lo_ulb/05-DEU.usfm

2028 lines
428 KiB
Plaintext
Raw Normal View History

2021-01-22 21:47:03 +00:00
\id DEU
\ide UTF-8
\h ພຣະບັນຍັດສອງ
\toc1 ພຣະບັນຍັດສອງ
\toc2 ພຣະບັນຍັດສອງ
\toc3 deu
\mt ພຣະບັນຍັດສອງ
\s5
\c 1
\cl ບົດທີ 1
\p
\v 1 ເຫລົ່ານີີ້ຄືບັນດາຖ້ອຍຄຳຂອງໂມເຊທີ່ກ່າວຕໍ່ຊາວອິດສະຣາເອນທັງຫມົດ ທີ່ອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນໃນຖິ່ນທຸລະກັນດານ, ໃນທົ່ງພຽງຂອງພູເຂົາເເມ່ນ້ຳຈໍເເດນເຊິ່ງຢູ່ກົງກັນຂ້າມກັບເມືອງ ຊູຟະ, ລະຫວ່າງເມືອງປາຣານ, ໂຕເຟນ, ລາບານ, ຮາເຊໂຣດ, ເເລະ ດີຊາຮາບ.
\v 2 ຈາກໂຮເຣບໄປທາງພູເຂົາຊີນາຍເພື່ອຈະໄປເຖິງເມືອງຄາເດັດບາເນຍ, ຕ້ອງໃຊ້ເວລາເດີນທາງສິບເອັດມື້
\s5
\v 3 ເຫດການນີ້ເກີດຂຶ້ນໃນປີທີສີ່ສິບ, ໃນເດືອນທີສິບເອັດ, ໃນມື້ທຳອິດຂອງເດືອນ, ທີ່ໂມເຊໄດ້ເວົ້າຕໍ່ປະຊາຊົນອິດສະຣາເອນເຖິງທຸກສິ່ງທີ່ພຣະຢາເວໄດ້ຊົງບັນຊາໂມເຊກ່ຽວກັບພວກເຂົາ.
\v 4 ນີ້ເເມ່ນຫລັງຈາກທີ່ພຣະຢາເວໄດ້ໂຈມຕີສີໂຫນກະສັດຂອງຄົນອາໂມຣິດ, ຊຶ່ງອາໄສຢູ່ໃນເຮັດຊະໂບນ, ເເລະ ໂອກກະສັດເເຫ່ງບາຊານ, ຊຶ່ງອາໄສຢູ່ໃນອັດຊະຕາໂຣດ ເເລະເອັດເຣອີ.
\s5
\v 5 ທາງອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນ, ໃນດິນເເດນໂມອາບ, ໂມເຊເລີ່ມຕົ້ນປະກາດຄຳສັ່ງສອນເຫລົ່ານີ້ວ່າ,
\v 6 "ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ກ່າວກັບພວກເຮົາທີ່ໂຮເຣັບ, ວ່າ, 'ພວກເຈົ້າໄດ້ອາໄສຢູ່ໃນປະເທດຮ່ອມພູເຂົານີ້ດົນນານພໍເເລ້ວ.
\s5
\v 7 ກັບໄປ ແລະ ເລີ່ມການເດີນທາງຂອງເຈົ້າ, ແລະໄປເຖິງປະເທດຮ່ອມພູແຫ່ງອາໂມຣິດ ເເລະໄປເຖິງສະຖານທີ່ໃກ້ຄຽງໃນເຂດທົ່ງພຽງຂອງຮ່ອມພູແຫ່ງເເມ່ນ້ຳຈໍເເດນ, ໃນປະເທດຮ່ອມພູເຂົາ, ໃນທີ່ພູພຽງຕ່ຳ, ໃນເນເກບ, ເເລະ ຕາມຊາຍຝັ່ງທະເລ - ໃນດິນເເດນການາອານ, ເເລະ ໃນເລບານອນຈົນເຖິງເເມ່ນ້ຳໃຫຍ່ເອີຟຣັດ,
\v 8 ເບິ່ງສາ, ເຮົາໄດ້ຕັ້ງດິນເເດນນັ້ນເອົາໄວ້ຕໍ່ຫນ້າພວກເຈົ້າ; ຈົ່ງເຂົ້າໄປ ເເລະ ຢຶດຄອງດິນເເດນນັ້ນເອົາໄວ້ຕໍ່ຫນ້າພວກເຈົ້າ; ຈົ່ງເຂົ້າໄປຢຶດຄອງດິນເເດນນັ້ນທີ່ພຣະຢາເວໄດ້ຊົງສັນຍາໄວ້ເເກ່ບັນດາບັນພະບູລຸດຂອງພວກເຈົ້າ ຄື ອັບຣາຮາມ, ອີຊາກ, ເເລະ ຢາໂຄບ - ເພື່ອເອົາໃຫ້ເເກ່ພວກເຂົາ ແລະ ເຊື້ອສາຍຂອງພວກເຂົາທີ່ພາຍຫລັງຈາກພວກເຂົານັ້ນ.'
\s5
\v 9 ຂ້ານ້ອຍໄດ້ເວົ້າກັບທ່ານໃນເວລານັ້ນວ່າ, 'ຂ້ານ້ອຍບໍ່ສາມາດເເບກພວກທ່ານໄວ້ພຽງຄົນດຽວໄດ້.
\v 10 ພຣະຢາເວ ພຣະເຈົ້າຂອງພວກທ່ານໄດ້ຊົງເພີ່ມທະວີຄູນພວກທ່ານ, ເເລະ ເບິ່ງສາ, ໃນວັນນີ້ພວກທ່ານມີຈຳນວນຫລາຍດັ່ງດວງດາວໃນຟ້າສະຫວັນ.
\v 11 ຂໍພຣະຢາເວ, ພຣະເຈົ້າຂອງບັນພະບູລຸດຂອງພວກທ່ານ, ຊົງເຮັດໃຫ້ພວກທ່ານເພີ່ມພູນຫລາຍຂຶ້ນອີກເປັນພັນເທົ່າ, ເເລະ ຂໍຊົງອວຍພອນພວກທ່ານຕາມທີ່ຊົງສັນຍາເອົາໄວ້ກັບພວກທ່ານ!
\s5
\v 12 ເຮົາຈະສາມາດແບກຫາບພາລະຫນັກ, ເເລະ ຂໍ້ພິພາກຕ່າງໆ ຂອງພວກທ່ານໄດ້ເເນວໃດ?
\v 13 ຈົ່ງເລືອກບັນດາຄົນທີ່ສະຫລາດ, ຄົນທີ່ມີຄວາມເຂົ້າໃຈ, ເເລະ ຄົນທີ່ມີຊື່ສຽງດີຈາກເເຕ່ລະເຜົ່າ, ເເລະ ຂ້ານ້ອຍຈະເຮັດໃຫ້ພວກເຂົາເປັນຫົວຫນ້າປົກຄອງເຫນືອພວກທ່ານ.'
\v 14 ພວກທ່ານໄດ້ຕອບຂ້ານ້ອຍວ່າ, 'ສິ່ງທີ່ທ່ານໄດ້ກ່າວນັ້ນເປັນສິ່ງທີ່ດີທີ່ພວກເຮົາສົມຄວນເຮັດ.'
\s5
\v 15 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ເລືອກບັນດາຫົວຫນ້າອອກມາຈາກເຜົ່າຕ່າງໆຂອງພວກທ່ານ, ຄືຄົນທີ່ສະຫລາດ, ເເລະ ຄົນທີ່ມີຊື່ສຽງດີ, ເເລະ ເເຕ່ງຕັ້ງພວກເຂົາໃຫ້ເປັນຫົວຫນ້າປົກຄອງດູເເລພວກທ່ານ, ເປັນຫົວຫນ້າຄວບຄຸມຄົນຫນຶ່ງພັນຄົນ, ເປັນຫົວຫນ້າຄວບຄຸມຄົນຫນຶ່ງຮ້ອຍຄົນ, ເປັນຫົວຫນ້າຄວບຄຸມຄົນຫ້າຫມື່ນຄົນ, ເປັນຫົວຫນ້າຄວບຄຸມຄົນສິບຄົນ, ເເລະ ເເຕ່ງຕັ້ງບັນດາເຈົ້າຫນ້າທີ່ປະຈຳເຜົ່າເເຕ່ລະເຜົ່າ.
\v 16 ຂ້ານ້ອຍໄດ້ສັ່ງບັນດາຜູ້ພິພາກສາຂອງພວກທ່ານໃນຄັ້ງນັ້ນວ່າ 'ຈົ່ງຟັງຂໍ້ພິພາກສາຕ່າງໆລະຫວ່າງພີ່ນ້ອງຂອງພວກທ່ານ, ເເລະ ຈົ່ງຕັດສິນຢ່າງຊອບທຳລະຫວ່າງຄົນຫນຶ່ງ ເເລະ ພີ່ນ້ອງຂອງເຂົາ, ເເລະ ກັບຄົນຕ່າງຊາດທີ່ຢູ່ກັບເຂົານັ້ນ.
\s5
\v 17 ພວກທ່ານຈະບໍ່ສະເເດງຄວາມລຳອຽງຕໍ່ຜູ້ໃດໃນຂໍ້ພິພາກສາ; ພວກທ່ານຈະຟັງສຽງຄົນເລັກນ້ອຍ ແລະ ເຫມືອນກັບສຽງຄົນທີ່ຍິ່ງໃຫຍ່. ພວກທ່ານບໍໍ່ຢ້ານກົວຫນ້າຂອງຜູ້ໃດ, ເພາະການພິພາກສາເປັນຂອງພຣະເຈົ້າ. ຂໍ້ພິພາກສາທີ່ຍາກແກ່ພວກທ່ານຈະຕັດສິນໄດ້ນັ້ນ, ພວກທ່ານຈະນຳມາຫາຂ້ານ້ອຍ, ເເລະ ຂ້ານ້ອຍຈະຟັງຂໍ້ພິພາກສານັ້ນ.
\v 18 ຂ້ານ້ອຍສັ່ງພວກທ່ານໃນຄັ້ງນັ້ນເຖິງທຸກສິ່ງທີ່ພວກທ່ານສົມຄວນເຮັດ.
\s5
\v 19 ພວກເຮົາໄດ້ເດີນທາງອອກຈາກໂຮເຣັບເເລະ ໄດ້ຜ່ານເຂົ້າໄປໃນຖິ່ນທຸລະກັນດານອັນກວ້າງໃຫຍ່ ເເລະ ເປັນຕາຢ້ານຕາມທີ່ພວກທ່ານໄດ້ເຫັນນັ້ນ, ຊຶ່ງຢູ່ລະຫວ່າງທາງທີ່ພວກເຮົາຈະໄປຍັງປະເທດຮ່ອມພູເຂົາຂອງຄົນອາໂມຣິດ, ຕາມທີ່ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງພວກເຮົາ; ເເລະ ພວກເຮົາໄດ້ມາເຖິງທີ່ຄາເດັດບາເນຍ.
\s5
\v 20 ຂ້ານ້ອຍກ່າວເເກ່ພວກທ່ານວ່າ, 'ພວກທ່ານໄດ້ມາຮອດປະເທດຮ່ອມພູເຂົາຂອງຄົນອາໂມຣິດຕາມທີ່ພຣະຢາເວພຣະເຈົ້າຂອງເຮົາໄດ້ປະທານໃຫ້ເເກ່ພວກທ່ານ.
\v 21 ເບິ່ງສາ, ພຣະຢາເວພຣະເຈົ້າຂອງພວກທ່ານ ໄດ້ຊົງຕັ້ງດິນເເດນນີ້ເອົາໄວ້ຕໍ່ຫນ້າພວກທ່ານເເລ້ວ; ຈົ່ງຂຶ້ນໄປ ເເລະ ຢຶດຄອງດັ່ງທີ່ພຣະຢາເວ ພຣະເຈົ້າເເຫ່ງບັນພະບູລຸດຂອງພວກທ່ານໄດ້ກ່າວໄວ້ກັບພວກທ່ານ; ຢ່າຢ້ານ, ຫລື ທໍ້ຖ້ອຍໃຈເລີຍ.'
\s5
\v 22 ພວກທ່ານໄດ້ມາຫາພວກຂ້ານ້ອຍ ເເລະໄດ້ເວົ້າວ່າ, 'ໃຫ້ພວກເຮົາສົ່ງຜູ້ຊາຍໄປຂ້າງຫນ້າພວກເຮົາ, ເພື່ອພວກເຂົາຈະສອດເເນມເບິ່ງດິນເເດນນັ້ນໃຫ້ເເກ່ພວກເຮົາ, ເເລະ ນຳຖ້ອຍຄຳມາລາຍງານເຖິງວິທີການທີ່ພວກເຮົາຈະໂຈມຕີ, ເເລະກ່ຽວກັບເມືອງນັ້ນທີ່ພວກເຮົາຈະມາ.'
\v 23 ຄຳເເນະນຳນັ້ນເປັນທີ່ພໍໃຈຂອງຂ້ານ້ອຍຢ່າງຫລາຍ; ຂ້ານ້ອຍຈຶ່ງຕັ້ັງຊາຍສິບສອງຄົນ, ຄົນຫນຶ່ງຈາກທຸກເຜົ່າ.
\v 24 ພວກເຂົາຈຶ່ງຫັນຫນ້າແລະ ມຸ່ງໄປທີ່ປະເທດຮ່ອມພູເຂົາ, ມາເຖິງຮ່ອມພູເຂົາເເຫ່ງເອັດຊະໂຄນ, ເເລະ ສອດເເນມເບິ່ງດິນເເດນນັ້ນ.
\s5
\v 25 ພວກເຂົານຳຜົນຜະລິດທີ່ເກີດຈາກແຜ່ນດິນນັ້ນ ຖືມາໃນມືຂອງພວກເຂົາ ເເລະ ໄດ້ນຳລົງມາໃຫ້ເເກ່ພວກເຮົາ. ພວກເຂົາຍັງກັບມາລາຍງານພວກເຮົາອີກດ້ວຍວ່າ, 'ທີ່ນັ້ນເປັນດິນເເດນທີ່ດີທີ່ພຣະຢາເວພຣະເຈົ້າຂອງພວກເຮົາ ຊົງປະທານໃຫ້ເເກ່ພວກເຮົາ.'
\s5
\v 26 ເເຕ່ພວກທ່ານປະຕິເສດທີ່ຈະໂຈມຕີ, ເເລະ ຍັງກະບົດຕໍ່ພຣະບັນຊາຕໍ່ພຣະຢາເວພຣະເຈົ້າຂອງເຈົ້າ.
\v 27 ພວກທ່ານໄດ້ຈົ່ມວ່າໃນເຕັນຂອງພວກທ່ານ ແລະ ໄດ້ກ່າວວ່າ, 'ນີ້ເປັນເພາະພຣະຢາເວ ຊົງກຽດຊັງພວກເຮົາ ພຣະອົງຈຶ່ງໄດ້ນຳພວກເຮົາອອກມາຈາກດິນເເດນເອຢິບ, ເພື່ອມອບພວກເຮົາເອົາໄວ້ໃນມືຂອງຄົນອາໂມຣິດໃຫ້ທຳລາຍພວກເຮົາເສຍ.
\v 28 ພວກເຮົາສາມາດໄປທີ່ໃດໃນເວລານີ້? ພວກອ້າຍນ້ອງຂອງພວກເຮົາ ໄດ້ເຮັດໃຫ້ຫົວໃຈພີ່ນ້ອງຂອງເຮົາສະຫລາຍ, ໂດຍກ່າວວ່າ, 'ຄົນພວກນັ້ນໂຕໃຫຍ່ກວ່າ ເເລະ ສູງກວ່າເຮົາຫລາຍ; ບັນດາເມືອງຂອງພວກເຂົາກໍ ໃຫຍ່ໂຕ ເເລະ ມີກຳລັງຫລາຍຈົນເຖິງສະຫວັນ; ຍິ່ງກວ່ານັ້ນ ພວກເຮົາໄດ້ເຫັນພວກລູກຊາຍຂອງອານາຄິມຢູ່ທີ່ນັ້ນດ້ວຍ.'"
\s5
\v 29 ແລ້ວເຮົາກໍໄດ້ບອກເຈົ້າວ່າ, 'ຢ່າຢ້ານກົວ,​ຢ່າຢ້ານພວກເຂົາເລີຍ,
\v 30 ພຣະຢາເວພຣະເຈົ້າຂອງພວກທ່ານ, ຜູ້ຊົງນຳຫນ້າພວກທ່ານ, ພຣະອົງຈະຊົງຕໍ່ສູ້ເພື່ອພວກທ່ານ, ດັ່ງທີ່ພຣະອົງໄດ້ຊົງເຮັດທຸກສິ່ງເພື່ອພວກທ່ານໃນເອຢິບຕໍ່ຫນ້າຕໍ່ຕາພວກທ່ານ,
\v 31 ເເລະ ເຊັ່ນກັນໃນຖິ່ນແຫ້ງແລ້ງທຸລະກັນດານ, ທີ່ພວກທ່ານໄດ້ເຫັນເເລ້ວພຣະຢາເວພຣະເຈົ້າຂອງທ່ານ ຊົງອຸ້ມຊູພວກທ່ານ, ຄືກັບຊາຍຄົນຫນຶ່ງອຸ້ມຊູລູກຊາຍຂອງເຂົາໃນທຸກທີ່ທຸກເເຫ່ງທີ່ພວກທ່ານໄປຈົນພວກທ່ານມາສະຖານທີ່ເເຫ່ງນີ້.
\s5
\v 32 ເເຕ່ເຖິງຢ່າງໃດຈາກຖ້ອຍຄຳນີ້ ພວກທ່ານກໍຍັງບໍ່ເຊື່ອພຣະຢາເວພຣະເຈົ້າຂອງພວກທ່ານ,
\v 33 ຜູ້ຊົງນຳທາງໄປທາງຫນ້າພວກທ່ານ ເພື່ອຊອກຫາທີ່ຢູ່ອາໄສຫນຶ່ງ, ດ້ວຍໄຟໃນເວລາກາງຄືນ ເເລະ ດ້ວຍເມກໃນເວລາກາງເວັນເພື່ຶອຫາສະຖານທີ່ຫນຶ່ງໃຫ້ກັບພວກທ່ານສຳລັບຕັ້ງຄ້າຍ
\s5
\v 34 ພຣະຢາເວຊົງໄດ້ຍິນສຽງຖ້ອຍຄຳຂອງພວກທ່ານ ເເລະ ຊົງພຣະພິໂຣດ; ພຣະອົງຊົງສັນຍາ ເເລະກ່າວວ່າ
\v 35 ເເນ່ນອນຈະບໍ່ມີຄົນໃດທ່າມກາງຄົນເລົ່ານີ້ຊຶ່ງເປັນຄົນລຸ້ນທີ່ຊົ່ວຊ້າຈະໄດ້ເຫັນດິນເເດນອັນປະເສີດຕາມທີ່ເຮົາໄດ້ສັນຍາເອົາໄວ້ຈະປະທ່ານໃຫ້ເເກ່ບັນພະບູລຸດຂອງພວກເຂົາ
\v 36 ຍົກເວັ້ນກາເລັບລູກຂອງເຢຟຸນເນ ເຂົາຈະໄດ້ດິນເເດນນັ້ນ ເຮົາຈະປະທານດິນເເດນທີ່ເຂົາໄດ້ຢຽບຢ່າງນັ້ນເເກ່ເຂົາ ເເລະເເກ່ບັນດາລູກຫລານຂອງເຂົາ ເພາະເຂົາໄດ້ຕິດຕາມພຣະຢາເວຢ່າງເຕັມທີ່
\s5
\v 37 ເຊັ່ນດຽວກັນກັບພຣະເຈົ້າຢາເວຊົງພຣະພິໂຣດຕໍ່ຂ້ານ້ອຍເຫດເພາະພວກທ່ານດ້ວຍ, ພຣະອົງກ່າວວ່າ, 'ເຈົ້າເອງກໍຈະບໍ່ໄດ້ເຂົ້າໄປດິນເເດນນັ້ນເຊັ່ນກັນ;
\v 38 ໂຢຊວຍລູກຂອງນູນ, ຜູ້ຢືນຕໍ່ຫນ້າເຈົ້ານິີ້, ເຂົາຈະໄດ້ເຂົ້າໄປທີ່ນັ້ນ; ຈົ່ງຫນູນໃຈເຂົາ, ເພາະເຂົາຈະເປັນຜູ້ນຳອິດສະຣາເອນໃຫ້ຮັບດິນເເດນນັ້ນເປັນກຳມະສິດ.
\s5
\v 39 ຍິ່ງກວ່ານັ້ນ, ບັນດາເດັກນ້ອຍໆຂອງພວກເຈົ້າ, ຄືບັນດາຄົນທີ່ພວກເຈົ້າກ່າວວ່າພວກເຂົາຈະຕົກເປັນເຫຍື່ອ, ຜູ້ຊຶ່ງໃນວັນນີ້ບໍ່ມີຄວາມຮູ້ສຶກເຖິງສິ່ງດີ ຫລື ຊົ່ວ - ພວກເຂົາຈະໄປທີ່ນັ້ນ. ເຮົາຈະມອບດິນເເດນນັ້ນໃຫ້ເເກ່ພວກເຂົາ ເເລະພວກເຂົາຈະຄອບຄອງດິນເເດນນັ້ນໃຫ້ເເກ່ພວກເຂົາ, ເເລະ ພວກເຂົາຈະຄອບຄອງດິນເເດນນັ້ນ.
\v 40 ເເຕ່ສຳລັບພວກເຈົ້າ, ຈົ່ງຫັນກັບ ເເລະ ເດີນທາງເຂົ້າໄປຖິ່ນທຸລະກັນດານຕາມທາງທີ່ຈະໄປທະເລເເດງ.'
\s5
\v 41 ເເລ້ວພວກທ່ານຕອບເເກ່ຂ້ານ້ອຍວ່າ, 'ພວກເຮົາໄດ້ເຮັດບາບຕໍ່ພຣະຢາເວເເລ້ວ; ພວກເຮົາຈະຂຶ້ນໄປ ເເລະຕໍ່ສູ້, ເເລະ ພວກເຮົາຈະເຮັດຕາມທຸກສິ່ງພຣະຢາເວພຣະເຈົ້າຂອງພວກເຮົາໄດ້ຊົງສັ່ງໃຫ້ພວກເຮົາເຮັດ.' ຜູ້ຊາຍທຸກຄົນໃນທ່າມກາງພວກທ່ານຕ່າງກໍເຮັດອາວຸດສຳລັບເຮັດສົງຄາມ, ເເລະ ພວກທ່ານພ້ອມຈະເຂົ້າໂຈມຕີປະເທດຮ່ອມພູເຂົານັ້ນ
\v 42 ພຣະຢາເວໄດ້ກ່າວວ່າ, 'ຈົ່ງບອກເເກ່ພວກເຂົາວ່າ, ຢ່າເຂົ້າໂຈມຕີ ເເລະຕໍ່ສູ້ ເພາະເຮົາຈະບໍ່ຢູ່ກັບພວກເຈົ້າ, ເເລະ ພວກເຈົ້າຈະເອົາຊະນະສັດຕູ.'
\s5
\v 43 ຂ້ານ້ອຍກ່າວເເກ່ພວກທ່ານເເນວນີ້, ເເຕ່ພວກທ່ານບໍ່ຍອມຟັງ. ພວກທ່ານຫັກຫລັງຕໍ່ຄຳສັ່ງຂອງພຣະຢາເວ; ພວກທ່ານເຂົ້າໂຈມຕີປະເທດຮ່ອມພູເຂົານັ້ນ.
\v 44 ເເຕ່ຊາວອາໂມຣິດ, ຜູ້ອາໄສຢູ່ປະເທດຮ່ອມພູເຂົານັ້ນໄດ້ອອກມາຕໍ່ສູ້ກັບພວກທ່ານ ເເລະ ໄດ້ຂັບໄລ່ພວກທ່ານຄືຝູງເຜິ້ງ, ແລະ ໂຈມຕີພວກທ່ານໄລ່ລົງມາຈາກເຊຣະ, ຈົນເຖິງໂຮມາ.
\s5
\v 45 ພວກທ່ານກັບຄືນເເລະຮ້ອງໄຫ້ຕໍ່ພຣະຢາເວ; ເເຕ່ພຣະຢາເວບໍ່ຟັງສຽງພວກທ່ານ, ບໍ່ສົນໃຈພວກທ່ານເລີຍ.
\v 46 ດັ່ງນັ້ນພວກທ່ານຈຶ່ງຕ້ອງພັກອາໄສຢູ່ ທີ່ກາເດັດເປັນເວລາຫລາຍວັນ, ຕະຫລອດເວລາທີ່ພວກທ່ານອາໄສຢູ່ທີ່ນັ້ນ
\s5
\c 2
\cl ບົດທີ 2
\p
\v 1 ຕໍ່ມາພວກເຮົາຈຶ່ງກັບ ເເລະ ເດີນທາງໄປໃນຖິ່ນເເຫ້ງເເລ້ງທຸລະກັນດານຕາມທາງສູ່ທະເລເເດງ, ຕາມທີ່ພຣະຢາເວໄດ້ກ່າວກັບພວກຂ້ານ້ອຍ; ພວກເຮົາໄດ້ຍ່າງອ້ອມພູເຂົາເຊຣະເປັນເວລາຫລາຍວັນ.
\v 2 ພຣະຢາເວໄດ້ກ່າວເເກ່ພວກຂ້ານ້ອຍ, ຄືວ່າ,
\v 3 'ພວກເຈົ້າໄດ້ຍ່າງອອ້ມພູເຂົານີ້ເປັນເວລາດົນພໍສົມຄວນເເລ້ວ; ຈົ່ງຫັນໄປທາງທິດເຫນືອເທີ້ນ.
\s5
\v 4 ຈົ່ງສັ່ງປະຊາຊົນວ່າ, "ພວກເຈົ້າຈະຕ້ອງຍ່າງຜ່ານເຂດບ້ານເຮືອນຂອງພີ່ນ້ອງພວກເຈົ້າ, ຄືເຊື້ອສາຍຂອງເອຊາວ, ຜູ້ອາໄສຢູ່ໃນເຊຣະ; ພວກເຂົາຈະຢ້ານພວກເຈົ້າ. ດັ່ງນັ້ນຈົ່ງລະວັງໃຫ້ດີ
\v 5 ຢ່າຕໍ່ສູ້ພວກເຂົາ, ເພາະເຮົາຈະບໍ່ມອບດິນເເດນໃດໆຂອງພວກເຂົາໃຫ້ເເກ່ພວກເຈັົ້າ, ບໍ່, ຈະບໍ່ເຫັນເເມ່ນເເຕ່ພໍໄວ້ໃຫ້ຝາຕີນຢຽບຢຳໄປ; ເພາະເຮົາໄດ້ມອບພູເຂົາເຊຣະໃຫ້ເອຊາວເປັນກຳມະສິດເເລ້ວ.
\s5
\v 6 ພວກເຈົ້າຈົ່ງເອົາເງິນຊື້ອາຫານຈາກພວກເຂົາ, ເພື່ອພວກເຈົ້າຈະໄດ້ກິິນ; ພວກເຈົ້າຈົ່ງເອົາເງິນຊື້ນ້ຳຈາກເຂົາດ້ວຍ, ເພື່ອພວກເຈົ້າຈະໄດ້ດື່ມ.
\v 7 ເພາະພຣະຢາເວໄດ້ຊົງອວຍພອນເຈົ້າໃນການງານເເຫ່ງນ້ຳມືທຸກຢ່າງຂອງພວກເຈົ້າ; ພຣະອົງໄດ້ຊົງຮູ້ເຖິງການຍ່າງຜ່ານຖິ່ນທຸລະກັນດານອັນກວ້າງໃຫຍ່ນີ້. ເພາະໃນເວລາສີ່ສິບປີເຫລົ່ານີ້ ພຣະຢາເວ ພຣະເຈົ້າຂອງເຈົ້າໄດ້ຊົງສະຖິດກັບພວກເຈົ້າ, ເເລະ ພວກເຈົ້າບໍ່ຂາດສິ່ງໃດໆເລີຍ."'
\s5
\v 8 ດັ່ງນັ້ນຈຶ່ງໄດ້ໄປຜ່ານພວກອ້າຍນ້ອງຂອງເຮົາ, ຄືເຊື້ອສາຍຂອງເອຊາວຜູ້ອາໄສໃນເຊຣະ, ອອກໄປຈາກເສັ້ນທາງອາຣາບາ, ເເລະ ຈາກເອຊີໂອນເກເບ. ເເລ້ວພວກເຮົາຈຶ່ງຫັນກັບ ເເລະ ຜ່ານໄປທາງຖິ່ນທຸລະກັນດານຂອງໂມອາບ.
\s5
\v 9 ພຣະຢາເວໄດ້ກ່າວເເກ່ຂ້ານ້ອຍວ່າ, 'ຢ່າລົບກວນໂມອາບ, ເເລະ ຢ່າເຮັດສົງຄາມກັບພວກເຂົາ. ເພາະເຮົາຈະບໍ່ມອບດິນເເດນຂອງເຂົາໃຫ້ເເກ່ພວກເຈົ້າເປັນກຳມະສິດ, ເພາະເຮົາໄດ້ມອບເມືອງໃຫ້ເເກ່ເຊື້ອສາຍຂອງໂລດ, ເປັນກຳມະສິດຂອງພວກເຂົາເເລ້ວ.'
\s5
\v 10 (ເເຕ່ກ່ອນຫນ້ານີ້ເອມິມໄດ້ອາໄສຢູ່ທີ່ນັ້ນ, ເປັນຊົນຊາດໃຫຍ່, ຈຳນວນຫລາຍ, ເເລະ ສູງຄືກັບຄົນອານາກີມ;
\v 11 ເຫລົ່ານີ້ຖືກນັບວ່າເປັນພວກເຣຟາອິມ, ຄືກັບຄົນອານາກີມ; ເເຕ່ຄົນໂມອາບເອີ້ນພວກເຂົາວ່າເອມິມ.
\s5
\v 12 ມື້ກ່ອນພວກໂຮຣີກໍຢູ່ທີ່ເຊຣະດ້ວຍ, ເເຕ່ເຊື້ອສາຍຂອງເອຊາວໄດ້ເອົາຊະນະພວກເຂົາ. ໄດ້ທຳລາຍພວກເຂົາຕໍ່ຫນ້າພວກເຂົາ ເເລະ ໄດ້ມາອາໄສຢູ່ເເທນທີ່ພວກເຂົາ, ຄືກັບອິດສະຣາເອນກໍໄດ້ເຮັດຕໍ່ເເຜ່ນດິນພຣະຢາເວໄດ້ຊົງມອບໃຫ້ພວກເປັນກຳມະສິດນັ້ນ.)
\s5
\v 13 "'ບັດນີ້ຈົ່ງລຸກຂຶ້ນ ເເລະ ຂ້າມແມ່ນໍ້າເຊເຣັດ.' ດັ່ງນັ້ນພວກເຮົາຈຶ່ງຂ້າມແມ່ນໍ້າເຊເຣັດ.
\v 14 ບັດນີ້ນັບຈາກທີ່ພວກເຂົາມາຈາກຄາເດັດບາເນຍ ຈົນວ່າພວກເຮົາໄດ້ຂ້າມແມ່ນໍ້າເຊເຣັດແລ້ວ, ເປັນເວລາທັງຫມົດສາມສິບເເປດປີ. ໃນເວລານັ້ນເອງທີ່ຜູ້ຊາຍທັງຫມົດໃນຄົນລຸ້ນນັ້ນທີ່ຖືກຕຽມໄວ້ເພື່ອສູ້ຮົບໄດ້ຕາຍຈາກທ່າມກາງປະຊາຊົນ, ຕາມທີ່ພຣະຢາເວໄດ້ຊົງສັນຍາເເກ່ພວກເຂົາ.
\v 15 ຫລາຍກວ່ານັ້ນ, ມືຂອງພຣະຢາເວໄດ້ຊົງຕໍ່ສູ້ປະຊາຊົນລຸ້ນນັ້ນເພື່ອທຳລາຍເຂົາຈາກປະຊາຊົນຈົນກວ່າພວກເຂົາຈະຫມົດສິ້ນໄປ.
\s5
\v 16 ສິ່ງນີ້ໄດ້ເກີດຂຶ້ນ, ເມື່ອຜູ້ຊາຍທັງຫມົດໄດ້ກຽມໄວ້ເພື່ອການສູ້ຮົບໄດ້ຕາຍ ເເລະ ຫມົດສິ້ນໄປທ່າມກາງປະຊາຊົນ,
\v 17 ເເລ້ວພຣະຢາເວໄດ້ກ່າວກັບຂ້ານ້ອຍ, ວ່າ,
\v 18 'ມື້ນີ້ພວກເຈົ້າຕ້ອງໄດ້ຍ່າງຜ່ານເມືອງອາຣະ, ເຂດເເດນຂອງຄົນໂມອາບ.
\v 19 ຢ່າກໍ່ກວນ ຫລື ສູ້ຮົບກັບພວກເຂົາ; ເພາະເຮົາຈະບໍ່ມອບບດິນເເດນໃດໆ ຂອງຄົນອຳໂມນໃຫ້ເເກ່ເຈົ້າເປັນກຳມະສິດ; ເນື່ອງຈາກເຮົາໄດ້ມອບດິນເເດນນັ້ນໃຫ້ເເກ່ເຊື້ອສາຍຂອງໂລດເປັນກຳມະສິດເເລ້ວ.'"
\s5
\v 20 (ທີ່ນັ້ນຖືກນັບວ່າເປັນດິນເເດນພວກເອຟຣາອິມ. ດ້ວຍພວກເອຟຣາອິມເຄີຍຢູ່ທີ່ນັ້ນກ່ອນ - ເເຕ່ຄົນອຳໂມນເອີ້ນເຂົາວ່າຊຳຊຸມມິມ -
\v 21 ເປັນຊົນຊາດໃຫຍ່, ຈຳນວນຫລາຍ, ເເລະ ສູງຄືຄົນອານາກີມ. ເເຕ່ພຣະຢາເວໄດ້ຊົງທຳລາຍພວກເຂົາຕໍ່ຫນ້າຕໍ່ຕາຄົນອຳໂມນ, ແລະ ຄົນອຳໂມນໄດ້ເອົາຊະນະພວກເຂົາ ເເລະ ອາໄສຢູ່ທີ່ນັ້ນເເທນພວກເຂົາ.
\v 22 ພຣະຢາເວໄດ້ເຮັດສິ່ງນີ້ເພື່ອປະຊາຊົນຂອງເອຊາວ, ຜູ້ອາໄສຢູ່ໃນເຊຣະ, ເມື່ອ ພຣະອົງໄດ້ທຳລາຍພວກໂຮຣີຕໍ່ຫນ້າຕໍ່ຕາພວກເຂົາ, ເເລະ ໄດ້ເຂົ້າອາໄສເເທນທີ່ພວກເຂົາຈົນເຖິງທຸກວັນນີ້.
\s5
\v 23 ຄືກັນກັບພວກອາວິມທີ່ອາໄສຢູ່ໃນຫມູ່ບ້ານຕ່າງໆ ໄປໄກຮອດກາຊາ, ຄົນເຄັບໂທຣິມ, ຊຶ່ງມາຈາກເກາະເຄັບໂທ, ໄດ້ທຳລາຍພວກເຂົາເເລະ ຕັ້ງຖິ່ນຖານເເທນພວກເຂົາ.)
\s5
\v 24 24 ບັດນີ້ລຸກຂຶ້ນ, ອອກເດີນທາງ ເເລະຂ້າມແມ່ນ້ຳອາກໂນນ; ເບິ່ງສາ, ເຮົາໄດ້ມອບສີໂຫນຊາວອາໂມຣິດ, ຜູ້ເປັນກະສັດເເຫ່ງເຮັດຊະໂບນ, ເເລະ ດິນເເດນຂອງເຂົາເອົາໄວ້ໃນມືຂອງພວກເຈົ້າຈົ່ງເລີ່ມຢຶດຄອງ, ເເລະ ເຮັດສົງຄາມສູ້ຮົບນຳເຂົາ.
\v 25 ມື້ນີ້ເຮົາຈະເລີ່ມໃສ່ຄວາມຢ້ານ ເເລະ ບ້າຄັ້ງຕໍ່ພວກເຈົ້າໃຫ້ກັບປະຊາຊົນທັງຫລາຍລຸ່ມຟ້າ; ພວກເຂົາຈະໄດ້ຍິນຂ່າວກ່ຽວກັບພວກເຈົ້າ ເເລະ ຈະໂຕສັ່ນສະທ້ານເເລະ ເປັນທຸກທໍລະມານເນື່ອງຈາກພວກເຈົ້າ.'
\s5
\v 26 ເຮົາສົ່ງຜູ້ສົ່ງຂ່າວສານຈາກຖິ່ນແຫ້ງແລ້ງກັນດານເກເດໂມດ ໄປຍັງສິໂຫນ, ກະສັດແຫ່ງເຮັດຊະໂບນ, ພ້ອມກັບຖ້ອຍຄຳເເຫ່ງສັນຕິສຸກ, ກ່າວວ່າ, '
\v 27 ຂໍໃຫ້ຕີນຂອງເຮົາຢຽບຜ່ານດິນເເດນຂອງທ່ານ; ຂ້າພະເຈົ້າຈະເດີນໄປຕາມທາງຫລວງນັ້ນ; ຂ້າພະເຈົ້າຈະບໍ່ລ້ຽວໄປທາງຂວາ ຫລືທາງຊ້າຍ.
\s5
\v 28 ທ່ານຈະຂາຍອາຫານໃຫ້ເເກ່ເຮົາ, ເພື່ອເຮົາຈະໄດ້ກິນ; ເເລະ ເພື່ອເອົາເງິນ, ທ່ານຈະຂາຍນ້ຳໃຫ້ເຮົາ, ເພື່ອເຮົາຈະໄດ້ດື່ມ; ຂໍພຽງເເຕ່ວ່າທ່ານໃຫ້ເຮົາຜ່ານຕາມທາງຂອງເຮົາເທົ່ານັ້ນ;
\v 29 ຄືກັບບັນດາເຊື້ອສາຍຂອງເອຊາວ ຜູ້ອາໄສຢູ່ໃນເຊຣະ, ເເລະ ຄືກັບຊາວໂມອາບຜູ້ອາໄສຢູ່ໃນເມືອງເອຣະ, ໄດ້ເຮັດເພື່ອພວກເຮົາ; ຈົນເຮົາໄດ້ຂ້າມເເມ່ນ້ຳຈໍເເດນເຂົ້າໄປໃນດິນເເດນທີ່ພຣະຢາເວພຣະເຈົ້າຂອງເຮົາຊົງປະທານໃຫ້ເເກ່ພວກເຮົາ.'
\s5
\v 30 ເເຕ່ກະສັດສີໂຫນ, ເເຫ່ງເຮັດຊະໂບນບໍ່ຍອມປ່ອຍພວກເຮົາໃຫ້ຜ່ານດິນຂອງເຂົາ; ເພາະພຣະຢາເວພຣະເຈົ້າຂອງພວກທ່ານໄດ້ເຮັດໃຫ້ໃຈຂອງເຂົາເເຂງກະດ້າງ ເເລະ ເຮັດໃຫ້ໃຈຂອງເຂົາດື້ດຶງ, ເພື່ອພຣະອົງຈະປາບເຂົາໃຫ້ຜ່າຍເເພ້ດ້ວຍຣິດອຳນາດຂອງພຣະອົງ, ຊຶ່ງພຣະອົງໄດ້ຊົງເຮັດເເລ້ວໃນວັນນີ້.
\v 31 ພຣະເຈົ້າຢາເວໄດ້ກ່າວເເກ່ຂ້ານ້ອຍວ່າ, 'ເບິ່ງສາ, ເຮົາໄດ້ມອບສີໂຫນ ເເລະດິນເເດນເຮົາໃຫ້ເເກ່ເຈົ້າເເລ້ວ; ຈົ່ງເລີ່ມຕົ້ນຢຶດຄອງເພື່ອວ່າເຈົ້າຈະໄດ້ດິນເເດນຂອງເຂົາເປັນກຳມະສິດ.'
\s5
\v 32 ເເລ້ວສີໂຫນຈຶ່ງໄດ້ອອກມາຕໍ່ຕ້ານພວກເຮົາ, ເຂົາ ເເລະ ປະຊາຊົນຂອງເຂົາທັງຫມົດ, ມາຕໍໍ່ສູ້ຢາຮາດ.
\v 33 ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ມອບເຂົາໃຫ້ພວກເຮົາ ເເລະ ພວກເຮົາໄດ້ປາບເຂົາໃຫ້ຜ່າຍເເພ້ໄປ; ເຮົາຕີເຂົາຈົນຕາຍ, ທັງບັນດາລູກຊາຍ, ເເລະ ປະຊາຊົນຂອງເຂົາທັງຫມົດ.
\s5
\v 34 ເຮົາຢຶດຄອງເມືອງທັງຫມົດຂອງເຂົາໃນເວລານັ້ນ ເເລະ ໄດ້ທຳລາຍທຸກເມືອງຢ່າງໂຫດຮ້າຍ - ບັນດາຊາຍ ແລະ ຍິງ ເເລະເດັກນ້ອຍ; ເຮົາບໍ່ປ່ອຍໃຫ້ໃຜລອດຊີວິດ.
\v 35 ມີພຽງຝູງສັດທີ່ຢຶດມາເປັນຂອງພວກເຮົາ, ພ້ອມກັບຂອງຣິບເມືອງຕ່າງໆ ທີ່ເຮົາໄດ້ຢຶດມາ.
\s5
\v 36 ຈາກອາໂຣເອ, ຊຶ່ງຕັ້ງຢູ່ເທິງແຄມລຸ່ມເເມ່ນ້ຳອາກໂນນ, ເເລະ ຈາກເມືອງທີ່ຢູ່ໃນລຸ່ມເເມ່ນ້ຳນັ້ນໄປຕາມທາງທຸກທາງຈົນຮອດເເມ່ນ້ຳ, ໄປຕາມທາງທຸກທາງຈົນເຖິງກີເລອາດ, ບໍ່ມີເມືອງໃດທີ່ສູງເກີນໄປສຳລັບພວກເຮົາ. ພຣະຢາເວພຣະເຈົ້າຂອງເຮົາໄດ້ປະທານໄຊຊະນະໃຫ້ເເກ່ພວກເຮົາເຫນືອສັດຕູທັງຫມົດທີ່ຢູ່ທາງຫນ້າພວກເຮົາ.
\v 37 ມັນເປັນພຽງແຜ່ນດິນຂອງເຊື້ອສາຍຄົນອຳໂມນທີ່ເຈົ້າບໍ່ໄດ້ເຂົ້າໄປ, ຄືທຸກຝັ່ງຂອງເເມ່ນ້ຳຢັບໂບກ, ແລະ ເມືອງຕ່າງໆ ໃນປະເທດຮ່ອມພູເຂົານັ້ນ - ທີ່ໃດໆກໍຕາມທີ່ພຣະຢາເວ ພຣະເຈົ້າຂອງເຮົາໄດ້ຊົງຫ້າມບໍ່ໃຫ້ພວກເຮົາໄປ.
\s5
\c 3
\cl ບົດທີ 3
\p
\v 1 ເເລ້ວພວກເຮົາຈຶ່ງໄດ້ຫັນກັບ ເເລະ ຂຶ້ນໄປຕາມທາງສູ່ບາຊານ. ກະສັດໂອກ, ເເຫ່ງບາຊານ, ໄດ້ມາ ເເລະໂຈມຕີເຮົາ, ເຂົາ ເເລະ ປະຊາຊົນຂອງເຂົາທັງຫມົດ, ມາຕໍ່ສູ້ທີ່ເອັດເຣອີ.
\v 2 ພຣະຢາເວກ່າວກັບຂ້ານ້ອຍວ່າ, 'ຢ່າຢ້ານເລີຍ; ເພາະເຮົາໄດ້ມອບໄຊຊະນະເຫນືອເຂົາໃຫ້ເຈົ້າທັງຫມົດເເລ້ວ ເເລະ ໄດ້ວາງປະຊາຊົນທັງຫມົດ ເເລະ ດິນເເດນຂອງເຂົາພາຍໃຕ້ການຄວບຄຸມຂອງເຈົ້າ. ພວກເຈົ້າຈະເຮັດກັບເຂົາເຫມືອນກັບທີ່ເຮັດຕໍ່ສີໂຫນ, ກະສັດຊາວອາໂມຣິດ, ຜູ້ອາໄສຢູ່ເຮັດຊະໂບນ.'
\s5
\v 3 ດັ່ງນັ້ນພຣະຢາເວພຣະເຈົ້າຂອງເຮົາຈຶ່ງໄດ້ຊົງປະທານໄຊຊະນະເຫນືອກະສັດໂອກເເຫ່ງບາຊານໃຫ້ເເກ່ພວກເຮົາ, ເເລະ ປະຊາຊົນທັງຫມົດຂອງເຂົາຖືກວາງໄວ້ພາຍໃຕ້ການຄວບຄຸມຂອງພວກເຮົາ. ພວກເຮົາຕໍ່ສູ້ພວກເຂົາຈົນບໍ່ມີເເມ່ນເເຕ່ຄົນດຽວໃນທ່າມກາງປະຊາຊົນຂອງເຂົາທີ່ຫລົງເຫລືອຢູ່.
\v 4 ພວກເຮົາໄດ້ຢຶດຄອງເມືອງທັງຫມົດຂອງເຂົາໃນເວລານັ້ນ; ບໍ່ມີເເມ່ນເເຕ່ເມືອງດຽວທີ່ເຮົາບໍໄດ້ຢຶດຄອງມາຈາກພວກເຂົາ: ຈຳນວນເມືອງຫົກສິບເມືອງ - ຄືທຸກພາກຂອງອັກໂກບ, ອານາຈັກຂອງໂອກໃນບາຊານ.
\s5
\v 5 ເຫລົ່ານີ້ຄືເມືອງປ້ອມທັງຫມົດທີ່ມີກຳເເພງສູງ, ປະຕູໃຫຍ່, ເເລະ ບານປະຕູ; ນອກຈາກນີ້ເເມ່ນຫມູ່ບ້ານຈຳນວນຫລາຍທີ່ບໍ່ມີກຳເເພງ.
\v 6 ພວກເຮົາໄດ້ທຳລາຍພວກເຂົາຈົນຫມົດສິ້ນ, ຄືກັບພວກເຂົາໄດ້ເຮັດຕໍ່ກະສັດສີໂຫນເເຫ່ງເຮັດຊະໂບນ, ທຳລາຍເມືອງທຸກເມືອງຢ່າງຮາບຄາບ - ທັງບັນດາຊາຍ ເເລະ ຍິງ ລວມທັງເດັກນ້ອຍໆ.
\v 7 ເເຕ່ຝູງສັດທັງຫມົດ ເເລະ ເມືອງຕ່າງໆ, ພວກເຮົາໄດ້ຢຶດເປັນຂອງພວກເຮົາ.
\s5
\v 8 ໃນເວລານັ້ນພວກເຮົາໄດ້ຢຶດຄອງດິນເເດນຈາກມືຂອງກະສັດທັງສອງຂອງຄົນອາໂມຣິດ, ຜູ້ອາໄສຢູ່ອີກຟາກຫນຶ່ງເເມ່ນ້ຳຈໍເເດນ, ຈາກເເມ່ນ້ຳອາກໂນນໄປຈົນເຖິງພູເຂົາເຮີໂມນ
\v 9 (ພູເຂົາເຮີໂມນນັ້ນ ຊາວຊີໂດນເອີ້ນວ່າ ສີຣິໂອນ, ເເລະຊາວອາໂມຣິດເອີ້ນວ່າເສນີ)
\v 10 ເເລະ ເມືອງຕ່າງໆເປັນພູພຽງ, ກີເລອາດທັງຫມົດ, ເເລະ ບາຊານທັງຫມົດ, ຕະຫລອດທຸກເສັ້ນທາງທີ່ໄປຮອດເມືອງສາເລກາ ເເລະ ເມືອງເອັດເຣອີ, ເມືອງຕ່າງໆ ຂອງອານາຈັກຂອງໂອກໃນບາຊານ."
\s5
\v 11 (ສຳລັບສ່ວນທີ່ເຫລືອຂອງພວກເອຟຣາອິມ, ມີພຽງກະສັດໂອກເເຫ່ງບາຊານເທົ່ານັ້ນທີ່ີເຫລືອລອດຢູ່. ເບິ່ງສາ! ບ່ອນນອນຂອງເຂົາເປັນຕຽງເຫລັກ. ມັນບໍ່ໄດ້ຢູ່ໃນຣັບບາ, ບ່ອນທີ່ຂອງຊາວອຳໂມນອາໄສຢູ່ບໍ? ຕຽງນີ້ແມ່ນຍາວເກົ້າສອກ ແລະ ກວ້າງສີ່ສອກ, ນີ້ຄືວິທີວັດຂະຫນາດຂອງປະຊາຊົນ.)
\s5
\v 12 "ດິນເເດນນີ້ພວກເຮົາໄດ້ຢຶດມາເປັນກຳມະສິດໃນເວລານັ້ນ - ຈາກອາໂຣເອ, ຄືດິນເເດນທີ່ຢູ່ໃກ້ລຸ່ມເເມ່ນ້ຳອາກໂນນ, ເເລະ ເຄິ່ງຫນຶ່ງຂອງປະເທດຮ່ອມພູໃນກີເລອາດ, ເເລະ ໃນເມືອງຕ່າງໆ - ດິນເເດນເມືອງຕ່າງໆນັ້ນເຮົາໄດ້ມອບໃຫ້ເຜົ່າຣູເບັນ ເເລະເຜົ່າກາດ.
\v 13 ສ່ວນທີ່ເຫລືອຂອງກີເລອາດ ເເລະ ບາຊານທັງຫມົດ, ຄືອານາຈັກຂອງໂອກ, ເຮົາໄດ້ມອບໃຫ້ເຜົ່າມານາເຊເຄິ່ງຫນຶ່ງຄືເເຄ້ນທັງຫມົດຂອງອາໂກບ, ເເລະ ບາຊານທັງຫມົດ. (ອານາເຂດດຽວກັນນີ້ໄດ້ຖືກເອີ້ນວ່າເປັນດິນເເດນຂອງພວກເອຟຣາອິມ.
\s5
\v 14 ຢາອີ, ຜູ້ເປັນຄົນໃນເຜົ່າມານາເຊ, ໄດ້ຮັບເອົາເເຄວ້ນຫນຶ່ງຂອງອັກໂກບ ໄປຈົນເຖິງເຂດເເດນຂອງຊາວເກຊູ ເເລະ ຊາວມາອາກາ. ເຂົາເອີ້ນຊື່ເເຄວ້ນທັງຫມົດ, ເເມ່ນເເຕ່ບາຊານຕາມຊື່ຂອງເຂົາເອງເເມ່ນ ຮາບວົດ ຢາອີ, ມາຈົນເຖິງວັນນີ້.)
\s5
\v 15 ຂ້ານ້ອຍໄດ້ມອບກີເລອາດໃຫ້ເເກ່ມາກີ.
\v 16 ສຳລັບເຜົ່າຣູເບັນ ເເລະເຜົ່າກາດຂ້ານ້ອຍໄດ້ມອບອານາເຂດຈາກກີເລອາດໄປຈົນຮອດລຸ່ມເເມ່ນ້ຳອາກໂນນ - ຄືນັບຈາກຕອນກາງຂອງເເມ່ນ້ຳເປັນເຂດເເດນຂອງອານາເຂດ - ເເລະໄປຈົນເຖິງເເມ່ນ້ຳຢັບໂບກ, ເຊິ່ງເປັນເຂດເເດນຂອງເຊື້ອສາຍອຳໂມນ.
\s5
\v 17 ເຂດເເດນທີ່ອີກສ່ວນຫນຶ່ງຂອງເເມ່ນ້ຳຈໍເເດນເຊັ່ນກັນ, ຈາກດິນເນເລດໄປເຖິງທະເລເເຫ່ງອາຣັບບາ (ນັ້ນແມ່ນ, ທະເລເກືອ) ໄປຈົນເຖິງທາງລາກຂອງພູເຂົາປິສະກາໃນທິດຕາເວັນອອກ.
\s5
\v 18 ຂ້າພະເຈົ້າໄດ້ບັນຊາພວກທ່ານໃນເວລານັ້ນ, ກ່າວວ່າ, 'ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ມອບດິນເເດນນີ້ໃຫ້ເເກ່ພວກທ່ານເປັນກຳມະສິດ; ພວກທ່ານ, ຄຶບັນດາຊາຍທີ່ເປັນນັກຮົບທັງຫມົດ, ຈະຂ້າມໄປກ່ອນພີ່ນ້ອງຂອງພວກທ່ານ, ຄືປະຊາຊົນອິດສະຣາເອນ.
\s5
\v 19 ເເຕ່ເມຍຂອງພວກທ່ານ, ລູກໆ ເເລະ ຝູງສັດຂອງພວກທ່ານ (ຂ້ານ້ອຍຮູ້ວ່າພວກທ່ານມີຝູງສັດຈຳນວນຫລາຍ), ຈະຍັງຄົງຢູ່ໃນເມືອງຕ່າງໆ ຂອງພວກທ່ານທີ່ເຮົາໄດ້ມອບໃຫ້ເເກ່ພວກທ່ານນັ້ນ,
\v 20 ຈົນກວ່າພຣະຢາເວຈະປະທານການພັກສະຫງົບໃຫ້ເເກ່ພີ່ນ້ອງຂອງພວກທ່ານ, ຄືກັບພຣະອົງໄດ້ປະທານໃຫ້ເເກ່ພວກທ່ານ, ຈົນກວ່າເຂົາໄດ້ຢຶດຄອງດິນເເດນຂອງພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງມອບໃຫ້ເເກ່ພວກເຂົາຄືດິນເເດນອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນນັ້ນ; ຈາກນັ້ນພວກທ່ານຄືພວກຜູ້ຊາຍທຸກຄົນ, ຈະກັບມາຍັງດິນເເດນທີ່ເຮົາໄດ້ມອບໃຫ້ເເກ່ພວກທ່ານເເລ້ວນັ້ນ.'
\s5
\v 21 ເຮົາໄດ້ບັນຊາໂຢຊວຍໃນເວລານັ້ນ, ໂດຍກ່າວວ່າ, 'ສາຍຕາຂອງທ່ານໄດ້ເຫັນທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງທ່ານໄດ້ຊົງເຮັດກະສັດທັງສອງເຫລົ່ານີ້; ພຣະຢາເວໄດ້ຊົງເຮັດຢ່າງດຽວກັນຕໍ່ທຸກອານາຈັກທີ່ທ່ານເຂົ້າໄປ.
\v 22 ທ່ານຈະບໍ່ຢ້ານພວກເຂົາ, ເພາະພຣະຢາເວພຣະເຈົ້າຂອງທ່ານຊົງເປັນຜູ້ດຽວທີ່ຈະຕໍ່ສູ້ເພື່ອພວກທ່ານ.'
\s5
\v 23 ຂ້ານ້ອຍທູນວ່າຂໍພຣະຢາເວໃນເວລານັ້ນ, ໂດຍກ່າວວ່າ,
\v 24 'ໂອ້ພຣະຢາເວ, ພຣະອົງໄດ້ຊົງເລີ່ມຕົ້ນສຳເເດງເເກ່ຜູ້ຮັບໃຊ້ຂອງພຣະອົງເຖິງຄວາມຍິ່ງໃຫຍ່ ເເລະ ເຖິງມືອັນເຂັ້ມເເຂງຂອງພຣະອົງ; ຈະມີພະໃດໃນຟ້າສະຫວັນ ຫລື ໂລກນີ້ທີ່ສາມາດເຮັດພາລະກິດຢ່າງດຽວກັນກັບພຣະອົງໄດ້ເຮັດນໍ, ເເລະ ສາມາດເຮັດພາລະກິດອັນຊົງຣິດໄດ້ຄືພຣະອົງ?
\v 25 ຂ້ານ້ອຍຂໍວິງວອນພຣະອົງ, ຂໍໃຫ້ຂ້ານ້ອຍຂ້າມໄປ ເເລະ ເບິ່ງເຫັນດິນເເດນອັນປະເສີດທີ່ອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນ, ເຫັນປະເທດຮ່ອມພູເຂົາທີ່ດີ, ເເລະເຫັນເລບານອນດ້ວຍເຖີດ.'
\s5
\v 26 ເເຕ່ພຣະຢາເວຊົງຄຽດຮ້າຍຂ້ານ້ອຍເຫດເພາະພວກທ່ານ; ພຣະອົງບໍ່ໄດ້ຟັງສຽງຂ້ານ້ອຍ. ພຣະຢາເວໄດ້ກ່າວເເກ່ຂ້ານ້ອຍວ່າ, 'ໃຫ້ເລື່ອງນີ້ພໍເເລ້ວສຳລັບເຈົ້າ - ຢ່າເວົ້າເລື່ອງນີ້ກັບເຮົາອີກຕໍ່ໄປ:
\v 27 ຈົ່ງຂຶ້ນໄປຍອດພູເຂົາປີສະກາ ເເລະເປີດຕາຂອງເຈົ້າເບິ່ງໄປຕາມທິດຕາເວັນຕົກ, ເເລະທິດຕາເວັນອອກ; ຈົ່ງເບິ່ງດ້ວຍສາຍຕາຂອງເຈົ້າ, ເພາະເຈົ້າຈະບໍ່ໄດ້ຂ້າມເເມ່ນ້ຳຈໍເເດນ.
