lo_ulb/08-RUT.usfm

181 lines
38 KiB
Plaintext

\id RUT
\ide UTF-8
\h ນາງຣຸດ
\toc1 ນາງຣຸດ
\toc2 ນາງຣຸດ
\toc3 rut
\mt ນາງຣຸດ
\s5
\c 1
\cl ບົດທີ 1
\p
\v 1 ໃນສະໄຫມເມື່ອຜູ້ພິພາກສາຢູ່ນັ້ນມີການຂາດແຄນອາຫານເກີດຂຶ້ນໃນແຜ່ນດິນ, ແລະມີຊາຍຄົນຫນຶ່ງຈາກເມືອງເບັດເລເຮັມ, ໃນເຂດຢູດາຍ ໄດ້ເດີນທາງໄປທີ່ແຜ່ນດິນໂມອາບພ້ອມກັບເມຍ ແລະ ລູກຊາຍສອງຄົນຂອງເຂົາ.
\v 2 ຊາຍຄົນນີ້ຊື່ວ່າເອລີເມເລັກ, ແລະ ເມຍຂອງເຂົາຊື່ວ່ານາງນາໂອມີ. ແລະ ລູກຊາຍທັງສອງຂອງເຂົາຊື່ວ່າ ມາໂລນ ແລະ ກີລີໂອນ, ພວກເຂົາເປັນຄົນເອລີເມເລັກ, ເມືອງເບັດເລເຮັມ, ໃນເຂດຢູດາຍ. ພວກເຂົາມາເຖິງແຜ່ນດິນໂມອາບ ແລະ ໄດ້ອາໄສຢູ່ທີ່ນັ້ນ.
\s5
\v 3 ແລ້ວເອລີເມເລັກ, ຜູ້ເປັນຜົວຂອງນາງນາໂອມີກໍໄດ້ເສຍຊີວິດ, ແລະ ນາງຖືກຖິ້ມໃຫ້ຢູ່ກັບລູກຊາຍທັງສອງຄົນ.
\v 4 ບຸດເຫລົ່ານີ້ໄດ້ຍິງໂມອາບເປັນເມຍ; ຄົນຫນຶ່ງຊື່ວ່າ ນາງໂອປາ, ແລະ ອີກຄົນຫນຶ່ງຊື່ວ່ານາງຣຸດ. ພວກເຂົາອາໄສຢູ່ທີ່ນັ້ນເປັນເວລາປະມານສິບປີ.
\v 5 ແລ້ວທັງມາໂລນ ແລະກີລີໂອນກໍເສຍຊີວິດ, ນາງນາໂອມີຈຶ່ງຢູ່ໂດຍບໍ່ມີຜົວ ແລະລູກທັງສອງຄົນຂອງນາງ.
\s5
\v 6 ແລ້ວນາງນາໂອມີຈຶ່ງຕັດສິນໃຈອອກຈາກໂມອາບ ພ້ອມກັບລູກໄພ້ທັງສອງຂອງນາງ ແລະກັບໄປຍັງຢູດາຍ ເພາະນາງໄດ້ຍິນ ຂະນະຢູ່ໃນແຂວງຂອງໂມອາບ ວ່າພຣະຢາເວໄດ້ຊ່ວຍເຫລືອປະຊາກອນຂອງພຣະອົງໃນຍາມຕ້ອງການ ແລະ ປຣະທານອາຫານໃຫ້ແກ່ພວກເຂົາ.
\v 7 ດັ່ງນັ້ນນາງຈຶ່ງອອກຈາກສະຖານທີ່ ຊຶ່ງນາງເຄີຍໄດ້ອາໄສຢູ່ພ້ອມກັບລູກໄພ້ທັງສອງຄົນຂອງນາງ, ແລະພວກນາງຈຶ່ງຍ່າງລົງໄປຕາມຫົນທາງ ເພື່ອກັບໄປຍັງແຜ່ນດິນຢູດາຍ.
\s5
\v 8 ນາງນາໂອມີໄດ້ເວົ້າກັບລູກໄພ້ທັງສອງຄົນວ່າ, "ໄປ, ກັບໄປ, ພວກເຈົ້າແຕ່ລະຄົນຈົ່ງກັບໄປຍັງບ້ານແມ່ຂອງພວກເຈົ້າເຖີດ. ຂໍພຣະຢາເວສຳແດງຄວາມກະຣຸນາຕໍ່ພວກເຈົ້າ, ເຫມືອນຢ່າງທີ່ພວກເຈົ້າໄດ້ສຳແດງຄວາມກະຣຸນາຕໍ່ຜູ້ທີ່ຕາຍໄປແລະ ຕໍ່ຂ້ອຍດ້ວຍ.
\v 9 ຂໍໃຫ້ອົງພຣະຜູ້ເປັນເຈົ້າປຣະທານການພັກສະຫງົບ, ໃຫ້ແກ່ພວກເຈົ້າໃນບ້ານຂອງຄອບຄົວໃຫມ່ຂອງພວກເຈົ້າແຕ່ລະຄົນເຖີດ. "ແລ້ວນາງນາໂອມີຈຶ່ງຈູບລາລູກໄພ້ທັງສອງ, ແລະ ພວກນາງກໍເປັ່ງສຽງຮ້ອງໄຫ້.
\v 10 ພວກນາງເວົ້າກັບນາງນາໂອມີວ່າ, "ຢ່າເລີຍ! ພວກເຮົາຈະກັບໄປພ້ອມກັບທ່ານໄປຍັງຊົນຊາດຂອງທ່ານ."
\s5
\v 11 ແຕ່ນາງນາໂອມີເວົ້າວ່າ, "ຈົ່ງກັບໄປເຖີດ, ລູກສາວຂອງເຮົາເອີຍ! ເປັນຫຍັງພວກເຈົ້າຈຶ່ງຈະໄປກັບຂ້ອຍ? ຂ້ອຍຈະຍັງມີລູກຊາຍໃນຄັນເພື່ອຈະມາເປັນຜົວຂອງພວກເຈົ້າໄດ້ອີກຢ່າງນັ້ນບໍ?
