\id NAM \ide UTF-8 \h ນາຮູມ \toc1 ນາຮູມ \toc2 ນາຮູມ \toc3 nam \mt ນາຮູມ \s5 \c 1 \cl ບົດທີ 1 \p \v 1 ­ຄຳ​ໂອ­ວາດ​ກ່ຽວ­ກັບ​ເມືອງ​ນີ­ເນ­ເວ. ຫນັງ­ສື​ເລື່ອງ​ນິ­ມິດ​ຂອງ​ນາ­ຮູມ, ​ຊາວ­​ແອນ­ໂກດ. \s5 \v 2 ພຣະ­ຢາເວ​ຊົງ​ເປັນພຣະເຈົ້າຜູ້ຊົງຫວງ​ແຫນ ແລະ ແກ້ແຄ້ນ; ພຣະຢາເວຊົງແກ້ແຄ້ນ ແລະ ເຕັມໄປດ້ວຍຄວາມໂກດຮ້າຍ; ພຣະຢາເວຊົງແກ້ແຄ້ນຜູ້ທີ່ຂັດຂວາງຂອງພຣະອົງ, ແລະ ພຣະອົງສືບຕໍ່ຄວາມໂກດຮ້າຍຂອງພຣະອົງຕໍ່​ພວກ​ສັດ­ຕູ​ຂອງ​ພຣະ­ອົງ. \v 3 ພຣະຢາເວ​ຊ້າທີ່ຈະໂກດ​ຮ້າຍ​ ແລະ ມີ​ຣິດ­ທາ­ນຸ­ພາບ​ຍິ່ງ­ໃຫຍ່; ພຣະ­ອົງ​ຈະ​ບໍ່​ໄດ້ປະກາດວ່າສັດຕູຂອງພຣະອົງເປັນຜູ້ໄຮ້ດຽງສາ.​ ພຣະຢາເວຊົງດຳເນີນໃນພາຍຸລົມຫມູນ ແລະ ພາຍຸ, ແລະ​ ເມກ​ເປັນ​ຂີ້­ຝຸ່ນໃຕ້​ພຣະບາດ​ຂອງ​ພຣະ­ອົງ. \s5 \v 4 ພຣະ­ອົງຊົງຫ້າມ​ນ້ຳ​ທະ­ເລ ແລະ​ ເຮັດ­ໃຫ້​ມັນ​ແຫ້ງ​ໄປ; ພຣະອົງ​ຊົງ​ເຮັດໃຫ້​ແມ່­ນ້ຳ​ລຳ­ເຊ​ທັງຫລາຍ​ບົກ​ແຫ້ງ​ໄປ.​ ບາ­ຊານກໍຫ່ຽວແຫ້ງໄປ, ແລະ ລວມ​ພູ​ກາ­ເມນ​ກໍ​ຫ່ຽວ­ແຫ້ງ​ໄປເຊັ່ນກັນ; ດອກ­ໄມ້​ຢູ່​ເທິງ​ພູ​ເລ­ບາ­ນອນ​ກໍ​ຫ່ຽວ­ແຫ້ງ​ໄປ. \v 5 ບັນ­ດາ​ພູ­ເຂົາ​​ກໍ​ສັ່ນ­ສະ­ເທືອນ​ຕໍ່​ພຣະ­ພັກ​ພຣະ­ອົງ, ແລະ​ ບັນ­ດາເນີນພູ​ກໍ​ເປື່ອຍ​ໄປ; ແຜ່ນ­ດິນ​ກໍພັງທະລາຍລົງ​ຕໍ່​ພຣະ­ພັກ​ພຣະ­ອົງ, ແທ້ຈິງແລ້ວ, ທົ່ວ​ທັງ​ໂລກ ແລະ ​ຄົນທັງຫມົດ​ທີ່​ອາ­ໄສ​ຢູ່­ໃນ​ໂລກດ້ວຍ. \s5 \v 6 