\s5
\v 28 ເເຕ່ວ່າ, ຈົ່ງສັ່ງສອນໂຢຊວຍ ເເລະ ຫນູນໃຈ ເເລະເສີມກຳລັງເຂົາ, ເພາະເຂົາຈະຂ້າມນຳຫນ້າໄປກ່ອນປະຊາຊົນນີ້, ເເລະ ເຂົາຈະເຮັດໃຫ້ປະຊາຊົນໄດ້ຮັບດິນເເດນທີ່ເຈົ້າຈະເບິ່ງເຫັນເປັນມໍລະດົກ.'
\v 29 ດັ່ງນັ້ນພວກເຮົາຈຶ່ງຍັງຄົງຢູ່ໃນຮ່ອມພູເຂົາຝັ່ງກົງກັນຂ້າມກັບເບັດເປອໍ.
\s5
\c 4
\cl ບົດທີ 4
\p
\v 1 ບັດນີ້, ອິດສະຣາເອນເອີຍ, ຈົ່ງຟັງກົດຫມາຍ ເເລະ ຂໍ້ບັງຄັບທີ່ຂ້ານ້ອຍຈະສອນພວກທ່ານ, ເພື່ອການປະຕິບັດນັ້ນ; ດັ່ງນັ້ນທ່ານອາດຈະມີຊີວິດ ເເລະ ເຂົ້າໄປຢຶດຄອງດິນເເດນທີ່ພຣະຢາເວ, ພຣະເຈົ້າຂອງບັນພະບູລຸດຂອງພວກທ່ານ, ຈະຊົງມອບໃຫ້ພວກທ່ານ.
\v 2 ພວກທ່ານຈະບໍ່ເພີ່ມເຂົ້າໄປໃນຖ້ອຍຄຳໃດໆທີ່ຂ້ານ້ອຍໄດ້ບັນຊາເເກ່ພວກທ່ານ, ເເລະ ຈະບໍ່ເຮັດໃຫ້ຫນ້ອຍລົງ, ເພື່ອວ່າພວກທ່ານຈະຮັກສາຄຳບັນຍັດຕ່າງໆ ຂອງພຣະຢາເວພຣະເຈົ້າຂອງພວກທ່ານ ທີ່ຂ້ານ້ອຍໄດ້ສັ່ງພວກທ່ານນັ້ນ.
\s5
\v 3 ດວງຕາຂອງພວກທ່ານໄດ້ເຫັນສິ່ງທີ່ພຣະຢາເວໄດ້ຊົງເຮັດ ເນື່ອງຈາກພູເປອໍ; ພຣະເຈົ້າຢາເວພຣະເຈົ້າຂອງພວກເຈົ້າໄດ້ທຳລາຍທຸກຄົນທີ່ຂາບໄຫວ້ພະບາອານໃນທີ່ນັ້ນ.
\v 4 ເເຕ່ພວກທ່ານ ຜູ້ທີ່ຢຶດຫມັ້ນໃນພຣະຢາເວພຣະເຈົ້າຂອງພວກທ່ານກໍມີຊີວິດເຖິງທຸກວັນນີ້.
\s5
\v 5 ເບິ່ງສາ, ຂ້ານ້ອຍໄດ້ສອນກົດຫມາຍ ແລະ ກົດບັນຍັດທຸກຂໍ້ເເກ່ພວກທ່ານ, ຕາມທີ່ພຣະຢາເວພຣະເຈົ້າຂອງຂ້ານ້ອຍໄດ້ສັ່ງສອນເເກ່ຂ້ານ້ອຍ, ເພື່ອພວກທ່ານບໍ່ຄວນຈະໄດ້ເຮັດຕາມໃນທ່າມກາງດິນເເດນທີ່ພວກທ່ານກຳລັງເຂົ້າໄປຢຶດຄອງຢູ່ນັ້ນ.
\v 6 ດັ່ງນັ້ນຈົ່ງຖືຮັກສາ ແລະ ເຮັດຕາມ; ເເລະ ເພາະນີ້ເເມ່ນສະຕິປັນຍາ ເເລະຄວາມເຂົ້າໃຈຂອງພວກທ່ານໃນສາຍຕາຂອງປະຊາຊົນຕ່າງໆ ຜູ້ທີ່ຈະໄດ້ຍິນກ່ຽວກັບກົດຫມາຍເຫລົ່ານີ້ໂດຍເວົ້າວ່າ, 'ນີ້ເເມ່ນຊົນຊາດອັນຍິ່ງໃຫຍ່ເເມ່ນປະຊາຊົນທີ່ມີສະຕິປັນຍາ ເເລະຄວາມເຂົ້າໃຈ.'
\s5
\v 7 ເພາະມີຊົນຊາດໃຫຍ່ອື່ນໃດທີ່ມີພຣະເຈົ້າອົງຫນຶ່ງທີ່ຢູ່ໃກ້ພວກເຂົາ, ຄືກັບພຣະຢາເວພຣະເຈົ້າຂອງພວກເຮົາ ທີ່ພວກເຮົາຮ້ອງທູນຕໍ່ພຣະອົງໄດ້ທຸກເວລາບໍ?
\v 8 ມີຊົນຊາດໃຫຍ່ອື່ນໃດທີ່ມີກົດຫມາຍ ເເລະ ຂໍ້ບັນຍັດທີ່ຊອບທຳຄືກັບກົດຫມາຍເຫລົ່ານີ້ທີ່ຂ້ານ້ອຍໄດ້ຕັ້ງໃຈໄວ້ຕໍ່ຫນ້າພວກທ່ານໃນມື້ນີ້ຢ່າງນັ້ນບໍ?
\s5
\v 9 ພຽງເເຕ່ເອົາໃຈໃສ່ ເເລະ ປົກປ້ອງຕົວຂອງທ່ານເອົາໄວ້ໃຫ້ດີ, ເພື່ອວ່າພວກທ່ານຈະບໍ່ລືມສິ່ງຕ່າງໆທີ່ດວງຕາຂອງພວກທ່ານໄດ້ເຫັນ, ເເລ້ວເພື່ອວ່າສິ່ງເຫລົ່ານີ້ຈະບໍ່ອອກໄປຈາກຫົວໃຈຂອງພວກທ່ານໃນທຸກວັນຂອງຊີວິດທ່ານ. ເເຕ່ຈົ່ງເຮັດໃຫ້ບັນດາລູກຫລານຂອງພວກທ່ານໄດ້ຮູ້ເຖິງສິ່ງເຫລົ່ານີ້ເຖີດ.
\v 10 ໃນວັນນີ້ທີ່ພວກທ່ານໄດ້ຢືນຕໍ່ຫນ້າພຣະຢາເວພຣະເຈົ້າຂອງພວກທ່ານທີ່ໂຮເຣັບ, ເມື່ອພຣະຢາເວໄດ້ກ່າວວ່າ, 'ຈົ່ງເອີ້ນປະຊາຊົນມາຊຸມນຸມຕໍ່ຫນ້າເຮົາ, ເເລະ ເຮົາຈະເຮັດໃຫ້ເຂົາໄດ້ຍິນບັນດາຖ້ອຍຄຳຂອງເຮົາ, ເພື່ອພວກເຂົາຈະໄດ້ຮຽນຮູ້ທີ່ຈະຢຳເກງເຮົາໃນທຸກວັນນີ້ທີ່ພວກເຂົາມີຊີວິດຢູ່ເທິງແຜ່ນດິນໂລກນີ້, ເເລະ ທີ່ີພວກເຮົາຈະສອນໃຫ້ເເກ່ບັັນດາລູກຫລານຂອງພວກເຂົາ.'
\s5
\v 11 ພວກທ່ານໄດ້ເຂົ້າມາໃກ້ ເເລະຢືນຢູ່ທີ່ພູເຂົານັ້ນ. ພູເຂົາດັ່ງກ່າວມີໄຟລຸກລາມຂຶ້ນໄປເທິງໃຈກາງຂອງທ້ອງຟ້າສະຫວັນ, ມີຄວາມມືດຄຶ້ມ, ມີເມກ, ເເລະ ຄວາມມືດຫນາເເຫນ້ນ.
\v 12 ພຣະຢາເວໄດ້ກ່າວກັບພວກທ່ານອອກມາຈາກກາງໄຟນັ້ນ; ພວກທ່ານໄດ້ຍິນສຽງພ້ອມກັບບັນດາຖ້ອຍຄຳ, ເເຕ່ພວກທ່ານບໍ່ໄດ້ເຫັນຮູບສັນນິຖານ ພວກທ່ານພຽງໄດ້ຍິນສຽງເທົ່ານັ້ນ.
\s5
\v 13 ພຣະອົງໄດ້ຊົງປະກາດຕໍ່ພວກທ່ານເຖິງພັນທະສັນຍາທີ່ພຣະອົງໄດ້ຊົງສັ່ງໃຫ້ປະຕິບັດຄື, ບັນຍັດສິບປະການ. ພຣະອົງຊົງຂຽນບັນຍັດນັ້ນເທິງແຜ່ນຫີນສອງເເຜ່ນ.
\v 14 ພຣະຢາເວໄດ້ຊົງສັ່ງຂ້ານ້ອຍໃນເວລານັ້ນ, ເພື່ອສອນກົດບັນຍັດໃຫ້ເເກ່ພວກທ່ານ, ເພື່ອທ່ານໄດ້ເຮັດຕາມໃນດິນເເດນທີ່ພວກທ່ານກຳລັງຂ້າມໄປເພື່ອຢຶດຄອງນັ້ນ.
\s5
\v 15 ພວກທ່ານຢ່າເຮັດຕົວເອງໃຫ້ເຊື່ອມເສຍ - ເພາະວ່າທ່ານບໍ່ໄດ້ເຫັນຮູບແບບໃດໃນມື້ທີ່ ພຣະຢາເວໄດ້ກ່າວກັບທ່ານທີ່ເຮໂຣ ອອກຈາກກາງໄຟ -
\v 16 ຈົ່ງໃຫ້ແນ່ໃຈວ່າພວກເຈົ້າບໍ່ເຮັດບາບ ແລະ ສ້າງຮູບເຄົາຣົບໃດໆ ສຳລັບພວກເຈົ້າເອງ, ບໍ່ວ່າຈະເປັນຮູບພະຜູ້ຊາຍ ຫລື ຍິງ,
\v 17 ຫລື ຮູບເຫມືອນສັດຊະນິດໃດໆ ທີ່ຢູ່ເທິງເເຜ່ນດິນໂລກ, ຫລື ຮູບຄືນົກມີປີກບິນໃນທ້ອງຟ້າ,
\v 18 ຫລືຮູບຄືສິ່ງໃດໆທີ່ເລືອຄານເທິງດິນ, ຫລືຮູບຄືປາໃດໆທີ່ຢູ່ໃນນຳ້ໃຕ້ພື້ນດິນ.
\s5
\v 19 ພວກທ່ານຢ່າເປີດຕາພວກທ່ານເບິ່ງຂຶ້ນໄປເທິງຟ້າສະຫວັນ ເເລະ ເບິ່ງທີ່ດວງຕາເວັນ, ດວງເດືອນ, ຫລື ດວງດາວຕ່າງໆ - ຄືບໍລິເວນທັງຫມົດຂອງຟ້າສະຫວັນ - ເເລະ ຖືກພາໃຫ້ນະມັດສະການສິ່ງເຫລົ່ານັ້ນ ເເລະ ບູຊາສິ່ງເຫລົ່ານັ້ນຄືສິ່ງຕ່າງໆເຫລົ່ານັ້ນທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ປະທານໃຫ້ປະຊາຊົນທຸກຄົນພາຍໃຕ້ທ້ອງຟ້າທັງຫມົດ.
\v 20 ເເຕ່ພຣະຢາເວໄດ້ເອົາທ່ານ ເເລະ ນຳທ່ານອອກມາຈາກເຕົົາເຫລັກ, ຄືອອກຈາກເອຢິບ, ເພື່ອເປັນປະຊາຊົນທີ່ເປັນມໍລະດົກຂອງພຣະອົງເອງ, ຢ່າງທີ່ພວກທ່ານເປັນຄືທຸກມື້ນີ້.
\s5
\v 21 ພຣະຢາເວຊົງໂກດຮ້າຍຂ້ານ້ອຍເຫດເພາະພວກທ່ານ; ພຣະອົງຊົງສັນຍາວ່າຂ້ານ້ອຍຈະບໍ່ຄວນຂ້າມເເມ່ນ້ຳຈໍເເດນ, ເເລະ ທີ່ຂ້ານ້ອຍບໍ່ສົມຄວນທີ່ຈະເຂົ້າໄປໃນດິນເເດນອັນປະເສີດ, ຄືດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະມອບໃຫ້ເເກ່ພວກທ່ານເປັນກຳມະສິດນັ້ນ.
\v 22 ເເຕ່ຂ້ານ້ອຍຕ້ອງຕາຍໃນດິນເເດນນີ້; ຂ້ານ້ອຍຕ້ອງບໍ່ຂ້າມເເມ່ນ້ຳຈໍເເດນ; ເເຕ່ພວກທ່ານຈະຂ້າມໄປ ແລະ ຄອບຄອງດິນເເດນອັນປະເສີດນັ້ນ.
\s5
\v 23 ຈົ່ງລະວັງຕົວຂອງພວກທ່ານໃຫ້ດີ, ເພື່ອພວກທ່ານຈະບໍ່ໄດ້ຫລົງລືມພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ທີ່ພຣະອົງຊົງເຮັດກັບພວກທ່ານ, ເເລະ ສ້າງຮູບເເກະສະຫລັກທີ່ເປັນຮູບຊົງໃດໆ ເພື່ອຕົວຂອງພວກທ່ານເອງທີ່ພຣະຢາເວຂອງພວກທ່ານໄດ້ຊົງຫ້າມບໍ່ໃຫ້ພວກທ່ານເຮັດນັ້ນ.
\v 24 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງເປັນໄຟທີ່ເຜົາຜານ, ເເລະເປັນພຣະເຈົ້າຜູ້ຊົງຫວງເເຫນ.
\s5
\v 25 ເມື່ອພວກທ່ານໃຫ້ກຳເນີດບັນດາລູກເເລະ ຫລານທັງຫລາຍ, ເມື່ອພວກທ່ານຈະອາໄສຢູ່ໃນດິນເເດນນັ້ນເປັນເວລາດົນ, ເເລະ ຖ້າພວກທ່ານຈະເຮັດຕົວໃຫ້ເຊື່ອມເສຍ ເເລະ ສ້າງຮູບເເກະສະຫລັກເປັນຮູບຊົງຂອງສິ່ງໃດໆ, ເເລະ ເຮັດສິ່ງຊົ່ວຮ້າຍໃນສາຍຕາພຣະຢາເວພຣະເຈົ້າຂອງພວກທ່ານ, ຊຶ່ງເປັນການຍົວະໃຫ້ພຣະອົງຊົງໂກດຮ້າຍ -
\v 26 ຂ້ານ້ອຍຮ້ອງເຖິງຟ້າສະຫວັນ ເເລະແຜ່ນດິນໂລກໃຫ້ເປັນພະຍານຕໍ່ຕ້ານພວກທ່ານໃນວັນນີ້ ທີ່ບໍ່ຊ້ານານພວກທ່ານຈະພິນາດຢ່າງສິ້ນເຊີງຈາກເເຜ່ນດິນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໄປຄອບຄອງນັ້ນ; ພວກທ່ານຈະບໍ່ໄດ້ຢື້ເວລາຂອງພວກທ່ານໃຫ້ຍາວນານເເຕ່ພວກທ່ານຈະຖືກທຳລາຍຢ່າງຫມົດສິ້ນ.
\s5
\v 27 ພຣະຢາເວຈະເຮັດໃຫ້ພວກທ່ານກະຈັດກະຈາຍໄປທ່າມກາງປະຊາຊົນທັງຫລາຍ, ເເລະ ພວກທ່ານຈະເຫລືອພຽງຈຳນວນນ້ອຍໃນທ່າມກາງບັນດາປະຊາຊາດ, ທີ່ພຣະຢາເວຊົງນຳທ່ານໃຫ້ຈາກໄປນັ້ນ.
\v 28 ທີ່ນັ້ນພວກທ່ານຈະປະຕິບັດຮັບໃຊ້ບັນດາພະອື່ນ, ການງານເເຫ່ງນ້ຳມືຂອງມະນຸດ, ຄືໄມ້ ເເລະຫີນ, ທີ່ເບິ່ງບໍ່ເຫັນ ບໍ່ໄດ້ຍິນດ້ວຍຫູ, ກິນບໍ່ໄດ້, ຫລືດົມກິ່ນບໍ່ໄດ້.
\s5
\v 29 ເເຕ່ຈາກທີ່ນັ້ນພວກທ່ານຈະສະເເຫວງຫາພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະ ພວກທ່ານຈະພົບພຣະອົງ, ເມື່ຶອພວກທ່ານສະເເຫວງຫາພຣະອົງດ້ວຍສຸດຈິດດ້ວຍສຸດໃຈຂອງພວກທ່ານ.
\s5
\v 30 ເມື່ອພວກທ່ານຢູ່ໃນຄວາມໂສກເສົ້າ, ເເລະ ເມື່ອສິ່ງຕ່າງໆເຫລົ່ານີ້ທັງຫມົດມາເຫນືອພວກທ່ານ, ໃນວັນເຫລົ່ານັ້ນຕໍ່ມາພວກທ່ານຈະຫັນກັບຫາພຣະຢາເວ ພຣະເຈົ້າຂອງພວກທ່ານ ເເລະ ຟັງສຽງຂອງພຣະອົງ.
\v 31 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງເປັນພຣະເຈົ້າຜູ້ຊົງເມດຕາ; ພຣະອົງຈະບໍ່ເຮັດໃຫ້ພວກທ່ານຜິດຫວັງຫລື ທຳລາຍພວກທ່ານ, ຫລືຊົງລືມພັນທະສັນຍາຂອງບັນດາບັນພະບູລຸດຂອງພວກທ່ານທີ່ພຣະອົງໄດ້ຊົງສັນຍາເອົາໄວ້ກັບພວກເຂົາ.
\s5
\v 32 ບາດນີ້ຈົ່ງຖາມເຖິງວັນເຫລົ່ານັ້ນໃນອາດີດ, ຄືວັນທີ່ຢູ່ກ່ອນພວກທ່ານ: ນັບຈາກວັນນັ້ນທີ່ພຣະເຈົ້າໄດ້ຊົງສ້າງມະນຸດເທິງເເຜ່ນດິນໂລກນີ້, ເເລະ ຈາກຟາກຟ້າຫນຶ່ງໄປຈົນເຖິງອີກຟາກຟ້າຫນຶ່ງ, ຈົ່ງຖາມວ່າເຄີຍມີສິ່ງໃດຄືກັບສິ່ງທີ່ຍິ່ງໃຫຍ່ນີ້, ຫລື ມີສິ່ງໃດທີ່ເຄີຍໄດ້ຍິນມາດັ່ງນີ້?
\v 33 ເຄີຍມີຄົນໄດ້ຍິນສຽງຂອງພຣະເຈົ້າທີ່ກ່າວອອກມາຈາກກາງໄຟຢ່າງທີ່ທ່ານໄດ້ຍິນ, ເເລະ ຍັງມີຊີວິດຢູ່ເເບບນີ້ບໍ?
\s5
\v 34 ຫລື ພຣະເຈົ້າເຄີຍທີ່ໄດ້ພະຍາຍາມໄປ ເເລະ ນຳຊົນຊາດຫນຶ່ງມາເພື່ອພຣະອົງເອງຈາກທ່າມກາງຊົນຊາດຫນຶ່ງ, ດ້ວຍການລອງໃຈ, ດ້ວຍຫມາຍສຳຄັນ, ແລະ ດ້ວຍການອັດສະຈັນ, ດ້ວຍສົງຄາມ, ດ້ວຍມືອັນຊົງຣິດ, ເເລະ ດ້ວຍແຂນອັນຣິດເດດຂອງພຣະອົງທີ່ຢຽດອອກ, ແລະ ດ້ວຍຄວາມຢ້ານກົວອັນຍິ່ງໃຫຍ່, ຄືກັບທຸກສິ່ງທຸກຢ່າງທີ່ພຣະເຈົ້າຢາເວພຣະເຈົ້າຂອງທ່ານໄດ້ເຮັດເພື່ອທ່ານໃນປະເທດເອຢິບກ່ອນສາຍຕາຂອງທ່ານ?
\s5
\v 35 ສິ່ງຕ່າງໆເຫລົ່ານີ້ຊົງສຳເເດງເເກ່ພວກທ່ານ, ເພື່ອພວກທ່ານຈະຮູ້ວ່າ ພຣະຢາເວຊົງເປັນພຣະເຈົ້າ, ເເລະ ນອກຈາກພຣະອົງເເລ້ວບໍ່ມີພະອື່ນໃດເລີຍ
\v 36 ຈາກທ້ອງຟ້າ ພຣະອົງໄດ້ເຮັດໃຫ້ທ່ານໄດ້ຍິນສຽງຂອງພຣະອົງ, ເພື່ອພຣະອົງຈະຊົງສັ່ງສອນພວກທ່ານ; ເທິງແຜ່ນດິນໂລກພຣະອົງໄດ້ເຮັດໃຫ້ພວກທ່ານເຫັນໄຟອັນໃຫຍ່; ພວກທ່ານໄດ້ຍິນສຽງຂອງພຣະອົງອອກມາຈາກກອງໄຟອັນໃຫຍ່ນັ້ນ.
\s5
\v 37 ເພາະພຣະອົງໄດ້ຊົງຮັກສາບັນດາບັນພະບູລຸດຂອງພວກທ່ານ, ພຣະອົງຊົງເລືອກເຊື້ອສາຍທີ່ຕາມມາຂອງພວກເຂົາ, ເເລະໄດ້ນຳພວກທ່ານອອກມາຈາກເອຢິບພ້ອມກັບການຊົງສະຖິດຂອງພຣະອົງ, ພ້ອມກັບຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ;
\v 38 ເພື່ອຂັບໄລ່ຊົນຊາດທັງຫລາຍທີ່ຍິ່ງໃຫຍ່ກວ່າ ເເລະ ເຂັ້ມເເຂງກວ່າອອກໄປຕໍ່ຫນ້າຕໍ່ຕາຂອງພວກທ່ານ, ເພື່ອນຳພວກທ່ານເຂົ້າມາ, ເພື່ອມອບດິນເເດນຂອງພວກທ່ານໃຫ້ເປັນກຳມະສິດດັ່ງໃນທຸກວັນນີ້.
\s5
\v 39 ດັ່ງນັ້ນໃນວັນນີ້ຈົ່ງຮູ້ເຖີດ, ເເລະ ວາງສິ່ງນີ້ເອົາໄວ້ໃຫ້ຫົວໃຈຂອງພວກທ່ານ, ວ່າພຣະຢາເວຊົງເປັນພຣະເຈົ້າໃນຟ້າສະຫວັນເບື້ອງເທິງ ເເລະເທິງເເຜ່ນດິນໂລກ; ເບື້ອງລຸ່ມບໍ່ມີຜູ້ໃດອີກເເລ້ວ.
\v 40 ພວກທ່ານຈະຮັກສາບັນດາກົດຫມາຍຂອງພຣະອົງ ເເລະ ພຣະບັນຍັດທັງຫລາຍຂອງພຣະອົງທີ່ຂ້ານ້ອຍຊົງສັ່ງພວກທ່ານໃນວັນນີ້, ເພື່ອພວກທ່ານຈະໄປໄດ້ດີ ເເລະພ້ອມທັງບັນດາລູກຫລານທີ່ມາພາຍຫລັງພວກທ່ານດ້ວຍ, ເເລະ ເພື່ອວັນເວລາຂອງພວກທ່ານຈະຍືນຍາວໃນດິນເເດນຂອງພຣະຢາເວພຣະເຈົ້າຂອງພວກທ່ານ ໃຫ້ເເກ່ພວກທ່ານເປັນນິດ."
\s5
\v 41 ເເລ້ວໂມເຊຈຶ່ງໄດ້ເລືອກເມືອງສາມເມືອງທາງຝັ່ງຕາເວັນອອກຂອງເເມ່ນ້ຳຈໍເເດນ,
\v 42 ເພື່ອຄົນຈະຫລົບຫນີໄປໃນເມືອງໃດເມືອງຫນຶ່ງເຫລົົ່ານີ້ ຖ້າຫາກເຂົາຂ້າຄົນໂດຍບໍ່ໄດ້ຕັ້ງໃຈ, ໂດຍບໍ່ໄດ້ເປັນສັດຕູກັນມາກ່ອນ. ໂດຍການຫນີໄປເມືອງໃດເມືອງຫນຶ່ງເຂົາຈະລອດຊີວິດ.
\v 43 ເມືອງເຫລົ່ານີ້ຄື, ເບເຊທີ່ເທິງພູພຽງສຳລັບເຜົ່າຣູເບັນເເມ່ນເມືອງຣາໂມດ ໃນເຂດເເດນຂອງກີເລອາດສຳລັບເຜົ່າກາດ; ເເລະ ເມືອງໂກລານໃນບາຊານ, ສຳລັບເຜົ່າມານັດເຊ.
\s5
\v 44 ນີ້ແມ່ນກົດຫມາຍທີ່ໂມເຊໄດ້ມອບກົດບັນຍັດທີ່ວາງໄວ້ຕໍ່ຫນ້າປະຊາຊົນອິດສະຣາເອນ;
\v 45 ເຫລົ່ານີ້ຄືກົດຫມາຍທີ່ເປັນພັນທະສັນຍາ, ກົດບັນຍັດຕ່າງໆ, ເເລະ ກົດຫມາຍອື່ນໆທີ່ໂມເຊໄດ້ກ່າວເເກ່ປະຊາຊົນອິດສະຣາເອນ ເມື່ອພວກເຂົາອອກມາຈາກເອຢິບ,
\v 46 ເມື່ອພວກເຂົາຢູ່ທາງຝັ່ງຕາເວັນອອກຂອງເເມ່ນ້ຳຈໍເເດນ, ໃນພູເຂົາກົງກັນຂ້າມເມືອງເບັດເປອໍ, ໃນດິນເເດນສີໂຫນ, ຜູ້ເປັນກະສັດອາໂມ, ຜູ້ອາໄສຢູ່ເຮັດຊະໂບນ, ຄືຜູ້ທີ່ໂມເຊ ເເລະປະຊາຊົນອິດສະຣາເອນໄດ້ປາບໃຫ້ຜ່າຍເເພ້ເມື່ອພວກເຂົາອອກມາຈາກເອຢິບ.
\s5
\v 47 ພວກເຂົາຢຶດດິນເເດນຂອງລາວໃຫ້ເປັນກຳມະສິດ, ເເລະ ດິນເເດນຂອງໂອກເປັນກະສັດເເຫ່ງຊາບານ - ສິ່ງເຫລົ່ານີ້, ຄືກະສັດທັງສອງຂອງຄົນອາໂມຣິດ, ຜູ້ຢູ່ອີກຟາກຫນຶ່ງຂອງເເມ່ນ້ຳຈໍເເດນໄປທາງທິດຕາເວັນອອກ.
\v 48 ອານາເຂດນີ້ນັບຈາກອາໂຣເອ, ໄປສຸດຂອບລຸ່ມເເມ່ນ້ຳອາກໂນນ, ໄປຈົນເຖິງພູເຂົາສີຣິໂອນ (ຫລືພູເຮີໂມນ),
\v 49 ແລະ ລວມເອົາດິນເເດນນັ້ນຍັງນັບລວມເອົາອານາເຂດທັງຫມົດຂອງເເມ່ນ້ຳຈໍເເດນ, ຈົນໄປຮອດທະເລອາຣາບາ, ໄປເຖິງຕາຍທີ່ຕີນພູປີສະກາ.
\s5
\c 5
\cl ບົດທີ 5
\p
\v 1 ໂມເຊໄດ້ເອີ້ນປະຊາຊົນອິດສະຣາເອນທັງຫມົດ ເເລະ ກ່າວເເກ່ພວກເຂົາວ່າ, "ອິດສະຣາເອນເອີຍ, ຈົ່ງຟັງກົດບັນຍັດ, ເເລະ ກົດເກນຕ່າງໆທີ່ຂ້ານ້ອຍຈະກ່າວໃຫ້ພວກທ່ານໄດ້ຍິນໃນວັນນີ້, ເພາະພວກທ່ານຈະຮຽນຮູ້ຖືຮັກສາເອົາໄວ້.
\v 2 ພຣະຢາເວພຣະເຈົ້າຂອງເຮົາໄດ້ເຮັດພັນທະສັນຍາຕໍ່ພວກໂຮເຣັບ.
\v 3 ພຣະຢາເວບໍ່ໄດ້ຊົງເຮັດພັນທະສັນຍານີ້ຕໍ່ກັບບັນພະບູລຸດຂອງພວກເຮົາ, ເເຕ່ຊົງເຮັດກັບພວກເຮົາ, ພວກເຮົາທຸກຄົນຍັງມີຊີວິດຢູ່ທຸກວັນນີ້.
\s5
\v 4 ພຣະຢາເວໄດ້ກ່າວກັບພວກທ່ານຫນ້າຕໍ່ຫນ້າ ທີ່ເທິງພູເຂົາອອກມາຈາກກາງໄຟນັ້ນ
\v 5 (ຂ້ານ້ອຍໄດ້ຢືນຢູ່ລະຫວ່າງພຣະຢາເວ ກັບພວກທ່ານໃນເວລານັ້ນ, ເພື່ອເປີດເຜີຍຖ້ອຍຄຳຂອງພຣະອົງ; ໃນເວລານັ້ນໃຫ້ເເກ່ພວກທ່ານ; ເພາະພວກທ່ານຢ້ານເນື່ອງຈາກໄຟນັ້ນ, ເເລະ ພວກທ່ານບໍ່ໄດ້ຂຶ້ນໄປພູເຂົາ). ພຣະຢາເວໄດ້ກ່າວ,
\v 6 'ເຮົາເປັນພຣະຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ນຳພວກເຈົ້າອອກມາຈາກດິນເເດນເອຢິບ, ອອກມາຈາກການເປັນທາດ.
\s5
\v 7 ພວກເຈົ້າຈະບໍ່ມີພະອື່ນໃດຕໍ່ຫນ້າເຮົາ.
\v 8 ພວກເຈົ້າຈະບໍ່ເຮັດຮູບສະຫລັກສຳລັບຕົວເອງ ຫລືຮູບຄືຂອງສິ່ງໃດໆທີ່ຢູ່ເທິງຟ້າເບື້ອງເທິງ, ຫລືທີ່ຢູ່ເທິງເເຜ່ນດິນເບື້ອງລຸ່ມ, ຫລືທີ່ຢູ່ໃນລຸ່ມນ້ຳນັ້ນ.
\s5
\v 9 ພວກເຈົ້າຈະບໍ່ກົ້ມກາບ ຫລື ຮັບໃຊ້ສິ່ງເຫລົ່ານັ້ນ, ເພາະເຮົາເເມ່ນພຣະຢາເວພຣະເຈົ້າຂອງພວກເຈົ້າ, ຜູ້ຊົງຫວງເເຫນ. ເຮົາລົງໂທດຄວາມຊົ່ວຊ້າຂອງບັນດາບັນພະບູລຸດນັ້ນໂດຍການນຳການລົງໂທດມາເຖິງບັນດາລູກຫລານ, ຄືຊົ່ວລຸ້ນອາຍຸຄົນທີສາມ ເເລະ ສີ່ບັນດາຂອງບັນດາຄົນທີ່ກຽດຊັງເຮົາ,
\v 10 ເເລະ ສຳເເດງຄວາມສັດຊື່ຕາມພັນທະສັນຍາຕໍ່ບັນດາຄົນເຫລົ່ານັ້ນທີ່ຮັກເຮົາ ຖືຮັກສາພຣະບັນຍັດທັງຫລາຍຂອງເຮົາ.
\s5
\v 11 ພວກເຈົ້າຈະບໍ່ຍົກພຣະນາມຂອງພຣະຢາເວພຣະເຈົ້າຂອງພວກເຈົ້າຢ່າງບໍ່ສົມຄວນ, ເພາະພຣະຢາເວບໍ່ປ່ອຍໃຫ້ຄົນຍົກພະນາມຂອງພຣະຢາເວຢ່າງບໍ່ສົມຄວນໃຫ້ບໍ່ມີຄວາມຜິດ.
\s5
\v 12 ຈົ່ງຮັກສາວັນສະບາໂຕໃຫ້ເປັນວັນບໍຣິສຸດ, ດັ່ງທີ່ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ຊົງສັ່ງພວກເຈົ້າ.
\v 13 ພວກເຈົ້າຈະອອກເເຮງ ຫລື ເຮັດວຽກທັງຫມົດຂອງເຈົ້າໃນເວລາຫົກວັນ;
\v 14 ເເຕ່ວັນທີເຈັດຄືວັນສະບາໂຕ ຈົ່ງຖວາຍເເດ່ພຣະຢາເວພຣະເຈົ້າຂອງພວກເຈົ້າ. ໃນວັນນັ້ນພວກເຈົ້າຈະບໍ່ເຮັດວຽກໃດໆ - ບໍ່ວ່າໂຕເຈົ້າ, ຫລືລູກຊາຍຂອງພວກເຈົ້າ, ຫລືລູກສາວຂອງພວກເຈົ້າ, ຫລື ຂ້າທາດຊາຍ, ເເລະ ທາດຍິງ, ຫລື ງົວຂອງພວກເຈົ້າ, ຫລືລາຂອງພວກເຈົ້າ, ຫລືຝູງສັດໃດໆຂອງພວກເຈົ້າ, ຫລືຄົນຕ່າງຊາດຢູ່ທີ່ປະຕູຂອງພວກເຈົ້ານັ້ນ. ສິ່ງນີ້ເພື່ອໃຫ້ຄົນຮັບໃຊ້ຊາຍ ເເລະ ຄົນຮັບຍິງຂອງພວກເຈົ້າໄດ້ພັກຜ່ອນເຊັ່ນດຽວກັບພວກເຈົ້າ.
\s5
\v 15 ພວກເຈົ້າຈະລະນຶກເຖິງວ່າພວກເຈົ້າໄດ້ເປັນທາດໃນດິນເເດນເອຢິບ, ເເລະ ພຣະຢາເວພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າອອກມາຈາກທີ່ນັ້ນໂດຍມືອັນຊົງຣິດ ເເລະ ໂດຍແຂນທີ່ຢຽດອອກ. ດ້ວຍເຫດນີ້ພຣະຢາເວພຣະເຈົ້າຂອງພວກເຈົ້າຈຶ່ງໄດ້ຊົງບັນຊາໃຫ້ພວກເຈົ້າຖືຮັກສາວັນສະບາໂຕ.
\s5
\v 16 ຈົ່ງໃຫ້ກຽດເເກ່ບິດາ ເເລະ ເເກ່ມານດາຂອງພວກເຈົ້າ, ດັ່ງທີ່ພຣະຢາເວພຣະເຈົ້າຂອງເຈົ້າໄດ້ຊົງສັ່ງໃຫ້ພວກເຈົ້າເຮັດນັ້ນ, ເພື່ອພວກເຈົ້າຈະມີຊີວິດຍືນຍາວຢູ່ເເຜ່ນດິນທີ່ພຣະຢາເວຊົງປະທານໃຫ້ເເກ່ພວກເຈົ້າ, ເເລະ ເພື່ອພວກເຈົ້າຈະຢູ່ເຢັນເປັນສຸກ.
\s5
\v 17 ພວກເຈົ້າຈະບໍ່ຂ້າຄົນ.
\v 18 ພວກເຈົ້າຈະບໍ່ຮ່ວມປະເວນີ.
\v 19 ພວກເຈົ້າຈະບໍ່ລັກເລັກຂະໂມຍນ້ອຍ.
\v 20 ພວກເຈົ້າຈະບໍ່ໃສ່ຮ້າຍປ້າຍສີເພື່ອນບ້ານຂອງຕົນ.
\s5
\v 21 ພວກເຈົ້າຈະບໍ່ໄດ້ຍາດເມຍຂອງເພື່ອນບ້ານພວກເຈົ້າ, ພວກເຈົ້າຈະບໍ່ຢາກໄດ້ບ້ານຂອງເພື່ອນບ້ານ, ທົ່ງນາຂອງເຂົາ, ຫລືຂ້າທາດຊາຍຂອງເຂົາ, ຫລື ທາດຍິງຂອງເຂົາງົວຜູ້ເຂົາ, ຫລືລາຂອງເຂົາ, ຫລືສິ່ງໃດໆ ທີ່ເປັນຂອງເພື່ອນບ້ານຂອງເຈົ້າ.'
\s5
\v 22 ຖ້ອຍຄຳເຫລົ່ານີ້ ພຣະຢາເວໄດ້ກ່າວດ້ວຍສຽງອັນດັງຕໍ່ຫນ້າຊຸມຊົນທັງຫມົດຂອງພວກທ່ານເທິງພູເຂົາອອກມາຈາກກາງໄຟ, ຈາກກ້ອນເມກ, ເເລະ ຈາກຄວາມມືດ; ພຣະອົງບໍ່ໄດ້ຊົງເພີ່ມເຕີມຖ້ອຍຄຳໃດໆອີກ. ພຣະອົງຊົງໄດ້ຂຽນຈາລຶກຖ້ອຍຄຳນັ້ນໄວ້ເທິງສີລາຈາລຶກສອງເເຜ່ນ ເເລະໄດ້ປະທານໃຫ້ເເກ່ພວກຂ້ານ້ອຍ.
\s5
\v 23 ຕໍ່ມາເມື່ອພວກທ່ານໄດ້ຍິນພຣະສຸລະສຽງກ່າວອອກມາຈາກທ່າມກາງຄວາມມືດ, ໃນຂະນະທີ່ພູເຂົານັ້ນກຳລັງລຸກໄຫມ້, ຊຶ່ງທ່ານໄດ້ເຂົ້າມາໃກ້ຂ້ານ້ອຍຄື - ບັນດາຜູ້ອາວຸໂສທັງຫມົດຂອງພວກທ່ານ ເເລະບັນດາຫົວຫນ້າເຜົ່າຕ່າງໆ ຂອງພວກທ່ານ.
\v 24 ພວກທ່ານກ່າວວ່າ, 'ເບິ່ງສາ, ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ຊົງສຳເເດງພຣະສະຫງ່າຣາສີຂອງພຣະອົງ ເເລະ ຄວາມຍິ່ງໃຫຍ່ຂອງພຣະອົງເເກ່ພວກເຮົາ, ເເລະ ພວກເຮົາໄດ້ຍິນສຽງຂອງພຣະອົງມາຈາກກາງໄຟ; ໃນວັນນີ້ພວກເຮົາໄດ້ເຫັນເເລ້ວວ່າເມື່ອພຣະເຈົ້າກ່າວກັບປະຊາຊົນ, ພວກເຂົາສາມາດມີຊີວິດຢູ່.
\s5
\v 25 ເເຕ່ເປັນຫຍັງພວກເຮົາຈຶ່ງບໍ່ສົມຄວນຕາຍ? ເພາະໄຟອັນໃຫຍ່ນີ້ຈະເຜົາຜານພວກເຮົາ; ຖ້າພວກເຮົາໄດ້ຍິນສຽງຂອງພຣະຢາເວພຣະເຈົ້າຂອງພວກເຮົາດົນກວ່ານີ້, ພວກເຮົາຕ້ອງຕາຍເເທ້.
\v 26 ເພາະນອກເຫນືອຈາກພວກເຮົາ ມີໃຜ ຫລືໃນທ່າມກາງມະນຸດທັງຫມົດທີ່ໄດ້ຍິນສຽງຂອງພຣະເຈົ້າຜູ້ຊົງພຣະຊົນກ່າວອອກມາຈາກກາງໄຟ ເເລະ ຍັງໄດ້ມີຊີວິດຢູ່, ຄືຢ່າງພວກເຮົາໄດ້ເຮັດບໍ?
\v 27 ສຳລັບທ່ານນັ້ນ, ທ່ານຄວນໄປ ເເລະຟັງທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງເຮົາກ່າວກັບທ່ານ; ຢໍ້າຄືນທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງເຮົາກ່າວກັບທ່ານເເກ່ພວກເຮົາ; ພວກເຮົາຈະຟັງ; ເເລະ ເຮັດຕາມ.'
\s5
\v 28 ພຣະຢາເວໄດ້ຍິນຖ້ອຍຄຳຕ່າງໆ ຂອງພວກທ່ານ. ເມື່ອພວກທ່ານໄດ້ກ່າວເເກ່ຂ້ານ້ອຍ, 'ພຣະອົງໄດ້ກ່າວກັບຂ້ານ້ອຍວ່າ ເຮົາໄດ້ຍິນຖ້ອຍຄຳຕ່າງໆຂອງປະຊາຊົນນີ້, ໃນສິ່ງທີ່ພວກເຂົາກ່າວນັ້ນດີ.
\v 29 ໂອ, ຊຶ່ງມີຫົວໃຈເຊັ່ນນີ້ໃນພວກເຂົາ, ທີ່ພວກເຂົາຈະໃຫ້ກຽດເເກ່ເຮົາ ເເລະຮັກສາພຣະບັນຍັດທັງຫມົດຂອງເຮົາສະເຫມີ, ເພື່ອພວກເຂົາ ເເລະ ບັນດາລູກຫລານຂອງພວກເຂົາຈະຢູ່ເຢັນເປັນສຸກສືບໄປເປັນນິດ!
\v 30 ຈົ່ງໄປເວົ້າກັບພວກເຂົາວ່າ, "ຈົ່ງກັບໄປຍັງເຕັນຂອງພວກເຈົ້າເຖີດ."
\s5
\v 31 ເເຕ່ສຳລັບເຈົ້າ, ຈົ່ງຢືນຢູ່ທີ່ນັ້ນກັບເຮົາ, ເເລະ ເຮົາຈະບອກເຈົ້າເຖິງພຣະບັນຍັດທັງຫມົດກົດຫມາຍ, ເເລະກົດເກນຕ່າງໆ ທີ່ເຈົ້າຈະສອນພວກເຂົາ, ເພື່ອພວກເຂົາຈະຖືຮັກສາດິນເເດນທີ່ເຮົາໄດ້ມອບໃຫ້ເເກ່ພວກເຂົາເປັນກຳມະສິດດ້ວຍເຫດນີ້.'
\s5
\v 32 ພວກທ່ານຈະຖືຮັກສາ, ສິ່ງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງບັນຊາເເກ່ພວກທ່ານ ພວກທ່ານຈະບໍ່ຫັນເຫໄປທາງຂວາຫລືຫັນເຫໄປທາງຊ້າຍ.
\v 33 ເພື່ອທ່ານຈະຍ່າງໃນທາງທີ່ພຣະເຈົ້າໄດ້ຊົງສັ່ງທ່ານ, ເພື່ອວ່າພວກທ່ານຈະມີຊີວິດຢູ່, ເເລະ ເພື່ອວ່າພວກທ່ານຈະຢູ່ເຢັນເປັນສຸກ, ເເລະ ເພື່ອວ່າພວກທ່ານຈະມີວັນເວລາທີ່ຍືນຍາວໃນດິນເເດນທີ່ພວກທ່ານໄດ້ເປັນກຳມະສິດນັ້ນ.
\s5
\c 6
\cl ບົດທີ 6
\p
\v 1 ດັ່ງນັ້ນເຫລົ່ານີ້ຄືຄຳສັ່ງ, ກົດບັນຍັດ, ເເລະກົດເກນຕ່າງໆ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງສັ່ງພວກທ່ານ, ເພື່ອວ່າພວກທ່ານຈະຖືຮັກສາໄວ້ໃນດິນເເດນທີ່ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໄປເພື່ືອຢຶດຄອງນັ້ນ;
\v 2 ເພື່ອວ່າພວກທ່ານຈະໃຫ້ກຽດພຣະຢາເວພຣະເຈົ້າຂອງພວກທ່ານ, ເມື່ອພວກທ່ານຖືຮັກສາພຣະບັນຍັດ ເເລະ ຄຳສັ່ງທັງຫລາຍຂອງພຣະອົງທີ່ຂ້ານ້ອຍກຳລັງສັ່ງພວກທ່ານ - ຄືພວກທ່ານ, ບັນດາລູກຊາຍຂອງພວກທ່ານ, ຕະຫລອດທຸກວັນໃນຊີວິດຂອງພວກທ່ານ, ເພື່ອວັນເວລາຂອງພວກທ່ານຈະຍືນຍາວ.
\s5
\v 3 ດ້ວຍເຫດນີ້ອິດສະຣາເອນເອີຍ, ຈົ່ງຟັງຖ້ອຍຄຳເຫລົ່ານີ້, ເເລະ ຖືຮັກສາເອົາໄວ້ເພື່ອວ່າພວກທ່ານ ຈະທະວີຄູນຂຶ້ນຢ່າງຫລວງຫລາຍ, ໃນດິນເເດນທີ່ມີນ້ຳນົມ ເເລະ ນ້ຳເຜິ້ງໄຫລລົ້ນ, ຕາມທີ່ພຣະຢາເວ, ພຣະເຈົ້າຂອງບັນພະບູລຸດຂອງພວກທ່ານ, ໄດ້ຊົງສັນຍາເເກ່ພວກທ່ານວ່າຈະຊົງເຮັດ.
\s5
\v 4 ຈົ່ງຟັງເຖີດ, ອິດສະຣາເອນເອີຍ: ພຣະຢາເວພຣະເຈົ້າຂອງເຮົາຊົງເປັນພຣະເຈົ້າດຽວ.
\v 5 ພວກທ່ານຈົ່ງຮັກພຣະຢາເວຂອງພວກທ່ານດ້ວຍສຸດຈິດສຸດໃຈຂອງພວກທ່ານ, ເເລະ ດ້ວຍສິ້ນສຸດກຳລັງຂອງພວກທ່ານ.
\s5
\v 6 ຖ້ອຍຄຳນີ້ບົ່ງບອກເຖິງຂ້ານ້ອຍກຳລັງບັນຊາພວກທ່ານໃນມື້ນີ້ຈະຢູ່ໃນຫົວໃຈຂອງພວກທ່ານ;
\v 7 ເເລະ ພວກທ່ານຈະຫມັ່ນສອນຖ້ອຍຄຳເຫລົ່ານີ້ໃຫ້ເເກ່ບັນດາລູກຫລານຂອງພວກທ່ານ; ພວກທ່ານຈະເວົ້າຖ້ອຍຄຳເຫລົ່ານີ້ເມື່ອພວກທ່ານນັ່ງຢູ່ໃນບ້ານຂອງພວກທ່ານ, ເມື່ອພວກທ່ານຍ່າງໄປຕາມຫົນທາງ, ເມື່ອພວກທ່ານນອນລົງ ເເລະ ເມື່ອພວກທ່ານລຸກຂຶ້ນ.
\s5
\v 8 ພວກທ່ານຈະຜູກຖ້ອຍຄຳເຫລົ່ານີ້ເປັນຄືເຄື່ອງຫມາຍຢູ່ເທິງມືຂອງພວກທ່ານ, ເເລະ ພວກເຂົາຈະຄຽນໄວ້ທີ່ຫນ້າຜາກລະຫວ່າງດວງຕາຂອງພວກທ່ານ.
\v 9 ພວກທ່ານຈະຂຽນຖ້ອຍຄຳເຫລົ່ານີ້ເທິງວົງກົບປະຕູບ້ານຂອງພວກທ່ານ ເເລະເທິງປະຕູຮົ້ວຂອງພວກທ່ານ.
\s5
\v 10 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານນຳພວກທ່ານເຂົ້າໄປໃນດິນເເດນທີ່ພຣະອົງໄດ້ຊົງສັນຍາໄວ້ຕໍ່ບັນດາບັນພະບູລຸດຂອງພວກທ່ານ, ຄືຕໍ່ອັບຣາຮາມ, ອີຊາກ, ເເລະ ຕໍ່ຢາໂຄບ, ທີ່ພຣະອົງປະທານໃຫ້ເເກ່ພວກທ່ານ, ພ້ອມກັບເມືອງຕ່າງໆທີ່ກວ້າງໃຫຍ່ ເເລະ ດີທີ່ສຸດຊຶ່ງພວກທ່ານບໍ່ໄດ້ສ້າງ.
\v 11 ເເລະ ບັນດາເຮືອນທີ່ເຕັມໄປດ້ວຍສິ່ງທີ່ດີທຸກຢ່າງຊຶ່ງພວກທ່ານບໍ່ໄດ້ເຮັດ, ບໍ່ນ້ຳຕ່າງໆທີ່ພວກທ່ານບໍ່ໄດ້ຂຸດ, ເເລະ ບັນດາສວນອະງຸ່ນ ກັບຕົ້ນຫມາກກອກເທດທີ່ທ່ານບໍ່ໄດ້ປູກ, ພວກທ່ານຈະກິນ ເເລະ ຈົນອິ່ມຫນຳສຳລານ -
\v 12 ດັ່ງນັ້ນຈົ່ງເອົາໃຈໃສ່ໃຫ້ດີ ເພື່ອວ່າພວກທ່ານຈະບໍ່ຫລົງລືມພຣະຢາເວ, ຜູ້ຊົງໄດ້ນຳພວກທ່ານອອກຈາກເອຢິບ, ອອກຈາກເຮືອນແຫ່ງການເປັນທາດ.
\s5
\v 13 ພວກທ່ານຈະໃຫ້ກຽດພຣະຢາເວພຣະເຈົ້າຂອງພວກທ່ານ; ພວກທ່ານຈະນະມັດສະການພຣະອົງ, ເເລະ ພວກທ່ານຈະປະຕິຍານໂດຍພຣະນາມຂອງພຣະອົງ.
\v 14 ພວກທ່ານຈະບໍ່ຕິດຕາມພະອື່ນ, ບັນດາພະທັງຫລາຍຂອງປະຊາຊົນທີ່ຢູ່ອ້ອມຮອບພວກທ່ານ-
\v 15 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຢູ່ທ່າມກາງພວກທ່ານນັ້ນເປັນພຣະເຈົ້າຜູ້ຊົງຫວງເເຫນ- ຖ້າພວກທ່ານເຮັດຄວາມໂກດຮ້າຍຂອງພຣະຢາເວພຣະເຈົ້າຂອງພວກທ່ານຈະພົ້ງຂຶ້ນໂຈມຕີພວກທ່ານ ເເລະ ພຣະອົງຈະທຳລາຍພວກທ່ານຈາກຜືນເເຜ່ນດິນໂລກ.
\s5
\v 16 ພວກທ່ານຈະບໍ່ທົດສອບພຣະຢາເວພຣະເຈົ້າຂອງພວກທ່ານ ເຫມືອນທີ່ພວກທ່ານໄດ້ທົດສອບພຣະອົງທີ່ມັດສາ.
\v 17 ພວກທ່ານຈະເຄັ່ງຄັດໃນການຖືຮັກສາພຣະບັນຊາຕ່າງໆ ຂອງພຣະຢາເວ ພຣະເຈົ້າຂອງພວກທ່ານ, ພຣະບັນຍັດກ່ຽວເນື່ອງດ້ວຍພິທີຕ່າງໆຂອງພຣະອົງ, ເເລະ ກົດບັນຍັດຂອງພຣະອົງ, ທີ່ພຣະອົງໄດ້ຊົງສັ່ງພວກທ່ານເອົາໄວ້.
\s5
\v 18 ພວກທ່ານຈະເຮັດສິ່ງທີ່ຖືກຕ້ອງ ເເລະ ດີງາມໃນສາຍພຣະເນດຂອງພຣະຢາເວ, ເພື່ອພວກທ່ານຈະໄດ້ຢູ່ເຢັນເປັນສຸກ, ເເລະ ເພື່ອພວກທ່ານຈະເຂົ້າໄປ ເເລະ ຢຶດຄອງດິນເເດນອັນປະເສີດທີ່ພຣະຢາເວໄດ້ຊົງສັນຍາເອົາໄວ້ກັບບັນພະບູລຸດຂອງພວກທ່ານ,
\v 19 ເພື່ອຂັບໄລ່ສັດຕູທັງຫມົດທີ່ຢູ່ຕໍ່ຫນ້າຂອງພວກທ່ານ, ດັ່ງທີ່ພຣະຢາເວໄດ້ກ່າວໄວ້ນັ້ນ.
\s5
\v 20 ເມື່ອລູກຊາຍຂອງພວກທ່ານຖາມພວກທ່ານໃນເວລາທີ່ມາເຖິງ, ກ່າວວ່າ, 'ເເມ່ນຫຍັງເເມ່ນກົດເກນ, ກົດສັນຍາຕ່າງໆ, ຕາມພັນທະສັນຍາ, ເເລະ ກົດເກນອື່ນໆ ທີ່ພຣະຢາເວພຣະເຈົ້າຂອງເຮົາໄດ້ຊົງສັ່ງພວກທ່ານໄວ້?'
\v 21 ເເລ້ວພວກທ່ານຈະເວົ້າກັບລູກຊາຍຂອງທ່ານວ່າ, 'ພວກເຮົາໄດ້ເຄີຍຕົກເປັນທາດຟາໂຣໃນເອຢິບ; ພຣະຢາເວໄດ້ນຳເຮົາອອກຈາກເອຢິບດ້ວຍພຣະຫັດອັນຊົງຣິດ,
\v 22 ເເລະ ພຣະອົງໄດ້ເຮັດຫມາຍສຳຄັນ, ເເລະ ການອັດສະຈັນຕ່າງໆ, ຊົງເຮັດກິດຈະການອັນຍິ່ງໃຫຍ່ ເເລະ ຮຸນເເຮງ, ເຫນືອເອຢິບ, ເຫນືອຟາໂຣ, ເເລະ ເຫນືອຄົວເຮືອນທັງຫມົດຂອງເຂົາ, ຕໍ່ຫນ້າຕໍ່ຕາຂອງພວກເຮົາ;
\v 23 ເເລະ ພຣະອົງໄດ້ຊົງນຳເຮົາອອກຈາກທີ່ນັ້ນ, ເພື່ອວ່າພຣະອົງຈະຊົງນຳພວກເຮົາເຂົ້າໄປຍັງດິນເເດນຂອງພຣະອົງທີ່ພຣະອົງຊົງສັນຍາໄວ້ເເກ່ບັນດາບັນພະບູລຸດຂອງພວກເຮົາຈະຊົງມອບໃຫ້ເເກ່ພວກເຮົາ.
\s5
\v 24 ພຣະຢາເວໄດ້ຊົງສັ່ງເຮົາໃຫ້ຮັກສາພະບັນຍັດທັງຫລາຍນີ້ໄວ້, ເພື່ອໃຫ້ຢຳເກງພຣະຢາເວຂອງພວກເຮົາເພື່ອຜົນດີຂອງພວກເຮົາເອງ, ເພື່ອພຣະອົງຈະຊົງຮັກສາພວກເຮົາໃຫ້ມີຊີວິດ, ດັ່ງທີ່ພວກເຮົາເປັນຢູ່ທຸກວັນນີ້.
\v 25 ຖ້າພວກເຮົາຖືຮັກສາພະບັນຍັດທັງຫລາຍເຫລົ່ານີ້ຕໍ່ຫນ້າພຣະຢາເວຂອງພວກເຮົາຕາມທີ່ພຣະອົງໄດ້ຊົງກ່າວເອົາໄວ້ກັບພວກເຮົານັ້ນ, ສິ່ງນີ້ຈະເປັນຄວາມຊອບທຳຂອງພວກເຮົາ.'
\s5
\c 7
\cl ບົດທີ 7
\p
\v 1 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານຊົງນຳພວກທ່ານເຂົ້າມາດິນເເດນທີ່ພວກທ່ານໄດ້ເປັນກຳມະສິດນັ້ນ, ພຣະອົງຈະຊົງຂັບໄລ່ຊົນຊາດທັງຫລາຍທີ່ຢູ່ຕໍ່ຫນ້າຂອງພວກທ່ານ - ຄືຊາວຮິດຕີ, ເກຄາຊີ, ອາໂມຣິດ, ການາອານ, ເປຣີຊີ ຮີວີ, ເເລະ ເຢບຸດຊົນຊາດທີ່ໃຫຍ່ກວ່າ ເເລະ ມີກຳລັງຫລາຍກວ່າພວກທ່ານ.
\s5
\v 2 ພຣະຢາເວຂອງພວກທ່ານປະທານຊົນຊາດໃຫຍ່ເຫລົ່ານັ້ນໃຫ້ເເກ່ພວກທ່ານເມື່ອພວກທ່ານຮົບຊະນະພວກເຂົາ, ເເລະ ພວກທ່ານຕ້ອງທຳລາຍພວກເຂົາໃຫ້ຫມົດ. ພວກທ່ານຈະບໍ່ເຮັດພັນທະສັນຍາໃດໆກັບພວກເຂົາ, ເເລະ ບໍ່ສຳເເດງຄວາມເມດຕາຕໍ່ເຂົາເລີຍ.
\v 3 ພວກທ່ານຢ່າໄດ້ເເຕ່ງງານໃດໆກັບພວກເຂົາ. ພວກທ່ານຈະບໍ່ມອບບັນດາລູກຜູ້ຍິງຂອງພວກທ່ານໃຫ້ເເກ່ບັນດາລູກຊາຍຂອງພວກເຂົາ, ເເລະ ພວກທ່ານຈະບໍ່ນຳບັນດາລູກຜູ້ຍິງຂອງເຂົາໃຫ້ເເກ່ລູກຜູ້ຊາຍຂອງທ່ານ.
