lo_ulb/61-1PE.usfm

214 lines
44 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id 1PE
\ide UTF-8
\h 1 ​ເປໂຕ
\toc1 1 ​ເປໂຕ
\toc2 1 ​ເປໂຕ
\toc3 1pe
\mt 1 ​ເປໂຕ
\s5
\c 1
\cl ບົດທີ 1
\p
\v 1 ຈາກເປໂຕ, ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ, ເຖິງພີ່ນ້ອງຕ່າງຊາດທີ່ກະຈັດກະຈາຍໄປ, ແລະ ຜູ້ທີ່ຖືກເລືອກສັນໄວ້ໃນແຂວງປົນໂຕ, ແຂວງ ຄາລາເຕຍ, ແຂວງກາປາໂດເກຍ, ແຂວງເອເຊຍ ແລະ ແຂວງບີທີເນຍ.
\v 2 ນີ້ແມ່ນຖືກຕາມທີ່ພຣະເຈົ້າພຣະບິດາເຈົ້າໄດ້ຊົງລ່ວງຮູ້ໄວ້ກ່ອນ, ໂດຍພຣະວິນຍານໄດ້ຊົງຊຳຣະໃຫ້ ບໍຣິສຸດເພື່ອຈະເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະ ໄດ້ຮັບການຊຳຣະດ້ວຍພຣະໂລຫິດຂອງພຣະອົງ. ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງບັງເກີດ ທະວີຄູນແກ່ທ່ານທັງຫລາຍເຖີ້ນ.
\s5
\v 3 ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ. ໃນພຣະເມດຕາທີ່ໃຫຍ່ຫລວງຂອງພຣະອົງ, ພຣະອົງຊົງໂຜດໃຫ້ເຮົາບັງເກີດໃໝ່ສຳລັບຄວາມເຊື່ອຫມັ້ນຂອງມໍຣະດົກ. ນີ້ຄືມໍຣະດົກໂດຍວິທີການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າຈາກຄວາມຕາຍ,
\v 4 ນີ້ເປັນມໍຣະດົກຊຶ່ງຈະບໍ່ຈິບຫາຍ, ປາສະຈາກມົນທິນ, ແລະ ບໍ່ຫຽ່ວແຫ້ງ. ຊຶ່ງໄດ້ຕຽມໄວ້ໃນສະຫວັນເພື່ອທ່ານທັງຫລາຍ.
\v 5 ທ່ານໄດ້ຮັບການປົກປ້ອງໂດຍຣິດເດດຂອງພຣະເຈົ້າ ໂດຍຜ່ານທາງຄວາມເຊື່ອ, ໃຫ້ເຂົ້າໃນຄວາມພົ້ນຊຶ່ງພ້ອມຈະປາກົດໃນວັນສຸດທ້າຍ.
\s5
\v 6 ທ່ານຈະດີໃຈຫລາຍສຳລັບເລື່ອງນີ້, ເຖິງແມ່ນວ່າຕອນນີ້ມັນເປັນສິ່ງຈຳເປັນສຳລັບທ່ານ ທີ່ຈະຮູ້ສຶກໂສກເສົ້າໃນບັນຫາທີ່ແຕກຕ່າງກັນ.
\v 7 ນີ້ມີໄວ້ສຳລັບການພິສູດຄວາມເຊື່ອຂອງທ່ານ, ຊຶ່ງມີຄ່າຍິ່ງກວ່າທອງຄຳຊຶ່ງສູນຫາຍໄປ. ແມ່ນວ່າຈະມີການທົດສອບດ້ວຍໄຟ. ນີ້ເກີດຂຶ້ນເພື່ອໃຫ້ຄວາມເຊື່ອຂອງທ່ານຈະພົບວ່າຈະສົ່ງຜົນໃຫ້ເກີດການສັນຣະເສີນສະຫງ່າຣາສີ, ແລະ ພຣະກຽດໃນເວລາທີ່ ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ.
\s5
\v 8 ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນແຕ່ທ່ານຍັງຮັກພຣະອົງຢູ່. ແມ່ນວ່າຂະນະນີ້ທ່ານບໍ່ເຫັນພຣະອົງ, ແຕ່ທ່ານຍັງເຊື່ອໃນພຣະອົງ ແລະ ຊື່ນຊົມດ້ວຍຄວາມປິຕິຍິນດີເກີນທີ່ຈະອະທິບາຍໄດ້.
\v 9 ຕອນນີ້ທ່ານຈະໄດ້ຮັບດ້ວຍຕົວເອງຊຶ່ງເປັນຜົນມາຈາກຄວາມເຊື່ອຂອງທ່ານ, ຄວາມລອດພົ້ນຝ່າຍວິນຍານຈິດຂອງທ່ານ.
\v 10 ບັນດາຜູ້ເຜີຍພຣະທັມໄດ້ຄົ້ນຄ້ວາ ແລະ ໄດ້ສືບຖາມຢ່າງຮອບຄອບກຽ່ວກັບຄວາມພົ້ນນີ້, ກ່ຽວກັບພຣະຄຸນທີ່ເປັນຂອງທ່ານ.
\s5
\v 11 ພວກເຂົາໄດ້ສືບຄົ້ນຫາໄດ້ຮູ້ເຖິງບຸກຄົນ ແລະ ເມື່ອພຣະວິນຍານຂອງພຣະເຢຊູຄຣິດເຈົ້າໃນພວກເຂົາ ໄດ້ບອກກັບພວກເຂົາ. ນີ້ເກີດຂຶ້ນຂະນະທີ່ເຂົາກຳລັງບອກພວກເຂົາລ່ວງຫນ້າກ່ຽວກັບຄວາມທຸກທໍຣະມານຂອງພຣະຄຣິດເຈົ້າ ແລະ ເຖິງສະຫງ່າຣາສີ ຫຼັງຈາກນັ້ນ.
\v 12 ມັນເປັນທີ່ປະຈັກຕໍ່ຜູ້ເຜີຍພຣະທັມວ່າພວກເຂົາບໍ່ ໄດ້ປະຕິບັດສຳລັບຕົວພວກເຂົາເອງແຕ່ສຳລັບທ່ານທັງຫລາຍ. ນີ້ຄືສິ່ງທີ່ພວກເຂົາກຳລັງເຮັດໃນເລື່ອງທີ່ກ່ຽວກັບສິ່ງທີ່ປະກາດໃຫ້ທ່ານ ໂດຍວິທີການຂອງພຣະວິນຍານບໍຣິສຸດເຈົ້າທີ່ຊົງໂຜດປະທານມາຈາກສະຫວັນ - ສິ່ງເຫລົ່ານີ້ເປັນສິ່ງຊຶ່ງພວກທູດສະຫວັນປາຖະໜາທີ່ຈະໄດ້ຮັບການເປີດເຜີຍ.
