lo_ulb/04-NUM.usfm

2482 lines
441 KiB
Plaintext
Raw Permalink Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\id NUM
\ide UTF-8
\h ຈົດບັນຊີ
\toc1 ຈົດບັນຊີ
\toc2 ຈົດບັນຊີ
\toc3 num
\mt ຈົດບັນຊີ
\s5
\c 1
\cl ບົດທີ 1
\p
\v 1 ພຣະຢາເວ​ໄດ້​ບອກ​ໂມເຊທີ່​ຫໍເຕັນ​ບ່ອນ​ຊຸມນຸມທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ, ເຫດການນີ້ໄດ້ເກີດຂຶ້ນໃນມື້ທີຫນຶ່ງຂອງເດືອນທີສອງໃນຊ່ວງປີທີສອງຫລັງຈາກທີ່ຄົນອິດສະຣາເອນໄດ້ອອກມາຈາກແຜ່ນດິນເອຢິບ ພຣະຢາເວກ່າວວ່າ,
\v 2 "ຈົ່ງເຮັດສຳມະໂນຄົວຂອງຜູ້ຊາຍອິດສະຣາເອນທຸກຄົນຕາມ​ແຕ່ລະຕະກຸນ​ ແລະ​ ຕາມ​ຄອບຄົວຂອງພໍ່ຂອງພວກເຂົາ. ຈົ່ງ​ນັບພວກເຂົາຕາມລາຍຊື່​ຜູ້ຊາຍ​ທັງຫມົດ.
\v 3 ແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ, ຈົ່ງນັບທຸກຄົນທີ່ສາມາດອອກຮົບເປັນທະຫານໄດ້ໃຫ້ກັບອິດສະຣາເອນໄດ້. ເຈົ້າກັບອາໂລນ ຕ້ອງຈົດບັນທຶກຈຳນວນຂອງຜູ້ຊາຍໃນກຸ່ມທີ່ມີອາວຸດຂອງພວກເຂົາ.
\s5
\v 4 ຜູ້ຊາຍທີ່ເປັນຫົວຫນ້າຕະກຸນຈາກແຕ່ລະເຜົ່າ, ຕ້ອງມາຮັບໃຊ້ກັບພວກເຈົ້າໃນຖານະເປັນຜູ້ນຳເຜົ່າຂອງເຂົາ. ຜູ້ນຳແຕ່ລະຄົນຕ້ອງນຳຜູ້ຊາຍທີ່ຈະສູ້ຮົບເພື່ອເຜົ່າຂອງເຂົາມາ.
\v 5 ເຫລົ່ານີ້ເປັນລາຍຊື່ຂອງຜູ້ນຳທີ່ຕ້ອງສູ້ຮົບຮ່ວມກັບເຈົ້າຄື: ເອລີຊູ, ລູກຊາຍຂອງເຊເດ ຈາກເຜົ່າຣູເບັນ.
\v 6 ເຊລູມີເອນ, ລູກຊາຍຂອງຊູຣິດຊັດດາຍ ຈາກເຜົ່າຊີເມໂອນ;
\s5
\v 7 ນາໂຊນ, ລູກຊາຍຂອງອຳມີນາດາບຈາກເຜົ່າຢູດາ.
\v 8 ເນທາເນນ, ລູກຊາຍຂອງຊູອາຈາກເຜົ່າອິດຊາຄາ.
\v 9 ເອລີອາບ, ລູກຊາຍຂອງເຮໂລນຈາກເຜົ່າເຊບູໂລນ.
\s5
\v 10 ເອລີຊາມາ, ລູກຊາຍຂອງອາມມີຮຸດຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ; ກາມານີເອນ, ລູກຊາຍຂອງເປນາຊູຈາກເຜົ່າມານາເຊ;
\v 11 ອາບີດານ, ລູກຊາຍຂອງເກດີໂອນີຈາກເຜົ່າເບັນຢາມິນ;
\s5
\v 12 ອາຮີເຢເຊ, ລູກຊາຍຂອງອຳມີຊັດດາຍຈາກເຜົ່າດານ;
\v 13 ປາກີເອນ, ລູກຊາຍຂອງອົກກະຣັນຈາກເຜົ່າອາເຊ;
\v 14 ເອລີອາສັບ, ລູກຊາຍຂອງດູເອນຈາກເຜົ່າກາດ;
\v 15 ອາຮີຣາ, ລູກເອນັນຈາກເຜົ່າເນັບທາລີ."
\s5
\v 16 ຄົນເຫລົ່ານີ້ເປັນພວກຜູ້ຊາຍທີ່ໄດ້ຮັບການແຕ່ງຕັ້ງຈາກປະຊາຊົນ. ພວກເຂົາໄດ້ນຳເຜົ່າຂອງບັນພະບູລຸດຂອງພວກເຂົາ, ພວກເຂົາເປັນຜູ້ນຳໃນອິດສະຣາເອນ.
\s5
\v 17 ໂມເຊ ແລະ ອາໂລນໄດ້ນຳຄົນເຫລົ່ານີ້, ທີ່ໄດ້ຈົດບັນທຶກຕາມລາຍຊື່.
\v 18 ແລະ ທ່ານທັງສອງພ້ອມກັບຄົນເsລົ່ານີ້ທັງຫມົດໄດ້ປະຊຸມຜູ້ຊາຍອິດສະຣາເອນທຸກຄົນໃນມື້ທີຫນຶ່ງເດືອນສອງ. ຈາກນັ້ນຜູ້ຊາຍແຕ່ລະຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປໄດ້ຖືກຈົດຊື່ບັນພະບູລຸດຂອງເຂົາ. ເຂົາຕ້ອງບອກຊື່ຕະກຸນ ແລະຄອບຄົວທີ່ສືບເຊື້ອສາຍມາຈາກບັນພະບູລຸດຂອງເຂົາ.
\v 19 ຫລັງຈາກທີ່ໂມເຊໄດ້ຈົດບັນທຶກໄດ້ຈົດບັນທຶກຈຳນວນຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານຊີນາຍ, ຕາມທີ່ພຣະຢາເວໄດ້ສັ່ງໄວ້ໃຫ້ທ່ານເຮັດແລ້ວ.
\s5
\v 20 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຣູເບັນ, ລູກຊາຍກົກຂອງອິດສະຣາເອນ, ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການຈົດບັນທຶກຂອງຕະກຸນແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 21 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຣູເບັນໄດ້ 46,500ຄົນ.
\s5
\v 22 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຊີເມໂອນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການຈົດບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 23 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າຊີເມໂອນໄດ້ 59,300ຄົນ.
\s5
\v 24 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ກາດ ແລະ ຜູ້ຊາຍທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 25 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າກາດໄດ້45,650ຄົນ.
\s5
\v 26 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າຢູດາ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸແຕ່ຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 27 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າຢູດາໄດ້ 74,600ຄົນ.
\s5
\v 28 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າອິດຊາຄາ ແລະຜູ້ຊາຍທຸກຄົນທີ່ມີ ອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 29 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອິດຊາຄາໄດ້ 54,400ຄົນ.
\s5
\v 30 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເຊບູໂລນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກສູ້ຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 31 ພວກເຂົານັບໄດ້ຈຳນວນຜູ້ຊາຍຈາກເຜົ່າ ເຊບູໂລນໄດ້ 57,400ຄົນ.
\s5
\v 32 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າເອຟຣາອິມລູກຊາຍຂອງໂຢເຊັບ ແລະຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 33 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເອຟຣາອິມໄດ້ 40,500ຄົນ.
\s5
\v 34 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ມານັດເຊລູກຊາຍໂຢເຊບ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 35 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າມານັດເຊໄດ້ 32,200ຄົນ.
\s5
\v 36 ລາຍຊື່ຂອງແຕ່ລະຄົນທີ່ນັດໄດ້ຈາກເຜົ່າ ເບັນຢາມິນ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 37 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າເບັນຢາມິນໄດ້ 35,400ຄົນ.
\s5
\v 38 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າດານ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 39 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າດານໄດ້ 62,700ຄົນ.
\s5
\v 40 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່າ ອາເຊ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້, ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 41 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າອາເຊໄດ້ 41,500ຄົນ.
\s5
\v 42 ລາຍຊື່ຂອງແຕ່ລະຄົນທີ່ນັບໄດ້ຈາກເຜົ່ານັບທາລີ ແລະ ຜູ້ຊາຍທຸກຄົນທີ່ມີອາຍຸຊາວປີຂຶ້ນໄປທີ່ສາມາດອອກຮົບໄດ້ຈາກການບັນທຶກຂອງຕະກຸນ ແລະ ຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 43 ພວກເຂົານັບຈຳນວນຜູ້ຊາຍຈາກເຜົ່າ ນັບທາລີໄດ້ 53,400ຄົນ.
\s5
\v 44 ໂມເຊແລະອາໂຣນນັບພວກຜູ້ຊາຍເຫລົ່ານີ້ທຸກຄົນລວມທັງຜູ້ຊາຍສິບສອງຄົນທີ່ເປັນຜູ້ນຳຂອງສິບສອງເຜົ່າຂອງອິດສະຣາເອນ.
\v 45 ເພາະສະນັ້ນຜູ້ຊາຍອິດສະຣາເອນທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ, ທີ່ສາມາດອອກຮົບໄດ້, ທີ່ໄດ້ນັບໃນແຕ່ລະຄອບຄົວຂອງພວກເຂົາ.
\v 46 ພວກເຂົານັບຈຳນວນຜູ້ຊາຍໄດ້ 603,550.
\s5
\v 47 ແຕ່ບໍ່ໄດ້ນັບພວກ​ຜູ້ຊາຍທີ່ສືບເຊື້ອສາຍຈາກເລວີ​.
\v 48 ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ,
\v 49 “ ​ເຈົ້າ​ບໍ່ຕ້ອງນັບ​ຈຳນວນພົນ​ ເຜົ່າ​ເລວີ​ຫລືລວມພວກເຂົາໃນຈຳນວນລວມທັງຫມົດຂອງຄົນອິດສະຣາເອນ,
\s5
\v 50 ແທນທີ່ຈະເຮັດແບບນັ້ນຈົ່ງມອບມາຍ​ໃຫ້​ພວກເລວີເບິ່ງແຍງ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ, ແລະ​ ເບິ່ງແຍງ​ເຄື່ອງໃຊ້​ທຸກຢ່າງ​ໃນຫໍເຕັນ​ສັກສິດ ແລະ ເບິ່ງແຍງທຸກສິ່ງທີ່ຢູ່ໃນ​ຫໍເຕັນ​ສັກສິດນັ້ນ, ພວກເລວີຕ້ອງຂົນເຕັນສັກສິດຕະຫລອດ​ທັງ​ຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຕັ້ງ​ທີ່ພັກ​ອ້ອມຮອບ​ທີ່​ນັ້ນ​ດ້ວຍ.
\s5
\v 51 ພວກ​ເລວີກໍຈະ​ມ້າງ​ຫໍເຕັນ​ສັກສິດ​ລົງເມື່ອມີການ​ຕັ້ງ​ຫໍເຕັນຂຶ້ນພວກເລວີຕ້ອງຕັ້ງຫໍເຕັນຂຶ້ນ. ຄົນແປກຫນ້າຄົນໃດ​ທີ່​ເຂົ້າ​ມາ​ໃກ້​ຫໍເຕັນ​ສັກສິດຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.
\v 52 ສ່ວນ​ຊາວ​ອິດສະຣາເອນ​​ຕັ້ງ​ຄ້າຍພັກ​ຂອງ​ພວກ​ຕົນຜູ້ຊາຍແຕ່ລະຄົນ​ຕ້ອງຕັ້ງຄ້າຍພັກໃກ້ກັບທຸງ​ທີ່ເປັນຂອງກຸ່ມມີອາວຸດ​ຂອງຕົນ.
\s5
\v 53 ຢ່າງໃດກໍຕາມ, ​ພວກ​ເລວີ​ຕ້ອງ​ຕັ້ງ​ຄ້າຍ​ຂອງພວກເຂົາຢູ່ອ້ອມຮອບ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້ເພື່ອ​ທີ່​ຄວາມ​ໂກດຮ້າຍຈະບໍ່ລົງມາ​ເຫນືອ​ຊຸມຊົນ​ອິດສະຣາເອນ​ໄດ້. ​ພວກ​ເລວີຕ້ອງ​ເຝົ້າຮັກສາ​ຫໍເຕັນ​ສັກສິດ​ແຫ່ງ​ພັນທະສັນຍາ​ໄວ້."
\v 54 ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກໆ​ສິ່ງເຫລົ່ານີ້. ພວກເຂົາເຮັດທຸກຢ່າງຕາມ​ທີ່​ພຣະຢາເວ​ໄດ້​ສັ່ງຜ່ານທາງ​ໂມເຊ.
\s5
\c 2
\cl ບົດທີ 2
\p
\v 1 ພຣະຢາເວ​ກ່າວກັບ​ໂມເຊ ​ແລະ​ ອາໂຣນອີກຄັ້ງ. ພຣະອົງກ່າວວ່າ,
\v 2 "ຄົນອິດສະຣາເອນແຕ່ລະຄົນຕ້ອງ​ຕັ້ງ​ຄ້າຍພັກອ້ອມຮອບທຸງຂອງຕົນ, ຕາມທຸງຂອງຄອບຄົວຂອງບັນພະບູລຸດ​ຂອງ​ຕົນເອງ. ພວກເຂົາຈະ​ຕັ້ງ​ຄ້າຍພັກ​ຢູ່​ອ້ອມຮອບ​ຫໍເຕັນ​ບ່ອນ​ຊຸມນຸມທຸກດ້ານ.
\s5
\v 3 ຄ້າຍພັກເຫລົ່ານັ້ນທີ່ຈະຕັ້ງຢູ່ທາງທິດ​ຕາເວັນອອກຂອງຫໍເຕັນບ່ອນຊຸມນຸມ, ທີ່ດວງຕາເວັນຂຶ້ນ, ຄ້າຍພັກເຫລົ່ານັ້ນເປັນຄ້າຍພັກຂອງ​ຢູດາ ແລະ ພວກເຂົາຕັ້ງ​ຄ້າຍພັກພາຍໃຕ້ທຸງຂອງຕົນ. ​ນາໂຊນລູກອຳມີນາດາບເປັນຜູ້ນຳ​ຂອງ​ຄົນຢູດາ.
\v 4 ຈຳນວນຄົນຢູດາຄື 74,600ຄົນ.
\s5
\v 5 ເຜົ່າອິດສະຣາເອນຕ້ອງຕັ້ງຄ້າຍພັກຖັດໄປຈາກເຜົ່າຢູດາ. ເນທານາເອນລູກຊູອາຕ້ອງນຳທະຫານຂອງອິດຊາຄາ.
\v 6 ຈຳນວນຄົນໃນກອງຂອງເຂົາຄື 54,400ຄົນ.
\s5
\v 7 ເອລີອາບລູກເຮໂລນຕ້ອງນຳທະຫານຂອງເຊບູໂລນ.
\v 8 ຈຳນວນຄົນໃນກອງຂອງເຂົາຄື 57,400ຄົນ.
\s5
\v 9 ຈຳນວນຄົນທັງຫມົດຂອງຄ້າຍພັກຢູດາຄື 186,400ຄົນ. ພວກເຂົາຈະອອກເດີນທາງອອກຫນ້າກ່ອນ.
\s5
\v 10 ທາງດ້ານທິດ​ໃຕ້​ຈະເປັນຄ້າຍພັກຂອງຣູເບັນພາຍໃຕ້​ທຸງພວກເຂົາ, ຜູ້ນຳຄ້າຍພັກຂອງ​ຣູເບັນຄືເອລີຊູລູກເຊເດອູເຣ.
\v 11 ຈຳນວນຄົນໃນກອງຂອງເຂົາຄື 46,500ຄົນ.
\s5
\v 12 ເຜົ່າຊີເມໂອນຕັ້ງຄ້າຍພັກຖັດຈາກຣູເບັນ. ຜູ້ນຳຂອງຊີເມໂອນຄືເຊລູມີເອນລູກຊູຣິດຊັດດາຍ.
\v 13 ຄົນເຫລົ່ານັ້ນທີ່ນັບໄດ້ໃນກອງຂອງເຂົາຄື 59,300ຄົນ.
\s5
\v 14 ເຜົ່າກາດຢູ່ຖັດໄປ. ຜູ້ນຳຂອງຄົນຂອງພຣະເຈົ້າຄືເອລີອາສັບລູກດູເອນ.
\v 15 ຈຳນວນຄົນໃນກອງຂອງເຂົາຄື 45,650ຄົນ.
\s5
\v 16 ຄົນທັງຫມົດທີ່ນັບໄດ້ໃນຄ້າຍພັກຣູເບັນຕາມກອງຂອງພວກເຂົາ, ຄື 151,450 ຄົນ. ພວກເຂົາຈະອອກເດີນທາງເປັນລຳດັບທີສອງ.
\s5
\v 17 ຕໍ່ຈາກນັ້ນຫໍເຕັນບ່ອນຊຸມນຸມ ຕ້ອງອອກມາຈາກຄ້າຍພັກພ້ອມກັບຄົນ​ເລວີ​ທີ່ຢູ່ທາງກາງຂອງຄ້າຍພັກທັງຫມົດ. ພວກເຂົາ​ຕ້ອງ​​ອອກ​ມາຈາກຄ້າຍໃຫ້​ເປັນ​ລຳດັບ​ແບບ​ດຽວກັບທີ່ພວກເຂົາເຂົ້າໄປໃນ​​ຄ້າຍພັກ. ຜູ້ຊາຍທຸກຄົນຕ້ອງຢູ່ໃນບ່ອນຂອງເຂົາຕາມທຸງໄຊ​ຂອງຕົນ.
\s5
\v 18 ກອງຂອງຄ້າຍພັກຂອງເອຟຣາອິມ​ຢູ່​ພາຍໃຕ້​ທຸງຂອງ​ພວກເຂົາ ຜູ້ນຳຂອງພວກເຂົາຄືເອລີຊາມາລູກອາມມີຮຸດ.
\v 19 ຈຳນວນຄົນໃນກອງຂອງເຂົາຄື 40,500ຄົນ.
\s5
\v 20 ຖັດຈາກພວກເຂົາໄປຄືເຜົ່າມານັດເຊ. ຜູ້ນຳຂອງມານັດເຊຄືກາມາລິເອນລູກເປດາຊູ.
\v 21 ຈຳນວນຄົນໃນກອງຂອງເຂົາຄື 32,200 ຄົນ.
\s5
\v 22 ຖັດໄປຈະເປັນເຜົ່າເບັນຢາມິນ. ຜູ້ນຳຂອງເບັນຢາມິນຄື ອາບີດານລູກເກເດໂອນີ.
\v 23 ຈຳນວນຄົນໃນກອງຂອງເຂົາຄື 35,400 ຄົນ.
\s5
\v 24 ຈຳນວນຄົນທັງຫມົດທີ່ນັບໄດ້ໃນຄ້າຍພັກຂອງເອຟຣາອິ ຄື 108,100ຄົນພວກເຂົາຈະອອກເດີນທາງເປັນລຳດັບທີສາມ.
\s5
\v 25 ທາງດ້ານທິດເຫນືອຈະເປັນກອງຂອງຄ້າຍພັກຂອງດານ. ຜູ້ນຳຂອງຄົນດານຄື ອາຮີເອເຊລູກອຳມີຊັດດາຍ.
\v 26 ຈຳນວນຄົນໃນກອງຂອງເຂົາຄື 62,700 ຄົນ.
\s5
\v 27 ຄົນຂອງເຜົ່າອາເຊຕັ້ງຄ້າຍພັກຖັດໄປຈາກດານ. ຜູ້ນຳຂອງອາເຊຄືປາກີເອນລູກອົກກະຣານ.
\v 28 ຈຳນວນຄົນໃນກອງຂອງເຂົາຄື 41,500 ຄົນ.
\s5
\v 29 ເຜົ່ານັບທາລີຢູ່ຖັດໄປ. ຜູ້ນຳຂອງນັບທາລີຄື ອາຮີຣາລູກເອນັນ.
\v 30 ຈຳນວນຄົນໃນກອງເຂົາຄື53,400ຄົນ.
\s5
\v 31 ຈຳນວນຄົນທັງຫມົດນີ້ນັບໄດ້ໃນຄ້າຍພັກທີ່ຢູ່ກັບດານຄື 157,600ຄົນພວກເຂົາຈະອອກຈາກຄ້າຍພັກເປັນລຳດັບສຸດທ້າຍ, ພາຍໃຕ້ທຸງຂອງພວກເຂົາ."
\s5
\v 32 ຄົນເຫລົ່ານີ້ເປັນຊົນຊາດອິດສະຣາເອນ, ທີ່ນັບໄດ້ຕາມຄອບຄົວຂອງພວກເຂົາ, ຈຳນວນຄົນເຫລົ່ານັ້ນທີ່ນັບໄດ້ທັງຫມົດໃນຄ້າຍພັກ, ຂອງພວກເຂົາຕາມກອງຕ່າງໆຄື 603,550ຄົນ.
\v 33 ແຕ່ໂມເຊກັບອາໂລນບໍ່ໄດ້ນັບຄົນເລວີທີ່ຢູ່ທ່າມກາງຄົນອິດສະຣາເອນ. ນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ກັບໂມເຊ.
\s5
\v 34 ຄົນອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ກັບໂມເຊ. ພວກເຂົາຕັ້ງຄ້າຍພັກຕາມທຸງຂອງພວກເຂົາ ແລະອອກໄປຈາກຄ້າຍຕາມຕະກຸນຂອງພວກເຂົາ, ພວກເຂົາລຽງລຳດັບຕາມຄອບຄົວຂອງບັນພະບູລຸດຂອງເຂົາ.
\s5
\c 3
\cl ບົດທີ 3
\p
\v 1 ຕອນນີ້ເປັນປະຫວັດສາດຂອງເຊື້ອສາຍຂອງອາໂຣນແລະໂມເຊເມື່ອພຣະຢາເວກ່າວກັບໂມເຊເທິງພູເຂົາຊີນາຍ.
\v 2 ຊື່ລູກຊາຍຂອງອາໂຣນຄືນາດາບລູກກົກ, ແລະ ອາບີຮູ, ອາເລອາຊາ, ແລະອີທາມາ.
\s5
\v 3 ເຫລົ່ານີ້ເປັນຊື່ຂອງລູກຊາຍອາໂຣນ, ຜູ້ທີ່ໄດ້ຮັບການເຈີມເປັນປະໂຣຫິດ ແລະ ຜູ້ທີ່ໄດ້ຮັບການສະຖາປະນາໃຫ້ເຮັດຫນ້າທີ່ເປັນປະໂຣຫິດ.
\v 4 ແຕ່ນາດາບ ແລະ ອາບີຮູໄດ້ລົ້ມລົງຕາຍຕໍ່ຫນ້າພຣະຢາເວເມື່ອພວກເຂົາໄດ້ຖວາຍໄຟທີ່ຕ້ອງຫ້າມແດ່ພຣະອົງໃນຖິ່ນແຫ້ງແລ້ງກັນດານຊີນາຍ. ນາດາບ ແລະ ອາບີຮູບໍ່ມີລູກ, ດັ່ງນັ້ນເອເລອາຊາກັບອີທາມາຈຶ່ງເຮັດຫນ້າທີ່ເປັນປະໂຣຫິດກັບອາໂຣນພໍ່ຂອງພວກເຂົາ.
\s5
\v 5 ພຣະຢາເວກ່າວກັບໂມເຊ. ພຣະອົງກ່າວວ່າ,
\v 6 "ຈົ່ງນຳເຜົ່າເລວີມາ ແລະ ໃຫ້ພວກເຂົາຢູ່ຕໍ່ຫນ້າອາໂຣນປະໂຣຫິດເພື່ອໃຫ້ພວກເຂົາຊ່ວຍທ່ານ.
\s5
\v 7 ພວກເຂົາຕ້ອງປະຕິບັດຫນ້າທີ່ແທນອາໂຣນ ແລະ ແທນຊຸມຊົນທັງຫມົດທີ່ຫນ້າຫໍເຕັນບ່ອນຊຸມນຸມ. ພວກເຂົາຕ້ອງທຳງານຮັບໃຊ້ໃນຫໍເຕັນສັກສິດ.
\v 8 ພວກເຂົາຈະຕ້ອງຮັບຜິດຊອບເຄື່ອງໃຊ້ທຸກຢ່າງໃນໃນເຕັນທີ່ຊຸມນຸມ, ແລະ ພວກເຂົາຕ້ອງຊ່ວຍບັນດາເຜົ່າຂອງອິດສະຣາເອນໃນການເຮັດຫນ້າທີ່ຂົນຍ້າຍຫໍເຕັນສັກສິດ.
\s5
\v 9 ເຈົ້າຕ້ອງມອບຄົນເລວີໃຫ້ກັບອາໂຣນ ແລະ ລູກຊາຍຂອງເຂົາ. ພວກເຂົາຖືກມອບໄວ້ໃຫ້ຊ່ວຍເຂົາເຮັດວຽກຮັບໃຊ້ຄົນອິດສະຣາເອນຕະຫລອດໄປ.
\v 10 ເຈົ້າຕ້ອງແຕ່ງຕັ້ງອາໂຣນ ແລະ ພວກລູກຂອງເຂົາໃຫ້ເປັນປະໂຣຫິດ, ແຕ່ຄົນຕ່າງຊາດຄົນໃດເຂົ້າມາໃກ້ຕ້ອງຖືກລົງໂທດເຖິງຕາຍ."
\s5
\v 11 ພຣະຢາເວກ່າວກັບໂມເຊ. ພຣະອົງກ່າວວ່າ,
\v 12 "ເບິ່ງແມ, ເຮົາໄດ້ເລືອກຄົນເລວີມາຈາກທ່າມກາງຄົນອິດສະຣາເອນ. ເຮົາໄດ້ເຮັດເຊັ່ນນີ້ແທນທີ່ເຮົາຈະເລືອກລູກຊາຍກົກແຕ່ລະຄົນທີ່ເກີດມາທ່າມກາງຄົນອິດສະຣາເອນ. ຄົນເລວີເປັນຂອງເຮົາ.
\v 13 ລູກຊາຍກົກທັງຫມົດເປັນຂອງເຮົາ. ໃນວັນທີ່ເຮົາຂ້າລູກຊາຍກົກທັງຫມົດໃນເອຢິບ, ເຮົາໄດ້ແຍກລູກກົກທັງຫມົດໃນອິດສະຣາເອນ, ອອກມາເພື່ອເຮົາເອງທັງຄົນ ແລະ ສັດ. ພວກເຂົາທັງຫມົດເປັນຂອງເຮົາ. ເຮົາຄືຢາເວ."
\s5
\v 14 ພຣະຢາເວໄດ້ກ່າວກັບໂມເຊໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພຣະອົງກ່າວວ່າ,
\v 15 ຈົ່ງນັບເຊື້ອສາຍຂອງເລວີໃນແຕ່ລະຄອບຄົວ, ໃນວົງວານບັນພະບູລຸຂອງພວກເຂົາ. ຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ."
\v 16 ໂມເຊກໍນັບພວກເຂົາ. ຕາມຄຳກ່າວຂອງພຣະຢາເວ, ຕາມທີ່ພຣະອົງສັ່ງໃຫ້ເຮັດ.
\s5
\v 17 ຊື່ຂອງພວກລູກຊາຍພວກເລວີຄື ເກໂຊນ, ໂກຮາດ ແລະ ເມຣາລີ.
\v 18 ຕະກຸນທີ່ມາຈາກລູກຂອງເກໂຊນຄືລິບນີແລະຊີເມອີ.
\v 19 ຕະກຸນທີ່ມາຈາກລູກຂອງໂກຮາດຄື ອຳຣາມ, ອີຊະຮາ, ເຮັບໂລນ, ແລະ ອຸດຊີເອນ.
\v 20 ຕະກຸນທີ່ມາຈາກລູກຂອງເມຣາຣີຄື ມາຮະລີ ແລະ ມູຊີ. ຊື່ເຫລົ່ານີ້ເປັນຕະກຸນຂອງຄົນເລວີ, ທີ່ຈົດລາຍຊື່ຕະກຸນຕໍ່ຕະກຸນ.
\s5
\v 21 ຕະກຸນທີ່ມາຈາກຄົນລິບນີແລະຄົນຊີມີອີຈາກເກໂຊນ. ຄົນເຫລົ່ານີ້ເປັນຕະກຸນຂອງຄົນເກໂຊນ.
\v 22 ຜູ້ຊາຍທຸກຄົນທີ່ມີອາຍຸຫນຶ່ງເດືອນຂຶ້ນໄປທີ່ນັບໄດ້, ລວມທັງຫມົດ 7,500ຄົນ.
\v 23 ຕະກຸນຂອງຄົນເກໂຊນຕ້ອງຕັ້ງຄ້າຍພັກທາງດ້ານທິດຕາເວັນຕົກຂອງຫໍເຕັນສັກສິດ.
\s5
\v 24 ເອລີອາສັບລູກຂອງລາເອນຕ້ອງນຳຕະກຸນຂອງເຊື້ອສາຍ ຂອງຄົນເກໂຊນ.
\v 25 ຄອບຄົວຂອງເກໂຊນຕ້ອງຮັບຜິດຊອບຫໍເຕັນບ່ອນຊຸມນຸມລວມທັງຫໍເຕັນສັກສິດດ້ວຍ, ພວກເຂົາຕ້ອງຮັບຜິດຊອບເຕັນນັ້ນ ສິ່ງທີ່ປົກຄຸມເຕັນ, ແລະຜ້າກັ້ງທີ່ໃຊ້ເປັນທາງເຂົ້າຂອງເຕັນທີ່ຊຸມນຸມ.
\v 26 ພວກເຂົາຕ້ອງຮັບຜິດຊອບຜ້າກັ້ງບັງລານ, ຜ້າກັ້ງທາງເຂົ້າລານທີ່ຢູ່ຮອບສະຖານທີ່ນະມັດສະການແລະແທ່ນບູຊາ. ພວກເຂົາຕ້ອງຮັບຜິດຊອບເຊືອກໂຍງຂອງເຕັນບ່ອນຊຸມນຸມແລະຮັບຜິດຊອບທຸກຢ່າທີ່ຢູ່ໃນນັ້ນ.
\s5
\v 27 ຕະກຸນເຫລົ່ານີ້ມາຈາກໂກຮາດຄື: ຕະກຸນຂອງອຳຣາມ, ແລະຕະກຸນຂອງອີຊະຮາ, ຕະກຸນຂອງເຮັບໂລນ, ແລະຕະກຸນຂອງອຸດຊີເອນ. ຕະກຸນເຫລົ່ານີ້ເປັນຂອງໂກຮາດ.
\v 28 ຜູ້ຊາຍທີ່ມີອາຍຸຫນຶ່ງເດືອນຂຶ້ນໄປທີ່ນັບໄດ້ 8,600 ຄົນ. ທີ່ຮັກສາສິ່ງຕ່າງໆທີ່ເປັນຂອງພຣະຢາເວ.
\v 29 ຄອບຄົວຂອງເຊື້ອສາຍຂອງໂກຮາດ ຕ້ອງຕັ້ງຄ້າຍພັກທາງດ້ານທິດໃຕ້ຂອງຫໍເຕັນສັກສິດ.
\s5
\v 30 ເອລີຊາຟັນລູກຂອງອຸດຊີເອນຈະຕ້ອງນຳຕະກຸນໂກຮາດ.
\v 31 ພວກເຂົາຕ້ອງຮັບຜິດຊອບຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ, ແລະສິ່ງບໍຣິສຸດທີ່ໃຊ້ໃນການບົວລະບັດຂອງວພວກເຂົາ ຜ້າກັ້ງ, ແລະງານທຸກຢ່າງທີ່ຢູ່ບໍລິເວນໂດຍຮອບນັ້ນ.
\v 32 ເອເລອາຊາ ລູກອາໂຣນປະໂຣຫິດຕ້ອງນຳຄົນເລວີ. ເຂົາຕ້ອງກຳກັບຮັບຜິດຊອບຄົນທີ່ດູແລສະຖານທີ່ສັກສິດ.
\s5
\v 33 ມີສອງຕະກຸນທີ່ມາຈາກຕະກຸນເມຣາຣີຄື: ຕະກຸນຂອງຄົນມາຮະລີແລະຕະກຸນຂອງຄົນມູຊີ. ຕະກຸນເຫລົ່ານີ້ມາຈາກເມຣາຣີ.
\v 34 ຜູ້ຊາຍທີ່ມີອາຍຸຫນຶ່ງເດືອນຂຶ້ນໄປທີ່ນັບໄດ້ 6,200 ຄົນ.
\v 35 ຊູຣີເອນລູກຊາຍຂອງອາບີໄຮຕ້ອງນຳຕະກຸນຂອງເມຣາຣີ. ພວກເຂົາຕອ້ງຕັ້ງຄ້າຍພັກທາງດ້ານທິດເຫນືອຂອງຫໍເຕັນສັກສິດ.
\s5
\v 36 ເຊື້້ອສາຍຂອງເມຣາຣີຕ້ອງຮັບຜິດຊອບໄມ້ຂອບຂອງຫໍເຕັນສັກສິດ, ຄານ, ໄມ້ເສົາ, ແລະຕີນເສົາແລະສ່ວນປະກອບທັງຫມົດ ແລະ ລວມເຖິງທຸກສິ່ງທີ່ກ່ຽວຂ້ອງກັບສິ່ງເຫລົ່ານີ້.
\v 37 ເສົາຫລັກ ແລະ ໄມ້ເສົາຂອງລານທີ່ຢູ່ຮອບຫໍເຕັນ ພ້ອມກັບຂໍ້ຕໍ່, ຫລັກສຽບ, ແລະເຊືອກມັດ.
\s5
\v 38 ໂມເຊ ແລະ ອາໂຣນກັບບັນດາລູກຊາຍຂອງເພິ່ນນັ້ນ ຕ້ອງຕັ້ງຄ້າຍພັກທາງທິດຕາເວັນອອກຂອງຫໍເຕັນສັກສິດ, ທີ່ຢຸ່ຕໍ່ຫນ້າຫໍເຕັນບ່ອນຊຸມນຸມ. ພວກເຂົາຮັບຜິດຊອບໃນການປະຕິບັດພາລະກິດຫນ້າທີ່ໃນບ່ອນນະມັດສະການແລະຫນ້າທີ່ຂອງຄົນອິດສະຣາເອນ. ຄົນຕ່າງຊາດທີ່ເຂົ້າມາໃກ້ບ່ອນນະມັດສະການຕ້ອງມີໂທດເຖິງຕາຍ.
\v 39 ໂມເຊກັບອາໂຣນໄດ້ນັບຜູ້ຊາຍທັງຫມົດໃນຕະກຸນຂອງເລວີ ທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ, ຕາມທີ່ພຣະຢາເວຊົງສັ່ງໄວ້. ພວກເຂົານັບໄດ້ສອງຫມື່ນສອງພັນຄົນ.
\s5
\v 40 ພຣະຢາເວກ່າວກັບໂມເຊວ່າ, "ຈົ່ງນັບລູກຊາຍກົກທັງຫມົດຂອງຄົນອິດສະຣາເອນທີ່ມີອາຍຸຫນຶ່ງເດືອນຂຶ້ນໄປ. ຈົ່ງຈົດລາຍຊື່ຂອງພວກເຂົາ.
\v 41 ເຈົ້າຕ້ອງນຳເອົາຄົນເລວີໃຫ້ກັບເຮົາ ເຮົາຄືຢາເວ ເພື່ອແທນລູກກົກທັງຫມົດຂອງຄົນອິດສະຣາເອນ, ແລະຝູງສັດຂອງຄົນເລວີແທນລູກຫົວປີຂອງຝູງສັດຂອງເຊື້ອສາຍອິດສະຣາເອນ.
\s5
\v 42 ໂມເຊນັບລູກຫົວປີທັງຫມົດຂອງຄົນອິດສະຣາເອນ ຕາມທີ່ພຣະຢາເວຊົງສັ່ງເພິ່ນໃຫ້ເຮັດ.
\v 43 ເພິ່ນນັບລູກຊາຍຫົວປີທຸກຄົນຕາມຊື່ທີ່ມີອາຍຸຫນຶ່ງເດືອນຂຶ້ນໄປເພິ່ນນັບໄດ້ 22,273ຄົນ
\s5
\v 44 ພຣະຢາເວ, ກ່າວກັບໂມເຊ. ອີກຄັ້ງຫນຶ່ງ ພຣະອົງກ່າວວ່າ,
\v 45 ຈົ່ງນຳເອົາຄົນເລວີມາແທນທີ່ລູກຫົວປີທຸກຄົນທີ່ຢູ່ທ່າມກາງຄົນອິດສະຣາເອນ, ແລະນຳເອົາຝູງສັດຂອງຄົນເລວີມາແທນສັດຂອງຊຸມຊົນນັ້ນ ຄົນເລວີເປັນຂອງເຮົາ ເຮົາຄືຢາເວ.
\s5
\v 46 ເຈົ້າຕ້ອງເກັບເງິນຄົນລະຫ້າຫລຽນເພື່ອເປັນຄ່າໄຖ່ລູກຊາຍກົກຂອງຄົນອິດສະຣາເອນ 273 ຄົນທີ່ເກີນຈຳນວນຂອງຄົນເລວີ.
\v 47 ເຈົ້າຕ້ອງໃຊ້ຫລຽນຂອງສຳນັກນະມັດສະການ. ເປັນຕົວກຳນົດການສັ່ງນຳ້ຫນັກຂອງເຈົ້າ ຫນຶ່ງຫລຽນເທົ່າກັບຊາວເກຣາ.
\v 48 ເຈົ້າຕ້ອງມອບເງິນຄ່າໄຖ່ທີ່ເຈົ້າຈ່າຍໃຫ້ກັບອາໂຣນລະບັນດາລູກຂອງເຂົາ."
\v 49 ດັ່ງນັ້ນໂມເຊຈຶ່ງເກັບຄ່າໄຖ່ຈາກຄົນເຫລົ່ານັ້ນທີ່ເກີນຈາກຈຳນວນຂອງຄົນ ທີ່ຄົນເລວີໄດ້ໄຖ່ໄວ້ແລ້ວ.
\v 50 ໂມເຊເກັບເງິນຈາກລູກຊາຍກົກຂອງຄົນອິດສະຣາເອນ ທ່ານເກັບໄດ້ 1,365 ຫລຽນເຊເຄ, ທີ່ສັ່ງນຳ້ຫນັກຕາມສຳນັກນະມັດສະການ.
\v 51 ໂມເຊໄດ້ມອບເງິນຄ່າໄຖ່ນັ້ນໃຫ້ກັບອາໂລນແລະພວກລູກຂອງລາວ. ໂມເຊໄດ້ເຮັດທຸກຢ່າງຕາມຄຳສັ່ງຂອງພຣະຢາເວທີ່ຊົງບອກໃຫ້ທ່ານເຮັດ, ຕາມທີ່ພຣະຢາເວໄດ້ຊົງສັ່ງທ່ານໄວ້.
\s5
\c 4
\cl ບົດທີ 4
\p
\v 1-2 ພຣະຢາເວກ່າວກັບໂມເຊແລະກັບອາໂຣນ. ພຣະອົງກ່າວວ່າ, "ຈົ່ງເຮັດສຳມະໂນຄົວຂອງຜູ້ຊາຍເຊື້ອສາຍຂອງໂກຮາດຈາກທ່າມກາງຄົນເລວີ, ຕາມຕາມຕະກຸນແລະຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 3 ຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸ 30ປີ ເຖິງ 50 ປີ. ຜູ້ຊາຍເຫລົ່ານີ້ຕ້ອງເຂົ້າຮ່ວມກັບກຸ່ມຄົນທີ່ປະຕິບັດຫນ້າທີ່ໃນຫໍເຕັນບ່ອນຊຸມນຸມ.
\v 4 ເຊື້ອສາຍຂອງໂກຮາດຕ້ອງຮັບຜິດຊອບສິ່ງທີ່ບໍຣິສຸດທີ່ສຸດທີ່ສະຫງວນໄວ້ສຳລັບເຮົາໃນຫໍເຕັນບ່ອນຊຸມນຸມ.
\s5
\v 5 ເມື່ອຄ້າຍພັກຕຽມທີ່ຈະເຄື່ອນຍ້າຍອອກໄປ, ອາໂຣນກັບພວກລູກຊາຍຂອງເຂົາຕ້ອງເຂົ້າໄປຂ້າງໃນຫໍເຕັນນັ້ນ, ປົດຜ້າກັ້ງຊຶ່ງໃຊ້ກັ້ນອະພິສຸທິສະຖານຈາກວິສຸທິສະຖານແລະປົກຫີບແຫ່ງພັນທະສັນຍາດ້ວຍຜ້າກັ້ງນັ້ນ.
\v 6 ພວກເຂົາຕ້ອງປົກຫີບນັ້ນດ້ວຍຫນັງທາຄັດຄຸມ. ພວກເຂົາຕ້ອງປູຜ້າສີຟ້າປົກຫີບນັ້ນໄວ້ ພວກເຂົາຕ້ອງສອດໄມ້ຄານຫາມເພື່ອຂົນຍ້າຍໄປ.
\s5
\v 7 ພວກເຂົາໄດ້ປູຜ້າສີຟ້າເທິງໂຕະເຂົ້າຈີ່ຕໍ່ຫນ້າ ພວກເຂົາຕ້ອງ ວາງຈານ, ບ່ວງ, ຊາມ, ແລະໂຖສຳລັບເຍັ້ນເທິງໂຕະນັ້ນ, ເຂົ້າຈີ່ຕ້ອງມີຢູ່ເທິງໂຕະສະເຫມີ.
\v 8 ພວກເຂົາຕ້ອງປົກສິ່ງເຫລົ່ານັ້ນດ້ວຍຜ້າສີແດງເຂັ້ມແລະປົກທັບດ້ວຍຫນັງທາຄັດອີກຊັ້ນຫນຶ່ງ ພວກເຂົາຕ້ອງສອດໄມ້ຄານຫາມເພື່ອຈະຂົນໂຕະນັ້ນໄປ.
\s5
\v 9 ພວກເຂົາຕ້ອງເອົາຜ້າສີຟ້າມາແລະ ປົກຫລັກຕະກຽງ, ພ້ອມກັບຕະກຽງ, ເຫລັກຄີບ, ຖາດ, ແລະຖັງໃສ່ນຳ້ມັນສຳລັບຕະກຽງທຸກຫນ່ວຍຂອງຫລັກຕະກຽງ.
\v 10 ພວກເຂົາຕ້ອງວາງຫລັກຕະກຽງແລະສ່ວນປະກອບຂອງມັນທັງຫມົດ ໃນການຫໍ່ດ້ວຍຫນັງທາຄັດແລະພວກເຂົາຕ້ອງວາງມັນເທິງຄານຫາມ.
\v 11 ພວກເຂົາຕ້ອງປູຜ້າສີຟ້າເທິງແທ່ນບູຊາທອງຄຳ. ພວກເຂົາຕ້ອງປົກມັນດ້ວຍການຫໍ່ດ້ວຍຫນັງທາຄັດ, ແລະຈາກນັ້ນກໍສອດໄມ້ຄານຫາມ.
\s5
\v 12 ພວກເຂົາຕ້ອງເອົາຂອງໃຊ້ທຸກຢ່າງສຳລັບງານວິສຸທິສະຖານ ແລະຫໍ່ມັນດວ້ຍຜ້າສີຟ້າ. ພວກເຂົາຕ້ອງປົກມັນດ້ວຍຫນັງທາຄັດ ແລະ ວາງຂອງໃຊ້ນັ້ນໄວ້ເທິງຄານຫາມ.
\v 13 ພວກເຂົາຕ້ອງເອົາຂີ້ເຖົ່າອອກຈາກແທ່ນບູຊາ ແລະປູຜ້າສີມ່ວງເທິງແທ່ນບູຊານັ້ນ.
\v 14 ພວກເຂົາຕ້ອງວາງຂອງໃຊ້ທຸກຢ່າງທີ່ພວກເຂົາໃຊ້ໃນງານກ່ຽວກັບແທ່ນບູຊາເທິງໂຄງຫາມສິ່ງຂອງເຫລົ່ານີ້ຄື ຖາດຮອງໄຟ, ຂໍເກາະ, ຊ້ວນ, ຊາມ, ແລະ ຂອງໃຊ້ອື່ນໆ ທຸກຢ່າງສຳລັບແທ່ນບູຊາ. ພວກເຂົາຕ້ອງປົກແທ່ນບູຊາດ້ວຍຫນັງທາຄັດ ແລະຈາກນັ້ນກໍສອດໄມ້ຄານຫາມ.
\s5
\v 15 ເມື່ອອາໂຣນແລະພວກລູກຊາຍຂອງເຂົາໄດ້ປົກຄຸມວິສຸທິສະຖານແລະຂອງໃຊ້ທຸກຢ່າງຂອງສະຖານທີ່ນັ້ນຮຽບຮ້ອຍແລ້ວ ແລະໃນຕອນທີ່ຈະເຄື່ອນຍ້າຍຄ້າຍພັກອອກໄປຫລັງຈາກນັ້ນ ເຊື້ອສາຍຂອງໂກຮາດ, ຕ້ອງເຂົ້າມາຂົນຍ້າຍວິສຸທິສະຖານໄປ. ຖ້າພວກເຂົາແຕະຕ້ອງຂອງໃຊ້ບໍຣິສຸດ, ພວກເຂົາຕ້ອງຕາຍ. ນີ້ເປັນງານຂອງເຊື້ອສາຍຂອງໂກຮາດຄືການຂົນເຄື່ອງໃຊ້ໃນເຕັນບ່ອນຊຸມນຸມ.
\v 16 ເອເລອາຊາລູກຊາຍຂອງອາໂຣນປະໂຣຫິດເປັນຜູ້ຄວບຄຸມການດູແລນຳ້ມັນສຳລັບຕະກຽງ, ເຄື່ອງຫອມ, ແລະພືດຜົນເປັນເມັດເພື່ອຖວາຍບູຊາ, ແລະນຳ້ມັນເຈີມ, ເຂົາຄວບຄຸມການດູແລຫໍເຕັນສັກສິດທັງຫມົດ ແລະທຸກສິ່ງທີ່ຢູ່ໃນຫໍເຕັນສັກສິດນັ້ນຄື, ວິສຸທິສະຖານແລະຂອງໃຊ້ຂອງສະຖານທີ່ນັ້ນ.
\s5
\v 17 ພຣະຢາເວກ່າວກັບໂມເຊ ແລະອາໂຣນ. ພຣະອົງກ່າວວ່າ,
\v 18 "ຢ່າໃຫ້ຕະກຸນເຜົ່າຄົນໂກຮາດ, ຖືກຕັດຂາດໄປຈາກທ່າມກາງຄົນເລວີ.
\v 19 ຈົ່ງປົກປ້ອງພວກເຂົາ, ເພື່ອທີ່ຈະມີຊີວິດຢູ່ແລະ ບໍ່ຕາຍ, ໂດຍການເຮັດເຊັ່ນນີ້. ຕອນທີ່ພວກເຂົາໃກ້ສິ່ງບໍຣິສຸດ.
\v 20 ພວກເຂົາຕ້ອງບໍ່ເຂົ້າໄປຂ້າງໃນເພື່ອຈະເບິ່ງວິສຸທິສະຖານແມ່ນແຕ່ຊົ່ວອຶດໃຈດຽວ, ບໍ່ດັ່ງນັ້ນພວກເຂົາຕ້ອງຕາຍ ອາໂຣນແລະ ພວກລູກຊາຍຂອງເຂົາຕ້ອງກຳນົດໃຫ້ຄົນໂກຮາດແຕ່ລະຄົນໃຫ້ເຮັດງານສະເພາະຂອງເຂົາ."
\s5
\v 21 ພຣະຢາເວບອກກັບໂມເຊອີກຄັ້ງ. ພຣະອົງບອກວ່າ,
\v 22 "ຈົ່ງເຮັດສຳມະໂນຄົວຂອງເຊື້ອສາຍຂອງເກໂຊນດ້ວຍ, ຕາມຄອບຄົວພໍ່ຂອງພວກເຂົາ.
\v 23 ຈົ່ງນັບຄົນເຫລົ່ານັ້ນທີ່ມີອາຍຸ ສາມສິບປີ ເຖິງຫ້າສິບປີ. ຈົ່ງນັບພວກເຂົາທຸກຄົນທີ່ຈະເຂົ້າຮ່ວມກັບກຸ່ມຄົນທີ່ຈະບົວລະບັດ ຫນ້າທີ່ໃນຫໍເຕັນທີ່ຊຸມນຸມ.
\s5
\v 24 ນີ້ເປັນງານຂອງຕະກຸນຂອງຄົນເກໂຊນ, ເມື່ອພວກເຂົາປະຕິບັດຫນ້າທີ່ ແລະສິ່ງທີ່ພວກເຂົາຕ້ອງຂົນຍ້າຍ.
\v 25 ພວກເຂົາຕ້ອງຂົນຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນປະຊຸມ, ແລະຜ້າທີ່ປົກຄຸມ ທີ່ມີການປົກຄຸມດ້ວຍຫນັງທາຄັດທີ່ຢູ່ເທິງນັ້ນ, ແລະຜ້າກັ້ງສຳລັບທາງເຂົ້າຂອງຫໍເຕັນປະຊຸມ.
\v 26 ພວກເຂົາຕ້ອງຂົນຜ້າກັ້ງຂອງລານ, ຜ້າກັ້ງສຳລັບທາງເຂົ້າປະຕູຂອງປະຕູລານ ທີ່ຢູ່ໃກ້ຫໍເຕັນແລະແທ່ນບູຊາ, ເຊືອກຂອງຜ້າກັ້ງເຫລົ່ານັ້ນແລະເຄື່ອງໃຊ້ທຸກຢ່າງສຳລັບການປະຕິບັດຫ້າທີ່ຂອງພວກເຂົາ, ສິ່ງໃດກໍຕາມທີ່ຄວນຈະເຮັດກັບສິ່ງເຫລົ່ານີ້ພວກເຂົາຕ້ອງເຮັດສິ່ງນັ້ນ.
\s5
\v 27 ອາໂຣນແລະພວກລູກຊາຍຂອງເຂົາ ຕ້ອງກຳກັບຮັບຜິດຊອບປະຕິບັດຫນ້າທີ່ທຸກຢ່າງຂອງເຊື້ອສາຍຂອງຄົນເກໂຊນ, ໃນທຸກຢ່າງທີ່ພວກເຂົາຂົນຍ້າຍ, ແລະໃນການປະຕິບັດຫນ້າທີ່ທຸກຢ່າງຂອງພວກເຂົາ. ເຈົ້າຕ້ອງກຳນົດຄວາມຮັບຜິດຊອບທຸກຢ່າງຂອງພວກເຂົາໃຫ້ແກ່ພວກເຂົາ.
\v 28 ນີ້ເປັນການປະຕິບັດຫນ້າທີ່ຂອງຕະກຸນຂອງເຊື້ອສາຍຂອງຄົນເກໂຊນສຳລັບຫໍເຕັນປະຊຸມ. ອີທາມາລູກຊາຍຂອງອາໂຣນປະໂຣຫິດຕ້ອງນຳພວກເຂົາໃນການປະຕິບັດຫນ້າທີ່ຂອງພວກເຂົາ.
\s5
\v 29 ເຈົ້າຕ້ອງນັບເຊື້ອສາຍຂອງເມຣາຣີຕາມຕະກຸນຂອງພວກເຂົາ ແລະລຽງລຳດັບພວກເຂົາຕາມຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 30 ຕັ້ງແຕ່ຄົນທີ່ມີອາຍຸ ສາມສິບປີ ເຖິງຫ້າສິບປີ ຈົ່ງນັບທຸກຄົນທີ່ຈະເຂົ້າຮ່ວມກຸ່ມແລະປະຕິບັດຫນ້າທີ່ໃນເຕັນປະຊຸມ.
\s5
\v 31 ນີ້ເປັນຄວາມຮັບຜິດຊອບແລະງານຂອງພວກເຂົາໃນການປະຕິບັດຫນ້າທີ່ທັງຫມົດສຳລັບຫໍເຕັນປະຊຸມ. ພວກເຂົາຕ້ອງຮັບຜິດຊອບໂຄງຮ່າງຂອງຫໍເຕັນສັກສິດ, ໄມ້ຄານ, ໄມ້ເສົາ, ແລະຕີນຮອງ.
\v 32 ຕະຫລອດຈົນເສົາ, ໄມ້ຂອງລານຮອບຫໍເຕັນສັກສິດ, ຕີນຮອງ, ຫລັກສຽບ, ແລະເຊືອກສຳລັບອ້ອມເດີ່ນກັບສ່ວນປະກອບຕ່າງໆຂອງຫໍເຕັນສັກສິດ, ຈົ່ງຈົດລາຍຊື່ຂອງສິ່ງຂອງທີ່ພວກເຂົາຕ້ອງຂົນຍ້າຍ.
\s5
\v 33 ນີ້ເປັນງານຂອງຕະກຸນຂອງເຊື້ອສາຍເມຣາຣີ ສິ່ງທີ່ພວກເຂົາເຮັດສຳລັບຫໍເຕັນປະຊຸມ ພາຍໃຕ້ການກຳກັບຮັບຜິດຊອບຂອງ ອີທາມາລູກຊາຍຂອງອາໂຣນປະໂຣຫິດ."
\s5
\v 34 ໂມເຊ ແລະ ອາໂຣນ ແລະພວກຜູ້ນຳຊຸມຊົນນັ້ນໄດ້ນັບຄົນໂກຮາດ ຕາມຄອບຄົວບັນພະບູລຸດຂອງພໍ່.
\v 35 ພວກເຂົານັບຄົນເຫລົ່ານັ້ນທີ່ມີອາຍຸສາມສິປີຂຶ້ນໄປຈົນເຖິງຫ້າສິບປີພວກເຂົານັບທຸກຄົນທີ່ຈະເຂົ້າຮ່ວມກັບກຸ່ມຄົນທີ່ຈະປະຕິບັດຫນ້າທີ່ໃນເຕັນປະຊຸມ.
\v 36 ພວກເຂົານັບໄດ້2,750ຄົນຕາມຕະກຸນຂອງພວກເຂົາ.
\s5
\v 37 ໂມເຊແລະອາໂຣນ ນັບຜູ້ຊາຍທຸກຄົນໃນຕະກຸນແລະຄອບຄົວຂອງບັນພະບູລຸດຂອງຄົນໂກຮາດ ທີ່ປະຕິບັດຫນ້າທີ່ໃນເຕັນປະຊຸມ. ໃນການເຮັດເຊັ່ນນີ້, ພວກເຂົາເຊື່ອຟັງສິ່ງທີ່ພຣະຢາເວສັ່ງພວກເຂົາໃຫ້ເຮັດຜ່ານທາງໂມເຊ.
\s5
\v 38 ເຊື້ອສາຍຂອງເກໂຊນ ທີ່ນັບໃນຕະກຸນຂອງພວກເຂົາຕາມຄອບຄົວໃນບັນພະບູລຸດຂອງພວກເຂົາ,
\v 39 ຕັ້ງແຕ່ອາຍຸ ສາມສິບປີເຖິງຫ້າສິບປີ, ທຸກຄົນທີ່ເຂົ້າຮ່ວມກຸ່ມຄົນທີ່ຈະປະຕິບັດຫນ້າທີ່ໃນຫໍເຕັນປະຊຸມ.
\v 40 ຜູ້ຊາຍທຸກຄົນ, ທີ່ນັບຕາມຕະກຸນແລະຄອບຄົວບັນພະບູລຸດຂອງພວກເຂົາ, ນັບໄດ້ 2,630 ຄົນ.
\s5
\v 41 ໂມເຊແລະອາໂຣນໄດ້ນັບຕາມຕະກຸນຂອງເຊື້ອສາຍເກໂຊນ ຜູ້ທີ່ຈະປະຕິບັດຫນ້າທີ່ໃນຫໍເຕັນປະຊຸມ. ໃນການເຮັດເຊັ່ນນີ້, ພວກເຂົາໄດ້ເຊື່ອຟັງສິ່ງທີ່ພຣະຢາເວຊົງສັ່ງໃຫ້ພວກເຂົາເຮັດຜ່ານທາງໂມເຊ.
\s5
\v 42 ເຊື້ອສາຍຂອງເມຣາຣີທີ່ນັບໄດ້ໃນຕະກຸນຂອງພວກເຂົາ ຕາມຄອບຄົວຂອງບັນພະບູລຸດຂອງພວກເຂົາ,
\v 43 ຕັ້ງແຕ່ອາຍຸ ສາມສິບປີເຖິງຫ້າສິບປີ, ທຸກຄົນທີ່ເຂົ້າຮວ່ມກຸ່ມທີ່ປະຕິບັດຫນ້າທີ່ໃນເຕັນປະຊຸມ.
\v 44 ຜູ້ຊາຍທຸກຄົນ, ທີ່ນັບຕາມຕະກຸນແລະຄອບຄົວຂອງບັນພະລູລຸດຂອງພວກເຂົາ, ນັບໄດ້ 3,200ຄົນ.
\s5
\v 45 ໂມເຊແລະອາໂຣນນັບພວກຜູ້ຊາຍ, ເຫລົ່ານີ້ທຸກຄົນທີ່ເປັນເຊື້ອສາຍຂອງເມຣາຣີ. ໃນການເຮັດເຊັ່ນນີ້, ພວກເຂົາເຊື່ອຟັງສິ່ງທີ່ພຣະຢາເວຊົງສັ່ງໃຫ້ພວກເຂົາເຮັດຜ່ານທາງໂມເຊ.
\s5
\v 46 ດັ່ງນັ້ນໂມເຊ, ອາໂຣນ, ແລະພວກຜູ້ນຳຂອງອິດສະຣາເອນ ຈຶ່ງນັບຄົນເລວີທັງຫມົດຕາມຕະກຸນຂອງພວກເຂົາ ໃນຄອບຄົວຂອງບັນພະບູລຸດຂອງພວກເຂົາ.
\v 47 ຕັ້ງແຕ່ອາຍຸ ສາມສິບປີເຖິງຫ້າສິບປີ, ພວກເຂົານັບທຸກຄົນທີ່ຈະເຮັດວຽກໃນຫໍເຕັນສັກສິດ, ແລະຜູ້ທີ່ຈະຂົນຍ້າຍແລະຮັບຜິດຊອບສິ່ງຂອງຕ່າງໆໃນຫໍເຕັນປະຊຸມ.
\v 48 ພວກເຂົານັບໄດ້ 8,580 ຄົນ.
\s5
\v 49 ຕາມທີ່ພຣະຢາເວໄດ້ສັ່ງຜ່ານ, ໂມເຊນັບຜູ້ຊາຍ, ແຕ່ລະຄົນຕໍ່ໄປຕາມປະເພດຂອງງານທີ່ເຂົາໄດ້ຮັບມອບຫມາຍໃຫ້ເຮັດ. ເພິ່ນນັບຜູ້ຊາຍແຕ່ລະຄົນຕາມຫນ້າທີ່ຂອງຄວາມຮັບຜິດຊອບທີ່ພວກເຂົາຮັບໄວ້. ໃນການເຮັດເຊັ່ນນີ້, ພວກເຂົາໄດ້ເຊື່ອຟັງຕາມທີ່ພຣະຢາເວຊົງສັ່ງພວກເຂົາໃຫ້ເຮັດຜ່ານທາງໂມເຊ.
\s5
\c 5
\cl ບົດທີ 5
\p
\v 1 ພຣະຢາເວບອກໂມເຊ. ພຣະອົງບອກວ່າ,
\v 2 "ຈົ່ງສັ່ງຄົນອິດສະຣາເອນໃຫ້ແຍກທຸກຄົນທີ່ຕິດເຊື້ອໂລກຜີວຫນັງ, ແລະທຸກຄົນທີ່ມີສິ່ງໄຫລອອກມາ, ແລະຄົນໃດກໍຕາມທີ່ເປັນມົນທິນຈາກການແຕະຕ້ອງຊາກສົບອອກໄປຈາກຄ້າຍພັກ.
\v 3 ບໍ່ວ່າຊາຍຫລືຍິງ, ເຈົ້າຕ້ອງແຍກພວກເຂົາອອກຈາກຄ້າຍພັກ. ພວກເຂົາຕ້ອງບໍ່ເຮັດໃຫ້ຄ້າຍພັກມີມົນທິນ, ເພາະເຮົາສະຖິດຢູ່ໃນຄ້າຍພັກນີ້."
\v 4 ຄົນອິດສະຣາເອນເຮັດຕາມນັ້ນ. ພວກເຂົາແຍກຄົນເຫລົ່ານັ້ນໄປຈາກຄ້າຍພັກ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ. ຄົນອິດສະຣາເອນກໍເຊື່ອຟັງພຣະຢາເວ.
\s5
\v 5 ພຣະຢາເວບອກໂມເຊ. ພຣະອົງບອກວ່າ,
\v 6 ເມື່ອຜູ້ຊາຍຫລືຜູ້ຍິງໄດ້ເຮັດບາບໃດໆ ຢ່າງທີ່ຜູ້ໃດຜູ້ຫນຶ່ງເຮັດບາບຕໍ່ກັນ, ແລະເປັນການບໍ່ສັດຊື່ຕໍ່ເຮົາ, ຄົນນັ້ນກໍມີຄວາມຜິດ.
\v 7 ຈາກນັ້ນເຂົາຕ້ອງສາລະພາບບາບທີ່ເຂົາໄດ້ເຮັດ. ເຂົາຕ້ອງໃຊ້ແທນຄືນແກ່ການເຮັດຜິດຂອງເຂົາ ແລະເພີ່ມຄ່າອີກຫນຶ່ງໃນຫ້າ. ເຂົາຕ້ອງໃຫ້ຄ່າໃຊ້ແທນນັ້ນຕໍ່ຄົນທີ່ເຂົາເຮັດຜິດ.
\s5
\v 8 ແຕ່ຖ້າຄົນທີ່ເຂົາໄດ້ກະທຳຜິດບໍ່ມີພີ່ນ້ອງໃກ້ຊິດ ທີ່ຈະຮັບຄ່າໃຊ້ແທນຄືນ, ຄ່າການເຮັດຜິດຂອງເຂົາໃຫ້ກັບເຮົາຜ່ານທາງປະໂຣຫິດ, ພ້ອມກັບລູກແກະທີ່ຈະລົບບາບໃຫ້ກັບຕົວເຂົາເອງ.
\v 9 ເຄື່ອງບູຊາຂອງທຸກຄົນຈະເປັນຂອງຄົນອິດສະຣາເອນ, ບັນດາສິ່ງທີ່ຄົນອິດສະຣາເອນ, ແຍກໄວ້ແລະນຳມາໃຫ້ປະໂຣຫິດກໍຈະເປັນຂອງເຂົາ.
\v 10 ເຄື່ອງບູຊາຂອງທຸກຄົນຈະເປັນຂອງປະໂຣຫິດ; ຖ້າຄົນໃດມອບສິ່ງໃດໆໃຫ້ແກ່ປະໂຣຫິດ, ສິ່ງນັ້ນກໍຈະເປັນຂອງເຂົາ."
\s5
\v 11 ພຣະອົງບອກວ່າ,
\v 12 "ຈົ່ງເວົ້າກັບຄົນອິດສະຣາເອນ. ຈົ່ງບອກພວກເຂົາວ່າ, 'ສົມມຸດວ່າເມຍຂອງຊາຍຄົນຫນຶ່ງນອກໃຈແລະເຮັດບາບຕໍ່ຜົວຂອງນາງ.
