lo_ulb/45-ACT.usfm

1899 lines
376 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id ACT
\ide UTF-8
\h ກິດຈະການ
\toc1 ກິດຈະການ
\toc2 ກິດຈະການ
\toc3 act
\mt ກິດຈະການ
\s5
\c 1
\cl ບົດທີ 1
\p
\v 1 ໂອຟິໂລ, ໃນໜັງສືທີ່ຂ້າພະເຈົ້າໄດ້ຂຽນກ່ອນໜ້ານີ້, ທີ່ໄດ້ບອກທຸກສິ່ງທີ່ພຣະເຢຊູຄຣິດເຈົ້າໄດ້ຊົງເລີ້ມຕົ້ນເຮັດ ແລະ ສັ່ງສອນ,
\v 2 ຈົນເຖິງມື້ທີ່ພຣະອົງຖືກຮັບຂື້ນໄປ, ຫລັງຈາກພຣະອົງກ່າວສັ່ງຜ່ານພຣະວິນຍານບໍຣິສຸດເຈົ້າ ກັບບັນດາອັກຄະສາວົກທີ່ພຣະອົງຊົງເລືອກໄວ້.
\v 3 ຫລັງຈາກທີ່ພຣະອົງທົນທຸກທໍລະມານມາແລ້ວ, ພຣະອົງຊົງປະກົດພຣະອົງທີ່ມີຊີວິດຢູ່ກັບພວກເຂົາດ້ວຍຫລັກຖານຫລາຍປະການ. ພຣະອົງຊົງປະກົດແກ່ພວກເຂົາເປັນເວລາສີ່ສິບວັນ, ແລະ ພຣະອົງຊົງກ່າວເຖິງຣາຊະອານາຈັກຂອງພຣະເຈົ້າ.
\s5
\v 4 ເມື່ອພຣະອົງຊົງປະຊຸມຮ່ວມກັບພວກເຂົາ, ພຣະອົງສັ່ງພວກເຂົາບໍ່ໃຫ້ອອກຈາກນະຄອນ ເຢຣູຊາເລັມ, ແຕ່ໃຫ້ລໍຖ້າຮັບຕາມຄຳສັນຍາຂອງພຣະບິດາເຈົ້າ, ທີ່ພຣະອົງໄດ້ກ່າວໄວ້ວ່າ, "ພວກທ່ານໄດ້ຍິນຈາກຂ້າພະເຈົ້າແລ້ວວ່າ.
\v 5 ໂຢຮັນໄດ້ຮັບບັບຕິສະມາດ້ວຍນໍ້າ, ແຕ່ອີກບໍ່ດົນພວກທ່ານຈະໄດ້ບັບຕິສະມາ ໃນພຣະວິນຍານບໍຣິສຸດເຈົ້າ."
\s5
\v 6 ເມື່ອພວກເຂົາມາປະຊຸມພ້ອມກັນ ພວກເຂົາກ່າວຖາມພຣະອົງວ່າ, "ອົງພຣະຜູ້ເປັນເຈົ້າ, ນີ້ເປັນເວລາທີ່ພຣະອົງຈະຕັ້ງຣາຊອານາ ຈັກຂື້ນໃໝ່ໃຫ້ກັບຊົນຊາດ ອິດສະຣາເອນບໍ?"
\v 7 ພຣະເຢຊູຄຣິດເຈົ້າ ກ່າວກັບພວກເຂົາວ່າ, “ບໍ່ແມ່ນວຽກງານຫຍັງຂອງທ່ານທີ່ຈະຮູ້ເວລາ ແລະ ຍາມກຳນົດທີ່ພຣະບິດາເຈົ້າກຳນົດໄວ້ໂດຍສິດທິອຳນາດຂອງພຣະອົງເອງ.
\v 8 ແຕ່ພວກທ່ານຈະໄດ້ຮັບຣິດອຳນາດ, ເມື່ອພຣະວິນຍານບໍຣິສຸດເຈົ້າລົງມາເທິງທ່ານ, ແລະ ພວກທ່ານຈະເປັນພະຍານຝ່າຍເຮົາ ທັງໃນນະຄອນ ເຢຣູຊາເລັມ, ແລະ ທົ່ວແຂວງ ຢູດາຍ, ແລະ ທົ່ວແຂວງຊາມາເຣຍ, ແລະ ຈົນເຖິງທີ່ສຸດຂອງແຜ່ນດິນໂລກ."
\s5
\v 9 ເມື່ອພຣະເຢຊູຄຣິດເຈົ້າຊົງກ່າວເຖິງສິ່ງເຫລົ່ານີ້ແລ້ວ, ຂະນະທີ່ພວກເຂົາຫລຽວເບິ່ງທ້ອງຟ້າ, ພຣະອົງກໍ່ຖືກຮັບຂື້ນໄປ, ແລະມີເມກມາປິດບັງພຣະອົງຈາກສາຍຕາຂອງພວກເຂົາ.
\v 10 ໃນຂະນະທີ່ພວກເຂົາກຳລັງແນມເບິ່ງທ້ອງຟ້າ ຕອນທີ່ພຣະອົງສະເດັດຂຶ້ນໄປ, ທັນໃດນັ້ນ, ມີຊາຍສອງຄົນນຸ່ງເຄື່ອງຂາວຢືນຢູ່ຂ້າງພວກເຂົາ.
\v 11 ພວກເຂົາຖາມວ່າ, "ທ່ານຊາວຄາລີເລທັງຫລາຍ, ເປັນຫຍັງພວກທ່ານຈຶ່ງຢືນເບິ່ງຟ້າສະຫວັນຢູ່ທີ່ນີ້? ພະເຢຊູຄຣິດເຈົ້າອົງນີ້ທີ່ຖືກຮັບຂຶ້ນໄປທີ່ຟ້າສະຫວັນ, ຈະສະເດັດກັບຄືນມາໃນລັກສະນະດຽວກັບທີ່ພວກທ່ານໄດ້ເຫັນພຣະອົງສະເດັດໄປທີ່ສະຫວັນ."
\s5
\v 12 ພວກສາວົກກໍໄດ້ອອກຈາກພູເຂົາຫມາກກອກເທດກັບໄປທີ່ນະຄອນເຢຣູຊາເລັມ, ຊຶ່ງໄກປະມານໜຶ່ງຮ້ອຍກິໂລແມັດ.
\v 13 ເມື່ອພວກເພິ່ນມາຮອດ, ພວກເພິ່ນໄດ້ຂຶ້ນໄປຫ້ອງຊັ້ນເທິງ, ທີ່ພວກເພິ່ນເຄີຍພັກອາໃສຢູ່. ພວກສາວົກລວມມີເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ ພວກຄົນຫົວຮຸນແຮງ, ແລະ ຢູດາ ລູກຊາຍຂອງຢາໂກໂບ.
\v 14 ພວກເຂົາທຸກຄົນເປັນນໍ້າໜຶ່ງໃຈດຽວກັນ, ໃນຂະນະທີ່ພວກສາວົກຍັງອະທິຖານຢ່າງຮ້ອນຮົນ. ລວມທັງພວກຜູ້ຍິງ, ມາຣີແມ່ຂອງພຣະເຢຊູຄຣິດເຈົ້າ, ແລະ ບັນດານ້ອງຊາຍຂອງພຣະອົງ.
\s5
\v 15 ໃນເວລານັ້ນເປໂຕໄດ້ຢືນຂຶ້ນທ່າມກາງພວກພີ່ນ້ອງ, ປະມານ 120 ຄົນ, ແລະກ່າວວ່າ,
\v 16 "ອ້າຍເອື້ອຍນ້ອງທັງຫລາຍ, ຈຳເປັນຈະຕ້ອງສຳເລັດຕາມພຣະຄຳພີ, ທີ່ພຣະວິນ ຍານບໍຣິສຸດເຈົ້າໄດ້ກ່າວໄວ້ ໂດຍຜ່ານທາງກະສັດດາວິດກ່ຽວກັບຢູດາ, ທີ່ນຳທາງໃຫ້ກັບພວກຄົນທີ່ມາຈັບພຣະເຢຊູຄຣິດເຈົ້າ.
\s5
\v 17 ເພາະວ່າລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້ເຊັ່ນກັນ."
\v 18 (ຕອນນີ້ຊາຍຄົນນີ້ໄດ້ເອົາຄ່າຕອບແທນໄປຊື້ທົ່ງນາຕອນໜຶ່ງ ທີ່ລາວໄດ້ຮັບຍ້ອນຄວາມຊົ່ວຮ້າຍຂອງລາວ, ແລະ ຢູ່ບ່ອນນັ້ນລາວໄດ້ລົ້ມຫົວຟາດລົງ, ແລະ ຮ່າງກາຍຂອງລາວແຕກ, ແລະ ລຳໄສ້ກໍໂລ່ອອກມາທັງໝົດ.
\v 19 ທຸກຄົນທີ່ຢູ່ໃນນະຄອນ ເຢຣູຊາເລັມໄດ້ຍິນເລື່ອງນີ້, ພວກເຂົາຈຶ່ງເອີ້ນພື້ນດິນນັ້ນຕາມພາສາຂອງພວກເຂົາວ່າ "ອະເກັນດາມາ," ນັ້ນຄື "ທົ່ງນາເລືອດ.")
\s5
\v 20 ເພາະວ່າມີຂຽນໄວ້ໃນພຣະທຳ ເພງສັນລະເສີນວ່າ, 'ຂໍໃຫ້ທີ່ຢູ່ຂອງລາວຫວ່າງເປົ່າ, ແລະ ຢ່າໃຫ້ມີໃຜອາໄສຢູ່ບ່ອນນັ້ນ'; 'ຂໍໃຫ້ອີກຄົນໜຶ່ງມາຍຶດຕຳແໜ່ງການເປັນຜູ້ນຳຂອງລາວ.'
\s5
\v 21 ເພາະສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຄົນໜຶ່ງ ໃນບັນດາຄົນທີ່ຢູ່ຮ່ວມກັບພວກເຮົາຕະຫລອດເວລາທີ່ອົງພຣະເຢຊູຄຣິດເຈົ້າໄດ້ສະເດັດເຂົ້າມາ ແລະ ອອກໄປໃນທ່າມກາງພວກເຮົາ,
\v 22 ເລີ້ມຕັ້ງແຕ່ການບັບຕິສະມາຂອງໂຢຮັນຈົນຮອດມື້ທີ່ພຣະອົງຖືກຮັບຂຶ້ນໄປຈາກພວກເຮົາ, ເຊິ່ງຕ້ອງເປັນພະຍານຮ່ວມກັບພວກເຮົາໃນການຄືນພຣະຊົນຂອງພຣະອົງ.”
\v 23 ພວກເຂົາຈຶ່ງສະເໜີຊື່ຊາຍສອງຄົນຄື, ໂຢເຊັບ ທີ່ເອີ້ນວ່າ ບາຣະຊາບາ, ຜູ້ທີ່ມີຊື່ເອີ້ນອີກວ່າ ຢູສະໂຕ, ແລະ ມັດເທຍ.
\s5
\v 24 ພວກເຂົາຈຶ່ງອະທິຖານ ແລະ ກ່າວວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງຊົງຮູ້ຈິດໃຈຂອງມະນຸດທຸກຄົນ, ຂໍພຣະອົງຊົງໂຜດເປີດເຜີຍວ່າຄົນໃດໃນສອງຄົນນີ້ທີ່ພຣະອົງຊົງເລືອກ.
\v 25 ໃຫ້ຮັບໜ້າທີ່ໃນວຽກງານຮັບໃຊ້ນີ້ ແລະ ເປັນອັກຄະສາວົກແທນຢູດາທີ່ໄດ້ຫລົງຜິດໄປຢູ່ໃນບ່ອນຂອງລາວແລ້ວ."
\v 26 ພວກເຂົາຈົກສະຫລາກ, ແລະ ສະຫລາກນັ້ນກໍຕົກໃສ່ ມັດເທຍ, ແລ້ວລາວໄດ້ຖືກນັບເຂົ້າຢູ່ໃນກຸ່ມອັກຄະສາວົກສິບເອັດຄົນນັ້ນ.
\s5
\c 2
\cl ບົດທີ 2
\p
\v 1 ເມື່ອວັນເພັນເຕຄໍສະເຕໄດ້ມາເຖິງ, ພວກສາວົກເຕົ້າໂຮມກັນຢູ່ໃນບ່ອນດຽວກັນ.
\v 2 ໃນທັນໃດນັ້ນ ມີສຽງຈາກຟ້າສະຫວັນຄ້າຍຄືສຽງພາຍຸແຮງກ້າ, ດັງກ້ອງໄປທົ່ວເຮືອນທີ່ພວກເພີ່ນກຳລັງນັ່ງຢູ່.
\v 3 ພວກເພິ່ນໄດ້ເຫັນໄຟລັກສະນະຄືກັບລີ້ນ, ແຜ່ກະຈາຍຢູ່ເທິງພວກທ່ານແຕ່ລະຄົນ.
\v 4 ພວກເພິ່ນທຸກຄົນກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ເລີ້ມເວົ້າພາສາອື່ນໆ, ຕາມທີ່ພຣະວິນຍານບໍຣິສູດເຈົ້າຊົງໃຫ້ພວກທ່ານເວົ້າ.
\s5
\v 5 ຊາວຢິວທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຄົນທີ່ຢຳເກງພຣະເຈົ້າ, ທີ່ມາຈາກທຸກປະເທດທົ່ວໃຕ້ຟ້າ.
\v 6 ເມື່ອໄດ້ຍິນສຽງນີ້, ຄົນຫລວງຫຼາຍຈຶ່ງພາກັນມາ ແລະ ຮູ້ສຶກສັບສົນເພາະວ່າທຸກຄົນຕ່າງໄດ້ຍິນພວກເພິ່ນເວົ້າພາສາທ້ອງຖິ່ນຂອງຕົນເອງ.
\v 7 ພວກເພິ່ນອັດສະຈັນໃຈ ແລະ ປະຫລາດໃຈ, ຈຶ່ງເວົ້າວ່າ, "ເປັນຄວາມຈິງບໍ, ຄົນທີ່ກຳລັງເວົ້າບໍ່ໄດ້ແມ່ນຊາວຄາລີເລກັນທຸກຄົນ?
\s5
\v 8 ເປັນຫຍັງພວກເຮົາຈຶ່ງໄດ້ຍິນພວກທ່ານ, ແຕ່ລະຄົນເວົ້າພາສາທ້ອງຖິ່ນຂອງພວກເຮົາ?
\v 9 ເຊິ່ງແມ່ນຊາວປາເທຍ, ຊາວເມເດຍ, ແລະຊາວເອລາມ, ແລະຄົນທີ່ອາໄສຢູ່ໃນເຂດແດນ ເມໂຊໂປຕາເມຍ, ໃນແຂວງຢູດາຍ, ແລະແຂວງກາປາໂດເກຍ, ໃນແຂວງປົນໂຕ, ແລະ ແຂວງເອເຊຍ,
\v 10 ໃນແຂວງ ຟີເຄຍ ແລະ ແຂວງປຳຟີເລຍ, ໃນປະເທດເອຢິບແລະບາງສ່ວນຂອງເມືອງລີເບຍ ເຊິ່ງຂຶ້ນກັບເມືອງກີລີເນນ, ແລະຄົນທີ່ມາຢາມຈາກນະຄອນໂຣມ.
\v 11 ຊາວຢິວແລະພວກຄົນທີ່ເຂົ້າລັດທິຊາວຢິວ, ຊາວກະເຣເຕ ແລະ ຊາວອາຣາເບຍ, ພວກເຮົາຕ່າງກໍໄດ້ຍິນພວກທ່ານເວົ້າ ກ່ຽວກັບວຽກງານຮັບໃຊ້ອັນຍິ່ງໃຫຍ່ ຂອງພຣະເຈົ້າເປັນພາທ້ອງຖິ່ນຂອງເຮົາເອງ.
\s5
\v 12 ພວກເພິ່ນຈຶ່ງປະຫລາດໃຈ ແລະ ສົງໄສ; ແລະເວົ້າກັນວ່າ, “ນີ້ໝາຍຄວາມວ່າແນວໃດ?”
\v 13 ແຕ່ບາງຄົນເວົ້າເຍາະເຍີ້ຍວ່າ, “ພວກເຂົາເມົາເຫລົ້າແວງໃໝ່.“
\s5
\v 14 ແຕ່ເປໂຕຢືນຂຶ້ນພ້ອມກັບອັກຄະສາວົກສິບເອັດຄົນ, ແລ້ວກ່າວຕອບພວກເຂົາດ້ວຍສຽງດັງວ່າ, "ທ່ານຊາວຢູດາຍ ແລະ ທ່ານທຸກຄົນທີ່ອາໄສຢູ່ນະຄອນ ເຢຣູຊາເລັມ, ຂໍທ່ານຈົ່ງຮູ້ເລື່ອງນີ້; ຕັ້ງໃຈຟັງຖ້ອຍຄຳຂອງຂ້າພະເຈົ້າ.
\v 15 ເພາະວ່າຄົນເຫລົ່ານີ້ບໍ່ໄດ້ເມົາດັ່ງທີ່ທ່ານຄິດ, ເພາະວ່າຕອນນີ້ເປັນເວລາເກົ້າໂມງເຊົ້າເທົ່ານັ້ນ.
\s5
\v 16 ແຕ່ເຫດການນີ້ເກີດຂຶ້ນຕາມຄຳທີ່ ໂຢເອນ ຜູ້ທຳນວາຍໄດ້ກ່າວໄວ້ວ່າ:
\v 17 'ພຣະເຈົ້າກ່າວວ່າ,'ໃນຍຸກສຸດທ້າຍ,' ເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທຸກຄົນ. ລູກຊາຍ ແລະ ລູກຍິງຂອງພວກທ່ານຈະທຳນວາຍ, ຄົນໜຸ່ມຂອງພວກທ່ານຈະເຫັນນິມິດ, ແລະ ຄົນເຖົ້າແກ່ຈະຝັນເຫັນ.
\s5
\v 18 ທັງຜູ້ຮັບໃຊ້ຊາຍຍິງຂອງເຮົາດ້ວຍ ໃນມື້ນັ້ນເຮົາຈະຖອກເທວິນຍານຂອງເຮົາລົງມາ, ແລະພວກເພິ່ນຈະທຳນວາຍ.
\v 19 ເຮົາຈະສະແດງການອັດສະຈັນເທິງຟ້າສະຫວັນ ແລະ ໝາຍສຳຄັນເທິງແຜ່ນດິນເບື້ອງລຸ່ມນີ້ເປັນ, ເລືອດ, ໄຟ, ແລະໝອກຄວັນ.
\s5
\v 20 ດວງຕາເວັນຈະມືດໄປ ແລະ ດວງຈັນຈະເປັນເລືອດ, ກ່ອນມື້ອັນຍິ່ງໃຫຍ່ ແລະ ຮຸ່ງເຮືອງຂອງອົງພຣະຜູ້ເປັນເຈົ້າຈະມາເຖິງ.
\v 21 ແລ້ວກໍຈະເປັນເຊັ່ນນີ້ ຄືທຸກຄົນທີ່ຮ້ອງອອກພຣະນາມຂອງອົງພຣະຜູ້ເປັນເຈົ້າຈະລອດພົ້ນ.'
\s5
\v 22 ທ່ານຊົນຊາດອິດສະຣາເອນ, ຈົ່ງຟັງຖ້ອຍຄຳຕໍ່ໄປນີ້: ພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພຣະເຈົ້າຊົງສະແດງຢ່າງຈະແຈ້ງແກ່ພວກທ່ານ ໂດຍອິດທິຣິດ, ແລະການອັດສະຈັນ, ແລະໝາຍສຳຄັນຕ່າງໆ ທີ່ພຣະເຈົ້າຊົງເຮັດໂດຍຜ່ານພຣະອົງທ່າມກາງພວກທ່ານ, ດັ່ງທີ່ພວກທ່ານເອງກໍຮູ້ຢູ່ແລ້ວ.
\v 23 ພຣະອົງຖືກມອບໄວ້ເພາະເປັນແຜນການທີ່ພຣະເຈົ້າໄດ້ຊົງກຳນົດໄວ້ ແລະ ຊົງຮູ້ລ່ວງໜ້າ, ແລະ ພວກທ່ານ, ໄດ້ຄຶງພຣະອົງໄວ້ທີ່ໄມ້ກາງແຂນ ແລະ ຂ້າພຣະອົງໂດຍມືຂອງຄົນອະທຳ.
\v 24 ແຕ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງຄືນພຣະຊົນ, ແລະເຮັດໃຫ້ພຣະອົງພົ້ນຈາກຄວາມເຈັບປວດແຫ່ງຄວາມຕາຍ, ເພາະເປັນໄປບໍ່ໄດ້ທີ່ຄວາມຕາຍຈະຍຶດພຣະອົງໄວ້.
\s5
\v 25 ເພາະດາວິດກ່າວເຖິງພຣະອົງວ່າ, 'ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢູ່ຕໍ່ໜ້າຂ້າພະເຈົ້າຢູ່ສະເໝີ, ເພາະວ່າພຣະອົງຢູ່ເບື້ອງຂວາຂອງຂ້າພະເຈົ້າ ເພື່ອວ່າຂ້າພະເຈົ້າຈະບໍ່ຫວັ່ນໄຫວ.
\v 26 ເພາະເຫດນີ້ ຈິດໃຈຂອງຂ້າພະເຈົ້າຈຶ່ງຊື່ນຊົມຍິນດີ ແລະ ລີ້ນຂອງຂ້າພະເຈົ້າຊື່ນຊົມຍິນດີ. ເຊັ່ນດຽວກັບ ຮ່າງກາຍຂອງຂ້າພະເຈົ້າຈະມີຊີວິດຢູ່ໃນຄວາມຫມັ້ນໃຈ.
\s5
\v 27 ເພາະວ່າພຣະອົງຈະບໍ່ຊົງປະຖິ້ມຂ້ານ້ອຍໄວ້ໃນແດນແຫ່ງມໍຣະນາ, ທັງຈະບໍ່ປ່ອຍໃຫ້ຄົນບໍຣິສຸດເນົ່າເປື່ອຍໄປໃນຂຸມຝັງສົບ.
\v 28 ພຣະອົງໄດ້ຊົງໂຜດໃຫ້ຂ້າພະອົງເຫັນຫົນທາງແຫ່ງຊີວິດ; ພຣະອົງຈະເຮັດໃຫ້ຂ້ານ້ອຍເຕັມລົ້ນໄປດ້ວຍຄວາມຍິນດີຕໍ່ຫນ້າພຣະອົງ.'
\s5
\v 29 ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີໃຈກ້າຫານທີ່ຈະກ່າວກັບພວກທ່ານເຖິງ ດາວິດ: ຜູ້ເປັນບັນພະບຸລຸດຂອງຂ້າພະເຈົ້າ ທ່ານຕາຍແລ້ວ ແລະຖືກຝັງໄວ້, ແລະອຸບໂມງຝັງສົບຂອງທ່ານກໍຍັງຢູ່ກັບຂ້າພະເຈົ້າຈົນເຖິງທຸກມື້ນີ້.
\v 30 ດ້ວຍເຫດນີ້, ທ່ານຈຶ່ງເປັນຜູ້ທຳນວາຍທີ່ຮູ້ວ່າພຣະເຈົ້າໄດ້ຊົງສາບານ ດ້ວຍຄຳປະຕິຍານກັບທ່ານວ່າ, ພຣະອົງຈະຊົງຕັ້ງຜູ້ໜຶ່ງຈາກເຊື້ອສາຍຂອງທ່ານໃຫ້ນັ່ງຢູ່ເທິງບັນລັງຂອງທ່ານ.
\v 31 ທ່ານໄດ້ຮູ້ເຫດການນີ້ລ່ວງໜ້າ ແລະ ກ່າວເຖິງການຄືນຊີວິດຂອງພຣະຄຣິດເຈົ້າວ່າ, 'ພຣະອົງຈະບໍ່ຖືກປະຖິ້ມໄວ້ໃນແດນມໍຣະນາ, ແລະຈະບໍ່ເຮັດໃຫ້ພຣະກາຍຂອງພຣະອົງເນົ່າເປື່ອຍໄປ.'
\s5
\v 32 ພຣະເຢຊູຄຣິດເຈົ້າອົງນີ້—ທີ່ພຣະເຈົ້າຊົງເຮັດໃຫ້ຄືນພຣະຊົນແລ້ວ, ເຊິ່ງພວກເຮົາທຸກຄົນໄດ້ເປັນພະຍານໃນເລື່ອງນີ້.
\v 33 ເພາະເຫດນີ້ ພຣະເຈົ້າຈຶ່ງໄດ້ຊົງຍົກຊູພຣະອົງໃຫ້ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ. ແລະໄດ້ຮັບພຣະວິນຍານບໍຣິສຸດເຈົ້າຈາກພຣະບິດາເຈົ້າຕາມພຣະສັນຍາແລ້ວ, ພຣະອົງຈຶ່ງຖອກເທລົງມາ, ດັ່ງທີ່ພວກທ່ານໄດ້ເຫັນແລະໄດ້ຍິນແລ້ວ.
\s5
\v 34 ເພາະດາວິດບໍ່ໄດ້ຖືກຮັບຂຶ້ນໄປທີ່ສະຫວັນ, ແຕ່ທ່ານກ່າວວ່າ, "ພຣະເຈົ້າກ່າວກັບອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າວ່າ, “ຈົ່ງນັ່ງຢູ່ຂ້າງຂວາມືຂອງຂ້າພະເຈົ້າ,
\v 35 ຈົນກວ່າເຮົາຈະເຮັດໃຫ້ສັດຕູຂອງທ່ານເປັນບ່ອນຮອງຕີນຂອງທ່ານ."'
\v 36 ເພາະສະນັ້ນ, ຂໍໃຫ້ເຊື້ອສາຍອິດສະຣາເອນທັງຫມົດຮູ້ຢ່າງແຈ່ມແຈ້ງວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະເຢຊູຄຣິດເຈົ້າອົງນີ້ ທີ່ພວກທ່ານຄຶງໄວ້ທີ່ໄມ້ກາງແຂນ, ຜູ້ຊຶ່ງເປັນທັງອົງພຣະຜູ້ເປັນເຈົ້າ ແລະ ພຣະຄຣິດເຈົ້າ.
\s5
\v 37 ເມື່ອພວກເພິ່ນໄດ້ຍິນເລື່ອງນີ້, ພວກເພິ່ນກໍຮູ້ສຶກກິນແໜງໃຈ, ຈຶ່ງກ່າວກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຄວນເຮັດແນວໃດ?“
\v 38 ແລ້ວເປໂຕໄດ້ກ່າວກັບພວກເພິ່ນວ່າ, “ຈົ່ງກັບໃຈໃໝ່ ແລະ ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດເຈົ້າໃຫ້ໝົດທຸກຄົນ, ເພື່ອບາບທັງຫລາຍຂອງທ່ານຈະໄດ້ຮັບການອະໄພ, ແລະ ພວກທ່ານຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ.
\v 39 ເພາະວ່າພຣະສັນຍາທີ່ມີຕໍ່ທ່ານ ແລະເຊື້ອສາຍຂອງທ່ານ ແລະ ກັບຄົນທັງປວງທີ່ຢູ່ຫ່າງໄກ, ແລະ ຄົນຫລວງຫລາຍຕາມທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງຂ້າພະເຈົ້າຊົງເອີ້ນ."
\s5
\v 40 ທ່ານໄດ້ກ່າວຖ້ອຍຄຳອີກຫລາຍຢ່າງເພື່ອເປັນພະຍານ ແລະເຕືອນສະຕິ, ທ່ານກ່າວວ່າ, "ຈົ່ງເອົາໂຕພົ້ນຈາກເຊື້ອຊາດຊົ່ວຮ້າຍນີ້ເຖີດ."
\v 41 ແລ້ວພວກເຂົາຍອມຮັບຖ້ອຍຄຳຂອງເປໂຕ ແລະ ຮັບບັບຕິສະມາແລ້ວ, ພວກເພິ່ນກໍໄດ້ກາຍມາເປັນສາວົກ ໃນມື້ນັ້ນມີປະມານສາມພັນຄົນ.
\v 42 ພວກເພິ່ນຍັງຟັງຄຳສອນຂອງອັກຄະສາວົກຕໍ່ໄປ' ແລະ ຮ່ວມສາມັກຄີທຳ, ໃນການຫັກເຂົ້າຈີ່ ແລະ ໃນການອະທິຖານ.
\s5
\v 43 ທຸກຄົນເກີດມີຄວາມຢ້ານກົວ, ພວກອັກຄະສາວົກໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນຫລວງຫລາຍ.
\v 44 ຜູ້ທີ່ເຊື່ອທຸກຄົນມາເຕົ້າໂຮມກັນ ແລະ ເອົາສິ່ງຕ່າງໆມາລວມເປັນຂອງກາງ,
\v 45 ແລະພວກເຂົາຂາຍທີ່ດິນ ແລະ ຊັບສິນ, ແລະແຈກຢາຍໃຫ້ແກ່ກັນຕາມຄວາມຈຳເປັນ.
\s5
\v 46 ທຸກໆມື້ພວກເຂົາຮ່ວມຕົວເປັນນໍ້າໜຶ່ງໃຈດຽວກັນໃນພຣະວິຫານ, ແລະກໍຫັກເຂົ້າຈີ່ຕາມເຮືອນ, ຮັບປະທານອາຫານຮ່ວມກັນດ້ວຍຄວາມຍິນດີ ແລະ ດ້ວຍຄວາມຖ່ອມໃຈ;
\v 47 ພວກສາວົກສັນລະເສີນພຣະເຈົ້າ ແລະ ໄດ້ຮັບຄວາມຮັກແພງຈາກທຸກຄົນ. ອົງພຣະຜູ້ເປັນເຈົ້າຊົງເພີ້ມຈຳນວນຄົນ ທີ່ກຳລັງຈະລອດພົ້ນເຂົ້າມາທຸກໆມື້.
\s5
\c 3
\cl ບົດທີ 3
\p
\v 1 ໃນຂະນະທີ່ເປໂຕກັບໂຢຮັນກຳລັງຂຶ້ນໄປທີ່ພຣະວິຫານໃນເວລາອະທິຖານ, ຕອນບ່າຍສາມໂມງ,
\v 2 ມີຊາຍຄົນໜຶ່ງເປັນເປັ້ຍມາຕັ້ງແຕ່ເກີດ ທຸກໆມື້ລາວຈະຖືກຫາມມາວາງໄວ້ທີ່ປະຕູພຣະວິຫານ, ທີ່ມີຊື່ວ່າປະຕູງາມ ເພື່ອໃຫ້ເຂົາຂໍທານຈາກຄົນທີ່ເຂົ້າໄປມາພຣະວິຫານ.
\v 3 ເມື່ອລາວເຫັນເປໂຕກຳລັງຈະເຂົ້າໄປໃນພຣະວິຫານ, ລາວກໍຂໍທານນຳ.
\s5
\v 4 ແຕ່ເປໂຕ, ກັບໂຢຮັນ ໄດ້ແນມເບິ່ງໜ້າລາວ, ແລະກ່າວວ່າ, "ຈົ່ງເບິ່ງຂ້າພະເຈົ້າເຖີດ."
\v 5 ຄົນເປັ້ຍຄົນນັ້ນກໍແນມເບິ່ງທີ່ພວກເພິ່ນ, ດ້ວຍຄວາມຄາດຫວັງວ່າຈະໄດ້ຮັບບາງຢ່າງຈາກພວກເພິ່ນ.
\v 6 ແຕ່ເປໂຕໄດ້ກ່າວວ່າ, "ເງິນ ແລະ ຄຳ ເຮົາບໍ່ມີ, ສິ່ງທີ່ເຮົາມີຢູ່ນັ້ນເຮົາຈະໃຫ້ແກ່ເຈົ້າ. ຄືໃນພຣະນາມພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຈົ່ງລູກຍ່າງເຖີດ."
\s5
\v 7 ແລ້ວເປໂຕຈັບມືຂວາຂອງລາວ, ຈູງຂຶ້ນມາ, ໃນທັນໃດນັ້ນຕີນ ແລະ ຂໍ້ຕີນຂອງລາວກໍແຂງແຮງຂຶ້ນ.
\v 8 ຄົນເປັ້ຍຄົນນັ້ນກໍໄດ້ຢືນຂຶ້ນ ແລະ ເລີ້ມຕົ້ນຍ່າງ, ລາວຍ່າງເຂົ້າໄປໃນພຣະວິຫານພ້ອມກັບເປໂຕ ແລະ ໂຢຮັນ, ທັງຍ່າງ, ທັງກະໂດດໂລດເຕັ້ນ, ແລະສັນລະເສີນພຣະເຈົ້າ.
\s5
\v 9 ຄົນທັງປວງເຫັນລາວຍ່າງ ແລະ ສັນລະເສີນພຣະເຈົ້າ.
\v 10 ພວກເຂົາກໍຈື່ໄດ້ວ່າລາວເປັນຄົນນັ່ງຂໍທານຢູ່ທີ່ປະຕູງາມຂອງພຣະວິຫານ; ແລະພວກເຂົາກໍເຕັມໄປດ້ວຍຄວາມອັດສະຈັນ ແລະປະຫລາດໃຈ ເພາະເຫດການທີ່ເກີດຂຶ້ນກັບຄົນນັ້ນ.
\s5
\v 11 ໃນຂະນະ ທີ່ຊາຍຄົນນັ້ນຍັງຢູ່ກັບເປໂຕ ແລະ ໂຢຮັນ, ຄົນທັງປວງໄດ້ແລ່ນເຂົ້າມາຫາພວກເພິ່ນທີ່ລະບຽງພຣະວິຫານ ເຊິ່ງເອີ້ນວ່າລະບຽງຂອງໂຊໂລໂມນ, ດ້ວຍຄວາມແປກໃຈຫລາຍ.
\v 12 ເມື່ອເປໂຕເຫັນເຊັ່ນນີ້, ທ່ານຈຶ່ງກ່າວກັບຄົນເຫລົ່ານັ້ນວ່າ, "ທ່ານຊົນຊາດອິດສະຣາເອນ, ເປັນຫຍັງພວກທ່ານຈຶ່ງແປກໃຈ? ເປັນຫຍັງພວກທ່ານຈຶ່ງເບິ່ງຂ້າພະເຈົ້າ, ຄືກັບວ່າຂ້າພະເຈົ້າໄດ້ເຮັດໃຫ້ຊາຍຄົນນີ້ຍ່າງໂດຍຣິດອຳນາດ ແລະ ຄວາມດີຂອງຂ້າພະເຈົ້າເອງ?
\s5
\v 13 ພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະ ຢາໂຄບ, ເຊິ່ງເປັນພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາ, ໄດ້ມອບກຽດຕິຍົດນີ້ໃຫ້ແກ່ພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ຂອງພຣະອົງ ພຣະອົງຊົງເປັນຜູ້ທີ່ພວກທ່ານໄດ້ມອບໄວ້ ແລະ ປະຕິເສດຕໍ່ຫນ້າປີລາດ, ເມື່ອລາວຕັດສິນທີ່ຈະປ່ອຍພຣະອົງ.
\v 14 ທ່ານໄດ້ປະຕິເສດອົງບໍຣິສຸດ ແລະ ຊອບທຳ, ແລະ ທ່ານໄດ້ຂໍໃຫ້ປ່ອຍຕົວຄາດຕະກອນໃຫ້ແກ່ທ່ານແທນ.
\s5
\v 15 ທ່ານໄດ້ຂ້າພຣະອົງຜູ້ຊົງເປັນເຈົ້າແຫ່ງຊີວິດ, ຜູ້ທີ່ພຣະເຈົ້າໄດ້ປຸກໃຫ້ຟື້ນຄືນມາຈາກຄວາມຕາຍ—ແລະຂ້າພະເຈົ້າໄດ້ເປັນພະຍານໃນເລື່ອງນີ້.
\v 16 ບັດນີ້, ໂດຍຄວາມເຊື່ອໃນພຣະນາມຂອງພຣະອົງ—ຊາຍຄົນນີ້ທີ່ທ່ານໄດ້ເຫັນແລະຮູ້ຈັກ—ພຣະນາມດຽວກັນນີ້ໄດ້ສ້າງໃຫ້ລາວມີຄວາມເຂັ້ມແຂງຂື້ນ. ໂດຍຄວາມເຊື່ອທາງພຣະເຢຊູຄຣິດເຈົ້າ ເຮັດໃຫ້ລາວຫາຍດີເປັນປົກະຕິຕາມທີ່ປະກົດຕໍ່ໜ້າພວກທ່ານທຸກຄົນ.
\s5
\v 17 ພີ່ນ້ອງທັງຫລາຍ, ບັດນີ້, ຂ້າພະເຈົ້າຮູ້ວ່າພວກທ່ານໄດ້ເຮັດມັນລົງໄປໂດຍຮູ້ເທົ່າບໍ່ເຖິງການ, ເຊັ່ນດຽວກັບບັນດາຜູ້ນຳຂອງພວກທ່ານ.
\v 18 ແຕ່ສິ່ງເຫລົ່ານີ້ ພຣະເຈົ້າໄດ້ບອກໄວ້ລ່ວງໜ້າແລ້ວໂດຍປາກຂອງຜູ້ທຳນວາຍທຸກຄົນ, ວ່າພຣະຄຣິດຂອງພຣະອົງຈະຕ້ອງທົນທຸກທໍລະມານ, ເຊິ່ງພຣະອົງເອງໄດ້ຊົງເຮັດສຳເລັດແລ້ວ.
\s5
\v 19 ເພາະເຫດນີ້, ຈົ່ງກັບໃຈເສຍໃໝ່, ແລະ ຫັນກັບມາ, ເພື່ອຄວາມບາບຂອງທ່ານຈະຖືກລົບລ້າງອອກໄປ, ເພື່ອວາລະແຫ່ງການຟື້ນຟູໃໝ່ຈາກການປະກົດຂອງພຣະຜູ້ເປັນເຈົ້າ;
\v 20 ແລະພຣະອົງຈະມອບໃຫ້ພຣະຄຣິດເຈົ້າ. ຜູ້ຊົງແຕ່ງຕັ້ງໃຫ້ເປັນພຣະເຢຊູຄຣິດເຈົ້າໃຫ້ແກ່ທ່ານ,
\s5
\v 21 ພຣະອົງຈຳຕ້ອງຢູ່ໃນສະຫວັນຈົນກ່ວາຈະຮອດເວລາທີ່ທຸກສິ່ງຈະຖືກສ້າງຕັ້ງຂຶ້ນມາໃໝ່, ຕາມທີ່ພຣະເຈົ້າໄດ້ກ່າວໄວ້ເປັນເວລາດົນນານແລ້ວ ໂດຍປາກຂອງບັນດາຜູ້ທຳນວາຍບໍຣິສຸດຂອງພຣະອົງ.
\v 22 ໂມເຊກ່າວຄວາມຈິງວ່າ, 'ອົງພຣະຜູ້ເປັນເຈົ້າຈະແຕ່ງຕັ້ງຜູ້ທຳນວາຍ ຄືກັບຂ້າພະເຈົ້າຂຶ້ນມາໃນທ່າມກາງພີ່ນ້ອງຂອງພວກທ່ານ. ພວກທ່ານຈະຟັງທຸກສິ່ງທີ່ພຣະອົງຈະກ່າວຕໍ່ພວກທ່ານ.
\v 23 ສິ່ງທີ່ຈະເກີດຂຶ້ນກັບທຸກຄົນ ທີ່ບໍ່ຟັງຜູ້ທຳນວາຍນັ້ນ ພວກເຂົາກໍຈະຖືກທຳລາຍໃຫ້ໝົດໄປຈາກຄົນທັງປວງ.'
\s5
\v 24 ແມ່ນແລ້ວ, ບັນດາຜູ້ທຳນວາຍຕັ້ງແຕ່ຊາມູເອນ, ແລະຄົນເຫລົ່ານັ້ນທີ່ມາພາຍຫລັງ, ພວກເຂົາກ່າວ ແລະ ປະກາດເຖິງມື້ເຫລົ່ານີ້.
\v 25 ພວກທ່ານເປັນເຊື້ອສາຍຂອງຜູ້ທຳນວາຍ ແລະຂອງພັນທະສັນຍາທີ່ພຣະເຈົ້າໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກທ່ານ, ພຣະອົງກ່າວກັບອັບຣາຮາມວ່າ, 'ບັນດາເຊື້ອສາຍຂອງແຜ່ນດິນໂລກທັງໝົດຈະໄດ້ຮັບພຣະພອນ ຍ້ອນເຊື້ອສາຍຂອງທ່ານ.'
\v 26 ຫລັງຈາກທີ່ພຣະເຈົ້າໄດ້ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນຄືນມາແລ້ວ, ພຣະອົງໄດ້ສົ່ງທ່ານໄປຫາພວກທ່ານກ່ອນ, ເພື່ອທີ່ຈະຊົງອວຍພອນແກ່ພວກທ່ານ ໂດຍການເຮັດໃຫ້ພວກທ່ານທຸກຄົນຫັນກັບຈາກຄວາມຊົ່ວຮ້າຍຂອງຕົນ."
\s5
\c 4
\cl ບົດທີ 4
\p
\v 1 ໃນຂະນະທີ່ ເປໂຕກັບໂຢຮັນ ກຳລັງເວົ້າກັບຄົນທັງປວງຢູ່ນັ້ນ, ບັນດາປະໂລຫິດ ແລະ ຫົວຫນ້າຮັກສາພຣະວິຫານ ແລະພວກຊາດູກາຍກໍພາກັນມາຫາພວກເຂົາ.
\v 2 ຄົນເຫລົ່ານັ້ນມີຄວາມກັງວົນໃຈຫລາຍ. ເພາະວ່າເປໂຕກັບໂຢຮັນ ກຳລັງສັ່ງສອນຄົນທັງຫລາຍ ແລະ ປະກາດການຄືນພຣະຊົນຈາກຄວາມຕາຍຂອງພຣະເຢຊູຄຣິດເຈົ້າ.
\v 3 ພວກເຂົາຈຶ່ງຈັບທ່ານທັງສອງໄປ ແລະ ຂັງໄວ້ໃນຄຸກຈົນຮອດເຊົ້າມື້ຕໍ່ມາ, ເພາະວ່າໃນຕອນນັ້ນເປັນເວລາຄ່ຳແລ້ວ.
\v 4 ແຕ່ຄົນຈຳນວນຫລາຍທີ່ໄດ້ຍິນຖ້ອຍຄຳນັ້ນກໍເຊື່ອ; ແລະ ນັບຈຳນວນຜູ້ຊາຍທີ່ເຊື່ອໄດ້ປະມານຫ້າພັນຄົນ.
\s5
\v 5 ໃນເຊົ້າມື້ຕໍ່ມາ ບັນດາຜູ້ທີ່ປົກຄອງກັບຜູ້ອາວຸໂສ, ແລະ ພວກທຳມະຈານກໍໄດ້ມາປະຊຸມກັນທີ່ນະຄອນ ເຢຣູຊາເລັມ.
\v 6 ອັນນາມະຫາປະໂລຫິດໃຫຍ່, ກາຢະຟາ, ໂຢຮັນ, ແລະ ອະເລັກຊັນເດີ, ແລະທຸກຄົນທີ່ເປັນຍາດພີ່ນ້ອງຂອງມະຫາປະໂລຫິດກໍຢູ່ທີ່ນັ້ນ.
\v 7 ເມື່ອພວກເຂົາໃຫ້ເປໂຕກັບໂຢຮັນຢືນຢູ່ທ່າມກາງພວກເຂົາແລ້ວ, ພວກເຂົາຈຶ່ງຖາມທ່ານທັງສອງວ່າ, "ພວກທ່ານເຮັດການນີ້, ໂດຍຣິດອຳນາດ, ຫລືໂດຍຊື່ຂອງໃຜ?"
\s5
\v 8 ແລ້ວເປໂຕ, ກໍເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ, ກ່າວແກ່ພວກເຂົາວ່າ, “ທ່ານຜູ້ປົກຄອງປະຊາຊົນ, ແລະ ພວກຜູ້ອາວຸໂສທັງຫລາຍ,
\v 9 ຖ້າພວກທ່ານຈະຖາມຂ້າພະເຈົ້າເຖິງການດີທີ່ພວກເຮົາໄດ້ເຮັດເພື່ອຄົນເຈັບປ່ວຍ—ວ່າລາວດີຂຶ້ນເປັນປົກກະຕິໄດ້ແນວໃດ?
\v 10 ກໍຂໍໃຫ້ພວກທ່ານ ແລະ ຊົນຊາດອິດສະຣາເອນ, ທຸກຄົນຈົ່ງຮູ້ໄວ້ວ່າໃນພຣະນາມຂອງພຣະເຢຊູຄຣິດເຈົ້າແຫ່ງນາຊາເຣັດ, ຜູ້ທີ່ພວກທ່ານໄດ້ຖືກຄຶງທີ່ກາງແຂນ, ຜູ້ທີ່ພຣະເຈົ້າໄດ້ຊົງເຮັດໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ—ໂດຍພຣະອົງນີ້ແຫລະ ທີ່ເຮັດໃຫ້ຊາຍຄົນນີ້ຢືນຢູ່ຕໍ່ໜ້າທ່ານທັງຫລາຍເປັນປົກກະຕິ.
\s5
\v 11 ພຣະເຢຊູຄຣິດເຈົ້າຊົງເປັນສີລາທີ່ນາຍຊ່າງກໍ່ສ້າງໄດ້ປະຖິ້ມແຕ່ໄດ້ຖືກສ້າງໃຫ້ເປັນສີລາເສົາເອກແລ້ວ.
\v 12 ບໍ່ມີຄວາມລອດພົ້ນໃນຜູ້ອື່ນເລີຍ, ເພາະວ່າບໍ່ມີຊື່ອື່ນໃດທົ່ວໃຕ້ຟ້າທີ່ຊົງມອບທ່າມກາງມະນຸດທັງປວງ, ທີ່ສ້າງໃຫ້ພວກເຮົາໄດ້ຮັບຄວາມລອດພົ້ນໄດ້."
\s5
\v 13 ເມື່ອພວກເຂົາເຫັນຄວາມກ້າຫານຂອງເປໂຕກັບໂຢຮັນ, ພວກເຂົາຮູ້ວ່າທ່ານທັງສອງແມ່ນຄົນທຳມະດາ, ແລະບໍ່ມີການສຶກສາ, ພວກເຂົາກໍແປກໃຈ, ແລະ ຈື່ໄດ້ວ່າເປໂຕກັບໂຢຮັນເຄີຍຢູ່ກັບພຣະເຢຊູຄຣິດເຈົ້າ.
\v 14 ເພາະວ່າພວກເຂົາເຫັນວ່າຊາຍຄົນນັ້ນທີ່ໄດ້ຮັບການປິ່ນປົວຢືນຢູ່ກັບທ່ານທັງສອງ, ພວກເຂົາກໍບໍ່ມີຫຍັງທີ່ຈະຕໍ່ຕ້ານໄດ້.
\s5
\v 15 ຫລັງຈາກນັ້ນ ພວກເຂົາກໍສັ່ງໃຫ້ພວກອັກຄະສາວົກອອກຈາກທີ່ປະຊູມສະພານັ້ນ, ແລ້ວພວກເຂົາຈຶ່ງສົນທະນາກັນໃນພວກເຂົາເອງ.
\v 16 ພວກເຂົາກ່າວວ່າ, "ພວກເຮົາຈະເຮັດແນວໃດກັບຄົນເຫລົ່ານີ້? ເພາະວ່າຄວາມຈິງທີ່ພວກເຂົາໄດ້ເຮັດການອັດສະຈັນທີ່ຍິ່ງໃຫຍ່ ເຊິ່ງທຸກຄົນທີ່ອາໄສຢູ່ໃນນະຄອນ ເຢຣູຊາເລັມ; ກໍຮູ້ເລື່ອງນີ້ ເຊິ່ງພວກເຮົາກໍປະຕິເສດບໍ່ໄດ້.
\v 17 ແຕ່ເພື່ອບໍ່ໃຫ້ເລື່ອງນີ້ແຜ່ລາມອອກໄປທ່າມກາງປະຊາຊົນ, ພວກເຮົາຈະເຕືອນພວກເຂົາຢ່າໃຫ້ເວົ້າອອກຊື່ນີ້ກັບໃຜອີກຕໍ່ໄປ."
\v 18 ດັ່ງນັ້ນພວກເຂົາຈຶ່ງເອີ້ນເປໂຕກັບໂຢຮັນເຂົ້າມາ. ແລະສັ່ງຢ້ຳກັບພວກທ່ານບໍ່ໃຫ້ເວົ້າ ຫລື ສອນກ່ຽວກັບພຣະນາມຂອງພຣະເຢຊູຄຣິດເຈົ້າອີກເລີຍ.
\s5
\v 19 ແຕ່ເປໂຕກັບໂຢຮັນກ່າວຕອບພວກເຂົາວ່າ, "ພວກທ່ານຈົ່ງພິຈາລະນາເບິ່ງ ຈະຟັງຄວາມພວກທ່ານ ຫລືຟັງຄວາມຂອງພຣະເຈົ້າອັນໃດເປັນສິ່ງຖືກຕ້ອງຕໍ່ສາຍຕາຍພຣະເຈົ້າ?
\v 20 ເພາະວ່າຂ້າພະເຈົ້າຈະບໍ່ເວົ້າເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນນັ້ນກໍບໍ່ໄດ້."
\s5
\v 21 ຫລັງຈາກທີ່ໄດ້ຢໍ້າເຕືອນເປໂຕກັບໂຢຮັນແລ້ວ, ພວກເຂົາປ່ອຍທ່ານທັງສອງໄປ. ພວກເຂົາຊອກຫາສາເຫດທີ່ຈະລົງໂທດທ່ານທັງສອງບໍ່ໄດ້, ເພາະວ່າທຸກຄົນກຳລັງສັນລະເສີນພຣະເຈົ້າໃນເຫດການທີ່ເກີດຂື້ນ.
\v 22 ຊາຍຄົນນັ້ນທີ່ໄດ້ຮັບການຮັກສາຈາກພະຍາດໂດຍຣິດອຳນາດນັ້ນກໍມີອາຍຸຫລາຍກວ່າສີ່ສິບປີ.
\s5
\v 23 ຫລັງຈາກທີ່ໄດ້ຮັບການປ່ອຍຕົວແລ້ວ, ເປໂຕກັບໂຢຮັນຈຶ່ງໄປຫາພີ່ນ້ອງຂອງຕົນ ແລະໄດ້ເລົ່າເລື່ອງທັງໝົດທີ່ພວກຫົວໜ້າ ປະໂລຫິດ ແລະ ຜູ້ອາວູໂສໄດ້ກ່າວຕໍ່ພວກເຂົາ.
\v 24 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ກໍຮ່ວມໃຈກັນຮ້ອງສຽງດັງຫາພຣະເຈົ້າວ່າ, "ອົງພຣະຜູ້ເປັນເຈົ້າ, ພຣະອົງໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ແລະ ທະເລ, ແລະ ສັບພະສີ່ງທີ່ມີຢູ່ໃນນັ້ນ.
\v 25 ພຣະອົງຜູ້ທີ່ກ່າວໄວ້ໂດຍພຣະວິນຍານບໍຣິສຸດ ແລະ ໂດຍປາກຂອງດາວິດ, ບັນພະບຸລຸດຂອງພວກເຮົາຜູ້ຮັບໃຊ້ຂອງພຣະອົງວ່າ, 'ເຫດໃດຄົນຕ່າງຊາດຈຶ່ງໂຫດຮ້າຍຢ່າງຮຸນແຮງ, ແລະ ຄົນທັງຫລາຍຈຶ່ງກໍ່ອຸບາຍອັນໄຮ້ປະໂຫຍດ?'
\s5
\v 26 ບັນດາ, 'ກະສັດຂອງໂລກນີ້ໄດ້ຕັ້ງລວມໂຕກັນຂື້ນ, ແລະບັນດາຜູ້ປົກຄອງກໍລວມໂຕກັນຕໍ່ຕ້ານອົງພຣະຜູ້ເປັນເຈົ້າ, ແລະຕໍ່ຕ້ານພຣະຄຣິດຂອງພຣະອົງ.'
\s5
\v 27 ໃນຄວາມເປັນຈິງ, ທັງເຮໂຣດແລະປົນທຽວປີລາດ, ກັບພວກຄົນຕ່າງຊາດ ແລະ ຊົນຊາດອິດສະຣາເອນ, ໄດ້ເຕົ້າໂຮມກັນໃນເມືອງນີ້ຕໍ່ຕ້ານກັບພຣະເຢຊູຄຣິດເຈົ້າ, ຜູ້ຮັບໃຊ້ບໍຣິສຸດຂອງພຣະອົງທີ່ຊົງເຈີມໄວ້ແລ້ວ.
\v 28 ພວກເຂົາໄດ້ເຕົ້າໂຮມກັນເພື່ອທີ່ຈະເຮັດທຸກສິ່ງຕາມພຣະຫັດ ແລະ ພຣະປະສົງຂອງພຣະອົງທີ່ໄດ້ຕັດສິນພຣະໄທ ຕໍ່ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ.
\s5
\v 29 ບັດນີ້, ອົງພຣະຜູ້ເປັນເຈົ້າ, ຂໍໂຜດຫລຽວເບິ່ງຄຳຂົ່ມຂູ່ຂອງພວກເຂົາ ແລະ ຂໍໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງທີ່ຈະກ່າວພຣະທັມຂອງພຣະອົງດ້ວຍໃຈກ້າຫານ.
\v 30 ເພື່ອວ່າໃນຂະນະທີ່ພຣະອົງຊົງເດ່ພຣະຫັດຂອງພຣະອົງອອກເພື່ອການຮັກສານັ້ນໝາຍສຳຄັນ, ແລະການອັດສະຈັນຈະເກີດຂຶ້ນໂດຍພຣະນາມຂອງພຣະເຢຊູູຄຣິດເຈົ້າ. ຜູ້ຮັບໃຊ້ທີ່ບໍຣິສຸດຂອງພຣະອົງ."
\v 31 ເມື່ອພວກເຂົາອະທິຖານຈົບແລ້ວ, ສະຖານທີ່ເຊິ່ງພວກເຂົາປະຊຸມຢູ່ນັ້ນກໍສັ່ນສະເທືອນ, ແລ້ວພວກເຂົາກໍເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ກ່າວພຣະທັມຂອງພຣະເຈົ້າດ້ວຍໃຈກ້າຫານ.
\s5
\v 32 ຄົນທີ່ເຊື່ອຈຳນວນຫລາຍກໍມີໃຈ ແລະ ຈິດວິນຍານດຽວກັນ. ບໍ່ມີໃຜອ້າງວ່າຊັບສົມບັດທີ່ພວກເຂົາມີເປັນຂອງຕົນເອງ, ແຕ່ຊັບສົມບັດທັງຫມົດທີ່ພວກເຂົາມີແມ່ນຂອງສ່ວນກາງ.
\v 33 ດ້ວຍຣິດອຳນາດອັນຍິ່ງໃຫຍ່ ບັນດາອັກຄະສາວົກກໍປະກາດຄຳພະຍານເຖິງການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ, ແລະພຣະຄຸນອັນຍິ່ງໃຫຍ່ກໍຢູ່ກັບພວກເຂົາທຸກຄົນ.
\s5
\v 34 ໃນພວກເຂົາບໍ່ມີຜູ້ໃດຂາດເຂີນສິ່ງໃດໆ, ເພາະວ່າທຸກຄົນທີ່ເປັນເຈົ້າຂອງທີ່ດິນ ແລະ ເຮືອນກໍຂາຍມັນໄປ ແລະນຳເງິນທີ່ໄດ້ຈາກການຂາຍສິ່ງເຫລົ່ານັ້ນ.
\v 35 ວາງໄວ້ທີ່ 'ຕີນ, ຂອງພວກອັກຄະສາວົກແລະແຈກຢາຍໃຫ້ກັບຜູ້ທີ່ເຊື່ອ ແຕ່ລະຄົນຕາມຄວາມຈຳເປັນ.