\s5
\v 4 ເພາະພວກເຂົາຈະເຮັດໃຫ້ບັນດາລູກຊາຍຂອງພວກທ່ານຫັນເຫໄປຈາກການຕິດຕາມເຮົາ, ເພື່ອພວກເຂົາຈະນະມັດສະການພະອື່ນ. ເເລ້ວຄວາມໂກດຮ້າຍຂອງພຣະຢາເວຈະພຸ້ງຂຶ້ນໂຈມຕີພວກທ່ານ, ເເລະ ພຣະອົງຈະຊົງທຳລາຍພວກທ່ານຢ່າງໄວ.
\v 5 ນີ້ຄືວິທີການທີ່ພວກທ່ານຈະຈັດການກັບພວກເຂົາ: ພວກທ່ານຈະທຳລາຍເເທ່ນບູຊາຂອງພວກເຂົາ, ທຸບບັນດາເສົາຫີນຂອງພວກເຂົາຈົນຫມຸ່ນ, ເເລະ ເຜົາບັນດາເຄຣຸບຂອງພວກເຂົາເສຍ.
\s5
\v 6 ເພາະພວກທ່ານເປັນຊົນຊາດຫນຶ່ງທີ່ໄດ້ຮັບການເເຍກໄວ້ສຳລັບພຣະຢາເວພຣະເຈົ້າຂອງພວກທ່ານ. ພຣະອົງຊົງໄດ້ເລືອກພວກທ່ານໃຫ້ເປັນປະຊາຊົນທີ່ພຣະອົງໄດ້ຄອບຄອງ, ຍິ່ງກວ່າຊົນຊາດອື່ນໃດທັງຫມົດທີ່ຢູ່ເທິງຜືນເເຜ່ນດິນໂລກນີ້.
\s5
\v 7 ພຣະຢາເວບໍ່ໄດ້ຮັກພວກທ່ານຫລືຊົງເລືອກພວກທ່ານເພາະພວກທ່ານມີຈຳນວນຫລາຍກວ່າຊົນຊາດໃດໆ - ເເຕ່ເພາະພວກທ່ານເປັນຈຳນວນຄົນທີ່ມີຈຳນວນຫນ້ອຍທີ່ສຸດ -
\v 8 ເເຕ່ເພາະພຣະອົງຊົງຮັກສາພວກທ່ານ, ເເລະ ຮັກສາຄຳສັນຍາທີ່ພຣະອົງໄດ້ຊົງເຮັດເອົາໄວ້ເເກ່ບັນດາບັນພະບູລຸດຂອງພວກທ່ານ. ນີ້ຈຶ່ງເປັນສາເຫດທີ່ພຣະຢາເວໄດ້ຊົງນຳພວກທ່ານອອກມາດ້ວຍມືອັນຊົງຣິດ ແລະ ໄດ້ໄຖ່ພວກທ່ານ, ອອກຈາກເຮືອນທາດຂອງຟາໂຣ, ກະສັດເເຫ່ງເອຢິບ.
\s5
\v 9 ດ້ວຍເຫດນີ້ຈົ່ງຮູ້ຈັກພຣະຢາເວຂອງພວກທ່ານ - ພຣະອົງຊົງເປັນພຣະເຈົ້າ, ພຣະເຈົ້າຜູ້ຊົງສັດຊື່, ຜູ້ຊົງຮັກສາພັນທະສັນຍາ ເເລະ ຄວາມສັດຊື່ໄປຈົນເປັນພັນຊົ່ວອາຍຸສຳລັບຜູ້ທີ່ຮັກພຣະອົງ ເເລະ ຮັກສາບັນຍັດທັງຫລາຍຂອງພຣະອົງ,
\v 10 ເເຕ່ຊົງຕອບສະຫນອງບັນດາຄົນເຫລົ່ານັ້ນທີ່ກຽດຊັງພຣະອົງຕໍ່ຫນ້າຂອງພວກເຂົາ, ຊົງທຳລາຍພວກເຂົາ; ພຣະອົງບໍ່ໄດ້ຊົງປານີຕໍ່ຄົນໃດທີ່ກຽດຊັງພຣະອົງ; ພຣະອົງຈະຊົງຕອບສະຫນອງຕໍ່ຫນ້າຂອງເຂົາເອງ.
\v 11 ດ້ວຍເຫດນີ້ພວກທ່ານຈະຖືຮັກສາຄຳສັ່ງ, ກົດບັນຍັດ, ເເລະກົດເກນທັງຫລາຍທີ່ຂ້ານ້ອຍສັ່ງພວກທ່ານໃນມື້ນີ້ ເພື່ອພວກທ່ານຈະເຮັດຕາມຖ້ອຍຄຳເຫລົ່ານີ້.
\s5
\v 12 ຖ້າຫາກພວກທ່ານຟັງກົດເກນຕ່າງໆເຫລົ່ານີ້, ເເລະ ຖືຮັກສາເຮັດຕາມສິ່ງເຫລົ່ານີ້, ຈະເກີດຂຶ້ນເເນ່ນອນເພາະພຣະຢາເວຊົງຮັກສາພັນທະສັນຍາ ເເລະ ຄວາມສັດຊື່ທີ່ພຣະອົງໄດ້ຊົງສັນຍາເເກ່ບັນພະບູລຸດຂອງພວກທ່ານ.
\v 13 ພຣະອົງຊົງຮັກສາພວກທ່ານ, ຊົງອວຍພອນພວກທ່ານ, ເເລະ ໃຫ້ພວກທ່ານມີຈຳນວນທະວີຄູນ; ພຣະອົງຊົງອວຍພອນຜົນຈາກຮ່າງກາຍທ່ານ ເເລະຜົນຈາກເເຜ່ນດິນຂອງພວກທ່ານ, ພືດຜົນຂອງພວກທ່ານ, ເຫລົ້າອະງຸ່ນໃຫມ່ຂອງພວກທ່ານ ເເລະ ນ້ຳມັນຂອງພວກທ່ານ, ຊົງເພີ່ມພູນຝູງສັດຂອງພວກທ່ານ, ໃນດິນເເດນທີ່ພຣະອົງຊົງສັນຍາໄວ້ເເກ່ບັນດາບັນພະບູລດຂອງພວກທ່ານວ່າຈະປະທານໃຫ້ເເກ່ພວກທ່ານນັ້ນ.
\s5
\v 14 ພວກທ່ານຈະໄດ້ຮັບການອວຍພອນຫລາຍຂຶ້ນກວ່າຊົນຊາດອື່ນໆທັງຫມົດ; ຈະບໍ່ມີຜູ້ຊາຍທີ່ເປັນຫມັນ ເເລະ ຜູ້ຍິງທີ່ເປັນຫມັນທ່າມກາງພວກທ່ານ ຫລື ທ່າມກາງຝູງສັດພວກທ່ານ.
\v 15 ພຣະຢາເວຈະກຳຈັດໂລກໄພທັງຫລາຍອອກໄປຈາກພວກທ່ານ; ຈະບໍ່ມີໂລກຮ້າຍຂອງເອຢິບທີ່ພວກທ່ານໄດ້ຮູ້ຈັກທີ່ພຣະອົງຈະເຮັດໃຫ້ເກີດຂຶ້ນກັບພວກທ່ານ, ເເຕ່ພຣະອົງຈະເຮັດໃຫ້ເກີດຂຶ້ນກັບບັນດາຄົນເຫລົ່ານັ້ນທີ່ຊັງພວກທ່ານ.
\s5
\v 16 ພວກທ່ານຈະທຳລາຍປະຊາຊົນທັງຫມົດທີ່ພຣະຢາເວພຣະເຈົ້າຂອງພວກທ່ານປະທານໄຊຊະນະໃຫ້ເເກ່ພວກທ່ານ, ເເລະ ໃນຕາຂອງພວກທ່ານຈະບໍ່ມີຄວາມສົງສານ. ພວກທ່ານຈະບໍ່ນະມັດສະການພະຕ່າງໆຂອງພວກເຂົາ, ເພາະນັ້ນຈະເປັນກັບດັກສຳລັບພວກທ່ານ.
\s5
\v 17 ຖ້າພວກທ່ານກ່າວໃນໃຈຂອງພວກທ່ານວ່າ, 'ຊົນຊາດຕ່າງໆເຫລົ່ານີ້ມີຈຳນວນຫລາຍກວ່າເຮົາ; ເເລ້ວເຮົາຈະຂັບໄລ່ພວກເຂົາໄປໄດ້ເເນວໃດ?'—
\v 18 ຢ່າຢ້ານພວກເຂົາເລີຍ; ເພາະພວກທ່ານຈະລະນຶກເຖິງພຣະຢາເວພຣະເຈົ້າຂອງພວກທ່ານ ໄດ້ຊົງເຮັດກັບຟາໂຣ ເເລະ ຕໍ່ເອຢິບນັ້ນ;
\v 19 ການທົນທຸກຄັ້ງໃຫຍ່ໃນຕາຂອງພວກທ່ານໄດ້ເຫັນ, ຫມາຍສຳຄັນ, ການອັດສະຈັນອັນຊົງຣິດ ເເລະມືທີ່ຢຽດອອກທີ່ພຣະຢາເວພຣະເຈົ້າຂອງພວກເຮົາໄດ້ນຳພວກທ່ານ ຈະຊົງເຮັດຢ່າງດຽວກັນຕໍ່ບັນດາຊົນຊາດທັງຫມົດທີ່ພວກທ່ານຢ້ານ.
\s5
\v 20 ຍິ່ງໄປກວ່ານັ້ນ, ພຣະຢາເວພຣະເຈົ້າຂອງພວກທ່ານຈະສົ່ງຝູງຕໍ່ມາທ່າມກາງພວກເຂົາ, ຈົນກວ່າບັນດາຄົນເຫລົ່ານັ້ນທີ່ຫລົງເຫລືອ ເເລະ ລີ້ຢູ່ຈາກພວກທ່ານຈະຖືກກຳຈັດໄປຫມົດຕໍ່ຫນ້າພວກທ່ານ.
\v 21 ພວກທ່ານຈະບໍ່ຢ້ານພວກເຂົາ, ເພາະພຣະຢາເວພຣະເຈົ້າຂອງທ່ານຊົງຢູ່ທ່າມກາງຂອງພວກທ່ານ, ພຣະເຈົ້າຊົງຍິ່ງໃຫຍ່ເເລະ ຫນ້າຢຳເກງ.
\v 22 ພຣະຢາເວພຣະເຈົ້າຂອງທ່ານຈະຊົງຂັບໄລ່ຊົນຊາດຕ່າງໆ ເຫລົ່ານັ້ນຕໍ່ຫນ້າພວກທ່ານ ເທື່ອລະຫນ້ອຍ. ພວກທ່ານຈະບໍ່ໄດ້ສູ້ຮົບຊະນະພວກເຂົາໃນຄັ້ງດຽວ, ຫລື ສັດປ່າທັງຫລາຍທີ່ຢູ່ອ້ອມຮອບພວກທ່ານຈະເພີ່ມຫລາຍຂຶ້ນ.
\s5
\v 23 ເເຕ່ພຣະຢາເວພຣະເຈົ້າຂອງພວກທ່ານຈະປະທານໄຊຊະນະເຫນືອເຂົາເມື່ອພວກທ່ານຈະປະເຊີນຫນ້າຂອງພວກເຂົາໃນສົງຄາມ; ພຣະອົງຈະຊົງເຮັດໃຫ້ພວກເຂົາສັບສົນຢ່າງຫລາຍຈົນພວກເຂົາຖືກທຳລາຍ.
\v 24 ພຣະອົງຊົງເຮັດໃຫ້ບັນດາກະສັດຂອງພວກເຂົາຕົກຢູ່ໃຕ້ອຳນາດຂອງພວກທ່ານ, ເເລະ ພວກທ່ານຈະກຳຈັດຊື່ຂອງພວກເຂົາອອກໄປ. ບໍ່ໃຫ້ເຫລືອເເມ່ນເເຕ່ຄົນດຽວ ທ່ານຈະສາມາດຢືນຢັນຕໍ່ຫນ້າພວກເຂົາຈົນຫມົດ.
\s5
\v 25 ພວກທ່ານຈະເຜົາຮູບເເກະສະຫລັກຕ່າງໆຂອງພວກເຂົາ - ຢ່າຄິດຢາກໄດ້ເງິນຫລືທອງເຫລົ່ານັ້ນ ເເລະນຳມາເປັນຂອງທ່ານ, ເພາະຖ້າພວກທ່ານເຮັດເເນວນັ້ນ ທ່ານຈະຕິດກັບດັກຂອງມັນເພາະສິ່ງເຫລົ່ານັ້ນເປັນທີ່ຫນ້າກຽດຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\v 26 ພວກທ່ານບໍ່ນຳສິ່ງຫນ້າກຽດໃດໆເຂົ້າມາບ້ານຂອງພວກທ່ານ ເເລະ ເລີ່ມຕົ້ນນະມັດສະການສິ່ງນັ້ນ. ພວກທ່ານຈະລັງກຽດ ເເລະ ຊັງສິ່ງເຫລົ່ານັ້ນ, ເພາະມັນເປັນສິ່ງທີ່ຖືກເເຍກອອກເພື່ອການທຳລາຍ.
\s5
\c 8
\cl ບົດທີ 8
\p
\v 1 ພວກທ່ານຕ້ອງຖືຮັກສາພະບັນຍັດທັງຫລາຍທີ່ຂ້ານ້ອຍກຳລັງມອບໃຫ້ພວກທ່ານໃນວັນນີ້, ເພື່ອວ່າພວກທ່ານຈະມີຊີວິດ ເເລະ ທະວີຂຶ້ນ, ເເລະ ເຂົ້າໄປເພື່ອຢຶດຄອງດິນເເດນທີ່ພຣະຢາເວໄດ້ຊົງສັນຍາຕໍ່ບັນພະບູລຸດຂອງພວກທ່ານ.
\v 2 ພວກທ່ານຈະລະນຶກເຖິງວິທີທຸກຢ່າງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງນຳພວກທ່ານຊ່ວງສີ່ສິບປີໃນຖິ່ນທຸລະກັນດານນັ້ນ, ເພື່ອວ່າພຣະອົງຈະຊົງໃຫ້ພວກທ່ານຖ່ອມໃຈລົງ, ເພື່ອພຣະອົງຈະຊົງທົດສອບພວກທ່ານໃຫ້ຮູ້ເຖິງສິ່ງທີ່ຢູ່ໃນໃຈພວກທ່ານ, ວ່າພວກທ່ານຈະຖືຮັກສາພະບັນຍັດທັງຫລາຍຂອງພຣະອົງຫລືບໍ່.
\s5
\v 3 ພຣະອົງຈະເຮັດໃຫ້ພວກທ່ານຖ່ອມໃຈລົງ, ເເລະ ເຮັດໃຫ້ພວກທ່ານຫີວ, ເລະ ຊົງລ້ຽງດູພວກທ່ານດ້ວຍມານາ, ຄືສິ່ງທີ່ພວກທ່ານບໍ່ຮູ້ເເລະລວມທັງບັນພະບູລຸດຂອງພວກທ່ານກໍບໍ່ຮູ້. ພຣະອົງຊົງເຮັດເເບບນັ້ນເພື່ອໃຫ້ທຸກຄົນຮູ້ວ່າບໍ່ເເມ່ນພຽງເເຕ່ເຂົ້າຈີ່ເທົ່ານັ້ນທີ່ເຮັດໃຫ້ປະຊາຊົນມີຊີວິດຢູ່; ເເຕ່ໂດຍທຸກສິ່ງທີ່ອອກມາຈາກພຣະຢາເວທີ່ເຮັດໃຫ້ປະຊາຊົນມີຊີວິດຢູ່.
\s5
\v 4 ເສື້ອຜ້າຂອງພວກທ່ານກໍບໍ່ເກົ່າ ຫລື ຂາດ, ເເລະ ຕີນຂອງທ່ານກໍບໍ່ບວມໃນຊ່ວງລະຫວ່າງສີ່ສິບປີເຫລົ່ານັ້ນ.
\v 5 ພວກທ່ານຈະຄິດເຖິງສິ່ງທີ່ຢູ່ໃນຫົວໃຈຂອງພວກທ່ານ, ຄືກັບຜູ້ຊາຍຄົນຫນື່ງທີ່ອົບຮົມສັ່ງສອນລູກຊາຍຂອງຕົນ, ດັ່ງນັ້ນພຣະຢາເວພຣະເຈົ້າຂອງພວກທ່ານກໍອົບຮົມສັ່ງສອນພວກທ່ານ.
\v 6 ພວກທ່ານຈະຖືຮັກສາພະບັນຍັດຕ່າງໆ ຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອວ່າພວກທ່ານຈະເດີນໃນທາງຂອງພຣະອົງ ເເລະ ຖວາຍກຽດເເດ່ພຣະອົງ.
\s5
\v 7 ພຣະຢາເວພຣະເຈົ້າຂອງທ່ານກຳລັງນຳທ່ານເຂົ້າໄປໃນດິນເດນອັນປະເສີດ, ດິນເເດນທີ່ມີນ້ຳພຸ ເເລະ ເເມ່ນ້ຳໄຫລອອກມາໄປຍັງພູເຂົາຕ່າງໆ, ເເລະທ່າມກາງເນີນເຂົາຕ່າງໆ;
\v 8 ດິນເເດນທີ່ເຕັມໄປດ້ວຍເຂົ້າສາລີ ເເລະ ເຂົ້າບະເລ, ຕົ້ນອະງຸ່ນ, ຕົ້ນຫມາກເດືອຍ, ເເລະ ຕົ້ນຫມາກພີລາ; ດິນເເດນທີ່ເຕັມໄປດ້ວຍຕົ້ນຫມາກກອກ ເເລະ ນ້ຳເຜິ້ງ.
\s5
\v 9 ຄືດິນເເດນທີ່ພວກທ່ານຈະໄດ້ກິນເຂົ້າຈີ່ໄດ້ຢ່າງບໍ່ຂາດ, ເເລະ ເປັນທີ່ພວກທ່ານບໍ່ໄດ້ໄປໂດຍບໍ່ມີຫຍັງ; ດິນເເດນທີ່ມີຫີນຕ່າງໆທີ່ເຮັດຈາກເຫລັກ ເເລະ ພວກທ່ານຈະຂຸດທອງເເດງໄດ້ຕາມເນີນເຂົາຕ່າງໆ.
\v 10 ພວກທ່ານຈະໄດ້ກິນຢ່າງອິ່ມຫນຳສຳລານ, ເເລະ ພວກທ່ານຈະສັນລະເສີນພຣະຢາເວພຣະເຈົ້າຂອງພວກທ່ານສຳລັບດິນເເດນອັນປະເສີດທີ່ພຣະອົງໄດ້ປຣະທານໃຫ້ເເກ່ພວກທ່ານ.
\s5
\v 11 ຈົ່ງເອົາໃຈໃສ່ເພື່ອວ່າທ່ານຈະບໍ່ຫລົງລືມພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະ ເພື່ອພວກທ່ານຈະບໍ່ເສີຍຕໍ່ຄຳສັ່ງຂອງພຣະອົງ, ພະບັນຍັດຂອງພຣະອົງ, ເເລະ ກົດຫມາຍຂອງພຣະອົງ ທີ່ຂ້ານ້ອຍໄດ້ສັ່ງພວກທ່ານໃນວັນນີ້,
\v 12 ບໍ່ເຊັ່ນນັ້ນ, ເມື່ອພວກທ່ານກິນເຂົ້າອີ່ມເເລ້ວ, ເເລະ ເມື່ອພວກທ່ານສ້າງບ້ານທີ່ດີ ເເລະ ອາໄສຢູ່ນັ້ນຈະເຮັດໃຫ້ພວກທ່ານຫລົງໄຫລ.
\s5
\v 13 ຈົ່ງລະວັງໃຫ້ດີເມື່ອຝູງສັດທັງຫລາຍຂອງພວກທ່ານມີຫລາຍຂຶ້ນ ເເລະ ເມື່ອເງິນເເລະທອງຄຳຂອງພວກທ່ານເພີ່ມຫລາຍຂຶ້ນ, ເເລະ ທຸກສິ່ງທີ່ມີນັ້ນເພີ່ມຫລາຍຂຶ້ນ,
\v 14 ເເລ້ວຈິດໃຈຂອງທ່ານຈະມົວເມົານຳສິ່ງເຫລົ່ານັ້ນ ເເລະ ຈະເຮັດໃຫ້ພວກທ່ານລືມພຣະຢາເວພຣະເຈົ້າຂອງພວກທ່ານ, ຜູ້ຊົງນຳພວກທ່ານອອກມາຈາກດິນເເດນເອຢິບ, ອອກມາຈາກເຮືອນທາດນັ້ນ.
\s5
\v 15 ຢ່າຫລົງລືມພຣະອົງຜູ້ຊົງນຳພວກທ່ານອອກມາຈາກຖິ່ນທຸລະກັນດານອັນກວ້າງໃຫຍ່, ເເລະ ຫນ້າຢ້ານທີ່ມີສັດມີພິດຮ້າຍເເຮງ ເເລະ ແມງງອດທັງຫລາຍ ເເລະ ຜືນເເຜ່ນດິນທີ່ເເຫ້ງເເລ້ງບໍ່ມີນ້ຳຜູ້ໄດ້ຊົງເຮັດໃຫ້ນ້ຳໄຫລອອກມາຈາກຫີນເຫລັກໄຟນັ້ນ.
\v 16 ພຣະອົງໄດ້ຊົງລ້ຽງດູພວກທ່ານໃນຖິ່ນທຸລະກັນດານດ້ວຍມານາທີ່ບັນພະບູລຸດຂອງທ່ານທັງຫລາຍບໍ່ເຄີຍຮູ້ຈັກ, ເພື່ອວ່າພຣະອົງຈະເຮັດໃຫ້ພວກທ່ານຖ່ອມໃຈ ເເລະທົດສອບພວກທ່ານ ເພື່ອເຮັດໃຫ້ພວກທ່ານດີໃນບັ້ນປາຍ,
\v 17 ເເຕ່ພວກທ່ານອາດກ່າວໃນໃຈຂອງພວກທ່ານວ່າ, 'ອຳນາດຂອງເຮົາ ເເລະ ກຳລັງເເຫ່ງມືຂອງເຮົາເຮັດໃຫ້ໄດ້ຄວາມມັ່ງຄັ່ງທັງຫມົດນີ້.'
\s5
\v 18 ເເຕ່ພວກທ່ານຈະລະນຶກເຖິງພຣະຢາເວພຣະເຈົ້າຂອງພວກທ່ານ, ເພາະພຣະອົງໄດ້ເປັນຜູ້ປະທານອຳນາດເເກ່ພວກທ່ານ; ເພື່ອວ່າພວກທ່ານຈະຫມັ້ນຄົງ ເພື່ອພຣະອົງຈະຊົງສະຖາປະນາພັນທະສັນຍາທີ່ພຣະອົງໄດ້ຊົງສັນຍາຕໍ່ບັນພະບູລຸດຂອງພວກທ່ານ, ດັ່ງທີ່ເປັນຢູ່ໃນທຸກວັນນີ້.
\v 19 ສິ່ງນັ້ນຈະເກີດຂຶ້ນ ຖ້າຫາກທ່ານລືມພຣະຢາເວພຣະເຈົ້າຂອງພວກທ່ານ ເເລະ ເດີນຕາມພະອື່ນໆ ນະມັດສະການພະເຫລົ່ານັ້ນ, ເເລະ ບູຊາພະເຫລົ່ານັ້ນຂ້ານ້ອຍຂໍເປັນພະຍານຕໍ່ຕ້ານພວກທ່ານໄວ້ໃນວັນນີ້ວ່າພວກທ່ານຈະໄດ້ຮັບການລົງໂທດຢ່າງເເນ່ນອນ.
\v 20 ຄືກັບຊົນຊາດທັງຫລາຍທີ່ພຣະຢາເວຊົງລົງໂທດຕໍ່ຫນ້າຕໍ່ຕາຂອງພວກທ່ານ, ດັ່ງນັ້ນຈະລົງໂທດພວກທ່ານ ເພາະພວກທ່ານບໍ່ເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\c 9
\cl ບົດທີ 9
\p
\v 1 ຈົ່ງຟັງເຖີດ, ອິດ​ສ​ະ​ຣາເອນເອີຍ; ພວກທ່ານກຳລັງຈະຂ້າມເເມ່ນ້ຳຈໍເເດນໃນມື້ນີ້, ເພື່ອເຂົ້າໄປຂັບໄລ່ຊົນຊາດຕ່າງໆທີ່ຍິ່ງໃຫຍ່ກວ່າ ເເລະເຂັ້ມເເຂງກວ່າພວກທ່ານ, ເເລະ ຢຶດເມືອງທັງຫລາຍທີ່ຍິ່ງໃຫຍ່ ເເລະ ມີປ້ອມສູງເຖິງທ້ອງຟ້າ,
\v 2 ຜູ້ຄົນທີ່ໂຕໃຫຍ່ ເເລະ ສູງບັນພະບູລຸດຊາຍທັງຫລາຍຂອງຄົນອານາດ, ຜູ້ທີ່ພວກທ່ານຮູ້ຈັກ, ເເລະ ຜູ້ທີ່ພວກທ່ານໄດ້ຍິນປະຊາຊົນເວົ້າວ່າ, 'ໃຜທີ່ສາມາດຢືນຢູ່ຕໍ່ຫນ້າຂອງຄົນອານາກີມໄດ້?'
\s5
\v 3 ດັ່ງນັ້ນ ໃນມື້ນີ້ຈົ່ງຮູ້ເຖີດວ່າ ພຣະຢາເວຂອງພວກທ່ານຄືພຣະອົງຜູ້ຊົງໄປຂ້າງຫນ້າຂອງທ່ານຄືກັບໄຟທີ່ເຜົາຜານ; ພຣະອົງຈະຊົງທຳລາຍພວກເຂົາ, ເເລະ ພຣະອົງຈະຊົງປາບພວກເຂົາຕໍ່ຫນ້າພວກທ່ານ; ເພື່ອພວກທ່ານຈະຂັບໄລ່ເຂົາອອກໄປ ເເລະ ເຮັດໃຫ້ພວກເຂົາພິນາດໄປຢ່າງໄວຄືກັບພຣະຢາເວໄດ້ກ່າວເເກ່ພວກທ່ານ.
\s5
\v 4 ຢ່າເວົ້າໃນໃຈຂອງພວກທ່ານ, ຫລັງຈາກພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຂັບໄລ່ພວກເຂົາອອກໄປຕໍ່ຫນ້າພວກທ່ານວ່າ, 'ເປັນເພາະຄວາມຊອບທຳຂອງເຮົາທີ່ພຣະຢາເວໄດ້ຊົງນຳເຮົາເຂົ້າມາຍຶດຄອງດິນເເດນນີ້,' ເປັນເພາະຄວາມຊົ່ວຊ້າຂອງຊົນຊາດຕ່າງໆ ເຫລົ່ານີ້ທີ່ພຣະຢາເວຂັບໄລ່ເຂົາອອກໄປຕໍ່ຫນ້າຕໍ່ຕາຂອງພວກທ່ານ.
\s5
\v 5 ບໍ່ເເມ່ນຄວາມຊອບທຳຂອງທ່ານ ຫລື ຄວາມຊື່ສັດຂອງພວກທ່ານຈະເຂົ້າໄປຢຶດຄອງດິນເເດນຂອງພວກເຂົານັ້ນ ເເຕ່ເປັນເພາະຄວາມຊົ່ວຊ້າຂອງຊົນຊາດຕ່າງໆເຫລົ່ານີ້ທີ່ພຣະເຈົ້າຂອງພວກທ່ານຈະຂັບໄລ່ພວກເຂົາອອກໄປຕໍ່ຫນ້າຕໍ່ຕາຂອງພວກທ່ານ, ເເລະ ເພື່ອວ່າພຣະອົງຈະເຮັດໃຫ້ຖ້ອຍຄຳຂອງພຣະອົງເປັນຈິງດັ່ງທີ່ພຣະອົງໄດ້ຊົງສັນຍາໄວ້ຕໍ່ບັນພະບູລຸດຂອງພວກທ່ານ, ຄືຕໍ່ ອັບຣາຮາມ ອີຊາກ ເເລະ ຢາໂຄບ.
\s5
\v 6 ດັ່ງນັ້ນຈົ່ງຮູ້ເຖີດວ່າ, ພຣະຢາເວພຣະເຈົ້າຂອງທ່ານບໍ່ໄດ້ຊົງປະທານດິນເເດນນີ້ໃຫ້ພວກທ່ານຢຶດຄອງເພາະຄວາມຊອບທຳຂອງພວກທ່ານ, ເພາະພວກທ່ານເປັນປະຊາຊົນທີ່ຫົວເເຂງ.
\s5
\v 7 ຈົ່ງລະນຶກເຖິງ ເເລະ ຢ່າຫລົງລືມວ່າພວກທ່ານໄດ້ເຮັດໃຫ້ພຣະຢາເວຂອງພວກທ່ານໂກດຮ້າຍໃນຖິ່ນທຸລະກັນດານມາເເລ້ວຢ່າງໃດ; ຈາກວັນນີ້ໃຫ້ທ່ານອອກຈາກເອຢິບຈົນພວກທ່ານຈະມາເຖິງສະຖານທີ່ເເຫ່ງນີ້, ພວກທ່ານໄດ້ກະບົດຕໍ່ພຣະຢາເວ.
\v 8 ພວກທ່ານເຮັດໃຫ້ພຣະຢາເວໂກດຮ້າຍຫລາຍພໍທີ່ຈະໃຫ້ພຣະອົງທຳລາຍພວກທ່ານໄດ້.
\s5
\v 9 ເມື່ອຂ້ານ້ອຍຂຶ້ນໄປພູເຂົາເພື່ອຮັບເເຜ່ນສີລາ, ຄືເເຜ່ນສີລາເເຫ່ງພັນທະສັນຍາທີ່ພຣະຢາເວໄດ້ເຮັດໄວ້ກັບພວກທ່ານ, ຂ້ານ້ອຍໄດ້ຢູ່ເທິງພູເຂົາເປັນເວລາສີ່ສິບມື້ ເເລະ ສີ່ສິບຄືນ; ຂ້ານ້ອຍບໍ່ໄດ້ກິນເຂົ້າຈີ່ຫລືກິນນ້ຳເລີຍ.
\v 10 ພຣະຢາເວໄດ້ປຣະທານເເຜ່ນສີລາໃຫ້ພວກທ່ານສອງເເຜ່ນໃຫ້ເເກ່ພວກທ່ານຊຶ່ງຖືກຂຽນໂດຍມືຂອງພຣະອົງ; ເທິງສີລາເຫລົ່ານັ້ນທຸກສິ່ງໄດ້ຖືກຈາລຶກໄວ້ຄືກັບຖ້ອຍຄຳທັງຫມົດທີ່ພຣະຢາເວໄດ້ຊົງປຣະກາດໃຫ້ເເກ່ພວກທ່ານຈາກກາງໄຟທີ່ຢູ່ເທິງພູເຂົາໃນວັນທີ່ຊຸມນຸມກັນນັ້ນ.
\s5
\v 11 ສິ່ງນີ້ໄດ້ເກີດຂຶ້ນມື້ສຸດທ້າຍຫລັງຈາກສີ່ສິບວັນສີ່ສິບຄືນ ທີ່ພຣະຢາເວໄດ້ປະທານເເຜ່ນສີລາສອງເເຜ່ນນັ້ນໃຫ້ເເກ່ຂ້ານ້ອຍ, ຄືສີລາເເຫ່ງພັນທະສັນຍາ.
\v 12 ພຣະຢາເວໄດ້ກ່າວຕໍ່ຂ້ານ້ອຍວ່າ, 'ຈົ່ງລຸກຂຶ້ນ, ຮີບລົງໄປຈາກທີ່ນີ້ເພາະປະຊາຊົນຂອງເຈົ້າຜູ້ທີ່ເຈົ້າໄດ້ນຳອອກໄປຈາກເອຢິບ, ໄດ້ເຮັດໃຫ້ຕົວຂອງພວກເຂົາເຊື່ອມເສຍເເລ້ວ. ພວກເຂົາໄດ້ປິ່ນຫນ້າອອກຈາກວິທີທີ່ເຮົາໄດ້ບັນຊາພວກເຂົາຢ່າງໄວ ພວກເຂົາໄດ້ສ້າງຮູບຫລໍ່ສຳລັບຕົວພວກເຂົາເອງເເລ້ວ.'
\s5
\v 13 ນອກຈາກນີ້, ພຣະຢາເວໄດ້ກ່າວກັບຂ້ານ້ອຍວ່າ, 'ເຮົາໄດ້ເຫັນປະຊາຊົນນີ້; ພວກເຂົາເປັນປະຊາຊົນທີ່ຫົວເເຂງ.
\v 14 ຈົ່ງປ່ອຍເຮົາເຖີດ, ເພື່ອເຮົາຈະທຳລາຍພວກເຂົາ ເເລະ ລົບຊື່ຂອງພວກເຂົາອອກຈາກພາຍໃຕ້ຟ້າ ເເລະ ເຮົາຈະເຮັດໃຫ້ເປັນຊົນຊາດທີ່ເຂັ້ມເເຂງ ເເລະ ຍິ່ງໃຫຍ່ກວ່າພວກເຂົາ.'
\s5
\v 15 ດັ່ງນັ້ນຂ້ານ້ອຍຈຶ່ງຫັນກັບ ເເລະ ລົງມາຈາກພູເຂົານັ້ນ, ເເລະ ພູເຂົານັ້ນກຳລັງເຜົາຜານໄຫມ້. ເເຜ່ນສີລາເເຫ່ງພັນທະສັນຍາທັງສອງເເຜ່ນດິນໄດ້ຢູ່ໃນມືຂອງຂ້ານ້ອຍ.
\v 16 ຂ້ານ້ອຍໄດ້ເບິ່ງ, ເເລະ ເບິ່ງສາ, ພວກທ່ານໄດ້ເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ. ພວກທ່ານໄດ້ຫລໍ່ຮູບງົວສຳລັບຕົວເອງ. ພວກທ່ານໄດ້ຫັນອອກຈາກວິທີທີ່ພຣະຢາເວໄດ້ຊົງບັນຊາພວກທ່ານຢ່າງໄວ.
\s5
\v 17 ຂ້ານ້ອຍໄດ້ນຳເເຜ່ນສີລາທັງສອງມາ ແລະ ຖິ້ມລົງຈາກມືຂ້ານ້ອຍ. ຂ້ານ້ອຍທຳລາຍເເຜ່ນສີລານັ້ນຕໍ່ຫນ້າຕໍ່ຕາຂອງພວກທ່ານ.
\v 18 ອີກເທື່ອຫນຶ່ງ ຂ້ານ້ອຍໄດ້ກົ້ມຫນ້າລົງຕໍ່ພຣະຢາເວເປັນເວລາສີ່ສິບວັນສີ່ສິບຄືນ; ຂ້ານ້ອຍບໍ່ໄດ້ກິນເຂົ້າຈີ່ ຫລື ກິນນ້ຳເລີຍ, ເພາະຄວາມບາບທັງຫມົດຂອງພວກທ່ານທີ່ພວກທ່ານໄດ້ເຮັດ ໃນການເຮັດເຊັ່ນນັ້ນເປັນສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະຢາເວ, ຊຶ່ງເປັນການເຮັດໃຫ້ພຣະອົງໂກດຮ້າຍ.
\s5
\v 19 ເພາະຂ້ານ້ອຍຢ້ານຄວາມໂກດຮ້າຍ ເເລະຄວາມບໍ່ພໍພຣະໃຈຂອງພຣະຢາເວ ຊຶ່ງໄດ້ໂກດຮ້າຍຫລາຍຕໍ່ສູ້ພວກທ່ານເພື່ອທຳລາຍພວກທ່ານ. ເເຕ່ພຣະຢາເວໄດ້ຟັງຂ້ານ້ອຍໃນເວລານັ້ນດ້ວຍ.
\v 20 ພຣະຢາເວຊົງມີຄວາມໂກດຮ້າຍຫລາຍຕໍ່ອາໂຣນ ຈົນເຖິງກັບຈະທຳລາຍເຂົາ; ຂ້ານ້ອຍໄດ້ອະທິຖານເພື່ອອາໂຣນໃນເວລານັ້ນເຊັ່ນກັນ.
\s5
\v 21 ຂ້ານ້ອຍໄດ້ນຳຄວາມບາບຂອງພວກທ່ານ, ຮູບຫລໍ່ລູກງົວທີ່ພວກທ່ານໄດ້ສ້າງຂຶ້ນມາ, ເເລະເຜົາມັນທຸບມັນຈົນມຸ່ນ, ເເລະ ບົດຈົນເປັນຝຸ່ນ ຈົນເປັນຄືກັບຂີ້ຝຸ່ນ. ຂ້ານ້ອຍເທມັນລົງເເມ່ນ້ຳທີ່ໄຫລລົງມາຈາກພູເຂົາ.
\s5
\v 22 ທີ່ຕາເບຣາ, ມັດສາ, ເເລະ ກິບໂຣດ ຮັດຕາອາວາ, ພວກເຈົ້າກໍເຮັດໃຫ້ພຣະຢາເວໂກດຮ້າຍ.
\v 23 ເມື່ອພຣະຢາເວໄດ້ສົ່ງພວກທ່ານອອກຈາກກາເດັດບາກເນອາ ເເລະ ກ່າວວ່າ, 'ຈົ່ງຂຶ້ນໄປ ເເລະ ຢຶດຄອງດິນເເດນທີ່ເຮົາໄດ້ປະທານໃຫ້ເເກ່ພວກເຈົ້າ,' ເເລ້ວພວກທ່ານກໍໄດ້ກະບົດຕໍ່ພຣະບັນຍັດຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\v 24 ພວກທ່ານບໍ່ໄດ້ເຊື່ອຫລື ຟັງສຽງຂອງພະອົງ ພວກທ່ານໄດ້ກະບົດຕໍ່ພຣະຢາເວນັບຈາກວັນນັ້ນທີ່ຂ້ານ້ອຍໄດ້ຮູ້ຈັກພວກທ່ານ.
\s5
\v 25 ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ກົ້ມຫນ້າລົງຕໍ່ພຣະຢາເວໃນຊ່ວງສີ່ສິບວັນສີ່ສິບຄືນເຫລົ່ານັ້ນ, ເພາະພຣະອົງໄດ້ກ່າວວ່າພຣະອົງຈະຊົງທຳລາຍພວກທ່ານ.
\v 26 ຂ້ານ້ອຍໄດ້ອະທິຖານເຖິງພຣະຢາເວ ວ່າ, 'ໂອ ຂ້າເເຕ່ອົງພຣະຜູ້ເປັນເຈົ້າ ພຣະຢາເວ, ຂໍຊົງຢ່າໄດ້ທຳລາຍປະຊາຊົນຂອງພຣະອົງຫລື ມໍລະດົກຂອງພຣະອົງໄດ້ໄຖ່ໂດຍຄວາມຍິ່ງໃຫຍ່ຂອງພຣະອົງ, ທີ່ພຣະອົງໄດ້ຊົງນຳອອກມາຈາກເອຢິບດ້ວຍມືອັນຊົງຣິດ.
\s5
\v 27 ຂໍຊົງລະນຶກເຖິງບັນດາຜູ້ຮັບໃຊ້ຂອງພຣະອົງ ອັບຣາຮາມ, ອີຊາກ, ເເລະ ຢາໂຄບ; ຢ່າສົນໃຈໃນຄວາມດື້ດຶງຂອງປະຊາຊົນເຫລົ່ານັ້ນ ຫລື ທີ່ຄວາມບາບຂອງພວກເຂົາ,
\v 28 ເພື່ອວ່າດິນເເດນຈາກທີ່ຂ້ານ້ອຍໄດ້ນຳພວກເຂົາມານັ້ນຈະກ່າວໄດ້ວ່າ, "ເພາະພຣະຢາເວບໍ່ສາມາດນຳພວກເຂົາ ເຂົ້າໄປໃນດິນເເດນທີ່ພຣະອົງຊົງສັນຍາໄວ້ຕໍ່ພວກເຂົາ, ພຣະອົງຈຶຶ່ງໄດ້ນຳພວກເຂົາອອກມາ, ເພື່ອປະຫານພວກເຂົາໃນຖິ່ນທຸລະກັນດານ."
\v 29 ເເຕ່ພວກເຂົາຍັງເປັນປະຊາຊົນຂອງພຣະອົງ ເເລະ ເປັນມໍລະດົກຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊົງນຳອອກມາໂດຍພຣະກຳລັງອັນເຂັ້ມເເຂງ ເເລະໂດຍການສຳເເດງຣິດອຳນາດຂອງພຣະອົງນັ້ນ.'
\s5
\c 10
\cl ບົດທີ 10
\p
\v 1 ໃນເວລານັ້ນ ພຣະຢາເວໄດ້ກ່າວກັບຂ້ານ້ອຍວ່າ, 'ຈົ່ງຕັດສີລາສອງເເຜ່ນຄືກັບຄັ້ງທຳອິດ ເເລະ ຈົ່ງລຸກຂຶ້ນມາຫາເຮົາເທິງພູເຂົາ, ເເລະ ຈົ່ງເຮັດຫີບໄມ້ຫນຶ່ງຫີບ.
\v 2 ເຮົາຈະຂຽນຖ້ອຍຄຳຕ່າງໆ ເທິງສີລາເຊັ່ນດຽວກັນກັບໄດ້ຂຽນເທິງສີລາສອງເເຜ່ນທຳອິດທີ່ເຈົ້າໄດ້ທຳລາຍໄປເເລ້ວ, ເເລະເຈົ້າຈົ່ງນຳສີລາທັງສອງເເຜ່ນໃສ່ໄວ້ໃນຫີບນັ້ນ.'
\s5
\v 3 ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ເຮັດຫີບຈາກໄມ້ກະຖິນເທດຂຶ້ນມາຫີບຫນຶ່ງ, ເເລະ ຂ້ານ້ອຍໄດ້ສະກັດສີລາສອງເເຜ່ນຄືກັບເທື່ອທຳອິດ, ເເລະ ຂ້ານ້ອຍໄດ້ຂຶ້ນໄປພູເຂົາໂດຍມີສີລາສອງເເຜ່ນຢູ່ໃນມືຂອງຂ້ານ້ອຍ.
\v 4 ພຣະອົງໄດ້ຊົງຂຽນເທິງສີລາເຫລົ່ານັ້ນ, ຄືກັບທີ່ໄດ້ຂຽນໃນເທື່ອທຳອິດຄືພຣະສັນຍາສິບປະການ ທີ່ພຣະຢາເວໄດ້ກ່າວເເກ່ຂ້ານ້ອຍອອກມາຈາກກາງໄຟທີ່ເທິງພູເຂົາໃນວັນເເຫ່ງການຊຸມນຸມກັນນັ້ນ; ເເລ້ວພຣະຢາເວຈຶ່ງໄດ້ປະທານສີລາເຫລົ່ານັ້ນໃຫ້ຂ້ານ້ອຍ.
\s5
\v 5 ຂ້ານ້ອຍໄດ້ຫັນກັບ ເເລະ ລົງມາຈາກພູເຂົາ, ເເລະ ນຳເເຜ່ນສີລາທັງສອງເເຜ່ນໃສ່ຫີບທີ່ຂ້ານ້ອຍໄດ້ເຮັດຂຶ້ນມາ; ສີລາທັງສອງເເຜ່ນກໍຢູ່ທີ່ນັ້ນ, ຕາມທີ່ພຣະຢາເວໄດ້ຊົງບັນຊາຂ້ານ້ອຍ."
\s5
\v 6 ປະຊາຊົນອິດສະຣາເອນໄດ້ເດີນທາງຈາກນ້ຳສ້າງທີ່ເປັນຂອງຢາອາການ ເເລະ ໄດ້ໄປທີ່ໂມເສຣາ. ອາໂຣນໄດ້ເສຍຊີວິດຢູ່ທີ່ນັ້ນ, ເເລະ ເຂົາໄດ້ຝັງທີ່ນັ້ນ; ເອເລອາຊາ, ລູກຊາຍຂອງເພິ່ນໄດ້ຂຶ້ນເປັນປະໂຣຫິດເເທນ.
\v 7 ຈາກນັ້ນພວກເຂົາໄດ້ເດີນທາງໄປທີ່ກຸດໂກດາ, ເເລະ ກຸດໂກດາໄປຍັງໂຢດບາທາ, ຄືບ່ອນທີ່ມີນ້ຳຫລາຍ.
\s5
\v 8 ໃນເວລານັ້ນ ພຣະຢາເວໄດ້ຊົງເລືອກເຜົ່າເລວີໃຫ້ເປັນຜູ້ເເບກຫີບພັນທະສັນຍາຂອງພຣະຢາເວ, ເພື່ອຢືນຢູ່ຕໍ່ຫນ້າຂອງພຣະຢາເວ ເພື່ອປະຕິບັດພຣະອົງ, ເເລະ ເພື່ອອວຍພອນປະຊາຊົນໃນພຣະນາມຂອງພຣະອົງ, ຄືເເບບທຸກມື້ນີ້.
\v 9 ດ້ວຍເຫດນີ້ຄົນເລວີຈຶ່ງມີສົມບັດໃນດິນເເດນນັ້ນຮ່ວມກັບພວກພີ່ນ້ອງຂອງພວກເຂົາ, ພຣະຢາເວຊົງເປັນມໍລະດົກຂອງເຂົາ, ຄືດັ່ງພຣະຢາເວພຣະເຈົ້າຂອງພວກທ່ານໄດ້ກ່າວເເກ່ເຂົາ.)
\s5
\v 10 "ຂ້ານ້ອຍໄດ້ຢູ່ເທິງພູເຂົາ, ໃນເວລາສີ່ສິບວັນສີ່ສິບຄືນຄືຄັ້ງທຳອິດ. ພຣະຢາເວໄດ້ຊົງຟັງຂ້ານ້ອຍໃນເວລານັ້ນເຊັ່ນກັນ; ພຣະຢາເວບໍ່ໄດ້ຈະທຳລາຍພວກທ່ານ.
\v 11 ພຣະຢາເວໄດ້ກ່າວເເກ່ຂ້ານ້ອຍວ່າ, 'ຈົ່ງລຸກຂຶ້ນ, ນຳຫນ້າປະຊາຊົນ ນຳພວກເຂົາໄປໃນການເດີນທາງຂອງພວກເຂົາ ພວກເຂົາຈະເຂົ້າໄປ; ເເລະ ຢຶດຄອງດິນເເດນທີ່ເຮົາໄດ້ສັນຍາເອົາໄວ້ກັບບັນດາບັນພະບູລຸດຂອງພວກເຂົາເພື່ອປະທານໃຫ້ເເກ່ພວກເຂົາ.'
\s5
\v 12 ບັດນີ້, ອິດສະຣາເອນເອີຍ, ພຣະຢາເວພຣະເຈົ້າຂອງພວກທ່ານ, ບໍ່ໄດ້ຊົງຕ້ອງການສິ່ງໃດຈາກພວກທ່ານ, ນອກຈາກຄວາມຢຳເກງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອດຳເນີນວີຖີທັງຫມົດຂອງພຣະອົງເພື່ອຮັກພຣະອົງ, ເເລະ ເພື່ອນະມັດສະການພຣະເຈົ້າຂອງພວກເຮົາດ້ວຍສິ້ນສຸດໃຈຂອງພວກທ່ານ, ເເລະດ້ວຍສິ້ນສຸດຈິດຂອງພວກທ່ານ,
\v 13 ເພື່ອຮັກສາຄຳສັ່ງຂອງພຣະຢາເວ, ເເລະ ກົດບັນຍັດຂອງພຣະອົງ ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້ເພື່ອຜົນດີຂອງພວກທ່ານເອງບໍ່ເເມ່ນບໍ?
\s5
\v 14 ເບິ່ງສາ, ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານຜູ້ຊົງເປັນເຈົ້າຂອງທ້ອງຟ້າ ເເລະສະຫວັນສູງສຸດ, ເເຜ່ນດິນໂລກ, ພ້ອມທຸກສິ່ງທີ່ຢູ່ໃນສິ່ງເຫລົ່ານີ້.
\v 15 ພຽງເເຕ່ພຣະຢາເວໄດ້ພໍໃຈບັນດາບັນພະບູລຸດຂອງພວກທ່ານ ເເລະຊົງຮັກພວກເຂົາ, ເເລະ ພຣະອົງຊົງເລືອກພວກທ່ານຄືເຊື້ອສາຍຂອງພວກເຂົາ, ສືບທອດຈາກພວກເຂົາ ຫລາຍ, ຍິ່ງກວ່າປະຊາຊົນອື່ນໃດ, ດັ່ງທີ່ພຣະອົງຊົງເຮັດໃນວັນນີ້.
\s5
\v 16 ດ້ວຍເຫດນີ້ ຈົ່ງເຂົ້າໃນຫົວໃຈຂອງພວກທ່ານ, ເເລະ ຢ່າຫົວເເຂງອີກຕໍ່ໄປ.
\v 17 ເພາະພຣະຢາເວຂອງພວກທ່ານ, ພຣະອົງຊົງເປັນພຣະເຈົ້າເຫນືອພະໃດໆ, ເເລະ ຊົງເປັນອົງພຣະຜູ້ເປັນເຈົ້າເຫນືອເຈົ້ານາຍໃດໆ, ຊົງເປັນພຣະເຈົ້າຜູ້ຍິ່ງໃຫຍ່, ຜູ້ຊົງສະຖິດ, ເເລະ ຫນ້າຢຳເກງ, ຜູ້ຊຶ່ງບໍ່ເຫັນເເກ່ຜູ້ໃດ ເເລະ ບໍ່ໄດ້ຮັບສິນຈ້າງ.
\s5
\v 18 ພຣະອົງຊົງດຳເນີນຢ່າງຍຸດຕິທຳເພື່ອຜູ້ກຳພ້າພໍ່ເເມ່, ແລະ ເເມ່ຫມ້າຍ, ເເລະ ພຣະອົງຊົງສຳເເດງຄວາມຮັກຕໍ່ຄົນຕ່າງຊາດໂດຍການປະທານອາຫານ ເເລະ ເສື້ອຜ້າໃຫ້ເເກ່ເຂົາ.
\v 19 ດ້ວຍເຫດນີ້ ຈົ່ງຮັກຄົນຕ່າງຊາດ; ເພາະພວກທ່ານເປັນຄົນຕ່າງຊາດໃນດິນເເດນເອຢິບ.
\s5
\v 20 ພວກທ່ານຈະຢຳເກງພຣະຢາເວພຣະເຈົ້າຂອງພວກທ່ານ; ຈະນະມັດສະການພຣະອົງທ່ານຕ້ອງຜູກພັນຢູ່ກັບພຣະອົງ, ເເລະ ສາບານໂດຍພຣະນາມຂອງພຣະອົງ.
\v 21 ພຣະອົງຄືຄຳສັນລະເສີນຂອງພວກທ່ານ, ເເລະ ພຣະອົງຄືພຣະເຈົ້າຂອງພວກທ່ານ, ຜູ້ໄດ້ເຮັດສິ່ງທີ່ຍິ່ງໃຫຍ່ເເລະ ສິ່ງທີ່ອັດສະຈັນເຫລົ່ານີ້ໃຫ້ກັບພວກທ່ານ, ຕາມທີ່ດວງຕາຂອງພວກທ່ານໄດ້ເເນມເຫັນນັ້ນ.
\s5
\v 22 ບັນດາບັນພະບູລຸດຂອງພວກທ່ານໄດ້ລົງໄປທີ່ເອຢິບພຽງເຈັດສິບຄົນ; ບັດນີ້ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ເຮັດໃຫ້ພວກທ່ານມີຈຳນວນຫລາຍກວ່າດວງດາວໃນທ້ອງຟ້າ.
\s5
\c 11
\cl ບົດທີ 11
\p
\v 1 ດ້ວຍເຫດນີ້ພວກທ່ານຈະຮັກສາພຣະຢາເວພຣະເຈົ້າຂອງພວກທ່ານເເລະຮັກສາຄຳສັ່ງສອນຂອງພຣະອົງ ກົດບັນຍັດຂອງພຣະອົງກົດຫມາຍຂອງພຣະອົງ ເເລະພຣະບັນຊາຂອງພຣະອົງ
\s5
\v 2 ຈົ່ງສັງເກດເຖີດວ່າຂ້ານ້ອຍບໍ່ໄດ້ກ່າວກັບລູກຫລານຂອງພວກທ່ານ, ຜູ້ບໍ່ເຄີຍຮູ້ຈັກຫລືບໍ່ເຄີຍເຫັນການລົງໂທດຂອງພຣະຢາເວ, ບໍ່ເຄີຍເຫັນຄວາມຍິ່ງໃຫຍ່ຂອງພຣະອົງ, ພຣະຫັດອັນຊົງຣິດຂອງພຣະອົງ, ຫລືແຂນທີ່ຢຽດອອກຂອງພຣະອົງ,
\v 3 ຫມາຍສຳຄັນເເລະການກະທຳຕ່າງໆ ທີ່ພຣະອົງໄດ້ຊົງເຮັດໃນທ່າມກາງເອຢິບຕໍ່ຟາໂຣ, ກະສັດຂອງເອຢິບ, ເເລະຕໍ່ດິນເເດນທັງຫມົດຂອງເຂົາ.
\s5
\v 4 ພວກເຂົາບໍ່ເຄີຍເຫັນສິ່ງທີ່ພຣະອົງໄດ້ຊົງເຮັດຕໍ່ກອງທັບຂອງເອຢິບ, ຕໍ່ກອງທະຫານມ້າຂອງພວກເຂົາ, ຕໍ່ບັນດາລົດມ້າຂອງພວກເຂົາ, ທີ່ພຣະອົງຊົງເຮັດໃຫ້ນ້ຳທະເລເເດງຖ້ວມຈົມພວກເຂົາໃນຂະນະທີ່ໄລ່ຕິດຕາມພວກທ່ານ, ເເລະການທີ່ພຣະຢາເວໄດ້ຊົງທຳລາຍພວກເຂົາຈົນເຖິງທຸກວັນນີ້
\v 5 ຫລືສິ່ງທີ່ພຣະອົງໄດ້ຊົງກະທຳເພື່ອພວກທ່ານໃນຖິ່ນທຸລະກັນດານຈົນກະທັ່ງພວກທ່ານໄດ້ມາເຖິງສະຖານທີ່ເເຫ່ງນີ້.
\s5
\v 6 ພວກເຂົາບໍ່ເຄີຍເຫັນສິ່ງທີ່ພຣະຢາເວໄດ້ຊົງເຮັດຕໍ່ດາທານເເລະອາບີຣາມ, ລູກຊາຍຂອງເອລີອາບ, ເຜົ່າຣູເບັນການທີ່ເເຜ່ນດິນໂລກອ້າປາກຂອງມັນ ເເລະກືນພວກເຂົາລົງໄປ, ຄົວເຮືອນຂອງພວກເຂົາ, ເຕັນຂອງພວກເຂົາ, ເເລະທຸກສິ່ງທີ່ມີຊີວິດຕິດຕາມພວກເຂົາໃນທ່າມກາງອິດສະຣາເອນທັງຫມົດ.
\v 7 ເເຕ່ດວງຕາຂອງພວກທ່ານໄດ້ເຫັນພາລະກິດອັນຍິ່ງໃຫຍ່ທັງຫມົດຂອງພຣະອົງທີ່ໄດ້ຊົງເຮັດ.
\s5
\v 8 ດ້ວຍເຫດນີ້ຈົ່ງຖືຮັກສາພຣະບັນຊາທັງຫລາຍທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ເພື່ອພວກທ່ານຈະເຂັ້ມເເຂງ, ເເລະເຂົ້າໄປຢຶດຄອງດິນເເດນທີ່ພວກທ່ານກຳລັງຈະຂ້າມໄປຢຶດຄອງນັ້ນ,
\v 9 ເເລະພວກທ່ານຈະເຮັດໃຫ້ວັນເວລາຂອງພວກທ່ານຍືນຍາວຕາມທີ່ພຣະຢາເວໄດ້ຊົງສັນຍາໄວ້ກັບບັນດາບັນພະບູລຸດຂອງພວກທ່ານວ່າຈະປະທານໃຫ້ເເກ່ພວກເຂົາເເລະເເກ່ເຊື້ອສາຍຂອງເຂົາ, ຄືດິນເເດນທີ່ໄຫລລົ້ນດ້ວຍນ້ຳນົມເເລະນ້ຳເຜິ້ງ.
\s5
\v 10 ເພາະດິນເເດນນັ້ນ, ທີ່ພວກທ່ານຈະເຂົ້າໄປຢຶດຄອງນັ້ນ, ບໍ່ຄືກັບດິນເເດນຂອງເອຢິບທີ່ພວກທ່ານໄດ້ມາ, ເເມ່ນພວກທ່ານໄດ້ມາຈາກການວ່ານເມັດເຂົ້າຂອງພວກທ່ານ, ເເລະຫົດນ້ຳດ້ວຍຕີນຂອງພວກທ່ານເປັນຄືສວນພືດພັນຕ່າງໆ
\v 11 ເເຕ່ດິນເເດນນັ້ນທີ່ພວກທ່ານ, ຈະຂ້າມໄປຢຶດຄອງນັ້ນ, ເປັນດິນເເດນເເຫ່ງເນີນເຂົາເເລະພູເຂົາຕ່າງໆ ເເລະກິນນ້ຳທີ່ເປັນນ້ຳຝົນຈາກທ້ອງຟ້າ,
\v 12 ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງເອົາໃຈໃສ່ສາຍຕາຂອງພຣະຢາເວພຣະເຈົ້າຂອງພວກທ່ານຊົງເຝົ້າເຫນືອເເຜ່ນດິນນັ້ນສະເຫມີ ຈາກວັນເລີ່ມຕົ້ນຂອງປີໄປຈົນເຖິງວັນສຸດທ້າຍຂອງປີ.
