໄດ້ເຂົ້າໄປທີ່ຫ້ອງຂອງກະສັດ. ກະສັດຊົງເຖົ້າຫລາຍ, ແລະ ອາບີຊາກຊາວຊູເນມກໍກຳລັງຖວາຍການຮັບໃຊ້ກະສັດຢູ່.
\v 16 ບັດເຊບາກົ້ມຂາບກະສັດ ແລະ ກະສັດກໍກ່າວຖາມວ່າ, "ເຈົ້າຕ້ອງການສິ່ງໃດບໍ?"
\v 17 ຣາຊິນີໄດ້ຕອບພະອົງວ່າ, "ຂ້າແດ່ພະຣາຊາ, ທ່ານໄດ້ສາບານຕໍ່ຜູ້ຮັບໃຊ້ຂອງທ່ານໃນພຣະນາມຂອງພຣະຢາເວພຣະເຈົ້າຂອງທ່ານ, ວ່າ "ແນ່ນອນໂຊໂລໂມນລູກຂອງຂ້ານ້ອຍຈະໄດ້ຂຶ້ນເປັນກະສັດສືບແທນທ່ານ ແລະ ເຂົາຈະນັ່ງບັນລັງຂອງທ່ານ."
\s5
\v 18 ບັດນີ້, ເບິ່ງ​ແມ້, ອາໂດນີຢາເປັນກະສັດເເລ້ວ, ເເມ້ເເຕ່ພຣະອົງກະສັດເຈົ້ານາຍຂອງຂ້ານ້ອຍ ກໍບໍ່ຮູ້ກ່ຽວກັບເລື່ອງນີ້ເລີຍ.
\v 19 ເຂົາໄດ້ຖວາຍສັດບູຊາງົວ, ລູກໂຕອ້ວນພີ, ເເລະ ເເກະຈຳນວນມາກມາຍຫລວງຫລາຍ, ເເລະ ໄດ້ເຊີນບັນດາລູກຊາຍຂອງກະສັດ, ອາບີອາທາປະໂຣຫິດ, ແລະ ໂຢອາບຜູ້ບັນຊາການກອງທັບ, ເເຕ່ເຂົາບໍ່ໄດ້ເຊີນໂຊໂລໂມນຜູ້ຮັບໃຊ້ຂອງພະອົງ.
\s5
\v 20 ເພາະພະອົງ, ຄືກະສັດເຈົ້ານາຍຂອງຂ້ອຍ, ສາຍຕາຂອງອິດສະຣາເອນທັງຫມົດກໍເບິ່ງພະອົງ, ຖ້າພະອົງບອກກັບເຂົາວ່າ ຈະເຮັດໃຫ້ໃຜນັ່ງເທິງບ່ອນນັ່ງຂອງເຈົ້ານາຍຂອງຂ້ານ້ອຍຕໍ່ຈາກພະອົງ, ຜູ້​ນຳ​ຂອງ​ຂ້າ​ນ້ອຍ.
\v 21 ເພາະສະນັ້ນຈະເປັນດັ່ງນີ້, ຄືເມື່ອກະສັດເຈົ້ານາຍຂອງຂ້ານ້ອຍຕາຍໄປແລ້ວ, ຂ້ານ້ອຍ ເເລະ ໂຊໂລໂມນລູກຊາຍຂອງຂ້ອຍກໍຕົກເປັນຝ່າຍຜິດ."
\s5
\v 22 ໃນຂະນະທີ່ຣາຊີນີກຳລັງກາບທູນກະສັດຢູ່, ນາທານຜູ້ເຜີຍພຣະວັດຈະນະໄດ້ເຂົ້າມາ.
\v 23 ຜູ້ຮັບໃຊ້ໄດ້ທູນຕໍ່ກະສັດວ່າ, "ນາທານຜູ້ເຜີຍພຣະວັດຈະນະຢູ່ບ່ອນນີ້ເເລ້ວ" ເມື່ອນາທານເຂົ້າມາຕໍ່ຫນ້າກະສັດ, ເຂົາກໍກົ້ມກາບຫນ້າຈົນຈຸພື້ນ ຖວາຍບັງຄົມກະສັດ.
\s5
\v 24 ເເລ້ວນາທານກໍເວົ້າວ່າ, "ຂ້າເເຕ່ກະສັດເຈົ້ານາຍຂອງຂ້ານ້ອຍໄດ້ສັ່ງໄວ້ບໍວ່າ, "ອາໂດນີຢາ ຈະຄອງຣາດຕໍ່ຈາກເຮົາ, ເເລະ ເຂົາຈະນັ່ງບັນລັງຂອງເຮົາ?"
\v 25 ເພາະມື້ນີ້ທ່ານໄດ້ໄປຖວາຍບູຊາງົວ, ລູກງົວຕຸ້ຍພີ, ເເລະ ເເກະຈຳນວນຫລາຍ, ເເລະ ໄດ້ເຊີນບັນດາໂອຣົດຂອງກະສັດທັງຜູ້ບັນຊາການກອງທັບ, ເເລະ ອາບີອາທາປະໂຣຫິດ. ພວກເຂົາທັງຫລາຍກຳລັງກິນດື່ມຕໍ່ຫນ້າທ່ານ, ເເລະ ກ່າວວ່າ, 'ຂໍກະອາໂດນີຢາຈົ່ງອາຍຸຫມັ້ນຍືນ!'
\s5
\v 26 ເເຕ່ສ່ວນຂ້ານ້ອຍ, ຜູ້ຮັບໃຊ້ຂອງພ​ຣະອົງ, ຊາດົກຜູ້ເປັນປະໂຣຫິດ, ເບໄນຢາບຸດຊາຍຂອງເຢໂຮຢາດາ, ເເລະ ໂຊໂລໂມນຜູ້ຮັບໃຊ້ຂອງພະອົງ, ທ່ານໄດ້ເຊີນພວກເຮົາຫລືບໍ່.
\v 27 ເຫດການນີ້ເກີດຂຶ້ນໂດຍກະສັດເຈົ້ານາຍຂອງຂ້ານ້ອຍ ພະອົງບໍ່ໄດ້ບອກ​ພວກ​ເຮົາ, ພວກຜູ້ຮັບໃຊ້ຂອງພະອົງ, ວ່າ ຈະຊົງໃຫ້ໃຜນັ່ງເທິງບ່ອນນັ່ງຕໍ່ຈາກພະອົງບໍ?"
\s5
\v 28 ເເລ້ວກະສັດດາວິດໄດ້ຕອບ ແລະ ເວົ້າວ່າ, "ຈົ່ງເອີ້ນບັດເຊບາກັບຄືນມາຫາເຮົາ." ຣາຊີນີກໍເຂົ້າມາເຝົ້າຕໍ່ຫນ້າກະສັດ ເເລະ ຊົງຢືນຢູ່ຕໍ່ຫນ້າກະສັດ.
\v 29 ກະສັດຊົງປະຕິຍານ ແລະ ກ່າວວ່າ, "ຂ້າເເດ່ພຣະເຈົ້າຢາເວຜູ້ຊົງພຣະຊົນຢູ່, ຜູ້ຊົງໄຖ່ຊີວິດຂອງເຮົາຈາກຄວາມທຸກຍາກ,
\v 30 ມື້ນີ້ເຮົາໄດ້ປະຕິຍານຕໍ່ໃນພຣະນາມຢາເວ, ພຣະເຈົ້າເເຫ່ງອິດສະຣາເອນ, ກ່າວວ່າ, "ໂຊໂຣໂມນລູກຊາຍຂອງເຈົ້າຈະຄອງຣາດຈາກເຮົາເເນ່ນອນ, ເເລະ ເຂົາຈະນັ່ງບັນລັງເເທນເຮົາ,' ເຮົາຈະເຮັດເເນວນີ້ໃນວັນນີ້."
\v 31 ເເລ້ວຣາຊານີບັດເຊບາກໍໄດ້ກົ້ມຫົວລົງພື້ນ ແລະ ຕໍ່ຫນ້າກະສັດ ເເລະ ເວົ້າວ່າ, "ຂໍກະສັດດາວິດເຈົ້ານາຍຂອງຂ້ອຍຊົງຈະເລີນເປັນນິດ!"
\s5
\v 32 ກະສັດດາວິດໄດ້ມີຮັບສັ່ງວ່າ, "ຈົ່ງເອີ້ນຊາດົກປະໂຣຫິດ, ນາທານຜູ້ເຜີຍພຣະວັດຈະນະ, ກັບເບໄນຢາບຸດຊາຍຂອງເຢໂຮຢາດາມາຫາເຮົາ." ດັ່ງນັ້ນເຂົາທັງຫລາຍຈຶ່ງເຂົ້າມາເຝົ້າຕໍ່ພ​ຣະພັກກະສັດ.
\v 33 ກະສັດກໍສັ່ງເຂົາທັງຫລາຍວ່າ, "ຈົ່ງພາຂ້າຣາຊາການຂອງເຈົ້ານາຍຂອງພວກເຈົ້າ, ແລະ ໃຫ້ໂຊໂຣໂມນລູກຊາຍຂອງເຮົາຂີ່ລໍຂອງເຮົາ ເເລະ ນຳເຂົາລົງໄປທີ່ກີໂຮນ.
\v 34 ໃຫ້ຊາດົກປະໂຣຫິດ ເເລະ ນາທານຜູ້ເຜີຍພຣະວັດຈະນະເຈີມເຂົາໃຫ້ເປັນກະສັດເຫນືອອິດສະຣາເອນທີ່ນັ້ນ ເເລ້ວຈົ່ງເປົ່າເເກ ເເລະ ປະກາດວ່າ, "ຂໍກະສັດໂຊໂລໂມນຊົງດຳລົງຢູ່​ຕະ​ຫລອດ​ໄປ!'
\s5
\v 35 ເເລ້ວເຈົ້າທັງຫລາຍຈົ່ງຕິດຕາມເຂົາຂຶ້ນມາ, ເເລະ ເຂົາຈະມານັ່ງເທິງບັນລັງຂອງເຮົາ; ເພາະເຂົາຈະເປັນກະສັດເເທນເຮົາ. ເຮົາໄດ້ຕັ້ງເຂົາໃຫ້ເປັນຜູ້ຄອບຄອງເຫນືອອິດສະຣາເອນ ເເລະຢູດາ."
\v 36 ເບໄນຢາບຸດຊາຍຂອງ​ກະ​ສັດເຢໂຮຢາດາໄດ້ນົບ, ເເລະ ເວົ້າວ່າ, "ຂໍໃຫ້ເປັນດັ່ງນັນເຖີດ! ຂໍພຣະຢາເວ, ເຈົ້າເເຫ່ງກະສັດເຈົ້ານາຍຂອງຂ້ານ້ອຍ, ໄດ້ຢືນຢັນດັ່ງນັ້ນ.
\v 37 ພຣະຢາເວໄດ້ສະຖິດກັບກະສັດເຈົ້ານາຍຂອງຂ້າພ​ຣະອົງມາເເລ້ວຢ່າງໃດ, ກໍຂໍໃຫ້ສະຖິດກັບໂຊໂລໂມນຢ່າງນັ້ນ, ເເລະ ຂໍຊົງເຮັດໃຫ້ບັນລັງຂອງໂຊໂລໂມນໃຫຍ່ຫລາຍກວ່າບັນລັງຂອງກະສັດດາວິດເຈົ້ານາຍຂອງຂ້ານ້ອຍ."
\s5
\v 38 ດັ່ງນັ້ນຊາດົກປະໂຣຫິດ, ນາທານຜູ້ເຜີຍພຣະວັດຈະນະ, ເເລະ ເບໄນຢາບຸດຊາຍຂອງເຢໂຮຢາດາ, ເເລະ ຄົນເກເຣັດ ເເລະຊາວເປເລັດ ຈຶ່ງໃຫ້ໂຊໂລໂມນນັ່ງເທິງໂຕລໍຂອງກະສັດດາວິດ; ພວກເຂົາໄດ້ນຳທາງມາເຖິງກີໂຮນ.
\v 39 ຊາດົກປະໂຣຫິດໄດ້ນຳເຂົາສັດທີ່ບັນຈຸນ້ຳມັນມາຈາກເຕັນ ເເລະ ໄດ້ເຈີມຕັ້ງໂຊໂລໂມນໄວ້. ເເລ້ວພວກເຂົາກໍໄດ້ເປົ່າເເກ, ເເລະ ປະຊາຊົນທັງປວງໄດ້ກ່າວວ່າ, "ຂໍກະສັດໂຊໂລໂມນຊົງກະເສີມສຳລານ!"
\v 40 ເເລ້ວປະຊາຊົນທັງປວງກໍໄດ້ຕາມພະອົງຂຶ້ນໄປ, ພ້ອມກັບໄດ້ເປົ່າຂຸ່ຍດ້ວຍຄວາມຍິນດີ ຈົນເເຜ່ນດິນສະເທືອນເພາະສຽງຂອງພວກເຂົາ.
\s5
\v 41 ເມື່ອອາໂດນີຢາ ເເລະ ບັນດາເເຂກທີ່ຢູ່ກັບພວກເຂົາໄດ້ກິນອາຫານເເລ້ວໆ ກໍໄດ້ຍິນສຽງນັນ. ເມື່ອໂຢອາບໄດ້ຍິນສຽງເເກ, ເຂົາໄດ້ເວົ້າວ່າ "ເປັນຫຍັງຄືມີສຽງເເຊວໃນເມືອງນັ້ນ?"
\v 42 ຂະນະທີ່ເຂົາກຳລັງເວົ້າຢູ່, ໂຢນາທານລູກຊາຍຂອງອາບີຢາປະໂຣຫິດໄດ້ມາຮອດ ເເລະ ອາໂດນີຢາໄດ້ກ່າວວ່າ, "ເຂົ້າມາສາ, ເພາະເຈົ້າເປັນຄົນດີ ເເລະໄດ້ເອົາຂ່າວດີມາ."
\s5
\v 43 ໂຢນາທານໄດ້ນົບອາໂດຮີຢາ ເເລະ ເວົ້າວ່າ, "ກະສັດດາວິດເຈົ້ານາຍຂອງພວກເຮົາໄດ້ເຮັດໃຫ້ໂຊໂລໂມນເປັນກະສັດເເລ້ວ,
\v 44 ເເລະ ກະສັດມີຄຳສັ່ງສົ່ງຊາດົກປະໂຣຫິດ, ນາທານຜູ້ເຜີຍພຣະວັດຈະນະ, ເບໄນຢາບຸດຊາຍຂອງເຢໂຮຍອາດາ, ກັບຄົນເກເຣັດ ເເລະ ຊາວເປເລັດ. ພວກເຂົາໄດ້ເເຫ່ໂຊໂລໂມນໄປ.
\v 45 ຊາດົກກັບປະໂຣຫິດກັບນາທານຜູ້ເຜີຍພຣະວັດຈະນະໄດ້ເຈີມເຂົາໃຫ້ເປັນກະສັດທີ່ກີໂຮນ, ເເລະ ເຂົາທັງຫລາຍກໍຂຶ້ນມາຈາກທີ່ນັ້ນດ້ວຍ ຄວາມຍິນດີ, ເພາະສະນັ້ນໃນເມືອງຈຶ່ງຟົດສະນັ່ນ. ນີ້ແມ່ນສຽງທີ່ທ່ານໄດ້ຍິນ.
\s5
\v 46 ນອກຈາກນີ້, ໂຊໂລໂມນໄດ້ນັ່ງເທິງບັນລັງຂອງອານາຈັກດ້ວຍ.
\v 47 ຫລາຍກວ່ານັ້ນອີກ, ພວກບັນດາຂ້າຣາດຊະການຂອງກະສັດກໍໄດ້ເຂົ້າໄປຖວາຍພຣະພອນເເກ່ກະສັດດາວິດ, ເຈົ້ານາຍຂອງພວກເຮົາວ່າ, "ຂໍພຣະເຈົ້າຂອງເຈົ້າເຮັດໃຫ້ນາມຂອງໂຊໂລໂມນດີຍິ່ງກວ່ານາມຂອງພະອົງ, ແລະ ເຮັດໃຫ້ບັນລັງຂອງເຂົາຍິ່ງໃຫຍ່ກວ່າຂອງພະອົງ.' ເເລ້ວກະສັດກໍກົ້ມໂຕລົງບ່ອນນອນ.
\v 48 ກະສັດກໍເວົ້າວ່າ, "ສາທຸການເເດ່ພຣະຢາເວຂອງອິດສະຣາເອນ, ຜູ້ປະທານຄົນຫນຶ່ງໃຫ້ບັນລັງຂອງເຮົາໃນມື້ນີ້, ແລະ ດ້ວຍຕາຂອງເຮົາເອງໃນມື້ນີ້ຄວນເບິ່ງເຫັນ.'"
\s5
\v 49 ເເລ້ວເເຂກທັງປວງຂອງອາໂດນີຢາກໍ່ຢ້ານ. ພວກເຂົາໄດ້ລຸກຂຶ້ນ ເເລະ ຕ່າງຄົນຕ່າງໄປຕາມທາງຂອງຕົນ.
\v 50 ສ່ວນອາໂດນີຢາກໍຢ້ານໂຊໂລໂມນ ແລະ ຈຶ່ງລຸກຂຶ້ນ, ເເລະ ໄດ້ໄປຈັບທີ່ເເຈຂອງເເທ່ນບູຊາ.
\v 51 ເເລ້ວມີຄົນໄປກາບທູນໂຊໂລໂມນວ່າ, "ເບິ່ງເເມ້, ອາໂດນີຢາຢ້ານກະສັດໂຊໂລໂມນ, ເພາະທ່ານຈັບເເຈຂອງເເທ່ນບູຊາຢູ່, ເວົ້າວ່າ, 'ຂໍກະສັດໂຊໂລໂມນໄດ້ປະຕິຍານຕໍ່ຂ້າພະເຈົ້າກ່ອນວ່າ ຈະບໍ່ປະຫານຜູ້ຮັບໃຊ້ຂອງພະອົງດ້ວຍດາບ.'"
\s5
\v 52 ໂຊໂລໂມນໄດ້ເວົ້າວ່າ, "ຖ້າເເມ່ນວ່າເຂົາສຳເເດງໂຕວ່າເປັນຄົນດີ, ເເມ່ນເເຕ່ຜົມເສັ້ນດຽວເຂົາຈະບໍ່ຕົກລົງດິນ, ເເຕ່ຖ້າພົບຄວາມຊົ່ວຢູ່ໃນໂຕເຂົາ, ເຂົາຈະຕ້ອງເຖິງເເກ່ຄວາມຕາຍ."
\v 53 ດັ່ງນັ້ນກະສັດໂຊໂລໂມນໄດ້ໃຊ້ຄົນໄປນຳຄົນລົງມາຈາກເເທ່ນບູຊາ. ທ່ານກໍມາ ແລະ ກາບຕໍ່ກະສັດໂຊໂລໂມນ, ເເລະ ໂຊໂລໂມນໄດ້ເວົ້າກັບເຂົາວ່າ, "ຈົ່ງກັບໄປວັງຂອງເຈົ້າເຖີດ."
\s5
\c 2
\cl ບົດທີ 2
\p
\v 1 ເມື່ອໃກ້ເວລາທີ່ດາວິດຈະສິ້ນໃຈຕາຍ, ເພິ່ນໄດ້ຊົງບອກໂຊໂລໂມລູກຂອງເພິ່ນ, ເວົ້າວ່າ,
\v 2 "ພໍ່ກຳລັງຈະຕາຍແລ້ວ. ຈົ່ງເຂັ້ມແຂງ, ດັ່ງນັ້ນຈົ່ງສຳແດງຕົວຂອງເຈົ້າໃຫ້ເປັນລູກຜູ້ຊາຍ.
\v 3 ຈົ່ງຮັກສາພຣະບັນຊາຂອງພຣະຢາເວ ພຣະເຈົ້າຂອງເຈົ້າ, ເພື່ອວ່າເຈົ້າຈະສຳເລັດຜົນໃນທຸກສິ່ງທີ່ເຈົ້າເຮັດ, ທີ່ຈະເຊື່ອຟັງກົດບັັນຍັດ, ແລະ ກົດແຫ່ງພັນທະສັນຍາຂອງພຣະອົງ, ຈົ່ງລະມັດລະວັງທີ່ຈະຖືປະຕິບັດດັ່ງທີ່ໄດ້ບັນທຶກໄວ້ໃນກົດ ຫມາຍຂອງໂມເຊ, ສະ​ນັ້ນ​ທ່ານ​ຈະ​ເລີນ​ຮຸ່ງ​ເຮືອງ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ, ທຸກ​ບ່ອນ​ທີ່​ທ່ານ​ໄປ,
\v 4 ເພື່ອທີ່ພຣະເຈົ້າຢາເວຈະໄດ້ເຮັດໃຫ້ພຣະວັດຈະນະຂອງພຣະອົງ ຊຶ່ງພຣະອົງໄດ້ກ່າວກ່ຽວກັບເຮົາວ່າ, "ຖ້າບັນດາລູກຊາຍຂອງເຈົ້າລະມັດລະວັງທີ່ຈະດຳເນີນ, ໃນທາງຂອງເຂົາຕໍ່ຫນ້າເຮົາດ້ວຍຄວາມຊື່ສັດ, ດ້ວຍສຸດຈິດສຸດໃຈຂອງພວກເຂົາ, ແລ້ວເຈົ້າຈະບໍ່ຂາດຄົນສືບທອດທີ່ຈະນັ່ງເທິງບັນລັງຂອງອິດສະຣາເອນ.'
\s5
\v 5 ເຈົ້າເອງກໍຮູ້ວ່າ ໂຢອາບລູກຊາຍຂອງນາງເຊຣູອີຢາໄດ້ເຮັດຫຍັງຕໍ່ເຮົາ, ແລະ ເຂົາໄດ້ເຮັດຫຍັງຕໍ່ຜູ້ບັນຊາການກອງທັບຂອງຊາດອິດສະຣາເອນສອງຄົນຄື, ອັບເນລູກຊາຍຂອງເນຣະ, ແລະ ອາມາສາລູກຊາຍຂອງເຢເທີ, ຜູ້ທີ່ເຂົາໄດ້ຂ້າໄປ. ເຂົາໄດ້ເຮັດໃຫ້ເລືອດແຫ່ງສົງຄາມໃນຍາມສະງົບສຸກ ແລະ ເຂົາເຮັດໃຫ້ເລືອດແຫ່ງສົງຄາມຕົກລົງເທິງສາຍເອວຂອງເຂົາ ແລະລົງເທິງເກີບທີ່ຢູ່ຕີນຂອງເຂົາ.
\v 6 ຈັດການກັບໂຢອາບດ້ວຍສະຕິປັນຍາທີ່ເຈົ້າໄດ້ຮຽນຮູ້ມາ, ແຕ່ຢ່າປ່ອຍໃຫ້ຫົວຂອງເຂົາຕົກລົງໄປສູ່ຂຸມຝັງສົບຢ່າງສະຫງົບສຸກ.
\s5
\v 7 ຢ່າງໃດກໍດີ, ຈົ່ງສະແດງຄວາມເມດຕາຕໍ່ລູກຊາຍທັງຫລາຍຂອງບາກຊິນໄລຄົນກີເລອາດ, ແລະ ຈົ່ງໃຫ້ພວກເຂົາຢູ່ໃນຫມູ່ຄົນທີ່ກິນອາຫານທີ່ໂຕະຂອງເຈົ້າ, ເພາະເມື່ອເຮົາຫນີອັບຊາໂລມອ້າຍຂອງເຈົ້ານັ້ນ ເຂົາທັງຫລາຍໄດ້ຊ່ວຍເຮົາໄວ້.
\s5
\v 8 ເບິ່ງແມ, ຍັງມີຊີເມອີລູກຊາຍຂອງເກເຣ, ຊາວເບັນຢາມິນຈາກບ້ານບາຮູຣິມກໍຢູ່ກັບເຈົ້າ,​ເຂົາເປັນຄົນທີ່ປ້ອຍດ່າເຮົາດ້ວຍຖ້ອຍຄຳທີ່ເຈັບແສບຫລາຍ ໃນມື້ທີ່ເຮົາໄດ້ເດີນທາງໄປຍັງມາຫະນາອິມ. ຊີເມອີໄດ້ລົງມາຕ້ອນຮັບເຮົາທີ່ແມ່ນ້ຳຈໍແດນ, ແລະ ເຮົາຈຶ່ງໄດ້ສາບານຕໍ່ເຂົາໃນພຣະນາມພຣະເຈົ້າຢາເວວ່າ, "ເຮົາຈະບໍ່ປະຫານຊີວິດເຈົ້າດ້ວຍດາບ."
\v 9 ບັດນີ້ ເຈົ້າຢ່າຖືວ່າເຂົາບໍ່ມີໂທດ. ເຈົ້າເປັນຄົນມີປັນຍາ, ແລະ ເຈົ້າຈະຮູ້ວ່າຄວນຈະເຮັດຫຍັງກັບເຂົາ. ເຈົ້າຈົ່ງນຳຫົວຂອງເຂົາລົງໄປສູ່ຂຸມຝັງສົບພ້ອມກັບເລືອດເທີນ."
\s5
\v 10 ແລ້ວດາວິດໄດ້ຊົງລ່ວງລັບໄປຢູ່ກັບບັນພະບູລຸດຂອງທ່ານ ແລະ ໄດ້ຝັງສົບໄວ້ໃນນະຄອນດາວິດ.
\v 11 ເວລາທີ່ດາວິດໄດ້ປົກຄອງອິດສະຣາເອນຄື ສີ່ສິບປີ. ທ່ານໄດ້ຊົງຄອງຣາດໃນເຮັບໂຣນເຈັດປີ ແລະ ໃນນະຄອນເຢຣູຊາເລັມອີກສາມສິບສາມປີ.
\v 12 ຈາກນັ້ນໂຊໂລໂມນຈຶ່ງໄດ້ຂຶ້ນເປັນກະສັດສືບແທນດາວິດພໍ່ຂອງຕົນ, ແລະ ອຳນາດໃນຕຳແຫນ່ງກະສັດຂອງເພິ່ນກໍດຳລົງຢູ່ຢ່າງຫມັ້ນຄົງ.
\s5
\v 13 ແລ້ວອາໂດນີຢາລູກຊາຍຂອງນາງຮັກກິດ ໄດ້ໄປຫາບັດເຊບາ ແມ່ຂອງກະສັດໂຊໂລໂມນ. ເພິ່ນຖາມວ່າ, "ເຈົ້າມາຢ່າງເປັນມິດບໍ? "ທ່ານໄດ້ຕອບວ່າ, "ແມ່ນແລ້ວ."
\v 14 ແລ້ວທ່ານໄດ້ເວົ້າອີກວ່າ, "ຂ້ອຍມີເລື່ອງຢາກຖາມເຈົ້າບາງຢ່າງແນ່ໄດ້ບໍ່." ຣາຊີນີຖາມວ່າ "ຖາມມາເທີດ."
\v 15 ອາໂດນີຢາໄດ້ຕອບວ່າ, "ເຈົ້າຄົງຮູ້ແລ້ວວ່າຂ້ອຍຄວນຈະເປັນກະສັດ, ແລະຄົນອິດສະຣາເອນທັງຫມົດກໍຄິດວ່າຂ້ອຍຈະໄດ້ເປັນກະສັດ. ແຕ່ພັດກາຍເປັນວ່ານ້ອງຊາຍຂອງຂ້ອຍໄດ້ຂຶ້ນເປັນກະສັດ, ເພາະຄວາມປະສົງຂອງພຣະຢາເວ.
\s5
\v 16 ບັດນີ້ຂ້ອຍມີຄຳຂໍຮ້ອງແຕ່ສິ່ງດຽວ, ແລະຂໍຢ່າໄດ້ປະຕິເສດ​ຫັນ​ຫນ້າ​ຫນີເລີຍ." ຣາຊີນີບັດເຊບາຖາມວ່າ, "ກ່າວມາເຈົ້າຕ້ອງການຫຍັງ "
\v 17 ລາວຕອບວ່າ, "ກະຣຸນາເວົ້ານຳກະສັດໂຊໂລໂມນ, ເພາະກະສັດຄືຈະບໍ່ປະຕິເສດຣາຊີນີ, ເພື່ອທີ່ວ່າທ່ານຈະໄດ້ປະທານເອົານາງອາບີຊາກຊາວຊູເນມໃຫ້ເປັນເມຍຂອງຂ້ອຍ."
\v 18 ບັດເຊບາຕອບວ່າ, "ດີແລ້ວ, ຂ້ອຍຈະຖາມກະສັດໃຫ້ເຈົ້າ."
\s5
\v 19 ບັດເຊບາຈຶ່ງໄດ້ໄປຖາມກະສັດໂຊໂລໂມນໃຫ້ອາໂດນີຢາ. ກະສັດໄດ້ລຸກຂຶ້ນຕ້ອນຮັບຣາຊິນີ ແລະ ກົ້ມກາບເພິ່ນ. ແລ້ວເພິ່ນກໍໄດ້ນັ່ງເທິງບັນລັງຂອງເພິ່ນ ແລະ ສັ່ງໃຫ້ຄົນໄປເອົາຕັ່ງມາໃຫ້ແມ່ນັ່ງເບື້ອງຂວາຂອງຕົນ.
\v 20 ຣາຊິນີໄດ້ກ່າວວ່າ "ແມ່ຈະຂໍສິ່ງນ້ອຍໆພຽງສິ່ງຫນຶ່ງຈາກລູກ, ຢ່າປະຕິເສດເເມ່ເລຍ." ກະສັດຖາມເພິ່ນວ່າ, "ແມ່, ຢາກຂໍຫຍັງ? ລູກຈະບໍ່ປະຕິເສດແມ່ດອກ."
\v 21 ນາງຕອບວ່າ, "ແມ່ຂໍລູກຍົກນາງອາບີຊາກຊາວຊູເນມໃຫ້ເປັນເມຍຂອງອາໂດນີຢາ ອ້າຍຂອງລູກເຖີດ "
\s5
\v 22 ກະສັດໂຊໂລໂມນໄດ້ຕອບ ແລະ ໄດ້ຖາມແມ່ຂອງເພິ່ນຄືນວ່າ, "ເປັນຫຍັງແມ່ຈຶ່ງຂໍຮ້ອງລູກຍົກນາງອາບີຊາກຊາວຊູເນມໃຫ້ອາໂດນີຢາ? ເປັນຫຍັງແມ່ຄືບໍ່ຂໍລູກໃຫ້ຍົກບັນລັງໃຫ້ລາວເລີຍ, ເພາະເຂົາເປັນອ້າຍຂອງລູກ ແລະ ຂໍອີກທັງປະໂຣຫິດອາບີອາທາ, ແລະໂຢອາບລູກຊາຍຂອງນາງເຊຣູອີຢານນຳ?"
\v 23 ແລ້ວກະສັດໂຊໂລໂມນໄດ້ສາບານໃນພຣະນາມຂອງພຣະຢາເວວ່າ, "ຖ້າຂ້ານ້ອຍບໍ່ຂ້າອາໂດນີຢາຍ້ອນລາວກ້າຂໍຮ້ອງຢ່າງນີ້, ກໍຂໍໃຫ້ພຣະເຈົ້າຊົງລົງໂທດແລະ ລົງໂທດໃຫ້ຫນັກຍິ່ງຂຶ້ນ.
\s5
\v 24 ບັດນີ້ ພຣະຢາເວອົງຊົງຊີວິດຢູ່, ຜູ້ຊົງໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ນັ່ງຢູ່ເທິງບັນລັງຂອງດາວິດພໍ່ຂອງຂ້ານ້ອຍ, ແລະ ເປັນຜູ້ຊົງໃຫ້ຂ້ານ້ອຍມີລູກຫລານດັ່ງທີ່ພຣະອົງໄດ້ຊົງສັນ​ຍາໄວ້, ຢ່າງແນ່ນອນ ສະນັ້ນອາໂດນີຢາຈະຕ້ອງຕາຍໃນວັນນີ້."
\v 25 ດັ່ງນັ້ນກະສັດໂຊໂລໂມນຈຶ່ງໄດ້ສົ່ງເບນາອີຢາລູກຊາຍຂອງເຢໂຮຍອາດາໄປຫາ ແລະ ຂ້າອາໂດນີຢາ.
\s5
\v 26 ສ່ວນອາບີອາທາປະໂຣຫິດນັ້ນ ກະສັດໄດ້ກ່າວວ່າ, "ຈົ່ງໄປຢູ່ເມືອງອານາທົດ, ໄປສູ່ໄຮ່ນາຂອງເຈົ້າ. ເຈົ້າສົມຄວນຈະຕາຍ, ແຕ່ໃນເວລານີ້ເຮົາຈະບໍ່ຂ້າເຈົ້າ, ເພາະວ່າເຈົ້າໄດ້ຫາມຫີບຂອງພຣະຢາເວອົງເຈົ້ານາຍ ໄປທາງຫນ້າຂອງດາວິດພໍ່ຂອງເຮົາ ແລະ ເພາະເຈົ້າໄດ້ຮ່ວມທຸກຮ່ວມສຸກທຸກຢ່າງກັັບຄວາມທຸກຂອງພໍ່ຂອງເຮົາ."
\v 27 ດັ່ງນັ້ນ ໂຊໂລໂມນໄດ້ຂັບໄລ່ອາບີອາທາຈາກຫນ້າທີ່ປະໂຣຫິດຂອງພຣະຢາເວ, ຈຶ່ງເຮັດໃຫ້ສຳເລັດຕາມພຣະວັດຈະນະຂອງພຣະຢາເວ ຊຶ່ງພຣະອົງໄດ້ກ່າວກ່ຽວກັບເຊື້ອສາຍຂອງເອລີທີ່ເມືອງຊີໂລ.
\s5
\v 28 ເມື່ອຂ່າວນີ້ໄປຮອດໂຢອາບ, ເຖິງແມ່ນວ່າໂຢອາບບໍ່ໄດ້ເຂົ້າຂ້າງອັບຊາໂລມ. ແຕ່ທ່ານໄດ້ເຂົ້າຂ້າງອາໂດນີຢາ ດັ່ງນັ້ນໂຢອາບຈຶ່ງໄດ້ຫນີໄປທີ່ເຕັ້ນຂອງພຣະຢາເວ ແລະ ຈັບແກຂອງແທ່ນບູຊາໄວ້.
\v 29 ມີຄົນໄດ້ໄປບອກກະສັດໂຊໂລໂມນວ່າ ໂຢອາບໄດ້ຫນີເຂົ້າໄປໃນເຕັ້ນຂອງພຣະຢາເວ ແລະ ບັດນີ້ເຂົາໄດ້ຢູ່ຂ້າງແທ່ນບູຊາ. ແລ້ວດັ່ງນັ້ນໂຊໂລໂມນໄດ້ສົ່ງເບນາອີຢາລູກຊາຍຂອງເຢໂຮຍອາດາ, ໄດ້ກ່າວວ່າ, "ຈົ່ງໄປ, ຂ້າໂຢອາບ."
\s5
\v 30 ດັ່ງນັ້ນເບນາອີຢາກໍໄດ້ມາເຕັ້ນຂອງພຣະຢາເວ ແລະ ໄດ້ເວົ້າກັບເຂົາວ່າ, "ກະສັດສັ່ງເຈົ້າໃຫ້ອອກມາ." ໂຢອາບໄດ້ຕອບວ່າ, "ບໍ່ອອກ, ຂ້ອຍຈະຕາຍຢູ່ທີ່ນີ້." ແລ້ວເບນາອີຢາກໍໄດ້ກັບໄປຫາກະສັດ, ແລະ ບອກວ່າ, "ໂຢອາບເຂົາໄດ້ເວົ້າວ່າເຂົາຕ້ອງການທີ່ຈະຕາຍທີ່ແທ່ນບູຊາ."
\v 31 ກະສັດໄດ້ກ່າວຕອບເຂົາວ່າ, "ຈົ່ງເຮັດຕາມທີ່ເຂົາເວົ້າ. ຂ້າເຂົາ ແລະ ຝັງເຂົາໄວ້ ເຈົ້າຈະໄດ້ເອົາໂທດຄວາມຜິດ ຊຶ່ງໂຍອາບໄດ້ຂ້າຄົນທີ່ບໍ່ມີຄວາມຜິດນັ້ນໄປຈາກເຮົາ ແລະ ຈາກເຊື້ອສາຍພໍ່ຂອງເຮົາ.
\s5
\v 32 ຂໍພຣະຢາເວຊົງນຳເລືອດຂອງເຂົາກັບມາຕົກເທິງຫົວຂອງເຂົາເອງ, ເພາະວ່າເຂົາໄດ້ຂ້າຊາຍສອງຄົນທີ່ຊອບທຳກວ່າ ແລະ ດີກ່ວາຕົວເຂົາດ້ວຍດາບ, ຄືອັບເນລູກຊາຍຂອງເນຣະ, ຜູ້ບັນຊາການກອງທັບແຫ່ງອິດສະຣາເອນ, ແລະ ອາມາສາລູກຊາຍຂອງເຢເທີ, ຜູ້ບັນຊາການກອງທັບແຫ່ງຢູດາຍ, ໂດຍທີ່ດາວິດພໍ່ຂອງເຮົາບໍ່ຮູ້ເລື່ອງ.
\v 33 ດັ່ງນັ້ນ ຂໍໃຫ້ເລືອດຂອງພວກເຂົາໄດ້ຕົກລົງເທິງຫົວຂອງໂຢອາບ ແລະ ເຊື້້ອສາຍຂອງເຂົາຕ້ອງຮັບຜິດຊອບຕະຫລອດໄປ. ແຕ່ດາວິດ ແລະ ເຊື້ອສາຍຂອງເພິ່ນ ແລະ ລູກຫລານຂອງເພິ່ນ ແລະ ບັງລັງຂອງເພິ່ນ, ຈະມີຄວາມສຸກຈາກພຣະຢາເວຢູ່ຕະຫລອດໄປ."
\s5
\v 34 ແລ້ວເບນາອີຢາລູກຊາຍຂອງເຢໂຮຍອາດາກໍໄດ້ເຂົ້າໄປ ແລະ ໄດ້ຂ້າໂຢອາບ. ເຂົາໄດ້ຝັງສົບໄວ້ໃນບ້ານຂອງໂຢອາບເອງຊຶ່ງຢູ່ໃນຖິ່ນແຫ້ງແລ້ງກັນດານ.
\v 35 ກະສັດໄດ້ຊົງແຕ່ງຕັ້ງເບນາອີຢາລູກຊາຍຂອງເຢໂຮຍອາດາໃຫ້ເປັນຜູ້ບັນຊາການກອງທັບແທນໂຢອາບ, ແລະ ກະສັດກໍໄດ້ຊົງແຕ່ງຕັ້ງຊາດົກປະໂຣຫິດແທນທີ່ອາບີອາທາ.
\s5
\v 36 ແລ້ວກະສັດໄດ້ຊົງໃຊ້ຄົນໄປ ແລະ ເອີ້ນຊີເມອີໃຫ້ມາຫາ ແລະ ໄດ້ກ່າວກັບເຂົາວ່າ, "ຈົ່ງສ້າງບ້ານຢູ່ໃນນະຄອນເຢຣູຊາເລັມ ແລະ ອາໄສຢູ່ທີ່ນັ້ນ, ແລະ ຢ່າຍ້າຍອອກຈາກທີ່ນັ້ນໄປທີ່ອື່ນອື່ນໆ.
\v 37 ເພາະໃນມື້ທີ່ເຈົ້າອອກໄປ, ແລະ ຂ້າມນ້ຳກິດໂຣນ, ເຈົ້າຮູ້ໄວ້ເຖີດວ່າ ເຈົ້າຈະຕ້ອງຕາຍ ແລ້ວເລືອດຂອງເຈົ້າຈະຕ້ອງຕົກເທິງຫົວຂອງເຈົ້າເອງ."
\v 38 ດັ່ງນັ້ນ ຊີເມອີຕອບວ່າ, "ທີ່ກະສັດກ່າວມານັ້ນແມ່ນດີແລ້ວ. ຜູ້ຮັບໃຊ້ຈະເຮັດຕາມທີ່ກະສັດ​ຜູ້ເຈົ້ານາຍຂອງຂ້ານ້ອຍກ່າວນັ້ນ." ດັ່ງນັ້ນ ຊີເມອີຈຶ່ງໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມເປັນເວລາດົນນານ.
\s5
\v 39 ແຕ່ເມື່ອ​ສິ້ນສຸດປີທີສາມ, ທາດສອງຄົນຂອງຊີເມອີໄດ້ຫລົບຫນີໄປຫາອາກີເຊລູກຊາຍຂອງມາອາກາ, ກະສັດເມືອງກາດ. ດັ່ງນັ້ນພວກເຂົາໄດ້ມາບອກຊິເມອີ, ແລະ ເວົ້າວ່າ, "ເບິ່ງແມ, ທາດຂອງທ່ານຢູ່ໃນເມືອງກາດ."
\v 40 ແລ້ວຊີເມອີກໍໄດ້ລຸກຂຶ້ນ, ມັດອານຂີ່ລາ ແລະ ໄປຫາອາກີເຊທີ່ເມືອງກາດ ເພື່ອຊອກຫາທາດຂອງຕົນ. ເຂົາໄດ້ໄປນຳທາດຂອງເຂົາມາຈາກເມືອງກາດ.
\s5
\v 41 ເມື່ອມີຄົນໄດ້ມາບອກໂຊໂລໂມນວ່າ ຊີເມອີໄດ້ອອກຈາກນະຄອນເຢຣູຊາເລັມໄປເມືອງກາດ ແລະ ໄດ້ກັບມາແລ້ວ,
\v 42 ກະສັດຈຶ່ງໄດ້ຊົງໃຊ້ຄົນໄປເອີ້ນຊີເມອີມາຫາ ແລະ ໄດ້ກ່າວກັບເຂົາວ່າ, "ເຮົາໄດ້ໃຫ້ເຈົ້າສາບານໃນພຣະນາມຂອງພຣະຢາເວບໍ່ແມ່ນບໍ ແລະ ແຈ້ງແກ່ເຈົ້າແລ້ວວ່າ, "ຈົ່ງຮູ້ວ່າ ໃນວັນທີ່ເຈົ້າອອກໄປ ບໍ່ວ່າຈະໄປທີ່ໃດ ເຈົ້າຈະຕ້ອງຕາຍແທ້"? ແລ້ວເຈົ້າກໍໄດ້ຕອບເຮົາວ່າ "ທີ່ກະສັດນັ້ນກ່າວກໍດີແລ້ວ."
\s5
\v 43 ເຫດໃດເຈົ້າຈຶ່ງບໍ່ໄດ້ຮັກສາຄຳສາບານທີ່ໃຫ້ໄວ້ຕໍ່ພຣະຢາເວ ແລະ ບໍ່ຮັັກສາຄຳສັ່ງຂອງເຮົາທີ່ໃຫ້ກັບເຈົ້ານັ້ນ?"
\v 44 ກະສັດຍັງໄດ້ກ່າວກັບຊີເມອີວ່າ, "ໃນໃຈຂອງເຈົ້າເອງຮູ້ເລື່ອງເຫດຮ້າຍທັງຫມົດ ຊຶ່ງເຈົ້າໄດ້ເຮັດຕໍ່ດາວິດພໍ່ໍຂອງເຮົາ. ເພາະສະນັ້ນພຣະຢາເວຈະຊົງນຳເອົາເຫດຮ້າຍມາສະຫນອງເທິງຫົວຂອງເຈົ້າເອງ.
\s5
\v 45 ແຕ່ກະສັດໂຊໂລໂມນຈະໄດ້ຮັບພຣະພອນ ແລະ ບັນລັງຂອງດາວິດຈະຕັ້ງຫມັ້ນຄົງຕໍ່ຫນ້າພຣະຢາເວຕະຫລອດໄປ."
\v 46 ແລ້ວກະສັດໄດ້ຊົງໄດ້ສັ່ງໃຫ້ເບນາອີຢາລູກຊາຍຂອງເຢໂຮຍອາດາເຂົາກໍໄດ້ອອກໄປຂ້າຊີເມອີ. ດັ່ງນັ້ນການປົກຄອງກໍໄດ້ຈັດຕັ້ງຢ່າງດີ. ກະສັດໂຊໂລໂມນໄດ້ຄວບຄຸມອຳນາດທັງຫມົດເປັນທີ່ສຳເລັດ.
\s5
\c 3
\cl ບົດທີ 3
\p
\v 1 ໂຊໂລໂມນໄດ້ເຮັດໃຫ້ເປັນພັນທະມິດກັນກັບກະສັດແຫ່ງເອຢິບ. ໂດຍການແຕ່ງງານກັບລູກສາວຂອງເພິ່ນ ແລະ ຊົງໄດ້ພານາງມານະຄອນດາວິດ ຈົນເພິ່ນໄດ້ສ້າງຣາຊວັງວິຫານ, ຂອງພຣະຢາເວ, ແລະ ກຳແພງລ້ອມນະຄອນເຢຣູຊາເລັມສຳເລັດ.
\v 2 ປະຊາຊົນໄດ້ຖວາຍເຄື່ອງບູຊາຕາມສະຖານບູຊາເທິງທີ່ສູງຕ່າງໆ, ເພາະຍັງບໍ່ໄດ້ສ້າງວິຫານເພື່ອພຣະນາມຂອງພຣະຢາເວ.
\v 3 ໂຊໂລໂມນໄດ້ສະແດງອອກເຖິງຄວາມຮັກຂອງເພິ່ນມີຕໍ່ພຣະຢາເວ ຊົງດຳເນີນຕາມກົດເກນຂອງດາວິດພໍ່ຂອງຕົນ, ຍິ່ງໄປກ່ວານັ້ນເພິ່ນຍັງໄດ້ຊົງຖວາຍເຄື່ອງບູຊາ ແລະ ເຜົາເຄື່ອງບູຊາທີ່ສະຖານສູງ.
\s5
\v 4 ກະສັດໄດ້ໄປທີ່ເມືອງກີເບໂອນເພື່ອຖວາຍເຄື່ອງບູຊາບ່ອນນັ້ນ, ເພາະບ່ອນນັ້ນເປັນສະຖານສູງທີ່ສຳຄັນຫລາຍ. ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາຈຳນວນເປັນພັນໆເທື່ອເທິງແທ່ນບູຊານັ້ນ.
\v 5 ພຣະຢາເວໄດ້ຊົງປາກົດແກ່ໂຊໂລໂມນທີ່ເມືອງກີເບໂອນທາງຄວາມຝັນໃນຍາມຄໍ່າຄືນ; ແລະ ພຣະອົງໄດ້ກ່າວວ່າ "ຈົ່ງຂໍ! ເຈົ້າຢາກໃຫ້ເຮົາໃຫ້ອັນໃດເຈົ້າກໍຈົ່ງຂໍເທີນ?"
\s5
\v 6 ດັ່ງນັ້ນ ໂຊໂລໂມນໄດ້ຕອບວ່າ, "ພຣະອົງຊົງສຳແດງຄວາມຫມັ້ນຄົງໃນພັນທະສັນຍາອັນຍິ່ງໃຫຍ່ແກ່ດາວິດພໍ່ຂອງຂ້ານ້ອຍ, ຜູ້ຊຶ່ງເປັນຜູ້ຮັບໃຊ້ຂອງພຣະອົງ, ເພາະວ່າທ່ານໄດ້ດຳເນີນດ້ວຍຄວາມຊື່ສັດ, ດ້ວຍຄວາມຊອບທຳ, ແລະ ດ້ວຍຈິດໃຈຊື່ຕົງຕໍ່ພຣະອົງ, ແລະ ພຣະອົງໄດ້ຊົງຮັກສາຄວາມຫມັ້ນຄົງໃນພັນທະສັນຍາອັນຍິ່ງໃຫຍ່ນີ້ໄວ້ເພື່ອທ່ານ ແລະ ໄດ້ປະທານລູກຊາຍຄົນຫນຶ່ງແກ່ທ່ານນັ່ງເທິງບັນລັງຂອງທ່ານໃນມື້ນີ້.
\s5
\v 7 ບັດນີ້ ຂ້າແຕ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍ, ພຣະອົງຊົງເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນກະສັດແທນດາວິດພໍ່ຂອງຂ້ານ້ອຍ, ເຖິງແມ່ນວ່າຂ້ານ້ອຍເປັນພຽງເດັກນ້ອຍ. ຂ້ານ້ອຍບໍ່ຮູ້ວ່າຊິເຮັດຢ່າງໃດດີ.