\s5
\v 36 ໂຢເຊັບເປັນ, ຄົນເລວີ, ທີ່ມາຈາກເກາະ ໄຊປຣັສ ເຊິ່ງບັນດາອັກຄະສາວົກຊື່ວ່າບາຣະນາບາ (ເຊິ່ງຫມາຍຄວາມວ່າ ລູກແຫ່ງການໜູນໃຈ),
\v 37 ມີທີ່ດິນແລ້ວຂາຍໄປ ແລະ ນຳເງິນນັ້ນມາວາງໄວ້ທີ່ 'ຕີນ. ຂອງພວກອັກຄະສາວົກ.
\s5
\c 5
\cl ບົດທີ 5
\p
\v 1 ມີຊາຍຄົນໜຶ່ງຊື່ວ່າອານາເນຍ, ກັບຊາຟີຣາເມຍຂອງລາວ, ໄດ້ຂາຍທີ່ດິນ,
\v 2 ແລ້ວຮັກສາເງິນທີ່ຂາຍໄດ້ສ່ວນໜຶ່ງໄວ້ (ເມຍຂອງລາວກໍຮູ້ເລື່ອງນີ້ດ້ວຍ), ແລະໄດ້ນຳເອົາເງິນອີກສ່ວນໜຶ່ງມາວາງໄວ້ທີ່ຕີນ. ຂອງພວກອັກຄະສາວົກ.
\s5
\v 3 ເປໂຕກ່າວວ່າ, "ອານາເນຍ, ເປັນຫຍັງຊາຕານຈຶ່ງຄວບຄຸມຈິດໃຈຂອງທ່ານໃຫ້ຕົວະຕໍ່ພຣະວິນຍານບໍຣິສຸດເຈົ້າ ແລະຮັກສາເງິນສ່ວນໜຶ່ງຂອງຄ່າດິນນັ້ນໄວ້?
\v 4 ເມື່ອທີ່ດິນຍັງບໍ່ໄດ້ຖືກຂາຍນັ້ນ, ມັນກໍຍັງເປັນຂອງທ່ານບໍ່ແມ່ນຫລື, ແລະຫລັງຈາກຂາຍມັນໄປແລ້ວ, ມັນກໍຍັງຢູ່ໃນອຳນາດຂອງທ່ານບໍ່ແມ່ນຫລື? ສິ່ງໃດທີ່ເຮັດໃຫ້ໃຈຂອງທ່ານຄິດເຮັດແບບນີ້? ທ່ານບໍ່ໄດ້ຕົວະຕໍ່ມະນຸດ, ແຕ່ໄດ້ຕົວະຕໍ່ພຣະເຈົ້າ."
\v 5 ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫລົ່ານີ້, ລາວກໍ່ລົ້ມລົງ ແລະ ສິ້ນໃຈ, ທຸກຄົນທີ່ໄດ້ຍິນເລື່ອງນີ້ກໍເກີດຄວາມຢ້ານກົວທີ່ສຸດ.
\v 6 ພວກຄົນໜຸ່ມກໍເຂົ້າມາຫໍ່ສົບຂອງລາວ, ແລ້ວຫາມລາວອອກໄປຝັງ.
\s5
\v 7 ຫລັງຈາກນັ້ນປະມານສາມຊົ່ວໂມງ, ເມຍຂອງລາວເຊິ່ງບໍ່ຮູ້ກ່ຽວກັບເຫດການທີ່ເກີດຂື້ນ, ກໍເຂົ້າມາ.
\v 8 ເປໂຕຈຶ່ງກ່າວກັບນາງວ່າ, "ຈົ່ງບອກເຮົາເຖີດວ່າ ເຈົ້າຂາຍທີ່ດິນໄດ້ພຽງແຕ່ລາຄາເທົ່ານັ້ນບໍ?. "ນາງຕອບວ່າ "ແມ່ນແລ້ວ, ໄດ້ເທົ່ານັ້ນແຫລະ."
\s5
\v 9 ແລ້ວເປໂຕກ່າວກັບນາງວ່າ, "ພວກທ່ານເປັນຫຍັງຈຶ່ງໄດ້ພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ເບິ່ງແມ, ຕີນຂອງຜູ້ທີ່ຝັງສົບຜົວຂອງທ່ານຢູ່ທີ່ປະຕູ, ແລະພວກເຂົາຈະຫາມສົບຂອງທ່ານອອກໄປດ້ວຍ."
\v 10 ທັນໃດນັ້ນ ນາງກໍລົ້ມລົງສິ້ນໃຈທີ່ຕີນຂອງເປໂຕ. ເມື່ອພວກຄົນໜຸ່ມເຂົ້າມາ, ເຫັນວ່ານາງຕາຍແລ້ວ, ແລະພວກເຂົາກໍຫາມສົບຂອງນາງອອກໄປຝັງໄວ້ຢູ່ຂ້າງຜົວຂອງນາງ.
\v 11 ທົ່ວທັງຄຣິສຕະຈັກ, ແລະທຸກຄົນທີ່ໄດ້ຍິນເຫດການນັ້ນກໍເກີດຄວາມຢ້ານກົວຫລາຍ.
\s5
\v 12 ມີໝາຍສຳຄັນ ແລະ ການອັດສະຈັນຫລວງຫລາຍເກີດຂຶ້ນທ່າມກາງປະຊາຊົນຜ່ານມືຂອງພວກອັກຄະສາວົກ. ພວກເຂົາຊຸມນຸມກັນຢູ່ທີ່ລະບຽງຂອງ ໂຊໂລໂມນ.
\v 13 ແຕ່ບໍ່ມີໃຜກ້າທີ່ຈະເຂົ້າໄປຮ່ວມກັບພວກເຂົາ; ແຕ່ພວກເຂົາກໍໄດ້ຮັບຄວາມເຄົາລົບນັບຖືຢ່າງສູງຈາກປະຊາຊົນ.
\s5
\v 14 ຜູ້ທີ່ເຊື່ອຍັງເຂົ້າມາເປັນສາວົກຂອງອົງພຣະຜູ້ເປັນເຈົ້າຫລາຍຂື້ນທັງຊາຍ ແລະ ຍິງ,
\v 15 ຈົນພວກເຂົາເຖິງຂັ້ນຫາມຄົນເຈັບປ່ວຍໄປຕາມຫົນທາງ ແລະວາງພວກເຂົາໄວ້ເທິງບ່ອນນອນ, ເພື່ອເວລາທີ່ເປໂຕໄດ້ຍ່າງຜ່ານໄປ, ເງົາຂອງທ່ານອາດຈະສ່ອງລົງມາໃສ່ພວກເຂົາບາງຄົນ.
\v 16 ມີປະຊາຊົນຈຳນວນຫລາຍມາຈາກເມືອງທີ່ຢູ່ອ້ອມຂ້າງນະຄອນ ເຢຣູຊາເລັມ, ກໍໄດ້ພາກັນມາ ແລະ ນຳເອົາຄົນເຈັບປ່ວຍແລະຄົນທີ່ທົນທຸກທໍລະມານຈາກຜີຊົ່ວຮ້າຍມາດ້ວຍ, ແລະ ພວກເຂົາກໍໄດ້ຮັບການຮັກສາໃຫ້ຫາຍດີທຸກຄົນ.
\s5
\v 17 ມະຫາປະໂລຫິດໃຫຍ່ ແລະ ບັນດາຜູ້ທີ່ຢູ່ຝ່າຍເຂົາ (ທີ່ເປັນພວກຊາດູກາຍ) ກໍໄດ້ລຸກຂຶ້ນໄປ; ພວກເຂົາເຕັມໄປດ້ວຍຄວາມອິດສາ
\v 18 ຈຶ່ງໄດ້ຈັບພວກອັກຄະສາວົກ, ແລະຂັງໄວ້ຢູ່ໃນຄຸກ.
\s5
\v 19 ແຕ່ໃນເວລາຕອນກາງຄືນ ເທວະດາຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຄຸກ ແລະ ນຳພວກເຂົາອອກໄປ, ແລະກ່າວວ່າ,
\v 20 "ຈົ່ງໄປ, ຢືນຢູ່ໃນພຣະວິຫານ ແລະ ບອກປະຊາຊົນກ່ຽວກັບບັນດາຖ້ອຍຄຳແຫ່ງຊີວິດນີ້."
\v 21 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ຈຶ່ງໄດ້ເຂົ້າໄປໃນພຣະວິຫານຕອນຮຸ່ງເຊົ້າແລະສັ່ງສອນ. ແຕ່ເມື່ອມະຫາປະໂລຫິດ ແລະ ຜູ້ທີ່ຕິດຕາມນັ້ນໄດ້ມາ, ກໍເອີ້ນປະຊຸມສະພາຂອງຊາວຢິວ, ພວກຜູ້ອາວຸໂສທັງຫມົດຂອງຊົນຊາດອິດສະຣາເອນ, ແລະໃຊ້ຄົນໄປທີ່ຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.
\s5
\v 22 ແຕ່ເມື່ອພວກເຈົ້າຫນ້າທີ່ໄປແລ້ວກໍບໍ່ພົບເຫັນພວກອັກຄະສາວົກຢູ່ໃນຄຸກ, ພວກເຂົາຈຶ່ງໄດ້ກັບມາລາຍງານວ່າ,
\v 23 "ພວກເຮົາເຫັນປະຕູຄຸກປິດຢ່າງແໜ້ນໜາແລະພວກຄົນຍາມກໍຢືນເຝົ້າຢູ່ທີ່ປະຕູ, ແຕ່ເມື່ອພວກເຮົາເປີດປະຕູເຂົ້າໄປ, ກໍບໍ່ເຫັນມີຜູ້ໃດຢູ່ພາຍໃນນັ້ນ."
\s5
\v 24 ເມື່ອຫົວໜ້າຮັກສາພຣະວິຫານ ແລະ ພວກຫົວໜ້າມະຫາປະໂຣຫິດໄດ້ຍິນຖ້ອຍຄຳເຫລົ່ານີ້, ພວກເຂົາກໍສັບສົນຫລາຍເຖິງເຫດການກ່ຽວກັບພວກອັກຄະສາວົກ.
\v 25 ແລ້ວມີບາງຄົນເຂົ້າມາບອກກັບພວກເຂົາວ່າ, "ພວກຄົນທີ່ທ່ານຂັງໄວ້ຢູ່ໃນຄຸກກຳລັງຢືນສັ່ງສອນປະຊາຊົນຢູ່ໃນພຣະວິຫານ."
\s5
\v 26 ດັ່ງນັ້ນ ຫົວໜ້າຮັກສາພຣະວິຫານກັບພວກເຈົ້າໜ້າທີ່, ຈຶ່ງໄດ້ອອກໄປນຳຕົວພວກອັກຄະສາວົກກັບມາ, ແຕ່ໂດຍບໍ່ໃຊ້ຄວາມຮຸນແຮງ, ເພາະວ່າພວກເຂົາຢ້ານວ່າປະຊາຊົນຈະແກ່ວງກ້ອນຫີນໃສ່.
\v 27 ເມື່ອພວກເຂົາພາພວກອັກຄະສາວົກມາແລ້ວ, ກໍໃຫ້ຢືນຢູ່ຕໍ່ໜ້າສະພາ, ແລ້ວມະຫາປະໂລຫິດຈຶ່ງສອບຖາມພວກທ່ານ,
\v 28 ວ່າ, "ຂ້າພະເຈົ້າໄດ້ເຕືອນກັບພວກທ່ານຢ່າງຈິງຈັງແລ້ວວ່າບໍ່ໃຫ້ສັ່ງສອນໂດຍອອກຊື່ນີ້, ແຕ່ພວກທ່ານກຳລັງເຮັດ, ໃຫ້ຄຳສອນຂອງພວກທ່ານແຜ່ກະຈາຍໄປທົ່ວນະຄອນ ເຢຣູຊາເລັມ, ແລະຕ້ອງການໃຫ້ຄວາມຜິດເລື່ອງຂອງເລືອດຂອງຊາຍຄົນນີ້ຈະຕົກຢູ່ກັບພວກຂ້າພະເຈົ້າ."
\s5
\v 29 ເປໂຕ ແລະ ບັນດາອັກຄະສາວົກຕອບວ່າ, "ພວກຂ້າພະເຈົ້າຈຳເປັນຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ.
\v 30 ພະເຢຊູຄຣິດເຈົ້າຜູ້ທີ່ທ່ານໄດ້ຂ້າ ແລະ ແຂວນໄວ້ຢູ່ເທິງຕົ້ນໄມ້ ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເປັນຄືນມາແລ້ວ.
\v 31 ພຣະເຈົ້າຊົງຍົກພຣະອົງຂຶ້ນໄວ້ຢູ່ທີ່ເບື້ອງຂວາພຣະຫັດຂອງພຣະອົງ, ເພື່ອໃຫ້ເປັນອົງພຣະຜູ້ນຳ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດພົ້ນເພື່ອຈະໃຫ້ຊົນຊາດອິດສະຣາເອນກັບໃຈໃໝ່, ແລະຊົງອະໄພບາບ.
\v 32 ພວກເຮົາເປັນພະຍານໃນເລື່ອງນີ້, ແລະພຣະວິນຍານບໍຣິສຸດເຈົ້າ, ຜູ້ທີ່ພຣະເຈົ້າໄດ້ມອບໃຫ້ກັບຄົນເຫລົ່ານັ້ນ ທີ່ເຊື່ອຟັງພຣະອົງກໍຊົງເປັນພະຍານເຊັ່ນກັນ."
\s5
\v 33 ເມື່ອພວກສະມາຊິກສະພາໄດ້ຍິນແນວນັ້ນ, ກໍແຄ້ນໃຈຫລາຍ ແລະ ຕ້ອງການຂ້າພວກອັກຄະສາວົກ.
\v 34 ແຕ່ມີຄົນຟາຣີຊາຍຄົນ ໜຶ່ງຊື່ວ່າຄາມາລິເອັນ, ແລະເປັນອາຈານສອນພຣະບັນຍັດ, ຊຶ່ງເປັນທີ່ເຄົາລົບຈາກປະຊາຊົນ, ໄດ້ຢືນຂຶ້ນ ແລະ ສັ່ງໃຫ້ພາພວກອັກຄະສາວົກອອກໄປທາງນອກຊົ່ວຄາວ.
\s5
\v 35 ທ່ານຈຶ່ງກ່າວກັບພວກເຂົາວ່າ, "ທ່ານຊົນຊາດອິດສະຣາເອນ, ສິ່ງທີ່ທ່ານສະເໜີທີ່ຈະເຮັດກັບຄົນເຫລົ່ານີ້ ຈົ່ງລະວັງໃຫ້ດີ.
\v 36 ເພາະວ່າກ່ອນຫນ້ານີ້, ທູດາ ໄດ້ປະກົດຕົວຂຶ້ນໂດຍອ້າງວ່າ, ລາວເປັນຕົນສຳຄັນ, ມີຄົນປະມານສີ່ຮ້ອຍຄົນໄດ້ເຂົ້າຮ່ວມກັບລາວ. ລາວໄດ້ຖືກຂ້າຕາຍ, ແລະ ບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍແລະຫາຍສາບສູນໄປ.
\v 37 ຕໍ່ຈາກຊາຍຄົນນີ້ຄື, ຢູດາ ຊາວຄາລີເລໄດ້ປະກົດຕົວຂຶ້ນໃນລະຫວ່າງທີ່ມີການຈົດທະບຽນສຳມະໂນຄົວ ແລະກະຕຸ້ນຜູ້ຄົນໃຫ້ຕິດຕາມລາວ. ລາວກໍພິນາດດ້ວຍ, ແລະບັນດາຄົນທີ່ເຊື່ອຟັງລາວກໍກະຈັດກະຈາຍໄປຫມົດ.
\s5
\v 38 ບັດນີ້ ຂ້າພະເຈົ້າຂໍບອກພວກທ່ານວ່າ, ຈົ່ງປ່ອຍໃຫ້ຄົນເຫລົ່ານີ້ໄປຕາມເລື່ອງ ຢ່າໄປເຮັດຫຍັງກັບພວກເຂົາເລີຍ, ເພາະວ່າຖ້າແມ່ນແຜນການ ຫລື ກິດຈະການທີ່ມາຈາກມະນຸດ, ມັນຈະພັງລົງໂດຍຕົວຂອງມັນເອງ.
\v 39 ແຕ່ຖ້າມາຈາກພຣະເຈົ້າ, ພວກທ່ານບໍ່ສາມາດທີ່ຈະໂຄ່ນລົ້ມພວກເຂົາໄດ້; ຢ້ານວ່າພວກທ່ານຈະເປັນຜູ້ຕໍ່ຕ້ານກັບພຣະເຈົ້າ." ດັ່ງນັ້ນພວກເຂົາຈຶ່ງຍອມຟັງຄາມາລິເອັນ.
\s5
\v 40 ພວກເຂົາຈຶ່ງໄດ້ເອີ້ນພວກອັກຄະສາວົກເຂົ້າມາ ແລະ ທຸບຕີພວກທ່ານ ແລະ ສັ່ງຫ້າມບໍ່ໃຫ້ອອກພຣະນາມຂອງພຣະເຢຊູຄຣິດເຈົ້າ, ແລ້ວປ່ອຍພວກເຂົາໄປ.
\v 41 ພວກອັກຄະສາວົກຈຶ່ງອອກມາຈາກສະພາດ້ວຍຄວາມຊື່ນຊົມຍິນດີ. ທີ່ເຫັນວ່າພວກເຂົາສົມຄວນທີ່ຈະໄດ້ຮັບການໝິ່ນປະໝາດຍ້ອນພຣະນາມນັ້ນ.
\v 42 ຕັ້ງແຕ່ນັ້ນມາ, ພວກທ່ານກໍຍັງຄົງສືບຕໍ່ສັ່ງສອນ ແລະ ປະກາດວ່າພຣະເຢຊູຄຣິດເຈົ້າຄືພຣະຄຣິດ, ໃນພຣະວິຫານ, ແລະ ຕາມບ້ານເຮືອນທຸກໆມື້ບໍ່ໄດ້ຂາດ,
\s5
\c 6
\cl ບົດທີ 6
\p
\v 1 ໃນເວລານັ້ນ, ເມື່ອພວກສາວົກກຳລັງເພີ່ມທະວີຈຳນວນຂື້ນ, ພວກຊາວຢິວທີ່ເວົ້າພາສາກຣີກກໍພາກັນຈົ່ມກ່ຽວກັບຊາວຢິວທີ່ເວົ້າພາສາເຮັບເຣີ, ເພາະວ່າບັນດາແມ່ໝ້າຍຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ ແລະ ບໍ່ໄດ້ຮັບແຈກອາຫານປະຈຳວັນ.
\s5
\v 2 ອັກຄະສາວົກສິບສອງຄົນຈຶ່ງໄດ້ເອີ້ນພວກສາວົກຈຳນວນຫລວງຫລາຍມາຫາພວກທ່ານ ແລະກ່າວວ່າ, "ມັນເປັນສິ່ງທີ່ບໍ່ສົມຄວນທີ່ພວກເຮົາຈະບໍ່ໃສ່ໃຈພຣະທັມຂອງພຣະເຈົ້າ ແຕ່ເພື່ອໃຫ້ສາມາດມາແຈກຢາຍອາຫານໄດ້ນັ້ນ.
\v 3 ພີ່ນ້ອງທັງຫລາຍ, ທ່ານຄວນຈະເລືອກເອົາເຈັດຄົນໃນພວກທ່ານ, ທີ່ເປັນຄົນທີ່ມີຊື່ສຽງດີ, ເຕັມລົ້ນໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ແລະ ສະຕິປັນຍາ ຜູ້ທີ່ຂ້າພະເຈົ້າຈະຕັ້ງໃຫ້ເພື່ອເບິ່ງແຍງວຽກງານນີ້.
\v 4 ສ່ວນພວກທ່ານ, ຈະຍັງຄົງຢູ່ໃນການອະທິຖານ ແລະ ພາລະກິດດ້ານພຣະທັມຂອງພຣະເຈົ້າສະເໝີໄປ."
\s5
\v 5 ຄຳກ່າວຂອງພວກອັກຄະສາວົກເປັນທີ່ພໍໃຈໃຫ້ຝູງຊົນ, ດັ່ງນັ້ນພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍຣິສຸດເຈົ້າ, ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ, ແລະ ນີໂກລາໂອຊາວເມືອງ ອັນຕີໂອເຂຍທີ່ເຂົ້າໃນສາສະໜາຢິວ.
\v 6 ບັນດາຜູ້ທີ່ເຊື່ອນຳຄົນເຫລົ່ານີ້ມາຢູ່ຕໍ່ຫນ້າ ພວກອັກຄະສາວົກ, ຜູ້ທີ່ອະທິຖານ ແລະ ວາງມືເທິງພວກເຂົາ.
\s5
\v 7 ເມື່ອພຣະທັມຂອງພຣະເຈົ້າຂະຫຍາຍ ແລະ ຈຳນວນສາວົກໃນນະຄອນ ເຢຣູຊາເລັມເພີ່ມຂື້ນຢ່າງວ່ອງໄວ, ພວກປະໂລຫິດກໍໄດ້ມາເຊື່ອຖືເປັນຈຳນວນຫລາຍ.
\s5
\v 8 ຊະເຕຟາໂນ, ຜູ້ເຕັມໄປດ້ວຍພຣະຄຸນ ແລະ ຣິດເດດ, ໄດ້ເຮັດການອັດສະຈັນ ແລະ ໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ.
\v 9 ແຕ່ວ່າມີຄົນຈາກທຳມະສາລາທີ່ເອີ້ນວ່າໂຮງທຳຂອງຊາວຢິວອົບພະຍົບ, ທີ່ເປັນຊາວກີເຣເນ ແລະ ຊາວອາເລັກຊັນເດຍ, ແລະບາງຄົນຈາກແຂວງກີລີເກຍ ແລະ ເອເຊຍ, ຄົນເຫລົ່ານີ້ກຳລັງໂຕ້ຖຽງກັບຊະເຕຟາໂນ.
\s5
\v 10 ແຕ່ພວກເຂົາບໍ່ສາມາດຕໍ່ສູ້ກັບຖ້ອຍຄຳທີ່ຊະເຕຟາໂນກ່າວດ້ວຍສະຕິປັນຍາ ແລະ ພຣະວິນຍານບໍຣິສູດເຈົ້າໄດ້.
\v 11 ພວກເຂົາໄດ້ຊັກຊວນບາງຄົນແບບລັບໆເພື່ອໃຫ້ກ່າວວ່າ, "ຂ້າພະເຈົ້າໄດ້ຍິນຊະເຕຟາໂນເວົ້າຖ້ອຍຄຳໝິ່ນປະໝາດໂມເຊ ແລະ ພຣະເຈົ້າ."
\s5
\v 12 ພວກເຂົາປຸກລະດົມປະຊາຊົນ, ພວກຜູ້ອາວຸໂສ, ແລະພວກທຳມະຈານ, ແລະພວກຄົນເຫລົ່ານັ້ນກໍໄດ້ເຂົ້າມາຈັບຊະເຕຟາໂນ ແລະ ພາຕົວລາວໄປທີ່ສະພາຢິວ.
\v 13 ພວກເຂົາໄດ້ນຳເອົາພະຍານປອມມາ, ກ່າວວ່າ, "ຊາຍຄົນນີ້ບໍ່ໄດ້ເຊົາເວົ້າຖ້ອຍຄຳໝິ່ນປະໝາດສະຖານທີ່ອັນສັກສິດແຫ່ງນີ້ ແລະ ພຣະບັນຍັດ.
\v 14 ເພາະວ່າຂ້າພະເຈົ້າໄດ້ຍິນລາວເວົ້າວ່າ, ພະເຢຊູຄຣິດເຈົ້າແຫ່ງນາຊາເຣັດຄົນນີ້ຈະທຳລາຍສະຖານທີ່ແຫ່ງນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ມອບໃຫ້ພວກເຮົາໄວ້."
\v 15 ທຸກຄົນທີ່ນັ່ງຢູ່ໃນສະພາຢິວກໍແນມໄປເບິ່ງທີ່ ຊະເຕຟາໂນ ແລະ ເຫັນໜ້າຂອງທ່ານຄືກັບໜ້າຂອງເທວະດາ.
\s5
\c 7
\cl ບົດທີ 7
\p
\v 1 ມະ​ຫາປະໂລຫິດຈຶ່ງໄດ້ຖາມວ່​າ, "ແມ່​ນ​ເລື່ອງຈິງ​ແທ້​ບໍ?"
\v 2 ຊະ​ເຕ​ຟາ​ໂນຕອບວ່າ, "ພີ່​ນ້ອງ​ທັງ​ຫລາຍແລະທ່ານທີ່ເປັນຜູ້ອາ​ວຸໂສ, ຂໍ​ຈົ່ງຟັງຂ້າ​ພະ​ເຈົ້າ​ເຖີດ: ພຣະເຈົ້າແຫ່ງສ​ະ​ຫງ່າ​ລາ​ສີໄດ້ປະກົດຕໍ່ອັບຣາຮາມບິ​ດາຂອງພວກເຮົາ ເມື່ອ​ທ່ານຍັງຢູ່ ເມ​ໂຊ​ໂປ​ຕາ​ເມຍ, ກ່ອນທີ່ທ່ານຈະໄປອາໄສຢູ່ໃນເມືອງ ຮາຣານ;
\v 3 ພຣະ​ອົງ​ກ່າວ​ກັບ​ທ່ານວ່າ, 'ຈົ່ງອອກໄປຈາກແຜ່ນດິນຂອງ​ເຈົ້າ ແລະ ຍາດພີ່ນ້ອງຂອງເຈົ້າ, ແລະໄປທີ່ແຜ່ນດິນທີ່ເຮົາຈະສະແດງແກ່​ເຈົ້າ.'
\s5
\v 4 ອັບຣາຮາມຈຶ່ງອອກຈາກດິນແດນ​ຂອງຊາວເຄນເດຍ. ແລະໄດ້ໄປອາໄສຢູ່ເມືອງຮາຣານ; ຫລັງຈາກບິ​ດາຂອງທ່ານໄດ້ເສຍຊີວິດໄປແລ້ວ, ພຣະເຈົ້າໄດ້ຊົງນຳທ່ານອອກມາຈາກທີ່ນັ້ນ, ມາສູ່ດິນແດນທີ່ພວກທ່ານອາໄສຢູ່ໃນທຸກມື້ນີ້.
\v 5 ພຣະອົງບໍ່ໄດ້ປະ​ທ່ານແຜ່ນດິນນັ້ນໃຫ້ເປັນມໍລະດົກແກ່ອັບຣາຮາມ, ບໍ່​ມີແມ່ນແຕ່​ຂະ​ໜາດ​ເທົ່າ​ທີ່ຕີນຂອງທ່ານຈະຢຽບໄດ້. ແຕ່​ພ​ຣະ​ອົງ​ຊົງສັນຍາວ່າ ພ​ຣະ​ອົງຈະມອບແຜ່ນດິນນັ້ນໃຫ້ເປັນ​ກຳ​ມະ​ສິດແກ່ທ່ານ ແລະ ແກ່ເຊື້ອ​ສາຍຂອງທ່ານເຖິງແມ່ນວ່າອັບຣາຮາມຈະບໍ່ມີລູກເລີຍກໍຕາມ.
\s5
\v 6 ພຣະເຈົ້າກ່າວກັບທ່ານ​ດັ່ງ​ນີ້ວ່າ, ເຊື້ອ​ສາຍຂອງທ່ານຈະອາໄສຢູ່ດິນແດນຂອງຄົນຕ່າງຊາດຊົ່ວຄາວ, ແລະຄົນໃນປະເທດນັ້ນຈະເຮັດໃຫ້ພວກເຂົາກາຍມາເປັນຂ້າທາດ ແລະ ຂົ່ມເຫັງພວກເຂົາເປັນເວລາສີ່ຮ້ອຍປີ.
\v 7 ພຣະເຈົ້າກ່າວວ່າ, 'ຂ້​າ​ພະ​ເຈົ້າຈະພິ​ພາກ​ສາຊົນຊາດທີ່ພວກເຂົາກຳລັງຮັບໃຊ້ຢູ່ນັ້ນ,' ຫລັງຈາກນັ້ນ ພວກເຂົາຈະອອກ​ມາ ແລະ ນະ​ມັດ​ສະ​ການເຮົາ​ໃນ​ສະ​ຖານ​ທີ່​ແຫ່ງ​ນີ້.'
\v 8 ພ​ຣະ​ເຈົ້າ​ຈຶ່ງໄດ້ໃຫ້ພັນທະສັນຍາແຫ່ງ​ພິ​ທີຕັດກັບອັບຣາຮາມເພາະເຫດນີ້, ເມື່ອອັບຣາຮາມໄດ້ກາຍເປັນບິ​ດາຂອງອີຊາກ ຈຶ່ງໄດ້ຮັບພິທີຕັດໃນວັນທີແປດ; ອີຊາກເປັນບິ​ດາຂອງຢາໂຄບ, ຢາໂຄບເປັນ​ບິ​ດາຂອງລູກຊາຍສິບສອງຄົນທີ່ເປັນບັນພະບຸລຸດຂອງຂ້າ​ພະ​ເຈົ້າ.
\s5
\v 9 ບັນພະບຸລຸດຂອງພວກເຮົາເຫລົ່າ​ນັ້ນ​ມີ​ຈິດ​ໃຈທີ່ອິດສາໂຢເຊັບ, ຈຶ່ງໄດ້ຂາຍທ່ານໄປ​ທີ່​ປະ​ເທດເອຢິບ; ແລະພຣະເຈົ້າສະ​ຖິດຢູ່ກັບ​ທ່ານ
\v 10 ແລະຊ່ວຍທ່ານໃຫ້ພົ້ນຈາກຄວາມທຸກຍາກທຸກ​ຢ່າງ ແລະ ຊົງໃຫ້ທ່ານ​ເປັນ​ທີ່​ພໍ​ໃຈ ແລະ ສະຫລາດຕໍ່​ໜ້າຟາໂຣ, ກະສັດແຫ່ງເອຢິບ, ຟາໂຣຈຶ່ງຕັ້ງທ່ານໃຫ້ປົກຄອງປະເທດເອຢິບ ແລະ ທຸກຢ່າງໃນພະຣາຊະວັງຂອງພ​ຣະ​ອົງ.
\s5
\v 11 ຕໍ່ມາເກີດມີຄວາມອຶດຢາກ​ຂຶ້ນທົ່ວປະເທດເອຢິບ ແລະ ການາອານ, ແລະ ເກີດຄວາມທຸກຍາກຢ່າງໃຫຍ່ຫລວງ, ບັນພະບຸລຸດຂອງພວກທ່ານ​ຈຶ່ງບໍ່ມີອາຫານ.
\v 12 ເມື່ອຢາໂຄບໄດ້ຍິນວ່າມີເຂົ້າຢູ່ໃນປະ​ເທດເອຢິບ, ທ່ານ​ຈຶ່ງໃຊ້ບັນພະບຸລຸດຂອງພວກເຮົາໄປເປັນເທື່ອທຳອິດ.
\v 13 ຄັ້ງທີສອງໂຢເຊັບໄດ້ສະແດງຕົວເອງໃຫ້​ພີ່ນ້ອງຮູ້, ແລະ ຟາໂຣກໍໄດ້ຮູ້ຈັກຄອບຄົວຂອງໂຢເຊັບ.
\s5
\v 14 ໂຢເຊັບຈຶ່ງສົ່ງພີ່ນ້ອງກັບໄປບອກ​ບິ​ດາຂອງທ່ານໃຫ້ມາ​ທີ່​ປະ​ເທດ​ເອຢິບ, ພ້ອມທັງບັນ​ດາພີ່ນ້ອງທັງ​ໝົດ ເຈັດສິບ-ຫ້າຄົນ.
\v 15 ດັ່ງນັ້ນ ຢາໂຄບຈຶ່ງລົງໄປທີ່ປະເທດເອຢິບ, ທ່ານ​ກັບບັນພະບຸລຸດຂອງພວກທ່ານ. ໄດ້ເສຍຊີວິດຢູ່ທີ່ນັ້ນ,
\v 16 ພວກເຂົາຖືກນຳກັບຄືນມາທີ່​ເມືອງ ຊີເຄມ ແລະ ໄດ້ຖືກຝັງໄວ້ໃນອຸບໂມງຝັງ​ສົບທີ່ອັບຣາຮາມໄດ້ຊື້ດ້ວຍເງິນຈຳນວນໜຶ່ງຈາກລູກ​ຂອງຮາໂມໃນເມືອງຊີເຄມ.
\s5
\v 17 ເມື່ອເຖິງເວລາຕາມ​ພ​ຣະສັນຍາ, ທີ່ພຣະເຈົ້າຊົງສັນຍາໄວ້ກັບອັບຣາຮາມ, ຊົນຊາດອິດສະຣາເອນໄດ້ທະວີຄູນຫລາຍ​ຂື້ນຢູ່ໃນປະເທດເອຢິບ,
\v 18 ຈົນວ່າກະສັດອີກອົງໜຶ່ງທີ່ບໍ່ຮູ້ຈັກໂຢເຊັບ ໄດ້ຂື້ນປົກ​ຄອງປະເທດເອຢິບ,
\v 19 ກະສັດອົງດຽວກັນນີ້ທີ່ໄດ້ອອກ​ອຸ​ບາຍກັບ​ຊົນ​ຊາດຂອງພວກ​ທ່ານ ແລະ ຂົ່ມເຫັງບັນພະບຸລຸດຂອງພວກເຮົາຢ່າງໂຫດຮ້າຍ, ພວກເຂົາບັງຄັບໃຫ້ບັນພະບຸລຸດຂອງພວກເຮົາເຮັດອັນຕະລາຍແກ່ເດັກນ້ອຍ​ເກີດໃໝ່, ຂອງພວກເຂົາເພື່ອບໍ່ໃຫ້ເດັກມີຊີ​ວິດ​ລອດ.
\s5
\v 20 ເມື່ອ​ເຖິງເວລາເກີດຂອງໂມເຊ; ທ່ານມີຮູບ​ຮ່າງທີ່ສວຍງາມຢູ່ຕໍ່ພ​ຣະ​ພັກພຣະເຈົ້າ ແລະ ໄດ້ຮັບ​ການ​ລ້ຽງ​ດູຢູ່ໃນເຮືອນຂອງບິ​ດາເປັນເວລາສາມເດືອນ.
\v 21 ເມື່ອ​ທ່ານຖືກນ​ຳ​ມາ​ຖິ້ມ​ໄວ້ຢູ່ນອກເຮືອນ, ລູກສາວຂອງຟາໂຣ​ກໍໄດ້ຮັບມາ​ລ້ຽງ​ ແລະ ເບິ່ງ​ແຍງ​ທ່ານຄ້າຍ​ຄືບຸດຊາຍຂອງຕົນ​ເອງ.
\s5
\v 22 ໂມເຊໄດ້ຮັບການສຶກສາຄວາມຮູ້ທຸກຢ່າງຂອງຊາວເອຢິບ, ແລະທ່ານ​ກໍມີຄວາມສາມາດໃນການເວົ້າ ແລະ ວຽກງານ​ຕ່າງໆ.
\v 23 ແຕ່ເມື່ອທ່ານມີອາຍຸປະມານສີ່ສິບປີ, ທ່ານ​ກໍ​ຄິດຢາກໄປຢ້ຽມຢາມພີ່ນ້ອງຂອງທ່ານ, ທີ່ເປັນເຊື້ອສາຍຄົນອິດສະຣາເອນ.
\v 24 ທ່ານໄດ້ເຫັນຄົນອິດສະຣາເອນຄົນໜຶ່ງຖືກຂົ່ມເຫັງ, ໂມເຊໄດ້ປົກປ້ອງ ແລະ ແກ້ແຄ້ນຄົນທີ່ຂົ່ມເຫັງນັ້ນໂດຍການຂ້າຊາວເອຢິບຄົນ​ນັ້ນເສຍ:
\v 25 ທ່ານຄິດວ່າພີ່ນ້ອງຂອງທ່ານຈະເຂົ້າໃຈວ່າ ພຣະເຈົ້າໄດ້ຊ່ວຍພວກເຂົາດ້ວຍມືຂອງຕົນ, ແຕ່ພວກເຂົາບໍ່ເຂົ້າໃຈໃນ​ເລື່ອງນັ້ນ.
\s5
\v 26 ມື້ຕໍ່ມາໂມເຊໄດ້ມາ​ພົບຄົນ​ອິດສະຣາເອນ ໃນຂະນະທີ່ພວກເຂົາກຳລັງຕໍ່​ສູ້​ກັນຢູ່; ທ່ານ​ຈຶ່ງພະຍາຍາມທີ່ຈະເຮັດໃຫ້ພວກເຂົາຄືນ​ດີ​ກັນ; ທ່ານ​ກ່າວວ່າ, 'ເພື່ອນເອີຍ, ພວກທ່ານເປັນພີ່ນ້ອງກັນ; ເປັນຫຍັງພວກ​ທ່ານຈຶ່ງຕໍ່​ສູ້​ກັນ ແລະ ກັນ?'
\v 27 ແຕ່ຜູ້ທີ່ໄດ້ເຮັດຜິດຕໍ່ເພື່ອນບ້ານໄດ້ຊຸກທ່ານ​ອອກ, ແລະກ່າວວ່າ, 'ໃຜແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ຕັດສິນເໜືອ​ພວກ​ເຮົາ?
\v 28 ທ່ານຢາກຈະຂ້າ ຂ້າ​ນ້ອຍ, ເໝືອນກັບທີ່ທ່ານໄດ້ຂ້າຊາວເອຢີບຄົນ​ນັ້ນໃນມື້ວານນີ້ບໍ?'
\s5
\v 29 ຫລັງຈາກທີ່ໂມເຊໄດ້ຍິນດັ່ງ​ນັ້ນ​ຈຶ່ງ​ໜີ​ໄປ; ແລະເປັນຄົນຕ່າງຊາດຢູ່ໃນດິນແດນມີດີອານ, ທ່ານ​ໄດ້ເປັນບິ​ດາຂອງລູກຊາຍສອງຄົນຢູ່ທີ່ນັ້ນ.
\v 30 ເມື່ອສີ່ສິບປີຜ່ານໄປ, ເທວະດາອົງໜຶ່ງໄດ້ມາປະກົດຕົວຕໍ່ທ່ານເປັນແປວໄຟໃນຟຸ່ມໄມ້, ໃນຖິ່ນທຸ​ລະກັນດານຂອງພູເຂົາຊີນາຍ.
\s5
\v 31 ເມື່ອໂມເຊໄດ້ເຫັນແປວໄຟນັ້ນ, ທ່ານກໍເບິ່ງດ້ວຍ​ຄວາມປະຫລາດໃຈ; ເມື່ອທ່ານ​ເຂົ້າ​ໄປເບິ່ງໃກ້ໆ, ກໍໄດ້ຍິນພ​ຣະສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ກ່າວອອກ​ມາວ່າ,
\v 32 'ເຮົາແມ່ນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ, ແລະຢາໂຄບ.' ໂມເຊກໍຢ້ານຈົນ​ໂຕສັ່ນບໍ່ກ້າທີ່ຈະແນມເບິ່ງ.
\s5
\v 33 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, 'ຈົ່ງ​ປົດເກີບຂອງເຈົ້າອອກ, ເພາະວ່າສະຖານທີ່ເຈົ້າຢືນ​ຢູ່​ນີ້​ເປັນ​ບ່ອນ​ທີ່ບໍຣິສຸດ.
\v 34 ເຮົາໄດ້ເຫັນຄວາມທຸກຍາກລຳບາກຂອງຊົນ​ຊາດຂອງເຮົາທີ່ອາໄສຢູ່ໃນປະ​ເທດເອຢີບແລ້ວ; ເຮົາໄດ້ຍິນສຽງຮ້ອງ​ໂອດ​ຄາງຂອງພວກເຂົາ. ເຮົາຈຶ່ງລົງມາເພື່ອຈະຊ່ວຍພວກເຂົາໃຫ້​ລອດ​ພົ້ນ; ບັດນີ້, ເຮົາຈະໃຊ້​ເຈົ້າໄປ​ທີ່ປະ​ເທດ​ເອຢີບ.'
\s5
\v 35 ໂມເຊຄົນນີ້ແຫລະທີ່ພວກເຂົາເຄີຍປະຕິເສດ, ເມື່ອພວກເຂົາເວົ້າ, 'ໃຜແຕ່ງຕັ້ງທ່ານໃຫ້ເປັນຜູ້ປົກຄອງ ແລະ ຜູ້ຕັດ​ສິນ?'—ທ່ານ​ເປັນ​ຜູ້​ທີ່ພຣະເຈົ້າສົ່ງໄປຊຶ່ງ​ເປັນ​ທັງ​ຜູ້​ປົກ​ຄອງ ແລະ ຜູ້​ປົດ​ປ່ອຍ. ພ​ຣະ​ເຈົ້າ​ຊົງ​ໃຊ້​ທ່ານ​ໄປໂດຍມີເທວະ​ດາອົງໜຶ່ງທີ່ປະກົດຕົວແກ່ໂມເຊໃນພຸ່ມໄມ້.
\v 36 ໂມເຊໄດ້ນຳພວກເຂົາອອກຈາກປະ​ເທດ​ເອຢິບ, ຫລັງຈາກໄດ້ເຮັດການອັດສະຈັນ ແລະ ໝາຍສຳ​ຄັນຕ່າງໆໃນປະເທດເອຢິບ ແລະ ທີ່ທະເລແດງ, ແລະລະ​ຫວ່າງ​ທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານສີ່ສິບປີ.
\v 37 ໂມເຊຄົນ​ດຽວ​ກັນ​ນີ້ ຜູ້ທີ່ກ່າວກັບ​ຊົນຊາດອິດສະຣາເອນວ່າ, 'ພຣະເຈົ້າຈະໃຫ້ຜູ້ທຳນວາຍຜູ້​ໜຶ່ງເກີດມາໃນທ່າມ​ກາງ​ພີ່ນ້ອງຂອງພວກທ່ານ, ເປັນຜູ້​ທຳ​ນ​ວາຍຄືກັນກັບຂ້າ​ພະ​ເຈົ້າ.'
\s5
\v 38 ໂມເຊຜູ້ນີ້ແມ່ນຜູ້ທີ່ຢູ່ໃນການຊຸມນຸມ ໃນຖິ່ນທຸ​ລະກັນດານກັບເທວະ​ດາທີ່ໄດ້ລົມກັບທ່ານເທິງພູເຂົາຊີນາຍ. ຊາຍຄົນນີ້ແຫລະທີ່ຢູ່ກັບບັນພະບຸລຸດຂອງພວກທ່ານ; ຊາຍຄົນນີ້ແຫລະ​ທີ່ໄດ້ຮັບພ​ຣະຄັມອັນ​ຊົງຊີວິດທີ່ມອບໃຫ້ແກ່ພວກທ່ານ.
\v 39 ຊາຍຄົນ​ນີ້​ແຫລະ ທີ່ບັນພະບຸລຸດຂອງຂ້າພະເຈົ້າປະຕິເສດບໍ່ຍອມເຊື່ອຟັງ; ພວກເຂົາໄດ້ຍູ້ທ່ານອອກໄປຈາກທາງຂອງພວກເຂົາ, ແລະໃນໃຈຂອງພວກເຂົາຄິດວ່າຈະກັບໄປທີ່​ປະ​ເທດເອຢິບ.
\v 40 ໃນເວລານັ້ນ ພວກເຂົາເວົ້າກັບອາໂຣນ​ວ່າ, 'ຈົ່ງສ້າງພະເຈົ້າອົງອື່ນໆ ສຳລັບພວກເຮົາ. ເພາະ​ວ່າໂມເຊຜູ້ທີ່ໄດ້ນຳພວກຂ້າ​ພະ​ເຈົ້າອອກມາຈາກປະ​ເທດ​ເອຢິບ, ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ.'
\s5
\v 41 ດັ່ງນັ້ນ ພວກເຂົາຈຶ່ງສ້າງຮູບງົວຂຶ້ນ​ໂຕ​ໜຶ່ງໃນຕອນນັ້ນ ແລະ ໄດ້ນຳເຄື່ອງບູຊາມາຖວາຍຕໍ່​ຮູບ​ເຄົາ​ລົບ​ນັ້ນ, ແລະ ມີຄວາມ​ມ່ວນ​ຊື່ນ​ຍິນ​ດີຈາກຜົນງານທີ່ສ້າງຂຶ້ນມາດ້ວຍມືຂອງພວກເຂົາເອງ.
\v 42 ແຕ່ພຣະຜູ້ເປັນເຈົ້າຫລຽວເຫັນ ແລະປ່ອຍໃຫ້ພວກເຂົາຂາບໄຫວ້ບັນດາດາວເທິງທ້ອງຟ້າ, ຕາມທີ່ມີຄຳຂຽນໄວ້ໃນຫນັງ​ສືຂອງບັນ​ດາ​ຜູ້ທຳ​ນ​ວາຍວ່າ, 'ເຊື້ອສາຍອິດສະຣາເອນເອີຍ, ພວກ​ທ່ານໄດ້ຖວາຍ​ສັດ​ທີ່​ຖືກ​ຂ້າ ແລະ ເຄື່ອງ​ບູ​ຊາເປັນເວລາສີ່ສິບປີໃນຖິ່ນແຫ້ງແລ້ງກັນດານບໍ?
\s5
\v 43 ພວກທ່ານຮັບເອົາຜ້າເຕັ້ນຂອງພະໂມເລັກ ແລະ ດາວຂອງພະເຣຟານ, ແລະ ຮູບປັ້ນຮູບລັກສະນະຕ່າງໆ ທີ່ທ່ານໄດ້ເຮັດຂຶ້ນເພື່ອກາບ​ໄຫວ້ເຄົາລົບຮູບເຫລົ່ານັ້ນ: ດັ່ງນັ້ນ ເຮົາຈະກວາດພວກທ່ານໄປທີ່ບາບີໂລນ.'
\s5
\v 44 ບັນພະບຸລຸດຂອງພວກເຮົາມີຫໍ​ເຕັນ​ແຫ່ງພະຍານຢູ່ໃນຖິ່ນແຫ້ງແລ້ງກັນດານ. ຕາມທີ່ພຣະເຈົ້າໄດ້ຊົງບັນຊາໄວ້, ເມື່ອພຣະ​ອົງ​ກ່າວກັບໂມເຊ, ໃຫ້​ທ່ານເຮັດ​ຫໍເຕັນຕາມແບບ​ທີ່​ທ່ານໄດ້ເຫັນ.
\v 45 ຫໍເຕັນນີ້ທີ່ບັນພະບຸລຸດຂອງພວກເຮົາຂົນຍ້າຍຕາມໂຢຊວຍ, ໄປຍັງດິນແດນ ພາຍຫລັງເຂົ້າຍຶດຄອງເອົາແຜ່ນດິນຂອງປະ​ຊາຊົນທີ່ພຣະເຈົ້າໄດ້ຂັບໄລ່ໃຫ້​ອອກໄປ ຂະນະທີ່ພວກເຂົາບຸກຫນ້າເຂົ້າໄປ. ຫໍເຕັນນີ້ກໍຍັງຄົງຢູ່ມາຮອດສະ​ໄໝຂອງດາວິດ,
\v 46 ຜູ້ທີ່ໄດ້ຮັບຄວາມເຫັນດີ​ໃນ​ສາຍ​ຕາ​ຂອງພຣະເຈົ້າ ທ່ານໄດ້ຂໍໃຫ້ພຣະເຈົ້າອະນຸຍາດໃຫ້ສ້າງເຮືອນສຳລັບພຣະເຈົ້າຂອງຢາໂຄບ.
\s5
\v 47 ແຕ່ຊາໂລໂມນໄດ້ສ້າງ​ພຣະ​ວິຫານຂອງພຣະເຈົ້າ.
\v 48 ເຖິງຢ່າງໃດກໍ່ຕາມ, ອົງຜູ້ສູງສຸດກໍບໍ່ໄດ້ອາ​ໄສຢູ່ໃນພຣະວິຫານທີ່ສ້າງດ້ວຍມືຂອງມະນຸດ, ຕາມທີ່ຜູ້​ທຳ​ນ​ວາຍໄດ້ກ່າວໄວ້ວ່າ,
\v 49 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, 'ສະຫວັນແມ່ນບ່ອນຢູ່ອາໄສຂອງເຮົາ, ໂລກແມ່ນບ່ອນທີ່ຮອງ​ຕີນຂອງເຮົາ. ພວກ​ເຈົ້າຈະສ້າງພຣະວີຫານແບບໃດໃຫ້ກັບເຮົາ? ຫລື ສະ​ຖານ​ທີ່ໃດຈະເປັນບ່ອນຢູ່ອາໄສຂອງເຮົາ?
\v 50 ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?'
\s5
\v 51 ທ່ານ​ພວກ​ຜູ້ທີ່ດື້ດ້ານ ໃຈແຂງກະດ້າງ ແລະ ຫູ​ຕຶງ, ພວກທ່ານຂັດ​ຂວາງພຣະວິນຍານບໍຣິສຸດເຈົ້າ​ຢູ່ສະເໝີ; ທ່ານໄດ້ເຮັດຄືກັບທີ່ບັນພະບຸລຸດຂອງພວກທ່ານໄດ້ເຮັດ.
\v 52 ມີຜູ້​ທຳ​ນ​ວາຍຄົນໃດແດ່ທີ່ບັນພະບຸລຸດຂອງທ່ານບໍ່ໄດ້ຂົ່ມເຫັງ? ພວກເຂົາໄດ້ຂ້າບັນ​ດາ​ຜູ້​ທຳ​ນ​ວາຍ ທີ່ທຳນວາຍເຖິງການສະ​ເດັດມາຂອງ​ຜູ້ຊອບທຳ; ແລະບັດນີ້ ພວກທ່ານກໍເປັນຄົນທໍລະຍົດ ແລະ ຄາດຕະກອນ​ຕໍ່​ພ​ຣະ​ອົງ​ດ້ວຍ,
\v 53 ພວກທ່ານທີ່ໄດ້ຮັບຄຳສັ່ງຈາກເຫລົ່າ​ເທວະ​ດາ, ແຕ່ບໍ່ໄດ້ປະຕິບັດຕາມຄຳສັ່ງນັ້ນ."
\s5
\v 54 ເມື່ອພວກ​ຊະ​ມາ​ສິກສະພາໄດ້ຍິນແນວນັ້ນ, ພວກເຂົາກໍ​ມີ​ຄວາມຄຽດແຄ້ນແໜ້ນ​ໃຈຫລາຍ, ແລະ ກັດແຂ້ວຂອງ​ຕົນ​ໃສ່ຊະເຕຟາໂນ.
\v 55 ແຕ່ຊະເຕຟາໂນເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ, ຫລຽວເບິ່ງ​ທີ່ຟ້າສະ​ຫວັນ ແລະ ເຫັນລັດສະໝີຂອງພຣະເຈົ້າ; ແລະທ່ານໄດ້ເຫັນພຣະເຢຊູຄ​ຣິດ​ເຈົ້າ​ຊົງຢືນຢູ່ເບື້ອງຂວາພຣະ​ຫັດຂອງພຣະເຈົ້າ.
\v 56 ຊະເຕຟາໂນກ່າວວ່າ, "ເບິ່ງເຖີດ, ຂ້າ​ພະ​ເຈົ້າເຫັນທ້ອງຟ້າເປີດອອກ, ແລະບຸດມະນຸດຊົງຢືນຢູ່ເບື້ອງຂວາພຣະ​ຫັດຂອງພຣະເຈົ້າ."
\s5
\v 57 ແຕ່ພວກສະມາຊິກສະພາໄດ້ຮ້ອງອອກມາຢ່າງແຮງ, ແລະອັດຫູຂອງພວກເຂົາ, ແລ້ວ​ພາ​ກັນ​ແລ່ນ​ເຂົ້າ​ໄປ​ຫາທ່ານ.
\v 58 ພວກເຂົາຂັບໄລ່ທ່ານອອກໄປຈາກເມືອງນັ້ນແລ້ວເອົາກ້ອນ​ຫີນແກ່ວງໃສ່ທ່ານ, ພວກ​ຄົນທີ່ເຫັນເຫດການນັ້ນ​ໄດ້​ວາງເຄື່ອງນຸ່ງຂອງພວກເຂົາໄວ້​ທີ່ຕີນຂອງຊາຍໜຸ່ມຄົນ​ໜຶ່ງ​ທີ່ຊື່ວ່າ ໂຊໂລ.
\s5
\v 59 ໃນຂະນະທີ່ພວກເຂົາແກວ່ງກ້ອນຫີນໃສ່ຊະເຕຟາໂນ, ທ່ານກໍ​ຍັງຮ້ອງທູນຕໍ່ອົງພຣະຜູ້ເປັນເຈົ້າວ່າ, "ອົງພຣະເຢຊູຄ​ຣິດ​ເຈົ້າ, ຂໍຊົງຮັບເອົາວິນຍານຂອງຂ້າພະ​ອົງ."
\v 60 ທ່ານຄຸເຄົ່າລົງ ແລະ ຮ້ອງສຽງ​ດັງວ່າ, "ພຣະຜູ້ເປັນເຈົ້າ, ຂໍຢ່າ​ຊົງ​ຖືໂທດບາບຕໍ່ພວກເຂົາເລີຍ." ເມື່ອທ່ານກ່າວດັ່ງ​ນີ້ແລ້ວ, ທ່ານ​ກໍລ່ວງຫລັບ​ໄປ.
\s5
\c 8
\cl ບົດ​ທີ 8
\p
\v 1 ໂຊ​ໂລເຫັນດີກັບການຕາຍຂອງຊະເຕຟາໂນ. ໃນມື້ນັ້ນກໍ​ເກີດການຂົ່ມເຫັງຄ​ຣິ​ສ​ຕະ​ຈັກຢ່າງໃຫຍ່ຫລວງໃນນະ​ຄອນ ເຢຣູຊາເລັມ; ບັນ​ດາຜູ້ທີ່ເຊື່ອກໍກະຈັກກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ, ຍົກເວັ້ນພວກອັກຄະສາວົກ.
\v 2 ບັນ​ດາຄົນທີ່ຢຳ​ເກງພຣະເຈົ້າກໍຝັງສົບ​ຂອງຊະ​ເຕ​ຟາ​ໂນ ແລະ ຮ້ອງໄຫ້ເສຍ​ໃຈເຖິງ​ທ່ານ​​ຫລາຍ.
\v 3 ແຕ່ໂຊໂລໄດ້ໂຈມຕີຄ​ຣິ​ສ​ຕະ​ຈັກຢ່າງຫນັກ; ທ່ານ​ໄດ້ເຂົ້າໄປຕາມເຮືອນ ແລະ ລາກເອົາຜູ້ຊາຍແລະຜູ້ຍິງອອກມາ, ແລ້ວ​ເອົາພວກເຂົາໄປ​ຂັງ​ໄວ້ໃນຄຸກ.
\s5
\v 4 ຜູ້ທີ່ເຊື່ອທີ່ກະຈັດກະຈາຍໄປ​ ກໍອອກໄປປະກາດພຣະທັມຂອງພຣະເຈົ້າ.
\v 5 ຟີລິບໄດ້ລົງໄປທີ່ເມືອງໜຶ່ງ​ຂອງແຂວງ ຊາມາເຣຍ ແລະປະກາດພຣະຄຣິດໃຫ້ພວກເຂົາ.
\s5
\v 6 ເມື່ອຝູງຊົນໄດ້ຍິນ ແລະໄດ້ເຫັນການອັດສະຈັນ ແລະໝາຍສຳ​ຄັນທີ່ຟີລິບໄດ້ເຮັດ, ພວກເຂົາກໍ​ພາ​ກັນສົນໃຈຟັງຖ້​ອຍຄຳທີ່ທ່ານສອນ.
