lo_ulb/07-JDG.usfm

1293 lines
317 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id JDG
\ide UTF-8
\h ພວກຜູ້ປົກຄອງ
\toc1 ພວກຜູ້ປົກຄອງ
\toc2 ພວກຜູ້ປົກຄອງ
\toc3 jdg
\mt ພວກຜູ້ປົກຄອງ
\s5
\c 1
\cl ບົດທີ 1
\p
\v 1 ຫລັງຈາກ​ໂຢ­ຊວຍ​ເສຍ​ຊີ­ວິດ​ແລ້ວ, ຄົນ​ອິ​ສ​ະ​ຣາເອນໄດ້​ທູນ​ຖາມ​ພຣະ­ຢາເວ ວ່າ, “ໃຜ​​ຜູ້ທຳອິດຈະ​ໂຈມຕີກັບຄົນການາອານສຳລັບພວກເຮົາ​, ເພື່ອ​ສູ້­ຮົບ​ກັບ​ພວກເຂົາ?”
\v 2 ພຣະ­ຢາເວຕອບວ່າ, “ຢູ­ດາຈະ​ໂຈມຕີ, ເບິ່ງ​ແມ, ເຮົາ​ໄດ້​ມອບ​ແຜ່ນ­ດິນ​ນັ້ນ​ໃຫ້ພວກ­ເຂົາ​ແລ້ວ.”
\v 3 ຄົນຢູ­ດາ​ຈຶ່ງ​ເວົ້າ­ ກັບຄົນ​ຊິ­ເມ­ໂອນ, ​ພີ່­ນ້ອງ​ຂອງ­ຕົນ​ວ່າ, “ຈົ່ງ​ຂຶ້ນ​ໄປ​ກັບພວກເຮົາ ໃນ​ເຂດ­ແດນ​ທີ່​ກຳ­ນົດ​ໃຫ້​ແກ່​ພວກເຮົາ ເພື່ອ​​ຈະ​ໄດ້​ຕໍ່­ສູ້​ກັບ​ຄົນ​ກາ­ນາ­ອານນຳກັນ. ພວກເຮົາ​ຈະ​ໄປ​ຮ່ວມ​ຮົບ​ໃນ​ເຂດ­ແດນ​ທີ່​ກຳ­ນົດ​ໃຫ້​ແກ່​ເຈົ້າ​ນັ້ນ​ດ້ວຍ.” ດັ່ງນັ້ນ, ເຜົ່າຊີ­ເມ­ໂອນ​ກໍ​ໄປ​ກັບ​ພວກເຂົາ.
\s5
\v 4 ​ຄົນຢູ­ດາ​ ກໍ​ໂຈມຕີ, ແລະ ​ພຣະ­ຢາເວ ​ໄດ້​ມອບໄຊຊະນະແກ່​ຄົນ​ກາ­ນາ­ອານ ແລະ ​ຄົນ​ເປ­ຣິ­ຊີ​. ​ພວກ­ເຂົາ ​ປະ­ຫານ​ຫນຶ່ງ​ຫມື່ນ​ຄົນ ­ທີ່​ເມືອງ​ເບ­ເຊັກ​.
\v 5 ພວກ­ເຂົາ ​ພົບ​ອາ­ໂດ­ນີ-ເບ­ເຊັກ ​ໃນ​ເມືອງ​ເບ­ເຊັກ, ແລະ ​ພວກເຂົາສູ້­ຮົບ​ກັບ​ເພິ່ນ ແລະ ​ໄດ້​ປະ­ຫານ​ຄົນ​ກາ­ນາ­ອານ ແລະ​ ຄົນ​ເປ­ຣີ­ຊີ.
\s5
\v 6 ແຕ່ອາ­ໂດ­ນີເບ­ເຊັກ​ຫນີ​ໄປໄດ້, ແລະ ​ພວກ­ເຂົາ​ ນຳ​ຈັບລາວ​ໄດ້, ແລະ ພວກເຂົາໄດ້​ຕັດ​ນິ້ວ​ຫົວ​ໂປ້​ມື ແລະ​ ນິ້ວ​ຫົວ​ໂປ້​ຕີນ​ຂອງ​ລາວ​.
\v 7 ອາ­ໂດ­ນີເບ­ເຊັກ​ກ່າວ​ວ່າ, “ຍັງມີ​ກະ­ສັດ​ເຈັດ​ສິບ​ອົງ​, ຜູ້ທີ່ມີ​ຫົວ​ໂປ້​ມື ແລະ ​ຫົວ​ໂປ້​ຕີນ​ຖືກຕັດອອກ, ໄດ້ເກັບ​ເສດ­ອາ­ຫານ​ຢູ່​ກ້ອງ​ໂຕະ​ຂອງ​ເຮົາ. ເຮົາ​ໄດ້​ເຮັດ​ຢ່າງ­ໃດ, ພຣະ­ຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ແກ່​ເຮົາເຊັ່ນ​ນັ້ນ” ພວກເຂົາ​ກໍ​ຈັບ​ຕົວ​ເພິ່ນ​ມາ​ທີ່​ກຸງ­ເຢ­ຣູ­ຊາ­ເລັມ ແລະ ເພິ່ນ​ໄດ້ເສຍ​ຊີ­ວິດ​ໃນ​ບ່ອນ­ນັ້ນ.
\s5
\v 8 ​ຄົນ​ຢູ­ດາ​ໄດ້ເຂົ້າ​​ສູ້ຮົບເມືອງ​ເຢ­ຣູ­ຊາ­ເລັມ ແລະ​ ຢຶດ​ເມືອງ​ໄດ້. ພວກເຂົາ ໂຈມຕີຊາວເມືອງດ້ວຍ​ຄົມ​ດາບ ແລະ ພວກເຂົາເອົາ​ໄຟ​ເຜົາ​ເມືອງ.
\v 9 ພາຍ­ຫລັງ, ຄົນ​ຢູ­ດາ​ ໄດ້​ລົງ​ໄປ​ສູ້­ຮົບ​ກັບ​ຄົນ​ກາ­ນາ­ອານ​ ຜູ້​ທີ່ອາໄສ​ຢູ່­ໃນ​ເຂດ­ແດນ​­ເຂົາ ແລະ ໃນ​ຮ່ອມ​ພູ­ເຂົາ ຢູ່​ທາງທິດຕາເວັນຕົກ
\v 10 ຢູ­ດາ ​ໄດ້​ໄປ​ສູ້­ຮົບ​ກັບ​ຄົນ​ກາ­ນາ­ອານ ​ຜູ້​ຢູ່­ໃນ​ເຮັບ­ໂຣນ (ເມືອງ​ເຮັບ­ໂຣນ​ ເມື່ອກ່ອນຊື່­ວ່າ​ ກີ­ຣິ­ອາດອາ­ຣະ­ບາ) ແລະ ​ພວກ­ເຂົາ​​ໄດ້​ປະ­ຫານ​ເຊຊາຍ, ອາ­ຮີ­ມານ ແລະ ​ຕານ­ໄມ.
\s5
\v 11 ຈາກ​ບ່ອນ­ນັ້ນ ຄົນຢູດາໄດ້ຍົກທັບ ​ໄປ​ສູ້­ຮົບ​ກັບ​ຊາວ­ເມືອງ​ເດ­ບີ (ເມືອງ​ເດ­ບີ ເມື່ອກ່ອນ​ມີ​ຊື່­ວ່າ​ກີ­ຣິ­ອາດເຊ­ເຟ)
\v 12 ກາ­ເລັບ​ ກ່າວ​ວ່າ “ໃຜ​ໂຈມ­ຕີ​ເມືອງ​ກີ­ຣິ­ອາດເຊ­ເຟ ​ແລະ ​ຢືດ​ໄດ້, ເຮົາ​ຈະ​ຍົກ​ອັກ­ສາ, ລູກ­ສາວ​ຂອງ​ເຮົາ, ​ໃຫ້­ເປັນ​ເມຍ
\v 13 ໂອດ­ນີ­ເອນ, ​ລູກ­ຊາຍ​ເກ­ນາ (ຫລານ­ຊາຍ​ຂອງ​ກາ­ເລັບ)​ຕີ​ເອົາ​ເມືອງ​ເດບີ​ໄດ້, ດັ່ງນັ້ນ ກາເລັບຈຶ່ງ​ຍົກ​ອັກ­ສາ,​ລູກ­ສາວຂອງ­ຕົນ, ໃຫ້­ເປັນ​ເມຍຂອງເພິ່ນ.
\s5
\v 14 ຢູ່​ຕໍ່ມາ ອັກສາ​ ມາຫາໂອດ­ນີ­ເອນ, ແລະ ນາງ​ຈຶ່ງ​ຊວນ​ຜົວ​ໃຫ້ ​ຂໍ​ເນື້ອທີ່​ນາ​​ພໍ່ໃຫ້ແກ່ນາງ. ນາງ​ກໍ​ລົງ​ຈາກ​ຫລັງ​ລາ, ກາ­ເລັບ​ຖາມ​ນາງ​ວ່າ “ເຈົ້າ​ຕ້ອງ­ການ​ອັນ­ໃດ?”
\v 15 ນາງ​ຈຶ່ງ​ຕອບ​ເພິ່ນ​ວ່າ “ຂໍ​ຂອງ­ຂວັນ​ໃຫ້​ລູກ​ຈັກ­ຢ່າງ​ຫນຶ່ງ​ແດ່. ເມື່ອ​ພໍ່​ໃຫ້​ລູກ​ມາ​ຢູ່­ໃນ​ແຜ່ນ­ດິນ​ແຫ້ງແລ້ງກັນດານແລ້ວ, ຂໍໃຫ້ນ້ຳ­ພຸ​ແກ່ລູກດ້ວຍ.” ດັ່ງນັ້ນ, ​ກາ­ເລັບ​ກໍ​ຍົກບໍ່​­ນ້ຳ​ພຸ​ເທິງ ແລະ ​ບໍ່­ນ້ຳ​ພຸ​ລຸ່ມ​ ໃຫ້​ແກ່​ນາງ.
\s5
\v 16 ລູກຫລານຂອງພໍ່­ເຖົ້າ​ຂອງໂມ­ເຊ​ ຄົນເກນີ ໄດ້​​ໄປ​ຈາກ​ເມືອງ​ທີ່​ມີ​ຕົ້ນ​ຕານ ພ້ອມ­ກັບ​ຄົນ​ຢູ­ດາ, ​ມາ​ເຖິງ​ຖິ່ນທີ່ກັນດານຂອງເຜົ່າຢູ­ດາ ທີ່ຢູ່ໃນເນເກບ, ເພື່ອອາໄສຢູ່ກັບຄົນຢູດາ​ ຢູ່​ໃກ້ກັບອາຣາດ.
\v 17 ຄົນຢູ­ດາ​ ກໍ​ຍົກ­ທັບ​ໄປ​ຮ່ວມ​ກັບຄົນ​ຊິ­ເມ­ໂອນ​ພີ່­ນ້ອງ​ຂອງ​ພວກ­ເຂົາ​ ແລະ ພວກເຂົາໄດ້ໂຈມຕີ ​ຄົນ​ກາ­ນາ­ອານ ຜູ້​ຢູ່­ໃນ​ເມືອງ​ເຊ­ຟັດ ​ແລະ​ ພວກເຂົາໄດ້ທຳ­ລາຍ​ເມືອງ​ນັ້ນ​ຢ່າງ­ສິ້ນເຊີງ. ເມືອງ​ນັ້ນ​ຈຶ່ງຖືກ​ເອີ້ນ­ວ່າ ໂຮ­ມາ.
\s5
\v 18 ຄົນຢູ­ດາ​ໄດ້​ຢຶດ​ເມືອງ​ຄາ­ຊາເຊັ່ນກັນ ແລະ ພ້ອມ​ທັງ​ອາ­ນາ­ເຂດຮອບໆ, ​ເມືອງ​ອາ­ຊະ­ກາ­ໂລນ​ ແລະ ພ້ອມ​ທັງ​ອາ­ນາ­ເຂດ ແລະ​ ເມືອງເອັກໂຣນ ແລະ ພ້ອມອານາເຂດຮອບໆ.
\v 19 ພຣະ­ຢາເວ ໄດ້​ສະ­ຖິດ​ກັບຄົນ​ຢູ­ດາ ແລະ ພວກ­ເຂົາ​ໄດ້ຢຶດ­ແດນ​ພູ­ເຂົາ​ເປັນກຳມະສິດ, ແຕ່​ພວກເຂົາບໍ່ສາມາດ​ຂັບ­ໄລ່​ຊາວ­ເມືອງ​ທີ່­ຢູ່​ໃນ​ຮ່ອມ​ພູ­ເຂົາ​ນັ້ນ​ໄດ້ ເພາະ­ວ່າ​ພວກ​ເຫລົ່າ­ນັ້ນ​ມີ​ລົດ­ຮົບ​ເຫລັກ.
\s5
\v 20 ເມືອງ​ເຮັບ­ໂຣນ​ນັ້ນ ໄດ້ຍົກ​ໃຫ້​ກາ­ເລັບ​ (ດັ່ງ​ທີ່​ໂມ­ເຊ​ໄດ້​ກ່າວ​ໄວ້), ແລະ ເຂົາໄດ້​ຂັບ­ໄລ່​ລູກ­ຊາຍ​ທັງ​ສາມ​ຄົນຂອງ​ອາ­ນາກ​ອອກ​ໄປ.
\v 21 ແຕ່​ຄົນ​ເບັນ­ຢາ­ມິນ ​ບໍ່­ໄດ້​ຂັບ­ໄລ່​ ຄົນ​ເຢ­ບຸດ​ ຜູ້​ຢູ່­ໃນ​ເຢ­ຣູ­ຊາ­ເລັມ​ໃຫ້​ອອກ​ໄປ. ດັ່ງ­ນັ້ນ​ ຄົນ​ເຢ­ບຸດ​ຈຶ່ງ​ອາ­ໃສ​ຢູ່​ກັບ​ຄົນ​ເບັນ­ຢາ­ມິນ​ໃນ​ເຢ­ຣູ­ຊາ­ເລັມ​ຈົນ​ເຖິງ​ທຸກ​ມື້ນີ້.
\s5
\v 22 ນອກນີ້ ເຮືອນຂອງ​ໂຢ­ເຊັບ​ກະກຽມໄປ​ສູ້­ຮົບ​ເມືອງ​ເບັດ­ເອນ​, ແລະ ​ພຣະ­­ຢາເວ​ສະ­ຖິດ​ກັບ​ພວກ­ເຂົາ.
\v 23 ພວກເຂົາ​ໄດ້​ໃຊ້​ຄົນ​ໄປ​ສອດ­ແນມ​ເມືອງ​ເບັດ­ເອນ (ແຕ່­ກ່ອນ​ເມືອງ​ນີ້​ ຊື່ ລູ­ເຊ).
\v 24 ຜູ້​ສອດ­ແນມ​ເຫັນ​ຊາຍ​ຄົນ​ຫນຶ່ງ​ຍ່າງ​ອອກ​ມາ​ຈາກ​ເມືອງ, ແລະ ພວກເຂົາຈຶ່ງ​ເວົ້າ­ກັບ​ລາວ​ວ່າ “ຂໍ​ຊີ້​ທາງ​ເຂົ້າ​ເມືອງ​ນີ້​ໃຫ້​ແກ່​ພວກ­ເຮົາດ້ວຍ, ແລະ ພວກ​ເຮົາ​ຈະ​ປາ­ນີ​ເຈົ້າ.”
\s5
\v 25 ​ຊາຍ​ຄົນ​ນັ້ນ ​ກໍ​ຊີ້​ທາງ​ເຂົ້າ​ເມືອງ​ໃຫ້ແກ່ພວກເຂົາ, ແລະ ດັ່ງນັ້ນ ​ພວກ­ເຂົາ​ໄດ້ໂຈມຕີຊາວ​ເມືອງ​ນັ້ນ ​ດ້ວຍ​ຄົມ​ດາບ, ແຕ່​ພວກ­ເຂົາ​ປ່ອຍ​ຊາຍ​ຄົນ​ນັ້ນ ແລະ​ຄອບ­ຄົວ​ຂອງ​ລາວ​​ທັງ​ຫມົດລອດ​ໄປ
\v 26 ຫລັງຈາກນັ້ນ ຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ຮິດ­ຕີ ແລະ​ ສ້າງ​ເມືອງ​ຂຶ້ນ​ເມືອງ​ຫນຶ່ງ, ເອີ້ນ​ຊື່­ວ່າ​ເມືອງ​ລູ­ເຊ, ຊຶ່ງ​ເປັນ​ຊື່​ຢູ່​ຈົນຮອດ​ທຸກ​ມື້ນີ້.
\s5
\v 27 ຄົນມາ­ນາ­ເຊ ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງທີ່ອາໄສຢູ່ໃນເມືອງ​ເບັດເຊ­ອານ ​ແລະ​ ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ​ໃຫ້​ອອກ​ໄປ, ຫລື​ ຊາວ­ເມືອງ​ຕາ​ອາ​ນັກ​ ແລະ​ ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ຫລື​ ຊາວ­ເມືອງ​ໂດ­ເຣ​ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ຫລື​ ຊາວ­ເມືອງ​ອິບ­ເລ­ອາມ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ​ຫລື​ ຊາວ­ເມືອງ​ເ­ມກິດ­ໂດ ແລະ ​ຊາວ​ຊົນ­ນະ­ບົດ​ຂອງ​ເມືອງ​ນັ້ນ, ເພາະວ່າ​ຄົນ​ກາ­ນາ­ອານ ​ຍັງ​ຕັດສິນໃຈ​ອາ­ໃສ​ຢູ່­ໃນ​ແຜ່ນ­ດິນ​ນັ້ນ.
\v 28 ເມື່ອ​ຄົນ​ອິ​ສ​ະ​ຣາເອນ ​ມີ​ກຳ­ລັງ​ເຂັ້ມ­ແຂງ​ຂຶ້ນ​, ພວກເຂົາກໍ​ບັງ­ຄັບ​ຄົນ​ກາ­ນາ­ອານ ​ຮັບໃຊ້ ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາ​ບໍ່­ໄດ້​ຂັບ­ໄລ່​ຄົນພວກນັ້ນ​ອອກ​ໄປໂດຍສິ້ນເຊີງ.
\s5
\v 29 ​ເອຟຣາອິມ​ບໍ່­ໄດ້​ຂັບ­ໄລ່​ຄົນ​ກາ­ນາ­ອານ​ ຜູ້​ອາ­ໃສ​ຢູ່­ໃນ​ເມືອງ​ເກ­ເຊ​ໃຫ້​ອອກ​ໄປ, ດັ່ງນັ້ນ​ຄົນ​ກາ­ນາ­ອານ​ ຍັງ​ສືບຕໍ່ອາ­ໃສ​ຢູ່­ໃນ​ເມືອງ​ເກ­ເຊ​ກັບ​ພວກເຂົາ.
\s5
\v 30 ​ເຊ­ບູໂ­ລນ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງ​ກິດ­ໂຣນ, ຫລື​ ຊາວ­ເມືອງ​ນາ­ຮາ­ລານ, ແລະ ດັ່ງນັ້ນ ຄົນ​ກາ­ນາ­ອານ​ໄດ້ສືບຕໍ່ອາ­ໃສ​ຢູ່​ກັບ​ພວກ­ເຂົາ, ແຕ່ຄົນ​ເຊ­ບູ­ໂລນ ກໍ​ບັງ­ຄັບ​ຄົນ​ກາ­ນາ­ອານ ​ຮັບໃຊ້ພວກເຂົາ ດ້ວຍການເຮັດວຽກຫນັກ.
\s5
\v 31 ອາ­ເຊ​ບໍ່­ໄດ້​ຂັບ­ໄລ່​ຊາວ­ເມືອງ​ອັກ­ໂກ, ຫລື​ ຊາວ­ເມືອງ​ຊີ­ໂດນ, ຫລື​ ຊາວ­ເມືອງ​ອາ­ຮະ­ລັບ, ຫລື​ ຊາວ­ເມືອງ​ອັກ­ຊິບ, ຫລື​ ຊາວ­ເມືອງ​ເຮນ­ບາ, ຫລື​ ຊາວ­ເມືອງ​ອາ­ເຟັກ, ຫລື​ ຊາວ­ເມືອງ​ເຣ­ໂຮບ.
\v 32 ດັ່ງນັ້ນ ​ຄົນ​ອາ­ເຊ​ໄດ້​ອາ­ໄສ​ຢູ່​ກັບ​ຄົນ​ກາ­ນາ­ອານ(ຜູ້ອາໄສໃນ​ແຜ່ນ­ດິນ​ນັ້ນ), ເພາະ­ວ່າ​ພວກ­ເຂົາ​ບໍ່­ໄດ້​ຂັບ­ໄລ່​ພວກນັ້ນໃຫ້​ອອກ​ໄປ.
\s5
\v 33 ເຜົ່າ​ເນັບ­ທາ­ລີ​ບໍ່­ໄດ້​ຂັບ­ໄລ່​ຜູ້ອາໄສຢູ່ໃນເມືອງ​ເບັດເຊ­ເມັດ, ຫລື ​ຊາວ­ເມືອງ​ເບັດ-ອາ­ນາດ. ດັ່ງນັ້ນ ເຜົ່ານັບທາອາ­ໃສ​ຢູ່ກັບ​ຄົນ​ກາ­ນາ­ອານ (ຜູ້ອາໄສໃນ​ແຜ່ນ­ດິນ​ນັ້ນ). ເຖິງ​ຢ່າງ­ໃດ​ກໍຕາມ, ຊາວ­ເມືອງ​ເບັດ-ເຊ­ເມັດ ແລະ​ ຊາວ­ເມືອງ​ເບັດ-ອາ­ນາດ​ ໄດ້ຖືກບັງ­ຄັບ​ ​ຮັບໃຊ້ແຮງງານຫນັກ ໃຫ້ແກ່ຄົນ​ນັບ­ທາ­ລີ.
\s5
\v 34 ຄົນ​ອາ­ໂມ­ໄດ້​ຂັບ­ໄລ່​ເຜົ່າ​ດານ ໃຫ້ອາໄສຢູ່ໃນ​ເຂດ​ພູ­ເຂົາຂອງເມືອງ, ບໍ່­ຍອມ​ໃຫ້ພວກເຂົາ​ລົງ​ມາ­ອາໄສຢູ່​ຮ່ອມ​ພູ­ເຂົາ.
\v 35 ດັ່ງນັ້ນ ຄົນອາໂມ​ຍັງອາ­ໃສ​ຢູ່​ທີ່​ພູ­ເຂົາ​ເຮ​ເລັດ, ​ໃນ​ເມືອງ​ໄອ­ຢາ­ໂລນ, ແລະ​ ໃນ​ເມືອງ​ຊາ­ອານ­ບີມ, ​ແຕ່​ອຳນາດທາງທະຫານຂອງ​ເຮືອນ​ຂອງ​ໂຢ­ເຊັບ​ເຫນືອກ​ວ່າ​ພວກ­ເຂົາ​, ແລະ ພວກ­ເຂົາ​ຈຶ່ງ​ໄດ້ຖືກບັງ­ຄັບ​ ຮັບໃຊ້ແຮງງານຫນັກ ໃຫ້ແກ່ພວກເຂົາ.
\v 36 ອາ­ນາ­ເຂດ​ຂອງຄົນອາໂມແມ່ນ​ຕັ້ງ­ຕົ້ນ​ແຕ່​ທາງ​ຂ້ວາມ​ພູ­ເຂົາ​ອັກ­ຣັບ­ບີມ​ ທີ່​ເມືອງ​ເຊ­ລາ​ຂຶ້ນ​ໄປຮອດພູເຂົາຂອງເມືອງ.
\s5
\c 2
\cl ບົດທີ 2
\p
\v 1 ທູດສະຫວັນຂອງ​ພຣະ­ຢາເວ ­ໄດ້​ສະ­ເດັດ​ມາ​ຈາກ​ເມືອງ​ກິນ­ການ​ເພື່ອ​ໄປ​ໂບ­ກີມ, ແລະ ​ເວົ້າ​ວ່າ, “ເຮົາ​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ເອ­ຢິບ ແລະ​ ນຳ​ພວກເຈົ້າເຂົ້າ­ໄປ​ໃນ​ແຜ່ນ­ດິນ​ທີ່​ ເຮົາໄດ້​ສັນ­ຍາ​ໄວ້​ກັບ​ປູ່­ຍ່າ­ຕາ­ຍາຍ​ຂອງ​ພວກ​ເຈົ້າ. ເຮົາ​ໄດ້​ບອກ​​ວ່າ, 'ເຮົາ​ຈະ​ບໍ່​ລຶບ­ລ້າງ​­ສັນ­ຍາ​ທີ່​ມີ​​ກັບ​ພວກ​ເຈົ້າ​.
\v 2 ພວກ​ເຈົ້າ​ບໍ່​ຕ້ອງ​ສັນ­ຍາ​ໃດໆ ກັບຄົນທີ່ອາໄສ­ຢູ່​ໃນ​ແຜ່ນ­ດິນ​ນີ້. ພວກ​ເຈົ້າ​ຕ້ອງ​ທຳ­ລາຍ​ແທ່ນ​ບູ­ຊາ​ທັງຫມົດຂອງ​ພວກ­ເຂົາ​ຖິ້ມ​'. ແຕ່​ພວກ​ເຈົ້າ​ບໍ່­ໄດ້​ເຮັດ​ຕາມ​ ທີ່​ເຮົາ​ໄດ້​ບອກ​ໄວ້. ພວກ​ເຈົ້າ​ກັບ​ໄປ​ເຮັດ​ຢ່າງ​ອື່ນ​ແທນ?
\s5
\v 3 ສະ­ນັ້ນ ເຮົາ​ຂໍ​ບອກ​​ດຽວ­ນີ້​ວ່າ, 'ເຮົາ​ຈະ​ບໍ່​ຂັບ­ໄລ່ຄົນການາອານ​ອອກ​ໄປກ່ອນ​ພວກ​ເຈົ້າ​, ແຕ່ພວກ­ເຂົາ​ຈະກາຍ​ເປັນຫນາມຍອກຂອງ​ພວກ​ເຈົ້າ ແລະ​ ບັນດາພຣະ​ຕ່າງໆຂອງ​ພວກ­ເຂົາ​ ຈະເປັນຜູ້​ລໍ້­ລວງ​​ພວກ​ເຈົ້າ.'"
\v 4 ເມື່ອ​ທູດສະຫວັນຂອງ​ພຣະ­­ຢາເວ​ເວົ້າຖ້ອຍ​ຄຳເຫລົ່ານີ້ຕໍ່ຄົນອິ​ສ​ະ​ຣາເອນ​ທຸກ​ຄົນແລ້ວ, ປະຊາຊົນ​ກໍ­ພາ­ກັນ​ຮ້ອງສຽງດັງ ແລະ ຮ້ອງໄຫ້.
\v 5 ພວກເຂົາ​ເອີ້ນສະຖານທີ່­ວ່າ ໂບ­ກີມ. ແລ້ວພວກ­ເຂົາ​ກໍ​ນຳ​ເຄື່ອງ­ບູ­ຊາ​ຖວາຍ​ແດ່​ພຣະ­​ຢາເວທີ່ນັ້ນ.
\s5
\v 6 ເມື່ອ​ໂຢ­ຊວຍ​ໄດ້​ສົ່ງຄົນກັບ​ຄືນ​ເມືອແລ້ວ, ຄົນອິ​ສ​ະ​ຣາເອນ​ແຕ່­ລະ­ຄົນ​ກໍ​ໄປ​ໃນ​ສະຖານທີ່ຖືກຮັບມອບກຳມະສິດ, ເພື່ອຢຶດຄອງເປັນເຈົ້າຂອງທີ່ດິນຂອງພວກເຂົາ.
\v 7 ຄົນໄດ້​ຮັບ­ໃຊ້​ພຣະ­ຢາເວຕະ­ຫລອດ​ຊົ່ວ​ຊີວິດຂອງ​ໂຢ­ຊວຍ ແລະ ພວກຜູ້ອາວຸໂສທີ່ມີ​ອາ­ຍຸ​ຂອງຍືນກວ່າລາວ, ພວກ­ຜູ້­ນຳ​ເຫລົ່າ​ນີ້ ​ເປັນ​ຜູ້​ຮູ້­ຈັກ​ກິ­ຈະ­ການ​ທຸກ​ຢ່າງ​ ທີ່​ພຣະ­ຢາເວ ​ຊົງ​ເຮັດ​ຕໍ່​ພວກ​ອິ​ສ​ະ​ຣາເອນ.
\v 8 ໂຢ­ຊວຍ​ລູກ​ຂອງ​ນູນ​ຜູ້​ຮັບ­ໃຊ້​ຂອງ​ພຣະຢາເວ, ໄດ້​ເສຍ​ຊີ­ວິດ​ ເມື່ອ​ອາ­ຍຸ​ໄດ້​ຮ້ອຍ​ສິບ​ປີ.
\s5
\v 9 ພວກເຂົາເອົາສົບ​ຂອງ​ເພິ່ນ​ຝັງ​ໄວ້​ໃນ​ດິນ​ຂອງ​ເພິ່ນ​ເອງ ຢູ່​ເທິງ​ພູ​ເອຟຣາອິມ​ ທີ່​ເມືອງ​ຕິມ­ນາດເສຣາ​, ຢູ່​ທາງ​ທິດ­ເຫນືອ​ຂອງ​ພູ​ເຂົາກາອາດ.
\v 10 ຕໍ່​ມາ ຄົນ​ໃນ​ສະໄຫມທຸກໆ​​ຄົນ ກໍ​ເສຍ​ຊີ­ວິດ​ ແລະ ຖືກຝັງ​ເຊັ່ນ​ດຽວ​ກັນ. ພວກ​ທີ່​ເກີດຮຸ້ນ​ໃຫມ່ຈະບໍ່ຮູ້ພຣະຢາເວ ຫລື ທຸກ​ສິ່ງ​ທີ່​ພຣະ­ອົງ​ໄດ້​ຊົງ​ເຮັດ​ຕໍ່​ຊາວອິ​ສ​ະ​ຣາເອນ.
\s5
\v 11 ຄົນອິ​ສ​ະ​ຣາເອນ​ເຮັດສິ່ງຊົ່ວຮ້າຍ​ໃນສາຍຕາຂອງພຣະ­ຢາເວ​ ແລະ ພວກເຂົາ​ຮັບ­ໃຊ້​ພຣະບາອານ.
\v 12 ພວກ­ເຂົາໄດ້ຕັດຂາດຈາກ​ພຣະ­ຢາເວ, ພຣະເຈົ້າ​ແຫ່ງ​ປູ່­ຍ່າ­ຕາ­ຍາຍ​ຂອງ​ພວກ­ເຂົາ, ຜູ້​ຊົງ­ນຳ​ພາ​ພວກ­ເຂົາອອກ­ຈາກ​ປະ­ເທດ​ເອ­ຢິບ. ພວກ­ເຂົາ​ພາ­ກັນ​ນະ­ມັດ­ສະ­ການ​ພຣະເຈົ້າ​ອື່ນ, ຊຶ່ງ​ເປັນ​ພຣະເຈົ້າ​ຂອງ​ຊົນ­ຊາດ ທີ່­ຢູ່​ອ້ອມ­ຮອບ​ພວກ­ເຂົາ​ນັ້ນ, ແລະ ພວກ­ເຂົາ​ໄດ້​ພາ­ກັນ​ຂາບ­ໄຫວ້​ພຣະ​ເຫລົ່າ​ນີ້. ພວກເຂົາເຮັດ­ໃຫ້​ພຣະ­­ຢາເວ ຊົງ​ພຣະພິໂລດ ເພາະວ່າ.
\v 13 ພວກ­ເຂົາຕັດຂາດຈາກພຣະ­­ຢາເວ ​ແລະ ນະມັດສະການ​ພຣະ­ບາ­ອານ ແລະ ​ພຣະ​ອັດ­ສະຕາກ​.
\s5
\v 14 ຄວາມຊົງ​ພຣະ­ພິ­ໂລດຂອງພຣະ­ຢາເວ ​​​ຕໍ່​ຄົນອິ​ສ​ະ​ຣາເອນ, ແລະ ພຣະ­ອົງ ​ຈຶ່ງ​ຊົງ​ເຮັດ­ໃຫ້​ພວກ​ໂຈນ​ເຂົ້າ​ມາ​ ປຸ້ນຊັບສິນຂອງ​ພວກ­ເຂົາ. ພຣະ­ອົງ​ຍັງ​ຊົງຂາຍພວກເຂົາເປັນທາດ ໃຫ້ຜູ້ທີ່ຖືກຄອບຄອງດ້ວຍກຳລັງຂອງ​ສັດ­ຕຣູ​ທີ່­ຢູ່​ອ້ອມ­ຮອບ​ນັ້ນ, ດ່ັງນັ້ນ ພວກເຂົາຈຶ່ງ​ບໍ່​ສາ­ມາດ​ປ້ອງ­ກັນ​ຕົວ​ເອງຈາກສັດຕຣູຂອງພວກເຂົາໄດ້ອີກຕໍ່ໄປ.
\v 15 ເມື່ອໃດກໍຕາມ ຊາວອິສ​ະ​ຣາເອນ ໄດ້ອອກໄປສູ້ຮົບ, ພຣະຫັດຂອງພຣະຢາເວ ​ກໍ​ຊົງ​ຕໍ່­ສູ້ ເພື່ອປາບ​ພວກ­ເຂົາ ເຮັດໃຫ້ພວກເຂົາພ່າຍແພ້​, ດັ່ງທີ່​ພຣະ­ອົງ​ຊົງ​ສາບານຕໍ່ພວກເຂົາ ແລະ ພວກ­ເຂົາ​ໄດ້ຕົກ​ຢູ່­ໃນຄວາມ​ຂັດ​ສົນ​ຢ່າງ​ໃຫຍ່ຫລວງ.
\s5
\v 16 ຫລັງຈາກ ພຣະຢາເວ ໄດ້​ຊົງຕັ້ງ​ຜູ້ປົກຄອງ, ​ຜູ້­​ຊ່ອຍ​ພວກເຂົາໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ພວກລັກຂະໂມຍຊັບສິນຂອງພວກເຂົາ.
\v 17 ເຖິງຢ່າງໃດກໍຕາມ ພວກ­ເຂົາ​ບໍ່­ຍອມ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ­ຜູ້­ປົກ­ຄອງ​ເຫລົ່າ­ນັ້ນ. ພວກເຂົາບໍ່​ສັດ­ຊື່​ຕໍ່​ພຣະ­­ຢາເວ ແລະ ເຮັດຕົວເອງໃຫ້ເປັນໂສເພນີໃຫ້ພຣະອຶ່ນ ແລະ​ ນະ­ມັດ­ສະ­ການພຣະເຫລົ່ານັ້ນ. ບໍ່ດົນພວກເຂົາໄດ້ຫັນໄປຈາກທາງທີ່ບັນພະບຸຣຸດຂອງພວກເຂົາໄດ້ດຳລົງຊີວິດ-ຜູ້ທີ່ໄດ້ເຊື່ອຟັງຂໍ້ຄຳສັ່ງຂອງພຣະຢາເວ-ແຕ່ພວກເຂົາເອງບໍ່ໄດ້ປະຕິບັດຕາມ.
\s5
\v 18 ເມື່ອ​ພຣະ­­ຢາເວ​ຊົງ​ໂຜດ​ໃຫ້​ມີຜູ້­ປະກາດພຣະຄັມໃຫ້ພວກເຂົາ, ພຣະ­ອົງ​ ກໍ​ຊົງ​ຊ່ອຍ​ເຫລືອ​ຜູ້­ປົກຄອງ ແລະ ​ຊົງ​ຊ່ວຍ​ໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ສັດ­ຕຣູ​ຂອງພວກເຂົາຕະ­ຫລອດ​ຊົ່ວ​ຊີ­ວິດ​ຂອງ​ຜູ້­ປະກາດພຣະຄັມ​. ພຣະ­ຢາເວ ​ຊົງ​ມີ​ຄວາມ​ເມດ­ຕາ​ຕໍ່​ພວກ­ເຂົາ ໃນຂະນະ​ພວກ­ເຂົາ​ໄດ້​ຮ້ອງ​ຄວນ​ຄາງ​ ເພາະວ່າ ຄົນເຫລົ່ານັ້ນທີ່ໄດ້​ຂົ່ມເຫັງພວກເຂົາ.
\v 19 ແຕ່​ເມື່ອ​ຜູ້­ປະກາດພຣະຄັມ​ເສຍ​ຊີ­ວິດ​ໄປ​ແລ້ວ, ພວກ​ເຂົາ ຈະຫັນຫນີໄປ ແລະ​ ເຮັດ­ການ​ຊົ່ວ­ຮ້າຍ​ຫລາຍ­ກວ່າບັນພະບຸຣຸດ​ຂອງ​ພວກ­ເຂົາ. ພວກ­ເຂົາ​ປະຕິເສດທີ່ຈະປະຖິ້ມການກະທຳທີ່ຊົ່ວຮ້າຍໃດໆຂອງພວກເຂົາ ຫລື ວິທີທີ່ດື້ດ້ານຂອງພວກເຂົາ.
\s5
\v 20 ຄວາມຊົງ​ພຣະ­ພິ­ໂລດຂອງພຣະ­ຢາເວ ເຮັດໃຫ້ເກີດການຕໍ່ຕ້ານຊາວອິ​ສ​ະ​ຣາເອນ; ​ຊົງ​ກ່າວ​ວ່າ “ເພາະ​ຊົນ­ຊາດ​ເຫລົ່າ​ນີ້ ໄດ້​ລະເມີດ​ຄຳ​ສັນ­ຍາ​ຂອງ​ເຮົາທີ່ເຮົາໄດ້ກຳນົດ​ໄວ້​ກັບ​ບັນພະບຸຣຸດ​ຂອງ​ພວກ­ເຂົາ - ເພາະວ່າພວກ­ເຂົາ​ບໍ່­ໄດ້​ຟັງ​ຄຳ​ຂອງ​ເຮົາ-
\v 21 ຕັ້ງແຕ່​ນີ້​­ໄປ ເຮົາ​ຈະ​ບໍ່​ຂັບ­ໄລ່​ຊົນ­ຊາດ​ໃດ​ທີ່ໂຢຊວຍ ​ຍັງ​ເຫລືອ​ໄວ້ຢູ່ ໃນເວລາທີ່ລາວ​ເສຍ​ຊີ­ວິດ.
\v 22 ເຮົາ​ຈະ​ເຮັດສິ່ງນີ້ ເພື່ອ ເຮົາຈະທົດສອບພວກ​ອິ​ສ​ະ​ຣາເອນ, ວ່າພວກເຂົາ​ຈະ​ຖຶຮັກສາເສັ້ນ­ທາງ​ຂອງ​ພຣະຢາເວ ແລະ ດຳເນີນຕາມນັ້ນ, ຕາມ​ທີ່ບັນພະບຸຣຸດ​ຂອງ​ພວກ­ເຂົາ​ໄດ້ຮັກສາ​ຫລື​ບໍ່.”
\v 23 ນີ້ແມ່ນເຫດຜົນທີ່ ພຣະ­­ຢາເວ ໄດ້​ຊົງ​ປ່ອຍ​ຊົນ­ຊາດເຫລົ່ານັ້ນໄວ້ ແລະ ​ບໍ່­ໄດ້ຂັບໄລ່ອອກໄປຢ່າງໄວວາ ແລະ ມອບພວກເຂົາໃຫ້​ຢູ່​ໃຕ້​ອຳ­ນາດ​ຂອງ​ໂຢ­ຊວຍ​.
\s5
\c 3
\cl ບົດທີ 3
\p
\v 1 ຕໍ່­ໄປ​ນີ້​​​ພຣະ­­ຢາເວ ຊົງປ່ອຍໃຫ້ຊົນຊາດເຫລົ່ານີ້ ເພື່ອ​ໃຊ້​ທົດ­ລອງ​ຄົນ​ອິ​ສ​ະ​ຣາເອນ, ຄື​ທຸກຄົນໃນອິ​ສ​ະ​ຣາເອນ​ຊຶ່ງ​ຍັງ​ບໍ່​ເຄີຍ​ປະ­ສົບ​ສົງ­ຄາມ​ໃດໆເກີດຂຶ້ນ​ໃນ​ກາ­ນາອານ.
\v 2 (ພຣະ­ອົງ​ ​ໄດ້ຊົງ​ສອນເລື່ອງ​ສົງ­ຄາມກັບ​ໃຫ້​ເຊື້ອ­ສາຍ​ຄົນ​ອິ​ສ​ະ​ຣາເອນຮຸ້ນໃຫມ່ ​ຜູ້​ທີ່​ຍັງ​ບໍ່​ຮູ້​ມາ​ກ່ອນ.)
\v 3 ຄົນເຫລົ່ານີ້ ຄືບັນຫາຊົນຊາດ: ຄືກະສັດ​ທັງ​ຫ້າ​ຂອງ​ພວກ​ຟີ­ລິດ­ສະ­ຕິນ, ຄົນ​ກາ­ນາ­ອານ​ທັງ​ຫມົດ, ຊາວຊີ­ໂດນ ແລະ ​ຊາວ​ຮີ­ວີ​ ຜູ້​ອາ­ໃສ​ຢູ່​ເທິງ​ພູ­ເຂົາ​ເລ­ບາ­ນອນ, ຕັ້ງ­ແຕ່​ພູ­ເຂົາ​ບາ­ອານ ເຮີ­ໂມນ ເຖິງ​ທາງ​ເຂົ້າ​ເມືອງ​ຮາ­ມັດ.
\s5
\v 4 ບັນດາຊົນຊາດເຫລົ່ານີ້ ທີ່ເຫລືອ​​ຢູ່ ເປັນວິທີຂອງ​ພຣະຢາເວ ​ຊົງທົດ­ລອງ​ຄົນ​ອິ​ສ​ະ​ຣາເອນ, ເພື່ອຢືນຢັນວ່າພວກເຂົາ ຈະ​ເຊື່ອຟັງ​ພຣະ­ບັນ­ຍັດ​, ຊຶ່ງ​ພຣະ­ອົງ​ສັ່ງ​ໄວ້​ກັບ​ບັນ­ພະ­ບູ­ຣຸດ​ຂອງ​ພວກ­ເຂົາ​ໂດຍ​ຜ່ານທາງໂມ­ເຊ​ນັ້ນ​ຫລື​ບໍ່.
\v 5 ດັ່ງ­ນັ້ນ​ ຄົນ​ອິ​ສ​ະ​ຣາເອນ​ຈຶ່ງ​ອາ­ໃສ​ຢູ່­ໃນ​ບັນດາ​ຄົນ​ກາ­ນາ­ອານ, ຄົນ​ຮິດ­ຕີ, ຄົນ​ອາ­ໂມ­, ຄົນ​ເປ­ຣີ­ຊີ, ຄົນ​ຮີ­ວີ, ແລະ​ ຄົນ​ເຢ­ບຸດ.
\v 6 ພວກ­ເຂົາໄດ້ສູ່­ຂໍ​ລູກ­ສາວ​ຂອງ​ຄົນ​ເຫລົ່າ­ນັ້ນ​ມາ​ເປັນ​ເມຍ​ຂອງພວກເຂົາ ແລະ ພວກເຂົາໄດ້​ຍົກ​ລູກ­ສາວ​ຂອງ­ຕົນ​ໃຫ້​ແກ່​ລູກ­ຊາຍ​ຂອງ​ພວກເຂົາ, ແລະ​ ພວກເຂົາກໍ່ຮັບໃຊ້ພຣະເຈົ້າຂອງ​ພວກ­ເຂົາ​ເຫລົ່ານັ້ນ.
\s5
\v 7 ຄົນ​​ອິ​ສ​ະ​ຣາເອນ​ໄດ້​ເຮັດສິ່ງ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະ­­ຢາເວ ແລະ ໄດ້ຫລົງ​ລືມ​ພຣະ­​ຢາເວ ເປັນພຣະ­ເຈົ້າ​ຂອງ­ຕົນ. ພວກເຂົາໄດ້ນະມັດສະການບັນດາ​ພຣະ­ບາ­ອານ​ ແລະ​ເຈົ້າແມ່ອາເຊຣາ.
\v 8 ­ສະ­ນັ້ນ, ພຣະ­ພິ­ໂລດ​ຂອງ​ພຣະ­ຢາເວກໍ​ພຸ່ງ­ຂຶ້ນ​ຕໍ່​​ອິ​ສ​ະ​ຣາເອນ ແລະ​ ພຣະ­ອົງຊົງ​ຂາຍ​ພວກ­ເຂົາ​ໄວ້​ໃນ​ມື​ຂອງກະສັດກູ­ຊານຣີ­ຊາ­ທາ­ອີມ ກະ­ສັດ​ເມືອງ​ເມ­ໂຊ­ໂປ­ຕາ­ເມຍ ແລະ ​ຄົນ​ອິ​ສ​ະ​ຣາເອນໄດ້​ຮັບ­ໃຊ້​ກູ­ຊານຣີ­ຊາ­ທາ­ອິມ ເປັນເວລາ​ແປດ​ປີ.
\s5
\v 9 ​ເມື່ອ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ​ທູນຕໍ່​ພຣະ­­ຢາເວ​, ພຣະ­­ຢາເວ ໄດ້ມອບຜູ້ໃດຜູ້ຫນຶ່ງ ທີ່ຈະມາຊ່ວຍ​ຄົນ​​ອິ​ສ​ະ​ຣາເອນ, ແລະ ​ຊ່ວຍ​ພວກ­ເຂົາ​ທັງ­ຫລາຍ​ໃຫ້​ລອດ­ພົ້ນ: ໂອດ­ນີ­ເອນ​ລູກ­ຊາຍ​ຂອງ​ເກ­ນາດ (ນ້ອງ­ຊາຍ​ຂອງ​ກາ­ເລັບ).
\v 10 ພຣະ­ວິນ­ຍານ​ຂອງ​ພຣະ­ຢາເວໄດ້ຊົງເສີມກຳລັງລາວ, ແລະ​ລາວຕັດສິນ​ຄົນ​ອິ​ສ​ະ​ຣາເອນ ແລະ ລາວກໍ່​ອອກ​ໄປສູ້ຮົບ ແລະ ​ພຣະ­­ຢາເວ ​ໄດ້​ມອບລາວມີໄຊຊະນະ ເຫນືອກະສັດ​ກູ­ຊານຣິຊາ­ທາ­ອິມ ກະ­ສັດ​ເມືອງອາຣາມ. ມືຂອງໂອດນິເອນ ເອົາຊະນະ ​ກູ­ຊານຣິ­ຊາ­ທາ­ອິມ.
\v 11 ແຜ່ນ­ດິນນັ້ນ ​ຈຶ່ງ​ໄດ້​ຄວາມສະ­ຫງົບສຸກ​ມາສີ່­ສິບ­ປີ. ​ແລ້ວໂອດ­ນີ­ເອນ​ລູກ­ຊາຍ​ເກ­ນາດ​ກໍ​ໄດ້ເສຍ​ຊີວິດ.
\s5
\v 12 ຫລັງຈາກນັ້ນ ​ຄົນ​ອິ​ສ​ະ​ຣາເອນ​ໄດ້​ເຮັດສິ່ງ​ຊົ່ວ​ຮ້າຍອີກຕໍ່ໄປໃນ​ສາຍ​ຕາຂອງ​ພຣະ­­ຢາເວ, ແລະ ພຣະ­­ຢາເວ ​ຈຶ່ງ​ຊົງ​ເສີມ​ກຳ­ລັງແກ່ກະສັດ​ເອກ­ໂລນ​ຂອງ​ເມືອງ​ໂມ­ອາບ ໃຫ້ມີອຳນາດເຫນືອຄົນ​ອິ​ສ​ະ​ຣາເອນ.
\v 13 ເອັກ­ໂລນ ໄດ້ສົມທົບກັບ​ຄົນ​ອຳ­ໂມນ ແລະ ​ຄົນ​ອາ­ມາ­ເຫລັກ​ ຍົກ­ທັບ​ໄປ​ໂຈມ­ຕີ ແລະ ເອົາຊະນະ ​ອິ​ສ​ະ​ຣາເອນ, ແລະ ພວກເຂົາ​ໄດ້​ຍຶດ​ເມືອງ​ເຢ­ຣິ­ໂກ​.
\v 14 ​ຄົນ​​ອິ​ສ​ະ​ຣາເອນຈຶ່ງ​ຮັບ­ໃຊ້​ເອກ­ໂລນ​ກະ­ສັດ​ແຫ່ງ​ໂມ­ອາບເປັນເວລາ​ສິບ​ແປດ​ປີ.
\s5
\v 15 ​ເມື່ອ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ​ທູນຕໍ່​ພຣະ­­ຢາເວ, ພຣະ­­ຢາເວ ໄດ້ຊົງມອບຜູ້ໃດຜູ້ຫນຶ່ງ ຈະມາຊ່ວຍພວກເຂົາ, ເອ­ຮຸດ ລູກ­ຊາຍ​ເກ­ຣາ, ຄົນ​ເບັນ­ຢາ­ມິນ, ຄົນ​ແຮງ​ມື​ຊ້າຍ. ​ຄົນ​ອິ​ສ​ະ​ຣາເອນໃຫ້​ເພິ່ນ, ​ເປັນ​ຜູ້­ນຳ​ເອົາ​ສ່ວຍ​ໄປ​ມອບ​ແກ່ກະສັດ​ເອກ­ໂລນ​ຂອງເມືອງ​ໂມ­ອາບ
\s5
\v 16 ເອ­ຮຸດ​ໄດ້​ເຮັດ​ດາບ​ຂອງຕົວເອງ ທີ່ມີຂອບຄົມສອງ​ດ້ານ​ຍາວ​​ຫນຶ່ງສອກ; ລາວໄດ້ເຫນັບ​ໄວ້​ໃສ່­ໃນເສື້ອ​ຜ້າ​ຢູ່ກົກ​ຂາ​ເບື້ອງ​ຂວາຂອງລາວ.
\v 17 ລາວ­ກໍນຳ​ສ່ວຍໄປ​ມອບ​ແກ່ກະສັດ​ເອກ­ໂລນແຫ່ງເມືອງ​ໂມ­ອາບ (ຕອນນີ້ເອກ­ໂລນ​ເປັນ​ຄົນ​ຕຸ້ຍ​ຫລາຍ).
\v 18 ຫລັງຈາກ​ ເອ­ຮຸດ​ໄດ້ມອບ​ສ່ວຍແລ້ວ, ເພິ່ນ​ ກໍອອກໄປກັບ​ຄົນ­ທີ່​ຫາບ​ຫາມ​ສ່ວຍ​ນັ້ນ.
\s5
\v 19 ເຖິງຢ່າງໃດກໍຕາມ ສຳລັບເອຮຸດ, ເມື່ອລາວ​​ໄປເຖິງສະຖານທີ່​ມີ​ຮູບ​ເຄົາ­ລົບ​ສະ­ຫລັກ​ທີ່­ຢູ່​ໃກ້​ກິນ­ການ, ລາວກໍຫັນກັບໄປ, ແລະ ລາວ​ທູນ​ວ່າ “ຂ້າແຕ່ກະສັດຂອງຂ້ານ້ອຍ, ຂ້ານ້ອຍມີ​​ຂໍ້ຄວາມ​ລັບ ​ທີ່​ຈະ​ກາບ​ທູນ​ໃຫ້​ຮູ້” ເອກ­ໂລນ​ຈຶ່ງ​ມີ​ບັນ­ຊາ​ວ່າ “ງຽບໆ!” ດັ່ງນັ້ນ ທຸກຄົນ​ທີ່​ເຝົ້າ​ຢູ່​ກໍ​ທູນ​ລາ​ອອກ​ໄປ​ຈາກຫ້ອງ.
\v 20 ​ເອ­ຮຸດ​ກໍ​ເຂົ້າ­ໄປ​ເຝົ້າ​ເພິ່ນ. ຂະ­ນະ​ນັ້ນກະສັດ​ປະ­ທັບ​ຢູ່​​ອົງ​ດຽວ​ໃນ​ຫ້ອງ​ເຢັນ​ຂອງຊັ້ນ​ເທິງ. ​ເອ­ຮຸດ​ທູນ​ວ່າ “ຂ້າ­ນ້ອຍ​ມີ​ພຣະ­ຄຳ​ສັ່ງ​ຈາກ​ພຣະ­ເຈົ້າ​ຖວາຍ​ພຣະ​ອົງ” ກະສັດ​ຈຶ່ງ​ລຸກ­ຂຶ້ນ​ຈາກ​ພຣະ​ທີ່​ນັ່ງ.
\s5
\v 21 ເອ­ຮຸດ​ກໍເອື້ອມ​ມື​ຊ້າຍ​ຂອງລາວ ແລະ ຖອດ​ດາບ​ອອກ­ຈາກ​ຂາ​ຂວາຂອງລາວ, ແລະ ລາວກໍ​ແທງ​ເຂົ້າ­ໄປ​ໃນຮ່າງກາຍ​ຂອງກະສັດເອກ­ໂລນ.