\v 8 ຜູ້ຮັບໃຊ້ຂອງພຣະອົງກໍຢູ່ທ່າມກາງປະຊາຊົນຂອງພຣະອົງ, ຜູ້ຊຶ່ງພຣະອົງຊົງເລືອກໄວ້ ເປັນຊົນຊາດໃຫຍ່, ຊຶ່ງບໍ່ສາມາດຈະນັບໄດ້.
\v 9 ສະນັ້ນຂໍພຣະອົງປະທານຈິດໃຈທີ່ເຂົ້າໃຈຕໍ່ຜູ້ຮັບໃຊ້ຂອງພຣະອົງເພື່ອທີ່ຈະປົກຄອງປະຊາຊົນຂອງພຣະອົງຢ່າງຍຸດຕິທຳ, ເພື່ອຈະແຍກຄວາມແຕກຕ່າງລະວ່າງດີກັບຊົ່ວໄດ້. ເພາະໃຜຈະສາມາດພິພາກສາປະຊາຊົນຫລວງຫລາຍນີ້ຂອງພຣະອົງໄດ້?"
\s5
\v 10 ທີ່ໂຊໂລໂມນໄດ້ຂໍເຊັ່ນນີ້ກໍເປັນທີ່ພໍໃຈອົງພຣະຜູ້ເປັນເຈົ້າ.
\v 11 ດັ່ງນັ້ນພຣະເຈົ້າຈຶ່ງໄດ້ກ່າວກັບທ່ານວ່າ, "ເພາະເຈົ້າໄດ້ຂໍສິ່ງນີ້ ແລະ ບໍ່ໄດ້ຂໍຊີວິດຍືນຍາວ ຫລື ຄວາມຮັ່ງມີໃຫ້ຕົນເອງ ຫລື ຂໍຊີວິດສັດຕູຂອງເຈົ້າ, ແຕ່ເຈົ້າເອງໄດ້ຂໍຄວາມສາມາດເແຍກແຍະເພື່ອຈະເຂົ້າໃຈຄວາມຍຸດຕິທຳ,
\v 12 ບັດນີ້, ເຮົາຈະເຮັດຕາມຄຳທີ່ເຈົ້າໄດ້ຂໍເຮົາ. ເຮົາຈະໃຫ້ໃຈທີ່ປະກອບດ້ວຍປັນຍາແລະ ຄວາມເຂົ້າໃຈ, ເພາະວ່າຈະບໍ່ມີໃຜທີ່ເປັນຢູ່ກ່ອນເຈົ້າຫລັງ​ຈາກເຈົ້າ, ແລະ ຈະບໍ່ມີໃຜທີ່ຂຶ້ນມານຳຫລັງເຈົ້າ​ຕໍ່​ຈາກເຈົ້າ.
\s5
\v 13 ເຮົາຍັງຈະໃຫ້ເຈົ້າໃນສິ່ງທີ່ເຈົ້າບໍ່ໄດ້ຂໍດ້ວຍ, ຄວາມຮັ່ງມີ ແລະ ກຽດຕິຍົດ, ເພື່ອຈະບໍ່ມີກະສັດອົງໃດປຽບທຽບກັບເຈົ້າໄດ້ຕະຫລອດທັງເວລາທັງຫມົດຂອງເຈົ້າ.
\v 14 ຖ້າເຈົ້າຈະດຳເນີນຕາມທາງຂອງເຮົາ ຮັກສາກົດເກນ ແລະພຣະບັນຍັດຂອງເຮົາ, ແບບດາວິດພໍ່ຂອງເຈົ້າໄດ້ດຳເນີນນັ້ນ, ແລ້ວເຮົາກໍຈະໃຫ້ອາຍຸຂອງເຈົ້າຍືນຍາວ."
\s5
\v 15 ແລ້ວໂຊໂລໂມນກໍໄດ້ຕື່ນຈາກນອນ, ແລະນີ້ແຫລະ ເປັນຄວາມຝັນ. ທ່ານກໍໄດ້ສະເດັດມານະຄອນເຢຣູຊາເລັມ ແລະ ໄດ້ຢືນຢູ່ຫນ້າຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ. ທ່ານໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາ, ແລະ ໄດ້ຈັດງານລ້ຽງແກ່ຂ້າຣາຊການທຸກຄົນຂອງເພິ່ນ.
\s5
\v 16 ແລ້ວຍິງໂສເພນີສອງຄົນໄດ້ມາຫາກະສັດໂຊໂລໂມນ ແລະ ໄດ້ຢືນຢູ່ຕໍ່ຫນ້າທ່ານ.
\v 17 ຍິງຄົນຫນຶ່ງໄດ້ເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ຜູ້ຍິງຄົນນີ້ ແລະ ຂ້ານ້ອຍໄດ້ອາໄສຢູ່ບ້ານຫລັງດຽວກັນ, ແລະ ຂ້ານ້ອຍກໍເກີດລູກຊາຍຂອງຄົນຫນຶ່ງ ຂະນະທີ່ນາງກໍຢູ່ໃນບ້ານ.
\s5
\v 18 ເລື່ອງນີ້ເກີດຂຶ້ນໃນວັນທີສາມເມື່ອຂ້ານ້ອຍເກີດລູກແລ້ວ ແລະ ຍິງຄົນນີ້ກໍໄດ້ເກີດລູກດ້ວຍ. ພວກຂ້ານ້ອຍໄດ້ຢູ່ນຳກັນ. ບໍ່ມີໃຜຢູ່ກັບພວກຂ້ານ້ອຍໃນບ້ານນັ້ນເລີຍ, ພຽງແຕ່ພວກຂ້ານ້ອຍທັງສອງເທົ່ານັ້ນຢູ່ໃນບ້ານນັ້ນ.
\v 19 ແລ້ວລູກຊາຍຂອງຍິງຄົນນີ້ໄດ້ຕາຍແລ້ວໃນເວລາກາງຄືນ, ເພາະນາງນອນທັບເຂົາ.
\v 20 ດັ່ງນັ້ນໃນຕອນກາງຄືນນາງໄດ້ລຸກຂຶ້ນ ແລະ ໄດ້ເອົາລູກຊາຍຂອງຂ້ານ້ອຍໄປຈາກຂ້າງກາຍຂ້ານ້ອຍ, ໃນຂະນະທີ່ສາວໃຊ້ຂອງທ່ານໄດ້ນອນຫລັບຢູ່, ແລະ ໄດ້ວາງເຂົາໄວ້ໃນເອິກຂອງນາງ, ແລະ ນາງໄດ້ເອົາລູກຊາຍຂອງນາງທີ່ຕາຍແລ້ວນັ້ນໄວ້ໃນເອິກຂອງຂ້ານ້ອຍ.
\s5
\v 21 ເມື່ອຂ້ານ້ອຍໄດ້ຕື່ນຂຶ້ນໃນຕອນເຊົ້າ ເພື່ອໃຫ້ລູກຂອງຂ້ານ້ອຍກິນນົມ, ເຂົາໄດ້ຕາຍແລ້ວ ແຕ່ເມື່ອຂ້ານ້ອຍໄດ້ຄິດເບິ່ງໃນຕອນເຊົ້າ, ເດັກນັ້ນບໍ່ແມ່ນລູກຊາຍທີ່ຂ້ານ້ອຍໄດ້ເກີດອອກມາ."
\v 22 ແຕ່ແລ້ວຍິງອີກຄົນຫນຶ່ງໄດ້ເວົ້າວ່າ, "ບໍ່ແມ່ນ, ເດັກທີ່ມີຊີວິດເປັນລູກຂອງລາວ, ສ່ວນເດັກທີ່ຕາຍໄປເປັນລູກຂອງຂ້ານ້ອຍ." ຍິງຄົນທີຫນຶ່ງໄດ້ເວົ້າວ່າ, "​ບໍ່, ເດັກທີ່ຕາຍເປັນລູກຂອງເຈົ້າ ແລະ ເດັກທີ່ມີຊີວິດຢູ່ເປັນລູກຂອງຂ້ອຍ." ນີ້ເປັນວິທີທີ່ພວກນາງໄດ້ຖຽງກັນຕໍ່ຫນ້າກະສັດ.
\s5
\v 23 ແລ້ວກະສັດໄດ້ກ່າວວ່າ, "ຄົນຫນຶ່ງເວົ້າວ່າ, 'ເດັກທີ່ມີຊີວິດຢູ່ນີ້ເປັນລູກຊາຍຂອງຂ້ອຍ, ແລະ ສ່ວນລູກຊາຍຂອງເຈົ້າຕາຍແລ້ວ,' ແລະ ອີກຄົນຫນຶ່ງເວົ້າວ່າ, 'ບໍ່ແມ່ນ, ລູກຊາຍຂອງເຈົ້າຕາຍແລ້ວ, ແລະ ລູກຊາຍຂອງຂ້ອຍຍັງມີຊີວິດຢູ່."
\v 24 ກະສັດໄດ້ກ່າວວ່າ, "ຈົ່ງເອົາດາບມາໃຫ້ເຮົາເຫລັ້ມຫນຶ່ງ." ພວກເຂົາຈຶ່ງໄດ້ນຳດາບມາໄວ້ຕໍ່ຫນ້າກະສັດ.
\v 25 ແລ້ວກະສັດໄດ້ກ່າວວ່າ, "ຈົ່ງແບ່ງເດັກທີ່ມີຊີວິດອອກເປັນສອງສ່ວນ, ແລະໃຫ້ຍິງຄົນຫນຶ່ງສ່ວນຫນຶ່ງ ແລະ ອີກຄົນຫນຶ່ງສ່ວນຫນຶ່ງ."
\s5
\v 26 ແລ້ວຍິງຄົນທີ່ລູກຊາຍຂອງຕົນຍັງມີຊີວິດຢູ່ນັ້ນໄດ້ຕອບກະສັດ, ເພາະວ່າຈິດໃຈເຕັມໄປດ້ວຍຄວາມອີ່ຕົນລູກຊາຍຂອງນາງ, ແລະ ນາງຈຶ່ງໄດ້ເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ຈົ່ງມອບເດັກທີ່ມີຊີວິດນັ້ນໃຫ້ນາງອີກຄົນຫນຶ່ງໄປ, ແລະຢ່າຂ້າເຂົາເລີ​ຍ." ແຕ່ຍິງອີກຄົນຫນຶ່ງໄດ້ເວົ້າວ່າ, "ຢ່າໃຫ້ເດັກນັ້ນເປັນຂອງຂ້ອຍຫລືຂອງເຈົ້າ ແຕ່ຈົ່ງແບ່ງເທີນ."
\v 27 ແລ້ວກະສັດໄດ້ຕອບວ່າ, "ຈົ່ງໃຫ້ເດັກທີ່ມີຊີວິດນັ້ນແກ່ຍິງຄົນທຳອິດ ແລະຢ່າຂ້າເດັກເລີຍ ນາງເປັນແມ່ຂອງເດັກ​ຄົນນັ້ນ."
\v 28 ເມື່ອຄົນອິດສະຣາເອນທັງຫມົດໄດ້ຮູ້ເລື່ອງການພິພາກສາ ຊຶ່ງກະສັດໄດ້ຊົງພິພາກສານັ້ນ ເຂົາທັງຫລາຍກໍຢ້ານກົວກະສັດ ເພາະເຂົາເຫັນວ່າ ປັນຍາຂອງພຣະເຈົ້າຢູ່ໃນທ່ານ ທີ່ຈະພິພາກສານັ້ນ.
\s5
\c 4
\cl ບົດທີ 4
\p
\v 1 ກະສັດໂຊໂລໂມນໄດ້ເປັນກະສັດຂອງຄົນອິດສະຣາເອນທັງຫມົດ.
\v 2 ຕໍ່ໄປນີ້ເປັນບັນດາຂ້າຣາຊການຊັ້ນຜູ້ໃຫຍ່ຂອງເພິ່ນຄື: ອາຊາຣີຢາ ລູກຊາຍຂອງຊາດົກໄດ້ເປັນປະໂຣຫິດ.
\v 3 ເອລີໂຮເຣັບ ແລະ ອາຮີຢາ ລູກຊາຍຂອງຊີຊາ, ເປັນເລຂາທິການປະຈຳຣາຊວັງ. ເຢໂຮຊາຟັດລູກຊາຍຂອງອາຮີລຸດເປັນຜູ້ບັນທຶກ.
\v 4 ເບນາອີຢາ ລູກຊາຍຂອງເຢໂຮຍອາດາໄດ້ເປັນຜູ້ບັນຊາການກອງທັບ. ຊາດົກ ແລະ ອາບີອາທາໄດ້ເປັນປະໂຣຫິດ.
\s5
\v 5 ອາຊາຣີຢາລູກຊາຍຂອງນາທານເປັນຫົວຫນ້າຜູ້ປົກຄອງແຂວງຕ່າງໆ. ຊາບຸດລູກຊາຍຂອງນາທານໄດ້ເປັນປະໂຣຫິດ ແລະ ໄດ້ເປັນທີ່ປຶກສາຂອງກະສັດ.
\v 6 ອາຮີຊາໄດ້ເປັນຜູ້ກຳກັບບັນດາຄົນຮັບໃຊ້ຢູ່ໃນວັງ ແລະ ອາໂດນີຣາມລູກຊາຍຂອງອັບດາເປັນຜູ້ເບິ່ງແຍງຄົນງານຜູ້ທີ່ເປັນຄົນງານໂຢທາ.
\s5
\v 7 ໂຊໂລໂມນໄດ້ຊົງມີຜູ້ປົກຄອງແຂວງສິບສອງຄົນໄວ້ຢູ່ໃນປະເທດອິດສະຣາເອນທັງຫມົດ, ຜູ້ຊຶ່ງໄດ້ເປັນຜູ້ຈັດສະບຽງອາຫານສຳລັບກະສັດ ແລະ ຄົວເຮືອນຂອງພຣະອົງ. ແຕ່ລະຄົນຕ້ອງໄດ້ຈັດຕຽມເດືອນຫນຶ່ງໃນຫນຶ່ງປີ.
\v 8 ຕໍ່ໄປນີ້ເປັນຊື່ຂອງພວກເຂົາຄື: ເບນເຮີ, ປະຈຳທີ່ເຂດເນີນພູເອຟຣາອິມ;
\v 9 ເບັນເດເກ ປະຈຳທີ່ເມືອງມາກາດ, ຊາອານບິມ ເບັດເຊເມດ, ແລະເອໂລນເບັດຮານານ;
\v 10 ເບັນເຮເສັດ, ປະຈຳທີ່ເມືອງອາຣຸບໂບດ (ທີ່ຂຶ້ນກັບເຂົາມີ ໂສໂກ ແລະເຂດແດນເຮເຟທັງຫມົດ);
\s5
\v 11 ເບນາບີນາດາບ, ປະຈຳທີ່ເຂດເມືອງໂດເຣທັງຫມົດ (ທ່ານໄດ້ຕາຟາດລູກສາວຂອງໂຊໂລໂມນເປັນເມຍ);
\v 12 ບາອານາ ລູກຊາຍຂອງອາຮີລຸດ, ປະຈຳທີ່ເມືອງຕາອານັກ ແລະເມກິດໂດ, ແລະ ເບັດເຊອານທັງຫມົດຊຶ່ງຢູ່ຂ້າງຊາເຣທານທີ່ຢູ່ໃຕ້ລົງໄປຈາກເມືອງຢິດຊະເຣນ, ຕັ້ງແຕ່ເບັດເຊອານຮອດອາເບັນເມໂຮລາໄປຈົນຮອດອີກດ້ານຫນຶ່ງຂອງເມືອງໂຢກເມອາມ;
\v 13 ເບັນເກເບ, ປະຈຳທີ່ເມືອງຣາໂມດກີເລອາດ (ທີ່ຂຶ້ນກັບເຂົາມີຫມູ່ບ້ານຕ່າງໆ ຂອງຢາອີລູກຊາຍຂອງນາມາເຊ, ຊຶ່ງຢູ່ໃນກີເລອາດ, ແລະ ເຂົາໄດ້ມີອານາເຂດອັກໂກບຂຶ້ນກັບເຂົາ, ຊຶ່ງຢູ່ໃນບາຊານ, ຄືເມືອງໃຫຍ່ຫົກສິບເມືອງຊຶ່ງມີກຳແພງເມືອງ ທັງມີກອນປະຕູເມືອງທີ່ເຮັດດ້ວຍທອງສຳຣິດ);
\v 14 ອາຮີນາດັບລູກຊາຍຂອງອິດໂດ, ປະຈຳທີ່ມະຫານາອິມ;
\s5
\v 15 ອາຮີມາອາດ, ປະຈຳທີ່ເນັບທາລີ (ທ່ານໄດ້ແຕ່ງງານກັບນາງບາເຊມາດ ລູກສາວອີກຄົນຫນຶ່ງຂອງກະສັດໂຊໂລໂມນ);
\v 16 ບາອານາລູກຊາຍຂອງຮູຊາຍ, ປະຈຳທີ່ເຂດອາເຊ ແລະເບອາໂລດ;
\v 17 ເຢໂຮຊາຟັດລູກຊາຍຂອງປາຣູອາ, ປະຈຳທີ່ອິດຊາຄາ;
\s5
\v 18 ຊີເມອີລູກຊາຍຂອງເອລາ, ປະຈຳທີ່ເບັນຢາມິນ;
\v 19 ແລະ ເກເບລູກຊາຍຂອງອູຣິ, ປະຈຳທີ່ແຜ່ນດິນກີເລອາດ, ເມືອງຂອງສີໂຫນກະສັດຂອງຊາວອາໂມຣິດ ແລະ ຂອງໂອກກະສັດແຫ່ງບາຊານ, ມີຜູ້ກວດຣາຊການຄົນຫນຶ່ງທີ່ປະຈຳທີ່ແຜ່ນດິນນັ້ນ.
\s5
\v 20 ຄົນຢູດາ ແລະ ຄົນອິດສະຣາເອນນັ້ນໄດ້ມີຈຳນວນຫລວງຫລາຍຄືເມັດຊາຍຕາມແຄມຟັ່ງທະເລ. ເຂົາທັງຫລາຍໄດ້ກິນດື່ມ ແລະ ໄດ້ມີຈິດໃຈເບີກບານ.
\v 21 ໂຊໂລໂມນໄດ້ປົກຄອງທຸກອານາຈັກຕັ້ງແຕ່ແມ່ນ້ຳເອີຟຣັດໄປຈົນຮອດດິນແດນຂອງປະເທດເອຢິບ. ພວກເຂົາທັງຫລາຍໄດ້ຖວາຍບັນນານການ ແລະ ໄດ້ຮັບໃຊ້ໂຊໂລໂມນຈົນຕະຫລອດຊີວິດຂອງທ່ານ.
\v 22 ສະບຽງອາຫານສຳລັບໂຊໂລໂມນໃນມື້ຫນຶ່ງນັ້ນ ຄື ແປ້ງລະອຽດຫົກໂຕນ, ແລະ ອາຫານສິບສອງໂຕນ,
\v 23 ງົວຕຸ້ຍພີສິບໂຕ, ງົວລ້ຽງຈາກທົ່ງນາຊາວໂຕ, ແກະຫນຶ່ງຮ້ອຍໂຕ, ນອກຈາກນີ້ມີ ກວາງ, ມັງ, ໂອງ, ແລະ ໄກ່ໂຕອ້ວນພີ.
\s5
\v 24 ເພາະທ່ານໄດ້ຄອບຄອງທ້ອງຖິ່ນທັງຫມົດທາງທິດນີ້ຂອງແມ່ນ້ຳ, ຕັ້ງແຕ່ທິບສາໄປຈົນຮອດເມືອງກາຊາ, ໄດ້ຄອບຄອງເຫນືອບັນດາກະສັດທີ່ຢູ່ທາງທິດນີ້ຂອງແມ່ນ້ຳ, ແລະ ທ່ານໄດ້ຊົງມີຄວາມສະຫງົົບສຸກຢູ່ອ້ອມດ້ານຂອງທ່ານ.
\v 25 ຢູດາ ແລະ ອິດສະຣາເອນກໍໄດ້ຢູ່ຢ່າງປອດໄພ, ທຸກຄົນຕ່າງກໍມີສວນອະງຸ່ນ ແລະ ສວນຫມາກເດື່ອເທດເປັນຂອງຕົນເອງ, ຈາກດານໄປເຖິງເບຍເອເຊບາ, ໃນທຸກວັນທັງຫມົດຂອງໂຊໂລໂມນ.
\s5
\v 26 ໂຊໂລໂມນໄດ້ມີຄອກມ້າສີ່ຫມື່ນຄອກສຳລັບລົດມ້າສຶກຂອງທ່ານ, ແລະ ມີທະຫານມ້າຫນຶ່ງຫມື່ນສອງພັນຄົນ.
\v 27 ພວກຜູ້ປົກຄອງສິບສອງຄົນກໍໄດ້ຈັດສະບຽງອາຫານແກ່ກະສັດໂຊໂລໂມນ ເເລະ ທຸກຄົນທີ່ມາຍັງໂຕະອາຫານກະສັດໂຊໂລໂມນ, ພວກເຂົາຕ່າງກໍໄດ້ຖວາຍສິ່ງຂອງຕາມເດືອນຂອງຕົນ ໂດຍບໍ່ໃຫ້ສິ່ງໃດບົກພ່ອງເລີຍ.
\v 28 ພວກເຂົາໄດ້ນຳທັງເຂົ້າບາເລໄປຍັງສະຖານທີ່ຖືກຕ້ອງ ເເລະ ເມັດເຂົ້າພັນດີສຳລັບລົດມ້າ ເເລະ ຂີ່ມ້າ, ເເຕ່ລະຄົນໄດ້ນຳມາຕາມທີ່ເຂົາສາມາດເຮັດໄດ້.
\s5
\v 29 ພຣະເຈົ້າໄດ້ຊົງປະທານສະຕິປັນຍາ ເເລະຄວາມເຂົ້າໃຈເເກ່ໂຊໂລໂມນຫລາຍ, ແລະ ອີກທັງຄວາມຮອບຮູ້ທີ່ເເຄມຝັ່ງທະເລ.
\v 30 ສະຕິປັນຍາໂຊໂລໂມນເຫນືອກວ່າສະຕິປັນຍາຊາວຕາເວັນອອກ ເເລະ ສະຕິປັນຍາທັງຫມົດຂອງເອຢິບ.
\v 31 ພ​ຣະອົງໄດ້ຊົງມີສະຕິປັນຍາຫລາຍກວ່າທຸກຄົນ - ຍິ່ງກວ່າຕະກູນເອທານ, ເຮມານ, ເເລະ ຊາວດາກດາ, ລູກຊາຍທັງຫລາຍຂອງມາໂຮນ - ເເລະ ນາມຂອງພ​ຣະອົງເລື່ອງລືໄປທຸກຊົນຊາດຢູ່ອ້ອມໆ.
\s5
\v 32 ພ​ຣະອົງໄດ້ກ່າວສຸພາສິດສາມຂໍ້ ເເລະ ບົດເພງຂອງພ​ຣະອົງມີຫນຶ່ງພັນຫ້າບົດ.
\v 33 ພະອົງໄດ້ຊົງບັນລະຍາຍເຖິງຕົ້ນໄມ້, ຕັ້ງເເຕ່ຕົ້ນໄມ້ ເເລະພືດຜົນຕ່າງໆຊຶ່ງງອກອອກມາຈາກກຳເເພງ. ພະອົງໄດ້ອະທິບາຍເຖິງສັດຕ່າງໆ ບັນດານົກ ບັນດາສັດເລືອຄານ ເເລະ ປາ.
\v 34 ປະຊາຊົນຈາກຊົນຊາດທັງຫລາຍກໍໄດ້ມາເພື່ອ​ຢາກ​ຟັງສະຕິປັນຍາຂອງໂຊໂລໂມນ. ພວກເຂົາໄດ້ຕົວເເທນຂອງບັນດາກະສັດເເຫ່ງເເຜ່ນດິນໂລກທັງປວງ ຜູ້ໄດ້ຍິນເຖິງສະຕິປັນຍາຂອງພະອົງ.
\s5
\c 5
\cl ບົດທີ 5
\p
\v 1 ຮີຣາມກະສັດເມືອງຕີເຣໄດ້ສົ່ງຜູ້ຮັບໃຊ້ຂອງທ່ານໄປຫາກະສັດໂຊໂລໂມນ ເມື່ອທ່ານໄດ້ຍິນວ່າ ພວກເຂົາໄດ້ເຈີມໃຫ້ໂຊໂລໂມນຂຶ້ນເປັນກະສັດແທນພໍ່ຂອງເພິ່ນ; ເພາະຮີຣາມໄດ້ເປັນມິດ​ທີ່​ຮັກກັບກະສັດດາວິດຢູ່ເລື້ອຍໆ.
\v 2 ໂຊໂລໂມນໄດ້ສົ່ງຄຳຕອບໄປບອກກະສັດຮີຣາມວ່າ,
\v 3 “ທ່ານກໍຄົງຮູ້ຢູ່ແລ້ວວ່າ ດາວິດພໍ່ຂອງຂ້າພະເຈົ້າບໍ່ຊົງສາມາດສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວພຣະເຈົ້າຂອງເພິ່ນໄດ້ ເພາະສົງຄາມອ້ອມຮອບເພິ່ນຢູ່, ຈົນກວ່າພຣະຢາເວຈະຊົງໃຫ້ເພິ່ນຊະນະສັດຕູທັງຫລາຍຂອງເພິ່ນ.
\s5
\v 4 ແຕ່ບັດນີ້, ພຣະຢາເວພຣະເຈົ້າຂອງຂ້າພະເຈົ້າໄດ້ໃຫ້ຄວາມສະຫງົບສຸກແກ່ຊາຍແດນຂອງຂ້າພະເຈົ້າ. ສັດຕູກໍບໍ່ມີ ແລະ ໂພຍໄພໃດໆກໍບໍ່ມາລົບກວນ.
\v 5 ດັ່ງນັ້ນຂ້າພະເຈົ້າຈຶ່ງຕັດສິນໃຈສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວພຣະເຈົ້າຂອງຂ້າພະເຈົ້າ, ດັ່ງທີ່ພຣະຢາເວໄດ້ກ່າວໄວ້ກັບດາວິດພໍ່ຂອງຂ້າພະເຈົ້າວ່າ, 'ລູກຊາຍຂອງເຈົ້າ, ຜູ້ທີ່ເຮົາຈະໃຫ້ຂຶ້ນເປັນກະສັດແທນເຈົ້ານັ້ນ ຈະສ້າງພຣະວິຫານສຳລັບນາມຂອງເຮົາ.'
\s5
\v 6 ດັ່ງນັ້ນ ບັດນີ້ຂໍທ່ານຈົ່ງສົ່ງຄົນຂອງທ່ານໄປຕັດໄມ້ຕົ້ນແປກທີ່ພູເລບານອນໃຫ້ຂ້າພະເຈົ້າ. ຄົນຂອງຂ້າພະເຈົ້າຈະສົມທົບກັບຄົນຂອງທ່ານ, ເພື່ອທີ່ຂ້າພະເຈົ້າຈະໄດ້ມອບເງິນຄ່າຈ້າງໃຫ້ຄົນຂອງທ່ານແກ່ທ່ານຕາມທີ່ທ່ານໄດ້ຕັ້ງລາຄາໄວ້. ເພາະທ່ານກໍຮູ້ແລ້ວວ່າ ທ່າມກາງພວກເຮົານີ້ບໍ່ມີໃຜຮູ້ຈັກການຕັດໄມ້ໄດ້ດີດັ່ງຄົນຂອງທ່ານ."
\s5
\v 7 ເມື່ອຮີຣາມໄດ້ຍິນຖ້ອຍຄຳຂອງໂຊໂລໂມນ, ທ່ານກໍໄດ້ດີໃຈທີ່ສຸດ ແລະ ກ່າວວ່າ, "ວັນນີ້ຂໍສັນລະເສີນພຣະຢາເວ ຜູ້ຊົງປະທານລູກຊາຍທີ່ມີປັນຍາຄົນຫນຶ່ງແກ່ດາວິດ ໃຫ້ຂຶ້ນເປັນກະສັດປົກຄອງຊົນຊາດໃຫຍ່ນີ້ແທນເພິ່ນ."
\v 8 ຮີຣາມໄດ້ສົ່ງຄົນໄປຫາໂຊໂລໂມນ, ກ່າວວ່າ, "ຂ້າພະເຈົ້າໄດ້ຮູ້ຂ່າວ ທີ່ທ່ານສົ່ງຄົນໄປຫາຂ້າພະເຈົ້າແລ້ວ. ຂ້າພະເຈົ້າພ້ອມຈະເຮັດຕາມທີ່ທ່ານຕ້ອງການໃນເລື່ອງໄມ້ຕົ້ນແປກ ແລະ ໄມ້ສົນໃຫ້.
\s5
\v 9 ຄົນຂອງຂ້າພະເຈົ້າຈະເອົາໄມ້ເຫລົ່ານັ້ນຈາກພູເລບານອນຈົນຮອດທະເລ, ແລະ ຂ້າພະເຈົ້າຈະມັດເປັນແພລ່ອງຕາມທະເລໄປບ່ອນທີ່ທ່ານໄດ້ນຳຂ້າພະເຈົ້າ. ຂ້າພະເຈົ້າຈະເຮັດໃຫ້ພວກເຂົາແຕກແຍກຢູ່ທີ່ນັ້ນ, ແລະ ຂໍທ່ານມາຮັບເອົາເຂົາໄປ. ຂໍທ່ານສົ່ງສະບຽງອາຫານແກ່ວັງຂອງຂ້າພະເຈົ້າ ເທົ່ານີ້ກໍສົມໃຈຂ້າພະເຈົ້າແລ້ວ."
\s5
\v 10 ດັ່ງນັ້ນຮີຣາມຈຶ່ງໄດ້ຈັດສົ່ງໄມ້ແປກ ແລະ ໄມ້ສົນໃຫ້ແກ່ໂຊໂລໂມນ ຕາມຄວາມຕ້ອງການທຸກຢ່າງ.
\v 11 ແລ້ວໂຊໂລໂມນກໍໄດ້ໃຫ້ເຂົ້າເດືອຍສີ່ພັນໂຕນເພື່ອເປັນອາຫານແກ່ວັງຂອງທ່ານ ແລະ ນ້ຳມັນຫມາກກອກເທດສີ່ພັນລິດ. ໂຊໂລໂມນກໍໄດ້ສົ່ງສະບຽງອາຫານແບບນີ້ໃຫ້ແກ່ຮີຣາມທຸກປີ.
\v 12 ພຣະຢາເວໄດ້ຊົງປະທານສະຕິປັນຍາແກ່ໂຊໂລໂມນ, ດັ່ງທີ່ໄດ້ຊົງສັນຍາໄວ້. ມີສັນຕິສຸກລະຫວ່າງຮີຣາມກັບໂຊໂລໂມນ, ແລະ ທັງສອງກໍມີຂໍ້ຕົກລົງຕໍ່ກັນ.
\s5
\v 13 ກະສັດໂຊໂລໂມນໄດ້ເກນເອົາຄົນງານໂຢທາ ຈາກອິດສະຣາເອນທັງຫມົດ. ຄົນທີ່ຖືກເກນ ຄົນທີ່ຖືກເກນມີຈຳນວນຜູ້​ຊາຍສາມຫມື່ນຄົນ.
\v 14 ທ່ານໄດ້ໃຊ້ເຂົາທັງຫລາຍໄປພູເລບານອນ, ເພິ່ນແບ່ງຄົນງານນີ້ອອກເປັນສາມພວກຄືພວກລະສິບພັນຄົນ ແຕ່ລະພວກໃຊ້ເວລາເຮັດວຽກຢູ່ພູເລບານອນຫນຶ່ງເດືອນ ແລະ ກັບເມືອຢູ່ເຮືອນສອງເດືອນ. ແລະ ອາໂດນີຣາມໄດ້ເປັນຜູ້ເບິ່ງແຍງຄົນງານ.
\s5
\v 15 ໂຊໂລໂມນໄດ້ມີຄົນຂົນຫີນຫນັກເຈັດຫມື່ນຄົນ ແລະ ຄົນຕັກຫີນຢູ່ແຖບເນີນພູແປດຫມື່ນຄົນ,
\v 16 ນອກຈາກນີ້ຍັງມີຫົວຫນ້າຄົນໃຊ້ຂອງໂຊໂລໂມນອີກ ສາມພັນສາມຮ້ອຍຄົນ ເປັນຜູ້ເບິ່ງແຍງວຽກງານ ແລະ ເປັນຫົວຫນ້າຜູ້ເບິ່ງແຍງປະຊາຊົນຜູ້ປະຕິບັດວຽກງານ.
\s5
\v 17 ກະສັດໄດ້ຊົງສັ່ງເຂົາທັງຫລາຍໃຫ້ສະກັດກ້ອນຫີນໃຫຍ່ງາມດີອອກມາ ເພື່ອວາງຮາກຖານຂອງພຣະວິຫານ.
\v 18 ດັ່ງນັ້ນຄົນງານກໍ່ສ້າງຂອງໂຊໂລໂມນ ແລະ ຄົນງານກໍ່ສ້າງຂອງຮີຣາມແລະ ຊາວບິບໂລກໍໄດ້ຈັດຕຽມກ້ອນຫີນ ແລະ ໄມ້ເພື່ອສ້າງວິຫານ.
\s5
\c 6
\cl ບົດທີ 6
\p
\v 1 ດັ່ງນັ້ນໂຊໂລໂມນໄດ້ເລີ່ມສ້າງພຣະວິຫານຂອງພຣະຢາເວ. ສິ່ງນີ້ໄດ້ເກີດຂຶ້ນໃນປີທີ 480 ຫລັງຈາກທີ່ປະຊາຊົນອິດສະຣາເອນໄດ້ອອກມາຈາກແຜ່ນດິນເອຢິບ, ໃນປີທີສີ່ຂອງການປົກຄອງອິດສະຣາເອນຂອງໂຊໂລໂມນ, ໃນເດືອນຊີເຟ ຊຶ່ງເປັນເດືອນທີສອງ.
\v 2 ພຣະວິຫານຊຶ່ງກະສັດໂຊໂລໂມນໄດ້ສ້າງສຳລັບພຣະຢາເວນັ້ນຍາວຊາວເຈັດແມັດ ກວ້າງເກົ້າແມັດ ແລະ ສູງສິບສາມແມັດເຄິ່ງ.
\s5
\v 3 ຫ້ອງຊື່ທາງປະຕູເຂົ້າເລິກສີ່ແມັດເຄິ່ງ ແລະກວ້າງເກົ້າແມັດ ຊຶ່ງກວ້າງເທົ່າກັບຕົວພຣະວິຫານ.
\v 4 ສຳລັບພຣະວິຫານທ່ານໄດ້ຊົງສ້າງປ່ອງຢ້ຽມດ້ວຍວົງກົບໂດຍໄດ້ເຮັດໃຫ້ທາງນອກແຄບກ່ວາທາງໃນ.
\s5
\v 5 ດ້ານຂ້າງ ແລະ ດ້ານຫລັງພຣະວິຫານຕໍ່ຈາກລະບຽງດ້ານຂ້າງນອກ ເພິ່່ນໄດ້ສ້າງຫ້ອງສາມຊັ້ນ ຊຶ່ງແຕ່ລະຊັ້ນສູງສອງແມັດຊາວເຊັນ.
\v 6 ຫ້ອງຊັ້ນລຸ່ມສຸດ ກວ້າງສອງແມັດຊາວເຊັນ, ຊັ້ນກາງກວ້າງສອງແມັດເຈັດສິບເຊັນ. ແລະ ຊັ້ນທີສາມກວ້າງສາມແມັດສິບເຊັນ. ສຳລັບອ້ອມດ້ານນອກ ທ່ານໄດ້ສ້າງຂອບຢືນອອກມາຈາກຝາຂອງພຣະວິຫານໂດຍອ້ອມທັງຫມົດ ເພື່ອວ່າແຕ່ລະຫ້ອງຈະຕໍ່ກັນໂດຍບໍ່ຕ້ອງໃຊ້ໄມ້ຂາງ.
\s5
\v 7 ພຣະວິຫານນັ້ນກໍສ້າງດ້ວຍຫີນ ຊຶ່ງຕຽມມາຈາກບໍ່ຫີນ ເພາະສະນັ້ນຈຶ່ງບໍ່ໄດ້ຍິນສຽງຄ້ອນຕີ, ຂວານ ຫລື ເຄື່ອງມືຕ່າງໆທີ່ເປັນເຫລັກ ໃນພຣະວິຫານ ຂະນະທີ່ເຮັດວຽກກໍ່ສ້າງ.
\v 8 ທາງດ້ານທິດໃຕ້ຂອງພຣະວິຫານ ຄືທາງເຂົ້າຫ້ອງຊັ້ນລຸ່ມ, ແລ້ວຄົນກໍຂຶ້ນໂດຍໃຊ້ຂັນໄດໄປຫາຊັ້ນທີສອງ, ແລະ ຈາກຊັ້ນທີສອງໄປຫາຊັ້ນທີສາມ.
\s5
\v 9 ດັ່ງນັ້ນໂຊໂລໂມນໄດ້ສ້າງພຣະວິຫານ ແລະໄດ້ສ້າງຈົນແລ້ວ; ທ່ານໄດ້ໃຊ້ໄມ້ແປກເຮັດຂື່ ແລະ ເພດານ.
\v 10 ທ່ານໄດ້ສ້າງຫ້ອງອ້ອມພຣະວິຫານ, ແຕ່ລະດ້ານສູງສອງແມັດຊາວເຊັນ; ໂດຍໄດ້ເຊື່ອມຕິດກັບຕົວພຣະວິຫານໂດຍໃຊ້ໄມ້ແປກ.
\s5
\v 11 ພຣະວັດຈະນະຂອງພຣະຢາເວໄດ້ມາຮອດໂຊໂລໂມນວ່າ,
\v 12 "ກ່ຽວກັບພຣະວິຫານນີ້ຊຶ່ງເຈົ້າກຳລັງສ້າງຢູ່, ຖ້າເຈົ້າດຳເນີນຕາມກົດເກນຂອງເຮົາເຊື່ອຟັງກົດຂອງເຮົາ ແລະ ເຮັດຄວາມຍຸດຕິທຳ, ແລະ ຮັກສາພຣະບັນຍັດທັງຫມົດຂອງເຮົາ, ໂດຍດຳເນີນຕາມ ແລ້ວເຮົາກໍຢືນຢັນຄຳສັນຍາຂອງເຮົາກັບເຈົ້າຊຶ່ງເຮົາໄດ້ເຮັດໄວ້ກັບດາວິດພໍ່ຂອງເຈົ້າ.
\v 13 ເຮົາຈະຢູ່ທ່າມກາງປະຊາຊົນອິດສະຣາເອນ ແລະ ຈະບໍ່ຖິ້ມພວກເຂົາເລີຍ."
\s5
\v 14 ດັ່ງນັ້ນໂຊໂລໂມນໄດ້ສ້າງພຣະວິຫານສຳເລັດ.
\v 15 ຝາຂ້າງໃນຂອງພຣະວິຫານຕັ້ງແຕ່ພື້ນຈົນຈຸເພດານແມ່ນເຮັດດ້ວຍແປ້ນໄມ້ແປກ. ແລະ ຈາກພື້ນກໍປູດ້ວຍໄມ້ສົນ, ແລະ ເພິ່ນກໍໄດ້ປົກຄຸມພື້ນເຮືອນດ້ວຍໄມ້ປະດັບ.
\s5
\v 16 ທ່ານໄດ້ສ້າງດ້ານຫລັງຂອງພຣະວິຫານດ້ວຍແປ້ນໄມ້ແປກຈາກພື້ນຮອດເພດານ. ຊຶ່ງຍາວເກົ້າແມັດ ທ່ານໄດ້ສ້າງຫ້ອງສັກສິດທີ່ສຸດ, ໃຫ້ເປັນຫ້ອງຊັ້ນໃນສຸດ.
\v 17 ຫ້ອງທີ່ຢູ່ຕໍ່ຫນ້າຫ້ອງຊັ້ນ​ໃນສັກສິດທີ່​ສຸດ,​ນັ້ນ​ແມ່ນ, ທີ່ສຸດຍາວສິບແປດແມັດ.
\v 18 ສ່ວນທາງໃນພຣະວິຫານ, ທີ່ເປັນໄມ້ແປກແກະເປັນຮູບນ້ຳເຕົ້ານັ້ນ ແລະ ດອກໄມ້ບານ. ທາງໃນທັງຫມົດເປັນໄມ້ແປກ. ບໍ່ມີງານທີ່ໃຊ້ຫີນໃຫ້ເຫັນເລີຍທາງດ້ານໃນ.
\s5
\v 19 ໂຊໂລໂມນໄດ້ຈັດຕຽມຫ້ອງຊັ້ນໃນສຸດໄວ້ທາງໃນພຣະວິຫານ ເພື່ອຈະວາງຫີບພັນທະສັນຍາຂອງພຣະຢາເວໄວ້ບ່ອນນັ້ນ.
\v 20 ຫ້ອງຊັ້ນໃນສຸດນັ້ນຍາວເກົ້າແມັດ, ກວ້າງເກົ້າແມັດ, ແລະ ສູງເກົ້າແມັດ. ໂຊໂລໂມນໄດ້ໂອບຝາດ້ວຍທອງຄຳບໍລິສຸດ ແລະ ແທ່ນບູຊາກໍແອ້ມດ້ວຍໄມ້ແປກ.
\s5
\v 21 ໂຊໂລໂມນໄດ້ໂອບທາງໃນພຣະວິຫານດ້ວຍທອງຄຳບໍລິສຸດ, ແລະ ທ່ານໄດ້ວາງໂສ້ທອງຄຳໄວ້ຫນ້າຫ້ອງຊັ້ນໃນສຸດ, ແລະ ດ້ານຫນ້າກໍໃຊ້ຄຳໂອບເຊັ່ນດຽວກັນ.
\v 22 ທ່ານໄດ້ໂອບພຣະວິຫານທາງໃນທັງຫລັງດ້ວຍທອງຄຳ ຈົນພຣະວິຫານນັ້ນສຳເລັດທັງຫມົດ. ທ່ານກໍໄດ້ໂອບແທ່ນບູຊາທັງແທ່ນ ທີ່ເປັນຂອງຫ້ອງຊັ້ນໃນສຸດດ້ວຍທອງຄຳ.
\s5
\v 23 ໂຊໂລໂມນໄດ້ສ້າງເຄຣຸບສອງຕົນດ້ວຍໄມ້ຫມາກກອກເທດ, ແຕ່ລະຕົນສູງສີ່ແມັດສີ່ສິບເຊັນ, ໃນຫ້ອງທາງໃນສຸດ.
\v 24 ປີກຂ້າງຫນຶ່ງຂອງເຄຣຸບຍາວສອງແມັດຊາວເຊັນ ແລະ ອີກຂ້າງຫນຶ່ງກໍຍາວສອງແມັດຊາວເຊັນ. ຈາກສົ້ນປີກຂ້າງຫນຶ່ງໄປຮອດອີກຂ້າງຫນຶ່ງ.
\v 25 ປີກອີກຂ້າງຫນຶ່ງຫ່າງກັນສີ່ແມັດສີ່ສິບເຊັນ. ເຄຣຸບອີກຕົນຫນຶ່ງມີໄລຍະສ່ວນປີກສີ່ແມັດສີ່ສິບເຊັນ. ເຄຣຸບທັງສອງຕົນມີຂະຫນາດເທົ່າກັນ ແລະ ຮູບຮ່າງແບບດຽວກັນ.
\v 26 ຄວາມສູງຂອງເຄຣຸບຕົນຫນຶ່ງສີ່ແມັດສີ່ສິບເຊັນ ແລະ ອີກຕົນຫນຶ່ງກໍຄືກັນ.
\s5
\v 27 ໂຊໂລໂມນໄດ້ວາງເຄຣຸບໄວ້ໃນສ່ວນຊັ້ນໃນທີ່ສຸດຂອງພຣະວິຫານ. ປີກຂອງເຄຣຸບນັ້ນກາງອອກ ເພື່ອທີ່ຈະໃຫ້ອີກຂ້າງມາຈຸກັນຈົນຮອດຝາອີກຂ້າງຫນຶ່ງ ແລະ ປີກຂອງເຄຣຸບອີກຕົນຫນຶ່ງຕິດກັບຝາອີກຂ້າງຫນຶ່ງ. ປີກຂອງເຄຣຸບທັງສອງຕົນກໍມາຕິດກັນທາງກາງຂອງຫ້ອງທີ່ສັກສິດທີ່ສຸດ.
\v 28 ໂຊໂລໂມນໄດ້ໂອບເຄຣຸບນັ້ນດ້ວຍທອງຄຳ.
\s5
\v 29 ທ່ານໄດ້ຊົງແກະສະຫລັກຝັງຂອງພຣະວິຫານນັ້ນ ດ້ວຍຮູບແກະສະຫລັກເປັນຮູບເຄຣຸບ, ຮູບຕົ້ນຕານ, ແລະ ຮູບດອກໄມ້ບານທັງຫ້ອງທາງໃນ ແລະ ທາງນອກ.
\v 30 ໂຊໂລໂມນໄດ້ປູພື້ນຂອງພຣະວິຫານນັ້ນ ດ້ວຍທອງຄຳທັງຂ້າງນອກ ແລະ ຂ້າງໃນ.
\s5
\v 31 ໂຊໂລໂມນໄດ້ເຮັດບານປະຕູຄູ່ ດ້ວຍໄມ້ຫມາກກອກເທດສຳລັບທາງເຂົ້າສູ່ຫ້ອງຊັ້ນໃນສຸດ. ທັບຫລັງ ແລະ ວົງກົບປະຕູໄດ້ເຮັດເປັນຮູບຫ້າຫລ່ຽມ.
\v 32 ດັ່ງນັ້ນທ່ານໄດ້ເຮັດປະຕູດ້ວຍໄມ້ຫມາກກອກເທດ, ແລະ ທ່ານໄດ້ແກະສະຫລັກບານປະຕູຄູ່ເປັນຮູບເຄຣຸບ, ຮູບຕົ້ນຕານ ແລະ ຮູບດອກໄມ້ບານ. ທ່ານໄດ້ໂອບບານປະຕູດ້ວຍທອງຄຳ ແລະ ທ່ານແຜ່ທອງຄຳຫຸ້ມເຄຣຸບແລະ ຫຸ້ມຕົ້ນຕານຕ່າງໆ.
\s5
\v 33 ດ້ວຍວິທີນີ້, ໂຊໂລໂມນໄດ້ຊົງເຮັດວົງກົບປະຕູທາງເຂົ້າພຣະວິຫານດ້ວຍໄມ້ຫມາກກອກເທດເປັນຮູບສີ່ລ່ຽມ
\v 34 ເເລະ ເຮັດປະຕູສອງປະຕູດ້ວຍໄມ້ສົນສາມໃບ. ບານປະຕູສອງບານຂອງປະຕູພັບຫາກັນໄດ້ ເເລະ ອີກສອງບານຂອງອີກປະຕູຫນຶ່ງພັບໄດ້ຄືກັນ.
\v 35 ພະອົງໄດ້ເເກະສະຫລັກເຄຣຸບ, ຕົ້ນຕານ, ເເລະ ດອກໄມ້ບານເທິງບານປະຕູນັ້ນ, ເເລະ ພະອົງໄດ້ໂອບດ້ວຍທອງຄຳສະຫມ່ຳສະເຫມີກັບງານເເກະສະຫລັກນັ້ນ.
\s5
\v 36 ພະອົງໄດ້ສ້າງລານຊັ້ນໃນດ້ວຍກຳເເພງຫີນສະກັດສາມຊັ້ນ ເເລະ ດ້ວຍໄມ້ສົນສີດາຫນຶ່ງຊັ້ນ.
\s5
\v 37 ຮາກຖານຂອງພຣະວິຫານຂອງພຣະຢາເວກໍຖືກວາງໄວ້ໃນປີທີສີ່, ຂອງເດືອນສິບ.
\v 38 ໃນປີທີສິບເອັດ, ໃນເດືອນເບລູ, ຊຶ່ງເປັນເດືອນທີເເປດ, ຊຶ່ງພຣະວິຫານນັ້ນກໍໄດ້ສຳເລັດຫມົດທຸກສ່ວນ ເເລະ ຕາມທີ່ໄດ້ກຳນົດໄວ້ທຸກຢ່າງ. ໂຊໂລໂມນໄດ້ຊົງສ້າງພຣະວິຫານນັ້ນເຈັດປີ.
\s5
\c 7
\cl ບົດທີ 7
\p
\v 1 ໂຊໂລໂມນໄດ້ໃຊ້ເວລາສິບສາມປີເພື່ອສ້າງຣາຊວັງຂອງເພິ່ນເອງ.