\v 7 ເພາະໃນຄົນຫລວງຫລາຍນັ້ນ, ມີຜີຊົ່ວ​ຮ້າຍທີ່ຮ້ອງ​ສຽງ​ດັງອອກມາຈາກພວກເຂົາ, ຄົນທີ່ເປັນອຳມະພາດ ແລະ ຄົນເປັ້ຍ​ກໍໄດ້ຮັບການຮັກສາໃຫ້​ຫາຍ​ດີ.
\v 8 ຈຶ່ງ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີທີ່ສຸດໃນເມືອງນັ້ນ.
\s5
\v 9 ມີຊາຍຄົນໜຶ່ງໃນເມືອງນັ້ນຊື່ວ່າ ຊີໂມນ, ທີ່ເປັນຄົນໃຊ້​ເວດ​ມົນ​ຄາ​ຖາ​ມາກ່ອນ, ລາວເຄີຍເຮັດ​ໃຫ້ຊາວຊາມາເຣຍຫລົງ​ໄຫລ, ເມື່ອລາວຍົກຕົວເອງໃຫ້ເປັນຜູ້ວິ​ເສດ.
\v 10 ຊາວຊາມາເຣຍທຸກໆຄົນ, ຕັ້ງແຕ່ຄົນນ້ອຍທີ່​ສຸດຈົນເຖິງໃຫຍ່ທີ່ສຸດ, ຕ່າງ​ກໍສົນໃຈທີ່ຈະຟັງລາວ; ພວກເຂົາກ່າວວ່າ, "ຊາຍຄົນນີ້ມີ​ຣິດອຳນາດຂອງພຣະເຈົ້າ ຊຶ່ງຄົນເອີ້ນວ່າຣິດ​ອຳ​ນາດສູງສຸດ."
\v 11 ພວກເຂົາຟັງຊີໂມນ, ເພາະວ່າລາວເຮັດໃຫ້ຄົນເຫລົ່ານັ້ນ​ຫລົງ​ໄຫລ​ກັບເວດ​ມົນຂອງລາວມາດົນນານແລ້ວ.
\s5
\v 12 ແຕ່ເມື່ອພວກເຂົາເຊື່ອໃນຂ່າວປະເສີດທີ່ຟີລິບໄດ້ປະກາດ ກ່ຽວກັບຣາ​ຊອານາຈັກຂອງພຣະເຈົ້າ ແລະ ນາມຊື່ຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍຮັບບັບຕິສະມາ, ທັງຊາຍ ແລະ ຍິງ.
\v 13 ເຖິງແມ່ນຊີໂມນເອງກໍເຊື່ອເຊັ່ນກັນ, ຫລັງຈາກທີ່ລາວໄດ້ຮັບບັບຕິສະມາແລ້ວ, ລາວກໍ​ຍັງ​ຢູ່​ກັບຟິ​ລິບຕໍ່ໄປ. ເມື່ອລາວເຫັນໝາຍສຳ​ຄັນ ແລະ ການອັດສະຈັນທີ່ເກີດຂຶ້ນ, ລາວກໍປະຫລາດໃຈ.
\s5
\v 14 ແຕ່​ເມື່ອພວກອັກຄະສາວົກໃນນະ​ຄອນ ເຢຣູຊາເລັມໄດ້ຍິນວ່າຊາວຊາມາເຣຍໄດ້ຮັບເອົາພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງສົ່ງເປໂຕກັບໂຢຮັນໄປ.
\v 15 ເມື່ອເປໂຕກັບໂຢຮັນມາຮອດ, ພວກທ່ານ​ກໍອະທິຖານເພື່ອພວກເຂົາ, ທີ່ພວກເຂົາຈະໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.
\v 16 ເພາະວ່າຈົນຮອດ​ຕອນນັ້ນ, ພຣະວິນຍານບໍຣິສຸດເຈົ້າຍັງບໍ່ໄດ້ສະ​ເດັດລົງມາຢູ່ກັບ​ຜູ້ໃດເລີຍ; ພວກທ່ານພຽງແຕ່ໄດ້ຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູຄຣິດເຈົ້າເທົ່າ​ນັ້ນ.
\v 17 ແລ້ວເປໂຕກັບໂຢຮັນຈຶ່ງວາງມືໃສ່ພວກເຂົາ, ພວກທ່ານກໍໄດ້ຮັບພຣະວິນຍານບໍຣິສຸດເຈົ້າ.
\s5
\v 18 ເມື່ອຊີໂມນເຫັນວ່າພວກເຂົາໄດ້ຮັບພຣະວິນຍານບໍຣິສຸດເຈົ້າໂດຍການວາງມືຂອງພວກອັກຄະສາວົກ, ລາວຈຶ່ງ​ນຳເອົາເງີນມາໃຫ້ພວກທ່ານ.
\v 19 ແລະຊົງກ່າວວ່າ, "ຂໍຣິດອຳນາດນີ້ໃຫ້ຂ້າ​ພະ​ເຈົ້າ, ເໝືອນ​ກັນ, ເພື່ອວ່າຜູ້ໃດກໍ​ຕາມທີ່ຂ​້າ​ພະ​ເຈົ້າວາງມືຈະໄດ້ຮັບພຣະວິນຍານບໍຣິສຸດ."
\s5
\v 20 ເປໂຕໄດ້ກ່າວກັບລາວວ່າ, "ຂໍໃຫ້ເງິນຂອງທ່ານຈິບຫາຍໄປພ້ອ​ມກັບທ່ານ, ເພາະວ່າທ່ານຄິດວ່າຈະຊື້ຂອງປະ​ທານຈາກພຣະເຈົ້າດ້ວຍເງິນ.
\v 21 ທ່ານບໍ່ມີຮ່ວມໃນພັນທະກິດໃດໆ, ເພາະຈິດໃຈຂອງທ່ານບໍ່ສັດຊື່ຕໍ່ພຣະເຈົ້າ.
\v 22 ເພາະສະນັ້ນ ຈົ່ງກັບໃຈຈາກຄວາມຊົ່ວຮ້າຍຂອງທ່ານ ແລະອະທິຖານຕໍ່​ອົງພຣະຜູ້ເປັນເຈົ້າ, ເພື່ອວ່າພ​ຣະ​ອົງອາດຈະຍົກ​ໂທດໃຫ້ກັບເຈົ້າໃນ ສິ່ງທີ່ຢູ່ໃນໃຈຂອງທ່ານ.
\v 23 ເພາະວ່າຂ້າ​ພະ​ເຈົ້າເຫັນທ່ານຢູ່ໃນອັນຕະລາຍຂອງຄວາມຂົມຂື່ນ ແລະ ໃນ​ການເປັນທາດຂອງຄວາມບາບ."
\s5
\v 24 ຊີໂມນຕອບວ່າ, "ຂໍໃຫ້ພວກ​ທ່ານອະທິຖານຫາອົງພຣະຜູ້ເປັນເຈົ້າເພື່ອຂ້າ​ພະ​ເຈົ້າ​ດ້ວຍ, ເພື່ອວ່າສິ່ງທີ່ທ່ານກ່າວຈະບໍ່ເກີດຂື້ນກັບຂ້າ​ພະ​ເຈົ້າເລີຍ."
\s5
\v 25 ເມື່ອເປໂຕກັບໂຢຮັນເປັນພະຍານ ແລະ ປະກາດພຣະທັມຂອງອົງພຣະຜູ້ເປັນເຈົ້າແລ້​ວ, ພວກທ່ານກໍກັບໄປນະ​ຄອນ ເຢຣູຊາເລັມ, ໃນຂະນະທີ່ໄປຕາມທາງພວກ​ທ່ານໄດ້ປະກາດຂ່າວປະເສີດກັບຫລາຍໝູ່ບ້ານຂອງຊາວຊາມາເຣຍຫລາຍແຫ່ງ.
\s5
\v 26 ເທວະດາອົງ​ໜຶ່ງຂອງອົງພຣະຜູ້ເປັນເຈົ້າກ່າວກັບຟີລິບວ່າ, "ຈົ່ງລຸກຂຶ້ນໄປທາງທິດໃຕ້ ຕາມເສັ້ນທາງທີ່ລົງຈາກນະ​ຄອນ ເຢຣູຊາເລັມໄປເຂດກາຊາ." (ເສັ້ນ​ທາງ​ນີ້ຢູ່ໃນຖິ່ນທຸລະກັນດານ.) ທ່ານ​ກໍລຸກຂຶ້ນໄປ.
\v 27 ນີ້ແຫລະ, ​ມີ​ຊາຍ​ຄົນ​ໜຶ່ງ​ມາ​ຈາກເອທີໂອເປຍ, ຊຶ່ງ​ເປັນ​ຂັນ​ທີ​ທີ່​ເປັນຂ້າຣາຊການຂອງ​ພ​ະ​ນາງ ກັນເດກາ, ພະຣາຊິນີແຫ່ງເອທິໂອເປຍ. ທ່ານ​ເປັນ​ນາຍ​ຄັງຊັບສົມບັດທັງຫມົດຂອງພະຣາຊິນີອົງ​ນັ້ນ. ທ່ານມານະມັດສະການໃນນະ​ຄອນ ເຢຣູຊາເລັມ.
\v 28 ຂະນະທີ່ທ່ານກຳລັງເດີນທາງກັບ ແລະນັ່ງຢູ່ໃນລົດມ້າ, ແລະກຳລັງອ່ານໜັງ​ສືເອຊາຢາຜູ​້​ທຳ​ນ​ວາຍ​ຢູ່.
\s5
\v 29 ພຣະວິນຍານບໍ​ຣິ​ສຸດ​ເຈົ້າໄດ້ກ່າວກັບຟີລິບວ່າ, "ຈົ່ງເຂົ້າໄປ ແລະ​ຢູ່ໃກ້ລົດມ້າ​ຄັນ​ນັ້ນ."
\v 30 ຟີລິບຈຶ່ງແລ່ນໄປຫາທ່ານ, ແລະໄດ້ຍິນທ່ານ​ກຳ​ລັງອ່ານໜັງ​ສືເອຊາຢາ, ແລະຖາມວ່າ, "ທ່ານເຂົ້າໃຈສິ່ງທີ່ທ່ານກຳລັງອ່ານຢູ່ຫລືບໍ?"
\v 31 ຊາວເອທິໂອເປຍຄົນ​ນັ້ນຕອບວ່າ, "ຂ້າ​ພະ​ເຈົ້າຈະເຂົ້າໃຈໄດ້ແນວໃດ, ເວັ້ນເສຍແຕ່ວ່າມີຄົນແນະນຳຂ້າ​ພະ​ເຈົ້າ?" ທ່ານໄດ້ຂໍຮ້ອງໃຫ້ຟີລິບຂຶ້ນມາ​ເທິງລົດມ້ານັ້ນແລະນັ່ງກັບທ່ານ.
\s5
\v 32 ພ​ຣະ​ຄຳ​ພີ​ຕອນທີ່ຊາວເອທິໂອເປຍອ່ານຢູ່​ນັ້ນເປັນ​ຂໍ້​ຄວາມ​ເຫລົ່າ​ນີ້, "ທ່ານຖືກນຳຕົວເປັນຄື​ກັບແກະເພື່ອເອົ​າ​ໄປຂ້າ, ແລະເໝືອນລູກແກະທີ່ມິດງຽບຢູ່ຕໍ່ໜ້າຜູ້ຕັດ​ຂົນ​ຂອງມັນສັນໃດ, ທ່ານບໍ່ໄດ້ເປີດປາກຂອງທ່ານເລີຍສັນນັ້ນ.
\v 33 ໃນເວລາທີ່ຖືກດູ​ຖູກ ທ່ານບໍ່ໄດ້ຮັບຄວາມຍຸດຕິທຳ. ຜູ້ໃດໜໍຈະເລົ່າເຖິງ​ເຊື້ອ​ສາຍຂອງທ່ານ? ເພາະວ່າຊີວິດຂອງທ່ານໄດ້ຖືກເອົາໄປຈາກແຜ່ນດິນໂລກ."
\s5
\v 34 ດັ່ງນັ້ນ ຂັນ​ທີ​ຈຶ່ງຖາມຟີລິບວ່າ, "ຂ້າ​ພະ​ເຈົ້າຂໍຖາມທ່ານ, ໃຜຄື​ຜູ້​ທີ່​ທຳ​ນ​ວາຍ​ທີ່ກ່າວເຖິງ, ຕົວທ່ານເອງ, ຫລືຜູ້ອື່ນ?"
\v 35 ຟີລິບຈຶ່ງເລີ່ມເລົ່າເລື່ອງໃຫ້ຟັງ, ເລີ່ມຕົ້ນດ້ວຍຂໍ້ພ​ຣະຄຳ​ພີ​ຕອນນີ້ໃນເອຊາຢາເພື່ອປະກາດເລື່ອງພຣະເຢຊູຄ​ຣິດ​ເຈົ້າກັບ​ຂັນທີຄົນ​ນັ້ນ.
\s5
\v 36 ໃນຂະນະທີ່ພວກທ່ານເດີນທາງໄປຕາມເສັ້ນທາງ, ພວກທ່ານ​ກໍມາຮອດສະຖານທີ່ມີນ້ຳ ຂັນ​ທີ​ຈຶ່ງກ່າວວ່າ, "ເບິ່ງແມ, ທີ່ນີ້ມີນ້ຳ, ມີສິ່ງໃດທີ່ກີດຂວາງບໍ່​ໃຫ້ຂ້າ​ພະ​ເຈົ້າຮັບບັບຕິສະມາ?"
\v 37 "ຟິ​ລິບ​ຈຶ່ງ​ຕອບ​ວ່າ, "ຖ້າທ່ານເຊື່ອດ້ວຍສຸດໃຈ, ທ່ານກໍ​ສາ​ມາດຮັບບັບຕິສະມາໄດ້." ຄົນເອທິໂອເປຍຈຶ່ງຕອບວ່າ, "ຂ້າ​ພະ​ເຈົ້າເຊື່ອວ່າພຣະເຢຊູຄຣິດເຈົ້າ ​ຊົງເປັນພຣະບຸດຂອງພຣະເຈົ້າ."
\v 38 ດັ່ງນັ້ນ ຄົນເອທິໂອເປຍຄົ​ນ​ນັ້ນຈຶ່ງໄດ້ສັ່ງໃຫ້ຢຸດລົດ. ພວກເຂົາກໍໄດ້ລົງໄປໃນນ້ຳ, ທັງຟີລິບກັບ​ຂັນ​ທີ, ແລະຟິ​ລິບ​ກໍ​ໃຫ້ທ່ານຮັບບັບຕິສະມາ.
\s5
\v 39 ເມື່ອພວກທ່ານຂຶ້ນມາຈາກນ້ຳແລ້ວ, ພຣະວິນຍານບໍ​ຣິ​ສຸດ​ເຈົ້າຂອງອົງພຣະຜູ້ເປັນເຈົ້າ ຊົງ​ຮັບເອົາຟີ​ລິບ​ໄປ, ຂັນ​ທີຄົນນັ້ນກໍບໍ່ໄດ້ເຫັນທ່ານອີກເລີຍ, ລາວຈຶ່ງເດີນທາງຕໍ່​ໄປດ້ວຍຄວາມຍິນ​ດີ.
\v 40 ແຕ່ວ່າຟີລິບປະກົດຕົວຢູ່ທີ່ເມືອງ ອາໂຊໂຕ ທ່ານຜ່ານເມືອງນັ້ນໄປ, ແລະປະກາດຂ່າວ​ປະ​ເສີດທົ່ວທຸກເມືອງ ຈົນກວ່າທ່ານມາຮອດເມືອງ ກາຍຊາເຣຍ.
\s5
\c 9
\cl ບົດ​ທີ 9
\p
\v 1 ໂຊໂລ, ຍັງຂູ່ເຂັນວ່າຈະຂ້າ​ບັນ​ດາສາວົກຂອງອົງພຣະຜູ້ເປັນເຈົ້າ, ແລະໄປຫາມະຫາປະໂລຫິດ
\v 2 ເພື່ອຂໍໜັງສືໄປທີ່ໂຮງທຳມະ​ສາ​ລາຕ່າງໆໃນເມືອງ ດາມັສກັດ, ເພື່ອວ່າໃນເວລາທີ່ທ່ານເຫັນຜູ້ໃດທີ່ເປັນພວກ​ທາງນັ້ນ, ບໍ່ວ່າຈະເປັນຊາຍຫລືຍີງ, ທ່ານຈະມັດແລ​້ວພາມາ​ທີ່ນະ​ຄອນ ເຢຣູຊາເລັມ.
\s5
\v 3 ໃນຂະນະທີ່ໂຊ​ໂລກຳລັງເດີນທາງໄປເມືອງດາມັສກັດ, ທັນໃດນັ້ນ ກໍເກີດມີແສງສະຫວ່າງສ່ອງມາ​ຈາກ​ຟ້າສະຫວັນ; ມາອ້ອມຮອບຕົວ​ທ່ານ,
\v 4 ທ່ານ​ກໍລົ້ມລົງທີ່ພື້ນດິນ ແລະໄດ້ຍິນພ​ຣະ​ສຸ​ລະສຽງກ່າວວ່າ, "ໂຊໂລ, ໂຊໂລເອີ໋ຍ, ເປັນຫຍັງທ່ານຈຶ່ງຂົ່ມເຫັງເຮົາ?"
\s5
\v 5 ໂຊ​ໂລ​ຈຶ່ງຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ພ​ຣະ​ອົງ​ຊົງແມ່ນຜູ້​ໃດ? "ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ, "ເຮົາແມ່ນພຣະເຢຊູຄ​ຣິດ​ເຈົ້າ ຜູ້ທີ່ທ່ານຂົ່ມເຫັງນັ້ນແຫລະ;
\v 6 ຈົ່ງລຸກຂຶ້ນເຖີດ, ແລະເຂົ້າໄປໃນເມືອງ, ແລ້ວຈະ​ມີຄົນບອກທ່ານວ່າ ທ່ານຄວນເຮັດແນວໃດ."
\v 7 ພວກຄົນທີ່ເດີນທາງມາກັບໂຊໂລກໍ​ຢືນ​ຂຶ້ນບໍ່ສາມາດເວົ້າໄດ້, ໄດ້ຍິນແຕ່ພ​ຣະ​ສຸ​ລະສຽງເທົ່ານັ້ນ, ແຕ່ບໍ່ເຫັນໃຜ.
\s5
\v 8 ໂຊໂລ​ຈຶ່ງລຸກຂຶ້ນຈາກພື້ນ, ເມື່ອທ່ານມືນຕາຂຶ້ນ, ທ່ານ​ກໍເບິ່ງບໍ່ເຫັນຫຍັງເລີຍ; ພວກເຂົາຈຶ່ງຈູງມືທ່ານ ແລະພາ​ເຂົ້າໄປໃນເມືອງ ດາມັສກັດ.
\v 9 ທ່ານ​ກໍເບິ່ງບໍ່ເຫັນເປັນເວລາສາມມື້, ແລະບໍ່​ໄດ້​ກິນອາ​ຫານ ຫລື ດື່ມອັນ​ໃດເລີຍ.
\s5
\v 10 ມີສາວົກຄົນໜຶ່ງທີ່ຢູ່ເມືອງ ດາມັສກັດ ຊື່ວ່າອານາເນຍ. ອົງພຣະຜູ້ເປັນເຈົ້າກ່າວກັບທ່ານຜ່ານນິມິດວ່າ, "ອານາເນຍເອີຍ!" ແລະທ່ານຕອບວ່າ, "ຂ້າແດ່ອົງພຣະເຈົ້າ, ຂ້ານ້ອຍ​ຢູ່​ທີ່​ນີ້."
\v 11 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານວ່າ, "ຈົ່ງລຸກຂຶ້ນ, ແລ້ວໄປທາງຖະ​ໜົນ​ທີ່ເອີ້ນວ່າຖະ​ໜົນຊື່, ແລະ ໄປທີ່ເຮືອນຂອງຢູດາ ຖາມຫາຊາຍຄົນ​ໜຶ່ງຈາກເມືອງ ຕາໂຊ ທີ່ຊື່ວ່າ ໂຊ​ໂລ, ເພາະວ່າ​ລາວກຳລັງອະທິຖານຢູ່.
\v 12 ແລະລາວໄດ້ເຫັນໃນນິມິດຂອງລາວວ່າ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເຂົ້າມາແລະວາງມືໃສ່ໂຕ​ລາວ, ເພື່ອທີ່ລາວຈະເບິ່ງເຫັນໄດ້ອີກ."
\s5
\v 13 ແຕ່ອານາເນຍຕອບວ່າ, "ອົງພຣະຜູ້ເປັນເຈົ້າ, ຂ້າ​ນ້ອຍໄດ້ຍິນຈາກຫລາຍຄົນກ່ຽວກັບຊາຍຄົນນີ້, ລາວໄດ້ໂຈມຕີຜູ້ບໍຣິສຸດຂອງພ​ຣະ​ອົງໃນນະ​ຄອນ ເຢຣູຊາເລັມ.
\v 14 ລາວໄດ້ຮັບອຳນາດຈາກພວກຫົວຫນ້າປະໂລຫິດ​ທີ່ຈະຈັບກຸມຜູ້ໃດກໍ​ຕາມທີ່ນີ້ຜູ້ທີ່ອອກນາມຊື່ຂອງພ​ຣະ​ອົງ."
\v 15 ອົງ​ພ​ຣະ​ຜູ້​ເປັນ​ເຈົ້າກ່າວ​ກັບ​ທ່ານ​ວ່າ, "ຈົ່ງ​ໄປ​ເຖີດ, ເພາະ​ເຂົາ​ເປັນ​ພາ​ຊະ​ນະ​ທີ່​ເຮົາ​ເລືອກ​ໄວ້, ​ທີ່​ຈະ​ນຳນາມຊື່ຂອງເຮົາໄປເຖິງ​ບັ​ນ​ດາ​ຄົນຕ່າງຊາດ ແລະ ບັນ​ດາກະສັດ ແລະ ລູກ​ຫລານຂອງຊາວອິດສະຣາເອນ;
\v 16 ເພາະວ່າເຮົາຈະ​ໂຜດໃຫ້ລາວເຫັນວ່າລາວຕ້ອງທົນທຸກລຳ​ບາກເທົ່າໃດເພື່ອ​ນາມຊື່ຂອງເຮົາ."
\s5
\v 17 ອານາເນຍຈຶ່ງອອກເດີນທາງໄປ, ແລະເຂົ້າໄປໃນເຮືອນນັ້ນ. ລາວວາງມືໃສ່ໂຕ​ໂຊ​ໂລ, ໂດຍກ່າວວ່າ, "ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າ, ຜູ້ທີ່ປະກົດຕົວຕໍ່ທ່ານລະ​ຫວ່າງເສັ້ນທາງທີ່​ທ່ານ​ມາ​ນັ້ນ, ໄດ້ສົ່ງຂ້າ​ພະ​ເຈົ້າມາເພື່ອເຮັດໃຫ້ທ່ານເບິ່ງເຫັນອີກຄັ້ງ ແລະ ໄດ້​ຮັບ​ການເຕັມລົ້ນດ້ວຍພຣະວິນຍານບໍຣິສຸດ."
\v 18 ໃນທັນໃດ​ນັ້ນ ມີບາງສິ່ງຄືກັບເກັດຕົກລົງ​ມາຈາກຕາຂອງໂຊໂລ, ແລ້ວ​ທ່ານກໍສາມາດເບິ່ງເຫັນ​ໄດ້; ທ່ານ​ຈຶ່ງລຸກຂຶ້ນແລະຮັບບັບຕິສະມາ;
\v 19 ທ່ານກໍ​ກິນອາ​ຫານແລ້ວ​ກໍແຂງແຮງ​ຂຶ້ນ. ທ່ານອາ​ໄສ​ຢູ່ກັບພວກສາວົກຢູ່ເມືອງ ດາມັສກັດ ເປັນ​ເວລາຫລາຍມື້.
\s5
\v 20 ທ່ານ​ໄດ້ປະກາດໃນທຳມະສາລາທັນ​ທີ​ວ່າ, ພຣະເຢຊູຄ​ຣິດ​ເຈົ້າ​ຄືພຣະບຸດຂອງພຣະເຈົ້າ.
\v 21 ທຸກຄົນທີ່ໄດ້ຍິນທ່ານ​ກໍປະຫລາດໃຈ ແລະ ເວົ້າກັນວ່າ, "ຜູ້ນີ້ບໍ່ແມ່ນ​ບໍ​ ທີ່ໂຈມຕີຜູ້ຄົນ​ໃນ​ນະ​ຄ​ອນ ເຢຣູຊາເລັມຜູ້ທີ່ອອກນາມຊື່ນີ້? ແລະທ່ານມາທີ່ນີ້ເພື່ອຈະຈັບພວກນັ້ນ​ມັດແລ້ວສົ່ງໃຫ້ພວກຫົວ​ໜ້າປະໂລຫິດ."
\v 22 ແຕ່ໂຊໂລກໍ​ຍິ່ງເຂັ້ມແຂງຫລາຍຂຶ້ນ, ແລະທ່ານເຮັດໃຫ້ພວກຢິວໃນຢູ່ເມືອງດາມັສກັດລຳ​ບາກ​ໃຈ ໂດຍການພິສູດວ່າພຣະເຢຊູຄຣິດ​ເຈົ້າ ຄືພຣະຄຣິດເຈົ້າ.
\s5
\v 23 ຫລາຍມື້ຕໍ່ມາ, ຊາວຢິວກໍ​ວາງແຜນກັນຈະຂ້າໂຊໂລ.
\v 24 ແຕ່ວ່າແຜນການຂອງພວກເຂົາຮູ້ໄປຮອດຫູຂອງໂຊໂລ. ພວກເຂົາເຝົ້າລໍ​ຖ້າຢູ່ທີ່ປະຕູເມືອງທັງກາງເວັນ ແລະ ກາງຄືນ ເພື່ອທີ່ຈະຂ້າທ່ານ.
\v 25 ແຕ່ພວກສາວົກໄດ້​ເອົ​າ​ໂຊ​ໂລ​ນັ່ງຢູ່ໃນກະຕ່າ. ແລະໄດ້ຢ່ອນ​ທ່ານລົງ​ໄປຈາກກຳແພງເມືອງໃນຕອນກາງຄືນ.
\s5
\v 26 ເມື່ອໂຊໂລມາຮອດນະ​ຄອນ ເຢຣູຊາເລັມ, ທ່ານ​ກໍພະຍາຍາມທີ່​ຈະເຂົ້າຮ່ວມກັບພວກສາວົກ, ແຕ່ພວກເຂົາທຸກຄົນຢ້ານທ່ານ, ບໍ່ເຊື່ອວ່າທ່ານເປັນສາວົກ.
\v 27 ແຕ່ບາຣະນາບາໄດ້ພາທ່ານໄປຫາພວກອັກຄະສາວົກ, ແລະ ບາຣະນາບາໄດ້ບອກພວກເຂົາວ່າ ໂຊໂລໄດ້ພົບກັບອົງພຣະຜູ້ເປັນເຈົ້າລະ​ຫວ່າງທາງ ແລະອົງພຣະຜູ້ເປັນເຈົ້າໄດ້ກ່າວກັບທ່ານຢ່າງໃດ, ແລະ​ໂຊ​ໂລໄດ້ປະກາດຢ່າງໃຈກ້າຫານໃນນາມຊື່ຂອງພຣະເຢຊູຄ​ຣິດ​ເຈົ້າໃນເມືອງດາມັສກັດ.
\s5
\v 28 ໂຊໂລຈຶ່ງ​ເຂົ້າ​ນອກ​ອອກ​ໃນຢູ່ກັບພວກອັກຄະສາວົກ ໃນນະ​ຄອນ ເຢຣູຊາເລັມ. ທ່ານປະກາດນາມຊື່ຂອງອົງພຣະເຢຊູຄ​ຣິດເຈົ້າດ້ວຍໃຈກ້າຫານ.
\v 29 ແລະໄດ້ໂຕ້​ຖຽງກັບຊາວຢິວທີ່ເວົ້າພາສາກຣີກ; ແຕ່ພວກນັ້ນຍັງພະຍາຍາມທີ່​ຈະຂ້າທ່ານ.
\v 30 ເມື່ອ​ພີ່ນ້ອງໄດ້ຮູ້ເລື່ອງນີ້, ພວກເຂົາກໍ​ພາ​ທ່ານລົງໄປທີ່​ເມືອງ ກາຍຊາເຣຍແລ້ວສົ່ງຕໍ່ໄປທີ່ເມືອ​ງ​ຕາ​ໂຊ.
\s5
\v 31 ຫລັງຈາກນັ້ນ ຄ​ຣິ​ສ​ຕະ​ຈັກ​ຕະ​ຫລອດທົ່ວຢູດາຍ, ແຂວງ ຄາລີເລ, ແລະ ຊາມາເຣຍກໍ​ມີຄວາມສະຫງົບສຸກ ແລະ ຈະ​ເລີນເຕີບໃຫຍ່; ແລະ, ດຳເນີນໄປໃນຄວາມຢຳ​ເກງອົງພຣະຜູ້ເປັນເຈົ້າ, ແລະໄດ້ຮັບການ​ໜູນໃຈຈາກພຣະວິນຍານບໍຣິສຸດເຈົ້າ, ຄ​ຣິ​ສ​ຕະ​ຈັກ​ກໍມີຈ​ຳ​ນວນສະມາຊິກເພີ້ມຂື້ນ.
\v 32 ໃນເວລານັ້ນ, ຂະນະທີ່ເປໂຕເດີນທາງໄປທົ່ວທຸກຂົງເຂດ, ທ່ານ​ກໍລົງໄປຫາຜູ້ທີ່ເຊື່ອທີ່ອາໄສຢູ່ໃນ​ເມືອງລິດດາ.
\s5
\v 33 ເປໂຕໄດ້ພົບກັບຊາຍຄົນໜຶ່ງຊື່ວ່າ ໄອເນ, ລາວເປັນອຳມະພາດຕ້ອງ​ຢູ່​ໃນບ່ອນນອນເປັນ​ເວ​ລາແປດປີແລ້ວ,
\v 34 ເປໂຕໄດ້ກ່າວກັບລາວວ່າ, "ໄອເນ, ພຣະເຢຊູຄຣິດເຈົ້າ​ຊົງ​ປິ່ນປົວ​ທ່ານ​ໃຫ້​ດີ​ແລ້ວ. ຈົ່ງລຸກຂຶ້ນແລະເກັບ​ມ້ຽນ​ບ່ອນນອນຂອງທ່ານ​ເຖີດ," ລາວກໍລຸກຂຶ້ນໃນທັນທີ.
\v 35 ເມື່ອທຸກຄົນທີ່ອາໄສຢູ່ໃນເມືອງ ລິດ​ດາ ແລະ ໃນທົ່ງພຽງຊາໂຣນໄດ້ເຫັນຊາຍ​ຄົນນັ້ນ, ແລ້ວພວກເຂົາກໍກັບໃຈມາ​ຫາ​ອົງພຣະຜູ້ເປັນເຈົ້າ.
\s5
\v 36 ມີສາວົກຄົນ​ໜຶ່ງຢູ່ເມືອງ ຢົບປາຊື່​ວ່າ​ຕາ​ບີ​ທາ, ຊຶ່ງມີຄວາມຫມາຍວ່າ "ໂດຣະກາ." ຜູ້ຍິງຄົນນີ້ໄດ້ເຮັດວຽກທີ່ດີໄວ້​ຫລວງຫລາຍ ແລະ ມີ​ຄວາມ​ເມດ​ຕາ​ຕໍ່​ຄົນ​ທຸກ​ຍາກ.
\v 37 ໃນເວລານັ້ນ ນາງເຈັບປ່ວຍ ແລະ ຕາຍ; ເມື່ອພວກເຂົາອາບນ້ຳສົບຂອງນາງແລ້ວ, ກໍ​ເອົາ​ໄປວາງໄວ້ໃນຫ້ອງຊັ້ນເທິງ.
\s5
\v 38 ເນື່ອງ​ຈາກ​ເມືອ​ງລິດ​ດາຢູ່ໃກ້ກັບເມືອງຢົບ​ປາ ແລະພວກສາວົກໄດ້ຍິນວ່າເປໂຕຢູ່ທີ່ນັ້ນ, ຈຶ່ງສົ່ງຊາຍສອງຄົນໄປຫາທ່ານ, ແລະໄດ້ຂໍຮ້ອງທ່ານ​ວ່າ, "ຂໍ​ໃຫ້​ທ່​ານມາກັບພວກ​ຂ້ານ້ອຍ​ໂດຍໄວເຖີດ."
\v 39 ເປໂຕກໍລຸກຂຶ້ນໄປກັບພວກເຂົາ. ເມື່ອທ່ານມາຮອດ, ພວກເຂົາກໍພາທ່ານຂຶ້ນໄປທີ່ຫ້ອງຊັ້ນເທິງ, ພວກແມ່​ໝ້າຍທຸກຄົນພາກັນຢືນຮ້ອງໄຫ້ຢູ່ຂ້າງໆ​ທ່ານ, ແລະຊີ້ໃຫ້​ທ່ານເບີ່ງເສື້ອຄຸມແລະເສື້ອຜ້າຕ່າງໆທີ່ໂດຣະກາໄດ້ເຮັດໄວ້ ໃນຂະນະທີ່ນາງຍັງມີຊີວິດຢູ່ກັບພວກເຂົາ.
\s5
\v 40 ເປໂຕຈຶ່ງໃຫ້ພວກເຂົາອອກໄປທາງນອກ, ແລ້ວຄຸເຂົ່າລົງ, ອະທິຖານ; ທ່ານປິ່ນມາຫາຊາກສົບນັ້ນ, ແລະກ່າວວ່າ, "ຕາບີທາເອີຍ, ຈົ່ງລຸກຂຶ້ນເຖີດ." ນາງກໍ​ມືນຕາຂຶ້ນ, ແລະເມື່ອນາງເຫັນເປໂຕຈຶ່ງ​ລຸກ​ຂຶ້ນນັ່ງ.
\v 41 ເປໂຕໄດ້ຈັບມືຂອງນາງເພື່ອດຶງ​ນາງຂຶ້ນ; ແລະເມື່ອທ່ານເອີ້ນຜູ້ທີ່ເຊື່ອ ແລະ ພວກແມ່ໝ້າຍ​ເຂົ້າ​ມາ, ທ່ານ​ກໍ​ມອບ​ຍິງ​ທີ່​ມີ​ຊີ​ວິດ​ໃຫ້​ກັບ​ພວກ​ເຂົາ.
\v 42 ເລື່ອງນີ້ແຜ່ຂະຫຍາຍໄປທົ່ວເມືອງ ຢົບ​ປາ, ແລະຫລາຍຄົນກໍພາ​ກັນ​ມາເຊື່ອໃນອົງພຣະຜູ້ເປັນເຈົ້າ.
\v 43 ເຫດ​ການ​ນີ້​ເກີດ​ຂື້ນ​ໃນ​ຂະ​ນະ​ທີ່​ເປ​ໂຕ​ອາ​ໄສ​ຢູ່​ໃນ​ເມືອງ ຢົບ​ປາ​ເປັນ​ເວ​ລາ​ຫລາຍ​ມື້​ກັບ​ຊາຍ​ຄົນໜຶ່ງທີ່​ມີ​ຊື່ວ່າຊີໂມນ, ທີ່ເປັນ​ຊ່າງ​ຟອກ​ຫນັງ.
\s5
\c 10
\cl ບົດທີ 10
\p
\v 1 ມີຊາຍຄົນໜຶ່ງຢູ່ໃນເມືອງ ກາຍຊາເຣຍ, ຊື່ໂກເນລີໂອ, ເປັນນາຍຮ້ອຍໃນກອງທັບທະຫານ ທີ່ເອີ້ນວ່າກອງທະ​ຫານ ອີຕາລີ.
\v 2 ທ່ານແລະຄອບຄົວຂອງທ່ານມີຄວາມຢຳ​ເກງ ແລະນະມັດສະການພຣະເຈົ້າ; ທ່ານໄດ້ບໍ​ລິ​ຈາກເປັນເງິນຈຳນວນຫລວງຫລາຍໃຫ້ຊາວຢິວ, ແລະອະທິຖານຫາພຣະເຈົ້າຢູ່ສະເໝີ.
\s5
\v 3 ເວ​ລາ​ປະ​ມານ​ບ່າຍ​ສາມ​ໂມງ, ນາຍ​ຮ້ອຍ​ຄົນ​ນັ້ນ​ໄດ້​ເຫັນ​ນິ​ມິດ​ຢ່າງ​ຊັດ​ເຈນ​ວ່າ ເທວະ​ດາ​ອົງ​ໜຶ່ງ​ຂອງ​ພ​ຣະ​ເຈົ້າ​ມາ​ຫາ​ທ່ານ. ເທວະ​ດາ​ອົງ​ນັ້ນ​ກ່າວ​ແກ່​ທ່ານ​ວ່າ, "ໂກເນລີໂອ!"
\v 4 ໂກເນລີໂອຕັ້ງ​ໃຈ​ແນມ​ເບິ່ງ​ທີ່​ເທວະ​ດາ​ດ້ວຍ​ຄວາມ​ຕົກ​ໃຈ​ຫລາຍ ແລະ​ ກ່າວ​ວ່າ, "ນີ້​ແມ່ນ​ເລື່ອງ​ໃດນໍ ພຣະອົງ​ເຈົ້າ​ເອີຍ?" ເທວະ​ດາ​ອົງ​ນັ້ນ​ກ່າວ​ແກ່​ທ່ານ​ວ່າ, "ຄຳ​ອະ​ທິ​ຖານ ແລະການ​ບໍ​ລິ​ຈາກ​ໃຫ້​ແກ່ຄົນທຸກ​ຍາກ​ຂອງ​ທ່ານ​ເປັນ​ເຄື່ອງ​ບູ​ຊາຂຶ້ນໄປ​ເຖິງ​ທີ່​ປະ​ທັບ​ຂອງ​ພ​ຣະ​ເຈົ້າ.
\v 5 ບັດ​ນີ້ ຈົ່ງ​ໃຊ້​ຄົນ​ໄປ​ທີ່​ເມືອງ​ຢົບ​ປາ ແລະ ພາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ວ່າ ​ຊີ​ໂມນ ທີ່​ເອີ້ນ​ວ່າ​ເປ​ໂຕ​ມາ.
\v 6 ທ່ານ​ພັກ​ຢູ່​ກັບ​ຊ່າງ​ຟອກ​ໜັງ​ທີ່​ຊື່​ຊີ​ໂມນ, ທີ່​ບ້ານ​ຂອງ​ເຂົາ​ທີ່​ແຄມ​ທະ​ເລ."
\s5
\v 7 ເມື່ອເທວະດາທີ່ເວົ້າກັບທ່ານຈາກໄປແລ້ວ, ທ່ານ​ກໍເອີ້ນຄົນຮັບໃຊ້ໃນ​ຄົວເຮື​ອນສອງຄົນ, ແລະທະຫານຄົນໜຶ່ງທີ່ນະມັດສະການພຣະເຈົ້າຈາກກອງທະ​ຫານທີ່ຮັບໃຊ້ທ່ານ​ເຊັ່ນ​ກັນ.
\v 8 ໂກເນລີໂອເລົ່າເຫດການທັງໝົດໃຫ້ພວກເຂົາຟັງ ແລະ ໃຊ້​ພວກເຂົາໄປທີ່ເມືອງ ຢົບ​ປາ.
\s5
\v 9 ມື້ຕໍ່ມາເວ​ລາປະມານທ່ຽງ, ຂະນະທີ່ພວກເຂົາເດີນທາງໃກ້ຈະ​ຮອດເມືອງນັ້ນ, ເປໂຕຂຶ້ນໄປເທິງຫລັງຄາເຮືອນເພື່ອອະທິຖານ.
\v 10 ທ່ານ​ເລີ່ມຫິວ ແລະ ຕ້ອງການກິນອາຫານ, ແຕ່ໃນຂະນະທີ່ຜູ້ຄົນກຳລັງແຕ່ງກິນຢູ່​ນັ້ນ, ທ່ານ​ກໍໄດ້ຮັບນິມິດ,
\v 11 ແລະທ່ານເຫັນທ້ອງຟ້າເປີດອອກ ແລະ ມີພາຊະນະໃສ່​ເຄື່ອງ, ເລື່ອນ​ຕ່ຳລົງມາເບິ່ງ​ຄືກັບຜ້າແຜ່ນໃຫຍ່ລົງສູ່ພື້ນໂລກ, ມີເຊືອກສີ່ແຈຢ່ອນລົງມາ.
\v 12 ໃນ​ນັ້ນມີສັດສີ່ຕີນທຸກຊະນິດ ແລະສິ່ງທີ່ເລືອ​ຄານຢູ່ພື້ນດິນ, ແລະນົກໃນຟ້າອາ​ກາດ.
\s5
\v 13 ແລ້​ວມີພ​ຣະ​ສຸ​ລະສຽງ​ກ່າວກັບທ່ານວ່າ: "ເປໂຕ, ຈົ່ງລຸກຂຶ້ນ, ຈົ່ງຂ້າ ແລະ ກິນເຖີ​ດ."
\v 14 ແຕ່ເປໂຕກ່າວວ່າ, "ຂໍຢ່າໃຫ້ເປັນຢ່າງນັ້ນເລີຍ, ອົງພຣະຜູ້ເປັນເຈົ້າ; ເພາະວ່າຂ້າ​ພະ​ອົງບໍ່ເຄີຍກິນອາຫານສິ່ງ​ໃດທີ່ບໍ່ສະອາດ ແລະ ບໍ່ບໍຣິສຸດ."
\v 15 ແຕ່ມີ​ພະ​ສຸ​ລ​ະ​ສຽງ​ນັ້ນ​ມາ​ເຖິງທ່ານ​ອີກ​ເປັນເທື່ອທີສອງວ່າ: "ສິ່ງທີ່ພຣະເຈົ້າໄດ້ຊົງຊຳລະແລ້ວ, ຢ່າຖືວ່າເປັນມົນທິນ."
\v 16 ເຫດການນີ້ເກີດຂຶ້ນເຖິງສາມຄັ້ງ; ແລ້ວພາ​ຊະ​ນະ​ໃສ່​ເຄື່ອງ​ນັ້ນກໍຖືກນຳຂຶ້ນໄປເທິງທ້ອງຟ້າທັນທີ.
\s5
\v 17 ຂະນະທີ່ເປໂຕຮູ້​ສຶກສັບສົນຫລາຍກ່ຽວກັບນິມິດທີ່ທ່ານເຫັນວ່າມີ​ຄວາມ​ໝາຍແນວໃດ, ນີ້​ແຫລະ, ພວກ​ຄົນ​ທີ່ໂກເນລີໂອໃຊ້ມາ ກໍຢືນຢູ່ໜ້າປະຕູ​ຮົ້ວ, ຫລັງຈາກທີ່ພວກເຂົາໄດ້ຖາມຫາທາງທີ່ຈະມາເຮືອນນັ້ນ.
\v 18 ພວກເຂົາຮ້ອງ ແລະ ຖາມວ່າຊີໂມນ, ທີ່ເອີ້ນວ່າເປໂຕ, ພັກຢູ່ທີ່​ນີ້​ຫລືບໍ.
\s5
\v 19 ຂະນະທີ່ເປໂຕຍັງຄິດເຖິງກ່ຽວ​ກັບນິມິດນັ້ນ, ພຣະວິນຍານບໍຣິສຸດເຈົ້າໄດ້ກ່າວກັບທ່ານວ່າ, "ເບິ່ງເຖີດ, ມີຊາຍສາມຄົນກຳລັງມາຫາທ່ານ.
\v 20 ຈົ່ງລຸກຂຶ້ນ ແລະ ລົງໄປກັບພວກເຂົາເຖີດ. ຢ່າ​ຊັກ​ຊ້າ ເພາະວ່າເຮົາໃຊ້ພວກເຂົາມາ."
\v 21 ເປໂຕຈຶ່ງລົງໄປຫາຄົນ​ເຫລົ່າ​ນັ້ນ ແລະເວົ້າວ່າ, "ຂ້າ​ພະ​ເຈົ້າແມ່ນຄົນ​ທີ່​​ທ່ານກຳລັງຊອກຫາ. ພວກ​ທ່ານມາເຮັດ​ຫຍັງ?"
\s5
\v 22 ພວກເຂົາກ່າວວ່າ, "ນາຍຮ້ອຍທີ່ຊື່ວ່າ ໂກເນລີໂອແມ່ນຜູ້ຊອບທຳ ແລະນະມັດສະການພຣະເຈົ້າ, ແລະເປັນທີ່ຮູ້ຈັກກັນດີໃນບັນດາຊົນ​ຊາດຢິວ, ເທວະ​ດາບໍຣິສຸດອົງໜຶ່ງຂອງພຣະເຈົ້າໄດ້ກ່າວ​ແກ່ໂກເນລີໂອໃຫ້ມາເຊີນທ່ານໄປ​ທີ່ເຮືອນ. ເພື່ອຈະສາມາດຟັງ​ຖ້ອຍຄຳຂອງທ່ານ.
\v 23 ເປໂຕຈຶ່ງເຊີນພວກເຂົາເຂົ້າມາທາງ​ໃນ ແລະພັກຢູ່ກັບທ່ານ. ມື້ຕໍ່ມາເປໂຕກໍລຸກຂຶ້ນ ແລະໄປກັບພວກເຂົາ, ພີ່ນ້ອງບາງຄົນຈາກເມືອງ​ຢົບ​ປາ ກໍໄປກັບທ່ານ​ດ້ວຍ.
\s5
\v 24 ມື້​ຕໍ່ມາ ພວກເຂົາໄດ້ມາຮອດເມືອງ ກາຍຊາເຣຍ. ໂກເນລີໂອກຳ​ລັງຄອຍຖ້າພວກເຂົາຢູ່; ທ່ານ​ໄດ້ເອີ້ນ​ບັນ​ດາຍາດພີ່ນ້ອງ ແລະ ໝູ່ສະຫນິດຂອງທ່ານມາເຕົ້າໂຮມກັນ.
\s5
\v 25 ເມື່ອເປໂຕມາຮອດ, ໂກເນລີໂອໄດ້​ເຫັນທ່ານ ແລະ ກົ້ມລົງຂາບຢູ່ທີ່ຕີນຂອງທ່ານເພື່ອທີ່​ຈະນະມັດສະການ​ທ່ານ.
\v 26 ແຕ່ເປໂຕໄດ້ປະ​ຄອງໂກເນລີໂອໃຫ້ຢືນຂຶ້ນ, ແລະກ່າວວ່າ, "ຈົ່ງ​ຢືນຂຶ້ນເຖີດ! ຂ້າ​ພະ​ເຈົ້າກໍເປັນມະນຸດເຊັ່ນກັນ."
\s5
\v 27 ໃນຂະນະທີ່ເປໂຕກຳລັງສົນທະນາກັບໂກເນລີໂອ, ເປໂຕກໍເຂົ້າມາທາງ​ໃນ ແລະ ເຫັນ​ຄົນ​ຫລວງຫລາຍມາ​ປະ​ຊຸມ​ຮ່ວມກັນ.
\v 28 ທ່ານ​ຈຶ່ງ​ໄດ້ກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ຢູ່​ວ່າ ການ​ທີ່ຄົນຢິວຈະສົມທົບ ຫລື ຢ້ຽມຢາມຄົນຕ່າງ​ຊາດຖືວ່າເປັນສິ່ງທີ່ຕ້ອງຫ້າມ. ແຕ່ພຣະເຈົ້າຊົງ​ໂຜດໃຫ້ຂ້າ​ພະ​ເຈົ້າເຫັນວ່າ ບໍ່ຄວນເອີ້ນວ່າຄົນໃດ​ຄົນ​ໜຶ່ງບໍ່ສະອາດ ຫລື ບໍ່ບໍ​ຣິ​ສຸດ.
\v 29 ນັ້ນແມ່ນເຫດຜົນທີ່ຂ້າ​ພະ​ເຈົ້າມາໂດຍບໍ່ຂັດຂ້ອງ, ເມື່ອພວກທ່ານໃຊ້ຄົນໄປເຊີນຂ້າພະ​ເຈົ້າ. ດັ່ງນັ້ນ ຂ້າ​ພະ​ເຈົ້າຂໍຖາມເຫດ​ຜົນໃດທີ່​ທ່ານເຊີນຂ້າ​ພະ​ເຈົ້າ​ມາ?"
\s5
\v 30 ໂກເນລີໂອຈຶ່ງຕອບວ່າ, "ເມື່ອສີ່ມື້ທີ່ຜ່ານມາໃນເວລາປະ​ມານນີ້, ຕອນບ່າຍສາມໂມງ ຂ້າ​ພະ​ເຈົ້າກຳລັງອະທິຖານຢູ່ໃນເຮືອນ; ແລະໄດ້ເຫັນ, ຊາຍຄົນໜຶ່ງນຸ່ງຊຸດສີຂາວທີ່ງົດງາມຢືນຢູ່ຕໍ່ໜ້າຂ້າ​ພະ​ເຈົ້າ.
\v 31 ທ່ານຜູ້​ນັ້​ນກ່າວວ່າ, 'ໂກເນລິໂອ, ພຣະເຈົ້າຊົງໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ການໃຫ້ບໍ​ລິ​ຈາກແກ່ຄົນທຸກຍາກກໍເຮັດໃຫ້ພຣະເຈົ້າລະ​ລຶກ​ເຖິງ​ທ່ານ.
\v 32 ເພາະເຫດນັ້ນ ຈົ່ງ​ໃຊ້ຄົນໄປທີ່​ເມືອງ ຢົບ​ປາ, ແລະ ເຊີນຊາຍຄົນໜຶ່ງຊື່ວ່າຊີໂມນທີ່​ເອີ້ນວ່າເປໂຕມາຫາທ່ານ, ທ່ານອາ​ໄສຢູ່ໃນເຮືອນຂອງຊ່າງ​ຟອກ​ຫນັງທີ່ຊື່ວ່າ ຊີໂມນ ຢູ່ແຄມຝັ່ງທະ​ເລ.' "
\v 33 ດັ່ງນັ້ນ ຂ້າ​ພະ​ເຈົ້າໄດ້ໃຊ້ຄົນມາຫາທ່ານ. ທ່ານເປັນຄົນໃຈດີທີ່ໄດ້ມາ. ບັດນີ້, ພວກເຮົາທຸກຄົນຢູ່ທີ່ນີ້ໃນສາຍຕາຂອງພຣະເຈົ້າ, ເພື່ອຟັງທຸກສິ່ງທີ່ທ່ານໄດ້ຮັບ​ຄຳສັ່ງຈາກອົງພຣະຜູ້ເປັນເຈົ້າໃຫ້ເວົ້າ." (ເມື່ອທ່ານມາເຖິງທ່ານ​ຈະບອກ).
\s5
\v 34 ແລ້ວເປໂຕກໍເລີ່ມກ່າວ​ວ່າ, "ຂ້າພະເຈົ້າເຂົ້າໃຈ, ຢ່າງແທ້​ຈິງວ່າ ພຣະເຈົ້າບໍ່ເຂົ້າຂ້າງຜູ້​ໃດເລີຍ.
\v 35 ແຕ່ວ່າ, ​ທຸກຄົນບໍ່ວ່າ​ຊົນ​ຊາດໃດກໍຕາມທີ່ຢຳ​ເກງພຣະເຈົ້າ ແລະ ປະພຶດຄວາມຊອບທຳ ພ​ຣະ​ອົງ​ກໍ​ຊົງຍອມຮັບຜູ້ນັ້ນ.
\s5
\v 36 ທ່ານ​ຮູ້​ວ່າ​ຖ້ອຍ​ຄ​ຳ​ທີ່​ພ​ຣະ​ອົງ​ມອບ​ໃຫ້​ກັບ​ຄົນ​ອິດ​ຊະ​ຣາ​ເອັນ, ເມື່ອ​ພ​ຣະອົງ​ຊົງ​ປະ​ກາດ​ຂ່າວ​ປະ​ເສີດ​ເລື່ອງ​ສັນ​ຕິ​ສຸກ​ໂດຍ​ພຣະ​ເຢ​ຊູ​ຄ​ຣິດ​ເຈົ້າ, ຜູ້​ຊົງ​ເປ​ັນ​ອົງ​ພ​ຣະ​ຜູ້​ເປັນ​ເຈົ້າ​ຂອງ​ທຸກ​ຄົນ—
\v 37 ພວກ​ທ່ານ​ເອງ​ກໍ​ຮູ້​ເຖິງ​ເຫດ​ການ​ທີ່​ເກີດ​ຂຶ້​ນ, ທົ່ວ​ແຂວງ​ຢູ​ດາຍ, ເລີ່ມ​ຕົ້ນ​ໃນ​ແຂວງ​ກາ​ລີ​ເລ, ຫລັງ​ຈາກ​ທີ່​ໂຢ​ຮັນ​ໄດ້​ປະ​ກາດ​ການ​ຮັບ​ບັບ​ຕິ​ສະ​ມາ​ນັ້ນ;
\v 38 ເຫດ​ການ​ຕ່າງໆ ທີ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄ​ຣິດ​ເຈົ້າ​ແຫ່ງ​ນາ​ຊາ​ເຣັດ, ແລະ​ການ​ທີ່​ພ​ຣະ​ເຈົ້າ​ຊົງ​ເຈີມ​ພ​ຣະ​ອົງ​ດ້ວຍ​ພ​ຣະ​ວິນ​ຍານ​ບໍ​ຣິ​ສຸດ​ເຈົ້າ ແລະ ດ້ວຍ​ຣິ​ດ​ເດດ. ພ​ຣະ​ອົງ​ສະ​ເດັດ​ອອກ​ໄປ​ເຮັດ​ຄວາມ​ດີ ແລະ ປິ່ນ​ປົວ​ທຸກ​ຄົ​ນ​ຜູ້​ທີ່​ຖືກ​ຜີ​ຮ້າຍ​ບຽດ​ບຽນ, ເພາະ​ວ່າ​ພ​ຣະ​ເຈົ້າຊົງ​ສ​ະ​ຖິດ​ກັບ​ພ​ຣະ​ອົງ.
\s5
\v 39 ຂ້າ​ພະ​ເຈົ້າ​ຄື​ຜູ້​ທີ່​ເປັນ​ພະ​ຍານ​ຂອງ​ທຸກ​ສີ່ງ​ທີ່​ພ​ຣະ​ອົງ​ຊົງ​ເຮັດ, ​ທັງໃນແຂວງ​ຢູ​ດາຍ ແລະ ໃນ​ນະ​ຄອນ ເຢ​ຣູ​ຊາ​ເລັມ. ພ​ຣະ​ເຢ​ຊູເຈົ້າ​ອົງ​ນີ້​ແຫລະ ທີ່​ພວກ​ເຂົາ​ຂ້າ ແລະ ແຂວນ​ພ​ຣະ​ອົງ​ໄວ້​ເທິງ​ຕົ້ນ​ໄມ້,
\v 40 ແຕ່ພ​ຣະ​ອົງ​ນີ້​ແຫລະ ທີ່​ພ​ຣະ​ເຈົ້າ​ຊົງ​ໂຜດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ໃນ​ວັນ​ທີ​ສາມ ແລະ​ຊົງ​ໃຫ້​ພ​ຣ​ະ​ອົງ​ປາກົດແຈ້ງ,
\v 41 ບໍ່​ໄດ້​ຊົງ​ສະແດງ​ແກ່​ທຸກ​ຄົນ, ແຕ່​ສະ​ແດງ​ຕໍ່​ຜູ້​ທີ່​ເປັນ​ພະ​ຍານ​ທີ່​ພ​ຣະ​ເຈົ້າ​ຊົງ​ເລືອກ​ໄວ້ລ່​ວງ​ໜ້າ​ຄື—ພວກ​ເຮົາ​ເອງ​ທີ່​ໄດ້​ຮັບ​ກິນ ແລະ ດື່ມ​ກັບ​ພ​ຣະ​ອົງ ຫລ​ັງ​ຈາກ​ທີ່​ພ​ຣະ​ອົງ​ຊົງ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ແລ້ວ.