\s5
\v 13 ດັ່ງນັ້ນຈົ່ງຕຽມໃຈຂອງທ່ານໄວ້ໃຫ້ດີ, ຈົ່ງຂົ່ມໃຈ, ຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນເມື່ອພຣະເຢຊູຄຣິດເຈົ້າຈະຊົງໂຜດສຳແດງໃຫ້ແກ່ທ່ານໃນເວລາທີ່ພຣະເຢຊູຄຣິດເຈົ້າສະເດັດມາປາກົດ.
\v 14 ໂດຍທີ່ທ່ານເປັນລູກທີ່ເຊື່ອຟັງຂໍຢ່າໄດ້ປະພຶດຕາມກິເຫລດຕັນຫາຢ່າງທີ່ເກີດຈາກຄວາມໂງ່ງ່າວຂອງທ່ານນັ້ນ.
\s5
\v 15 ແຕ່ເພາະພຣະອົງຜູ້ຊົງເອີ້ນທ່ານທັງຫລາຍນັ້ນບໍຣິສຸດ, ທ່ານທັງຫລາຍຈົ່ງປະພຶດຕົນໃຫ້ບໍຣິສຸດ
\v 16 ດັ່ງທີ່ມີພຣະຄັມຂຽນໄວ້ແລ້ວວ່າ, "ທ່ານທັງຫລາຍ ຈົ່ງເປັນຄົນບໍຣິສຸດເພາະເຮົາບໍຣິສຸດ.”
\v 17 ແລະ ຖ້າທ່ານເອີ້ນພຣະອົງວ່າ "ພຣະບິດາ" ຜູ້ຊົງພິພາກສາທຸກຄົນຕາມການກະທຳຂອງເຂົາ ໂດຍບໍ່ມີອັກຄະຕິຈົ່ງປະຕິບັດຕົນດ້ວຍຄວາມຢຳເກງຕະຫລອດເວລາທີ່ທ່ານຢູ່ໃນໂລກນີ້.
\s5
\v 18 ເພາະພວກເຈົ້າກໍຮູ້ຢູ່ແລ້ວວ່າ ພວກເຈົ້າຖືກໄຖ່ໃຫ້ເປັນອິສຣະ ຈາກການການດຳເນີນຊີວິດອັນບໍ່ມີປະໂຫຍດ ທີ່ທ່ານໄດ້ຮຽນຮູ້ຈາກບັນພະບຸຣຸດຂອງພວກທ່ານ ບໍ່ແມ່ນໄຖ່ດ້ວຍສິ່ງຂອງທີ່ເສື່ອມສູນໄປເຫມືອນເງິນ ແລະ ຄຳ.
\v 19 ແຕ່ທ່ານໄດ້ຮັບການຊົງໄຖ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດເຈົ້າ, ເປັນເຫມືອນລູກແກະທີ່ບໍ່ມີຕຳຫນິ ຫລື ຮອຍດ່າງ.
\s5
\v 20 ພຣະຄຣິດເຈົ້າໄດ້ຮັບການເລືອກໄວ້ກ່ອນການວາງຮາກຖານສ້າງໂລກ, ແຕ່ດຽວນີ້ພຣະຄຣິດເຈົ້າຊົງໄດ້ປາກົດພຣະອົງໃຫ້ແກ່ທ່ານໃນເວລາສຸດທ້າຍ.
\v 21 ຜ່ານທາງພຣະອົງທ່ານເຊື່ອໃນພຣະເຈົ້າ, ຜູ້ຊົງບັນດານ ໃຫ້ພຣະອົງໃຫ້ຟື້ນຄືນມາຈາກຕາຍ ແລະ ຄົນທີ່ເຂົາຖວາຍພຣະກຽດເພື່ອໃຫ້ຄວາມເຊື່ອ ແລະ ຄວາມເຊື່ອຫມັ້ນຂອງທ່ານຈະຕັ້ງຢູ່ໃນພຣະເຈົ້າ.
\s5
\v 22 ທີ່ທ່ານທັງຫລາຍໄດ້ຊຳຣະຈິດໃຈຂອງທ່ານໃຫ້ບໍຣິສຸດໂດຍການເຊື່ອຟັງຄວາມຈິງ. ນີ້ຄືວັດຖຸປະສົງຂອງຄວາມຮັກສັນພີ່ນ້ອງ; ດັ່ງນັ້ນຈົ່ງຮັກຊຶ່ງກັນ ແລະ ກັນຢ່າງຈິງຈັງຈາກຫົວໃຈ.
\v 23 ທ່ານທັງຫລາຍໄດ້ບັງເກີດໃໝ່ແລ້ວ, ບໍ່ແມ່ນເກີດຈາກແນວປູກທີ່ເປື່ອຍເນົ່າໄດ້, ແຕ່ເກີດຈາກແນວປູກທີ່ບໍ່ເປື່ອຍເນົ່າ ໂດຍຜ່ານພຣະທັມຂອງພຣະເຈົ້າອັນຊົງຊີວິດ ແລະ ຕັ້ງຫມັ້ນຄົງ.
\s5
\v 24 ສຳລັບ " ບັນດາເນື້ອຫນັງກໍເປັນເຫມືອນດັ່ງຕົ້ນຫຍ້າ, ແລະ ສະຫງ່າຣາສີຂອງພວກເຂົາ ກໍເປັນດັ່ງດອກຫຍ້າ. ຕົ້ນຫຍ້າຫ່ຽວແຫ້ງໄປ ແລະ ດອກມັນກໍຂຸຫລົ່ນໄປ.
\v 25 ແຕ່ພຣະຄັມຂອງອົງພຣະຜູ້ເປັນເຈົ້າຕັ້ງຫມັ້ນຄົງຢູ່ຕະຫລອດໄປເປັນນິດ” ນີ້ຄືຂ່າວປະເສີດທີ່ໄດ້ປະກາດໃຫ້ທ່ານທັງຫລາຍຮູ້ແລ້ວ.