\v 22 ດ້າມດາບກໍ​ຈົມ​ເຂົ້າ­ໄປ​ຫມົດ​ທັງ​ດາບໃນຕົວພຣະອົງ. ດ້ວຍປາຍດ້າມກໍອອກມາທາງຫລັງຂອງເພິ່ນ, ແລະ ໄຂ­ມັນ​ຫຸ້ມ​ດາບ​ໄວ້, ສຳລັບເອຮຸດບໍ່ໄດ້​ຖອດ​ດາບ​ອອກ­ຈາກ​ທ້ອງ​ຂອງເພິ່ນ.
\v 23 ຈາກນັ້ນ ​ເອ­ຮຸດ​ອອກ​ໄປທີ່ລະບຽງ ແລະ ​ໄດ້​ປິດ​ປະ­ຕູ​ຫ້ອງ​ຊັ້ນ​ເທິງທີ່ຢູ່ຫລັງເຂົາ ແລະ ໃ່ສ່ກະແຈປະຕູໄວ້.
\s5
\v 24 ຫລັງຈາກ ​ເອ­ຮຸດ​ໄປ​ແລ້ວ​, ພວກ​ຂ້າ​ຮັບໃຊ້​ຂອງ​ກະ­ສັດ​ກໍ​ເຂົ້າ​ມາ; ​ພວກ­ເຂົາ​ເຫັນ​ວ່າ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນ­ແຈ​ຢູ່, ດັ່ງນັ້ນ ພວກ­ເຂົາຈຶ່ງ​ຄິດ­ວ່າ “ພຣະ​ອົງ​ກຳ­ລັງຜ່ອນຄາຍຕົວເອງໃນຄວາມເຢັນຂອງຫ້ອງຊັ້ນເທິງຢ່າງແນ່ນອນ”.
\v 25 ພວກເຂົາກັງວົນຫລາຍຂື້ນເລື້ອຍໆ ຈົນກະທັ້ງພວກເຂົາຮູ້ສຶກວ່າ ພວກເຂົາລະເລີຍຫນ້າທີ່ຂອງພວກເຂົາ ເມື່ອກະສັດຍັງບໍ່ໄດ້​ເປີດ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ. ດັ່ງນັ້ນ ພວກ­ເຂົາ​ຈຶ່ງ​ເອົາ​ກະ­ແຈ​ ແລະ ​ໄຂ​ເປີດປະຕູ​ອອກ, ແລະ ເຫັນ​ເຈົ້າ​ນາຍ​ຂອງ­ຕົນ​ລົ້ມລົງພື້ນ, ເສຍ​ຊີ­ວິດ​.
\s5
\v 26 ໃນຂະນະ ທີ່ຜູ້ຮັບໃຊ້​ຄອຍ​ຖ້າ​ກັນ​ຢູ່ນັ້ນ, ສົງໃສວ່າ ພວກເຂົາຄວນເຮັດຫຍັງ, ເອ­ຮຸດ ​ກໍ​ຫນີໄປ​ພົ້ນ ແລະ ​ຂ້ວາມໄປບ່ອນມີ​ຮູບແກະສະຫລັັກຮູບປັ້ນ, ແລະ ດັ່ງນັ້ນລາວຈຶ່ງຫນີ​ມາ​ເຖິງເມືອງ​ເສອີຣາ.
\v 27 ເມື່ອ​ລາວ​ມາ​ເຖິງ​ແລ້ວ ຈຶ່ງ​ເປົ່າ​ສຽງແກດັງ​ຂຶ້ນ​ໃນ​ເຂດ​ເນີນພູ­ເຂົາແຫ່ງເອຟຣາຢິມ. ຈາກນັ້ນ​ຄົນ​​ອິ​ສ​ະ​ຣາເອນ​ກໍລົງມາຈາກພູເຂົາດ້ວຍກັນກັບລາວ, ແລະ ລາວກໍໄດ້ນຳຄົນເຫລົ່ານັ້ນໄປ.
\s5
\v 28 ລາວໄດ້ກ່າວ​ກັບ​ພວກ­ເຂົາ​ວ່າ, “ຈົ່ງ​ຕາມ​ເຮົາ​ໄປເຖີດ, ເພາະ­ວ່າ​ພຣະ­­ຢາເວກຳລັງຈະເອົາຊະນະ​ສັດ­ຕຣ​ຂອງ​ພວກ​ເຈົ້າ, ​ຄື​ຊົນ­ຊາດ​ໂມ­ອາບ​”. ພວກ­ເຂົາ​ໄດ້​ຕິດ­ຕາມ​ລາວ​ໄປ ແລະ​ ຢຶດ​ຝ່ັ່ງຂອງແມ່­ນ້ຳ​ຈໍແດນ​ຂ້ວາມຜ່ານຈາກ​ໂມ­ອາບ​, ແລະ ພວກເຂົາ​ບໍ່­ຍອມ​ໃຫ້​ໃຜເລີຍ​ຂ້ວາມນໍ້າ​ໄປ​ໄດ້.
\v 29 ໃນ​ເວລາ​ນັ້ນ ພວກ­ເຂົາ​ປະ­ຫານ​ຄົນ​ໂມ­ອາບ​ປະ­ມານ​ຫນຶ່ງ​ຫມື່ນ​ຄົນ, ແລະ ທຸກຄົນລ້ວນ​ແຕ່​ເປັນ​ຄົນເຂັ້ມແຂງ ແລະ ມີຄວາມສາມາດ. ບໍ່ມີໃຜ​ຫລົບຫນີ​ໄດ້​.
\v 30 ສະນັ້ນ ໃນມື້ນັ້ນໂມ­ອາບ​ຈຶ່ງ​ພ່າຍ­ແພ້ໂດຍກຳລັງ​ຂອງ​​ອິ​ສ​ະ​ຣາເອນ​ ແລະ ​ແຜ່ນ­ດິນ​ນັ້ນ​ ­ໄດ້​​ສະ­ຫງົບສຸກເປັນເວລາ​ແປດ​ສິບ​ປີ.
\s5
\v 31 ­ຫລັງຈາກ​ເອ­ຮຸດ ຜູ້ປົກຄອງຄົນຕໍ່ໄປແມ່ນຊຳ­ຄາລູກຊາຍຂອງ​ອາ­ນາດ​ ຜູ້​ທີ່ຂ້າ​ຄົນ​ຟີ­ລິດ­ສະ­ຕິນ​ຫົກ​ຮ້ອຍ​ຄົນ ດ້ວຍໄມ້ຄອ້ນເທົ້າທີ່ໃຊ້ລ້ຽງງົວ. ລາວ​ຍັງໄດ້ປົດປ່ອຍ​​ອິ​ສ​ະ​ຣາເອນ​ໃຫ້­ພົ້ນ​ຈາກອັນຕະລາຍ.
\s5
\c 4
\cl ບົດທີ 4
\p
\v 1 ຫລັງ​ຈາກ​ເອ­ຮຸດ​ເສຍ​ຊີ­ວິດ​​ແລ້ວ, ຄົນ​ອິ​ສ​ະ​ຣາເອນກໍ​ເຮັດສິ່ງທີ່ຊົ່ວຮ້າຍອີກຕໍ່ໄປໃນຕາຂອງ​ພຣະ­ຢາເວ.
\v 2 ພຣະ­ຢາເວ ໄດ້ຊົງຂາຍ​​ພວກ­ເຂົາ​ໄວ້​ໃຕ້​ອຳ­ນາດ​ຂອງ​ຢາ­ບິນກະສັດແຫ່ງ​ກາ­ນາ­ອານ ທີ່ເປັນຜູ້​ປົກ­ຄອງ​ຢູ່­ໃນ​ເມືອງ​ຮາ­ໂຊ. ຜູ້ບັນຊາແມ່­ທັບ​ຂອງ​ເພິ່ນ​ຊື່­ວ່າ ສີ­ເສ­ຣາ,​ແລະ ເພ່ິ່ນໄດ້ອາໄສຢູ່­ເມືອງ​ຮາໂຣເຊັດຂອງຄົນຕ່າງຊາດ.
\v 3 ຄົນ​ອິສ​ະ​ຣາເອນໄດ້ຮ້ອງຂໍ ຫາພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ເພາະວ່າ ສິເສຣາ ມີລົດຮົບເຫລັກ​ເກົ້າ​ຮ້ອຍ​ຄັນ ແລະ​ ລາວໄດ້​ບີບ​ບັງ­ຄັບຂົ່ມເຫັງຄົນ​​ອິ​ສ​ະ​ຣາເອນດ້ວຍກຳລັງ ເປັນເວລາຊາວ​ປີ.
\s5
\v 4 ໃນ​ເວ­ລາ​ນັ້ນ ນາງ​ເດ­ໂບ­ຣາ, ​ຜູ້­ເຜີຍພຣະຄັມ (ເມຍ​ຂອງ​ລັບ­ປີ­ໂດດ), ເປັນຜູ້ນໍາພາການຕັດສິນການປົກ­ຄອງ​ໃນ​ອິ​ສ​ະ​ຣາເອນ.
\v 5 ນາງເຄີຍນັ່ງ​ຢູ່​ກ້ອງ​ຕົ້ນ­ຕານ​ຂອງ​ເດ­ໂບ­ຣາ ຢູ່​ລະ­ຫວ່າງ­​ເມືອງ​ຣາ­ມາ ແລະ ​ເມືອງ​ເບັດ­ເອນ ໃນເຂດເນີນພູແຫ່ງເອຟຣາອິມ, ແລະ ຄົນ​ອິ​ສ​ະ​ຣາເອນ ກໍມາຫານາງ ເພື່ອ​ໃຫ້​ນາງ​ແກ້ໄຂຂໍ້ຂັດແຍ້ງຂອງພວກເຂົາ.
\s5
\v 6 ນາງໄດ້ສົ່ງ​ບາ­ຣາກ ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ ທີ່​ມາ​ຈາກ​ເມືອງ​ເກ­ເດັດ​ໃນ​ແຂວງ​ເນັບ­ທາ­ລີ. ນາງກ່າວ​ວ່າ, “ພຣະຢາເວ, ພຣະເຈົ້າຂອງ​​ອິ​ສ​ະ​ຣາເອນ, ​ໄດ້​ຊົງສັ່ງ​ແກ່​ເຈົ້າ​ວ່າ, ຈົ່ງໄປທີ່ພູ​ຕາໂບ, ແລະ ເກນ​ເອົາ​ພວກ​ຜູ້­ຊາຍ​ສິບ​ພັນ​ຄົນ​ຈາກເມືອງ​ເນັບ­ທາ­ລີ ແລະ​ ເຊ­ບູໂ­ລນ ໄປກັບພວກເຈົ້າ.
\v 7 ສ່ວນ​ເຮົາ​ຈະ​ເຮັດ­ໃຫ້​ສີ­ເສ­ຣາ, ຜູ້ບັນຊາການແມ່­ທັບ​ຂອງ​ຢາ­ບິນ​ ມາພົບເຈົ້າຢູ່​ແມ່ນໍ້າ​ກີ­ໂຊນ, ພ້ອມດ້ວຍລົດຮົບ ແລະ ກອງທັບຂອງທ່ານ, ແລະ ເຮົາ​ຈະ­ໃຫ້​ໄຊ​ຊະ­ນະແກ່ເຈົ້າ.”
\s5
\v 8 ບາ­ຣາກ ​ໄດ້​ເວົ້າ​ຕໍ່​ນາງ​ວ່າ, “ຖ້າເຈົ້າໄປ​ກັບ​ຂ້ອຍ, ຂ້ອຍຈະໄປ, ແຕ່­ວ່າ​ເຈົ້າ​ຈະ​ບໍ່­ໄປກັບຂ້ອຍ, ຂ້ອຍຈະບໍ່ໄປ”
\v 9 ນາງ​ກ່າວວ່າ, “ ​ຂ້ອຍຈະໄປກັບເຈົ້າຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ເຈົ້າຈະໄປຈະບໍ່ນຳໄປສູ່ກຽດສັກສີຂອງເຈົ້າ, ເພາະ­ວ່າ​ພຣະຢາເວ ຈະ​ຊົງຂາຍ​ສີ­ເສ­ຣາ​ໄວ້​ໃນ​ກຳ­ມື​ຂອງ​ແມ່­ຍິງ​ຄົນ​ຫນຶ່ງ” ແລ້ວ​ນາງ​ເດ­ໂບ­ຣາ​ກໍ​ລຸກໄປ​​ກັບ​ບາຣາກເຖິງເມືອງ​ເກ­ເດັດ.
\s5
\v 10 ບາ­ຣາກ​ໄດ້​ເອີ້ນພວກຄົນຈາກ​​ເຊ­ບູ­ໂລນ ແລະ ​ເນັບ­ທາ­ລີ ​ໃຫ້​ເຕົ້າໂຮມກັນທີ່​ເມືອງ​ກ­າເດັດ. ສິບພັນຄົນຕິດຕາມລາວ, ແລະ ​ນາງ​ເດ­ໂບ­ຣາ​ກໍ​ໄປກັບລາວ.
\s5
\v 11 ໃນ​ຂະ­ນະ​ນັ້ນ ເຮ­ເບ​ (ຄົນເກ­ນິດ) ໄດ້ແຍກຕົວອອກຈາກຄົນເກນິດ ເພາະ​ເພິ່ນ​ໄດ້​ແຍກ​ຫນີ​ຈາກ​ພວກ​ເກ­ນິດ​ທີ່​ເປັນ​ເຊື້ອ­ສາຍ​ໂຮ­ບັບ ຜູ້​ເປັນ(​ພໍ່­ເຖົ້າ​ຂອງ​ໂມເຊ) ແລະ ເຂົາໄດ້ຕັ້ງຕູບຜ້າເຕັນຂອງລາວໃກ້ຕົ້ນໂອ໊ກໃນຊາອານັນນິມ ໃກ້ເມືອງເກເດັດ.
\s5
\v 12 ເມື່ອພວກເຂົາບອກ​ສີ­ເສ­ຣາ​ວ່າ, “ບາ­ຣັກ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ໄດ້​ຂຶ້ນໄປ​ເຖິງ​ພູ​ຕາ­ໂບ​ແລ້ວ.”
\v 13 ສ່ວນ​ສີ­ເສ­ຣາ​ກໍເອີ້ນ​ເອົາ​ລົດ­ຮົບທັງຫມົດ, ຊື່ງເປັນລົດຮົບເຫລັກ​ເກົ້າ​ຮ້ອຍ​ຄັນ, ແລະ ທະຫານ​ທັງ​ຫມົດທີ່ຢູ່ໃກ້ກັບລາວ, ຍົກ­ທັບ​ອອກ­ຈາກ​ເມືອງ​ຮາ­ໂຣ­ເຊັດແຫ່ງ ຮາ­ໂກຢືມຂອງຄົນຕ່າງຊາດ ໄປເຖິງແມ່ນໍ້າ​ກີໂຊນ.
\s5
\v 14 ນາງ​ເດ­ໂບ­ຣາ​ໄດ້ກ່າວຕໍ່​ບາ­ຣັກ​ວ່າ, “ຈົ່ງ​ອອກ​ໄປ! ເພາະ ມື້­ນີ້​ເປັນ​ມື້​ທີ່​ພຣະຢາເວ ​ຊົງ​ມອບໄຊຊະ­ນະແກ່ເຈົ້າເຫນືອ ສີ­ເສ­ຣາ. ພຣະຢາເວບໍ່ໄດ້​ຊົງ­ນຳ​ຫນ້າ​ເຈົ້າບໍ່?”. ດັ່ງ­ນັ້ນ ບາ­ຣາກໄດ້ລົງຈາກພູເຂົາຕາໂບ ພ້ອມດ້ວຍ​ທະ­ຫານ​ສິບ​ພັນ​ຄົນຕິດຕາມລາວໄປ.
\s5
\v 15 ພຣະ­­ຢາເວ ໄດ້​ຊົງ​ເຮັດໃຫ້ກອງທະຫານຂອງ​ສີ­ເສ­ຣາ ສັບສົນ, ພ້ອມທັງ​ລົດຮົບທັງຫມົດຂອງເຂົາ ແລະ​ ກອງທະຫານທັງລົດ­ຮົບຂອງເຂົາກໍມີ​ວຸ້ນ­ວາຍ​ເຊັ່ນກັນ. ຄົນຂອງບາຣັກ ໄດ້ໂຈມຕີພວກເຂົາ ແລະ ສີ­ເສ­ຣາ​ຈຶ່ງລົງອອກ­ຈາກ​ລົດ­ຮົບ ແລະ​ແລ່ນ​ຫນີ​ໄປ.
\v 16 ແຕ່​ບາ­ຣາກ​ໄດ້​ໄລ່​ຕິດ­ຕາມ​ລົດ­ຮົບ ແລະ​ກອງ­ທະ­ຫານ​ໄປ ຈົນ​ຮອດ​ເມືອງ​ຮາ­ໂຣ­ເຊັດແຫ່ງຮາ­ໂກ­ຢິມຂອງຄົນຕ່າງຊາດ, ແລະ ກອງທະ­ຫານ​​ຂອງ​ສີ­ເສ­ຣາ​ທັງ​ຫມົດໄດ້​ຖືກ​ຂ້າ​ຕາຍ​ດ້ວຍຄົມດາບ, ແລະ ບໍ່​ເຫລືອ​ຈັກ​ຄົນ.
\s5
\v 17 ສ່ວນ​ສີ­ເສ­ຣາ ໄດ້​ແລ່ນຫນີ​ໄປ​ທີ່​ຕູບຜ້າ​ເຕັນ​ຂອງ​ນາງ​ຢາ­ເອນ ເມຍ​ຂອງ​ເຮ­ເບ​ຊາວ​ເກ­ນິດ, ເພາະວ່າມີຄວາມສະຫງົບສຸກລະຫວ່າງ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ­ຄົວ​ເຄີຍ​ຜູກ​ສຳ­ພັນ​ກັບ​ຢາ­ບິນ​ກະສັດ​ແຫ່ງ​ຮາ­ໂຊ​, ແລະ ວົງວານຂອງເຮເບຄົນເຄນີ.
\v 18 ນາງ​ຢາ­ເອນ​ໄດ້​ອອກໄປ​ພົບ​ສີ­ເສ­ຣາ ແລະ ​ເວົ້າ​ກັບລາວວ່າ, “ເຊີນ​ຫັນມາທາງນີ້, ເຈົ້ານາຍຂອງຂ້ອຍ; ຫັນມາທາງຂ້ອຍ ແລະ ​ບໍ່​ຕ້ອງ​ຢ້ານ​ຫຍັງ​ເລີຍ”. ດັ່ງນັ້ນ ລາວຈ່ຶ່ງຫັນໄປຫານາງ ແລະ ເຂົ້າໄປໃນຕູບຜ້າເຕັນຂອງນາງ, ແລະ ນາງ​ຈຶ່ງ​ປົກຄຸມຕົວ​ລາວດ້ວຍ​ຜ້າຫົ່ມ.
\s5
\v 19 ລາວໄດ້​ເວົ້າ​ຕໍ່​ນາງ​ວ່າ, “ຂໍໃຫ້ຂ້ອຍ​ດື່ມ­ນ້ຳ​ແດ່ ເພາະ­ວ່າ​ຂ້ອຍ​ຫີວ​ນ້ຳ​ຫລາຍ” ນາງ​​ຈຶ່ງເປີດກະ​ຖົງ​ຫນັງທີ່ໃສ່ນ້ຳ​ນົມ​ ແລະໃຫ້ລາວ​ດື່ມ, ແລະ ຫລັງຈາກນັ້ນ ນາງກໍ່ປົກຄຸມລາວ​ອີກ.
\v 20 ລາວເວົ້າກັບ​ນາງ​ອີ​ກວ່າ, “ ຂໍໃຫ້ຢືນ­ຢູ່ທາງເຂົ້າ​ຜ້າ​ເຕັນ​, ຖ້າ​ມີ­ຄົນ​ມາ​ຖາມເຈົ້າ­ວ່າ ມີ­ໃຜຢູ່ທີ່ນີ້​ບໍ? ໃຫ້​ບອກ​ເຂົາ​ວ່າ ບໍ່­ມີ​.”
\s5
\v 21 ຫລັງຈາກນັ້ນ, ນາງຢາເອນ (ເມຍຂອງເຮເບ) ໄດ້ເອົາຂໍເຫລັກຂອງຜ້າເຕັນ ແລະຄ້ອນຕີອັນຫນຶ່ງຢູ່ໃນມືຂອງລາວ ແລະ ໄດ້ແອບເຂົ້າໄປຫາລາວຢ່າງລັບໆ, ເພາະລາວ​ນອນ​ຫລັບ​ສະ­ຫນິດ, ແລະ ນາງ​ກໍ​ເອົາ​ຄ້ອນ​ຕີຕອກຂໍເຫລັກ​ຕູບຜ້າ​ເຕັນໃສ່​ຂະ­ຫມັບ​ຂອງ​ລາວ​ຈົນ​ຊອດ​ຮອດ​ຂີ້ດິນ, ແລະລາວໄດ້ເສຍຊີວິດ.
\v 22 ໃນຂະນະທີ່ ​ບາ­ຣັກ​ມາ​ຊອກ­ຫາ​ສີ­ເສ­ຣາ, ນາງ​ຢາ­ເອນ​ກໍ​ອອກ​ໄປ​ພົບ​ລາວ ແລະ​ເວົ້າກັບລາວ​ວ່າ “ເຊີນ​ມາ​ທາງ​ນີ້ ຂ້ານ້ອຍ​ຈະ­ຊີ້ໃຫ້​ທ່ານເຫັນ​ຜູ້​ທີ່​ທ່ານ​ກຳ­ລັງ​ຊອກ­ຫາ” ດັ່ງ­ນັ້ນ ລາວ​ຈຶ່ງ​ເຂົ້າ­ໄປ​ກັບ​ນາງ ແລະ​ພົບ​ສີ­ເສ­ຣາ​ນອນ​ຕາຍ​ຢູ່ທີ່ນັ້ນ, ໂດຍ​ມີຂໍ​ຫລັກ​​ສຽບ​ຂະຫມັບ​ຂອງລາວ.
\s5
\v 23 ດັ່ງນັ້ນ ໃນ​ມື້​ນັ້ນ ພຣະ­ເຈົ້າ​ຊົງ​ເຮັດ­ໃຫ້​ເຈົ້າ​ຊີ­ວິດ​ຢາ­ບິນພ່າຍແພ້, ຕໍ່ຫນ້າຄົນ​ການາ­ອານ​.
\v 24 ກຳລັງຂອງຄົນ​ອິ​ສ​ະ​ຣາເອນໄດ້ເຂັ້ມແຂງຂຶ້ນ ແລະ ເຂັ້ມແຂງຂຶ້ນ​ຕໍ່­ສູ້ກັບ​ຢາ­ບິນ ເຈົ້າຊີວິດແຫ່ງ­ການາ­ອານ ຈົນ​ພວກ­ເຂົາ​ໄດ້​ທຳ­ລາຍ​ພຣະ​ອົງ​ເສຍສິ້ນ.
\s5
\c 5
\cl ບົດທີ 5
\p
\v 1 ໃນ​ມື້​ນັ້ນ ນາງ​ເດ­ໂບ­ຣາ ແລະ​ບາ­ຣັກ​ຜູ້​ເປັນ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ໄດ້​ຮ້ອງ­ເພງນີ້​ວ່າ,
\v 2 ເມື່ອພວກຜູ້ນຳໄດ້ນຳຫນ້າ​ອິ​ສ​ະ​ຣາເອນ​, ເມື່ອປະຊາຊົນອາສາສະຫມັກໄປສູ້­ຮົບ​ເສິກດ້ວຍຄວາມຍິນດີພວກ­ເຮົາຂໍສັນຣະເສີນພຣະອົງ!
\s5
\v 3 ທ່ານກະສັດທັງຫລາຍ​ຈົ່ງ​ຟັງ​ເຖີ້ນ! ແລະ​ເຈົ້າ​ຜູ້ນຳທັງຫລາຍ​ຈົ່ງ​ຟັງ​ດ້ວຍ! ຂ້າ­ນ້ອຍ​ຈະ​ຮ້ອງ­ເພງຖວາຍ​ແດ່​ພຣະຢາເວ, ຂ້ານ້ອຍຈະຮ້ອງເພັງສັນຣະເສີນແດ່ພຣະຢາເວ, ພຣະເຈົ້ຂອງ​​ອິ​ສ​ະ​ຣາເອນ.
\v 4 ຂ້າ​ແດ່​ພຣະ­ຢາເວ ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ຈາກ​ພູ​ເສ­ອີ, ເມື່ອພຣະອົງໄດ້​ສະ­ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ­ໂດມ​ນັ້ນ, ແຜ່ນ­ດິນ​ກໍ​ສັ່ນສະເທືອນ, ທ້ອງຟ້າກໍສັ່ນສະເທືອນ, ກ້ອນ​ເຝື້ອ ກໍໄດ້ຖອກເທນໍ້າຝົນລົງມາ.
\s5
\v 5 ພູເຂົາໄດ້ສັ່ນໄຫວຕໍ່ຫນ້າ​​ພຣະ­ຢາເວ; ​ແມ່ນແຕ່​ພູ​ຊີ­ນາຍກໍສັ່ນໄຫວຕໍ່ຫນ້າ​ພຣະຢາເວ, ພຣະ­ເຈົ້າຂອງ​ພວກ​​ອິ​ສ​ະ​ຣາເອນ.
\v 6 ໃນ​ສະ­ໄຫມ​ຂອງ​ຊຳ­ຄາ (ລູກ­ຊາຍ​ຂອງ​ອາ­ນາດ​), ໃນ​ສະ­ໄຫມຂອງ​ຢາ­ເອນ, ເສັ້ນທາງຫລວງຕ່າງໆ ກໍຖືກປະຖິ້ມ, ແລະ ຄົນເຫລົ່ານັ້ນຜູ້​ທີ່​ເຄີຍ​ສັນ­ຈອນ​ໄປ​ມາ​ກໍ​ທຽວ​ທາງ​ໂຄ້ງເທົ່ານັ້ນ.
\s5
\v 7 ໃນ​ອິ​ສ​ະ​ຣາເອນ ມີນັກຮົບບໍ່ເທົ່າໃດຄົນ, ຈົນກວ່າ ຂ້ານ້ອຍເດ­ໂບ­ຣາ​ ໄດຮັບພຣະບັນຊາ ຜູ້ເປັນແມ່ຄົນຫນຶ່ງ ໄດ້ຮັບພຣະບັນຊາໃນ​ພວກ​​ອິ​ສ​ະ​ຣາເອນ.
\v 8 ເມື່ອ​ພວກເຂົາໄດ້​ເລືອກ​ນັບຖືພຣະໃຫມ່, ໄດ້ມີການຕໍ່ສູ້ກັນທີ່ປະຕູເມືອງ ແລະ ແຕ່­ວ່າ​ບໍ່ມີໂລ້ ຫລືຫອກທີ່ເຫັນ ໃນ​ຈຳ­ນວນ​ພວກ​ຜູ້­ຊາຍ​​ອິສ​ະ​ຣາເອນ​ສີ່​ສິບ​ພັນ​ຄົນ​ນີ້.
\s5
\v 9 ຈິດ­ໃຈ​ຂອງ​ຂ້ານ້ອຍ ອອກໄປຫາຜູ້ບັນຊາການຂອງ​ອິ​ສ​ະ​ຣາເອນ, ພ້ອມກັບ​ປະ­ຊາ­ຊົນ​ທີ​​່ອາ­ສາ​ສະ­ຫມັກດ້ວຍຄວາມຍິນດີ ພວກເຮົາຈົ່ງ​ສັນ­ຣະ­ເສີນ​ພຣະຢາເວສຳລັບພວກເຂົາ.
\v 10 ຈົ່ງ​ຄິດ​ເຖິງ​ເລື່ອງ​ນີ້ ພວກ​ທ່ານຜູ້ທີ່​ຂີ່​ລໍ​ສີຂາວ ທີ່​ນັ່ງ​ຢູ່​ເທິງ​ອານ, ແລະ ພວກທ່ານ​ຜູ້​ທີ່​ຍ່າງ​ໄປ​ມາຕາມເສັ້ນທາງ.
\s5
\v 11 ຈົ່ງ​ຟັງສຽງຂອງຄົນເຫລົ່ານັ້ນ ທີ່ຮ້ອງເພງຢູ່ສະຖານທີ່ຕັກນໍ້າ. ທີ່ນັ້ນພວກເຂົາບອກອີກເທື່ອຫນຶ່ງເຖິງພັນທະກິດທີ່ຊອບທັມຂອງ​ພຣະຢາເວ, ແລະ ການກະທຳທີ່ຊອບທັມຂອງພວກນັກຮົບຂອງພຣະອົງໃນ​ອິ​ສ​ະ​ຣາເອນ. ແລ້ວພວກ​ໄພ່​ພົນ​ຂອງ​ພຣະ­ຢາເວ ​ກໍ­ພາ­ກັນ​ຍ່າງ​ລົງ​ໄປ​ທີ່ປະຕູ​ເມືອງ​ນັ້ນ.
\s5
\v 12 ຈົ່ງ​ຕື່ນ​ເຖີ້ນ, ຕື່ນຂື້ນເຖີ້ນ, ນາງ​ເດ­ໂບ­ຣາ! ຈົ່ງ​ຕື່ນ​ເຖີ້ນ, ຕື່ນຂື້ນມາ​ຮ້ອງ­ເພງ! ຈົ່ງ​ຕື່ນ​ເຖີ້ນ, ບາ­ຣັກ​ລູກ­ຊາຍ​ຂອງ​ອາ­ບີ­ໂນ­ອາມ​ເອີຍ, ຈັບເອົາ​ພວກ​ຊະ­ເລີຍ​ຂອງທ່ານ​ອອກ​ໄປ.
\v 13 ແລ້ວ​ຜູ້ລອດຊີວິດ ໄດ້ລົງມາຫາບັນດາຜູ້ມີກຽດສັກສີ; ພວກ​ໄພ່​ພົນ​ຂອງ​ພຣະ­ຢາເວ ​ກໍ​ຟ້າວ​ເຂົ້າ​ມາຂ້ານ້ອຍພ້ອມດ້ວຍພວກຮົບ.
\s5
\v 14 ພວກ­ເຂົາ​ມາ​ຈາກເອຟຣາອິມ, ຜູ້ທີ່ຮາກເຫງົ້າຂອງພວກເຂົາຢູ່ໃນອາມາເຫລັກ; ຄົນ​ເບັນ­ຢາ­ມິນໄດ້ຕິດຕາມທ່ານໄປ. ຈາກຜູ້ບັນຊາການໄດ້ລົງມາຈາກ​ມາ­ກີ, ແລະ​ຄົນເຫລົ່ານັ້ນ ຜູ້ຊຶ່ງຖືທຸງຂອງນາຍທະຫານ​ນາຍ​ທະ­ຫານ​ມາຈາກ​ເຊບູໂລນ.
\s5
\v 15 ​ພວກ­ຜູ້­ນຳ​ຂອງ​ຂ້ານ້ອຍໃນເຜົ່າອິດ­ຊາ­ຄາ​ ກໍ​ມາ​ນຳ​ເດ­ໂບ­ຣາ; ແລະ ​ອິດ­ຊາ­ຄາ ​ໄດ້ຢູ່ກັບ​ບາ­ຣາກ ຊຶ່ງຕິດຕາມເຂົາເຂົ້າໄປ​ໃນ​ຮ່ອມ­ພູພາຍໃຕ້ຄຳສັ່ງຂອງເຂົາ. ມີການ​ຕັດ­ສິນ­ໃຈຄັ້ງຍິ່ງໃຫ່ຍທ່າມກາງ​​ຕະ­ກູນຕ່າງໆຂອງ​ຣູ­ເບັນ​.
\s5
\v 16 ເປັນ­ຫຍັງ​ພວກ­ເຈົ້າ​ຈຶ່ງ​ນັ່ງຢູ່​ລະຫວ່າງເຕົາໄຟ, ເພື່ອ​ຟັງ​ຄົນ​ລ້ຽງແກະເປົ່າແກ​ເອີ້ນ​ຝູງ​ສັດຂອງພວກເຂົາຟັງ? ສ່ວນຕະ­ກູນ​ຣູ­ເບັນຕ່າງໆ ​ໄດ້ມີການ​ຕັດ­ສິນ­ໃຈຄັ້ງຍິ່ງໃຫ່ຍ.
\s5
\v 17 ສ່ວນ​ກິ­ເລ­ອາດ​ນັ້ນ​ໄດ້ອາໄສ​ຢູ່ອີກຝາກຫນຶ່ງຂອງ​ແມ່­ນ້ຳ ຈໍ­ແດນ; ແລະ​​ດານ, ເປັນຫຍັງລາວຈຶ່ງຂີ່ເຮືອໄປ? ​ອາ­ເຊ​ຍັງຄົງ​ຢູ່​ຕາມ​ແຄມ​ທະ­ເລ ແລະອາໄສຢູ່ໃກ້ທ່າເຮືອຂອງພວກເຂົາ.
\v 18 ​ເຊ­ບູໂ­ລນເປັນເຜົ່າທີ່ສ່ຽງຊີວິດຂອງພວກເຂົາທີ່ນຳໄປສູ່ຄວາມຕາຍ, ແລະ​ເນັບ­ທາ­ລີ, ກໍເຊັ່ນກັນ, ​ຢູ່​ຕາມ​ສະຫນາມຮົບ.
\s5
\v 19 ບັນດາເຈົ້າຊີວິດໄດ້ມາ, ພວກ​ເຂົາກໍໄດ້​­ສູ້ຮົບກັນ; ເຈົ້າຊີວິດທັງຫລາຍຂອງການາ­ອານໄດ້ສູ້ຮົບທີ່​ຕາ​ນາກ​ໃກ້​ນ້ຳ​ຫ້ວຍ​ເມ­ກິດ­ໂດ. ແຕ່ພວກເຂົາ​​ບໍ່­ໄດ້​ຢຶດ​ເອົາ​ເງິນ​ຄຳ​ໄປ​ນຳ.
\v 20 ເຫລົ່າດວງ​ດາວ​ ໄດ້ສູ້ຮົບຈາກທ້ອງຟ້າ, ​ຈາກວິທີຂອງດາວເຫລົ່ານັ້ນ ຂ້ວາມຜ່ານທ້ອງຟ້າ ດາວເຫລົ່ານັ້ນໄດ້ສູ້ຮົບກັບ​ສີເສຣາ.
\s5
\v 21 ແມ່​ນ້ຳ​ກີ­ໂຊນ​ໄດ້ພັດ​ກວາດລ້າງພວກເຂົາອອກ​ໄປ, ຊຶ່ງ​ເປັນ​ສາຍ­ນ້ຳ​​ດັ້ງ­ເດີມ, ແມ່ນໍ້າກີໂຊນ. ຈົ່ງເດີນຫນ້າໄປຈິດວິນຍານຂອງຂ້ອຍ, ຈົ່ງເຂັ້ມແຂງເຖີ້ນ.
\v 22 ແລ້ວສຽງຄ້ອງມ້າ​ທັງ­ຫລາຍທີ່ກຳລັງ​ແລ່ນ​ມາ, ການແລ່ນມາຂອງບັນດາຜູ້ເກ່ງກ້າຂອງເຂົາ.
\s5
\v 23 ​ສາບ­ແຊ່ງ​ເມຣົດ! ທູດສະຫວັນຂອງພຣະຢາເວໄດ້ກ່າວວ່າ 'ແນ່ນອນ ຈົ່ງສາບແຊ່ງ​ຜູ້​ອາ­ໄສ​ຢູ່­ໃນ​ເມືອງ​ນັ້ນ ເພາະ​ພວກ­ເຂົາ​ບໍ່­ໄດ້​ມາ​ຊ່ວຍ​ຝ່າຍ​ພຣະ­ຢາເວ, ເພື່ອຊ່ວຍພຣະຢາເວ ໃນການສູ້­ຮົບກັບພວກນັກຮົບທີ່ເກັ່ງກ້າ'.
\s5
\v 24 ນາງ​ຢາ­ເອນ ໄດ້ຮັບພຣະ­ພອນຫລາຍກວ່າຍິງອຶ່ນໆທັງຫມົດ, ຢາເອນ (​ເມຍ​ຂອງ​ເຮ­ເບ​ຄົນ​ເກ­ນິດ) ນາງໄດ້ຮັບການສັນຣະເສີນຍິ່ງກວ່າ​ຜູ້­ຍິງທັງຫມົດ­ທີ່​ຢູ່­ອາໄສຢູ່ໃນຕູບຜ້າ​ເຕັນ.
\v 25 ຊາຍຄົນນັ້ນໄດ້ຂໍ​ດື່ມ­ນ້ຳ, ແລະ ນາງ​ຢາ­ເອນ​ກໍ​ເອົາ​ນ້ຳ​ນົມ​ໃຫ້​ດື່ມ​ແທນ; ນາງໄດ້ເອົາເນີຍໃສ່ຈານອັນສວຍງາມ ສຳລັບເຈົ້າຊາຍ.
\s5
\v 26 ນາງໄດ້ຂໍຂອງເຕັນໄວ້ໃນມືຂອງນາງ, ແລະມືຂວາຂອງນາງໄດ້ຖືໄມ້ຄ້ອນຕີ; ນາງໄດ້ຂ້າສີ­ເສ­ຣາດ້ວຍຄ້ອນຕີອັນນັ້ນ, ນາງ​ຕີ​ສີ­ເສ­ຣາ​ຈົນ​ຫົວ​ແຕກ. ນາງແທງ​ຂະ­ຫມັບ​ຈົນ​ຊອດຫົວຂອງລາວໄປອີກຂ້າງຫນຶ່ງ.
\v 27 ສ່ວນ​ສີ­ເສ­ຣາ​ກໍ​ລົ້ມ­ລົງ ຢູ່ລະຫວ່າງຕີນຂອງນາງ, ​ສີ­ເສ­ຣາ​ລົ້ມ­ລົງ ແລະນອນຢູ່ບ່ອນນັ້ນ. ລາວຢູ່ລະຫວ່າງຕີນຂອງນາງ. ສະຖານທີ່ລາວລົ້ມລົງເປັນທີ່ຊຶ່ງເຂົາໄດ້ຖືກຂ້າຢ່າງທາລຸນ.
\s5
\v 28 ​ແມ່​ຂອງ​ສີ­ເສ­ຣາ​ກໍ​ຫລຽວ​ອອກ​ມາ​ທາງ​ປ່ອງ­ຢ້ຽມແມ່ຂອງ ລາວ​ຈອບ­ເບິ່ງ​ຜ່ານຊ່ອງ​ຂອງ​ຕາ­ຫນ່າງອອກໄປ ແລະນາງຮ້ອງໃຫ້ດ້ວຍຄວາມໂສກເສົ້າໃຈ, “ເປັນ­ຫຍັງ​ລົດ­ຮົບ​ຂອງ​ສີ­ເສ­ຣາ​ຈຶ່ງ​ມາ​ຊ້າ​ແທ້? ເປັນ­ຫຍັງສຽງຄ້ອງ​ມ້າ​ຂອງ​ລາວ​ຈຶ່ງ​ນານ​ກັບ​ມາ​ແທ້?”
\s5
\v 29 ບັນດາເຈົ້າຍິງ​ທີ່ແສນ​ສະ­ຫລາດ ນາງຕອບ​ວ່າ, ແລະ​ນາງ​​ກໍ​ໃຫ້ຄຳຕອບ​ກັບຕົວ​ເອງ​ຢູ່​ເຫມືອນກັນ.
\v 30 “ພວກ­ເຂົາ​ອາດບໍ່ໄດ້​ພົບເຫັນ ແ​ລະ ຍັງບໍ່ໄດ້​ແບ່ງ­ປັນ​ຂອງທີ່ລັກມາ ຫລືບໍ? ຜູ້​ຍິງ​​ຫນຶ່ງຄົນ, ສອງ​ຄົນ​ສຳລັບຜູ້ຊາຍ​ທຸກ​ຄົນ; ຂອງທີ່ໄດ້ລັກມາທີ່ເປັນ​ເສື້ອ­ຜ້າ​ສຳລັບສີ­ເສ­ຣາ, ຂອງທີ່ລັກມາທີ່ເປັນຍ້ອມສີແສ່ວລວດລາຍ, ຜ້າຍ້ອມສີທີ່ແສ່ວລວດລາຍສອງຜືນສຳລັບຄ້ອງຄໍຂອງຜູ້ທີ່ລັກມາບໍ”.
\s5
\v 31 ດ່ັງນັ້ນ ຂ້າແຕ່ພຣະຢາເວ ຂໍໃຫ້ສັດຕຣູທັງສິ້ນຂອງພຣະອົງຈົງຈິບຫາຍໄປ, ແຕ່ບັນດາຜູ້ທີ່ເປັນມິດຂອງພຣະອົງ ຈະເປັນເຫນືອນດັ່ງກັບດວງອາທິດຂື້ນໃນແສງແຮງກ້າ"ແລ້ວແຜ່ນດິນນີ້ ໄດ້ມີຄວາມສະຫງົບສຸກ ເປັນເວລາສີ່ສີບປີ".
\s5
\c 6
\cl ບົດທີ 6
\p
\v 1 ຄົນ​​ອິ​ສ​ະ​ຣາເອນ​ໄດ້​ເຮັດ​ບາບ​ໃນສາຍຕາຂອງ​ພຣະ­­ຢາເວ, ແລະພຣະອົງໄດ້​ຊົງ​ມອບ​ພວກ­ເຂົາ​ໄວ້​ໃນ​ກຳ­ມື​ຂອງຄົນມີ­ດີ­ອານ​ເປັນ​ເວ­ລາ​ເຈັດ​ປີ.
\v 2 ຝ່າຍຜູ້ມີອຳນາດຂອງຄົນມີ­ດີ­ອານ​ກໍ​ໄດ້ກົດຂີ່ຄົນ​ອິ​ສ​ະ​ຣາເອນ. ເພາະວ່າຄົນມີດີອານ, ຄົນ​ອິ​ສ​ະ​ຣາເອນ ຈຶ່ງຕ້ອງສ້າງທີ່ພັກອາໄສສຳລັບພວກເຂົາເອງ ຕາມທີ່ຫລົບ​ລີ້ຕ່າງໆໃນຮ່ອມພູ, ­ໃນ​ຖ້ຳຕ່າງໆ ແລະ​ໃນ​ບ່ອນທີ່ກຳລັງເຂັ້ມແຂງຕ່າງໆ.
\s5
\v 3 ເຫດການໄດ້ບັງເກີດຂຶ້ນທຸກ​ເທື່ອ​ທີ່ຄົນ​​ອິ​ສ​ະ​ຣາເອນ​ຫວ່ານ​ພືດຂອງເຂົາເຈົ້າ, ຄົນ​ມີ­ດີ­ອານ​ ແລະຄົນອາມາເຫລັກ ແລະຄົນມາຈາກທິດຕາເວັນອອກ ກໍ​ມາ​ບຸກ­ໂຈມ­ຕີ​ຄົນ​ອິ​ສ​ະ​ຣາເອນ.
\v 4 ພວກ​ເຫລົ່າ​ນີ້​ພາ­ກັນ​ຕັ້ງ­ຄ້າຍ​ພັກ​ຂອງພວກເຂົາຢູ່ແຜ່ນດິນ​ນັ້ນ ແລະ​ທຳ­ລາຍ​ຜົນ­ລະ­ປູກ​ຕ່າງໆ, ຕະຫລອດທາງໄປເຖິງເມືອງ​ກາ­ຊາ. ພວກ­ເຂົາ​ບໍ່­ໄດ້​ປະອາຫານ­ໃດ​ເລີຍ​ເຫລືອ​ໄວ້​ໃຫ້ ຄົນ​ອິສ​ະ​ຣາເອນ, ແລະບໍ່ມີຝຸງ​ແກະ​ ຫລື ບໍ່ມີຝຸງງົວ​ ຫລື ຝູງລໍ​.
\s5
\v 5 ເມື່ອໃດກໍຕາມພວກເຂົາ ແລະຝູງສັດລ້ຽງ ແລະ ຕູບຜ້າເຕັນຂອງພວກເຂົາຂຶ້ນມາ, ພວກເຂົາກໍ​ໄດ້​ບຸກ​ເຂົ້າ​ມາ​ເຫມືອນ​ດັ່ງ​ຝູງ​ຕັກ­ແຕນ, ແລະບໍ່ສາມາດ​ນັບປະຊາຊົນ ຫລື ອູດຂອງພວກເຂົາໄດ້. ພວກເຂົາບຸກເຂົ້າມາ ເພື່ອທຳລາຍແຜ່ນດິນນັ້ນ.
\v 6 ຍ້ອນ​ຄົນມີ­ດີ­ອານທຳລາຍ ຄົນ​​ອິ​ສ​ະ​ຣາເອນ​ຈຶ່ງ​ອ່ອນກຳລັງລົງຫລາຍ ຈົນຄົນ​ອິ​ສ​ະ​ຣາເອນ​​ພາ­ກັນ​ຮ້ອງ​ທູນຂໍຄວາມຊ່ວຍເຫລືອຕໍ່​ຈາກ​ພຣະຢາເວ.
\s5
\v 7 ເມື່ອຄົນ​ອິ​ສ​ະ​ຣາເອນຮ້ອງ​ທູນ​ຕໍ່​ພຣະ­­ຢາເວ ຍ້ອນ​ການ​ຮຸກ­ຮານ​ຂອງຄົນ​ມີ­ດີ­ອານ​ນັ້ນ.
\v 8 ພຣະ­ຢາເວ​ກໍ​ຊົງ​ໃຊ້​ຜູ້­ປະ­ກາດ­ພຣະ­ທັມ​ຜູ້​ຫນຶ່ງ​ມາ­ບອກຄົນ​ອິສ​ະ​ຣາເອນ. ຜູ້ປະກາດພຣະຄັມຄົນນັ້ນກ່າວກັບພວກເຂົາ​ວ່າ “ ນີ້ຄືຖ້ອຍຄຳພຣະຢາເວ, ​ພຣະ­­ເຈົ້າ​ຂອງຄົນ​ອິ​ສ​ະ​ຣາເອນ, ຊົງ​ກ່າວ​ວ່າ': ເຮົາ​ໄດ້​ນຳ​ພວກ​ເຈົ້າ​ອອກ​ມາ​ຈາກ​ປະ­ເທດ​ອີຢິບ; ເຮົາໄດ້ນຳພວກເຈົ້າອອກຈາກເຮືອນຂອງຂ້າທາດ.
\s5
\v 9 ເຮົາໄດ້​ຊ່ອຍ​ຊີ­ວິດ​ຂອງ​ພວກ​ເຈົ້າ​ອອກ­ຈາກ​ເງື້ອມ­ມື​ພວກ​ອີ­ຢິບ, ແລະ​ອອກ­ຈາກມືທຸກຄົນ​ຜູ້ທີ່ກົດຂີ່ຂົ່ມເຫັງ​ພວກ​ເຈົ້າ​. ເຮົາ​ໄດ້​ໄລ່​ພວກ­ເຂົາ​ຫນີ​ອອກ­ຈາກ​ພວກ​ເຈົ້າ ແລະເຮົາ​ໄດ້​ມອບ​ດິນ­ແດນ​ຂອງ​ພວກ­ເຂົາ​ໃຫ້​ແກ່​ພວກ​ເຈົ້າ.
\v 10 ເຮົາ​ບອກ​ກັບພວກ​ເຈົ້າ​ວ່າ, "ເຮົາ​ແມ່ນ​ພຣະຢາເວ ພຣະເຈົ້າ​ຂອງ​ພວກ​ເຈົ້າ; ເຮົາໄດ້ບັນຊາພວກເຈົ້າ​ບໍ່ໃຫ້ນະມັດສະການພຣະຕ່າງໆ ​​ຂອງ​ພວກ​ອະ­ໂມ­ຣີດ, ຊຶ່ງ​ພວກ​ເຈົ້າ​ກຳ­ລັງ​ອາ­ໃສ​ຢູ່­ໃນ​ດິນ­ແດນ​ຂອງ​ພວກ­ເຂົາ​ຢູ່". ແຕ່­ວ່າ​ພວກ​ເຈົ້າ​ບໍ່­ໄດ້​ເຊື່ອ​ຟັງສຽງຂອງ​ເຮົາ​ເລີຍ.”
\s5
\v 11 ໃນຂະນະນັ້ນທູດສະຫວັນຂອງ​ພຣະ­­ຢາເວ​ໄດ້​ມາ ແລະ​ນັ່ງ​ຢູ່​ກ້ອງ​ຕົ້ນໂອ໊ກ​ໃກ້​ບ້ານ​ໂອຟະຣາ, ຊຶ່ງ​ເປັນ​ບ້ານ​ຂອງ​ໂຢ­ອາດ (ຄົນ​​ອາ­ບີ­ເອ­ເຊ) ໃນຂະນະທີ່ກີ­ເດ­ໂອນ, ​ລູກ­ຊາຍ​ຂອງ​ໂຢ­ອາດ ກຳລັງແຍກເມັດສາລີ ໂດຍຟາດມັນລົງພື້ນ, ໃນ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ ເພື່ອ​ເຊື່ອງເມັດສາລີຈາກ​ພວກ​ມີດີອານ.
\v 12 ທູດສະຫວັນ​ຂອງ​ພຣະ­ຢາເວ ​ໄດ້​ປະ­ກົດ​ຕໍ່​ເຂົາ ແລະ​ເວົ້າ​ກັບເຂົາວ່າ, “ພຣະຢາເວ ຊົງສະຖິດຢູ່ກັບທ່ານ, ​ທ່ານນັກຮົບຜູ້​ກ້າ­ຫານ”.
\s5
\v 13 ຝ່າຍ​ກີ­ເດ­ໂອນ​ຈຶ່ງ​ເວົ້າ​ຕໍ່​ທູດ​ອົງ​ນັ້ນ​ວ່າ, “ ໂອ້, ເຈົ້ານາຍຂອງຂ້າ­ນ້ອຍ​, ຖ້າ​ພຣະ­ຢາເວ ​ຊົງ​ສະ­ຖິດ​ຢູ່​ນຳ​ພວກ​ຂ້າ­ນ້ອຍ​, ເປັນ­ຫຍັງ ເຫດ​ຮ້າຍ​ທັງ​ຫມົດ​ນີ້​ຈຶ່ງ​ເກີດ​ຂຶ້ນ​ແກ່​ພວກ​ຂ້າ­ນ້ອຍ? ແລະ​ການ​ອັດ­ສະ­ຈັນ​ຕ່າງໆຂອງພຣະອົງທັງຫມົດ ທີ່​ບັນພະບຸຣຸດຂອງພວກ​ຂ້າ­ນ້ອຍ​ໄດ້​ເລົ່າ​ໃຫ້​​ພວກເຮົາຟັງ​ນັ້ນຢູ່ບ່ອນ­ໃດ, ເມື່ອພວກເຂົາເວົ້າວ່າ, 'ພຣະຢາເວ ຊົງ­ນຳ​ຫນ້າ​ພວກ​ຂ້າ­ນ້ອຍ​ອອກ​ມາ​ຈາກ​ປະ­ເທດ​ອີ­ຢິບ​ນັ້ນ ແມ່ນ ຫລື ບໍ່?'. ແຕ່ບັດ­ນີ້ ພຣະ­ຢາເວ ​ຊົງ​ປະ​ຖິ້ມ​ພວກ​ຂ້າ­ນ້ອຍ​, ແລະ​ໄດ້​ມອບ​ພວກ​ຂ້າ­ນ້ອຍ​ໄວ້ໃນມືຂອງຄົນມີດີອານ.”
\s5
\v 14 ພຣະ­­ຢາເວ ຈຶ່ງ​ຊົງແນມເບິ່ງເຂົາ ແລະເວົ້າວ່າ, “ເຈົ້າ​ໄປດ້ວຍກຳລັງທີ່ເຈົ້າມີຢູ່ແລ້ວ. ຈົ່ງ​ໄປປົດປ່ອຍ​ຄົນ​ອິ​ສ​ະ​ຣາເອນ​ອອກ­ຈາກ​ກຳມືຂອງຂອງ​ຄົນ​ມີ­ດີ­ອານ. ເຮົາໄດ້ສົ່ງເຈົ້າໄປ ຫລືບໍ່?”.
\v 15 ກີ­ເດ­ໂອນ​ໄດ້​ທູນ​ພຣະອົງ​ວ່າ, “ຂໍອົງພຣະຜູ້ເປັນເຈົ້າຊົງກະລຸນນາຂ້າ­ນ້ອຍ ​ຈະ​ປົດປ່ອຍ​ຄົນ​ອິ​ສ​ະ​ຣາເອນ​ໄດ້​ຢ່າງ­ໃດ? ເບິ່ງແມ, ຄອບຄົວຂອງຂ້ານ້ອຍ ແມ່ນອ່ອນແອທີ່ສຸດໃນເຜົ່າມານາເຊ, ແລະ​ຂ້າ­ນ້ອຍ​ເອງ​ກໍ​ເປັນ​ຄົນ­ທີ່ມີ​ຄວາມ​ສຳ­ຄັນຫນ້ອຍ​ໃນເ​ຮືອນຂອງພໍ່​ຂ້ານ້ອຍ.”