\s5
\v 13 ແລ້ວສົມມຸດວ່າຊາຍອີກຄົນຫນຶ່ງຫລັບນອນກັບນາງ. ໃນກໍລະນີນັ້ນ, ນາງກໍເປັນມົນທິນ. ເຖິງແມ່ນວ່າຜົວຂອງນາງຈະບໍ່ເຫັນຫລືບໍ່ຮູ້ເລື່ອງນີ້, ແລະເຖິງແມ່ນວ່າບໍ່ມີໃຜຈັບໄດ້ວ່ານາງໄດ້ເຮັດເຊັ່ນນັ້ນ ແລະບໍ່ມີຜູ້ໃດເປັນພະຍານປັກປຳນາງ,
\v 14 ແຕ່ຢ່າງໃດກໍຕາມ, ວິນຍານແຫ່ງຄວາມຫຶງຫວງຍັງຄອຍເຕືອນຜົວວ່າ ເມຍຂອງເຂົາເປັນມົນທິນ. ຢ່າງໃດກໍດີ, ວິນຍານແຫ່ງຄວາມຫຶງຫວງອາດມາເທິງຊາຍຄົນນັ້ນກໍໄດ້ ເຖິງວ່າເມຍຂອງເຂົາບໍ່ໄດ້ເປັນມົນທິນ.
\s5
\v 15 ໃນກໍລະນີເຊັ່ນນີ້, ຊາຍຄົນນັ້ນຄວນພາເມຍຂອງເຂົາໄປຫາປະໂຣຫິດ. ແລະຜົວຕ້ອງນຳເຄື່ອງດື່ມບູຊາສຳລັບນາງມາດ້ວຍ. ເຂົາຕ້ອງນຳແປ້ງເຂົ້າບາເລຫນຶ່ງສ່ວນສິບມາດ້ວຍ. ເຂົາຕ້ອງບໍ່ໃສ່ນຳ້ມັນຫລືກຳຍານເທິງແປ້ງນັ້ນເພາະແປ້ງນັ້ນເປັນພືດຜົນບູຊາແຫ່ງຄວາມຫຶງຫວງ, ພືດຜົນບູຊານັ້ນອາດຈະເປັນຕົວຊີ້ໃຫ້ເຫັນບາບໄດ້.
\s5
\v 16 ປະໂຣຫິດຕ້ອງພານາງມາໃກ້ແລະໃຫ້ນາງຢືນຢູ່ຕໍ່ຫນ້າພຣະຢາເວ.
\v 17 ປະໂຣຫິດຕ້ອງນຳໂຖທີ່ມີນຳ້ບໍລິສຸດມາແລະເອົາຝຸ່ນຈາກພື້ນຂອງຫໍເຕັນສັກສິດ. ເຂົາຕ້ອງໃສ່ຝຸ່ນລົງໄປໃນນຳ້ນັ້ນ.
\s5
\v 18 ປະໂຣຫິດຈະໃຫ້ຍິງນັ້ນຢືນຢູ່ຕໍ່ຫນ້າພຣະຢາເວ ແລະ ເຂົາຈະແກ້ມັດຜົມເທິງຫົວຂອງນາງ. ເຂົາຈະວາງພືດຜົນບູຊາແຫ່ງການລະນຶກໄວ້ໃນມືຂອງນາງ, ທີ່ເປັນພືດຜົນບູຊາແຫ່ງຄວາມສົງໃສ. ປະໂຣຫິດຈະຖືນຳ້ຂົມທີ່ນຳຄຳສາບແຊ່ງມາໄວ້ໃນມືຂອງເຂົາ.
\v 19 ປະໂຣຫິດຈະໃຫ້ຍິງນັ້ນຢູ່ພາຍໃຕ້ຄຳສາບານ ແລະບອກກັບນາງວ່າ, 'ຖ້າບໍ່ມີຊາຍອື່ນມີເພດສຳພັນກັບເຈົ້າ, ແລະເຈົ້າບໍ່ໄດ້ຫລົງຜິດແລະເຮັດໃຫ້ເປັນມົນທິນ, ແລ້ວເຈົ້າຈະພົ້ນຈາກນຳ້ຂົມທີ່ນຳຄຳສາບແຊ່ງມານີ້.
\s5
\v 20 ແຕ່ຖ້າເຈົ້າ, ເປັນຍິງທີ່ຢູ່ພາຍໃຕ້ຜົວໄດ້ຫລົງຜິດໄປ, ຖ້າເຈົ້າເປັນມົນທິນ, ແລະຖ້າມີຊາຍອື່ນໄດ້ຫລັບນອນກັບເຈົ້າ,
\v 21 ຈາກນັ້ນ, (ປະໂຣຫິດຕ້ອງເຮັດໃຫ້ນາງໃຫ້ຄຳສາບານ ເພື່ອທີ່ຈະນຳຄຳສາບແຊ່ງລົງມາເທິງນາງ, ແລະຈາກນັ້ນເຂົາຕ້ອງເວົ້າກັບຍິງຄົນນີ້ຕໍ່ໄປວ່າ) 'ພຣະຢາເວຈະຊົງເຮັດໃຫ້ເຈົ້າຕົກຢູ່ໃນຄຳສາບແຊ່ງເພື່ອໃຫ້ຊຸມຊົນຂອງເຈົ້າເຫັນວ່າເປັນເຊັ່ນນັ້ນ. ສິ່ງນີ້ຈະເກີດຂຶ້ນ ຖ້າພຣະຢາເວຊົງເຮັດໃຫ້ກົກຂາຂອງເຈົ້າລີບໄປແລະເຮັດໃຫ້ທ້ອງຂອງເຈົ້າໄຄ່.
\v 22 ນຳ້ທີ່ນຳຄຳສາບແຊ່ງມາກໍຈະເຂົ້າໄປໃນກະເພາະຂອງເຈົ້າ ແລະເຮັດໃຫ້ທ້ອງຂອງເຈົ້າໄຄ່ ແລະເຮັດໃຫ້ກົກຂາຂອງເຈົ້າລີບໄປ.' ຍິງຄົນນັ້ນຕ້ອງຕອບວ່າ, 'ແມ່ນ, ຂໍໃຫ້ສິ່ງນັ້ນເກີດຂຶ້ນຖ້າຂ້ານ້ອຍຜິດ.'
\s5
\v 23 ປະໂຣຫິດຕ້ອງຂຽນຄຳສາບແຊ່ງເຫລົ່ານັ້ນເທິງຫນັງສືມ້ວນ, ແລະຈາກນັ້ນເຂົາຕ້ອງລ້າງຄຳສາບແຊ່ງທີ່ຂຽນໄວ້ລົງໄປໃນນຳ້ຂົມນັ້ນ.
\s5
\v 24 ປະໂຣຫິດຕ້ອງເຮັດໃຫ້ຍິງນັ້ນກິນນຳ້ຂົມທີ່ນຳຄຳສາບແຊ່ງມາ. ນຳ້ທີ່ນຳຄຳສາບແຊ່ງມາຈະເຂົ້າໄປໃນຕົວນາງ ແລະກາຍເປັນລົດຂົມ.
\v 25 ປະໂຣຫິດຕ້ອງເອົາພືດຜົນບູຊາແຫ່ງຄວາມຫຶງຫວງມາຈາກມືຂອງຍິງນັ້ນ. ເຂົາຕ້ອງຍົກພືດຜົນບູຊານັ້ນຂຶ້ນຕໍ່ຫນ້າພຣະຢາເວ ແລະນຳພືດຜົນບູຊານັ້ນໄປທີ່ແທນບູຊາ.
\v 26 ປະໂຣຫິດຕ້ອງເອົາທັນຍະບູຊາມາຫນຶ່ງກຳມືທີ່ເປັນຕົວແທນເຄື່ອງບູຊາ, ແລະ ເຜົາເທິງແທ່ນບູຊາ ແລ້ວເຂົາຕ້ອງໃຫ້ຍິງນັ້ນກິນນຳ້ຂົມ.
\s5
\v 27 ເມື່ອເຂົາໃຫ້ນາງດື່ມນຳ້ນັ້ນແລ້ວ, ຖ້ານາງເປັນມົນທິນ ເພາະນາງເຮັດຜິດຕໍ່ຜົວຂອງນາງ, ແລ້ວນຳ້ທີ່ນຳຄຳສາບແຊ່ງກໍຈະເຂົ້າໄປໃນຕົວນາງແລະກາຍເປັນລົດຂົມ. ທ້ອງຂອງນາງຈະໄຄ່ ແລະກົກຂາຂອງນາງຈະລີບໄປ. ຍິງນັ້ນຈະຖືກສາບແຊ່ງທ່າມກາງຊຸມຊົນຂອງນາງ.
\v 28 ແຕ່ຖ້ານາງບໍ່ເປັນມົນທິນ ແລະ ນາງສະອາດແລ້ວນາງກໍຕ້ອງພົ້ນຄວາມຜິດ ນາງຈະຕັ້ງຄັນກໍໄດ້.
\s5
\v 29 ນີ້ເປັນກົດເລື່ອງຄວາມຫຶງຫວງ. ກົດນີ້ເປັນກົດສຳລັບຜູ້ຍິງທີ່ນອກໃຈຜົວຂອງຕົນແລະເປັນມົນທິນ.
\v 30 ກົດນີ້ເປັນກົດສຳລັບຜູ້ຊາຍທີ່ມີວິນຍານແຫ່ງຄວາມຫຶງຫວງເມຍຂອງເຂົາ. ເຂົາຕ້ອງພາຍິງນັ້ນໄປຢູ່ຕໍ່ຫນ້າພະຢາເວ, ແລະປະໂຣຫິດຕ້ອງເຮັດທຸກຢ່າງກັບນາງຕາມທີ່ກົດເລື່ອງຄວາມຫຶງຫວງໄດ້ອະທິບາຍໄວ້.
\s5
\v 31 ຊາຍຄົນນັ້ນຈະພົ້ນຈາກຄວາມຜິດໃນການພາເມຍຂອງເຂົາໄປຫາປະໂຣຫິດ. ຍິງຄົນນັ້ນຕ້ອງຮັບຄວາມຜິດທີ່ນາງໄດ້ເຮັດ."
\s5
\c 6
\cl ບົດທີ 6
\p
\v 1 ພຣະຢາເວໄດ້ບອກກັບໂມເຊ. ພຣະອົງບອກວ່າ,
\v 2 "ຈົ່ງເວົ້າກັບຄົນອິດສະຣາເອນ. ຈົ່ງບອກພວກເຂົາວ່າ, 'ເມື່ອຜູ້ຊາຍຫລືຜູ້ຍິງຄົນໃດໄດ້ແຍກຕົວເອງອອກມາ ແດ່ພຣະຢາເວດ້ວຍການອຸທິດຕົວພິເສດເປັນນາຊີຣີ,
\v 3 ເຂົາຕ້ອງເອົາຕົວເອງອອກຈາກເຫລົ້າອະງຸ່ນແລະເຄື່ອງດື່ມມຶນເມົາ. ເຂົາຕ້ອງບໍ່ດື່ມນຳ້ສົ້ມທີ່ເຮັດມາຈາກເຫົ້າອະງຸ່ນຫລືຈາກເຄື່ອງດື່ມມຶນເມົາ. ເຂົາຕ້ອງບໍ່ດື່ມນຳ້ອະງຸ່ນຫລືບໍ່ກິນຫມາກອະງຸ່ນສົດຫລືຫມາກອະງຸ່ນແຫ້ງເລີຍ.
\v 4 ຕະຫລອດເວລາທີ່ເຂົາແຍກຕົວອອກມາເພື່ອເຮົາເຂົາຕ້ອງບໍ່ກິນສິ່ງໃດທີ່ເຮັດມາຈາກຕົ້ນອະງຸ່ນລວມທັງທຸກຢ່າງທີ່ເຮັດມາຈາກເມັດຈົນເຖິງເປືອກຂອງມັນ.
\s5
\v 5 ຕະຫລອດຊ່ວງເວລາຂອງການອຸທິດຕົນໃນການແຍກຕົວອອກມາຂອງເຂົາ, ຫ້າມໃຊ້ມີດແຖເທິງຫົວຂອງເຂົາຈົນກວ່າເວລາຂອງການແຍກຕົວອອກມາຂອງເຂົາ ແດ່ພຣະຢາເວຄົບກຳຫນົດ. ເຂົາຕ້ອງແຍກຕົວອອກມາ ແດ່ພຣະຢາເວ. ເຂົາຕ້ອງຈົ່ງຜົມຍາວເທິງຫົວຂອງເຂົາ.
\s5
\v 6 ຕະຫລອດຊ່ວງລະຫວ່າງເວລາຂອງການແຍກຕົວເອງອອກມາແດ່ພຣະຢາເວ, ເຂົາຕ້ອງບໍ່ເຂົ້າມາໃກ້ຊາກສົບ.
\v 7 ເຂົາຕ້ອງບໍ່ເຮັດໃຫ້ຕົວເອງເປັນມົນທິນເນື່ອງຈາກ ພໍ່, ແມ່, ນ້ອງຊາຍ, ຫລື ນ້ອງສາວຂອງເຂົາ, ຖ້າຫາກພວກເຂົາຕາຍ. ນີ້ເປັນເພາະເຂົາຖືກແຍກໄວ້ແດ່ພຣະເຈົ້າແລ້ວ, ຕາມທີ່ທຸກຄົນເຫັນໄດ້ຈາກຜົມຍາວຂອງເຂົາ.
\v 8 ຕະຫລອດຊ່ວງເວລາການແຍກອອກມາຂອງເຂົາ, ເຂົາບໍຣິສຸດ, ແລະ ສະຫງວນໄວ້ແດ່ພຣະຢາເວ.
\s5
\v 9 ແຕ່ຫາກມີຄົນມາຕາຍຢ່າງກະທັນຫັນຢູ່ໃກ້ເຂົາພໍດີ ແລະເຮັດໃຫ້ຫົວຂອງເຂົາທີ່ໄດ້ຮັບການຊຳລະເປັນມົນທິນ, ແລ້ວເຂົາກໍຕ້ອງແຖຫົວໃນວັນຊຳລະຕົວຂອງເຂົາຄືໃນວັນທີເຈັດ ເຂົາຕ້ອງແຖຫົວ.
\s5
\v 10 ວັນທີແປດ ເຂົາຕ້ອງນຳນົກເຂົາສອງໂຕຫລືນົກກາງແກນຸ່ມສອງໂຕມາຫາປະໂຣຫິດທີ່ທາງເຂົ້າເຕັນປະຊຸມ.
\v 11 ປະໂຣຫິດຕ້ອງຖວາຍນົກໂຕຫນຶ່ງເປັນເຄື່ອງບູຊາລຶບລ້າງບາບ ແລະອີກໂຕຫນຶ່ງເປັນເຄື່ອງເຜົາບູຊາ ນົກເຫລົ່ານີ້ຈະລຶບລ້າງບາບໃຫ້ກັບເຂົາ ເພາະເຂົາໄດ້ເຮັດບາບຈາກການຢູ່ໃກ້ຊາກສົບ, ເຂົາຕ້ອງສຳລະຫົວຂອງເຂົາໃຫ້ບໍລິສຸດອີກຄັ້ງໃນວັນນັ້ນ.
\s5
\v 12 ເຂົາຕ້ອງແຍກຕົວເອງອອກຈາກພຣະຢາເວໃນຊ່ວງວັນຊຳລະຕົວຂອງເຂົາ. ເຂົາຕ້ອງນຳລູກແກະໂຕຜູ້ໂຕຫນຶ່ງທີ່ມີອາຍຸຫນຶ່ງປີມາເປັນເຄື່ອງບູຊາ. ແຫ່ງການເຮັດຜິດຈຳນວນວັນກ່ອນທີ່ເຂົາເຮັດໃຫ້ຕົວເອງເປັນມົນທິນ, ຕ້ອງຖືວ່າບໍ່ນັບ ເພາະການແຍກຕົວອອກມາເປັນມົນທິນ.
\s5
\v 13 ເຂົາຕ້ອງຖືກນຳມາຍັງທາງເຂົ້າຂອງເຕັນປະຊຸມ.
\v 14 ເຂົາຕ້ອງຖວາຍເຄື່ອງບູຊາຂອງເຂົາແດ່ພຣະຢາເວ. ເຂົາຕ້ອງຖວາຍລູກແກະຜູ້ໂຕຫນຶ່ງທີ່ມີອາຍຸຫນຶ່ງປີ ແລະບໍ່ມີຕຳນິເປັນເຄື່ອງເຜົາບູຊາ. ເຂົາຕ້ອງນຳລູກແກະໂຕແມ່ຫນຶ່ງໂຕທີ່ມີອາຍຸຫນຶ່ງປີທີ່ບໍ່ມີຕຳນິເປັນເຄື່ອງບູຊາລຶບລ້າງບາບ. ເຂົາຕ້ອງນຳແກະໂຕຜູ້ໂຕຫນຶ່ງທີ່ບໍ່ມີຕຳນິມາຖວາຍເປັນສານບູຊາ.
\v 15 ເຂົາຕ້ອງນຳເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງມາກະຕ່າຫນຶ່ງ, ເຂົ້າຈີ່ທີ່ເຮັດຈາກເນື້ອແປ້ງລະອຽດປະສົມດ້ວຍນຳ້ມັນ, ເຂົ້າຈີ່ແຜ່ນທີ່ບໍ່ມີເຊື້ອທາດ້ວຍນຳ້ມັນ, ພ້ອມກັບພືດຜົນບູຊາແລະເຄື່ອງດື່ມບູຊາ.
\s5
\v 16 ປະໂຣຫິດຕ້ອງຖວາຍສິ່ງເຫລົ່ານີ້ຕໍ່ຫນ້າພຣະຢາເວ. ເຂົາຕ້ອງຖວາຍເຄື່ອງບູຊາລົບລ້າງບາບແລະເຄື່ອງເຜົາບູຊາ.
\v 17 ເຂົາຕ້ອງຖວາຍແກະໂຕຜູ້ໂຕຫນຶ່ງເປັນເຄື່ອງບູຊາ, ພ້ອມກັບກະຕ່າເຂົ້າຈີ່ບໍ່ມີເຊື້ອແປ້ງ, ແລະສານບູຊາແດ່ພຣະຢາເວ. ປະໂຣຫິດຕ້ອງຖວາຍພືດຜົນບູຊາແລະເຄື່ອງດື່ມບູຊາດ້ວຍ.
\s5
\v 18 ຜູ້ເປັນນາຊີຣີຕ້ອງແຖຫົວຂອງເຂົາທີ່ສະແດງໃຫ້ເຫັນເຖິງການແຍກຕົວອອກມາແດ່ພຣະເຈົ້າ ທີ່ທາງເຂົ້າເຕັນປະຊຸມ. ເຂົາຕ້ອງເອົາເສັ້ນຜົມຈາກຫົວຂອງເຂົາແລະໃສ່ລົງເທິງໄຟທີ່ຢູ່ພາຍໃຕ້ການຖວາຍເຄື່ອງບູຊາຂອງສັນຕິບູຊາ.
\s5
\v 19 ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງຫນຶ່ງກ້ອນມາຈາກກະຕ່າ, ແລະເຂົ້າຈີ່ແຜ່ນທີ່ບໍ່ມີເຊື້ອແປ້ງຫນຶ່ງແຜ່ນມາ. ເຂົາຕ້ອງວາງສິ່ງເຫລົ່ານີ້ໄວ້ໃນມືຂອງນາຊີຣີຄົນນັ້ນ ຫລັງຈາກທີ່ເຂົາໄດ້ແຖຫົວຂອງເຂົາເພື່ອສະແດງການແຍກຕົວອອກມາແລ້ວ.
\v 20 ປະໂຣຫິດຕ້ອງແກວ່ງເຄື່ອງບູຊາເຫລົ່ານັ້ນເປັນເຄື່ອງບູຊາຕໍ່ຫນ້າພຣະຢາເວ, ສ່ວນທີ່ບໍຣິສຸດສຳລັວປະໂຣຫິດ, ພ້ອມກັບຊີ້ນຫນ້າເອິກທີ່ໄດ້ແກວ່ງຖວາຍແລະຊີ້ນກົກຂາທີ່ໄດ້ຖວາຍແລ້ວສຳລັບປະໂຣຫິດ. ຫລັງຈາກນັ້ນ, ນາຊີຣີຄົນນັ້ນກໍຈະດື່ມເຫລົ້າອະງຸ່ນໄດ້.
\s5
\v 21 ນີ້ເປັນກົດສຳລັບນາຊີຣີຜູ້ທີ່ປະຕິຍານເຄື່ອງບູຊາຂອງເຂົາແດ່ພຣະຢາເວ ສຳລັບການແຍກຕົວອອກມາຂອງເຂົາ. ສິ່ງອັນໃດກໍຕາມທີ່ເຂົາຖວາຍໄດ້, ເຂົາຕ້ອງຖືຮັກສາພາລະຜູກພັນຕາມຄຳປະຕິຍານທີ່ເຂົາໄດ້ກ່າວໄວ້, ເພື່ອທີ່ຈະຮັກສາສັນຍາຕາມກົດສຳລັບນາຊີຣີທີ່ໄດ້ບອກໄວ້.'"
\s5
\v 22 ພຣະຢາເວໄດ້ບອກກັບໂມເຊ. ອີກຄັ້ງຫນຶ່ງ ພຣະອົງບອກວ່າ,
\v 23 ຈົ່ງເວົ້າກັບອາໂຣນແລະພວກລູກຊາຍຂອງເຂົາ. ບອກວ່າ, 'ພວກເຈົ້າຕ້ອງອວຍພອນຄົນອິດສະຣາເອນຢ່າງນີ້. ພວກເຈົ້າຕ້ອງບອກກັບພວກເຂົາວ່າ,
\v 24 "ຂໍພຣະຢາເວຊົງອວຍພອນແລະປົກປັກຮັກສາພວກເຈົ້າ.
\s5
\v 25 ຂໍພຣະຢາເວຊົງໃຫ້ພຣະພັກຂອງພຣະອົງສ່ອງແສງເທິງພວກເຈົ້າແລະຊົງເມດຕາກາລຸນາແກ່ພວກເຈົ້າ.
\v 26 ຂໍພຣະຢາເວຫລຽວເບິ່ງພວກເຈົ້າດວ້ຍຄວາມເມດຕາເອັນດູ ແລະປະທານສັນຕິສຸກແກ່ພວກເຈົ້າ.'"
\v 27 ໃນການອວຍພອນເຊັ່ນນີ້ ພວກເຂົາຕ້ອງເອີ່ຍນາມຂອງເຮົາຕໍ່ຄົນອິດສະຣາເອນ. ແລ້ວເຮົາຈະອວຍພອນພວກເຂົາ."
\s5
\c 7
\cl ບົດທີ 7
\p
\v 1 ໃນວັນທີ່ໂມເງໄດ້ຕັ້ງຫໍເຕັນສັກສິດສຳເລັດນັ້ນ, ເພິ່ນໄດ້ເຈີມຫໍເຕັນສັກສິດແລະແຍກຫໍເຕັນນັ້ນແດ່ພຣະຢາເວ, ພ້ອມກັບເຄື່ອງໃຊ້ທຸກຢ່າງຂອງຫໍເຕັນນັ້ນ. ເພິ່ນໄດ້ເຮັດການເຈີມແທ່ນບູຊາແລະຂອງໃຊ້ທຸກຢ່າງຂອງແທ່ນບູຊານັ້ນເຊັ່ນດຽວກັນ. ເພິ່ນເຈີມສິ່ງເຫລົ່ານັ້ນແລະແຍກໄວ້ແດ່ພຣະຢາເວ.
\v 2 ໃນວັນນັ້ນ, ບັນດາຜູ້ນຳຂອງອິດສະຣາເອນ, ພວກຫົວຫນ້າຄອບຄົວຂອງບັນພະບູລຸດຂອງພວກເຂົາ, ໄດ້ຖວາຍເຄື່ອງບູຊາ ຄົນເຫລົ່ານີ້ເປັນຜູ້ນຳເຜົ່າຕ່າງໆ. ພວກເຂົາໄດ້ໄດ້ຮັບຜິດຊອບໃນການນັບຈຳນວນຄົນໃນການເຮັດສຳມະໂນຄົວ.
\v 3 ພວກເຂົານຳເຄື່ອງຖວາຍບູຊາຂອງພວກເຂົາມາຕໍ່ຫນ້າພຣະຢາເວ. ພວກເຂົານຳກວຽນຫົກລຳແລະງົວສິບສອງໂຕມາ. ພວກເຂົານຳກວຽນມາຫນຶ່ງລຳຕໍ່ຜູ້ນຳສອງຄົນ, ແລະຜູ້ນຳແຕ່ລະຄົນໄດ້ນຳງົວມາຜູ້ລະຫນຶ່ງໂຕ. ພວກເຂົາໄດ້ຖວາຍສິ່ງເຫລົ່ານີ້ຕໍ່ຫນ້າຫໍເຕັນສັກສິດ.
\s5
\v 4 ພຣະອົງບອກວ່າ,
\v 5 "ຈົ່ງຮັບບັນດາເຄື່ອງບູຊາຈາກພວກເຂົາ ແລະໃຊ້ເຄື່ອງບູຊາເຫລົ່ານັ້ນສຳລັບງານໃນເຕັນປະຊຸມ. ຈົ່ງມອບເຄື່ອງບູຊາເຫລົ່ານັ້ນໃຫ້ກັບຄົນເລວີ, ໃຫ້ກັບແຕ່ລະຄົນຕາມທີ່ຕ້ອງການໃຊ້ສິ່ງເຫລົ່ານັ້ນໃນງານຂອງເຂົາ."
\s5
\v 6 ໂມເຊຈຶ່ງຮັບກວຽນແລະຝູງງົວມາ, ແລະເພິ່ນໄດ້ມອບເຄື່ອງບູຊາເຫລົ່ານັ້ນໃຫ້ກັບຄົນເລວີ.
\v 7 ເພິ່ນໄດ້ມອບກວຽນສອງລຳແລະງົວສີ່ໂຕໃຫ້ກັບເຊື້ອສາຍຂອງເກີໂຊນ, ເພາະເປັນສິ່ງທີ່ຕ້ອງການໃຊ້ໃນການເຮັດວຽກຂອງພວກເຂົາ.
\v 8 ເພິ່ນໄດ້ມອບກວຽນສີ່ລຳແລະງົວແປດໂຕໃຫ້ກັບເຊື້ອສາຍຂອງເມຣາຣີ, ໃຫ້ຢູ່ໃນຄວາມຮັບຜິດຊອບຂອງ ອີທາມາລູກຊາຍຂອງອາໂຣນປະໂຣຫິດ. ເພິ່ນໄດ້ເຮັດເຊັ່ນນີ້ ເພາະເປັນສິ່ງທີ່ຕ້ອງການໃຊ້ໃນການເຮັດວຽກຂອງພວກເຂົາ.
\s5
\v 9 ແຕ່ທ່ານບໍ່ໄດ້ມອບສິ່ງໃດຈາກສິ່ງເຫລົ່ານັ້ນໃຫ້ກັບເຊື້ອສາຍຂອງໂກຮາດເລີຍ, ເພາະວຽກຂອງພວກເຂົາເປັນວຽກກ່ຽວກັບສິ່ງຕ່າງໆ ຊຶ່ງເປັນຂອງພຣະຢາເວ ທີ່ພວກເຂົາຈະແບກໄວ້ເທິງບ່າພວກເຂົາເອງ.
\s5
\v 10 ບັນດາຜູ້ນຳໄດ້ຖວາຍສິ່ງຂອງຕ່າງໆ ຂອງພວກເຂົາສຳລັບການມອບຖວາຍແທ່ນບູຊາ ໃນວັນທີ່ໂມເຊ ໄດ້ເຈີມແທ່ນບູຊາ. ພວກຜູ້ນຳໄດ້ຖວາຍບັນດາເຄື່ອງບູຊາຂອງພວກເຂົາຕໍ່ຫນ້າແທ່ນບູຊາ.
\v 11 ພຣະຢາເວໄດ້ບອກກັບໂມເຊວ່າ, "ຜູ້ນຳແຕ່ລະຄົນຕ້ອງຖວາຍເຄື່ອງບູຊາສຳລັບການມອບຖວາຍແທ່ນບູຊາໃນວັນຂອງເຂົາເອງ."
\s5
\v 12 ມື້ທຳອິດ, ນາໂຊນລູກຊາຍຂອງອາມີນາດາບ, ແຫ່ງເຜົ່າຢູ່ດາ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 13 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130 ເຊເຂ ແລະຊາມເງິນຫນຶ່ງໃບຫນັກ 70ເຊເຂ ຕາມອັດຕາຊັ່ງສຳນັກນະມັດສະການ. ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນການຖວາຍພືດຜົນບູຊາ.
\v 14 ເຂົາໄດ້ຖວາຍຈານຄຳຫນຶ່ງໃບທີ່ຫນັກ 10 ເຊເຂ ແລະເຕັມດ້ວຍເຄື່ອງຫອມ.
\s5
\v 15 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\v 16 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 17 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕແລະລູກແກະໂຕຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສານບູຊາ. ນີ້ເປັນເຄື່ອງບູຊາຂອງນາໂຊນລູກຊາຍຂອງອຳມີນາດາບ.
\s5
\v 18 ມື້ທີສອງ, ເນທານາເອນລູກຊາຍຂອງຊູອາ, ຜູ້ນຳຂອງເຜົ່າອິດຊາຄາ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 19 ເຂົາໄດ້ຖວາຍເປັນເຄື່ອງບູຊາຂອງເຂົາຄືຈານເງີນຫນຶ່ງໃບຫນັກ130ເຊເຂ ແລະຊາມເງິນຫນຶ່ງໃບຫນັກ ເຈັດສິບເຊເຂ ຕາມອັດຕາຊັ່ງຂອງສຳນັກນະມັດສະການ ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນພືດຜົນບູຊາ.
\s5
\v 20 ເຂົາໄດ້ຖວາຍຈານຄຳຫນຶ່ງໃບຫນັກ 10 ເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\v 21 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫນຶ່ງໂຕເປັນເຄື່ອງບູຊາ.
\v 22 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 23 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ. ນີ້ເປັນເຄື່ອງບູຊາຂອງເນທານາເອນລູກຊາຍຂອງຊູອາ.
\s5
\v 24 ມື້ທີສາມ, ເອລີອາບລູກຊາຍຂອງເຮໂລນ, ຜູ້ນຳຂອງເຜົ່າເຊບູໂລນ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 25 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130 ເຊເຂ, ແລະຊາມເງິນຊາມເງິນຫນຶ່ງໃບຫນັກ70 ເຊເຂ ຕາມອັດຕາຊັ່ງຂອງສຳນັກນະມັດສະການ ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນທັນຍະບູຊາ.
\v 26 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 27 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະໂຕຜູ້ອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 28 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລຶບລ້າງບາບ.
\v 29 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະໂຕຜູ້ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ ນີ້ເປັນເຄື່ອງບູຊາຂອງເອລີອາບລູກຊາຍຂອງເຮໂລນ.
\s5
\v 30 ມື້ທີສີ່, ເອລີຊູລູກຊາຍຂອງເຊເດອູເຣ, ຜູ້ນຳຂອງເຜົ່າຣູເບັນ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 31 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130 ເຊເຂ ແລະຊາມເງິນຫນຶ່ງໃບຫນັກເຈັດສິບເຊເຂ, ຕາມການຄິດໄລ່ຕາມອັດຕາຊັ່ງຂອງສຳນັກນະມັດສະການ ພາຊະນະທັງສອງໃບນີ້ເຕັມໄປດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 32 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກ ສິບ ເຊເຂ ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 33 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\v 34 ເຂົາຖວາຍແບ້ຜູ້ ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 35 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຫມືອນສັນຕິບູຊາຖວາຍ, ເປັນເຄື່ອງບູຊາຂອງເອລີຊູລູກຊາຍຂອງເຊເດອູເລ.
\s5
\v 36 ມື້ທີຫ້າ, ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ, ຜູ້ນຳຂອງເຜົ່າຊີເມໂອນ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 37 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130ເຊເຂ ແລະຊາມເງິນຫນຶ່ງໃບຫນັກເຈັດສິບ ເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດມັດສະການ ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປະສົມກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 38 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂ. ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 39 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ມີອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 40 ເຂົາໄດ້ຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 41 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສານບູຊາ. ນີ້ເປັນເຄື່ອງຂອງເຊລູມີເອນລູກຊາຍຂອງຊູຣິດຊັດດາຍ.
\s5
\v 42 ມື້ທີຫົກ, ເອລີອາສັບລູກຊາຍຂອງດູເອນ, ຜູ້ນຳຂອງເຜົ່າກາດ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 43 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ130ເຊເຂ ແລະຊາມເງິນຫນຶ່ງໃບຫນັກເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. ພາຊະນະທັງສອງໃບເຕັມດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 44 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 45 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 46 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງຖວາຍບູຊາລົບລ້າງບາບ.
\v 47 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະໂຕຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ. ນີ້ເປັນເຄື່ອງບູຊາຂອງເອລີອາສັບລູກຊາຍຂອງດູເອນ.
\s5
\v 48 ມື້ທີເຈັດ, ເອລີຊາມາລູກຊາຍຂອງອາມມີຮຸດ, ຜູ້ນຳຂອງເຜົ່າເອຟຣາອິມ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 49 ເຄື່ອງບູຊາຂອງເຂົາຄືຈານເງິນຫນຶ່ງໃບຫນັກ 130 ເຊເຂ ແລະຊາມເງິນຫນຶ່ງໃບຫນັກເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. ພາຊະນະສອງໃບນີ້ເຕັມດ້ວຍແປ້ງຢ່າງດີປະສົມກັບນຳ້ມັນເພື່ອເປັນທັນຍະບູຊາ.
\v 50 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 51 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 52 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 53 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕເປັນເຄື່ອງບູຊາສຳລັບສັນຕິບູຊາ, ນີ້ເປັນເຄື່ອງບູຊາຂອງເອລີຊາມາລູກຊາຍຂອງອາມມີຮຸດ.
\s5
\v 54 ມື້ທີແປດ, ກາມາລີເອນລູກຊາຍຂອງເປດາຊູ, ຜູ້ນຳຂອງເຜົ່າມານັດເຊ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 55 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130ເຊເຂ ແລະຊາມເງິນຫນຶ່ງໃບຫນັກ ເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ, ພາຊະນະທັງສອງໃບເຕັມດ້ວຍແປ້ງຢ່າງດີປະສົມກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 56 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກ ສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 57 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 58 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 59 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕເປັນເຄື່ອງບູຊາສຳລັບສັນຕິບູຊາ, ນີ້ເປັນເຄື່ອງບູຊາຂອງກາມາລີເອນລູກຊາຍຂອງເປດາຊູ.
\s5
\v 60 ມື້ທີເກົ້າ, ອາບີດານລູກຊາຍຂອງກີເດໂອນີ, ຜູ້ນຳຂອງເຜົ່າເບັນຢາມິນໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 61 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ130ເຊເຂ ແລະຊາມເງິນຫນຶ່ງໃບຫນັກ ເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ, ພາຊະນະທັງສອງໃບເຕັມດ້ວຍແປ້ງຢ່າງດີປະສົມກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 62 ເຂົາຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 63 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີເປັນເຄື່ອງເຜົາບູຊາ.
\v 64 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 65 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະໂຕຜູ້ອາຍຸຫນຶ່ງປີຫ້າໂຕເປັນເຄື່ອງບູຊາສຳລັບສັນຕິບູຊາ, ນີ້ເປັນເຄື່ອງບູຊາຂອງອາບີດານລູກຊາຍຂອງກີເດໂອນີ.
\s5
\v 66 ໃນມື້ທີສິບ, ອາຮີເອເຊລູກຊາຍຂອງອຳມີຊັດດາຍ, ຜູ້ນຳຂອງເຜົ່າດານ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 67 ເຄື່ອງບູຊາຂອງເຂົາຄືຈານເງິນຫນຶ່ງໃບຫນັກ 130 ເຊເຂ, ແລະຊາມເງິນຫນຶ່ງໃບຫນັກເຈັດສິບ ເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. ພາຊະນະສອງໃບນີ້ເຕັມດວ້ຍແປ້ງຢ່າງດີປະສົມນຳ້ມັນເພື່ອເປັນທັນຍະບູຊາ.
\v 68 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກ ສິບເຊເຂ, ທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 69 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\v 70 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 71 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ. ນີ້ເປັນເຄື່ອງບູຊາຂອງອາຮີເອເຊລູກຊາຍຂອງອຳມີຊັດດາຍ.
\s5
\v 72 ມື້ທີສິບເອັດ, ປາກີເອນລູກຊາຍຂອງອົກກະຣັນ, ຜູ້ນຳຂອງເຜົ່າອາເຊ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 73 ເຄື່ອງບູຊາຂອງເຂົາຄືຈານເງິນຫນຶ່ງໃບຫນັກ 130 ເຊເຂແລະຊາມເງິນຫນຶ່ງໃບຫນັກ ເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. ພາຊະນະສອງໃບນີ້ເຕັມດ້ວຍແປ້ງເນື້ອລະອຽດປະສົມກັບນຳ້ມັນເພື່ອເປັນພືດຜົນບູຊາ.
\v 74 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກສິບເຊເຂທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 75 ເຂົາຖວາຍງົວຫນຸ່ມຫນຶ່ງໂຕ, ແກະຜູຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\v 76 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 77 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ. ນີ້ເປັນເຄື່ອງບູຊາຂອງປາກີເອນລູກຊາຍຂອງອົກກະຣັນ.
\s5
\v 78 ມື້ທີສິບສອງ, ອາຮີຣາລູກຊາຍຂອງເອນັນ, ຜູ້ນຳຂອງເຜົ່າເນັບທາລີ, ໄດ້ຖວາຍເຄື່ອງບູຊາຂອງເຂົາ.
\v 79 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130 ເຊເຂ ແລະຊາມເງິນຫນຶ່ງໃບຫນັກ ເຈັດສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປະສົມນຳ້ມັນເພື່ອເປັນພືດຜົນບູຊາ.
\v 80 ເຂົາໄດ້ຖວາຍຈານທອງຄຳຫນຶ່ງໃບຫນັກ ສິບເຊເຂທີ່ເຕັມດ້ວຍເຄື່ອງຫອມ.
\s5
\v 81 ແກະຜູ້ຫນຶ່ງໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີຫນຶ່ງໂຕເປັນເຄື່ອງເຜົາບູຊາ.
\v 82 ເຂົາຖວາຍແບ້ຜູ້ຫນຶ່ງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 83 ເຂົາຖວາຍງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ, ແລະລູກແກະຜູ້ທີ່ມີອາຍຸຫນຶ່ງປີຫ້າໂຕ, ເປັນເຄື່ອງບູຊາສຳລັບສັນບູຊາ. ນີ້ເປັນເຄື່ອງບູຊາຂອງອາຮີຣາລູກຊາຍຂອງເອນັນ.
\s5
\v 84 ບັນດາຜູ້ນຳຂອງອິດສະຣາເອນ ໄດ້ແຍກສິ່ງທັງຫມົດເຫລົ່ານີ້ໄວ້ ໃນວັນທີ່ໂມເຊ ເຈີມແທ່ນບູຊານັ້ນ. ພວກເຂົາແຍກຈານເງິນສິບສອງໃບ, ຊາມເງິນສິບສອງໃບ, ແລະຈານທອງຄຳສິບສອງໃບ.
\v 85 ຈານເງິນແຕ່ລະໃບຫນັກ 130 ເຊເຂແລະຊາມເງິນແຕ່ລະໃບຫນັກ ເຈັດສິບເຊກຽນ, ພາຊະນະເງິນທັງຫມົດມີນຳ້ຫນັກ 2,400 ເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ.
\v 86 ຈານທອງຄຳແຕ່ລະໃບ, ທີ່ເຕັມດ້ວຍເຄື່ອງຫອມ, ຫນັກ ສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. ຈານທອງຄຳທັງຫມົດຫນັກ 120 ເຊເຂ.
\s5
\v 87 ພວກເຂົາແຍກສັດທັງຫມົດໄວ້ເປັນເຄື່ອງເຜົາບູຊາຄື, ງົວສິບສອງໂຕ, ແກະຜູ້ສິບສອງໂຕ, ແລະລູກແກະໂຕຜູ້ອາຍຸຫນຶ່ງປີສິບສອງໂຕ, ພວກເຂົາໄດ້ຖວາຍພືດຜົນບູຊາຂອງພວກເຂົາ. ພວກເຂົາໄດ້ຖວາຍແບ້ຜູ້ສິບສອງໂຕເປັນເຄື່ອງບູຊາລົບລ້າງບາບ.
\v 88 ພວກເຂົາໄດ້ຖວາຍຈາກຜູງສັດທັງຫມົດ, ຂອງພວກເຂົາຄື ງົວ 24 ໂຕ, ແກະຜູ້ 60 ໂຕ, ແບ້ຜູ້ 60 ໂຕ, ແລະລູກແກະຜູ້ອາຍຸຫນຶ່ງປີ 60 ໂຕ, ເປັນເຄື່ອງບູຊາສຳລັບສັນຕິບູຊາ. ນີ້ເປັນການມອບຖວາຍ ແທ່ນບູຊາຫລັງຈາກທີ່ໄດ້ເຈີມແທ່ນບູຊານັ້ນແລ້ວ.
\s5
\v 89 ເມື່ອໂມເຊ ເຂົ້າໄປໃນເຕັນປະຊຸມເພື່ອ ກ່າວຕໍ່ພຣະຢາເວ, ເພິ່ນໄດ້ຍິນພຣະສຸລະສຽງຂອງພຣະອົງກ່າວກັບເພິ່ນ. ພຣະຢາເວກ່າວກັບເພິ່ນຈາກເຫນືອຝາຫີບແຫ່ງການໄຖ່ເທິງຫີບແຫ່ງພັນທະສັນຍາ, ຈາກລະຫວ່າງເຄຣຸບທັງສອງ. ພຣະອົງໄດ້ກ່າວກັບເພິ່ນ.
\s5
\c 8
\cl ບົດທີ 8
\p
\v 1 ພຣະຢາເວໄດ້ບອກກັບໂມເຊ. ພຣະອົງບອກວ່າ,
\v 2 "ຈົ່ງບອກເຂົາວ່າ, 'ຕະກຽງເຈັດຫນ່ວຍຕ້ອງສ່ອງແສງໄປທາງຫນ້າຂອງຫລັກຕະກຽງເມື່ອເຈົ້າໄຕ້ຕະກຽງເຫລົ່ານັ້ນ.'"
\s5
\v 3 ອາໂຣນກໍໄດ້ເຮັດດັ່ງນີ້. ເພິ່ນໄຕ້ຕະກຽງເທິງຫລັກຕະກຽງເພື່ອໃຫ້ສ່ອງແສງໄປທາງດ້ານຫນ້າຂອງຫລັກຕະກຽງນັ້ນ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\v 4 ຫລັກຕະກຽງໄດ້ເຮັດຂຶ້ນໃນລັກສະນະນີ້ພຣະຢາເວໄດ້ຊົງສະແດງໃຫ້ໂມເຊເຫັນແບບສຳລັບຫລັກຕະກຽງ. ຫລັກຕະກຽງນັ້ນເຮັດດ້ວຍທອງຄຳ ທີ່ໃຊ້ຄ້ອນທຸບຕັ້ງແຕ່ຕີນຈົນເຖິງຍອດທີ່ມີຖ້ວຍທີ່ທຸບດ້ວຍຄ້ອນເປັນເຫມືອນດອກໄມ້.
\s5
\v 5 ພຣະຢາເວໄດ້ບອກກັບໂມເຊ. ອີກຄັ້ງພຣະອົງບອກວ່າ,"
\v 6 ຈົ່ງນຳຄົນເລວີອອກຈາກທ່າມກາງຄົນອິດສະຣາເອນແລະຊຳລະພວກເຂົາໃຫ້ບໍຣິສຸດ.
\s5
\v 7 ຄືໃຫ້ໃຊ້ນຳ້ຊຳລະຊິດໃສ່ພວກເຂົາ. ຈົ່ງໃຫ້ພວກເຂົາແຖຂົນທົ່ວທັງຕົວຂອງພວກເຂົາ, ແລະຊັກເສື້ອຜ້າຂອງພວກເຂົາ ການເຮັດແບບນີ້ເປັນການຊຳລະຕົວພວກເຂົາເອງໃຫ້ບໍລິສຸດ.
\v 8 ແລ້ວໃຫ້ພວກເຂົານຳງົວຫນຸ່ມມາໂຕຫນຶ່ງແລະພືດຜົນບູຊາຄູ່ກັນທີ່ເປັນແປ້ງຢ່າງດີປະສົມກັບນຳ້ມັນ. ໃຫ້ພວກເຂົາເອົາງົວຫນຸ່ມອີກໂຕຫນຶ່ງມາເປັນເຄື່ອງບູຊາລົບລ້າງບາບ.
\s5
\v 9 ມາທີ່ດ້ານຫນ້າເຕັນປະຊຸມ ແລະໃຫ້ເອີ້ນຊຸມຊົນຂອງຄົນອິດສະຣາເອນທັງຫມົດມາຊຸມນຸມກັນ.
\v 10 ເມື່ອເຈົ້ານຳຄົນເລວີມາຢູ່ຕໍ່ຫນ້າພະຢາເວ, ຄົນອິດສະຣາເອນຕ້ອງວາງມືພວກເຂົາເທິງຄົນເລວີ.
\v 11 ອາໂຣນຕ້ອງຖວາຍຄົນເລວີຕໍ່ຫນ້າພຣະຢາເວ, ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຄົນອິດສະຣາເອນເພື່ອໃຫ້ພວກເຂົາເຮັດຫນ້າທີ່ຮັບໃຊ້ພຣະຢາເວ.
\s5
\v 12 ເຈົ້າຕ້ອງຖວາຍງົວໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບແລະງົວອີກໂຕຫນຶ່ງເປັນເຄື່ອງເຜົາບູຊາ, ເພື່ອລົບລ້າງບາບໃຫ້ກັບຄົນເລວີ.
\v 13 ຈົ່ງໃຫ້ຄົນເລວີຢູ່ຕໍ່ຫນ້າອາໂຣນແລະຕໍ່ຫນ້າບັນດາລູກຊາຍຂອງເຂົາ, ແລະຍົກພວກເຂົາຂຶ້ນເປັນເຄື່ອງບູຊາແກວ່ງໄປແກວ່ງມາຖວາຍຕໍ່ເຮົາ.
\s5
\v 14 ໃນການເຮັດແບບນີ້ ເຈົ້າຕ້ອງແຍກຄົນເລວີອອກຈາກທ່າມກາງຄົນອິດສະຣາເອນ. ຄົນເລວີຈະເປັນຂອງເຮົາ.
\v 15 ຫລັງຈາກນັ້ນ, ຄົນເລວີຕ້ອງເຂົ້າໄປປະຕິບັດຫນ້າທີ່ໃນເຕັນປະຊຸມ. ເຈົ້າຕ້ອງຊຳລະພວກເຂົາໃຫ້ບໍລິສຸດ. ເຈົ້າຕ້ອງຖວາຍພວກເຂົາເປັນເຄື່ອງບູຊາຍົກຍໍມາຖວາຍ.
\s5
\v 16 ຈົ່ງເຮັດແບບນີ້, ເພາະພວກເຂົາເປັນຂອງເຮົາຢ່າງແທ້ຈິງ ຈາກທ່າມກາງຄົນອິດສະຣາເອນ. ພວກເຂົາຈະມາແທນທີ່ເດັກຊາຍແຕ່ລະຄົນທີ່ເກີດຈາກທ້ອງເປັນຄົນທຳອິດ, ຄືລູກກົກຂອງເຊື້ອສາຍທັງຫມົດຂອງອິດສະຣາເອນ. ເຮົາໄດ້ຮັບເອົາຄົນເລວີໄວ້ສຳລັບເຮົາເອງ.
\v 17 ລູກກົກທັງຫມົດທ່າມກາງຄົນອິດສະຣາເອນເປັນຂອງເຮົາ, ທັງຄົນແລະສັດ. ໃນວັນທີ່ເຮົາເອົາຊີວິດລູກຊາຍກົກທັງຫມົດໃນແຜ່ນດິນເອຢິບ, ເຮົາໄດ້ແຍກພວກເຂົາໄວ້ສຳລັບເຮົາເອງ.
\s5
\v 18 ເຮົາໄດ້ຮັບເອົາຄົນເລວີຈາກທ່າມກາງຄົນອິດສະຣາເອນມາແທນທີ່ລູກກົກທັງຫມົດ.
\v 19 ເຮົາໄດ້ມອບພວກຄົນເລວີເປັນຂອງປະທານໃຫ້ກັບອາໂຣນແລະບັນດາລູກຂອງເຂົາ. ເຮົາໄດ້ຮັບເອົາພວກເຂົາຈາກທ່າມກາງຄົນອິດສະຣາເອນ ເພື່ອຈະເຮັດຫນ້າທີ່ຂອງຄົນອິດສະຣາເອນໃນຫໍເຕັນປະຊຸມ. ເຮົາໄດ້ມອບພວກເຂົາເພື່ອລົບລ້າງບາບໃຫ້ກັບຄົນອິດສະຣາເອນ ເພື່ອທີ່ຈະບໍ່ມີໄພພິບັດໃດໆ ຈະທຳຮ້າຍຄົນເຫລົ່ານັ້ນເມື່ອພວກເຂົາມາຢູ່ໃກ້ສະຖານທີ່ສັກສິດ"
\s5
\v 20 ໂມເຊ, ອາໂຣນ, ແລະຊຸມຊົນຂອງຄົນອິດສະຣາເອນທັງຫມົດກໍໄດ້ເຮັດດັ່ງນີ້ກັບຄົນເລວີ. ພວກເຂົາໄດ້ເຮັດທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງ ໂມເຊ ກ່ຽວກັບຄົນເລວີ. ຄົນອິດສະຣາເອນ ກໍໄດ້ເຮັດດັ່ງນີ້ກັບພວກເຂົາ.
\v 21 ຄົນເລວີກໍຊຳລະຕົນເອງໃຫ້ບໍລິສຸດ ແລະພວກເຂົາຊັກເສື້ອຜ້າຂອງຕົນ, ແລະອາໂຣນໄດ້ຖວາຍພວກເຂົາເປັນເຄື່ອງບູຊາຍົກຍໍຖວາຍແດ່ພຣະຢາເວ ແລະເພິ່ນກໍເຮັດການລົບລ້າງບາບໃຫ້ກັບພວກເຂົາເພື່ອຊຳລະພວກເຂົາໃຫ້ບໍລິສຸດ.
\s5
\v 22 ຫລັງຈາກນັ້ນ, ຄົນເລວີກໍໄດ້ເຂົ້າໄປທຳການບົວລະບັດຫນ້າທີ່ຂອງພວກເຂົາ ໃນຫໍເຕັນປະຊຸມຕໍ່ຫນ້າອາໂຣນແລະຕໍ່ຫນ້າບັນດາລູກຊາຍຂອງອາໂຣນ. ນີ້ເປັນໄປຕາມທີ່ພຣະຢາເວໄດ້ຊົງສັ່ງກັບໂມເຊກ່ຽວກັບຄົນເລວີ. ພວກເຂົາໄດ້ປະຕິບັດຕໍ່ຄົນເລວີທຸກຄົນດ້ວຍວິທີການນີ້.
\s5
\v 23 ພຣະຢາເວໄດ້ບອກກັບໂມເຊ. ອີກຄັ້ງພຣະອົງບອກວ່າ,
\v 24 " ກົດທັງຫມົດນີ້ໃຊ້ສຳລັບຄົນເລວີ ທີ່ມີອາຍຸ ຊາວຫ້າປີ ຂຶ້ນໄປ. ພວກເຂົາຕ້ອງເຂົ້າຮ່ວມໃນກຸ່ມເພື່ອປະຕິບັດຫນ້າທີ່ໃນເຕັນປະຊຸມ.
\s5
\v 25 ພວກເຂົາຕ້ອງຢຸດການປະຕິບັດຫນ້າທີ່ໃນລັກສະນະນີ້ເມື່ອມີອາຍຸ ຫ້າສິບປີ. ເຖິງທີ່ກຳນົດໄວ້ນັ້ນ ພວກເຂົາບໍ່ຕ້ອງປະຕິບັດຫນ້າທີ່ອີກຕໍ່ໄປ.
\v 26 ພວກເຂົາອາດຈະຍັງຊ່ວຍພວກພີ່ນ້ອງຂອງຕົນທີ່ຍັງເຮັດວຽກຢູ່ໃນເຕັນປະຊຸມກໍໄດ້, ແຕ່ພວກເຂົາບໍ່ຕ້ອງປະຕິບັດຫນ້າທີ່ອີກຕໍ່ໄປ. ເຈົ້າຕ້ອງກຳກັບຮັກສາຄົນເລວີໃນເລື່ອງເຫລົ່ານີ້ທັງຫມົດ."
\s5
\c 9
\cl ບົດທີ 9
\p
\v 1 ພຣະຢາເວໄດ້ບອກກັບໂມເຊ ໃນຖິ່ນແຫ້ງແລ້ງກັນດານຊີນາຍ, ໃນເດືອນທີຫນຶ່ງຂອງປີທີສອງຫລັງຈາກທີ່ພວກເຂົາອອກມາຈາກແຜ່ນດິນເອຢິບ. ພຣະອົງກ່າວວ່າ,
\v 2 " ຈົ່ງໃຫ້ຄົນອິດສະລາເອນຖືປັດສະຄາຕາມເວລາທີ່ກຳນົດໄວ້ຂອງປີ.
\v 3 ໃນວັນທີສິບສີ່ຂອງເດືອນນີ້, ເວລາແລງ, ເຈົ້າຕ້ອງຖືປັດສະຄາຕາມເວລາກຳນົດໄວ້ຂອງປີ. ເຈົ້າຕ້ອງຖືປັດສະຄາ, ຕາມກົດລະບຽບທຸກຢ່າງ, ແລະເຮັດຕາມຂໍ້ບັງຄັບທັງຫມົດທີ່ກ່ຽວຂ້ອງກັບເທດສະການນັ້ນ."
\s5
\v 4 ດັ່ງນັ້ນໂມເຊຈຶ່ງໄດ້ບອກກັບຄົນອິດສະຣາເອນວ່າພວກເຂົາຄວນຈະຖືເທດສະການປັດສະຄາ.
\v 5 ດ້ວຍເຫດນີ້ ພວກເຂົາຈຶ່ງຖືປັດສະຄາໃນເດືອນທີຫນຶ່ງ, ວັນທີສິບສີ່ຂອງເດືອນນັ້ນ, ເວລາແລງ, ໃນຖິ່ນແຫ້ງແລ້ງກັນດານຊີນາຍ. ຄົນອິດສະຣາເອນກໍໄດ້ເຮັດຕາມທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງໃຫ້ໂມເຊເຮັດ.
\s5
\v 6 ມີບາງຄົນທີ່ເປັນມົນທິນເນື່ອງຈາກພວກເຂົາໄດ້ແຕະຕ້ອງສົບ. ພວກເຂົາບໍ່ສາມາດຖືປັດສະຄາໃນວັນນັ້ນໄດ້. ພວກເຂົາຈຶ່ງໄປຢູ່ຕໍ່ຫນ້າໂມເຊ ແລະອາໂຣນ ໃນວັນດຽວກັນນັ້ນ.
\v 7 ຄົນເຫລົ່ານັ້ນກ່າວກັບໂມເຊວ່າ, "ເຮົາໄດ້ເປັນມົນທິນເພາະໄດ້ແຕະຕ້ອງສົບ. ເປັນຫຍັງທ່ານຈຶ່ງຫ້າມເຮົາຈາກການຖວາຍເຄື່ອງບູຊາແດ່ພຣະຢາເວ ຕາມເວລາທີ່ກຳນົດໄວ້ຂອງປີ ທ່າມກາງຄົນອິດສະຣາເອນ?"
\v 8 ໂມເຊຈຶ່ງຕອບຄົນເຫລົ່ານັ້ນວ່າ," ຈົ່ງລໍຖ້າ ຂ້າພະເຈົ້າເພື່ອທີ່ຈະຟັງວ່າ ພຣະຢາເວຈະບອກສັ່ງແນວໃດກ່ຽວກັບພວກທ່ານ.
\s5
\v 9 ພຣະຢາເວໄດ້ບອກກັບໂມເຊ. ພຣະອົງບອກວ່າ,
\v 10 ຈົ່ງເວົ້າກັບຄົນອິດສະຣາເອນ. ຈົ່ງບອກວ່າ,' ຖ້າຄົນໃດໃນພວກເຈົ້າຫລືລູກຫລານຂອງພວກເຈົ້າເປັນມົນທິນເພາະແຕະຕ້ອງສົບ, ຫລືຢູ່ລະຫວ່າງການເດີນທາງ, ເຂົາກໍຍັງຖືປັດສະຄາແດ່ພຣະຢາເວໄດ້.'
\s5
\v 11 ພວກເຂົາຕ້ອງຖືປັດສະຄາໃນເດືອນທີສອງ ວັນທີສິບສີ່ເວລາແລງ. ພວກເຂົາຕ້ອງກິນປັດສະຄາພ້ອມກັບເຂົ້າຈີ່ບໍ່ມີເຊື້ອແປ້ງກັບຜັກຂົມ.
\v 12 ຢ່າໃຫ້ພວກເຂົາປະປັດສະຄາເຫລືອໄວ້ຮອດມື້ອື່ນເຊົ້າ, ຫລືຫັກກະດູກໃດໆຂອງສັດ. ພວກເຂົາຕ້ອງເຮັດຕາມກົດລະບຽບຂອງປັດສະຄາ.
\s5
\v 13 ແຕ່ຄົນໃດທີ່ບໍ່ເປັນມົນທິນ ແລະ ບໍ່ໄດ້ຢູ່ລະຫວ່າງການເດີນທາງ, ແຕ່ຜູ້ນັ້ນບໍ່ໄດ້ຖືປັດສະຄາ, ຄົນນັ້ນຕ້ອງຖືກຕັດຂາດຈາກຊຸມຊົນຂອງເຂົາເພາະເຂົາບໍ່ຖວາຍເຄື່ອງບູຊາທີ່ ພຣະຢາເວ ຊົງປະສົງຕາມເວລາທີ່ກຳນົດໄວ້ຂອງປີ. ຄົນນັ້ນຕ້ອງແບກຮັບບາບຂອງເຂົາ.
\v 14 ຖ້າຄົນຕ່າງດ້າວຄົນໃດທີ່ອາໃສຢູທ່າມກາງພວກເຈົ້າ ແລະຖືປັດສະຄາເພື່ອຖວາຍກຽດແດ່ພຣະຢາເວ, ເຂົາຕ້ອງຖືປັດສະຄາແລະເຮັດທຸກຢ່າງຕາມທີ່ພຣະອົງໄດ້ຊົງສັ່ງໄວ້, ໃນການຖືກົດເກນຕ່າງໆຂອງປັດສະຄາ, ແລະຕາມກົດຂອງປັດສະຄາ. ເຈົ້າຕ້ອງມີກົດຢ່າງດຽວກັນສຳລັບຄົນຕ່າງດ້າວ ແລະ ສຳລັບທຸກຄົນທີ່ເກີດໃນແຜ່ນດິນນີ້."
\s5
\v 15 ໃນວັນທີ່ຈັດຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ທີ່ເປັນຫໍເຕັນແຫ່ງພັນທະສັນຍາພຣະບັນຊາ. ໃນຕອນກາງຄືນເມກທີ່ຢູ່ເຫນືອຫໍເຕັນສັກສິດ. ກໍຈະປາກົດເຫມືອນໄຟຈົນເຖິງຕອນເຊົ້າ.
\v 16 ກໍຈະເປັນເຊັ່ນນັ້ນຢູ່ສະເຫມີ. ເມກຈະປົກຄຸມຫໍເຕັນສັກສິດແລະປາກົດເຫມືອນໄຟໃນຕອນກາງຄືນ.
\v 17 ເມື່ອໃດກໍຕາມທີ່ເມກລອຍຂຶ້ນໄປຈາກເຕັນນັ້ນ, ຄົນອິດສະຣາເອນ ກໍຈະອອກເດີນທາງໄປ. ເມກຢຸດລົງທີ່ໃດກໍຕາມ, ຄົນອິດສະຣາເອນກໍຈະຕັ້ງຄ້າຍພັກທີ່ນັ້ນ.
\s5
\v 18 ຄົນອິດສະຣາເອນຈະອອກເດີນທາງຕາມຄຳສັ່ງຂອງພຣະຢາເວ, ແລະ ພວກເຂົາຈະຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະອົງ, ໃນຂະນະທີ່ເມກຍັງຄົງຢຸດຢູ່ເຫນືອຫໍເຕັນສັກສິດ, ພວກເຂົາຈະພັກໃນຄ້າຍພັກຂອງພວກເຂົາ.
\v 19 ເມື່ອເມກຍັງຄົງຢູ່ເຫນືອຫໍເຕັນສັກສິດເປັນເວລາຫລາຍວັນ, ແລ້ວຄົນອິດສະຣາເອນກໍຈະເຮັດຕາມຄຳສັ່ງຂອງພຣະຢາເວ ແລະ ບໍ່ອອກເດີນທາງ.
\s5
\v 20 ບາງເທື່ອເມກຍັງຢູ່ເຫນືອຫໍເຕັນສັກສິດບໍ່ພໍເທົ່າໃດວັນ. ໃນກໍລະນີນັ້ນ, ພວກເຂົາຕ້ອງເຮັດຕາມຄຳສັ່ງຂອງພຣະຢາເວ ພວກເຂົາຈະຕັ້ງຄ້າຍພັກ ແລະອອກເດີນທາງອີກຄັ້ງຕາມຄຳສັ່ງຂອງພຣະອົງ.
\v 21 ບາງເທື່ອເມກກໍປາກົດໃນຄ້າຍພັກ ຕັ້ງແຕ່ຕອນແລງຈົນເຖິງຕອນເຊົ້າ. ເມື່ອເມກລອຍຂຶ້ນໄປໃນຕອນເຊົ້າ, ພວກເຂົາກໍອອກເດີນທາງ. ຖ້າເມກຄົງຢູ່ເປັນເວລາຫນຶ່ງວັນຫນຶ່ງຄືນ, ແຕ່ເມື່ອເມກລອຍຂຶ້ນໄປ ພວກເຂົາກໍຈະເດີນທາງໄປ.
\s5
\v 22 ບໍ່ວ່າເມກຈະຢູ່ເຫນືອຫໍເຕັນສັກສິດ ເປັນເວລາສອງວັນ, ຫນຶ່ງເດືອນ, ຫລືຫນຶ່ງປີ, ຕາບໃດທີ່ເມກຍັງຢູ່ທີ່ນັ້ນ, ຄົນອິດສະຣາເອນຕ້ອງພັກຢູ່ໃນຄ້າຍຂອງພວກເຂົາແລະບໍ່ອອກເດີນທາງ. ແຕ່ເມື່ອໃດກໍຕາມທີ່ເມກລອຍຂຶ້ນໄປ, ພວກເຂົາກໍຈະອອກເດີນທາງ.
\v 23 ພວກເຂົາຈະຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະຢາເວ, ແລະພວກເຂົາຈະເດີນທາງຕາມຄຳສັ່ງຂອງພຣະອົງ. ພວກເຂົາຈະເຮັດຕາມຄຳສັ່ງຂອງພຣະຢາເວ ທີ່ຊົງປະທານຜ່ານທາງໂມເຊ.