\v 12 ຈົ່ງກັບໄປເຖີດ, ລູກເອີຍ, ໄປຕາມທາງຂອງພວກເຈົ້າຖ້ອນ, ເພາະຂ້ອຍເອງກໍແກ່ເກີນກວ່າທີ່ຈະມີຜົວໄດ້ອີກແລ້ວ. ຖ້າຫາກຂ້ອຍບອກວ່າ, 'ຂ້ອຍຫວັງວ່າ ຂ້ອຍຈະໄດ້ຜົວຄົນຫນຶ່ງໃນຄືນນີ້,' ແລະ ໃຫ້ກຳເນີດລູກຊາຍທັງຫລາຍ,
\v 13 ແລ້ວພວກເຈົ້າຈະລໍຖ້າຈົນກວ່າພວກເຂົາຈະເຕີບໂຕຢ່າງນັ້ນບໍ? ພວກເຈົ້າຈະລໍຖ້າ ແລະບໍ່ແຕ່ງງານກັບຊາຍຄົນໃຫມ່ເວລານີ້ບໍ? ຢ່າເລີຍ, ລູກສາວເອີຍ! ມັນຈະເປັນຄວາມໂສກເສົ້າຢ່າງໃຫຍ່ຫລວງສຳລັບຂ້ອຍ, ຫລາຍກວ່າເປັນຄວາມໂສກເສົ້າໃຫ້ແກ່ພວກເຈົ້າ, ເພາະພຣະຫັດຂອງພຣະຢາເວໄດ້ຫັນມາຕໍ່ສູ້ຂ້ອຍແລ້ວ."
\s5
\v 14 ແລ້ວບັນດາລູກໄພ້ຂອງນາງກໍເປັ່ງສຽງຂຶ້ນ ແລະ ຮ້ອງໄຫ້ອີກຄັ້ງຫນຶ່ງ. ໂອປາໄດ້ຈູບລາແມ່ຍ່າຂອງນາງ, ແຕ່ນາງຣຸດຍັງຄົງກອດນາງເອົາໄວ້ແໜ້ນ.
\v 15 ນາງນາໂອມີເວົ້າວ່າ, "ຟັງເດີ, ເອື້ອຍໄພ້ຂອງເຈົ້າໄດ້ກັບໄປຫາຊົນຊາດ ແລະພຣະທັງຫລາຍຂອງເຂົາແລ້ວ. ເຈົ້າຈົ່ງກັບໄປພ້ອມກັນກັບເອື້ອຍໄພ້ຂອງເຈົ້າເຖີດ."
\s5
\v 16 ແຕ່ນາງຣຸດເວົ້າວ່າ, "ຂໍຢ່າພາກຂ້ານ້ອຍໄປຈາກແມ່ເລີຍ, ເພາະບໍ່ວ່າແມ່ຈະໄປທີ່ໃດ, ຂ້ານ້ອຍຈະໄປນຳ; ແມ່ຢູ່ທີ່ໃດ, ຂ້ານ້ອຍກໍຈະຢູ່ນຳ; ປະຊາຊົນຂອງແມ່ກໍຈະເປັນປະຊາຊົນຂອງຂ້ານ້ອຍ, ແລະ ພຣະເຈົ້າຂອງແມ່ ກໍຈະເປັນພຣະເຈົ້າຂອງຂ້ານ້ອຍ.
\v 17 ແມ່ຕາຍຢູ່ທີ່ໃດ, ຂ້ານ້ອຍກໍຈະຕາຍ ແລະ ຈະຝັງເອົາໄວ້ທີ່ນັ້ນ. ຂໍພຣະຢາເວ ລົງໂທດຂ້ານ້ອຍ, ແລະ ຍິ່ງກວ່ານັ້ນ, ຂໍໃຫ້ມີພຽງຄວາມຕາຍເທົ່ານັ້ນທີ່ຈະແຍກພວກເຮົາອອກຈາກກັນໄດ້."
\v 18 ເມື່ອນາງນາໂອມີ ໄດ້ເຫັນວ່ານາງຣຸດມີຄວາມຕັ້ງໃຈຈິງທີ່ຈະໄປພ້ອມກັບນາງ, ນາງຈຶ່ງໄດ້ຢຸດໂຕ້ແຍ່ງກັບຣຸດ.
\s5
\v 19 ດັ່ງນັ້ນທັງສອງຄົນຈຶ່ງເດີນທາງມາຈົນເຖິງເມືອງເບັດເລເຮັມ. ເມື່ອພວກເຂົາມາເຖິງທີ່ເມືອງເບັດເລເຮັມ, ຜູ້ຄົນທັງເມືອງຕ່າງກໍມີຄວາມຕື່ນເຕັ້ນໃນການກັບມາຂອງພວກເຂົາ. ພວກຜູ້ຍິງເວົ້າວ່າ, "ນີ້ຄືນາງນາໂອມີແມ່ນບໍ່?"
\v 20 ແຕ່ນາງນາໂອມີເວົ້າກັບພວກນາງວ່າ, "ຢ່າຮ້ອງຂ້ານ້ອຍວ່ານາໂອມີເລີຍ. ຈົ່ງຮ້ອງຂ້ານ້ອຍວ່າມາຣາເຖີດ, ເພາະອົງຜູ້ຊົງສະຖິດໄດ້ກະທຳຕໍ່ຂ້ອຍຢ່າງຂົມຂື່ນໃຈຫລາຍ.
\v 21 ຂ້ານ້ອຍອອກໄປຢ່າງບໍຣິບູນ, ແຕ່ພຣະຢາເວໄດ້ນຳຂ້ານ້ອຍກັບມາບ້ານອີກຄັ້ງດ້ວຍຄວາມວ່າງເປົ່າ. ດັ່ງນັ້ນ ແລ້ວເປັນຫຍັງພວກເຈົ້າຈຶ່ງຮ້ອງຂ້ານ້ອຍວ່ານາໂອມີ, ເບິ່ງແມ ພຣະຢາເວໄດ້ລົງໂທດຂ້ານ້ອຍ, ອົງຜູ້ຊົງສະຖິດໄດ້ກະທຳໃຫ້ຂ້ານ້ອຍເຈັບປວດຫລາຍ?"