\v 2 ເພິ່ນໄດ້ຊົງສ້າງພະຣາຊວັງປ່າເເຫ່ງເລບານອນ. ຊຶ່ງຍາວສີ່ສິບສີ່ເເມັດ, ກວ້າງຊາວສອງເເມັດ, ເເລະ ສູງສິບສາມເເມັດເຄິ່ງ. ພະຣາຊວັງໄດ້ສ້າງຂຶ້ນເທິງເສົາໄມ້ເເປກ ມີຄານໄມ້ເເປກຢູ່ເທິງເສົາ.
\s5
\v 3 ພະວິຫານມຸງດ້ວຍໄມ້ເເປກເທິງຄານ. ຄານເຫລົ່ານັ້ນໄດ້ຈັບຢູ່ເທິງເສົາ. ມີຄານສີ່ສິບຫ້າຕົ້ນ, ເເຖວລະສິບຫ້າຕົ້ນ.
\v 4 ມີຄານສາມເເຖວ, ເເລະ ຫນ້າປະຕູເເຕ່ລະບານຢູ່ກົງກັນຂ້າມທັງສາມຊຸດ.
\v 5 ປະຕູ ເເລະ ເສົາທັງຫມົດເປັນຮູບສີ່ຫລ່ຽມພ້ອມຄານ, ເເລະ ຫນ້າປະຕູຢູ່ກົງກັນຂ້າມປ່ອງຢ້ຽມທັງສາມຊຸດ.
\s5
\v 6 ມີໂຖງລະຫວ່າງເສົາຍາວຫ້າສິບສອກ ເເລະກວ້າງສາມສິບເເມັດເຄິ່ງ, ມີມຸມຄັນໄດດ້ານຫນ້າ ພ້ອມເສົາ ເເລະ ຫລັງຄາ.
\s5
\v 7 ໂຊໂລໂມນໄດ້ຊົງສ້າງບັນລັງ ເຊິ່ງເອີ້ນອີກວ່າຫ້ອງຕັດສິນຄວາມ, ເປັນບ່ອນທີ່ກະສັດໂຊໂລໂມນຕັດສິນຄະດີຕ່າງໆ. ເເລະ ອ້ອມດ້ວຍໄມ້ເເປກຕັ້ງເເຕ່ພື້ນຈົນຈຸເພດານ.
\s5
\v 8 ບໍລິເວນທີ່ກະສັດໂຊໂລໂມນຢູ່ນັ້ນ, ເເມ່ນໄດ້ສ້າງຂຶ້ນໃນເດີ່ນອີກເເຫ່ງຫນຶ່ງພາຍໃນພື້ນທີ່ພະຣາຊວັງ, ຫ້ອງນີ້ເເມ່ນໄດ້ສ້າງເເບບດຽວກັບຕົວຕຶກອື່ນໆ. ເພິ່ນໄດ້ສ້າງເຮືອນເເບບນີ້ໃຫ້ເມຍຂອງເພິ່ນ, ຜູ້ທີ່ເປັນລູກສາວຂອງຟາໂຣ.
\s5
\v 9 ຫໍໂຮງຕ່າງໆພ້ອມທັງເດີ່ນໃຫຍ່ເເມ່ນໄດ້ສ້າງດ້ວຍຫີນ, ອັນມີຄ່າທີ່ໄດ້ສະກັດອອກມາຕາມຂະຫນາດ ເເລະ ໄດ້ຕັດດ້ວຍເລື່ອຍ ເເລະ ໄດ້ຂັດລຽບທັງດ້ານໃນ ເເລະ ດ້ານນອກ. ຫີນເຫລົ່ານີ້ໄດ້ໃຊ້ຕັ້ງເເຕ່ ຮາກຖານຈົນຮອດດ້ານເທິງສຸດ, ເເລະ ມີຕັ້ງເເຕ່ທາງນອນຈົນເຖິງລານໃຫຍ່.
\v 10 ຮາກຖານນັ້ນໄດ້ເຮັດດ້ວຍຫີນ ອັນມີຄ່າຍາວເເປດເເມັດ ເເລະ ສິບເເມັດ.
\s5
\v 11 ສ່ວນເທິງກໍເປັນຫີນອັນມີຄ່າສະກັດອອກມາຕາມຂະຫນາດ, ເເລະ ໄມ້ເເປກ.
\v 12 ສະຫນາມໃຫຍ່ທີ່ຢູ່ອ້ອມຮອບ ພະຣາຊວັງມີຫີນຕັດສາມແຖວ ແລະ ໄມ້ແປກແຖວຫນຶ່ງຄ້າຍຄືລານຊັ້ນໃນວິຫານຂອງພຣະຢາເວ ເເລະ ມຸມຄັນໄດຂອງວິຫານ.
\s5
\v 13 ກະສັດໂຊໂລໂມນໄດ້ໃຊ້ຄົນໄປນຳຮູລາມ ເເລະ ໄດ້ນຳເຂົາມາຈາກເມືອງໄທລະ.
\v 14 ຮູລາມເປັນລູກຊາຍຂອງເເມ່ຫມ້າຍຊົນເຜົ່ານັບທາລີ; ບິດາຂອງເຂົາເປັນຊາວຕີເຣ ເເລະ ເປັນຊ່າງທອງສຳຣິດ. ຮູລາມເຕັມໄປດ້ວຍສະຕິປັນຍາ ແລະ ຄວາມເຂົ້າໃຈ ເເລະ ຝີມືຊ່ຽວຊານທີ່ຈະເຮັດກັບທອງສຳຣິດທຸກຢ່າງ. ລາວໄດ້ເຂົ້າມາເຝົ້າກະສັດໂຊໂລໂມນ ເພື່ອເຮັດວຽກກັບທອງສຳລິດເພື່ອກະສັດ.
\s5
\v 15 ຮູລາມໄດ້ຕົບເເຕ່ງເສົາທອງສຳລິດສອງເສົາ, ເເຕ່ລະເສົາສູງສິບເເປດເເມັດ ເເລະ ສິບສອງເເມັດໃນເສັ້ນອ້ອມວົງ.
\v 16 ເຂົາໄດ້ເຮັດຫົວເສົາສອງອັນເທິງຈອມເສົາ ເພື່ອຈະວາງໄວ້ເທິງຍອດເສົາ. ຫົວເສົາເເຕ່ລະອັນສູງຫ້າເເມັດ.
\v 17 ຕາຫນ່າງເປັນຕາຫມາກພິລາ ເເລະ ພວງມະໄລໂຊສຳລັບຕົບເເຕ່ງບົວທີ່ຢູ່ເທິງຫົວເສົາ, ເຈັດອັນສຳລັບເສົາເເຕ່ລະອັນ.
\s5
\v 18 ດັ່ງນັ້ນຮູລາມໄດ້ເຮັດລູກທັບທິມສອງເເຖວອ້ອມເທິງຍອດເເຕ່ລະເສົາຄໍ້າ ເພື່ອຕົບເເຕ່ງເສົາເຫລົ່ານັ້ນ.
\v 19 ຊຶ່ງບົວທີ່ຢູ່ເທິງຍອດເສົາທີ່ຢູ່ໃນມູມຂັນໄດ ໄດ້ຕົບເເຕ່ງດ້ວຍຕະກຽງໄຟ, ສູງສີ່ເເມັດ.
\s5
\v 20 ບົວຫົວເສົາສອງຕົ້ນນັ້ນຢູ່ລວມ, ໃກ້ກັບສ່ວນເທິງຫລາຍ, ມີລູກທັບທິມສອງຮ້ອຍລູກຢູ່ອ້ອມຮອບ.
\v 21 ເຂົາໄດ້ຕັ້ງເສົາໄວ້ທີ່ມູມຂັນໄດວິຫານ. ເສົາເບື້ອງຂວາໄດ້ຊື່ວ່າຢາກິນ, ເເລະ ເສົາຢູ່ດ້ານຊ້າຍຊື່ວ່າໂບອາດ.
\v 22 ເທິງຍອດເສົາຕົກເເຕ່ງຄ້າຍເສົາໄຟ. ການຕົກເເຕ່ງເສົາກໍໄດ້ສຳເລັດໃນວິທີນີ້.
\s5
\v 23 ຮູລາມໄດ້ເຮັດອ່າງນ້ຳຈາກໂລຫະຫລໍ່, ເເທກຈາກຂອບຫນຶ່ງໄປຫາອີກຂອບຫນຶ່ງໄດ້ສິບເເມັດ, ມັນສູງຫ້າເເມັດ, ເເລະ ເເທກອ່າງນ້ຳໂດຍຮອບສາມສິບເເມັດ.
\v 24 ລຸ່ມຂອບອ່າງນ້ຳໄດ້ຫລໍ່ເປັນຮູບນ້ຳເຕົ້າ, ສິບລູກທຸກໄລຍະຫນຶ່ງເເມັດ, ຫລໍ່ເປັນອັນດຽວກັນກັບອ່າງນ້ຳເວລາດຽວກັນກັບຫລໍ່ອ່າງ.
\s5
\v 25 ອ່າງນ້ຳນັ້ນຕັ້ງຢູ່ເທິງງົວສິບສອງໂຕ, ໂດຍສາມໂຕປິ່ນຫນ້າໄປທາງທິດເຫນືອ, ສາມໂຕປ່ິນຫນ້າໄປທິດຕາເວັນຕົກ, ເເລະ ອີກສາມໂຕປິ່ນຫນ້າໄປທາງທິດໃຕ້, ເເລະ ປະສາມໂຕປິ່ນຫນ້າໄປທາງທິດຕາເວັນອອກ. ອ່າງນ້ຳວາງເທິງງົວ, ເເລະ ໂດຍໃຫ້ສ່ວນຫລັງຂອງງົວທຸກໂຕຢູ່ດ້ານໃນ.
\v 26 ອ່າງຫນ້າເທົ່າກັບຫນຶ່ງຝາມື, ເເລະ ຂອບອ່າງເຮັດຄືຂອບຖ້ວຍ, ຄ້າຍດອກບົວກຳລັງບານ. ຂັນຫນ່ວຍນີ້ບັນຈຸນ້ຳໄດ້ສີ່ຫມື່ນລິດ.
\s5
\v 27 ຮູຣາມໄດ້ເຮັດເເທ່ນທອງສຳຣິດສິບຄັນ ເ​ແຕ່ລະຄັນຍາວຫນຶ່ງເເມັດເເປດສິບເຊັນ ເເລະ ກວ້າງຫນຶ່ງເເມັດເເປດສິບເຊັນ, ເເລະ ສູງຫນຶ່ງເມັດສາມສິບເຊັນ.
\v 28 ງານຂອງ​ແທ່ນໄດ້ເປັນດັ່ງນີ້. ເເທ່ນໄດ້ມີເເຜງຊຶ່ງຕັ້ງລະຫວ່າງຂອບ,
\v 29 ເເລະ ເທິງເເຜງ ເເລະ ກອບນັ້ນມີຮູບໂຕສິງ, ງົວ, ເເລະ ເຄຣຸບ. ເຫນືອຂອບທີ່ຢູ່ເທິງ ເເລະ ລຸ່ມສິງໂຕ ເເລະ ງົວມີພວງມະໄລຍ້ອຍເປັນງານຂອງຊາງຕີ.
\s5
\v 30 ກວຽນເເຕ່ລະຄັນມີລໍ້ທອງສຳຣິດສີ່ລໍ້ ເເລະ ມີເພົາເປັນທອງສຳຣິດທີ່ເເຈທັງສີ່ນັ້ນເປັນທອງສຳຣິດຄ້ຳອ່າງໄວ້. ທີ່ຮອງຮັບນັ້ນໄດ້ຫລໍ່ໂດຍມີພວງມະໄລຫ້ອຍເເຕ່ລະຂ້າງ.
\v 31 ເຄື່ອງຄຳນີ້ໄດ້ຕົກເເຕ່ງເປັນກົງຈັກສັບເປັນລວດລາຍ, ຢູ່ເທິງກວຽນມີຂອບວົງມົນສຳລັບຕັ້ງອ່າງ, ຊຶ່ງສູງສິບຫ້າເຊັນ. ນັບຈາກຂ້າງເທິງຂອງກຽນລົງໄປ, ເເລະ ເລິກລົງໄປສິບເເປດເຊັນຂອບນີ້ໄດ້ເເກະສະຫລັກເປັນລວດລາຍອ້ອມຮອບ.
\s5
\v 32 ກົງລໍ້ທັງສີ່ຢູ່ລຸ່ມທັງສູງຫົກສິບເຊັນ, ເເລະມີເພົາເປັນທ່ອນດຽວກັນກັບກວຽນ.
\v 33 ບັນດາລົດລໍ້ນັ້ນໄດ້ຕີເຫລັກຄືລໍ້ລົດມ້າຮົບເສິກ, ທັງເພົາ, ຂອບລໍ້, ດິ້ວລໍ້, ເເລະດຸມລໍ້ ລໍ້ກໍຫລໍ່ຈາກໂລຫະທັງຫມົດ.
\s5
\v 34 ກວຽນເເຕ່ລະຄັນມີຂາຄຳ້ສີ່ຂາທີ່ເເຈເບື້ອງລຸ່ມຂອງມັນ, ຊຶ່ງເປັນທ່ອນດຽວກັນກັບກວຽນ.
\v 35 ຢູ່ເທິງປາກກວຽນເເຕ່ລະຄັນມີເເຂບອ້ອມຍາວຊາວສອງເຊັນ, ຂາຄໍ້າ ເເລະ ແຜ່ນຝາດ້ານຂ້າງເເມ່ນເຮັດເປັນທ່ອນດຽວກັນກັບກວຽນ.
\s5
\v 36 ເທິງແຜ່ນຮອງຮັບ ແລະ ກະດານໄດ້ແກະສະຫລັກຮູບເຄຣຸບ, ຮູບສິງ, ເເລະ ຮູບຕົ້ນຕານ ບໍ່ວ່າບ່ອນໃດທີ່ເປັນວ່າງກໍມີຮູບພວງມະໄລອ້ອມຢູ່ໄປທົ່ວ.
\v 37 ຮູຣາມໄດ້ສ້າງກວຽນທັງຫມົດດັ່ງນີ້ຄືທຸກຄັນຄືກັນ. ຫມົດທຸກອັນຂະຫນາດດຽວກັນ ເເລະ ຮູບຮ່າງຫນຶ່ງ, ແລະ ມີຮູບຊົງຄືກັນ.
\s5
\v 38 ຮູຣາມເຮັດອ່າງສິບຫນ່ວຍ. ອ່າງຫນ່ວຍຫນຶ່ງສຳລັບກວຽນລຳຫນຶ່ງ. ແຕ່ລະຫນ່ວຍກວ້າງຫນຶ່ງແມັດແປດສິບເຊັນ ແລະ ອ່າງຫນຶ່ງຫນ່ວຍສາມາດບັນຈຸໄດ້ເເປດຮ້ອຍລິດ.
\v 39 ລາວໄດ້ເອົາກວຽນຫ້າລຳຕັ້ງໄວ້ທາງທິດໃຕ້ຂອງວິຫານ ເເລະ ອີກຫ້າລຳຕັ້ງໄວ້ທາງທິດເຫນືອ ສ່ວນອ່າງທອງສຳຣິດນັ້ນ. ລາວໄດ້ເອົາຕັ້ງໄວ້ສີ່ເເຈທາງທິດຕາເວັນອອກຂອງວິຫານ, ເຊິ່ງຫນ້າກັບທາງທິດໃຕ້ຂອງວິຫານ.
\s5
\v 40 ຮູຣາມຍັງໄດ້ເຮັດຫມໍ້ ຊວ້ານ ເເລະ ຖ້ວຍ. ເເລ້ວເຂົາກໍໄດ້ສຳເລັດງານທັງສິ້ນ ທີ່ເຂົາໄດ້ເຮັດຖວາຍກະສັດໂຊໂລໂມນ ສຳລັບວິຫານຂອງພຣະຢາເວ:
\v 41 ເສົາສອງຕົ້ນ, ຫົວເສົາຮັບເພດານສອງອັນທີ່ເປັນຮູບຖ້ວຍສາຍສ້ອຍທີ່ຖັກເປັນລວດລາຍຮູບໂສ້ຂອງເເຕ່ລະເສົາຮູບຫມາກພິລາທອງສຳຣິດສີ່ຮ້ອຍຫນ່ວຍ ເເລະ ຕາຂ່າຍສອງຜືນ ຊຶ່ງຄຸມຄືທັງສອງຂອງບົວທີ່ຢູ່ເທິງຫົວເສົາ.
\s5
\v 42 ເຂົາໄດ້ເຮັດລູກທັບທິມສີ່ຮ້ອຍລູກສຳລັບຕາຄ່າຍສອງຜືນຕາຄ່າຍຜືນຫນຶ່ງ: ມີລູກທັບທິມສອງເເຖວ ສຳລັບແຕ່ລະທ່ອນເຮັດດ້ວຍທ່ອນໄມ້ເພື່ອປົກຝາຖ້ວຍສອງໃບທີ່ຄ້າຍກັບໂຖໃສ່ເສົາ, ເພື່ອຄຸມທັງສອງຂອງບົວທີ່ຢູ່ເທິງເສົາ,
\v 43 ເເທ່ນສິບເເທ່ນ ເເລະ ອ່າງສິບຫນ່ວຍຊຶ່ງຢູ່ເທິງເເທ່ນນັ້ນ.
\s5
\v 44 ເຂົາໄດ້ເຮັດທະເລ ເເລະ ງົວສິບສອງໂຕຢູ່ຂ້າງລຸ່ມ;
\v 45 ນອກຈາກນີ້ຍັງມີຫມໍ້, ທັບທິມ, ອ່າງ, ເເລະ ພາຊະນະທັງຫມົດ. ຮູຣາມໄດ້ເຮັດສິ່ງເຫລົານີ້ດ້ວຍທອງສຳຣິດ, ມາຖວາຍກະສັດໂຊໂລໂມນ, ສຳລັບວິຫານຂອງພຣະຢາເວ.
\s5
\v 46 ກະສັດໄດ້ຫລໍ່ສິ່ງເຫລົ່ານີ້ໃນທີ່ພຽງລຸ່ມຂອງເເມ່ນ້ຳຈໍເເດນ, ເເລະ ໃນທີ່ດິນຫນຽວ ຢູ່ລະຫວ່າງເມືອງຊຸກໂກ ເເລະ ເມືອງຊາເຣທານໃນຮ່ອມພູຈໍເເດນ.
\v 47 ໂຊໂຣໂມນໄດ້ຊົງຊັ່ງເຄື່ອງໃຊ້ທັງຫມົດນີ້, ເພາະມີຫລາຍໂພດ ຈຶ່ງບໍ່ສາມາດຊັ່ງຫານ້ຳຫນັກຂອງທອງສຳຣິດໄດ້.
\s5
\v 48 ໂຊໂຣໂມນໄດ້ເຮັດເຄື່ອງໃຊ້ທັງຫລາຍທີ່ຢູ່ໃນວິຫານພຣະຢາເວທັງຫມົດຈາກທອງຄຳ: ຄືເເທ່ນບູຊາທອງຄຳ ເເລະ ໂຕະທອງຄຳທີ່ໃຊ້ວາງຂະຫມົມປັງສະເພາະພຣະພັກ.
\v 49 ແທ່ນບູຊາ, ດ້ານຂວາຫ້າອັນ, ດ້ານຊ້າຍຫ້າອັນ, ຢູ່ຫນ້າຫ້ອງຊັ້ນໃນສຸດ, ເຮັດດ້ວຍທອງຄຳບໍລິສຸດ, ເເລະດອກໄມ້, ຕະກຽງ, ເເລະ ຄີມເຮັດຈາກທອງຄຳ.
\s5
\v 50 ຈອກ, ມີດຕັດສຳລັບຕັດໃສ້ຕະກຽງ, ຊາມ, ບ່ວງ, ແລະ ຫມໍ້ທັງຫມົດລ້ວນແຕ່ເຮັດດ້ວຍທອງຄຳບໍລິສຸດ. ຍັງມີບານພັບປະຕູຂອງຫ້ອງຊັ້ນໃນ, ບ່ອນສັກສິດທີ່ສຸດ, ແລະ ບານພັບຕ່າງໆນອກປະຕູພຣະວິຫານ, ທັງຫມົດລ້ວນແຕ່ເຮັດດ້ວຍທອງຄຳ.
\s5
\v 51 ດ້ວຍວິທີນີ້, ວຽກທຸກຢ່າງທີ່ກະສັດໂຊໂລໂມນໄດ້ເຮັດກ່ຽວກັບພຣະວິຫານຂອງພຣະຢາເວກໍໄດ້ສຳເລັດລົງ. ດັ່ງນັ້ນໂຊໂລໂມນຈຶ່ງໄດ້ນຳສິ່ງຂອງທີ່ດາວິດພໍ່ຂອງຕົນໄດ້ແຍກໄວ້ຄື, ເຄື່ອງເ​ງີນ, ເຄື່ອງທອງຄຳ, ແລະ ເຄື່ອງໃຊ້ຕ່າງໆມາ, ແລະ ເກັບໄວ້ໃນຄັງພຣະວິຫານຂອງພຣະຢາເວ.
\s5
\c 8
\cl ບົດທີ 8
\p
\v 1 ໂຊໂລໂມນໄດ້ຊົງເອີ້ນປະຊຸມຜູ້ອາວຸໂສຂອງອິດສະຣາເອນ, ເເລະ ບັນດາຂອງເຜົ່າຕ່າງໆ, ເເລະ ຫົວຫນ້າຄອບຄົວຂອງຄົນອິດສະຣາເອນທັງຫມົດຕໍ່ພ​ຣະພັກພຣະອົງໃນເມືອງເຢຣູຊາເລັມ, ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວຈາກເມືອງແຫ່ງດາວິດ, ນັ້ນຄືສີໂອນ.
\v 2 ຜູ້ຊາຍທັງຫມົດຂອງອິດສະຣາເອນກໍໄດ້ມາປະຊຸມກັນຕໍ່ຫນ້າກະສັດໂຊໂລໂມນທີ່ງານລ້ຽງ, ໃນເດືອນເອທານິມ, ຊຶ່ງກົງກັບເດືອນທີເຈັດ.
\s5
\v 3 ພວກຜູ້ອາວຸໂສທັງຫມົດຂອງອິດສະຣາເອນໄດ້ມາ, ເເລະ ພວກປະໂຣຫິດກໍໄດ້ຍົກຫີບມາ.
\v 4 ພວກເຂົາທັງຫລາຍໄດ້ນຳຫີບຂອງພຣະຢາເວ, ເເລະ ເຕັນນັດພົບ, ອີກທັງເຄື່ອງໃຊ້ທີ່ບໍລິສຸດທຸກຢ່າງຊຶ່ງຢູ່ໃນເຕັນຂຶ້ນມາ. ພວກປະໂຣຫິດ ເເລະ ພວກເລວີໄດ້ນຳຂອງເຫລົ່ານັ້ນຂຶ້ນມາ.
\v 5 ກະສັດໂຊໂລໂມນໄດ້ມາປະຊຸມພ້ອມບັນດາຊຸມນຸມຊົນທັງຫມົດຂອງອິດສະຣາເອນຕໍ່ຫນ້າຫີບພັນທະສັນຍາ, ເເລະ ໄດ້ຖວາຍເເກະ ເເລະ ງົວຈົນບໍ່ສາມາດນັບຈຳນວນໄດ້.
\s5
\v 6 ປະໂລຣິດໄດ້ນຳຫີບພັນທະສັນຍາຂອງພຣະຢາເວມາຍັງທີ່ຕັ້ງຂອງຫີບ, ໃນຫ້ອງຊັ້ນໃນສຸດຂອງວິຫານ, ໃນສະຖານທີ່ ທີ່ສັກສິດທີ່ສຸດ, ພາຍໄຕ້ປີກຂອງເຄຣຸບ.
\v 7 ປີກຂອງເຄຣຸບໄດ້ກາງອອກເຖິງສະຖານທີ່ຂອງຫີບພັນທະສັນຍາ, ແລະ ປົກຄຸມຫີບໄວ້ ເເລະ ໄມ້ຄານຊຶ່ງໃຊ້ຫາມຫີບ.
\v 8 ໄມ້ຄານຫາມນັ້ນຍາວຫລາຍ ຈຶ່ງເຫັນປາຍຄານຫາມໄດ້ ຢູ່ຕໍ່ຫນ້າສະຖານທີ່ສັກສິດ ຫ້ອງຊັ້ນໃນສຸດ, ເເຕ່ບໍ່ອາດເບິ່ງເຫັນຈາກພາຍນອກ. ຄານຫາມກໍຍັງຢູ່ທີ່ນັ້ນຈົນທຸກວັນນີ້.
\s5
\v 9 ບໍ່ມີສິ່ງໃດໃນຫີບນອກຈາກຫີນສອງເເຜ່ນ ຊຶ່ງໂມເຊໃສ່ໄວ້ທີ່ພູເຂົາໂຮເຣັບ, ເມື່ອພຣະຢາເວໄດ້ເຮັດພັນທະສັນຍາກັບປະຊາຊົນອິດສະຣາເອນ ເມື່ອເຂົາທັງຫລາຍໄດ້ອອກມາຈາກເເຜ່ນດິນເອຢິບ.
\v 10 ຕໍ່ມາເມື່ອພວກປະໂຣຫິດໄດ້ອອກມາຈາກພຣະວິຫານຂອງພຣະຢາເວ, ກໍເຕັມໄປດ້ວຍເມກປົກຫຸ້ມ.
\v 11 ຈົນພວກພວກປະໂຣຫິດບໍ່ອາດຢືນຢູ່ໄດ້ ເພາະເມກນັ້ນ, ເພາະພຣະສິຣິຂອງພຣະຢາເວເຕັມພຣະວິຫານຂອງພຣະອົງ.
\s5
\v 12 ແລ້ວໂຊໂລໂມນໄດ້ເວົ້າວ່າ, "ພຣະຢາເວໄດ້ກ່າວວ່າພຣະອົງຈະຢູ່ໃນຄວາມມືດ,
\v 13 ແຕ່ຂ້ານ້ອຍໄດ້ສ້າງທ່ານ ທີ່ຢູ່ສູງສົ່ງ, ສຳລັບພຣະອົງ, ເປັນສະຖານທີ່ ທີ່ພຣະອົງຈະສະຖິດຢູ່ຕະຫລອດໄປເປັນນິດ."
\s5
\v 14 ແລ້ວກະສັດໄດ້ຫັນມາ ແລະ ໄດ້ອວຍພອນຊຸມນຸມຊົນອິດສະຣາເອນທັງຫມົດ, ຂະນະທີ່ຊຸມນຸມຊົນອິດສະຣາເອນທັງຫມົດເຂົາກຳລັງຢືນຢູ່.
\v 15 ທ່ານໄດ້ກ່າວວ່າ, "ສັນລະເສີນພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ຊົງສັນຍາກັບດາວິດພໍ່ຂອງຂ້ານ້ອຍ, ແລະ ໄດ້ເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເອງ, ໄດ້ກ່າວວ່າ,
\v 16 ."ຕັ້ງແຕ່ມື້ທີ່ເຮົາໄດ້ນຳອິດສະຣາເອນປະຊາຊົນຂອງເຮົາອອກມາເອຢິບ, ເຮົາບໍ່ໄດ້ເລືອກເມືອງໃດຈາກທຸກເຜົ່າໃນອິດສະຣາເອນເພື່ອຈະສ້າງພຣະວິຫານ, ເພື່ອນາມຂອງເຮົາຈະຢູ່ທີ່ນັ້ນ. ຢ່າງໃດກໍດີເຮົາໄດ້ເລືອກດາວິດ ໃຫ້ເປັນຜູ້ປົກຄອງອິດສະຣາເອນປະຊາຊົນຂອງເຮົາ.'
\s5
\v 17 ບັດນີ້ດາວິດພໍ່ຂອງຂ້ານ້ອຍຈຶ່ງຕັ້ງໃຈທີ່ຈະສ້າງພຣະວິຫານສຳລັບພຣະນາມແຫ່ງພຣະຢາເວ, ພຣະເຈົ້າຂອງອິດສະຣາເອນ.
\v 18 ແຕ່ພຣະຢາເວໄດ້ກ່າວກັບດາວິດພໍ່ຂອງຂ້ານ້ອຍວ່າ, ‘ທີ່ເຈົ້າໄດ້ຕັ້ງໃຈສ້າງພຣະວິຫານສຳລັບນາມຂອງເຮົານັ້ນ, ເຈົ້າກໍໄດ້ເຮັດດີຢູ່ແລ້ວ ໃນເລື່ອງຄວາມຕັ້ງໃຈຂອງເຈົ້າ.
\v 19 ຢ່າງໃດກໍດີ ເຈົ້າຈະບໍ່ໄດ້ສ້າງພຣະວິຫານ; ແຕ່ລູກຊາຍຂອງເຈົ້າ, ຜູ້ທີ່ເກີດຈາກເຈົ້າ, ຂອງຈະສ້າງພຣະວິຫານສຳລັບນາມຂອງເຮົາ.'
\s5
\v 20 ພຣະຢາເວໄດ້ຊົງໃຫ້ພັນທະສັນຍາຂອງພຣະອົງສຳເລັດຕາມທີ່ໄດ້ກ່າວໄວ້ນັ້ນ, ເພາະຂ້ານ້ອຍໄດ້ຂຶ້ນມາແທນທີ່ດາວິດພໍ່ຂອງຂ້ານ້ອຍ, ແລະ ນັ່ງຢູ່ບັນລັງຂອງອິດສະຣາເອນ, ດັ່ງທີ່ພຣະຢາເວໄດ້ຊົງສັນຍາໄວ້. ຂ້ານ້ອຍໄດ້ສ້າງພຣະວິຫານສຳລັບພຣະນາມຂອງພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ.
\v 21 ຂ້ານ້ອຍໄດ້ກຳຫນົດສະຖານທີ່ວາງຫີບທີ່ນັ້ນ, ທີ່ບັນຈຸພັນທະສັນຍາຂອງພຣະຢາເວໄວ້ ຊຶ່ງພຣະອົງໄດ້ຊົງເຮັດກັບບັນພະບູລຸດຂອງພວກເຮົາ ເມື່ອຊົງນຳເຂົາອອກຈາກແຜ່ນດິນເອຢິບ."
\s5
\v 22 ໂຊໂລໂມນໄດ້ຢືນຢູ່ຫນ້າແທ່ນບູຊາຂອງພຣະຢາເວ, ຕໍ່ຫນ້າຊຸມນຸມຊົນຂອງອິດສະຣາເອນທັງຫມົດ ແລະ ໄດ້ກາງແຂນຂອງທ່ານອອກສູ່ທ້ອງຟ້າ.
\v 23 ທ່ານໄດ້ເວົ້າວ່າ, "ຂ້າແຕ່ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ບໍ່ມີພະໃດຄືພຣະອົງໃນຟ້າເບື້ອງເທິງ ຫລື ແຜ່ນດິນເບື້ອງລຸ່ມ, ຜູ້ຊົງຮັກສາພັນທະສັນຍາ ດ້ວຍຄວາມສັດຊື່ຕໍ່ຜູ້ຮັບໃຊ້ຂອງພຣະອົງ ຜູ້ດຳເນີນຢູ່ຕໍ່ຫນ້າພຣະອົງດ້ວຍສຸດໃຈ;
\v 24 ພຣະອົງໄດ້ຊົງຮັກສາສັນຍາທີ່ຊົງໄດ້ໃຫ້ໄວ້ກັບດາວິດພໍ່ຂອງຂ້ານ້ອຍ, ຜູ້ຮັບໃຊ້ຂອງພຣະອົງ, ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ ແມ່ນແລ້ວພຣະອົງໄດ້ກ່າວດ້ວຍປາກ, ແລະ ໄດ້ຊົງໃຫ້ສຳເລັດດ້ວຍມືໃນວັນນີ້.
\s5
\v 25 ບັດນີ້, ຂ້າແຕ່ພຣະຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ໄດ້ດຳເນີນຕາມທີ່ພຣະອົງໄດ້ໃຫ້ສັນຍາທີ່ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງ ຄືໃຫ້ກັບດາວິດພໍ່ຂອງຂ້ານ້ອຍ, ເມື່ອພຣະອົງໄດ້ກ່າວວ່າ, ‘ເຈົ້າຈະບໍ່ຂາດຜູ້ຊາຍຜູ້ຫນຶ່ງຕໍ່ສາຍຕາເຮົາທີ່ຈະນັ່ງບັນລັງຂອງອິດສະຣາເອນ, ຖ້າພຽງແຕ່ລູກຫລານຂອງເຈົ້າຈະຮັກສາການເດີນຂອງເຂົາທີ່ຈະດຳເນີນໄປຕໍ່ຫນ້າເຮົາດ້ວຍຄວາມລະມັດລະວັງ ຢ່າງທີ່ເຈົ້າໄດ້ດຳເນີນຕໍ່ຫນ້າເຮົານັ້ນ."
\v 26 ບັດນີ້, ຂ້າແຕ່ພຣະເຈົ້າແຫ່ງອິດສະຣາເອນ, ຂ້ານ້ອຍຂໍໃຫ້ພຣະສັນຍາທີ່ພຣະອົງໄດ້ໃຫ້ໄວ້ກັບຜູ້ຮັບໃຊ້ຂອງພຣະອົງ ຄືດາວິດພໍ່ຂອງຂ້ານ້ອຍ, ເປັນຈິງດ້ວຍເທີນ.
\s5
\v 27 ແຕ່ພຣະເຈົ້າຈະຊົງຢູ່ເທິງແຜ່ນດິນໂລກບໍ? ເບິ່ງແມ, ແມ່ນແຕ່ຈັກກະວານທັງຫມົດ ແລະ ຟ້າສະຫວັນທັງສິ້ນຍັງບໍ່ອາດຈະຮອງຮັບພຣະອົງ - ໄດ້ແລ້ວພຣະວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນຈະໃຫຍ່ພໍທີ່ຈະຮອງຮັບພຣະອົງໄດ້ຫລາຍປານໃດ!
\v 28 ຂ້າແດ່ພຣະຢາເວ ຂໍພຣະອົງໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ, ແລະ ໃນຄຳອ້ອນວອນຂອງເຂົາ, ຂ້າແຕ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍ; ຂໍຊົງຟັງສຽງຮ້ອງ ແລະ ຄຳອະທິຖານຊຶ່ງຜູ້ຮັບໃຊ້ຂອງພຣະອົງ ອະທິຖານຕໍ່ພຣະອົງໃນວັນນີ້.
\s5
\v 29 ຂໍພຣະອົງທີ່ຈະຊົງເຝົ້າເບິ່ງແຍງດູແລພຣະວິຫານນີ້ທັງກາງເວັນ ແລະ ກາງຄືນ, ຄືສະຖານທີ່ຊຶ່ງພຣະອົງໄດ້ກ່າວວ່າ, ‘ນາມຂອງເຮົາ ແລະ ເຮົາຈະຢູ່ທີ່ນັ້ນ’ - ເພື່ອພຣະອົງຈະຊົງຟັງຄຳອະທິຖານຊຶ່ງຜູ້ຮັບໃຊ້ຂອງພຣະອົງຈະອະທິຖານໃນສະຖານທີ່ນີ້.
\v 30 ດັ່ງນັ້ນ ຂໍພຣະອົງຊົງຟັງຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຂອງອິດສະຣາເອນປະຊາຊົນຂອງພຣະອົງ ເມື່ອເຂົາທັງຫລາຍອະທິຖານໃນສະຖານທີ່ນີ້. ແມ່ນ, ພຣະອົງເອງຊົງຟັງຈາກບ່ອນຢູ່ຂອງພຣະອົງຄືຈາກຟ້າ; ແລະ ເມື່ອຊົງຟັງແລ້ວ, ກໍຊົງອະໄພໂທດບາບ.
\s5
\v 31 ຖ້າຜູ້ຊາຍຜູ້ຫນຶ່ງເຮັດບາບຕໍ່ເພື່ອນບ້ານຂອງເຂົາ ແລະ ຖືກບັງຄັບໃຫ້ສາບານ, ແລະ ຖ້າເຂົາມາສາບານຕໍ່ຫນ້າແທ່ນບູຊາຂອງພຣະອົງໃນວິຫານນີ້,
\v 32 ຂໍພຣະອົງຊົງຟັງຈາກຟ້າສະຫວັນນັ້ນ ແລະ ຂໍຊົງກະທຳ; ພິພາກສາເຫລົ່າຜູ້ຮັບໃຊ້ຂອງພຣະອົງ, ໂດຍລົງໂທດຜູ້ເຮັດຜິດ ແລະ ໃຫ້ການກະທຳຂອງເຂົາຕົກລົງເທິງຫົວຂອງເຂົາ, ແລະ ຕັດສິນວ່າຜູ້ຊອບທຳນັ້ນບໍຣິສຸດໂດຍປະທານລາງວັນໃຫ້ພວກເຂົາຕາມຄວາມຊອບທຳຂອງເຂົາ.
\s5
\v 33 ເມື່ອອິດສະຣາເອນປະຊາຊົນຂອງພຣະອົງພ່າຍແພ້ສັດຕູ ເພາະໄດ້ເຮັດຜິດບາບຕໍ່ພຣະອົງ, ແລ້ວຖ້າພວກເຂົາຫັນກັບມາຫາພຣະອົງ, ແລະຍອມຮັບພຣະນາມຂອງພຣະອົງ, ອະທິຖານ, ແລະ ວິງວອນສຳລັບການອະໄພໂທດຈາກພຣະອົງໃນພຣະວິຫານແຫ່ງນີ້ -
\v 34 ແລ້ວຂໍພຣະຊົງຟັງໃນຟ້າສະຫວັນ ແລະ ຊົງຍົກໂທດບາບຂອງອິດສະຣາເອນປະຊາຊົນຂອງພຣະອົງ; ຂໍຊົງນຳພວກເຂົາກັບມາຍັງແຜ່ນດິນ ຊຶ່ງພຣະອົງໄດ້ປະທານແກ່ບັນພະບູລຸດຂອງເຂົາທັງຫລາຍ.
\s5
\v 35 ເມື່ອຟ້າທັງຫລາຍປິດຢູ່ ແລະ ບໍ່ມີຝົນ ເພາະເຂົາທັງຫລາຍໄດ້ເຮັດຜິດບາບຕໍ່ພຣະອົງ - ຖ້າພວກເຂົາໄດ້ອະທິຖານໃນສະຖານທີ່ນີ້, ແລະຍອມຮັບພຣະນາມຂອງພຣະອົງ, ແລະ ຫັນກັບຈາກການຜິດບາບຂອງພວກເຂົາ ເນື່ອງຈາກວ່າພຣະອົງໄດ້ຊົງລົງໂທດພວກເຂົາ -
\v 36 ແລ້ວກໍຂໍຊົງຟັງໃນຟ້າສະຫວັນ ແລະ ຊົງອະໄພບາບຂອງອິດສະຣາເອນຊຶ່ງເປັນຜູ້ຮັບໃຊ້ ແລະ ປະຊາຊົນຂອງພຣະອົງ, ເມື່ອພຣະອົງຊົງສອນທາງດີຊຶ່ງພວກເຂົາຄວນຈະດຳເນີນໄປ, ຂໍປະທານຝົນຕົກເທິງແຜ່ນດິນຂອງພຣະອົງ, ຊຶ່ງພຣະອົງປະທານໃຫ້ເປັນມໍລະດົກແກ່ປະຊາຊົນຂອງພຣະອົງ,
\s5
\v 37 ຖ້າມີການຂາດແຄນອາຫານໃນແຜ່ນດິນ, ຫລື ຖ້າມີໂຣກລະບາດ ຫລື ມີພືດຜົນຖືກທຳລາຍ ຍ້ອນໂຕຫນອນ, ຫລື ຕັກກະແຕນ, ຫລື ຖ້າສັດຕູໂຈມຕີປະຕູເມືອງໃດໆ ຂອງເຂົາໃນແຜ່ນດິນ, ຫລືມີໄພພິບັດໃດ ຫລື ມີໂຣກໄພໄຂ້ເຈັບເກີດຂຶ້ນ -
\v 38 ແລະ ຫາກຄຳອະທິຖານ ຫລື ຄຳວິງວອນຂອງຄົນຫນຶ່ງຄົນໃດ ຫລື ອິດສະຣາເອນປະຊາຊົນທັງຫມົດຂອງພຣະອົງ - ໄດ້ສຳນຶກໃນໃຈຂອງເຂົາເລື່ອງໄພພິບັດ ໂດຍເດ່ມືຂອງເຂົາອອກສູ່ພຣະວິຫານນີ້.
\s5
\v 39 ແລ້ວກໍຂໍພຣະອົງຊົງຟັງໃນຟ້າສະຫວັນ, ອັນເປັນທີ່ຢູ່ຂອງພຣະອົງ, ແລະ ຂໍຊົງຍົກໂທດ ແລະ ຊົງກະ​ທຳ, ແລະ ປະທານລາງວັນແກ່ແຕ່ລະຄົນຕາມການປະພຶດທັງຫມົດຂອງເຂົາ, ຊຶ່ງພຣະອົງ ແລະ ເພາະພຣະອົງເທົ່ານັ້ນຊົງຮູ້ຈິດໃຈຂອງມະນຸດທຸກຄົນ.
\v 40 ຊົງເຮັດການນີ້ເພື່ອເຂົາທັງຫລາຍຈະໄດ້ຢຳເກງພຣະອົງ ຕະຫລອດວັນເວລາທີ່ມີຊີວິດເທິງແຜ່ນດິນ ຊຶ່ງພຣະອົງປະທານໃຫ້ແກ່ບັນພະບູລຸດຂອງພວກຂ້ານ້ອຍ.
\s5
\v 41 ຍິ່ງກວ່ານັ້ນ, ກ່ຽວກັບຄົນຕ່າງດ້າວ ຜູ້ຊຶ່ງບໍ່ແມ່ນອິດສະຣາເອນປະຊາຊົນຂອງພຣະອົງ: ແຕ່ມາຈາກແດນໄກເນື່ຶ​ອງຈາກພຣະນາມຂອງພຣະອົງ -
\v 42 ເພາະເຂົາທັງຫລາຍຈະໄດ້ຍິນເຖິງພຣະນາມຍິ່ງໃຫຍ່ຂອງພຣະອົງ, ທີ່ເຮັດຕໍ່ປະຊາຊົນຂອງພຣະອົງ ແລ້ວເຂົາມານະມັດສະການ ແລະ ພາວັນນາອະທິຖານຕໍ່ພຣະອົງທີ່ວິຫານນີ້,
\v 43 ແລ້ວກໍຂໍພຣະອົງຊົງຟັງໃນຟ້າສະຫວັນອັນເປັນທີ່ຢູ່ຂອງພຣະອົງ, ແລະ ຂໍຊົງເຮັດຕາມທຸກສິ່ງ ຊຶ່ງຄົນຕ່າງດ້າວໄດ້ທູນຂໍພຣະອົງ ຂໍຊົງເຮັດເພື່ອຄົນທຸກຊາດແຫ່ງແຜ່ນດິນໂລກຈະຮູ້ຈັກພຣະນາມຂອງພຣະອົງ ແລະ ຢຳເກງພຣະອົງ, ຄືຊົງເຮັດຕໍ່ອິດສະຣາເອນປະຊາຊົນຂອງພຣະອົງ. ຂໍຊົງເຮັດເພື່ອເຂົາທັງຫລາຍຈະຮູ້ວ່າ ພຣະວິຫານນີ້ຊຶ່ງຂ້ານ້ອຍໄດ້ສ້າງໄວ້ດ້ວຍພຣະນາມຂອງພຣະອົງ.
\s5
\v 44 ຖ້າປະຊາຊົນຂອງພຣະອົງອອກໄປຕໍ່ສູ້ກັບສັດຕູ ໂດຍທາງໃດໆ ທີ່ພຣະອົງຊົງໃຊ້ພວກເຂົາອອກໄປກໍຕາມ ແລະ ເຂົາທັງຫລາຍໄດ້ອະທິຖານຕໍ່ພຣະອົງ, ພຣະຢາເວ, ໄປຍັງເມືອງຊຶ່ງພຣະອົງໄດ້ເລືອກສັນໄວ້, ແລະ ໄປຍັງພຣະວິຫານທີ່ຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງ.
\v 45 ແລ້ວກໍຂໍພຣະອົງຊົງຟັງຄຳອະທິຖານ ແລະ ຄຳອ້ອນວອນຂອງພວກເຂົາໃນຟ້າສະຫວັນ, ແລະ ຂໍຄວາມຊ່ວຍເຫລືອແກ່ພວກເຂົາ.
\s5
\v 46 ຖ້າເຂົາທັງຫລາຍເຮັດຜິດບາບຕໍ່ພຣະອົງ, ເພາະບໍ່ມີມະນຸດຄົນໃດບໍ່ໄດ້ເຮັດຜິດບາບ, ແລະພຣະອົງໂກດຮ້າຍພວກເຂົາ ແລະ ຊົງມອບເຂົາໄວ້ກັບສັດຕູ, ດັ່ງນັ້ນພວກສັດຕູນຳພວກເຂົາໄປ ແລ້ວພວກເຂົາກໍຖືກຈັບໄປເປັນຊະເລີຍທີ່ແຜ່ນດິນຂອງສັດຕູນັ້ນ, ບໍ່ວ່າໄກ ຫລື ໃກ້.
\v 47 ແລ້ວຖ້າເຂົາສຳນຶກຜິດໃນແຜ່ນດິນທີ່ເຂົາຖືກຈັບໄປເປັນຊະເລີຍ, ແລະ ໄດ້ກັບໃຈ ແລ້ວຂໍຄວາມເມດຕາຕໍ່ພຣະອົງໃນແຜ່ນດິນທີ່ພວກເຂົາຖືກຈັບໄປເປັນຊະເລີຍທູນວ່າ, ‘ຂ້ານ້ອຍທັງຫລາຍໄດ້ເຮັດຄວາມຜິດຮຸນແຮງ ແລະ ເຮັດບາບ ຂ້ານ້ອຍທັງຫລາຍໄດ້ປະພຶດຢ່າງຊົ່ວຮ້າຍ.'
\s5
\v 48 ຖ້າເຂົາທັງຫລາຍກັບມາຫາພຣະອົງດ້ວຍສຸດຈິດສຸດໃຈ ໃນແຜ່ນດິນແຫ່ງສັດຕູຈັບເຂົາໄປເປັນຊະເລີຍ, ແລະ ຖ້າເຂົາອະທິຖານຕໍ່ພຣະອົງໄປຍັງແຜ່ນດິນຂອງພວກເຂົາ, ຊຶ່ງພຣະອົງປະທານແກ່ບັນພະບູລຸດຂອງເຂົາທັງຫລາຍ, ແລະ ໄປຍັງເມືອງທີ່ພ​ຣະອົງຊົງເລືອກສັນໄວ້, ແລະ ພ​ຣະວິຫານທີ່ຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງແລ້ວ.
\s5
\v 49 ແລ້ວກໍຂໍພຣະອົງຊົງຟັງຄຳອະທິຖານ, ແລະ ຄຳອ້ອນວອນເພື່ອຂໍຄວາມຊ່ວຍເຫລືອ, ຂອງພວກເຂົາໃນຟ້າສະຫວັນ ອັນເປັນທີ່ຢູ່ຂອງພຣະອົງ ແລະ ຂໍປະທານຄວາມຍຸດຕິທຳແກ່ພວກເຂົາ.
\v 50 ຂໍຊົງຍົກໂທດໃຫ້ປະຊາຊົນຂອງພຣະອົງຜູ້ເຮັດບາບຊຶ່ງຝ່າຝືນຕໍ່ຄຳສັ່ງຂອງພຣະອົງ, ແລະ ຊົງຍົກໂທດຕໍ່ການທໍລະຍົດທີ່ເຂົາທັງຫລາຍໄດ້ເຮັດຕໍ່ພຣະອົງ. ຂໍໃຫ້ພຣະອົງປະທານຄວາມເມດຕາຕໍ່ເຂົາກ່ອນທີ່ສັດຕູຈັບພວກເຂົາໄປເປັນຊະເລີຍ, ເພື່ອສັດຕູຈະໄດ້ເມດຕາປະຊາຊົນຂອງພຣະອົງດ້ວຍ.
\s5
\v 51 ພວກເຂົາເປັນປະຊາຊົນຂອງພຣະອົງຊຶ່ງພຣະອົງໄດ້ຊົງເລືອກ. ຊຶ່ງພຣະອົງຊົງຊ່ວຍກູ້ອອກມາຈາກເອຢິບ ຄືອອກຈາກທ່າມກາງເຕົາຊຶ່ງເຫລັກຖືກຫລອມ.