\s5
\c 10
\cl ບົດທີ 10
\p
\v 1 ພຣະຢາເວໄດ້ບອກກັບໂມເຊ. ພຣະອົງບອກວ່າ,
\v 2 " ຈົ່ງເຮັດແກເງິນສອງອັນ. ຈົ່ງທຸບເງິນດ້ວຍຄ້ອນເພື່ອເຮັດແກເຫລົ່ານັ້ນ. ເຈົ້າຕ້ອງໃຊ້ແກເພື່ອທີ່ຈະເອີ້ນຊຸມຊົນໃຫ້ມາຊຸມນຸມກັນ ແລະເອີ້ນຊຸມຊົນໃຫ້ເຄື່ອນຍ້າຍຄ້າຍພັກຂອງພວກເຂົາ.
\s5
\v 3 ພວກປະໂຣຫິດຕ້ອງເປົ່າແກເພື່ອເອີ້ນຊຸມຊົນທັງຫມົດມາຊຸມນຸມຢຸ່ຂ້າງຫນ້າເຈົ້າທີ່ທາງເຂົາເຕັນປະຊຸມ.
\v 4 ຖ້າພວກປະໂຣຫິດເປົ່າແກພຽງອັນດຽວ, ແລ້ວບັນດາຜູ້ນຳ, ທີ່ເປັນຫົວຫນ້າຂອງຕະກຸນຕ່າງໆຂອງອິດສະຣາເອນ, ຕ້ອງມາຊຸມນຸມກັນ.
\v 5 ເມື່ອເຈົ້າເປົ່າແກເປັນສັນຍານສຽງດັງ, ບັນດາຄ້າຍພັກທາງດ້ານທິດຕາເວັນອອກຕ້ອງເລີ່ມອອກເດີນທາງ.
\s5
\v 6 ເມື່ອເຈົ້າເປົ່າແກເປັນສັນຍານສຽງດັງຄັ້ງທີສອງ, ບັນດາຄ້າຍພັກທາງດ້ານທິດໃຕ້ກໍຕ້ອງເລີ່ມອອກເດີນທາງ. ພວກເຂົາຕ້ອງເປົ່າເປັນສັນຍານສຽງດັງສຳລັບການເດີນທາງຂອງພວກເຂົາ.
\v 7 ເມື່ອຊຸມຊົນມາປະຊຸມກັນຈົ່ງເປົ່າແກເຫລົ່ານັ້ນ, ແຕ່ບໍ່ຕ້ອງສຽງດັງ.
\v 8 ພວກລູກຊາຍຂອງອາໂຣນ, ບັນດາປະໂຣຫິດ, ຕ້ອງເປົ່າແກ ແກນີ້ຈະເປັນກົດລະບຽບສຳລັບພວກເຈົ້າ ຕະຫລອດຊົ່ວເຊັ່ນຄົນຂອງພວກເຈົ້າ.
\s5
\v 9 ເມື່ອພວກເຈົ້າອອກໄປເຮັດເສິກກັບສັດຕູທີ່ຂົ່ມເຫັງເຈົ້າ, ໃນແຜ່ນດິນຂອງເຈົ້າແລ້ວເຈົ້າຕ້ອງເປົ່າເປັນສຽງສັນຍານສູ້ຮົບດ້ວຍແກເຫລົ່ານັ້ນ. ເຮົາ, ຢາເວພຣະເຈົ້າຂອງເຈົ້າ, ແລະຈະຊ່ວຍພວກເຈົ້າໃຫ້ພົ້ນຈາກສັດຕູຂອງພວກເຈົ້າ.
\s5
\v 10 ໃນເວລາແຫ່ງການສະເຫລີມສະຫລອງ, ທັງເທດສະການງານລ້ຽງທີ່ຈັດຂຶ້ນເປັນປະຈຳແລະທຸກຕົ້ນເດືອນ, ເຈົ້າຕ້ອງເປົ່າແກເຊັ່ນດຽວກັນເພື່ອໃຫ້ກຽດແກ່ເຄື່ອງເຜົາບູຊາຂອງເຈົ້າ ແລະເປົ່າແກເຫນືອເຄື່ອງບູຊາສຳລັບສານບູຊາຂອງເຈົ້າ. ສິ່ງເຫລົ່ານີ້ຈະເປັນການເຮັດໃຫ້ພວກເຈົ້າລະນຶກເຖິງ ເຮົາ, ພຣະເຈົ້າຂອງພວກເຈົ້າ. ເຮົາຄືຢາເວພຣະເຈົ້າຂອງເຈົ້າ."
\s5
\v 11 ໃນວັນທີຊາວຂອງເດືອນທີສອງປີທີສອງ, ເມກລອຍຂຶ້ນໄປຈາກຫໍເຕັນສັກສິດ, ແຫ່ງພັນທະສັນຍາພຣະບັນຊາ.
\v 12 ແລ້ວຄົນອິດສະຣາເອນກໍອອກເດີນທາງຈາກຖິ່ນທຸລະກັນດານຊີນາຍ. ເມກນັ້ນກໍຢຸດໃນຖິ່ນທຸລະກັນດານປາລານ.
\v 13 ພວກເຂົາໄດ້ອອກເດີນທາງ, ຄັ້ງທຳອິດຕາມຄຳສັ່ງຂອງພຣະຢາເວທີ່ໄດ້ຊົງປະທານຜ່ານທາງໂມເຊ.
\s5
\v 14 ຄ້າຍພັກພາຍໃຕ້ທຸງຂອງເຜົ່າຢູດາ ອອກເດີນທາງເປັນກອງທຳອິດທີ່ເຄື່ອນຂະບວນ, ແຕ່ລະກອງຂອງພວກເຂົາອອກໄປ. ນາໂຊນລູກຊາຍຂອງອັມມີນາດາບໄດ້ນຳກອງຂອງຢູດາ.
\v 15 ເນທານາເອນລູກຊາຍຂອງຊູອາໄດ້ນຳກອງເຜົ່າຂອງຕະກຸນອິດຊາຄາ.
\v 16 ເອລີອາບ ລູກຊາຍຂອງເຮໂລນ ໄດ້ນຳກອງເຜົ່າ ຂອງຕະກຸນເຊບູໂລນ.
\s5
\v 17 ຕະກຸນເກໂຊນແລະຕະກຸນເມຣາຣີ, ຜູ້ທີ່ດູແລຫໍເຕັນສັກສິດ, ກໍມ້າງຫໍເຕັນລົງ ແລະພວກເຂົາກໍໄດ້ອອກເດີນທາງ.
\v 18 ຕໍ່ມາ, ບັນດາກອງທີ່ຢູ່ພາຍໃຕ້ທຸງຄ້າຍພັກລູເບັນ ກໍເລີ້ມອອກເດີນທາງ. ເອລີຊູ ລູກຊາຍຂອງເຊເດອູເຣໄດ້ນຳກອງຂອງຣູເບັນ.
\v 19 ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ ໄດ້ນຳກອງເຜົ່າຂອງຕະກຸນ ຊີເມໂອນ.
\v 20 ເອລີອາສັບລູກຊາຍຂອງ ດູເອນໄດ້ນຳກອງເຜົ່າຂອງຕະກຸນກາດ.
\s5
\v 21 ຄົນໂກຮາດອອກເດີນທາງ. ພວກເຂົາແບກຫາມເຄື່ອງໃຊ້ບໍຣິສຸດຂອງສະຖານນະມັດສະການ. ສ່ວນກອງອື່ນໆກໍຈະຈັດຕັ້ງຫໍເຕັນກ່ອນທີ່ຄົນໂກຮາດ ຈະໄປເຖິງທີ່ຄ້າຍພັກຕໍ່ໄປ.
\v 22 ບັນດາກອງທີ່ຢູ່ພາຍໃຕ້ທຸງຂອງຕະກຸນເອຟຣາອິມ ອອກເດີນທາງເປັນລຳດັບຕໍ່ໄປ. ເອລີຊາມາລູກຊາຍຂອງອຳມີຮຸດ ໄດ້ນຳກອງຂອງເອຟຣາອິມ.
\v 23 ກາມາລີເອນລູກຊາຍຂອງເປດາຊູໄດ້ນຳກອງເຜົ່າຂອງຕະກຸນມານາເຊ.
\v 24 ອາບີດານລູກຊາຍຂອງກີເດໂອນີໄດ້ນຳກອງເຜົ່າຂອງຕະກຸນເບັນຢາມິນ.
\s5
\v 25 ບັນດາກອງທີ່ຕັ້ງຄ້າຍພັກພາຍໃຕ້ທຸງຂອງຕະກຸນ ດານ ອອກເດີນທາງເປັນກອງສຸດທ້າຍ. ອາຮີເອເຊລູກຊາຍຂອງອຳມີຊັດດາຍໄດ້ນຳກອງຂອງ ດານ.
\v 26 ປາກີເອນລູກຊາຍຂອງອົກກະຣັນ ໄດ້ນຳກອງເຜົ່າຂອງຕະກຸນອາເຊ.
\v 27 ອາຮີຣາລູກຊາຍຂອງເອນັນໄດ້ນຳກອງເຜົ່າຂອງຕະກຸນນັບທາລີ.
\v 28 ນີ້ເປັນຮູບແບບການເດີນທາງ ຂອງກອງຕ່າງໆ ຂອງຊາວອິດສະຣາເອນ.
\s5
\v 29 ໂມເຊໄດ້ເວົ້າກັບໂຮບັບ ລູກຊາຍຂອງເຣອູເອນ ຄົນມີດີອານ. ເຣອູເອນເປັນພໍ່ຂອງເມຍຂອງໂມເຊ. ໂມເຊໄດ້ເວົ້າກັບໂຮບັບວ່າ,"ເຮົາກຳລັງເດີນທາງໄປຍັງສະຖານທີ່ ທີ່ພຣະຢາເວໄດ້ບອກ ວ່າ,' ເຮົາຈະມອບແຜ່ນດິນນັ້ນໃຫ້ກັບພວກເຈົ້າ.' ມາກັບເຮົາເຖີດ ແລະ ເຮົາຈະເຮັດດີຕໍ່ເຈົ້າ. ພຣະຢາເວ ໄດ້ຊົງສັນຍາວ່າຈະຊົງເຮັດດີຕໍ່ອິດສະຣາເອນ,"
\v 30 ແຕ່ໂຮບັບໄດ້ບອກໂມເຊວ່າ," ຂ້າພະເຈົ້າຈະບໍ່ໄປກັບທ່ານ. ຂ້າພະເຈົ້າຈະໄປຍັງແຜ່ນດິນຂອງຂ້າພະເຈົ້າ ແລະຊຸມຊົນຂອງຂ້າພະເຈົ້າ."
\s5
\v 31 ແລ້ວໂມເຊຈຶ່ງໄດ້ຕອບວ່າ," ຢ່າຈາກເຮົາໄປເລີຍ. ເຈົ້າຮູ້ວິທີການຕັ້ງຄ້າຍພັກໃນຖິ່ນທຸລະກັນດານ. ເຈົ້າຕ້ອງຄອຍລະວັງໃຫ້ກັບເຮົາ.
\v 32 ຖ້າເຈົ້າໄປກັບເຮົາ, ເຮົາຈະເຮັດດີຕໍ່ເຈົ້າ ເຊັ່ນດຽວກັບທີ່ພຣະຢາເວ ຊົງເຮັດດີຕໍ່ເຮົາ."
\s5
\v 33 ພວກເຂົາໄດ້ເດີນທາງຈາກພູເຂົາແຫ່ງ ພຣະຢາເວ ເປັນເວລາສາມວັນ. ຫີບແຫ່ງພັນທະສັນຍາຂອງພຣະຢາເວ ກໍໄປຂ້າງຫນ້າພວກເຂົາເປັນເວລາສາມວັນ ເພື່ອຈະຫາສະຖານທີ່ພັກໃຫ້ກັບພວກເຂົາ.
\v 34 ເມກຂອງພຣະຢາເວ ຢູ່ເຫນືອພວກເຂົາໃນຕອນກາງເວັນໃນຂະນະທີ່ພວກເຂົາເດີນທາງ.
\s5
\v 35 ເມື່ອໃດກໍຕາມທີ່ຫີບນັ້ນອອກເດີນທາງ, ໂມເຊຈະກ່າວວ່າ,"ຂໍພຣະຢາເວ. ຊົງລຸກຂຶ້ນ, ຂໍຊົງເຮັດໃຫ້ສັດຕູຂອງພຣະອົງ. ກະຈັດກະຈາຍໄປ ຂໍໃຫ້ຄົນເຫລົ່ານັ້ນທີ່ກຽດຊັງພຣະອົງແລ່ນຫນີໄປຈາກພຣະອົງ."
\v 36 ເມື່ອໃດກໍຕາມທີ່ຫີບນັ້ນຢຸດລົງ, ໂມເຊກໍຈະກ່າວວ່າ," ຂໍພຣະຢາເວ, ຊົງກັບມາ, ສູ່ຄົນອິດສະຣາເອນທີ່ມີຈຳນວນມາກມາຍຫລາຍຫມື່ນຄົນນີ້ດ້ວຍເຖີດ."
\s5
\c 11
\cl ບົດທີ 11
\p
\v 1 ຕອນນີ້ປະຊາຊົນໄດ້ຈົ່ມກ່ຽວກັບຄວາມຍາກລຳບາກຂອງພວກເຂົາຂະນະທີ່ພຣະຢາເວຊົງຟັງຢູ່. ພຣະຢາເວຊົງໄດ້ຍິນຄົນເຫລົ່ານັ້ນແລ້ວກໍໂມໂຫ. ໄຟຈາກພຣະຢາເວ ໄດ້ເຜົາໄຫມ້ຢູ່ທ່າມກາງພວກເຂົາ ແລະ ເຜົາຄ້າຍພັກທີ່ຢູ່ຂ້າງນອກໄປບາງສ່ວນ.
\v 2 ແລ້ວປະຊາຊົນກໍຮ້ອງຂໍຕໍ່ໂມເຊ, ດັ່ງນັ້ນໂມເຊຈຶ່ງໄດ້ອະທິຖານຕໍ່ພຣະຢາເວ, ແລະ ໄຟນັ້ນກໍມອດ.
\v 3 ພວກເຂົາຈຶ່ງເອີ້ນສະຖານທີ່ນັ້ນວ່າຕາເບຣາ, ເພາະໄຟຂອງພຣະຢາເວໄດ້ເຜົາໄຫມ້ຢູ່ທ່າມກາງພວກເຂົາ.
\s5
\v 4 ພວກຄົນຕ່າງຊາດບາງຄົນກໍເຂົ້າມາຕັ້ງຄ້າຍພັກຢູ່ກັບຕະກຸນອິດສະຣາເອນ. ພວກເຂົາຕ້ອງການອາຫານທີ່ດີກວ່າມາກິນ. ແລ້ວຄົນອິດສະຣາເອນ ກໍເລີ້ມຮ້ອງໃຫ້ ຄຳ່ຄວນແລະະກ່າວວ່າ," ໃຜຈະເອົາຊີ້ນໃຫ້ພວກເຮົາກິນ?
\v 5 ພວກເຮົາຄິດເຖິງປາຢູ່ໃນເອຢິບ, ທີ່ພວກເຮົາໄດ້ກິນໂດຍບໍ່ຕ້ອງເສຍອັນໃດ, ອີກທັງຫມາກແຕງ, ຫມາກໂມ, ຕົ້ນກະທຽມຈີນ, ຫົວຫອມ, ແລະຫົວກະທຽມ.
\v 6 ບັດນີ້ ເຮົາເບື່ອອາຫານນີ້ເຕັມທີແລ້ວ, ເພາະທີ່ເຮົາເຫັນທັງຫມົດກໍມີແຕ່ມານາ."
\s5
\v 7 ມານາມີລັກສະນະເຫມືອນເມັດຜັກຊີ. ເບິ່ງເຫມືອນຢາງໄມ້.
\v 8 ປະຊາຊົນກໍຍ່າງອອກໄປຮອບໆ ແລະເກັບມານາ. ພວກເຂົາບົດມານາໃນໂມ້ຫີນ, ຕຳໃນຄົກ, ຕົ້ມໃນຫມໍ້, ແລະເຮັດເປັນເຂົ້າຈີ່. ມານາມີລົດເຫມືອນນຳ້ມັນຫມາກກອກສົດ.
\s5
\v 9 ເມື່ອນຳ້ຫມອກຕົກລົງມາເຫນືອຄ້າຍພັກ, ມານາກໍຈະຕົກລົງມາດ້ວຍ.
\v 10 ໂມເຊໄດ້ຍິນວ່າປະຊາຊົນຮ້ອງໄຫ້ ຄຳ່ຄວນໃນຄອບຄົວຂອງພວກເຂົາ, ແລະຜູ້ຊາຍທຸກຄົນກໍຢູ່ທີ່ທາງເຂົ້າຫໍເຕັນຂອງຕົນ. ພຣະຢາເວໂມໂຫຫລາຍ, ແລະການຈົ່ມຂອງພວກເຂົາເປັນຄວາມຜິດໃນສາຍຕາຂອງໂມເຊ.
\s5
\v 11 ໂມເຊຈຶ່ງໄດ້ກ່າວຕໍ່ພຣະຢາເວວ່າ," ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງລຳບາກເຊັ່ນນີ້? ເປັນຫຍັງພະອົງຈຶ່ງບໍ່ຊົງພໍພະໄທຂ້ານ້ອຍ? ພຣະອົງຊົງເຮັດໃຫ້ຂ້ານ້ອຍແບກພາລະຫນັກຈົນເກີນກຳລັງກັບຄົນທັງຫມົດນີ້.
\v 12 ຂ້ານອ້ຍຕັ້ງທ້ອງຄົນເຫລົ່ານີ້ມາບໍ? ຂ້ານ້ອຍເກີດພວກເຂົາມາ ເພື່ອທີ່ພຣະອົງຈະກ່າວກັບຂ້ານ້ອຍວ່າ, ' ຈົ່ງອຸ້ມເຂົາໄວ້ແນບເອິກຂອງເຈົ້າ ເຫມືອນກັບພໍ່ອຸ້ມລູກນ້ອຍບໍ? ຂ້ານ້ອຍຄວນຈະອຸ້ມພວກເຂົາໄປຍັງແຜ່ນດິນ ທີ່ພຣະອົງຊົງສາບານກັບບັນດາ ບັນພະບູລຸດຂອງພວກເຂົາບໍ?
\s5
\v 13 ຂ້ານ້ອຍຈະຫາຊີ້ນຈາກໃສມາໃຫ້ຄົນທັງຫມົດນີ້ໄດ້? ພວກເຂົາກຳລັງຮ້ອງໃຫ້ຄຳ່ຄວານ ຢູ່ຕໍ່ຫນ້າຂ້ານ້ອຍແລະບອກວ່າ, 'ຂໍຊີ້ນໃຫ້ພວກເຮົາກິນ.'
\v 14 ຂ້ານ້ອຍພຽງຄົນດຽວ ບໍ່ສາມາດແບກຮັບຄົນເຫລົ່ານີ້ທັງຫມົດໄດ້. ພວກເຂົາມີຈຳນວນຫລາຍເກີນໄປສຳລັບຂ້ານ້ອຍ.
\v 15 ຖ້າຫາກພຣະອົງຈະຊົງກະທຳແກ່ຂ້ານ້ອຍເຊັ່ນນີ້, ກໍຂໍໃຫ້ພຣະອົງ, ຂ້າຂ້ານ້ອຍເສຍດຽວນີ້ເຖີດ, ແລະຖ້າພຣະອົງເມດຕາຂ້ານ້ອຍ ກໍຂໍຊົງເອົາຄວາມທຸກຍາກຂອງຂ້ານ້ອຍອອກໄປເຖີດ."
\s5
\v 16 ພຣະຢາເວໄດ້ກ່າວກັບໂມເຊວ່າ." ຈົ່ງພາພວກຜູ້ໃຫຍ່ຂອງ ອິດສະຣາເອນ ເຈັດສິບຄົນມາຫາເຮົາ. ຂໍໃຫ້ແນ່ໃຈວ່າພວກເຂົາເປັນພວກຜູ້ໃຫຍ່ແລະເປັນພວກເຈົ້າຫນ້າທີ່ຂອງປະຊາຊົນ. ຈົ່ງພາພວກເຂົາມາທີ່ຫໍເຕັນປະຊຸມແລະຢືນຢູ່ກັບເຈົ້າທີ່ນັ້ນ.
\v 17 ເຮົາຈະລົງມາແລະສົນທະນາກັບເຈົ້າທີ່ນັ້ນ. ເຮົາຈະເອົາພຣະວິນຍານທີ່ຢູ່ເທິງເຈົ້າບາງສ່ວນມາ ແລະໃສ່ລົງໄປເທິງພວກເຂົາ. ພວກເຂົາຈະແບກພາລະປະຊາຊົນຮ່ວມກັບເຈົ້າ. ເຈົ້າບໍ່ຕ້ອງແບກພາລະພຽງຄົນດຽວ.
\s5
\v 18 ຈົ່ງບອກປະຊາຊົນວ່າ,' ຈົ່ງຊຳລະຕົວໃຫ້ບໍຣິສຸດ, ສຳລັບມື້ອື່ນແລະພວກເຈົ້າຈະໄດ້ກິນຊີ້ນແທ້ໆ, ເພາະພວກເຈົ້າໄດ້ຮ້ອງໃຫ້ຄຳ່ຄວນ ແລະພຣະຢາເວຊົງໄດ້ຍິນທີ່ພວກເຈົ້າເວົ້າວ່າ," ໃຜຈະໃຫ້ຊີ້ນເຮົາກິນ? ເຮົາຢູ່ໃນເອຢິບກໍດີຢູ່ແລ້ວ." ເພາະສະນັ້ນພຣະຢາເວຈະຊົງປະທານຊີ້ນໃຫ້ແກ່ພວກເຈົ້າ, ແລະພວກເຈົ້າຈະໄດ້ກິນຊີ້ນ.
\v 19 ພວກເຈົ້າຈະບໍ່ໄດ້ກິນຊິ້ນແຕ່ພຽງມື້ດຽວ, ສອງມື້, ຫ້າມື້, ສິບມື້, ຫລືຊາວມື້,
\v 20 ແຕ່ພວກເຈົ້າຈະກິນຊີ້ນຕະຫລອດທັງເດືອນ ຈົນຊີ້ນອອກມາທາງຮູດັງຂອງເຈົ້າ. ຈົນຊີ້ນເຮັດໃຫ້ພວກເຈົ້າເບື່ອຫນ່າຍມັນ ເພາະພວກເຈົ້າປະຕິເສດພຣະຢາເວ, ຜູ້ຊົງຢູ່ທ່າມກາງພວກເຈົ້າ. ເຈົ້າໄດ້ຮ້ອງໃຫ້ຄຳ່ຄວນຕໍ່ຫນ້າພຣະອົງ. ເຈົ້າບອກວ່າ," ເປັນຫຍັງເຮົາຈຶ່ງອອກມາຈາກເອຢິບ?"'"
\s5
\v 21 ແລ້ວໂມເຊກ່າວວ່າ," ຂ້ານ້ອຍຢູ່ກັບຄົນ 600,000 ຄົນ ແລະພຣະອົງໄດ້ກ່າວວ່າ,' ເຮົາຈະໃຫ້ຊີ້ນພວກເຂົາກິນຕະຫລອດທັງເດືອນ.'
\v 22 ເຮົາຄວນຈະຂ້າຝູງແບ້ ແກະແລະຝູງງົວມາເພື່ອໃຫ້ພວກເຂົາພໍໃຈບໍ? ເຮົາຄວນຈະຈັບປາທັງຫມົດໃນທະເລມາເພື່ອເຮັດໃຫ້ພວກເຂົາພໍໃຈບໍ?"
\v 23 ພຣະຢາເວກ່າວກັບໂມເຊວ່າ," ມືຂອງເຮົາສັ້ນໄປບໍ? ບັດນີ້ເຈົ້າຈະໄດ້ເຫັນວ່າຖ້ອຍຄຳຂອງເຮົາຈະເປັນຈິງຫລືບໍ່."
\s5
\v 24 ໂມເຊອອກໄປແລະບອກຖ້ອຍຄຳທີ່ພຣະຢາເວກ່າວຕໍ່ປະຊາຊົນ. ເພິ່ນໄດ້ປະຊຸມຜູ້ໃຫຍ່ຂອງປະຊາຊົນ ເຈັດສິບຄົນ ແລະໃຫ້ພວກເຂົາຢືນຢູ່ຮອບຫໍເຕັນນັ້ນ.
\v 25 ພຣະຢາເວຊົງລົງມາໃນເມກ ແລະກ່າວກັບໂມເຊ. ພຣະຢາເວໄດ້ຊົງນຳພຣະວິນຍານເທິງໂມເຊບາງສ່ວນໄປແລະໃສ່ເທິງພວກຜູ້ໃຫຍ່ທັງເຈັດສິບຄົນນັ້ນ. ເມື່ອພຣະວິນຍານຊົງສະຖິດເທິງພວກເຂົາ, ພວກເຂົາກໍທຳນວາຍ, ແຕ່ສະເພາະໃນຊ່ວງເວລານັ້ນ ແລະບໍ່ໄດ້ເຮັດອີກເລີຍ.
\s5
\v 26 ຊາຍສອງຄົນທີ່ຍັງຢູ່ໃນຄ້າຍພັກ, ຊື່ເອັນດາດ ແລະ ເມດາດ. ພຣະວິນຍານໄດ້ຊົງສະຖິດເທິງພວກເຂົາເຊັ່ນກັນ. ຊື່ຂອງພວກເຂົາຢູ່ໃນລາຍຊື່ນັ້ນດ້ວຍ, ແຕ່ພວກເຂົາບໍ່ໄດ້ອອກໄປທີ່ເຕັນນັ້ນ. ຢ່າງໃດກໍດີ, ພວກເຂົາກໍທຳນວາຍໃນຄ້າຍພັກ.
\v 27 ຊາຍຫນຸ່ມຄົນຫນຶ່ງທີ່ຢູ່ໃນຄ້າຍພັກນັ້ນໄດ້ແລ່ນມາບອກໂມເຊວ່າ," ເອັນດາດ ແລະເມດາດ ກຳລັງທຳນວາຍຢູ່ໃນຄ້າຍພັກ."
\s5
\v 28 ໂຢຊວຍລູກຊາຍຂອງນູນ, ຜູ້ຊ່ວຍຂອງໂມເຊ, ຊຶ່ງເປັນຄົນຫນຶ່ງຂອງຄົນທີ່ເພິ່ນເລືອກມາ, ບອກກັບໂມເຊວ່າ," ເຈົ້ານາຍຂອງຂ້ານ້ອຍ, ຂໍໃຫ້ພວກເຂົາຢຸດເວົ້າເຖີດ."
\v 29 ໂມເຊບອກກັບເຂົາວ່າ, "ເຈົ້າອິດສາເພາະເຫັນແກ່ເຮົາບໍ? ເຮົາຢາກໃຫ້ປະຊາຊົນທຸກຄົນຂອງພຣະຢາເວ ເປັນຜູ້ທຳນວາຍ ແລະເພື່ອທີ່ພຣະອົງ ຈະໃສ່ພຣະວິນຍານຂອງພຣະອົງລົງເທິງພວກເຂົາທຸກຄົນ!"
\v 30 ແລ້ວໂມເຊແລະພວກຜູ້ໃຫຍ່ຂອງອິດສະຣາເອນກໍກັບໄປຍັງຄ້າຍພັກ.
\s5
\v 31 ແລ້ວລົມກໍພັດມາຈາກພຣະຢາເວ ແລະຫອບເອົານົກຂຸ້ມມາຈາກທະເລ. ພວກນົກເຫລົ່ານັ້ນກໍມາຕົກຢູ່ໃກ້ຄ້າຍພັກ, ຊຶ່ງເດີນທາງໄປເຖິງປະມານຫນຶ່ງມື້ແລະເດີນທາງກັບມາປະມານຫນຶ່ງມື້. ນົກຂຸ້ມກໍຕົກຢູ່ອ້ອມຄ້າຍພັກສູງຈາກພື້ນດິນປະມານຫນຶ່ງສອກ.
\v 32 ປະຊາຊົນກໍມ່ວນຢູ່ກັບການຈັບນົກຂຸ້ມຢູ່ຕະຫລອດທັງວັນ, ທັງຄືນ, ແລະຕະຫລອດມື້ຕໍ່ມາດ້ວຍ. ບໍ່ມີໃຜທີ່ຈັບນົກຂຸ້ມໄດ້ຕຳ່ກວ່າ ສິບໂຮເມີ. ພວກເຂົາແບ່ງນົກຂຸ້ມໃຫ້ແກ່ກັນທົ່ວຄ້າຍພັກ.
\s5
\v 33 ໃນຂະນະທີ່ຊີ້ນນົກຍັງຕິດແຂ້ວພວກເຂົາຢູ່, ໃນຂະນະທີ່ກຳລັງຫຍຳ້ຊີ້ນນັ້ນຢູ່, ພຣະຢາເວ ກໍໂກດຮ້າຍພວກເຂົາ. ພຣະອົງຊົງຂ້າຄົນເຫລົ່ານັ້ນດ້ວຍພະຍາດຮ້າຍແຮງ.
\v 34 ເຂົາຈຶ່ງເອີ້ນສະຖານທີ່ນັ້ນວ່າ ກິບໂຣດຮັດຕາອາວາ, ເພາະທີ່ນັ້ນພວກເຂົາໄດ້ຝັງສົບຄົນເຫລົ່ານັ້ນທີ່ຢາກກິນແຮງ.
\v 35 ປະຊາຊົນໄດ້ເດີນທາງຈາກກິບໂຣດຮັດຕາອາວາໄປຍັງຮາເຊໂຣດ, ທີ່ພວກເຂົາໄດ້ຕັ້ງຄ້າຍພັກ.
\s5
\c 12
\cl ບົດທີ 12
\p
\v 1 ມີຣີອາມແລະອາໂຣນໄດ້ເວົ້າຕໍ່ຕ້ານໂມເຊ ເພາະເຫດຍິງຊາວກູເຊທີ່ເພິ່ນແຕ່ງງານດ້ວຍ.
\v 2 ພວກເຂົາໄດ້ກ່າວວ່າ, "ພຣະຢາເວບອກກັບໂມເຊ ຄົນດຽວເທົ່ານັ້ນບໍ? ພຣະອົງບໍ່ໄດ້ບອກກັບພວກເຮົາບໍ? "ໃນຂະນະນັ້ນພຣະຢາເວຊົງໄດ້ຍິນໃນສິ່ງທີ່ພວກເຂົາເວົ້າ.
\v 3 ໂມເຊເປັນຄົນທີ່ອ່ອນນ້ອມຖ່ອມຕົວທີ່ສຸດ, ຖ່ອມໃຈຫລາຍກວ່າທຸກຄົນເທິງແຜ່ນດິນໂລກ.
\s5
\v 4 ໃນທັນໃດນັ້ນ ພຣະຢາເວ ກໍໄດ້ບອກກັບໂມເຊ, ອາໂຣນ, ແລະມີຣີອາມວ່າ: " ພວກເຈົ້າ, ທັງສາມຄົນຈົ່ງອອກໄປທີ່ຫໍເຕັນປະຊຸມ." ດັ່ງນັ້ນພວກເຂົາທັງສາມຄົນຈຶ່ງອອກໄປ.
\v 5 ແລ້ວພຣະຢາເວ ກໍສະເດັດລົງມາໃນເສົາເມກ. ພຣະອົງໄດ້ຢືນຢູ່ທີທາງເຂົ້າຫໍເຕັນປະຊຸມ ແລະຊົງເອີ້ນອາໂຣນ ແລະ ມີຣີອາມ. ພວກເຂົາທັງສອງຄົນກໍອອກມາຂ້າງຫນ້າ.
\s5
\v 6 ພຣະຢາເວໄດ້ກ່າວວ່າ," ບັດນີ້ຈົ່ງຟັງຖ້ອຍຄຳຂອງເຮົາ. ເມື່ອຜູ້ທຳນວາຍຂອງເຮົາຢູ່ທ່າມກາງພວກເຈົ້າ, ເຮົາຈະສະແດງຕົວເຮົາເອງຕໍ່ເຂົາໃນນິມິດ ແລະເວົ້າກັບເຂົາໃນຄວາມຝັນ.
\v 7 ແຕ່ໂມເຊຜູ້ຮັບໃຊ້ຂອງເຮົາ, ບໍ່ໄດ້ເປັນເຊັ່ນນັ້ນ ໃນຄົວເຮືອນທັງຫມົດຂອງເຮົາ ເຂົາເປັນຄົນສັດຊື່.
\v 8 ເຮົາເວົ້າກັບໂມເຊຫນ້າຕໍ່ຫນ້າ, ບໍ່ໄດ້ເວົ້າດ້ວຍນິມິດຫລືຄຳປິດສະຫນາ. ເຂົາໄດ້ເຫັນຮູບຮ່າງຂອງເຮົາ. ດັ່ງນັ້ນເປັນຫຍັງພວກເຈົ້າຈຶ່ງກ້າເວົ້າຕໍ່ສູ້, ໂມເຊ ຜູ້ຮັບໃຊ້ຂອງເຮົາ?"
\s5
\v 9 ພຣະຢາເວໄດ້ໂກດຮ້າຍພວກເຂົາຢ່າງຮຸນແຮງຕໍ່ເຂົາທັງສອງຄົນ, ແລະພຣະອົງກໍຈາກພວກເຂົາໄປ.
\v 10 ເມກກໍລອຍຂຶ້ນໄປຈາກເຕັນນັ້ນ, ແລະໃນທັນໃດ ມີຣີອາມກໍເກີດພະຍາດຂີ້ທູດ ຜີວຫນັງຂາວດັ່ງນວນຝ້າຍ. ເມື່ອອາໂຣນຫລຽວມາເບິ່ງ ມີຣີອາມ, ເພິ່ນກໍວ່ານາງເປັນຂີ້ທູດ.
\s5
\v 11 ອາໂຣນຈຶ່ກ່າວກັບໂມເຊວ່າ," ໂອ, ເຈົ້ານາຍຂອງຂ້ານ້ອຍ, ຂໍຢ່າໃຫ້ພວກເຮົາໄດ້ຮັບໂທດຍ້ອນບາບກຳນີ້ເລີຍ. ພວກເຮົາເວົ້າຢ່າງໂງ່ຈ້າ, ແລະພວກເຮົາໄດ້ເຮັດບາບແລ້ວ.
\v 12 ຂໍຢ່າໃຫ້ນາງເປັນດັ່ງເດັກນ້ອຍເກີດໃຫມ່ທີ່ຕາຍແລ້ວ ຜູ້ທີ່ມີເນື້ອຫນັງກຸດໄປເຄິ່ງຫນຶ່ງ ຕອນທີ່ເກີດອອກມາຈາກທ້ອງແມ່."
\s5
\v 13 ດັ່ງນັ້ນໂມເຊຈຶ່ງຮ້ອງຕໍ່ພຣະເຈົ້າຢາເວ. ກ່າວວ່າ, "ຂ້າແດ່ພຣະເຈົ້າ, ຂໍຊົງໂຜດຮັກສານາງໃຫ້ຫາຍດີດ້ວຍເຖີດ."
\v 14 ພຣະຢາເວກ່າວກັບໂມເຊວ່າ," ຖ້າພໍ່ຂອງນາງຖົ່ມນຳ້ລາຍໃສ່ຫນ້າຂອງນາງ, ນາງກໍຈະອັບອາຍໄປເຈັດວັນ. ຈົ່ງກັກຕົວນາງໄວ້ນອກຄ້າຍເຈັດວັນ. ຫລັງຈາກນັ້ນ ຈຶ່ງພານາງເຂົ້າມາອີກຄັ້ງ."
\v 15 ດັ່ງນັ່ນ ມີຣີອາມ ຈຶ່ງຖືກກັກຕົວໄວ້ນອກຄ້າຍພັກເປັນເວລາເຈັດວັນ. ປະຊາຊົນກໍບໍ່ໄດ້ຍົກຍ້າຍໄປໃສ ຈົນກວ່ານາງໄດ້ກັບມາຍັງຄ້າຍພັກ.
\s5
\v 16 ຫລັງຈາກນັ້ນປະຊາຊົນກໍອອກເດີນທາງໄປຈາກ ຮາຊີໂຣດແລະຕັ້ງຄ້າຍພັກໃນຖິ່ນທຸລະກັນດານ.
\s5
\c 13
\cl ບົດທີ 13
\p
\v 1 ຈາກນັ້ນພຣະຢາເວໄດ້ບອກກັບໂມເຊ. ພຣະອົງກ່າວວ່າ,
\v 2 " ຈົ່ງສົ່ງບາງຄົນໄປສອດແນມແຜ່ນດິນການາອານ, ທີ່ເຮົາໄດ້ມອບໃຫ້ແກ່ຊາວອິດສະຣາເອນ. ຈົ່ງສົ່ງຄົນຈາກທຸກເຜົ່າຂອງບັນພະບູລຸດຂອງພວກເຂົາ. ເຜົ່າລະຄົນ ແຕ່ລະຄົນຕ້ອງເປັນຜູ້ນຳທ່າມກາງພວກເຂົາ."
\s5
\v 3 ປາຣານ, ເພື່ອໃຫ້ພວກເຂົາເຮັດຕາມຄຳສັ່ງຂອງພຣະຢາເວ. ພວກເຂົາທຸກຄົນເປັນຜູ້ນຳທ່າມກາງຄົນອິດສະຣາເອນ.
\v 4 ຕໍ່ໄປນີ້ເປັນລາຍຊື່ຂອງພວກເຂົາ: ຈາກເຜົ່າຣູເບັນ, ຊາມມູອາລູກຊາຍຂອງຊັກກູເຣ;
\s5
\v 5 ຈາກເຜົ່າ, ຊາຟັດ ລູກຊາຍຂອງໂຮຣີ;
\v 6 ຈາກເຜົ່າຢູດາ, ກາເຣັບ ລູກຊາຍຂອງເຢຟຸນເນ;
\v 7 ຈາກເຜົ່າອິດຊາຄາ, ອີການລູກຊາຍຂອງໂຢເຊັບ;
\v 8 ຈາກເຜົ່າເອຟຣາອິມ, ໂຮເຊຢາລູກຊາຍຂອງນູນ;
\s5
\v 9 ຈາກເຜົ່າເບັນຢາມິນ, ປານຕີລູກຊາຍຂອງຣາຟູ;
\v 10 ຈາກເຜົ່າເຊບູໂລນ, ກາດດີເອນລູກຊາຍຂອງໂສດີ;
\v 11 ຈາກເຜົ່າໂຢເຊັບ(ນັ້ນເປັນການບອກວ່າຈາກເຜົ່າມານັດເຊ), ກາດດີລູກຊາຍຂອງສູສີ;
\v 12 ຈາກເຜົ່າດານ, ອາມມີເອນລູກຊາຍຂອງເກມາລີ;
\s5
\v 13 ຈາກເຜົ່າອາເຊ, ເສທູເຣລູກຊາຍຂອງມີກາເອນ;
\v 14 ຈາກເຜົ່າເນັບທາລີ, ນາບີລູກຊາຍຂອງວົບສີ;
\v 15 ຈາກເຜົ່າກາດ, ເກອູເອນລູກຊາຍຂອງມາກີ;
\v 16 ເຫລົ່ານີ້ເປັນລາຍຊື່ຂອງຄົນທີ່ໂມເຊໄດ້ສົ່ງໄປສອດແນມແຜ່ນດິນນັ້ນ. ໂມເຊເອີ້ນໂຮເຊຢາລູກຊາຍ ຂອງນູນໂດຍໃຊ້ຊື່ວ່າ ໂຢຊວຍ.
\s5
\v 17 ໂມເຊສົ່ງພວກເຂົາໄປສອດແນມແຜ່ນດິນການາອານ. ເພິ່ນບອກພວກເຂົາວ່າ," ຈົ່ງເຂົາໄປຕັ້ງແຕ່ ເນເກບແລະຂຶ້ນໄປຍັງເຂດແດນເນີນພູ.
\v 18 ຈົ່ງສຳຫລວດເບິ່ງແຜ່ນດິນນັ້ນ ເພື່ອເບິ່ງວ່າແຜ່ນດິນນັ້ນເປັນຢ່າງໃດ. ຈົ່ງສັງເກດເບິ່ງຄົນທີ່ອາໃສຢູ່ທີ່ນັ້ນວ່າ, ພວກເຂົາເຂັ້ມແຂງຫລືອ່ອນແອ, ແລະພວກເຂົາມີຈຳນວນນ້ອຍຫລືຫລາຍ.
\v 19 ຈົ່ງເບິ່ງວ່າແຜ່ນດິນທີ່ພວກເຂົາອາໄສຢູ່ເປັນຢ່າງໃດ. ດີຫລືບໍ່ດີ? ບັນດາເມືອງທີ່ນັ້ນເປັນຢ່າງໃດ? ເມືອງເຫລົ່ານັ້ນເປັນຄ້າຍພັກ, ຫລືເປັນເມືອງທີ່ມີກຳແພງປ້ອງກັນ?
\v 20 ຈົ່ງເບິ່ງວ່າແຜ່ນດິນນັ້ນເປັນຢ່າງໃດ, ແຜ່ນດິນສຳລັບການປູກຝັງນັ້ນອຸດົມສົມບູນຫລືບໍ່, ແລະມີຕົ້ນໄມ້ຢູ່ທີ່ນັ້ນຫລືບໍ່. ຈົ່ງກ້າຫານເຖີດແລະນຳຕົວຢ່າງຫມາກໄມ້ບາງຊະນິດຂອງແຜ່ນດິນນັ້ນມາດ້ວຍ." ເວລານີ້ເປັນລະດູທີ່ຫມາກອະງຸ່ນລຸ້ນທຳອິດສຸກ.
\s5
\v 21 ດັ່ງນັ້ນຄົນເຫລົ່ານັ້ນຈຶ່ງຂຶ້ນໄປແລະສອດແນມເບິ່ງແຜ່ນດິນນັ້ນ ຕັ້ງແຕ່ຖິ່ນທຸລະກັນດານ ຊິນ ຈົນເຖິງເຣໂຮບ, ໃກ້ກັບເມືອງເລໂບ ຮາມັດ.
\v 22 ພວກເຂົາຂຶ້ນໄປຈາກເນເກບແລະມາເຖິງເມືອງ ເຮັບໂຣນ. ມີຄົນອາຮີມານ, ຄົນເຊຊາຍ, ແລະຄົນຕານໄມ, ຊຶ່ງເປັນເຊື້ອສາຍຂອງຊົນຊາດອານາກິມ, ຢູ່ທີ່ນັ້ນ. ເມືອງເຮັບໂຣນໄດ້ຖືກສ້າງຂຶ້ນກ່ອນເມືອງໂຊອານໃນເອຢິບເຈັດປີ.
\s5
\v 23 ພວກເຂົາກໍຕັດເອົາງ່າອະງຸ່ນງ່າຫນຶ່ງທີ່ມີຫມາກດົກຫລາຍ. ພວກເຂົາຕ້ອງໃຊ້ສອງຄົນໃນກຸ່ມພວກເຂົາຫາມພວງອະງຸ່ນນັ້ນດ້ວຍໄມ້ຄານ. ພວກເຂົາຍັງເອົາຫມາກພິລາແລະຫມາກເດື່ອມາດ້ວຍ.
\v 24 ສະຖານທີ່ນັ້ນຈຶ່ງຖືກເອີ້ນວ່າ ຮ່ອມພູເອັດຊະໂຄນ, ເພາະພົ້ວອະງຸ່ນທີ່ຄົນອິດສະຣາເອນໄດ້ຕັດມາຈາກທີ່ນັ້ນ.
\s5
\v 25 ຫລັງຈາກນັ້ນສີ່ສິບວັນ, ພວກເຂົາກໍກັບມາຈາກການສອດແນມແຜ່ນດິນນັ້ນ.
\v 26 ພວກເຂົາກັບມາຫາໂມເຊ, ອາໂຣນ, ແລະຊຸມຊົນທັງຫມົດຂອງຄົນອິດສະຣາເອນ ໃນຖິ່ນທຸລະກັນດານ ປາຣານ, ທີ່ກາເດັດ. ພວກເຂົາໄດ້ກັບມາລາຍງານຕໍ່ເພິ່ນທັງສອງແລະຊຸມຊົນທັງຫມົດ, ແລະໃຫ້ພວກເຂົາເບິ່ງຫມາກໄມ້ທີ່ນຳມາຈາກແຜ່ນດິນນັ້ນ.
\s5
\v 27 ພວກເຂົາບອກໂມເຊວ່າ, "ເຮົາໄດ້ໄປເຖິງແຜ່ນດິນທີ່ທ່ານໄດ້ສົ່ງເຮົາໄປ. ແຜ່ນດິນນັ້ນອຸດົມດ້ວຍນຳ້ນົມແລະນຳ້ເຜິ້ງແທ້ໆ. ນີ້ເປັນຫມາກໄມ້ຈຳນວນຫນຶ່ງຈາກແຜ່ນດິນນັ້ນ.
\v 28 ແຕ່ຢ່າງໃດກໍຕາມ, ຄົນທີ່ສ້າງບ້ານເຮືອນຂອງພວກເຂົາທີ່ນັ້ນເປັນຄົນແຂງແຮງຫລາຍ. ເມືອງເຫລົ່ານັ້ນມີກຳແພງປ້ອງກັນແລະໃຫຍ່ໂຕຫລາຍ. ເຮົາໄດ້ເຫັນເຊື້ອສາຍຂອງຄົນອານາກິມທີ່ນັ້ນດ້ວຍ.
\v 29 ຄົນອາມາເຫລັກອາໄສຢູ່ໃນ ເນເກບ. ຄົນຮິດຕີ, ຄົນເຢບຸດ, ແລະຄົນອາໂມຣິດມີບ້ານເຮືອນຂອງພວກເຂົາໃນເຂດແດນເນີນພູ. ຄົນການາອານອາໃສຢູ່ໃກ້ທະເລແລະຕາມຝັ່ງແມ່ນຳ້ຈໍແດນ."
\s5
\v 30 ແລ້ວກາເລັບໄດ້ໃຫ້ປະຊາຊົນງຽບຕໍ່ຫນ້າໂມເຊແລະກ່າວວ່າ, "ໃຫ້ເຮົາຂຶ້ນໄປແລະຢຶດຄອງແຜ່ນດິນນັ້ນ, ເພາະເຮົາສາມາດຊະນະເມືອງນັ້ນໄດ້ແນ່ນອນ."
\v 31 ແຕ່ຄົນອື່ນໆທີ່ໄດ້ໄປກັບເຂົາຕອບວ່າ," ພວກເຮົາບໍ່ສາມາດຕໍ່ສູ້ກັບຄົນເຫລົ່ານັ້ນໄດ້ ເພາະພວກເຂົາແຂງແກ່ນກວ່າພວກເຮົາ."
\s5
\v 32 ດັ່ງນັ້ນພວກເຂົາກໍລາຍງານກ່ຽວກັບແຜ່ນດິນທີ່ພວກເຂົາໄປສອດແນມມາໃຫ້ຮູ້ກັນຫມົດ ທີ່ເຮັດໃຫ້ຄົນອິດສະຣາເອນເກີດຄວາມທໍ້ຖອຍ. ພວກເຂົາກ່າວວ່າ, "ແຜ່ນດິນທີ່ເຮົາໄດ້ໄປເຫັນມາເປັນແຜ່ນດິນທີ່ກິນຄົນ. ທຸກຄົນທີ່ເຮົາໄດ້ເຫັນທີ່ນັ້ນເປັນຄົນທີ່ສູງໃຫຍ່ຫລາຍ.
\v 33 ທີ່ນັ້ນເຮົາໄດ້ເຫັນຍັກ, ທີ່ເປັນເຊື້ອສາຍຄົນອານາກິມ, ຄົນທີ່ມາຈາກພວກຍັກໃນສາຍຕາຂອງພວກເຮົາ. ເຮົາເປັນເຫມືອນຕັກແຕນເມື່ອປຽບທຽບກັບພວກເຂົາ, ແລະນີ້ກໍເປັນສິ່ງທີ່ເຮົາເປັນໃນສາຍຕາຂອງພວກເຂົາ, ດ້ວຍ."
\s5
\c 14
\cl ບົດທີ 14
\p
\v 1 ໃນຄືນນັ້ນຊຸມຊົນທັງຫມົດກໍຮ້ອງໃຫ້ສຽງດັງ.
\v 2 ຄົນອິດສະຣາເອນທັງຫມົດກໍຕໍ່ວ່າໂມເຊ ແລະອາໂຣນ. ຊຸມຊົນທັງຫມົດກ່າວກັບເພິ່ນທັງສອງວ່າ, "ເຮົາຢາກຈະຕາຍເສຍໃນແຜ່ນດິນເອຢິບ, ແລະໃນຖິ່ນທຸລະກັນດານທີ່ນີ້!
\v 3 ເປັນຫຍັງພຣະຢາເວຈຶ່ງຊົງນຳພວກເຮົາມາຍັງແຜ່ນດິນນີ້ເພື່ອທີ່ຈະຕາຍດ້ວຍດາບ? ເມຍແລະລູກນ້ອຍໆຂອງເຮົາກໍຈະກາຍເປັນຜູ້ຮັບເຄາະ. ໃຫ້ພວກເຮົາກັບໄປທີ່ເອຢິບບໍ່ດີກ່ວາບໍ?"
\s5
\v 4 ໃຫ້ພວກເຮົາເລືອກຜູ້ນຳອີກຄົນຫນຶ່ງ, ແລະໃຫ້ພວກເຮົາກັບໄປທີ່ເອຢິບ, "
\v 5 ແລ້ວໂມເຊ ແລະອາໂຣນກໍຫມູບຫນ້າລົງຕໍ່ຫນ້າທີ່ປະຊຸມຂອງຊຸມຊົນຄົນອິດສະຣາເອນ.
\s5
\v 6 ໂຢຊວຍລູກຊາຍຂອງນູນ ແລະກາເລັບລູກຊາຍຂອງເຢຟູນເນ, ທັງສອງຄົນທີ່ຢູ່ໃນພວກຄົນເຫລົ່ານັ້ນທີ່ຖືກສົ່ງໄປສອດແນມແຜ່ນດິນນັ້ນ, ກໍໄດ້ຈີກເສື້ອຜ້າຂອງຕົນ.
\v 7 ພວກເຂົາເວົ້າກັບຊຸມຊົນຄົນອິດສະຣາເອນທັງຫມົດ. ພວກເຂົາບອກວ່າ, "ແຜ່ນດິນທີ່ພວກເຮົາໄດ້ເຂົ້າໄປສຳຫລວດຈົນທົ່ວນັ້ນເປັນແຜ່ນດິນທີ່ດີຫລາຍ.
\v 8 ຖ້າພຣະຢາເວຊົງພໍພຣະໄທພວກເຮົາແລ້ວ, ພຣະອົງຈະຊົງນຳພວກເຮົາເຂົ້າສູ່ແຜ່ນດິນນັ້ນ ແລະປະທານແຜ່ນດິນນັ້ນແກ່ພວກເຮົາ. ແຜ່ນດິນທີ່ອຸດົມດ້ວຍນຳ້ນົມແລະນຳ້ເຜິ້ງ.
\s5
\v 9 ແຕ່ຂໍຢ່າກະບົດຕໍ່ພະຢາເວ, ແລະຢ່າຢ້ານຄົນໃນແຜ່ນດິນນັ້ນເລີຍ. ພວກເຮົາຈະທຳລາຍພວກເຂົາໃຫ້ຫມົດໄດ້ຢ່າງງ່າຍໆເຫມືອນກັບອາຫານ. ເກາະກຳບັງຂອງພວກເຂົາຈະຖືກເອົາອອກໄປຈາກພວກເຂົາ, ເພາະພຣະຢາເວ ຊົງສະຖິດກັບເຮົາ. ຢ່າຢ້ານພວກເຂົາເລີຍ."
\v 10 ແຕ່ຊຸມຊົນທັງຫມົດໄດ້ຂູ່ວ່າຈະເອົາກ້ອນຫີນແກວ່ງໃສ່ພວກເຂົາໃຫ້ຕາຍ. ແລ້ວພຣະສະຫງ່າຣາສີຂອງ ພຣະຢາເວ ກໍໄດ້ປາກົດທີ່ຫໍເຕັນບ່ອນປະຊຸມຕໍ່ຫນ້າຄົນອິດສະລາເອນທັງຫມົດ.
\s5
\v 11 ພຣະຢາເວກ່າວກັບໂມເຊວ່າ," ຄົນເຫລົ່ານີ້ຈະຫມິ່ນປະຫມາດເຮົາດົນປານໃດ? ພວກເຂົາຈະບໍ່ມີຄວາມວາງໃຈເຮົາດົນປານໃດ, ທັງໆທີ່ເຮົາໄດ້ເຮັດຫມາຍສຳຄັນແຫ່ງລິດອຳນາດຂອງເຮົາທັງຫມົດທ່າມກາງພວກເຂົາ?
\v 12 ເຮົາຈະຂ້າພວກເຂົາດ້ວຍໄພພິບັດ, ຕັດສິດທິພວກເຂົາຈາກມໍລະດົກ, ແລະສ້າງຊົນຊາດຫນຶ່ງຈາກຕະກຸນຂອງເຈົ້າເອງໃຫ້ຍິ່ງໃຫຍ່ແລະເຂັ້ມແຂງກວ່າພວກເຂົາ."
\s5
\v 13 ໂມເຊໄດ້ຕອບພຣະຢາເວວ່າ, "ຖ້າພຣະອົງຊົງເຮັດເຊັ່ນນັ້ນ, ແລ້ວຊາວເອຢິບກໍຈະໄດ້ຍິນກ່ຽວກັບເລື່ອງນີ້, ເພາະພຣະອົງຊົງຊ່ວຍຄົນເຫລົ່ານີ້ໃຫ້ລອດຊີວິດດ້ວຍລິດອຳນາດຂອງພຣະອົງ.
\v 14 ພວກເຂົາຈະບອກເລື່ອງນີ້ຕໍ່ຜູ້ອາໄສຢູ່ໃນແຜ່ນດິນນີ້ ພວກເຂົາໄດ້ຍິນວ່າພຣະອົງ, ພຣະຢາເວ, ໄດ້ຊົງສະຖິດກັບຄົນເຫລົ່ານີ້, ເພາະພວກເຂົາໄດ້ເຫັນພຣະອົງຫນ້າຕໍ່ຫນ້າ. ເມກຂອງພຣະອົງຕັ້ງຢູ່ເຫນືອຄົນເຫລົ່ານັ້ນ. ພຣະອົງຊົງນຳຫນ້າພວກເຂົາໄປໃນເສົາເມກໃນຕອນກາງເວັນແລະເປັນເສົາໄຟໃນຕອນກາງຄືນ.
\s5
\v 15 ຖ້າພຣະອົງຊົງຂ້າຄົນເຫລົ່ານີ້ເຫມືອນກັບຄົນດຽວ, ແລ້ວຊົນຊາດຕ່າງໆກໍຈະໄດ້ຍິນເຖິງຊື່ສຽງຂອງພຣະອົງ ກໍຈະເວົ້າກັນແລະກ່າວວ່າ,
\v 16 ເພາະ ພຣະຢາເວ ບໍ່ສາມາດພາຄົນເຫລົ່ານັ້ນໄປຍັງແຜ່ນດິນທີ່ພຣະອົງຊົງສັນຍາວ່າຈະມອບໃຫ້ແກ່ພວກເຂົາໄດ້, ພຣະອົງຈຶ່ງຂ້າພວກເຂົາໃນຖິ່ນທຸລະກັນດານ.'
\s5
\v 17 ບັດນີ້, ຂ້ານ້ອຍຂໍວິງວອນຕໍ່ພຣະອົງ, ຂໍຊົງໃຊ້ລິດອຳນາດຍິ່ງໃຫຍ່ຂອງພຣະອົງ. ເພາະພຣະອົງໄດ້ກ່າວໄວ້ວ່າ,
\v 18 'ພຣະຢາເວຜູ້ຮ້າຍຊ້າ ແລະເຕັມລົ້ນດ້ວຍຄວາມສັດຊື່ໃນພັນທະສັນຍາ. ພຣະອົງໃຫ້ອະໄພຄວາມຊົ່ວຮ້າຍແລະການກະບົດ. ພຣະອົງຈະບໍ່ຊົງລະເວັ້ນຄວາມຜິດ ເມື່ອພຣະອົງຊົງນຳການລົງໂທດບາບຂອງບັນພະບູລຸດ, ຕົກທອດໄປເຖິງລູກຫລານຂອງພວກເຂົາແລະສີ່ຊົ່ວອາຍຸຄົນ.'
\v 19 ຂ້ານ້ອຍ, ຂໍວິງວອນຕໍ່ພຣະອົງ, ຂໍຊົງອະໄພບາບຄົນເຫລົ່ານັ້ນ ເພາະຄວາມຮັກຍິ່ງໃຫຍ່ແຫ່ງຄວາມສັດຊື່ໃນພັນທະສັນຍາຂອງພຣະອົງ, ເຫມືອນດັ່ງທີ່ພຣະອົງຊົງອະໄພຄົນເຫລົ່ານີ້ມາ ຕັ້ງແຕ່ພວກເຂົາຢູ່ໃນເອຢິບ ຈົນເຖິງບັດນີ້."
\s5
\v 20 ພຣະຢາເວກ່າວວ່າ, "ເຮົາຍົກໂທດໃຫ້ພວກເຂົາເພື່ອເປັນໄປຕາມຄຳຂໍຮ້ອງຂອງເຈົ້າ,
\v 21 ແຕ່ແທ້ຈິງ, ເຮົາມີຊີວິດຢູ່ສັນໃດ, ແລະແຜ່ນດິນໂລກທັງຫມົດນີ້ກໍຈະເຕັມດ້ວຍພຣະສະຫງ່າຣາສີຂອງເຮົາສັນນັ້ນ,
\v 22 ຄົນເຫລົ່ານັ້ນທີ່ໄດ້ເຫັນພຣະສະຫງ່າຣາສີຂອງເຮົາ ແລະຫມາຍສຳຄັນແຫ່ງຣິດອຳນາດທີ່ເຮົາໄດ້ກະທຳ ໃນເອຢິບ ແລະໃນຖິ່ນທຸລະກັນດານ ແຕ່ພວກເຂົາກໍຍັງທົດລອງເຮົາເຖິງສິບເທື່ອ ແລະບໍ່ຟັງສຽງຂອງເຮົາ.
\s5
\v 23 ດັ່ງນັ້ນພວກເຂົາຈະບໍ່ໄດ້ເຫັນແຜ່ນດິນທີ່ເຮົາໄດ້ສັນຍາໄວ້ກັບບັນພະບູລຸດຂອງພວກເຂົາຢ່າງແນ່ນອນ. ບໍ່ມີໃຜຈັກຄົນໃນພວກເຂົາທີ່ຫມິ່ນປະຫມາດເຮົາຈະໄດ້ເຫັນແຜ່ນດິນນັ້ນ,
\v 24 ຍົກເວັ້ນກາເລັບ, ຜູ້ຮັບໃຊ້ຂອງເຮົາທີ່ມີວິນຍານແຕກຕ່າງກັນ. ເຂົາໄດ້ຕິດຕາມເຮົາຢ່າງສຸດໃຈ; ເຮົາຈະນຳເຂົາເຂົ້າສູ່ແຜ່ນດິນທີ່ເຂົາໄດ້ໄປສອດແນມມານັ້ນ. ເຊື້ອສາຍຂອງເຂົາຈະໄດ້ແຜ່ນດິນເປັນກຳມະສິດ.
\v 25 (ໃນເວລານັ້ນຄົນອາມາເຫລັກແລະຄົນການາອານອາໃສຢູ່ໃນຮ່ອມພູນັ້ນ.) ໃນມື້ອື່ນຈົ່ງກັບຄືນແລະໄປຍັງຖິ່ນທຸລະກັນດານຕາມທາງໄປທະເລແດງ."
\s5
\v 26 ພຣະຢາເວໄດ້ກ່າວກັບໂມເຊແລະກັບອາໂຣນ. ພຣະອົງກ່າວວ່າ,
\v 27 ເຮົາຕ້ອງທົນຕໍ່ຊຸມຊົນຊົ່ວຮ້າຍນີ້ທີ່ຈົ່ມວ່າໃສ່ເຮົານານປານໃດ? ເຮົາໄດ້ຍິນຄົນອິດສະຣາເອນຈົ່ມວ່າເຮົາພຽງພໍແລ້ວ.
\s5
\v 28 ຈົ່ງບອກພວກເຂົາວ່າ,' ພຣະຢາເວກ່າວວ່າ,' ເຮົາມີຊີວິດຢູ່ສັນໃດ, ເຮົາຈະເຮັດຕໍ່ພວກເຈົ້າ, ຕາມທີ່ພວກເຈົ້າໄດ້ຂໍຮ້ອງເຮົາສັນນັ້ນ:
\v 29 ຊາກສົບຂອງພວກເຈົ້າຈະຕົກລົ່ນຢູ່ໃນຖິ່ນທຸລະກັນດານນີ້, ພວກເຈົ້າທຸກຄົນທີ່ໄດ້ຈົ່ມວ່າເຮົາ, ພວກເຈົ້າທີ່ໄດ້ຖືກນັບໄວ້ໃນການເຮັດສຳມະໂນຄົວ, ຈຳນວນຄົນທັງຫມົດຕັ້ງແຕ່ອາຍຸຊາວປີຂຶ້ນໄປ.
\v 30 ພວກເຈົ້າຈະບໍ່ໄດ້ເຂົ້າໄປໃນແຜ່ນດິນ ທີ່ເຮົາສັນຍາວ່າ ຈະສ້າງບ້ານຂອງພວກເຈົ້າຢ່າງແນ່ນອນ, ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນ ແລະໂຢຊວຍລູກຊາຍຂອງນູນ.
\s5
\v 31 ແຕ່ລູກນ້ອຍຂອງພວກເຈົ້າ ທີ່ພວກເຈົ້າບອກວ່າເປັນຜູ້ຮັບເຄາະນັ້ນ, ເຮົາຈະພາພວກເຂົາເຂົ້າໄປໃນແຜ່ນດິນນັ້ນ. ພວກເຂົາຈະໄດ້ຮັບແຜ່ນດິນນັ້ນທີ່ພວກເຈົ້າປະຕິເສດ!
\v 32 ແຕ່ສຳລັບພວກເຈົ້າ, ຊາກສົບຂອງເຈົ້າຈະຕົກລົ່ນໃນຖິ່ນທຸລະກັນດານນີ້.
\v 33 ລູກຫລານຂອງພວກເຈົ້າຈະເປັນຄົນລ້ຽງແກະໃນຖິ່ນທຸລະກັນດານເປັນເວລາສີ່ສິບປີ. ພວກເຂົາຕ້ອງຮັບຜົນທີ່ຕາມມາ ຈາກການກະບົດຂອງພວກເຈົ້າ ແລະຈົນກວ່າຊາກສົບຂອງພວກເຈົ້າຈະຄົບຈຳນວນໃນຖິ່ນທຸລະກັນດານ.
\s5
\v 34 ຕາມຈຳນວນວັນທີ່ພວກເຈົ້າໄດ້ໄປສອດແນມແຜ່ນດິນນັ້ນ ເປັນເວລາ ສີ່ສິບວັນ, ພວກເຈົ້າຕ້ອງຮັບຜົນທີ່ຕາມມາຂອງບາບຂອງພວກເຈົ້າເປັນເວລາສີ່ສິບປີເຊັ່ນດຽວກັນ ຫນຶ່ງປີຄືແຕ່ລະວັນ, ແລະພວກເຈົ້າຈະຕ້ອງຮູ້ວ່າການເປັນສັດຕູຕໍ່ເຮົານັ້ນເປັນຢ່າງໃດ.