\s5
\v 22 ດັ່ງນັ້ນນາງນາໂອມີ ແລະ ນາງຣຸດຊາວໂມອາບ, ຜູ້ເປັນລູກໄພ້ຂອງນາງ, ໄດ້ກັບມາຈາກປະເທດໂມອາບ. ພວກນາງໄດ້ມາເຖິງເມືອງເບັດເລເຮັມ ໃນຊ່ວງເລີ່ມຕົ້ນຣະດູການເກັບກ່ຽວເຂົ້າບາເລ.
\s5
\c 2
\cl ບົດທີ 2
\p
\v 1 ບັດນີ້ຜົວຂອງນາງນາໂອມີ, ຄືເອລີເມເຫລັກ, ມີຍາດຄົນຫນຶ່ງ, ຊື່ໂບອາດ, ຊິ່ງເປັນຜູ້ຄົນຮັ່ງມີ, ແລະ ເປັນຄົນມີອິດທິພົນ.
\v 2 ນາງຣຸດ, ຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, "ບັດນີ້ ຂໍໃຫ້ຂ້ານ້ອຍໄປ ແລະ ເກັບຮວງເຂົ້າທີ່ຫລົ່ນລົງເຫລືອໄວ້ໃນທົ່ງນາ. ຂ້ານ້ອຍຈະຕິດຕາມຜູ້ໃດກໍໄດ້ທີ່ຂ້ານ້ອຍເຫັນຄວາມມີນ້ຳໃຈໃນດວງຕາຂອງເຂົາ." ດັ່ງນັ້ນນາງນາໂອມີໄດ້ເວົ້າກັບນາງວ່າ, "ຈົ່ງໄປເຖີດ, ລູກສາວຂອງເຮົາ."
\s5
\v 3 ນາງຣຸດໄດ້ໄປ ແລະ ເກັບເຂົ້າທີ່ຕົກໃນທົ່ງນາພາຍຫລັງທີ່ພວກເຂົາໄດ້ເກັບກ່ຽວ. ນາງບັງເອີນໄດ້ເຂົ້າມາໃນທົ່ງນາຂອງໂບອາດ, ຜູ້ຊຶ່ງເປັນຍາດກັບເອລີເມເລັກ.
\v 4 ເບິ່ງແມ, ໂບອາດໄດ້ມາຈາກເບັດເລເຮັມ ແລະ ເວົ້າກັບຜູ້ເກັບກ່ຽວເຂົ້າວ່າ, "ຂໍໃຫ້ພຣະຢາເວຊົງຢູ່ກັບພວກທ່ານເຖີດ." ພວກເຂົາຕອບໂບອາດວ່າ, "ຂໍໃຫ້ພຣະຢາເວອວຍພອນທ່ານ."
\s5
\v 5 ແລ້ວໂບອາດໄດ້ເວົ້າກັບຄົນຮັບໃຊ້ຂອງເຂົາທີ່ຄວບຄຸມດູແລຄົນເກັບກ່ຽວເຂົ້ານັ້ນວ່າ, "ຍິງສາວນີ້ເປັນຄົນຂອງຜູ້ຊາຍຄົນໃດນໍ?"
\v 6 ຄົນຄວບຄຸມດູແລຄົນກ່ຽວເຂົ້າໄດ້ຕອບ ແລະເວົ້າວ່າ "ນາງເປັນຍິງສາວຊາວໂມອາບຜູ້ຊຶ່ງກັບມາພ້ອມກັບນາງນາໂອມີຈາກແຜ່ນດິນໂມອາບ.
\v 7 ນາງໄດ້ເວົ້າກັບຂ້າພະເຈົ້າວ່າ, "ກະຣຸນາອະນຸຍາດໃຫ້ຂ້ອຍເກັບສິ່ງທີ່ຕົກໃນທົ່ງນາ ຫລັງຈາກທີ່ພວກຄົນງານໄດ້ເກັບກ່ຽວເຂົ້າ.' ດັ່ງນັ້ນນາງໄດ້ມາທີ່ນີ້ ແລະ ສືບຕໍ່ຕັ້ງແຕ່ເຊົ້າຈົນເຖິງດຽວນີ້, ຍົກເວັ້ນພຽງແຕ່ຕອນທີ່ນາງພັກພຽງເລັກນ້ອຍໃນບ້ານ."
\s5
\v 8 ແລ້ວໂບອາດຈຶ່ງໄດ້ເວົ້າກັບນາງຣຸດວ່າ, "ເຈົ້າກຳລັງຟັງເຮົາເວົ້າຢູ່ບໍ່, ລູກສາວຂອງເຮົາ? ຢ່າໄປເກັບເຂົ້າ ທີ່ຕົກທົ່ງນາອື່ນ; ຢ່າໄປຈາກທົ່ງນາຂອງເຮົາ. ແຕ່ຈົ່ງຢູ່ທີ່ນີ້, ແລະ ເຮັດວຽກກັບພວກສາວຄົນງານຂອງເຮົາ.
\v 9 ໃຫ້ຈັບຕາເບິ່ງທົ່ງນາທີ່ພວກຜູ້ຊາຍກຳລັງເກັບກ່ຽວຢູ່ນັ້ນ ແລະ ຈົ່ງຕິດຕາມພວກຜູ້ຍິງຄົນອື່ນໆໄປ. ຂ້ອຍໄດ້ສັ່ງພວກຜູ້ຊາຍ ບໍ່ໃຫ້ແຕະຕ້ອງຕົວເຈົ້າ, ເມື່ອໃດກໍຕາມເມື່ອເຈົ້າກະຫາຍນ້ຳ, ໃຫ້ເຈົ້າໄປທີ່ຫມໍ້ນ້ຳ ແລະ ດື່ມນ້ຳທີ່ພວກຜູ້ຊາຍໄດ້ຕັກໄວ້ໃຫ້ນັ້ນ."