\s5
\v 42 ພຣະອົງໄດ້ສັ່ງພວກເຮົາໃຫ້ອອກໄປປະກາດກັບປະຊາຊົນ ແລະ ເປັນພະຍານວ່າ ນີ້ຄື​ຜູ້​ທີ່ພຣະເຈົ້າຊົງເລືອກໃຫ້​ເປັນຜູ້ຈະຕັດສິນທັງຄົນເປັນແລະຄົນຕາຍ.
\v 43 ບັນດາຜູ້​ທຳ​ນວ​າຍໄດ້ເປັນພະຍານເຖິງ​ພ​ຣະ​ອົງ, ເພື່ອວ່າທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການຍົກ​ໂທດບາບໂດຍທາງນາມຊື່ຂອງພຣະອົງ."
\s5
\v 44 ຂະນະທີ່ເປໂຕຍັງກ່າວກ່ຽວກັບເລື່ອງນີ້ຢູ່, ພຣະວິນຍານບໍຣິສຸດເຈົ້າໄດ້ສະ​ເດັດລົງມາສະ​ຖິດ​ກັບທຸກຄົນ ທີ່ຟັງຖ້ອຍຄຳຂອງທ່ານຢູ່.
\v 45 ບັນ​ດາ​ຄົນ​ໃນ​ກຸ່ມຜູ້ທີ່ເຊື່ອ—​ທີ່ເຂົ້າຮັບພິທີຕັດທຸກ​ຄົນ​ທີ່​ມາ​ກັບ​ເປ​ໂຕ—ກໍພາ​ກັນປະຫລາດໃຈ, ເພາະວ່າຂອງປະທານແຫ່ງພຣະວິນຍານບໍຣິສຸດເຈົ້າ ໄດ້ເທລົງມາເທິງຄົນຕ່າງຊາດດ້ວຍ.
\s5
\v 46 ພວກເຂົາໄດ້ຍິນພວກຕ່າງຊາດເຫລົ່ານີ້ເວົ້າພາສາຕ່າງໆ ແລະ ສັນລະເສີນພຣະເຈົ້າ. ເປໂຕຈຶ່ງກ່າວ​ວ່າ,
\v 47 "ໃຜຈະຫ້າມຄົນເຫລົ່ານີ້ທີ່ໄດ້ຮັບພຣະວິນຍານບໍຣິສຸດເຈົ້າ, ​ເຊັ່ນ​ດຽ​ວກັບພວກຂ້າ​ພະ​ເຈົ້າຈາກການບັບຕິສະມາດ້ວຍນ້ຳ?"
\v 48 ແລ້ວເປໂຕຈຶ່ງສັ່ງໃຫ້ພວກເຂົາຮັບບັບຕິສະມາໃນນາມຊື່ຂອງພຣະເຢຊູຄຣິດເຈົ້າ. ຫລັງ​ຈາກນັ້ນ ພວກ​ເຂົາຈຶ່ງຂໍໃຫ້ເປໂຕຢູ່ກັບພວກເຂົາເປັນເວລາຫລາຍມື້.
\s5
\c 11
\cl ບົດທີ 11
\p
\v 1 ພວກອັກຄະສາວົກ ແລະ ພີ່ນ້ອງທີ່​ອາ​ໄສ​ຢູ່ໃນແຂວງ ຢູດາຍໄດ້ຍິນຂ່າວວ່າຄົນຕ່າງຊາດຍອມຮັບເອົາພຣະທັມຂອງພຣະເຈົ້າ.
\v 2 ເມື່ອເປໂຕຂຶ້ນຮອດນະ​ຄອນ ເຢຣູຊາເລັມແລ້ວ, ປະຊາຊົນທີ່​ເຂົ້າ​ໃນພິທີຕັດກໍຕິຕຽນເພິ່ນ;
\v 3 ພວກເຂົາກ່າວວ່າ, "ທ່ານຄົບຫາກັບຜູ້ທີ່ບໍ່ໄດ້ຮັບພິທີຕັດ ແລະ ຮັບປະທານອາຫານຮ່ວມກັບພວກເຂົາ!"
\s5
\v 4 ເປໂຕຈຶ່ງເລີ່ມຕົ້ນອະທິບາຍເລື່ອງນັ້ນໃຫ້ພວກເຂົາຟັງໂດຍລະອຽດ; ວ່າ,
\v 5 ຂະ​ນະ​ທີ່​ຂ້າ​ພະ​ເຈົ້າກຳລັງອະທິຖານຢູ່ເມືອງ ຢົບ​ປາ, ຂ້າພະເຈົ້າໄດ້ເຫັນໃນນິ​ມິດ​ວ່າ ມີພາ​ຊະ​ນະໃສ່​ເຄື່ອງເລື່ອນລົງມາ, ມີລັກ​ສະ​ນະ​ເປັນແຜ່ນຂະ​ຫນາດໃຫຍ່ ຢ່ອນ​ລົງ​ມາຈາກທ້ອງຟ້າໂດຍມີທັງ​ສີ່​ມຸມໄດ້​ຢ່ອນ​ລົງ​ມາ​ຫາ​ຂ້າ​ພະ​ເຈົ້າ.
\v 6 ເມື່ອຂ້າ​ພະ​ເຈົ້າແນມເບິ່ງ ແລະ ຄິດກ່ຽວກັບສິ່ງນີ້. ຂ້າພະເຈົ້າໄດ້ເຫັນສັດບົກສີ່ຕີນ, ສັດປ່າ, ສັດເລືອຄານ, ແລະນົກໃນອາກາດ.
\s5
\v 7 ແລ້ວຂ້າພະເຈົ້າໄດ້ຍິນພຣະ​ສຸ​ລະສຽງກ່າວ​ກັບຂ້າພະເຈົ້າວ່າ, "ເປໂຕ, ຈົ່ງລຸກຂຶ້ນຂ້າກິນ​ເຖີດ!"
\v 8 ຂ້າ​ພະ​ເຈົ້າເວົ້າວ່າ, "ຢ່າໃຫ້ເປັນຢ່າງນັ້ນເລີຍ ອົງ​ພຣະຜູ້ເປັນເຈົ້າ, ເພາະວ່າສິ່ງທີ່ບໍ່ສະອາດ ຫລື ບໍ່ບໍຣິສຸດບໍ່ເຄີຍເຂົ້າປາກຂ້າ​ພະ​ອົງເລີຍ."
\v 9 ແຕ່ພຣະ​ສຸ​ລະສຽງນັ້ນກໍຕອບຈາກ​ຟ້າອີກເທື່ອໜຶ່ງວ່າ, "ສິ່ງທີ່ພຣະເຈົ້າປະກາດຖືກຊຳລະແລ້ວ ຢ່າເອີ້ນວ່າມັນບໍ່ສະອາດ."
\v 10 ສິ່ງນີ້ໄດ້ເກີດຂື້ນສາມເທື່ອ ແລ້ວທຸກຢ່າງກໍຖືກຮັບຂຶ້ນໄປເທິງຟ້າອີກເທື່ອ​ໜຶ່ງ.
\s5
\v 11 ​ໃນ​ທັນ​ໃດ​ນັ້ນ ມີ​ຊາຍ​ສາມ​ຄົນ​ມາ​ຢືນ​ຢູ່​ທີ່​ໜ້າ​ປະ​ຕູ​ເຮືອນ​ທີ່​ຂ້າ​ພະ​ເຈົ້າ​ພັກອາ​ໄສ​ຢູ່; ພວກ​ເຂົາ​ຖືກ​ສົ່ງ​ມາ​ຈາກ​ເມືອງ ກາຍຊາເຣຍມາ​ຫາ​ຂ້າ​ພະ​ເຈົ້າ.
\v 12 ພ​ຣະ​ວິນ​ຍານ​ຈຶ່ງ​ສັ່ງ​ໃຫ້ຂ້າ​ພະ​ເຈົ້າໄປ​ກັບ​ພວກ​ເຂົາ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ນຳ​ພວກ​ເຂົາ​ໄປ​ໂດຍ​ບໍ່​ລັງ​ເລ. ພີ່​ນ້ອງ​ທັງ​ຫົກ​ຄົນ​ນີ້​ໄປ​ກັບ​ຂ້​າ​ພະ​ເຈົ້າ, ແລະ​ຂ້າ​ພະ​ເຈົ້າ​ກໍເຂົ້າ​ໄປ​ໃນ​ເຮືອນຂອງ​ຊາຍ​ຄົນ​ນັ້ນ.
\v 13 ຊາຍ​ຄົນ​ນັ້ນ​ເລົ່າ​ໃຫ້​ຟັງ​ວ່າ ທ່ານ​ໄດ້​ເຫັນ​ເທວະ​ດາ​ຢືນ​ຢູ່​ໃນ​ເຮືອນ​ຂອງ​ທ່ານ​ຢ່າງ​ໃດ ແລະ ກ່າວ​ກັບ​ທ່ານ​ວ່​າ, "ຈົ່ງ​ໃຊ້​ຄົນ​ໄປ​ທີ່​ເມືອງ ຢົບ​ປາ ແລະ ເຊີນ​ຊີ​ໂມນ​ທີ່​ເອີ້ນ​ກັນ​ວ່າ​ເປ​ໂຕ​ມາ.
\v 14 ລາວ​ກ່າວ​ຖ້ອຍ​ຄຳ​ກັບ​ພວກ​ທ່ານ ເພື່ອ​ທີ່​ພວກ​ທ່ານ​ຈະ​ໄດ້​ຮັບ​ຄວາມ​ພົ້ນ—ທັງ​ທ່ານ​ແລະ​ຄອບ​ຄົວ​ຂອງ​ທ່ານ."
\s5
\v 15 ໃນຂະນະທີ່ຂ້າ​ພະ​ເຈົ້າເລີ່ມຕົ້ນເວົ້າ, ພຣະວິນຍານບໍຣິສຸດເຈົ້າ​ກໍໄດ້ສະເດັດລົງມາສະ​ຖິດ​ກັບພວກເຂົາ, ຊຶ່ງຄືກັນກັບພວກເຮົາໃນຕອນເລີ່ມຕົ້ນ.
\v 16 ຂ້າພະເຈົ້າຈື່ງລະ​ລຶກ​ເຖິງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າ, ທີ່ພ​ຣະ​ອົງກ່າວວ່າ, "ໂຢຮັນໃຫ​້ບັບຕິສະມາດ້ວຍນ້ຳ; ແຕ່ພວກທ່ານຈະໄດ້ຮັບບັບຕິສະມາໃນພຣະວິນຍານບໍຣິສຸດເຈົ້າ."
\s5
\v 17 ແລ້ວຖ້າພຣະເຈົ້າໄດ້ມອບຂອງປະ​ທານຢ່າງ​ດຽວ​ແກ່ພວກເຂົາຄືກັນກັບທີ່ພຣະອົງໄດ້ມອບໃຫ້​ແກ່ພວກເຮົາ ເມື່ອພວກເຮົາເຊື່ອໃນອົງພຣະເຢຊູຄຣິດເຈົ້າ, ແລ້ວຂ້າ​ພະ​ເຈົ້າແມ່ນໃຜ, ທີ່ຈະຕໍ່ຕ້ານພ​ຣະ​ເຈົ້າ​ໄດ້?”
\v 18 ເມື່ອພວກເຂົາໄດ້ຍິນເຊັ່ນນີ້, ພວກເຂົາກໍບໍ່ມີຫຍັງທີ່​ຈະກ່າວ​ໄດ້, ພວກເຂົາຈຶ່ງ​ສັນ​ລະ​ເສີນ​ພ​ຣະ​ເຈົ້າ​ວ່າ, "ພຣະເຈົ້າຊົງໄດ້ມອບການກັບໃຈໃຫມ່​ ເພື່ອໃຫ້ມີຊີວິດແກ່​ຄົນຕ່າງຊາດດ້ວຍ."
\s5
\v 19 ບັນ​ດາ​ຄົນທີ່ກະຈັດກະຈາຍໄປ ເນື່ອງຈາກການຂົ່ມເຫັງທີ່ເລີ່ມຕົ້ນດ້ວຍການເສຍຊີວິດຂອງ ຊະເຕຟາໂນ ກໍ​ໄດ້ແຜ່ລາມໄປເຖິງເມືອງ ໂຟນີເຊຍ, ເກາະໄຊປຣັດ, ແລະເມືອງ ອັນຕີໂອເຂຍ, ແຕ່ພວກເຂົາກ່າວຖ້ອຍຄຳກ່ຽວກັບພຣະເຢຊູຄ​ຣິດ​ເຈົ້າກັບຊາວຢິວເທົ່ານັ້ນ.
\v 20 ບາງຄົນໃນພວກເຂົາແມ່ນ, ຊາວເກາະໄຊປຣັດ, ແລະ ຊາວກີເຣເນມາທີ່ເມືອງ ອັນ​ຕິ​ໂອ​ເຂຍ ກໍໄດ້ບອກຂ່າວປະເສີດກ່ຽວ​ກັບອົງພຣະເຢຊູ​ຄ​ຣິດ​ເຈົ້າ. ກັບພວກເຂົາເປັນພາສາກຣີກດ້ວຍ,
\v 21 ແລະພຣະຫັດຂອງອົງພຣະຜູ້ເປັນເຈົ້າຢູ່ກັບພວກເຂົາ; ຄົນຈໍານວນຫລາຍໄດ້ເຊື່ອ ແລະ ກັບມາຫາອົງພຣະຜູ້ເປັນເຈົ້າ.
\s5
\v 22 ເລື່ອງນີ້ໄດ້ຍິນມາ​ຮອດ​ຫູ​ຂອງຄ​ຣິ​ສ​ຕະ​ຈັກໃນນະ​ຄອນ ເຢຣູຊາເລັມ, ພວກເຂົາຈຶ່ງສົ່ງບາຣະນາບາໄປທີ່ເມືອງອັນຕີໂອເຂຍ.
\v 23 ເມື່ອທ່ານ​ມາຮອດ ແລະ ເຫັນຂອງປະທານຈາກພຣະເຈົ້າ, ທ່ານ​ກໍ​ຍິນ​ດີ; ແລະທ່ານໄດ້​ໜູນ​ໃຈພວກເຂົາທຸກຄົນໃຫ້ໝັ້ນ​ຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈ.
\v 24 ເພາະວ່າບາຣະນາບາເປັນຄົນດີ ແລະ ເຕັມລົ້ນດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະ ຄວາມເຊື່ອ, ແລະ ຄົນຈຳນວນຫລວງຫລາຍ​ກໍເພີ້ມເຂົ້າມາໃນອົງພຣະຜູ້ເປັນເຈົ້າ.
\s5
\v 25 ບາຣະນາບາຈຶ່ງໄປຫາໂຊໂລທີ່ເມືອງຕາ​ໂຊ.
\v 26 ເມື່ອທ່ານເຫັນ​ໂຊໂລແລ້ວ​, ກໍ​ພາ​ທ່ານ​ມາ​ທີເມືອງອັນຕີໂອເຂຍ. ແລະທ່ານທັງສອງກໍປະຊຸມຮ່ວມກັບຄ​ຣິ​ສ​ຕະ​ຈັກນັ້ນຕະຫລອດທັງປີ ແລະ ສັ່ງສອນຄົນ​ເປັນຈ​ຳ​ນວນຫລາຍ. ພວກສາວົກກໍໄດ້ມີຊື່ວ່າເປັນ ຄຣິສຕຽນ ຄັ້ງທຳອິດໃນເມືອງ ອັນຕີໂອເຂຍ.
\s5
\v 27 ໃນເວລານັ້ນ ພວກ​ຜູ້​ທຳ​ນ​ວາຍຈາກນະ​ຄອນ ເຢຣູຊາເລັມໄດ້ລົງມາທີ່ເມືອງອັນຕີໂອເຂຍ.
\v 28 ຄົນໜຶ່ງໃນພວກເຂົາ, ທີ່ຊື່ວ່າ ອາຄະໂບ, ໄດ້ຢືນຂຶ້ນແລະທຳນວາຍໂດຍພຣະວິນຍານວ່າ ຈະ​ເກີດມີຄວາມອຶດຢາກຄັ້ງ​ຍິ່ງ​ໃຫຍ່​ຂຶ້ນໃນທົ່ວແຜ່ນ​ດິນໂລກ. ເລື່ອງນີ້ໄດ້ເກີດຂຶ້ນໃນສະໄໝການປົກຄອງຂອງກະສັດ ກະລາວດີໂອ.
\s5
\v 29 ດັ່ງນັ້ນ, ພວກສາວົກຈຶ່ງຕັດສິນໃຈກັນວ່າພວກເຂົາຈະບໍ​ລິ​ຈາກ​ຕາມ​ກຳ​ລັງ, ແລະ ສົ່ງໄປຊ່ວຍເຫລືອພີ່ນ້ອງໃນແຂວງຢູດາຍ.
\v 30 ພວກເຂົາກໍໄດ້ເຮັດຢ່າງ​ນັ້ນ; ພວກເຂົາສົ່ງເງິນໄປໃຫ້ພວກຜູ້ປົກ​ຄອງໂດຍຝາກກັບບາຣະນາບາ ແລະ ໂຊໂລ.
\s5
\c 12
\cl ບົດທີ 12
\p
\v 1 ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມບາງຄົນໃນຄຣິສຕະຈັກ ເພື່ອວ່າທ່ານຈະທໍາການທາລຸນບາງຄົນ.
\v 2 ທ່ານຂ້າຢາ​ໂກ​ໂບທີ່ເປັນອ້າຍຂອງໂຢ​ຮັນດ້ວຍດາບ.
\s5
\v 3 ຫລັງຈາກທີ່ທ່ານເຫັນວ່າເລື່ອງນັ້ນເປັນທີ່ພໍໃຈຂອງພວກຢິວ, ທ່ານກໍສັ່ງໃຫ້ຈັບກຸມເປໂຕດ້ວຍ. ເຫດການເຫລົ່ານີ້ເກີດຂຶ້ນໃນລະຫວ່າງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.
\v 4 ຫລັງຈາກທີ່ຈັບເປໂຕມາໄດ້ແລ້ວ, ກໍຂັງທ່ານໄວ້ໃນຄຸກ ແລະ ຈັດໃຫ້ມີທະຫານສີ່ໝູ່ ໝູ່ລະສີ່ຄົນຄຸມທ່ານໄວ້; ເຮໂຣດຕັ້ງໃຈທີ່ຈະພາເປໂຕອອກມາໃຫ້ປະຊາຊົນ ຫລັງຈາກເທດສະການປັດສະຄາແລ້ວ.
\s5
\v 5 ດັ່ງນັ້ນເປໂຕຈຶ່ງຖືກຂັງໄວ້ໃນຄຸກ, ແຕ່ຄຣິສຕະຈັກໄດ້ ອະທິຖານເພື່ອທ່ານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າ.
\v 6 ໃນຄືນນັ້ນກ່ອນເຖິງວັນທີ່ເຮໂຣດຈະພາເປໂຕອອກມາ, ເປໂຕກຳລັງນອນຫລັບຢູ່ລະຫວ່າງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ, ແລະມີພວກຍາມເຝົ້າເບິ່ງຢູ່ທີ່ຫນ້າປະຕູຄຸກ.
\s5
\v 7 ໃນທັນໃດນັ້ນ, ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດຢູ່ຂ້າງໆເປໂຕ, ແລະມີແສງສະຫວ່າງສ່ອງລົງມາໃນຫ້ອງຂັງນັ້ນ, ເທວະດາອົງນັ້ນມາກະຕຸ້ນທີ່ສີ່ຂ້າງຂອງທ່ານໃຫ້ຕື່ນຂຶ້ນ ແລະກ່າວວ່າ, "ຈົ່ງລຸກຂຶ້ນໄວໆ," ໂສ້ນັ້ນກໍຫລຸດຕົກຈາກມືຂອງທ່ານ.
\v 8 ເທວະດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງແຕ່ງຕົວແລະສຸບເກີບ." ເປໂຕກໍປະ​ຕິ​ບັດຕາມ. ເທວະ​ດາອົງນັ້ນກ່າວກັບທ່ານວ່າ, "ຈົ່ງໃສ່ເສື້ອຄຸມ ແລະ ນຳຂ້າ​ພະ​ເຈົ້າມາ."
\s5
\v 9 ເປໂຕຈຶ່ງ​ນຳ​ເທວະ​ດ​າອົງນັ້ນອອກໄປ. ທ່ານບໍ່ຮູ້ວ່າສິ່ງທີ່ເທວະດາເຮັດນັ້ນເປັນຄວາມຈິງ. ທ່ານຄິດວ່າທ່ານກຳລັງເຫັນໃນນິມິດ.
\v 10 ຫລັງຈາກທີ່ພວກທ່ານຍ່າງຜ່ານຄົນເຝົ້າຍາມຊັ້ນທີ​ໜຶ່ງ ແລະ ຊັ້ນທີສອງໄປແລ້ວ, ພວກທ່ານກໍມາຮອດປະຕູເຫລັກທາງທີ່ເຂົ້າໄປໃນເມືອງ; ປະຕູບານນັ້ນກໍເປີດອອກເອງ. ພວກທ່ານຈຶ່ງອອກໄປ, ແລະຍ່າງໄປຕາມທາງ, ເທວະດາກໍຫາຍວັບໄປຈາກທ່ານ.
\s5
\v 11 ເມື່ອເປໂຕຮູ້ສຶກຕົວແລ້ວ, ຈຶ່ງກ່າວວ່າ, “ຕອນນີ້ຂ້າພະເຈົ້າຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າຊົງໃຊ້ເທວະ​ດາຂອງພຣະອົງໃຫ້ມາປ່ອຍຂ້າພະເຈົ້າໃຫ້ພົ້ນຈາກເງື່ອມມືຂອງເຮໂຣດ, ແລະ ຈາກຄວາມປອງຮ້າຍຂອງພວກຢິວ.”
\v 12 ຫລັງຈາກທີ່ທ່ານຄິດໄດ້ຢ່າງນັ້ນແລ້ວ, ທ່ານກໍໄປທີ່ເຮືອນຂອງມາຣີ ແມ່ຂອງໂຢຮັນ, ຜູ້ທີ່ມີອີກຊື່ໜຶ່ງວ່າມາຣະໂກ, ຜູ້ທີ່ເຊື່ອຈຳນວນຫລາຍກຳລັງປະຊຸມອະທິຖານຢູ່ນຳກັນ.
\s5
\v 13 ເມື່ອເປໂຕເຄາະປະຕູຊັ້ນນອກ, ສາວໃຊ້ຄົນໜຶ່ງຊື່ ໂຣດາ ກໍອອກມາຖາມ.
\v 14 ເມື່ອນາງຈື່ໄດ້ວ່າເປັນສຽງຂອງເປໂຕ, ກໍຊື່ນຊົມຍິນດີຫລາຍ ແຕ່ແທນທີ່ຈະເປີດປະຕູໃຫ້; ນາງກັບແລ່ນເຂົ້າໄປໃນຫ້ອງ; ແລະບອກວ່າເປໂຕກຳລັງຢືນຢູ່ທີ່ປະຕູ.
\v 15 ພວກເຂົາຈຶ່ງກ່າວກັບນາງວ່າ, “ເຈົ້າເປັນບ້າ.” ແຕ່ນາງກໍຢືນຢັນວ່າເປັນເຊັ່ນ​ນັ້ນແທ້. ພວກເຂົາກ່າວວ່າ, “ນັ້ນເປັນເທວະດາປະຈຳຕົວຂອງທ່ານ.”
\s5
\v 16 ແຕ່ເປໂຕກໍຍັງເຄາະປະຕູຕໍ່ໄປ, ແລ້ວເມື່ອພວກເຂົາເປີດປະຕູມາ, ເຫັນທ່ານກໍປະ​ຫລາດໃຈ.
\v 17 ເປໂຕຍົກມືໃຫ້ພວກເຂົາມິດ, ແລະທ່ານບອກພວກເຂົາວ່າອົງພຣະຜູ້ເປັນເຈົ້າຊົງພາທ່ານອອກມາຈາກຄຸກແບບໃດ. ທ່ານກ່າວວ່າ, “ຈົ່ງບອກເລື່ອງນີ້ກັບຢາ​ໂກ​ໂບ ແລະພວກພີ່ນ້ອງໃຫ້ຮູ້ນຳ.” ແລ້ວເພິ່ນກໍອອກໄປບ່ອນອື່ນ.
\s5
\v 18 ເມື່ອເຖິງມື້ເຊົ້າມາ, ພວກທະຫານກໍພາກັນຕົກໃຈຢ່າງໃຫຍ່ກ່ຽວກັບສິ່ງທີ່ເກີດຂຶ້ນກັບເປເຕ.
\v 19 ຫລັງຈາກທີ່ເຮໂຣດຊອກຫາເປໂຕບໍ່ເຫັນ, ທ່ານຈຶ່ງສອບ​ຖາມພວກຄົນເຝົ້າຍາມ ແລະສັ່ງໃຫ້ປະຫານຊີວິດ. ແລ້ວທ່ານກໍລົງມາຈາກແຂວງຢູດາຍໄປທີ່ເມືອງກາຍຊາເຣຍ ແລະ ອາ​ໄສຢູ່ທີ່ນັ້ນ.
\s5
\v 20 ເຮໂຣດກໍເກີດມີຄວາມຄ​ຽດ​ແຄ້ນຕໍ່ຊາວເມືອງຕີເຣ ແລະ ຊາວຊີໂດນຫລາຍ. ຊາວເມືອງຈຶ່ງພາກັນໄປຫາທ່ານ. ພວກເຂົາໄດ້ກ້ຽວກ່ອມບຣາຊະໂຕ, ຜູ້ຮັບຜິດຊອບວັງຂອງກະສັດ, ໃຫ້ຊ່ວຍພວກເຂົາ. ພວກເຂົາຂໍໃຫ້ສ້າງມິດໄມຕີກັນ, ເພາະວ່າເມືອງຂອງພວກເຂົາຕ້ອງໄດ້ຮັບອາຫານຈາກເມືອງຂອງກະສັດອົງນັ້ນ.
\v 21 ເມື່ອຮອດມື້ນັດໝາຍເຮໂຣດກໍນຸ່ງເຄື່ອງກະສັດ ແລະ ນັ່ງເທິງບັນລັງ; ທ່ານກ່າວຄໍາປາໄສຕໍ່ພວກເຂົາ.
\s5
\v 22 ຜູ້​ຄົນຮ້ອງຂຶ້ນວ່າ, “ນີ້ເປັນສຽງຂອງພະ, ບໍ່ແມ່ນສຽງຂອງມະນຸດ!”
\v 23 ໃນທັນໃດນັ້ນ ເທວະດາອົງໜຶ່ງຂອງອົງພຣະຜູ້ເປັນເຈົ້າກໍເຮັດໃຫ້ທ່ານປ່ວຍເປັນພະຍາດຮ້າຍແຮງ, ເພາະວ່າທ່ານບໍ່ໄດ້ຖວາຍກຽດແດ່ພຣະເຈົ້າ; ແລ້​ວທ່ານກໍຖືກໜອນກັດກິນ ແລະ ເສຍຊີວິດ.
\s5
\v 24 ແຕ່ພຣະຄໍາຂອງພຣະເຈົ້າໄດ້ຈະເລີນຂຶ້ນ ແລະ ແຜ່ຂະຫຍາຍອອກໄປ.
\v 25 ຫລັງຈາກບາຣະນາບາກັບໂຊໂລສຳເລັດພາລະກິດໃນນະ​ຄອນ ເຢຣູຊາເລັມແລ້ວ, ພວກທ່ານກໍກັບຈາກທີ່ນັ້ນພາໂຢຮັນ, ທີ່ມີອີກຊື່ໜຶ່ງວ່າມາຣະໂກໄປນຳ.
\s5
\c 13
\cl ບົດທີ 13
\p
\v 1 ເວລານັ້ນ ມີບາງຄົນທີ່ເປັນຜູ້ທໍານວາຍ ແລະ ອາຈານໃນຄຣິສຕະຈັກອັນຕີໂອເຂຍ, ພວກທ່ານຄື ບາຣະນາບາ, ຊີໂມນ (ທີ່ເອີ້ນວ່າ ນີເກີ), ລູກີໂອຊາວເມືອງກີເຣເນ, ມານາເອນ (ຜູ້ທີ່ໄດ້ຮັບການລ້ຽງດູຂຶ້ນມາດ້ວຍກັນກັບເຮໂຣດເຈົ້າເມືອງ), ແລະ ໂຊໂລ.
\v 2 ຂະນະທີ່ພວກທ່ານກໍາລັງນະມັດສະການອົງພະຜູ້ເປັນເຈົ້າ ແລະ ຖືສິນອົດອາຫານຢູ່ນັ້ນ, ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, “ຈົ່ງຕັ້ງບາຣະນາບາກັບໂຊໂລໄວ້, ສໍາຫລັບວຽກ​ນັ້ນທີ່ເຮົາເອີ້ນໃຫ້ພວກທ່ານເຮັດ.”
\v 3 ຫລັງຈາກທີ່ພວກ​ທ່ານຖືສິນອົດອາຫານ, ອະທິຖານ, ແລະ ວາງມືໃສ່ຕົວທ່ານທັງສອງແລ້ວ, ພວກເຂົາກໍສົ່ງທ່ານທັງສອງໄປ.
\s5
\v 4 ດັງນັ້ນ ບາຣະນາບາ ແລະ ໂຊໂລ ກໍເຊື່ອຟັງພຣະວິນຍານບໍຣິສຸດເຈົ້າຈຶ່ງລົງໄປທີ່ເມືອງແຊລູເກຍ; ຈາກທີ່ນັ້ນພວກທ່ານໄດ້ລົງເຮືອໄປທີ່ເກາະໄຊປຮັດ.
\v 5 ໃນຂະນະທີ່ພວກທ່ານຢູ່ໃນເມືອງຊາລາມີ, ພວກທ່ານປະກາດພຣະ​ທັມຂອງພຣະເຈົ້າໃນທໍາມະສາລາຂອງຊາວຢິວ. ພວກທ່ານໄດ້ເຫັນໂຢຮັນທີ່​ຊື່ມາຣະໂກເປັນຜູ້ຊ່ວຍດ້ວຍ.
\s5
\v 6 ເມື່ອພວກທ່ານເດີນທາງໄປທົ່ວທັງເກາະຈົນມາຮອດເມືອງປາໂຟແລ້ວ, ພວກທ່ານໄດ້ພົບກັບຊາວຢິວຄົນໜຶ່ງເຊິ່ງເປັນຜູ້ມີເວດມົນ, ແລະ ເປັນຜູ້ທຳ​ນ​ວາຍປອມ, ທີ່ມີຊື່ວ່າບາຣະເຢຊູ.
\v 7 ຜູ້ມີເວດມົນຄົນນີ້ເປັນໝ​ູ່ກັບຜູ້ປົກຄອງເກາະ, ເຊຄີໂອໂປໂລ, ເຊິ່ງເປັນຄົນສະຫລາດຮອບຮູ້. ຊາຍຄົນນີ້ເຊີນບາຣະນາບາກັບໂຊໂລມາພົບ, ເພາະທ່ານຢາກຈະ​ຟັງພຣະທັມຂອງພຣະເຈົ້າ.
\v 8 ແຕ່ເອລີມາ “ຜູ້ມີເວດມົນ” (ນັ້ນ​ເປັນ​ຄຳ​ແປຊື່ຂອງ​ລາວ) ຂັດຂວາງທ່ານທັງສອງໄວ້; ລາວພະຍາຍາມບໍ່ໃຫ້ຜູ້ປົກຄອງເຊື່ອ.
\s5
\v 9 ແຕ່ໂຊໂລທີ່ມີອີກຊື່ໜຶ່ງວ່າໂປໂລ ທີ່ເຕັມໄປດ້ວຍພຣະວິນຍານບໍລິສຸດ ແລະ ເພັ່ງຕາເບີ່ງເອລີມາ.
\v 10 ແລ້ວກ່າວວ່າ, “ທ່ານລູກຂອງຜີຮ້າຍ, ທ່ານເຕັມໄປດ້ວຍອຸບາຍ ແລະ ຄວາມຊົ່ວຮ້າຍທຸກຢ່າງ. ທ່ານເປັນສັດຕູກັບຄວາມຊອບທັມທຸກຢ່າງ. ທ່ານຈະບໍ່ຢຸດບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າ, ຫລື?
\s5
\v 11 ເບີ່ງເຖີດ, ພ​ຣະ​ຫັດຂອງອົງພຣະຜູ້ເປັນເຈົ້າຢູ່ເໜືອທ່ານ, ທ່ານຈະເປັນຄົນຕາບອດ. ທ່ານຈະເບິ່ງບໍ່ເຫັນແສງຕາເວັນໄປຊົ່ວໄລຍະໜຶ່ງ.” ໃນທັນໃດນັ້ນຄວາມມືດມົວກໍເກີດກັບ ເອລີມາ; ລາວຈື່ງຫລຽວໄປອ້ອມໆ ເພື່ອຂໍໃຫ້ຄົນຊ່ວຍຈູງລາວໄປ.
\v 12 ເມື່ອຜູ້ປົກຄອງໄດ້ເຫັນເຫດການທີ່ເກີດຂຶ້ນ, ທ່ານກໍເຊື່ອ, ເພາະວ່າທ່ານປະຫລາດໃຈໃນຄໍາສອນກ່ຽວກັບອົງພຣະຜູ້ເປັນເຈົ້າ.
\s5
\v 13 ແລ້ວໂປໂລກັບພວກຂອງທ່ານກໍລົງເຮືອເດີນທາງອອກຈາກເມືອງປາໂຟໄປທີ່ເມືອງເປກາໃນແຂວງປໍາຟີເລຍ. ແຕ່ໂຢຮັນໄດ້ຖິ້ມພວກທ່ານກັບໄປ​ທີ່ນະຄອນ ເຢຣູຊາເລັມ.
\v 14 ໂປໂລ ແລະ ພວກຂອງທ່ານໄດ້ເດີນທາງຈາກເມືອງເປກາ ມາຮອດເມືອງອັນຕິໂອເຂຍໃນແຂວງປີຊີເດຍ. ທີ່ນັ້ນພວກທ່ານໄດ້ເຂົ້າໄປໃນທໍາມະສາລາ ແລະ ນັ່ງລົງໃນວັນຊະບາໂຕ.
\v 15 ຫລັງຈາກອ່ານພ​ຣະບັນຍັດ ແລະ ຖ້ອຍຄໍາຂອງຜູ້ທໍານວາ​ຍແລ້ວ, ບັນດາຜູ້ປົກຄອງທໍາມະສາລາກໍໃຊ້ຄົນໄປບອກກັບພວກທ່ານວ່າ, “ພີ່ນ້ອງເອີຍ, ຖ້າພວກທ່ານມີຖ້ອຍຄໍາໜູນໃຈໃຫ້ກັບຄົນທີ່ນີ້, ກໍຂໍໃຫ້ກ່າວເຖີດ.”
\s5
\v 16 ໂປໂລກໍລຸກຂຶ້ນແລະຍົກມື; ທ່ານກ່າວວ່າ, “ທ່ານທັງຫລາຍຜູ້ເປັນຊົນຊາດອິດສະຣາເອນ ແລະ ທ່ານທັງຫລາຍທີ່ຢໍາເກັງພຣະເຈົ້າ, ຂໍ​ຈົ່ງຟັງເຖີດ.
\v 17 ພຣະເຈົ້າຂອງຊົນຊາດອິດສະຣາເອນນີ້ໄດ້ຊົງເລືອກເອົາບັນພະບຸລຸດຂອງຂ້າ​ພະ​ເຈົ້າໄວ້ ແລະ ເຮັດໃຫ້ມີຈໍານວນຄົນຫລວງຫລາຍ ໃນຂະນະທີ່ອາໄສຢູ່​ໃນ​ແຜ່ນ​ດິນ​ຂອງປະເທດເອຢິບ, ແລະ ພຣະອົງຊົງນໍາພວກທ່ານອອກມາດ້ວຍພ​ຣະ​ຫັດ​ອັນ​ຊົງຣິດ.
\v 18 ພຣະອົງຊົງຈັດຫາສິ່ງທີ່ຈໍາເປັນໃຫ້ກັບພວກທ່ານໃນຖິ່ນແຫ້ງແລ້ງກັນດານມາເປັນເວລາປະ​ມານ​ສີ່​ສິບປີ.
\s5
\v 19 ຫລັງຈາກທີ່ພຣະອົງໄດ້ທໍາລາຍເຈັດຊົນຊາດໃນດິນແດນ ການາອານແລ້ວ, ພຣະອົງກໍມອບແຜ່ນດິນຂອງຄົນເຫລົ່ານັ້ນໃຫ້ກັບຊົນຊາດຂອງພຣະອົງໃຫ້ເປັນມໍ​ຣະ​ດົກ.
\v 20 ເຫດການທັງໝົດນີ້ ເກີດຂຶ້ນເມື່ອສີ່ຮ້ອຍຫ້າສິບປີມາແລ້ວ. ຫລັງຈາກນີ້, ພຣະເຈົ້າໄດ້ສົ່ງຜູ້ປົກຄອງມາປົກຄອງໃຫ້​ແກ່​ພວກ​ເຂົາຈົນຮອດສະໄໝຂອງຜູ້ທໍານວາຍຊາມູເອນ.
\s5
\v 21 ເວລານັ້ນ ປະຊາຊົນໄດ້ຮ້ອງຂໍໃຫ້ມີກະສັດ, ພຣະເຈົ້າຈຶ່ງ​ຊົງໃຫ້ ໂຊນ ລູກຊາຍຂອງກີເຊ, ຈາກເຜົ່າເບນຢາມິນ, ໃຫ້ແກ່ພວກ​ທ່ານເປັນກະສັດເປັນເວລາສີ່ສິບປີ.
\v 22 ຫລັງຈາກທີ່ພຣະເຈົ້າປົດໂຊນອອກຈາກການເປັນກະສັດ, ພຣະອົງ​ຊົງຕັ້ງດາວິດຂຶ້ນເປັນກະສັດຂອງພວກທ່ານ. ພຣະເຈົ້າກ່າວກ່ຽວກັບດາວິດວ່າ, 'ຂ້າ​ພະ​ເຈົ້າເຫັນວ່າ ດາວິດ ລູກຊາຍຂອງ ເຢຊີ ເປັນຄົນທີ່ຂ້າ​ພະ​ເຈົ້າຖືກໃຈທີ່​ຈະເຮັດທຸກສິ່ງທີ່​ຂ້າ​ພະ​ເຈົ້າປະສົງ​ໃຫ້​ລາວ​ເຮັດ.'
\s5
\v 23 ພຣະເຈົ້າປະທານພຣະຜູ້ຊ່ວຍໃຫ້ພົ້ນຂອງຊາວອິດສະຣາເອນ, ຄືພຣະເຢຊູຄ​ຣິດ​ເຈົ້າ, ຈາກເຊື້ອສາຍຂອງດາວິດຕາມທີ່ພຣະອົງຊົງສັນຍາໄວ້.
\v 24 ເຫດການນີ້ໄດ້ເກີດຂຶ້ນ, ກ່ອນທີ່ພຣະເຢຊູຄ​ຣິດ​ເຈົ້າສະເດັດມາ, ໂຢຮັນໄດ້ປະກາດເຖີງບັບຕິສະມາ ທີ່ສະແດງເຖີງການກັບໃຈໃໝ່ຕໍ່ຊາວອິດສະລາເອນທຸກຄົນແລ້ວ.
\v 25 ຂະ​ນະທີ່ໂຢຮັນກໍາລັງສຳເລັດພາລະກິດຂອງ​ທ່ານ, ທ່ານກ່າວວ່າ, 'ພວກທ່ານຄິດວ່າຂ້າພະເຈົ້າແມ່ນຜູ້ໃດ? ຂ້າພະເຈົ້າບໍ່ແມ່ນຜູ້​ນັ້ນ. ແຕ່ຈົງຟັງເຖີດ, ຜູ້ທີ່ມາພາຍຫລັງຂ້າພະເຈົ້າ, ທີ່ຂ້າພະເຈົ້າບໍ່ສົມຄວນທີ່ຈະປົດສາຍເກີບອອກຈາກຕີນຂອງພຣະອົງ.'
\s5
\v 26 ພີ່ນ້ອງທັງຫລາຍ, ທີ່ເປັນລູກຫລານຂອງເຊື້ອສາຍອັບຣາຮາມ, ແລະ ທຸກຄົນທີ່ຢູ່ທ່າມກາງພວກທ່ານທີ່ນັບຖືພຣະເຈົ້າ, ຖ້ອຍຄໍາແຫ່ງຄວາມລອດພົ້ນນີ້ໄດ້ສົ່ງມາ​ເຖິງ​ຂ້າ​ພະ​ເຈົ້າ.
\v 27 ເພາະວ່າ​ພວກ​ຄົ​ນ​ທີ່​ຢູ່ໃນນະຄອນ ເຢຣູຊາເລັມ, ແລະ ຜູ້ປົກຄອງຂອງພວກເຂົາບໍ່ໄດ້ຮູ້ຈັກພຣະອົງ, ແລະ ພວກເຂົາໄດ້ເຮັດໃຫ້ຖ້ອຍຄໍາຂອງທໍານວາຍທີ່ອ່ານສູ່ກັນຟັງໃນວັນຊະບາໂຕສໍາເລັດໂດຍການກ່າວໂທດພຣະອົງ.
\s5
\v 28 ເຖີງແມ່ນວ່າພວກເຂົາບໍ່ໄດ້ພົບຄວາມຜິດປະການໃດທີ່ມີໂທດເຖິງຕາຍໃນພຣະອົງ, ພວກເຂົາຍັງຂໍຮ້ອງປີລາດໃຫ້ປະຫານພຣະອົງ.
\v 29 ເມື່ອພວກເຂົາໄດ້ເຮັດທຸກສິ່ງໃຫ້ສໍາເລັດຕາມທີ່ຂຽນໄວ້ກ່ຽວກັບພຣະອົງແລ້ວ, ພວກເຂົາກໍເອົາພຣະສົບລົງຈາກໄມ້ກາງແຂນ ແລະ ວາງພຣະສົບໄວ້ໃນອຸບມຸງ.
\s5
\v 30 ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ.
\v 31 ບັນດາຄົນທີ່ຢູ່ກັບພຣະອົງມາຈາກແຂວງຄາລີເລຈົນເຖິງນະຄອນ ເຢຣູຊາເລັມ. ຈຶ່ງໄດ້ເຫັນພຣະອົງເປັນເວລາຫລາຍວັນ ບັດນີ້ ຄົນເຫລົ່ານີ້ກໍ​ຍັງໄດ້ເປັນພະ​ຍານ​ຂອງພຣະອົງ​ຕໍ່ຜູ້​ຄົນ.
\s5
\v 32 ເຮົານໍາຂ່າວປະເສີດກ່ຽວ​ກັບ​ພ​ຣະສັນຍາທີ່ໄດ້ເຮັດໄວ້ກັບບັນພະບູລຸດຂອງຂ້າ​ພະ​ເຈົ້າ
\v 33 ພຣະເຈົ້າຊົງບັນດານໃຫ້ພະສັນຍາເຫລົ່ານີ້ສຳເລັດ, ເພື່ອພວກເຮົາທີ່ເປັນລູກຫລານຂອງພວກເຂົາ, ໃນການບັນດານໃຫ້ພຣະເຢຊູຄ​ຣິດເຈົ້າເປັນຄືນມາມີຊີວິດ. ເລື່ອງ​ນີ້ໄດ້ຂຽນໄວ້ໃນພຣະທໍາບົດເພັງສັນລະເສີນບົດທີສອງວ່າ: 'ເຈົ້າເປັນບຸດຂອງເຮົາ, ມື້ນີ້ເຮົາເປັນບິດາຂອງເຈົ້າ.'
\v 34 ແລ້ວຍັງກ່າວເຖິງຄວາມຈິງທີ່ພຣະເຈົ້າຊົງບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ ເພື່ອທີ່ພຣະກາຍຂອງພຣະອົງຈະບໍ່ເປື່ອຍເນົ່າ, ພຣະອົງກ່າວ​ດັ່ງ​ນີ້ວ່າ: 'ເຮົາຈະໃຫ້ພຣະພອນອັນບໍຣິສຸດ ແລະ ໝັ້ນຄົງຂອງ​ດາ​ວິດແກ່ທ່ານ.'
\s5
\v 35 ນີ້ຄືເຫດຜົນທີ່​ທ່ານ​ຍັງກ່າວໄວ້ໃນພຣະທໍາບົດເພັງສັນລະເສີນບົດອື່ນໆໄວ້ດ້ວຍວ່າ, 'ພຣະອົງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ.'
\v 36 ເພາະວ່າຫລັງຈາກທີ່ດາວິດໄດ້ບົວລະບັດຕາມພຣະປະສົງຂອງພຣະເຈົ້າໃນຊ່ວງອາຍຸຂອງທ່ານແລ້ວ, ທ່ານ​ກໍ​ລ່ວງ​ຫລັບໄປ; ແລະ ຖືກຝັງໄວ້ກັບບັນພະບູລຸດຂອງທ່ານແລ້ວກໍເປື່ອຍເນົ່າໄປ.
\v 37 ແຕ່ພຣະອົງຜູ້ທີ່ພຣະເຈົ້າຊົງບັນດານໃຫ້ເປັນຄືນມາບໍ່ເປື່ອຍເນົ່າໄປ.
\s5
\v 38 ເພາະສະນັ້ນ ພີ່ນ້ອງທັງຫລາຍ, ຂໍໃຫ້ພວກເຈົ້າເຂົ້າໃຈວ່າ, ໂດຍຊາຍຜູ້ນີ້ທີ່ປະກາດການຍົກໂທດຄວາມຜິດບາບໃຫ້ແກ່ທ່ານ.
\v 39 ໂດຍພຣະອົງ ທຸກຄົນທີ່ເຊື່ອກໍຖືວ່າເປັນຄົນຊອບທໍາຈາກທຸກສິ່ງຕາມພຣະບັນຍັດຂອງໂມເຊເຮັດໃຫ້ພວກທ່ານເປັນຄົນຊອບທໍາບໍ່ໄດ້.
\s5
\v 40 ເພາະສະນັ້ນ ຈົ່ງລະວັງໃຫ້ດີ ເພື່ອວ່າຖ້ອຍຄໍາຂອງຜູ້ທໍານວາຍໄດ້ກ່າວໄວ້ຈະບໍ່ເກີດຂຶ້ນກັບພວກທ່ານ:
\v 41 “ຈົ່ງເບິ່ງ​ເຖີດ, ທ່ານພວກຄົນທີ່​ໝິ່ນປະໝາດ, ຈົ່ງປະຫລາດໃຈແລະຈິບຫາຍໄປ; ເພາະຂ້າ​ພະ​ເຈົ້າກໍາລັງເຮັດ​ວຽກໃນວັນເວລາຂອງພວກທ່ານ, ວຽກ​ງານທີ່ພວກທ່ານຈະບໍ່ເຊື່ອ, ແມ່ນວ່າຈະມີຄົນປະກາດກັບ​ທ່ານ.”
\s5
\v 42 ຂະ​ນະ​ທີ່ໂປໂລ ແລະ ບາຣະນາບາຈາກ​ໄປ, ພວກທ່ານກໍອ້ອນວອນໃຫ້ທ່ານທັງສອງກ່າວຖ້ອຍຄໍາຢ່າງດຽວກັນອີກໃນວັນຊະບາໂຕຕໍ່​ໄປ.
\v 43 ເມື່ອການປະ​ຊຸມໃນວັນຊະບາໂຕເລີກແລ້ວ, ພວກຢິວ ແລະ ຄົນທີ່ເຂົ້າຮີດຢິວທີ່ນັບຖືພຣະເຈົ້າຫລາຍຄົນກໍຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງໄດ້ໂອ້​ລົມ ແລະໜູນໃຈໃຫ້ພວກເຂົາດໍາເນີນຊີວິດຢູ່ໃນພຣະຄຸນຂອງພຣະເຈົ້າ.
\s5
\v 44 ໃນວັນສະບາໂຕຕໍ່ມາ, ຄົນໃນເມືອງເກືອບທັງໝົດກໍມາປະຊຸມກັນເພື່ອທີ່ຈະຟັງພຣະທັມຂອງອົງພຣະຜູ້ເປັນເຈົ້າ.
\v 45 ເມື່ອພວກຢິວເຫັນຝູງຊົນ, ພວກເຂົາກໍເຕັມດ້ວຍຄວາມອິດສາ ແລະ ເວົ້າຄັດຄ້ານຄໍາ​ທີ່ໂປໂລເວົ້າ ແລະ ເວົ້າໝິ່ນປະໝາດທ່ານ.
\s5
\v 46 ແຕ່ໂປໂລ ແລະ ບາຣະນາບາກ່າວດ້ວຍໃຈກ້າຫານວ່າ, “ເປັນສິ່ງຈໍາເປັນທີ່ຈະຕ້ອງກ່າວພຣະທັມຂອງພຣະເຈົ້າໃຫ້ພວກທ່ານຟັງກ່ອນ. ແຕ່ເມື່ອພວກທ່ານບໍຍອມຮັບ ແລະ ຕັດສິນໃຈຕົວເອງວ່າບໍ່ສົມຄວນທີ່ຈະໄດ້ຮັບຊີວິດນິລັນດອນ, ດັ່ງນັ້ນ, ພວກເຮົາກໍຈະໄປຫາຄົນຕ່າງຊາດ.
\v 47 ເພາະວ່າອົງພຣະຜູ້ເປັນເຈົ້າ, ກ່າວສັ່ງຂ້າ​ພ​ະ​ເຈົ້າວ່າ, ‘ເຮົາຕັ້ງເຈົ້າໄວ້ໃຫ້ເປັນແສງສະຫວ່າງສຳ​ຫລັບຄົນຕ່າງຊາດ, ເພື່ອທ່ານຈະໄດ້ນຳຄວາມລອດພົ້ນໄປຈົນເຖິງ​ທີ່ສຸດປາຍແຜນດິນໂລກ.’”
\s5
\v 48 ເມືອຄົນຕ່າງຊາດໄດ້ຍິນດັ່ງນັ້ນ, ຕ່າງກໍຊືນຊົມຍິນດີ ແລະ ສັນລະເສີນຖ້ອຍຄໍາຂອງອົງພຣະຜູ້ເປັນເຈົ້າ. ຄົນຫລ​ວງຫລາຍທີ່ໄດ້ຖືກເລືອກໄວ້ເພື່ອໃຫ້ໄດ້ຮັບຊີວິດນິລັນດອນກໍເຊື່ອ.
\v 49 ພຣະທໍາຂອງອົງພຣະຜູ້ເປັນເຈົ້າກໍແຜ່ອອກໄປທົ່ວທັງຂົງເຂດນັ້ນ.
\s5
\v 50 ແຕ່ພວກຢິວໄດ້ຕົວະຍົວະ​ໃຫ້​ບັນ​ດາແມ່ຍິງທີ່ເປັນ​ຄົນ​ສຳ​ຄັນ, ແລະ ນັບຖືພຣະເຈົ້າກັບພວກຜູ້ຊາຍທີ່ເປັນຜູ້ນໍາ​ຂອງເມືອງນັ້ນ. ພວກເຂົາຕົວະຍົ​ວະໃຫ້ມີການຂົ່ມເຫັງໂປໂລກັບບາຣະນາບາ ແລະ ຂັບໄລ່ທ່ານທັງສອງໃຫ້ອອກໄປຈາກເມືອງນັ້ນ.
\v 51 ໂປໂລກັບບາຣະນາບາກໍສັ່ນຂີ້ຝຸ່ນອອກຈ​າກຕີນພວກ​ທ່ານ. ແລ້ວພວກທ່ານທັງສອງກໍໄປທີ່ເມືອງອີໂກນີອົນ.
\v 52 ແລະ ເຕັມດວ້ຍພຣະວິນຍານບໍຣິສຸດເຈົ້າ.
\s5
\c 14
\cl ບົດທີ 14
\p
\v 1 ໃນເມືອງອີໂກນີອົນທີ່ໂປໂລ ແລະ ບາຣະນາບາພາກັນເຂົ້າໄປໃນທຳມະສາລາຂອງພວກຢິວ ແລະ ກ່າວກ່ຽວ​ກັບ​ທາງນັ້ນ ເຊິ່ງເຮັດໃຫ້ທັງ​ພວກຢິວ ແລະ ພວກກຣີກຈຳນວນຫລາຍເຊື່ອ.
\v 2 ແຕ່ພວກຢິວທີ່ບໍ່ເຊື່ອຟັງໄດ້ຕົວະຍົ​ວະ​ພວກຄົນຕ່າງຊາດ ໃຫ້​ກຽດ​ຊັງ​ພວກ​ພີ່​ນ້ອງ​ທີ່​ເຊື່ອ.
\s5
\v 3 ເຫດ​ສະ​ນັ້ນ ທ່ານ​ທັງ​ສອງ​ຈຶ່ງ​​ອາ​ໄສ​ຢູ່ທີ່ນັ້ນດົນ​ນານ, ປະກາດດ້ວຍໃຈກ້າຫານດ້ວຍຣິດອຳ​ນາດຂອງອົງພຣະຜູ້ເປັນເຈົ້າ, ໃນຂະ​ນະທີ່ພຣະອົງຊົງຮັບ​ຮອງ​ຖ້ອຍ​ຄຳ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ອົງ. ພຣະອົງຊົງເຮັດໂດຍປະທານ​ໝາຍສໍາຄັນ ແລະ ການອັດສະຈັນດ້ວຍມືຂອງໂປໂລ ແລະ ບາຣະນາບາ.
\v 4 ແຕ່​ຊາວ​ເມືອງນັ້ນ​ໄດ້​ແຍກ​​ອອກ​ເປັນ​ສອງ​ພວກ: ບາງຄົນຢູ່ຝ່າຍ​ພວກ​ຢິວ, ແລະ​ບາງຄົນ​​ຢູ່ຝ່າຍ​ພວກ​ອັກ​ຄະ​ສາ​ວົກ.
\s5
\v 5 ເມື່ອພວກຄົນ​ຕ່າງ​ຊາດ ແລະ ພວກ​​​ຢິວ​ພະຍາຍາມຕົວະຍົວະ​ບັນ​ດາ​ຜູ້​ປົກ​ຄອງ​ໃຫ້​ຂົ່ມ​ເຫັງ​​ ແລະ ເອົາ​ກ້ອນ​ຫີນ​ແກວ່ງ​ໃສ່ໂປ​ໂລ​ ແລະ ​ບາ​ຣະ​ນາ​ບາ,
\v 6 ທ່ານ​ທັງ​ສອງ​ໄດ້ຮູ້ເຖິງ​ເລື່ອງ​ນີ້ ຈຶ່ງ​ໜີ​ໄປ​ທີ່​ເມືອງ ​​ລີ​ກາ​ໂອ​ເນຍ, ເມືອງລີ​ຊະ​ທາ, ແລະ​ ເມືອງເດ​ຣະ​ເບ, ແລະ​ໃນ​​ເຂດແດນ​ທີ່ຢູ່ໃກ້​ຄຽງ​ນັ້ນ.
\v 7 ແລ້ວ​ພວກທ່ານ​​ກໍ​ປະ​ກາດ​ຂ່າວ​ປະ​ເສີດທີ່​ນັ້ນ.
\s5
\v 8 ໃນ​ເມືອງ​ລີ​ຊະ​ທາ​​ມີ​ຊາຍ​ຄົນ​ໜຶ່ງນັ່ງຢູ່​, ຕີນ​ຂອງ​ລ​າວ​ບໍ່​ມີ​ແຮງ, ເຊິ່ງ​ເປັນ​ຄົນ​ເປັ້ຍ​ມາ​ຕັ້ງ​ແຕ່​ເກີດ​, ທີ່​ຍັງ​ບໍ່​ເຄີຍ​ຍ່າງເລີຍ.
\v 9 ຊາຍ​ຄົນ​ນີ້​​ຟັງ​ຖ້ອຍ​ຄຳ​ທີ່​ໂປ​ໂລ​ເວົ້າ. ໂປ​ໂລ​ແນມ​​ເບິ່ງ​ລາວ ແລະ ເຫັນ​ວ່າ​ມີ​ຄວາມ​ເຊື່ອ​ພໍ​ຈະໄດ້ຮັບການຮັກສາໃຫ້ຫາຍດີ​​ໄດ້.