\v 35 ເຮົາ, ຄືພຣະຢາເວ, ໄດ້ກ່າວໄວ້ແລ້ວ. ເຮົາຈະເຮັດຕໍ່ຊຸມຊົນທີ່ຊົ່ວຮ້າຍທັງຫມົດນີ້ ທີ່ລວມຕົວກັນຕໍ່ສູ້ເຮົາຢ່າງແນ່ນອນ. ພວກເຂົາຈະຖືກຕັດອອກຢ່າງສີ້ນເຊີງ, ແລະພວກເຂົາຈະຕາຍທີ່ນີ້."'
\s5
\v 36 ດັ່ງນັ້ນພວກຄົນທີ່ໂມເຊໄດ້ສົ່ງໄປສອດແນມທີ່ແຜ່ນດິນນັ້ນກໍຕາຍທັງຫມົດດ້ວຍໄພພິບັດຕໍ່ພຣະພັກພຣະຢາເວ.
\v 37 ຄົນເຫລົ່ານີ້ເປັນຜູ້ທີ່ກັບມາແລະລາຍງານໃສ່ຮ້າຍຕໍ່ແຜ່ນດິນນັ້ນ. ນີ້ເຮັດໃຫ້ຊຸມຊົນທັງຫມົດນັ້ນຈົ່ມວ່າໃຫ້ໂມເຊ.
\v 38 ໃນບັນດາຄົນເຫລົ່ານັ້ນທີ່ໄດ້ເຂົ້າໄປເບິ່ງແຜ່ນດິນນັ້ນ, ມີພຽງໂຢຊວຍລູກຊາຍຂອງນູນ ແລະກາເລັບ ລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ຍັງມີຊີວິດຢູ່.
\s5
\v 39 ເມື່ອໂມເຊເລົ່າຖ້ອຍຄຳເຫລົ່ານັ້ນທັງຫມົດ, ພວກເຂົາກໍຮ້ອງໃຫ້ໂສກເສົ້າຢ່າງຫນັກ.
\v 40 ພວກເຂົາລຸກຂຶ້ນແຕ່ເຊົ້າມືດໃນຕອນເຊົ້າ ແລະຂຶ້ນໄປທີ່ເນີນພູສູງແລະເວົ້າວ່າ,"ເບິ່ງແມ, ພວກເຮົາຢູ່ທີ່ນີ້, ແລະເຮົາຈະໄປຍັງບ່ອນທີ່ ພຣະຢາເວ ໄດ້ຊົງສັນຍາໄວ້, ເພາະພວກເຮົາໄດ້ເຮັດບາບແລ້ວ."
\s5
\v 41 ເປັນຫຍັງພວກເຈົ້າຈຶ່ງຂັດຂືນຄຳສັ່ງຂອງພຣະຢາເວ? ພວກເຈົ້າຈະບໍ່ປະສົບຄວາມສຳເລັດ.
\v 42 ຢ່າໄປເລີຍ, ເພາະພຣະຢາເວບໍ່ໄດ້ຊົງສະຖິດຢູ່ກັບພວກເຈົ້າ ເພື່ອປົກປ້ອງພວກເຈົ້າຈາກການໂຈມຕີຂອງສັດຕູຂອງພວກເຈົ້າ.
\v 43 ຄົນອາມາເລກແລະຄົນການາອານຢູ່ທີ່ນັ້ນ, ແລະພວກເຈົ້າຈະຕ້ອງຕາຍດ້ວຍດາບ ເພາະພວກເຈົ້າຫັນກັບຈາກການຕິດຕາມພຣະຢາເວ. ດັ່ງນັ້ນພຣະອົງຈະບໍ່ຊົງສະຖິດຢູ່ກັບພວກເຈົ້າ."
\s5
\v 44 ແຕ່ພວກເຂົາກໍຍັງຂື້ນໄປຍັງເຂດແດນເນີນພູສູງນັ້ນໂດຍພະລະການ; ເຖິງຢ່າງໃດກໍຕາມ, ບໍ່ວ່າໂມເຊຫລືຫີບແຫ່ງພັນທະສັນຍາຂອງ ພຣະຢາເວ ກໍຈະບໍ່ໄດ້ອອກໄປຈາກຄ້າຍ.
\v 45 ແລ້ວຄົນອາມາເລກກໍລົງມາ, ແລະຄົນການາອານທີ່ອາໄສຢູ່ເທິງເນີນພູເຫລົ່ານັ້ນກໍລົງມາດ້ວຍ. ຄົນເຫລົ່ານັ້ນໄດ້ໂຈມຕີຄົນອິດສະຣາເອນແລະໄດ້ຊະນະພວກເຂົາ ມາຕາມທາງຈົນໄປເຖິງເມືອງໂຮມາ.
\s5
\c 15
\cl ບົດທີ 15
\p
\v 1 ຕໍ່ມາພຣະຢາເວໄດ້ບອກກັບໂມເຊ. ພຣະອົງກ່າວວ່າ,
\v 2 'ຈົ່ງເວົ້າກັບຄົນອິດສະຣາເອນ ແລະບອກພວກເຂົາວ່າ,' ເມື່ອພວກເຈົ້າເຂົ້າໄປໃນແຜ່ນດິນທີ່ພວກເຈົ້າຈະໄປອາໄສຢູ່, ທີ່ພຣະຢາເວຈະມອບໃຫ້ແກ່ພວກເຈົ້າ,
\v 3 ພວກເຈົ້າຕ້ອງຈັດຕຽມເຄື່ອງບູຊາທີ່ເຜົາດ້ວຍໄຟແດ່ພຣະຢາເວ, ບໍ່ວ່າຈະເປັນເຄື່ອງເຜົາບູຊາ ຫລືເຄື່ອງບູຊາເພື່ອແກ້ບະບົນ ຫລືເຄື່ອງບູຊາດ້ວຍຄວາມສະຫມັກໃຈ, ຫລືເຄື່ອງບູຊາຕອນເທດສະການງານລ້ຽງຂອງພວກເຈົ້າ, ເພື່ອໃຫ້ມີກິ່ນຫອມທີ່ພໍພຣະໄທແດ່ພຣະຢາເວ ຈາກຝູງງົວ ຫລືຝູງແບ້ ແກະ.
\s5
\v 4 ພວກເຈົ້າຕ້ອງຖວາຍເຄື່ອງເຜົາບູຊາແດ່ພຣະຢາເວ ພ້ອມກັບການຖວາຍພືດຜົນບູຊາທີ່ເປັນແປ້ງຢ່າງດີ ຫນຶ່ງສ່ວນສິບເອຟາປົນກັບນຳ້ມັນຫມາກກອກເທດຫນຶ່ງລິດ.
\v 5 ພວກເຈົ້າຕ້ອງຖວາຍເຫລົ້າອະງຸ່ນຫນຶ່ງລິດ, ຕໍ່ລູກແກະຫນຶ່ງໂຕ, ເປັນເຄື່ອງດື່ມບູຊາພ້ອມກັບເຄື່ອງເຜົາບູຊາຫລືເຄື່ອງສັດບູຊາດ້ວຍ.
\s5
\v 6 ຖ້າພວກເຈົ້າຖວາຍແກະຜູ້ໂຕຫນຶ່ງ, ພວກເຈົ້າຕ້ອງຈັດຕຽມແປ້ງຢ່າງດີສອງສ່ວນສິບເອຟາປົນກັບນຳ້ມັນຫມາກກອກເທດເຄິ່ງລິດເປັນພືດຜົບູຊາ.
\v 7 ພວກເຈົ້າຕ້ອງຖວາຍເຫລົ້າອະງຸ່ນ, ເຄິ່ງລິດເປັນເຄື່ອງດື່ມບູຊາ. ຊຶ່ງຈະເຮັດໃຫ້ມີກິ່ນຫອມແດ່ພຣະຢາເວ.
\s5
\v 8 ເມື່ອພວກເຈົ້າຈັດຕຽມງົວຜູ້ໂຕຫນຶ່ງເປັນເຄື່ອງເຜົາບູຊາ, ຫລືເປັນເຄື່ອງບູຊາທີ່ແກ້ບະບົນຫລືເປັນເຄື່ອງສັນຕິບູຊາແດ່ພຣະຢາເວ,
\v 9 ແລ້ວພວກເຈົ້າກໍຕ້ອງຖວາຍເຄື່ອງພືດຜົນບູຊາທີ່ເປັນແປ້ງຢ່າງດີສາມສ່ວນສິບເອຟາປົນກັບນຳ້ມັນຫມາກກອກເທດສອງລິດພ້ອມກັບງົວຜູ້ໂຕນັ້ນດ້ວຍ.
\v 10 ພວກເຈົ້າຕ້ອງຖວາຍເຫລົ້າອະງຸ່ນສອງລິດເປັນເຄື່ອງດື່ມບູຊາ, ເປັນເຄື່ອງບູຊາດ້ວຍໄຟ, ເພື່ອໃຫ້ມີກິ່ນຫອມແດ່ພຣະຢາເວ.
\s5
\v 11 ພວກເຈົ້າຕ້ອງເຮັດເຊັ່ນນີ້ສຳລັບງົວຜູ້ແຕ່ລະໂຕ, ສຳລັບແກະຜູ້ແຕ່ລະໂຕ, ແລະສຳລັບລູກແກະໂຕຜູ້ຫລືລູກແບ້ແຕ່ລະໂຕ.
\v 12 ເຄື່ອງບູຊາທຸກຢ່າງທີ່ພວກເຈົ້າຈັດຕຽມແລະຖວາຍຕ້ອງເຮັດຕາມທີ່ກຳນົດໄວ້ໃນທີ່ນີ້.
\v 13 ຄົນອິດສະຣາເອນພື້ນເມືອງທຸກຄົນຕ້ອງເຮັດສິ່ງເຫລົ່ານີ້ຕາມວິທີການນີ້, ເມື່ອຄົນໃດທີ່ນຳເຄື່ອງບູຊາທີ່ເຜົາດ້ວຍໄຟມາເພື່ອໃຫ້ມີກິ່ນຫອມເປັນທີ່ພໍພຣະໄທແດ່ພຣະຢາເວ.
\s5
\v 14 ຖ້າຄົນຕ່າງຊາດທີ່ພັກອາໄສຢູ່ກັບພວກເຈົ້າ, ຫລືໃຜກໍຕາມທີ່ພັກອາໃສຢູ່ທ່າມກາງພວກເຈົ້າ ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຈົ້າ, ເຂົາຕ້ອງຖວາຍເຄື່ອງບູຊາທີ່ເຜົາດ້ວຍໄຟ, ເພື່ອໃຫ້ມີກິ່ນຫອມແດ່ພຣະຢາເວ. ເຂົາຕ້ອງເຮັດເຫມືອນພວກເຈົ້າເຮັດ.
\v 15 ຕ້ອງມີກົດເກນຢ່າງດຽວກັນສຳລັບຊຸມຊົນນີ້ ແລະ ສຳລັບຄົນຕ່າງຊາດທີ່ອາໄສຢຸ່ກັບພວກເຈົ້າ, ເປັນກົດເກນຖາວອນຕະຫລອດຊົ່ວອາຍຸຄົນ. ຂອງພວກເຈົ້າ, ດັ່ງນັ້ນ ຄົນເດີນທາງທີ່ພັກອາໃສຢຸ່ກັບພວກເຈົ້າກໍຕ້ອງເຮັດເຫມືອນຢ່າງທີ່ພວກເຈົ້າເຮັດດ້ວຍ. ເຂົາຕ້ອງເຮັດເຫມືອນຢ່າງທີ່ພວກເຈົ້າເຮັດຕໍ່ຫນ້າພຣະຢາເວ.
\v 16 ກົດເກນແລະຂໍ້ບັງຄັບດຽວກັນຕ້ອງໃຊ້ກັບພວກເຈົ້າ ແລະກັບຄົນຕ່າງຊາດທີ່ພັກອາໃສຢູ່ກັບພວກເຈົ້າ.'"
\s5
\v 17 ພຣະຢາເວໄດ້ບອກກັບໂມເຊອີກຄັ້ງ. ພຣະອົງກ່າວວ່າ,
\v 18 " ຈົ່ງເວົ້າກັບຄົນອິດສະຣາເອນແລະບອກພວກເຂົາວ່າ,' ເມື່ອພວກເຈົ້າເຂົ້າມາໃນແຜ່ນດິນທີ່ເຮົາໄດ້ພາພວກເຈົ້າມາ,
\v 19 ເມື່ອພວກເຈົ້າກິນອາຫານທີ່ເປັນຜົນມາຈາກແຜ່ນດິນນັ້ນ, ເຈົ້າຕ້ອງຖວາຍເຄື່ອງບູຊາແລະຖວາຍສິ່ງນັ້ນໃຫ້ກັບເຮົາ.
\s5
\v 20 ພວກເຈົ້າຕ້ອງຖວາຍເຂົ້າຈີ່ກ້ອນທຳອິດ ຈາກກ້ອນແປ້ງທີ່ປະສົມແລ້ວຂອງພວກເຈົ້າ ແລະ ຖວາຍເປັນເຄື່ອງບູຊາຈາກລານຟາດເຂົ້າ. ພວກເຈົ້າຕ້ອງຖວາຍເຂົ້າຫນົມນັ້ນດ້ວຍວິທີນີ້.
\v 21 ພວກເຈົ້າຕ້ອງຖວາຍເຄື່ອງບູຊາ ຖວາຍຈາກເຂົ້າຈີ່ກ້ອນທຳອິດ ຈາກແປ້ງທີ່ປະສົມແລ້ວຂອງພວກເຈົ້າໃຫ້ກັບເຮົາຕະຫລອດທຸກຊົ່ວອາຍຸຄົນຂອງພວກເຈົ້າ ບາງຄັ້ງ.
\s5
\v 22 ພວກເຈົ້າຈະເຮັດບາບໂດຍບໍ່ໄດ້ເຈດຕະນາທີ່ຈະເຮັດເຊັ່ນນີ້, ຕອນທີ່ພວກເຈົ້າບໍ່ເຊື່ອຟັງຄຳສັ່ງທຸກປະການທີ່ເຮົາໄດ້ສັ່ງກັບໂມເຊ
\v 23 ທຸກສິ່ງທີ່ເຮົາໄດ້ສັ່ງພວກເຈົ້າຜ່ານທາງໂມເຊ ຕັ້ງແຕ່ວັນທີ່ເຮົາເລີ່ມໃຫ້ຄຳສັ່ງແກ່ພວກເຈົ້າ ແລະ ຕໍ່ໄປຂ້າງຫນ້າຕະຫລອດຊົ່ວອາຍຸຄົນຂອງພວກເຈົ້າ.
\v 24 ໃນກໍລະນີຂອງການເຮັດບາບໂດຍບໍ່ໄດ້ເຈດຕະນາທີ່ຊຸມຊົນບໍ່ຮູ້ຕົວ, ກໍໃຫ້ຊຸມຊົນທັງຫມົດຖວາຍງົວຫນຸ່ມຫນຶ່ງໂຕເປັນເຄື່ອງເຜົາບູຊາ ເພື່ອໃຫ້ມີກິ່ນຫອມແດ່ພຣະຢາເວ. ພວກເຈົ້າຕ້ອງເຮັດເຄື່ອງຖວາຍພືດຜົນບູຊາແລະເຄື່ອງດື່ມບູຊາ, ພ້ອມກັບການຖວາຍນີ້ຕາມທີ່ກົດຂໍ້ບັງຄັບໄດ້ສັ່ງໄວ້, ແລະແບ້ຜູ້ໂຕຫນຶ່ງເປັນເຄື່ອງບູຊາລົບລ້າງບາບ.
\s5
\v 25 ປະໂຣຫິດຕ້ອງເຮັດການລົບລ້າງບາບໃຫ້ກັບຊຸມຊົນຂອງຄົນອິດສະຣາເອນທັງຫມົດ. ພວກເຂົາຈະໄດ້ຮັບການອະໄພ ເພາະການເຮັດບາບນັ້ນເປັນຄວາມຜິດພາດ. ພວກເຂົາໄດ້ນຳເຄື່ອງບູຊາຂອງພວກເຂົາມາ, ຖວາຍໃຫ້ ເຮົາ ເປັນເຄື່ອງບູຊາທີ່ເຜົາດ້ວຍໄຟ. ພວກເຂົານຳເຄື່ອງບູຊາລົບລ້າງບາບຂອງພວກເຂົາມາຢຸ່ຕໍ່ຫນ້າເຮົາ ສຳລັບຄວາມຜິດພາດຂອງເຂົາ.
\v 26 ແລ້ວຊຸມຊົນອິດສະຣາເອນທັງຫມົດກໍຈະໄດ້ຮັບການອະໄພ, ແລະລວມທັງຄົນຕ່າງຊາດທີ່ອາໄສຢູ່ກັບພວກເຂົາດ້ວຍ, ເພາະປະຊາຊົນທັງຫມົດໄດ້ເຮົດບາບໂດຍບໍ່ເຈດຕະນາ.
\s5
\v 27 ເຂົາຕ້ອງຖວາຍແບ້ໂຕແມ່ອາຍຸຫນຶ່ງປີເປັນເຄື່ອງບູຊາລົບລ້າງຄວາມບາບ.
\v 28 ປະໂຣຫິດຕ້ອງເຮັດການລົບລ້າງຄວາມບາບ ໃຫ້ກັບຄົນທີ່ເຮັດບາບໂດຍບໍ່ເຈດຕະນາຕໍ່ຫນ້າພຣະຢາເວ ຄົນນັ້ນຈະໄດ້ຮັບການອະໄພ. ເມື່ອໄດ້ມີການລົບລ້າງບາບແລ້ວ.
\v 29 ພວກເຈົ້າຕ້ອງມີກົດເກນດຽວກັນສຳລັບຄົນທີ່ເຮັດສິ່ງໃດໂດຍບໍ່ເຈດຕະນາ, ກົດເກນດຽວກັນສຳລັບຄົນທີ່ຢູ່ທ່າມກາງຄົນອິດສະຣາເອນໂດຍກຳເນີດ ແລະ ສຳລັບຄົນຕ່າງຊາດທີ່ພັກອາໄສຢູ່ທ່າມກາງພວກເຂົາ.
\s5
\v 30 ແຕ່ຄົນທີ່ເຮັດສິ່ງໃດທີ່ເປັນການລະເມີດ, ບໍ່ວ່າຈະເປັນຄົນອິດສະຣາເອນໂດຍກຳເນີດຫລືຄົນຕ່າງຊາດ, ກໍເປັນການຫມິ່ນປະຫມາດເຮົາ. ຄົນນັ້ນຕ້ອງຖືກຕັດອອກຈາກຊຸມຊົນຂອງເຂົາ.
\v 31 ເພາະເຂົາໄດ້ຫມິ່ນປະຫມາດຄຳຂອງເຮົາແລະລະເມີດຄຳສັ່ງຂອງເຮົາ, ຄົນນັ້ນຕ້ອງຖືກຕັດອອກຢ່າງສີ້ນເຊີງ. ບາບຂອງເຂົາກໍຈະຢູ່ທີ່ຕົວເຂົາ.'"
\s5
\v 32 ຂະນະທີ່ຄົນອິດສະຣາເອນຢູ່ໃນຖິ່ນທຸລະກັນດານ, ພວກເຂົາໄດ້ພົບກັບຄົນຫນຶ່ງທີ່ອອກໄປເອົາຟືນໃນວັນສະບາໂຕ.
\v 33 ຄົນເຫລົ່ານັ້ນທີ່ພົບເຂົາຈຶ່ງພາເຂົາມາຫາໂມເຊ, ອາໂຣນ, ແລະຊຸມຊົນທັງຫມົດ.
\v 34 ພວກເຂົາກັກຊາຍຄົນນັ້ນໄວ້ໃນທີ່ຄຸມຂັງເພາະບໍ່ເຄີຍມີການປະກາດໄວ້ວ່າຈະເຮັດຢ່າງໃດກັບເຂົາ.
\s5
\v 35 ແລ້ວພຣະຢາເວກໍໄດ້ບອກກັບໂມເຊວ່າ, "ຊາຍຄົນນັ້ນຕ້ອງຖືກລົງໂທດເຖິງຕາຍຢ່າງແນ່ນອນ. ຊຸມຊົນທັງຫມົດຕ້ອງເອົາກ້ອນຫີນດຶກໃສ່ເຂົາທີ່ນອກຄ້າຍ."
\v 36 ດັ່ງນັ້ນຊຸມຊົນທັງຫມົດກໍນຳເຂົາອອກໄປນອກຄ້າຍ ແລະເອົາກ້ອນຫີນດຶກໃສ່ເຂົາຈົນຕາຍ ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ.
\s5
\v 37 ພຣະຢາເວໄດ້ບອກກັບໂມເຊອີກຄັ້ງ. ພຣະອົງບອກວ່າ,
\v 38 ຈົ່ງເວົ້າກັບເຊື້ອສາຍຂອງອິດສະຣາເອນ ແລະສັ່ງພວກເຂົາໃຫ້ເຮັດຍອຍຫ້ອຍໃສ່ແຈເສື້ອຂອງພວກເຂົາ, ຈົ່ງຫ້ອຍຍອຍເຫລົ່ານັ້ນແຕ່ລະແຈດ້ວຍດ້າຍສີຟ້າ. ພວກເຂົາຕ້ອງເຮັດເຊັ່ນນີ້ຕະຫລອດທຸກຊົ່ວອາຍຸຄົນຂອງພວກເຂົາ.
\v 39 ການເຮັດເຊັ່ນນີ້ຈະເປັນການເຕືອນໃຈພວກເຈົ້າ, ໂດຍສະເພາະເມື່ອພວກເຈົ້າແນມເບິ່ງຍອຍນັ້ນ, ພວກເຈົ້າຈະເຮັດຕາມຄຳສັ່ງຂອງເຮົາທຸກປະການ, ເພື່ອທີ່ພວກເຈົ້າຈະບໍ່ແນມເບິ່ງຕາມໃຈແລະຕາຂອງພວກເຈົ້າເອງແລະເຮັດໃຫ້ພວກເຈົ້າເອງຫລິ້ນຊູ້ກັບພວກເຂົາ.
\s5
\v 40 ການເຮັດເຊັ່ນນີ້ເພື່ອພວກເຈົ້າລະນຶກເຖິງແລະເຊື່ອຟັງຄຳສັ່ງຂອງເຮົາ, ແລະເພື່ອພວກເຈົ້າຈະບໍຣິສຸດ, ທີ່ໄດ້ສະຫງວນໄວ້ສຳລັບເຮົາ, ພຣະເຈົ້າຂອງພວກເຈົ້າ.
\v 41 ເຮົາຄືພຣະຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າອອກມາຈາກແຜ່ນດິນເອຢິບ, ເພື່ອເປັນພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະຢາເວພຣະເຈົ້າຂອງພວກເຈົ້າ."
\s5
\c 16
\cl ບົດທີ 16
\p
\v 1 ໃນຕອນນັ້ນໂຄຣາລູກຊາຍຂອງອີຊະຮາ ຜູ້ເປັນບຸດຊາຍຂອງໂກຮາດ ຜູ້ເປັນລູກຊາຍຂອງເລວີ, ພ້ອມກັບດາທານແລະອາບີຣາມລູກຊາຍຂອງເອລີອາບ, ແລະໂອນລູກຊາຍຂອງເປເລັດ, ຜູ້ເປັນເຊື້ອສາຍຂອງລູເບັນ, ໄດ້ລວບລວມຄົນຈຳນວນຫນຶ່ງ.
\v 2 ພວກເຂົາລຸກຂຶ້ນຕໍ່ຕ້ານໂມເຊ, ພ້ອມກັບຄົນອື່ນໆຈາກຄົນອິດສະຣາເອນ, ທີ່ເປັນຜູ້ນຳຂອງຊຸມຊົນຈຳນວນສອງຮ້ອຍຫ້າສິບຄົນທີ່ເປັນຄົນມີຊື່ສຽງໃນຊຸມຊົນ.
\v 3 ພວກເຂົາມາຊຸມນຸມກັນເພື່ອທີ່ຈະພົບໂມເຊແລະອາໂຣນ. ພວກເຂົາກ່າວກັບທ່ານທັງສອງວ່າ, "ທ່ານເຮັດເກີນໄປແລ້ວ! ຊຸມຊົນທັງຫມົດນີ້ໄດ້ຖືກແຍກໄວ້, ພວກເຮົາທຸກຄົນ, ແລະພຣະຢາເວກໍສະຖິດຢູ່ທ່າມກາງພວກເຮົາ. ເປັນຫຍັງທ່ານຈຶ່ງຍົກຕົວເອງຂຶ້ນເຫນືອຄົນທີ່ເຫລືອຂອງຊຸມຊົນຂອງພຣະຢາເວ?"
\s5
\v 4 ເມື່ອໂມເຊໄດ້ຍິນດັງນັ້ນ, ເພິ່ນກໍຫມູບຫນ້າລົງ.
\v 5 ເພິ່ນຈຶ່ງເວົ້າກັບໂຄຣາແລະຄົນເຫລົ່ານັ້ນທີ່ມາກັບເຂົາທຸກຄົນ," ໃນຕອນເຊົ້າພຣະຢາເວຈະຊົງເຮັດໃຫ້ຮູ້ກັນວ່າ ໃຜເປັນຂອງພຣະອົງ ແລະໃຜທີ່ໄດ້ຮັບການແຍກໄວ້ແດ່ພຣະອົງ. ພຣະອົງຈະຊົງນຳຄົນນັ້ນມາໃກ້ພຣະອົງ. ຄົນທີ່ພຣະອົງຊົງເລືອກ ພຣະອົງຈະຊົງນຳມາໃກ້ພຣະອົງທີ່ແທ່ນບູຊາ.
\s5
\v 6 ຈົ່ງເຮັດດັ່ງນີ້, ໂຄຣາແລະພັກພວກຂອງເຈົ້າຈົ່ງນຳກະຖາງໄຟມາ.
\v 7 ໃນມື້ອື່ນເຊົ້ານີ້ແລະໃສ່ໄຟແລະເຄື່ອງຫອມລົງໄປໃນກະຖາງໄຟເຫລົ່ານັ້ນຕໍ່ພຣະພັກພຣະຢາເວ. ຜູ້ໃດທີ່ພຣະຢາເວຊົງເລືອກ, ຄົນນັ້ນຈະຖືກແຍກໄວ້ແດ່ພຣະຢາເວ. ເຈົ້າເຮັດເກີນໄປແລ້ວ, ເຈົ້າທີ່ເປັນເຊື້ອສາຍຂອງເລວີ."
\s5
\v 8 ໂມເຊ, ໄດ້ເວົ້າກັບໂຄລາອີກວ່າ," ບັດນີ້, ເຈົ້າທີ່ເປັນເຊື້ອສາຍຄົນເລວີຈົ່ງຟັງ:
\v 9 ການທີ່ພຣະເຈົ້າແຫ່ງອິດສະຣາເອນຊົງແຍກເຈົ້າໄວ້ ຈາກຊຸມຊົນອິດສະຣາເອນ, ເພື່ອນຳພວກເຈົ້າມາໃກ້ພຣະອົງ, ເພື່ອໃຫ້ເຮັດວຽກໃນຫໍເຕັນສັກສິດຂອງພຣະຢາເວ, ແລະຢືນຢູ່ຕໍ່ຫນ້າຊຸມຊົນນີ້ເພື່ອຮັບໃຊ້ພວກເຂົາ ນັ້ນເປັນສິ່ງເລັກນ້ອຍສຳລັບທ່ານບໍ?
\v 10 ພຣະອົງຊົງນຳເຈົ້າມາໃກ້, ແລະລວມທັງຍາດຕິພີ່ນ້ອງຂອງເຈົ້າທຸກຄົນ, ທີ່ເປັນເຊື້ອສາຍຂອງເລວີ, ທີ່ຢູ່ກັບເຈົ້າ, ແຕ່ເຈົ້າກຳລັງສະແຫວງຫາຕຳແຫນ່ງປະໂຣຫິດອີກ!
\v 11 ນັ້ນເປັນເຫດໃຫ້ເຈົ້າແລະພັກພວກຂອງເຈົ້າມາຊຸມນຸມກັນຕໍ່ຕ້ານພຣະຢາເວ. ດັ່ງນັ້ນເປັນຫຍັງເຈົ້າຈຶ່ງຈົ່ມວ່າກ່ຽວກັບອາໂຣນ, ຜູ້ທີ່ເຊື່ອຟັງພຣະຢາເວ?"
\s5
\v 12 ແລ້ວໂມເຊກໍເອີ້ນດາທານແລະອາບີຣາມ, ລູກຊາຍຂອງເອລີອາບ, ແຕ່ພວກເຂົາບອກວ່າ, "ເຮົາຈະບໍ່ຂຶ້ນມາ.
\v 13 ການທີ່ທ່ານພາເຮົາອອກມາຈາກແຜ່ນດິນທີ່ອຸດົມດ້ວຍນຳ້ນົມແລະນຳ້ເຜິ້ງ, ເພື່ອທີ່ຈະຂ້າເຮົາໃນຖິ່ນທຸລະກັນດານເປັນສິ່ງເລັກນ້ອຍສຳລັບທ່ານບໍ? ບັດນີ້ທ່ານຕ້ອງການຈະເຮັດໃຫ້ຕົວທ່ານເອງເປັນຜູ້ປົກຄອງເຫນືອເຮົາ.
\v 14 ຍິ່ງກວ່ານັ້ນ, ທ່ານຍັງບໍ່ພາເຮົາເຂົ້າໄປໃນແຜ່ນດິນທີ່ອຸດົມສົມບູນດ້ວຍນຳ້ນົມແລະນຳ້ເຜິ້ງ, ຫລືບໍ່ໄດ້ມອບທົ່ງນາແລະສວນອະງຸ່ນໃຫ້ແກ່ເຮົາ. ບັດນີ້ທ່ານຈະເຮັດໃຫ້ເຮົາຕາບອດດ້ວຍຄຳສັນຍາທີ່ວ່າງເປົ່າບໍ? ເຮົາຈະບໍ່ມາຫາທ່ານ."
\s5
\v 15 ຂໍຢ່າຊົງຮັບເຄື່ອງບູຊາຈາກພວກເຂົາ. ຂ້ານ້ອຍບໍ່ໄດ້ເອົາລໍຂອງພວກເຂົາມາແມ່ນແຕ່ໂຕດຽວ, ແລະຂ້ານ້ອຍກໍບໍ່ເຄີຍທຳຮ້າຍໃຜໃນພວກເຂົາເລີຍ."
\v 16 ແລ້ວໂມເຊກໍເວົ້າກັບໂຄຣາວ່າ," ມື້ອື່ນນີ້ເຈົ້າແລະພັກພວກຂອງເຈົ້າທັງຫມົດຕ້ອງໄປຢູ່ຕໍ່ພຣະພັກພຣະຢາເວ ທັງເຈົ້າແລະພວກເຂົາ, ແລະອາໂຣນ.
\v 17 ພວກເຈົ້າແຕ່ລະຄົນຕ້ອງນຳກະຖາງໄຟມາແລະໃສ່ເຄື່ອງຫອມລົງໄປໃນນັ້ນ. ແລ້ວແຕ່ລະຄົນກໍຕ້ອງນຳກະຖາງໄຟຂອງຕົນມາຢູ່ຕໍ່ພຣະພັກພຣະຢາເວ, ກະຖາງໄຟສອງຮ້ອຍຫ້າສິບຫນ່ວຍ. ທັງເຈົ້າແລະອາໂຣນ, ກໍຕ້ອງເອົາກະຖາງໄຟຂອງພວກເຈົ້າມາດ້ວຍ."
\s5
\v 18 ດັ່ງນັ້ນຊາຍທຸກຄົນກໍໄດ້ເອົາກະຖາງໄຟຂອງຕົນໄປ, ໃສ່ໄຟລົງໄປໃນນັ້ນ, ແລະວາງເຄື່ອງຫອມໃນກະຖາງໄຟນັ້ນ, ແລະຢືນຢູ່ທີ່ທາງເຂົ້າເຕັນປະຊຸມກັບໂມເຊແລະອາໂຣນ.
\v 19 ໂຄຣາໄດ້ປະຊຸມຊຸມຊົນທັງຫມົດໃຫ້ຕໍ່ຕ້ານໂມເຊແລະອາໂຣນ ທີ່ທາງເຂົາຫໍເຕັນປະຊຸມ, ແລະພຣະສະຫງ່າຣາສີຂອງພຣະຢາເວກໍປົກຄຸມຊຸມຊົນທັງຫມົດ.
\s5
\v 20 ແລ້ວພຣະຢາເວໄດ້ບອກກັບໂມເຊແລະອາໂຣນວ່າ:
\v 21 ຈົ່ງແຍກຕົວອອກຈາກຊຸມຊົນນີ້ ທີ່ເຮົາຈະທຳລາຍພວກເຂົາໃຫ້ຫມົດສີ້ນເສຍດຽວນີ້."
\v 22 ໂມເຊແລະອາໂຣນຫມູບຫນ້າລົງ ແລະ ທູນວ່າ," ຂ້າແດ່ພຣະເຈົ້າ, ຜູ້ຊົງເປັນພຣະເຈົ້າແຫ່ງວິນຍານຂອງມວນມະນຸດ, ຖ້າຫາກຄົນຫນຶ່ງເຮັດບາບ, ພຣະອົງຈະຊົງໂກດຮ້າຍຕໍ່ຊຸມຊົນທັງຫມົດບໍ?"
\s5
\v 23 ພຣະຢາເວຊົງຕອບໂມເຊ. ພຣະອົງກ່າວວ່າ,
\v 24 ຈົ່ງບອກກັບຊຸມຊົນນີ້ວ່າ. ຈົ່ງອອກໄປ,' ຈົ່ງອອກໄປໃຫ້ໄກຈາກເຕັນຂອງໂຄຣາ, ດາທານ, ແລະອາບີຣາມ.'"
\s5
\v 25 ແລ້ວໂມເຊກໍລຸກຂຶ້ນແລະໄປຫາດາທານແລະອາບີຣາມ; ພວກອາວຸໂສຂອງອິດສະຣາເອນກໍຕາມເພິ່ນໄປ.
\v 26 ເພິ່ນບອກກັບປະຊາຊົນວ່າ," ຈົ່ງອອກໄປຈາກເຕັນຂອງຄົນຊົ່ວຮ້າຍເຫລົ່ານີ້ດຽວນີ້ແລະຢ່າແຕະຕ້ອງສິ່ງໃດຂອງພວກເຂົາ, ບໍ່ດັ່ງນັ້ນພວກເຈົ້າຈະຖືກທຳລາຍຫມົດສີ້ນເນື່ອງຈາກບາບທັງຫມົດຂອງພວກເຂົາ."
\v 27 ດັ່ງນັ້ນປະຊາຊົນທີ່ຢູ່ທຸກດ້ານຂອງເຕັນຂອງໂຄຣາ, ດາທານ, ແລະອາບີຣາມກໍອອກມາແລະຢືນຢູ່ທີ່ປະຕູເຕັນຂອງພວກເຂົາ, ພ້ອມກັບເມຍ, ລູກຊາຍ, ແລະລູກນ້ອຍໆຂອງພວກເຂົາ.
\s5
\v 28 ແລ້ວໂມເຊຈຶ່ງກ່າວວ່າ," ໂດຍການເຮັດເຊັ່ນນີ້ພວກເຈົ້າຈະໄດ້ຮູ້ວ່າ ພຣະຢາເວໄດ້ສົ່ງເຮົາມາເພື່ອທີ່ຈະເຮັດງານເຫລົ່ານີ້ທັງຫມົດ, ເພາະເຮົາບໍ່ໄດ້ເຮັດສິ່ງເຫລົ່ານີ້ຕາມໃຈຂອງເຮົາ.
\v 29 ຖ້າຄົນເຫລົ່ານີ້ຕາຍດ້ວຍການຕາຍທຳມະຊາດທີ່ເກີດຂຶ້ນ ເປັນປົກກະຕິທົ່ວໄປ, ແລ້ວພຣະຢາເວກໍບໍ່ໄດ້ຊົງໃຊ້ເຮົາມາ.
\v 30 ແຕ່ພຣະຢາເວຊົງເຮັດໃຫ້ພື້ນດິນອ້າອອກແລະກືນພວກເຂົາ, ພ້ອມກັບຄອບຄົວຂອງພວກເຂົາເຂົ້າໄປເຫມືອນກັບປາກຂະຫນາດໃຫຍ່, ແລະຖ້າພວກເຂົາລົງໄປສູ່ແດນຄົນຕາຍທັງເປັນ, ແລ້ວພວກເຈົ້າກໍຕ້ອງເຂົ້າໃຈວ່າຄົນເຫລົ່ານັ້ນໄດ້ຫມິ່ນປະຫມາດພຣະຢາເວ."
\s5
\v 31 ທັນທີ ທີ່ໂມເຊເວົ້າຖ້ອຍຄຳທັງຫມົດນີ້ຈົບ, ພື້ນດິນທີ່ຢູ່ໃຕ້ຄົນເຫລົ່ານັ້ນກໍຍະອອກ.
\v 32 ແຜ່ນດິນກໍຍະອອກແລະກືນພວກເຂົາ, ຄອບຄົວພວກເຂົາ, ແລະທຸກຄົນທີ່ມີສ່ວນຮ່ວມກັບໂຄຣາ, ລວມທັງຊັບສິນທັງຫມົດຂອງພວກເຂົາດ້ວຍ.
\s5
\v 33 ພວກເຂົາແລະທຸກຄົນໃນຄອບຄົວຂອງພວກເຂົາກໍລົງໄປສູ່ແດນຄົນຕາຍທັງເປັນ. ແຜ່ນດິນກໍປົກປິດພວກເຂົາໄວ້, ແລະໃນເຫດການນີ້ພວກເຂົາກໍດັບສູນໄປຈາກທ່າມກາງຊຸມຊົນນີ້.
\v 34 ຄົນອິດສະຣາເອນທັງຫມົດທີ່ຢູ່ອອ້ມໆ ພວກເຂົາກໍແລ່ນຫນີຈາກສຽງຮ້ອງຂອງພວກເຂົາ. ພວກເຂົາຮ້ອງຂຶ້ນວ່າ, "ແຜ່ນດິນນີ້ຈະກືນພວກເຮົາເຂົ້າໄປດ້ວຍ!"
\v 35 ແລ້ວໄຟຈາກພຣະຢາເວ ກໍລົງມາເຜົາຜານຄົນ250ຄົນທີ່ຖວາຍເຄື່ອງຫອມນັ້ນ.
\s5
\v 36 ພຣະຢາເວໄດ້ບອກກັບໂມເຊອີກວ່າ,
\v 37 ຈົ່ງບອກເອເລອາຊາລູກຊາຍຂອງອາໂລນປະໂຣຫິດ ແລະໃຫ້ເຂົາເອົາກະຖາງໄຟອອກມາຈາກກອງໄຟນັ້ນ, ເພາະກະຖາງໄຟນັ້ນໄດ້ຖືກແຍກໄວ້ສະເພາະເຮົາ. ແລ້ວໃຫ້ເຂົາກະຈາຍທ່ານທີ່ລຸກຢູ່ນັ້ນອອກໄປໄກໆ.
\v 38 ຈົ່ງເອົາກະຖາງໄຟຂອງຄົນເຫລົ່ານັ້ນທີ່ຖືກຂ້າຕາຍເພາະບາບຂອງພວກເຂົາມາ. ໃຫ້ພວກເຂົາເຮັດໃຫ້ເປັນແຜ່ນບາງໆທີ່ຕີດ້ວຍຄ້ອນສຳລັບປົກແທ່ນບູຊາ ຄົນເຫລົ່ານັ້ນກໍເຮັດເພື່ອຖວາຍກະຖາງໄຟເຫລົ່ານັ້ນຕໍ່ຫນ້າເຮົາ, ດັ່ງນັ້ນກະຖາງໄຟເຫລົ່ານັ້ນກໍຖືກແຍກໄວ້ສະເພາະເຮົາ. ກະຖາງໄຟເຫລົ່ານັ້ນຈະເປັນຫມາຍສຳຄັນຂອງການຊົງສະຖິດຂອງເຮົາຕໍ່ຄົນອິດສະຣາເອນ."
\s5
\v 39 ເອເລອາຊາປະໂຣຫິດກໍເອົາກະຖາງໄຟທອງສຳລິດທີ່ຖືກໄຟເຜົາເຫລົ່ານັ້ນໃຊ້, ແລະກະຖາງເຫລົ່ານັ້ນກໍຖືກຕີໃຫ້ເປັນແຜ່ນບາງໆປົກແທ່ນບູຊາ,
\v 40 ເພື່ອເປັນການເຕືອນໃຈຄົນອິດສະຣາເອນ, ເພື່ອທີ່ຈະບໍ່ມີຄົນພາຍນອກຄົນໃດທີ່ບໍ່ໄດ້ເປັນເຊື້ອສາຍຈາກອາໂຣນ ຈະເຂົ້າມາເຜົາເຄື່ອງຫອມ ຕໍ່ພຣະພັກພຣະຢາເວ, ເພື່ອພວກເຂົາຈະບໍ່ເປັນເຫມືອນກັບໂຄຣາແລະພັກພວກຂອງເຂົາ ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ຜ່ານໂມເຊ.
\s5
\v 41 ແຕ່ວັນຕໍ່ມາຊຸມຊົນທັງຫມົດຂອງຄົນອິດສະຣາເອນ ກໍຈົ່ມວ່າໂມເຊ ແລະອາໂຣນ. ພວກເຂົາບອກວ່າ," ພວກເຈົ້າໄດ້ຂ້າຄົນຂອງພຣະຢາເວ,"
\v 42 ແລ້ວເຫດການນີ້ກໍໄດ້ເກີດຂຶ້ນ, ເມື່ອຊຸມຊົນໄດ້ມາຊຸມນຸມກັນຕໍ່ຕ້ານໂມເຊກັບອາໂຣນ, ຂະນະທີ່ພວກເຂົາຫັນຫນ້າໄປທາງຫໍເຕັນປະຊຸມແລະ, ເບິ່ງແມ, ເມກໄດ້ປົກຄຸມເຕັນນັ້ນ. ພຣະສະຫງ່າຣາສີຂອງພຣະຢາເວກໍປາກົດຂຶ້ນ,
\v 43 ແລະໂມເຊແລະອາໂຣນກໍມາທີ່ຂ້າງຫນ້າຫໍເຕັນປະຊຸມ.
\s5
\v 44 ແລ້ວພຣະຢາເວບອກໂມເຊ. ພຣະອົງກ່າວວ່າ,
\v 45 ຈົ່ງຖອຍອອກຫ່າງຈາກປະຊາຊົນເຫລົ່ານີ້ ເພື່ອທີ່ເຮົາຈະທຳລາຍພວກເຂົາໃຫ້ຫມົດສີ້ນດຽວນີ້." ແລ້ວໂມເຊແລະອາໂຣນກໍຫມູບຫນ້າລົງເຖິງພື້ນດິນ.
\v 46 ໂມເຊຈຶ່ງບອກກັບອາໂຣນວ່າ," ຈົ່ງໄປເອົາກະຖາງໄຟມາ, ແລ້ວໃສ່ໄຟທີ່ມາຈາກແທ່ນບູຊາລົງໄປ, ແລະໃສ່ເຄື່ອງຫອມລົງໄປໃນກະຖາງໄຟນັ້ນ, ຈົ່ງຖືກະຖາງໄຟນັ້ນມາທີ່ຊຸມຊົນນີ້ໂດຍໄວ, ແລະເຮັດການລົບລ້າງບາບໃຫ້ກັບພວກເຂົາ, ເພາະຄວາມໂກດຮ້າຍໄດ້ລົງມາຈາກພຣະຢາເວ. ໂລກລະບາດເກີດຂຶ້ນແລ້ວ."
\s5
\v 47 ດັ່ງນັ້ນອາໂຣນຈຶ່ງເຮັດຕາມທີ່ໂມເຊສັ່ງ. ເພິ່ນຈຶ່ງແລ່ນເຂົ້າໄປທາງກາງຂອງຊຸມຊົນນັ້ນ. ໂລກລະບາດເລີ່ມແຜ່ຂະຫຍາຍອອກໄປຫລາຍແລ້ວທ່າມກາງປະຊາຊົນ, ດັ່ງນັ້ນເພິ່ນຈຶ່ງໃສ່ເຄື່ອງຫອມລົງເຮັດການລົບມົນທິນບາບໃຫ້ກັບປະຊາຊົນ.
\v 48 ອາໂຣນກໍຢືນຢູ່ລະຫວ່າງຄົນຕາຍກັບຄົນທີ່ມີຊີວິດ; ໃນການເຮັດເຊັ່ນນີ້ ໂລກລະບາດກໍໄດ້ຢຸດລົງ.
\s5
\v 49 ຄົນເຫລົ່ານັ້ນທີ່ຕາຍຈາກໂລກລະບາດ ມີຈຳນວນ 14,700 ຄົນ, ນອກເຫນືອຈາກຄົນເຫລົ່ານັ້ນທີ່ໄດ້ຕາຍໄປໃນເລື່ອງຂອງໂຄຣາ.
\v 50 ອາໂຣນໄດ້ກັບມາຫາໂມເຊ ທີ່ທາງເຂົ້າຫໍເຕັນປະຊຸມ, ແລະໂລກລະບາດກໍສີ້ນສຸດລົງ.
\s5
\c 17
\cl ບົດທີ 17
\p
\v 1 ພຣະຢາເວໄດ້ກ່າວກັບໂມເຊ. ພຣະອົງກ່າວວ່າ,
\v 2 ຈົ່ງເວົ້າກັບຄົນອິດສະຣາເອນແລະເອົາໄມ້ເທົ້າຈາກພວກເຂົາມາ, ໄມ້ເທົ້າອັນຫນຶ່ງຈາກແຕ່ລະບັນພະບູລຸດແຕ່ລະເຜົ່າ, ຈຳນວນສິບສອງອັນ. ຈົ່ງຂຽນຊື່ແຕ່ລະຄົນເທິງໄມ້ເທົ້າຂອງເຂົາ.
\s5
\v 3 ເຈົ້າຕ້ອງຂຽນຊື່ ອາໂຣນ ເທິງໄມ້ເທົ້າຂອງເຜົ່າເລວີ. ຕ້ອງມີໄມ້ເທົ້າອັນຫນຶ່ງສຳລັບຜູ້ນຳແຕ່ລະຄົນຈາກເຜົ່າບັນພະບູລຸດຂອງເຂົາ.
\v 4 ເຈົ້າຕ້ອງວາງໄມ້ເທົ້າເຫລົ່ານັ້ນໄວ້ໃນເຕັນປະຊຸມ ໃນຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ, ຊຶ່ງເປັນບ່ອນທີ່ເຮົາໄດ້ພົບກັບເຈົ້າ.
\v 5 ສິ່ງທີ່ຈະເກີດຂຶ້ນກັບໄມ້ເທົ້າຂອງຄົນທີ່ເຮົາເລືອກກໍຈະແຕກຫນໍ່. ເຮົາຈະເຮັດໃຫ້ຄຳຈົ່ມຈາກຄົນອິດສະຣາເອນ, ທີ່ເຂົາເວົ້າຕໍ່ຕ້ານເຈົ້າຢຸດໄປ."
\s5
\v 6 ດັ່ງນັ້ນໂມເຊຈຶ່ງບອກກັບຄົນອິດສະຣາເອນ. ຜູ້ນຳເຜົ່າທຸກຄົນກໍນຳໄມ້ເທົ້າຂອງເຂົາມາໃຫ້ເພິ່ນ, ໄມ້ເທົ້າອັນຫນຶ່ງຈາກຜູ້ນຳແຕ່ລະຄົນ ທີ່ເລືອກມາແຕ່ລະເຜົ່າບັນພະບູລຸດ, ໄມ້ເທົ້າທັງຫມົດມີສິບສອງອັນ. ໄມ້ເທົ້າຂອງອາໂຣນກໍຢູ່ທ່າມກາງໄມ້ເທົ້າເຫລົ່ານັ້ນ.
\v 7 ແລ້ວໂມເຊກໍວາງໄມ້ເທົ້າເຫລົ່ານັ້ນຕໍ່ພຣະພັກພຣະຢາເວໃນເຕັນແຫ່ງຫີບພັນທະສັນຍາພຣະບັນຊາ.
\s5
\v 8 ວັນຕໍ່ມາ ໂມເຊໄດ້ໄປທີ່ເຕັນແຫ່ງຫີບພັນທະສັນຍາພຣະບັນຊາ ແລະ, ເບິ່ງເຖີດໄມ້ເທົ້າ, ຂອງອາໂຣນທີ່ເປັນຄົນເຜົ່າເລວີກໍແຕກຫນໍ່. ໄມ້ເທົ້ານັ້ນແຕກຫນໍ່ແລະອອກດອກ ແລະເກີດຫມາກອາວມອນສຸກ!
\v 9 ໂມເຊຈຶ່ງເອົາໄມ້ເທົ້າທັງຫມົດອອກໄປຈາກພຣະພັກພຣະຢາເວ ມາຍັງຄົນອິດສະຣາເອນທັງຫມົດ, ແລະແຕ່ລະຄົນກໍເອົາໄມ້ເທົ້າຂອງເຂົາໄປ.
\s5
\v 10 ພຣະຢາເວໄດ້ກ່າວກັບໂມເຊວ່າ," ຈົ່ງວາງໄມ້ເທົ້າຂອງອາໂຣນໄວ້ຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ. ຈົ່ງເກັບໄມ້ເທົ້ານັ້ນໄວ້ເປັນເຄື່ອງຫມາຍຕໍ່ຄົນທີ່ກະບົດ ເພື່ອທີ່ເຈົ້າຈະເຮັດໃຫ້ຄຳຈົ່ມວ່າຕໍ່ເຮົາສີ້ນສຸດລົງ, ບໍ່ດັ່ງນັ້ນພວກເຂົາຈະຕ້ອງຕາຍ."
\v 11 ໂມເຊກໍເຮັດຕາມທີ່ພຣະຢາເວໄດ້ສັ່ງເພິ່ນ.
\s5
\v 12 ປະຊາຊົນອິດສະຣາເອນເວົ້າກັບໂມເຊແລະກ່າວວ່າ, "ເຮົາຈະຕາຍກັນທີ່ນີ້. ເຮົາຈະຈິບຫາຍກັນຫມົດ!
\v 13 ທຸກຄົນທີ່ຂຶ້ນມາ ຄົນທີ່ເຂົ້າມາໃກ້, ຫໍເຕັນສັກສິດຂອງພຣະຢາເວ ຈະຕາຍເຮົາຕ້ອງ, ພວກເຮົາຈະບໍ່ຕາຍຫມົດບໍ?"
\s5
\c 18
\cl ບົດທີ 18
\p
\v 1 ພຣະຢາເວໄດ້ກ່າວກັບອາໂຣນວ່າ,"ເຈົ້າ, ກັບພວກລູກຊາຍຂອງເຈົ້າ, ແລະເຊື້ອສາຍຂອງບັນພະບູລຸດຂອງເຈົ້າຈະຮັບຜິດຊອບຕໍ່ການເຮັດບາບທັງຫມົດທີ່ເຮັດຕໍ່ສະຖານນະມັດສະການ. ແຕ່ສະເພາະເຈົ້າກັບພວກລູກຊາຍຂອງເຈົ້າເທົ່ານັ້ນທີ່ຮັບຜິດຊອບຕໍ່ການເຮັດບາບທັງຫມົດທີ່ເຮັດໂດຍຄົນທີ່ຢູ່ໃນຕຳແຫນ່ງປະໂຣຫິດ.
\v 2 ສ່ວນພວກພີ່ນ້ອງຂອງເຜົ່າເລວີ, ເປັນເຜົ່າບັນພະບຸລຸດ, ຂອງເຈົ້າຈົ່ງພາພວກເຂົາມາກັບເຈົ້າ ເພື່ອໃຫ້ພວກເຂົາຮ່ວມກັນກັບເຈົ້າ ແລະຊ່ວຍເຈົ້າ ເມື່ອເຈົ້າແລະພວກລູກຊາຍຂອງເຈົ້າ ເຮັດວຽກຢູ່ຂ້າງຫນ້າຫໍເຕັນຫີບພັນທະສັນຍາພຣະບັນຊາ.
\s5
\v 3 ເຖິງຢ່າງໃດກໍຕາມ, ພວກເຂົາຕ້ອງບໍ່ເຂົ້າມາໃກ້ສິ່ງໃດໃນສະຖານທີ່ບໍຣິສຸດ ຫລືສິ່ງທີ່ໃຊ້ກັບແທ່ນບູຊາ, ບໍ່ດັ່ງນັ້ນພວກເຂົາແລະລວມທັງເຈົ້າດ້ວຍຈະຕາຍ.
\v 4 ພວກເຂົາຕ້ອງຮ່ວມກັນກັບເຈົ້າແລະຮັບຜິດຊອບຫໍເຕັນປະຊຸມ, ເພາະວຽກທັງຫມົດກ່ຽວກັບຫໍເຕັນນັ້ນ. ຄົນຕ່າງຊາດຕ້ອງບໍ່ເຂົ້າມາໃກ້ເຈົ້າ.
\v 5 ເຈົ້າຕ້ອງຮັບຜິດຊອບສະຖານທີ່ບໍຣິສຸດແລະແທ່ນບູຊາ ເພື່ອທີ່ຄວາມໂກດຮ້າຍຂອງເຮົາຈະບໍ່ລົງມາເຫນືອຄົນອິດສະຣາເອນອີກ.
\s5
\v 6 ເບິ່ງເຖີດ, ເຮົາເອງໄດ້ເລືອກພວກພີ່ນ້ອງຂອງເຈົ້າຈາກເຜົ່າເລວີທ່າມກາງເຊື້ອສາຍຂອງອິດສະຣາເອນ. ພວກເຂົາເປັນຂອງປະທານແກ່ເຈົ້າ, ທີ່ໄດ້ມອບຖວາຍໃຫ້ເຮົາເຮັດວຽກກ່ຽວກັບຫໍເຕັນປະຊຸມ.
\v 7 ແຕ່ສະເພາະເຈົ້າແລະພວກລູກຊາຍຂອງເຈົ້າເທົ່ານັ້ນທີ່ຈະເຮັດຫນ້າທີ່ໃນຕຳແຫນ່ງປະໂຣຫິດທີ່ກ່ຽວກັບທຸກສິ່ງທີ່ໃຊ້ກັບແທ່ນບູຊາ ແລະ ທຸກສິ່ງທີ່ຢູ່ໃນຜ້າກັ້ງນັ້ນ. ເຈົ້າເອງກໍຕ້ອງຖືປະຕິບັດຕາມຄວາມຮັບຜິດຊອບເຫລົ່ານັ້ນ. ເຮົາໄດ້ມອບຕຳແຫນ່ງປະໂຣຫິດໃຫ້ກັບເຈົ້າເປັນຂອງປະທານ. ຄົນໃດທີ່ເປັນຄົນຕ່າງຊາດເຂົ້າມາໃກ້ ຈະຕ້ອງຖືກລົງໂທດເຖິງຕາຍ."
\s5
\v 8 ຕໍ່ມາພຣະຢາເວໄດ້ບອກກັບອາໂຣນວ່າ,"ເບິ່ງເຖີດ, ເຮົາໄດ້ມອບຫນ້າທີ່ໃຫ້ພວກເຈົ້າ ຮັບຜິດຊອບເຄື່ອງບູຊາທີ່ຖວາຍຕໍ່ເຮົາ, ແລະສິ່ງບໍຣິສຸດທຸກຢ່າງທີ່ຄົນອິດສະຣາເອນຖວາຍຕໍ່ເຮົາ. ເຮົາໄດ້ໃຫ້ເຄື່ອງບູຊາເຫລົ່ານີ້ແກ່ເຈົ້າແລະພວກລູກຊາຍຂອງເຈົ້າເພື່ອເປັນສ່ວນຂອງພວກເຈົ້າຕະຫລອດໄປ.
\v 9 ສິ່ງເຫລົ່ານີ້ເປັນສິ່ງບໍຣິສຸດທີ່ສຸດ, ທີ່ບໍ່ໄດ້ເຜົາໄຟຈາກເຄື່ອງບູຊາທຸກຢ່າງຂອງພວກເຂົາຄື ພືດຜົນບູຊາທຸກຢ່າງ, ເຄື່ອງບູຊາລົບລ້າງບາບທຸກຢ່າງ, ແລະເຄື່ອງບູຊາຊົດໃຊ້ບາບທຸກຢ່າງ ສິ່ງເຫລົ່ານີ້ເປັນສິ່ງບໍຣິສຸດທີ່ສຸດສຳລັບເຈົ້າ ແລະພວກລູກຊາຍຂອງເຈົ້າ.
\s5
\v 10 ເຄື່ອງບູຊາເຫລົ່ານີ້ບໍຣິສຸດຫລາຍ; ຜູ້ຊາຍທຸກຄົນຈົ່ງກິນສິ່ງນັ້ນ, ເພາະສິ່ງເຫລົ່ານີ້ບໍຣິສຸດສຳລັບພວກເຈົ້າ.
\v 11 ເຫລົ່ານີ້ຄືເຄື່ອງບູຊາທີ່ຈະເປັນຂອງເຈົ້າ: ຄືຂອງຖວາຍຂອງພວກເຂົາ, ເຄື່ອງບູຊາຍົກຍໍຖວາຍທັງຫມົດຂອງຄົນອິດສະຣາເອນ. ເຮົາໄດ້ມອບສິ່ງເຫລົ່ານັ້ນໃຫ້ແກ່ເຈົ້າ, ພວກລູກຊາຍແລະລູກສາວ, ຂອງເຈົ້າເພື່ອເປັນສ່ວນຂອງພວກເຈົ້າຕະຫລອດໄປ. ທຸກຄົນໃນຄອບຄົວຂອງເຈົ້າທີ່ໄດ້ຮັບການຊຳລະໃຫ້ສະອາດແລ້ວຈະກິນສິ່ງໃດໆ ຂອງເຄື່ອງບູຊາເຫລົ່ານີ້ໄດ້.
\s5
\v 12 ນຳ້ມັນຢ່າງດີທີ່ສຸດທັງຫມົດ, ເຫລົ້າອະງຸ່ນໃຫມ່ ແລະພືດຜົນເປັນເມັດ, ທີ່ດີທີ່ສຸດທັງຫມົດ ຜົນທຳອິດທີ່ປະຊາຊົນໄດ້ຖວາຍຕໍ່ເຮົາ ສິ່ງທັງຫມົດເຫລົ່ານີ້ ເຮົາໄດ້ມອບໃຫ້ແກ່ເຈົ້າ.
\v 13 ຫມາກໄມ້ສຸກລຸ້ນທຳອິດຂອງທຸກຕົ້ນທີ່ຢູ່ໃນທີ່ດິນຂອງພວກເຂົາ, ທີ່ພວກເຂົາໄດ້ນຳມາຖວາຍເຮົາ, ຈະເປັນຂອງເຈົ້າ. ທຸກຄົນໃນຄອບຄົວຂອງເຈົ້າທີ່ໄດ້ຮັບການຊຳລະສະອາດແລ້ວ ກໍຈະກິນເຄື່ອງບູຊາເຫລົ່ານີ້ໄດ້.
\s5
\v 14 ສິ່ງທີ່ໄດ້ມອບຖວາຍທຸກສິ່ງໃນອິດສະຣາເອນຈະເປັນຂອງເຈົ້າ.
\v 15 ທຸກສິ່ງທີ່ເກີດຄັ້ງທຳອິດ, ລູກຫົວປີທັງຫມົດທີ່ປະຊາຊົນໄດ້ຖວາຍແດ່ພຣະຢາເວ, ທັງຄົນແລະສັດ, ຈະເປັນຂອງເຈົ້າ. ນອກຈາກນັ້ນ, ປະຊາຊົນຈະຕ້ອງຊື້ລູກຊາຍກົກທຸກຄົນກັບຄືນຢ່າງແນ່ນອນ, ແລະພວກເຂົາຕ້ອງຊື້ສັດໂຕຜູ້ທີ່ບໍ່ມີມົນທິນກັບຄືນໄປ.
\v 16 ປະຊາຊົນຈະນຳລູກກົກເຫລົ່ານັ້ນກັບໄປດ້ວຍການຊື້ຄືນໄປຫລັງຈາກທີ່ມີອາຍຸໄດ້ຫນຶ່ງເດືອນ. ແລ້ວປະຊາຊົນຕ້ອງຊື້ກັບຄືນ, ເປັນເງິນຫ້າຫລຽນ, ຕາມຫລຽນຂອງສໍານັກນະມັດສະການທີ່ມີຄ່າເທົ່າກັບຊາວເກຣາ.
\s5
\v 17 ແຕ່ລູກຫົວປີຂອງງົວ, ຫລືລູກຫົວປີຂອງແກະ, ຫລືລູກຫົວປີຂອງແບ້, ເຈົ້າຕ້ອງບໍ່ຊື້ສັດເຫລົ່ານີ້ກັບຄືນ; ສັດເຫລົ່ານີ້ຖືກແຍກໄວ້ໃຫ້ເຮົາໂດຍສະເພາະ. ເຈົ້າຕ້ອງຊິດເລືອດຂອງພວກມັນເທິງແທ່ນບູຊາແລະເຜົາໄຂມັນຂອງພວກມັນເປັນເຄື່ອງບູຊາ ທີ່ເຝົາດ້ວຍໄຟ, ທີ່ມີກິ່ນຫອມທີ່ພໍພຣະໄທພຣະຢາເວ.
\v 18 ຊີ້ນຂອງມັນຈະເປັນຂອງເຈົ້າ. ເຊັ່ນດຽວກັບຊີ້ນເອິກຖວາຍແລະຊີ້ນກົກຂາຂ້າງຂວາ, ຊີ້ຂອງພວກມັນຈະເປັນຂອງເຈົ້າ.
\s5
\v 19 ເຄື່ອງບູຊາບໍຣິສຸດທັງຫມົດ ທີ່ຄົນອິດສະຣາເອນໄດ້ຖວາຍແດ່ພຣະຢາເວ, ເຮົາໄດ້ມອບໃຫ້ແກ່ເຈົ້າ, ແລະແກ່ບັນດາລູກຊາຍແລະລູກສາວຂອງເຈົ້າ ທີ່ຢູ່ກັບເຈົ້າ, ເພື່ອເປັນສ່ວນແບ່ງຕະຫລອດໄປ. ຊຶ່ງເປັນພັນທະສັນຍາດ້ວຍເກືອຕະຫອດໄປເປັນນິດ, ພັນທະສັນຍາທີ່ຜູກພັນຕະຫລອດໄປ, ຕໍ່ພຣະພັກພຣະຢາເວ ສຳລັບເຈົ້າແລະລູກຫລານຂອງເຈົ້າທີ່ຢູ່ກັບເຈົ້າ."
\v 20 ພຣະຢາເວໄດ້ບອກກັບອາໂຣນວ່າ," ພວກເຈົ້າຈະບໍ່ມີມໍລະດົກໃນແຜ່ນດິນຂອງປະຊາຊົນ, ຫລືພວກເຈົ້າຈະບໍ່ມີສ່ວນແບ່ງໃນຊັບສິນທ່າມກາງປະຊາຊົນ. ເຮົາເປັນສ່ວນແບ່ງແລະເປັນມໍລະດົກຂອງພວກເຈົ້າທ່າມກາງຄົນອິດສະຣາເອນ.