\s5
\v 10 ແລ້ວນາງກໍກົ້ມລົງຕໍ່ຫນ້າໂບອາດ, ເອົາຫົວກົ້ມລົງທີ່ພື້ນດິນ. ນາງກ່າວກັບເຂົາວ່າ, "ເປັນຫຍັງຂ້ານ້ອຍຈຶ່ງໄດ້ຮັບຄວາມເມດຕາຈາກທ່ານເຊັ່ນນີ້, ຊຶ່ງທ່ານດີຕໍ່ຂ້ານ້ອຍທີ່ເປັນຄົນຕ່າງດ້າວ?"
\v 11 ໂບອາດໄດ້ຕອບ ແລະ ເວົ້າແກ່ນາງວ່າ, "ຂ້ອຍໄດ້ຮັບຮູ້ ໃນສິ່ງທີ່ເຈົ້າເຮັດທັງຫມົດຫລັງຈາກທີ່ຜົວຂອງເຈົ້າຕາຍ. ເຈົ້າໄດ້ຈາກພໍ່ແມ່ຂອງເຈົ້າ, ແລະ ແຜ່ນດິນເກີດຂອງເຈົ້າເພື່ອຕິດຕາມແມ່ຂອງຜົວ ແລະມາຢູ່ກັບປະຊາຊົນທີ່ເຈົ້າບໍ່ຮູ້ຈັກ.
\v 12 ຂໍພຣະຢາເວປຣະທານລາງວັນສຳລັບການກະທຳຂອງເຈົ້າ. ຂໍໃຫ້ເຈົ້າໄດ້ຮັບການຕອບແທນຢ່າງບໍຣິບູນຈາກພຣະຢາເວ, ພຣະເຈົ້າຂອງຊົນຊາດອິ​ສ​ະ​ຣາເອນ, ພາຍໃຕ້ຮົ່ມປີກຂອງພຣະອົງເຈົ້າຈະໄດ້ຮັບການຄຸ້ມຄອງ."
\s5
\v 13 ດັ່ງນັ້ນນາງຈຶ່ງເວົ້າວ່າ, "ຂໍໃຫ້ຂ້ານ້ອຍໄດ້ຮັບຄວາມຊື່ນຊອບໃນສາຍຕາຂອງທ່ານ, ເຈົ້ານາຍຂອງຂ້ານ້ອຍ, ເພາະທ່ານໄດ້ຫນູນໃຈຂ້ານ້ອຍ, ແລະ ທ່ານໄດ້ເວົ້າດ້ວຍຄວາມກະຣຸນາຕໍ່ຂ້ານ້ອຍ, ເຖິງແມ່ນວ່າຂ້ານ້ອຍເອງກໍບໍ່ໄດ້ເປັນສາວໃຊ້ຄົນຫນຶ່ງຂອງທ່ານ."
\s5
\v 14 ໃນເວລານັ້ນໂບອາດໄດ້ເວົ້າກັບນາງຣຸດວ່າ, "ຈົ່ງມາທີ່ນີ້, ແລະກິນເຂົ້າຈີ່, ແລະຈໍ້າເຂົ້າຈີ່ຂອງເຈົ້າໃນເຫລົ້າອາງຸ່ນນີ້ທ້ອນ." ນາງໄດ້ນັ່ງຂ້າງໆ ພວກຄົນກ່ຽວເຂົ້າ, ແລະ ເຂົາເອົາເຂົ້າຈີ່ອົບໃຫ້ນາງ. ນາງກໍໄດ້ກິນຈົນກະທັ້ງນາງພໍໃຈ ແລະ ປະປ່ອຍໄວ້ສ່ວນທີ່ເຫລືອ.
\s5
\v 15 ເມື່ອນາງລຸກຂຶ້ນເເລ້ວໄປເກັບເຂົ້າທີ່ຕົກ, ໂບອາດໄດ້ສັ່ງພວກຜູ້ຊາຍຫນຸ່ມຂອງເຂົາວ່າ, "ຈົ່ງໃຫ້ນາງໄດ້ເກັບເຂົ້າ ເເມ່ນເເຕ່ທ່າມກາງຟ່ອນເຂົ້າ, ເເລະ ຢ່າໄດ້ຕຳໜິນາງເລີຍ.
\v 16 ຈົ່ງດຶງຮວງເຂົ້າອອກມາຈາກຟ່ອນ ເເລະ ຖິ້ມໄວ້ໄຫ້ນາງເກັບເອົາ, ເເລະ ຢ່າໄດ້ຫ້າມນາງເລີຍ."
\s5
\v 17 ດັ່ງນັ້ນນາງຈຶ່ງເກັບເມັດເຂົ້າໃນທົ່ງນາຈົນຮອດເເລງ. ເເລ້ວນາງກໍຟາດຮວງເຂົ້າທີ່ນາງໄດ້ຮວບຮວມມານັ້ນ, ເເລະ ເມັດເຂົ້າໄດ້ປະມານສິບກິໂລ.
\v 18 ນາງຍົກເຂົ້ານັ້ນຂຶ້ນ ເເລະ ເຂົ້າໄປໃນເມືອງ. ເເລ້ວເເມ່ຍ່າໄດ້ເຫັນເຂົ້າທີ່ນາງໄດ້ເກັບມານັ້ນ. ນາງເອົາເມັດເຂົ້າອົບທີ່ເຫລືອຈາກອາຫານທີ່ນາງໄດ້ກິນອີ່ມເເລ້ວນັ້ນ ໃຫ້ເເມ່ຍ່າກິນ.