\v 52 ຂ້ານ້ອຍອະທິຖານຂໍໃຫ້ພຣະອົງຊົງຫລຽວເບິ່ງປະຊາຊົນອິດສະຣາເອນຕໍ່ຄຳອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ຕໍ່ຄຳອ້ອນວອນຂອງອິດສະຣາເອນປະຊາຊົນຂອງພຣະອົງ, ຂໍຊົງຟັງເມື່ອໃດກໍຕາມທີ່ເຂົາທັງຫລາຍຮ້ອງຕໍ່ພຣະອົງ.
\v 53 ເພາະພຣະອົງຊົງແຍກພວກເຂົາອອກຈາກທ່າມກາງຊົນທຸກຊາດແຫ່ງແຜ່ນດິນໂລກ ໃຫ້ເປັນສົມບັດຂອງພຣະອົງ ແລະຮັບພຣະສັນຍາຂອງພຣະອົງ, ຕາມທີ່ພຣະອົງໄດ້ກ່າວທາງໂມເຊຜູ້ຮັບໃຊ້ຂອງພຣະອົງ, ເມື່ອພຣະອົງຊົງນຳບັນພະບູລຸດຂອງຂ້ານ້ອຍທັງຫລາຍອອກຈາກເອຢິບ, ຂ້າແຕ່ພຣະຢາເວອົງພຣະຜູ້ເປັນເຈົ້າ."
\s5
\v 54 ດັ່ງນັ້ນເມື່ອໂຊໂລໂມນຊົງຈົບຄຳອະທິຖານ ແລະ ຄຳອ້ອນວອນທັງຫມົດນີ້ຕໍ່ພຣະຢາເວແລ້ວ, ທ່ານໄດ້ລຸກຂຶ້ນຈາກຫນ້າແທ່ນບູຊາຂອງພຣະຢາເວ, ຈາກທີ່ຄຸເຂົ່າພ້ອມກັບຍົກມືຂື້ນສູ່ຟ້າ.
\v 55 ທ່ານໄດ້ຢືນ ແລະ ໄດ້ຊົງອວຍພອນແກ່ຊຸມນຸມອິດສະຣາເອນດ້ວຍສຽງດັງວ່າ,
\v 56 “ສັນລະເສີນພຣະຢາເວ, ຜູ້ປະທານຄວາມສະຫງົບສຸກແກ່ອິດສະຣາເອນປະຊາຊົນຂອງພຣະອົງ, ຕາມທີ່ຊົງສັນຍາໄວ້ທຸກປະການ. ພຣະສັນຍາອັນດີທັງຫມົດຂອງພຣະອົງຊຶ່ງຊົງສັນຍາທາງໂມເຊຜູ້ຮັບໃຊ້ຂອງພຣະອົງນັ້ນບໍ່ຜິດພາດຈັກຄຳດຽວ.
\s5
\v 57 ຂໍພຣະຢາເວພຣະເຈົ້າຂອງເຮົາທັງຫລາຍສະຖິດກັບພວກເຮົາຄືຢ່າງທີ່ພຣະອົງໄດ້ສະຖິດກັບບັນພະບູລຸດຂອງເຮົາ. ຂໍຢ່າຊົງປ່ອຍເຮົາ ຫລື ຖິ້ມພວກເຮົາເລີຍ,
\v 58 ແຕ່ຂໍພຣະອົງໂນ້ມຈິດໃຈຂອງພວກເຮົາໃຫ້ມາຫາພຣະອົງ ເພື່ອດຳເນີນໃນທາງທັງຫມົດຂອງພຣະອົງ ແລະ ຮັກສາພຣະບັນຍັດກົດເກນ ແລະ ກົດຫມາຍຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງບັນຊາໄວ້ແກ່ບັນພະບູລຸດຂອງພວກເຮົາ.
\s5
\v 59 ຂໍໃຫ້ຖ້ອຍຄຳເຫລົ່ານີ້ທີ່ຂ້ານ້ອຍໄດ້ອ້ອນວອນ, ຕໍ່ພຣະຢາເວຢູ່ໃກ້, ພຣະຢາເວພຣະເຈົ້າຂອງພວກເຮົາທັງວັນແລະຄືນ, ແລະ ຂໍຊົງຊ່ວຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ອິດສະຣາເອນປະຊາຊົນຂອງພຣະອົງ, ຕາມນ້ຳພຣະໄທຂອງພຣະອົງ ຕາມຄວາມຈຳເປັນໃນແຕ່ລະມື້;
\v 60 ເພື່ອຊົນທຸກຊາດແຫ່ງແຜ່ນດິນໂລກຈະຮູ້ວ່າພຣະຢາເວນັ້ນ ຊົງເປັນພຣະເຈົ້າ, ບໍ່ມີພະອື່ນເລີຍ!
\v 61 ເພາະສະນັ້ນຂໍໃຫ້ຈິດໃຈຂອງທ່ານທັງຫລາຍສັດຊື່ຕໍ່ພຣະຢາເວພຣະເຈົ້າຂອງພວກເຮົາ, ຄືດຳເນີນຢູ່ໃນກົດເກນຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງດັ່ງໃນມື້ນີ້."
\s5
\v 62 ແລ້ວກະສັດ ແລະ ຄົນອິດສະຣາເອນທັງຫມົດທີ່ຢູ່ກັບທ່ານ ໄດ້ຖວາຍເຄື່ອງບູຊາແດ່ພຣະຢາເວ.
\v 63 ໂຊໂລໂມນໄດ້ຖວາຍເຄື່ອງບູຊາເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳຊຶ່ງທ່ານໄດ້ຖວາຍແດ່ພຣະຢາເວ; ຄືງົວສອງຫມື່ນສອງພັນໂຕ ແລະ ແກະຫນຶ່ງຮ້ອຍຊາວພັນໂຕ. ດັ່ງນັ້ນກະສັດ ແລະ ປະຊາຊົນອິດສະຣາເອນທັງຫມົດຈຶ່ງໄດ້ອຸທິດຖວາຍພຣະວິຫານຂອງພຣະຢາເວ.
\s5
\v 64 ໃນມື້ດຽວກັນນັ້ນ ກະສັດຊົງເຮັດພິທີຊຳລະສ່ວນກາງຂອງເດີ່ນຫຍ້າ ຊຶ່ງຢູ່ຫນ້າພຣະວິຫານຂອງພຣະຢາເວ, ເພາະວ່າທ່ານໄດ້ໃຊ້ທີ່ນັ້ນຖວາຍເຄື່ອງເຜົາບູຊາ, ຖວາຍພືດຜົນເປັນເມັດ ແລະ ຖວາຍໄຂມັນຂອງສັດໃຫ້ເປັນເຄື່ອງບູຊາ, ເພາະວ່າແທ່ນທອງສຳຣິດຊຶ່ງຢູ່ຕໍ່ຫນ້າພຣະຢາເວນັ້ນ ນ້ອຍເກີນກວ່າຈະຮັບເຄື່ອງເຜົາບູຊາ, ພືດຜົນ ແລະ ໄຂມັນຂອງສັດໄດ້.
\s5
\v 65 ດັ່ງນັ້ນໂຊໂລໂມນຈຶ່ງໄດ້ຈັດສະຫລອງງານລ້ຽງໃນເວລານັ້ນ, ພ້ອມກັບອິດສະຣາເອນທັງຫມົດ, ເປັນການຊຸມນຸມໃຫຍ່, ສະເພາະຫນ້າພຣະຢາເວພຣະເຈົ້າຂອງເຮົາທັງເຈັດມື້ ແລະ ຕໍ່ອີກເຈັດມື້ເປັນສິບສີ່ມື້.
\v 66 ໃນມື້ທີແປດ ທ່ານໄດ້ຊົງໃຫ້ປະຊາຊົນເມືອບ້ານ, ແລະ ພວກເຂົາທັງຫລາຍກໍໄດ້ຖວາຍພຣະພອນແດ່ກະສັດ ແລະ ກັບໄປບ້ານຂອງຕົນດ້ວຍຈິດໃຈຊື່ນບານ ແລະ ຍິນດີ ເນື່ອງຈາກຄວາມດີທັງຫມົດຊຶ່ງພຣະຢາເວໄດ້ສຳແດງແກ່ດາວິດ, ຜູ້ຮັບໃຊ້ຂອງພຣະອົງ, ແລະ ແກ່ອິດສະຣາເອນປະຊາຊົນຂອງພຣະອົງ.
\s5
\c 9
\cl ບົດທີ 9
\p
\v 1 ຫລັງຈາກໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຢາເວ ແລະ ສ້າງຣາຊວັງຂອງກະສັດ, ລວມທັງທຸກສິ່ງທີ່ທ່ານມີຄວາມຕັ້ງໃຈນັ້ນ ທ່ານໄດ້ສ້າງສຳເລັດແລ້ວ,
\v 2 ພຣະຢາເວໄດ້ຊົງປາກົດຕໍ່ໂຊໂລໂມນເປັນເທື່ອທີສອງ, ຄືຢ່າງທີ່ພຣະອົງຊົງປາກົດແກ່ທ່ານທີ່ເມືອງກີເບໂອນ.
\s5
\v 3 ແລ້ວພຣະຢາເວໄດ້ກ່າວແກ່ເພິ່ນວ່າ, "ເຮົາໄດ້ຍິນຄຳອະທິຖານ ແລະ ຄຳອ້ອນວອນຂອງເຈົ້າ ຊຶ່ງເຈົ້າໄດ້ອ້ອນວອນຕໍ່ເຮົານັ້ນ. ແລ້ວເຮົາໄດ້ຊຳລະວິຫານນີ້ທີ່ເຈົ້າໄດ້ສ້າງໃຫ້ບໍໍຣິສຸດສຳລັບເຮົາເອງ, ແລະ ໄດ້ໃສ່ນາມຂອງເຮົາທີ່ນັ້ນຕະຫລອດໄປ, ຕາຂອງເຮົາ ແລະ ຫົວໃຈຂອງເຮົາຈະຢູ່ທີ່ນັ້ນຕະຫລອດເວລາ.
\s5
\v 4 ແລະ ສ່ວນເຈົ້າ, ຖ້າເຈົ້າດຳເນີນຕໍ່ຫນ້າເຮົາເຫມືອນຢ່າງດາວິດພໍ່ຂອງເຈົ້າໄດ້ດຳເນີນ ດ້ວຍໃຈຊື່ສັດ ແລະ ດ້ວຍຄວາມທ່ຽງທຳ, ແລະ ເຮັດທຸກຢ່າງຕາມທີ່ເຮົາບັນຊາເຈົ້າໄວ້ ແລະ ທັງຮັກສາກົດເກນ ແລະ ກົດຫມາຍຂອງເຮົາ,
\v 5 ແລ້ວເຮົາຈະສະຖາປະນາຣາຊບັນລັງແຫ່ງອານາຈັກຂອງເຈົ້າປົກຄອງອິດສະຣາເອນຕະຫລອດໄປ, ດັ່ງທີ່ເຮົາໄດ້ກ່າວກັບດາວິດພໍ່ຂອງເຈົ້າວ່າ, "ເຈົ້າຈະບໍ່ຂາດຜູ້ສືບເຊື້ອສາຍທີ່ຈະນັ່ງເທິງບັນລັງແຫ່ງອິດສະຣາເອນ".
\s5
\v 6 ແຕ່ຫາກເຈົ້າທັງຫລາຍ ຫລື ລູກຫລານຫັນໄປຈາກການຕິດຕາມເຮົາ, ແລະ ບໍ່ໄດ້ຮັກສາພຣະບັນຍັດ ແລະ ກົດເກນຂອງເຮົາ, ຊຶ່ງເຮົາໄດ້ຕັ້ງໄວ້ຕໍ່ຫນ້າພວກເຈົ້າ, ແລະ ໄປນະມັດສະການພະອື່ນໆ ແລະ ກົ້ມກາບພະເຫລົ່ານັ້ນ.
\v 7 ແລ້ວເຮົາຈະຕັດປະຊາຊົນອິດສະຣາເອນອອກຈາກແຜ່ນດິນຊຶ່ງເຮົາໄດ້ໃຫ້ແກ່ພວກເຂົາ; ແລະ ເຮົາຈະປະຖິ້ມວິຫານຊຶ່ງເຮົາເຮັດໃຫ້ບໍຣິສຸດເພື່ອນາມຂອງເຮົາໄປຈາກສາຍຕາຂອງເຮົາ, ແລະ ປະຊາຊົນອິດສະຣາເອນຈະຖືກດູຖູກ ແລະ ຫມິ່ນປະຫມາດໃນຫມູ່ຊົນຊາດທັງຫລາຍ.
\s5
\v 8 ວິຫານນີ້ຈະກາຍເປັນກອງສິ່ງຮົກຮ້າງພັງເພ, ແລະ ທຸກຄົນທີ່ຜ່ານໄປຈະປະຫລາດໃຈ ແລະ ເຂົາຈະເຢາະເຍີ້ຍ ແລະ ພວກເຂົາຈະເວົ້າວ່າ, "ເປັນຫຍັງພຣະຢາເວຈຶ່ງເຮັດແບບນີ້ແກ່ແຜ່ນດິນນີ້ ແລະພຣະວິຫານນີ້?"
\v 9 ແລ້ວພວກຄົນທັງຫລາຍກໍຈະຕອບວ່າ, 'ເພາະເຂົາທັງຫລາຍໄດ້ປະຖິ້ມພຣະຢາເວພຣະເຈົ້າຂອງເຂົາ, ຜູ້ໄດ້ຊົງນຳບັນພະບູລຸດຂອງພວກເຂົາອອກຈາກແຜ່ນດິນເອຢິບ, ແລະ ໄດ້ໄປຢຶດຖືພະອື່ນ ທັງໄດ້ກົ້ມກາບ ແລະນະມັດສະການພະອື່ນໆເຫລົ່ານັ້ນ. ເພາະສະນັ້ນ ພຣະຢາເວໄດ້ຊົງນຳໄພພິບັດທັງຫມົດນີ້ມາສູ່ພວກເຂົາທັງຫລາຍ.""
\s5
\v 10 ຕໍ່ມາເມື່ອທ້າຍປີທີຊາວ ທີ່ໂຊໂລໂມນໄດ້ສ້າງອາຄານສອງຫລັງ, ຄືພຣະວິຫານຂອງພຣະຢາເວ ແລະ ຣາຊວັງຂອງກະສັດ.
\v 11 ບັດນີ້ ຮີຣາມ, ກະສັດແຫ່ງຕີເຣຈຶ່ງໄດ້ສົ່ງໄມ້ແປກ, ໄມ້ສົນ ແລະ ທອງຄຳໃຫ້ໂຊໂລໂມນ, ດັ່ງນັ້ນກະສັດໂຊໂລໂມນໄດ້ໃຊ້ຕົບແຕ່ງຕາມທີ່ຕ້ອງການ- ແລ້ວກະສັດໂຊໂລໂມນກໍປະທານເມືອງໃນແຜ່ນດິນຄາລີເລ ໃຫ້ກະສັດຮີຣາມຊາວເມືອງ.
\s5
\v 12 ຮີຣາມໄດ້ໄປຈາກເມືອງຕີເຣເພື່ອກວດກາເບິ່ງເມືອງທີ່ໂຊໂລໂມນໄດ້ປະທານໃຫ້ແກ່ເພິ່ນ, ແຕ່ເມືອງເຫລົ່ານັ້ນບໍ່ເປັນທີ່ພໍໃຈເພິ່ນ.
\v 13 ດັ່ງນັ້ນຮີຣາມຈຶ່ງໄດ້ເວົ້າວ່າ, "ນ້ອງຊາຍເອີຍ ເມືອງທີ່ທ່ານໃຫ້ເຮົານັ້ນ, ຄືເປັນເມືອງຫຍັງແບບນີ້?" ເພິ່ນຈຶ່ງເອີ້ນເມືອງເຫລົ່ານັ້ນວ່າ ແຜ່ນດິນກາບູນ, ຊຶ່ງພວກເຂົາຍັງຄົງເອີ້ນຈົນຮອດທຸກມື້ນີ້.
\v 14 ຮີຣາມໄດ້ສົ່ງທອງຄຳຫນັກ 120 ຕະລັນແກ່ກະສັດໂຊໂລໂມນ.
\s5
\v 15 ຕໍ່ໄປນີ້ເລື່ອງຂອງການຈັດຫາແຮງງານຊຶ່ງກະສັດໂຊໂລໂມນໄດ້ໃຫ້ມາສ້າງພຣະວິຫານຂອງພຣະຢາເວ ແລະ ຣາຊວັງຂອງເພິ່ນເອງ, ທັງຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ, ສ້າງກຳແພງເມືອງນະຄອນເຢຣູຊາເລັມ, ແລະ ສ້າງທີ່ປ້ອງກັນເມືອງຮາໂຊ, ເມືອງເມກິດໂດ, ແລະເມືອງເກເຊ.
\v 16 ກະສັດແຫ່ງເອຢິບໄດ້ຍົກທັບຂຶ້ນມາ ແລະ ຢຶດເມືອງເກເຊ. ເພິ່ນໄດ້ເອົາໄຟເຜົາ ທັງໄດ້ຂ້າຄົນຊຶ່ງຢູ່ໃນເມືອງນັ້ນ. ແລ້ວໄດ້ຍົກເມືອງນັ້ນໃຫ້ເປັນຂອງຂວັນແກ່ລູກສາວຂອງເພິ່ນຊຶ່ງເປັນເມຍຂອງໂຊໂລໂມນ.
\s5
\v 17 ດັ່ງນັ້ນໂຊໂລໂມນຈຶ່ງໄດ້ສ້າງເມືອງເກເຊຂື້ນໃຫມ່ ແລະ ສ້າງເມືອງເບັດໂຮໂຣນເບື້ອງລຸ່ມ,
\v 18 ເມືອງບາອາລາດ ແລະ ເມືອງຕາມາໃນຖິ່ນແຫ້ງແລ້ງກັນດານ ໃນແຜ່ນດິນຢູດາຍນັ້ນ,
\v 19 ທັງບັນດາເມືອງສຳລັບໄວ້ສະບຽງອາຫານທີ່ໂຊໂລໂມນມີຢູ່, ແລະ ເມືອງທັງຫລາຍສຳລັບລົດມ້າຮົບຂອງເພິ່ນ, ແລະ ເມືອງທັງຫລາຍສຳລັບມ້າຂອງເພິ່ນ ແລະ ສິ່ງໃດໆ ທີ່ເພິ່ນຢາກຈະສ້າງໃນນະຄອນເຢຣູຊາເລັມ, ໃນເລບານອນ ແລະ ທົ່ວແຜ່ນດິນພາຍໃຕ້ການປົກຄອງຂອງເພິ່ນ.
\s5
\v 20 ສຳລັບກຸ່ມຄົນຜູ້ທີ່ເຫລືອຢູ່ຈາກ ຄົນອາໂມຣິດ, ຮິດຕີ, ຄົນເພີຣິຊີດ, ຊາວຮີວີ, ແລະ ຊາວຢາບຸດ, ຜູ້ທີ່ບໍ່ແມ່ນຄົນ ອິດ​ສ​ະ​ຣາເອນ,
\v 21 ເຊື້ອສາຍຂອງພວກເຂົາທີ່ເຫລືອຢູ່ໃນແຜ່ນດິນ, ຊຶ່ງປະຊາຊົນອິດສະຣາເອນບໍ່ສາມາດຈະທຳລາຍໃຫ້ຫມົດໄດ້ - ໂຊໂລໂມນກໍໄດ້ເກນໃຫ້ເປັນທາດແຮງງານຢູ່ຈົນມື້ນີ້.
\s5
\v 22 ຢ່າງໃດກໍຕາມ, ແຕ່ປະຊາຊົນອິດສະຣາເອນນັ້ນ. ໂຊໂລໂມນບໍ່ໄດ້ໃຫ້ເປັນທາດ, ເພາະເຂົາທັງຫລາຍເປັນທະຫານ, ຂ້າຣາຊການ, ຜູ້ບັນຊາກອງທັບ, ຜູ້ບັງຄັບກອງລົດຮົບ ແລະທະຫານມ້າຂອງເພິ່ນ.
\s5
\v 23 ເຫລົ່ານີ້ເປັນຫົວຫນ້າຂ້າຣາຊການ ຄວບຄຸມຄົນງານທີ່ສ້າງອາຄານຕ່າງໆ, ຜູ້​ທີ່​ເຮັດ​ວຽກ​ໃຫ້​ຊາ​ໂລ​ໂມນ, ຈຳນວນຫ້າຮ້ອຍຫ້າສິບຄົນ, ພວກເຂົາເປັນຄົນເບິ່ງແຍງປະຊາຊົນທີ່ເຮັດວຽກ.
\s5
\v 24 ລູກສາວຂອງຟາໂຣ ໄດ້ຍ້າຍຂື້ນມາຈາກນະຄອນດາວິດ ມາຢູ່ວັງທີ່ໂຊໂລໂມນໄດ້ສ້າງແກ່ນາງ. ແລ້ວໂຊໂລໂມນຈຶ່ງໄດ້ຖົມດິນຢູ່ທາງທິດຕາເວັນອອກຂອງເມືອງ.
\s5
\v 25 ໂຊໂລໂມນໄດ້ຖວາຍເຄື່ອງເຜົາບູຊາ ແລະເຄື່ອງບູຊາເທິງແທ່ນບູຊາປີລະສາມຄັ້ງ, ຊຶ່ງເພິ່ນໄດ້ສ້າງຖວາຍພຣະຢາເວ, ທັງເຜົາບັນດາເຄື່ອງຫອມເທິງແທ່ນບູຊາ ຖວາຍຕໍ່ຫນ້າພຣະຢາເວ. ດັ່ງນັ້ນເພິ່ນຈຶ່ງໄດ້ສ້າງພຣະວິຫານຈົນສຳເລັດ.
\s5
\v 26 ກະສັດໂຊໂລໂມນໄດ້ສ້າງກອງທັບເຮືອທີ່ເມືອງເອຊີໂອນເກເບ, ຊຶ່ງຢູ່ໃກ້ເມືອງເອລາດ, ຢູ່ແຄມຝັ່ງຂອງອ່າວອາກາບາ ທະເລແດງ, ໃນແຜ່ນດິນເອໂດມ.
\v 27 ຮີຣາມໄດ້ສົ່ງທະຫານທີ່ຊ່ຽວຊານຈາກກອງທັບເຮືອຂອງເພິ່ນພ້ອມກັບທະຫານຂອງກະສັດໂຊໂລໂມນ.
\v 28 ເຂົາທັງຫລາຍໄດ້ໄປຮອດເມືອງໂອເຟຍ ພ້ອມກັບທະຫານຂອງໂຊໂລໂມນ ແລະ ນຳທອງຄຳຈາກທີ່ນັ້ນຈຳນວນ 420 ຕະລັນ ກັບມາຖວາຍກະສັດໂຊໂລໂມນ.
\s5
\c 10
\cl ບົດທີ 10
\p
\v 1 ເມື່ອຣາຊີນີແຫ່ງເຊບາ ໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ ເນື່ອງຈາກພຣະນາມຂອງພຣະຢາເວ, ຣາຊີນີຈຶ່ງເດີນທາງມາເພື່ອທົດສອບດ້ວຍປັນຫາຫຍຸ້ງຍາກຫລາຍຢ່າງ.
\v 2 ນາງໄດ້ມານະຄອນເຢຣູຊາເລັມພ້ອມດ້ວຍບໍລິວານຢ່າງຫລວງຫລາຍມານຳ, ພ້ອມທັງບັນທຸກເຄື່ອງເທດຕ່າງໆ, ທອງຄຳ, ແລະ ເພັດພອຍລຳ້ຄ່າຫລວງຫລາຍ. ເມື່ອນາງມາຮອດ, ນາງໄດ້ທູນໂຊໂລໂມນເລື່ອງໃນໃຈຂອງນາງທຸກຢ່າງ.
\s5
\v 3 ໂຊໂລໂມນໄດ້ຕອບບັນຫາທຸກຂໍ້ຂອງນາງ. ບໍ່ມີສິ່ງໃດທີ່ນາງໄດ້ທູນຖາມກະສັດແລ້ວບໍ່ໄດ້ຄຳຕອບ.
\v 4 ເມື່ອຣາຊີນີແຫ່ງເຊບາເຫັນສະຕິປັນຍາທັງຫມົດຂອງໂຊໂລໂມນ, ແລະຣາຊວັງທີ່ໂຊໂລໂມນໄດ້ສ້າງ,
\v 5 ທັງອາຫານທີ່ໂຕະກິນເຂົ້າ, ກັບບ່ອນນັ່ງຂອງບັນດາຂ້າຣາຊການ, ແລະ ການຮັບໃຊ້ຂອງພວກຄົນຮັບໃຊ້ຂອງເພິ່ນ, ຕະຫລອດຈົນຮອດເຄື່ອງແຕ່ງກາຍຂອງພວກເຂົາ; ທັງພະນັກງານເຊີນຖ້ວຍສະເຫວີຍຂອງເພິ່ນ ລວມທັງລັກສະນະທີ່ເພິ່ນໄດ້ຖວາຍເຄື່ອງເຜົາບູຊາທີ່ພຣະວິຫານຂອງພຣະຢາເວ, ນາງກໍງຶດງໍ້ ແລະ ປະຫລາດໃຈຫລາຍ.
\s5
\v 6 ຣາຊີນີຈຶ່ງໄດ້ກ່າວແກ່ກະສັດວ່າ, "ຄຳເລົ່າລືທີ່ຂ້ານ້ອຍໄດ້ຍິນທີ່ໃນປະເທດຂອງຂ້ານ້ອຍເອງ ກ່ຽວກັບທ່ານ ແລະ ສະຕິປັນຍາຂອງທ່ານນັ້ນລ້ວນແຕ່ເປັນຄວາມຈິງ.
\v 7 ແຕ່ຂ້ານ້ອຍບໍ່ໄດ້ເຊື່ອໃນສິ່ງທີ່ຂ້ານ້ອຍໄດ້ຍິນ, ຈົນໄດ້ມາຫາດ້ວຍຕົນເອງ ແລະ ບັດນີ້ ຕາຂອງຂ້ານ້ອຍໄດ້ເຫັນແລ້ວ. ທີ່ຄົນອື່ນໄດ້ບອກແກ່ຂ້ານ້ອຍກໍບໍ່ຮອດເຄິ່ງຫນຶ່ງຂອງສະຕິປັນຍາ ແລະ ຄວາມຮັ່ງມີຂອງທ່ານ! ທ່ານມີຊື່ສຽງຫລາຍກວ່າຂ່າວທີ່ຂ້ານ້ອຍໄດ້ຍິນມາ.
\s5
\v 8 ບັນດາຄົນຂອງທ່ານ, ແລະ ພວກຮັບໃຊ້ຂອງທ່ານ ຄືຜູ້ທີ່ຄອຍປົນນິບັດຕໍ່ຫນ້າທ່ານເປັນປະຈຳ, ເພາະພວກເຂົາໄດ້ຟັງສະຕິປັນຍາຂອງທ່ານ.
\v 9 ສັນລະເສີນແດ່ພຣະຢາເວພຣະເຈົ້າຂອງທ່ານ, ຜູ້ຊົງພໍໃຈໃນໂຕທ່ານ ແລະໄດ້ວາງທ່ານໄວ້ເທິງບັນລັງແຫ່ງອິດສະຣາເອນ, ເພາະພຣະຢາເວໄດ້ຮັກອິດສະຣາເອນຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງໃຫ້ທ່ານເປັນກະສັດ, ເພື່ອຈະຮັກສາກົດບັນຍັດ ແລະ ຄວາມຍຸດຕິທຳໄວ້!"
\s5
\v 10 ແລ້ວຣາຊີນີກໍຖວາຍທອງຄຳຫນັກ 120 ຕະລັນແກ່ກະສັດ ທັງເຄື່ອງເທດ ແລະ ເພັດພອຍອັນລ້ຳຄ່າຢ່າງຫລວງຫລາຍ. ບໍ່ເຄີຍມີໃຜເອົາເຄື່ອງເທດຢ່າງຫລວງຫລາຍແບບນີ້ຄືຣາຊີນີແຫ່ງເຊບາໄດ້ຖວາຍແກ່ກະສັດໂຊໂລໂມນອີກເລີຍ.
\s5
\v 11 ກອງທັບເຮືອຂອງຮີຣາມ, ທີ່ໄດ້ບັນທຸກທອງຄຳມາຈາກໂອເຟຍ, ກໍໄດ້ນຳເອົາໄມ້ຈັນ ແລະເພັດພອຍອັນລ້ຳຄ່າຢ່າງຫລວງຫລາຍມາຈາກໂອເຟຍດ້ວຍ.
\v 12 ກະສັດໄດ້ໃຊ້ໄມ້ຈັນເຮັດເສົາສຳລັບພຣະວິຫານຂອງພຣະຢາເວ ແລະ ສຳລັບຣາຊວັງຂອງກະສັດ, ແລະ ເຮັດພິນນ້ອຍ ແລະ ພິນໃຫຍ່ສຳລັບພວກນັກຮ້ອງ. ຈົນທຸກມື້ນີ້ກໍບໍ່ເຄີຍມີໄມ້ຈັນເຂົ້າມາໃຫ້ເຫັນຢ່າງຫລວງຫລາຍແບບນີ້ອີກເລີຍ.
\s5
\v 13 ກະສັດໂຊໂລໂມນໄດ້ປະທານແກ່ຣາຊີນີແຫ່ງເຊບາໃນທຸກສິ່ງຢ່າງທີ່ນາງຕ້ອງການ, ຕາມທີ່ນາງທູນຂໍ, ນອກຈາກສິ່ງທີ່ໂຊໂລໂມນໄດ້ປະທານແກ່ນາງດ້ວຍໃຈອັນກ້ວາງຂວາງຂອງເພິ່ນ. ດັ່ງນັ້ນຣາຊີນີກໍກັບໄປແຜ່ນດິນຂອງຕົນເອງ ພ້ອມທັງຄະນະຜູ້ຕິດຕາມຂອງນາງ.
\s5
\v 14 ບັດນີ້ ນ້ຳຫນັກຂອງທອງຄຳທີ່ໄດ້ນຳມາຖວາຍໂຊໂລໂມນໃນປີຫນຶ່ງເປັນທອງຄຳຫນັກຮອດ 666 ຕະລັັນ,
\v 15 ນອກຈາກທອງຄຳຊຶ່ງມາຈາກພວກຄົນຄ້າຂາຍ ແລະ ຈາກສິນຄ້າຂອງພວກພໍ່ຄ້າ. ຈາກບັນດາກະສັດແຫ່ງອາຣາເບຍທັງຫມົດ ແລະ ຈາກບັນດາເຈົ້າເມືອງຕ່າງໆໃນປະເທດກໍໄດ້ນຳເຄື່ອງທອງ ແລະ ເຄື່ອງເງິນມາຖວາຍແກ່ໂຊໂລໂມນ.
\s5
\v 16 ກະສັດໂຊໂລໂມນໄດ້ເຮັດໂລ້ໃຫຍ່ສອງຮ້ອຍອັນຈາກທອງຄຳ. ໂລ້ຫົກ​ຮ້ອຍ​ອັນແຕ່ລະອັນໃຊ້ທອງຄຳເຮັດ.
\v 17 ເພິ່ນໄດ້ເຮັດໂລ້ນ້ອຍສາມຮ້ອຍອັນຈາກທອງຄຳ. ໂລ້ແຕ່ລະອັນໃຊ້ທອງຄຳຫນັກເກືອບສອງກິໂລ; ກະສັດໄດ້ເກັບໂລ້ໄວ້ໃນຫ້ອງໂຖງແຫ່ງດົງເລບານອນ.
\s5
\v 18 ແລ້ວກະສັດໄດ້ສ້າງບັນລັງທີ່ໃຫຍ່ໂຕດ້ວຍງາຊ້າງ ແລະ ໂອບດ້ວຍທອງຄຳຢ່າງດີທີ່ສຸດ.
\v 19 ມີຄັນໄດຫົກຂັ້ນຂື້ນໄປເທິງບັນລັງ ແລະ ຢູ່ທາງເບື້ອງຫລັງຂອງມັນກໍມີຮູບຫົວງົວ. ໄດ້ມີບ່ອນວາງແຂນ ແຕ່ລະຂ້າງຂອງບັນລັງ, ແລະ ມີສິງໂຕສອງໂຕທີ່ຢູ່ທາງຂ້າງບ່ອນວາງແຂນນັ້ນ.
\v 20 ມີຮູບສິງໂຕອີກສິບສອງໂຕຢືນຢູ່ເທິງຂັ້ນຄັນໄດ, ຫນຶ່ງໂຕຢູ່ເທິງແຕ່ລະຂ້າງຂອງຂັ້ນທັງຫົກຂັ້ນ. ບໍ່ມີບັນລັງໃດຈະຄືບັນລັງນີ້ໃນອານາຈັກອື່ນໆເລີຍ.
\s5
\v 21 ຖ້ວຍເຄື່ອງດື່ມທັງຫມົດ ຂອງກະສັດໂຊໂລໂມນເຮັດດ້ວຍທອງຄຳ, ແລະ ຖ້ວຍເຄື່ອງດື່ມທັງຫມົດທີ່ຢູ່ໃນຫ້ອງໂຖງຂອງເລບານອນນັ້ນເຮັດດ້ວຍທອງຄຳບໍຣິສຸດ. ບໍ່ມີທີ່ເຮັດດ້ວຍເງິນເລີຍ, ເພາະເ​ງີນນັ້ນຖືວ່າເປັນຂອງທີ່ບໍ່ມີຄ່າຫຍັງໃນສະໄຫມຂອງໂຊໂລໂມນ.
\v 22 ກະສັດໄດ້ມີກອງທັບເຮືອເດີນທະເລພ້ອມທັງກອງທັບເຮືອຂອງຮີຣາມ. ກອງທັບເຮືອໄດ້ນຳທອງຄຳ, ເງີນ, ງາຊ້າງ, ລີງໃຫຍ່ ແລະ ລີງນ້ອຍມາສາມປີຕໍ່ຄັ້ງ.
\s5
\v 23 ດັ່ງນັ້ນ ກະສັດໂຊໂລໂມນຈຶ່ງໄດ້ຍິ່ງໃຫຍ່ກວ່າກະສັດອື່ນໆໃນໂລກ ໃນເລື່ອງຄວາມຮັ່ງມີ ແລະ ສະຕິປັນຍາ.
\v 24 ທົ່ວທັງໂລກກໍສະແຫວງຫາການມາຟັງສະຕິປັນຍາຂອງເພິ່ນ, ທີ່ພຣະເຈົ້າໄດ້ປຣະທານໄວ້ໃຫ້ໃນໃຈຂອງເພິ່ນນັ້ນ.
\v 25 ທຸກຄົນທີ່ໄດ້ມາກໍໄດ້ນຳຂອງຂວັນມາມອບໃຫ້ເພີ່ນ ຄືສິ່ງທີ່ເຮັດດ້ວຍເງີນ ແລະ ຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າ ແລະ ລໍໃນທຸກໆປີ.
\s5
\v 26 ໂຊໂລໂມນໄດ້ຮວບຮວມລົດມ້າ ແລະ ຄົນຂີ່ມ້າ. ເພິ່ນໄດ້ມີລົດມ້າ 1,400 ຄັນ ແລະ ມ້າ ສິບສອງພັນໂຕ ຊຶ່ງເພີ່ນໄດ້ໃຫ້ປະຈຳຢູ່ທີ່ເມືອງລົດມ້າ ແລະ ໄດ້ປະຈຳການຢູ່ກັບເພີ່ນໃນນະຄອນເຢຣູຊາເລັມ.
\v 27 ກະສັດໄດ້ເຮັດໃຫ້ເງີນໃນນະຄອນເຢຣູຊາເລັມ, ເປັນຄືກ້ອນຫີນເທິງພື້ນດິນ. ເພີ່ນໄດ້ເຮັດໃຫ້ມີໄມ້ແປກຢ່າງຫລວງຫລາຍຄືຕົ້ນຫມາກເດື່ອເທດທີ່ເກີດຢູ່ຕາມຕີນພູ.
\s5
\v 28 ມ້າຂອງໂຊໂລໂມນໄດ້ຊື້ມາຈາກມຸດສະຣີ ແລະ ກີລີເກຍ. ບັນດາພໍ່ຄ້າຂອງກະສັດກໍໄດ້ຊື້ມ້າມາເປັນຝູງໆ, ແຕ່ລະຝູງຕາມລາຄາ.
\v 29 ສ່ວນລົດມ້າທີ່ໄດ້ຊື້ມາຈາກປະເທດເອຢິບນັ້ນ ຄັນຫນຶ່ງມີລາຄາເປັນເງີນຫົກຮ້ອຍຫລຽນເງີນ, ມ້າໂຕຫນຶ່ງມີລາຄາ ຫ້າຮ້ອຍສິບຫລຽນເງີນ. ມ້າເຫລົ່ານີ້ກໍໄດ້ຂາຍໄປໃຫ້ກະສັດທັງປວງຂອງຄົນຮິດຕີ ແລະ ຄົນອາຣາມ.
\s5
\c 11
\cl ບົດທີ 11
\p
\v 1 ກະສັດໂຊໂລໂມນໄດ້ຮັກຍິງຕ່າງຊາດຫລາຍຄົນ: ນອກຈາກລູກສາວຂອງຟາໂຣແລ້ວ ຍັງມີຍິງຊາວໂມອາບ, ຍິງຊາວອຳໂມນ, ຍິງຊາວເອໂດມ, ຍິງຊາວຊີໂດນ, ແລະ ຍິງຊາວຮິດຕີ -
\v 2 ຊຶ່ງເປັນປະຊາຊາດທີ່ພຣະຢາເວໄດ້ກ່າວກັບຄົນອິດສະຣາເອນວ່າ, "ພວກເຈົ້າຢ່າແຕ່ງງານກັບພວກເຂົາ ຫລື ຢ່າໃຫ້ພວກເຂົາມາແຕ່ງງານກັບພວກເຈົ້າ, ເພາະພວກເຂົາຈະຫັນຈິດໃຈຂອງພວກເຈົ້າໄປຕາມພະຕ່າງໆຂອງພວກເຂົາຢ່າງແນ່ນອນ." ແຕ່ໂຊໂລໂມນໄດ້ຮັກຜູ້ຍິງເຫລົ່ານີ້.
\s5
\v 3 ໂຊໂລໂມນໄດ້ມີເມຍທີ່ເປັນເຈົ້າຍິງເຈັດຮ້ອຍຄົນ ແລະ ມີເມຍນ້ອຍສາມຮ້ອຍຄົນ. ບັນດາເມຍຂອງເພິ່ນກໍໄດ້ຫັນຈິດໃຈຂອງເພິ່ນໄປ.
\v 4 ເພາະເມື່ອໂຊໂລໂມນໄດ້ເຖົ້າແກ່ແລ້ວ, ບັນດາເມຍຂອງເພິ່ນກໍໄດ້ຫັນຈິດໃຈຂອງເພິ່ນໄປຕາມພະອື່ນໆ; ຈິດໃຈຂອງເພິ່ນບໍ່ພັກດີຕໍ່ພຣະຢາເວພຣະເຈົ້າຂອງເພິ່ນ, ບໍ່ຄືກັບຈິດໃຈຂອງດາວິດພໍ່ຂອງເພິ່ນ.
\s5
\v 5 ເພາະໂຊໂລໂມນໄດ້ດຳເນີນຕາມເຈົ້າແມ່ອັດສະຕາກ, ພະຂອງຊາວຊີໂດນ, ແລະ ຕາມພະໂມເລກ, ພະທີ່ຫນ້າລັງກຽດຂອງຊາວອຳໂມນ.
\v 6 ໂຊໂລໂມນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ; ເຂົາບໍ່ໄດ້ດຳເນີນຕາມພຣະຢາເວຢ່າງສຸດໃຈ, ບໍ່ຄືດາວິດພໍ່ຂອງເພິ່ນໄດ້ດຳເນີນ.
\s5
\v 7 ແລ້ວໂຊໂລໂມນໄດ້ສ້າງບ່ອນຂາບໄຫວ້ພະເຄໂມດ, ຊຶ່ງເປັນພະຂອງຊາວໂມອາບທີ່ຫນ້າລັງກຽດ, ເທິງພູເຂົາທີ່ຢູ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ, ແລະ ສ້າງບ່ອນຂາບໄຫວ້ພະໂມເລກ, ຊຶ່ງເປັນພະຂອງຊາວອຳໂມນທີ່ຫນ້າລັງກຽດດ້ວຍ.
\v 8 ເພິ່ນໄດ້ສ້າງບ່ອນຂາບໄຫວ້ໃຫ້ບັນດາເມຍຕ່າງຊາດທັງຫມົດຂອງເພິ່ນ, ຜູ້ທີ່ໄດ້ເຜົາເຄື່ອງຫອມ ແລະ ຖວາຍເຄື່ອງບູຊາແກ່ບັນດາພະຂອງພວກນາງ.
\s5
\v 9 ພຣະຢາເວໄດ້ໂກດຮ້າຍໂຊໂລໂມນ, ເພາະຈິດໃຈຂອງເພິ່ນໄດ້ຫັນໄປຈາກພຣະຢາເວ ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ຊົງໄດ້ປາກົດຕໍ່ເພິ່ນສອງເທື່ອແລ້ວ
\v 10 ແລະ ໄດ້ຊົງສັ່ງເພິ່ນກ່ຽວກັບເລື່່ອງນີ້ວ່າ, ເພິ່ນບໍ່ຄວນໄປຕິດຕາມພະອື່ນໆ. ແຕ່ໂຊໂລໂມນບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະຢາເວ.
\s5
\v 11 ເພາະສະນັ້ນ ພຣະຢາເວໄດ້ກ່າວກັບໂຊໂລໂມນວ່າ, "ເພາະເຈົ້າເຮັດແບບນີ້ ແລະ ເຈົ້າບໍ່ໄດ້ຮັກສາພັນທະສັນຍາ ແລະ ກົດເກນຂອງເຮົາ ຊຶ່ງເຮົາໄດ້ສັ່ງເຈົ້າ, ເຮົາຈະເອົາອານາຈັກຂອງເຈົ້າໄປຈາກເຈົ້າແນ່ນອນ ແລະ ມອບໃຫ້ຄົນຫນຶ່ງໃນບັນດາຂ້າຣາຊການຂອງເຈົ້າ.
\v 12 ຢ່າງໃດກໍຕາມ, ເພື່ອເຫັນແກ່ດາວິດພໍ່ຂອງເຈົ້າ, ເຮົາຈະບໍ່ເຮັດໃນສະໄຫມຂອງເຈົ້າ, ແຕ່ມັນຈະເກີດຂຶ້ນໃນຣາຊການຂອງລູກຊາຍຂອງເຈົ້າ.
\v 13 ຢ່າງໃດກໍດີ ເຮົາຈະບໍ່ເອົາອານາຈັກທັງຫມົດໄປຈາກລາວ; ແຕ່ເຮົາຈະຈົ່ງເຜົ່າຫນຶ່ງໄວ້ໃຫ້ລາວ, ເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາ, ແລະ ເພື່ອເຫັນແກ່ເຢຣູຊາເລັມຊຶ່ງເຮົາໄດ້ເລືອກໄວ້."
\s5
\v 14 ແລ້ວພຣະຢາເວໄດ້ປະຕິບັດເກີດຂຶ້ນຕໍ່ສູ້ໂຊໂລໂມນ, ຄືຮາດາດຄົນເອໂດມ ເຂົາເປັນຄົນຫນຶ່ງໃນຄອບຄົວຂອງກະສັດແຫ່ງເອໂດມ.
\v 15 ເມື່ອດາວິດໄດ້ຢູ່ໃນເອໂດມນັ້ນ, ໂຢອາບຜູ້ບັນຊາການກອງທັບໄດ້ຂຶ້ນໄປຝັງຜູ້ທີ່ຖືຂ້າຕາຍ, ແລະ ໄດ້ຂ້າຜູ້ຊາຍທຸກຄົນໃນເອໂດມ.
\v 16 ໂຢອາບ ແລະ ຄົນອິດສະຣາເອນທັງຫມົດຍັງຢູ່ທີ່ນັ້ນຫົກເດືອນ ຈົນກວ່າເຂົາຈະໄດ້ຂ້າຊີວິດຜູ້ຊາຍທຸກຄົນໃນເອໂດມທັງຫມົດ.
\v 17 ແຕ່ຮາດາດໄດ້ຫນີໄປເອຢິບ, ພ້ອມກັບຄົນເອໂດມບາງຄົນຜູ້ທີ່ເປັນຄົນຮັບໃຊ້ຂອງພໍ່ຂອງເຂົາ ເວລານັ້ນຮາດາດຍັງເປັນເດັກນ້ອຍຢູ່.
\s5
\v 18 ພວກເຂົາໄດ້ອອກຈາກເມືອງມີດີອານ ແລະ ໄປທີ່ເມືອງປາຣານ, ຈາກທີ່ຊຶ່ງມາກັບເຂົາທັງຫລາຍເຂົ້າໄປປະເທດເອຢິບ, ເພື່ອໄປເຝົ້າຟາໂຣກະສັດແຫ່ງເອຢິບ, ຜູ້ໄດ້ປະທານບ້ານ ແລະທີ່ດິນແລະອາຫານໃຫ້ເຂົາດ້ວຍ.
\v 19 ຮາດາດເປັນທີ່ພໍໃຈໃນສາຍຕາຂອງຟາໂຣ, ຟາໂຣຈຶ່ງໄດ້ປະທານນ້ອງສາວຂອງເມຍຕົນເອງ, ຄືນ້ອງສາວຂອງຣາຊີນີຕາເປເນັດໃຫ້ເປັນເມຍຂອງເຂົາ.
\s5
\v 20 ນ້ອງສາວຂອງຕາເປເນັດກໍເກີດລູກຊາຍແກ່ຮາດາດ. ພວກເຂົາໄດ້ຕັ້ງຊື່ວ່າ ເກນູບັດ. ຕາເປເນັດໄດ້ລ້ຽງເຂົາໃນຣາຊວັງຂອງຟາໂຣ. ດັ່ງນັ້ນເກນູບັດໄດ້ອາໄສຢູ່ໃນຣາຊວັງຂອງຟາໂຣທ່າມກາງບັນດາລູກຂອງຟາໂຣ.
\v 21 ຂະນະທີ່ເຂົາໄດ້ຢູ່ໃນເອຢິບ, ຮາດາດໄດ້ຍິນວ່າດາວິດໄດ້ລ່ວງລັບໄປຢູ່ກັບບັນພະບູລຸດຂອງເພິ່ນແລ້ວ ແລະໂຢອາບຜູ້ບັນຊາການກອງທັບກໍໄດ້ເສຍຊີວິດແລ້ວ, ຮາດາດຈຶ່ງໄດ້ບອກຟາໂຣວ່າ, "ຂໍໃຫ້ຂ້ານ້ອຍໄປ, ແລະ ຂ້ານ້ອຍຈະກັບໄປປະເທດຂອງຂ້ານ້ອຍ."
\v 22 ແລ້ວຟາໂຣໄດ້ກ່າວກັບເຂົາວ່າ, "ເຈົ້າຢູ່ກັບເຮົາ, ເຈົ້າຂາດເຫລືອຫຍັງບໍ? ເຈົ້າຈຶ່ງຫາທາງທີ່ຈະກັບໄປປະເທດຂອງເຈົ້າ" ຮາດາດໄດ້ຕອບວ່າ "ບໍ່ໄດ້ຂາດຫຍັງ ແຕ່ຂໍໃຫ້ຂ້ານ້ອຍໄດ້ກັບໄປບ້ານຂອງຕົນເທີນ."
\s5
\v 23 ພຣະເຈົ້າໄດ້ຊົງໃຫ້ອີກຄົນຫນຶ່ງເກີດຂຶ້ນຕໍ່ສູ້ໂຊໂລໂມນ, ຄືເຣຊົນລູກຊາຍຂອງເອລີອາດາ ຜູ້ທີ່ໄດ້ຫນີໄປຈາກຮາດາເດເຊກະສັດແຫ່ງໂຊບາເຈົ້ານາຍຂອງເຂົາ.
\v 24 ເຣຊົນໄດ້ລວບລວມຜູ້ຄົນໃຫ້ຢູ່ກັບເຂົາ ແລະ ໄດ້ກາຍເປັນກອງກຳລັງນ້ອຍໆ, ເມື່ອດາວິດໄດ້ເອົາຊະນະຊາວໂຊບານັ້ນ. ຜູ້ຄົນຂອງເຣຊົນໄດ້ໄປໃນເມືອງດາມັສກັດ ແລະໄດ້ອາໄສຢູ່ທີ່ນັ້ນ, ແລະ ເຣຊົນໄດ້ຄອບຄອງເມືອງດາມັສກັດ.