\s5
\v 16 ພຣະ­­ຢາເວ ​ຈຶ່ງ​ຊົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ເຮົາຈະຢູ່ກັບເຈົ້າ​ ແລະເຈົ້າຈະຊະນະກອງທັບຄົນມີ­ດີ­ອານທັງຫມົດຄື​ກັບສູ້ຮົບກັບ​​ຄົນໆ​ດຽວ.”
\v 17 ກີ­ເດ­ໂອນ​ໄດ້​ທູນ​ພຣະອົງ​ວ່າ, “ຖ້າຫາກພຣະອົງ​ຊົງ​ໂຜດ​ເມດ­ຕາ​ຂ້າ­ນ້ອຍ, ຂໍປະທານຫມາຍສຳຄັນວ່າ​​ພຣະ­ອົງຊົງເປັນຜູ້​ສັ່ງ​ໃຫ້​ແກ່​ຂ້ານ້ອຍ.
\v 18 ຂໍຊງໂຜດເມດຕາ​ຢ່າ​ຟ້າວສະເດັດຈາກ​ບ່ອນ­ນີ້ ຈົນ​ກວ່າ​ຂ້າ­ນ້ອຍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ໃຫ້​ແກ່​ພຣະອົງ” ແລ້ວ​ພຣະ­ຢາເວຊົງ​ກ່າວ​ວ່າ, “ເຮົາ​ຈະ​ພັກ​ຢູ່​ທີ່​ນີ້​ຈົນ​ກວ່າ​ເຈົ້າ​ຈະ​ກັບ​ມາ.”
\s5
\v 19 ກີ­ເດ­ໂອນ​ ກໍໄດ້​ໄປ ແລະ ກະກຽມແບ້ຫນຸ່ມ ແລະໄດ້ເຮັດເຂົ້າຈີ່​ບໍ່­ມີ​ເຊື້ອ​ແປ້ງ​ ຈາກແປ້ງຫນຶ່ງເອຟາ. ຕໍ່​ມາເພິ່ນ​ໄດ້​ຈັດ​ຊີ້ນ​ໃສ່​ກະ­ຕ່າ, ແລະ​ນ້ຳ​ແກງ​ໃສ່​ຫມໍ້ ແລະ​ນຳ​ເອົາ​ສິ່ງ​ເຫລົ່າ­ນັ້ນ​ມາ​ມອບ​ໃຫ້ທູດສະຫວັນຂອງ​ພຣະ­ຢາເວ​ຢູ່​ກ້ອງ​ຕົ້ນສົນ.
\v 20 ຝ່າຍ​ທູດສະຫວັນຂອງພຣະ​ອົງ​ນັ້ນ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ເອົາ​ຊີ້ນ ແລະ ​ເຂົ້າ­ຈີ່​ວາງ​ໄວ້​ເທິງ​ໂງ່ນ​ຫີນ ແລ້ວ​ຖອກ​ນ້ຳ​ແກງ​ລົງ​ໃສ່”. ກີ­ເດ­ໂອນ​ກໍ​ເຮັດ​ຕາມນັ້ນ.
\s5
\v 21 ທູດສະຫວັນຂອງ​ພຣະຢາເວ ​ຊົງ​ເອົາ​ປາຍ​ໄມ້­ເທົ້າ​ຂອງ­ຕົນ​ແຕະ­ຕ້ອງ​ຊີ້ນ ແລະ​ເຂົ້າ­ຈີ່​ນັ້ນ ໃນ​ທັນ­ໃດ​ນັ້ນ ໄຟ​ໄດ້​ລຸກ­ຂຶ້ນ​ຈາກ​ໂງ່ນ​ຫີນ ແລະ​ໄຫມ້ຊີ້ນ​ກັບ​ເຂົ້າ­ຈີ່​ຈົນ​ຫມົດ ໂດຍບໍ່ມີເຊື້ອເຟີງ. ຕໍ່​ມາ​ທູດສະຫວັນ​ຂອງ​ພຣະ­ຢາເວ​ກໍ​ຫາຍ​ຕົວ​ໄປ ແລະ ກີເດໂອນ ກໍບໍ່ເຫັນເພິ່ນອີກເລີຍ.
\s5
\v 22 ກີເດໂອນກໍ​ໄດ້ເຂົ້າ​ໃຈ​ວ່າ ນີ້ແມ່ນທູດສະຫວັນຂອງພຣະຢາເວ. ​ກິເດໂອນຈຶ່ງທູນວ່າ, ໂອ້, “ພຣະ­­ຢາເວ​ຂອງ​ຂ້າ­ນ້ອຍເອີຍ! ຂ້າ­ນ້ອຍ​ໄດ້​ເຫັນທູດສະຫວັນ​ຂອງ​ພຣະ­ຢາເວ​ຕໍ່ຫນ້າ​ແລ້ວ!”
\v 23 ​ພຣະ­­ຢາເວຊົງ​ບອກ​ເພິ່ນ​ວ່າ, “ສັນຕິສຸກຈົງເກີດແກ່ເຈົ້າ! ຢ່າ​­ຢ້ານກົວເລີຍ, ເຈົ້າ​ຈະ​ບໍ່​ຕາຍ.”
\v 24 ດັ່ງນັ້ນ ​ກີ­ເດ­ໂອນ​ໄດ້​ສ້າງ​ແທ່ນ​ບູ­ຊາ​ໃຫ້​ພຣະຢາເວ​ຢູ່​ທີ່​ນັ້ນ. ເຂົາເອີ້ນແທ່ນບູຊານີ້ວ່າ, “ພຣະ­­ຢາເວຄື​ຄວາມ­ສະ­ຫງົບ­ສຸກ” ແທ່ນ​ບູ­ຊາ​ນີ້​ຍັງຄົງຕັ້ງຢູ່ທີ່ໂອຟຣາ ​ຂອງ​ຕະກູນ​ອາ­ບີ­ເອ­ເຊ​ຈົນ​ເທົ່າ​ທຸກ​ວັນ​ນີ້.
\s5
\v 25 ໃນ​ຄືນ​ນັ້ນ ພຣະ­­ຢາເວຊົງ​ບອກ​ເພິ່ນ​ວ່າ “ຈົ່ງ​ເອົາ​ງົວ­ເຖິກ​ຂອງ​ພໍ່​ເຈົ້າໄປ ແລະ​ງົວ­ເຖິກ​ໂຕ​ທີສອງ ທີ່​ມີ​ອາ­ຍຸ​ເຈັດ​ປີ, ແລະ ທຳ­ລາຍ​ແທ່ນ​ບູ­ຊາ​ຂອງພຣະ­ບາ­ອານທີ່ເປັນຂອງ​ພໍ່​ເຈົ້າ, ​ຈົງ​ຕັດ​ເສົາອາເຊຣາທີ່​ຢູ່​ທາງ­ຂ້າງ​ນັ້ນ​ອອກນຳ.
\v 26 ຈົ່ງ​ສ້າງ​ແທ່ນ​ບູ­ຊາ​​ໃຫ້​​ພຣະ­­ເ​ຢາເວຂອງ​ເຈົ້າ​ຢູ່​ເທິງ​ບ່ອນສູງສຸດຂອງບ່ອນລີ້ໄພນີ້, ແລະກໍສ້າງແທ່ນນີ້ໃຫ້ຖືກວິທີ. ຈົງຖວາຍງົວ­ເຖິກ​ໂຕ​ທີ​ສອງ​ເປັນເຄື່ອງເຜົາ​ບູ­ຊາ​, ຈົ່ງໃຊ້ຟືນຈາກເສົາອາເຊຣາທີ່ເຈົ້າຕັດລົງນັ້ນ”
\s5
\v 27 ດັ່ງນັ້ນ ​ກີ­ເດ­ໂອນ​ ຈຶ່ງໄດ້ພາ​ເອົາຄົນ­ໃຊ້ຂອງລາວ​ສິບ​ຄົນໄປ ແລະ​ປະ­ຕິ­ບັດ​ຕາມ​ພຣະຢາເວ​ທີ່​ຊົງ​ບອກລາວ. ແຕ່ຍ້ອນວ່າ ລາວຢ້ານຄົນໃນຄອບຄົວຂອງພໍ່ລາວ ​ແລະ​ຄົນ​ໃນ​ເມືອງ​ເຫັນຈຶ່ງບໍ່ໄດ້ເຮັດວຽກຕອນກາງເວັນ, ສະ­ນັ້ນ ລາວ​ຈຶ່ງ​ເຮັດ​ໃນ​ເວ­ລາ​ກາງຄືນ.
\s5
\v 28 ໃນເວລາຕອນເຊົ້າ ເມື່ອຄົນ​ໃນ​ເມືອງ​ນັ້ນ​ໄດ້​ລຸກ​ແຕ່​ເດິກ, ພວກ­ເຂົາ​ກໍໄດ້​ເຫັນ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານໄດ້ຫັກລົງມາແລະເສົາອາເຊຣາ ທີ່ຢູ່ທາງຂ້າງ ກໍຖືກຕັດລົງ, ແລ້ວ​ໄດ້​ເຫັນ​ງົວ­ເຖິກ​​ທີ່ໄດ້ຖວາຍຢູ່​ເທິງ​ແທ່ນ​ບູ­ຊາ​ໄດ້​ສ້າງ​ຂຶ້ນ​ໃຫມ່​ນັ້ນ.
\v 29 ຄົນໃນເມືອງ​ຈຶ່ງເວົ້າ​ກັນ​ວ່າ, “ແມ່ນ​ໃຜ​ເຮັດ​ສິ່ງ​ນີ້?”ເມື່ອ​ພວກ­ເຂົາເວົ້າກັບຄົນອຶ່ນໆ ແລະ ​ສືບ​ຖາມ​ຫາຄໍາຕອບ,​ພວກເຂົາເວົ້າ​ວ່າ"ກີ­ເດ­ໂອນ​ລູກ­ຊາຍ​ຂອງ​ໂຢ­ອາດ​ໄດ້​ເປັນ​ຜູ້​ເຮັດ​ສິ່ງ​ນີ້".
\s5
\v 30 ຫລັງຈາກນັ້ນ ຄົນໃນເມືອງ​ຈຶ່ງ​ເວົ້າ​ຕໍ່​ໂຢ­ອາດ​ວ່າ, “ຈົ່ງເອົາ​ລູກ­ຊາຍ​ຂອງ​ເຈົ້າ​ອອກ​ມາ ເພື່ອລາວອາດ​ຈະ​ຖືກຂ້າຖິ້ມ, ເພາະ​ລາວ​ເປັນ​ຜູ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານ ແລະ​ເພາະວ່າລາວໄດ້ຕັດເສົາອາເຊຣາ​ຢູ່​ທາງ­ຂ້າງ​ນັ້ນ​ອອກ.”
\s5
\v 31 ແຕ່​ໂຢ­ອາດ​ໄດ້ເວົ້າກັບ​ທຸກ​ຄົນ­ທີ່ມາ­​ຟ້ອງ​ຕໍ່ລາວ​ວ່າ, “ພວກ​ເຈົ້າ​ມາຟ້ອງຮ້ອງ​ແທນ​ພຣະ­ບາ­ອານ​ບໍ? ພວກ​ເຈົ້າ​ປ້ອງ­ກັນ​ພຣະ­ບາ­ອານ​ບໍ? ຖ້າ­ເປັນ​ຜູ້­ໃດກໍຕາມຟ້ອງຮ້ອງ​ແທນ​ພຣະນັ້ນ, ຜູ້­ນັ້ນ​ຈະ​ຖືກ​ຂ້າ​ຖິ້ມ​ກ່ອນ​ຮຸ່ງ​ເຊົ້າ. ຖ້າ​ພຣະ­ບາ­ອານ​ເປັນ​ພຣະ­ເຈົ້າ, ຈົ່ງ​ໃຫ້​ເພິ່ນປ້ອງ­ກັນ​ຕົວເພິ່ນ​ເອງເຖີ້ນ ເມື່ອ​ມີໃຜດຶງ​ແທ່ນ​ບູ­ຊາ​ຂອງ​ເພິ່ນອອກ”.
\v 32 ດ້ວຍເຫດຜົນນັ້ນ ໃນມື້ນັ້ນ ພວກເຂົາ​ກໍ​ເອີ້ນ​ກີ­ເດ­ໂອນ​ວ່າ" ເຢ­ຣຸບບາ­ອານ", ເພາະ​ລາວໄດ້ເວົ້າວ່າ, “ຈົ່ງ​ໃຫ້​ພຣະ­ບາ­ອານ​ປ້ອງ­ກັນ​ຕົວ​ເພິ່ນ​ເອງ”, ເພາະ ໄດ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພຣະ­ບາ­ອານ.
\s5
\v 33 ດຽວນີ້ ບັນດາຄົນ​ມີ­ດີ­ອານ​ ພ້ອມ​ທັງ​ຄົນ​ອາ­ມາ­ເຫລັກ ແລະ​ຊາວຕາເວັນອອກອອກມາເຕົ້າໂຮມກັນ. ພວກເຂົາ ກໍ­ພາ­ກັນ​ຂ້ວາມ​ແມ່­ນ້ຳ​ຈໍ­ແດນ ແລະ​ຕັ້ງ­ຄ້າຍ​ພັກ​ຢູ່​ຮ່ອມ­ພູ ຢິດຊະເຣນ.
\s5
\v 34 ແຕ່ພຣະ­ວິນ­ຍານ​ຂອງ​ພຣະ­ຢາເວ​ໄດ້​ສະ­ຖິດ​ຢູ່​ນຳ​ກີ­ເດ­ໂອນ. ກີ­ເດ­ໂອນ​ກໍ​ເປົ່າ​ແກ​ເອີ້ນ​ເອົາ​ຕະກູນ​ອາ­ບີ­ເອ­ເຊ​, ສະນັ້ນພວກເຂົາອາດຕິດຕາມລາວໄປ
\v 35 ລາວ​ໄດ້​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ເຂດ­ແດນ​ຂອງ​ມາ­ນາ­ເຊ, ແລະພວກເຂົາກໍຖືກເອີ້ນໃຫ້ອອກໄປຕິດຕາມລາວດ້ວຍ. ລາວຍັງໄດ້ສົ່ງຄົນນຳຂ່າວໄປທີ່ເຜົ່າ​ອາ­ເຊ, ເຊ­ບູໂ­ລນ ແລະເ​ນັບ­ທາ­ລີ, ແລະພວກເຂົາກໍຂື້ນມາ ເພື່ອພົບກັບລາວ.
\s5
\v 36 ກີ­ເດ­ໂອນ​ໄດ້​ທູນ​ພຣະ­ເຈົ້າ​ວ່າ, “ຖ້າພຣະ­ອົງ​ຊົງ​ກ່າວ​ວ່າ ພຣະ­ອົງ​ໃຊ້​ຂ້າ­ນ້ອຍ​ຊ່ວຍຊີວິດຄົນ​ອິ​ສ​ະ​ຣາເອນ, ດັ່ງທີ່ພຣະອົງໄດ້ສັ່ງແລ້ວ-
\v 37 ເບິ່ງແມ, ຂ້າ­ນ້ອຍ​ຈະ​ເອົາ​ຂົນ​ແກະ​ວາງ​ໄວ້​ເທິງລານຟາດເຂົ້າ. ຖ້າ­ວ່າມີນໍ້າ­ຫມອກ​ຕົກ​ຖືກ​ແຕ່​ຂົນ​ແກະ​ເທົ່າ​ນັ້ນ, ແລະ​ພື້ນດິນ ກໍ​ຍັງ​ແຫ້ງ​ຢູ່​ຄື­ເກົ່າ, ແລ້ວຂ້າ­ນ້ອຍ​ຈຶ່ງ​ຈະ​ຮູ້­ວ່າ ພຣະ­ອົງ​ຊົງໃຊ້​ຂ້າ­ນ້ອຍ​ຊ່ວຍ​ຊີ­ວິດ​ອິ​ສ​ະ​ຣາເອນ​, ຕາມທີ່ພຣະອົງໄດສັ່ງແທ້.”
\s5
\v 38 ​ເຫດ­ການດັ່ງກ່າວເກີດຂຶ້ນ-​ກີ­ເດ­ໂອນໄດ້​ລຸກ​ມາ​ແຕ່​ເດິກ ໃນ​ເຊົ້າ​ມື້​ໃຫມ່, ລາວ​ກໍ​ເອົາ​ຂົນ​ແກະ​ນັ້ນ​ມາ, ແລະ​ປັ້ນນ້ຳຫມອກອອກຈາກຂົນແກະນັ້ນ, ມີນໍ້າ​ໄດ້​ໄຫລ​ອອກ​ຫລາຍມາ​ຈົນ​ເຕັມ​ຊາມ.
\s5
\v 39 ຫລັງຈາກນັ້ນ ກີເດໂອນຈຶ່ງ​ທູນ​ພຣະ­ເຈົ້າ​ວ່າ, “ຂໍ​ຢ່າ​ຊົງ​ພຣະ­ພິ­ໂລດ​ຂ້າ­ນ້ອຍ​, ຂໍ​ໂຜດ​ໃຫ້​ຂ້າ­ນ້ອຍ​ໄດ້​ເວົ້າ​ຕື່ມ​ອີກຄັ້ງ​. ຂໍຊົງໂຜດໃຫ້ຂ້ານ້ອຍ​ທົດ­ລອງ​ເບິ່ງ​ຂົນ​ແກະ​ອີກ​ເທື່ອ​ຫນຶ່ງ. ໃນ​ຄັ້ງ​ນີ້​ຂໍໃຫ້​ຂົນ​ແກະ​ແຫ້ງ, ແລະ ​ໃຫ້​ນ້ຳ­ຫມອກ​ຕົກ­ລົງ​ພື້ນ​ດິນຮອບໆ.”
\v 40 ພຣະ­ເຈົ້າ​ໄດ້​ຊົງ​ເຮັດ­ການ​ສິ່ງນັັ້ນຕາມທີ່ລາວໄດ້ຮ້ອງຂໍ ໃນຄືນນັ້ນ. ​ຊົງ​ໃຫ້​ຂົນ​ແກະ​ແຫ້ງ, ແລະໃຫ້ມີນໍ້າຫມອກຕົກລົງພື້ນ​ດິນ​ຮອບໆ.
\s5
\c 7
\cl ບົດທີ 7
\p
\v 1 ຫລັງຈາກເຢ­ຣຸບບາ­ອານ (ນັ້ນຄື​, ກີ­ເດ­ໂອນ) ພ້ອມ​ດ້ວຍ​ປະຊາຊົນທັງ​ຫມົດທີ່ຢູ່ກັບ​ລາວ​ໄດ້​ລຸກ​ແຕ່​ເຊົ້າ, ແລະພວກເຂົາ​ໄປ​ຕັ້ງ­ຄ້າຍ​ພັກ​​ຢູ່​ທາງ​ບໍ່­ນ້ຳພຸ​ຮາ­ໂຣດ. ສ່ວນ​ຄ້າຍ​ພັກ​ຂອງ​ຄົນ​ມີ­ດີ­ອານ​ ແມ່ນຢູ່​ທາງ​ທິດ­ເຫນືອຂອງພວກເຂົາຮ່ອມ­ພູ​ໃກ້ໆ ​ພູ​ເຂົາໂມເຣ.
\s5
\v 2 ພຣະ­ຢາເວ​ຊົງກ່າວຕໍ່​ກີ­ເດ­ໂອນ​ວ່າ, “ມີທະຫານຫລາຍເກີນໄປສຳລັບເຮົາ ຈະໃຫ້ເຈົ້າມີໄຊ​ຊະ­ນະ​ເຫນືອຄົນ​ມີ­ດີ­ອານ, ເພື່ອທີ່ອິສະຣາເອນ ຈະບໍ່ອວດອ້າງເຮົາໄດ້ ໂດຍກ່າວ່າ '​ກຳ­ລັງ​ຂອງ​ພວກເຮົາ­ເອງ ໄດ້ຊ່ວຍພວກເຮົາໄວ້'.
\v 3 ເພາະສະ­ນັ້ນ, ຈົ່ງ​ປະກາດໃຫ້​ປະ­ຊາ­ຊົນ​ໄດ້ຍິນດຽວນີ້ ແລະກ່າວວ່າ,' ຖ້າ​ຜູ້­ໃດທີ່​ຢ້ານກົວ, ຜູ້ໃດທີ່ສັ່ນສະເທືອນ, ຂໍໃຫ້ລາວກັບ​ຄືນ​ຈາກ​ພູ​ກິ­ເລ­ອາດ​ນັ້ນ​ເສຍ'.” ດັ່ງ­ນັ້ນ​ຈຶ່ງ​ມີ​ຄົນຊາວ​ສອງ​ພັນ​ຄົນໄດ້ອອກໄປ, ແລະ​ຍັງ​ເຫລືອ​ພຽງ​ແຕ່​ຫມື່ນ​ຄົນ​ເທົ່າ​ນັ້ນ.
\s5
\v 4 ພຣະ­­ຢາເວຊົງ​ກ່າວ​ຕໍ່​ກີ­ເດ­ໂອນ​ວ່າ, “ປະຊາຊົນຍັງມີຫລາຍຢູ່. ຈົ່ງ​ພາ​ພວກ­ເຂົາ​ລົງ​ໄປ​ແຄມ​ນ້ຳ, ແລ້ວ​ເຮົາ​ຈະເຮັດໃຫ້ຈຳນວນຂອງ​ພວກ­ເຂົານ້ອຍລົງສຳລັບ​ເຈົ້າ​ຢູ່​ທີ່​ນັ້ນ. ຖ້າ​ເຮົາ​ບອກ​​ເຈົ້າວ່າ, 'ຄົນນີ້ຈະໄປກັບເຈົ້າ', ລາວ​ຈະ​ໄປ​ທັນ­ທີ; ແຕ່ຖ້າ­ວ່າ​ເຮົາ​ບອກ, '​ຄົນນີ້ບໍ່ໄປ​ກັບ​ເຈົ້າ', ລາວ­ກໍ​ຈະ​ບໍ່​ໄປ​ເດັດຂາດ.”
\s5
\v 5 ດັ່ງ­ນັ້ນ ກີ­ເດ­ໂອນ​ຈຶ່ງ​ນຳ​ພາປະຊາຊົນລົງ​ໄປ​ແຄມ​ນ້ຳ, ແລ້ວ​ພຣະ­­​ຢາເວຊົງ​ບອກ​ລາວ​ວ່າ, “ຈົ່ງ​ແຍກ​ທຸກຄົນ​ທີ່​ດື່ມ­ນ້ຳ​ດ້ວຍ​ລີ້ນ, ​ຄື­ກັນ­ກັບ​ຫມາ, ອອກ­ຈາກ​ທຸກຄົນ​ທີ່​ຄຸ­ເຂົ່າ​ລົງ​ດື່ມນໍ້າ.”
\v 6 ດັ່ງ­ນັ້ນ ມີຈຳ­ນວນສາມ​ຮ້ອຍ​ຄົນທີ່​ເລຍ​ກິນນໍ້າ​ມີ​ຢູ່​. ສ່ວນ​ຄົນ​ທີ່​ເຫລືອ​ນັ້ນ ໄດ້​ຄຸ­ເຂົ່າ​ລົງ​ດື່ມນໍ້າ.
\s5
\v 7 ພຣະ­­ເຈົ້າຢາເວ​ຈຶ່ງ​ຊົງ​ກ່າວ​ຕໍ່​ກີ­ເດ­ໂອນ​ວ່າ, “ເຮົາ​ຈະ​ຊ່ວຍ​​ເຈົ້າ​ໄວ້ ແລະ​ໃຫ້​ເຈົ້າ​ຊະ­ນະເຫນືອ​ຄົນ​ມີ­ດີ­ອານ​ ດ້ວຍ​ຄົນ​ຈຳ­ນວນ​ສາມ​ຮ້ອຍ​ຄົນ­ທີ່​​ເລຍ​ກິນນໍ້າ​ນັ້ນ. ແລ້ວ​ໃຫ້​ຄົນອຶ່ນທຸກໆຄົນ​ກັບ​ຄືນ​ໄປບ່ອນຂອງຕົນເອງ.”
\v 8 ດ່ັງນັ້ນ ຄົນທີ່ຖືກເລືອກໄດ້ເອົາສະບຽງ ແລະແກ ຂອງພວກເຂົາ. ກີ­ເດ­ໂອນ​ກໍ​ສັ່ງ​ຄົນ​ອິ​ສ​ະ​ຣາເອນ​ກັບ​ຄືນ​ເມືອ​ຫມົດ, ທຸກຄົນກໍໄດ້ໄປທີ່ເຕັນຂອງເຂົາ, ເວັ້ນ​ໄວ້​ແຕ່​ສາມ​ຮ້ອຍ​ຄົນ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່. ໃນຂະນະນັ້ນ ຄ້າຍຂອງຄົນ​ມີ­ດີ­ອານ ​ໄດ້ລົງມາຢູ່​ຮ່ອມ­ພູ​ທາງ​ເບື້ອງ​ລຸ່ມ.
\s5
\v 9 ໃນ​ຄືນດຽວກັນ​ນັ້ນ ພຣະ­­ຢາເວຊົງ​ກ່າວ​ຕໍ່​ກີ­ເດ­ໂອນ​ວ່າ, “ຈົ່ງ​ລຸກຂື້ນ, ບຸກ­ໂຈມ­ຕີ​ຄ້າຍ, ເຮົາ​ຈະ­ໃຫ້​ເຈົ້າ​ຊະ­ນະ​ເຫນືອຄ້າຍນັ້ນ.
\v 10 ແຕ່​ຖ້າ​ເຈົ້າ​ຢ້ານກົວທີ່ຈະລົງ​ໄປ, ລົງໄປທີ່ຄ້າຍກັບປູ­ຣາຄົນ­ໃຊ້​ຂອງ​ເຈົ້າ​,
\v 11 ແລະຟັງວ່າພວກເຂົາໄດ້​ເວົ້າ​​ຫຍັງກັນ​ແດ່, ແລະຄວາມກ້າຫານຂອງເຈົ້າ​ຈະໄດ້ເສີມກຳລັງ ເພື່ອ​ບຸກ­ໂຈມ­ຕີ​ຄ້າຍ​ນັ້ນ”. ດັ່ງ­ນັ້ນ ກີ­ເດ­ໂອນ ຈຶ່ງໄປກັບກັບປູ­ຣາຄົນ­ໃຊ້​ຂອງເຂົາ, ລົງໄປກອງກຳລັງຮັກສາ​ເຂດ­ແດນ​ຄ້າຍ​ນັ້ນ.
\s5
\v 12 ຝ່າຍຄົນ​ມີ­ດີ­ອານ, ຄົນ​ອາ­ມາ­ເຫລັກ, ແລະປະຊາຊົນໃນພາກຕາເວັນອອກທັງຫມົດທີ່­ຢູ່​ຕາມ​ຮ່ອມ­ພູ​ຫນາເເຫນ້ນ. ເຫມືອນ​ດັ່ງ​ຝູງ​ຕັກ­ແຕນ.​ມີ​ຝູງ​ອູດ​ຂອງພວກເຂົາຫລາຍເກີນກວ່າທີ່ຈະນັບໄດ້; ພວກເຂົາມີຈຳນວນຫລາຍກວ່າ​ເມັດ​ດິນ­ຊາຍ​ເທິງ​ແຄມ​ທະເລ.
\s5
\v 13 ເມື່ອ​ກີ­ເດ­ໂອນ​ມາຮອດບ່ອນນັ້ນ, ມີ​ຊາຍ​ຜູ້​ຫນຶ່ງ​ພວມເລົ່າ​ຄວາມ​ຝັນ​ຂອງ­ຕົນ​ສູ່​ຫມູ່ຂອງລາວ​ຟັງ​ວ່າ. ຊາຍຄົນນັ້ນກ່າວວ່າ, ເບິ່ງແມ! “ຂ້ອຍ​ໄດ້​ຝັນ​ວ່າ, ແລະຂ້ອຍໄດ້ເຫັນເຂົ້າ​ກ້ອນ​ຫນຶ່ງ​​ທີ່​ເຮັດ​ດ້ວຍ​ເຂົ້າ​ບາເລ ​ກິ້ງ​ເຂົ້າ​ມາ​ໃນ​ຄ້າຍ​ຄົນມີ­ດີ­ອານ. ເຂົ້າ­ຈີ່​ກ້ອນ​ນີ້ກີ້ງເຂົ້າ​ເຕັນນັ້ນ, ແລະ ຕຳຜ້າເຕັນຢ່າງແຮງຈົນມັນ​ຂວ້ຳ​­ລົງ​, ແລະ ຫັນຫນ້າຂຶ້ນລົງ, ແລ້ວເຕັນກໍເພພັງລົງ.”
\v 14 ຊາຍຄົນອື່ນໄດ້ເວົ້າວ່າ, “ອັນ​ນີ້​ຕ້ອງ​ຫມາຍ​ເຖິງ​ດາບ​ຂອງ​ກີ­ເດ­ໂອນ (ຊຶ່ງ​ເປັນ​ລູກ­ຊາຍ​ຂອງ​ໂຢ­ອາດ), ຄົນ​ອິ​ສ​ະ​ຣາເອນ. ພຣະ­ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ລາວຊະ­ນະ​ເຫນືອຄົນມີດີເອນ ແລະ ກອງ­ທັບ​ທັງ​ຫມົດ​ຂອງພວກເຂົາ​​ແລ້ວ.”
\s5
\v 15 ເມື່ອ​ກີ­ເດ­ໂອນ​ໄດ້­ຍິນ​ເລື່ອງ​ຄວາມ​ຝັນ​ ແລະ ການຕີ​ຄວາມ​ຫມາຍຂອງຄວາມຝັນນັ້ນ, ລາວກົ້ມ​ຂາບ­ໄຫວ້ນະມັດສະການ. ລາວໄດ້ກັບໄປທີ່ຄ້າຍຂອງຄົນ​ອິ​ສ​ະ​ຣາເອນ ແລະກ່າວວ່າ, ​“ຈົ່ງ​ລຸກ­ຂຶ້ນ! ພຣະ­ຢາເວ​ຊົງ​ມອບໄຊຊະນະເຫນືອ​ກອງ­ທັບ​ມີ­ດີ­ອານ​ໃຫ້ແກ່ພວກເຈົ້າແລ້ວ".
\v 16 ພຣະເຈົ້າຈຶ່ງໄດ້ແບ່ງຄົນ​ສາມ​ຮ້ອຍ​ຄົນ​ນັ້ນ​ອອກ​ເປັນ​ສາມກຸ່ມ, ແລະພຣະອົງໄດ້ໃຫ້​​ແກ​ທັງຫມົດ ແລະໄຫເປົ່າ, ທີ່ມີໂຄມໄຟໃນຜູ້​ລະ​ຫນ່ວຍໃຫ້ແກ່ພວກເຂົາ.
\s5
\v 17 ລາວໄດ້​ບອກ​ພວກ­ເຂົາ​ວ່າ, “ຈົ່ງເບິ່ງເຮົາ ແລະເຮັດຕາມທີ່ເຮົາເຮັດ. ຈົ່ງຄອຍເຝົ້າເບິ່ງ! ເມື່ອເຮົາໄປ​ຮອດ​ຄ້າຍ​ແລ້ວ, ພວກທ່ານຈົ່ງເຮັດຢ່າງທີ່ເຮົາເຮັດ.
\v 18 ເມື່ອເຮົາເປົ່າແກ, ເຮົາ ແລະທຸກຄົນທີ່ຢູ່ກັບເຮົາ, ແລ້ວກໍ​ພາ­ກັນ​ເປົ່າ​ແກ​ຂອງພວກທ່ານເຊັ່ນດຽວກັນ ຈາກທຸກໆດ້ານຂອງຄ້າຍທັງຫມົດ, ແລະຮ້ອງຕະໂກນຂຶ້ນ " ເພື່ອ​ພຣະ­­ຢາເວ​ ແລະ​ກີ­ເດ­ໂອນ!”
\s5
\v 19 ດັ່ງນັ້ນ ກີ­ເດ­ໂອນ ແລະຄົນຫນ່ຶ່ງຮ້ອຍຄົນທີ່ຢູ່ກັບລາວ ກໍ​ຮອດ​ແຄມ​ຄ້າຍ​ພັກ, ​ໃນ​ເວ­ລາ​ກ່ອນ​ທ່ຽງ​ຄືນ, ຂະນະທີ່ຄົນມີດີອານ ກຳລັງຈະ​ປ່ຽນ​ຄົນ​ຍາມ​ໃຫມ່, ພວກເຂົາ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ທີ່​ພວກ­ເຂົາ​ຖື​ໄປ​ນັ້ນໃຫ້ແຕກ.
\s5
\v 20 ​ທັງ​ສາມກຸ່ມ ​ກໍ​ເປົ່າ​ແກ​ຂຶ້ນ ແລະ​ທັບ​ໄຫ​ເຫລົ່ານັ້ນໃຫ້ແຕກ. ​ພວກ­ເຂົາ​ຖື​ໂຄມໄຟ ໃນມືຊ້າຍຂອງພວກເຂົາ ແລະ​ມື​ຂວາ​ຖື​ແກເພື່ອເປົ່າແກ. ພວກເຂົາ​ຮ້ອງຕະໂກນ​ວ່າ, “ດາບ! ເພື່ອ​ພຣະ­ຢາເວ ແລະ​ກີເດໂອນ.”
\v 21 ທຸກໆ ຄົນ​​ຢືນ​​ຢູ່​ບ່ອນອ້ອມ­ຮອບ​ຄ້າຍ​ພັກ​ນັ້ນ ແລະກອງທັບຄົນ​ມີ­ດີ­ອານ​ທັງ​ຫມົດ ໄດ້​ແລ່ນ​ໄປ. ພວກເຂົາໄດ້​ຮ້ອງ​ຕະໂກນ ແລະ ແລ່ນຫນີອອກໄປ.
\s5
\v 22 ເມື່ອພວກເຂົາເປົ່າແກ​ສາມ​ຮ້ອຍ​ອັນ, ພຣະ­ຢາເວ ຊົງ​​ບັນ­ດານ​ໃຫ້​ຄົນມີດີອານທຸກຄົນ​ຈັບ​ດາບ​ຕໍ່­ສູ້​ກັບເພື່ອນຂອງເຂົາ ແລະຕໍ່ສູ້ກັບກອງທັບທັງຫມົດຂອງພວກເຂົາ. ກອງທັບນັ້ນ ກໍໄດ້ຫນີໄປໄກຈົນເຖິງ​ເ​ມືອງ​ເບັດຊີດ­ຕາ ໄປຍັງເມືອງ​ເຊ­ເຣ­ທານ, ໄກ ໄປຈົນເຖິງເຂດແດນ​ເມືອງ​ອາ­ເບັນ​ເມ​ໂຮ​ລາ​, ໃກ້​ບ້ານ​ຕັບ­ບັດ.
\v 23 ພວກ​​ອິ​ສ​ະ​ຣາເອນທີ່​ມາ​ຈາກ​ເຜົ່າເ​ນັບ­ທາ­ລີ, ເຜົ່າອາເຊ, ແລະເຜົ່າ​ມາ­ນາ­ເຊ ແລະ​ເຜົ່າທຸກໆຄົນ ກໍຖືກ­ໄລ່ອອກ, ແລະ ພວກເຂົາ ກໍໄດ້ໄລ່ຄົນ​ມີ­ດີ­ອານ​ໄປ.
\s5
\v 24 ກີ­ເດ­ໂອນ​ໄດ້​ສົ່ງ​ຄົນ​ນຳ​ຂ່າວ​ໄປ​ບອກ​ທົ່ວ​ທັງ​ເຂດ​ພູ​ເຂົາເອຟຣາອິມ​ ໄດ້ກ່າວວ່າ, “ຈົ່ງລົງໄປຕໍ່ສູ້ກັບ​ຄົນ​ມີ­ດີ­ອານ ແລະຢືດເອົາແມ່­ນ້ຳ​ຈໍ­ແດນໄວ້, ໄກໄປຈົນເຖິງ​ເບັດບາ­ຣາ​, ເພື່ອ​​ສະ­ກັດ​ພວກ­ເຂົາ​ໄວ້.” ດັ່ງນັ້ນຄົນ​ເອຟຣາອິມທັງຫມົດ​ກໍ​ມາເຕົ້າໂຮມກັນ ແລະຢືດບັນດາສາຍນໍ້ານັ້ັນໄວ້, ໄປໄກ​ຈົນ​ຮອດ​ເຂດ​ເບັດບາຣາ ແລະແມ່ນໍ້າຈໍແດນ.
\v 25 ພວກ­ເຂົາໄດ້​ຈັບ​ເຈົ້ານາຍສອງຄົນຂອງ​ມີ­ດີ­ອານ, ຄື ໂອ­ເຣັບ ແລະ​ເຊ­ເອັບ. ພວກເຂົາໄດ້​ຂ້າ​ໂອ­ເຣັບ​ຢູ່​ເທິງ​ຫີນ​ດານ​ໂອເຣັບ ແລະພວກເຂົາໄດ້ຂ້າ ເຊ­ເອບທີ່ບໍ່ເຫລົ້າອາງຸ່ນເຊເອັບ. ​ພວກ­ເຂົາ​ກໍ​ຂັບ­ໄລ່​ກວາດ­ລ້າງ​ຄົນມີ­ດີ­ອານ​­ໄປ, ແລະພວກເຂົາໄດ້ນຳ­ເອົາ​ຫົວ​ຂອງ​ໂອ­ເຣັບ​ກັບ​ເຊ­ເອັບ​ໄປ​ທີ່​ກີ­ເດ­ໂອນ, ຊຶ່ງ​ຢູ່​ຟາກຫນຶ່ງ​ຂອງ​ແມ່­ນ້ຳ​ຈໍ­ແດນ​.
\s5
\c 8
\cl ບົດທີ 8
\p
\v 1 ຄົນ​ເອຟຣາອິມ​ໄດ້​ເວົ້າ​ຕໍ່​ກີ­ເດ­ໂອນ​ວ່າ, “ທ່ານໄດ້ເຮັດຫຍັງກັບພວກເຮົາ? ທ່ານບໍ່ໄດ້ເອີ້ນພວກເຮົາ ເມື່ອທ່ານໄດ້ສູ້ຮົບກັບຄົນມີດີອານ". ຫລັງຈາກນັ້ນ ພວກ­ເຂົາ ກໍໂຕ້ຖຽງກັນຢ່າງຮຸນແຮງກັບລາວ.
\s5
\v 2 ​ແລ້ວພວກ­ເຂົາກໍຄຽດໃຫ້​ກີ­ເດ­ໂອນ ແລະ​ບອກ​ວ່າ, “ບັດນີ້ຂ້ານ້ອຍໄດ້ເຮັດຫຍັງທີ່ຈະ​ປຽບ­ທຽບ​ກັບ​ສິ່ງ​ທີ່ພວກ​ເຈົ້າ​ເຮັດໄດ້?. ຜົນອະງຸ່ນທີ່ຊາວ​ເອຟຣາອິມ​ ເກັບຕົກກໍຍັງດີກວ່າຜົນອະງຸ່ນທີ່ອາບີຊາເກັບກ່ຽວ ທັງຫມົດ?.
\v 3 ພຣະ­ເຈົ້າ​ຊົງ​ມອບໄຊຊະນແກ່ພວກທ່ານ ເຫນືອບັນດາເຈົ້າ​ນາຍ​ຂອງ​ຄົນ​ມີ­ດີ­ອານ ຄື ​​ໂອ­ເຣັບ ແລະ​ເຊ­ເອັບ! ຂ້ານ້ອຍມີຄວາມສາມາດອັນໃດ​ທີ່ຈະ​ປຽບ­ທຽບ​ກັບ​ສິ່ງ​ທີ່​ພວກ​ທ່ານໄດ້”. ເມື່ອກິເດໂອນໄດ້ເວົ້າ​ດັ່ງ​ນັ້ນ­ແລ້ວ ພວກ­ເຂົາ​ກໍ​ເຊົາ​ຄຽດ.
\s5
\v 4 ກີ­ເດ­ໂອນ​ກັບ​ສາມ​ຮ້ອຍ​ຄົນ​ຮອດ​ແມ່­ນ້ຳຈໍ­ແດນ ແລະ​​ໄດ້​ຂ້ວາມແມ່ນໍ້ານັ້ນໄປ. ພວກ­ເຂົາ​ອິດ­ເມື່ອຍຫມົດ​ແຮງ​, ແຕ່​ກໍ​ຍັງ​ຄົງ­ໄລ່ຕາມໄປ​.
\v 5 ກີ­ເດ­ໂອນ​ໄດ້​ເວົ້າ​ຕໍ່​ຊາວ­ເມືອງ​ສຸ­ໂຄດ​ວ່າ, “ຂໍໂຜດໃຫ້ເຂົ້າຈີ່ແກ່ຄົນທີ່ຕິດຕາມຂ້ອຍແດ່ເຖີ້ນ, ເພາະ​ພວກ­ເຂົາ​ອິດ­ເມື່ອຍ​ຫລາຍ, ແລະຂ້ອຍ​ກຳ​ລັງ​ໄລ່​­ຕາມ​ເຊ­ບາ​ກັບ​ຊັນ­ມຸນ­ນາ ເຈົ້າ​ຊີ­ວິດ​ຂອງ​ພວກ​ມີ­ດີ­ອານ​ຢູ່.”
\s5
\v 6 ແຕ່​ພວກ­ຜູ້­ນຳ​ຂອງ​ເມືອງ​ສຸໂຄດ​ເວົ້າ​ວ່າ, “ເຫດ​ໃດ​ພວກ­ຂ້ອຍ​ຈຶ່ງ​ຈະ​ຕ້ອງ​ເອົາ​ອາ­ຫານ​ໃຫ້​ທະ­ຫານ​ຂອງ​ເຈົ້າ​ກິນ ໃນ​ເມື່ອ​ເຈົ້າ​ຍັງ​ບໍ່​ທັນ​ຈັບ​ເຊ­ບາ ແລະ​ຊັນ­ມຸນ­ນາ​ໄດ້​ເທື່ອ.”
\v 7 ດັ່ງ­ນັ້ນ ກີ­ເດ­ໂອນ​ຈຶ່ງ​ເວົ້າ​ວ່າ, “ດີ​ແລ້ວ ເມື່ອ­ໃດ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ມອບ​ເຊ­ບາ ແລະ​ຊັນ­ມຸນ­ນາ ໄວ້​ໃນ​ກຳ­ມື​ຂອງ​ຂ້ອຍ ຂ້ອຍ​ຈະ​ເອົາ​ຫວາຍ​ທີ່​ຍັງ­ມີ​ຫນາມ ແລະ​ໄມ້​ຫນາມ​ມາ​ຂ້ຽນ​ພວກ​ເຈົ້າ.”
\s5
\v 8 ຈາກ​ນັ້ນ ກີ­ເດ­ໂອນ​ກໍ​ໄປ​ຍັງ​ເມືອງ​ເປ­ນູ­ເອນ,​ແລະໄດ້ເວົ້າ​ຕໍ່​ຊາວ­ເມືອງ​ນັ້ນ​ຢ່າງ​ດຽວ​ກັນ, ແຕ່ຊາວ­ເມືອງ​ເປ­ນູ­ເອນ​ກໍ​ຕອບ​ຢ່າງ​ດຽວ​ກັນເຫມືອນ­ກັບ​ຊາວ­ເມືອງ​ສຸໂຄດ.
\v 9 ເຂົາຈຶ່ງ​ເວົ້າກັບຄົນຊຸກໂກດ ແລະກ່າວ​ວ່າ “ເມື່ອຂ້ອຍ​ກັບ​ຄືນ​ມາ​ອີກຄັ້ງໂດຍຄວາມສະຫງົບສຸກ, ຂ້ອຍ​ຈະ​ທຳ­ລາຍ​ຫໍ­ຄອຍ​ນີ້​ລົງ.”
\s5
\v 10 ຕອນນີ້ ​ເຊ­ບາ ແລະ​ຊັນ­ມຸນ­ນາ ໄດ້ຢູ່​ທີ່​ກາ­ໂກ­ເຣ ກັບກອງ­ທັບ​ຂອງພວກເຂົາ, ທີ່​ມີປະມານສິບຫ້າພັນຄົນ, ຄົນທັງຫມົດກໍຍັງເຫລືອຢູ່ຈາກກອງທັບທັງຫມົດຂອງຊາວຕາເວັນອອກ, ເພາະມີທະຫານທີ່ໄດ້ການຝຶກການສູ້ຮົບດ້ວຍດາບ ໄດ້ລົ້ມຕາຍໄປຫນຶ່ງແສນຊາວ​ພັນ​ຄົນ­.
\s5
\v 11 ກີ­ເດ­ໂອນ​ໄດ້​ໄປ​ຕາມ​ເສັ້ນ­ທາງ​ທີ່ພວກເຂົາອາໄສຢູ່ໃນແດນຢືດຄອງໄດ້, ຜ່ານເມືອງ​ໂນ­ບາ​ແລະ​ໂຢກ­ເບ­ຮາ. ເຂົາໄດ້ເອົາຊະນະກອງທັບສັດຕຣູ, ເພາະພວກເຂົາຄິດວ່າຈະບໍ່ໄດ້ຖືກ­ໂຈມ­ຕີ.
\v 12 ເຊ­ບາ​ແລະ​ຊັນ­ມຸນ­ນາ​ກໍ​ແລ່ນ­ປົບ​ຫນີ​ໄປ, ແລະຂະນະທິ່​ກີ­ເດ­ໂອນ​ໄລ່​ຕາມພວກເຂົາໄປ, ເຂົາໄດ້​ຈັບເຈົ້າຊີວິດມີດີອານ​ທັງ​ສອງ​ຄົນ​ -ຄືເຊ­ບາ ແລະ​ຊັນ­ມຸນ­ນາ-ແລະໄດ້ເຮັດໃຫ້​ກອງ­ທັບ​ຂອງ​ພວກ­ເຂົາທັງຫມົດແຕກຕື່ນ.
\s5
\v 13 ​ກີ­ເດ­ໂອນ, ລູກ­ຊາຍ​ຂອງ​ໂຢ­ອາດ​ກໍ​ກັບ​ມາ​ຈາກສູ້ຮົບໂດຍຜ່ານ­ມາ​ທາງ​ເຮເຣັດ.
\v 14 ລາວ​ໄດ້​ແລ່ນໄປຫາຊາຍ​ຫນຸ່ມ​ຜູ້​ຫນຶ່ງ​ທີ່ເປັນຄົນ​ສຸໂຄດ ແລະ ​ຂໍຄຳແນະນຳຈາກເຂົາ. ຊາຍ​ຫນຸ່ມ​ຜູ້­ນັ້ນ​ໄດ້ອະທິບາຍໃຫ້ລາວຟັງກ່ຽວກັບຜູ້ນຳຂອງເມືອງສຸໂຄດ​ ແລະ​ພວກ​ເຖົ້າ​ແກ່, ​ເຈັດ​ສິບເຈັດ​ຄົນ​ຂອງ​ເມືອງນັ້ນ​.
\s5
\v 15 ກີ­ເດ­ໂອນ​ໄປ​ຫາຊາວເມືອງ​ສຸ­ໂຄດ ແລະໄດ້​ເວົ້າ​ວ່າ, “ຈົ່ງເບິ່ງເຊບາ ແລະ ຊັນມຸນນາ ຜູ້ທີ່​ພວກ​ເຈົ້າ​ໄດ້ດູ​ຫມິ່ນ­ປະ­ຫມາດ​ຂ້ອຍ​ ແລະເວົ້າ, 'ພວກ​ເຈົ້າ​ໄດ້​ໄຊະນະເຊບາກັບຊັນມຸນນາແລ້ວຫລື ບໍ່? ​ພວກເຮົາ​ບໍ່ຮູ້ວ່າຄວນຈະເອົາເຂົ້າຈີ່ໃຫ້ກອງທັບຂອງພວກເຈົ້າ'."
\v 16 ກີ­ເດ­ໂອນ​ຈຶ່ງນໍາພວກຜູ້ເຖົ້າແກ່ໃນເມືອງນັ້ນໄປ, ແລະລາວ​ໄດ້ລົງ­ໂທດຄົນ​ສຸໂຄດເຫລົ່ານັ້ນດ້ວຍຫນາມໃນທະເລຊາຍ ແລະ ພຸ່ມຫນາມ.
\v 17 ຫລັງຈາກນັ້ນ, ລາວໄດ້​ທຳ­ລາຍ​ຫໍ­ຄອຍຂອງເມືອງ​ເປ­ນູ­ເອນ ແລະ ​ຂ້າ​ຊາວ­ເມືອງ​ນັ້ນ​.
\s5
\v 18 ຫລັງຈາກນັ້ນ ກິເດໂອນ​ໄດ້ເວົ້າກັບ​ຖາມ​ເຊ­ບາ ແລະ​ຊັນ­ມຸນ­ນາ​ວ່າ, “ຄົນເຫລົ່ານັ້ນ­ທີ່​ພວກ​ເຈົ້າ­ຂ້າທີ່ພູເຂົາຕາໂບນັນ ເປັນຄົນປະເພດໃດ?”. ພວກ­ເຂົາ​ໄດ້​ຕອບ​ວ່າ, “ພວກເຈົ້າເປັນແນວໃດ, ພວກເຂົາກໍເປັນຢ່າງນັ້ນ. ​ພວກເຂົາທຸກໆຄົນ​ຄື­ກັນ­ກັບ​ລູກຊາຍຂອງກະສັດ.”
\v 19 ກີ­ເດ­ໂອນ​ຈຶ່ງ​ເວົ້າ​ວ່າ, “ພວກ­ເຂົາ​ເປັນ​ອ້າຍ​ນ້ອງຂອງຂ້ອຍ, ເປັນ​ລູກຊາຍຂອງ​ແມ່​ຂ້ອຍ. ພຣະຢາເວຊົງມີຊີວິດຢູ່ສັນໃດ, ຖ້າພວກເຈົ້າໄດ້ຊ່ວຍພວກເຂົາໃຫ້ມີຊີຊິດຢູູ່, ຂ້ອຍ​ຈະ​ບໍ່​ຂ້າ​ພວກ​ເຈົ້າ.”
\s5
\v 20 ລາວໄດ້ເວົ້າກັບ​ເຢ­ເທ (ລູກ­ຊາຍ​ກົກ​ຂອງ​ລາວ) ​ວ່າ, “ຈົ່ງລຸກຂຶ້ນ ແລະໄປຂ້າ​ພວກ­ເຂົາ​ເສຍ!” ແຕ່­​ຊາຍ​ຫນຸ່ມນັ້ນ​ບໍ່​ກ້າ​ຖອດ​ດາບ​ອອກ ເພາະລາວ​ຢ້ານ ເພາະ­ວ່າ​ລາວ​ຍັງ​ເປັນ​ເດັກ­ນ້ອຍ​ຢູ່.
\v 21 ແລ້ວ​ເຊ­ບາ ແລະ​ຊັນ­ມຸນ­ນາ​ເວົ້າ​ວ່າ, “ທ່ານຈົ່ງ​ລຸກຂຶ້ນ ແລະ​ຂ້າ​ພວກ­ເຮົາ​ດ້ວຍ​ຕົນ­ເອງ​ເຖີ້ນ! ເພາະຍີ່ງ​ຜູ້­ຊາຍ​ເຕັມ­ຕົວເທົ່າໃດ, ກຳລັງຂອງເຂົາກໍຫລາຍເທົ່ານັ້ນ”. ກີ­ເດ­ໂອນ​ຈຶ່ງ​ຂ້າ​ເຊ­ບາ​ກັບ​ຊັນ­ມຸນ­ນາ. ເຂົາຍັງເອົາເຄື່ອງປະດັບທີ່ມີຮູບພະຈັນ​ທີ່​ເອ້​ຄໍ​ອູດຂອງພວກເຂົາ​ໄປ​ພ້ອມ.
\s5
\v 22 ຫລັງ​ຈາກ​ນັ້ນ ຄົນ​ອິ​ສ​ະ​ຣາເອນ​ໄດ້​ເວົ້າ​ຕໍ່​ກີ­ເດ­ໂອນ​ວ່າ, “ຂໍ​ຈົ່ງເປັນ​ຜູ້​ຄຸ້ມ​ຄອງ​ພວກ​ຂ້າ­ນ້ອຍ​ເຖີ້ນ, ທັງທ່ານ ແລະລູກຂອງທ່ານ, ແລະຫລານຂອງທ່ານ- ເພາະ­ວ່າ ທ່ານ​ໄດ້​ຊ່ອຍພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງຄົນ​ມີດີອານ.”
