lo_ulb/09-1SA.usfm

1703 lines
364 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\id 1SA
\ide UTF-8
\h 1 ຊາມູເອນ
\toc1 1 ຊາມູເອນ
\toc2 1 ຊາມູເອນ
\toc3 1sa
\mt 1 ຊາມູເອນ
\s5
\c 1
\cl ບົດທີ 1
\p
\v 1 ມີຊາຍຄົນຫນຶ່ງຊຶ່ງເປັນຊາວຣາມາຂອງເມືອງຊູເຟ, ເຂດເນີນພູເອຟຣາອິມ; ຊື່ຂອງລາວແມ່ນເອນການາ ລູກຊາຍຂອງເຢໂຣຮາມ ລູກຊາຍຂອງເອລີຮູ ລູກຊາຍຂອງໂຕຮູ ລູກຊາຍຂອງຊູ, ຄົນໃນເຜົ່າເອຟາຣາອິມ.
\v 2 ລາວມີເມຍສອງຄົນ; ຊື່ເມຍຄົນທີຫນຶ່ງຄື: ນາງຮັນນາ, ແລະເມຍຄົນທີ່ສອງຊື່ ນາງເປນິນນາ. ນາງເປນິນນາມີລູກ, ແຕ່ນາງຮັນນາບໍ່ມີລູກ.
\s5
\v 3 ຊາຍຄົນນີ້ໄດ້ໄປຈາກເມືອງຂອງລາວ ທຸກປີໄປນະມັສະການ ແລະ ຖວາຍສັດບູຊາແດ່ພຣະຢາເວຈອມໂຍທາ ທີ່ເມືອງຊີໂລ. ລູກຊາຍສອງຄົນຂອງເອລີຄື, ໂຮບນີ ແລະ ຟີເນຫັດ, ເປັນປະໂລຫິດຂອງພຣະຢາເວ, ຢູ່ທີ່ນັ້ນ.
\v 4 ເມື່ອເຖິງວັນທີ່ເອນການາຈະຖວາຍສັດບູຊາທຸກປີ, ລາວໃຫ້ສ່ວນແບ່ງຂອງຊີ້ນແກ່ເປນິນນາເມຍຂອງລາວ, ແລະໃຫ້ແກ່ບັນດາລູກຊາຍ ແລະບັນດາຂອງລູກສາວທຸກຄົນ.
\s5
\v 5 ແຕ່ລາວໄດ້ແບ່ງໃຫ້ຮັນນາສອງເທົ່າ, ເພາະວ່າລາວຮັກຮັນນາ, ເຖິງວ່າພຣະຢາເວໄດ້ປິດມົດລູກຂອງນາງໄວ້.
\v 6 ຄູ່ແຂ່ງຂອງນາງກໍເຍາະເຍີ້ຍນາງຢ່າງຫນັກ ເພື່ອເຮັດໃຫ້ນາງໃຈຮ້າຍ, ຍ້ອນວ່າພຣະຢາເວໄດ້ປິດມົດລູກຂອງນາງ.
\s5
\v 7 ດັ່ງນັ້ນ ຫລັງຈາກຫລາຍຕໍ່ຫລາຍປີ, ເມື່ອນາງຂຶ້ນໄປທີ່ພຣະວິຫານຂອງພຣະຢາເວກັບຄອບຄົວຂອງນາງ, ຄູ່ແຂ່ງຂອງນາງກໍເຍາະເຍີ້ຍນາງສະເຫມີ. ດັ່ງນັ້ນນາງຈຶ່ງຮ້ອງໄຫ້ ແລະ ບໍ່ກິນຫຍັງເລີຍ.
\v 8 ເອນການາຜົວຂອງນາງກໍເວົ້າກັບນາງສະເຫມີວ່າ, "ຮັນນາ, ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເປັນຫຍັງເຈົ້າຈຶ່ງບໍ່ກິນຫຍັງເລີຍ? ເປັນຫຍັງຈິດໃຈຂອງເຈົ້າຈຶ່ງໂສກເສົ້າ? ຂ້ອຍບໍ່ດີກວ່າລູກຊາຍສິບຄົນສຳລັບເຈົ້າບໍ?"
\s5
\v 9 ມີເທື່ອຫນຶ່ງໃນເຫດການເຫລົ່ານີ້, ຮັນນາໄດ້ລຸກຂຶ້ນຫລັງຈາກພວກເຂົາກິນ ແລະ ດື່ມອີ່ມແລ້ວ ໃນເມືອງຊີໂລ. ໃນຕອນນັ້ນ ເອລີ ປະໂລຫິດໄດ້ນັ່ງຢູ່ເທິງບ່ອນນັ່ງຂອງລາວ ທາງຂ້າງປະຕູພຣະວິຫານຂອງພຣະຢາເວ.
\v 10 ນາງເຈັບປວດໃຈຫລາຍ; ນາງຈຶ່ງໄດ້ອະທິຖານຕໍ່ພຣະຢາເວ ແລະ ຮ້ອງໄຫ້ຢ່າງຂົມຂື່ນ.
\s5
\v 11 ນາງໄດ້ສາບານແລະໄດ້ກ່າວວ່າ, "ພຣະຢາເວຈອມໂຍທາ, ຖ້າພຣະອົງຊົງເບິ່ງເຖິງຄວາມເຈັບປວດຂອງຜູ້ຮັບໃຊ້ຂອງພຣະອົງ ແລະ ລະນຶກເຖິງຂ້ານ້ອຍ, ແລະບໍ່ຊົງລືມຜູ້ຮັບໃຊ້ຂອງພຣະອົງ, ຂໍປຣະທານລູກຊາຍຄົນຫນຶ່ງໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ, ແລ້ວຂ້ານ້ອຍຈະມອບເຂົາໃຫ້ແດ່ພຣະຢາເວຕະຫລອດຊີວິດຂອງລາວ, ແລະ ຈະບໍ່ໃຫ້ມີດແຖຖືກຫົວຂອງລາວເລີຍ."
\s5
\v 12 ຂະນະທີ່ນາງກຳລັງອະທິຖານຢ່າງຕໍ່ເນື່ອງຕໍ່ຫນ້າພຣະຢາເວນັ້ນ, ເອລີກໍໄດ້ເຝົ້າເບິ່ງປາກຂອງນາງ.
\v 13 ຮັນນາໄດ້ເວົ້າໃນໃຈຂອງນາງ. ຮີມສົບຂອງນາງເຫນັງໄປມາ, ແຕ່ບໍ່ມີໃຜໄດ້ຍິນສຽງຂອງນາງ. ເພາະເຫດນີ້ເອລີຈຶ່ງໄດ້ຄິດວ່ານາງເມົາເຫລົ້າ.
\v 14 ເອລີຈຶ່ງໄດ້ເວົ້າກັບນາງວ່າ, "ນາງຈະເມົາເຫລົ້າໄປອີກດົນປານໃດ? ຈົ່ງຖິ້ມເຫລົ້າອະງຸ່ນຂອງນາງໄປເສຍ."
\s5
\v 15 ຮັນນາໄດ້ຕອບວ່າ, "ບໍ່ແມ່ນ, ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍເປັນຍິງຄົນຫນຶ່ງທີ່ມີຈິດໃຈໂສກເສົ້າ. ຂ້ານ້ອຍບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ເຫລົ້າໃດໆ, ແຕ່ຂ້ານ້ອຍໄດ້ເປີດໃຈຕໍ່ຫນ້າພຣະຢາເວ.
\v 16 ຢ່າຄິດວ່າຜູ້ຮັບໃຊ້ຂອງທ່ານ ເປັນຜູ້ຍິງທີ່ໄຮ້ຢາງອາຍ; ຂ້ານ້ອຍໄດ້ເວົ້າອອກມາດ້ວຍຄວາມກັງວົນໃຈ ແລະ ຄວາມອັດອັ້ນໃຈຢ່າງທີ່ສຸດຂອງຂ້ານ້ອຍ."
\s5
\v 17 ແລ້ວເອລີກໍໄດ້ຕອບ ແລະກ່າວວ່າ, "ຈົ່ງກັບໄປເປັນສຸກເຖີ້ນ; ຂໍພຣະເຈົ້າແຫ່ງອິສະຣາເອນປຣະທານຕາມຄຳຂໍທີ່ເຈົ້າໄດ້ຂໍຈາກພຣະອົງ."
\v 18 ນາງກໍຕອບວ່າ, "ຂໍຍິງຮັບໃຊ້ຂອງທ່ານ ໄດ້ເປັນທີ່ພໍໃຈຂອງທ່ານເຖີ້ນ." ແລ້ວຜູ້ຍິງນັ້ນກໍໄດ້ໄປຕາມທາງຂອງນາງແລະໄດ້ກິນ; ໃບຫນ້າຂອງນາງກໍບໍ່ໂສກເສົ້າອີກຕໍ່ໄປ.
\s5
\v 19 ພວກເຂົາໄດ້ຕື່ນຂຶ້ນແຕ່ເຊົ້າໆ ແລະ ນະມັສະການຕໍ່ພຣະພັກພຣະຢາເວ, ແລະພວກເຂົາກໍໄດ້ກັບເມືອເຮືອນຂອງພວກເຂົາຢູ່ຣາມາ. ເອນການາກໍໄດ້ຫລັບນອນກັບຮັນນາເມຍຂອງລາວ, ແລະພຣະຢາເວກໍໄດ້ລະນຶກເຖິງນາງ.
\v 20 ໃນເວລາຕໍ່ມາ, ຮັນນາກໍໄດ້ຖືພາ ແລະໄດ້ເກີດລູກຊາຍຄົນຫນຶ່ງ. ນາງໄດ້ເອີ້ນຊື່ລາວວ່າຊາມູເອນ, ກ່າວວ່າ, "ເພາະວ່າຂ້ານ້ອຍໄດ້ຂໍລາວມາຈາກພຣະຢາເວ."
\s5
\v 21 ອີກເທື່ອຫນຶ່ງ, ເອນການາ ແລະທຸກຄົນໃນຄົວເຮືອນຂອງລາວໄດ້ກັບຂຶ້ນໄປເພື່ອຖວາຍສັດບູຊາແດ່ພຣະຢາເວເປັນປະຈຳທຸກປີ ແລະແກ້ຄຳສາບານຂອງລາວ.
\v 22 ແຕ່ຮັນນາບໍ່ໄດ້ໄປ; ນາງໄດ້ເວົ້າກັບຜົວຂອງນາງວ່າ, "ຂ້ອຍຈະບໍ່ໄປຈົນກວ່າເດັກຈະອອກນົມກ່ອນ; ແລ້ວຂ້ອຍຈະພາລາວໄປ, ເພື່ອວ່າລາວຈະໄດ້ປາກົດຕົວຕໍ່ຫນ້າພຣະຢາເວ ແລະ ຢູ່ທີ່ນັ້ນຕະຫລອດໄປ."
\v 23 ເອນການາ ຜົວຂອງນາງກໍບອກນາງວ່າ, "ຈົ່ງເຮັດຕາມທີ່ເຈົ້າເຫັນວ່າດີສຳລັບເຈົ້າເຖີ້ນ. ຖ້າຈົນຮອດຍາມທີ່ເຈົ້າໃຫ້ລາວອອກນົມກ່ອນ; ຂໍພຽງແຕ່ພຣະຢາເວຢັ້ງຢືນຖ້ອຍຄຳຂອງພຣະອົງ." ດ້ວຍເຫດນີ້ ຍິງນັ້ນກໍຢູ່ ແລະ ໄດ້ລ້ຽງດູລູກຂອງນາງຈົນກວ່ານາງໄດ້ໃຫ້ລາວອອກນົມ.
\s5
\v 24 ເມື່ອນາງໄດ້ໃຫ້ລາວອອກນົມແລ້ວ, ນາງໄດ້ພາລາວໄປພ້ອມກັບນາງ, ພ້ອມກັບງົວອາຍຸສາມປີໂຕຫນຶ່ງໄປນຳ, ອາຫານຫນຶ່ງເອຟາ, ແລະເຫລົ້າອະງຸ່ນຫນຶ່ງແກ້ວ, ແລະໄດ້ພາລາວໄປທີ່ພຣະວິຫານຂອງພຣະຢາເວໃນຊີໂລ. ບັດນີ້ ເດັກຄົນນັ້ນຍັງນ້ອຍຢູ່.
\v 25 ພວກເຂົາໄດ້ຂ້າງົວ, ແລະ ພວກເຂົ້າພາເດັກໄປຫາເອລີ.
\s5
\v 26 ນາງໄດ້ກ່າວວ່າ, "ໂອ້, ເຈົ້ານາຍຂອງຂ້ານ້ອຍ! ຕາບໃດທີ່ທ່ານມີຊີວິດຢູ່, ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍຄືຍິງທີ່ໄດ້ຢືນຢູ່ບ່ອນນີ້ ຕໍ່ຫນ້າທ່ານ ເພື່ອອະທິຖານຕໍ່ພຣະຢາເວ.
\v 27 ເພາະວ່າ ເດັກຄົນນີ້ທີ່ຂ້ານ້ອຍໄດ້ອະທິຖານ ແລະ ພຣະຢາເວໄດ້ປຣະທານຕາມຄຳຮ້ອງຂໍ ຕາມທີ່ຊຶ່ງຂ້ານ້ອຍໄດ້ຮ້ອງຂໍພຣະອົງ.
\v 28 ຂ້ານ້ອຍຂໍຖວາຍລາວແດ່ພຣະຢາເວ, ຕາບເທົ່າທີ່ລາວຍັງມີຊີວິດຢູ່ ລາວຖືກຖວາຍແດ່ພຣະຢາເວແລ້ວ." ແລ້ວລາວກໍນະມັສະການພຣະຢາເວຢູ່ທີ່ນັ້ນ.
\s5
\c 2
\cl ບົດທີ 2
\p
\v 1 ຮັນນາໄດ້ອະທິຖານ ແລະກ່າວວ່າ, "ຈິດໃຈຂອງຂ້ານ້ອຍຍິນດີໃນພຣະຢາເວ. ກຳລັງຂອງຂ້ານ້ອຍໄດ້ຮັບການຍົກຊູຂຶ້ນໃນພຣະຢາເວ. ປາກຂອງຂ້ານ້ອຍໂອ້ອວດເຫນືອພວກສັດຕຣູຂອງຂ້ານ້ອຍ, ເພາະຂ້ານ້ອຍຍິນດີໃນການໄຖ່ຂອງພຣະອົງ.
\s5
\v 2 ບໍ່ມີໃຜບໍຣິສຸດດັ່ງພຣະຢາເວ, ເພາະວ່າບໍ່ມີໃຜປຽບເຫມືອນພຣະອົງ; ບໍ່ມີໃຜທີ່ດີເຫມືອນພຣະເຈົ້າຂອງພວກເຮົາ.
\s5
\v 3 ຢ່າອວດອ້າງອີກຕໍ່ໄປ; ຢ່າໃຫ້ຄວາມຈອງຫອງອອກມາຈາກປາກຂອງພວກເຈົ້າ. ເພາະພຣະຢາເວເປັນພຣະເຈົ້າແຫ່ງຄວາມຮອບຮູ້; ໂດຍພຣະອົງການກະທຳທັງຫລາຍຈະໄດ້ຮັບການຊັ່ງຊາ.
\v 4 ຄັນທະນູຂອງຊາຍທີ່ຍິ່ງໃຫຍ່ກໍຫັກ, ແຕ່ຄົນເຫລົ່ານັ້ນທີ່ໂຊເຊກໍໄດ້ຮັບການເສີມກຳລັງເຫມືອນສາຍເອວ.
\s5
\v 5 ບັນດາຄົນທີ່ເຄີຍກິນອີ່ມກໍຕ້ອງອອກຮັບຈ້າງຫາອາຫານ; ບັນດາຄົນເຫລົ່ານັ້ນທີ່ອືດຢາກກໍຢຸດອືດຢາກ. ແມ່ນແຕ່ຄົນທີ່ເຫັນເປັນຫມັນກໍເກີດລູກຊາຍເຈັດຄົນ, ແຕ່ຜູ້ຍິງທີ່ມີລູກຫລາຍກໍ່ອ່ອນແຮງໄປ.
\s5
\v 6 ພຣະຢາເວຂ້າ ແລະ ຊົງໃຫ້ມີຊີວິດ. ພຣະອົງຊົງນຳໄປເຖິງແດນຄົນຕາຍ ແລະ ໃຫ້ເປັນຄືນມາ.
\v 7 ພຣະຢາເວຊົງເຮັດໃຫ້ປະຊາຊົນບາງຄົນຍາກຈົນ ແລະ ເຮັດໃຫ້ບາງຄົນຮັ່ງມີ. ພຣະອົງຊົງເຮັດໃຫ້ຖ່ອມລົງ ແລະ ຊົງຍົກຂຶ້ນດ້ວຍ.
\s5
\v 8 ພຣະອົງຊົງຍົກຄົນຍາກຈົນຂຶ້ນຈາກຂີ້ຝຸ່ນດິນ. ພຣະອົງຊົງຍົກຄົນຂັດສົນຂຶ້ນຈາກກອງຂີ້ເຖົ່າ ເພື່ອເຮັດໃຫ້ພວກເຂົານັ່ງຮ່ວມກັບພວກເຈົ້ານາຍ ແລະ ໃນບ່ອນນັ່ງອັນມີກຽຕເປັນມໍຣະດົກ. ເພາະວ່າ ບັນດາເສົາແຫ່ງແຜ່ນດິນເປັນຂອງພຣະຢາເວ ແລະພຣະອົງຊົງວາງຮາກຖານຂອງໂລກໄວ້ເທິງເສົາເຫລົ່ານັ້ນ.
\s5
\v 9 ພຣະອົງຈະຊົງດູແລການຕີນຂອງປະຊາຊົນທີ່ສັດຊື່ຂອງພຣະອົງ, ແຕ່ຄົນຊົ່ວຮ້າຍຈະຕ້ອງຖືກເຮັດໄປຖິ້ມໄວ້ໃນບ່ອນທີ່ງຽບໃນຄວາມມືດ, ເພາະວ່າບໍ່ມີໃຜຈະຊະນະດ້ວຍກຳລັງ.
\s5
\v 10 ບັນດາ ຜູ້ຕໍ່ສູ້ພຣະຢາເວຈະຊົງຖືກທຸບໃຫ້ແຕກເປັນຕ່ອນໆ; ພຣະອົງຈະຊົງສົ່ງສຽງຕໍ່ສູ້ພວກເຂົາຈາກສະຫວັນ. ພຣະຢາເວຈະຊົງພິພາກສາຄາວສຸດທ້າຍຂອງແຜ່ນດິນໂລກ; ພຣະອົງຈະຊົງປຣະທານກຳລັງແກ່ກະສັດຂອງພຣະອົງ ແລະ ຈະເສີມກຳລັງຂອງຜູ້ທີ່ພຣະອົງເຈີມໄວ້."
\s5
\v 11 ແລ້ວເອນການາໄດ້ໄປຣາມາ, ໄປທີ່ເຮືອນຂອງລາວ. ສ່ວນເດັກນ້ອຍກໍໄດ້ຮັບໃຊ້ພຣະຢາເວຕໍ່ຫນ້າປະໂລຫິດເອລີ.
\s5
\v 12 ບັດນີ້ ບັນດາລູກຊາຍຂອງເອລີເປັນຄົນໄຮ້ຄ່າ. ພວກເຂົາບໍ່ຮູ້ຈັກກັບພຣະຢາເວ.
\v 13 ປະເພນີຂອງພວກປະໂລຫິດຕໍ່ປະຊາຊົນເປັນຢ່າງນີ້ ເມື່ອມີຊາຍຄົນໃດຖວາຍເຄື່ອງສັດບູຊາ, ຄົນຮັບໃຊ້ຂອງປະໂລຫິດຈະເຂົ້າມາກັບສ້ອມສາມງ່າມໃນມືຂອງລາວ, ຂະນະທີ່ຊີ້ນກຳລັງຕົ້ມຢູ່ນັ້ນ.
\v 14 ລາວຈະເອົາສ້ອມສາມງ່າມແທງເຂົ້າໄປໃນຫມໍ້, ຫລື ຫມໍ້ຫູ, ຫລືຫມໍ້ຕົ້ມຂະຫນາດໃຫຍ່. ສ້ອມທີ່ຖືກນຳຂຶ້ນມາຖືກສິ່ງໃດປະໂລຫິດກໍເອົາໄວ້ສຳລັບລາວ. ພວກເຂົາເຮັດເຊັ່ນນັ້ນຢູ່ຊີໂລ ແກ່ຊາວອິສະຣາເອນທຸກຄົນທີ່ມາທີ່ນັ້ນ.
\s5
\v 15 ຍິ່ງໄປກວ່ານັ້ນ, ກ່ອນທີ່ພວກເຂົາເຜົາໄຂມັນ, ຄົນຮັບໃຊ້ຂອງປະໂລຫິດໄດ້ເຂົ້າມາ, ແລະເວົ້າກັບຊາຍທີ່ກຳລັງຖວາຍສັດບູຊາຢູ່ນັ້ນວ່າ,"ຂໍຊີ້ນໄປປີ້ງໃຫ້ປະໂລຫິດແດ່; ເພາະວ່າລາວຈະບໍ່ຮັບຊີ້ນຕົ້ມຈາກເຈົ້າ, ແຕ່ເອົາຊີ້ນດິບເທົ່ານັ້ນ."
\v 16 ຖ້າຊາຍຄົນນັ້ນກ່າວແກ່ລາວວ່າ, "ພວກເຂົາຈະຕ້ອງເຜົາໄຂມັນກ່ອນ, ແລະ ແລ້ວຈຶ່ງເອົາໄປຕາມທີ່ທ່ານຕ້ອງການເທີ້ນ." ແລ້ວລາວຈະຕອບວ່າ, "ບໍ່ໄດ້, ເຈົ້າຈະຕ້ອງໃຫ້ຂ້ອຍດຽວນີ້; ຖ້າບໍ່ໃຫ້, ຂ້ອຍກໍຈະໃຊ້ກຳລັງເອົາໄປ."
\v 17 ບາບຂອງຄົນຫນຸ່ມທັງສອງນັ້ນ ໃຫຍ່ຫລວງ ຕໍ່ຫນ້າຂອງພຣະຢາເວ, ເພາະວ່າພວກເຂົາໄດ້ຫມິ່ນປະຫມາດເຄື່ອງຖວາຍບູຊາແດ່ພຣະຢາເວ.
\s5
\v 18 ແຕ່ຊາມູເອນໄດ້ຮັບໃຊ້ຢູ່ຕໍ່ຫນ້າພຣະຢາເວ ເຫມືອນເດັກຄົນຫນຶ່ງທີ່ຮັດແອວດ້ວຍຜ້າເລນິນເອໂຟດ.
\v 19 ແມ່ຂອງລາວໄດ້ຫຍິບເສື້ອຄຸມໂຕນ້ອຍໆ ສຳລັບລາວທຸກໆປີ, ເມື່ອນາງຂຶ້ນໄປພ້ອມກັບຜົວຂອງນາງ ເພື່ອຖວາຍເຄື່ອງສັດບູຊາປະຈຳປີ.
\s5
\v 20 ເອລີໄດ້ອວຍພອນເອນການາ ແລະ ເມຍຂອງລາວເວົ້າວ່າ, "ຂໍພຣະຢາເວປຣະທານລູກຫລາຍຄົນໃຫ້ແກ່ທ່ານອີກໂດຍຜູ້ຍິງຄົນນີ້ ເພາະວ່າຄົນທີ່ນາງເຄີຍຂໍນັ້ນ ໄດ້ມອບຖວາຍໃຫ້ພຣະຢາເວ." ແລ້ວພວກເຂົາກໍໄດ້ກັບເມືອເຮືອນຂອງພວກເຂົາເອງ.
\v 21 ພຣະຢາເວໄດ້ຊ່ວຍຮັນນາ, ແລະ ນາງກໍຖືພາອີກເທື່ອຫນຶ່ງ. ນາງໄດ້ເກີດລູກຊາຍສາມຄົນ ແລະລູກສາວສອງຄົນ. ຂະນະທີ່, ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນຕໍ່ພຣະພັກພຣະຢາເວ.
\s5
\v 22 ບັດນີ້ ເອລີກໍເຖົ້າຫລາຍແລ້ວ; ລາວໄດ້ຍິນເຖິງທຸກສິ່ງທີ່ລູກທັງສອງຂອງລາວກຳລັງເຮັດແກ່ຊາວອິສະຣາເອນທັງຫມົດ, ແລະທີ່ພວກເຂົາຫລັບນອນກັບຜູ້ຍິງທີ່ຮັບໃຊ້ຢູ່ທີ່ທາງເຂົ້າຫໍເຕັນນັດພົບ.
\v 23 ລາວກໍເວົ້າກັບພວກເຂົາວ່າ, "ເປັນຫຍັງພວກເຈົ້າຈຶ່ງເຮັດສິ່ງເຫລົ່ານີ້? ເພາະຂ້ອຍໄດ້ຍິນກ່ຽວກັບການກະທຳອັນຊົ່ວຮ້າຍຈາກປະຊາຊົນທັງຫມົດເຫລົ່ານີ້."
\v 24 ຢ່າເລີຍ, ລູກເອີຍ; ເພາະວ່າມັນເປັນເລື່ອງທີ່ບໍ່ດີທີ່ເຮົາໄດ້ຍິນນັ້ນ. ພວກເຈົ້າເຮັດໃຫ້ປະຊາຊົນຂອງພຣະຢາເວບໍ່ເຊື່ອຟັງ.
\s5
\v 25 "ຖ້າຊາຍໃດເຮັດບາບຕໍ່ສູ້ກັບອີກຄົນຫນຶ່ງ, ພຣະເຈົ້າຈະຕັດສິນລາວ; ແຕ່ຖ້າຊາຍຄົນນັ້ນໄດ້ເຮັດບາບຕໍ່ສູ້ພຣະຢາເວ, ໃຜຈະໂຕ້ແຍ້ງເພື່ອລາວໄດ້ຫລື?" ແຕ່ພວກເຂົາບໍ່ເຊື່ອຟັງບິດາຂອງພວກເຂົາ, ເພາະວ່າພຣະຢາເວຕັ້ງໃຈຈະຂ້າພວກເຂົາແລ້ວ.
\v 26 ເດັກຊາຍຊາມູເອນກໍເຕີບໃຫຍ່ຂຶ້ນ, ແລະ ເປັນທີ່ພໍພຣະທັຍຕໍ່ພຣະພັກພຣະຢາເວ ແລະຕໍ່ຫນ້າມະນຸດດ້ວຍ.
\s5
\v 27 ບັດນີ້ ຄົນຂອງພຣະເຈົ້າມາຫາເອລີ ແລະເວົ້າກັບລາວວ່າ, "ພຣະຢາເວກ່າວດັ່ງນີ້ວ່າ, 'ເຮົາບໍ່ໄດ້ເປີດເຜີຍເຮົາເອງໃຫ້ແກ່ບັນພະບຸຣຸດຂອງເຈົ້າ, ເມື່ອພວກເຂົາຍັງຢູ່ໃນເອຢິບ ພາຍໃຕ້ການເປັນທາດຢູ່ໃນເຊື້ອສາຍຂອງຟາໂຣຫລື?
\v 28 ເຮົາໄດ້ເລືອກລາວອອກຈາກເຜົ່າອິສະຣາເອນທັງຫມົດ ໃຫ້ເປັນປະໂລຫິດຂອງເຮົາ, ເພື່ອຂຶ້ນໄປທີ່ແທ່ນບູຊາຂອງເຮົາ, ແລະ ເຜົາເຄື່ອງຫອມບູຊາ, ເພື່ອນຸ່ງເສື້ອເອໂຟດຕໍ່ຫນ້າເຮົາ. ເຮົາໄດ້ມອບໃຫ້ແກ່ບັນພະບຸຣຸດຂອງເຈົ້າດ້ວຍເຄື່ອງຖວາຍທັງຫລາຍ ທີ່ປະຊາຊົນອິສະຣາເອນໄດ້ຖວາຍບູຊາດ້ວຍໄຟ.
\s5
\v 29 ເຫດໃດ, ພວກເຈົ້າຈຶ່ງດູຫມິ່ນເຄື່ອງຖວາຍບູຊາຂອງເຮົາ ແລະ ສິ່ງຂອງຖວາຍທີ່ເຮົາໄດ້ສັ່ງໄວ້ໃນບ່ອນທີ່ເຮົາສະຖິດຢູ່? ເປັນຫຍັງພວກເຈົ້າໃຫ້ກຽຕແກ່ລູກຊາຍທັງສອງຂອງເຈົ້າເຫນືອເຮົາ ໂດຍເຮັດໃຫ້ໂຕຂອງພວກເຈົ້າອ້ວນພີ ດ້ວຍສ່ວນທີ່ດີທີ່ສຸດຂອງເຄື່ອງຖວາຍທຸກຢ່າງຈາກປະຊາຊົນອິສະຣາເອນຂອງເຮົາ?'
\v 30 ເພາະສະນັ້ນ, ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຊົງກ່າວວ່າ, 'ເຮົາໄດ້ສັນຍາວ່າເຊື້ອສາຍຂອງເຈົ້າ, ແລະເຊື້ອສາຍຂອງບັນດາບັນພະບຸຣຸດຂອງເຈົ້າຈະດຳເນີນຢູ່ຕໍ່ຫນ້າເຮົາເປັນນິດ.' ແຕ່ບັດນີ້ພຣະຢາເວຊົງກ່າວວ່າ, 'ຂໍໃຫ້ການນັ້ນຫ່າງໄກໄປຈາກເຮົາ, ເພາະເຮົາຈະໃຫ້ກຽຕແກ່ບັນດາຜູ້ທີ່ໃຫ້ກຽຕເຮົາ, ແຕ່ບັນດາຜູ້ທີ່ຫມິ່ນປະຫມາດເຮົາ ຈະຕົກຕໍ່າລົງ.
\s5
\v 31 ເບິ່ງແມ໋, ວັນເຫລົ່ານັ້ນຈະມາເຖິງ ເມື່ອເຮົາຈະຕັດກຳລັງຂອງພວກເຈົ້າອອກ ແລະ ກຳລັງຂອງເຊື້ອສາຍຂອງພໍ່ເຈົ້າ, ເພື່ອຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ.
\v 32 ເຈົ້າຈະເຫັນຄວາມທຸກຮ້ອນໃນບ່ອນຢູ່ຂອງເຮົາ. ແມ່ນວ່າສິ່ງທີ່ດີຈະມອບໃຫ້ແກ່ອິສະຣາເອນກໍຕາມ, ແຕ່ຈະບໍ່ມີຄົນເຖົ້າໃນເຊື້ອສາຍຂອງພວກເຈົ້າ.
\v 33 ມີໃຜໃນພວກເຈົ້າ ຊຶ່ງເຮົາບໍ່ໄດ້ຕັດເສຍຈາກແທ່ນບູຊາຂອງເຮົາ, ເຮົາຈະໃຫ້ດວງຕາທັງສອງຂອງພວກເຈົ້າຫລົ້ມແຫລວໄປ, ແລະເຮົາຈະເຮັດໃຫ້ເກີດຄວາມໂສກເສົ້າໃນຊີວິດຂອງພວກເຈົ້າ. ທຸກຄົນທີ່ເກີດໃນເຊື້ອສາຍຂອງພວກເຈົ້າຈະຕາຍ.
\s5
\v 34 ສິ່ງນີ້ຈະເປັນຫມາຍສຳຄັນແກ່ພວກເຈົ້າ ຊຶ່ງຈະບັງເກີດຂຶ້ນແກ່ລູກຊາຍທັງສອງຂອງເຈົ້າ, ຄືໂຮບນີ ແລະ ຟີເນຫັດ: ພວກເຂົາຈະຕາຍໃນວັນດຽວກັນ.
\v 35 ເຮົາຈະຕັ້ງຄົນເປັນປະໂລຫິດທີ່ສັດຊື່ຂອງເຮົາຂຶ້ນ ຜູ້ທີ່ຈະເຮັດຕາມສິ່ງທີ່ເຮົາມີຢູ່ໃນໃຈ ແລະໃນຈິດວິນຍານຂອງເຮົາ. ເຮົາຈະສ້າງເຊື້ອສາຍທີ່ຫມັ້ນຄົງໃຫ້ລາວ; ແລະ ລາວຈະດຳເນີນຢູ່ຕໍ່ຫນ້າກະສັດຜູ້ທີ່ເຮົາໄດ້ເຈີມຕັ້ງໄວ້ຕະຫລອດໄປ.
\s5
\v 36 ທຸກຄົນທີ່ຍັງເຫລືອຢູ່ໃນເຊື້ອສາຍຂອງເຈົ້າຈະມາ ແລະຂາບໄຫວ້ລາວ, ຮ້ອງຂໍເງິນອັນຫນຶ່ງ ແລະເຂົ້າຈີ່ກ້ອນຫນຶ່ງ, ແລະ ຈະເວົ້າວ່າ, "ຂໍທ່ານກະຣຸນາຕັ້ງຂ້ານ້ອຍໄວ້ໃນຕໍາແຫນ່ງປະໂລຫິດຈັກເທື່ອຫນຶ່ງເຖີ້ນ ເພື່ອຂ້ານ້ອຍຈະໄດ້ກິນເສດເຂົ້າຈີ່ແດ່."'"
\s5
\c 3
\cl ບົດທີ 3
\p
\v 1 ເດັກຊາຍຊາມູເອນໄດ້ຮັບໃຊ້ພຣະຢາເວພາຍໃຕ້ເອລີ. ໃນສມັຍນັ້ນມີຖ້ອຍຄຳຂອງພຣະຢາເວມາເຖິງແຕ່ຫນ້ອຍຫລາຍ; ຊຶ່ງບໍ່ມີນິມິດທີ່ທຳນວາຍເປັນປະຈຳ.
\v 2 ໃນເວລານັ້ນ, ເມື່ອເອລີ, ຜູ້ຊຶ່ງດວງຕາໄດ້ເລີ່ມມົວ ດັ່ງນັ້ນລາວບໍ່ສາມາດເບິ່ງເຫັນໄດ້ຊັດເຈນ, ກຳລັງຈະນອນລົງບ່ອນນອນຂອງລາວ.
\v 3 ຕະກຽງຂອງພຣະເຈົ້າຍັງບໍ່ດັບ, ແລະຊາມູເອນກຳລັງຈະຫລົ້ມຕົວລົງນອນຫລັບຢູ່ໃນພຣະວິຫານຂອງພຣະຢາເວ ໃນບ່ອນທີ່ຫີບຂອງພຣະເຈົ້າຢູ່.
\v 4 ພຣະຢາເວຊົງເອີ້ນຊາມູເອນ, ຜູ້ຊຶ່ງເວົ້າວ່າ, "ຂ້ານ້ອຍຢູ່ທີ່ນີ້."
\s5
\v 5 ຊາມູເອນແລ່ນໄປຫາເອລີ ແລະເວົ້າວ່າ, "ຂ້ານ້ອຍຢູ່ທີ່ນີ້, ເພາະວ່າທ່ານໄດ້ເອີ້ນຂ້ານ້ອຍ." ເອລີໄດ້ຕອບວ່າ; "ຂ້ອຍບໍ່ໄດ້ເອີ້ນເຈົ້າ; ຈົ່ງກັບໄປນອນສາ. ດັ່ງນັ້ນ ຊາມູເອນກັບໄປ ແລະນອນລົງ.
\v 6 ພຣະຢາເວຊົງເອີ້ນອີກເທື່ອຫນຶ່ງວ່າ, "ຊາມູເອນ." ຊາມູເອນກໍໄດ້ລຸກຂຶ້ນອີກເທື່ອຫນຶ່ງ ແລະໄປຫາເອລີ ແລະເວົ້າວ່າ, "ຂ້ານ້ອຍຢູ່ທີ່ນີ້, ເພາະເຫດທີ່ທ່ານເອີ້ນຂ້ານ້ອຍ." ເອລີໄດ້ຕອບວ່າ, "ລູກເອີຍ; ຂ້ອຍບໍ່ໄດ້ເອີ້ນເຈົ້າ, ຈົ່ງກັບໄປນອນອີກສາ."
\s5
\v 7 ຕອນນັ້ນ ຊາມູເອນບໍ່ເຄີຍມີປະສົບການໃດໆເລີຍກັບພຣະຢາເວ, ຫລືຍັງບໍ່ເຄີຍມີຖ້ອຍຄຳຈາກພຣະຢາເວໄດ້ຊົງເປີດເຜີຍແກ່ລາວເລີຍ.
\v 8 ພຣະຢາເວຊົງເອີ້ນຊາມູເອນອີກເທື່ອ ເປັນເທື່ອທີ່ສາມ. ອີກເທື່ອຫນຶ່ງຊາມູເອນກໍລຸກຂຶ້ນໄປຫາເອລີ ແລະເວົ້າວ່າ, "ຂ້ານ້ອຍຢູ່ທີ່ນີ້, ເພາະທ່ານໄດ້ເອີ້ນຂ້ານ້ອຍ." ແລ້ວເອລີຈຶ່ງໄດ້ຮູ້ວ່າ ພຣະຢາເວໄດ້ຊົງເອີ້ນເດັກນັ້ນ.
\s5
\v 9 ແລ້ວເອລີຈຶ່ງເວົ້າກັບຊາມູເອນວ່າ, "ຈົ່ງໄປ ແລະນອນລົງອີກ; ຖ້າພຣະອົງເອີ້ນເຈົ້າອີກ, ເຈົ້າຈົ່ງເວົ້າວ່າ, 'ຂໍໂຜດຊົງກ່າວເຖີ້ນ, ພຣະຢາເວ, ເພາະຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່.'" ດັ່ງນັ້ນ ຊາມູເອນຈຶ່ງກັບໄປ ແລະ ນອນໃນບ່ອນນອນຂອງລາວອີກເທື່ອຫນຶ່ງ.
\s5
\v 10 ພຣະຢາເວໄດ້ມາ ແລະຢືນຢູ່; ພຣະອົງຊົງເອີ້ນຄືກັນກັບຄັ້ງກ່ອນໆວ່າ, "ຊາມູເອນ, ຊາມູເອນ." ແລ້ວຊາມູເອນຕອບວ່າ, "ຂໍໂຜດຊົງກ່າວເຖີ້ນ, ເພາະຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່."
\v 11 ພຣະຢາເວຊົງກ່າວກັບຊາມູເອນວ່າ, "ເບິ່ງແມ໋, ເຮົາກຳລັງຈະເຮັດສິ່ງຫນຶ່ງໃນອິສະຣາເອນ ຊຶ່ງຫູຂອງທຸກຄົນຈະໄດ້ຍິນກໍຈະອື້ໄປ.
\s5
\v 12 ໃນວັນນັ້ນ ເຮົາຈະເຮັດຕໍ່ເອລີທຸກສິ່ງທີ່ເຮົາໄດ້ກ່າວໄວ້ກ່ຽວກັບ ເຊື້ອສາຍຂອງເອລີ, ຕັ້ງແຕ່ຕົ້ນຈົນເຖິງທີ່ສຸດທ້າຍ.
\v 13 ເຮົາໄດ້ບອກກັບລາວວ່າ ເຮົາກຳລັງຈະພິພາກສາເຊື້ອສາຍຂອງລາວອີກຄັ້ງ ສຳລັບການບາບທີ່ລາວໄດ້ຮູ້ເລື່ອງແລ້ວ, ເພາະວ່າລູກຊາຍທັງຫລາຍຂອງລາວໄດ້ນຳການສາບແຊ່ງມາເຫນືອພວກເຂົາ ແລະ ລາວກໍບໍ່ໄດ້ຢຸດຢັ້ງພວກເຂົາ.
\v 14 ເພາະວ່າ ສິ່ງນີ້ແຫລະ ທີ່ເຮົາໄດ້ສາບານຕໍ່ເຊື້ອສາຍຂອງລາວວ່າ ຄວາມບາບທັງຫລາຍໃນເຊື້ອສາຍຂອງລາວ ຈະບໍ່ໄດ້ຮັບການຍົກບາບໂດຍການຖວາຍເຄື່ອງສັດບູຊາ ຫລື ເຄື່ອງຖວາຍບູຊາໃດໆທັງນັ້ນ."
\s5
\v 15 ຊາມູເອນນອນລົງຈົນຮອດຕອນເຊົ້າ; ແລ້ວລາວໄດ້ເປີດປະຕູພຣະວິຫານຂອງພຣະຢາເວ. ແຕ່ຊາມູເອນຢ້ານທີ່ຈະບອກໃຫ້ເອລີກ່ຽວກັບນິມິດ.
\v 16 ແລ້ວເອລີກໍເອີ້ນຊາມູເອນ ແລະ ເວົ້າວ່າ, "ຊາມູເອນ, ລູກເອີຍ." ຊາມູເອນໄດ້ຕອບວ່າ "ຂ້ານ້ອຍຢູ່ທີ່ນີ້."
\s5
\v 17 ລາວໄດ້ເວົ້າວ່າ, "ເລື່ອງຫຍັງທີ່ພຣະອົງໄດ້ບອກກັບເຈົ້າ? ຂໍຢ່າປິດບັງໄວ້ຈາກຂ້ອຍເລີຍ. ຂໍພຣະເຈົ້າເຮັດຢ່າງນັ້ນແກ່ເຈົ້າ, ແລະ ໃຫ້ຫລາຍກວ່ານັ້ນ, ຖ້າເຈົ້າປິດບັງສິ່ງໃດໄວ້ຈາກຂ້ອຍ ໃນເລື່ອງທັງຫມົດທີ່ພຣະອົງຊົງບອກແກ່ເຈົ້າ."
\v 18 ຊາມູເອນຈຶ່ງເລົ່າໃຫ້ລາວຟັງທຸກຢ່າງ; ລາວບໍ່ໄດ້ປິດບັງຫຍັງໄວ້ຈາກລາວເລີຍ. ເອລີໄດ້ກ່າວວ່າ, "ພຣະອົງຄືພຣະຢາເວ. ຂໍພຣະອົງເຮັດໃນສິ່ງທີ່ເຫັນວ່າດີຕໍ່ພຣະອົງເຖີ້ນ."
\s5
\v 19 ຊາມູເອນເຕີບໃຫຍ່ຂຶ້ນ, ແລະພຣະຢາເວສະຖິດກັບລາວ ແລະບໍ່ໃຫ້ຄຳທຳນວາຍທັງຫມົດຂອງລາວເປັນຄວາມຈິງ.
\v 20 ຊາວອິສະຣາເອນທັງຫມົດ ຕັ້ງແຕ່ດານເຖິງເບເອຊາບາກໍໄດ້ຮູ້ວ່າ ຊາມູເອນໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ທຳນວາຍຂອງພຣະຢາເວ.
\v 21 ພຣະຢາເວປາກົດອີກເທື່ອຫນຶ່ງທີ່ຊີໂລ, ເພາະພຣະອົງສະແດງພຣະອົງເອງແກ່ຊາມູເອນ ທີ່ຊີໂລໂດຍພຣະທັມຂອງພຣະອົງ.
\s5
\c 4
\cl ບົດທີ 4
\p
\v 1 ຖ້ອຍຄຳຂອງຊາມູເອນໄດ້ມາເຖິງຊາວອິສະຣາເອນທັງຫມົດ. ບັດນີ້ ອິສະຣາເອນໄດ້ຍົກກອງທັບອອກໄປເຮັດສົງຄາມກັບພວກຟີລິສະຕິນ. ພວກເຂົາໄດ້ຕັ້ງຄ້າຍທີເອເບເຊບາ, ແລະ ຄົນຟິລິສະຕິນກໍໄດ້ຕັ້ງຄ້າຍຢູ່ໃນອາເຟກ.
\v 2 ພວກຟີລິສະຕິນຈັດພົນຮົບເປັນແຖວເຂົ້າມາຕໍ່ສູ້ກັບອິສະຣາເອນ. ເມື່ອສົງຄາມແພ່ຂະຫຍາຍອອກໄປ, ອິສະຣາເອນໄດ້ເສຍຊັຍຊະນະໃຫ້ແກ່ພວກຟີລິສະຕິນ, ຜູ້ໄດ້ຂ້າສີ່ພັນຄົນໃນສະຫນາມຮົບ.
\s5
\v 3 ເມື່ອພວກປະຊາຊົນກັບມາສູ່ຄ້າຍພັກ, ພວກຜູ້ໃຫຍ່ຂອງອິສະຣາເອນວ່າ, "ເປັນຫຍັງພຣະຢາເວເຮັດໃຫ້ພວກເຮົາ ຜ່າຍແພ້ຕໍ່ຫນ້າພວກຟີລິສະຕິນໃນວັນນີ້? ໃຫ້ພວກເຮົານຳເອົາຫີບພັນທະສັນຍາຂອງພຣະຢາເວຈາກເມືອງຊີໂລມາທີ່ນີ້, ເພື່ອວ່າຫີບພັນທະສັນຍາຈະໄດ້ຢູ່ກັບພວກເຮົາທີ່ນີ້, ເພື່ອຫີບນັ້ນຈະຊ່ວຍພວກເຮົາປອດພັຍຈາກມືຂອງສັດຕຣູທັງຫລາຍຂອງພວກເຮົາ."
\v 4 ດັ່ງນັ້ນ ປະຊາຊົນຈຶ່ງໄດ້ສົ່ງຜູ້ຊາຍຫລາຍຄົນໄປທີ່ເມືອງຊີໂລ; ຈາກທີ່ນັ້ນພວກເຂົາໄດ້ນຳເອົາຫີບພັນທະສັນຍາຂອງພຣະຢາເວຈອມໂຍທາ, ຜູ້ນັ່ງຢູ່ເຫນືອເຄຣູບ. ລູກທັງສອງຂອງເອລີ, ຄືໂຮບນີ ແລະຟີເນຫັດ, ກໍໄດ້ຢູ່ກັບຫີບພັນທະສັນຍາຂອງພຣະເຈົ້າ.
\s5
\v 5 ເມື່ອຫີບພັນທະສັນຍາຂອງພຣະຢາເວມາເຖິງຄ້າຍ, ປະຊາຊົນອິສະຣາເອນທັງຫມົດກໍໂຫ່ຮ້ອງສຽງດັງ, ແລະແຜ່ນດິນກໍດັງກ້ອງສະຫນັ່ນ.
\v 6 ເມື່ອຊາວຟີລິສະຕິນໄດ້ຍິນສຽງໂຫ່ຮ້ອງ, ພວກເຂົາກໍໄດ້ເວົ້າວ່າ, "ສຽງໂຫ່ຮ້ອງອຶກກະທຶກໃນຄ້າຍຂອງພວກເຮັບເຣີນັ້ນຫມາຍຄວາມວ່າຢ່າງໃດກັນ?" ແລ້ວພວກເຂົາກໍໄດ້ຮູ້ວ່າຫີບພັນທະສັນຍາຂອງພຣະຢາເວໄດ້ມາຂ້າງໃນຄ້າຍແລ້ວ.
\s5
\v 7 ຊາວຟີລິສະຕິນກໍຢ້ານ; ພວກເຂົາເວົ້າວ່າ, "ພຣະເຈົ້າອົງຫນຶ່ງໄດ້ມາທີ່ຄ້າຍແລ້ວ." ພວກເຂົາເວົ້າວ່າ, "ວິບັດແກ່ພວກເຮົາ! ບໍ່ເຄີຍເກີດເລື່ອງຢ່າງນີ້ມາກ່ອນເລີຍ!
\v 8 ວິບັດແກ່ພວກເຮົາ! ໃຜຈະຊ່ວຍເອົາພວກເຮົາຈາກອຳນາດຂອງພະເຈົ້າເຫລົ່ານີ້ໄດ້? ພະເຈົ້າເຫລົ່ານີ້ເປັນຜູ້ທີ່ໄດ້ບຸກໂຈມຕີຊາວເອຢິບ ດ້ວຍພັຍພິບັດທີ່ແຕກຕ່າງກັນຫລາຍຊະນິດໃນຖິ່ນແຫ້ງແລ້ງກັນດານ.
\v 9 ຈົ່ງກ້າຫານເຖີ້ນ, ແລະຈົ່ງເປັນລູກຜູ້ຊາຍ, ເຈົ້າທັງຫລາຍຊາວຟີລິສະຕິນເອີຍ, ຫລື ພວກເຈົ້າຈະກາຍເປັນທາດຂອງຊາວເຮັບເຣີ, ດັ່ງທີ່ພວກເຂົາເຄີຍເປັນທາດພວກເຈົ້າ. ຈົ່ງເປັນລູກຜູ້ຊາຍ, ແລະຈົ່ງຕໍ່ສູ້."
\s5
\v 10 ຄົນຟີລິສະຕິນຈຶ່ງໄດ້ສູ້ຮົບ, ແລະອິສະຣາເອນກໍໄດ້ຜ່າຍແພ້. ທຸກຄົນກໍໄດ້ຫນີໄປຍັງບ້ານຂອງລາວ, ແລະມີການຂ້າຟັນກັນຢ່າງຫນັກ; ມີທະຫານຣາບຂອງອິສະຣາເອນຕາຍໄປສາມສິບພັນຄົນ.
\v 11 ຫີບພັນທະສັນຍາຂອງພຣະເຈົ້າກໍຖືກຍຶດໄປ, ແລະລູກຊາຍທັງສອງຂອງເອລີ, ໂຮບນີ ແລະຟີເນຫັດ, ກໍຕາຍດ້ວຍ.
\s5
\v 12 ຜູ້ຊາຍເຜົ່າເບັນຢາມິນຄົນຫນຶ່ງໄດ້ແລ່ນມາຈາກສະຫນາມຮົບ ແລະມາເຖິງຊີໂລໃນວັນດຽວກັນນັ້ນ, ມາເຖິງດ້ວຍເສື້ອຜ້າຂາດ ແລະຂີ້ຝຸ່ນດິນກໍຢູ່ເທິງຫົວຂອງລາວ.
\v 13 ເມື່ອລາວໄດ້ມາເຖິງ, ເອລີກຳລັງນັ່ງຢູ່ບ່ອນນັ່ງຂອງລາວຂ້າງຖະຫນົນ ລໍຖ້າເບິ່ງ ເພາະຈິດໃຈຂອງທ່ານຢ້ານກ່ຽວກັບເລື່ອງຫີບພັນທະສັນຍາຂອງພຣະເຈົ້າ. ເມື່ອຜູ້ຊາຍຄົນນັ້ນໄດ້ເຂົ້າມາໃນເມືອງ ແລະໄດ້ບອກຂ່າວ, ແລະ ຊາວເມືອງທັງຫມົດກໍຮ້ອງໄຫ້ສຽງດັງ.
\s5
\v 14 ເມື່ອເອລີໄດ້ຍິນສຽງຮ້ອງດັງເຊັ່ນນັ້ນ, ກໍໄດ້ເວົ້າວ່າ, "ສຽງອຶກກະທຶກນີ້ເປັນສຽງຫຍັງກັນ?" ຜູ້ຊາຍຄົນນັ້ນກໍຮີບເຂົ້າມາ ແລະບອກເອລີ.
\v 15 ບັດນີ້ ເອລີອາຍຸໄດ້ເກົ້າສິບແປດປີ; ດວງຕາຂອງລາວກໍມົວ, ແລະລາວບໍ່ສາມາດເບິ່ງເຫັນແລ້ວ.
\s5
\v 16 ຜູ້ຊາຍຄົນນັ້ນໄດ້ເວົ້າກັບເອລີວ່າ, "ຂ້ານ້ອຍເປັນຄົນທີ່ມາຈາກສະຫນາມຮົບ. ຂ້ານ້ອຍຫນີມາຈາກການສູ້ຮົບວັນນີ້." ເອລີກໍໄດ້ເວົ້າວ່າ, "ລູກເອີຍ, ເປັນແນວໃດແດ່?"
\v 17 ຜູ້ຊາຍຄົນທີ່ມາບອກຂ່າວຕອບ ແລະເວົ້າວ່າ, "ອິສະຣາເອນໄດ້ຫນີຈາກຊາວຟີລິສະຕິນ. ເຊັ່ນດຽວກັນ, ມີການຂ້າຟັນກັນຢ່າງຫນັກທ່າມກາງປະຊາຊົນ. ເຊັ່ນດຽວກັນ, ລູກຊາຍທັງສອງຄົນຂອງເຈົ້າ, ຄືໂຮບນີ ແລະຟີເນຫັດ, ກໍຕາຍແລ້ວ, ແລະຫີບພັນທະສັນຍາຂອງພຣະເຈົ້າກໍຖືກຍຶດໄປແລ້ວ."
\s5
\v 18 ເມື່ອລາວໄດ້ເວົ້າເຖິງຫີບພັນທະສັນຍາຂອງພຣະເຈົ້າ, ເອລີກໍໄດ້ຫງາຍຫລັງຕົກຈາກບ່ອນນັ່ງທີ່ຢູ່ຂ້າງປະຕູ ຄໍຂອງລາວກໍຫັກ, ແລະ ລາວກໍຂາດໃຈຕາຍ, ເພາະລາວເຖົ້າຫລາຍແລ້ວ ແລະຕຸ້ຍໂພດ. ລາວໄດ້ຕັດສິນອິສະຣາເອນສີ່ສິບປີ.
\s5
\v 19 ບັດນີ້ລູກໄພ້ຂອງລາວ, ຄືເມຍຂອງຟີເນຫັດກໍຖືພາ, ແລະໃກ້ກຳນົດເກີດລູກແລ້ວ. ເມື່ອນາງໄດ້ຍິນຂ່າວວ່າຫີບພັນທະສັນຍາຂອງພຣະເຈົ້າຖືກຍຶດໄປ ແລະພໍ່ຜົວຂອງນາງ ແລະ ຜົວຂອງນາງກໍໄດ້ຕາຍໄປ, ນາງກໍໄດ້ຄຸກເຂົ່າລົງ ແລະເກີດລູກ, ແຕ່ຄວາມເຈັບປວດສາຫັດເກີດຂຶ້ນຖ້ວມໃຈນາງ.
\v 20 ເມື່ອນາງກຳລັງຈະຕາຍ ພວກຜູ້ຍິງທີ່ເຝົ້າເບິ່ງນາງໄດ້ເວົ້າວ່າ, "ຢ່າຢ້ານເລີຍ, ເພາະເຈົ້າຫາກໍໄດ້ລູກຄົນຫນຶ່ງ." ແຕ່ນາງບໍ່ໄດ້ຕອບ ຫລື ໃສ່ໃຈກັບເລື່ອງທີ່ພວກເຂົາໄດ້ເວົ້າກັບຫົວໃຈ.
