\id 2JN \ide UTF-8 \h 2 ໂຢຮັນ \toc1 2 ໂຢຮັນ \toc2 2 ໂຢຮັນ \toc3 2jn \mt 2 ໂຢຮັນ \s5 \c 1 \cl ບົດທີ 1 \p \v 1 ຈາກຜູ້ປົກຄອງເຖິງທ່ານສຸພາບສະຕຣີທີ່ຊົງເລືອກໄວ້ ແລະ ບັນດາລູກຂອງທ່ານ, ຜູ້ທີ່ ຂ້າພະເຈົ້າຮັກໃນຄວາມຈິງ - ແລະ ບໍ່ແມ່ນພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ແຕ່ທຸກຄົນທີ່ໄດ້ຮູ້ຄວາມຈິງກໍຮັກດ້ວຍ - \v 2 ເພາະຄວາມຈິງດຳລົງຢູ່ໃນເຮົາ ແລະ ຈະຢູ່ກັບເຮົາ ຕະຫລອດໄປ. \v 3 ຂໍພຣະຄຸນ, ພຣະເມດຕາ, ແລະ ສັນຕິສຸກຈາກພຣະເຈົ້າພຣະບິດາເຈົ້າ ແລະ ຈາກພຣະເຢຊູຄຣິດເຈົ້າ, ພຣະບຸດແຫ່ງພຣະບິດາ, ຈະສະຖິດຢູ່ກັບເຮົາໃນຄວາມຈິງ ແລະ ໃນຄວາມຮັກ. \s5 \v 4 ຂ້າພະເຈົ້າຍິນດີເປັນຢ່າງຍິ່ງທີ່ເຫັນວ່າລູກຂອງທ່ານບາງຄົນໄດ້ດຳເນີນຢູ່ໃນ ຄວາມຈິງ, ຢ່າງທີ່ເຮົາໄດ້ຮັບພຣະບັນຊານີ້ຈາກພຣະບິດາເຈົ້າ. \v 5 ບັດນີ້ຂ້າພະເຈົ້າຂໍວິ້ງວອນທ່ານ, ສຸພາບສະຕຣິ - ບໍ່ແມ່ນເຫມືອນວ່າຂ້າພະເຈົ້າໄດ້ຂຽນບັນຍັດໃໝ່ໃຫ້ແກ່ທ່ານ, ແຕ່ເປັນຂໍ້ບັນຍັດທີ່ເຮົາໄດ້ມີມາຕັ້ງແຕ່ຕົ້ນເດີມແລ້ວ ນັ້ນກໍຄືໃຫ້ເຮົາຮັກຊຶ່ງແລະກັນ. \v 6 ແລະ ຄວາມຮັກນີ້, ຄືການທີ່ເຮົາຄວນດຳເນີນຕາມພຣະບັນຍັດຂອງພຣະອົງ. ນີ້ເປັນພຣະບັນຍັດ, ທີ່ທ່ານໄດ້ຍິນມາຕັ້ງແຕ່ຕົ້ນເດີມນັ້ນ, ເພື່ອທ່ານທັງຫລາຍຄວນຈະໄດ້ປະຕິບັດຕາມ. \s5 \v 7 ເພາະວ່າມີຜູ້ຫລອກລວງເປັນຈຳນວນຫລາຍອອກໄປໃນໂລກ, ແລະ ພວກເຂົາບໍ່ຍອມ ຮັບວ່າ ພຣະເຢຊູຄຣິດເຈົ້າໄດ້ສະເດັດລົງມາເປັນມະນຸດ. ນີ້ຄືຜູ້ຫລອກລວງ ແລະ ເປັນຜູ້ທີ່ຕໍ່ສູ້ພຣະຄຣິດເຈົ້າ. \v 8 ຈົ່ງລະວັງຕົວທ່ານໃຫ້ດີ, ເພື່ອທ່ານຈະບໍ່ສູນເສຍສິ່ງຕ່າໆທີ່ເຮົາທຸກຄົນໄດ້ກະທຳມາແລ້ວ, ແຕ່ເພື່ອທີ່ທ່ານຈະໄດ້ຮັບລາງວັນຈົນເຕັມຂະຫນາດ. \s5 \v 9 ຜູ້ໃດກໍຕາມທີ່ຄິດວ່າຕົວເອງຮູ້ດີແລ້ວ ແລະ ບໍ່ຢູ່ໃນຄຳສອນຂອງພຣະຄຣິດເຈົ້າ ກໍບໍ່ມີພຣະເຈົ້າ. ຜູ້ທີ່ຢູ່ໃນຄຳສັ່ງສອນ, ຜູ້ນັ້ນກໍມີທັງພຣະບິດາເຈົ້າ ແລະ ພຣະບຸດ. \v 10 ຖ້າຜູ້ໃດມາຫາທ່ານ ແລະ ບໍ່ນຳຄຳສອນນີ້ມາດ້ວຍ, ຢ່າຮັບເຂົາເຂົ້າໃນເຮືອນຂອງທ່ານ ແລະ ຢ່າທັກທາຍເຂົາ. \v 11 ເພາະວ່າຜູ້ທີ່ທັກທາຍເຂົາກໍມີສ່ວນຮ່ວມໃນການກະທຳຊົ່ວຂອງເຂົານັ້ນ. \s5 \v 12 ຂ້າພະເຈົ້າຍັງມີຫລາຍຢ່າງທີ່ຈະຂຽນເຖິງທ່ານ, ແຕ່ຂ້າພະເຈົ້າບໍ່ຢາກຂຽນສິ່ງເຫລົ່ານີ້ດ້ວຍເຈ້ຍ ແລະ ນໍ້າມຶກ. ຢ່າງໃດກໍດີ, ຂ້າພະເຈົ້າຫວັງວ່າຈະມາຫາທ່ານ ແລະ ເວົ້າກັບທ່ານໂດຍຕົງ, ເພື່ອຄວາມຍິນດີຂອງເຮົາຈະໄດ້ເຕັມປ່ຽມ. \v 13 ບັນດາລູກຂອງນ້ອງສາວຂອງທ່ານທີ່ໄດ້ຊົງເລືອກໄວ້ ໄດ້ຝາກຄວາມຄິດເຖິງມາຍັງທ່ານດ້ວຍ.