\v 10 ທ່ານ​ຈຶ່ງບອກ​ລາວ​ດ້ວຍ​​ສຽງ​ດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​.” ຊາຍຄົນ​​ນັ້ນ​ກໍ​ໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປ​ອ້ອມໆ.
\s5
\v 11 ເມື່ອ​ຝູງ​ຊົນ​ເຫັນສິ່ງ​ທີ່​ໂປ​ໂລ​ເຮັດ​, ພວກເຂົາຈິ່ງພາ​ກັນ​​ຮ້ອງ​ຂຶ້ນ​ເປັນ​ພາ​ສາ​ກີລີເກຍວ່າ, “ພວກ​ພະ​ໄດ້ແປງ​ກາຍ​ເປັນ​ມະ​ນຸດລົງ​ມາ​ຫາ​ພວກ​ເຮົາ​ແລ້ວ”
\v 12 ພວກ​ເຂົາ​ໃສ່​ຊື່​ໃຫ້​ບາ​ຣະ​ນາ​ບາ​ວ່າ “ພະ​ຊູດ,” ແລະ​ເອີ້ນ​ໂປ​ໂລ​ວ່າ, “ພະ​ເຮ​ຣະ​ເມ,” ເພາະ​ວ່າ​ໂປ​ໂລເປັນ​ຄົນ​ເວົ້າ.
\v 13 ຝ່າຍປະໂລຫິດຂອງພະຊູດທີ່​ມີ​ວິ​ຫານ​ຕັ້ງ​ຢູ່​ນອກ​ເມືອງນັ້ນ, ໄດ້​ນຳ​ງົວ​ ແລະ ​ພວງ​ມະ​ໄລ​ທີ່​ປະ​ຕູ​ເມືອງ; ລາວແລະ​ປະ​ຊາ​ຊົນຕ້ອງການ​ຈະ​ຖວາຍ​ເຄື່ອງ​ບູ​ຊາ.
\s5
\v 14 ແຕ່​ເມື່ອພວກ​ອັກ​ຄະ​ສາ​ວົກ, ​ບາ​ຣະ​ນາ​ບາ​ ແລະ ​ໂປ​ໂລ​ໄດ້​ຍິນເລື່ອງ​ນີ້, ພວກທ່ານກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ໃນ​ຝູງ​ຊົນ, ຮ້ອງ​ຂຶ້ນ​ວ່າ,
\v 15 “ເປັນ​ຫຍັງພວກ​ທ່ານ​ຈຶ່ງ​ເຮັດ​ເຊັ່ນ​ນີ້?“ ຂ້າ​ພະ​ເຈົ້າ​ກໍ​​ເປັນ​ມະ​ນຸດ​ທີ່​ມີ​ຄວາມ​ຮູ້​ສຶກ​ເຊັ່ນດຽວ​ກັນ​ກັບ​ພວກ​ທ່ານ. ຂ້າພະ​ເຈົ້ານຳ​ຂ່າວ​ປະ​ເສີດມາ, ເພື່ອ​ໃຫ້​ພວກ​ທ່ານ​ກັບ​ໃຈ​ຈາກ​ສິ່ງທີ່​ບໍ່​ມີ​ປະ​ໂຫຍດ​ເຫລົ່າ​ນີ້ ແລະ​ ກັບ​ໄປຫາ​ພຣະ​ເຈົ້າ​ຜູ້​ຊົງ​ພ​ຣະຊົນ​ຢູ່, ຜູ້​ຊົງ​ສ້າງ​ຟ້າ​ສະ​ຫວັນ, ແຜ່ນ​ດິນ​ໂລກ, ແລະ​ທະ​ເລ ແລະທຸກ​​ສິ່ງທີ່​ມີ​ຢູ່ໃນ​ທີ່ເຫລົ່າ​ນັ້ນ.
\v 16 ໃນ​ອະ​ດີດ​ທີ່​ຜ່ານ​ມາ, ພຣະ​ອົງ​ປ່ອຍ​ໃຫ້​ປະ​ຊາ​ຊາດຕ່າງໆ​​ ປະ​ຕິ​ບັດ​ຕາມ​ທາງ​ຂອງ​ຕົນເອງ.
\s5
\v 17 ແຕ່​ພ​ຣະ​ອົງ​ຊົງ​ບໍ່​ໃຫ້ພຣະ​ອົງເອງ​​ຂາດ​ພະ​ຍານ​, ໃນການ​ທີ່​​ພຣະ​ອົງຊົງ​ເຮັດ​ສິ່ງ​ທີ່​ດີ ແລະ ​ບັນ​ດານ​ຝົນ​​ຕົກ​ຈາກ​ທ້ອງ​ຟ້າໃຫ້ພວກທ່ານ ແລະ ​ໃຫ້​ມີ​ຜົນ​ລະ​ປູກ​ຕາມ​ລະ​ດູ​ການ, ຊົງ​ໂຜດ​ໃຫ້ທ່ານ​ອີ່ມ​ດ້ວຍ​ອາ​ຫານ​ການ​ກິນ​ ແລະ ​ດ້ວຍ​ຄວາມ​ຍິນ​ດີ.”
\v 18 ເຖິງ​ແມ່ນ​ວ່າ ໂປໂລ ແລະ ບາຣະນາບາ ຈະ​ກ່າວ​ຖ້ອຍຄຳ​ເຫລົ່າ​ນີ້, ​ກໍບໍ່ສາມາດ​ຫ້າມ​ຝູງຊົນບໍ່​ໃຫ້ມາ​ຖວາຍ​ເຄື່ອງ​ບູ​ຊາ​ແກ່​ພວກ​ທ່ານໄດ້​.
\s5
\v 19 ພວກ​​ຢິວ​ບາງ​ຄົນ​ມາ​ຈາກ​ເມືອງ​ອັນ​ຕີ​ໂອ​ເຂຍ ແລະ​ ​ເມືອງ​ອີໂກນີອົມໄດ້​ຊັກ​ຊວນຝູງຊົນ. ພວກ​ເຂົ​າ​ເອົາ​ກ້ອນ​ຫີນແກວ່ງ​​ໃສ່​ໂປ​ໂລ ແລະ ​ລາກ​ທ່ານ​ອອກ​ໄປ​ນອກເມືອງ, ໂດຍ​ຄິດ​ວ່າ​ທ່ານ​ຕາຍ​ແລ້ວ.
\v 20 ແຕ່​​ພວກ​ສາ​ວົກ​ໄດ້​ຢືນ​ອ້ອມ​ເພິ່ນ​ໄວ້, ທ່ານ​ກໍ​ລຸກ​ຂຶ້ນ​ແລ້ວ​​ເຂົ້າ​ໄປ​ໃນ​ເມືອງ. ມື້​ຕໍ່​ມາທ່ານ​ໄປ​ທີ່​ເມືອງ ​ເດ​ຣະ​ເບກັບ​ບາ​ຣະ​ນາ​ບາ​.
\s5
\v 21 ຫລັງ​ຈາກ​ທີ່​ທ່ານ​ທັງ​ສອງໄດ້​ປະ​ກາດ​ຂ່າວ​ປະ​ເສີດ​ໃນ​ເມືອງນັ້ນ ແລະ ​ເຮັດ​ໃຫ້​​ຄົນຈໍານວນຫລາຍ​ມາ​ເປັນ​ສາ​ວົກ, ​ທ່ານ​ທັງ​ສອງ​ກໍ​​ກັບ​ຄືນ​ໄປ​ທີ່ເມືອງລີສະຕຣາ, ແລ້​ວ​ໄປ​ທີ່​ເມືອງ ອີໂກນີອົມ, ແລະເມືອງອັນ​ຕີ​ໂອ​ເຂຍ.
\v 22 ທ່ານ​ທັງ​ສອງ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ສາ​ວົກ​ເຂັ້ມ​ແຂງ​ຂຶ້ນ ແລະ​ ໜູນ​ໃຈ​ພວກ​ເຂົາ​ໃຫ້​ຕັ້ງ​ໝັ້ນ​ຄົງ​ຢູ່ໃນ​ຄວາມ​ເຊື່ອ​, ໂດຍ​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​​ຕ້ອງ​ອົດ​ທົນ​ຕໍ່​ຄວາມ​ທຸກຍາກ​ລຳ​ບາກ​ຫລາຍ​ປະ​ການ ໃນ​ການ​ເຂົ້າ​ໄປ​ສູ່​ຣາ​ຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.”
\s5
\v 23 ເມື່ອທ່ານ​ທັງ​ສອງ​ແຕ່ງ​ຕັ້ງ​ພວກ​ຜູ້ປົກຄອງໃຫ້ກັບຄຣິສຕະຈັກໃນທຸກແຫ່ງແລ້ວ, ກໍ​ອະ​ທິ​ຖານ ​ແລະ ​ຖື​ສິນ​ອົດ​ອາ​ຫານ, ທ່ານ​ທັງ​ສອງ​ພວກ​ເຂົາ​ໄວ້​ກັບ​ອົງ​ພຣະ​ຜູ້ເປັນ​ເຈົ້າ, ທີ່​ພວກ​​ເຂົາເຊື່ອ​ຢູ່ນັ້ນ.
\v 24 ແລ້ວທ່ານທັງສອງກໍ​ເດີນ​ທາງຜ່ານ​ແຂວງ​ປີ​ຊີ​ເດຍ ​ມາ​ເຖິງ​ແຂວງ​ປຳ​ຟີ​ເລຍ.
\v 25 ເມື່ອ​ທ່ານ​ທັງ​ສອງ​ກ່າວ​ພຣະ​ທຳ​ໃນ​ເມືອງ​ເປ​ກາ​ແລ້ວ, ພວກ​ທ່ານ​ກໍ​ລົງ​ໄປ​ທີ່​ເມືອງ ​ອັດ​ຕາ​ເລຍ.
\v 26 ຈາກ​ທີ່​ນັ້ນ ພວກທ່ານ​​ໄດ້​ແລ່ນ​ເຮືອມາ​ທີ່​ເມືອງ​ອັນ​ຕີ​ໂອ​ເຂຍ, ເຊີງເປັນເມືອງ​ທີ່ມອບ​ທ່ານ​ທັງ​ສອງ​​ໄວ້​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ ໃຫ້ເຮັດ​ພາ​ລະ​ກິດນັ້ນທີ່​ທ່ານ​ທັງ​ສອງ​ໄດ້​ເຮັດ​ສຳ​ເລັດ​ແລ້ວ.
\s5
\v 27 ເມື່ອ​ທ່ານທັງສອງມາ​ຮອດ​ເມືອງ ​ອັນ​ຕີ​ໂອ​ເຂຍ ແລະ ​ໄດ້​​ປະ​ຊຸມຮ່ວມ​ກັນໃນ​ຄຣິສ​ຕະ​ຈັກ, ທ່ານ​ທັງ​ສອງໄດ້​ເລົ່າ​ເຖິງ​ທຸກ​ສິ່ງທີ່​ພຣະ​ເຈົ້າ​ຊົງ​ໄດ້​ເຮັດ​ກັບ​ພວກ​ທ່ານ, ແລະ ໃນ​ການ​ທີ່​ພຣະ​ອົງ​ຊົງ​ເປີດ​ປະ​ຕູ​ແຫ່ງ​ຄວາມ​ເຊື່ອ​ໃຫ້ກັບ​ພວກຕ່າງ​ຊາດ​.
\v 28 ພວກທ່ານ​​ອາ​ໄສ​ຢູ່ກັບ​ພວກ​ສາ​ວົກ​ເປັນ​ເວ​ລາ​ດົນ​ນານ.
\s5
\c 15
\cl ບົດທີ 15
\p
\v 1 ບາງຄົນລົງໄດ້ມາຈາກແຂວງຢູດາຍ ເຖິງອັນຕີໂອກ ແລະ ໄດ້ສອນອ້າຍນ້ອງວ່າ, "ຖ້າພວກທ່ານບໍ່ເຂົ້າພິທີຕັດຕາມທຳນຽມຂອງໂມເຊພວກທ່ານຈະພົ້ນບໍ່ໄດ້."
\v 2 ຊຶ່ງໄດ້ເຮັດໃຫ້ໂປໂລ ແລະບາຣະນາບາໄດ້ພະເຊີນໜ້າ ແລະ ໂຕ້ຖຽງກັບຄົນເຫລົ່ານັ້ນແລ້ວ. ດັ່ງນັ້ນໂປໂລ ແລະ ບາຣະນາບາ ແລະ ຄົນອື່ນໆບາງຄົນທ່າມກາງເຂົາ ຄວນຈະຂຶ້ນໄປກຸງເຢຣູຊາເລັມ ເພື່ອໄປພົບກັບບັນດາອັກຄະສາວົກ ແລະ ຜູ້ອາວຸໂສກ່ຽວກັບເລື່ອງນີ້.
\s5
\v 3 ເພາະເຫດນີ້, ຄຣິສຕະຈັກຈຶ່ງສົ່ງທ່ານເຫລົ່ານັ້ນໄປ, ໃນຂະນະທີ່ເດີນທາງຜ່ານແຂວງໂຟນີເຊຍແລະ ແຂວງຊາມາເຣຍ ແລະໄດ້ປະກາດເລື່ອງລາວຂອງພວກຕ່າງຊາດ. ພວກເຂົາໄດ້ເຮັດໃຫ້ພີ່ນ້ອງທຸກຄົນຊື່ນຊົນຍິນດີເປັນຢ່າງຍິ່ງ.
\v 4 ເມື່ອພວກເຂົາມາເຖິງກຸງເຢຣູຊາເລັມ, ຄຣິສຕະຈັກ ແລະພວກອັກຄະສາວົກ ແລະ ຜູ້ປົກຄອງກໍມາຕ້ອນຮັບທ່ານ ແລ້ວພວກທ່ານໄດ້ເລົ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າຊົງກະທຳຮ່ວມກັບພວກເພິ່ນ.
\s5
\v 5 ແຕ່ມີບາງຄົນຢູ່ໃນພວກຟາຣີຊາຍຜູ້ທີ່ເຊື່ອ, ໄດ້ຢືນຂຶ້ນ ແລະ ກ່າວວ່າ "ມັນມີຄວາມຈຳເປັນທີ່ພວກເຂົາຕ້ອງເຂົ້າພິທີຕັດ ແລະ ເພື່ອສັ່ງພວກເຂົາໃຫ້ປະຕິບັດຕາມກົດບັນຍັດຂອງໂມເຊ."
\v 6 ດັ່ງນັ້ນພວກອັກຄະສາວົກ ແລະ ຜູ້ປົກຄອງຈຶ່ງໄດ້ປະຊຸມກັນເພື່ອພິຈາລະນາໃນເລື່ອງນີ້."
\s5
\v 7 ຫລັງຈາກທີ່ໄດ້ໂຕ້ຖຽງກັນມາຫລາຍແລ້ວ, ເປໂຕຈຶ່ງຢືນຂຶ້ນ ແລະ ກ່າວກັບພວກເຂົາວ່າ "ພີ່ນ້ອງທັງຫລາຍ, ພວກທ່ານຮູ້ຢູ່ແລ້ວວ່ານານມາແລ້ວ ພຣະເຈົ້າໄດ້ຊົງເລືອກ ຂ້າພະເຈົ້າທ່າມກາງພວກທ່ານ ເພື່ອທີ່ຈະໄດ້ກ່າວຖ້ອຍຄຳແຫ່ງຂ່າວປະເສີດໃຫ້ພວກຕ່າງຊາດຟັງ ແລະ ເຊື່ອ.
\v 8 ພຣະເຈົ້າຊົງຮູ້ໃຈມະນຸດ, ໄດ້ຊົງເປັນພະຍານໃຫ້ເຂົາດ້ວຍປະທານພຣະວິນຍານບໍຣິສຸດໃຫ້ແກ່ພວກເຂົາ, ເໝືອນທີ່ຊົງປະທານໃຫ້ກັບພວກເຮົາ
\v 9 ແລະ ພຣະອົງບໍ່ໄດ້ຖືວ່າມີຄວາມແຕກຕ່າງກັນລະວ່າງພວກເຮົາກັບພວກເຂົາ, ໃນການຊຳລະໃຈຂອງພວກເຂົາດ້ວຍຄວາມເຊື່ອ."
\s5
\v 10 ເພາະສະນັ້ນ ບັດນີ້ເປັນຫຍັງພວກທ່ານຈຶ່ງທົດສອບພຣະເຈົ້າ, ໂດຍວາງພາລະອັນຫນັກໄວ້ເທິງຄໍຂອງພວກສາວົກ ເຊິ່ງບັນພະບູລຸດຂອງພວກເຮົາ ຫລື ພວກເຮົາແບກບໍ່ໄຫວບໍ?
\v 11 ແຕ່ເຮົາເຊື່ອວ່າ ເຮົາຈະໄດ້ຮັບຄວາມພົ້ນໂດຍພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າ, ເຊັ່ນດຽວກັບພວກເຂົາ."
\s5
\v 12 ຄົນທັງຫລາຍກໍມິດງຽບ ໃນຂະນະທີ່ພວກເຂົາຟັງບາຣານາບາ ແລະ ໂປໂລໄດ້ເລົ່າເລື່ອງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ທີ່ພຣະເຈົ້າຊົງກະທຳທ່າມກາງຄົນຕ່າງຊາດໂດຍຜ່ານພວກເຂົາ.
\s5
\v 13 ຫລັງຈາກທີ່ພວກເພິ່ນກ່າວຈົບແລ້ວ, ຢາໂກໂບຈຶ່ງໄດ້ກ່າວວ່າ " ພີ່ນ້ອງທັງຫລາຍຂໍຈົ່ງຟັງຂ້າພະເຈົ້າ,
\v 14 ຊີໂມນໄດ້ບອກວ່າພຣະເຈົ້າຜູ້ຊົງພຣະຄຸນ ໄດ້ຊົງຊ່ວຍພວກຕ່າງຊາດຄັ້ງແລກ ເພື່ອທີ່ຈະນຳຊົນກຸ່ມໜຶ່ງອອກຈາກພວກເຂົາເພື່ອພຣະນາມຂອງພຣະອົງ.
\s5
\v 15 ຖ້ອຍຄຳຂອງຜູ້ທຳນວຍກໍໄດ້ສອດຄ່ອງກັບເລື່ອງນີ້, ດັ່ງທີ່ມີຄຳຂຽນໄວ້ວ່າ,
\v 16 ພາຍຫລັງເຫດການເຫລົ່ານີ້, ເຮົາຈະກັບມາ ແລະເຮົາຈະສ້າງຫໍເຕັ້ນຂອງດາວິດ, ທີ່ພັງລົງຂຶ້ນມາໃໝ່ ເຮົາຈະຕັ້ງຂຶ້ນໃໝ່ ແລະ ຟື້ນຟູບ່ອນຫົກຫ້າງເພພັງຂອງມັນ,
\v 17 ເພື່ອຄົນທີ່ເຫລືອຢູ່ຈະສະແຫວງຫາອົງພຣະຜູ້ເປັນເຈົ້າ, ຮ່ວມກັບພວກຕ່າງຊາດທັງໝົດ ທີ່ອອກນາມຂອງເຮົາ. '
\v 18 ນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າຊົງກ່າວ, ຜູ້ແຈ້ງເຫດການເຫລົ່ານີ້ ໃຫ້ຮູ້ຕັ້ງແຕ່ສະໄໝໂບຮານກ່າວໄວ້ຢ່າງນີ້.
\s5
\v 19 ເພາະເຫດນີ້, ຕາມຄວາມເຫັນຂອງຂ້າພະເຈົ້າ, ເຮົາບໍ່ຄວນເຮັດຄວາມລຳບາກໃຫ້ແກ່ພວກຕ່າງຊາດທີ່ຫັນກັບມາຫາພຣະເຈົ້າ.
\v 20 ແຕ່ໃຫ້ເຮົາຂຽນໄປເຖິງພວກເຂົາວ່າ ພວກເຮົາຕ້ອງເວັ້ນເສຍຈາກສິ່ງທີ່ເປັນມົນທິນຂອງຮູບເຄົາລົບ, ຈາກການຜິດສິນທຳທາງເພດ, ແລະຈາກການກິນເນື້ອສັດທີ່ຖືກຫັກຄໍຕາຍ, ແລະ ຈາກການກິນເລືອດ.
\v 21 ຕັ້ງແຕ່ສະໄໝບູຮານ ອ່ານເລື່ອງຂອງໂມເຊໃນທຳມະສາລາທຸກວັນຊະບາໂຕ."
\s5
\v 22 ຈາກນັ້ນພວກອັກຄະສາວົກ ແລະ ພວກຜູ້ອາວຸໂສ, ລວມທັງທຸກຄົນໃນຄຣິສຕະຈັກທັງໝົດ ກໍເຫັນຊອບທີ່ຈະເລືອກຢູດາທີ່ເອີ້ນວ່າບາຣາຊັບບາ, ແລະ ຊີລາ, ຜູ້ເປັນຄົນສຳຄັນຂອງຄຣິສຕະຈັກ, ແລະ ສົ່ງພວກເຂົາໄປຍັງເມືອງອັນທິໂອກພ້ອມກັບໂປໂລ ແລະ ບາຣານາບາ.
\v 23 ພວກເຂົາໄດ້ຂຽນວ່າ: "ຈາກບັນດາທ່ານອັກຄະສາວົກ ແລະ ຜູ້ອາວຸໂສ, ພີ່ນ້ອງຂອງທ່ານ, ຈົນເຖິງພີ່ນ້ອງຊາວຕ່າງຊາດໃນເມືອງອັນທິໂອກ, ແຂວງຊີເຣຍ ແລະ ຊີລິເຊຍ: ສົ່ງຄຳທັກທາຍ!
\s5
\v 24 ເຮົາໄດ້ຍິນມາວ່າ ມີຄົນບາງຄົນຈາກພວກເຮົາ, ທີ່ເຮົາບໍ່ໄດ້ໃຫ້ຄຳສັ່ງເຊັ່ນນັ້ນໄປ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ພວກທ່ານດ້ວຍຄຳສອນທີ່ເຮັດໃຫ້ຈິດວິນຍານຂອງພວກທ່ານໂສກເສົ້າ.
\v 25 ເພື່ອຈະເປັນການດີ, ຕໍ່ພວກເຮົາທຸກຄົນຈຶ່ງເຫັນພ້ອມກັນທີ່ຈະເລືອກບາງຄົນ ແລະ ເພື່ອສົ່ງພວກເຂົາໄປຫາພວກທ່ານ ພ້ອມກັບບາຣານາບາແລະ ໂປໂລຜູ້ເປັນທີ່ຮັກຂອງເຮົາ,
\v 26 ຄົນຜູ້ທີ່ຍອມສ່ຽງຊີວິດ ເພື່ອພຣະນາມຂອງອົງພຣະເຢຊູຄຣິດເຈົ້າ ພຣະເຈົ້າຂອງເຮົາ.
\s5
\v 27 ເພາະສະນັ້ນ ພວກເຮົາຈຶ່ງສົ່ງຢູດາ ກັບຊີລາມາ, ຜູ້ທີ່ຈະບອກເລື່ອງຄືກັນນີ້ກັບພວກທ່ານ ຕາມຄວາມເວົ້າຂອງພວກເຂົາ.
\v 28 ເພາະຈະເປັນການດີຕໍ່ພຣະວິນຍານບໍຣິສຸດ ແລະ ຕໍ່ພວກເຮົາ, ທີ່ຈະບໍ່ວາງພາລະໜັກໄວ້ບົນພວກທ່ານເກີນກວ່າສິ່ງທີ່ຈຳເປັນເຫລົ່ານີ້:
\v 29 ຄືໃຫ້ພວກທ່ານງົດເວັ້ນເສຍຈາກການກິນອາຫານທີ່ບູຊາຮູບເຄົາລົບ, ການກິນເລືອດ, ແລະ ການກິນສັດຕາຍທີ່ຖືກຮັດຄໍ ແລະ ການຜິດສິນທຳທາງເພດ. ຖ້າພວກທ່ານລະເວັ້ນຈາກສິ່ງເຫລົ່ານີ້, ກໍຈະດີກັບພວກທ່ານ. ຂໍໃຫ້ເປັນສຸກເຖີດ"
\s5
\v 30 ເມື່ອພວກເຂົາລາຈາກກັນແລ້ວ, ທ່ານເຫລົ່ານັ້ນກໍລົງມາເມືອງອັນທິໂອກ; ຫລັງຈາກທີ່ໄດ້ປະຊຸມກັບຄົນທັງປ່ວງແລ້ວ, ພວກເຂົາກໍມອບຈົດໝາຍສະບັບນັ້ນໃຫ້.
\v 31 ເມື່ອພວກເຂົາໄດ້ອ່ານແລ້ວ, ພວກເຂົາກໍໄດ້ຊື່ນຊົນຍິນດີເພາະຄຳໜູນໃຈນັ້ນ.
\v 32 ຢູດາກັບຊີລາ, ເປັນຜູ້ປະກາດດ້ວຍກ່າວຄຳໜູນໃຈ ພີ່ນ້ອງດ້ວຍຖ້ອຍຄຳຫລາກຫລາຍ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ.
\s5
\v 33 ຫລັງຈາກທີ່ພວກເຂົາໃຊ້ເວລາຊ້ວງໜຶ່ງທີ່ນັ້ນ, ພວກພີ່ນ້ອງກໍສົ່ງທັງສອງກັບມາຫາຄົນເຫລົ່ານັ້ນທີ່ສົ່ງພວກທ່ານໄປດ້ວຍສັນຕິສຸກ.
\v 34
\v 35 ແຕ່ໂປໂລ ແລະ ບາຣານາບາຍັງຄົງອາໄສຢູ່ໃນເມືອງອັນທິໂອເຂຍດ້ວຍກັນກັບຄົນອື່ນໆອີກຫລາຍຄົນ, ພວກເຂົາໄດ້ສັ່ງສອນ ແລະປະກາດພຣະທັມຂອງພຣະຜູ້ເປັນເຈົ້າ.
\s5
\v 36 ຫລັງຈາກຫລາຍວັນຜ່ານໄປ ໂປໂລເວົ້າກັບບາຣານາບາວ່າ, "ໃຫ້ເຮົາກັບໄປກັນເທາະ ແລະ ຢ້ຽມຢາມອ້າຍນ້ອງໃນທຸກເມືອງ ບ່ອນທີ່ເຮົາໄດ້ປະກາດພຣະທັມຂອງພຣະຜູ້ເປັນເຈົ້າ, ແລະ ເບິ່ງວ່າພວກເຂົາເປັນຢ່າງໃດ."
\v 37 ບາຣານາບາ ຕ້ອງການພາໂຢຮັນທີ່ມີຊື່ວ່າມາຣະໂກໄປດ້ວຍ.
\v 38 ແຕ່ໂປໂລຄິດວ່າ ບໍ່ຄວນພາມາຣະໂກໄປ ເພາະເຂົາໄດ້ປະຖິ້ມພວກເພິ່ນ ໃນແຂວງປຳຟີເລຍ ແລະ ບໍ່ໄດ້ໄປເຮັດວຽກກັບພວກທ່ານອີກ.
\s5
\v 39 ແລ້ວມີການໂຕ້ຖຽງກັນຢ່າງຮຸນແຮງ, ຈົນພວກເຂົາຕ້ອງແຍກຈາກກັນ, ແລະ ບາຣານາບາ ຈຶ່ງໄດ້ພາມາຣະໂກລົງເຮືອໄປກັບເຂົາ ໄປຍັງເກາະໄຊປຣັດ.
\v 40 ແຕ່ໂປໂລເລືອກຊີລາ ແລະ ອອກເດີນທາງໄປ, ຫລັງຈາກທີ່ເຂົາໄດ້ມອບທ່ານທັງສອງໄວ້ໃນພຣະຄຸນຂອງອົງພຣະຜູ້ເປັນເຈົ້າແລ້ວ.
\v 41 ທ່ານກໍເຂົ້າໄປຜ່ານ ແຂວງຊີເຣຍ ກັບແຂວງກີລີເກຍ, ກ່າວຫນູນໃຈຄຣິສຕະຈັກໃຫ້ເຂັ້ມແຂງ.
\s5
\c 16
\cl ບົດທີ 16
\p
\v 1 ໂປໂລມາຍັງເມືອງເດຣະເບ ກັບເມືອງລີສະຕຣາດ້ວຍ; ແລະຢູ່ທີ່ນີ້, ມີສາວົກຄົນໜຶ່ງຊື່ຕີໂມທຽວຢູ່ທີ່ນັ້ນ, ແມ່ຂອງເຂົາເປັນຜູ້ເຊື່ອຊາວຢິວ; ພໍ່ຂອງເຂົາເປັນຊາວກຣີກ.
\v 2 ຕີໂມທຽວມີຊື່ສຽງດີໃນພີ່ນ້ອງທີ່ຢູ່ໃນເມືອງລີສະຕຣາ ແລະເມືອງອີໂກນີໂອມ.
\v 3 ໂປໂລຕ້ອງການຕີໂມທຽວເດີນທາງໄປກັບທ່ານ; ດັ່ງນັ້ນທ່ານຈຶ່ງໃຫ້ເຂົາເຂົ້າພິທີຕັດ, ເພາະເຫັນແກ່ພວກຢິວທີ່ຢູ່ໃນເມືອງເຫລົ່ານັ້ນ, ເພາະພວກເຂົາທຸກຄົນຮູ້ວ່າພໍ່ຂອງເຂົາເປັນຊາວກຣີກ.
\s5
\v 4 ຂະນະທີ່ພວກທ່ານເດີນທາງໄປຕາມເມືອງຕ່າງໆ, ໃນລະຫວ່າງທາງ ພວກທ່ານໄດ້ສົ່ງຄຳສັ່ງທີ່ພວກອັກຄະສາວົກແລະພວກຜູ້ປົກຄອງໃນກຸງເຢຣູຊາເລັມໄດ້ຂຽນໄວ້, ໃຫ້ແກ່ຄຣິສຕະຈັກທັງຫລາຍ ເພື່ອໃຫ້ພວກເຂົາປະຕິບັດຕາມ.
\v 5 ເພາະເຫດນີ້ ຄຣິສຕະຈັກຈຶ່ງເຂັ້ມແຂງຂຶ້ນໃນຄວາມເຊື່ອ ແລະມີຄົນເພີ່ມຂຶ້ນໃນທຸກໆວັນ.
\s5
\v 6 ໂປໂລແລະພວກຂອງທ່ານເດີນທາງໄປທົ່ວເຂດແຂວງຟີເຄຍແລະແຂວງຄາລາເຕຍ, ເນື່ອງຈາກພຣະວິນຍານບໍລິສຸດເຈົ້າຊົງຫ້າມພວກທ່ານບໍ່ໃຫ້ປະກາດພຣະທຳໃນແຂວງເອເຊຍ.
\v 7 ເມື່ອພວກທ່ານມາໃກ້ແຂວງມີເຊຍແລ້ວ, ພວກທ່ານກໍພະຍາຍາມເຂົ້າໄປຍັງແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູຊົງຍັບຍັ້ງພວກທ່ານໄວ້.
\v 8 ດັ່ງນັ້ນ, ພວກທ່ານຈຶ່ງເດີນທາງຜ່ານແຂວງມີເຊຍລົງມາຍັງເມືອງໂທອາດ.
\s5
\v 9 ໂປໂລໄດ້ເຫັນນິມິດໃນຕອນກາງຄືນ: ມີຊາຍຊາວມາເກໂດເນຍຄົນຫນຶ່ງຢືນຢູ່ທີ່ນັ້ນຮ້ອງທ່ານ, ແລ້ວກ່າວວ່າ, "ຂໍມາຊ່ວຍເຮົາໃນແຂວງມາເກໂດເນຍດ້ວຍ."
\v 10 ເມື່ອໂປໂລເຫັນນິມິດນັ້ນແລ້ວ, ເຮົາກໍອອກເດີນທາງໄປຍັງແຂວງມາເກໂດເນຍທັນທີ, ຕາມທີ່ພຣະເຈົ້າຊົງຮ້ອງເຮົາໄປປະກາດຂ່າວປະເສີດກັບຄົນເຫລົ່ານັ້ນ.
\s5
\v 11 ເມືອງໂທອາດມຸ່ງຕົງໄປຍັງເມືອງຊາໂມທາເກ, ແລະວັນຮຸ່ງຂຶ້ນ ເຮົາກໍມາເຖິງເມືອງເນອາໂປລີ, ແລະວັນຕໍ່ມາກໍເຖິງເມືອງ ເນອາໂປລີ.
\v 12 ຈາກທີ່ນັ້ນ ເຮົາກໍເດີນທາງໄປຍັງເມືອງຟີລິບປອຍ, ເປັນເມືອງທີ່ສຳຄັນທີ່ສຸດໃນເຂດແຂວງມາເກໂດເນຍ, ແລະເມືອງຂຶ້ນຂອງຊາວໂຮມ, ເຮົາຈຶ່ງອາໄສຢູ່ໃນເມືອງນີ້ເປັນເວລາຫລາຍວັນ.
\v 13 ໃນວັນຊະບາໂຕ ເຮົາອອກໄປທີ່ປະຕູເມືອງທີ່ຢູ່ແຄມແມ່ນ້ຳ, ທີ່ເຮົາຄິດວ່າຈະມີສະຖານທີ່ສຳລັບອະທິຖານ. ເຮົາຈຶ່ງນັ່ງສົນທະນາກັບພວກຜູ້ຍິງທີ່ພາກັນມາ.
\s5
\v 14 ຜູ້ຍິງຄົນໜຶ່ງຊື່ລີເດຍ, ເປັນຄົນຂາຍຜ້າສີມ້ວງທີ່ມາຈາກເມືອງທົວເຕຣາ, ເປັນຜູ້ທີ່ຢຳເກງພຣະເຈົ້າໄດ້ຟັງເຮົາຢູ່, ອົງພຣະຜູ້ເປັນເຈົ້າ, ໄດ້ເປີດໃຈຂອງນາງໃຫ້ສົນໃຈຖ້ອຍຄຳທີ່ໂປໂລເວົ້າ.
\v 15 ເມື່ອນາງແລະຄອບຄົວຂອງນາງຮັບບັບຕິສະມາ, ແລ້ວນາງກໍຂໍຮ້ອງເຮົາວ່າ, "ຖ້າພວກທ່ານເຫັນຂ້າພະເຈົ້າເປັນຄົນສັດຊື່ຕໍ່ອົງພຣະຜູ້ເປັນເຈົ້າແລ້ວ, ຂໍເຊີນພວກທ່ານມາທີ່ບ້ານຂອງຂ້າພະເຈົ້າແລະພັກຢູ່ທີ່ນັ້ນເຖີດ." ແລະນາງກໍຊັກຊວນພວກເຮົາ.
\s5
\v 16 ຕໍ່ມາຂະນະທີ່ກຳລັງໄປຍັງທີ່ສຳລັບອະທິຖານແຫ່ງໜຶ່ງ, ມີຍິງສາວຄົນໜຶ່ງມີວິນຍານໝໍດູເຂົ້າສິງໄດ້ມາພົບກັບເຮົາ ນາງເຮັດໃຫ້ພວກເຈົ້ານາຍຂອງນາງໄດ້ເງິນຢ່າງຫລວງຫລາຍໂດຍການທຳນວາຍ.
\v 17 ຜູ້ຍິງຄົນນີ້ເດີນຕາມໂປໂລກັບເຮົາໄປ, ຮ້ອງຂຶ້ນວ່າ, "ຄົນເຫລົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດ. ທ່ານເຫລົ່ານີ້ມາປະກາດທາງແຫ່ງຄວາມຮອດພົ້ນໃຫ້ກັບພວກທ່ານ."
\v 18 ນາງເຮັດແບບນີ້ເປັນເວລາຫລາຍມື້. ຈົນໂປໂລຮູ້ສຶກລຳຄານນາງຫລາຍ, ຈຶ່ງຫັນໄປສັ່ງກັບວິນຍານນັ້ນວ່າ, "ຂ້າສັ່ງເຈົ້າໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ໃຫ້ອອກໄປຈາກນາງດຽວນີ້." ແລ້ວວິນຍານຊົ່ວນັ້ນກໍອອກໄປທັນທີ.
\s5
\v 19 ເມື່ອພວກເຈົ້ານາຍຂອງນາງເຫັນວ່າໝົດຫວັງທີ່ຈະໄດ້ເງິນອີກແລ້ວ, ພວກເຂົາຈຶ່ງຈັບໂປໂລກັບສີລາ ແລະລາກມາຍັງທີ່ວ່າການເມືອງຢູ່ຕໍ່ໜ້າພວກເຈົ້າໜ້າທີ່.
\v 20 ເມື່ອເຂົາໄດ້ພານາງທັງສອງມາເຖິງເຈົ້າໜ້າທີ່ປົກຄອງແລ້ວກ່າວວ່າ, "ຄົນເຫລົ່ານີ້ເປັນພວກຢິວ, ແລະກຳລັງເຮັດຄວາມຫຍຸ້ງຍາກໃຫ້ກັບເມືອງນີ້.
\v 21 ພວກເຂົາສັ່ງສອນສິ່ງທີ່ຕ້ອງຫ້າມສຳຫລັບເຮົາ ທີ່ເປັນຊາວໂຣມທີ່ບໍ່ຄວນຈະຮັບຫລືປະຕິບັດເລີຍ."
\s5
\v 22 ຝ່າຍປະຊາຊົນກໍຮ່ວມໃຈກັນໂຈມຕີໂປໂລ ແລະ ຊີລາດ້ວຍ; ສ່ວນພວກເຈົ້າໜ້າທີ່ປົກຄອງກໍຈີກເສື້ອຜ້າຂອງທ່ານທັງສອງອອກ ແລະ ສັ່ງໃຫ້ຂ້ຽນພວກທ່ານດ້ວຍໄມ້.
\v 23 ເມື່ອພວກເຂົາໄດ້ຂ້ຽນພວກທ່ານໄປຫລາຍທີ, ພວກເຂົາກໍຈັບທ່ານທັງສອງເຂົ້າໄປໃນຄຸກ ແລະ ໄດ້ອອກຄຳສັ່ງໃຫ້ນາຍຄຸກໃຫ້ເບິ່ງຢ່າງເຂັ້ມງວດ.
\v 24 ຫລັງຈາກໄດ້ຮັບຄຳສັ່ງ, ນາຍຄຸກກໍຈັບພວກເຂົາໄປຂັງໄວ້ໃນຄຸກຊັ້ນໃນ ແລະເອົາຕີນຂອງພວກເຂົາໃສຂື່ໄມ້ໃຫ້ແໜ້ນ.
\s5
\v 25 ເວລາປະມານທ່ຽງຄືນ ຂະນະໂປໂລກັບຊີລາອະທິຖານ ແລະຮ້ອງເພງສັນລະເສີນພຣະເຈົ້າ, ແລະພວກນັກໂທດຄົນອື່ນໆ ກຳລັງຟັງຢູ່.
\v 26 ໃນທັນໃດນັ້ນກໍເກີດແຜ່ນດິນໄຫວຢ່າງຮຸ່ນແຮງຈົນຮາກຖານຄຸກສະເທືອນ; ແລະປະຕູຄຸກກໍເປີດອອກທຸກບານ, ໂຊ້ກໍຫລຸດອອກຈາກທຸກຄົນ.
\s5
\v 27 ນາຍຄຸກກໍຕື່ນຂຶ້ນມາເບິ່ງເຫັນປະຕູຄຸກເປີດອອກ; ເຂົາຊັກດາບຂຶ້ນມາເພື່ອຈະຂ້າຕົວຕາຍ, ເພາະຄິດວ່ານັກໂທດໜີໄປໝົດແລ້ວ.
\v 28 ແຕ່ໂປໂລກໍຮ້ອງສຽງດັງວ່າ, "ຢ່າທຳຮ້າຍຕົວເອງເລີຍ ເພາະທຸກຄົນຍັງຢູ່ທີ່ນີ້."
\s5
\v 29 ນາຍຄຸກຈຶ່ງຮ້ອງໃຫ້ຈຸດໄຟມາແລ້ວຮີບເຂົ້າໄປໃນຄຸກເຄົ່າລົງ, ຕົວສັ່ນ, ດ້ວຍຄວາມຍ້ານຕໍ່ໜ້າໂປໂລກັບສີລາ,
\v 30 ພາທ່ານທັງສອງອອກມາ ແລ້ວກ່າວວ່າ, "ທ່ານເຈົ້າຂ້າ, ຂ້າພະເຈົ້າຕ້ອງເຮັດສິ່ງໃດຈະໄດ້ຮັບຄວາມຮອດພົ້ນໄດ້?"
\v 31 ທ່ານທັງສອງກ່າວວ່າ, "ຈົ່ງເຊື່ອໃນອົງພຣະເຢຊູເຈົ້າ, ແລ້ວທ່ານຈະລອດພົ້ນທັງທ່ານແລະຄອບຄົວຂອງທ່ານ."
\s5
\v 32 ທ່ານທັງສອງຈຶ່ງກ່າວພຣະທຳຂອງອົງພຣະຜູ້ເປັນເຈົ້າ, ໃຫ້ນາຍຄຸກກັບທຸກຄົນທີ່ມາຢູ່ຮ່ວມໃນບ້ານຂອງເຂົາຟັງ.
\v 33 ໃນຊົ່ວໂມງດຽວກັນຂອງຄືນນັ້ນ, ນາຍຄຸກໄດ້ພາທ່ານທັງສອງໄປລ້າງບາດແຜ, ແລ້ວເຂົາທຸກຄົນໃນຄອບຄົວກໍຮັບບັບຕິສະມາທັນທີ.
\v 34 ເຂົາພາໂປໂລກັບຊີລາໄປຍັງທີ່ບ້ານຂອງເຂົາ ແລ້ວຈັດອາຫານມາລ້ຽງພວກທ່ານ, ເຂົາກັບທຸກຄົນໃນຄອບຄົວຊື່ນຊົມຍິນດີ, ເພາະພວກເຂົາທຸກຄົນເຊື່ອໃນພຣະເຈົ້າແລ້ວ.
\s5
\v 35 ເມື່ອເຖິງວັນຮຸ່ງຂຶ້ນ, ພວກເຈົ້າໜ້າທີປົກຄອງຈຶ່ງໃຊ້ຄົນມາບອກພວກຍາມວ່າ, "ຈົ່ງປ່ອຍຄົນເຫລົ່ນນັ້ນໄປ."
\v 36 ນາຍຄຸກຈຶ່ງບອກຖ້ອຍຄຳເຫລົ່ານັ້ນແກ່ໂປໂລວ່າ, "ເຈົ້າໜ້າທີປົກຄອງໃຊ້ຄົນມາບອກຂ້າພະເຈົ້າໃຫ້ປ່ອຍຕົວທ່ານທັງສອງໄປ: ເພາະສະນັ້ນ ຂໍໃຫ້ພວກທ່ານອອກມາ, ແລະໄປດ້ວຍສັນຕິສຸກເຖີດ."
\s5
\v 37 ແຕ່ໂປໂລບອກກັບພວກເຂົາວ່າ, "ພວກເຂົາຂ້ຽນເຮົາ ທີ່ເປັນຄົນສັນຊາດໂຣມຕໍ່ໜ້າຄົນທັງຫລາຍ ແລະ ຈັບເຮົາຂັງໄວ້ໃນຄຸກ ແລະຕອນນີ້ ພວກເຂົາຈະໄລ່ເຮົາອອກໄປຢ່າງປິດລັບບໍ? ເຮັດຢ່າງນັ້ນບໍ່ໄດ້ ຂໍໃຫ້ພວກເຂົາມາພາເຮົາອອກໄປເອງເຖີດ"
\v 38 ແລ້ວພວກຍາມຈຶ່ງລາຍງານຖ້ອຍຄຳເຫລົ່ນນີ້ຕໍ່ເຈົ້າໜ້າທີ່ປົກຄອງ ພວກເຈົ້າໜ້າທີ່ປົກຄອງກໍຢ້ານ ເມື່ອໄດ້ຍິນໂປໂລກັບສີລາເປັນຊາວໂຣມ
\v 39 ພວກເຈົ້າໜ້າທີ່ປົກຄອງຈຶ່ງມາຂໍຮ້ອງທ່ານທັງສອງອອກຈາກຄຸກແລ້ວ ພວກເຂົາກໍໍຂໍໂປໂລກັບສີລາອອກຈາກເມືອງໄປ.
\s5
\v 40 ໂປໂລກັບສີລາອອກຈາກຄຸກແລ້ວ ກໍມາທີ່ບ້ານຂອງລີເດຍ. ເມື່ອໂປໂລກັບຊີລາໄດ້ພົບກັບພີ່ນ້ອງແລ້ວ, ທ່ານທັງສອງກ່າວໜູນໃຈພວກເຂົາ ແລ້ວເດີນທາງອອກຈາກເມືອງນັ້ນ.
\s5
\c 17
\cl ບົດທີ 17
\p
\v 1 ເມື່ອໂປໂລກັບຊີລາເດີນທາງຜ່ານເມືອງອຳຟີໂປລີ ແລະເມືອງອາໂປໂລນີ, ທ່ານທັງສອງກໍມາເຖິງເມືອງເທສະໂລນິກ, ທີ່ນັ້ນມີທຳມະສາລາຂອງພວກຢິວ.
\v 2 ໂປໂລ, ຈຶ່ງເຂົ້າໄປໃນທຳມະສາລາທີ່ເຮັດເປັນປະຈຳ, ແລະ ທ່ານໄດ້ສົນທະນາໂຕ້ຕອບກັບພວກເຂົາຈາກພຣະຄຳພີເປັນເວລາສາມວັນຊະບາໂຕ.
\s5
\v 3 ທ່ານເປີດພຣະຄຳພີ ແລະອະທິບາຍວ່າ ຈຳເປັນທີ່ພຣະຄຣິດຕ້ອງທົນທຸກ ແລະເປັນຂຶ້ນມາຈາກຄວາມຕາຍ ທ່ານກ່າວວ່າ, "ພຣະເຢຊູອົງນີ້ທີ່ຂ້ານ້ອຍປະກາດກັບທ່ານຄືພຣະຄຣິດ."
\v 4 ພວກຢິວບາງຄົນເຫັນດ້ວຍ ແລະ ເຂົ້າຮ່ວມກັບໂປໂລ ແລະຊີລາ, ຮ່ວມທັງຊາວກຮີກທີ່ນັບຖືພຣະເຈົ້າ, ແລະ ສະຕຣີທີ່ເປັນຄົນສຳຄັນຫລາຍຄົນ ແລະ ຜູ້ຄົນຈຳນວນຫລວງຫລາຍ.
\s5
\v 5 ແຕ່ພວກຢິວໄດ້ຄິດເຫິງສາ, ໄປຄົບຄິດກັບຄົນພານຕາມຕະຫລາດ ຮວບ­ຮວມກັນມາຢ່າງຫລວງ­ຫລາຍກໍ່ການອົນ­ລະ­ຫົນວຸ້ນວາຍຂຶ້ນໃນເມືອງ, ແລ້ວເຂົ້າບຸ­ກລຸກເຮືອນຂອງຢາ­ໂຊນ ພະຍາ­ຍາມຈະນຳເອົາທັງສອງອອກມາໃຫ້ປະ­ຊາ­ຊົນ.
\v 6 ເມື່ອບໍ່ພົບເຂົາຈິ່ງລາກເອົາຢາ­ໂຊນກັບພີ່­ນ້ອງລາງຄົນໄປຫາຜູ້ປົກ­ຄອງເມືອງນັ້ນ ແລະຮ້ອງຂຶ້ນວ່າ, “ຄົນເຫລົ່ານີ້ເປັນພວກຂວ້ຳໂລກມະນຸດໄດ້ມາທີ່ນີ້.
\v 7 ແລ້ວຢາ­ໂຊນໄດ້ຮັບຕ້ອນເຂົາໄວ້ ແລະ ບັນດາຄົນເຫລົ່ານີ້ໄດ້ເຮັດຜິດຕໍ່ຂໍ້ດຳ­ລັດຂອງກາຍ­ຊາ ໂດຍກ່າວວ່າ, “ມີກະ­ສັດອີກອົງໜຶ່ງຄືເຢ­ຊູ."
\s5
\v 8 ດ້ວຍຂໍ້­ຄວາມນັ້ນພວກຢິວໄດ້ເຮັດໃຫ້ປະ­ຊາ­ຊົນກັບພວກຜູ້ປົກຄອງຮ້ອນ­ໃຈຂຶ້ນ.
\v 9 ແຕ່ຫລັງຈາກທີພວກເຂົາຮ້ອງຄ່າປະກັນຕົວຈາກຢາຊົນແລະຄົນອື່ນໆ ແລ້ວກໍປ່ອຍພວກເຂົາໄປ.
\s5
\v 10 ຄືນນັ້ນ ພວກພີ່ນ້ອງຈຶ່ງສົ່ງໂປໂລກັບຊີລາໄປຍັງເມືອງເບເຣຍ. ເມື່ອທ່ານທັງສອງໄປເຖິງທີ່ນັ້ນ, ພວກທ່ານກໍເຂົ້າໄປໃນທຳມະສາລາຂອງພວກຢິວ.
\v 11 ພວກຢິວເຫລົ່ານີ້ມີຈິດໃຈສູງກວ່າພວກຢິວໃນເມືອງເທສະໂລນິກ, ເພາະເຂົາພ້ອມຮັບພຣະເຈົ້າດ້ວຍສຸດໃຈ, ແລະ ຄົ້ນເບິ່ງພຣະຄຳພີທຸກວັນ ເພື່ອທີ່ຈະເບິ່ງຂໍ້ຄວາມເຫລົ່ານີ້ເປັນເຊັ່ນນັ້ນຫລື.
\v 12 ດ້ວຍເຫດນີ້ ຈຶ່ງມີຫລາຍຄົນໃນພວກເຂົາເຊື່ອ, ຮ່ວມທັງພວກສະຕຣີມີສັກ ແລະຜູ້ຊາຍຊາວກຣີກອີກຫລາຍຄົນ.
\s5
\v 13 ແຕ່ເມື່ອພວກຢິວໃນເມືອງເທສະໂລນິກຮູ້ວ່າ ໂປໂລໄດ້ປະກາດສັ່ງສອນພຣະທັມຂອງພຣະເຈົ້າທີເມື່ອງເບເຣຍ, ພວກເຂົາຈຶ່ງໄປທີ່ນັ້ນແລະຍຸຍົງແລະເຮັດໃຫ້ຝູງຊົນວຸ້ນວາຍໃຈ.
\v 14 ພວກພີ່ນ້ອງຈຶ່ງສົ່ງໂປໂລອອກໄປທາງທະເລທັນທີ, ແຕ່ຊີລາກັບໂມທຽວຍັງຢູ່ທີ່ນັ້ນ.
\v 15 ພວກຄົນທີ່ໄປສົ່ງໂປໂລເຫລົ່ານັ້ນກໍພາທ່ານໄປຍັງເມືອງອາແຖນ, ໃນຂະນະພວກເຂົາຈະລະໂປໂລໄວ້ທີ່ນັ້ນ ພວກເຂົາກໍຄຳສັ່ງຈາກຊີລາກັບໂມທຽວໃຫ້ຮີບໄປຫາທ່ານໂດຍໄວເທົ່າທີ່ຈະໄປໄດ້.
\s5
\v 16 ຂະນະທີ່ໂປໂລລໍຖ້າພວກເຂົາຢູ່ໃນກຸງອາແທນ, ວິນຍານຂອງເພິ່ນກໍຮຸ່ມຮ້ອນຢູ່ພາຍໃນ ເມື່ອເພິ່ນເບິ່ງເຫັນກຸງນັ້ນເຕັມໄປດ້ວຍຮູບເຄົາລົບ.
\v 17 ດັ່ງນັ້ນ ເພິ່ນຈຶ່ງສົນທະນາໂຕ້ຕອບກັບພວກຢິວ ແລະບັນດາຄົນທີ່ນັບຖືພຣະເຈົ້າ, ໃນທຳມະສາລານັ້ນ ແລະ ຄົນເຫລົ່ານັ້ນທີ່ທ່ານພົບໃນຕະຫລາດທຸກວັນດ້ວຍ.
\s5
\v 18 ມີນັກ­ປາດລາງຄົນໃນພວກເອ­ປີ­ກູ­ຣຽວແລະໃນພວກສະໂຕອີ­ໂກໄດ້ມາພົບທ່ານ ລາງຄົນກ່າວວ່າ, “ຄົນເກັບ­ເລັມຄວາມຮູ້ຜູ້ນີ້ຢາກ ເວົ້າອັນໃດ” ລາງຄົນກ່າວວ່າ “ເໝືອນເປັນຜູ້ປະ­ກາດພະຕ່າງດ້າວ” ເພາະໂປ­ໂລປະ­ກາດຂ່າວປະ­ເສີດ ເລື່ອງພຣະ­ເຢຊູແລະການຄືນມາຈາກຕາຍ.
\s5
\v 19 ພວກເຂົາຈຶ່ງພາໂປໂລໄປຍັງສະພາອາເລໂອປາໂຂ, ແລ້ວກ່າວວ່າ, "ເຮົາຮູ້ຂໍຄຳສອນໃໝ່ທີ່ທ່ານກ່າວຢູ່ໄດ້ຫລືບໍ່?
\v 20 ເພາະທ່ານນຳເລື່ອງປະລາດມາເຖິງຫູເຮົາ. ເພາະສະນັ້ນ, ເຮົາຈຶ່ງຢາກຮູ້ວ່າເລື່ອງລາວເຫລົ່ານີ້ມີໝາຍຄວາມວ່າຢ່າງໃດ."
\v 21 (ຊາວເມືອງອາແຖນ ແລະຄົນຕ່າງແດນທີ່ອາໄສຢູ່ທີ່ນັ້ນ ບໍ່ໃຊ້ເວລາເຮັດກັບສິ່ງອື່ນໃດ ນອກຈາກຈະກ່າວ ຫລືຟັງສິ່ງໃໝ່ໆ.)
\s5
\v 22 ໂປໂລຈຶ່ງຢືນຂຶ້ນກາງສະພາອາເລໂອປາໂຂ ແລ້ວກ່າວວ່າ, "ທ່ານທັງຫລາຍທີ່ເປັນຊາວອາແຖນ, ຂ້າພະເຈົ້າເຫັນວ່າພວກທ່ານເປັນຄົນປະຕິບັດສາດສະນາໃນທຸກດ້ານ.
\v 23 ເພາະຂະນະທີ່ຂ້າພະເຈົ້າເດີນໄປຕາມທາງແລະໄດ້ສັງເກດສິ່ງທີ່ພວກທ່ານນະມັດສະການ, ຂ້າພະເຈົ້າພົບທ່ອນໜຶ່ງທີມີຄຳຈາລຶກໄວ້ວ່າ, "ແດ່ພຣະເຈົ້າທີ່ບໍ່ຮູ້ຈັກ." ເພາະສະນັ້ນ ຂ້າພະເຈົ້າຈຶ່ງມາປະກາດພວກທ່ານເຖິງສິ່ງທີ່ທ່ານນະມັດສະການດ້ວຍຄວາມບໍ່ຮູ້.
\s5
\v 24 ແຕ່ເນື່ອງຈາກພຣະອົງຊົງເປັນອົງພຣະຜູ້ເປັນເຈົ້າແຫ່ງຟ້າສະຫວັນແລະແຜ່ນດິນໂລກ, ຜູ້ບໍ່ໄດ້ຊົງສະຖິດໃນພຣະວິຫານທີ່ສ້າງດ້ວຍມືມະນຸດ.
\v 25 ພຣະອົງບໍ່ຕ້ອງມີມືມະນຸດມາປົ່ນນິບັດຮັບໃຊ້ລາວກັບວ່າພຣະອົງຊົງປະສົງສິ່ງໃດ, ເພາະພຣະອົງເອງເປັນຜູ້ປະທານຊີວິດແລະລົມຫາຍໃຈແກ່ຄົນທັງປ່ວງແລະສິ່ງສາລະພັດ.