\s5
\v 19 ເເມ່ຍ່ານາງຈຶ່ງເວົ້າກັບນາງວ່າ, "ມື້ນີ້ເຈົ້າໄປເກັບເຂົ້າທີ່ຕົກຢູ່ໃສ?" ເເລ້ວນາງຣຸດໄດ້ບອກເເມ່ຍ່າຂອງນາງກ່ຽວກັບຊາຍທີ່ເປັນເຈົ້າຂອງທົ່ງນາທີ່ນາງໄດ້ເຮັດວຽກນາງເວົ້າວ່າ, "ຊາຍທີ່ເປັນເຈົ້າຂອງທົ່ງນາ ທີ່ຂ້ານ້ອຍໄປເຮັດວຽກມື້ນີ້ຊື່ວ່າໂບອາດ."
\v 20 ນາງນາໂອມີເວົ້າກັບລູກໄພ້ຂອງນາງວ່າ, "ຂໍໃຫ້ພຣະຢາເວອວຍພອນເຂົາ ຜູ້ທີ່ມີຄວາມສັດຊື່ຂອງເຂົາຕໍ່ຜູ້ທີ່ຍັງມີຊີວິດຢູ່ ຫລືຜູ້ທີ່ຕາຍໄປເເລ້ວບໍ່ເຄີຍຂາດ." ນາງນາໂອມີໄດ້ກ່າວກັບນາງວ່າ, "ຊາຍຄົນນັ້ນເປັນຫນຶ່ງໃນບັນດາຍາດພີ່ນ້ອງສະຫນິດຜູ້ໄຖ່ຂອງພວກເຮົາ."
\s5
\v 21 ນາງຣຸດຊາວໂມອາບໄດ້ເວົ້າວ່າ, "ແມ່ນເເທ້, ເຂົາໄດ້ເວົ້າວ່າ, "ເຈົ້າຄວນຢູ່ໃກ້ໆ ກັບພວກຄົນງານຊາຍໜຸ່ມຂອງເຮົາ ຈົນກວ່າພວກເຂົາຈະກ່ຽວເຂົ້າຂອງເຂົາໃຫ້ເເລ້ວທັງຫມົດ."
\v 22 ນາງນາໂອມີເວົ້າກັບນາງຣຸດລູກໄພ້ຂອງນາງວ່າ, "ດີເເລ້ວລູກເອີຍ, ທີ່ເຈົ້າອອກໄປກັບພວກຄົນງານຍິງຂອງເຂົາ, ເພື່ອເຈົ້າຈະບໍ່ຕົກຢູ່ໃນອັນຕະຣາຍຈາກທົ່ງນາອື່ນໆ."
\s5
\v 23 ດັ່ງນັ້ນນາງໄດ້ຢູ່ໃກ້ໆ ຄົນງານຍິງຂອງໂບອາດ ເພື່ອເກັບເຂົ້າທີ່ຕົກຈົນສິ້ນຣະດູເກັບກ່ຽວເຂົ້າບາເລ ເເລະເຂົ້າສາລີ. ນາງໄດ້ຢູ່ກັບເເມ່ຍ່າຂອງນາງ.
\s5
\c 3
\cl ບົດທີ 3
\p
\v 1 ນາງນາໂອມີ, ເເມ່ຍ່າຂອງນາງເວົ້າກັບນາງວ່າ, "ໂອລູກສາວຂອງເເມ່ເອີຍ, ແມ່ຄວນທີ່ຈະຫາທີ່ພັກສຳລັບເຈົ້າ ເພື່ອສິ່ງເຫລົ່ານັ້ນອາດຈະໄປໄດ້ດີສຳລັບເຈົ້າ?
\v 2 ບັດນີ້ ໂບອາດ, ຊາຍຜູ້ຊຶ່ງເປັນນາຍຂອງພວກຄົນຮັບໃຊ້ຍິງສາວ ທີ່ເຈົ້າໄປນຳ, ເຂົາເປັນຍາດສະຫນິດຂອງເຮົາບໍ່ເເມ່ນຫວາ? ເບິ່ງເດີ, ເຂົາຈະໄປນວດເຂົ້າບາເລທີ່ລານນວດເຂົ້າໃນຄືນນີ້.
\s5
\v 3 ສະນັ້ນ, ຈົ່ງໄປອາບນ້ຳລ້າງໂຕເຈົ້າ, ໃສ່ເສື້ອຜ້າທີ່ດີທີ່ສຸດຂອງເຈົ້າ, ເເລ້ວໄປທີ່ລານນວດເຂົ້າ. ເເຕ່ຢ່າໃຫ້ຊາຍນັ້ນຮູ້ວ່າເຈົ້າຢູ່ທີ່ນັ້ນຈົນກ່ວາເຂົາຈະກິນ ເເລະດື່ມເເລ້ວ.
\v 4 ແຕ່ເມື່ອເຂົາໄປນອນ, ຈົ່ງສັງເກດວ່າເຂົານອນບ່ອນໃດເພື່ອພາຍຫລັງເຈົ້າຈະໄປຫາເຂົາໄດ້, ເເລ້ວໃຫ້ເປີດຜ້າຄຸມຕີນຂອງເຂົາ, ເເລະ ເຂົ້າໄປນອນທີ່ນັ້ນ. ເເລ້ວເຂົາຈະບອກເຈົ້າວ່າຈະຕ້ອງເຮັດເເນວໃດ"
\v 5 ນາງຣຸດກ່າວກັບນາງນາໂອມີວ່າ, "ລູກຈະເຮັດທຸກສິ່ງຕາມທີ່ເເມ່ສັ່ງ."
\s5
\v 6 ດັ່ງນັ້ນນາງກໍລົງໄປທີ່ລານນວດເຂົ້າ, ເເລະນາງເຮັດຕາມຄຳເເນະນຳຂອງເເມ່ຍ່າທີ່ໄດ້ບອກນາງໄວ້.
\v 7 ເມື່ອໂບອາດໄດ້ກິນ ເເລະດື່ມເເລ້ວ ເເລະຈິດໃຈຂອງເຂົາມີຄວາມສຸກ, ເເລ້ວເຂົາກໍໄປນອນຢູ່ທາງຫລັງກອງເຂົ້າ. ເເລ້ວນາງຄ່ອຍໆ ເຂົ້າໄປ ເປີດຜ້າຄຸມຕີນຂອງເຂົາ, ເເລະ ນອນຢູ່ບ່ອນນັ້ນ.