\s5
\c 2
\cl ບົດທີ 2
\p
\v 1 ທ່ານທັງຫລາຍຈົ່ງລະຖິ້ມຄວາມຊົ່ວຮ້າຍ ບັນດາກົນອຸບາຍທັງປວງ, ການຫນ້າຊື່ໃຈຄົດ, ຄວາມອິດສາຣິດສະຫຍາ ແລະ ຄຳເວົ້ານິນທາໃສ່ຮ້າຍທັງຫມົດ.
\v 2 ຈົ່ງເປັນເຫມືອນເດັກນ້ອຍໆທີ່ເກີດໃຫມ່, ຈົ່ງປາຖະຫນາຫານໍ້ານົມ ຝ່າຍຈິດວິນຍານອັນບໍຣິສຸດເພື່ອຈະເຮັດໃຫ້ທ່ານທັງຫລາຍເຕີບໂຕຂຶ້ນໃນຄວາມພົ້ນ.
\v 3 ຖ້າທ່ານໄດ້ຄົ້ນພົບແລະ ຮູ້ແລ້ວວ່າ, ອົງພຣະຜູ້ເປັນເຈົ້າປະກອບດ້ວຍພຣະເມດຕາກະຣຸນາ.
\s5
\v 4 ຈົ່ງມາຫາພຣະອົງ ຄືມາເຖິງສີລາອັນມີຊີວິດຢູ່ຊຶ່ງມະນຸດໄດ້ປະຕິເສດບໍ່ຍອມຮັບແລ້ວແຕ່ວ່າພຣະເຈົ້າ ໄດ້ຊົງເລືອກໄວ້ໂດຍພຣະເຈົ້າຊົງຖືວ່າ ມີຄຸນຄ່າອັນປະເສີດ ເຫມືອນພຣະອົງ
\v 5 ດັ່ງນັ້ນທ່ານທັງຫລາຍກໍເປັນເຫມືອນສີລາທີ່ມີຊີວິດທີ່ກຳລັງກໍ່ຂຶ້ນເປັນວິຫານຝ່າຍວິນຍານເພື່ອເປັນປະໂລຫິດ ບໍຣິສຸດເພື່ອຖວາຍເຄື່ອງບູຊາຝ່າຍວິນຍານທີ່ພໍພຣະທັຍຂອງພຣະເຈົ້າໂດຍທາງພຣະເຢຊູຄຣິດເຈົ້າ.
\s5
\v 6 ມີຄຳຂຽນໄວ້ໃນພຣະຄັມພີດ້ວຍວ່າ, “ເບິ່ງແມ! ເຮົາວາງສີລາກ້ອນໜຶ່ງລົງໃນເມືອງຊີໂອນ ເປັນຫີນເສົາເອກທີ່ຊົງເລືອກແລ້ວ, ແລະ ເປັນຫີນທີ່ມີຄ່າອັນປະເສີດແລະ ຜູ້ໃດທີ່ເຊື່ອໃນພຣະອົງນັ້ນກໍຈະບໍ່ໄດ້ຮັບຄວາມອັບອາຍຈັກເທື່ອ.”
\s5
\v 7 ເພື່ອເປັນກຽດແກ່ທ່ານທັງຫລາຍທີ່ ວາງໃຈເຊື່ອ. ແຕ່ “ຫີນທີ່ຊ່າງກໍ່ໄດ້ປະຖິ້ມໄດ້ກັບກາຍມາ ເປັນຫີນເສົາເອກ.”
\v 8 ແລະ “ເປັນຫີນທີ່ເຮັດໃຫ້ຄົນສະດຸດ ແລະ ເປັນຫີນທີ່ເຮັດໃຫ້ຂັດເຄືອງໃຈທີ່ເຂົາສະດຸດນັ້ນ” ເພາະເຂົາບໍ່ເຊື່ອຟັງພຣະຄັມ ຕາມທີ່ເຂົາຖືກກຳນົດໄວ້ສຳລັບການນີ້ດ້ວຍ.
\s5
\v 9 ແຕ່ຝ່າຍທ່ານທັງຫລາຍເປັນຜູ້ຖືກຊົງເລືອກໄວ້ແລ້ວ, ເປັນປະໂລຫິດ ຫລວງ, ເປັນປະຊາຊາດບໍຣິສຸດ, ເປັນຊົນຊາດຂອງພຣະອົງ, ໂດຍສະເພາະເພື່ອທ່ານທັງຫລາຍຈະໄດ້ປະກາດການກະທຳທີ່ຍິ່ງໃຫຍ່ຂອງພຣະອົງຜູ້ໄດ້ຊົງເອີ້ນທ່ານທັງຫລາຍໃຫ້ອອກມາຈາກຄວາມມືດເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ.
\v 10 ຄັ້ງຫນຶ່ງທ່ານທັງຫຼາຍບໍ່ໄດ້ເປັນຊົນຊາດ, ແຕ່ບັດນີ້ທ່ານ ເປັນຊົນຊາດຂອງພຣະເຈົ້າແລ້ວ. ເມື່ອກ່ອນທ່ານທັງຫລາຍບໍ່ໄດ້ຮັບພຣະກະຣຸນາ, ແຕ່ບັດນີ້ທ່ານໄດ້ຮັບພຣະກະຣຸນາແລ້ວ.
\s5
\v 11 ພີ່ນ້ອງທີ່ຮັກ, ທີ່ເປັນຄົນຕ່າງຊາດ ແລະ ເປັນຜູ້ທ່ອງທ່ຽວ ໃຫ້ທ່ານລະເວັ້ນຈາກຕັນຫາຂອງເນື້ອຫນັງຊຶ່ງທຳການຕໍ່ສູ້ຈິດວິນຍານຂອງທ່ານ.
\v 12 ທ່ານທັງຫລາຍຈົ່ງດຳເນີນຊີວິດທີ່ດີທ່າມກາງຄົນຕ່າງຄວາມເຊື່ອ, ເພື່ອວ່າໃນທີ່ພວກເຂົາຕິຕຽນທ່ານວ່າເປັນຄົນເຮັດຊົ່ວນັ້ນ, ເມື່ອພວກເຂົາສັງເກດເຫັນຄຸນຄວາມດີຂອງທ່ານແລ້ວພວກເຂົາຈະໄດ້ສັນຣະເສີນພຣະເຈົ້າໃນວັນຊຶ່ງພຣະອົງຈະຊົງສະເດັດມາປາກົດ.
\s5
\v 13 ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າທ່ານຈົ່ງເຊື່ອຟັງກະສັດຜູ້ມີອຳນາດສູງສຸດ.