\v 25 ເຂົາໄດ້ເປັນສັດຕູຂອງອິດສະຣາເອນຕະຫລອດສະໄຫມຂອງໂຊໂລໂມນ, ຮາດາດກໍໄດ້ກໍ່ໃຫ້ເກີດຄວາມຍາກລຳບາກໄປພ້ອມໆກັນ. ເຣຊົນໄດ້ກຽດຊັງອິດສະຣາເອນ ແລະ ໄດ້ປົກຄອງອາຣາມ.
\s5
\v 26 ແລ້ວເຢໂຣໂບອາມລູກຊາຍຂອງເນບັດ, ຄົນເອຟຣາອິມ, ຈາກເມືອງເຊເຣດາ. ຂ້າຣາຊການຄົນຫນຶ່ງຂອງໂຊໂລໂມນ, ຜູ້ທີ່ແມ່ຂອງເຂົາເປັນຍິງຫມ້າຍ, ຊື່ເຊຣູຢາ, ໄດ້ກະບົດຕໍ່ກະສັດດ້ວຍ.
\v 27 ເຫດຜົນທີ່ເຂົາກະບົດຕໍ່ກະສັດ ເພາະໂຊໂລໂມນໄດ້ຖົມດິນແດນທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ ແລະ ໄດ້ສ້ອມແປງກຳແພງເມືອງຂອງດາວິດພໍ່ຂອງຕົນ.
\s5
\v 28 ເຢໂຣໂບອາມເປັນນັກຮົບກ້າຫານ. ໂຊໂລໂມນໄດ້ເຫັນວ່າລາວເປັນຊາຍຫມຸ່ມທີ່ເອົາໃຈໃສ່ຕໍ່ວຽກງານ, ດັ່ງນັ້ນຈຶ່ງໄດ້ຕັ້ງໃຫ້ດູແລແຮງງານທັງຫມົດໃນເຮືອນຂອງໂຢເຊັບ.
\v 29 ໃນເວລານັ້ນ, ເມື່ອເຢໂຣໂບອາມໄດ້ອອກຈາກນະຄອນເຢຣູຊາເລັມ, ອາຮີຢາຜຸ້ເຜີຍພຣະວັດຈະນະຊາວຊີໂລໄດ້ພົບເຂົາກາງທາງ. ບັດນີ້ ອາຮີຢາໄດ້ໃສ່ເສື້ອຄຸມໃຫມ່ ແລະ ທັງສອງຄົນກໍໄດ້ຢູ່ລຳພັງໃນທົ່ງນາ.
\v 30 ແລ້ວອາຮີຢາກໍໄດ້ຈັບເສື້ອຄຸມໃຫມ່ທີ່ເຂົາສວມໃສ່ຢູ່ ແລະ ຈີກອອກເປັນສິບສອງຕ່ອນ.
\s5
\v 31 ເຂົາໄດ້ເວົ້າກັບເຢໂຣໂບອາມວ່າ, "ຈົ່ງເອົາໄປສິບຕ່ອນ, ເພາະພຣະຢາເວພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ, "ເບິ່ງແມ້, ເຮົາກຳລັງຈະຈີກອານາຈັກຈາກມືຂອງໂຊໂລໂມນ ແລະ ຈະໃຫ້ເຈົ້າສິບເຜົ່າ.
\v 32 (ແຕ່ເຂົາຈະມີເຜົ່າຫນຶ່ງເພື່ອເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາແລະ ເພື່ອເຫັນແກ່ເຢຣູຊາເລັມເມືອງຊຶ່ງເຮົາໄດ້ເລືອກຈາກເຜົ່າທັງຫມົດຂອງອິດສະຣາເອນ)
\v 33 ເພາະພວກເຂົາໄດ້ປະຖິ້ມເຮົາ ແລະ ໄປນະມັດສະການເຈົ້າແມ່ອັດສະຕາກພະຂອງຊາວຊີໂດນ, ເຄໂມດພະຂອງຊາວໂມອາບ, ແລະ ໂມເລກ ພະຂອງຊາວອຳໂມນ. ພວກເຂົາບໍ່ໄດ້ດຳເນີນໃນທາງຂອງເຮົາ, ຄືເຮັດໃນສິ່ງທີ່ຊອບທຳໃນສາຍຕາຂອງເຮົາ, ທັງບໍ່ໄດ້ຮັກສາກົດເກນ ແລະ ກົດຫມາຍຂອງເຮົາ, ບໍ່ຄືກັບດາວິດພໍ່ຂອງເຂົາໄດ້ເຮັດ.
\s5
\v 34 ຢ່າງໃດກໍຕາມ, ເຮົາຈະບໍ່ເອົາອານາຈັກທັງຫມົດໄປຈາກມືຂອງເຂົາ. ແຕ່ເຮົາຈະໃຫ້ເຂົາເປັນຜູ້ຄອບຄອງຕະຫລອດຊີວິດຂອງເຂົາ, ເພາະເຫັນແກ່ດາວິດຜູ້ຮັບໃຊ້ຂອງເຮົາຜູ້ທີ່ເຮົາເລືອກໄວ້, ຜູ້ໄດ້ຮັກສາບັນຍັດ ແລະ ກົດເກນຂອງເຮົາ.
\v 35 ແຕ່ເຮົາຈະເອົາອານາຈັກໄປຈາກມືລູກຊາຍຂອງເຂົາ ແລະ ຈະມອບໃຫ້ເຈົ້າສິບເຜົ່າ.
\v 36 ເຮົາຈະໃຫ້ເຜົ່າຫນຶ່ງແກ່ລູກຊາຍຂອງເຂົາເພື່ອວ່າດາວິດຜູ້ຮັບໃຊ້ຂອງເຮົາຈະມີໂຄມໄຟດວງຫນຶ່ງຕໍ່ຫນ້າເຮົາຕະຫລອດເວລາໃນເຢຣູຊາເລັມ, ເມືອງຊຶ່ງເຮົາເລືອກໃຫ້ນາມຊື່ຂອງເຮົາຕັ້ງຢູ່ທີ່ນັ້ນ.
\s5
\v 37 ເຮົາຈະເອົາໂຕເຈົ້າ, ແລະ ເຈົ້າຈະປົກຄອງທຸກຢ່າງທີ່ໃຈຂອງເຈົ້າຕ້ອງການ, ແລະ ເຈົ້າຈະເປັນກະສັດຂອງອິດສະຣາເອນ.
\v 38 ຖ້າເຈົ້າເຊື່ອຟັງທຸກສິ່ງທີ່ເຮົາສັ່ງເຈົ້າ, ແລະ ດຳເນີນໃນທາງທັງຫລາຍຂອງເຮົາ ແລະ ເຮັດສິ່ງທີ່ຊອບທຳໃນສາຍຕາຂອງເຮົາ, ໂດຍຮັກສາກົດເກນ ແລະບັນຍັດຂອງເຮົາ, ຄືຢ່າງທີ່ດາວິດຜູ້ຮັບໃຊ້ຂອງເຮົາໄດ້ເຮັດ, ແລ້ວເຮົາຈະຢູ່ກັບເຈົ້າ ແລະ ຈະສ້າງເຊື້ອສາຍທີ່ຫມັ້ນຄົງໃຫ້ເຈົ້າ ຄືທີ່ເຮົາໄດ້ສ້າງໃຫ້ດາວິດ, ແລະ ເຮົາຈະໃຫ້ອິດສະຣາເອນແກ່ເຈົ້າ.
\v 39 ເຮົາຈະລົງໂທດເຊື້ອສາຍຂອງດາວິດ, ແຕ່ບໍ່ແມ່ນຕະຫລອດໄປ.""
\s5
\v 40 ດັ່ງນັ້ນໂຊໂລໂມນຈຶ່ງໄດ້ພະຍາຍາມທີ່ຈະຂ້າເຢໂຣໂບອາມ. ແຕ່ເຢໂຣໂບອາມໄດ້ລຸກຂຶ້ນຫນີໄປປະເທດເອຢິບ, ໄປຫາຊີຊາກກະສັດແຫ່ງເອຢິບ, ແລະ ເຂົາໄດ້ຢູ່ໃນເອຢິບຈົນກະສັດໂຊໂລໂມນຕາຍ.
\s5
\v 41 ສ່ວນເລື່ອງອື່ນໆນອກນັ້ນຂອງໂຊໂລໂມນ, ແລະ ທຸກສິ່ງທີ່ເພິ່ນໄດ້ເຮັດ ແລະສະຕິປັນຍາຂອງເພິ່ນ, ເລື່ອງເຫລົ່ານັ້ນໄດ້ບັນທຶກໄວ້ໃນຫນັງສືຣາຊກິດຂອງໂຊໂລໂມນບໍ່ແມ່ນບໍ?
\v 42 ໂຊໂລໂມນໄດ້ປົກຄອງໃນເຢຣູຊາເລັມ ເຫນືອປະເທດອິດສະຣາເອນທັງຫມົດເປັນເວລາສີ່ສິບປີ.
\v 43 ເພິ່ນໄດ້ຕາຍໄປ ແລະ ຢູ່ກັບບັນພະບູລຸດຂອງເພິ່ນ ແລະ ຝັງເພິ່ນໄວ້ໃນນະຄອນດາວິດພໍ່ຂອງເພິ່ນ. ເຣໂຫໂບອາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດແທນ.
\s5
\c 12
\cl ບົດທີ 12
\p
\v 1 ເຣໂຫໂບອາມໄດ້ໄປທີ່ເມືອງຊີເຄມ, ເພາະອິດສະຣາເອນທັງຫມົດໄດ້ມາຊີເຄມ ເພື່ອຈະຕັ້ງເພິ່ນໃຫ້ເປັນກະສັດ.
\v 2 ເມື່ອເຢໂຣໂບອາມລູກຊາຍຂອງເນບັດຮູ້ເລື່ອງນີ້ແລ້ວ (ເພິ່ນຍັງຄົງຢູ່ໃນເອຢິບ, ເພາະເພິ່ນຫນີຈາກກະສັດໂຊໂລໂມນ), ສຳ​ຫລັບເຢໂຣໂບອາມໄດ້ອາໄສຢູ່ໃນເອຢິບ.
\s5
\v 3 ດັ່ງນັ້ນ ເຂົາທັງຫລາຍກໍໄດ້ໃຊ້ຄົນໄປ​ເຊີນເພິ່ນ, ເເລະເຣໂຫໂບອາມ ເເລະຊຸມນຸມຊົນອິດສະຣາເອນທັງຫມົດໄດ້ເວົ້າບອກຕໍ່ເຣໂຫໂບອາມວ່າ,
\v 4 ພໍ່ຂອງເພີ່​ນໄດ້ຊົງປະພຶດຕໍ່ພວກເຮົາຮຸນເເຮງໂພດ. ທີ່ເຮັດໃຫ້ເຮົາເເບກຫນັກຫລາຍ ບັດນີ້ຂໍຊົງລົດງານຫນັກຂອງພໍ່ຂອງເພິ່ນ, ເເລະຊ່ວຍບັນເທົາພາລະນີ້ໃຫ້ເບົາບາງລົງເເລ້ວພວກຂ້ານ້ອຍຈະຮັບໃຊ້ທ່ານ."
\v 5 ເຣໂຫໂບອາມໄດ້ກ່າວກັບພວກເຂົາວ່າ, "ຈົ່ງກັບໄປກ່ອນ ເເລ້ວສາມວັນ, ຈຶ່ງມາຫາເຮົາອີກ" ດັ່ງນັ້ນປະຊາຊົນຈຶ່ງໄດ້ກັບໄປ.
\s5
\v 6 ກະສັດເຣໂຫໂບອາມໄດ້ຊົງປຶກສາຜູ້ອາວຸໂສ ຜູ້ຊົງປະຕິບັດໂຊໂຣໂມນ ພໍ່ຂອງລາວ ຂະນະທີ່ລາວກຳລັງນອນຢູ່, ລາວໄດ້ກ່າວວ່າ," ທ່ານຈະເເນະນຳເຮົາທັງຫລາຍໃຫ້ຕອບກັບປະຊາຊົນນີ້ຢ່າງໃດດີ?"
\v 7 ເຂົາທັງຫລາຍຈະກ່າວກັບເພິ່ນວ່າ," ຖ້າເພິ່ນຊົງເປັນຜູ້ຮັບໃຊ້ປະຊາຊົນນີ້ ເເລະປະຕິບັດພວກເຂົາ, ເເລະກ່າວຄຳດີໆເເກ່ເຂົາ, ເຂົາທັງຫລາຍຈະເປັນຜູ້ຮັບໃຊ້ຂອງລາວຕະຫລອດໄປ."
\s5
\v 8 ເເຕ່ເຣໂຫໂບອາມໄດ້ເສີຍຊາຕໍ່ຄຳປຶກສາທີ່ບັນດາຜູ້ອາວຸໂສຖວາຍນັ້ນ ເເລະໄດ້ປຶກສາກັບພວກຄົນຫນຸ່ມທີ່ເຕີບໂຕຂຶ້ນມາພ້ອບກັບລາວ ເເລະຢືນຢູ່ຝ່າຍລາວ.
\v 9 ທ່ານຈຶ່ງກ່າວກັບເຂົາທັງຫລາຍວ່າ, "ທ່ານຈະເເນະນຳເຮົາເພື່ອພວກເຮົາຈະຕອບປະຊາຊົນນີ້ຜູ້ໄດ້ຊົງລາຍງານວ່າ," ຂໍຊົງເຮັດໃຫ້ວຽກງານຂອງເຮົາເບົາລົງ?"
\s5
\v 10 ຄົນຫມຸ່ມເຫລົ່ານັ້ນຜູ້ທີ່ໄດ້ເຕີບໃຫຍ່ມາພ້ອມກັບເຣໂຫໂບອາມ, ໄດ້ເວົ້າຕໍ່ເພິ່ນວ່າ, "ຂໍທ່ານກ່າວດັ່ງນີ້ເເກ່ປະຊາຊົນນີ້ ຜູ້ທີ່ໄດ້ກ່າວກັບທ່ານວ່່າ ພໍ່ຂອງທ່ານ ໂຊໂຣໂມນໄດ້ເຮັດໃຫ້ວຽກຂອງພວກຂ້ານ້ອຍຫນັກ ເເຕ່ຂໍທ່ານຊົງເຮັດໃຫ້ເບົາລົງ. ຂໍທ່ານກ່າວກັບເຂົາທັງຫລາຍວ່າ, 'ນິ້ວກ້ອຍຂອງເຮົາກໍຫນາກ່ອນເເອວພໍ່ເຮົາ.
\v 11 ດັ່ງນັ້ນດຽວ​ນີ້, ເຖິງວ່າພໍ່ເຮົາໄດ້ວາງພາລະຫນັກກັບທ່ານທັງຫລາຍ, ສ່ວນເຮົາຈະເພີີ່ມວຽກຂອງທ່ານອີກ. ພໍ່ຂອງເຮົາຈະລົງໂທດທ່ານດ້ວຍເເສ້, ເເຕ່ເຮົາຈະລົງໂທດທ່ານດ້ວຍເເມງປ່ອງ.'"
\s5
\v 12 ດັ່ງນັ້ນເຢໂຮໂບອາມກັບປະຊາຊົນທັງຫມົດ ຈຶ່ງໄດ້ມາເຝົ້າເຣໂຫໂບອາມວັນທີສາມ, ດັ່ງທີ່ກະສັດສັ່ງວ່າ, "ຈົ່ງກັບມາຫາເຮົາໃນວັນທີສາມ."
\v 13 ກະສັດໄດ້ຕອບປະຊາຊົນຢ່າງດຸດັນ ເເລະເສີຍຊາຕໍ່ຄຳປຶກສາທີ່ບັນດາຜູ້ອາວຸໂສໄດ້ກ່າວ ກັບທ່ານ.
\v 14 ທ່ານໄດ້ກ່າວກັບຄົນຫນຸ່ມທັງຫລາຍວ່າ ພໍ່ຂອງຂອງເຮົາໄດ້ວາງພາລະຫນັກໃຫ້ເຮົາ; ສ່ວນທ່ານກໍຈະເພີ່ມວຽກຂອງທ່ານຫລາຍຕື່ມອີກ. ພໍ່ຂອງເຮົາໄດ້ລົງໂທດດ້ວຍເເສ້ ເເຕ່ເຮົາຈະລົງໂທດດ້ວຍເເມງປ່ອງ."
\s5
\v 15 ດັ່ງນັ້ນກະ​ສັດບໍ່ຟັງປະຊາຊົນ, ເພາະການປ່ຽນວຽກນີ້ມາຈາກພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອທ່ານຈະໄດ້ເຮັດໃຫ້ພຣະວັດຈະນະຂອງພຣະອົງສຳເລັດ ຊຶ່ງພຣະຢາເວໄດ້ກ່າວກັບເຢໂຣໂບອາມລູກຊາຍຂອງເນບັດ.
\s5
\v 16 ເມື່ອອິດສະຣາເອນທັງຫມົດໄດ້ເຫັນວ່າກະສັດບໍ່ຟັງເຂົາທັງຫລາຍ, ປະຊາຊົນກໍຕອບກະສັດວ່າ," ພວກທ່ານມີສ່ວນເເບ່ງຫຍັງຈາກດາວິດ? ຂ້ານ້ອຍບໍ່ມີສ່ວນໃນມໍລະດົກຈາກລູກຊາຍຂອງເຢຊີ! ອິດສະຣາເອນເອີຍ ກັບໄປເຕັນຂອງທ່ານເຖີດ, ອິດ​ສະ​ຣາ​ເອນ. ຈົ່ງເບິ່ງຣາຊວົງຂອງທ່ານເອງເຖີດ, ດາ​ວິດ. "ດັ່ງນັ້ນຄົນອິດສະຣາເອນຈຶ່ງໄດ້ກັບໄປຍັງເຕັນຂອງພວກເຂົາ.
\v 17 ເເຕ່ເຣໂຫໂບອາມປົກຄອງປະຊາຊົນອິດສະຣາເອນ ຜູ້ອາໄສຢູ່ເມືອງຕ່າງໆຂອງຢູດາ, ເຣໂຫໂບອາມໄດ້ເປັນກະສັດຄອງເຫນືອພວກເຂົາ.
\s5
\v 18 ເເຕ່ກະສັດເຣໂຫໂບອາມໄດ້ໃຊ້ອາໂດມຜູດູເເລໂຍທາໄປ ເເຕ່ອິດສະຣາເອນທັງຫມົດຂອງເອົາຫີນດຶກໃສ່ເຂົາຕາຍກະສັດເຣໂຫໂບອາມກໍຮີບຂຶ້ນລົດມ້າເສິກຫນີໄປກຸງເຢຣູຊາເລັມ
\v 19 ດັ່ງນັ້ນອິດສະຣາເອນຈຶ່ງກະບົດຕໍ່ຣາຊວົງຂອງດາວິດຈົນເຖິງທຸກວັນນີ້
\s5
\v 20 ຕໍ່ມາເມື່ອອິດສະຣາເອນທັງຫລາຍໄດ້ຍິນວ່າເຣໂຫໂບອາມໄດ້ກັບມາເເລ້ວ ພວກເຂົາກໍໄດໃຫ້ໄປເຊີນທ່ານມາທີ່ປະຊຸມ ເເລ້ວກໍຕັ້ງທ່ານໃຫ້ເປັນກະສັດເຫນືອອິດສະຣາເອນທັງຫມົດ ບໍ່ມີໃຜຕິດຕາມເຊື້ອຣາຊວົງຂອງດາວິດ ນອກຈາກເຜົ່າຢູດາເທົ່ານັ້ນ
\s5
\v 21 ເມື່ອເຣໂຫໂບອາມໄດ້ມາຮອດນະຄອນເຢຣູຊາເລັມເເລ້ວ ພຣະອົງໄດ້ຊົງລະດົມພົນຈາກຈາກພົງພັນຢູດາທັງຫມົດເເລະເຜົ່າເບນຢາມິນ ເປັນຜູ້ຊາຍທີ່ຄັດເລືອກມາເປັນທະຫານ 180,000ຄົນ ເພື່ອສູ້ຮົບກັບພົງພັນອິດສະຣາເອນ ເພື່ອຈະກອບກູ້ຣາຊອານາຈັກຄືນມາໃຫ້ເເກ່ເຣໂຫໂບອາມ ລູກຂອງໂຊໂລໂມນ
\s5
\v 22 ເເຕ່ພຣະວັດຈະນະຂອງພຣະເຈົ້າໄດ້ມາຍັງເຊໄມຢາ ຄົນຂອງພຣະເຈົ້າວ່າ
\v 23 ຈົ່ງໄປທູນເຣໂຫໂບອາມລູກຂອງໂຊໂຣໂມນ ກະສັດເເຫ່ງຢູດາ ເເລະບອກກັບພົງພັນທັງຫມົດຂອງຢູດາເເລະເບັນຢາມິນ ເເລະກັບປະຊາຊົນທີ່ເຫລືອຢູ່ວ່າ
\v 24 ພຣະຢາເວໄດ້ກ່າວດັ່ງນີ້ວ່າ ພວກເຈົ້າຢ່າຂື້ນໄປໂຈມຕີຫລືຕໍ່ສູ້ກັບປະຊາຊົນອິດສະຣາເອນພີ່ນ້ອງຂອງເຈົ້າເລີຍ ເເຕ່ລະຄົນຈົ່ງກັບບ້ານຕົນເອງເຖີດ ເພາະສິ່ີງນີ້ເປັນມາຈາກເຮົາ" ດັ່ງນັ້ນພວກເຂົາຈຶ່ງໄດ້ເຊື່ີອຟັງພຣະວັດຈະນະຂອງພຣະຢາເວ ເເລະກັບໄປຕາມທາງຂອງຕົນ ເເລະພວກເຂົາໄດ້ເຊື່ອຟັງພຣະວັດຈະນະພຣະຢາເວ
\s5
\v 25 ເເລ້ວເຢໂຣໂບອາມໄດ້ຊົງສ້າງເມືອງເຊເຄມໃນຖິ່ນເອຟຣາຢິມ ເເລະພັກຢູ່ເມືອງນັ້ນ ເເລະອອກມາທີ່ນັ້ນ ທ່ານໄດໄປສ້າງເມືອງເປນູເອນ
\v 26 ເຢໂຣໂບອາມໄດ້ຄິດທນໃຈວ່າ" ເທື່ອນີ້ຈະກັບໄປເມືອງຂອງດາວິດ
\v 27 ຖ້າປະຊາຊົນນີ້ຂຶ້ນໄປຖວາຍເຄື່ອງສັດບູຊາ ໃນພຣະວິຫານຂອງພຣະຢາເວທີ່ເມືອງເຢຣູຊາເລັມ ເເລ້ວຈິດໃຈຂອງປະຊາຊົນນີ້ຈະຫັນກັບໄປຫາເຈົ້ານາຍຂອງເຂົາຄືກັບໄປເຣໂຫໂບອາມກະສັດເເຫ່ງຢູ່ດາ
\s5
\v 28 ດັ່ງນັ້ນກະສັດເຢໂຫໂບອາມ ຈຶ່ງໄດ້ຊົງປຶກສາ ເເລະໄດ້ຊົງສ້າງລູກງົວທອງຄຳ ຂຶ້ນສອງຫົວ ເເລະທ່ານໄດ້ກ່າວກັບປະຊາຊົນວ່າ" ທ່ານທັງຫລາຍຂຶ້ນໄປຍັງກຸງເຢຣູຊາເລັມດົນເເລ້ວ ໂອ້ ອິດສະຣາເອນເອີຍ ຈົ່ງເບິ່ງພຣະເຈົ້າຂອງທ່ານ ຜູ້ຊົງໄດ້ນຳທ່ານຂຶ້ນມາຈາກເອຢິບ"
\v 29 ທ່ານໄດ້ເຮັດງົວໂຕຫນຶ່ງ ໄວ້ທີ່ເບເອນ ເເລະອີກໂຕຫນຶ່ງຕັ້ງໄວ້ທີ່ເມືອງດານ
\v 30 ດັ່ງນັ້ນ ການກະທຳນີ້ເປັນບາບ ເພາະປະຊາຊົນໄດ້ກາບໄຫວ້ຕົວໃດຕົວຫນຶ່ງ ຕະຫລອດທາງໄປທີ່ເມືອງດານ
\s5
\v 31 ເຢໂຣໂບອາມໄດ້ສ້າງວິຫານເຖິງສະຖານສູງ ເເລະທ່ານໄດ້ຕັ້ງປະຊາຊົນຈາກປະໂຣຫິດທຳມະດາຜູ້ບໍ່ເເມ່ນບັນດາລູກຊາຍຂອງຄົນເລວີ
\v 32 ເຢໂຣໂບອາມໄດ້ກຳນົດເທດສະການລ້ຽງ ໃນວັນທີສິບ ຫ້າເດືອນເເປດຄືກັບການລ້ຽງໃນຢູດາ ເເລະທ່ານໄດ້ໄປທີ່ເເທ່ນບູຊາ ທ່ານໄດ້ເຮັດເເນວນີ້ໃນເບເອນຄືຖວາຍເຄື່ອງສັດບູຊາເເກ່ຮູບງົວທີ່ທ່ານໄດ້ສ້າງໃນວັນນັ້ນ ເເລະທ່ານໄດ້ສະຖາປະນາປະໂຣຫິດປະຈຳສະຖານສູງທີ່ເບັດເອນ ຊຶ່ງພຣະອົງຊົງສ້າງໄວ້ນັ້ນ
\s5
\v 33 ເຢໂຣໂບອາມໄດ້ຂຶ້ນໄປຍັງເເທນບູຊາຊຶ່ງທ່ານໄດ້ຊົງສ້າງໄວ້ທີ່ເບເອນ ໃນວັນທີສິບຫ້າເດືອນເເປດ ໃນເດືອນຊຶ່ງທ່ານໄດ້ຕັ້ງຂຶ້ນເອງ ເເລະໄດ້ກຳນົດເທດສະການກິນລ້ຽງສຳຫລັບຄົນອິດສະຣາເອນ ເເລະໄດ້ສ້າງຂຶ້ນໄປຍັງເເທ່ນບູຊາເພື່ອເຜົາເຄື່ອງຫອມ
\s5
\c 13
\cl ບົດທີ 13
\p
\v 1 ຄົນຂອງພຣະເຈົ້າຄົນຫນຶ່ງໄດ້ອອກຈາຮກຢູດາໄປຍັງເບັດເອນ ໂດຍວັດຈະນະຂອງພຣະຢາເວ ເຢໂຣໂບອາມໄດ້ຢືນຢູ່ເເທ່ນບູຊາເພື່ອເຜົາເຄື່ອງຫອມ
\v 2 ທ່ານໄດ້ກ່າວໂທດເເທ່ນບູຊານັ້ນ ໂດຍວັດຈະນະຂອງພຣະຢາເວ ວ່າ" ໂອ ເເທ່ນບູຊາ ເເທ່ນບູຊາ ພຣະຢາເວກ່າວດັ່ງນີ້ວ່າ ນີ້ເດ ລູກຊາຍຄົນຫນຶ່ງໄດ້ກ່າວວ່າໂຢສີຢາຈະເກີດມາໃນຣາຊວົງຂອງດາວິດ ເເລະເທິງເຈົ້າຄຶເທິງເເທນນີ້ ເຂົາຈະບູຊາຍັນປະໂຣຫິດເເຫ່ງສະຖານສູງເຜົາເຄື່ອງຫອມເທິງເຈົ້າເເລະເຂົາຈະເຜົາກະດູກຄົນເທິງເຈົ້າ
\v 3 ເເລ້ວຄົນຂອງພຣະເຈົ້າກໍໄດ້ໃຫ້ຫມາຍສຳຄັນໃນວັນດຽວກັນນັ້ນ ກ່າວວ່າ "ນີ້ເປັນຫມາຍສຳຄັນທີ່ພຣະຢາເວໄດ້ກ່າວວ່າ" ເບິ່ງສາເເທ່ນບູຊານັ້ນຈະຖືກເເຍກອອກ ຈາກກັນເເລະຂີ້ເທົ່າທີ່ີຢູ່ເທິງນັ້ນຈະຖືກເທອອກ
\s5
\v 4 ເມື່ອກະສັດເຢໂຣໂບອາມໄດ້ຍິນຖ້ອຍຄຳທີ່ຄົນຂອງພຣະເຈົ້າໄດ້ຮ້ອງທູນຕໍ່ເເທ່ນບູຊາທີ່ເບັດເອນນັ້ນ ເພິ່ນກໍຊີ້ຫນ້າຊາຍຜູ້ນັ້ນເເລະສັ່ງວ່າ ຈັບຊາຍຄົນນີ້ໄວ້ "ໃນທັນໃດນັ້ນເເຂນຂອງກະສັດກໍລ່ອຍຈົນພັບຄືນບໍໄດ້
\v 5 (ເເທ່ນບູຊາກໍເເຕກພັງທະລາຍລົງຢ່າງກະທັນຫັນ ເເລະຂີ້ເທົ່າກໍໄດ້ຖືກເທຈາກເເທ່ນ ດັ່ງທີ່ອະທິບາຍຕາມຫມາຍສຳຄັນທີ່ຄົນຂອງພຣະເຈົ້າໄດ້ໃຫ້ໄວ້ໂດຍວັດຈະນະຂອງພຣະຢາເວ)
\s5
\v 6 ກະສັດເຢໂຣໂບອາມໄດ້ເວົ້າຕໍ່ຄົນຂອງພຣະເຈົ້າວ່າ“ກະລຸນາພາວັນນາອະທິຖານຂໍພຣະເຈົ້າຢາເວພຣະເຈົ້າຂອງທ່ານ ເເລະຈົງອະທິຖານເພື່ອເຮົາ ເພື່ອວ່າເຮົາຈະພັບມືເຂົ້າຫາໂຕເອງໄດ້ອີກ“ ດັ່ງນັ້ນຄົນຂອງພຣະເຈົ້າກໍໄດ້ອະທິຖານຫາພຣະຢາເວເເລະເເຂນຂອງກະສັດກໍພັບເຂົ້າຫາກັນອີກ ເເລະໄດ້ກັບມາເປັນປົກກະຕິຢ່າງທີ່ໄດ້ເປັນມາກ່ອນຫນ້ານີ້
\v 7 ກະສັດໄດ້ກ່າວກັບຄົນຂອງພຣະເຈົ້າວ່າ ເຊີນມາວັງກັບເຮົາເຖີດ ເເລະເຕີມພະລັງຂອງທ່ານ ເເລະເຮົາຈະໄຫ້ລາງວັນທ່ານ“
\s5
\v 8 ຄົນຂອງພຣະເຈົ້າໄດ້ເວົ້າກັບກະສັດວ່າ ເຖິງເເມ່ນວ່າທ່ານຈະປະທານສົມບັດເຄິ່ງຫນຶ່ງ ຂ້ານ້ອຍກໍຈະບໍ່ໄປກັບທ່ານ ເເລະຈະບໍ່ກິນອາຫານຫລືດື່ມນ້ຳໃນສະຖານທີ່ນີ້
\v 9 ພຣະຢາເວໄດ້ຊົງບັນຊາຂ້ານ້ອຍ ໂດຍວັດຈະນະຂອງພຣະອົງວ່າ ຢ່າກິນອາຫານຫລືດື່ມນ້ຳ ຫລືກັບໄປຕາມທາງທີ່ເຈົ້າມາ““
\v 10 ດັ່ງນັ້ນຄົນຂອງພຣະເຈົ້າໄດ້ໄປອີກທາງຫນຶ່ງ ເເລະບໍ່ໄດ້ກັບໄປທາງທີ່ເຂົ້າມາຍັງເບັດເອນ
\s5
\v 11 ບັດນີ້ມີຜູ້ເຜີຍວັດຈະນະຊາດົກຄົນຫນຶ່ງອາໄສຢູ່ໃນເບັດເອນ ຫນຶ່ງໃນລູກຊາຍຂອງເຂົາໄດ້ມາ ເເລະເັລົ່າໃຫ້ຟັງເຖິງທຸກຢ່າງທີ່ຄົນຂອງພຣະເຈົ້າໄດ້ເຮັດໃນວັນນັ້ນໃນເບັດເອນ ລູກຊາຍຂອງເຂົາຍັງໄດ້ບອກເຂົາ ເຖິງຄຳທີ່ພຣະເຈົ້າໄດ້ກ່າວກັບກະສັດດ້ວຍ
\v 12 ພໍ່ຂອງເຂົາໄດ້ຖາມພວກເຂົາວ່າເຂົາໄປທາງໃດ? ບັດນີ້ ພວກລູກຊາຍໄດ້ຂອງເຂົາກໍໄດ້ຊີ້ທາງທີ່ຄົນຂອງພຣະເຈົ້າຜູມາຈາກຢູດາໄດ້ໄປ
\v 13 ດັ່ງນັ້ນເຂົາຈຶ່ງໄດ້ເວົ້າກັບລູກຊາຍວ່າ“ ຈົ່ງຜູກອານລາໃຫ້ຂ້ອຍ“ ພວກເຂົາຈຶ່ງໄດ້ຜູກອານລາໃຫ້ລາວເເລ້ວຈຶ່ງຂຶ້ນຂີ່ຫລັງລານັ້ນ
\s5
\v 14 ຜູ້ເຜີຍໄດ້ໄປຕາມທາງທີ່ຄົນຂອງພຣະເຈົ້າໄປ ເເລະໄດ້ພົບເຂົາກຳລັງນັ່ງຢູ່ຕົ້ນໂອກຕົ້ນຫນຶ່ງເເລະເຂົາຈຶ່ງເວົ້າກັບເຂົາວ່າ “ທ່ານເປັນຄົນຂອງພຣະເຈົ້າທີ່ມາຈາກຢູດາບໍ? ເຂົາໄດ້ຕອບວ່າ“ ເເມ່ນຂ້ອຍເອງ“
\v 15 ເເລ້ວຜູ້ເຜີຍວັດຈະນະເວົ້າກັບເຂົາວ່າ“ ເຊີນໄປບ້ານກັບຂ້ອຍເເລະກິນອາຫານ“
\v 16 ຄົນຂອງພຣະເຈົ້າໄດ້ເວົ້າວ່າ“ຂ້ານ້ອຍຈະກັບໄປກັບທ່ານບໍ່ໄດ້ ຂ້ານ້ອຍຈະກິນອາຫານຫລືດື່ມນ້ຳກັບທ່ານທີ່ນີ້ກໍບໍ່ໄດ້
\v 17 ເພາະວັດຈະນະຂອງພຣະຢາເວໄດ້ ກ່າວກັບຂ້ານ້ອຍວ່າ ຢ່າກິນອາຫານຫລືດື່ມນ້ຳທີ່ນັ້ນຫລືກັບໄປທາງທີ່ເຈົ້າມາ““
\s5
\v 18 ດັ່ງນັ້ນຜູ້ເຜີຍວັດຈະນະຈຶ່ງເວົ້າວ່າ “ຂ້ານ້ອຍກໍເປັນຜູ້ເຜີຍວັດຈະນະຄືກັນກັບທ່ານ ມີທູດສະຫວັນຂອງພຣະຢາເວອົງຫນື່ງໄດ້ບອກຂ້ານ້ອຍວ່າ ຈົງພາເຂົາກັບບ້ານກັບເຈົ້າ ເພື່ອເຂົາຈະໄດ້ກິນອາຫານກັບດື່ມນ້ຳ““ ເເຕ່ເຂົາຕວະຄົນຂອງພຣະເຈົ້າ
\v 19 ດັ່ງນັ້ນຄົນຂອງພຣະເຈົ້າຈຶ່ງໄດ້ກັບໄປກັບຜູ້ເຜີຍວັດຈະນະເເລະໄດ້ກິນອາຫານເເລະດື່ມນ້ຳໃນບ້ານຂອງເຂົາ
\s5
\v 20 ຂະນະທີ່ເຂົານັ່ງຢູ່ໂຕະ ພຣະວັດຈະນະຂອງພຣະຢາເວໄດ້ມາຍັງຜູ້ເຜີຍພຣະວັດຈະນະຜູ້ໄດ້ນຳເຂົາກັບມາ
\v 21 ເເລະເຂົາໄດ້ຮ້ອງມາຍັງຄົນຂອງພຣະເຈົ້າຜູ້ມາຈາກຢູດາວ່າ“ ພຣະຢາເວກ່າວດັ່ງນີ້ວ່າ“ ພຣະເຈົ້າບໍ່ໄດ້ເຊື່ອຟັງວັດຈະນະຂອງພຣະຢາເວ ເເລະບໍ່ໄດ້ຮັກສາບັນຍັດຂອງພຣະຢາເວພຣະເຈົ້າຂອງເຈົ້າໄດ້ບັນຊາເຈົ້າ
\v 22 ເເຕ່ເຈົ້າໄດ້ກັບມາເເລະກິນອາຫານເເລະໄດ້ດື່ມນ້ຳ“ ໃນທີ່ຊຶ່ງພຣະອົງຕັດກັບເຈົ້າມາ “ ຢ່າຮັບປະທານອາຫານຫລືດື່ມນ້ຳ“ ສົບຂອງເຈົ້າຈະບໍ່ໄດ້ຝັງຢູ່ອຸໂມງຂອງບັນພະບູລຸດຂອງເຈົ້າ“
\s5
\v 23 ຕໍ່ມາຫລັງຈາກເຂົາໄດ້ກິນອາຫານເເລະດື່ມນ້ຳເເລ້ວ ເຂົາກໍຜູກອານລາໄຫ້ເເກ່ຄົນຂອງພຣະເຈົ້າຜູ້ທີ່ເຂົາໄດ້ພາກັບມາ
\v 24 ເມື່ອຄົນຂອງພຣະເຈົ້າໄດ້ໄປມີສິງໂຕໄດ້ມາກັດເເລະຂ້າເຂົາ ເເລະສົບຂອງເຂົາກໍໄດ້ຖືກຖິ້ມໄວ້ຂ້າງທາງ ເເລະລາໂຕນັ້ນກໍໄດ້ຢືນຢູ່ຂ້າງໆ ສົບດ້ວຍ
\v 25 ເມື່ອພວກຜູ້ຊາຍຜ່ານໄປໄດ້ເຫັນສົບຖິ້ມຢູ່ຂ້າງທາງ ເເລະສິງໂຕກຳລັງຢືນຢູ່ຂ້າງສົບນັ້ນ ພວກເຂົາກໍໄດ້ມາເເລະເວົ້າກັນໃນເມືອງທີ່ຜູ້ເຜີຍພຣະວັດຈະນະໄດ້ຢູ່ນັ້ນ
\s5
\v 26 ເມື່ອຜູ້ເຜີຍພຣະວັດຈະນະຜູ້ທີ່ນຳເຂົາກັບມາຈາກທາງໄດ້ຮູ້ວ່າ ນັ້ນເເມ່ນຄົນຂອງພຣະເຈົ້າ ຜູ້ບໍ່ເຊື່ອຟັງພຣະວັດຈະນະຂອງພຣະຢາເວເພາະສະນັ້ນພຣະຢາເວໄດ້ຊົງມອບທ່ານໄວ້ກັບສິງໂຕ ຊຶ່ງໄດ້ກັດສີກທ່ານອອກເປັນຊິ້ນໆ ເເລະໄດ້ຂ້າທ່ານ ຕາມພຣະວັດຈະນະພຣະຢາເວໄດ້ເຕືອນຕໍ່ທ່ານ
\v 27 ດັ່ງນັ້ນຜູ້ເຜີຍພຣະວັດຈະນະໄດ້ເວົ້າກັບລູກຊາຍຂອງເຂົາວ່າ“ ຈົ່ງຜູກອານລາໃຫ້ຂ້ອຍ“ ເເລ້ວພວກເຂົາກໍໄດ້ຜູກອານລາໃຫ້
\v 28 ເຂົາຈຶ່ງໄດ້ໄປເເລະໄດ້ພົບສົບນັ້ນຖິ້ມຢູ່ຂ້າງທາງ ເເລະລາກັບສິງໂຕກໍກຳລັງຢືນຢູ້ຂ້າງສົບ ສິງໂຕບໍ່ໄດ້ກິນສົບນັ້ນຫລືໄດ້ຂ້າລານັ້ນ
\s5
\v 29 ຜູ້ເຜີຍພຣະວັດຈະນະກໍໄດ້ເອົາສົບຄົນຂອງພຣະເຈົ້າຂຶ້ນຫລັງລາ ເເລ້ວໄດ້ນຳກັບມາເຂົາໄດ້ມາຍັງເມືອງຂອງຕົນ ເພື່ອໄວ້ທຸກເເລະຝັງເຂົາ
\v 30 ເເລ້ວເຂົາໄດ້ວາງສົບນັ້ນໃນອຸບໂມງຝັງສົບຂອງຕົນເອງເເລະພວກເຂົາໄດ້ໄວ້ທຸກໄຫ້ເຂົາກ່າວວ່າອານິຈານ້ອງຊາຍຂອງຂ້າເອີຍ“
\s5
\v 31 ຫລັງຈາກເຂົາໄດ້ຝັງເຂົາເເລ້ວ ຜູ້ເຜີຍພຣະວັດຈະນະກໍໄດ້ເວົ້າກັບພວກລູກຊາຍຂອງຕົນວ່າ“ ເມື່ອພໍ່ຕາຍ ຈົ່ງຝັງພໍ່ໄວ້ໃນອຸບໂມງຝັງສົບທີ່ຄົນຂອງພຣະເຈົ້ານັ້ນຈົ່ງວາງກະດູກຂອງພໍ່ໄວ້ຂ້າງກະດູກຂອງເຂົາ
\v 32 ເພາະວ່າຖ້ອຍຄຳທີ່ເຂົາໄດ້ປະກາດໂດຍພຣະວັດຈະນະຂອງພຣະຢາເວ ກ່າວໂທດເເທ່ນບູຊາໃນເບັດເອນ ເເລະກ່າວນິເວດທຸກເເຫ່ງຂອງສະຖານສູງຊຶ່ງຢູ່ໃນເມືອງຕ່າງໆ ຂອງສະມາເຣຍ ຈະເກີດຂຶ້ນຢ່າງເເນ່ນອນ
\s5
\v 33 ຫລັງຈາກເຫດການເຫລົ່ານີ້ ເຢໂຣໂບອາມ ໄດ້ຫັນກັບຈາກທາງຊົ່ວຂອງລາວ ເເຕ່ໄດ້ເເຕ່ງຕັ້ງປະໂຣຫິດຈາກຄົນທົ່ວໄປເປັນສະຖານສູງຕ່າງໆ ໃນທ່າມກາງປະຊາຊົນຕໍ່ໄປເລື້ອຍໆ ຜູ້ໃດທີ່ສະຖາປະນາຮັບໃຊ້ພຣະອົງກໍໄດ້ຊົງເເຕ່ງຕັ້ງເຂົາໃຫ້ເປັນປະໂຣຫິດ
\v 34 ເເລະສິ່ງນີ້ໄດ້ເປັນບາບເເກ່ຣາຊວົງເຢໂຣໂບອາມ ເເລະເປັນເຫດໃຫ້ຖືກທຳລາຍເເລະລ້າງຜານຣາຊວົງນັ້ນຫມົດຈາກເເຜ່ນດິນໂລກ
\s5
\c 14
\cl ບົດທີ 14
\p
\v 1 ໃນເວລານັ້ນ ອາບີຢາ ລູກຊາຍຂອງເຢໂຣໂບອາມໄດ້ເຈັບປ່ວຍ
\v 2 ເຢໂຣໂບອາມ ໄດ້ສັ່ງເມຍຂອງຕົນວ່າ“ ຈົ່ງລຸກຂຶ້ນເເລະປອມຕົວຂອງເຈົ້າ ເພື່ອຈະບໍ່ໃຫ້ໃຜຈື່ເຈົ້າໄດ້ ເເລະໄປທີ່ເມືອງຊີໂລເພາະອາຫິຢາຜູ້ເຜີຍພຣະວັດຈະນະຢູ່ທີ່ນັ້ນ ທ່ານເປັນຜູ້ໃດກ່າວເລື່ອງເຮົາວ່າ ເຮົາຈະໄດ້ເປັນກະສັດເຫນືອປະຊາຊົນນີ້
\v 3 ເຈົ້າຈົ່ງເອົາເຂົ້າຫນົມປັງສິບກ້ອນ ຂະຫນົມຫວານເເນ່ ເເລະນ້ຳເຜິ້ງຫນຶ່ງໃຫ ໄປຫາອາຫິຢາ ທ່ານຈະບອກເຈົ້າວ່າຈະມີຫຍັງເກີດຂຶ້ນກັບລູກ“
\s5
\v 4 ເມຍຂອງເຢໂຣໂບອາມກໍໄດ້ເຮັດຕາມນັ້ນນາງຈຶ່ງໄປເມືອງຊີໂລເເລະໄປບ້ານອາຮີຢາ ບັດນີ້ ອາຮີຢາເບິ່ງບໍ່ເຫັນ ເພາະທ່ານເຖົ້າເເກ່ລາຍ
\v 5 ພຣະຢາເວໄດ້ກ່າວກັັບອາຮີຢາວ່າ“ ເບິ່ງເມຍຂອງເຢໂຣໂບອາມກຳລັງມາ ເພື່ອຈະຖາມເລື່ອງລູກຂອງນາງ ເພາະເດັກນ້ອຍນັ້ນບໍ່ສະບາຍ ໃຫ້ເຈົ້າຕອບນາງເເນວນີ້ ເມື່ອນາງມາຮອດ ນາງກໍຈະເຮັດໂຕຄືເປັນຄົນອື່ນໆ“
\s5
\v 6 ເມື່ອອາຮີຢາໄດ້ຍິນສຽງໄດ້ຍິນສຽງບາດຕີນຂອງນາງມາຮອດເພິ່ນຈຶ່ງເວົ້າວ່າເຂົ້າມາທາງໃນພີ້ເປັນຫຍັງຄືເຮັດທ່າທີເປັນຄົນອື່ນຄືບໍ່ເຮັດເປັນໂຕເອງລະ? ຂ້ອຍມີຂ່າວຈະບອກເຈົ້າ
\v 7 ຂໍໄຫ້ເຈົ້າໄປບອກເຢໂຣໂບອາມວ່າ ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນກ່າວດັ່ງນີ້ວ່າ“ ເຮົາໄດຍົກເຈົ້າຂຶ້ນຈາກທ່າມກາງປະຊາຊົນ ເເລະເຮັດໃຫ້ເຈົ້າເປັນປະມຸກເຫນືອອິດສະຣາເອນປະຊາຊົນຂອງ
\v 8 ເຮົາໄດ້ສີກຣາຊອານາຈັກຈາກຣາຊວົງຂອງດາວິດຜູ້ຮັບໃຊ້ຂອງເຮົາຜູ້ທີ່ໄດ້ຮັກສາພຣະບັນຍັດທັງຫລາຍຂອງເຮົາ
\s5
\v 9 ເເຕ່ເຈົ້າໄດ້ເຮັດຊົ່ວຫຍິ່ງກວ່າຄົນທີ່ີຢູ່ກ່ອນເຈົ້າ ເຈົ້າໄດ້ສ້າງພຣະອື່ນເເລະຮູບຫລໍ່ໂລຫະເເລະເຮັດໃຫ້ເຮົາໃຈຮ້າຍເເລະເຮົາໄດ້ຖິ້ມເບື້ອງຫລັງຂອງເຈົ້າ
\v 10 ເພາະສະນັ້ນ ເບິ່ງສາ ເຮົາຈະນຳໄພພິບັດມາເຫນືອຣາຊວົງຂອງເຈົ້າ ເຮົາຈະຕັດຊາຍທຸກຄົນໃນອິດສະຣາເອນທັງທາດເເລະເສລີ ເເລະເຮົາຈະເຜົາຜານຣາຊວົງຂອງເຈົ້າຢ່າງທີ່ຄົນເຜົາຂີ້ສັດໃຫ້ໃຫມ້ຈົນຫມົດ
\s5
\v 11 ຜູ້ໃດທີ່ເປັນຄົນໃນຣາຊວົງຂອງເຈົ້ານາຍມີ່ຕາຍໃນເມືອງ ກໍຈະຖືກຫມາກັດກິນ ເເລະໃຜກໍຕາມທີ່ຕາຍໃນທົ່ງນານົກອາກາດຈະກິນ ເພາະພຣະຢາເວໄດ້ກ່າວໄວ້
\v 12 ເພາະສະນັ້ນເມຍຂອງເຢໂຣໂບອາມຈຶ່ງສະເດັດໄປເມືອງຂອງນາງ ເມື່ອພຣະຢາເວຂອງນາງສະເດັດເຂົ້າເມືອງ ລູກຂອງນາງກໍຕາຍ
\v 13 ເເລ້ວອິດສະຣາເອນຈະໄວ້ທຸກໃຫ້ເເລະຣາຊວົງຂອງເຢໂຣໂບອາມນັ້ນຍັງພົບບາງສິ່ງທີ່ພໍພຣະໄທພຣະເນດຂອງພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນ
\s5
\v 14 ບັດນີ້ ພຣະຢາເວຈະຊົງຕັ້ງກະສັດກອົງຫນຶ່ງເຫນືອອິດສະຣາເອນ ຜູ້ຈະກຳຈັດຣາຊວົງຂອງເຢໂຣໂບອາມໃນວັນນັ້ນດ້ວຍ ວັນນັ້ນຄືວັນນີ້ຕັ້ງເເຕ່ໄປນີ້
\v 15 ເພາະພຣະຢາເວຈະຊົງຕີອິດສະຣາເອນຄືຕົ້ນອໍ້ທີ່ຢູ່ໃນນ້ຳ ເເລະຈະຊົງຖອນຮາກອິດສະຣາເອນອອກສຽງຈາກເເຜ່ນດິນອັນດີນີ້ ຊຶ່ງພຣະອົງປະທານເເກ່ບັນພະບູລຸດຂອງພວກເຮົາ ພຣະອົງຈະກະຈາຍພວກເຂົາໃຫ້ພົ້ນເເມ່ນ້ຳເອີຟຣັດໄປ ເພາະເຂົາທັງຫລາຍໄດ້ສ້າງບັນດາເສົາພະອາເຊຣາ ຊຶ່ງເຮັດໃຫ້ພຣະຢາເວພິໂຣດ
\v 16 ພຣະອົງຈະຊົງມອບອິດສະຣາເອນໄວ້ເພາະບາບຂອງເຢໂຣໂບອາມຊຶ່ງທ່ານອົງໄດ້ເຮັດ ເເລະເຮັດໃຫ້ອິດສະຣາເອນເຮັດບາບດ້ວຍ“
\s5
\v 17 ດັ່ງນັ້ນເມຍຂອງເຢໂຣໂບອາມໄດ້ຊົງລຸກຂຶ້ນ ຈາກໄປ ເເລະໄປເຖິງເມືອງຕີຣະຊາ ພໍນາງຍ່າງເຂົ້າໄປໃນເຮືອນ ເມື່ຶອນາງໄປຮອດປະຕູເຮືອນຂອງນາງ ລູກຊາຍຂອງນາງກໍຕາຍ
\v 18 ຕາມພຣະວັດຈະນະຂອງພຣະຢາເວຊຶ່ງກ່າວທາງຮັບໃຊ້ຂອງພຣະອົງຄືອາຫິຢາຜູ້ເຜີຍພຣະວັດນະ
\s5
\v 19 ສ່ວນພາລະກິດອື່ນໆ ຂອງເຢໂຣໂບອາມເລື່ອງພຣະອົງໄດ້ຊົງເຮັດເສິກ ເເລະຊົງຄອບຄອງຢ່າງໃດນັ້ນ ເບິ່ງເເມະ ໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນ
\v 20 ເຢໂຣໂບອາມໄດ້ຂຶ້ນປົກຄອງເປັນເວລາຊາວສອງປີ ເເລ້ວໄດ້ຊົງລ່ວງຫລັບໄປຢູ່ກັບບັນພະບູລຸດຂອງພຣະອົງເເລະນາດາບພະຣາຊໂອຣົດຂອງພະອົງ ກໍຂຶ້ນເປັນກະສັດເເທນທີ່ຂອງພຣະອົງ
\s5
\v 21 ບັດນີິ້ ເຣໂຫໂບອາມ ລູກຂອງໂຊໂລໂມນ ໄດ້ຄອງຣາດໃນຢູດາ ເມື່ອເຣໂຫໂບອາມຊົງເປັນກະສັດນັ້ນ ພະອົງມີອະຍຸສີ່ສິບເອັດພັນສາ ເເລະໄດ້ຄອງຣາດສິບເຈັດປີໃນກຸງເຢຣູຊາເລັມ ຊຶ່ງເປັນເມືອງທີ່ພຣະຢາເວຊົງເລືອກໃຫ້ເຜົ່າທັງຫມົດຂອງອິດສະຣາເອນ ເພື່ອພຣະນາມຂອງພຣະອົງຢູ່ທີ່ນັ້ນ ພຣະມານດາຂອງພຣະອົງມີພະນາມວ່າ ນາອາມານ ເປັນຄົນອັບໂມນ
\v 22 ຢູດາໄດ້ເຮັດຊົ່ວໃນສາຍພຣະເນດພຣະຢາເວ ພວກເຂົາໄດ້ເຮັດໃຫ້ພຣະອົງໍ່ພໍໃຈເພາະບາບທີ່ພວກເຂົາໄດ້ເຮັດນັ້ນ ຫຍິ່ງກວ່າທຸກສິ່ງທີ່ບັນພະບູລຸດໄດ້ເຮັດທັງຫມົດ
\s5
\v 23 ເພາະພວກເຂົາໄດ້ສ້າງສິ່ງເຫລົ່ານີ້ໃຫ້ໂຕເອງ ຄືສະຖານສູງ ເສົາສັກສິດ ເເລະບັນດາເສົາອາເຊຣາ ທີ່ເທິງໂນນພູສູງທຸກເນີນ ເເລະກ້ອງຕົ້ນໄມ້ຂຽວທຸກຕົ້ນ
\v 24 ຫຍິ່ງກວ່ານັ້ນໄດ້ມີຍິງໂສເພນີໃນພິທີສາດສະຫນາໃນເເຜ່ນດິນນັ້ນດ້ວຍ ພວກເຂົາໄດ້ເຮັດສິ່ງທີ່ຫນ້າກຽດທຸກຢ່າງຂອງບັນດາປະຊາຊາດ ຊຶ່ງພຣະຢາເວໄດ້ໄລ່ເຂົາອອກໄປໃຫ້ພົ້ນຫນ້າປະຊາຊົນອິດສະຣາເອນ
\s5
\v 25 ທີ່ນີ້ໄດ້ເກີດຂຶ້ນໃນປີທີຫ້າເເຫ່ງກະສັດເຣໂຫໂບອາມ ຊິຊັກກະສັດອີຢິບໄດ້ສະເດັດຂຶ້ນມາຮົບກັບກຸງເຢຣູຊາເລັມ
\v 26 ພຣະອົງໄດ້ຊົງເອົາຊັບສົມບັດເເຫ່ງພຣະນິເວດຂອງພຣະຢາເວ ເເລະຊັບສົມບັດເເຫ່ງພະຣາຊວັງກະສັດພຣະອົງໄດ້ຊົງເອົາໄປທຸກຢ່າງພຣະອົງໄດ້ຊົງເອົາໂລ່ທອງຄຳທັງຫມົດທີ່ໂຊໂລໂມນໄດ້ຊົງສ້າງໄວ້ນັ້ນໄປດ້ວຍ
\s5
\v 27 ກະສັດເຣໂຫໂບອາມໄດ້ຊົງເຮັດໂລ່ທອງສຳຣິດຂຶ້ນເເທນທີ່ເເລະມອບໄວ້ໃນກນດູເເລຂອງພວກຜູ້ບັນຊາການທະຫານຮັກສາພະອົງ ຜູ້ໄດ້ເຝົ້າດູເເລປະຕູພະຣາຊວັງ
\v 28 ເມື່ອໃດກໍຕາມທີ່ກະສັດໄດ້ໄປພຣະນິເວດຂອງພຣະຢາເວ ທະຫານຮັກສາພະອົງກໍຖືໂລ້ອອກມາ ເເລ້ວນຳກັບໄປໄວ້ໃນປ້ອມຂອງທະຫານຮັກສາພະອົງຄືເກົ່າ
\s5
\v 29 ສ່ວນເລື່ອງອື່ນໆທີ່ກ່ຽວຂ້ອງກັບເຣໂຫໂບອາມ ເເລະທຸກສິ່ງທີ່ພະອົງໄດ້ເຮັດ ໄດ້ບັດທຶກໄວ້ໃນຫນັງສື ກະສັດຢູດາເເລ້ວບໍ່ເເມ່ນຫວາ?