\s5
\v 13 ມັນຈະເກີດຂຶ້ນ, ຖ້າພວກທ່ານຈະຟັງດ້ວຍຄຳຫມັ້ນຕໍ່ຄຳສັ່ງຕ່າງໆ ຂອງພຣະເຈົ້າທີ່ຂ້ານ້ອຍໄດ້ບັນຊາພວກທ່ານໃນວັນນີ້, ເພື່ອຮັກພຣະຢາເວພຣະເຈົ້າຂອງພວກທ່ານເເລະເພື່ອປະຕິບັດຮັບໃຊ້ພຣະອົງດ້ວຍສຸດຈິດດ້ວຍສຸດໃຈຂອງພວກທ່ານ.
\v 14 ເພື່ອພຣະອົງຈະປະທານນ້ຳຝົນໃນເເຜ່ນດິນຂອງພວກທ່ານຕາມລະດູການຂອງມັນ, ຝົນຕົ້ນລະດູເເລະຝົນປາຍລະດູເພື່ອພວກທ່ານຈະເກັບລວບລວມພືດຜົນຂອງພວກທ່ານ, ເຫລົ້າອະງຸ່ນໃຫມ່ຂອງພວກທ່ານ ເເລະນ້ຳມັນຂອງພວກທ່ານ.
\v 15 ພຣະອົງຈະປະທານຫຍ້າໃນທ້ອງທົ່ງຫຍ້າຂອງພວກທ່ານສຳລັບຝູງສັດ, ເເລະພວກທ່ານຈະກິນຢ່າງອີ່ມຫນຳ.
\s5
\v 16 ຈົ່ງເອົາໃຈໃສ່ຕົວຂອງພວກທ່ານເພື່ອວ່າຫົວໃຈຂອງພວກທ່ານຈະບໍ່ຖືກຫລອກລວງ, ເເລະເຮັດໃຫ້ພວກທ່ານຫັນອອກໄປເເລະນະມັດສະການພະອື່ນ ເເລະກົ້ມກາບພະເຫລົ່ານັ້ນ
\v 17 ເພື່ອວ່າຄວາມໂກດຮ້າຍຂອງພຣະຢາເວຈະບໍ່ພຸ່ງຂຶ້ນຕໍ່ສູ້ພວກທ່ານເເລະເພື່ອວ່າພຣະອົງຈະບໍ່ປິດທ້ອງຟ້າໃຫ້ມີຝົນ, ເເລະເເຜ່ນດິນນັ້ນຈະບໍ່ຜະລິດຜົນ, ເເລະພວກທ່ານຈະຖືກທຳລາຍຢ່າງໄວວາຈາກດິນເເດນອັນປະເສີດທີ່ພຣະຢາເວຊົງປະທານໃຫ້ພວກທ່ານ.
\s5
\v 18 ດ້ວຍເຫດນີ້ຈົ່ງຈົດຈຳຖ້ອຍຄຳເຫລົ່ານີ້ໃນໃຈຂອງພວກທ່ານເເລະຈິດໃຈຂອງພວກທ່ານ, ຜູກເອົາໄວ້ເປັນຄືເຄື່ອງຫມາຍທີ່ມືຂອງພວກທ່ານ, ເເລະຄາດເອົາໄວ້ທີ່ລະຫວ່າງດວງຕາຂອງພວກທ່ານ
\v 19 ພວກທ່ານຈະສອນບັນດາຖ້ອຍຄຳເຫລົ່ານີ້ໃຫ້ລູກຫລານຂອງພວກທ່ານ, ເເລະເວົ້າເຖິງຖ້ອຍຄຳເຫລົ່ານີ້ເພື່ອພວກທ່ານນັ່ງໃນບ້ານຂອງພວກທ່ານເມື່ອພວກທ່ານຍ່າງໄປຕາມຫົນທາງ, ເມື່ອພວກທ່ານນອນລົງ ເເລະເມື່ອທ່ານລຸກຂຶ້ນ.
\s5
\v 20 ພວກທ່ານຈະຂຽນຖ້ອຍຄຳເຫລົ່ານີ້ເອົາໄວ້ເທິງວົງກົບປະຕູບ້ານຂອງພວກທ່ານເເລະທີ່ປະຕູເມືອງຂອງພວກທ່ານ,
\v 21 ເພື່ອວັນເວລາຂອງພວກທ່ານເເລະວັນເວລາຂອງລູກຫລານຂອງທ່ານຈະທະວີຂຶ້ນຕາມທີ່ພຣະຢາເວໄດ້ຊົງສັນຍາໄວ້ກັບບັນດາບັນພະບູລຸດຂອງພວກທ່ານວ່າຈະປະທານໃຫ້ພວກເຂົາຕາບທີ່ທ້ອງຟ້າຍັງຢູ່ເຫນືອເເຜ່ນດິນໂລກ.
\s5
\v 22 ເພາະຖ້າພວກທ່ານຫມັ່ນພຽນໃນການຖືຮັກສາບັນຍັດທັງຫມົດທີ່ຂ້ານ້ອຍບັນຊາພວກທ່ານຢູ່ນີ້, ດັ່ງທີ່ພວກທ່ານກຳລັງເຮັດຕາມບັນຊາເຫລົ່ານັ້ນ, ເພື່ອຮັກສາພຣະຢາເວຂອງພວກທ່ານ, ເພື່ອດຳເນີນທາງທັງຫມົດຂອງພຣະອົງ, ເເລະເພື່ອຜູກພັນກັບພຣະອົງ,
\v 23 ເເລະພຣະຢາເວຊົງຂັບໄລ່ຊົນຊາດຕ່າງໆ ເຫລົ່ານີ້ທັງຫມົດອອກໄປຈາກພວກທ່ານ, ເເລະຈະຂັບໄລ່ຊົນຊາດຕ່າງໆທີ່ໃຫຍ່ກວ່າເເລະມີກຳລັງຫລາຍກວ່າພວກທ່ານອອກໄປ.
\s5
\v 24 ທຸກສະຖານທີ່ ທີ່ຝາຕີນຂອງຂອງພວກທ່ານຢຽບຢ້ຳຈະເປັນຂອງພວກທ່ານຈາກຖິ່ນທຸລະກັນດານເລບານອນ ຈາກເເມ່ນ້ຳ ຄືເເມ່ນ້ຳເມດີເເຕຣາເນໃນທິດຕາເວັນຕົກບ່ອນໃດກໍຕາມທີ່ພວກເຈົ້າຈະຢຽບເຂົ້າໃນເເຜ່ນດິນນັ້ນພຣະຢາເວພຣະເຈົ້າຂອງພວກທ່ານ
\v 25 ຈະເຮັດໃຫ້ຄົນຢ້ານກວາພວກທ່ານເເລະຈະບໍ່ມີຜູໃດຂັດຂວາງພວກທ່ານ.
\s5
\v 26 ເບິ່ງ, ສາຂ້ານ້ອຍຕັ້ງພຣະພອນເເລະຄຳສາບເເຊ່ງຕໍ່ຫນ້າພວກທ່ານໃນວັນນີ້
\v 27 ພຣະພອນຈະເປັນຂອງພວກທ່ານ, ຖ້າຫາກພວກທ່ານເຊື່ອຟັງບັນຍັດຂອງພຣະຢາເວພຣະເຈົ້າຂອງພວກທ່ານທີ່ຂ້ານ້ອຍບັນຊາພວກທ່ານໃນວັນນີ້,
\v 28 ເເລະຄຳສາບແຊ່ງຈະເປັນຂອງພວກທ່ານ, ຖ້າຫາກພວກທ່ານບໍ່ເຊື່ອຟັງບັນຍັດຂອງພຣະຢາເວພຣະເຈົ້າຂອງພວກທ່ານໃນວັນນີ້, ເພື່ອໄປຕິດຕາມພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກ.
\s5
\v 29 ສິ່ງນີ້ຈະເກີດຂຶ້ນ. ເມື່ອພຣະຢາເວຂອງພວກທ່ານພຣະເຈົ້າຂອງພວກທ່ານນຳພວກທ່ານເຂົ້າດິນເເດນທີ່ພວກເຂົາເຂົ້າໄປຢຶດຄອງ, ເພື່ອພວກທ່ານຈະໄດ້ຕັ້ງພຣະພອນເອົາໄວ້ເທິງພູເຂົາເກຣີຊິມເເລະຄຳສາບເເຊ່ງຈາກພູເອບານ.
\v 30 ພວກເຂົາບໍ່ໄດ້ຂ້າມພາກເເມ່ນ້ຳຈໍເເດນ, ທາງທິດຕາເວັນຕົກຂອງຫົນທາງທິດຕາເວັນຕົກໃນດິນເເດນຂອງຄົນການາອານທີ່ອາໄສຢູ່ໃນອາຣາບາ, ກົງກັນຂ້າມກິນການດ້ານຂ້າງຕົ້ນໂອກເເຫ່ງໂມເຊບໍ?
\s5
\v 31 ເພາະພວກທ່ານຕ້ອງຂ້າມເເມ່ນ້ຳຈໍເເດນເພື່ອເຂົ້າໄປຢຶດຄອງດິນເເດນທີ່ພຣະຢາເວໄດ້ຊົງກຳລັງຈະປະທານໃຫ້ເເກ່ພວກທ່ານ, ເເລະພວກທ່ານຈະຢຶດຄອງດິນເເດນນັ້ນ ເເລະອາໄສຢູ່ໃນນັ້ນ
\v 32 ພວກທ່ານຈະຖືຮັກສາກົດບັນຍັດທັງຫລາຍເເລະກົດຫມາຍຕ່າງໆ ທີ່ຂ້ານ້ອຍໄດ້ຕັ້ງໄວ້ຕໍ່ຫນ້າພວກທ່ານໃນວັນນີ້.
\s5
\c 12
\cl ບົດທີ 12
\p
\v 1 ເຫລົ່ານີີ້ຄືບັນຍັດເເລະກົດຫມາຍຕ່າງໆ ທີ່ພວກທ່ານຈະໄດ້ຖືຮັກສາໄວ້ໃນດິນເເດນທີ່ພຣະຢາເວ, ພຣະເຈົ້າຂອງພວກທ່ານໄດ້ປະທານໃຫ້ເເກ່ພວກທ່ານຢຶດຄອງ, ຕະຫລອດວັນເວລາທີ່ພວກທ່ານມີຊີວິດຢູ່ໂລກນີ້.
\v 2 ເເນ່ນອນທີ່ພວກທ່ານຈະຕ້ອງທຳລາຍສະຖານທີ່ທຸກເເຫ່ງທີ່ຊົນຊາດຕ່າງໆທີ່ພວກທ່ານໄດ້ຢຶດຄອງນັ້ນ ໄດ້ນະມັດສະການພະຕ່າງໆ ຂອງພວກເຂົາເທິງພູເຂົາສູງຕ່າງໆ, ເທິງໂນນເຂົາທັງຫລາຍ, ເເລະກ້ອງຕົ້ນໄມ້ສີຂຽວທຸກຕົ້ນ.
\s5
\v 3 ພວກທ່ານຕ້ອງທຳລາຍເເທ່ນບູຊາຕ່າງໆ, ຂອງພວກເຂົາ ຈົ່ງທຸບເສົາຫີນຂອງພວກເຂົາໃຫ້ຫມຸ່ນ, ເເລະເຜົາເສົາອາເຊຣາຂອງພວກເຂົາ. ພວກທ່ານຕ້ອງລົ້ມຮູບເເກະສັນຍາລັກພະຕ່າງໆ ຂອງພວກເຂົາເເລະລົບຊື່ພະເຫລົ່ານັ້ນອອກຈາກສະຖານທີ່ນັ້ນ
\v 4 ພວກທ່ານບໍ່ໄດ້ນະມັດສະການພຣະຢາເວຂອງພວກທ່ານເເບບນັ້ນ.
\s5
\v 5 ເເຕ່ຈົ່ງໄປຍັງສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງທ່ານຈະເລືອກອອກມາຈາກເຜົ່າຕ່າງໆ ທັງຫມົດຂອງພວກທ່ານເພື່ອສະຖາປານາພຣະນາມຂອງພຣະອົງ, ທີ່ນັ້ນເປັນສະຖານທີ່ ທີ່ພຣະອົງປະທັບຢູ່, ເເລະເປັນສະຖານທີ່ ທີ່ພວກທ່ານຈະໄປ.
\v 6 ທີ່ນັ້ນຄືສະຖານທີ່ ທີ່ພວກທ່ານຈະນຳເຄື່ອງເຜົາບູຊາຂອງພວກທ່ານມາຖວາຍ, ເຄື່ອງບູຊາຂອງພວກທ່ານ, ເເລະຂອງຖວາຍຕ່າງໆທີ່ນຳມາໂດຍມືຂອງທ່ານ, ຂອງຖວາຍເເກ້ບົນຕ່າງໆ ຂອງພວກທ່ານ, ຂອງຖວາຍຕາມສະຫມັກໃຈຂອງພວກທ່ານ, ເເລະຜົນທຳອິດຂອງຝູງສັດຕ່າງໆ ຂອງພວກເຂົາ.
\s5
\v 7 ທີ່ນັ້ນພວກທ່ານຈະກິນອາຫານຊ້ອງຫນ້າພຣະຢາເວພຣະເຈົ້າຂອງພວກທ່ານເເລະຊົມຊື່ນຍິນດີກັບທຸກສິ່ງທີ່ພວກທ່ານໄດ້ລົງມືເຮັດ, ພວກທ່ານເເລະຄົວເຮືອນຂອງພວກທ່ານ, ຄືສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງອວຍພອນພວກທ່ານ.
\s5
\v 8 ພວກທ່ານຈະບໍ່ເຮັດສິ່ງຕ່າງໆ ທັງຫມົດທີ່ພວກເຮົາກຳລັງເຮັດໃນວັນນີ້; ບັດນີ້ທຸກຄົນກຳລັງເຮັດໃນສິ່ງທີ່ຖືກຕ້ອງໃນສາຍຕາຂອງຕົນເອງ;
\v 9 ເພາະພວກທ່ານຍັງບໍ່ໄດ້ມາເຖິງການພັກສະຫງົບ, ມາເຖິງມໍລະດົກທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງປະທານໃຫ້ເເກ່ພວກທ່ານ.
\s5
\v 10 ເເຕ່ເມື່ອພວກທ່ານຂວ້າມເເມ່ນ້ຳຈໍເເດນເເລະອາໄສຢູ່ໃນດິນເເດນັ້ນ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງເຮັດໃຫ້ພວກທ່ານໄດ້ເປັນມໍລະດົກ, ເເລະເມື່ອພຣະອົງປະທານໃຫ້ພວກທ່ານພັກສະງົບຈາກບັນດາສັດຕຣູທັງຫມົດທີ່ຢູ່ອ້ອມຮອບ, ເພື່ອພວກທ່ານຈະມີຊີວິດຢູ່ຢ່າງປອດໄພ,
\v 11 ເເລ້ວສິ່ງນີ້ຈະເກີດຂຶ້ນເພື່ອໃນສະຖານທີ່ພຣະຢາເວພຣະເຈົ້າຂອງພວກທ່ານຈະເລືອກເພື່ອເຮັດໃຫ້ພຣະນາມຂອງພຣະອົງຢູ່ທີ່ນັ້ນ, ກັບພວກທ່ານຈະນຳທຸກສິ່ງທີ່ຂ້ານ້ອຍບັນຊາພວກທ່ານ ຄື: ເຄື່ອງເຜົາບູຊາຂອງພວກທ່ານ, ເຄື່ອງບູຊາຂອງພວກທ່ານ, ເເລະເຄື່ອງຖວາຍທີ່ນຳມາໂດຍມືຂອງພວກທ່ານ, ເເລະທຸກສິ່ງທີ່ເປັນຂອງຖວາຍເເກ້ບົນທີ່ພວກທ່ານໄດ້ສາບານກັັບພຣະຢາເວເອົາໄວ້ນັ້ນ.
\s5
\v 12 ພວກທ່ານຈະຊື່ນຊົມຍິນດີຕໍ່ຫນ້າພຣະຢາເວພຣະເຈົ້າຂອງພວກທ່ານ, ບັນດາລູກຊາຍຂອງພວກທ່ານ, ບັນດາລູກຍິງຂອງພວກທ່ານ, ບັນດາຄົນຮັບໃຊ້ຊາຍຂອງພວກທ່ານ, ເເລະບັນດາຄົນຮັບໃຊ້ຍິງຂອງພວກທ່ານ, ເເລະບັນດາຄົນເລວີຜູ້ທີ່ຢູ່ໃນເມືອງຂອງພວກທ່ານ, ເພາະເຂົາໄດ້ຮັບມໍລະດົກຫລືສ່ວນເເບ່ງຫລືມໍລະດົກຂອງພວກທ່ານ.
\s5
\v 13 ຈົ່ງເອົາໃຈໃສ່ຕົວຂອງພວກທ່ານໃຫ້ດີເພື່ອພວກທ່ານຈະໄດ້ຖວາຍເຄື່ອງເຜົາບູຊາຂອງພວກທ່ານທຸກສະຖານທີ່ ທີ່ພວກທ່ານເບິ່ງເຫັນ;
\v 14 ເເຕ່ທີ່ຄືພຣະຢາເວໄດ້ຊົງເລືອກອອກມາຈາກເຜົ່າຫນຶ່ງໃນທ່າມກາງເຜົ່າຕ່າງໆຂອງພວກທ່ານທີ່ພວກທ່ານຈະຖວາຍເຄື່ອງບູຊາ, ເເລະທີ່ນັ້ນພວກທ່ານຈະເຮັດທຸກສິ່ງທີ່ຂ້ານ້ອຍບັນຊາເເກ່ພວກທ່ານ.
\s5
\v 15 ຢ່າງໃດກໍຕາມ, ພວກທ່ານອາດຂ້າເເລະກິນສັດຕ່າງໆ ພາຍໃນປະຕູເມືອງຂອງພວກທ່ານ, ຈົ່ງຮັບພຣະພອນຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ສຳລັບທຸກສິ່ງທີ່ພຣະອົງໄດ້ປະທານໃຫ້ພວກທ່ານ; ທັງຄົນທີ່ບໍ່ສະອາດເເລະຄົນທີ່ສະອາດຈະກິນນັ້ນ, ຄືສັດຕ່າງໆເຊັ່ນລະມັ່ງເເລະກວາງ.
\v 16 ເເຕ່ພວກທ່ານຈະບໍ່ກິນເລືອດ; ທ່ານຈະເທເລືອດລົງໃສ່ເເຜ່ນດິນຄືເທນ້ຳ.
\s5
\v 17 ພວກທ່ານຈະບໍ່ກິນໃນປະຕູເມືອງຂອງພວກທ່ານ ເຊັ່ນ ຫນຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫລົ້າອະງຸ່ນ, ນ້ຳມັນ ຫມາກກອກເທດ, ລູກຫົວປີຂອງງົວເເລະເເກະ ຂອງພວກທ່ານ; ເເລະຈະບໍ່ກິນຂອງໄຫວ້ບູຊາຖວາຍເເກ້ບົນທີ່ພວກທ່ານໄດ້ສາບານເອົາໄວ້, ຫລືບໍ່ກິນຂອງຖວາຍສະຫມັກໃຈ ຫລືບໍ່ກິນຂອງຖວາຍທີ່ນຳມາດ້ວຍມືຂອງພວກທ່ານ.
\s5
\v 18 ເເທນທີ່ຈະເຮັດເເນວນັ້ນ, ພວກທ່ານຈະກິນທັງຫມົດນັ້ນໃນສະຖານທີ່ຂອງພຣະຢາເວພຣະເຈົ້າຂອງພວກທ່ານເເລະພຣະເຈົ້າຂອງພວກທ່ານຈະຊົງເລືອກ ພວກທ່ານ, ລູກຊາຍຂອງພວກທ່ານ, ລູກຍິງຂອງພວກທ່ານ, ຄົນຮັບໃຊ້ຂອງພວກທ່ານ, ເເລະຄົນຮັບໃຊ້ຂອງເລວີຜູ້ທີ່ຢູ່ໃນປະຕູເມືອງຂອງທ່ານ, ພວກທ່ານຈະຊື່ນຊົມຍິນດີຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານກ່ຽວກັບທຸກສິ່ງທີ່ພວກທ່ານໄດ້ວາງມືຂອງພວກທ່ານນັ້ນ.
\v 19 ຈົ່ງລະວັງຕົວຂອງພວກທ່ານໃຫ້ດີເພື່ອພວກທ່ານຈະບໍ່ຖິ້ມຄົນເລວີດົນເທົ່າພວກທ່ານຈະມີຊີວິດຢູ່ເທິງເເຜ່ນດິນຂອງພວກທ່ານ.
\s5
\v 20 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານຂະຫຍາຍເຂດເເດນຂອງພວກທ່ານ, ຕາມທີ່ພຣະອົງໄດ້ຊົງສັນຍາເເກ່ພວກທ່ານ, ເເລະພວກທ່ານເວົ້າວ່າ, ເຮົາຈະກິນຊີ້ນສົດ, ບ່ອນໃດກໍຕາມ, ໄດ້ຕາມຄວາມຕ້ອງການ.
\s5
\v 21 ສະຖານທີ່ເເຫ່ງນັ້ນທີ່ພຣະຢາເວຊົງເລືອກເພື່ອສະຖາປານາພຣະນາມຂອງພຣະອົງຢູ່ຫ່າງໄກເກີນຈາກພວກທ່ານ, ດັ່ງນັ້ນພວກທ່ານຈະຂ້າສັດສ່ວນຫນຶ່ງຈາກຝູງສັດຂອງພວກທ່ານທີ່ພຣະຢາເວໄດ້ປະທານໃຫ້ພວກທ່ານຕາມທີ່ຂ້ານ້ອຍໄດ້ບັນຊາພວກທ່ານ, ພວກທ່ານອາດກິນພາຍໃນປະຕູເມືອງຂອງພວກທ່ານຕາມທີ່ໃຈຂອງພວກທ່ານປາຖະຫນາໄດ້.
\v 22 ເຊັ່ນການກິນອູດເເລະກວາງນັ້ນ, ດັ່ງນັ້ນພວກທ່ານຈະກິນສິ່ງນັ້ນ; ຄົນທີ່ບໍ່ສະອາດເລະຄົນທີ່ສະອາດຈະກິນສິ່ງນັ້ນໄດ້ຄືກັນ.
\s5
\v 23 ຂໍເເຕ່ໃຫ້ເເນ່ໃຈວ່າພວກທ່ານບໍ່ກິນເລືອດ, ເພາະເລືອດຄືຊີວິດ; ພວກທ່ານຈະບໍ່ກິນຊີວິດເເລະຊີ້ນນັ້ນ.
\v 24 ພວກທ່ານຈະບໍ່ກິນເລືອດ, ພວກທ່ານຈະເທເລືອດລົງເເຜ່ນດິນຄືກັບເທນ້ຳ
\v 25 ພວກທ່ານຈະບໍ່ກິນເລືອດ, ເພື່ອວ່າພວກທ່ານຈະໄປດີມາດີ ທັງລູກຫລານທີ່ນຳມາຂອງພວກທ່ານ, ເພື່ອພວກທ່ານຈະເຮັດສິ່ງນີ້ຖືກຕ້ອງຕາມສາຍຕາຂອງພຣະຢາເວ.
\s5
\v 26 ເເຕ່ສິ່ງຕ່າງໆ ທີ່ເປັນຂອງພຣະຢາເວທີ່ພວກທ່ານມີເເລະຖວາຍເເກ້ບົນຕ່າງໆ ຂອງພວກທ່ານ - ພວກທ່ານຈະເອົາສິ່ງເຫລົ່ານີ້ມາເເລະໄປຍັງສະຖານທີ່ ທີ່ພຣະຢາເວຊົງເລືອກ.
\v 27 ທີ່ນັ້ນພວກທ່ານຈະຖວາຍເຄື່ອງເຜົາບູຊາ, ຄືຊີ້ນເເລະເລືອດເທິງເເທ່ນບູຊາຂອງພຣະຢາເວພຣະເຈົ້າຂອງພວກທ່ານ; ເລືອດຂອງເຄື່ອງເເທ່ນບູຊາຕ່າງໆ, ພວກເຂົາຈະຖືກເທລົງເເທ່ນບູຊາຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ແລະທ່ານຈະກິນຊີ້ນສົດ.
\s5
\v 28 ຈົ່ງສັງເກດເເລະຟັງຖ້ອຍຄຳເຫລົ່ານີ້ທີ່ຂ້ານ້ອຍບັນຊາພວກທ່ານ, ເພື່ອພວກທ່ານຈະໄປດີມາດີ ເເລະ ພ້ອມກັບລູກຫລານທີ່ຕາມມາຂອງພວກທ່ານຊົ່ວນິຣັນດອນ, ເມື່ອພວກທ່ານເຮັດສິ່ງດີເເລະເລືອກຖືກຕ້ອງສາຍຕາຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 29 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານກຳຈັດຊົນຊາດທັງຫລາຍອອກໄປຕໍ່ຫນ້າຂອງພວກທ່ານ, ເມື່ອພວກທ່ານເຂົ້າໄປຂັບໄລ່ພວກເຂົາ, ເເລະພວກທ່ານຂັບໄລ່ພວກເຂົາ, ເເລະອາໄສຢູ່ໃນດິນເເດນຂອງພວກເຂົານັ້ນ,
\v 30 ຈົ່ງເອົາໃຈໃສ່ຕົວຂອງພວກທ່ານໃຫ້ດີເພື່ອພວກທ່ານຈະບໍ່ຕິດກັບໃນການເຮັດຕາມເຂົາ, ຫລັງຈາກທີ່ພວກເຂົາຖືກທຳລາຍໄປຕໍ່ຫນ້າພວກທ່ານເເລ້ວ, ຄືກັບດັກໃນການໄຕ່ຖາມເລື່ອງພະຕ່າງໆ ຂອງພວກເຂົາດ້ວຍການຖາມວ່າ, 'ຊົນຊາດພວກນີ້ນະມັດສະການພະຂອງພວກເຂົາເເນວໃດ? ເຮົາຈະເຮັດຢ່າງດຽວກັນນັ້ນ'.
\s5
\v 31 ພວກທ່ານບໍ່ນະມັດສະການພຣະຢາເວຂອງພວກເຈົ້າ, ດ້ວຍວິທີການຢ່າງນັ້ນ ເພາະທຸກສິ່ງເປັນທີ່ຫນ້າລັງກຽດຕໍ່ພຣະຢາເວ, ສິ່ງຕ່າງໆ ທີ່ພຣະອົງຊົງລັງກຽດ-ພວກເຂົາໄດ້ເຮັດສິ່ງເຫລົ່ານັ້ນກັບພະຕ່າງໆ ຂອງພວກເຂົາ; ພວກເຂົາເຮັດເເມ່ນເເຕ່ເຜົາລູກຊາຍທັງຫລາຍເເລະລູກຍິງທັງຫລາຍຂອງພວກເຂົາດ້ວຍໄຟເພື່ອພະຕ່າງໆ ຂອງພວກເຂົາ.,
\v 32 ສິ່ງໃດກໍຕາມທີ່ຂ້ານ້ອຍບັນຊາພວກທ່ານ ຈົ່ງປະຕິບັດຕາມ. ຢ່າເພີ້ມເຕີມເຂົ້າໄປຫລືຕັດອອກ.
\s5
\c 13
\cl ບົດທີ 13
\p
\v 1 ຖ້າຫາກຜູ້ທຳນວາຍຫລືືຜູ້ເເກ້ຄວາມຝັນ, ທຳນວາຍວ່າຝັນເຫັນຄົນຫນຶ່ງລຸກຂຶ້ນທ່າມກາງພວກທ່ານ,
\v 2 ເເລະຫມາຍສຳຄັນຫລືການອັດສະຈັນຖ້າເຂົາເວົ້າເເກ່ທ່ານນັ້ນເປັນຢ່າງນີ້ວ່າ,' ໃຫ້ພວກເຮົາໄປຕິດຕາມພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກ ເເລະໃຫ້ເຮົານະມັດສະການພະນັ້ນ,'
\v 3 ຢ່າຟັງຖ້ອຍຄຳເຫລົ່ານັ້ນຂອງຜູ້ທຳນວາຍນັ້ນ, ເພາະພຣະຢາເວພຣະເຈົ້າຂອງພວກທ່ານກຳລັງທົດສອບພວກທ່ານ; ເພື່ອຈະໄດ້ຮູ້ວ່າພວກທ່ານຮັກພຣະຢາເວພຣະເຈົ້າຂອງພວກທ່ານສຸດຈິດສຸດໃຈ ເເລະສຸດກຳລັງຄວາມຄຶດຫລືບໍ່.
\s5
\v 4 ພວກທ່ານຈະດຳເນີນຕາມພຣະຢາເວພຣະເຈົົ້າຂອງພວກທ່ານ, ຖວາຍກຽດເເດ່ພຣະອົງ, ຄືຮັກສາພະບັນຍັດຕ່າງໆຂອງພຣະອົງ, ເເລະເຊື່ອຟັງພຣະສຸລະສຽງຂອງພຣະອົງ, ເເລະພວກທ່ານຈະນະມັດສະການພຣະອົງເເລະຜູກພັນຢູ່ກັບພຣະອົງ.
\v 5 ຜູ້ທີ່ຝັນເຫັນນັ້ນຈະຕ້ອງຕາຍ ເພາະເຂົາໄດ້ເວົ້າໃຫ້ພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະໄດ້ຊົງນຳພວກທ່ານອອກມາຈາກດິນເເດນອີຢິບ, ເເລະເປັນຜູ້ທີ່ຊົງໄຖ່ພວກທ່ານອອກຈາກເຮືອນທາດ. ຜູ້ນັ້ນຕ້ອງການນຳພວກທ່ານ ຕີໂຕອອກຫ່າງວິຖີຊີວິດພຣະຢາເວພຣະເຈົ້າຂອງພວກທ່ານ. ດັ່ງນັ້ນຈົ່ງເອົາຄວາມຊົ່ວອອກຈາກທ່າມກາງພວກທ່ານເສຍ.
\s5
\v 6 ສົມມຸດວ່າພີ່ນ້ອງຂອງພວກທ່ານ, ລູກຂອງເເມ່ຂອງພວກທ່ານ, ຫລືລູກຜູ້ຍິງຂອງພວກທ່ານ, ຫລືລູກຊາຍຂອງພວກທ່ານຫລືເມຍຂອງພວກທ່ານທີ່ຢູ່ໃນອ້ອມກອດຂອງພວກທ່ານ, ຫລືຫມູ່ຂອງພວກທ່ານທີ່ເປັນເຫມືອນດວງໃຈຂອງພວກທ່ານ ເຂົ້າມາຫາພວກທ່ານຢ່າງລັບໆ ເເລະເວົ້າວ່າ, 'ໃຫ້ພວກເຮົາໄປນະມັດສະການພະອື່ນໆ ທີ່ພວກທ່ານບໍ່ຮູ້ຈັກ, ບໍ່ວ່າພວກທ່ານຫລືບັນພະບຸຣຸດດຂອງພວກທ່ານ'.
\v 7 ຄືພະໃດໆ ຂອງປະຊາຊົນຕ່າງໆ ທີ່ຢູ່ລ້ອມຮອບພວກທ່ານ, ຢູ່ໃກ້ພວກທ່ານຫລືຢູ່ໄກຈາກພວກທ່ານ, ຈາກສຸດປາຍເເຜ່ນດິນໂລກ ດ້ານຫນຶ່ງຍັງຈຸດສິ້ນສຸດຂອງປາຍເເຜ່ນດິນໂລກ.
\s5
\v 8 ຢ່າຍອມຮັບເຂົາຫລືຟັງເຂົາ, ຢ່າໃຫ້ດວງຕາຂອງພວກທ່ານສົງສານເຂົາ, ຢ່າໃຫ້ຊີວິດເຂົາຫລືເຊື່ອງໄວ້.
\v 9 ເເຕ່ພວກທ່ານຈົ່ງຂ້າເຂົາເສຍ; ມືຂອງພວກທ່ານຈະເປັນມືທຳອິດທີ່ເຮັດໃຫ້ເຂົາຕາຍ, ເເລະຫລັງຈາກນັ້ນຈຶ່ງເປັັນມືຂອງປະຊາຊົນທຸກຄົນ.
\s5
\v 10 ພວກທ່ານຈະຂ້າເຂົາໃຫ້ຕາຍດ້ວຍການດຶກກ້ອນຫີນໃສ່, ເພາະເຂົາໄດ້ພະຍາຍາມດຶງພວກທ່ານອອກຈາກພຣະຢາເວພຣະເຈົ້າຂອງພວກທ່ານ, ຜູ້ໄດ້ຊົງນຳພວກທ່ານອອກມາຈາກປະເທດອີຢິບ, ແລະອອກຈາກບ່ອນທີ່ເຂົາເຄີຍຕົກເປັນເຮືອນທາດ
\v 11 ຊາວອິສະຣາເອນທັງຫມົດຈະໄດ້ຍິນເເລະເກງຢ້ານ, ເເລະຈະບໍ່ເຮັດຄວາມຊົ່ວເເນວນີ້ທ່າມກາງພວກທ່ານອີກຕໍ່ໄປ.
\s5
\v 12 ຖ້າພວກທ່ານຟັງຄົນໃດກ່າວເຖິງເມືອງຫນຶ່ງໃນເມືອງທັງຫລາຍຂອງພວກທ່ານ, ທີ່ພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ພວກທ່ານອາໄສຢູ່ນັ້ນ:
\v 13 ມີຄົນຫມຸ່ມບາງຄົນເປັນຄົນຊົ່ວຮ້າຍທີ່ໄດ້ອອກໄປຈາກພວກທ່ານເເລະໄດ້ດຶງບັນດາຜູ້ອາໄສຢູ່ເມືອງຂອງພວກທ່ານເເລະເວົ້າວ່າ,'ໃຫ້ພວກເຮົາໄປເເລະນະມັດສະການພະອື່ນ ທີ່ພວກທ່ານບໍ່ຮູ້ຈັກ'.
\v 14 ເເລ້ວພວກທ່ານຈະກວດສອບຫລັກຖານ, ເຮັດການຄົ້ນຫາ, ເເລະຖາມຢ່າງລະອຽດຖີ່ຖ້ວນ. ເມື່ອພວກທ່ານຄົ້ນພົບວ່າເລື່ອງນັ້ນເປັນຄວາມຈິງເເລະຖືກຕ້ອງເເນ່ນອນທີ່ມີການເຮັດຊົ່ວຕ່ຳຊ້າເກີດຂຶ້ນໃນທ່າມກາງພວກທ່ານເເລ້ວ, ພວກທ່ານລົງມືເຮັດສາ.
\s5
\v 15 ພວກທ່ານຈົ່ງໂຈມຕີຄົນຢູ່ໃນເມືອງນັ້ນດ້ວຍຄົມດາບ ທຳລາຍໃຫ້ຫມົດ, ເເລະປະຊາຊົນທັງຫມົດທີ່ອາໄສຢູ່ນັ້ນ, ຕະຫລອດຈົນຝູງສັດຂອງພວກເຂົາດ້ວຍ, ຈົ່ງທຳລາຍດ້ວຍຄົມດາບ.
\v 16 ພວກທ່ານຈະຮວບຮວມຂອງທີ່ຢູ່ໃນນັ້ນ ນຳມາໄວ້ກາງຫົນທາງເເລະເຜົາເມືອງນັ້ນລວມທັງຂອງທີ່ຈັບມານຳມືໄດ້ທັງຫມົດດ້ວຍ, ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ, ເມືອງນັ້ນຈະຜຸພັງໄປເປັນນິດ, ມັນຈະຕ້ອງຖືກສ້າງຂຶ້ນມາອີກ.
\s5
\v 17 ຕ້ອງບໍ່ໃຫ້ມີເເມ່ນເເຕ່ສິ່ງດຽວໃນສິ່ງເຫລົ່ານັ້ນຖືກເເຍກໄວ້ເພື່ອການທຳລາຍຈະຢູ່ໃນມືຂອງພວກທ່ານ, ນີ້ເປັນສິ່ງທີ່ພວກທ່ານຕ້ອງເຮັດ, ເພື່ອວ່າພຣະຢາເວຈະເອົາຄວາມໂກດຮ້າຍອັນຮຸນເເຮງອອກໄປ, ເເຕ່ຈະສຳເເດງຄວາມເມດຕາພວກທ່ານ, ມີຄວາມສົງສານພວກທ່ານ, ເເລະຊົງເຮັດໃຫ້ພວກທ່ານເພີ່ມຈຳນວນຫລາຍຂຶ້ນ, ຕາມທີ່ພຣະອົງໄດ້ສັນຍາເເກ່ບັນພະບຸຣຸດຂອງພວກທ່ານ.
\v 18 ພຣະອົງຈະຊົງນຳສິ່ງນີ້ເພາະພວກທ່ານຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາພຣະບັນຍັດທັງຫມົດທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ເພື່ອເຮັດສິ່ງທີ່ຖືກຕ້ອງໃນສາຍຕາພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\c 14
\cl ບົດທີ 14
\p
\v 1 ພວກທ່ານເປັນປະຊາຊົນຂອງພຣະຢາເວພຣະເຈົ້າຂອງພວກທ່ານ. ຈົ່ງຢ່າປາດເນື້ອຫນັງຕົວເອງ, ຫລືຂູດສ່ວນໃດໆ ຂອງໃບຫນ້າຂອງພວກທ່ານເພື່ອຄົນຕາຍ.
\v 2 ເພາະພວກທ່ານເປັນຊົນຊາດຫນຶ່ງທີ່ຖືກເເຍກໄວ້ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະພຣະຢາເວຊົງເລືອກພວກທ່ານໃຫ້ເປັນປະຊາຊົນເພື່ອກຳມະສິດຂອງພຣະອົງເອງ, ຫລາຍກວ່າປະຊາຊົນທັງຫມົດທີ່ຢູ່ຜືນເເຜ່ນດິນນີ້.
\s5
\v 3 ພວກທ່ານຈະບໍ່ກິນອາຫານທີ່ຫນ້າລັງກຽດໃດໆ.
\v 4 ເຫລົ່ານີ້ຄືສັດຕ່າງໆທີ່ພວກທ່ານຮັບປະທານໄດ້ ຄື: ງົວ, ເເກະແລະເເບ້,
\v 5 ກວາງ, ເເກະປ່າ, ເເບ້ປ່າ, ຫລືຟານ, ຄືສັດທັງຫລາຍທີ່ມີໂບກຕີນເປັນກີບ, ເເລະຄ້ຽວເອື້ອງໄດ້ທຸກຊະນິດ.
\s5
\v 6 ພວກທ່ານກິນສັດໃດໆທີ່ເເຍກກີບໄດ້, ຄືສັດທີ່ເເຍກກີບອອກເປັນສອງສ່ວນ, ເເລະຄ້ຽວເອື້ອງ
\v 7 ພວກທ່ານຕ້ອງບໍ່ກິນສັດບາງຊະນິດທີ່ຄ້ຽວເອື້ອງຫລືມີກີບເປັນສອງສ່ວນຄື: ອູດກະຕ່າຍ, ເຫມັ້ນ, ເພາະພວກມັນຄ້ຽວເອື້ອງ, ເເຕ່ບໍ່ເເຍກກີບ, ພວກມັນເປັນມົນທິນສຳລັບພວກທ່ານ.
\s5
\v 8 ຫມູເປັນສັດທີ່ເປັນມົນທິນດ້ວຍເຊັ່ນກັນເພາະມັນມີກີບເເຍກເເຕ່ບໍ່ໄດ້ຄ້ຽວເອື້ອງ; ມັນເປັນສັດມົນທິນສຳລັບພວກທ່ານ, ຢ່າກິນຊີ້ນຫມູ ເເລະຢ່າເເຕະຕ້ອງຊາກຂອງມັນ, ນອກຈາກສິ່ງເຫລົ່ານີ້.
\s5
\v 9 ບັນດາສິ່ງຕ່າງໆ ທີ່ຢູ່ໃນນ້ຳ ພວກທ່ານກິນໄດ້ ຄື: ສັດທີ່ມີເກັດ;
\v 10 ເເຕ່ສິ່ງທີ່ບໍ່ມີເກັດນັ້ນ ພວກທ່ານຕ້ອງບໍ່ກິນ; ເພາະມັນເປັນມົນທິນສຳລັບພວກທ່ານ.
\s5
\v 11 ນົກທຸກໂຕທີ່ສະອາດພວກທ່ານກິນໄດ້.
\v 12 ເເຕ່ເຫລົ່ານີ້ເເມ່ນນົກທັງຫລາຍທີ່ພວກທ່ານຕ້ອງບໍ່ກິນ: ນົກອິນຊີ, ນົກເເຮ້ງຫນວດເເບ້, ນົກອອກ,
\v 13 ຢ່ຽວເເດງ ເເລະຢ່ຽວດຳ, ບໍ່ວ່ານົກຢ່ຽວໃດໆ ກໍຕາມ.
\s5
\v 14 ພວກທ່ານຕ້ອງບໍ່ກິນນົກກະທາຊະນິດໃດໆ,
\v 15 ເເລະນົກກະຈອກເທດ, ເເລະນົກເຄົ້າເເມວ, ນົກນາງນວນ ເເລະຢ່ຽວ ນົກເຂົາຊະນິດຕ່າງໆ,
\v 16 ນົກເຄົ້າເເມວນ້ອຍ, ນົກເຄົ້າເເມວໃຫຍ່ ນົກເຄົ້າເເມວສີຂາວ,
\v 17 ນົກກະທຸງ, ນົກເເຮ້ງ.
\s5
\v 18 ພວກທ່ານຕ້ອງບໍ່ກິນນົກກະສາດຳ, ນົກກະສາຊະນິດຕ່າງໆ, ນົກຫົວຂວານ, ເເລະຄ້າງຄາວ.
\v 19 ສັດມີປີກທຸກຊະນິດ, ຈຳພວກເເມງເປັນສັດມີມົນທິນສຳລັບພວກທ່ານ; ພວກມັນຕ້ອງບໍ່ຖືກນຳມາກິນ.
\v 20 ພວກທ່ານຈະກິນສັດມີປີກຕ່າງໆ ທີ່ສະອາດໄດ້ທຸກຊະນິດ.
\s5
\v 21 ພວກທ່ານບໍ່ຕ້ອງກິນສິ່ງໃດທີ່ຕາຍເອງ; ພວກທ່ານເອົາໃຫ້ຄົນຕ່າງຊາດໃນເມືອງຂອງພວກທ່ານໄດ້ເພື່ອເຂົາຈະໄດ້ກິນມັນ; ຫລືພວກທ່ານຈະຂາຍໃຫ້ຄົນຕ່າງຊາດກໍໄດ້. ເພາະພວກທ່ານເປັນຊົນຊາດຫນຶ່ງທີ່ໄດ້ຖືກເເຍກໄວ້ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ. ພວກທ່ານຕ້ອງບໍ່ຕົ້ມລູກເເບ້ອ່ອນໃນນ້ຳນົມເເມ່ຂອງມັນ.
\s5
\v 22 ພວກທ່ານຕ້ອງຖວາຍຜົນລະປູກທີ່ພວກທ່ານໄດ້ເເຕ່ລະປີນັ້ນ, ຈາກທົ່ງນາປີຕໍ່ປີ.
\v 23 ພວກທ່ານຕ້ອງກິນຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ, ໃນທີ່ສະຖານທີ່ພຣະອົງຈະເລືອກໃຫ້ເປັນສະຖານທີ່ນະມັດສະການຖວາຍຈາກພືດຜົນຂອງພວກທ່ານ, ຈາກເຫລົ້າອະງຸ່ນໃຫມ່ຂອງພວກທ່ານ, ເເລະສັດຫົວປີຈາກຝູງສັດຂອງພວກທ່ານ; ເພື່ອພວກທ່ານຈະຮຽນຮູ້ທີ່ຈະຖວາຍກຽດຕິຍົດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານສະເຫມີ.
\s5
\v 24 ຖ້າຫາກການເດີນທາງນັ້ນໄກເກີນກວ່າທີ່ພວກທ່ານຈະສາມາດເເບກສິ່ງຂອງໄປໄດ້, ເພາະສະຖານທີ່ໆ ພຣະຢາເວພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງເລືອກໃຫ້ເປັນສະຖານທີ່ນະມັດສະການຂອງພຣະອົງຢູ່ທີ່ນັ້ນຢູ່ຫ່າງໄກພວກທ່ານຫລາຍເກີນໄປ, ພຣະຢາເວຊົງອວຍພວກທ່ານ,
\v 25 ພວກທ່ານຈົ່ງເເລກປ່ຽນຂອງຖວາຍໃຫ້ກາຍເປັນເງິນເເທນ, ຈົ່ງຖືເງິນນັ້ນເອົາໄວ້ໃນມືຂອງພວກທ່ານເເລະຍ່າງໄປຍັງສະຖານທີ່ໆ ພຣະຢາເວພວກທ່ານຈະຊົງເລືອກນັ້ນ.
\s5
\v 26 ທີ່ນັ້ນພວກທ່ານຕ້ອງການໃຊ້ເງິນສຳລັບຊື້ສິ່ງທີ່ພວກທ່ານປາຖະຫນາ ຄື: ຊື້ງົວ, ຫລືຊື້ເເກະ, ສິ່ງໃດທີ່ພວກທ່ານປາຖະຫນາ, ພວກທ່ານຈົ່ງກິນ ດື່ມສິ່ງນັ້ນຕໍ່ຫນ້າພຣະຢາເວພຣະເຈົ້າຂອງພວກທ່ານ.
\v 27 ສ່ວນຄົນເລວີຜູ້ທີ່ອາໄສໃນປະຕູເມືອງຂອງພວກທ່ານຈົ່ງຢ່າຖິ້ມພວກເຂົາ, ເພາະເຂົາບໍ່ໄດ້ສ່ວນເເບ່ງຫລືຮັບມໍຣະດົກກັບພວກທ່ານເລິຍ.
\s5
\v 28 ພວກທ່ານຈະນຳເອົາທັງຫມົດຈາກຜົນຜະລິດໃນປີດຽວກັນນັ້ນມາ, ເເລະພວກທ່ານຈະສະສົມເອົາໄວ້ໃນປະຕູເມືອງຂອງພວກທ່ານ;
\v 29 ເເລະຄົນເລວີ, ເນື່ອງຈາກເຂົາບໍ່ໄດ້ຮັບສ່ວນເເບ່ງຫລືມໍຣະດົກກັບພວທ່ານກັບຄົນຕ່າງຊາດເເລະເດັກກຳພ້າເເລະເເມ່ຫມ້າຍຜູ້ທີ່ອາໄສຢູ່ໃນປະຕູເມືອງຂອງພວກທ່ານ, ຈະມາເເລະກິນອີ່ມຫນຳ, ຈົ່ງເຮັດເເນວນີ້ເພື່ອວ່າພຣະຢາເວຂອງພວກທ່ານຈະອວຍພອນພວກທ່ານໃນການງານທຸກຢ່າງທີ່ມືຂອງພວກທ່ານເຮັດ.
\s5
\c 15
\cl ບົດທີ 15
\p
\v 1 ເມື່ອຮອດທ້າຍປີຂອງປີທີເຈັດ, ພວກທ່ານຕ້ອງຍົກຫນີ້ສິນ ເເລະໃຫ້ເຈົ້າຫນີ້ທຸກຄົນຍົກເລີກຫນີ້.
\v 2 ຫນີ້ສິນທີ່ເຂົາໃຫ້ເພື່ອນບ້ານເຂົາຢືມ: ເຂົາຈະບໍ່ຮຽກຮ້ອງເອົາຈາກເພື່ອນບ້ານຂອງພວກເຂົາ; ຫລືຈາກພີ່ນ້ອງຂອງເຂົາເພາະການຍົກຫນີ້ຂອງພຣະຢາເວທີ່ໄດ້ປະກາດນີ້.
\v 3 ພວກທ່ານສາມາດຮຽກຮ້ອງຈາກຄົນຕ່າງຊາດໄດ້ເເຕ່ສິ່ງໃດກໍຕາມທີ່ເປັນຂອງພວກທ່ານຊຶ່ງຢູ່ກັບພີ່ນ້ອງຂອງພວກທ່ານ; ມືຂອງພວກທ່ານຈະຕ້ອງຍອມປ່ອຍສິ່ງນັ້ນໄປ.
\s5
\v 4 ຢ່າງໃດກໍຕາມ, ບໍ່ສົມຄວນໃຫ້ມີຄົນຍາກຈົນຢູ່ໃນທ່າມກາງພວກທ່ານເພາະ(ພຣະຢາເວຈະອວຍພອນພວກທ່ານໃນດິນເເດນທີ່ພຣະອົງປະທານໃຫ້ເເກ່ພວກທ່ານເປັນກຳມະສິດຄອບຄອງ),
\v 5 ຖ້າທ່ານຟັງສຽງຂອງຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາພຣະບັນຍັດທັງຫລາຍເຫລົ່ານີ້ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້.
\v 6 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງອວຍພອນພວກທ່ານ, ຕາມທີ່ພຣະອົງໄດ້ຊົງສັນຍາໄວ້; ພວກທ່ານຈະໃຫ້ຊົນຊາດຕ່າງໆຢືມເເຕ່ພວກທ່ານຈະບໍ່ຢືມ, ພວກທ່ານຈະປົກຄອງເຫນືອຊົນຊາດຕ່າງໆ ຫລາຍ, ເເຕ່ພວກເຂົາຈະບໍ່ປົກຄອງເຫນືອພວກທ່ານ.
\s5
\v 7 ຄືຄົນທີ່ເປັນພີ່ນ້ອງຂອງພວກທ່ານ, ທີ່ອາໄສຢູ່ໃນປະຕູເມືອງໃນດິນເເດນຂອງພວກທ່ານ, ທີ່ພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ເເກ່ພວກທ່ານພວກທ່ານ, ຕ້ອງບໍ່ເຮັດໃຫ້ໃຈເເຂງກະດ້າງຫລືປິດໃຈຕໍ່ພີ່ນ້ອງທີ່ຍາກຈົນຂອງພວກທ່ານ;
\v 8 ເເຕ່ພວກທ່ານຕ້ອງມີໃຈເອື້ອເຟື້ອເພື່ອເຂົາເເລະໃຫ້ເຂົາຢືມຈົົນພຽງພໍກັບຄວາມຕ້ອງການຂອງເຂົາ.
\s5
\v 9 ຈົ່ງລະວັງເພື່ອຈະບໍ່ໃຫ້ຄວາມຊົ່ວໃນໃຈຂອງພວກທ່ານ, ທີ່ກ່າວວ່າ, ປີທີເຈັດ, ປີເເຫ່ງການປົດປ່ອຍໃກ້ເຂົ້າມາເເລ້ວ, ເພື່ອພວກທ່ານຈະບໍ່ຍອມໃຫ້ກູ້ຢືມ ເມື່ອລາວຮ້ອງຫາພຣະຢາເວພວກທ່ານກໍເປັນຝ່າຍຜິດ.
\v 10 ພວກທ່ານຕ້ອງໃຫ້ເຂົາ, ເເລະໃຈຂອງພວກທ່ານກໍຕ້ອງເຕັມໃຈໃຫ້ເມື່ອໃຫ້ເຂົາເເລ້ວ, ເພາະພຣະຢາເວຊົງຕອບເເທນພວກທ່ານດ້ວຍການອວຍພອນພວກທ່ານໃນການງານທຸກຢ່າງ ເເລະໃນທຸກສິ່ງທີ່ມືຂອງພວກເຂົາເຮັດ.
\s5
\v 11 ເພາະຄົນຍາກຈົນຈະໄດ້ຫມົດ ໄປເເຕ່ຈະຍັງຄົງມີຢູ່ໃນດິນເເດນນີ້; ດັ່ງນັ້ນຂ້ານ້ອຍຈຶ່ງບັນຊາພວກທ່ານເເລະກ່າວວ່າ, ພວກທ່ານຕ້ອງມີໃຈເອື້ອເຟື້ອຕໍ່ພີ່ນ້ອງຂອງພວກທ່ານ, ຄົນທີ່ຂັດສົນຂອງພວກທ່ານ, ເເລະຄົນຍາກຈົນໃນດິນເເດນຂອງພວກທ່ານ.
\s5
\v 12 ຖ້າພີ່ນ້ອງຂອງພວກທ່ານ, ບໍ່ວ່າເປັນຄົນເຮັບເຣີຜູ້ຊາຍ, ຫລືຍິງ, ກໍດີຂາຍຕົວເອງເປັນຄົນຮັບໃຊ້ພວກເຈົ້າເປັນເວລາຫົກປີ, ເມື່ອປີທີເຈັດມາເຖິງໃຫ້ພວກທ່ານປ່ອຍລາວເປັນອິສະຫລະຈາກພວກທ່ານ.
\v 13 ພວກທ່ານບໍ່ຕ້ອງປ່ອຍໃຫ້ເຂົາໄປມືເປົ່າ.
\v 14 ພວກທ່ານຕ້ອງຈັດຕຽມດ້ວຍໃຈກວ້າງຂວາງ ເເກ່ເຂົາ ຄືຂອງຈາກຝູງສັດຂອງພວກທ່ານ, ຈາກລານນວດເຂົ້າຂອງພວກທ່ານ, ເເລະຈາກບໍ່ຢຳເກງຂອງພວກທ່ານ. ດັ່ງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງອວຍພອນພວກທ່ານນັ້ນ.
\s5
\v 15 ພວກທ່ານຕ້ອງໃຫ້ເຂົາ ພວກທ່ານຕ້ອງລະນຶກເຖິງເມື່ອພວກທ່ານເປັນທາດຢູ່ໃນດິນເເດນອີຢິບ, ເເລະທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງໄຖ່ພວກທ່ານມາ: ດັ່ງນັ້ນໃນວັນນີ້ ຂ້ານ້ອຍຈຶ່ງບັນຊາໃຫ້ພວກທ່ານເຮັດສິ່ງນີ້.
\v 16 ສິ່ງນີ້ຈະເກີດຂຶ້ນຖ້າຫາກເຂົາເວົ້າກັບທ່ານວ່າ, 'ຂ້ານ້ອຍຈະບໍ່ຈາກທ່ານໄປທີ່ໃດ ເພາະເຂົາຮັກພວກທ່ານ,'ເເລະບ້ານຂອງພວກທ່ານ ເເລະເພາະເຂົາມີຄວາມສຸກໃຈທີ່ໄດ້ຢູ່ກັບພວກທ່ານເເລ້ວ,
\v 17 ພວກທ່ານຕ້ອງເອົາເຫລັກປາຍເເຫລມເເລະເເທງທະລຸຫູຂອງເຂົາໄປຕິດທີ່ປະຕູ, ເເລະເຂົາຈະເປັນທາດພວກທ່ານຕະຫລອດໄປ. ພວກທ່ານຕ້ອງເຮັດຢ່າງດຽວກັນນີ້ກັບທາດຍິງຂອງທ່ານດ້ວຍ.
\s5
\v 18 ການທີ່ພວກທ່ານຕ້ອງປ່ອຍພວກເຂົາໃຫ້ເປັນອິສະຫລະຈາກທ່ານ, ຕ້ອງບໍ່ເປັນເລື່ອງຍາກຈາກທ່ານດ້ວຍ ເພາະພວກເຂົາໄດ້ຮັບໃຊ້ພວກທ່ານມາເຖິງຫົກປີເເລະໄດ້ຮັບຄ່າເເຮງຫລາຍກວ່າຄົນອື່ນເປັນສອງເທົ່າ. ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງອວຍພອນທຸກຢ່າງທີ່ທ່ານເຮັດ.
\s5
\v 19 ສັດຫົວປີໃນສັດຂອງພວກທ່ານ ພວກທ່ານຕ້ອງເເຍກເອົາໄວ້ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ. ພວກທ່ານຈະບໍ່ໃຊ້ງານສັດຫົວປີໃນຝູງສັດຂອງພວກທ່ານ, ຫລືບໍ່ຕັດຂົນສັດຫົວປີຈາກຝູງສັດຂອງທ່ານ.
\v 20 ພວກທ່ານຕ້ອງກິນສັດຫົວປີຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານປີຕໍ່ປີໃນສະຖານທີ່ ທີ່ພຣະຢາເວຊົງເລືືອກພວກທ່ານເເລະຄົວເຮືອນຂອງພວກທ່ານ ຖ້າມັນມີຕຳນິໃດໆ ເຊັ່ນ
\v 21 ຖ້າມັນພິການຕາບອດ ຫລືມີຕຳນິໃດໆ ກໍຕາມ, ພວກທ່ານຕ້ອງບໍ່ນຳມາຖວາຍເປັນເຄື່ອງບູຊາເເດ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 22 ພວກທ່ານຈະກິນມັນພາຍໃນປະຕູເມືອງຂອງພວກທ່ານ; ທັງຄົນເປັນມົນທິນເເລະຄົນສະອາດຕ້ອງກິນຄືກັນ, ພວກທ່ານກິນລະມັ່ງຫລືກວາງຫນຶ່ງໂຕ.
\v 23 ສິ່ງດຽວທີ່ພວກທ່ານບໍ່ກິນຄືເລືອດຂອງມັນ; ພວກທ່ານຕ້ອງເທເລືອດຂອງມັນລົງດິນຄືເທນ້ຳ.
\s5
\c 16
\cl ບົດທີ 16
\p
\v 1 ຈົ່ງຖືປະຕິບັດໃນເດືອນອາບີບ, ເເລະຖືຮັກສາປັດສະຄາຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ ເພາະໃນເດືອນອາບີບນັ້ນ ພຣະເຈົ້າຂອງພວກທ່ານ, ໄດ້ນຳພວກທ່ານອອກມາຈາກອີຢິບໃນຕອນກາງຄືນ.