\v 14 ແລະດ້ວຍຈະເປັນເຈົ້າເມືອງຜູ້ທີ່ໄດ້ຮັບຄຳສັ່ງນັ້ນ ໃຫ້ລົງໂທດຜູ້ທີ່ເຮັດຊົ່ວ ແລະ ຍ້ອງຍໍຜູ້ທີ່ເຮັດດີ.
\v 15 ສຳລັບເລື່ອງນີ້ເປັນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ທ່ານທັງຫລາຍລະງັບຄວາມໂງ່ງ່າວຂອງຄົນຊົ່ວຊ້າໃຫ້ສະຫງົບດ້ວຍຄຸນຄວາມດີ.
\v 16 ຈົ່ງເປັນເຫມືອນຄົນທີ່ມີ ເສຣີພາບແຕ່ທ່ານຢ່າໃຊ້ເສຣີພາບນັ້ນໃຫ້ເປັນທີ່ປົກປິດຄວາມຊົ່ວໄວ້ ແຕ່ຈົ່ງໃຊ້ເຫມືອນເປັນ ຜູ້ຮັບໃຊ້ຂອງພຣະເຈົ້າ.
\v 17 ທຸກໆຄົນຈົ່ງຮັກບັນດາພີ່ນ້ອງ ຈົ່ງຢຳເກງພຣະເຈົ້າ ແລະ ຈົ່ງຖວາຍກຽດແກ່ກະສັດ.
\s5
\v 18 ຜູ້ຮັບໃຊ້ທັງຫລາຍ, ຈົ່ງຍອມຟັງນາຍຂອງທ່ານດ້ວຍຄວາມເຄົາຣົບທຸກຢ່າງ. ບໍ່ແມ່ນແຕ່ນາຍຜູ້ເປັນຄົນໃຈດີ ແລະ ສຸພາບເທົ່ານັ້ນ, ແຕ່ທັງຕໍ່ນາຍທີ່ຮ້າຍດ້ວຍ.
\v 19 ເພາະມັນເປັນທີ່ຫນ້າສັນຣະເສີນຖ້າໃຜຍັງ ຄົງເຈັບປວດທຸກລຳບາກໃນຂະນະທີ່ຮັບຄວາມບໍ່ເປັນທັມ ເນື່ອງຈາກຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ.
\v 20 ເພາະຖ້າ ພວກເຈົ້າເຮັດການຊົ່ວ ແລະ ທົນເອົາການຂ້ຽນຕີໃນຂະນະທີ່ຖືກລົງໂທດເພາະເຮັດຊົ່ວຈະເປັນການດີການຊອບຢ່າງໃດ? ແຕ່ຖ້າທ່ານໄດ້ເຮັດການດີ ແລະ ຈາກນັ້ນທ່ານຕ້ອງທົນທຸກທໍຣະມານໃນຂະນະທີ່ຖືກລົງໂທດ, ນີ້ເປັນທີ່ຫນ້າສັນຣະເສີນກັບພຣະເຈົ້າ.
\s5
\v 21 ເພາະມັນຄືການທີ່ທ່ານທັງຫລາຍຊົງຖືກເອີ້ນເພາະວ່າພຣະຄຣິດເຈົ້າ ກໍໄດ້ຊົງຮັບທົນທຸກທໍຣະມານສຳລັບທ່ານ. ພຣະອົງໄດ້ເປັນແບບຢ່າງແກ່ເຮົາເພື່ອທ່ານຈະໄດ້ເຮັດຕາມຢ່າງພຣະອົງ.
\v 22 ພຣະອົງບໍ່ໄດ້ເຮັດບາບເລີຍ, ແລະ ບໍ່ໄດ້ພົບກົນອຸບາຍໃນປາກຂອງພຣະອົງເລີຍ.
\v 23 ເມື່ອເຂົາກ່າວຄຳຫມິ່ນປະຫມາດຕໍ່ພຣະອົງ, ພຣະອົງບໍ່ໄດ້ຊົງກ່າວຕອບເຂົາດ້ວຍຄຳຫຍາບຊ້າເລີຍ, ເມື່ອພຣະອົງຊົງທົນທຸກພຣະອົງບໍ່ໄດ້ຂູ່ອາຄາດ, ແຕ່ຊົງມອບເລື່ອງຂອງພຣະອົງໄວ້ກັບພຣະເຈົ້າຜູ້ຊົງພິພາກສາຢ່າງ ຍຸດຕິທັມ.
\s5
\v 24 ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ, ເພື່ອວ່າທີ່ເຮົາອາດຈະບໍ່ໄດ້ມີສ່ວນຮ່ວມຫລາຍຂຶ້ນໃນການບາບ, ແລະເພື່ອໃຫ້ເຮົາມີຊີວິດຢູ່ໄດ້ດ້ວຍຄວາມຊອບທັມ, ຕາມຮອຍບາດແຜຂອງພຣະອົງທີ່ທ່ານໄດ້ຮັບການຮັກສາແລ້ວ.
\v 25 ເພາະວ່າທ່ານທັງຫລາຍເປັນເຫມືອນແກະທີ່ຫລົງເສຍໄປ, ແຕ່ບັດນີ້ໄດ້ກັບຄືນມາຫາພຣະຜູ້ລ້ຽງ ແລະຜູ້ເບິ່ງແຍງແຫ່ງຈິດວິນຍານຂອງທ່ານທັງຫລາຍແລ້ວ.
\s5
\c 3
\cl ບົດທີ 3
\p
\v 1 ດ້ວຍວິທີນີ້, ທ່ານທັງຫລາຍທີ່ເປັນພັນລະຍາຈົ່ງເຊື່ອຟັງສາມີຂອງຕົນ. ຈົ່ງເຮັດເຊັ່ນນີ້ເພື່ອວ່າສາມີບາງຄົນຈະບໍ່ເຊື່ອຟັງພຣະທັມ, ແຕ່ການປະຕິບັດຂອງພັນລະຍາກໍອາດຈະຈູງໃຈເຂົາໄດ້ດ້ວຍ ໂດຍບໍ່ຕ້ອງເວົ້າຫຍັງເລີຍ.
\v 2 ເພາະວ່າພວກເຂົາຈະໄດ້ເຫັນການປະຕິບັດທີ່ຈິງໃຈອັນສະແດງໃຫ້ເຫັນເຖິງການໃຫ້ກຽດຂອງທ່ານ.