\s5
\v 8 ພໍທ່ຽງຄືນ ຊາຍຄົນນັ້ນກໍສະດຸ້ງ. ເຂົາພິກໂຕ, ເເລະ ເຫັນມີຜູ້ຍິງຄົນຫນຶ່ງມານອນຢູ່ປາຍຕີນຂອງເຂົາ!
\v 9 ເຂົາຈຶ່ງຖາມວ່າ, "ເຈົ້າເປັນໃຜ" ນາງຈຶ່ງຕອບວ່າ "ຂ້ອຍຊື່ນາງຣຸດ, ເປັນສາວໃຊ້ຂອງນາຍທ່ານ. ຂໍໂຜດໃຫ້ຂ້າຮັບໃຊ້ຂອງທ່ານໄດ້ຢູ່ກ້ອງຜ້າຄຸມຂອງທ່ານເຖີດ, ເພາະນາຍທ່ານເປັນຍາດສະຫນິດຂອງຂ້ານ້ອຍ."
\s5
\v 10 ໂບອາດກໍກ່າວວ່າ, "ບຸດຍິງເອີຍ, ຂໍພຣະຢາເວຊົງອວຍພອນເຈົ້າ. ເພາະເຈົ້້າມີນ້ຳໃຈໃນຕອນຫລັງນີ້ຫລາຍກວ່າຕອນທຳອິດ, ເພາະເຈົ້າບໍ່ໄດ້ໄປຕາມຊາຍຫນຸ່ມຄົນໃດເລີຍ ບໍ່ວ່າເປັນຄົນຍາກຈົນ ຫລືຄົນລ້ຳລວຍ.
\v 11 ບັດນີ້, ບຸດຍິງຂອງເຮົາເອີຍ, ຢ່າຢ້ານກົວເລີຍ! ເຮົາຈະເຮັດເພື່ອເຈົ້າທຸກຢ່າງຕາມທີ່ເຈົ້າກ່າວ, ເພາະຄົນທັງເມືອງຂອງເຮົາກໍຮູ້ວ່າເຈົ້າເປັນຍິງທີ່ຫນ້າຍົກຍ້ອງ.
\s5
\v 12 ແມ່ນຈິງເເທ້ ທີ່ເຮົາເປັນຍາດພີ່ນ້ອງສະຫນິດກັນ ເເຕ່ມີຄົນຫນຶ່ງທີ່ເປັນຍາດສະຫນິດຫລາຍກວ່າເຮົາ.
\v 13 ຈົ່ງພັກຢູ່ທີ່ນີ້ຄືນນີ້, ເເລະ ໃນຕອນເຊົ້າ, ຖ້າເຂົາຈະເຮັດຕາມສິດທິຂອງການເປັນຍາດສະຫນິດ, ກໍດີເເລ້ວ, ໃຫ້ເຂົາເຮັດຕາມຫນ້າທີ່ເເຫ່ງການເປັນຍາດສະຫນິດນັ້ນ. ແຕ່ຖ້າເຂົາບໍ່ເຮັດເພື່ອເຈົ້າ, ແລ້ວເຮົາກໍຈະໃຊ້ສິດນັັ້ນ, ໂດຍພຣະຢາເວຊົງພຣະຊົນຢູ່ສັນໃດ. ຈົ່ງນອນພັກຈົນກວ່າຈະຮອດເຊົ້າ."
\s5
\v 14 ດັ່ງນັ້ນນາງຈຶ່ງນອນຢູ່ທີ່ປາຍຕີນຂອງເຂົາຈົນຮອດເຊົ້າ. ເເຕ່ນາງຕື່ນກ່ອນເເຈ້ງທີ່ຄົນຈະຈື່ກັນໄດ້. ເພາະໂບອາດບອກວ່າ, "ຢ່າໃຫ້ຄົນອື່ນຮູ້ວ່າມີຜູ້ຍິງມາທີ່ລານນວດເຂົ້າ."
\v 15 ເເລ້ວໂບອາດກໍບອກວ່າ, "ຈົ່ງເເກ້ເສື້ອຄຸມຂອງເຈົ້າອອກ" ເມື່ອນາງເຮັດຕາມ, ເຂົາກໍຕັກເຂົ້າບາເລໃຫ້ນາງພົກຂະຫນາດໃຫຍ່ໃສ່ລົງໄປ. ເເລ້ວໃຫ້ນາງເເບກກັບໄປ. ເເລ້ວເຂົາກໍເຂົ້າໄປໃນເມືອງ.
\s5
\v 16 ເມື່ອນາງຣຸດກັບມາຫາເເມ່ຍ່າ, ນາງກໍຖາມວ່າ, "ລູກສາວຂອງເເມ່ເອີຍ, ເຈົ້າເປັນຈັ່ງໃດເເນ່?" ແລ້ວນາງຣຸດກໍເລົ່າເຖິງທຸກສິ່ງທີ່ຊາຍນັ້ນໄດ້ເຮັດເພື່ອນາງ.
\v 17 ນາງໄດ້ກ່າວວ່າ "ທ່ານໄດ້ໃຫ້ເຂົ້າສາລີເເກ່ລູກ ຮອດພົກຂະຫນາດໃຫຍ່ເພາະທ່ານບອກວ່າ, "ເຈົ້າຢ່າກັບໄປຫາເເມ່ຍ່າເຈົ້າດ້ວຍມືເປົ່າເລີຍ."
\v 18 ເເລ້ວນາໂອມີຈຶ່ງກ່າວວ່າ, "ລູກສາວຂອງເເມ່ເອີຍ, ຈົ່ງຢູ່ທີ່ນີ້ ຈົນກວ່າຈະຮູ້ເລື່ອງວ່າເປັນຈັ່ງໃດ, ເພາະຊາຍນັ້ນຈະບໍ່ຢຸດພັກຈົນກວ່າເຂົາຈະດຳເນີນເລື່ອງໃຫ້ສຳເລັດໃນວັນນີ້."