\v 30 ມີສົງຄາມຕະຫລອດລະຫວ່າງເຣໂຫໄໂບອາມກັບເຍໂຣໂບອາມ
\v 31 ດັ່ງນັ້ນເຣໂຫໂບອາມກໍໄດ້ລ່ວງຫລັບໄປກັບບັນພະບູລຸດຂອງທ່ານ ເເລະຝັງສົບໄວ້ກັບບັນພະບູລຸດຂອງທ່ານໃນຄົດດາວິດມີເເມ່ຊື່ວ່ານາອາມານ ເປັນຄົນອາມໂມນ ອາບີຢາຜູ້ເປັນລູກກໍໄດ້ຂຶ້ນເປັນກະສັດເເທນທີ່ຂອງພຣະອົງ
\s5
\c 15
\cl ບົດທີ 15
\p
\v 1 ໃນຣາຊການປີທີສິບເເປດຂອງກະສັດ ອາບີຢາໄດ້ຊົງເລີ່ມປົກຄອງເຫນືອຢູດາ
\v 2 ພຣະອົງໄດ້ຊົງຄອງຣາດຢູ່ໃນເມືອງເຢຣູຊາເລັມສາມປີ ມີເເມ່ຊື່ວ່າ ມາອາຄານາງເປັນລູກຂອງອາບີຊາໂລມ
\v 3 ພຣະອົງໄດ້ຊົງເຮັດບາບເຊັ່ນດຽວກັນກັບລູກຂອງພະອົງທີ່ຊົງເຮັດກ່ອນສະໄຫມຂອງພະອົງ ເເລະບໍ່ໄດ້ມີໃຈພັກດີເເນ່ວເເນ່ຕໍ່ພຣະຢາເວພຣະເຈົ້າຂອງພວກພະອົງຄືຈິດໃຈຂອງດາວິດບັນພະບູລຸດຂອງພຣະອົງທີ່ໄດ້ຊົງເຮັດ
\s5
\v 4 ເເຕ່ເພື່ອເຫັນເເກ່ດາວິດ ພຣະຢາເວພຣະເຈົ້າຂອງເຂົາໄດ້ປະທານດວງປະທິບດວງຫນຶ່ງໃນເຢຣູຊາເລັມ ໂດຍໃຫ້ລູກສອງຄົນໄດ້ຂຶ້ນມາປົກຄອງຕໍ່ ແລະເຮັດໃຫ້ເຢຣູຊາເລັມເຂັ້ມແຂງ
\v 5 ພຣະເຈົ້າໄດ້ເຮັດສິ່ງນີ້ເພາະດາວິດໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະອົງ ຕະຫລອດຊີວິດຂອງເພິ່ນ ເພິ່ນໄດ້ປະຕິບັດຕາມຄຳສັ່ງຂອງພຣະອົງທຸກຢ່າງ ຍົກເວັ້ນເລື້ອງທີ່ກຽ່ວກັບອູຣິຢາຊາວຮິດຕີ
\v 6 ບັດນີ້ ມີສົງຄາມລະຫວ່າງ ເຣໂຫໂບອາມກັບເຢໂຣໂບອາມ ຕະຫລອດຊີວິດຂອງອາບີຢາ.
\s5
\v 7 ເຫດການອື່ນໆ ກະສັດອາບີຢາໄດ້ເຮັດເເມ່ນໄດ້ຖືກບັນທຶກໄວ້ໃນຈົດຫມາຍເເຫ່ງກະສັດຢູດາບໍ່ເເມ່ນບໍ? ເເລະມີສົງຄາມລະຫວ່າງອາບີຢາກັບເຢໂຣໂບອາມ
\v 8 ອາບີຢາໄດ້ຕາຍໄປຢູ່ກັບບັນພະບູລຸດຂອງຕົນເເລະພວກເຂົາໄດ້ຝັງພະອົງໄວ້ໃນເມືອງດາວິດ ເເລ້ວອາສາລູກຂອງພະອົງຂຶ້ນເປັນກະສັດເເທນ
\s5
\v 9 ໃນປີທີຊາວຂອງຣາຊການເຢໂຣໂບອາມກະສັດເເຫ່ງອິດສະຣາເອນອາສາໄດ້ເລີ່ມປົກຄອງເຫນືອຢູດາ
\v 10 ພະອົງໄດ້ຊົງຄອງຣາດຢູ່ ສີ່ສິບເອັດປີໃນກຸງເຢຣູຊາເລັມ ເເມ່ຕູ້ຂອງພະອົງຄືມາອາຄາ ລູກຜູ້ຍິງຂອງອາບີຊາໂລມ
\v 11 ອາສາໄດ້ຊົງເຮັດສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວຄືດາວິດບັນພະບູລຸດຂອງເຮົາໄດ້ເຮັດ
\s5
\v 12 ອາສາໄດ້ເນລະເທດໂສເພນີປະຈຳສາດສະຫນາອອກໄປຈາກດິນເເດນ ເເລະໄດ້ທຳລາຍຮູບເຄົາລົບທັງປວງທີ່ບັນພະບູລຸດໄດ້ສ້າງຂຶ້ນ
\v 13 ພະອົງໄດ້ຊົງຖອດນາງມາອາຄາເເມ່ຕູ້ຂອງພຣະອົງອອກຈາກຕຳເເຫນ່ງພະພັນປີຫລວງ ເພາະເຈົ້ານາງໄດ້ສ້າງເສົາອາເຊຣາອັນຫນ້າລັງກຽດ ອາສາໄດ້ທຳລາຍເສົານັ້ນເເລະເຜົາຖິ້ມທີ່ພູເຂົາຂີດໂຣນ
\s5
\v 14 ເເມ່ພະອົງໄດ້ຮື້ສະຖານທີ່ບູຊາເທິງທີ່ສູງທັງຫລາຍຖິ້ມ ເເຕ່ໃຂໃຈຂອງອາສາກໍພັກດີເເນ່ວເເນ່ຕໍ່ພຣະຢາເວຕະຫລອດຊີວິດ
\v 15 ພຣະອົງໄດ້ຊົງນຳເງິນເເລະທອງເເລະພາຊະນະຕ່າງໆ ຊຶ່ງພະອົງກັບຣຊາບິດາໄດ້ຖວາຍເເກ່ພຣະເຈົ້າມາໄວ້ໃນພຣະວິຫານຂອງພຣະຢາເວ
\s5
\v 16 ສົງຄາມລະຫວ່າງອາສາກັບບາອາຊາກະສັດເເຫ່ງອິດສະຣາເອນຕະຫລອດຣາຊການ
\v 17 ບາອາຊາກະສັດເເຫ່ງອິດສະຣາເອນໄດ້ມາສູ້ຮົບກັບຢູດາ ເເລະບາອາຊາໄດ້ຊົງສ້າງປ້ອມປາການທີ່ເມືອງຣາມາເພື່ອໄດ້ຊົງປິດທາງເຂົ້າອອກສູ່ເເດນຂອງກະສັດອາສາເເຫ່ງຢູດາ
\s5
\v 18 ເເລ້ວອາສາຈຶ່ງໄດ້ນຳເງິນເເລະທອງຄຳທີ່ເຫລືອທັງຫມົດຈາກຄັງພຣະວິຫານຂອງພຣະຢາເວ ເເລະຈາກທ້ອງພະຄັງຂອງຣາຊວັງຂອງກະສັດພະອົງໄດ້ຊົງນຳມາມອບໃຫ້ຂ້າຣາຊ ບໍລິວານນຳໄປຖວາຍກະສັດເບັນຮາດາດເເຫ່ງອາຣາມຊຶ່ງປົກຄອງຢູ່ໃນເມືອງດາມັສກັດ ເບັນຮາດັດນີ້ເປັນລູກຂອງຣິມໂມນ ຊຶ່ງເປັນລູກຂອງເຮຊີໂອນ ກະສັດອາສາໄດ້ເວົ້າວ່າ
\v 19 ຂໍໃຫ້ເຮົາເປັນພັນທະມິດກັນຄືຣາຊບິດາຂອງເຮົາທັງສອງ ຂ້ານ້ອຍສົ່ງເງິນເເລະທອງນີ້ມາເເດ່ທ່ານ ຂໍໃຫ້ທ່ານໄດ້ຊົງຕັດສຳພັນໄມຕີກັບມາອາຊາກະສັດເເຫ່ງອິດສະຣາເອນ ເພື່ອເຂົາຈະຖອຍທັບໄປຈາກຂ້ານ້ອຍ“
\s5
\v 20 ເບັນຮາດາດໄດ້ຊົງເຫັນດີກັບກະສັດອາສາ ເເລະໄດ້ສົ່ງເເມ່ທັບເເລະກອງກຳລັງໄປໂຈມຕີເມືອງຕ່າງໆ ຂອງອິດສະຣາເອນໄດ້ຊົງພິຊິດເມືອງອິໂຢນ ດານ ອາເບເບ ມາອາຄາ ດິນເນເຣັດທັງຫມົດລວມທັງນັບທາລີ
\v 21 ເມືອບາອາຊາໄດ້ຊົງຮູ້ເລື່ອງນີ້ກໍຢຸດສ້າງເມືອງຣາມາ ເເລ້ວໄດ້ຖອຍທັບໄປຍັງຕີຣະຊາ
\v 22 ຈາກນັ້ນກະສັດອາສາອອກຄຳສັ່ງໄປທົ່ວອານາຈັກໃນຢູດາ ບໍ່ເວັ້ນຜູ້ໃດເລີຍໃຫ້ພວກເຂົາຊ່ວຍກັນຂົນຫີນເເລະໄມ້ຊຶ່ງບາອາຊາໄດ້ຊົງໃຊ້ຢູ່ທີ່ເມືອງຣາມາ ເເລ້ວກະສັດອາສາໄດ້ຊົງນຳໄປສ້າງເມືອງເກບາໃນເເດນເບັນຢາມິນເເລະເມືອງມິດສະປາ
\s5
\v 23 ເຫດການອື່ນໆໃນຣາຊາການອາສາຄວາມສຳເລັດທັງຫລາຍ ພາລະກິດທັງຫມົດ ເເລະເມືອງຕ່າງໆ ທີ່ໄດ້ສ້າງຂຶ້ນມີບັນທຶກໃນກົດຫມາຍກະສັດເເຫ່ງຢູດາບໍ່ເເມ່ນບໍ? ເມື່ອອາສາໄດ້ເຖົ້າເເລ້ວໄດ້ຕາຍຍ້ອນພະຍາດຂອງລາວ
\v 24 ເເລ້ວອາສາກໍໄດ້ຕາຍໄປຢູ່ກັບບັນພະບູລຸດ ເເລ້ວໄດ້ຖືກຝັງໄວໃນເມືອງດາວິດ ເເລະເຢໂຮຊາຟັດລູກຂອງທ່ານໄດ້ເປັນກະສັດເເທນ
\s5
\v 25 ນາດາບລູກຂອງເຢໂຣໂບອາມໄດ້ຊົງປົກຄອງເຫນືອອິດສະຣາເອນ ຖືກກັນກັບປີທີສອງຂອງຣາຊການກະສັດເເຫ່ງຢູດາ ໄດ້ຊົງປົກຄອງເຫນືອອິດສະຣາເອນສອງປີ
\v 26 ພະອົງໄດ້ຊົງເຮັດສິ່ງຊົ່ວຮ້ານໃນສາຍພະເນດຂອງພຣະຢາເວ ດຳເນີນຕາມວິຖີເເລະບາບຂອງຣາຊບິດາ ຊຶ່ງຊັກນຳອິດສະຣາເອນໃຫ້ເຮັດບາບຕາມ
\s5
\v 27 ຝ່າຍອາບາຊາລູກຊາຍຂອງອາຫິຢາເຜົ່າອິດສະຄາວາງເເຜນເເລະລົງມືສັງຫານນາດັບ ຂະນະທີ່ໄດ້ຮ່ວມກັບກອງທັບ ອິດສະຣາເອນລ້ອມເມືອງກິບເບໂທນໃນຟິລິດສະຕີນ
\v 28 ໃນປີທີສາມຂອງຣາຊການຂອງອາສາ ກະສັດເເຫ່ງຢູດາ ບາອາຊາໄດ້ປົງພຣະຊົນນາດັບເເລ້ວຂຶ້ນຄອງຣາຊເເທນ
\s5
\v 29 ທັນທີທີ່ພະອົງເປັນກະສັດ ບາອາຊາກໍໄດ້ຂ້າຄົນທຸກຄົນໃນຄອບຄົວ ຂອງເຢໂຣໂບອາມ ບໍ່ປ່ອຍໃຫ້ໃຜລອດຊີວິດເລີຍ ເປັນໄປຕາມພຣະຢາເວໄດ້ກ່າວໄວ້ຜ່ານທາງອາຫິຢາ ຊາວຊິໂລຜູ້ຮັບໃຊ້ຂອງພະອົງ
\v 30 ເພາະບາບທີ່ເຢໂຣໂບອາມໄດ້ເຮັດເເລະຊັກນຳອິດສະຣາເອນໃຫ້ເຮັດຕາມ ເເລະເພາະເຂົາໄດ້ຊົງຍົວະໃຫ້ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນພິໂຣດ
\s5
\v 31 ເຫດການອື່ນໆ ໃນຣາຊການຂອງນາດັບເເລະເພາະຣາຊກິດທັງປວງໄດ້ຊົງມີບັນທຶກໄວ້ໃນຈົດຫມາຍກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?
\v 32 ມີສົງຄາມລະຫວ່າງອາສາກັບບາອາຊາກະສັດເເຫ່ງອິດສະຣາເອນ
\s5
\v 33 ໃນປີທີສາມຂອງຣາຊການອາສາກະສັດເເຫ່ງຢູດາ ບາອາຊາລູກຂອງອາຫິຢາໄດ້ຊົງປົກຄອງເຫນືອດິນເເດນອິກສະຣາເອນທັງຫມົດທີ່ເມືອງຕີຣາຊາ ໄດ້ປົກຄອງເຫນືອສີ່ສິບສີ່ປີ
\v 34 ບາອາຊາໄດ້ຊົງເຮັດສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຢາເວໄດ້ຊົງດຳເນີນຕາມວິຖີເເລະບາບຂອງເຢໂຣໂບອາມ ຊຶ່ງພຣະອົງໄດ້ຊັກນຳໃຫ້ອິດສະຣາເອນເຮັດບາບຕາມ
\s5
\c 16
\cl ບົດທີ 16
\p
\v 1 ວັດຈະນະຂອງພຣະຢາເວໄດ້ມາເຖິງ ເຢຮູລູກຊາຍຂອງຮານານີ ໄດ້ກ່າວໂທດບາອາຊາວ່າ “
\v 2 ໃນເມື່ອເຮົາໄດ້ເຊີດຊູເຈົ້າຂຶ້ນມາຈາກຜົ້ງສາລີ ເເລະໄດ້ຕັ້ງເຈົ້າເປັນຜູ້ນຳເຫນືອອິດສະຣາເອນປະຊາຊົນຂອງເຮົາ ເຈົ້າໄດ້ດຳເນີນຕາມທາງຂອງເຢໂຣໂບອາມ ເເລະໄດ້ເຮັດໃຫ້ອິດສະຣາເອນຄົນຂອງເຮົາເຮັດບາບ ເຮັດໃຫ້ເຮົາຢາກຮ້າຍດ້ວຍບາບຂອງເຂົາທັງຫລາຍ
\s5
\v 3 ເບິ່ງສາ ເຮົາຈະກວດລ້າງບາອາຊາ ເເລະຣາຊວົງຂອງເຂົາໃຫ້ຫມົດ ເເລະເຮັດໃຫ້ຣາຊວົງຂອງເຢໂຣໂບອາມລູກຊາຍຂອງເນບັດ
\v 4 ຫມາຈະກິນຜູ້ໃດກໍຕາມໃນຣາຊວົງບາອາຊາທີ່ຕາຍໃນເມືອງ ເເລະນົກໃນອາກາດຈະກິນຜູ້ໃດກໍຕາມທີ່ຕາຍໃນທົ່ງນາ“
\s5
\v 5 ສ່ວນເລື່ອງອື່ນໆ ຂອງບາອາຊາ ເເລະສິ່ງທີ່ພະອົງໄດ້ຊົງເຮັດ ເເລະພະຣາຊອຳນາຂອງພຣະອົງ ໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນບໍ່ເເມ່ນຫວາ?
\v 6 ບາອາຊາໄດ້ຊົງລ່ວງຫລັບໄປຢູ່ກັບບັນພະບູລຸດຂອງພະອົງ ເເລະໄດຝັງສົບໄວ້ທີ່ເມືອງຕີຣະຊາ ເເລະເອລາລູກຂອງທ່ານກໍຂື້ນເປັນກະສັດເເທນ
\s5
\v 7 ດັ່ງນັ້ນວັດຈະນະຂອງພຣະຢາເວໄດ້ມາໂດຍຜູ້ເຜີຍວັດຈະນະເຢຮູ ລູກຊາຍຂອງຮານານີ ກ່າວໂທດບາອາຊາ ເເລະເຊື້ອສາຍພະອົງ ທັງເລື່ອງຄວາມຊົ່ວທຸກຢ່າງທີ່ໄດ້ເຮັດໃນສາຍພະເນດພຣະຢາເວ ຄືເຮັດໃຫ້ພຣະອົງໃຈຮ້າຍດ້ວຍພະຣາຊກິດເເຫ່ງມືຂອງພະອົງ ທີີ່ເປັນຄືຣາຊາວົງຂອງເຢໂຣໂບອາມ ເເລະເພາະພະອົງໄດ້ຊົງທຳລາຍຣາຊວົງຂອງໂຢໂຣໂບອາມດ້ວຍ
\s5
\v 8 ໃນປີທີສິບຫົກເເຫ່ງຣາຊການກະສັດອາສາກະສັດຢູດາ ເອລາລູກຂອງບາອາຊາໄດ້ເລີ່ມປົກຄອງເຫນືອອິດສະຣາເອນໃນເມືອງຕີຣະຊາ ເເລະທ່ານໄດຄອບຄອງຢູ່ສອງປີ
\v 9 ຊິມຣີ ຂ້າຣາຊການຂອງພະອົງ ຊຶ່ງເປັນຜູ້ບັນຊາການກອງລົດມ້າສຶກເຄິ່ງຫນຶ່ງຂອງພະອົງ ໄດ້ຕິດກະບົດຕໍ່ພຣະອົງ ບັດນີ້ເມື່ອພະອົງໄດ້ຢູ່ທີ່ເມືອງຕີຣະຊາກິນເຫລົ້າຈົນເມົາໃນບ້ານຂອງອາຣະຊາ ຜູ້ເບິ່ງເເຍງຮັກສາວັງ
\v 10 ຊິມຣີໄດ້ເຂົ້າມາລອບຂ້າພະອົງ ພະອົງລົ້ມລົງເເລ້ວປະຫານເລີຍໃນປີທີຊາວເຈັດເເຫ່ງຣາຊການອາສາ ກະສັດຂອງຢູດາ ເເລ້ວກໍຂຶ້ນເປັນກະສັດເເທນ
\s5
\v 11 ເມືອຊິມຣີໄດ້ເລີ່ມຄອງຣາຊເເລະນັ່ງເທິງບັັນລັງຂອງທ່ານ ທ່ານໄດ້ຊົງປະຫານຣາຊາວົງຂອງບາອາຊາ ພະອົງບໍ່ ໄດ້ເຫລືອຊາຍຈັກຄົນດຽວທັງທີ່ເປັນພີ່ນ້ອງສະນິດ ຫລືມິດສະຫາຍຂອງບາອາຊາເລີຍ
\v 12 ດັ່ງນັ້ນຊິມຣີໄດ້ທຳລາຍຣາຊວົງຂອງບາອາຊາຈົນຫມົດ ຕາມວັດຈະນະຂອງພຣະຢາເວຊຶ່ງໄດ້ກ່າວໂທດບາອາຊາໂດຍເຢຮູຜູ້ເຜີຍວັດຈະນະ
\v 13 ເພາະບາບທັງຫລາຍຂອງບາອາຊາເເລະບາບຂອງເອຣາ ຣາຊຖອຣົດຂອງພະອົງຊຶ່ງໄດ້ເຮັດ ເເລະຊົງເຮັດໃຫ້ອິດສະຣາເອນເຮັດບາບນຳ ເຮັດໃຫ້ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນບໍ່ພໍໃຈນຳເລື່ອງຮູບເຄົາລົບຂອງພວກເຂົາ
\s5
\v 14 ສ່ວນເລື່ອງອື່ນໆຂອງເອຣາ ເເລະທຸກສິ່ງຊຶ່ງພະອົງໄດ້ເຮັດ ໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເເອນບໍ່ ເເມ່ນບໍ?
\s5
\v 15-16 ໃນປີທີສິບເຈັດເເຫ່ງຣາຊການອາສາກະສັດເເຫ່ງຢູດາ ສີຣິມໄດ້ຊົງຄອງຣາດໄດ້ເເຕ່ເຈັດວັນໃນເມືອງທີຣາຊບັດນີ້ກອງທັບຂອງຄົນຟີລິດສະຕີນ ເມື່ອ ກອງທັບ ຊຶ່ງຕັ້ງຄ້າຍຢູ່ນັ້ນໄດ້ຂ່າວວ່າ “ ຊິມຣີໄດ້ກະບົດເເລະໄດ້ປົງພະຊົນກະສັດເເລ້ວ “ ໃນວັນທີ່ຄ້າຍອິດສະຣາເອນທັງຫລາຍຈຶ່ງຕັ້ງອິມຣີຜູ້ບັນຊາການກອງທັບໃຫ້ເປັນກະສັດເຫນືອອິດສະຣາເອນ
\v 17 ອິມຣີເເລະຄົນອິດສະຣາເອນທັງຫລາຍໄດ້ຂຶ້ນໄປຈາກເມືອງກິເບໂອນ ເຂົາທັງຫລາຍໄດ້ເຂົ້າລ້ອມເມືອງຕີຣະຊາ
\s5
\v 18 ດັ່ງນັ້ນ ເມື່ອອິມຣີໄດ້ຊົງເຫັນວ່າເມືອງນັ້ນເເຕກເເລ້ວ ພຣະອົງກໍໄດ້ສະເດັດເຂົ້າໄປໃນປ້ອມຂອງຣາຊວັງ ເເລະໄດ້ເຜົາຣາຊວັງດ້ວຍໄຟ ເເລະດ້ວຍວິທີນີ້ພະອົງໄດ້ຕາຍໃນກອງໄຟ
\v 19 ເພາະບາບຊຶ່ງພະອົງໄດ້ເຮັດໄວຄືໄດ້ເຮັດຊົ່ວໃນສາຍພຣະເນດຂອງພຣະຢາເວ ໄດ້ດຳເນີນການຂອງເຢໂຣໂບອາມ ເເລະດ້ວຍບາບຊຶ່ງພະອົງໄດ້ເຮັດທີ່ນຳອິດສະຣາເອນເຮັດບາບດ້ວຍ
\v 20 ສ່ວນເລື່ອງນອກຂອງຊິມຣີ ລວມທັງຫນັງສືເຫລົ່ານັ້ນເເຫ່ງອິດສະຣາເອນບໍ່ເເມ່ນຫວາ?
\s5
\v 21 ເເລ້ວປະຊາຊົນອິດສະຣາເອນໄດ້ເເບ່ງອອກເປັນສອງສ່ວນ ເຄິ່ງຫນຶ່ງປະຊາຊົນຕິຕາມທິບນີລູກາຍຂອງກີນັດ ເເລະຍົກທ່ານຂຶ້ນເປັນກະສັດ ເເລະອີກຫນຶ່ງຕິດຕາມອິມຣີ
\v 22 ເເຕ່ປະຊາຊົນຕິດຕາມທິບນີລູກຊາຍຂອງກີຍັດ ດັ່ງນັ້ນທິບນີຈຶ່ງໄດ້ຕາຍ ເເລະອິມຣີໄດ້ຂຶ້ນເປັນກະສັດ
\s5
\v 23 ອົມຣີໄດ້ເລີມຄອງອິດສະຣາເອນໃນປີທີສາມສິບເອັດເເຫ່ງຣາຊການປີທີສາມສິບເອັດເເຫຳ່ງຣາຊການອາສາກະສັດເເຫ່ງຢູ່ດາ ເເລະພະອົງໄດ້ຊົງຄອງຢູ່ສິບສອງປີ ພະອົງໄດ້ຄອງຣາດໃນເມືອງຕີຣະຊາເປັນເວລາຫົກປີ
\v 24 ພະອົງໄດ້ຊື້ພູເຂົາຊາມາເຣຍ ຈາກເຊເຊເມດ້ວຍເງິນສອງຕະລັນພະອົງໄດ້ສ້າງເມືອງເທິງພູເຂົານັ້ນເເລະໄດ້ເອີ້ນນາມເມືອງທີ່ສ້າງນັ້ນວ່າ ສະມາເຣຍ ຕາມຊື່ຂອງເຊເມຜູ້ເປັນອາດີດພູເຂົານັ້ນ
\s5
\v 25 ອິມຣີໄດ້ເຮັດສິ່ງຊົ່ວຮ້ານໃນສາຍພະເນດຂອງພຣະຢາເວ ເເລະໄດ້ເຮັດຊົ່ວກວ່າບັນດາກະສັດຜູ້ຢູ່ກ່ອນພະອົງ
\v 26 ເພາະພະອົງໄດ້ຊົງດຳເນີນຕາມທາງທັງຫລາຍຂອງເຢໂຣໂບອາມ ລູກຊາຍຂອງເນບັດ ເເລະຕະບາບຂອງພະອົງຊຶ່ງພະອົງນຳອິດສະຣາເອນເຮັດບາບດ້ວຍ ເຮັດໃຫ້ພຣະຢາເວເເຫ່ງອິດສະຣາເອນບໍ່ພໍໃຈກັບບັນດາຮູບເຄົາລົບນັ້ນ
\s5
\v 27 ສ່ວນເລື່ອງອື່ນໆ ຂອງອິມຣີຊຶ່ງໄດ້ເຮັດເເລະພະຣາຊອຳນາດຊຶ່ງໄດ້ຊົງສຳເເດງໄດ້ບັນທຶກໄວ້ໃນຫນັງສືກະສັດເເຫ່ງອິດສະຣາເອນບໍ່ເເມ່ນບໍ?
\v 28 ດັ່ງນັ້ນອິມຮີໄດ້ລ່ວງຫລັບໄປຢູ່ກັບບັນພະບູລຸດຂອງພະອົງ ເເລະເຂົາຝັງພະສົບໄວ້ກຸງຊາມາເຣຍ ເເລະອາຫັບພະຣາຊໂອຣົດຂອງພະອົງກໍໄດ້ຂຶ້ນເປັນກະສັດເເທນ
\s5
\v 29 ໃນປີທີສາມສິບເເປດເເຫ່ງຣາຊການອາສາກະສັດຂອງຢູດາ ອາຫັບພະຣາຊໂອຣົດຂອງອິມຣີໄດ້ປົກຄອງເຫນືອອິດສະຣາເອນ ອາຮາບພະຣາຊໂອຣົດຂອງອົມຣີໄດ້ຊົງປົກຄອງເຫນືອອິດສະຣາເອນໃນກຸງສະມາເຣຍຊາວສອງປີ
\v 30 ອາຮາບພະຣາຊໂອຣົດຂອງອົມຣີໄດ້ເຮັດຊົ່ວໃນສາຍພະເນດພະຢາເວ ຫລາຍກວ່າບັ້ນດາກະສັດຢູ່ກ່ອນ
\s5
\v 31 ການທີີ່ອາຮາບໄດ້ຊົງດຳເນີນຕາມບາບຂອງເຢໂີຣໂບອາມລູກຊາຍເນບັດນັ້ນເບິ່ງຄືວ່າເປັນສິ່ງເລັກນ້ອຍສຳລັບພຣະອົງ ພະອົງຈຶ່ງໄດ້ຮັບເຍເຊເບນພະຣາຊທິດາຂອງເອັນບາອັດກະສັດຂອງຊາວໄຊດອນມາເປັນເມຍ ເເລະພະອົງໄດ້ນະມັດສະການ ພະບາອານ ເເລະກົ້ມກາບພະນັ້ນ
\v 32 ພະອົງໄດ້ຕັ້ງເເທ່ນບູຊາ ພະບາອານໃນນິເວດພະບາອານຊຶ່ງພະອົງໄດ້ສ້າງໄວ້ໃນກຸງຊາມາເຣຍ
\v 33 ອາຮາມຕັ້ງເສົາພະອາເຊຣາ ອາຮາມໄດ້ເຮັດສິ່ງທີ່ພຣະຢາເວພິໂຣດຫລາຍກວ່າກະສັດເເຫ່ງອິດສະຣາເອງທຸກພະອົງຊຶ່ງຢູ່ກ່ອນພະອົງ
\s5
\v 34 ລະຫວ່າງການປົກຄອງຂອງອາຮາມ ຮີເອນຊາວເບັດເອນໄດ້ສ້າງເມືອງເຢຣິໂກຂຶ້ນ ຮີເອນໄດ້ວາງຮາກຖານເມືອງນັ້ນໂດຍຕ້ອງເສຍອາບີຮາມພະຣາຊໂອຣົດຫົວປີຂອງທ່ານ ເເລະຕັ້ງປະຕູເມືອງໂດຍຕ້ອງເສຍເຊກຸບລູກຊາຍຫລ້າ ຕາມພະວັດຈະນະຂອງພຣະຢາເວ ຊຶ່ງຕັດທາງໂຍຊູວາລູກຊາຍຂອງນູນ
\s5
\c 17
\cl ບົດທີ 17
\p
\v 1 ເອລີຢາ ຊາວທິບີເເຫ່ງເມືອງທິບີຂະບີໃນກິເລອາດໄດ້ບອກອາຫັບວ່າ “ ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນ ຜູ້ຊຶ່ງຂ້າພະອົງໄດ້ ຊົງພະຊົນຢູ່ບ່ອນໃດຈະມີນ້ຳຄ້າງຫລືຝົນໃນປີເຫລົ່ານີ້ ນອກຈະທ່ານຈະຂໍຂ້ານ້ອຍ
\s5
\v 2 ວັດຈະນະຂອງພະຢາເວມາຍັງເອລີຢາວ່າ“
\v 3 ຈົ່ງອອກຈາກທີ່ນີ້ໄປທາງທິດຕາເວັນອອກ ລີ້ຢູ່ທາງຕາເວັນອອກເເມ່ນ້ຳຈໍເເດນ
\v 4 ສິ່ງນີ້ຈະເກີ ດຂຶ້ນເມື່ອເຈົ້າຈະດື່ມນ້ຳຈາກລຳທານ ເເລະເຮົາໄດ້ສັ່ງຝູງກາໄຫ້ລຍງເຈົ້າຢູ່ທີ່ນັ້ນ“
\s5
\v 5 ດັ່ງນັ້ນເອລີຍາຈຶ່ງໄດ້ໄປເເລະເຮັດຕາມວັດຈະນະຂອງພຣະຢາເວ ທີ່ໄດ້ຊົງບັນຊາເຂົາໄດ້ອາໄສຢູ່ຂ້າງລຳທານເກຣິດ ຊຶ່ງຢູ່ທາງທິດຕາເວັນອອກຂອງເເມ່ນ້ຳຢໍເເດນ
\v 6 ຝູງກາກໍໄດ້ນຳຂະຫມົມປັງເເລະເນື້ອມາໃຫ້ເຂົາໃນຕອນເຊົ້າ ເເລະນຳອາຫານມາໃຫ້ໃນເວລາຕອນເເລງ ເເລະເຂົາໄດ້ດື່ມນ້ຳຈາກລຳທານ
\v 7 ເເຕ່ຕໍ່ມາອີກບໍ່ດົນທຳທານກໍເເຫ້ງ ເພາະບໍ່ ມີຝົນໃນເເຜ່ນດິນ
\s5
\v 8 ພຣະວັດຈະນະຂອງພຣະຢາເວມາເຖິງເອລີຢາວ່າ “
\v 9 ຈົ່ງລຸກຂຶ້ນໄປຍັງເມືອງຊາເຣຟັດຊຶ່ງຂຶ້ນກັບເມືອງຊີໂດນ ເເລະອາໄສຢູ່ທີ່ນັ້ນເບິ່ງສາ ເຮົາໄດ້ສັ່ງເເມ່ມ້າຍຄົນຫນຶ່ງທີ່ນັ້ນໃຫ້ລ້ຽງດູເຈົ້າ“ດັ່ງນັ້ນ
\v 10 ເຂົາຈຶ່ງໄດ້ລຸກຂຶ້ນໄປຍັງເມືອງສາເຣຟັດ ເເລະເມື່ອເຂົາມາເຖິງປະຕູເມືອງ ຊຶ່ງເເມ່ມ້າຍຄົນຫນຶ່ງທີ່ນັ້ນກຳລັງເກັບຟືນດັ່ງນັ້ນເຂົາຈຶ່ງໄດ້ເອີ້ນນາງເເລະເວົ້າວ່າ“ຂໍນ້ຳກິນຈັກຫນ່ອຍເເດ່ເພື່ອຂ້ານ້ອຍຈະໄດ້ກິນ
\s5
\v 11 ໃນຂະນະທີ່ນາງຈະໄປເອົານ້ຳ ເຂົາກໍໄດ້ເອີ້ນນາງເເລະບອກວ່າ“ ຂໍຂະຫນົມປັງນຳເຈົາມາໃຫ້ຈັກອັນສາ“
\v 12 ນາງໄດ້ຕອບວ່າພຣະຢາເວພຣະເຈົ້າຂອງທ່ານໄດ້ພະຊົນຢູ່ບ່ອນໃດຂ້ອຍບໍ່ມີຂະຫນົມປັງເລີຍ ມີເເຕ່ເເປ້ງກຳມືຫນຶ່ງໃນຫມໍ້ ເເລະນ້ຳມັນເລັກນ້ອຍໃນໃຫເບິ່ງສາ ຂ້ອຍກຳລັວເກັບຟືນສອງອັນເພື່ອຂ້ອຍຈະເຂົ້າໄປເຮັດຂະຫນົມສຳລັບໂຕເອງເເລະລູກຊາຍ ເພື່ອພວກເຂົາຈະກິນເເລ້ວກໍຕາຍຢູ່ທີ່ນັ້ນ“
\v 13 ເເຕ່ເອລີຢາໄດ້ບອກນາງວ່າ“ ຢ່າຢ້ານເລີຍ ຈົ່ງໄປເຮັດຕາມທີ່ເຈົ້າເວົ້າເເຕ່ຈົ່ງເຮັດຂະຫນົມກ້ອນນ້ອຍໃຫ້ຂ້ອຍກ່ອນເເລ້ວເອົາມາໄຫ້ຂ້ອຍກ່ອນ ເເລ້ວພາຍຫລັງຈຶ່ງເຮັດສຳຫລັບເຈົ້າ ເເລະລູກຊາຍຂອງເຈົ້າ
\s5
\v 14 ເພາະພຣະຢາເວເຈົ້າຂອງອິດສະຣາເອນໄດ້ກ່າວດັ່ງນີ້ວ່າ ອາຫານໃນຫມໍ້ນັ້ນຈະບໍ່ຂາດ ເເລະນ້ຳໃນໄຫນັ້ນຈະໄຫລບໍ່ຫມົດຈົນກວ່າພຣະຢາເວຈະສົ່ງຝົນລົງມາພື້ນດິນ“
\v 15 ດັ່ງນັນນາງກໍໄປເຮັດຕາມຄຳຂອງເອຣີຢາທີ່ໄດ້ບອກນາງ ນາງເເລະເອລີຢາພ້ອມດ້ວຍຄອບຄົວກໍໄດ້ກິນອາຫານຢູ່ຫລາຍວັນ
\v 16 ອາຫານໃນຫມໍ້ກໍບໍ່ຂາດນ້ຳໃນໄຫກໍໄຫລບໍ່ຢຸດ ຕາມພຣະວັດຈະນະຂອງພຣະຢາເວໄດ້ກ່າວທາງເອລີຢາ
\s5
\v 17 ພາຍຫລັງຈາກເຫດການເຫລົ່ານີ້ ລູກຊາຍຂອງຍິງນັ້ນເປັນເຈົ້າຂອງບ້ານກໍໄດ້ລົ້ມປ່ວຍ ອາການປ່ວຍຂອງເຂົານັ້ນຫນັກຫລາຍ ຈົນບໍ່ມີລົມຫາຍໃຈເຫລືອຢູ່ເເລ້ວ
\v 18 ດັ່ງນັ້ນ ນາງຈຶ່ງໄດ້ກ່າວເເກ່ເອລີຢາວ່າ“ ໂອຄົນຂອງພຣະເຈົ້າ ຂ້ອຍເຮັດຫຍັງໃຫ້ທ່ານ? ທ່ານຈຶ່ງມາຫາຂ້ອຍ ເເລະເພື່ອຂ້າລູກຊາຍຂ້ອຍເເນວນີ້ຫວາ?
\s5
\v 19 ເເລ້ວເອລີຢາໄດ້ເວົ້າກັບນາງວ່າ“ເອົາລູກຊາຍມາໃຫ້ຂ້ານ້ອຍເຖີດ“ເຂົາກໍໄດ້ນຳເດັກຊາຍໄປຈາກເເຂນຂອງນາງເເລະອຸ້ມໄປຫ້ອງຊັ້ນເທິງທີ່ທ່ານພັກຢູ່ ເເລະເຂົາວາງເດັກນ້ອຍນັ້ນຢູ່ບ່ອນນອນຂອງເຂົາເອງ
\v 20 ເຂົາໄດ້ທູນພຣະຢາເວວ່າ“ ຂ້າເເຕ່ພຣະຢາເວພຣະເຈົ້າຂອງຂ້າພະອົງພຣະອົງໄດ້ນຳເຫດຮ້າຍມາເຫນືອຍິງມ້າຍທີ່ຂ້າພະອົງອາໄສຢູ່ນັ້ນບາດດຽວບໍ? ໂດຍໄດ້ປະທານລູກຊາຍຂອງນາງ? “
\v 21 ເເລ້ວເອລີຢາກໍໄດ້ຢຽດໂຕທັບເດັນນັ້ນສາມເທື່ອ ເຂົາໄດ້ຮ້ອງທູນພຣະຢາເວວ່າ“ຂ້າເເຕ່ພຣະຢາເວພຣະເຈົ້າຂອງຂ້າພະອົງ ຂ້າພະອົງຂໍເດັກນ້ອນນີ້ມາເຂົາໃນຕົວເຂົາອີກດ້ວຍເຖີດ“
\s5
\v 22 ພຣະຢາເວໄດ້ຊົງຟັງສຽງຂອງເອລີຢາ ຊີວິດຂອງເດັກນ້ອຍນັ້ນກໍໄດ້ເຂົ້າມາໃນຕົວຂອງເຂົາອີກ
\v 23 ເອລີຢາໄດ້ອຸ້ມເດັກນັ້ນ ເເລະໄດ້ນຳເຂົາມາຈາກຫ້ອງຊັ້ນເທິງເຂົາໄປໃນບ້ານ ເຂົາໄດ້ມອບເດັກນ້ອຍນັ້ນໃຫ້ເເມ່ຂອງເຂົາເເລະເວົ້າວ່າ“ ເບິ່ງເເມ້ ລູກຊາຍຂອງເຈົ້າມີຊີວິດຢູ່“
\v 24 ຍິງນັ້ນໄດ້ເວົ້າກັບເອລີຢາວ່າ“ ຕອນນິ້ຂ້ອຍຮູເເລ້ວວ່າທ່ານເປັນຄົນຂອງພຣະເຈົ້າ ເເລະພຣະວັດຈະນະຂອງພຣະຢາເວອອກຈາກປາກທ່ານເປັນຄວາມຈິງ“
\s5
\c 18
\cl ບົດທີ 18
\p
\v 1 ຫລັງຈາກນັ້ນເປັນເວລາຫລາຍວັນ ພຣະດຳລັດຂອງພຣະຢາເວໄດ້ມາເຖິງເອລີຢາໃນປີທີສາມທີ່ຝົນບໍ່ຕົກວ່າ“ ຈົ່ງໄປສະເເດງໂຕຂອງເຈົ້າຕໍ່ຫນ້າອາຫັບ ເເລະເຮົາຈະສົ່ງຝົນຕົກລົງມາຈາກເເຜ່ນດິນໂລກ“
\v 2 ເອລີຢາຈຶ່ງໄປສະເເດງຕົວຂອງເຂົາຕໍ່ອາຫັບ ບັດນີ້ການກັນດານອາຫານໃນສະມາເຣຍຮຸນເເຮງຫລາຍ
\s5
\v 3 ອາຫັບໄດ້ຊົງຮັບສັ່ງໃຫ້ໂອບາດີຫົວຫນ້າຜູ້ດູເເລວັງມາເຫັນ ບັດນີ້ ໂອບາດີໄດ້ຖວາຍກຽດພຣະຢາເວຫລາຍ
\v 4 ເພາະເມື່ອຄັ້ງເຍເຊເບນໄດ້ຂ້າຜູ້ເຜີຍພຣະວັດຈະນະຂອງພຣະເຈົ້າ ໂອບາດີໄດ້ຊ່ວຍເຫລືອພວກຜູ້ເຜີຍພຣະວັດຈະນະຫນຶ່ວຮ້ອຍຄົນເເລະໄດ້ລີ້ເຂົາໃນຖ້ຳສອງແຫ່ງ ເເຫ່ງລະຫ້າສິບຄົນເເລະຈັດສົ່ງອາຫານກັບນ້ຳໃຫ້
\s5
\v 5 ອາຫັບໄດ້ກ່າວກັບໂອບາດີຢາວ່າ “ຈົ່ງໄປຍັງຕານ້ຳເເລະລຳທານທຸກເເຫ່ງທົ່ວເເຜ່ນດິນບາງທີເຮົາອາດຈະພົບຫຍ້າເເລະພໍລ້ຽງຊີວິດມ້າເເລະລໍ ເພື່ອວ່າເຮົາຈະໄດ້ບໍ່ສູນເສຍສັດທັງຫມົດ“
\v 6 ດັ່ງນັ້ນພວກເຂົາຈຶ່ງໄດ້ເເບ່ງພື້ນທີ່ກັນເພື່ອຈະໄດ້ຄົ້ນຫາທົ່ວເຖິງ ເເລະຄົ້ນຫານ້ຳ ອາຫັບໄດ້ສະເດັດໄປທາງຫນຶ່ງດ້ວຍໂຕຂອງລາວເອງເເລະໂອບາດີໄດ້ໄປອີກທາງຫນຶ່ງ
\s5
\v 7 ຂະນະທີ່ບາດີໄດ້ຍ່າງໄປຕາມທາງ ເອລີຢາກໍບັງເອີນໄດ້ມາພົບເຂົາ ໂອບາດີກໍຈື່ເອລີຢາໄດ້ ເເລະໄດ້ກົ້ມຄຳນັບລົງພື້ນ ເຂົາໄດ້ກ່າວວ່າ “ນີ້້ເເມ່ນເອລີຢານາຍຂອງຂ້ານ້ອຍເເທ້ໆບໍ?