\s5
\v 3 ຢ່າໃຫ້ເປັນການປະດັບພາຍນອກຄື: ການແຕ່ງຊົງຜົມປະດັບດ້ວຍເຄື່ອງທອງຄຳຫລື ເສື້ອຜ້າທັນສະໄຫມ.
\v 4 ແຕ່ຈົ່ງໃຫ້ເປັນການປະດັບແຫ່ງຈິດໃຈພາຍໃນ ແລະຄວາມງາມທີ່ ບໍ່ຮູ້ເສື່ອມສູນແຫ່ງວິນຍານທີ່ສະຫງົບ ແລະ ສຸພາບຊຶ່ງເປັນສິ່ງທີ່ມີຄ່າສູງໃນສາຍພຣະເນດຂອງພຣະເຈົ້າ.
\s5
\v 5 ດ້ວຍວ່າສະຕຣີບໍລິສຸດໃນຄັ້ງບູຮານນັ້ນກໍໄດ້ປະດັບກາຍເຊັ່ນນີ້ຢ່າງດຽວກັນພວກເຂົາເຊື່ອວາງໃຈໃນພຣະເຈົ້າ ແລະ ເຊື່ອຟັງສາມີຂອງຕົນ.
\v 6 ເຊັ່ນນາງຊາຣາຟັງອັບຣາຮາມ ແລະ ເອີ້ນເຂົາວ່ານາຍ, ດຽວນີ້ທ່ານກໍເປັນລູກຫລານຂອງນາງຖ້າທ່ານທັງຫລາຍເຮັດດີ ແລະ ບໍ່ມີຄວາມຢ້ານກົວຕໍ່ສິ່ງໃດ.
\s5
\v 7 ໃນທຳນອງດຽວກັນ, ສາມີກໍເໝືອນກັນຈົ່ງຢູ່ກິນກັບພັນລະຍາໂດຍໃຊ້ຄວາມເຂົ້າໃຈ, ວ່ານາງເປັນເພດທີ່ອ່ອນແອກວ່າ, ທ່ານຈົ່ງໃຫ້ກຽດພັນລະຍາເຫມືອນເປັນຜູ້ຮັບມໍຣະດົກແຫ່ງຂອງປະທານແຫ່ງຊີວິດຮ່ວມກັນຈົ່ງທຳເຊັ່ນນີ້ເພື່ອຈະໄດ້ບໍ່ມີສິ່ງຫນຶ່ງສິ່ງໃດຂັດຂວາງຄຳພາວັນນາອະທິຖານຂອງທ່ານ.
\s5
\v 8 ສຸດທ້າຍນີ້ທ່ານທັງຫລາຍຈົ່ງເປັນນໍ້າຫນຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຮັກກັນສັນພີ່ນ້ອງມີຈິດໃຈອ່ອນໂຍນ ແລະ ອ່ອນນ້ອມຖ່ອມຕົນ.
\v 9 ຢ່າຮ້າຍຕອບແທນການຮ້າຍ ແລະ ຢ່າດ່າຕອບແທນການດ່າ, ແຕ່ກົງກັນຂ້າມຈົ່ງອວຍພອນແກ່ເຂົາ. ເພາະພຣະອົງໄດ້ຊົງເອີ້ນທ່ານໃຫ້ເຮັດເຊັ່ນນັ້ນແຫລະ ເພື່ອທ່ານຈະໄດ້ຮັບພຣະພອນເປັນມໍຣະດົກ.
\s5
\v 10 “ຜູ້ທີ່ຈະຮັບຊີວິດ ແລະ ປາຖະໜາທີ່ຈະເຫັນວັນດີ ກໍໃຫ້ຜູ້ນັ້ນຫ້າມລີ້ນຂອງຕົນຈາກຄວາມຊົ່ວ ແລະ ຫ້າມປາກບໍ່ໃຫ້ກ່າວຄຳອຸບາຍລໍ້ລວງ.
\v 11 ໃຫ້ເຂົາຫັນອອກໄປຈາກສິ່ງທີ່ບໍ່ດີ ແລະ ເຮັດໃນສິ່ງທີ່ເປັນສິ່ງທີ່ດີໃຫ້ເຂົາສະແຫວງ ຫາຄວາມສະຫງົບສຸກ ແລະ ດຳເນີນຕາມນັ້ນ.
\v 12 ເພາະວ່າພຣະເນດຂອງອົງພຣະຜູ້ເປັນເຈົ້າຊົງເຝົ້າເບິ່ງຄົນຊອບທັມ ແລະ ຫູຂອງພຣະອົງກໍຊົງຮັບຟັງຄຳພາວັນນາອະທິຖານຂອງເຂົາ ແຕ່ພຣະພັກຂອງອົງພຣະຜູ້ເປັນເຈົ້າ ຊົງຕັ້ງຕໍ່ສູ້ກັບຄົນທັງຫລາຍທີ່ເຮັດການຊົ່ວ.”
\s5
\v 13 ແມ່ນຜູ້ໃດຈະທຳຮ້າຍທ່ານໄດ້ ຖ້າທ່ານທັງຫລາຍດຸຫມັ່ນໃນການປະພຶດທຳຄວາມດີ?
\v 14 ແຕ່ຖ້າທ່ານທັງຫລາຍຕ້ອງທົນທຸກເພາະເຫດເຮັດການຊອບທັມທ່ານກໍເປັນສຸກ. ຢ່າຢ້ານກົວໃນສິ່ງທີ່ເຂົາກ່າວຫາ ແລະ ຢ່າຄິດວິຕົກກັງວົນໄປເລີຍ.
\s5
\v 15 ແຕ່ຈົ່ງຕິດກັບພຣະຄຣິດອົງພຣະຜູ້ເປັນເຈົ້າໄວ້ໃນໃຈຂອງທ່ານວ່າ ເປັນອົງບໍຣິສຸດ. ຈົ່ງມີຄວາມພ້ອມຢູ່ສະເຫມີທີ່ຈະຕອບທຸກຄົນທີ່ຖາມທ່ານວ່າ ເປັນຫຍັງທ່ານມີຄວາມເຊື່ອຫມັ້ນໃນພຣະເຈົ້າ. ເຮັດແບບນີ້ດ້ວຍຄວາມອ່ອນໂຍນ ແລະ ຄວາມເຄົາຣົບ.