\v 23 ກີ­ເດ­ໂອນ​ໄດ້​ຕອບພວກເຂົາ​ວ່າ, “ຂ້ອຍ ແລະ​ລູກ­ຊາຍ​ຂອງ​ຂ້ອຍ​ຈະ​ບໍ່​ເປັນ​ຜູ້​ຄຸ້ມ​ຄອງ​ຂອງ​ພວກ​ເຈົ້າເຊັ່ນກັນ. ​ພຣະ­­ຢາເວ​ເປັນ​ຜູ້​ຄຸ້ມ​ຄອງ​ພວກ​ເຈົ້າ.”
\s5
\v 24 ກີ­ເດ­ໂອນ​ເວົ້າ​ຕໍ່­ໄປ​ອີ​ກວ່າ, “​ໃຫ້​ຂ້ອຍ​ຂໍ​ສິ່ງ​ຫນຶ່ງ​ຈາກ​ພວກ​ເຈົ້າ ຄື​ຂໍໃຫ້ແຕ່ລະຄົນໃນພວກເຈົ້າໃຫ້​ຕຸ້ມ­ຫູເຫລົ່ານັ້ນຈາກຂອງ​ທີ່​ພວກ​ເຈົ້າ​ຢຶດ​ມາຂອງເຂົາ​ໄດ້​ນັ້ນ​ໃຫ້​ແກ່ຂ້ອຍ” (ຄົນ​ມີ­ດີ­ອານ​ຖື​ຕຸ້ມ­ຫູ​ຄຳ ເພາະ­ວ່າ​ພວກ­ເຂົາ​ເປັນ​ຄົນ​ອິດຊາມາເອນ).
\v 25 ພວກ­ເຂົາ​ຕອບ​ວ່າ, “ພວກເຮົາ​ຍິນ­ດີ​ທີ່​ຈະ​ເອົາ​ສິ່ງ​ເຫລົ່າ​ນີ້​ໃຫ້​ທ່ານ”. ພວກ­ເຂົາຈຶ່ງປູເສື້ອຄຸມ ແລະທຸກຄົນ ກໍໂຍນຕູ້ມຫູຈາກຂອງທີ່ຢືດມາຂອງເຂົາ ລົງໄປໃນເສື້ອຄຸມນັ້ນ.
\s5
\v 26 ນໍ້າຫນັກຂອງຕຸ້ມ­ຫູ​ຄຳທີ່​ລາວຂໍ​ມາ​ນັ້ນ​ໄດ້​ພັນ​ເຈັດ​ຮ້ອຍ​ບາດ.​ນອກຈາກນີ້ຂອງທີ່ປຸ້ນມາໄດ້ຍັງມີເຄື່ອງປະດັບ, ເຄື່ອງ​ເອ້ ສ້ອຍ​ຄໍ, ເຄື່ອງ­ນຸ່ງ​ສີ­ມ່ວງ​ທີ່​ເຈົ້າ ຊີ­ວິດ​ມີ­ດີ­ອານ​ນຸ່ງ​ຖື, ແລະອີກທັງເຄື່ອງເອ້ສ້ອຍທີ່​ຜູກ​ຄໍພວກ​ອູດຂອງພວກເຂົາ​ດ້ວຍ.
\s5
\v 27 ກີ­ເດ­ໂອນ​ໄດ້ເຮັດ ໂອຟຣາອັນຫນຶ່ງຈາກຕຸ້ມຫູເຫລົ່ານັ້ນ ແລະເກັບໄວ້ໃນເມືອງຂອງເຂົາໃນເມືອງໂອຟະຣາ ແລະຄົນ​ອິ​ສ​ະ​ຣາເອນທັງຫມົດ ກໍຫລີ້ນຊູກັນ ໂດຍ​ພາ­ກັນ​ນະ­ມັດ­ສະ­ການ​ຮູບ​ພຣະ​ນັ້ນ. ຊຶ່ງໄດ້ເປັນ​ບ້ວງ­ແຮ້ວແກ່ກີ­ເດ­ໂອນ ແລະຄົນທີ່ຢູ່ໃນ​ຄອບຄົວຂອງເຂົາ.
\v 28 ດ່ັງນັ້ນ ຄົນ​ມີ­ດີ­ອານ​ໄດ້​ພ່າຍ­ແພ້​ຕໍ່ຫນ້າຄົນ​ອິສ​ະ​ຣາເອນ ແລະພວກເຂົາບໍ່ໄດ້ຍົກຫົວຂຶ້ນອີກ. ດັ່ງນັ້ນ ຜືນແຜ່ນດິນ​ກໍ​ໄດ້­ຮັບ​ຄວາມ­ສະ­ຫງົບ­ສຸກ​ຕະ­ຫລອດ​ສີ່ສິບປີໃນສະໄຫມຂອງກິເດໂອນ.
\s5
\v 29 ເຢຮຸບບາອານ, ລູກຊາຍຂອງໂຢອາດ ໄດ້ໄປ ແລະ ອາໄສຢູ່ໃນບ້ານຂອງຕົນ.
\v 30 ກີ­ເດ­ໂອນ​ມີ​ລູກ­ຊາຍ​ເຈັດ​ສິບ​ຄົນທີ່ເປັນເຊື້ອສາຍຂອງເຂົາ, ເພາະລາວມີເມຍຫລາຍຄົນ.
\v 31 ​ເມຍ​ນ້ອຍຂອງລາວທີ່ຢູ່ເມືອງ​​ເຊ­ເຄມ, ກໍໄດ້ເກີດລູກຊາຍໃຫ້ແກ່ລາວ, ແລະກິເດໂອນຕັ້ງຊື່​ລູກ­ຊາຍ​ຜູ້​ຫນຶ່ງ​ວ່າ ອາບີເມເຫລັກ.
\s5
\v 32 ກີ­ເດ­ໂອນ​, ລູກ­ຊາຍ​ຂອງ​ໂຢ­ອາດ, ​ໄດ້​ເສຍ​ຊີ­ວິດ​​ໃນ​ວັຍ​ເຖົ້າ​ແກ່ຫລາຍແລ້ວ ແລະ​ສົບ​ຂອງລາວ​ໄດ້​ຝັງ​ໄວ້​ໃນເມືອງໂອຟະຣາໃນ​ອຸບ​ມຸງຝັງສົບ​ຂອງ​ໂຢ­ອາດ​ພໍ່​ຂອງລາວ, ຊຶ່ງ​ເປັນ​ເມືອງ​ຂອງ​ຕະກູນ​ອາບີເອເຊ.
\v 33 ຕໍ່ມາ, ເມື່ອເຫດການ​ກີ­ເດ­ໂອນ​ໄດ້​ເສຍ​ຊີ­ວິດ​ແລ້ວ, ຄົນ​​ອິ​ສ​ະ​ຣາເອນ​ກໍໄດ້ກັບຫັນຄືນໄປອີກ ແລະຫລິ້ນຊູກັນ ໂດຍພາກັນ​ນະ­ມັດ­ສະ­ການພຣະ​ບາ­ອານ. ພວກເຂົາໄດ້ເຮັດໃຫ້ພຣະ​ບາ­ອານເບ­ຣິດ​ເປັນ​ພຣະ​ຂອງ​ພວກເຂົາ.
\s5
\v 34 ຄົນ​ອິ​ສ​ະ​ຣາເອນຫລົງ​ລືມ​ການທີ່ຈະຖວາຍກຽດຕິຍົດພຣະ­­ຢາເວ, ພຣະເຈົ້າ​ຂອງ​ພວກ­ເຂົາ, ຜູ້​ຊົງ​ຊ່ອຍ​ຕົນ​ໃຫ້​ພົ້ນ​ຈາກມືຂອງ​ສັດ­ຕຣູຂອງພວກເຂົາ​ທີ່­ຢູ່​ອ້ອມ­ຮອບທຸກໆດ້ານ​ນັ້ນ.
\v 35 ພວກ­ເຂົາ​ບໍ່­ຮັກສາສັນຍາທີ່ມີ​ຕໍ່​ຄອບ­ຄົວເຢຣຸບບາເອນ (ນັ້ນຄື​ ກີ­ເດ­ໂອນ), ໃນການຕອບແທນສຳລັບທີ່​ເຄີຍ​ສ້າງ​ຄຸນ­ງາມ­ຄວາມ­ດີ​ໄວ້​ກັບ​ຄົນ​​ອິ​ສ​ະ​ຣາເອນ.
\s5
\c 9
\cl ບົດທີ 9
\p
\v 1 ຢູ່​ມາ ອາ­ບີ­ເມ­ເຫລັກ​ລູກ­ຊາຍ​ຂອງ ເຢ­ຣຸບບາ­ອານ ໄດ້​ໄປ​ຫາ​ພວກ​ຍາດ​ພີ່­ນ້ອງ​ຂອງ​ແມ່​ທີ່​ເມືອງ​ຊີເຄມ ແລະ ລາວໄດ້ເວົ້າກັບພວກເຂົາ ແລະ ກັບຕະກູນຂອງຄອບຄົວຂອງແມ່ລາວທັງຫມົດວ່າ,
\v 2 "ຂໍໂຜດ​ເວົ້າແບບນີ້, 'ເພື່ອໃຫ້ຜູ້ນຳທັງຫມົດ­ເມືອງ​ຊີ­ເຄມ​ຈະໄດ້ຍິນວ່າ, “ແນວໃດທີ່່ດີກວ່າກັນສຳລັບພວກເຈົ້າ: ທີ່ຈະມີ​ລູກ­ຊາຍ​ທັງ​ເຈັດ​ສິບ​ຄົນ​ຂອງ​ເຢ­ຣຸບບາ­ອານ ເປັນຄົນປົກຄອງພວກເຈົ້າ ຫລື​ວ່າ​ ຄົນ​ດຽວ ເປັນຄົນປົກຄອງພວກເຈົ້າ? ຈົ່ງ​ເຂົ້າ­ໃຈ​ວ່າ ຂ້ອຍ​ກໍ​ເປັນກະດູກ ແລະເປັນ​ເນື້ອ​ຫນັງຂອງ​ພວກ​ເຈົ້າ.”
\s5
\v 3 ແລ້ວ​ບັນດາ​ພີ່­ນ້ອງ​ທາງ​ແມ່​ຂອງ​ອາ­ບີ­ເມ­ເຫລັກ ໄດ້​ເວົ້າກັບພວກຜູ້ນຳເມືອງ​ຊີ­ເຄມ​, ແລະພວກເຂົາເຫັນດີທີ່ຈະຕິດຕາມອາບີເມເຫລັກ, ເພາະພວກເຂົາໄດ້ເວົ້າວ່າ, "ລາວເປັນພີ່ນ້ອງຂອງພວກເຮົາ".
\v 4 ພວກ­ເຂົາ​ໄດ້​ເອົາ​ເງິນເຈັດ​ສິບ​ຫລຽນ​ຈາກ​ວິ­ຫານ​ແຫ່ງ​ບາ­ອານເບ­ຣິດ​​ໃຫ້​ແກ່ລາວ, ແລະ​ອາ­ບີ­ເມ­ເຫລັກ​ກໍ​ເອົາ​ເງິນ​ນັ້ນ ໄປຈ້າງ​ພວກ​ອັດ­ຕະ­ພານ, ຜູ້ທີ່ຕິດຕາມລາວໄປ.
\s5
\v 5 ອາບີເມເຫລັກໄດ້ໄປທີ່ບ້ານພໍ່ຂອງເຂົາທີ່ເມືອງ​ໂອຟະຣາ, ແລະລາວໄດ້​ຂ້າ​ລູກ­ຊາຍ​ເຈັດ​ສິບ​ຄົນ, ລູກຊາຍ​ຂອງ​ເຢ­ຣຸບບາ­ອານ​ຢູ່​ເທິງ​ຫີນ​ແຜ່ນ​ດຽວ​ກັນ. ເຫລືອພຽງແຕ່ ໂຢ­ທາມ, ທີ່ເປັນລູກ­ຊາຍ​ຫລ້າ ​ຂອງ ເຢ­ຣຸບບາ­ອານ​, ເພາະລາວໄດ້ໄປ​ລີ້​ຢູ່.
\v 6 ບັນດາຜູ້ນຳທັງຫມົົດຂອງເມືອງ​ຊາວ​ຊ­ີເຄມ​ ​ພ້ອມ​ທັງ​ຊາວ​ເບັດມິນ­ໂລ ກໍໄດ້ມາເຕົ້າໂຮມກັນ ແລະ​ພວກເຂົາໄປ ແລະແຕ່ງ­ຕັ້ງ​ອາ­ບີ­ເມ­ເຫລັກ​ເປັນ​ເຈົ້າ​ຊີວິດ, ຢູ່ຂ້າງຕົ້ນ­ສົນໃກ້ກັບເສົານັ້ນ ທີ່ຕັ້ງໃນ​ເມືອງ​ຊີ­ເຄມ.
\s5
\v 7 ເມື່ອ​ໂຢ­ທາມ​ໄດ້­ຍິນ​ເລື່ອງ​ນີ້, ລາວ­ກໍ​ໄປ​ຢືນ­ຢູ່​ເທິງ​ຍອດພູເຂົາ​ເກ­ຣີ­ຊີມ. ລາວໄດ້​ຮ້ອງຕະໂກນ ແລະເວົ້າກັບ​ພວກ­ເຂົາ​​ວ່າ, “ພວກເຈົ້າ, ພວກຜູ້ນຳທັງຫມົດຂອງຊາວ​ຊີ­ເຄມ​ທັງ­ຫລາຍ ຈົ່ງ​ຟັງ​ຂ້ອຍ ເພື່ອພຣະ­ເຈົ້າ​ອາດ­ຈະຊົງ​ຟັງ​ພວກ​ເຈົ້າ.
\v 8 ຄັ້ງຫນຶ່ງ, ຕົ້ນໄມ້ທັງຫມົດ ອອກໄປເພື່ອແຕ່ງຕັ້ງເຈົ້າຊີວິດຄົນຫນຶ່ງໃຫ້ປົກຄອງພວກມັນ. ເພາະພວກມັນໄດ້ເວົ້າກັບຕົ້ນຫມາກ­ກອກ​ວ່າ,' ຂໍຈົງປົກຄອງເຫນືອພວກເຮົາເຖີ້ນ'.
\s5
\v 9 ແຕ່ຕົ້ນ​ຫມາກ­ກອກ​ໄດ້​ຕອບພວກມັນ​ວ່າ,' ຂ້ອຍຄວນຈະປະຖິ້ມຜະລິດນໍ້າມັນຂອງຂ້ອຍ, ທີ່ໃຊ້ຖວາຍກຽດແກ່ເທບພຣະເຈົ້າ ແລະ ມວນມະນຸດ, ເພື່ອຂ້ອຍຈະກັບຄືນມາ, ເພື່ອໂຍກຕົ້ນໄມ້ອຶ່ນໆ?'.
\v 10 ຕົ້ນ­ໄມ້​ທັງ­ຫລາຍ​ຈຶ່ງ​ເວົ້າ​ຕໍ່​ຕົ້ນ​ຫມາກ­ເດື່ອ​ວ່າ, 'ຂໍ​ຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
\v 11 ແຕ່​ຕົ້ນ​ຫມາກ­ເດື່ອ​ຕອບ​ພວກມັນວ່າ, 'ຂ້ອຍຄວນຈະປະຖິ້ມຜົນຜະລິດທີ່ຫວານ ແລະ ຫມາກ​ໄມ້ທີ່ດີຂອງຂ້ອຍ, ເພື່ອຂ້ອຍຈະກັບມາ ແລະໂຍກຕົ້ນໄມ້ອຶ່ນໆບໍ?'.
\s5
\v 12 ຕົ້ນ­ໄມ້​ທັງ­ຫລາຍ​ຈຶ່ງ​ເວົ້າ​ຕໍ່​ຕົ້ນ​ອະ­ງຸ່ນ​ວ່າ, 'ຂໍຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
\v 13 ແຕ່​ຕົ້ນ​ອະ­ງຸ່ນ​ຕອບ​ພວກມັນວ່າ, 'ຂ້ອຍຄວນຈະປະຖິ້ມຜົນຜະລິດອະງຸ່ນ, ​ທີ່​ເຮັດ­ໃຫ້​ເທບພຣະເຈົ້າ ແລະ​ມວນ​ມະ­ນຸດ​ມີ​ຄວາມສຸກ, ແລະກັບຄືນໄປ, ແລະໂຍກຕົ້ນໄມ້ອື່ນ?.'
\v 14 ແລ້ວ​ຕົ້ນ­ໄມ້​ທຸກ​ຕົ້ນ​ໄດ້​ເວົ້າ​ຕໍ່​ຕົ້ນພຸ່ມ​ຫນາມ​ວ່າ, 'ຂໍຈົ່ງມາ ແລະປົກຄອງເຫນືອພວກເຮົາເຖີ້ນ'.
\s5
\v 15 ຕົ້ນພຸ່ມ​ຫນາມ​ໄດ້​ຕອບກັບຕົ້ນໄມ້ເຫລົ່ານັ້ນ​ວ່າ, 'ຖ້າ​ພວກ​ເຈົ້າ​ຕ້ອງ­ການແຕ່ງຕັ້ງ​ໃຫ້​ຂ້ອຍ​ເປັນ​ເຈົ້າ​ຊີ­ວິດເຫນືອ​ພວກ​ເຈົ້າ​ແທ້, ເຊີນ​ມາ​ ແລະຫາທີ່ບ່ອນປອດໄພຊົ້ນ​ຮົ່ມຂອງຂ້ອຍ. ຖ້າ­ບໍ່ເປັນດັ່ງນັ້ນ, ຈົ່ງປ່ອຍໃຫ້ໄຟ​ອອກ​ມາ​ຈາກ​ຕົ້ນ​ພຸ່ມຫນາມ ແລະ ໃຫ້ໄຟນັ້ນເຜົາ​ໄຫມ້​ຕົ້ນ­ສົນ​ທັງ­ຫລາຍ​ທີ່­ຢູ່​ເທິງ​ພູ​ເລ­ບາ­ນອນ​ນີ້.'
\v 16 ສະນັ້ນ, ບັດນີ້, ຖ້າພວກເຈົ້າປະຕິບັດດ້ວຍຄວາມຈິງໃຈ, ແລະ ຊື່ສັດ, ເມື່ອພວກເຈົ້າໄດ້ແຕ່ງ­ຕັ້ງ​ອາ­ບີ­ເມ­ເຫລັກ​ເປັນ​ເຈົ້າ​ຊີ­ວິດ​, ແລະ ຖ້າພວກເຈົ້າເຮັດດີຕໍ່​ເຢ­ຣຸບບາ­ອານ ແລະ ​ຄອບ­ຄົວ​ຂອງ​ລາວ​ແບບນີ້, ແລະ ຖ້າພວກເຈົ້າໄດ້ລົງໂທດລາວຕາມສົມຄວນຈະໄດ້ຮັບ-.
\s5
\v 17 -ແລະຄິດວ່າ​ພໍ່​ຂອງ​ຂ້ອຍ​ໄດ້​ຕໍ່­ສູ້​ເພື່ອ​ພວກ​ເຈົ້າ, ເພິ່ນ​ໄດ້​ສ່ຽງ​ຊີ­ວິດຂອງເພິ່ນ, ແລະ​ເພື່ອ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກມືຂອງ​ຄົນ​ມີ­ດີ­ອານ-
\v 18 ແຕ່​ມື້­ນີ້​ພວກ​ເຈົ້າໄດ້ລຸກຂຶ້ນ​ມາ​ຕໍ່­ສູ້​ຄອບ­ຄົວ​ພໍ່​ຂອງ​ຂ້ອຍ ແລະ ໄດ້­ຂ້າ​ລູກ­ຊາຍ​ເຈັດ​ສິບ​ຄົນ​ຂອງ​ເພິ່ນ​, ຢູ່​ເທິງ​ຫີນ​ແຜ່ນ​ດຽວ ແລ້ວພວກເຈົ້າໄດ້ແຕ່ງ­ຕັ້ງ​ອາ­ບີ­ເມ­ເຫລັກ, ລູກ​ທີ່​ເກີດ​ຈາກ​ຍິງ​ຮັບ­ໃຊ້​ຂອງ​ເພິ່ນ, ເປັນ​ເຈົ້າ​ຊີ­ວິດ​ເຫນືອຜູ້ນຳທັງຫມົດຂອງ​ຊີ­ເຄມ, ເພາະ­ວ່າ​ລາວ​ເປັນ​ເຊື້ອ­ສາຍ​ຂອງ​ພວກ​ເຈົ້າ.
\s5
\v 19 ຖ້າພວກເຈົ້າປະຕິບັດດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ ສັດຊື່ຕໍ່ ເຢ­ຣຸບບາອານ ແລະຄອບຄົວຂອງເພິ່ນ, ແລ້ວພວກເຈົ້າຈະມີຄວາມປິຕິຍິນດີ ກັບ​ອາ­ບີ­ເມ­ເຫລັກ, ແລະໃຫ້ລາວຈົ່ງ​ມີ​ຄວາມ­ຍິນດີຢູ່​ກັບ​ພວກ​ເຈົ້າ​ເຖີ້ນ.
\v 20 ແຕ່ຖ້າບໍ່ເປັນດ່ັງນັ້ນ, ຈົ່ງປ່ອຍໃຫ້ໄຟ​ ອອກກມາ​ຈາກ​ອາ­ບີ­ເມ­ເຫລັກ ແລະເຜົາຜານຊາວ​ຊີ­ເຄມ​ກັບ​ຊາວ​ເບັດມິນ­ໂລ. ປ່ອຍໃຫ້ໄຟລຸກອອກມາຈາກ​ຊີເຄມ ແລະເບັດມິນໂລ, ເຜົາຜານອາ­ບີ­ເມ­ເຫລັກ​ເຊັ່ນ​ດຽວ​ກັນເຖີ້ນ.
\v 21 ແລະ ລາວ​ໄປຍັງ​ເມືອງ​ເບ­ເອ. ລາວໄດ້ອາໄສຢູ້ທີ່ນັ້ນ ເພາະເມືອງນັ້ັນໃກ້ກັບ​ອາ­ບີ­ເມ­ເຫລັກ​, ອ້າຍ​ຂອງ​ລາວ.
\s5
\v 22 ອາ­ບີ­ເມ­ເຫລັກ​ໄດ້​ປົກ­ຄອງ​ເຫນືອ​ອິ​ສ​ະ​ຣາເອນເປັນ​ເວ­ລາ​ສາມ​ປີ.
\v 23 ພຣະ­ເຈົ້າ​ຊົງ​ໃຫ້ວິນຍານອັນຊົ່ວຮ້າຍເຂົ້າມາ ​​ລະ­ຫວ່າງ​ອາ­ບີ­ເມ­ເຫລັກ ​ກັບພວກຜູ້ນຳ­ເມືອງ​ຊີເຄມ. ຜູ້ນຳຂອງຊີເຄມໄດ້ທໍລະຍົດຕໍ່ຄວາມໄວ້ວາງໃຈທີ່ພວກເຂົາມີ ກັບ​ອາ­ບີ­ເມ­ເຫລັກ.
\v 24 ພຣະເຈົ້າ ໄດ້ຊົງເຮັດສິ່ງນີ້ ເພື່ອທີ່ຈະແກ້ແຄ້ນການທາລຸນ​ທີ່​ພວກ­ເຂົາ​ໄດ້​ເຮັດ​ແກ່​ລູກ­ຊາຍ​ເຈັດ​ສິບ​ຄົນ​ຂອງເຢຣຸບບາອານ, ແລະ​ອາ­ບີ­ເມ­ເຫລັກ ຊຶ່ງເປັນພີ່­ນ້ອງ​ຂອງພວກເຂົາ ກໍຈະຕ້ອງຮັບຜິດຊອບຕໍ່ການ​ຂ້າ​ພວກ­ເຂົາ, ແລະຄົນ​ຊີເຄມ ກໍຈະຕ້ອງຮັບຜິດຊອບ ເພາະເຂົາໄດ້ຊ່ວຍ​ອາ­ບີ­ເມ­ເຫລັກຂ້າ​ພີ່­ນ້ອງ​ຂອງພວກເຂົາ.
\s5
\v 25 ດັ່ງນັ້ນ ພວກຜູ້ນຳຂອງເມືອງ​ຊີ­ເຄມ​ ຈຶ່ງໄດ້ແຕ່ງຜູ້ຊາຍເພື່ອ​ຊຸ້ມ​ຢູ່​ລໍຄອຍ​ຢູ່ເທິງຍອດພູເຂົາ ທີ່ພວກເຂົາສາມາດ​ດັກ​ຈັບ​ອາ­ບີ­ເມ­ເຫລັກ​ ແລະພວກ­ເຂົາ​ກໍ​ປຸ້ນທຸກ​ຄົນທີ່​ຜ່ານ­ໄປ​ມາ​ທາງ​ນັ້ນ. ເລື່ອງນີ້ຖືກລາຍງານໃຫ້​ອາ­ບີ­ເມ­ເຫລັກ​ໃຫ້​ຮູ້.
\s5
\v 26 ຝ່າຍ​ກາ­ອານ​ລູກ­ຊາຍ​ເອ­ເບັດໄດ້ມາ​ກັບ​ຍາດ​ພີ່­ນ້ອງ​ຂອງ​ລາວ ແລະ ພວກເຂົາໄດ້ຂວ້າມໄປ​ໃນ​ເມືອງ​ຊີເຄມ. ພວກຜູ້ນຳຂອງເມືອງ​ຊີເຄມ ກໍມີຄວາມຫມັ້ນໃຈ​ກາ­ອານ.
\v 27 ພວກເຂົາຈຶ່ງ​ພາ­ກັນ​ອອກ​ໄປໃນທົ່ງນາ ແລະ​ເກັບ​ຫມາກ​ອະ­ງຸ່ນຈາກສວນອະງຸ່ນ, ແລະພວກເຂົາໄດ້​ຢຽບຫມາກອະງຸ່ນ. ພວກເຂົາ ໄດ້ຈັດ­ງານ​ລ້ຽງ​ໃນວິຫານຂອງ​ພຣະ​ຂອງ​ພວກ­ເຂົາ, ບ່ອນທີ່ພວກເຂົາໄດ້ກິນ ແລະ​ດື່ມ, ແລະໄດ້​ດ່າ​ສາບ­ແຊ່ງ​ອາ­ບີ­ເມ­ເຫລັກ​ດ້ວຍ.
\s5
\v 28 ກາ­ອານ​ລູກ­ຊາຍຂອງ​ເອ­ເບັດ​ຈຶ່ງ​ກ່າວ​ວ່າ, “ອາ­ບີ­ເມ­ເຫລັກ​ຄື​ໃຜ, ແລະ​ເຮົາ​ຊາວ​ຊີເຄມ​ເປັນ​ໃຜ, ທີ່ພວກເຮົາຄວນ​ຮັບ­ໃຊ້​ລາວ? ລາວບໍ່ແມ່ນລູກຊາຍຂອງເຢຣຸບບາອານ? ເຊ­ບູນບໍ່ແມ່ນ​ເປັນ​ເຈົ້າ­ຫນ້າ­ທີ່ບໍ? ຈົ່ງຮັບ­ໃຊ້​ຄົນ​ຮາ­ໂມ, ​ພໍ່​ຂອງ​ຊີ­ເຄມ​ສາ! ເປັນຫຍັງພວກເຮົາ​ຈຶ່ງ​ຮັບ­ໃຊ້​ອາ­ບີ­ເມ­ເຫລັກ?.
\v 29 ເຮົາຕ້ອງການໃຫ້​ຄົນ​ເມືອງ​ນີ້​ຢູ່​ໃຕ້​ການ​ປົກ­ຄອງ​ຂອງ​ເຮົາ! ແລ້ວເຮົາ​ຈະ​ຖອດ​ອາ­ບີ­ເມ­ເຫລັກ​ອອກ”. ເຮົາຈະເວົ້າກັບອາ­ບີ­ເມ­ເຫລັກ​ວ່າ, “ຈົ່ງ​ເອີ້ນກອງທັບ​ຂອງ​ທ່ານ​​ອອກ​ມາສາ.”
\s5
\v 30 ເມື່ອ​ເຊ­ບູນ, ເຈົ້າ­ເມືອງ, ​ໄດ້­ຍິນ​ຖ້ອຍ­ຄຳ​ຂອງ​ກາ­ອານ​ລູກ­ຊາຍ​ເອ­ເບັດ​ ໄດ້ກ່າວ ຄວາມໂກດແຄ້ນຂອງລາວກໍເພີ້ມຂຶ້ນ.
\v 31 ລາວໄດ້ສົ່ງ​ຜູ້ສົ່ງຂ່າວ​ໄປ​ຍັງ​ອາ­ບີ­ເມ­ເຫລັກ ເພື່ອຫລອກລວງ, ກ່າວວ່າ, ​“ເບິ່ງ​ແມ, ກາ­ອານ​ລູກ­ຊາຍ​ເອ­ເບັດ ແລະ​ບັນດາຍາດ​ພີ່­ນ້ອງ​ຂອງ​ພວກ­ເຂົາ ກຳລັງ​ມາ​ທີ່​ເມືອງ​ຊີເຄມ, ແລະພວກເຂົາ​ຍຸ­ແຍ່​ເມືອງ​ນັ້ນ​ໃຫ້​ຕໍ່­ສູ້​ກັບ​ທ່ານ.
\s5
\v 32 ບັດ­ນີ້, ຂໍ​​ຈົ່ງ​ລຸກ­ຂຶ້ນ​ໃນ​ຕອນ​ກາງ­ຄືນ ທັງ​ທ່ານ ແລະພວກທະຫານ­ທີ່​ຢູ່​ກັບ​ທ່ານ, ແລະກຽມ​ຊຸ້ມ​ຄອຍ​ຖ້າ​ໂຈມຕີຢູ່­ໃນ​ທົ່ງ­ນາ.
\v 33 ພໍຮອດຕອນ​ເຊົ້າ, ​ເມື່ອ​ຕາ­ເວັນ​ຂຶ້ນ ຂໍ​ຈົ່ງ​ລຸກ­ຂຶ້ນ​ແຕ່​ເຊົ້າໆ ແລະ ຮີບ​ບຸກ​ເຂົ້າ​ໂຈມຕີເມືອງ. ເມື່ອລາວ ແລະກອງທັບຂອງລາວພ້ອມ​ອອກ​ມາ​ຕໍ່­ສູ້ກັບ​ທ່ານ, ກໍຈົ່ງເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້ ເພື່ອພວກເຂົາເຖີ້ນ”.
\s5
\v 34 ແລ້ວ​ອາ­ບີ­ເມ­ເຫລັກ ກໍລຸກຂື້ນຕອນກາງຄືນ, ລາວ ແລະ​ກອງ­ທັບ​ທັງ​ຫມົດຂອງລາວ, ແລະພວກເຂົາໄດ້ແບ່ງອອກເປັນສີ່ກອງຊຸ້ມຄອຍໂຈມຕີເມືອງ​ຊີ­ເຄມ.
\v 35 ກາ­ອານ​ລູກ­ຊາຍ​ເອ­ເບັດ​ ກໍໄດ້​ອອກ​ໄປ ແລະ ​ຢືນ­ຢູ່​ທີ່​ທາງ​ເຂົ້າ​ປະ­ຕູ​ເມືອງນັ້ນ. ອາ­ບີ­ເມ­ເຫລັກ​ ແລະ ກອງ­ທັບ ກໍໄດ້ອອກມາຈາກ​ບ່ອນ​ດັກ​ຊຸ້ມຂອງພວກເຂົາ.
\s5
\v 36 ​ເມື່ອ​ກາ­ອານ​ເຫັນ​ກອງ­ທັບເຫລົ່ານັ້ນ, ລາວຈຶ່ງ​ເວົ້າ­ກັບ​ເຊ­ບູນ​ວ່າ, “ເບິ່ງ​ແມ, ກອງ­ທັບ​ກຳ­ລັງ​ເຄື່ອນ​ລົງ­ມາ​ຈາກ​ຍອດ​ພູ­ເຂົາ” ເຊ­ບູນ​ຕອບ​ລາວ​ວ່າ “ທ່ານກຳລັງ​ເຫັນ​ເງົາຂອງ​ພູ­ເຂົາ​ເປັນເຫມືອ​ນຄົນ​”.
\v 37 ກາ­ອານ​ເວົ້າ​ຂຶ້ນ ແລະກ່າວວ່າ “ເບິ່ງ, ກອງ­ທັບ​ກຳ­ລັງ​ລົງມາໃນ​ກາງ​ແຜ່ນ­ດິນ​ນັ້ນ, ແລະ​ກອງ­ທັບ​ອີກ​ກອງ​ຫນຶ່ງ​ກຳ­ລັງ​ລົງມາ​ທາງຕົ້ນສົນ​ແຫ່ງຜູ້ທຳນວາຍ”.
\s5
\v 38 ແລ້ວເຊ­ບູນ​ກໍ​ກ່າວ​ກັບ​ກາ­ອານ​ວ່າ, “ຕອນນີ້ ຖ້ອຍຄຳທີ່ໂອ້ອວດຂອງທ່ານ, ທ່ານ​ຜູ້​ທີ່​ກ່າວ​ວ່າ, ‘ອາ­ບີ­ເມ­ເຫລັກ​ຄື​ຜູ້­ໃດ ທີ່​ເຮົາ​ຕ້ອງ​ຮັບ­ໃຊ້ລາວ? ຄົນ​ເຫລົ່າ​ນີ້​ເປັນ​ຄົນ­ທີ່​ທ່ານ​ຫມິ່ນ­ປະ­ຫມາດ​ບໍ່​ແມ່ນ​ບໍ? ຈົ່ງ​ຍົກ­ທັບ​ອອກ​ໄປ ແລະ ​ສູ້­ຮົບ​ກັບ​ພວກ­ເຂົາ​ສາ”.
\v 39 ກາ­ອານ​ກໍອອກໄປ ແລະ ລາວກໍນໍາຫນ້າ​ກອງ­ທັບ​ຊີ­ເຄມ​ອອກ​ໄປ, ແລະເຂົາໄດ້​ຕໍ່­ສູ້​ກັບ​ອາ­ບີ­ເມ­ເຫລັກ.
\v 40 ອາ­ບີ­ເມ­ເຫລັກ​ກໍ​ຂັບ­ໄລ່​ຕາມລາວມາ ແລະ ກາ­ອານ​ກໍໄດ້ຫນີ​ໄປຕໍ່ຫນ້າຕໍ່ຕາລາວ. ຫລາຍຄົນໄດ້ບາດເຈັບ​ລົ້ມ​ຕາຍ​ຂ້າງຫນ້າທາງ​ເຂົ້າ​ປະ­ຕູ​ເມືອງນັ້ນ.
\s5
\v 41 ອາ­ບີ­ເມ­ເຫລັກ ໄດ້​ອາ­ໃສ​ຢູ່​ທີ່ເມືອງ​ອາ­ຣູ­ມາ.​ເຊ­ບູນ​ກໍ​ຂັບ­ໄລ່​ກາ­ອານ​ກັບ​ຍາດ​ພີ່­ນ້ອງ​ຂອງ​ພວກ­ເຂົາ​ອອກ​ໄປຈາກເມືອງຊີ­ເຄມ​.
\v 42 ໃນມື້ຕໍ່​ມາ​ຊາວ­ເມືອງ​ໄດ້ອອກ​ໄປ​ທີ່​ທົ່ງ­ນາ ແລະໄດ້ລາຍງານເລື່ອງນີ້ໃຫ້ອາ­ບີ­ເມ­ເຫລັກ​ຮູ້​.
\v 43 ລາວຈຶ່ງໄດ້ນຳເອົາຄົນຂອງລາວ, ແບ່ງພວກເຂົາອອກເປັນ​ສາມ​ກອງ, ພວກເຂົາຊຸ້ມ​ຄອຍໂຈມຕີ​ຢູ່​ທີ່​ທົ່ງ­ນາ. ລາວໄດ້​ເຫັນ​ຄົນເຫລົ່ານັ້ນ ກຳລັງອອກມາຈາກ​ໃນ​ເມືອງ ແລະລາວກໍໂຈມຕີ ແລະປະ­ຫານ​ພວກ­ເຂົາ.
\s5
\v 44 ສ່ວນ​ອາ­ບີ­ເມ­ເຫລັກ​ ແລະພວກ​ທະ­ຫານ​ທີ່­ຢູ່ກັບລາວໄດ້ໂຈມຕີ ແລະປິດທາງເຂົ້າ​ປະ­ຕູ​ເມືອງນັ້ນ. ຝ່າຍ​ທະ­ຫານ​ອີກ​ສອງ​ກອງ​ກໍ​ບຸກ​ເຂົ້າ​ໂຈມ­ຕີ​ທຸກຄົນທີ່ຢູ່​ໃນ​ທົ່ງ­ນາ ແລະ​ຂ້າ​ພວກ­ເຂົາ.
\v 45 ອາ­ບີ­ເມ­ເຫລັກ​ໄດ້ໂຈມ­ຕີ​ເມືອງ​ນັ້ນ​ຫມົດ​ມື້. ລາວຢຶດ​ເມືອງ​ນັ້ນ, ແລະ​ຂ້າ­ຟັນ​ປະ­ຊາ­ຊົນ​ທີ່­ຢູ່​ໃນ​ເມືອງ​ນັ້ນ. ລາວໄດ້ທັງ​ທຳ­ລາຍ​ເມືອງ​ນັ້ນ​ ແລະ​ຫວ່ານ​ເກືອ​ລົງ​ໃນເມືອງ​ນັ້ນ.
\s5
\v 46 ເມື່ອພວກຜູ້ນໍາຫໍຄອຍທັງຫມົດແຫ່ງເມືອງ​ຊີເຄມ ​ໄດ້­ຍິນ​ເລື່ອງນີ້, ພວກເຂົາກໍ​ຫນີ​ເຂົ້າ­ໄປ​­ໃນທີ່ຫ້ອງໃຕ້ດິນໃນ​ວັດ​ຂອງ​ພຣະ­ບາ­ອານ​ເບ­ຣິດ.
\v 47 ​ອາ­ບີ­ເມ­ເຫລັກໄດ້ຮັບແຈ້ງ​ວ່າ ພວກຜູ້ນຳທັງຫົມດໄດ້ໄປ​ຊຸມ­ນຸມ​ກັນ​ຢູ່ທີ່ຫໍຄອຍແຫ່ງເມືອງຊີເຄມ.
\s5
\v 48 ອາ­ບີ­ເມ­ເຫລັກ​ໄດ້​ຂຶ້ນ​ໄປ​ເທິງ​ພູ­ເຂົາ​ຊານ­ໂມນ, ລາວ ແລະ ຄົນທັງຫມົດທີ່ຢູ່ກັບລາວ. ອາ­ບີ­ເມ­ເຫລັກ​ຖື​ຂວານ​ອັນຫນຶ່ງ ແລະຕັດ​ກິ່ງ​ໄມ້. ລາວໄດ້ວາງມັນ​ໃສ່​ບ່າ​ແບກ​ມາ ແລະສັ່ງພວກຄົນທີ່ມາກັບລາວວ່າ, "ສິ່ງທີ່ພວກເຈົ້າ​ເຫັນ​ຂ້ອຍ​ເຮັດ​, ຈົ່ງ​ຮີບຮ້ອນ ແລະ​ ເຮັດ​ຕາມທີ່ຂອ້ຍເຮັດ​ສາ”.
\v 49 ດັ່ງ­ນັ້ນ ທຸກຄົນ​ກໍ​ຕັດ​ກິ່ງ​ໄມ້ ແລະ ​ແບກ​ຕາມ​ອາ­ບີ­ເມ­ເຫລັກ. ພວກເຂົາໄດ້​ສຸມກິ່ງໄມ້​ໄວ້ ທີ່​ກຳແພງຂອງປ້ອມ, ແລະພວກເຂົາ​ກໍ​ຈຸດ​ໄຟ​ເຜົາ​ປ້ອມ​ນັ້ນ, ດັ່ງນັ້ນ ມີປະຊາຊົນທັງຫມົດຂອງ​ຫໍ​ຊີເຄມ​ກໍ​ຕາຍ​ຫມົດ, ປະ­ມານ​ຫນຶ່ງ​ພັນ​ຄົນທັງ​ຊາຍ ແລະ​ຍິງ​.
\s5
\v 50 ດັ່ງ­ນັ້ນ ​ອາ­ບີ­ເມ­ເຫລັກໄດ້ໄປທີ່ເມືອງເທເບັດ ແລະລາວຕັ້ງ​ຄ້າຍສູ້ຮົບກັບເມືອງເທເບັດ ແລະຢືດເມືອງນັ້ນໄດ້.
\v 51 ແຕ່​ໃນ​ເມືອງ​ມີ​ປ້ອມ​ທີ່​ແຂງ­ແຮງໃນເມືອງນັ້ນ ແລະ ພວກຜູ້ຊາຍ ແລະພວກຜູ້ຍິງທັງຫມົດ ແລະຜູ້ນຳທຸກຄົນຂອງເມືອງໄດ້ຫນີໄປ ແລະປິດປະຕູຂັງຕົວເອງໄວ້. ແລ້ວພວກ­ເຂົາ​ກໍ​ຂຶ້ນ​ໄປ​ເທິງ​ຫລັງ­ຄາຂອງ​ປ້ອມນັ້ນ.
\s5
\v 52 ອາ­ບີ­ເມ­ເຫລັກໄດ້ມາຮອດປອ້ມ ແລະໂຈມຕີປ້ອມນັ້ນ ແລະລາວໄດ້ເຂົ້າມາ​ໃກ້​ປະ­ຕູ​ປ້ອມ​ໄດ້​ແລ້ວ ເພື່ອຈະ​ເອົາ​ໄຟ​ເຜົາ.
\v 53 ແຕ່ມີ​ຍິງ​ສາວຄົນ​ຫນຶ່ງ​ໄດ້ໂຍນກອ້ນ​ຫີນ​​ຖິ້ມ​ລົງ​ຖືກ​ຫົວ​ອາ­ບີ­ເມ­ເຫລັກ ແລະ ກະ­ໂຫລກ­ຫົວ​ຂອງລາວແຕກ.
\v 54 ແລ້ວລາວ​ຈຶ່ງ​ຟ້າວ​ຮ້ອງ​ບອກ​ຄົນ​ຫນຸ່ມ​ທີ່​ຖື​ອາ­ວຸດ​ຂອງ­ຕົນມາ, ແລະບອກ​ວ່າ “ຈົ່ງຖື​ດາບ​ຂອງເຈົ້າ ແລະຂ້າ​ເຮົາເລີຍ, ​ເພື່ອ​​ຈະ​ບໍ່ມີຄົນ​ກ່າວກ່ຽວກັບເຮົາວ່າ, ‘ຜູ້­ຍິງ​ຄົນ​ຫນຶ່ງ​ຂ້າ​ເຮົາ​ຕາຍ”. ດັ່ງນັ້ນ ຊາຍ​ຫນຸ່ມ​ຂອງ​ລາວ​ຄົນ​ນັ້ນ​ ກໍ​ແທງ​ລາວຈົນຊອດ​, ແລະລາວກໍເຖິງ​ແກ່​ຄວາມ​ຕາຍ.
\s5
\v 55 ເມື່ອ​ຄົນ​ອິ​ສ​ະ​ຣາເອນໄດ້​ເຫັນ​ວ່າ​ ອາ­ບີ­ເມ­ເຫລັກ​ຕາຍ​ແລ້ວ, ພວກເຂົາກໍກັບເມືອບ້ານ​ຂອງຕົນ.
\v 56 ດັ່ງ​ນີ້­ ພຣະ­ເຈົ້າ​ຊົງໄດ້ແກ້ແຄ້ນຄວາມຊົ່ວຮ້າຍຂອງ​ອາ­ບີ­ເມ­ເຫລັກ​ທີ່ລາວໄດ້​ເຮັດ​ຕໍ່​ພໍ່​ຂອງ­ຕົນ ໂດຍການ​ຂ້າ​ພີ່­ນ້ອງ​ເຈັດ​ສິບ​ຄົນ​ຂອງ­ຕົນ.
\v 57 ພຣະ­ເຈົ້າໄດ້ຊົງ​ເຮັດ­ໃຫ້​ຄວາມ​ຊົ່ວ­ຮ້າຍທັງຫມົດ​ຂອງ​ຊາວ​ຊີເຄມ​ໄດ້​ຕົກ​ຖືກ​ຫົວ​ຂອງ​ພວກ­ເຂົາ​ທັງ­ຫລາຍ​ເອງ ແລະຄຳ​ສາບ­ແຊ່ງ​ຂອງ​ໂຢ­ທາມ​ລູກ­ຊາຍຂອງເຢຣຸບບາອານ ກໍ​ຕົກ​ຢູ່​ເທິງ​ພວກ­ເຂົາ​ທັງຫລາຍ.
\s5
\c 10
\cl ບົດທີ 10
\p
\v 1 ຕໍ່​ຈາກ​ອາ­ບີ­ເມ­ເຫລັກ​, ໂຕ­ລາລູກ­ຊາຍ​ຂອງ​ປູ­ອາ​ຜູ້​ເປັນ​ລູກ­ຊາຍ​ຂອງ​ໂດ­ໂດ, ຄົນ​ອິດ­ຊາ­ຄາຜູ້ທີ່ໄດ້ອາໄສ​ຢູ່​ໃນ​ເມືອງ​ຊາ­ມີ​ໃນ​ເຂດ­ແດນ​ພູ­ເຂົາ​ເອຟຣາອິມ ໄດ້ລຸກ​ຂຶ້ນ​ມາ​ຊ່ວຍ​​ອິ​ສ​ະ​ຣາເອນ​ໃຫ້​ພົ້ນ​.
\v 2 ລາວໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນ​ເປັນເວລາ​ຊາວ​ສາມ​ປີ. ລາວໄດ້​ເສຍ​ຊີ­ວິດ ແລະພວກເຂົາ​ຝັງ​ສົບ​ລາວໄວ້​ທີ່​ເມືອງ​ຊາມີ.
\s5
\v 3 ຕໍ່​ຈາກລາວ ຄືຢາ­ອີ ​ຄົນ​ກີ­ເລ­ອາດ. ລາວ​ໄດ້​ຂຶ້ນ​ມາ​ປົກ­ຄອງ​​ອິ​ສ​ະ​ຣາເອນ​ຢູ່​ຊາວ​ສອງ​ປີ.
\v 4 ລາວ​ມີ​ລູກ­ຊາຍ​ສາມ­ສິບ​ຄົນ ຜູ້ທີ່ ຂີ່​ລູກ­ລາ​ສາມ­ສິບ​ໂຕ, ແລະ​ພວກເຂົາມີ​ເມືອງ​ຢູ່​ສາມ­ສິບ​ຫົວ​ເມືອງ​ທີ່ຢູ່ໃນແຜ່ນດິນກີ­ເລ­ອາດ, ຊຶ່ງໄດ້ເອີ້ນວ່າ ເມືອງ​ຮາ­ໂວດ-ຢາ­ອີ​ ຈົນ​ຮອດ​ທຸກ​ມື້­ນີ້​.
\v 5 ຢາ­ອີ​ໄດ້ເ​ສຍຊີ­ວິດ ແລະ​ຖືກ​ຝັງ​ໄວ້​ທີ່​ເມືອງ​ກາໂມນ.
\s5
\v 6 ຄົນ​ອິ​ສ​ະ​ຣາເອນ​ກໍ​ເຮັດ​ຊົ່ວໃນສິ່ງທີ່ພວກເຂົາໄດ້ເຮັດຫລາຍຂື້ນ ​ໃນ​ສາຍ​ຕາ​ຂອງ​ພຣະ­​ຢາເວ ແລະໄດ້ນະມັດສະການ​ພຣະ­ບາ­ອານ​ທັງ­ຫລາຍ, ​ພຣະ­ອັດ­ຊະ­ຕ­າກ, ພຣະ​ຂອງ​ຄົນ​ຊີ­ເຣຍ, ພຣະ​ຂອງ​ເມືອງ​ຊີ­ໂດນ, ພຣະ​ຂອງ​ຄົນ​ໂມ­ອາບ, ພຣະ​ຂອງ​ຄົນ​ອຳ­ໂມນ, ແລະ ພຣະ​ຂອງ​ຄົນ​ຟີ­ລິດ­ສະ­ຕິນ. ພວກເຂົາ​ທັງ­ຫລາຍ​ປະ​ຖິ້ມ​ພຣະ­­ຢາເວ ແລະບໍ່­ໄດ້ນະມັດສະການ​ພຣະ­ອົງ​ອີກ.
\v 7 ​ພຣະ­ພິ­ໂລດ​ຂອງ​ພຣະ­­ຢາເວ ກໍ​ຮ້ອນ​ຂຶ້ນ​ຕໍ່​​ອິ​ສ​ະ​ຣາເອນ, ແລະພຣະອົງຈຶ່ງ​ໄດ້ຊົງ​ຂາຍ​ພວກ­ເຂົາ​ໄວ້​ໃນ​ມື​ຂອງ​ຄົນ​ຟີ­ລິດ­ສະ­ຕິນ ແລະ​ໃນ​ມື​ຂອງ​ຄົນ​ອຳ­ໂມນ.
\s5
\v 8 ພວກ­ເຂົາ​ໄດ້​ບີບ​ບັງ­ຄັບ ແລະຂົ່ມ­ເຫັງ​ຄົນ​​ອິ​ສ​ະ​ຣາເອນ​ໃນ​ປີ​ນັ້ນ, ແລະພວກເຂົາຂົ່ມເຫັງ​ຄົນ​​ອິ​ສ​ະ​ຣາເອນ​ທັງ­ຫມົດ​ທີ່­ຢູ່​ຟາກ​ຫນຶ່ງຂອງແມ່­ນ້ຳ​ຈໍ­ແດນ​​ໃນ​ແຜ່ນ­ດິນ​ຂອງ​ຄົນ​ອະ­ໂມ­ຣິດ, ທີ່ຢູ່­ໃນ​ກິ­ເລ­ອາດ​ເປັນເວລາສິບ​ແປດ​ປີ.
\v 9 ແລ້ວ​ຄົນ​ອຳ­ໂມນ​ໄດ້​ຂວ້າມ​ແມ່­ນ້ຳ​ຈໍ­ແດນ​ ເພື່ອໄປ​ສູ້ຮົບ​ກັບ​ຢູ­ດາ, ­ສູ້​ຮົບກັບ​ເບັນ­ຢາ­ມິນ ແລະ​ສູ້ຮົບກັບ​ວົງ­ວານ​ຂອງ​ເອຟຣາອິມ, ດັ່ງ­ນັ້ນ ຄົນ​ອິ​ສ​ະ​ຣາເອນ​ຈຶ່ງ​ໄດ້ຮັບຄວາມເດືອດ­ຮ້ອນ​ຢ່າງຍິ່ງ.
\s5
\v 10 ແລົວ​ຄົນ​ອິ​ສ​ະ​ຣາເອນ​ຮ້ອງ­ທຸກ​ຕໍ່​ພຣະ­ຢາເວວ່າ, “ຖ້າພວກຂ້ານ້ອຍ​ທັງ­ຫລາຍ​ໄດ້​ເຮັດ​ບາບ​ຕໍ່​ພຣະ­ອົງແລ້ວ, ເພາະ­ວ່າ​ພວກຂ້າ­ນ້ອຍ​ໄດ້​ປະ​ຖິ້ມ​ພຣະ­ເຈົ້າ​ຂອງພວກ​ຂ້າ­ນ້ອຍໄປ ແລະໄດ້ນະມັດສະການບັນ­ດາ​ພຣະ­ບາ­ອານ”.
\v 11 ພຣະ­­ຢາເວໄດ້ຊົງກ່າວ​ກັບ​ຄົນ​ອິ​ສ​ະ​ຣາເອນວ່າ, “ເຮົາ​ບໍ່­ໄດ້​ຊ່ວຍພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊາວ​ເອ­ຢິບ, ຈາກຄົນ​ອາໂມ­ຣິດ, ຈາກ​ຄົນ​ອຳ­ໂມນ ແລະ​ຈາກ​ຄົນ​ຟີ­ລິດ­ສະ­ຕິນ​.
\v 12 ແລະຈາກຄົນ​ຊີ­ໂດນ ຫລືບໍ? ຄົນ​ອາ­ມາ­ເຫລັກ ແລະ​ຄົນມາ­ໂອນ​ ໄດ້​ບີບ​ບັງ­ຄັບພວກ​ເຈົ້າ; ພວກເຈົ້າ​ໄດ້​ທູນຂໍ​ຕໍ່​ເຮົາ, ແລະ​ເຮົາ​ໄດ້​ຊ່ວຍພວກ​ເຈົ້າ​ໃຫ້​ພົ້ນຈາກອຳນາດຂອງ​ພວກ­ເຂົາ​.
\s5
\v 13 ເຖິງ​ຢ່າງ​ນັ້ນ ພວກເຈົ້າ​​ໄດ້​ປະ​ຖິ້ມ​ເຮົາອີກ ແລະ​ນະມັດສະການ​ພຣະ​ອື່ນ. ເຫດ­ນັ້ນ, ເຮົາ​ຈຶ່ງ​ຈະ​ບໍ່​ຊ່ວຍພວກ​ເຈົ້າ​ໃຫ້​ພົ້ນ​ອີກ​ຕໍ່­ໄປ.
\v 14 ຈົ່ງ​ໄປ​ ແລະທູນຂໍ​ຕໍ່​ພຣະຕ່າງໆ ທີ່ພວກເຈົ້າໄດ້ນະມັດສະການ. ​ໃຫ້​ພຣະ​ເຫລົ່າ­ນັ້ນ​ ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໃນ​ຍາມພວກເຈົ້າໄດ້ຮັບຄວາມ​ທຸກ​ລຳບາກ​ນີ້”
\s5
\v 15 ​ຄົນ​ອິ​ສ​ະ​ຣາເອນໄດ້ກາບ​ທູນ​ຕໍ່ພຣະ­­ຢາເວ​ວ່າ, “ພວກຂ້າ​ນ້ອຍ​ທັງ­ຫລາຍ ​ໄດ້​ເຮັດ​ບາບ​ແລ້ວ. ຂໍ​ພຣະ­ອົງຊົງ​ເຮັດ​ແກ່ພວກຂ້ານ້ອຍຕາມ​ທີ່​ພຣະ­ອົງ​ເຫັນ​ດີເຖີ້ນ. ແຕ່ຂໍຊົງໂຜດຊ່ວຍພວກເຮົາໃນມື້ນີ້ເຖີ້ນ”.
\v 16 ພວກ­ເຂົາ​ ໄດ້ກຳຈັດ​ພຣະ​ຕ່າງດ້າວຕ່າງໆ ທີ່ຢູ່ທ່າມກາງພວກເຂົາອອກໄປ ແລະ​ນະມັດສະການ​ພຣະ­­ຢາເວ. ຝ່າຍ​ພຣະ­ອົງ​ຊົງທຸກ​ຮ້ອນ​ໃຈ ​ດ້ວຍ​ຄວາມ­ທຸກ​ຍາກ​ຂອງ​​ອິ​ສ​ະ​ຣາເອນ.
\s5
\v 17 ແລ້ວ​ຄົນ​ອຳ­ໂມນ​ກໍ​ໄດ້ມາຊຸມນຸມກັນ ແລະຕັ້ງຄ້າຍ ໃນ​ກີ­ເລ­ອາດ. ​ຄົນ​​ອິ​ສ​ະ​ຣາເອນ​ກໍ​ມາ​ພ້ອມ​ກັນ ແລະ​ຕັ້ງ­ຄ້າຍ​ຢູ່​ທີ່​ມິ­ຊະ­ປາ.
\v 18 ພວກຜູ້ນຳ​ອິ​ສ​ະ​ຣາເອນຂອງ​ຄົນ​ກີ­ເລ­ອາດ​ເວົ້າ​ກັນ​ວ່າ, “ຜູ້­ໃດ​ທີ່​ຈະ​ເປັນ​ຄົນ​ທຳ­ອິດອອກໄປສູ້ຮົບ​ກັບ​ຄົນ​ອຳ­ໂມນກ່ອນ? ລາວຈະໄດ້​ເປັນ​ຜູ້ນຳເຫນືອທັງຫມົດທີ່ອາໄສຢູ່​ໃນ​ກີ­ເລ­ອາດ​”.
\s5
\c 11
\cl ບົດທີ 11
\p
\v 1 ໃນຕອນນີ້ ເຢັບ­ທາ​ຄົນ​ກີ­ເລ­ອາດ ​ເປັນ​ທະ­ຫານຜູ້​ກ້າ, ແຕ່​ລາວເປັນ​ລູກ­ຊາຍ​ຂອງ​ຍິງ​ໂສ­ເພ­ນີ. ກິີເລ­ອາດເປັນພໍ່ຂອງລາວ.
\v 2 ເມຍ​​ຂອງ​ກີ­ເລ­ອາດ ຍັງໄດ້​ເກີດ​ລູກ­ຊາຍອີກ​ຫລາຍ​ຄົນ.​ເມື່ອ​ພວກ​ລູກຊາຍຂອງເມຍຂອງລາວ­ນັ້ນ​ໃຫຍ່​ຂຶ້ນ​ແລ້ວ, ພວກເຂົາໄດ້​ຂັບ­ໄລ່​ເຢັບ­ທາ​ອອກຈາກເຮືອນ​ໄປ ແລະໄດ້ກ່າວກັບລາວ​ວ່າ “ເຈົ້າ​ບໍ່​ມີ​ສ່ວນ​ໃນ​ມໍ­ຣະ­ດົກ​ໃດໆຂອງ​ຄອບ­ຄົວ​ພວກເຮົາ​. ເພາະ­ວ່າ​ເຈົ້າ​ເປັນ​ລູກ​ຊາຍຂອງ​ຍິງ​ຄົນ​ອື່ນ”.
\v 3 ດ່ັງນັ້ນ, ເຢັບ­ທາ​ຈຶ່ງໄດ້​ຫນີ​ຈາກ​ພີ່­ນ້ອງ​ຂອງ­ລາວ ແລະ​ໄປ​ອາ­ໃສ​ຢູ່​ທີ່​ແຜ່ນ­ດິນ​ໂຕບ. ພວກນັກເລງ​ອັດ­ຕະ­ພານ​ ກໍໄດ້ເຂົ້າຮ່ວມ­ກັບ​ເຢັບ­ທາ ແລະພວກເຂົາໄດ້ມາ ແລະໄປນຳເຂົາ.
\s5
\v 4 ຫລາຍວັນຕໍ່​ມາ, ຄົນ​ອຳ­ໂມນ​ໄດ້​ເຮັດ​ສົງ­ຄາມ​ກັບ​ຄົນ​ອິ​ສ​ະ​ຣາເອນ.
\v 5 ຂະນະທິ່​ຄົນ​ອຳ­ໂມນ​ເຮັດ​ສົງ­ຄາມ​ກັບຄົນ​​ອິ​ສ​ະ​ຣາເອນນັ້ນ, ​ພວກ​ຜູ້­ໃຫຍ່​ຂອງ​ເມືອງ​ກິີເລ­ອາດ​ໄດ້​ໄປ​ພາ​ເຢັບ­ທາ​ມາ​ຈາກ​ແຜ່ນ­ດິນ​ໂຕບ.
\v 6 ພວກ­ເຂົາໄດ້​ກ່າວ​ແກ່​ເຢັບ­ທາ​ວ່າ, “ຈົ່ງ​ກັບມາ​ ແລະເປັນຜູ້ນຳ​ຂອງພວກ​ເຮົາເຖີ້ນ ເພື່ອພວກ​ເຮົາ​ຈະ​ຕໍ່­ສູ້​ກັບ​ຄົນ​ອຳ­ໂມນໄດ້”
\s5
\v 7 ເຢັບ­ທາ​ໄດ້ກ່າວກັບພວກຜູ້ນຳຂອງກີເລອາດວ່​າ, “ພວກທ່ານກຽດຊັງຂອ້ຍ ແລະໄດ້ຂັບໄລ່ຂ້ອຍໃຫ້ອອກຈາກເຮືອນຂອງພໍ່ຂ້ອຍ. ບັດນີ້ ເປັນຫຍັງພວກທ່ານຈຶ່ງມາຫາຂ້ອຍ ຕອນທີ່ພວກທ່ານປະສົບກັບຄວາມລຳບາກ?”.
\v 8 ພວກ​ຜູ້ນຳຂອງ​ກີ­ເລ­ອາດໄດ້ຕອບເຢັບ­ທາວ່າ, ​​“ເຫດຜົນທີ່ພວກເຮົາກັບມາຫາເຈົ້າໃນຕອນນີ້; ຂໍຈົ່ງກັບມາກັບພວກເຮົາ ແລະສູ້ຮົບກັບຄົນອຳໂມນ ແລະເຈົ້າຈະໄດ້ເປັນຜູ້ນຳເຫນືອທຸກຄົນທີ່ອາໄສຢູ່ໃນກີເລອາດ”.
\s5
\v 9 ເຢັບ­ທາ​ຈຶ່ງ​ໄດ້ກ່າວ​ກັບ​ພວກ​ຜູ້­ໃຫຍ່​ຂອງ​ກີ­ເລ­ອາດ​ວ່າ, “ຖ້າພວກ​ທ່ານ​ນຳຂ້ອຍ​ກັບ​ເຮືອນອີກ​ເພື່ອ​ສູ້ຮົບ​ກັບ​ຄົນ​ອຳ­ໂມນ ແລະ​ຖ້າ​ພຣະ­­ຢາເວ​ໄດ້​ມອບ​ພວກ­ເຮົາມີໄຊນະນະເຫນືອພວກເຂົາ, ຂ້ອຍຈະເປັນຜູ້ນຳຂອງ​ພວກທ່ານ”.
\v 10 ພວກ​ຜູ້­ໃຫຍ່​ຂອງ​ກີ­ເລ­ອາດ​ຈຶ່ງ​ຕອບ​ເຢັບ­ທາ​ວ່າ, “ຂໍພຣະ­­ຢາເວ​ເປັນ​ພະ­ຍານ​ລະ­ຫວ່າງພວກ​ເຮົາ ຖ້າຫາກພວກເຮົາ​ ບໍ່ໄດ້​ເຮັດ​ຕາມ​ທີ່ພວກເຮົາເວົ້າ!”.
\v 11 ດັ່ງນັ້ນ ເຢັບ­ທາ​ຈຶ່ງ​ໄປ​ກັບ​ພວກ​ຜູ້­ໃຫຍ່​ຂອງ​ກີ­ເລ­ອາດ, ແລະ​ປະ­ຊາ­ຊົນ​ກໍ​ແຕ່ງຕັ້ງ​ໃຫ້ລາວເປັນ​ຜູ້ນຳ ແລະ​ຜູ້ບັນຊາການຂອງເຫນືອ​ພວກ­ເຂົາ. ແລ້ວ​ເຢັບ­ທາ​ກໍ​ກ່າວ​ຢໍ້າອີກຄັ້ງເຖິງຄຳຫມັ້ນສັນຍາທັງຫມົດທີ່ລາວໄດ້ເຮັດ ເມື່ອລາວຢູ່​ຕໍ່​ຫນ້າ​ພຣະ­­ຢາເວ​ທີ່​ເມືອງ​ມິຊະປາ.
\s5
\v 12 ແລ້ວເຢັບ­ທາ​ຈຶ່ງ​ສົ່ງ​ຜູ້​ສົ່ງຂ່າວ​ໄປ​ຍັງ​ກະສັດຂອງຊາວ​ອຳ­ໂມນ​, ຖາມ­ວ່າ “ຄວາມຂັດແຍ້ງຄັ້ງນີ້ລະຫວ່າງພວກເຮົາແມ່ນຫຍັງ? ເປັນຫຍັງທ່ານ​ຈຶ່ງ​ຍົກ­ທັບ​ມາ​ຕໍ່­ສູ້​ ເພື່ອຢືດເອົາແຜ່ນ­ດິນ​ຂອງ​ພວກເຮົາ”.
\v 13 ກະສັດຂອງ​ຄົນ​ອຳ­ໂມນ​ຕອບກັບ​ຜູ້​ສົ່ງຂ່າວ​ຂອງ​ເຢັບ­ທາ​ວ່າ, “ເພາະ­ວ່າ​ເມື່ອ​ອິ​ສ​ະ​ຣາເອນໄດ້ອອກຈາກ​​ເອ­ຢິບ, ພວກເຂົາໄດ້ຢືດ​ແຜ່ນ­ດິນ​ຂອງ​ເຮົາ​ໄປ ຕັ້ງ­ແຕ່​ແມ່­ນ້ຳ​ອາ­ກໂນນ​ເຖິງ​ແມ່­ນ້ຳ​ຢັບ­ໂບກ, ແລະ​ຮອດ​ແມ່­ນ້ຳ​ຈໍແດນ. ບັດ­ນີ້ ຈົ່ງຄືນ​ແຜ່ນ­ດິນ​ເຫລົ່າ­ນັ້ນໃຫ້ກັບເຮົາ​ໂດຍ​ດີ.”
\s5
\v 14 ​ເຢັບ­ທາ​ໄດ້ສົ່ງ​ຜູ້ສົ່ງຂ່າວ​ໄປ​ຫາ​ກະ­ສັດ​ຄົນ​ອຳ­ໂມນ​ອີກຄັ້ງ.
\v 15 ແລະລາວໄດ້​ກ່າວ​ວ່າ, “ນີ້ແມ່ນຖ້ອຍຄຳຂອງເຢັບ­ທາ ​ກ່າວ​ວ່າ: ​ອິ​ສ​ະ​ຣາເອນ​ບໍ່­ໄດ້​ຢຶດ​ແຜ່ນ­ດິນ​ຂອງ​ໂມ­ອາບ ແລະ​ແຜ່ນ­ດິນ​ຂອງ​ຄົນ​ອຳ­ໂມນ.
\v 16 ແຕ່ພວກເຂົາໄດ້ມາຈາກເອຢິບ, ແລະ​ ອິ​ສ​ະ​ຣາເອນໄດ້ເດີນທາງຖິ່ນແຫ້ງແລ້ງກັນດານໄປຮອດທະເລແດງ​ ແລະ​ໄປຍັງ​ກາ­ເດັດ.
\s5
\v 17 ເມື່ອ​ອິ​ສ​ະ​ຣາເອນ ໄດ້ສົ່ງຜູ້ສົ່ງຂ່າວໄປຍັງກະສັດແຫ່ງເອໂດມ, ກ່າວວ່າ, 'ຂໍໂຜດໃຫ້ພວກເຮົາເດີນທາງຜ່ານດິນແດນຂອງທ່ານໄປເຖີ້ນ', ກະສັດເອໂດມ ກໍບໍ່ຟັງ. ແລ້ວ​ພວກ­ເຂົາ​ຍັງໄດ້ສົ່ງຜູ້ສົ່ງຂ່າວໄປຫາກະສັດແຫ່ງ​ໂມ­ອາບ, ແຕ່ເພິ່ນກໍໄດ້ປະຕິເສດ. ດັ່ງນັ້ນ ​ອິ​ສ​ະ​ຣາເອນຈຶ່ງຍັງຄົງພັກທີ່ກາເດັດ.
\v 18 ຫລັງຈາກນັ້ນພວກເຂົາ ກໍໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ຫນີອອກຈາກແຜ່ນດິນເອໂດມ ແລະແຜ່ນດິນໂມອາບ ແລະພວກເຂົາໄດ້ເດີນທາງໄປທາງທິດຕາເວັນອອກຂອງແຜ່ນດິນໂມອາບ ແລະພວກເຂົາໄດ້ຕັ້ງຄ້າຍພັກຢູ່ອີກຟາກຫນຶ່ງຂອງອາກໂນນ. ແຕ່ພວກເຂົາບໍ່ໄດ້ເຂົ້າໄປໃນດິນແດນຂອງໂມອາບ, ເພາະວ່າອາກໂນນເປັນເຂດແດນຂອງໂມອາບ.
\s5
\v 19 ​ອິ​ສ​ະ​ຣາເອນ​ຈຶ່ງ​ສົ່ງ​ຜູ້​ສົ່ງຂ່າວ​ໄປ​ຫາ​ສີ­ໂຫນ, ​ກະ­ສັດ​ຄົນ​ອາໂມ­ຣິດ, ຜູ້ທີ່ປົກຄອງເມືອງ​ເຮັດ­ຊະ­ໂບນ; ​ອິ​ສ​ະ​ຣາເອນ​ກ່າວກັບລາວວ່າ, ‘ຂໍໂຜດ​ໃຫ້​ພວກ​ເຮົາ​ຜ່ານ​ແຜ່ນ­ດິນ​ຂອງ​ທ່ານ​ໄປທີ່ຊຶ່ງເປັນດິນແດນຂອງພວກເຮົາເຖີ້ນ’.
\v 20 ແຕ່​ສີ­ໂຫນ​ບໍ່​ວາງ­ໃຈຄົນ​​ອິດສ​ະ​ຣາເອນເດີນທາງ​ຜ່ານ​ເຂດ­ແດນ​ຂອງ­ຕົນ. ສະ­ນັ້ນ ສີ­ໂຫນ​ຈຶ່ງ​ເຕົ້າໂຮມກອງທັບຂອງລາວ ແລະຍົກກອງທັບໄປ​ທີ່​ຢາ­ຮາດ ແລະ​ລາວໄດ້ສູ້­ຮົບ​ກັບຄົນ​​ອິ​ສ​ະ​ຣາເອນທີ່ນັ້ນ.
\s5
\v 21 ແລະ​ພຣະ­­ຢາເວ, ພຣະ­ເຈົ້າ​ຂອງຄົນ​​ອິ​ສ​ະ​ຣາເອນ,​ໄດ້​ມອບເມືອງ​ສີ­ໂຫນ ແລະ​ປະ­ຊາ­ຊົນ​ທັງ​ຫມົດ​ຂອງ​ລາວ​ໄວ້​ໃນ​ມື​​ອິ​ສ​ະ​ຣາເອນ ແລະພວກເຂົາໄດ້ຊະນະຄົນສີໂຫນ. ດັ່ງນັ້ນ ​ອິ​ສ​ະ​ຣາເອນຈຶ່ງ​ຢຶດ​ຄອງ​ແຜ່ນ­ດິນ​ທັງ​ຫມົດ​​ຂອງ​ຄົນ​ອາໂມ­ຣິດ​ຜູ້​ທີ່ອາໄສຢູ່ໃນແຜ່ນດິນ​ນັ້ນ.
\v 22 ​ພວກ­ເຂົາ​ຍຶດຄອງທຸກສິ່ງທີ່ຢູ່​ເຂດ­ແດນ​ທັງ​​ຫມົດ​​ຂອງ​ຄົນ​ອາໂມ­ຣິດ, ​ຕັ້ງ­ແຕ່​ແມ່­ນ້ຳ​ອາ­ກໂນນ​ຮອດ​ແມ່­ນ້ຳ​ຢັບ­ໂບກ, ແລະ​ຕັ້ງ­ແຕ່​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ໄປຈົນຮອດ​ແມ່­ນ້ຳ​ຈໍແດນ.
\s5
\v 23 ຈາກນັ້ນ ພຣະ­ຢາເວ, ​ພຣະ­ເຈົ້າ​ຂອງຄົນ​​ອິ​ສ​ະ​ຣາເອນ, ໄດ້ຊົງ​ຂັບ­ໄລ່​ຄົນ​ອາ­ໂມ­ຣິດ​ອອກ​ຕໍ່­ຫນ້າ​​ອິ​ສ​ະ​ຣາເອນຂອງພຣະອົງ, ​ບັດນີ້ ​ທ່ານ​ຄວນຈະ​ຢືດຄອງເອົາແຜ່ນດິນຂອງພວກເຂົາບໍໍ?.
\v 24 ທ່ານ​ຈະບໍ່­ຄອງແຜ່ນດິນທີ່ພຣະ­ເຄ­ໂມດ, ​ພຣະ​ຂອງ​ທ່ານໄດ້​ມອບ​ໃຫ້​ໃຫ້ແກ່ທ່ານ? ດັ່ງນັ້ນ ແຜ່ນດິນໃດກໍຕາມທີ່ພຣະຢາເວ, ພຣະເຈົ້າຂອງພວກເຮົາໄດ້ມອບແກ່ພວກເຮົາ, ພວກເຮົາຈະຢືດຄອງເອົາ­.
\v 25 ບັດນີ້ ທ່ານ​ຈະ​ດີກ­ວ່າ​ບາຫ­ລາກ​ລູກ­ຊາຍ​ຂອງຊິບ­ໂປ, ​ກະ­ສັດ​ເມືອງ​ໂມ­ອາບ​ບໍ? ລາວກ້າທີ່ຈະໂກດຮ້າຍ​ກັບ​​ອິ​ສ​ະ​ຣາເອນ​ບໍ? ລາວ​ເຄີຍ​ເຮັດເສິກ​ກັບຄົນ​ອິ​ສ​ະ​ຣາເອນ​ບໍ?
\s5
\v 26 ຂະນະທີ່ຄົນ​​ອິ​ສ​ະ​ຣາເອນ ​ອາ­ໃສ​ຢູ່­ໃນ​ເມືອງ​ເຮັດ­ຊະ­ໂບນ ແລະ​ຫມູ່ບ້ານຕ່າງໆຂອງເມືອງ​ນັ້ນ ເປັນເວລາສາມຮ້ອຍປີ, ແລະ​ໃນ​ເມືອງ​ອາ­ໂຣ­ເອ ແລະຫມູ່ບ້ານ​ຂອງ​ເມືອງ​ນັ້ນ ແລະ​ຢູ່­ໃນ​ບັນ­ດາ​ຫົວ​ເມືອງ​ທີ່​ຕັ້ງ​ຢູ່​ຕາມ​ຝັ່ງ​ແມ່­ນ້ຳ​ອາ­ກໂນນ- ເປັນ­ຫຍັງ​ທ່ານ​ຈຶ່ງບໍ່ເອົາພວກເຂົາກັບ​ຄືນ​ມາ​ໃນຊ່ວງ​ເວ­ລາ​ນັ້ນ?.
\v 27 ຂ້ອຍບໍ່ເຄີຍໄດ້ເຮັດຄວາມຜິດຕໍ່ທ່ານ, ແຕ່​ທ່ານ​ໄດ້​ເຮັດ​ຄວາມ​ຜິດ​ຕໍ່​ຂ້ອຍ ທີ່ມາໂຈມຕີ​ຂ້ອຍ. ຂໍ​ພຣະ­­ຢາເວ, ​ຜູ້ຊົງເປັນຜູ້​ພິ­ພາກ­ສາ​, ຈະຊົງຕັດສິນຄວາມລະຫວ່າງ​ຄົນ​​ອິ​ສ​ະ​ຣາເອນ ແລະ​ຄົນ​ອຳ­ໂມນ​ໃນ​ມື້­ນີ້”
\v 28 ແຕ່​ກະ­ສັດ​ຂອງ​ຄົນ​ອຳ­ໂມນ​ບໍ່­ໄດ້​ຟັງ​ຄຳເຕືອນ​ຂອງ​ເຢັບ­ທາ ​ໄດ້​ສົ່ງ​ໄປ​ໃຫ້ເຂົາ.
\s5
\v 29 ຫລັງຈາກນັ້ນ, ພຣະ­ວິນ­ຍານ​ຂອງ​ພຣະ­​ຢາເວ ໄດ້ສະເດັດມາສະຖິດຢູ່ກັບ​ເຢັບ­ທາ, ແລະ ​ລາວ​ຈຶ່ງ​ເດີນທາງ​ຜ່ານ​ກິີເລ­ອາດ ແລະ​ມາ­ນາ­ເຊ, ​ແລະ ​ຜ່ານ​ມິ​ຊະ​ປາ​ແຫ່ງ​ກີ­ເລ­ອາດ, ແລະ​ຈາກ​ມິ​ຊະ​ປາ​ແຫ່ງ​ກີ­ເລ­ອາດ, ລາວໄດ້ເດີນທາງຕໍ່­ໄປ​ຮອດ​ບ່ອນ​ຄົນ​ອຳໂມນ.
\v 30 ​ເຢັບ­ທາ​ໄດ້ປະ­ຕິ­ຍານ​ຕໍ່​ພຣະ­­ຢາເວ​ ແລະກ່າວວ່າ, “ຖ້າ​ຫາກພຣະ­ອົງ​ມອບໄຊນະນະແກ່ຂ້ານ້ອຍເຫນືອ​ຄົນ​ອຳ­ໂມນ,
\v 31 ແລ້ວຜູ້­ໃດ​ກໍຕາມທີ່​ອອກ​ມາ​ຈາກ​ປະ­ຕູ​ເຮືອນ​ຂອງ​ຂ້າ​ນ້ອຍ ເພື່ອ​ຕ້ອນ­ຮັບ​ຂ້າ​ນ້ອຍ ເມື່ອ​ຂ້າ​ນ້ອຍ​ກັບ​ມາ​ຈາກ​ຄົນ​ອຳ­ໂມນ​ດ້ວຍ​ຄວາມ​ສະ­ຫງົບ ຜູ້­ນັ້ນ​ຈະ​ຕ້ອງ​ເປັນ​ຂອງ​ພຣ­ະຢາເວ ແລະ​ຂ້າ​ນ້ອຍຈະ​ຖວາຍ​ຜູ້­ນັ້ນ​ເປັນ​ເຄື່ອງ​ເຜົາ​ບູ­ຊາ”
\s5
\v 32 ດັ່ງນັ້ນ ​ເຢັບ­ທາ​ຈຶ່ງ​ໄດ້ເດີນທາງ​ໄປຍັງ​ຄົນ​ອຳ­ໂມນ ເພື່ອສູ້ຮົບກັບພວກເຂົາ, ແລະ​ພຣະ­­​ຢາເວ ໄດ້ມອບໄຊນະນະແກ່​ພວກ­ເຂົາ.
\v 33 ແລະ​ລາວໄດ້​ໂຈມຕີຄົນເຫລົ່ານັ້ນ ແລະເຮັດໃຫ້ເກີດການຂ້າຟັນຢ່າງຫລວງຫລາຍຈາກເມືອງ​ອາ­ໂຣ­ເອ​ໄປ​ໃກ້ໆ​ເຖິງເມືອງ​ມິນ­ນິດ ລວມ​ຊາວ​ຫົວ​ເມືອງ ແລະ​ໄປ​ຈົນ​ເມືອງອາເບັນ ເກຣາມິນ. ດັ່ງນັ້ນ ຄົນອຳໂມນຈຶ່ງໄດ້ຕົກຢູ່ພາຍໃຕ້ອຳນາດຂອງຄົນ​ອິ​ສ​ະ​ຣາເອນ.
\s5
\v 34 ເຢັບ­ທາ ໄດ້​ກັບ​ມາເຖິງ​ເຮືອນຂອງລາວ​ທີ່ເມືອງ​ມິຊະ­ປາ, ແລະລູກ­ສາວ​ຂອງລາວກໍໄດ້​ຖື​ກອງ​, ແລະເຕັ້ນ­ລຳ​ອອກ​ມາ​ຕ້ອນ­ຮັບ​ລາວ. ນາງ​ເປັນ​ລູກ​ຄົນ​ດຽວຂອງລາວ, ແລະນອກ­ຈາກ​ລູກ­ສາວ​ຄົນ​ນີ້ ລາວ​ບໍ່­ມີ​ລູກ­ຊາຍ ແລະ​ລູກ­ສາວ​ອີກ​ເລີຍ.
\v 35 ທັນທີທີ່ລາວເຫັນນາງ, ລາວ​ກໍ​ຈີກ​ເສື້ອ­ຜ້າ​ຂອງ­ຕົນ, ແລະກ່າວ​ວ່າ, “ໂອຍ! ລູກ­ສາວຂອງພໍ່! ເຈົ້າ​ເຮັດ­ໃຫ້ພໍ່ມີຄວາມໂສກເສົ້າ, ແລະ​ເຈົ້າ​ເປັນ​ເຫດ​ໃຫ້​ພໍ່​ເຈັບປວດ! ເພາະ­ວ່າ​ພໍ່​ໄດ້​​ປະ­ຕິ­ຍານ​ຕໍ່​ພຣະ­­ຢາເວ​ໄວ້ແລ້ວ, ແລະພໍ່ບໍ່ສາມາດ​ຄືນ​ຄຳສັນຍາຂອງພໍ່­ໄດ້”
\s5
\v 36 ນາງ​ຈຶ່ງກ່າວ­ກັບ​ພໍ່​ວ່າ, “ພໍ່​ຂອງລູກ, ເມື່ອ​ພໍ່ໄດ້ປະຕິຍານຕໍ່​​ພຣະ­ຢາເວແລ້ວ ກໍຈົງເຮັດທຸກຢ່າງຕາມທີ່ພໍ່ໄດ້ສັນຍາໄວ້ເຖີ້ນ ເພາະພຣະຢາເວ­​ໄດ້​ຊົງເຮັດການແກ້­ແຄ້ນຕໍ່​ຄົນ​ອຳ­ໂມນ​ສັດ­ຕຣູ​ຂອງ​ພໍ່ໃຫ້ກັບພໍ່​ແລ້ວ”.
\v 37 ​ນາງ​ເວົ້າ­ກັບ​ພໍ່​ຂອງ​ນາງ​ວ່າ, “ຂໍ​ໃຫ້ພໍ່ຮັກສາສັນຍານີ້ແກ່ລູກເຖີ້ນ. ຂໍ​ປ່ອຍໃຫ້​ລູກຢູ່ລຳພັງ​ຈັກ​ສອງ​ເດືອນ​, ເພື່ອລູກ​ຈະ​ໄດ້​ຈາກ​ໄປ ແລະ​ລົງ​ໄປ​ເທິງ​ພູ­ເຂົາແລະຮ້ອງ­ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ­ມະ­ຈາ­ລີ​ຂອງ​ລູກ, ທັງລູກ​ກັບ​ເພື່ອນໆ​ຂອງ​ລູກ”
\s5
\v 38 ລາວ​ໄດ້ກ່າວ​ວ່າ, “ຈົ່ງໄປ​ສາ”. ລາວໄດ້​ປ່ອຍ​ນາງ​ໄປເປັນເວລາ​ສອງ​ເດືອນ. ນາງ​ກໍຈາກລາວ​ໄປ, ນາງ ແລະ​ເພື່ອນໆຂອງນາງ, ແລະພວກເຂົາ ​ກໍ­ພາ­ກັນ​ຮ້ອງ­ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ­ມະ­ຈາ­ລີ​ຂອງ​ນາງ​ເທິງ​ພູ­ເຂົານັ້ນ.
\v 39 ຢູ່​ມາ​ເມື່ອ​ຄົບ​ສອງ​ເດືອນ​ແລ້ວ ນາງ​ກໍ​ກັບ​ມາ​ຫາ​ພໍ່​ຂອງ​ນາງ, ຜູ້ທີ່​ເຮັດ​ກັບ​ນາງ​ຕາມ​ຄຳ​ສັນຍາທີ່​ໄດ້​ປະ­ຕິ­ຍານ​ໄວ້. ໃນເວລານັ້ນ ນາງ​ຍັງ​ບໍ່​ເຄີຍ​ສົມ­ສູ່​ກັບ​ຊາຍ​ໃດ​ເລີຍ, ແລະເລື່ອງນີ້ຈຶ່ງໄດ້ກາຍ​ເປັນ​ທຳ­ນຽມ​ໃນ​​ອິ​ສ​ະ​ຣາເອນ.
\v 40 ທີ່ທຸກໆປີ ພວກ​ລູກ­ສາວ​ຊາວ​​ອິ​ສ​ະ​ຣາເອນ, ຈະເລົ່າເລື່ອງຂອງລູກສາວຂອງເຢັບ­ທາ​ຄົນ​ກີ­ເລ­ອາດ​ເປັນເວລາ​ສີ່​ມື້.
\s5
\c 12
\cl ບົດທີ 12
\p
\v 1 ມີສຽງເອີ້ນອອກໄປເຖິງ​ຄົນ​ເອຟຣາອິມ​; ພວກເຂົາໄດ້ຜ່ານເມືອງຊາໂຟນ ແລະກ່າວ­ກັບ​ເຢັບ­ທາ​ວ່າ, “ເຫດ​ໃດ​ທ່ານ​ຈຶ່ງ​ຍົກ­ທັບ​ຂ້າມ​ໄປສູ້​ຮົບກັບ​ຄົນ​ອຳ­ໂມນແລະ​ບໍ່​ໄດ້ເອີ້ນພວກ​ເຮົາ​ໄປກັບທ່ານ? ພວກເຮົາ​ຈະ​ຈູດ​ໄຟ​ເຜົາ​ເຮືອນ​ຂອງທ່ານ​ ໃຫ້ພັງລົງມາທັບ​ຕົວ​ທ່ານ”.
\v 2 ເຢັບ­ທາ​ຈຶ່ງ​ຕອບ​ພວກ­ເຂົາ​ວ່າ, “ຂ້ອຍກັບ​ປະ­ຊາ­ຊົນ​ຂອງຂ້ອຍໄດ້ຢູ່ໃນການສູ້ຮົບຄັ້ງ​ໃຫຍ່​ກັບ​ຄົນ​ອຳ­ໂມນ. ເມື່ອ​ຂ້ອຍ​ເອີ້ນພວກ​ທ່ານ, ພວກທ່ານ​ບໍ່­ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກພວກ­ເຂົາ.
\s5
\v 3 ເມື່ອ​ຂ້ອຍ​ເຫັນ​ວ່າພວກ​ທ່ານ​ບໍ່​ຊ່ວຍ​ຂ້ອຍ, ​ແລ້ວ​ຂ້ອຍຈຶ່ງໄດ້​ສ່ຽງ​ຊີ­ວິດ​ດ້ວຍກຳລັງຂອງຂ້ອຍເອງ ແລະຍົກທັບ​ຂວ້າມ​ໄປສູ້​ຮົບ​ກັບ​ຄົນ​ອຳ­ໂມນ, ແລະ​ພຣະ­­ຢາເວໄດ້​ມອບໄຊຊະນະແກ່ຂ້ອຍ.​ເຫດໃດ ພວກທ່ານ ຈຶ່ງໄດ້ມາສູ້ຮົບກັບຂ້ອຍໃນມື້ນີ້?".
\v 4 ເຢັບ­ທາ​ຈຶ່ງ​ຮວບ­ຮວມ​ບັນ­ດາ​ຊາວ​ກິີເລ­ອາດ ແລະລາວກໍໄດ້​ສູ້­ຮົບ​ກັບ​ຄົນ​ເອຟຣາອິມ. ຄົນ​ກີ­ເລ­ອາດ​ກໍ​ໄດ້ໂຈມຕີ​ຄົນ​ເອຟຣາອິມ ເພາະ­ວ່າ​ພວກ­ເຂົາ​ກ່າວ​ວ່າ, “ເຈົ້າ​ຊາວ​ກີ­ເລ­ອາດ ​ເປັນພວກ​ຄົນ​ຫລົບ­ຫນີໄພໃນ​ເອຟຣາອິມທັງໃນ​ທ່າມ­ກາງ​ຄົນ​ເອຟຣາອິມ ​ແລະ​ມາ­ນາ­ເຊ”
\s5
\v 5 ຄົນກີ­ເລ­ອາດ​ກໍ​ເຂົ້າ​ຢຶດ​ທ່າ​ຂ້າມ​ແມ່­ນ້ຳ​ຈໍ­ແດນ​ ທີ່ຂ້າມໄປຫາ​ເອຟຣາອິມ​. ເມື່ອມີ​ຄົນ​ເອຟຣາອິມ​ທີ່ລອດຊີວິດຄົນໃດໄດ້ກ່າວວ່າ, “ຂໍ​ໃຫ້ຂ້ອຍ​ຂ້າມແມ່ນໍ້າ​ໄປນຳ​ແດ່, ” ຄົນ​ກີ­ເລ­ອາດ​ກໍຖາມ​ລາວ​ວ່າ “ເຈົ້າ​ເປັນ​ຄົນ​ເອຟຣາອິມ​ບໍ?”, ເມື່ອລາວ​ຕອບ​ວ່າ “ບໍ່​ແມ່ນ”.
\v 6 ແລ້ວພວກ­ເຂົາ​ເວົ້າ​ວ່າ “ຈົ່ງ​ເວົ້າ​ຄຳ​ວ່າ​ຊິບ­ໂບ­ເຫລັດ”, ແລະຖ້າລາວ​ເວົ້າ​ວ່າ “ຊິບ­ໂບ­ເຫລັດ” (ເພາະ­ວ່າ​ຄົນ​ເອຟຣາອິມ​ບໍ່ສາມາດອອກ­ສຽງ​ຄຳ​ນີ້​ໄດ້ຖືກຕ້ອງ), ຄົນກີເລອາດຈະຈັບກຸມ ແລະ​ຂ້າ​ຢູ່​ທ່າ​ຂ້າມ​ແມ່­ນ້ຳ​ຈໍ­ແດນ. ໃນເວລານັ້ນ­ຄົນ​ເອຟຣາອິມ​ໄດ້ຖືກຂ້າຕາຍ​ສີ່​ຫມື່ນ​ສອງ​ພັນ​ຄົນ.
\s5
\v 7 ເຢັບ­ທາ​ໄດ້ປົກ­ຄອງ​​ອິ​ສ​ະ​ຣາເອນ​ເປັນເວລາຫົກ​ປີ. ​ແລ້ວ​ເຢັບ­ທາ​ຊາວ​ກີເລ­ອາດ​ກໍ​ເສຍ​ຊີ­ວິດ ແລະ​ຖືກ​ຝັງ​ໄວ້​ຢູ່​ຫົວ​ເມືອງ​ຫນຶ່ງ​ໃນ​ເມືອງຂອງກີເລອາດ.
\s5
\v 8 ຕໍ່​ຈາກ​ເຢັບ­ທາ​ມາ, ​ຄື​ອິບ­ຊັນ​ແຫ່ງ​ເບັດ­ເລ­ເຮັມ​ໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນ.
\v 9 ລາວ​ມີ​ລູກ­ຊາຍ​ສາມ­ສິບ​ຄົນ. ລາວໄດ້ຍົກ​ລູກ­ສາວ​ສາມ­ສິບ​ຄົນໃຫ້​ແຕ່ງ­ງານອອກໄປ ແລະລາວໄດ້ຮັບລູກສາວສາມສີບຄົນຂອງຄົນອື່ນ​, ຈາກເຜົ່າອື່ນມາໃຫ້ກັບບັນດາ​ລູກ­ຊາຍ​ຂອງ­ຕົນ. ລາວໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນ​ເປັນເວລາ​ເຈັດ​ປີ.
\s5
\v 10 ແລ້ວ​ອິບ­ຊັນ​ກໍເ​ສຍ​ຊີ­ວິດ​ຖືກ​ຝັງ​ໄວ້​ທີ່​ເບັດເລເຮັມ.
\v 11 ຕໍ່​ມາ ເອ­ໂລນ​ຄົນ​ເຊ­ບູໂ­ລນໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນ ແລະລາວໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນເປັນເວລາ​ສິບ​ປີ.
\v 12 ແລ້ວ​ເອ­ໂລນ​ຄົນ​ເຊ­ບູ­ໂລນ​ກໍ​ເສຍ​ຊີ­ວິດ ແລະ​ຖືກ​ຝັງ​ໄວ້​ທີ່ໄ​ອຢາ­ໂລນ​ໃນແຜ່ນດິນຂອງ​​ຄົນ​ເຊບູໂລນ.
\s5
\v 13 ຕໍ່​ມາ ອັບ­ໂດນ​ລູກ­ຊາຍ​ຮິນ­ເລນ​ຊາວ​ປີ­ຣາ­ໂທນໄດ້ຂື້ນ​ປົກ­ຄອງ​ອິ​ສ​ະ​ຣາເອນ.
\v 14 ລາວ​ມີ​ລູກ­ຊາຍ​ສີ່​ສິບ​ຄົນ ແລະ​ຫລານ​ຊາຍ​ສາມ­ສິບ​ຄົນ. ພວກເຂົາໄດ້ຂີ່​ລາ​ເຈັດ​ສິບ​ໂຕ, ແລະລາວໄດ້​ປົກ­ຄອງ​​ອິ​ສ​ະ​ຣາເອນ​ເປັນເວລາ​ແປດ​ປີ.
\v 15 ຕໍ່ມາ​ອັບ­ໂດນ​ລູກ­ຊາຍ​ຮິນ­ເລນ​ຊາວ​ປີ­ຣາ­ໂທນ​ກໍເ​ສຍຊີ­ວິດ ແລະ​ຖືກ​ຝັງ​ໄວ້​ຢູ່​ປີ­ຣາ­ໂທນ​ໃນ​ເແຜ່ນດິນ​ຂອງ​ເອຟຣາອິມ​ຢູ່​ເທິງພູ­ເຂົາ​ຂອງ​ຄົນ​ອາມາເລກ.
\s5
\c 13
\cl ບົດທີ 13
\p
\v 1 ຄົນ​​ອິ​ສ​ະ​ຣາເອນໄດ້​ເຮັດ​ບາບ​ຕໍ່­ໃນສາຍຕາຂອງພຣະ­­​ເຢວາອີກ, ແລະພຣະ­ອົງ​ຈຶ່ງ​ຊົງ​ມອບ​ພວກ­ເຂົາ​ຢູ່​ໃຕ້​ອຳ­ນາດ​ຂອງ​ພວກຟີ­ລິດ­ສະ­ຕິນ​ເປັນ​ເວ­ລາ​ສີ່ສິບປີ.
\v 2 ມີ​ຊາຍ​ຄົນ​ຫນຶ່ງ​ມາ​ຈາກ​ເມືອງ​ໂຊ­ຣາ, ເປັນ​ຄົນ​ຢູ່­ໃນ​ຕະ­ກູນເຜົ່າ​ດານ, ຊື່ມາ­ໂນ­ອາ.​ເມຍ​ຂອງ​ລາວ​ບໍ່ສາມາດຖືພາໄດ້, ດ່ັງນັ້ນ ນາງຈຶ່ງບໍ່­ມີ​ລູກ.
\s5
\v 3 ທູດສະຫວັນຂອງ​ພຣະ­ຢາເວ ​ຈຶ່ງ​ປະ­ກົດ​ຕໍ່​ນາງ ແລະ​ເວົ້າກັບນາງ​ວ່າ, “ດຽວນີ້, ເຈົ້າ​ບໍ່ສາມາດຖືພາໄດ້, ແລະເຈົ້າ​ບໍ່­ມີ​ລູກ, ແຕ່­ວ່າ​ດຽວ­ນີ້​ເຈົ້າ​ຈະ​ຖື­ພາ, ແລະເຈົ້າຈະ​ໄດ້​ລູກ​ຜູ້ຊາຍ.
\v 4 ຈົ່ງ​ລະ­ວັງ​ຢ່າ​ດື່ມເຫລົ້າ​ອະ­ງຸ່ນ ຫລື​ ຂອງມືນເມົາ ແລະ​ຢ່າ​ກິນ​ອາ­ຫານ​ທີ່​ບໍ່ສະອາດ.
\v 5 ເບິ່ງແມ, ​ເຈົ້າ​ຈະ​ຖື­ພາ ແລະ​ຈະ​ໄດ້​ລູກ​ຜູ້­ຊາຍຄົນຫນຶ່ງ. ຢ່າໃຫ້ມີດແຖ ຕັດຜົມຂອງລາວ, ເພາະເດັກຄົນນີ້​ຈະ​ເປັນ​​ນາ­ຊີ­ຣີ​ແດ່​ພຣະ­ເຈົ້າຕັ້ງແຕ່ຢູ່ໃນທ້ອງ ແລະລາວ​ຈະ​ເປັນ​ຜູ້​ຊ່ວຍ​ຄົນ​​ອິ​ສ​ະ​ຣາເອນ​ໃຫ້​ພົ້ນ​ຈາກ​­ມື​ຂອງ​ພວກ​ຟີລິດສະຕິນ.”
\s5
\v 6 ຈາກນັ້ນ ຍິງ​ຄົນ​ນັ້ນ​ກໍອອກມາ ແລະ​ບອກ​ຜົວ​ຂອງ​ນາງ​ວ່າ, “ຄົນ​ຂອງ​ພຣະ­ເຈົ້າ​ໄດ້​ມາ​ຫາ​ຂ້ອຍ, ແລະລັກສະນະຂອງເພ່ິ່ນເປັນເຫມືອນທູດ​ສະຫວັນຂອງ​ພຣະ­ເຈົ້າ, ເປັນຕາຢ້ານຫລາຍ. ຂ້ອຍ​ເອງ​ກໍ​ບໍ່­ໄດ້​ຖາມ​​ເພິ່ນເລີຍວ່າ ເພິ່ນ​ມາ​ຈາກ​ໃສ, ແລະ​ເພິ່ນ​ບໍ່­ໄດ້​ບອກ​ຊື່​ຂອງ​ເພິ່ນ​ໃຫ້​ຂ້ອຍ​ຮູ້.
\v 7 ແຕ່​ເພິ່ນ​ໄດ້​ບອກ​ຂ້ອຍ​ວ່າ, ເບິ່ງແມ! ເຈົ້າ​ຈະ​ຕ້ອງ​ຖື­ພາ ແລະ​ເຈົ້າຈະ​ໄດ້​ລູກ­ຊາຍຄົນຫນຶ່ງ. ດັ່ງນັ້ນ ຈົງຢ່າດື່ມເຫລົ້າອະງຸ່ນ ຫລືຂອງມືນເມົາ ແລະຢ່າ​ກິນ​ອາ­ຫານ​ທີ່​ຫວງ​ຫ້າມ, ເພາະ​ເດັກ­ນ້ອຍ​ນັ້ນ​ຈະ​ເປັນ​ຄົນ​ນາ­ຊີ­ຣີແດ່​ພຣະ­ເຈົ້າ​ຕັ້ງແຕ່ລາວຢູ່ໃນທ້ອງຂອງເຈົ້າຈົນເຖິງວັນຕາຍ​ຂອງ​ລາວ.”
\s5
\v 8 ຫລັງຈາກນັ້ນ ​ມາ­ໂນ­ອາ​ກໍ​ອ້ອນ­ວອນ​ຕໍ່​ພຣະ­ຢາເວ​ວ່າ, “ຂ້າ​ແດ່​ພຣະ­­ຢາເວ, ຂໍ​ຊົງ​ໂຜດ​ສົ່ງຜູ້ຊາຍ​​ທີ່ພຣະ­ອົງ​ສົ່ງ​ມານັ້ນມາ​ຫາ​ພວກ​ຂ້າ­ນ້ອຍ​ອີກຄັ້ງເຖີ້ນ ເພື່ອ​ພຣະອົງຊົງຈະສັ່ງສອນພວກ​ຂ້າ­ນ້ອຍເຖິງສິ່ງທີ່ພວກຂ້ານ້ອຍຈະເຮັດ​ກັບ​ເດັກ​ທີ່​ຈະ​ເກີດ​ມາ​ນັ້ນ.”
\v 9 ສ່ວນ​ພຣະ­ເຈົ້າ​ກໍ​ຊົງຕອບຄຳອະທິຖານຂອງມາ­ໂນ­ອາ​ ແລະທູດສະຫວັນ​ຂອງ​ພຣະ­ອົງ​ໄດ້​ກັບ​ຄືນ​ມາ​ຫາ​ຍິງ​ນັ້ນອີກຄັ້ງ ໃນ​ຂະ­ນະ​ທີ່​ນາງ​ກຳ­ລັງ​ນັ່ງ​ຢູ່­ໃນ​ທົ່ງ­ນາ ແຕ່ມາ­ໂນ­ອາ, ຜູ້ເປັນຜົວຂອງນາງ​ບໍ່ໄດ້ຢູ່​ນຳ​ນາງ.
\s5
\v 10 ດັ່ງ­ນັ້ນ ນາງ​ຈຶ່ງ​ແລ່ນ​ໄປ​ບອກ​ຜົວຢ່າງໄວວາ​ວ່າ, “ເບິ່ງແມ! ຊາຍຄົນນັ້ນໄດ້ມາຫາຂ້ອຍ, ຜູ້​ທີ່​ມາ​ຫາ​ຂ້ອຍ​ມື້​ກ່ອນ­ນັ້ນ ​ໄດ້​ປະ­ກົດ​ຕໍ່​ຂ້ອຍ​ອີກ​ແລ້ວ.”
\v 11 ມາ­ໂນ­ອາ​ຈຶ່ງ​ລຸກ­ຂຶ້ນ ແລະ​ຕາມ​ເມຍຂອງລາວ​ໄປ. ເມື່ອລາວມາຮອດ​ຊາຍ​ຄົນ​ນັ້ນ, ແລະລາວ​ຖາມ­ວ່າ, “ທ່ານ​ນີ້​ບໍ ທີ່​ເປັນ​ຜູ້ຊາຍ​ເວົ້າ­ກັບ​ເມຍ​ຂອງ​ຂ້າ­ນ້ອຍ?” ຊາຍ​ຄົນ​ນັ້ນ​ກໍ​ຕອບ​ວ່າ, “ແມ່ນ​ແລ້ວ.”
\s5
\v 12 ດັ່ງນັ້ນ ມາໂນອາ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ຂໍໃຫ້ຖ້ອຍຄຳຂອງ​ທ່ານ­ເປັນ​ຄວາມ­ຈິງ​ເຖີ້ນ. ຈະມີຂໍ້ປະຕິບັດໃດສຳລັບເດັກຄົນນີ້​ແລະ​ຈະ​ເຮັດ​ຫຍັງແດ່?”.
\v 13 ທູດສະຫວັນຂອງ​ພຣະ­­ຢາເວ​ໄດ້​ຕອບ​ມາ­ໂນ­ອາ​ວ່າ, “ເມຍ​ຂອງ​ເຈົ້າ​ຕ້ອງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຮົາ​ໄດ້​ບອກ​ລາວ​ນັ້ນຢ່າງລະມັດລະວັງ.”
\v 14 ນາງຈະ​ກິນສິ່ງທີ່ມາຈາກ​ຕົ້ນ​ອະ­ງຸ່ນບໍ່ໄດ້, ແລະບໍ່​ໃຫ້ນາງ​ດື່ມ­​ເຫລົ້ານ້ຳ​ອະ­ງຸ່ນ ຫລືສິ່ງມືນເມົາ ແລະ​ຢ່າ​ກິນ​ອາ­ຫານ​ທີ່​ຫວງ​ຫ້າມ. ນາງ​ຈະຕ້ອງເຊື່ອຟັງ​​ທຸກ​ສິ່ງ​ຢ່າງ​ທີ່​ເຮົາ​ໄດ້​ບອກ​ນາງເຮັດ”.
\s5
\v 15 ​ມາ­ໂນ­ອາເວົ້າວ່າກັບທູດສະຫວັນຂອງ​ພຣະ­­ຢາເວ,“ຂໍທ່ານຊົງໂຜດຢູ່​ນີ້​ກ່ອນເຖີ້ນ, ເພື່ອໃຫ້ເວລາແກ່ພວກຂ້ານ້ອຍກະກຽມເອົາ​ແບ້​ນ້ອຍ​ຕົວຫນື່ງ​ໃຫ້​ແກ່ທ່ານ”
\v 16 ແຕ່ທູດສະຫວັນຂອງພຣະຢາເວໄດ້ກ່າວ​ຕໍ່​ມາໂນອາວ່າ, “ຖ້າ­ວ່າ​ເຮົາ​ຢູ່​ນີ້ ເຮົາ​ກໍ​ຈະ​ບໍ່​ກິນ​ອາ­ຫານ​ຂອງ​ພວກເຈົ້າ. ແຕ່​ຖ້າ​ເຈົ້າ​ຢາກ​ຈັດ­ແຈງ​ເຄື່ອງເຜົາບູຊາ ກໍຈົງຖວາຍ​ແດ່​ພຣະຢາເວເຖີ້ນ.”(ມາໂນອາບໍ່ຮູ້ວ່າທ່ານເປັນທູດສະຫວັນຂອງພຣະຢາເວ.)
\s5
\v 17 ມາ­ໂນ­ອາ​ຈຶ່ງ​ໄດ້ຖາມທູດສະຫວັນຂອງພຣະຢາເວ​ວ່າ, “ທ່ານຊື່ຫຍັງ, ເພື່ອພວກຂ້ານ້ອຍຈະໄດ້ໃຫ້ກຽດຕິຍົດແກ່ທ່ານ ​ເມື່ອ­ຖ້ອຍ​ຄຳຂອງ​ທ່ານທີ່​ບອກ​ນີ້​ກາຍ­ເປັນ​ຈິງ?”.
\v 18 ທູດສະຫວັນຂອງ​ພຣະ­­ຢາເວໄດ້​ຖາມ­ລາວ­ວ່າ, “ເຈົ້າຖາມຊື່ເຮົາເຮັດຫຍັງ? ຊື່​ຂອງ​ເຮົາ​ເປັນ​ເລື່ອງ​ອັດ­ສະ­ຈັນ!”.
\s5
\v 19 ແລ້ວ​ມາ­ໂນ­ອາ​ໄດ້​ເອົາ​ແບ້​ຫນຸ່ມ​ກັບ​ເມັດ​ເຂົ້າ​ໃສ່​ແທ່ນ​ບູ­ຊາ​ຫີນ ແລະ​ ຖວາຍເຄື່ອງບູຊາເຫລົ່ານັ້ນ​ແດ່​ພຣະ­ຢາເວ. ທູດສະຫວັນຂອງພຣະອົງໄດ້​ຊົງ​ເຮັດສິ່ງ​ອັດສະຈັນ. ໃນຂະນະທີ່ມາໂນອາ ກັບເມຍຂອງລາວກຳລັງເຝົ້າເບິ່ງຢູ່.