\v 8 ເອລີຢາຕອບວ່າ“ ຂ້ອຍເອງ ໄປເວົ້າັບກະສັດເຖີດວ່າ ອເອລີຢາຢູ່ທີ່ນີ້““
\s5
\v 9 ໂອບາດີໄດ້ຖາມວ່າ“ ຂ້ານ້ອຍໄດ້ເຮັດບາບຫຍັງບໍ ທ່ານຈຶ່ງຈະໃຫ້ຜູ້ຮັບໃຊ້ຂອງທ່ານເຂົາໄປໃນມືຂອງອາຫັບ ເພື່ອໃຫ້ພະອົງປະຫານເຈົ້າ?
\v 10 ພຣະຢາເວພຣະເຈົ້າຂອງທ່ານໄດ້ພະຊົນຢູ່ເເນ່ສັນໃດ ກໍບໍ່ມີອານາຈັກໃດທີ່ນາຍຂອງຂ້ານ້ອຍບໍ່ໄດ້ສົ່ງຄົນໄປຄົ້ນຫາໂຕທ່ານ ສັນນັ້ນ“ ເເລະເມື່ອໃດກໍຕາມທີ່ອານາຈັກໃດບອກວ່າ “ເອລີຢາບໍ່ໄດ້ຢູ່ທີ່ນັ້ນ“ ອາຫັບກໍຈະຊົງໃຫ້ພວກດເຂົາສາບານວ່າພວກເຂົາຈະບໍ່ພົບທ່ານ
\v 11 ມາຕອນນີ້ທ່ານບອກໃຫ້“ ໄປທູນເຈົ້ານາຍວ່າເອລີຢາຢູ່ທີ່ນີ້
\s5
\v 12 ເເຕ່ເມື່ອຂ້ານ້ອຍໄປເເລ້ວ ພະວິນຍານຂອງພຣະຢາເວຈະມາຮັບໂຕທ່ານໄປທີ່ໃດຂ້ານ້ອຍບໍ່ໄດ້ຮູ້ ເເລະເມື່ອຂ້ານ້ອຍໄປເເລະທູນອາຮາບກັບມາບໍ່ພົບທ່ານພະອົງຈະປະຫານຂ້ານ້ອຍ ທັ້ງໆທີ່ຜູ້ຮັບໃຊ້ຂອງທ່ານໄດ້ນະມັດສະການພຣະຢາເວມາຕັ້ງເເຕ່ຂ້ານ້ອຍຍັງຫນຸ່ມໆນາຍຂອງຂ້ານ້ອຍ
\v 13 ບໍ່ມີໃຜບອກທ່ານບໍວ່າ ຂ້ານ້ອຍໄດ້ເຮັດຫຍັງເມື່ອຄັ້ງເຍເຊເບນຂ້າຜູ້ເຜີຍພຣະວັດຈະນະຂອງພຣະຢາເວນັ້ນ ຂ້ານ້ອຍເຊື່ອງໂຕຜູ້ເຜີຍພຣະວັດຈະນະຂອງພຣະເຈົ້າຮ້ອຍຄົນໃນຖ້ຳໂດຍເເບ່ງຫ້າສິບຄົນໃນຖ້ຳ ເເລະຈັດສົ່ງອາຫານກັບນ້ຳໃຫ້ເເນວໃດ?
\s5
\v 14 ຕອນນີ້ ທ່ານບອກຂ້ານ້ອຍໃຫ້ເວົ້າວ່າໄປ ເເລະບອກນາຍຂອງເຈົ້າວ່າເອລີຢາຢູ່ທີ່ນັ້ນ ດັ່ງນັ້ນພຣະອົງໄດ້ປະຫານຊີວິດຂ້ານ້ອຍ“
\v 15 ເເລ້ວເອລີຢາໄດ້ກ່າວວ່າ “ພຣະຢາເວຈອມໂຍທາທີີ່ຂ້າພະເຈົ້າເຄີຍຢືນຫຍັດເພື່ອພຣະອົງພຣະຊົນຢູ່ເເນ່ສັນໃດ ຂ້ານ້ອຍກໍຈະສະເເດງຕົວຕໍ່ອາຫັບໃນວັນນີຢ່າງເເນ່ນອນສັນນັ້ນ
\s5
\v 16 ດັ່ງນັ້ນ ໂອບາດີຈຶ່ງໄດ້ໄປເຂົ້າເຝົ້າອາຫັບເເລະກາບທູນພະອົງໃນສິ່ງທີ່ເອລີຢາໄດ້ເວົ້າ ເເລ້ວກະສັດກໍໄດ້ສະເດັດອອກມາພົບເອລີຢາ
\v 17 ເມື່ອອາຮັບໄດ່້ເຫັນເອລີຢາ ພະອົງໄດ້ກ່າວວ່າ “ນີ້ເຈົ້າບໍ? ເຈົ້າຄືຄົນທີ່ນຳຄວາມເດືອດຮ້ອນມາສູ່ອິດສະຣາເອນ“
\s5
\v 18 ເອລີຢາໄດ້ຕອບວ່າ“ ຂ້າພະອົງບໍ່ໄດ້ນຳຄວາມເດືອດຮ້ອນມາສູ່ອິດສະຣາເອນ ເເຕ່ພະອົງເເລະຮາຊວົງຂອງພໍ່ພະອົງຕ່າງຫາກທີ່ໄດ້ນຳຄວາມເດືອດຮ້ອນມາ ໂດຍພະອົງໄດ້ຖິ້ມພຣະບັນຍັດຂອງພຣະຢາເວເເລະໂດຍການຕິດຕາມບາອານ
\v 19 ບັດນີ້ ຈົ່ງສົ່ງຂ່າວໄປເເລະລວມອິດສະຣາເອນທັງຫມົດມາພົບ ຂ້ານ້ອຍເທິງພູເຂົາກາເມນພ້ອມທັງຜູ້ທຳນາຍຂອງພະບາອານ 450 ຄົນ ເເລະຜູ້ເຜີຍວັດຈະນະຂອງເເມ່ອາເຊຣາສີ່ຮ້ອຍຄົນ ຊຶ່ງເຢເຊເບນເຄີຍລວມໂຕະອາຫານນຳ
\s5
\v 20 ດັ່ງນັນອາຮາມຈຶ່ງໄດ້ສົ່ງຂ່າວໄປຍັງປະຊາຊົນທັງຫມົດຂອງອິດສະຣາເອນ ເເລະ ເອີ້ນບັນດາຜູ້ເຜີຍວັດຈະນະມາຊຸມນຸມເທິງພູເຂົາກາເມນ
\v 21 ເອລີຢາໄດ້ເຂົ້າມາໃກ້ປະຊາຊົນທັງຫມົດເເລະໄດ້ກ່າວວ່າ“ພວກທ່ານຈະປ່ຽນໃຈໄປມາດົນອີກປານໃດ? ຫາກພຣະຢາເວຊົງເປັນພຣະເຈົ້າ ຈົ່ງຕິດຕາມພຣະອົງ ເເຕ່ຫາກພະບາອານເປັນພະເຈົ້າກໍຕິດຕາມເຂົາໄປເຖີດ“ ເເຕ່ປະຊາຊົນບໍ່ໄດ້ຕອບຫຍັງກັບທ່ານຈັກຄຳດຽວ
\s5
\v 22 ເເລ້ວເອລີຢາຈຶ່ງໄດ້ກ່າວກັບປະຊາຊົນວ່າ “ເຮົາ ເຮົາເປັນພຽງຄົນດຽວເປັນຜູ່ເຜີຍພຣະວັດຈະນະຂອງພຣະຢາເວທີ່ເຫລືອຢູ່ ເເຕ່ຝ່າຍພະບາອານມີຜູ້ພະຍາກອນເຖິງ 450 ຄົນ
\v 23 ດັ່ງນັ້ນ ພວກທ່ານຈົ່ງນຳງົວຜູ້ສອງໂຕ ໃຫ້ຄົນຂອງພະບາອານເລືອກເອົາໂຕຫນຶ່ງ ເເລະສັບເປັນຕ່ອນວາງໄວ້ຢູ່ກອງຟືນ ເເຕ່ບໍ່ຕ້ອງຈູດໄຟ ເເລ້ວຂ້ານ້ອຍຈະຕຽມງົວຜູ້ອີກໂຕຫນຶ່ງ ເເລະນຳມາໄວ້ກອງຟືນໂດຍບໍ່ຈູດໄຟດ້ວຍເຊັ່ນກັນ
\v 24 ຈາກນັ້ນພວກທ່ານຈົ່ງຮ້ອງອອກມາຈາກພະນາມພວກທ່ານ ເຮົາຈະຮ້ອງອອກມາພຣະນາມພຣະຢາເວ ເເລະພຣະເຈົ້າອົງທີ່ຕອບຈະສົ່ງໄຟລົງມານັ້ນເເລະເເມ່ນພຣະເຈົ້າອົງທ່ຽງເເທ້“ ເເລະປະຊາຊົນທັງປວງໄດ້ຕອບເເລ້ວກ່າວວ່າ “ນີ້ເຂົ້າທ່າດີ“
\s5
\v 25 ດັ່ງນັ້ນ ເອລີຢາໄດ້ເວົ້າກັບ ຜູ້ພະຍາກອນພະບາອານວ່າ “ຈົ່ງເລືອກງົວຜູ້ໄປໂຕຫນຶ່ງສຳລັບພວກທ່ານເເລະຈັດຕຽມກ່ອນເຖີດເະພາະຫາກພວກທ່ານມີກັນຫລາຍຄົນເເລ້ວຈົ່ງຮ້ອງພະນາມຂອງພວກທ່ານເເຕ່ຢ່າຈູດໄຟຂ້າງງົວຜູ້“
\v 26 ພວກເຂົາຈຶ່ງໄດ້ຮັບງົວຜູ້ທີ່ມີຄົນນຳມາມອບໃຫ້ໄປແລະໄດ້ຈັດຕຽມ ເເລ້ວພວກເຂົາກໍໄດ້ຮຍກຮ້ອງພະນາມຂອງພະບາອານຕັ້ງເເຕ່ເຊົ້າຈົນທ່ຽງ ຮ້ອງດັງໆວ່າ ຂ້າເເຕ່ພະບາອານ ໂປດຈູດໄຟໃຫ້ຂ້າພະອົງເຖີດ“ ເເຕ່ບໍ່ໄດ້ມີສຽງຫລືໃຜຕອບອອກມາເລີຍ ພວກເຂົາກໍໄດ້ເອີ້ນໄປອ້ອມໆ ເເທ່ນທີ່ພວກເຂົາໄດ້ສ້າງຂຶ້ນ
\s5
\v 27 ຕອນທ່ຽງເອລີຢາໄດ້ເລີ່ມເຢາະເຢີ້ຍພວກເຂົາວ່າ “ຮ້ອງດັງຂຶ້ນອີກເເດ່ ພະບາອານເເມ່ນພະເຈົ້າເດະ ບາງທີພະອົງອາດຈະກຳລັງໃຈລອຍຫລື ປົດທຸກຢູ່ຫລືກຳລັງເດີນທາງ ບາງເທື່ອພະອົງກະລັງຫລັບຢູ່ ຕ້ອງຊ່ວຍກັນປຸກໃຫ້ຕື່ນ“
\v 28 ສະນັ້ນເຂົາຈຶ່ງຊ່ວຍກັນຮ້ອງເເຮງຂຶ້ນເເລະພວກເຂົາໄດ້ເອົາດາບເເລະຫອກມາປາດເລືອດໂຕເອງຕາມພິທີກຳເຂົາເລືອດໄຫລເຕັມໂຕພວກເຂົາເອງ
\v 29 ຈົນເຖິງເວລາຕອນເເລງກໍບໍ່ມີຫຍັງເກີດຂຶ້ນ ເເລະພວກເຂົາໄດ້ເຮັດສິ່ງບ້າຄັ້ງຕໍ່ໄປຈົນຮອດເວລາຖວາຍເຄື່ອງບູຊາຕອນເເລງ ເເຕ່ບໍມີຫຍັງຕອບຮັບ ບໍ່ມີໃຜສົນໃຈຄຳຮ້ອງຂໍຂອງພວກເຂົາ
\s5
\v 30 ເເລ້ວເອລີຢາໄດ້ກ່າວເເກ່ປະຊາຂົນນັ້ນວ່າ “ມາໃກ້ໆເຮົາ“ ເເລະພວກເຂົາທັງຫມົດກໍມາໃກ້ເຂົາ ເເລ້ວເອລີຢາກໍໄດ້ເເປງເເທ່ນບູຊາຂອງພຣະຢາເວຊຶ່ງຢູ່ໃນສະພາບຜຸພັງ
\v 31 ເອລີຢາໄດ້ນຳຫີນມາສິບສອງກ້ອນ ຫນຶ່ງກ້ອນເເທ່ນຫນຶ່ງເຜົາຂອງບັນດາເຜົາບັນດາລູກຊາຍຢາໂຄບຜູ້ຊຶ່ງພຣະຢາເວໄດ້ກ່າວວ່າ “ອິດສະຣາເອຈະເປັນນາມຂອງເຈົ້າ“
\v 32 ດ້ວຍຫີນເຫລົ່ານີ້ ເຂົາໄດ້ໃຊ້ໃນການສ້າງເເທ່ນບູຊາໃນພຣະນາມພຣະຢາເວ ເເລ້ະເຂົາໄດ້ຂຸດຮ່ອງຮອບເເທ່ນບູຊາຂະຫນາດໃຫຍ່ພໍທີ່ຈະໃສ້ເມັດພືດໄດ້ເກືອບສິບສີ່ລິດ
\s5
\v 33 ເຂົາໄດ້ລຍງໄມ້ຟືນທີ່ປອດໄພສັບງົວຜູ້ເປັນຕ່ອນໆ ວາງຕ່ອນຕ່າງໆ ຂອງງົວຜູ້ໃສ່ກອງຟືນ ເຂົາໄດ້ເວົ້າວ່າ “ຈົ່ງຕັກນ້ຳໃສ່ໃຫ້ເຕັມຖັງເເລະເທລົງເຄື່ອງເຜົາບູຊາເເລະເທິງກອງຟືນ
\v 34 ເເລ້ວເຂົາກໍ່ໄດກ່າວວ່າ“ຈົ່ງເຮັດອີກເປັນຄັ້ງທີສອງ ເຮັດອີກຄັ້ງຫນຶ່ງ ເຂົາໄດ້ເວົ້າວ່າຈົ່ງເຮັດອີກເປັນຄັ້ງທີ່ສາມ
\v 35 ນ້ຳໄຫລອ້ອມເເທນບູຊາເເລະໄດ້ເຕັມຮ່ອງທີ່ຂຸດໄວ້
\s5
\v 36 ເຫດການນີ້ໄດ້ເກີດຂຶ້ນໃນຕອນເເລງເວລາຖວາຍເຄື່ີອງບູຊາ ຜູ້ເຜີຍວັດຈະນະເອລີຢາໄດ້ເດີນທາງມາໃກ້ເເລະກ່າວວ່າ “ຂ້າເເຕ່ພຣະຢາເວພຣະເຈົ້າຂອງອັບຣາຮາມອິດສະອັດເເລະອິດສະຣາເອນ ຂໍໃຫ້ເປັນທີ່ພຽງທົ່ວກັນໃນວັນນີ້ວ່າພຣະອົງໄດ້ເປັນພຣະເຈົ້າເເຫ່ງອິດສະຣາເອນ ເເລະຂ້ານ້ອຍເປັນຜູ້ຮັບໃຊ້ຂອງພຣະອົງ ເເລະຂ້ານ້ອຍເຮັດທັງຫມົດນີ້ເເມ່ນເຮັດຕາມພຣະບັນຊາຂອງພຣະອົງ
\v 37 ຂໍພຣະອົງຕອບຂ້ານ້ອຍເພື່ອປະຊາຊົນເຫລົ່ານີ້ຈະໄດ້ຮູ້ວ່າຄືພຣະອົງ ພຣະຢາເວໄດ້ຊົງນຳຈິດໃຈຂອງເຂົາກັບມາຫາພຣະອົງເອງອີກຄັ້ງ“
\s5
\v 38 ທັນໃດນັ້ນເອງໄຟຂອງພຣະຢາເວກໍຕົກລົງມາເເລະໄດ້ເຜົາໄຫມ້ເຄື່ອງບູຊາຂະນະທີ່ໄມ້ຟືນ ຫີນເເລະພື້ນດິນບ່ອນນັ້ນເເລະເເມ້ເເຕ່ນ້ຳທີ່ຢູ່ອ້ອມຮອບເເທ່ນນັ້ນກໍເເຫ້ງໄປຫມົດ
\v 39 ເມື່ອປະຊາຊົນໄດ້ເຫັນດັ່ງນັ້ນພວກເຂົາກໍໄດ້ກົ້ມຫນ້າລົງພື້ນດິນເເລະຮ້ອງວ່າ “ພຣະຢາເວ ພຣະອົງຊົງເປັນພຣະເຈົ້າ
\v 40 ດັ່ງນັ້ນເອລີຢາໄດ້ເວົ້າກັບພວກເຂົາວ່າ“ຈົ່ງຈັບກຸມໂຕບັນດາຄົນຂອງພະບາອານໄວ້ ຢ່າໃຫ້ເຂົາຫນີລອດໄປໄດ້ເເມ້ເເຕ່ຄົນດຽວ“ດັ່ງນັ້ນພວກເຂົາກໍຈັບກຸມ ເເລະເອລີຢາໄດ້ນຳໂຕບັນດາຜູ້ຄົນເຄົາລົບພະບາອານທີ່ລົງໄປໃນຫ້ວຍກີໂຊນເເລະຂ້າພວກເຂົາເສຍ
\s5
\v 41 ເອລີຢາໄດ້ກ່າວກັບອາຮາມວ່າ “ຂໍຈົ່ງລຸກຂຶ້ນເຊີນກິນເເລະດື່ມເຖີດເພາະມີຝົນຮ່າໃຫຍ່
\v 42 ດັ່ງນັ້ນ ອາຮາມຈຶ່ງໄດ້ໄປກິນເເລະດື່ມ ເເລ້ວເອລີຢາໄດ້ຂຶ້ນໄປຍອດພູກາເມນ ເເລ້ວເຂົາໄດ້ກົ້ມໂຕລົງຮອດພື້ນດິນເເລະກົ້ມຫນ້າຂອງເຂົາລົງລະຫວ່າງເຂົ່າຂອງເຂົາ
\s5
\v 43 ເຂົາໄດ້ສັ່ງຄົນຮັບໃຊ້ຂອງເຂົາວ່າ “ຈົ່ງໄປແລະເບິ່ງທະເລ“ ຄົນຮັບໃຊ້ຂອງເຂົາໄດ້ຂຶ້ນໄປ ເເລະເບິ່ງ ເເລ້ວໄດ້ເວົ້າວ່າ“ບໍ່ມີຫຍັງເລີຍ“ ກັບໄປເບິ່ງອີກເຈັດເທື່ອ“
\v 44 ໃນຄັ້ງທີເຈັດຄົນຮັບໃຊ້ໄດ້ເວົ້າວ່າ“ ເບິ່ງສາ ມີເມກນ້ອຍໆກ້ອນຊ່ຳຝາມືຫນຶ່ງຂຶ້ນມາຈາກທະເລ“ ເອລີຢາຈຶ່ງໄດ້ກ່າວວ່າ “ຈົ່ງໄປທູນຕໍ່ອາຮາມວ່າ ຈົ່ງຕຽມລົດມ້າເສິກຂອງພຣະອົງເເລ້ວຈົ່ງລົງຈາກພູເຂົາ ກ່ອນພະອົງຈະຊົງຕິດຝົນ“
\s5
\v 45 ສິ່ງນີ້ໄດ້ເກີດໃນບໍ່ຊ້າທ້ອງຟ້າກໍມືດດ້ວຍເມກອັນຫນາຕຶບກໍປົກຄຸມຟ້າສະຫວັນ ລົມເລີ່ມພັດມາ ເເລະຝົນຫ່າໃຫຍ່ກໍ່ເລີ່ມຕົກ ອາຮາມໄດ້ຟ້າວໄປຢິດຊະເຣນ
\v 46 ເເຕ່ພຣະຫັດຂອງພຣະຢາເວໄດ້ລົງມາເຂົາໄດ້ເອົາເສື້ອມັດເເອວໃຫ້ເເຫນ້ນເເລະເເລ່ນເເຊງກັນຂຶ້ນຫນ້າກະສັດມາຈົນຮອດທາງເຂົາຢິດສະເຣນ
\s5
\c 19
\cl ບົດທີ 19
\p
\v 1 ອາຮາບ ເລົ່າເລື່ອງທັງຫມົດທີ່ເອລີຢາໄດ້ເຮັດ ເເລະການທີ່ເອລີຢາໄດ້ປະຫານຜູ້ພະຍາກອນຂອງພະບາອານທັງຫມົດດ້ວຍດາບ
\v 2 ຈາກນັ້ນນາງເຢເຊເບນຈົ່ງໄດ່ສົ່ງຄົນມາເເຈ້ງເອລີຢາວ່າ “ຂໍໃຫ້ພະທັງຫລາຍເຮັດກັບເຮົາເເລະຫລາຍກວ່ານັ້ນຫາກພາຍໃນມື້ອື່ນນີ້ເວລາດຽວກັນນີ້ ເຮົາຍັງບໍ່ປິດຊີວິດເຈົ້າເຫມືອນຜູ້ທີ່ປິດຊີວິດຄົນເຫລົ່ານັ້ນ“
\v 3 ເມື່ອເອລີຢາໄດ້ຍິນສຽງດັ່ງນັ້ນ ເຂົາກໍໄດ້ລຸກຂຶ້ນເເລະຫນີເອົາຊີວິດລອດ ໄປຍັງເບເອເຊບາຊຶ່ງເປັນຂອງອານາຈັກຢູດາ ເເລະຖິ້ມຄົນຮັບໃຊ້ໄວ້ທີ່ນັ້ນ
\s5
\v 4 ສ່ວນເຂົາເອງກໍເດີນທາງເຂົາໄປໃນຖິ່ນທຸລະກັນດານເເຕ່ຄົນດຽວ ຫມົດມື້ເເລ້ວເຂົາຈຶ່ງໄດ້ມາເເລະນັ່ງລົງກ້ອງຕົ້ນໄມ້ຕົ້ນຫນຶ່ງ ເຂົາໄດ້ອະທິຖານໃຫ້ໂຕເອງຕາຍເເລະກ່າວວ່າ ຂ້າເເຕ່ພຣະຢາເວຂ້າພຣະອົງທົນມາດົນເເລ້ວ ຂໍໄດ້ຊົງເອົາຊີວິດຂ້ານ້ອຍໄປເຖີດ ຂ້ານ້ອຍກໍບໍ່ດີກວ່າບັນພະບູລຸດຂອງຂ້ານ້ອຍທີີ່ໄດ້ຕາຍໄປແລ້ວ“
\v 5 ສະນັ້ນເຂົາກໍໄດ້ນອນກ້ອງຟຸ່ມໄມ້ເເລະຫລັບໄປທັນໃດນັ້ນກໍມີທູດສະຫວັນອົງຫນຶ່ງໄດ້ມາເເຕະຕ້ອງຕົວເຂົາເເລະບອກວ່າ“ ຈົ່ງລຸກຂຶ້ນເເລະກິນອາຫານ“
\v 6 ເອລີຢາໄດ້ລຸກຂຶ້ນເເລະເບິ່ງໄປອ້ອມໆ ເເລະມີຂະຫມົມປັງປິ້ງຢູ່ຖານຮ້ອນໆ ເເລະມີນ້ຳຈອກຫນຶ່ງຢູ່ໃກ້ຫົວລາວ ສະນັ້ນເຂົາຈຶ່ງກິນຂະຫມົມປັງ ດື່ມນ້ຳເເລ້ວລົ້ມໂຕນອນລົງອີກ
\s5
\v 7 ທູດສະຫວັນຂອງພຣະຢາເວກໍໄດ້ມາອີກຄັ້ງຫນຶ່ງເປັນເທື່ອທີສອງ ໄດ້ເເຕະຕົວເຂົາເເລະໄດ້ບອກວ່າ “ຈົ່ງລຸກຂຶ້ນເເລະກິນອາຫານເພາະການເດີນທາງຄັ້ງນີ້ເກີນກຳລັງຂອງທ່ານ“
\v 8 ດັ່ງນັ້ນເອລີຢາຈຶ່ງລຸກຂຶ້ນກິນອາຫານເເລະກິນນ້ຳ ເເລະເຂົາເດີນທາງຈາກກຳລັງຂອງອາຫານທີ່ລາວກິນນັ້ນເປັນເວລາສີ່ສິບວັນສີ່ສິບຄືນຈົນມາເຖິງພູເຂົາຊີນາຍຂອງພຣະເຈົ້າ
\s5
\v 9 ເຂົາໄດ້ເຂົ້າໄປທີ່ຖ້ຳເເຫ່ງຫນຶ່ງເເລ້ວທັນໃດນັ້ນພຣະວັດຈະນະຂອງພຣະຢາເວກໍໄດ້ມາເຖິງເເລ້ວໄດ້ກ່າວກັບເຂົາວ່າ“ ເອລີຢາເອີຍ ເຈົ້າເຮັດຫຍັງຢູ່ທີ່ນີ້?
\v 10 ເອລີຢາໄດ້ຕອບວ່າ“ ຂ້ານ້ອຍໄດ້ທຸ້ມເທຢ່າງຫລາຍເພື່ອພຣະຢາເວ ພຣະເຈົ້າຈອມໂຍທາ ເພາະປະຊາຊົນອິດສະຣາເອນໄດ້ຖິ້ມພັນທະສັນຍາຂອງພຣະອົງ ໄດ້ທຳລາຍເເທ່ນບູຊາຂອງພຣະອົງເເລະໄດ້ສັງຫານຜູ້ເຜີຍພຣະວັດຈະນະຂອງພຣະອົງດ້ວຍດາບ ບັດນີ້ ເຫລືອຂ້ານ້ອຍພຽງຄົນດຽວ ເເລະພວກເຂົາພະຍາຍາມເອົາຊີວິດທ່ານດ້ວຍ
\s5
\v 11 ພຣະຢາເວໄດ້ກ່າວວ່າ “ຈົງອອກໄປຢືນຕໍ່ຫນ້າເຮົາເທິງພູເຂົາ“ ເເລ້ວເມື່ອພຣະຢາເວໄດ້ສະເດັດຜ່ານໄປກໍມີລົມພາຍຸເເຮງພັດປະທະພູເຂົາເຮັດໃຫ້ຫີນເເຕກເປັນປ່ຽງ ຕໍ່ພຣະພັກພຣະຢາເວ ເເຕ່ພຣະຢາເວບໍ່ໄດ້ຢູ່ໃນລົມ ເເລ້ວຕໍ່ຈາກລົມກໍເກີດເເຜ່ນດິນໄຫວນັ້ນ
\v 12 ເເລ້ວພາຍຫລັງເເຜ່ນດິນໄຫວກໍເກີພດໄຟລຸກ ເເຕ່ພຣະຢາເວບໍ່ໄດ້ຢູ່ໄຟນັ້ນ ຫລັງຈາກໄຟມີສຽງຊື່ມເບົາໆ
\s5
\v 13 ເມື່ອເອລີຢາໄດ້ຍິນສຽງ ເຂົາກໍໄດ້ຍົກເສືອຄຸມປິດຫນ້າ ເເລະໄດ້ຢືນຢູ່ປາກທາງເຂົ້າຖ້ຳ ເເລ້ວໄດ້ຍິນສຽງຫນຶ່ງກ່າວກັບເຂົາວ່າ “ເອລີຢາເອີຍ ເຈົ້າມາເຮັດຫຍັງຢູ່ນີ້? “
\v 14 ເອລີຢາໄດ້ຕອບວ່າ“ ຂ້ານ້ອຍໄດ້ທຸ້ມເທຢ່າງຫລາຍເພື່ອພຣະເຈົ້າຢາເວພຣະເຈົ້າໂຍທາເພາະປະຊາຊົນອິດສະຣາເອນໄດ້ຖິ້ມພັນທະສັນຍາຂອງພຣະອົງ ໄດ້ທຳລາຍເເທ່ນບູຊາຂອງພຣະອົງ ເເລະໄດ້ສນັງຫານຜູ້ເຜີຍພຣະວັດຈະນະຂອງພຣະອົງດ້ວຍຄົມດາບ ບັດນີ້ເຫລືອຂ້ານ້ອຍພຽງຄົນດຽວເເລະພວກເຂົາພະຍາຍາມເອົາຊີວິດຂ້າພະອົງນຳ“
\s5
\v 15 ເເລ້ວພຣະຢາເວໄດ້ຕອບເຂົາວ່າ່“ຈົ່ງກັບໄປຕາມທາງທີ່ເຈົ້າມາ ເເລ້ວໄປຍັງຖິ່ນທຸລະກັນດານ ດາມັສກັດ ເເລະເມື່ອເຈົ້າໄປຮອດທີ່ນັ້ນ ຈົ່ງເຈີມຮາຊາເອນໄຫ້ເປັນກະສັດເຫນືອອາຮາມ
\v 16 ເເລະເຈົ້າຈົ່ງເຈີມເຢບຸດລູກຊານຂອງນິມຊີໃຫ້ເປັນກະສັດເຫນືອອິດສະຣາເອນ ເເລ້ວຈົ່ງເຈີມເອລີຊາລູກຊາຍຊາຟັດຊາວອາເບັນເມໂຮລາໃຫ້ເປັນຜູ້ເຜີຍພຣະວັດຈະນະສືບຕໍ່ຈາກເຈົ້າ
\s5
\v 17 ສິ່ງນີຈະເກີດຂຶ້ນ ຜູ້ໃດຫນີລອດຄົມດາບຮາຊາເອນຈະຖືກຂ້າ ເເລະຜູ້ໃດຫນີຮອດຄົມດາບຂອງເຢຮູຈະຖືກເອລີອາຊາຂ້າ
\v 18 ເເຕ່ເຮົາຈະເຫລືອປະຊາຊົນໄວ້ເຈັດພັນຄົນໃນອິດສະຣາເອນ ຜູ້ຊຶ່ງຫົວເຂົ່າຂອງເຂົາບໍ່ໄດ້ຄຸລົງຂາບໄຫວ້ ເເລະປາກຂອງເຂົາບໍ່ໄດ້ຈູບພະບາອານ
\s5
\v 19 ເອລີຢາຈາກໄປຈາກທີ່ນັ້ນເເລະພົບເອລີຊາລູກຊາຍຂອງຊາຟັດກຳລັງໄຖນາ ເເລະໄດ້ມີງົວສິບສອງຄູ່ຍ່າງອອກກ່ອນລາວ ເເລະຕົວຂອງເຂົາເອງນັ້ນກຳລັງໄຖນາກັບເເອກທີສິບສອງ ເອລີຢາຈຶ່ງໄດ້ຍ່າງເຂົ້າໄປຫາເເລະໃສ່ເສື້ອຄຸມໃຫ້ເອລີຊາ
\v 20 ເເລ້ວເອລີຊາໄດ້ຖິ້ມງົວນັ້ນໄວ້ເເລ້ວເເລ່ນໄປຫາເອລີຢາ ເເລ້ວເຂົາກ່າວວ່າ“ ຂໍໄຫ້ຂ້ານ້ອຍໄດ້ຈູບລາພໍ່ເເລະເເມ່ກ່ອນ ເເລ້ວຈະຕິດຕາມທ່ານໄປ“ ເເລ້ວເອລີຢາໄດ້ຕອບເຂົາວ່າ“ ກັບໄປສາ ເເຕ່ຢາລືມວ່າເຮົາໄດ້ເຮັດຫຍັງເເກ່ເຈົ້າ“
\s5
\v 21 ດັ່ງນັ້ນເອລີຊາໄດ້ຫລຽວໄປຈາກເອລີຢາເອົາເເອກງົວມາເຮັດເປັນຟືນ ຂ້າສັດ ເເລະເອົາຊີ້ນມາດ້ວຍໄມ້ຂອງເເອກງົວ ເເລ້ວເຂົາໄດ້ເເຈກຈ່າຍຊີ້ນໃຫ້ປະຊາຊົນ ເເລະພວກເຂົາກໍໄດ້ກິນອາຫານດັ່ງນັ້ນເອລີຊາໄດ້ລຸກຂຶ້ນຕິດຕາມເອລີຢາໄປເເລະໄດ້ຮັບໃຊ້ເອລີຢາ
\s5
\c 20
\cl ບົດທີ 20
\p
\v 1 ເບັນຮາດາບກະສັດອາຮາມໄດ້ຊົງລວບລວມກອງທັບທັງຫລາຍຂອງພຣະອົງ ມີກະສັດທີ່ຮອງຈາກພຣະອົງສາມສິບສອງອົງຢູ່ກັບພະອົງ ພ້ອມກັບມ້າເເລະລົດມ້າເສິກ ເເລະພະອົງໄດ້ຂຶ້ນໄປອ້ອມເມືອງສະມາເຣຍ ເເລະໄດ້ສູ້ຮົບກັບເມືອງນັ້ນ
\v 2 ພຣະອົງໄດ້ສົ່ງຜູ້ສື່ສານໄປຫາອາຮາມກະສັດເເຫ່ງອິດສະຣາເອນ ເເລະໄດ້ກ່າວກັບພະອົງວ່າ
\v 3 ເງິນເເລະທອງຂອງພະອົງເປັນຂອງເຮົາບັນດາເມຍເເລະໂອຣົດຂອງພະອົງເປັນຂອງເຮົານຳ“
\s5
\v 4 ກະສັດເເຫ່ງອິດສະຣາເອນໄດ້ຕອບວ່າ“ຂ້າເເຕ່ກະສັດເຈົ້ານາຍຂອງຂ້ານ້ອຍເປັນດັ່ງທີ່ພຣະອົງເວົ້າ ຂ້ານ້ອຍເເລະທຸກຢ່າງທີ່ຂ້ານ້ອຍມີເປັນຂອງພະອົງ“
\v 5 ບັນດາຜູ້ສື່ສານໄດ້ກັບມາອີກຄັ້ງເເລະໄດ້ກ່າວວ່າ“ ເບັນຮາດດາດກ່າວດັ່ງນີ້ວ່າເຮົາສົ່ງຂ່າວມາຍັງພະອົງວ່າ ຈົ່ງມອບເງິນເເລະທອງຂອງພະອົງ ບັນດາເມຍເເລະລູກທັງຫລາຍເເກ່ເຮົາ
\v 6 ເເຕ່ມື້ອື່ນ ປະມານນີ້ ເຮົາຈະສົ່ງຄົນຂອງເຮົາໄປຫາພະອົງເເລະພວກເຂົາຈະຄົ້ນວັງຂອງພະອົງ ຄົ້ນບ້ານຂ້າໃຊ້ຂອງພະອົງສິ່ງໃດທີ່ຕ້ອງຕາພວກເຂົາພວກເຂົາຈະຢິບເອົາໄປ
\s5
\v 7 ເເລ້ວກະສັດອິດສະຣາເອນໄດ້ເອີ້ນປະຊຸມຜູ້ອາວຸໂສທັງຫມົດຂອງເເຜ່ນດິນ ກ່າວວ່າ“ຂໍໃຫ້ພິຈາລະນາເບິ່ງວ່າຜູ້ຊາຍນີ້ຫາເລື່ອງເດືອດຮ້ອນຊ່ຳໃດ ເຂົາໃຫ້ຄົນມາເອົາເມຍເເລະລູກຂອງເຮົາ ທັງເງິນເເລະທອງຂອງເຮົາ ເຮົາກໍບໍ່ປະຕິເສດເຂົາ“
\v 8 ບັນດາຜູ້ອາວຸໂສເເລະປະຊາຊົນທັງຫມົດກໍໄດ້ເວົ້າກັບອາຮາມວ່າ “ຢ່າສູ່ຟັງ ຫລືຍອມເຮັດຕາມຄຳສັ່ງຂອງເຂົາ
\s5
\v 9 ດັ່ງນັ້ນອາຮາມຈຶ່ງໄດ້ສັ່ງເເກ່ຜູ້ສື່ສານເບັນຮາດາດວ່າ ຈົ່ງໄປທູນກະສັດເຈົ້ານາຍຂອງເຮົາວ່າ ເຮົາເຫັນດ້ວຍກັບທຸກສິ່ງທີ່ພະອົງຮຽກຮ້ອງຈາກຜູ້ຮັບໃຊ້ຂອງພະອົງໃນຄັ້ງທຳອິດນັ້ນ ເເຕ່ຄຳສັ່ງທີ່ສອງນີ້ເຮົາເຮັດບໍ່ໄດ້““ ດັ່ງນັ້ນຜູ້ສື່ສານກໍຈາກໄປ“ ເເລະກັບມາລາຍງານເບັນຮາດາດ
\v 10 ເເລ້ວເບັນຮາດາດໄດ້ສົ່ງຄ່າວໄປຍັງອາຮາບວ່າ “ຂໍໃຫ້ພວກພະທັງຫລາຍລົງໂທດເຮົາເເລະເຈັບຫຍິ່ງກວ່າ ຖ້າຫາກວ່າເຮົາຫລືຜົງຂີ້ເທົ່າເເຫ່ງສະມາເຣຍພໍໃຫ້ປະຊາຊົນທັງຫລາຍຕິດຕາມເຮົາກໍໄດ້ຄົນລະຫນຶ່ງກຳມື
\s5
\v 11 ກະສັດອິດສະຣາເອນໄດ້ຕອບວ່າ“ຈົ່ງບອກເບັນຮາດາດວ່າ ບໍ່ມີໃຜທີ່ໃສ່ເກາະອວດອ້າງວ່າເປັນຜູ້ໃສ່ເກາະເລີຍ““
\v 12 ເບັນຮາດາດໄດ້ຮູ້ຂ່າວນີ້ ຂະນະທີ່ພະອົງກະລັງກິນກັບບັນດາກະສັດທີ່ຢູ່ພາຍໃຕ້ພະອົງ ທີ່ໃນເຕັນ ເບັດຮາດາດກໍໄດ້ຊົງຮັບສັ່ງຄົນຂອງພະອົງວ່າ“ຈົ່ງເຂົ້າປະຈຳທີ່ເພື່ອພ້ອມຮົບ“ສະນັ້ນເຂົາທັງຫລາຍກໍໄດ້ຕຽມໂຕເອງໃຫ້ພ້ອມຮົບເພື່ອເຂົ້າໂຈມຕີເມືອງນັ້ນ ເເລ້ວ
\s5
\v 13 ເບິ່ງສາຜູ້ເຜີຍພະວັດຈະນະຄົນຫນຶ່ງໄດ້ມາຫາອາຮາບກະສັດເເຫ່ງອິດສະຣາເອນໄດ້ກ່າວ່າ “ພຣະຢາເວກ່າວດັ່ງນີ້ວ່າ ເຈົ້າເຫັນກອງທັບໃຫຍ່ຫວາ? ເບິ່ງເເມ່ ເຮົາຈະມອບໄວ້ໃນມືຂອງເຈົ້າໃນວັນນີ້ ເເລ້ວເຈົ້າຈະໄດ້ຮູ້ວ່າເຮົາຄືພຣະຢາເວ“
\v 14 ອາຮາມໄດ້ກ່າວ“ໂດຍໃຜ? ພຣະຢາເວໄດ້ກ່າວດັ່ງນີ້ວ່າ“ ໂດຍມືຂອງຂ້າຣາຊການຄົນຫມຸ່ມຜູ້ເຮັດຫນ້າທີ່ເປັນຜູ້ປົກຄອງຫົວເມືອງທັງຫລາຍ“ ເເລ້ວອາຮາມໄດ້ກ່າວວ່າ“ ໃຜຈະເລີ່ມຮົບ? ພຣະຢາເວກ່າວວ່າ ເຈົ້າຫັນເເລະ“
\v 15 ເເລ້ວອາຮາມຈຶ່ງໄດ້ລວບລວມຂ້າລາຊະການຫນຸ່ມ ຜູ້ຊຶ່ງເຮັດຫນ້າທີ່ເປັນຜູ້ປົກຄອງຫົວເມືອງທັງຫລາຍເຫລົ່ານັ້ນ ຊຶ່ງມີ232 ຄົນ ພາຍຫລັງພະອົງໄດ້ຊົງລວບລວມຫາຫະຫານທັງຫມົດ ມີເຈັດພັນຄົນ
\s5
\v 16 ເຂົາທັງຫລາຍໄດ້ຍົກອອກໄປໃນເວລາຫມົດມື້ ສ່ວນເບັນຮາດາດກຳລັງກິນເຫລົ້າຈົນເມົາຢູ່ໃນເຕັນ ທັງພະອົງເເລະກະສັດທີ່ີຮອງຈາກພະອົງມີສາມສິບສອງອົງ ທີ່ຊ່ວຍພະອົງ
\v 17 ຂ້າຣາຊການຫນຸ່ມຜູ້ເຮັດຫນ້າເປັນຜູ້ປົກຄອງຫົວເມືອງທັງຫລາຍໄດ້ຍົກໄປກ່ອນ ເເລ້ວເບັນຮາດາດກໍໄດ້ຮັບລາຍງານຈາກຜູ້ສອດເເນມທີ່ພະອົງໄດ້ຊົງສົ່ງອອກໄປວ່າ “ມີຄົນຍົກອອກມາຈາກສະມາເຣຍ
\s5
\v 18 ເບັນຮາດາດໄດ້ກ່າວ່າ “ບໍ່ວ່າພວກເຂົາອອກມາດ້ວຍສັນຕິຫລືສົງຄາມ ຈົ່ງຈັບພວກເຂົາມາເປັນໆອ“
\v 19 ດັ່ງນັ້ນຂ້າຣາຊການຫນຸ່ມຜູ້ຜູ້ເຮັດຫນ້າທີ່ເປັນຜູ້ປົກຳຄອງຫົວເມືອງທັງຫລາຍ ເເລະກອງທັບທີ່ໄດ້ຕິດຕາມພວກເຂົາໄດ້ເຄື່ອນອອກຈາກເມືອງ
\s5
\v 20 ຄົນອາຮາມໄດ້ເເລ່ນຫນີ ເເລະອິດສະຣາເອນກໍໄດ້ໄລ່ຕິດຕາມເຂົາໄປ ເບັນຮາດາດກະສັດເເຫ່ງອາຮາມໄດ້ຊົງມ້າຫນີໄປກັບທະຫານມ້າ
\v 21 ເເລ້ວກະສັດອິດສະຣາເອນໄດ້ອອກໄປເເລະຊົງໂຈມຕີມ້າເເລະລົດມ້າເສິກ ເເລະຊົງປະຫານຄົນອາຮາມຫລາຍຄົນ
\s5
\v 22 ດັ່ງນັ້ນຜູ້ເຜີຍພະວັດຈະນະຄົນນັ້ນໄດ້ມາເຝົ້າກະສັດເເຫ່ງອິດສະຣາເອນເເລະໄດ້ເວົ້າຕໍ່ພຣະອົງວ່າ“ໄປສາ ຂໍເສີມກຳລັງພະອົງ ເເລະພິຈາລະນາເບິ່ງວ່າ ພະອົງຊົງເຮັດປະການໃດເພາະໃນລະດູໃບໄມ້ຫລົ່ນປີຫນ້າ ກະສັດອາຮາມຈະຍົກກອງທັບມາສູ້ພະອົງອີກ
\v 23 ຂ້າຣາຊການຄົນຂອງກະສັດອາຮາມໄດ້ເວົ້າກັບພະອົງວ່າ “ພະທັງຫລາຍຂອງເຈົ້າເປັນພະເຈົ້າເເຫ່ງພູຜາ ເຂົາທັງຫລາຍຈຶ່ງເຂັ້ມເເຂງກວ່າເຮົາ ເເຕ່ຂໍໃຫ້ເຮົາສູ້ຮົບກັບເຂົາໃນທີ່ພຽງ ເເລ້ວເຮົາຕ້ອງເຂັ້ມເເຂງກວ່າເຂົາເເນ່ນອນເລີຍ
\s5
\v 24 ດັ່ງນັ້ນພະອົງຢ່າເຮັດເເນວນີ້ ຂໍຊົງປົດກະສັດທຸກອົງອອກຈາກຕຳເເຫນ່ງ ເເລະຊົງຕັ້ງນາຍທະຫານຂຶ້ນເເທນ
\v 25 ຈົ່ງເພີ່ມຈຳນວນຄົນຂອງກອງທັບເຂົາເເທນສ່ວນພົນຂອງກອງທັບເເທນຜູ້ທີ່ໄດ້ສູນເສຍໄປ ມ້າເເທນມ້າ ລົດເສິກເເທນລົດເສິກ ເເລ້ວເຮົາທັງຫລາຍກໍຈະຮົບເສິກກັບເຂົາໃນທີ່ພຽງພວກເຂົາຈະຕ້ອງເຂັ້ມເເຂງກວ່າພວກເຂົາເເນ່ນອນເລີຍ“ ດັ່ງນັ້ນເບັນຮາດາດກໍຊົງຟັງສຽງຂອງເຂົາທັງຫລາຍ ເເລະໄດ້ຊົງເຮັດຕາມທີ່ພວກເຂົາໄດ້ເເນະນຳ
\s5
\v 26 ຫລັງຈາກເລີ່ມປີໃຫມ່ ເບັນຮາດາດໄດ້ລວບລວມຄົນອາຮາມເເລະຍົກຂຶ້ນໄປທີ່ເມືອງອາເຟັກຮົບກັບຄົນອິດສະຣາເອນ
\v 27 ຄົນອິດສະຣາເອນຖືກຍົກຖືກອອກໄປຕໍ່ສູ້ກັບພວກເຂົາຄົນອິດສະຣາເອນໄດ້ຕັ້ງຄ້າຍຕໍ່ຫນ້າພວກເຂົາຄືເເບ້ສອງຝູງນ້ອຍໆ ເເຕ່ຄົນອາຮາມໄດ້ເຕັມທ້ອງທົ່ງຫຍ້າໄປຫມົດ
\s5
\v 28 ເເລ້ວຄົນຂອງພຣະເຈົ້າຄົນຫນຶ່ງໄດ້ເຂົ້າໄປໄກ້ເເລະກ່າວກັບກະສັດອິດສະຣາເອນວ່າ“ ພຣະຢາເວໄດ້ກ່າວດັ່ງນີ້ວ່າ ພຣະຢາເວເປັນພຣະເຈົ້າເເຫ່ງພູເຂົາ ພຣະອົງບໍ່ໄດ້ເປັນພຣະເຈົ້າເເຫ່ງທີ່ຕ່ຳເພາະສະນັ້ນ ເຮົາຈະມອບກອງທັບໃຫຍ່ທັງຫມົດພນີ້ໄວ້ໃນມືຂອງເຈົ້າ ເເລະພວກເຈົ້າຈະໄດ້ຮູ້ວ່າ ເຮົາຄືພຣະຢາເວ“
\s5
\v 29 ດັ່ງນັ້ນ ເຂົາທັງຫລາຍກໍໄດ້ຕັ້ງຄ້າຍທະຫານກົງກັນຂ້າມກັນຢູ່ເຈັດວັນ ເເລ້ວໃນວັນທີເຈັດການຮົບກໍ່ໄດ້ເລີ່ມຕົ້ນຂຶ້ນ ອິດສະຣາເອນໄດ້ຂ້າຄົນອາຮາມ ຊຶ່ງເປັນທະຫານລາບຊີເຣຍ 100,000 ຄົນໃນມື້ດຽວ