\v 16 ມີຈິດສຳນຶກທີ່ດີເພື່ອໃຫ້ຄົນທີ່ດູຖູກຊີວິດທີ່ດີຂອງທ່ານໃນພຣະຄຣິດເຈົ້າອາດຈະລະອາຍໃຈເພາະພວກເຂົາເວົ້າຕໍ່ວ່າທ່ານເຫມືອນວ່າທ່ານເປັນຜູ້ກະທຳຊົ່ວ
\v 17 ຖ້ານ້ຳພຣະທັຍຂອງພຣະເຈົ້າໃຫ້ທ່ານທົນທຸກຍ້ອນເຮັດການດີ ກໍດີກວ່າຕ້ອງທົນທຸກເພາະການກະທຳຊົ່ວ.
\s5
\v 18 ດ້ວຍວ່າພຣະຄຣິດເຈົ້າ ກໍເຫມືອນກັນກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນ ເພາະຄວາມຜິດບາບຄືພຣະອົງຜູ້ຊອບທັມຕ້ອງທົນທຸກເພື່ອເຮົາ, ທີ່ເປັນຜູ້ບໍ່ຊອບທັມເພື່ອພຣະອົງຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ. ຝ່າຍເນື້ອຫນັງພຣະອົງກໍຊົງສິ້ນພຣະຊົນແຕ່ຊົງມີຊີວິດຂຶ້ນໂດຍພຣະວິນຍານ.
\v 19 ແລະ ໂດຍພຣະວິນຍານເຊັ່ນກັນພຣະອົງໄດ້ສະເດັດໄປ ປະກາດແກ່ບັນດາວິນຍານທີ່ຖືກຄຸກຢູ່.
\v 20 ຊຶ່ງເເຕ່ກ່ອນເຂົາທັງຫລາຍບໍ່ໄດ້ເຊື່ອຟັງ ຄາວເມື່ອພຣະເຈົ້າຊົງໂຜດສຳແດງຄວາມອົດທົນດົນນານ. ຄືໃນສະໄຫມຂອງໂນອາ, ເມື່ອກຳລັງສ້າງເຮືອ, ແລະ ພຣະເຈົ້າໄດ້ຮັກສາມຄົນຈຳນວນຫນ້ອຍ ຄືແປດຄົນໃຫ້ຜ່ານພົ້ນນໍ້າຖ້ວມນັ້ນ.
\s5
\v 21 ນີ້ຄືສັນຍາລັກຂອງພິທີຮັບ ບັບຕິສະມາທີ່ຊ່ວຍເຮົາໃຫ້ລອດພົ້ນ ບໍ່ແມ່ນເປັນການຊຳຣະມົນທິນທາງຮ່າງກາຍ ແຕ່ໃຫ້ມີໃຈສຳນຶກຜິດແລະຊອບອັນດີຈຳເພາະພຣະເຈົ້າໂດຍຊຶ່ງພຣະເຢຊູຄຣິດເຈົ້າໄດ້ຊົງເປັນຄືນມາຈາກຕາຍ
\v 22 ພຣະຄຣິດຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ພຣະອົງສະເດັດເຂົ້າໄປໃນສະຫວັນຝູງເທວະດາແລະບັນດາຜູ້ ມີອຳນາດແລະມີຣິດເດດທັງຫລາຍຊົງມອບໄວ້ໃຫ້ຢູ່ໃຕ້ອຳນາດຂອງພຣະອົງແລ້ວ.
\s5
\c 4
\cl ບົດທີ 4
\p
\v 1 ສະນັ້ນ, ໂດຍເຫດທີ່ພຣະຄຣິດເຈົ້າໄດ້ຊົງທົນທຸກທໍຣະມານໃນເນື້ອຫນັງ, ເພື່ອເຮົາທັງຫລາຍ ກໍຈົ່ງມີຄວາມຄິດຢ່າງດຽວກັນ. ດ້ວຍເພາະວ່າຜູ້ທີ່ໄດ້ທົນທຸກທໍຣະມານໃນເນື້ອຫນັງກໍບໍ່ພົວພັນກັບບາບແລ້ວ.
\v 2 ເພື່ອເຂົາຈະບໍ່ໄດ້ດຳເນີນຊີວິດທີ່ຍັງເຫລືອຢູ່ໃນເນື້ອຫນັງ, ຕາມໃຈປາຖະຫນາຂອງມະນຸດ, ແຕ່ຕາມນໍ້າພຣະທັຍ ຂອງພຣະເຈົ້າ.
\s5
\v 3 ດ້ວຍວ່າເວລາທີ່ຜ່ານໄປແລ້ວນັ້ນຫນ້າຈະພຽງພໍ ສຳລັບການກະທຳສິ່ງທີ່ຄົນຕ່າງຊາດມັກເຮັດນັ້ນຄື ດຳເນີນຊີວິດຕາມຣາຄະຕັນຫາ, ຕາມໃຈປາຖະຫນາອັນຊົ່ວຊ້າ, ດື່ມສຸຣາມຶນເມົາກິນລ້ຽງກັນຢ່າງຫລູຫລາ ຟຸມເຟືອຍ ແລະ ການຂາບໄຫວ້ຮູບເຄົາ ຣົບອັນເປັນທີ່ໜ້າລັງກຽດ.
\v 4 ເຂົາປະຫລາດໃຈທີ່ທ່ານທັງຫລາຍບໍ່ໄດ້ເຮັດການຊົ່ວຮ້າຍອັນ ເຫລືອລົ້ນເຫມືອນຢ່າງເຂົາ ແລະ ພວກເຂົາກໍກ່າວຮ້າຍໃສ່ທ່ານ.
\v 5 ຄົນເຫຼົ່ານັ້ນຈະຕ້ອງໃຫ້ການແກ່ພຣະອົງຜູ້ພ້ອມແລ້ວທີ່ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ.
\v 6 ດ້ວຍເຫດນີ້ເອງຂ່າວປະເສີດ ຈິິ່ງໄດ້ປະກາດແກ່ຄົນທີ່ຕາຍໄປແລ້ວດ້ວຍ ແມ່ນວ່າເຂົາໄດ້ຖືກຊົງພິພາກສາຕາມຢ່າງມະນຸດໃນເນື້ອຫນັງ ແຕ່ຈະມີຊີວິດຕາມຢ່າງພຣະເຈົ້າໃນຝ່າຍຈິດວິນຍານ.
\s5
\v 7 ແຕ່ສິ່ງທັງປວງໃກ້ຈະເຖິງເວລາທີ່ສຸດແລ້ວ, ເຫດສະນັ້ນທ່ານທັງຫລາຍຈົ່ງສຳແດງກິຣິຍາສະຫງ່ຽມຈຽມຕົວ ແລະ ຈົ່ງເຝົ້າຣະວັງໃນການພາວັນນາອະທິຖານ.
