\id HAG \ide UTF-8 \h ພຣະຄຳພີ ຮັກກາຍ \toc1 ພຣະຄຳພີ ຮັກກາຍ \toc2 ພຣະຄຳພີ ຮັກກາຍ \toc3 hag \mt ພຣະຄຳພີ ຮັກກາຍ \s5 \c 1 \cl ບົດທີ 1 \p \v 1 ໃນປີທີສອງແຫ່ງຣາ­ຊະ­ການກະ­ສັດ ດາ­ຣິ­ອຸດ, ໃນວັນທີຫນຶ່ງຂອງເດືອນທີຫົກ, ພຣະ­ທຳຂອງພຣະ­ຢາເວໄດ້ມາໂດຍທາງຮັກກາຍ ຜູ້ປະ­ກາດພຣະ­ທຳ ເຖິງເຊ­ຣູ­ບາ­ເບນ ລູກຊາຍເຊອານ­ຕີເອນ ຜູ້ປົກ­ຄອງເມືອງຢູ­ດາ ແລະ ເຖິງໂຢ­ຊວຍ ລູກຊາຍເຢ­ໂຮ­ຊາດັກ ມະ­ຫາປະ­ໂລ­ຫິດວ່າ, \v 2 "ພຣະ­ຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ: ປະ­ຊາ­ຊົນເຫລົ່ານີ້ກ່າວວ່າ, 'ຍັງບໍ່ເຖິງເວ­ລາຂອງເຮົາທີ່ຈະມາ ຫລືຈະສ້າງພຣະ­ວິ­ຫານຂອງພຣະຢາເວ.” \s5 \v 3 ແລ້ວພຣະ­ທຳຂອງພຣະ­ຢາເວຈຶ່ງມາໂດຍທາງຮັກ­ກາຍ ຜູ້ປະ­ກາດພຣະ­ທຳວ່າ, \v 4 “ເຖິງເວ­ລາແລ້ວຫລືທີ່ຕົວທ່ານຈະອາໃສໃນເຮືອນທີ່ສ້າງແລ້ວສົມບູນ ໃນຂະນະທີ່ພຣະ­ວິ­ຫານນີ້ຍັງ­ເພພັງຢູ່? \v 5 ບັດນີ້ ພຣະຢາເວຈອມໂຢທາ ຈຶ່ງຊົງກ່າວວ່າ “ຈົ່ງພິ­ຈາ­ລະ­ນາເບິ່ງຫົນທາງຂອງເຈົ້າ! \v 6 ເຈົ້າໄດ້ຫວ່ານຫລາຍ ແຕ່ເກັບກ່ຽວພຽງເຫລັກໜ້ອຍ; ເຈົ້າກິນແຕ່ບໍ່ເຄີຍອີ່ມ; ເຈົ້າດື່ມແຕ່ກໍບໍ່ເຄີຍເຊົາຢາກ. ເຈົ້ານຸ່ງຫົ່ມແຕ່ກໍບໍ່ອົບອຸ່ນ, ແລະ ຄົນທີ່ໄດ້ຮັບຄ່າຈ້າງ ກໍເອົາເງິນໃສ່ລົງໃນຖົງທີ່ມີແຕ່ຮູ. \s5 \v 7 ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ: “ຈົ່ງພິ­ຈາ­ລະ­ນາເບິ່ງທາງຂອງເຈົ້າ! \v 8 ພຣະຢາເວ ຊົງກ່າວວ່າ, "ຈົ່ງຂຶ້ນໄປເທິງພູ, ແລ້ວເອົາໄມ້ມາສ້າງພຣະ­ວິ­ຫານຂອງເຮົາ; ເພື່ອທີເຮົາຈະມີຄວາມພໍ­ໃຈ, ແລະ ໄດ້ຮັບກຽດເພາະພຣະວິຫານນັ້ນ!” \v 9 “ເຈົ້າຫວັງໄດ້ຫລາຍ, ແຕ່ເບິ່ງແມ! ເມື່ອເຈົ້ານຳຜົນອັນໜ້ອຍດຽວກັບໄປເຮືອນຂອງເຈົ້າ, ເຮົາກໍເປົ່າມັນໄປ! ເພາະເຫດໃດ?” ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ. "ເພາະເຈົ້າຕ່າງກໍວຸ້ນຢູ່ກັບເຮືອນຂອງຕົນ, ແຕ່ປ່ອຍໃຫ້ວິ­ຫານຂອງເຮົາຍັງເພພັງຢູ່. \s5 \v 10 ເພາະເຫດນີ້ ທ້ອງ­ຟ້າຈະປິດນ້ຳ­ຫມອກໄວ້ຈາກເຈົ້າ, ແລະ ແຜ່ນດິນຈະຢຸດການໃຫ້ເກດຜົນແກ່ເຈົ້າ. \v 11 ເຮົາໄດ້ເອີ້ນຄວາມແຫ້ງ­ແລ້ງມາ­ສູ່ແຜ່ນ­ດິນ ແລະ ໂນນພູ, ເມັດເຂົ້າ, ນ້ຳອະງຸ່ນໃຫມ່ ແລະ ນ້ຳ­ມັນ, ການເກັບກ່ຽວຂອງແຜ່ນດິນ, ນຸດ, ແລະ ສັດ, ແລະຜົນ­ຈາກນໍ້າມືແຫ່ງການງານທຸກຢ່າງຂອງເຈົ້າ!” \s5 \v 12 ແລ້ວເຊ­ຣູ­ບາ­ເບນ ລູກຊາຍເຊ­ອານ­ຕີ­ເອນ, ແລະ ໂຢ­ຊວຍ ລູກຊາຍເຢ­ໂຮ­ຊາ­ດັກມະ­ຫາປະ­ໂລ­ຫິດ, ລວມທັງປະ­ຊາຊົນທັງປວງທີ່ເຫລືອ, ກໍໄດ້ເຊື່ອຟັງພຣະ­ສຸ­ລະ­ສຽງຂອງພຣະຢາເວ ພຣະເຈົ້າຂອງເຂົາທັງຫລາຍ ແລະ ຖ້ອຍຄຳຂອງຜູ້ປະກາດພຣະທຳ ຮັກກາຍ, ເພາະ­ວ່າພຣະຢາເວ ພຣະ­ເຈົ້າຂອງພວກເຂົາທັງ­ຫລາຍໄດ້ໃຊ້ເພິ່ນມາ ແລະ ປະ­ຊາ­ຊົນກໍຢຳເກງພຣະ­ພັກພຣະຢາເວ. \v 13 ແລ້ວຮັກກາຍ, ຜູ້ສົ່ງຂ່າວຂອງພຣະຢາເວ, ກ່າວຖ້ອຍຄຳຂອງພຣະຢາເວແກ່ປະຊາຊົນວ່າ, “ພຣະ­ຢາເວປະກາດວ່າ ເຮົາຢູ່ກັບເຈົ້າ!” \s5 \v 14 ດັ່ງນັ້ນພຣະຢາເວໄດ້ຊົງບັນດົນໃຈຂອງເຊ­ຣູບາ­ເບນ ລູກຊາຍເຊ­ອານ­ຕີ­ເອນ ຜູ້ປົກ­ຄອງເມືອງຢູ­ດາໃຫ້ຕື່ນ, ແລະ ໂຢ­ຊວຍ ລູກຊາຍເຢ­ໂຮ­ຊາ­ດັກ ມະ­ຫາປະໂລຫິດ, ແລະ ປະ­ຊາຊົນທັງປວງທີ່ເຫລືອຢູ່ ເພື່ອພວກເຂົາຈະໄດ້ໄປສ້າງພຣະ­ວິ­ຫານຂອງພຣະຢາເວຈອມໂຢທາ ພຣະ­ເຈົ້າຂອງພວກເຂົາ, \v 15 ໃນວັນທີຊາວສີ່ຂອງເດືອນທີຫົກ, ປີທີສອງແຫ່ງຣາ­ຊະ­ການກະ­ສັດດາ­ຣິ­ອຸດ. \s5 \c 2 \cl ບົດທີ 2 \p \v 1 ໃນເດືອນທີເຈັດ ວັນທີຊາວເອັດ ພຣະ­ທຳຂອງພຣະຢາເວມາໂດຍທາງຜູ້ປະ­ກາດພຣະ­ທຳ ຮັກ­ກາຍ, ກ່າວວ່າ, \v 2 “ຈົ່ງກ່າວແກ່ຜູ້ປົກ­ຄອງເມືອງຢູ­ດາ, ເຊ­ຣູ­ບາ­ເບນລູກຊາຍເຊ­ອານ­ຕີ­ເອນ, ແລະ ແກ່ມະ­ຫາປະ­ໂລ­ຫິດ ໂຢ­ຊວຍ ລູກຊາຍເຢ­ໂຮ­ຊາ­ດັກ, ແລະກ່າວແກ່ປະ­ຊາ­ຊົນທີ່ເຫລືອຢູ່. ວ່າ, \s5 \v 3 'ໃຜແດ່ທີ່ເຫລືອຢູ່ໃນທ່າມ­ກາງພວກທ່ານ ທີ່ເຄີຍໄດ້ເຫັນພຣະຣັດສະມີແຫ່ງພຣະ­ວິ­ຫານນີ້ໃນຄາວກ່ອນ? ຕອນນີ້ ທ່ານເຫັນຢ່າງ­ໃດ? ຕ່າງໄປຈາກເດີມໃນສາຍຕາຂອງທ່ານຫລືບໍ? \v 4 "ບັດ­ນີ້, ເຊ­ຣູ­ບາ­ເບນເອີຍ — ຈົ່ງເຂັ້ມ­ແຂງເທີ້ນ! ໂອມະ­ຫາປະໂລຫິດເອີຍ ໂຢ­ຊວຍລູກຊາຍເຢ­ໂຮ­ຊາ­ດັກ; ຈົ່ງເຂັ້ມແຂງເທີ້ນ, ປະ­ຊາຊົນທັງຫມົດແຫ່ງແຜ່ນ­ດິນເອີຍ, ຈົ່ງເຂັ້ມ­ແຂງເທີ້ນ!” — ນີ້ຄືຄຳປະກາດຂອງພຣະ­ຢາເວວ່າ, “ຈົ່ງເຮັດວຽກໃຫ້ເຮົາ — ເພາະເຮົາຢູ່ກັບພວກເຈົ້າ! — ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ \v 5 “ນີ້ຄືພັນທະສັນ­ຍາທີ່ເຮົາໄດ້ໃຫ້ແກ່ເຈົ້າ ໄວ້ກ່ອນພວກເຈົ້າຈະອອກຈາກເອ­ຢິບ, ແລະ ວິນຍານຂອງເຮົາກໍຢູ່ທ່າມກາງພວກເຈົ້າ, ຢ່າຊູ່ຢ້ານເລີຍ!” \s5 \v 6 ເພາະພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ວ່າ: “ອີກບໍ່ດົນ ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນ­ດິນໂລກ, ທະ­ເລ ແລະແຜ່ນດິນແຫ້ງອີກຄັ້ງຫນຶ່ງ! \v 7 ເຮົາຈະສັ່ນບັນດາປະຊາຊາດ, ແລະ ບັນດາຊາດທັງຫລາຍ ຈະນຳສິ່ງຂອງທີ່ມີຄ່າຂອງພວກເຂົາມາຖວາຍແກ່ເຮົາ, ແລະເຮົາຈະຕື່ມພຣະວິຫານແຫ່ງນີ້ດ້ວຍສະ­ຫງ່າຣາ­ສີ,” ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ແຫລະ. \s5 \v 8 ເງິນແລະຄຳເປັນຂອງເຮົາ! — ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ. \v 9 ສະຫງ່າຣາ­ສີຂອງພຣະ­ວິ­ຫານຫລັງນີ້ໃນອະນາຄົດ ຈະຍິ່ງໃຫຍ່ກວ່າເມື່ອເລີ່ມຕົ້ນ, ພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ແຫລະ, ແລະເຮົາຈະປະ­ທານສັນຕິສຸກແກ່ສະຖານທີ່ແຫ່ງນີ້! — ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ. \s5 \v 10 ໃນວັນທີຊາວສີ່ ເດືອນທີເກົ້າ, ໃນປີທີສອງຂອງຣາ­ຊະ­ການດາ­ຣິ­ອຸດ, ພຣະ­ທຳຂອງພຣະ­ຜູ້­ເປັນ­ເຈົ້າມາເຖິງຮັກ­ກາຍຜູ້ປະ­ກາດພຣະ­ທຳວ່າ, \v 11 “ພຣະຢາເວກ່າວດັ່ງ­ນີ້ວ່າ: ຈົ່ງຖາມບັນ­ດາປະໂລ­ຫິດກ່ຽວກັບເລື່ອງຂອງພຣະ­ບັນ­ຍັດດັ່ງນີ້ວ່າ, \v 12 'ຖ້າຜູ້ໃດຖືຕ່ອນຊີ້ນບໍ­ຣິສຸດສຳລັບພຣະຢາເວ ຫໍ່ດ້ວຍເສື້ອຄຸມຂອງເຂົາ, ແລະໄປຖືກເຂົ້າ­ຈີ່ຫລືແກງ, ເຫລົ້າແຫວງ ຫລືນ້ຳ­ມັນ, ຫລືອາຫານໃດໆກໍຕາມ, ສິ່ງເຫລົ່ານັ້ນຈະບໍ­ຣິສຸດໄປນຳຫລືບໍ່?'” ບັນດາພວກປະ­ໂລ­ຫິດຕອບວ່າ, “ບໍ່.” \s5 \v 13 ແລ້ວຮັກ­ກາຍໄດ້ກ່າວອີກວ່າ, “ຖ້າຫາກມີຄົນຫນຶ່ງຄົນໃດທີ່ເປັນມົນ­ທິນເພາະໄປຖືກສົບມາ ແລ້ວມາແຕະຕ້ອງສິ່ງເຫລົ່ານີ້, ສິ່ງເຫລົ່ານີ້ຈະເປັນມົນ­ທິນໄປນຳຫລືບໍ່?” ບັນດາປະໂລຫິດຕອບວ່າ, “ແມ່ນ, ສິ່ງເຫລົ່ານັ້ນຈະເປັນມົນ­ທິນໄປນຳ” \v 14 ແລ້ວຮັກກາຍຈຶ່ງຕອບວ່າ, “ເພາະປະຊາຊົນກໍເປັນແບບນີ້ ແລະ ຊົນຊາດນີ້ ທີ່ຢູ່ຕໍ່ຫນ້າຂ້ານ້ອຍກໍເປັນແບບນີ້!—ນີ້ຄືຄຳປະກາດຂອງພຣະຢາເວ—ແລະດັ່ງນັ້ນທຸກສິິ່ງທີ່ເຮັດດ້ວຍມືຂອງພວກເຂົາ: ­ທີ່ພວກເຂົາໄດ້ຖວາຍແກ່ເຮົາກໍເປັນມົນ­ທິນ. \s5 \v 15 ບັດນີ້, ຈົ່ງພິ­ຈາ­ລະ­ນາເບິ່ງວ່າ ໃນອະດີດໄດ້ເຮັດໃຫ້ເກີດອັນໃດຂື້ນຈົນເຖິງປັດຈຸບັນນີ້. ກ່ອນທີ່ຫີນກ້ອນຫນຶ່ງຈະວາງຊ້ອນເທິງຫີນອີກກ້ອນຫນຶ່ງໃນພຣະ­ວິ­ຫານຂອງພຣະຢາເວ, \v 16 ແລ້ວຈະເປັນຢ່າງໃດ? ເມື່ອທ່ານມາຕວງເຂົ້າຈຳນວນຊາວຫນື່ນ, ແຕ່ມີພຽງສິບຫມື່ນ; ແລະ ເມື່ອທ່ານມາເຖິງບໍ່ເກັບນ້ຳອະ­ງຸ່ນ ເພື່ອຕັກເອົາຫ້າສິບຖັງ, ແຕ່ກໍມີແຕ່ຊາວຖັງ. \v 17 “ເຮົາໄດ້ໂຈມຕີເຈົ້າແລະ ຜົນລະປູກແຫ່ງການງານຂອງເຈົ້າ ດ້ວຍການເຮັດໃຫ້ເກີດໂລກເພັ້ຍ ແລະ ເຊື້ອຣາ, ແຕ່ເຈົ້າກໍຍັງບໍ່ຫັນກັບມາຫາເຮົາ—ນີ້ຄືຄຳປະກາດຂອງພຣະຢາເວ. \s5 \v 18 ຈົ່ງພິ­ຈາ­ລະ­ນາເບິ່ງຕັ້ງ­ແຕ່ວັນນີ້ເປັນ­ຕົ້ນໄປ, ນັບຈາກວັນທີຊາວສີ່ ເດືອນທີເກົ້າ, ຕັ້ງ­ແຕ່ມື້ທີ່ຮາກຖານຂອງພຣະວິຫານຂອງພຣະຢາເວໄດ້ວາງລົງ. ຈົ່ງພິ­ຈາ­ລະ­ນາເບິ່ງສາ! \v 19 ຍັງມີແນວປູກເຫລືອຢູ່ໃນເລົ້າຫລືບໍ? ເຄືອອະ­ງຸ່ນ, ຕົ້ນຫມາກ­ເດື່ອເທດ, ຕົ້ນຫມາກພິ­ລາ, ແລະ ຕົ້ນຫມາກ­ກອກ­ເທດ ທີ່ຍັງບໍ່­ເກີດຫມາກ! ຕັ້ງແຕ່ວັນນີ້ເປັນ­ຕົ້ນໄປເຮົາຈະອວຍ­ພອນແກ່ເຈົ້າ!” \s5 \v 20 ແລ້ວພຣະ­ທຳຂອງພຣະຢາເວກໍມາເຖິງຮັກກາຍ ຜູ້ປະກາດພຣະທຳເປັນເທື່ອທີສອງ ໃນວັນທີຊາວສີ່ຂອງເດືອນນັ້ນວ່າ, \v 21 “ຈົ່ງເວົ້າກັບຜູ້ປົກ­ຄອງເມືອງຢູ­ດາ, ເຊ­ຣູບາເບນວ່າ, 'ເຮົາຈະສັ່ນຟ້າສະຫວັນ ແລະ ແຜ່ນ­ດິນໂລກ. \v 22 ເພາະເຮົາຈະຂວ້ຳບັນລັງຂອງອາ­ນາ­ຈັກຕ່າງໆ ແລະ ທຳລາຍອຳນາດຂອງອານາ­ຈັກ ຂອງຊົນຊາດເຫລົ່ານັ້ນ! ເຮົາຈະຂວ້ຳລົດມ້າຮົບເສິກແລະຜູ້ຂັບຂີ່ລົດນັ້ນ; ທັງມ້າ ແລະ ຜູ້ຂີ່ມ້າຈະລົ້ມລົງ, ຄືທຸກຄົນຈະຖືກທຳລາຍດ້ວຍຄົມດາບຂອງພີ່­ນ້ອງຂອງເຂົາ. \s5 \v 23 ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ ຊົງກ່າວວ່າ, “ໃນວັນນັ້ນ—ເຮົາຈະຮັບເຈົ້າ, ເຊ­ຣູ­ບາ­ເບນລູກຊາຍເຊ­ອານ­ຕີເອນ, ຜູ້ຮັບໃຊ້ຂອງເຮົາ—ນີ້ຄືຄຳປະກາດຂອງພຣະຢາເວກ່າວວ່າ. ເຮົາຈະຕັ້ງເຈົ້າໃຫ້ເປັນແຫວນປະ­ທັບ, ເພາະເຮົາໄດ້ເລືອກເຈົ້າແລ້ວ!—ນີ້ຄືຄຳປະກາດຂອງພຣະຢາເວຈອມໂຢທາ ຊົງກ່າວດັ່ງ­ນີ້ແຫລະ!'”