\s5
\v 21 ເບິ່ງເຖີດ ເຮົາໄດ້ມອບຫນຶ່ງສ່ວນສິບທັງຫມົດ, ໃນອິດສະຣາເອນ ເປັນມໍລະດົກແກ່ເຊື້ອສາຍຂອງຄົນ ເລວີ, ໃນການຕອບແທນສຳລັບການເຮັດວຽກທີ່ພວກເຂົາຮັບຜິດຊອບເບິ່ງແຍງຫໍເຕັນບ່ອນຊຸມນຸມ.
\v 22 ຕັ້ງແຕ່ນີ້ໄປຄົນອິດສະຣາເອນຕ້ອງບໍ່ມາໃກ້ຫໍເຕັນບ່ອນຊຸມນຸມ, ບໍ່ດັ່ງນັ້ນພວກເຂົາຈະຕ້ອງຮັບຜິດຊອບຕໍ່ບາບນີ້ແລະຕາຍ.
\s5
\v 23-24 ຄົນເລວີຕ້ອງເຮັດວຽກກ່ຽວກັບຫໍເຕັນບ່ອນຊຸມນຸມ. ພວກເຂົາຈະຕ້ອງຮັບຜິດຊອບບາບໃດກໍຕາມທີ່ກ່ຽວກັບຫໍເຕັນນັ້ນ. ນີ້ຈະເປັນກົດຖາວອນຕະຫລອດໄປ. ທຸກຊົ່ວອາຍຸຄົນຂອງພວກເຈົ້າ ພວກເຂົາບໍ່ຕ້ອງມີມໍລະດົກທ່າມກາງຄົນອິດສະຣາເອນ. ເພາະຫນຶ່ງສ່ວນສິບຂອງຄົນອິດສະຣາເອນ, ທີ່ພວກເຂົາໄດ້ຖວາຍເປັນສ່ວນແບ່ງຕໍ່ເຮົາ ຫນຶ່ງສ່ວນສິບເຫລົ່ານີ້ແຫລະທີ່ເຮົາມອບໃຫ້ກັບຄົນເລວີ ເປັນມໍລະດົກຂອງພວກເຂົາ. ນີ້ເປັນເຫດຜົນທີ່ເຮົາເວົ້າກັບພວກເຂົາວ່າ, 'ພວກເຂົາບໍ່ຕ້ອງມີມໍລະດົກທ່າມກາງຄົນອິດສະຣາເອນ."'
\s5
\v 25 ພຣະຢາເວໄດ້ບອກກັບໂມເຊ ແລະກ່າວວ່າ,
\v 26 "ເຈົ້າຕ້ອງເວົ້າກັບຄົນເລວີແລະບອກພວກເຂົາວ່າ, ເມື່ອພວກເຈົ້າໄດ້ຮັບຫນຶ່ງສ່ວນສິບຈາກຄົນອິດສະຣາເອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ເປັນມໍລະດົກຂອງພວກເຈົ້າ ທີ່ມາຈາກພວກເຂົາ, ພວກເຈົ້າຕ້ອງແບ່ງຈາກຫນຶ່ງສ່ວນສິບນັ້ນຖວາຍພິເສດແດ່ພຣະຢາເວ,
\v 27 ສ່ວນແບ່ງຂອງພວກເຈົ້າພວກເຈົ້າຕ້ອງຖືວ່າ ຖ້າສ່ວນແບ່ງນັ້ນເປັນຫນຶ່ງສ່ວນສິບຂອງພືດຜົນຈາກເຂົ້າໄຫມ່ແລະເຫລົ້າອະງຸ່ນໄຫມ່.
\s5
\v 28 ພວກເຈົ້າກໍຕ້ອງແບ່ງສ່ວນຫນຶ່ງແດ່ພຣະຢາເວຈາກຫນຶ່ງສ່ວນສິບທັງຫມົດທີ່ພວກເຈົ້າໄດ້ຮັບຈາກຄົນອິດສະຣາເອນ, ພວກເຈົ້າຕ້ອງຖວາຍສ່ວນແບ່ງຂອງພຣະອົງຈາກພວກເຂົາໃຫ້ກັບອາໂຣນປະໂຣຫິດ.
\v 29 ຈາກຂອງຖວາຍທັງຫມົດທີ່ພວກເຈົ້າໄດ້ຮັບ, ພວກເຈົ້າຕ້ອງຖວາຍສ່ວນແບ່ງທຸກຢ່າງແດ່ພຣະຢາເວ. ພວກເຈົ້າຕ້ອງເຮັດດັ່ງນີ້ຈາກສິ່ງທີ່ດີທີ່ສຸດແລະບໍຣິສຸດທີ່ສຸດທີ່ໄດ້ມອບໃຫ້ແກ່ພວກເຈົ້າ.'
\s5
\v 30 ເພາະສະນັ້ນເຈົ້າຕ້ອງເວົ້າກັບພວກເຂົາວ່າ,' ເມື່ອພວກເຈົ້າຖວາຍສິ່ງທີ່ດີທີ່ສຸດຂອງສິ່ງນັ້ນ, ແລ້ວສິ່ງນັ້ນຕ້ອງເປັນຜົນທີ່ຄົນເລວີ ໄດ້ຮັບຈາກລານຟາດເຂົ້າແລະອ່າງເຫລົ້າອະງຸ່ນ.
\v 31 ພວກເຈົ້າຈະກິນສ່ວນທີ່ເຫລືອຂອງເຄື່ອງຖວາຍຂອງພວກເຈົ້າໃນບ່ອນໃດກໍໄດ້, ທັງເຈົ້າແລະຄອບຄົວຂອງພວກເຈົ້າ, ເພາະສິ່ງນັ້ນເປັນຄ່າຕອບແທນຂອງພວກເຈົ້າສຳລັບການເຮັດວຽກໃນຫໍເຕັນຊຸມນຸມ.
\v 32 ພວກເຈົ້າຈະບໍ່ກໍໃຫ້ເກີດຄວາມຜິດບາບໃດໆ ດ້ວຍການກິນແລະການດື່ມສິ່ງນັ້ນ, ຖ້າພວກເຈົ້າໄດ້ຖວາຍສິ່ງທີ່ດີທີ່ສຸດທີ່ພວກເຈົ້າໄດ້ຮັບແດ່ພຣະຢາເວ. ແຕ່ພວກເຈົ້າຕ້ອງບໍ່ຫມິ່ນປະຫມາດເຄື່ອງບູຊາບໍຣິສຸດຂອງຄົນອິດສະຣາເອນ, ບໍ່ດັ່ງນັ້ນພວກເຈົ້າຈະຕ້ອງຕາຍ.'"
\s5
\c 19
\cl ບົດທີ 19
\p
\v 1 ພຣະຢາເວໄດ້ບອກກັບໂມເຊແລະອາໂຣນ. ພຣະອົງກ່າວວ່າ,
\v 2 " ຊຶ່ງເປັນກົດທີ່ເຮົາສັ່ງເຈົ້າ: ຈົ່ງບອກຄົນອິດສະຣາເອນວ່າໃຫ້ພວກເຂົານຳງົວແມ່ສີແດງທີ່ມີສຸຂະພາບດີ ແລະ ບໍ່ມີຕຳນິ, ແລະບໍ່ເຄີຍໃຊ້ວຽກຈັກເທື່ອ.
\s5
\v 3 ຈົ່ງໃຫ້ງົວແມ່ໂຕນີ້ແກ່ເອເລອາຊາປະໂຣຫິດ. ເຂົາຕ້ອງນຳມັນອອກໄປນອກຄ້າຍ, ແລະຄົນຫນຶ່ງຕ້ອງຂ້າມັນຕໍ່ຫນ້າເຂົາ.
\v 4 ເອເລອາຊາປະໂຣຫິດຕ້ອງເອົາມືຂອງເຂົາຈຸ່ມເລືອດຂອງມັນມາບາງສ່ວນແລະຊິດເລືອດນັ້ນໄປທາງຫນ້າບ່ອນຫໍເຕັນບ່ອນປະຊຸມນັ້ນເຈັດເທື່ອ.
\v 5 ປະໂຣຫິດອີກຄົນຫນຶ່ງຕ້ອງເຜົາງົວແມ່ໂຕນັ້ນຕໍ່ຫນ້າເຂົາ. ເຂົາຕ້ອງເຜົາຫນັງຂອງມັນ, ຊີ້ນຂອງມັນ, ແລະເລືອດຂອງມັນພ້ອມດ້ວຍເຄື່ອງໃນໄສ້ພຸງຂອງມັນ.
\v 6 ປະໂຣຫິດຄົນນັ້ນຕ້ອງເອົາໄມ້ສົນສີດາ, ໃບຕົ້ນຫຸສົບ, ແລະດ້າຍສີແດງເຂັ້ມມາ, ແລະໂຍນທັງຫມົດນີ້ລົງໄປທາງກາງຂອງງົວແມ່ທີ່ກຳລັງເຜົາໄຫມ້ຢູ່ນັ້ນ.
\s5
\v 7 ແລ້ວເຂົາຕ້ອງຊັກເສື້ອຜ້າຂອງເຂົາແລະຊຳລະຕົວໃນນຳ້. ຈາກນັ້ນເຂົາກໍຈະກັບມາຍັງຄ້າຍພັກ, ທີ່ເພິ່ນຍັງຄົງເປັນມົນທິນຢູ່ຈົນເຖິງຄຳ່.
\v 8 ຄົນທີ່ເຜົາງົວສາວໂຕນັ້ນຕ້ອງຊັກເສື້ອຜ້າຂອງຕົນໃນນຳ້ແລະຊຳລະຕົວໃນນຳ້. ເພິ່ນຍັງເປັນມົນທິນຈົນເຖິງຄຳ່.
\s5
\v 9 ແລ້ວໃຫ້ຊາຍຜູ້ຫນຶ່ງ ທີ່ບໍ່ເປັນມົນທິນ ຕາມກົດບັນຍັດໄປເກັບເອົາຂີ້ເຖົ່າຂອງງົວແມ່ ແລ້ວເອົາໄປວາງຮັກສາໄວ້ໃນບ່ອນທີ່ສະອາດນອກຄ້າຍ ຕາມກົດບັນຍັດ ເພື່ອຊຸມຊົນອິດສະຣາເອນ. ຈະໄດ້ເອົາມາໃຊ້ເປັນນຳ້ຊໍາລະມົນທິນ ເພື່ອລົບລ້າງບາບ.
\v 10 ຊາຍທີ່ຊ້ວນຂີ້ເຖົ່ານັ້ນ ຕ້ອງຊັກເຄື່ອງນຸ່ງຫົ່ມ ຂອງຕົນ ແຕ່ລາວຍັງຈະເປັນມົນທິນຈົນຮອດຄໍ່າ. ໃຫ້ຊາວອິດສະຣາເອນ ຫລື ຊາວຕ່າງດ້າວ ທີ່ອາໄສຢູ່ນຳນັ້ນ ປະຕິບັດຕາມ ລະບຽບການນີ້ ທຸກຍຸກທຸກສະໄຫມສືບໄປ.
\s5
\v 11 ໃຜກໍຕາມທີ່ແຕະຕ້ອງສົບຂອງຄົນໃດຄົນຫນຶ່ງກໍຈະເປັນມົນທິນຢູ່ເຈັດວັນ.
\v 12 ຄົນນັ້ນຕ້ອງຊຳລະຕົນເອງໃຫ້ບໍລິສຸດໃນວັນທີສາມແລະວັນທີເຈັດ. ແລ້ວເຂົາຈຶ່ງຈະສະອາດ. ແຕ່ຖ້າເຂົາບໍ່ຊຳລະຕົນເອງໃຫ້ບໍລິສຸດໃນວັນທີສາມ, ແລ້ວເຂົາກໍຈະບໍ່ສະອາດໃນວັນທີເຈັດ.
\v 13 ໃຜກໍຕາມທີ່ແຕະຕ້ອງສົບ, ຂອງຄົນທີ່ຕາຍ, ແລະບໍ່ຊຳລະຕົນເອງໃຫ້ບໍລິສຸດຄົນນັ້ນກໍເຮັດໃຫ້ຫໍເຕັນສັກສິດຂອງພຣະຢາເວເປັນມົນທິນ. ຄົນນັ້ນຕ້ອງຖືກຕັດອອກຈາກອິດສະຣາເອນ ເພາະນຳ້ຊຳລະມົນທິນບໍ່ໄດ້ຊຳລະເທິງຕົວເຂົາ. ເຂົາຈະຍັງຄົງເປັນມົນທິນຢູ່; ມົນທິນຂອງເຂົາຈະຍັງຄົງຢຸ່ເທິງຕົວຂອງເຂົາ.
\s5
\v 14 ນີ້ເປັນກົດສຳລັບຄົນທີ່ຕາຍໃນຫໍເຕັນ. ທຸກຄົນທີ່ເຂົ້າໄປໃນເຕັນນັ້ນ ແລະທຸກຄົນທີ່ຢູ່ໃນເຕັນນັ້ນຢູ່ແລ້ວຈະເປັນມົນທິນຢູ່ເຈັດວັນ.
\v 15 ໄຫກັບຫມໍ້ທຸກຫນ່ວຍທີ່ເປີດຢູ່ບໍ່ມີຝາອັດກໍຈະເປັນມົນທິນ.
\v 16 ເຊັ່ນດຽວກັນ, ຄົນທີ່ຢຸ່ພາຍນອກຫໍເຕັນທີ່ໄດ້ແຕະຕ້ອງຄົນທີ່ຖືກຂ້າຕາຍດ້ວຍດາບ, ສົບໃດໆ, ກະດູກມະນຸດ, ຫລືຂຸມຝັງສົບຄົນນັ້ນກໍຈະເປັນມົນທິນຢູ່ເຈັດວັນ.
\s5
\v 17 ຈົ່ງເຮັດດັ່ງນີ້ສຳລັບຄົນທີ່ເປັນມົນທິນ: ຈົ່ງເອົາຂີ້ເຖົ່າຈາກເຄື່ອງເຜົາບູຊາລົບລ້າງບາບ ແລະ ປະສົມຂີ້ເຖົ່ານັ້ນລົງໄປໃນນຳ້ທີ່ສະອາດໃນຖ້ວຍ.
\v 18 ຈາກນັ້ນຄົນທີ່ສະອາດຕ້ອງເອົາໃບຕົ້ນຫຸສົບ, ຈຸ່ມລົງໃນນຳ້ນັ້ນ, ແລະຊິດໃສ່ເທິງເຕັນນັ້ນ, ເທິງພາຊະນະທຸກໆສິ່ງພາຍໃນເຕັນ, ເທິງຄົນເຫລົ່ານັ້ນທີ່ຢູ່ໃນນັ້ນ, ແລະເທິງຄົນທີ່ແຕະຕ້ອງກະດູກ, ຄົນທີ່ຖືກຂ້າຕາຍ, ສົບຫລືຂຸມຝັງສົບ.
\v 19 ໃນວັນທີສາມແລະໃນວັນທີເຈັດ, ຄົນທີ່ສະອາດຕ້ອງຊິດນຳ້ໃສ່ຄົນທີ່ເປັນມົນທິນ. ໃນວັນທີເຈັດຄົນທີ່ເປັນມົນທິນຕ້ອງຊຳລະຕົນເອງໃຫ້ບໍລິສຸດ. ເຂົາຕ້ອງຊັກເສື້ອຜ້າຂອງເຂົາແລະຊຳລະຕົວໃນນຳ້. ພໍເຖິງຕອນຄຳ່ເຂົາກໍຈະສະອາດ.
\s5
\v 20 ແຕ່ຄົນທີ່ຍັງເປັນມົນທິນຢູ່, ຄົນທີ່ບໍ່ຍອມຊຳລະຕົນເອງໃຫ້ບໍລິສຸດ ຄົນນັ້ນກໍຈະຖືກຕັດອອກຈາກຊຸມຊົນ, ເພາະເຂົາໄດ້ເຮັດໃຫ້ສະຖານນະມັດສະການຂອງພຣະຢາເວເປັນມົນທິນ. ນຳ້ຊຳລະມົນທິນບໍ່ໄດ້ຊິດໃສ່ເທິງຕົວເຂົາ; ເຂົາຈຶ່ງຍັງຄົງເປັນມົນທິນ.
\v 21 ນີ້ເປັນກົດຕະຫລອດໄປເປັນນິດກ່ຽວກັບສະຖານະການເຫລົ່ານີ້. ຄົນທີ່ຊິດນຳ້ຊຳລະມົນທິນຕ້ອງຊັກເສື້ອຜ້າຂອງເຂົາ. ຄົນທີ່ແຕະຕ້ອງນຳ້ຊຳລະມົນທິນກໍຈະເປັນມົນທິນຢູ່ຈົນເຖິງເວລາຄຳ່.
\v 22 ຄົນທີ່ແຕະຕ້ອງສິ່ງໃດກໍຕາມທີ່ເປັນມົນທິນກໍຈະເປັນມົນທິນ. ຄົນທີ່ແຕະຕ້ອງສິ່ງນັ້ນຈະເປັນມົນທິນຈົນເຖິງເວລາຄຳ່."
\s5
\c 20
\cl ບົດທີ 20
\p
\v 1 ຊຸມຊົນທັງຫມົດຂອງອິດສະຣາເອນ, ກໍເຂົ້າໄປໃນຖິ່ນທຸລະກັນດານຊິນ, ໃນເດືອນທີຫນຶ່ງ, ພວກເຂົາພັກຢູ່ທີ່ກາເດັດ. ມີລີອາມໄດ້ເສຍຊີວິດແລະໄດ້ຖືກຝັງໄວ້ທີ່ນັ້ນ.
\s5
\v 2 ໃນບ່ອນນັ້ນ ບໍ່ມີນຳ້ໃຫ້ກັບຊຸມຊົນ, ດັ່ງນັ້ນ ພວກເຂົາຈຶ່ງມາເຕົ້າໂຮມກັນຕໍ່ຕ້ານໂມເຊ ແລະ ອາໂຣນ.
\v 3 ປະຊາຊົນໄດ້ຈົ່ມຮ້າຍວ່າໂມເຊ. ພວກເຂົາກ່າວວ່າ," ຕອນທີ່ພີ່ນ້ອງອິດສະຣາເອນ ຂອງພວກເຮົາ ໄດ້ຕາຍຕໍ່ພຣະພັກພຣະຢາເວ! ຖ້າຫາກເຮົາໄດ້ຕາຍດ້ວຍກໍຄົງເປັນການດີກວ່າ.
\s5
\v 4 ເປັນຫຍັງ ພວກທ່ານຈຶ່ງນຳຊຸມຊົນຂອງພຣະຢາເວເຂົ້າມາ ໃນຖິ່ນທຸລະກັນດານນີ້, ເພື່ອຢາກໃຫ້ພວກເຮົາແລະຝູງສັດ ຂອງພວກເຮົາຕາຍໃນທີ່ນີ້ຊັ້ນບໍ?
\v 5 ເປັນຫຍັງ ພວກທ່ານຈຶ່ງໃຫ້ພວກເຮົາອອກມາຈາກປະເທດເອຢີບ ແລະ ເຂົ້າໄປໃນບ່ອນທຸກຍາກລໍາບາກ ເຊັ່ນນີ້? ຊຶ່ງບໍ່ມີພືດພັນຫຍັງເກີດຂຶ້ນ? ໃນບ່ອນນີ້ບໍ່ມີເຂົ້າກິນ, ຫມາກເດື່ອເທດ, ອະງຸ່ນ, ຫລືຫມາກພີລາ ແລະແມ່ນແຕ່ນຳ້ ຈະດື່ມກໍຍັງບໍ່ມີ.”
\s5
\v 6 ດັ່ງນັ້ນໂມເຊ ແລະ ອາໂຣນ ຈຶ່ງອອກໄປຈາກຂ້າງຫນ້າທີ່ປະຊຸມນັ້ນ. ພວກເຂົາໄປຢືນຢູ່ທາງປະຕູເຂົ້າຫໍເຕັນປະຊຸມ. ແລະຫມູບຫນ້າລົງດິນ. ແສງສຸກໃສແຫ່ງສະຫງ່າຣາສີຂອງພຣະຢາເວ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ.
\s5
\v 7 ພຣະຢາເວກ່າວກັບໂມເຊ ວ່າ,
\v 8 “ຈົ່ງຈັບເອົາໄມ້ຄ້ອນເທົ້າໄປ ແລະເອີ້ນປະຊຸມຊຸມຊົນ, ເຈົ້າ, ແລະ ອາໂຣນອ້າຍຂອງເຈົ້າ, ຈົ່ງເວົ້າກັບໂງ່ນຫີນທີ່ຢູ່ຕໍ່ຫນ້າພວກເຂົາ, ແລະ ສັ່ງຫີນນັ້ນໃຫ້ນຳ້ໄຫລອອກມາ. ເຈົ້າຈະໄດ້ນໍ້າໄຫລອອກມາຈາກໂງ່ນຫິນສໍາລັບປະຊາຊົນ ສໍາລັບພວກເຂົາ ແລະ ສັດຂອງພວກເຂົາໄດ້ດື່ມ.”
\v 9 ແລ້ວໂມເຊ ກໍອອກໄປ ແລະ ຖືເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ຫນ້າ ພຣະຢາເວ, ຕາມທີ່ພຣະຢາເວຊົງໄດ້ສັ່ງໄວ້ໃຫ້ເຂົາເຮັດ.
\s5
\v 10 ແລ້ວໂມເຊແລະອາໂຣນ ກໍເອີ້ນຊຸມຊົນ ມາລວມກັນ ຢູ່ຕໍ່ຫນ້າໂງ່ນຫິນນັ້ນ. ໂມເຊ ເວົ້າກັບພວກເຂົາວ່າ, “ບັດນີ້ຈົ່ງຟັງທາງນີ້, ພວກເຈົ້າຄົນກະບົດເອີຍ ເຮົາຈະຕ້ອງເອົານຳ້ອອກມາຈາກໂງ່ນຫິນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ?”
\v 11 ແລ້ວ ໂມເຊ ກໍຍົກໄມ້ຄ້ອນເທົ້າຂອງເຂົາຂຶ້ນຕີໂງ່ນຫິນສອງເທື່ອ, ແລະ ນຳ້ກໍໄຫລທະລຸອອກມາຢ່າງ ຫລວງຫລາຍ. ແລ້ວຊຸມຊົນກໍໄດ້ດື່ມ, ແລະ ຝູງສັດທັງປວງກໍພາກັນດື່ມ.
\s5
\v 12 ແລ້ວພຣະຢາເວ ໄດ້ກ່າວຕໍ່ ໂມເຊ ແລະ ອາໂຣນ ວ່າ, “ຍ້ອນວ່າເຈົ້າທັງສອງບໍ່ໄດ້ວາງໃຈເຮົາ ຫລືຖວາຍກຽດແກ່ເຮົາເປັນອົງບໍລິສຸດສັກສິດ ໃນສາຍຕາປະຊາຊົນອິດສະຣາເອນ, ພວກເຈົ້າຈະບໍ່ໄດ້ນຳພາ ພວກເຂົາເຂົ້າໄປຢູ່ໃນດິນແດນ ບ່ອນທີ່ເຮົາ ໄດ້ສັນຍາວ່າ ຈະມອບໃຫ້ແກ່ພວກເຂົານັ້ນ.”
\v 13 ສະຖານທີ່ນັ້ນ ຈຶ່ງມີຊື່ເອີ້ນວ່ານຳ້ແຫ່ງເມຣີບາ ເພາະບ່ອນທີ່ປະຊາຊົນອິດສະຣາເອນ ໄດ້ຈົ່ມຮ້າຍ ໃສ່ພຣະພຣະຢາເວທີ່ນັ້ນ, ແລະ ບ່ອນທີ່ພຣະອົງ ໄດ້ສໍາແດງໃຫ້ພວກເຂົາ ເຫັນວ່າພຣະອົງຊົງເປັນອົງບໍຣິສຸດສັກສິດຕໍ່ພວກເຂົາ.
\s5
\v 14 ໂມເຊໄດ້ສົ່ງ ຜູ້ນຳຂ່າວຈາກເມືອງ ກາເດັດ ໄປຫາກະສັດແຫ່ງດິນແດນ ເອໂດມ ວ່າ: “ຂ່າວນີ້ ແມ່ນສົ່ງມາຈາກຍາດຕິພີ່ນ້ອງຂອງທ່ານ ເຜົ່າຕ່າງໆຂອງຊາດອິດສະຣາເອນ. ທ່ານກໍຮູ້ເຖິງຄວາມຍາກລໍາບາກທີ່ພວກເກີດຂຶ້ນກັບພວກເຮົາແລ້ວ.
\v 15 ທ່ານຮູ້ວ່າບັນພະບຸລຸດຂອງພວກເຮົາ ໄດ້ໄປຍັງປະເທດເອຢີບ ແລະອາໄສຢູ່ໃນເອຢິບເປັນເວລາຍາວນານ. ຊາວເອຢິບໄດ້ກົດຂີ່ຂົ່ມເຫັງເຮົາຢ່າງຫນັກແລະລວມທັງບັນພະບຸລຸດຂອງພວກເຮົາດ້ວຍ.
\v 16 ເມື່ອພວກເຮົາຮ້ອງທູນຕໍ່ພຣະຢາເວ. ພຣະອົງຊົງໄດ້ຍິນສຽງຂອງພວກເຮົາແລະສົ່ງເທວະດາຕົນຫນຶ່ງມາແລະນຳເຮົາອອກມາຈາກ ເອຢີບ. ເບິ່ງແມ, ພວກເຮົາຢູ່ໃນກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ.
\s5
\v 17 ຂ້ານ້ອຍຂໍໃຫ້ທ່ານ ຈົ່ງອະນຸຍາດໃຫ້ພວກເຮົາ ຜ່ານດິນແດນຂອງທ່ານໄປດ້ວຍ. ພວກເຮົາ ແລະ ຝູງສັດຈະບໍ່ຜ່ານ ເຂົ້າໄປໃນທົ່ງນາ, ຫລື ສວນອະງຸ່ນ ແລະ ພວກເຮົາກໍຈະບໍ່ດື່ມນຳ້ຈາກສ້າງຂອງທ່ານດ້ວຍ. ພວກເຮົາຈະໄປຕາມທາງຫລວງ. ພວກເຮົາຈະບໍ່ລ້ຽວໄປທາງຂວາມືຫລືທາງຊ້າຍ ຈົນກວ່າພວກເຮົາໄດ້ພົ້ນເຂດຂອງທ່ານໄປ.”
\s5
\v 18 ແຕ່ກະສັດແຫ່ງເອໂດມໄດ້ຕອບເຂົາວ່າ, “ພວກເຈົ້າຈະຜ່ານເຂົ້າມາທີ່ນີ້ບໍ່ໄດ້. ຖ້າພວກເຈົ້າເຂົ້າມາ, ເຮົາຈະມາພ້ອມກັບດາບທີ່ຈະໂຈມຕີພວກເຈົ້າ.”
\v 19 ແລ້ວປະຊາຊົນອິດສະຣາເອນ ກໍບອກທ່ານວ່າ, “ພວກເຮົາຈະຢູ່ຕາມທາງຫລວງ ເທົ່ານັ້ນ. ຖ້າພວກເຮົາຫລື ຝູງສັດຂອງເຮົາຫາກດື່ມນໍ້າຂອງພວກທ່ານ ພວກເຮົາຈະຈ່າຍຄ່າຕອບແທນໃຫ້ພວກທ່ານ. ຂໍພຽງໃຫ້ພວກເຮົາຍ່າງຜ່ານໄປເທົ່ານັ້ນ ໂດຍບໍ່ເຮັດສິ່ງໃດເລີຍ.”
\s5
\v 20 ແຕ່ກະສັດແຫ່ງເອໂດມຕອບວ່າ," ພວກເຈົ້າຈະຜ່ານເຂົ້າມາບໍ່ໄດ້.” ດັ່ງນັ້ນກະສັດແຫ່ງເອໂດມຈິ່ງອອກມາຕໍ່ສູ້ກັບອິດສະຣາເອນດ້ວຍມືທີ່ເຂັ້ມແຂງພ້ອມກັບທະຫານຫລວງຫລາຍ.
\v 21 ກະສັດແຫ່ງເອໂດມປະຕິເສດທີ່ຈະອະນຸຍາດໃຫ້ຊາວອິດສະຣາເອນ ຂ້າມຜ່ານເຂດ. ເພາະເຫດນີ້, ຊາວອິດສະຣາເອນຈຶ່ງລ້ຽວອອກໄປຈາກແຜ່ນດິນເອໂດມ.
\s5
\v 22 ດັ່ງນັ້ນຄົນອິດສະຣາເອນຈຶ່ງອອກຈາກ ກາເດັດ. ຊຸມຊົນທັງຫມົດຂອງອິດສະຣາເອນກໍມາຮອດພູເຂົາ ໂຮເຣ.
\v 23 ພຣະຢາເວໄດ້ກ່າວແກ່ໂມເຊ ແລະອາໂຣນທີ່ພູເຂົາໂຮເຣ, ທີ່ຢູ່ຕິດເຂດແດນຂອງເອໂດມ. ພຣະອົງກ່າວວ່າ,
\v 24 “ອາໂຣນ ຕ້ອງຖືກລວມເຂົ້າໄປຢູ່ກັບຄົນຂອງເຂົາ, ເພາະເຂົາຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ເຮົາໄດ້ມອບໃຫ້ແກ່ຊາວອິດສະຣາເອນ. ນີ້ເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄໍາສັ່ງຂອງເຮົາທີ່ນຳ້ແຫ່ງເມຣີບາ.
\s5
\v 25 ຈົ່ງນຳອາໂຣນ ແລະ ເອເລອາຊາ ລູກຊາຍຂອງລາວມາ, ແລະພາພວກເຂົາຂຶ້ນໄປເທິງພູເຂົາໂຮເຣ.
\v 26 ຈົ່ງຖອດຊຸດເສື້ອຂອງປະໂຣຫິດຂອງອາໂຣນ ອອກແລະສວມໃສ່ຊຸດນັ້ນໃຫ້ກັບເອເລອາຊາລູກຊາຍຂອງລາວ. ອາໂຣນຕ້ອງຕາຍແລະຖືກລວມໄປຢູ່ກັບຄົນຂອງເຂົາຢູ່ທີ່ນັ້ນ.”
\s5
\v 27 ໂມເຊ ກໍເຮັດຕາມທີ່ພຣະຢາເວໄດ້ສັ່ງໄວ້. ພວກເຂົາໄດ້ຂຶ້ນໄປທີ່ເທິງພູເຂົາ ໂຮເຣ ຕໍ່ຫນ້າຊຸມຊົນທັງຫມົດ
\v 28 ໂມເຊ ກໍໄດ້ຖອດເສື້ອປະໂຣຫິດອອກຈາກອາໂຣນ ແລະ ສວມຊຸດນັ້ນໃສ່ໃຫ້ເອເລອາຊາ ຜູ້ເປັນລູກຊາຍຂອງລາວ. ອາໂຣນຕາຍຢູ່ທີ່ເທິງຈອມພູເຂົານັ້ນ; ແລ້ວໂມເຊ ແລະ ເອເລອາຊາ ຈຶ່ງກັບລົງມາ.
\v 29 ເມື່ອຊຸມຊົນທັງຫມົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ຊົນຊາດທັງຫມົດກໍຮ້ອງໃຫ້ໄວ້ທຸກໃຫ້ອາໂຣນເປັນເວລາສາມສິບວັນ.
\s5
\c 21
\cl ບົດທີ 21
\p
\v 1 ເມື່ອກະສັດແຫ່ງເມືອງ ອາຣັດ, ຊາວການາອານຜູ້ອາໄສຢູ່ໃນເນເກບ, ໄດ້ຍິນວ່າຊາວອິດສະຣາເອນກຳລັງເດີນທາງມາຕາມທາງໄປອະທາຣິມ, ຈຶ່ງອອກມາຕໍ່ສູ້ກັບອິດສະຣາເອນ ແລະ ໄດ້ຈັບບາງຄົນມາເປັນຊະເລີຍເສິກ.
\v 2 ຄົນອິດສະຣາເອນ ໄດ້ປະຕິຍານຕໍ່ພຣະຢາເວວ່າ, “ຖ້າພຣະອົງຊົງໃຫ້ພວກຂ້ານ້ອຍ ຕີຊະນະຊາວເມືອງນີ້ ພວກຂ້ານ້ອຍກໍຈະທຳລາຍບ້ານເມືອງຂອງພວກເຂົາໃຫ້ດັບກ້ຽງ.”
\v 3 ພຣະຢາເວໄດ້ຊົງຟັງສຽງຂອງຊາວອິດສະຣາເອນ ແລະພຣະອົງໄດ້ຊົງໃຫ້ພວກເຂົາຕີຊະນະເຫນືອຄົນການາອານ. ພວກເຂົາຈຶ່ງທຳລາຍຊາວເມືອງນັ້ນ ແລະ ເມືອງຕ່າງໆ ຂອງພວກເຂົາຈົນສີ້ນຊາກ. ແລະ ໄດ້ໃສ່ຊື່ບ່ອນນັ້ນວ່າ ໂຮມາ.
\s5
\v 4 ພວກເຂົາໄດ້ເດີນທາງ ອອກຈາກພູເຂົາ ໂຮເຣ ໄປຕາມທາງທີ່ໄປຍັງທະເລແດງ ເພື່ອອ້ອມໄປທາງເຂດແດນຂອງ ເອໂດມ. ປະຊາຊົນພາກັນຫມົດຄວາມອົດທົນ
\v 5 ປະຊາຊົນຈຶ່ງໄດ້ຈົ່ມຮ້າຍຕໍ່ພຣະເຈົ້າ ແລະ ຕໍ່ໂມເຊ ວ່າ, “ເປັນຫຍັງ ທ່ານຈຶ່ງນຳພາພວກເຮົາອອກຈາກປະເທດເອຢິບ ມາຕາຍຢູ່ໃນກາງຖິ່ນທຸລະກັນດານນີ້? ບ່ອນບໍ່ມີອາຫານ, ບໍ່ມີນຳ້, ແລະ ພວກເຮົາບໍ່ອາດທົນກິນອາຫານຕາຍໆ ເຊັ່ນນີ້ໄດ້ດອກ.”
\s5
\v 6 ແລ້ວພຣະຢາເວ ກໍໄດ້ສົ່ງງູພິດ ມາທ່າມກາງປະຊາຊົນ. ງູພິດກໍຕອດປະຊາຊົນ; ຕາຍຢ່າງຫລວງຫລາຍ.
\v 7 ປະຊາຊົນຈຶ່ງມາຫາໂມເຊ ແລະ ກ່າວວ່າ, “ພວກເຮົາໄດ້ເຮັດບາບແລ້ວ ເພາະພວກເຮົາໄດ້ຕໍ່ວ່າພຣະຢາເວແລະທ່ານ. ຂໍທ່ານຈົ່ງພາວັນນາອະທິຖານຕໍ່ພຣະຢາເວ ເພື່ອທີ່ພຣະອົງຈະຊົງເອົາງູອອກໄປຈາກເຮົາ." ດັ່ງນັ້ນ ໂມເຊ ຈຶ່ງໄດ້ພາວັນນາ ອະທິຖານຂໍເພື່ອປະຊາຊົນ.
\s5
\v 8 ພຣະຢາເວ ກໍໄດ້ບອກກັບໂມເຊວ່າ," ໃຫ້ເຮັດງູເປັນທອງສໍາຣິດ ຕອກຕິດໄວ້ກັບເສົາ ເພື່ອວ່າຜູ້ໃດຜູ້ຫນຶ່ງທີ່ຖືກງູຕອດເມື່ອແນມເບິ່ງງູທອງສໍາຣິດນັ້ນແລ້ວກໍໄດ້ຮັບການປິ່ນປົວໃຫ້ຫາຍດີ.
\v 9 ດັ່ງນັ້ນ ໂມເຊ ຈຶ່ງເຮັດງູທອງສໍາຣິດໂຕຫນຶ່ງແລະຕອກໄວ້ກັບເສົາ. ເມື່ອງູຕອດຄົນໃດ ເມື່ອຫລຽວເບິ່ງງູທອງສໍາຣິດນັ້ນ, ເຂົາກໍລອດຊີວິດ.
\s5
\v 10 ແລ້ວຊາວອິດສະຣາເອນ ກໍອອກ ເດີນທາງຕໍ່ໄປ ແລະຕັ້ງຄ້າຍ ທີ່ເມືອງໂອໂບດ.
\v 11 ພວກເຂົາເດີນທາງອອກຈາກທີ່ນັ້ນແລະຕັ້ງ ຄ້າຍພັກຢູ່ທີ່ ອີເຢອາບາຣິມ ໃນຖິ່ນທຸລະກັນດານທີ່ຫັນຫນ້າໄປທາງທິດຕາເວັນອອກຂອງເຂດແດນ ຊາວໂມອາບ.
\s5
\v 12 ຈາກທີ່ນັ້ນພວກເຂົາກໍເດີນທາງຕໍ່ໄປແລະຕັ້ງຄ້າຍພັກຢູ່ທີ່ຮ່ອມພູ ເສເຣັດ.
\v 13 ຈາກທີ່ນັ້ນພວກເຂົາເດີນທາງຕໍ່ໄປແລະຕັ້ງຄ້າຍຢູ່ອີກຝັ່ງຫນຶ່ງຂອງແມ່ນໍ້າ ອາໂນນ, ໃນຖິ່ນທຸລະກັນດານ ຊຶ່ງເປັນສ່ວນທີ່ຕໍ່ຈາກເຂດແດນ ຂອງຊາວ ອາໂມຣິດ. (ແມ່ນຳ້ ອາໂນນ ເປັນເຂດແດນຂອງໂມອາບ, ທີ່ກັ້ນລະຫວ່າງໂມອາບແລະຊາວອາໂມ.)
\s5
\v 14 ດ້ວຍເຫດນີ້ ທີ່ເມືອງນີ້ໄດ້ກ່າວໄວ້ໃນປື້ມບັນທຶກຂອງສົງຄາມຂອງພຣະຢາເວວ່າ, "ວາເຮັບ ໃນເຂດຂອງຊູຟາ ແລະ ຮ່ອມພູທັງຫລາຍ ຂອງແມ່ນຳ້ອາກໂນນ,
\v 15 ເນີນຂອງຮ່ອມພູທັງຫລາຍ ຊຶ່ງຍາວໄປເຖິງເມືອງ ອາຣະ ແລະ ລົງໄປຕາມເຂດແດນຂອງໂມອາບ.”
\s5
\v 16 ຈາກທີ່ນັ້ນ ພວກເຂົາໄດ້ເດີນທາງໄປ ຍັງເມືອງເບອໍ, ຊຶ່ງເປັນບໍ່ນຳ້ ທີ່ພຣະຢາເວໄດ້ບອກໂມເຊ ວ່າ, “ຈົ່ງເອີ້ນປະຊາຊົນໃຫ້ມາເຕົ້າໂຮມກັນເພື່ອເຮົາຈະໃຫ້ນໍ້າດື່ມແກ່ພວກເຂົາ.”
\s5
\v 17 ແລ້ວຊາວອິດສະຣາເອນກໍຮ້ອງເພງນີ້ ວ່າ: “ຈົ່ງພົ້ງຂຶ້ນມາ, ບໍ່ນຳ້ເອີຍ. ຈົ່ງຮ້ອງເພງເຖິງບໍ່ນຳ້ນີ້.
\v 18 ບໍ່ນຳ້ທີ່ຜູ້ນຳຂອງເຮົາໄດ້ຂຸດໄວ້, ບໍ່ນຳ້ທີ່ບັນດາເຈົ້ານາຍຂອງປະຊາຊົນໄດ້ຂຸດກະບອງ ແລະໄມ້ຄ້ອນເທົ້າຂອງພວກເຂົາ." ແລ້ວຈາກຖິ່ນທຸລະກັນດານນັ້ນ ພວກເຂົາໄດ້ເດີນທາງໄປເຖິງ ມັດຕານາ.
\s5
\v 19 ຈາກມັດຕານາ ພວກເຂົາກໍເດີນທາງໄປຍັງນາຮາລີເອນ, ແລະ ຈາກນາຮາລີເອນ ໄປເຖິງບາໂມດ,
\v 20 ແລະ ຈາກບາໂມດ ໄປເຖິງຮ່ອມພູທີ່ເຂດແດນຂອງໂມອາບ. ນັ້ນຄືທີ່ຊຶ່ງຫລຽວເຫັນຈາກຍອດພູ ປີຊະກາ ຊຶ່ງແນມອອກໄປເຫັນຖິ່ນທຸລະກັນດານນີ້.
\s5
\v 21 ແລ້ວຄົນອິດສະຣາເອນ ຈຶ່ງສົ່ງຜູ້ສົ່ງຂ່າວສານໄປບອກສີໂຫນ ກະສັດຂອງ ຊາວອາໂມ ວ່າ,
\v 22 “ກະລຸນາໃຫ້ພວກເຮົາຜ່ານດິນແດນຂອງທ່ານໄປ. ພວກເຮົາ ຈະບໍ່ລ້ຽວເຂົ້າໄປໃນໄຮ່ນາ ຫລື ສວນອະງຸ່ນໃດໆເລີຍ. ເຮົາຈະບໍ່ດື່ມນຳ້ຈາກບໍ່ ຂອງທ່ານພວກເຮົາຈະເດີນທາງໄປຕາມທາງຫລວງ. ຈົນກວ່າເຮົາຈະຂ້າມພົ້ນເຂດແດນຂອງທ່ານອອກໄປ.”
\v 23 ແຕ່ ກະສັດສີໂຫນ ບໍ່ຍອມໃຫ້ຄົນອິດສະຣາເອນຜ່ານເຂົ້າເຂດແດນຂອງພວກເຂົາໄປ, ສີໂຫນໄດ້ຮວບຮວມເອົາກອງທະຫານທັງຫມົດ ແລະໂຈມຕີຄົນອິດສະຣາເອນ ໃນຖິ່ນທຸລະກັນດານ. ພວກເຂົາມາທີ່ຢາຮາດ, ແລະບຸກໂຈມຕີຊາວອິດສະຣາເອນ.
\s5
\v 24 ຊາວອິດສະຣາເອນກໍໂຈມຕີກອງທັບຂອງສີໂຫນດ້ວຍຄົມດາບ ແລະ ຢຶດດິນແດນຂອງ ພວກເຂົາຕັ້ງແຕ່ແມ່ນຳ້ ອາກໂນນ ຈົນເຖິງແມ່ນຳ້ຢັບໂບກ, ໄກອອກໄປຈົນເຖິງດິນແດນຂອງ ຊາວອໍາໂມນ. ໃນຕອນນັ້ນເຂດແດນຂອງຊາວອໍາໂມນ ໄດ້ມີການປ້ອງກັນໄວ້.
\v 25 ຄົນອິດສະຣາເອນຈຶ່ງໄດ້ຢຶດເມືອງຂອງຊາວອາໂມຣິດທັງຫມົດແລະອາໄສຢູ່ໃນເມືອງເຫລົ່ານັ້ນ, ພ້ອມທັງເມືອງເຮັດຊະໂບນ ແລະຫມູ່ບ້ານທັງຫມົດຂອງເມືອງນັ້ນ.
\v 26 ເຮັດຊະໂບນ ເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມຣິດ; ຜູ້ທີ່ສູ້ຮົບກັບກະສັດຄົນກ່ອນຂອງໂມອາບ. ສີໂຫນໄດ້ຢຶດດິນແດນຂອງເຂົາທັງຫມົດຕັ້ງແຕ່ເຂດແດນຂອງເຂົາຈົນຮອດແມ່ນຳ້ ອາກໂນນ.
\s5
\v 27 ນັ້ນຄືເຫດຜົນທີ່ຄົນເຫລົ່ານັ້ນເວົ້າເປັນຄຳສຸພາສິດວ່າ, "ຈົ່ງມາທີ່ເຮັດຊະໂບນ. ຂໍໃຫ້ສ້າງເມືອງເຈົ້າສີໂຫນຂຶ້ນມາໃຫມ່ແລະສະຖາປານາຂຶ້ນອີກຄັ້ງ.
\v 28 ໄຟໄດ້ຟົ້ງອອກຈາກ ເຮັດຊະໂບນ, ແປວໄຟຈາກເມືອງຂອງເຈົ້າສີໂຫນ ໄດ້ເຜົາຜານເມືອງອາຣາ ແຫ່ງໂມອາບ, ແລະບັນດາເຈົ້າທີ່ສູງສົ່ງຂອງແມ່ນຳ້ ອາກໂນນ.
\s5
\v 29 ວິບັດຈົ່ງມີແກ່ເຈົ້າ, ໂມອາບ! ເຈົ້າໄດ້ຈິບຫາຍແລ້ວ, ຄົນຂອງພະເຄໂມດ. ເຂົາໄດ້ເຮັດໃຫ້ບັນດາລູກຊາຍຂອງເຂົາເປັນຜູ້ລີ້ໄພແລະບັນດາລູກສາວຂອງເຂົາເປັນນັກໂທດຂອງສີໂຫນກະສັດຂອງຄົນອາໂມຣິດ.
\v 30 ແຕ່ເຮົາໄດ້ຊະນະເຫນືອສີໂຫນ. ເຮັດຊະໂບນໄດ້ຖືກທຳລາຍລ້າງໄປຕະຫລອດທາງຈົນເຖິງດີໂບນ. ເຮົາໄດ້ຊະນະພວກເຂົາຕະຫລອດທາງ ຈົນເຖິງເມືອງໂນຟາ, ທີ່ໄປຈົນເຖິງ ເມເດບາ.”
\s5
\v 31 ດັ່ງນັ້ນ ຄົນອິດສະຣາເອນ ກໍເລີ່ມອາໃສຢູ່ໃນດິນແດນຂອງຊາວອາໂມຣິດ ຕະຫລອດມາ.
\v 32 ແລ້ວໂມເຊຈຶ່ງສົ່ງຄົນອອກໄປເບິ່ງຊ່ອງທາງທີ່ເມືອງ ຢາເສ. ພວກເຂົາຈຶ່ງຢຶດຫມູ່ບ້ານຂອງເມືອງນັ້ນ ແລະ ໄດ້ຂັບໄລ່ຊາວອາໂມຣິດທີ່ອາໃສຢູ່ທີ່ນັ້ນອອກໄປ.
\s5
\v 33 ແລ້ວພວກເຂົາ ກໍລ້ຽວໄປແລະຂຶ້ນໄປ ຕາມທາງໄປເມືອງບາຊານ. ໂອກ ກະສັດ ແຫ່ງບາຊານ ກໍໄດ້ອອກມາສຸ້ຮົບກັບພວກເຂົາ, ເຂົາແລະກອງທັບເຂົາມາ, ເພື່ອສຸ້ຮົບກັບຄົນອິດສະຣາເອນທີ່ ເອັດເຣອີ.
\v 34 ແລ້ວພຣະຢາເວໄດ້ບອກກັບໂມເຊວ່າ, “ຢ່າສູ່ຢ້ານເລີຍ, ເພາະເຮົາໄດ້ໃຫ້ເຈົ້າຕີຊະນະເຫນືອເຂົາ, ກອງທັບທັງຂອງເຂົາ, ແລະ ດິນແດນຂອງເຂົາ. ຈົ່ງເຮັດກັບເຂົາເຫມືອນຢ່າງທີ່ເຈົ້າເຮັດກັບສີໂຫນ ກະສັດຂອງຊາວອາໂມຣິດ, ທີ່ໄດ້ອາໄສຢູ່ທີ່ເມືອງເຮັດຊະໂບນ."
\v 35 ດັ່ງນັ້ນ ພວກເຂົາກໍໄດ້ສັງຫານສີໂຫນ ພ້ອມທັງລູກຊາຍ ຂອງເຂົາ, ແລະກອງທັບຂອງເຂົາ, ປະຊາຊົນທັງຫມົດຂອງເຂົາ ໂດຍບໍ່ມີໃຜລອດຊີວິດເລີຍ. ແລ້ວພວກເຂົາກໍຢຶດດິນແດນມາປົກຄອງ.
\s5
\c 22
\cl ບົດທີ 22
\p
\v 1 ຊາວອິດສະຣາເອນໄດ້ອອກເດີນທາງຕໍ່ໄປ ຈົນວ່າພວກເຂົາໄດ້ຕັ້ງຄ້າຍພັກຕາມທົ່ງຮາບພຽງຂອງໂມອາບໃກ້ກັບເມືອງເຢຣີໂກ, ທີ່ຢູ່ອີກຟາກຫນຶ່ງຂອງແມ່ນໍ້າຈໍແດນຈາກເມືອງນັ້ນ.
\s5
\v 2 ບາຫລາກລູກຊາຍຂອງຊິບໂປ ໄດ້ເຫັນທຸກສິ່ງທີ່ຊາວອິດສະຣາເອນ ໄດ້ເຮັດກັບຊາວອາໂມຣິດ.
\v 3 ຊາວໂມອາບຈຶ່ງຢ້ານຄົນເຫລົ່ານັ້ນຫລາຍເພາະພວກເຂົາມີຈຳນວນຫລວງຫລາຍ, ແລະຊາວໂມອາບກໍຢູ່ໃນຄວາມຢ້ານກົວຕໍ່ຄົນອິດສະຣາເອນ.
\v 4 ກະສັດແຫ່ງໂມອາບ ໄດ້ເວົ້າຕໍ່ ພວກຜູ້ອາວຸໂສຂອງຄົນມີດີອານວ່າ, “ ຄົນຫລວງຫລາຍເຫລົ່ານີ້ຈະກິນທັງຫມົດສິ່ງທີ່ ຢູ່ອ້ອມຮອບພວກເຮົາ ເຫມືອນດັ່ງງົວກິນຫຍ້າຢູ່ຕາມທົ່ງນາ.” ບັດນີ້ບາຫລາກລູກຊາຍຂອງຊິບໂປເປັນກະສັດແຫ່ງໂມອາບໃນເວລານັ້ນ.
\s5
\v 5 ເຂົາໄດ້ສົ່ງພວກຜູ້ສົ່ງຂ່າວສານໄປເຊີນ ບາລາອາມ ລູກຊາຍຂອງເບໂອ, ທີ່ເມືອງ ເປໂທທີ່ຢຸ່ໃກ້ກັບແມ່ນຳ້ເອີຟຣັດ, ໃນດິນແດນຂອງຊົນຊາດຂອງພວກເຂົາແລະປະຊາຊົນຂອງເຂົາ. ເຂົາໄດ້ເອີ້ນຄົນນັ້ນມາແລະກ່າວວ່າ," ເບິ່ງແມ, ມີຊົນຊາດຫນຶ່ງທີ່ມາຈາກເອຢິບຢູ່ທີ່ນີ້. ພວກເຂົາໄດ້ແຜ່ຜາຍໄປທົ່ວທຸກແຫ່ງ ແລະ ພວກເຂົາຢູ່ຕິດກັບພວກເຮົາໃນຕອນນີ້.
\v 6 ດັ່ງນັ້ນ ຂໍໂຜດມາດຽວນີ້ເຖີດແລະສາບແຊ່ງຊົນຊາດນີ້ໃຫ້ກັບພວກເຮົາ. ເພາະພວກເຂົາມີກຳລັງຫລາຍເກີນໄປສຳລັບພວກເຮົາ. ແລ້ວບາງທີພວກເຮົາອາດຈະຈັດການເພື່ອໂຈມຕີ ພວກເຂົາໄດ້ ແລະ ໄລ່ພວກເຂົາໃຫ້ອອກໄປຈາກ ດິນແດນນີ້. ເຮົາຮູ້ວ່າທ່ານກ່າວຄໍາອວຍພອນ ຜູ້ໃດກໍຕາມກໍຈະໄດ້ຮັບພອນ, ແລະ ທ່ານກ່າວຄໍາສາບແຊ່ງຜູ້ໃດກໍຕາມ ເຂົາຈະໄດ້ຮັບຄໍາສາບແຊ່ງ.”
\s5
\v 7 ດັ່ງນັ້ນ ບັນດາຜູ້ນຳຂອງຊາວໂມອາບ ແລະ ພວກຜູ້ນຳຂອງຊາວມີດີອານ, ຈຶ່ງອອກໄປແລະເອົາຄ່າຕອບແທນສຳລັບຄຳທຳນວາຍໄປດ້ວຍ. ພວກເຂົາກໍມາຫາບາລາອາມ ແລະໄດ້ບອກຄໍາເວົ້າ ຂອງບາຫລາກໃຫ້ແກ່ເພິ່ນ.
\v 8 ບາລາອາມ ຈຶ່ງເວົ້າກັບພວກເຂົາວ່າ," ຈົ່ງຢູ່ທີ່ນີ້ຄືນນີ້ເຖີດ ຂ້ອຍຈະນຳຄຳທີ່ພຣະຢາເວໄດ້ບອກກັບຂ້ອຍໃນຄືນນີ້." ດັ່ງນັ້ນ ພວກຜູ້ນຳຂອງຊາວໂມອາບຈຶ່ງພັກຢູ່ ທີ່ນັ້ນກັບບາລາອາມໃນຄືນນັ້ນ.
\s5
\v 9 ພຣະເຈົ້າໄດ້ມາຫາ ບາລາອາມ ແລະ ຖາມລາວວ່າ, “ຄົນເຫລົ່ານີ້ ທີ່ມາພັກນໍາເຈົ້າ ນັ້ນແມ່ນໃຜ?”
\v 10 ບາລາອາມ ຈຶ່ງຕອບພຣະເຈົ້າວ່າ, “ບາຫລາກລູກຊາຍຂອງຊິບໂປ, ກະສັດແຫ່ງໂມອາບ, ໄດ້ສັ່ງຄົນພວກເຂົາມາຫາຂ້ານ້ອຍ. ເຂົາບອກວ່າ,
\v 11 ເບິ່ງແມ, ມີປະຊາຊົນທີ່ອອກມາຈາກ ເອຢິບ ໄດ້ແຜ່ຄຸມພື້ນທີ່ດິນຂອງເຮົາ. ດຽວນີ້ຂໍໃຫ້ມາ ສາບແຊ່ງພວກເຂົາໃຫ້ກັບເຮົາ. ບາງທີເຮົາຈະຈັດການ ເພື່ອສູ້ຮົບກັບພວກເຂົາໄດ້ແລະຂັບໄລ່ພວກເຂົາອອກໄປໄດ້.”'
\s5
\v 12 ພຣະເຈົ້າໄດ້ບອກບາລາອາມ ວ່າ, “ເຈົ້າຢ່າໄປກັບຄົນເຫລົ່ານັ້ນ. ເຈົ້າຢ່າສາບແຊ່ງຄົນອິດສະຣາເອນ ເພາະພວກເຂົາເປັນຄົນທີ່ໄດ້ຮັບຄຳອວຍພອນ.”
\v 13 ບາລາອາມລຸກຂຶ້ນໃນຕອນເເຊົ້າ ແລະບອກກັບພວກຜູ້ນຳຂອງ ບາຫລາກວ່າ," ຈົ່ງກັບໄປຍັງດິນແດນຂອງພວກທ່ານເຖີດເພາະພຣະຢາເວຊົງປະຕິເສດທີ່ຈະໃຫ້ຂ້ອຍໄປ ກັບພວກເຈົ້າ."
\v 14 ດັ່ງນັ້ນ ພວກຜູ້ນຳຂອງຄົນໂມອາບຈຶ່ງຈາກໄປ ແລະກັບຄືນໄປຫາບາຫລາກ. ພວກເຂົາບອກເພິ່ນວ່າ," ບາລາອາມ ປະຕິເສດທີ່ຈະມາກັບພວກຕົນ."
\s5
\v 15 ບາຫລາກໄດ້ສົ່ງບັນດາ ຜູ້ນຳໄປອີກຄັ້ງຫນຶ່ງຊຶ່ງມີຈຳນວນຫລາຍກວ່າເປັນຄົນສໍາຄັນກວ່າພວກທໍາອິດ.
\v 16 ພວກເຂົາໄດ້ມາຫາ ບາລາອາມແລະບອກເຂົາວ່າ," ບາຫລາກລູກຊາຍຂອງຊິບໂປກ່າວດັ່ງນີ້ວ່າ: “ຂໍຢ່າໃຫ້ສິ່ງໃດ ສິ່ງຫນຶ່ງກີດຂວາງທ່ານຈາກການມາຫາເຮົາ,
\v 17 ເພາະເຮົາຈະຈ່າຍໃຫ້ແກ່ທ່ານຢ່າງງາມແລະໃຫ້ກຽດແກ່ທ່ານຢ່າງສູງ, ແລະ ເຮົາຈະເຮັດຕາມສິ່ງທີ່ທ່ານບອກໃຫ້ເຮົາເຮັດ. ດັ່ງນັ້ນຂໍກະລຸນາມາເຖີດແລະສາບແຊ່ງ ຊົນຊາດນີ້ໃຫ້ກັບເຮົາ.”'
\s5
\v 18 ບາລາອາມ ໄດ້ຕອບແລະກ່າວກັບຄົນບາຫລາກ," ເຖິງແມ່ນວ່າບາຫລາກຈະມອບຣາຊວັງຂອງເພິ່ນທີ່ເຕັມໄປດ້ວຍເງິນແລະຄຳໃຫ້ກັບຂ້ານ້ອຍ, ຂ້ານ້ອຍກໍບໍ່ສາມາດຝ່າຝືນຄໍາສັ່ງຂອງພຣະຢາເວ, ພຣະເຈົ້າຂອງຂ້ານ້ອຍ, ແລະສາມາດເຮັດນ້ອຍຫລືຫລາຍກ່ວາທີ່ພຣະອົງຊົງບອກຂ້ານ້ອຍໄດ້.
\v 19 ແລ້ວຕອນນີ້, ຂໍໃຫ້ຄອຍທີ່ນີ້ຄືນນີ້ດ້ວຍ, ເພື່ອທີ່ຂ້ານ້ອຍຈະຮູ້ວ່າພຣະຢາເວ ຈະຊົງບອກອັນໃດ ຂ້ານ້ອຍໃຫ້ຮູ້ຕື່ມກໍໄດ້.”
\v 20 ພຣະເຈົ້າໄດ້ມາຫາ ບາລາອາມໃນຕອນກາງຄືນ ແລະ ບອກກັບເຂົາວ່າ,“ເນື່ອງຈາກພວກຄົນເຫລົ່ານີ້ ມາຂໍຮ້ອງເຈົ້າ, ໃຫ້ໄປກັບພວກເຂົາ ຈົ່ງຕື່ນຂຶ້ນແລ້ວໄປກັບພວກເຂົາສາ. ແຕ່ຈົ່ງເຮັດຕາມສິ່ງທີ່ເຮົາໄດ້ບອກເຈົ້າໃຫ້ເຮັດ ເທົ່ານັ້ນ.”
\s5
\v 21 ບາລາອາມຕື່ນຂຶ້ນໃນຕອນເຊົ້າ, ຜູກລໍຂອງເຂົາ, ແລະ ອອກ ເດີນທາງໄປກັບພວກຜູ້ນຳຊາວໂມອາບ.
\v 22 ແຕ່ເພາະເຫດທີ່ເຂົາໄປ, ຄວາມໂກດຮ້າຍຂອງພຣະເຈົ້າໄດ້ພຸ່ງຂຶ້ນ. ເທວະດາຂອງພຣະຢາເວກໍມາຢືນຂວາງຢຸ່ໃນຫົນທາງນັ້ນເປັນເຫມືອນຄົນທີ່ເປັນສັດຕູຕໍ່ບາລາອາມ, ທີ່ກຳລັງຂີ່ລໍຂອງເຂົາ. ຄົນຮັບໃຊ້ສອງຄົນຂອງບາລາອາມກໍຢູ່ກັບເຂົາດ້ວຍ.
\v 23 ເມື່ອໂຕລໍ ໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບອອກມາຢູ່ໃນມືຂອງເຂົາກຳລັງຢືນຢູ້ໃນຫົນທາງນັ້ນ. ລໍໂຕນັ້ນກໍແລ່ນອອກ ຈາກທາງແລະເຂົ້າໄປສູ່ທົ່ງນາ. ບາລາອາມ ຈຶ່ງຕີລໍໂຕນັ້ນ ຂະຫນາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.
\s5
\v 24 ແລ້ວເທວະດາຂອງພຣະຢາເວ ກໍມາຢືນຢູ່ໃນທາງແຄບຂອງຫົນທາງລະຫວ່າງສວນອະງຸ່ນ, ຊຶ່ງມີກຳແພງຫີນຢູ່ດ້ານຂວາຂອງເຂົາແລະກຳແພງອີກດ້ານຫນຶ່ງຢູ່ທາງຊ້າຍຂອງເຂົາ.
\v 25 ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະຢາເວອີກ. ມັນຈຶ່ງໄປຕໍາກໍາແພງ ແລະ ເຮັດໃຫ້ຕີນຂອງບາລາອາມບຽດກັບຝາຫີນ. ບາລາອາມ ຈຶ່ງຕີລໍອີກ.
\s5
\v 26 ເທວະດາຂອງພຣະຢາເວໄດ້ໄປລ່ວງຫນ້າກ່ອນ ແລະ ຢືນຢູ່ໃນທາງແຄບອີກແຫ່ງຫນຶ່ງ ທີ່ແຕ່ລະດ້ານບໍ່ມີທາງທີ່ຈະຜ່ານໄປ.
\v 27 ເມື່ອລໍໂຕນັ້ນຫລຽວເຫັນເທວະດາຂອງພຣະຢາເວ, ແລະ ມັນກໍຫມູບລົງຂ້າງໃຕ້ບາລາອາມ. ບາລາອາມເກີດໃຈຮ້າຍຂຶ້ນມາ, ແລະເຂົາກໍຕີລໍໂຕນັ້ນດ້ວຍໄມ້ເທົ້າຂອງເຂົາ.
\s5
\v 28 ແລ້ພຣະຢາເວກໍຊົງເປີດປາກລໍໂຕນັ້ນ ມັນກໍປາກໄດ້. ມັນເວົ້າຕໍ່ບາລາອາມ ວ່າ, “ຂ້ອຍ ເຮັດຫຍັງໃຫ້ເຈົ້າແດ່? ເປັນຫຍັງເຈົ້າຈຶ່ງຕີຂ້ອຍເຖິງສາມເທື່ອເຊັ່ນນີ້?”
\v 29 ບາລາອາມ ຕອບລໍວ່າ, “ກໍຍ້ອນເຈົ້າທຳທ່າເຮັດໃຫ້ຂ້ອຍ. ຂ້ອຍຢາກມີດາບຢູ່ໃນມືຂອງຂ້ອຍ. ຖ້າຫາກມີຂ້ອຍຈະຂ້າເຈົ້າເສຍດຽວນີ້.”
\v 30 ໂຕລໍຈຶ່ງກ່າວກັບບາລາອາມວ່າ, “ຂ້ອຍບໍ່ແມ່ນລໍ ໂຕທີ່ເຈົ້າເຄີຍຂີ່ໄປມາຊົ່ວຊີວິດນັ້ນບໍ? ຂ້ອຍເຄີຍໄດ້ເຮັດກັບເຈົ້າແບບນີ້ມາກ່ອນຫລືບໍ່?” ບາລາອາມ ຕອບວ່າ, “ບໍ່.”
\s5
\v 31 ແລ້ວພຣະຢາເວ ຈຶ່ງເປີດຕາບາລາອາມ, ແລະເພິ່ນກໍໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບຢຸ່ໃນມືຂອງເຂົາຢືນຂວາງໃນຫົນທາງຢູ່. ບາລາອາມ ຈຶ່ງກົ້ມຫົວຂອງເຂົາແລະຫມູບຫນ້າລົງດິນ.