ໃຜ​ຈະ​ຕ້ານ­ທານ​ຕໍ່​ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​ໄດ້? ໃຜ​ຈະ​ທົນ​ຕໍ່​ຄວາມ​ຮ້ອນ​ແຮງ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ­ອົງ​ໄດ້? ພຣະ­ພິ­ໂຣດ​ຂອງ​ພຣະ­ອົງ​ພົ່ນ​ອອກ​ມາ​ເຫມືອນ​ໄຟ ແລະ ພຣະອົງຊົງເຮັດໃຫ້​ຫີນ​ດານທັງຫລາຍ​​ແຕກໄປ​. \s5 \v 7 ພຣະຢາເວຊົງປະ­ເສີດ, ເປັນ​ບ່ອນ​ກຳ​ບັງ​ອັນ​ເຂັ້ມ­ແຂງ​ໃນ​ວັນ­ທີ່​ຍາກ​ລຳ­ບາກ; ແລະ ພຣະ­ອົງຊົງ​ສັດຊື່ຕໍ່ຄົນເຫລົ່ານັ້ນ ທີ່ເຂົ້າມາລີ້ໄພໃນ​ພຣະ­ອົງ. \v 8 ແຕ່​ພຣະ­ອົງ​ຈະ​­ທຳ​ລາຍສັດຕູຂອງພຣະອົງໃຫ້ສີ້ນໄປດ້ວຍນໍ້າຖ້ວມອັນແຮງ; ພຣະອົງໄລ່ພວກເຂົາເຂົ້າໄປໃນຄວາມມືດ. \s5 \v 9 ພວກທ່ານຄິດ​ອຸ­ບາຍ​ອັນ­ໃດ​ຕໍ່­ສູ້​ພຣະຢາເວ? ພຣະ­ອົງຊົງ​ທຳ­ລາຍ​ໃຫ້​ກ້ຽງ; ບັນຫາຄວາມທຸກຍາກ​ຈະ​ບໍ່​ເກີດ­ຂຶ້ນ​ອີກ ເປັນ​ຄັ້ງທີ​ສອງ. \v 10 ເຖິງ­ວ່າ​ພວກ­ເຂົາ​ຈະຫຍຸ້ງພັນກັນໄປຫມົດ ຄື​ດັ່ງເຄືອ​ຫນາມ​ພັນກ້ຽວກັນ; ພວກເຂົາຈະເມົາ​ເຫລົ້າ​ດ້ວຍ​ເຄື່ອງດື່ມຂອງເຂົາເອງ; ພວກ­ເຂົາ​ຈະ​ຖືກ​ໄຟ​ເຜົາ​ໄປຈົນຫມົດສິ້ນເຫມືອນ​ຕໍ­ເຟືອງ​ແຫ້ງ​. \v 11 ບາງຄົນໄດ້ຂຶ້ນມາທ່າມກາງພວກທ່ານ, ນີ­ເນ­ເວ​, ຜູ້ທີ່ຄິດແຜນການຊົ່ວຮ້າຍຕໍ່­ສູ້​ພຣະ­ຢາເວ, ຜູ້ທີ່ສະຫນັບສະຫນູນຄວາມຊົ່ວ​ຮ້າຍ. \s5 \v 12 ພຣະຢາເວ​ກ່າວ​ດັ່ງ­ນີ້​ວ່າ, "ແມ່ນວ່າ​ພວກເຂົາຈະ​ມີກຳລັງ​ຄົບ­ຖ້ວນ ແລະ​ ມີ​ຈຳ­ນວນຄົນ​ຫລວງ­ຫລາຍ, ພວກ­ເຂົາ​ກໍ​ຈະ​ຖືກ​ດັບ​ສູນໄປ; ຄົນຂອງພວກເຂົາຈະສູນສິ້ນໄປ. ແຕ່ເຈົ້າ, ຢູດາ: ແມ່ນວ່າເຮົາຈະເຮັດໃຫ້ເຈົ້າ​ມີ​ຄວາມ­ທຸກ​ໃຈ​, ເຮົາ​ກໍ​ຈະ​ບໍ່​ເຮັດໃຫ້​ເຈົ້າ​ມີ​ຄວາມ­ທຸກ​ອີກ​ຕໍ່­ໄປ. \v 13 ບັດ­ນີ້ ເຮົາ​ຈະທຳລາຍ​ແອກ​ຂອງ​ພວກ­ເຂົາ​ອອກ­ຈາກ​ເຈົ້າ; ເຮົາ​ຈະທຳລາຍ​​ໂສ້​ທັງ­ຫລາຍ​ຂອງ​ເຈົ້າໄປເສຍ." \s5 \v 14 ພຣະ­ຢາເວໄດ້ອອກຄຳສັ່ງກ່ຽວກັບເຈົ້າ​ວ່າ, ນີ­ເນ­ເວ​: “ເຈົ້າ​ຈະ​ບໍ່­ມີ​ເຊື້ອ­ສາຍ​ທີ່ໃຊ້ຊື່​ຕາມ​ຊື່​ຂອງ​ເຈົ້າ​ອີກ​ຕໍ່­ໄປ. ເຮົາ​ຈະ​ທຳ­ລາຍ​ຮູບ​​ທີ່​ແກະ­ສະ­ຫລັກ ແລະ ​ຮູບ​ຫລໍ່ໂລຫະໄປຈາກ​ວິ­ຫານ​ຂອງພະເຈົ້າ​ຂອງ​ເຈົ້າ. ເຮົາ​ຈະ​ຂຸດຂຸມ​ຝັງ​ສົບໃຫ້ແກ່​ເຈົ້າ, ເພາະ​ວ່າເຈົ້າ​ຊົ່ວຊ້າ​.” \s5 \v 15 ເບິ່ງ​ແມ, ເທິງພູເຂົາມີ​ຕີນຂອງ​ຜູ້­ນຳ​ຂ່າວ­ປະ­ເສີດ​ມາ ຜູ້ປະກາດສັນຕິພາບ! ຢູ­ດາ​ເອີຍ ຈົ່ງຈັດງານ​ເທດ­ສະ­ການ​, ແລະ ຮັກສາຄຳສາບານຂອງເຈົ້າ, ເພາະ​ຄົນ​ຊົ່ວ​ຈະ​ບໍ່​ມາ​ຫາ​ເຈົ້າ​ອີກ; ພວກ­ເຂົາ​ຖືກກຳຈັດໄປ​ໝົດ​ສິ້ນແລ້ວ. \s5 \c 2 \cl ບົດທີ 2 \p \v 1 ຜູ້​ທຳລາຍເຈົ້າໃຫ້ພິນາດກຳລັງຈະເຂົ້າມາຕໍ່ສູ້​ເຈົ້າ​ແລ້ວ. ຈົ່ງ​ເຂົ້າ​ປະ­ຈຳ​ການທີ່ກຳແພງເມືອງ, ຈົ່ງ​ເຝົ້າເສັ້ນ​ທາງ​ໄວ້, ຈົ່ງ​ເຮັດໃຫ້ຕົນເອງເຂັ້ມແຂງ, ແລະ ຈົ່ງລວມກອງທັບຂອງເຈົ້າໄວ້. \v 2 ເພາະ­ວ່າ​ພຣະຢາເວຟື້ນຟູຄວາມຮຸ່ງເຮືອງຂອງ­​ຢາ­ໂຄບ, ຄືກັບ​ຄວາມຮຸ່ງເຮື່ອງຂອງອິດ​ສ​ະ​ຣາເອນ, ແມ່ນວ່າພວກໂຈນໄດ້ທຳລາຍລ້າງພວກເຂົາ ແລະ ທຳລາຍ​ເຄືອ​ອະ­ງຸ່ນ​ທັງ­ຫລາຍ​ຂອງ​ພວກ­ເຂົາໄປ. \s5 \v 3 ໂລ່ຂອງທະຫານຂອງເຂົາເປັນ​ສີ­ແດງ, ແລະນັກຮົບຜູ້ກ້າ​ທັງ­ຫລາຍ​ນຸ່ງ​ເຄື່ອງ​ສີ​ແດງ­ເຂັ້ມ; ໂລຫະທີ່ຢູ່ລົດ​ມ້າຮົບທັງ­ຫລາຍ ກໍສ່ອງແສງ​ເຫລື້ອມ​ໃນວັນທີ່ມັນຖືກກຽມພ້ອມ,​ ແລະ ​ຫອກໄມ້ສົນສີດາຖືກແກວ່ງໄປມາໃນອາກາດ. \v 4 ລົດມ້າ­ຮົບ​ແລ່ນ​ໄປ​ຕາມ​ຖະ­ຫນົນ​ຢ່າງໄວວາ; ພວກມັນ​ແລ່ນ​ຢ່າງ​ໄວວາ ​ກັບໄປມາໃນ​ຖະ­ໜົນ​ທີ່​ກວ້າງ­ຂວາງເຫມືອນເຊື້ອໄຟ, ແລະ ​ເຫມືອນ​ກັບ​ສາຍ­ຟ້າ­ແມບ. \s5 \v 5 ຜູ້ທີ່ທຳລາຍເຈົ້າໃຫ້ພິນາດເອີ້ນເອົາທະຫານຂອງເຂົາມາ; ພວກເຂົາກໍ​ສະ­ດຸດກັນແລະກັນລົ້ມລົງໃນຂະນະທີ່ເດີນໄປ; ພວກເຂົາ​ຟ້າວໂຈມຕີ​ເຂົ້າກຳ­ແພງເມືອງ. ມີການຈັດກຳລັງຂະຫນາດໃຫ່ຍ ເພື່ອປ້ອງກັນພວກຜູ້ໂຈມຕີເຫລົ່ານີ້. \s5 \v 6 ປະ­ຕູ​ທີ່​ແມ່­ນ້ຳ​ທັງ­ຫລາຍເປີດ​ອອກ, ແລ້ວ​ຣາຊະວັງ​ກໍ​ພັງທະລາຍລົງ. \v 7 ຮັດແຊບ​ຈະ​ຖືກເປືອຍ​ກາຍຢູ່ ແລະ ໄດ້​ຖືກພາຕົວ​ໄປ; ​ບັນ­ດາ​ສາວ​ໃຊ້​ຂອງ​ນາງ​ຮ້ອງໄຫ້​ຄວນຄາງ​ຄື​ສຽງ​ນົກ­ກາງແກ, ​ຈະ​ຕີ​ເອິກ​ຂອງ​ພວກ­ເຂົາເອງ. \s5 \v 8 ນີ­ເນ­ເວ​ກໍ​ເຫມືອ​ນສະ­ນ້ຳຮົ່ວ, ໂດຍທີ່ຜູ້ຄົນຕ່າງຫນີໄປເຫມືອນນໍ້າພຸພັງອອກມາ. ຄົນອື່ນໆ​​ຕ່າງກໍຮ້ອງ​ວ່າ “ຢຸດ, ຢຸດ,” ແຕ່​ກໍ​ບໍ່­ມີ​ໃຜ​ຫລຽວ​ຫລັງ​ກັບ. \v 9 ຈົ່ງ​ປຸ້ນ​ເອົາ​ເງິນເຖີດ, ຈົ່ງ​ປຸ້ນ​ເອົາ​ຄຳໄປ, ເພາະມັນບໍ່ສິ້ນສຸດ, ຄວາມຄວາມຮຸ່ງເຮືອງຄືເຄື່ອງລໍ້າຄ່າກໍບໍ່ມີອີກແລ້ວ. \v 