\v 20 ເມື່ອ​ແປວ­ໄຟ​ກຳ­ລັງ​ລຸກ­ຂຶ້ນ​ຈາກ​ແທ່ນ​ບູ­ຊາຂື້ນໄປສູ່ທ້ອງຟ້າ ແລະ ທູດສະຫວັນຂອງພຣະຢາເວ ກໍໄດ້ຂື້ນໄປໃນແປວໄຟຂອງແທນບູຊານັ້ນ. ມາ­ໂນ­ອາ ແລະ​ເມຍຂອງລາວ ​ກໍ​ເຫັນ​ເຫດການນັ້ນ ແລະກົ້ມຫນ້າລົງເຖິງພື້ນດິນ.
\s5
\v 21 ທູດສະຫວັນຂອງພຣະຢາເວ ບໍ່ໄດ້ປະກົດອິກເລີຍຕໍ່ມາ­ໂນ­ອາ​ ແລະເມຍຂອງລາວ. ຫລັງ​ຈາກ​ນັ້ນ ມາ­ໂນ­ອາ​ຈ່ຶງຮູ້ວ່າທ່ານຄືທູດສະຫວັນຂອງພຣະຢາເວ.
\v 22 ແລ້ວ​ມາ­ໂນ­ອາ​ໄດ້​ເວົ້າ​ຕໍ່​ເມຍ​ຂອງ­ຕົນ​ວ່າ, “ພວກ­ເຮົາ​ຈະ​ຕ້ອງ​ຕາຍ, ເພາະ​ພວກ­ເຮົາ​ໄດ້​ເຫັນ​ພຣະເຈົ້າ!”.
\s5
\v 23 ແຕ່​ເມຍ​ຂອງ​ລາວ​ຕອບ​ວ່າ, “ຖ້າ​ພຣະ­ຢາເວຊົງ​ຕ້ອງ­ການ​ຂ້າ​ພວກ­ເຮົາ, ພຣະ­ອົງ​ຄົງ​ບໍ່​ຍອມ­ຮັບ​ເອົາ​ເຄື່ອງເຜົາ­ບູ­ຊາ​ ແລະເຄື່ອງບູຊາເຫລົ່ານັ້ນ ທີ່ພວກເຮົາຖວາຍແດ່ພຣະອົງ. ພຣະ­ອົງ​ຄົງ​ຈະ​ບໍ່​ສຳແດງໃຫ້ພວກເຮົາເຫັນສິ່ງທັງຫລາຍເຫລົ່ານີ້, ຫລື ພຣະອົງກໍບໍ່ຊົງໃຫ້ພວກເຮົາໄດ້ຍິນສິ່ງເຫລົ່ານີ້ໃນເວລານີ້​ດອກ.”
\s5
\v 24 ຕໍ່​ມາ ຍິງ​ຜູ້​ນີ້​ກໍໄດ້ເກີດ​ລູກ­ຊາຍ, ແລະ​ໃສ່​ຊື່­ວ່າ ແຊມ­ຊັນ. ເດັກ​ນີ້​ກໍ​ຈະ­ເລີນ​ເຕີບ­ໂຕ​ຂຶ້ນ ແລະ​ພຣະ­­ຢາເວ ກໍ​ຊົງ​ອວຍ­ພອນແກ່​ລາວ.
\v 25 ພຣະ­ວິນ­ຍານບໍຣິສຸດ​ຂອງ​ພຣະ­­ຢາເວ​ໄດ້​ຊົງ​ເຮັດ­ໃຫ້​ລາວ​ມີ​ຈິດ­ໃຈ​ກະວົນກະວາຍ ໃນ​ຂະ­ນະ​ທີ່​ລາວ​ຢູ່­ໃນ​ຄ້າຍ​ພັກ​ຊາວ​ດານ ລະ­ຫວ່າງ​ເມືອງ​ໂຊ­ຣາ​ກັບ​ເມືອງ​ເອ­ຊະ­ຕາ­ໂອນ.
\s5
\c 14
\cl ບົດທີ 14
\p
\v 1 ແຊມ­ຊັນ​ໄດ້​ລົງ​ໄປ​ໃນ​ເມືອງ​ຕິມ­ນາ, ແລະໃນ​ເມືອງ​ນີ້​ລາວໄດ້ເຫັນຜູ້​ຍິງຄົນຫນື່ງ, ຫນື່ງໃນບັນດາລູກ­ສາວ​ຊາວ​ຟີ­ລິດ­ສະ­ຕິນ.
\v 2 ເມື່ອລາວ​​ກັບ​ຄືນ​ມາບ້ານ ແລະລາວ​ເວົ້າ​ສູ່​ພໍ່​ແມ່ຂອງລາວ​ຟັງ​ວ່າ, “ລູກ​ໄດ້ເຫັນ​ຍິງ­ສາວຄົນຫນຶ່ງໃນບັນດາລູກສາວຂອງຄົນ​ຟີ­ລິດ­ສະ­ຕິນ​ ຢູ່­ໃນ​ເມືອງ​ຕິມ­ນາ. ບັດນີ້ ຂໍນາງໃຫ້ເປັນເມຍຂອງລູກເຖີ້ນ.”
\s5
\v 3 ແຕ່​ພໍໍ່​ແມ່ຂອງລາວ​ໄດ້​ຕອບ​ວ່າ, “ບໍ່ມີຜູ້ຍິງຈັກຄົນຫນື່ງໃນບັນດາຜູ້​ສາວ​ໃນ​ເຊື້ອ­ສາຍ​ຂອງ​ເຈົ້າ​ເອງ, ຫລືຄົນໃນປະຊາຊົນ​ຂອງ​ພວກ­ເຮົາ​ບໍ? ​ເຈົ້າ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີ­ລິດ­ສະ­ຕິນ ຊຶ່ງ​ເປັນ​ພວກ​ທີ່​ບໍ່​ໄດ້­ຮັບ​ພິ­ທີ­ຕັດ ມາເປັນເມຍຂອງເຈົ້າ” ແຕ່​ແຊມ­ຊັນ​ບອກ​ພໍ່​ຂອງ​ລາວ​ວ່າ, “ຂໍນາງໃຫ້ລູກເຖີ້ນ, ເພາະເມື່ອລູກເຫັນນາງ, ລູກ​ພໍ­ໃຈ​ນຳ​ນາງ​ຜູ້​ດຽວ​ເທົ່າ​ນັ້ນ.”
\v 4 ແຕ່ພໍ່​ແມ່​ຂອງ​ລາວກໍ​ບໍ່­ໄດ້​ຮູ້­ຄືກັນ​ວ່າ ເລື່ອງນີ້ມາຈາກພຣະເຢວາ​, ຊົງ­ນຳ​ພາ​ແຊມ­ຊັນ​ເຮັດ​ດັ່ງ­ນີ້ ເພາະ​ພຣະ­ອົງ​ຊົງ​ຕ້ອງການສ້າງຂໍ້ຂັດແຍ້ງກັບ​ຄົນຟີ­ລິດ­ສະ­ຕິນ​ (ໃນ​ເວ­ລາ​ນີ້​ຄົນ​​ອິ​ສ​ະ​ຣາເອນກໍ​ຢູ່​ໃຕ້​ກຳລັງປົກຄອງ​ຂອງ​ພວກ​ຟີລິດສະຕິນ).
\s5
\v 5 ຕໍ່​ມາ ແຊມ­ຊັນ​ໄດ້​ລົງ​ໄປຍັງ​ເມືອງ​ຕິມ­ນາ​ພ້ອມ­ກັບ​ພໍ່​ແມ່ຂອງລາວ, ແລະ​ ພວກ­ເຂົາ​ໄປ​ຮອດ​ສວນ­ອະ­ງຸ່ນ​ຂອງ​ເມືອງ​ຕິມນາ. ແລະ ເບິ່ງແມ, ມີ​ສິງ​ຫນຸ່ມ​ໂຕ​ຫນຶ່ງອອກມາ ແລະ​ຮ້ອງ ກຳ­ຣາມເຂົ້າ​ໃສ່​ແຊມຊັນ.
\v 6 ພຣະ­ວິນ­ຍານ​ບໍຣິສຸດຂອງ​ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ສະຖິດກັບລາວ, ແລະ ລາວ​ໄດ້ໃຊ້ມືຈີກ​ໂຕສິງ​­ນັ້ນຢ່າງງ່າຍດາຍເຫມືອນ​ດັ່ງ​ຈີກ​ແບ້​ໂຕ​ນ້ອຍໆ, ແລະ ທັງທີ່ລາວບໍ່ມີຫຍັງໃນມືຂອງລາວເລີຍ. ແຕ່​ລາວ​ບໍ່­ໄດ້​ບອກ​ໃຫ້​ພໍ່​ແມ່​ຂອງລາວຮູ້​ເຖິງສິ່ງ​ທີ່​ລາວ​ໄດ້​ເຮັດ​ໄປນັ້ນ.
\s5
\v 7 ລາວ­ໄດ້ໄປ ແລະ​ລົມ​ສາວ​ຜູ້­ນັ້ນ, ແລະ​ເມື່ອລາວແນມເບິ່ງນາງ, ລາວກໍພໍ­ໃຈ​ໃນ​ນາງ​ຫລາຍ.
\v 8 ບໍ່​ພໍ​ເທົ່າ­ໃດ​ມື້­ຕໍ່­ມາ ເມື່ອ ແຊມ­ຊັນ​ກໍ​ກັບ​ມາ​ແຕ່ງ­ງານ​ກັບ​ນາງ, ​ລາວ​ໄດ້​ແວ່​ອອກ­ຈາກ​ທາງ​ໄປ​ເບິ່ງ​ຊາກ​ສິງນັ້ນ. ແລະ, ເບິ່ງແມ, ມີຝູງເຜິ້ງມາເຮັດ​ຮັງ ແລະມີນໍ້າເຜິ້ງໃນຊາກສິງໂຕຕົວນັ້ນ.
\v 9 ລາວ​ຈຶ່ງ​ບີບ​ເອົາ​ນ້ຳ­ເຜິ້ງ​ໃສ່​ມືຂອງລາວ ແລະເດີນທາງຕໍ່ໄປ, ​ກິນ​ໄປ​ຕາມ​ທາງ. ເມື່ອ​ໄປ​ຮອດ​ພໍ່​ແມ່ຂອງລາວ, ລາວ​ໄດ້​ແບ່ງ​ນ້ຳ­ເຜິ້ງ​ນັ້ນ​ໃຫ້ແກ່ພວກ​ເພິ່ນ​ ແລະ ພວກເພ່ິ່ນກໍກິນ​. ແຕ່ລາວ​ບໍ່­ໄດ້ບອກພວກເພິ່ນເລີຍວ່າ ລາວ​ໄດ້​ເອົາ​ນ້ຳ­ເຜິ້ງ​ນັ້ນ​ມາ​ຈາກ​ຊາກ​ໂຕ​ສິງ.
\s5
\v 10 ແລ້ວ​ພໍ່​ຂອງ​ແຊມ­ຊັນ​ໄດ້​ໄປ​ບ້ານ​ຂອງ​ຍິງ­ສາວ​ນັ້ນ ແລະ​ແຊມ­ຊັນ​ກໍ​ຈັດ​ງານ​ກິນ​ລ້ຽງ​ຂຶ້ນ​ໃນ​ທີ່​ນັ້ນ, ​ຕາມ​ທຳ­ນຽມ​ຂອງ​ພວກ​ຊາຍ​ຫນຸ່ມ.
\v 11 ທັນທີບັນດາຍາດຂອງນາງເຫັນລາວ, ພວກ­ເຂົາ​ກໍພາລາວໄປຢູ່ກັບພວກເພື່ອນຂອງພວກເຂົາສາມສິບຄົນ.
\s5
\v 12 ແຊມ­ຊັນ​ໄດ້​ກ່າວກັບ​ພວກ­ເຂົາ​ວ່າ, “ຂໍ​ໃຫ້​ພວກ​ເຈົ້າ​ທວາຍ​ຈັກ​ຂໍ້​ຫນຶ່ງ. ຖ້າຄົນໃດຄົນຫນຶ່ງໃນພວກເຈົ້າບອກຄຳຕອບແກ່ຂ້ອຍໄດ້ໃນລະຫວ່າງ​ງານລ້ຽງ​ເຈັດ​ມື້, ຂ້ອຍຈະມອບເສື້ອຄຸມຜ້າປ່ານສາມສິບຕົວ ແລະເສື້ອຜ້າສາມສິບຊຸດ.
\v 13 ແຕ່​ຖ້າ​ພວກ​ເຈົ້າບອກຄຳຕອບແກ່ຂ້ອຍ​ບໍ່­ໄດ້, ຂໍ​ໃຫ້​ພວກ​ເຈົ້າ​ຕ້ອງມອບເສື້ອຄຸມຜ້າປ່ານສາມສິບຕົວ ແລະ ເສື້ອຜ້າສາມສິບຊຸດໃຫ້ແກ່ຂ້ອຍ​ເດີ້”. ພວກ­ເຂົາ​ຈຶ່ງ​ເວົ້າ​ຕໍ່​ແຊມ­ຊັນ​ວ່າ, “ຈົ່ງ​ບອກ​ຄຳ­ທວາຍ​ນັ້ນ​ມາ.”
\s5
\v 14 ແຊມ­ຊັນ​ຈຶ່ງ​ເວົ້າ​ວ່າ, “ມີ​ຂອງທີ່ກິນໄດ້ອອກມາຈາກຕົວຜູ້ກິນ; ມີຂອງຣົດຫວານອອກມາຈາກຕົວຜູ້ແຂງແຮງ”. ແຕ່ບັນດາແຂກຂອງພວກເຂົາບໍ່ສາມາດຫາຄຳຕອບໄດ້ໃນ ສາມ​ມື້­ຕໍ່­ມາ.
\s5
\v 15 ໃນ​ມື້​ທີ​ສີ່ ພວກ­ເຂົາ​ໄດ້​ເວົ້າ​ຕໍ່​ເມຍ​ຂອງ​ແຊມ­ຊັນ​ວ່າ, “ຈົ່ງ​ວາງ​ກົນ­ອຸ­ບາຍ​ໃຫ້​ຜົວ​ຂອງ​ເຈົ້າ ເພື່ອໃຫ້ເຂົາ​ບອກຄຳຕອບຂອງ​ຄຳ­ທວາຍ​ນັ້ນ​ແກ່​ພວກ­ຂ້ອຍ​ແດ່, ຫລື ຖ້າ­ບໍ່ດັ່ງນັ້ນ ພວກ­ເຮົາ​ຈະ​ເຜົາ​ເຈົ້າ ແລະເຮືອນ​ຂອງ​ພໍ່​ຂອງເຈົ້າ. ເຈົ້າ​​ໄດ້​ເຊີນ​ພວກເຮົາ​ມາທີ່ນີ້ ເພື່ອ­ຈະ​ເຮັດ­ໃຫ້​ພວກ­ເຮົາຍາກ​ຈົນ​ບໍ?”
\s5
\v 16 ເມຍ​ຂອງ​ແຊມ­ຊັນ​ຈຶ່ງ​ໄດ້ທັງ​ຮ້ອງ­ໄຫ້ ຕໍ່ຫນ້າເຂົາ; ແລະ​ເວົ້າ​ວ່າ, “ ສິ່ງທີ່ເຈົ້າເຮັດທັງຫມົດນັ້ນເປັນການກຽດຊັງຂອ້ຍ! ເຈົ້າ​ບໍ່­ໄດ້​ຮັກ​ຂ້ອຍ. ເຈົ້າ​ຕັ້ງ​ຄຳ­ທວາຍ​ໃຫ້​ຫມູ່​ຂອງ​ຂ້ອຍ, ແລະ ​ບໍ່­ໄດ້​ບອກ​ຄຳຕອບນັ້ນ​ແກ່​ຂ້ອຍ” ແຊມ­ຊັນ​ໄດ້​ເວົ້າ​ຕໍ່​ນາງວ່າ, “ແມ່ນ­ແຕ່​ພໍ່​ແມ່​ຂອງ​ຂ້ອຍ​ກໍ​ຍັງ​ບໍ່­ໄດ້​ບອກ​ເພິ່ນ, ເຫດ​ໃດ​ຂ້ອຍ​ຈຶ່ງ​ຈະ​ບອກ​ເຈົ້າ.”
\v 17 ນາງໄດ້ຮ້ອງ­ໄຫ້​ຕະ­ຫລອດ​ເຈັດ​ມື້ທີ່​ງານ​ກິນ​ລ້ຽງ​ນັ້ນຂອງພວກເຂົາ. ​ພໍມາ​ຮອດ​ມື້​ທີ​ເຈັດ ແຊມ­ຊັນ​ກໍ​ບອກ​ຄຳ​ຕອບ​ແກ່​ນາງ ເພາະ­ວ່າ​ນາງ​ເປັນ​ຄົນ​ຊູ​ຊີ​ຫລາຍ. ແລ້ວ​ນາງ​ກໍ​ນຳ​ເອົາ​ຄຳ​ຕອບ​ນັ້ນ​ໄປ​ບອກ​ຫມູ່​ຂອງຕົນ.
\s5
\v 18 ກ່ອນຈະເຖິງຕາເວັນຕົກ ໃນ​ມື້​ທີ​ເຈັດ​ ພວກຜູ້ຊາຍຊາວ­ເມືອງ​ນັ້ນ​ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ບໍ່­ມີ​ສິ່ງ­ໃດ​​ຈະຫວານກວ່າ​ນ້ຳ­ເຜິ້ງ? ແລະ​ບໍ່­ມີ​ສິ່ງ­ໃດ​ຈະ​ແຮງ​ກວ່າ​ໂຕ​ສິງ?” ແຊມ­ຊັນ​ຈຶ່ງ​ຕອບພວກເຂົາ​ວ່າ, “ຖ້າ­ວ່າ​ພວກ​ເຈົ້າ​ບໍ່​ເອົາ​ງົວ​ແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ, ພວກ​ເຈົ້າ​ກໍຄົງຈະຊອກຫາຄຳຕອບຂອງຄຳທວາຍຂອງຂອ້ຍບໍ່ໄດ້.”
\s5
\v 19 ທັນໃດນັ້ນ​ພຣະ­ວິນ­ຍານບໍຣິສຸດ​ຂອງ​ພຣະ­ຢາເວ​ໄດ້​ຊົງ​ສະຖິດກັບ​ແຊມ­ຊັນດ້ວຍພະລັງ. ແຊມຊັນໄດ້​ລົງ​ໄປ​ໃນ​ເມືອງອາ­ສະ­ເກ­ໂລນ ແລະ​ຂ້າ​ຊາຍ​ສາມ­ສິບ​ຄົນ​ຢູ່​ທີ່ເມືອງ​ນັ້ນ. ລາວ​ໄດ້​ຢຶດ​ເອົາ​ເສື້ອ­ຜ້າ​ອັນ​ຈົບ­ງາມ​ຂອງ​ພວກ­ເຂົາ, ແລະລາວ​ໄດ້​ໃຫ້​ເສື້ອ­ຜ້າ​ນັ້ນ​ໃຫ້​ແກ່​ຜູ້​ທີ່ຕອບຄຳ​ທວາຍນັ້ນໄດ້. ແລ້ວ​ແຊມ­ຊັນ​ກໍ​ກັບ​ຄືນ​ເມືອ­ເຮືອນພໍ່ຂອງລາວດ້ວຍຄວາມ​ໃຈ​ຮ້າຍ​.
\v 20 ສ່ວນ​ເມຍ​ຂອງ​ລາວ ​ກໍ­ໄດ້​ຖືກ​ຍົກ​ໃຫ້​ກັບຫມູ່ຂອງລາວ.
\s5
\c 15
\cl ບົດທີ 15
\p
\v 1 ຫລາຍມື້ຕໍ່​ມາ, ໃນຊ່ວງເກັບກ່ຽວເຂົ້າສາລີ, ແຊມ­ຊັນ​​ໄດ້​ເອົາ​ແບ້​ນ້ອຍ​ໂຕ​ຫນຶ່​ງ ແລະ ອອກ​ໄປ​ຢາມ​ເມຍຂອງລາວ. ແຊມ­ຊັນ​ໄດ້​ເວົ້າ​ຕໍ່ຕົນເອງ​ວ່າ, “ຂ້ອຍ​ຊິ​ໄປ​ຫ້ອງ​ເມຍຂອງ​ຂ້ອຍ”. ແຕ່​ພໍ່­ຂອງນາງ​ບໍ່​ອະ­ນຸ­ຍາດ​ໃຫ້​ລາວ​ເຂົ້າໄປໃນ.
\v 2 ພໍ່ຂອງນາງ​ໄດ້​ເວົ້າ​ວ່າ, “ຂ້ອຍ​ຄິດ­ວ່າ​ເຈົ້າ​ຊັງນາງ​ແລ້ວ, ສະນັັ້ນຂ້ອຍ​ຈຶ່ງ​ຍົກ​ລາວ​ໃຫ້​ແກ່​ຫມູ່​ເພື່ອນຂອງ​ເຈົ້າ. ນ້ອງ­ສາວຂອງນາງກໍສວຍງາມກວ່ານາງ, ແມ່ນບໍ? ເອົານາງໄປ​ແທນ​ສາ”.
\s5
\v 3 ແຊມ­ຊັນ​ໄດ້​ເວົ້າພວກເຂົາ​ວ່າ, “ໃນ​ເທື່ອ​ນີ້ ຂ້ອຍ​ຈະ​ບໍ່­ມີ​ຄວາມ​ຜິດໃນເລື່ອງກ່ຽວກັບພວກ​ຟີລິດສະຕິນ ເມື່ອຂ້ອຍເຮັດໃຫ້ພວກເຂົາເຈັບປວດ.”
\v 4 ແຊມຊັນ​ຈຶ່ງ​ໄປ ແລະ​ຈັບ​ເອົາ​ຫມາ­ຈອກ​ສາມ​ຮ້ອຍ​ໂຕ​ ແລະລາວໄດ້​ມັດ​ຫາງ​ຂອງ​ມັນແຕ່ລະຄູ່ຕິດກັນໄວ້. ແລ້ວລາວໄດ້ເອົາໂຄມໄຟມາ ແລະ​ມັດ​ໄວ້ທາງກາງຫາງຂອງແຕ່ລະຄູ່.
\s5
\v 5 ແລ້ວ​ລາວ​ໄດ້​ໃຕ້​ໂຄມໄຟນັ້ນ, ແລະລາວກໍ​ປ່ອຍ​ຝູງ​ຫມາ­ຈອກ​ນັ້ນ​ເຂົ້າ­ໄປ​ໃນ​ນາ​ເຂົ້າ­​ຂອງ​ພວກ​ຟີ­ລິດ­ສະ­ຕິນ, ແລະພວກມັນ ກໍຈຸດໄຟເຜົາເຂົ້າທັງກອງທີ່ຊ້ອນກັນ ແລະເມັດພືດທີ່ຢືນຕົ້ນຢູ່ທົ່ງນາ ພ້ອມດ້ວຍສວນອະງຸ່ນ ແລະສວນຫມາກກອກ.
\v 6 ພວກ​ຟີ­ລິດ­ສະ­ຕິນ​ຈຶ່ງ​ຖາມ​ວ່າ, “ແມ່ນ​ໃຜ​ເປັນ​ຜູ້​ເຮັດນີ້?” ແລ້ວ​ພວກ­ເຂົາ​ກໍບອກວ່າ,"​ແມ່ນ​ແຊມ­ຊັນ​ເປັນ​ຜູ້​ເຮັດ, ເພາະ​ພໍ່­ເຖົ້າ​ຂອງ​ລາວ​ທີ່​ເມືອງ​ຕິມ­ນາ, ໄດ້​ຍົກ​ເມຍ​ຂອງ​ແຊມ­ຊັນ ແລະ​ໃຫ້​ແກ່​ຫມູ່​ຂອງ​ລາວ". ຫລັງຈາກນັ້ນຄົນ​ຟີ­ລິດ­ສະ­ຕິນ​ຈຶ່ງ​ໄປ ແລະ ​ເຜົາ​ຍິງ​ຄົນ​ນີ້​ ແລະ​ພໍ່​ຂອງ​ລາວ.
\s5
\v 7 ແຊມ­ຊັນ​ໄດ້​ເວົ້າ​ຕໍ່​ພວກ­ເຂົາ​ວ່າ, “ ຖ້າພວກເຈົ້າເຮັດແບບນີ້, ຂ້ອຍ​ຈະແກ້ແຄ້ນຕໍ່ພວກເຈົ້າ, ແລະຫລັງຈາກການແກ້ແຄ້ນສຳເລັດ ຂ້ອຍຈະຢຸດ.”
\v 8 ຫລັງຈາກນັ້ນລາວກໍຟັນ​ພວກ­ເຂົາ​ເປັນຕ່ອນໆ, ສະໂພກ ແລະກົກຂາ, ດ້ວຍການຂ້າຢ່າງໂຫດຮ້າຍ. ແລ້ວ​ລາວ­ກໍ​ຫນີ​ໄປ ແລະອາໄສ​ຢູ່­ໃນ​ຖ້ຳ​ທີ່​ຫນ້າ­ຜາເອຕາມ.
\s5
\v 9 ແລ້ວ ພວກ​ຟີ­ລິດ­ສະ­ຕິນໄດ້ຂຶ້ນມາ​ ແລະພວກເຂົາກະກຽມພ້ອມສູ້ຮົບໃນ​ຢູ­ດາ ແລະຕັ້ງກອງທັບຂອງພວກເຂົາໃນ​ເມືອງ​ເລຮີ.
\v 10 ພວກ​ຜູ້ຊາຍຢູ­ດາ​ຈຶ່ງ​ຖາມ​ພວກ­ເຂົາ​ວ່າ, “ເປັນ­ຫຍັງ​ພວກ​ເຈົ້າ​ຈຶ່ງ​ມາ​ຮົບ​ເສິກ​ກັບ​ພວກ­ເຮົາ?” ພວກ­ເຂົາ​ໄດ້​ຕອບ​ວ່າ, “ພວກ­ເຮົາໄດ້ຍົກທັບມາສູ້ຮົບ ເພື່ອຈະ​ມາ​ຈັບ​ແຊມ­ຊັນ, ແລະ ພວກເຮົາ​ຈະ​ເຮັດ​ຕໍ່​ລາວ​ຄື​ລາວ​ໄດ້​ເຮັດ​ຕໍ່​ພວກເຮົາ.”
\s5
\v 11 ຕໍ່ມາ​ຊາວ​ຢູ­ດາ​ສາມ​ພັນ​ຄົນ​ກໍ­ພາ­ກັນ​ໄປ​ຍັງ​ຖ້ຳ​ທີ່​ຫນ້າ­ຜາ ເອ­ຕາມ​ນັ້ນ, ແລະ​ພວກເຂົາໄດ້ເວົ້າ­ກັບ​ແຊມ­ຊັນ​ວ່າ, “ເຈົ້າ​ຮູ້​ບໍ​ວ່າ​ພວກ​ຟີ­ລິດ­ສະ­ຕິນເປັນຜູ້ປົກຄອງເຫນືອພວກເຮົາ​? ເປັນ­ຫຍັງ​ເຈົ້າ​ຈຶ່ງ​ເຮັດແບບ​ນີ້​ຕໍ່​ພວກເຮົາ​?” ແຊມ­ຊັນ​ກໍ​ຕອບ​ພວກເຂົາວ່າ, “ພວກ­ເຂົາ​ໄດ້​ເຮັດ​ຕໍ່​ຂ້ອຍ​ກ່ອນ, ແລະດ້ວຍເຫດນັ້ນຂ້ອຍ​ເຮັດ​ຕໍ່​ພວກ​ຟີ­ລິດ­ສະ­ຕິນ ເຊັ່ນກັນ”
\s5
\v 12 ພວກ­ເຂົາ​ຈຶ່ງ​ຕອບ​ແຊມ­ຊັນ​ວ່າ. “ພວກເຮົາລົງມາ​ນີ້ ​ເພື່ອ​ຈັບ​​ເອົາ​ເຈົ້າ ແລະມອບ​ໃຫ້​ພວກ​ຟີ­ລິດ­ສະ­ຕິນ”. ແຊມ­ຊັນ​ກໍ​ເວົ້າຕໍ່ພວກເຂົາວ່າ, “​ສາ­ບານ​ກັບ​ຂ້ອຍ​ກ່ອນ​ວ່າ ພວກ​ເຈົ້າ​ຈະ​ບໍ່​ຂ້າ​ຂ້ອຍ. ດ້ວຍຕົວຂອງພວກເຈົ້າເອງ”
\v 13 ພວກ­ເຂົາ​ໄດ້​ຕອບ​ວ່າ, “ບໍ່, ພວກ­ເຮົາຈະມັດເຈົ້າດ້ວຍເຊືອກເທົ່ານັ້ນ ແລະ ມອບເຈົ້າໃຫ້ພວກເຂົາ. ພວກເຮົາສາບານ ພວກເຮົາ​ຈະ​ບໍ່​ຂ້າ​ເຈົ້າ” ແລ້ວ​ພວກ­ເຂົາ​ກໍ​ມັດ​ແຊມ­ຊັນ​ດ້ວຍ​ເຊືອກ​ໃຫມ່ສອງ​ເສັ້ນ ​ແລະ​ພາ​ລາວ​ໄປ​ຈາກ​ຫນ້າ­ຜາ​ນັ້ນ.
\s5
\v 14 ເມື່ອ​ມາ​ຮອດ​ເມືອງ​ເລ­ຮີ, ພວກ​ຟີ­ລິດ­ສະ­ຕິນ​ກໍ​ແລ່ນ​ມາ​ພ້ອມ​ທັງ​ຮ້ອງ​ດັງ ເມື່ອພວກເຂົາເຫັນ​ລາວ. ແຕ່​ພຣະ­ວິນ­ຍານ​ບໍຣິສຸດຂອງ​ພຣະ­​ຢາເວໄດ້​ຊົງສະຖິດໃຫ້​ລາວມີກຳລັງ. ­ເຊືອກ​ທີ່​ມັດ​ແຂນຂອງລາວ ກໍກາຍເປັນເຫນືອນຜ້າປ່ານທີ່ຖືກໄຟໃຫມ້ ແລະ ເຊືອກເຫລົ່ານັ້ນກໍຫລຸດອອກຈາກ​ມື​ຂອງ​ລາວ.
\s5
\v 15 ​ແຊມ­ຊັນ​ໄດ້​ເຫັນ​ກະ­ດູກ​ຄາງ​ລໍ​ທີ່​ຍັງ​ໃຫມ່​ຢູ່, ແລະລາວ​ຈຶ່ງ​ເດ່​ມື​ລົງ​ຈັບ​ເອົາ ແລະ​ໄດ້​ໃຊ້​ກະ­ດູກ​ຄາງ​ລໍ​ນັ້ນ​ຂ້າ​ພວກ​ຟີ­ລິດ­ສະ­ຕິນ​ຕາຍ​ໄປ​ພັນ​ຄົນ.
\v 16 ແຊມ­ຊັນ​ໄດ້ກ່າວ​ວ່າ, “ດ້ວຍ​ກະ­ດູກ​ຄາງ​ລໍ​ອັນ​ດຽວ, ເປັນ​ກອງ​ຊ້ອນກອງ, ຍ້ອນ​ກະ­ດູກ​ຄາງ​ລໍ​ອັນ​ນີ້ ຂ້ອຍ​ໄດ້​ຂ້າ​ຄົນຫນຶ່ງພັນ​ຄົນ.”
\s5
\v 17 ເມື່ອ ແຊມ­ຊັນໄດ້ກ່າວຈົບແລ້ວ, ລາວ​ກໍ​ແກວ່ງ​ກະ­ດູກ​ລໍ​ຖິ້ມ, ແລະລາວໄດ້ເອີ້ນສະຖານທີ່ນັ້ນ​­ວ່າ ພູ​ກະ­ດູກ​ຄາງ​ລໍ.
\v 18 ຕໍ່​ມາ ແຊມ­ຊັນ​ຫິວ​ນ້ຳ​ຫລາຍ, ແລະລາວ​ຈຶ່ງ​ຮ້ອງ​ທູນ​ຕໍ່​ພຣະ­ຢາເວ​ວ່າ, “ພຣະ­ອົງ​ຊົງ​ມອບໄຊ­ຊະ­ນະ​ອັນ­ຍິ່ງ­ໃຫຍ່​ໃຫ້​ແກ່​ຂ້າ­ນ້ອຍ.­ນີ້​ຂ້າ­ນ້ອຍຈະ​ຕາຍ​ຢູ່​ແລ້ວໂດຍ​ຫິວ​ນ້ຳ​ ແລະ​​ຕົກ​ຢູ່­ໃນ​ກຳ­ມື​ຂອງ​ພວກ​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້­ຮັບ​ພິ­ທີ­ຕັດ​​ບໍ?”
\s5
\v 19 ພຣະ­ຢາເວ​ກໍ​ຊົງ​ບັນ­ດານ​ໃຫ້​ເປີດຮູນໍ້າຢູ່ທີ່ເລ­ຮີ ແລະມີ​ນ້ຳ​ອອກມາ. ເມື່ອແຊມ­ຊັນ​​ດື່ມນໍ້າແລ້ວ ແລະ​ກຳລັງຂອງລາວກໍ່ກັບມາ ແລະລາວກໍ່ຟື້ນຕົວຄືນ. ສະນັ້ນລາວ​ຈຶ່ງ​ເອີ້ນສະຖານທີ່ນີ້ວ່າ ເອັນຮັກກໍ­ເຣ, ແລະຊຶ່ງ​ຍັງ­ມີ​ຢູ່­ໃນ​ເມືອງ​ເລ­ຮີ​ຈົນ​ເທົ່າ​ທຸກ​ມື້ນີ້.
\v 20 ແຊມ­ຊັນ​ໄດ້​ປົກ­ຄອງ​​​ອິ​ສ​ະ​ຣາເອນໃນສະໃຫມຄົນ​ຟີ­ລິດ­ສະ­ຕິນ​​ຢູ່​ເປັນ​ເວ­ລາ​ຊາວ​ປີ.
\s5
\c 16
\cl ບົດທີ 16
\p
\v 1 ຕໍ່​ມາ ແຊມ­ຊັນ​ໄດ້ໄປທີ່​ເມືອງ​ກາ­ຊາ ແລະໄດ້​ພົບ​ຍິງ​ໂສ­ເພ­ນີ​ຄົນຫນຶ່ງຢູ່ທີ່ນັ້ນ, ລາວ​ຈຶ່ງ​ເຂົ້າ­ໄປ​ນອນ​ຢູ່​ນຳນາງ.
\v 2 2 ເມື່ອ​ຄົນກາ­ຊາ​ຮູ້­ວ່າ, ແຊມ­ຊັນໄດ້ມາທີ່ນີ້ແລ້ວ. ພວກ­ເຂົາ​ກໍ­ພາ­ກັນ​ມາ​ອ້ອມສະຖານທີ່ ແລະ​ໃນທີ່ລັບ, ພວກເຂົາລໍ​ຖ້າ​ລາວ​ຢູ່​ປະ­ຕູ​ເມືອງ​ຕະ­ຫລອດ​ຄືນ. ພວກ­ເຂົາ​ພາ­ກັນ​ງຽບ​ຢູ່​ຕະ­ຫລອດ​ທັງ​ຄືນ​. ພວກເຂົາເຄີຍເວົ້າວ່າ, “ຂໍໃຫ້ພວກ­ເຮົາລໍ​ຖ້າ​ຈົນ​ຮອດ​ມື້­ອື່ນ​ເຊົ້າ​, ແລະຈາກນັ້ນພວກເຂົາ​ຈະຂ້າ​ລາວ​ຖິ້ມ.”
\s5
\v 3 ແຕ່​ແຊມ­ຊັນ​ໄດ້​ນອນ​ຢູ່​ຕຽງນອນ​ຮອດ​ຕອນ​ທ່ຽງ​ຄືນ​. ໃນເວລາທ່ຽງຄືນ ລາວ­ກໍ​ລຸກ ແລະລາວ​ດຶງ​ປະ­ຕູ​ເມືອງ​ພ້ອມ​ທັງ​ເສົາປະຕູທັງສອງຕົ້ນ, ແລະລາວໄດ້ຖອນເສົາເຫລົ່ານັ້ນຂື້ນມາຈາກດິນ, ບານປະຕູແລະຂອບທັງຫມົດ, ແລ້ວ​ວາງໃສ່ບ່າຂອງລາວ, ແລະແບກຂືນໄປຈົນເຖິງ​ຍອດ­ພູ​, ຕໍ່ຫນ້າ​ເມືອງເຮັບໂຣນ.
\s5
\v 4 ຫລັງ​ຈາກ​ນັ້ນ ແຊມ­ຊັນ​ກໍ​ມີ​ຄວາມ​ຮັກ​ໄຄ່​ກັບ​ຍິງ​ຄົນ​ຫນຶ່ງທີ່​ອາໄສຢູ່ຮ່ອມ­ພູ​ໂສເຣັກ.​​ນາງ​ຊື່ວ່າເດ­ລີ­ລາ.
\v 5 ພວກ­ຜູ້­ນຳ​ຟີ­ລິດ­ສະ­ຕິນ​ຈຶ່ງ​ໄປ​ຫາ​ຍິງ​ຄົນ​ນັ້ນ, ແລະ​ເວົ້າ​ນາງວ່າ, “ຈົ່ງ​ວາງ​ກົນ­ອຸ­ບາຍ​ເພື່ອຖາມ​ແຊມ­ຊັນ​ວ່າ ກຳລັງທີ່ມະຫາສານຂອງລາວມາຈາກບ່ອນໃດ, ແລະໂດຍວິທີໃດທີ່ພວກເຮົາ​ຈະ​ຊະ­ນະລາວໄດ້, ເພື່ອພວກເຮົາ​ຈັບມັດ​ລາວໄດ້​ ເພື່ອເຮັດໃຫ້ລາວອັບອາຍ. ຈົ່ງເຮັດເຊັ່ນນີ້, ພວກເຮົາແຕ່ລະຄົນຈະເອົງເງິນໃຫ້ເຈົ້າ ​ພັນ​ຫນຶ່ງ​ຮ້ອຍ​ຫລຽນ.”
\s5
\v 6 ດັ່ງ­ນັ້ນ ນາງ​ເດ­ລີ­ລາ​ຈຶ່ງ​ເວົ້າ​​ແຊມ­ຊັນ​ວ່າ, “ຈົ່ງ​ບອກ​ໃຫ້​ຂ້ອຍ​ຮູ້​ແດ່​ວ່າ ​ເຈົ້າ​ມີ​ກຳ­ລັງມະຫາສານໄດ້ແນວໃດ?, ແລະ­ຄົນ​ໃດ​ຄົນ​ຫນຶ່ງ​ຕ້ອງ­ການ​ມັດ​ເຈົ້າໄດ້ແນວໃດ, ດັ່ງນັ້ນ ເຈົ້າອາດຈະຖືກຄວບຄຸມ.”
\v 7 ແຊມ­ຊັນ​ກໍ​ຕອບ​ນາງວ່າ, “ຖ້າ­ວ່າ​ພວກ­ເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ຫນ້າ​ທະ­ນູ​ໃຫມ່ໆ ເຈັດ​ເສັ້ນ​ທີ່​ຍັງ​ບໍ່​ທັນ​ແຫ້ງ, ຂ້ອຍ​ຈະ​ກາຍ­ເປັນ​ຄົນ​ອ່ອນແອ​ ແລະ ເຫມືອນ​ຄົນອື່ນໆ.”
\s5
\v 8 ແລ້ວພວກ­ຜູ້­­ປົກຄອງ​​ຟີ­ລິດ­ສະ­ຕິນ​ກໍ​ນຳ​ເອົາ​ເຊືອກ​ຫນ້າ​ທະ­ນູ​ທີ່​ຍັງ​ໃຫມ່ ແລະ​ຍັງ​ບໍ່​ທັນ​ແຫ້ງ​ເຈັດ​ເສັ້ນ​ມາ​ໃຫ້​ເດ­ລີ­ລາ, ແລະ ນາງກໍ​ມັດ​ແຊມ­ຊັນ​ໄວ້.
\v 9 ຂະນະທີ່ນາງໄດ້​ໃຫ້ພວກຜູ້ຊາຍເຫລົ່ານັ້ນລໍຖ້າ​​ຢູ່­ໃນ​ຫ້ອງຂ້າງໃນຂອງນາງ. ນາງໄດ້ເວົ້າກັບລາວວ່າ, “ແຊມ­ຊັນ, ​ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ!”. ແຕ່​ແຊມ­ຊັນ​ໄດ້​ດຶງ­ເຊືອກ​ນັ້ນ​ຂາດ​ເຫມືອນ​ດັ່ງ​ໄຟ​ໄຫມ້​ເສັ້ນ​ດ້າຍ. ດ້ວຍ​ເຫດ​ນີ້ຄວາມ​ເລິກ­ລັບ​ກ່ຽວ­ກັບ​ກຳ­ລັງ​ຂອງ​ລາວ ຈຶ່ງບໍ່ໄດ້ຖືກເປີດເຜີຍ.
\s5
\v 10 ຕໍ່​ມາ ນາງ​ເດ­ລີ­ລາ​ໄດ້​ເວົ້າ​ຕໍ່​ແຊມ­ຊັນ​ອີ​ກວ່າ, “ ນີ້ເປັນສິ່ງທີ່ເຈົ້າ​ໄດ້​ລໍ້­ລວງ​ຂ້ອຍ ແລະ​ເວົ້າ​ຕົວະ​ຂ້ອຍ. ສະ­ນັ້ນ ຂໍ​ໃຫ້​ເຈົ້າ​ບອກ​ຂ້ອຍ​ແດ່​ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”
\v 11 ລາວໄດ້ຕອບນາງວ່າ, “ຖ້າພວກເຂົາ​ມັດ​ຂ້ອຍ​ດ້ວຍ​ເຊືອກ​ໃຫມ່ທີ່​ຍັງ​ບໍ່​ທັນເຄີຍ​ໃຊ້, ຂ້ອຍ​ຈະ​ເປັນ​ຄົນ​ອ່ອນ­ແອ ແລະເປັນ​ເຫມືອນ​ຄົນອື່ນໆ.”
\v 12 ດັ່ງນັ້ນ ນາງ​ເດ­ລີ­ລາ​ຈຶ່ງ​ເອົາ​ເຊືອກ​ໃຫມ່​ນັ້ນ​ມາ​ມັດ​ລາວ ແລະ​ເວົ້າກັບລາວ​ວ່າ, “ແຊມ­ຊັນ ພວກ​ຟີ­ລິດ­ສະ­ຕີນ​ມາຫາເຈົ້າແລ້ວ!”. ຄົນເຫລົ່ານັ້ນກຳລັງລໍຖ້າຢູ່ໃນຫ້ອງຂ້າງໃນ. ແຕ່ແຊມ­ຊັນ​ກໍ​ດຶງ­ເຊືອກ​ນັ້ນໃຫ້ຂາດ​ອອກຈາກແຂນຂອງລາວເປັນເຫມືອນເສັ້ນດ້າຍ.
\s5
\v 13 ແລ້ວ​ນາງ​ເດ­ລີ­ລາ​ໄດ້​ຖາມ​ແຊມ­ຊັນ​ວ່າ, “ຈົນເຖິງດຽວນີ້ ເຈົ້າ​ຍັງ​ລໍ້­ລວງ​ຂ້ອຍ ແລະ​ເວົ້າຕົວະ​ຂ້ອຍ​ອີກ. ຂໍ​ເຈົ້າ​ຈົ່ງ​ບອກ​ຂ້ອຍ​ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”. ແຊມ­ຊັນ​ຈຶ່ງ​ບອກ​ວ່າ, “ຖ້າ​ເຈົ້າ​ເອົາ­ຜົມ​ເຈັດ​ປອຍຂອງ​ຂ້ອຍ​​ໄປ​ຕ່ຳ​ໃນ​ຫູກ​ແລະ​ຖົກ​ຟືມ​ໃຫ້​ແຫນ້ນ, ແລ້ວ​ຂ້ອຍ​ຈະ​ກາຍ­ເປັນ​ຄົນ​ອ່ອນ­ແອ​ເຫມືອນຄົນ​​ອື່ນ.”
\v 14 ໃນະຂະນະທີ່ລາວນອນ, ນາງ​ເດ­ລີ­ລາ​ ແລ້ວກໍ​ເອົາ­ຜົມ​​ເຈັດ​ປອຍ​ຂອງ​ລາວ ໄປ​ຕ່ຳ​ໃນ​ຫູກ, ແລະ​ຖົກ​ຟືມ​ໃຫ້​ແຫນ້ນ, ແລະນາງ​ກໍເວົ້າກັບລາວ​ວ່າ, “ແຊມ­ຊັນ! ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ”. ລາວຈຶ່ງຕື່ນຂື້ນຈາກຫລັບ ແລະຖອດ​ຟືມ ແລະ​ດຶງ​ເຄືອ​ອອກຈາກຫູກນັ້ນ.
\s5
\v 15 ນາງ​ໄດ້ເວົ້າກັບລາວ​ວ່າ, “ເຈົ້າຈະເວົ້າແນວໃດ, 'ເຈົ້າຮັກຂ້ອຍ', ໃນ​ເມື່ອ​ເຈົ້າມີຄວາມລັບຂອງເຈົ້າກັບຂ້ອຍ? ເຈົ້າ​ໄດ້​ລໍ້­ລວງ​ຂ້ອຍ​ເຖິງ​ສາມ​ເທື່ອ​ແລ້ວ ແລະ​ເຈົ້າ​ຍັງ​ບໍ່​ທັນ​ບອກ​ຂ້ອຍ​ເລີຍ​ວ່າ ເຈົ້າມີກຳລັງມະຫາສານໄດ້ແນວໃດ?”.
\v 16 ທຸກ​ມື້ ນາງ​ເດ­ລີ­ລາ​ໄດ້​ກົດດັນລາວດ້ວຍຄຳເວົ້າຂອງນາງ, ແລະນາງໄດ້ບັງຄັບລາວຫລາຍຢ່າງ ຈົນວ່າ​ແຊມ­ຊັນ​ຢາກ​ຈະ​ຕາຍ​ເສຍ​.
\s5
\v 17 ໃນ​ສຸດ­ທ້າຍ​ແຊມ­ຊັນ​ໄດ້​ບອກ​ນາງ​ທຸກຢ່າງຕາມ​ຄວາມ­ຈິງ​ວ່າ, “ຂ້ອຍ​ບໍ່​ເຄີຍໃຊ້ມີດ​ຕັດ​ຜົມ​ເທິງຫົວຂອງຂ້ອຍຈັກ­ເທື່ອເລີຍ, ເພາະ­ວ່າ​​ເປັນ​ຄົນ​ນາ­ຊີ­ຣີ​ແດ່​ພຣະ­ເຈົ້າ ຕັ້ງແຕ່ຢູ່ໃນທ້ອງແມ່ຂອງຂ້ອຍ, ຖ້າຫົວຂອງຂອ້ຍຖືກຕັດຜົມ, ແລ້ວກຳລັງຂອງຂ້ອຍຈະຫມົດ, ແລະ ຂ້ອຍ​ຈະ​ກາຍ­ເປັນ​ຄົນ​ອ່ອນ­ແອ​ເຫມືອນຄົນອື່ນໆ.
\s5
\v 18 ເມື່ອ​ນາງ​ເດ­ລີ­ລາ​ເຊື່ອ​ໃຈ​ວ່າ​ລາວ​ໄດ້​ບອກ​ຄວາມ­ຈິງກັບນາງແລ້ວ, ນາງ​ກໍ​ສົ່ງ​ຂ່າວ​ໄປ​ບອກ​ພວກ­ຜູ້­ນຳ​ຟີ­ລິດ­ສະ­ຕິນ​ວ່າ, “ຈົ່ງກັບມາ​ອີກ​ຄັ້ງ, ເພາະ​ລາວໄດ້​ບອກ​ຄວາມ­ຈິງທຸກຢ່າງ​ໃຫ້​ແກ່​ຂ້ອຍ​ແລ້ວ.” ແລ້ວພວກ­ຜູ້­ປົກຄອງ​ຟີ­ລິດ­ສະ­ຕິນຈຶ່ງ​ຂຶ້ນໄປຫານາງ, ​ພ້ອມ​ທັງ​ເອົາ​ເງິນ​ໃສ່​ມືນາງພ້ອມ.
\v 19 ນາງ​​ໄດ້​ກ່ອມ​ແຊມ­ຊັນ​ນອນ​ເທິງ​ຕັກ​ຂອງ​ນາງ ​ແລະ​ເອີ້ນ​ໃຫ້​ຜູ້​ຫນຶ່ງ​ມາ​ຕັດ​ຜົມ­ທັງ​ເຈັດ​ປອຍເທິງ​ອອກຈາກຫົວຂອງ​ລາວ, ແລະ​ນາງກໍເລີ້ມເຮັດໃຫ້ລາວຫມົດແຮງ, ເພາະກຳລັງຂອງລາວໄດ້ຫມົດໄປແລ້ວ.
\s5
\v 20 ນາງ​​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ແຊມ­ຊັນ! ພວກ​ຟີ­ລິດ­ສະ­ຕິນ​ມາຫາເຈົ້າແລ້ວ!” ລາວ​ໄດ້​ຕື່ນຈາກຫລັບ ແລະເວົ້າວ່າ, “ຂ້ອຍ​ຈະ​ໄປ​​ເຫມືອນ​ດັ່ງ​ແຕ່­ກ່ອນໆ ແລະສັ່ນຕົວເອງໃຫ້ຫລຸດໄປ” ແຕ່ລາວ​ບໍ່​ຮູ້​​ວ່າ ພຣະ­ຢາເວໄດ້ຊົງຈາກລາວໄປ​ແລ້ວ.
\v 21 ຕໍ່​ມາ ພວກ​ຟີ­ລິດ­ສະ­ຕິນ​ໄດ້​ຈັບລາວ ແລະ​ເຈາະ​ຫນ່ວຍ​ຕາ​ທັງ​ສອງ​ຂອງ​ລາວ​ອອກ. ພວກ­ເຂົາ​ໄດ້​ນຳ​ລາວ​ໄປ​ເມືອງ​ກາ­ຊາ ແລະ​ໄດ້ໃສ່ໂສ້​ທອງ​ຜູກ​ລາວ​ໄວ້. ລາວ​ໄດ້​ໃຫ້​ໂມ້​ແປ້ງ​ຢູ່­ໃນ​ຄຸກ.
\v 22 ແຕ່​ຜົມ­ຂອງ​ລາວ​ໄດ້​ເລີ້ມ​ປົ່ງ​ຂຶ້ນ​ຄືນ​ອີກ ຫລັງຈາກຖືກຕັດອອກໄປ.
\s5
\v 23 ສ່ວນຜູ້ປົກຄອງຂອງ​ຟີ­ລິດ­ສະ­ຕິນ​ໄດ້ເຕົ້າໂຮມກັນເພື່ອຖວາຍເຄື່ອງບູຊາອັນຍິ່ງໃຫ່ຍແດ່ພຣະ​​ດາ­ໂກນ, ພຣະ​ຂອງ​ພວກ­ເຂົາ​, ແລະພວກເຂົາຊື່ນຊົມຍິນດີ, “ພຣະ​ຂອງ​ພວກ­ເຮົາ​ໄດ້ເອົາ​ຊະ­ນະ​ແຊມ­ຊັນ, ສັດ­ຕຣູ​ຂອງ​ພວກເຮົາ., ແລະໄດ້ວາງລາວຢູ່ໃນກຳມືຂອງພວກເຮົາ”.
\v 24 ເມື່ອ​ປະ­ຊາ­ຊົນ​ໄດ້ເຫັນ​ແຊມ­ຊັນ, ພວກ­ເຂົາ​ກໍ​ສັນ­ຣະ­ເສີນ​ພຣະ​ຂອງ​ເຂົາ​, ແລະເວົ້າວ່າ, “ພຣະ​ຂອງ​ພວກ­ເຮົາ​ໄດ້​ໃຫ້​ພວກ­ເຮົາ​ຊະ­ນະ​ສັດ­ຕຣູ​ຂອງ​ພວກ­ເຮົາ, ແລະໄດ້ມອບລາວໃຫ້ແກ່ພວກເຮົາ, ​ຜູ້​ທຳ­ລາຍ​ປະເທດຂອງພວກເຮົາ, ຜູ້ທີ່ຂ້າ​ພວກ­ເຮົາ​ຫລາຍ​ຄົນ.”