\s5
\v 21 ນາງໄດ້ຕັ້ງຊື່ເດັກນັ້ນວ່າ ອີຄາໂບດ, ເວົ້າວ່າ, "ພຣະສະຫງ່າຣາສີໄດ້ພາກຈາກອິສະຣາເອນແລ້ວ!" ເພາະຫີບພັນທະສັນຍາຂອງພຣະເຈົ້າໄດ້ຖືກຍຶດໄປ, ແລະເພາະພໍ່ຜົວຂອງນາງ ແລະ ຜົວຂອງນາງ.
\v 22 ນາງເວົ້າວ່າ, "ພຣະສະຫງ່າຣາສີໄດ້ພາກໄປຈາກອິສະຣາເອນແລ້ວ, ເພາະຫີບພັນທະສັນຍາຂອງພຣະເຈົ້າໄດ້ຖືກຍຶດໄປແລ້ວ."
\s5
\c 5
\cl ບົດທີ 5
\p
\v 1 ບັດນີ້ ຊາວຟີລິສະຕິນໄດ້ຍຶດຫີບພັນທະສັນຍາຂອງພຣະເຈົ້າໄປ, ແລະພວກເຂົາໄດ້ນຳໄປຈາກເອເບເຊບາໄປຍັງອາສະໂດດ.
\v 2 ຄົນຟີລິສະຕິນກໍໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າ, ເຂົ້າໄປໄວ້ໃນວິຫານຂອງພະດາໂກນ, ແລະວາງຫີບໄວ້ຂ້າງພະດາໂກນ.
\v 3 ເມື່ອປະຊາຊົນຊາວອາສະໂດດ ຕື່ນແຕ່ເຊົ້າໃນວັນຕໍ່ມາ, ເບິ່ງແມ໋, ພະດາໂກນກໍໄດ້ລົ້ມລົງເຖິງພື້ນດິນຕໍ່ພຣະພັກພຣະຢາເວ. ສະນັ້ນ ພວກເຂົາໄດ້ເອົາພະດາໂກນ ແລະ ຕັ້ງຂຶ້ນໃນບ່ອນຂອງມັນອີກເທື່ອຫນຶ່ງ.
\s5
\v 4 ແຕ່ເມື່ອພວກເຂົາໄດ້ຕື່ນໃນເຊົ້າມື້ຕໍ່ມາ, ເບິ່ງແມ໋ ພະດາໂກນໄດ້ຂວ້ຳຫນ້າລົງເຖິງດິນຕໍ່ຫນ້າຫີບພັນທະສັນຍາຂອງພຣະຢາເວ. ຫົວຂອງພະດາໂກນ ແລະມືທັງສອງຂ້າງກໍໄດ້ແຕກຫັກຢູ່ທາງເຂົ້າປະຕູ. ເຫລືອແຕ່ລໍາໂຕຂອງພະດາໂກນທີ່ຍັງຢູ່.
\v 5 ນີ້ຄືເຫດຜົນວ່າເປັນຫຍັງ, ແມ່ນແຕ່ທຸກວັນນີ້, ພວກປະໂລຫິດຂອງພະດາໂກນ ແລະ ທຸກຄົນທີ່ເຂົ້າໄປໃນວິຫານຂອງພະດາໂກນ ຈຶ່ງບໍ່ຢຽບທາງເຂົ້າປະຕູວິຫານຂອງພະດາໂກນທີ່ເມືອງອາສະໂດດ.
\s5
\v 6 ພຣະຫັດຂອງພຣະຢາເວໄດ້ຢຽດອອກເຫນຶອປະຊາຊົນຊາວອາສະໂດດຢ່າງຫນັກ. ພຣະອົງໄດ້ທຳລາຍພວກເຂົາ ແລະເຮັດໃຫ້ພວກເຂົາທຸກທໍຣະມານດ້ວຍຝີຕ່າງໆ, ທັງໃນເມືອງອາສະໂດດ ແລະອານາເຂດທັງຫມົດຂອງເມືອງນັ້ນ.
\v 7 ເມື່ອຊາວເມືອງອາສະໂດດໄດ້ຮູ້ວ່າມີຫຍັງກຳລັງເກີດຂຶ້ນກັບພວກເຂົາ, ພວກເຂົາເວົ້າວ່າ,"ຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິສະຣາເອນຈະບໍ່ຢູ່ກັບພວກເຮົາ, ເພາະວ່າ ພຣະຫັດຂອງພຣະອົງລົງໂທດພວກເຮົາ ແລະ ພະດາໂກນພະເຈົ້າຂອງພວກເຮົາຢ່າງຫນັກ."
\s5
\v 8 ດັ່ງນັ້ນ ພວກເຂົາຈຶ່ງໄດ້ໃຊ້ຄົນໄປ ແລະ ໄດ້ເອີ້ນປະຊຸມພວກເຈົ້ານາຍທັງຫມົດຂອງຊາວຟີລິສະຕິນ; ພວກເຂົາເວົ້າກັນວ່າ, "ເຮົາຈະເຮັດຢ່າງໃດດີກັບຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນ?" ພວກເຂົາຕອບວ່າ, "ໃຫ້ເຮົາຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປທີ່ເມືອງກາດ." ດັ່ງນັ້ນ ພວກເຂົາຈຶ່ງຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປທີ່ນັ້ນ.
\v 9 ແຕ່ພາຍຫລັງ ເມື່ອພວກເຂົາຍ້າຍຫີບວົນວຽນໄປ, ພຣະຫັດຂອງພຣະຢາເວກໍໄດ້ລົງໂທດເມືອງນັ້ນ, ເຮັດໃຫ້ເກີດຄວາມວຸ້ນວາຍຢ່າງໃຫຍ່ຫລວງ. ພຣະອົງໄດ້ທໍຣະມານຊາວເມືອງນັ້ນ, ທັງຜູ້ເລັກນ້ອຍ ແລະ ພວກເຈົ້ານາຍທັງຫລາຍ; ແລະຝີຕ່າງໆກໍໄດ້ແຕກເທິງຮ່າງກາຍຂອງພວກເຂົາ.
\s5
\v 10 ດັ່ງນັ້ນ ພວກເຂົາຈຶ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າໄປຍັງເມືອງເອກໂຣນ. ແຕ່ທັນທີທີ່ຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນມາເຖິງເມືອງເອກໂຣນແລ້ວ, ຊາວເມືອງເອກໂຣນກໍໄດ້ຮ້ອງສຽງດັງວ່າ, "ພວກເຂົາໄດ້ຍ້າຍຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນມາໃຫ້ເຮົາເພື່ອຂ້າພວກເຮົາ ແລະ ປະຊາຊົນຂອງພວກເຮົາດ້ວຍ."
\s5
\v 11 ດັ່ງນັ້ນພວກເຂົາຈຶ່ງໄດ້ສົ່ງຄົນໄປເອີ້ນປະຊຸມພວກເຈົ້ານາຍທັງຫມົດຂອງຊາວຟີລິສະຕິນ; ພວກເຂົາເວົ້າກັນວ່າ, "ຈົ່ງສົ່ງຫີບພັນທະສັນຍາຂອງພຣະເຈົ້າຂອງຊາວອິສະຣາເອນໄປເສຍ, ແລະໃຫ້ຫີບນັ້ນກັບໄປບ່ອນເກົ່າ, ເພາະວ່າມີຄວາມແຕກຕື່ນຢູ່ທົ່ວທັງເມືອງ; ພຣະຫັດຂອງພຣະເຈົ້າໄດ້ລົງໂທດຢ່າງຫນັກຢູ່ໃນບ່ອນນັ້ນ.
\v 12 ຊາວເມືອງທີ່ຍັງບໍ່ຕາຍກໍຖືກທໍຣະມານດ້ວຍຝີຕ່າງໆ, ແລະ ສຽງຮ້ອງໄຫ້ຂອງເມືອງກໍໄດ້ຂຶ້ນໄປເຖິງຟ້າສະຫວັນ.
\s5
\c 6
\cl ບົດທີ 6
\p
\v 1 ບັດນີ້ ຫີບພັນທະສັນຍາຂອງພຣະຢາເວໄດ້ຢູ່ໃນດິນແດນຂອງຊາວຟີລິສະຕິນເຈັດເດືອນ.
\v 2 ແລ້ວຄົນຟີລິສະຕິນກໍໄດ້ເອີ້ນປະຊຸມພວກປະໂລຫິດ ແລະພວກໂຫຣາຈານມາ; ພວກເຂົາເວົ້າຕໍ່ກັນວ່າ,"ເຮົາຈະເຮັດຢ່າງໃດດີ ກັບຫີບພັນທະສັນຍາຂອງພຣະຢາເວດີ? ຈົ່ງບອກພວກເຮົາວ່າ ພວກເຮົາຈະສົ່ງຫີບກັບໄປບ່ອນເກົ່າໄດ້ຢ່າງໃດ."
\s5
\v 3 ບັນດາປະໂລຫິດ ແລະ ພວກໂຫຣາຈານໄດ້ຕອບວ່າ, "ຖ້າພວກທ່ານສົ່ງຫີບພັນທະສັນຍາຂອງພຣະເຈົ້າແຫ່ງອິສະຣາເອນໄປ, ກໍຢ່າສົ່ງໄປໂດຍບໍ່ມີຂອງຂວັນ; ທັງຫມົດນີ້ຫມາຍຄວາມວ່າຕ້ອງໄປພ້ອມເຄື່ອງບູຊາລົບລ້າງຄວາມຜິດຖວາຍແດ່ພຣະອົງ. ແລ້ວພວກທ່ານຈະຖືກປິ່ນປົວໃຫ້ຫາຍດີ, ແລະພວກເຈົ້າຈະຮູ້ວ່າ ເຫດໃດພຣະຫັດຂອງພຣະອົງຈຶ່ງບໍ່ຫັນໄປຈາກພວກທ່ານຈົນຮອດດຽວນີ້."
\v 4 ແລ້ວພວກເຂົາໄດ້ກ່າວວ່າ, "ມັນຄວນຈະເປັນອັນໃດທີ່ພວກເຮົາຈະຖວາຍເປັນເຄື່ອງບູຊາລົບລ້າງຄວາມຜິດ ທີ່ພວກເຮົາຕ້ອງໃຫ້ກັບພຣະອົງ?" ພວກເຂົາໄດ້ຕອບວ່າ, "ຫມາກຝີທອງຄຳຫ້າຫນ່ວຍ ແລະ ຫນູທອງຄຳຫ້າໂຕຕາມຈຳນວນເຈົ້ານາຍຂອງຄົນຟີລິສະຕິນ. ເພາະພວກເຈົ້າ ແລະພວກເຈົ້ານາຍລ້ວນຖືກພັຍພິບັດເຊັ່ນດຽວກັນ.
\s5
\v 5 ພວກທ່ານຕ້ອງເຮັດແບບຈຳລອງຮູບຝີຂອງພວກທ່ານ, ແລະແບບຈຳລອງຮູບຫນູຂອງພວກເຈົ້າຊຶ່ງທຳລາຍແຜ່ນດິນ, ແລະພວກເຈົ້າຈົ່ງຖວາຍພຣະສະຫງ່າຣາສີແດ່ພຣະເຈົ້າແຫ່ງອິສະຣາເອນ. ບາງທີ ພຣະອົງຈະຍົກພຣະອົງຂອງພຣະອົງຈາກພວກເຈົ້າ, ຈາກບັນດາພະເຈົ້າຂອງພວກເຈົ້າ, ແລະຈາກແຜ່ນດິນຂອງພວກເຈົ້າ.
\v 6 ເປັນຫຍັງພວກເຈົ້າເຮັດໃຫ້ໃຈພວກເຈົ້າແຂງກະດ້າງໄປ, ຢ່າງເຊັ່ນຄົນເອຢິບ ແລະຟາໂຣໄດ້ໃຫ້ໃຈຂອງພວກເຂົາແຂງກະດ້າງ? ຢ່າງນັ້ນແຫລະ ພຣະເຈົ້າແຫ່ງອິສະຣາເອນຈຶ່ງໄດ້ລົງໂທດພວກເຂົາຢ່າງ; ຄົນເອຢິບກໍຕ້ອງປ່ອຍປະຊາຊົນໄປ, ແລ້ວພວກເຂົາກໍຈາກໄປບໍ່ແມ່ນບໍ?
\s5
\v 7 ບັດນີ້ແລ້ວ, ຈົ່ງໄປຈັດຫາກວຽນໃຫມ່ຄັນຫນຶ່ງ ມາເຂົ້າທຽມແອກກັບງົວແມ່ລູກອ່ອນສອງຕົວ ຊຶ່ງຍັງບໍ່ເຄີຍເຂົ້າທຽມແອກມາກ່ອນ. ຈົ່ງຜູກແມ່ງົວຄູ່ນີ້ກັບກວຽນ, ແຕ່ໃຫ້ນຳລູກໆມັນຂອງກັບໄປເຮືອນ, ໃຫ້ພົ້ນຈາກແມ່ງົວຄູ່ນີ້.
\v 8 ແລ້ວຈົ່ງນຳຫີບແຫ່ງພັນທະສັນຂອງພຣະຢາເວມາວາງໄວ້ເທິງກວຽນ. ໃຫ້ວາງເຄື່ອງທອງຄຳ ຊຶ່ງພວກເຈົ້າຈະສົ່ງໄປຖວາຍພຣະອົງເປັນເຄື່ອງບູຊາລົບຄວາມຜິດໄວ້ໃນກ່ອງຂ້າງຫີບນັ້ນ. ແລ້ວກໍສົ່ງມັນໄປ ແລະປ່ອຍໃຫ້ໄປຕາມທາງຂອງມັນ.
\v 9 ແລ້ວລໍຖ້າເບິ່ງ; ຖ້າມັນໄປຕາມທາງເຖິງເຂດແດນຂອງມັນເອງ ໄປເຖິງເບັດເຊເມດ, ແລ້ວນັ້ນແຫລະ ແມ່ນພຣະຢາເວຜູ້ທີ່ໄດ້ຊົງເປັນຜູ້ເຮັດໃຫ້ເກີດຄວາມທຸກຍາກຢ່າງໃຫຍ່ຫລວງເຊັ່ນນີ້. ແຕ່ຖ້າບໍ່ເປັນເຊັ່ນນັ້ນ, ແລ້ວພວກເຮົາຈະໄດ້ຮູ້ວ່າ ບໍ່ແມ່ນພຣະຫັດຂອງພຣະອົງທີ່ຂ້ຽນຕີພວກເຮົາ; ຖືວ່າ ເປັນສິ່ງທີ່ເກີດຂຶ້ນກັບພວກເຮົາໂດຍບັງເອີນ.
\s5
\v 10 ຄົນເຫລົ່ານັ້ນ ໄດ້ເຮັດຕາມທີ່ພວກເຂົາໄດ້ຮັບຄຳແນະນຳນັ້ນ; ພວກເຂົາໄດ້ນຳເອົາງົວແມ່ລູກອ່ອນສອງໂຕ, ທຽມແອກເຂົ້າກວຽນ, ແລ້ວຂັງລູກມັນໄວ້ທີ່ເຮືອນ.
\v 11 ພວກເຂົາກໍໄດ້ວາງຫີບແຫ່ງພັນທະສັນຍາຂອງພຣະຢາເວໄວ້ເທິງກວຽນ ພ້ອມກັບກ່ອງຫນູທອງຄຳ ແລະ ຮູບຝີຂອງພວກເຂົາ.
\v 12 ແມ່ງົວທັງສອງກໍຍ່າງຊື່ກົງໄປຕາມທາງເມືອງເບັດເຊເມດ. ພວກມັນໄດ້ໄປຕາມທາງຫລວງ, ພາງຍ່າງພາງຮ້ອງໄປ ໂດຍບໍ່ຫັນຂວາ ຫລືຫັນຊ້າຍ. ບັນດາພວກເຈົ້ານາຍຂອງຊາວຟີລິສະຕິນກໍໄດ້ຕິດຕາມ ພວກມັນໄປຈົນເຖິງເຂດແດນເມືອງເບັດເຊເມດ.
\s5
\v 13 ບັດນີ້ ຊາວເມືອງເບັດເຊເມດກຳລັງກ່ຽວເຂົ້າສາລີຢູ່ທີ່ຮ່ອມພູ. ເມື່ອພວກເຂົາເງີຍຫນ້າຂຶ້ນ ແລະ ໄດ້ເຫັນຫີບນັ້ນ, ພວກເຂົາກໍຊຶ່ນຊົມຍິນດີ.
\s5
\v 14 ກວຽນໄດ້ເຂົ້າມາໃນທົ່ງນາຂອງໂຢຊວຍ ຈາກເມືອງເບັດເຊເມດ ແລະ ໄດ້ຢຸດຢູ່ທີ່ນັ້ນ. ມີຫີນໃຫຍ່ກ້ອນຫນຶ່ງຢູ່ທີ່ນັ້ນ, ແລະພວກເຂົາຈຶ່ງໄດ້ຜ່າໄມ້ຈາກກວຽນ, ແລະ ໄດ້ຖວາຍແມ່ງົວສອງໂຕນັ້ນເປັນເຄື່ອງເຜົາບູຊາແດ່ພຣະຢາເວ.
\v 15 ຄົນເລວີໄດ້ນຳຫີບພັນທະສັນຍາຂອງພຣະຢາເວ ແລະ ກ່ອງທີ່ບັນຈຸຮູບຫລໍ່ທອງຄຳຕ່າງໆທີ່ຢູ່ຂ້າງໃນນັ້ນລົງ, ບ່ອນທີ່ຮູບທອງຄຳຕ່າງໆຢູ່ນັ້ນ, ແລະ ໄດ້ວາງສິ່ງຂອງເຫລົ່ານີ້ໄວ້ເທິງກ້ອນຫີນໃຫຍ່. ຊາວເບັດເຊເມດ ໄດ້ຖວາຍເຄື່ອງເຜົາບູຊາ ແລະ ຖວາຍສັດບູຊາແດ່ພຣະຢາເວໃນວັນດຽວກັນ.
\s5
\v 16 ເມື່ອເຈົ້ານາຍທັງຫ້າຂອງຄົນຟີລິສະຕິນໄດ້ເຫັນສິ່ງນີ້ແລ້ວ, ພວກເຂົາກໍໄດ້ກັບໄປເມືອງເອກໂລນໃນວັນນັ້ນ.
\s5
\v 17 ຕໍ່ໄປນີ້ ເປັນຮູບຝີຄຳ ຊຶ່ງຊາວຟີລິສະຕິນສົ່ງກັບໄປເປັນ ເຄື່ອງບູຊາລົບລ້າງຄວາມຜິດແດ່ພຣະຢາເວ: ຮູບຫນຶ່ງສຳລັບເມືອງອາສະໂດດ, ຮູບຫນຶ່ງສຳລັບເມືອງກາຊາ, ຮູບຫນຶ່ງສຳລັບເມືອງອາສະເກໂລນ, ຮູບຫນຶ່ງສຳລັບເມືອງກາດ, ແລະ ອີກຮູບຫນຶ່ງສຳລັບເມືອງເອກໂຣນ.
\v 18 ຮູບຫນູທອງຄຳກໍເຫມືອນກັນ ຕາມຈຳນວນເມືອງທັງຫມົດຂອງຊາວຟີລິສະຕິນທີ່ເປັນເມືອງຂອງເຈົ້ານາຍທັງຫ້າຄົນ, ທັງເມືອງທີ່ມີປ້ອມປາການ ແລະ ຫມູ່ບ້ານຕ່າງໆ. ຫີນກ້ອນໃຫຍ່ ຊຶ່ງຢູ່ຂ້າງຫີບພັນທະສັນຍາຂອງພຣະຢາເວ, ຊຶ່ງພວກເຂົາໄດ້ວາງໄວ້ນັ້ນ ກໍຍັງເປັນພະຍານຢູ່ຈົນທຸກວັນນີ້ ທີ່ທົ່ງນາຂອງໂຢຊວຍ ຊາວເບັດເຊເມດ.
\s5
\v 19 ພຣະຢາເວໄດ້ໂຈມຕີຊາວເບັດເຊເມດບາງສ່ວນ ເພາະພວກເຂົາໄດ້ເຫັນຂ້າງໃນຫີບພັນທະສັນຍາຂອງພຣະຢາເວ. ພຣະອົງໄດ້ຂ້າພວກຜູ້ຊາຍ 50.070 ຄົນ. ປະຊາຊົນກໍໂສກເສົ້າ, ເພາະພຣະຢາເວໄດ້ຂ້າປະຊາຊົນເປັນຈຳນວນຫລວງຫລາຍ.
\v 20 ແລ້ວຊາວເມືອງເບັດເຊເມດຈຶ່ງໄດ້ກ່າວວ່າ, "ໃຜຈະສາມາດຢືນຢູ່ຕໍ່ພຣະພັກພຣະຢາເວໄດ້, ພຣະເຈົ້າຜູ້ບໍຣິສຸດນີ້? ຫີບຈະໄປຫາຜູ້ໃດ ເມື່ອໄປຈາກພວກເຮົາແລ້ວ?"
\s5
\v 21 ພວກເຂົາໄດ້ສົ່ງພວກຜູ້ສົ່ງຂ່າວໄປຍັງຊາວເມືອງກີຣີອາດເຢອາຣີມ, ເວົ້າວ່າ,"ຊາວຟີລິສະຕິນໄດ້ສົ່ງຫີບພັນທະສັນຍາຂອງພຣະຢາເວຄືນມາແລ້ວ; ຂໍລົງມາແລະນຳຫີບກັບໄປຢູ່ກັບພວກເຈົ້າເຖີ້ນ"
\s5
\c 7
\cl ບົດທີ 7
\p
\v 1 ຊາວເມືອງກີຣີອາດເຢອາຣີມໄດ້ມາ, ນຳຫີບພັນທະສັນຍາຂອງພຣະຢາເວ, ຂຶ້ນໄປເຖິງເຮືອນຂອງອາບີນາດາບ ຊຶ່ງຢູ່ເທິງເນິນພູ. ພວກເຂົາກໍໄດ້ຕັ້ງໃຫ້ເອເລອາຊາລູກຊາຍຂອງລາວ ເພື່ອໃຫ້ດູແລຫີບພັນທະສັນຍາຂອງພຣະຢາເວ.
\v 2 ນັບແຕ່ວັນທີ່ຫີບນັ້ນໄດ້ຢູ່ທີ່ ກີຣີອາດເຢອາຣີມ, ເວລາໄດ້ຜ່ານໄປຍາວນານເຖິງຊາວປີ. ບັນດາເຊື້ອສາຍອິສະຣາເອນທັງຫມົດກໍໄດ້ຄໍ່າຄວນເຖິງພຣະຢາເວ ແລະ ໄດ້ສະຖາປະນາທີ່ຈະກັບມາຫາພຣະຢາເວ.
\s5
\v 3 ຊາມູເອນໄດ້ເວົ້າກັບເຊື້ອສາຍອິສະຣາເອນທັງປວງວ່າ, "ຖ້າພວກເຈົ້າຈະກັບມາຫາພຣະຢາເວດ້ວຍສິ້ນສຸດໃຈຂອງພວກເຈົ້າ, ຈົ່ງຖິ້ມພວກພະເຈົ້າຕ່າງດ້າວ ແລະ ພະອັດໂທເຣັດເສຍຈາກທ່າມກາງພວກເຈົ້າ, ແລະຈົ່ງກັບໃຈຂອງພວກເຈົ້າຕໍ່ພຣະຢາເວ, ແລະນະມັສະການພຽງພຣະອົງເທົ່ານັ້ນ, ແລ້ວພຣະອົງຈະຊົງຊ່ວຍພວກເຈົ້າໃຫ້ພົ້ນຈາກມືຂອງຄົນຟີລິສະຕິນ."
\v 4 ແລ້ວປະຊາຊົນແຫ່ງອິສະຣາເອນ ຈຶ່ງໄດ້ຖິ້ມພະບາອານ ແລະພະອັດໂທເຣັດ, ແລະນະມັສະການພຽງພຣະຢາເວເທົ່ານັ້ນ.
\s5
\v 5 ແລ້ວຊາມູເອນໄດ້ເວົ້າວ່າ, "ຈົ່ງນຳຄົນອິສະຣາເອນທັງປວງໄປທີ່ເມືອງມິດສະປາ, ແລະ ຂ້ານ້ອຍຈະອະທິຖານຕໍ່ພຣະຢາເວເພື່ອພວກເຈົ້າ."
\v 6 ພວກເຂົາຈຶ່ງໄດ້ປະຊຸມກັນທີ່ເມືອງມິຊະປາ, ແລະໄດ້ຕັກນໍ້າມາເທອອກຕໍ່ພຣະພັກພຣະຢາເວ. ພວກເຂົາໄດ້ອົດອາຫານໃນວັນນັ້ນ ແລະເວົ້າວ່າ, "ພວກເຮົາໄດ້ເຮັດບາບຕໍ່ພຣະຢາເວ." ໃນບ່ອນນັ້ນເອງທີ່ຊາມູເອນໄດ້ຕັດສິນຂໍ້ຂັດແຍ່ງຂອງປະຊາຊົນອິສະຣາເອນ ແລະ ໄດ້ນຳປະຊາຊົນ.
\s5
\v 7 ບັດນີ້ ເມື່ອຄົນຟີລິສະຕິນໄດ້ຍິນວ່າ ປະຊາຊົນຊາວອິສະຣາເອນໄດ້ມາປະຊຸມກັນທີ່ເມືອງມິຊະປາ, ພວກເຈົ້ານາຍຂອງຄົນຟີລິສະຕິນກໍໄດ້ຍົກກອງທັບຂຶ້ນມາໂຈມຕີ. ເມື່ອປະຊາຊົນຊາວອິສະຣາເອນໄດ້ຍິນເຊັ່ນນັ້ນ, ພວກເຂົາກໍຢ້ານກົວຄົນຟີລິສະຕິນ.
\v 8 ແລ້ວປະຊາຊົນຊາວອິສະຣາເອນໄດ້ເວົ້າຕໍ່ຊາມູເອນວ່າ, "ຢ່າຢຸດຮ້ອງທູນພຣະຢາເວພຣະເຈົ້າຂອງພວກເຮົາ ເພື່ອພວກເຮົາ, ເພື່ອທີ່ພຣະອົງຈະຊ່ວຍພວກເຮົາໃຫ້ພົ້ນຈາກມືຂອງຄົນຟີລິສະຕິນ."
\s5
\v 9 ຊາມູເອນກໍໄດ້ເອົາລູກແກະອ່ອນທີ່ຍັງບໍ່ຢ່ານົມໂຕຫນຶ່ງມາ ແລະ ເປັນເຄື່ອງເຜົາບູຊາຫມົດໂຕຖວາຍແດ່ພຣະຢາເວ. ແລ້ວຊາມູເອນໄດ້ຮ້ອງທູນຕໍ່ພຣະຢາເວ ເພື່ອອິສະຣາເອນ, ແລະພຣະຢາເວກໍໄດ້ຕອບລາວ.
\s5
\v 10 ໃນຂະນະທີ່ຊາມູເອນກຳລັງຖວາຍເຄື່ອງເຜົາບູຊາຢູ່ນັ້ນ ຄົນຟີລິສະຕິນກໍໄດ້ເຂົ້າມາໃກ້ ເພື່ອບຸກໂຈມຕີອິສະຣາເອນ. ແຕ່ພຣະຢາເວຊົງໃຫ້ຟ້າຮ້ອງສຽງດັງຕໍ່ສູ້ຄົນຟີລິສະຕິນໃນວັນນັ້ນ ແລະໄດ້ເຮັດໃຫ້ພວກເຂົາສັບສົນ, ແລະພວກເຂົາກໍວຸ້ນວາຍຕໍ່ຫນ້າຄົນອິສະຣາເອນ.
\v 11 ພວກຜູ້ຊາຍຊາວອິສະຣາເອນກໍໄດ້ອອກຈາກເມືອງມິຊະປາ, ແລະພວກເຂົາໄດ້ໄລ່ກວາດພວກຟີລິສະຕິນ ແລະໄດ້ຂ້າຟັນພວກເຂົາໄປຈົນເຖິງໃຕ້ຂອງເມືອງເບັດຄາ.
\s5
\v 12 ແລ້ວຊາມູເອນກໍເອົາຫີນກ້ອນຫນຶ່ງ ແລະຕັ້ງໄວ້ລະຫວ່າງເມືອງມິຊະປາ ແລະເມືອງເຊນ. ລາວໄດ້ໃຫ້ຊື່ຫີນນັ້ນວ່າ ເອເບັນເອເຊີ, ລາວໄດ້ກ່າວວ່າ, "ພຣະຢາເວໄດ້ຊ່ວຍພວກເຮົາມາຈົນເຖິງບັດນີ້."
\s5
\v 13 ດັ່ງນັ້ນ ຄົນຟີລິສະຕິນຈຶ່ງພ່າຍແພ້ ແລະພວກເຂົາບໍ່ໄດ້ເຂົ້າມາໃນເຂດແດນຂອງອິສະຣາເອນອີກເລີຍ. ພຣະຫັດຂອງພຣະຢາເວໄດ້ຕໍ່ສູ້ຄົນຟີລິສະຕິນຕະຫລອດຊີວິດຂອງຊາມູເອນ.
\v 14 ບັນດາເມືອງທີ່ຄົນຟີລິສະຕິນໄດ້ຍຶດໄປຈາກອິສະຣາເອນນັ້ນ ກໍໄດ້ຄືນມາເປັນຂອງອິສະຣາເອນອີກ, ຕັ້ງແຕ່ເມືອງເອກໂຣນເຖິງເມືອງກາດ; ອິສະຣາເອນກໍໄດ້ຢຶດເຂດຊາຍແດນຄືນມາຈາກມືຂອງຄົນຟີລິສະຕິນ. ແລ້ວກໍມີສັນຕິພາບລະຫວ່າງອິສະຣາເອນແລະຄົນອຳໂມນດ້ວຍ.
\s5
\v 15 ຊາມູເອນໄດ້ຕັດສິນປະຊາຊົນອິສະຣາເອນຕະຫລອດຊີວິດຂອງລາວ.
\v 16 ທຸກປີ ລາວກໍໄດ້ວຽນໄປເມືອງເບັດເອນ, ໄປເມືອງກິນການ, ແລະເມືອງມິຊະປາ. ລາວໄດ້ຕັດສິນຄະດີສຳລັບອິສະຣາເອນໃນບັນດາເມືອງເຫລົ່ານັ້ນ.
\v 17 ແລ້ວລາວໄດ້ກັບມາທີ່ເມືອງຣາມາ, ເພາະວ່າເຮືອນຂອງລາວຢູ່ທີ່ນັ້ນ; ແລະທີ່ນັ້ນລາວໄດ້ຕັດສິນຄະດີສຳລັບອິສະຣາເອນດ້ວຍ. ລາວໄດ້ສ້າງແທ່ນບູຊາຖວາຍແດ່ພຣະຢາເວທີ່ນັ້ນດ້ວຍ.
\s5
\c 8
\cl ບົດທີ 8
\p
\v 1 ເມື່ອຊາມູເອນເຖົ້າແກ່ແລ້ວ, ລາວໄດ້ຕັ້ງພວກລູກຊາຍຂອງລາວໃຫ້ເປັນຜູ້ປົກຄອງເຫນືອອິດສະຣາເອນ.
\v 2 ຊື່ຂອງລຸກຊາຍຫົວປີຂອງລາວຄື ໂຍເອນ, ແລະ ຊື່ຂອງລູກຊາຍຄົນທີ່ສອງຄືອາບີຢາ. ພວກເຂົາໄດ້ເປັນຜູ້ຕັດສິນໃນເມືອງເບຍເອເຊບາ.
\v 3 ພວກລູກຊາຍຂອງລາວບໍ່ໄດ້ດຳເນີນຊີວິດຕາມຢ່າງຂອງລາວ, ພວກເຂົາໄດ້ຊອກຫາລາຍໄດ້ທີ່ບໍ່ສັດຊື່. ພວກເຂົາໄດ້ຮັບສິນບົນ ແລະ ໄດ້ບິດເບືອນຄວາມຍຸຕິທັມ.
\s5
\v 4 ພວກເຖົ້າແກ່ທັງຫມົດຂອງອິສະຣາເອນໄດ້ມາຮ່ວມກັນ ແລະ ໄດ້ມາຫາຊາມູເອນຢູ່ເມືອງຣາມາ.
\v 5 ພວກເຂົາໄດ້ເວົ້າກັບລາວວ່າ, "ເບິ່ງແມ໋, ທ່ານກໍເຖົ້າແກ່ຫລາຍແລ້ວ, ແລະພວກລູກຊາຍຂອງທ່ານບໍ່ໄດ້ດຳເນີນຊີວິດຕາມຢ່າງຂອງທ່ານ. ບັດນີ້ ຂໍທ່ານໄດ້ຕັ້ງກະສັດໃຫ້ເປັນຜູ້ປົກຄອງພວກເຮົາເຫມືອນປະຊາຊາດທັງປວງເຖີ້ນ."
\s5
\v 6 ແຕ່ມັນເຮັດໃຫ້ຊາມູເອນບໍ່ພໍໃຈ ເມື່ອພວກເຂົາໄດ້ເວົ້າວ່າ, "ຂໍຕັ້ງກະສັດໃຫ້ປົກຄອງພວກເຮົາ." ດັ່ງນັ້ນ ຊາມູເອນຈຶ່ງໄດ້ອະທິຖານຕໍ່ພຣະຢາເວ.
\v 7 ພຣະຢາເວໄດ້ຕອບຊາມູເອນວ່າ,"ຈົ່ງຟັງສຽງຂອງປະຊາຊົນໃນທຸກເລື່ອງທີ່ພວກເຂົາເວົ້າກັບເຈົ້າ; ເພາະວ່າ ພວກເຂົາບໍ່ໄດ້ປະຕິເສດເຈົ້າ, ແຕ່ພວກເຂົາໄດ້ປະຕິເສດເຮົາ ຈາກການເປັນກະສັດເຫນືອພວກເຂົາ.
\s5
\v 8 ທີ່ພວກເຂົາກຳລັງກະທຳຂະນະນີ້ ກໍເຫມືອນກັບທີ່ພວກເຂົາໄດ້ເຄີຍເຮັດນັບຕັ້ງແຕ່ເຮົາໄດ້ນຳພວກເຂົາອອກມາຈາກເອຢິບ, ຄືພວກເຂົາໄດ້ປະຖິ້ມເຮົາ, ແລະຮັບໃຊ້ບັນດາພຣະອື່ນ, ແລະດັ່ງນັ້ນພວກເຂົາກຳລັງເຮັດກັບເຈົ້າດ້ວຍເຊັ່ນກັນ.
\v 9 ບັດນີ້ ຈົ່ງຟັງສຽງຂອງພວກເຂົາ; ແຕ່ຕັກເຕືອນພວກເຂົາຢ່າງຈິງຈັງ ແລະ ສະແດງໃຫ້ພວກເຂົາຮູ້ເຖິງວິທີທາງທີ່ກະສັດຈະປົກຄອງພວກເຂົາ."
\s5
\v 10 ດັ່ງນັ້ນຊາມູເອນຈຶ່ງໄດ້ບອກຖ້ອຍຄຳທັງຫລາຍຂອງພຣະຢາເວໃຫ້ແກ່ປະຊາຊົນທີ່ຂໍໃຫ້ມີກະສັດ.
\v 11 ລາວໄດ້ເວົ້າວ່າ, "ນີ້ເປັນສິ່ງທີ່ກະສັດ ຜູ້ທີ່ຈະຄອບຄອງເຫນືອພວກເຈົ້າຈະຊົງກະທຳ. ພະອົງຈະເກນລູກຊາຍທັງຫລາຍຂອງພວກເຈົ້າ ແລະ ກຳນົດໃຫ້ພວກເຂົາປະຈຳການລົດຮົບ ແລະ ໃຫ້ເປັນພົນມ້າຂອງພະອົງ, ແລະໃຫ້ຂັບຣົດມ້າຮົບທັງຫລາຍຂອງພະອົງ.
\v 12 ພະອົງຈະແຕ່ງຕັ້ງພະອົງເອງໃຫ້ເປັນຜູ້ບັນຊາການທະຫານພັນຄົນ, ແລະ ຜູ້ບັບຊາການທະຫານຫ້າສິບຄົນ. ພະອົງຈະໃຫ້ບາງຄົນໄຖດິນຂອງພະອົງ, ບາງຄົນກ່ຽວເຂົ້າຂອງພະອົງ, ແລະບາງຄົນເຮັດອາວຸດທັງຫລາຍ ແລະເຄື່ອງໃຊ້ຂອງຣົດມ້າຮົບຂອງພະອົງ.
\s5
\v 13 ພະອົງຈະນຳລູກສາວທັງຫລາຍຂອງພວກເຈົ້າໄປເປັນຜູ້ປຸງເຄື່ອງຫອມ, ເຮັດອາຫານ ແລະ ເປັນຜູ້ອົບເຂົ້າຈີ່ທັງຫລາຍ.
\v 14 ພະອົງຈະເອົານາສ່ວນທີ່ດີທີ່ສຸດຂອງພວກເຈົ້າ, ແລະສວນອະງຸ່ນຂອງພວກເຈົ້າ, ແລະ ສວນຫມາກກອກເທດຂອງພວກເຈົ້າ, ແລະມອບໃຫ້ແກ່ພວກຂ້າຣາຊະການທັງຫລາຍຂອງພະອົງ.
\v 15 ພະອົງຈະເອົາຫນຶ່ງສ່ວນສິບຂອງຜົນລະປູກ ແລະສວນອະງຸ່ນທັງຫລາຍຂອງພວກເຈົ້າໄປໃຫ້ແກ່ ພວກຂ້າຣາຊະການ ແລະ ຂ້າຣາຊະບໍຣິວານຂອງພະອົງ.
\s5
\v 16 ພະອົງຈະເອົາພວກຂ້າຣາຊະການຊາຍ ແລະ ຍິງເປັນຂອງພະອົງ ແລະສ່ວນທີ່ດີທີ່ສຸດຂອງພວກຄົນຫນຸ່ມ ແລະລວາຫລາຍຕົວຂອງພວກເຈົ້າໄປ; ພະອົງຈະໃຫ້ພວກເຂົາເຮັດວຽກງານທັງຫມົດໃຫ້ພະອົງ.
\v 17 ພະອົງຈະຫັກຫນຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ, ແລະພວກເຈົ້າຈະເປັນທາດຂອງພະອົງ.
\v 18 ແລ້ວໃນວັນນັ້ນພວກເຈົ້າຈະຮ້ອງທຸກ ເພາະກະສັດຂອງພວກເຈົ້າ ຜູ້ຊຶ່ງພວກເຈົ້າໄດ້ເລືອກເອົາສຳລັບພວກເຈົ້າ; ແຕ່ພຣະຢາເວຈະບໍ່ຕອບພວກເຈົ້າໃນວັນນັ້ນ."
\s5
\v 19 ແຕ່ປະຊາຊົນໄດ້ປະຕິເສດທີ່ຈະຟັງຊາມູເອນ; ພວກເຂົາກ່າວວ່າ,"ບໍ່! ຈະຕ້ອງມີກະສັດປົກຄອງເຫນືອພວກເຮົາ
\v 20 ເພື່ອທີ່ພວກເຮົາຈະເປັນເຫມືອນເຫລົ່າປະຊາຊາດອື່ນທັງຫມົດ, ແລະເພື່ອທີ່ກະສັດຂອງເຮົາຈະຕັດສິນພວກເຮົາ ແລະ ນຳຫນ້າພວກເຮົາໄປແລະຕໍ່ສູ້ໃນສົງຄາມຂອງພວກເຮົາ."
\s5
\v 21 ເມື່ອຊາມູເອນໄດ້ຍິນຖ້ອຍຄຳທັງປວງຂອງປະຊາຊົນ ລາວກໍນຳຖ້ອຍຄຳເຫລົ່ານີ້ກັບໄປທູນພຣະຢາເວໃຫ້ຮູ້ອີກຄັ້ງຫນຶ່ງ.
\v 22 ພຣະຢາເວກ່າວກັບຊາມູເອນວ່າ, "ຈົ່ງຟັງສຽງຂອງພວກເຂົາ ແລະຫາເຫດໃຫ້ບາງຄົນໄດ້ເປັນກະສັດສຳລັບພວກເຂົາ." ດັ່ງນັ້ນຊາມູເອນຈຶ່ງໄດ້ກ່າວແກ່ຄົນອິສະຣາເອນວ່າ, "ໃຫ້ທຸກຄົນກັບໄປຍັງເມືອງຂອງຕົນ."
\s5
\c 9
\cl ບົດທີ 9
\p
\v 1 ມີຜູ້ຊາຍຈາກເຜົ່າເບັນຢາມິນ, ຊາຍຄົນນີ້ເປັນທີ່ນັບຫນ້າຖື. ລາວມີຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນ ລູກຊາຍຂອງເຊໂຣເຣ ລູກຂອງເບໂກຣັດ, ຊຶ່ງເປັນສ່ວນຫນຶ່ງຂອງຕະກຸນອາຟີຢາ, ລູກຊາຍຂອງຄົນເຜົ່າເບັນຢາມິນ.
\v 2 ລາວມີລູກຊາຍຄົນຫນຶ່ງຊື່ໂຊນ, ເປັນຊາຍຫນຸ່ມຮູບຮ່າງດີ. ບໍ່ມີຜູ້ຊາຍຄົນໃດໃນທ່າມກາງປະຊາຊົນອິສະຣາເອນທີ່ຈະສະຫງ່າກວ່າລາວ. ລາວສູງກວ່າຄົນອຶ່ນໆໃນປະຊາຊົນ ຈາກບ່າໄຫລ່ຂອງພວກເຂົາຂຶ້ນໄປ ລາວສູງກວ່າຄົນອື່ນໆທັງຫມົດ.
\s5
\v 3 ບັດນີ້ຝູງລວາຂອງກີເຊ, ຜູ້ເປັນພໍ່ຂອງໂຊນ, ຫາຍໄປ. ດັ່ງນັ້ນກີເຊ ຈຶ່ງໄດ້ເວົ້າກັບໂຊນລູກຊາຍຂອງຕົນວ່າ, "ຈົ່ງເອົາຄົນໃຊ້ຄົນຫນຶ່ງໄປກັບເຈົ້າ; ຈົ່ງລຸກຂຶ້ນແລະໄປຕາມຫາຝູງລວາ."
\v 4 ດັ່ງນັ້ນ ໂຊນຈຶ່ງໄດ້ເດີນທາງຜ່ານແດນເຂດເນີນພູເຂົາເອຟາຣາອິມ ແລະໄດ້ເດີນທາງຜ່ານເຂົ້າດິນແດນຊາລີຊາ, ແຕ່ພວກເຂົາຊອກຫາຝູງລວາບໍ່ພົບ. ແລ້ວພວກເຂົາກໍໄດ້ຜ່ານຂ້ວາມດິນແດນຊາອາລິມ, ແຕ່ຝູງລາບໍ່ໄດ້ຢູ່ທີ່ນັ້ນ. ແລ້ວລາວໄດ້ຜ່ານເຂົ້າດິນແດນຂອງເບັນຢາມິນ, ແຕ່ພວກເຂົາບໍ່ໄດ້ພົບຝູງລວາເລີຍ.
\s5
\v 5 ເມື່ອພວກເຂົາໄດ້ມາເຖິງດິນແດນຊູ, ໂຊນ ຈຶ່ງໄດ້ເວົ້າກັບຄົນໃຊ້ຂອງລາວທີ່ຢູ່ກັບລາວວ່າ, "ຈົ່ງມາເທາະ, ໃຫ້ເຮົາກັບໄປບ້ານ, ຫລື ພໍ່ຂອງຂ້ອຍອາດຈະເຊົາກັງວົນເລື່ອງຝູງລວາ ແຕ່ເລີ່ມຮ້ອນໃຈກັບເລື່ອງຂອງພວກເຮົາແທນ."
\v 6 ແຕ່ຄົນໃຊ້ໄດ້ກ່າວກັບລາວວ່າ, "ຈົ່ງຟັງເຖີ້ນ, ມີຄົນຂອງພຣະເຈົ້າຄົນຫນຶ່ງໃນເມືອງນີ້. ລາວເປັນຄົນທີ່ໄດ້ຮັບຄວາມນັບຖືຫລາຍ; ທຸກສິ່ງທີ່ລາວເວົ້າຈະກາຍເປັນຈິງ. ໃຫ້ພວກເຮົາໄປທີ່ນັ້ນກັນເທາະ; ບາງທີລາວອາດຈະບອກເຮົາເຖິງທາງໃດທີ່ເຮົາຄວນໄປໃນການເດີນທາງຂອງພວກເຮົາ."
\s5
\v 7 ແລ້ວໂຊນໄດ້ເວົ້າກັບຄົນໃຊ້ຂອງລາວວ່າ, "ແຕ່ຖ້າພວກເຮົາໄປ, ພວກເຮົາຈະເອົາຫຍັງໄປໃຫ້ຊາຍຄົນນັ້ນ? ເພາະວ່າເຂົ້າຈີ່ໃນຖົງຂອງເຮົາກໍຫມົດແລ້ວ, ແລະບໍ່ມີຂອງຂວັນທີ່ຈະນຳໄປໃຫ້ແກ່ຄົນຂອງພຣະເຈົ້າ. ພວກເຮົາມີອັນໃດແດ່?"
\v 8 ຄົນໃຊ້ໄດ້ຕອບໂຊນ ແລະເວົ້າວ່າ, "ນີ້ແຫລະ, ໃນມືຂ້ານ້ອຍມີເງິນຢູ່ຫນຶ່ງສ່ວນສີ່ເຊເຄັນ ທີ່ຂ້ານ້ອຍຈະໃຫ້ແກ່ຄົນຂອງພຣະເຈົ້າ, ເພື່ອວ່າລາວຈະໄດ້ບອກພວກເຮົາວ່າທາງໃດທີ່ພວກເຮົາຄວນຈະໄປ."
\s5
\v 9 (ອິສະຣາເອນໃນສມັຍກ່ອນ, ເມື່ອຄົນຫນຶ່ງຄົນໃດໄດ້ໄປສະແຫວງຫາຄວາມຮູ້ເຖິງພຣະປະສົງຂອງພຣະເຈົ້າ, ລາວໄດ້ກ່າວວ່າ, "ຈົ່ງມາເຖີ້ນ, ໃຫ້ເຮົາໄປຫາຜູ້ທຳນວາຍກັນ." ເພາະຜູ້ປະກາດພຣະທັມໃນສມັຍນັ້ນເອີ້ນກັນວ່າຜູ້ທຳນວາຍ.)
\v 10 ແລ້ວໂຊນໄດ້ເວົ້າກັບຄົນໃຊ້ຂອງລາວວ່າ, "ເວົ້າໄດ້ດີຫລາຍ, ມາເທາະ, ໃຫ້ເຮົາໄປກັນ." ດັ່ງນັ້ນພວກເຂົາຈຶ່ງໄປຍັງເມືອງທີ່ຄົນຂອງພຣະເຈົ້າຢູ່.
\v 11 ໃນຂະນະທີ່ພວກເຂົາຂຶ້ນພູໄປຍັງເມືອງນັ້ນ, ພວກເຂົາໄດ້ພົບພວກຍິງສາວອອກມາຕັກນໍ້າ; ໂຊນ ແລະ ຄົນໃຊ້ຈຶ່ງໄດ້ຖາມພວກນາງວ່າ, "ຜູ້ທຳນວາຍຢູ່ທີ່ນີ້ຫລື?"
\s5
\v 12 ພວກນາງໄດ້ຕອບ, ແລະກ່າວວ່າ, "ລາວຢູ່ທີ່ນີ້; ເບິ່ງແມ໋, ລາວຢູ່ດ້ານຫນ້າພວກທ່ານ. ຟ້າວໄປເຖີ້ນ, ເພາະວ່າ ລາວກຳລັງເຂົ້າມາທີ່ເມືອງວັນນີ້, ເພາະວ່າປະຊາຊົນຈະມີການຖວາຍສັດບູຊາຢູ່ທີ່ສະຖານທີ່ສູງໃນວັນນີ້.
\v 13 ທັນທີທີ່ພວກທ່ານເຂົ້າໄປໃນເມືອງ ພວກທ່ານຈະພົບລາວກ່ອນທີ່ລາວຈະຂຶ້ນໄປສະຖານທີ່ສັກສັກສິດ ເພື່ອຮັບປະທານອາຫານ. ປະຊາຊົນຈະບໍ່ຮັບປະທານອາຫານຈົນກວ່າລາວຈະມາ, ເພາະລາວຕ້ອງມາອວຍພອນເຄື່ອງສັດບູຊາ; ຫລັງຈາກນັ້ນ ພວກຜູ້ທີ່ໄດ້ຖືກເຊີນຈຶ່ງຈະຮັບປະທານ. ບັດນີ້ ຂຶ້ນໄປເຖີດ, ເພາະພວກທ່ານຈະໄດ້ພົບກັບລາວທັນທີ."
\s5
\v 14 ດັ່ງນັ້ນພວກເຂົາທັງສອງຈຶ່ງຂຶ້ນໄປຍັງເມືອງນັ້ນ. ໃນຂະນະທີ່ພວກເຂົາເຂົ້າໄປໃນເມືອງ, ພວກເຂົາເຫັນຊາມູເອນກຳລັງຍ່າງອອກມາທາງພວກເຂົາ, ເພື່ອຂຶ້ນໄປຍັງສະຖານທີ່ສັກສິດນັ້ນ.
\s5
\v 15 ບັດນີ້ ວັນກ່ອນທີ່ໂຊນຈະມາ, ພຣະຢາເວໄດ້ສຳແດງແກ່ຊາມູເອນແລ້ວວ່າ:
\v 16 "ມື້ອຶ່ນເວລາປະມານເວລານີ້ ເຮົາຈະສົ່ງຊາຍຄົນຫນຶ່ງຈາກດິນແດນເບັນຢາມິນ, ແລະເຈົ້າຈະເຈີມລາວໃຫ້ເປັນເຈົ້າຊາຍເຫນືອປະຊາຊົນອິສະຣາເອນຂອງເຮົາ. ລາວຈະຊ່ວຍປະຊາຊົນຂອງເຮົາໃຫ້ພົ້ນຈາກມືຂອງຄົນຟີລິສະຕິນ. ເພາະວ່າ ເຮົາໄດ້ເບິ່ງປະຊາຊົນຂອງເຮົາດ້ວຍຄວາມສົງສານ ເພາະສຽງຮ້ອງໄຫ້ຂໍຄວາມຊ່ວຍເຫລືອຂອງພວກເຂົາມາເຖິງເຮົາແລ້ວ."
\s5
\v 17 ເມື່ອຊາມູເອນໄດ້ເຫັນໂຊນ, ພຣະຢາເວ ຊົງບອກກັບລາວວ່າ, "ນີ້ເປັນຄົນທີ່ເຮົາໄດ້ບອກເຈົ້າ! ລາວຄືຄົນທີ່ຈະປົກຄອງເຫນືອປະຊາຊົນຂອງເຮົາ."
\v 18 ແລ້ວໂຊນກໍໄດ້ເຂົ້າມາໃກ້ຊາມູເອນທີ່ປະຕູແລະໄດ້ເວົ້າວ່າ, "ຂໍບອກຂ້ານ້ອຍແດ່ວ່າ ເຮືອນຂອງຜູ້ທຳນວາຍຢູ່ບ່ອນໃດ?"
\v 19 ຊາມູເອນໄດ້ຕອບໂຊນ ແລະ ເວົ້າວ່າ, "ຂ້າພະເຈົ້າເປັນຜູ້ທຳນວາຍຄົນນັ້ນ. ຈົ່ງນຳຫນ້າຂ້າພະເຈົ້າຂຶ້ນໄປຍັງສະຖານທີ່ສັກສິດ, ເພາະໃນວັນນີ້ ທ່ານຈະກິນອາຫານກັບຂ້າພະເຈົ້າ. ເຊົ້າມື້ອຶ່ນຂ້າພະເຈົ້າຈະໃຫ້ທ່ານໄປ, ແລະ ຂ້າພະເຈົ້າຈະບອກທຸກຢ່າງທີ່ຢູ່ໃນໃຈຂອງທ່ານແກ່ທ່ານ.
\s5
\v 20 ສ່ວນເລື່ອງຝູງລວາຂອງທ່ານທີ່ຫາຍໄປສາມວັນແລ້ວນັ້ນ, ຢ່າວິຕົກກ່ຽວກັບພວກມັນເລີຍ, ເພາະມີຄົນພົບພວກມັນແລ້ວ. ຄວາມປຣາຖນາທັງຫມົດຂອງອິສະຣາເອນນັ້ນຢູ່ກັບໃຜ? ມັນບໍ່ແມ່ນຕົວທ່ານ ແລະເຊື້ອສາຍຂອງພໍ່ທ່ານຫລື?"
\v 21 ໂຊນຕອບ ແລະ ເວົ້າວ່າ, "ຂ້ານ້ອຍບໍ່ແມ່ນຄົນເຜົ່າເບັນຢາມິນ, ທີ່ເປັນເຜົ່າເລັກນ້ອຍທີ່ສຸດໃນບັນດາເຜົ່າຂອງອິສະຣາເອນຫລື? ເປັນເຜົ່າເລັກນ້ອຍທີ່ສຸດໃນເຜົ່າຕ່າງໆຂອງອິສະຣາເອນ ແລະ ຕະກຸນຂອງຂ້ານ້ອຍບໍ່ແມ່ນຕະກຸນທີ່ຕໍ່າຕ້ອຍທີ່ສຸດໃນບັນດາ ຕະກຸນຂອງເຜົ່າເບັນຢາມິນຫລື? ເປັນຫຍັງທ່ານຈຶ່ງບອກຖ້ອຍຄຳເຫລົ່ານີ້ກັບຂ້ານ້ອຍ ດ້ວຍທ່າທາງຢ່າງນີ້?"
\s5
\v 22 ດັ່ງນັ້ນ ຊາມູເອນກໍໄດ້ພາໂຊນກັບຄົນໃຊ້ຂອງລາວ, ນຳພວກເຂົາເຂົ້າໄປໃນຫ້ອງໂຖງ, ແລະໃຫ້ພວກເຂົານັ່ງໃນບ່ອນນັ່ງດ້ານຫນ້າ ສຳລັບຄົນເຫລົ່ານັ້ນທີ່ໄດ້ຮັບເຊີນມາ, ຊຶ່ງມີປະມານ 30 ຄົນ.
\s5
\v 23 ຊາມູເອນໄດ້ເວົ້າກັບພໍ່ຄົວວ່າ, "ຈົ່ງນຳສ່ວນທີ່ເຮົາມອບໃຫ້ເຈົ້າ ຊຶ່ງເຮົາໄດ້ບອກເຈົ້າວ່າ, 'ໃຫ້ເກັບໄວ້ຕ່າງຫາກ.'" ນັ້ນມາ.
\v 24 ດັ່ງນັ້ນ ພໍ່ຄົວຈຶ່ງໄດ້ນຳສ່ວນຂາໂຕ້ ແລະ ສິ່ງທີ່ວາງເທິງທີ່ນັ້ນມາ ແລະໄດ້ວາງໄວ້ຕໍ່ຫນ້າໂຊນ. ແລ້ວຊາມູເອນເວົ້າວ່າ, "ຈົ່ງເບິ່ງ ສ່ວນທີ່ໄດ້ເກັບໄວ້ກໍໄດ້ວາງຢູ່ຕໍ່ຫນ້າທ່ານແລ້ວ. ຈົ່ງກິນມັນເຖີ້ນ, ເພາະວ່າ ມັນຖືກເກັບໄວ້ໃຫ້ແກ່ທ່ານ ຈົນເຖິງເວລາທີ່ກຳຫນົດໄວ້, ຈາກເວລາທີ່ຂ້າພະເຈົ້າໄດ້ເວົ້າວ່າ, "ຂ້າພະເຈົ້າໄດ້ເຊີນປະຊາຊົນມາແລ້ວ.'" ດັ່ງນັ້ນ ໂຊນຈຶ່ງຮັບປະທານອາການຮ່ວມກັບຊາມູເອນໃນວັນນັ້ນ.
\s5
\v 25 ເມື່ອພວກເຂົາໄດ້ລົງມາຈາກສະຖານທີ່ສັກສິດ ເຂົ້າມາໃນເມືອງ, ຊາມູເອນໄດ້ສົນທະນາກັບໂຊນເທິງດາດຟ້າ.
\v 26 ແລ້ວໃນຕອນເຊົ້າມືດ, ຊາມູເອນກໍໄດ້ເອີ້ນເອົາໂຊນຈາກເທິງດາດຟ້າ ແລະ ໄດ້ເວົ້າວ່າ, "ຈົ່ງລຸກຂຶ້ນ, ເພື່ອຂ້າພະເຈົ້າຈະສົ່ງທ່ານໄປຕາມທາງຂອງທ່ານ." ດັ່ງນັ້ນໂຊນກໍໄດ້ລຸກຂຶ້ນ, ແລະທັງສອງກໍໄດ້ອອກໄປທີ່ຖະຫນົນ.
\s5
\v 27 ໃນຂະນະທີ່ພວກເຂົາກຳລັງຍ່າງກົງໄປທີ່ຊານເມືອງ, ຊາມູເອນໄດ້ເວົ້າກັບໂຊນວ່າ, "ຈົ່ງບອກຄົນໃຊ້ໃຫ້ຍ່າງນຳຫນ້າພວກເຮົາໄປກ່ອນ" — ແລະ ລາວໄດ້ຍ່າງໄປແລ້ວ — "ແຕ່ທ່ານຈົ່ງຢູ່ທີ່ນີ້ຈັກຫນ້ອຍກ່ອນ, ເພື່ອທີ່ຂ້າພະເຈົ້າຈະໄດ້ປະກາດຖ້ອຍຄຳຂອງພຣະເຈົ້າໃຫ້ທ່ານຮູ້."
\s5
\c 10
\cl ບົດທີ 10
\p
\v 1 ແລ້ວຊາມູເອນກໍໄດ້ຈັບແກ້ວນໍ້າມັນ, ໄດ້ເທລົງເທິງຫົວຂອງໂຊນ, ແລະໄດ້ຈູບລາວ. ລາວກ່າວວ່າ, "ພຣະຢາເວເຈີມທ່ານໄວ້ໃຫ້ເປັນຜູ້ນຳເຫນືອມໍຣະດົກຂອງພຣະອົງແລ້ວບໍ່ແມ່ນຫລື?
\v 2 ເມື່ອທ່ານໄປຈາກຂ້າພະເຈົ້າວັນນີ້, ທ່ານຈະພົບຊາຍສອງຄົນໃກ້ທີ່ຝັງສົບຂອງຣາເຊັນໃນເຂດແດນເບັນຢາມິນທີ່ເຊັນຊາ. ພວກເຂົາຈະບອກທ່ານວ່າ, 'ຝູງລວາຊຶ່ງທ່ານຊອກຫານັ້ນໄດ້ພົບແລ້ວ. ບັດນີ້ ບິດາຂອງທ່ານໄດ້ເລີກກັງວົນເລື່ອງຝູງລວາແລ້ວ ແລະຮ້ອນໃຈເລື່ອງຂອງພວກທ່ານ, ກ່າວວ່າ, "ເຮົາຈະເຮັດຢ່າງໃດເລື່ອງລູກຊາຍຂອງເຮົາດີ?"'
\s5
\v 3 ແລ້ວທ່ານຈະຜ່ານທີ່ນັ້ນໄປ, ແລະທ່ານຈະໄປເຖິງຕົ້ນໂອກແຫ່ງທາໂບ. ຊາຍສາມຄົນຊຶ່ງກຳລັງຂຶ້ນໄປຫາພຣະເຈົ້າທີເບັດເອນຈະພົບທ່ານທີ່ນັ້ນ, ຄົນຫນຶ່ງແບກລູກແບ້ສາມໂຕ, ອີກຄົນຫນຶ່ງຖືເຂົ້າຈີ່ສາມກ້ອນ, ແລະອີກຄົນຫນຶ່ງຖືຖົງຫນັງເຫລົ້າອະງຸ່ນຖົງຫນຶ່ງ.
\v 4 ພວກເຂົາຈະທັກທາຍທ່ານ ແລະ ມອບເຂົ້າຈີ່ໃຫ້ທ່ານສອງກ້ອນ, ຊຶ່ງທ່ານຈະຮັບເອົາຈາກມືຂອງພວກເຂົາ.
\s5
\v 5 ຕໍ່ຈາກນັ້ນ, ທ່ານຈະມາເຖິງເນີນພູຂອງພຣະເຈົ້າ, ບ່ອນຊຶ່ງກອງທະຫານຮັກສາການຂອງພວກຟີລິສະຕິນຢູ່. ເມື່ອທ່ານມາເຖິງເມືອງ, ທ່ານຈະພົບກຸ່ມຜູ້ປະກາດພຣະທັມກຳລັງມາຈາກສະຖານທີ່ສັກສິດພ້ອມດ້ວຍພິນໃຫຍ່, ຣຳມານາດ, ປີ່, ພິນເຂົາຄູ່, ແລະນຳຫນ້າພວກເຂົາໄປ; ພວກເຂົາຈະປະກາດພຣະທັມຢູ່.
\v 6 ພຣະວິນຍານຂອງພຣະຢາເວຈະສວມທັບທ່ານ, ແລະທ່ານຈະປະກາດພຣະທັມຮ່ວມກັບຄົນເຫລົ່ານັ້ນ, ແລະທ່ານຈະຖຶກປ່ຽນໄປເປັນຄົນລະຄົນ.
\s5
\v 7 ບັດນີ້, ເມື່ອຫມາຍສຳຄັນເຫລົ່ານີ້ເກີດແດ່ທ່ານ, ເຮັດຫຍັງກໍໄດ້ຕາມທີ່ມີໂອກາດ, ເພາະພຣະເຈົ້າຊົງສະຖິດກັບທ່ານ.
\v 8 ຈົ່ງລົງໄປກ່ອນຫນ້າຂ້າພະເຈົ້ົ້າທີ່ກິນການ. ແລ້ວຂ້າພະເຈົ້າຈະລົງໄປມາຫາທ່ານ ເພື່ອຖວາຍເຄື່ອງເຜົາບູຊາ ແລະ ຖວາຍເຄື່ອງສັນຕິບູຊາ. ຈົ່ງຄອຍຖ້າເຈັດວັນຈົນກວ່າຂ້າພະເຈົ້າມາຫາທ່ານ ແລະ ບອກທ່ານໃຫ້ຮູ້ວ່າທ່ານຈະຕ້ອງເຮັດຢ່າງໃດ."
\s5
\v 9 ເມື່ອໂຊນໄດ້ຈາກຊາມູເອນໄປ, ພຣະເຈົ້າໄດ້ປ່ຽນຈິດໃຈຂອງໂຊນໃຫ້ເປັນອີກແບບຫນຶ່ງ. ແລ້ວຫມາຍສຳຄັນເຫລົ່ານີ້ທັງຫມົດກໍໄດ້ເກີດຂຶ້ນໃນວັນນັ້ນ.
\v 10 ເມື່ອພວກເຂົາໄດ້ມາທີ່ເນີນພູ, ກຸ່ມຂອງຜູ້ປະກາດພຣະທັມໄດ້ມາພົບກັບລາວ, ແລະພຣະວິນຍານຂອງພຣະເຈົ້າໄດ້ສວມທັບລາວ ດັ່ງນັ້ນລາວກໍປະກາດພຣະທັມຢູ່ໃນຫມູ່ພວກເຂົາ.
\s5
\v 11 ເມື່ອທຸກຄົນທີ່ຮູ້ຈັກລາວ ກ່ອນມາເຫັນລາວປະກາດພຣະທັມຢູ່ກັບພວກຜູ້ປະກາດພຣະທັມນັ້ນ, ປະຊາຊົນເຫລົ່ານັ້ນກໍໄດ້ເວົ້າກັນວ່າ, "ເກີດຫຍັງຂຶ້ນກັບລູກຊາຍຂອງກີເຊ? ຕອນນີ້ໂຊນໄດ້ຢູ່ໃນຈຳພວກຜູ້ປະກາດພຣະທັມດ້ວຍຫລື?"
\v 12 ຜູ້ຊາຍຄົນຫນຶ່ງທີ່ມາຈາກທີ່ນັ້ນເຫມືອນກັນໄດ້ຕອບວ່າ, "ແລ້ວບິດາຂອງພວກເຂົາເປັນໃຜ?" ດ້ວຍເຫດນີ້, ກໍກາຍເປັນຄຳກ່າວວ່າ, "ໂຊນເປັນຜູ້ປະກາດພຣະທັມອີກຄົນຫນຶ່ງຫລື?"
\v 13 ເມືອລາວໄດ້ປະກາດພຣະທັມສຳເລັດແລ້ວ, ລາວກໍໄດ້ມາຍັງສະຖານທີ່ສັກສິດ.
\s5
\v 14 ແລ້ວລຸງຂອງໂຊນຈຶ່ງໄດ້ຖາມລາວ ແລະ ຄົນໃຊ້ຂອງລາວວ່າ, "ພວກເຈົ້າໄປໃສມາ?" ລາວຕອບວ່າ,"ໄປຊອກຫາຝູງລວາ. ເມື່ອພວກເຮົາເຫັນວ່າ ພວກເຮົາບໍ່ສາມາດຊອກຫາຝູງລວານັ້ນແລ້ວ, ພວກເຮົາຈຶ່ງໄດ້ໄປຫາຊາມູເອນ."
\v 15 ລຸງຂອງໂຊນເວົ້າວ່າ, "ຂໍບອກຂ້ອຍວ່າ ຊາມູເອນໄດ້ບອກຫຍັງແກ່ເຈົ້າແດ່."
\v 16 ໂຊນໄດ້ຕອບລຸງຂອງລາວວ່າ, "ລາວໄດ້ບອກພວກເຮົາຢ່າງຈະແຈ້ງວ່າ ພົບຝູງລວາແລ້ວ." ແຕ່ລາວບໍ່ໄດ້ບອກລຸງເລື່ອງລາວທີ່ກ່ຽວກັບ ຣາຊະອານາຈັກ, ຊຶ່ງຊາມູເອນໄດ້ເວົ້າ.
\s5
\v 17 ບັດນີ້ຊາມູເອນໄດ້ເອີ້ນປະຊາຊົນມາປະຊຸມກັນ ຕໍ່ຫນ້າພຣະຢາເວທີ່ມິຊະປາ.
\v 18 ລາວໄດ້ກ່າວແກ່ປະຊາຊົນອິສະຣາເອນວ່າ, "ນີ້ຄືສິ່ງທີ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນໄດ້ກ່າວວ່າ, 'ເຮົາໄດ້ນຳອິສະຣາເອນອອກຈາກເອຢິບ, ແລະເຮົາໄດ້ຊ່ວຍກູ້ພວກເຈົ້າຈາກມືຂອງຊາວເອຢິບ, ແລະຈາກມືຂອງອານາຈັກທັງຫລາຍທີ່ໄດ້ຂົ່ມເຫງພວກເຈົ້າ.'
\v 19 ແຕ່ວັນນີ້ພວກເຈົ້າຈະປະຖິ້ມພຣະເຈົ້າຂອງພວກເຈົ້າ, ຜູ້ຊຶ່ງຊ່ວຍພວກເຈົ້າໃຫ້ພົ້ນຈາກຄວາມຍາກລຳບາກ ແລະຄວາມທຸກຮ້ອນ; ແລະພວກເຈົ້າກ່າວຕໍ່ພຣະອົງວ່າ, 'ຂໍຕັ້ງກະສັດໄວ້ເຫນືອເຮົາ.' ບັດນີ້ ຈົ່ງເຂົ້າມາຕໍ່ຫນ້າພຣະຢາເວຕາມເຜົ່າຂອງພວກເຈົ້າ ແລະຕາມຕະກຸນຂອງພວກເຈົ້າ."
\s5
\v 20 ດັ່ງນັ້ນ ຊາມູເອນກໍໄດ້ນຳເຜົ່າອິດສະຣາເອນທຸກເຜົ່າເຂົ້າມາໃກ້, ແລະເຜົ່າເບັນຢາມິນໄດ້ຖືກເລືອກ.
\v 21 ແລ້ວລາວກໍນຳເຜົ່າເບັນຢາມິນເຂົ້າມາໃກ້ຕາມຕະກຸນຂອງພວກເຂົາ; ແລະຕະກຸນມາຕາຣີໄດ້ຮັບເລືອກ; ແລະໂຊນລູກຊາຍຂອງກີເຊກໍໄດ້ຖືກເລືອກ. ແຕ່ເມື່ອພວກເຂົາໄດ້ອອກໄປຊອກຫາໂຊນກໍບໍ່ພົບ.
\s5
\v 22 ແລ້ວປະຊາຊົນກໍຕ້ອງການທີ່ຈະທູນຖາມພຣະເຈົ້າອີກຫລາຍຄຳຖາມຕໍ່ໄປວ່າ, "ມີຜູ້ຊາຍອີກຄົນຫນຶ່ງມາທີ່ນີ້ຫລືຍັງ?" ພຣະຢາເວໄດ້ກ່າວວ່າ, "ລາວໄດ້ລີ້ຢູ່ທີ່ກອງຂີ້ເຫຍື້ອ."
\v 23 ແລ້ວພວກເຂົາທັງຫລາຍໄດ້ແລ່ນໄປ ແລະພາໂຊນມາຈາກທີ່ນັ້ນ. ເມື່ອລາວໄດ້ຢືນຢູ່ທ່າມກາງປະຊາຊົນ, ລາວກໍສູງກວ່າປະຊາຊົນທຸກຄົນຈາກບ່າໄຫລ່ຂຶ້ນໄປ.
\s5
\v 24 ແລ້ວຊາມູເອນຈຶ່ງໄດ້ກ່າວແກ່ປະຊາຊົນວ່າ, "ພວກເຈົ້າເຫັນຜູ້ທີ່ພຣະຢາເວຊົງເລືອກໄວ້ແລ້ວຫລືບໍ? ບໍ່ມີຄົນໃດເຫມືອນກັບລາວໃນທ່າມກາງປະຊາຊົນທັງຫມົດ!" ປະຊາຊົນທັງປວງຈຶ່ງໄດ້ຮ້ອງສຽງດັງວ່າ,"ຂໍພະມະຫາກະສັດຈົ່ງຊົງພະຈະເຣີນ!"
\s5
\v 25 ແລ້ວຊາມູເອນຈຶ່ງໄດ້ບອກກັບປະຊາຊົນໃຫ້ຮູ້ເຖິງທຳນຽມປະຕິບັດ ແລະ ກົດຕ່າງໆຂອງຕຳແຫນ່ງກະສັດ, ໄດ້ບັນທືກໄວ້ໃນຫນັງສື, ແລະໄດ້ວາງໄວ້ຕໍ່ພຣະພັກພຣະຢາເວ. ແລ້ວຊາມູເອນກໍໄດ້ໃຫ້ປະຊາຊົນກັບໄປບ້ານເຮືອນຂອງຕົນເອງ.
\s5
\v 26 ໂຊນກໍໄດ້ກັບເມືອເຮືອນຂອງລາວທີ່ກີເບອາດ້ວຍ, ແລະມີເຫລົ່ານັກຮົບ, ຊຶ່ງພຣະເຈົ້າໄດ້ບັນດານໃຫ້ຈິດໃຈໄປກັບລາວດ້ວຍ.
\v 27 ແຕ່ມີຄົນອັນຕະພານບາງຄົນກ່າວວ່າ, "ຊາຍຄົນນີ້ຈະຊ່ວຍເຮົາໄດ້ຢ່າງໃດ?" ພວກປະຊາຊົນເຫລົ່ານີ້ໄດ້ຫມີ່ນປະຫມາດໂຊນ ແລະບໍ່ໄດ້ນຳຂອງຂວັນອັນໃດມາໃຫ້ລາວ. ແຕ່ໂຊນກໍມິດງຽບໄວ້ຢູ່.
\s5
\c 11
\cl ບົດທີ 11
\p
\v 1 ແລ້ວນາຮາດຄົນອຳໂມນກໍໄດ້ໄປ ແລະ ໄດ້ຕັ້ງລ້ອມເມືອງຢາເບັດ ກີເລອາດ. ຊາວເມືອງຢາເບັດທັງຫມົດຈຶ່ງໄດ້ເວົ້າກັບນາຮາດວ່າ, "ຈົ່ງເຮັດພັນທະສັນຍາກັບພວກເຮົາ, ແລະພວກເຮົາຈະຍອມຮັບໃຊ້ພວກທ່ານ."
\v 2 ແຕ່ນາຮາດຄົນອຳໂມນໄດ້ຕອບພວກເຂົາວ່າ, "ຕາມເງື່ອນໄຂນີ້ ຂ້ອຍຈະເຮັດສົນທິສັນຍາກັບພວກທ່ານ, ຄືວ່າເຮົາຈະຄວັກຕາເບື້ອງຂວາຂອງພວກເຈົ້າທຸກຄົນ, ແລະ ດ້ວຍວິທີນີ້ຈະເປັນທີ່ອັບປະຍົດແກ່ອິສະຣາເອນທັງປວງ."
\s5
\v 3 ສ່ວນພວກເຖົ້າແກ່ແຫ່ງເມືອງຢາເບັດໄດ້ຕອບພວກເຂົາວ່າ, "ຂໍຜ່ອນຜັນໃຫ້ພວກເຮົາຈັກເຈັດວັນ, ເພື່ອພວກເຮົາຈະໄດ້ສົ່ງພວກຜູ້ສົ່ງຂ່າວໄປໃຫ້ທົ່ວເຂດແດນອິສະຣາເອນ. ແລ້ວ, ຖ້າບໍ່ມີຄົນໃດຊ່ວຍກູ້ພວກເຮົາໄດ້, ພວກເຮົາຈະຍອມມອບຕົວກັບພວກທ່ານ."
\s5
\v 4 ຜູ້ສົ່ງຂ່າວໄດ້ມາເຖິງກິເບອາ, ບ່ອນທີ່ໂຊນອາສັຍຢູ່, ແລະໄດ້ບອກປະຊາຊົນວ່າມີຫຍັງເກີດຂຶ້ນ. ປະຊາຊົນທັງປວງກໍຮ້ອງໄຫ້ດ້ວຍສຽງດັງ.
\v 5 ບັດນີ້ ໂຊນກຳລັງຕ້ອນຝູງງົວກັບມາຈາກທົ່ງຫຍ້າ. ໂຊນໄດ້ກ່າວວ່າ, "ມີຫຍັງເກີດຂຶ້ນກັບປະຊາຊົນທີ່ພວກເຂົາກຳລັງຮ້ອງໄຫ້ນັ້ນ?" ພວກເຂົາຈຶ່ງເລົ່າໃຫ້ໂຊນຮູ້ເຖິງເລື່ອງທີ່ຄົນຢາເບັດໄດ້ເວົ້າໄວ້.
\s5
\v 6 ເມື່ອໂຊນໄດ້ຍິນສິ່ງທີ່ພວກເຂົາໄດ້ເວົ້າ, ພຣະວິນຍານຂອງພຣະເຈົ້າກໍໄດ້ສວມທັບໂຊນ, ແລະລາວກໍໂກດຮ້າຍຢ່າງໃຫຍ່.
\v 7 ລາວຈຶ່ງເອົາແອກງົວມາອັນຫນຶ່ງຕັດອອກໃຫ້ເປັນທ່ອນໆ, ແລະ ໄດ້ໃຫ້ພວກຜູ້ສົ່ງຂ່າວໄປທົ່ວເຂດແດນທັງປວງຂອງອິສະຣາເອນ. ລາວໄດ້ເວົ້າວ່າ, "ໃຜທີ່ບໍ່ອອກມາຕິດຕາມໂຊນ ແລະ ຕິດຕາມຊາມູເອນ, ນີ້ຄືສິ່ງທີ່ຈະເກີດຂຶ້ນກັບງົວຂອງລາວ." ແລ້ວຄວາມຢ້ານກົວພຣະຢາເວກໍໄດ້ແຜ່ມາເຫນືອປະຊາຊົນ, ແລະ ພວກເຂົາກໍໄດ້ອອກມາຮ່ວມເປັນໃຈດຽວກັນ.
\v 8 ເມື່ອລາວໄດ້ລວມພົນຢູ່ທີ່ເບເຊັກ, ປະຊາຊົນອິສະຣາເອນມີສາມແສນຄົນ, ແລະຜູ້ຊາຍເຜົ່າຢູດາມີສາມສິບພັນຄົນ.
\s5
\v 9 ພວກເຂົາຈຶ່ງໄດ້ເວົ້າກັບພວກຜູ້ສົ່ງຂ່າວທີ່ມານັ້ນວ່າ, "ພວກເຈົ້າຈົ່ງບອກຄົນຢາເບັດ ກີເລອາດວ່າ, 'ມື້ອື່ນ, ໃນເວລາແດດຮ້ອນ, ພວກທ່ານຈະໄດ້ຮັບການຊ່ວຍເຫລືອ.'"ດັ່ງນັ້ນ ພວກຜູ້ສົ່ງຂ່າວຈຶ່ງໄດ້ກັບໄປ ແລະ ໄດ້ບອກຄົນຢາເບັດ, ແລະພວກເຂົາກໍດີໃຈ.
\v 10 ແລ້ວຄົນຢາເບັດຈຶ່ງໄດ້ເວົ້າກັບນາຮາດວ່າ,"ມື້ອື່ນ ພວກເຮົາຈະຍອມມອບຕົວກັບພວກທ່ານ, ແລະ ພວກທ່ານສາມາດເຮັດຢ່າງໃດກັບພວກເຮົາກໍໄດ້ຕາມທີ່ພວກທ່ານເຫັນວ່າດີສຳລັບພວກທ່ານ."
\s5
\v 11 ພໍຮອດຕອນເຊົ້າຂອງວັນຕໍ່ມາ ໂຊນກໍໄດ້ຈັດແບ່ງປະຊາຊົນອອກເປັນສາມກຸ່ມ. ພວກເຂົາໄດ້ຍົກເຂົ້າມາກາງຄ້າຍໃນຕອນເຊົ້າມຶດ, ແລະ ໄດ້ໂຈມຕີ ແລະ ເອົາຊະນະຄົນອຳໂມນໃນເວລາແດດອອກ. ພວກທີ່ລອດຊີວິດກໍໄດ້ກະຈັດກະຈາຍໄປ, ດັ່ງນັ້ນ ບໍ່ມີສອງຄົນໃດທີ່ຫນີໄປດ້ວຍກັນໄດ້ເລີຍ.
\s5
\v 12 ແລ້ວປະຊາຊົນຈຶ່ງໄດ້ເວົ້າກັບຊາມູເອນວ່າ, "ແມ່ນໃຜເປັນຄົນເວົ້າວ່າ, 'ໂຊນຈະປົກຄອງເຫນືອພວກເຮົາຫລື?' ຈົ່ງນຳຄົນເຫລົ່ານັ້ນອອກມາ, ເພື່ອພວກເຮົາຈະໄດ້ຂ້າພວກເຂົາເສຍ."
\v 13 ແຕ່ໂຊນໄດ້ເວົ້າວ່າ, "ໃນວັນນີ້ ຢ່າໃຫ້ຜູ້ໃດຖຶກປຣະຫານຊີວິດເລີຍ, ເພາະວ່າ ວັນນີ້ເປັນວັນທີ່ພຣະຢາເວໄດ້ຊ່ວຍອິສະຣາເອນ."
\s5
\v 14 ແລ້ວຊາມູເອນຈຶ່ງໄດ້ເວົ້າກັບປະຊາຊົນວ່າ, "ມາເຖີດ, ໃຫ້ພວກເຮົາໄປຍັງກິນການ ແລະ ຮື້ຟື້ນເລື່ອງຣາຊະວົງທີ່ນັ້ນ."
\v 15 ດັ່ງນັ້ນ ປະຊາຊົນທັງປວງຈຶ່ງໄດ້ໄປຍັງກິນການ ແລະ ໄດ້ຕັ້ງໂຊນເປັນກະສັດ ຕໍ່ພຣະພັກພຣະຢາເວທີ່ກິນການ. ຢູ່ທີ່ນັ້ນ ພວກເຂົາໄດ້ຖວາຍສັນຕິພາບບູຊາຕໍ່ພຣະພັກພຣະຢາເວ, ແລະ ໂຊນພ້ອມກັບປະຊາຊົນອິສະຣາເອນທັງປວງກໍປິຕິຍິນດີຢ່າງຍີ່ງໃຫຍ່ຢູ່ທີ່ນັ້ນ.
\s5
\c 12
\cl ບົດທີ 12
\p
\v 1 ຊາມູເອນຈຶ່ງໄດ້ເວົ້າກັບປະຊາຊົນທັງປວງວ່າ, "ຂ້າພະເຈົ້າໄດ້ຟັງທຸກເລື່ອງທີ່ພວກທ່ານໄດ້ບອກຂ້າພະເຈົ້າ, ແລະຂ້າພະເຈົ້າໄດ້ຕັ້ງກະສັດເຫນືອພວກທ່ານແລ້ວ.
\v 2 ບັດນີ້, ນີ້ຄືກະສັດທີ່ດຳເນີນຢູ່ຕໍ່ຫນ້າພວກທ່ານ; ແລະຂ້າພະເຈົ້າກໍເຖົ້າຈົນຜົມຫງອກແລ້ວ; ແລະ ພວກລູກຊາຍຂອງຂ້າພະເຈົ້າກໍຢູ່ກັບພວກທ່ານ. ຂ້າພະເຈົ້າເອງກໍໄດ້ຢູ່ຕໍ່ຫນ້າພວກທ່ານຕັ້ງແຕ່ຫນຸ່ມຈົນເຖິງທຸກວັນນີ້.
\s5
\v 3 ຂ້າພະເຈົ້າຢູ່ທີ່ນີ້; ຂໍພວກທ່ານຈົ່ງເປັນພະຍານຕໍ່ສູ້ຂ້າພະເຈົ້າຕໍ່ພຣະພັກພຣະຢາເວ ແລະ ຕໍ່ຫນ້າຜູ້ທີ່ພຣະອົງໄດ້ຊົງເຈີມໄວ້. ງົວຂອງໃຜແດ່ທີ່ຂ້າພະເຈົ້າໄດ້ຍຶດເອົາໄວ້? ລວາຂອງໃຜແດ່ທີ່ຂ້າພະເຈົ້າໄດ້ຍຶດເອົາໄປ? ມີໃຜແດ່ທີ່ຂ້າພະເຈົ້າໄດ້ເຄີຍສໍ້ໂກງ? ມີໃຜແດ່ທີ່ຂ້າພະເຈົ້າໄດ້ເຄີຍບິບບັງຄັບ? ຂ້າພະເຈົ້າຮັບສິນຈ້າງລາງວັນຈາກມືຂອງໃຜແດ່ທີ່ປິດຕາຂອງຂ້າພະເຈົ້າ? ຈົ່ງເປັນພະຍານຕໍ່ສູ້ຂ້າພະເຈົ້າສາ, ແລະ ຂ້າພະເຈົ້າຈະຄືນໃຫ້ແກ່ພວກທ່ານ."
\s5
\v 4 ພວກເຂົາໄດ້ເວົ້າວ່າ, "ທ່ານບໍ່ເຄີຍໄດ້ຫລອກລວງພວກເຮົາ, ບໍ່ເຄີຍໄດ້ບິບບັງຄັບພວກເຮົາ, ຫລືໄດ້ເຄີຍລັກສິ່ງຂອງໃດໆໄປຈາກມືຂອງຜູ້ໃດເລີຍ."
\v 5 ລາວກໍໄດ້ກ່າວແກ່ພວກເຂົາວ່າ, "ພຣະຢາເວຊົງເປັນພະຍານຕໍ່ພວກທ່ານ, ແລະຜູ້ທີ່ພຣະອົງຊົງເຈີມໄວ້ກໍເປັນພະຍານໃນວັນນີ້, ວ່າພວກທ່ານບໍ່ໄດ້ພົບສິ່ງໃດໃນມືຂອງຂ້າພະເຈົ້າ." ພວກເຂົາໄດ້ຕອບວ່າ, "ພຣະຢາເວຊົງເປັນພະຍານ."
\s5
\v 6 ຊາມູເອນກໍໄດ້ກ່າວກັບປະຊາຊົນວ່າ, "ພຣະຢາເວຜູ້ທີ່ໄດ້ຊົງແຕ່ງຕັ້ງໂມເຊກັບອາໂຣນ, ແລະຜູ້ໄດ້ຊົງນຳບັນພະບຸຣຸດຂອງພວກທ່ານອອກມາຈາກແຜ່ນດິນເອຢິບ.
\v 7 ສະນັ້ນ ບັດນີ້, ພວກທ່ານ ຈົ່ງສະແດງຕົວເອງ, ເພື່ອທີ່ຂ້ານ້ອຍຈະຮ້ອງຂໍພວກທ່ານຕໍ່ພຣະພັກພຣະຢາເວກ່ຽວກັບພຣະຣາຊະກິດອັນຊອບທັມທັງປວງຂອງພຣະຢາເວ, ຊື່ພຣະອົງໄດ້ຊົງກະທຳຕໍ່ພວກທ່ານ ແລະ ຕໍ່ບັນພະບູຣຸດທັງຫລາຍຂອງພວກທ່ານ.
\s5
\v 8 ເມື່ອຢາໂຄບໄດ້ເຂົ້າໄປໃນເອຢິບ, ແລະ ບັນພະບູຣຸດທັງຫລາຍຂອງພວກທ່ານໄດ້ຮ້ອງທູນຕໍ່ພຣະຢາເວ, ແລ້ວພຣະຢາເວກໍໄດ້ໃຊ້ໂມເຊກັບອາໂຣນ, ຜູ້ຊຶ່ງໄດ້ນຳບັນພະບູຣຸດຂອງພວກທ່ານອອກຈາກເອຢິບ ແລະ ພວກເຂົາໄດ້ມາອາສັຍຢູ່ໃນສະຖານທີ່ນີ້.
\v 9 ແຕ່ພວກເຂົາໄດ້ລືມພຣະຢາເວພຣະເຈົ້າຂອງພວກເຂົາ; ພຣະອົງໄດ້ຂາຍພວກເຂົາໄວ້ໃນມືຂອງສິເສຣາ, ແມ່ທັບຂອງກອງທັບແຫ່ງເມືອງຮາໂຊ, ໃນມືຂອງຟີລິສະຕິນ, ແລະໃນມືຂອງກະສັດແຫ່ງໂມອາບ; ແລະເຂົາເຫລົ່ານີ້ກໍໄດ້ຕໍ່ສູ້ກັບບັນພະບູຣຸດທັງຫລາຍຂອງພວກທ່ານ.
\s5
\v 10 ພວກເຂົາກໍໄດ້ຮ້ອງທູນຕໍ່ພຣະຢາເວ ແລະໄດ້ກ່າວວ່າ,"ພວກຂ້ານ້ອຍໄດ້ເຮັດບາບແລ້ວ, ເພາະວ່າຂ້ານ້ອຍໄດ້ປະຖິ້ມພຣະຢາເວ ແລະໄດ້ໄປຮັບໃຊ້ບັນດາພະບາອານ ແລະບັນດາພະອາສະຕາໂຣດ. ແຕ່ບັດນີ້ ຂໍຊ່ວຍກູ້ພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກສັດຕຣູຂອງພວກຂ້ານ້ອຍ, ແລະພວກຂ້ານ້ອຍຈະຮັບໃຊ້ພຣະອົງ.'
\v 11 ດັ່ງນັ້ນ ພຣະຢາເວຈຶ່ງໄດ້ສົ່ງເຢຣູບບາອານ, ເບດານ, ເຢັບທາ, ແລະຊາມູເອນ, ແລະໄດ້ໃຫ້ພວກທ່ານໄດ້ຮັບຊັຍຊະນະເຫນືອພວກສັດຕຣູທີ່ຢູ່ຮອບພວກທ່ານ, ດັ່ງນັ້ນພວກທ່ານຈຶ່ງໄດ້ອາສັຍຢູ່ຢ່າງປອດພັຍ.
\s5
\v 12 ເມື່ອພວກທ່ານເຫັນນາຮາດວ່າ ກະສັດຂອງປະຊາຊົນອຳໂມນມາຕໍ່ສູ້ພວກທ່ານ, ພວກທ່ານກໍໄດ້ເວົ້າກັບຂ້າພະເຈົ້າວ່າ, 'ບໍ່ໄດ້! ກະສັດຈຳຕ້ອງປົກຄອງເຫນືອພວກເຮົາແທນ' — ເຖິງແມ່ນວ່າ ພຣະຢາເວພຣະເຈົ້າຂອງພວກທ່ານ, ເປັນກະສັດຂອງພວກທ່ານ.
\v 13 ບັດນີ້ ນີ້ຄືກະສັດທີ່ພວກທ່ານໄດ້ເລືອກແລ້ວ, ຜູ້ຊຶ່ງພວກທ່ານໄດ້ຮ້ອງຂໍ ແລະ ຜູ້ຊຶ່ງພຣະຢາເວໄດ້ຕັ້ງໃຫ້ເປັນກະສັດໄວ້ເຫນືອພວກທ່ານແລ້ວ.
\s5
\v 14 ຖ້າພວກທ່ານຢຳເກງພຣະຢາເວ, ຮັບໃຊ້ພຣະອົງ, ເຊື່ອຟັງພຣະສຸຣະສຽງຂອງພຣະອົງ, ແລະບໍ່ກະບົດຕໍ່ພຣະບັນຊາຂອງພຣະຢາເວ, ແລ້ວທັງທ່ານ ແລະ ກະສັດຜູ້ປົກຄອງເຫນືອພວກທ່ານ ຈະເປັນຜູ້ຕິດຕາມພຣະຢາເວພຣະເຈົ້າຂອງພວກທ່ານ.
\v 15 ຖ້າພວກທ່ານບໍ່ຟັງພຣະສຸຣະສຽງຂອງພຣະຢາເວ, ແຕ່ກະບົດຕໍ່ພຣະບັນຊາຂອງພຣະຢາເວ, ແລ້ວມືຂອງພຣະຢາເວຈະຊົງຕໍ່ສູ້ພວກທ່ານ, ເຫມືອນທີ່ໄດ້ຕໍ່ສູ້ບັນພະບູຣຸດທັງຫລາຍຂອງພວກທ່ານ.
\s5
\v 16 ເຖິງແມ່ນບັດນີ້ ພວກທ່ານສະແດງຕົວຂອງພວກທ່ານ ແລະ ເບິ່ງສິ່ງທີ່ຍິ່ງໃຫຍ່ນີ້ ຊຶ່ງພຣະຢາເວຈະກະທຳຕໍ່ຫນ້າຕໍ່ຕາຂອງພວກທ່ານ.
\v 17 ວັນນີ້ບໍ່ແມ່ນຫລືທີ່ເປັນວັນເກັບກ່ຽວເຂົ້າບາເລ້? ຂ້ານ້ອຍຈະຮ້ອງທູນຕໍ່ພຣະຢາເວ, ຂໍພຣະອົງໃຫ້ມີຟ້າຮ້ອງ ແລະ ຝົນມາ. ແລ້ວພວກເຈົ້າຈະໄດ້ຮູ້ ແລະ ໄດ້ເຫັນວ່າຄວາມຊົ່ວຮ້າຍຂອງພວກທ່ານຫລາຍພຽງໃດ ຊຶ່ພວກທ່ານໄດ້ເຮັດໃນສາຍຕາຂອງພຣະຢາເວ, ໃນການທີ່ໄດ້ທູນຂໍໃຫ້ມີກະສັດສຳລັບພວກທ່ານເອງ."
\v 18 ດັ່ງນັ້ນ ຊາມູເອນຈຶ່ງໄດ້ຮ້ອງທູນຕໍ່ພຣະຢາເວ; ແລະໃນວັນດຽວກັນນັ້ນ ພຣະຢາເວໃຫ້ມີຟ້າຮ້ອງແລະ ຝົນມາ. ແລ້ວປະຊາຊົນທັງປວງກໍໄດ້ຢ້ານກົວພຣະຢາເວ ແລະ ຊາມູເອນໃຫຍ່ຫລວງຫລາຍ.
\s5
\v 19 ແລ້ວປະຊາຊົນທັງປວງໄດ້ເວົ້າກັບຊາມູເອນວ່າ, "ຂໍໃຫ້ທ່ານອະທິຖານເພື່ອຜູ້ຮັບໃຊ້ຂອງທ່ານຕໍ່ພຣະຢາເວພຣະເຈົ້າຂອງທ່ານ, ເພື່ອພວກເຮົາຈະບໍ່ເຖິງຕາຍ. ເພາະເຮົາໄດ້ເພີ່ມຄວາມຊົ່ວຮ້າຍນີ້ເຂົ້າກັບບາບທັງປວງຂອງພວກເຮົາ ໃນການຂໍໃຫ້ມີກະສັດສຳລັບພວກເຮົາ."
\v 20 ຊາມູເອນໄດ້ຕອບວ່າ, "ຢ່າຢ້ານເລີຍ. ພວກທ່ານໄດ້ເຮັດຄວາມຊົ່ວຮ້າຍທັງປວງນີ້, ແຕ່ພວກທ່ານບໍ່ໄດ້ຫັນໄປເສຍຈາກການຕິດຕາມພຣະຢາເວ ແຕ່ໄດ້ຮັບໃຊ້ພຣະຢາເວດ້ວຍສຸດໃຈຂອງພວກທ່ານ.
\v 21 ຢ່າຫັນໄປຕິດຕາມສິ່ງໄຮ້ສາຣະ ຊຶ່ງບໍ່ເປັນປະໂຫຍດຫລືຊ່ວຍພວກເຈົ້າໄດ້, ເພາະພວກມັນເປັນສິ່ງໄຮ້ຄ່າ.
\s5
\v 22 ເພາະໂດຍເຫັນແກ່ພຣະນາມຊື່ອັນຍິ່ງໃຫຍ່ຂອງພຣະອົງ, ພຣະຢາເວຈະບໍ່ປະຖິ້ມປະຊາຊົນຂອງພຣະອົງ, ເພາະວ່ານີ້ເປັນສິ່ງທີ່ພໍພຣະທັຍພຣະຢາເວທີ່ຈະເຮັດໃຫ້ພວກທ່ານເປັນປະຊາຊົນຂອງພຣະອົງ.
\v 23 ສ່ວນຂ້າພະເຈົ້າເອງ, ຂໍໃຫ້ການເຮັດບາບຕໍ່ສູ້ພຣະຢາເວ ດ້ວຍການຢຸດອະທິຖານເພື່ອພວກທ່ານໄກຫ່າງໄປຈາກຂ້າພະເຈົ້າເຖີດ. ແຕ່ໃນທາງກົງກັນຂ້ວາມ, ຂ້າພະເຈົ້າຈະສອນເຖິງທາງທີ່ດີແລະຖຶກຕ້ອງໃຫ້ແກ່ພວກທ່ານ.
\s5
\v 24 ພຽງແຕ່ວ່າ ຈົ່ງຢຳເກງພຣະຢາເວ ແລະ ຮັບໃຊ້ພຣະອົງດ້ວຍຄວາມຈິງ ດ້ວຍສຸດໃຈຂອງພວກທ່ານ. ຈົ່ງພິຈາຣະນາເຖິງສິ່ງທີ່ຍິ່ງໃຫຍ່ຫລາຍສິ່ງ ຊຶ່ງພຣະອົງໄດ້ກະທຳແກ່ພວກທ່ານ.
\v 25 ແຕ່ຖ້າພວກທ່ານຍັງດື້ດ້ານເຮັດຄວາມຊົ່ວຊ້າອີກ, ທັງພວກທ່ານ ແລະ ກະສັດຂອງພວກທ່ານຈະຖຶກທຳລາຍໄປເສຍ."
\s5
\c 13
\cl ບົດທີ 13
\p
\v 1 ໂຊນມີອາຍຸສາມສິບປີ ເມື່ອພະອົງໄດ້ຂຶ້ນຄອງຣາຊະອຳນາດ; ເມື່ອພະອົງໄດ້ຄອງຣາຊະອຳນາດສີ່ສິບປີເຫນືອອິສະຣາເອນ,
\v 2 ພະອົງໄດ້ຄັດເລືອກຜູ້ຊາຍອິສະຣາເອນສາມພັນຄົນ. ສອງພັນຄົນໃຫ້ຢູ່ກັບພະອົງທີມິກມາດ ແລະ ໃນເຂດແດນເນີນພູູເບັດເອນ, ອີກຫນຶ່ງພັນຄົນນັ້ນໃຫ້ຢູ່ກັບໂຢນາທານທີ່ເມືອງກີເບອາແຫ່ງເບັນຢາມິນ. ທະຫານທີ່ເຫລືອນັ້ນພະອົງກໍໄດ້ປ່ອຍໃຫ້ກັບເມືອເຮືອນຂອງໃຜລາວ, ແຕ່ລະຄົນກໍໄດ້ກັບເມືອທີ່ເຕັ້ນຂອງຕົນ.
\s5
\v 3 ໂຢນາທານໄດ້ປາບກອງທັບທະຫານຮັກສາການຂອງພວກຟີລິສະຕິນ ຊຶ່ງຢູ່ທີ່ເກບາພ່າຍແພ້ໄປ ແລະ ຄົນຟີລິສະຕິນໄດ້ຮູ້ເລື່ອງ. ແລ້ວໂຊນກໍໄດ້ເປົ່າແກທົ່ວແຜ່ນດິນ, ແລະກ່າວວ່າ, "ໃຫ້ຄົນເຮັບເຣິທັງຫລາຍໄດ້ຍິນ."
\v 4 ຄົນອິສະຣາເອນທັງປວງໄດ້ຍິນວ່າ ໂຊນໄດ້ປາບກອງທະຫານຮັກສາການຂອງຟີລິສະຕິນພ່າຍແພ້ໄປແລ້ວ, ແລະຄົນອິສະຣາເອນທັງຫມົດກໍໄດ້ກາຍເປັນທີ່ກຽດຊັງຂອງຄົນຟີລິສະຕິນຢ່າງຍິ່ງ. ແລ້ວເຫລົ່າທະຫານກໍໄດ້ຖຶກເອີ້ນອອກມາໃຫ້ສົມທົບກັບໂຊນທີ່ກິນການ.
\s5
\v 5 ຄົນຟີລິສະຕິນໄດ້ລວມພົນເພື່ອຕໍ່ສູ້ຄົນອິສະຣາເອນ; ມີຣົດມ້າຮົບສາມພັນຄັນ, ມີຄົນທີ່ຈະຂັບຣົດມ້າຮົບຫົກພັນຄົນ, ແລະ ກອງທະຫານກໍມີຢ່າງຫລາຍ ເຫມືອນເມັດຊາຍທີ່ແຄມທະເລ. ພວກເຂົາກໍຍົກກຳລັງຂຶ້ນມາຕັ້ງຢູ່ທີມິກມາດ, ທາງທິດຕາເວັນອອກເບັດທາເວນ.
\s5
\v 6 ເມື່ອຄົນອິສະຣາເອນໄດ້ເຫັນວ່າຕົກຢູ່ໃນຄວາມຫຍຸ້ງຍາກແລ້ວ—ເພາະປະຊາຊົນໄດ້ຖຶກກົດດັນ, ແລ້ວປະຊາຊົນກໍໄດ້ລີ້ຢູ່ໃນຖໍ້າ, ໃນພຸ່ມໄມ້, ໃນກອງຫິນ, ໃນນ້ຳສ້າງ, ແລະໃນຂຸມຕ່າງໆ.
\v 7 ຄົນເຮັບເຣີບາງຄົນໄດ້ຂ້ວາມແມ່ນໍ້າຢໍແດນໄປຍັງດິນແດນກາດ ແລະ ກີເລອາດ. ແຕ່ໂຊນກໍຍັງຢູ່ທີ່ກິນການ, ແລະ ປະຊາຊົນທັງຫມົດໄດ້ຕິດຕາມພະອົງໄປຢ່າງຢ້ານກົວ.
\s5
\v 8 ພະອົງໄດ້ລໍຖ້າຢູ່ເຈັດວັນ, ຕາມເວລາທີ່ຊາມູເອນໄດ້ກຳຫນົດໄວ້. ແຕ່ຊາມູເອນບໍ່ໄດ້ມາທີ່ກິນການ, ແລະປະຊາຊົນກໍກະຈັດກະຈາຍໄປຈາກໂຊນ.
\v 9 ໂຊນຈຶ່ງເວົ້າວ່າ, "ຈົ່ງນຳເຄື່ອງເຜົາບູຊາທັງໂຕ ແລະ ເຄື່ອງສັນຕິບູຊາມາໃຫ້ເຮົາ." ແລ້ວພະອົງໄດ້ຖວາຍເຄື່ອງເຜົາບູຊາ.
\v 10 ທັນທີທີ່ພະອົງໄດ້ຖວາຍເຄື່ອງເຜົາບູຊາທັງໂຕນັ້ນ ຊາມູເອນກໍໄດ້ມາເຖິງ. ໂຊນອອກໄປຕ້ອນຮັບລາວ ແລະ ທັກທາຍລາວ.
\s5
\v 11 ແລ້ວຊາມູເອນກ່າວວ່າ,"ພະອົງໄດ້ເຮັດຫຍັງລົງໄປແລ້ວນີ້? ໂຊນໄດ້ຕອບວ່າ, "ເມື່ອຂ້າພະເຈົ້າໄດ້ເຫັນປະຊາຊົນກຳລັງຈາກຂ້າພະເຈົ້າໄປ, ແລະທ່ານກໍບໍ່ໄດ້ມາພາຍໃນວັນທີ່ກຳຫນົດໄວ້, ແລະຄົນຟີລິສະຕິນກໍໄດ້ຊຸມນຸມກັນທີມິກມາດ,
\v 12 ຂ້າພະເຈົ້າກ່າວວ່າ, 'ບັດນີ້ ຄົນຟີລິສະຕິນຈະຍົກມາຮົບກັບຂ້າພະເຈົ້າທີ່ກິນການ, ແລະຂ້າພະເຈົ້າຍັງບໍ່ໄດ້ຂໍພຣະກະຣຸນາຕໍ່ພຣະຢາເວ.' ດັ່ງນັ້ນ ຂ້າພະເຈົ້າຈຶ່ງຝືນໃຈຕົນເອງໃຫ້ຂຶ້ນໄປຖວາຍເຄື່ອງເຜົາບູຊາທັງໂຕ."
\s5
\v 13 ແລ້ວຊາມູເອນໄດ້ກ່າວກັບໂຊນວ່າ, "ພະອົງໄດ້ກະທຳສິ່ງທີໂງ່ຈ້າຫລາຍ. ພະອົງບໍ່ໄດ້ຮັກສາພຣະບັນຊາຂອງພຣະຢາເວພຣະເຈົ້າຂອງພະອົງ. ຊຶ່ງພຣະອົງໄດ້ບັນຊາພະອົງໄວ້ ເພື່ອວ່າພຣະຢາເວຈະໄດ້ສະຖາປະນາການຄອງຣາຊຂອງພະອົງເຫນືອຊົນຊາດອິສະຣາເອນຕະຫລອດໄປ.
\v 14 ແຕ່ບັດນີ້ ການຄອງຣາຊຂອງພະອົງຈະບໍ່ຕໍ່ເນື່ອງ. ພຣະຢາເວໄດ້ຊອກຫາຊາຍອີກຄົນຫນຶ່ງຕາມຊອບພຣະທັຍຂອງພຣະອົງ ແລະ ພຣະຢາເວໄດ້ແຕ່ງຕັ້ງຊາຍຄົນນັ້ນໃຫ້ເປັນເຈົ້າຊາຍເຫນືອປະຊາຊົນຂອງເພິ່ນ, ແຕ່ວ່າພະອົງບໍ່ໄດ້ເຊື່ອຟັງໃນສິ່ງທີ່ພຣະເຈົ້າໄດ້ສັ່ງພະອົງໄວ້."
\s5
\v 15 ແລ້ວຊາມູເອນກໍໄດ້ລຸກຂື້ນ ແລະ ໄປຈາກກິນການແຫ່ງເຜົ່າເບັນຢາມິນ. ແລ້ວໂຊນກໍໄດ້ນັບປະຊາຊົນທີ່ຢູ່ກັບພະອົງໄດ້ປະມານຫົກຮ້ອຍຄົນ.
\v 16 ໂຊນ, ກັບໂຢນາທານລູກຊາຍຂອງພະອົງ, ແລະປະຊາຊົນກໍໄດ້ຢູ່ກັບທັງສອງພະອົງ, ຢູ່ໃນເກບາແຫ່ງເຜົ່າເບັນຢາມິນ. ແຕ່ພວກຟີລິສະຕິນໄດ້ຕັ້ງຄ້າຍຢູ່ທີມິກມາດ.
\s5
\v 17 ມີຫນ່ວຍຈູ່ໂຈມອອກມາຈາກຄ້າຍຂອງພວກຟີລິສະຕິນສາມຫນ່ວຍ. ຫນ່ວຍຫນຶ່ງຫັນຫນ້າໄປທາງໂອຟາ, ສູ່ດິນແດນຊູເອັດ.
\v 18 ອີກຫນ່ວຍຫນຶ່ງຫັນຫນ້າໄປທ່ານເບັດໂຮໂຣນ, ແລະ ອີກຫນ່ວຫນຶ່ງຫັນຫນ້າໄປທາງເຂດແດນ ຊຶ່ງຢູ່ເຫນືອພູເຂົາເສໂບຍິມທາງໄປຖິ່ນແຫ້ງແລ້ງກັນດານ.
\s5
\v 19 ທົ່ວແຜ່ນດິນອິສະຣາເອນບໍ່ສາມາດຈະຫາຊ່າງຕີເຫລັກໄດ້, ເພາະພວກຟີລິສະຕິນໄດ້ກ່າວວ່າ, "ຢ້ານວ່າ ພວກເຮັບເຣິຈະເຮັດດາບ ຫລື ຫອກສຳລັບພວກເຂົາ."
\v 20 ແຕ່ຄົນອິສະຣາເອນທັງປວງໄດ້ລົງມາຫາພວກຟີລິສະຕິນ, ແຕ່ລະຄົນໄດ້ຝົນໄຖ, ສຽມ, ຂວານ ແລະ ກ່ຽວ ຂອງພວກເຂົາ.
\v 21 ຄ່າຈ້າງໃນຝົນນັ້ນສອງສ່ວນສາມເຊກຽນສຳລັບໄຖແລະສຽມ, ແລະຫນຶ່ງສ່ວນສາມສຳລັບສ້ອມສາມງ່າມ, ຂວານ ແລະ ໄມ້ແສ້ຕີງົວ.
\s5
\v 22 ດັ່ງນັ້ນ ເມື່ອເຖິງວັນເຮັດສົງຄາມ, ບໍ່ມີດາບ ຫລຶ ຫອກໃນມືຂອງທະຫານທີ່ໄດ້ຢູ່ກັບໂຊນ ແລະ ໂຢນາທານ; ມີພຽງໂຊນແລະໂຢນາທານລູກຊາຍຂອງພະອົງເທົ່ານັ້ນທີ່ມີອາວຸດ.
\v 23 ກອງທະຫານຮັກສາການຂອງພວກຟີລິສະຕິນກໍໄດ້ຍົກທັບມາກາຍເມືອງມິກມາດ.
\s5
\c 14
\cl ບົດທີ 14
\p
\v 1 ວັນຫນຶ່ງໂຢນາທານລູກຊາຍຂອງໂຊນໄດ້ເວົ້າກັບຜູ້ສົ່ງຂ່າວຫນຸ່ມທີ່ຕິດອາວຸດຂອງທ່ານວ່າ, "ມາເຖີດ, ໃຫ້ເຮົາຂ້ວາມໄປທີ່ກອງທະຫານຟີລິສະຕິນທີ່ຝັ່ງນັ້ນ." ແຕ່ທ່ານບໍ່ໄດ້ບອກພໍ່ຂອງທ່ານໃຫ້ຮູ້.
\s5
\v 2 ໂຊນໄດ້ພັກຢູ່ທີ່ຊານເມືອງກີເບອາກ້ອງຕົ້ນພິລາ ຊຶ່ງຢູ່ທີ່ມີໂກນ. ມີທະຫານປະມານຫົກຮ້ອຍຄົນໄດ້ຢູ່ກັບເພິ່ນ,
\v 3 ລວມທັງອາຫິຢາລູກຊາຍຂອງອາຫິຕຸບ(ອ້າຍຂອງອີຄາໂບດ) ຜູ້ເປັນລູກຊາຍຂອງຟີເນຫັດ ຜູ້ເປັນລູກຊາຍຂອງເອລີ ປະໂລຫິດຂອງພຣະຢາເວທີ່ເມືອງຊີໂລ, ຜູ້ທີ່ໄດ້ສວມເສື້ອເອໂຟດ. ປະຊາຊົນບໍ່ຮູ້ວ່າ ໂຢນາທານໄດ້ໄປແລ້ວ.