10 ນີ­ເນ­ເວ​​ຮ້າງ​ເປົ່າ​ ແລະ ​ມ້າງ­ເພໄປ​ແລ້ວ. ຈິດ­ໃຈ​ຂອງທຸກຄົນກໍ​ສະຫລາຍ​ໄປ, ຫົວ­ເຂົ່າ​ທັງ­ຫລາຍ​ກໍ​ພັບລົງ, ແລະທຸກຄົນຕ່າງກໍເຈັບປວດ­​ໄປ​ຫມົດ; ໃບ­ຫນ້າ​ຂອງ​ທຸກ​ຄົນ​ກໍ​ຊີດ​ໄປ. \s5 \v 11 ບັດນີ້ຖໍ້າສິງ, ຊຶ່ງເປັນບ່ອນລ້ຽງລູກ​ຂອງ­ໂຕ​ສິງ, ບ່ອນ​ຢູ່​ອາໄສຂອງສິງໂຕຜູ້ ແລະໂຕແມ່ ເຄີຍເດີນທາງກັບລູກໆຂອງມັນ, ເປັນບ່ອນ​ທີ່ພວກມັນບໍ່ຢ້ານສິ່ງໃດ? \v 12 ​ສິງໂຕ​ນັ້ນ​ໄດ້​ຈີກ​ອາ­ຫານ​ໃຫ້​ພຽງ­ພໍ​ສຳ­ລັບ​ລູກ​ຂອງ​ມັນເປັນຕອ່ນໆ ເພື່ອໃຫ້ລູກໆຂອງມັນກິນ; ມັນໄດ້ຄາບ​ຄໍ​ເຫຍື່ອ​ມາໃຫ້ພວກສິງໂຕແມ່ທັງຫລາຍ, ແລະ ​ສະ­ສົມ​ຊີ້ນ​ໄວ້ຈົນເຕັມຖໍ້າຂອງມັນ, ໃນຖໍ້າຂອງມັນມີຊາກສັດທິ່ຈີກຂາດເປັນຕ່ອນໆ. \s5 \v 13 ພຣະຢາເວຈອມໂຍທາປະ​ກາດ​ວ່າ, "ເບິ່ງ​ແມ ເຮົາ​ຕໍ່­ສູ້​ເຈົ້າ, ເຮົາ​ຈະ​ເຜົາ​ລົດມ້າ­ຮົບ​ຂອງ​ເຈົ້າ​ໃຫ້­ເປັນ​ຄວັນ​ໄຟ, ແລະ ​ຄົມດາບ​ຈະ​ສັງ­ຫານ​ສິງຫນຸ່ມ​ຂອງ​ເຈົ້າ. ເຮົາ​ຈະ​ເອົາຂອງທີ່​ເຈົ້າທີ່ປຸ້ນມາຈາກແຜ່ນດິນຂອງເຈົ້າ, ແລະ​ ຈະບໍ່ມີໃຜໄດ້ຍິນສຽງຂອງ​ຜູ້​ສົ່ງ​ຂ່າວ​ຂອງ​ເຈົ້າ​ອີກຕໍ່ໄປ." \s5 \c 3 \cl ບົດທີ 3 \p \v 1 ວິ­ບັດ​ແກ່​ເມືອງ​ທີ່​ເຕັມໄປດ້ວຍ​ເລືອດ! ​ເຕັມ​ໄປ​ດ້ວຍ​ການເວົ້າຂີ້ຕົວະ ແລະ ຊັບສົມບັດທິ່ປຸ້ນມາທັງສິ້ນ; ມີຄົນທິ່ຕົກເປັນເຫຍື່ອໃນເມືອງນັ້ນສະເຫມີ. \v 2 ແຕ່ບັດນີ້ມີສຽງ​ຂອງ​ໄມ້­ແສ້ ແລະ​ສຽງ​ອຶກ­ກະ­ທຶກ​ຂອງ​ກົງ​ລໍ້, ກັບ​ຝູງ​ມ້າທີ່ກຳລັງແລ່ນໄປ, ແລະ​ ລົດ­ມ້າຮົບ​ທັງ­ຫລາຍ​ທີ່​ກຳລັງແລ່ນເຕັ້ນ​ໄປ. \s5 \v 3 ຍັງມີຄົນ​ຂີ່​ມ້າ​ທີ່ພ້ອມໂຈມຕີ, ​ດາບເຫລື້ອມ, ຫອກປະກາຍ, ຊາກສົບກອງສູງຂຶ້ນຫລາຍມະຫາສານ, ​ຮ່າງ​ຄົນ​ຕາຍ​ບໍ່​ຮູ້­ຈັກ​ຫມົດ; ຜູ້ໂຈມຕີພວກ­ເຂົາ​ຈະ​ສະ­ດຸດ​ຊາກ­ສົບ​ທັງ­ຫລາຍ​ນັ້ນ. \v 4 ສິ່ງນີ້ເກີດຂຶ້ນ ເພາະພຶດຕິກຳທີ່ເຕັມໄປດ້ວຍລາຄະຕັນຫາ ຂອງຍິງໂສເພນີທີ່ສວຍງາມ, ຜູ້ຊຳນານການໃຊ້ເວດມົນຄາຖາ, ຜູ້ຂາຍປະຊາຊາດຜ່ານການເປັນໂສເພນີຂອງນາງ, ແລະ ປະຊາຊົນກໍຜ່ານການກະທຳແຫ່ງການໃຊ້ເວດມົນຂອງນາງ. \s5 \v 5 "ເບີ່ງແມ, ເຮົາຈະຕໍ່ສູ້ເຈົ້າ - ພຣະຢາເວຈອມໂຢທາໄດ້ກ່າວດັ່ງນີ້ີ - ເຮົາຈະຮື້ກະໂປ່ງເຈົ້າຄຸມຫນ້າຂອງເຈົ້າ ແລະ ໃຫ້ບັນດາປະຊາຊາດໄດ້ເຫັນ​ຄວາມ​​ເປືອຍກາຍ​ຂອງ​ເຈົ້າ, ແລະ​ ໃຫ້​ຣາຊ­ອາ­ນາ­ຈັກ​ທັງ­ຫລາຍ​ເຫັນ​ຄວາມ​ອັບ­ອາຍ​ຂອງ​ເຈົ້າ. \v 6 ເຮົາ​ຈະ​ໂຍນສິ່ງ​ເປິ­ເປື້ອນອັນຫນ້າລັງກຽດ​ໃສ່​ເຈົ້າ, ແລະ ​ເຮັດໃຫ້ເຈົ້າຊົ່ວຊ້າ. ເຮົາຈະເຮັດໃຫ້ເຈົ້າຖືກຄົນປະຈານ. \v 7 ສິ່ງນີ້ຈະເກີດຂຶ້ນຄືທຸກຄົນທິ່ແນມເຫັນເຈົ້​າກໍ​ຈະ​ປົບ​ຫນີ​ໄປ​ໄກ​ຈາກ​ເຈົ້າ ແລະ​ກ່າວ​ວ່າ, 'ນີ­ເນ­ເວ​ເປັນ​ເມືອງ​ຮົກຮ້າງ​ແລ້ວ; ໃຜ​ຈະຮ້ອງໄຫ້​ສົງ­ສານ​ເຈົ້າ?' ເຮົາ​ຈະ​ໄປ​ຊອກ­ຫາ​ຜູ້­ໃດມາປອບໃຈເຈົ້າ​ໄດ້?" \s5 \v 8 