\v 8 ຍິ່ງກວ່າສິ່ງອື່ນໃດທັງຫມົດ, ຈົ່ງຮັກຊຶ່ງກັນ ແລະ ກັນໃຫ້ຫລາຍຂຶ້ນດ້ວຍວ່າຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ.
\v 9 ທ່ານທັງຫລາຍຈົ່ງຕ້ອນຮັບລ້ຽງດູຊຶ່ງກັນ ແລະ ກັນໂດຍບໍ່ຈົ່ມບໍ່ວ່າ.
\s5
\v 10 ຕາມທີ່ທຸກຄົນໄດ້ຮັບຂອງປະທານແລ້ວ, ກໍໃຫ້ຮັບໃຊ້ຕໍ່ກັນ ແລະກັນ. ເຮັດເຊັ່ນນີ້ເປັນເຫມືອນຜູ້ຮັບໃຊ້ທີ່ດີສຳລັບຂອງປະທານນາໆປະການທີ່ໄດ້ຮັບຈາກພຣະເຈົ້າ.
\v 11 ຖ້າຜູ້ໃດຈະປະຕິບັດ, ກໍໃຫ້ປະຕິບັດຕາມກຳລັງຊຶ່ງພຣະເຈົ້າຊົງໂຜດປະທານນັ້ນເຮັດສິ່ງເຫລົ່ານີ້ໃນທຸກວິທີທາງເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໂດຍພຣະເຢຊູຄຣິດເຈົ້າ. ຂໍພຣະສະຫງ່າຣາສີ ແລະ ຣິດທານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.
\s5
\v 12 ພີ່ນ້ອງທີ່ຮັກ, ຢ່າປະຫລາດໃຈ ທີ່ພວກເຈົ້າໄດ້ຮັບຄວາມທຸກຮ້ອນຢ່າງແສນ ສາຫັດເປັນການລອງໃຈ ເຫມືອນກັບວ່າເປັນເຫດອັນແປກປະຫລາດ ເກີດຂຶ້ນກັບທ່ານ.
\v 13 ແຕ່ຢ່າງໃດກໍຕາມທ່ານທັງຫລາຍ ຈົ່ງຊົມຊື່ນຍິນດີໃນການທີ່ທ່ານໄດ້ມີສ່ວນຮ່ວມໃນຄວາມທຸກຍາກຂອງພຣະຄຣິດເຈົ້າ, ເພື່ອວ່າທ່ານທັງຫລາຍກໍຈະໄດ້ຊື່ນຊົມຍິນດີ ແລະ ດີໃຈຢ່າງຫລວງຫລາຍດ້ວຍເມື່ອສະຫງ່າຣາສີຂອງພຣະອົງປາກົດຂຶ້ນ.
\v 14 ຖ້າທ່ານຖືກດ່າວ່າເພາະພຣະນາມຂອງພຣະຄຣິດເຈົ້າ ທ່ານກໍໄດ້ຮັບພຣະພອນເພາະພຣະວິນຍານແຫ່ງສະຫງ່າຣາສີ ແລະ ພຣະວິນຍານຂອງພຣະເຈົ້າຊົງສະຖິດຢູ່ກັບທ່ານ.
\s5
\v 15 ແຕ່ວ່າຢ່າໃຫ້ຜູ້ໃດໃນພວກທ່ານໄດ້ຮັບໂທດຖານະເປັນຜູ້ຂ້າຄົນ, ເປັນ ຂະໂມຍ, ເປັນຄົນທຳຮ້າຍ, ຫລືເປັນຄົນທີ່ທ່ຽວຫຍຸ້ງກ່ຽວກັບທຸຣະຂອງຄົນອື່ນ.
\v 16 ແຕ່ຖ້າຜູ້ໃດໄດ້ຮັບທຸກເພາະເປັນຄຣິສະຕຽນ, ກໍຢ່າໃຫ້ຜູ້ນັ້ນມີຄວາມລະອາຍເລີຍ; ແຕ່ໃຫ້ເຂົາຖວາຍພຣະກຽດນັ້ນແດ່ພຣະເຈົ້າເພາະຊື່ນັ້ນ.
\s5
\v 17 ເຖິງເວລາແລ້ວທີ່ການຊົງພິພາກສາຕ້ອງເລີ່ມຕົ້ນທີ່ຄົວວິຫານຂອງພຣະເຈົ້າ. ຖ້າຫາກເລີ່ມຕົ້ນກັບເຮົາ, ສິ່ງຈະເປັນຜົນສຳລັບຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງພຣະເຈົ້າຈະເປັນຢ່າງໃດ?
\v 18 ແລະ ຖ້າ "ຄົນຊອບທັມຈະລອດພົ້ນໄປໄດ້ຢ່າງຍາກ ແລ້ວຄົນອະທັມ ແລະ ຄົນຜິດບາບຈະໄປຢູ່ໃສ?
\v 19 ເພາະສະນັ້ນຂໍໃຫ້ຜູ້ທີ່ທົນທຸກທໍຣະມານ ຕາມພຣະປະສົງຂອງພຣະເຈົ້າຈົ່ງມອບຝາກຈິດວິນຍານຂອງພວກເຂົາໄວ້ກັບພຣະອົງຜູ້ຊົງສ້າງ ຜູ້ຊົງສັດຊື່ໃນການກະທຳດີນັ້ນເທີ້ນ.
\s5
\c 5
\cl ບົດທີ 5
\p
\v 1 ຂ້າພະເຈົ້າຈຶ່ງຕັກເຕືອນບັນດາຜູ້ອາວຸໂສທັງຫລາຍ, ໃນຖານະທີ່ຂ້າພະເຈົ້າກໍເປັນຜູ້ອາວຸໂສຄົນຫນຶ່ງ. ຂ້າພະເຈົ້າເຊັ່ນກັນ ເປັນພະຍານເຖິງຄວາມທຸກທໍຣະມານ ຂອງພຣະຄຣິດເຈົ້າ, ແລະ ມີສ່ວນທີ່ຈະຮັບສະຫງ່າຣາສີທີ່ຈະມາປາກົດພາຍຫລັງດ້ວຍ
\v 2 ດັ່ງນັ້ນ, ຂ້າພະເຈົ້າແນະນຳຜູ້ອາວຸໂສທັງຫລາຍວ່າ ຈົ່ງລ້ຽງຝູງແກະຂອງພຣະເຈົ້າທີ່ຢູ່ກັບທ່ານ. ຈົ່ງເອົາໃຈໃສ່ດູແລພວກເຂົາ, ບໍ່ແມ່ນດ້ວຍຄວາມຝືນໃຈແຕ່ດ້ວຍຄວາມເຕັມໃຈຕາມພຣະປະສົງຂອງອົງພຣະຜູ້ເປັນເຈົ້າ. ຈົ່ງເອົາໃຈໃສ່ດູແລເຂົາບໍ່ແມ່ນ ດ້ວຍເຫັນແກ່ຊັບສິ່ງຂອງອັນເປັນມົນທິນແຕ່ດ້ວຍຄວາມເຕັມໃຈ.