\v 2 ພວກທ່ານຈະຖວາຍປັດສະຄາຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍບາງສ່ວນຈາກຝູງສັດໃນສະຖານທີ່ ທີ່ພຣະຢາເວຊົງເລືອກເປັນສະຖານທີ່ນະມັດສະການ.
\s5
\v 3 ພວກທ່ານຈະບໍ່ກິນເຂົ້າຈີ່ທີ່ມີເຊື້ອແປ້ງ; ເເລະເຄື່ອງບູຊານັ້ນ ເປັນເວລາເຈັດວັນ ພວກທ່ານຈະກິນເຂົ້າຈີບໍ່ມີເຊື້ອແປ້ງ, ພ້ອມກັບເຄື່ອງບູຊາ; ເຂົ້າຈີ່ເເຫ່ງຄວາມທຸກໃຈ ເພາະພວກທ່ານໄດ້ອອກມາຈາກດິນເເດນອີຢິບຢ່າງໄວ. ຈົ່ງເຮັດສິ່ງນີ້ຕະຫລອດຊີວິດຂອງພວກທ່ານເພື່ອລະນຶກເຖິງວັນນັ້ນທີ່ພວກທ່ານໄດ້ອອກມາຈາກອີຢິບ.
\v 4 ເຊື້ອແປ້ງຕ້ອງບໍ່ມີໃນທ່າມກາງຂອງພວກທ່ານພາຍໃນຮົ້ວຂອງພວກທ່ານເປັນເວລາສິບເຈັດວັນ; ເເລະຕ້ອງບໍ່ມີເນື້ອໃດໆ ທີ່ພວກທ່ານຖວາຍໃນຕອນເເລງຂອງມື້ທຳອິດຈົນຮອດຄໍ່າ.
\s5
\v 5 ພວກທ່ານຕ້ອງບໍ່ຖວາຍປັດສະຄາພາຍໃນປະຕູເມືອງໃດໆ ຂອງພວກທ່ານທີ່ພຣະຢາເວຂອງພວກທ່ານປະທານໃຫ້.
\v 6 ເເຕ່ຊົງຖວາຍເຄື່ອງບູຊາ, ໃນສະຖານທີ່ີ ທີ່ພຣະຢາເວຊົງເລືອກໃຫ້ເປັນທີ່ີນະມັດສະການນັ້ນ. ທີ່ນັ້ນພວກທ່ານຖວາຍປັດສະຄາໃນຕອນເເລງເມື່ອຕາເວັນຕົກດິນ, ໃນເວລານັ້ນຂອງປີພວກທ່ານໄດ້ອອກມາຈາກອີຢິບ.
\s5
\v 7 ພວກທ່ານຕ້ອງຍ່າງເເລະກິນປັດສະຄານັ້ນໃນສະຖານທີ່ ທີ່ພຣະຢາເວຂອງພວກທ່ານຊົງເລືອກ, ໃນຕອນເຊົ້າທີ່ພວກທ່ານຈະຫັນກັບເເລະໄປຍັງເຕັນຂອງພວກທ່ານ.
\v 8 ເປັນເວລາຫົກວັນພວກທ່ານຈະກິນເຂົ້າຈີ່ບໍ່ມີເຊື້ອ, ໃນວັນທີເຈັດ ຈະມີການປະຊຸມນະມັດສະການພຣະຢາເວພຣະເຈົ້າຂອງພວກທ່ານ; ໃນມື້ນັ້ນພວກທ່ານຈະບໍ່ເຮັດວຽກ.
\s5
\v 9 ພວກທ່ານຈົ່ງນັບໄປໃຫ້ຄົບເຈັດອາທິດ; ເພື່ອຕົວຂອງພວກທ່ານ ຈາກເວລານັ້ນທີ່ພວກທ່ານເລີ້ມຕົ້ນເກັບກ່ຽວຕົ້ນເຂົ້າພວກທ່ານຕ້ອງເລີ້ມຕົ້ນນັ້ນໄປເຈັດອາທິດ.
\v 10 ພວກທ່ານຕ້ອງຖືຮັກສາເທສະການເພື່ອພຣະຢາເວພຣະເຈົ້າຂອງພວກທ່ານພ້ອມກັບຖວາຍຂອງຖວາຍຕາມໃຈມັກຈາກມືຂອງພວກທ່ານທີ່ພວກທ່ານຈະໃຫ້, ຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງອວຍພອນພວກທ່ານ.
\s5
\v 11 ພວກທ່ານຈະຊື່ນຊົມຍິນດີຕໍ່ພຣະພັກພຣະຢາເວພຣະເຈົ້າຂອງທ່ານ ຄືພວກທ່ານ ລູກຊາຍຂອງພວກທ່ານ, ລູກຜູ້ຍິງຂອງພວກທ່ານ, ຄົນຮັບໃຊ້ຊາຍຂອງພວກທ່ານ, ຄົນຮັບໃຊ້ຍິງຂອງພວກທ່ານ, ຄົນເລວີຢູ່ໃນປະຕູເມືອງທັງຫລາຍຂອງພວກທ່ານ ເເລະຄົນຕ່າງຊາດ, ລູກກຳພ້າ, ເເລະເເມ່ຫມ້າຍທີ່ອາໄສຢູ່ໃນທ່າມກາງຂອງພວກທ່ານ, ສະຖານທີ່ທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງເລືອກເພື່ອເປັນສະຖານທີ່ນະມັດສະການຂອງພຣະອົງ.
\v 12 ພວກທ່ານຈະລະນຶກເຖິງຄາວທີ່ພວກທ່ານເປັນທາດໃນເອຢິບ; ພວກທ່ານຕ້ອງຖືປະຕິປັດກົດບັນຍັດຕ່າງໆເຫລົ່ານັ້ນ.
\s5
\v 13 ພວກທ່ານຕ້ອງຖືຮັກສາເທສະການອາທິດເປັນເວລາເຈັດວັນຫລັງຈາກພວກທ່ານໄດ້ຮວບຮວມການເກັບກ່ຽວຈາກລານນວດເຂົ້າຂອງພວກທ່ານເເລະຈາກອ່າງຢຽບນ້ຳອະງຸ່ນ ຂອງພວກທ່ານ.
\v 14 ພວກທ່ານຈະຊື່ນຊົມຍິນດີໃນລະຫວ່າງເທສະການຂອງພວກທ່ານ-ຄືພວກທ່ານ, ລູກຊາຍ, ເເລະລູກຍິງຂອງພວກທ່ານ, ຄົນຮັບໃຊ້ຊາຍເເລະຍິງຂອງພວກທ່ານ, ຄົນເລວີເເລະຄົນຕ່າງຊາດ, ເເລະລູກກຳພ້າ, ເເລະເເມ່ຫມ້າຍ ທີ່ອາໄສຢູ່ໃນປະຕູເມືອງທັງຫລາຍຂອງພວກທ່ານ.
\s5
\v 15 ເປັນເວລາເຈັດວັນ ພວກທ່ານຕ້ອງຖືປະຕິບັດເທສະການນັ້ນເພື່ອພຣະຢາເວພຣະເຈົ້າຂອງພວກທ່ານໃນສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງເລືອກ, ເພາະພຣະຢາເວພຣະເຈົ້າຂອງພວກທ່ານຈະອວຍພອນພວກທ່ານໃນການເກັບກ່ຽວທຸກຢ່າງ ເເລະໃນການງານເຮັດວຽກດ້ວຍມືຂອງພວກທ່ານທຸກຢ່າງ, ເເລະພວກທ່ານຕ້ອງຊື່ນຊົມຍິນດີຢ່າງເຕັມທີ່.
\s5
\v 16 ເວລາສາມຄັ້ງໃນຫນຶ່ງປີທີ່ບັນດາຜູ້ຊາຍທັງຫມົດຂອງພວກທ່ານຕ້ອງເຝົ້າຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານໃນສະຖານທີ່ ທີ່ພຣະຢາເວຊົງເລືືອກ: ໃນເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນເທສະການອາທິດ, ເເລະໃນເທສະການຢູ່ໄຟ, ເເລະພວກເຂົາຈະບໍ່ເຂົ້າເຝົ້າພຣະພັກພຣະຢາເວດ້ວຍມືເປົ່າ;
\v 17 ເເຕ່ຜູ້ຊາຍທຸກຄົນ, ຈະໃຫ້ຕາມທີ່ພວກເຂົາສາມາດໃຫ້ໄດ້, ເພື່ອພວກທ່ານຈະຮູ້ພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ເເກ່ພວກທ່ານ.
\s5
\v 18 ພວກທ່ານຕ້ອງຕັ້ງຜູ້ພິພາກສາເເລະເຈົ້າຫນ້າທີ່ຕ່າງໆ ພາຍໃນປະຕູເມືອງທັງຫມົດຂອງພວກທ່ານທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງປະທານໃຫ້ເເກ່ພວກທ່ານ; ເເລະພວກເຂົາຕ້ອງພິພາກສາທຸກຄົນ, ດ້ວຍຄຳຕັດສິນທີ່ຊອບທັມ.
\v 19 ພວກທ່ານຕ້ອງບໍ່ເອົາຄວາມຍຸຕິທັມອອກໄປດ້ວຍການບີບບັງຄັບ; ພວກທ່ານບໍ່ຕ້ອງສະເເດງຄວາມລຳອຽງຫລືຮັບສິນບົນ, ເພາະສິນບົນນັ້ນເຮັດໃຫ້ຕາຂອງພວກທ່ານມືດບອດໄປ ເເລະເຮັດໃຫ້ຖ້ອຍຄຳຂອງຄົນຊອບທັມບິດເບືອນ.
\v 20 ພວກທ່ານຕ້ອງຕິດຕາມຄວາມຍຸຕິທັມເທົ່ານັ້ນ, ເພື່ອພວກທ່ານຈະມີຊີວິດເເລະຮັບມໍຣະດົກຄືດິນເເດນທີ່ພຣະເຈົ້າຂອງພວກທ່ານຈະປະທານໃຫ້ເເກ່ພວກທ່ານ.
\s5
\v 21 ພວກທ່ານຕ້ອງບໍ່ຕັ້ງເສົາອາຄານເພື່ອຕົນເອງ ບໍ່ວ່າເສົາໃດໆ, ນອກເຫນືອຈາກແທ່ນບູຊາຂອງພຣະຢາເວພຣະເຈົ້າຂອງພວກທ່ານທີ່ພວກທ່ານຈະເຮັດໄວ້ສຳລັບພວກທ່ານເອງ.
\v 22 ທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຽດຊັງ.
\s5
\c 17
\cl ບົດທີ 17
\p
\v 1 ພວກທ່ານບໍ່ຖວາຍເຄື່ອງບູຊາເປັນງົວຫລືເເກະທີ່ມີຕຳນິຫລືສິ່ງບໍ່ດີໃດໆ, ເເດ່ພຣະຢາເວພຣະເຈົ້າຂອງພວກທ່ານ ເພາະນັ້ນຈະເປັນທີ່ຫນ້າລັງກຽດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 2 ຖ້າຫາກພົບເຫັນຜູ້ຊາຍຫລືຍິງຄົນໃດໃນທ່າມກາງພວກທ່ານ, ຄືບັນດາປະຕູເມືອງທັງຫລາຍຂອງພວກທີ່ພຣະຢາເວພຣະເຈົ້າຂອງພວກທ່ານ, ທີ່ເຮັດຊົ່ວໃນສາຍພຣະເນດພຣະຢາເວພຣະເຈົ້າຂອງພວກທ່ານເເລະລະເມີດຕໍ່ບັນຍັດຂອງພຣະອົງ,
\v 3 ຄົນທີ່ໄດ້ໄປເເລະນະມັດສະການພະອື່ນໆ ເເລະກົ້ມກາບພະເຫລົ່ານັ້ນ, ບໍ່ວ່າຈະເປັນຕາເວັນ, ເດືອນ, ຫລືສິ່ງໃດທີ່ເປັນບໍລິວານທ້ອງຟ້າ. ສິ່ງໃດທີ່ໄດ້ຫ້າມເອົາໄວ້.
\v 4 ເເລະພວກທ່ານໄດ້ຮັບການບອກກ່າວເລື່ອງນີ້, ຫລືພວກທ່ານໄດ້ຍິນເລື່ອງນີ້ເເລ້ວ ພວກທ່ານຈົ່ງຖາມຢ່າງລະອຽດ. ຖ້າຫາກເປັນຄວາມຈິງເເລະຖືກຕ້ອງເເນ່ນອນເເລ້ວວ່າມີສິ່ງທີ່ຫນ້າລັງກຽດເກີດຂຶ້ນໃນອິສະຣາເອນ, ນີ້ຄືສິ່ງທີ່ພວກທ່ານສົມຄວນຕ້ອງເຮັດ.
\s5
\v 5 ພວກທ່ານຕ້ອງນຳຜູ້ຊາຍຫລືຜູ້ຍິງຄົນນັ້ນ, ຄືຄົນທີ່ໄດ້ເຮັດສິ່ງຊົ່ວຮ້າຍນີ້, ມາຍັງປະຕູເມືອງທັງຫລາຍຂອງພວກທ່ານ ເເລະພວກທ່ານຕ້ອງເອົາກ້ອນຫີນດຶກໃສ່ໃຫ້ຜູ້ຍິງຄົນນັ້ນຕາຍ.
\v 6 ໂດຍພະຍານສອງປາກ ຫລືພະຍານສາມປາກ ເຂົາຕ້ອງຕາຍ; ເເຕ່ໂດຍພະຍານປາກດຽວເຂົາບໍ່ຕ້ອງຖືກເຮັດໃຫ້ຕາຍ.
\v 7 ໃຫ້ພວກພະຍານທີ່ເຫັນນັ້ນແກ່ວງຫີນໃສ່ລາວກ່ອນ, ເເລະຈາກນັ້ນຈຶ່ງເປັນປະຊາຊົນທັງຫມົດແກ່ວງໃສ່ຕາມທີຫລັງ ເເລະພວກທ່ານຈຶ່ງຈະກຳຈັດຄວາມຊົ່ວອອກໄປຈາກທ່າມກາງພວກທ່ານໄດ້.
\s5
\v 8 ຖ້າມີຄະດີທີ່ຍາກເກີນກວ່າທີ່ພວກທ່ານຈະຕັດສິນໄດ້, ອາດເປັນຄຳຖາມເລື່ອງການຄາດຕະກຳໂດຍເຈດຕະນາຫລືຂ້າເລື່ອງສິດທິອັນຊອບທັມກັບບຸກຄົນຫນຶ່ງກັບອີກຄົນຫນຶ່ງ, ຫລືຄຳຖາມເລື່ອງການທຳຮ້າຍຮ່າງກາຍ, ຫລືຄະດີອື່ນໆ, ຄະດີຕ່າງໆ, ທີ່ມີຄວາມຮຸນເເຮງພາຍໃນປະຕູເມືອງທັງຫລາຍຂອງພວກທ່ານ. ດັ່ງນັ້ນເເລ້ວພວກທ່ານຈົ່ງຂຶ້ນໄປຍັງສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງເລືອກໃຫ້ເປັນສະຖານທີ່ນະມັດສະການຂອງພຣະອົງ.
\v 9 ພວກທ່ານຕ້ອງໄປຫາປະໂລຫິດ, ຜູ້ເປັນເຊື້ອສາຍຂອງຄົນເລວີ ເເລະຜູ້ພິພາກສາກຳລັງເຮັດໃນເວລານັ້ນເພື່ອເພິ່ນຈະໄດ້ຕັດສິນຄວາມໃຫ້.
\s5
\v 10 ພວກທ່ານຈົ່ງສະເເຫວງຫາຄຳປຶກສາຂອງພວກເຂົາ ເເລະພວກເຂົາຈະໃຫ້ຄຳຕັດສິນກັບພວກທ່ານເເລະພວກທ່ານຈະເຮັດຕາມກົດຫມາຍທີ່ໄດ້ໃຫ້ໄວ້ເເກ່ພວກທ່ານໃນສະຖານທີ່ ທີ່ພຣະຢາເວຊົງເລືອກໃຫ້ພວກທ່ານເປັນສະຖານທີ່ນະມັດສະການຂອງພຣະອົງ, ພວກທ່ານຈົ່ງເອົາໃຈໃສ່ໃນສິ່ງທີ່ພວກເຂົາສັ່ງໃຫ້ພວກທ່ານເຮັດ.
\v 11 ຈົ່ງເຮັດຕາມກົດຫມາຍທີ່ພວກເຂົາສອນພວກທ່ານ, ເເລະເຮັດຕາມຄຳຕັດສິນທີ່ພວກເຂົາໃຫ້ເເກ່ພວກທ່ານ, ຢ່າຫັນໄປທາງຂວາມືຫລືຊ້າຍມືຈາກສິ່ງທີ່ພວກເຂົາບອກພວກທ່ານ.
\s5
\v 12 ຄົນໃດກໍຕາມທີ່ຈອງຫອງ, ບໍ່ຟັງສຽງຂອງປະໂລຫິດ ຜູ້ທີ່ຢືນປະຕິບັດຕໍ່ພຣະພັກຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ຫລືບໍ່ຟັງສຽງຜູ້ພິພາກສາ ຄົນນັ້ນຈະຕ້ອງຕາຍ; ພວກທ່ານຈົ່ງກຳຈັດຄົນຊົ່ວອອກໄປຈາກອິສະຣາເອນ
\v 13 ປະຊາຊົນທຸກຄົນຕ້ອງໄດ້ຍິນສຽງເເລະຢຳເກງ, ເເລະບໍ່ເຮັດຕົວຈອງຫອງອີກຕໍ່ໄປ.
\s5
\v 14 ເມື່ອພວກທ່ານໄດ້ມາເຖິງດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ປະທ່ານໃຫ້ທ່ານ, ເເລະເມື່ອພວກທ່ານຢຶດຄອງດິນເເດນນັ້ນ, ເເລະເລີ່ມຕົ້ນອາໄສຢູ່ນັ້ນ, ເເລະພວກທ່ານກ່າວວ່າ,'ເຮົາຈະຕັ້ງກະສັດປົກຄອງເຫນືອເຮົາ, ຄືກັບທຸກຊົນຊາດທີ່ລ້ອມຮອບເຮົາຢູ່'.
\v 15 ເເລ້ວພວກທ່ານຈົ່ງຕັ້ງໃຜບາງຄົນໃຫ້ເປັນກະສັດປົກຄອງເຫນືອເຮົາ ຄືຄົນທີ່ພຣະຢາເວຊົງເລືອກ. ພວກທ່ານຕ້ອງຕັ້ງໃຜບາງຄົນຈາກພີ່ນ້ອງຂອງພວກທ່ານໃຫ້ເປັນກະສັດປົກຄອງເຫນືອພວກທ່ານ, ພວກທ່ານຢ່າເອົາຄົນຕ່າງຊາດຜູ້ບໍ່ເເມ່ນພີ່ນ້ອງຂອງພວກທ່ານ, ມາປົກຄອງເຫນືອພວກທ່ານ.
\s5
\v 16 ເເຕ່ເຂົາຕ້ອງບໍ່ເພີ່ມຈຳນວນມ້າຂອງເຂົາເອງ, ຫລືເປັນເຫດໃຫ້ປະຊາຊົນຫັນກັບໄປອີຢິບ, ເພື່ອພວກເຂົາຈະໄດ້ມາເພີ່ມ ເພາະພຣະຢາເວໄດ້ກ່າວກັບພວກເຂົາເເລ້ວວ່າ, ພວກເຈົ້າຈົ່ງຢ່າກັບໄປທາງນັ້ນອີກ.
\v 17 ເຂົາຕ້ອງບໍ່ມີເມຍຫລາຍຄົນສຳລັບຕົວເຂົາເອງເພື່ອວ່າໃຈຂອງເຂົາຈະບໍ່ຫັນອອກໄປ. ເຂົາຕ້ອງບໍ່ສະສົມເງິນເເລະທອງຈຳນວນຫລາຍ.
\s5
\v 18 ເມື່ອເຂົານັ່ງບັນລັງອານາຈັກຂອງເຂົາ, ເຂົາຕ້ອງບັນທຶກສຳເນົາກົດຫມາຍນີ້ໃນຫນັງສືມ້ວນ, ສຳລັບຕົວຂອງເຂົາເອງຄືກົດຫມາຍທີ່ຢູ່ຫນ້າຂອງປະໂລຫິດຜູ້ເປັນຄົນເລວີ.
\v 19 ຫນັງສືມ້ວນນັ້ນຕ້ອງຢູ່ກັບເຂົາ, ເເລະເຂົາຕ້ອງອ່ານຫນັງສືທີ່ບັນທຶກມ້ວນນັ້ນທຸກວັນຕະຫລອດຊີວິດຂອງເຂົາ, ເພື່ອວ່າເຂົາຈະຮຽນຮູ້ການຖວາຍກຽດເເດ່ພຣະຢາເວພຣະເຈົ້າຂອງເຂົາ, ເຊັ່ນດຽວກັນເພື່ອຖືຮັກສາຖ້ອຍຄຳທັງຫມົດທີ່ເປັນກົດຫມາຍນີ້, ເເລະກົດບັນຍັດເຫລົ່ານີ້, ເພື່ອປະຕິບັດຕາມຖ້ອຍຄຳເຫລົ່ານີ້.
\s5
\v 20 ເຂົາຕ້ອງເຮັດສິ່ງນີ້ເພື່ອໃຈຂອງເຂົາຈະບໍ່ຄິດວ່າໃຈຂອງເຂົາດີກວ່າພີ່ນ້ອງຂອງເຂົາ, ເພື່ອເຂົາຈະບໍ່ຫັນກັບໄປຈາກບັນຍັດຕ່າງໆ ໄປທາງຂວາມືຫລືທາງຊ້າຍມື; ເພື່ອຈຸດປະສົງໃນການມີຊີວິດຍືນຍາວໃນອານາຈັກຂອງເຂົາ, ເຂົາເເລະລູກຫລານທັງຫລາຍຂອງເຂົາ, ໃນທ່າມກາງອິສະຣາເອນ.
\s5
\c 18
\cl ບົດທີ 18
\p
\v 1 ບັນດາປະໂລຫິດ, ຜູ້ທີ່ເປັນຄົນເລວີທັງຫລາຍ, ເເລະເຜົ່າເລວີທັງຫມົດ, ຈະບໍ່ໄດ້ຮັບສ່ວນເເບ່ງຫລືຮັບບັນດາມໍຣະດົກຮ່ວມກັບຊາວອິສະຣາເອນ, ພວກເຂົາຕ້ອງກິນຂອງຖວາຍບູຊາທັງຫລາຍຂອງພຣະຢາເວຊຶ່ງເຜົາດ້ວຍໄຟທີ່ເປັນດັ່ງມໍຣະດົກຂອງພວກເຂົາ.
\v 2 ພວກເຂົາຕ້ອງບໍ່ມີມໍຣະດົກໃນທ່າມກາງພີ່ນ້ອງພວກເຂົາ; ພຣະຢາເວເປັນມໍຣະດົກຂອງພວກເຂົາ, ດັ່ງທີ່ພຣະອົງໄດ້ກ່າວກັບເຂົາເເລ້ວນັ້ນ.
\s5
\v 3 ສິ່ງນີ້ຈະເປັນສິ່ງທີ່ປະໂຣຫິດທັງຫລາຍສົມຄວນໄດ້ຮັບຈາກປະຊາຊົນ, ຈາກຄົນເຫລົ່ານັ້ນທີ່ຖວາຍບູຊາ ບໍ່ວ່າຈະເປັນງົວຫລືເເກະ: ພວກເຂົາຕ້ອງເອົາສ່ວນບາງສ່ວນເເກ້ມສອງເເກ້ມ, ເເລະສ່ວນຕ່າງໆທີ່ເປັນອະໄວຍະວະພາຍໃນເເກ່ປະໂລຫິດ.
\v 4 ຜົນທຳອິດຂອງພຶດຜົນຂອງພວກທ່ານ, ຂອງເຫລົ້າອະງຸ່ນໃຫມ່ຂອງພວກທ່ານ, ເເລະຂອງນ້ຳມັນຂອງພວກທ່ານ, ເເລະຂົນເເກະທີ່ຕັດຄັ້ງເເລກຂອງພວກທ່ານ, ພວກທ່ານຕ້ອງມອບໃຫ້ເເກ່ພວກເຂົາ.
\v 5 ເພາະພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງເລືອກເຂົາອອກມາຈາກເຜົ່າຕ່າງໆ, ຂອງພວກທ່ານເພື່ອຢືນຂຶ້ນ ປະຕິບັດໃນພຣະນາມຂອງພຣະຢາເວທັງຕົວເຂົາເເລະລູກຊາຍທັງຫລາຍຂອງພວກເຂົາຕະຫລອດໄປເປັນນິດ.
\s5
\v 6 ຖ້າມີຄົນເລວີຄົນຫນຶ່ງຈາກເມືອງໃດໆ ຂອງພວກທ່ານອອກມາຈາກອິສະຣາເອນທັງຫມົດຈາກທີ່ີ ທີ່ເຂົາກຳລັງອາໄສຢູ່, ເເລະເຂົາມີຄວາມປາຖະຫນາຢ່າງສຸດໃຈທີ່ຈະມາຍັງສະຖານທີ່ພຣະຢາເວຊົງເລືອກນັ້ນ.
\v 7 ເຂົາຕ້ອງປະຕິບັດໃນພຣະນາມຂອງພຣະຢາເວພຣະເຈົ້າຂອງພວກເຂົາຄືກັບພວກພີ່ນ້ອງຂອງພວກເຂົາທັງຫມົດທີີ່ເປັນຄົນເລວີເຮັດ, ຄືຜູ້ທີ່ຢືນຢູ່ນັ້ນຕໍ່ພຣະພັກພຣະຢາເວ.
\v 8 ພວກເຂົາຕ້ອງຮັບສ່ວນເເບ່ງຢ່າງດຽວກັນໃນການກິນ, ນອກເຫນືອຈາກສິ່ງທີ່ໄດ້ຈາກການຂາຍມໍຣະດົກຄອບຄົວຂອງເຂົານັ້ນ.
\s5
\v 9 ພວກທ່ານນຳເຂົ້າມາໃນດິນເເດນຂອງພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ເເກ່ພວກທ່ານ, ພວກທ່ານຕ້ອງບໍ່ຮຽນເຮັດສິ່ງທີ່ຫນ້າລັງກຽດຂອງຊົນຊາດຕ່າງໆ ເຫລົ່ານັ້ນ.
\v 10 ໃນທ່າມກາງພວກທ່ານ ຈະຕ້ອງບໍ່ພົບຄົນໃດທີ່ເອົາລູກຊາຍເເລະລູກຍິງຂອງເຂົາເຜົາໄຟ, ຕ້ອງບໍ່ພົບຄົນໃດທີ່ເປັນຄົນທຳນວາຍ, ເປັນຫມໍດູ, ຫລືເປັນຫມໍສະເຫນ່, ຫລືເປັນພໍ່ມົດ, ຫມໍຜີ, ເປັນຫມໍພາຍ,
\v 11 ເປັນທີ່ສື່ສານກັບຄົນຕາຍ, ຫລືເປັນຄົນທີ່ສື່ສານກັບວິນຍານຕ່າງໆ.
\s5
\v 12 ເພາະບໍ່ວ່າໃຜກໍຕາມທີ່ເຮັດສິ່ງເຫລົ່ານີ້ກໍເປັນທີ່ຫນ້າລັງກຽດຕໍ່ພຣະຢາເວ; ເພາະສິ່ງທີ່ຫນ້າລັງກຽດເຫລົ່ານີ້ ພຣະຢາເວພຣະເຈົ້າຂອງພວກທ່ານຈຶ່ງຂັບໄລ່ພວກທ່ານອອກໄປຕໍ່ຫນ້າຕໍ່ຕາພວກທ່ານ.
\v 13 ພວກທ່ານຈົ່ງເປັນຄົນທີ່ປາສະຈາກຕຳນິຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ.
\v 14 ເພາະຊົນຊາດຕ່າງໆ ເຫລົ່ານີ້ທີ່ພວກທ່ານຈະຂັບໄລ່ນັ້ນຟັງສຽງຂອງພວກຄົນທີ່ເປັນຄົນທຳນວາຍເເລະຫມໍດູ; ເເຕ່ສຳລັບພວກທ່ານ ພຣະຢາເວພຣະເຈົ້າຂອງພວກທ່ານບໍ່ອະນຸຍາດໃຫ້ພວກທ່ານເຮັດເເນວນັ້ນ.
\s5
\v 15 ພຣະຢາເວພຣະເຈົ້າຂອງພວກທ່ານຈະຍົກຊູຜູ້ເຜີຍພຣະວະຈະນະຄົນຫນຶ່ງຈາກທ່າມກາງພວກທ່ານ, ຜູ້ຫນຶ່ງຈາກພວກພີ່ນ້ອງຂອງພວກທ່ານຄືກັບຂ້ານ້ອຍ, ພວກທ່ານຕ້ອງຟັງສຽງຂອງເຂົາ.
\v 16 ນີ້ເເມ່ນສິ່ງທີ່ທ່ານໄດ້ຂໍຈາກພຣະຢາເວພຣະເຈົ້າຂອງພວກທ່ານທີ່ໂຮເຣັບໃນວັນເເຫ່ງການຊຸມນຸມນັ້ນ, ກ່າວວ່າ, 'ຢ່າໃຫ້ພວກທ່ານໄດ້ຍິນສຽງພຣະຢາເວພຣະເຈົ້າຂອງເຮົາອີກ, ຫລືຢ່າໃຫ້ພວກເຮົາຕ້ອງເບິ່ງເຫັນໄຟອັນເເຮງກ້ານີ້ອີກຕໍ່ໄປ, ບໍ່ສະນັ້ນພວກເຮົາຈະຕາຍ'.
\s5
\v 17 ພຣະຢາເວໄດ້ກ່າວກັບພວກຂ້ານ້ອຍວ່າ,' ສິ່ງທີ່ພວກເຂົາໄດ້ເວົ້ານັ້ນກໍດີ.
\v 18 ເຮົາຈະຍົກຜູ້ເຜີຍພຣະວະຈະນະຄົນຫນຶ່ງເພື່ອພວກເຂົາຊຶ່ງມາຈາກທ່າມກາງພວກພີ່ນ້ອງຂອງພວກເຂົາ, ຜູ້ເປັນຄືເຈົ້າ. ເຮົາຈະໃສ່ຖ້ອຍຄຳຂອງເຮົາໃນປາກຂອງເຂົາ, ເເລະເຂົາຈະກ່າວຖ້ອຍຄຳເຫລົ່ານັ້ນທັງຫມົດທີ່ເຮົາໄດ້ບັນຊາເເກ່ເຂົາ.
\v 19 ມັນຈະເກີດຂຶ້ນທີ່ມີບາງຄົນທີ່ບໍ່ຍອມຟັງຖ້ອຍຄຳຕ່າງໆ ຂອງເຮົາທີ່ກ່າວໂດຍນາມຂອງເຮົາທີ່ກ່າວໂດຍນາມຂອງເຮົາ, ເຮົາຈະກຳນົດໂທດຕໍ່ເຂົາ.
\s5
\v 20 ເເຕ່ຜູ້ເຜີຍພຣະວະຈະນະທີ່ກ່າວຖ້ອຍຄຳຢ່າງຍະໂສໂອຫັງໃນນາມຂອງເຮົາ, ຖ້ອຍຄຳທີ່ເຮົາບໍ່ໄດ້ບັນຊາເຂົາໃຫ້ກ່າວ, ຫລືຜູ້ທີ່ກ່າວໃນນາມຂອງພະອື່ນໆ, ຜູ້ເຜີຍພຣະວະຈະນະນັ້ນຈະຕ້ອງຕາຍ'.
\v 21 ສິ່ງນີ້ຄືສິ່ງທີ່ພວກທ່ານຕ້ອງກ່າວໃນໃຈຂອງພວກທ່ານ: 'ພວກເຮົາຈະຈົດຈຳຖ້ອຍຄຳທີ່ພຣະຢາເວບໍ່ໄດ້ກ່າວໄດ້ເເນວໃດ?'.
\s5
\v 22 ພວກທ່ານຈະຈົດຈຳຖ້ອຍຄຳທີ່ພຣະຢາເວໄດ້ກ່າວເມື່ອຜູ້ເຜີຍພຣະວະຈະນະກ່າວໃນນາມພຣະຢາເວ. ຖ້າຫາກສິ່ງນັ້ນບໍ່ປະກົດຫລືເກີດຂຶ້ນເເລ້ວ, ນັ້ນຍ່ອມເປັນສິ່ງທີ່ພຣະຢາເວບໍ່ໄດ້ກ່າວເເລະຜູ້ເຜີຍພຣະວະຈະນະໄດ້ກ່າວສິ່ງນັ້ນຢ່າງຍະໂສໂອຫັງ ເເລະພວກທ່ານຈົ່ງຢ່າເກງຢ້ານເຂົາ.
\s5
\c 19
\cl ບົດທີ 19
\p
\v 1 ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານທຳລາຍຊົນຊາດຕ່າງໆ, ຄືຄົນເຫລົ່ານັ້ນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານດິນເເດນຂອງພວກເຂົາໃຫ້ເເກ່ພວກທ່ານ, ເເລະເມື່ອພວກທ່ານຂັບໄລ່ພວກເຂົາເເລະເຂົ້າອາໄສຢູ່ໃນບັນດາເມືອງເເລະບ້ານເຮືອນຕ່າງໆ ຂອງພວກເຂົາ,
\v 2 ພວກທ່ານຈົ່ງເລືອກເມືອງສາມເມືອງສຳລັບພວກທ່ານເອງຊຶ່ງຢູ່ທາງກາງຂອງດິນເເດນຂອງພວກທ່ານທີ່ພຣະຢາເວພຣະເຈົ້າຂອງ
\v 3 ພວກທ່ານກຳລັງຈະປະທານໃຫ້ພວກທ່ານຢຶດຄອງ, ພວກທ່ານຕ້ອງສ້າງຖະຫນົນສາຍຫນຶ່ງເເລະເເບ່ງເຂດເເດນຕ່າງໆ, ໃນດິນເເດນຂອງພວກທ່ານເປັນສາມສ່ວນ, ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ເປັນມໍຣະດົກ, ເພື່ອວ່າທຸກຄົນທີ່ຂ້າບຸກຄົນອື່ນຈະຫນີໄປທີ່ນັ້ນ.
\s5
\v 4 ນີ້ຄືກົດຫມາຍສຳລັບຄົນທີ່ຂ້າຄົນອື່ນເເລະຫນີໄປອາໄສຢູ່ທີ່ນັ້ນ ຄື: ໃຜກໍຕາມທີ່ຂ້າເພື່ອນບ້ານໂດຍບໍ່ໄດ້ຕັ້ງໃຈ, ເເລະບໍ່ໄດ້ຊັງເຂົາມາກ່ອນ.
\v 5 ເຊັ່ນເມື່ອຊາຍຄົນຫນຶ່ງເຂົ້າໄປໃນປ່າເພື່ອຕັດໄມ້ກັບເພື່ອນບ້ານຂອງເຂົາ, ເເລະມືຂອງເຂົາຈັບຂວານຂຶ້ນເພື່ອຈະຕັດຕົ້ນໄມ້ເເລະຫົວຂວານນັ້ນຫລຸດອອກຈາກດ້າມເເລະໄປຖືກເພື່ອນບ້ານຂອງເຂົາເເລ້ວພວກເຂົາຈຶ່ງເສຍຊີວິດ. ດັ່ງນັ້ນຊາຍຄົນນັ້ນຕ້ອງຫນີໄປເມືອງໃດເມືອງຫນຶ່ງໃນເມືອງເຫລົ່ານີ້-ເເລ້ວອາໄສຢູ່ໃນເມືອງນັ້ນ.
\s5
\v 6 ບໍ່ເຊັ່ນນັ້ນຄົນທີ່ອາຄາດໂລຫິດຈະຕາມຄົນນັ້ນເພື່ອເອົາຊີວິດຂອງເຂົາຖ້າຫາກເມືອງນັ້ນໄກເກີນໄປ, ດ້ວຍຄວາມໂກດຮ້າຍທີ່ພຸ້ງຂຶ້ນ, ເຂົາຈະທຳຮ້າຍເເລະຂ້າຊາຍຄົນນັ້ນ, ເເມ່ນວ່າຊາຍຄົນນັ້ນບໍ່ສົມຄວນຈະຕ້ອງຕາຍ, ເພາະເຂົາບໍ່ໄດ້ຊັງເພື່ອນບ້ານຂອງເຂົາມາກ່ອນ.
\v 7 ດ້ວຍເຫດນີ້ຂ້ານ້ອຍຈຶ່ງບັນຊາທ່ານໃຫ້ເລືອກເມືອງສາມເມືອງເພື່ຶອພວກທ່ານເອງ.
\s5
\v 8 ຖ້າພຣະຢາເວພຣະເຈົ້າຂອງພວກທ່ານຂະຫຍາຍເຂດເເດນຂອງພວກທ່ານ, ດັ່ງທີ່ພຣະອົງໄດ້ສັນຍາເເກ່ບັນດາບັນພະບຸຣຸດຂອງພວກທ່ານໃຫ້ເຮັັດ, ເເລະປະທານດິນເເດນທັງຫມົດໃຫ້ເເກ່ພວກທ່ານຕາມທີ່ໄດ້ຊົງສັນຍາໄວ້ວ່າຈະປະທານໃຫ້ບັນດາບັນພະບຸຣຸດຂອງພວກທ່ານ;
\v 9 ຖ້າພວກທ່ານຖືຮັກສາບັນຍັດທັງຫມົດເຫລົ່ານີ້ເພື່ອເຮັດຕາມ, ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້ຄືພຣະບັນຍັດໃຫ້ຮັກພຣະຢາເວພຣະເຈົ້າຂອງພວກທ່ານ. ເເລະທີ່ຈະດຳເນີນໃນທາງຂອງພຣະອົງສະເຫມີ, ເເລ້ວພວກທ່ານຕ້ອງເພີ່ມເມືອງເຫລົ່ານີ້ທັງສາມເມືອງເພື່ອທ່ານເອງ, ນອກເຫນືອຈາກສາມເມືອງເຫລົ່ານີ້.
\v 10 ຈົ່ງເຮັດສິ່ງນີ້ເພື່ຶອເປັນມໍຣະດົກ, ເພື່ອຈະບໍ່ໃຫ້ຄວາມຜິດເນື່ອງຈາກໂລຫິດຕົກຢູ່ນຳພວກທ່ານ.
\s5
\v 11 ເເຕ່ຖ້າຄົນໃດຊັງເພື່ອນບ້ານຂອງເຂົາ, ຊຸ້ມຄອຍດັກເຂົາ ລຸກຂຶ້ນທຳຮ້າຍເຂົາ, ເເລະຖ້າເຂົາຫນີໄປຍັງເມືອງໃດເມືອງຫນຶ່ງເຫລົ່ານີ້ເເລ້ວ.
\v 12 ບັນດາຜູ້ໃຫຍ່ໃນເມືອງຂອງພວກເຂົາຕ້ອງສົ່ງຕົວເເລະນຳເຂົາກັບມາທີ່ນັ້ນ, ເເລະມອບເຂົາຄືນໃຫ້ກັບຍາດທີ່ມີຄວາມຮັບຜິດຊອບຕໍ່ເຂົາ, ເພື່ອວ່າເຂົາຢ້ານຈະຖືກຂ້າຕາຍ.
\v 13 ດວງຕາຂອງພວກທ່ານຕ້ອງບໍ່ສະເເດງຄວາມສົງສານເເກ່ເຂົາ, ເເຕ່ພວກທ່ານຕ້ອງກຳຈັດຜູ້ທີ່ຈົງໃຈຂ້າຄົນຕາຍອອກໄປຈາກອິສະຣາເອນ, ເພື່ອພວກທ່ານຈະໄປດີມາດີ.
\s5
\v 14 ພວກທ່ານບໍ່ຍ້າຍຫລັກເຂດຂອງເພື່ອນບ້ານຂອງພວກທ່ານທີ່ພວກເຂົາໄດ້ຕັ້ງໃນສະຖານທີ່ເປັນເວລານານມາເເລ້ວ, ໃນມໍຣະດົກທີ່ພວກທ່ານຈະໄດ້ຮັບ, ໃນດິນເເດນພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານຢຶດຄອງ.
\s5
\v 15 ພະຍານປາກດຽວຕ້ອງບໍ່ລຸກຂຶ້ນປັກປຳຊາຍຄົນໃດໆ, ໃນເລື່ອງໃດໆ, ທີ່ເຂົາເຮັດບາບ, ບໍ່ວ່າໃນເລື່ອງໃດຈະຕ້ອງໄດ້ຮັບການຢືນຢັນໂດຍພະຍານສອງປາກ, ຫລືພະຍານສາມປາກ.
\v 16 ສົມມຸດວ່າມີພະຍານບໍ່ຊອບທັມລຸກຂຶ້ນປັກປຳຊາຍຄົນໃດເພື່ອພິສູດຈົນເຖິງການເຮັດຜິດຂອງເຂົາ.
\s5
\v 17 ດັ່ງນັ້ນຊາຍທັງສອງ ຄືຄົນທີ່ກຳລັງມີຂໍ້ພິພາກຕໍ່ກັນນັ້ນ, ຈະຕ້ອງຢືນຢູ່ຕໍ່ຫນ້າພຣະພັກພຣະຢາເວ, ຕໍ່ຫນ້າປະໂລຫິດທັງຫລາຍ, ເເລະ
\v 18 ຜູ້ພິພາກສາທັງຫລາຍຕ້ອງເຮັດການໄຕ່ຕອງຢ່າງລະອຽດເບິ່ງວ່າພະຍານນັ້ນເຮັດເເລະມີຫລັກຖານເຮັດເພື່ອປັກປຳພີ່ນ້ອງຂອງເຂົາຫລືບໍ່?
\v 19 ດັ່ງນັ້ນສິ່ງທີ່ພວກທ່ານຕ້ອງເຮັດເເກ່ເຂົາຄື: ເຮັດໃນສິ່ງທີ່ເຂົາປາຖະຫນາເຮັດຕໍ່ພີ່ນ້ອງຂອງພວກເຂົາ, ເເລະພວກທ່ານຈະກຳຈັດຄົນຊົ່ວອອກໄປຈາກທ່າມກາງພວກທ່ານ.
\s5
\v 20 ເເລ້ວບັນດາຄົນເຫລົ່ານັ້ນທີ່ເຫລືອຢູ່ຈະໄດ້ຍິນເເລະເກງຢ້ານ, ເເລະຈາກນັ້ນຈະບໍ່ມີການເຮັດສິ່ງຊົ່ວຮ້າຍໃນທ່າມກາງພວກທ່ານອີກ.
\v 21 ດວງຕາຂອງພວກທ່ານບໍ່ສະເເດງຄວາມສົງສານ; ຊີວິດຕ້ອງເເລກດ້ວຍຊີວິດ, ຕາເເທນຕາ, ເເຂ້ວເເທນເເຂ້ວ, ມືເເທນມື, ຕີນເເທນຕີນ.
\s5
\c 20
\cl ບົດທີ 20
\p
\v 1 ເມື່ອພວກທ່ານອອກຮົບຕໍ່ສູ້ເຫລົ່າສັດຕຣູຂອງພວກທ່ານ ເເລະເບິ່ງເຫັນມ້າເສິກທັງຫລາຍ, ເເລະຜູ້ທີ່ມີຈຳນວນຫລາຍກວ່າພວກທ່ານ, ພວກທ່ານຈົ່ງຢ່າຢ້ານເຂົາ, ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງຢູ່ກັບພວກທ່ານ, ພຣະອົງໄດ້ນຳພວກທ່ານອອກມາຈາກອີຢິບ.
\s5
\v 2 ເມື່ອພວກທ່ານຈະເຂົ້າໄປໃນສົງຄາມປະໂລຫິດຕ້ອງເຂົ້າມາໃກ້ເເລະເວົ້າກັບປະຊາຊົນ
\v 3 ເຂົາຕ້ອງເວົ້າກັບພວກເຂົາວ່າ 'ອິສະຣາເອນຈົ່ງຟັງ, ພວກທ່ານຈະເຂົ້າເຮັດສົງຄາມກັບສັດຕຣູຂອງພວກທ່ານ. ຈົ່ງຢ່າໃຫ້ທ່ານ ຢ່າຢ້ານກົວພວກເຂົາເລີຍ.
\v 4 ເພາະພຣະຢາເວພຣະເຈົ້າຂອງພວກທ່ານຊົງເປັນຜູ້ດຽວທີ່ໄປກັບພວກທ່ານເພື່ອຕໍ່ສູ້ສັດຕຣູເເທນພວກທ່ານເເລະເພື່ອຊ່ວຍເຫລືອພວກທ່ານໃຫ້ພົ້ນ'.
\s5
\v 5 ນາຍທະຫານທັງຫລາຍຕ້ອງເວົ້າກັບປະຊາຊົນເເລະເວົ້າວ່າ, 'ມີຊາຍຄົນໃດທີ່ສ້າງບ້ານໃຫມ່ເເລະຍັງບໍ່ໄດ້ຖວາຍບ້ານ? ໃຫ້ເຂົາກັບໄປບ້ານຂອງພວກເຂົາ, ເພື່ອວ່າເຂົາຈະບໍ່ຕາຍໃນສົງຄາມເເລະເຮັດໃຫ້ຄົນອື່ນຖວາຍບ້ານເເທນ.
\s5
\v 6 ມີໃຜທີ່ປູກສວນອະງຸ່ນເເລະຍັງບໍ່ໄດ້ເກັບກ່ຽວຜົນ? ໃຫ້ເຂົາກັບບ້ານ, ເພື່ອເຂົາຈະບໍ່ຕ້ອງຕາຍໃນສົງຄາມເເລະໃຫ້ຄົນອື່ນເກັບກ່ຽວຜົນນັ້ນເເທນ.
\v 7 ມີຊາຍຄົນໃດທີ່ໄດ້ຫມັ້ນຫມາຍກັບຜູ້ຍິງຄົນຫນຶ່ງເເລະຍັງບໍ່ໄດ້ເເຕ່ງງານກັບລາວ? ໃຫ້ເຂົາກັບບ້ານເພື່ອວ່າເຂົາຈະບໍ່ຕາຍໃນສົງຄາມເເລະເຮັດໃຫ້ຄົນອື່ນຕ້ອງເເຕ່ງງານກັບລາວ'.
\s5
\v 8 ນາຍທະຫານທັງຫລາຍຕ້ອງເວົ້າເພີ່ມເຕີມກັບປະຊາຊົນອີກວ່າ,' ມີຊາຍຄົນໃດທີ່ຢ້ານຫລືສະເຫມັ່ນບໍ? ໃຫ້ເຂົາກັບໄປທີ່ບ້ານຂອງເຂົາ, ເພື່ອວ່າໃຈຂອງພີ່ນ້ອງເຂົາຈະບໍ່ລະລາຍໄປກັບພີ່ນ້ອງຂອງເຂົາເອງ'.
\v 9 ເມື່ອເຈົ້າຫນ້າທີ່ທັງຫລາຍໄດ້ກ່າວກັບປະຊາຊົນເເລ້ວໆ, ພວກເຂົາຕ້ອງເເຕ່ງຕັ້ງຜູ້ບັນຊາການເຫນືອພວກເຂົາ.
\s5
\v 10 ເມື່ອພວກທ່ານອອກໄປໂຈມຕີເມືອງຫນຶ່ງ, ຈົ່ງໃຫ້ຂໍ້ສະເຫມີຍອມເຈລະຈາກັບຄົນເມືອງນັ້ນ.
\v 11 ຖ້າເຂົາຍອມຮັບຂໍ້ສະເຫນີຂອງພວກທ່ານເເລະເປີດປະຕູເມືອງໃຫ້ເເກ່ພວກທ່ານ ປະຊາຊົນທຸກຄົນທີ່ຢູ່ໃນເມືອງນັ້ນຈະຕ້ອງເປັນທາດເເຮງງານໃຫ້ເເກ່ພວກທ່ານເເລະຕ້ອງຮັບໃຊ້ພວກທ່ານ.
\s5
\v 12 ເເຕ່ຖ້າບໍ່ມີການເຮັດຂໍ້ສະເຫນີຍອມເຈລະຈາພວກທ່ານ, ເເຕ່ກັບເຮັດສົງຄາມກັບພວກທ່ານເເລ້ວ ພວກທ່ານຕ້ອງລ້ອມເມືອງນັ້ນ,
\v 13 ເເລະເມື່ອພຣະຢາເວພຣະເຈົ້າຂອງພວກທ່ານປະທານໄຊຊະນະເເກ່ພວກທ່ານເເລະໃຫ້ພວກເຂົາຢູ່ໃຕ້ການຄຸ້ມຄອງຈາກພວກທ່ານ, ພວກທ່ານຕ້ອງຂ້າຜູ້ຊາຍຄົນໃນເມືອງນັ້ນ.
\s5
\v 14 ເເຕ່ສຳລັບຜູ້ຍິງ ເເລະເດັກນ້ອຍໆ, ທັງຫລາຍ ຝູງສັດ, ເເລະທຸກສິ່ງທີ່ຢູ່ໃນເມືອງນັ້ນພວກທ່ານຈະຕ້ອງຢຶດມາເປັນຂອງຮິບເພື່ຶອທ່ານເອງ, ພວກທ່ານຈະໃຊ້ສີ່ງຂອງທີ່ຢຶດມາໄດ້ຈາກສັດຕຣູຂອງພວກທ່ານໄດ້ ຄືພວກທ່ານພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ເເກ່ພວກທ່ານ
\v 15 ພວກທ່ານຕ້ອງເຮັດວິທີການນີ້ຕໍ່ເມືອງທີ່ຢູ່ໄກຈາກພວກທ່ານ, ເມືອງຕ່າງໆ ທີ່ບໍ່ໄດ້ເປັນຂອງຊົນຊາດຕ່າງໆເຫລົ່ານີ້.
\s5
\v 16 ໃນເມືອງຕ່າງໆ ຂອງປະຊາຊົນເຫລົ່ານີ້ທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ເເກ່ພວກທ່ານເປັນມໍຣະດົກ, ພວກທ່ານຕ້ອງບໍ່ປ່ອຍໃຫ້ສິ່ງໃດລອດຊີວິດ.
\v 17 ເເຕ່ພວກທ່ານຕ້ອງທຳລາຍພວກເຂົາໃຫ້ຫມົດ, ຄື ຊາວອາໂມໄຣ, ຊາວການາອານ, ຊາວເປຣິຊີ, ຊາວຮີວີ, ເເລະຊາວເຢບຸດ, ຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງບັນຊາພວກທ່ານນັ້ນ.
\v 18 ຈົ່ງເຮັດສິ່ງນີ້ເພື່ອວ່າພວກເຂົາຈະບໍ່ສອນພວກທ່ານໃຫ້ເຮັດວິທີທີ່ຫນ້າລັງກຽດຂອງພວກເຂົາ. ຄືກັບພວກເຂົາທີ່ໄດ້ເຮັດເເກ່ພະຕ່າງໆ ຂອງພວກເຂົານັ້ນ, ຖ້າຫາກພວກທ່ານເຮັດ ພວກທ່ານຈະເຮັດບາບຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 19 ເມື່ອພວກທ່ານຈະລ້ອມຮອບເມືອງຫນຶ່ງເປັນເວລານານ, ຂະນະທີ່ພວກທ່ານເຮັດສົງຄາມເພື່ອຢຶດຄອງນັ້ນ, ພວກທ່ານຕ້ອງບໍ່ທຳລາຍຕົ້ນໄມ້ຕ່າງໆ, ຂອງເມືອງນັ້ນໂດຍການໃຊ້ຂວານຕັດພວກມັນເພາະພວກທ່ານຕ້ອງກິນຜົນຈາກພວກມັນ. ດັ່ງນັ້ນພວກທ່ານຕ້ອງບໍ່ຕັດມັນລົງ, ເພາະຕົ້ນໄມ້ທົ່ງນາເປັນຊີວິດຂອງມະນຸດທີ່ທ່ານລ້ອມຮອບຢູ່ນັ້ນເເມ່ນຫລືບໍ່?
\v 20 ມີພຽງຕົ້ນໄມ້ຕ່າງໆ ທີ່ພວກທ່ານຮູ້ວ່າບໍ່ເເມ່ນຕົ້ນໄມ້ທີ່ເປັນອາຫານ, ພວກທ່ານສາມາດທຳລາຍເເລະຕັດໄດ້ພວກທ່ານຈະສ້າງເຄື່ອງລ້ອມເມືອງເພື່ອຕໍ່ສູ້ກັບເມືອງນັ້ນທີ່ເຮັດສົງຄາມກັບພວກທ່ານ ຈົນກວ່າເມືອງນັ້ນຈະເເຕກ.
\s5
\c 21
\cl ບົດທີ 21
\p
\v 1 ຖ້າມີບາງຄົນຖືກຂ້າຕາຍໃນທົ່ງນາໃນດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງປະທານໃຫ້ເເກ່ພວກທ່ານຄອບຄອງນັ້ນ, ໂດຍບໍ່ຮູ້ວ່າໃຜເປັນຄົນຂ້າເຂົາເເລ້ວ;
\v 2 ບັນດາຜູ້ໃຫຍ່ຂອງພວກທ່ານເເລະພວກຜູ້ພິພາກສາຕ້ອງອອກໄປ, ເເລະພວກເຂົາຕ້ອງວັດໄລຍະທາງເມືອງຕ່າງໆ ທີ່ຢູ່ລ້ອມຮອບຄົນນັ້ນທີ່ຖືກຂ້າ.
\s5
\v 3 ເເລ້ວບັນດາຜູ້ໃຫຍ່ທີ່ຢູ່ໃກ້ເມືອງທີ່ມີຄົນຕາຍຫລາຍທີ່ສຸດ, ຕ້ອງນຳງົວສາວໂຕຫນຶ່ງມາຈາກຝູງ, ທີ່ເປັນງົວທີ່ບໍ່ຖືກໃຊ້ງານມາກ່ອນ.
\v 4 ເເລ້ວພວກເຂົາຕ້ອງນຳງົວສາວໂຕນັ້ນມາທີ່ພູເຂົາເເຫ່ງຫນຶ່ງທີ່ມີເເມ່ນ້ຳໄຫລເປັນພູເຂົາທີ່ບໍ່ເຄີຍຖືກບຸກເບີກຫລືວ່ານເມັດມາກ່ອນ, ເເລະໃນພູເຂົານັ້ນພວກເຂົາຕ້ອງຫັກຄໍຂອງງົວສາວໂຕນັ້ນ.
\s5
\v 5 ພວກປະໂລຫິດ, ບັນດາເຊື້ອສາຍຂອງຄົນເລວີ, ຕ້ອງມາໃກ້ ຄືພວກເຂົາທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງເລືອກໃຫ້ປະຕິບັດພຣະອົງເເລະອວຍພອນປະຊາຊົນໃນພຣະນາມຂອງພຣະຢາເວ; ຈົ່ງຟັງຄຳຊີ້ເເນະຂອງພວກເຂົາຈະເປັນຄຳຕັດສິນສຳຫລັບທຸກຂໍ້ພິພາກສາເເລະສຳລັບການຮ້າຍທຸກຢ່າງ.
\s5
\v 6 ບັນດາຜູ້ໃຫຍ່ທັງຫມົດຂອງເມືອງນັ້ນທີ່ຢູ່ໃກ້ຄົນຖືກຂ້າຕາຍຕ້ອງຊຳລະມືຂອງພວກເຂົາເຫນືອງົວສາວໂຕນັ້ນທີ່ຖືກຫັກຄໍໃນພູເຂົາ;
\v 7 ເເລະພວກເຂົາຕ້ອງຕອບໃນເລື່ອງນີ້ເເລະເວົ້າວ່າ, 'ມືຂອງພວກເຮົາບໍ່ໄດ້ເຮັດໃຫ້ເລືອດນີ້ຕົກ ເເລະດວງຕາຂອງເຮົາບໍ່ໄດ້ເບິ່ງເຫັນມັນ.
\s5
\v 8 ຂ້າເເຕ່ພຣະຢາເວ ຂໍຊົງໃຫ້ອະໄພຕໍ່ປະຊາຊົນອິສະຣາເອນຂອງພຣະອົງ, ຄືຜູ້ທີ່ພຣະອົງໄດ້ຊົງໄຖ່ມາ ເເລະຂໍຊົງຢ່າເອົາຜິດສຳລັບການຫລັ່ງເລືອດຂອງຜູ້ບໍ່ມີຄວາມຜິດໃນທ່າມກາງປະຊາຊົນອິສະຣາເອນຂອງພຣະອົງເລີຍ, ເເລ້ວການຫລັ່ງເລືອດນັ້ນຈະໄດ້ຮັບການຍົກໂທດ.
\v 9 ດ້ວຍວິທີນີ້ ພວກທ່ານຈະເອົາການຫລັ່ງເລືອດຂອງຜູ້ທີ່ບໍ່ມີຄວາມຜິດອອກໄປຈາກທ່າມກາງພວກທ່ານ, ເມື່ອພວກທ່ານເຮັດສິ່ງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະຢາເວ.