\s5
\v 4 ຕາມທາງຂ້ວາມພູເຂົາແຕ່ລະບ່ອນທີ່ໂຢນາທານຕ້ອງການທີ່ຈະຂ້ວາມໄປເຖິງກອງທະຫານຮັກສາການຂອງຄົນຟີລິສະຕິນນັ້ນ, ມີຫນ້າຜາຫິນຢູ່ຟາກຫນຶ່ງ. ມີຫນ້າຜາຫິນຟາກຫນຶ່ງທີ່ມີຊື່ວ່າໂບເຊັດ ແລະ ມີຫນ້າຜາຫິນອີກຍອດຫນຶ່ງຊື່ເສນາ.
\v 5 ຫນ້າຜາຫິນຍອດຫນຶ່ງຢູ່ທາງເຫນືອຕໍ່ຫນ້າມິກມາດ, ແລະ ອີກຍອດຫນຶ່ງຢູ່ທາງໃຕ້ ດ້ານຫນ້າເກບາ.
\s5
\v 6 ໂຢນາທານໄດ້ເວົ້າກັບຜູ້ສົ່ງຂ່າວຫນຸ່ມທີ່ຖືອາວຸດຂອງທ່ານວ່າ, "ມາເຖີດ, ໃຫ້ເຮົາຂ້ວາມໄປຍັງກອງທະຫານຮັກສາການພວກນີ້ທີ່ບໍ່ໄດ້ເຂົ້າພິທີຕັດເຖີ້ນ. ບາງທີ່ພຣະຢາເວຈະຊົງກະທຳໃນນາມຊື່ຂອງພວກເຮົາ, ເພາະວ່າບໍ່ມີສິ່ງໃດທີ່ຈະຢຸດຢັ້ງພຣະຢາເວໄດ້ຈາກການຊ່ວຍກູ້ ບໍ່ວ່າໂດຍຄົນຫນ້ອຍ ຫລື ຄົນຫລາຍ."
\v 7 ຜູ້ຖືອາວຸດຂອງທ່ານໄດ້ເວົ້າວ່າ, "ຂໍໃຫ້ເຮັດທຸກສິ່ງຕາມທີ່ໃຈຂອງພະອົງມີພະປະສົງເຖີ້ນ. ຊົງຫມຸ້ງຫນ້າໄປເຖີດ, ເບິ່ງແມ໋, ຂ້ານ້ອຍຢູ່ກັບພະອົງ, ພ້ອມທີ່ຈະເຮັດຕາມຄຳສັ່ງຂອງພະອົງ."
\s5
\v 8 ແລ້ວໂຢນາທານເວົ້າວ່າ, "ພວກເຮົາຈະຂ້ວາມໄປຫາພວກທະຫານ, ແລະພວກເຮົາຈະສະແດງຕົວພວກເຮົາໃຫ້ພວກເຂົາ.
\v 9 ຖ້າພວກເຂົາເວົ້າກັບພວກເຮົາວ່າ, 'ຈົ່ງລໍຖ້າຢູ່ທີ່ນັ້ນຈົນກວ່າພວກເຮົາຈະມາເຖິງຕົວພວກເຈົ້າ' — ແລ້ວພວກເຮົາຈະຢືນໃນສະຖານທີ່ຂອງພວກເຮົາ ແລະ ຈະບໍ່ຂຶ້ນໄປຫາພວກເຂົາ.
\v 10 ແຕ່ຖ້າພວກເຂົາຕອບວ່າ, 'ຈົ່ງຂຶ້ນມາຫາພວກເຮົາ' ແລ້ວພວກເຮົາຈະຂຶ້ນໄປ; ເພາະວ່າ ພຣະຢາເວໄດ້ມອບພວກເຂົາໄວ້ໃນມືຂອງເຮົາແລ້ວ. ນີ້ຈະເປັນສັນຍານແກ່ເຮົາ."
\s5
\v 11 ດັ່ງນັ້ນ ທັງສອງຈຶ່ງໄດ້ສະແດງຕົນແກ່ກອງທະຫານຮັກສາການຂອງຄົນຟີລິສະຕິນ. ຄົນຟີລິສະຕິນໄດ້ກ່າວວ່າ, "ເບິ່ງແມ໋, ພວກເຮັບເຣີໄດ້ອອກມາຈາກຮູທີ່ພວກເຂົາລີ້ແລ້ວ."
\v 12 ແລ້ວກອງທະຫານຮັກສາການຈຶ່ງໄດ້ຮ້ອງບອກໂຢນາທານ ແລະຜູ້ຖືອາວຸດຂອງພະອົງ ແລະ ເວົ້າວ່າ, "ຈົ່ງຂຶ້ນມາຫາພວກເຮົາ, ແລະພວກເຮົາຈະສະແດງບາງສິ່ງໃຫ້ພວກເຈົ້າຮູ້." ໂຢນາທານຈຶ່ງໄດ້ບອກຜູ້ຖືອາວຸດຂອງທ່ານວ່າ, "ຈົ່ງຕາມຂ້ອຍມາ, ເພາະວ່າພຣະຢາເວໄດ້ມອບພວກເຂົາໄວ້ໃນມືຂອງອິສະຣາເອນແລ້ວ."
\s5
\v 13 ໂຢນາທານກໍໄດ້ປີນຂຶ້ນໄປດ້ວຍມື ແລະ ຕິນຂອງທ່ານ, ແລະຜູ້ຖືອາວຸດຂອງທ່ານກໍໄດ້ຕາມຫລັງທ່ານໄປດ້ວຍ. ພວກຟີລິສະຕິນກໍໄດ້ຖຶກຂ້າຕາຍຕໍ່ຫນ້າໂຢນາທານ, ແລະຜູ້ຖືອາວຸດຂອງທ່ານກໍໄດ້ຂ້າພວກເຂົາທາງຫລັງລາວ.
\v 14 ການໂຈມຕີຄັ້ງທຳອິດທີ່ໂຢນາທານ ແລະ ຜູ້ຖືອາວຸດຂອງທ່ານ, ໄດ້ຂ້າຜູ້ຊາຍປະມານຊາວຄົນໃນພື້ນທີ່ປະມານເຄິ່ງເຮັກຕາ.
\s5
\v 15 ແລະໄດ້ເກີດຄວາມຢ້ານກົວພາຍໃນຄ້າຍ, ໃນທົ່ງຫຍ້າ, ແລະໃນປະຊາຊົນທັງຫມົດ. ແມ່ນແຕ່ກອງທະຫານຮັກສາການ ແລະ ຫນ່ວຍໂຈມຕີກໍໄດ້ຢ້ານກົວດ້ວຍ. ໄດ້ເກີດແຜ່ນດິນໄຫວ, ແລະ ມີການຢ້ານກົວຢ່າງໃຫຍ່ຫລວງ.
\s5
\v 16 ແລ້ວພວກຍາມຂອງໂຊນທີ່ຢູ່ກີເບອາແຫ່ງເຜົ່າເບັນຢາມິນກໍໄດ້ເບິ່ງຢູ່; ເຫລົ່າທະຫານຂອງຄົນຟີລິສະຕິນກໍແຕກກະຈັດກະຈາຍໄປ, ແລະ ພວກເຂົາກໍໄດ້ແລ່ນວຸ້ນວາຍໄປມາ.
\v 17 ແລ້ວໂຊນຈຶ່ງສັ່ງແກ່ປະຊາຊົນທີ່ຢູ່ກັບພະອົງວ່າ, "ຈົ່ງນັບແລະເບິ່ງວ່າ ມີໃຜຫາຍໄປຈາກພວກເຮົາແດ່." ເມື່ອພວກເຂົາໄດ້ນັບເບິ່ງແລ້ວ, ໂຢນາທານ ແລະ ຜູ້ຖືອາວຸດຂອງທ່ານໄດ້ຫາຍໄປ.
\s5
\v 18 ໂຊນໄດ້ສັ່ງອາຫິຢາວ່າ, "ຈົ່ງນຳຫີບພັນທະສັນຍາຂອງພຣະເຈົ້າມາທີ່ນີ້. ເພາະວ່າໃນເວລານັ້ນ ຫີບພັນທະສັນຍາຂອງພຣະເຈົ້າຍັງຢູ່ກັບປະຊາຊົນອິສະຣາເອນ.
\v 19 ໃນຂະນະທີໂຊນກຳລັງເວົ້າກັບປະໂລຫິດຢູ່ນັ້ນ, ຄວາມວຸ້ນວາຍໃນຄ້າຍຂອງຄົນຟີລິສະຕິນກໍຍັງຄົງດຳເນິນຢູ່ ແລະ ເພີ່ມທະວີຫລາຍຂຶ້ນ. ແລ້ວໂຊນໄດ້ເວົ້າກັບປະໂລຫິດວ່າ, "ຈົ່ງຖອນມືຂອງພວກທ່ານອອກກ່ອນ."
\s5
\v 20 ໂຊນ ແລະ ປະຊາຊົນທັງປວງທີ່ຢູ່ກັບພະອົງກໍໄດ້ມາລວມກັນ ແລະ ໄດ້ເຂົ້າໄປສະຫນາມຮົບ. ດາບຂອງພວກຟີລິສະຕິນທຸກຄົນກໍຕໍ່ສູ້ເພື່ອຊາວເມືອງຂອງພວກເຂົາເອງ. ແລະມີຄວາມສັບສົນອັນໃຫຍ່.
\v 21 ບັດນີ້ ພວກເຮັບເຣີເຫລົ່ານັ້ນ ຜູ້ທີ່ເຄີຍຢູ່ກັບພວກຟີລິສະຕິນກ່ອນຫນ້ານັ້ນ, ແລະຜູ້ທີ່ໄປໃນຄ້າຍກັບພວກເຂົາ, ເຖິງປານນັ້ນ ພວກເຂົາກໍກັບມາເຂົ້າກັບຄົນອິສະຣາເອນທີ່ຢູ່ຝ່າຍໂຊນ ແລະ ໂຢນາທານ.
\s5
\v 22 ເມື່ອຄົນອິສະຣາເອນທັງປວງທີ່ໄດ້ລີ້ຢູ່ໃນເຂດແດນພູເຂົາເອຟາຣາອິມໄດ້ຍິນວ່າ ຄົນຟີລິສະຕິນກຳລັງຫນີໄປ, ແມ່ນແຕ່ພວກເຫລົ່ານີ້ກໍໄດ້ໄລ່ຕິດຕາມພວກເຂົາໃນການສູ້ຮົບ.
\v 23 ດັ່ງນັ້ນ ພຣະຢາເວໄດ້ຊ່ວຍກູ້ອິສະຣາເອນໃນວັນນັ້ນ, ແລະສົງຄາມກໍຜ່ານເຖິງເມືອງເບທາເວນໄປ.
\s5
\v 24 ໃນວັນນັ້ນ ຄົນອິສະຣາເອນຕ້ອງທຸກຍາກ ເພາະໂຊນໃຫ້ພວກປະຊາຊົນໄດ້ສາບານ ແລະ ເວົ້າວ່າ, "ຖ້າໃຜກິນອາຫານຈົນຮອດເວລາແລງໃນວັນນີ້ ແລະ ເຮົາໄດ້ແກ້ແຄ້ນພວກສັດຕຣູຂອງເຮົາ." ດັ່ງນັ້ນ ບໍ່ມີໃຜໃນກອງທັບໄດ້ກິນອາຫານເລີຍ.
\v 25 ແລ້ວພວກປະຊາຊົນທັງຫມົດກໍໄດ້ເຂົ້າມາໃນປ່າ ແລະ ໃນທີ່ນັ້ນມີນໍ້າເຜິ້ງຢູ່ຕາມພື້ນດິນ.
\v 26 ເມື່ອພວກປະຊາຊົນເຂົ້າໄປໃນປ່າ, ນໍ້າເຜິ້ງກຳລັງໄຫລຢູ່, ແຕ່ບໍ່ມີຄົນໃດເອົາມືໃສ່ປາກ ເພາະວ່າປະຊາຊົນໄດ້ຢ້ານກົວຄຳສາບານ.
\s5
\v 27 ແຕ່ໂຢນາທານບໍ່ໄດ້ຍິນຄຳສາບານຂອງບິດາຂອງທ່ານທີ່ໄດ້ໃຫ້ແກ່ປະຊາຊົນນັ້ນ. ພະອົງຈຶ່ງແຍ່ປາຍໄມ້ທີ່ຢູ່ມືຂອງທ່ານ ແລະ ຈິ້ມທີ່ຮັງເຜິ້ງ. ທ່ານກໍໄດ້ເອົາມືຂອງທ່ານໃສ່ປາກຂອງທ່ານ, ແລະ ຕາຂອງທ່ານກໍສະຫວ່າງຂຶ້ນ.
\v 28 ແລ້ວມີຊາຍຄົນຫນຶ່ງໃນພວກປະຊາຊົນຕອບວ່າ, "ບິດາຂອງທ່ານໄດ້ໃຫ້ພວກທະຫານສາບານວ່າ, 'ໃຫ້ຜູ້ທີ່ກິນອາຫານໃນວັນນີ້ຖຶກສາບແຊ່ງ' ເຖິງແມ່ນວ່າ ປະຊາຊົນຈະອ່ອນແຮງຈາກຄວາມຫິວກໍຕາມ."
\s5
\v 29 ແລ້ວໂຢນາທານຈຶ່ງໄດ້ເວົ້າວ່າ, "ພຣະບິດາຂອງຂ້ອຍໄດ້ເຮັດໃຫ້ເກີດປັນຫາແກ່ແຜ່ນດິນ. ເບິ່ງແມ໋ ວ່າດວງຕາຂອງຂ້ອຍສະຫວ່າງ ເພາະວ່າຂ້ອຍໄດ້ກິນນໍ້າເຜິ້ງພຽງຫນ້ອຍດຽວ.
\v 30 ຈະດີຍິ່ງກວ່ານີ້ອີກເທົ່າໃດ ຖ້າປະຊາຊົນໄດ້ກິນຂອງທີ່ຍຶດມາໄດ້ຈາກພວກສັດຕຣູ ຊຶ່ງພວກເຂົາຫາມາໄດ້ຢ່າງອິສຣະໃນວັນນີ້? ເພາະວ່າຕອນນີ້ ການຂ້າຟັນຄົນຟີລິສະຕິນນັ້ນບໍ່ຫລາຍແລ້ວ."
\s5
\v 31 ພວກເຂົາໄດ້ຂ້າຄົນຟີລິສະຕິນໃນວັນນັ້ນຈາກມິກມາດ ເຖິງໄອຢາໂລນ. ປະຊາຊົນກໍອ່ອນເພຍຫລາຍທີ່ສຸດ.
\v 32 ປະຊາຊົນໄດ້ແລ່ນຢ່າງລະໂມບເຂົ້າຫາຂອງທີ່ຍຶດມາໄດ້ ແລະ ໄດ້ເອົາແກະ, ງົວ ແລະ ລູກງົວ, ແລະຂ້າພວກມັນເທິງແຜ່ນດິນ. ປະຊາຊົນກໍໄດ້ກິນພ້ອມກັບເລືອດ.
\s5
\v 33 ແລ້ວພວກເຂົາກໍໄປບອກໂຊນວ່າ, "ມາເຖີດ, ປະຊາຊົນກຳລັງເຮັດບາບຕໍ່ພຣະຢາເວ ໂດຍໄດ້ກິນອາຫານພ້ອມກັບເລືອດ." ໂຊນໄດ້ສັ່ງວ່າ, "ພວກເຈົ້າໄດ້ປະພຶດຢ່າງບໍ່ສັດຊື່ແລ້ວ. ບັດນີ້, ຈົ່ງກີ້ງກ້ອນຫີນໃຫຍ່ມາໃຫ້ເຮົາວັນນີ້."
\v 34 ໂຊນໄດ້ເວົ້າອີກວ່າ, "ຈົ່ງອອກໄປທ່າມກາງປະຊາຊົນ ແລະ ບອກພວກເຂົາວ່າ, 'ຈົ່ງໃຫ້ທຸກຄົນນຳງົວຂອງລາວ ຫລື ແກະຂອງລາວມາຂ້າເສຍທີ່ນີ້, ແລ້ວກິນອາຫານ. ຢ່າເຮັດບາບຕໍ່ສູ້ພຣະຢາເວໂດຍກິນອາຫານພ້ອມກັບເລືອດ.'" ດັ່ງນັ້ນ ພວກປະຊາຊົນແຕ່ລະຄົນກໍໄດ້ນຳງົວຂອງຕົນມາ ພ້ອມພວກເຂົາໃນຄືນນັ້ນ ແລະ ໄດ້ຂ້າເສຍທີ່ນັ້ນ.
\s5
\v 35 ໂຊນກໍໄດ້ສ້າງແທ່ນບູຊາຖວາຍແດ່ພຣະຢາເວ, ຊຶ່ງເປັນແທ່ນບູຊາແທ່ນທຳອິດ ຊຶ່ງພະອົງໄດ້ສ້າງຖວາຍແດ່ພຣະຢາເວ.
\s5
\v 36 ແລ້ວໂຊນໄດ້ສັ່ງວ່າ, "ໃຫ້ເຮົາລົງໄປໄລ່ຕາມພວກຟີລິສະຕິນໃນຕອນກາງຄືນ ແລະ ປຸ້ນພວກເຂົາຈົນຮອດຕອນເຊົ້າ; ຢ່າໃຫ້ພວກເຂົາລອດຊີວິດແມ່ນແຕ່ຄົນດຽວ." ພວກເຂົາໄດ້ຕອບວ່າ, "ຂໍຊົງເຮັດຕາມທີ່ພະອົງເຫັນຊອບເຖີ້ນ." ແຕ່ປະໂລຫິດໄດ້ກ່າວວ່າ, "ໃຫ້ເຮົາເຂົ້າເຝົ້າພຣະເຈົ້າທີ່ນີ້ເຖີ້ນ."
\v 37 ໂຊນກໍທູນຖາມພຣະເຈົ້າວ່າ, "ສົມຄວນທີ່ຂ້ານ້ອຍຈະໄລ່ຕິດຕາມພວກຟີລິສະຕິນຫລືບໍ່? ພຣະອົງຈະຊົງມອບພວກເຂົາໄວ້ໃນມືຂອງອິສະຣາເອນຫລື" ແຕ່ພຣະເຈົ້າບໍ່ໄດ້ຕອບພະອົງໃນວັນນັ້ນ.
\s5
\v 38 ແລ້ວໂຊນຈຶ່ງໄດ້ກ່າວວ່າ, "ຈົ່ງມາທີ່ນີ້ເຖີ້ນ, ພວກທ່ານທັງຫມົດທີ່ເປັນຜູ້ນຳຂອງປະຊາຊົນ; ຈົ່ງຮຽນຮູ້ ແລະ ເບິ່ງວ່າຄວາມບາບນີ້ເກີດຂຶ້ນໄດ້ຢ່າງໃດໃນວັນນີ້.
\v 39 ເພາະວ່າ, ພຣະຢາເວຜູ້ຊົງພຣະຊົນຢູ່, ຜູ້ຊົງຊ່ວຍກູ້ເອົາຄົນອິສະຣາເອນ, ເຖິງແມ່ນວ່າເປັນໂຢນາທານແມ່ນລູກຊາຍຂອງເຮົາ, ລາວກໍຈະຕ້ອງຕາຍຢ່າງແນ່ນອນ." ແຕ່ບໍ່ມີໃຜຈັກຫນຶ່ງໃນພວກປະຊາຊົນທັງປວງໄດ້ຕອບພະອົງ.
\s5
\v 40 ແລ້ວພະອົງຈຶ່ງກ່າວກັບຄົນອິສະຣາເອນທັງປວງວ່າ, "ພວກທ່ານຈະຕ້ອງຢູ່ຝ່າຍຫນຶ່ງ, ແລະ ເຮົາແລະໂຢນາທານລູກຊາຍຂອງເຮົາຈະຢູ່ອີກຝ່າຍຫນຶ່ງ." ປະຊາຊົນໄດ້ເວົ້າກັບໂຊນວ່າ, "ຂໍເຮັດຕາມທີ່ພະອົງເຫັນຊອບເຖີ້ນ."
\v 41 ດັ່ງນັ້ນໂຊນຈຶ່ງໄດ້ທູນຖາມພຣະຢາເວພຣະເຈົ້າແຫ່ງອິສະຣາເອນວ່າ, "ຂໍສະແດງທູມມິມ." ໂຢນາທານແລະໂຊນໄດ້ຈັບສະຫລາກ, ແຕ່ຝ່າຍປະຊາຊົນກໍລອດຈາກຖຶກເລືອກ.
\v 42 ແລ້ວໂຊນໄດ້ເວົ້າວ່າ, "ໃຫ້ຈັບສະຫລາກ ລະຫວ່າງ ເຮົາກັບໂຢນາທານລູກຊາຍຂອງເຮົາ." ແລ້ວໂຢນາທານໄດ້ຖຶກສະຫລາກນັ້ນ.
\s5
\v 43 ແລ້ວໂຊນຈຶ່ງໄດ້ເວົ້າກັບໂຢນາທານວ່າ, "ຈົ່ງບອກເຮົາວ່າເຈົ້າໄດ້ເຮັດຫຍັງລົງໄປ." ໂຢນາທານກໍໄດ້ບອກພະອົງວ່າ, "ຂ້ານ້ອຍໄດ້ຊິມນໍ້າເຜິ້ງທີ່ຕິດປາຍໄມ້ຄ້ອນເທົ້າ ຊຶ່ງຢູ່ໃນມືຂອງຂ້າພະເຈົ້າເລັກຫນ້ອຍເທົ່ານັ້ນ. ຂ້ານ້ອຍຢູ່ທີ່ນີ້; ຂ້ານ້ອຍຍອມທີ່ຈະຕາຍ."
\v 44 ໂຊນໄດ້ກ່າວວ່າ, "ຂໍພຣະເຈົ້າຊົງລົງໂທດ ແລະ ຈະເພີ່ມໂທດນັ້ນໃຫ້ຂ້ານ້ອຍ ຖ້າເຈົ້າບໍ່ຕາຍ, ໂຢນາທານເອີຍ."
\s5
\v 45 ແລ້ວປະຊາຊົນຈຶ່ງໄດ້ກ່າວແກ່ໂຊນວ່າ, "ໂຢນາທານສົມຄວນຕາຍຫລື, ຜູ້ທີ່ໄດ້ນຳຊັຍຊະນະຢ່າງຍິ່ງໃຫຍ່ມາສູ່ອິສະຣາເອນ? ຢ່າໃຫ້ເປັນຢ່າງນັ້ນເລີຍ! ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ, ເສັ້ນຜົມຂອງທ່ານຈັກເສັ້ນຫນຶ່ງຈະບໍ່ຕົກເຖິງດິນ, ເພາະວ່າໃນວັນນີ້ທ່ານໄດ້ເຮັດສົງຄາມດ້ວຍກັນກັບພຣະເຈົ້າ." ດັ່ງນັ້ນ ປະຊາຊົນໄດ້ຊ່ວຍຊີວິດຂອງໂຢນາທານໄວ້ ດັ່ງນັ້ນ ທ່ານຈຶ່ງບໍ່ຕາຍ.
\v 46 ແລ້ວໂຊນກໍໄດ້ຢຸດໄລ່ຕາມພວກຟີລິສະຕິນ, ແລະ ພວກຟີລິສະຕິນໄດ້ກັບໄປຍັງທີ່ຢູ່ຂອງພວກເຂົາ.
\s5
\v 47 ແລ້ວໂຊນໄດ້ເລີ່ມປົກຄອງເຫນືອຄົນອິສະຣາເອນນັ້ນ, ພະອົງໄດ້ຕໍ່ສູ້ສັດຕຣູທັງຫລາຍຂອງພະອົງທຸກດ້ານ. ພະອົງໄດ້ຕໍ່ສູ້ກັບໂມອາບ, ຊາວອຳໂມນ, ຊາວເອໂດມ, ກັບບັນດາກະສັດແຫ່ງໂສບາ, ແລະ ຄົນຟີລິສະຕິນ. ບໍ່ວ່າພະອົງຈະຫັນໄປທາງໃດ, ພະອົງກໍໄດ້ຕີພວກເຂົາແຕກພ່າຍໄປ.
\v 48 ພະອົງສູ້ຮົບຢ່າງກ້າຫານ ແລະ ໄດ້ປາບປາມພວກອາມາເຫລັກ. ພະອົງໄດ້ຊົງຊ່ວຍກູ້ອິສະຣາເອນໃຫ້ພົ້ນຈາກມືຂອງພວກທີ່ປຸ້ນພວກເຂົາ
\s5
\v 49 ບັນດາລູກຊາຍຂອງໂຊນຄື ໂຢນາທານ, ອິວີ, ແລະ ມັກກີຊວຍ. ຊື່ລູກສາວທັງສອງຂອງພະອົງແມ່ນ ເມຮາບ, ຄືລູກຫົວປີ, ແລະ ຊື່ຜູ້ນ້ອງແມ່ນ ມີຄາ.
\v 50 ຊື່ເມຍຂອງໂຊນແມ່ນ ອາຫິໂນອາມ; ນາງເປັນລູກສາວຂອງອາຫິມາອັດ. ຊື່ແມ່ທັບຂອງພະອົງແມ່ນອັບເນລູກຊາຍຂອງເນີ, ລູງຂອງໂຊນ.
\v 51 ກີເຊຜູ້ເປັນບິດາຂອງໂຊນ; ແລະເນີ, ຜູ້ເປັນບິດາຂອງອັບເນ, ຜູ້ທີ່ເປັນລູກຊາຍຂອງອາບີເອນ.
\s5
\v 52 ຕະຫລອດຣາຊະການຂອງໂຊນ ມີສົງຄາມຢ່າງຮຸນແຮງກັບຄົນຟີລິສະຕິນຢູ່ສະເຫມີ. ເມື່ອໂຊນໄດ້ເຫັນຜູ້ຊາຍຄົນໃດທີ່ເປັນນັກຮົບທີ່ແຂງແຮງ, ຫລື ເປັນຄົນກ້າຫານ, ພະອົງກໍໄດ້ນຳມາຮັບໃຊ້ພະອົງ.
\s5
\c 15
\cl ບົດທີ 15
\p
\v 1 ຊາມູເອນກໍໄດ້ກ່າວກັບໂຊນວ່າ, "ພຣະຢາເວໄດ້ໃຊ້ຂ້າພະເຈົ້າມາເຈີມທ່ານເປັນກະສັດເຫນືອປະຊາຊົນອິສະຣາເອນຂອງພຣະອົງ. ບັດນີ້ ຈົ່ງຟັງຄຳສັ່ງຂອງພຣະຢາເວ.
\v 2 ນີ້ຄືສິ່ງທີ່ພຣະຢາເວຈອມໂຍທາໄດ້ກ່າວວ່າ, 'ເຮົາໄດ້ຈົດຈຳສິ່ງທີ່ອາມາເຫລັກໄດ້ເຮັດຕໍ່ອິສະຣາເອນຄືສະກັດກັ້ນຄົນອິສະຣາເອນລະຫວ່າງທາງ, ເມື່ອພວກເຂົາອອກຈາກແຜ່ນດິນເອຢິບ.
\v 3 ບັດນີ້ ຈົ່ງໄປ ແລະ ໂຈມຕີອາມາເຫລັກ ແລະ ທຳລາຍທຸກສິ່ງທີ່ພວກເຂົາມີທັງຫມົດ. ຢ່າໄດ້ປານີພວກເຂົາ, ແຕ່ຈົ່ງຂ້າທັງຜູ້ຊາຍ ແລະຜູ້ຍິງ, ເດັກນ້ອຍແລະແອນ້ອຍ, ງົວແລະແກະ, ອູດແລະລວາດ້ວຍ."
\s5
\v 4 ໂຊນຈຶ່ງໄດ້ເກນປະຊາຊົນ ແລະ ນັບພົນທະຫານທີ່ເມືອງເທລາອິມ: ມີທະຫານຮາບສອງແສນຄົນ, ແລະຄົນໃນເຜົ່າຢູດາສິບພັນຄົນ.
\v 5 ແລ້ວໂຊນກໍໄດ້ຍົກກອງທັບມາຍັງເມືອງອາມາເຫລັກ ແລະ ໄດ້ລໍຖ້າຢູ່ຮ່ອມພູ.
\s5
\v 6 ແລ້ວໂຊນໄດ້ກ່າວກັບຄົນເຄໄນວ່າ, "ຈົ່ງໄປ, ຈົ່ງແຍກໄປເສຍ, ໃຫ້ອອກໄປຈາກຄົນອາມາເຫລັກ. ເພື່ອເຮົາຈະບໍ່ທຳລາຍພວກທ່ານໄປພ້ອມກັບພວກເຂົາ. ເພາະພວກທ່ານໄດ້ສະແດງຄວາມເມດຕາຕໍ່ເຊື້ອສາຍອິສະຣາເອນທັງຫມົດ, ເມື່ອພວກເຂົາໄດ້ອອກມາຈາກແຜ່ນນດິນເອຢິບ." ດັ່ງນັ້ນ ຄົນເຄໄນກໍແຍກອອກໄປຈາກຄົນອາມາເຫລັກ.
\v 7 ແລ້ວໂຊນກໍໄດ້ບຸກໂຈມຕີຄົນອາມາເຫລັກ, ຕັ້ງແຕ່ຮາວີລາໄປຈົນເຖິງຊູ, ຊຶ່ງຢູ່ດ້ານທິດຕາເວັນອອກຂອງເອຢິບ.
\s5
\v 8 ແລ້ວພະອົງໄດ້ຈັບອາກັກກະສັດຂອງຄົນອາມາເລກທັງເປັນ; ພະອົງໄດ້ທຳລາຍປະຊາຊົນທັງຫມົດດ້ວຍຄົມດາບ.
\v 9 ແຕ່ໂຊນ ແລະ ປະຊາຊົນໄດ້ໄວ້ຊີວິດອາກັກ, ກັບຝູງແກະທີ່ດີທີ່ສຸດ ແລະ ຝູງງົວທີ່ດີທີ່ສຸດ, ເຫລົ່າລູກງົວທີ່ອ້ວນພີ, ແລະບັນດາແກະ. ທຸກສິ່ງທີ່ດີທັງຫມົດ, ພວກເຂົາບໍ່ໄດ້ທຳລາຍ. ແຕ່ພວກເຂົາໄດ້ທຳລາຍສິ່ງທີ່ຫນ້າກຽດຊັງ ແລະ ໄຮ້ຄ່າ ຈົນຫມົດກ້ຽງ.
\s5
\v 10 ແລ້ວພຣະທັມຂອງພຣະຢາເວມາຍັງຊາມູເອນ, ກ່າວວ່າ,
\v 11 "ເຮົາເສຍໃຈທີ່ເຮົາໄດ້ຕັ້ງໂຊນເປັນກະສັດ, ເພາະລາວໄດ້ຫັນຈາກການຕິດຕາມເຮົາ ແລະ ບໍ່ໄດ້ເຮັດຕາມພຣະບັນຍັດຂອງເຮົາ." ຊາມູເອນກໍໂກດຮ້າຍຫລາຍ; ຈຶ່ງໄດ້ຮ້ອງທູນຕໍ່ພຣະຢາເວຕະຫລອດຄືນ.
\s5
\v 12 ຊາມູເອນກໍໄດ້ລຸກຂຶ້ນແຕ່ເຊົ້າໆ ເພື່ອທີ່ຈະໄປຫາໂຊນໃນເຊົ້ານັ້ນ. ຊາມູເອນຖືກບອກວ່າ, "ໂຊນໄດ້ມາທີ່ພູເຂົາກາເມນ ແລະ ພະອົງໄດ້ມາສ້າງອະນຸສາວະລີຂອງພະອົງເອງ, ແລ້ວກໍໄດ້ຫັນກັບໄປ ແລະ ໄດ້ມຸ້ງຫນ້າຜ່ານລົງໄປຈົນເຖິງກິນການ."
\v 13 ແລ້ວຊາມູເອນກໍໄດ້ມາຫາໂຊນ, ແລະໂຊນກ່າວກັບເພີ່ນວ່າ, "ຂໍພຣະຢາເວຊົງອວຍພອນທ່ານເຖີດ! ຂ້າພະເຈົ້າໄດ້ປະຕິບັດຕາມພຣະບັນຊາຂອງພຣະຢາເວແລ້ວ."
\s5
\v 14 ຊາມູເອນໄດ້ຕອບວ່າ, "ຖ້າຢ່າງນັ້ນສຽງແກະນີ້ ທີ່ຮ້ອງເຂົ້າຫູຂອງຂ້າພະເຈົ້າ, ແລະສຽງງົວທີ່ຂ້າພະເຈົ້າໄດ້ຍິນຄືອັນໃດກັນ?"
\v 15 ໂຊນໄດ້ຕອບວ່າ, "ພວກເຂົາໄດ້ນຳພວກມັນມາຈາກຄົນອາມາເຫລັກ. ເພາະວ່າ ປະຊາຊົນໄດ້ໄວ້ຊີວິດບັນດາແກະ ແລະ ງົວທີ່ດີທີ່ສຸດ, ເພື່ອໃຫ້ເປັນເຄື່ອງສັດບູຊາແດ່ພຣະຢາເວພຣະເຈົ້າຂອງທ່ານ. ນອກຈາກນັ້ນ ພວກເຮົາໄດ້ທຳລາຍຫມົດເລີຍ."
\v 16 ແລ້ວຊາມູເອນຈຶ່ງໄດ້ກ່າວກັບໂຊນວ່າ, "ດຽວກ່ອນ, ແລະຂ້າພະເຈົ້າຈະບອກທ່ານວ່າ ພຣະຢາເວໄດ້ກ່າວກັບຂ້າພະເຈົ້າຢ່າງໃດມື້ຄືນນີ້." ແລະໂຊນກໍໄດ້ກ່າວວ່າ,"ຈົ່ງກ່າວມາເຖີດ!"
\s5
\v 17 ຊາມູເອນໄດ້ກ່າວວ່າ, "ແມ່ນວ່າທ່ານເປັນແຕ່ພຽງຜູ້ເລັກນ້ອຍໃນສາຍຕາຂອງທ່ານເອງ, ທ່ານບໍ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວຫນ້າຂອງບັນດາເຜົ່າອິສະຣາເອນຫລື? ແລ້ວພຣະຢາເວໄດ້ຊົງເຈີມທ່ານໄວ້ເປັນກະສັດເຫນືອອິສະຣາເອນ,
\v 18 ແລະພຣະຢາເວໄດ້ໃຊ້ໃຫ້ທ່ານອອກໄປຕາມທາງຂອງທ່ານໄດ້, 'ຈົ່ງໄປ ແລະ ຈົ່ງທຳລາຍພວກຄົນບາບ, ຄືຄົນອາມາເຫລັກທັງຫລາຍ, ແລະ ໃຫ້ຕໍ່ສູ້ກັບພວກເຂົາຈົນກວ່າພວກເຂົາຈະຫມົດສິ້ນໄປ.'
\v 19 ເປັນຫຍັງທ່ານຈຶ່ງບໍ່ເຊື່ອຟັງພຣະສຸຣະສຽງຂອງພຣະຢາເວ, ແຕ່ໄປຢຶດສິ່ງຂອງຕ່າງໆ ແລະ ເປັນຫຍັງຈຶ່ງໄດ້ເຮັດສິ່ງຄວາມຊົ່ວຮ້າຍໃນພຣະເນດຂອງພຣະຢາເວ?"
\s5
\v 20 ແລ້ວໂຊນກ່າວກັບຊາມູເອນວ່າ, ຂ້າພະເຈົ້າໄດ້ເຊື່ອຟັງພຣະສຸຣະສຽງຂອງພຣະຢາເວແລ້ວ, ຂ້າພະເຈົ້າໄດ້ໄປຕາມທີ່ພຣະຢາເວໄດ້ຊົງໃຊ້ຂ້າພະເຈົ້າໄປ. ຂ້າພະເຈົ້າໄດ້ຈັບໂຕອາກັກກະສັດແຫ່ງຄົນອາມາເຫລັກມາ, ແລະຂ້າພະເຈົ້າກໍໄດ້ທຳລາຍຄົນອາມາເລກຫມົດສິ້ນແລ້ວ.
\v 21 ແຕ່ປະຊາຊົນໄດ້ເກັບຂອງທີ່ຢຶດບາງສ່ວນ—ແກະແລະງົວ, ສິ່ງທີ່ດີທີ່ສຸດຈາກສິ່ງທີ່ຕ້ອງຖຶກທຳລາຍນັ້ນ, ເພື່ອນຳມາເປັນເຄື່ອງບູຊາແດ່ພຣະຢາເວພຣະເຈົ້າຂອງທ່ານໃນເມືອງກິນການ."
\s5
\v 22 ຊາມູເອນຕອບວ່າ, "ພຣະຢາເວຊົງພໍພຣະທັຍໃນເຄື່ອງເຜົາບູຊາ ແລະ ເຄື່ອງສັດບູຊາທັງຫລາຍ, ເທົ່າກັບການທີ່ຈະເຊື່ອຟັງພຣະສຸຣະສຽງຂອງພຣະຢາເວຫລື? ເບິ່ງເຖີດ ການເຊື່ອຟັງກໍດີກວ່າເຄື່ອງຖວາຍສັດບູຊາ, ແລະ ຊຶ່ງຈະເອົາໃຈໃສ່ກໍດີກວ່າໄຂມັນຂອງບັນດາແກະຜູ້ນັ້ນ.
\v 23 ເພາະວ່າ ການກະບົດກໍເປັນເຫມືອນບາບແຫ່ງການຖືເລີກຖືຍາມ, ແລະ ຄວາມດື້ດ້ານກໍເປັນເຫມືອນບາບຊົ່ວ ແລະ ການຊົ່ວຮ້າຍ. ເພາະເຫດທີ່ທ່ານປະຖິ້ມພຣະທັມຂອງພຣະຢາເວ, ທ່ານຈຶ່ງຖືກຖອດອອກຈາກຕຳແຫນ່ງກະສັດ."
\s5
\v 24 ແລ້ວໂຊນກ່າວກັບຊາມູເອນວ່າ, "ຂ້າພະເຈົ້າໄດ້ເຮັດບາບແລ້ວ; ເພາະຂ້າພະເຈົ້າຝ່າຝືນພຣະບັນຍັດຂອງພຣະຢາເວ ແລະຖ້ອຍຄຳຂອງທ່ານ, ເພາະຂ້າພະເຈົ້າຢ້ານປະຊາຊົນ ແລະ ຟັງສຽງຂອງພວກເຂົາ.
\v 25 ບັດນີ້, ຂໍໂຜດອະພັຍບາບໂທດຂອງຂ້າພະເຈົ້າດ້ວຍເຖີ້ນ, ແລະ ກັບໄປກັບຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະໄດ້ນະມັສະການພຣະຢາເວ."
\s5
\v 26 ຊາມູເອນກ່າວກັບໂຊນວ່າ, "ຂ້າພະເຈົ້າຈະບໍ່ກັບໄປກັບທ່ານ; ເພາະທ່ານໄດ້ປະຖິ້ມພຣະທັມຂອງພຣະຢາເວ, ແລະ ພຣະຢາເວໄດ້ຖອດທ່ານອອກຈາກການເປັນກະສັດເຫນືອອິສະຣາເອນແລ້ວ."
\v 27 ພໍຊາມູເອນຫັນຫລັງຈະໄປ, ໂຊນກໍດຶງປາຍເສື້ອຂອງທ່ານໄວ້, ຈົນເສື້ອນັ້ນກໍຂາດ.
\s5
\v 28 ຊາມູເອນໄດ້ກ່າວກັບທ່ານວ່າ, "ໃນວັນນີ້ພຣະຢາເວໄດ້ຈີກອານາຈັກຂອງອິສະຣາເອນຈາກທ່ານເສຍແລ້ວ ແລະ ໄດ້ມອບໃຫ້ແກ່ຄົນອຶ່ນທີ່ດີກວ່າທ່ານ.
\v 29 ຍິ່ງກວ່ານັ້ນ, ຄວາມເຂັ້ມແຂງຂອງຄົນອິດສະຣາເອນ ຈະບໍ່ຕົວະ ຫລື ປ່ຽນໃຈຂອງພຣະອົງ; ເພາະວ່າ ພຣະອົງບໍ່ແມ່ນມະນຸດ, ທີ່ປ່ຽນໃຈຂອງພຣະອົງໄດ້."
\s5
\v 30 ແລ້ວໂຊນໄດ້ກ່າວວ່າ, "ຂ້າພະເຈົ້າເຮັດບາບແລ້ວ, ແຕ່ຕອນນີ້ ຂໍທ່ານໂຜດໃຫ້ກຽຕແກ່ຂ້າພະເຈົ້າ ຕໍ່ຫນ້າພວກເຖົ້າແກ່ຂອງປະຊາຊົນຂອງຂ້າພະເຈົ້າ ແລະຕໍ່ຫນ້າຄົນອິສະຣາເອນ. ຂໍກັບໄປນຳຂ້າພະເຈົ້າ, ເພື່ອຂ້າພະເຈົ້າຈະໄດ້ນະມັສະການພຣະຢາເວ ພຣະເຈົ້າຂອງທ່ານ."
\v 31 ດັ່ງນັ້ນ ຊາມູເອນຈຶ່ງໄດ້ກັບໄປນຳໂຊນ, ແລະໂຊນກໍໄດ້ນະມັສະການພຣະຢາເວ."
\s5
\v 32 ແລ້ວຊາມູເອນໄດ້ກ່າວວ່າ, "ພວກທ່ານຈົ່ງນຳອາກັກກະສັດຂອງຄົນອາມາເຫລັກມາໃຫ້ຂ້າພະເຈົ້າ." ແລະອາກັກກໍເຂົ້າມາຫາທ່ານ ຖຶກລ່າມດ້ວຍໂຊ່ ແລະ ໄດ້ກ່າວວ່າ, "ຄວາມຂົມຂື່ນແຫ່ງຄວາມຕາຍກໍຜ່ານພົ້ນໄປຢ່າງແນ່ນອນແລ້ວ."
\v 33 ຊາມູເອນໄດ້ກ່າວວ່າ, "ດາບຂອງທ່ານໄດ້ເຮັດໃຫ້ພວກຜູ້ຍິງໄຮ້ບຸດສັນໃດ, ມານດາຂອງທ່ານຈະໄຮ້ບຸດໃນຫມູ່ພວກຜູ້ຍິງສັນນັ້ນ." ແລ້ວຊາມູເອນກໍຕັດອາກັກເປັນຕ່ອນໆ ຕໍ່ພຣະພັກພຣະຢາເວ ຢູ່ກິນການ.
\s5
\v 34 ຊາມູເອນກໍໄປທີ່ຣາມາ, ແລະໂຊນກໍຂຶ້ນໄປຍັງວັງຂອງພະອົງ ຢູ່ກິນການແຫ່ງໂຊນ.
\v 35 ຊາມູເອນບໍ່ໄດ້ມາພົບໂຊນອີກຈົນເຖິງວັນຕາຍຂອງລາວ. ເພາະລາວໄດ້ໂສກເສົ້າກ່ຽວກັບໂຊນ. ພຣະຢາເວໄດ້ເສຍພຣະທັຍທີ່ໄດ້ຕັ້ງໂຊນເປັນກະສັດເຫນືອອິສະຣາເອນ.
\s5
\c 16
\cl ບົດທີ 16
\p
\v 1 ພຣະຢາເວໄດ້ກ່າວກັບຊາມູເອນວ່າ, "ອີກດົນປານໃດທີ່ເຈົ້າຈະເປັນທຸກເລື່ອງຂອງໂຊນ, ເຮົາໄດ້ປະຖິ້ມລາວຈາກການເປັນກະສັດເຫນືອອິສະຣາເອນແລ້ວ? ຈົ່ງເຕີມນໍ້າມັນໃຫ້ເຕັມເຂົາສັດຂອງເຈົ້າ ແລະ ໄປ. ເຮົາຈະສົ່ງເຈົ້າໄປຫາເຢຊີ ຊາວເບັດເລເຮັມ, ເພາະວ່າເຮົາໄດ້ເລືອກກະສັດອົງຫນຶ່ງສຳລັບເຮົາ ຈາກທ່າມກາງບັນດາລູກຊາຍທັງຫລາຍຂອງລາວ."
\s5
\v 2 ຊາມູເອນໄດ້ເວົ້າວ່າ, "ຂ້ານ້ອຍຈະໄປໄດ້ຢ່າງໃດ? ຖ້າໂຊນໄດ້ຍິນເລື່ອງນີ້, ລາວຈະປຣະຫານຂ້ານ້ອຍເສຍ." ພຣະຢາເວກ່າວວ່າ, "ຈົ່ງນຳງົວແມ່ໂຕຫນຶ່ງໄປກັບເຈົ້າ ແລະ ກ່າວວ່າ, 'ຂ້າພະເຈົ້າມາເພື່ອຖວາຍສັດບູຊາແດ່ພຣະຢາເວ.'
\v 3 ຈົ່ງເອີ້ນເຢຊີມາທີ່ການຖວາຍສັດບູຊາ, ແລະ ເຮົາຈະສຳແດງໃຫ້ເຈົ້າຮູ້ວ່າ ເຈົ້າຈະຕ້ອງເຮັດຢ່າງໃດ. ເຈົ້າຈະເຈີມຜູ້ຊຶ່ງເຮົາຈະບອກເຈົ້າເພື່ອເຮົາ."
\s5
\v 4 ຊາມູເອນກໍໄດ້ເຮັດຕາມທີ່ພຣະຢາເວໄດ້ກ່າວ ແລະ ໄດ້ໄປທີ່ເບັດເລເຮັມ. ພວກເຖົ້າແກ່ຂອງເມືອງນັ້ນກໍຕົວສັ່ນ ໃນຂະນະທີ່ເຂົ້າມາພົບລາວ ແລະ ໄດ້ກ່າວວ່າ, "ທ່ານມາຢ່າງສັນຕິຫລື?"
\v 5 ລາວກ່າວວ່າ, "ຢ່າງສັນຕິ; ຂ້າພະເຈົ້າມາຖວາຍສັດບູຊາແດ່ພຣະຢາເວ. ຈົ່ງກຽມພ້ອມຊຳຣະຕົວຂອງພວກທ່ານໃຫ້ບໍຣິສຸດ ແລະມາກັບຂ້າພະເຈົ້າ ເພື່ອໄປຖວາຍສັດບູຊາ." ແລ້ວຊາມູເອນກໍໄດ້ຊຳຣະຕົວເຢຊີ ແລະ ບັນດາລູກຊາຍຂອງລາວໃຫ້ບໍຣິສຸດ ແລະເຊີນພວກເຂົາໄປຖວາຍສັດບູຊາດ້ວຍ.
\s5
\v 6 ເມື່ອພວກເຂົາໄດ້ມາແລ້ວ, ລາວກໍແນມເຫັນເອລີອາບ ແລະ ໄດ້ກ່າວກັບຕົນເອງວ່າ ຜູ້ທີ່ພຣະຢາເວຊົງໃຫ້ເຈີມໄວ້ກໍ ໄດ້ຢືນຢູ່ຂ້າງຫນ້າລາວແລ້ວ.
\v 7 ແຕ່ພຣະຢາເວໄດ້ກ່າວກັບຊາມູເອນວ່າ, "ຢ່າເບິ່ງທີ່ຮູບຮ່າງພາຍນອກຂອງລາວ, ຫລື ເບິ່ງທີ່ຄວາມສູງສະຫງ່າຂອງຮ່າງກາຍຂອງລາວ; ເພາະພຣະຢາເວໄດ້ປະຕິເສດລາວ. ສຳລັບພຣະຢາເວແລ້ວ ພຣະອົງບໍ່ໄດ້ເບິ່ງເຫມືອນມະນຸດເບິ່ງ; ມະນຸດເບິ່ງທີ່ຮູບຮ່າງພາຍນອກ, ແຕ່ພຣະຢາເວເບິ່ງທີ່ຈິດໃຈພາຍໃນ."
\s5
\v 8 ແລ້ວເຢຊີກໍເອີ້ນອາບີນາດາບ ແລະໃຫ້ລາວຍ່າງຜ່ານຊາມູເອນ. ແລ້ວຊາມູເອນໄດ້ກ່າວວ່າ, "ພຣະຢາເວກໍບໍ່ໄດ້ເລືອກຜູ້ນີ້ເຫມືອນກັນ."
\v 9 ແລ້ວເຢຊີກໍໄດ້ໃຫ້ຊາມມາຍ່າງຜ່ານໄປ, ແຕ່ຊາມູເອນກໍໄດ້ກ່າວວ່າ, "ພຣະຢາເວກໍບໍ່ໄດ້ຊົງເລືອກຄົນນີ້ເຫມືອນກັນ."
\v 10 ແລ້ວເຢຊີໄດ້ໃຫ້ລູກທັງເຈັດຄົນຍ່າງຜ່ານຫນ້າຊາມູເອນ. ແລ້ວຊາມູເອນໄດ້ບອກກັບເຢຊີວ່າ,"ພຣະຢາເວບໍ່ໄດ້ຊົງເລືອກຄົນໃດເລີຍຈາກຄົນເຫລົ່ານີ້."
\s5
\v 11 ແລ້ວຊາມູເອນໄດ້ກ່າວກັບເຢຊີວ່າ,"ພວກນີ້ເປັນລູກຊາຍທັງຫມົດຂອງເຈົ້າຫລື?" ລາວຕອບວ່າ,"ຍັງມີຄົນສຸດທ້ອງເຫລືອຢູ່, ແຕ່ລາວກຳລັງລ້ຽງແກະຢູ່." ຊາມູເອນໄດ້ກ່າວກັບເຢຊີວ່າ,"ຈົ່ງໃຊ້ຄົນໄປແລະນຳລາວມາ; ເພາະພວກເຮົາຈະບໍ່ຍອມນັ່ງຈົນກວ່າລາວຈະມາທີ່ນີ້."
\v 12 ເຢຊີກໍໄດ້ໃຊ້ຄົນໄປແລະໄດ້ນຳລາວມາ. ເນື່ອງຈາກລູກຊາຍຂອງລາວເປັນຄົນຜິວແດງມີດວງຕາງົດງາມແລະຮູບຮ່າງງາມດີ. ພຣະຢາເວໄດ້ກ່າວວ່າ,"ຈົ່ງລຸກຂຶ້ນ, ຈົ່ງເຈີມລາວ; ເພາະລາວເປັນຄົນນັ້ນແຫລະ."
\s5
\v 13 ແລ້ວຊາມູເອນຈຶ່ງໄດ້ນຳເຂົາສັດທີ່ມີນໍ້າມັນ ແລະໄດ້ເຈີມລາວໄວ້ທ່າມກາງພວກອ້າຍໆຂອງລາວ. ພຣະວິນຍານຂອງພຣະຢາເວໄດ້ສວມທັບດາວິດນັບຕັ້ງແຕ່ວັນນັ້ນເປັນຕົ້ນໄປ. ແລ້ວຊາມູເອນກໍໄດ້ລຸກຂຶ້ນແລະໄດ້ກັບໄປທີ່ຣາມາ.
\s5
\v 14 ບັດນີ້ພຣະວິນຍານຂອງພຣະຢາເວຊົງຈາກໂຊນໄປ, ແລະວິນຍານຊົ່ວທີ່ເປັນອັນຕະລາຍຈາກພຣະຢາເວກໍໄດ້ລົບກວນລາວແທນທີ່.
\v 15 ພວກຜູ້ຮັບໃຊ້ຂອງໂຊນໄດ້ເວົ້າວ່າ,"ເບິ່ງແມ, ວິນຍານທີ່ເປັນອັນຕະຣາຍຈາກພຣະເຈົ້າ ກຳລັງລົບກວນພະອົງຢູ່.
\v 16 ຂໍໃຫ້ເຈົ້ານາຍຂອງພວກຂ້ານ້ອຍ ຈົ່ງສັ່ງພວກຜູ້ຮັບໃຊ້ຂອງພະອົງໃຫ້ຫາຄົນທີ່ມີຄວາມຊຳນານໃນການດິດພິນ. ແລ້ວເມື່ອວິນຍານທີ່ເປັນອັນຕະຣາຍຈາກພຣະເຈົ້າມາເຫນືອພະອົງ. ລາວກໍຈະດິດພິນແລະພະອົງຈະດີຂຶ້ນ."
\s5
\v 17 ໂຊນຈຶ່ງໄດ້ສັ່ງພວກຜູ້ຮັບໃຊ້ຂອງພະອົງວ່າ,"ຈົ່ງໄປຫາຊາຍຄົນຫນຶ່ງທີ່ດິດພິນໄດ້ດີແລະນຳລາວມາຫາເຮົາ."
\v 18 ແລ້ວຫນຶ່ງໃນພວກຊາຍຫນຸ່ມໄດ້ຕອບ, ແລະກ່າວວ່າ, "ຂ້ານ້ອຍໄດ້ເຫັນລູກຊາຍຄົນຫນຶ່ງຂອງເຢຊີຊາວເບັດເລເຮັມ, ຜູ້ຊຶ່ງມີຝີມືໃນການດິດພິນ, ເປັນຄົນແຂງແຮງ, ເປັນຄົນກ້າຫານ, ເປັນນັກຮົບ, ເປັນຄົນສຸຂຸມໃນການເວົ້າ, ແລະເປັນຄົນມີຫນ້າຕາດີ; ແລະພຣະຢາເວສະຖິດກັບລາວ."
\v 19 ດັ່ງນັ້ນໂຊນຈຶ່ງໄດ້ສົ່ງພວກຜູ້ສົ່ງຂ່າວໄປຍັງເຢຊີ, ແລະກ່າວວ່າ,"ຈົ່ງສົ່ງດາວິດລູກຊາຍຂອງທ່ານ, ຜູ້ທີ່ຢູ່ກັບແກະນັ້ນມາຫາເຮົາ."
\s5
\v 20 ເຢຊີກໍໄດ້ຈັດລວາຫນຶ່ງໂຕບັນທຸກເຂົ້າຈີ່, ຖົງຫນັງໃສ່ເຫລົ້າອະງຸ່ນຖົງຫນຶ່ງ, ແລະລູກແບ້ໂຕຫນຶ່ງ, ແລະໄດ້ສົ່ງໄປກັບດາວິດລູກຊາຍຂອງລາວໃຫ້ຖວາຍແກ່ໂຊນ.
\v 21 ແລ້ວດາວິດກໍໄດ້ມາຫາໂຊນ ແລະເຂົ້າຮັບຫນ້າທີ່ຂອງລາວ. ໂຊນກໍຮັກດາວິດຫລາຍ, ແລະດາວິດກໍໄດ້ເປັນຄົນຖືເຄື່ອງອາວຸດຂອງໂຊນ.
\s5
\v 22 ໂຊນໄດ້ສົ່ງຂ່າວໄປຫາເຢຊີ, ເວົ້າວ່າ,"ຂໍໃຫ້ດາວິດຢູ່ກັບເຮົາ, ເພາະລາວເປັນທີ່ພໍໃຈໃນສາຍຕາຂອງເຮົາ."