\s5
\v 26 ພຣະອົງຊົງສ້າງທຸກຊົນຊາດມາຈາກຊາຍຄົນດຽວໃຫ້ມີຊີວິດໃຫ້ຢູ່ທົ່ວພື້ນແຜ່ນດິນໂລກ, ຜູ້ຊົງກຳນົດລະດູການແລະເຂດແດນໃຫ້ພວກເຂົາອາໄສຢູ່,
\v 27 ເພາະເຫດນີ້ ພວກເຂົາຈຶ່ງຄວນສະແຫວງຫາພຣະເຈົ້າ, ເພື່ອທີ່ພວກເຂົາອາດຈະເຂົ້າໄປເຖິງແລະພົບພຣະອົງ. ອັນທີຈິງແລ້ວ ພຣະອົງບໍ່ໄດ້ຊົງຢູ່ຫ່າງໄກຈາກຄົນໃດໃນພວກເຮົາເລີຍ.
\s5
\v 28 ເພາະເຮົາມີຊີວິດແລະເຄື່ອນໄຫວໃນພຣະອົງ, ດັ່ງທີ່ນັກແຕ່ງກອນໃນພວກທ່ານໄດ້ກ່າວວ່າ, 'ເພາະເຮົາທັງຫລາຍເປັນເຊື້ອສາຍຂອງພຣະອົງ.'
\v 29 ດ້ວຍເຫດນີ້ ເມື່ອເຮົາເປັນເຊື້ອສາຍຂອງພຣະເຈົ້າ, ເຮົາກໍບໍ່ຄວນຄິດວ່າຄວາມເປັນພຣະເຈົ້າເປັນເໝືອນກັບທອງຄຳຫລືເງິນ, ຫລື ກ້ອນຫີນ ທີ່ສ້າງຂຶ້ນຈາກສິນລະປະແລະຄວາມຄິດຂອງມະນຸດ.
\s5
\v 30 ເພາະສະນັ້ນ ພຣະເຈົ້າຈຶ່ງບໍ່ຊົງຖືໂທດໃນເວລາທີ່ມະນຸດຂາດຄວາມຮູ້, ແຕ່ບັດນີ້ ພຣະເຈົ້າຊົງບັນຊາໃຫ້ມະນຸດທຸກຄົນທົ່ວທຸກແຫ່ງໃຫ້ກັບໃຈໃໝ່.
\v 31 ເພາະພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ແລ້ວເປັນເວລາທີ່ພຣະອົງຈະຊົງພິພາກສາໂລກໃນຄວາມຊອບທຳ. ໂດຍຄົນທີ່ພຣະອົງທີ່ເລືອກໄວ້ແລ້ວ ພຣະເຈົ້າຊົງຮັບຮອງຊາຍຄົນຕໍ່ໜ້າທຸກຄົນ ໂດຍການໃຫ້ພຣະອົງເປັນຂຶ້ນມາຈາກຄວາມຕາຍ.
\s5
\v 32 ເມື່ອຊາວອາແທນໄດ້ຍິນເລື່ອງລາວຂອງການເປັນຂຶ້ນຈາກຄວາມຕາຍ, ບາງຄົນກໍຫົວຂວັນໂປໂລ; ແຕ່ບາງຄົນກ່າວວ່າ, "ເຮົາຈະຟັງທ່ານກ່າວເລື້ອງນີ້ອີກ."
\v 33 ຫລັງຈາກນັ້ນ, ໂປໂລກໍຈາກພວກເຂົາໄປ.
\v 34 ແຕ່ມີຊາຍບາງຄົນເຂົ້າຮ່ວມກັບໂປໂລແລະເຊື່ອ, ຮ່ວມທັງດີໂອນີຊີໂອ ສະມາຊິກສະພາອາເຣໂອປາໂກ, ກັບຜູ້ຍິງຄົນໜຶ່ງຊື່ ດາມາຣີ, ແລະຄົນອື່ນໆ ທີ່ຢູ່ກັບພວກເຂົາ.
\s5
\c 18
\cl ບົດທີ 18
\p
\v 1 ຫລັງຈາກເຫດການເຫລົ່ານັ້ນ ໂປໂລກໍອອກຈາກກຸງອາແຖນໄປຍັງເມືອງໂກຣິນໂທ.
\v 2 ທີ່ນັ້ນທ່ານໄດ້ພົບກັບຊາວຢິວຄົນໜຶ່ງຊື່ ອາກີລາ, ທີ່ເກີດໃນແຂວງປົນໂຕ ຜູ້ທີ່ຫາມາຈາກປະເທດອິດຕາລີ ກັບເມຍຂອງເພິ່ນຊື່ປີຊະກີລາ, ເພາະຈັກກະພັດກະລາວດີໂອໄດ້ມີຄຳສັ່ງໃຫ້ພວກຊາວຢິວທັງໝົດອອກໄປຈາກກຸງໂຣມ ແລ້ວໂປໂລໄດ້ມາຫາພວກເຂົາ.
\v 3 ໂປໂລໄດ້ອາໄສ, ແລະ ເຮັດວຽກງານກັບພວກເຂົາ, ເພາະພວກເຂົາເຮັດວຽກງານຢ່າງດຽວກັນ, ພວກເຂົາເປັນຊ່າງເຮັດຜ້າເຕັນ.
\s5
\v 4 ໂປໂລສົນທະນາໂຕ້ຕອບກັນໃນທຳມະສາລາທຸກວັນສະບາໂຕ. ທ່ານຊັກຊວນທັງພວກຢິວແລະພວກກຣີກໃຫ້ເຊື່ອ.
\v 5 ແຕ່ເມື່ອຊີລາກັບຕີໂມທຽວກັບມາຈາກແຂວງມາເກໂດເນຍແລ້ວ, ພຣະວິນຍານບໍລິສຸດກໍກ່າວສັ່ງໃຫ້ໂປໂລເປັນພະຍານກັບພວກຢິວວ່າພຣະເຢຊູຄືພຣະຄຣິດ.
\v 6 ເມື່ອພວກຢິວຕໍ່ຕ້ານ ແລະກ່າວຄຳຢາບຊ້າຕໍ່ທ່ານ, ແລະ ໂປໂລກໍສະບັດເສື້ອຜ້າຂອງທ່ານໄປທີ່ພວກເຂົາກ່າວວ່າ, "ໂທດທີ່ທ່ານຕ້ອງຕາຍນັ້ນ ທ່ານເອງຕ້ອງຮັບຜິດຊອບ; ຂ້າພະເຈົ້າບໍ່ມີໂທດແລ້ວ. ຕັ້ງແຕ່ນີ້ໄປ ຂ້າພະເຈົ້າຈະໄປຫາພວກຕ່າງຊາດ."
\s5
\v 7 ເມື່ອທ່ານຈາກທີ່ນັ້ນໄປແລ້ວ ກໍໄປທີ່ບ້ານຂອງຊາຍຄົນໜຶ່ງຊື່ຕີໂຢຢູຊະໂຕ, ເປັນຄົນທີ່ນັບຖືພຣະເຈົ້າ. ບ້ານຂອງເຂົາຕິດກັບທຳມະສາລາ.
\v 8 ກີສະໂປ, ເປັນຜູ້ນຳທຳມະສາລາ, ກັບທັງຄົວເຮືອນຂອງທ່ານໄດ້ມາເຊື່ອໃນອົງພຣະຜູ້ເປັນເຈົ້າ; ຊາວໂກຣິນໂທຫລາຍຄົນທີ່ຟັງຄຳຂອງໂປໂລກໍເຊື່ອ ແລະຮັບບັບຕິສະມາ.
\s5
\v 9 ອົງພຣະຜູ້ເປັນເຈົ້າໄດ້ກ່າວກັບໂປໂລທາງນິມິດໃນຄືນນັ້ນວ່າ, "ຢ່າຢ້ານເລີຍ ແຕ່ຈົ່ງກ່າວຕໍ່ໄປ ຢ່າງມິດງຽບ.
\v 10 ເພາະເຮົາຢູ່ກັບເຈົ້າ, ບໍ່ມີໃຜຈະພະຍາຍາມທຳຮ້າຍເຈົ້າໄດ້, ເພາະເຮົາມີຄົນຫລວງຫລາຍໃນເມືອງນີ້."
\v 11 ໂປໂລອາໄສຢູ່ທີ່ນັ້ນ, ແລະສອນພຣະທັມຂອງພຣະເຈົ້າໃຫ້ກັບພວກເຂົາເປັນເວລາໜຶ່ງປີຫົກເດືອນ.
\s5
\v 12 ແຕ່ເມື່ອຄາລີໂອໄດ້ເປັນຜູ້ສຳເລັດລາດສະການແຂວງອະຂາຢາ, ພວກຢິວກໍຮ່ວມຕົວກັນຂຶ້ນຕໍ່ສູ້ໂປໂລ ແລະນຳທ່ານໄປທີ່ສານ;
\v 13 ພວກເຂົາກ່າວວ່າ, "ຊາຍຄົນນີ້ໄດ້ຊັກຊວນປະຊາຊົນໃຫ້ນັບຖືພຣະເຈົ້າໃນທາງທີ່ຜິດກົດໝາຍ."
\s5
\v 14 ເມື່ອໂປ­ໂລກຳ­ລັງຈະອອກ­ປາກ ຝ່າຍຄາ­ລີ­ໂອນກໍກ່າວແກ່ຊາວຢິວວ່າ, “ໂອ ຊາວຢິວທັງ­ຫລາຍ, ຖ້າເປັນເລື່ອງການຜິດຫລືການຊົ່ວ­ຊ້າປະ­ການໃດປະ­ການໜຶ່ງ ສົມ­ຄວນເຮົາຈະອົດຟັງພວກທ່ານ.
\v 15 ແຕ່ຖ້າເປັນການໂຕ້ຖຽງກັນເຖິງເລື່ອງຖ້ອຍຄວາມກັບຊື່ຕ່າງ ແລະພຣະ­ບັນ­ຍັດຂອງພວກທ່ານແລ້ວ ກໍໃຫ້ເປັນທຸ­ລະຂອງພວກທ່ານເອງ ຝ່າຍເຮົາບໍ່ຢາກເປັນຜູ້ຕັດສີນໃນເລື່ອງຢ່າງນັ້ນ.”
\s5
\v 16 ຄາລີໂອຈຶ່ງໄລ່ພວກເຂົາອອກຈາກສານ.
\v 17 ແລ້ວເຂົາພາ­ກັນຈັບໂຊຊະເທນນາຍໂຮງທຳໄປຂ້ຽນຕີຕໍ່­ໜ້າສານ ສ່ວນຄາ­ລີ­ໂອນກໍບໍ່ເຂົ້າຫຍຸ້ງກ່ຽວກັບການນັ້ນຈັກ­ຢ່າງ.
\s5
\v 18 ຫລັງຈາກໂປໂລ, ພັກອາໄສຢູ່ທີ່ນັ້ນອີກຫລາຍວັນ ກໍລາພວກພີ່ນ້ອງລົງເຮືອໄປຍັງແຂວງຊີເຣຍກັບປີຊະກີລາ. ກ່ອນທີ່ທ່ານຈະອອກຈາກທ່າເຮືອເມືອງເກັນເຂໄອໄປ, ທ່ານໄດ້ແຖຫົວເພາະທ່ານໄດ້ບະບົນຕົວໄວ້.
\v 19 ໂປໂລກໍປະປິຊະກີລາກັບອາກີລາໄວ້ທີ່ນັ້ນ, ແຕ່ຕົວທ່ານເອງໄດ້ເຂົ້າໄປໃນທຳມາສາລາແລະສົນທະນາໂຕ້ຕອບກັບຢິວ.
\s5
\v 20 ເມື່ອຄົນເຫລົ່ານັ້ນຂໍຮ້ອງໃຫ້ໂປໂລຢູ່ຕໍ່ໄປອີກ, ທ່ານກໍບໍ່ຍອມ.
\v 21 ແຕ່ຂະນະທີ່ຈະຈາກເຂົາໄປ ທ່ານກ່າວວ່າ, "ຂ້າພະເຈົ້າຈະກັບມາຫາພວກທ່ານອີກ ຖ້າຫາກເປັນພຣະປະສົງຂອງພຣະເຈົ້າ." ແລ້ວທ່ານກໍລົງເຮືອອອກໄປຈາກເມືອງເອເຟໂຊ.
\s5
\v 22 ເມື່ອໂປໂລມາເຖິງເມືອງກາຍຊາເຣຍ, ທ່ານກໍຂຶ້ນໄປທັກທາຍຄຣິສຕະຈັກເຢຣູຊາເລັມ ແລ້ວລົງໄປຍັງເມືອງອັນຕີໂອເຂຍ.
\v 23 ຫລັງຈາກໃຊ້ເວລາທີ່ນັ້ນໄລຍະໜຶ່ງ, ໂປໂລກໍໄດ້ອອກເດີນທາງໄປທົ່ວເຂດແດນແຂວງຄາລາເຕຍແລະຟີເຄຍ ແລະກ່າວຄຳໜູນໃຈພວກສາວົກທຸກຄົນ.
\s5
\v 24 ມີຊາວຢິວຄົນໜຶ່ງຊື່ ອາໂປໂລ, ເກີດໃນເມືອງອາເລັກຊັນເດຍໄດ້ມາທີ່ເມືອງເອເຟໂຊ. ທ່ານເປັນຄົນມີໂວຫານດີແລະຊ່ຳນານຫລາຍໃນເລື່ອງພຣະຄຳພີ.
\v 25 ອາໂປໂລໄດ້ຮັບການສອນຈາກຄຳສອນຂອງອົງພຣະຜູ້ເປັນເຈົ້າ. ມີຈິດໃຈກະຕືລືລົ້ນທ່ານກ່າວແລະສອນໃນເລື່ອງກ່ຽວກັບພຣະເຢຊູໄດ້ຢ່າງຖືກຕ້ອງ, ແຕ່ທ່ານຮູ້ພຽງແຕ່ບັບຕິສະມາຂອງໂຢຮັນເທົ່ານັ້ນ.
\v 26 ອາໂປໂລເວົ້າຢ່າງກ້າຫານໃນທຳມາສາລາ. ແຕ່ເມື່ອປີຊະກີລາແລະອາກີລາໄດ້ຟັງທ່ານແລ້ວ, ທ່ານທັງສອງຈຶ່ງຜູກມິດກັບອາໂປໂລ ແລະອະທິບາຍເລື່ອງລາວໃນທາງຂອງພຣະເຈົ້າໃຫ້ຖືກຍິ່ງຂຶ້ນ.
\s5
\v 27 ເມື່ອທ່ານຕັດສີນໃຈຈະຂ້າມໄປຍັງແຂວງອະ­ຂາ­ຢາ ພວກພີ່­ນ້ອງໄດ້ໜູນໃຈທ່ານ ແລະຂຽນຈົດ­ໝາຍຝາກໄປເຖິງພວກສິດທີ່ນັ້ນໄດ້ຕ້ອນ­ຮັບທ່ານໄວ້ ຄັນທ່ານໄປເຖິງແລ້ວ ທ່ານກໍຊ່ອຍເຫລືອຄົນທັງ­ຫລາຍທີ່ໄດ້ເຊື່ອຍ້ອນພຣະ­ຄຸນຂອງພຣະ­ເຈົ້າຢ່າງຫລວງຫລາຍ.
\v 28 ເພາະທ່ານໄດ້ໂຕ້ຖຽງກັບພວກຢິວຢ່າງແຂງແຮງຕໍ່­ໜ້າຄົນທັງ­ຫລາຍ ໂດຍອ້າງຂໍ້ພຣະ­ຄຳພີທີ່ພິສູດໃຫ້ເຫັນວ່າພຣະ­ເຢຊູຊົງເປັນພຣະ­ຄຣິດ.
\s5
\c 19
\cl ບົດທີ 19
\p
\v 1 ໃນເວລານັ້ນ ຂະນະທີ່ອາໂປໂລຢູ່ທີ່ເມືອງໂກຣິນໂທ: ໂປໂລກໍເດີນທາງຜ່ານເຂດແດນທາງຕອນເໜືອມາຍັງເມືອງເອເຟໂຊ, ແລະໄດ້ພົບພວກສາວົກບາງຄົນທີ່ນັ້ນ.
\v 2 ໂປໂລຖາມພວກເຂົາວ່າ, "ເມື່ອພວກທ່ານເຊື່ອ ພວກທ່ານໄດ້ຮັບພຣະວິນຍານບໍລິສຸດຫລືບໍ່? ພວກເຂົາກ່າວກັບທ່ານວ່າ, "ບໍ່, ເຮົາຍັງບໍ່ເຄີຍໄດ້ຍິນເລື່ອງກ່ຽວກັບພຣະວິນຍານບໍລິສຸດເລີຍ."
\s5
\v 3 ໂປ­ໂລຈິ່ງຖາມເຂົາວ່າ, ຖ້າຢ່າງນັ້ນພວກທ່ານໄດ້ຮັບບັບຕິສະມາແນວ­ໃດ ເຂົາຕອບວ່າ, “ບັບ­ຕິ­ສະ­ມາຂອງໂຢ­ຮັນ.”
\v 4 ໂປໂລຕອບວ່າ, "ໂຢຮັນໃຫ້ຮັບບັດຕິສະມາດ້ວຍບັບຕິສະມາຂອງການກັບໃຈໃໝ່. ທ່ານບອກກັບຄົນທັງຫລາຍວ່າ ພວກເຂົາຄວນເຊື່ອໃນພຣະອົງ, ຜູ້ຊົງສະເດັດມາພາຍຫລັງນັ້ນ, ຄືເຊື່ອໃນພຣະເຢຊູ
\s5
\v 5 ເມື່ອຄົນທັງຫລາຍໄດ້ຍິນດັງນັ້ນ, ພວກເຂົາກໍຮັບບັບຕິສະມາໃນພຣະນາມຂອງອົງພຣະເຢຊູເຈົ້າ.
\v 6 ແລ້ວໂປໂລກໍວາງມືເທິງພວກເຂົາ, ພຣະວິນຍານບໍລິສຸດກໍສະເດັດລົງມາສະຖິດກັບພວກເຂົາທຸກຄົນ ພວກເຂົາກໍເວົ້າພາສາອື່ນໆ ແລະ ເຜີຍພຣະທຳ.
\v 7 ພວກເຂົາມີທັງໝົດປະມານສິບສອງຄົນ.
\s5
\v 8 ຝ່າຍໂປ­ໂລໄດ້ເຂົ້າໄປກ່າວສົນ­ທະ­ນາໃນໂຮງທຳດ້ວຍໃຈກ້າໃນລະຫວ່າງສາມເດືອນ, ໂຈດຖຽງແລະຊັກຊວນໃຫ້ເຊື່ອໃນສິ່ງທີ່ກ່າວເຖິງລາ­ຊະແຜ່ນ­ດິນຂອງພຣະ­ເຈົ້າ.
\v 9 ແຕ່ລາງຄົນມີ­ໃຈແຂງກະ­ດ້າງບໍ່ຍອມເຊື່ອ ແລະກ່າວຄຳຫຍາບ­ຊ້າເລື່ອງທາງນັ້ນຕໍ່ໜ້າຄົນທັງ­ຫລາຍ ໂປ­ໂລຈິ່ງແຍກອອກຈາກເຂົາ ແລະຄັດເອົາພວກລູກ­ສິດໄປນຳ ແລະທ່ານໄດ້ໂຕ້ຖຽງໃນຫ້ອງປະ­ຊຸມຂອງທ່ານຕີ­ຣາ­ໂນທຸກ ວັນ.
\v 10 ການນີ້ມີຢູ່ເປັນເວ­ລາສອງປີ ຈົນວ່າຄົນທັງຫລາຍທີ່ອາໃສຢູ່ໃນແຂວງອາ­ເຊຍ ທັງພວກຢິວ ແລະພວກກຣີກໄດ້ຍິນພຣະ­ທັມຂອງອົງພຣະ­ຜູ້­ເປັນ­ເຈົ້າ.
\s5
\v 11 ພຣະເຈົ້າຊົງເຮັດການອັດສະຈັນດ້ວຍມືຂອງໂປໂລ,
\v 12 ຈົນພວກເຂົາເອົາຜ້າເຊັດໜ້າກັບຜ້າກັນເປື້ອນຈາກຕົວໂປໂລໄປ ເພື່ອເຮັດໃຫ້ຄົນເຈັບປ່ວຍຫາຍ ແລະໂຣກໄພໄຂ້ເຈັບ ແລະພວກວິນຍານຊົ່ວກໍອອກໄປຈາກພວກເຂົາ.
\s5
\v 13 ແຕ່ພວກຢິວບາງຄົນທີ່ທຽວໄປມາເປັນໝໍໄລ່ຜີ ພະ­ຍາ­ຍາມໃຊ້ພຣະ­ນາມຂອງພຣະ­ເຢຊູ­ເຈົ້າຂັບໄລ່ຜີວ່າ, “ກູບັງ­ຄັບສູໂດຍພຣະເຢຊູຊຶ່ງໂປ­ໂລປະ­ກາດນັ້ນ.”
\v 14 ອັນໜຶ່ງມີຢິວຜູ້ໜຶ່ງຊື່ຊະເກ­ວາ ເປັນປະ­ໂລ­ຫິດຕົນໃຫຍ່ ມີລູກຊາຍເຈັດຄົນທີ່ເຮັດການຢ່າງນັ້ນ.
\s5
\v 15 ສ່ວນຜີຮ້າຍໄດ້ຕອບເຂົາວ່າ, “ພຣະ­ເຢຊູເຮົາກໍລຶ້ງ­ເຄີຍ ໂປ­ໂລເຮົາກໍຮູ້­ຈັກ ແຕ່ພວກເຈົ້າເປັນຜູ້ໃດ.”
\v 16 ວິນຍານຊົ່ວທີ່ຢູ່ໃນຄົນນັ້ນກໍກະໂດດເຂົາໃສ່ພວກໝໍຜີ ແລະເອົາຊະນະພວກເຂົາໄດ້ແລະໂຈມຕີພວກເຂົາ. ແລ້ວພວກເຂົາກໍໜີອອກຈາກບ້ານນັ້ນໃນສະພາບເປືອຍກາຍ ແລະໄດ້ຮັບບາດເຈັບ.
\v 17 ເລື່ອງນີ້ເປັນທີ່ຮູ້ກັນທົ່ວທັງພວກຢິວ, ແລະ ພວກກຣີກທີ່ອາໄສຢູ່ໃນເມືອງເອເຟໂຊ. ພວກເຂົາກໍເກີດຄວາມເກງກວາເປັນຢ່າງຫລາຍ, ແລະ ພຣະນາມຂອງອົງພຣະເຢຊູເຈົ້າກໍໄດ້ຮັບການຍົກຍ້ອງສັນລະເສີນ.
\s5
\v 18 ພວກຜູ້ເຊື່ອຫລາຍຄົນກໍເຂົ້າມາສາລະພາບບາບ ແລະຍອມຮັບວ່າພວກເຂົາເຄີຍເຮັດສິ່ງທີ່ຊົ່ວຮ້າຍ.
\v 19 ມີຫລາຍຄົນທີ່ໃຊ້ເວດ­ມົນຄາ­ຖາໄດ້ເອົາຕຳ­ລາຂອງຕົນມາເຜົາໄຟເສຍຕໍ່ຫນ້າຄົນທັງປວງ ຕຳ­ລາເຫລົ່າ­ນັ້ນຄິດລາ­ຄາເປັນຫ້າໝື່ນຫລຽນ.
\v 20 ດັ່ງນັ້ນ ພຣະທັມຂອງພຣະເຈົ້າກໍແພ່ກະຈາຍກວ້າງອອກໄປດ້ວຍວິທີການທີ່ຊົງອານຸພາບ.
\s5
\v 21 ຫລັງຈາກທີ່ໂປໂລເຊັດສິ້ນງານພັນທະກິດທ່ານທີ່ເມືອງເອເຟໂຊ, ທ່ານຕັດສິນໃຈໃນພຣະວິນຍານທີ່ຈະເດີນທາງຜ່ານແຂວງມາເກໂດເນຍແລະແຂວງອະຂາຢາໄປຍັງນະຄອນເຢຣູຊາເລັມ; ທ່ານກ່າວວ່າ, "ຫລັງຈາກທີ່ຂ້າພະເຈົ້າໄປເຖິງທີນັ້ນແລ້ວ ຂ້າພະເຈົ້າຈະຕ້ອງໄປເຫັນກຸງໂຮມດ້ວຍ."
\v 22 ທ່ານຈິ່ງໃຊ້ຜູ້ຊ່ອຍຂອງຕົນສອງຄົນ ຄືຕີ­ໂມ­ທຽວກັບເອ­ຣາ­ຊະ­ໂຕ ໄປຍັງແຂວງມາ­ເກ­ໂດ­ເນຍ ຝ່າຍທ່ານເອງກໍຍັງພັກຢູ່ຊົ່ວໄລຍະໜຶ່ງທີ່ແຂວງອາ­ເຊຍ.
\s5
\v 23 ໃນເວລານັ້ນ ໄດ້ເກີດເລື່ອງວຸ້ນວາຍຍິ່ງໃຫຍ່ ໃນເມືອງເອເຟໂຊທີ່ກ່ຽວຂ້ອງກັບທາງນັ້ນ.
\v 24 ດ້ວຍມີຄົນໜຶ່ງຊື່ເດເມ­ທີ­ໂອ ເປັນຊ່າງເງິນ ໄດ້ເອົາເງິນເຮັດຮູບວິ­ຫານຂອງພະອາ­ເຕມາເປັນເຫດໃຫ້ພວກຊ່າງໄດ້ມີງານຫລວງ­ຫລາຍ.
\v 25 ເຂົາກ່າວວ່າ, "ທ່ານທັງຫລາຍ, ພວກທ່ານຮູ້ຢູ່ວ່າ ໃຫ້ການເຮັດກິດຈະການນີ້ ເຮັດໃຫ້ເຮົາໄດ້ເງິນຫລວງຫລາຍ."
\s5
\v 26 ແລະທ່ານທັງ­ຫລາຍໄດ້ຮູ້ເຫັນຢູ່ວ່າບໍ່ແມ່ນຈຳ­ເພາະໃນເມືອງເອ­ເຟ­ໂຊເມືອງດຽວ ແຕ່ເກືອບທົ່ວແຂວງອາ­ເຊຍໂປ­ໂລຜູ້ນີ້ໄດ້ຊັກຊວນຄົນຫລາຍສົມ­ຄວນໃຫ້ຫລົງໄປ ໂດຍກ່າວວ່າ ‘ພະທີ່ສ້າງຂຶ້ນດ້ວຍມືມະ­ນຸດນັ້ນ ບໍ່ແມ່ນພຣະ­ເຈົ້າແທ້.
\v 27 ເປັນໜ້າຢ້ານວ່າບໍ່ແມ່ນແຕ່ອາ­ຊີບຂອງພວກເຮົາຈະເສຍ­ຊື່ສຽງຢ່າງດຽວ ແຕ່ພຣະ­ວິ­ຫານກັບສະ­ຖານ­ທີ່ນະ­ມັດ­ສະ­ການຂອງພະມະຫາອາເຕ­ມາ ຈະຖືກໜິ່ນ­ປະ­ໝາດເໝືອນກັນ, ແລະ ພະນາງນັ້ນຊຶ່ງເປັນທີ່ນັບ­ຖືຂອງບັນ­ດາຊາວອາ­ເຊຍກັບໝົດທັງໂລກຈະຕົກຕ່ຳຈົນສິ້ນສະ­ຫງ່າລາ­ສີ.”
\s5
\v 28 ເມື່ອພວກເຂົາໄດ້ຍິນຢ່າງນີ້, ພວກເຂົາກໍຄຽດແຄ້ນ ແລະຮ້ອງອອກມາວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."
\v 29 ແລ້ວໄດ້ເກີດອົນ­ລະ­ຫົນວຸ້ນ­ວາຍຂຶ້ນທົ່ວທັງເມືອງ ເຂົາໄດ້ຈັບເອົາຄາ­ໂຢກັບອາ­ຣິດ­ຕາ­ໂຂຊາວມາ­ເກ­ໂດ­ເນຍ ຜູ້ເປັນເພື່ອນເດີນ­ທາງຮ່ວມກັບໂປ­ໂລ ດຶງລາກແລ່ນເຂົ້າໄປໃນສະ­ໜາມລະ­ຄອນ.
\s5
\v 30 ໂປໂລຕ້ອງການເຂົ້າໄປໃນຝູງຊົນ, ແຕ່ພວກສາວົກບໍ່ຍອມໃຫ້ທ່ານໃຫ້ເຂົ້າໄປ.
\v 31 ແມ້ແຕ່ພວກເຈົ້າໜ້າທີ່ຂອງແຂວງເອເຊຍທີ່ເປັນໝູ່ຂອງທ່ານ ກໍໃຊ້ຄົນສົ່ງຂໍ້ຄວາມໄປອ້ອນວອນໂປໂລບໍ່ໃຫ້ເຂົ້າໄປໃນສະໜາມລະຄອນ.
\v 32 ບາງຄົນຮ້ອງວ່າແບບນີ້, ບາງຄົນຮ້ອງວ່າແບບນັ້ນພວກຝູງຊົນພາສັບສົນ. ຄົນສ່ວນຫລາຍຍັງບໍ່ຮູ້ນຳວ່າເປັນຫຍັງພວກເຂົາຈຶ່ງມາປະຊຸມກັນທີ່ນີ່.
\s5
\v 33 ມີລາງຄົນໃນພວກເຫລົ່າ­ນັ້ນໄດ້ແນະ­ນຳອາ­ເລັກ­ຊັນ­ໂດຊຶ່ງເປັນຄົນທີ່ພວກຢິວໃຫ້ອອກໄປຂ້າງໜ້າ ອາ­ເລັກ­ຊັນ­ໂດ, ຈິ່ງກວັກມືໝາຍຈະກ່າວແກ້ແທນຕໍ່­ຫນ້າປະ­ຊາ­ຊົນ.
\v 34 ແຕ່ເມື່ອຄົນທັງຫລາຍໄດ້ຮູ້ວ່າເຂົາເປັນຊາວຢິວ, ພວກເຂົາກໍຮ້ອງເປັນສຽງດຽວກັນວ່າ, "ເຈົ້າແມ່ໄດອານາຂອງຊາວເອເຟໂຊເປັນຜູ້ຍິ່ງໃຫຍ່."
\s5
\v 35 ເມື່ອເລ­ຂາ­ທິ­ການເທດ­ສະ­ບານໄດ້ໃຫ້ປະ­ຊາ­ຊົນງຽບລົງແລ້ວຈິ່ງກ່າວວ່າ, “ຊາວເອ­ເຟ­ໂຊທັງ­ຫລາຍເອີຍ, ມີຜູ້ໃດນໍທີ່ບໍ່ຮູ້ວ່າ ຊາວເອ­ເຟ­ໂຊນີ້ເປັນຜູ້ຮັກ­ສາດູ­ແລວິ­ຫານຂອງນາງພຣະມະຫາອາ­ເຕ­ມາ ແລະສິ່ງສັກ­ສິດທີ່ຕົກມາຈາກຟ້າ?
\v 36 ບັດນີ້ດ້ວຍການທັງ­ຫລາຍອັນຖຽງບໍ່ໄດ້ນີ້ ທ່ານທັງ­ຫລາຍຄວນສະ­ຫງົບລົງ ຢ່າເຮັດອັນໃດດ້ວຍຮິບຮ້ອນ.
\v 37 ດ້ວຍວ່າພວກທ່ານໄດ້ນຳເອົາຄົນເຫລົ່ານີ້ມາ ກໍບໍ່ແມ່ນເຂົາເປັນຄົນປຸ້ນວິ­ຫານ ຫລືໝິ່ນ­ປະ­ໝາດເຈົ້າແມ່ຂອງພວກເຮົາ.
\s5
\v 38 ເພາະສະນັ້ນ, ຖ້າເດເມທິໂອແລະພວກຊ່າງຝີມືຢູ່ກັບເຂົາມີຂໍ້ກ່າວຫາກັບຄົນໃດ, ສານນີ້ກໍເປີດໃຫ້ ແລະມີຜູ້ພິພາກສາໃຫ້ພວກເຂົາໄປຟ້ອງຮ້ອງກັນເອງ.
\v 39 ແຕ່ຖ້າພວກທ່ານຍັງມີເລື່ອງອື່ນໆອີກ, ກໍຄວນຕົກລົງກັນໃນການປະຊຸມສາມັນ.
\v 40 ເພາະສິ່ງເຮົາທຳເປັນອັນຕະລາຍທີ່ຈະຖືກຟ້ອງຮ້ອງວ່າເປັນຜູ້ກ່ຽວຂ້ອງໃນການເຈລະຈາໃນວັນນີ້. ບໍ່ມີຂໍ້ອ້າງຫຍັງໃນຄວາມວຸ້ຍວາຍນີ້, ແລະເຮົາບໍ່ສາມາດອະທິບາຍໄດ້."
\v 41 ເມື່ອທ່ານກ່າວດັ່ງນັ້ນແລ້ວ, ທ່ານກໍໃຫ້ເລິກການຊຸມນຸມ.
\s5
\c 20
\cl ບົດທີ 20
\p
\v 1 ຫລັງຈາກຄວາມວຸ້ນວາຍໄດ້ສະຫງົບລົງແລ້ວ, ໂປໂລຈຶ່ງໃຊ້ຄົນໄປນຳພວກສາວົກມາແລະກ່າວຄຳໜູນໃຈພວກເຂົາ, ເມື່ອທ່ານກ່າວຄຳອຳລາພວກເຂົາແລ້ວ.
\v 2 ເມື່ອຜ່ານໄປແຂວງມາເກໂດເນຍ ທ່ານເດີນທາງຜ່ານເຂດແດນນັ້ນ, ກໍໄດ້ກ່າວໜູນໃຈຜູ້ເຊື່ອຢ່າງຫລວງຫລາຍ.
\v 3 ແລ້ວທ່ານກໍໄປຍັງປະເທດກຣີກ ແລະພັກຢູ່ບ່ອນນັ້ນສາມເດືອນ, ພວກຢິວໄດ້ວາງແຜນທຳຮ້າຍທ່ານໃນຂະນະທີ່ທ່ານຈະລົງເຮືອໄປຍັງແຂວງຊີເຣຍ, ດັ່ງນັ້ນທ່ານຈຶ່ງຕັດສິນໃຈກັບໄປທາງແຂວງມາເກໂດເນຍ.
\s5
\v 4 ພວກທີ່ເດີນທາງໄປແຂວງເອເຊຍກັບທ່ານຄືໂຊປາເຕ ຊາວເມືອງປີໂຣຈາກເບເຣຍ; ອາຣິດຕາໂຂແລະເຊກຸນໂດ ທັງສອງຄົນເປັນຜູ້ເຊື່ອຊາວເມືອງເດຣະເບ, ແລະຊາວເມືອງຕີຂີໂກ; ແລະຕີໂມທຽວ ແລະໂທຟີໂມຈາກແຂວງເອເຊຍ.
\v 5 ແຕ່ຄົນເຫລົ່ານີ້ໄດ້ເດີນທາງລ່ວງໜ້າໄປກ່ອນ ແລະກຳລັງຖ້າເຮົາຢູ່ທີ່ເມືອງໂທອາດ.
\v 6 ຫລັງຈາກເທດສະການຂະໜົມປັງບໍ່ມີເຊື້ອ, ເຮົາລົງເຮືອອອກຈາກເມືອງຟີລິບປອຍ ແລະ ໃນເວລາຫ້າວັນເຮົາກໍມາພົບພວກເຂົາທີ່ເມືອງໂທອາດ. ເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ.
\s5
\v 7 ໃນວັນຕົ້ນສັບປະດາ, ເມື່ຶອເຮົາມາປະຊຸມຮ່ວມກັນເພື່ອເຮັດພິທີຫັກເຂົ້າຈີ່, ໂປໂລກໍເວົ້າກັບຜູ້ເຊື່ອເຫລົ່ານັ້ນ. ທ່ານຕັ້ງໃຈຈະອອກຈາກທີ່ນັ້ນໃນວັນຮຸ່ງຂຶ້ນ, ເພາະສະນັ້ນ ທ່ານຈຶ່ງເວົ້າຕໍ່ໄປຈົນທຽງຄືນ.
\v 8 ໃນຫ້ອງຊັ້ນເທິງທີ່ເຮົາປະຊຸມກັນນັ້ນມີຕະກຽງຫລາຍດວງ.
\s5
\v 9 ມີຊາຍໜຸ່ມຄົນໜຶ່ງຊື່ຢູຕີໂຂ, ນັ່ງຢູ່ປ່ອງຢ້ຽມໄດ້ເລີ້ມເຫງົານອນຂຶ້ນທຸກເທື່ອ. ໃນຂະນະທີ່ໂປໂລຍັງຄົງເວົ້າຍືດຍາວຕໍ່ໄປອີກ, ຊາຍໜຸ່ມຄົນນີ້ກໍຍັງຄົງລັບຢູ່, ແລະ ພັດຕົກລົງໄປຈາກຊັ້ນສາມ ແລະເມື່ອຍົກຂຶ້ນມາກໍ່ພົບວ່າຕາຍແລ້ວ.
\v 10 ແຕ່ເມື່ອໂປໂລລົງໄປທ່ານກໍກອດເຂົາໄວ້. ແລ້ວທ່ານກ່າວວ່າ, "ຢ່າໂສກເສົ້າໄປເລີຍ, ເພາະເຂົາຍັງມີຊີວິດຢູ່."
\s5
\v 11 ຄັນໂປ­ໂລຂຶ້ນເມືອ ແລະຫັກເຂົ້າ­ຈີ່ຮັບປະ­ທານແລ້ວ ກໍສົນທະນາກັບເຂົາຕໍ່ໄປອີກດົນນານສົມ­ຄວນຈົນເຖິງຮຸ່ງເຊົ້າ ແລ້ວທ່ານໄດ້ຈາກເຂົາໄປ.
\v 12 ແລ້ວເຂົາໄດ້ນຳເອົາຊາຍໜຸ່ມຜູ້ຍັງມີຊີວິດຢູ່ກັບໄປ ແລະ ໂດຍມີຄວາມຊົມຊຶ່ນຍິນ­ດີຫລາຍ.
\s5
\v 13 ຝ່າຍພວກເຮົາໄດ້ລົງເຮືອກ່ອນຈິ່ງເດີນ­ທາງນ້ຳໄປເຖິງເມືອງອາ­ໂຊ ໝາຍໃຈວ່າຈະຮັບໂປ­ໂລຂຶ້ນເຮືອທີ່ນັ້ນ, ດ້ວຍວ່າທ່ານເອງໄດ້ຈັດໄວ້ດັ່ງ­ນັ້ນ, ເພາະທ່ານໝາຍໃຈວ່າຈະໄປທາງ­ບົກ.
\v 14 ຄັນທ່ານພົບພວກເຮົາທີ່ເມືອງອາ­ໂຊແລ້ວ, ພວກເຮົາກໍຮັບທ່ານຂຶ້ນເຮືອມາຍັງເມືອງມີ­ເຕ­ເລ­ເນ.
\s5
\v 15 ຫລັງຈາກທີເຮົາອອກຈາກເຮືອທີ່ນັ້ນ ແລະວັນຕໍ່ມາກໍເຖິງຝັງຕົງຂ້າມເກາະຂີໂອ. ອີກວັນຕໍ່ມາ ເຮົາກໍມາເຖິງເມືອງມີເລໂຕເພາະໂປໂລຕັດສິນໃຈທີ່ຈະຜ່ານເມືອງເອເຟໂຊໄປ ເພື່ອທີ່ຈະບໍ່ເສຍເວລາໃນແຂວງເອເຊຍ.
\v 16 ດ້ວຍໂປ­ໂລໄດ້ຕັ້ງ­ໃຈວ່າຈະກາຍເມືອງເອ­ເຟ­ໂຊໄປເພື່ອບໍ່ໃຫ້ຄ້າງຢູ່ເຫິງໃນແຂວງອາ­ເຊຍ; ເພາະທ່ານຟ້າວຢາກໃຫ້ເຖິງກຸງເຢ­ຣູ­ຊາ­ເລັມຖ້າເປັນໄປໄດ້, ກໍໃຫ້ທັນວັນເທດ­ສະ­ການເພັນ­ເຕ­ຄໍ­ສະ­ເຕ.
\s5
\v 17 ໂປໂລຈຶ່ງສົ່ງຄົນເຫລົ່ານັ້ນຈາກເມືອງມີເລໂຕໄປຍັງເອເຟໂຊ ເພື່ອຮ້ອງບັນດາຜູ້ປົກຄອງຄຣິສຕະຈັກເຫລົ່ານັ້ນມາພົບທ່ານ.
\v 18 ເມື່ອພວກເຂົາມາພົບທ່ານແລ້ວ, ທ່ານຈຶ່ງກ່າວກັບພວກເຂົາວ່າ, "ພວກທ່ານເອງກໍຮູ້ດີວ່າ, ນັບຕັ້ງແຕ່ວັນແລກທີ່ຂ້ານ້ອຍໄດ້ຍ່າງເຂົ້າມາໃນແຂວງເອເຊຍ, ຂ້າພະເຈົ້າໄດ້ໃຊ້ເວລາຢູ່ກັບພວກທ່ານຢ່າງໃດ.
\v 19 ຂ້ານ້ອຍໄດ້ຮັກສາການຮັບໃຊ້ພຣະເຈົ້າດ້ວຍຄວາມຕໍ່າຕ້ອຍທີ່ສຸດ ແລະ ດ້ວຍນໍ້າຕາ, ແລະ ດ້ວຍຄວາມທຸກທໍລະມານທີ່ເກີດຂຶ້ນນຳຂ້ານ້ອຍເພາະຊາວຢິວ.
\v 20 ທ່ານຮູ້ດີວ່າເຮົາບໍ່ໄດ້ທໍ້­ຖອຍຈາກການປະ­ກາດແລະສັ່ງ­ສອນພວກທ່ານ ໃນທີ່ປະ­ຊຸມແລະຕາມບ້ານຕາມເຮືອນ.
\v 21 ທັງເຕືອນສະ­ຕິຢ່າງໜັກແໜ້ນໃຫ້ພວກຢິວແລະ ພວກກຣີກ ເຖິງເລື່ອງການຖິ້ມໃຈເກົ່າເອົາ­ໃຈໃໝ່ຈຳ­ເພາະພຣະ­ເຈົ້າ ແລະ ຄວາມເຊື່ອຈຳ­ເພາະພຣະ­ເຢຊູຄຣິດ­ເຈົ້າຂອງພວກເຮົາ.
\s5
\v 22 ມາບັດນີ້, ພຣະວິນຍານບໍລິສຸດໄດ້ຊົງນຳຂ້າພະເຈົ້າ, ທີ່ຈະໄປຍັງນະຄອນເຢຣູຊາເລັມ ຊຶ່ງບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບຂ້າພະເຈົ້າທີນັ້ນ.
\v 23 ເວັ້ນໄວ້ແຕ່ພຣະ­ວິນ­ຍານ­ບໍ­ລິ­ສຸດຊົງເຕືອນສະ­ຕິເຮົາໃນທຸກບ້ານທຸກເມືອງວ່າ ເຄື່ອງຜູກມັດແລະຄວາມ­ທຸກລຳ­ບາກຄອຍຖ້າເຮົາຢູ່.
\v 24 ແຕ່ເຮົາບໍ່ໄດ້ຖືວ່າຊີວິດຂອງເຮົາເປັນຂອງມີ­ຄ່າແກ່ເຮົາຢ່າງ­ໃດເພື່ອເຮົາຈະເຮັດໜ້າ­ທີ່ຂອງເຮົາ, ແລະ ຈະໄດ້ປະ­ຕິ­ບັດງານທີ່ໄດ້ຮັບມອບໝາຍຈາກອົງພຣະ­ຜູ້­ເປັນ­ເຈົ້າໃຫ້ສຳ­ເລັດ ຄືທີ່ຈະເປັນພະ­ຍານຢ່າງຄົບຖ້ວນເຖິງເລື່ອງຂ່າວປະ­ເສີດກ່ຽວກັບພຣະ­ຄຸນຂອງພຣະ­ເຈົ້ານັ້ນ.
\s5
\v 25 ຂ້າພະເຈົ້າຮູ້ວ່າ, ພວກທ່ານທຸກຄົນທີ່ຂ້າພະເຈົ້າໄດ້ປະກາດລາດຊະອານາຈັກຂອງພຣະເຈົ້າ, ຈະບໍ່ໄດ້ເຫັນຂ້າພະເຈົ້າອີກ.
\v 26 ເພາະສະນັ້ນຂ້າພະເຈົ້າຈຶ່ງຢືນຢັນກັບພວກທ່ານໃນວັນນີ້ວ່າ, ຂ້າພະເຈົ້າບໍ່ມີຄວາມຜິດໃນຄວາມຕາຍຂອງຜູ້ໃດ.
\v 27 ດ້ວຍວ່າເຮົາບໍ່ໄດ້ທໍ້­ຖອຍຈາກການປະ­ກາດພຣະ­ປະ­ສົງຂອງພຣະ­ເຈົ້າ ໃຫ້ພວກທ່ານຮູ້.
\s5
\v 28 ເພາະສະນັ້ນຈົງລະວັງທັງຕົວທ່ານເອງ, ແລະຝູງແກະທີ່ພຣະວິນຍານບໍລິສຸດຊົງຕັ້ງທ່ານໄວ້ໃຫ້ເປັນຜູ້ດູແລໃຫ້ດີ. ຈົ່ງລະວັງທີ່ຈະດູແລຄຣິດຕະຈັກຂອງພຣະເຈົ້າ, ທີ່ພຣະອົງຊົງຊື້ມາດ້ວຍພຣະໂລຫິດຂອງພຣະອົງ.
\v 29 ຂ້າພະເຈົ້າຮູ້ວ່າ ຫລັງຈາກທີ່ຂ້າພະເຈົ້າຈາກໄປແລ້ວ, ຈະມີຝູງໝາປ່າທີ່ດຸຮ້າຍເຂົ້າມາໃນພວກທ່ານ ແລະບໍ່ລະເວັ້ນຝູງແກະເລີຍ.
\v 30 ຂ້າພະເຈົ້າຮູ້ວ່າ ແມ້ແຕ່ໃນພວກທ່ານເອງ ກໍຈະມີບາງຄົນທີ່ກ່າວສິ່ງທີ່ເຮັດໃຫ້ເຂົາໄປ ເພື່ອຊັກຊວນພວກສາວົກໃຫ້ຫລົງຕາມພວກເຂົາໄປ.
\s5
\v 31 ເພາະສະນັ້ນຈົ່ງເຝົ້າລະວັງໃຫ້ດີ. ຈຳໄວ້ວ່າຂ້າພະເຈົ້າໄດ້ສັ່ງສອນທຸກຄົນດ້ວຍນ້ຳຕາທັງກາງວັນແລະກາງຄືນຕະຫລອດສາມປີບໍ່ມີຢຸດຢ່ອນ.
\v 32 ບັດນີ້ ຂ້າພະເຈົ້າຂໍມອບພວກທ່ານໄວ້ກັບພຣະເຈົ້າແລະພຣະທັມແຫ່ງພຣະຄຸນຂອງພຣະອົງ, ທີ່ສາມາດກໍ່ສ້າງທ່ານຂຶ້ນໄດ້ ແລະໃຫ້ທ່ານເປັນຜູ້ຮັບມໍລະດົກທ່າມກາງຄົນເຫລົ່ານັ້ນ ທີ່ຖວາຍຕົນແດ່ພຣະເຈົ້າ.
\s5
\v 33 ຂ້າພະເຈົ້າບໍ່ໄດ້ໂລບເອົາເງິນ, ທອງ, ຫລື ເສື້ອຜ້າຂອງໃຜເລີຍ.
\v 34 ພວກທ່ານເອງກໍຮູ້ວ່າ ມືທັງສອງຂອງຂ້າພະເຈົ້າ ໄດ້ຈັດຫາສິ່ງຈຳເປັນສຳລັບຕົນເອງ ແລະ ສຳຫລັບພວກຄົນທີ່ຢູ່ກັບຂ້າພະເຈົ້າ.
\v 35 ຂ້າພະເຈົ້າໄດ້ວາງແບບຢ່າງໃຫ້ທ່ານໃນທຸກເລື່ອງແລ້ວ, ໃນການທີ່ຈະຊ່ວຍຄົນທີ່ອ່ອນແອດ້ວຍການເຮັດວຽກ, ແລະທ່ານຄວນຈະລະລຶກເຖິງພຣະທັມຂອງພຣະອົງພຣະເຢຊູເຈົ້າ, ຕາມທີ່ພຣະອົງກ່າວວ່າ, "ການໃຫ້ເປັນເຫດໃຫ້ມີຄວາມສຸກ ກວ່າການຮັບ."
\s5
\v 36 ຫລັງຈາກທີ່ເພິ່ນໄດ້ກ່າວເຊັ່ນນີ້ແລ້ວ, ເພິ່ນກໍຄຸເຂົ່າລົງອະທິຖານຮ່ວມກັບພວກເຂົາທຸກຄົນ.
\v 37 ພວກເຂົາຮ້ອງໄຫ້ຢ່າງໜັກ ແລະກອດຄໍໂປໂລແລະຈູບເພິ່ນ.
\v 38 ພວກເຂົາໂສກເສົ້າຢ່າງທີສຸດ ເພາະຖ້ອຍຄຳທີ່ເພິ່ນໄດ້ກ່າວ, ພວກເຂົາຈະບໍ່ໄດ້ເຫັນໜ້າທ່ານອີກ. ແລ້ວພວກເຂົາກໍພາທ່ານໄປສົ່ງທີ່ເຮືອ.
\s5
\c 21
\cl ບົດທີ 21
\p
\v 1 ເມື່ອພວກເຮົາລາຈາກພວກເຂົາແລ້ວກໍລົງເຮືອໄປ, ພວກເຮົາໄດ້ເດີນທາງໄປຍັງເມືອງໂກດ, ແລະ ຕື່ນເຊົ້າກໍມາເຖິງເມືອງໂຣໂດ ແລະ ຈາກທີ່ນັ້ນເຮົາກໍໄປຍັງເມືອງປາຕາຣາ.
\v 2 ເມື່ອເຮົາພົບເຮືອລຳໜຶ່ງກຳລັງຈະໄປເມືອງຟິນີເຊຍເຮົາຈຶ່ງລົງເຮືອລຳນັ້ນແລ່ນອອກໄປ.
\s5
\v 3 ພາຍຫລັງຫລຽວເຫັນໄຊປຣັດແລ້ວ, ເຮົາກໍຜ່ານເກາະນັ້ນໄປທາງຊ້າຍ, ພວກເຮົາໄດ້ລ່ອງເຮືອໄປຍັງແຂວງຊີເຣຍ ແລະ ໄດ້ຈອດເຮືອທີ່ທ່າເມືອງຕີເຣ, ເພາະເຮືອຕ້ອງເອົາຂອງທີ່ບັນທຸກມາຂຶ້ນທ່າທີ່ນັ້ນ.
\v 4 ຫລັງຈາກທີ່ເຮົາຫາພວກສາວົກທີ່ນັ້ນພົບແລ້ວ ເຮົາກໍພັກຢູ່ທີ່ນັ້ນເຈັດວັນ. ພວກສາວົກເຫລົ່ານີ້ໄດ້ກາ່ວກັບເປໂຕໂດຍພຣະວິນຍານບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.
\s5
\v 5 ຫລັງຈາກທີ່ເຮົາຢູ່ທີ່ນັ້ນຫລາຍວັນ, ແລ້ວພວກເຮົາກໍອອກເດີນທາງໄປ, ແລະ ບັນດາພວກສາວົກ ພ້ອມກັບພັນລະຍາ ແລະລູກກໍຕາມມາສົ່ງເຮົາຈົນເຮົາອອກໄປຈາກເມືອງນັ້ນ. ແລ້ວພວກເຮົາກໍຄຸເຂົ່າລົງອະທິຖານທີ່ຊາຍຫາດ,
\v 6 ແລະກ່າວອຳລາຊຶ່ງກັນ ແລະ ກັນ, ພວກເຮົາກໍລົງເຮືອເດີນທາງຕໍ່, ແລະ ພວກເຂົາກໍເດີນທາງກັບບ້ານ.
\s5
\v 7 ເມື່ອແລ່ນເຮືອຈາກເມືອງຕີເຣແລ້ວ, ພວກເຮົາໄດ້ມາເຖິງເມືອງປະໂຕເລມາຍ. ເຮົາຈຶ່ງໄປຄຳນັບທັກທາຍພີ່ນ້ອງທີ່ນັ້ນ ແລະ ພັກຢູ່ກັບພວກເຂົາວັນໜຶ່ງ.
\v 8 ໃນເຊົ້າວັນໃໝ່ພວກເຮົາກໍຈາກໄປ ແລະ ໄປຍັງເມືອງກາຍຊາເຣຍ. ພວກເຮົາເຂົ້າໄປໃນເຮືອນຂອງຟິລິບຜູ້ປະກາດຂ່າວປະເສີດຊຶ່ງເປັນໜຶ່ງໃນເຈັດຄົນນັ້ນ ແລະ ພວກເຮົາກໍພັກຢູ່ກັບເຂົາ.
\v 9 ຕອນນີ້ຟິລິບມີລູກສາວສີ່ຄົນທີ່ຍັງເປັນຍິງພົມມະຈາລີ ເປັນຜູ້ປະກາດພຣະວັດຈະນະທັມ.
\s5
\v 10 ເມື່ອເຮົາພັກຢູ່ທີ່ນັ້ນຫລາຍວັນແລ້ວ ມີຜູ້ທຳນວຍຜູ້ໜຶ່ງຊື່ວ່າອາຄະໂບລົງມາຈາກແຂວງຢູດາຍ.
\v 11 ເຂົາໄດ້ມາຫາພວກເຮົາແລ້ວເອົາເຂັມຂັດຂອງໂປໂລໄປມັດມືແລະຕີນຂອງເຂົາດ້ວຍເຂັມຂັດນັ້ນແລ້ວກ່າວວ່າ, "ພຣະວິນຍານບໍຣິສຸດເຈົ້າກ່າວວ່າ, 'ພວກຢິວໃນກຸງເຢຣູຊາເລັມຈະຜູກມັດຄົນທີ່ເປັນເຈົ້າຂອງເຂັມຂັດນີ້, ແລ້ວພວກເຂົາຈະສົ່ງມອບທ່ານໄວ້ໃນມືຂອງພວກຕ່າງຊາດ."
\s5
\v 12 ເມື່ອພວກເຮົາໄດ້ຍິນເລື່ອງນີ້ເຮົາ, ຮ່ວມກັບພວກຄົນທີ່ຢູ່ທີ່ນັ້ນກໍອ້ອນວອນໂປໂລບໍ່ໃຫ້ຂຶ້ນໄປຍັງກຸງເຢຣູຊາເລັມ.
\v 13 ໂປໂລຈຶ່ງຕອບວ່າ, "ພວກທ່ານກຳລັງເຮັດຫຍັງ? ດ້ວຍການຮ້ອງໄຫ້ ແລະ ເຮັດໃຫ້ຂ້າພະເຈົ້າຊຳ້ໃຈ? ເມື່ອຂ້າພະເຈົ້າພ້ອມແລ້ວ, ບໍ່ພຽງແຕ່ຈະຖືກມັດ, ແຕ່ເຖິງແມ່ນຈະຕາຍຢູ່ທີ່ກຸງເຢຣູຊາເລັມ ໂດຍເພາະພຣະນາມຂອງພຣະເຢຊູເຈົ້າ.
\v 14 ເມື່ອໂປໂລບໍ່ຍອມຟັງຄຳຂໍຮ້ອງພວກເຂົາຈຶ່ງຢຸດ ບໍ່ພະຍາຍາມທີ່ຈະເວົ້າອີກ ແລ້ວກ່າວວ່າ, "ຂໍໃຫ້ເປັນໄປຕາມນໍ້າພຣະໄທຂອງອົງພຣະຜູ້ເປັນເຈົ້າເຖີດ."