\s5
\c 4
\cl ບົດທີ 4
\p
\v 1 ບັດນີ້ໂບອາດໄປທີ່ປະຕູເມືອງ ເເລະ ນັ່ງຢູ່ທີ່ນັ້ນ. ບໍ່ດົນປານໃດ, ຍາດສະຫນິດທີ່ໂບອາດກ່າວເຖິງກໍຍ່າງຜ່ານ. ໂບອາດຈຶ່ງກ່າວກັບເຂົາວ່າ, "ເພື່ອນເອີຍ, ຂໍເຊີນເຂົ້າມາ ເເລະນັ່ງທີ່ນີ້ເຖີດ." ຊາຍຄົນນັ້ນກໍເຂົ້າມາ ເເລະນັ່ງລົງ.
\v 2 ຈາກນັ້ນ ໂບອາດກໍພາພວກຜູ້ໃຫຍ່ຂອງເມືອງມາສິບຄົນ ເເລະ ກ່າວວ່າ "ນັ່ງທີ່ນີ້ເຖີດ" ພວກເຂົາກໍນັ່ງລົງ.
\s5
\v 3 ໂບອາດຈຶ່ງເວົ້າກັບຍາດສະຫນິດຄົນນັ້ນວ່າ, "ນາງນາໂອມີຜູ້ທີ່ໄດ້ກັບມາຈາກເເຜ່ນດິນໂມອາບ, ກຳລັງຂາຍທີ່ດິນທີ່ເປັນສ່ວນຂອງເອລີເມເລັກ ທີ່ເປັນພີ່ນ້ອງຂອງເຮົາ.
\v 4 ຂ້າພະເຈົ້າຄິດທີ່ຈະເເຈ້ງໃຫ້ທ່ານຮູ້ ເເລະ ບອກເເກ່ທ່ານວ່າ, "ຈົ່ງຊື້ທີ່ດິນນັ້ນໄວ້ ຕໍ່ຫນ້າຄົນທັງປວງທີ່ນັ່ງຢູ່ທີ່ນີ້, ເເລະ ຕໍ່ຫນ້າພວກຜູ້ໃຫຍ່ຂອງຊາວເມືອງຂອງຂ້າພະເຈົ້າ," ຖ້າທ່ານຢາກຈະໄຖ່ທີ່ດິນນັ້ນ ກໍຈົ່ງໄຖ່ເຖີດ. ເເຕ່ຖ້າທ່ານບໍ່ຢາກໄຖ່ທີ່ດິນນັ້ນ ກໍຂໍບອກຂ້າພະເຈົ້າໃຫ້ຮູ້ດ້ວຍເຖີດ, ເພາະບໍ່ມີໃຜທີ່ຈະໄຖ່ທີ່ດິນນີ້ໄດ້ ນອກຈາກທ່ານ, ເເລະ ຂ້າພະເຈົ້າກໍມີສິດຕໍ່ໄປຈາກທ່ານ." ເເລ້ວຊາຍຄົນນັ້ນຈຶ່ງກ່າວວ່າ, "ຂ້າພະເຈົ້າຈະໄຖ່ທີ່ດິນນີ້ເອງ."
\s5
\v 5 ເເລ້ວໂບອາດຈຶ່ງກ່າວວ່າ, "ໃນວັນທີ່ທ່ານຊື້ທີ່ດິນນາຈາກມືຂອງນາງນາໂອມີ, ທ່ານຕ້ອງຮັບເອົານາງຣຸດຊາວໂມອາບ, ເມຍຂອງຜູ້ຕາຍໄວ້ດ້ວຍ, ເພື່ອນາມຂອງຜູ້ຕາຍຈະສືບຕໍ່ໄປເທິງມໍຣະດົກຂອງເຂົາ."
\v 6 ເເລ້ວຊາຍຄົນນັ້ນຈຶ່ງຕອບວ່າ, "ຂ້າພະເຈົ້າຈະໄຖ່ທີ່ດິນນັ້ນເພື່ອຕົວເອງໂດຍບໍ່ເຮັດໃຫ້ມໍຣະດົກຂອງຂ້າພະເຈົ້າເສຍໄປໄດ້. ທ່ານຈົ່ງເອົາສິດທິການໄຖ່ຂອງຂ້າພະເຈົ້າໄປໄຖ່ເພື່ອຕົວທ່ານເອງເຖີດ, ເພາະຂ້າພະເຈົ້າບໍ່ສາມາດໄຖ່ທີ່ດິນນັ້ນໄດ້."
\s5
\v 7 ເນື່ອງຈາກນີ້ເປັນທຳນຽມໃນອິສະຣາເອນສະໄຫມກ່ອນກ່ຽວກັບການໄຖ່ ເເລະ ການເເລກປ່ຽນສິ່ງຂອງ. ການຢືນຢັນຂໍ້ຕົກລົງທຸກຢ່າງ, ຄົນຫນຶ່ງຕ້ອງຖອດຖົງຕີນຂ້າງຫນຶ່ງຂອງເຂົາ ເເລະ ໃຫ້ຖົງຕີນນັ້ນກັບເພື່ອນບ້ານ; ນີ້ເປັນທຳນຽມປະຕິບັດໃນການເຮັດຂໍ້ຕົກລົງຕາມກົດຫມາຍໃນອິສະຣາເອນ.
\v 8 ເພາະເຫດນີ້ ຍາດສະຫນິດທຸກຄົນຈຶ່ງບອກກັບໂບອາດວ່າ, "ຈົ່ງຊື້ທີ່ດິນສຳລັບຕົວທ່ານເອງເຖີດ," ເເລະ ເຂົາກໍຖອດຖົງຕີນຂ້າງຫນຶ່ງຂອງເຂົາອອກ.