ນີເນເວເອີຍ, ເຈົ້າ​ດີກ­ວ່າ​ເມືອງ​ເທ​ເບັດ​ບໍ, ເມືອງ​ນີ້​ຕັ້ງ​ຢູ່​ລະ­ຫວ່າງ​ແມ່­ນ້ຳໄນ, ຊຶ່ງ​ມີ​ນ້ຳ​ອ້ອມ­ຮອບ​ເມືອງ, ມີ​ທະ­ເລ​ເປັນ​ທີ່​ກຳ​ບັງ, ມີ​ທະ­ເລ​ເປັນ​ກຳ­ແພງ​ເມືອງ​ບໍ? \v 9 ເອ­ທີ­ໂອ­ເປຍ ແລະ ​ເອ­ຢິບ​ເປັນ​ກຳ­ລັງ​ຂອງ​ເມືອງ​ນີ້ ແລະ​ ມັນບໍ່ມີ​ສິ້ນ­ສຸດດ້ວຍ; ເມືອງຜຸດ ແລະ ເມືອງ​ລີ­ເບຍເປັນພັນທະມິດຂອງເມືອງນັ້ນ. \s5 \v 10 ເຖິງ​ປານ​ນັ້ນ ເມືອງ​​ເທ​ເບັດ​ກໍ​ຍັງ​ຖືກ​ກວາດ​ໄປ; ນາງ​ຕົກ​ໄປ​ເປັນ​ຊະ­ເລີຍ, ລູກນ້ອຍໆ​ຂອງ​ນາງ​ກໍ​ຖືກ​ໂຍນ​ລົງ ແຕກ​ອອກ​ເປັນ​ຕ່ອນໆໆ ເທິງຖະຫນົນ​ທຸກ​ເສັ້ນ, ສັດຕູຂອງນາງ​ຈັບ­ສະ­ຫລາກ​ຖືກ​ຜູ້​ທີ່​ມີ​ກຽດ​ໃນ​ເມືອງ​ນີ້, ແລະ ​ຄົນ​ໃຫຍ່​ທັງ​ຫມົດ​ໄດ້ຂອງເມືອງນັ້ນກໍ​ຖືກ​ລ່າມ​ໂສ້. \v 11 ​ເຈົ້າ​ກໍຍັງຈະເມົາມາຍ; ເຈົ້າພະຍາຍາມຫລົບຊ້ອນ, ແລະ ເຈົ້າຈະ​ຊອກ­ຫາ​ບ່ອນ​ທີ່ລີ້ໄພຈາກ​ສັດ­ຕູຂອງເຈົ້າ. \s5 \v 12 ກຳແພງເມືອງ​ທັງ​ຫມົດ​ຂອງ​ເຈົ້າ​ຈະ​ເປັນ​ເຫມືອນ​ຕົ້ນ​ໝາກ­ເດື່ອ​ເທດ: ມີ​ຫມາກ­ເດື່ອ​ເທດ​ສຸກ​ລຸ້ນ​ທຳ­ອິດ, ຖ້າ​ພວກມັນຖືກສັ່ນ, ພວກມັນຈະ​ຕົກ­ລົງ​ໄປ​ໃນ​ປາກ​ຂອງ​ຜູ້​ທີ່​ກິນ. \v 13 ເບິ່ງ​ແມ, ປະຊາຊົນທີ່ຢູ່​ທ່າມ­ກາງ​ເຈົ້າ​ເປັນພວກ​ຜູ້­ຍິງ; ບັນ­ດາ​ປະ­ຕູ​ເມືອງ​ແຫ່ງ​ແຜ່ນ­ດິນ​ຂອງ​ເຈົ້າ​ກໍ​ເປີດກວ້າງໃຫ້ພວກ​ສັດ­ຕູ​ຂອງ​ເຈົ້າ; ໄຟ​ໄດ້​ໄຫມ້​ກືນກິນລູກດ່ານ​ປະ­ຕູ​ຂອງ​ເຈົ້າ​ຫມົດ​ແລ້ວ. \s5 \v 14 