\v 23 ເມື່ອໃດກໍຕາມທີ່ວິຍານທີ່ເປັນອັນຕະລາຍຈາກພຣະເຈົ້າມາເຫນືອໂຊນ, ດາວິດກໍຈັບພິນແລະໄດ້ຫລີ້ນ. ດັ່ງນັ້ນໂຊນກໍຮູ້ສືກສົດຊື່ນຂຶ້ນ, ແລະວິນຍານທີ່ເປັນອັນຕະຣາຍກໍຈາກພະອົງໄປ.
\s5
\c 17
\cl ບົດທີ 17
\p
\v 1 ບັດນີ້ ຄົນຟີລິສະຕິນໄດ້ເຕົ້າໂຮມກອງທັບຂອງພວກເຂົາເພື່ອສົງຄາມ. ພວກເຂົາໄດ້ມາເຕົ້າໂຮມກັນຢູ່ທີ່ໂສໂຄ, ຊຶ່ງເປັນຂອງຢູດາ. ພວກເຂົາໄດ້ມາຕັ້ງຄ້າຍຢູ່ລະຫວ່າງໂສໂຄກັບອາເຊຄາ, ໃນເອແຟັດດຳມິມ.
\s5
\v 2 ໂຊນແລະຄົນອິສະຣາເອນກໍໄດ້ລວມຕົວກັນ ແລະໄດ້ຕັ້ງຄ້າຍຢູ່ທີ່ຮ່ອມພູເອລາ, ແລະວາງແນວຮົບເພື່ອຕໍ່ສູ້ກັບຄົນຟີລິສະຕິນ.
\v 3 ຄົນຟີລິສະຕິນໄດ້ຢືນຢູ່ທີ່ພູເຂົາອີກຂ້າງຫນຶ່ງ, ແລະອິສະຣາເອນກໍໄດ້ຢືນຢູ່ທີ່ພູເຂົາອີກຂ້າງຫນຶ່ງ ມີຮ່ອມພູຂັ້ນກາງລະຫວ່າງພວກເຂົາທັງສອງ.
\s5
\v 4 ມີຊາຍແຂງແຮງຄົນຫນຶ່ງໄດ້ອອກມາຈາກຄ້າຍຂອງຄົນຟີລິສະຕິນ, ຊາຍຄົນນີ້ຊື່ວ່າ ໂກລີອາດແຫ່ງກາດ, ຜູ້ຊຶ່ງສູງຫົກສອກແລະຫນຶ່ງຄືບ.
\v 5 ລາວໄດ້ສວມຫມວກທອງແດງເທິງຫົວຂອງລາວ, ແລະໄດ້ໃສ່ເສື້ອເກາະທີ່ເຮັດເປັນວົງຮ້ອຍກັນ. ເສື້ອເກາະນັ້ນຫນັກປະມານຫ້າພັນເຊເຂັນຈາກທອງແດງ.
\s5
\v 6 ລາວໃສ່ສະນັບແຄ່ງທອງແດງ ແລະມີຫອກຊັດທອງແດງຢູ່ທີ່ບ່າທັງສອງຂ້າງຂອງລາວ.
\v 7 ດ້າມຫອກຂອງລາວນັ້ນໃຫຍ່, ພ້ອມດ້ວຍເຊືອກຮ້ອຍສຳລັບການຟາດມັນ ເຫມືອນສາຍເທິງໄມ້ມັດຫູກຕໍ່າຜ້າ. ປາຍຫອກເປັນເຫລັກຫນັກປະມານຫົກຮ້ອຍເຊເຂັນ. ຄົນຖືໂລ່ຂອງລາວກໍຍ່າງນຳຫນ້າລາວໄປ.
\s5
\v 8 ລາວໄດ້ຍິນແລະໄດ້ຮ້ອງມາທາງແນວຫນ້າຂອງອິສະຣາເອນວ່າ, "ເປັນຫຍັງພວກເຈົ້າອອກມາເພື່ອຕຽມເຮັດສົງຄາມ? ເຮົາບໍ່ແມ່ນຄົນຟີລິສະຕິນຫລື, ແລະພວກເຈົ້າກໍເປັນຂ້າຮັບໃຊ້ຂອງໂຊນບໍ່ແມ່ນບໍ? ຈົ່ງເລືອກຊາຍຄົນຫນຶ່ງແທນພວກເຈົ້າ ໃຫ້ລາວລົງມາຫາເຮົາ.
\v 9 ຖ້າລາວຊະນະໃນການຕໍ່ສູ້ກັບເຮົາ ແລະ ຂ້າເຮົາໄດ້, ແລ້ວພວກເຮົາຈະເປັນຂ້າຮັບໃຊ້ພວກເຈົ້າ. ແຕ່ຖ້າເຮົາຊະນະ ແລະຂ້າລາວເສຍ, ແລ້ວພວກເຈົ້າຈະເປັນຜູ້ຮັບໃຊ້ຂອງພວກເຮົາແລະຮັບໃຊ້ພວກເຮົາ."
\s5
\v 10 ອີກຄັ້ງຫນຶ່ງຄົນຟີລິສະຕິນໄດ້ກ່າວວ່າ, "ເຮົາຂໍທ້າກອງທັບອິສະຣາເອນໃນວັນນີ້. ຈົ່ງສົ່ງຊາຍຄົນຫນຶ່ງມາຕໍ່ສູ້ກັນ."
\v 11 ເມື່ອໂຊນແລະອິສະຣາເອນທັງຫມົດທີ່ໄດ້ຍິນຄົນຟີລິສະຕິນນັ້ນໄດ້ເວົ້າ, ພວກເຂົາກໍຕົກໃຈແລະຢ້ານກົວຢ່າງໃຫຍ່ຫລວງ.
\s5
\v 12 ບັດນີ້ດາວິດເປັນລູກຂອງເອຟາດທາແຫ່ງເມືອງເບັດເລເຮັມໃນຢູດາ, ຊື່ເຢຊີ. ຜູ້ທີ່ມີລູກຊາຍແປດຄົນ. ເຢຊີເປັນຄົນມີອາຍຸຫລາຍແລ້ວໃນຣາຊະການຂອງໂຊນ.
\v 13 ລູກຊາຍໃຫຍ່ສາມຄົນຂອງເຢຊີກໍໄດ້ຕາມໂຊນເຂົ້າສູ່ສະຫນາມຮົບ. ຊື່ຂອງລູກຊາຍສາມຄົນທີ່ໄປເຂົ້າສູ່ສະຫນາມຮົບເອລີອາບລູກຊາຍກົກ, ຜູ້ທີ່ສອງອາບີນາດາບ, ແລະ ຜູ້ທີ່ສາມຊາມມາ.
\s5
\v 14 ດາວິດເປັນລູກຊາຍຫລ້າ. ອ້າຍໆທັງສາມຄົນກໍໄດ້ຕິດຕາມໂຊນໄປ.
\v 15 ບັດນີ້ດາວິດໄດ້ໄປໆກັບໆລະຫວ່າງກອງທັບຂອງໂຊນ ແລະລ້ຽງແກະຂອງພໍ່ທີ່ເບັດເລເຮັມ, ເພື່ອທີ່ຈະລ້ຽງດູພວກມັນ.
\v 16 ເປັນເວລານານເຖິງສີ່ສິບວັນທີ່ຄົນຟີລິສະຕິນ ຜູ້ທີ່ແຂງແຮງຄົນນັ້ນໄດ້ມາໃກ້ທັງຕອນເຊົ້າ ແລະ ຕອນແລງ ເພື່ອທ້າທາຍໃຫ້ຄົນອອກໄປສູ້ກັບລາວ.
\s5
\v 17 ແລ້ວເຢຊີໄດ້ເວົ້າກັບດາວິດລູກຂອງຕົນວ່າ, "ຈົ່ງນຳເຂົ້າຂົ່ວຫນຶ່ງເອຟານີ້ ແລະເຂົ້າຈີ່ສິບກ້ອນນີ້, ແລະນຳໄປໃຫ້ພວກອ້າຍໆຂອງເຈົ້າທີ່ຄ້າຍໄວໆ.
\v 18 ພ້ອມກັນນັ້ນ ຈົ່ງນຳເນີຍແຂງສິບກ້ອນນີ້ໄປໃຫ້ຜູ້ບັງຄັບກອງພັນຂອງພວກເຂົາດ້ວຍເຊັ່ນກັນ. ຈົ່ງເບິ່ງວ່າ ພວກອ້າຍໆຂອງເຈົ້າທຸກສຸກຢ່າງໃດ ແລະຈົ່ງນຳຫລັກຖານທີ່ສະແດງວ່າພວກເຂົາສະບາຍດີກັບມາດ້ວຍ.
\s5
\v 19 ພວກອ້າຍຂອງເຈົ້າຢູ່ກັບໂຊນກັບຄົນອິສະຣາເອນທັງປວງທີ່ຮ່ອມພູເອລາ, ສູ້ຮົບກັບຄົນຟີລິສະຕິນ."
\v 20 ດາວິດຈຶ່ງລຸກຂຶ້ນແຕ່ເຊົ້າມືດ ແລະປະຖິ້ມຝູງສັດໃຫ້ຢູ່ໃນຄວາມດູແລຂອງຄົນລ້ຽງແກະ. ລາວໄດ້ເອົາສະບຽງອາຫານ ແລະໄດ້ຈາກໄປ, ຕາມທີ່ເຢຊີໄດ້ສັ່ງລາວ. ລາວໄດ້ມາເຖິງຄ້າຍ ຂະນະເມື່ອກອງທັບກຳລັງຈະອອກໄປແນວຮົບໂຫ່ຮ້ອງເພື່ອເຮັດສົງຄາມ.
\v 21 ແລ້ວອິສະຣາເອນກັບຄົນຟີລິສະຕິນຕ່າງກໍໄດ້ຕັ້ງແນວຮົບຜະເຊີນຫນ້າກັນ.
\s5
\v 22 ດາວິດກໍໄດ້ປະຖິ້ມເຄື່ອງຂອງໄວ້ກັບຜູ້ດູແລອຸປະກອນທັງຫລາຍ, ໄດ້ແລ່ນໄປທີ່ກອງທັບ, ແລະໄດ້ທັກທາຍພວກອ້າຍໆຂອງຕົນ.
\v 23 ເມື່ອລາວກຳລັງເວົ້າກັບພວກອ້າຍ, ຄົນຟີລິສະຕິນທີ່ແຂງແຮງຊາວກາດ, ຊື່ໂກລີອາດ, ແລະໄດ້ອອກມາຈາກແນວຮົບຂອງຄົນຟີລິສະຕິນ, ແລະກ່າວຖ້ອຍຄຳຢ່າງທີ່ເຄີຍເວົ້າມາກ່ອນແລ້ວ, ແລະດາວິດກໍໄດ້ຍິນ.
\v 24 ເມື່ອຄົນອິສະຣາເອນທັງປວງໄດ້ເຫັນຜູ້ຊາຍຄົນນັ້ນ, ພວກເຂົາກໍແລ່ນຫນີໄປ ແລະ ຢ້ານກົວລາວຫລາຍ.
\s5
\v 25 ຄົນອິສະຣາເອນໄດ້ເວົ້າວ່າ, "ພວກເຈົ້າເຄີຍເຫັນຊາຍທີ່ອອກມານັ້ນຫລືບໍ່? ລາວໄດ້ອອກມາທ້າທາຍອິສະຣາເອນ. ກະສັດຈະມອບຄວາມຮັ່ງມີຢ່າງຍິ່ງໃຫ້ແກ່ຜູ້ຊາຍຜູ້ທີ່ຂ້າລາວໄດ້, ແລະພະອົງຈະມອບລູກສາວຂອງພະອົງແຕ່ງງານດ້ວຍ, ແລະເຮັດໃຫ້ຄອບຄົວຂອງພໍ່ຂອງລາວ ໄດ້ຮັບການຍົກເວັ້ນພາສີໃນອິສະຣາເອນ."
\s5
\v 26 ດາວິດໄດ້ກ່າວແກ່ພວກຜູ້ຊາຍທີ່ຢືນຢູ່ຂ້າງລາວວ່າ,"ລາວຈະເຮັດຢ່າງໃດ ແກ່ຜູ້ຊາຍທີ່ຂ້າຄົນຟີລິສະຕິນຄົນນີ້ໄດ້ ແລະນຳເອົາຄວາມອັບອາຍຂາຍຫນ້າໄປຈາກອິສະຣາເອນ? ຄົນຟີລິສະຕິນຜູ້ບໍ່ເຂົ້າພິທີຕັດຄົນນີ້ເປັນໃຜ ຈຶ່ງໄດ້ມາທ້າທາຍກອງທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່?"
\v 27 ແລ້ວພວກປະຊາຊົນໄດ້ກ່າວຊໍ້າໃນສິ່ງທີ່ພວກເຂົາໄດ້ເຄີຍເວົ້າ, ແລະໄດ້ບອກລາວວ່າ,"ດັ່ງທີ່ໄດ້ກ່າວມາແລ້ວ ສຳລັບຜູ້ຊາຍທີ່ຂ້າລາວໄດ້ຈະໄດ້ຮັບຕາມນັ້ນ."
\s5
\v 28 ເອລີອາບອ້າຍກົກໄດ້ຍິນດາວິດເວົ້າກັບພວກຜູ້ຊາຍທັງຫລາຍ. ເອລີອາບກໍໄດ້ໂກດຮ້າຍດາວິດ, ແລະລາວໄດ້ກ່າວວ່າ, "ເຈົ້າລົງມາທີ່ນີ້ເຮັດຫຍັງ? ເຈົ້າໄດ້ປະຖິ້ມແກະຈຳນວນຫນ້ອຍດຽວໄວ້ກັບໃຜໃນຖິ່ນແຫ້ງແລ້ງກັນດານນັ້ນ? ຂ້ອຍເອງຮູ້ເຖິງຄວາມອວດດີຂອງເຈົ້າ, ແລະຄວາມຄິດຊົ່ວໃນໃຈຂອງເຈົ້າ; ເພາະເຈົ້າໄດ້ລົງມາເພື່ອທີ່ເຈົ້າຈະມາເບິ່ງສົງຄາມ."
\v 29 ດາວິດຈຶ່ງໄດ້ຕອບວ່າ,"ຕອນນີ້ຂ້ອຍໄດ້ເຮັດຫຍັງຫລືຍັງ? ຂ້ອຍກໍພຽງແຕ່ຖາມບໍ່ແມ່ນຫລື?"
\v 30 ລາວຈຶ່ງໄດ້ຫັນໄປຫາຄົນອື່ນເສຍ, ແລະໄດ້ເວົ້າຢ່າງດຽວກັນ. ປະຊາຊົນກໍໄດ້ຕອບລາວເຫມືອນຢ່າງຄາວກ່ອນ.
\s5
\v 31 ເມື່ອຖ້ອຍຄຳທີ່ດາວິດໄດ້ເວົ້ານັ້ນໄດ້ຍິນທົ່ວກັນ, ບັນດາທະຫານໄດ້ເລົ່າໃຫ້ໂຊນຟັງ, ແລະພະອົງຈຶ່ງໃຫ້ນຳດາວິດເຂົ້າມາ.
\v 32 ແລ້ວດາວິດກໍໄດ້ທູນໂຊນວ່າ,"ຢ່າໃຫ້ຈິດໃຈຂອງໃຜຢ້ານໄປ ເພາະຊາຍຄົນຟີລິສະຕິນຄົນນັ້ນເລີຍ; ຜູ້ຮັບໃຊ້ຂອງພະອົງຈະໄປສູ້ຮົບກັບຄົນຟີລິສະຕິນຄົນນີ້."
\v 33 ໂຊນໄດ້ກ່າວກັບດາວິດວ່າ, "ເຈົ້າບໍ່ສາມາດໄປຕໍ່ສູ້ຄົນຟີລິສະຕິນນີ້ ເພື່ອສູ້ຮົບກັບລາວ; ເພາະເຈົ້າເປັນພຽງເດັກຫນຸ່ມ, ແລະລາວເປັນນັກຮົບມາຕັ້ງແຕ່ຍັງເປັນຊາຍຫນຸ່ມ."
\s5
\v 34 ແຕ່ດາວິດໄດ້ຕອບໂຊນວ່າ,"ຜູ້ຮັບໃຊ້ຂອງທ່ານເຄີຍລ້ຽງຝູງແກະຂອງບິດາ. ເມື່ອສິງໂຕຫລືຫມີໄດ້ມາເອົາລູກແກະໂຕຫນຶ່ງໄປຈາກຝູງ,
\v 35 ຂ້ານ້ອຍກໍໄດ້ໄລ່ຕິດຕາມມັນໄປ, ແລະຊ່ວຍກູ້ລູກແກະນັ້ນມາຈາກປາກຂອງມັນ. ເມື່ອມັນໄດ້ລຸກຂຶ້ນຕໍ່ສູ້ຂ້ານ້ອຍ, ຂ້ານ້ອຍກໍໄດ້ຈັບຄາງຂອງມັນ, ໄດ້ທຸບຕີມັນ, ແລະໄດ້ຂ້າມັນເສຍ.
\s5
\v 36 ຜູ້ຮັບໃຊ້ຂອງພະອົງໄດ້ເຄີຍຂ້າສິງແລະຫມີມາແລ້ວ. ຄົນຟີລິສະຕິນຜູ້ບໍ່ໄດ້ເຂົ້າພິທີຕັດນີ້ກໍເປັນເຫມືອນສັດເຫລົ່ານັ້ນໂຕຫນຶ່ງ, ດ້ວຍລາວໄດ້ທ້າທາຍກອງທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່."
\s5
\v 37 ດາວິດໄດ້ເວົ້າວ່າ, "ພຣະຢາເວຜູ້ຊົງຊ່ວຍກູ້ຂ້ານ້ອຍຈາກອົ້ງຕີນຂອງສິງ ແລະຈາກອົ້ງຕີນຂອງຫມີມາແລ້ວ. ພຣະອົງຈະຊົງຊ່ວຍກູ້ຂ້ານ້ອຍຈາກມືຂອງຄົນຟີລິສະຕິນນີ້." ແລ້ວໂຊນຈຶ່ງໄດ້ກ່າວກັບດາວິດວ່າ,"ຈົ່ງໄປເຖີດ, ແລະຂໍພຣະຢາເວສະຖິດຢູ່ກັບເຈົ້າ."
\v 38 ໂຊນກໍໄດ້ຊົງສວມຊຸດຍຸດທະພັນຂອງພະອົງໃຫ້ແກ່ດາວິດ. ພະອົງໄດ້ສວມຫມວກທອງແດງເທິງຫົວຂອງລາວ, ແລະສວມເສື້ອເກາະທີ່ເຮັດເປັນວົງຮ້ອຍດ້ວຍໂສ້ໃຫ້ລາວ.
\s5
\v 39 ດາວິດກໍໄດ້ຄາດດາບທັບຊຸດເກາະຂອງລາວ. ແຕ່ລາວບໍ່ສາມາດຈະຍ່າງໄປໄດ້, ເພາະວ່າລາວບໍ່ໄດ້ຮັບການຝືກກັບສິ່ງເຫລົ່ານັ້ນ. ແລ້ວດາວິດຈຶ່ງໄດ້ກ່າວກັບໂຊນວ່າ,"ຂ້ານ້ອຍບໍ່ສາມາດອອກໄປສູ້ຮົບກັບເຄື່ອງເຫລົ່ານີ້ໄດ້, ເພາະວ່າຂ້ານ້ອຍບໍ່ເຄີຍໄດ້ຝືກຝົນກັບພວກນີ້ມາກ່ອນ." ດັ່ງນັ້ນດາວິດຈຶ່ງໄດ້ແກ້ພວກມັນອອກ.
\v 40 ລາວຈຶ່ງໄດ້ຖືໄມ້ຄ້ອນເທົ້າໄວ້ໃນມືຂອງລາວ ແລະໄດ້ເລືອກກ້ອນຫິນກ້ຽງໄດ້ຫ້າກ້ອນຈາກແຄມແມ່ນໍ້າ; ລາວຈຶ່ງໄດ້ໃສ່ໃນຖົງຜູ້ລ້ຽງແກະຂອງລາວ. ຢາງກະຖຸນຂອງລາວກໍໄດ້ຢູ່ໃນມືຂອງລາວ ເມື່ອລາວໄດ້ອອກໄປຫາຄົນຟີລິສະຕິນ.
\s5
\v 41 ຄົນຟີລິສະຕິນນັ້ນກໍໄດ້ອອກມາໃກ້ດາວິດ, ພ້ອມກັບຄົນຖືໂລ່ຍ່າງນຳຫນ້າລາວໄປ.
\v 42 ເມື່ອຄົນຟີລິສະຕິນໄດ້ເບິ່ງຮອບໆແລະໄດ້ເຫັນດາວິດ, ກໍດູຫມິ່ນລາວ, ເພາະວ່າລາວເປັນພຽງແຕ່ເດັກນ້ອຍ, ແລະຜິວແດງໆ, ເປັນຄົນຫນ້າຕາດີ.
\v 43 ແລ້ວຄົນຟີລິສະຕິນຈຶ່ງໄດ້ເວົ້າກັບດາວິດວ່າ, "ຂ້າເປັນຫມາຫລື, ເຈົ້າຈຶ່ງມາຫາຂ້າດ້ວຍໄມ້ຄ້ອນເທົ້າ?," ແລະຄົນຟີລິສະຕິນກໍໄດ້ສາບແຊ່ງດາວິດ ໂດຍໃຊ້ນາມບັນດາພະເຈົ້າຂອງພວກເຂົາ.
\s5
\v 44 ຄົນຟີລິສະຕິນໄດ້ເວົ້າກັບດາວິດວ່າ,"ຈົ່ງມາຫາເຮົາ, ແລະເຮົາຈະເອົາຊິ້ນຂອງເຈົ້າໃຫ້ນົກໃນທ້ອງຟ້າ ແລະໃຫ້ສັດທັງຫລາຍໃນປ່າ."
\v 45 ດາວິດກໍໄດ້ຕອບຄົນຟີລິສະຕິນຄົນນັ້ນວ່າ,"ທ່ານມາຫາຂ້ານ້ອຍດ້ວຍດາບ, ດ້ວຍຫອກ, ແລະດ້ວຍຫອກຊັດ. ແຕ່ຂ້ານ້ອຍມາຫາທ່ານໃນພຣະນາມຊື່ແຫ່ງພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງກອງທັບອິສະຣາເອນ, ຜູ້ຊຶ່ງທ່ານໄດ້ທ້າທາຍນັ້ນ.
\s5
\v 46 ໃນວັນນີ້ ພຣະຢາເວຈະມອບຊັຍຊະນະເຫນືອເຈົ້າໃຫ້ຂ້ານ້ອຍ, ແລະຂ້ານ້ອຍຈະຂ້າເຈົ້າ ແລະຕັດຫົວຂອງເຈົ້າຈາກລຳຕົວຂອງເຈົ້າ. ໃນວັນນີ້ ຂ້ານ້ອຍຈະເອົາສົບຂອງກອງທັບຟີລິສະຕິນ ໃຫ້ແກ່ນົກໃນອາກາດ ແລະ ແກ່ສັດປ່າທັງຫລາຍແຫ່ງແຜ່ນດິນໂລກ, ເພື່ອທັງໂລກຈະຮູ້ວ່າ ມີພຣະເຈົ້າອົງຫນຶ່ງໃນອິສະຣາເອນ.
\v 47 ແລະຊຸມນຸມຊົນທັງສິ້ນຈະຮູ້ວ່າ ພຣະຢາເວບໍ່ໄດ້ປະທານຊັຍຊະນະດ້ວຍດາບຫລືຫອກ. ເພາະວ່າການຮົບຄັ້ງນີ້ເປັນຂອງພຣະຢາເວ, ແລະພຣະອົງຈະຊົງມອບພວກທ່ານໄວ້ໃນມືຂອງພວກເຮົາ.
\s5
\v 48 ເມື່ອຄົນຟີລິສະຕິນນັ້ນໄດ້ລຸກຂຶ້ນ ແລະໄດ້ເຂົ້າມາໃກ້ດາວິດ, ແລ້ວດາວິດກໍໄດ້ແລ່ນຢ່າງໄວວາ ເຂົ້າຫາກອງທັບສັດຕຣູເພື່ອປະທະກັນ.
\v 49 ດາວິດໄດ້ເອົາມືຈົກເຂົ້າໄປໃນຖົງຂອງລາວ, ໄດ້ເອົາຫິນກ້ອນຫນຶ່ງອອກມາ, ໄດ້ຍິງກະຖຸນ, ແລະຖຶກຫນ້າຜາກຂອງຄົນຟີລິສະຕິນ. ກ້ອນຫິນລິບເຂົ້າໄປໃນຫນ້າຜາກຂອງຄົນຟີລິສະຕິນ, ແລະລາວໄດ້ຫລົ້ມຂວ້ຳຫນ້າລົງເຖິງດິນ.
\s5
\v 50 ດາວິດກໍໄດ້ຊະນະຄົນຟີລິສະຕິນດ້ວຍກະຖຸນ ແລະ ກ້ອນຫິນຫນຶ່ງກ້ອນ. ດາວິດໄດ້ຕີຄົນຟີລິສະຕິນແລະຂ້າລາວເສຍ. ບໍ່ມີດາບຢູ່ໃນມືຂອງດາວິດ.
\v 51 ແລ້ວດາວິດຈຶ່ງໄດ້ແລ່ນໄປ ແລະຢືນຢູ່ເຫນືອຄົນຟີລິສະຕິນ, ແລະໄດ້ຈັບດາບຂອງລາວຊັກອອກມາຈາກຝັກ, ຂ້າລາວ, ແລະໄດ້ຕັດຫົວຂອງລາວອອກເສຍດ້ວຍດາບ. ເມື່ອພວກຟີລິສະຕິນໄດ້ເຫັນວ່າ ຊາຍທີ່ແຂງແຮງຂອງພວກເຂົາໄດ້ຕາຍແລ້ວ, ພວກເຂົາກໍໄດ້ຫນີໄປ.
\s5
\v 52 ແລ້ວຄົນອິສະຣາເອນແລະຄົນຢູດາກໍໄດ້ລຸກຂຶ້ນໂຫ່ຮ້ອງ, ແລະໄລ່ຕາມພວກຟີລິສະຕິນໄກໄປຈົນເຖິງຮ່ອມພູ ແລະ ເຖິງທີ່ປະຕູເມືອງເອກໂລນ. ຄົນຟີລິສະຕິນຕາຍຊະຊາຍຕາມທາງເຖິງຊາອາຣາອິມ, ຕະຫລອດທາງໄປເຖິງກາດແລະເອກໂລນ.
\v 53 ປະຊາຊົນອິສະຣາເອນໄດ້ກັບມາຈາກການໄລ່ຕິດຕາມຄົນຟີລິສະຕິນ, ແລະພວກເຂົາກໍໄດ້ປຸ້ນຄ້າຍຂອງພວກເຂົາ.
\v 54 ດາວິດກໍໄດ້ນຳຫົວຂອງຄົນຟີລິສະຕິນ ແລະໄດ້ນຳມານະຄອນເຢຣູຊາເລັມ, ແຕ່ລາວໄດ້ວາງເຄື່ອງອາວຸດຂອງລາວໄວ້ໃນເຕັນຂອງລາວ.
\s5
\v 55 ເມື່ອໂຊນເຫັນດາວິດອອກໄປຕໍ່ສູ້ກັບຄົນຟີລິສະຕິນ, ພະອົງຈຶ່ງໄດ້ຖາມອັບເນແມ່ທັບຂອງທ່ານວ່າ,"ອັບເນ, ຊາຍຫນຸ່ມຄົນນີ້ເປັນລູກຂອງໃຜ? ອັບເນກ່າວວ່າ,"ຂ້າແດ່ກະສັດ, ພະອົງຊົງມີຊີວິດຢູ່ແນ່ສັນໃດ, ຂ້ານ້ອຍບໍ່ຮູ້."
\v 56 ກະສັດຈຶ່ງໄດ້ກ່າວວ່າ,"ໄປສຶບຖາມເບິ່ງວ່າ, ເດັກຫນຸ່ມຄົນນີ້ເປັນລູກຂອງໃຜ."
\s5
\v 57 ເມື່ອດາວິດໄດ້ກັບມາຈາກການຂ້າພວກຟີລິສະຕິນແລ້ວ, ອັບເນກໍໄດ້ພາຕົວລາວມາ, ແລະໄດ້ນຳເຂົ້າໄປຫາໂຊນ ພ້ອມດ້ວຍຫົວຂອງຄົນຟີລິສະຕິນໃນມືຂອງລາວ.
\v 58 ໂຊນຈຶ່ງໄດ້ຖາມວ່າ,"ເດັກຫນຸ່ມເອີຍ, ເຈົ້າເປັນລູກຂອງໃຜ?" ດາວິດໄດ້ຕອບວ່າ,"ຂ້ານ້ອຍເປັນລູກຊາຍຂອງເຢຊີຊາວເບັດເລເຮັມຜູ້ຮັບໃຊ້ຂອງພະອົງ."
\s5
\c 18
\cl ບົດທີ 18
\p
\v 1 ເມື່ອດາວິດໄດ້ເວົ້າກັບໂຊນຈົບລົງແລ້ວ, ໃຈຂອງໂຢນາທານກໍຜຸກພັນກັບຈິດໃຈຂອງດາວິດ, ແລະໂຢນາທານຮັກດາວິດເຫມືອນກັບຮັກຊີວິດຂອງຕົນເອງ.
\v 2 ໂຊນກໍໃຫ້ດາວິດໄດ້ເຮັດຫນ້າທີ່ຂອງລາວຕັ້ງແຕ່ວັນນັ້ນ; ພະອົງບໍ່ຍອມໃຫ້ລາວກັບເມື່ອບ້ານເຮືອນຂອງບິດາຂອງລາວ.
\s5
\v 3 ແລ້ວໂຢນາທານແລະດາວິດກໍໄດ້ເຮັດພັນທະສັນຍາແຫ່ງມິດຕະພາບ ເພາະພະອົງຮັກລາວເຫມືອນກັບຮັກຊີວິດຂອງພະອົງເອງ.
\v 4 ໂຢນາທານກໍໄດ້ຖອດເສື້ອຄຸມທີ່ພະອົງສວມຢູ່ ແລະມອບໃຫ້ແກ່ດາວິດພ້ອມທັງເຄື່ອງອາວຸດ, ເຊັ່ນດຽວກັນດາບຂອງພະອົງ, ຄັນທະນູ, ແລະສາຍແອວ.
\s5
\v 5 ດາວິດກໍໄດ້ອອກໄປທຸກບ່ອນຕາມທີ່ໂຊນສົ່ງລາວໄປ, ແລະລາວປະສົບຄວາມສຳເລັດ. ໂຊນຈຶ່ງໄດ້ຕັ້ງລາວໃຫ້ເປັນເຫນືອພວກນັກຮົບ. ນີ້ເປັນທີ່ພໍໃຈໃນສາຍຕາຂອງປະຊາຊົນທັງປວງແລະໃນສາຍຕາຂອງພວກຂ້າຣາຊະການຂອງໂຊນດ້ວຍ.
\s5
\v 6 ເມື່ອພວກເຂົາກັບຈາກການມີຊັຍຊະນະເຫນືອຄົນຟີລິສະຕິນ, ພວກຜູ້ຍິງກໍໄດ້ອອກມາຈາກເມືອງທັງຫມົດຂອງອິສະຣາເອນ, ຮ້ອງເພງແລະເຕັ້ນລຳ, ຖວາຍການຕ້ອນຮັບກະສັດໂຊນດ້ວຍການເຕັ້ນລຳ, ດ້ວຍໃຈຍິນດີ, ແລະດ້ວຍເຄື່ອງດົນຕຣີທັງຫລາຍ.
\v 7 ພວກຜູ້ຍິງໄດ້ຮ້ອງເພງຈາກບົດຫນຶ່ງໄປອີກບົດຫນຶ່ງ. ພວກນາງໄດ້ຮ້ອງວ່າ, "ໂຊນຂ້າຄົນເປັນພັນໆ, ແລະດາວິດຂ້າຄົນເປັນຫມື່ນໆ."
\s5
\v 8 ໂຊນໂກດຮ້າຍຢ່າງໃຫຍ່, ແລະບົດເພງນີ້ບໍ່ເປັນທີ່ພໍໃຈຂອງພະອົງ. ພະອົງໄດ້ກ່າວວ່າ,"ພວກເຂົາໄດ້ຍົກຍ້ອງດາວິດວ່າຂ້າຄົນເປັນຫມື່ນໆ, ແຕ່ພວກເຂົາຍົກຍ້ອງເຮົາວ່າ ຂ້າພຽງແຕ່ພັນໆຄົນ. ເຂົາຈະໄດ້ອັນໃດອີກຫລື ນອກຈາກຣາຊະສົມບັດ?"
\v 9 ໂຊນກໍໄດ້ຈັບຕາເບິ່ງດາວິດດ້ວຍຄວາມສົງສັຍຕັ້ງແຕ່ວັນນັ້ນມາ.
\s5
\v 10 ໃນວັນຕໍ່ມາ ວິນຍານອັນຕະຣາຍຈາກພຣະເຈົ້າກໍໄດ້ເຂົ້າສິງໂຊນ ແລະພະອົງກໍໄດ້ເວົ້າຄືຄົນບ້າຢູ່ໃນວັງຂອງພະອົງ. ດັ່ງນັ້ນດາວິດກໍໄດ້ຫລິ້ນເຄື່ອງດົນຕຣີຢ່າງທີ່ລາວເຄີຍເຮັດແຕ່ລະວັນ. ໂຊນໄດ້ຖືຫອກຢູ່ໃນມືຂອງພະອົງ.
\v 11 ໂຊນກໍໄດ້ຊັດຫອກ, ດ້ວຍຫວັງວ່າ,"ຂ້າຈະສຽບດາວິດໃຫ້ຕິດກັບຟາ." ແຕ່ດາວິດຫນີຈາກມືຂອງໂຊນສອງຄັ້ງໃນສະຖານະການແບບນີ້.
\v 12 ໂຊນກໍຢ້ານກົວດາວິດ, ເພາະວ່າພຣະຢາເວສະຖິດກັບລາວ, ແຕ່ບໍ່ໄດ້ສະຖິດກັບໂຊນອີກແລ້ວ.
\s5
\v 13 ດັ່ງນັ້ນ ໂຊນຈຶ່ງສັ່ງໃຫ້ຍ້າຍດາວິດໄປຈາກພະອົງ ແລະໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ບັງຄັບບັນຊາກອງພັນ. ໂດຍໃນວິທີນີ້ດາວິດກໍໄດ້ອອກໄປ ແລະ ໄດ້ກັບມາຢູ່ຕໍ່ຫນ້າປະຊາຊົນ.
\v 14 ດາວິດໄດ້ປະສົບຄວາມສຳເລັດໃນທຸກໆທາງ, ເພາະພຣະຢາເວໄດ້ສະຖິດກັບລາວ.
\s5
\v 15 ເມື່ອໂຊນໄດ້ເຫັນລາວໄດ້ປະສົບຄວາມສຳເລັດຢ່າງຕໍ່ເນື່ອງ, ພະອົງກໍຢູ່ໃນກັງວົນປົນກັບຄວາມຢ້ານຕໍ່ລາວ.
\v 16 ແຕ່ຄົນອິສະຣາເອນທັງຫມົດ ແລະຄົນຢູດາຮັກດາວິດ, ເພາະວ່າລາວໄດ້ອອກໄປແລະໄດ້ກັບມາຕໍ່ຫນ້າພວກເຂົາ.
\s5
\v 17 ແລ້ວໂຊນຈຶ່ງສັ່ງດາວິດວ່າ,"ນີ້ຄືລູກສາວກົກຂອງເຮົາຊື່ເມຣາບ. ເຮົາຈະມອບນາງໃຫ້ເຈົ້າໄວ້ເປັນພັນຣະຍາ. ຂໍພຽງແຕ່ເຈົ້າຈົ່ງເປັນຄົນກ້າຫານສຳລັບເຮົາ ແລະຈົ່ງຕໍ່ສູ້ໃນສົງຄາມຂອງພຣະຢາເວ." ເພາະໂຊນຄິດວ່າ, "ຢ່າໃຫ້ມືຂອງເຮົາຕໍ່ສູ້ລາວ, ແຕ່ໃຫ້ມືຂອງຄົນຟີລິສະຕິນຕໍ່ສູ້ລາວ."
\v 18 ດາວິດຈຶ່ງກ່າວກັບໂຊນວ່າ,"ຂ້ານ້ອຍເປັນໃຜ, ແລະໃຜເປັນວົງຄະນາຍາດຂອງຂ້ານ້ອຍ, ຫລືຕະກຸນບິດາຂອງຂ້ານ້ອຍໃນອິສະຣາເອນ, ທີ່ຂ້ານ້ອຍຈະເປັນລູກເຂີຍຂອງກະສັດ?"
\s5
\v 19 ແຕ່ເມື່ອເຖິງເວລາທີ່ເມຣາບລູກສາວຂອງໂຊນຄວນຈະຖືກມອບໃຫ້ດາວິດ, ນາງໄດ້ຖຶກມອບໃຫ້ເປັນເມຍຂອງອາດີເອນຊາວເມໂຫລາ.
\s5
\v 20 ແຕ່ມີຄາລູກສາວຂອງໂຊນ, ໄດ້ຮັກດາວິດ. ພວກເຂົາໄດ້ບອກໂຊນ, ແລະເລື່ອງນີ້ໄດ້ເປັນທີ່ພໍໃຈຂອງພະອົງ.
\v 21 ແລ້ວໂຊນໄດ້ຄິດໃນໃຈວ່າ, "ເຮົາຈະຍົກນາງໃຫ້ແກ່ລາວ, ເພື່ອນາງຈະເປັນກັບດັກໃສ່ລາວ, ແລະມືຂອງພວກຟີລິສະຕິນຈະໄດ້ຕໍ່ສູ້ລາວ." ດັ່ງນັ້ນໂຊນຈຶ່ງສັ່ງແກ່ດາວິດຄັ້ງທີ່ສອງວ່າ,"ເຈົ້າຈະເປັນລູກເຂີຍຂອງເຮົາ."
\s5
\v 22 ໂຊນໄດ້ສັ່ງຄົນໃຊ້ຂອງພະອົງວ່າ,"ຈົ່ງເວົ້າເປັນສ່ວນຕົວກັບດາວິດ ແລະເວົ້າວ່າ,'ເບິ່ງແມ໋, ກະສັດພໍໃຈໃນເຈົ້າ. ແລະບັນດາຜູ້ຮັບໃຊ້ຂອງພະອົງກໍຮັກເຈົ້າ. ບັດນີ້ແລ້ວ ຈົ່ງເປັນລູກເຂີຍຂອງກະສັດເຖີດ.'"
\s5
\v 23 ດັ່ງນັ້ນພວກຄົນໃຊ້ຂອງໂຊນໄດ້ເວົ້າຖ້ອຍຄຳເຫລົ່ານີ້ແກ່ດາວິດ. ແລ້ວດາວິດເວົ້າວ່າ" ເປັນເລື່ອງເລັກນ້ອຍຢູ່ບໍທີ່ຈະເປັນລູກເຂີຍຂອງກະສັດ, ດ້ວຍຂ້າພະເຈົ້າເປັນຄົນຍາກຈົນ, ແລະບໍ່ໄດ້ເປັນທີ່ນັບຖືແຕ່ຢ່າງໃດ?"
\v 24 ພວກຜູ້ຮັບໃຊ້ຂອງໂຊນຈຶ່ງໄດ້ລາຍງານຕໍ່ພະອົງເຖິງຖ້ອຍຄຳທີ່ດາວິດໄດ້ກ່າວ.
\s5
\v 25 ແລ້ວໂຊນຈຶ່ງໄດ້ສັ່ງວ່າ,"ພວກເຈົ້າຈົ່ງເວົ້າດັ່ງນີ້ແກ່ດາວິດ, 'ກະສັດບໍ່ປຣາຖນາສິນສອດໃດໆ, ນອກຈາກຫນັງປາຍຫຸ້ມອະໄວຍະວະເພດຂອງຊາຍຊາວຟີລິສະຕິນຫນຶ່ງຮ້ອຍອັນເທົ່ານັ້ນ, ເພື່ອຈະໄດ້ແກ້ແຄ້ນພວກສັດຕຣູຂອງກະສັດ.'" ບັດນີ້ໂຊນຄິດວ່າ ຈະໃຫ້ດາວິດລົ້ມລົງດ້ວຍມືຂອງພວກຟີລິສະຕິນ.
\v 26 ເມື່ອພວກຜູ້ຮັບໃຊ້ໄດ້ບອກຖ້ອຍຄຳເຫລົ່ານັ້ນໃຫ້ດາວິດ, ເລື່ອງນີ້ກໍເປັນທີ່ພໍໃຈດາວິດທີ່ຈະເປັນລູກເຂີຍຂອງກະສັດ."
\s5
\v 27 ກ່ອນເວລາທີ່ກຳຫນົດໄວ້ຈະຫມົດໄປ, ດາວິດໄດ້ໄປພ້ອມກັບຄົນທັງຫລາຍຂອງລາວ ແລະໄດ້ຂ້າພວກຟີລິສະຕິນສອງຮ້ອຍຄົນ. ດາວິດກໍໄດ້ນຳຫນັງປາຍອະໄວຍະວະເພດຊາຍຂອງພວກເຂົາມາ, ແລະໄດ້ຖວາຍເຕັມຈຳນວນໃຫ້ແກ່ກະສັດ, ດັ່ງນັ້ນກະສັດຈຶ່ງໄດ້ຍົກມີຄາລູກສາວຂອງພະອົງໃຫ້ເປັນພັນລະຍາຂອງດາວິດ.
\v 28 ເມື່ອໂຊນໄດ້ເຫັນ, ແລະຮູ້ວ່າພຣະຢາເວສະຖິດກັບດາວິດ, ແລະມີຄາລູກສາວຂອງໂຊນ, ໄດ້ຮັກລາວ.
\v 29 ໂຊນກໍຍິ່ງຢ້ານກົວດາວິດຫລາຍຂຶ້ນ. ໂຊນຈຶ່ງໄດ້ເປັນສັດຕຣູຂອງດາວິດຕະຫລອດມາ.
\s5
\v 30 ແລ້ວບັນດາເຈົ້າຊາຍຂອງຟີລິດສະຕິນກໍອອກມາເພື່ອເຮັດສົງຄາມ, ແລະຍິ່ງພວກເຂົາຈະອອກມາຫລາຍຄັ້ງປານໃດ, ດາວິດກໍໄດ້ປະສົບຄວາມສຳເລັດຫລາຍກວ່າບັນດາຂ້າຣາຊະການທັງຫມົດຂອງໂຊນ, ດັ່ງນັ້ນ ຊື່ຂອງລາວຈຶ່ງເປັນທີ່ນັບຖືຢ່າງສູງ.
\s5
\c 19
\cl ບົດທີ 19
\p
\v 1 ໂຊນໄດ້ກ່າວກັບໂຢນາທານລູກຊາຍຂອງພະອົງ ແລະກັບບັນດາຂ້າຣາຊະການທັງຫມົດຂອງພະອົງວ່າ ພວກເຂົາຄວນຂ້າດາວິດເສຍ.
\v 2 ແຕ່ໂຢນາທານ, ລູກຊາຍຂອງໂຊນ, ພໍໃຈໃນໂຕຂອງດາວິດ. ດັ່ງນັ້ນ ໂຢນາທານໄດ້ບອກກັບດາວິດວ່າ,"ໂຊນພໍ່ຂອງຂ້ອຍຫາຊ່ອງທາງທີ່ຈະຂ້າເຈົ້າ. ເພາະສະນັ້ນ ຈົ່ງຣະວັງໃຫ້ດີໃນຕອນເຊົ້າມື້ອຶ່ນນີ້ ແລະ ລີ້ໃນບ່ອນທີ່ລັບລີ້.
\v 3 ຂ້ອຍຈະອອກໄປ ແລະຢືນຢູ່ຂ້າງໆພໍ່ຂອງຂ້ອຍໃນທົ່ງນາທີ່ເຈົ້າຢູ່, ແລະຂ້ອຍຈະທູນຂໍພໍ່ກ່ຽວກັບເລື່ອງຂອງເຈົ້າ. ຖ້າຂ້ອຍຮູ້ເລື່ອງໃດກໍຕາມ, ຂ້ອຍຈະບອກໃຫ້ເຈົ້າຮູ້."
\s5
\v 4 ໂຢນາທານໄດ້ກ່າວຊົມເຊີຍດາວິດຕໍ່ໂຊນຜູ້ເປັນບິດາ ແລະໄດ້ກ່າວກັບພະອົງວ່າ,"ຂໍຢ່າໃຫ້ກະສັດເຮັດບາບຕໍ່ດາວິດຜູ້ຮັບໃຊ້ຂອງພະອົງເລີຍ. ເພາະວ່າ ດາວິດບໍ່ໄດ້ເຮັດບາບຕໍ່ພະອົງ, ແລະລາວໄດ້ເຮັດການງານທີ່ດີທັງຫລາຍເພື່ອພະອົງ.
\v 5 ເພາະລາວໄດ້ສ່ຽງຊີວິດຂອງລາວ ແລະໄດ້ຂ້າຄົນຟີລິສະຕິນນັ້ນ. ພຣະຢາເວໄດ້ປຣະທານຊັຍຊະນະທີ່ຍິ່ງໃຫຍ່ສຳລັບອິສະຣາເອນທັງປວງ. ພະອົງໄດ້ເຫັນແລ້ວແລະກໍໄດ້ຊື່ນຊົມຍິນດີ. ເປັນຫຍັງພະອົງຈະເຮັດບາບຕໍ່ເລືອດທີ່ໄຮ້ຄວາມຜິດໂດຍການຂ້າດາວິດເສຍຢ່າງບໍ່ມີເຫດຜົນ?"
\s5
\v 6 ໂຊນກໍໄດ້ຟັງໂຢນາທານ. ໂຊນປະຕິຍານວ່າ,"ພຣະຢາເວຊົງມີຊີວິດຢູ່ແນ່ນອນສັນໃດ, ລາວຈະບໍ່ຖຶກຂ້າ."
\v 7 ແລ້ວໂຢນາທານກໍໄດ້ເອີ້ນດາວິດ, ແລະໂຢນາທານໄດ້ບອກລາວທຸກສິ່ງ. ໂຢນາທານໄດ້ນຳດາວິດເຂົ້າມາຫາໂຊນ, ແລະລາວກໍໄດ້ເຂົ້າມາຫາພະອົງຢ່າງແຕ່ກ່ອນ.
\s5
\v 8 ສົງຄາມໄດ້ເກີດຂຶ້ນອີກຄັ້ງ, ແລະດາວິດກໍໄດ້ອອກໄປຕໍ່ສູ້ກັບພວກຟີລິສະຕິນ ແລະ ໄດ້ປາບປາມພວກເຂົາດ້ວຍການຂ້າຄົນເປັນຈຳນວນຫລວງຫລາຍ. ພວກເຂົາຈຶ່ງໄດ້ຫນີໄປຕໍ່ຫນ້າລາວ
\v 9 ຕໍ່ມາວິນຍານທີ່ເປັນອັນຕະຣາຍຈາກພຣະຢາເວກໍມາເຫນືອໂຊນ ເມື່ອພະອົງນັ່ງຢູ່ໃນວັງຂອງພະອົງ ພ້ອມດ້ວຍຫອກຢູ່ໃນມືຂອງພະອົງ, ແລະຂະນະທີ່ດາວິດກຳລັງຫລິ້ນເຄື່ອງດົນຕຣີຂອງລາວຢູ່.
\s5
\v 10 ໂຊນໄດ້ພະຍາຍາມຊັດຫອກຫມາຍຈະສຽບດາວິດໃຫ້ຕິດຝາດ້ວຍຫອກ, ແຕ່ລາວກໍໄດ້ຫລົບຫອກຂອງໂຊນ, ດັ່ງນັ້ນໂຊນຈຶ່ງໄດ້ຊັດຫອກຕິດຝາ, ດາວິດກໍໄດ້ຫນີໄປໄດ້ໃນຄືນນັ້ນ.
\v 11 ໂຊນໄດ້ໃຊ້ພວກຜູ້ສົ່ງຂ່າວໄປທີ່ເຮືອນຂອງດາວິດ ເພື່ອເຝົ້າເບິ່ງລາວ ເພື່ອຈະຂ້າລາວເສຍໃນເວລາເຊົ້າ. ແຕ່ມີຄາພັນຣະຍາຂອງດາວິດໄດ້ບອກລາວວ່າ,"ຖ້າຄືນນີ້ເຈົ້າບໍ່ຫນີເອົາໂຕລອດ, ມື້ອື່ນເຈົ້າຈະຖືກຂ້າຕາຍ.
\s5
\v 12 ດັ່ງນັ້ນ ມີຄາຈຶ່ງໄດ້ຢ່ອນດາວິດລົງທາງປ່ອງຢ້ຽມ. ລາວກໍໄດ້ຫນີໄປ, ແລະຫນີລອດໄປໄດ້.
\v 13 ມີຄາໄດ້ເອົາຮູບເຄົາຣົບຂອງຄົວເຮືອນມາ ແລະໄດ້ວາງໄວ້ເທິງຕຽງນອນ. ແລ້ວນາງກໍໄດ້ວາງຫມອນເທິງຂົນແບ້ໄວ້ເທິງຫົວຂອງມັນ, ແລະໄດ້ເອົາຜ້າຫົ່ມຄຸມໄວ້.
\s5
\v 14 ເມື່ອໂຊນໄດ້ສົ່ງພວກຜູ້ສົ່ງຂ່າວໄປຈັບດາວິດ, ນາງໄດ້ຕອບວ່າ,"ລາວບໍ່ສະບາຍ."
\v 15 ແລ້ວໂຊນໄດ້ສົ່ງພວກຜູ້ສົ່ງຂ່າວນັ້ນໄປເບິ່ງດາວິດ; ໄດ້ສັ່ງວ່າ,"ຈົ່ງນຳເຂົາມາຫາເຮົາທັງຕຽງ, ເພື່ອທີ່ເຮົາຈະໄດ້ຂ້າລາວເສຍ."
\s5
\v 16 ເມື່ອພວກຜູ້ສົ່ງຂ່າວໄດ້ເຂົ້າມາ, ນີ້ເດ່, ຮູບເຄົາຣົບຂອງຄົວເຮືອນກໍຢູ່ໃນຕຽງພ້ອມກັບຂົນແບ້ເທິງຫມອນຢູ່ທີ່ຫົວຂອງມັນ.
\v 17 ໂຊນໄດ້ເວົ້າກັບມີຄາວ່າ,"ເປັນຫຍັງເຈົ້າຈຶ່ງໄດ້ຫລອກລວງເຮົາ ແລະປ່ອຍສັດຕຣູຂອງເຮົາໄປເສຍ, ດັ່ງນັ້ນເຂົາຈຶ່ງໄດ້ຫນີໄປ?" ມີຄາໄດ້ຕອບໂຊນວ່າ,"ລາວເວົ້າກັບລູກວ່າ, 'ຈົ່ງປ່ອຍຂ້ານ້ອຍໄປ. ຄວນຫລືທີ່ຂ້ານ້ອຍຈະຂ້າເຈົ້າເສຍ?"
\s5
\v 18 ບັດນີ້ ດາວິດກໍຫນີລອດໄປໄດ້, ແລະລາວໄດ້ໄປຫາຊາມູເອນທີ່ຣາມາ ແລະ ໄດ້ເລົ່າໃຫ້ລາວຟັງທຸກສິ່ງທີ່ໂຊນໄດ້ເຮັດຕໍ່ລາວ. ແລ້ວຊາມູເອນກໍໄດ້ຢູ່ທີ່ນາໂຢດ.
\v 19 ມີຄົນໄປບອກໂຊນວ່າ, "ເບິ່ງແມ໋, ດາວິດຢູ່ທີ່ນາໂຢດໃນຣາມາ."
\v 20 ແລ້ວໂຊນກໍໄດ້ສົ່ງພວກຜູ້ສົ່ງຂ່າວໄປຈັບດາວິດ. ເມື່ອພວກເຂົາໄດ້ເຫັນຫມູ່ຂອງພວກຜູ້ປະກາດພຣະທັມກຳລັງປະກາດພຣະທັມຢູ່ ແລະຊາມູເອນກໍໄດ້ຢືນເປັນຫົວຫນ້າພວກເຂົາ, ພຣະວິນຍານຂອງພຣະເຈົ້າກໍໄດ້ສວມທັບພວກຜູ້ສົ່ງຂ່າວຂອງໂຊນ, ແລະພວກເຂົາກໍໄດ້ປະກາດພຣະທັມດ້ວຍ.
\s5
\v 21 ເມື່ອໂຊນໄດ້ຮູ້ເລື່ອງນີ້, ພະອົງກໍໄດ້ສົ່ງພວກຜູ້ສົ່ງຂ່າວອື່ນໄປ, ແລະຄົນເຫລົ່ານັ້ນກໍໄດ້ປະກາດພຣະທັມດ້ວຍ. ດັ່ງນັ້ນ ໂຊນຈຶ່ງສົ່ງພວກຜູ້ສົ່ງຂ່າວໄປເປັນຄັ້ງທີ່ສາມ, ແລະພວກເຂົາກໍໄດ້ປະກາດພຣະທັມດ້ວຍ.
\v 22 ແລ້ວພະອົງກໍໄດ້ໄປທີ່ຣາມາດ້ວຍຕົນເອງ ແລະໄດ້ມາເຖິງບໍ່ນໍ້າເລິກໃນເມືອງເສຄູ. ພະອົງໄດ້ຖາມວ່າ,"ຊາມູເອນກັບດາວິດຢູ່ບ່ອນໃດ?" ມີບາງຄົນໄດ້ເວົ້າວ່າ,"ເບິ່ງແມ໋, ພວກເຂົາໄດ້ຢູ່ທີ່ນາໂຢດໃນຣາມາ."
\s5
\v 23 ໂຊນຈຶ່ງໄດ້ໄປນາໂຢດໃນຣາມາ. ແລ້ວພຣະວິນຍານຂອງພຣະເຈົ້າໄດມາເຫນືອພະອົງ, ແລະຂະນະທີ່ພະອົງໄດ້ໄປຊົງປະກາດພຣະທັມຈົນພະອົງສະເດັດມາເຖິງນາໂຢດທີ່ຣາມາ.