\s5
\v 10 ເມື່ອພວກທ່ານອອກໄປເຮັດສົງຄາມກັບສັດຕຣູຂອງພວກທ່ານເເລະພຣະຢາເວພຣະເຈົ້າຂອງພວກທ່ານປະທານໄຊຊະນະເເກ່ພວກທ່ານ, ເເລະເຮັດໃຫ້ພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງພວກທ່ານ, ເເລະພວກທ່ານຈະເອົາພວກເຂົາມາເປັນຊະເລີຍ,
\v 11 ຖ້າພວກທ່ານເຫັນຜູ້ຍິງຄົນໃດທີ່ງາມໃນທ່າມກາງຊະເລີຍນັ້ນ, ເເລະະທ່ານມີຄວາມປາຖະຫນາຕໍ່ລາວເເລະຕ້ອງເອົາລາວມາເປັນເມຍຂອງທ່ານເອງ,
\v 12 ເເລ້ວທ່ານຈະນຳລາວມາບ້ານຂອງທ່ານ; ລາວຈະຕັດຜົມຂອງລາວເເລະຕັດເລັບຂອງລາວ.
\s5
\v 13 ເເລ້ວລາວຈະຖອດເສື້ອຜ້າທີ່ລາວສວມໃສ່ໃນຕອນທີ່ຖືກຈັບມາເປັນຊະເລີຍອອກ ເເລະລາວຈະອາໄສຢູ່ບ້ານຂອງທ່ານເເລະລາວຈະໄວ້ທຸກເພື່ອພໍ່ເເລະແມ່ຂອງລາວຕະຫລອດຫນຶ່ງເດືອນເຕັມ. ຫລັງຈາກນັ້ນທ່ານຈະຫລັບນອນນຳລາວເເລະເປັນສາມີຂອງລາວໄດ້, ເເລະລາວຈະເປັນເມຍຂອງທ່ານ.
\v 14 ເເຕ່ຖ້າທ່ານບໍ່ພໍໃຈລາວເເລ້ວ, ທ່ານສາມາດປ່ອຍລາວໄປສະຖານທີ່ ທີ່ລາວປາຖະຫນາໄດ້, ເເຕ່ທ່ານຕ້ອງບໍ່ຂາຍລາວເພື່ອເເລກກັບເງິນຢ່າງເດັດຂາດ, ເເລະທ່ານບໍ່ຕ້ອງປະຕິບັດກັບລາວຄືກັບເປັນທາດ ເພາະທ່ານໄດ້ເຮັດໃຫ້ລາວເສຍກຽດຕິຍົດເເລ້ວ.
\s5
\v 15 ຖ້າຫາກຜູ້ຊາຍຄົນໃດທີ່ມີເມຍຫນຶ່ງຄົນຫລືສອງຄົນເປັນທີ່ຮັກກັບອີກຄົນເປັນທີ່ກຽດຊັງ, ເເລະພວກນາງທັງສອງຄົນໄດ້ກຳເນີດລູກເເກ່ເຂົາຄືທັງເມຍທີ່ເປັນທີ່ຮັກເເລະເມຍທີ່ເປັນທີ່ກຽດຊັງ, ຖ້າລູກຊາຍຄົນຫົວປີຂອງເມຍຄົນທີ່ຖືກກຽດຊັງ,
\v 16 ເເລ້ວໃນວັນທີ່ຜູ້ຊາຍຄົນນັ້ນເຮັດໃຫ້ລູກຊາຍຂອງເຂົາໄດ້ຮັບມໍຣະດົກທີ່ເຂົາຄອບຄອງ, ເຂົາຕ້ອງບໍ່ເຮັດໃຫ້ລູກຊາຍຂອງເມຍທີ່ເປັນທີ່ຮັກເປັນລູກຫົວປີກ່ອນລູກຊາຍຂອງເມຍຄົນທີ່ເຂົາກຽດຊັງ, ຄືລູກຊາຍທີ່ເປັນລູກຫົວປີຢ່າງເເທ້ຈິງ.
\v 17 ເເຕ່ເຂົາຕ້ອງຍອມຮັບລູກຊາຍທີ່ເປັນຂອງເມຍທີ່ເຂົາກຽດຊັງນັ້ນ, ໂດຍການມອບສ່ວນເເບ່ງເປັນສອງເທົ່າຂອງທຸກສິ່ງທີ່ເຂົາຄອບຄອງເເກ່ລູກຊາຍຄົນນັ້ນ; ເພາະລູກຊາຍຄົນນັ້ນເປັນຈຸດເລີ່ມຕົ້ນຂອງກຳລັງຂອງເຂົາ; ສິດຂອງລູກຫົວປີຂອງພວກເຂົາ.
\s5
\v 18 ຖ້າຫາກຜູ້ຊາຍຄົນຫນຶ່ງມີລູກຊາຍດື້ຫລືກະບົດທີ່ບໍ່ຍອມຟັງສຽງຂອງພໍ່ເຂົາຫລືສຽງຂອງເເມ່ຂອງເຂົາ, ເຖິງເເມ່ນວ່າພວກເຂົາຈະຕັກເຕືອນ, ລູກຊາຍກໍຈະບໍ່ຟັງສຽງຂອງພວກເຂົາ;
\v 19 ດັ່ງນັ້ນພໍ່ເເລະແມ່ຂອງເຂົາຕ້ອງຈັບຕົວເຂົາເເລະນຳອອກໄປຫາບັນດາຜູ້ໃຫຍ່ຂອງເມືອງຂອງເຂົາເເລະໄປທີ່ປະຕູເມືອງຂອງເຂົາ.
\s5
\v 20 ພວກເຂົາຕ້ອງເວົ້າຕໍ່ບັນດາຜູ້ໃຫຍ່ຂອງເມືອງເຂົາວ່າ, 'ນີ້ເເມ່ນລູກຊາຍຂອງເຮົາທີ່ດື້ເເລະກະບົດ; ເຂົາຈະບໍ່ເຊື່ອຟັງສຽງຂອງເຮົາ; ເຂົາເປັນຄົນດື້ດ້ານທັງບໍ່ຢູ່ໃນໂອວາດ'.
\v 21 ເເລ້ວຜູ້ຊາຍທຸກຄົນໃນເມືອງຂອງເຂົາຕ້ອງເອົາກ້ອນຫີນດຶກໃສ່ເຂົາໃຫ້ຕາຍ; ເເລະພວກທ່ານຈະກຳຈັດຄວາມຊົ່ວອອກໄປທ່າມກາງພວກທ່ານໄດ້. ຊາວອິສະຣາເອນທັງຫມົດຈະໄດ້ຍິນເລື່ອງນີ້ເເລະເກງຢ້ານ.
\s5
\v 22 ຖ້າຫາກຜູ້ຊາຍຄົນຫນຶ່ງໄດ້ເຮັດບາບຊຶ່ງສົມຄວນຕາຍເເລະເຂົາຖືກຂ້າຕາຍ, ເເລະພວກທ່ານເເຂນເຂົາໄວ້ທີ່ຕົ້ນໄມ້ຕົ້ນຫນຶ່ງ,
\v 23 ເເລ້ວສົບຂອງເຂົາຈະຕ້ອງບໍ່ຖືກປ່ອຍໃຫ້ຄ້າງຄືນເທິງຕົ້ນໄມ້ນັ້ນ. ເເຕ່ພວກທ່ານ, ຕ້ອງເຜົາສົບຂອງເຂົາໃນວັນດຽວກັນນັ້ນ; ເພາະໃຜກໍຕາມທີ່ຖືກເເຂວນໄວ້ນັ້ນກໍໄດ້ຮັບຄຳສາບເເຊ່ງໂດຍພຣະເຈົ້າ. ຈົ່ງເຊື່ອຟັງຄຳບັນຊານີ້ເພື່ອວ່າພວກທ່ານຈະບໍ່ເຮັດໃຫ້ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານເປັນມໍຣະດົກນັ້ນເປັນມົນທິນ.
\s5
\c 22
\cl ບົດທີ 22
\p
\v 1 ພວກທ່ານຕ້ອງບໍ່ເບິ່ງງົວຂອງອິສະຣາເອນຫລືເເກະຂອງເຂົາທີ່ຫລົງເເລະເສີຍໆກັບພວກມັນ; ພວກທ່ານຕ້ອງນຳພວກມັນກັບຄືນໃຫ້ເຂົາ.
\v 2 ຖ້າຫາກຫມູ່ຊາວອິສະຣາເອນຂອງພວກທ່ານບໍ່ໄດ້ຢູ່ໃກ້ພວກທ່ານ, ຫລືຖ້າພວກທ່ານບໍ່ຮູ້ຈັກເຂົາ ເເລ້ວພວກທ່ານຕ້ອງນຳສັດນັ້ນກັບມາທີ່ບ້ານຂອງພວກທ່ານ, ເເລະມັນຕ້ອງຢູ່ກັບພວກທ່ານຈົນກວ່າເຂົາຈະມາຕາມຫາມັນ ເເລະຈາກນັ້ນພວກທ່ານຕ້ອງຄືນໃຫ້ເເກ່ເຂົາ.
\s5
\v 3 ພວກທ່ານຕ້ອງເຮັດຢ່າງດຽວກັນນີ້ກັບລວາຂອງພວກເຂົາ; ພວກທ່ານຕ້ອງເຮັດຢ່າງດຽວກັນນີ້ກັບເສື້ອຜ້າຂອງພວກເຂົາ, ພວກທ່ານຕ້ອງເຮັດຢ່າງດຽວກັນນີ້ກັບເພື່ອນບ້ານອິສະຣາເອນຂອງພວກທ່ານເຮັດຕົກເຮ່ຍ ສິ່ງທີ່ເຂົາໄດ້ເຮັດຕົກເຮ່ຍ; ເເລະພວກທ່ານໄດ້ພົບພວກທ່ານຕ້ອງເຮັດເສີຍ.
\v 4 ພວກທ່ານຕ້ອງບໍ່ເບິ່ງລວາຂອງອິສະຣາເອນຂອງພວກທ່ານຫລືງົວຂອງເຂົາຕົກໄປຈາກຫົນທາງ ເເລະເສີຍຕໍ່ພວກມັນ; ພວກທ່ານຕ້ອງຊ່ວຍເຂົາເອົາມັນຂຶ້ນມາອີກຄັ້ງ.
\s5
\v 5 ຜູ້ຍິງຕ້ອງບໍ່ໃສ່ເຄື່ອງເເຕ່ງກາຍຂອງຜູ້ຊາຍ, ເເລະຜູ້ຊາຍກໍ່ບໍ່ຕ້ອງໃສ່ເຄື່ອງເເຕ່ງກາຍຜູ້ຍິງ; ເພາະໃຜທີ່ເຮັດສິ່ງເຫລົ່ານີ້ກໍເປັນທີ່ຫນ້າລັງກຽດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 6 ຖ້າມີຮັງນົກຕົກຢູ່ຕໍ່ຫນ້າຕໍ່ຕາພວກທ່ານຢູ່ຫົນທາງ, ໃນຕົ້ນໄມ້ຕົ້ນໃດ, ຫລືຢູ່ພື້ນດິນຊຶ່ງຢູ່ຮັງນົກມີລູກນົກນ້ອຍໆ, ຫລືໄຂ່ນົກ, ເເລະເເມ່ຂອງມັນນັ່ງປົກລູກຂອງມັນຢູ່ຫລືໄຂ່ນົກນັ້ນ, ພວກທ່ານຕ້ອງບໍ່ພາກເເມ່ໄປຈາກລູກນ້ອຍໆ ຂອງມັນ.
\v 7 ພວກທ່ານຕ້ອງປ່ອຍເເມ່ຂອງມັນໄປ, ເເຕ່ລູກນ້ອຍໆຂອງມັນ ທ່ານສາມາດເອົາມາໄດ້. ຈົ່ງເຊື່ອຟັງຄືບັນຊານີ້ເພື່ອພວກທ່ານຈະໄປດີມາດີ, ເເລະພວກທ່ານຈະມີຊີວິດຍືນຍາວຕະຫລອດວັນເວລາຂອງພວກທ່ານ.
\s5
\v 8 ເມື່ອພວກທ່ານສ້າງບ້ານຫລັງໃຫມ່, ເເລ້ວພວກທ່ານຕ້ອງເຮັດຮາວບັນໄດຂຶ້ນໄປເທິງຫລັງຄາຂອງພວກທ່ານ ເພື່ຶອພວກທ່ານຈະບໍ່ເຮັດໃຫ້ເລືອດໄຫລເທິງຫລັງຄາບ້ານຂອງພວກທ່ານຖ້າຫາກມີໃຜຕົກລົງມາຈາກທີ່ນັ້ນ.
\s5
\v 9 ພວກທ່ານຕ້ອງບໍ່ເຮັດສວນອະງຸ່ນດ້ວຍການຫວ່ານເມັດພັນສອງຊະນິດພ້ອມກັນ, ເພື່ອການເກັບກ່ຽວທັງຫມົດນັ້ນຈະບໍ່ເປັນມົນທິນຕໍ່ສະຖານທີ່ນັ້ນ, ຄືເມັດພັນທີ່ພວກທ່ານໄດ້ຫວ່ານເເລະຜົນຜະລິດຈາກສວນອະງຸ່ນນັ້ນ.
\v 10 ພວກທ່ານຕ້ອງບໍ່ໃຊ້ງົວເເລະລວາໄຖພວນດ້ວຍກັນ.
\v 11 ພວກທ່ານຕ້ອງບໍ່ໃສ່ເສື້ອຜ້າທີ່ເຮັດດ້ວຍຂົນເເກະເເລະຜ້າລິນິນເຂົ້າດ້ວຍກັນ.
\s5
\v 12 ພວກທ່ານຕ້ອງເຮັດພູ່ຫ້ອຍເອົາໄວ້ທີ່ມຸມທັງສີ່ດ້ານຂອງເສື້ອຄຸມທີ່ພວກເຈົ້າສວມໃສ່.
\s5
\v 13 ຖ້າມີຊາຍຄົນຫນຶ່ງກັບເມຍຄົນຫນຶ່ງ, ຫລັບນອນກັບນາງ, ເເລະຈາກນັ້ນກໍກຽດຊັງລາວ,
\v 14 ເເລະຈາກນັ້ນກໍກ່າວຫາເຮັດໃຫ້ລາວອັບອາຍເເລະເຮັດໃຫ້ລາວເສຍຊື່ສຽງເເລະເວົ້າວ່າ, 'ຂ້ານ້ອຍຮັບເອົາຜູ້ຍິງຄົນນີ້ມາ ເເຕ່ເມື່ອຂ້ານ້ອຍເຂົ້າໃກ້ລາວ, ຂ້ານ້ອຍພົບວ່າລາວບໍ່ເເມ່ນຍິງບໍຣິສຸດ'.
\s5
\v 15 ເເລ້ວພໍ່ເເລະເເມ່ຂອງຍິງສາວຄົນນັ້ນຕ້ອງພິສູດຄວາມບໍຣິສຸດຂອງຍິງສາວຕໍ່ບັນດາຜູ້ໃຫຍ່ທີ່ປະຕູເມືອງ.
\s5
\v 16 ພໍ່ຂອງຍິງສາວນັ້ນຕ້ອງເວົ້າຕໍ່ບັນດາຜູ້ໃຫຍ່ວ່າ, 'ຂ້ານ້ອຍໄດ້ມອບລູກສາວຂອງຂ້ານ້ອຍໃຫ້ຊາຍຄົນນີ້ເພື່ອເປັນພັນລະຍາ ເເລະເຂົາກໍກຽດຊັງລາວ.
\v 17 ເບິ່ງສາ, ເຂົາໄດ້ເວົ້າໃຫ້ລາວອັບອາຍເເລະເວົ້າວ່າ, "ຂ້ານ້ອຍພົບວ່າລູກສາວຂອງທ່ານບໍ່ເເມ່ນຍິງບໍຣິສຸດຂອງລູກສາວຂອງຂ້ານ້ອຍ.' ເເລ້ວພວກເຂົາຈະຄືນເສື້ອຜ້ານັ້ນ'ອອກຕໍ່ຫນ້າຂອງບັນດາຜູ້ໃຫຍ່ຂອງເມືອງນັ້ນ.
\s5
\v 18 ບັນດາຜູ້ປົກຄອງເມືອງຕ້ອງນຳຕົວຂອງຜູ້ຊາຍນັ້ນມາເເລະລົງໂທດເຂົາ ເເລະພວກເຂົາຕ້ອງປັບເງິນຊາຍຄົນນັ້ນຈຳນວນຫນຶ່ງຮ້ອຍຫລຽນ;
\v 19 ເເລະມອບເງິນນັ້ນໃຫ້ພໍ່ຂອງຍິງສາວຄົນນັ້ນເພາະຊາຍຄົນນັ້ນໄດ້ເຮັດໃຫ້ເສຍຊື່ສຽງເລື່ອງບໍຣິສຸດຂອງຄົນອິສະຣາເອນ. ນາງຕ້ອງເປັນເມຍຂອງເຂົາ; ເຂົາບໍ່ສາມາດສົ່ງນາງໄປທີ່ໃດໄດ້ຕະຫລອດຊີວິດຂອງເຂົາ.
\s5
\v 20 ເເຕ່ຖ້າສິ່ງນີ້ເປັນເລື່ອງຈິງທີ່ພິສູດໄດ້ວ່າ, ຍິງສາວຄົນນັ້ນບໍ່ ບໍຣິສຸດ,
\v 21 ເເລ້ວພວກເຂົາຕ້ອງນຳຍິງຄົນນັ້ນມາທີ່ປະຕູບ້ານພໍ່ຂອງນາງ, ເເລະພວກຜູ້ຊາຍຕ້ອງເອົາຂີ້ຫີນດຶກໃສ່ລາວໃຫ້ຕາຍ, ເພາະລາວໄດ້ປະພຶດຢ່າງຫນ້າອັບອາຍໃນອິສະຣາເອນ, ເຮັດໂສເພນີໃນບ້ານຂອງພໍ່ຂອງນາງ; ເເລະພວກທ່ານຈະກຳຈັດຄວາມຊົ່ວອອກໄປຈາກທ່າມກາງພວກທ່ານ.
\s5
\v 22 ຖ້າຫາກມີຜູ້ຊາຍຄົນຫນຶ່ງທີ່ຖືກຈັບໄດ້ວ່າໄປຫລັບນອນກັບຜູ້ຍິງຄົນຫນຶ່ງທີ່ໄດ້ເເຕ່ງງານກັບຜູ້ຊາຍອີກຄົນເເລ້ວ, ພວກເຂົາຕ້ອງຕາຍທັງຄູ່, ຄືຜູ້ຊາຍຄົນນັ້ນທີ່ກຳລັງຫລັບນອນກັບຜູ້ຍິງຄົນນັ້ນກັບຊາຍຄົນນັ້ນເເລະຜູ້ຍິງຄົນນັ້ນເອງດ້ວຍ; ເເລະພວກທ່ານຈະກຳຈັດຄວາມຊົ່ວນັ້ນອອກໄປຈາກທ່າມກາງພວກທ່ານ.
\s5
\v 23 ຖ້າຫາກມີຍິງສາວຄົນຫນຶ່ງທີ່ເປັນຍິງບໍຣິສຸດ, ໄດ້ຫມັ້ນກັບຊາຍຄົນຫນຶ່ງ, ເເລະມີຊາຍອີກຄົນຫນຶ່ງພົບເຫັນນາງໃນເມືອງເເລະນອນກັບນາງ,
\v 24 ຈົ່ງນຳພວກເຂົາທັງສອງຄົນມາທີ່ປະຕູເມືອງ, ເເລະເອົາກ້ອນຫີນດຶກໃສ່ເຂົາໃຫ້ຕາຍ. ພວກທ່ານຕ້ອງເອົາຫີນດຶກໃສ່ຍິງຄົນນັ້ນ, ເພາະນາງໄດ້ສົ່ງສຽງຮ້ອງ, ເເມ່ນວ່ານາງຢູ່ເມືອງນັ້ນພວກທ່ານຕ້ອງເອົາກ້ອນຫີນດຶກໃສ່ຊາຍຄົນນັ້ນ, ເພາະເຂົາຂົ່ມຂືນເມຍຂອງເພື່ອນບ້ານຂອງເຂົາ; ເເລະພວກທ່ານຈະກຳຈັດຄວາມຊົ່ວອອກໄປຈາກທ່າມກາງພວກທ່ານ.
\s5
\v 25 ເເຕ່ຖ້າຊາຍຄົນນັ້ນພົບຍິງສາວຄົນນັ້ນໃນທົ່ງນາ, ເເລະຖ້າຫາກເຂົາກຸມນາງເເລະຫລັບນອນກັບນາງຈະຕ້ອງຕາຍພຽງຄົນດຽວ.
\v 26 ເເຕ່ພວກທ່ານບໍ່ຕ້ອງເຮັດສິ່ງໃດກັບຍິງສາວຄົນນັ້ນ; ບໍ່ມີຄວາມບາບທີ່ສົມຄວນຕາຍກັບຍິງນັ້ນ. ເພາະກໍລະນີນີ້ເປັນເຫມືອນຊາຍຄົນຫນຶ່ງໄດ້ທຳຮ້າຍເພື່ອນບ້ານຂອງເຂົາເເລະຂ້າເຂົາ.
\v 27 ເພາະເຂົາໄດ້ພົບນາງໃນທົ່ງນາ ຍິງສາວທີ່ຫມັ້ນເເລ້ວໄດ້ສົ່ງສຽງຮ້ອງ; ເເຕ່ບໍ່ມີໃຜຊ່ວຍນາງໃຫ້ລອດພົ້ນໄດ້.
\s5
\v 28 ຖ້າຫາກຊາຍຄົນຫນຶ່ງພົບຍິງສາວຄົນຫນຶ່ງທີ່ເປັນສາວບໍຣິສຸດເເຕ່ຍັງບໍ່ໄດ້ຫມັ້ນ, ເເລະຖ້າເຂົາຈັບກຸມນາງເເລະຫລັບນອນກັບນາງ, ເເລະຖ້າພວກເຂົາຖືກຈັບໄດ້,
\v 29 ເເລ້ວຜູ້ຊາຍຄົນນັ້ນທີ່ໄດ້ຫລັບນອນກັບນາງຕ້ອງໃຫ້ເງິນຫ້າສິບເຊເຂກັບພໍ່ຍິງສາວຄົນນັ້ນ, ເເລະນາງຕ້ອງເປັນພັນລະຍາຂອງເຂົາ, ເພາະເຂົາໄດ້ເຮັດໃຫ້ນາງເສຍກຽດຕິຍົດ. ເຂົາຕ້ອງບໍ່ໄລ່ນາງໄປຈົນຕະຫລອດຊີວິດຂອງເຂົາ.
\s5
\v 30 ຜູ້ຊາຍຄົນຫນຶ່ງຕ້ອງບໍ່ເອົາພັນລະຍາຂອງພໍ່ຂອງເຂົາມາເປັນພັນລະຍາຂອງເຂົາເອງ; ເຂົາຕ້ອງບໍ່ເອົາສິດທິໃນການແຕ່ງງານຂອງພໍ່ຂອງເຂົາໄປ.
\s5
\c 23
\cl ບົດທີ 23
\p
\v 1 ຕ້ອງບໍ່ມີຜູ້ຊາຍຄົນໃດຖືກໂດຍການຖືກຕອນອະໄວຍະວະເພດຈະເຂົ້າໄປໃນທີ່ຊຸມນຸມຂອງພຣະຢາເວ.
\v 2 ຕ້ອງບໍ່ມີລູກນອກກົດຫມາຍຄົນໃດມີສ່ວນຮ່ວມໃນທີ່ຊຸມນຸມຂອງພຣະຢາເວ; ໄປຈົນເຖິງຊົນຮຸ້ນທີສິບຂອງເຊື້ອສາຍຂອງເຂົາ, ໃນທ່າມກາງພວກເຂົາຈະບໍ່ມີເເມ່ນເເຕ່ຄົນດຽວທີ່ມີສ່ວນຮ່ວມໃນທີ່ຊຸມນຸມຂອງພຣະຢາເວ.
\s5
\v 3 ຄົນອຳໂມນຫລືຄົນໂມອາບຈະບໍ່ສາມາດມີສ່ວນຮ່ວມໃນທີ່ຊຸມນຸມຂອງພຣະຢາເວ; ໄປຈົນເຖິງຄົນຮຸ້ນທີສິບຂອງເຊື້ອສາຍຂອງເຂົາ, ໃນທ່າມກາງຂອງພວກເຂົາບໍ່ມີເເມ່ນເເຕ່ຄົນດຽວທີ່ມີສ່ວນຮ່ວມໃນທີ່ີຊຸມນຸມຂອງພຣະຢາເວໄດ້.
\v 4 ນີ້ເພາະພວກເຂົາບໍ່ໄດ້ຕ້ອນຮັບພວກທ່ານດ້ວຍເຂົ້າຈີ່ເເລະນ້ຳດື່ມຕາມທາງເມື່ອພວກທ່ານໄດ້ອອກມາຈາກອີຢິບ, ເເລະພວກເຂົາໄດ້ວ່າຈ້າງ ບາລາອາມລູກຊາຍເບອໍ ຈາກ ເປໂທໃນອາຣາມ ນາຮາອິມ, ໃຫ້ມາສາບເເຊ່ງພວກທ່ານ.
\s5
\v 5 ເເຕ່ພຣະຢາເວພຣະເຈົ້າຂອງພວກທ່ານບໍ່ໄດ້ຟັງສຽງ ບາຣາອາມ; ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ປ່ຽນຄຳສາບເເຊ່ງເປັນພຣະພອນສຳລັບພວກທ່ານເເທນ, ເພາະພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງຮັກພວກທ່ານ.
\v 6 ພວກທ່ານຕ້ອງບໍ່ສະເເຫວງຫາສັນຕິສຸກຫລືຄວາມຈະເລີນຮຸ່ງເຮືອງຂອງພວກເຂົາ ໃນຕະຫລອດຊີວິດຂອງພວກທ່ານ.
\s5
\v 7 ພວກທ່ານຕ້ອງບໍ່ກຽດຊັງຄົນເອໂດມ, ເພາະເຂົາເປັນພີ່ນ້ອງຂອງພວກທ່ານ, ພວກທ່ານຕ້ອງບໍ່ຊັງຄົນເອຢິບ, ເພາະເຫດພວກທ່ານເຄີຍເປັນຄົນຕ່າງຊາດໃນດິນເເດນຂອງເຂົາມາກ່ອນ.
\v 8 ເຊື້ອສາຍຂອງຊົນລຮຸ້ນທີ່ສາມທີ່ຖືກຳເນີດຈາກພວກເຂົາຈະສາມາດມີສ່ວນຮ່ວມໃນທີ່ປະຊຸມຂອງພຣະຢາເວໄດ້.
\s5
\v 9 ເມື່ອພວກທ່ານຕັ້ງຂະບວນກອງທັບເພື່ອຕໍ່ສູ້ສັດຕຣູຂອງພວກທ່ານ, ດັ່ງນັ້ນພວກທ່ານຕ້ອງຮັກສາໂຕເອງໃຫ້ພົ້ນຈາກສິ່ງຊົ່ວຮ້າຍທຸກຢ່າງ.
\v 10 ຖ້າໃນທ່າມກາງພວກທ່ານມີຜູ້ຊາຍຄົນໃດທີ່ເປັນມົນທິນເພາະສິ່ງທີ່ເກີດຂຶ້ນກັບເຂົາໃນເວລາກາງຄືນເເລ້ວ, ເຂົາຕ້ອງອອກໄປຈາກຄ້າຍຂອງກອງພັນນັ້ນ; ເຂົາຕ້ອງບໍ່ກັບເຂົ້າມາໃນຄ້າຍອີກ.
\v 11 ເມື່ອຮອດຕອນເເລງເຂົາຕ້ອງຊຳລະຕົວໃຫ້ສະອາດດ້ວຍນ້ຳ, ເມື່ອດວງອາທິດຕົກ ເຂົາຈຶ່ງຈະກັບເຂົ້າມາໃນຄ້າຍໄດ້.
\s5
\v 12 ພວກທ່ານຕ້ອງມີສະຖານທີ່ເເຫ່ງຫນຶ່ງພາຍນອກຄ້າຍທີ່ພວກທ່ານຈະໄປໄດ້ດ້ວຍ;
\v 13 ເເລະພວກທ່ານຈະມີອຸປະກອນບາງຢ່າງໃນທ່າມກາງອຸປະກອນຕ່າງໆ; ຂອງພວກທ່ານເພື່ອໃຊ້ຂຸດດິນ ເມື່ອພວກທ່ານນັ່ງຢ່ອງຢໍ້ລົງເພື່ອນັ່ງຖ່າຍດ້ວຍຕົວເອງ, ພວກທ່ານຕ້ອງຂຸດດິນດ້ວຍອຸປະກອນນັ້ນເເລະຈາກນັ້ນໃຫ້ຖົມດິນ.
\v 14 ເພາະພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງດຳເນີນໃນທ່າມກາງພວກທ່ານດ້ວຍເຫດນີ້ຄ້າຍຂອງທ່ານຕ້ອງບໍຣິສຸດ. ເພື່ອພຣະອົງຈະຊົງທອດພຣະເນດເຫັນສິ່ງທີ່ເປັນມົນທິນໃດໆ ໃນທ່າມກາງພວກທ່ານເເລະຫັນຫນີຈາກພວກທ່ານ.
\s5
\v 15 ພວກທ່ານຕ້ອງບໍ່ມອບທາດຄົນໃດຄົນຫນຶ່ງຫນີມາຈາກເຈົ້ານາຍຂອງເຂົາໃຫ້ເເກ່ເຈົ້ານາຍຂອງເຂົາ.
\v 16 ຈົ່ງຍອມໃຫ້ເຂົາອາໄສຢູ່ກັບພວກທ່ານ, ບໍ່ວ່າເມືອງໃດທີ່ເຂົາເລືອກຢ່າກົດຂີ່ເຂົາ.
\s5
\v 17 ຕ້ອງບໍ່ມີຍິງໂສເພນີສາດສະຫນາໃນທ່າມກາງລູກຍິງທັງຫລາຍຂອງອິສະຣາເອນ, ເເລະບໍ່ມີຍິງໂສເພນີໃນພິທີສາດສະຫນາໃນທ່າມກາງລູກຊາຍທັງຫລາຍຂອງອິສະຣາເອນ.
\v 18 ພວກທ່ານຕ້ອງບໍ່ນຳຄ່າຈ້າງຂອງໂສເພນີຫລືຄ່າຈ້າງຂອງຫມາເຂົາມາໃນນິເວດຂອງພຣະຢາເວພຣະເຈົ້າຂອງພວກທ່ານ; ເພາະສິ່ງນີ້ເປັນທີ່ຫນ້າລັງກຽດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 19 ພວກທ່ານຕ້ອງບໍ່ຄິດດອກເບ້ຍຕໍ່ພີ່ນ້ອງຊາວອິສະຣາເອນ- ບໍ່ວ່າດອກເບ້ຍເງິນ, ດອກເບ້ຍອາຫານ, ດອກເບ້ຍສິ່ງຂອງໃດໆ, ທີ່ໃຫ້ຢືມເພື່ອເອົາດອກເບ້ຍ, ເເລະພວກທ່ານໃຫ້ຢືມເພື່ອຄິດດອກເບ້ຍໄດ້.
\v 20 ຕໍ່ຄົນຕ່າງຊາດພວກທ່ານສາມາດເກັບດອກເບ້ຍໄດ້; ພວກທ່ານໃຫ້ຢືມໂດຍບໍ່ຄິດດອກເບ້ຍຕໍ່ພີ່ນ້ອງອິສະຣາເອນໄດ້, ເພື່ອວ່າພຣະຢາເວຂອງພວກທ່ານຈະຊົງອວຍພອນພວກທ່ານໃນທຸກສິ່ງ, ທີ່ມືຂອງພວກທ່ານເຮັດ, ໃນດິນເເດນນັ້ນທີ່ພວກທ່ານເຂົ້າໄປຢຶດຄອງ.
\s5
\v 21 ເມື່ອພວກທ່ານໃຫ້ຄຳສາບານຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ, ພວກທ່ານຕ້ອງບໍ່ຊ້າໃນການເຮັດໃຫ້ຄຳສາບານນັ້ນສຳເລັດ, ເພາະພຣະຢາເວຂອງພວກທ່ານ; ຈະຮຽກຮ້ອງສິ່ງນັ້ນຈາກພວກທ່ານເເນ່ນອນ.
\v 22 ຖ້າບໍ່ເຮັດໃຫ້ຄຳສາບານສຳເລັດກໍບາບເເກ່ພວກທ່ານ.
\v 23 ສິ່ງນັ້ນທີ່ໄດ້ອອກມາຈາກປາກຂອງພວກທ່ານ ພວກທ່ານຕ້ອງປະຕິບັດເເລະເຮັດຕາມ; ຄືສິ່ງທີີ່ພວກທ່ານໄດ້ໃຫ້ຄຳສາບານເອົາໄວ້ຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ, ສິ່ງໃດໆກໍຕາມທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ່ສັນຍາດ້ວຍປາກຂອງພວກທ່ານໂດຍສະມັກໃຈ.
\s5
\v 24 ເມື່ອພວກທ່ານເຂົ້າໄປໃນສວນອະງຸ່ນຂອງເພື່ອນບ້ານຂອງພວກທ່ານ, ພວກທ່ານສາມາດຮັບປະທານຜົນຂອງອະງຸ່ນໄດ້ຕາມທີ່ພວກທ່ານປາຖະຫນາ, ເເຕ່ຢ່າເກັບຜົນອະງຸ່ນໃສ່ກະຕ່າຂອງພວກທ່ານ.
\v 25 ເມື່ອພວກທ່ານເຂົ້າໄປໃນທົ່ງນາຂອງເພື່ອນບ້ານຂອງພວກທ່ານ, ພວກທ່ານສາມາດໃຊ້ມືຂອງພວກທ່ານເດັດຮວງເຂົ້າ, ເເຕ່ຫ້າມໃຊ້ກ່ຽວ ກ່ຽວຮວງເຂົ້າຂອງເພື່ອນບ້ານຂອງພວກທ່ານ.
\s5
\c 24
\cl ບົດທີ 24
\p
\v 1 ເມື່ອມີຊາຍຄົນຫນຶ່ງທີ່ຮັບເມຍເເລະເເຕ່ງງານກັບລາວ, ບໍ່ເປັນທີ່ເພິ່ງພໍໃຈໃນສາຍຕາຂອງເຂົາເພາະເະຂົາໄດ້ພົບສິ່ງທີ່ບໍ່ເຫມາະສົມໃນຕົວນາງ, ເເລະເຂົາຕ້ອງຂຽນຫນັງສືໃຫ້ລາວສະບັບຫນຶ່ງ, ໃສ່ໄວ້ໃນມືຂອງນາງ, ເເລະໄລ່ນາງອອກຈາກບ້ານຂອງເຂົາ.
\v 2 ເມື່ອເຮົາໄດ້ອອກມາຈາກບ້ານຂອງເຂົາ, ເຮົາສາມາດເປັນພັນລະຍາຂອງຜູ້ຊາຍອີກຄົນຫນຶ່ງໄດ້.
\s5
\v 3 ຖ້າຫາກມີຄົນທີສອງຊັງນາງເເລະຂຽນຫນັງສືຢ່າໃຫ້ນາງ, ໃສ່ໄວ້ໃນມືຂອງນາງ, ເເລະໄລ່ນາງອອກໄປຈາກບ້ານຂອງເຂົາ; ຫລືຫາກສາມີຄົນທີສອງຕາຍຄືຜູ້ຊາຍທີ່ໄດ້ຮັບນາງມາເປັນເມຍຂອງເຂົາ-
\v 4 ຄືຄົນທີ່ໄດ້ໄລ່ນາງອອກຈາກບ້ານຄົນທຳອິດ, ຈະບໍສາມາດຮັບເຂົາມາເປັນເມຍຂອງເຂົາໄດ້ອີກ, ຫລັງຈາກທີ່ລາວເປັນຄົນທີ່ບໍ່ບໍຣິສຸດເເລ້ວເພາະການທີ່ເຮັດເເນວນັ້ນເປັນທີ່ລັງກຽດຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ໄດ້ປະທານໃຫ້ເເກ່ພວກທ່ານເປັນມໍຣະດົກ.
\s5
\v 5 ເມື່ອຜູ້ຊາຍຄົນຫນຶ່ງມີເມຍໃຫມ່ຄົນຫນຶ່ງເຂົາຈະບໍ່ໄປຕີເສິກ, ບໍ່ວ່າເຂົາຈະໄດ້ຮັບຄຳສັ່ງຫນ້າທີ່ໃດກໍຕາມ; ເຂົາຈະເປັນອິສະລະເປັນເວລາຫນຶ່ງປີເເລະຊົມຊື່ນຢູ່ກັບເມຍຂອງເຂົາທີ່ໄດ້ຮັບມານັ້ນ
\s5
\v 6 ຢ່າໃຫ້ໃຜຢຶດໂມ້ຫລືຫີນໂມ້ເອົາໄວ້ເປັນປະກັນ, ເພາະມັນເປັນການຢຶດເອົາຊີວິດຂອງຄົນຫນຶ່ງໄວ້ເປັນປະກັນ.
\s5
\v 7 ຖ້າຫາກຜູ້ຊາຍຄົນຫນຶ່ງຖືກຈັບໄດ້ວ່າລັກພາຕົວພີ່ນ້ອງຄົນໃດຂອງເຂົາໄປຈາກທ່າມກາງຄົນອິສະຣາເອນ, ເເລະເຮັດໃຫ້ເຂົາເປັນທາດເເລະຂາຍເຂົາ, ຄົນທີ່ລັກນັ້ນຕ້ອງຕາຍ; ເເລະພວກທ່ານຈະກຳຈັດຄວາມຊົ່ວອອກໄປຈາກທ່າມກາງຂອງພວກທ່ານ.
\s5
\v 8 ຈົ່ງລະວັງກ່ຽວກັບໂຣກເຮື້ອນໃດໆ, ເພື່ອວ່າພວກທ່ານຈະເອົາໃຈໃສ່ປະຕິບັດເເລະເຮັດຕາມຄຳສັ່ງສອນທຸກຢ່າງທີ່ໄດ້ມອບເອົາໄວ້ໃຫ້ເເກ່ພວກທ່ານທີ່ບັນດາປະໂລຫິດ, ຄົນເລວີທັງຫລາຍ ໄດ້ສອນພວກທ່ານ, ຕາມທີ່ພວກທ່ານໄດ້ບັນຊາທັງຫມົດນັ້ນ; ເພື່ອພວກທ່ານຈະເຮັດຕາມ.
\v 9 ຈົ່ງລະນຶກເຖິງສິິ່ງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ເຮັດຄາວທີ່ທ່ານກຳລັງອອກມາຈາກອີຢິບ.
\s5
\v 10 ເມື່ອພວກທ່ານໃຫ້ເພື່ຶອນບ້ານຂອງພວກທ່ານຢືມສິ່ງໃດໆ, ພວກທ່ານຕ້ອງເຂົ້າໄປໃນບ້ານຂອງພວກເຂົາເພື່ອຢຶດຂອງປະກັນ.
\v 11 ພວກທ່ານຈະຢືນຢູ່ດ້ານນອກ, ເເລະຊາຍຄົນນັ້ນທີ່ພວກທ່ານໃຫ້ຢືມຈະນຳຂອງປະກັນອອກມາໃຫ້ເເກ່ພວກທ່ານ.
\s5
\v 12 ຖ້າຫາກເຂົາເປັນຄົນຍາກຈົນ, ພວກທ່ານຕ້ອງບໍ່ຮັບໂດຍມີຂອງປະກັນຂອງເຂົາຢູ່ໃນການຄອບຄອງຂອງພວກທ່ານ.
\v 13 ພວກທ່ານຕ້ອງຄືນຂອງປະກັນໃຫ້ເເກ່ພວກເຂົາກ່ອນຕາເວັນຕົກດິນ, ເພື່ອເຂົາຈະສາມາດໃຊ້ເສື້ອຄຸມຫົ່ມເວລານອນຫລັບເເລະອວຍພອນພວກທ່ານ; ສິ່ງນີ້ເປັນຄວາມຊອບທັມສຳລັບພວກທ່ານ ຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 14 ພວກທ່ານຕ້ອງບໍ່ກົດຂີ່ລູກຈ້າງທີ່ຍາກຈົນຂັດສົນ, ບໍ່ວ່າເຂົາຈະເປັນພີ່ນ້ອງຊາວອິສະຣາເອນຂອງພວກທ່ານ, ຫລືເປັນຄົນຕ່າງຊາດທີ່ອາໄສຢູ່ໃນດິນເເດນຂອງພວກທ່ານພາຍໃນປະຕູເມືອງໃດໆກໍຕາມ;
\v 15 ໃນເເຕ່ລະວັນພວກທ່ານຕ້ອງຈ່າຍຄ່າຈ້າງໃຫ້ເຂົາກ່ອນຕາເວັນຈະຕົກດິນກ່ອນທີ່ເລື່ອງນີ້ຈະໄດ້ຮັບການສະສາງ, ເພາະເຂົາຍາກຈົນເເລະມີໃຈຈົດຈໍ່ຢູ່ກັບຄ່າຈ້າງນັ້ນ. ຈົ່ງເຮັດສິ່ງທີ່ເພື່ອເຂົາຈະບໍ່ກ່າວຫາຮ້ອງທູນພວກທ່ານຕໍ່ພຣະຢາເວ, ເເລະເພື່ອຈະບໍ່ເປັນຄວາມບາບທີ່ພວກທ່ານໄດ້ເຮັດ.
\s5
\v 16 ພໍ່ເເມ່ທັງຫລາຍຕ້ອງບໍ່ຖືກເຮັດໃຫ້ເຖິງເເກ່ຄວາມຕາຍເເທນລູກຂອງ, ພວກເຂົາພວກເຂົາຕ້ອງບໍ່ເຮັດໃຫ້ເຖິງເເກ່ຄວາມຕາຍເເທນເເມ່ຂອງເຂົາ. ເເຕ່ທຸກຄົນ, ຕ້ອງຖືກເຮັດໃຫ້ເຖິງເເກ່ຄວາມຕາຍເພາະຄວາມບາບຂອງເຂົາເອງ.
\s5
\v 17 ພວກທ່ານຕ້ອງບໍ່ໃຊ້ກຳລັງບັງຄັບຄວາມຍຸຕິທັມໄປຈາກຄົນຕ່າງຊາດ, ຫລືລູກກຳພ້າຫລືຢຶດເສື້ອຄຸມຂອງເເມ່ຫມ້າຍເປັນຂອງປະກັນ.
\v 18 ເເຕ່ພວກທ່ານ, ຕ້ອງລະນຶກເຖິງຄາວທີ່ເປັນທາດຢູ່ອີຢິບ, ເເລະທີ່ີພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊ່ວຍກູ້ພວກທ່ານຈາກທີ່ນັ້ນ ດ້ວຍເຫດນີ້ຂ້ານ້ອຍຈຶ່ງສັ່ງສອນໃຫ້ພວກທ່ານເຊື່ຶອຟັງຄຳບັນຊານີ້.
\s5
\v 19 ເມື່ອພວກທ່ານເກັບກ່ຽວໃນທົ່ງນາຂອງພວກທ່ານ, ເເລະຖ້າພວກທ່ານໄດ້ລືມຟ່ອນເຂົ້າມັດຫນຶ່ງໄວ້ໃນທົ່ງນາ, ພວກທ່ານບໍ່ຕ້ອງກັບໄປເອົາ, ມັນຕ້ອງເປັນຂອງຄົນຕ່າງຊາດ; ຂອງລູກກຳພ້າ, ຫລືຂອງເເມ່ຫມ້າຍ, ເພື່ອວ່າພຣະຢາເວພຣະເຈົ້າຂອງພວກທ່ານຈະອວຍພອນພວກທ່ານໃນການງານທຸກຢ່າງທີ່ມືຂອງທ່ານເຮັດ.
\v 20 ເມື່ອພວກທ່ານສັ່ນຕົ້ນຫມາກກອກ, ພວກທ່ານຕ້ອງບໍ່ກັບໄປກິ່ງເດີມອີກ; ມັນຈະຕ້ອງເປັນຂອງຄົນຕ່າງຊາດ, ຂອງລູກກຳພ້າ, ຫລືຂອງເເມ່ຫມ້າຍ.
\s5
\v 21 ພວກທ່ານຕ້ອງບໍ່ເກັບຊ້ຳທີ່ເດີມ, ສິ່ງທີ່ເຫລືອຢູ່ນັ້ນຈະເປັນຂອງຄົນຕ່າງຊາດ, ເປັນຂອງລູກກຳພ້າ, ເເລະເປັນຂອງເເມ່ຫມ້າຍ.
\v 22 ພວກທ່ານຕ້ອງລະນຶກເຖິງເມື່ອຄາວທີ່ພວກທ່ານເປັນທາດຢູ່ໃນດິນເເດນອີຢິບ, ດ້ວຍເຫດນີ້ຂ້າພະເຈົ້າຈຶ່ງສັ່ງສອນພວກທ່ານໃຫ້ເຊື່ອຟັງຄຳບັນຊານີ້.
\s5
\c 25
\cl ບົດທີ 25
\p
\v 1 ຖ້າຫາກມີຂໍ້ພິພາກສາຂຶ້ນລະຫວ່າງມະນຸດດ້ວຍກັນ, ເເລະພວກເຂົາໄປທີ່ສານເເລະຜູ້ພິພາກສາຕັດສິນຄະດີຂອງພວກເຂົາ, ເເລ້ວພວກເຂົາກໍຈະປະກາດວ່າບໍ່ມີຄວາມຜິດສຳລັບຄວາມຊອບທັມເເລະປະກາດລົງໂທດຄົນທີ່ເຮັດຊົ່ວ.
\v 2 ສຳລັບຄົນທີ່ເຮັດຜິດເເມ່ນຕ້ອງໄດ້ຮັບການໂບຍຕີ, ເເລ້ວຜູ້ພິພາກສາຈະໃຫ້ເຂົານອນລົງເເລະນະໂຍບາຍຕໍ່ຫນ້າຜູ້ພິພາກສາພ້ອມກັບຄຳສັ່ງໃຫ້ໂບຍຕີຈັກເທື່ອກະໄດ້, ເເລ້ວເເຕ່ການເຮັດຜິດຂອງຄົນນັ້ນ.
\s5
\v 3 ຜູ້ພິພາກສາຈະໃຫ້ເຂົາຖືກໂບຍຕີສີ່ສິບຄັ້ງກໍໄດ້, ເເຕ່ເຂົາຈະຕ້ອງບໍ່ຖືກໂຈມຕີກາຍຈຳນວນນັ້ນ; ຖ້າຫາກເຂົາສົມຄວນຖືກໂບຍຕີຫລາຍກວ່າຈຳນວນນັ້ນເເລ້ວໂບຍຕີຫລາຍກວ່ານັ້ນເເລ້ວ, ພີ່ນ້ອງຊາວອິສະຣາເອນຂອງພວກທ່ານຈະເຮັດໃຫ້ເສຍກຽດຕິຍົດຕໍ່ຫນ້າຕໍ່ຕາພວກທ່ານ.
\s5
\v 4 ພວກທ່ານບໍ່ຕ້ອງເອົາກະສອບອັດປາກງົວຂະນະທີ່ນວດເຂົ້າຢູ່.
\s5
\v 5 ຖ້າຫາກພີ່ນ້ອງອາໄສຢູ່ດ້ວຍກັນເເລະຖ້າຫາກຫນຶ່ງໃນນັ້ນມີຜູ້ໃດຕາຍ, ໂດຍບໍ່ມີລູກເເມ່ເເຕ່ຄົນດຽວ, ເເລ້ວເມຍຂອງຄົນທີ່ຕາຍຕ້ອງບໍ່ເເຕ່ງງານກັບຄົນພາຍນອກຄອບຄົວນີ້. ເເຕ່ນ້ອງຊາຍຂອງຜົວລາວ, ຕ້ອງຫລັບນອນກັບນາງ, ເເລະຮັບເປັນເມຍ, ເເລະເຮັດຫນ້າທີ່ໃຫ້ເເທນອ້າຍຂອງເຂົາ.
\v 6 ສິ່ງນີ້ເພື່ອລູກຫົວປີຈະສືບຊື່ຂອງອ້າຍຄົນທີ່ຕາຍໄປເເລ້ວນັ້ນ, ເພື່ອວ່າຊື່ຂອງເຂົາຈະບໍ່ຖືກລົບໄປຈາກອິສະຣາເອນ.
\s5
\v 7 ຖ້າຜູ້ຊາຍຄົນນັ້ນບໍ່ປາຖະຫນາຮັບເມຍຂອງອ້າຍຂອງເຂົາມາເປັນເມຍຂອງຕົນເອງ, ເເລ້ວເມຍຂອງອ້າຍເຂົາຕ້ອງໄປທີ່ປະຕູເມືອງເພື່ອຫາບັນດາຜູ້ໃຫຍ່ເເລະເວົ້າວ່າ, 'ນ້ອງຊາຍຂອງຜົວປະຕິເສດທີ່ຈະຍົກຊື່ຂອງອ້າຍຂອງເຂົາໃນອິສະຣາເອນ; ເຂົາຈະບໍ່ປະຕິບັດຫນ້າທີ່ນ້ອງຊາຍຂອງສາມີຕໍ່ນາງ'.
\v 8 ເເລ້ວບັນດາຜູ້ໃຫຍ່ຂອງເມືອງເຂົາຕ້ອງເອີ້ນເຂົາມາເເລະເວົ້າກັບເຂົາ. ເເຕ່ຖ້າຫາກເຂົາຍັງຢືນຢັນເເລະເວົ້າວ່າ, 'ຂ້ານ້ອຍບໍ່ປາຖະຫນາຈະຮັບນາງເປັນເມຍ'.
\s5
\v 9 ເເລ້ວເມຍຂອງນ້ອງຊາຍເຂົາຕ້ອງຂຶ້ນມາຫາເຂົາຕໍ່ຫນ້າບັນດາຜູ້ໃຫຍ່, ຖອດເກີບເເຕະອອກເເລະຖົ່ມນ້ຳລາຍໃສ່ຫນ້າເຂົາ ນາງຕ້ອງຕອບເຂົາເເລະເວົ້າວ່າ, 'ນີ້ຄືສິ່ງທີ່ສົມຄວນເຮັດກັບຜູ້ຊາຍຄົນນັ້ນທີ່ບໍ່ສ້າງວົງຕະກຸນຂອງອ້າຍຂອງເຂົາ'.
\v 10 ຊື່ຂອງເຂົາຈະຖືກເອີ້ນໃນອິສະຣາເອນວ່າ, 'ວົງຕະກຸນຂອງເຂົາທີ່ເກີບເເຕະຖືກຖອດອອກ'.
\s5
\v 11 ເເຕ່ຫາກມີຜູ້ຊາຍຕໍ່ສູ້ກັນ, ເເລະເມຍຂອງຄົນຫນຶ່ງໃນນັ້ນມາເພື່ອຊ່ວຍຊີວິດຜົວຂອງລາວຈາກມືຂອງຄົນນັ້ນທີ່ທຳຮ້າຍເຂົາ, ເເລະ ຖ້າຫາກນາງຢື່ນມືອອກມາເເລະຈັບຂອງລັບຂອງເຂົາ,
\v 12 ເເລ້ວພວກທ່ານຕ້ອງຕັດມືຂອງນາງຖິ້ມ; ສາຍຕາຂອງພວກທ່ານຕ້ອງບໍ່ມີຄວາມສົງສານ.
\s5
\v 13 ພວກທ່ານຕ້ອງບໍ່ໃຫ້ມີລູກຕຸ້ມນ້ຳຫນັກເເຕກຕ່າງກັນໃນກະເປົາຂອງພວກທ່ານໃຫຍ່ອັນຫນຶ່ງ, ເເລະນ້ອຍອັນຫນຶ່ງ.
\v 14 ພວກທ່ານຕ້ອງບໍ່ມີເຄື່ອງວັດທີ່ເເຕກຕ່າງກັນໃນບ້ານຂອງພວກທ່ານ, ໃຫຍ່ອັນຫນຶ່ງເເລະນ້ອຍອັນຫນຶ່ງ.
\s5
\v 15 ພວກທ່ານຕ້ອງມີລູກຕຸ້ມນ້ຳຫນັກຫນຶ່ງອັນທີ່ຖືກຕ້ອງເເລະເເມ້ນຢຳ; ເພື່ອວ່າຊີວິດຂອງທ່ານຈະຍືນຍາວໃນດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານ.
\v 16 ເພາະທຸກຄົນທີ່ເຮັດຢ່າງນັ້ນ, ທຸກຄົນທີ່ເຮັດຢ່າງບໍ່ຊອບທັມນັ້ນ, ກໍເປັນທີ່ຫນ້າລັງກຽດຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 17 ຈົ່ງລະນຶກເຖິງສິ່ງທີ່ຄົນອາມາເລກເຮັດຕໍ່ພວກທ່ານຕາມຫົນທາງເມື່ອພວກທ່ານອອກມາຈາກອີຢິບ,
\v 18 ທີ່ພວກເຂົາໄດ້ມາພົບທ່ານດ້ານຫລັງເເນວໃດ, ທຸກຄົນທີ່ອ່ອນກຳລັງໃນກອງຫລັງຂອງພວກທ່ານ, ເມື່ອພວກທ່ານອ່ອນລ້າເເລະອ່ອນເເຮງ ເຂົາບໍ່ໄດ້ຖວາຍກຽດເເດ່ພຣະເຈົ້າ.
\v 19 ດ້ວຍເຫດນີ້ ເມື່ອພຣະຢາເວພຣະເຈົ້າຂອງພວກທ່ານໄດ້ປະທານຄວາມສະຫງົບຈາກເຫລົ່າສັດຕຣູທັງຫມົດຂອງພວກທ່ານ, ໃນດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງປະທານໃຫ້ພວກທ່ານເພື່ອຢຶດຄອງເປັນມໍຣະດົກນັ້ນ, ພວກທ່ານຕ້ອງບໍ່ລືມວ່າທ່ານຕ້ອງເຮັດໃຫ້ຄົນອາມາເລກສິ້ນໄປຈາກຄວາມຊົງຈຳພາຍໃຕ້ທ້ອງຟ້າ.
\s5
\c 26
\cl ບົດທີ 26
\p
\v 1 ເມື່ອພວກທ່ານກຳລັງເຂົ້າໄປໃນດິນເເດນທີ່ພຣະເຈົ້າຂອງພວກທ່ານກຳລັງປະທານໃຫ້ເເກ່ພວກທ່ານເປັນມໍຣະດົກນັ້ນ, ເເລະເມື່ອພວກທ່ານຢຶດຄອງດິນເເດນນັ້ນເເລະອາໄສຢູ່ທີ່ນັ້ນ,
\v 2 ເເລ້ວພວກທ່ານຕ້ອງເອົາຜົນທຳອິດຂອງການເກັບກ່ຽວທັງຫມົດຂອງເເຜ່ນດິນທີ່ພວກທ່ານໄດ້ນຳເຂົ້າມາຈາກດິນເເດນພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ພວກທ່ານ. ພວກທ່ານຕ້ອງນຳຜົນນັ້ນໃສ່ກະຕ່າເເລະໄປຍັງສະຖານທີ່ ທີ່ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງເລືອກໃຫ້ເປັນດັ່ງສະຖານທີ່ນະມັດສະການຂອງພຣະອົງ.
\s5
\v 3 ພວກທ່ານຕ້ອງໄປຫາປະໂລຫິດຜູ້ທີ່ກຳລັງປະຕິບັດໃນເວລານັ້ນເເລະເວົ້າກັບເຂົາວ່າ, 'ໃນເວລານີ້ຂ້ານ້ອຍຍອມຮັບຕໍ່ພຣະຢາເວພຣະເຈົ້າຂອງພວກທ່ານ ຂ້ານ້ອຍໄດ້ມາເຖິງດິນເເດນນີ້ທີ່ພຣະຢາເວໄດ້ຊົງສັນຍາກັບບັນພະບຸຣຸດຂອງພວກເຮົາວ່າຈະປະທານໃຫ້ເເກ່ພວກເຮົາ'.
\v 4 ປະໂລຫິດຕ້ອງຮັບກະຕ່ານັ້ນຈາກມືຂອງພວກທ່ານເເລະວາງມັນລົງຕໍ່ຫນ້າເເທ່ນບູຊາຂອງພຣະຢາເວພຣະເຈົ້ົາຂອງພວກທ່ານ.
\s5
\v 5 ພວກທ່ານຕ້ອງເວົ້າຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານວ່າ, 'ບັນພະບຸຣຸດຂອງຂ້ານ້ອຍຄືອາຣາມ. ຜູ້ເລ້ລ້ອນເຂົາໄດ້ລົງໄປຍັງອີຢິບເເລະອາໄສຢູ່ທີ່ນັ້ນ, ເເລະປະຊາຊົນຂອງເຂົາມີຈຳນວນຫນ້ອຍ. ທີ່ນັ້ນເຂົາໄດ້ກາຍເປັນຊົນຊາດທີ່ຫຍິ່ງໃຫຍ່ ເຂັ້ມເເຂງເເລະມີປະຊາຊົນເເຫນ້ນຫນາ.
\s5
\v 6 ຊາວອີຢິບໄດ້ປະຕິບັດຕໍ່ເຮົາຢ່າງຊົ່ວຮ້າຍ ເເລະໄດ້ທໍຣະມານພວກເຮົາ. ພວກເຂົາໃຫ້ເຮົາເຮັດວຽກເປັນທາດ.
\v 7 ເຮົາໄດ້ຮ້ອງທູນພຣະຢາເວ, ພຣະເຈົ້າເເຫ່ງບັນພະບຸຣຸດດທັງຫລາຍຂອງພວກເຮົາເເລະພຣະອົງໄດ້ຊົງຟັງສຽງຂອງເຮົາເເລະໄດ້ເຫັນຄວາມທໍຣະມານຂອງພວກເຮົາ, ການເຮັດວຽກຫນັກຂອງພວກເຮົາ, ເເລະການດູຖູກກົດຂີ່ຂອງພວກເຮົາ.
\s5
\v 8 ພຣະຢາເວໄດ້ນຳເຮົາອອກມາຈາກອີຢິບດ້ວຍພຣະຫັດອັນຊົງຣິດຂອງພຣະອົງ, ດ້ວຍພຣະກາຍທີ່ຢຽດອອກ, ດ້ວຍສິ່ງທີ່ຫນ້າຢຳເກງຢ່າງຍິ່ງໃຫຍ່ຕ່າງໆ;
\v 9 ເເລະພຣະອົງໄດ້ຊົງນຳພວກເຮົາມາສະຖານທີ່ນີ້ເເລະໄດ້ຊົງປະທານດິນເເດນໃຫ້ເເກ່ພວກເຮົາ, ຄືດິນເເດນຫນຶ່ງທີ່ມີນ້ຳນົມເເລະນ້ຳເຜິ້ງໄຫລ.
\s5
\v 10 ເບິ່ງສາເວລານີ້, ຂ້ານ້ອຍໄດ້ນຳຜົນເເລກຂອງການເກັບກ່ຽວທີ່ເເຜ່ນດິນຂອງພຣະອົງຄືພຣະຢາເວ, ໄດ້ປະທານໃຫ້ເເກ່ພວກເຈົ້າ, ພວກທ່ານຕ້ອງວາງມັນລົງຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະນະມັດສະການຕໍ່ຫນ້າພຣະພັກຂອງພຣະອົງ;
\v 11 ເເລະພວກທ່ານຕ້ອງຊື່ນຊົມຍິນດີທຸກສິ່ງທີ່ພຣະຢາເວພຣະເຈົ້າຂອງພວກທ່ານໄດ້ຊົງເຮັດເພື່ອພວກທ່ານ, ເພື່ອຄອບຄົວຂອງພວກທ່ານຄື, ຕົວພວກທ່ານ, ເເລະຄົນເລວີ, ເເລະຄົນຕ່າງຊາດທີ່ຢູ່ທ່າມກາງພວກທ່ານ.
\s5
\v 12 ເມື່ອພວກທ່ານຖວາຍສິບລົດທັງຫມົດຂອງການເກັບກ່ຽວຂອງທ່ານໃນປີທີສາມເເລ້ວ, ນັ້ນຄື, ປີເເຫ່ງການຖວາຍສິບລົດ, ເເລ້ວພວກທ່ານຕ້ອງມອບສິ່ງນັ້ນໃຫ້ຄົນເລວີ, ເເກ່ຄົນຕ່າງຊາດ, ເເກ່ລູກກຳພ້າ, ເເກ່ເເມ່ຫມ້າຍ, ເພື່ອວ່າພວກເຂົາສາມາດກິນໃນປະຕູເມືອຕ່າງໆ, ຂອງພວກທ່ານເເລະອີ່ມຫນຳ.
\v 13 ພວກທ່ານຕ້ອງເວົ້າຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານວ່າ,'ຂ້ານ້ອຍໄດ້ນຳສິ່ງຕ່າງໆທີ່ເປັນຂອງພຣະຢາເວອອກຈາກບ້ານຂອງຂ້ານ້ອຍ, ເເລະໄດ້ມອບສິ່ງເຫລົ່ານັ້ນເເກ່ຄົນເລວີ, ເເກ່ຄົນຕ່າງຊາດ, ເເກ່ລູກກຳພ້າ, ເເລະ ເເມ່ຫມ້າຍ, ຕາມບັນຍັດທັງຫມົດຂອງພຣະອົງທີ່ພຣະອົງປະທານເເກ່ຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ລະເມີດບັນຍັດຂອງພຣະອົງເເມ່ນເເຕ່ຂໍ້ດຽວ, ເເລະ ບໍ່ໄດ້ລືມເລີຍ.
\s5
\v 14 ຂ້ານ້ອຍບໍ່ໄດ້ກິນສິ່ງໃດໆ, ຈາກສິ່ງເຫລົ່ານັ້ນໃນການໄວ້ທຸກຂອງຂ້ານ້ອຍ, ຫລືຂ້ານ້ອຍບໍ່ໄດ້ວາງມັນທີ່ໃດເມື່ອຂ້ານ້ອຍບໍ່ບໍຣິສຸດ, ຫລືຂ້ານ້ອຍບໍ່ໄດ້ມອບສິ່ງໃດໆຂອງສິ່ງເຫລົ່ານັ້ນເພື່ອໃຫ້ກຽດເເກ່ຄົນຕາຍ ຂ້ານ້ອຍໄດ້ຟັງສຽງຂອງພຣະຢາເວພຣະເຈົ້າຂອງຂ້ານ້ອຍ; ຂ້ານ້ອຍໄດ້ເຊື່ອຟັງທຸກສິ່ງທີ່ພຣະອົງໄດ້ບັນຊາໃຫ້ຂ້ານ້ອຍເຮັດ.
\v 15 ທີ່ພຣະອົງໄດ້ປະທັບຄືຈາກສະຫວັນ, ເເລະຂໍຊົງອວຍພອນປະຊາຊົນອິສະຣາເອນຂອງພຣະອົງ, ເເລະດິນເເດນທີ່ພຣະອົງໄດ້ປະທານໃຫ້ພວກເຮົາ, ຕາມທີ່ພຣະອົງໄດ້ຊົງສັນຍາກັບບັນພະບຸຣຸດຂອງເຮົາ, ຄືດິນເເດນຫນຶ່ງທີ່ມີນ້ຳນົມເເລະນ້ຳເຜິ້ງໄຫລ'.
\s5
\v 16 ວັນນີ້ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງບັນຊາພວກທ່ານໃຫ້ເຊື່ອຟັງກົດຫມາຍເເລະກົດເກນຕ່າງໆເຫລົ່ານີ້; ດັ່ງນັ້ນ ພວກທ່ານຈະຖືຮັກສາຖ້ອຍຄຳເຫລົ່ານີ້ເເລະເຮັດຕາມດ້ວຍສິ້ນສຸດໃຈເເລະດ້ວຍສິ້ນສຸດຈິດຂອງພວກທ່ານ.
\v 17 ພວກທ່ານໄດ້ປະກາດໃນວັນນີ້ວ່າພຣະຢາເວຊົງເປັນພຣະເຈົ້າຂອງພວກທ່ານ, ເເລະ ພວກທ່ານຈະດຳເນີນໃນທາງທັງຫລາຍຂອງພຣະອົງ, ເເລະ ຖືຮັກສາກົດຫມາຍຕ່າງໆຂອງພຣະອົງ, ພຣະບັນຊາຕ່າງໆຂອງພຣະອົງ, ເເລະ ພວກທ່ານຈະຟັງພຣະສຸຣະສຽງຂອງພຣະອົງ.
\s5
\v 18 ວັນນີ້ພຣະຢາເວໄດ້ຊົງປະກາດວ່າພວກທ່ານເປັນປະຊາຊົນທີ່ເປັນກຳມະສິດຂອງພຣະອົງເອງ, ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ກັບພວກທ່ານ, ເເລະ ພວກທ່ານຕ້ອງຖືຮັກສາບັນຍັດທັງຫມົດຂອງພຣະອົງ,
\v 19 ເເລະພຣະອົງຈະຕັ້ງພວກທ່ານໃຫ້ສູງເຫນືອຊົນຊາດອື່ນໆ, ທັງຫມົດທີ່ພຣະອົງໄດ້ຊົງສ້າງ ເເລະ ພວກທ່ານຈະໄດ້ຮັບຄຳສັນຣະເສີນ, ເເລະ ຊື່ສຽງ, ກຽດຕິຍົດ. ພວກທ່ານຈະເປັນປະຊາຊົນທີ່ຖືກເເຍກອອກໄວ້ເພື່ອພຣະຢາເວພຣະເຈົ້າຂອງພວກທ່ານ, ຄືດັ່ງພຣະອົງໄດ້ຊົງກ່າວນັ້ນ.
\s5
\c 27
\cl ບົດທີ 27
\p
\v 1 ໂມເຊເເລະບັນດາຜູ້ໃຫຍ່ຂອງອິສະຣາເອນໄດ້ບັນຊາປະຊາຊົນເເລະເວົ້າວ່າ," ຈົ່ງຖືຮັກສາພຣະບັນຊາທັງຫລາຍຊຶ່ງຂ້ານ້ອຍໄດ້ບັນຊາພວກທ່ານໃນວັນນີ້.
\v 2 ໃນວັນນີ້ເມື່ອພວກທ່ານຈະຂວ້າມເເມ່ນ້ຳຈໍເເດນເຂົ້າສູ່ດິນເເດນພຣະຢາເວພຣະເຈົ້າຂອງພວກທ່ານກຳລັງປະທານໃຫ້ເເກ່ພວກທ່ານ, ພວກທ່ານຕ້ອງຕັ້ງກ້ອນຫີນຈຳນວນຫນຶ່ງຂຶ້ນສາບປູນ.
\v 3 ພວກທ່ານຕ້ອງຂຽນຖ້ອຍຄຳຕ່າງໆ ຂອງກົດຫມາຍນີ້ເມື່ອພວກທ່ານໄດ້ຂວ້າມໄປ, ເພື່ອພວກທ່ານຈະສາມາດເຂົ້າສູ່ດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງຈະປະທານໃຫ້ເເກ່ພວກທ່ານ, ຄືດິນເເດນທີ່ມີນ້ຳນົມເເລະນ້ຳເຜິ້ງໄຫລບໍຣິບູນ, ຕາມທີ່ພຣະຢາເວ, ພຣະເຈົ້າຂອງບັນພະບຸຣຸດດພວກທ່ານໄດ້ຊົງສັນຍາເເກ່ພວກທ່ານ.
\s5
\v 4 ເມື່ອພວກທ່ານໄດ້ຂວ້າມເເມ່ນ້ຳຈໍເເດນ, ຈົ່ງຕັ້ງຫີນເຫລົ່ານີ້ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ທີ່ເທິງພູເຂົາເອບາ, ເເລະສາບຫີນເຫລົ່ານັ້ນດ້ວຍປູນຂາວ.
\v 5 ທີ່ນັ້ນພວກທ່ານຕ້ອງສ້າງເເທ່ນບູຊາຖວາຍເເດ່ພຣະຢາເວພຣະເຈົ້າຂອງພວກທ່ານ, ຄືເເທ່ນບູຊາທີ່ເຮັດຈາກຫີນທັງຫລາຍ; ເເຕ່ພວກທ່ານຕ້ອງບໍ່ໃຊ້ເຄື່ອງມືເຫລັກສະກັດກ້ອນຫີນເຫລົ່ານັ້ນ.
\s5
\v 6 ພວກທ່ານຕ້ອງສ້າງເເທ່ນບູຊາພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍຫີນທີ່ຍັງບໍ່ໄດ້ສະກັດ; ພວກທ່ານຕ້ອງເຜົາເເທ່ນບູຊານັ້ນຖວາຍເເດ່ພຣະຢາເວພຣະເຈົ້າຂອງພວກທ່ານ.
\v 7 ເເລະທ່ານຈະຖວາຍເຄື່ອງສັນຕິບູຊາເເລະຈະກິນທີ່ນັ້ນ; ພວກທ່ານຈະຊື່ນຊົມຍິນດີຕໍ່ພຣະພັກພຣະຢາເວພຣະເຈົ້າຂອງພວກທ່ານ.
\v 8 ພວກທ່ານຈະຂຽນຖ້ອຍຄຳທີ່ຊັດເຈນເທິງຫີນເຫລົ່ານັ້ນ".
\s5
\v 9 ໂມເຊເເລະບັນດາປະໂລຫິດທັງຫລາຍ, ຄົນເລວີທັງຫລາຍ ໄດ້ກ່າວຕໍ່ຄົນອິສະຣາເອນທັງຫມົດເເລະເວົ້າວ່າ, "ອິສະຣາເອນເອີຍ, ຈົ່ງມິດເເລະຟັງ: ໃນວັນນີ້ພວກທ່ານໄດ້ມາເປັນປະຊາຊົນຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\v 10 ດ້ວຍເຫດນີ້ພວກທ່ານຕ້ອງເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານເເລະ ເຊື່ອຟັງພຣະບັນຍັດຕ່າງໆ ເເລະກົດຫມາຍຂອງຂ້ານ້ອຍຕາມທີ່ໄດ້ບັນຊາພວກທ່ານໃນວັນນີ້".
\s5
\v 11 ໂມເຊໄດ້ບັນຊາປະຊາຊົນໃນວັນດຽວກັນເເລະເວົ້າວ່າ, "
\v 12 ຊົນເຜົ່າເຫລົ່ານີ້ຕ້ອງຢືນເທິງພູເຂົາເກຣິຊີເພື່ອອວຍພອນປະຊາຊົນຫລັງຈາກພວກທ່ານໄດ້ຂວ້າມເເມ່ນ້ຳຈໍເເດນມາເເລ້ວ ໄດ້ເເກ່, ເຜົ່າຊີເມໂອນ, ເຜົ່າເລວີ, ເຜົ່າຢູດາ, ເຜົ່າອິດຊາຄາ, ເຜົ່າໂຍເຊັບ, ເເລະເຜົ່າເບັນຢາມິນ.
\s5
\v 13 ທັງຫມົດນີ້ຄືເຜົ່າຕ່າງໆ ທີ່ຕ້ອງຢືນເທິງພູເຂົາເອບານເພື່ອປະກາດຄຳເເຊ່ງສາບ ໄດ້ເເກ່: ເຜົ່າຣູເບນ, ເຜົ່າກາດ, ເຜົ່າອາເຊ, ເຜົ່າເຊບູໂລນ, ເຜົ່າດານ, ເເລະເຜົ່າເນັບທາລີ.
\v 14 ຄົນເລວີທັງຫລາຍຈະຕອບເເລະເວົ້າຕໍ່ຄົນທັງຫມົດຂອງອິສະຣາເອນດ້ວຍສຽງອັນດຽວກັນວ່າ:
\s5
\v 15 ຂໍຄົນນັ້ນຖືກສາບແຊ່ງຄືຄົນທີ່ສ້າງຮູບປັ້ນຫລືຮູບເເກະສະຫລັກ, ຊຶ່ງເປັນຫນ້າລັງກຽດຂອງພຣະຢາເວ, ຜົນງານເເຫ່ງນ້ຳມືຂອງຊ່າງຝີມື, ເເລະຄົນທີ່ຕັ້ງມັນໄວ້ໃນທີ່ລັບ," ເເລ້ວປະຊາຊົນຈຶ່ງຕອບເເລະ ກ່າວວ່າ "ເອເເມນ".
\s5
\v 16 ຄຳແຊ່ງສາບເປັນຂອງຜູ້ໃດຜູ້ໜຶ່ງທີ່ບໍ່ເຄົາລົບນັບຖືພໍ່ແມ່ຂອງຕົນ. ແລ້ວປະຊາຊົນຕ້ອງກ່າວວ່າ,'ອາແມນ'.
\v 17 ຂໍໃຫ້ທຸກຄົນນັ້ນຖືກສາບເເຊ່ງ ຄືຄົນທີ່ຍ້າຍຫລັກເຂດເພື່ອນບ້ານຂອງເຂົາ" ເເລ້ວປະຊາຊົນຕ້ອງກ່າວວ່າ "ອາເເມນ".
\s5
\v 18 ຂໍໃຫ້ຄົນນັ້ນຖືກສາບແຊ່ງ ຄືຄົນທີ່ເຮັດໃຫ້ຄົນຕາບອດຫລົງທາງ. "ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ"ອາເເມນ"
\v 19 ຂໍໃຫ້ຄົນນັ້ນຖືກສາບແຊ່ງ ຄືຄົນທີ່ໃຊ້ກຳລັງບັງຄັບຄວາມຍຸຕິທັມອອກໄປຈາກຄົນຕ່າງຊາດ, ລູກກຳພ້າ, ຫລືເເມ່ຫມ້າຍ, ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ"ເອເເມນ".
\s5
\v 20 ຂໍໃຫ້ຄົນນັ້ນຖືກສາບເເຊ່ງ ຄືຄົນທີ່ນອນກັບພໍ່ຂອງພໍ່ຂອງເຂົາ, ເພາະເຂົາໄດ້ເອົາສິດຂອງພໍ່ຂອງເຂົາໄປ," ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ "ອາເເມນ"
\v 21 ຂໍໃຫ້ຄົນນັ້ນຖືກສາບເເຊ່ງ ຄືຄົນທີ່ຫລັບນອນກັບສັດຊະນິດໃດໆ, ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ "ອາເເມນ".
\s5
\v 22 ຂໍໃຫ້ຄົນນັ້ນຖືກສາບແຊ່ງ ຄືຄົນທີ່ນອນກັບພີ່ນ້ອງຜູ້ຍິງຂອງເຂົາ, ຄືຜູ້ທີ່ເປັນຜູ້ຍິງຂອງພໍ່ຂອງເຂົາ, ຫລືກັບຜູ້ຍິງຂອງແມ່ຂອງເຂົາ, ເເລ້ວ ປະຊາຊົນທຸກຄົນຕ້ອງກ່າວວ່າ "ອາເເມນ"
\v 23 ຂໍໃຫ້ຄົນນັ້ນຖືກສາບແຊ່ງ ຄືຄົນທີ່ນອນກັບເເມ່ຕູ້ຂອງເຂົາ ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ "ອາເເມນ".
\s5
\v 24 ຂໍໃຫ້ຄົນນັ້ນຖືກສາບເເຊ່ງ ຄືຄົນທີ່ຂ້າເພື່ອນບ້ານຂອງເຂົາໃນທີ່ລັບ, ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ'ອາເເມນ.'
\v 25 ຂໍໃຫ້ຄົນນັ້ນຖືກສາບເເຊ່ງ, ຄືຄົນຮັບສິນບົນເພື່ອຂ້າຄົນບໍຣິສຸດ, ເເລ້ວປະຊາຊົນທຸກຄົນຕ້ອງກ່າວວ່າ "ອາເເມນ".
\s5
\v 26 ຂໍໃຫ້ຄົນນັ້ນຖືກສາບເເຊ່ງ ຄືຄົນທີ່ບໍ່ຢຶດຫມັ້ນໃນຖ້ອຍຄຳຕ່າງໆ ທີ່ເປັນກົດຫມາຍນີ້, ທີ່ເຂົາຈະຟັງເພື່ອຖ້ອຍຄຳເຫລົ່ານັ້ນ, ເເລ້ວປະຊາຊົນຕ້ອງກ່າວວ່າ, "ອາເມນ".
\s5
\c 28
\cl ບົດທີ 28
\p
\v 1 ຖ້າພວກທ່ານເອົາໃຈໃສ່ໃນການຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານເພື່ອຖືຮັກສາພຣະບັນຍັດທັງຫມົດຂອງພຣະອົງທີ່ຂ້ານ້ອຍບັນຊາພວກທ່ານໃນວັນນີ້, ພຣະຢາເວພຣະເຈົ້າຂອງພວກທ່ານຈະຕັ້ງພວກທ່ານເຫນືອຊົນຊາດອື່ນໆ ທັງຫມົດເເຜ່ນດິນໂລກນີ້.
\v 2 ພຣະພອນທັງຫມົດເຫລົ່ານີ້ຈະມາເຖິງພວກທ່ານ, ຈົ່ງຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 3 ພຣະພອນຈະເປັນຂອງພວກທ່ານທີ່ໃນເມືອງຕ່າງໆພອ້ມໄຮ່ນາຮົ້ວສວນ.
\v 4 ເເລະພຣະພອນຈະເປັນຂອງທ່ານໃນທົ່ງນາ ຜົນຈາກຮ່າງກາຍຂອງພວກທ່ານ, ເເລະຜົນຈາກສັດຕ່າງໆ ຂອງພວກທ່ານ, ທີ່ເພີ້ມພູນ ເເລະລູກອ່ອນຂອງຝູງສັດຂອງພວກທ່ານ.
\s5
\v 5 ພຣະອົງຈະຊົງອວຍພອນພວກທ່ານໃຫ້ມີພືດຜົນຫລາຍ.
\v 6 ພວກທ່ານຈະໄດ້ຮັບພຣະພອນເມື່ອເຂົ້າມາ, ພວກທ່ານຈະໄດ້ຮັບພຣະພອນເມື່ອ ອອກໄປ.
\s5
\v 7 ພຣະຢາເວເຮັດໃຫ້ສັດຕຣູຂອງພວກທ່ານທີ່ລຸກຂຶ້ນຕໍ່ສູ້ພວກທ່ານນັ້ນພ່າຍແພ້ ຕໍ່ຫນ້າຕໍ່ຕາພວກທ່ານ; ພວກເຂົາຈະເຂົ້າມາຕໍ່ສູ້ພວກທ່ານຫນຶ່ງທາງເເຕ່ຈະຫນີໄປຈາກພວກທ່ານເຈັດທາງ.
\v 8 ພຣະຢາເວຊົງບັນຊາພຣະພອນມາເຫນືອພວກທ່ານເເລະໃນທຸກສິ່ງທີ່ມືຂອງພວກທ່ານເຮັດ; ພຣະອົງຈະຊົງອວຍພອນພວກທ່ານໃນດິນເເດນທີ່ພຣະອົງກຳລັງຈະປະທານໃຫ້ເເກ່ພວກທ່ານ.
\s5
\v 9 ພຣະຢາເວຊົງສະຖາປະນາໃຫ້ພວກທ່ານໃຫ້ເປັນຊົນຊາດຫນຶ່ງທີ່ຖືກເເຍກໄວ້ເພື່ອພຣະອົງເອງ, ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ກັບພວກທ່ານ, ຖ້າທ່ານຖືຮັກສາບັນຍັດຕ່າງໆ ຂອງພຣະຢາເວພຣະເຈົ້າຂອງພວກທ່ານ. ເເລະດຳເນີນໃນທາງທັງຫລາຍຂອງພຣະອົງ.
\v 10 ຊົນຊາດຕ່າງໆເທິງເເຜ່ນດິນໂລກນີ້ຈະເບິ່ງເຫັນວ່າພວກທ່ານຖືກເອີ້ນໂດຍພຣະນາມຂອງພຣະຢາເວ, ເເລະພວກເຂົາຈະເກງຢ້ານພວກທ່ານ.
\s5
\v 11 ພຣະຢາເວຊົງເຮັດໃຫ້ພວກທ່ານຈະເຣີນຮຸ່ງເຮືອງດ້ວຍຜົນຈາກຮ່າງກາຍຂອງພວກທ່ານ, ດ້ວຍຜົນຈາກຝູງສັດຂອງພວກທ່ານ, ດ້ວຍຜົນຈາກເເຜ່ນດິນຂອງພວກທ່ານ, ໃນເເຜ່ນດິນທີ່ີພຣະອົງໄດ້ຊົງບັນຊາໄວ້ກັບບັນພະບຸຣຸດຂອງພວກທ່ານວ່າຈະປະທານໃຫ້ເເກ່ພວກທ່ານ.
\v 12 ພຣະຢາເວຈະຊົງເປີດຄັງເເຫ່ງສະຫວັນຂອງພຣະອົງເພື່ອປະທານຝົນໃຫ້ເເກ່ເເຜ່ນດິນຂອງພວກທ່ານໃນເວລາທີ່ເຫມາະສົມ, ເເລະຊົງອວຍພອນການງານທຸກຢ່າງທີ່ມືຂອງພວກທ່ານເຮັດພວກທ່ານຈະເປັນຜູ້ໃຫ້ຢືມເເກ່ຊົນຊາດທັງຫລາຍ, ເເຕ່ພວກທ່ານຈະບໍ່ເປັນຜູ້ທີ່ຂໍຢືມ.
\s5
\v 13 ພຣະຢາເວພຣະເຈົ້າຂອງພວກທ່ານເຮັດໃຫ້ພວກທ່ານເປັນຫົວ, ເເລະບໍ່ເເມ່ນຫາງ ພວກທ່ານຢູ່ເຫນືອກວ່າເທົ່ານັ້ນ, ເເລະພວກທ່ານຈະບໍ່ມີວັນຢູ່ພາຍໃຕ້, ຖ້າທ່ານຟັງພຣະບັນຍັດທັງຫລາຍຂອງພຣະຢາເວພຣະເຈົ້າຂອງພວກທ່ານທີ່ຂ້າພະເຈົ້າກຳລັງບັນຊາພວກທ່ານໃນວັນນີ້, ດັ່ງນັ້ນຈົ່ງປະຕິບັດເເລະເຮັດຕາມຖ້ອຍຄຳເຫລົ່ານີ້.
\v 14 ເເລະພວກທ່ານຈະບໍ່ຫັນຫນີຈາກຖ້ອຍຄຳໃດໆ ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ໄປທາງຂວາມືຫລືຊ້າຍມື ຄືໄປຕິດຕາມພະອື່ນໆ ເພື່ອປະຕິບັດພະເຫລົ່ານັ້ນ.
\s5
\v 15 ເເຕ່ຖ້າພວກທ່ານບໍ່ຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາບັນຍັັດທັງຫລາຍຂອງພຣະອົງ ເເລະ ກົດຫມາຍຂອງພຣະອົງທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ເເລ້ວຄຳເເຊ່ງສາບເຫລົ່ານີ້ທັງຫມົດຈະມາເຖິງພວກທ່ານເເລະຕາມທັນພວກທ່ານ.
\s5
\v 16 ຄຳສາບແຊ່ງຈະຕາມທັນພວກທ່ານເມື່ອພວກທ່ານຢູ່ໃນເມືອງ, ເເລະຄຳສາບເເຊ່ງຈະຕາມທັນພວກທ່ານເມື່ອຢູ່ໃນທົ່ງນາ.
\v 17 ພືດຜົນເເລະອາຫານການກິນທີ່ໄດ້ມາຈາກພືດຈະຖືກສາບເເຊ່ງ.
\s5
\v 18 ຜົນຈາກຮ່າງກາຍຂອງພວກທ່ານຈະຖືກເເຊ່ງສາບ, ຜົນຈາກເເຜ່ນດິນຂອງພວກທ່ານຄືຝູງສັດທີ່ເພີ່ມພູນຂອງພວກທ່ານ, ເເລະລູກອ່ອນຂອງຝູງສັດຂອງທ່ານນັ້ນ.
\v 19 ຄຳສາບແຊ່ງຈະຕາມທັນເມື່ອພວກທ່ານເຂົ້າມາ, ເເລະຄຳສາບແຊ່ງຈະຕາມທັນເມື່ອພວກທ່ານອອກໄປ.
\s5
\v 20 ພຣະຢາເວຈະຊົງຄຳສາບເເຊ່ງມາເຫນືອພວກທ່ານ, ຄວາມສັບສົນ, ເເລະທຸກຢ່າງໃນມືຂອງພວກທ່ານ, ຈົນກວ່າພວກທ່ານຈະຖືກທຳລາຍເເລະຈົນກວ່າພວກທ່ານຈະພິນາດໄປຢ່າງໄວ, ເພາະການເຮັດອັນຊົ່ວຊ້າຂອງພວກທ່ານ, ທີ່ພວກທ່ານໄດ້ຖິ້ມຂ້ານ້ອຍເສຍ.
\v 21 ພຣະຢາເວຈະເຮັດໃຫ້ມີໂຣກຮ້າຍຕິດຢູ່ກັບພວກທ່ານ ຈົນກວ່າພຣະອົງຈະຊົງທຳລາຍພວກທ່ານອອກໄປຈາກດິນເເດນນັ້ນທີ່ພວກທ່ານເຂົ້າໄປຢຶດຄອງ.
\s5
\v 22 ພຣະຢາເວຈະຊົງໂຈມຕີພວກທ່ານດ້ວຍໂຣກຕິດເຊື້ອ ດ້ວຍການເປັນໄຂ້, ດ້ວຍການອັກເສບ, ເເລະດ້ວຍໄພເເລ້ງກັບເເຜຜຸພອງ, ເເລະດ້ວຍລົມທີ່ຮ້ອນເເຜດເຜົາກັບໂລກເຊື້ອຣາ. ສິ່ງເຫລົ່ານີ້ຈະຕາມທັນພວກທ່ານຈົນກວ່າພວກທ່ານຈະພິນາດ.
\s5
\v 23 ທ້ອງຟ້າທີ່ຢູ່ເຫນືອຫົວຂອງພວກທ່ານຈະເປັນທອງສຳຣິດ, ເເລະເເຜ່ນດິນທີ່ຢູ່ພາຍໃຕ້ພວກທ່ານຈະເປັນເຫລັກ.
\v 24 ພຣະຢາເວຈະຊົງເຮັດໃຫ້ຝົນຂອງເເຜ່ນດິນພວກທ່ານເປັນຜົງຝຸ່ນລະອອງ; ມັນຈະຕົກລົງມາຈາກທ້ອງຟ້າເຫນືອພວກທ່ານ, ຈົນກວ່າພວກທ່ານຈະຖືກທຳລາຍ.
\s5
\v 25 ພຣະຢາເວຈະເຮັດໃຫ້ພວກທ່ານພ່າຍເເພ້ຕໍ່ຫນ້າຕໍ່ຕາສັດຕຣູຂອງພວກທ່ານ; ພວກທ່ານຈະອອກໄປທາງຫນຶ່ງເພື່ອຕໍ່ສູ້ກັບພວກເຂົາເເຕ່ຈະຫນີໄປຕໍ່ຫນ້າຕໍ່ຕາຂອງພວກເຂົາເຈັດທາງ. ພວກທ່ານຈະຖືກເເກ່ງໄປເເລະເເກ່ງອອກຈາກທ່າມກາງຣາຊອານາຈັກທັງຫມົດເທິງເເຜ່ນດິນໂລກນີ້.
\v 26 ສົບຂອງພວກທ່ານຈະເປັນອາຫານຂອງນົກໃນທ້ອງຟ້າເເລະສັດທັງຫລາຍເທິງດິນ; ຈະບໍ່ມີໃຜໄລ່ພວກມັນໄປ.
\s5
\v 27 ພຣະຢາເວຈະຊົງໂຈມຕີພວກທ່ານດ້ວຍຝີມືຂອງອີຢິບເເລະດ້ວຍໂຣກ, ເເລະດ້ວຍອາການຄັນ, ທີ່ພວກທ່ານບໍ່ສາມາດຮັກສາໃຫ້ຫາຍໄດ້.
\v 28 ພຣະຢາເວຈະຊົງໂຈມຕີພວກທ່ານດ້ວຍວິຈິດດ້ວຍອາການຕາບອດ, ເເລະດ້ວຍການສັບສົນທາງຈິດ.
\v 29 ພວກທ່ານຈະຕ້ອງລູບຄຳໄປຕາມທາງໃນຕອນທີ່ມີເເສງສະຫວ່າງ, ເເລະພວກທ່ານຈະບໍ່ຈະເຣີນຮຸ່ງເຮືອງໃນການໃຊ້ຊີວິດຕ່າງໆ; ຂອງພວກທ່ານ ພວກທ່ານຈະຖືກກົດຂີ່ເເລະຖືກປຸ້ນຢູ່ສະເຫມີ, ເເລະຈະບໍ່ມີໃຜຊ່ວຍທ່ານໃຫ້ລອດພົ້ນໄດ້.
\s5
\v 30 ພວກທ່ານຫມັ້ນກັບຜູ້ຍິງຄົນຫນຶ່ງ, ເເຕ່ຜູ້ຊ່ອຍຄົນຫນຶ່ງຈະຍາດລາວອອກໄປເເລະຂົ່ມຂືນນາງ, ພວກທ່ານຈະສ້າງບ້ານຫລັງຫນຶ່ງເເຕ່ຈະບໍ່ໄດ້ອາໄສຢູ່ບ້ານຫລັງນັ້ນ; ພວກທ່ານຈະປູກຜົນອະຫງຸ່ນເເຕ່ຈະບໍ່ໄດ້ກິນຜົນຂອງມັນ.
\v 31 ງົວຂອງພວກທ່ານຈະຖືກຂ້າຕໍ່ຫນ້າຕໍ່ຕາພວກທ່ານເເຕ່ພວກທ່ານຈະບໍ່ໄດ້ກິນຊີ້ນຂອງມັນ, ລວາຂອງພວກທ່ານຈະຖືກຍາດຊິງໄປຕໍ່ຫນ້າຕໍ່ຕາພວກທ່ານເເລະຈະບໍ່ໄດ້ມັນກັບຄືນມາ, ເເກະຂອງພວກທ່ານຈະຖືກຍົກໃຫ້ສັດຕຣູຂອງພວກທ່ານ, ເເລະຈະບໍ່ມີໃຜຊ່ວຍເຫລືອພວກທ່ານ.
\s5
\v 32 ລູກຊາຍເເລະລູກຍິງຂອງພວກທ່ານທັງຫລາຍຈະຖືກມອບໃຫ້ກັບຊົນຊາດອື່ນໆ; ດວງຕາຂອງພວກທ່ານຈະເບິ່ງເຫັນເຂົາທຸກວັນ, ເເລະລໍຄອຍພວກເຂົາດ້ວຍຄວາມຜິດຫວັງ. ມືຂອງພວກທ່ານຈະບໍ່ມີກຳລັງ.
\s5
\v 33 ການເກັບກ່ຽວໃນເເຜ່ນດິນຂອງພວກທ່ານເເລະການງານຫນັກຂອງພວກທ່ານທັງຫມົດ; ຈະມີຊົນຊາດຫນຶ່ງທີ່ພວກທ່ານບໍ່ຮູ້ຈັກມາກິນພວກມັນ ພວກທ່ານຈະຖືກກົດຂີ່ຂົມເຫັງ,
\v 34 ພວກທ່ານຈະກາຍເປັນຄົນເສຍຈິດດ້ວຍສິ່ງທີ່ເກີດຂຶ້ນທີ່ພວກທ່ານເຫັນ.
\v 35 ພຣະຢາເວຈະຊົງໂຈມຕີເຂົ່າເເລະຂາຂອງພວກທ່ານດ້ວຍຝີທີ່ພວກທ່ານບໍ່ສາມາດຮັກສາໃຫ້ຫາຍໄດ້, ຈາກປາຍຕີນຈົນຮອດຫົວ.
\s5
\v 36 ພຣະຢາເວຈະຊົງນຳພວກທ່ານເເລະກະສັດທີ່ພວກທ່ານຕັ້ງໄວ້ເຫນືອພວກທ່ານເອງນັ້ນໄປຍັງຊົນຊາດຫນຶ່ງທີ່ທ່ານບໍ່ຮູ້ຈັກ, ບໍ່ວ່າພວກທ່ານຫລືບັນພະບຸຣຸດຂອງພວກທ່ານ; ທີ່ນັ້ນພວກທ່ານຈະນະມັດສະການພະອື່ນໆ ທີ່ເຮັດຈາກໄມ້ເເລະຫີນ.
\v 37 ພວກທ່ານຈະກາຍເປັນທີ່ມາຫນ້າຢ້ານ, ສຸພາສິດບົດຫນຶ່ງ, ເເລະຄ້ຳຄວນຫາ, ທ່າມກາງປະຊາຊົນທັງຫມົດທີ່ພຣະຢາເວຈະຊົງນຳພວກທ່ານໄປນັ້ນ.
\s5
\v 38 ພວກທ່ານຈະເອົາເມັດພືດຫລາຍຊະນິດອອກໄປໃນທົ່ງນາ, ເເຕ່ຈະເກັບເມັດພັນມາໄດ້ຫນ້ອຍດຽວ, ເພາະຕັກເເຕນທັງຫລາຍຈະມາທຳລາຍ.
\v 39 ພວກທ່ານຈະປູກສວນອະງຸ່ນເເຕ່ຈະບໍ່ໄດ້ດື່ມເຫງົ້າອະງຸ່ນ, ຫລືເເມ່ນເເຕ່ຫມາກຂອງມັນກໍຈະບໍ່ໄດ້ເກັບ, ເພາະພວກຫນອນຈະມາກັດກິນພວກມັນ.
\s5
\v 40 ພວກທ່ານຈະມີຕົ້ນຫມາກກອກຫລວງຫລາຍໃນອານາເຂດພວກທ່ານ, ເເຕ່ພວກທ່ານຈະບໍ່ໄດ້ນ້ຳມັນໃດໆ ມາຮຸກຕົວຂອງພວກທ່ານ, ເພາະຜົນຂອງຕົ້ນຫມາກກອກຈະຫລົ່ນເເລະເນົ່າເສຍ.
\v 41 ພວກທ່ານຈະມີລູກຜູ້ຊາຍເເລະຍິງຫລາຍ, ເເຕ່ພວກເຂົາຈະບໍ່ອາໄສຢູ່ກັບພວກທ່ານ, ເພາະພວກເຂົາຈະໄປເປັນຊະເລີຍ.
\s5
\v 42 ບັນດາຕົ້ນໄມ້ທັງຫມົດຂອງພວກທ່ານເເລະຜົນຈາກດິນຂອງພວກທ່ານຈະຖືກຕັກເເຕນທຳລາຍຈົນຫມົດສິ້ນ.
\v 43 ຄົນຕ່າງຊາດທີ່ຢູ່ທ່າມກາງພວກທ່ານ, ຈະລຸກຂຶ້ນສູງເຫນືອພວກທ່ານຫລາຍຂຶ້ນເລື້ອຍໆ
\v 44 ເຂົາຈະເປັນຜູ້ໃຫ້ພວກທ່ານຂໍຢືມ, ເຂົາຈະເປັນຫົວເເລະພວກທ່ານຈະເປັນຫາງ.
\s5
\v 45 ຄຳສາບເເຊ່ງທັງຫມົດເຫລົ່ານີ້ຈະມາເຫນືອພວກທ່ານເເລະຈະຕາມທັນພວກທ່ານຈົນກວ່າພວກທ່ານຈະຖືກທຳລາຍ. ສິ່ງນີ້ຈະເກີດຂຶ້ນເພາະພວກທ່ານບໍ່ໄດ້ຟັງສຽງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາບັນຍັດຕ່າງໆ ຂອງພຣະອົງເເລະກົດຂໍ້ບັງຄັບຕ່າງໆຂອງພຣະອົງພຣະອົງໄດ້ຊົງບັນຊາພວກທ່ານ.
\v 46 ຄຳສາບເເຊ່ງເຫລົ່ານີ້ຈະຢູ່ເຫນືອພວກທ່ານດັ່ງຫມາຍສຳຄັນເເລະການອັດສະຈັນ, ເເລະເຫນືອເຊື້ອສາຍທັງຫລາຍຂອງພວກທ່ານເປັນນິດ.
\s5
\v 47 ເພາະພວກທ່ານບໍ່ນະມັດສະການພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍຄວາມຊົ່ມຊື່ນຍິນດີເເລະດ້ວຍສຸດຈິດສຸດກຳລັງເມື່ອພວກທ່ານຍັງມີຄວາມຈະເຣີນຢູ່ນັ້ນ.
\v 48 ດ້ວຍເຫດນີ້ພວກທ່ານຈະຮັບໃຊ້ສັດຕຣູທີ່ພຣະຢາເວສົ່ງມາໂຈມຕີພວກທ່ານ; ພວກທ່ານຈະຮັບໃຊ້ພວກເຂົາດ້ວຍຄວາມຫິວ, ດ້ວຍການເປືອຍກາຍ, ເເລະດ້ວຍຄວາມຍາກຈົນ, ເຂົາຈະວາງເເອກເຫລັກໄວ້ເທິງຄໍຂອງພວກທ່ານ, ຈົນກວ່າເຂົາຈະກຳຈັດພວກທ່ານ.
\s5
\v 49 ພຣະຢາເວຈະນຳຊົນຊາດຫນຶ່ງມາໂຈມຕີພວກທ່ານຈາກເເດນໄກ, ຈາກສຸດປາຍເເຜ່ນດິນໂລກ, ເຫມືອນົກອິນຊີໂຕຫນຶ່ງທີ່ບິນຕົງມາຫາເຫຍື່ອຂອງມັນ, ຊົນຊາດຫນຶ່ງທີ່ພວກທ່ານບໍ່ເຂົ້າໃຈພາສາ;
\v 50 ຊົນຊາດຫນຶ່ງທີ່ມີໃບຫນ້າໂຫດ ທີ່ເຄົາລົບຄົນມີອາຍຸເເລະບໍ່ຖືກກັບຄົນຫມຸ່ມ.
\v 51 ພວກເຂົາຈະກິນລູກອ່ອນຈາກຝູງສັດຂອງພວກທ່ານເເລະຜົນຈາກດິນຂອງພວກທ່ານຈົນກວ່າພວກທ່ານຈະຖືກທຳລາຍ, ພວກເຂົາຈະບໍ່ປະຮວງເຂົ້າໄວ້ໃຫ້ທ່ານເລີຍ, ບໍ່ຖິ້ມເຫລົ້າອາງຸ່ນ, ຫລືນ້ຳມັນເອົາໄວ້, ບໍ່ເຫລືອລູກອ່ອນຈາກຝູງສັດຂອງພວກທ່ານ, ຈົນພວກເຂົາເຮັດໃຫ້ພວກທ່ານພິນາດ,
\s5
\v 52 ພວກເຂົາຈະອ້ອມປະຕູເມືອງທັງຫມົດຂອງພວກທ່ານ, ຈົນກຳເເພງສູງເເລະປ້ອມຂອງພວກທ່ານພັງທະລາຍ, ໃນທຸກເເຫ່ງຂອງດິນເເດນພວກທ່ານກຳເເພງຕ່າງໆ ຈະລົ້ມທະລາຍລົງຈົນຕະຫລອດທົ່ວດິນເເດນທີ່ພຣະຢາເວພຣະເຈົ້າຂອງພວກທ່ານຊົງປະທານໃຫ້ເເກ່ພວກທ່ານ.
\v 53 ພວກທ່ານຈະກິນຜົນຈາກຮ່າງກາຍຂອງພວກທ່ານເອງ, ຄືຊີ້ນຂອງລູກຊາຍເເລະຍິງຂອງພວກທ່ານ, ຜູ້ທີ່ພຣະຢາເວພຣະເຈົ້າຂອງພວກທ່ານປະທານໃຫ້ເເກ່ພວກທ່ານ, ໃນການຖືກລ້ອມເເລະເປັນທຸກທີ່ພວກສັດຕຣູຂອງພວກທ່ານວາງໄວ້ເຫນືອພວກທ່ານ.
\s5
\v 54 ຄົນທີ່ສຸພາບເເລະອ່ອນໂຍນໃນທ່າມກາງພວກທ່ານ, ເຂົາຈະກາຍເປັນຄົນອິດສາພີ່ນ້ອງຂອງເຂົາ, ເມຍຜູ້ເປັນທີ່ຮັກຂອງເຂົາ ເເລະພວກລູກໆ ທີ່ເຫລືອຢູ່ກັບເຂົາ.
\v 55 ດັ່ງນັ້ນພວກເຂົາຈະບໍ່ໃຫ້ຊີ້ນລູກຂອງເຂົາເອງທີ່ກຳລັງຈະກິນກັບພວກເຂົາຄົນໃດ, ເພາະເຂົາຈະບໍ່ມີຫຍັງເຫລືອສຳລັບຕົວເອງໃນການຖືກລ້ອມຮອບເເລະເປັນທຸກທີ່ສັດຕຣູຂອງພວກທ່ານຈະວາງໄວ້ເຫນືອພວກທ່ານພາຍໃນປະຕູເມືອງຕ່າງໆຂອງພວກທ່ານ.
\s5
\v 56 ຜູ້ຍິງທີ່ສຸພາບເເລະອ່ອນໂຍນໃນທ່າມກາງພວກທ່ານ, ຄືຄົນທີ່ຈະບໍ່ສ່ຽງວາງປາຍຕີນຂອງນາງລົງພື້ນດິນເພື່ອຄວາມອ່ອນໂຍນເເລະສຸພາບ, ນາງຈະກາຍເປັນຄົນທີ່ອິດສາຜູ້ທີ່ເປັນທີ່ຮັກຂອງນາງລູກຊາຍຂອງນາງ, ເເລະລູກຜູ້ຍິງຂອງນາງ,
\v 57 ເເລະເດັກທີ່ເກີດໃຫມ່ທີ່ອອກມາຈາກວ່າງຂາຂອງນາງ, ເເລະລູກໆ ທີ່ນາງໃຫ້ກຳເນີດ. ນາງຈະກິນພວກເຂົາໃນທີ່ລັບເພາະບໍ່ມີສິ່ງໃດເຫລືອອີກເເລ້ວ, ໃນຊ່ວງການຖືກລ້ອມຮອບເເລະເປັນທຸກທີ່ສັດຕຣູຂອງພວກທ່ານຈະວາງໄວ້ເຫນືອພວກທ່ານພາຍໃນປະຕູເມືອງຕ່າງໆ ຂອງພວກທ່ານ.
\s5
\v 58 ຖ້າພວກທ່ານບໍ່ຖືຮັກສາຖ້ອຍຄຳທັງຫມົດຂອງກົດຫມາຍນີ້ ທີ່ີຖືກບັນທຶກໃນຫນັງສື, ເພື່ອເປັນການຖວາຍກຽດເເດ່ ພຣະນາມອັນຊົງຣິດ, ເເລະຫນ້າຢຳເກງນີ້, ຄືພຣະນາມຂອງພຣະຢາເວພຣະເຈົ້າຂອງພວກທ່ານ,
\v 59 ເເລ້ວພຣະຢາເວຈະເຮັດໃຫ້ເກີດໂຣກໄພຕໍ່ບັນດາຄົນເຫລົ່ານັ້ນທີ່ເປັນເຊື້ອສາຍຂອງພວກທ່ານ; ໂຣກລະບາດຈະເກີດຂຶ້ນກັບພວກທ່ານ, ເປັນເວລາອັນຍາວນານ, ເເລະໂຣກໄພທີ່ຮ້າຍເເຮງຕ່າງໆ.
\s5
\v 60 ພຣະອົງຈະຊົງນຳໂຣກໄພຂອງເອຢິບທີ່ພວກທ່ານຢ້ານໃຫ້ພວກທ່ານອີກຄັ້ງຫນຶ່ງ; ພວກມັນຈະຕິດຢູ່ກັບພວກທ່ານ.
\v 61 ຄວາມເຈັບປ່ວຍທຸກຊະນິດເເລະໂຣກລະບາດຮ້າຍເເຮງທຸກຊະນິດທີ່ບໍ່ໄດ້ບັນທຶກໄວ້ໃນກົດຫມາຍນີ້, ສິ່ງເຫລົ່ານັ້ນ ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງນຳມາເຫນືອພວກທ່ານດ້ວຍຈົນກວ່າພວກທ່ານຈະຖືກທຳລາຍ.
\v 62 ພວກທ່ານຈະເຫລືອພຽງຈຳນວນນ້ອຍ, ເຖິງເເມ່ນວ່າພວກທ່ານໄດ້ເປັນເຫມືອນດວງດາວໃນທ້ອງຟ້າຈຳນວນຫລວງຫລາຍ, ເພາະພວກທ່ານບໍ່ຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ.
\s5
\v 63 ເມື່ອພຣະຢາເວໄດ້ຊື່ນຊົມຍິນດີເຫນືອພວກທ່ານໃນການເຮັດສິ່ງດີຕໍ່ພວກທ່ານ, ເເລະໃນການທະວີຄູນພວກທ່ານ, ດັ່ງນັ້ນພຣະອົງຈະຊົງຊົ່ມຊື່ນຍິນດີເຫນືອພວກທ່ານໃນການເຮັດໃຫ້ພວກທ່ານພິນາດເເລະໃນການທຳລາຍພວກທ່ານ, ພວກທ່ານຈະຖືກຖອນອອກຈາກດິນເເດນທີ່ພວກທ່ານຈະໄປຢຶດຄອງນັ້ນ.
\v 64 ພຣະຢາເວຈະເຮັດໃຫ້ພວກທ່ານກະຈັດກະຈາຍໄປໃນທ່າມກາງປະຊາຊົນທັງຫມົດສຸດປາຍເເຜ່ນດິນໂລກຫນຶ່ງໄປຍັງປາຍເເຜ່ນດິນໂລກຫນຶ່ງ; ທີ່ນັ້ນພວກທ່ານຈະນະມັດສະການພະອື່ນໆ, ທີ່ພວກທ່ານບໍ່ຮູ້ຈັກບໍ່ວ່າພວກທ່ານຫລືບັນພະບຸຣຸດຂອງພວກທ່ານ, ພະຕ່າງໆ ທີ່ເຮັດຈາກໄມ້ເເລະຫີນ.
\s5
\v 65 ໃນທ່າມກາງຊົນຊາດຕ່າງໆ ເຫລົ່ານີ້, ພວກທ່ານຈະບໍ່ພົບຄວາມສະດວກ, ເເລະຈະບໍ່ຢຸດພັກສຳລັບປາຍຕີນຂອງພວກທ່ານ; ເເຕ່ພຣະຢາເວຈະປະທານຫົວໃຈທີ່ຫວັ່ນໄຫວ, ດວງຕາທີ່ຜິດຫວັງ, ເເລະຈິດໃຈທີ່ໂສກເສົ້າໃຫ້ເເກ່ພວກທ່ານທີ່ນັ້ນເເທນ.
\v 66 ຊີວິດຂອງພວກທ່ານຈະຖືກເເຂວນໄວ້ໃນຄວາມສັບສົນຕໍ່ຫນ້າຕໍ່ຕາພວກທ່ານ; ໃນທຸກຄ່ຳຄືນເເລະໃນກາງເວັນຈະບໍ່ມີຄວາມເເນ່ນອນເລີຍໃນຊີວິດຂອງພວກທ່ານ.
\s5
\v 67 ໃນເວລາເຊົ້າພວກທ່ານຈະເວົ້າວ່າ, 'ຂ້ານ້ອຍປາຖະຫນາໃຫ້ມັນເປັນເວລາຄ່ຳພວກທ່ານຈະເວົ້າວ່າໃຫ້ເປັນເວລາເຊົ້າ!'ເພາະຄວາມຢ້ານກົວໃນໃຈຂອງພວກທ່ານເເລະສິ່ງຕ່າງໆ ທີ່ດວງຕາຂອງພວກທ່ານຈະໄດ້ເບິ່ງເຫັນ.
\v 68 ພຣະຢາເວຈະຊົງນຳພວກທ່ານເຂົ້າມາອີຢິບອີກຄັ້ງໂດຍທາງເຮືອ, ໂດຍເສັ້ນທາງທີ່ຂ້ານ້ອຍໄດ້ກ່າວໄວ້ກັບພວກທ່ານ, 'ພວກທ່ານຈະບໍ່ໄດ້ເຫັນອີຢິບອີກ, ທີ່ນັ້ນພວກທ່ານຈະຂະຫຍາຍຕົວເອງໃຫ້ກັບພວກສັດຕຣູຂອງພວກທ່ານໃຫ້ເປັນທາດຊາຍເເລະທາດຍິງ, ເເຕ່ຈະບໍ່ມີໃຜຊື້ພວກທ່ານໄດ້.'
\s5
\c 29
\cl ບົດທີ 29
\p
\v 1 ເຫລົ່ານີ້ຄືຖ້ອຍຄຳຕ່າງໆ ທີ່ພຣະຢາເວໄດ້ຊົງບັັນຊາໂມເຊໃຫ້ບອກກັບປະຊາຊົນອິສະຣາເອນໃນດິນເເດນໂມອາບ, ຖ້ອຍຄຳຕ່າງໆທີ່ເພີ່ມຈາກພັນທະສັນຍາທີ່ພຣະອົງໄດ້ເຮັດກັບເຮົາທີ່ໂຮເຣັບ.
\s5
\v 2 ໂມເຊໄດ້ເອີ້ນຊາວອິສະຣາເອນທັງຫມົດເເລະເວົ້າກັບພວກເຂົາວ່າ," ພວກທ່ານໄດ້ເບິ່ງເຫັນສິ່ງທີ່ພຣະຢາເວຊົງເຮັດຕໍ່ຫນ້າຕໍ່ຕາຂອງພວກທ່ານໃນດິນເເດນອີຢິບຕໍ່ຟາໂຣ, ຕໍ່ທາດທັງຫມົດຂອງເຂົາ, ເເລະຕໍ່ດິນເເດນຂອງເຂົາທັງຫມົດ-
\v 3 ຄືການທົນທຸກຢ່າງຍິ່ງໃຫຍ່, ທີ່ດວງຕາຂອງເຂົາໄດ້ເຫັນຫມາຍສຳຄັນຕ່າງໆ, ເເລະການອັດສະຈັນຍິ່ງໃຫຍ່ຕ່າງໆ ເຫລົ່ານັ້ນ.
\v 4 ເເຕ່ຈົນເຖິງວັນນີ້ພຣະຢາເວໄດ້ປະທານໃຈທີ່ຮູ້ດວງຕາທີີ່ເບິ່ງເຫັນ, ຫູທີ່ຈະໄດ້ຍິນ, ໃຫ້ເເກ່ພວກທ່ານ.
\s5
\v 5 ເຮົາໄດ້ນຳພວກເຈົ້າມາເປັນເວລາສີ່ສິບປີໃນຖິ່ນທຸລະກັນດານ; ເສື້ອຜ້າຂອງພວກເຂົາກໍຂາດ, ເເລະເກີບຂອງເຂົາກໍຈີກໄປ.
\v 6 ພວກເຈົ້າຈະບໍ່ກິນເຂົ້າຈີ່ໃດໆ ເເລະພວກເຈົ້າຈະບໍ່ດື່ມເຫລົ້າອະງຸ່ນໃດໆ, ຫລືເຫລົ້າອື່ນໆ, ເພື່ອວ່າພວກເຈົ້າຈະຮູ້ວ່າເຮົາເປັນພຣະຢາເວພຣະເຈົ້າຂອງພວກເຈົ້າ.
\s5
\v 7 ເມື່ອພວກເຈົ້າມາເຖິງສະຖານທີ່ເເຫ່ງນີ້, ສີໂຫນເເຫ່ງນະຄອນເຮັດສະໂບນ, ເເລະໂອກ, ເຈົ້າກະສັດເເຫ່ງນະຄອນບາຊານ, ໄດ້ຍົກທັບມາສູ້ຮົບພວກເຮົາ, ເເລະເຮົາເຮັດໃຫ້ເຂົາພ່າຍເເພ້.
\v 8 ພວກເຮົາໄດ້ຢຶດດິນເເດນຂອງພວກເຂົາເເລະມອບມັນໃຫ້ເປັນມໍລະດົກເເກ່ຄົນເຜົ່າຣູເບັນ, ເເກ່ຄົນເຜົ່າກາດ, ເເລະເເກ່ຄົນເຜົ່າມານາເຊເຄິ່ງເຜົ່າ.
\v 9 ດ້ວຍເຫດນີ້ຈຶ່ງຮັກສາຖ້ອຍຄຳຕ່າງໆ ຂອງພັນທະສັນຍານີ້ເເລະເຮັດຕາມ, ເພື່ອພວກທ່ານຈະ ຈະເຣີນຮຸ່ງເຮືອງໃນສິ່ງທີ່ພວກທ່ານເຮັດ.
\s5
\v 10 ວັນນີ້, ພວກທ່ານກຳລັງຢືນຊ້ອງຫນ້າພຣະຢາເວພຣະເຈົ້າຂອງພວກທ່ານ, ພວກທ່ານທັງຫມົດ, ບໍ່ວ່າຈະເປັນພວກຫົວຫນ້າທັງຫມົດຂອງພວກທ່ານ, ເຜົ່າ ຕ່າງໆ ຂອງພວກທ່ານ, ບັນດາຜູ້ໃຫຍ່ຂອງພວກທ່ານ, ເເລະບັນດານາຍທະຫານຂອງພວກທ່ານ ຄືຜູ້ຊາຍທັງຫມົດຂອງອິສະຣາເອນ,
\v 11 ບັນດາລູກນ້ອຍຂອງພວກທ່ານ, ພວກເມຍຂອງພວກທ່ານ, ເເລະຄົນຕ່າງຊາດທີ່ອາໄສຢູ່ທ່າມກາງພວກທ່ານ, ໃນຄ້າຍຂອງພວກທ່ານ, ທີ່ຕັດຟືນເເລະຫາບນ້ຳໃຫ້ເເກ່ພວກທ່ານ.
\s5
\v 12 ພວກທ່ານຢູ່ທີ່ນີ້ເພື່ອເຂົ້າສູ່ພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງພວກທ່ານເເລະເຂົ້າສູ່ຄຳສັນຍາທີ່ພຣະຢາເວພຣະເຈົ້າຂອງພວກທ່ານກຳລັງສັນຍາກັບພວກທ່ານ,
\v 13 ເພື່ອວ່າໃນວັນນີ້ ພຣະອົງຈະເຮັດໃຫ້ພວກທ່ານເຂົ້າສູ່ການເປັນປະຊາຊົນຂອງພຣະອົງ, ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ກັບພວກທ່ານ, ເເລະຕາມທີ່ພຣະອົງໄດ້ຊົງສັນຍາກັບບັນດາບັນພະບຸຣຸດຂອງພວກທ່ານ, ຄືເເກ່ອັບຣາຮາມ, ອີຊາກ, ເເລະຢາໂຄບ.
\s5
\v 14 ເພາະບໍ່ເເມ່ນພຽງແຕ່ພວກທ່ານເທົ່ານັ້ນທີ່ເຮົາກຳລັງເຮັດພັນທະສັນຍານີ້ ເເລະຄຳສັນຍານີ້-
\v 15 ຄືທຸກຄົນທີ່ກຳລັງຢືນຢູ່ທີ່ນີ້ກັບພວກເຮົາໃນວັນນີ້ຕໍ່ພຣະພັກຂອງພຣະຢາເວພຣະເຈົ້າຂອງພວກເຮົາ- ເເຕ່ກັບຄົນເຫລົ່ານັ້ນທີ່ບໍ່ໄດ້ຢູ່ກັບພວກເຮົາໃນວັນນີ້ດ້ວຍ.