ຈົ່ງໄປເອົານໍ້າ​​ໄວ້​ເພາະຈະຖືກປິດລ້ອມໂຈມຕີ; ຈົ່ງເສີມກຳລັງກຳແພງເມືອງຂອງເຈົ້າ; ຈົ່ງ​ລົງ​ໄປ​ໃນ​ບໍ່​ດິນ​ຫນຽວ; ຢຽບປູນ​ໃຫ້​ເຂົ້າ­ກັນ; ຈົ່ງ​ແປງ​ເຕົາ­ໄຟ​ເຜົາ​ດິນ­ຈີ່​ໃຫ້​ແຂງ­ແຮງ​ຂຶ້ນ. \v 15 ໄຟ​​ຈະ​ໄໝ້​ເຈົ້າທີ່ນັ້ນ, ແລະ ດາບ​ຈະ​ຂ້າ​ເຈົ້າ. ມັນຈະກິນເຈົ້າເຫມືອນຕັກແຕນອ່ອນກືນກິນທຸກຢ່າງ. ຈົ່ງເພີ່ມໃຫ້ຫລາຍຂຶ້ນເຫມືອນຕັກແຕນທີ່ໃຫ່ຍເຕັມໂຕແລ້ວ. \s5 \v 16 ເຈົ້າ​ໄດ້ເພີ່ມຈຳນວນພໍ່ຄ້າໃຫ້ທະ­ວີ​ຫລາຍ​ຂຶ້ນ ​ກວ່າ​ດວງ​ດາວ​ທັງ­ຫລາຍ​ໃນ​ທ້ອງ­ຟ້າ; ແຕ່ພວກມັນກໍເຫມືອນຕັກແຕນອ່ອນ: ພວກເຂົາປຸ້ນແຜນດິນແລ້ວກໍຫນີໄປ. \v 17 ພວກຜູ້ປົກຄອງຂອງ​ເຈົ້າ​ກໍ​ເຫມືອນ​ຕັກ­ແຕນ, ທີ່ໃຫ່ຍເຕັມທີ່ແລ້ວ ແລະ​ ພວກ​ນາຍ​ທະ­ຫານ​ຂອງ​ເຈົ້າ​ເປັນ​ເຫມືອນ​ຝູງ​ຕັກ­ແຕນ​ທີ່ເກາະຮົ້ວໃນມື້​ອາ­ກາດ​ເຢັນຫນາວ. ເມື່ອ​ດວງ​ອາ­ທິດ​ຂຶ້ນ ພວກມັນ​ກໍ​ບິນ​ຫນີ​ໄປ​ຫມົດ ບໍ່­ມີ​ໃຜ​ຮູ້­ວ່າ​ມັນ​ໄປ​ໃສ. \s5 \v 18 ກະ­ສັດ​ແຫ່ງ​ອັດ­ຊີ­ເຣຍ​ເອີຍ, ບັນດາ​ຜູ້​ລ້ຽງ​ແກະ​ຂອງ​ເຈົ້າ​ນອນ​ຫລັບ​ແລ້ວ; ຜູ້​ປົກຄອງຂອງເຈົ້າກໍນອນລົງພັກຜ່ອນ. ປະຊາຊົນຂອງເຈົ້າກໍກະແຈກກະຈາຍຢູ່ເທິງພູສູງ​​, ແລະ ​ບໍ່­ມີ​ຜູ້­ໃດ​ຮວບ­ຮວມ​ພວກ­ເຂົາ​ໄດ້. \v 19 ບໍ່­ມີ​ບາດແຜໃດຂອງເຈົ້າ ຈະສາມາດ​ປິ່ນ­ປົວໃຫ້ຫາຍດີໄດ້, ​ບາດ­ແຜ​ຂອງ​ເຈົ້ານັ້ນສາ­ຫັດ​ຫລາຍ. ຄົນ​ທັງ­ປວງ​ທີ່​ໄດ້­ຍິນ​ຂ່າວກ່ຽວກັບ​ເຈົ້າ ຈະ​ຕົບ­ມື​ເຍາະ­ເຍີ້ຍ​ເຈົ້າ, ​ໃຜຈະລອດພົ້ນຈາກຄວາມໂຫດຮ້າຍຢ່າງຕໍ່ເນື່ອງຂອງເຈົ້າໄດ້?