\v 24 ພະອົງໄດ້ແກ້ເຄື່ອງນຸ່ງຂອງພະອົງອອກ ແລະໄດ້ປະກາດພຣະທັມດ້ວຍ ຕໍ່ຫນ້າຊາມູເອນ. ພະອົງໄດ້ເປືອຍກາຍຢູ່ຕະຫລອດມື້ ແລະຕະຫລອດຄືນ. ນີ້ຄືເຫດຜົນທີ່ວ່າຍ້ອນຫຍັງ ພວກເຂົາຈຶ່ງໄດ້ຖາມວ່າ, "ໂຊນຢູ່ທ່າມກາງພວກຜູ້ປະກາດພຣະທັມດ້ວຍຫລື?"
\s5
\c 20
\cl ບົດທີ 20
\p
\v 1 ແລ້ວດາວິດກໍໄດ້ຫນີຈາກນາໂຢດໃນເມືອງຣາມາ ແລະໄດ້ມາ ແລະໄດ້ກ່າວຕໍ່ໂຢນາທານວ່າ,"ຂ້າພະເຈົ້າໄດ້ເຮັດສິ່ງໃດຫລື? ມີຫຍັງເປັນຄວາມຜິດຂອງຂ້າພະເຈົ້າຫລື? ຂ້າພະເຈົ້ໄດ້ເຮັດບາບອັນໃດຕໍ່ບິດາຂອງທ່ານ, ພະອົງຈຶ່ງຕ້ອງການເອົາຊີວິດຂອງຂ້າພະເຈົ້າ?"
\v 2 ໂຢນາທານໄດ້ຕອບດາວິດວ່າ,"ບໍ່ແມ່ນຢ່າງນັ້ນແນ່ນອນ; ທ່ານຈະບໍ່ຕາຍດອກ. ບິດາຂອງເຮົາບໍ່ເຄີຍເຮັດເລື່ອງໃຫຍ່ຫລືເລື່ອງນ້ອຍອັນໃດ ໂດຍບໍ່ໄດ້ບອກໃຫ້ເຮົາຮູ້. ເປັນຫຍັງພໍ່ຈະປິດບັງເລື່ອງນີ້ຈາກເຮົາຫລື? ບໍ່ເປັນດັ່ງນັ້ນແນ່ນອນ."
\s5
\v 3 ດາວິດໄດ້ສາບານອີກຄັ້ງແລະໄດ້ກ່າວວ່າ,"ພໍ່ຂອງທ່ານຮູ້ເລື່ອງນີ້ດີ ຂ້າພະເຈົ້າເປັນທີ່ພໍໃຈໃນສາຍຕາຂອງທ່ານ. ພະອົງໄດ້ກ່າວວ່າ,"ຢ່າໃຫ້ໂຢນາທານຮູ້ເລື່ອງນີ້, ຢ້ານວ່າລາວຈະໂສກເສົ້າໃຈ.' ແຕ່ທີ່ຈິງກໍຄື ພຣະຢາເວຊົງພຣະຊົນຢູ່ສັນໃດ, ແລະເທົ່າທີ່ທ່ານມີຊີວິດຢູ່ສັນໃດ, ຍັງເຫລືອອີກພຽງກ້າວດຽວລະຫວ່າງຂ້າພະເຈົ້າກັບຄວາມຕາຍ."
\s5
\v 4 ແລ້ວໂຢນາທານຈຶ່ງໄດ້ກ່າວກັບດາວິດວ່າ, "ບໍ່ວ່າເຈົ້າຈະບອກອັນໃດກໍຕາມ, ຂ້ອຍຈະເຮັດຕາມເພື່ອເຈົ້າ."
\v 5 ດາວິດຈຶ່ງໄດ້ເວົ້າກັບໂຢນາທານວ່າ, "ມື້ອຶ່ນເປັນມື້ອອກໃຫມ່, ແລະຂ້າພະເຈົ້າຄວນຈະຕ້ອງນັ່ງຮັບປະທານອາຫານກັບກະສັດ. ແຕ່ຂໍໄດ້ປ່ອຍໃຫ້ຂ້າພະເຈົ້າໄປ, ເພື່ອທີ່ຂ້າພະເຈົ້າຈະລີ້ຢູ່ໃນທົ່ງນາຈົນເຖິງວັນທີ່ສາມຕອນແລງ.
\s5
\v 6 ຖ້າພໍ່ຂອງທ່ານລະນຶກເຖິງຂ້າພະເຈົ້າແລ້ວ, ແລ້ວຂໍໃຫ້ບອກພະອົງວ່າ,"ດາວິດໄດ້ວິງວອນຂໍລາຂ້ານ້ອຍຮິບກັບໄປເບັດເລເຮັມເມືອງຂອງລາວ; ເພາະວ່າມັນເປັນເວລາຖວາຍສັດບູຊາປະຈຳປີຂອງຕະກຸນທັງຫມົດທີ່ນັ້ນ.'
\v 7 ຖ້າພະອົງກ່າວວ່າ, "ດີແລ້ວ," ຜູ້ຮັບໃຊ້ຂອງທ່ານກໍຈະມີສັນຕິສຸກ. ແຕ່ຖ້າພະອົງໃຈຮ້າຍ, ກໍຈົ່ງຮູ້ວ່າພະອົງຕັດສິນໃນທາງຊົ່ວຮ້າຍແລ້ວ.
\s5
\v 8 ດັ່ງນັ້ນ ຂໍທ່ານເຮັດຢ່າງມີຄວາມເມດຕາແກ່ຜູ້ຮັບໃຊ້ຂອງທ່ານດ້ວຍ. ເພາະທ່ານໄດ້ນຳຜູ້ຮັບໃຊ້ຂອງທ່ານເຂົ້າສູ່ພັນທະສັນຍາແຫ່ງພຣະຢາເວກັບທ່ານ. ແຕ່ຖ້າມີຄວາມບາບໃນຕົວຂອງຂ້າພະເຈົ້າ, ຈົ່ງປຣະຫານຂ້າພະເຈົ້າດ້ວຍໂຕທ່ານເອງ; ເປັນຫຍັງທ່ານຈະນຳຂ້າພະເຈົ້າໃຫ້ພໍ່ຂອງທ່ານຫລື?
\v 9 ໂຢນາທານຈຶ່ງໄດ້ກ່າວວ່າ, "ຢ່າໃຫ້ເປັນຢ່າງນັ້ນສຳລັບເຈົ້າເລີຍ! ຖ້າເຮົາໄດ້ຮູ້ວ່າ ພໍ່ຂອງເຮົາໄດ້ເຮັດການຮ້າຍທີ່ຈະມາເຖິງທ່ານ, ເຮົາຈະບໍ່ບອກເຈົ້າຫລື?"
\s5
\v 10 ແລ້ວດາວິດກໍໄດ້ກ່າວກັບໂຢນາທານວ່າ, "ໃຜຈະບອກຂ້າພະເຈົ້າ ຖ້າພໍ່ຂອງທ່ານຕອບທ່ານຢ່າງຮຸນແຮງ?"
\v 11 ໂຢນາທານໄດ້ກ່າວກັບດາວິດວ່າ, "ມາເຖີດ, ໃຫ້ເຮົາອອກໄປທີ່ທົ່ງນາ." ດັ່ງນັ້ນ ທັງສອງຈຶ່ງໄດ້ອອກໄປທີ່ທົ່ງນາ.
\s5
\v 12 ໂຢນາທານໄດ້ເວົ້າກັບດາວິດວ່າ, "ຂໍພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຊົງເປັນພຣະຍານ. ເມື່ອເຮົາໄດ້ຖາມຄຳຖາມພໍ່ຂອງເຮົາເວລາປະມານນີ້ໃນມື້ອຶ່ນ, ຫລືໃນວັນທີ່ສາມ, ເບິ່ງແມ໋, ຖ້າມີອັນໃດດີຕໍ່ດາວິດແລ້ວ, ຈະບໍ່ໃຊ້ຄົນໄປແຈ້ງເຈົ້າໃຫ້ຮູ້ຫລື?
\v 13 ຖ້າພໍ່ຂອງເຮົາພໍໃຈທີ່ທຳຮ້າຍເຈົ້າ, ຂໍພຣະຢາເວລົງໂທດແກ່ໂຢນາທານ ແລະ ຊົງເພີ່ມໂທດໃຫ້ດ້ວຍ ຖ້າເຮົາບໍ່ແຈ້ງໃຫ້ເຈົ້າຮູ້ ແລະສົ່ງເຈົ້າຫນີໄປຢ່າງປອດພັຍ, ເພື່ອທ່ານຈະໄດ້ໄປຢ່າງສັນຕິສຸກ. ຂໍພຣະຢາເວສະຖິດກັບທ່ານ, ຢ່າງທີ່ພຣະອົງສະຖິດກັບພໍ່ຂອງເຮົາ.
\s5
\v 14 ຖ້າເຮົາຍັງມີຊີວິດຢູ່ຕໍ່ໄປ, ຂໍເຈົ້າຈົ່ງສະແດງຄວາມສັດຊື່ຕໍ່ພັນທະສັນຍາຂອງພຣະຢາເວຕໍ່ເຮົາ, ທີ່ເຮົາຈະບໍ່ຕາຍ?
\v 15 ຂໍຢ່າຕັດພັນທະສັນຍາແຫ່ງຄວາມສັດຊື່ຂອງເຈົ້າທີ່ມີຕໍ່ເຊື້ອສາຍຂອງເຮົາຕະຫລອດໄປ—ເຖິງແມ່ນວ່າ ເມື່ອພຣະຢາເວຊົງກຳຈັດສັດຕຣູທັງປວງຂອງດາວິດຈາກແຜ່ນດິນໂລກແລ້ວກໍຕາມ."
\v 16 ດັ່ງນັ້ນ ໂຢນາທານຈຶ່ງໄດ້ເຮັດທັນທະສັນຍາກັບເຊື້ອສາຍຂອງດາວິດແລະກ່າວວ່າ, "ຂໍພຣະຢາເວແກ້ແຄ້ນພວກສັດຕຣູຂອງດາວິດ."
\s5
\v 17 ໂຢນາທານກໍໄດ້ໃຫ້ດາວິດປະຕິຍານອີກຄັ້ງຫນຶ່ງໂດຍຄວາມຮັກທີ່ພະອົງມີຕໍ່ລາວ, ເພາະວ່າ ພະອົງໄດ້ຮັກລາວຢ່າງທີ່ທ່ານໄດ້ຮັກຊີວິດຂອງຕົນເອງ.
\v 18 ແລ້ວໂຢນາທານໄດ້ກ່າວກັບລາວວ່າ, "ມື້ອື່ນເປັນມືອອກໃຫມ່ຄໍ່າຫນຶ່ງ. ເຈົ້າຈະຕ້ອງຂາດໄປ ເພາະບ່ອນນັ່ງຂອງເຈົ້າຈະວ່າງຢູ່.
\v 19 ເມື່ອເຈົ້າໄດ້ຢູ່ຄົບສາມມື້ແລ້ວ, ໃຫ້ເຈົ້າລົງໄປໂດຍໄວ ແລະ ກັບມາບ່ອນທີ່ເຈົ້າຫລົບລີ້ເມື່ອເຖິງວັນນັ້ນ ແລະຄອຍຖ້າຢູ່ຂ້າງຫິນເອເຊ.
\s5
\v 20 ເຮົາຈະຍິງລູກທະນູສາມດອກໄປຂ້າງໆທີ່ນັ້ນ, ເຫມືອນກັບວ່າເຮົາຍິງເປົ້າ.
\v 21 ແລ້ວເຮົາຈະໃຊ້ເດັກຫນຸ່ມຂອງເຮົາໄປແລະເວົ້າກັບເຂົາວ່າ, 'ຈົ່ງໄປຫາພວກລູກທະນູ,' ຖ້າເຮົາເວົ້າກັບເດັກຫນຸ່ນວ່າ, "ເບິ່ງແມ໋, ພວກລູກທະນູນັ້ນຢູ່ທາງຂ້າງນີ້ຂອງເຈົ້າ; ຈົ່ງໄປເອົາມາ.' ແລ້ວເຈົ້າຈົ່ງມາ; ເພາະວ່າພຣະຢາເວຊົງພຣະຊົນແນ່ສັນໃດ ທ່ານກໍປອດພັຍແລ້ວ, ບໍ່ມີອັນຕະຣາຍອັນໃດເລີຍ.
\s5
\v 22 ແຕ່ຖ້າເຮົາເວົ້າກັບເດັກຫນຸ່ມຄົນນັ້ນວ່າ, 'ເບິ່ງແມ໋, ພວກລູກທະນູຢູ່ກາຍເຈົ້າໄປ,' ແລ້ວເຈົ້າຈົ່ງໄປຕາມທາງຂອງເຈົ້າ, ເພາະວ່າພຣະຢາເວໄດ້ສົ່ງເຈົ້າຫນີໄປ.
\v 23 ສ່ວນຂໍ້ຕົກລົງທີ່ເຈົ້າກັບຂ້ອຍໄດ້ເວົ້າກັນນັ້ນ, ເບິ່ງແມ໋, ພຣະຢາເວຊົງຢູ່ທີ່ນີ້ລະຫວ່າງເຈົ້າແລະຂ້ອຍຕະຫລອດໄປ."
\s5
\v 24 ດາວິດຈຶ່ງໄດ້ຫລົບລີ້ຢູ່ໃນທົ່ງນາ. ເມື່ອເຖິງມື້ອອກໃຫມ່ຫນຶ່ງຄໍ່າ, ກະສັດໄດ້ນັ່ງເພື່ອຮັບປະທານອາຫານ.
\v 25 ກະສັດໄດ້ນັ່ງເທິງບ່ອນນັ່ງຂອງພະອົງ ເທິງບ່ອນນັ່ງຂ້າງຝາຄືເກົ່າ. ໂຢນາທານໄດ້ຢືນແລະອັບເນໄດ້ນັ່ງຂ້າງໂຊນ. ແຕ່ບ່ອນນັ່ງຂອງດາວິດວ່າງຢູ່.
\s5
\v 26 ໂຊນຍັງບໍ່ໄດ້ເວົ້າອັນໃດໃນວັນນັ້ນ, ເພາະພະອົງຄິດໃນໃຈວ່າ, "ມີເຫດບາງຢ່າງໄດ້ເກີດຂຶ້ນກັບລາວ. ລາວມີມົນທິນ; ແນ່ນອນລາວມີມົນທິນຢູ່."
\v 27 ແຕ່ໃນວັນທີ່ສອງ, ມື້ຕໍ່ມາຂອງມື້ອອກໃຫມ່ຫນຶ່ງຄໍ່າ, ບ່ອນນັ່ງຂອງດາວິດກໍວ່າງຢູ່. ໂຊນກໍເວົ້າກັບໂຢນາທານລູກຊາຍຂອງຕົນວ່າ,"ເປັນຫຍັງລູກຂອງເຢຊີບໍ່ໄດ້ມາຮັບປະທານອາຫານທັງວານນີ້ແລະວັນນີ້?"
\s5
\v 28 ໂຢນາທານກໍໄດ້ຕອບໂຊນວ່າ,"ດາວິດວິງວອນຂໍລາຂ້ານ້ອຍໄປຍັງບ້ານເບັດເລເຮັມ.
\v 29 ລາວໄດ້ບອກວ່າ, 'ຂໍປ່ອຍຂ້າພະເຈົ້າໄປ. ເພາະຕະກຸນຂອງຂ້າພະເຈົ້າມີການຖວາຍສັດບູຊາໃນເມືອງ, ແລະອ້າຍໆຂອງຂ້າພະເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ໄປທີ່ນັ້ນ. ບັດນີ້, ຖ້າຂ້າພະເຈົ້າໄດ້ຮັບຄວາມພໍໃຈຈາກທ່ານ, ກໍຂໍໃຫ້ຂ້າພະເຈົ້າໄດ້ໄປ ແລະ ຢ້ຽມຢາມພວກອ້າຍໆຂອງຂ້າພະເຈົ້າ.' ດ້ວຍເຫດນີ້ລາວຈຶ່ງບໍ່ໄດ້ມາຮ່ວມໂຕະຂອງກະສັດ."
\s5
\v 30 ແລ້ວຄວາມໂກດຮ້າຍກໍພຸ່ງຂຶ້ນຕໍ່ໂຢນາທານ, ແລະພະອົງໄດ້ກ່າວວ່າ,"ເຈົ້າເປັນລູກຊາຍຂອງຍິງຜິດສິລະທັມ ແລະ ກະບົດ! ເຮົາບໍ່ຮູ້ຫລືວ່າ ເຈົ້າໄດ້ເລືອກບຸດເຢຊີມາເປັນຄວາມອັບອາຍແກ່ເຈົ້າເອງ, ແລະແກ່ແມ່ຜູ້ໃຫ້ກຳເນີດເຈົ້າ?
\v 31 ເພາະວ່າຕາບໃດທີ່ບຸດເຢຊີມີຊີວິດຢູ່ໃນແຜ່ນດິນ, ໂຕເຈົ້າຫລືຣາຊະອາຈັກຂອງເຈົ້າຈະຕັ້ງຫມັ້ນຢູ່ບໍ່ໄດ້. ບັດນີ້ແລ້ວ, ຈົ່ງໃຊ້ຄົນໄປຈັບລາວມາໃຫ້ເຮົາ, ເພາະເຂົາຈະຕ້ອງຕາຍແນ່ນອນ."
\s5
\v 32 ໂຢນາທານຈຶ່ງໄດ້ຕອບໂຊນພະບິດາຂອງທ່ານວ່າ,"ເປັນຫຍັງເຂົາຈະຕ້ອງຕາຍ? ລາວໄດ້ເຮັດຫຍັງຜິດ?"
\v 33 ແຕ່ໂຊນໄດ້ຊັດຫອກໃສ່ທ່ານຫມາຍຈະຂ້າທ່ານເສຍ. ດັ່ງນັ້ນໂຢນາທານຈຶ່ງຮູ້ວ່າ ພະບິດາຂອງຕົນຕັ້ງໃຈຈະຂ້າດາວິດ.
\v 34 ໂຢນາທານຈຶ່ງໄດ້ລຸກຂຶ້ນຈາກໂຕະດ້ວຍຄວາມໂກດຮ້າຍຢ່າງໃຫຍ່ຫລວງ ແລະບໍໄດ້ກິນຫຍັງເລີຍໃນວັນທີ່ສອງຂອງເດືອນນັ້ນ, ເພາະຄວາມໂສກເສົ້າໃຈດ້ວຍເລື່ອງຂອງດາວິດ, ເພາະວ່າພະບິດາຂອງທ່ານລົບຫລູ່ກຽຕຂອງລາວ.
\s5
\v 35 ພໍຮອດຕອນເຊົ້າ, ໂຢນາທານກໍໄດ້ອອກໄປທີ່ທົ່ງນາຕາມທີ່ນັດຫມາຍໄວ້ກັບດາວິດ, ແລະມີເດັກຫນຸ່ມໄປນຳກັນກັບລາວຄົນຫນຶ່ງ.
\v 36 ພະອົງໄດ້ເວົ້າກັບເດັກຫນຸ່ມນັ້ນວ່າ, "ຈົ່ງແລ່ນໄປແລະຊອກຫາພວກລຸກທະນູທີ່ຂ້ອຍຍິງໄປ." ເມື່ອເດັກຫນຸ່ມນັ້ນແລ່ນໄປ, ໂຢນາທານໄດ້ຍິງລູກທະນູດອກຫນຶ່ງໄປເກີນຫນ້າເດັກນັ້ນ."
\v 37 ເມື່ອເດັກຫນຸ່ມນັ້ນມາເຖິງບ່ອນທີ່ລູກທະນູ ຊຶ່ງໂຢນາທານໄດ້ຍິງໄປນັ້ນຕົກ, ໂຢນາທານກໍໄດ້ຮ້ອງໄລ່ຫລັງເດັກຫນຸ່ມນັ້ນແລະກ່າວວ່າ, "ລູກທະນູກາຍເຈົ້າໄປຂ້າງນັ້ນບໍ່ແມ່ນບໍ?"
\s5
\v 38 ແລ້ວໂຢນາທານກໍໄດ້ຮ້ອງໄລ່ຕາມຫລັງເດັກຫນຸ່ມນັ້ນວ່າ, "ຮິບໄວແນ່, ຮິບໄປໄວແດ່, ຢ່າຢູ່ຊ້າ!" ດັ່ງນັ້ນເດັກຫນຸ່ມຂອງໂຢນາທານກໍໄປເກັບພວກລູກທະນູ ແລະ ໄດ້ກັບມາຫານາຍຂອງຕົນ.
\v 39 ແຕ່ເດັກຫນຸ່ມນັ້ນບໍ່ຮູ້ເລື່ອງໃດທັງນັ້ນ. ມີພຽງແຕ່ໂຢນາທານ ແລະ ດາວິດເທົ່ານັ້ນທີ່ຮູ້ວ່າເລື່ອງຫຍັງ.
\v 40 ໂຢນາທານກໍໄດ້ມອບເຄື່ອງອາວຸດຂອງທ່ານໃຫ້ເດັກຫນຸ່ມນັ້ນ ແລະໄດ້ກ່າວກັບລາວວ່າ, "ຈົ່ງໄປ, ຈົ່ງເອົາມັນເຂົ້າໄປໃນເມືອງ."
\s5
\v 41 ທັນທີທີ່ເດັກຫນຸ່ມນັ້ນໄປແລ້ວ, ດາວິດກໍໄດ້ລຸກຂຶ້ນມາຈາກດ້ານຫລັງຂອງກອງຫິນ, ກົ້ມຂາບລົງເຖິງດິນ, ແລະໄດ້ໂຄ້ງຄຳນັບລົງສາມຄັ້ງ. ພວກເຂົາໄດ້ຈູບຊຶ່ງກັນແລະກັນ, ໄດ້ຮ້ອງໄຫ້ດ້ວຍກັນ, ແຕ່ດາວິດໄດ້ຮ້ອງໄຫ້ຫລາຍກວ່າ.
\v 42 ໂຢນາທານຈຶ່ງໄດ້ກ່າວກັບດາວິດວ່າ, "ຈົ່ງໄປໂດຍສັນຕິເຖີດ, ເພາະວ່າເຮົາທັງສອງໄດ້ປະຕິຍານໄວ້ແລ້ວໃນພຣະນາມຊື່ແຫ່ງພຣະຢາເວວ່າ, 'ຂໍໃຫ້ພຣະຢາເວຊົງຢູ່ລະຫວ່າງຂ້ອຍກັບເຈົ້າ ແລະລະຫວ່າງເຊື້ອສາຍຂອງຂ້ອຍກັບເຊື້ອສາຍຂອງເຈົ້າສຶບໄປເປັນນິດ.'" ແລ້ວດາວິດກໍໄດ້ລຸກຂຶ້ນແລະໄດ້ຈາກໄປ, ແລະໂຢນາທານກໍໄດ້ເຂົ້າໄປໃນເມືອງ.
\s5
\c 21
\cl ບົດທີ 21
\p
\v 1 ແລ້ວດາວິດກໍໄດ້ມາທີ່ເມືອງໂນບໄປຫາອາຫິເມເລັກປະໂລຫິດ. ອາຫິເມເລັກໄດ້ຕົວສັ່ນເຊັນດ້ວຍຄວາມຢ້ານມາຫາດາວິດ ແລະໄດ້ກ່າວກັບລາວວ່າ, "ຍ້ອນຫຍັງທ່ານຈຶ່ງມາຄົນດຽວ ແລະບໍ່ມີໃຜມາກັບທ່ານຫລື?"
\v 2 ດາວິດຈຶ່ງໄດ້ເວົ້າກັບອາຫິເມເລັກປະໂລຫິດວ່າ, "ກະສັດໄດ້ສົ່ງຂ້າພະເຈົ້າໃຫ້ເຮັດພາຣະກິດຢ່າງຫນຶ່ງ ແລະໄດ້ສັ່ງແກ່ຂ້າພະເຈົ້າວ່າ, "ຢ່າໃຫ້ໃຜຮູ້ເຖິງເລື່ອງທີ່ເຮົາໃຊ້ເຈົ້າໄປເຮັດນັ້ນ, ແລະເລື່ອງທີ່ເຮົາໄດ້ບັນຊາເຈົ້ານັ້ນ.' ຂ້າພະເຈົ້າໄດ້ນັດຫມາຍໄວ້ກັບພວກຄົນຫນຸ່ມໃນສະຖານທີ່ແຫ່ງຫນຶ່ງ.
\s5
\v 3 ບັດນີ້ແລ້ວ ທ່ານມີຫຍັງຢູ່ໃນມືແດ່? ຂໍໃຫ້ເຂົ້າຈີ່ແກ່ຂ້າພະເຈົ້າຈັກຫ້າກ້ອນ, ຫລືອັນໃດກໍໄດ້ທີ່ທ່ານມີຢູ່ທີ່ນີ້."
\v 4 ປະໂລຫິດນັ້ນໄດ້ຕອບດາວິດ ແລະ ໄດ້ກ່າວວ່າ,"ບໍ່ມີເຂົ້າຈີ່ທຳມະດາເລີຍ, ແຕ່ມີເຂົ້າຈີ່ບໍຣິສຸດ—ຖ້າໃຫ້ພວກຄົນຫນຸ່ມຮັກສາມັນໃຫ້ຫ່າງຈາກຜູ້ຍິງມາກໍແລ້ວກັນ.
\s5
\v 5 ດາວິດໄດ້ຕອບປະໂລຫິດວ່າ, "ທີ່ຈິງແລ້ວ ພວກຜູ້ຍິງກໍໄດ້ຖຶກຮັກສາໃຫ້ຫ່າງຈາກເຮົາໃນຕະຫລອດສາມມື້ທີ່ຜ່ານມາແລ້ວ, ເຫມືອນຄັ້ງກ່ອນໆທີ່ຂ້າພະເຈົ້າໄດ້ອອກໄປ. ສິ່ງຕ່າງໆທີ່ເປັນຂອງຜູ້ຊາຍກໍໄດ້ຖຶກເຮັດໃຫ້ບໍຣິສຸດ ເຖິງແມ່ນເປັນການເຮັດວຽກຕາມປົກກະຕິແລ້ວ ຍິ່ງວັນນີ້ພວກເຂົາກໍຍິ່ງບໍຣິສຸດກວ່າເກົ່າ."
\v 6 ດັ່ງນັ້ນ ປະໂລຫິດຈຶ່ງໄດ້ມອບເຂົ້າຈີ່ບໍຣິສຸດໃຫ້ແກ່ລາວ. ເພາະວ່າທີ່ນັ້ນບໍ່ມີເຂົ້າອຶ່ນອີກນອກຈາກເຂົ້າຈີ່ຕໍ່ຫນ້າພຣະພັກ, ຊຶ່ງໄດ້ເກັບມາຈາກຕໍ່ຫນ້າພຣະພັກຂອງພຣະຢາເວ, ເພື່ອທີ່ຈະວາງເຂົ້າຈີ່ໃຫມ່ແທນທີ່ໃນວັນທີ່ເກັບເອົາເຂົ້າຈີ່ເກົ່ານັ້ນອອກໄປ.
\s5
\v 7 ບັດນີ້ຜູ້ຮັບໃຊ້ຄົນຫນຶ່ງຂອງໂຊນຢູ່ທີ່ນັ້ນໃນວັນນັ້ນ, ຖຶກກັກຕົວໃຫ້ຢູ່ຕໍ່ຫນ້າພຣະຢາເວ. ລາວຊື່ວ່າໂດເອກຊາວເອໂດມ, ຫົວຫນ້າຄົນລ້ຽງສັດຂອງໂຊນ.
\s5
\v 8 ດາວິດໄດ້ເວົ້າກັບອາຫິເມເລັກວ່າ, "ບັດນີ້ ທີ່ນີ້ບໍ່ມີຫອກຫລືດາບໃນມືຢູ່ຈັກດວງຫນຶ່ງຫລື? ເພາະວ່າ ຂ້າພະເຈົ້າບໍ່ໄດ້ນຳດາບຫລືອາວຸດຕິດໂຕມາເລີຍ, ເພາະວ່າ ພາຣະກິດຂອງກະສັດນັ້ນເລັ່ງດ່ວນຫລາຍ."
\v 9 ປະໂລຫິດຄົນນັ້ນຈຶ່ງໄດ້ກ່າວວ່າ, "ດາບຂອງໂກລິອາດຄົນຟີລິສະຕິນ, ຊຶ່ງທ່ານໄດ້ຂ້າທີ່ຮ່ອມພູເອລານັ້ນ, ຍັງຖຶກຜ້າຫໍ່ຢູ່ຂ້າງຫລັງເສື້ອເອໂຟດ. ຖ້າທ່ານຕ້ອງການດາບດວງນັ້ນ, ຈົ່ງເອົາໄປເຖີດ, ເພາະວ່າບໍ່ມີອາວຸດອຶ່ນໃດຢູ່ທີ່ນີ້ອີກແລ້ວ. "ດາວິດໄດ້ເວົ້າວ່າ, "ບໍ່ມີດາບດວງອຶ່ນອີກເຫມືອນດາບດວງນັ້ນແລ້ວ; ເອົາໃຫ້ຂ້າພະເຈົ້າເຖີດ."
\s5
\v 10 ດາວິດກໍໄດ້ລຸກຂຶ້ນແລະໄດ້ຫນີຈາກໂຊນໄປຫາອາກິດ, ກະສັດຂອງເມືອງກາດ.
\v 11 ພວກຜູ້ຮັບໃຊ້ຂອງອາກິດໄດ້ກ່າວກັບລາວວ່າ, "ດາວິດຄົນນີ້ບໍ່ແມ່ນຫລືທີ່ເປັນກະສັດຂອງແຜ່ນດິນນັ້ນ? ພວກເຂົາບໍ່ໄດ້ຮ້ອງເພງໃຫ້ກັນແລະກັນກ່ຽວກັບລາວໃນການເຕັ້ນລຳຫລືທີ່ວ່າ, 'ໂຊນໄດ້ຂ້າຄົນເປັນພັນໆຄົນ, ແລະດາວິດໄດ້ຂ້າຄົນເປັນຫມື່ນໆຄົນ?'"
\s5
\v 12 ດາວິດກໍໄດ້ເກັບຖ້ອຍຄຳເຫລົ່ານີ້ໄວ້ໃນໃຈ ແລະ ຢ້ານອາກິດ, ກະສັດແຫ່ງເມືອງກາດຫລາຍ.
\v 13 ລາວຈຶ່ງໄດ້ປ່ຽນປະຕິກິລິຍາຂອງລາວຕໍ່ຫນ້າພວກເຂົາ ແລະໄດ້ເຮັດເປັນຄືຄົນບ້າໃນຫມູ່ພວກເຂົາ; ລາວໄດ້ເຮັດເຄື່ອງຫມາຍໄວ້ທີ່ປະຕູຕ່າງໆຂອງປະຕູຂອງເມືອງ ແລະປ່ອຍໃຫ້ນໍ້າລາຍໄຫລລົງຕາມຫນວດເຄົາຂອງລາວ.
\s5
\v 14 ແລ້ວອາກິດຈຶ່ງໄດ້ເວົ້າກັບພວກຜູ້ຮັບໃຊ້ຂອງພະອົງວ່າ, "ເບິ່ງແມ໋, ພວກເຈົ້າເບິ່ງຊາຍຄົນທີ່ເປັນບ້າ. ແລ້ວພວກເຈົ້າພາລາວມາຫາເຮົາເຮັດຫຍັງ?
\v 15 ເຮົາຂາດຄົນບ້າຫລື, ເຈົ້າຈຶ່ງໄດ້ພາຄົນນີ້ມາເຮັດກິລິຍາແບບນີ້ຕໍ່ຫນ້າເຮົາ? ຄົນຢ່າງນີ້ຄວນເຂົ້າມາໃນວັງຂອງເຮົາຫລື?"
\s5
\c 22
\cl ບົດທີ 22
\p
\v 1 ດັ່ງນັ້ນ ດາວິດກໍໄດ້ໄປຈາກທີ່ນັ້ນ ແລະໄດ້ຫນີໄປຢູ່ທີ່ຖໍ້າອາດຸນລຳ. ເມື່ອພວກອ້າຍໆແລະເຊື້ອສາຍທັງຫລາຍຂອງບິດາຂອງລາວໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ລົງໄປຫາລາວທີ່ນັ້ນ.
\v 2 ທຸກຄົນທີ່ຢູ່ໃນຄວາມທຸກຍາກ, ທຸກຄົນທີ່ມີຫນີ້ສິນ, ແລະທຸກຄົນທີ່ບໍ່ພໍໃຈກໍໄດ້ລວມກັນມາຫາລາວ—ພວກເຂົາໄດ້ມາເຕົ້າໂຮມກັນມາຫາລາວ. ດາວິດກໍເປັນຫົວຫນ້າພວກເຂົາ. ມີຄົນມາຢູ່ກັບລາວປະມານສີ່ຮ້ອຍຄົນ.
\s5
\v 3 ແລ້ວດາວິດກໍໄດ້ອອກຈາກທີ່ນັ້ນໄປຍັງເມືອງມິຊະປາໃນໂມອາບ. ລາວໄດ້ບອກກະສັດແຫ່ງໂມອາບວ່າ, "ຂໍໂຜດໃຫ້ບິດາມານດາຂອງຂ້ານ້ອຍໄປຢູ່ກັບພະອົງເຖີດ ຈົນກວ່າຂ້ານ້ອຍຈະຮູ້ວ່າ ພຣະເຈົ້າຈະຊົງກະທຳປະການໃດເພື່ອຂ້ານ້ອຍ."
\v 4 ລາວກໍໄດ້ປະພວກເຂົາໄວ້ກັບກະສັດແຫ່ງໂມອາບ. ບິດາແລະມານດາຂອງລາວກໍໄດ້ອາສັຍຢູ່ກັບພະອົງຕະຫລອດເວລາທີ່ດາວິດຢູ່ໃນທີ່ກຳບັງເຂັ້ມແຂງຂອງລາວ.
\v 5 ແລ້ວຜູ້ປະກາດພຣະທັມຊື່ກາດໄດ້ເວົ້າກັບດາວິດວ່າ, "ຢ່າຢູ່ໃນທີ່ກຳບັງເຂັ້ມແຂງຂອງທ່ານ. ຈົ່ງຈາກໄປເສຍແລະເຂົ້າໄປໃນແຜ່ນດິນຢູດາເຖີດ." ດັ່ງນັ້ນ ດາວິດກໍໄດ້ຈາກທີ່ນັ້ນແລະໄດ້ໄປຢູ່ໃນປ່າເຮເຣັດ.
\s5
\v 6 ໂຊນໄດ້ຮູ້ວ່າໄດ້ມີຜູ້ພົບເຫັນດາວິດ, ຄົນເຫລົ່ານັ້ນທີ່ໄດ້ຢູ່ກັບລາວ. ບັດນີ້ ໂຊນໄດ້ຢູ່ທີ່ເມືອງກິເບດກ້ອງຕົ້ນສົນຫມອກໃນເມືອງຣາມາ, ພ້ອມດ້ວຍຫອກຂອງພະອົງ, ແລະພວກຜູ້ຮັບໃຊ້ທັງຫມົດຂອງພະອົງກໍໄດ້ຢືນຢູ່ອ້ອມຮອບພະອົງ.
\s5
\v 7 ໂຊນໄດ້ກ່າວກັບພວກຜູ້ຮັບໃຊ້ທີ່ຢືນຢູ່ຮອບພະອົງວ່າ, "ບັດນີ້ຈົ່ງຟັງໃຫ້ດີ, ປະຊາຊົນແຫ່ງເບັນຢາມິນ! ລູກຊາຍຂອງເຢຊີຈະໃຫ້ທົ່ງນາທັງຫລາຍ ແລະສວນອະງຸ່ນທັງຫລາຍແກ່ພວກເຈົ້າຫລື? ລາວຈະຕັ້ງພວກເຈົ້າໃຫ້ເປັນຜູ້ບັງຄັບບັນຊາກອງພັນ ແລະຜູ້ບັງຄັບບັນຊາກອງຮ້ອຍຫລື,
\v 8 ເພື່ອເປັນການແລກປ່ຽນສຳລັບທີ່ພວກເຈົ້າທັງຫມົດຄິດກະບົດຕໍ່ເຮົາຫລື? ບໍ່ມີໃຜຈັກຄົນແຈ້ງແກ່ເຮົາເລີຍ ເມື່ອລູກຊາຍຂອງເຮົາເຮັດພັນທະສັນຍາກັບລູກຊາຍຂອງເຢຊີ. ບໍ່ມີໃຜໃນພວກເຈົ້າກຳລັງເສຍໃຈກັບເຮົາ. ບໍ່ມີໃຜຈັກຄົນໃນພວກເຈົ້າແຈ້ງແກ່ເຮົາວ່າ ລູກຊາຍຂອງເຮົາ ໄດ້ປຸກປັ່ນດາວິດຜູ້ຮັບໃຊ້ຂອງເຮົາໃຫ້ຕໍ່ສູ້ກັບເຮົາ. ໃນວັນນີ້ລາວກໍຫລົບລີ້ແລະຄອຍຖ້າເຮົາ ເພື່ອລາວຈະໄດ້ໂຈມຕີເຮົາ."
\s5
\v 9 ແລ້ວໂດເອກ ຄົນເອໂດມ ຜູ້ທີ່ເປັນຫົວຫນ້າພວກຜູ້ຮັບໃຊ້ຂອງໂຊນຈຶ່ງໄດ້ຕອບວ່າ, "ຂ້ານ້ອຍໄດ້ເຫັນລູກຊາຍຂອງເຢຊີມາທີ່ເມືອງໂນບ, ມາຫາອາຫິເມເລັກລູກຊາຍຂອງອາຫິທູບ.
\v 10 ລາວກໍໄດ້ອະທິຖານຕໍ່ພຣະຢາເວຂໍໃຫ້ຊົງຊ່ວຍລາວ, ແລະລາວໄດ້ໃຫ້ສະບຽງອາຫານແກ່ລາວ ແລະໃຫ້ດາບຂອງໂກລີອາດຄົນຟີລິສະຕິນແກ່ລາວໄປ."
\s5
\v 11 ແລ້ວກະສັດກໍໄດ້ສົ່ງຄົນໄປເອີ້ນເອົາອາຫິເມເລັກປະໂລຫິດ ລູກຊາຍຂອງອາຫິທູບ ແລະເຊື້ອສາຍບິດາຂອງທ່ານທັງຫມົດ, ທີ່ເປັນພວກປະໂລຫິດທີ່ໄດ້ຢູ່ໃນເມືອງໂນບ. ພວກເຂົາທຸກຄົນກໍໄດ້ມາຫາກະສັດ.
\v 12 ໂຊນໄດ້ກ່າວວ່າ, "ບັດນີ້ຈົ່ງຟັງ, ລູກຊາຍຂອງອາຫິທູບ." ລາວໄດ້ຕອບວ່າ,"ຂ້ານ້ອຍຢູ່ທີ່ນີ້ແລ້ວ, ເຈົ້ານາຍຂອງຂ້ານ້ອຍ."
\v 13 ໂຊນໄດ້ກ່າວກັບລາວວ່າ, "ເປັນຫຍັງພວກເຈົ້າຈຶ່ງຮ່ວມກັນກະບົດຕໍ່ເຮົາ, ທັງພວກເຈົ້າແລະລູກຊາຍຂອງເຢຊີ, ໃນການທີ່ເຈົ້າໄດ້ໃຫ້ເຂົ້າຈີ່ແລະດາບແກ່ລາວ, ແລະໄດ້ຖາມພຣະເຈົ້າໃຫ້ລາວ ເພື່ອທີ່ພຣະອົງຈະຊົງຊ່ວຍລາວ, ດັ່ງນັ້ນລາວຈຶ່ງໄດ້ລຸກຂຶ້ນຕໍ່ສູ້ກັບເຮົາ, ແລະໄດ້ຄອຍຖ້າຊຸ່ມດັກເຮົາຢູ່, ເຫມືອນຢ່າງທຸກວັນນີ້?"
\s5
\v 14 ແລ້ວອາຫິເມເລັກໄດ້ຕອບກະສັດແລະໄດ້ກ່າວວ່າ, "ໃນບັນດາຂ້າຣາຊະການຂອງພະອົງທັງຫມົດ ມີໃຜແດ່ທີ່ຈະຊື່ສັດຢ່າງດາວິດ, ຜູ້ທີ່ເປັນລູກເຂີຍຂອງກະສັດ ແລະເປັນຜູ້ບັງຄັບບັນຊາທະຫານຮັກສາຂອງພະອົງ, ແລະເປັນຜູ້ມີກຽຕໃນຣາຊະວັງຂອງພະອົງຫລື?
\v 15 ວັນນີ້ ເປັນຄັ້ງທຳອິດທີ່ຂ້ານ້ອຍໄດ້ຂໍຕໍ່ພຣະເຈົ້າໃຫ້ຊ່ວຍລາວຈິງຫລື? ຂ້ານ້ອຍບໍ່ເປັນແບບນັ້ນແນ່ນອນ! ຂໍຢ່າໃຫ້ກະສັດໄດ້ກ່າວໂທດຢ່າງຫນຶ່ງຢ່າງໃດຕໍ່ຜູ້ຮັບໃຊ້ຂອງພະອົງ ຫລືຕໍ່ເຊື້ອສາຍທັງປວງຂອງບິດາຂອງຂ້ານ້ອຍເລີຍ. ເພາະຜູ້ຮັບໃຊ້ຂອງພະອົງບໍ່ຮູ້ເລື່ອງທັງຫມົດນີ້ເລີຍ."
\s5
\v 16 ກະສັດໄດ້ຕອບວ່າ, "ອາຫິເມເລັກເອີຍ, ເຈົ້າຈະຕ້ອງຕາຍຢ່າງແນ່ນອນ, ທັງເຈົ້າເອງແລະເຊື້ອສາຍທັງປວງຂອງບິດາຂອງເຈົ້າດ້ວຍ."
\v 17 ກະສັດກໍໄດ້ສັ່ງໃຫ້ທະຫານຮັກສາພະອົງຜູ້ທີ່ຢືນຢູ່ໃກ້ໆທີ່ນັ້ນວ່າ, "ຈົ່ງຫັນມາແລະຂ້າພວກປະໂລຫິດຂອງພຣະຢາເວສາ. ເພາະວ່າມືຂອງພວກເຂົາຢູ່ກັບດາວິດ, ແລະເພາະວ່າພວກເຂົາໄດ້ຮູ້ວ່າລາວຫນີໄປ, ແຕ່ບໍ່ໄດ້ແຈ້ງໃຫ້ເຮົາຮູ້." ແຕ່ພວກຜູ້ຮັບໃຊ້ຂອງກະສັດບໍ່ໄດ້ລົງມືຂ້າພວກປະໂລຫິດຂອງພຣະຢາເວ.
\s5
\v 18 ແລ້ວກະສັດຈຶ່ງໄດ້ກ່າວກັບໂດເອກວ່າ, "ເຈົ້າຈົ່ງຫັນໄປຂ້າປະໂລຫິດເຫລົ່ານັ້ນ." ດັ່ງນັ້ນ ໂດເອກຊາວເອໂດມກໍໄດ້ຫັນໄປ ແລະໄດ້ຂ້າຟັນບັນດາປະໂລຫິດ; ລາວໄດ້ຂ້າບຸກຄົນທີ່ສວມເສື້ອຜ້າປ່ານເອໂຟດແປດສິບຫ້າຄົນໃນວັນນັ້ນ.
\v 19 ດ້ວຍຄົມດາບ, ລາວໄດ້ປຣະຫານຊາວເມືອງໂນບ, ເມືອງຂອງພວກປະໂລຫິດ, ຂ້າທັງຜູ້ຊາຍແລະຜູ້ຍິງ, ເດັກນ້ອຍແລະເດັກແດງ, ແລະບັນດາງົວແລະໂຕລວາ ແລະບັນດາແກະທັງຫລາຍ. ລາວໄດ້ຂ້າພວກເຂົາທັງຫມົດດ້ວຍຄົມດາບ.
\s5
\v 20 ແຕ່ລູກຊາຍຄົນຫນຶ່ງຂອງອາຫິເມເລັກລູກຊາຍຂອງອາຫິທູບ, ຊື່ວ່າອາບີຢາທາ, ໄດ້ຫນີພົ້ນ ແລະໄດ້ຫນີຕາມດາວິດໄປ.
\v 21 ບາບີຢາທາກໍໄດ້ບອກດາວິດວ່າ ໂຊນໄດ້ປຣະຫານພວກປະໂລຫິດທັງຫລາຍຂອງພຣະຢາເວແລ້ວ.
\s5
\v 22 ດາວິດຈຶ່ງໄດ້ເວົ້າກັບອາບີຢາທາວ່າ, "ຂ້ອຍໄດ້ຮູ້ໃນວັນນັ້ນແລ້ວ, ເມື່ອໂດເອກຊາວເອໂດມກໍໄດ້ຢູ່ທີ່ນັ້ນ, ວ່າລາວຈະຕ້ອງບອກໂຊນຢ່າງແນ່ນອນ. ຂ້ອຍເອງກໍຕ້ອງຮັບຜິດຊອບສຳລັບຄວາມຕາຍຂອງທຸກຄົນໃນເຊື້ອສາຍຂອງບິດາຂອງເຈົ້າ.
\v 23 ຈົ່ງຢູ່ກັບຂ້ອຍເຖີດ ແລະຢ່າຢ້ານເລີຍ. ເພາະວ່າຜູ້ທີ່ສະແຫວງຫາຊີວິດຂອງເຈົ້າ ກໍສະແຫວງຫາຊີວິດຂອງຂ້ອຍຄືກັນດ້ວຍ. ເຈົ້າຈະປອດພັຍເມື່ອຢູ່ກັບຂ້ອຍ.
\s5
\c 23
\cl ບົດທີ 23
\p
\v 1 ພວກເຂົາບອກດາວິດວ່າ,"ເບິ່ງແມ໋, ຄົນຟີລິສະຕິນກຳລັງສູ້ຮົບກັບເມືອງເຄອີລາ ແລະກຳລັງປຸ້ນລານນວດເຂົ້າ."
\v 2 ດັ່ງນັ້ນ ດາວິດຈຶ່ງໄດ້ກ່າວຕໍ່ພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອແລະໄດ້ທູນຖາມວ່າ, "ຄວນທີ່ຂ້ານ້ອຍຈະໄປຕໍ່ສູ້ກັບຄົນຟີລິສະຕິນເຫລົ່ານີ້ຫລືບໍ? ພຣະຢາເວໄດ້ກ່າວກັບດາວິດວ່າ, "ຈົ່ງໄປເຖີດ ແລະຕໍ່ສູ້ກັບຄົນຟີລິສະຕິນ ແລະຈົ່ງຊ່ວຍກູ້ເມືອງເຄອີລາໄວ້."
\s5
\v 3 ພັກພວກຂອງດາວິດກ່າວກັບລາວວ່າ, "ເບິ່ງແມ໋, ພວກເຮົາຢ້ານກົວຢູ່ທີ່ນີ້ໃນຢູດາ. ພວກເຮົາຈະຢ້ານກົວຫລາຍຂະຫນາດໃດ ຖ້າພວກເຮົາຂຶ້ນໄປຍັງເຄອີລາ ເພື່ອສູ້ຮົບກັບເຫລົ່າກອງທັບຂອງຄົນຟີລິສະຕິນ?"
\v 4 ແລ້ວດາວິດກໍໄດ້ອະທິຖານຕໍ່ພຣະຢາເວອີກຄັ້ງຫນຶ່ງ ເພື່ອຂໍຄວາມຊ່ວຍເຫລືອ. ພຣະຢາເວໄດ້ຕອບລາວວ່າ, "ຈົ່ງລຸກຂຶ້ນ, ລົງໄປຍັງເຄອີລາ. ເພາະເຮົາຈະມອບຄົນຟີລິສະຕິນໄວ້ໃນມືຂອງເຈົ້າ."
\s5
\v 5 ດາວິດກັບພັກພວກຂອງລາວກໍໄດ້ໄປຍັງເຄອີລາຕໍ່ສູ້ກັບຄົນຟີລິສະຕິນ. ລາວໄດ້ນຳເອົາຝູງສັດຂອງພວກເຂົາໄປ ແລະໄດ້ໂຈມຕີພວກເຂົາດ້ວຍການຂ້າຢ່າງຫລວງຫລາຍ. ດັ່ງນັ້ນດາວິດກໍໄດ້ຊ່ວຍກູ້ຊາວເມືອງເຄອີລາໄວ້.
\v 6 ເມື່ອອາບີຢາທາລູກຊາຍຂອງອາຫິເມເລັກໄດ້ຫນີໄປຫາດາວິດທີ່ເມືອງເຄອີລານັ້ນ, ລາວໄດ້ຖືເສື້ອເອໂຟດໄປນຳ.
\s5
\v 7 ມີຄົນໄດ້ໄປບອກໂຊນວ່າດາວິດໄດ້ໄປທີ່ເຄອີລາແລ້ວ. ໂຊນຈຶ່ງໄດ້ກ່າວວ່າ, "ພຣະເຈົ້າໄດ້ມອບເຂົາໄວ້ໃນມືຂອງເຮົາແລ້ວ. ເພາະເຂົາໄດ້ຂັງຕົວເອງ ເມື່ອເຂົາເຂົ້າໄປໃນເມືອງທີ່ມີປະຕູຫລາຍບານ ແລະລູກກົງຫລາຍອັນ.
\v 8 ໂຊນໄດ້ເອີ້ນທະຫານທັງຫມົດໃຫ້ເຂົ້າສູ່ສົງຄາມ, ໃຫ້ລົງໄປຍັງເຄອີລາ, ເພື່ອປິດລ້ອມດາວິດກັບພັກພວກຂອງລາວ.
\v 9 ດາວິດໄດ້ຮູ້ວ່າໂຊນວາງແຜນທຳຮ້າຍລາວ. ລາວຈຶ່ງໄດ້ເວົ້າກັບອາບີຢາທາປະໂລຫິດວ່າ, "ຈົ່ງນຳເສື້ອເອໂຟດມາທີ່ນີ້ເຖີດ."
\s5
\v 10 ແລ້ວດາວິດໄດ້ກ່າວວ່າ, "ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນແນ່ນອນວ່າໂຊນຫາຊ່ອງທາງທີ່ຈະມາຍັງເຄອີລາ, ເພື່ອທຳລາຍເມືອງນີ້ ເພາະຂ້ານ້ອຍເປັນເຫດ.
\v 11 ຊາວເຄອີລາຈະມອບຂ້ານ້ອຍໄວ້ໃນມືຂອງໂຊນຫລື? ໂຊນຈະລົງມາດັ່ງທີ່ຜູ້ຮັບໃຊ້ຂອງພຣະອົງໄດ້ຍິນມານັ້ນຢ່າງນັ້ນຫລື? ຂ້າແດ່ພຣະຢາເວ, ພຣະເຈົ້າແຫ່ງອິສະຣາເອນ, ຂໍພຣະອົງໄດ້ບອກຜູ້ຮັບໃຊ້ຂອງພຣະອົງເຖີດ." ພຣະຢາເວໄດ້ກ່າວວ່າ, "ເຂົາຈະລົງມາ."
\s5
\v 12 ແລ້ວດາວິດໄດ້ກ່າວວ່າ, "ຊາວເຄອີລາຈະມອບຂ້ານ້ອຍ ແລະພັກພວກຂອງຂ້ານ້ອຍໄວ້ໃນມືຂອງໂຊນຫລື?" ພຣະຢາເວໄດ້ກ່າວວ່າ, "ພວກເຂົາຈະມອບເຈົ້າ."
\s5
\v 13 ແລ້ວດາວິດແລະພັກພວກຂອງລາວ, ຊຶ່ງມີປະມານຫົກຮ້ອຍຄົນ, ກໍໄດ້ລຸກຂຶ້ນ ແລະໄດ້ໄປຈາກເຄອີລາ, ແລະພວກເຂົາກໍໄດ້ໄປຈາກບ່ອນຫນຶ່ງໄປຍັງອີກບ່ອນຫນຶ່ງ. ມີຄົນໄປບອກໂຊນວ່າ ດາວິດໄດ້ໄປຈາກເຄອີລາແລ້ວ, ແລະພະອົງກໍໄດ້ເລີກການຕິດຕາມ.
\v 14 ດາວິດກໍໄດ້ຢູ່ຕາມທີ່ກຳບັງເຂັ້ມແຂງໃນຖິ່ນແຫ້ງແລ້ງກັນດານ, ໃນເຂດແດນເນີນພູແຫ່ງຖິ່ນແຫ້ງແລ້ງກັນດານຂອງຊິບ. ໂຊນກໍໄດ້ຕາມລ່າຊີວິດຂອງລາວທຸກວັນ, ແຕ່ພຣະເຈົ້າບໍ່ໄດ້ມອບລາວໄວ້ໃນມືຂອງໂຊນ.
\s5
\v 15 ດາວິດໄດ້ເຫັນວ່າໂຊນໄດ້ອອກມາ ເພື່ອສະແຫວງຫາຊີວິດຂອງລາວ; ບັດນີ້ ດາວິດກໍຢູ່ໃນຖິ່ນແຫ້ງແລ້ງກັນດານແຫ່ງຊິບທີ່ໂຮເຣັດ.
\v 16 ແລ້ວໂຢນາທານ, ລູກຊາຍຂອງໂຊນ, ກໍໄດ້ລຸກຂຶ້ນ ແລະໄດ້ໄປຫາດາວິດທີ່ໂຮເຣັດ, ແລະໄດ້ເສິມກຳລັງຂອງລາວໃຫ້ເຂັ້ມແຂງຂຶ້ນໃນພຣະເຈົ້າ.
\s5
\v 17 ໂຢນາທານໄດ້ເວົ້າກັບລາວວ່າ, "ຢ່າຢ້ານເລີຍ. ເພາະວ່າພະຫັດຂອງໂຊນພໍ່ຂອງຂ້ອຍຈະຫາເຈົ້າບໍ່ພົບ. ເຈົ້າຈະໄດ້ເປັນກະສັດເຫນືອອິສະຣາເອນ, ແລະຂ້ອຍຈະເປັນທີ່ສອງຮອງຈາກເຈົ້າ. ໂຊນພໍ່ຂອງຂ້ອຍກໍຮູ້ເລື່ອງນີ້ດ້ວຍ."
\v 18 ພວກເຂົາກໍໄດ້ເຮັດພັນທະສັນຍາຕໍ່ຫນ້າພຣະຢາເວ. ດາວິດກໍຍັງຢູ່ທີ່ໂຮເຣັດ, ແລະໂຢນາທານກໍໄດ້ກັບໄປທີ່ພະຣາຊະວັງ.
\s5
\v 19 ຊາວຊິບໄດ້ຂຶ້ນໄປຫາໂຊນທີ່ກີເບອາ ແລະກ່າວວ່າ, "ດາວິດໄດ້ຫລົບລີ້ຢູ່ທ່າມກາງພວກຂ້ານ້ອຍ ໃນທີ່ກຳບັງເຂັ້ມແຂງທີ່ໂຮເຣັດ, ເທິງເນີນພູເຂົາຮາຄີລາ, ຊຶ່ງຢູ່ໃຕ້ເຢຊີໂມນບໍ່ແມ່ນຫລື?
\v 20 ບັດນີ້ ຂໍໂຜດລົງມາເຖີດ, ຂ້າແດ່ກະສັດ! ສຸດແລ້ວແຕ່ພະອົງຈະຊົງປະສົງ, ຂໍລົງມາເຖີດ! ສ່ວນພວກຂ້ານ້ອຍຈະມອບລາວໄວ້ໃນມືຂອງກະສັດ."
\s5
\v 21 ໂຊນໄດ້ກ່າວວ່າ, "ຂໍພຣະຢາເວຊົງອວຍພອນແກ່ພວກທ່ານ. ເພາະພວກທ່ານໄດ້ມີຄວາມຮັກຕໍ່ເຮົາ.
\v 22 ຈົ່ງໄປ, ເບິ່ງໃຫ້ແນ່ໃຈຍິ່ງຂຶ້ນ. ໃຫ້ຮູ້ ແລະ ຫາເບິ່ງວ່າ ສະຖານທີ່ທີ່ລາວລີ້ນັ້ນຢູ່ທີ່ໃດ ແລະໃຜໄດ້ເຫັນລາວທີ່ນັ້ນແດ່. ມີຄົນໄດ້ບອກເຮົາວ່າ ລາວເປັນຄົນເຈົ້າເລ່ແທ້ໆ.
\v 23 ດັ່ງນັ້ນ ຈົ່ງເບິ່ງ, ແລະໃຫ້ຮູ້ທີ່ຊຸ່ມທັງຫມົດທີ່ລາວໄດ້ລີ້ຢູ່. ຈົ່ງກັບມາຫາເຮົາດ້ວຍຂ່າວສານທີ່ແນ່ນອນ, ແລ້ວເຮົາຈະໄປກັບພວກເຈົ້າ. ຖ້າລາວຢູ່ໃນເຂດແດນນັ້ນ, ເຮົາຈະຄົ້ນຫາລາວໃນທ່າມກາງພັນຄົນຂອງຕະກຸນຢູດາ."
\s5
\v 24 ແລ້ວພວກເຂົາກໍໄດ້ລຸກຂຶ້ນແລະໄດ້ໄປຍັງເມືອງຊິບກ່ອນຫນ້າໂຊນ. ບັດນີ້ ດາວິດກັບພັກພວກຂອງລາວຢູ່ໃນຖິ່ນແຫ້ງແລ້ງກັນດານມາໂອນໃນອາຣາບາຕອນໃຕ້ຂອງເຢຊີໂມນ.
\v 25 ໂຊນແລະເຫລົ່າທະຫານຂອງພະອົງກໍໄດ້ຄົ້ນຫາລາວ. ແຕ່ມີຄົນໄປບອກດາວິດ, ດັ່ງນັ້ນ ລາວຈຶ່ງໄດ້ລົງໄປຍັງເນີນພູເຂົາຫີນ ແລະໄດ້ອາສັຍຢູ່ໃນຖິ່ນແຫ້ງແລ້ງກັນດານມາໂອນ. ເມື່ອໂຊນໄດ້ຍິນກໍໄດ້ຕິດຕາມດາວິດໄປໃນຖິ່ນແຫ້ງແລ້ງກັນດານມາໂອນ.
\s5
\v 26 ໂຊນໄດ້ໄປຟາກພູເຂົາອີກຂ້າງຫນຶ່ງ, ສ່ວນດາວິດ ແລະພັກພວກຂອງລາວກໍໄປຢູ່ພູເຂົາອີກຟາກຫນຶ່ງ. ດາວິດຟ້າວຫນີໄປຈາກໂຊນ. ເພາະໂຊນແລະເຫລົ່າທະຫານຂອງພະອົງໄດ້ລ້ອມດາວິດ ແລະ ພັກພວກຂອງລາວ ເພື່ອຈະຈັບພວກລາວ.
\v 27 ຜູ້ສົ່ງຂ່າວຄົນຫນຶ່ງໄດ້ມາບອກໂຊນແລະໄດ້ກ່າວວ່າ, "ຂໍໃຫ້ຮີບກັບໄປ, ເພາະຄົນຟີລິສະຕິນໄດ້ມາຕໍ່ສູ້ແຜ່ນດິນ."
\s5
\v 28 ໂຊນຈຶ່ງໄດ້ກັບຈາກການໄລ່ລ່າດາວິດ ແລະ ໄດ້ໄປສູ້ຮົບກັບຄົນຟີລິສະຕິນ. ດັ່ງນັ້ນ ສະຖານທີ່ນັ້ນຈຶ່ງຖືກເອີ້ນວ່າ ສີລາພົ້ນພັຍ.
\v 29 ດາວິດກໍໄດ້ຂຶ້ນໄປຈາກທີ່ນັ້ນ ແລະໄດ້ອາສັຍໃນທີ່ກຳບັງເຂັ້ມແຂງແຫ່ງເອນເກດີ.
\s5
\c 24
\cl ບົດທີ 24
\p
\v 1 ເມື່ອໂຊນໄດ້ກັບຈາກການໄລ່ລ່າຄົນຟີລິສະຕິນແລ້ວ, ໄດ້ມີຄົນມາບອກລາວວ່າ, "ດາວິດຢູ່ໃນຖິ່ນແຫ້ງແລ້ງກັນດານເອນເກດີ."
\v 2 ແລ້ວໂຊນກໍໄດ້ນຳກຳລັງສາມພັນຄົນທີ່ຄັດເລືອກຈາກຄົນອິສະຣາເອນທັງປວງ ແລະໄດ້ໄປຄົ້ນຫາດາວິດກັບພັກພວກຂອງລາວທີ່ເຫລົ່າຫີນລຽງຜາ.
\s5
\v 3 ພະອົງໄດ້ມາເຖິງຄອກແກະໃນລະຫວ່າງທາງ, ບ່ອນທີ່ມີຖໍ້າແຫ່ງຫນຶ່ງ. ໂຊນກໍໄດ້ເຂົ້າໄປໃນເພື່ອພັກຜ່ອນ. ບັດນີ້ ດາວິດກັບພັກພວກຂອງລາວກໍໄດ້ນັ່ງຢູ່ໃນສ່ວນທີ່ເລິກເຂົ້າໄປໃນຖໍ້າ.
\v 4 ພັກພວກຂອງດາວິດກໍໄດ້ກ່າວກັບລາວວ່າ, "ເບິ່ງແມ໋ ວັນນີ້ເປັນວັນທີ່ພຣະຢາເວໄດ້ກ່າວກັບທ່ານວ່າ, "ເຮົາຈະມອບສັດຕຣູຂອງເຈົ້າໄວ້ໃນມືຂອງເຈົ້າ, ເພື່ອເຈົ້າຈະເຮັດກັບລາວຕາມທີ່ເຈົ້າປະສົງ." ແລ້ວດາວິດກໍໄດ້ລຸກຂຶ້ນ ແລະ ໄດ້ຄານໄປຢ່າງງຽບໆ ແລະເຂົ້າໄປ ແລະໄດ້ຕັດສົ້ນເສື້ອຂອງໂຊນ.
\s5
\v 5 ຫລັງຈາກນັ້ນ ຈິດໃຈຂອງດາວິກໍໄດ້ຮູ້ສຶກຜິດ ເພາະວ່າ ລາວໄດ້ຕັດສົ້ນເສືອຂອງໂຊນ.
\v 6 ລາວໄດ້ເວົ້າກັບພັກພວກຂອງລາວວ່າ, "ຂໍພຣະຢາເວຫ້າມຂ້າພະເຈົ້າບໍ່ໃຫ້ເຮັດໃນສິ່ງນີ້ຕໍ່ເຈົ້ານາຍຂອງຂ້າພະເຈົ້າ, ຜູ້ທີ່ພຣະຢາເວເຈີມໄວ້, ຄືທີ່ຈະຢຽດມືອອກຕໍ່ສູ້ກັບພະອົງ, ເບິ່ງແມ໋ ພະອົງເປັນຜູ້ທີ່ພຣະຢາເວຊົງເຈີມໄວ້."
\v 7 ດັ່ງນັ້ນ ດາວິດໄດ້ຕຳຫນິຄົນຂອງລາວ ດ້ວຍຖ້ອຍຄຳເຫລົ່ານີ້, ແລະບໍ່ຍອມໃຫ້ພວກເຂົາທຳຮ້າຍໂຊນ. ໂຊນກໍໄດ້ລຸກຂຶ້ນ, ໄດ້ອອກຈາກຖໍ້າ, ແລະໄປຕາມທາງຂອງພະອົງ.
\s5
\v 8 ຫລັງຈາກນັ້ນ, ດາວິດໄດ້ລຸກຂຶ້ນດ້ວຍ, ໄດ້ອອກໄປຈາກຖໍ້າ, ແລະຮ້ອງຫາໂຊນວ່າ: "ຂ້າແດ່ກະສັດ ເຈົ້ານາຍຂອງຂ້ານ້ອຍ." ເມື່ອໂຊນໄດ້ຫລຽວເບິ່ງດ້ານຫລັງ, ດາວິດກໍໄດ້ໂນ້ມໂຕກົ້ມລົງເຖິງດິນ ແລະ ໄດ້ສະແດງຄວາມເຄົາຣົບຕໍ່ໂຊນ.
\v 9 ດາວິດໄດ້ເວົ້າກັບໂຊນວ່າ, "ເປັນຫຍັງພະອົງຟັງຖ້ອຍຄຳຂອງຄົນທີ່ກ່າວວ່າ, 'ເບິ່ງແມ໋, ດາວິດສະແຫວງຫາທາງທີ່ຈະທຳຮ້າຍພະອົງ?'
\s5
\v 10 ໃນວັນນີ້ ຕໍ່ສາຍຕາຂອງພະອົງໄດ້ປະຈັກແລ້ວວ່າ ພຣະຢາເວ ສົ່ງພະອົງໄວໃນມືຂອງຂ້ານ້ອຍແລ້ວ ເມື່ອພວກເຮົາຢູ່ໃນຖໍ້າ. ບາງຄົນຂໍໃຫ້ຂ້ານ້ອຍປຣະຫານພະອົງເສຍ, ແຕ່ຂ້ານ້ອຍກໍໄດ້ໄວ້ຊີວິດຂອງພະອົງ. ຂ້ານ້ອຍກ່າວວ່າ, 'ເຮົາຈະບໍ່ຢຽດມືອອກທຳຮ້າຍເຈົ້ານາຍຂອງເຮົາ; ເພາະພະອົງເປັນຜູ້ທີ່ພຣະຢາເວຊົງເຈີມໄວ້.'
\v 11 ເບິ່ງແມ໋, ບິດາຂອງຂ້ານ້ອຍ, ເບິ່ງສົ້ນເສື້ອຂອງພະອົງຢູ່ໃນມືຂອງຂ້ານ້ອຍແລ້ວ. ເພາະວ່າ ຂ້ານ້ອຍໄດ້ຕັດສົ້ນເສື້ອຂອງພະອົງອອກ ແລະບໍ່ໄດ້ປຣະຫານພະອົງເສຍ, ຂໍພະອົງຊົງຮູ້ເຖີດ ແລະເບິ່ງເຖີດວ່າ ໃນມືຂອງຂ້ານ້ອຍບໍ່ມີຄວາມຜິດຫລືກະບົດ, ແລະຂ້ານ້ອຍບໍ່ໄດ້ເຮັດບາບຕໍ່ສູ້ພະອົງ, ເຖິງແມ່ນວ່າພະອົງກຳລັງຕາມລ່າຊີວິດຂອງຂ້ານ້ອຍ ເພື່ອທຳລາຍຂ້ານ້ອຍເສຍກໍຕາມ.
\s5
\v 12 ຂໍພຣະຢາເວຊົງພິຈາຣະນາຕັດສິນລະຫວ່າງຂ້ານ້ອຍກັບພະອົງ, ແລະຂໍໃຫ້ພຣະຢາເວຊົງແກ້ແຄ້ນແທນຂ້ານ້ອຍທີ່ຕໍ່ສູ້ພະອົງ, ແຕ່ມືຂອງຂ້ານ້ອຍບໍ່ຄວນເຮັດສິ່ງໃດຕໍ່ສູ້ພະອົງ.
\v 13 ດັ່ງສຸພາສິດໂບຮານທີ່ວ່າ, "ຄວາມອະທັມກໍອອກມາຈາກຄົນອະທັມ.' ແຕ່ມືຂອງຂ້ານ້ອຍຈະບໍ່ເຮັດສິ່ງໃດຕໍ່ສູ້ພະອົງເລີຍ.
\s5
\v 14 ກະສັດແຫ່ງອິສະຣາເອນອອກມາຕາມຫາໃຜ? ພະອົງຊົງໄລ່ຕາມຈັບຜູ້ໃດ? ຊົງໄລ່ຕິດຕາມຫມາຕາຍຫລື! ຊົງໄລ່ຕາມໂຕມັດໂຕຫນຶ່ງຫລື!
\v 15 ຂໍພຣະຢາເວຊົງເປັນຜູ້ພິພາກສາ ແລະຊົງພິຈາຣະນາຕັດສິນລະຫວ່າງຂ້ານ້ອຍກັບພະອົງ, ແລະຂໍພຣະອົງໂຜດເບິ່ງ, ຂໍຊົງເວົ້າຄະດີຄວາມຝ່າຍຂ້ານ້ອຍ ແລະຂໍຊ່ວຍກູ້ຂ້ານ້ອຍໃຫ້ພົ້ນຈາກມືຂອງພະອົງດ້ວຍ."
\s5
\v 16 ເມື່ອດາວິດໄດ້ເວົ້າຖ້ອຍຄຳເຫລົ່ານີ້ຕໍ່ໂຊນຈົບແລ້ວ, ໂຊນໄດ້ເວົ້າວ່າ, "ນັ້ນເປັນສຽງຂອງເຈົ້າຫລື, ດາວິດລູກຊາຍຂອງພໍ່?" ໂຊນກໍໄດ້ສົ່ງສຽງແລະຮ້ອງໄຫ້.
\s5
\v 17 ພະອົງໄດ້ກ່າວກັບດາວິດວ່າ, "ເຈົ້າຊອບທັມຍິ່ງກ່າວເຮົາ. ເພາະເຈົ້າຕອບແທນເຮົາດ້ວຍຄວາມດີ, ໃນເມື່ອເຮົາຕອບແທນເຈົ້າດ້ວຍຄວາມຮ້າຍກາດ.
\v 18 ເຈົ້າໄດ້ສະແດງໃຫ້ເຮົາເຫັນໃນວັນນີ້ແລ້ວວ່າ ເຈົ້າເຮັດຄວາມດີຕໍ່ເຮົາຢ່າງໃດ, ໃນການທີ່ເຈົ້າບໍ່ໄດ້ປຣະຫານຊີວິດຂອງເຮົາເສຍ ເມື່ອພຣະຢາເວໄດ້ຊົງມອບເຮົາໄວ້ໃນຄວາມເມດຕາຂອງເຈົ້າ.
\s5
\v 19 ເພາະວ່າຖ້າຊາຍຄົນໃດພົບສັດຕຣູຂອງຕົນ, ລາວຈະປ່ອຍເຂົາໄປຢ່າງປອດພັຍຫລື? ຂໍພຣະຢາເວປຣະທານລາງວັນແກ່ເຈົ້າສຳລັບການດີທີ່ເຈົ້າໄດ້ເຮັດແກ່ເຮົາໃນວັນນີ້.
\v 20 ບັດນີ້, ເຮົາຮູ້ແລ້ວວ່າ ເຈົ້າຈະເປັນກະສັດຢ່າງແນ່ນອນ ແລະ ຣາຊະອານາຈັກອິສະຣາເອນຈະຕັ້ງຫມັ້ນຄົງຢູ່ໃນມືຂອງເຈົ້າ.
\s5
\v 21 ຈົ່ງປະຕິຍານຕໍ່ເຮົາໃນພຣະນາມຊື່ຂອງພຣະຢາເວວ່າ ເຈົ້າຈະບໍ່ຕັດເຊື້ອຍສາຍຂອງເຮົາ ເມື່ອເຮົາຕາຍໄປແລ້ວ, ແລະຈະບໍ່ທຳລາຍຊື່ຂອງເຮົາຈາກເຊື້ອສາຍບິດາຂອງເຮົາ."
\v 22 ດັ່ງນັ້ນ ດາວິດກໍໄດ້ປະຕິຍານຕໍ່ໂຊນ. ແລ້ວໂຊນກໍໄດ້ກັບໄປທີ່ພະຣາຊະວັງຂອງຕົນ, ແຕ່ດາວິດກັບພັກພວກຂອງລາວກໍໄດ້ຂຶ້ນໄປທີ່ກຳບັງເຂັ້ມແຂງ.
\s5
\c 25
\cl ບົດທີ 25
\p
\v 1 ບັດນີ້ ຊາມູເອນໄດ້ສິ້ນຊີວິດແລ້ວ. ຄົນອິສະຣາເອນທັງຫມົດກໍໄດ້ເຕົ້າໂຮມກັນແລະໄດ້ໄວ້ທຸກໃຫ້ກັບລາວ, ແລະພວກເຂົາໄດ້ຝັງສົບຂອງລາວໄວ້ທີ່ບ້ານຂອງລາວໃນຣາມາ. ແລ້ວດາວິດກໍໄດ້ລຸກຂຶ້ນໄປຍັງຖິ່ນແຫ້ງແລ້ງກັນດານປາຣານ.
\s5
\v 2 ມີຊາຍຄົນຫນຶ່ງໃນມາໂອນ, ຜູ້ໄດ້ມີຊັບສົມບັດຫລາຍໃນຄາເມນ. ຊາຍຄົນນັ້ນເປັນຄົນຮັ່ງມີຫລາຍ. ລາວມີແກະສາມພັນໂຕແລະ ແບ້ຫນຶ່ງພັນໂຕ. ລາວກຳລັງຕັດຂົນແກະຂອງລາວຢູ່ທີ່ຄາເມນ.
\v 3 ຊາຍຄົນນັ້ນຊື່ນາບານ, ແລະຊື່ເມຍຂອງລາວແມ່ນອາບີກາເອນ. ຜູ້ຍິງຄົນນີ້ເປັນຄົນສະຫລາດ ແລະ ຮູບຮ່າງງົດງາມຫລາຍ. ແຕ່ຊາຍຄົນນັ້ນເປັນຄົນຫົວແຂງ ແລະ ຊົ່ວຮ້າຍໃນການກະທຳຂອງລາວ. ລາວເປັນລູກຫລານຂອງເຊື້ອສາຍຂອງຄາເລັບ.
\s5
\v 4 ດາວິດໄດ້ຍິນຈາກຖິ່ນແຫ້ງແລ້ງກັນດານວ່າ ນາບານກຳລັງຕັດຂົນແກະຂອງລາວຢູ່.
\v 5 ດັ່ງນັ້ນ ດາວິດຈຶ່ງໄດ້ໃຊ້ຊາຍຫນຸ່ມສິບຄົນໄປ. ດາວິດກ່າວກັບຊາຍຫນຸ່ມເຫລົ່ານັ້ນວ່າ, "ຈົ່ງຂຶ້ນໄປໃນທີ່ກາເມນ, ໄປຫານາບານ, ແລະທັກທາຍເຂົາໃນນາມຊື່ຂອງເຮົາ.
\v 6 ໃຫ້ເຈົ້າທັງຫລາຍເວົ້າກັບລາວວ່າ, "ຂໍໃຫ້ຊີວິດທີ່ຮຸ່ງເຮືອງຈົ່ງມີແກ່ທ່ານ. ສັນຕິສຸກຈົ່ງມີແກ່ທ່ານ ແລະ ສັນຕິສຸກຈົ່ງມີແກ່ຄອບຄົວຂອງທ່ານ, ແລະສັນຕິພາບຈົ່ງມີແກ່ທຸກສິ່ງທີ່ທ່ານມີທັງຫມົດ.
\s5
\v 7 ຂ້າພະເຈົ້າໄດ້ຍິນວ່າທ່ານມີຄົນຕັດຂົນແກະຢູ່ຫລາຍຄົນ. ພວກຜູ້ລ້ຽງແກະຂອງທ່ານໄດ້ຢູ່ກັບພວກເຮົາ, ແລະພວກເຮົາບໍ່ໄດ້ເຮັດອັນຕະຣາຍໃກ້ໆໃຫ້ແກ່ພວກເຂົາເລີຍ, ແລະພວກເຂົາກໍບໍ່ໄດ້ຂາດອັນໃດໃນເວລາທີ່ພວກເຂົາໄດ້ຢູ່ໃນກາເມນ.
\v 8 ຈົ່ງຖາມພວກຄົນຫນຸ່ມຂອງທ່ານໄດ້, ແລະພວກເຂົາຈະບອກທ່ານ. ບັດນີ້ ຂໍໃຫ້ພວກຄົນຫນຸ່ມຂອງຂ້າພະເຈົ້າໄດຮັບຄວາມເພິ່ງພໍໃຈຈາກທ່ານເຖີດ, ເພາະພວກເຮົາໄດ້ມາໃນມື້ທີ່ມີງານລ້ຽງ. ຂໍໂຜດໃຫ້ສິ່ງທີ່ພໍຫາໄດ້ໃນຕອນນີ້ ແກ່ພວກຜູ້ຮັບໃຊ້ຂອງທ່ານ ແລະດາວິດລູກຊາຍຂອງທ່ານເຖີດ."
\s5
\v 9 ເມື່ອພວກຄົນຫນຸ່ມຂອງດາວິດໄດ້ມາເຖິງ, ພວກເຂົາກໍໄດ້ກ່າວຄຳເຫລົ່ານັ້ນແກ່ນາບານໃນນາມຂອງດາວດິດ ແລະຫລັງຈາກນັ້ນພວກເຂົາກໍໄດ້ລໍຖ້າຢູ່.
\v 10 ນາບານໄດ້ຕອບພວກຄົນຮັບໃຊ້ຂອງດາວິດວ່າ, "ດາວິດເປັນໃຜ, ລູກຊາຍຂອງເຢຊີແມ່ນໃຜ? ສມັຍນີ້ມີຄົນໃຊ້ເປັນຈຳນວນຫລວງຫລາຍທີ່ຫນີໄປຈາກນາຍຂອງພວກເຂົາ.
\v 11 ຄວນຫລືທີ່ຂ້ອຍຈະນຳເຂົ້າຈີ່ຂອງຂ້ອຍ ແລະ ນໍ້າຂອງຂ້ອຍ ແລະຊີ້ນຂອງຂ້ອຍ ຊຶ່ງຂ້ອຍໄດ້ຂ້າໄວ້ສຳລັບພວກຄົນຕັດຂົນແກະຂອງຂ້ອຍ, ແລະມອບໃຫ້ແກ່ພວກເຈົ້າຊຶ່ງມາຈາກໃສຂ້ອຍກໍບໍ່ຮູ້?"
\s5
\v 12 ດັ່ງນັ້ນ ພວກຄົນຫນຸ່ມຂອງດາວິດກໍໄດ້ຫັນຫນີ ແລະ ກັບມາບອກດາວິດເຖິງທຸກສິ່ງທີ່ລາວໄດ້ເວົ້າ.
\v 13 ດາວິດໄດ້ເວົ້າກັບພວກຂອງຕົນວ່າ, "ທຸກຄົນຈົ່ງເອົາດາບຄາດແອວຂອງຕົນໄວ້." ດັ່ງນັ້ນ ທຸກຄົນກໍໄດ້ເອົາດາບຄາດແອວຂອງຕົນ. ດາວິດກໍໄດ້ເອົາດາບຂອງລາວຄາດແອວດ້ວຍ. ມີປະມານສີ່ຮ້ອຍຄົນຕາມດາວິດຂຶ້ນໄປ, ແລະສອງຮ້ອຍຄົນຢູ່ເຝົ້າເຄື່ອງ.
\s5
\v 14 ແຕ່ມີຄົນຫນຶ່ງໃນພວກຄົນຫນຸ່ມໄດ້ບອກນາງອາບີກາເອນ, ພັນລະຍາຂອງນາບານ; ເຂົາເວົ້າວ່າ, "ດາວິດໄດ້ສົ່ງພວກຜູ້ສົ່ງຂ່າວມາຈາກຖິ່ນແຫ້ງແລ້ງກັນດານ ເພື່ອອວຍພອນນາຍຂອງພວກເຮົາ, ແລະລາວກັບດ່າວ່າຄົນເຫລົ່ານັ້ນ.
\v 15 ແຕ່ຊາຍເຫລົ່ານັ້ນດີຕໍ່ເຮົາຫລາຍ. ເຮົາບໍ່ໄດ້ຖຶກທຳຮ້າຍ ແລະບໍ່ໄດ້ຂາດສິ່ງໃດຕະຫລອດເວລາທີ່ເຮົາໄດ້ໄປກັບພວກເຂົາ ເມື່ອພວກເຮົາຍັງຢູ່ໃນທົ່ງນາທັງຫລາຍນັ້ນ.
\s5
\v 16 ພວກເຂົາເປັນເຫມືອນກຳແພງສຳລັບພວກເຮົາທັງກາງເວັນແລະກາງຄືນ, ຕະຫລອດເວລາທີ່ເຮົາລ້ຽງແກະຢູ່ກັບພວກເຂົາ.
\v 17 ດ້ວຍເຫດນີ້ ຈົ່ງຮັບຮູ້ເລື່ອງນີ້ແລະພິຈາຣະນາວ່າທ່ານຄວນຈະເຮັດຢ່າງໃດ, ເພາະຄວາມຊົ່ວຮ້າຍໄດ້ຖຶກກຳຫນົດຕໍ່ຫນ້ານາຍຂອງເຮົາແລ້ວ, ແລະຕໍ່ຄົວເຮືອນທັງຫມົດຂອງລາວດ້ວຍ. ລາວເປັນຄົນພານທີ່ໃຜຈະໃຊ້ເຫດຜົນກັບລາວບໍ່ໄດ້ເລີຍ."
\s5
\v 18 ແລ້ວອາບີກາເອນກໍໄດ້ຮີບຈັດເຂົ້າຈີ່ສອງຮ້ອຍກ້ອນ, ແລະເຫລົ້າອະງຸ່ນສອງຂວດ, ແກະທີ່ໄດ້ປຸງສຳເລັດແລ້ວຫ້າໂຕ, ແລະເຂົ້າຫ້າຖົງ, ຫມາກອະງຸ່ນແຫ້ງຫນຶ່ງຮ້ອຍຖົງ, ແລະ ຂະຫນົມຫມາກເດື່ອສອງຮ້ອຍກ້ອນ, ແລະໄດ້ບັນທຸກສິ່ງຂອງເຫລົ່ານັ້ນເທິງຫລັງລວາ.
\v 19 ນາງກໍໄດ້ສັ່ງພວກຄົນຫນຸ່ມຂອງນາງວ່າ, "ຈົ່ງຮີບໄປກ່ອນຂ້ອຍ, ແລະຂ້ອຍຈະຕາມເຈົ້າໄປ." ແຕ່ນາງບໍ່ໄດ້ບອກນາບານສາມີຂອງນາງ.
\s5
\v 20 ເມື່ອນາງໄດ້ຂີ່ລວາແລະໄດ້ລົງມາຕາມສັນພູເຂົາ, ດາວິດກັບພັກພວກຂອງລາວໄດ້ລົງມາທາງນາງ, ແລະນາງກໍໄດ້ພົບກັບພວກເຂົາ.
\s5
\v 21 ບັດນີ້ດາວິດໄດ້ກ່າວວ່າ, "ໄຮ້ປະໂຫຍດເສຍແລ້ວທີ່ຂ້ອຍໄດ້ເຝົ້າທຸກສິ່ງທີ່ຊາຍຄົນນີ້ມີຢູ່ໃນຖິ່ນແຫ້ງແລ້ງກັນດານ, ດັ່ງນັ້ນບໍ່ມີສິ່ງໃດຂອງລາວໄດ້ຂາດຫາຍໄປເລີຍຈາກທຸກສິ່ງທີ່ເປັນຂອງລາວ, ແລະລາວຕອບແທນຄວາມດີຂອງຂ້ອຍດ້ວຍຄວາມຊົ່ວ.
\v 22 ດາວິດໄດ້ເວົ້າວ່າ ຂໍພຣະເຈົ້າຊົງກະທຳການຢ່າງນັ້ນກັບຂ້ານ້ອຍເອງ, ແລະ ຂໍຊົງເພີ່ມໂທດນັ້ນດ້ວຍ, ຖ້າໃນມື້ອຶ່ນເຊົ້າ ຂ້ານນ້ອຍໄດ້ປ່ອຍໃຫ້ຊາຍພຽງຫນຶ່ງຄົນໃນຈຳນວນຄົນທັງຫມົດທີ່ເປັນຂອງລາວຍັງມີຊີວິດຢູ່."
\s5
\v 23 ເມື່ອນາງອາບີກາເອນເຫັນດາວິດ, ນາງກໍຮີບລົງຈາກຫລັງລວາຂອງນາງ ແລະໄດ້ກົ້ມຫນ້າລົງຕໍ່ຫນ້າດາວິດ ແລະໄດ້ກົ້ມຫນ້າລົງເຖິງພື້ນຄຳນັບລາວ.
\v 24 ນາງໄດ້ກົ້ມໂຕລົງທີ່ຕິນຂອງລາວ ແລະເວົ້າວ່າ, "ເຈົ້ານາຍຂອງຂ້ານ້ອຍ, ຂ້ານ້ອຍແຕ່ພຽງຜູ້ດຽວ, ທີ່ເປັນຜູ້ຜິດ. ຂໍຄວາມກະຣຸນາໃຫ້ຂ້າໃຊ້ຂອງທ່ານໄດ້ເວົ້າໃຫ້ທ່ານຟັງ, ແລະໂຜດຟັງຖ້ອຍຄຳຂອງຂ້າໃຊ້ຂອງທ່ານດ້ວຍ.
\s5
\v 25 ຂໍເຈົ້ານາຍຂອງຂ້ານ້ອຍໂຜດຢ່າໄດ້ເອົາຄວາມກັບ, ນາບານ, ຜູ້ຊາຍໄຮ້ຄ່າຄົນນີ້ເລີຍ, ເພາະເຂົາເປັນຄືກັບຊື່ຂອງລາວ ຊື່ຂອງລາວຄືນາບານ, ແລະຄວາມໂງ່ຈ້າກໍໄດ້ຢູ່ກັບລາວ. ແຕ່ສ່ວນຂ້ານ້ອຍຂ້າໃຊ້ຂອງທ່ານບໍ່ໄດ້ເຫັນພວກຄົນຫນຸ່ມຂອງທ່ານຊຶ່ງທ່ານໃຊ້ໄປ.
\v 26 ແລ້ວບັດນີ້, ເຈົ້ານາຍຂອງຂ້ານ້ອຍ, ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ແລະທ່ານມີຊີວິດຢູ່ແນ່ສັນນັ້ນ, ເພາະພຣະຢາເວຊົງຢັບຢັ້ງທ່ານເສຍຈາກຄວາມຜິດທີ່ເຮັດໃຫ້ເລືອດຕົກ, ແລະຈາກການແກ້ແຄ້ນດ້ວຍມືຂອງທ່ານເອງ, ບັດນີ້ຂໍໃຫ້ພວກສັດຕຣູຂອງທ່ານ, ແລະພວກທີ່ຈະປອງຮ້າຍຕໍ່ເຈົ້ານາຍຂອງຂ້ານ້ອຍ, ເປັນເຫມືອນຢ່າງນາບານ.
\s5
\v 27 ບັດນີ້ ຂໍໃຫ້ຂອງຂວັນນີ້ ຊຶ່ງຂ້າໃຊ້ຂອງທ່ານໄດ້ນຳມາໃຫ້ເຈົ້ານາຍຂອງຂ້ານ້ອຍ ຂໍມອບແກ່ພວກຄົນຫນຸ່ມຜູ້ຕິດຕາມເຈົ້ານາຍຂອງຂ້ານ້ອຍ.
\v 28 ໂຜດຍົກໂທດຄວາມຜິດຂອງຂ້າໃຊ້ຂອງທ່ານເຖີດ, ເພາະພຣະຢາເວຈະຊົງເຮັດໃຫ້ເຈົ້ານາຍຂອງຂ້ານ້ອຍເປັນເຊື້ອສາຍທີ່ຮັ່ງມີຢ່າງແນ່ນອນ, ເພາະວ່າເຈົ້ານາຍຂອງຂ້ານ້ອຍກຳລັງໄດ້ຕໍ່ສູ້ໃນສົງຄາມຢູ່ຝ່າຍພຣະຢາເວ; ແລະຈະບໍ່ພົບຄວາມຊົ່ວໃນຕົວທ່ານຕະຫລອດຊີວິດຂອງທ່ານ.
\s5
\v 29 ແມ່ນວ່າມີຄົນໄດ້ລຸກຂຶ້ນໄລ່ຕາມທ່ານຫມາຍເອົາຊີວິດຂອງທ່ານກໍຕາມ, ແຕ່ຊິວິດຂອງເຈົ້ານາຍຂອງຂ້ານ້ອຍຈະຜູກມັດຢູ່ກັບຄວາມສຳພັນໃນກຸ່ມຂອງການມີຊີວິດໂດຍພຣະຢາເວ ພຣະເຈົ້າຂອງທ່ານ; ແລະພຣະອົງຈະຊົງເອົາຊີວິດຂອງເຫລົ່າສັດຕຣູຂອງທ່ານອອກໄປ, ເຫມືອນດັ່ງ ເອົາກ້ອນຫີນອອກຈາກຖົງຍິງກະຖຸນ.
\s5
\v 30 ພຣະຢາເວ ຈະຊົງເຮັດທຸກຢ່າງໃຫ້ສຳເລັດແກ່ເຈົ້ານາຍຂອງຂ້ານ້ອຍຕາມທີ່ພຣະອົງຊົງສັນຍາໄວ້ກັບທ່ານ, ແລະໄດ້ຊົງແຕ່ງຕັ້ງທ່ານເປັນຜູ້ນຳເຫນືອອິສະຣາເອນ.
\v 31 ສິ່ງນີ້ຈະບໍ່ເປັນພາຣະໃຫ້ສະດຸດສຳລັບເຈົ້ານາຍຂອງຂ້ານ້ອຍ—ທີ່ທ່ານຈະເຮັດໃຫ້ເລືອດບໍຣິສຸດໄດ້ຫລັ່ງອອກມາ, ຫລືເພາະເຈົ້ານາຍຂອງຂ້ານ້ອຍໄດ້ພະຍາຍາມຊ່ວຍເຫລືອຕົນເອງໃຫ້ພົ້ນ. ເພາະວ່າ ເມື່ອພຣະຢາເວຊົງເຮັດສິ່ງດີແກ່ເຈົ້ານາຍຂອງຂ້ານ້ອຍແລ້ວ, ກໍຂໍຣະນຶກເຖິງຂ້າໃຊ້ຂອງທ່ານດ້ວຍ."
\s5
\v 32 ດາວິດໄດ້ເວົ້າກັບນາງອາບີກາເອນວ່າ, "ຂໍພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ຂໍສາທຸການແດ່ພຣະອົງ, ຜູ້ຊົງສົ່ງເຈົ້າໃຫ້ມາພົບກັບເຮົາໃນວັນນີ້.
\v 33 ສະຕິປັນຍາຂອງເຈົ້າຈະໄດ້ຮັບພຣະພອນ ແລະໂຕເຈົ້າກໍໄດ້ຮັບພຣະພອນ, ເພາະວ່າເຈົ້າໄດ້ປ້ອງກັນເຮົາໃນວັນນີ້ໃຫ້ພົ້ນຈາກການເຮັດໃຫ້ເລືອດຕົກ ແລະຈາກການແກ້ແຄ້ນດ້ວຍມືຂອງເຮົາເອງ!
\s5
\v 34 ເພາະໃນຄວາມຈິງແລ້ວ, ດັ່ງທີ່ພຣະຢາເວ, ພຣະເຈົ້າຂອງອິສະຣາເອນ, ຜູ້ຊົງພຣະຊົນຢູ່, ຄືຜູ້ໄດ້ຊົງລະງັບເຮົາເສຍຈາກການທຳຮ້າຍເຈົ້າ, ຖ້າເຈົ້າບໍ່ຮີບມາພົບເຮົາ, ຈະບໍ່ມີສິ່ງໃດເຫລືອແກ່ນາບານ ແມ່ນແຕ່ເດັກນ້ອຍຈັກຄົນໃນມື້ອຶ່ນເຊົ້າ."
\v 35 ດັ່ງນັ້ນ ດາວິດກໍໄດ້ຮັບບັນດາສິ່ງທີ່ນາງນຳມາໃຫ້ລາວຈາກມືຂອງນາງເອງ; ລາວໄດ້ເວົ້າກັບນາງວ່າ, "ຈົ່ງກັບເມືອເຮືອນຂອງນາງດ້ວຍສັນຕິສຸດເຖີ້ນ; ເບິ່ງແມ໋, ເຮົາໄດ້ຟັງສຽງຂອງເຈົ້າແລ້ວ ແລະເຮົາໄດ້ຮັບເອົາຄຳຂໍຮ້ອງຂອງເຈົ້າແລ້ວ."
\s5
\v 36 ອາບີກາເອນກໍໄດ້ກັບໄປຫານາບານ; ເບິ່ງແມ໋, ລາວກຳລັງຈັດງານລ້ຽງໃນເຮືອນຂອງລາວ, ເຫມືອນກັບວ່າງານລ້ຽງຂອງກະສັດ; ແລະຈິດໃຈຂອງນາບານກໍເບີກບານ, ເພາະວ່າລາວໄດ້ມືນເມົາຫລາຍ. ດັ່ງນັ້ນນາງຈຶ່ງບໍ່ໄດ້ບອກສິ່ງໃດໃຫ້ລາວຈົນເວລາຮຸ່ງເຊົ້າ.
\s5
\v 37 ເມື່ອເຖິງເວລາເຊົ້າ, ເມື່ອເຫລົ້າອະງຸ່ນຊ່ວງຈາກນາບານໄປແລ້ວ, ພັນຣະຍາຂອງລາວກໍໄດ້ເລົ່າເລື່ອງເຫລົ່ານີ້ໃຫ້ລາວຟັງ; ຫົວໃຈຂອງລາວກໍຢຸດເຕັ້ນ, ແລະລາວກໍໄດ້ກາຍເປັນດັ່ງກ້ອນຫີນ.
\v 38 ຕໍ່ມາລາວອີກປະມາສິບວັນ ພຣະຢາເວກໍໄດ້ຊົງປຣະຫານນາບານ ແລະລາວກໍຕາຍ.
\s5
\v 39 ເມື່ອດາວິດໄດ້ຍິນວ່ານາບານສິ້ນຊີວິດແລ້ວ, ລາວຈຶ່ງໄດ້ເວົ້າວ່າ, "ສາທຸການແດ່ພຣະຢາເວ ຜູ້ຊົງແກ້ແຄ້ນການຢຽດຢໍ້າທີ່ຂ້ານ້ອຍໄດ້ຮັບຈາກມືຂອງນາບານ ແລະປ້ອງກັນຜູ້ຮັບໃຊ້ຂອງພຣະອົງຈາກຄວາມຊົ່ວ. ພຣະຢາເວຊົງຕອບແທນຄວາມຊົ່ວຂອງນາບານໃຫ້ຕົກໃສ່ເທິງຫົວຂອງລາວເອງ." ແລ້ວດາວິດກໍໄດ້ສົ່ງຄົນໄປແລະໄດ້ເວົ້າກັບອາບີກາເອນໃຫ້ມາເປັນພັນຣະຍາຂອງລາວ.
\v 40 ເມື່ອຜູ້ຮັບໃຊ້ຂອງດາວິດມາເຖິງອາບີກາເອນທີ່ກາເມນ, ພວກເຂົາໄດ້ເວົ້າກັບນາງວ່າ, "ດາວິດໄດ້ສົ່ງພວກເຮົາມາຫາທ່ານເພື່ອນຳທ່ານໄປເປັນພັນຣະຍາຂອງລາວ."
\s5
\v 41 ນາງກໍໄດ້ລຸກຂຶ້ນກົ້ມຫນ້າລົງເຖິງດິນ, ແລະກ່າວວ່າ, "ເບິ່ງແມ໋, ຂ້າໃຊ້ຂອງທ່ານເປັນທາດທີ່ຈະລ້າງຕິນໃຫ້ພວກຜູ້ຮັບໃຊ້ຂອງເຈົ້ານາຍຂອງຂ້ານ້ອຍ."
\v 42 ອາບີກາເອນກໍຮີບ ແລະ ໄດ້ລຸກຂຶ້ນ, ແລະຂີ່ລວາໄປພ້ອມກັບສາວໃຊ້ຂອງນາງອີກຫ້າຄົນ; ແລະນາງກໍໄດ້ຕິດຕາມພວກຜູ້ສົ່ງຂ່າວຂອງດາວິດໄປ ແລະ ໄດ້ກາຍເປັນພັນຣະຍາຂອງລາວ.
\s5
\v 43 ບັດນີ້ ດາວິດຍັງໄດ້ຮັບນາງອາຫິໂນອາມຊາວຢິດສະເຣເອນເປັນພັນຣະຍາດ້ວຍ; ທັງສອງກໍເປັນພັນຣະຍາຂອງລາວ.
\v 44 ໂຊນໄດ້ຍົກມີຄາລູກສາວຂອງພະອົງ, ຊຶ່ງເປັນພັນຣະຍາຂອງດາວິດ, ໃຫ້ແກ່ປັດຕີລູກຊາຍຂອງລາອິດຊາວກາລິມດ້ວຍ.
\s5
\c 26
\cl ບົດທີ 26
\p
\v 1 ຊາວຊິບມາຫາໂຊນທີ່ເມືອງກີເບອາ ແລະ ໄດ້ກ່າວວ່າ, "ດາວິດຫລົບລີ້ຢູ່ເທິງເນີນພູເຂົາຮາຄີລາ, ຊຶ່ງຢູ່ດ້ານຫນ້າຂອງເຢຊີໂມນບໍ່ແມ່ນຫລື?"
\v 2 ແລ້ວໂຊນຈຶ່ງໄດ້ລຸກຂຶ້ນ ແລະ ໄດ້ລົງໄປທີ່ຖິ່ນແຫ້ງແລ້ງກັນດານຊິບ, ພ້ອມກັບຜູ້ຊາຍອິດສະຣາເອນທີ່ໄດ້ຮັບການຄັດເລືອກແລ້ວສາມພັນຄົນ, ເພື່ອຄົ້ນຫາດາວິດໃນຖິ່ນແຫ້ງແລ້ງກັນດານຊິບ.
\s5
\v 3 ໂຊນໄດ້ຕັ້ງຄ້າຍຢູ່ທີ່ເນີນພູຮາຄີລາ, ຊຶ່ງຢູ່ທາງດ້ານຫນ້າຂອງເຢຊີໂມນ. ແຕ່ດາວິດຍັງຄົງຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະ ລາວໄດ້ເຫັນວ່າໂຊນກຳລັງມາຕາມຫາລາວໃນຖິ່ນແຫ້ງແລ້ງກັນດານ.
\v 4 ດັ່ງນັ້ນ ດາວິດກໍໄດ້ສົ່ງພວກຜູ້ສອດແນມອອກໄປ ແລະຈຶ່ງໄດ້ຮູ້ວ່າໂຊນມາແນ່ນອນ.
\s5
\v 5 ແລ້ວດາວິດກໍໄດ້ລຸກຂຶ້ນ ແລະ ໄດ້ມາຍັງທີ່ຊຶ່ງໂຊນໄດ້ຕັ້ງຄ້າຍນັ້ນ; ລາວກໍໄດ້ເຫັນບ່ອນທີ່ໂຊນນອນພ້ອມກັບອັບເນລູກຊາຍຂອງເນີ, ແມ່ທັບຂອງກອງທັບຂອງພະອົງ; ໂຊນໄດ້ນອນຢູ່ກາງເຂດຄ້າຍພັກ, ແລະພວກທະຫານກໍໄດ້ຕັ້ງຄ້າຍອ້ອມຮອບພະອົງ, ທຸກຄົນຫລັບກັນຫມົດ.
\s5
\v 6 ແລ້ວດາວິດກໍໄດ້ເວົ້າກັບອາຫິເມເລັກຄົນຮິດຕີ, ແລະກັບອາບີໄຊລູກຊາຍຂອງນາງເສຣູຢາ, ນ້ອງຊາຍຂອງໂຢອາບວ່າ, "ໃຜຈະລົງໄປໃນຄ້າຍຂອງໂຊນກັບເຮົາແດ່?" ອາບີໄຊໄດ້ຕອບວ່າ, "ຂ້າພະເຈົ້າເອງ! ຂ້ານ້ອຍຈະລົງໄປກັບທ່ານ."
\v 7 ດັ່ງນັ້ນ ດາວິດແລະ ອາບີໄຊ ຈຶ່ງໄດ້ລົງໄປທີ່ກອງທັບນັ້ນໃນເວລາກາງຄືນ. ໂຊນໄດ້ນອນຫລັບຢູ່ກາງຄ້າຍ ມີຫອກປັກຢູ່ພື້ນດິນທີ່ເທິງຫົວຂອງພະອົງ. ອັບເນກັບພວກທະຫານກໍໄດ້ນອນອ້ອມຂ້າງພະອົງຢູ່.
\v 8 ແລ້ວອາບີໄຊໄດ້ເວົ້າກັບດາວິດວ່າ, "ໃນວັນນີ້ ພຣະເຈົ້າໄດ້ມອບສັດຕູຂອງທ່ານໃນມືຂອງທ່ານແລ້ວ. ບັດນີ້ ຂໍໃຫ້ຂ້ານ້ອຍແທງລາວດ້ວຍຫອກໃຫ້ຕິດດິນຄັ້ງດຽວກໍພໍ. ຂ້ານ້ອຍບໍ່ຕ້ອງແທງລາວຄັ້ງທີ່ສອງດອກ."
\s5
\v 9 ດາວິດບອກອາບີໄຊວ່າ, "ຂໍຢ່າທຳລາຍພະອົງເລີຍ; ເພາະໃຜຈະຢຽດມືອອກຕໍ່ສູ້ ຜູ້ຊຶ່ງພຣະຢາເວຊົງເຈີມໄວ້ ແລະ ຈະບໍ່ມີຄວາມຜິດຫລື?"
\v 10 ດາວິດໄດ້ເວົ້າວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ພຣະຢາເວຈະຂ້າພະອົງເອງ, ຫລືຈະເຖິງວັນກຳຫນົດທີ່ພະອົງຕາຍ, ຫລືພະອົງຈະຕໍ່ສູ້ໃນສົງຄາມແລະຖຶກຂ້າ.
\s5
\v 11 ຂໍພຣະຢາເວຊົງຫ້າມປາມຂ້າພະເຈົ້າບໍ່ໃຫ້ຢຽດມືອອກຕໍ່ສູ້ຜູ້ທີ່ພຣະຢາເວຊົງເຈິມໄວ້; ແຕ່ບັດນີ້, ຈົ່ງເອົາຫອກທີ່ຢູ່ເທິງຫົວຂອງພະອົງ ແລະ ໄຫນໍ້າ, ແລະໃຫ້ເຮົາໄປກັນເຖີດ."
\v 12 ດັ່ງນັ້ນ ດາວິດຈຶ່ງໄດ້ເອົາຫອກ ແລະ ໄຫນໍ້າຈາກເທິ່ງຫົວຂອງໂຊນ, ແລະພວກເຂົາກໍອອກໄປ. ບໍ່ມີຜູ້ໃດໄດ້ຮູ້ໄດ້ເຫັນພວກເຂົາ, ຫລືບໍ່ມີຜູ້ໃດຕື່ນເພາະທຸກຄົນໄດ້ນອນຫລັບຫມົດ, ເພາະພຣະຢາເວໄດ້ເຮັດໃຫ້ພວກເຂົານອນຫລັບສະຫນິດ.
\s5
\v 13 ແລ້ວດາວິດກໍໄດ້ຂ້າມໄປອີກຟາກຫນຶ່ງໄປ ແລະຢືນຢູ່ເທິງຍອດພູເຂົາໄກອອກໄປ; ບ່ອນທີ່ມີໄລຍະໄກລະຫວ່າງພວກເຂົາທັງສອງຝ່າຍ.
\v 14 ດາວິດກໍໄດ້ຮ້ອງສຽງດັງໃສ່ພວກທະຫານແລະອັບເນລູກຊາຍຂອງເນີວ່າ; ລາວກ່າວວ່າ,"ອັບເນ, ເຈົ້າບໍ່ຕອບຫລື?" ແລ້ວອັບເນຕອບວ່າ,"ເຈົ້າເປັນໃຜມາຮ້ອງສຽງດັງຫາກະສັດຫລື?"
\s5
\v 15 ດາວິດໄດ້ຕອບອັບເນວ່າ, "ເຈົ້າບໍ່ແມ່ນຜູ້ຊາຍທີ່ກ້າຫານດອກຫລື? ໃນອິດສະຣາເອນມີໃຜສະເຫມີເຫນືອນເຈົ້າເເດ່? ເປັນຫຍັງເຈົ້າບໍ່ເຝົ້າກະສັດ ເຈົ້ານາຍຂອງເຈົ້າໄວ້? ເພາະໄດ້ມີຄົນຫນຶ່ງໄດ້ເຂົ້າໄປຈະປະຫານເຈົ້ານາຍຂອງເຈົ້າ.
\v 16 ສິ່ງທີ່ເຈົ້າໄດ້ເຮັດນີ້ບໍ່ດີ. ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ພວກເຈົ້າຄວນຕາຍເພາະພວກເຈົ້າບໍ່ໄດ້ເຝົ້າລະວັງເຈົ້ານາຍຂອງພວກເຈົ້າ, ຜູ້ຊຶ່ງພຣະຢາເວໄດ້ຊົງເຈິມໄວ້. ບັດນີ້ ເບິ່ງແມ໋ ຫອກຂອງກະສັດຢູ່ບ່ອນໃດ ແລະໄຫນໍ້າບ່ອນເທິງຫົວຂອງພະອົງນັ້ນຢູ່ບ່ອນໃດ!"
\s5
\v 17 ໂຊນຈື່ສຽງຂອງດາວິດໄດ້ ຈຶ່ງໄດ້ສົ່ງສຽງ ແລະກ່າວວ່າ, "ດາວິດລູກຊາຍຂອງເຮົາບໍ, ນີ້ເປັນສຽງຂອງເຈົ້າຫລື?" ດາວິດກ່າວວ່າ, "ຂ້າແດ່ກະສັດ, ເຈົ້ານາຍຂອງຂ້ານ້ອຍ, ເປັນສຽງຂອງຂ້ານ້ອຍເອງ."
\v 18 ລາວໄດ້ເວົ້າວ່າ, "ເປັນຫຍັງເຈົ້ານາຍຂອງຂ້ານ້ອຍ ຈຶ່ງໄດ້ໄລ່ຕາມຜູ້ຮັບໃຊ້ຂອງພະອົງ? ຂ້ານ້ອຍໄດ້ເຮັດຫຍັງຜິດ? ມືຂອງຂ້ານ້ອຍໄດ້ເຮັດຊົ່ວອັນໃດແດ່?
\s5
\v 19 ບັດນີ້, ຂ້ານ້ອຍຂໍເຈົ້ານາຍຂອງຂ້ານ້ອຍ, ໄດ້ຟັງຖ້ອຍຄຳຂອງຜູ້ຮັບໃຊ້ຂອງພະອົງ. ຖ້າພຣະຢາເວໄດ້ປຸກປັ່ນພະອົງໃຫ້ຕໍ່ສູ້ຂ້ານ້ອຍ, ຂໍໃຫ້ພຣະອົງຮັບເຄື່ອງຖວາຍບູຊາ; ຖ້າເປັນມະນຸດທີ່ໄດ້ຍົວະ, ກໍຂໍໃຫ້ພວກເຂົາເປັນທີ່ສາບແຊ່ງຕໍ່ຫນ້າພຣະຢາເວ, ເພາະພວກເຂົາໄດ້ຂັບໄລ່ຂ້ານ້ອຍອອກໄປໃນວັນນີ້, ຈາກສ່ວນແບ່ງໃນມໍລະດົກຂອງພຣະຢາເວໄດ້ກ່າວໄວ້; ພວກເຂົາໄດ້ກ່າວກັບຂ້ານ້ອຍວ່າ, 'ຈົ່ງໄປຮັບໃຊ້ພວກພະອຶ່ນໆ.'
\v 20 ບັດນີ້, ຂໍຢ່າໃຫ້ເລືອດຂອງຂ້ານ້ອຍຕົກເຖິງດິນໄກຈາກພຣະພັກຂອງພຣະຢາເວ; ເພາະກະສັດແຫ່ງອິດສະຣາເອນໄດ້ມາເພື່ອຄົ້ນຫາຫມັດໂຕດຽວ ດັ່ງຜູ້ໄລ່ຕາມນົກກະທາຢູ່ເທິງພູເຂົາທັງຫລາຍ."
\s5
\v 21 ແລ້ວໂຊນໄດ້ກ່າວວ່າ, "ເຮົາໄດ້ເຮັດຜິດບາບແລ້ວ. ດາວິດ, ລູກຊາຍຂອງພໍ່ເອີຍ; ເຮົາຈະບໍ່ທຳຮ້າຍເຈົ້າອີກຕໍ່ໄປ, ເພາະໃນວັນນີ້ຊີວິດຂອງເຮົາກໍປະເສີດໃນສາຍຕາຂອງເຈົ້າ. ເບິ່ງແມ໋, ເຮົາສະແດງໂຕເປັນຄົນໂງ່ຈ້າ ແລະ ໄດ້ເຮັດຜິດໃຫຍ່ຫລວງ."
\s5
\v 22 ດາວິດໄດ້ຕອບແລະກ່າວວ່າ, "ຂ້າແດ່ກະສັດ! ເບິ່ງແມ໋, ຫອກຂອງພະອົງກໍຢູ່ທີ່ນີ້, ຂໍຊົງໃຫ້ຄົນຫນຸ່ມຄົນຫນຶ່ງຂ້າມມາຮັບໄປ ແລະ ນຳໄປຄືນໃຫ້ພະອົງສາ.