\v 32 ເທວະດາ ຂອງພຣະຢາເວໄດ້ກ່າວກັບເຂົາວ່າ, “ເປັນຫຍັງ ເຈົ້າຈຶ່ງຕີລໍ ຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເບິ່ງແມ, ເຮົາໄດ້ມາເປັນຄົນຫນຶ່ງທີ່ເປັນສັດຕູຕໍ່ເຈົ້າ ເພາະການກະທຳຂອງເຈົ້າຊົ່ວຮ້າຍຕໍ່ຫນ້າເຮົາ.
\v 33 ລໍໂຕນັ້ນໄດ້ເຫັນເຮົາ ຈຶ່ງຫັນຫນີອອກໄປເຖິງສາມເທື່ອ. ຖ້າມັນບໍ່ຫັນໄປຈາກເຮົາ, ເຮົາຄົງໄດ້ຂ້າເຈົ້າຢ່າງແນ່ນອນແລະ ໄວ້ຊີວິດຂອງມັນ.”
\s5
\v 34 ບາລາອາມ ຈຶ່ງເວົ້າກັບເທວະດາຂອງພຣະຢາເວວ່າ, “ຂ້ານ້ອຍເຮັດບາບແລ້ວ. ຂ້ານ້ອຍບໍ່ຮູ້ວ່າທ່ານຢືນຂວາງກັ້ນຂ້ານ້ອຍໄວ້ໃນຫົນທາງນັ້ນ. ດັ່ງນັ້ນ, ຖ້າເປັນການເຮັດໃຫ້ທ່ານບໍ່ພໍໃຈ, ຂ້ານ້ອຍນັ້ນຈະກັບຄືນເມືອດຽວນີ້.”
\v 35 ແຕ່ເທວະດາຂອງພຣະຢາເວບອກບາລາອາມວ່າ, “ຈົ່ງໄປ ກັບຄົນເຫລົ່ານັ້ນຕໍ່ໄປ. ແຕ່ເຈົ້າຕ້ອງເວົ້າສະເພາະຄຳທີ່ເຮົາບອກເຈົ້າກ່າວເທົ່ານັ້ນ.” ດັ່ງນັ້ນ ບາລາອາມ ຈຶ່ງເດີນທາງຕໍ່ໄປກັບພວກຜູ້ນຳຂອງບາຫລາກ.
\s5
\v 36 ເມື່ອເຈົ້າບາຫລາກ ໄດ້ຍິນວ່າ ບາລາອາມໄດ້ມາແລ້ວ, ເພິ່ນກໍຮີບເດີນທາງອອກໄປພົບລາວ ທີ່ເມືອງໃນໂມອາບທີ່ແມ່ນໍ້າ ອາໂນນ, ທີ່ກັ້ນຊາຍແດນ.
\v 37 ເຈົ້າບາຫລາກ ໄດ້ກ່າວກັບບາລາອາມວ່າ, “ເຮົາບໍ່ໄດ້ສົ່ງຄົນໄປຫາເຈົ້າເພື່ອເອີ້ນໃຫ້ເຈົ້າມາບໍ? ເປັນຫຍັງເຈົ້າຈຶ່ງບໍ່ມາຫາເຮົາ? ເຈົ້າຄິດວ່າ, ເຮົາບໍ່ສາມາດໃຫ້ກຽດເຈົ້າໄດ້ບໍ?"
\s5
\v 38 ແລ້ວບາລາອາມ ຈຶ່ງຕອບບາຫລາກ, ກ່າວວ່າ, “ ຂ້ານ້ອຍມາຫາທ່ານແລ້ວ. ບັດນີ້ ຂ້ານ້ອຍຈະມີອໍານາດເຮັດຫຍັງໄດ້ແດ່? ຂ້ານ້ອຍເວົ້າໄດ້ພຽງແຕ່ຖ້ອຍຄຳທີ່ພຣະເຈົ້າໄດ້ຊົງໃສ່ໄວ້ໃນປາກຂອງຂ້ານ້ອຍເທົ່ານັ້ນ.”
\v 39 ບາລາອາມ ຈຶ່ງໄປກັບເຈົ້າບາຫລາກ, ແລະພວກເພິ່ນກໍໄປເຖິງກີຣີອາດຮູຊົດ.
\v 40 ແລ້ວເຈົ້າບາຫລາກ ໄດ້ຖວາຍງົວ ແລະ ແກະເປັນເຄື່ອງບູຊາ ແລະໃຫ້ຊີ້ນບາງສ່ວນໃຫ້ບາລາອາມ ແລະ ພວກຜູ້ນຳທີ່ໄດ້ໄປກັບຕົນ.
\s5
\v 41 ໃນຕອນເຊົ້າ, ເຈົ້າບາຫລາກໄດ້ພາ ບາລາອາມ ຂຶ້ນໄປເທິງທີ່ສູງບາອານ. ຈາກບ່ອນນັ້ນ ບາລາອາມ ກໍສາມາດຫລຽວ ເຫັນຄົນອິດສະຣາເອນທີ່ຢູ່ໃນຄ້າຍຂອງພວກເຂົາໄດ້ພຽງສ່ວນຫນຶ່ງເທົ່ານັ້ນ.
\s5
\c 23
\cl ບົດທີ 23
\p
\v 1 ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຂໍຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້ານ້ອຍທີ່ນີ້ ແລະ ຈັດຕຽມງົວຜູ້ເຈັດໂຕ ແລະ ແກະຜູ້ ເຈັດໂຕ."
\v 2 ດັ່ງນັ້ນເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ຂໍມາແລ້ວບາຫລາກກັບບາລາອາມກໍໄດ້ຖວາຍງົວຜູ້ຫນຶ່ງໂຕ ແລະ ແກະຜູ້ຫນຶ່ງໂຕເປັນເຄື່ອງບູຊາເທິງແທ່ນບູຊາແຕ່ລະອັນ.
\v 3 ແລ້ວບາລາອາມກໍໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານ ແລະ ຂ້ານ້ອຍຈະໄປ. ບາງທີພຣະຢາເວຈະຊົງມາພົບຂ້ານ້ອຍ. ອັນໃດກໍຕາມທີ່ພຣະອົງຊົງສຳແດງແກ່ຂ້ານ້ອຍ ຂ້ານອ້ຍຈະມາບອກທ່ານ." ດັ່ງນັ້ນເຂົາຈຶ່ງອອກໄປ ຍັງຈອມພູທີ່ບໍ່ມີຕົ້ນໄມ້ເລີຍ.
\s5
\v 4 ຂະນະທີ່ເຂົາຢູ່ເທິງຈອມພູນັ້ນ, ພຣະເຈົ້າກໍມາພົບເຂົາ, ແລະບາລາອາມກໍໄດ້ກ່າວຕໍ່ພຣະອົງວ່າ, “ຂ້ານ້ອຍໄດ້ສ້າງແທ່ນບູຊາ ເຈັດແທ່ນ ແລະ ຂ້ານ້ອຍກໍໄດ້ຖວາຍງົວຜູ້ຫນຶ່ງໂຕແລະແກະຜູ້ຫນຶ່ງໂຕເທິງແຕ່ລະແທ່ນແລ້ວ.”
\v 5 ພຣະຢາເວໄດ້ຊົງໃສ່ຖ້ອຍຄຳໃນປາກບາລາອາມແລະກ່າວກັບເຂົາວ່າ," ຈົ່ງກັບຄືນໄປຫາບາຫລາກ ແລະ ເວົ້າກັບເຂົາ."
\v 6 ດັ່ງນັ້ນ ບາລາອາມຈຶ່ງກັບມາຫາບາຫລາກ, ທີ່ ກຳລັງຢືນຢູ່ໃກ້ແທ່ນຖວາຍເຄື່ອງເຜົາບູຊາຂອງເຂົາ, ແລະພວກຜູ້ນຳຄົນໂມອາບ ທຸກຄົນທີ່ຢູ່ກັບເຂົາ.
\s5
\v 7 ແລ້ວບາລາອາມ ໄດ້ເລີ່ມກ່າວຄໍາທໍານວາຍຂອງເຂົາ ແລະ ກ່າວວ່າ, “ບາຫລາກໄດ້ພາຂ້ອຍມາຈາກເມືອງອາຣາມ, ກະສັດແຫ່ງໂມອາບຈາກພູດອຍທາງທິດຕາເວັນອອກ. 'ມາເຖີດ, ຈົ່ງສາບແຊ່ງຢາໂຄບເພື່ອເຮົາ,' ເຂົາກ່າວວ່າ.'ມາເຖີດມາຕໍ່ສູ້ກັບອິດສະຣາເອນ.'
\v 8 ຂ້ອຍຈະສາບແຊ່ງຄົນເຫລົ່ານັ້ນທີ່ພຣະເຈົ້າ ບໍ່ໄດ້ຊົງສາບແຊ່ງໄດ້ຢ່າງໃດ? ຂ້ອຍຈະສູ້ຮົບກັບຄົນເຫລົ່ານັ້ນທີ່ພຣະຢາເວບໍ່ໄດ້ຊົງສູ້ຮົບໄດ້ຢ່າງໃດ?
\s5
\v 9 ເພາະຈາກຍອດໂງ່ນຫີນນັ້ນຂ້ອຍຫລຽວເຫັນພວກເຂົາ; ຈາກເນີນພູເຫລົ່ານັ້ນຂ້ອຍ ເຝົ້າເບິ່ງພວກເຂົາ. ເບິ່ງແມ, ມີຊົນຊາດຫນຶ່ງທີ່ອາໄສຢູ່ຕາມລໍາພັງແລະບໍ່ຖືວ່າພວກເຂົາພວກເຂົາເອງເປັນພຽງຊົນຊາດທຳມະດາ.
\s5
\v 10 ໃຜຈະນັບຈຳນວນເຊື້ອສາຍຂອງຢາໂຄບທີ່ມີຫລວງຫລາຍ ດັ່ງຂີ້ຝຸ່ນດິນຫລືນັບຈຳນວນພຽງແຕ່ຫນຶ່ງໃນສີ່ຂອງອິດສະຣາເອນໄດ້? ຂໍໃຫ້ຂ້ອຍຕາຍຢ່າງຄວາມຕາຍຂອງຄົນຊອບທຳ, ແລະຂໍໃຫ້ບັ້ນປາຍຊີວິດຂ້ອຍເປັນເຫມືອນດັ່ງຄົນຊອບທຳ ""
\s5
\v 11 ບາຫລາກ ກໍເວົ້າຕໍ່ ບາລາອາມ ວ່າ, “ ເຈົ້າໄດ້ເຮັດອັນໃດເພື່ອເຮົາ? ເຮົາພາເຈົ້າສາບແຊ່ງສັດຕູຂອງເຮົາ, ແຕ່ເບິ່ງແມ, ເຈົ້າກັບມາອວຍພອນພວກເຂົາແທນ.”
\v 12 ບາລາອາມຈຶ່ງຕອບວ່າ, “ຂ້ອຍຈະບໍ່ລະວັງທີ່ຈະເວົ້າຄຳທີ່ພຣະຢາເວໄດ້ຊົງໃສ່ໄວ້ໃນປາກຂ້ອຍໄດ້ບໍ?
\s5
\v 13 ດັ່ງນັ້ນບາຫລາກຈຶ່ງບອກເຂົາວ່າ, “ຂໍໂຜດມາກັບເຮົາຢູ່ໃນບ່ອນຫນຶ່ງເຖີດ. ທີ່ຊຶ່ງເຈົ້າສາມາດຫລຽວເຫັນສ່ວນທີ່ຢູ່ໃກ້ທີ່ສຸດຂອງພວກເຂົາ, ບໍ່ແມ່ນທັງຫມົດຂອງພວກເຂົາທີ່ນັ້ນ. ເຈົ້າຈະສາບແຊ່ງພວກເຂົາເພື່ອເຮົາ.”
\v 14 ດັ່ງນັ້ນເຂົາຈຶ່ງພາບາລາອາມເຂົ້າໄປຍັງທົ່ງນາຂອງໂຊພິມ, ທີ່ເທິງພູປີສະກາ, ແລະສ້າງແທ່ນບູຊາອີກເຈັດແທ່ນ. ເຂົາຖວາຍງົວຜູ້ຫນຶ່ງໂຕ ແລະແກະຜູ້ຫນຶ່ງໂຕເທິງແຕ່ລະແທ່ນບູຊາ.
\v 15 ແລ້ວບາລາອາມ ໄດ້ ເວົ້າກັບບາຫລາກ ວ່າ, “ຂໍຈົ່ງຢືນຢູ່ໃກ້ກັບແທ່ນເຜົາບູຊາຂອງທ່ານທີ່ນີ້ເຖີດ, ສ່ວນຂ້ອຍນັ້ນຈະໄປພົບພຣະຢາເວຢູ່ທີ່ອື່ນ.”
\s5
\v 16 ດັ່ງນັ້ນພຣະຢາເວຈຶ່ງຊົງມາພົບກັບບາລາອາມ ແລະ ຊົງໃສ່ຖ້ອຍຄຳໃນປາກຂອງເຂົາ. ພຣະອົງກ່າວວ່າ," ຈົ່ງກັບໄປຫາບາຫລາກແລະບອກຖ້ອຍຄໍາຂອງເຮົາແກ່ເຂົາ.
\v 17 ບາລາອາມໄດ້ກັບຄືນມາຫາບາຫລາກ, ແລະເຫັນເຂົາ, ຢືນຢູ່ໃກ້ແທ່ນຖວາຍເຄື່ອງເຜົາບູຊາຂອງເຂົາ, ແລະພວກຜູ້ນຳຂອງຊາວໂມອາບກໍຢູ່ກັບເຂົາ. ເເລ້ວບາຫລາກກໍເວົ້າກັບເຂົາວ່າ, "ພຣະຢາເວໄດ້ກ່າວຢ່າງໃດ?"
\v 18 ບາລາອາມຈຶ່ງເລີ່ມກ່າວຄໍາທໍານວາຍຂອງເຂົາ. ເຂົາກ່າວວ່າ, “ ບາຫລາກ ຈົ່ງລຸກຂຶ້ນ, ແລະຟັງ. ຈົ່ງຟັງຂ້ອຍ, ເຈົ້າຜູ້ເປັນລູກຊາຍຂອງຊິບໂປ.
\s5
\v 19 ພຣະເຈົ້ານັ້ນບໍ່ຄືມະນຸດ, ທີ່ພຣະອົງຈະຊົງເວົ້າຕົວະໄດ້, ຫລືບໍ່ໄດ້ເປັນມະນຸດ, ທີ່ຈະປ່ຽນພຣະໄທຂອງພຣະອົງໄດ້. ພຣະອົງໄດ້ຊົງສັນຍາສິ່ງໃດໄວ້ແລ້ວ ຈະບໍ່ຊົງກະທຳສິ່ງນັ້ນບໍ? ເມື່ອພຣະອົງກ່າວໄວ້ແລ້ວພຣະອົງຈະບໍ່ຊົງເຮັດສິ່ງນັ້ນໃຫ້ສຳເລັດບໍ?.
\v 20 ເບິ່ງແມ, ຂ້ອຍໄດ້ຮັບຄຳສັ່ງໃຫ້ກ່າວຄໍາອວຍພອນ. ພຣະເຈົ້າໄດ້ຊົງປະທານພຣະພອນ ແລະຂ້ອຍຈະກັບຄຳບໍ່ໄດ້.
\s5
\v 21 ພຣະອົງບໍ່ຊົງເຫັນຄວາມຍາກລຳບາກໃດໆໃນຢາໂຄບຫລືຄວາມທຸກຍາກໃດໆໃນອິດສະຣາເອນ. ພຣະຢາເວພຣະເຈົ້າຂອງ ພວກເຂົາ ສະຖິດກັບພວກເຂົາ, ແລະໂຫ່ຮ້ອງຕໍ່ກະສັດຂອງພວກເຂົາ.
\v 22 ພຣະເຈົ້າໄດ້ນຳພວກເຂົາອອກມາຈາກປະເທດເອຢີບ ດ້ວຍພຣະກຳລັງເຫມືອນກຳລັງຂອງງົວປ່າ.
\s5
\v 23 ບໍ່ມີເວດມົນໃດທີ່ຕໍ່ຕ້ານຢາໂຄບໄດ້, ແລະບໍ່ມີຄຳທຳນວາຍອານາຄົດໃດທີ່ຈະທຳຮ້າຍອິດສະຣາເອນໄດ້. ແຕ່ຢາໂຄບແລະ ອິດສະຣາເອນຕ້ອງໄດ້ຮັບຄຳກ່າວວ່າ, 'ເບິ່ງແມ! ສິ່ງທີ່ພຣະເຈົ້າ ໄດ້ເຮັດສໍາລັບພວກເຂົາ!'
\s5
\v 24 ເບິ່ງແມ, ຊົນຊາດທີ່ລຸກຂຶ້ນມາເຫມືອນດັ່ງໂຕສິງ, ເປັນເຫມືອນກັບສິງໂຕທີ່ປາກົດໂຕແລະເຂົ້າໂຈມຕີ. ມັນຈະບໍ່ນອນລົງຈົນກ່ວາມັນຈະໄດ້ກິນເຫຍື່ອຂອງມັນແລ້ວ. ແລະກິນເລືອດ ຈາກໂຕທີ່ມັນໄດ້ຂ້າ."
\s5
\v 25 ບາຫລາກ ຈຶ່ງເວົ້າກັບບາລາອາມ ວ່າ, "ຢ່າສາບແຊ່ງພວກເຂົາ ຫລືອວຍພອນພວກເຂົາເລີຍ."
\v 26 ແຕ່ບາລາອາມ ກໍຕອບບາຫລາກ ວ່າ, “ຂ້ອຍບໍ່ໄດ້ບອກທ່ານບໍວ່າ ຂ້ອຍຕ້ອງເວົ້າທຸກສິ່ງທີ່ພຣະຢາເວ ໄດ້ບອກໃຫ້ຂ້ອຍເວົ້າ?.”
\v 27 ດັ່ງນັ້ນບາຫລາກ ຈຶ່ງຕອບບາລາອາມວ່າ, “ຈົ່ງມາດຽວນີ້ເຖີດ, ເຮົາຈະພາເຈົ້າໄປຍັງອີກທີ່ຫນຶ່ງ. ບາງທີອາດຈະເປັນທີ່ພໍພຣະໄທຂອງ ພຣະເຈົ້າທີ່ຈະຍອມໃຫ້ເຈົ້າ ສາບແຊ່ງພວກເຂົາເພື່ອເຮົາ.”
\s5
\v 28 ດັ່ງນັ້ນບາຫລາກຈຶ່ງພາບາລາອາມ ໄປທີ່ເທິງຍອດພູເປໂອ ບ່ອນທີ່ແນມລົງມາເຫັນຖິ່ນທຸຣະກັນດານນັ້ນ.
\v 29 ບາລາອາມ ໄດ້ເວົ້າກັບບາຫລາກ ວ່າ, “ຂໍໃຫ້ສ້າງແທ່ນບູຊາເຈັດແທ່ນໃຫ້ຂ້ອຍທີ່ນີ້ ແລະ ຈັດຕຽມງົວຜູ້ເຈັດໂຕ ແລະ ແກະຜູ້ເຈັດໂຕມາ.”
\v 30 ດັ່ງນັ້ນບາຫລາກ ກໍເຮັດຕາມທີ່ບາລາອາມ ໄດ້ບອກ; ເຂົາໄດ້ຖວາຍງົວຜູ້ຫນຶ່ງໂຕ ແລະ ແກະຜູ້ຫນຶ່ງໂຕເທິງແຕ່ລະແທ່ນບູຊາ.
\s5
\c 24
\cl ບົດ​ທີ 24
\p
\v 1 ເມື່ອບາລາອາມໄດ້ເຫັນວ່າພຣະຢາເວຊົງພໍພຣະໄທທີ່ຈະອວຍພອນອິດສະຣາເອນ, ເຂົາຈຶ່ງບໍ່ໄປ, ເພື່ອໃຊ້ເວດມົນ, ເຫມືອນຄັ້ງອື່ນໆ. ແຕ່ເຂົາໄດ້ອ່ວາຍຫນ້າໄປທາງຖິ່ນທຸລະກັນດານ.
\s5
\v 2 ເຂົາໄດ້ເງີຍຫນ້າຂຶ້ນເບິ່ງ ແລະ ເຫັນວ່າອິດສະຣາເອນ ໄດ້ຕັ້ງຄ້າຍ, ແຕ່ລະຄ້າຍໃນເຜົ່າຂອງຕົນ, ແລະພຣະວິນຍານ ຂອງພຣະເຈົ້າໄດ້ລົງມາສະຖິດກັບເຂົາ.
\v 3 ເຂົາໄດ້ຮັບຄຳທຳນວາຍແລະກ່າວວ່າ, “ບາລາອາມ ລູກຊາຍເບໂອຕ້ອງກ່າວ, ຊາຍທີ່ຕາເຫັນໄດ້ຢ່າງຈະແຈ້ງ.
\s5
\v 4 ເຂົາເວົ້າແລະໄດ້ຍິນຖ້ອຍຄໍາທັງຫລາຍຂອງພຣະເຈົ້າ. ເຂົາເຫັນນິມິດຈາກກອງຜູ້ຊົງມີຣິດອໍານາດຍິ່ງໃຫຍ່, ຕໍ່ພຣະພັກຜູ້ທີ່ເຂົ້າກົ້ມກາບລົງດ້ວຍຕາທີ່ໄດ້ຖືກເປີດອອກ.
\v 5 ຢາໂຄບ, ເອີຍບັນດາເຕັນຂອງທ່ານຊ່າງງາມແທ້ນໍ, ໂອ ຊາວອິດສະຣາເອນ ເອີຍ ສະຖານທີ່ ທີ່ທ່ານອາໃສຢູ່!
\s5
\v 6 ເຫມືອນກັບຮ່ອມພູເຫລົ່ານັ້ນທີ່ແຜ່ຂະຫຍາຍອອກໄປ, ເຫມືອນສວນທັງຫລາຍ ທີ່ຢູ່ແຄມແມ່ນໍ້າ, ເຫມືອນຕົ້ນເກດສະຫນາ ຊຶ່ງພຣະຢາເວໄດ້ຊົງປູກໄວ້, ເຫມືອນຕົ້ນສົນສີດາ ທີ່ຖືກປູກໄວ້ແຄມສາຍນຳ້.
\s5
\v 7 ນຳ້ໄຫລມາຈາກຖັງນຳ້ຂອງພວກເຂົາ, ແລະເຊື້ອສາຍຂອງພວກເຂົາອຸດົມດ້ວຍນຳ້. ກະສັດຂອງພວກເຂົານັ້ນ ຈະຍິ່ງໃຫຍ່ກວ່າ ເຈົ້າອາກາກ, ແລະ ຣາຊອານາຈັກຂອງເຂົາຈະໄດ້ຮັບການຍົກຍ້ອງ.
\s5
\v 8 ພຣະເຈົ້າໄດ້ຊົງນຳພວກເຂົາອອກມາຈາກ ເອຢີບ, ດ້ວຍພຣະກຳລັງ ດັ່ງກຳລັງຂອງງົວປ່າ. ພວກເຂົາຈະກິນບັນດາປະຊາຊາດທີ່ຕໍ່ສູ້ກັບເຂົາ. ເຂົາຈະຫັກກະດູກຂອງພວກເຂົາເປັນທ່ອນໆ. ເຂົາຈະຍິງພວກເຂົາດ້ວຍທະນູຂອງເຂົາ.
\s5
\v 9 ເຂົາຫມອບລົງເຫມືອນໂຕສິງ, ດັ່ງນາງສິງ. ໃຜຈະກ້າລົບກວນເຂົາ? ຂໍໃຫ້ທຸກຄົນທີ່ອວຍພອນເຂົາໄດ້ຮັບຄໍາອວຍພອນ; ຂໍໃຫ້ທຸກຄົນທີ່ສາບແຊ່ງເຂົາໄດ້ຮັບການສາບແຊ່ງ.”
\s5
\v 10 ຄວາມໂກດຮ້າຍຂອງບາຫລາກ ກໍໄດ້ພຸ່ງຂຶ້ນຕໍ່ບາລາອາມ ແລະ ເຂົາກໍຕົບມືຂອງເຂົາດ້ວຍຄວາມໂກດຮ້າຍ. ບາຫລາກເວົ້າກັບບາລາອາມວ່າ, “ເຮົາໄດ້ເຊີນເຈົ້າມາ ເພື່ອໃຫ້ສາບແຊ່ງສັດຕູຂອງເຮົາ, ແຕ່ເບິ່ງແມ, ເຈົ້າໄດ້ອວຍພອນພວກເຂົາ ເຖິງສາມເທື່ອແລ້ວ.
\v 11 ດັ່ງນັ້ນຈົ່ງໄປຈາກເຮົາແລະ ກັບເມືອເຮືອນຂອງທ່ານດຽວນີ້. ເຮົາສັນຍາວ່າຈະໃຫ້ລາງວັນຢ່າງງາມແກ່ເຈົ້າ, ແຕ່ພຣະຢາເວໄດ້ຊົງກີດກັ້ນເຈົ້າບໍ່ ໃຫ້ໄດ້ຮັບລາງວັນໃດໆ.”
\s5
\v 12 ແລ້ວບາລາອາມ ກໍໄດ້ຕອບບາຫລາກ ວ່າ, “ຂ້ອຍໄດ້ບອກກັບຜູ້ສົ່ງຂ່າວສານທີ່ເຈົ້າໄດ້ສົ່ງໄປ ຫາຂ້ອຍແລ້ວວ່າ
\v 13 ເຖິງແມ່ນວ່າບາຫລາກ ຈະມອບວັງຂອງເຂົາທີ່ເຕັມດ້ວຍເງິນແລະຄໍາ, ໃຫ້ຂ້ອຍ ຂ້ອຍກໍບໍ່ອາດຝ່າຝືນຄໍາສັ່ງຂອງພຣະຢາເວ ແລະສິ່ງທີ່ຮ້າຍຫລືດີ, ຫລືສິ່ງໃດທີ່ຂ້ອຍຕ້ອງການຈະເຮັດ. ຂ້ອຍເວົ້າໄດ້ສະເພາະຄຳທີ່ພຣະຢາເວຊົງບອກໃຫ້ຂ້ອຍເວົ້າເທົ່ານັ້ນ.' ຂ້ອຍບໍ່ໄດ້ເວົ້າດັ່ງນີ້ກັບພວກເຂົາບໍ?
\v 14 ດັ່ງນັ້ນຕອນນີ້, ເບິ່ງແມ, ຂ້ອຍຈະກັບຄືນໄປຍັງຊົນຊາດຂອງຂ້ອຍ, ແຕ່ຂໍເຕືອນທ່ານກ່ອນວ່າ ຊົນຊາດນີ້ ຈະເຮັດສິ່ງໃດຕໍ່ປະຊາຊົນຂອງທ່ານໃນອີກບໍ່ທໍ່ໃດວັນຂ້າງຫນ້າ.”
\s5
\v 15 ບາລາອາມໄດ້ເລີ້ມກ່າວຄຳທໍານວາຍດັ່ງນີ້. ເຂົາກ່າວວ່າ," ບາລາອາມ ລູກຊາຍ ເບໂອໄດ້ກ່າວ, ຊາຍທີ່ມີຕາເບິ່ງເຫັນໄດ້ ຢ່າງຈະແຈ້ງ.
\v 16 ນີ້ເປັນຄຳທຳນວຍຂອງຄົນທີ່ໄດ້ຍິນຖ້ອຍຄຳຈາກພຣະເຈົ້າ, ຜູ້ທີ່ມີຄວາມຮູ້ ມາຈາກອົງສູງສຸດ, ຜູ້ທີ່ມີນິມິດຈາກອົງຜູ້ມີຣິດອໍານາດ ຍິ່ງໃຫຍ່ຕໍ່ພຣະພັກຜູ້ທີ່ເຂົາກົ້ມຂາບລົງ, ດ້ວຍດວງຕາກະຈ່າງແຈ້ງ ຂ້ອຍເຫັນເຂົາ ແຕ່ຕອນນີ້ເຂົາບໍ່ໄດ້ຢູ່ທີ່ນີ້.
\s5
\v 17 ຂ້ອຍແນມເບິ່ງເຂົາ, ແຕ່ເຂົາບໍ່ໄດ້ຢູ່ໃກ້. ດາວດວງຫນຶ່ງຈະມາຈາກຢາໂຄບ, ແລະອາດຈະຂຶ້ນມາຈາກອິດສະຣາເອນ. ເຂົາຈະເຮັດໃຫ້ພວກຜູ້ນຳຂອງໂມອາບກະຈັດກະຈາຍໄປ ແລະ ທຳລາຍເຊື້ອສາຍຂອງເຊດທັງຫມົດ.
\s5
\v 18 ແລ້ວເອໂດມຈະເປັນກຳມະສິດຂອງອິດສະຣາເອນ, ແລະເສອີກໍຈະເປັນກຳມະສິດຂອງພວກເຂົາດ້ວຍ, ສັດຕູຂອງ ອິດສະຣາເອນຜູ້ທີ່ອິດສະຣາເອນຈະມີໄຊຊະນະດ້ວຍກຳລັງ.
\v 19 ກະສັດອົງຫນຶ່ງຈະອອກມາຈາກຢາໂຄບ ຜູ້ທີ່ຈະຊົງຄອບຄອງ, ແລະ ເຂົາຈະທຳລາຍຜູ້ທີ່ລອດຊີວິດຈາກເມືອງຂອງພວກເຂົາ.”
\s5
\v 20 ແລ້ວບາລາອາມ ໄດ້ເບິ່ງທີ່ອາມາເລກ ແລະໄດ້ເລີ່ມກ່າວຄຳທຳນວຍຂອງເຂົາ. ເຂົາກ່າວວ່າ, “ຄັ້ງຫນຶ່ງຄົນອາມາເລກ ເຄີຍເປັນຊົນຊາດທີ່ຍິ່ງໃຫຍ່ທີ່ສຸດ, ແຕ່ໃນບັ້ນປາຍ ຂອງເຂົາຈະຈິບຫາຍໄປຕະຫລອດ.”
\s5
\v 21 ກໍຫລຽວໄປເຫັນຄົນເກນິດ ແລະເລີ່ມກ່າວຄຳທໍານວາຍຂອງເຂົາ. ເຂົາໄດ້ກ່າວວ່າ, “ບ່ອນທີ່ພວກທ່ານອາໄສຢູ່ເຂັ້ມແຂງຫລາຍ ປອດໄພເຫມືອນຮັງນົກທີ່ງອຍ ຢູ່ເທິງໂງ່ນຫີນພຸ້ນ.
\v 22 ຢ່າງໃດກໍຕາມຄົນເກນິດກໍຈະຖືກທຳລາຍ ເມື່ອຊາວອັດຊີເຣຍມາຈັບພວກເຈົ້າໄປເປັນຊະເລີຍ."
\s5
\v 23 ແລ້ວບາລາອາມ ໄດ້ເລີ່ມກ່າວຄຳທຳນວາຍສຸດທ້າຍຂອງເຂົາ. ເຂົາກ່າວວ່າ, “ໄພວິບັດແກ່ພວກເຈົ້າເມື່ອພຣະເຈົ້າຊົງເຮັດສິ່ງນີ້ໃຜຈະມີຊີວິດລອດໄດ້?
\v 24 ເຮືອທັງຫລາຍຈະມາຈາກຮິມຝັ່ງຂອງກິດຕິມ; ເຮືອເຫລົ່ານັ້ນຈະໂຈມຕີອັດຊີເຣຍ ແລະ ຈະຊະນະເອເບ, ແຕ່ ພວກເຂົາກໍຈະມີຈຸດຈົບໃນການຖືກທຳລາຍເຊັ່ນກັນ.”
\v 25 ແລ້ວ​ບາ​ລາ​ອາມ ກໍລຸກຂຶ້ນແລະຈາກໄປ. ເຂົາໄດ້ກັບໄປຍັງບ້ານຂອງເຂົາ, ແ​ລະບາ​ຫລາກ​ກໍຈາກໄປ​ເຊັ່ນກັນ.
\s5
\c 25
\cl ບົດທີ 25
\p
\v 1 ເມື່ອຊາວອິດສະຣາເອນ ໄດ້ມາຕັ້ງຄ້າຍພັກຢູ່ທີ່ ຊີດິຕິມ, ນັ້ນພວກຜູ້ຊາຍຊາວອິດສະຣາເອນ ໄດ້ສົມສູ່ຢູ່ກິນກັບຍິງຊາວໂມອາບ,
\v 2 ພວກແມ່ຍິງເຫລົ່ານີ້ ໄດ້ເຊື້ອເຊີນພວກເຂົາ ເຂົ້າຮ່ວມບຸນສະຫລອງພິທີຖວາຍບູຊາ ໃນບ່ອນຂາບໄຫວ້ພະຂອງຊາວໂມອາບ. ພວກເຂົາໄດ້ກິນອາຫານທີ່ໄດ້ບູຊາແລ້ວ ແລະ ໄດ້ນົບຮູບພະທັງຫລາຍຂອງ ພວກເຂົາ
\v 3 ຊາວອິດສະຣາເອນ ກໍໄດ້ຮ່ວມຂາບໄຫວ້ພະບາອານ ແຫ່ງເປອໍດ້ວຍ, ສະນັ້ນ ອົງພຣະຢາເວຈຶ່ງໂກດຮ້າຍພວກເຂົາ
\s5
\v 4 ແລະ ພຣະຢາເວໄດ້ກ່າວຕໍ່ ໂມເຊ ວ່າ, “ໃຫ້ຈັບບັນດາຫົວຫນ້າຂອງຊາດ ອິດສະຣາເອນ ທັງຫມົດມາປະຫານຊີວິດ ຕໍ່ຫນ້າຄົນທັງຫລາຍ. [ງ] ຕໍ່ຫນ້າພຣະຢາເວ ແລະ ພຣະຢາເວຈະບໍ່ໂກດຮ້າຍ ຊາວອິດສະຣາເອນ ຕໍ່ໄປ.”
\v 5 ໂມເຊ ຈຶ່ງສັ່ງບັນດາເຈົ້າຫນ້າທີ່ວ່າ, “ໃຫ້ແຕ່ລະຄົນ ໃນພວກເຈົ້າປະຫານຊີວິດຂອງທຸກໆ ຄົນໃນເຜົ່າຂອງພວກເຈົ້າ ທີ່ຂາບໄຫວ້ພະບາອານ ແຫ່ງ ເປອໍ.”
\s5
\v 6 ມີຊາວອິດສະຣາເອນຜູ້ຫນຶ່ງໄດ້ນຳຍິງຊາວມີດີອານ. ຜູ້ຫນຶ່ງເຂົາໄປໃນເຕັນຂອງຕົນ ຕໍ່ຫນ້າໂມເຊ ແລະ ຊຸມຊົນທັງຫມົດໃນຂະນະທີ່ກຳລັງໄວ້ທຸກທີ່ປະຕູເຂົ້າຫໍເຕັນ ບ່ອນອົງພຣະຢາເວສະຖິດຢູ່.
\v 7 ເມື່ອ ຟີເນຮາດ ລູກຊາຍຂອງເອເລອາຊາ ແລະ ຫລານຊາຍ ຂອງປະໂຣຫິດອາໂຣນ ໄດ້ເຫັນເຊັ່ນນັ້ນ; ລາວຈຶ່ງຖືຫອກລຸກຂຶ້ນໄປ ຈາກທີ່ປະຊຸມຕິດຕາມຊາຍ ແລະ ຍິງຄູ່ນັ້ນເຂົ້າໄປໃນເຕັນ.
\s5
\v 8 ແລະ ຊັດຫອກຂອງຕົນໃສ່ຈົນຊອດເຂົາທັງສອງ. ດ້ວຍເຫດນີ້ ໂຣກລະບາດທີ່ພວມ ທຳລາຍຊາວອິດສະຣາເອນ ຢູ່ນັ້ນຈຶ່ງຢຸດເຊົາລົງ,
\v 9 ແຕ່ໂຣກລະບາດນີ້ ກໍໄດ້ທຳລາຍ ປະຊາຊົນອິດສະຣາເອນ ໄປແລ້ວ 24,000 ຄົນ.
\s5
\v 10 ພຣະຢາເວ ໄດ້ກ່າວຕໍ່ໂມເຊ ວ່າ,
\v 11 “ເພາະສິ່ງທີ່ ຟີເນຮາ ໄດ້ເຮັດນັ້ນ ເຮົາຈຶ່ງບໍ່ໂກດຮ້າຍປະຊາຊົນອິດສະຣາເອນອີກຕໍ່ໄປ. ລາວໄດ້ຈັດການຢ່າງເດັດຂາດ ຕໍ່ຜູ້ທີ່ຂາບໄຫວ້ພະອື່ນ ໆ ນອກເຫນືອຈາກເຮົາ. ດ້ວຍເຫດນີ້ແຫລະ, ເຮົາຈຶ່ງບໍ່ໂກດຮ້າຍແລະທຳລາຍພວກເຂົາ.
\s5
\v 12 ສະນັ້ນ ເຈົ້າຈົ່ງບອກລາວວ່າ, ເຮົາຈະຕັ້ງຄໍາສັນຍາຢ່າງຫນຶ່ງໄວ້ກັບລາວຕະຫລອດໄປ
\v 13 ຄື ລາວຕະຫລອດທັງເຊື້ອສາຍຂອງລາວຈະໄດ້ເປັນປະໂຣຫິດຮັບໃຊ້ເຮົາ ສືບໆໄປ ເພາະວ່າລາວໄດ້ຈັດການຢ່າງເດັດຂາດກັບທຸກໆຄົນ ທີ່ກະບົດຕໍ່ເຮົາ ແລະໄດ້ເຮັດໃຫ້ເຮົາຍົກໂທດປະຊາຊົນອິດສະຣາເອນ ເພາະພວກເຂົາໄດ້ເຮັດບາບ.”
\s5
\v 14 ຊາຍອິດສະຣາເອນ ທີ່ຖືກຂ້າຕາຍພ້ອມກັບຍິງ ມີດີອານ ນັ້ນຊື່ວ່າ ສິມຣີ ລູກຊາຍຂອງຊາລູ ຫົວຫນ້າຄອບຄົວໃນເຜົ່າຊີເມໂອນ.
\v 15 ສ່ວນຍິງຊາວມີດີອານ ນັ້ນຊື່ວ່າ ໂກສະບີ ລູກສາວຂອງຊູເຣ ຫົວຫນ້າຂອງຫມວດຫນຶ່ງໃນບັນດາຕະກຸນ ມີດີອານ.
\s5
\v 16 ພຣະຢາເວໄດ້ກ່າວຕໍ່ໂມເຊ ວ່າ,
\v 17 “ຈົ່ງບຸກໂຈມຕີ ຊາວມີດີອານ ແລະ ທຳລາຍພວກເຂົາໃຫ້ກ້ຽງ.
\v 18 ເພາະເຂົາປະຕິບັດກັບເຈົ້າດ້ວຍອຸບາຍ. ເພາະພວກເຂົາໄດ້ເຮັດຊົ່ວຕໍ່ເຈົ້າ ທີ່ເມືອງເປອໍ ແລະ ຍ້ອນໂກສະບີ, ຜູ້ທີ່ໄດ້ຖືກຂ້າໃນເວລາ ທີ່ເກີດໂຣກລະບາດນັ້ນ.”
\s5
\c 26
\cl ບົດ​ທີ 26
\p
\v 1 ຕໍ່ມາ ຫລັງຈາກໄພ­ພິ­ບັດນັ້ນສະ­ຫງົບລົງແລ້ວພຣະ­ຜູ້­ເປັນ­ເຈົ້າກ່າວກັບໂມ­ເຊ ແລະ ເອ­ເລ­ອາ­ຊາລູກຊາຍອາ­ໂຣນວ່າ,
\v 2 “ຈົ່ງເຮັດສຳ­ມະ­ໂນຄົວຊຸມ­ນຸມ­ຊົນອິ­ດສະຣາ­ເອນທັງຫມົດ, ອາ­ຍຸຕັ້ງ­ແຕ່ຊາວປີຂຶ້ນໄປ, ຕາມຍາດ­ຕິພີ່­ນ້ອງຕາມບັນ­ພະ­ບູ­ລຸດຂອງພວກເຂົາທັງຫມົດໃນອິ­ດສະຣາ­ເອນ, ຜູ້ທີ່ສາ­ມາດເຂົ້າສົງ­ຄາມໄດ້.”
\s5
\v 3 ໂມ­ເຊກັບເອ­ເລ­ອາ­ຊາຜູ້ເປັນປະ­ໂລ­ຫິດ ປາໄສກັບພວກເຂົາທີ່ທົ່ງ­ພຽງໂມ­ອາບແຄມແມ່­ນຳ້ຢໍ­ແດນໃກ້ເມືອງເຢ­ຣິ­ໂກວ່າ,
\v 4 “ຈົ່ງເຮັດສຳ­ມະ­ໂນຄົວປະ­ຊາ­ຊົນ, ອາ­ຍຸຕັ້ງ­ແຕ່ຊາວປີຂຶ້ນໄປ, ” ຕາມທີ່ພຣະ­ຢາເວຊົງສັ່ງໂມ­ເຊແລະຄົນອິ­ສຣາ­ເອນ ຜູ້ທີ່ອອກຈາກແຜ່ນ­ດິນເອ­ຢິບຄື.”
\s5
\v 5 ເຜົ່າຣູເບັນ (ຣູເບັນ ເປັນລູກຊາຍກົກ ຂອງຢາໂຄບ) ປະກອບດ້ວຍຕະກຸນຂອງຮານົກຄົນຕະກຸນຮານົກ, ປານລູ ຄົນຕະກຸນປານລູ.
\v 6 ເຮຊະໂຣນ ຄົນຕະກຸນເຮຊະໂຣນແລະ ຄາມີ ຄົນຕະກຸນ ຄາມີ.
\v 7 ເຫລົ່ານີ້ມາຈາກຕະກຸນຣູເບັນ ມີຈໍານວນພົນ 43,730 ຄົນ.
\s5
\v 8 ແລະລູກຊາຍຂອງປານ­ລູ ຄືເອ­ລີ­ອາບ
\v 9 ລູກຊາຍຂອງເອ­ລີ­ອາບຄື ເນ­ມູ­ເອນ, ດາ­ທານ, ແລະອາ­ບີ­ຣາມ. ນີ້ຄືດາ­ທານແລະອາ­ບີ­ຣາມທີ່ເລືອກຈາກຊຸມ­ນຸມ­ຊົນ, ເປັນຜູ້ຂັດ­ຂວາງໂມ­ເຊແລະອາ­ໂຣນໃນພັກພວກໂກ­ຣາ ຕອນທີ່ພວກເຂົາຂັດ­ຂວາງພຣະ­ຢາເວ.
\s5
\v 10 ແຜ່ນທໍ­ລະ­ນີໄດ້ອ້າປາກອອກກືນພວກເຂົາພ້ອມກັບໂກ­ຣາ ແລະພັກພວກເຖິງຕາຍ. ໂດຍຖືກໄຟເຜົາຜານ250 ຄົນ, ແລະພວກເຂົາທັງ­ຫລາຍເປັນເລື່ອງເຕືອນ­ໃຈ.
\v 11 ແຕ່ພວກ ລູກຊາຍຂອງ ໂກຣາ ບໍ່ໄດ້ຖືກຂ້າ.
\s5
\v 12 ລູກຊາຍຂອງຊິ­ເມ­ໂອນຕາມຕະກຸນຂອງລາວ ຄື: ເນ­ມູ­ເອນ, ຄົນຕະກຸນເນ­ມູ­ເອນ, ຢາ­ມິນ, ຄົນຕະກຸນຢາ­ມິນ, ຢາ­ກິນ, ຄົນຕະກຸນຢາ­ກິນ,
\v 13 ເຊ­ຣາ, ຄົນຕະກຸນເຊ­ຣາ, ຊາ­ອູນ, ຄົນຕະກຸນຊາ­ອູນ.
\v 14 ຕະ­ກຸນເຫລົ່ານີ້ເປັນຕະກຸນຂອງຄົນຊິ­ເມ­ໂອນ, ມີຈຳ­ນວນສອງຫມື່ນສອງພັນສອງຮ້ອຍຄົນ.
\s5
\v 15 ບຸດຂອງກາດ ຕາມຕະກຸນຂອງລາວ: ຄືເຊ­ໂຟນ, ຄົນຕະກຸນເຊ­ໂຟນ, ຮັກ­ກີ, ຄົນຕະກຸນຮັກ­ກີ, ຊູ­ນີ, ຄົນຕະກຸນຊູ­ນີ,
\v 16 ໂອສະນີ, ຄົນຕະກຸນໂອສະນີ, ເອຣີ, ຄົນຕະກຸນເອຣີ,
\v 17 ອາ­ໂຣດ, ຄົນຕະກຸນອາ­ໂຣດ, ອາ­ເຣ­ລີ, ຄົນຕະກຸນອາ­ເຣ­ລີ,
\v 18 ຕະກຸນ, ເຫລົ່ານີ້ມີຈານວນພົນ 40,500 ຄົນ.
\s5
\v 19 ລູກຊາຍຂອງຢູ­ດາຄື ເອ­ຣະແລະໂອ­ນານ, ເອ­ຣະກັບໂອ­ນານຕາຍໃນແຜ່ນ­ດິນກາ­ນາ­ອານ.
\v 20 ແລະລູກຊາຍຂອງຢູ­ດາຕາມຕະກຸນຂອງລາວ ຄື: ເຊ­ລາ, ຄົນຕະກຸນເຊ­ລາ, ເປ­ເຣັດ, ຄົນຕະກຸນເປ­ເຣັດ, ເຊ­ຣາ, ຄົນຕະກຸນເຊຣາ,
\v 21 ແລະລູກຊາຍຂອງເປເຣັດຕາມຕະກຸນຂອງລາວຄື: ເຮດຊະໂຣນ ຄົນຕະກຸນເຮດ­ຊະ­ໂຣນ, ຮາ­ມູນ, ຄົນຕະກຸນຮາ­ມູນ.
\v 22 ຕະ​ກຸນ​ເຫລົ່າ​ນີ້, ມີ​ຈຳ​ນ​ວນ​ພົນ 76,500 ຄົນ.
\s5
\v 23 ເຜົ່​າອິດຊາຄາ ປະກອບດ້ວຍຕະກຸນ ໂຕລາ, ຄົນຕະກຸນໂຕລາ, ປູວາ, ຄົນຕະກຸນປູວາ,
\v 24 ຢາຊຸບ, ຄົນຕະກຸນຢາຊຸບ ແລະ ຊິມໂຣນ, ຄົນຕະກຸນຊິມໂຣນ.
\v 25 ຕະກຸນເຫລົ່ານີ້ ມີຈໍານວນພົນ 64,300 ຄົນ.
\s5
\v 26 ເຜົ່າເຊບູໂລນ ປະກອບດ້ວຍ: ເສ­ເຣັດ, ຄົນຕະກຸນເສ­ເຣັດ ເອ­ໂລນ, ຄົນຄອບ­ຄົວເອ­ໂລນ, ຢາ­ເລ­ເອນ, ຄົນຕະກຸນຢາ­ເລ­ເອນ.
\v 27 ຕະກຸນເຫລົ່ານີ້ຂອງເຜົ່າເຊບູໂລນ, ມີຈໍານວນພົນ 60,500 ຄົນ.
\s5
\v 28 ລູກຊາຍຂອງໂຢ­ເຊັບຕາມຕະກຸນຂອງລາວ ຄື: ມາ­ນາ­ເຊແລະເອ­ຟຣາ­ຢິມ.
\v 29 ລູກຊາຍຂອງມາ­ນາ­ເຊ ຄື: ມາ­ກີ, ຄົນຕະກຸນມາ­ກີ (ມາ­ກີໃຫ້ກຳ­ເນີດບຸດຊື່ກິ­ເລ­ອາດ), ກິ­ເລ­ອາດ, ຄົນຕະກຸນກິ­ເລ­ອາດ
\s5
\v 30 ລູກຊາຍຂອງກິ­ເລ­ອາດ ຄືອີ­ເອ­ເຊ, ຄົນຕະກຸນອີ­ເອ­ເຊ, ເຮ­ເລັກ, ຄົນຕະກຸນເຮ­ເລັກ.
\v 31 ແລະອາ­ຊະ­ຣີ­ເອນ, ຄົນຕະກຸນອາ­ຊະ­ຣີ­ເອນ, ເຊ­ເຄັມ, ຄົນຕະກຸນເຊ­ເຄັມ.
\v 32 ແລະເຊ­ມີ­ດາ, ຄົນຕະກຸນເຊ­ມີ­ດາ ເຮ­ເຟ ຄົນຕະກຸນເຮ­ເຟ.
\s5
\v 33 ເສໂລເຟຮັດ ຜູ້ທີ່ເປັນລູກຊາຍຂອງ ເຮເຟ ບໍ່ມີລູກຊາຍ ມີແຕ່ລູກສາວ. ຊຶ່ງມີຊື່ດັ່ງນີ້: ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ.
\v 34 ຕະກຸນເຫລົ່ານີ້ ມີຈຳນວນພົນ 52,700 ຄົນ.
\s5
\v 35 ຕໍ່ໄປນີ້ເປັນລູກຊາຍຂອງເອ­ຟຣາ­ຢິມຕາມຕະກຸນຂອງລາວຄື ຊູ­ເທ­ລາ, ຄົນຕະກຸນຊູ­ເທ­ລາ, ເບ­ເຄ, ຄົນຕະກຸນເບ­ເຄ. ຕາ­ຮານ, ຄົນຕະກຸນຕາ­ຮານ
\v 36 ຕະກຸນຂອງ ເອຣານ ສືບເຊື້ອສາຍມາຈາກ ຊູເທລາ.
\v 37 ຕະກຸນເຫລົ່ານີ້ ມີຈໍານວນພົນ 32,500 ຄົນ. ຕະກຸນເຫລົ່ານີ້ ແມ່ນສືບເຊື້ອສາຍມາຈາກໂຢເຊັບ.
\s5
\v 38 ລູກຊາຍຂອງເບັນ­ຢາ­ມິນຕາມຄອບ­ຄົວຂອງລາວຄື: ເບ­ລາ, ຄົນຕະກຸນເບ­ລາ, ອາ­ຊະ­ເບັນ, ຄົນຕະກຸນອາ­ຊະ­ເບັນ, ອາ­ຮີ­ຣາມ ຄົນຕະກຸນອາ­ຮີ­ຣາມ.
\v 39 ເຊ­ຟູ­ຟາມ ຄົນຕະກຸນຊູ­ຟາມ, ຮູ­ຟາມ, ຄົນຕະກຸນຮູ­ຟາມ.
\v 40 ແລະລູກຊາຍຂອງເບ­ລາ, ຄືອາດແລະນາ­ອາ­ມານ ຄົນຕະກຸນ ອາດ, ນາ­ອາ­ມານ ຄົນຕະກຸນນາ­ອາ­ມານ.
\v 41 ຄົນເຫລົ່ານີ້ເປັນລູກຊາຍຂອງເບັນ­ຢາ­ມິນຕາມຕະກຸນຂອງລາວ ຕະກຸນເຫລົ່ານີ້ ມີຈຳນວນພົນ 45,600 ຄົນ.
\s5
\v 42 ຕໍ່ໄປນີ້ເປັນລູກຊາຍຂອງດານຕາມຕະກຸນຂອງລາວຄື: ຊູ­ຮາມ ຄົນຕະກຸນຊູ­ຮາມ, ເປັນຕະກຸນຂອງດານຕາມຕະກຸນຂອງລາວ
\v 43 ຊຶ່ງມີຈໍານວນພົນ 64,400 ຄົນ.
\s5
\v 44 ບຸດຂອງອາ­ເຊຕາມຕະກຸນຂອງລາວຄື: ອິມ­ນາ ຄົນຄອບ­ຄົວອິມ­ນາ ອີ­ຊະ­ວີ, ຄົນຕະກຸນອີ­ຊະ­ວີ, ເບຣິ­ອາ, ຄົນຕະກຸນ ເບຣິ­ອາ.
\v 45 ລູກຊາຍຂອງເບຣິ­ອາຄື: ເຮ­ເບ. ຄົນຕະກຸນເຮ­ເບ, ມັນ­ກີ­ເອນ ຄົນຕະກຸນມັນ­ກີ­ເອນ.
\v 46 ອາເຊ ມີລູກສາວ ຜູ້ຫນຶ່ງຊື່ວ່າ ເຊຣາ.
\v 47 ຕະກຸນເຫລົ່ານີ້ ມີຈາໍນວນພົນ 53,400 ຄົນ.
\s5
\v 48 ລູກຊາຍຂອງນັບ­ທາ­ລີຕາມຕະກຸນຂອງລາວ ຄື: ຢາ­ເຊ­ເອນ ຄົນຕະກຸນຢາ­ເຊ­ເອນ, ກູ­ນີ, ຄົນຕະກຸນກູ­ນີ,
\v 49 ເຢດ­ເຊ, ຄົນຕະກຸນເຢດ­ເຊ, ຊິນ­ເລັມ, ຄົນຕະກຸນຊິນ­ເລັມ.
\v 50 ຕະກຸນເຫລົ່ານີ້, ມີຈໍານວນພົນ 45,400 ຄົນ.
\s5
\v 51 ຈຳນວນຜູ້ຊາຍ ຊາວອິດສະຣາເອນ: ທັງຫມົດມີ 601,730 ຄົນ.
\s5
\v 52 ພຣະຢາເວໄດ້ບອກໂມເຊ ວ່າ,
\v 53 “ຈົ່ງແບ່ງດິນແດນ ໃຫ້ແກ່ຊາວອິດສະຣາເອນ ເຜົ່າຕ່າງໆ ຕາມຈໍານວນລາຍຊື່ຂອງ ປະຊາຊົນ.
\s5
\v 54 ມໍ­ລະ­ດົກສ່ວນໃຫຍ່ກໍໃຫ້ແບ່ງແກ່ຄົນຕະ­ກຸນໃຫຍ່, ແລະມໍ­ລະ­ດົກສ່ວນນ້ອຍກໍໃຫ້ແບ່ງແກ່ຄົນຕະ­ກຸນນ້ອຍ, ທຸກຕະ­ກຸນຈະໄດ້ຮັບສ່ວນມໍ­ລະ­ດົກຕາມຈຳ­ນວນຄົນ.
\v 55 ແຕ່ໃຫ້ຈັບສະ­ຫລາກແບ່ງແຜ່ນ­ດິນນັ້ນ, ໃຫ້ພວກເຂົາໄດ້ຮັບມໍ­ລະ­ດົກຕາມລາຍຊື່ຕະ­ກຸນຂອງບັນ­ພະ­ບູ­ລຸດຂອງພວກເຂົາ.
\v 56 ໃຫ້ຈັບສະ­ຫລາກແບ່ງມໍ­ລະ­ດົກຂອງພວກເຂົານັ້ນຕາມສ່ວນຕະ­ກຸນໃຫຍ່ ແລະຕະ­ກຸນນ້ອຍ.”
\s5
\v 57 ສ່ວນເຜົ່າເລວີ ນັ້ນປະກອບດ້ວຍ ຕະກຸນ ດັ່ງນີ້: ເກໂຊນ, ຄົນຕະກຸນເກໂຊນ, ໂກຮາດ, ຄົນຕະກຸນໂກຮາດ, ແລະ ເມຣາຣີ, ຄົນຕະກຸນເມຣາຣີ.
\v 58 ຕໍ່ໄປນີ້ເປັນຕະກຸນຂອງເລ­ວີ ຄື: ຄົນຕະກຸນລິບ­ນີ ເຮບໂຣນ, ຄົນຕະກຸນເຮັບ­ໂຣນ, ຄົນຕະກຸນມາ­ລີ, ຄົນຕະກຸນມູ­ຊີ, ຄົນຕະກຸນໂກ­ຣາ, ແລະໂກ­ຮາດໃຫ້ກຳ­ເນີດບຸດຊື່ອຳ­ຣາມ.
\v 59 ເມຍ ຂອງລາວແມ່ນ ໂຢເກເບັດ, ລູກສາວຂອງ ເລວີ ທີ່ເກີດໃນປະເທດເອຢີບ. ນາງໄດ້ເກີດລູກຊາຍໃຫ້ ອໍາຣາມ ສອງຄົນດັ່ງນີ້: ອາໂຣນ ແລະ ໂມເຊ ກັບລູກສາວຜູ້ຫນຶ່ງຊື່ ມີຣີອາມ.
\s5
\v 60 ອາໂຣນ ມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ ອາບີຮູ, ເອເລອາຊາ ແລະ ອີທາມາ.
\v 61 ນາດາບ ແລະ ອາບີຮູ ໄດ້ຕາຍຕອນທີ່ພວກເຂົາໄດ້ຖວາຍບູຊາໄຟທີ່ຕ້ອງຫ້າມ ຕໍ່ຫນ້າອົງພຣະຢາເວ.
\v 62 ລູກຊາຍຂອງຊາວເລວີ ທີ່ມີອາຍຸ ຫນຶ່ງເດືອນຂຶ້ນໄປ ມີຈຳນວນສອງຫມື່ນສາມພັນ ຄົນ. ພວກເຂົາບໍ່ໄດ້ຖືກນັບຮ່ວມເຂົ້າກັບປະຊາຊົນອິດສະຣາເອນ ເຜົ່າອື່ນ ໆ ຍ້ອນພວກເຂົາຈະບໍ່ໄດ້ຮັບຊັບສົມບັດສ່ວນໃດໆ ຢູ່ໃນຊາດອິດສະຣາເອນ.
\s5
\v 63 ໂມເຊ ແລະ ເອເລອາຊາ ເປັນຜູ້ຈົດທະບຽນຕະກຸນຕ່າງໆ ເຫລົ່ານີ້. ເມື່ອເພິ່ນໄດ້ເຮັດສໍາມະໂນຄົວ ຊາວອິດສະຣາເອນ ທີ່ທົ່ງພຽງໂມອາບ ຊຶ່ງຢູ່ອີກຟາກຫນຶ່ງຂອງແມ່ນຳ້ຈໍແດນທີ່ເມືອງເຢຣິໂກ.
\v 64 ແຕ່ຕາມລາຍຊື່ເຫລົ່ານີ້ບໍ່ມີຊາຍຈັກຄົນຫນຶ່ງຊຶ່ງໂມ­ເຊແລະອາ­ໂຣນປະ­ໂລ­ຫິດໄດ້ນັບໄວ້ຕອນທີ່ນັບຄົນອິ­ດສະຣາ­ເອນໃນຖິ່ນແຫ້ງ­ແລ້ງກັນ­ດານຊີ­ນາຍ.
\s5
\v 65 ເພາະອົງພຣະຢາເວ ໄດ້ກ່າວຕໍ່ພວກເຂົາໄວ້ວ່າ, ພວກເຂົາທຸກຄົນຈະຕ້ອງ ຕາຍໃນຖິ່ນແຫ້ງແລ້ງກັນດານ, ກໍໄດ້ເປັນດັ່ງນັ້ນທຸກປະການ ຍົກເວັ້ນແຕ່ກາເລບລູກຊາຍຂອງເຢຟຸນເນ ແລະໂຢຊວຍ ລູກຊາຍຂອງນູນ.
\s5
\c 27
\cl ບົດ​ທີ 27
\p
\v 1 ຕອນນັ້ນ ລູກສາວທັງ­ຫລາຍຂອງ ເຊ­ໂລ­ເຟ­ຂາດ ຜູ້ເປັນບຸດຂອງເຮ­ເຟ ຜູ້ເປັນບຸດຂອງກິ­ເລ­ອາດ ຜູ້ທີ່ເປັນບຸດຂອງມາ­ກີ, ລູກຊາຍຂອງມາ­ນາ­ເຊ, ຜູ້ຊຶ່ງສືບຕະ­ກຸນຂອງໂຢ­ເຊັບໄດ້ເຂົ້າມາ ລູກສາວທັງ­ຫລາຍຂອງພວກເຂົາຄື: ມາ­ລາ, ໂນ­ອາ, ໂຮກ­ລາ, ມີ­ລະ­ກາ ແລະ ຕີ­ຣະ­ຊາ.
\s5
\v 2 ພວກເຂົາມາຢືນຢູ່ຊ້ອງຫນ້າໂມເຊ, ປະໂຣຫິດເອເລອາຊາ, ບັນດາຜູ້ນຳແລະ ຊຸມຊົນທັງຫມົດທີ່ທາງເຂົ້າຫໍເຕັນບ່ອນອົງພຣະຢາເວສະຖິດຢູ່ ແລະ ຮຽກຮ້ອງສິດທິຂອງພວກ. ຕົນວ່າ,
\v 3 “ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນ ແຫ້ງແລ້ງກັນດານ. ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາ. ຜູ້ທີ່ໄດ້ກະບົດຕໍ່ອົງພຣະຢາເວ ເພິ່ນໄດ້ຕາຍໄປ ຍ້ອນບາບກຳຂອງເພິ່ນເອງ.
\s5
\v 4 ເປັນຫຍັງ ຈຶ່ງເຮັດໃຫ້ນາມຊື່ພໍ່ຂອງພວກເຮົາຕ້ອງດັບສູນໄປຈາກຊາດອິດສະຣາເອນ ເພາະເພິ່ນບໍ່ມີລູກຜູ້ຊາຍພຽງເທົ່ານັ້ນຊັ້ນບໍ? ຂໍໃຫ້ພວກເຮົາມີດິນແດນຢູ່ໃນທ່າມກາງຍາດຕິພີ່ນ້ອງຂອງພວກເຮົາດ້ວຍເຖີດ.”
\v 5 ໂມເຊ ໄດ້ນຳເລື່ອງນີ້ໄປຕໍ່ຫນ້າອົງພຣະຢາເວ.
\s5
\v 6 ແລະ ພຣະຢາເວກໍໄດ້ບອກເພິ່ນວ່າ,
\v 7 “ລູກສາວຂອງເຊ­ໂລ­ເຟ­ຮາດ ເວົ້າຖືກ­ຕ້ອງແລ້ວ. ເຈົ້າຈົ່ງໃຫ້ກຳ­ມະ­ສິດທີ່ດິນໃນທ່າມ­ກາງພີ່­ນ້ອງຂອງພວກເຂົາ ແລະ ໃຫ້ມໍ­ລະ­ດົກບິ­ດາຂອງພວກເຂົາຕົກທອດມາເຖິງພວກເຂົາ.
\v 8 ເຈົ້າຈົ່ງກ່າວແກ່ຄົນອິ­ດສະຣາ­ເອນວ່າ, “ຖ້າຊາຍຄົນຫນຶ່ງໄດ້ຕາຍໄປ ໂດຍທີ່ລາວບໍ່ມີລູກຊາຍ, ກໍຈົ່ງໃຫ້ມໍ­ລະ­ດົກຂອງລາວຕົກໄປເປັນຂອງລູກສາວຂອງລາວໄດ້.
\s5
\v 9 ຖ້າລາວບໍ່ມີລູກສາວ ກໍຈົ່ງໃຫ້ມໍ­ລະ­ດົກສ່ວນນັ້ນຕົກເປັນຂອງພີ່­ນ້ອງຂອງລາວເສຍ.
\v 10 ຖ້າລາວບໍ່ມີອ້າຍນ້ອງ, ກໍຈົ່ງມອບໃຫ້ເປັນຂອງພີ່­ນ້ອງຂອງພໍ່ລາວ.
\v 11 ແລະຖ້າພໍ່ຂອງລາວກໍບໍ່ມີພີ່­ນ້ອງ, ກໍຈົ່ງໃຫ້ມໍ­ລະ­ດົກນັ້ນຕົກເປັນຂອງຍາດພີ່­ນ້ອງທີ່ໃກ້­ຊິດຕໍ່ໄປ, ເປັນຜູ້ມີສິດໃນການສືບມໍ­ລະ­ດົກນັ້ນ. ນີ້ເປັນຄຳສັ່ງ ເປັນກົດ­ເກນສຳ­ລັບອິ­ດສະຣາ­ເອນ ທີ່ພຣະ­ຢາເວຊົງສັ່ງໃຫ້ໄວ້ກັບໂມ­ເຊ.”