\v 30 ພວກທີ່ີເຫລືອກໍໄດ້ຫນີເຂົ້າເມືອງອາເຟັກ ເເລະກຳເເພງເມືອງລົ້ມທັບຄົນນັ້ນສອງຫມື່ນເຈັດພັນຄົນ ເບັນຮາດາດກໍໄດ້ຫນີເຂົ້າໄປໃນຫ້ອງຊັ້ນໃນທີ່ໃນເມືອງ
\s5
\v 31 ພວກຂ້າຣາຊການເບັນຮາດາດໄດ້ກ່າວກັບພະອົງວ່າ“ບັດນີ້ເບິ່ງສາເຮົາໄດ້ຍິນວ່າ ບັນດາກະສັດເເຫ່ງອິດສະຣາເອນ ເປັນກະສັດທີ່ເມດຕາ ຂໍໃຫ້ເຮົາເອົາຜ້າກະສອບມັດເເອວເເລະເອົາເຊືອກພັນຫົວຂອງເຮົາ ເເລະອອກໄປຫາກະສັດເເຫ່ງອິດສະຣາເອນ ບາງທີພະອົງຈະໄວ້ຊີວິດພະອົງ
\v 32 ເພາະສະນັ້ນພວກເຂົາຈຶ່ງໄດ້ເອົາກະສອບມັດເເອວ ໄດ້ເອົາເຊືອກພັນຫົວ ໄດ້ໄປເຝົ້າກະສັດເເຫ່ງອິດສະຣາເອນເເລະໄດ້ກ່າວວ່າ“ ເບັນຮາດັດຜູ້ຮັບໃຊ້ຂອງພະອົງອາຮາບໄດ້ກ່າວວ່າ ຂໍຊົງໄວ້ຊີວິດຂ້າພະອົງ “ອາຮາບໄດ້ຕອບວ່າ“ ພະອົງຍັງມີຊີວິດຢູ່ຫວາ? ພະອົງຊົງເປັນພະອານຸຊາຂອງເຮົາ“
\s5
\v 33 ບັດນີ້ຄົນເຫລົ່ານັ້ນໄດ້ຊົງສັງເກດເຫັນເປັນລາງດີຈາກອາຮາບ ດັ່ງນັ້ນພວກເຂົາກໍຮີບຕອບໂດຍໄວວ່າ ພະຍະຄະ ເບັນຮາດາດພະອານຸຊາຂອງພະອົງຍັງມີຊີວິດຢູ່“ ເເລ້ວອາຮາບກ່າວ່າ“ ໄປນຳພະອົງມາສາ“ເເລ້ວເບັນຮາດາດກໍອອກມາຫາພະອົງ ເເລ້ວອາຮາບກໍໃຫ້ພະອົງຂຶ້ນໄປເທິງລົດມ້າສຶກຂອງພະອົງ
\v 34 ເບັນຮາດາດໄດ້ກ່າວກັບພະອົງວ່າ “ເມື່ອງຕ່າງໆຊຶ່ງ ພໍ່ຂອງຂ້ານ້ອຍຍຶດເອົາໄປຈາກພະຣາຊບິດາຂອງພະອົງນັ້ນ ຂ້ານ້ອຍຂໍຄືນໃຫ້ພະອົງ ເເລະພະອົງຈົ່ງສ້າງຍ່ານການຄ້າຂອງພະອົງໃນເມືອງດາມັສກັດກໍໄດ້ ດັ່ງທີ່ພໍ່ຂອງຂ້ານ້ອຍໄດ້ເຮັດໄວ້ໃນຊາມາເຣຍ ເເລ້ວອາຮາບໄດ້ກ່າວວ່າ “ເຮົາຈະຍອມໃຫ້ພະອົງໄປ ຕາມຂໍ້ຕົກລົງນີ້“ດັ່ງນັ້ນອາຮາບຈຶ່ງໄດ້ເຮັດພັນທະສັນຍາກັບພະອົງເເລະປ່ອຍພະອົງໄປ
\s5
\v 35 ມີຜູ້ຫນຶ່ງໃນກຸ່ມທັງຫລາຍຂອງຜູ້ເຜີຍວັດຈະນະ ໄດ້ເວົ້າກັບຫມູ່ຂອງຕົນ ຕາມຄຳສັ່ງພຣະຢາເວວ່າ “ຂໍທ່ານຕີຂ້ອຍເເນ່“ເເຕ່ຊາຍຄົນນັ້ນກໍໄດ້ປະຕິເສດບໍຍອມຕີເຂົາ
\v 36 ເເລ້ວຜູ້ເຜີຍພຣະວັດຈະນະຈຶ່ງໄດ້ເວົ້າກັບຫມູ່ເຂົາວ່າ “ເພາະເຈົ້າບໍ່ໄດ້ຟັງສຽງຂອງພຣະຢາເວ ຍາມໃດທີ່ເຈົ້າຈາກຂ້ອຍໄປສິງໂຕ ໂຕຫນຶ່ງ ຈະຂ້າເຈົ້າ“ທັນທີທີ່ຊາຍຄົນນັ້ນໄດ້ຈາກເຂົາໄປ ສິງໂຕ ໂຕຫນຶ່ງກໍໄດ້ມາຫາເຂົາ ເເລະໄດ້ຂ້າເຂົາ
\s5
\v 37 ເເລ້ວຜູ້ເຜີຍພຣະວັດຈະນະໄດ້ພົບຊາຍອີກຄົນຫນຶ່ງ ເເລະກ່າວວ່າ “ຂໍໄຫ້ເຈົ້າຕີຂ້ອຍ“ ຊາຍຄົນນັ້ນໄດ້ຕີທ່ານເເລະເຮັດໃຫ້ທ່ານບາດເຈັບ
\v 38 ເເລ້ວຜູ້ເຜີຍພຣະວັດຈະນະນັ້ນຈຶ່ງໄດ້ຈາກໄປ ເເລ້ວຈຶ່ງໄດ້ພົບກະສັດຢູ່ທີ່ຫົນທາງ ເຂົາໄດປອມຕົວເຂົາເອງດ້ວຍຜ້າພັນທີ່ຕາຂອງເຂົາ
\s5
\v 39 ພວກກະສັດໄດ້ຜ້ານໄປ ຜູ້ເຜີຍພະວັດຈະນະກໍກ່າວກັບກະສັດວ່າ“ ຜູ້ຮັບໃຊ້ຂອງພະອົງເຂົ້າໄປໃນກາງເສິກ ເເລ້ວທະຫານໄດ້ຢຸດເເລ້ວທະຫານຄົນຫນຶ່ງໄດ້ຢຸດເເລະນຳຊາຍຄົນນັ້ນອອກມາໃຫ້ຂ້ານ້ອຍ ບອກວ່າ ຈົ່ງລະວັງຊາຍຄົນນີ້ໄວ້ເດີ້ ຖ້າຫລຸດໄປໄດ້ດ້ວຍເຫດການໃດ ຊີວິດຂອງທ່ານຈະຕ້ອງເເທນຊີວິດຂອງເຂົາ ຫລືບໍ່ທ່ານຈະຕ້ອງເສຍເງິນຫນຶ່ງຕະລັນ
\v 40 ເເຕ່ຜູ້ໃຊ້ພະອົງໄດ້ຄາວຽກຢູ່ທີ່ນີ້ເເລະທີ່ນັ້ນຊາຍຄົນນັ້ນກໍໄດ້ຫນີໄປ“ ເເລ້ວກະສັດເເຫ່ງອິດສະຣາເອນໄດ້ກ່າວວ່າ “ໂທດຂອງເຈົ້າຕ້ອງເປັນເເນວນັ້ນເເລະ ເພາະເຈົ້າເອງໄດ້ຕັດສິນເເລ້ວ“
\s5
\v 41 ເເລ້ວຜູ້ເຜີຍພຣະວັດຈະນະກໍໄດ້ເອົາຜ້າທີ່ພັນຕາຂອງເຂົາອອກ ເເລະກະສັດອິດສະຣາເອນກໍໄດ້ຈື່ທ່ານວ່າເປັນຫນຶ່ງໃນບັນດາຜູ້ເຜີຍພຣະວັດຈະນະ
\v 42 ຜູ້ເຜີຍພຣະວັດຈະນະຈຶ່ງໄດ້ທູນກະສັດວ່າ“ ພຣະຢາເວໄດ້ກ່າວດັ່ງນີ້“ ເພາະເຈົ້າໄດ້ປ່ອຍຊາຍຄົນທີ່ຢູ່ໃນມືຂອງເຈົ້າ ຜູ້ຊຶ່ງເຮົາໄດ້ກຳນົດໃຫ້ຕາຍ ດັ່ງນັ້ນຊີວິດຂອງເຈົ້າຈະຕ້ອງເເທນຊີວິດຂອງເຂົາ ເເລະປະຊາຊົນຂອງເຈົ້າເເທນປະຊາຊົນຂອງເຂົາ“
\v 43 ດັ່ງນັ້ນ ກະສັດເເຫ່ງອິດສະຣາເອນກໍໄດ້ເຂົ້າໄປໃນວັງ ດ້ວຍອາລົມຢາກຮ້າຍ ເເລະໄດ້ມາເຖິງສະມາເຣຍ
\s5
\c 21
\cl ບົດທີ 21
\p
\v 1 ບັດນີ້ ໃນບາງເວລາຕໍ່ມາ ນາໂບດຊາວຢິດຊະເຣນມີສວນອະງຸ່ນຢູ່ໃນຢິດສະເຣນ ໃກ້ວັງຂອງອາຮາບກະສັດເເຫ່ງສະມາເຣຍ
\v 2 ອາຮາບໄດ້ກ່າວກັບໂບດວ່າ ຈົ່ງເອົາສວນອະງຸ່ນຂອງເຈົ້າໃຫ້ເຮົາເຖີດ ເພື່ອເຮົາຈະໄດ້ເຮັດສວນຜັກ ເພາະຢູ່ໃກ້ຣາຊວັງຂອງເຮົາ ເພື່ອເເລກປ່ຽນກັນ ເຮົາຈະໃຫ້ສວນອະງຸ່ນທີ່ດີກວ່ານີ້ ຫລືຖ້າເຈົ້າເຫັນດີ ເຮົາກໍຈະໄຫ້ເງິນສົມກັບສວນນັ້ນ“
\s5
\v 3 ເເຕ່ນາໂບດໄດ້ກ່າວກັບອາຮາບວ່າ “ຂໍພະຢາເວຫ້າມຂ້ານ້ອຍບໍ່ໄຫ້ຍົກມໍລະດົກຂອງບັນພະບູລຸດເເກ່ທ່ານ
\v 4 ດັ່ງນັ້ນອາຮາບຈຶ່ງເຂົ້າໃນວັງດ້ວຍອາລົມບໍ່ດີ ເພາະວ່າຄຳຕອບຂອງນາໂບດທີ່ໄດ້ຕອບທ່ານ ເມື່ອໄດ້ເວົ້າວ່າ “ຂ້ານ້ອຍບໍ່ເຫັນດີທີ່ຈະຍົກມໍລະດົກຂອງບັນພະບູລຸດຂອງຂ້ານ້ອຍໃຫ້ພະອົງ“ ເເລະທ່ານກໍນອນປິ່ນຫນ້າເຂົ້າຝາເທິງຕຽງທັງບໍ່ຍອມກິນຫຍັງເລີຍ
\s5
\v 5 ເຢເຊເບນເມຍຂອງພະອົງໄດ້ເຂົ້າມາເຝົ້າພະອົງ ເເລະໄດ້ຖາມພະອົງວ່າ “ເປັນຫຍັງພະອົົງຈຶ່ງອຸກໃຈຈົນບໍ່ຍອມກິນຫຍັງເລີຍ? “
\v 6 ພະອົງໄດ້ຕອບນາງວ່າ ເພາະເຮົາໄດ້ເວົ້າກັບນາໂບດຊາວຢິດຊະເຣນເເລະໄດ້ກ່າວ່າ ຈົ່ງຂາຍສວນອະງຸ່ນເຈົ້າໃຫ້ເຮົາ ຖ້າເຈົ້າພໍໃຈ ເຮົາຈະໃຫ້ສວນອະງຸ່ນອີກເເຫ່ງຫນຶ່ງເເກ່ເຈົ້າ ເເລ້ວເຂົາໄດ້ຕອບເຮົາວ່າ ຂ້ານ້ອຍບໍ່ຖວາຍສວນອະງຸ່ນຂອງຂ້ານ້ອຍໃຫ້ພະອົງ
\v 7 ດັ່ງນັ້ນເຢເຊເບນກ່າວກັບເມຍພະອົງເເລະໄດ້ທູນພະອົງວ່າ “ພະອົງຍັງເປັນຜູ້ຄອບຄອງອານາຈັກອິດສະຮາເອນບໍ່ເເມ່ນຫວາ? ຂໍຊົງລຸກຂຶ້ນຈາກຕຽງດຽວນີ້ ເຮັດໃຫ້ໃຈສະບາຍເເລະກິນເຂົ້າສານ້ອງຈະເອົາສວນອະງຸ່ນຂອງນາໂບດໃຫ້ອ້າຍດອກ“
\s5
\v 8 ດັ່ງນັ້ນເຢເຊເບນຈຶ່ງໄດ້ຂຽນຈົດຫມາຍຂອງອາຮາບ ບາງສະບັບເເລະໄດ້ເຊັນຊື່ລົງ ຕີຕາທັບຂອງເພິ່ນໃສເເລ້ວກໍສົ່ງຈົດຫມາຍນີ້ໄປຫາຂ້າຣາຊການພ້ອມທັງປະຊາຊົນ ທີ່ຢູ່ໃກ້ນາໂບດ
\v 9 ນາງໄດ້ຂຽນຈົດຫມາຍວ່າ“ ຈົ່ງປະກາດໃຫ້ຖືອົດອາຫານ ເເລະໃຫ້ນາໂບດນັ່ງສູງເດັ່ນທ່າມກາງປະຊາຊົນ
\v 10 ນອກຈາກນີ້ໃຫ້ຄົນສັດຊື່ຄົນຢູ່ກັບເຂົາດ້ວຍໃຫ້ພວກເຂົາເວົ້າວ່າ ເຈົ້າໄດ້ເເຊ້ງດ່າພຣະເຈົ້າເເລະກະສັດ““ ເເລ້ວພາເຂົາອອກໄປເເລະເອົາຫິນດຶກໃສ່ເຂົາໃຫ້ຕາຍ
\s5
\v 11 ດັ່ງນັ້ນຄົນຂອງເມືອງນັ້ນຄືບັນດາຜູ້ມັ່ງຄັ່ງອາໄສຢູ່ໃນເມືອງຂອງນາໂບດນັ້ນ ໄດ້ທຳລາຍທີ່ເຢເຊເບນໄດ້ຂຽນຈົດຫມາຍໄປເຖິງພວກເຂົານັ້ນ
\v 12 ພວກເຂົາໄດ້ປະກາດໃຫ້ຖືອົດອາຫານເເລະໃຫ້ນາໂບດນັ່ງບ່ອນນັ່ງສູງເດັ່ນທ່າມກາງປະຊາຊົນ
\v 13 ຄົນບໍ່ສັດຊື່ສອງຄົນນັ້ນກໍໄດ້ເຂົ້າມາ ເເລະນັ່ງຢູ່ທາງຫນ້ານາໂບດພວກເຂົາໄດ້ເວົ້າໃສ່ຮ້າຍຕໍ່ຫນ້າປະຊາຊົນວ່າ “ນາໂບດໄດ້ເເຊ່ງດ່າພຣະເຈົ້າເເລະກະສັດ“ ເຂົາທັງຫລາຍຈຶ່ງພານາໂບດອອກໄປນອກເມືອງ
\v 14 ເເລ້ວເອົາຫີນດຶກໃສ່ເຂົາຈົນຕາຍເເລ້ວພວກຜູ້ອາວຸໂສກໍໄດ້ສົ່ງຄ່າວໄປບອກເຢເຊເບນວ່າ “ນາໂບດຖືກຫີນດຶກໃສ່ເເລະຕາຍເເລ້ວ“
\s5
\v 15 ດັ່ງນັ້ນເມື່ອເຢເຊເບນໄດ້ຍິນວ່ານາໂບດຖືກຫີນດຶກໃສ່ຈົນຕາຍເເລ້ວນາງຈຶ່ງໄດ້ກ່າວກັບອາຮາບວ່າ“ ຂໍຊົງລຸກຂຶ້ນເເລະຊົງໄດ້ຍຶດສວນຂອງນາໂບດຊາວຢິດຊະເຣນ ຊຶ່ງເຂົາໄດ້ປະຕິເສດບໍ່ຢາກຂາຍໃຫ້ພະອົງ
\v 16 ເພາະວ່ານາໂບດໄດ້ຕາຍເເລ້ວ ພະອົງກໍໄດ້ຊົງລຸກຂຶ້ນ ລົງໄປສວນຂອງນາໂບດ ຊາວຢິດຊະເຣນ ເພື່ອຍຶດເອົາສວນນັ້ນ
\s5
\v 17 ເເລ້ວພຣະວັດຈະນະຂອງພຣະຢາເວໄດ້ມາເຖິງເອລີຢາວ່າ
\v 18 “ຈົ່ງລຸກຂຶ້ນໄປແລະພົບອາຮາບກະສັດເເຫ່ງອິດສະຣາເອນ ຜູ້ຢູ່ໃນເມືອງຊະມາເຣຍ ເຂົາຢູ່ໃນສວນຂອງນາໂບດທີ່ເຂົາລົງໄປຍຶດເອົາມາ
\s5
\v 19 ເຈົ້າຈົ່ງເວົ້າກັບເຂົາວ່າ“ ພຣະຢາເວໄດ້ກ່າວດັ່ງນີ້ວ່າ “ເຈົ້າໄດ້ຂ້າຄົນເເລະໄດ້ຍຶດເອົາກຳມະສິດມາບໍ? ເເລະເຈົ້າຈົ່ງເວົ້າກັບເຂົາວ່າ “ໃນບ່ອນທີ່ຫມາເລຍເລືອດຂອງນາໂບດ ຫມາຈະເລຍເລືອດຂອງເຈົ້າດ້ວຍ ເເມ່ນເເລ້ວລະ ເລືອດຂອງເຈົ້າ
\v 20 ອາຮາບໄດ້ເວົ້າກັບເອລີຢາວ່າ“ ໂອ ສັດຕູຂອງເຮົາ ເຈົ້າຈະພົບເຮົາເຂົ້າເເລ້ວບໍ? ຂ້ານ້ອຍໄດ້ພົບພະອົງເຂົ້າເເລ້ວ ເພາະວ່າພະອົງໄດ້ຂາຍພະອົງເອງເຂົ້າເຮັດຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ
\s5
\v 21 ພຣະຢາເວໄດ້ກ່າວຕໍ່ທ່ານວ່າ ເບິ່ງສາ ເຮົາຈະນຳໄພພິບັດມາເຫນືອເຈົ້າ ເເລະຈະກວາດເຈົ້າອອກໄປໃຫ້ຫມົດ ເເລະຈະກຳຈັດຜູ້ຊາຍທຸກຄົນ ທັງທີ່ເປັນທາດເເລະເປັນຄົນອິດສະຣາເອນອອກຈາກເຈົ້າ
\v 22 ເຮົາຈະເຮັດໃຫ້ຣາຊວົງຂອງເຈົ້າຄືຣາຊວົງຂອງເນບັດເເລະຄືຣາຊວົງຂອງບາອາຊາ ລູກຂອງອາຮີຢາ ເພາະເຈົ້າຈະເຮັດໃຫ້ເຮົາໃຈຮ້າຍ ເເລະເພາະເຈົ້າຈະເຮັດໃຫ້ອິດສະຣາເອນເຮັດບາບດ້ວຍ
\s5
\v 23 ພຣະຢາເວໄດ້ກ່າວວ່າສ່ວນເຢເຊເບນຫມາຈະກິນເຢເຊເບນທີ່ຂ້າງກຳເເພງຢິດສະເຣນ “
\v 24 ຄົນໃດໃນຣາຊວົງຂອງອາຮາບທີ່ຕາຍໃນເມືອງ ຫມາຈະກິນ ເເລະຄົນໃດໃນຮາຊວົງຂອງເຂົາທີ່ຕາຍໃນທົ່ງນາ ນົກຫລືເເຮ້ງຈະກິນ
\s5
\v 25 ບໍ່ມີໃຜຄືອາຮາບ ຜູ້ຊຶ່ງໄດ້ຂາຍຕົນເອງ ເພື່ອເຮັດສິ່ງທີ່ຊົ່ວໃນສາຍພຣະເນດຂອງພຣະຢາເວ ຜູ້ທີ່ເຢເຊເບນເມຍໄດ້ຍົວະໃຫ້ເຮັດບາບ
\v 26 ອາຮາບໄດ້ເຮັດສິ່ງທີ່ຫນ້າລັງກຽດຫລາຍຄືພະອົງໄດ້ຕິດຕາມຮູບເຄົາລົບ ຕາມທຳນຽມຂອງຄົນອາໂມໄລທີ່ໄດ້ເຮັດ ຜູ້ຊຶ່ງພຣະຢາເວໄດ້ເຮັດໃຫ້ອອກໄປໃຫ້ພົ້ນຫນ້າປະຊາຊົນອິດສະຣາເອນ
\s5
\v 27 ເມື່ອອາຮາບໄດ້ຍິນພຣະວັດຈະນະເຫລົ່ານັ້ນ ພະອົງໄດ້ສີກເຄື່ອງພະອົງເເລະໄດ້ໄສ່ຜ້າກະສອບ ໄດ້ຊົງຖືອົດອາຫານ ເເລະນອນຢູ່ເເຕ່ໃນຜ້າກະສອບເຂົາ ເເລະຊົງໂສກເສົ້າຫລາຍ
\v 28 ເເລ້ວພຣະວັດຈະນະຂອງພຣະຢາເວໄດ້ມາຍັງເອລີຢາວ່າ
\v 29 ເຈົ້າໄດ້ເຫັນອາຮາບຖ່ອມໂຕລົງຕໍ່ຫນ້າເຮົາເເລ້ວບໍ? ເພາະເຂົາໄດ້ຖ່ອມໂຕເຂົາລົງຕໍ່ເຮົາ ເຮົາຈະບໍ່ນຳໄພພິບັດມາຍັງສະໄຫມຂອງເຂົາ ເເຕ່ເຮົາຈະນຳເຫດຮ້າຍມາເຫນືອຣາຊວົງຂອງເຂົາໃນສະໄຫມລູກຊາຍຂອງເຂົາ“
\s5
\c 22
\cl ບົດທີ 22
\p
\v 1 ສາມປີຜ່ານໄປໂດຍປາສະຈາກສົງຄາມລະຫວ່າງອາຮາບກັບອິດສະຣາເອນ
\v 2 ເເລ້ວເມື່ອປະມານໃນປີທີສາມ ເຢໂຣຊາຟັດກະສັດຢູດາໄດ້ສະເດັດລົງເຝົ້າກະສັດເເຫ່ງອິດສະຣາເອນ
\s5
\v 3 ບັດນີ້ກະສັດເເຫ່ງອິດສະຣາເອນໄດ້ກ່າວຖາມພວກຂ້າຣາຊການຂອງພະອົງວ່າ “ພວກທ່ານຮູ້ຫລືບໍ່ວ່າ ຣາໂມດໃນກິເຣອາດເປັນຂອງພວກເຮົາ ເເຕ່ເຮົາຍັງຈະເສີຍຢູ່ ບໍ່ຍຶດຄືນຈາກກະສັດເເຫ່ງອາຮາບບໍ?“
\v 4 ດັ່ງນັ້ນ ພະອົງໄດ້ກ່າວກັບເຢໂຮຊາຟັດວ່າ“ທ່ານຈະຍົກທັບໄປຮົບເສິກທີ່ຣາໂມດກິເຣອາດກັບຂ້ານ້ອຍບໍ່? ເເລະເຢໂຮຊາຟັດໄດ້ຕອບກະສັດອິດສະຣາເອນວ່າ“ ຂ້ານ້ອຍກັບພະອົງເປັນຄືຄົນດຽວກັນ ປະຊາຊົນຂອງຂ້ານ້ອຍກໍເປັນປະຊາຊົນຂອງພະອົງ ເເລະມ້າຂອງຂ້ານ້ອຍກໍເປັນມ້າຂອງພະອົງ“
\s5
\v 5 ເຢໂຮຊາຟັດໄດ້ກ່າວກັບກະສັດເເຫ່ງອິດສະຣາເອນວ່າ“ ຂໍສະເເຫວງການຊົງນຳຂອງພຣະຢາເວກ່ອນວ່າເຮົາຄວນເຮັດເເນວໃດ“
\v 6 ເເລ້ວກະສັດເເຫ່ງອິດສະຣາເອນກໍໄດ້ເອີ້ນປະຊຸມພວກເຜີຍພຣະວັດຈະນະສີ່ຮ້ອຍຄົນ ເເລະໄດ້ກ່າວກັບພວກເຂົາວ່າ“ ຄວນທີ່ເຮົາຈະໄປເຮັດສົງຄາມ ໂຈມຕີຣາໂມດກິເຣອາດບໍ່? ເຂົາທັງຫລາຍໄດ້ຕອບວ່າ “ຂໍຊົງໂຈມຕີເຖີດເພາະອົງພຣະຜູ້ເປັນເຈົ້າຈະຊົງມອບໄວ້ໃນພະຫັດຂອງກະສັດ“
\s5
\v 7 ເເຕ່ເຢໂຮຊາຟັດໄດ້ກ່າວ່າ “ທີ່ນີ້ບໍ່ມີຜູ້ເຜີຍພຣະວັດຈະນະຂອງພຣະຢາເວອີກເເລ້ວບໍ ທີ່ເຮົາຈະຖາມໄດ້?”
\v 8 ກະສັດອິດສະຣາເອນໄດ້ກ່າວກັບເຢໂຮຊາຟັດວ່າ ” ຍັງມີຊາຍຄົນຫນຶ່ງຊຶ່ງເຮົາຈະໃຫ້ທູນຖາມພຣະຢາເວ ຄືມີຄາຍາລູກຊາຍຂອງອິມຣາ ເເຕ່ເຮົາເອງກຽດຊັງເຂົາເພາະເຂົາບໍ່ເຄີຍທຳນາຍເລື່ອງດີກ່ຽວກັບເຮົາເລີຍ” ເເຕ່ເຢໂຮຊາຟັດໄດ້ກ່າວວ່າ ” ຂໍກະສັດຢ່າໄດ້ກ່າວດັ່ງນັ້ນເລີຍ”
\v 9 ເເລ້ວກະສັດອິດສະຣາເອນຈຶ່ງເອີ້ນເອົາເຈົ້າຫນ້າທີ່ປະຈຳວັງມາເເລ້ວບອກເເລ້ວບອກລາວໄປນຳເອົາມີກາຢາ ລູກຊາຍຂອງອິມຣາມາທັນທີ
\s5
\v 10 ບັດນີ້ ອາຮາບກະສັດເເຫ່ງອິດສະຣາເອນ ເເລະເຢໂຮຊາຟັດກະສັດເເຫ່ງຢູດາໄດ້ຕ່າງຄົນຕ່າງນຸງເຄື່ີອງກະສັດນັ່ງເທິງບັນລັງຂອງຕົນທີ່ລານຟາດເຂົ້ານອກປະຕູເມືອງຊາມາເຣຍ ເເລະຜູ້ເຜີຍພຣະວັດຈະນະທັງຫມົດກິນວາຍຕໍ່ຫນ້າເພິ່ນຢູ່ທີ່ນັ້ນຄົນຫນຶ່ງໃນພວກເຂົາຊື່ວ່າເຊດີກີຢາລູກຊາຍຂອງ
\v 11 ເຄນາໄດ້ເອົາເຫລັກເຮັດເປັນເຂົາ ເເລ້ວເວົ້າວ່າ” ພຣະຢາເວໄດ້ກ່າວດັ່ງນີ້ວ່າ ດ້ວຍສິ່ງເຫລົ່ານີ້ເຈົ້າຈະເອົາຄົນອາຮາບໄປຈົນພວກເຂົາເເພ້ຢ່າງສິນເຊີງ”
\v 12 ເເລ້ວພວກຜູ້ທຳນວຍຄົນອື່ນໆກໍເວົ້າຢ່າງດຽວກັນ” ຂໍສະເດັດໄປຕີຣາໂມດກິເລອາດເເລະມີໄຊຊະນະເຖີດ ເພາະພຣະຢາເວຈະໄດ້ຊົງມອງເມືອງນັ້ນໄວ້ໃນພຣະຫັດຂອງກະສັດ”
\s5
\v 13 ຜູ້ຊື່ສານທີ່ໄປເອີ້ນມີກາອາຢາໄດ້ບອກທ່ານວ່າ ”ນີ້ເເລະ ຖ້ອຍຄຳຂອງບັນດາຜູ້ເຜີຍພຣະວັດຈະນະສິ່ງທີ່ເວົ້າເປັນມົງຄົນເເກ່ກະສັດເປັນສຽງດຽວກັນ ຂໍໃຫ້ຖ້ອຍຄຳຂອງທ່ານເຫມືອນຢ່າງຖ້ອຍຄຳຄົນຫນຶ່ງໃນນັ້ນ” ເເລະເວົ້າເເຕ່ສິ່ງທີ່ເປັນມົງຄົນ”
\v 14 ມີຄາຢາໄດ້ຕອບວ່າ” ພຣະຢາເວຊົງພຣະຊົນຢູ່ບ່ອນໃດ ສິ່ງທີ່ພຣະຢາເວໄດ້ກ່າວກັບຂ້ານ້ອຍ ຂ້ານ້ອຍກໍເວົ້າຢ່າງນັ້ນ”
\v 15 ເມື່ອທ່ານໄດ້ມາເຝົ້າກະສັດ ກະສັດໄດ້ຖ່າມທ່ານວ່າ” ມີກາອາຢາຕອບພຣະອົງວ່າ ” ຂໍເຊີນສະເດັດຂຶ້ນໄປຕີ ເເລະມີໄຊຊະນະ ພຣະຢາເວໄດ້ຊົງມອບໄວ້ໃນມືຂອງກະສັດ
\s5
\v 16 ເເລ້ວກະສັດໄດ້ກ່າວກັບທ່ານວ່າ ” ເຮົາໄດ້ໃຫ້ເຈົ້າປະຕິຍານຈັກເທື່ອເເລ້ວວ່າ ເຈົ້າຈະເວົ້າກັບເຮົາເເຕ່ຄວາມຈິງໃນພຣະນາມພຣະຢາເວ?
\v 17 ດັ່ງນັ້ນມີຄາຢາໄດ້ກ່າວວ່າ ” ຂ້ານ້ອຍໄດ້ເຫັນຄົນອິດສະຮາເອນທັງຫມົດກະຈາຍຕາມພູເຂົາປານເເກະທີ່ບໍ່ມີຜູ້ລ້ຽງ ໃຫ້ພວກເຂົາຕ່າງກັບບ້ານຂອງເຂົາໂດຍສັນຕິພາບເຖີດ
\s5
\v 18 ດັ່ງນັ້ນກະສັດເເຫ່ງອິດສະຣາເອນຈຶ່ງໄດ້ກ່າວ່າ ”ເຮົາບອກທ່ານເເລ້ວບໍ່ເເມ່ນບໍ? ເຂົາຈະບໍ່ທຳນວຍເລື່ອງດີກ່ຽວກັບເຮົາເລີຍ ມີເເຕ່ເລື່ອງຮ້າຍເທົ່ານັ້ນ?”
\v 19 ມີກາອີຢາໄດ້ບອກວ່າ” ສະນັ້ນ ຂໍໄດ້ຟັງພຣະວັດຈະນະຂອງພຣະຢາເວ ຂ້ານ້ອຍໄດ້ເຫັນພຣະຢາເວຢູ່ເທິງພຣະທີ່ນັ່ງຂອງພຣະອົງ ເເລະກອງທັບທັງຫມົດເເຫ່ງທ້ອງຟ້າຢືນຂ້າງໆພຣະອົງ ທັງຂ້າງຂວາເເລະຂ້າງຊ້າຍມືຂອງພຣະອົງ
\v 20 ພຣະຢາເວໄດ້ຊົງກ່າວວ່າ, ”ໃຜຈະຫລອກລວງອາຮາບໃຫ້ຂຶ້ນໄປ ເພື່ອທີ່ເຂົາຈະລົ້ມລົງທີ່ເມືອງຣາໂມດກິເຣອາດ?” ບາງຄົນກໍບອກເວົ້າຢ່າງຫນຶ່ງ, ອີກບາງຄົນກໍເວົ້າຢ່າງຫນຶ່ງ
\s5
\v 21 ເເລ້ວມີວິນຍານຫນຶ່ງອອກມາຢືນຢູ່ພຣະພັກພຣະຢາເວ ເເລະໄດ້ກ່າວວ່າ” ຂ້ານ້ອຍເອງຈະຊັກນຳເຂົາ ເເລະພຣະຢາເວໄດ້ກ່າວວ່າ ຈະເຮັດເເນວໃດ?
\v 22 ວິນຍານຕອບວ່າ ຂ້ານ້ອຍຈະອອກໄປ ເເລະຈະເປັນວິນຍານມຸສາຢູ່ໃນປາກຂອງຜູ້ເຜີຍພຣະວັດຈະນະທຸກຄົນຂອງເຂົາ ພຣະອົງໄດ້ກ່າວວ່າ ເຈົ້າໄປຊັກນຳເຂົາໄດ້ ເເລະເຈົ້າຈະເຮັດສຳເລັດ ຈົ່ງໄປເເລະເຮັດຕາມນັ້ນເຖີດ
\v 23 ສະນັ້ນ ເບິ່ງເເມ ພຣະຢາເວໄດ້ໃສ່ວິນຍານມຸສາໃນປາກຂອງຜູ້ເຜີຍພຣະວັດຈະນະທຸກຄົນຂອງພຣະອົງ ເເລ້ວພຣະຢາເວໄດ້ກ່າວເລື່ອງຮ້າຍກ່ຽວກັບພຣະອົງ”
\s5
\v 24 ເເລ້ວມີກາອີຢາຕອບວ່າ” ມີວິທີໃດທີ່ພະວິນຍານຂອງພຣະຢາເວໄປຈາກຂ້ານ້ອຍເເລ້ວເວົ້າກັບເຈົ້າໄດ້?”
\v 25 ມີກາອີຢາໄດ້ຕອບວ່າ” ນີ້ເເລະ ເຈົ້າຈະເຫັນໃນວັນນັ້ນ ເມື່ອເຈົ້າເຂົ້າໄປລີ້ຢູ່ໃນຫ້ອງຊັ້ນໃນ”
\s5
\v 26 ກະສັດເເຫ່ງອິດສະຣາເອນໄດ້ກ່າວກັບຂ້າຣາຊການຂອງພະອົງວ່າ ” ຈົ່ງຈັບມີກາອີຢາເເລ້ວສົ່ງເຂົາກັບໄປຫາອາໂມນເຈົ້າເມືອງເເລະ ເເລະນຳລາວໄປຫາເຈົ້າຊາຍ
\v 27 ກະສັດໄດ້ກ່າວດັ່ງນີ້ວ່າ ” ເອົາຄົນນີ້ໄປຈຳຄຸກໄວ້ ໃຫ້ອາຫານກັບນ້ຳຢ່າງຈຳກັດ ຈົນກວ່າເຮົາຈະກັບມາໂດຍສັນຕິພາບ”
\v 28 ເເລ້ວມີກາອີຢາໄດ້ກ່າວວ່າ ” ຖ້າພະອົງກັບມາໂດຍສັນຕິພາບເເທ້ໆ ພຣະຢາເວກໍໄດ້ກ່າວຜ່ານຂ້ານ້ອຍ” ເເລ້ວທ່ານໄດ້ກ່າວອີກວ່າ ” ປະຊາຊົນທັງຫລານເອີຍ ຈົ່ງຟັງເຖີດ”
\s5
\v 29 ດັ່ງນັ້ນອາຮາບກັບກະສັດເເຫ່ງອິດສະຣາເອນກັບເຢໂຮຊາຟັດ ກະສັດເເຫ່ງຢູດາຈຶ່ງໄດ້ຂຶ້ນໄປຍັງຮາໂມດ ກິເຣອາດ
\v 30 ກະສັດອິດສະຣາເອນໄດ້ກ່າວກັບເຢໂຮຊາຟັດວ່າ” ເຮົາຈະປອມໂຕເຂົ້າເຮັດເສິກ ເເຕ່ທ່ານຈົ່ງໃສ່ເຄື່ອງຂອງກະສັດຂອງທ່ານດັ່ງນັ້ນກະສັດເເຫ່ງອິດສະຣາເອນກໍໄດ້ປອມໂຕເເລະໄດ້ເຂົ້າເຮັດເສິກ
\s5
\v 31 ບັດນີ້ກະສັດເເຫ່ງອາຮາບໄດ້ສັ່ງບັນດາເເມ່ທັບຣົດມ້າເສິກຂອງພະອົງທັງສາມສິບສອງຄົນວ່າ ”ຢ່າຮົບກັບທະຫານໃຫຍ່ນ້ອຍ ເເຕ່ຮົບສະເພາະກະສັດເເຫ່ງອິດສະຣາເອນ”
\v 32 ເມື່ອບັນດາເເມ່ທັບລົດມ້າເສິກໄດ້ເຫັນເຢໂຮຊາຟັດ ເຂົາທັງຫລາຍກໍໄດ້ເວົ້າວ່າ” ເປັນກະສັດອິດສະຣາເອນເເທ້ໆ” ພວກເຂົາຈຶ່ງຫັນໄປສູ້ຮົບກັບພະອົງ ດັ່ງນັ້ນ ເຢໂຮຊາຟັດໄດ້ຮ້ອງຂຶ້ນ
\v 33 ຕໍ່ມາເມື່ອບັນດາເເມ່ທັບລົດມ້າເຫັນວ່າບໍ່ເເມ່ນກະສັດອິດສະຣາເອນ ພວກເຂົາກໍໄດ້ຫັນລົດມ້າກັບຈາກການໄລ່ຕາມພະອົງ
\s5
\v 34 ເເຕ່ໄດ້ມີຊາຍຄົນຫນຶ່ງໄດ້ກົ່ງທະນູສຸມໃສ່ຖືກກະສັດເເຫ່ງອິດສະຣາເອນ ລະຫວ່າງເກັດເກາະເເລະເເຜ່ນບັງ ພະອົົງຈຶ່ງໄດ້ຮັບສັ່ງຄົນຂັບລົດມ້າວ່າ ” ຫັນກັບ ພາເຮົາອອກໄປຈາກການຮົບ ເພາະເຮົາບາດເຈັບຫນັກເເລ້ວ
\s5
\v 35 ວັນນັ້ນການຮົບໄດ້ດຸເດືອດຂຶນ ເຂົາກໍໄດ້ໂຈມກະສັດຂຶ້ນລົດມ້າເສິກຄຳໂຕຢູ່ປິ່ນຫນ້າໄປທາງທະຫານຊີເຣຍເລືອດຂອງເພິ່ນໄຫລເຕັກຫລັງລົບຮົບ ພໍເຖິງຍາມເເລງມາເພິ່ນກໍສິນໃຈຕາຍ
\v 36 ເເລ້ວເວລາດວງອາທິດກຳລັງຈະຕົກ ມີສຽງຮ້ອງທົ່ວກອງທັບວ່າ ”ໃຫ້ທຸກຄົນກັບໄປເມືອງເເລະພູມລຳເນົາຂອງໂຕເອງ”
\s5
\v 37 ດັ່ງນັ້ນເມື່ອກະສັດອາຮາບໄດ້ຕາຍເເລ້ວ ເຂົາກໍຖືກນຳມາທີ່ນະຄອນຊາມາເຣຍ ເເລະພວກເຂົາໄດ້ຝັງເພິ່ນໃນນະຄອນຊາມາເຣຍ
\v 38 ພວກເຂົາໄດ້ລ້າງລົດຮົບທີ່ບໍ່ນ້ຳເເຫ່ງຊາມາເຣຍເເລະພວກຫມາກໍເລຍເລືອດຂອງເພິ່ນ(ທີ່ນີ້ພວກຜູ້ຍິງໂສເພນີໄດ້ລົງອາບນ້ຳ) ຕາມພຣະວັດຈະນະຂອງພຣະຢາເວຊຶ່ງໄດ້ກ່າວໄວ້.
\s5
\v 39 ສ່ວນສິ່ງອື່ນໆຂອງກະສັດອາຮາບ ເເລະທຸກສິ່ງທີ່ເພິ່ນໄດ້ເຮັດ ເເລະຣາຊວັງຊ້າງຊຶ່ງເພິ່ນໄດ້ສ້າງໄວ້ຕະຫລອດຈົນຮອດເມືອງທັງຫມົໄດທີ່ເພິ່ນໄດ້ສ້າງ ສິ່ງທັງຫມົດນີ້ໄດ້ບັນທຶກໃນຫນັງສືຂ່າວຄາວກະສັດເເຫ່ງອິດສະຣາເອນບໍ່ເເມ່ນບໍ?
\v 40 ດັ່ງນັ້ນ ອາຮາບໄດ້ລ່ວງລັບໄປຢູ່ກັບບັນພະບູລຸດຂອງເພິ່ນເເລ້ວ ອາຮາຊີຢາລຸູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງເເທນ
\s5
\v 41 ເເລ້ວເຢໂຮຊາຟັດລູກຂອງອາສາ ໄດ້ຂຶ້ນປົກຄອງເປັນກະສັດເເຫ່ງອິດສະຣາເອນ
\v 42 ເຢໂຮຊາຟັດມີອາຍຸໄດ້ສາມສິບຫ້າປີ ເມື່ຶອເພິ່ນໄດ້ເລີ່ມປົກຄອງ ເເລະເພິ່ນໄດ້ຄອງຣາດໃນນະຄອນເຢຣູຊາເລັມຊາວຫ້າປີ ເເລະເເມ່ຂອງເພິ່ນມີຊື່ວ່າອາຊູບາ ລູກຍິງຂອງຊິນຮີ
\s5
\v 43 ເພິ່ນໄດ້ຊົງດຳເນີນຕາມທາງທັງຫມົດຂອງອາສາພໍ່ຂອງເພິ່ນ ເເລະບໍ່ໄດ້ຫັນເເຫຈາກທາງນັ້ນ ເພິ່ນໄດ້ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພຣະຢາເວ ເເຕ່ຂາບໄຫວ້ທັງຫລາຍນັ້ນຍັງບໍ່ໄດ້ທຳລາຍ ປະຊາຊົນຍັງຄົງຖວາຍເຄື່ອງບູຊາ ເເລະເຄື່ອງເຜົາຫອມຢູ່ເທິງບ່ອນຂາບໄຫວ້ເຫລົ້ານັ້ນ
\v 44 ເຢໂຮຊາຟັດໄດ້ເຮັດສັນຍາສັນຕິພາບກັບກະສັດເເຫ່ງອິດສະຣາເອນດ້ວຍ
\s5
\v 45 ສ່ວຍສິ່ງອື່ນໆ ຂອງເຢໂຮຊາຟັດ ແລະອຳນາດທີ່ເພິ່ນໄດ້ສຳເເດງ ເເລະສົງຄາມທີ່ໄດ້ເຮັດສິ່ງທັງຫມົດນີ້ໄດ້ບັນທຶກໄວ້ໃນຫນັງສືຂ່າວຄາວກະສັດເເຫ່ງຢູດາບໍ່ເເມ່ນບໍ?
\v 46 ເພິ່ນກໍໄດ້ຊົງກວາດລ້າງຈາກເເຜ່ນດິນຄື ໂສເພນີທີ່ຮັບໃຊ້ຕາມເເທ່ນບູຊາຕ່າງໆ ທີ່ເຫລືອຢູ່ ຊຶ່ງຍັງເຫລືອໃນສະໄຫມຂອງອາສາພໍ່ຂອງເພິ່ນນັ້ນ
\v 47 ບໍ່ມີກະສັດໃນເອໂດມ ເເຕ່ມີຜູ້ສຳເລັດຣາຊການປົກຄອງເເທນ
\s5
\v 48 ເຢໂຮຊາຟັດໄດ້ຕໍເຮືອກຳປັ່ນມະຫາສະຫມຸດຫລາຍລຳ ເພື່ອໄປຂົນທອງຄຳທີ່ປະເທດໂອຟີ ເເຕ່ໄປບໍ່ຮອດ ເພາະເຮືອເເຕກທີ່ເມືອງເອຊີໂອນເກເບ
\v 49 ເເລ້ວອາຮາຊີຍາລູກຊາຍຂອງອາຮາບໄດ້ກ່າວກັບເຢໂຮຊາຟັດວ່າ,” ຂໍໃຫ້ຄົນຂອງຂ້ານ້ອຍນັ່ງເຮືອກັບຄົນຂອງທ່ານ” ເເຕ່ເຢໂຮຊາຟັດບໍ່ຍອມ
\v 50 ເຢໂຮຊາຟັດໄດ້ລ່ວງຫລັບໄປຢູ່ກັບບັນພະບູລຸດຂອງເພິ່ນ ເເລະເຂົາກໍໄດ້ຝັງສົບໄວ້ກັບບັນພະບູລຸດຂອງເພິ່ນໃນນະຄອນດາວິດ ເເລະເຢໂຮຣາມລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົົກຄອງເເທນ
\s5
\v 51 ອາຮາຊີຢາລູກຊາຍຂອງອາຮາບໄດ້ເລີ່ມປົົກຄອງອິດສະຣາເອນໃນນະຄອນຊາມາເຣຍ ໃນປີທີສິບເຈັດເເຫ່ງຣາຊການເຢໂຮຊາຟັດກະສັດເເຫ່ງຢູດາ ເເລະເພິ່ນໄດ້ປົກຄອງອິດສະຣາເອນສອງປີ
\v 52 ເພິ່ນໄດ້ເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະຢາເວ ເເລະໄດ້ດຳເນີນໃນທາງຂອງພໍ່ຂອງເພິີ່ນ ເເລະໃນທາງຂອງເເມ່ຂອງເພິ່ນ ເເລະໃນທາງຂອງເຢໂຣໂບອາມລູກຊາຍຂອງເນບັດ ໃນວິທີນີ້ເພິ່ນໄດນຳອິດສະຣາເອນໃຫ້ເຮັດບາບດ້ວຍ
\v 53 ເພິ່ນໄດ້ຮັບໃຊ້ພະບາອານ ເເລະໄດ້ນະມັດສະການພະນັ້ນ ເເລະເຮັດໃຫ້ພຣະຢາເວພຣະເຈົ້າເເຫ່ງອິດສະຣາເອນໄດ້ໂກດຮ້າຍ ໂດຍເຮັດຕາມທຸກຢ່າງທີ່ພໍ່ຂອງເພິ່ນໄດ້ເຮັດໄວ້ເເລ້ວນັ້ນ