\v 23 ພຣະຢາເວໄດ້ຕອບແທນແກ່ທຸກຄົນຕາມຄວາມຊອບທຳ ແລະ ຄວາມສັດຊື່ຂອງເຂົາ; ເພາະໃນວັນນີ້ ພຣະຢາເວໄດ້ມອບພະອົງໄວ້ໃນມືຂອງຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ປາຖະຫນາຈະຢຽດມືອອກຕໍ່ສູ້ຜູ້ທີ່ພຣະຢາເວຊົງເຈີມໄວ້.
\s5
\v 24 ເບິ່ງແມ໋, ໃນສາຍຕາຍຂອງຂ້ານ້ອຍ ຊີວິດຂອງພະອົງມີຄ່າສັນໃດໃນວັນນີ້, ຂໍໃຫ້ຊີວິດຂອງຂ້ານ້ອຍມີຄ່າໃນສາຍຕາຂອງພຣະຢາເວສັນນັ້ນ, ແລະຂໍພຣະອົງຊ່ວຍກູ້ຊີວິດຂອງຂ້ານ້ອຍໃຫ້ພົ້ນຈາກຄວາມຍາກລຳບາກທັງຫມົດດ້ວຍ."
\v 25 ແລ້ວໂຊນຈຶ່ງໄດ້ກ່າວກັບດາວິດວ່າ, "ດາວິດລູກຊາຍຂອງພໍ່ເອີຍ! ຂໍໃຫ້ເຈົ້າໄດ້ຮັບພອນເທີ້ນ, ເຈົ້າຈະໄດ້ເຮັດສິ່ງຍິ່ງໃຫຍ່ຕ່າງໆຢ່າງແນ່ນອນ ແລະ ຈະໄດ້ຮັບຄວາມສຳເລັດຢ່າງແນ່ນອນ." ດາວິດຈຶ່ງໄດ້ໄປຕາມທາງຂອງລາວ, ແລະໂຊນກໍກັບສູ່ພະຣາຊະວັງຂອງພະອົງ.
\s5
\c 27
\cl ບົດທີ 27
\p
\v 1 ດາວິດໄດ້ສຳນຶກໃນໃຈຂອງລາວວ່າ, "ຂ້ານ້ອຍຄົງຈະຕ້ອງຕາຍດ້ວຍມືຂອງໂຊນຈັກວັນຫນຶ່ງ; ບໍ່ມີສິ່ງໃດດີກວ່າທີ່ຂ້ານ້ອຍຈະຫນີໄປຢູ່ໃນດິນແດນຂອງຄົນຟີລິດສະຕິນ; ໂຊນກໍຈະຢຸດໃນການຕາມຫາຂ້ານ້ອຍໃນເຂດແດນຂອງອິດສະຣາເອນ; ວິທີນີ້ແຫລະທີ່ຂ້ານ້ອຍຈະຫລົບຫນີຈາກມືຂອງພະອົງໄດ້."
\s5
\v 2 ດາວິດໄດ້ລຸກຂຶ້ນແລະໄດ້ຂ້າມໄປ, ລາວແລະພວກພັກທີ່ຢູ່ກັບລາວທັງຫົກຮ້ອຍຄົນ, ໄດ້ໄປຫາອາກີເຊລູກຊາຍຂອງມາໂອດ, ກະສັດແຫ່ງເມືອງກາດ.
\v 3 ດາວິດກໍໄດ້ອາໄສຢູ່ກັບອາກີເຊທີ່ເມືອງກາດ, ທັງລາວແລະຄົນຂອງລາວ, ແລະຄອບຄົວຂອງແຕ່ລະຄົນ, ແລະດາວິດພ້ອມກັບພັນລະຍາສອງຄົນຂອງລາວ, ຄືອາຫິໂນອາມຄົນຢິດສະຣາເອນ, ແລະອາບີກາເອນຄົນກາເມນ, ພັນລະຍາຂອງນາບານ.
\v 4 ມີຄົນໄດ້ໄປບອກໂຊນວ່າ ດາວິດໄດ້ຫນີໄປທີ່ເມືອງກາດແລ້ວ, ດັ່ງນັ້ນພະອົງກໍບໍ່ໄດ້ຊອກຫາລາວອີກຕໍ່ໄປ.
\s5
\v 5 ດາວິດຈຶ່ງໄດ້ເວົ້າກັບອາກີເຊວ່າ, "ຖ້າຂ້ານ້ອຍເປັນທີ່ພໍໃຈໃນສາຍຕາຂອງພະອົງແລ້ວ, ຂໍຊົງໃຫ້ພວກເຂົາມອບສະຖານທີ່ແຫ່ງຫນຶ່ງໃນເມືອງທັງຫລາຍຂອງພະອົງໃຫ້ແກ່ຂ້ານ້ອຍ, ເພື່ອພວກຂ້ານ້ອຍຈະໄດ້ອາໄສຢູ່ນັ້ນ; ເພາະວ່າບໍ່ມີເຫດຜົນທີ່ຜູ້ຮັບໃຊ້ຂອງພະອົງຈະຕ້ອງຢູ່ໃນເມືອງຮ່ວມກັບພະອົງ?"
\v 6 ດັ່ງນັ້ນອາກີເຊກໍໄດ້ມອບສີລາກໃຫ້ລາວໃນວັນນັ້ນເອງ; ນັ້ນເປັນເຫດຜົນວ່າ ເປັນຫຍັງສີລາກຈຶ່ງເປັນຂອງບັນດາກະສັດແຫ່ງຢູດາຈົນເຖິງທຸກວັນນີ້.
\v 7 ໄລຍະເວລາທີ່ດາວິດເຂົ້າໄປຢູ່ໃນດິນແດນຟີລິດສະຕິນນັ້ນ ເປັນເວລາຫນຶ່ງປີ ແລະ ອີກສີ່ເດືອນເຕັມ.
\s5
\v 8 ດາວິດ ແລະ ຄົນຂອງລາວກໍໄດ້ໄປໂຈມຕີຄົນເກຊູ, ຄົນເກເຊີ, ແລະຄົນອາມາເລກ; ເພາະຊົນຊາດເຫລົ່ານີ້ໄດ້ອາໄສຢູ່ໃນດິນແດນນັ້ນ, ໄກໄປຈົນເຖິງເມືອງຊູເຖິງແຜ່ນດິນເອຢິບ, ພວກເຂົາໄດ້ອາໄສຢູ່ໃນດິນແດນນັ້ນມາຕັ້ງແຕ່ບູຮານແລ້ວ.
\v 9 ດາວິດກໍໄດ້ໂຈມຕີແຜ່ນດິນ ແລະບໍ່ໄດ້ໄວ້ຊີວິດຜູ້ຊາຍຫລືຜູ້ຍິງຈັກຄົນເລີຍ; ລາວໄດ້ຍຶດເອົາຝູງແກະ, ຝູງງົວ, ຝູງລາ, ຝູງອຸດ, ແລະ ເສື້ອຜ້າ; ລາວໄດ້ກັບແລະມາຫາອາກີເຊອີກຄັ້ງ.
\s5
\v 10 ອາກີເຊມັກຖາມວ່າ, "ວັນນີ້ ພວກເຈົ້າໄປໂຈມຕີບ່ອນໃດມາ?" ດາວິດກໍຕອບວ່າ, "ໄປໂຈມຕີທາງຕອນໃຕ້ຂອງຢູດາ," ຫລື "ໄປໂຈມຕີທາງຕອນໃຕ້ຂອງຕະກຸນເຢຣາເມເອນ," ຫລື "ໄປໂຈມຕີທາງຕອນໃຕ້ຂອງຄົນເຄໄນ."
\s5
\v 11 ດາວິດບໍ່ໄດ້ນຳຊີວິດຜູ້ຊາຍຫລືຜູ້ຍິງຄົນໃດເລີຍມາທີ່ເມືອງກາດເລີຍ, ກ່າວວ່າ, "ດັ່ງນັ້ນແຫລະ ພວກເຂົາຈະບໍ່ສາມາດບອກເລື່ອງຂອງພວກເຮົາວ່າ, 'ດາວິດໄດ້ເຮັດເຊັ່ນນັ້ນແລະເຊັ່ນນີ້.'" ນີ້ເປັນສິ່ງທີ່ລາວໄດ້ເຮັດທັງຫມົດ ໃນຂະນະທີ່ລາວໄດ້ອາໄສຢູ່ໃນດິນແດນຄົນຟີລິດສະຕິນ.
\v 12 ອາກີເຊກໍໄດ້ໄວ້ວາງໃຈດາວິດ, ກ່າວວ່າ, "ລາວໄດ້ເຮັດໃຫ້ປະຊາຊົນອິດສະຣາເອນຂອງລາວກຽດຊັງລາວແທ້ໆ; ເພາະສະນັ້ນ ລາວຈຶ່ງເປັນຜູ້ຮັບໃຊ້ຂອງຂ້ອຍຕະຫລອດໄປ."
\s5
\c 28
\cl ບົດທີ 28
\p
\v 1 ສິ່ງນີ້ໄດ້ເກີດຂຶ້ນໃນວັນເຫລົ່ານັ້ນຄືຄົນຟີລິດສະຕິນໄດ້ເຕົ້າໂຮມກອງທັບຂອງພວກເຂົາ ເພື່ອເຮັດສົງຄາມສູ້ຮົບກັບອິດສະຣາເອນ. ອາກີເຊໄດ້ເວົ້າກັບດາວິດວ່າ, "ຈົ່ງຮູ້ແນ່ວ່າ ເຈົ້າຈະອອກໄປກັບເຮົາໃນກອງທັບ, ທັງເຈົ້າແລະຄົນຂອງເຈົ້າດ້ວຍ."
\v 2 ດາວິດໄດ້ເວົ້າກັບອາກີເຊວ່າ, "ສຸດແລ້ວແຕ່ຈະເຫັນຄວນ ພະອົງຊົງຮູ້ວ່າ ຜູ້ຮັບໃຊ້ຂອງພະອົງເຮັດອັນໃດໄດ້ແດ່." ອາກີເຊໄດ້ເວົ້າກັບດາວິດວ່າ, "ດັ່ງນັ້ນ ເຮົາຈະຕັ້ງເຈົ້າໃຫ້ເປັນທະຫານອາລັກຂາຂອງເຮົາຢ່າງຖາວອນ."
\s5
\v 3 ບັດນີ້ ຊາມູເອນໄດ້ຕາຍແລ້ວ, ແລະອິດສະຣາເອນທັງປວງກໍໄດ້ໄວ້ທຸກໃຫ້ກັບລາວ ແລະ ໄດ້ຝັງສົບລາວໄວ້ທີ່ເມືອງຣາມາ, ຊຶ່ງເປັນບ້ານເກີດຂອງລາວເອງ. ໂຊນກໍໄດ້ກຳຈັດພວກຄົນທີ່ສຶ່ສານກັບຄົນຕາຍ ຫລືພວກວິນຍານເສຍຈາກແຜ່ນດິນ.
\v 4 ແລ້ວຄົນຟີລິດສະຕິນກໍໄດ້ຊຸມນຸມກັນ ແລະໄດ້ມາຕັ້ງຄ້າຍຢູ່ທີ່ຊູແນມ, ແລະໂຊນໄດ້ຮວບຮວມອິດສະຣາເອນທັງຫມົດ, ແລະພວກເຂົາໄດ້ຕັ້ງຄ້າຍຢູ່ທີ່ກີໂບອາ.
\s5
\v 5 ເມື່ອໂຊນໄດ້ເຫັນກອງທັບຂອງຄົນຟີລິດສະຕິນ, ພະອົງກໍຢ້ານກົວ, ແລະໃຈຂອງພະອົງກໍສັ່ນສະທ້ານຢ້ານກົວຫລາຍ.
\v 6 ໂຊນໄດ້ອະທິຖານຕໍ່ພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ແຕ່ພຣະຢາເວບໍ່ໄດ້ຕອບພະອົງ—ບໍ່ວ່າ ດ້ວຍຄວາມຝັນ, ຫລືດ້ວຍອຸຣິມ, ຫລືໂດຍທາງພວກຜູ້ປະກາດພຣະທຳ.
\v 7 ແລ້ວໂຊນຈຶ່ງໄດ້ສັ່ງພວກຜູ້ຮັບໃຊ້ຂອງພະອົງວ່າ, "ຈົ່ງໄປຄົ້ນຫາຍິງຄົນຜູ້ທີ່ສາມາດເວົ້າກັບຄົນຕາຍໄດ້, ເພື່ອວ່າເຮົາຈະໄດ້ໄປຫານາງ ແລະຂໍຄຳແນະນຳຈາກນາງ." ຜູ້ຮັບໃຊ້ທັງຫລາຍຂອງພະອົງກໍໄດ້ເວົ້າວ່າ, "ເບິ່ງແມ໋, ມີຜູ້ຍິງຄົນຫນຶ່ງຢູ່ໃນເຮືອນເອນໂດນ ຜູ້ທີ່ປະກາດໂຕວ່າ ສາມາດເວົ້າກັບຄົນຕາຍໄດ້."
\s5
\v 8 ໂຊນຈຶ່ງໄດ້ປອມຕົວ, ໄດ້ນຸ່ງເຄື່ອງທຳມະດາ, ແລະໄດ້ອອກໄປ, ທັງພະອົງກັບຜູ້ຊາຍສອງຄົນ; ພວກເຂົາໄດ້ໄປຫາຜູ້ຍິງຄົນຊົງຄົນນັ້ນໃນເວລາກາງຄືນ. ພະອົງໄດ້ກ່າວວ່າ, "ຂໍເຂົ້າຊົງໃຫ້ນາຍຂອງຂ້ອຍ, ຂ້ອຍຂໍຮ້ອງເຈົ້າໂດຍການໃຫ້ວິນຍານເຂົ້າສິງ, ແລະຈົ່ງເອີ້ນຫາຄົນຕາມຊື່ທີ່ຂ້ອຍໄດ້ບອກໃຫ້ເຈົ້າ."
\v 9 ຍິງຄົນນັ້ນໄດ້ກ່າວກັບພະອົງວ່າ, "ເບິ່ງແມ໋, ເຈົ້າຮູ້ຢູ່ແລ້ວວ່າ ໂຊນໄດ້ເຮັດຢ່າງໃດແດ່, ທີ່ລາວໄດ້ກຳຈັດພວກຫມໍຜີ ແລະພວກທີ່ສື່ສານກັບຄົນຕາຍຫລືວິນຍານທັງຫລາຍ. ດັ່ງນັ້ນ ເປັນຫຍັງທ່ານຈຶ່ງໄດ້ມາວາງກັບດັກຊີວິດຂອງຂ້ານ້ອຍ, ເພື່ອໃຫ້ຂ້ານ້ອຍຕາຍຫລື?"
\v 10 ໂຊນໄດ້ປະຕິຍານໃນນາມຂອງພຣະຢາເວກັບຜູ້ຍິງຄົນນັ້ນວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ນອນສັນໃດ, ເຈົ້າຈະບໍ່ຖືກລົງໂທດເພາະເລື່ອງນີ້ສັນນັ້ນ."
\s5
\v 11 ແລ້ວຜູ້ຍິງຄົນນັ້ນຈຶ່ງໄດ້ຖາມວ່າ, "ເຈົ້າຈະໃຫ້ຂ້ອຍເອີ້ນຫາໃຜຂຶ້ນມາໃຫ້ເຈົ້າ?" ໂຊນໄດ້ກ່າວວ່າ, "ຈົ່ງເອີ້ນຊາມູເອນຂຶ້ນມາໃຫ້ຂ້ອຍ."
\v 12 ເມື່ອຜູ້ຍິງຄົນນັ້ນໄດ້ເຫັນຊາມູເອນ, ນາງຈຶ່ງໄດ້ຮ້ອງສຽງດັງແລະໄດ້ເວົ້າກັບໂຊນ, ກ່າວວ່າ, "ຍ້ອນຫຍັງພະອົງຈຶ່ງຫລອກລວງຂ້ານ້ອຍ? ເພາະວ່າພະອົງຄືໂຊນ."
\s5
\v 13 ກະສັດໄດ້ເວົ້າກັບນາງວ່າ, "ຢ່າຢ້ານເລີຍ. ເຈົ້າໄດ້ເຫັນຫຍັງ?" ຍິງຄົນນັ້ນໄດ້ເວົ້າກັບໂຊນວ່າ, "ຂ້ານ້ອຍເຫັນພະເຈົ້າອົງຫນຶ່ງຂຶ້ນມາຈາກແຜ່ນດິນ."
\v 14 ພະອົງໄດ້ຖາມນາງວ່າ, "ຮູບຮ່າງຫນ້າຕາຂອງລາວເປັນແນວໃດ?" ນາງຕອບວ່າ, "ເປັນຜູ້ຊາຍແກ່ກຳລັງຂຶ້ນມາ; ລາວແຕ່ງກາຍດ້ວຍເສື້ອຄຸມ. "ໂຊນກໍໄດ້ຮັບຮູ້ວ່າ ນັ້ນແມ່ນຊາມູເອນ, ແລະ ລາວໄດ້ໂນ້ມໂຕລົງເຖິງດິນ ເພື່ອສະແດງຄວາມນັບຖື.
\s5
\v 15 ຊາມູເອນໄດ້ເວົ້າກັບໂຊນວ່າ, "ເປັນຫຍັງທ່ານຈຶ່ງໄດ້ລົບກວນຂ້ານ້ອຍ ແລະໄດ້ເອີ້ນຂ້ານ້ອຍຂຶ້ນມາ?" ໂຊນໄດ້ຕອບວ່າ, "ຂ້າພະເຈົ້າມີຄວາມທຸກຫລາຍ, ເພາະຄົນຟີລິດສະຕິນກຳລັງມາເຮັດສົງຄາມກັບຂ້າພະເຈົ້າ, ແລະພຣະເຈົ້າໄດ້ປະຖິ້ມຂ້າພະເຈົ້າໄປເສຍແລ້ວ ແລະບໍ່ໄດ້ຕອບຂ້າພະເຈົ້າອີກເລີຍ, ບໍ່ວ່າໂດຍພວກຜູ້ປະກາດພຣະທຳ, ຫລືໂດຍທາງຄວາມຝັນ. ເພາະສະນັ້ນຂ້າພະເຈົ້າຈຶ່ງໄດ້ເອີ້ນທ່ານຂຶ້ນມາ, ເພື່ອທ່ານຈະໄດ້ແຈ້ງຂ້າພະເຈົ້າວ່າ, ຂ້າພະເຈົ້າຈະເຮັດຢ່າງໃດດີ."
\s5
\v 16 ຊາມູເອນໄດ້ກ່າວວ່າ, "ທ່ານຈະຖາມຫຍັງຂ້ານ້ອຍ, ໃນເມື່ອພຣະຢາເວໄດ້ຫນີໄປຈາກທ່ານແລ້ວ, ແລະພຣະອົງໄດ້ມອບທ່ານໄວ້ໃນມືຂອງຜູ້ເປັນສັດຕູຂອງທ່ານ?
\v 17 ພຣະຢາເວໄດ້ຊົງກະທຳແກ່ທ່ານດັ່ງທີ່ພຣະອົງໄດ້ກ່າວແລ້ວນັ້ນ. ພຣະຢາເວໄດ້ຢືດເອົາອານາຈັກນັ້ນໄປຈາກທ່ານ ແລະພຣະອົງໄດ້ມອບໃຫ້ແກ່ຄົນອຶ່ນ—ຄືດາວິດ.
\s5
\v 18 ເພາະທ່ານບໍ່ໄດ້ເຊື່ອຟັງສຽງຂອງພຣະຢາເວ ແລະບໍ່ໄດ້ເຮັດຕາມຄວາມໂກດຮ້າຍຂອງພຣະອົງທີ່ມີຕໍ່ອາມາເຫລັກ, ພຣະອົງຈຶ່ງໄດ້ຊົງກະທຳສິ່ງນີ້ແກ່ທ່ານໃນວັນນີ້.
\v 19 ຍິ່ງໄປກວ່ານັ້ນອີກ, ພຣະຢາເວຈະມອບອິດສະຣາເອນພ້ອມທັງໂຕຂອງທ່ານໄວ້ໃນມືຂອງຄົນຟີລິດສະຕິນ. ມື້ອຶ່ນໂຕຂອງທ່ານແລະພ້ອມກັບລູກຊາຍທັງຫລາຍຂອງທ່ານຈະຢູ່ກັບເຮົາ. ພຣະຢາເວຈະມອບກອງທັບອິດສະຣາເອນໄວ້ໃນມືຂອງຄົນຟີລິດສະຕິນ."
\s5
\v 20 ແລ້ວໂຊນກໍໄດ້ລົ້ມລົງຢຽດໂຕຊື່ເທິງພື້ນດິນທັນທີ ແລະແຮງຢ້ານກົວຫລາຍຂຶ້ນ ເພາະຖ້ອຍຄຳຂອງຊາມູເອນ. ບໍ່ມີກຳລັງເຫລືອຢູ່ໃນພະອົງ, ເພາະພະອົງບໍ່ໄດ້ຮັບປະທານອາຫານຕະຫລອດມື້, ຕະຫລອດຄືນ.
\v 21 ຍິງຄົນນັ້ນກໍໄດ້ເຂົ້າມາຫາໂຊນ ແລະເມື່ອນາງເຫັນວ່າພະອົງອຸກອັ່ງໃຈຫລາຍ, ນາງຈຶ່ງໄດ້ເວົ້າວ່າ, "ເບິ່ງແມ໋, ສາວໃຊ້ຂອງພະອົງໄດ້ຟັງສຽງຂອງພະອົງ; ຂ້ານ້ອຍໄດ້ຍອມສ່ຽງຊີວິດ ແລະຍອມຟັງຖ້ອຍຄຳຂອງພະອົງໄດ້ເວົ້າກັບຂ້ານ້ອຍ.
\s5
\v 22 ເພາະສະນັ້ນບັດນີ້, ຈົ່ງຟັງຄຳຮ້ອງຂໍຂອງສາວໃຊ້ຂອງພະອົງແດ່ຖ້ອນ, ແລະຂໍໃຫ້ຂ້ານ້ອຍຈັດຕຽມອາຫານເລັກນ້ອຍຕໍ່ຫນ້າພະອົງ. ຂໍໃຫ້ກິນ ເພື່ອພະອົງຈະມີກຳລັງ ເມື່ອພະອົງໄປຕາມທາງຂອງພະອົງ."
\v 23 ແຕ່ໂຊນໄດ້ປະຕິເສດ ແລະໄດ້ກ່າວວ່າ, "ເຮົາຈະບໍ່ກິນ." ແຕ່ພວກຜູ້ຮັບໃຊ້ຂອງພະອົງ, ພ້ອມກັບຍິງຄົນນັ້ນ, ໄດ້ອ້ອນວອນພະອົງ, ແລະພະອົງກໍໄດ້ຟັງສຽງຂອງພວກເຂົາ. ພະອົງໄດ້ລຸກຂຶ້ນຈາກພື້ນດິນ ແລະໄດ້ນັ່ງເທິງຕຽງ.
\s5
\v 24 ຍິງຄົນນັ້ນມີລູກງົວຕຸ້ຍພີຢູ່ໃນເຮືອນຫນຶ່ງໂຕ; ນາງກໍໄດ້ຮີບຂ້າເສຍ; ນາງໄດ້ເອົາແປ້ງມານວດ, ໄດ້ປີ້ງເຮັດເຂົ້າຈີ່ ແລະໄດ້ເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ.
\v 25 ນາງກໍໄດ້ນຳມາຖວາຍໃຫ້ໂຊນ ແລະພວກຜູ້ຮັບໃຊ້ຂອງພະອົງ, ແລະພວກເຂົາໄດ້ກິນ. ແລ້ວພວກເຂົາໄດ້ລຸກຂຶ້ນ ແລະກັບໄປໃນຕອນກາງຄືນ.
\s5
\c 29
\cl ບົດທີ 29
\p
\v 1 ບັດນີ້ ພວກຟີລິດສະຕິນໄດ້ເຕົ້າໂຮມກອງທັບທັງປວງຂອງພວກເຂົາຢູ່ທີ່ເອເຟກ; ຄົນອິດສະຣາເອນກໍໄດ້ຕັ້ງຄ້າຍຢູ່ທີ່ນໍ້າພຸ ຊຶ່ງຢູ່ໃນຢິດສະເຣເອນ.
\v 2 ບັນດາເຈົ້າຊາຍຂອງຄົນຟີລິດສະຕິນໄດ້ຍ່າງຜ່ານໄປຕາມກອງຮ້ອຍແລະຕາມກອງພັນ; ດາວິດແລະຄົນຂອງລາວກໍຜ່ານໄປກອງລະວັງຫລັງກັບອາກິເຊ.
\s5
\v 3 ແລ້ວບັນດາເຈົ້ານາຍຂອງຄົນຟີລິດສະຕິນໄດ້ກ່າວວ່າ, "ພວກເຮັບເຣີເຫລົ່ານີ້ມາເຮັດຫຍັງຢູ່ບ່ອນນີ້?" ອາກີເຊກໍໄດ້ເວົ້າກັບພວກເຈົ້າຊາຍຄົນຟີລິດສະຕິນວ່າ, "ນີ້ບໍ່ແມ່ນດາວິດ, ຜູ້ຮັບໃຊ້ຂອງໂຊນຫລື, ລາວຢູ່ກັບເຮົາມາຫລາຍວັນ, ຫລືຫລາຍປີແລ້ວ, ແລະເຮົາຍັງບໍ່ເຄີຍພົບຄວາມຜິດໃນໂຕຂອງລາວເລີຍ ນັບຕັ້ງແຕ່ວັນທີ່ລາວຫນີມາຫາເຮົາຈົນເຖິງວັນນີ້?"
\s5
\v 4 ແຕ່ພວກເຈົ້າຊາຍຂອງຄົນຟີລິດສະຕິນກໍໄດ້ໂກດຮ້າຍຕໍ່ພະອົງ; ພວກເຂົາໄດ້ເວົ້າກັບພະອົງວ່າ, "ຂໍສົ່ງຊາຍຄົນນັ້ນໄປໃຫ້ພົ້ນ, ເພື່ອໃຫ້ລາວກັບໄປຢູ່ທີ່ບ່ອນພະອົງໄດ້ປະທານໃຫ້ລາວສາ; ຢ່າໃຫ້ລາວລົງໄປສະຫນາມຮົບກັບພວກເຮົາເລີຍ, ເພື່ອວ່າທີ່ລາວຈະບໍ່ໄດ້ກາຍເປັນສັດຕູຂອງພວກເຮົາໃນສະຫນາມຮົບ. ເພາະວ່າຊາຍຄົນນີ້ຈະຄືນດີກັບເຈົ້ານາຍຂອງລາວໄດ້ຢ່າງໃດ? ບໍ່ແມ່ນຍ້ອນຫົວຂອງຄົນຂອງພວກເຮົາຫລື?
\s5
\v 5 ຄົນນີ້ບໍ່ແມ່ນດາວິດຜູ້ຊຶ່ງພວກເຂົາຮ້ອງເພງເຕັ້ນລຳຕໍ່ກັນແລະກັນ, ກ່າວວ່າ, "ໂຊນຂ້າຄົນເປັນພັນໆ, ແລະດາວິດຂ້າຄົນເປັນຫມື່ນໆຫລື'?"
\s5
\v 6 ແລ້ວອາກິເຊຈຶ່ງໄດ້ເອີ້ນດາວິດມາ ແລະເວົ້າກັບລາວວ່າ, "ພຣະຢາເວຊົງພຣະຊົນຢູ່ແນ່ສັນໃດ, ເຈົ້າໄດ້ປະຕິບັດຕົນເປັນຄົນດີມາຕະຫລອດ, ແລະການທີ່ເຈົ້າອອກໄປ ແລະກັບການເຂົ້າມາຂອງເຈົ້າກັບຂ້ອຍໃນກອງທັບນັ້ນດີໃນສາຍຕາຂອງຂ້ອຍ; ຂ້ອຍບໍ່ໄດ້ພົບຄວາມຜິດໃນໂຕເຈົ້າ ນັບຕັ້ງແຕ່ວັນທີ່ເຈົ້າໄດ້ມາຢູ່ກັບຂ້ອຍຈົນເຖິງທຸກວັນນີ້. ຢ່າງໃດກໍຕາມ ພວກເຈົ້າຊາຍທັງຫລາຍບໍ່ມັກເຈົ້າເລີຍ.
\v 7 ດັ່ງນັ້ນບັດນີ້ ຈົ່ງກັບໄປຢ່າງສັນຕິເຖີດ, ເພື່ອທີ່ເຈົ້າຈະບໍ່ເປັນທີ່ຂັດໃຈພວກເຈົ້າຊາຍຂອງຄົນຟີລິດສະຕິນ."
\s5
\v 8 ດາວິດກໍໄດ້ເວົ້າກັບອາກີເຊວ່າ, "ແຕ່ຂ້ານ້ອຍໄດ້ເຮັດສິ່ງໃດຫລື? ພະອົງໄດ້ພົບສິ່ງໃດໃນໂຕຂອງຜູ້ຮັບໃຊ້ຂອງພະອົງ ນັບຕັ້ງແຕ່ວັນທີ່ຂ້ານ້ອຍໄດ້ມາຢູ່ຕໍ່ຫນ້າພະອົງຈົນເຖິງທຸກວັນນີ້, ທີ່ຂ້ານ້ອຍອາດຈະບໍ່ໄປສູ້ຮົບກັບພວກສັດຕູຂອງເຈົ້ານາຍຂອງຂ້ານ້ອຍຫລື?"
\v 9 ອາກີເຊກໍໄດ້ຕອບແລະກ່າວແກ່ດາວິດວ່າ, "ເຮົາຮູ້ແລ້ວວ່າ ເຈົ້າບໍ່ມີຂໍ້ຕຳຫນິໃດໆໃນສາຍຕາຂອງເຮົາ ເຫມືອນກັບເທວະດາຂອງພຣະເຈົ້າ; ຢ່າງໃດກໍຕາມ, ບັນດາເຈົ້າຊາຍຂອງຄົນຟີລິດສະຕິນໄດ້ກ່າວວ່າ, 'ລາວຈະຕ້ອງບໍ່ຂຶ້ນໄປກັບພວກເຮົາໃນສົງຄາມ.'
\s5
\v 10 ດັ່ງນັ້ນບັດນີ້ ຈົ່ງລຸກຂຶ້ນແຕ່ເຊົ້າໃນມື້ອຶ່ນພ້ອມກັບພວກຄົນຮັບໃຊ້ຂອງນາຍຂອງຜູ້ທີ່ໄດ້ມາກັບເຈົ້າ; ທັນທີທີ່ພວກເຈົ້າລຸກຂຶ້ນແຕ່ເຊົ້າໆນັ້ນ ແລະພໍເມື່ອຟ້າສາງ, ກໍຈົ່ງໄປເລີຍ."
\v 11 ດັ່ງນັ້ນ ດາວິດຈຶ່ງໄດ້ລຸກຂຶ້ນຕັ້ງແຕ່ເຊົ້າມືດ, ທັງໂຕລາວພ້ອມກັບພັກພວກຂອງລາວ, ເພື່ອອອກເດີນທາງໃນຕອນເຊົ້າ, ກັບໄປຍັງແຜ່ນດິນຂອງຄົນຟີລິດສະຕິນ. ແຕ່ຄົນຟີລິດສະຕິນໄດ້ຂຶ້ນໄປຍັງຢິດສະເຣເອນ.
\s5
\c 30
\cl ບົດທີ 30
\p
\v 1 ແລ້ວສິ່ງນີ້ກໍໄດ້ເກີດຂຶ້ນ, ເມື່ອດາວິດແລະຄົນຂອງລາວໄດ້ມາເຖິງຊິກລັກໃນວັນທີ່ສາມ, ຄົນອາມາເລກໄດ້ມາປຸ້ນເນແກບແລະຊິກລັກ. ພວກເຂົາໄດ້ໂຈມຕີຊິກລັກ, ໄດ້ເຜົາຊິກລາກເສຍ,
\v 2 ແລະໄດ້ຈັບພວກຜູ້ຍິງກັບທຸກຄົນທີ່ຢູ່ໃນນັ້ນ, ທັງເດັກນ້ອຍແລະຜູ້ໃຫຍ່. ພວກເຂົາບໍ່ໄດ້ຂ້າໃຜ, ແຕ່ໄດ້ກວາດຕ້ອນໄປຕາມທາງຂອງພວກເຂົາ.
\s5
\v 3 ເມື່ອດາວິດ ແລະ ພັກພວກຂອງລາວມາເຖິງເມືອງນັ້ນ, ເມືອງກໍໄດ້ຖຶກເຜົາໄປແລ້ວ, ແລະບັນດາພັນລະຍາຂອງພວກເຂົາ, ບັນດາລູກຊາຍຂອງພວກເຂົາ, ແລະບັນດາລູກສາວຂອງພວກເຂົາໄດ້ຖຶກຈັບໄປເປັນຊະເລີຍ.
\v 4 ແລ້ວດາວິດແລະພວກປະຊາຊົນທີ່ໄດ້ຢູ່ກັບລາວໄດ້ຮ້ອງໄຫ້ໂອ່ຍຄາງ ແລະໄດ້ຮ້ອງໄຫ້ຈົນພວກເຂົາບໍ່ມີກຳລັງຈະຮ້ອງໄຫ້ອີກແລ້ວ.
\s5
\v 5 ບັນດາເມຍທັງສອງຂອງດາວິດກໍໄດ້ຖຶກຈັບໄປເປັນຊະເລີຍ, ຄືອາຫິໂນອາມຄົນຢິດສະເຣເອນ, ແລະອາບີກາເອນພັນລະຍາຂອງນາບານຄົນກາເມນ.
\v 6 ດາວິດກໍໄດ້ເປັນທຸກຫລາຍ, ເພາະພວກປະຊາຊົນໄດ້ເວົ້າກັນວ່າຈະຂວ້າງກ້ອນຫິີໃສ່ລາວໃຫ້ຕາຍ, ເພາະຈິດໃຈຂອງພວກປະຊາຊົນຂົມຂື່ນຫລາຍ, ເລື່ອງພວກລູກຊາຍແລະລູກສາວຂອງພວກເຂົາແຕ່ລະຄົນ; ແຕ່ດາວິດໄດ້ເຂັ້ມແຂງຂຶ້ນໃນພຣະຢາເວ, ພຣະເຈົ້າຂອງລາວ.
\s5
\v 7 ດາວິດຈຶ່ງໄດ້ເວົ້າກັບອາບີຢາທາ ລູກຊາຍຂອງປະໂລຫິດອາຫິເມເຫລັກວ່າ, "ຂ້າພະເຈົ້າຂໍອ້ອນວອນທ່ານ, ໂຜດນຳເສື້ອເອໂຟດມາທີ່ນີ້ມາໃຫ້ຂ້າພະເຈົ້າ." ອາບີຢາທາກໍໄດ້ນຳເອົາເສື້ອເອໂຟດມາໃຫ້ດາວິດ.
\v 8 ດາວິດໄດ້ທູນຖາມພຣະຢາເວ ເພື່ອຂໍການຊົງນຳວ່າ, "ຖ້າຂ້ານ້ອຍຈະໄລ່ຕາມກອງທະຫານນີ້ໄປ, ຂ້ານ້ອຍຈະໄປທັນພວກເຂົາຫລືບໍ່?" ພຣະຢາເວໄດ້ຊົງຕອບລາວວ່າ, "ຈົ່ງໄລ່ຕາມເຖີດ, ເພາະເຈົ້າຈະໄປທັນພວກເຂົາແນ່ນອນ, ແລະຈະຊ່ວຍກູ້ທຸກສິ່ງໄດ້ແນ່ນອນ."
\s5
\v 9 ດັ່ງນັ້ນ ດາວິດກໍໄດ້ອອກໄປ, ທັງລາວພ້ອມກັບຜູ້ຊາຍຜູ້ທີ່ຢູ່ກັບລາວຫົກຮ້ອຍຄົນ; ພວກເຂົາໄດ້ມາເຖິງແມ່ນໍ້າເບໂສ, ໃນບ່ອນທີ່ຄົນເຫລົ່ານັ້ນທີ່ຖືກປະຖິ້ມໄວ້.
\v 10 ແຕ່ດາວິດກໍໄດ້ໄລ່ຕິດຕາມຕໍ່ໄປ, ທັງໂຕລາວແລະຜູ້ຊາຍສີ່ຮ້ອຍຄົນ; ສ່ວນຜູ້ຊາຍສອງຮ້ອຍຄົນ ຄືພວກທີ່ອ່ອນເພີຍເກີນທີ່ຈະຂ້າມແມ່ນໍ້າເບໂສກໍຢຸດພັກຜ່ອນຢູ່ຂ້າງຫລັງ.
\s5
\v 11 ພວກເຂົາພົບຄົນເອຢິບຄົນຫນຶ່ງຢູ່ໃນທົ່ງນາ ແລະໄດ້ນຳໂຕລາວມາຫາດາວິດ; ພວກເຂົາໄດ້ໃຫ້ເຂົ້າຈີ່ແກ່ລາວ, ແລະລາວໄດ້ກິນ; ພວກເຂົາກໍໃຫ້ລາວດື່ມນ້ຳ;
\v 12 ແລະພວກເຂົາໃຫ້ເຂົ້າຫນົມຫມາກເດື່ອ ແລະ ຫມາກອະງຸ່ນແຫ້ງສອງຖົງແກ່ລາວ. ເມື່ອລາວໄດ້ກິນແລ້ວ, ລາວກໍມີກຳລັງຂຶ້ນມາອີກເທື່ອຫນຶ່ງ, ເພາະວ່າລາວບໍ່ໄດ້ກິນເຂົ້າຈີ່ຫລືດື່ມນໍ້າມາສາມວັນສາມຄືນແລ້ວ.
\s5
\v 13 ດາວິດໄດ້ຖາມລາວວ່າ, "ເຈົ້າເປັນຄົນຂອງໃຜ? ເຈົ້າມາຈາກໃສ? ລາວຕອບວ່າ, "ຂ້ານ້ອຍເປັນຄົນຫນຸ່ມແຫ່ງເອຢິບ, ຄົນໃຊ້ຂອງຄົນອາມາເລກ; ເມື່ອສາມວັນມາແລ້ວນາຍຂອງຂ້ານ້ອຍໄດ້ປະຖິ້ມຂ້ານ້ອຍ ເພາະວ່າຂ້ານ້ອຍໄດ້ປ່ວຍມາສາມວັນແລ້ວ.
\v 14 ພວກເຮົາໄດ້ມາປຸ້ນທີ່ເນແກບຂອງຄົນເຄເຕທີ, ແລະປຸ້ນເຄື່ອງຂອງໆຢູດາ, ແລະທີ່ເນແກບຂອງຄາເລັບ, ແລະພວກເຮົາໄດ້ເຜົາເມືອງຊິກລັກ."
\s5
\v 15 ດາວິດໄດ້ກ່າວກັບລາວວ່າ, "ເຈົ້າຈະພາເຮົາລົງໄປເຖິງພວກທີ່ມາປຸ້ນນີ້ໄດ້ຫລືບໍ່?" ຄົນເອຢິບໄດ້ຕອບວ່າ, "ຂໍປະຕິຍານແກ່ຂ້ານ້ອຍໃນພຣະນາມຂອງພຣະເຈົ້າວ່າຈະບໍ່ປະຫານຂ້ານ້ອຍ ຫລືຈະບໍ່ທໍລະຍົດໂດຍການມອບຂ້ານ້ອຍໄວ້ໃນມືຂອງນາຍຂອງຂ້ານ້ອຍ, ແລະຂ້ານ້ອຍຈຶ່ງຈະພາທ່ານໄປທີ່ພວກປຸ້ນນັ້ນ."
\s5
\v 16 ເມື່ອຄົນເອຢິບໄດ້ພາດາວິດລົງໄປແລ້ວ, ກໍພົບພວກປຸ້ນກໍໄດ້ກະຈາຍກັນຢູ່ເຕັມທົ່ວພື້ນທີ່, ຕ່າງກໍກິນແລະດື່ມແລະເຕັ້ນລຳ ເພາະເຄື່ອງຂອງທີ່ປຸ້ນມາໄດ້ຢ່າງຫລວງຫລາຍ ຊຶ່ງພວກເຂົາເອົາມາຈາກແຜ່ນດິນຟີລິດສະຕິນ ແລະຈາກແຜ່ນດິນຂອງຢູດາ.
\v 17 ດາວິດກໍໄດ້ຂ້າຟັນພວກເຂົາຕັ້ງແຕ່ຍາມຄໍ່າຄືນຈົນຮອດຕອນເຊົ້າວັນໃຫມ່. ບໍ່ມີຜູ້ຊາຍຄົນໃດຫນີລອດຈາກພວກເຂົາໄປໄດ້ຈັກຄົນເລີຍ, ຍົກເວັ້ນພວກຄົນຫນຸ່ມສີ່ຮ້ອຍຄົນຊຶ່ງໄດ້ຂີ່ອູດແລະຫນີໄປ.
\s5
\v 18 ດາວິດໄດ້ກອບກູ້ເອົາເຄື່ອງຂອງທີ່ຄົນອາມາເລກໄດ້ນຳໄປຄືນມາໄດ້ທັງຫມົດ; ແລະດາວິດກໍໄດ້ຊ່ວຍພັນລະຍາທັງສອງຂອງລາວມາໄດ້.
\v 19 ບໍ່ມີສິ່ງໃດຂອງພວກເຂົາທີ່ຂາດໄປເລີຍ, ບໍ່ວ່າຈະເລັກນ້ອຍຫລືໃຫຍ່, ບໍ່ວ່າພວກລູກຊາຍຫລືພວກລູກສາວ, ບໍ່ວ່າສິ່ງຂອງທີ່ຍຶດມາຫລືສິ່ງຂອງທີ່ຖຶກປຸ້ນໄປ, ຫລືສິ່ງໃດກໍຕາມທີ່ພວກເຂົາເຫລົ່ານັ້ນໄດ້ເອົາໄປເປັນຂອງພວກເຂົາ. ດາວິດໄດ້ຄືນມາທຸກຢ່າງ.
\v 20 ດາວິດຍັງໄດ້ຍຶດຝູງສັດລ້ຽງທັງຫມົດ ແລະຝູງສັດຕ່າງໆ, ຊຶ່ງພວກເຂົາໄລ່ຕ້ອນໄປຂ້າງຫນ້າຝູງສັດອຶ່ນໆ. ພວກເຂົາກ່າວວ່າ, "ນີ້ເປັນສິ່ງທີ່ດາວິດຍຶດມາໄດ້."
\s5
\v 21 ແລ້ວດາວິດກໍໄດ້ກັບມາຫາຜູ້ຊາຍສອງຮ້ອຍຄົນ ຜູ້ທີ່ອ່ອນກຳລັງທີ່ຈະຕິດຕາມລາວໄປ, ພວກເຫລົ່ານີ້ທີ່ພວກເຂົາໄດ້ໃຫ້ພັກຜ່ອນຢູ່ທີ່ແມ່ນໍ້າເບໂສ. ພວກເຂົາໄດ້ອອກໄປພົບດາວິດ ແລະພວກປະຊາຊົນທີ່ຢູ່ກັບລາວ. ເມື່ອດາວິດໄດ້ເຂົ້າມາໃກ້ປະຊາຊົນເຫລົ່ານີ້, ລາວກໍໄດ້ທັກທາຍພວກເຂົາ.
\v 22 ແລ້ວບັນດາຄົນຊົ່ວຮ້າຍແລະຄົນໄຮ້ຄ່າທັງຫລາຍທີ່ຢູ່ທ່າມກາງຄົນເຫລົ່ານັ້ນທີ່ໄດ້ຕິດຕາມດາວິດໄປກ່າວວ່າ, "ເພາະພວກເຂົາບໍ່ໄດ້ໄປກັບພວກເຮົາ, ພວກເຮົາຈະບໍ່ໃຫ້ສິ່ງທີ່ເຮົາຍຶດມາໄດ້ແກ່ພວກເຂົາ. ຍົກເວັ້ນໃຫ້ຜູ້ຊາຍແຕ່ລະຄົນໄດ້ມາເອົາພັນລະຍາ ແລະ ບັນດາລູກທັງຫລາຍຂອງເຂົາ, ນຳພາພວກເຂົາ, ແລະ ໄປເສຍ."
\s5
\v 23 ແລ້ວດາວິດກ່າວວ່າ, "ພີ່ນ້ອງຂອງຂ້ານ້ອຍເອີຍ, ພວກທ່ານຢ່າໄດ້ເຮັດຢ່າງນັ້ນກັບສິ່ງຊຶ່ງພຣະຢາເວໄດ້ມອບແກ່ພວກເຮົາເລີຍ. ພຣະອົງຜູ້ໄດ້ຊົງພິທັກຮັກສາພວກເຮົາໄວ້ແລະໄດ້ມອບພວກປຸ້ນຊຶ່ງມາຕໍ່ສູ້ພວກເຮົາໄວ້ໃນມືຂອງພວກເຮົາ.
\v 24 ໃຜແດ່ທີ່ຈະຟັງພວກທ່ານໃນເລື່ອງນີ້? ເພາະຄົນທີ່ລົງໄປໃນສົງຄາມໄດ້ຮັບສ່ວນແບ່ງຂອງພວກເຂົາຢ່າງໃດ, ຄົນທີ່ຢູ່ຮັກສາການ ກໍຈະໄດ້ຮັບສ່ວນແບ່ງແລະໄດ້ຮັບເຫມືອນກັນ."
\v 25 ຕັ້ງແຕ່ນັ້ນເປັນຕົ້ນໄປຈົນເຖິງທຸກວັນນີ້, ສິ່ງທີ່ດາວິດໄດ້ຕັ້ງຂໍ້ນີ້ໃຫ້ເປັນກົດ ແລະຫລັກປະຕິບັດສຳລັບຄົນອິດສະຣາເອນ.
\s5
\v 26 ເມື່ອດາວິດໄດ້ມາເຖິງຊິກລັກ, ລາວກໍໄດ້ສົ່ງສິ່ງຂອງທີ່ໄດ້ນັ້ນສ່ວນຫນຶ່ງໄປໃຫ້ພວກຜູ້ອາວຸໂສຂອງຢູດາ, ແລະໃຫ້ແກ່ພວກເພື່ອນຂອງລາວ, ກ່າວວ່າ, "ເບິ່ງແມ໋, ນີ້ເປັນສິ່ງຂອງສຳລັບພວກທ່ານຈາກສິ່ງຂອງທີ່ຍຶດມາຈາກພວກສັດຕູຂອງພຣະຢາເວ."
\v 27 ລາວໄດ້ສົ່ງບາງສ່ວນໃຫ້ແກ່ຜູ້ອາວຸໂສທັງຫລາຍທີ່ໄດ້ຢູ່ໃນເບທູເອນ, ແລະຄົນເຫລົ່ານັ້ນທີ່ໄດ້ຢູ່ໃນຣາໂມດຕອນໃຕ້, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນຢາຕີ,
\v 28 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນອາໂຣເອ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນສິບໂມນ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນເອເທໂມອາ.
\s5
\v 29 ລາວໄດ້ສົ່ງບາງສ່ວນໃຫ້ແກ່ພວກຜູ້ອາວຸໂສທີ່ໄດ້ຢູ່ໃນຣາຄານ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ຢູ່ໃນບັນດາເມືອງຂອງຄົນເຢຣາເມເອນ, ແລະໃຫ້ແກ່ຄົນເຫລົ່ານັ້ນຜູ້ທີ່ໄດ້ຢູ່ໃນບັນດາເມືອງຂອງຄົນເຄໄນ້,
\v 30 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນໂຮເຣມາ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນໂບຣາຊານ, ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນອາທາດ,
\v 31 ແລະໃຫ້ແກ່ຄົນເຫລົ່ານັ້ນທີ່ໄດ້ຢູ່ໃນເຮັບໂຣນ, ແລະໃຫ້ແກ່ທຸກຄົນບ່ອນທີ່ດາວິດເອງກັບພວກເຂົາໄດ້ເຄີຍໄປ.
\s5
\c 31
\cl ບົດທີ 31
\p
\v 1 ບັດນີ້ຄົນຟີລິດສະຕິນໄດ້ຕໍ່ສູ້ກັບຄົນອິດສະຣາເອນ. ແລະຄົນອິດສະຣາເອນກໍໄດ້ຫນີຕໍ່ຫນ້າຄົນຟີລິດສະຕິນ ແລະໄດ້ຫລົ້ມຕາຍຢູ່ເທິງພູເຂົາກີໂບອາ.
\v 2 ຄົນຟີລິດສະຕິນກໍໄດ້ໄລ່ທັນໂຊນແລະພວກລູກຊາຍຂອງພະອົງ. ຄົນຟີລິດສະຕິນກໍໄດ້ຂ້າບັນດາລູກຊາຍຂອງໂຊນຄືໂຢນາທານ, ອາບີນາດາບ, ແລະມັກຄີຊູວາ.
\v 3 ການສູ້ຮົບກໍຫນັກຫນ່ວງຕໍ່ໂຊນ, ແລະພວກນັກແມ້ນທະນູກໍໄດ້ໂຈມຕີໂຊນຢ່າງກະທັນຫັນ. ພະອົງໄດ້ຮັບບາດເຈັບສາຫັດເພາະພວກເຂົາ.
\s5
\v 4 ແລ້ວໂຊນໄດ້ເວົ້າກັບຄົນຖືອາວຸດຂອງພະອົງວ່າ, "ຈົ່ງຊັກດາບຂອງເຈົ້າອອກ ແລະແທງເຮົາເສຍໃຫ້ທະລຸ. ບໍ່ດັ່ງນັ້ນ, ຢ້ານວ່າພວກທີ່ບໍ່ໄດ້ເຂົ້າພິທີຕັດເຫລົ່ານີ້ຈະມາ ແລະ ເຮັດປ່າເຖື່ອນຕໍ່ເຮົາ." ແຕ່ຜູ້ຖືອາວຸດຂອງພະອົງບໍ່ໄດ້ເຮັດຕາມ, ເພາະລາວຢ້ານກົວຫລາຍ. ດັ່ງນັ້ນ ໂຊນຈຶ່ງໄດ້ຈັບດາບຂອງພະອົງຂຶ້ນມາແລະຫລົ້ມທັບດາບນັ້ນ.
\v 5 ເມື່ອຜູ້ຖືອາວຸດຂອງພະອົງໄດ້ເຫັນວ່າໂຊນຕາຍແລ້ວ, ລາວກໍໄດ້ຫລົ້ມທັບດາບຂອງລາວຕາຍຄືກັນກັບພະອົງ.
\v 6 ດັ່ງນັ້ນ ໂຊນກໍໄດ້ຕາຍ, ລູກຊາຍສາມຄົນຂອງພະອົງ, ແລະຜູ້ຖືອາວຸດຂອງພະອົງ—ລວມທັງຄົນເຫລົ່ານີ້ທັງຫມົດ ກໍໄດ້ຕາຍໃນວັນດຽວກັນນັ້ນເອງ.
\s5
\v 7 ເມື່ອປະຊາຊົນອິດສະຣາເອນ ຊຶ່ງຢູ່ອີກຝາກຫນຶ່ງຂອງພູເຂົາ, ແລະຄົນເຫລົ່ານັ້ນທີ່ຢູ່ຝັ່ງກົງກັນຂ້າມຂອງແມ່ນໍ້າຢໍແດນ, ໄດ້ເຫັນວ່າພວກຄົນອິດສະຣາເອນໄດ້ຫນີໄປ, ແລະໄດ້ເຫັນວ່າໂຊນກັບລູກຊາຍຂອງພະອົງໄດ້ຕາຍໄປແລ້ວ, ພວກເຂົາກໍໄດ້ປະຖິ້ມບັນດາເມືອງຕ່າງໆ ແລະໄດ້ຫນີໄປ, ແລະຄົນພີລິດສະຕິນໄດ້ເຂົ້າມາ ແລະໄດ້ອາໄສຢູ່ໃນເມືອງເຫລົ່ານັ້ນ.
\v 8 ແລ້ວສິ່ງນີ້ກໍໄດ້ເກິດຂຶ້ນໃນວັນຕໍ່ມາ, ເມື່ອຄົນຟີລິດສະຕິນໄດ້ມາປົດສິ່ງຂອງຈາກຄົນທີ່ຖຶກຂ້າຕາຍ, ກໍໄດ້ພົບສົບຂອງໂຊນແລະລູກຊາຍທັງສາມຄົນຢູ່ເທິງພູເຂົາກີໂບອາ.
\s5
\v 9 ພວກເຂົາຈຶ່ງໄດ້ຕັດຫົວຂອງໂຊນ ແລະໄດ້ແກ້ເຄື່ອງອາວຸດຂອງພະອົງອອກ ແລະໄດ້ສົ່ງຜູ້ແຈ້ງຂ່າວໄປທົ່ວແຜ່ນດິນຟີລິດສະຕິນ ແລະໄດ້ແຈ້ງຂ່າວໄປຍັງວິຫານຮູບເຄົາລົບຂອງພວກເຂົາ ແລະໄປຍັງປະຊາຊົນດ້ວຍ.
\v 10 ພວກເຂົາໄດ້ເອົາເຄື່ອງອາວຸດຂອງພະອົງໄປໄວ້ໃນວິຫານຂອງພະອັດໂທເລັດ, ແລະພວກເຂົາໄດ້ມັດສົບຂອງພະອົງໄວ້ກັບກຳແພງເມືອງເບຊານ.
\s5
\v 11 ເມື່ອຄົນທີ່ອາໄສຢູ່ທີ່ເມືອຢາເບດກີເລອາດໄດ້ຍິນວ່າຄົນຟິລິດສະຕິນເຮັດຢ່າງນັ້ນກັບໂຊນ,
\v 12 ຜູ້ຊາຍທີ່ເປັນນັກຮົບທຸກຄົນກໍໄດ້ລຸກຂຶ້ນ ແລະເດີນທາງຕະຫລອດຄືນ ແລະໄດ້ປົດສົບຂອງໂຊນ ແລະສົບຂອງລູກຊາຍທັງສາມຈາກກຳແພງເມືອງບາຊານ. ພວກເຂົາໄດ້ນຳມາທີ່ເມືອງຢາເບດ ແລະໄດ້ເຜົາສົບຢູ່ທີ່ນັ້ນ.
\v 13 ແລ້ວພວກເຂົາໄດ້ເກັບກະດູກ ແລະໄດ້ໄປຝັງສົບຂອງໂຊນ ແລະລູກຊາຍຂອງພະອົງໄວ້ທີ່ກ້ອງຕົ້ນສົນຫມອກໃນຢາເບດ, ແລະໄດ້ອົດອາຫານເປັນເວລາເຈັດວັນ.