\s5
\v 12 ພຣະ­ຢາເວຊົງກ່າວກັບໂມ­ເຊວ່າ, “ຈົ່ງເດີນ­ທາງໄປພູ ອາ­ບາ­ຣີມ ເພື່ອໄປເບິ່ງແຜ່ນ­ດິນທີ່ເຮົາຈະມອບໃຫ້ພວກອິ­ດສະຣາ­ເອນ.
\v 13 ຫລັງຈາກທີ່ເຈົ້າໄດ້ເຫັນແລ້ວ, ເຈົ້າຈະຕາຍຄືກັນກັບ ອາໂຣນ ອ້າຍຂອງເຈົ້າ
\v 14 ເພາະເຈົ້າທັງສອງໄດ້ຝ່າຝືນຂໍ້ຄໍາສັ່ງຂອງເຮົາ ທີ່ຖິ່ນແຫ້ງແລ້ງກັນດານ ຊິນ, ຄາວທີ່ຊຸມຊົນອິດສະຣາເອນ ທັງຫມົດໄດ້ຈົ່ມຮ້າຍໃສ່ເຮົາທີ່ ເມຣິບາ ນັ້ນ ເຈົ້າປະຕິເສດບໍ່ຍອມຮັບຂໍ້ຄໍາສັ່ງຂອງເຮົາຕໍ່ຫນ້າພວກເຂົາ.” (ເມຣິບາ ແມ່ນບໍ່ນຳ້ທີ່ກາເດັດ ໃນຖິ່ນແຫ້ງແລ້ງກັນດານ ຊິນ.)
\s5
\v 15 ໂມເຊ ໄດ້ອ້ອນວອນ ອະທິຖານຕໍ່ອົງພຣະຢາເວ ວ່າ,
\v 16 “ ໂອ ຂ້າແດ່ພຣະ­ຜູ້­ເປັນ­ເຈົ້າ ພຣະ­ເຈົ້າຜູ້ຊົງເປັນບໍ່­ເກີດແຫ່ງຊີ­ວິດຂອງທຸກຄົນ, ຂໍຊົງໂຜດແຕ່ງ­ຕັ້ງໃຫ້ມີຜູ້­ນຳປະ­ຊາ­ຊົນເຫລົ່ານີ້.
\v 17 ຜູ້ທີ່ເປັນບັງ­ຄັບບັນ­ຊາພວກເຂົາອອກສູ່ສະ­ໜາມ­ຮົບ, ເພື່ອວ່າຊຸມ­ນຸມ­ຊົນຂອງພຣະ­ອົງນີ້, ຈະບໍ່ເປັນເໝືອນແກະທີ່ຂາດຜູ້ລ້ຽງ.”
\s5
\v 18 ພຣະຢາເວຈຶ່ງກ່າວຕໍ່ໂມ­ເຊວ່າ, “ຈົ່ງໄປເອົາໂຢ­ຊວຍລູກຊາຍຂອງນູນ, ຊຶ່ງເປັນຜູ້ທີ່ມີຄວາມສາ­ມາດ, ແລະມີພຣະ­ວິນ­ຍານ, ແລ້ວໃຫ້ວາງມືເທິງຫົວເພິ່ນ.
\v 19 ໃຫ້ເອົາລາວຢືນຢູ່ຕໍ່­ຫນ້າປະ­ໂລ­ຫິດ ເອ­ເລ­ອາ­ຊາແລະຊຸມ­ນຸມ­ຊົນທັງຫມົດ ແລ້ວໃຫ້ປະ­ກາດແຕ່ງ­ຕັ້ງໃຫ້ລາວເປັນຜູ້ສືບແທນເຈົ້າຕໍ່­ຫນ້າຄົນເຫລົ່ານີ້.
\s5
\v 20 ເພື່ອໃຫ້ຊຸມ­ນຸມ­ຊົນອິ­ດສະຣາ­ເອນຟັງຄວາມເພິ່ນ, ຂໍໃຫ້ມອບສິດ ແລະອຳ­ນາດບາງຢ່າງຂອງເຈົ້າໃຫ້ໂຢ­ຊວຍ.
\v 21 ໂຢ­ຊວຍຈະປຶກ­ສາກັບປະ­ໂລ­ຫິດ ເອ­ເລ­ອາ­ຊາ ຜູ້ທີ່ຮູ້­ຈັກນຳ້ພຣະ­ໄທຂອງເຮົາ, ໂດຍອູ­ຣີມແລະທູມ­ມີມ. ໂດຍວິ­ທີນີ້ເອ­ເລ­ອາ­ຊາຈະແນະ­ນຳ ໂຢ­ຊວຍແລະຊຸມ­ນຸມ­ຊົນອິດ­ສະຣາ­ເອນທັງຫມົດ, ຕາມຫນ້າ­ທີ່ຂອງພວກເຂົາ.”
\s5
\v 22 ໂມ­ເຊໄດ້ປະ­ຕິ­ບັດຕາມຄຳສັ່ງຂອງພຣະ­ຢາເວ. ເພິ່ນໄດ້ໃຫ້ໂຢ­ຊວຍຢືນຂຶ້ນຢູ່ຕໍ່­ຫນ້າປະ­ໂລ­ຫິດແລະຊຸມນຸມຊົນທັງຫມົດ.
\v 23 ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍແລະປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕໍາແຫນ່ງແທນຕົນ, ຕາມທີ່ອົງພຣະຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.
\s5
\c 28
\cl ​ບົດ​ທີ 28
\p
\v 1 ພຣະຢາເວໄດ້ບອກໂມເຊ,
\v 2 “ຈົ່ງບອກຄົນອິ­ດສະຣາ­ເອນ ແລະ ກ່າວແກ່ພວກເຂົາວ່າ, ' ເຄື່ອງບູ­ຊາຂອງເຮົາ ອາ­ຫານຂອງເຮົາ ຊຶ່ງເປັນເຄື່ອງບູ­ຊາດ້ວຍໄຟ ໃຫ້ເປັນກິ່ນທີ່ພໍ­ພຣະ­ໄທ, ພວກເຈົ້າຈົ່ງເອົາ­ໃຈ­ໃສ່ທີ່ຈະຖວາຍບູ­ຊາແກ່ເຮົາຕາມເວ­ລາກຳ­ຫນົດ.'
\s5
\v 3 ແລະເຈົ້າຈົ່ງກ່າວແກ່ພວກເຂົາວ່າ, ' ນີ້ເປັນເຄື່ອງບູ­ຊາດ້ວຍໄຟຊຶ່ງພວກເຈົ້າຄວນຖວາຍແກ່ພຣະ­ຢາເວ, ຄືລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສອງໂຕ, ເປັນເຄື່ອງບູ­ຊາປະ­ຈຳທຸກວັນ.
\v 4 ເຈົ້າຈົ່ງຖວາຍລູກແກະເປັນເຄື່ອງບູ­ຊາໃນຕອນເຊົ້າໂຕຫນຶ່ງ ແລະລູກແກະອີກໂຕຫນຶ່ງນັ້ນເຈົ້າ ຈົ່ງຖວາຍບູ­ຊາໃນຕອນຄຳ່.
\v 5 ແລະຍອດແປ້ງຫນຶ່ງສ່ວນສິບເອ­ຟາເປັນເຄື່ອງບູ­ຊາພືດຜົນເປັນເມັດນວດກັບນຳ້ມັນສະ­ກັດຫນຶ່ງໃນສີ່ຮິນ.
\s5
\v 6 ອັນນີ້ ແມ່ນເຄື່ອງຖວາຍບູຊາປະຈຳວັນ ທີ່ຕ້ອງເຜົາໃຫ້ຫມົດຕາມ ພິທີຖວາຍບູຊາອາຫານເທື່ອທຳອິດທີ່ພູເຂົາຊີນາຍ ກິ່ນຫອມຫວນ, ຈຶ່ງເປັນທີ່ພໍໃຈອົງພຣະຢາເວ.
\v 7 ສ່ວນ​ເຄື່ອງດື່ມບູຊາ ຄືເຫລົ້າອະງຸ່ນຫນຶ່ງ​ລ​ິດ​ທີ່​ຖວາຍ​ພ້ອມ​ກັບ​ລູກ​ແກະໂຕ​ທີ່​ຫນຶ່ງນັ້ນ ໃຫ້​ຖອກ​ໃສ່​ແທ່ນ​ບູ​ຊາ.
\v 8 ລູກແກະໂຕທີສອງ ທີ່ຈະຖວາຍໃນຕອນແລງ ໃຫ້ຖວາຍຢ່າງດຽວກັນ ກັບການຖວາຍໃນຕອນເຊົ້າ ແລະ ໃຫ້ຖວາຍ ເຫລົ້າອະງຸ່ນພ້ອມ. ອັນນີ້ກໍແມ່ນການຖວາຍອາຫານຄືກັນ, ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຢາເວ.
\s5
\v 9 ໃນວັນສະ­ບາໂຕ ລູກແກະອາ­ຍຸຫນຶ່ງປີສອງຕົວ, ທີ່ບໍ່ມີຕຳ­ຫນິ, ແລະ ຍອດແປ້ງສອງໃນສິບເອ­ຟານວດກັບນຳ້­ມັນໃຫ້ເປັນເຄື່ອງພືດຜົນບູຊາ ແລະ ເຄື່ອງດື່ມບູ­ຊາ.
\v 10 ນີ້ເປັນເຄື່ອງເຜົາບູ­ຊາທຸກວັນສະ­ບາໂຕນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ແລະ ເຄື່ອງດື່ມບູ­ຊາ.
\s5
\v 11 ໃນເວ­ລາຕົ້ນເດືອນທຸກເດືອນ, ພວກເຈົ້າຈົ່ງຖວາຍເຄື່ອງເຜົາບູ­ຊາແກ່ພຣະ­ຢາເວ, ຄືງົວຫນຶ່ງສອງໂຕ, ແກະຜູ້ໂຕຫນຶ່ງ, ລູກແກະຫນຶ່ງປີບໍ່ມີຕຳ­ຫນິເຈັດໂຕ.
\v 12 ສຳ­ລັບງົວໂຕຫນຶ່ງຈົ່ງເອົາຍອດແປ້ງສາມໃນສິບເອ­ຟານວດກັບນຳ້­ມັນສຳ­ລັບເປັນເຄື່ອງພືດຜົນບູຊາ, ແລະ ສຳ­ລັບແກະຜູ້ໂຕຫນຶ່ງນັ້ນ ຈົ່ງເອົາຍອດແປ້ງສອງໃນສິບເອ­ຟານວດກັບນຳ້ມັນເປັນເຄື່ອງພືດຜົນບູຊາ.
\v 13 ສຳ­ລັບລູກແກະທຸກໂຕ ຈົ່ງເອົາຍອດແປ້ງຫນຶ່ງໃນສິບເອ­ຟານວດກັບນຳ້­ມັນເປັນເຄື່ອງພືດຜົນບູຊາ, ໃຫ້ເປັນເຄື່ອງເຜົາບູ­ຊາທີ່ມີກິ່ນຫອມທີ່ພໍ­ພຣະ­ໄທ, ເປັນເຄື່ອງບູ­ຊາດ້ວຍໄຟຖວາຍແກ່ພຣະ­ຢາເວ.
\s5
\v 14 ສ່ວນເຄື່ອງດື່ມບູ­ຊາຄູ່ກັນນັ້ນ ສຳ­ລັບງົວ­ເຖິກໂຕຫນຶ່ງຈົ່ງເອົານຳ້ອະ­ງຸ່ນເຄິ່ງຮິນ, ສຳ­ລັບແກະຜູ້ໂຕຫນຶ່ງຈົ່ງເອົາຫນຶ່ງໃນສາມຮິນ, ສຳ­ລັບລູກແກະໂຕຫນຶ່ງຈົ່ງເອົາຫນຶ່ງໃນສີ່ຮິນ, ນີ້ເປັນເຄື່ອງເຜົາບູ­ຊາປະ­ຈຳເດືອນ ທຸກເດືອນຕະ­ຫລອດປີ.
\v 15 ແລະເອົາລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບຖວາຍແກ່ພຣະ­ຢາເວ. ໃຫ້ນຳມາບູ­ຊານອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ ແລະ ເຄື່ອງດື່ມບູ­ຊາພ້ອມ.
\s5
\v 16 ໃນວັນທີສິບສີ່ຂອງເດືອນທີຫນຶ່ງ, ໃຫ້ພວກເຈົ້າສະເຫລີມສະຫລອງ ປັດສະຄາເພື່ອຍົກຍໍໃຫ້ກຽດພຣະຢາເວ.
\v 17 ໃນວັນທີສິບຫ້າ ໃຫ້ເລີ່ມເທດສະການຂຶ້ນ ເຈັດວັນ ຊຶ່ງໃນລະຫວ່າງນີ້, ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເທົ່ານັ້ນ.
\v 18 ໃນວັນເລີ່ມຕົ້ນ, ຂອງເທດສະການ ໃຫ້ພວກເຈົ້າເຕົ້າໂຮມກັນເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ ທັງສິ້ນ.
\s5
\v 19 ແຕ່ຈົ່ງຖວາຍບູ­ຊາດ້ວຍໄຟ ເປັນເຄື່ອງເຜົາບູ­ຊາແກ່ພຣະ­ຢາເວ. ຄືເອົາງົວຫນຸ່ມສອງໂຕ, ແກະຜູ້ໂຕຫນຶ່ງ, ແລະ ລູກແກະອາ­ຍຸຫນຶ່ງປີເຈັດໂຕ, ເບິ່ງໃຫ້ດີວ່າບໍ່ມີຕຳ­ຫນິ.
\v 20 ແລະ ເອົາຍອດແປ້ງນວດນຳ້­ມັນເປັນເຄື່ອງພືດຜົນບູຊາຂອງສັດເຫລົ່າ­ນັ້ນ, ສຳ­ລັບງົວ­ເຖິກໂຕຫນຶ່ງເຈົ້າຈົ່ງຖວາຍສາມໃນສິບເອ­ຟາ, ແລະ ສຳ­ລັບແກະຜູ້ໂຕໜຶ່ງສອງໃນສິບເອ­ຟາ.
\v 21 ສຳ­ລັບລູກແກະໂຕຫນຶ່ງໃນລູກແກະເຈັດໂຕນັ້ນ, ຈົ່ງເອົາແປ້ງຫນຶ່ງໃນສິບເອ­ຟາ.
\v 22 ແລະ ເອົາແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ ເພື່ອເຮັດການລຶ­ບລ້າງມົນ­ທິນບາບຂອງເຈົ້າ.
\s5
\v 23 ເຈົ້າຈົ່ງຖວາຍເຄື່ອງບູ­ຊາເຫລົ່ານີ້ ນອກເຫນືອເຄື່ອງເຜົາບູ­ຊາຕອນເຊົ້າ ຊຶ່ງເປັນເຄື່ອງບູ­ຊາປະ­ຈຳນັ້ນ.
\v 24 ໃນທຳ­ນອງດຽວກັນ ເຈົ້າຈົ່ງຖວາຍເຄື່ອງບູ­ຊາທຸກວັນຕະ­ຫລອດທັງເຈັດມື້, ຄືຖວາຍອາ­ຫານເປັນເຄື່ອງບູ­ຊາດ້ວຍໄຟ, ເປັນກິ່ນຫອມທີ່ພໍ­ພຣະ­ໄທພຣະ­ຢາເວ. ຈົ່ງຖວາຍບູ­ຊານອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ ແລະ ເຄື່ອງດື່ມບູ­ຊາດ້ວຍ.
\v 25 ໃນມື້ທີເຈັດ ພວກເຈົ້າຈົ່ງມີ­ການປະ­ຊຸມບໍ­ລິ­ສຸດ ເພື່ອຖວາຍກຽດພຣະຢາເວ, ເຈົ້າຢ່າເຮັດວຽກຫນັກໃນມື້ນັ້ນ.
\s5
\v 26 ໃນວັນຖວາຍຜົນລຸ້ນທຳ­ອິດ, ເມື່ອເຈົ້າເອົາເຂົ້າໃຫມ່ມາເປັນເຄື່ອງພືດຜົນບູຊາຖວາຍແກ່ພຣະ­ຢາເວໃນເທດ­ສະ­ການລະ­ດູເກັບກ່ຽວນັ້ນ, ເຈົ້າຈົ່ງມີ­ການປະ­ຊຸມບໍ­ລິ­ສຸດເພື່ອຖວາຍກຽດພຣະຢາເວ, ເຈົ້າຢ່າເຮັດວຽກຫນັກໃນມື້ນັ້ນ.
\v 27 ແຕ່ຈົ່ງຖວາຍເຄື່ອງເຜົາບູ­ຊາໃຫ້ເປັນກິ່ນຫອມທີ່ພໍ­ພຣະ­ໄທແກ່ພຣະ­ຢາເວ. ຄືຖວາຍງົວຫນຸ່ມສອງໂຕ ແກະຜູ້ໂຕຫນຶ່ງ, ລູກແກະອາ­ຍຸຫນຶ່ງປີເຈັດໂຕ.
\v 28 ແລະ ຖວາຍຍອດແປ້ງນວດກັບນຳ້­ມັນເປັນເຄື່ອງພືດຜົນບູຊາ, ຄືສຳ­ລັບງົວໂຕຫນຶ່ງຖວາຍແປ້ງສາມໃນສິບເອ­ຟາ. ສຳ­ລັບແກະຜູ້ຫນຶ່ງໂຕນັ້ນແມ່ນສອງໃນສິບເອ­ຟາ.
\s5
\v 29 ສຳ­ລັບລູກແກະເຈັດໂຕ ໂຕລະຫນຶ່ງໃນສິບເອ­ຟາ.
\v 30 ພ້ອມກັບລູກແບ້ຜູ້ໂຕຫນຶ່ງສຳ­ລັບລົບລ້າງມົນ­ທິນຂອງເຈົ້າ,
\v 31 ນອກ­ຈາກເຄື່ອງເຜົາບູ­ຊາປະ­ຈຳ, ແລະ ເຄື່ອງບູ­ຊາພືດຜົນເປັນເມັດ ເຈົ້າຈົ່ງຖວາຍເຄື່ອງບູ­ຊາເຫລົ່ານີ້ ແລະ ເຄື່ອງດື່ມບູ­ຊາດ້ວຍ, ເບິ່ງໃຫ້ດີວ່າຕ້ອງປາດສະຈາກຕຳ­ຫນິ.”
\s5
\c 29
\cl ​ບົດ​ທີ 29
\p
\v 1 ໃນວັນທີຫນຶ່ງຂອງເດືອນທີເຈັດ, ໃຫ້ພວກເຈົ້າເຕົ້າໂຮມກັນ, ເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆທັງສິ້ນ. ໃນວັນນີ້ຈົ່ງເປົ່າແກ ໃຫ້ດັງສະຫນັ່ນ.
\s5
\v 2 ຈົ່ງເຜົາເຄື່ອງບູຊາຖວາຍເປັນກິ່ນຫອມຫວນຈຶ່ງເປັນທີ່ພໍໃຈພຣະຢາເວ. ດັ່ງນີ້: ງົວເຖິກໂຕຫນຶ່ງ, ແກະເຖິກໂຕຫນຶ່ງ ແລະ ລູກແກະອາຍຸຫນຶ່ງປີເຈັດໂຕ. ສັດທັງຫມົດນັ້ນໃຫ້ເປັນສັດທີ່ມີສຸຂະພາບດີ ແລະ ບໍ່ມີຕໍາຫນິ.
\s5
\v 3 ເຈົ້າຕ້ອງຖວາຍຍອດແປ້ງນວດນຳ້­ມັນເປັນເຄື່ອງພືດຜົນບູຊາເປັນເມັດ, ຄືສຳ­ລັບງົວ­ເຖິກນັ້ນ, ຈົ່ງຖວາຍແປ້ງສາມໃນສິບເອ­ຟາສຳ­ລັບແກະຜູ້ໂຕນັ້ນ, ແມ່ນສອງໃນສິບເອ­ຟາ,
\v 4 ລູກແກະເຈັດໂຕ ໂຕລະຫນຶ່ງໃນສິບເອ­ຟາ.
\v 5 ແລະ ຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ ເພື່ອລຶ­ບລ້າງມົນ­ທິນບາບຂອງເຈົ້າ.
\s5
\v 6 ໃຫ້ການຖວາຍບູຊາໃນເດືອນທີເຈັດ ໂດຍເພີ່ມໃສ່ໃນທຸກການຖວາຍບູຊາ ທີ່ເຈົ້າຈະເຮັດໃນທຸກຕົ້ນເດືອນ: ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ ແລະ ເຄື່ອງພືດຜົນບູຊາເປັນເມັດ ແລະ ເຄື່ອງເຜົາບູ­ຊາປະ­ຈຳຄູ່ກັບເຄື່ອງບູ­ຊາພືດຜົນເປັນເມັດ ແລະເຄື່ອງດື່ມບູ­ຊາພ້ອມ ຕາມກົດລະ­ບຽບເຄື່ອງບູ­ຊາເຫລົ່ານີ້ ໃຫ້ເປັນກິ່ນຫອມທີ່ພໍ­ພຣະ­ໄທ ເປັນເຄື່ອງບູ­ຊາດ້ວຍໄຟຖວາຍແກ່ພຣະ­ຢາເວ.
\s5
\v 7 ໃນວັນທີສິບເດືອນທີເຈັດນີ້ ພວກເຈົ້າຈົ່ງມີ­ການປະ­ຊຸມບໍ­ລິ­ສຸດ ເຈົ້າຕ້ອງຖ່ອມໃຈລົງຖວາຍກຽດແດ່ພຣະຢາເວ. ບໍ່ຕ້ອງເຮັດວຽກຫນັກໃດໆ.
\v 8 ແຕ່ເຈົ້າຈົ່ງຖວາຍເຄື່ອງເຜົາບູ­ຊາແກ່ພຣະ­ຢາເວ. ໃຫ້ເປັນກິ່ນຫອມທີ່ພໍ­ພຣະ­ໄທ, ຄືຖວາຍງົວຫນຸ່ມໂຕຫນຶ່ງ, ແກະຜູ້ໂຕຫນຶ່ງ, ລູກແກະອາ­ຍຸຫນຶ່ງປີເຈັດໂຕ. ເຈົ້າຢ່າໃຫ້ມີຕຳ­ຫນິ.
\s5
\v 9 ເຈົ້າຕ້ອງຖວາຍ ຍອດແປ້ງປະ­ສົມກັບນຳ້ມັນເປັນເຄື່ອງພືດຜົນບູຊາເປັນເມັດ, ສຳ­ລັບງົວໂຕນັ້ນຖວາຍແປ້ງສາມໃນສິບເອ­ຟາ, ສຳ­ລັບແກະຜູ້ໂຕຫນຶ່ງນັ້ນແມ່ນສອງໃນສິບເອ­ຟາ.
\v 10 ສຳ­ລັບລູກແກະເຈັດໂຕນັ້ນ ໂຕລະຫນຶ່ງໃນສິບເອ­ຟາ.
\v 11 ແລະ ຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງບູ­ຊາໄຖ່ບາບລົບລ້າງມົນ­ທິນ ແລະ ເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາ, ແລະ ເຄື່ອງດື່ມບູ­ຊາພ້ອມ.
\s5
\v 12 ໃນວັນທີສິບຫ້າເດືອນທີເຈັດ ພວກເຈົ້າຈົ່ງມີ­ການປະ­ຊຸມບໍ­ລິ­ສຸດ ເຈົ້າຢ່າເຮັດວຽກຫນັກ ແລະເຈົ້າຈົ່ງມີ­ການກິນລ້ຽງເຈັດມື້ແກ່ພຣະ­ຢາເວ.
\v 13 ເຈົ້າຈົ່ງຖວາຍເຄື່ອງເຜົາບູ­ຊາ, ເຄື່ອງບູ­ຊາດ້ວຍໄຟ ເປັນກິ່ນຫອມທີ່ພໍ­ພຣະ­ໄທພຣະ­ຢາເວ, ຄືງົວຫນຸ່ມສິບສາມໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີສິບສີ່ໂຕ, ສັດເຫລົ່ານີ້ຢ່າໃຫ້ມີຕຳ­ຫນິ.
\s5
\v 14 ແລະຖວາຍຍອດແປ້ງນວດນຳ້­ມັນເປັນເຄື່ອງພືດຜົນບູຊາ, ສຳ­ລັບງົວສິບສາມໂຕ ໂຕຫນຶ່ງຖວາຍແປ້ງສາມສ່ວນສິບເອ­ຟາ, ສຳ­ລັບແກະຜູ້ສອງໂຕ, ໂຕລະສອງສ່ວນສິບເອ­ຟາ.
\v 15 ສຳ­ລັບລູກແກະສິບສີ່ໂຕ ໂຕລະຫນຶ່ງສ່ວນສິບເອ­ຟາ.
\v 16 ແລະຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາພ້ອມ.
\s5
\v 17 ໃນມື້ທີສອງ ຈົ່ງຖວາຍງົວຫນຸ່ມສິບສອງໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 18 ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນສຳ­ລັບງົວ, ແກະຜູ້, ແລະລູກແກະນັ້ນຕາມຈຳ­ນວນຕາມທີ່ໄດ້ສັ່ງໄວ້.
\v 19 ແລະຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາປະ­ຈຳ.
\s5
\v 20 ໃນມື້ທີສາມ ຈົ່ງຖວາຍງົວສິບເອັດໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 21 ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນ, ສຳ­ລັບງົວ ແກະຜູ້, ແລະລູກແກະ, ຕາມຈຳ­ນວນ ຕາມທີ່ສັ່ງໄວ້.
\v 22 ເຈົ້າຕ້ອງຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັນກັບເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາດ້ວຍ.
\s5
\v 23 ໃນມື້ທີສີ່ຂອງການຊຸມນຸມຈົ່ງຖວາຍງົວສິບໂຕ, ແກະຜູ້ສອງໂຕ ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 24 ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນ, ສຳ­ລັບງົວ ແກະຜູ້, ແລະລູກແກະ, ຕາມຈຳ­ນວນ ຕາມທີ່ໄດ້ສັ່ງໄວ້.
\v 25 ເຈົ້າຕ້ອງຖວາຍລູກແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາດ້ວຍ.
\s5
\v 26 ໃນມື້ທີຫ້າ ຈົ່ງຖວາຍງົວເກົ້າໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 27 ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນ ສຳ­ລັບງົວ ແກະຜູ້ ແລະລູກແກະ ຕາມຈຳ­ນວນ ຕາມທີ່ໄດ້ສັ່ງໄວ້.
\v 28 ແລະຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັນກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາພ້ອມ.
\s5
\v 29 ໃນມື້ທີຫົກ ຈົ່ງຖວາຍງົວແປດໂຕ ແກະຜູ້ສອງໂຕ ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 30 ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນ, ສຳ­ລັບງົວ, ແກະຜູ້, ແລະລູກແກະ, ຕາມຈຳ­ນວນ ຕາມທີ່ໄດ້ສັ່ງໄວ້.
\v 31 ແລະຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາແລະເຄື່ອງດື່ມບູ­ຊາພ້ອມ.
\s5
\v 32 ນມື້ທີເຈັດ ເຈົ້າຈົ່ງຖວາຍງົວເຈັດໂຕ, ແກະຜູ້ສອງໂຕ, ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິສິບສີ່ໂຕ.
\v 33 ກັບເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາຄູ່ກັນ, ສຳ­ລັບງົວ, ແກະຜູ້, ແລະລູກແກະ, ຕາມຈຳ­ນວນ ຕາມທີ່ໄດ້ສັ່ງໄວ້.
\v 34 ແລະຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັບເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາພ້ອມ.
\s5
\v 35 ໃນມື້ທີແປດ ເຈົ້າຈົ່ງມີ­ການປະ­ຊຸມອັນສັກ­ສິດ ເຈົ້າຢ່າເຮັດວຽກຫນັກ.
\v 36 ແຕ່ເຈົ້າຈົ່ງຖວາຍເຄື່ອງເຜົາບູ­ຊາ ເຄື່ອງບູ­ຊາດ້ວຍໄຟ, ໃຫ້ເປັນກິ່ນຫອມທີ່ພໍ­ພຣະ­ໄທພຣະ­ຢາເລ, ຄືງົວ­ເຖິກໂຕຫນຶ່ງ, ແກະຜູ້ໂຕຫນຶ່ງ, ລູກແກະອາ­ຍຸຫນຶ່ງປີບໍ່ມີຕຳ­ຫນິເຈັດໂຕ.
\s5
\v 37 ແລະຖວາຍເຄື່ອງພືດຜົນບູຊາ ແລະເຄື່ອງດື່ມບູ­ຊາຄູ່ກັນ, ສຳ­ລັບງົວ, ແກະຜູ້, ແລະລູກແກະ, ຕາມຈຳ­ນວນ, ຕາມທີ່ໄດ້ສັ່ງໄວ້.
\v 38 ແລະຖວາຍແບ້ຜູ້ໂຕຫນຶ່ງເປັນເຄື່ອງບູ­ຊາໄຖ່ບາບ, ນອກເຫນືອເຄື່ອງເຜົາບູ­ຊາປະ­ຈຳ, ຊຶ່ງຄູ່ກັນກັບເຄື່ອງພືດຜົນບູຊາ, ແລະເຄື່ອງດື່ມບູ­ຊາດ້ວຍ.
\s5
\v 39 ສິ່ງເຫລົ່ານີ້ພວກເຈົ້າຈົ່ງຖວາຍແກ່ພຣະ­ຢາເວຕາມເທດ­ສະ­ການກຳ­ນົດຂອງເຈົ້າ, ເພີ່ມເຂົ້າກັບການຖວາຍຕາມຄຳປະ­ຕິ­ຍານຂອງເຈົ້າ, ແລະການຖວາຍດ້ວຍໃຈສະ­ຫມັກຂອງເຈົ້າ, ເປັນເຄື່ອງເຜົາບູ­ຊາ ເຄື່ອງພືດຜົນບູຊາ, ເຄື່ອງດື່ມບູ­ຊາ, ແລະເຄື່ອງສັນຕິບູ­ຊາຂອງເຈົ້າ”
\v 40 ສະນັ້ນ ໂມເຊ ຈຶ່ງໄດ້ບອກປະຊາຊົນອິດສະຣາເອນ ທຸກສິ່ງຕາມທີ່ພຣະຢາເວ ໄດ້ສັ່ງເພິ່ນໄວ້ທຸກປະການ.
\s5
\c 30
\cl ບົດທີ 30
\p
\v 1 ໂມ­ເຊໄດ້ເວົ້າກັບຫົວ­ຫນ້າຕະ­ກຸນກ່ຽວກັບຄົນອິ­ສຣາ­ເອນວ່າ,
\v 2 “ເມື່ອຊາຍຜູ້ໃດປະ­ຕິ­ຍານໄວ້ກັບພຣະຢາເວ, ຫລືໃຫ້ປະ­ຕິ­ຍານຜູກມັດຕົວໄວ້ດ້ວຍຄຳສັນ­ຍາ, ຢ່າງຫນຶ່ງຢ່າງ­ໃດ ຢ່າໃຫ້ລາວເສຍສັດ­ຈະ. ລາວຕ້ອງເຮັດຕາມຄຳທີ່ອອກຈາກປາກຂອງລາວທັງຫມົດ.
\s5
\v 3 ຫລືເມື່ອຍິງຄົນຫນຶ່ງຄົນໃດປະ­ຕິ­ຍານໄວ້ແກ່ພຣະ­ຢາເວ ແລະຜູກມັດຕົວເອງໄວ້ດ້ວຍຄຳສັນ­ຍາ ເມື່ອນາງຍັງສາວຢູ່ໃນເຮືອນຂອງພໍ່,
\v 4 ແລະຖ້າພໍ່ຂອງນາງໄດ້ຍິນຄຳທີ່ນາງປະ­ຕິ­ຍານໄວ້ ແລະຄຳສັນ­ຍາທີ່ນາງຜູກມັດຕົວເອງ, ແຕ່ບໍ່ໄດ້ເວົ້າຫຍັງກັບນາງ ກໍໃຫ້ຄຳທີ່ປະ­ຕິ­ຍານໄວ້ນັ້ນຄົງຢູ່, ແລະໃຫ້ຄຳສັນ­ຍາທີ່ຜູກມັດນາງໄວ້ນັ້ນຄົງຢູ່.
\s5
\v 5 ແຕ່ຖ້າພໍ່ຂອງນາງຄັດ­ຄ້ານໃນມື້ທີ່ລາວໄດ້ຍິນນັ້ນ ການທີ່ນາງປະ­ຕິ­ຍານໄວ້ກໍດີ, ຄຳສັນ­ຍາທີ່ຜູກມັດນາງໄວ້ກໍດີ, ຈະຫມົດໄປນຳ ແລະພຣະ­ຜູ້­ເປັນ­ເຈົ້າຈະຊົງອະ­ໄພໃຫ້ແກ່ນາງ, ເພາະພໍ່ຂອງນາງໄດ້ຄັດ­ຄ້ານນາງໄວ້.
\s5
\v 6 ແລະຖ້ານາງແຕ່ງ­ງານມີຜົວແລ້ວ ສິ່ງທີ່ນາງປະ­ຕິ­ຍານໄວ້ ຫລືກ່າວດ້ວຍຮີມ­ປາກທີ່ບໍ່ທັນຄິດຊຶ່ງຜູກມັດນາງ;
\v 7 ຝ່າຍຜົວກໍໄດ້ຍິນແລ້ວ ແລະໃນມື້ທີ່ໄດ້ຍິນ ລາວກໍບໍ່ໄດ້ເວົ້າຫຍັງກັບນາງ ສິ່ງທີ່ນາງປະ­ຕິ­ຍານໄວ້ນັ້ນ ແລະຄຳສັນ­ຍາທີ່ຜູກມັດນາງຈະຍັງຢູ່.
\s5
\v 8 ແຕ່ຖ້າໃນມື້ນັ້ນຄືຜົວມາໄດ້ຍິນນາງ ແລະລາວຄັດ­ຄ້ານ, ກໍໃຫ້ຄຳທີ່ນາງປະ­ຕິ­ຍານໄວ້ນັ້ນເປັນໂມ­ຄະ, ທັງຄຳກ່າວດ້ວຍຮີມ­ປາກທີ່ບໍ່ທັນຄິດຂອງນາງ ຊຶ່ງຜູກມັດນາງນັ້ນກໍເປັນໂມ­ຄະດ້ວຍ, ແລະພຣະ­ຢາເວຈະອະ­ໄພໃຫ້ແກ່ນາງ
\s5
\v 9 ແຕ່ຄຳປະ­ຕິ­ຍານທີ່ແມ່­ຫມ້າຍ ຫລືແມ່­ຮ້າງໃຫ້ໄວ້, ຫລືຄຳໃດທີ່ນາງເວົ້າຜູກມັດຕົນເອງ ຄຳເວົ້ານັ້ນຈະຍັງຢູ່.
\v 10 ແລະຖ້ານາງປະ­ຕິ­ຍານໄວ້ໃນເຮືອນຂອງຜົວນາງ ຫລືໃຫ້ສັນ­ຍາດ້ວຍຜູກມັດຕົນເອງໄວ້,
\v 11 ແລະຜົວຂອງນາງໄດ້ຍິນແລ້ວ, ແຕ່ບໍ່ເວົ້າຫຍັງແກ່ນາງ ແລະບໍ່ຄັດ­ຄ້ານນາງ, ຄຳປະ­ຕິ­ຍານຂອງນາງທັງຫມົດຈະຍັງຢູ່ ແລະຄຳສັນ­ຍາທຸກຢ່າງຊຶ່ງນາງຜູກມັດຕົວເອງຈະຍັງຢູ່ເຊັ່ນກັນ.
\s5
\v 12 ແຕ່ຖ້າຜົວຂອງນາງໄດ້ເຮັດໃຫ້ເປັນໂມ­ຄະໃນມື້ທີ່ລາວໄດ້ຍິນແລ້ວ, ສິ່ງໃດທີ່ອອກຈາກຮີມ­ປາກຂອງນາງກ່ຽວດ້ວຍຄຳປະ­ຕິ­ຍານ ຫລືຄຳສັນ­ຍາຂອງນາງກໍຈະເປັນໂມ­ຄະ. ຜົວຂອງນາງໄດ້ເຮັດໃຫ້ເປັນໂມ­ຄະ. ແລະພຣະ­ຢາເວຈະຊົງອະ­ໄພໃຫ້ແກ່ນາງ.
\s5
\v 13 ຄຳປະ­ຕິ­ຍານທັງຫມົດທີ່ເຮັດໃຫ້ນາງຖ່ອມໃຈເອງ ຜົວຂອງນາງສາ­ມາດເຮັດໃຫ້ຄົງຢູ່ ຫລື ເປັນໂມ­ຄະໄດ້.
\v 14 ແຕ່ຖ້າຜົວຂອງນາງບໍ່ກ່າວສິ່ງໃດແກ່ນາງ ລາວຍ່ອມເຮັດໃຫ້ຄຳປະ­ຕິ­ຍານ ແລະຄຳສັນ­ຍາທັງຫມົດຂອງນາງ. ຊຶ່ງຈະຕົກແກ່ນາງໃຫ້ຍັງຢູ່ ເພາະລາວບໍ່ເວົ້າສິ່ງໃດໃນມື້ທີ່ລາວໄດ້ຍິນ ລາວຈຶ່ງເຮັດໃຫ້ຄົງຢູ່.
\s5
\v 15 ແຕ່ຖ້າພາຍ­ຫລັງທີ່ລາວໄດ້ຍິນ ແລ້ວມາເຮັດໃຫ້ເປັນໂມ­ຄະ ລາວຕ້ອງຮັບໂທດຕາມຄວາມຊົ່ວ­ຊ້າຂອງນາງ.
\v 16 ຂໍ້­ຄວາມເຫລົ່ານີ້ເປັນກົດ­ເກນຊຶ່ງພຣະ­ຜູ້­ເປັນ­ເຈົ້າຊົງສັ່ງໂມ­ເຊໄວ້ເປັນເລື່ອງລະ­ຫວ່າງຜົວກັບເມຍຂອງລາວ ເລື່ອງລະ­ຫວ່າງພໍ່ກັບລູກສາວ ໃນຂະ­ນະທີ່ນາງຍັງເປັນສາວຢູ່ ຄືຍັງຢູ່ໃນເຮືອນພໍ່ຂອງນາງ.
\s5
\c 31
\cl ບົດ​ທີ 31
\p
\v 1 ອົງພຣະຢາເວໄດ້ກ່າວຕໍ່ໂມເຊ ວ່າ,
\v 2 “ຈົ່ງແກ້­ແຄ້ນຄົນມີ­ດີ­ອານເພື່ອຄົນອິ­ສຣາ­ເອນ ແລ້ວພາຍ­ຫລັງເຈົ້າຈະຕາຍໄປຢູ່ກັບປະ­ຊາ­ຊົນຂອງເຈົ້າ”
\s5
\v 3 ແລະໂມ­ເຊກ່າວກັບປະ­ຊາ­ຊົນວ່າ “ຈົ່ງຕຽມຄົນບາງຄົນໃນພວກເຈົ້າໃຫ້ພ້ອມດ້ວຍອາ­ວຸດ ເພື່ອເຮັດສົງ­ຄາມ ແລ້ວຍົກໄປສູ້ພວກມີ­ດີ­ອານເພື່ອການແກ້­ແຄ້ນຂອງພຣະ­ຢາເວຕໍ່ຄົນມີ­ດີ­ອານ.
\v 4 ເຈົ້າຈົ່ງສົ່ງຄົນຈາກຕະ­ກຸນອິ­ສຣາ­ເອນທັງຫມົດ ຕະ­ກຸນລະພັນຄົນເຂົ້າຮ່ວມສົງ­ຄາມ.”
\v 5 ດັ່ງ­ນັ້ນ ພວກເຂົາຈຶ່ງຈັດຄົນຈາກອິ­ສຣາ­ເອນທີ່ນັບພັນ ຕະ­ກຸນລະພັນຄົນ ເປັນຄົນຫມື່ນສອງພັນພ້ອມດ້ວຍອາ­ວຸດເພື່ອເຂົ້າສົງ­ຄາມ.
\s5
\v 6 ແລະໂມ­ເຊສົ່ງຄົນຕະ­ກຸນລະພັນຄົນອອກໄປຕໍ່ສູ້, ທັງຄົນເຫລົ່າ­ນັ້ນກັບຟີ­ເນ­ຮາດລູກຊາຍເອ­ເລ­ອາ­ຊາໄປເຮັດສົງ­ຄາມ, ພ້ອມກັບເຄື່ອງ­ໃຊ້ອັນບໍ­ລິ­ສຸດ ແລະມີແກປຸກຢູ່ໃນມື.
\v 7 ພວກເຂົາ ໄດ້ເຂົ້າໂຈມຕີພວກມີດີອານ ຕາມທີ່ອົງພຣະ ຜູ້ເປັນເຈົ້າໄດ້ສັ່ງໂມເຊໄວ້ ແລະ ຂ້າຜູ້ຊາຍ ທຸກຄົນຖິ້ມ.
\v 8 ພວກເຂົາໄດ້ປະ­ຫານຊີ­ວິດບັນ­ດາກະ­ສັດຄົນມີ­ດີ­ອານພ້ອມກັບຄົນອື່ນທີ່ພວກເຂົາຂ້າ ມີເອວີ, ເຣ­ເກັມ, ຊູ­ເຣ, ຮູ­ເຣ, ແລະເຣ­ບາ, ກະ­ສັດທັງຫ້າອົງຂອງຄົນມີ­ດີ­ອານ. ແລະໄດ້ປະ­ຫານຊີ­ວິດບາ­ລາ­ອາມລູກຊາຍເບ­ໂອ, ດ້ວຍດາບ.
\s5
\v 9 ແລະຄົນອິ­ສຣາ­ເອນໄດ້ຈັບຜູ້­ຍິງຊາວມີ­ດີ­ອານທັງຫມົດມາເປັນຊະ­ເລີຍ ພ້ອມກັບພວກເດັກ­ນ້ອຍທັງ­ຫລາຍ, ແລະກວາດເອົາຝູງງົວຝູງແບ້ແກະແລະເຄື່ອງຂອງທັງປວງໄປຫມົດ. ຊຶ່ງເປັນຊັບທີ່ປຸ້ນມາໄດ້.
\v 10 ແລະເອົາໄຟເຜົາບັນ­ດາເມືອງທີ່ອາ­ໄສຂອງພວກເຂົາ ແລະເຜົາຄ້າຍທັງຫມົດຂອງພວກເຂົາດ້ວຍ.
\s5
\v 11 ແລ້ວເກັບບັນ­ດາເຄື່ອງທີ່ຍຶດໄດ້, ແລະຊັບທີ່ປຸ້ນມາໄດ້ທັງຄົນ ແລະສັດໄປຫມົດ.
\v 12 ແລ້ວພວກເຂົານຳຊະ­ເລີຍ, ແລະຊັບສິນທີ່ປຸ້ນໄດ້ກັບເຄື່ອງທີ່ຍຶດໄດ້ທັງຫມົດມາຫາໂມ­ເຊ,​ແລະເອ­ເລ­ອາ­ຊາແລະຊຸມ­ນຸມ­ຊົນອິ­ສຣາ­ເອນທີ່ຄ້າຍ ໃນທົ່ງ­ພຽງໂມ­ອາບ, ແຄມແມ່­ນຳ້ຢໍ­ແດນໃກ້ເມືອງເຢ­ຣິ­ໂກ.
\s5
\v 13 ໂມ­ເຊ, ແລະເອ­ເລ­ອາ­ຊາ ປະ­ໂລ­ຫິດ, ແລະບັນ­ດາຜູ້ນຳແຫ່ງຊຸມ­ນຸມ­ຊົນອອກໄປຕ້ອນ­ຮັບພວກເຂົານອກຄ້າຍ.
\v 14 ໂມ­ເຊຮ້າຍພວກນາຍທະ­ຫານ, ຄືນາຍພັນ ແລະນາຍ­ຮ້ອຍ, ຜູ້ກັບຈາກການເຮັດສົງ­ຄາມ,
\v 15 “ໂມ­ເຊເວົ້າກັບພວກເຂົາວ່າ “ເຈົ້າທັງ­ຫລາຍໄດ້ໄວ້ຊີ­ວິດພວກຜູ້­ຍິງທັງຫມົດຫລື?
\s5
\v 16 ບິ່ງແມ ຍ້ອນຄຳປຶກ­ສາຂອງບາ­ລາ­ອາມ ຍິງເຫລົ່ານີ້ຈຶ່ງໄດ້ເຮັດໃຫ້ຄົນອິ­ສຣາ­ເອນ, ຫລົງລະ­ເມີດຕໍ່ພຣະ­ຢາເວໃນເລື່ອງເປ­ໂອ ແລະໄພ­ພິ­ບັດຈຶ່ງໄດ້ເກີດຂຶ້ນທ່າມ­ກາງຊຸມ­ນຸມ­ຊົນຂອງພຣະ­ຜູ້­ເປັນ­ເຈົ້າ.
\v 17 ບັດນີ້, ຈົ່ງປະ­ຫານຊີ­ວິດເດັກ­ນ້ອຍຜູ້ຊາຍທຸກຄົນ, ແລະປະ­ຫານຊີ­ວິດຜູ້­ຍິງທີ່ເຄີຍນອນຮ່ວມກັບຊາຍທຸກຄົນ.
\s5
\v 18 ແຕ່ຈົ່ງໄວ້ຊີ­ວິດເດັກ­ຜູ້­ຍິງທີ່ຍັງບໍ່ເຄີຍນອນຮ່ວມກັບຊາຍໄວ້ສຳ­ລັບເຈົ້າທັງ­ຫລາຍເອງ.
\v 19 ຈົ່ງຢູ່ພາຍນອກຄ້າຍເຈັດມື້, ຜູ້ໃດທີ່ໄດ້ຂ້າຄົນ, ແລະຜູ້ໃດທີ່ໄດ້ແຕະ­ຕ້ອງຜູ້ທີ່ຖືກຂ້າ, ຈົ່ງຊຳ­ລະຕົວ, ແລະຊະ­ເລີຍຂອງຕົນເອງໃນມື້ທີສາມ ແລະມື້ທີເຈັດ.
\v 20 ເຈົ້າຕ້ອງຊຳ­ລະເຄື່ອງແຕ່ງກາຍທຸກສ່ວນ, ເຄື່ອງຫນັງສັດທຸກສ່ວນ, ແລະເຄື່ອງຂົນແບ້ທັງຫມົດ, ແລະເຄື່ອງທີ່ເຮັດດ້ວຍໄມ້ທຸກສ່ວນ.”
\s5
\v 21 ແລະເອ­ເລ­ອາ­ຊາ ປະ­ໂລ­ຫິດໄດ້ກ່າວແກ່ທະ­ຫານຜູ້ອອກໄປເຮັດສົງ­ຄາມວ່າ, “ນີ້ເປັນກົດບັນ­ຍັດຊຶ່ງພຣະ­ຢາເວໄດ້ສັ່ງໂມ­ເຊໄວ້.
\v 22 ສະ­ເພາະທອງ­ຄຳ, ເງິນ, ທອງສຳ­ລິດ, ເຫລັກ, ດີບຸກ, ແລະຊືນ.
\v 23 ທຸກສິ່ງທີ່ທົນໄຟໄດ້ ພວກເຈົ້າຈົ່ງລວກດ້ວຍໄຟ, ແລ້ວຈະສະ­ອາດ ຢ່າງ­ໃດກໍດີ ຕ້ອງຊຳ­ລະດ້ວຍນຳ້ລ້າງມົນ­ທິນ, ແລະສິ່ງໃດທີ່ທົນໄຟບໍ່ໄດ້ເຈົ້າຕ້ອງໃຫ້ຜ່ານນຳ້.
\v 24 ເຈົ້າຕ້ອງຊັກເສື້ອຜ້າຂອງເຈົ້າໃນມື້ທີເຈັດ ແລະເຈົ້າຈະສະ­ອາດ. ຫລັງຈາກນັ້ນ ເຈົ້າຈຶ່ງຈະເຂົ້າມາໃນຄ້າຍໄດ້.”
\s5
\v 25 ແລ້ວພຣະຢາເວໄດ້ບອກ ໂມເຊ ວ່າ,
\v 26 “ເຈົ້າ ແລະເອ­ເລ­ອາ­ຊາຜູ້ເປັນປະໂຣຫິດ, ກັບບັນ­ດາຜູ້ນຳຂອງຊຸມ­ນຸມ­ຊົນ, ຈົ່ງນັບສິ່ງຂອງທີ່ໄດ້ມາທັງຄົນ ແລະສັດ.
\v 27 ແລະແບ່ງສິ່ງຂອງເຫລົ່າ­ນັ້ນອອກເປັນສອງສ່ວນ, ໃຫ້ທະ­ຫານຜູ້ອອກໄປເຮັດສົງ­ຄາມສ່ວນຫນຶ່ງ, ແລະໃຫ້ບັນ­ດາຊຸມ­ນຸມ­ຊົນອີກສ່ວນຫນຶ່ງ.
\s5
\v 28 ແລະຈົ່ງຫັກເອົາສ່ວນຫນຶ່ງຈາກທະ­ຫານທີ່ອອກໄປເຮັດສົງ­ຄາມເປັນຂອງຖວາຍແກ່ພຣະ­ຢາເວ, ຫ້າຮ້ອຍຫັກຫນຶ່ງ, ທັງຄົນ ແລະງົວ ແລະ ລໍ ແລະຝູງແບ້ ແກະ.
\v 29 ຈົ່ງເອົາຈາກເຄິ່ງສ່ວນຂອງພວກເຂົາ ມອບໃຫ້ແກ່ເອ­ເລ­ອາ­ຊາ ຜູ້ເປັນປະໂຣຫິດ, ເປັນເຄື່ອງບູ­ຊາແກ່ເຮົາ.
\s5
\v 30 ແລະຈາກເຄິ່ງສ່ວນຂອງຄົນອິ­ສຣາ­ເອນນັ້ນ, ເຈົ້າຈົ່ງນຳຫ້າສິບຫັກຫນຶ່ງຈາກຄົນ, ຝູງງົວ, ຝູງລໍ, ແລະຝູງແບ້ແກະ, ແລະສັດທັງຫມົດ ມອບໃຫ້ແກ່ຄົນເລ­ວີຜູ້ເບິ່ງ­ແຍງຫໍ­ເຕັນສັກ­ສິດຂອງພຣະ­ຜູ້­ເປັນ­ເຈົ້າ.”
\v 31 ແລະໂມ­ເຊກັບເອ­ເລ­ອາ­ຊາ, ປະ­ໂລ­ຫິດໄດ້ເຮັດຕາມທີ່ພຣະຢາເວຊົງສັ່ງແກ່ໂມ­ເຊ.
\s5
\v 32 ບັນ­ດາຊັບທີ່ປຸ້ນມາໄດ້ ອັນເຫລືອຈາກສິ່ງທີ່ທະ­ຫານຍຶດມານັ້ນ ຄື: ແກະຫົກແສນເຈັດຫມື່ນຫ້າພັນໂຕ,
\v 33 ງົວເຈັດຫມື່ນສອງພັນໂຕ,
\v 34 ລໍຫົກຫມື່ນຫນຶ່ງພັນໂຕ,
\v 35 ແລະຄົນ ຄືຜູ້­ຍິງທີ່ຍັງບໍ່ເຄີຍນອນຮ່ວມກັບຊາຍ ທັງຫມົດມີສາມຫມື່ນສອງພັນຄົນ.
\s5
\v 36 ແລະໃນເຄິ່ງສ່ວນຂອງຄົນທີ່ອອກໄປເຮັດສົງ­ຄາມ ມີແກະສາມແສນສາມຫມື່ນເຈັດພັນຫ້າຮ້ອຍໂຕ.
\v 37 ສ່ວນແກະທີ່ເປັນຂອງພຣະ­ຢາເວມີຫົກຮ້ອຍເຈັດສິບຫ້າໂຕ.
\v 38 ມີງົວສາມຫມື່ນຫົກພັນໂຕ ງົວທີ່ເປັນສ່ວນຂອງພຣະ­ຜູ້­ເປັນ­ເຈົ້າເຈັດສິບສອງໂຕ.
\s5
\v 39 ມີລໍ 30,500 ໂຕ, ຊຶ່ງເປັນສ່ວນຂອງພຣະ­ຢາເວຫົກສິບເອັດໂຕ
\v 40 ສ່ວນຄົນມີຫນຶ່ງຫມື່ນຫົກພັນຄົນ, ຊຶ່ງເປັນສ່ວນຂອງພຣະ­ຜູ້­ເປັນ­ເຈົ້າສາມສິບສອງຄົນ.
\v 41 ໂມ­ເຊໄດ້ມອບສ່ວນທີ່ໄດ້ມາຊຶ່ງເປັນຂອງພິ­ເສດຖວາຍແກ່ພຣະຢາເວນັ້ນ. ມອບໃຫ້ແກ່ເອ­ເລ­ອາ­ຊາຕາມທີ່ພຣະ­ຢາເວຊົງສັ່ງໄວ້ກັບໂມ­ເຊ.
\s5
\v 42 ຈາກເຄິ່ງສ່ວນຂອງຄົນອິ­ສຣາ­ເອນຊຶ່ງໂມ­ເຊໄດ້ແບ່ງມາຈາກສ່ວນທີ່ທະ­ຫານໄປເຮັດສົງ­ຄາມໄດ້ນັ້ນ.
\v 43 (ເຄິ່ງສ່ວນຂອງຊຸມ­ນຸມ­ຊົນ ຄື ແກະສາມແສນສາມຫມື່ນເຈັດພັນຫ້າຮ້ອຍໂຕ,
\v 44 ງົວສາມຫມື່ນຫົກພັນໂຕ.
\v 45 ລໍສາມຫມື່ນຫ້າຮ້ອຍໂຕ.
\v 46 ແລະຄົນຫນຶ່ງຫມື່ນຫົກພັນຄົນ).
\s5
\v 47 ຈາກເຄິ່ງສ່ວນຂອງຄົນອິ­ສຣາ­ເອນນັ້ນ, ໂມ­ເຊໄດ້ເອົາຫນຶ່ງສ່ວນຫ້າສິບ, ທັງຄົນ ແລະສັດ, ມອບໃຫ້ແກ່ຄົນເລ­ວີຜູ້ເບິ່ງ­ແຍງຫໍ­ເຕັນສັກ­ສິດຂອງພຣະຢາເວ. ດັ່ງທີ່ພຣະ­ຜູ້­ເປັນ­ເຈົ້າຊົງສັ່ງໂມ­ເຊໄວ້.
\s5
\v 48 ແລ້ວນາຍທະ­ຫານຜູ້ບັງ­ຄັບກອງ­ພັນທັງປວງ, ຄືນາຍພັນນາຍ­ຮ້ອຍໄດ້ເຂົ້າມາຫາໂມ­ເຊ.
\v 49 ແລະກ່າວແກ່ໂມ­ເຊວ່າ, “ຄົນໃຊ້ຂອງທ່ານໄດ້ກວດນັບທະ­ຫານຜູ້ຢູ່ໃຕ້ບັງ­ຄັບບັນ­ຊາຂອງຂ້າ­ນ້ອຍ, ແລ້ວບໍ່ມີຄົນຫາຍໄປຈັກຄົນດຽວ.
\s5
\v 50 ແລະຂ້າ­ນ້ອຍໄດ້ນຳສ່ວນທີ່ຖວາຍແກ່ພຣະ­ຜູ້­ເປັນ­ເຈົ້າ, ຊຶ່ງຕ່າງຄົນຕ່າງໄດ້ມາ, ຄື ສິ່ງທີ່ເຮັດດ້ວຍທອງ­ຄຳ, ມີປອກຂາ, ແລະສາຍຄໍ ແຫວນ, ຕຸ້ມ­ຫູ, ແລະປອກແຂນ, ເພື່ອເຮັດການລົບລ້າງມົນ­ທິນບາບຂອງພວກເຮົາທັງ­ຫລາຍຕໍ່ພຣະ­ພັກພຣະ­ຢາເວ”
\v 51 ໂມ­ເຊແລະເອ­ເລ­ອາ­ຊາກໍຮັບເອົາບັນ­ດາສິ່ງຂອງທີ່ເຮັດດ້ວຍທອງ­ຄຳຈາກພວກເຂົາ.
\s5
\v 52 ແລະທອງ­ຄຳທັງຫມົດຈາກເຄື່ອງຖວາຍ, ຊຶ່ງພວກເຂົາໄດ້ຖວາຍແກ່ພຣະ­ຢາເວ, ຈາກນາຍພັນ ແລະນາຍ­ຮ້ອຍ ມີນຳ້­ຫນັກ16,750 ເຊເຂ.
\v 53 (ທະ­ຫານເຫລົ່າ­ນັ້ນຕ່າງຄົນຕ່າງກໍໄດ້ເກັບເຄື່ອງຂອງຂອງຂ້າ­ເສິກມານຳ).
\v 54 ໂມ­ເຊແລະເອ­ເລ­ອາ­ຊາ ໄດ້ຮັບທອງ­ຄຳຈາກນາຍພັນນາຍ­ຮ້ອຍ. ນຳມາໃນຫໍ­ເຕັນສັກ­ສິດແຫ່ງຊຸມ­ນຸມ ເປັນທີ່ລະ­ນຶກແກ່ຄົນອິ­ສຣາ­ເອນຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າ.
\s5
\c 32
\cl ບົດ​ທີ 32
\p
\v 1 ຄົນຣູ­ເບັນແລະຄົນກາດມີຝູງງົວເປັນຈຳ­ນວນຫລາຍ. ພວກເຂົາໄດ້ເຫັນແຜ່ນ­ດິນຢາ­ເຊແລະແຜ່ນ­ດິນກິ­ເລ­ອາດ, ບ່ອນນັ້ນເປັນບ່ອນທີ່ເຫມາະແກ່ຝູງສັດ.
\v 2 ດັ່ງ­ນັ້ນ ຄົນກາດແລະຄົນຣູ­ເບັນຈຶ່ງມາຫາໂມ­ເຊ, ແລະເອ­ເລ­ອາ­ຊາທີ່ເປັນປະໂຣຫິດແລະຜູ້ນຳຂອງຊຸມ­ນຸມ­ຊົນກ່າວວ່າ,
\v 3 “ ນີ້ຄືລາຍຊື່ຂອງທີ່ຕ່າງໆທີ່ເຮົາໄດ້ສຳຫລວດເບິ່ງຄື: ອາ­ຕາ­ໂຣດ, ດີ­ໂບນ, ຢາ­ເຊ, ນິມ­ຣາ, ເຮັດ­ຊະ­ໂບນ, ເອ­ເລ­ອາ­ເລ, ເສ­ບາມ, ເນ­ໂບ, ແລະເບ­ໂອນ.
\s5
\v 4 ເປັນແຜ່ນ­ດິນຊຶ່ງພຣະ­ຢາເວ­ ຊົງທຳ­ລາຍຕໍ່­ຫນ້າຄົນອິ­ສຣາ­ເອນ, ເປັນແຜ່ນ­ດິນເຫມາະກັບຝູງສັດ, ແລະຄົນໃຊ້ຂອງທ່ານ, ມີຝູງງົວຈຳນວນຫລາຍ”
\v 5 ແລະພວກເຂົາທັງ­ຫລາຍກ່າວວ່າ, “ຖ້າຂ້າ­ນ້ອຍທັງ­ຫລາຍເປັນທີ່ພໍໃຈໃນສາຍ­ຕາຂອງທ່ານ, ຂໍມອບແຜ່ນ­ດິນນີ້ເປັນກຳ­ມະ­ສິດແກ່ຄົນໃຊ້ຂອງທ່ານ, ຂໍຢ່າພາຂ້າ­ນ້ອຍທັງ­ຫລາຍຂ້າມແມ່­ນຳ້ຢໍ­ແດນໄປເລີຍ”
\s5
\v 6 ແຕ່ໂມ­ເຊເວົ້າກັບຄົນກາດແລະຄົນຣູ­ເບັນວ່າ, “ຄວນໃຫ້ພີ່­ນ້ອງຂອງເຈົ້າໄປເຮັດສົງ­ຄາມ, ແຕ່ຝ່າຍພວກເຈົ້າຈະຄອຍຢູ່ບ່ອນນີ້ແບບນັ້ນບໍ?
\v 7 ເປັນຫຍັງເຈົ້າທັງ­ຫລາຍເຮັດໃຫ້ຈິດ­ໃຈຂອງຄົນອິ­ສຣາ­ເອນທໍ້­ຖອຍທີ່ຈະຍົກຂ້າມໄປຍັງແຜ່ນ­ດິນຊຶ່ງພຣະຢາເວໄດ້ຊົງປະ­ທານແກ່ພວກເຂົາ?
\s5
\v 8 ພໍ່ຂອງເຈົ້າທັງ­ຫລາຍໄດ້ເຮັດເຊັ່ນນີ້ ຕອນທີ່ເຮົາໄດ້ໃຊ້ພວກເຂົາໄປຈາກກາ­ເດັດ-ບາ­ເນ­ອາ ໃຫ້ສອດ­ແນມເບິ່ງແຜ່ນ­ດິນນັ້ນ.
\v 9 ເມື່ອພວກເຂົາຂຶ້ນໄປຍັງພູ­ເຂົາເອັດ­ຊະ­ໂຄນ, ແລະໄດ້ເຫັນແຜ່ນ­ດິນນັ້ນ­ແລ້ວ ພວກເຂົາກໍເຮັດໃຫ້ຈິດ­ໃຈຄົນອິ­ສຣາ­ເອນທໍ້­ຖອຍທີ່ຈະຍົກເຂົ້າໄປໃນແຜ່ນ­ດິນຊຶ່ງພຣະຢາເວ ໄດ້ຊົງປະ­ທານແກ່ພວກເຂົາ.
\s5
\v 10 ໃນມື້ນັ້ນ ພຣະ­ຜູ້­ເປັນ­ເຈົ້າຊົງໂກດຮ້າຍພວກເຂົາຢ່າງຫນັກ ພຣະ­ອົງຊົງປະ­ຕິ­ຍານໄວ້ວ່າ:
\v 11 ‘‘ແນ່­ນອນທີ່ສຸດ ທຸກຄົນທີ່ໄດ້ອົບ­ພະ­ຍົບອອກຈາກເອ­ຢິບອາ­ຍຸຕັ້ງ­ແຕ່ຊາວປີຂຶ້ນໄປຈະບໍ່ໄດ້ເຫັນແຜ່ນ­ດິນຊຶ່ງເຮົາໄດ້ສັນ­ຍາວ່າຈະມອບໃຫ້ອັບ­ຣາ­ຮາມ, ອີ­ຊາກ, ແລະຢາ­ໂຄບ, ເພາະພວກເຂົາບໍ່ໄດ້ຕິດ­ຕາມເຮົາດ້ວຍໃຈຈິງ.
\v 12 ເວັ້ນແຕ່ກາ­ເລັບລູກຊາຍເຢ­ຟຸນ­ເນຄົນເກ­ນິດ­ຊີ, ແລະໂຢ­ຊວຍລູກຊາຍນູນ. ເພາະ­ວ່າພວກເຂົາທັງສອງຕິດ­ຕາມເຮົາດ້ວຍໃຈຈິງ’.