\s5
\v 15 ຫລັງຈາກມື້ນັ້ນ, ພວກເຮົາກໍເກັບເອົາສິ່ງຂອງແລ້ວຂຶ້ນໄປຍັງກຸງເຢຣູຊາເລັມ.
\v 16 ມີສາວົກບາງຄົນຈາກເມືອງກາຍຊາເຣຍໄປກັບເຮົາດ້ວຍ. ພວກເຂົາພາເຮົາໄປຫາຊາຍຄົນໜຶ່ງຊື່ມານາໂຊນ, ຊາວເກາະໄຊປຣັດ, ທີ່ເປັນສາວົກໃນຊ່ວງທຳອິດ, ໂດຍໃຫ້ເຮົາອາໄສຢູ່ກັບເຂົາ.
\s5
\v 17 ເມື່ອພວກເຮົາມາເຖິງກຸງເຢຣູຊາເລັມແລ້ວ ພວກອ້າຍນ້ອງກໍໄດ້ມາຕ້ອນຮັບເຮົາດ້ວຍຄວາມຍິນດີ.
\v 18 ຕື່ນເຊົ້າມາໂປໂລກັບພວກເຮົາກໍໄປຫາຢາໂກໂບ, ແລະພວກຜູ້ອາວຸດໂສທຸກຄົນຢູ່ທີ່ນັ້ນ.
\v 19 ເມື່ອເພິ່ນໄດ້ທັກທາຍພວກເຂົາແລ້ວ, ເພິ່ນກໍໄດ້ລາຍງານແຕ່ລະຄົນ ໃນສິ່ງທີ່ພຣະເຈົ້າໄດ້ຊົງກະທຳໃນທ່າມກາງຄົນຕ່າງຊາດ ຜ່ານວຽກງານຮັບໃຊ້ຂອງພຣະອົງ.
\s5
\v 20 ເມື່ອພວກເຂົາໄດ້ຍິນເລື່ອງນີ້, ພວກເຂົາກໍໄດ້ສັນລະເສີນພຣະເຈົ້າ ແລະ ພວກເຂົາກ່າວກັບໂປໂລວ່າ, "ອ້າຍເອີຍ, ທ່ານເຫັນແລ້ວວ່າມີພວກຢິວຫລາຍພັນຄົນທີ່ເຊື່ອໃນທ່າມກາງຊາວຢິວ. ພວກເຂົາທຸກຄົນມີຄວາມໝຸ້ງໝັ້ນໃນການຖືຮັກສາກົດບັນຍັດ.
\v 21 ພວກເຂົາໄດ້ຮັບຄຳບອກກຽ່ວກັບທ່ານ, ວ່າທ່ານສັ່ງສອນໃຫ້ພວກຢິວທັງໝົດທີ່ອາໄສຢູ່ໃນໝູ່ຄົນຕ່າງຊາດໃຫ້ປະຖິ້ມກົດບັນຍັດຂອງໂມເຊ, ແລະ ບອກພວກເຂົາບໍ່ຕ້ອງໃຫ້ລູກຂອງຕົນເຂົ້າພິທີຕັດ, ແລະ ບໍ່ຕ້ອງທຳຕາມທຳນຽມດັ້ງເດີມ.
\s5
\v 22 ພວກເຮົາຄວນຈະເຮັດຢ່າງໃດໃນເລື່ອງນີ້? ພວກເຂົາຄົງຈະຮູ້ຂ່າວວ່າທ່ານມາ.
\v 23 ເພາະສະນັ້ນເຮົາຈະບອກທ່ານວ່າຕອນນີ້ເຮົາມີສີ່ຄົນທີ່ໃຫ້ຄຳປະຕິຍານຕົວໄວ້.
\v 24 ທ່ານຈົ່ງພາຄົນເຫລົ່ານັ້ນໄປ ແລະ ເຮັດພິທີຊຳລະຕົວທ່ານຮ່ວມກັບພວກເຂົາ, ແລະ ຈ່າຍຄ່າທຳນຽມໃຫ້ແກ່ພວກເຂົາດ້ວຍ, ເພື່ອໃຫ້ພວກເຂົາສາມາດແຖຫົວໄດ້. ເພື່ອທີ່ທຸກຄົນຈະໄດ້ຮູ້ວ່າເລື່ອງລາວຕ່າງໆທີ່ໄດ້ຍິນກ່ຽວກັບທ່ານເປັນຄວາມບໍ່ຈິງ ແລະ ໄດ້ຮູ້ວ່າພວກທ່ານກໍປະຕິບັດຕາມກົດບັນຍັດເຊັ່ນກັນ.
\s5
\v 25 ສ່ວນພວກຕ່າງຊາດທີ່ເຊື່ອນັ້ນເຮົາກໍໄດ້ຂຽນຈົດໝາຍຄຳສັ່ງໃຫ້ພວກເຂົາງົດເວັ້ນຈາກການກິນອາຫານທີ່ບູຊາຮູບເຄົາຣົບ, ງົດຈາກການກິນເລືອດ, ງົດຈາກການກິນເນື້ອສັດທີ່ຖືກຮັດຄໍຕາຍ ແລະ ຫລີກເວັ້ນຈາກການຜິດສິນລະທຳທາງເພດ."
\v 26 ແລ້ວໂປໂລຈຶ່ງພາຄົນເຫລົ່ານັ້ນໄປ ແລະ ວັນຕໍ່ມາກໍເຮັດພິທີຊຳລະຕົນເອງດ້ວຍກັນກັບພວກເຂົາແລ້ວຈຶ່ງເຂົ້າໄປໃນພຣະວິຫານ, ປະກາດກຳນົດວັນພິທີການຊຳລະຕົວຈົນກວ່າພວກເຂົາຈະຖວາຍເຄື່ອງບູຊາໃຫ້ແກ່ໝົດທຸກຄົນ.
\s5
\v 27 ເມື່ອໃກ້ຄົບເຈັດວັນແລ້ວ, ພວກຢິວທີ່ມາຈາກແຄວ້ນເອເຊຍ, ໄດ້ຫລຽວເຫັນໂປໂລໃນພຣະວິຫານ, ແລະ ພວກເຂົາຍຸຍົງປະຊາຊົນໃຫ້ຕໍ່ຕ້ານ ແລະຈັບໂປໂລ.
\v 28 ພວກເຂົາຮ້ອງຂຶ້ນວ່າ, "ຊົນຊາດອິດສະຣະເອນເອີຍ, ຈົ່ງຊ່ວຍພວກເຮົາເຖີດ. ຊາຍຄົນນີ້ໄດ້ສອນທຸກຄົນໃນທຸກແຫ່ງໃຫ້ເປັນສັດຕູຕໍ່ຊົນຊາດເຮົາຕໍ່ກົດບັນຍັດຂອງໂມເຊ ແລະ ໃນພຣະວິຫານນີ້. ນອກຈາກນີ້, ເຂົາຍັງພາຄົນກຣີກເຂົ້າມາໃນພຣະວິຫານຊຶ່ງເຮັດໃຫ້ສະຖານທີ່ບໍຣິສຸດແຫ່ງນີ້ເປັນມົນທິນ."
\v 29 ເພາະກ່ອນໜ້ານີ້ຄົນພວກນັ້ນໄດ້ເຫັນໂທຟີໂມຢູ່ກັບໂປໂລໃນເມືອງນັ້ນ ແລະ ພວກເຂົາຈຶ່ງຄິດວ່າໂປໂລພາຄົນນັ້ນເຂົ້າມາໃນໃນພຣະວິຫານ.
\s5
\v 30 ຄົນທັງເມືອງກໍເກີດອົນລະວົນ, ແລະ ປະຊາຊົນກໍແລ່ນເຂົ້າໄປ ແລະ ຈັບໂປໂລ. ພວກເຂົາດຶງລາກເພິ່ນອອກຈາກພຣະວິຫານແລ້ວກໍປິດປະຕູທັນທີ.
\v 31 ຂະນະທີ່ພວກເຂົາກຳລັງຈະຂ້າເພິ່ນ, ຂ່າວກໍໄດ້ມາເຖິງນາຍພົນທະຫານ ​ວ່າທັງເມືອງເຢຣູຊາເລັມແມ່ນເກີດຄວາມສັບສົນວຸ້ນວາຍ.
\s5
\v 32 ທ່ານຈຶ່ງນຳພວກທະຫານ ແລະ ບັນດານາຍຮ້ອຍແລ່ນໄປຫາປະຊາຊົນທັນທີ. ເມື່ອປະຊາຊົນເຫັນນາຍພັນມາພ້ອມພວກທະຫານພວກເຂົາກໍຢຸດຕີໂປໂລ.
\v 33 ຫລັງຈາກນັ້ນ ນາຍພົນກໍໄດ້ໄປເຖິງ ແລະ ສັ່ງໃຫ້ຈັບໂຕເພິ່ນດ້ວຍລ່າມໂສ້ສອງເສັ້ນ. ແລ້ວເຂົາກໍຖາມວ່າຜູ້ນີ້ແມ່ນໃຜ ແລະ ລາວໄດ້ເຮັດຫຍັງ.
\s5
\v 34 ບາງຄົນໃນປະຊາຊົນນັ້ນຕ່າງກໍຮ້ອງຂຶ້ນວ່າຢ່າງນີ້ ແລະ ບາງຄົນວ່າຢ່າງນັ້ນ. ເມື່ອນາຍພົນບໍ່ສາມາດຮູ້ເລື່ອງອັນໃດໄດ້ເພາະສຽງເຫລົ່ານັ້ນທ່ານຈຶ່ງສັ່ງໃຫ້ພາໂປໂລເຂົ້າໄປໃນທີ່ໝັ້ນ.
\v 35 ເມື່ອທ່ານໄດ້ມາເຖິງຂັນໃດແລ້ວ, ພວກທະຫານກໍແບກທ່ານໄປເນື່ອງຈາກຄວາມຮຸນແຮງຂອງປະຊາຊົນ.
\v 36 ເພາະປະຊາຊົນໄດ້ຕິດຕາມໄປແລະ ຮ້ອງຂຶ້ນວ່າ, "ຂ້າມັນເສຍ!"
\s5
\v 37 ເມື່ອໂປໂລຖືກນຳຕົວມາຍັງທີ່ກົມທະຫານ, ແລ້ວທ່ານຈຶ່ງກ່າວກັບນາຍພົນວ່າ, "ຂໍໃຫ້ຂ້າພະເຈົ້າເວົ້າບາງສິ່ງກັບທ່ານໄດ້ບໍ?" ນາຍພົນຈຶ່ງຖາມວ່າ, "ເຈົ້າເວົ້າພາສາກຣີກໄດ້ບໍ?
\v 38 ເຈົ້າບໍ່ແມ່ນຄົນເອຢິບ, ຜູ້ທີ່ກໍ່ການກະບົດຄາວກ່ອນ ແລະ ໄດ້ນໍາພາພວກຜູ້ກໍ່ການຮ້າຍສີ່ພັນຄົນເຂົ້າໄປໃນຖິ່ນທຸລະກັນດານບໍ?"
\s5
\v 39 ໂປໂລຕອບວ່າ "ຂ້າພະເຈົ້າເປັນຊາວຢິວ, ທີ່ມາຈາກເມືອງຕາໂຊໃນແຂວງກີລີເກຍ. ຂ້າພະເຈົ້າເປັນພົນລະເມືອງຂອງເມືອງໜຶ່ງທີ່ສຳຄັນນີ້. ຂ້າພະເຈົ້າຂໍອະນຸຍາດທ່ານເວົ້າກັບປະຊາຊົນແດ່ທ້ອນ."
\v 40 ໂປໂລຈຶ່ງຢືນຂຶ້ນເທິງຂັ້ນໃດ ແລະ ໂບກມືໃຫ້ກັບປະຊາຊົນ. ເມື່ອນັ້ນກໍງຽບສະຫງົບລົງ, ແລ້ວເພິ່ນຈຶ່ງກ່າວກັບພວກເຂົາເປັນພາສາເຮັບເຣີວ່າ,
\s5
\c 22
\cl ບົດທີ 22
\p
\v 1 "ອ້າຍນ້ອງ ແລະ ບັນພະບຸຣຸດທັງຫລາຍ, ຂໍຟັງຄຳໃຫ້ການຂອງຂ້າພະເຈົ້າ ທີ່ຂ້າພະເຈົ້າຈະກ່າວແກ່ທ່ານທັງຫລາຍ."
\v 2 ເມື່ອປະຊາຊົນໄດ້ຍິນໂປໂລເວົ້າກັບພວກເຂົາເປັນພາສາເຮັບເຣີ, ພວກເຂົາກໍເລີ້ມງຽບສຽງລົງກວ່າເກົ່າ. ເພິ່ນກ່າວວ່າ,
\s5
\v 3 "ຂ້າພະເຈົ້າເປັນຊາວຢິວ, ເກີດທີ່ເມືອງຕາໂຊໃນແຂວງກີລີເກຍ, ແຕ່ໄດ້ຮັບການສຶກສາໃນເມືອງນີ້ເຄີຍເປັນລູກສິດຂອງຄາມາລິເອນ. ຂ້າພະເຈົ້າໄດ້ຮັບການສັ່ງສອນຢ່າງເຄັ່ງຄັດຕາມກົດບັນຍັດຂອງບັນພະບຸລຸດຂອງເຮົາຂ້າພະເຈົ້າຫວງແຫນພຣະເຈົ້າເຊັ່ນດຽວກັບພວກທ່ານໃນວັນນີ້.
\v 4 ຂ້າພະເຈົ້າໄດ້ຂົ່ມເຫັງພວກທີ່ຖືທາງນີ້ຈົນເຖິງຕາຍ, ຂ້າພະເຈົ້າໄດ້ຜູກມັດທັງຊາຍ ແລະ ຍິງ ແລະ ສົ່ງພວກເຂົາໄວ້ໃນຄຸກ,
\v 5 ມະຫາປະໂລຫິດ ແລະ ພວກຜູ້ອາວຸດໂສທຸກຄົນສາມາດເປັນພະຍານໄດ້ ວ່າຂ້າພະເຈົ້າໄດ້ຮັບຈົດໝາຍຈາກພວກເຂົາສຳລັບພີ່ນ້ອງໃນເມືອງດາມັສກັດ, ແລະ ໃຫ້ຂ້າພະເຈົ້າເດີນທາງໄປທີ່ນັ້ນຂ້າພະເຈົ້ານຳຜູ້ທີ່ຖືໃນທາງນີ້ກັບມາຍັງກຸງເຢຣູຊາເລັມເພື່ອຮັບການລົງໂທດ.
\s5
\v 6 ມີເຫດການເກີດຂຶ້ນຂະນະທີ່ຂ້າພະເຈົ້ກຳລັງເດີນທາງ ແລະ ເມື່ອໃກ້ເຖິງເມືອງດາມັສກັດ, ປະມານທ່ຽງວັນທັນໃດນັ້ນມີແສງກ້າຈາກສະຫວັນສ່ອງແສງຢູ່ລອບຕົວຂ້າພະເຈົ້າ.
\v 7 ຂ້າພະເຈົ້າລົ້ມລົງກັບພື້ນ ແລະ ໄດ້ຍິນສຽງໜຶ່ງເວົ້າກັບຂ້າພະເຈົ້າວ່າ, ' ໂຊໂລ, ໂຊໂລເອີຍ, ເຈົ້າຂົ່ມເຫັງເຮົາເຮັດຫຍັງ?'
\v 8 ຂ້າພະເຈົ້າຕອບວ່າ, 'ພຣະອົງເຈົ້າເປັນຜູ້ໃດ?' ພຣະອົງຊົງກ່າວແກ່ຂ້າພະເຈົ້າວ່າ, 'ເຮົາຄືເຢຊູຊາວນາຊາເຣັດ, ຜູ້ທີ່ເຈົ້າກຳລັງຂົ່ມເຫັງ.'
\s5
\v 9 ບັນດາຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ, ແຕ່ພວກເຂົາບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ,
\v 10 ຂ້າພະເຈົ້າກ່າວວ່າ, 'ພຣະຜູ້ເປັນເຈົ້າ, ຂ້າພະອົງຄວນຈະເຮັດຢ່າງໃດ? ອົງພຣະຜູ້ເປັນເຈົ້າກ່າວກັບຂ້າພະເຈົ້າວ່າ 'ຈົ່ງລຸກຂຶ້ນ ແລະ ເຂົ້າໄປໃນເມືອງດາມັສກັດ; ທີ່ນັ້ນຈະມີຄົນບອກທຸກສິ່ງທີ່ເຈົ້າຕ້ອງທຳ'
\v 11 ຂ້າພະເຈົ້າບໍ່ສາມາດເບິ່ງເຫັນໄດ້ເນື່ຶອງຈາກຄວາມສະຫວ່າງຂອງແສງນັ້ນ, ດັ່ງນັ້ນຜູ້ທີ່ຢູ່ກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າເຂົ້າໄປໃນເມືອງດາມັສກັດ.
\s5
\v 12 ທີ່ນັ້ນຂ້າພຣະເຈົ້າໄດ້ພົບກັບຊາຍຄົນໜຶ່ງຊື່ອານາເນຍ, ເປັນຄົນສັດທາຕາມກົດບັນຍັດ ແລະມີຊື່ສຽງດີໃນໝູ່ຊາວຢິວທີ່ອາໄສຢູ່ທີ່ນັ້ນ.
\v 13 ເຂົາມາຫາຂ້າພະເຈົ້າ, ຢືນຢູ່ຂ້າງຂ້າພະເຈົ້າ ແລະ ເວົ້າວ່າ 'ອ້າຍໂຊໂລເອີຍ, ທ່ານຈົ່ງເຫັນເຖີດ.' ໃນທັນໃດນັ້ນຂ້າພະເຈົ້າກໍເບິ່ງເຫັນເຂົາ.
\s5
\v 14 ແລ້ວເຂົາກໍເວົ້າວ່າ, 'ພຣະເຈົ້າຂອງບັນພະບຸລຸດຂອງເຮົາໄດ້ເລືອກທ່ານໃຫ້ຮູ້ປະສົງຂອງພຣະອົງ, ເພື່ອທີ່ຈະເຫັນພຣະອົງຜູ້ຊອບທັມ, ແລະ ໄດ້ຍິນສຽງທີ່ມາຈາກພຣະໂອດຂອງພຣະອົງ.
\v 15 ເພາະທ່ານຈະເປັນພະຍານຝ່າຍພຣະອົງຕໍ່ທຸກຄົນຖິງສິ່ງທີ່ທ່ານໄດ້ເຫັນ ແລະໄດ້ຍິນ.
\v 16 ແລະ ບັດນີ້ເຫດໃດທ່ານຈຶ່ງລໍຖ້າຢູ່? ຈົ່ງລຸກຂຶ້ນ, ຮັບບັບຕິສະມາ ແລະ ຊຳລະຄວາມຜິດບາບຂອງທ່ານ, ດ້ວຍການເອີ້ນອອກພຣະນາມຂອງພຣະອົງ.'
\s5
\v 17 ຫລັງຈາກທີ່ຂ້າພຣະເຈົ້າກັບໄປກຸງເຢຣູຊາເລັມ, ແລະ ໃນຂະນະທີ່ຂ້າພະເຈົ້າກຳລັງອະທິຖານໃນພຣະວິຫານ, ມີສິ່ງເກີດຂຶ້ນຄືຂ້າພະເຈົ້າໄດ້ຮັບນິມິດ.
\v 18 ຂ້າພະເຈົ້າໄດ້ເຫັນພຣະອົງກ່າວກັບຂ້າພະເຈົ້າວ່າ 'ຈົ່ງຮີບອອກຈາກກຸງເຢຣູຊາເລັມໂດຍໄວ, ເພາະພວກເຂົາຈະບໍ່ຍອມຮັບຄຳພະຍານຂອງເຈົ້າກ່ຽວກັບເຮົາ.'
\s5
\v 19 ຂ້າພຣະເຈົ້າຈຶ່ງເວົ້າວ່າ 'ພຣະຜູ້ເປັນເຈົ້າ, ພວກເຂົາເອງກໍຮູ້ວ່າຂ້າພະເຈົ້າໄດ້ຈອງຈຳ ແລະຂ້ຽນຕີຜູ້ທີ່ເຊື່ອໃນພຣະອົງໃນທຳມະສາລາທຸກແຫ່ງ.
\v 20 ເມື່ອໂລຫິດຂອງຊະເຕຟາໂນທີເປັນພະຍານຂອງພຣະອົງໄດ້ລົ້ມລົງ, ຂ້າພະເຈົ້າກໍຢືນຢູ່ໃກ້ໆ ແລະ ເຫັນຊອບ, ແລະ ຂ້າພະເຈົ້າໄດ້ເຝົ້າເສື້ອຜ້າຂອງຜູ້ທີ່ຂ້າເຂົາ.'
\v 21 ແຕ່ພຣະອົງຕັດກັບຂ້າພະເຈົ້າວ່າ 'ຈົ່ງອອກໄປ, ເພາະເຮົາຈະສົ່ງເຈົ້າໃຫ້ໄປໄກ ໄປຫາຄົນຕ່າງຊາດ. '"
\s5
\v 22 ພວກປະຊາຊົນຍອມຟັງ ໃຫ້ເຂົາກ່າວໃນຈຸດນີ້. ແຕ່ແລ້ວພວກເຂົາກໍຮ້ອງວ່າ "ເອົາຄົນເຊັ່ນນີ້ອອກໄປຈາກແຜ່ນດິນໂລກ, ເພາະເຂົາບໍ່ສົມຄວນທີ່ຈະມີຊີວິດຢູ່."
\v 23 ຂະນະທີ່ພວກເຂົາຮ້ອງກໍໂຍນເສື້ອຄຸມຂອງພວກເຂົາ ແລະ ໂຍນຝຸ່ນລະອອງຂຶ້ນໄປໃນອາກາດ,
\v 24 ນາຍພົນທະຫານຈຶ່ງສັ່ງໃຫ້ນຳໂປໂລເຂົ້າມາໃນປ້ອມທະຫານ. ເຂົາສັ່ງວ່າເຂົາຄວນຈະຖືກສອບສວນດ້ວຍການຂ້ຽນຕີ, ເພື່ອໃຫ້ເຂົາຈະໄດ້ຮູ້ວ່າເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານເຂົາເຊັ່ນນັ້ນ.
\s5
\v 25 ເມື່ອພວກເຂົາເອົາເຊືອກໜັງມັດໂປໂລ, ໂປໂລໄດ້ກ່າວກັບນາຍຮ້ອຍທີ່ຢືນຢູ່ຂ້າງໆວ່າ, "ເປັນເລື່ອງຖືກຕ້ອງຕາມກົດໝາຍແລ້ວບໍ ທີ່ທ່ານຂ້ຽນຕີຄົນທີ່ເປັນຊາວໂຣມ ແລະ ຍັງບໍ່ໄດ້ປະກາດວ່າເຮັດຜິດ?"
\v 26 ເມື່ອນາຍຮ້ອຍໄດ້ຍິນດັ່ງນັ້ນ, ເຂົາໄດ້ໄປຫານາຍພົນ ແລະ ບອກເຂົາວ່າ "ທ່ານຈະເຮັດແນວໃດໃນສິ່ງນີ້? ເນື່ອງຈາກຊາຍຜູ້ນີ້ເປັນຄົນສັນຊາດໂຣມ."
\s5
\v 27 ນາຍພົນຈຶ່ງໄດ້ມາ ແລະ ເວົ້າກັບເຂົາວ່າ "ຈົ່ງບອກເຮົາວ່າ, ທ່ານເປັນຄົນສັນຊາດໂຣມບໍ?" ໂປໂລກ່າວວ່າ, "ແມ່ນ"
\v 28 ນາຍພົນຕອບວ່າ, "ຈະຕ້ອງໃຊ້ເງິນຈຳນວນຫລາຍ ທີ່ເຮົາຈະໄດ້ຮັບສັນຊາດ." ແຕ່ໂປໂລກ່າວວ່າ, "ຂ້າພະເຈົ້າເປັນຄົນສັນຊາດໂຣມແຕ່ກຳເນີດ."
\v 29 ຈາກນັ້ນຄົນທັງຫລາຍທີ່ກຳລັງໄຕ່ສວນເຂົາກໍໄດ້ປ່ອຍເຂົາໄປທັນທີ. ນາຍພົນເອງກໍຢ້ານ, ເມື່ອເຂົາໄດ້ຮຽນຮູ້ວ່າໂປໂລເປັນຄົນສັນຊາດໂຣມ, ເພາະເຂົາໄດ້ມັດເພິ່ນໄວ້.
\s5
\v 30 ໃນວັນຮຸ່ງຂຶ້ນ, ນາຍພົນທະຫານຕ້ອງການຮູ້ຄວາມຈິງກ່ຽວກັບຂໍ້ກ່າວຫາຂອງຊາວຢິວ ຕໍ່ຕ້ານໂປໂລ. ດັ່ງນັ້ນເຂົາຈຶ່ງຖອດເຄື່ອງຈອງຈຳຂອງເຂົາອອກ ແລະ ສັ່ງໃຫ້ພວກຫົວໜ້າປະໂຣຫິດ ແລະ ບັນດາສະມາຊິກສະພາມາປະຊຸມກັນ. ຈາກນັ້ນເຂົາກໍພາໂປໂລລົງມາ ແລະໃຫ້ເຂົາຢູ່ທ່າມກາງພວກເຂົາ.
\s5
\c 23
\cl ບົດທີ 23
\p
\v 1 ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາ ແລະກ່າວ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າມີຊີວິດຢູ່ຕໍ່ພຣະພັກພຣະເຈົ້າດ້ວຍຈິດສຳນຶກອັນດີທຸກຢ່າງຈົນເຖິງທຸກວັນນີ້."
\v 2 ມະຫາປະໂຣຫິດອານາເນຍໄດ້ສັ່ງໃຫ້ຜູ້ທີ່ຢືນຢູ່ຂ້າງໆ ໂປໂລຕົບປາກເພິ່ນ.
\v 3 ຈາກນັ້ນໂປໂລໄດ້ກ່າວແກ່ເຂົາວ່າ, "ພຣະເຈົ້າຈະຊົງຕີທ່ານ, ທ່ານເປັນຝາທີ່ທາດ້ວຍປູນຂາວ ທ່ານກຳລັງນັ່ງພິພາກສາຂ້າພະເຈົ້າຕາມກົດບັນຍັດ, ທັງຍັງສັ່ງໃຫ້ຕົບຕີຂ້າພະເຈົ້າຊຶ່ງເປັນການຕໍ່ຕ້ານກົດບັນຍັດບໍ?"
\s5
\v 4 ຄົນທີ່ຢືນຢູ່ໃກ້ໆ ກ່າວວ່າ, "ເຈົ້າກ້າເວົ້າໝິ່ນປະມາດມະຫາປະໂຣຫິດຂອງພຣະເຈົ້າໄດ້ແນວໃດ?
\v 5 ໂປໂລກ່າວວ່າ, "ພີ່ນ້ອງທັງຫລາຍຂ້າພຣະເຈົ້າບໍ່ຮູ້ວ່າເຂົາເປັນມະຫາປະໂຣຫິດ, ເພາະມີຄຳຂຽນໄວ້ວ່າ, ຢ່າເວົ້າຊົ່ວຮ້າຍຕໍ່ຜູ້ປົກຄອງຂອງເຈົ້າ."
\s5
\v 6 ເມື່ອໂປໂລເຫັນວ່າສ່ວນໜຶ່ງຂອງສະພາເປັນພວກຊາດູກາຍ ແລະ ພວກຟາຣິີຊາຍອື່ນໆ, ເຂົາຈຶ່ງເວົ້າສຽງດັງໃນສະພາວ່າ, "ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຟາຣີຊາຍ, ເປັນລູກຊາຍຂອງພວກຟາຣີຊາຍ. ທີ່ຂ້າພະເຈົ້າຖືກພິພາກສາ ກໍເພາະຂ້າພະເຈົ້າໝັ້ນໃຈໃນຄວາມຫວັງໃນການຟື້ນຄືນຊີວິດຈາກຄວາມຕາຍ."
\v 7 ເມື່ອເຂົາກ່າວເຊັ່ນນີ້, ກໍເກີດການໂຕ້ຖຽງລະຫວ່າງພວກຟາຣີຊາຍ ແລະ ພວກຊາດູກາຍ ແລະ ຝູງຊົນກໍແຕກແຍກ.
\v 8 ເນື່ອງຈາກພວກຊາດູກາຍກ່າວວ່າບໍ່ມີການຟື້ນຄືນຊີວິດ, ບໍ່ມີທູດສະຫວັນ, ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍຮັບຮູ້ໃນສິ່ງທັງໝົດເຫລົ່ານີ້.
\s5
\v 9 ດັ່ງນັ້ນຈຶ່ງເກີດຄວາມອຶກກະທຶກຂຶ້ນຢ່າງໃຫຍ່, ແລະ ພວກທຳມະຈານບາງສ່ວນທີ່ຢູ່ໃນຝ່າຍພວກຟາຣີຊາຍໄດ້ຢືນຂຶ້ນ ແລະຖຽງກັນວ່າ, "ເຮົາພົບວ່າຊາຍຜູ້ນີ້ບໍ່ມີຄວາມຜິດຫຍັງ. ຖ້າວິນຍານ ຫລື ທູດສະຫວັນຈະເວົ້າກັບເຂົາຈະເປັນຫຍັງໄປ?
\v 10 ເມື່ອການໂຕ້ຖຽງເລີ້ມຮຸນແຮງຂຶ້ນ, ນາຍພົນທະຫານຢ້ານວ່າໂປໂລຈະຖືກພວກເຂົາຈັບຈີກເປັນຕ້ອນໆ, ເຂົາຈຶ່ງສັ່ງໃຫ້ທະຫານລົງໄປ ແລະ ພາໂປໂລອອກຈາກໝູ່ສະມາຊິກສະພາ, ແລະ ນຳເຂົາເຂົ້າໄປໃນຄ້າຍທະຫານ.
\s5
\v 11 ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຊົງຢືນຢູ່ຂ້າງເຂົາ ແລະ ຕັດວ່າ, "ຢ່າຍ້ານເລີຍ, ເພາະເຈົ້າເປັນພະຍານຝ່າຍເຮົາໃນກຸງເຢຣູຊາເລັມ, ດັ່ງນັ້ນເຈົ້າຕ້ອງເປັນພະຍານໃນກຸງໂຣມດ້ວຍ."
\s5
\v 12 ໃນເວລາຮຸ່ງເຊົ້າ, ມີພວກຢິວບາງຄົນໄດ້ເຮັດການ ການຕົກລົງ ແລະ ໄດ້ຮຽກຮ້ອງໃຫ້ສາບແຊ່ງຊາບພວກເຂົາ ໂດຍກ່າວວ່າພວກເຂົາຈະບໍ່ກິນ ບໍ່ດື່ມສິ່ງໃດທັງໝົດຈົນກວ່າໄດ້ຂ້າໂປໂລ.
\v 13 ຜູ້ທີ່ວ່າງແຜນການນີ້ມີຫລາຍກວ່າສີ່ສິບຄົນ.
\s5
\v 14 ພວກເຂົາໄດ້ເດີນທາງໄປຫາພວກຫົວໜ້າປະໂຣຫິດ ແລະ ພວກຜູ້ອາວຸດໂສ ແລະ ໄດ້ກ່າວວ່າ, "ເຮົາໄດ້ມອບຕົວເອງຢູ່ພາຍໃຕ້ຄຳສາບແຊ່ງອັນໃຫຍ່ຫລວງ, ທີ່ຈະບໍ່ກິນອີ່ຫຍັງຈົນກວ່າຈະໄດ້ຂ້າໂປໂລ.
\v 15 ດັ່ງນັ້ນ, ຈົ່ງໃຫ້ສະພາບອກນາຍພົນທີ່ຈະນຳເຂົາລົງໄປໃຫ້ແກ່ທ່ານ, ເພື່ອທ່ານຈະຕັດສິນຄະດີຂອງເຂົາໄດ້ຊັດເຈນຫລາຍຍິ່ງຂຶ້ນ. ສຳຫລັບພວກເຮົາ, ພວກເຮົາພ້ອມທີ່ຈະຂ້າເຂົາກ່ອນທີ່ເຂົາຈະມາທີ່ນີ້."
\s5
\v 16 ແຕ່ບຸດຊາຍຂອງນ້ອງສາວໂປໂລໄດ້ຍິນວ່າພວກເຂົາກຳລັງຈັດຊາກຖ້າຢູ່, ດັ່ງນັ້ນເຂົາຈຶ່ງໄດ້ໄປ ແລະ ເຂົ້າໄປໃນປ້ອມທະຫານ ແລະ ໄດ້ບອກໂປໂລ.
\v 17 ໂປໂລຮ້ອງນາຍຮ້ອຍຄົນໜຶ່ງ ແລະ ກ່າວວ່າ, "ພາຊາຍໜຸ່ມຄົນນີ້ໄປຫານາຍພົນ, ເພາະເຂົາມີບາງຢ່າງທີ່ຈະບອກແກ່ທ່ານນາຍພົນ."
\s5
\v 18 ດັ່ງນັ້ນນາຍຮ້ອຍຈຶ່ງຮັບຊາຍໜຸ່ມນີ້ໄປ ແລະ ໄດ້ນຳເຂົາໄປຫານາຍພົນ ແລະ ກ່າວວ່າ, "ໂປໂລຊິ່ງເປັນນັກໂທດໄດ້ຮ້ອງຂ້າພະເຈົ້າໄປຫາເຂົາ, ແລະ ໄດ້ຂໍໃຫ້ຂ້າພະເຈົ້ານຳຊາຍໜຸ່ມຄົນນີ້ມາຫາທ່ານ. ເຂົາມີບາງສິ່ງທີ່ຈະບອກແກ່ທ່ານ."
\v 19 ນາຍພົນຈຶ່ງຈັບມືຊາຍໜຸ່ມໄປຍັງສະຖານທີ່ສ່ວນຕົວ ແລະ ຖາມເຂົາວ່າ, "ທ່ານຈະບອກຫຍັງແກ່ເຮົາ?"
\s5
\v 20 ຊາຍໜຸ່ມກ່າວວ່າ, "ພວກຢິວໄດ້ຕົກລົງທີ່ຈະຂໍໃຫ້ທ່ານນຳໂປໂລໄປຍັງສະພາໃນມື້ຶອຶ່ນນີ້, ໂດຍອ້າງກັບວ່າພວກເຂົາຈະສອບຄະດີຂອງເຂົາໃຫ້ຊັດເຈນຍິ່ງຂຶ້ນ.
\v 21 ແຕ່ທ່ານຢ່າໃຫ້ພວກເຂົາ, ເພາະມີຊາຍຫລາຍກວ່າສີ່ສິບຄົນ ທີ່ກຳລັງຈັດຊາກຕວົະຖ້າເຂົາຢູ່. ພວກເຂົາຖືກຮຽກຮ້ອງໃຫ້ສາບແຊ່ງຕົວພວກເຂົາເອງ, ວ່າຈະບໍ່ໃຫ້ກິນ ຫລື ດື່ມຈົນກວ່າພວກເຂົາຈະໄດ້ຂ້າເຂົາ. ແມ້ວ່າຕອນນີ້ພວກເຂົາຕຽມພ້ອມ, ກຳລັງລໍຖ້າຄວາມຍິນຍອມຈາກທ່ານ."
\s5
\v 22 ດັ່ງນັ້ນນາຍພົນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ, ຫລັງຈາກແນະນຳເຂົາວ່າ, "ຢ່າບອກໃຜວ່າເຈົ້າໄດ້ບອກເລື່ອງນີ້ແກ່ເຮົາ."
\v 23 ຈາກນັ້ນເຂົາໄດ້ຮ້ອງນາຍຮ້ອຍສອງຄົນມາ ແລະ ກ່າວວ່າ, "ໃຫ້ຈັດກອງທະຫານສອງຮ້ອຍຄົນ ແລະ ທະຫານມ້າເຈັດສິບຄົນ ແລະ ນາຍທະຫານຫອກສອງຮ້ອຍຄົນຕຽມພ້ອມທີ່ຈະເດີນທາງໄກໄປຍັງເມືອງກາຍຊາເຣຍ. ທ່ານຈະອອກໃນເວລາເກົ້າໂມງຂອງຄືນນີ້."
\v 24 ເຂົາຍັງໄດ້ສັ່ງໃຫ້ພວກເຂົາຈັດຕຽມສັດໃຫ້ໂປໂລຂີ່ ແລະ ພາເຂົາໄປຫາເຟລິກຜູ້ປົກຄອງເມືອງຢ່າງປອດໄພ.
\s5
\v 25 ຈາກນັ້ນເຂົາກໍໄດ້ຂຽນຈົດໝາຍດັ່ງນີ້ວ່າ:
\v 26 "ກລາວດີໂອລີເຊຍ ຮ້ອງທ່ານເຟລິກ ຜູ້ປົກຄອງເມືອງທີ່ຍອດຢ້ຽມທີ່ສຸດ.
\v 27 ຊາຍຜູ້ນີ້ຖືກຈັບໂດຍຊາວຢິວ ແລະ ກຳລັງຈະຖືກພວກເຂົາຂ້າຕາຍ, ເມື່ອຂ້າພຣະເຈົ້າມາຫາພວກເຂົາພ້ອມກັບກອງທະຫານ ແລະ ຊ່ວຍເຂົາໄວ້, ເນື່ອງຈາກຂ້າພຣະເຈົ້າຮູ້ວ່າເຂົາເປັນຄົນສັນຊາດໂຣມ.
\s5
\v 28 ຂ້າພະເຈົ້າຢາກຈະຮູ້ວ່າເຫດໃດພວກເຂົາຈຶ່ງກ່າວຫາເຂົາ, ດັ່ງນັ້ນຂ້າພະເຈົ້າຈຶ່ງເອົາລາວລົງມາທີ່ສະພາ.
\v 29 ຂ້າພະເຈົ້າໄດ້ຮູ້ວ່າເຂົາກຳລັງຖືກກ່າວຫາກ່ຽວກົດໝາຍຂອງພວກເຂົາ, ແຕ່ບໍ່ມີຂໍ້ກ່າວຫາໃດທີ່ເຂົາສົມຄວນຕາຍ ຫລື ຖືກຄຸກ.
\v 30 ຈາກນັ້ນຂ້າພະເຈົ້າໄດ້ຮູ້ວ່າມີການວາງແຜນຕໍ່ຕ້ານຊາຍຄົນນີ້, ດັ່ງນັ້ນຂ້າພະເຈົ້າຈຶ່ງສົ່ງເຂົາມາຫາທ່ານທັນທີ, ແລະ ສັ່ງໃຫ້ໂຈດຂອງເຂົານຳຄຳຟ້ອງທີ່ມີຕໍ່ເຂົາມາສະແດງຕໍ່ໜ້າທ່ານ."
\s5
\v 31 ດັ່ງນັ້ນເຫລົ່າທະຫານໄດ້ເຊື່ອຟັງຄຳສັ່ງຂອງພວກຜູ້ອາວຸດໂສ. ພວກເຂົາໄດ້ຮັບຕົວໂປໂລ ແລະ ໄດ້ພາເຂົາໄປຍັງເມືອງອັນຕີປາຕີໃນເວລາກາງຄືນ.
\v 32 ໃນວັນຕໍ່ມາ, ທະຫານສ່ວນໃຫຍ່ໄດ້ປະພວກທະຫານມ້າໃຫ້ໄປກັບໂປໂລ ແລະ ພວກເຂົາເອງກໍໄດ້ກັບໄປຍັງປ້ອມທະຫານ.
\v 33 ເມື່ອທະຫານມ້າ ມາເຖິງເມືອງກາຍຊາເຣຍ ແລະ ໄດ້ສົ່ງຈົດໝາຍໃຫ້ແກ່ຜູ້ປົກຄອງ, ພວກເຂົາໄດ້ມອບໂປໂລໃຫ້ແກ່ທ່ານດ້ວຍ.
\s5
\v 34 ເມື່ອຜູ້ປົກຄອງໄດ້ອ່ານຈົດມາຍ, ເຂົາໄດ້ຖາມໂປໂລມາຈາກແຂວງໃດ ເມື່ອເຂົາຮູ້ວ່າໂປໂລມາຈາກກີລີເກຍ,
\v 35 ເຂົາກ່າວວ່າ, "ເຮົາຈະຟັງເຈົ້າຢ່າງເຕັມທີເມື່ອໂຈດຂອງເຈົ້າມາທີ່ນີ້." ຈາກນັ້ນເຂົາກໍສັ່ງໃຫ້ຄຸມໂປໂລໄວ້ໃນພຣະລາດຊະວັງຂອງເຮໂຣດ;
\s5
\c 24
\cl ບົດທີ 24
\p
\v 1 ຫລັງຈາກຫ້າວັນ, ອານາເນຍມະຫາປະໂຣຫິດ, ພວກຜູ້ອາວຸດໂສ, ແລະ ນັກເວົ້າທີ່ມີຊື່ວ່າເຕຕູໂລໄດ້ໄປທີ່ນັ້ນ. ຄົນເຫລົ່ານີ້ນຳຄຳຟ້ອງໂປໂລໄປໃຫ້ຜູ້ປົກຄອງ.
\v 2 ເມືອໂປໂລຢືນຢູ່ຕໍ່ຫນ້າຜູ້ປົກຄອງເຕຕູໂລ ໄດ້ເລີ່ມຟ້ອງເຂົາ ແລະ ໄດ້ເວົ້າກັບຜູ້ປົກຄອງ, "ເພາະທ່ານພວກເຮົາຈຶ່ງມີຄວາມສະຫງົບສຸກຫລາຍ, ແລະ ການເບິ່ງການໄກຂອງທ່ານ ນຳການປະຕິຮູບທີ່ດີມາຍັງປະເທດຂອງເຮົາ;
\v 3 ດັ່ງນັ້ນເຮົາຈຶ່ງຍິນດີຮັບທຸກຢ່າງທີ່ທ່ານໄດ້ທຳດ້ວຍການຂອບໃຈ, ທ່ານຟີລິກ.
\s5
\v 4 ເພື່ອທີ່ຂ້າພະເຈົ້າຈະບໍ່ໃຫ້ເສຍເວລາທ່ານເກີນໄປ, ຂ້າພະເຈົ້າຂໍໃຫ້ທ່ານໃຊ້ເວລາສັ້ນໆ ຟັງຂ້າພະເຈົ້າດ້ວຍຄວາມເມດຕາ.
\v 5 ເນື່ອງຈາກເຮົາໄດ້ພົບວ່າຊາຍຄົນນີ້ຈະເປັນຄົນຍຸແຍ່ ເຮັດໃຫ້ເກີດການກະບົດ ແລະ ເປັນສາເຫດທີ່ເຮັດໃຫ້ຊາວຢິວທຸກຄົນທົ່ວໂລກວຸ້ນວາຍ. ເຂົາເປັນຜູ້ນຳຂອງລັດທິນາຊາເຣັດ.
\v 6 ເຂົາຍັງພະຍາຍາມທີ່ຈະທຳລາຍພຣະວິຫານ, ດັ່ງນັ້ນເຮົາຈຶ່ງຈັບກຸມເຂົາໄວ້.
\s5
\v 7
\v 8 ເມື່ອທ່ານຖາມໂປໂລກ່ຽວກັບເລື່ອງເຫລົ່ານີ້, ທ່ານກໍຈະຮູ້ວ່າເຮົາກ່າວຫາເຂົາດ້ວຍເລື່ອງຫຍັງ"
\v 9 ພວກຊາວຢິວກໍຮ່ວມກັນກ່າວຫາໂປໂລ, ແລະ ຢືນຢັນວ່າສີ່ງເຫລ່ານີ້ເປັນຄວາມຈິງ.
\s5
\v 10 ແຕ່ເມື່ອຜູ້ປົກຄອງໄດ້ໃຫ້ໂປໂລເວົ້າ ໂປໂລຕອບວ່າ, "ຂ້າພະເຈົ້າຮູ້ວ່າທ່ານເປັນຜູ້ພິພາກສາແກ່ຊາດນີ້ມາຫລາຍປີແລ້ວ, ດັ່ງນັ້ນ ຂ້າພະເຈົ້າຍິນດີທີ່ຈະອະທິບາຍກ່ຽວກັບຕົວຂ້າພະເຈົ້າແກ່ທ່ານ.
\v 11 ທ່ານສາມາດກວດສອບໄດ້ວ່າຕັ້ງແຕ່ທີ່ຂ້າພະເຈົ້າຂຶ້ນໄປນະມັດສະການທີ່ກຸງເຢຣູຊາເລມບໍ່ເກີນສິບສອງວັນ.
\v 12 ເມື່ອພວກເຂົາພົບຂ້າພຣະເຈົ້າໃນພະວິຫານຂ້າພະເຈົ້າບໍ່ໄດ້ໂຕ້ຖຽງກັບໃຜ, ແລະ ບໍ່ໄດ້ຍຸຍົງໃຜໃນທຳມະສາລາ ຫລືໃນເມືອງ.
\v 13 ພວກເຂົາບໍ່ສາມາດພິສູດຂໍ້ກ່າວຫາທີ່ພວກເຂົາຟ້ອງຮ້ອງຂ້າພະເຈົ້າແກ່ທ່ານໄດ້ ດັ່ງນັ້ນພວກເຂົາຈຶ່ງຕໍ່ຕ້ານຂ້າພະເຈົ້າໃນເວລານີ້.
\s5
\v 14 ແຕ່ຂ້າພະເຈົ້າຍອມຮັບສິ່ງນີ້ຕໍ່ທ່ານວ່າຕາມທາງທີ່ພວກເຂົາຮ້ອງວ່ານິກາຍນັ້ນ, ໃນທາງດຽວກັນຂ້າພະເຈົ້າຮັບໃຊ້ພຣະເຈົ້າຂອງບັນພະບຸລຸດຂອງເຮົາ ຂ້າພະເຈົ້າສັດຊື່ຕໍ່ທຸກສິ່ງທີ່ຢູ່ໃນທຳບັດຍັດ ແລະ ຄຳພະຍາກອນທີ່ໄດ້ຂຽນໄວ້.
\v 15 ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງດຽວກັນໃນພະເຈົ້າເຊັ່ນດຽວກັນກັບຄົນເຫລົ່ານີ້ເຝົ້າລໍຖ້າ ການຟື້ນຂືື້ນຈາກຄວາມຕາຍຂອງທັງຜູ້ຊອບທຳ ແລະ ຜູ້ບໍ່ຊອບທຳ.
\v 16 ໃນເລື້ອງນີ້ ຂ້າພະເຈົ້າໄດ້ທຳງານດ້ວຍຈິດສຳນຶກຊັດເຈນຕໍ່ໜ້າພຣະເຈົ້າ ແລະ ມະນຸດ.
\s5
\v 17 ຕອນນີ້ຫລັງຈາກຫລາຍປີຜ່ານໄປ ຂ້າພະເຈົ້ານຳກາານຊ່ວຍເຫລືອ ແລະ ຂອງປະທານໃນເລື່ອງເງິນທອງມາຍັງຊົນຊາດຂອງຂ້າພະເຈົ້າ.
\v 18 ເມື່ອຂ້າພະເຈົ້າເຮັດເຊັ່ນນີ້, ພວກຢິວບາງຄົນຈາກແຄວ້ນເອເຊຍໄດ້ພົບຂ້າພະເຈົ້າໃນພິທີຊຳລະຕົວໃຫ້ບໍລິສຸດໃນພຣະວິຫານ, ບໍ່ໄດ້ຢູ່ກັບຝູງຊົນ ຫລື ຄວາມວຸ້ນວາຍ.
\v 19 ຫາກຄົນເຫລົ່ານີ້ມີສິ່ງໃດພວກເຂົາຄວນຢູ່ຕໍ່ໜ້າທ່ານ ແລ ະກ່າວສິ່ງທີ່ພວກເຂົາຕໍ່ຕ້ານຂ້າພະເຈົ້າ.
\s5
\v 20 ຫລື ຄົນເຫລົ່ານີ້ຄວນເວົ້າໃນສິ່ງທີ່ຜິດທີ່ພວກເຂົາພົບໃນຂ້າພະເຈົ້າ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ຫນ້າສະພາຢິວ,
\v 21 ວັ້ນແຕ່ວ່າເປັນເລື່ອງກ່ຽວກັບສິ່ງຫນຶ່ງທີ່ຂ້າພະເຈົ້າເວົ້າສຽງດັງ ເມື່ອຂ້າພະເຈົ້າຢືນຢູ່ທ່າມກາງພວກເຂົາ, 'ມັນເປັນເລື່ອງກ່ຽວກັບການຟື້ນຄືນຈາກຄວາມຕາຍທີ່ຂ້າພະເຈົ້າຖືກທ່ານຕັດສິນໃນວັນນີ້."
\s5
\v 22 ແລ້ວເຟລິກ, ໄດ້ຮູ້ເລື່ອງລາວກ່ຽວທາງນັ້ນເປັນຢ່າງດີແລ້ວ, ເຂົາຈຶ່ງເລືອນການພິຈາລະນາ ເຂົາກ່າວວວ່າ, "ເມື່ອໃດກໍຕາມທີ່ລີເຊຍ ຜູ້ບັນຊາການລົງມາຈາກກຸງເຢຣູຊາເລັມ, ເຮົາຈະຕັດສິນຄະດີຂອງທ່ານ."
\v 23 ຈາກນັ້ນເຂົາໄດ້ສັ່ງນາຍຮ້ອຍຄຸມຕົວໂປໂລ, ແຕ່ໃຫ້ມີອິດສະລະບາງຢ່າງ ແລະ ຫ້າມບໍ່ໃຫ້ໃຜຢຸດເພື່ອນສະຫາຍຂອງເຂົາຈາກການຊ່ວຍເຫລືອຫລືຢ້ຽມຢາມເຂົາ
\s5
\v 24 ຫລັງຈາກນັ້ນຫລາຍວັນ, ເຟລິກໄດ້ກັບມາພ້ອມກັບດູຊີນລາເມຍຂອງເຂົາ, ຊິ່ງເປັນຄົນຢິວ, ແລະ ເຂົາໄປຮ້ອງໂປໂລ ແລະ ຟັງເລື່ອງລາວກ່ຽວກັບຄວາມເຊື່ອໃນພຣະເຢຊູຄຣິດເຈົ້າຈາກເຂົາ.
\v 25 ແຕ່ເມື່ອໂປໂລໃຫ້ເຫດຜົນກ່ຽວກັບຄວາມຊອບທຳ, ການຄວບຄຸມຕົນເອງ, ແລະ ການພິພາກສາທີ່ຈະມາ, ເຟລິກກໍຢ້ານ ແລະ ໄດ້ກ່າວວ່າ "ຕອນນີ້ຈົ່ງອອກໄປກ່ອນ ເມື່ອມີໂອກາດເຮົາຈະສົ່ງໃຫ້ແກ່ທ່ານ."
\s5
\v 26 ໃນຂະນະດຽວກັນ, ເຂົາກໍຫວັງວ່າໂປໂລຈະໃຫ້ເງິນແກ່ເຂົາ, ດັ່ງນັ້ນເຂົາຈຶ່ງມັກສົ່ງໃຫ້ໂປໂລ ແລະ ໂອ້ລົມກັບເຂົາ.
\v 27 ແຕ່ເມື່ອສອງປີຜ່ານໄປ, ໂປກິໂອເຟຊະໂຕມາເປັນຜູ້ປົກຄອງຕໍ່ຈາກເຟລິກ, ແຕ່ເຟລິກຕ້ອງການການສະຫນັບສະຫນູນກັບຊາວຢິວ, ດັ່ງນັ້ນເຂົາຈຶ່ງປະໂປໂລໃຫ້ຢູ່ພາຍໃຕ້ການຄວບຄຸມຕໍ່ໄປ.
\s5
\c 25
\cl ບົດທີ 25
\p
\v 1 ຕອນນີ້, ເຟຊະໂຕເຂົ້າມາໃນແຄ້ວນ, ແລະຫລັງຈາກນັ້ນສາມວັນ, ເຂົາໄດ້ອອກຈາກເມືອງກາຍຊາເຣຍໄປຍັງກຸງເຢຣູຊາເລັມ.
\v 2 ແລະພວກເຂົາເວົ້າກັບເຟຊະໂຕຢ່າງຮຸນແຮງ.
\v 3 ແລະ ພວກເຂົາຂໍຄວາມກະລຸນາເຟຊະໂຕກ່ຽວເນື່ອງກັບໂປໂລ ວ່າໃຫ້ເຂົາຮ້ອງໂປໂລໄປຍັງກຸງເຢຣູຊະເລັມ ເພື່ອທີ່ພວກເຂົາຈະສາມາດຂ້າໂປໂລລະຫວ່າງທາງ.
\s5
\v 4 ແຕ່ເຟຊະໂຕໄດ້ຕອບວ່າໂປໂລເປັນນັກໂທດໃນເມືອງກາຍຊາເຣຍ, ແລະ ເຂົາ ເອງກໍຈະກັບໄປທີ່ນັ້ນໃນໄວໆ.
\v 5 ເຂົາກ່າວວ່າ "ຖ້າຊາຍຜູ້ນີ້ມີຄວາມຜິດຢ່າງໃດຢ່າງຫນຶ່ງ, ດັ່ງນັ້ນກໍໃຫ້ຜູ້ທີ່ສາມາດໄປກັບເຮົາໄປຟ້ອງຮ້ອງເຂົາທີ່ນັ້ນເຖີດ."
\s5
\v 6 ຫລັງຈາກທີ່ເຂົາພັກຢູ່ໄດ້ແປດ ຫລື ສິບວັນເຂົາກໍລົງໄປຍັງກາຍຊາເຣຍ, ແລະ ວັນຕໍ່ມາເຂົານັ່ງຢູ່ເທິງບັນລັງພິພາກສາ ແລະ ສັ່ງໃຫ້ນຳໂປໂລມາໃຫ້ເຂົາ.
\v 7 ເມື່ອເຂົາມາເຖິງ, ຊາວຢິວຈາກກຸງເຢຣູຊະເລັມໄດ້ຢືນຢູ່ໃກ້ໆ, ແລະ ເຂົານຳຂໍ້ກ່າວຫາຮ້າຍແຮງຫລາຍຢ່າງທີ່ພວກເຂົາບໍ່ສາມາດພິສູດໄດ້
\v 8 ໂປໂລປົກປ້ອງຕົນເອງ ແລະ ກ່າວວ່າ"ຂ້າພຣະເຈົ້າບໍ່ໄດ້ກະທຳສິ່ງໃດ ທີ່ຕໍ່ຕ້ານກົດຫມາຍຂອງຊາວຢິວ ຫລື ຕໍ່ຕ້ານພຣະວິຫານ ຫລື ຕໍ່ຕ້ານຈັກກະພັດ"
\s5
\v 9 ແຕ່ເຟຊະໂຕຕ້ອງການທີ່ຈະໄດ້ຮັບການສະຫນັບສະຫນູນຂອງຊາວຢິວ, ດັ່ງນັ້ນເຂົາຈຶ່ງຕອບໂປໂລ ແລະ ກ່າວວ່າ, "ເຈົ້າຕ້ອງການຂຶ້ນໄປຍັງກຸງເຢຣູຊເລັມ ແລະ ໃຫ້ເຂົາຕັດສິນກ່ຽວກັບສິ່ງເຫລົ່ານີ້ທີ່ນັ້ນບໍ?"
\v 10 ໂປໂລກ່າວວ່າ "ຂ້າພະເຈົ້າຢືນຢູ່ຫນ້າບັນລັງພິ ພາກສາ ຂອງຈັກກະພັດທີ່ຂ້າພະເຈົ້າຈະຕ້ອງຮັບການຕັດສິນ. ຂ້າພະເຈົ້າບໍ່ໄດ້ເຮັດສິ່ງໃດຜິດຕໍ່ຊາວຢິວ ທ່ານກໍຮູ້ດີຢູ່ແລ້ວ.