\v 3 ຈົ່ງຢ່າປະພຶດຕົນເຫມືອນ ເປັນເຈົ້ານາຍທີ່ມີອຳນາດເຫນືອຄົນເຫລົ່ານັ້ນທີ່ພວກທ່ານດູແລແຕ່ຈົ່ງເປັນແບບຢ່າງອັນດີແກ່ຝູງແກະນັ້ນ.
\v 4 ແລະ ເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ ຈະສະເດັດມາປາກົດທ່ານທັງຫລາຍຈະໄດ້ຮັບ ມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນຫ່ຽວແຫ້ງ.
\s5
\v 5 ໃນທຳນອງດຽວກັນທ່ານ, ຜູ້ມີອາຍຸອ່ອນກວ່າ, ຈົ່ງຍອມຟັງຜູ້ອາວຸໂສ. ໃຫ້ທ່ານທຸກຄົນຈົ່ງສວມຄວາມຖ່ອມໃຈ ແລະ ຮັບໃຊ້ຊຶ່ງກັນ ແລະກັນ. ດ້ວຍວ່າ ພຣະເຈົ້າຊົງຕໍ່ສູ້ຄົນເຫລົ່ານັ້ນທີ່ຖືຕົວຈອງຫອງ, ແຕ່ພຣະອົງຊົງປຣະທານພຣະຄຸນແກ່ຄົນທັງຫລາຍທີ່ຖ່ອມໃຈລົງ.”
\v 6 ເຫດສະນັ້ນທ່ານທັງຫລາຍຈົ່ງຖ່ອມໃຈລົງຢູ່ພາຍໃຕ້ພຣະຫັດອັນຊົງຣິດຂອງພຣະເຈົ້າເພື່ອພຣະອົງຈະໄດ້ຊົງຍົກທ່ານຂຶ້ນເມື່ອເຖິງເວລາອັນຄວນ.
\v 7 ຈົ່ງປະຄວາມກະວົນກະວາຍຂອງທ່ານໄວ້ກັບພຣະອົງ ເພາະວ່າພຣະອົງຊົງຫ່ວງໃຍທ່ານທັງຫລາຍ.
\s5
\v 8 ທ່ານທັງຫລາຍຈົ່ງເປັນຄົນໃຈຫນັກແຫນ້ນຈົ່ງຣະວັງຕົວແລະເຝົ້າຢູ່. ດ້ວຍວ່າ, ສັດຕຣູຂອງທ່ານຄືມານທຽວວົນວຽນຢູ່ຮອບໆດັ່ງສິງໂຕທີ່ແຜດສຽງຊອກຫາຄົນທີ່ມັນຈະກັດກິນໄດ້.
\v 9 ຈົ່ງຕໍ່ສູ້ກັບສັດຕຣູນັ້ນດ້ວຍຕັ້ງໃຈ ຫມັ້ນຄົງໃນຄວາມເຊື່ອຂອງທ່ານ ໆ ຮູ້ແລ້ວວ່າບັນດາພີ່ນ້ອງຂອງທ່ານທົ່ວໂລກກໍກຳລັງປະສົບ ກັບຄວາມທຸກລຳບາກຢ່າງດຽວກັນນີ້.
\s5
\v 10 ທ່ານທັງຫລາຍໄດ້ທົນທຸກຊົ່ວໄລຍະຫນຶ່ງ, ແລ້ວພຣະເຈົ້າຜູ້ຊົງພຣະຄຸນທັງປວງ, ຜູ້ໄດ້ຊົງເອີ້ນທ່ານໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດເຈົ້າ, ຈະຊົງໂຜດເສີມສ້າງທ່ານໃຫ້ຕັ້ງຂຶ້ນໃໝ່ ແລະ ໃຫ້ມີກຳລັງຂຶ້ນ. ແລະ ຊົງບັນດານໃຫ້ທ່ານມີຄວາມສົມບູນ.
\v 11 ຣິດທານຸພາບຈົ່ງມີ ແດ່ພຣະອົງຕະຫລອດໄປເປັນນິດເຖີ້ນ ອາແມນ.
\s5
\v 12 ຂ້າພະເຈົ້າຖືວ່າຊີລາ ເປັນພີ່ນ້ອງທີ່ສັດຊື່ຄົນຫນຶ່ງ, ເເລະ ຂ້າພະເຈົ້າໄດ້ຂຽນຈົດໝາຍສັ້ນໆຜ່ານທາງເຂົາ. ຂ້າພະເຈົ້າເຕືອນສະຕິ ແລະ ເປັນພະຍານແກ່ທ່ານທັງຫລາຍວ່າສິ່ງທີ່ຂ້າພະເຈົ້າຂຽນເປັນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນັ້ນ.
\v 13 ຜູ້ຍິງທີ່ຢູ່ເມືອງບາບີໂລນ, ຜູ້ຊຶ່ງຊົງເລືອກໄວ້ເຊັ່ນດຽວກັນກັບທ່ານທັງຫລາຍຝາກຄວາມຄິດເຖິງມາຍັງທ່ານແລະ ມາຣະໂກ, ລູກຊາຍຂອງຂ້າພະເຈົ້າກໍຝາກຄວາມຄິດເຖິງມາຍັງທ່ານດ້ວຍ.
\v 14 ຈົ່ງທັກທາຍກັນດ້ວຍທຳນຽມຈູບ ທີ່ສະແດງເຖິງຄວາມຮັກຕໍ່ກັນຂໍສັນຕິສຸກຈົ່ງດຳຣົງຢູ່ກັບທ່ານທັງຫລາຍທີ່ຢູ່ ໃນພຣະຄຣິດເຖີ້ນ ອາແມນ.