\s5
\v 13 ແລະພຣະ­ຜູ້­ເປັນ­ເຈົ້າຊົງໂກດຮ້າຍຕໍ່ອິ­ສຣາ­ເອນ, ພຣະ­ອົງຈຶ່ງຊົງໃຫ້ພວກເຂົາພະ­ເນ­ຈອນຢູ່ໃນຖິ່ນແຫ້ງ­ແລ້ງກັນ­ດານສີ່ສິບປີ, ຈົນລຸ້ນພວກທີ່ເຮັດຜິດໃນສາຍພຣະ­ເນດຂອງພຣະ­ຜູ້­ເປັນ­ເຈົ້າຕາຍໄປຈົນຫມົດ.
\v 14 ແລະເບິ່ງແມ, ເຈົ້າໄດ້ເຕີບໃຫຍ່ຂຶ້ນມາແທນພໍ່ຂອງເຈົ້າ, ເປັນເຊື້ອ­ສາຍຄົນບາບທີ່ຈະເພີ່ມທະ­ວີພຣະ­ພິ­ໂລດຂອງພຣະ­ຜູ້­ເປັນ­ເຈົ້າຕໍ່ອິ­ສຣາ­ເອນໃຫ້ຫລາຍຍິ່ງຂຶ້ນ.
\v 15 ເພາະ­ວ່າຖ້າເຈົ້າທັງ­ຫລາຍຫັນຫນີຈາກການຕິດ­ຕາມພຣະ­ອົງ, ພຣະ­ອົງຈະຊົງປະຖິ້ມພວກເຈົ້າໃນຖິ່ນແຫ້ງ­ແລ້ງກັນ­ດານອີກ, ແລະເຈົ້າທັງ­ຫລາຍຈະທຳ­ລາຍຊົນຊາດທັງຫມົດນີ້”
\s5
\v 16 ແລ້ວພວກເຂົາເຂົ້າມາໃກ້ໂມ­ເຊກ່າວວ່າ, “ ຂ້າ­ນ້ອຍທັງ­ຫລາຍຈະສ້າງຄອກສຳ­ລັບຝູງແບ້ແກະບ່ອນນີ້, ແລະສ້າງເມືອງສຳ­ລັບຄອບຄົວຂອງເຮົາທັງ­ຫລາຍ.
\v 17 ແຕ່ເຮົາທັງ­ຫລາຍຈະຖືອາ­ວຸດພ້ອມທີ່ຈະໄປຂ້າງຫນ້າຄົນອິ­ສຣາ­ເອນຈົນກວ່າເຮົາທັງ­ຫລາຍຈະນຳພວກເຂົາໄປເຖິງບ່ອນຂອງພວກເຂົາ. ຄອບຄົວຂອງເຮົາຈະໄດ້ຢູ່ໃນເມືອງທີ່ມີກຳ­ແພງອ້ອມຮອບ ເພາະຢ້ານຊາວແຜ່ນ­ດິນນີ້.
\s5
\v 18 ເຮົາທັງ­ຫລາຍຈະບໍ່ຍອມກັບເຮືອນຈົນກວ່າຄົນອິ­ສຣາ­ເອນຈະໄດ້ຮັບມໍ­ລະ­ດົກຂອງພວກເຂົາທຸກຄົນ.
\v 19 ເພາະເຮົາຈະບໍ່ໄດ້ຮັບມໍ­ລະ­ດົກກັບພວກເຂົາຊຶ່ງຢູ່ຟາກແມ່­ນຳ້ຢໍ­ແດນແລະຕໍ່ອອກໄປ ເພາະ­ວ່າມໍ­ລະ­ດົກທີ່ຕົກທອດມາເຖິງເຮົາກໍຢູ່ຟາກແມ່­ນຳ້ຢໍ­ແດນ, ເບື້ອງຕາ­ເວັນອອກນີ້.”
\s5
\v 20 ໂມ­ເຊຈຶ່ງກ່າວແກ່ພວກເຂົາວ່າ, “ຖ້າເຈົ້າທັງ­ຫລາຍຈະເຮັດເຊັ່ນນີ້, ຄືຈັບອາ­ວຸດຂຶ້ນເຂົ້າສູ່ສົງ­ຄາມຕໍ່ພຣະ­ພັກພຣະຢາເວ.
\v 21 ຈະຂ້າມແມ່­ນຳ້ຢໍ­ແດນໄປຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າ. ຈົນກວ່າພຣະ­ອົງຈະຊົງຂັບໄລ່ສັດ­ຕູໃຫ້ພົ້ນພຣະ­ອົງ.
\v 22 ແລະແຜ່ນ­ດິນນັ້ນຈະພ່າຍແພ້ຕໍ່ພຣະ­ພັກພຣະ­ອົງແລ້ວ. ພາຍ­ຫລັງເຈົ້າຈຶ່ງຈະກັບ. ແລະພົ້ນຈາກພັນ­ທະທີ່ມີຕໍ່ພຣະ­ຢາເວ ແລະຊາວອິ­ສຣາ­ເອນ. ແລະແຜ່ນ­ດິນນີ້ຈະຕົກເປັນກຳ­ມະ­ສິດຂອງເຈົ້າຕໍ່ພຣະ­ພັກພຣະ­ຢາເວ.
\s5
\v 23 ແຕ່ຖ້າເຈົ້າທັງ­ຫລາຍບໍ່ໄດ້ເຮັດເຊັ່ນນີ້, ເບິ່ງແມ, ເຈົ້າທັງ­ຫລາຍໄດ້ເຮັດບາບຕໍ່ພຣະ­ຢາເວ. ຈົ່ງຮູ້ໄວ້ວ່າ ບາບຂອງທ່ານກໍຈະໄລ່ຕາມທັນ.
\v 24 ຈົ່ງສ້າງເມືອງສຳ­ລັບຄອບຄົວທັງ­ຫລາຍຂອງເຈົ້າ ແລະສ້າງຄອກສຳ­ລັບແບ້ແກະຂອງເຈົ້າ ແລະເຮັດຕາມຄຳທີ່ອອກຈາກປາກຂອງເຈົ້າ.”
\v 25 ຄົນກາດກັບຄົນຣູ­ເບັນຈຶ່ງກ່າວແກ່ໂມ­ເຊວ່າ “ຄົນໃຊ້ຂອງທ່ານຈະເຮັດດັ່ງທີ່ເຈົ້ານາຍຂອງຂ້າ­ນ້ອຍບັນ­ຊາ.
\s5
\v 26 ເດັກ­ນ້ອຍທັງ­ຫລາຍ, ເມຍທັງ­ຫລາຍ, ຝູງສັດດ ແລະສັດໃຊ້ທັງຫມົດຂອງພວກເຮົາ, ຈະຢູ່ບ່ອນນີ້ໃນເມືອງກິ­ເລ­ອາດ.
\v 27 ແຕ່ຄົນໃຊ້ຂອງທ່ານທຸກຄົນ, ຜູ້ມີອາ­ວຸດເຮັດສົງ­ຄາມຈະຂ້າມໄປ, ເພື່ອສູ້ຮົບຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າ, ດັ່ງທີ່ເຈົ້ານາຍຂອງຂ້າ­ນ້ອຍສັ່ງ.”
\s5
\v 28 ກ່ຽວກັບເລື່ອງພວກເຂົານີ້ໂມ­ເຊຈຶ່ງອອກຄຳສັ່ງແກ່ເອ­ເລ­ອາ­ຊາ, ແລະໂຢ­ຊວຍລູກຊາຍນູນ, ແລະແກ່ຫົວ­ຫນ້າຕະ­ກຸນຂອງຄົນອິ­ສຣາ­ເອນ,
\v 29 “ແລະໂມ­ເຊກ່າວແກ່ພວກເຂົາວ່າ “ຖ້າຄົນກາດແລະຄົນຣູ­ເບັນທຸກຄົນຜູ້ມີອາ­ວຸດທີ່ຈະເຮັດສົງ­ຄາມຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າ ຈະຂ້າມແມ່­ນຳ້ຢໍ­ແດນໄປພ້ອມກັບເຈົ້າທັງ­ຫລາຍ ແລະແຜ່ນ­ດິນນັ້ນຈະພ່າຍແພ້ຕໍ່­ຫນ້າເຈົ້າແລ້ວ, ເຈົ້າຈົ່ງມອບແຜ່ນ­ດິນກິ­ເລ­ອາດໃຫ້ເປັນກຳ­ມະ­ສິດແກ່ພວກເຂົາ.
\v 30 ແຕ່ຖ້າພວກເຂົາບໍ່ຖືອາ­ວຸດຂ້າມໄປກັບເຈົ້າ, ພວກເຂົາຈະຕ້ອງໄດ້ສ່ວນແຜ່ນ­ດິນກາ­ນາ­ອານຮ່ວມກັບເຈົ້າເປັນກຳ­ມະ­ສິດ.”
\s5
\v 31 ຄົນກາດກັບຄົນຣູ­ເບັນຕອບວ່າ, “ພຣະ­ຢາເວກ່າວກັບຄົນໃຊ້ຂອງທ່ານຢ່າງ­ໃດ, ພວກເຮົາທັງ­ຫລາຍຈະເຮັດຢ່າງນັ້ນ.
\v 32 ພວກເຮົາຈະຖືອາ­ວຸດຂ້າມໄປຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າສູ່ແຜ່ນ­ດິນກາ­ນາ­ອານ, ແລະທີ່ດິນມໍ­ລະ­ດົກຂອງພວກເຮົານັ້ນຈະຄົງຢູ່ຟາກແມ່­ນຳ້ຢໍ­ແດນເບື້ອງນີ້.”
\s5
\v 33 ໂມ­ເຊໄດ້ມອບດິນ­ແດນເຫລົ່ານີ້ແກ່ຄົນກາດ ແລະຄົນຣູ­ເບັນ, ແລະເຄິ່ງຫນຶ່ງຂອງຕະ­ກຸນມາ­ນາ­ເຊລູກຊາຍໂຢ­ເຊັບ, ຄືອາ­ນາ­ຈັກຂອງສີ­ຫົນກະ­ສັດແຫ່ງຄົນອະ­ໂມ­ຣີດ, ແລະອາ­ນາ­ຈັກຂອງໂອກກະ­ສັດແຫ່ງບາ­ຊານ, ທັງແຜ່ນ­ດິນ, ແລະຫົວເມືອງ, ຕະ­ຫລອດພົມແດນ, ຄືຫົວເມືອງໃຫຍ່ໃນແຜ່ນ­ດິນທີ່ອ້ອມຮອບເຂົາ.
\s5
\v 34 ເແລະຄົນກາດກໍສ້າງເມືອງດີ­ໂບນ, ອາ­ຕາ­ໂຣດ, ອາ­ໂຣ­ເອ.
\v 35 ອາດ­ໂຣດ ໂຊ­ຟັນ, ຢາ­ເຊ, ໂຢກ­ເບ­ຮາ,
\v 36 ເບັດນິມ­ຣາ, ແລະເບັດຮາ­ຣານ, ໃຫ້ເປັນເມືອງມີກຳ­ແພງອ້ອມຮອບ ແລະສ້າງຄອກໃຫ້ພວກແກະ.
\s5
\v 37 ຄົນຣູ­ເບັນກໍສ້າງເມືອງເຮັດ­ຊະ­ໂບນ, ເອ­ເລ­ອາ­ເລ, ກີ­ຣິ­ອາດ­ທາ­ຢິມ,
\v 38 ເນ­ໂບ, ແລະບາ­ອານເມ­ໂອນ, (ຊື່ເຫລົ່ານີ້ຕ້ອງປ່ຽນໃຫມ່), ແລະສິບ­ມາ, ແລະຕັ້ງຊື່ໃຫມ່ໃຫ້ແກ່ເມືອງທີ່ພວກເຂົາສ້າງຂຶ້ນນັ້ນ.
\v 39 ຄົນມາ­ກີບຸດຊາຍມາ­ນາ­ເຊໄດ້ເຂົ້າໄປຍຶດເມືອງກິ­ເລ­ອາດ, ແລະຂັບໄລ່ພວກອະ­ໂມ­ຣີດຊຶ່ງຢູ່ໃນເມືອງນັ້ນ.
\s5
\v 40 ໂມ­ເຊຈຶ່ງຍົກກິ­ເລ­ອາດໃຫ້ແກ່ມາ­ກີບຸດຊາຍມາ­ນາ­ເຊ, ແລະພວກເຂົາກໍເຂົ້າອາໃສຢູ່ໃນເມືອງນັ້ນ.
\v 41 ຢາ­ອີ ບຸດຊາຍມາ­ນາ­ເຊຍົກທັບໄປຍຶດຊົນ­ນະ­ບົດຂອງພວກເຂົາເຫລົ່າ­ນັ້ນ, ແລະເອີ້ນຊື່­ວ່າຮາໂວດຢາ­ອີ.
\v 42 ໂນ­ບາໄປຍຶດເກ­ນາດ, ແລະຊົນ­ນະ­ບົດຂອງເມືອງນີ້, ແລະເອີ້ນວ່າເມືອງໂນ­ບາຕາມຊື່ຂອງພວກເຂົາ.
\s5
\c 33
\cl ບົດ​ທີ 33
\p
\v 1 ຕໍ່ໄປນີ້ແມ່ນໄລ­ຍະທາງຍ່າງຂອງຄົນອິ­ສຣາ­ເອນ, ເມື່ອເຂົາຍ່າງອອກຈາກແຜ່ນ­ດິນເອ­ຢິບເປັນຫມວດຫມູ່ພາຍໃຕ້ການນຳຂອງໂມ­ເຊແລະອາ­ໂຣນ.
\v 2 ໂມ­ເຊໄດ້ຈົດສະ­ຖານ­ທີ່ທີ່ພວກເຂົາອອກຍ່າງເທື່ອລະໄລ­ຍະ, ຕາມພຣະ­ບັນ­ຊາຂອງພຣະ­ຢາເວ. ຕໍ່ໄປນີ້ເປັນໄລ­ຍະ, ຕາມສະ­ຖານ­ທີ່ທີ່ພວກເຂົາຍ່າງຜ່ານໄປ.
\s5
\v 3 ພວກເຂົາຍ່າງອອກຈາກຣາ­ເມ­ເສດໃນເດືອນຕົ້ນ, ໃນວັນທີສິບຫ້າຂອງເດືອນຕົ້ນນັ້ນ, ຖັດຈາກວັນປັດ­ສະ­ຄາໄປມື້­ຫນຶ່ງ, ຄົນອິ­ສຣາ­ເອນຍ່າງອອກຢ່າງມີໄຊໃນສາຍ­ຕາຂອງບັນ­ດາຊາວເອ­ຢິບທັງຫມົດ.
\v 4 ຂະ­ນະນັ້ນ, ຊາວເອ­ຢິບກຳ­ລັງຝັງສົບລູກຫົວ­ປີທັງ­ຫລາຍຂອງຕົນ, ຜູ້ທີ່ພຣະ­ຢາເວຊົງປະ­ຫານຊີ­ວິດທ່າມ­ກາງພວກເຂົາ, ພຣະ­ຜູ້­ເປັນ­ເຈົ້າຊົງລົງ­ໂທດພະທັງ­ຫລາຍຂອງເຂົາດ້ວຍ.
\s5
\v 5 ດັ່ງ­ນັ້ນ ຄົນອິ­ສຣາ­ເອນຈຶ່ງໄດ້ຍ່າງອອກຈາກຣາ­ເມ­ເສດ, ແລະຕັ້ງຄ້າຍທີ່ສຸກ­ໂກດ.
\v 6 ແລະພວກເຂົາໄດ້ຍ່າງອອກຈາກສຸກ­ໂກດ ແລະມາຕັ້ງຄ້າຍທີ່ເອ­ທາມ, ຊຶ່ງຢູ່ແຄມຖິ່ນແຫ້ງ­ແລ້ງກັນ­ດານ.
\v 7 ຈພວກເຂົາໄດ້ຍ່າງອອກຈາກເອ­ທາມ, ຖອຍ­ຫລັງກັບມາຢູ່ຕໍ່­ຫນ້າບາ­ອານເຊ­ໂຟນ, ແລະພວກເຂົາໄດ້ຕັ້ງຄ້າຍຢູ່ຫນ້າເມືອງມິກ­ໂດນ.
\s5
\v 8 ແລະພວກເຂົາໄດ້ຍ່າງອອກຈາກຫນ້າຮາ­ຮິ­ໂຣດຂ້າມກາງທະ­ເລເຂົ້າໄປໃນຖິ່ນແຫ້ງ­ແລ້ງກັນ­ດານ. ແລະພວກເຂົາຍ່າງໄປໃນຖິ່ນແຫ້ງ­ແລ້ງກັນ­ດານເອ­ທາມໄລ­ຍະທາງສາມມື້ ແລະຕັ້ງຄ້າຍທີ່ມາ­ຣາ.
\v 9 ແລະພວກເຂົາໄດ້ຍ່າງອອກຈາກມາ­ລາມາເຖິງເອ­ລີມ, ທີ່ເອ­ລີມມີນຳ້­ພຸສິບສອງແຫ່ງ, ແລະຕົ້ນປາມເຈັດສິບຕົ້ນ. ແລະພວກເຂົາຕັ້ງຄ້າຍບ່ອນນັ້ນ.
\v 10 ພວກເຂົາໄດ້ຍ່າງອອກຈາກເອ­ລີມມາຕັ້ງຄ້າຍທີ່ທະ­ເລແດງ.
\s5
\v 11 ແລະພວກເຂົາໄດ້ຍ່າງອອກຈາກທະ­ເລແດງມາຕັ້ງຄ້າຍຢູ່ໃນຖິ່ນແຫ້ງ­ແລ້ງກັນ­ດານຊິນ.
\v 12 ພວກເຂົາໄດ້ຍ່າງອອກຈາກຖິ່ນແຫ້ງ­ແລ້ງກັນ­ດານຊິນ ມາຕັ້ງຄ້າຍທີ່ໂດບ­ຟະ­ກາ.
\v 13 ແລະພວກເຂົາໄດ້ຍ່າງອອກຈາກໂດບ­ຟະ­ກາ ມາຕັ້ງຄ້າຍທີ່ອາ­ລູ­ຊາ.
\v 14 ແລະພວກເຂົາໄດ້ຍ່າງອອກຈາກອາ­ລູ­ຊາ ຕັ້ງຄ້າຍທີ່ເຣ­ຟີ­ດີມ, ບ່ອນນັ້ນບໍ່ມີນຳ້ໃຫ້ປະ­ຊາ­ຊົນດື່ມ.
\s5
\v 15 ແລະພວກເຂົາໄດ້ຍ່າງອອກຈາກເຣ­ຟີ­ດີມມາຕັ້ງຄ້າຍໃນຖິ່ນແຫ້ງ­ແລ້ງກັນ­ດານຊີ­ນາຍ.
\v 16 ແລະພວກເຂົາໄດ້ຍ່າງອອກຈາກຖິ່ນແຫ້ງ­ແລ້ງກັນ­ດານຊີ­ນາຍມາຕັ້ງຄ້າຍຢູ່ກິບ­ໂຣດ ຮັດ­ຕ­ວາ.
\v 17 ພວກເຂົາໄດ້ຍ່າງອອກຈາກກິບ­ໂຣດ ຮັດ­ຕາ­ວາມາຕັ້ງຄ້າຍທີ່ຮາ­ເຊ­ໂຣດ.
\v 18 ແລະພວກເຂົາຍົກຍ່າງອອກຈາກຮາ­ເຊ­ໂຣດ ມາຕັ້ງຄ້າຍທີ່ຣິດ­ມາ.
\s5
\v 19 ພວກເຂົາໄດ້ຍ່າງອອກຈາກຣິດ­ມາ ມາຕັ້ງຄ້າຍທີ່ຣິມ­ໂມນ ເປເຣດ.
\v 20 ພວກເຂົາໄດ້ຍ່າງອອກຈາກຣິມ­ໂມນ ເປ­ເຣດ ມາຕັ້ງຄ້າຍທີ່ລິບ­ນາ.
\v 21 ພວກເຂົາໄດ້ຍ່າງອອກຈາກລິບ­ນາ ມາຕັ້ງຄ້າຍທີ່ຣິດ­ສາ.
\v 22 -ແລະພວກເຂົາໄດ້ຍ່າງອອກຈາກຣິດ­ສາ ມາຕັ້ງຄ້າຍທີ່ເກ­ເຮ­ລາ­ທາ.
\s5
\v 23 ພວກເຂົາໄດ້ຍ່າງອອກຈາກເກ­ເຮ­ລາ­ທາ ມາຕັ້ງຄ້າຍທີ່ພູ­ເຂົາເຊ­ເຟ.
\v 24 ແລະພວກເຂົາໄດ້ຍ່າງອອກຈາກພູ­ເຂົາເຊ­ເຟ ມາຕັ້ງຄ້າຍທີ່ຮາ­ຣາ­ດາ.
\v 25 ພວກເຂົາໄດ້ຍ່າງອອກຈາກຮາ­ຣາ­ດາ ມາຕັ້ງຄ້າຍທີ່ມັກ­ເຮ­ໂລດ.
\v 26 ແລະພວກເຂົາໄດ້ຍ່າງອອກຈາກມັກ­ເຮ­ໂລດ ມາຕັ້ງຄ້າຍທີ່ຕາ­ຮາດ.
\s5
\v 27 ພວກເຂົາໄດ້ຍ່າງອອກຈາກຕາ­ຮາດ ມາຕັ້ງຄ້າຍທີ່ເຕ­ຣາ.
\v 28 ແລະພວກເຂົາໄດ້ຍ່າງອອກຈາກເຕ­ຣາ ມາຕັ້ງຄ້າຍທີ່ມີ­ທະ­ກາ.
\v 29 ພວກເຂົາໄດ້ຍ່າງອອກຈາກມີ­ທະ­ກາ ມາຕັ້ງຄ້າຍທີ່ຮາ­ຊະ­ໂມ­ນາ.
\v 30 ແລະພວກເຂົາໄດ້ຍ່າງອອກຈາກຮາ­ຊະ­ໂມ­ນາ ມາຕັ້ງຄ້າຍທີ່ໂມ­ເສ­ໂຣດ.
\s5
\v 31 ພວກເຂົາໄດ້ຍ່າງອອກຈາກໂມ­ເສ­ໂຣດ ມາຕັ້ງຄ້າຍທີ່ເບ­ເນ ຢາອາການ.
\v 32 ແລະພວກເຂົາໄດ້ຍ່າງອອກຈາກເບ­ເນ ຢາ­ອາ­ການ ມາຕັ້ງຄ້າຍທີ່ໂຮ­ເຣ ຮັກ­ກິດ­ກາດ.
\v 33 ພວກເຂົາໄດ້ຍ່າງອອກຈາກໂຮ­ເຣ ຮັກ­ກິດ­ກາດ ມາຕັ້ງຄ້າຍທີ່ໂຢດ­ບາ­ທາ.
\v 34 ແລະພວກເຂົາໄດ້ຍ່າງອອກຈາກໂຢດ­ບາ­ທາ ມາຕັ້ງຄ້າຍທີ່ອາບ­ໂຣ­ນາ.
\s5
\v 35 - - -ພວກເຂົາໄດ້ຍ່າງອອກຈາກອາບ­ໂຣ­ນາ ມາຕັ້ງຄ້າຍທີ່ເອັດ­ຊິ­ໂອນ ເກ­ເບ.
\v 36 ແລະພວກເຂົາໄດ້ຍ່າງອອກຈາກເອັດ­ຊິ­ໂອນ ເກເບ ມາຕັ້ງຄ້າຍໃນຖິ່ນແຫ້ງ­ແລ້ງກັນ­ດານຊິນ ຄືກາ­ເດັດ.
\v 37 ພວກເຂົາໄດ້ຍ່າງອອກຈາກກາ­ເດັດ ມາຕັ້ງຄ້າຍທີ່ພູ­ເຂົາໂຮ­ເຣ ຕິດກັບແຜ່ນ­ດິນເອ­ໂດມ.
\s5
\v 38 ແລະປະ­ໂລ­ຫິດອາ­ໂຣນໄດ້ຂຶ້ນໄປເທິງພູ­ເຂົາໂຮ­ເຣ, ຕາມພຣະ­ບັນ­ຊາຂອງພຣະ­ຢາເວ ແລະໄດ້ເສຍຊີ­ວິດຢູ່ບ່ອນນັ້ນ ໃນວັນທີຫນຶ່ງ, ເດືອນທີຫ້າປີທີ່ສີ່ສິບ, ນັບຕັ້ງ­ແຕ່ມື້ທີ່ຄົນອິ­ສຣາ­ເອນຍົກຍ່າງອອກຈາກປະ­ເທດເອ­ຢິບ.
\v 39 ເມື່ອອາ­ໂຣນເສຍຊີ­ວິດທີ່ພູ­ເຂົາໂຮ­ເຣນັ້ນ ເພິ່ນມີອາ­ຍຸ123 ປີ.
\s5
\v 40 ແລະກະ­ສັດເມືອງອາ­ຣັດ, ຊາວກາ­ນາ­ອານ, ຜູ້ທີ່­ຢູ່ໃນຖິ່ນທຸລະກັນດານທາງພາກໃຕ້ໃນແຜ່ນ­ດິນກາ­ນາ­ອານໄດ້ຍິນຂ່າວວ່າຄົນອິດ­ສະຣາ­ເອນກຳລັງມາ.
\s5
\v 41 ແລະພວກເຂົາໄດ້ຍ່າງອອກຈາກພູ­ເຂົາໂຮ­ເຣ ມາຕັ້ງຄ້າຍທີ່ຊັນ­ໂມ­ນາ.
\v 42 ພວກເຂົາໄດ້ຍ່າງອອກຈາກຊັນ­ໂມ­ນາ ມາຕັ້ງຄ້າຍທີ່ປູ­ໂນນ.
\v 43 ແລະພວກເຂົາໄດ້ຍ່າງອອກຈາກປູ­ໂນນ ມາຕັ້ງຄ້າຍທີ່ໂອ­ໂບດ.
\s5
\v 44 ພວກເຂົາໄດ້ຍ່າງອອກຈາກໂອ­ໂບດມາຕັ້ງຄ້າຍທີ່ອີ­ເຢ ອາ­ບາ­ຣີມໃນດິນ­ແດນໂມ­ອາບ.
\v 45 ແລະພວກເຂົາອອກຍ່າງອອກຈາກອີ­ຢິມມາຕັ້ງຄ້າຍທີ່ດີ­ໂບນກາດ.
\v 46 ພວກເຂົາໄດ້ຍ່າງອອກຈາກດີ­ໂບນກາດ ແລະ ມາຕັ້ງຄ້າຍທີ່ອັນ­ໂມນ ດິບ­ລະ­ທາ­ຢິມ.
\s5
\v 47 ພວກເຂົາໄດ້ຍ່າງອອກຈາກອັນ­ໂມນ ດິບ­ລະ­ທາ­ຢິມມາຕັ້ງຄ້າຍໃນພູ­ເຂົາເນ­ໂບ.
\v 48 ພວກເຂົາໄດ້ຍ່າງອອກຈາກພູ­ເຂົາອາ­ບາ­ຣີມມາຕັ້ງຄ້າຍຢູ່ທົ່ງ­ພຽງໂມ­ອາບແຄມແມ່ນຳ້ຢໍ­ແດນໃກ້ເມືອງເຢ­ຣິ­ໂກ.
\v 49 ພວກເຂົາຕັ້ງຄ້າຍຢູ່ແຄມແມ່­ນຳ້ຢໍ­ແດນ, ຕັ້ງ­ແຕ່ເບັດ ເຢ­ຊີ­ໂມດ ໄກໄປຈົນຮອດອາ­ເບັນຊິດ­ຕີມໃນທົ່ງ­ພຽງໂມ­ອາບ
\s5
\v 50 ແລະພຣະຢາເວກ່າວກັບໂມ­ເຊໃນທົ່ງ­ພຽງໂມ­ອາບແຄມແມ່­ນຳ້ຢໍ­ແດນໃກ້ເມືອງເຢ­ຣິ­ໂກວ່າ,
\v 51 “ ຈົ່ງກ່າວແກ່ຄົນອິ­ສຣາ­ເອນວ່າ: ເມື່ອເຈົ້າຂ້າມແມ່­ນຳ້ຢໍ­ແດນເຂົ້າໄປໃນແຜ່ນ­ດິນກາ­ນາ­ອານ,
\v 52 ເຈົ້າຈົ່ງຂັບໄລ່ຊາວເມືອງນັ້ນອອກທັງຫມົດໃຫ້ພົ້ນຫນ້າເຈົ້າ. ແລະທຳ­ລາຍຮູບແກະ­ສະ­ຫລັກຂອງພວກເຂົາໃຫ້ຫມົດແລະທຳ­ລາຍຮູບເຄົາ­ລົບທີ່ເປັນໂລ­ຫະຂອງພວກເຂົາໃຫ້ຫມົດ. ແລະທຳ­ລາຍບັນ­ດາປູ­ຊະ­ນີ­ຍະ­ສະ­ຖານສູງຂອງພວກເຂົາ.
\s5
\v 53 ແລະເຈົ້າຈົ່ງຂັບໄລ່ຊາວແຜ່ນ­ດິນນັ້ນອອກ ແລະ ເຂົ້າໄປຕັ້ງຄ້າຍຢູ່ໃນນັ້ນ, ເພາະເຮົາໄດ້ໃຫ້ແຜ່ນ­ດິນນັ້ນໃຫ້ເຈົ້າຖືກຳ­ມະ­ສິດ.
\v 54 ພວກເຈົ້າຈົ່ງຈັບສະ­ຫລາກມໍ­ລະ­ດົກທີ່ດິນນັ້ນ, ຕາມຄອບ­ຄົວຂອງເຈົ້າຄອບ­ຄົວທີ່ໃຫຍ່ເຈົ້າຈົ່ງ ໃຫ້ມໍ­ລະ­ດົກສ່ວນໃຫຍ່, ຄອບ­ຄົວທີ່ນ້ອຍເຈົ້າຈົ່ງໃຫ້ມໍ­ລະ­ດົກສ່ວນນ້ອຍ, ດິນຜືນໃດທີ່ສະ­ຫລາກຕົກແກ່ຄົນໃດກໍເປັນຂອງຄົນນັ້ນ. ເຈົ້າຈົ່ງຮັບມໍ­ລະ­ດົກຕາມຕະ­ກູນຂອງບັນ­ພະ­ບູ­ລຸດຂອງເຈົ້າ.
\s5
\v 55 ຖ້າພວກເຈົ້າບໍ່ໄດ້ຂັບໄລ່ຊາວເມືອງນັ້ນອອກໃຫ້ພົ້ນຫນ້າເຈົ້າ, ຕໍ່ມາຜູ້ທີ່ເຈົ້າໃຫ້ເຫລືອຢູ່ນັ້ນກໍຈະກາຍ­ເປັນສ້ຽນໃນຕາຂອງເຈົ້າ, ແລະເປັນຫນາມທີ່ສີຂ້າງຂອງເຈົ້າ. ແລະພວກເຂົາຈະຮຸກຮານເຈົ້າໃນແຜ່ນ­ດິນທີ່ເຈົ້າເຂົ້າອາ­ໄສຢູ່ນັ້ນ.
\v 56 ແລະ ຕໍ່ມາເຮົາຈະເຮັດແກ່ພວກເຈົ້າ, ດັ່ງທີ່ເຮົາຄິດຈະປະ­ຕິ­ບັດແກ່ພວກເຂົານັ້ນ.”
\s5
\c 34
\cl ບົດທີ 34
\p
\v 1 ພຣະຢາເວໄດ້ສັ່ງໂມເຊວ່າ,
\v 2 “ຈົ່ງບອກຄົນອິ­ດສະຣາ­ເອນວ່າ, ເມື່ອເຈົ້າເຂົ້າໄປໃນແຜ່ນ­ດິນກາ­ນາ­ອານ (ອັນເປັນແຜ່ນ­ດິນທີ່ເຮົາໃຫ້ແກ່ເຈົ້າເປັນມໍ­ລະ­ດົກຄືແຜ່ນ­ດິນກາ­ນາ­ອານຕາມເຂດແດນທັງຫມົດ) ນັ້ນ.
\v 3 ເຂດເບື້ອງໃຕ້ຂອງເຈົ້ານັບຈາກຖິ່ນແຫ້ງ­ແລ້ງກັນ­ດານຊິນຕາມເບື້ອງເອ­ໂດມ. ແລະ ອາ­ນາ­ເຂດໃຕ້ຂອງເຈົ້ານັ້ນນັບຈາກປາຍທະ­ເລຕາຍທາງທິດ­ຕາ­ເວັນ­ອອກ.
\s5
\v 4 ແລະອາ­ນາ­ເຂດຂອງເຈົ້າຈະລ້ຽວໄປທາງໃຕ້ເນີນສູງອັກ­ຣັບ­ບີມຂ້າມໄປຫາຖິ່ນແຫ້ງ­ແລ້ງກັນ­ດານຊິນໄປສຸດລົງທີ່ທິດ­ໃຕ້ກາ­ເດັດ ບາ­ເນ­ອາໄປຈົນຮອດຮາ­ຊາອັດ­ດາຜ່ານໄປຈົນຮອດອາ­ຊະ­ໂມນ.
\v 5 ຈາກບ່ອນນັ້ນ, ອາ­ນາ­ເຂດຈະລ້ຽວຈາກອາ­ຊະ­ໂມນຫາແມ່­ນຳ້ເອ­ຢິບໄປສິ້ນສຸດລົງທີ່ທະ­ເລ.
\s5
\v 6 ອາ­ນາ­ເຂດທາງທິດ­ຕາ­ເວັນ­ຕົກເຈົ້າຈະໄດ້ທະ­ເລເມດີຕາ­ລາເນ ແລະ ຝັ່ງທະ­ເລນັ້ນ. ນີ້ຈະເປັນເຂດແດນທາງທິດ­ຕາ­ເວັນ­ຕົກຂອງເຈົ້າ.
\s5
\v 7 ຕໍ່ໄປນີ້ເປັນອາ­ນາ­ເຂດທາງທິດ­ເຫນືອຂອງເຈົ້າ ຄືຈາກທະ­ເລເມດີຕາ­ລາເນເຈົ້າຈົ່ງເຮັດເຄື່ອງ­ຫມາຍໄປຈົນຮອດພູ­ເຂົາໂຮ­ເຣ,
\v 8 ຈາກພູ­ເຂົາໂຮ­ເຣເຈົ້າຈົ່ງເຮັດເຄື່ອງ­ຫມາຍເລື່ອຍໄປຈົນຮອດທາງເຂົ້າເມືອງເລໂບຮາ­ມັດ, ແລະ ປາຍສຸດຂອງອາ­ນາ­ເຂດເບື້ອງນີ້ຄືເຊ­ດາດ.
\v 9 ແລ້ວອາ­ນາ­ເຂດຈະຍາວໄປຮອດຊິ­ໂຟຣນ ແລະ ໄປສິ້ນສຸດທີ່ຮາ­ຊາເອ­ນັນ. ນີ້ເປັນອາ­ນາ­ເຂດທາງທິດ­ເຫນືອຂອງເຈົ້າ.
\s5
\v 10 ແລ້ວຈາກນັ້ນເຈົ້າຈົ່ງເຮັດເຄື່ອງ­ຫມາຍອາ­ນາ­ເຂດທາງທິດ­ຕາ­ເວັນ­ອອກຂອງເຈົ້າຈາກຮາ­ຊາ-ເອ­ນັນຫາເຊ­ຟາມ.
\v 11 ແລະອາ­ນາ­ເຂດຈະລົງມາຈາກເຊ­ຟາມຮອດຣິບ­ລາ, ຂ້າງຕາ­ເວັນອອກຂອງເມືອງອາ­ຍິນ. ແລະອາ­ນາ­ເຂດຈະລົງມາເຖິງທີ່ສຸດປາຍທະ­ເລຄິນ­ເນ­ເຣດ ທາງທິດ­ຕາ­ເວັນ­ອອກ.
\v 12 ແລະອາ­ນາ­ເຂດຈະລົງມາຮອດແມ່­ນຳ້ຢໍ­ແດນສຸດລົງທີ່ທະ­ເລຕາຍ. ນີ້ເປັນແຜ່ນ­ດິນຂອງເຈົ້າ, ຕາມອາ­ນາ­ເຂດໂດຍຮອບ.”
\s5
\v 13 ໂມ­ເຊບອກຄົນອິດ­ສະຣາ­ເອນໂດຍກ່າວວ່າ, “ນີ້ເປັນແຜ່ນ­ດິນທີ່ພວກເຈົ້າຈະໄດ້ຈັບສະ­ຫລາກຮັບເປັນມໍ­ລະ­ດົກ, ຊຶ່ງພຣະ­ຢາເວຊົງສັ່ງວ່າ, ໃຫ້ຍົກໃຫ້ທັງເກົ້າຕະ­ກຸນກັບອີກເຄິ່ງຕະ­ກຸນ.
\v 14 ພາະ­ວ່າຕະ­ກຸນຄົນຣູ­ເບັນຕາມບັນ­ພະ­ບູ­ລຸດຂອງພວກເຂົາ, ແລະ ຕະ­ກຸນຄົນກາດຕາມບັນ­ພະ­ບູ­ລຸດຂອງພວກເຂົາແມ່ນໄດ້ຮັບມໍ­ລະ­ດົກຂອງພວກເຂົາ, ແລ້ວ ຄົນເຄິ່ງຕະ­ກຸນມາ­ນາ­ເຊກໍໄດ້ຮັບມໍ­ລະ­ດົກຂອງພວກເຂົາແລ້ວ.
\v 15 ທັງສອງຕະ­ກຸນ ແລະ ເຄິ່ງຕະ­ກຸນນັ້ນໄດ້ຮັບມໍ­ລະ­ດົກຂອງພວກເຂົາທີ່ຟາກແມ່­ນຳ້ຢໍ­ແດນເບື້ອງນີ້ໃກ້ກັບເມືອງເຢ­ຣິ­ໂກທາງທິດ­ຕາ­ເວັນ­ອອກ.”
\s5
\v 16 ພຣະ­ຢາເວກ່າວກັບໂມ­ເຊວ່າ,
\v 17 ” ຕໍ່ໄປນີ້ເປັນຊື່ບຸກ­ຄົນທີ່ຈະແບ່ງດິນ­ແດນແກ່ພວກເຈົ້າ ຄື: ເອ­ເລ­ອາ­ຊາປະ­ໂລ­ຫິດ ແລະ ໂຢ­ຊວຍລູກຊາຍນູນ.
\v 18 ເຈົ້າຈົ່ງນຳຜູ້ນຳຂອງຄົນທຸກຕະ­ກຸນໄປ ແບ່ງດິນ­ແດນເພື່ອເປັນມໍ­ລະ­ດົກ.”
\s5
\v 19 ຕໍ່ໄປນີ້ເປັນຊື່ຂອງພວກຜູ້ນຳເຫລົ່າ­ນັ້ນຄື: ກາ­ເລັບລູກຊາຍເຢ­ຟຸນ­ເນ, ຈາກຕະກຸນຢູ­ດາ
\v 20 ເຊ­ມູ­ເອນລູກຊາຍອຳ­ມີ­ຮຸດ ຈາກຄົນຕະກຸນຊິ­ເມ­ໂອນ.
\s5
\v 21 ເອ­ລີ­ດາດລູກຊາຍກິ­ຊະ­ໂລນ, ຈາກຕະກຸນເບັນ­ຢາ­ມິນ.
\v 22 ບຸກ­ກີລູກຊາຍໂຢກ­ລີ, ຜູ້ນຳຄົນຫນຶ່ງຈາກຕະກຸນດານ.
\v 23 ຮານ­ນີ­ເອນລູກຊາຍເອ­ໂຟດ, ຜູ້ນຳຄົນຫນຶ່ງຈາກລູກຫລານຂອງ ໂຢ­ເຊັບຕະກຸນມາ­ນາ­ເຊ.
\s5
\v 24 ເກ­ມູ­ເອນລູກຊາຍຊິບ­ຕານ, ຜູ້ນຳຄົນຫນຶ່ງຈາກຕະກຸນຄົນເອ­ຟຣາ­ຢິມ.
\v 25 ເອ­ລີ­ຊາ­ຟັນລູກຊາຍປາ­ນັກ, ຜູ້ນຳຄົນຫນຶ່ງຈາກຕະກຸນຄົນເຊ­ບູ­ລູນ
\v 26 ປັນ­ຕີ­ເອນລູກຊາຍອັດ­ຊານ, ຜູ້ນຳຄົນຫນຶ່ງຈາກຕະກຸນຄົນອິດ­ຊາ­ຄາ.
\s5
\v 27 ອາ­ຮີ­ຮູດລູກຊາຍເຊ­ໂລ­ມີ, ຜູ້ນຳຄົນຫນຶ່ງຈາກຕະກຸນຄົນອາ­ເຊ.
\v 28 ເປ­ດາ­ເອນລູກຊາຍອຳ­ມີ­ຮຸດ, ຫົວຫນ້າຄົນຫນຶ່ງຈາກຕະກຸນຄົນນັບ­ທາ­ລີ”
\v 29 ບຸກ­ຄົນເຫລົ່ານີ້ເປັນຄົນທີ່ພຣະຢາເວຊົງບອກໃຫ້ແບ່ງມໍ­ລະ­ດົກໃຫ້ຄົນອິ­ສຣາ­ເອນໃນ ແຜ່ນ­ດິນກາ­ນາ­ອານ.
\s5
\c 35
\cl ບົດ​ທີ 35
\p
\v 1 ພຣະ­ຢາເວຊົງກ່າວກັບໂມ­ເຊໃນທົ່ງ­ພຽງໂມ­ອາບແຄມແມ່­ນຳ້ຢໍ­ແດນໃກ້ກັບເມືອງເຢ­ຣິ­ໂກ ວ່າ,
\v 2 “ຈົ່ງບອກຄົນອິ­ສຣາ­ເອນໃຫ້ພວກເຂົາຍົກເມືອງໃຫ້ຄົນເລ­ວີໄດ້ອາ­ໄສຢູ່. ຈາກມໍ­ລະ­ດົກທີ່ພວກເຂົາໄດ້ຮັບນັ້ນ ແລະ ຍົກທົ່ງຫຍ້າອ້ອມຮອບເມືອງນັ້ນໃຫ້ຄົນເລ­ວີດ້ວຍ.
\s5
\v 3 ໃຫ້ເມືອງນັ້ນເປັນຂອງພວກເຂົາເພື່ອຈະໄດ້ອາ­ໄສ. ໃຫ້ທົ່ງຫຍ້າເພື່ອຝູງສັດ, ແລະຊັບສິ່ງຂອງຕ່າງໆ ແລະ ສັດທັງ­ຫລາຍຂອງພວກເຂົາ.
\v 4 ເຊິ່ງທົ່ງຫຍ້າຂອງເມືອງທີ່ເຈົ້າຍົກໃຫ້ແກ່ຄົນເລ­ວີນັ້ນໃຫ້ມີເຂດຈາກກຳ­ແພງເມືອງແລະຫ່າງອອກໄປຫນຶ່ງພັນສອກໂດຍຮອບ.
\s5
\v 5 ແລະເຈົ້າຈົ່ງວັດ­ແທກພາຍນອກເມືອງສອງພັນສອກເປັນດ້ານຕາ­ເວັນອອກ, ສອງພັນສອກເປັນທິດ­ໃຕ້, ສອງພັນສອກເປັນທິດ­ຕາ­ເວັນ­ຕົກ, ສອງພັນສອກເປັນທິດ­ເຫນືອ, ໃຫ້ຕົວເມືອງຢູ່ເຄິ່ງກາງ. ນີ້ເປັນທົ່ງຫຍ້າປະ­ຈຳ­ເມືອງເຫລົ່າ­ນັ້ນ.
\s5
\v 6 ເມືອງຊຶ່ງເຈົ້າຈະຍົກໃຫ້ແກ່ຄົນເລ­ວີ ຄື ເມືອງລີ້ໄພຫົກເມືອງ ເຈົ້າຈະອະ­ນຸ­ຍາດໃຫ້ຄົນຂ້າຄົນຫນີໄປຢູ່ທີ່ນັ້ນ. ແລະ ເຈົ້າຈົ່ງເພີ່ມໃຫ້ພວກເຂົາອີກສີ່ສິບສອງເມືອງ.
\v 7 ເມືອງທັງຫມົດທີ່ເຈົ້າຍົກໃຫ້ຄົນເລ­ວີເປັນສີ່ສິບແປດຫົວເມືອງ. ຈົ່ງໃຫ້ມີທົ່ງຫຍ້າຕາມເມືອງຕ່າງໆດ້ວຍ.
\s5
\v 8 ແລະຫົວເມືອງທີ່ເຈົ້າຈະໃຫ້ພວກເຂົາຈາກກຳ­ມະ­ສິດຂອງຄົນອິ­ສະຣາ­ເອນນັ້ນ, ຈາກຕະ­ກຸນໃຫຍ່ເຈົ້າກໍເອົາເມືອງຫລາຍ, ຈາກຕະ­ກຸນນ້ອຍເຈົ້າກໍເອົາເມືອງນ້ອຍ. ທຸກຕະ­ກຸນຕາມສ່ວນຂອງມໍ­ລະ­ດົກທີ່ຕົນໄດ້ຮັບ ໃຫ້ຍົກໃຫ້ແກ່ຄົນເລ­ວີ.”
\s5
\v 9 ພຣະ­ຜູ້­ເປັນ­ເຈົ້າກ່າວກັບໂມ­ເຊວ່າ,
\v 10 ພຣະ­ຢາເວກ່າວກັບໂມ­ເຊວ່າ, ເມື່ອພວກເຈົ້າຂ້າມແມ່­ນຳ້ຢໍ­ແດນ, ເຂົ້າໄປໃນແຜ່ນ­ດິນກາ­ນາ­ອານ,
\v 11 ໃຫ້​ພວກ​ເຈົ້າ​ເລືອກ​ເອົາ​ເມືອງ​ລີ້​ໄພເພື່ອ​ຜູ້​ທີ່​ຂ້າ​ຄົນ​ໂດຍບໍ່​ເຈດ​ຕະ​ນາ ຈະ​ຫລົບ​ລີ້​ຢູ່​ໄດ້.
\s5
\v 12 ໃຫ້ເມືອງເຫລົ່າ­ນັ້ນເປັນເມືອງລີ້ໄພຈາກຜູ້ທີ່ອາຄາດ, ເພື່ອບໍ່ໃຫ້ຜູ້ທີ່ຂ້າຄົນຕ້ອງຕາຍກ່ອນທີ່ເຂົາຈະຢືນຕໍ່­ຫນ້າຊຸມ­ນຸມ­ຊົນເພື່ອຮັບການພິ­ພາກ­ສາ.
\v 13 ເຈົ້າຕ້ອງໃຫ້ເປັນເມືອງລີ້ໄພຫົກເມືອງ.
\s5
\v 14 ຈົ່ງໃຫ້ຟາກແມ່­ນຳ້ຢໍ­ແດນເບື້ອງນີ້ສາມເມືອງ, ແລະ ອີກສາມເມືອງໃນແຜ່ນ­ດິນກາ­ນາ­ອານ ເປັນເມືອງລີ້ໄພ.
\v 15 ທັງຫົກເມືອງນີ້ເປັນເມືອງລີ້ໄພຂອງຄົນອິ­ສຣາ­ເອນ, ສຳ­ລັບຄົນຕ່າງດ້າວ, ແລະ ສຳ­ລັບຄົນທີ່ອາ­ໄສຢູ່ທ່າມ­ກາງພວກເຂົາ, ເພື່ອຄົນຫນຶ່ງຄົນໃດທີ່ໄດ້ຂ້າຜູ້ອື່ນໂດຍບໍ່ໄດ້ເຈດ­ຕະ­ນາໄດ້ຫລົບ­ຫນີໄປບ່ອນນັ້ນ.
\s5
\v 16 ຖ້າຜູ້ໃດຕີຄົນອື່ນດ້ວຍເຄື່ອງ­ມືເຫລັກ, ຈົນຄົນນັ້ນຕາຍ, ລາວກໍເປັນຂ້າຕະກອນ, ໃຫ້ປະ­ຫານຊີ­ວິດຄົນນັ້ນ.
\v 17 ຜູ້ໃດຕີລາວໃຫ້ລົ້ມລົງດ້ວຍກ້ອນຫີນໃນມືທີ່ມີຂະ­ຫນາດຂ້າຄົນໄດ້, ແລະ ລາວຕາຍ, ຜູ້ນັ້ນເປັນຂ້າຕະກອນ, ໃຫ້ປະ­ຫານຊີ­ວິດຄົນນັ້ນ.
\v 18 ຫລືຜູ້ໃດໃຊ້ອາ­ວຸດໄມ້ທີ່­ຢູ່ໃນມືທີ່ຂະ­ຫນາດຂ້າຄົນໄດ້, ຕີລາວລົ້ມລົງ, ແລະ ຕາຍ, ຜູ້ນັ້ນເປັນຂ້າຕະກອນ, ໃຫ້ປະ­ຫານຊີ­ວິດຄົນນັ້ນເສຍ.
\s5
\v 19 ໃຫ້ຜູ້ທີ່ຄຽດແຄ້ນເອງເປັນຜູ້ປະ­ຫານຊີ­ວິດຄົນນັ້ນ. ຖ້າວ່າຜູ້ທີ່ຄຽດແຄ້ນພົບລາວເມື່ອໃດ, ກໍໃຫ້ປະ­ຫານຊີ­ວິດເມື່ອ­ນັ້ນ.
\v 20 ຖ້າຜູ້ໃດແທງລາວດ້ວຍຄວາມກຽດຊັງ, ຫລືລໍຖ້າແກວ່ງກ້ອນຫີນໃສ່ລາວ, ຈົນຕາຍ.
\v 21 ຫລືເພາະເປັນສັດ­ຕູກັນຕີລາວລົ້ມລົງ, ຈົນລາວຕາຍ ໃຫ້ປະ­ຫານຊີ­ວິດຜູ້ທີ່ເຮັດໃຫ້ລາວຕາຍນັ້ນ, ລາວເປັນຂ້າຕະກອນ, ເມື່ອຜູ້ທີ່ຄຽດແຄ້ນພົບລາວເມື່ອໃດ, ກໍໃຫ້ປະ­ຫານຊີ­ວິດລາວເສຍ.
\s5
\v 22 ແຕ່ຖ້າຜູ້ໃດບໍ່ໄດ້ເປັນສັດ­ຕູກັນແທງລາວ, ຫລືເອົາຫຍັງດຶກໃສ່ລາວໂດຍບໍ່ໄດ້ຄອຍຖ້າດັກຕີຢູ່.
\v 23 ຫລືໃຊ້ກ້ອນຫີນທີ່ມີຂະ­ຫນາດຂ້າຄົນໄດ້ດຶກຖືກລາວໂດຍບໍ່ໄດ້ເຫັນ, ແລະ ລາວຕາຍ, ທັງທີ່ລາວບໍ່ໄດ້ເປັນສັດ­ຕູກັນ ແລະ ບໍ່ໄດ້ປອງຮ້າຍກັນ.
\s5
\v 24 ໃນກໍລະນີນີ້, ກໍໃຫ້ຊຸມ­ນຸມ­ຊົນຕັດ­ສິນຄວາມລະ­ຫວ່າງຜູ້ຂ້າ ແລະ ຜູ້ຄຽດແຄ້ນຕາມກົດຫມາຍນີ້.
\v 25 ໃຫ້ຊຸມ­ນຸມ­ຊົນຊ່ວຍຜູ້ຂ້າໃຫ້ພົ້ນຈາກມືຜູ້ຂອງຄຽດແຄ້ນ, ໃຫ້ຊຸມ­ນຸມ­ຊົນພາໂຕລາວກັບໄປເມືອງລີ້ໄພ, ຊຶ່ງລາວໄດ້ຫນີໄປຢູ່ນັ້ນ, ໃຫ້ລາວຢູ່ບ່ອນນັ້ນຈົນກວ່າມະ­ຫາປະ­ໂຣ­ຫິດ, ຜູ້ໄດ້ຖືກເຈີມໄວ້ດ້ວຍນຳ້­ມັນບໍ­ລິ­ສຸດຈະຕາຍເສຍກ່ອນ.
\s5
\v 26 ຖ້າຜູ້ຂ້າຄົນໂດຍບໍ່ຕັ້ງໃຈນັ້ນ ອອກໄປຈາກເຂດເມືອງລີ້ໄພເວ­ລາໃດ,
\v 27 ແລະຜູ້ຄຽດແຄ້ນພົບລາວນອກເຂດເມືອງລີ້ໄພ, ຜູ້ຄຽດແຄ້ນໄດ້ຂ້າຜູ້ຂ້າຄົນນັ້ນ, ຜູ້ທີ່ຄຽດແຄ້ນຈະບໍ່ມີຄວາມຜິດໃດ.
\v 28 ເພາະ­ວ່າຊາຍຜູ້ນັ້ນຕ້ອງຢູ່ໃນເຂດເມືອງລີ້ໄພ, ຈົນມະ­ຫາປະ­ໂລຣຫິດຕາຍກ່ອນ. ຫລັງຈາກທີ່ມະ­ຫາປະ­ໂຣ­ຫິດຕາຍແລ້ວ, ຜູ້ຂ້າຄົນນັ້ນຈຶ່ງສາ­ມາດກັບໄປແຜ່ນ­ດິນທີ່ເຂົາຖືກຳ­ມະ­ສິດຢູ່ໄດ້.
\s5
\v 29 ເຫລົ່ານີ້ຄວນເປັນກົດ­ຫມາຍແຫ່ງຄຳຕັດ­ສິນຂອງພວກເຈົ້າຕະ­ຫລອດຊົ່ວອາ­ຍຸຂອງພວກເຈົ້າໃນທີ່ອາ­ໄສທັງປວງຂອງພວກເຈົ້າ.
\v 30 ຫາກຜູ້ໃດຂ້າລາວຕາຍ, ໃຫ້ປະ­ຫານຊີ­ວິດຜູ້ນັ້ນຕາມປາກຂອງພະ­ຍານ, ແຕ່ຢ່າປະ­ຫານຊີ­ວິດຜູ້ໃດດ້ວຍມີພະ­ຍານປາກດຽວ.
\s5
\v 31 ຍິ່ງກວ່ານັ້ນອີກ, ເຈົ້າຢ່າຮັບຄ່າໄຖ່ຊີ­ວິດຂອງຜູ້ຂ້າຄົນ ຜູ້ມີຄວາມຜິດເຖິງຕາຍນັ້ນ, ແຕ່ລາວຕ້ອງຕາຍ.
\v 32 ເຈົ້າບໍ່ຕ້ອງຮັບຄ່າໄຖ່ຄົນທີ່ຫລົບ­ຫນີໄປຍັງເມືອງລີ້ໄພ. ເພື່ອໃຫ້ກັບມາຢູ່ໃນແຜ່ນ­ດິນຂອງລາວ ກ່ອນທີ່ມະ­ຫາປະ­ໂຣ­ຫິດຈະຕາຍ.
\s5
\v 33 ດ້ວຍວິ­ທີນີ້ ເຈົ້າຈຶ່ງບໍ່ເຮັດໃຫ້ແຜ່ນ­ດິນທີ່ພວກເຈົ້າອາ­ໄສຢູ່ເປັນມົນ­ທິນ ເພາະ­ວ່າເລືອດເຮັດໃຫ້ແຜ່ນ­ດິນເປັນມົນ­ທິນ, ແລະບໍ່ມີສິ່ງໃດທີ່ຈະຊຳ­ລະແຜ່ນ­ດິນໃຫ້ຫມົດມົນ­ທິນທີ່ເກີດຂື້ນຈາກເລືອດໃນແຜ່ນ­ດິນນັ້ນໄດ້, ນອກ­ຈາກຈະປະ­ຫານຜູ້ທີ່ເຮັດໃຫ້ເລືອດຕົກເສຍກ່ອນ.
\v 34 ເຈົ້າຢ່າເຮັດໃຫ້ເກີດມົນ­ທິນໃນແຜ່ນ­ດິນທີ່ເຈົ້າອາ­ໄສຢູ່, ມັນເປັນທີ່ເຮົາຢູ່ນັ້ນ, ເຮົາ, ຄືພຣະຢາເວ, ທີ່­ຢູ່ທ່າມ­ກາງຄົນອິ­ສຣາ­ເອນ.”
\s5
\c 36
\cl ບົດທີ 36
\p
\v 1 ແລ້ວຜູ້ນຳຄອບ­ຄົວຄົນກິ­ເລ­ອາດ ລູກຊາຍຂອງມາ­ກີ ຜູ້ເປັນລູກຊາຍມາ­ນາ­ເຊ ຄອບ­ຄົວຕ່າງຂອງລູກຊາຍໂຢ­ເຊັບ, ເຂົ້າມາໃກ້ ແລະເວົ້າຕໍ່­ຫນ້າໂມ­ເຊ ແລະຕໍ່­ຫນ້າຜູ້ນຳ ຄືບັນ­ດາຜູ້ນຳຄອບຄົວຄົນອິ­ສຣາ­ເອນ.
\v 2 ພວກເຂົາເວົ້າວ່າ “ພຣະ­ຢາເວໄດ້ບອກເຈົ້ານາຍຂອງຂ້າ­ນ້ອຍໃຫ້ຈັບສະ­ຫລາກຍົກແຜ່ນ­ດິນ ໃຫ້ເປັນມໍ­ລະ­ດົກແກ່ຄົນອິ­ສະຣາ­ເອນ. ເຈົ້ານາຍຂອງຂ້າ­ນ້ອຍໄດ້ຮັບບັນ­ຊາຈາກພຣະຢາເວໃຫ້ຍົກມໍ­ລະ­ດົກຂອງເຊ­ໂລ­ເຟ­ຂາດພີ່­ນ້ອງຂອງພວກເຮົາແກ່ລູກສາວຂອງລາວ.
\s5
\v 3 ຖ້ານາງທັງ­ຫລາຍແຕ່ງ­ງານກັບລູກຊາຍທັງ­ຫລາຍຂອງຄົນອິ­ສຣາ­ເອນຕະ­ກຸນອື່ນແລ້ວ. ສ່ວນມໍ­ລະ­ດົກຂອງບັນ­ພະ­ບູ­ລຸດຂອງພວກເຮົາຈະເພີ່ມໃຫ້ກັບມໍ­ລະ­ດົກຂອງຄົນຕະ­ກູນທີ່ນາງໄປຢູ່ນຳ. ເພາະ­ສະ­ນັ້ນຈຶ່ງເປັນການນຳມໍ­ລະ­ດົກໄປຈາກສ່ວນທີ່ເປັນຂອງພວກເຮົາ.
\v 4 ແລະເມື່ອເຖິງປີແຫ່ງສຽງເຂົາສັດຂອງຄົນອິ­ສຣາ­ເອນມາເຖິງ, ມໍ­ລະ­ດົກທີ່ເປັນສ່ວນຂອງນາງກໍຈະຖືກຍົກໄປເພີ່ມເຂົ້າກັບສ່ວນຂອງຕະ­ກຸນທີ່ນາງໄປຢູ່ນຳ. ຈຶ່ງເປັນການນຳເອົາສ່ວນມໍ­ລະ­ດົກຂອງນາງໄປຈາກສ່ວນມໍ­ລະ­ດົກຂອງຕະ­ກຸນພໍ່ຂອງພວກເຮົາ.”
\s5
\v 5 ດັ່ງນັ້ນ ໂມເຊ ຈຶ່ງບອກປະຊາຊົນໃຫ້ເຮັດຕາມຄໍາສັ່ງຂອງອົງພຣະຢາເວ ດັ່ງນີ້: “ເລື່ອງທີ່ເຜົ່າມານາເຊ ເວົ້າມານັ້ນແມ່ນຖືກຕ້ອງ
\v 6 ສະນັ້ນແຫລະພຣະຢາເວຈຶ່ງໄດ້ກ່າວວ່າ, ‘ພວກລູກສາວຂອງເສໂລເຟຮັດມີສິດທີ່ຈະແຕ່ງງານກັບໃຜກໍໄດ້ແຕ່ ຕ້ອງແມ່ນຄົນໃນເຜົ່າດຽວກັນ.
\s5
\v 7 ສ່ວນມໍ­ລະ­ດົກຂອງຄົນອິ­ດສະຣາ­ເອນຈະບໍ່ຖືກຍົກ­ຍ້າຍຈາກຕະ­ກຸນຫນຶ່ງໄປໃຫ້ອີກຕະ­ກຸນຫນຶ່ງ, ຄົນອິ­ດສະຣາ­ເອນທຸກຄົນຕ້ອງຢູ່ໃນມໍ­ລະ­ດົກຂອງຕະ­ກຸນບັນ­ພະ­ບູ­ລຸດຂອງຕົນ.
\s5
\v 8 ຍິງທຸກຄົນຜູ້ທີ່ຮັບກຳ­ມະ­ສິດມໍ­ລະ­ດົກໃນຕະ­ກຸນອິ­ດສະຣາ­ເອນຕະ­ກຸນໃດກໍໃຫ້ເປັນເມຍຂອງຄົນໃດຄົນຫນຶ່ງໃນຄອບ­ຄົວໃນຕະ­ກຸນພໍ່ຂອງຕົນ. ເພື່ອຄົນອິດ­ສະຣາ­ເອນທຸກຄົນຈະໄດ້ຖືກຳ­ມະ­ສິດມໍ­ລະ­ດົກຂອງພໍ່ຂອງພວກເຂົາ.
\v 9 ຈະບໍ່ມີມໍ­ລະ­ດົກທີ່ຖືກຍ້າຍຈາກຕະ­ກຸນຫນຶ່ງໄປອີກຕະ­ກຸນຫນຶ່ງ, ທຸກໆເຜົ່າຂອງຄົນອິ­ສຣາ­ເອນແຕ່ລະຕະ­ກຸນຄວນຮັກສາໄວ້ມໍ­ລະ­ດົກຂອງຕົນ’”
\s5
\v 10 ພຣະ­ຢາເວຊົງບອກໂມ­ເຊຢ່າງ­ໃດ, ລູກສາວທັງ­ຫລາຍຂອງເຊ­ໂລ­ເຟ­ຮັດກໍປະ­ຕິ­ບັດຢ່າງນັ້ນ.
\v 11 ມາ­ລາ, ຕີ­ຣະ­ຊາ, ໂຮກ­ລາ, ມີ­ລະ­ກາ, ແລະໂນ­ອາ, ລູກສາວຂອງເຊ­ໂລ­ເຟ­ຮັດໄດ້ແຕ່ງ­ງານກັບລູກຊາຍທັງ­ຫລາຍຂອງພີ່­ນ້ອງພໍ່ຂອງຕົນ.
\v 12 ພວກ​ນາງໄດ້ແຕ່ງ­ງານກັບຄອບ­ຄົວມາ­ນາ­ເຊລູກຊາຍຂອງໂຢ­ເຊັບ. ໃນທາງນີ້, ມໍ­ລະ­ດົກຂອງນາງກໍຍັງຢູ່ໃນຕະ­ກຸນພໍ່ຂອງນາງ.
\s5
\v 13 ຂໍ້­ຄວາມເຫລົ່ານີ້ເປັນບົດບັນ­ຍັດ ແລະ ຄຳຕັດ­ສິນຊຶ່ງພຣະຢາເວໄດ້ຊົງສັ່ງຜ່ານທາງ ໂມ­ເຊແກ່ຄົນອິດ­ສະຣາ­ເອນໃນທົ່ງ­ພຽງໂມ­ອາບແຄມແມ່­ນຳ້ຢໍ­ແດນໃກ້ກັບເມືອງເຢ­ຣິ­ໂກ.