\s5
\v 25 ໃນຂະນະທີ່ພວກ­ເຂົາ​ພາ­ກັນ​ຊົມ­ຊື່ນ­ຍິນ­ດີຢູ່ນັ້ນ, ແລະພວກເຂົາ​ເວົ້າ​ວ່າ, “ຈົ່ງ​ເອີ້ນ​ແຊມ­ຊັນ​ມາ, ເພື່ອໃຫ້ລາວເຮັດໃຫ້ພວກເຮົາຫົວຂວັນ." ເມື່ອ​ພວກ­ເຂົາ​ໄດ້​ພາ​ແຊມ­ຊັນ​ອອກ​ມາ​ຈາກ​ຄຸກ ແລະລາວກໍ​ເຮັດ­ໃຫ້​ພວກ­ເຂົາຫົວຂວັນໄດ້. ພວກ­ເຂົາ​ໄດ້​ໃຫ້​ລາວ​ຢືນ­ຢູ່​ລະ­ຫວ່າງ­ກາງ​ເສົາ​ສອງຕົ້ນ.
\v 26 ແຊມ­ຊັນ​ໄດ້​ເວົ້າ​ຕໍ່​ເດັກ­ຊາຍຜູ້​ຈູງ​ມື​ລາວ​ມາ​ນັ້ນ​ວ່າ, “ຈົ່ງ​ພາ​ຂ້ອຍ​ໄປ​ຢືນ­ຢູ່​ແປະ​ເສົາ­ຄ້ຳ​ເຫລົ່ານີ້ ເພື່ອຮອງຮັບຕຶກນີ້, ເພື່ອທີ່ຂ້ອຍຈະອີງເສົາເຫລົ່ານີ້ໄດ້.”
\s5
\v 27 ໃນ​ເວ­ລາ​ນັ້ນ ຫໍ­ໂຮງ​ໄດ້​ເຕັມ​ໄປ​ດ້ວຍ​ທັງ​ຊາຍ​ແລະ​ຍິງ. ພວກ­ຜູ້­ປົກຄອງຟີ­ລິດ­ສະ­ຕິນ​ທຸກໆຄົນ​ກໍ​ຢູ່­ໃນ​ທີ່​ນັ້ນ. ຢູ່​ເທິງ​ຫລັງ­ຄາ​ພຽງ​ກໍມີ​​ທັງ​ຊາຍ ​ແລະ​ຍິງ​ປະ­ມານ​ສາມ​ພັນ​ຄົນ, ຊຶ່ງ​ພວກ­ເຂົາ​ກຳ­ລັງ​ແນມ​ເບິ່ງ​ແຊມ­ຊັນ​ເຮັດ​ຕະ­ຫລົກ​ຢູ່.
\s5
\v 28 ແຊມ­ຊັນ​ໄດ້​ຮ້ອງທູນຫາ​ພຣະ­ຢາເວ​ວ່າ, “ຂ້າແດ່ພຣະຢາເວ, ຂໍໂຜດລະນຶກເຖິງຂ້ານ້ອຍ! ຂໍ​ຊົງໂຜດໃຫ້ຂ້ານ້ອຍມີກຳລັງມະຫາສານອີກຄັ້ງຫນຶ່ງ, ພຣະເຈົ້າ, ເພື່ອຂ້ານ້ອຍ​ຈະ​ລ້າງ​ແຄ້ນ​ຄົນ​ຟີລິດສະຕິນ ໃຫ້ກັບຕາທັງສອງຂ້າງຂອງຂ້ານ້ອຍ.”
\v 29 ແຊມ­ຊັນ​ກໍ​ຈັບເສົາຄໍ້າກາງສອງຕົ້ນທີ່ຮອງຕຶກນັ້ນ, ແລະລາວໄດ້ຍັນເສົາທັງສອງຕົ້ນນັ້ນ, ເສົາຫນຶ່ງດ້ວຍມືເບື້ອງຂວາຂອງລາວ ແລະອີກເສົາຫນຶ່ງດ້ວຍມືເບື້ອງຊ້າຍຂອງລາວ.
\s5
\v 30 ແຊມຊັມໄດ້ກ່າວວ່າ, “ຂໍ​ໃຫ້​ຂ້າ­ນ້ອຍ​ຕາຍ​ພ້ອມ­ກັບ​ຄົນເມືອງ​ຟີ­ລິດ­ສະ­ຕິນ​ນີ້​ເຖີ້ນ!”. ລາວ​ຊຸກ​ເສົາ​ນັ້ນ​ດ້ວຍກຳລັງ​ຂອງ​ລາວ ແລະຕຶກນັ້ນລົ້ມລົງ​ທັບ​ພວກ­ຜູ້­ປົກຄອງ ແລະ​ຄົນ​ອື່ນ​ທຸກໆ ຄົນຢູ່ໃນຕຶກນັ້ນ. ດັ່ງນັ້ນ ຄົນຕາຍທີ່ລາວໄດ້ຂ້າເມື່ອລາວຕາຍແມ່ນຫລາຍກວ່າຄົນທີ່ລາວໄດ້ຂ້າ ເມື່ອຕອນລາວຍັງມີຊີວິດຢູ່.
\v 31 ຫລງັຈາກນັ້ນ ພວກ​ຍາດ​ພີ່­ນ້ອງ ແລະ​ຄອບ­ຄົວ​ຂອງພໍ່ລາວທັງຫມົດ. ພວກເຂົາກໍໄດ້ພາ­ກັນ​ມາ​ເອົາ​ສົບ​ລາວ​ກັບ​ຄືນ​ເມືອ, ແລ້ວ​​ຝັງສົບຂອງລາວຢູ່​ລະ­ຫວ່າງ​ເມືອງ​ໂຊ­ຣາ ແລະ​ເມືອງ​ເອ­ຊະ­ຕາ­ໂອນ ຢູ່ທີ່ບ່ອນຝັງສົບ​ຂອງ​ມາ­ໂນ­ອາ, ພໍ່​ຂອງ​ລາວ. ແຊມ­ຊັນ​ໄດ້​ປົກ­ຄອງ​ຄົນ​​ອິ​ສ​ະ​ຣາເອນ​ຢູ່​ເປັນ​ເວ­ລາ​ຊາວ​ປີ.
\s5
\c 17
\cl ບົດທີ 17
\p
\v 1 ມີ​ຊາຍ​ຄົນ​ຫນຶ່ງຢູ່ເຂດເນີນ​ພູ­ເຂົາ​ເອຟຣາອິມ, ແລະລາວ ຊື່​ມີ­ກາ.
\v 2 ລາວ​ເວົ້າ­ກັບ​ແມ່​ຂອງ​ລາວ​ວ່າ, “ເງິນ​ຫນຶ່ງພັນຫນຶ່ງຮ້ອຍ​ຫລຽນ ຊຶ່ງ​ມີ­ຄົນ​ລັກ​ໄປ​ຈາກ​ແມ່, ແລະ​ແມ່​ກໍ­ໄດ້​ສາບ­ແຊ່ງ, ​ທີ່ລູກໄດ້ຍິນມານັ້ນ -ເບິ່ງ​ແມ! ເງິນ​ນັ້ນ​ຢູ່​ທີ່​ຂ້ອຍ. ຂ້ອຍ​​ໄປລັກເອົາມາ​ເອງ,” ແມ່​ຂອງ​ລາວ​ຈຶ່ງ​ເວົ້າ​ວ່າ “ຂໍ​ພຣະຢາເວ ຊົງອ່ວຍພອນ​ໃຫ້​ລູກ​ຂອງຂ້ານ້ອຍ​ເຖີດ”.
\s5
\v 3 ລາວໄດ້ເອົາເງິນຈຳນວນ​ຫນຶ່ງ​ພັນ​​ຫນຶ່ງ​ຮ້ອຍ​ຫລຽນ ມາຄືນໃຫ້ແມ່ຂອງລາວ ແລະແມ່ລາວເວົ້າວ່າ, "ແມ່ໄດ້ແຍກເງິນນີ້ຖວາຍແດ່ພຣະຢາເວ ເພື່ອໃຫ້ລູກຂອງແມ່ທີ່ຈະເຮັດຮູບແກະສະລັກ ແລະຮູບຫລໍ່ໂລຫະຕ່າງໆ. ບັດນີ້ ແມ່ຈຶ່ງໄດ້ຄືນເງິນໃຫ້ແກ່ລູກ".
\v 4 ເມື່ອ​ລາວໄດ້ຄືນ​ເງິນ​ໃຫ້​ແກ່​ແມ່ຂອງລາວ​ແລ້ວ, ແມ່​ກໍ​ນຳ​ເງິນ​ສອງ​ຮ້ອຍ​ຫລຽນ, ແລະ​ມອບ​ໃຫ້​ກັບ​ຊ່າງ​ເງິນ ເຮັດ​ເປັນ​ຮູບ​ແກະ­ສະ­ຫລັກ ແລະ​ຮູບ​ຫລໍ່ໂລຫະຕ່າງໆ, ແລະພວກເຂົາໄດ້ຕັ້ງຮູບເຫລົ່າ​ນັ້ນໄວ້​ຢູ່­ໃນ​ເຮືອນ​ຂອງ​ມີ­ກາ.
\s5
\v 5 ມີ­ກາ​ຄົນ​ນີ້​ມີ​ເຮືອນ​ພຣະ​ຫລັງ​ຫນຶ່ງ ແລະ ລາວ​ເຮັດ​ຮູບ​ເອ­ໂຟດ ​ແລະ ​ຮູບ​ພຣະ ແລະ​ ບັນດາພຣະປະຈຳບ້ານ, ແລະລາວໄດ້ຈ້າງລູກຊາຍຄົນຫນຶ່ງຂອງບັນດາລູກຊາຍຂອງລາວໃຫ້​ເປັນ​ປະ­ໂລ­ຫິດຂອງລາວ.
\v 6 ໃນ​ສະ­ໄຫມ​ນັ້ນ ຍັງ​ບໍ່­ມີ​ກະ­ສັດ​ໃນ​​ອິ​ສ​ະ​ຣາເອນ, ແລະ ທຸກ​ຄົນ​ກໍ​ເຮັດ​ຕາມ​ທີ່​ຕົນ­ເອງ​ເຫັນ​ດີ.
\s5
\v 7 ໃນຂະນະນັ້ນ ມີ​ຊາຍ​ຫນຸ່ມ​ຄົນ​ຫນຶ່ງ​ຊາວ​ເມືອງ­ເບັດ­ເລ­ເຮັມ​ໃນ​ຢູ­ດາ ຈາກຕະກູນເຜົ່າຢູ­ດາ, ຊຶ່ງເປັນຄົນ​ເລ­ວີ. ລາວອາ­ໃສ​ຢູ່​ຫັ້ນ ເພື່ອປະຕິບັດຫນ້າທີ່ຂອງລາວ.
\v 8 ຊາຍ​ນັ້ນ ໄດ້​ຍ່າງ​ອອກ­ຈາກ​ເມືອງ­ເບັດ­ເລ­ເຮັມ​ໃນ​ຢູ­ດາ ເພື່ອທ່ຽວ​ຫາ​ບ່ອນ​ພັກ​ອາ­ໃສ. ໃນຂະນະທີ່ລາວກຳລັງເດີນທາງຢູ່, ​ລາວໄດ້ມາເຖິງບ້ານມີກາຢູ່ເຂດ​ພູ­ເຂົາ​ເອຟຣາອິມ​.
\v 9 ມີ­ກາ​ຈຶ່ງ​ເວົ້າ­ກັບ​ລາວ​ວ່າ “ທ່ານ​ມາ​ຈາກ​ໃສ” ຊາຍຄົນນັ້ນຕອບລາວ​​ວ່າ, “ຂ້ອຍ​ເປັນ​ຄົນ​ເລ­ວີ​ຊາວ​ບ້ານ­ເບັດ­ເລ­ເຮັມ​ໃນ​ຢູ­ດາ, ຂອ້ຍ​ເດີນ­ທາງ​ທ່ຽວ​ຫາ​ບ່ອນ​ທີ່ຂ້ອຍຈະພັກ​ອາ­ໃສ”.
\s5
\v 10 ມີ­ກາ​ຈຶ່ງ​ກ່າວ​ແກ່​ລາວ​ວ່າ “ຈົ່ງພັກ​ກັບ​ຂ້ອຍ​ເຖີດ, ແລະມາເປັນ​ພໍ່ ແລະ​ປະ­ໂລ­ຫິດ​ຂອງ​ຂ້ອຍ. ຂ້ອຍຈະ​ໃຫ້​ເງິນເຈົ້າ​ໃຫ້​ປີ​ລະ​ສິບ​ຫລຽນ, ແລະໃຫ້​ເຄື່ອງ​ນຸ່ງຫນຶ່ງຊຸດ, ແລະໃຫ້​ອາ­ຫານແກ່ເຈົ້າ​ດ້ວຍ”. ດັ່ງນັນຄົນເລ­ວີ​ຄົນ​ນັ້ນ​ຈຶ່ງ​ເຂົ້າ­ໄປໃນເຮືອນຂອງລາວ.
\v 11 ຄົນເລ­ວີ​ຄົນ​ນັ້ນ​ກໍ​ພໍ­ໃຈ​ທີ່​ຈະ​ຢູ່​ກັບ​ມີ­ກາ, ແລະ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ເປັນ​ຄື​ກັບ​ລູກ​ຊາຍຂອງ​ລາວຄົນຫນຶ່ງ.
\s5
\v 12 ມີ­ກາ​ກໍ​ໄດ້ແຍກຄົນເລ­ວີ​ຄົນ​ນັ້ນໄວ້ໃຫ້ປະຕິບັດພິທິການຕ່າງໆ ແລະ ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ໃຫ້­ເປັນ​ປະ­ໂລ­ຫິດ​ຂອງ​ລາວ ແລະ ​ຢູ່­ໃນ​ເຮືອນ​ຂອງ​ລາວ.
\v 13 ມີ­ກາ​ກ່າວ​ວ່າ, “ບັດ­ນີ້ຂ້ອຍ​ຮູ້​ແລ້ວ​ວ່າ ພຣະຢາເວ​ຈະຊົງເຮັດສິ່ງດີໆແກ່ຂ້ອຍ, ເພາະວ່າຄົນເລວີຄົນນີ້ໄດ້ມາເປັນ​ປະໂລຫິດຂອງຂ້ອຍ.”
\s5
\c 18
\cl ບົດທີ 18
\p
\v 1 ໃນ​ສະ­ໄຫມນັ້ນ​ບໍ່­ມີ​ກະ­ສັດ​ໃນ​​ອິ​ສ​ະ​ຣາເອນ ແລະ​ຄົນ​ຕະ­ກູນ​ດານ​ຍັງ​ທ່ຽວ​ຫາ​ທີ່​ດິນ​ແດນທີ່ຈະພັກອາໄສຢູ່, ຈົນເຖິງມື້ນັ້ນ ພວກເຂົາບໍ່ໄດ້ມໍ­ຣະ­ດົກ​ຈາກບັນດາເຜົ່າ​ອິສ​ະ​ຣາເອນ.
\v 2 ດັ່ງ­ນັ້ນ ຄົນ​ດານ​ໄດ້​ສົ່ງ​ຄົນ​ຫ້າ​ຄົນ​ຈາກບັນດາເຜົ່າຂອງພວກເຂົາ, ຜູ້ມີຄວາມສຳນານການສູ້ຮົບມາ​ຈາກ​ໂຊ­ຣາ ແລະ​ ຈາກ​ເອ­ຊະ­ຕາ­ໂອນ ເພື່ອອອກເດີນທາງຍ່າງ​ສອດ­ແນມ, ແລະ​ ກວດກາ­ເບິ່ງ​ແຜ່ນ­ດິນ​ນັ້ນ. ພວກ­ເຂົາໄດ້ກ່າວກັບຄົນເຫລົ່ານັ້ນ​ວ່າ, “ຈົ່ງ​ໄປ ແລະ ກວດກາ­ເບິ່ງ​ແຜ່ນ­ດິນ​ນັ້ນ”. ພວກ­ເຂົາ​ກໍ​ມາ​ຮອດ​ເຂດເນີນ​ພູ­ເຂົາ​ເອຟຣາອິມ, ມາຮອດເຮືອນ​ຂອງ​ມີ­ກາ, ແລະ ພວກເຂົາກໍໄດ້ຄ້າງຄືນ​ຢູ່ທີ່ນັ້ນ.
\s5
\v 3 ເມື່ອ​ພວກ­ເຂົາ​ຢູ່​ໃກ້​ເຮືອນ​ຂອງ​ມີ­ກາ, ພວກ­ເຂົາ​ກໍ​ຈື່​ສຽງ​ຄົນເລ­ວີ​ຫນຸ່ມ​ຄົນ​ນັ້ນ​ໄດ້. ດັ່ງນັ້ນ ພວກເຂົາຈຶ່ງ​ແວະ​ເຂົ້າ­ໄປ ແລະ​ຖາມລາວ­ວ່າ, “ແມ່ນໃຜ​ພາ​ທ່ານ​ມາ​ບ່ອນ­ນີ້? ເຈົ້າມາ​ເຮັດ​ຫຍັງ​ຢູ່ບ່ອນນີ້?­ ນີ້ເປັນຫຍັງເຈົ້າຈຶ່ງຢູ່​ບ່ອນ­ນີ້?”.
\v 4 ລາວໄດ້​ຕອບ​ຄົນ​ເຫລົ່າ­ນັ້ນ​ວ່າ, “ມີ­ກາ​ເຮັດສິ່ງນີ້​ແກ່​ຂ້ອຍ, ລາວ​ຈ້າງ​ຂ້ອຍໃຫ້ເປັນ​ປະ­ໂລ­ຫິດ​ຂອງ​ລາວ”.
\s5
\v 5 ພວກເຂົາກໍ​ເວົ້າ­ກັບ​ລາວ​ວ່າ, “ຂໍໂຜດ​ທູນ​ຖາມ​ພຣະ­ເຈົ້າ​ໃຫ້​ແດ່ ເພື່ອ​ພວກເຮົາ​ຈະ​ຮູ້­ວ່າການເດີນ​ທາງຂອງພວກເຮົາກຳລັງຈະໄປນີ້ ​​ຈະປະສົບຜົນ​ສຳ­ເລັດ​ຫລື​ບໍ່?”.
\v 6 ປະ­ໂລ­ຫິດ​ນັ້ນ​ຈຶ່ງ​ຕອບ​ພວກ­ເຂົາ​ທັງ­ຫລາຍ​ວ່າ, “ຈົ່ງ​ໄປດ້ວຍ​ສັນຕິສຸກເຖີດ. ພຣະຢາເວຈະນຳທາງໃຫ້ພວກເຈົ້າ​ໄປ​”.
\s5
\v 7 ເມື່ອຊາຍ​ທັງ​ຫ້າ​ຄົນ​ກໍ​ຈາກ​ໄປ ແລະມາ​ຮອດ​ເມືອງ​ລາ­ອິດ, ເຫັນ​ປະ­ຊາ­ຊົນ​ທີ່­ຢູ່​ເມືອງ​ນັ້ນມີຊີວິດຢູ່ໃນຄວາມປອດໄພ, ເຫມືອນກັບຄົນ​ຊີ­ໂດນອາໄສຢູ່, ຢ່າງ​ສະ­ຫງົບ, ແລະບໍ່​ມີຄວາມກັງວົນ. ບໍ່ມີໃຜມາຢືດຄອງ ຫລືກົດຂີ່ຂົ່ມເຫັງພວກເຂົາ ໃນແຜ່ນດິນນັ້ນ. ພວກ­ເຂົາໄດ້ອາໄສ​ຢູ່​ຫ່າງ​ໄກ​ຈາກ​ຄົນ​ຊີ­ໂດນ, ແລບໍ່­ມີການພົວພັນ​­ກັບ​ຄົນ​ອື່ນ​ເລີຍ.
\v 8 ເມື່ອ​ພວກເຂົາ​ກັບ​ມາ​ຫາເຜົ່າ​ໂຊ­ຣາ ແລະ​ເອ­ຊະ­ຕາ­ໂອນຂອງພວກເຂົາ. ຍາດ​ພີ່­ນ້ອງ​ຂອງພວກເຂົາຈຶ່ງ​ຖາມ​ພວກ­ເຂົາ​ວ່າ, “ພວກເຈົ້າ​ໄດ້ພົບເຫັນຫຍັງແດ່?”.
\s5
\v 9 ພວກ­ເຂົາ​ຕອບ​ວ່າ, “ມາເຖີດ! ໃຫ້​ພວກເຮົາ​ໄປໂຈມຕີ​ພວກ­ເຂົາ​ສາ! ພວກເຮົາ​ໄດ້​ເຫັນ​ແຜ່ນ­ດິນ​ນັ້ນ ແລະເປັນແຜ່ນດິນທີ່ດີຫລາຍ. ພວກເຈົ້າບໍ່ໄດ້ເຮັດຫຍັງເລີຍບໍ? ຢ່າລໍຊ້າທີ່ຈະໂຈມຕີ ແລະຢືດຄອງແຜ່ນດິນນັ້ນ.
\v 10 ເມື່ອ​ທ່ານ​ທັງ­ຫລາຍ​ໄປ, ພວກທ່ານຈະໄດ້ພົບເຫັນ​ປະ­ຊາ­ຊົນ​ ຜູ້ຄິດວ່າພວກເຂົາປອດໄພ. ແລະແຜ່ນດິນທີ່ກວ້າງ­ຂວາງ! ພຣະ­ເຈົ້າ​ຊົງມອບແຜ່ນດິນນີ້​ໄວ້​ແກ່ພວກ​ທ່ານ​ແລ້ວ- ເປັນ​ສະ­ຖານ­ທີ່​ ຊຶ່ງ​ບໍ່​ຂາດແຄນຫຍັງເລີຍໃນແຜ່ນດິນນີ້.”
\s5
\v 11 ຄົນເຜົ່າ​ດານ​ຫົກ​ຮ້ອຍ​ຄົນ​, ພ້ອມ​ດ້ວຍ​ເຄື່ອງ​ອາ­ວຸດ​​ສົງ­ຄາມ, ອອກເດີນທາງ­ຈາກ​ໂຊ­ຣາ ແລະ​ເອ­ຊະ­ຕາ­ໂອນ.
\v 12 ພວກ­ເຂົາ​​ຂຶ້ນ​ໄປ ແລະ​ຕັ້ງ­ຄ້າຍ​ຢູ່​ທີ່​ກີ­ຣິ­ອາດ-ເຢ­ອາ­ຣີມ​ໃນ​ຢູ­ດາ. ນີ້ແມ່ນເຫດຜົນ ທີ່ປະຊາຊົນເອີ້ນສະຖານທີ່ນີ້ວ່າທີ່ຫມັ້ນຂອງພວກດານ ຈົນ​ເຖິງ​ທຸກ​ມື້­ນີ້; ເມືອງ​ນີ້​ຢູ່​ທາງ​ທິດຕາເວັນຕົກຂອງເມືອງ​ກີ­ຣິ­ອາດ-ເຢ­ອາ­ຣີມ.
\s5
\v 13 ພວກ­ເຂົາ​ກໍ​ຜ່ານ​ຈາກ​ບ່ອນ­ນັ້ນ​ໄປ​ຍັງ​ເຂດ​ເນີນພູ­ເຂົາ​ເອຟຣາອິມ​ ແລະມາ​ຮອດ​ເຮືອນ​ຂອງ​ມີ­ກາ.
\v 14 ແລ້ວ​ຊາຍ​ທັງ​ຫ້າ​ຄົນ­ທີ່​ໄປ​ສອດ­ແນມ​ເບິ່ງ​ເມືອງ​ລາ­ອິດ​ກໍ​ບອກ​ແກ່​ພີ່­ນ້ອງ​ຂອງ­ຕົນ​ວ່າ, “ພວກທ່ານ​ຮູ້​ບໍ່​ວ່າ​ໃນ​ເຮືອນ​ເຫລົ່າ​ນີ້​ມີ​ຮູບ​ເອ­ໂຟດ, ພຣະປະຈຳບ້ານຕ່າງໆ, ຮູບ​ພຣະຮູບ​ແກະ­ສະ­ຫລັກ ແລະ​ຮູບ​ຫລໍ່ໂລຫະ? ຂໍໃຫ້ຕັດສິນໃຈດຽວນີ້ວ່າພວກເຮົາຈະເຮັດຫຍັງ?.
\s5
\v 15 ດັ່ງນັ້ນ ພວກ­ເຂົາ​ຈຶ່ງກັບເຂົ້າໄປທີ່ນັ້ນ ແລະມາຮອດເຮືອນຂອງຄົນເລວີຫມຸ່ນຄົນນັ້ນ​ ຄື​ທີ່​ເຮືອນ​ຂອງ​ມີ­ກາ, ແລະພວກເຂົາຖາມ​​ທຸກ​ສຸກ​ຂອງ​ລາວ.
\v 16 ບັດນີ້ ຄົນດານທີ່ຖືອາວຸດສົງຄາມ​ຫົກ​ຮ້ອຍ​ຄົນ ກໍໄດ້ຍິນຢູ່ທີ່ທາງເຂົ້າປະຕູຮົ້ວນັ້ນ​.
\s5
\v 17 ຊາຍ​ທັງ​ຫ້າ​ຄົນ­ທີ່​ອອກ​ໄປ​ສອດ­ແນມ​ເບິ່ງແຜ່ນດິນນັ້ນ ກໍ​ຍ່າງ​ເຂົ້າ­ໄປທີ່ນັ້ນ ແລະພວກເຂົາໄດ້​ເອົາ​ຮູບ​ແກະ­ສະ­ຫລັກເອ­ໂຟດ, ຮູບ​ພຣະປະຈຳບ້ານຕ່າງໆ, ແລະ​ຮູບ​ຫລໍ່ໂລຫະຕ່າງໆ​ໄປ, ໃນຂະນະທີ່ ປະ­ໂລ­ຫິດ ​ກໍ​ຢືນ­ຢູ່​ທີ່​ທາງ​ເຂົ້າ​ປະ­ຕູ​ຮົ້ວ​ ກັບ​ທະ­ຫານຫົກ​ຮ້ອຍ​ຄົນ​​ຖື​ອາ­ວຸດ​ເຮັດ​ສົງ­ຄາມ​ນັ້ນ.
\v 18 ເມື່ອ​ຄົນ​ເຫລົ່າ​ນີ້ ໄດ້​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ມີ­ກາ ແລະນຳ​ເອົາ​ຮູບ​ແກະ­ສະ­ຫລັກ​ເອ­ໂຟດ, ຮູບ​ພຣະປະຈຳບ້ານຕ່າງໆ, ແລະ​ຮູບ​ຫລໍ່ໂລຫະຕ່າງໆ​ໄປ, ປະ­ໂລ­ຫິດ​ຖາມ​ພວກ­ເຂົາ​ວ່າ, “ພວກ​ທ່ານກຳລັງ​ເຮັດ​ຫຍັງ?”
\s5
\v 19 ຄົນ​ເຫລົ່າ­ນັ້ນ​ຈຶ່ງ​ຕອບ​ພວກ­ເຂົາ​ວ່າ, “ງຽບໄວ້​ໆ! ຈົງເອົາ​ມື​ປິດ​ປາກ​ຂອງເຈົ້າໄວ້ ແລະມາ­ກັບ​ພວກເຮົາ​ສາ, ແລະມາ​ເປັນ​ພໍ່ ແລະເປັນ​ປະ­ໂລ­ຫິດ​ຂອງ​ເຮົາ. ດີກວ່າເຈົ້າຈະ​ເປັນ​ປະ­ໂລ­ຫິດ​ໃນ​ເຮືອນ​ຂອງ​ຊາຍ​ຄົນ​ດຽວ ຫລື​ວ່າ​ຈະ​ເປັນ​ປະ­ໂລ­ຫິດ​ຂອງເຜົ່າ ຊຶ່ງເປັນ​ຕະ­ກູນ​ຫນຶ່ງຂອງ​​ອິດ​ສ​ະ​ຣາເອນ?”
\v 20 ໃຈ​ຂອງ​ປະ­ໂລ­ຫິດນັ້ນ​ກໍ​ຍິນ­ດີ, ລາວ​ຈຶ່ງ​ເອົາ​ຮູບ​ເອ­ໂຟດ, ຮູບ​ພະປະຈຳບ້ານຕ່າງໆ ແລະ​ຮູບ​ແກະ­ສະ­ຫລັກໄປ, ແລະໄດ້ຕາມຄົນເຫລົ່ານັ້ນໄປ.
\s5
\v 21 ດ່ັງນັ້ນ ພວກ­ເຂົາ​ກໍຫນີ​ອອກ​ໄປ. ແລະ​ພວກເຂົາໃຫ້​ເດັກ­ນ້ອຍພ້ອມທັງ​ຝູງ​ສັດ​ ແລະຊັບສິນຂອງພວກເຂົາຢູ່​ຂ້າງ​ຫນ້າພວກເຂົາເອງ.
\v 22 ເມື່ອພວກເຂົາ​ໄປ​ຫ່າງ​ຈາກ​ເຮືອນ​ມີ­ກາ​ແລ້ວ, ບັນດາຄົນ­ທີ່​ຢູ່­ໃນ​ເຮືອນ​ໃກ້­ຄຽງ​ກັບ​ເຮືອນ​ຂອງ​ມີ­ກາ ​ກໍ​ຖືກເອີ້ນອອກມາລວມຕົວກັນ, ແລະພວກເຂົາກໍໄດ້ຕາມ​ໄປຈົນເຜົ່າ​ດານ.
\v 23 ພວກເຂົາໄດ້​ເອີ້ນ​ຄົນ​ດານ, ພວກ­ເຂົາ​ກໍ​ຫັນ​ກັບ​ມາ​ເວົ້າ­ກັບ​ມີ­ກາ​ວ່າ, “ເປັນ­ຫຍັງ ພວກເຈົ້າ​ຈຶ່ງເອີ້ນຄົນພວກນີ້ກັບ​?”.
\s5
\v 24 ມີກາ​ຕອບ​ພວກເຂົາວ່າ “ພວກເຈົ້າ​ໄດ້ລັກ​ພຣະຕ່າງໆ​ຂອງ​ຂ້ອຍ ​ຊຶ່ງ​ຂ້ອຍ​ສ້າງ​ຂຶ້ນ, ແລະ​ພວກເຈົ້ານຳ​ປະ­ໂລ­ຫິດ​ຂອງຂ້ອຍໄປ, ແລະພວກເຈົ້າກຳລັງຈະໄປ. ຂ້ອຍຈະມີຫຍັງເຫລືອຢູ່ບໍ? ພວກເຈົ້າຍັງຈະຖາມຂ້ອຍໄດ້ແນວໃດ, ‘ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຫຍຸ້ງຍາກ?’”.
\v 25 ຄົນ​ດານ​ຈຶ່ງ​ຕອບ​ລາວ​ວ່າ, “ເຈົ້າຢ່າ​ເວົ້າຫຍັງໃຫ້​ພວກເຮົາ​ໄດ້­ຍິນ​​ອີກ, ຖ້າບໍ່ດັ່ງນັ້ນ ມີບາງຄົນທີ່ກຳລັງໃຈຮ້າຍຫລາຍ ກໍ​ຈະ​ໄປ​ຕີ​ເຈົ້າ, ແລະເຈົ້າພ້ອມ​ຄອບ­ຄົວ​ຂອງ​ເຈົ້າ​ ກໍ​ຈະຖືກຂ້າຖີ້ມ.”
\v 26 ແລ້ວ​ຄົນ​ດານ​ກໍໄດ້ເດີນທາງ​ຕໍ່­ໄປຕາມທາງຂອງພວກເຂົາ. ເມື່ອ​ມີ­ກາ​ເຫັນ​ວ່າ​ພວກ­ເຂົາ​ເຫລົ່າ­ນັ້ນ​ມີ​ກຳ­ລັງ​ຫລາຍ­ກວ່າລາວຫລາຍ, ແລະຈຶ່ງ​ຫັນ​ກັບ ແລະໄດ້ກັບໄປ​ເຮືອນ​ຂອງຕົນ.
\s5
\v 27 ຄົນ​ເຜົ່າດ່ານ​ ນຳ​ເອົາ​ສິ່ງ​ທີ່​ມີ­ກາ​ສ້າງ​ຂຶ້ນ, ແລະ​ ນຳ​ປະ­ໂລ­ຫິດ​​ຂອງ​ລາວ​ມາ​ນຳ, ແລະ ພວກເຂົາກໍ​ເດີນ­ທາງ​ມາ​ຮອດ​ລາ­ອິດ ມາ​ເຖິງ​ປະ­ຊາ­ຊົນ​ທີ່­ຢູ່​ຢ່າງ​ສະ­ຫງົບສຸກ ແລະ​ ບໍ່ມີຄວາມກັງວົນ, ແລະພວກເຂົາໄດ້ຂ້າຄົນເຫລົ່ານັ້ນ​​ດ້ວຍ​ຄົມ​ດາບ ​ແລະ​ເອົາ​ໄຟ​ເຜົາ​ເມືອງ​ຖິ້ມ.
\v 28 ບໍ່­ມີ​ຜູ້­ໃດ​ມາ​ຊ່ວຍພວກເຂົາ ເພາະ­ວ່າ​ພວກ­ເຂົາ​ຢູ່​ໄກ​ຈາກ​ເມືອງ​ຊີ­ໂດນ, ແລະ ພວກເຂົາ​ບໍ່­ໄດ້ພົວພັນ­ກັບ​ຄົນ​ອື່ນເລີຍ. ເມືອງນີ້ເປັນຢູ່­ໃນ​ຮ່ອມ­ພູ​ເຂົາ​ຊຶ່ງ​ຢູ່​ໃກ້​ກັບ​ເມືອງ​ເບັດເຣ­ໂຮບ. ຄົນດານ ​ກໍ​ສ້າງ​ເມືອງ​ຂຶ້ນ​ໃຫມ່ ແລະ​ ອາ­ໃສ​ຢູ່​ບ່ອນ­ນັ້ນ.
\v 29 ພວກ­ເຂົາ​ຕັ້ງ­ຊື່​ເມືອງ​ນັ້ນ​ວ່າ​ດານ, ຕາມ​ຊື່​ຂອງດານ​ທີ່ເປັນບັນ­ພະ­ບູ­ຣຸດ​ຂອງ​ພວກ­ເຂົາ, ຜູ້​ຊຶ່ງຫນຶ່ງໃນບັນດາລູກຊາຍຂອງ​​ອິ​ສ​ະ​ຣາເອນ. ແຕ່ເມືອງນີ້ເຄີຍມີຊື່­ວ່າເມືອງ​ລາອິດ.
\s5
\v 30 ຄົນເຜົ່າ​ດານ​ກໍ​ຕັ້ງ​ຮູບ​ແກະ­ສະ­ຫລັກ​ໄວ້ສຳລັບພວກເຂົາເອງ. ສ່ວນ​ໂຢ­ນາ­ທານ​ລູກ­ຊາຍ​ເກ­ໂຊມ, ລູກ­ຊາຍ​ຂອງ​ມາ­ນາ­ເຊ, ລາວ ແລະລູກຊາຍເປັນ​ປະ­ໂລ­ຫິດ​ໃຫ້​ແກ່ເຜົ່າຄົນ​ດານ​ຈົນ​ຮອດ​ສະ­ໄຫມ​ທີ່​ແຜ່ນ­ດິນ​ຕົກ​ໄປ​ເປັນ​ຊະ­ເລີຍ.
\v 31 ດັ່ງນັ້ນ ພວກ­ເຂົາ​ໄດ້​ຕັ້ງ​ຮູບ​ແກະ­ສະ­ຫລັກ ​ຊຶ່ງ​ມີ­ກາ​ໄດ້​ສ້າງຂື້ນ​ມານັ້ນຕະ­ຫລອດ​ເວ­ລາ​ທີ່​ພຣະ­ວິ­ຫານ​ຂອງ​ພຣະ­ເຈົ້າ​ຢູ່​ທີ່ເມືອງ​ຊີໂລ.
\s5
\c 19
\cl ບົດທີ 19
\p
\v 1 ​ໃນ​ສະ­ໄຫມນັ້ນ, ເມື່ອ​ບໍ່­ມີ​ກະ­ສັດ​ໃນ​​ອິ​ສ​ະ​ຣາເອນ, ມີຜູ້ຊາຍ­ຄົນ​, ເລ­ວີ​ຄົນ​ຫນຶ່ງ, ​ອາ­ໃສ​ຢູ່​ດິນແດນຫ່າງໄກທີ່ສຸດຢູ່ໃນເຂດພູ­ເຂົາ​ເອຟຣາອິມ. ລາວ​ໄດ້ເອົາ​ຍິງ​ຄົນ​ຫນຶ່ງ​ຈາກເມືອງ​ເບັດ­ເລ­ເຮັມ​ໃນ​ຢູ­ດາ​ມາ​ເປັນ​ເມຍ​ນ້ອຍຂອງຕົນເອງ.
\v 2 ແຕ່ເມຍນ້ອຍຂອງລາວບໍ່ຊື່ສັດຕໍ່ລາວ; ນາງໄດ້ຈາກລາວ ແລະ ກັບຄືນເມືອເຮືອນຂອງພໍ່ນາງຢູ່ທີ່​ເບັດ­ເລ­ເຮັມ​ໃນ​ຢູ­ດາ. ນາງໄດ້ພັກອາໄສຢູ່​ບ່ອນ­ນັ້ນ​ເປັນເວລາສີ່​ເດືອນ.
\s5
\v 3 ແລ້ວຜົວ​ຂອງ​ນາງ​ກໍ​ລຸກ­ຂຶ້ນ ແລະ​ໄປ​ຕາມ­ຫາ​ນາງ ເພື່ອ​ຈະຊວນໃຫ້​ນາງ​ກັບຄືນມາ. ​ຄົນ­ໃຊ້​ຄົນ​ຫນຶ່ງຂອງລາວໄດ້ໄປນຳລາວ ພ້ອມ​ລາ​ຄູ່​ຫນຶ່ງ​. ນາງ​ພາ​ລາວ​ເຂົ້າ​ໃນ​ເຮືອນ​ພໍ່​ຂອງ​ນາງ. ເມື່ອ​ພໍ່​ຂອງ​ນາງເຫັນລາວ, ເພິ່ນ​ກໍ​ມີ​ຄວາມ​ຍິນ­ດີຫລາຍ.
\v 4 ພໍ່­ເຖົ້າ​ຂອງ​ລາວ, ​ຄື​ພໍ່​ຂອງ​ຜູ້­ຍິງຄົນນັ້ນ, ໄດ້ຊວນ​ໃຫ້​ລາວ​ພັກຢູ່ນັ້ນສາມມື້. ພວກເຂົາກິນ, ແລະ​ດື່ມ, ແລະພວກເຂົາ​ພັກຄ້າງຄືນ­ຢູ່ທີ່ນັ້ນ.
\s5
\v 5 ຢູ່​ມາ ມື້​ທີ​ສີ່ ພວກ­ເຂົາ​​ກໍ​ຕື່ນ​ຂຶ້ນ​ແຕ່​ເຊົ້າ​ມືດ ແລະລາວໄດ້ກຽມຕົວ​ຈະ​ອອກ​ເດີນ­ທາງ, ແຕ່​ພໍ່​ຂອງ​­ຍິງ​ສາວນັ້ນ​ເວົ້າ­ກັບ​ລູກ­ເຂີຍ​ຂອງ­ຕົນ​ວ່າ, “ກິນ​ເຂົ້າຈີ່​ອີກ​ຈັກ​ຫນ້ອຍໃຫ້ມີກຳລັງ, ແລ້ວພວກເຈົ້າຈຶ່ງ​ອອກ​ເດີນ­ທາງ​ໄປ”.
\v 6 ດັ່ງນັ້ນ ຊາຍ​ສອງ​ຄົນ​ນັ້ນ​ກໍ​ນັ່ງ​ລົງ​ກິນ ແລະ​ດື່ມ​ນຳ­ກັນ. ຈາກນັ້ນ​ພໍ່​ຂອງ​ຍິງນັ້ນ​ກໍເວົ້າ​​ວ່າ, “ຂໍໃຫ້ພັກຄ້າງຄືນຢູ່ທີ່ນີ້ອີກເຖິດ ແລະເຮັດຈິດໃຈໃຫ້ເບີກບານ”.
\s5
\v 7 ເມື່ອຄົນເລວີໄດ້​ລຸກ­ຂຶ້ນ​ຈະ​ອອກ​ເດີນ­ທາງໄປ, ພໍ່­ຂອງຍິງສາວຄົນນັ້ນ​ກໍ​ຊັກ­ຊວນ​ໃຫ້ລາວໃຫ້ລາວຢູ່ຕໍ່, ດັ່ງນັ້ນ ​ລາວຈຶ່ງປຽ່ນແຜນ ແລະໄດ້ຄ້າງຄືນທີ່ນັ້ນ​ອີກ.
\v 8 ໃນ​ວັນ­ທີ​ຫ້າ ລາວກໍ​ຕື່ນ​ແຕ່​ເຊົ້າ​ມືດ​ເພື່ອ­ຈະ​ອອກ​ເດີນ­ທາງ​ໄປ, ພໍ່­ຂອງຍິງສາວຄົນນັ້ນ​ເວົ້າ​ວ່າ “ພັກເອົາແຮງອີກຈັກຫນ່ອຍ, ແລະລໍຖ້າຈົນຮອດຕອນບ່າຍເຖີດ”. ດັ່ງນັ້ນ ຊາຍ​ທັງ​ສອງ​ກໍໄດ້ກິນອາຫານທ່ຽງນຳກັນ.
\s5
\v 9 ເມື່ອຄົນເລວີ ແລະ​ເມຍ​ນ້ອຍ​ກັບ​ຄົນ­ໃຊ້ຂອງລາວ ໄດ້​ລຸກ­ຂຶ້ນ​ຈະ​ອອກ​ເດີນ­ທາງ, ພໍ່­ເຖົ້າ​ຂອງ​ລາວ​, ຄື​ພໍ່​ຂອງ​­ຍິງ​ສາວນັ້ນ ກໍ​ເວົ້າກັບ​ລາວ​ວ່າ, “ເບິ່ງ​ແມ, ນີ້​ກໍ​ໃກ້​ຈະຄ່ຳ​ແລ້ວ. ຂໍຈົງພັກທີ່ນີ້ຈັກຄືນຫນຶ່ງ ແລະເຮັດຈິດໃຈໃຫ້ເບີກບານ. ມື້­ອື່ນ​ເຊົ້າພວກເຈົ້າ​ຕື່ນ​ແຕ່​ເຊົ້າ​ ແລະ ​ເດີນ­ທາງກັບບ້ານກໍໄດ້”.
\s5
\v 10 ແຕ່​ຄົນເລວີ​ນັ້ນ​ບໍ່­ຍອມ​ພັກ​ຄ້າງຄືນ. ລາວ​ຈຶ່ງ​ລຸກ­ຂຶ້ນ ແລະ​ອອກ​ເດີນ­ທາງ​ໄປ. ລາວໄດ້ເດີນທາງໄປເມືອງ​ເຢ­ບຸດ(ຄືເມືອງ​ເຢ­ຣູ­ຊາ­ເລັມ). ລາວ​ມີ​ລາ​ສອງ​ໂຕ​ທີ່​ມີ​ອານ- ແລະ​ເມຍ​ນ້ອຍ​ຂອງລາວກໍ​ໄປ​ນຳລາວ.
\v 11 ເມື່ອພວກ​ເຂົາ​ມາ​ໃກ້​ເມືອງ​ເຢ­ບຸດ​ກໍ​ເກືອບຫມົດມື້, ແລະຄົນ­ໃຊ້​ຈຶ່ງ​ບອກ​ນາຍ​ຂອງ­ຕົນ​ວ່າ, “ມາ​ເຖີດ, ພວກ​ເຮົາໄປ​ແວະທີ່​ເມືອງ​ຂອງ​ຄົນ​ເຢ­ບຸດ​ກ່ອນ ແລະນອນຄ້າງ​ຄືນ​​ຢູ່­ໃນ​ເມືອງ​ນີ້ເຖີດ”.
\s5
\v 12 ນາຍ​ຂອງ​ລາວ​ຕອບກັບລາວ​ວ່າ, “ພວກເຮົາ​ຈະ​ບໍ່​ແວະ​ເຂົ້າ­ໄປ​ໃນ​ເມືອງ​ຂອງ​ຄົນ​ຕ່າງ­ດ້າວ ຜູ້​ທີ່​ບໍ່​ແມ່ນ​ຄົນ​ອິ​ສ​ະ​ຣາເອນ. ພວກເຮົາ​ຈະ​ຜ່ານ­ໄປ​ຮອດ​ເມືອງ​ກິີເບ­ອາ”.
\v 13 ຄົນເລວີຄົນນັ້ນໄດ້ເວົ້າກັບຄົນຫນຸ່ມຂອງລາວ​ວ່າ, “ມາ​ເຖີດ, ໃຫ້​ພວກເຮົາ​ເຂົ້າ­ໄປ​ໃກ້​ບ່ອນ​ເຫລົ່າ​ນັ້ນຈັກ​ແຫ່ງ​ຫນຶ່ງ, ແລະ​ ນອນ​ຄ້າງຄືນຢູ່​ທີ່​ກີ­ເບ­ອາ ຫລື​ທີ່​ຣາ­ມາ”.
\s5
\v 14 ດ່ັງນັ້ນພວກ­ເຂົາ​ຈຶ່ງ​ເດີນ­ທາງ​ຜ່ານ­ໄປ, ແລະ ເມື່ອຕາ­ເວັນ​ກໍ​ຕົກ​ແລ້ວ ພວກເຂົາກໍມາ​ໃກ້​ກີ­ເບ­ອາ​ຊຶ່ງ​ເປັນ​ຂອງ​ຄົນ​ເບັນ­ຢາ­ມິນ.
\v 15 ພວກ­ເຂົາ​ຈຶ່ງ​ແວະ​ເຂົ້າ­ໄປທີ່ນັ້ນ ເພື່ອ​​ນອນຄ້າງ​ຄືນ​ທີ່​ເມືອງ​ກີ­ເບ­ອາ. ພວກ­ເຂົາ​ແວະ​ເຂົ້າ­ໄປ ແລະ​ ນັ່ງ​ຢູ່​ທີ່​ຖະ­ຫນົນ​ໃນ​ເມືອງ​ນັ້ນ ເພາະ­ວ່າ​ບໍ່­ມີ​ໃຜ​ພາ​ພວກ­ເຂົາ​ເຂົ້າ­ໄປ​ນອນ​ໃນ​ເຮືອນຂອງເຂົາເລີຍ.
\s5
\v 16 ແຕ່ຫລັງຈາກນັ້ນ ມີ​ຊາຍ​ເຖົ້າ​ຄົນ​ຫນຶ່ງກຳລັງກັບ​ມາ​ຈາກ​ເຮັດ​ນາ​ເປັນ​ເວ­ລາ​ຄ່ຳ​ແລ້ວ. ລາວ​ເປັນ​ຄົນ​ແຖບ​ພູ­ເຂົາ​ເອຟຣາອິມ, ແລະລາວ​ມາ​ອາ­ໄສ​ຢູ່­ໃນ​ເມືອງ​ກິີເບ­ອາບໍ່ດົນປານໃດ. ແຕ່​ຊາຍຄົນນັ້ນອາໄສຢູ່ທີ່ນັ້ນ​ເປັນ​ຄົນ​ເບັນ­ຢາ­ມິນ.
\v 17 ເມື່ອ​ລາວ​ເງີຍ​ຫນ້າ​ຂຶ້ນ​ເຫັນ​ຜູ້​ເດີນ­ທາງ​ຄົນ​ນັ້ນ​ນັ່ງ​ຢູ່​ທີ່​ຖະ­ຫນົນ​ໃນ​ເມືອງ. ຊາຍ​ຜູ້ເຖົ້າ​ຄົນ​ນັ້ນ​ກໍ​ຖາມ­ວ່າ, “ພວກທ່ານ​ຈະ​ໄປ​ໃສ ແລະ​ພວກທ່ານມາ​ຈາກ​ໃສ?”.
\s5
\v 18 ຄົນເລວີຄົ້ນນັ້ນ​ຈຶ່ງ​ຕອບ​ລາວ​ວ່າ, “ພວກເຮົາ​ກຳລັງເດີນ­ທາງ​ຈາກ​ເບັດ­ເລ­ເຮັມ​ໃນ​ຢູ­ດາ ຈະ​ໄປ​ທີ່ຍັງດິນແດນຫ່າງໄກທີ່ສຸດຂອງ​ແຖບ​ພູ­ເຂົາ​ເອຟຣາອິມ, ​ຊຶ່ງ​ຂ້ອຍມາ​ຈາກ​ບ່ອນ­ນັ້ນ​, ຂ້ອຍ​ໄປ​ເບັດ­ເລ­ເຮັມ​ໃນ​ຢູ­ດາ​ມາ ແລະ​ຂ້ອຍ​ຈະ​ກັບ​ໄປ​ພຣະ­ວິ­ຫານ​ພຣະຢາເວ, ບໍ່­ມີ​ໃຜ​ພາ​ຂ້ອຍ​ເຂົ້າ­ໄປ​ພັກ​ໃນ​ເຮືອນຂອງເຂົາເລີຍ.
\v 19 ພວກເຮົາມີເຟືອງ ແລະ​ອາ­ຫານ​ທີ່​ຈະ​ລ້ຽງ​ລາຂອງພວກ­ເຮົາ, ແລະ​ກໍ​ມີ​ທັງ​ອາ­ຫານ ແລະເຫລົ້າ​ອະ­ງຸ່ນ​ທີ່​ລ້ຽງ​ສຳລັບຕົນເອງ ແລະສາວຮັບໃຊ້ຂອງເຈົ້າທີ່ນີ້, ແລະສຳລັບຄົນ​ຫນຸ່ມຄົນນີ້​ກັບ​ພວກ​ຜູ້​ຮັບ­ໃຊ້​ຂອງ​ເຈົ້າ​ດ້ວຍ. ພວກເຮົາບໍ່​ຂາດ​ສິ່ງ­ໃດ​ເລີຍ."
\s5
\v 20 ຊາຍຜູ້​ເຖົ້າ​ຄົນ​ນັ້ນໄດ້ຕ້ອນຮັບພວກເຂົາ​ວ່າ, “ຂໍສັນຕິສຸກຈົ່ງມີແກ່​ທ່ານ​ເຖີດ, ຂ້ອຍຈະເບິ່ງແຍງໃນສິ່ງທີ່ພວກເຈົ້າຕ້ອງການທັງຫມົດ. ຂໍ​ພຽງແຕ່​ຢ່າ​ນອນຄ້າງຄືນ​ຢູ່​ຖະ­ຫນົນ​ເມືອງນີ້​ເລີຍ”.
\v 21 ດັ່ງນັ້ນ, ​ຊາຍ​ຄົນ​ນັ້ນ​ຈຶ່ງໄດ້ພາຄົນເລວີເຂົ້າ­ໄປ​ໃນ​ເຮືອນຂອງລາວ ແລະເອົາ​ອາ­ຫານ​ໃຫ້ແກ່​ລາເຫລົ່ານັ້ນ. ພວກເຂົາ​ກໍ​ລ້າງ​ຕີນ​ຂອງ­ຕົນ ແລະ​ກິນ​ອາ­ຫານ ແລະ​ດື່ມ.
\s5
\v 22 ໃນຂະນະທີ່ພວກ­ເຂົາ​ກຳ­ລັງມີຄວາມຍິນດີຢູ່ນັ້ນ. ບາງຄົນຊາວ­ເມືອງ​ນັ້ນ​, ທີ່​ເປັນ​ນັກ­ເລງ​ມາ​ລ້ອມ​ເຮືອນນັ້ນ, ທຸບ​ປະ­ຕູ, ຮ້ອງ​ບອກ​ຊາຍ​ຜູ້ເຖົ້າ, ​ຜູ້​ເປັນ​ເຈົ້າ​ຂອງ​ເຮືອນນັ້ນ​ວ່າ, “ຈົ່ງນຳຜູ້ຊາຍ​ທີ່​ເຂົ້າ​ມາ​ຢູ່­ໃນ​ເຮືອນ​ຂອງ​ເຈົ້າ​ມາ​ໃຫ້​ພວກເຮົາ​ຮ່ວມ​ເພດ​ກັບ​ລາວ”.
\v 23 ຊາຍ​ຜູ້​ເປັນ​ເຈົ້າ​ຂອງ​ເຮືອນ​ກໍ​ອອກ​ໄປ​ເວົ້າ­ກັບ​ພວກ­ເຂົາ​ວ່າ, “ຢ່າ​ເລີຍ, ພີ່­ນ້ອງ​ຂອງ​ຂອ້ຍ, ຂໍ​ຢ່າ​ເຮັດ­ສິ່ງຊົ່ວ​ຮ້າຍ​ຢ່າງ​ນີ້​ເລີຍ! ເພາະ​ຊາຍ​ຄົນ​ນີ້​ເປັນແຂກໃນເຮືອນຂອງຂ້ອຍ, ຂໍ​ຢ່າ​ເຮັດ​ສິ່ງ​ທີ່ຊົ່ວຮ້າຍ​ນີ້​ເລີຍ!.