\s5
\v 9 ແລ້ວໂບອາດຈຶ່ງໄດ້ເວົ້າກັບພວກຜູ້ໃຫຍ່ເເລະ ຄົນທັງປວງວ່າ, "ພວກທ່ານໄດ້ເປັນພະຍານໃນວັນນີ້ວ່າ ຂ້າພະເຈົ້າໄດ້ຊື້ທຸກສິ່ງທີ່ເປັນຂອງເອລີເມເລັກ ເເລະ ທຸກສິ່ງທີີ່ເປັນຂອງຄິລິໂອນ ເເລະຂອງມາໂລນຈາກມືຂອງນາໂອມີ.
\v 10 ຍິ່ງກວ່ານັ້ນ ຄືນາງຣຸດຊາວໂມອາບທີ່ເປັນເມຍຂອງມາໂລນ: ຂ້າພະເຈົ້າກໍຈະໄດ້ມາເປັນເມຍຂອງຂ້າພະເຈົ້າ, ເພື່ອທີ່ຂ້າພະເຈົ້າຈະຍົກນາມຂອງຜູ້ຕາຍເຫນືອມໍຣະດົກຂອງເຂົາ, ເພື່ອນາມຂອງເຂົາຈະບໍ່ຖືກຕັດອອກຈາກອ້າຍນ້ອງຂອງເຂົາ ເເລະຈາກປະຕູເເຫ່ງສະຖານທີ່ຂອງເຂົາ. ທ່ານທັງຫລາຍໄດ້ເປັນພະຍານໃນວັນນີ້ດ້ວຍ."
\s5
\v 11 ຄົນທັງປວງທີ່ຢູ່ປະຕູເມືອງ ເເລະພວກຜູ້ອາວຸໂສຈຶ່ງກ່າວວ່າ, "ພວກເຮົາເປັນພະຍານ. ຂໍພຣະຢາເວຊົງເຮັດໃຫ້ຍິງນັ້ນທີ່ໄດ້ເຂົ້າມາທີ່ບ້ານຂອງທ່ານ ເປັນເຫມືອນກັບຣາເຊັນ ແລະ ເລອາເທີນ, ຍິງທັງສອງຄົນທີ່ໄດ້ສ້າງເຮືອນແຫ່ງອິສ​ະ​ຣາເອນ; ແລະ ຂໍໃຫ້ທ່ານຈະເຣີນຮຸ່ງເຮື່ອງໃນເອຟຣັດ ແລະ ມີຊື່ສຽງໃນເບັດເລເຮັມ.
\v 12 ຂໍໃຫ້ເຮືອນຂອງທ່ານເປັນເຫມືອນເຮືອນຂອງເປເຣັດ, ຜູ້ທີ່ຕາມາໄດ້ໃຫ້ກຳເນີດໃຫ້ແກ່ຢູດາຍ, ຜ່ານທາງລູກຫລານທີ່ພຣະຢາເວຈະປຣະທານແກ່ທ່ານຈາກຍິງສາວຄົນນີ້."
\s5
\v 13 ດັ່ງນັ້ນ ໂບອາດຈຶ່ງຮັບນາງຣຸດມາ, ແລະນາງກໍໄດ້ເປັນເມຍຂອງເຂົາ. ເຂົາກໍຫລັບນອນກັບນາງ, ແລະ ພຣະຢາເວກໍອະນຸຍາດໃຫ້ນາງຖືພາ, ນາງກໍໃຫ້ກຳເນີດລູກຊາຍຄົນຫນຶ່ງ.
\v 14 ພວກຜູ້ຍິງກໍເວົ້າກັບນາງນາໂອມີວ່າ, "ສາທຸການແດ່ພຣະຢາເວ, ຜູ້ຊົງບໍ່ປະຖິ້ມເຈົ້າໃຫ້ປາສະຈາກຍາດມິດ, ໃນເວລານີ້ໄດ້ໂຜດໃຫ້ເຈົ້າມີຫລານຊາຍ. ຂໍໃຫ້ເດັກຄົນນີ້ມີຊື່ສຽງໃນອິ​ສ​ະ​ຣາເອນ.
\v 15 ຂໍໃຫ້ເຂົາເປັນຜູ້ຟື້ນຟູຊີວິດ ແລະ ເປັນຜູ້ລ້ຽງດູເຈົ້າໃນຍາມເຖົ້າແກ່, ເພາະລູກໄພ້ຂອງເຈົ້າ, ຜູ້ທີ່ຮັກເຈົ້າ, ຜູ້ເຮັດດີກັບທ່ານ ທີ່ດີກວ່າລູກຊາຍເຈັດຄົນ, ທີ່ໄດ້ໃຫ້ກຳເນີດເຂົາ."
\s5
\v 16 ນາງນາໂອມີຮັບເດັກນັ້ນມາອຸ້ມໄວ້ໃນອ້ອມອົກ ແລະ ດູແລເຂົາ.
\v 17 ພວກຜູ້ຍິງທີ່ເປັນເພື່ອນບ້ານໄດ້ຕັ້ງຊື່ໃຫ້ກັບເຂົາ, ເວົ້າວ່າ, "ພວກນາງຕັ້ງຊື່ເຂົາວ່າ ໂອເບັດ. ເຂົາໄດ້ເປັນພໍ່ຂອງເຢຊີ, ທີ່ເປັນພໍ່ຂອງດາວິດ.
\s5
\v 18 ຕໍ່ໄປນີ້ເປັນພົງພັນຂອງເປເຣັດ: ເປເຣັດເປັນພໍ່ຂອງເຮຊະໂຣນ,
\v 19 ເຣຊະໂຣນເປັນພໍ່ຂອງຣາມ, ຣາມເປັນພໍ່ຂອງອຳມີນາດາບ,
\v 20 ອຳມີນາດາບເປັນພໍ່ຂອງນາໂຊນ, ນາໂຊນເປັນພໍ່ຂອງຊັນໂມນ,
\v 21 ຊັນໂມນເປັນພໍ່ຂອງໂບອາດ, ໂບອາດເປັນພໍ່ຂອງໂອເບັດ,
\v 22 ໂອເບັດເປັນພໍ່ຂອງເຊຊີ ແລະ ເຊຊີເປັນພໍ່ຂອງດາວິດ.