\s5
\v 11 ຖ້າຂ້າພະເຈົ້າໄດ້ກະທຳຜິດ ແລະ ກະທຳສິ່ງທີ່ສົມຄວນຕາຍ, ຂ້າພະເຈົ້າຈະບໍ່ປະຕິເສດການຕາຍເລີຍ. ແຕ່ຖ້າຂໍ້ກ່າວຫາຂອງພວກເຂົາບໍ່ໄດ້ມີຫຍັງ ກໍບໍ່ມີໃຜອາດສົ່ງມອບຂ້າພະເຈົ້າໄປໃຫ້ພວກເຂົາໄດ້. ຂ້າພະເຈົ້່າຈະຂໍອຸທອນເຖິງຈັກກະພັດ.
\v 12 ຫລັງຈາກທີ່ເຟຊະໂຕໄດ້ໂອ້ລົມກັບສະພາແລ້ວ, ເຂົາຕອບວ່າ,"ເຈົ້າອຸທອນຕໍ່ຈັກກະພັດ. ກໍຈະຕ້ອງໄປຫາຈັກກະພັດ!"
\s5
\v 13 ຫລັງຜ່ານໄປຫລາຍວັນ, ກະສັດອັກຄີປາກັບ ພຣະນາງເບນີເກ ກໍມາທີ່ເມືອງກາຍຊາເຣຍເພື່ອຢ້ຽມຢາມເຟຊະໂຕຢ່າງເປັນທາງການ.
\v 14 ຫລັງຈາກທີ່ເຂົາຢູ່ທີ່ນັ້ນຫລາຍວັນ, ເຟຊາໂຕໄດ້ສະເຫນີຄະດີຂອງໂປໂລແກ່ກະສັດ; ເຂົາກ່າວວ່າ "ມີຊາຍຄົນຫນຶ່ງ ຊິ່ງເຟລິກໄດ້ຂັງເປັນນັກໂທດຖິ້ມໄວ້ທີ່ນີ້.
\v 15 ເມື່ອຂ້າພຣະເຈົ້າຢູ່ໃນກຸງເຢຣູຊາເລັມພວກຫົວຫນ້າປະໂລຫິດ ແລະ ພວກຜູ້ອາວຸດໂສຂອງຊາວຢິວນຳຄຳຟ້ອງຮ້ອງກ່າວໂທດຊາຍຜູ້ນີ້ຕໍ່ຂ້າພະເຈົ້າ, ແລະ ພວກເຂົາກໍຂໍໃຫ້ຂ້າພະເຈົ້າລົງໂທດເຂົາ.
\v 16 ຂ້າພະເຈົ້າໄດ້ກ່າວຕໍ່ເລື່ອງນີ້ວ່າບໍ່ແມ່ນທຳນຽມທີ່ຊາວໂຣມຈະມອບສົ່ງຜູ້ໃດ ກ່ອນທີ່ຊາຍຜູ້ທີ່ຖືກກ່າວຫານັ້ນ ຄວນມີໂອກາດທີ່ຈະປະເຊີນກັບໂຈດຂອງເຂົາ ແລະ ປົກປ້ອງຕົວເອງເພື່ອແກ້ຂໍ້ກ່າວຫານັ້ນ.
\s5
\v 17 ດັ່ງນັ້ນ, ເມື່ອພວກເຂົາມາລວມຕົວກັນທີ່ນີ້, ຂ້າພະຈະບໍ່ລໍຊ້າ, ແຕ່ວັນຕໍ່ມາຂ້າພະເຈົ້າໄດ້ນັ່ງຢູ່ບັນລັງພິພາກສາ ແລະ ສັ່ງໃຫ້ນຳຊາຍຄົນນັ້ນເຂົ້າມາ.
\v 18 ເມື່ອໂຈດຢືນຂຶ້ນ ແລະ ກ່າວຫາເຂົາ, ຂ້າພະເຈົ້າຄິດວ່າບໍ່ມີຂໍ້ກ່າວຫາໃດ ເຂົາຈະນຳມາກ່າວຫາເຂົາເປັນເລື່ອງຮ້າຍແຮງ.
\v 19 ແຕ່ພວກເຂົາກັບນຳສະເຫນີຂໍ້ພິພາກກ່ຽວກັບສາດສະນາຂອງຕົນເອງ ແລະ ກ່ຽວກັບພຣະເຢຊູທີ່ຕາຍໄປແລ້ວເຊິ່ງໂປໂລອ້າງວ່າຍັງມີຊີວິດຢູ່.
\v 20 ຂ້າພະເຈົ້າສັບສົນວ່າຈະກວດສອບເລື່ອງນີ້ຢ່າງໃດ ແລະ ຂ້າພະເຈົ້າຖາມເຂົາວ່າ ເຂົາຕ້ອງການຈະໄປຍັງກຸງເຢຣູຊາເລັມເພື່ອຮັບຄຳຕັດສິນຄະດີເຫລົ່ານີ້ທີ່ນັ້ນຫລືບໍ່?
\s5
\v 21 ແຕ່ເມື່ອໂປໂລຮຽກຮ້ອງໃຫ້ຢູ່ພາຍໃຕ້ການຄວບຄຸມຕົວເພື່ອການຕັດສິນໃຈຂອງຈັກກະພັດ, ຂ້າພຣະເຈົ້າໄດ້ສັ່ງໃຫ້ເຂົາຢູ່ພາຍໃຕ້ການຄວບຄຸມຕົວຈົນກວ່າຂ້າພະເຈົ້າຈະສົ່ງເຂົາໄປຫາຈັກກະພັດ."
\v 22 ອັກຄຣີປາຈຶ່ງກ່າວແກ່ເຟຊາໂຕວ່າ, "ຂ້າພະເຈົ້າຢາກຟັງຊາຍຄົນນີ້ດ້ວຍ" ເຟຊາໂຕກ່າວ "ມື້ອື່ນ," ທ່ານຈະໄດ້ຍິນເຂົາ."
\s5
\v 23 ໃນມື້ຕໍ່ມາ ອັກຄຣິປາ ແລະ ນາງເບນີເກໄດ້ສະເດັດມາພ້ອມກັບພິທີຫລາກຫລາຍ; ພວກເຂົາເຂົ້າມາໃນຫ້ອງໂຖງກັບເຈົ້າຫນ້າທີ່ທະຫານແລະ ກັບຄົນທີ່ມີຊື່ສຽງຂອງເມືອງ. ເມື່ອເຟຊາໂຕອອກຄຳສັ່ງ ໂປໂລກໍຖືກນຳມາຍັງພວກເຂົາ.
\v 24 ເຟຊາໂຕກ່າວວ່າ, "ກະສັດອັກຄຣິປາ, ແລະທ່ານທຸກຄົນທີ່ຢູ່ທີ່ນີ້ກັບເຮົາທ່ານເຫັນຜູ້ຊາຍຄົນນີ້ ທີ່ຄົນຢິວທັງຫລາຍພາກັນມາປຶກສາກັບຂ້າພະເຈົ້າໃນເຢຣູຊາເລັມ ແລະ ທີ່ນີ້ ແລະ ພວກເຂົາຮ້ອງໃຫ້ຂ້າພຣະເຈົ້າວ່າເຂົາບໍ່ຄວນມີຊີວິດຢູ່ອີກຕໍ່ໄປ.
\s5
\v 25 ຂ້າພະເຈົ້າຮູ້ວ່າເຂົາບໍ່ໄດ້ເຮັດຜິດທີ່ສົມຄວນແກ້ຄວາມຕາຍ; ແຕ່ເປັນເພາະເຂົາໄດ້ອຸທອນຕໍ່ຈັກກະພັດ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈຈະສົ່ງເຂົາໄປ.
\v 26 ແຕ່ຂ້າພະເຈົ້່າບໍ່ມີສິ່ງໃດທີ່ຈະຂຽນລະບຸໃຫ້ຊັດເຈນເຖິງຈັກກະພັດ. ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງໄດ້ນຳເຂົາມາໃຫ້ແກ່ທ່ານ ໂດຍສະເພາະຢ່າງຍິ່ງທ່ານອັກຄຣິປາ ເພື່ອທີ່ວ່າຂ້າພະເຈົ້າຈະມີຫຍັງບາງຢ່າງທີ່ຈະຂຽນກ່ຽວກັບຄະດີດັ່ງກ່າວນີ້.
\v 27 ເພາະເບິ່ງຄືວ່າບໍ່ມີເຫດຜົນສຳລັບຂ້າພຣະເຈົ້າ ທີ່ຈະສົ່ງນັກໂທດ ແລະ ບໍ່ໄດ້ລະບຸຂໍ້ກ່າວຫາເຂົາ."
\s5
\c 26
\cl ບົດທີ 26
\p
\v 1 ດັ່ງນັ້ນອັກຄຣິປາຈຶ່ງກ່າວແກ່ໂປໂລ, "ເຈົ້າຈົ່ງເວົ້າແທນຕົວເຈົ້າເອງ." ແລ້ວໂປໂລຈຶ່ງຍືນມືອອກມາ ແລະ ໃຫ້ການປົກປ້ອງຕົນເອງ.
\v 2 "ຂ້າພະອົງມີຄວາມຍິນດີເປັນຢ່າງຍິ່ງ, ກະສັດອັກຄຣິປາ, ທີ່ ໄດ້ແກ້ຄະດີຕໍ່ຫນ້າພຣະອົງກັບຂໍ້ກ່າວຫາທັງຫມົດຂອງຊາວຢິວ;
\v 3 ໂດຍສະເພາະຢ່າງຍິ່ງພຣະອົງເປັນຜູ້ຊ່ຽວຊານໃນປະເພນີ ແລະ ບັນຫາທຸກຢ່າງຂອງຊາວຢິວ. ດັ່ງນັ້ນຂ້າພຣະອົງຈຶ່ງຂໍໃຫ້ພຣະອົງໂປດອົດທົນຟັງຂ້າພຣະອົງດ້ວຍ.
\s5
\v 4 ແທ້ຈິງແລ້ວ, ພວກຊາວຢິວທຸກຄົນຕ່າງກໍຮູ້ດີວ່າຂ້າພຣະອົງດຳເນີນຊີວິດຢ່າງໃດຕັ້ງແຕ່ໄວຫນຸ່ມໃນຕ່າງປະເທດຂອງຕົນເອງ ແລະ ທີ່ກຸງເຢຣູຊາເລັມ.
\v 5 ພວກເຂົາຮູ້ຈັກຂ້າພະອົງຕັ້ງແຕ່ເລີ່ມຕົ້ນ ແລະ ພວກເຂົາຄວນຈະຍອມຮັບຂ້າພະອົງຢູ່ໃນສະຖານະເປັນພວກຄະນະຟາຣີຊາຍ, ທີ່ເຂັ້ມງວດໃນການນັບຖືສາສະຫນາຂອງພວກເຮົາ.
\s5
\v 6 ບັດນີ້ ຂ້າພະອົງຢືນຢູ່ທີ່ນີ້ເພື່ອຮັບການຕັດສິນເພາະຂ້າພະອົງເບິ່ງຫາພຣະສັນຍາພຣະເຈົ້າໄດ້ຊົງກະທຳກັບບັນພະບຸລຸດຂອງພວກເຮົາ.
\v 7 ນີ້ເປັນພຣະສັນຍາສິບສອງເຜົ່າຂອງເຮົາທີ່ຫວັງວ່າຈະໄດ້ເມື່ອພວກເຂົານະມັດສະການພຣະເຈົ້າຢ່າງເອົາຈິງເອົາຈັງຕະຫລອດທັງວັນ ແລະຄືນ. ດ້ວຍຄວາມຫວັງນີ້ເອງ, ກະສັດອັກຄຣິປາເອີຍ, ທີ່ພວກຢິວຟ້ອງຂ້າພະອົງ.
\v 8 ເຫດໃດພວກທ່ານຈຶ່ງຄິດວ່າມັນເປັນເລື່ອງເຫລືອເຊື່ອທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍຟື້ນຄືນມາມີຊີວິດບໍ່ໄດ້?
\s5
\v 9 ຄັ້ງຫນຶ່ງ ຂ້າພະອົງຄິດກັບຕົວເອງວ່າຂ້າພະອົງຄວນຈະເຮັດຫລາຍສິ່ງຫລາຍຢ່າງທີ່ຕໍ່ຕ້ານພຣະນາມຂອງພຣະເຢຊູຊາວນາຊາເຣັດ.
\v 10 ຂ້າພະອົງໄດ້ກະທຳສິ່ງເຫລົ່ານີ້ໃນກຸງເຢຣູຊາເລັມ. ຂ້າພະອົງໄດ້ຈັບຜູ້ເຊື່ອຈຳນວນຫລາຍຄຸມຂັງດ້ວຍສິດອຳນາດທີ່ຂ້າພະອົງໄດ້ຮັບຈາກພວກຫົວຫນ້າປະໂຣຫິດ, ແລະ ເມື່ອພວກເຂົາຖືກຂ້າຕາຍ, ຂ້າພະອົງກໍໄດ້ອອກສຽງຕໍ່ຕ້ານພວກເຂົາ.
\v 11 ຂ້າພະອົງໄດ້ລົງໂທດພວກເຂົາຢູ່ຫລາຍຕໍ່ຫລາຍຄັ້ງໃນທຸກທຳມະສາລາ ແລະ ຂ້າພະອົງພະຍາຍາມທີ່ຈະບັງຄັບໃຫ້ພວກເຂົາຫມິ່ນປະຫມາດ. ຂ້າພະອົງໂກດແຄ້ນພວກເຂົາຢ່າງຮ້າຍ ແລະ ຂ້າພະອົງໄດ້ຂົ່ມເຫັງພວກເຂົາແມ້ແຕ່ທີ່ຕ່າງເມືອງ.
\s5
\v 12 ຂະນະທີ່ຂ້າພະອົງກຳລັງເຮັດເຊັ່ນນີ້, ຂ້າພະອົງໄດ້ໄປຍັງເມືອງດາມັສກັດດ້ວຍສິດອຳນາດແລະ ຄຳສັ່ງຂອງພວກຫົວຫນ້າປະໂຣຫິດ;
\v 13 ແລະ ເສັ້ນທາງທີ່ໄປທີ່ນັ້ນ, ໃນທັນໃດນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງໄດ້ເຫັນແສງສະຫວ່າງຈາກສະຫວັນທີ່ສະຫວ່າງຈ້າກວ່າດວງອາທິດ ແລະ ມັນໄດ້ສ່ອງຢູ່ຮອບທັງຕົວຂ້າພະອົງ.
\v 14 ເມື່ອພວກເຮົາທຸກຄົນລົ້ມລົງກັບພື້ນ, ຂ້າພະອົງໄດ້ຍິນສຽງເວົ້າກັບຂ້າພະອົງກ່າວເປັນສຽງພາສາເຮັບເຣີວ່າ "ໂຊໂລ, ໂຊໂລເອີຍ ເຈົ້າຂົ່ມເຫັງເຮົາເຮັດຫຍັງ? ຊຶ່ງເຈົ້າເຮັດໃຫ້ເຈັບຕົວເອງລ້າໆ.'
\s5
\v 15 ແລ້ວຂ້າພະອົງກໍເວົ້າວ່າ, 'ພຣະອົງເຈົ້າ, ພຣະອົງເປັນຜູ້ໃດ? ອົງພຣະຜູ້ເປັນເຈົ້າຕອບວ່າ 'ເຮົາຄືເຢຊູຜູ້ທີ່ເຈົ້າໄດ້ຂົ່ມເຫັງ.
\v 16 ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່ດ້ວຍຕີນຂອງເຈົ້າ; ເພາະຈຸດປະສົງເຮົາໄດ້ປາກົດແກ້ເຈົ້າ ເພື່ອແຕ່ງຕັ້ງໃຫ້ເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າຮູ້ກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສຳແດງກັບເຈົ້າໃນພາຍພາກຫນ້າ.
\v 17 ແລະ ເຮົາຈະຊ່ວຍເຈົ້າຈາກຜູ້ຄົນ ແລະ ຈາກຄົນຕ່າງຊາດທີ່ເຮົາສົ່ງມາໃຫ້ແກ່ເຈົ້າ,
\v 18 ເພື່ອເປີດຕາຂອງພວກເຂົາ ແລະເຮັດໃຫ້ພວກເຂົາຫັນຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງຊາຕານມາຫາພຣະເຈົ້າ, ເພື່ອທີ່ວ່າພວກເຂົາໄດ້ຮັບການອະໄພໃນຄວາມບາບຈາກພຣະເຈົ້າ ແລະ ມໍຣະດົກທີ່ເຮົາມອບໃຫ້ກັບຄົນທັງຫລາຍທີ່ຖືກແຍກໄວ້ແລ້ວໂດຍຄວາມເຊື່ອໃນເຮົາ.'
\s5
\v 19 ດັ່ງນັ້ນ, ກະສັດອັກຄຣິປາເອີຍ, ຂ້າພະອົງຈຶ່ງເຊື່ອຟັງນິມິດຈາກສະຫວັນ;
\v 20 ແຕ່ໂດຍເລີ່ມຕົ້ນກັບໃນເມືອງດາມັສກັດກ່ອນ ແລະຕໍ່ຈາກນັ້ນໃນເຢຣູຊາເລັມແລະທົ່ວແຂວງຢູດາຍແລະໄປຍັງຄົນຕ່າງຊາດດ້ວຍ, ຂ້າພະອົງໄດ້ກ່າວຖ້ອຍຄຳແກ່ພວກເຂົາ ເພື່ອວ່າພວກເຂົາຈະໄດ້ກັບໃຈ ແລະ ຫັນຫນ້າຫາພຣະເຈົ້າ, ກະທຳຄວາມດີໃຫ້ສົມຄວນກັບການກັບໃຈ.
\v 21 ດ້ວຍເຫດນີ້ຊາວຢິວຈຶ່ງໄດ້ຈັບຂ້າພະອົງໃນພຣະວິຫານ ແລະ ພະຍາຍາມທີ່ຈະຂ້າ ຂ້າພະອົງເສຍ.
\s5
\v 22 ດັ່ງນັ້ນຂ້າພະເຈົ້າຢືນຢູ່ ແລະ ເປັນພະຍານຕໍ່ຄົນທັງຫລາຍ ແລະ ຄົນທີ່ເປັນໃຫຍ່ ຊຶ່ງບໍ່ມີຫຍັງຫລາຍກວ່າເລື່ອງທີ່ຜູ້ເຜີຍພຣະວັດຈະນະ ແລະ ໂມເສໄດ້ກ່າວໄວ້ວ່າຈະເກີດຂຶ້ນ;
\v 23 ວ່າພຣະຄຣິດຈະຕ້ອງທົນທຸກທໍລະມານ, ແລະ ພຣະອົງຈະເປັນຄົນທຳອິດທີ່ຟື້ນຈາກຄວາມຕາຍ ແລະ ປະກາດເຖິງຄວາມສະຫວ່າງແກ່ຊາວຢິວ ແລະ ຄົນຕ່າງຊາດ."
\s5
\v 24 ເມື່ອໂປໂລໄດ້ສຳເລັດການແກ້ຕ່າງເຂົາແລ້ວ, ເຟສທັສໄດ້ກ່າວດ້ວຍສຽງອັນດັງວ່າ, "ໂປໂລເອີຍ, ເຈົ້າບ້າໄປແລ້ວ; ຄວາມຮູ້ອັນຫລວງຫລາຍຂອງເຈົ້າເຮັດໃຫ້ເຈົ້າບ້າໄປແລ້ວ."
\v 25 ແຕ່ໂປໂລກ່າວວ່າ, "ທ່ານເຟສທັສ ເອີຍ, ຂ້າພະເຈົ້າບໍ່ໄດ້ເປັນບ້າ, ແຕ່ຂ້າພະເຈົ້າເວົ້າຄວາມຈິງດ້ວຍຄວາມກ້າຫານ ແລະ ມີສະຕິ.
\v 26 ເພາະເມື່ອກະສັດຮັບຮູ້ເຖິງສິ່ງຕ່າງໆ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງເວົ້າກັບພຣະອົງໄດ້ຢ່າງອິດສະລະ, ເພາະຂ້າພະເຈົ້າເຊື່ອວ່າ ບໍ່ມີສິ່ງໃດທີ່ຈະຖືກເຊື່ອງຊ້ອນໄວ້ຈາກພຣະອົງ; ເພາະສິ່ງນີ້ບໍ່ໄດ້ເຮັດໃນທີ່ລັບລີ້.
\s5
\v 27 ກະສັດອັກກຣິປາເອີຍ, ທ່ານເຊື່ອຜູ້ທຳນວາຍນີ້ບໍ? ຂ້າພະເຈົ້າຮູ້ວ່າທ່ານເຊື່ອ."
\v 28 ອັກກຣິປາໄດ້ກ່າວແກ່ໂປໂລວ່າ, "ໃນເວລາອັນສັ້ນໆນີ້ ເຈົ້າຈະຊັກຊວນເຮົາ ແລະ ຈະໃຫ້ເຮົາເປັນຕຣິດສະຕຽນບໍ?"
\v 29 ໂປໂລໄດ້ເວົ້າວ່າ, "ຂ້າພະເຈົ້າອະທິຖານຫາພຣະເຈົ້າ, ບໍ່ວ່າຈະເປັນເວລາຍາວ ຫລື ສັ້ນ, ບໍ່ແມ່ນທ່ານເທົ່ານັ້ນ, ແຕ່ຄົນທັງຫມົດຈະໄດ້ຍິນຈາກຂ້າພະເຈົ້າໃນວັນນີ້, ຈະໃຫ້ເປັນເຫມືອນຂ້າພະເຈົ້າ, ເວັ້ນເສຍແຕ່ໂສ້ແຫ່ງການຈຳຈອງນີ້."
\s5
\v 30 ແລ້ວກະສັດກໍລຸກຢືນຂຶ້ນ, ແລະ ຜູ້ປົກຄອງ, ແລະ ນາງເບີນິດ ແລະ ຜູ້ທີ່ກຳລັງນັ່ງກັບພວກເຂົາ;
\v 31 ເມື່ອພວກເຂົາອອກຈາກຫ້ອງໂຖງແລ້ວ, ພວກເຂົາໄດ້ເວົ້າກັນວ່າ " ຊາຍຜູ້ນີ້ ບໍ່ໄດ້ເຮັດສິ່ງໃດ ທີ່ສົມຄວນແກ່ຄວາມຕາຍ ຫລື ຖືກຈອງຈຳ."
\v 32 ອັກຄຣິປາໄດ້ກ່າວແກ່ເຟສທັສວ່າ, "ຊາຍຄົນນີ້ຄວນໄດ້ຮັບການປົດປ່ອຍ ຖ້າລາວບໍ່ໄດ້ຍື່ນອຸທອນໄປຍັງກະສັດຊີຊາ."
\s5
\c 27
\cl ບົດທີ 27
\p
\v 1 ເມື່ອຕັດສິນໃຈວ່າ ພວກເຮົາຈະເດີນເຮືອໄປຍັງປະເທດອີຕາລີ, ພວກເຂົາຈຶ່ງ ມອບໂປໂລ ແລະ ນັກໂທດຄົນອື່ນໆບາງຄົນໄວ້ກັບ ນາຍຮ້ອຍຄົນໜຶ່ງຊື່ວ່າຢູລີໂອ ຊຶ່ງເປັນ ນາຍທະຫານໃນກອງທັບຂອງຈັກກະພັດ ໂອຄຸດໂຕ.
\v 2 ພວກເຮົາໄດ້ລົງເຮືອລຳຫນຶ່ງ ຈາກເມືອງອາຣະມິດ, ຊຶ່ງກຳລັງຈະອອກໄປ ທຽບທ່າຕ່າງໆຕາມຊາຍຝັ່ງຂອງແຄວ້ນເອເຊຍ. ດັ່ງນັ້ນພວກເຮົາກໍອອກເດີນທາງໄປທະເລ, ອາຣິດຕາໂຂ ຈາກມືອງເທສະໂລນິກ ໃນມາເກໂດເນຍ ກໍໄປກັບພວກເຮົາດ້ວຍ.
\s5
\v 3 ວັນຕໍ່ມາພວກເຮົາ ໄດ້ລົງຈອດເມືອງຊີໂດນ, ທີ່ຊຶ່ງຢູລີໂອໄດ້ມີ ໃຈເມດຕາຕໍ່ໂປໂລ ແລະ ຈຶ່ງໄດ້ອະນຸຍາດໃຫ້ ໂປໂລໄປຫາຫມູ່ເພື່ອນຂອງລາວ ເພື່ອຮັບການດູແລ.
\v 4 ຈາກທີ່ນັ້ນ ພວກເຮົາໄດ້ໄປຍັງທະເລ ແລະ ແລ່ນເຮືອລຽບຝັ່ງຂອງເກາະໄຊປຣັດເປັນທີ່ກຳບັງລົມ, ເພາະລົມພັດຕ້ານພວກເຮົາຢູ່.
\v 5 ເມື່ອພວກເຮົາລ່ອງເຮືອຂ້າມທະເລ ແລະ ໃກ້ກັບຊາຍຝັ່ງເມືອງກີລີເກຍ ແລະ ເມືອງປຳຟີເລຍ, ພວກເຮົາກໍມາເຖິງເມືອງມີຣາ, ໃນ ແຂວງລີເກຍ.
\v 6 ໃນທີ່ນັ້ນ, ນາຍຮ້ອຍໄດ້ ພົບເຮືອລຳຫນຶ່ງ ທີ່ມາຈາກເມືອງອາເລັກຊັນເດຍ ຊຶ່ງກຳລັງຈະໄປຍັງປະເທດອີຕາລີ. ເຂົາຈຶ່ງໃຫ້ພວກເຮົາລົງເຮືອລຳນັ້ນ.
\s5
\v 7 ເມື່ອພວກເຮົາແລ່ນໄປຊ້າໆ ຢູ່ຫລາຍວັນ ແລະ ໃນທີ່ສຸດກໍມາເຖິງ ເມືອງກະນີໂດຢ່າງຍາກລຳບາກ, ລົມໄດ້ພັດຕ້ານພວກເຮົາແຮງຫລາຍ. ພວກເຮົາຈຶ່ງບໍ່ສາມາດໄປທິດທາງນັ້ນໄດ້ ດັ່ງນັ້ນພວກເຮົາຈຶ່ງ ແລ່ນລຽບຊາຍຝັ່ງດ້ານທີ່ມີກຳບັງເກາະກະເຣເຕ, ທີ່ຢູ່ກົງກັນຂ້າມກັບເມືອງແຫລມສານໂມນ.
\v 8 ພວກເຮົາໄດ້ແລ່ນເຮືອຮອບຊາຍຝັ່ງດ້ວຍຄວາມຍາກລຳບາກ, ຈົນກະທັງເຮົາມາເຖິງສະຖານທີ່ແຫ່ງຫນຶ່ງທີ່ຮ້ອງວ່າທ່າງາມ, ຊຶ່ງຢູ່ໃກ້ກັບເມືອງລາເຊ.
\s5
\v 9 ພວກເຮົາເສຍເວລາຫລາຍ, ເວລາແຫ່ງເທດສະການວັນລຶບລ້າງບາບກໍຜ່ານໄປ, ແລະຕອນນີ້ການແລ່ນເຮືອກໍເລີ່ມອັນຕະລາຍ. ດັ່ງນັ້ນໂປໂລຈຶ່ງເຕືອນພວກເຂົາ,
\v 10 ແລະ ໄດ້ກ່າວວ່າ, “ທ່ານທັງຫລາຍເອີຍ, ເຮົາເຫັນວ່າການເດີນທາງນີ້ຈະເປັນອັນຕະລາຍ ແລະ ເສຍຫາຍຫລາຍ, ບໍ່ພຽງແຕ່ສິນຄ້າ ແລະ ເຮືອເທົ່ານັ້ນ, ແຕ່ລວມເຖິງຊີວິດພວກເຮົາດ້ວຍ."
\v 11 ແຕ່ນາຍຮ້ອຍໃຫ້ຄວາມສົນໃຈກັບຫົວຫນ້າ ແລະ ເຈົ້າຂອງເຮືອຫລາຍກວ່າຄຳແນະນຳຂອງໂປໂລ.
\s5
\v 12 ເພາະທ່າເຮືອນັ້ນກໍບໍ່ເລື່ອງງ່າຍທີ່ຈະຈອດໃນຊ້ວງລະດູຫນາວ, ຊາວເຮືອສ່ວນໃຫຍ່ຈຶ່ງແນະນຳໃຫ້ລ່ອງເຮືອຈາກທີ່ນັ້ນ ໃຫ້ເຮົາສາມາດໄປເຖິງເມືອງຟີນິກດ້ວຍວິທີການໃດກໍໄດ້ ເພື່ອທີ່ເຮົາຈະໃຊ້ເວລາໃນຊ້ວງລະດູຫນາວທີ່ນັ້ນ. ເມືອງຟີນິກເປັນທ່າເຮືອໃນເກາະກະເຣເຕ, ແລະ ຫັນໄປທາງທິດຕາເວັນອອກສ່ຽງເຫນືອກັບທິດຕາເວັນອອກສຽງໃຕ້.
\v 13 ເມື່ອລົມທິດໃຕ້ເລີ່ມພັດມາຄ່ອຍໆ, ລູກເຮືອຄິດວ່າພວກເຂົາມີສິ່ງທີ່ພວກເຂົາຕ້ອງການແລ້ວ. ດັ່ງນັ້ນພວກເຂົາຈຶ່ງຖອນສະຫມໍ ແລະ ແລ່ນໄປຕາມເກາະກະເຣເຕໃກ້ກັບຊາຍຝັ່ງ.
\s5
\v 14 ແຕ່ຫລັງຈາກນັ້ນບໍ່ດົນປານໃດ ກໍມີລົມພະຍຸປັ່ນປ່ວນ, ທີ່ຊື່ວ່າລົມຕາເວັນອອກສ່ຽງເຫນືອ, ເລີ່ມຕີເຮົາຈາກທົ່ວເກາະ.
\v 15 ເມື່ອເຮືອຖືກຈັບຫັນຫົວ ແລະ ບໍ່ສາມາດຕ້ານລົມໄດ້ ເຮົາຈຶ່ງປ່ອຍໃຫ້ແລ່ນຕາມມັນໄປ.
\v 16 ພວກເຮົາໄດ້ແລ່ນໄປທາງດ້ານທີ່ກຳບັງຂອງເກາະນ້ອຍໆ ທີ່ຮ້ອງວ່າ ກາວດາ, ແລະ ເຮົາກໍສາມາດຮັກສາເຮືອຊູຊີ້ບໄດ້ດ້ວຍຄວາມຍາກລຳບາກ.
\s5
\v 17 ເມື່ອຍົກເຮືອນ້ອຍຂຶ້ນແລ້ວ, ພວກເຂົາໃຊ້ເຊືອກຜູກເຮືອໄວ້, ພວກເຂົາຢ້ານເຮືອຈະໄປຄຸງຫາດຊາຍທີ່ແຄມຝັ່ງຂອງຊີຣະຕີ, ດັ່ງນັ້ນພວກເຂົາຈຶ່ງ ທ້ອນສະຫມໍລົງສູ່ທະເລ ແລະ ແລ່ນເຮືອອອກໄປ.
\v 18 ພວກເຮົາຖືກໂຈມຕີດ້ວຍພາຍຸຢ່າງຫນັກ ດັ່ງນັ້ນວັນຮຸ່ງຂຶ້ນລູກເຮືອເລີ່ມທີ່ຈະໂຍນສິ່ງຂອງບັນທຸກຖິ້ມລົງນ້ຳ.
\s5
\v 19 ໃນວັນທີສາມ ພວກເຂົາກໍໂຍນເຄື່ອງໃຊ້ໃນເຮືອຖິ້ມລົງນ້ຳດ້ວຍມືຂອງພວກເຂົາເອງ.
\v 20 ເມື່ອດວງຕາເວັນ ແລະ ດວງດາວບໍ່ໄດ້ສ່ອງແສງໃສ່ພວກເຮົາຫລາຍວັນ, ແລະ ລົມພະຍຸໃຫຍ່ກໍພັດມາຢ່າງແຮງຢູ່ຕະຫລອດ, ໃນທີ່ສຸດຄວາມຫວັງທີ່ພວກເຮົາ ຈະລອດຊີວິດນັ້ນກໍຫມົດສິ້ນໄປ.
\s5
\v 21 ເມື່ອພວກເຂົາອອກໄປໂດຍບໍ່ມີອາຫານ, ແລ້ວໂປໂລໄດ້ຢືນທ່າມກາງລູກເຮືອ ແລະ ໄດ້ກ່າວວ່າ, "ທ່ານຄວນຟັງຂ້າພຣະເຈົ້າ, ແລະ ບໍ່ຄວນແລ່ນເຮືອຈາກເກາະກະເຣເຕ, ຈົນຕ້ອງຮັບບາດເຈັບ ແລະ ການສູນເສຍໃນຄັ້ງນີ້.
\v 22 ບັດນີ້ຂ້າພຣະເຈົ້າຂໍຫນູນໃຈພວກທ່ານໃຫ້ມີຄວາມກ້າຫານ, ເພື່ອວ່າພວກທ່ານຈະບໍ່ຕ້ອງສູນເສຍຊີວິດ, ພຽງແຕ່ສູນເສຍເຮືອເທົ່ານັ້ນ.
\s5
\v 23 ເມື່ອຄືນທີ່ຜ່ານມາ ທູດສະຫວັນຂອງພຣະຜູ້ເປັນເຈົ້າຂອງຂ້າພຣະເຈົ້າ, ຜູ້ທີ່ຂ້າພຣະເຈົ້ານະມັດສະການ - ທູດສະຫວັນຂອງພຣະອົງໄດ້ຢືນຢູ່ທາງຂ້າງຂ້າພຣະເຈົ້າ
\v 24 ແລະ ໄດ້ກ່າວວ່າ, "ໂປໂລເອີຍ, ຢ່າຢ້ານເລີຍ, ທ່ານຢືນຕໍ່ຫນ້າຈັກກະພັດຊີຊາ, ແລະ ເບິ່ງເຖີດ, ພຣະເຈົ້າປະທານຄວາມເມດຕາແກ່ທຸກຄົນທີ່ລ່ອງເຮືອກັບທ່ານ.'
\v 25 ດັ່ງນັ້ນທ່ານທັງຫລາຍ, ຈົ່ງກ້າຫານເຖີດ ເພາະຂ້າພະເຈົ້າວ່າງໃຈໃນພຣະເຈົ້າ ວ່າມັນຈະເກີດຂຶ້ນຢ່າງທີ່ໄດ້ບອກແກ່ຂ້າພະເຈົ້າ.
\v 26 ແຕ່ພວກເຮົາຕ້ອງ ຄາເກາະຈຳນວນຫນຶ່ງ."
\s5
\v 27 ເມື່ອເຖິງຄືນທີ່ສິບສີ່ ໃນຂະນະທີ່ເຮົາແລ່ນເຮືອດ້ວຍວິທີນີ້ ແລະ ໃນປະມານທ່ຽງຄືນທີ່ທະເລເມດີເຕຣາເນ, ລູກເຮືອຄິດວ່າພວກເຂົາເຂົ້າໃກ້ແຜ່ນດິນແດ່ແລ້ວ
\v 28 ພວກເຂົາໄດ້ໂຍນສາຍແທກຢັງລົງນ້ຳ, ແລະ ພົບວ່ານ້ຳເລິກຫນຶ່ງຮ້ອຍຊາວຟຸດ; ຫລັງຈາກນັ້ນບໍ່ດົນ, ພວກເຂົາກໍໂຍນສາຍລົງນ້ຳອີກ ແລະ ພົບວ່າເລິກເກົ້າສິບຟຸດ.
\v 29 ພວກເຂົາຍ້ານວ່າພວກເຂົາອາດຈະຕໍາໂງ່ນຫີນ, ດັ່ງນັ້ນພວກເຂົາຈຶ່ງຖິ້ມສະຫມໍຈາກທ້າຍເຮືອ ແລະ ອະທິຖານໃຫ້ເຖິງຕອນເຊົ້າໄວໆ.
\s5
\v 30 ລູກເຮືອເບິ່ງຫາວິທີອອກຫນີຈາກເຮືອແລະ ໄດ້ຍ່ອງເຮືອຊູຊີບລົງໄປໃນທະເລ, ແລະທຳທ່າເປັນວ່າພວກເຂົາຈະໂຍນສະຫມໍຈາກຫົວເຮືອ.
\v 31 ແຕ່ໂປໂລກ່າວກັບນາຍຮ້ອຍແລະ ທະຫານວ່າ, "ຖ້າເຫລົ່ານີ້ບໍ່ຢູ່ໃນເຮືອ, ທ່ານກໍບໍ່ສາມາດຮອດໄດ້"
\v 32 ດັ່ງນັ້ນທະຫານຈຶ່ງຕັດເຊືອກຂອງເຮືອອອກ ແລະ ປ່ອຍໃຫ້ມັນລອຍໄປ.
\s5
\v 33 ເມື່ອເຖິງເວລາກາງເວັນ, ໂປໂລໄດ້ຂໍຮ້ອງພວກເຂົາໃຫ້ກິນອາຫານ. ເຂົາໄດ້ກ່າວວ່າ, "ມື້ນີ້ເປັນມື້ທີສິບສີ່ທີ່ທ່ານທັງຫລາຍຖ້າ ແລະ ບໍ່ໄດ້ກິນອາຫານ; ພວກທ່ານບໍ່ໄດ້ກິນອີ່ຫຍັງເລີຍ.
\v 34 ດັ່ງນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທ່ານກິນອາຫານແດ່ທ້ອນ, ເພື່ອຄວາມຢູ່ລອດຂອງທ່ານ. ເພື່ອເສັ້ນຜົມຂອງທ່ານຈະບໍ່ເສຍໄປຈັກເສັ້ນ."
\v 35 ເມື່ອເຂົາໄດ້ກ່າວເຊັ່ນນີ້ແລ້ວ, ເຂົາກໍຈັບເຂົ້າຈີ່ ແລະ ຂອບພຣະຄຸນພຣະເຈົ້າຕໍ່ຫນ້າທຸກຄົນ. ຈາກນັ້ນເຂົາໄດ້ຫັກເຂົ້າຈີ່ ແລະ ເລີ່ມກິນ.
\s5
\v 36 ຈາກນັ້ນພວກເຂົາທຸກຄົນກໍໄດ້ຮັບການຫນູນໃຈ ແລະ ພວກເຂົາກໍຮັບປະທານອາຫານ.
\v 37 ເຮົາທັງຫລາຍທີ່ຢູ່ໃນເຮືອນັ້ນມີສອງຮ້ອຍເຈັດສິບຫົກຄົນ.
\v 38 ເມື່ອພວກເຂົາຮັບປະທານອີ່ມແລ້ວ, ພວກເຂົາກໍເຮັດໃຫ້ເຮືອມີນຳ້ຫນັກເບົາຂຶ້ນໂດຍການໂຍນເຂົ້າສາລີລົງໄປໃນທະເລ.
\s5
\v 39 ເມື່ອເວລາຜ່ານໄປ, ພວກເຂົາບໍ່ຮູ້ວ່າເປັນແຜ່ນດິນຫຍັງ, ແຕ່ພວກເຂົາເຫັນວ່າຕິດກັບຊາຍຫາດ, ແລະ ພວກເຂົາຈຶ່ງປຶກສາກັນວ່າພວກເຂົາຈະສາມາດຂັບເຮືອໄປຍັງທີ່ນັ້ນໄດ້ບໍ.
\v 40 ດັ່ງນັ້ນ ພວກເຂົາຈຶ່ງຕັດສາຍສະຫມໍຖິ້ມໄປໃນທະເລ. ໃນເວລາດຽວກັນພວກເຂົາກໍແກ້ເຊືອກທີ່ມັດໂທມຂັດທ້າຍເຮືອ ແລະ ຍົກໃບເຮືອຂຶ້ນເພື່ອໃຫ້ລົມພັດ; ແລະ ດັ່ງນັ້ນພວກເຂົາຈຶ່ງມຸ່ງຫນ້າໄປຍັງຊາຍຫາດ.
\v 41 ແຕ່ເມື່ອພວກເຂົາມາຖິງສະຖານທີ່ ທີ່ກະແສນ້ຳສອງດ້ານບັນຈົບກັນ ແລະເຮືອກໍປິ່ນໄປຄາດິນ. ຫົວເຮືອກໍຕິດຢູ່ນັ້ນ ແລະ ບໍ່ສາມາດຍ້າຍໄດ້, ແຕ່ທ້າຍເຮືອເລີ່ມທີ່ຈະແຕກອອກເພາະຄວາມຮຸນແຮງຂອງຄື້ນ'
\s5
\v 42 ທະຫານວາງແຜນການທີ່ຈະຂ້ານັກໂທດເພື່ອທີ່ຈະບໍ່ໃຫ້ໃຜສາມາດລອຍນ້ຳອອກໄປ ແລະຫລົບຫນີໄດ້.
\v 43 ແຕ່ນາຍຮ້ອຍຕ້ອງການທີ່ຈະຊ່ວຍໂປໂລໃຫ້ລອດຕາຍ, ເຂົາຢຸດແຜນການຂອງພວກເຂົາ; ແລະ ສັ່ງໃຫ້ຜູ້ທີ່ສາມາດລອຍນ້ຳທີ່ຈະກະໂດດລົງນ້ຳໄປກ່ອນ ແລະເຂົ້າໄປຝັ່ງ.
\v 44 ຈາກນັ້ນຜູ້ທີ່ເຫລືອກໍໄດ້ເຮັດຕາມ ບາງຄົນກໍເກາະເທິງແຜ່ນກະດານ, ບາງຄົນກໍເກາະເທິງສິ່ງຕ່າງໆ ຈາກເຮືອດ້ວຍເຫດນີ້ ເຮົາທຸກຄົນຈຶ່ງເຂົ້າຝັ່ງດ້ວຍຄວາມປອດໄພ.
\s5
\c 28
\cl ບົດທີ 28
\p
\v 1 ເມື່ອພວກເຮົາໄດ້ຖືກນຳໄປຢ່າງປອດໄພ, ພວກເຮົາຮູ້ວ່າພວກເຮົາຢູ່ທີ່ເກາະມານຕາ.
\v 2 ຄົນພື້ນເມືອງບໍ່ພຽງໃຫ້ຄວາມເມດຕາແກ່ພວກເຮົາເທົ່ານັ້ນ, ແຕ່ພວກເຂົາຍັງກໍ່ກອງໄຟ ແລະໃຫ້ການຕ້ອນຮັບພວກເຮົາທຸກຄົນ, ເພາະຝົນຕົກຢ່າງຕໍ່ເນື່ອງ ແລະ ຫນາວເຢັນ.
\s5
\v 3 ແຕ່ເມື່ອໂປໂລໄດ້ຮວບຮວມກິ່ງໄມ້ໄດ້ກອງຫນຶ່ງ ແລະ ວາງໄວ້ໃສ່ກອງໄຟ, ມີງູໂຕຫນຶ່ງອອກມາເພາະຄວາມຮ້ອນ, ແລະ ຮັດມືຂອງລາວ.
\v 4 ເມື່ອຄົນພື້ນເມືອງໄດ້ເຫັນສັດຂົບມືຂອງລາວ, ພວກເຂົາກ່າວຕໍ່ກັນວ່າ, "ຊາຍຄົນນີ້ເປັນຄົນຂ້າຄົນແນ່ນອນ ທີ່ໄດ້ລອດຊີວິດຈາກທະເລ, ຄວາມຍຸຕິທຳກໍຍັງບໍ່ອະນຸຍາດໃຫ້ເຂົາມີຊີວິດຢູ່."
\s5
\v 5 ແຕ່ເມື່ອເຂົາໄດ້ສະບັດສັດນັ້ນເຂົ້າໄປໃນກອງໄຟ ແລະ ບໍ່ໄດ້ຮັບອັນຕະລາຍໃດໆ.
\v 6 ພວກເຂົາກໍຖ້າເບິ່ງວ່າເຂົາຈະມີການອັກເສບເປັນໄຂ້ ຫລື ລົ້ມລົງຕາຍຢ່າງກະທັນຫັນ. ແຕ່ຫລັງຈາກທີ່ພວກເຂົາຖ້າເບິ່ງເປັນເວລາດົນນານແລະ ໄດ້ເຫັນວ່າບໍ່ມີຫຍັງເປັນເລື່ອງຜິດປົກກະຕິເກີດຂຶ້ນກັບເຂົາ, ພວກເຂົາຈຶ່ງປ່ຽນໃຈ ແລະ ໄດ້ກ່າວເຂົາເປັນພຣະເຈົ້າ.
\s5
\v 7 ບໍລິເວນໃກ້ຄຽງນັ້ນມີດິນແດນທີ່ເປັນຂອງຄົນທີ່ເປັນຫົວຫນ້າຊື່ປູບີອັສ. ເຂົາໃຫ້ຕ້ອນຮັບເຮົາແລະ ໄດ້ຈັດຕຽມສຳລັບເຮົາດ້ວຍຄວາມກະລຸນາເປັນເວລາສາມວັນ.
\v 8 ຕໍ່ມາບິດາຂອງປູບີອັສໄດ້ລົ້ມປ່ວຍດ້ວຍໄຂ້ ແລະທ້ອງບິດ. ເມື່ອໂປໂລໄປຫາເຂົາ, ໂປໂລໄດ້ອະທິຖານ, ວາງມືໃສ່ເຂົາ, ແລະ ໄດ້ຮັກສາເຂົາໃຫ້ຫາຍ.
\v 9 ຫລັງຈາກເລື່ອງນີ້ເກີດຂຶ້ນ ຄົນອື່ນໆ ທີ່ຢູ່ບົນເກາະທີ່ເຈັບປ່ວຍກໍໄດ້ມາຫາ ແລະໄດ້ຮັບການຮັກສາຢຽວຢາ.
\v 10 ຜູ້ຄົນຍັງໃຫ້ກຽດພວກເຮົາຫລາຍເມື່ອເຮົາກຳລັງຕຽມທີ່ຈະແລ່ນເຮືອ. ເມື່ອພວກເຂົາໄດ້ໃຫ້ສິ່ງຂອງທີ່ພວກເຮົາຕ້ອງການ.
\s5
\v 11 ຫລັງຈາກສາມເດືອນ ພວກເຮົາລົງເຮືອອາເລັກຊັນເດຍ ໃຊ້ເວລາຢູ່ເທິງເກາະໃນລະດູຫນາວ, ມີຮູບສະລັກທີ່ເທິງຫົວເຮືອນັ້ນເປັນຮູບຂອງ "ສອງອ້າຍນ້ອງຝາແຝດ".
\v 12 ຫລັງຈາກທີ່ເຮົາຫລົງຈອດເມືອງຊີຣາກູ, ເຮົາຢູ່ທີ່ນັ້ນເປັນເວລາສາມວັນ.
\s5
\v 13 ຈາກທີ່ນັ້ນ ພວກເຮົາແລ່ນເຮືອມາເຖິງເຮຄີໂອມ. ຫລັງຈາກນັ້ນຫນຶ່ງວັນກໍມີລົມໃຕ້ພັດມາ, ແລະ ໃນສອງວັນ ພວກເຮົາກໍມາເຖິງເມືອງໂປຕີໂອລີ.
\v 14 ທີ່ນັ້ນເຮົາໄດ້ພົບກັບພີ່ນ້ອງບາງຄົນແລະ ໄດ້ຖືກເຊີນໃຫ້ໄປພັກກັບພວກເຂົາເປັນເວລາເຈັດວັນ. ດັ່ງນັ້ນເຮົາຈຶ່ງມາເຖິງກຸງໂຣມ.
\v 15 ພີ່ນ້ອງທີ່ຢູ່ທີ່ນັ້ນ, ຫລັງຈາກທີ່ພວກເຂົາໄດ້ຍິນກ່ຽວກັບເຮົາ, ກໍໄດ້ມາພົບກັບເຮົາທີ່ຕະຫລາດອາປິໂອ ແລະ ທີ່ບ້ານສາມຮ້ານ ເມື່ອເປາໂລໄດ້ພົບພີ່ນ້ອງແລ້ວ, ເຂົາຂອບໃຈພຣະເຈົ້າ ແລະໄດ້ຮັບກຳລັງໃຈ.
\s5
\v 16 ເມື່ອເຮົາເຂົ້າໄປໃນກຸງໂຣມ, ໂປໂລໄດ້ຮັບອະນຸຍາດໃຫ້ຢູ່ຄົນດຽວກັບທະຫານທີ່ຄຸມເຂົາໄວ້.
\v 17 ຫລັງຈາກນັ້ນສາມວັນ ໂປໂລຖືກຮ້ອງພ້ອມກັບຄົນເຫລົ່ານັ້ນທີ່ເຄີຍເປັນຜູ້ນຳໃນຫມູ່ຊາວຢິວ. ເມື່ອພວກເຂົາມາຮ່ວມກັນແລ້ວ ໂປໂລກ່າວກັບພວກເຂົາວ່າ, "ພີ່ນ້ອງທີ່ຮັກ, ເຖິງແມ້ວ່າຂ້າພຣະເຈົ້າບໍ່ໄດ້ເຮັດຫຍັງຜິດຕໍ່ຜູ້ຄົນ ຫລືປະເພນີຂອງບັນພະບຸລຸດຂອງເຮົາ, ຂ້າພະເຈົ້າໄດ້ຖືກສົ່ງໃຫ້ເປັນນັກໂທດຈາກກຸງເຢຣູຊາເລັມໄປຢູ່ໃນເມືອງຂອງຊາວໂຣມ.
\v 18 ຫລັງຈາກທີ່ພວກເຂົາໄຕ່ສວນຂ້າພະເຈົ້າແລ້ວ, ພວກເຂົາປາດຖະຫນາໃຫ້ຂ້າພະເຈົ້າເປັນອິດສະລະ ເພາະບໍ່ມີເຫດຜົນໃດໃນຕົວຂ້າພະເຈົ້າ ຖືກຕໍ່ການລົງໂທດເຖິງຕາຍ.
\s5
\v 19 ແຕ່ເມື່ອພວກຢິວເວົ້າຄັດຄ້ານຄວາມປາດຖະຫນາຂອງພວກເຂົາ, ຂ້າພະເຈົ້າຖືກບັງຄັບໃຫຂໍອຸທອນໄປຍັງຈັກກະພັດຊີຊາ, ເຖິງແມ້ບໍ່ແມ່ນຂໍ້ກ່າວຫາໃດທີ່ຂ້າພະເຈົ້ານຳມາຕໍ່ຕ້ານຊົນຊາດຂອງຂ້າພະເຈົ້າ.
\v 20 ເຫດເພາະການອຸທອນຂອງຂ້າພະເຈົ້າ, ຂ້າພະເຈົ້າຮ້ອງຂໍທີ່ຈະພົບກັບທ່ານ ແລະ ໄດ້ເວົ້າກັບທ່ານ ນີ້ເປັນເພາະສິ່ງທີ່ອິດສາຣາເອນມີຄວາມຫມັ້ນໃຈຈົນຂ້າພະເຈົ້າຖືກລາມດ້ວຍໂສ້ນີ້."
\s5
\v 21 ແລ້ວພວກເຂົາກໍເວົ້າກັບເພິ່ນວ່າ, "ເຮົາບໍ່ໄດ້ຮັບຈົດຫມາຍຈາກແຂວງຢູດາຍ ກ່ຽວກັບທ່ານ, ຫລືພີ່ນ້ອງຄົນໃດມາລາຍງານ ຫລື ເວົ້າຫຍັງບໍ່ດີກ່ຽວກັບທ່ານ.
\v 22 ແຕ່ເຮົາຕ້ອງການຈະໄດ້ຍິນຈາກສິ່ງທີ່ທ່ານຄິດກ່ຽວກັບນິກາຍນີ້, ເພາະເຮົາຮູ້ວ່າສິ່ງນີ້ຖືກເວົ້າຕໍ່ຕ້ານໃນທຸກແຫ່ງ."
\s5
\v 23 ເມື່ອພວກເຂົາໄດ້ຈັດວັນຫນຶ່ງໃຫ້ເຂົາ, ແລ້ວຜູ້ຄົນຫລາຍໄດ້ມາຫາຍັງທີ່ຢູ່ອາໃສຂອງລາວ. ລາວໄດ້ນຳສະເຫນີເລື່ອງນີ້ແກ່ພວກເຂົາ, ແລະ ໄດ້ເປັນພະຍານກ່ຽວກັບອານາຈັກຂອງພຣະເຈົ້າ. ລາວໄດ້ພະຍາຍາມທີ່ຈະຊັກຊວນໃຫ້ພວກເຂົາກ່ຽວກັບພຣະເຢຊູເຈົ້າ, ທັງຈາກກົດຫມາຍຂອງໂມເຊ ແລະ ຈາດຜູ້ທຳນວຍຕັ້ງແຕ່ເຊົ້າຈົນເຖິງເວລາຕອນແລງ.
\v 24 ບາງຄົນໄດ້ເຊື່ອສິ່ງທີ່ຖືກກ່າວ, ໃນຂະນະທີ່ຄົນອື່ນໆບໍ່ເຊື່ອ.
\s5
\v 25 ເມື່ອພວກເຂົາບໍ່ເຫັນດ້ວຍກັບຄົນອື່ນໆ, ພວກເຂົາກໍໄດ້ລາຈາກໄປຫລັງຈາກ ໂປໂລໄດ້ກ່າວຄຳຫນຶ່ງວ່າ, "ພຣະວິນຍານບໍຣິສຸດ ໄດ້ຊົງກ່າວວ່າຜ່ານເອຊາຢາຜູ້ທຳນວຍຕໍ່ບັນພະບຸລຸດຂອງທ່ານ.
\v 26 ພຣະອົງກ່າວວ່າ 'ຈົ່ງໄປຫາຄົນເຫລົ່ານີ້ ແລະ ເວົ້າວ່າ, "ພວກເຈົ້າຈະໄດ້ຍິນ, ແຕ່ບໍ່ເຂົ້າໃຈ; ແລະ ເຫັນສິ່ງທີ່ເຈົ້າຈະເຫັນແຕ່ບໍ່ຮັບຮູ້.
\s5
\v 27 ເພາະຫົວໃຈຂອງຄົນນີ້ໄດ້ເຢັນຊາ, ແລະ ດ້ວຍຫູຂອງພວກເຂົາກໍຍາກທີ່ຈະໄດ້ຍິນ, ແລະ ພວກເຂົາໄດ້ປິດຕາຂອງພວກເຂົາຢູ່. ບໍ່ດັ່ງນັ້ນພວກເຂົາອາດຈະໄດ້ເຫັນດ້ວຍຕາຂອງພວກເຂົາ, ແລະ ໄດ້ຍິນດ້ວຍຫູຂອງພວກເຂົາ, ແລະ ເຂົ້າໃຈດ້ວຍຫົວໃຈຂອງພວກເຂົາ ແລະ ຫັນກັບມາອີກຄັ້ງ, ແລະເຮົາຈະຮັກສາພວກເຂົາ."'
\s5
\v 28 ດັ່ງນັ້ນ, ທ່ານຄວນຈະຮູ້ຄວາມລອດຂອງພຣະເຈົ້ານີ້ຖືກສົ່ງໄປຍັງຕ່າງຊາດ, ແລະ ພວກເຂົາຈະຟັງ."
\v 29
\s5
\v 30 ໂປໂລອາໄສຢູ່ໃນບ້ານທີ່ເຂົາເຊົ່າເປັນເວລາສອງປີ, ແລະ ເຂົາໄດ້ໃຫ້ການຕ້ອນຮັບທຸກຄົນທິ່ມາຫາເຂົາ.
\v 31 ເຂົາໄດ້ເທດສະຫນາເຖິງອານາຈັກຂອງພຣະເຈົ້າ ແລະ ໄດ້ສອນສິ່ງຕ່າງໆກ່ຽວກັບອົງພຣະເຢຊູຄຣິດເຈົ້າດ້ວຍຄວາມກ້າຫານ. ບໍ່ມີໃຜຢຸດເຂົາໄດ້.