\s5
\v 24 ເບິ່ງ​ແມ, ລູກ­ສາວ​ພົມ­ມະ­ຈາ­ລີ​ຄົນ​ຫນຶ່ງຂອງຂ້ອຍ ແລະ​ເມຍ​ນ້ອຍ​ຂອງ​ລາວຢູ່ທີ່ນີ້. ຂໍໃຫ້ຂ້ອຍ​ຈະ​ພາ​ພວກນາງອອກ​ມາ​ໃຫ້​ພວກທ່ານ​ດຽວ­ນີ້. ຈົ່ງ​ຂົ່ມ­ຂືນພວກນາງ ຫລື​ເຮັດ​ຫຍັງ​ແກ່​ພວກ​ນາງ​ຕາມ­ໃຈ​ມັກ​ສາ, ແຕ່​ຂໍ​ຢ່າ​ເຮັດ​ສິ່ງ​ທີ່​ຊົ່ວ­ຮ້າຍ​ກັບ​ຊາຍ​ຄົນ​ນີ້​ເລີຍ”.
\v 25 ແຕ່​ຄົນ​ເຫລົ່າ­ນັ້ນ​ບໍ່­ຍອມ​ຟັງລາວເລີຍ, ຄົນເລວີຄົນນັ້ນ​ຈຶ່ງ​ຈັບ​ເມຍ​ນ້ອຍ​ຂອງ­ຕົນ ແລະພາ​ນາງ​ອອກ​ໄປ​ໃຫ້​ພວກ­ເຂົາ. ພວກ­ເຂົາ​ກໍ​ຈັບນາງໄປ, ຂົ່ມຂື່ນນາງ ແລະເຮັດທາລຸນກັບນາງ​ຕະ­ຫລອດ​ຄືນ ແລະ​ຈົນ​ຮຸ່ງ​ເຊົ້າ ພວກ­ເຂົາ​ກໍ​ປ່ອຍ​ນາງ​ໄປ.
\v 26 ເມື່ອ​ຮຸ່ງ​ແຈ້ງ ຍິງ​ສາວຄົນນັ້ນ​ກໍ​ກັບ​ມາ ແລະນາງກໍ​ລົ້ມ­ລົງ​ທີ່​ປະ­ຕູ​ເຮືອນ​ຂອງຊາຍຄົນບ່ອນທີ່ເຈົ້າ​ນາຍ​ຂອງ­ຕົນ​ພັກ​ຢູ່, ແລະນາງນອນຢູ່ບ່ອນນັ້ນຈົນ​ແຈ້ງ​ສະ­ຫວ່າງ.
\s5
\v 27 ເຈົ້າ​ນາຍ​ຂອງ​ນາງ​ກໍ​ລຸກ­ຂຶ້ນໃນຕອນເຊົ້າ, ​ເມື່ອ​ເປີດ​ປະ­ຕູ​ເຮືອນ ແລະຈະ​ອອກ​ເດີນ­ທາງ. ລາວເຫັນເມຍ​ນ້ອຍ​ຂອງ​ລາວ­ກໍນອນ​ຢູ່​ທີ່​ປະ­ຕູ​ເຮືອນ, ດ້ວຍມື​ຂອງລາວຢຽດ​ອອກ​ໄປ​ເຖິງ​ທາງ​ເຂົ້າ​ປະ­ຕູ.
\v 28 ຄົນເລວີ​ຈຶ່ງ​ເວົ້າກັບ​ນາງ​ວ່າ, “ລຸກ­ຂຶ້ນ ແລະພວກເຮົາ​ໄປ​ກັນເຖີດ”. ແຕ່​ກໍ​ບໍ່­ມີ​ຄຳ​ຕອບ. ລາວ​ຈຶ່ງ​ເອົາ​ນາງ​ຂຶ້ນ​ຫລັງ​ລາ, ແລະຊາຍ​ນັ້ນ​ອອກ​ເດີນ­ທາງ​ໄປ​ເຮືອນ​ຂອງ­ຕົນ.
\s5
\v 29 ເມື່ອຄົນເລວີມາ​ຮອດ​ເຮືອນຂອງລາວ​ແລ້ວ, ລາວກໍ​ເອົາ​ມີດ, ແລະ ລາວໄດ້ຈັບຕົວເມຍນ້ອຍຂອງລາວ, ແລະ​ຟັນ​ສົບ​ເມຍ​ນ້ອຍ ​ຕັດແຂນຕັດຂາອອກເປັນສິບ​ສອງ​ທ່ອນ​, ແລະນຳ­ກັນ​ສົ່ງ​ໄປ​ທົ່ວ​ເຂດ­ແດນ​​ອິສ​ະ​ຣາເອນ.
\v 30 ທຸກ​ຄົນທີ່​ເຫັນເຫດການນີ້​ກໍ​ເວົ້າ​ວ່າ, “ເລື່ອງ​ຢ່າງ​ນີ້​ບໍ່­ມີ​ໃຜ​ເຄີຍ​ໄດ້ພົບໄດ້ເຫັນ​ຕັ້ງ­ແຕ່​ສະ­ໄຫມ​ຄົນ​​ອິ​ສ​ະ​ຣາເອນອອກຈາກ​ແຜ່ນ­ດິນ​ເອ­ຢິບ​ຈົນ​ຮອດ​ມື້­ນີ້. ຈົ່ງ​ຄິດ​ເບິ່ງ! ແລະ​ໃຫ້ຄຳແນະນຳພວກເຮົາ! ຈົ່ງບອກພວກເຮົາວ່າຈະເຮັດແນວໃດ!”
\s5
\c 20
\cl ບົດທີ 20
\p
\v 1 ແລ້ວຄົນ​ອິ​ສ​ະ​ຣາເອນທັງຫມົດຕັ້ງແຕ່ດານຈົນເຖິງ​ເບ­ຍເອເຊ­ບາ, ກໍໄດ້ອອກມາເປັນນຳ້ໃຈຫນຶ່ງດຽວ, ລວມທັງ​ແຜ່ນ­ດິນ​ກີ­ເລ­ອາດ​ກໍ​ອອກ​ມາ​ດ້ວຍ, ແລະ ພວກເຂົາໄດ້​ປະ­ຊຸມ​ກັນ​ຕໍ່​ພຣະຢາເວ​ທີ່​ເມືອງ​ມິຊະ­ປາ.
\v 2 ພວກຫົວ­ຫນ້າ​ຂອງ​ຄົນ​ອິ​ສ​ະ​ຣາເອນ​ທັງ​ຫມົດ, ຈາກທຸກເຜົ່າຂອງ​ອິ​ສ​ະ​ຣາເອນ, ກໍໄດ້​ເຂົ້າ​ມາ​ປະ­ກົດ​ຕົວ​ໃນ​ທີ່​ປະ­ຊຸມ​ແຫ່ງ​ປະ­ຊາ­ຊົນ​ຂອງ​ພຣະ­ເຈົ້າ- ມີ​ທະ­ຫານຍ່າງ​ສີ່​ແສນ​ຄົນ ຜູ້ທີ່ພ້ອມຈະສູ້ຮົບດ້ວຍດາບ.
\s5
\v 3 ໃນຂະນະທີ່ຄົນ​ເບັນ­ຢາ­ມິນ​ໄດ້­ຍິນ​ວ່າ​ຄົນ​​ອິ​ສ​ະ​ຣາເອນ​ໄດ້​ຂຶ້ນ​ໄປ​ເມືອງ​ມິ­ຊະ­ປາ. ຄົນ​​ອິ​ສ​ະ​ຣາເອນກ່າວ​ວ່າ, “ຈົ່ງບອກພວກ​ເຮົາ​ວ່າ ເລື່ອງ​ຊົ່ວ­ຮ້າຍ​ນີ້​ເກີດ​ຂຶ້ນໄດ້ແນວ­ໃດ​”.
\v 4 ຄົນ​ເລ­ວີນັ້ນ, ​ຊຶ່ງ​ເປັນ​ຜົວ​ຂອງ​ຍິງ​ຜູ້​ທີ່​ຖືກ​ຂ້າ​ໄດ້​ຕອບ​ວ່າ, “ຂ້ອຍ​ເຖິງ​ເມືອງ​ກີ­ເບ­ອາ​ໃນເຂດແດນທີ່ເປັນຂອງ​ຄົນ​ເບັນ­ຢາ­ມິນ, ຂ້ອຍ ແລະເມຍນ້ອຍຂອງຂ້ອຍ, ໄດ້ຄ້າງຄືນ​ໃນ​ຢູ່ນັ້ນ.
\s5
\v 5 ໃນເວ­ລາ​ກາງ­ຄືນ, ພວກຜູ້ນຳຂອງກີ­ເບ­ອາ​ ໄດ້ບຸກເຂົ້າມາຫາຂ້ອຍ, ໄດ້​ລ້ອມ​ເຮືອນນັ້ນ ແລະຫມາຍຈະຂ້າຂ້ອຍ. ພວກ­ເຂົາໄດ້ຈັບເອົາເມຍນ້ອຍຂອງຂ້ອຍໄປ ແລະຂົ່ມຂືນນາງ, ແລະນາງກໍຕາຍ.
\v 6 ຂ້ອຍ​ຈຶ່ງ​ນຳ​ສົບ​ເມຍ​ນ້ອຍ​ຂອງ​ຂ້ອຍກັບໄປ ແລະ​ຟັນ​ອອກ​ເປັນ​ທ່ອນໆ, ແລະສົ່ງ​ໄປ​ຍັງພວກເຂົາໃນແຕ່ລະເຂດແດນທີ່ເປັນ​ມໍ­ລະ­ດົກ​ຂອງ​​ອິດ​ສ​ະ​ຣາເອນ, ເພາະ­ວ່າ​ພວກ­ເຂົາ​ໄດ້​ເຮັດ­ການ​ຊົ່ວ­ຮ້າຍ​ ແລະໂກດແຄ້ນເຊັ່ນນັ້ນ​ໃນ​​ອິດ​ສ​ະ​ຣາເອນ.
\v 7 ບັດນີ້, ທ່ານ​​ຄົນ​ອິດ​ສ​ະ​ຣາເອນ​ທັງ­ຫລາຍ, ຈົ່ງ​ໃຫ້​ຄຳແນະນຳ ແລະຄຳປຶກສາ ໃນທີ່­ນີ້ເຖີດ.”
\s5
\v 8 ພວກເຂົາທຸກຄົນ​ກໍ​ລຸກ­ຂຶ້ນພ້ອມກັນເປັນໃຈດຽວ ແລະພວກເຂົາ​ກ່າວ​ວ່າ, “ບໍ່ມີໃຜໃນພວກ­ເຮົາ​ຈະ​ກັບ​ໄປ​ເຕັນ​ຂອງ​ລາວ, ແລະ ບໍ່ມີໃຜໃນພວກ­ເຮົາ​ຈະ​​ກັບ​ໄປ​ເຮືອນ​ຂອງລາວ!
\v 9 ແຕ່​ບັດ­ນີ້ ນີ້ຄືສິ່ງທີ່ພວກ​ເຮົາ​ຈະ​ເຮັດ​ກັບເມືອງ​ກີເບ­ອາດ: ພວກເຮົາ​ຈະໄປໂຈມຕີກັບເມືອງນັ້ນຕາມໄດ້​ຈັບ­ສະ­ລາກ​ໄດ້ນຳເຮົາ.
\s5
\v 10 ພວກຮົາ​ຈະ​ເລືອກ​ຄົນສີບຄົນຈາກຫນຶ່ງຮ້ອຍຄົນຈາກທົ່ວເຜົ່າ​​ອິດ​ສ​ະ​ຣາເອນ, ແລະຫນຶ່ງຮ້ອຍຄົນຈາກຫນຶ່ງພັນຄົນ, ແລະຫນຶ່ງພັນຄົນຈາກຫນ່ຶງແສນຄົນ, ເພື່ອຈັດຫາສະບຽງສຳລັບຄົນເຫລົ່ານີ້, ດ່ັງນັ້ນ ເພື່ອເມື່ອ​ພວກ­ເຂົາ​ມາເຖິງ​ເມືອງ​ກີເບ­ອາ​ດໃນ​ເບັນ­ຢາ­ມິນ, ພວກເຂົາຈະລົງໂທດຄົນເຫລົ່ານັ້ນສຳລັບຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນ​ອິດ​ສ​ະ​ຣາເອນ.
\v 11 ດັ່ງນັ້ນ ພວກທະຫານຂອງ​ອິດ​ສ​ະ​ຣາເອນທັງຫມົດ ກໍໄດ້ລວມຕົວກັນອອກ​ໄປ​ຕໍ່­ສູ້​ຮົບເມືອງ​ນັ້ນ​ໃຈ​ດຽວ​ກັນ.
\s5
\v 12 ເຜົ່າ​ຕ່າງໆຂອງຄົນ​ອິດ​ສ​ະ​ຣາເອນ​ກໍ​ສົ່ງ​ຄົນເຫລົ່ານັ້ນ​ໄປ​ທົ່ວ​ເຜົ່າຂອງ​ຄົນ​ເບັນ­ຢາ­ມິນທັງຫມົດ, ໄດ້​ບອກ​ວ່າ, “ພວກເຈົ້າໄດ້ເຮັດເລື່ອງຊົ່ວຮ້າຍແບບນີ້ແນວໃດ?
\v 13 ດ້ວຍເຫດ​ນັ້ນ, ​ຈົ່ງ​ມອບ​ຊາຍ​ຄົນ​ຊົ່ວ­ຮ້າຍ​ທັງ­ຫລາຍ​ນັ້ນ​ໃນ​ເມືອງ​ກີ­ເບ­ອາ​ດມາ​ໃຫ້​ເຮົາ, ເພື່ອພວກເຮົາຂ້າພວກເຂົາຖີ້ມ ແລະ ເພື່ອ­ພວກເຮົາເອົາຄວາມ​ຊົ່ວ​ອອກ​ໄປ​ຈາກ​ຄົນ​​ອິດ​ສ​ະ​ຣາເອນ”. ແຕ່​ຄົນ​ເບັນ­ຢາ­ມິນ​ບໍ່­ຍອມ​ຟັງ­ສຽງ​ຄົນ​ອິດ​ສ​ະ​ຣາເອນ​ພີ່­ນ້ອງ​ຂອງ­ຕົນ.
\v 14 ຈາກນັ້ນຄົນ​ເບັນ­ຢາ­ມິນ​ກໍ​ອອກ​ມາ​ຈາກ​ບັນ­ດາ​ຫົວ​ເມືອງຕ່າງໆມາລວມຕົວກັນທີ່ເມືອ​ກີ­ເບ­ອາດ ເພື່ອ​ພ້ອມ​ກັນທີ່ຈະສູ້ຮົບກັບ​ຄົນ​​ອິດ​ສ​ະ​ຣາເອນ.
\s5
\v 15 ຄົນ​ເບັນ­ຢາ­ມິນໄດ່ພາກັນຈາກເມືອງຕ່າງໆຂອງພວກເຂົາ ເພື່ອທີ່ຈະສູ້ຮົບໃນວັນນັ້ນ ມີ​​ທະ­ຫານຈຳນວນສອງຫນື່ນຫົກພັນຄົນທີ່ຊຳນານໃນການສູ້ຮົບດ້ວຍດາບ. ນອກຈາກນັ້ນ, ຍັງມີຄົນອີກເຈັດ​ຮ້ອຍ​ຄົນຂອງພວກເຂົາຖືກເລືອກຈາກເມືອງກີເບ­ອາ.
\v 16 ໃນ​ຈຳ­ນວນທະຫານ​ທັງ​ຫມົດ​ນີ້​ ມີ​ເຈັດ​ຮ້ອຍ​ຄົນ­ທີ່​ຖືກ​ເລືອກ​ແລ້ວທີ່​ຖະ­ຫນັດ​ມື​ຊ້າຍ. ແຕ່ລະຄົນສາມາດເອົາຍິງກະຖຸນໃສ່ກ້ອນຫີນ​ໃຫ້​ຖືກ​ເສັ້ນ­ຜົມ​ໄດ້​ບໍ່​­ພາດ​ເລີຍ.
\s5
\v 17 ​ຄົນ​​ອິ​ສ​ະ​ຣາເອນ​ທີ່ບໍ່​ນັບ​ຄົນ​ເບັນ­ຢາ­ມິນ, ຈຳນວນ​ສີ່​ແສນ​ຄົນ ທີ່ຊຳນານໃນການສູ້ຮົບດ້ວຍດາບ. ຄົນທັງຫມົດເຫລົ່ານັ້ນລ້ວນແຕ່ເປັນັນກຮົບ.
\v 18 ຄົນ​​ອິ​ສ​ະ​ຣາເອນ​ກໍ​ລຸກ­ຂຶ້ນ, ຂື້ນ​ໄປ​ຍັງ​ເມືອງເບນເອນ, ແລະ​ທູນ​ຂໍຄຳປຶກສາຈາກພຣະ­ຢາເວ. ພວກເຂົາທູນຖາມວ່າ,“ຜູ້­ໃດ​ຈະໄປສູ້ຮົບກັບຄົນ​ເບັນ­ຢາ­ມິນ​ເພື່ອພວກຂ້ານ້ອຍກ່ອນ?” ພຣະ­ຢາເວຊົງກ່າວກ​ວ່າ, “​ຢູ­ດາຈະໄປສູ້ຮົບ​ກ່ອນ”
\s5
\v 19 ຄົນ​​ອິດ​ສ​ະ​ຣາເອນ​ໄດ້​ລຸກ­ຂຶ້ນ​ແຕ່ເຊົ້າ ແລະພວກເຂົາຍ້າຍຄ້າຍຂອງພວກເຂົາໄປໃກ້​ເມືອງ​ກີ­ເບ­ອາ
\v 20 ຄົນ​​ອິດ​ສ​ະ​ຣາເອນ​ອອກ​ໄປ​ສູ້­ຮົບ​ກັບ​ຄົນ​ເບັນ­ຢາ­ມິນ. ພວກເຂົາ​ໄດ້​ຕຽມ​ທະ­ຫານ​ເພື່ອ​ຕໍ່­ສູ້​ຮົບກັບຄົນເຫລົ່ານັ້ນ​ທີ່​ເມືອງ​ກີ­ເບ­ອາ.
\v 21 ຄົນ​ເບັນ­ຢາ­ມິນ​ອອກ​ມາ​ຈາກ​ເມືອງ​ກີ­ເບ­ອາ, ແລະພວກເຂົາໄດ້ຂ້າ­ທະຫານຂອງ​ຄົນ​​ອິດ​ສ​ະ​ຣາເອນໄປສອງຫມື່ນຄົນໃນມື້ນັ້ນ.
\s5
\v 22 ແຕ່​ຄົນ​​ອິດ​ສ​ະ​ຣາເອນ​ໄດ້​ເສີມ​ກຳ­ລັງ​ກັນ ແລະ​ພວກເຂົາຈັດແນວຮົບໃນທີ່ເດີມທີ່ພວກເຂົາໄດ້ວາງຕຳແຫນ່ງໄວ້ໃນວັນທຳອິດ.
\v 23 ຈາກນັ້ນ​ຄົນ​​ອິດ​ສ​ະ​ຣາເອນ​ກໍ​ຂຶ້ນ​ໄປ ແລະພວກເຂົາໄດ້​ຮ້ອງ­ໄຫ້​ຄ່ຳ​ຄວນ​ຕໍ່ຫນ້າ​ພຣະ­ຢາເວ​ຈົນ​ຮອດ​ຕອນ​ແລງ, ແລະ ພວກເຂົາໄດ້ສະແຫວງຫາການນີ້ຈາກພຣະ­ຢາເວ​. ພວກເຂົາໄດ້ທູນຖາມວ່າ “ພວກຂ້າ​ນ້ອຍ­ຄວນ​ທີ່​​ຈະອອກໄປສູ້ຮົບກັບ​​ຄົນ​ເບັນ­ຢາ­ມິນ​ພີ່­ນ້ອງ​ຂອງ​ພວກຂ້ານ້ອຍອີກ​ຫລື​ບໍ່?” ພຣະຢາເວໄດ້ຊົງກ່າວ​ວ່າ “ຈົງໄປ​ສູ້ຮົບກັບພວກ­ເຂົາ​ເຖີດ!”
\s5
\v 24 ດ່ັງນັ້ນ ຄົນ​​ອິດ​ສ​ະ​ຣາເອນ​ຈຶ່ງໄດ້ໄປສູ້ຮົບກັບພວກທະຫານ​ຂອງ​ເບັນ­ຢາ­ມິນ​ໃນ​ມື້​ທີ​ສອງ.
\v 25 ແລະ​ໃນ​ມື້​ທີ​ສອງ​ນັ້ນ, ຄົນເບັນ­ຢາ­ມິນ​ກໍ​ຍົກ­ທັບ​ອອກ​ໄປ​ຈາກ​ກີເບ­ອາ ແລະພວກເຂົາໄດ້ຂ້າ­ຄົນ​​ອິດ​ສ​ະ​ຣາເອນໄປຫນຶ່ງຫມື່ນແປດພັນຄົນ. ຊຶ່ງທຸກຄົນລ້ວນເປັນຄົນຊຳນານໃນການສູ້ຮົບດ້ວຍດາບ​.
\s5
\v 26 ແລ້ວ​ພວກທະຫານທັງຫມົດຂອງ​​ອິດ​ສ​ະ​ຣາເອນ ແລະ ປະຊາຊົນທັງຫມົດ ຈຶ່ງໄດ້ຂຶ້ນໄປທີ່ເມືອງເບັດເອັນ ແລະຮ້ອງໄຫ້​ຄ່ຳ​ຄວນ, ແລະທີ່ນັ້ນພວກ­ເຂົາ​ນັ່ງ​ເຝົ້າ​ຕໍ່ຫນ້າພຣະຢາເວ, ແລະ ພວກເຂົາໄດ້​ອົດ​ອາ­ຫານ​ຈົນ​ຮອດ​ຕອນ​ແລງ ແລະ​ ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະ ​ເຄື່ອງ­ບູ­ຊາ​ເພື່ອ​ຄວາມ​ສາ­ມັກ­ຄີ­ທຳ​​ຕໍ່­ຫນ້າ​ພຣະ­ຢາເວ.
\s5
\v 27 ຄົນ​ອິດ​ສ​ະ​ຣາເອນ​ຈຶ່ງ​ທູນ​ຖາມ​ພຣະ­ຢາເວ- ເພາະ­ວ່າ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ­ເຈົ້າໄດ້​ຢູ່​ບ່ອນ­ທີ່ນັ້ນໃນສະໃຫມນັ້ນ.
\v 28 ແລະ​ຟີ­ເນ­ຫັດ​ລູກ­ຊາຍຂອງ​ເອ­ເລ­ອາ­ຊາ, ຜູ້​ເປັນ​ລູກ­ຊາຍຂອງ​ອາ­ໂຣນກຳລັງຮັບ­ໃຊ້​ຢູ່​ຫນ້າ​ຫີບ​ນັ້ນ​ໃນ​ສະ­ໄຫມ​ນັ້ນ- ພວກ­ເຂົາ​ທູນ​ຖາມ­ວ່າ “ພວກ​ຂ້າ​ນ້ອຍຄວນຈະອອກໄປສູ້ຮົບກັບຄົນ​ເບັນ­ຢາ­ມິນ​ພີ່­ນ້ອງ​ຂອງ​ພວກຂ້ານ້ອຍອີກຄັ້ງຫລືວ່າ​ຄວນ​ຈະ​ຢຸດ?”ພຣະຢາເວ­ຊົງກ່າວ​ວ່າ, “ຈົ່ງສູ້ຮົບເຖີດ ເພາະ­ວ່າ​ມື້­ອື່ນ​ນີ້​ ເຮົາ​ຈະ​ຊ່ວຍໃຫ້ພວກເຈົ້າເອົາຊະນະພວກເຂົາ."
\s5
\v 29 ດັ່ງ­ນັ້ນ ຄົນ​ອິດ​ສ​ະ​ຣາເອນຈຶ່ງຈັດຄົນຊ້ອນໄວ້​ອ້ອມ​ເມືອງ​ກີ­ເບ­ອາ.
\v 30 ຄົນ​ອິດ​ສ​ະ​ຣາເອນກໍ​ຂຶ້ນ​ໄປ​ສູ້­ຮົບ​ກັບ​ຄົນ​ເບັນ­ຢາ­ມິນ​ໃນ​ວັນ­ທີ​ສາມ, ແລະພວກເຂົາ​ຈັດ​ຕຽມ​ທະ­ຫານ​ຕໍ່­ສູ້​ເມືອງ​ກີ­ເບ­ອາ​ເຫມືອນກັບທີ່ພວກເຂົາເຮັດຄາວ​ກ່ອນ.
\s5
\v 31 ຄົນ​ເບັນ­ຢາ­ມິນ​ກໍ​ໄດ້ອອກໄປແລະສູ້ຮົບກັບຄົນເຫລົ່ານັ້ນ, ແລ້ວພວກເຂົາກໍ​ຖືກ​ຫລອກ­ລວງ​ໃຫ້​ຫ່າງ​ອອກ​ໄປ​ຈາກ​ຕົວ​ເມືອງ.​ພວກ­ເຂົາ​ກໍ​ເລີ່ມ​ຂ້າ­ຟັນ​ປະ­ຊາ­ຊົນຈຳນວນຫນຶ່ງ. ມີຄົນ​ອິດ​ສ​ະ​ຣາເອນປະມານສາມສິບຄົນທີ່ຕາຍຕາມທົ່ງນາ ແລະ​ເສັ້ນທາງ​. ຫນຶ່ງໃນເສັ້ນ​ທາງໄປ​ຍັງ​ພຣະ­ວິ­ຫານ​ຂອງ​ພຣະຢາເວ: ແລະ ອີກ​ເສັ້ນ​ຫນຶ່ງ​ໄປ​ເມືອງກິ­ເບ­ອາ.
\s5
\v 32 ແລ້ວຄົນ​ເບັນ­ຢາ­ມິນຈຶ່ງ​ເວົ້າ​ກັນ​ວ່າ, “ພວກ­ເຂົາ​ພ່າຍ­ແພ້​ ແລະພວກເຂົາກຳລັງແລ່ນຫນີຈາກພວກເຮົາ​ຄື​ກັນກັບຄາວ​ກ່ອນ”. ແຕ່​ຄົນ​​ອິດ​ສ​ະ​ຣາເອນ​ເວົ້າ​ວ່າ, “ໃຫ້ພວກ​ເຮົາແລ່ນ​ຖອຍອອກມາ ແລະລໍຖ້າພວກເຂົາອອກມາ​ຫ່າງ​ຈາກ​ເມືອງ​ໄປ​ຮອດ​ຖະ­ຫນົນ­ນັ້ນ”.
\v 33 ຄົນ​​ອິດ​ສ​ະ​ຣາເອນ​ທັງ​ມົດ​ກໍ​ລຸກ​ອອກ­ຈາກ​ບ່ອນ​ຂອງ­ຕົນ​ ແລະຈັດແນວຮົບຂອງຕົນ​ທີ່​ບາ­ອານ-ຕາ­ມາ. ແລ້ວພວກທະຫານຂອງ​​ອິດ​ສ​ະ​ຣາເອນ​ທີ່​ຄອຍ​ຖ້າ​ຊຸ້ມ​ຢູ່​ກໍ​ອອກ­ຈາກ​ບ່ອນ​ຂອງ­ຕົນ​ຈາກເມືອງ​ມາຣາ-ເກ­ບາ.
\s5
\v 34 ມີຄົນ​ອິດ​ສ​ະ​ຣາເອນ​ທີ່ຖືກຄັດເລືອກມາຈາກຄົນ​ອິດ​ສ​ະ​ຣາເອນທັງຫມົດ​ຫນຶ່ງ​ຫມື່ນ​ຄົນໄດ້ອອກມາສູ້ຮົບກັບເມືອງ​ກີເບ­ອາ​ ແລະ ການ​ກຳ­ລັງຕໍ່ສູ້ຢ່າງ​ດຸ­ເດືອດ, ແຕ່ຄົນ​ເບັນ­ຢາ­ມິນ​ບໍ່​ຮູ້­ວ່າ​ຄວາມໂຫດ​ຮ້າຍ​ກຳ­ລັງ​​ໃກ້​ເຂົ້າມາເຖິງຕົນ​ແລ້ວ.
\v 35 ພຣະຢາເວ​ໃຫ້​ຄົນ​ເບັນ­ຢາ­ມິນ​ພ່າຍ­ແພ້​ຄົນ​​ອິດ​ສ​ະ​ຣາເອນ. ໃນ​ມື້​ນັ້ນ, ພວກທະຫານ ຂອງ​​ອິດ​ສ​ະ​ຣາເອນໄດ້ຂ້າຄົນ​ເບັນ­ຢາ­ມິນ​ສອງ​ຫມື່ນ​ຫ້າ​ພັນ​ຫນຶ່ງ​ຮ້ອຍ​ຄົນ ຄົນຕາຍ​ເຫລົ່າ​ນີ້ລ້ວນແຕ່ຊຳນານການສູ້ຮົບດ້ວຍດາບ.
\s5
\v 36 ດັ່ງ­ນັ້ນ ພວກທະຫານ​ເບັນ­ຢາ­ມິນ​ຈຶ່ງ​ເຫັນ​ວ່າ ພວກ­ເຂົາ​ພ່າຍ­ແພ້​ແລ້ວ. ຄົນ​​ອິດ​ສ​ະ​ຣາເອນ​ທຳ­ທ່າ​ຖອຍ​ຫນີຕໍ່​ຄົນເບັນ­ຢາ­ມິນ​, ເພາະ­ວ່າ​ພວກ­ເຂົາ​ວາງ­ໃຈ​ຄົນເຫລົ່ານັ້ນທີ່ໄດ້​ຊຸ້ມ​ຢູ່​ອ້ອມ​ເມືອງ​ກີ­ເບ­ອາ.
\v 37 ແລ້ວຄົນ­ທີ່​ຊຸ້ມ​ຢູ່​ກໍລຸກຂື້ນ, ແລະ​ຮີບ, ແລະພວກເຂົາໄດ້​ບຸກຂື້ນເຂົ້າ­ໄປ​ໃນ​ເມືອງ​ກີ­ເບ­ອາ ແລະພວກເຂົາໄດ້ຂ້າທຸກຄົນທີ່ອາໄສຢູ່ໃນເມືອງນັ້ນດ້ວຍດາບ.
\v 38 ຄົນ​ອິດ​ສ​ະ​ຣາເອນ ກັບພວກຄົນ­ທີ່​ຊຸ້ມ​ຢູ່​ ໄດ້ນັດກັນໃນການ​ໃຫ້​ສັນ­ຍານ​ວ່າ ຖ້າ​ເຫັນ​ຄວັນ​ກ້ອນ​ໃຫຍ່​ພຸ່ງ­ຂຶ້ນ​ມາ​ຈາກ​ໃນ​ເມືອງນັ້ນ.
\s5
\v 39 ເມື່ອສົ່ງສັນຍານໄປແລ້ວ ພວກທະຫານຂອງ​​ອິດ​ສ​ະ​ຣາເອນ​ກໍຫັນ​ກັບ­ມາຈາກການສູ້ຮົບ. ຄົນ​ເບັນ­ຢາ­ມິນ​ໄດ້​ເລີ້ມ​ໂຈມຕີ ແລະພວກເຂົາຂ້າ​ຄົນ​​ອິດ​ສ​ະ​ຣາເອນ​ໄດ້​ສາມ­ສິບ​ຄົນ​, ພວກເຂົາກໍ​ເວົ້າ​ວ່າ, “ແນ່ນອນວ່າພວກ­ເຂົາໄດ້ພ່າຍແພ້ຕໍ່ຫນ້າພວກເຮົາແລ້ວ, ເຫມືອນຢ່າງການສູ້ຮົບໃນຄັ້ງກ່ອນ​”.
\s5
\v 40 ແຕ່​​ຄວັນ​ໄຟ­ລຸກ​ພຸ່ງ­ຂຶ້ນ​ມາ​ຈາກ​ໃນ​ເມືອງນັ້ນ, ຄົນ​ເບັນ­ຢາ­ມິນຫັນມາ ແລະ ເຫັນຄວັນໄຟໄດ້ພຸ່ງຂື້ນສູ່ທ້ອງຟ້າຈາກທົ່ວເມືອງນັ້ນ​.
\v 41 ແລ້ວຄົນ​​ອິດ​ສ​ະ​ຣາເອນ​ກໍ​ໄດ້ຫັນ​ກັບມາສູ້ຮົບກັບພວກເຂົາ. ຄົນ​ເບັນ­ຢາ­ມິນ​ຢ້ານກວ່າຫລາຍ, ເພາະ­ວ່າ​ພວກ­ເຂົາ​ເຫັນ​ວ່າ​ຄວາມໂຫດ​ຮ້າຍ​ມາ​ເຫນືອພວກເຂົາ​ແລ້ວ.
\s5
\v 42 ດັ່ງນັ້ນ ພວກ­ເຂົາ​ຈຶ່ງ​ແລ່ນຫນີໄປຈາກ​ຄົນ​​ອິດ​ສ​ະ​ຣາເອນ, ຫນີ​ເຂົ້າ­ໄປ​ທາງ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ. ແຕ່​ສົງ­ຄາມກໍຍັງ­ຕາມ​ພວກ­ເຂົາ​ໄປ​ຢ່າງ​ຫນັກ. ພວກທະຫານຂອງ​ອິດ​ສ​ະ​ຣາເອນ ໄດ້ອອກມາຈາກເມືອງເຫລົ່ານັ້ນ ແລະ ໄດ້ຂ້າພວກເຂົາໃນທີ່ບ່ອນພວກເຂົາຢືນຢູ່.
\s5
\v 43 ພວກ­ເຂົາ​ໄດ້​ລ້ອມ​ຄົນ​ເບັນ­ຢາ­ມິນ, ຂັບ­ໄລ່​ໄປ, ​ແລະ​ໄດ້ໄລ່ພວກເຂົາໄປ, ແລະຢຽບຢໍ່າພວກເຂົາລົງໄປທີ່ໂນອາ. ຕະຫລອດທາງໄປທິດຕາເວັນຂອງ​ເມືອງ​ກີ­ເບ­ອາ​.
\v 44 ຄົນ​ເບັນ­ຢາ­ມິນ​ລົ້ມ​ຕາຍ​ຫນຶ່ງ​ຫມື່ນ​ແປດ​ພັນ​ຄົນ, ຊຶ່ງທຸກ​ຄົນລ້ວນແຕ່ເປັນນັບຮົບທີ່ມີຊື່ສຽງໃນສະຫນາມຮົບ.
\s5
\v 45 ພວກ­ເຂົາໄດ້ກັບ ແລະ ຫນີໄປທາງ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ຮອດ​ແຜ່ນຫີນ​ຣິມ­ໂມນ. ຄົນ​​ອິດ​ສ​ະ​ຣາເອນ ຂ້າຄົນ​ເບັນ­ຢາ­ມິນຫລາຍກວ່າຫ້າ​ພັນ​ຄົນຕາມຖະຫນົນນັ້ນ. ພວກເຂົາຍັງຄົງໄລ່ຕາມພວກເຂົາ, ແລະໄລ່­ຕາມ​ໄປໃກ້​ເຖິງ​ກິ­ໂດມ, ແລະ​ພວກເຂົາຂ້າ​ຄົນຫລາຍກວ່າ​ສອງ​ພັນ​ຄົນ.
\v 46 ຄົນ​ເບັນ­ຢາ­ມິນທັງຫມົດ​ທີ່​ລົ້ມ​ຕາຍ​ໃນ​ມື້​ນັ້ນ ​ສອງ​ຫມື່ນ​ຫ້າ​ພັນ​ຄົນ-ຊຶ່ງເປັນຄົນທີ່ຊຳນານການຕໍ່ສູ້ດ້ວຍດາບ; ພວກເຂົາທຸກຄົນລ້ວນມີຊື່ສຽງໃນການສູ້ຮົບໃນສະຫນາມຮົບ.
\s5
\v 47 ແຕ່​ມີ​ທະ­ຫານ​ຫົກ​ຮ້ອຍ​ຄົນໄດ້​ຫັນ​ກັບ ແລະ​ ຫນີໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ຮອດແຜ່ນ​ຫີນ​ຣິມ­ໂມນ. ພວກເຂົາໄດ້ອາ­ໄສ​ຢູ່​ທີ່​ແຜ່ນຫີນ​ຣິມ­ໂມນເປັນເວລາ​ສີ່​ເດືອນ.
\v 48 ພວກທະຫານຂອງ​​ອິດ​ສ​ະ​ຣາເອນ​ກໍ​ກັບມາ​ສູ້​ຮົບກັບຄົນ​ເບັນ­ຢາ­ມິນ​ອີກ ແລະ​ໄດ້ໂຈມຕີ ແລະຂ້າ​ພວກ­ເຂົາ​- ທັງເມືອງ, ຝູງ​ສັດ​ ແລະ ​ບັນ­ດາ​ສິ່ງ​ຂອງ​ທີ່​ພວກ­ເຂົາພົບ​ເຫັນ. ພວກເຂົາຍັງໄດ້​ເອົາ​ໄຟ​ເຜົາ​ທຸກຫົວເມືອງຕາມເສັ້ນທາງຂອງພວກເຂົາດ້ວຍ.
\s5
\c 21
\cl ບົດທີ 21
\p
\v 1 ໃນຕອນນີ້ ​ຄົນ​ອິ​ສ​ະ​ຣາເອນໄດ້ໃຫ້ຄຳຫນັ້ນສັນຍາກັນທີ່ເມືອງ​ມິຊະ­ປາ​ວ່າ,“ບໍ່­ມີ​ໃຜໃນພວກ­ເຮົາ​​ທີ່​ຈະ­ໃຫ້​ລູກ­ສາວ​ຂອງ­ຕົນ​ແຕ່ງ­ງານ​ກັບ​ຄົນ​ເບັນ­ຢາ­ມິນ”.
\v 2 ເມື່ອປະຊາຊົາກໍໄດ້ໄປຍັງເມືອງເບັດເອັນ ແລະ ນັ່ງ​ຢູ່​ຕໍ່ຫນ້າພຣະ­ຢາເວຈົນຮອດ​ຕອນ​ແລງ ແລະ ພວກ­ເຂົາ​ທັງ­ຫລາຍ​ກໍ​ຮ້ອງ­ໄຫ້​ຄ່ຳ​ຄວນ.
\v 3 ພວກ­ເຂົາ​ຮ້ອງທູນ​ວ່າ, “ຂ້າແດ່ພຣະ­ຢາເວ, ພຣະ­ເຈົ້າ​ແຫ່ງ​ອິ​ສ​ະ​ຣາເອນ, ເປັນ­ຫຍັງ​ເຫດ­ການນີ້​ຈຶ່ງ​ເກີດ​ຂຶ້ນ​ໃນ​​ອິ​ສ​ະ​ຣາເອນ, ຊຶ່ງເຜົ່າຫນຶ່ງຂອງບັນດາເຜົ່າຂອງພວກເຮົາຈະຂາດຫາຍໄປໃນວັນນີ້.”
\s5
\v 4 ໃນມື້ຕໍ່ມາປະ­ຊາ­ຊົນ​ໄດ້​ລຸກ­ຂຶ້ນ​ແຕ່​ເຊົ້າໆ ແລະ​ ສ້າງ​ແທ່ນ​ບູ­ຊາ​ແທ່ນ​ຫນຶ່ງ ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະ​ເຄື່ອງ­ບູ­ຊາ​ເພື່ອ​ຄວາມ​ສາ­ມັກ­ຄີ­ທຳ.
\v 5 ແລະ​ຄົນ​​ອິດ​ສ​ະ​ຣາເອນ​ໄດ້ກ່າວ​ວ່າ, “ເຜົ່າໃດໃນບັນດາເຜົ່າຂອງ​​ອິ​ສ​ະ​ຣາເອນທີ່​ບໍ່­ໄດ້​ຂຶ້ນ​ມາ​­ຊຸມນຸມ​ຕໍ່​ພຣະຢາເວ­?” ເພາະ­ວ່າ​ພວກ­ເຂົາ​ໄດ້ໃຫ້ຄຳສັນຍາທີ່ສຳຄັນກ່ຽວກັບຄົນໃດກໍຕາມທີ່ບໍ່​ມາ​­ຊຸມນຸມ​ຕໍ່​ພຣະ­ຢາເວ​ຢູ່​ມິດ­ຊະ­ປາ, ພວກເຂົາກ່າວ​ວ່າ “ຜູ້­ນັ້ນ​ຈະ​ຖືກປະຫານຊີວິດຢ່າງແນ່ນອນ."
\s5
\v 6 ຄົນ​​ອິ​ສ​ະ​ຣາເອນມີຄວາມເມດຕາສົງສານຕໍ່ຄົນ​ເບັນ­ຢາ­ມິນ​ພີ່ນ້ອງ​ຂອງ­ຕົນ ແລະ ພວກເຂົາໄດ້ກ່າວ​ວ່າ “ໃນມື້­ນີ້​ເຜົ່າຫນຶ່ງໄດ້​ຖືກ​ຕັດ­ຂາດ​ຈາກ​​ອິ​ສ​ະ​ຣາເອນແລ້ວ.
\v 7 ໃຜຈະຫາເມຍໃຫ້ກັບຄົນເຫລົ່ານັ້ນທີ່ເຫລືອຢູ່ ເນື່ອງຈາກພວກເຮົາ​ໄດ້ໃຫ້ຄຳສັນຍາຕໍ່ພຣະຢາເວວ່າ ພວກເຮົາຈະ​ບໍ່­ຍອມ​ໃຫ້ຄົນໃດໃນພວກເຂົາແຕ່ງງານກັບລູກ­ສາວ​ຂອງ​ພວກເຮົາ​?”
\s5
\v 8 ພວກ­ເຂົາ​​ຖາມ​ຂຶ້ນ​ວ່າ, “ເຜົ່າໃດໃນບັນາເຜົ່າຂອງ​​ອິ​ສ​ະ​ຣາເອນ​ທີ່​ບໍ່­ໄດ້​ຂຶ້ນ​ມາ​ເຝົ້າ​ພຣະຢາເວ​ທີ່​ມິຊະ­ປາ?” ຊຶ່ງໄດ້ພົບວ່າບໍ່​ມີ­ຄົນ​ໃດ​ຈາກ​ຢາ­ເບັດ​ກິີເລ­ອາດ​ມາ​ຊຸມນຸມ​ເລີຍ.
\v 9 ເພາະ­ວ່າ​ເມື່ອ​ໄດ້ຈັດວາງປະ­ຊາ­ຊົນໃຫ້ເປັນລະບຽບແລ້ວ, ເບິ່ງແມ, ບໍ່­ມີ​ຊາວ­ເມືອງ​ຢາ­ເບັດ​ກິີເລ­ອາດ​ຢູ່​ບ່ອນ­ນັ້ນ​ເລີຍ.
\v 10 ດັ່ງ­ນັ້ນ ຊຸມ­ນຸມ­ຊົນ​ຈຶ່ງ​ໄດ້ສົ່ງ​ທະ­ຫານ​ຜູ້​ກ້າ­ຫານ​ທີ່­ສຸດຂອງພວກເຂົາອອກໄປ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ ພ້ອມກັບຄຳສັ່ງໃຫ້ໄປຍັງຢາ­ເບັດ​ກີ­ເລ­ອາດ ແລະໂຈມຕີພວກເຂົາ ແລະ ຂ້າພວກເຂົາ ທັງ​ຜູ້­ຍິງ ແລະ ​​ເດັກ­ນ້ອຍ.
\s5
\v 11 ຈົ່ງເຮັດສິ່ງນີ້: ພວກເຈົ້າ​ຕ້ອງຂ້າ​ຜູ້­ຊາຍ ແລະ​ຜູ້­ຍິງ​ທຸກ​ຄົນ­ທີ່​ໄດ້​ຫລັບນອນ​ກັບ​ຜູ້­ຊາຍ​ແລ້ວ."
\v 12 ຄົນເຫລົ່ານັ້ນ ໄດ້ພົບໃນຫມູ່ຄົນ​ທີ່ອາໄສຢູ່​ຢາ­ເບັດກີ­ເລ­ອາດ​ ມີພວກ​ຍິງສາວ​ຜູ້​ທີ່​ຍັງ​ບໍ່​ເຄີຍ​ຮ່ວມ​ຫລັບ​ນອນ​ກັບ​ຊາຍ​ໃດໆ​ເລີຍ ​ສີ່​ຮ້ອຍ​ຄົນ ແລະພວກເຂົາຈຶ່ງ​ພາ​ຍິງ​ເຫລົ່າ­ນັ້ນ​ມາ​ທີ່​ຄ້າຍ​ຊີ­ໂລ, ​ຊຶ່ງ​ຢູ່­ໃນ​ແຜ່ນ­ດິນ​ການາອານ.
\s5
\v 13 ຊຸມ­ນຸມ­ຊົນ​ທັງ​ຫມົດ ​ກໍ​ສົ່ງ​ຂ່າວອອກ​ໄປ ແລະໄດ້ບອກ​ຄົນ​ເບັນ­ຢາ­ມິນ​ຊຶ່ງ​ຢູ່ແຜ່ນ​ຫີນ​ຣິມ­ໂມນວ່າ ຄົນ​ອິສ​ະ​ຣາເອນໄດ້ສະງົບເສິກແລ້ວ.
\v 14 ຄົນເບັນຢາມິນໄດ້ກັບມາໃນເວລານັ້ນ ແລະພວກເຂົາ​ກໍ​ມອບພວກ­ຍິງ​ສາວຊາວຢາ­ເບັດ​ກີ­ເລ­ອາດ, ແຕ່ກໍບໍ່ພໍສາວຍິງສຳລັບພວກເຂົາທັງຫມົດ.
\v 15 ປະ­ຊາ­ຊົນ​ກໍໄດ້ເສຍໃຈກັບເຫດການທິ່ໄດ້ເກີດຂື້ນກັບຄົນ​ເບັນ­ຢາ­ມິນ, ເພາະ­ວ່າ​ພຣະຢາເວ ຊົງ​ເຮັດ­ໃຫ້​ເກີດການແບ່ງແຍກລະຫວ່າງເຜົ່າຂອງ​​ອິ​ສ​ະ​ຣາເອນ.
\s5
\v 16 ພວກ​ຜູ້ນຳ​ຂອງ​ຊຸມ­ນຸມ­ຊົນ​ນັ້ນ​ໄດ້​ກ່າວ​ວ່າ, “​ພວກເຮົາຈະຈັດຫາເມຍໃຫ້ກັບຄົນ​ເບັນ­ຢາ­ມິນ​ຜູ້ທີ່ເຫລືອຢູ່ແນວໃດ, ເພະາວ່າພວກຜູ້ຍິງເບັນຢາມິນຖືກຂ້າຕາຍຫມົດ​ແລ້ວ.
\v 17 ພວກ­ເຂົາ​ໄດ້ກ່າວ​ວ່າ, “ຕ້ອງ​ມີ​ມໍ­ລະ­ດົກ​ໃຫ້​ແກ່​ຄົນ​ເບັນ­ຢາ­ມິນ​ທີ່​ລອດ​ຕາຍ, ເພື່ອ​ບໍ່ໃຫ້ເຜົ່າ​ຫນຶ່ງຖືກທຳລາຍ­ຈາກ​​ອິ​ສ​ະ​ຣາເອນ.
\s5
\v 18 ພວກ​ເຮົາ​ບໍ່ສາມາດ​ຍົກ​ບັນດາລູກ­ສາວ​ຂອງພວກ​ເຮົາ​ໃຫ້­ເປັນ​ເມຍ​ພວກ­ເຂົາ​, ເພາະ­ວ່າ​ຄົນ​​ອິ​ສ​ະ​ຣາເອນໄດ້​ໃຫ້ຄຳສັນຍາ​ໄວ້​ວ່າ, “ຜູ້­ໃດ​ຍົກລູກສາວໃຫ້ເປັນເມຍ​ແກ່​ເບັນ­ຢາ­ມິນ ຈົ່ງ​ຖືກ​ສາບ­ແຊ່ງ”.
\v 19 ດັ່ງ­ນັ້ນ ພວກ­ເຂົາ​ຈຶ່ງ​ກ່າວ​ວ່າ, “ ພວກເຈົ້າຮູ້ວ່າ ງານລ້ຽງເທ­ສະ­ການ​ຖວາຍ​ພຣະຢາເວທຸກໆປີ​ຢູ່​ຊີ­ໂລ (ທີ່​ຊຶ່ງ​ຢູ່​ເຫນືອ​ເບັດ­ເອັນ, ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ຖະ­ຫນົນ​ຂຶ້ນ​ຈາກ​ເມືອງເບັດ­ເອັນ​ຮອດ​ຊີ­ເຄມ ແລະ ​ຢູ່​ທາງ​ທິດ­ໃຕ້​ຂອງ​ເລ­ໂບ­ນາ)”
\s5
\v 20 ພວກ­ເຂົາ​ໄດ້​ສັ່ງ​ຄົນ​ເບັນ­ຢາ­ມິນ, ແລະກ່າວ​ວ່າ, “ຈົ່ງ​ໄປ​ຊຸ້ມຄອຍ​ຢູ່­ໃນ​ສວນ­ອະ­ງຸ່ນ.
\v 21 ລໍ​ຖ້າ​ເຝົ້າ​ເບິ່ງ​ຢູ່ ເມື່ອພວກ​ລູກ­ສາວ​ຊາວ​ຊີ­ໂລ​ອອກ​ມາ​ເຕັ້ນ­ລຳ, ແລ້ວຟ້າວແລ່ນອອກມາຈາກສວນອະງຸ່ນ ແລະພວກເຈົ້າແຕ່ລະຄົນກໍລັກ­ເອົາພວກ​ລູກ­ສາວ​ຊາວ​ຊີ­ໂລມາເປັນເມຍ, ແລ້ວກັບໄປຍັງ​ແຜ່ນ­ດິນ​ເບັນ­ຢາ­ມິນ.
\s5
\v 22 ເມື່ອ​ພໍ່ ຫລື​ພີ່­ນ້ອງ​ຂອງພວກນາງ​ເຫລົ່າ­ນັ້ນ​ມາ​ຮ້ອງ­ທຸກ​ຕໍ່​ພວກເຮົາ, ພວກເຮົາ​ຈະ​ບອກ​ພວກ­ເຂົາ​ວ່າ, ‘ຂໍຈົ່ງສະແດງກະລຸນນາຕໍ່ພວກ​ເຮົາ​ເຖີດ! ຂໍໂຜດຍອມໃຫ້ພວກນາງຢູ່ ເພາະພວກເຂົາບໍ່ໄດ້ໃຫ້ເມຍແກ່ແຕ່ລະຄົນໃນເວລາສົງຄາມ. ເນື່ອງຈາກ​ພວກ​ທ່ານ​ບໍ່ໄດ້ມອບບັນດາລູກສາວຂອງພວກທ່ານໃຫ້ແກ່ພວກເຂົາ ພວກທ່ານກໍຈະບໍ່ມີຄວາມຜິດ.’”
\s5
\v 23 ຄົນ​ເບັນ­ຢາ­ມິນ​ກໍ​ເຮັດເຊັ່ນນັ້ນ. ພວກເຂົາກໍໄດ້ເມຍໄປຕາມຈຳນວນພວກເຂົາຕ້ອງການຈາກບັນດາຍິງສາວທີ່ກຳລັງເຕັ້ນ­ລຳ​ ແລະພວກເຂົາໄດ້ເອົາຕົວ​ພວກນາງໄປເປັນເມຍຂອງພວກເຂົາ. ພວກ­ເຂົາ​ກໍ​ກັບ​ໄປ​ຢູ່­ໃນ​ທີ່​ດິນ​ມໍ­ລະ­ດົກ​ຂອງ​ພວກ­ເຂົາ. ພວກເຂົາໄດ້ສ້າງ​ເມືອງ​ຂຶ້ນ​ໃຫມ່ ແລະ​ອາ­ໄສ​ຢູ່­ໃນ​ບ່ອນ­ນັ້ນ.
\v 24 ແລ້ວຄົນ​ອິດ​ສ​ະ​ຣາເອນ ກໍອອກໄປຈາກບ່ອນນັ້ນ ແລະກັບບ້ານ, ຕ່າງຄົນກໍໄປຍັງເຜົ່າ ແລະຕະກູນຂອງຕົນ, ແລະຕ່າງ​ກໍກັບໄປຍັງທີ່​ມໍ­ລະ­ດົກ​ຂອງ­ຕົນ.
\s5
\v 25 ໃນສະໄຫມນັ້ນ ບໍ່­ມີ​ກະ­ສັດ​ໃນ​​ອິ​ສ​ະ​ຣາເອນ. ທຸກຄົນເຮັດໃນສິ່ງຖືກຕ້ອງ​ທີ່​ຕົນ­ເອງ​ເຫັນ​ດີ.