\v 16 ພວກທ່ານໄດ້ຮູ້ວິທີທີ່ພວກເຮົາອາໄສຢູ່ໃນດິນເເດນອີຢິບ, ເເລະການທີ່ເຮົາໄດ້ຜ່ານທ່າມກາງຊົນຊາດຕ່າງໆ ຕາມທີ່ພວກເຂົາໄດ້ຜ່ານມານັ້ນ.
\s5
\v 17 ພວກທ່ານໄດ້ເບິ່ງເຫັນສິ່ງທີ່ຫນ້າກຽດຄືພະເຫລົ່ານັ້ນ: ທີ່ພວກເຂົາໄດ້ສ້າງມັນຂຶ້ນດ້ວຍ ໄມ້, ຫີນ, ເງິນ, ຄຳ, ທີ່ຢູ່ທ່າມກາງພວກເຂົາ.
\v 18 ຈົ່ງເເນ່ໃຈວ່າບໍ່ມີສິ່ງນີ້ໃນທ່າມກາງພວກທ່ານ ຄືຜູ້ຊາຍ, ຜູ້ຍິງ, ຄອບຄົວຫລືເຜົ່າໃດໆ, ທີ່ວັນນີ້ໃຈຂອງເຂົາໄດ້ຫັນໄປຈາກພຣະຢາເວ ພຣະເຈົ້າຂອງເຮົາ, ເພື່ອໄປນະມັດສະການພະອື່ນ ຂອງຊົນຊາດຕ່າງໆ ເຫລົ່ານັ້ນ. ຈົ່ງເເນ່ໃຈວ່າຢູ່ທ່າມກາງພວກທ່ານບໍ່ມີຮາກທີ່ມີຄວາມຂົມຂື່ນເເລະເປັນທຸກ.
\v 19 ເມື່ອຄົນເຫລົ່ານັ້ນໄດ້ຍິນຖ້ອຍຄຳເເຫ່ງຄຳສາບແຊ່ງຕ່າງໆນີ້, ເຂົາຈະອວຍພອນຕົວເອງໃນໃຈວ່າ, "ຂ້ານ້ອຍມີສັນຕິສຸກເຖິງເເມ່ນວ່າຂ້ານ້ອຍມີຄວາມດື້ ທີ່ຢູ່ໃນໃຈຂອງຂ້ານ້ອຍ, "ສິ່ງນີ້ຈະທຳລາຍທັງສິ່ງທີ່ປຽກເເລະເເຫ້ງໄປພ້ອມໆ ກັນ.
\s5
\v 20 ພຣະຢາເວຈະບໍ່ຊົງຍົກໂທດໃຫ້ເເກ່ເຂົາ, ເເຕ່ພິໂຣດຂອງພຣະຢາເວເເລະຄວາມຫຶງຫວງຂອງພຣະອົງຈະຟຸ້ງຂຶ້ນໂຈມຕີເຂົາເເທນ, ເເລະຄຳສາບເເຊ່ງທັງຫມົດທີ່ບັນທຶກໄວ້ໃນຫນັງສືນີ້ຈະມາເຫນືອເຂົາ, ເເລະພຣະຢາເວຈະລົບຊື່ຂອງພວກເຂົາອອກໄປຈາກພາຍໃຕ້ທ້ອງຟ້ານີ້.
\v 21 ພຣະຢາເວຈະເເຍກເຂົາອອກຈາກເຜົ່າທັງຫມົດຂອງອິສະຣາເອນ, ເພື່ອຄວາມພິນາດ, ເພື່ອຮັກສາຄຳສາບແຊ່ງທັງຫມົດຂອງພັນທະສັນຍາທີ່ຖືກບັນທຶກໄວ້ໃນຫນັງສືເເຫ່ງພັນທະສັນຍານີ້.
\s5
\v 22 ຄົນລຸ້ນນັ້ນຈະມາເຖິງ, ຄືພວກລູກຫລານທີ່ເຕີບໂຕນັ້ນມາຫລັງຈາກພວກທ່ານ, ເເລະຄົນຕ່າງຊາດທີ່ມາຈາກດິນເເດນຫ່າງໄກ, ຈະເວົ້າເມື່ອພວກເຂົາເຫັນໄພພິບັດຕ່າງໆ ທີ່ພຣະຢາເວໄດ້ເຮັດໃຫ້ປ່ວຍນັ້ນ-
\v 23 ເເລະເມື່ອພວກເຂົາເບິ່ງເຫັນວ່າດິນເເດນທັງຫມົດໄດ້ກາຍເປັນກຳມະຖັນ, ເເລະເກືອທີ່ຖືກເຜົາໄຟ ຊຶ່ງບໍ່ມິີການວ່ານຫລືການອອກຜົນບໍ່ມີການປູກຜັກເຫມືອນການຖືກທຳລາຍ, ຂອງໂສດົມ ໂກໂມຣາ, ເມືອງອັດມາ, ເເລະເຊບົວອິມ, ທີ່ພຣະຢາເວໄດ້ທຳລາຍດ້ວຍຄວາມພິໂຣດຂອງພຣະອົງ-
\v 24 ພວກເຂົາຈະເວົ້າພ້ອມກັນກັບຊົນຊາດອື່ນໆ ທັງຫມົດວ່າ, "ເປັນຫຍັງພຣະຢາເວຈຶ່ງເຮັດສິ່ງນີ້ຕໍ່ດິນເເດນນີ້? ພິໂຣດອັນຮຸນເເຮງນີ້ຫມາຍຄວາມວ່າເເນວໃດ?'
\s5
\v 25 ເເລ້ວປະຊາຊົນຈະເວົ້າວ່າ, "ເພາະພວກເຂົາໄດ້ຖິ້ມພັນທະສັນຍາຂອງພຣະຢາເວ, ພຣະເຈົ້າຂອງບັນພະບຸຣຸດຂອງພວກເຂົາ, ທີ່ພຣະອົງໄດ້ຊົງເຮັດກັບເຂົາເມື່ອພຣະອົງໄດ້ນຳເຂົາອອກມາຈາກອີຢິບ,
\v 26 ເເລະເພາະເຂົາໄດ້ຮັບໃຊ້ພະອືຶ່ນໆ ເເລະໄດ້ກົ້ມກາບຕໍ່ພະເຫລົ່ານັ້ນ, ພະອື່ນໆ ທີ່ພວກເຂົາບໍ່ຮູ້ຈັກເເລະທີ່ພຣະອົງບໍໍ່ໄດ້ປະທານໃຫ້ເເກ່ພວກເຂົາ.
\s5
\v 27-28 ດ້ວຍເຫດນີ້ພິໂຣດຂອງພຣະຢາເວພຣະເຈົ້າຂອງພວກທ່ານຈຶ່ງພຸ້ງຂຶ້ນໂຈມຕີດິນເເດນນີ້, ເພື່ອນຳຄຳສາບເເຊ່ງທັງຫມົດໃນຫນັງສືມາຍັງດິນເເດນນີ້. ພຣະຢາເວໄດ້ຖອນຮາກຂອງເຂົາອອກຈາກດິນເເດນຂອງພວກເຂົາ, ດ້ວຍຄວາມພິໂລດ, ເເລະເຮັດໃຫ້ເຂົາໄປອີກດິນເເດນຫນຶ່ງ, ດັ່ງເຊັ່ນທຸກວັນນີ້".
\s5
\v 29 ສິ່ງລີ້ລັບເປັນຂອງພຣະຢາເວພຣະເຈົ້າຂອງເຮົາພຽງຜູ້ດຽວ; ເເຕ່ສິ່ງຕ່າງໆ ທີ່ຖືກສຳເເດງນັ້ນເປັນຂອງພວກເຮົາ ເເລະເຊື້ອສາຍຂອງພວກເຮົາເປັນນິດ, ເພື່ອພວກເຮົາຈະເຮັດຕາມຖ້ອຍຄຳທັງຫມົດຂອງກົດຫມາຍນີ້.
\s5
\c 30
\cl ບົດທີ 30
\p
\v 1 ເມື່ອສິ່ງທັງປວງເຫລົ່ານີ້ໄດ້ມາເຫນືອພວກທ່ານ, ຄືພຣະພອນຕ່າງໆ ເເລະຄຳສາບເເຊ່ງຕ່າງໆ ທີ່ຂ້ານ້ອຍໄດ້ຕັ້ງເອົາໄວ້ຕໍ່ຫນ້າພວກທ່ານ, ເເລະເມື່ອພວກທ່ານລະນຶກເຖິງສິ່ງເຫລົ່ານີ້ໃນທ່າມກາງຊົນຊາດອື່ນໆ ທັງຫມົດໄດ້ຊົງຂັບໄລ່ພວກທ່ານໄປນັ້ນ,
\v 2 ເເລະ ເມື່ອພວກທ່ານຫັນມາຫາພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະເຊື່ອຟັງສຽງຂອງພຣະອົງ, ເຮັດຕາມທຸກສິ່ງທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້, ທັງພວກທ່ານເເລະລູກຫລານຂອງພວກທ່ານ, ດ້ວຍສຸດຈິດສຸດໃຈຂອງພວກທ່ານ, ເເລະ ດ້ວຍສິ້ນສຸດໃຈຂອງພວກທ່ານ,
\v 3 ເມືີ່ອພຣະຢາເວພຣະເຈົ້າຂອງພວກທ່ານຊົງນຳພວກທ່ານ; ກັບມາຈາກການເປັນຊະເລີຍເເລະຊົງມີຄວາມສົງສານພວກທ່ານ ພຣະອົງຈະຫັນກັບເເລະຮວບຮວມທ່ານຈາກປະຊາຊົນທັງຫມົດທີ່ພຣະຢາເວພຣະເຈົ້າຂອງພວກທ່ານກະຈັດກະຈາຍໄປນັ້ນ.
\s5
\v 4 ຖ້າຫາກຄົນໃດໃນພວກທ່ານທີ່ຢູ່ທ່າມກາງປະຊາຊົນທີ່ຖືກຂັບໄລ່ໄປຍັງສະຖານທີ່ອັນໄກພາຍໃຕ້ທ້ອງຟ້ານີ້, ຈາກທີ່ນັ້ນພຣະຢາເວພຣະເຈົ້າຂອງພວກທ່ານ, ຈະຮວບຮວມພວກທ່ານມາ ເເລະຈາກທີ່ນັ້ນພຣະອົງຈະຊົງນຳພວກທ່ານມາ.
\v 5 ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງນຳພວກທ່ານ, ເຂົ້າໄປຍັງດິນເເດນທີ່ບັນດາບັນພະບຸຣຸດພວກທ່ານເຄີຍຄອບຄອງດິນເເດນນັ້ນອີກຄັ້ງ; ພຣະອົງຈະຊົງເຮັດສິ່ງດີໃຫ້ເເກ່ພວກທ່ານ ເເລະຈະທະວີຄູນພວກທ່ານຫລາຍຂຶ້ນກວ່າທີ່ພຣະອົງໄດ້ຊົງເຮັດກັບບັນດາບັນພະບຸຣຸດຂອງພວກທ່ານ.
\s5
\v 6 ພຣະຢາເວພຣະເຈົ້າຂອງພວກທ່ານຈະໃຫ້ພວກທ່ານເເລະເຊື້ອສາຍຂອງພວກທ່ານມີໃຈເຊື່ອຟັງວ່າ, ຈະຮັກພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍສິ້ນສຸດໃຈ, ເເລະດ້ວຍສິ້ນສຸດຈິດຂອງພວກທ່ານເພື່ອວ່າພວກທ່ານຈະມີຊີວິດຢູ່.
\v 7 ພຣະຢາເວພຣະເຈົ້າຂອງພວກທ່ານຈະເອົາຄຳສາບແຊ່ງທັງຫມົດເຫລົ່ານີ້ໃສ່ເຫນືອສັດຕຣູຂອງພວກທ່ານ, ເເລະເຫນືອຄົນເຫລົ່ານັ້ນທີ່ກຽດຊັງທ່ານ, ຄືຄົນເຫລົ່ານັ້ນທີ່ໄດ້ຂົ່ມເຫັງພວກທ່ານ.
\v 8 ພວກທ່ານຈະຫັນກັບເເລະເຊື່ອຟັງສຽງຂອງພຣະຢາເວ, ເເລະພວກທ່ານຈະເຮັດຕາມບັນຍັດທຸກປະການຂອງພຣະອົງທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້.
\s5
\v 9 ພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງເຮັດໃຫ້ພວກທ່ານອຸດົມສົມບູນໃນການງານທຸກຢ່າງທີ່ມືຂອງພວກທ່ານເຮັດ, ໃນຜົນເເຫ່ງຮ່າງກາຍຂອງພວກທ່ານ, ໃນຜົນເເຫ່ງຝູງສັດຂອງພວກທ່ານ, ໃນຜົນເເຫ່ງດິນຂອງພວກທ່ານ, ເພື່ຶອຄວາມຈະເຣີນຮຸ່ງເຮືອງ, ເພາະພຣະຢາເວຊົງດີໃຈເຫນືອພວກທ່ານອີກຄັ້ງຫນຶ່ງເພາະຄວາມຈະເຣີນຮຸ່ງເຮືອງ, ເຫມືອນກັບທີ່ພຣະອົງໄດ້ຍິນດີເຫນືອບັນດາບັນພະບຸຣຸດຂອງພວກທ່ານ.
\v 10 ພຣະອົງຈະຊົງເຮັດສິ່ງນີ້ຖ້າຫາກພວກທ່ານຈະເຊື່ອຟັງສຽງຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອຖືຮັກສາບັນຍັດຕ່າງໆ ຂອງພຣະອົງ, ທີ່ຖືກບັນທຶກໄວ້ໃນຫນັງສືເເຫ່ງກົດບັນຍັດນີ້, ຖ້າພວກທ່ານຫັນມາຫາພຣະຢາເວພຣະເຈົ້າຂອງພວກທ່ານດ້ວຍສິ້ນສຸດໃຈເເລະດ້ວຍສິ້ນສຸດຈິດຂອງພວກທ່ານ.
\s5
\v 11 ເພາະພຣະບັນຍັດນີ້ທີ່ຂ້ານ້ອຍກຳລັງບັນຊາພວກທ່ານໃນວັນນີ້ບໍ່ໄດ້ຍາກສຳລັບພວກທ່ານ, ຫລືບໍ່ໄດ້ໄກເກີນກວ່າພວກທ່ານຈະເອື້ອມເຖິງໄດ້.
\v 12 ມັນບໍ່ໄດ້ຢູ່ທ້ອງຟ້າ, ທີ່ພວກທ່ານຈະຕ້ອງກ່າວວ່າ, "ໃຜຈະຂຶ້ນໄປເທິງທ້ອງຟ້າເພື່ອພວກເຮົາເເລະນຳມັນລົງມາໃຫ້ພວກເຮົາເເລະເຮັດໃຫ້ພວກເຮົາໄດ້ຍິນສິ່ງເຫລົ່ານັ້ນເພື່ອຈະໃຫ້ເຮົາເຮັດຕາມໄດ້ບໍ?"
\s5
\v 13 ຫລືມັນບໍ່ໄດ້ຢູ່ອີກຟາກຂອງທະເລ, ທີ່ພວກທ່ານຈະຕ້ອງກ່າວ, "ໃຜຈະຂວ້າມທະເລໄປເພື່ອເຮົາເເລະນຳມັນມາໃຫ້ ເຮົາໄດ້ຍິນສິ່ງນັ້ນ, ເພື່ອພວກເຮົາຈະເຮັດຕາມໄດ້ບໍ?"
\v 14 ຖ້ອຍຄຳນັ້ນຢູ່ໃກ້ພວກທ່ານຢ່າງຫລາຍ, ຢູ່ໃນປາກ ເເລະຢູ່ໃນຫົວໃຈຂອງພວກທ່ານ, ເພື່ອພວກທ່ານຈະເຮັດຕາມຖ້ອຍຄຳນັ້ນໄດ້.
\s5
\v 15 ເບິ່ງສາວັນນີ້ຂ້ານ້ອຍໄດ້ວາງໄວ້ຕໍ່ຫນ້າຂອງພວກທ່ານ ຄືຊີວິດກັບສິ່ງດີ, ກັບຄວາມຕາຍເເລະສິ່ງຊົ່ວຮ້າຍ.
\v 16 ຖ້າຫາກພວກທ່ານເຊື່ອຟັງກົດເກນຕ່າງໆຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ດັ່ງທີ່ຂ້ານ້ອຍໄດ້ບັນຊາພວກທ່ານໃນວັນນີ້ຮັກພຣະຢາເວພຣະເຈົ້າຂອງພວກທ່ານ, ໃຫ້ເດີນຕາມທາງທັງຫມົດຂອງພຣະອົງ, ເເລະຖືຮັກສາບັນຍັດຕ່າງໆ ຂອງພຣະອົງ, ຂໍ້ບັງຄັບຕ່າງໆ ຂອງພຣະອົງ, ເເລະກົດຫມາຍຕ່າງໆຂອງພຣະອົງ, ທ່ານຈະມີຊີວິດເເລະທະວີຄູນ, ເເລະພຣະຢາເວພຣະເຈົ້າຂອງພວກທ່ານຈະຊົງອວຍພອນພວກທ່ານໃນດິນເເດນທີ່ີພວກທ່ານກຳລັງຈະເຂົ້າໄປຢຶດຄອງນັ້ນ.
\s5
\v 17 ເເຕ່ຖ້າຈິດໃຈຂອງພວກທ່ານຫັນໄປເສຍ, ເເລະພວກທ່ານບໍ່ຟັງເເຕ່ກັບອອກຫ່າງເເລະກົ້ມກາບຕໍ່ພະອື່ນໆເເລະນະມັດສະການພະເຫລົ່ານັ້ນ,
\v 18 ເເລ້ວຂ້ານ້ອຍຂໍປະກາດກັບພວກທ່ານໃນວັນນີ້ວ່າ: ພວກທ່ານຈະພິນາດຢ່າງເເນ່ນອນ ພວກທ່ານຈະບໍ່ມີຊີວິດຍືນຍາວໃນດິນເເດນທີ່ພວກທ່ານກຳລັງຈະຂວ້າມໄປເເມ່ນ້ຳຈໍເເດນເພື່ອເຂົ້າໄປເເລະຢຶດຄອງນັ້ນ.
\s5
\v 19 ຂ້ານ້ອຍຈະເອີ້ນທ້ອງຟ້າເເລະເເຜ່ນດິນເປັນພະຍານຕໍ່ສູ້ພວກທ່ານໃນວັນນີ້ວ່າ ຂ້ານ້ອຍໄດ້ຕັ້ງໄວ້ຕໍ່ຫນ້າພວກທ່ານຄືຊີວິດເເລະຄວາມຕາຍ, ພຣະພອນເເລະຄຳສາບເເຊ່ງ; ດ້ວຍເຫດນີ້ຈົ່ງເລືອກຊີວິດເພື່ອວ່າທ່ານຈະມີຊີວິດຢູ່, ພວກທ່ານເເລະເຊື້ອສາຍຂອງພວກທ່ານ.
\v 20 ຈົ່ງເຮັດສິ່ງນີ້ເພື່ອເປັນການຮັກພຣະຢາເວພຣະເຈົ້າຂອງພວກທ່ານ, ເພື່ອເຊື່ອຟັງສຽງຂອງພຣະອົງ, ເເລະເພື່ອຜູກພັນກັບພຣະອົງພຣະອົງຄືຊີວິດຂອງພວກທ່ານເເລະຊົງເປັນວັນເວລາທີ່ຍືນຍາວຂອງພວກທ່ານ, ຈົ່ງເຮັດສິ່ງນີ້ເພື່ອວ່າພວກທ່ານຈະມີຊີວິດໃນດິນເເດນພຣະຢາເວທີ່ໄດ້ຊົງສັນຍາຈະປະທານເເກ່ບັນພະບຸຣຸດຂອງພວກທ່ານ, ຄືເເກ່ອັບຣາຮາມ, ແກ່ອີຊາກ, ເເລະແກ່ຢາໂຄບ".
\s5
\c 31
\cl ບົດທີ 31
\p
\v 1 ໂມເຊໄດ້ໄປແລະກ່າວຖ້ອຍຄຳເຫລົ່ານັ້ນຕໍ່ອິສະຣາເອນທັງຫມົດ.
\v 2 ເຂົາເວົ້າກັບອິສະຣາເອນວ່າ, "ບັດນີ້ຂ້ານ້ອຍອາຍຸຫນຶ່ງຮ້ອຍຊາວປີເເລ້ວ; ຂ້ານ້ອຍບໍ່ສາມາດອອກເເລະເຂົ້າມາໄດ້ອີກ; ພຣະຢາເວໄດ້ກ່າວເເກ່ຂ້ານ້ອຍວ່າ, "ເຈົ້າຈະບໍ່ໄດ້ຂວ້າມເເມ່ນ້ຳຈໍເເດນ".
\v 3 ພຣະອົງຈະຊົງຂວ້າມໄປ ກ່ອນຫນ້າພວກທ່ານ, ພຣະອົງຈະຊົງທຳລາຍຊົນຊາດຕ່າງໆ ເຫລົ່ານັ້ນໃຫ້ພົ້ນຈາກພວກທ່ານ, ເເລະພຣະອົງຈະຊົງຂັບໄລ່ພວກທ່ານອອກໄປ. ໂຢຊວຍ, ຈະຂວ້າມໄປກ່ອນຫນ້າພວກທ່ານ, ຕາມທີ່ີພຣະຢາເວກ່າວນັ້ນ.
\s5
\v 4 ພຣະຢາເວໄດ້ເຮັດກັບເຂົາດັ່ງທີ່ໄດ້ຊົງເຮັດຕໍ່ສີໂຫນ ເເລະຕໍ່ໂອກ, ພວກກະສັດຂອງຄົນອາໂມຣິດ, ເເລະຕໍ່ດິນເເດນຂອງພວກເຂົາ, ທີ່ພຣະອົງໄດ້ທຳລາຍ.
\v 5 ພຣະຢາເວ ຈະຊົງປະທານໄຊຊະນະເຫນືອພວກເຂົາໃຫ້ພວກທ່ານເມື່ອພວກທ່ານອອກສົງຄາມ, ເເລະພວກທ່ານຈະເຮັດກັບເຂົາທຸກຢ່າງຕາມທີ່ຂ້ານ້ອຍໄດ້ບັນຊາພວກທ່ານ.
\v 6 ຈົ່ງເຂັ້ມເເຂງເເລະມີຄວາມກ້າຫານ ຈົ່ງຢ່າຢ້ານກົວຕໍ່ພວກເຂົາ, ເພາະພຣະຢາເວພຣະເຈົ້າຂອງພວກທ່ານ, ພຣະອົງຄືຜູ້ທີ່ໄປກັບພວກທ່ານ ເເລະບໍ່ເຮັດໃຫພວກທ່ານຜິດຫວັງຫລືຊົງຖິ້ມພວກທ່ານ.
\s5
\v 7 ໂມເຊໄດ້ເອີ້ນໂຢຊວຍເຂົ້າມາຫາເເລະເວົ້າກັບເຂົາຕໍ່ຫນ້າປະຊາຊົນອິສະຣະເອນທັງຫມົດວ່າ, "ຈົ່ງເຂັ້ມເເຂງເເລະກ້າຫານເຖີດ, ເພາະພວກທ່ານຈະກັບໄປກັບປະຊາຊົນນີ້ໃນດິນເເດນທີ່ພຣະຢາເວຊົງສັນຍາກັບບັນພະບຸຣຸດຂອງພວກເຂົາວ່າຈະປະທານໃຫ້ພວກເຂົາ; ທ່ານຈະເຮັດໃຫ້ເຂົາໄດ້ຮັບດິນເເດນນັ້ນເປັນມໍຣະດົກ.
\v 8 ພຣະອົງຄືຜູ້ທີ່ນຳຫນ້າໄປ ພຣະອົງຈະຊົງຢູ່ກັບພວກທ່ານ ພຣະອົງບໍ່ໃຫ້ທ່ານຜິດຫວັງຫລືຊົງຖິ້ມທ່ານ ຢ່າຢ້ານຢ່າທໍ້ຖອຍເລີຍ.
\s5
\v 9 ໂມເຊໄດ້ຂຽນກົດຫມາຍນີ້ເເລະໄດ້ມອບໃຫ້ກັບບັນດາປະໂລຫິດ, ບັນດາລູກຊາຍຂອງຄົນເລວີ, ຜູ້ທີ່ໄດ້ຫາມຫີບພັນທະສັນຍາຂອງພຣະຢາເວ; ພຣະອົງໄດ້ປະທານສຳເນົາຕ່າງໆ ຂອງພັນທະສັນຍານັ້ນໃຫ້ບັນດາຜູ້ປົກຄອງຂອງຊາວອິສະຣາເອນດ້ວຍ.
\v 10 ໂມເຊໄດ້ບັນຊາພວກທ່ານເເລະເວົ້າວ່າ,"ເມື່ອເຖິງທ້າຍເດືອນຂອງທຸກເຈັດປີ, ເວລານັ້ນ, ເປັນເວລາເເກ້ໄຂເພື່ອຍົກເລີກສັນຍາຫນີ້ຕ່າງໆລະຫວ່າງເທສະການຢູ່ໄຟ
\v 11 ເມື່ອຊາວອິສະຣາເອນທັງຫມົດໄດ້ມາປະກົດໄດ້ຕົວຕໍ່ຫນ້າພຣະຢາເວພຣະເຈົ້າຂອງພວກທ່ານໃນສະຖານທີ່ ທີ່ພຣະອົງຈະຊົງເລືອກໃຫ້ເປັນສະຖານທີ່ນະມັດສະການພຣະອົງ, ພວກທ່ານຈະອ່ານກົດຫມາຍນີ້ຕໍ່ຫນ້າຄົນອິສະຣາເອນທັງຫມົດເພື່ອໃຫ້ພວກເຂົາໄດ້ຍິນ.
\s5
\v 12 ທີ່ຊຸມນຸມຂອງປະຊາຊົນ, ພວກຜູ້ຊາຍ, ເເລະຜູ້ຍິງ, ເເລະເດັກນ້ອຍໆ, ເເລະຄົນຕ່າງຊາດທີ່ຢູ່ພາຍໃນປະຕູເມືອງຂອງພວກທ່ານ, ເພື່ອວາພວກເຂົາຈະໄດ້ຍິນເເລະຮຽນຮູ້, ເເລະເພື່ອພວກເຂົາຖວາຍກຽດພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະຖືຮັກສາຖ້ອຍຄຳທັງຫມົດຂອງກົດຫມາຍນີ້.
\v 13 ຈົ່ງເຮັດສິ່ງນີ້ເພື່ອວ່າລູກຫລານຂອງເຂົາທັງຫລາຍ, ຄືຜູ້ທີ່ບໍ່ໄດ້ຮູ້ເເລະໄດ້ຍິນຮຽນຮູ້ທີ່ຈະຖວາຍກຽດເເດ່ພຣະຢາເວພຣະເຈົ້າຂອງພວກທ່ານ, ໃນຂະນະທີ່ພວກທ່ານມີຊີວິດຢູ່ໃນດິນເເດນ ພວກທ່ານກຳລັງຂວ້າມໄປແມ່ນ້ຳຈໍເເດນໄປຢຶດຄອງນັ້ນ.
\s5
\v 14 ພຣະຢາເວກ່າວເເກ່ໂມເຊວ່າ, "ຈົ່ງເບິ່ງ ວັນນັ້ນກຳລັງມາເຖິງເມື່ອທ່ານຕ້ອງຕາຍ; ຈົ່ງເອີ້ນໂຢຊວຍເເລະພວກເຈົ້າຕ້ອງຢູ່ເຕັນນັດພົບ, ເພື່ອວ່າເຮົາຈະມອບບັນຍັດຢ່າງຫນຶ່ງໃຫ້ເເກ່ພວກເຂົາ". ໂມເຊເເລະໂຢຊວຍໄດ້ໄປເເລະໄດ້ຢູ່ໃນເຕັນນັດພົບ.
\v 15 ພຣະຢາເວໄດ້ຊົງປະກາດໃນເຕັນເສົາເມກ; ເສົາເມກທີ່ຕັ້ງຢູ່ເຫນືອປະຕູທາງເຂົ້າຂອງເຕັນ.
\s5
\v 16 ພຣະຢາເວໄດ້ກ່າວກັບໂມເຊວ່າ, "ເບິ່ງສາ, ເຈົ້າຈະລ່ວງລັບໄປກັບບັນພະບຸຣຸດຂອງພວກເຈົ້າ; ປະຊາຊົນຈະລຸກຂຶ້ນເເລະເຮັດຄືຍິງໂສເພນີໄລ່ຕາມພະເເປກຫນ້າ ທັງຫລາຍທີ່ຢູ່ທ່າມກາງພວກເຂົາໃນດິນເເດນທີ່ພວກເຂົາກຳລັງເຂົ້າໄປ. ພວກເຂົາໄດ້ຖິ້ມເຮົາເເລະທຳລາຍພັນທະສັນຍາທີ່ເຮົາໄດ້ໃຫ້ໄວ້ກັບພວກເຂົາ.
\s5
\v 17 ເເລ້ວວັນນັ້ນ, ພິໂຣດຂອງເຮົາກໍພຸ່ງຂຶ້ນທຳລາຍພວກເຂົາ, ເເລະເຮົາຈະຖິ້ມພວກເຂົາ ເຮົາຈະເຊື່ອງຫນ້າຈາກພວກເຂົາ ພວກເຂົາຈະຖືກເຜົາຜານ ພວກເຂົາຈະພົບເເຕ່ຄວາມພິນາດເເລະວິບັດຕ່າງໆ. ເພື່ອພວກເຂົາຈະເວົ້າໃນວັນນັ້ນວ່າ, ພິນາດເຫລົ່ານີ້ບໍ່ໄດ້ມາເຫນືອພວກເຮົາກໍເພາະພຣະເຈົ້າຂອງພວກເຮົາ, ໄດ້ຊົງຢູ່ທ່າມກາງພວກເຮົາບໍ?"
\v 18 ເຮົາຈະເຊື່ອງຫນ້າເຮົາ ຈາກພວກເຂົາວັນນັ້ນຢ່າງເເນ່ນອນເພາະຄວາມຊົ່ວຮ້າຍທັງຫມົດທີ່ພວກເຂົາໄດ້ເຮັດ, ເພາະເຂົາໄດ້ຫັນໄປຫາພະອື່ນ.
\s5
\v 19 ບັດນີ້ຈົ່ງຂຽນບົດເພງນີ້ເພື່ອຕົວຂອງພວກເຈົ້າເອງເເລະສອນເພງນັ້ນໃຫ້ເເກ່ປະຊາຊົນອິສະຣາເອນ, ຈົ່ງໃສ່ໄວ້ໃນປາກຂອງພວກເຂົາ, ເພື່ອບົດເພງນີ້ຈະເປັນພະຍານໃນການຕໍ່ສູ້ກັບປະຊາຊົນ ອິສະຣາເອນ.
\v 20 ເພາະເມື່ອເຮົາຈະໄດ້ນຳພວກເຂົາເຂົ້າມາໃນດິນເເດນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ເເກ່ບັນພະບຸຣຸດຂອງພວກເຂົາ, ຄືດິນເເດນທີ່ເຕັມດ້ວຍນ້ຳນົມເເລະນ້ຳເຜິ້ງ, ເເລະເມື່ອພວກເຂົາໄດ້ກິນເເລະອີ່ມຫນຳເເລະອ້ວນພີ, ເເລ້ວພວກເຂົາຈະຫັນໄປຫາພະອື່ນໆ ເເລະພວກເຂົາຈະປະຕິບັດພະເຫລົ່ານັ້ນເເລະພວກເຂົາຈະດູຫມິ່ນປະຫມາດເຮົາ ເເລະ ພວກເຂົາຈະດູຫມິ່ນເຮົາເເລະພວກເຂົາຈະທຳລາຍພັນທະສັນຍາເຮົາ.
\s5
\v 21 ເມື່ອຄວາມຊົ່ວຮ້າຍເເລະບັນຫາຫລວງຫລາຍມາເຫນືອປະຊາຊົນນີ້, ບົດເພງນີ້ຈະເປັນພະຍານຕໍ່ພວກເຂົາດັ່ງຄຳພະຍານ (ເພາະມັນຈະບໍ່ຖືກລືມໄປຈາກປາກຂອງບັນດາເຊື້ອສາຍຂອງພວກເຂົາ). ເພາະເຮົາຮູ້ເເຜນການຕ່າງໆ ທີ່ພວກເຂົາກຳລັງສ້າງໃນວັນນີ້, ເເມ່ນກ່ອນທີ່ເຮົາຈະໄດ້ນຳພວກເຂົາເຂົ້າໄປດິນເເດນທີ່ເຮົາໄດ້ສັນຍາເເກ່ພວກເຂົາກໍຕາມ.
\s5
\v 22 ດັ່ງນັ້ນໂມເຊຈຶ່ງໄດ້ຂຽນບົດເພງໃນວັນດຽວກັນນັ້ນເເລະໄດ້ສອນບົດເພງນັ້ນໃຫ້ກັບປະຊາຊົນອິສະຣາເອນ.
\v 23 ພຣະຢາເວໄດ້ປະທານບັນຍັດຢ່າງຫນຶ່ງເເກ່ໂຢຊວຍລູກຊາຍຂອງນູນ, "ຈົ່ງເຂັ້ມເເຂງເເລະກ້າຫານເຖີດ; ເພາະເຈົ້າຈະນຳຄົນເຂົ້າໄປດິນເເດນທີ່ເຮົາໄດ້ສັນຍາເເກ່ພວກເຂົາ, ເເລະເຮົາຈະຢູ່ກັບເຈົ້າ".
\s5
\v 24 ສິ່ງນີ້ເກີດຂຶ້ນເເລ້ວໂມເຊໄດ້ຂຽນຖ້ອຍຄຳຕ່າງໆ ຂອງກົດຫມາຍນີ້ລົງໃນຫນັງສືຈົນສຳເລັດ,
\v 25 ທີ່ເຂົາໄດ້ບັນຊາຄົນເລວີຜູ້ທີ່ຫາມຫີບພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ເເລະເຂົາໄດ້ເວົ້າວ່າ,
\v 26 "ຈົ່ງເອົາຫນັງສືເເຫ່ງກົດຫມາຍນີ້ເເລະໃສ່ໄປດ້ານໃນຂອງຫີບພັນທະສັນຍາຂອງພຣະຢາເວພຣະເຈົ້າຂອງພວກທ່ານ, ດັ່ງນັ້ນເພື່ອເປັນຄຳພະຍານຕໍ່ສູ້ພວກທ່ານ.
\s5
\v 27 ເພາະຂ້ານ້ອຍຮູ້ເລື່ຶອງກະບົດຂອງພວກທ່ານເເລະເລື່ອງຄວາມດື້ດຶງຂອງພວກທ່ານ; ຈົ່ງເບິ່ງສາ, ໃນຂະນະທີ່ຂ້ານ້ອຍມີຊີວິດຢູ່ຮ່ວມກັນກັບພວກທ່ານໃນທຸກວັນນີ້, ພວກທ່ານຍັງໄດ້ກະບົດຕໍ່ພຣະຢາເວ; ເເລ້ວມັນຈະຍິ່ງກວ່ານີ້ປານໃດເມື່ອຫລັງຈາກຂ້ານ້ອຍຕາຍໄປເເລ້ວ?
\v 28 ຈົ່ງເອີ້ນຊຸມນຸມຜູ້ອາວຸໂສທັງຫມົດຂອງເຜົ່າຕ່າງໆ ຂອງພວກທ່ານ, ເເລະພວກນາຍພົນທັງຫລາຍຂອງພວກທ່ານໃຫ້ເເກ່ຂ້ານ້ອຍ, ເພື່ອວ່າຂ້ານ້ອຍຈະເວົ້າຖ້ອຍຄຳເຫລົ່ານີ້ເຂົ້າໄປຫູຂອງພວກເຂົາເເລະເອີ້ນທ້ອງຟ້າເເລະເເຜ່ນດິນໂລກມາເປັນພະຍານຕໍ່ສູ້ພວກເຂົາ.
\v 29 ເພາະຂ້ານ້ອຍຮູ້ວ່າຫລັງຈາກຂ້ານ້ອຍຕາຍໄປເເລ້ວ ພວກທ່ານຈະເຮັດໃຫ້ຕົວເອງຊົ່ວຊ້າ; ເເລະຫັນອອກຈາກວິທີທີ່ຂ້ານນ້ອຍໄດ້ບັນຊາພວກທ່ານ ຄວາມພິນາດຈະເຫນືອພວກທ່ານໃນວັນເຫລົ່ານັ້ນທີ່ຕາມມາ. ສິ່ງນີ້ຈະເກີດຂຶ້ນເພາະພວກທ່ານຈະເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ທີ່ເປັນການເຮັດໃຫ້ພຣະອົງພິໂຣດໂດຍຜ່ານການງານເເຫ່ງນ້ຳມືຂອງພວກທ່ານ".
\s5
\v 30 ໂມເຊອ່ານອອກສຽງຖ້ອຍຄຳຕ່າງໆ ຂອງບົດເພງນີ້ໃຫ້ກັບຊຸມນຸມຄົນທັງຫມົດຂອງອິດສະຣາເອນໄດ້ຍິນຈົນກະທັ້ງຈົບບົດເພງ.
\s5
\c 32
\cl ບົດທີ 32
\p
\v 1 ຈົ່ງຟັງເຖີດ, ພວກເຈົ້າທ້ອງຟ້າທັງຫລາຍ, ເເລະຂ້ານ້ອຍຈະເວົ້າ, ຂໍໃຫ້ເເຜ່ນດິນຈົ່ງຟັງຖ້ອຍຄຳຕ່າງໆຈາກປາກຂອງຂ້ານ້ອຍ.
\v 2 ຂໍໃຫ້ຄຳສອນຂອງຂ້ານ້ອຍຢາດລົງຄືສາຍຝົນ, ຂໍໃຫ້ຄຳເວົ້າຂອງຂ້ານ້ອຍຍ້ອຍລົງມາຄືນ້ຳຄ້າງຄືກັບຝົນຊື່ນໃຈ, ຍ້ອຍລົງມາຕົ້ນຫຍ້າທີ່ອ່ອນໄຫວ, ເເລະເປັນຄືຫົດນ້ຳພືດພັັນທັງປວງ.
\s5
\v 3 ເພາະຂ້ານ້ອຍຈະປະກາດພຣະນາມຂອງພຣະຢາເວ, ເເລະອ້າງເຖິງຄວາມຍິ່ງໃຫຍ່ຖວາຍເເດ່ພຣະຢາເວພຣະເຈົ້າຂອງເຮົາ.
\v 4 ພຣະສີຣິ, ຄວາມຍິ່ງໃຫຍ່, ພາລະກິດຂອງພຣະອົງນັ້ັ້ນດີພ້ອມ; ເພາະວິຖີທາງທັງຫມົດຂອງພຣະອົງນັ້ນຍຸຕິທັມ, ພຣະອົງເປັນພຣະເຈົ້າສັດຊື່ ຊົງປະກາດຄວາມຊົ່ວຊ້າ. ພຣະອົງຊົງຍຸຕິທັມເເລະຊື່ຕົງ.
\s5
\v 5 ພວກເຂົາໄດ້ເຮັດຢ່າງຊົ່ວເພື່ອຕໍ່ສູ້ກັບພຣະອົງ, ພວກເຂົາບໍ່ເເມ່ນລູກທັງຫລາຍຂອງພຣະອົງນັ້ນເປັນຄວາມອັບປະຍົດຂອງພວກເຂົາ. ພວກເຂົາເປັນຊົນຮຸ້ນທີ່ຫລົງຜິດເເລະບໍ່ຊື່ສັດ.
\v 6 ພວກທ່ານໂງ່ ເເລະບໍ່ມີສະຕິ, ພວກທ່ານຕອບເເທນພຣະຢາເວດ້ວຍວິທີນີ້ບໍ? ພຣະອົງຜູ້ທີ່ໄດ້ຊົງສ້າງພວກທ່ານ, ບໍ່ໄດ້ຊົງເປັນພຣະບິດາຂອງພວກເຈົ້າບໍ? ພຣະອົງໄດ້ຊົງສ້າງເເລະສະຖາປະນາພວກທ່ານ.
\s5
\v 7 ຈົ່ງລະນຶກເຖິງວັນທັງຫລາຍ, ຈົ່ງຄິດເຖິງປີທັງຫລາຍທີ່ຜ່ານມາຫລາຍຊົ່ວອາຍຸຈົ່ງຖາມບິດາຂອງພວກທ່ານເເລະເຂົາຈະສະເເດງໃຫ້ພວກທ່ານເຫັນ, ພວກຜູ້ໃຫຍ່ທັງຫລາຍເເລະພວກເຂົາຈະບອກພວກທ່ານ.
\v 8 ເມື່ອອົງສູງສຸດໄດ້ປະທານຊົນຊາດທັງຫລາຍໃຫ້ເປັນມໍຣະດົກພວກເຂົາ, ພຣະອົງກະຈາຍມະນຸດທັງຫມົດເເລະພຣະອົງໄດ້ຊົງຕັ້ງຂອບເຂດໃຫ້ກັບປະຊາຊົນເຫລົ່ານັ້ນ, ດັ່ງທີ່ພຣະອົງໄດ້ກຳນົດຈຳນວນບັນດາພະຂອງພວກເຂົານັ້ນ.
\s5
\v 9 ເພາະສ່ວນຂອງພຣະຢາເວຄືປະຊາຊົນຂອງພຣະອົງ; ຢາໂຄບເປັນມໍຣະດົກທີ່ໄດ້ຮັບການເເຕ່ງຕັ້ງຂອງພຣະຢາເວ.
\v 10 ໃນຖິ່ນທຸລະກັນດານ ທີ່ບໍ່ມີພືດຜົນເເລະກວ້າງໃຫຍ່ ພຣະອົງໄດ້ຊົງປົກປ້ອງເຂົາເເລະຊົງດູເເລເຂົາ, ພຣະອົງໄດ້ຊົງຄຸ້ມກັນເຂົາເຫມືອນດັ່ງເເກ້ວຕາຂອງພຣະອົງ.
\s5
\v 11 ເຫມືອນດັ່ງນົກອິນຊີໂຕຫນຶ່ງທີ່ປົກປ້ອງຮັງຂອງມັນເເລະພືປີກອອກເພື່ອຮັກສາລູກຂອງມັນ, ພຣະຢາເວກໍໄດ້ຊົງກາງປີກອອກເເລະນຳທາງພວກເຂົາ.
\v 12 ພຣະຢາເວໄດ້ຊົງເເບກພວກເຂົາໄວ້ເທິງປີກຂອງພຣະອົງທັງໄດ້ຊົງນຳເຂົາພຽງຜູ້ດຽວ; ບໍ່ແມ່ນພະຂອງຄົນຕ່າງຊາດທີ່ຢູ່ກັບເຂົາ.
\s5
\v 13 ພຣະອົງໄດ້ເຮັດໃຫ້ເຂົາຂີ່ຂຶ້ນໄປສະຖານທີ່ສູງຂອງດິນເເດນນັ້ນ, ເເລະພຣະອົງໄດ້ຊົງລ້ຽງດູເຂົາດ້ວຍຜົນຕ່າງໆ; ຈາກທົ່ງນາ ພຣະອົງໄດ້ຊົງລ້ຽງດູເຂົາດ້ວຍນ້ຳເຜິ້ງຈາກສິລາ, ເເລະນ້ຳມັນຈາກຜາຫີນຊັນ.
\s5
\v 14 ເຂົາໄດ້ກິນອາຫານເເລະດື່ມນ້ຳນົມຈາກຝູງສັດ ພ້ອມກັບໄຂມັນຂອງເເກະທັງຫລາຍ, ບັນດາເເກະໂຕຜູ້ເເຫ່ງບາຊານ, ເເລະເເບ້ທັງຫລາຍ, ບັນດາເເກະຜູ້ເເຫ່ງບາຊານ, ເເລະເເພະທັງຫລາຍ, ພ້ອມກັບເຂົ້າສາລີທີ່ດີທີ່ສຸດ, ແລະພວກທ່ານຈະໄດ້ດື່ມເຫລົ້າອະງຸ່ນຊັ້ນດີທີ່ນຳມາຈາກນ້ຳອະງຸ່ນ.
\s5
\v 15 ເເຕ່ເຢຮູນອ້ວນພີເເລະຂັດຂືນ, ພວກທ່ານອ້ວນພີຂຶ້ນ ທ່ານອ້ວນຫລາຍເກີນໄປ, ເເລະທ່ານໄດ້ກິນອາຫານອີ່ມ, ເເລະເຂົາໄດ້ປະຕິເສດສີລາເເຫ່ງຄວາມພົ້ນຂອງເຂົາ.
\v 16 ພວກເຂົາໄດ້ເຮັດໃຫ້ພຣະຢາເວຫຶງຫວງໂດຍບັນດາພະເເປກຫນ້າຂອງພວກເຂົາ ໂດຍສິ່ງທີ່ຫນ້າລັງກຽດຂອງເຂົາ; ພວກເຂົາໄດ້ເຮັດໃຫ້ພຣະອົງ ໂກດຮ້າຍ.
\s5
\v 17 ພວກເຂົາຖວາຍເຄື່ອງບູຊາຕໍ່ວິນຍານທັງຫລາຍ, ຊຶ່ງບໍ່ເເມ່ນພຣະເຈົ້າ ບັນດາພະຕ່າງໆທີ່ພວກເຂົາບໍ່ຮູ້ຈັກ, ບັນດາພະຕ່າງໆທີ່ປະກົດບໍ່ດົນມານີ້, ບັນດາພະຕ່າງໆ, ທີ່ບັນດາບັນພະບຸຣຸດພວກທ່ານບໍ່ໄດ້ຢຳເກງພຣະຢາເວ.
\v 18 ພວກທ່ານຖິ້ມພຣະສີລາ ຜູ້ໄດ້ຊົງມາເປັນພຣະບິດາຂອງພວກທ່ານ, ເເລະພວກທ່ານໄດ້ຫລົງລືມພຣະເຈົ້າຜູ້ຊົງໃຫ້ກຳເນີດພວກທ່ານ.
\s5
\v 19 ພຣະຢາເວໄດ້ເຫັນສິ່ງນີ້, ເເລະພຣະອົງໄດ້ຊົງປະຕິເສດພວກເຂົາເພາະບັນດາລູກຊາຍຂອງພວກເຂົາແລະບັນດາລູກຜູ້ຍິງຂອງເຂົາໄດ້ເຮັດໃຫ້ໃຈຮ້າຍ.
\v 20 ເຮົາຈະຫລົບຫນ້າຂອງເຮົາຈາກພວກເຂົາ, "ພຣະອົງໄດ້ຕັດສັ່ງ" ເເລະເຮົາຈະເບິ່ງວ່າຈຸດຈົບຂອງພວກເຂົາເປັນເເນວໃດ; ເພາະເຂົາເປັນຊົນຮຸ້ນທີ່ເອົາເເຕ່ໃຈ ພວກລູກທີ່ບໍ່ຊື່ສັດ.
\s5
\v 21 ພວກເຂົາໄດ້ເຮັດໃຫ້ເຮົາອິດສາໂດຍສິ່ງທີ່ບໍ່ເເມ່ນພຣະເຈົ້າເເລະເຮັດໃຫ້ເຮົາຢາກຮ້າຍໂດຍສິ່ງບໍ່ມີຄ່າຂອງພວກເຂົາ, ເຮົາຈະເຮັດໃຫ້ພວກເຂົາອິດສາຄົນເຫລົ່ານັ້ນທີ່ບໍ່ໄດ້ເປັນຊົນຊາດ; ຄືຊົນຊາດທີິ່ໂງ່ ເຮົາຈະເຮັດໃຫ້ເຂົາຢາກຮ້າຍ.
\s5
\v 22 ເພາະໄຟໄດ້ພຸ່ງຂຶ້ນດ້ວຍຄວາມໂກດຮ້າຍຂອງເຮົາເເລະກຳລັງເຜົາຜານໄປຮອດສ່ວນທີ່ເລິກຂອງເເດນຄົນຕາຍ; ໄຟກຳລັງເຜົາຜານເເຜ່ນດິນໂລກ; ເເລະ ການເກັບກ່ຽວຂອງມັນ ຮາກຖານຂອງພູເຂົາຕ່າງໆ ກຳລັງລຸກດ້ວຍໄຟ.
\s5
\v 23 ເຮົາຈະສຸມໄພພິບັດຕ່າງໆເທິງພວກເຂົາ, ເຮົາຈະຍິງລູກທັງຫມົດໃສ່ພວກເຂົາ;
\v 24 ພວກເຂົາຈະເຮັດໃຫ້ສູນເປົ່າໂດຍຄວາມຫິວເເລະການເຜົາຜານຢ່າງຮ້ອນເເຮງ ເເລະການທຳລາຍຢ່າງຂົ່ມຂື່ນ; ເຮົາຈະສົ່ງສັດປ່າທີ່ມີເເຂ້ວເລັບ, ມາຍັງພວກທ່ານດ້ວຍສິ່ງຕ່າງໆ ທີ່ມີພິດທີ່ຄານມາ.
\s5
\v 25 ທີ່ຫລົງເຫລືອຈາກດາບຈະສິ້ນຊີບ, ເເລະໃນຫ້ອງນອນຕ່າງໆ ກໍຈະມີຄວາມຢ້ານ. ມັນຈະທຳລາຍຄົນຫນຸ່ມເເລະຍິງສາວບໍຣິສຸດ, ເດັກນ້ອຍ, ເເລະຊາຍທີ່ມີຜົມຫງອກ.
\v 26 ເຮົາໄດ້ເວົ້າວ່າເຮົາຈະໃຫ້ພວກເຂົາກະຈັດກະຈາຍໄປ, ທີ່ເຮົາຈະເຮັດໃຫ້ອານຸສອນຂອງພວກເຂົາຫມົດໄປຈາກທ່າມກາງມະນຸດ.
\s5
\v 27 ເເຕ່ເຮົາກໍຢ້ານການຍົວະຂອງສັດຕຣູ ເເລະບັນດາຂອງສັດຕຣູຂອງພວກເຂົາຈະຕັດສິນຢ່າງຜິດພາດ, ເເລະພວກເຂົາຈະກ່າວວ່າ, "ມືຂອງພວກເຂົາໄດ້ຮັບການຍົກຍ້ອງ,"ເຮົາຈະເຮັດສິ່ງນີ້ທັງຫມົດ.
\s5
\v 28 ເພາະອິສະຣາເອນເປັນຊົນຊາດຫນຶ່ງທີ່ມີສະຕິປັນຍາ, ເເລະມີການເຂົ້າໃຈພວກເຂົາ.
\v 29 ໂອ, ພວກທີິ່ເຂົາມີປັນຍາ ເເລະມີຄວາມເຂົ້າໃຈສິ່ງນີ້, ທີ່ພວກເຂົາຈະໄດ້ພິຈາລະນາເຖິງຈຸດຈົບຂອງເຂົາທີ່ຈະມາເຖິງ.
\s5
\v 30 ຄົນຫນຶ່ງຈະສາມາດຂັບໄລ່ພັນຄົນໄດ້ຢ່າງໃດ, ເເລະສອງຄົນຈະຖືກຂັບໄລ່ຫນຶ່ງຫມື່ນຄົນໄດ້ເເນວໃດ, ເວັ້ນເຕ່ພຣະສີລາຂອງເຂົາໄດ້ຂະຫຍາຍພວກເຂົາເສຍ, ເເລະພຣະຢາເວເຮັດໃຫ້ເຂົາພ່າຍເເພ້?
\v 31 ເພາະກ້ອນຫີນຂອງພວກສັດຕຣູທັງຫລາຍຂອງພວກເຂົານັ້ນຄືກັບພຣະສີລາຂອງພວກເຂົາ, ທີ່ເເມ່ນເເຕ່ພວກສັດຕຣູຂອງພວກເຮົາ ກໍຍອມເເພ້.
\s5
\v 32 ເພາະເຄືອອະງຸ່ນຂອງພວກເຂົາທີ່ມາຈາກເຄືອອະງຸ່ນໂສໂດມ, ເເລະຈາກທົ່ງນາຂອງໂກໂມຣາ; ຜົນອະງຸ່ນທັງຫລາຍເປັນຜົນອະງຸ່ນພິເສດ; ພວງຂອງພວກມັນມີຣົດຂົມ.
\s5
\v 33 ເຫລົ້າອະງຸ່ນຂອງເຂົາຄືພິດຂອງງູ ແລະພິດຂອງງູທີ່ເປັນພິດທີ່ເຮັດໃຫ້ທໍຣະມານຢ່າງມາກມາຍ.
\v 34 ເເຜນການນີ້ ເຮົາໄດ້ເກັບໄວ້ເປັນຄວາມລັບ, ປິດໄວ້ທ່າມກາງສົມບັດຂອງເຮົາບໍ?.
\s5
\v 35 ການເເກ້ເເຄ້ນເປັນຂອງເຮົາທີ່ຈະມອບຄືນເເລະຕອບເເທນ, ໃນເວລານັ້ນເມື່ຶອຕີນຂອງລາວມື່ນ, ເພາະວັນເເຫ່ງໄພພິບັດສຳລັບພວກເຂົາເຂົ້າມາໃກ້ເເລ້ວ, ເເລະສິ່ງຕ່າງໆ ທີ່ຕ້ອງມາເຖິງພວກເຂົາກໍເກີດຂຶ້ນຢ່າງໄວ".
\s5
\v 36 ເພາະພຣະຢາເວຈະປະທານຄວາມຍຸຕິທັມເເກ່ປະຊາຊົນຂອງພຣະອົງເເລະ ພຣະອົງຈະຊົງອີ່ຕົນບັນດາຜູ້ຮັບໃຊ້ຂອງພຣະອົງ ພຣະອົງຈະຊົງເບິ່ງເຫັນອຳນາດຂອງພວກເຂົາສິ້ນໄປ ເເລະບໍໍ່ມີໃຜຈັກຄົນຫລົງເຫລືອຢູ່ ບໍ່ວ່າທາດທັງຫລາຍຫລືຄົນທີ່ເປັນອິສະຫລະ.
\s5
\v 37 ເເລ້ວພຣະອົງຈະກ່າວວ່າ, "ພະຕ່າງໆ, ຂອງພວກເຂົາຢູ່ໃສ ກ້ອນຫີນທີ່ພວກເຂົາເຂົ້າລີ້ໄພຢູ່ໃສ?-
\v 38 ພະຕ່າງໆ ທີ່ກິນໄຂມັນທີ່ເປັນເຄື່ອງບູຊາຂອງພວກເຂົາເເລະດື່ມເຫລົ້າອະງຸ່ນທີ່ເປັນເຄື່ຶອງບູຊາພວກເຂົາຢູ່ທີ່ໃດບໍ? ຈົ່ງໃຫ້ພະເຫລົ່ານັ້ນລຸກຂຶ້ນເເລະຊ່ວຍພວກທ່ານເຖີດ; ຈົ່ງໃຫ້ພະເຫລົ່ານັ້ນປົກປ້ອງພວກທ່ານເຖີດ.
\s5
\v 39 ເບິ່ງສາເຮົາຄືຜູ້ນັ້ນ, ເຮົາຄືພຣະເຈົ້າ, ເເລະບໍ່ມີພະອື່ນໃດນອກເຫນືອຈາກເຮົາ, ເຮົາທຳລາຍໃຫ້ຕາຍເເລະເຮົາໃຫ້ຊີວິດ, ເຮົາໃຫ້ບາດເຈັບເເລະເຮົາຮັກສາ, ເເລະບໍ່ມີຜູ້ໃດຊ່ວຍໃຫ້ເຈົ້າລອດພົ້ນຈາກຣິດອຳນາດຂອງເຮົາໄດ້.
\v 40 ເພາະເຮົາຍົກມືຂຶ້ນທ້ອງຟ້າເເລະກ່າວວ່າ, "ດັັ່ງທີ່ເຮົາມີຊີວິດຢູ່ນິຣັັນເຮົາຈະເຮັດ.
\s5
\v 41 ເມື່ອເຮົາລັບດາບອັນເເວວວາວຂອງເຮົາໃຫ້ຄົມລິບ ເມື່ອມືຂອງເຮົາເລີ່ມຕົ້ນນຳຄວາມຍຸຕິທັມມາ ເຮົາຈະຕອບເເທນດ້ວຍການເເກ້ເເຄ້ນສັດຕຣູຂອງເຮົາ ເເລະເຮົາຈະສະຫນອງຄືນໃຫ້ເເກ່ຄົນເຫລົ່ານັ້ນທີ່ລັງກຽດເຮົາ.
\s5
\v 42 ເຮົາຈະເຮັດໃຫ້ລູກຂອງເຮົາເມົາໂລຫິດ, ເເລະດາບຂອງເຮົາຈະກິນເນື້ອ ດ້ວຍໂລຫິດຂອງຜູ້ຖືກຂ້າເເລະຜູ້ເປັນຊະເລີຍທັງຫລາຍເເລະຈາກຫົວຂອງຜູ້ນຳຂອງພວກສັດຕຣູນັ້ນ".
\s5
\v 43 ຈົ່ງຊື່ນຊົມຍິນດີ, ພວກເຈົ້າຊົນຊາດທັງຫລາຍ, ພ້ອມກັບປະຊາຊົນຂອງພຣະເຈົ້າ, ເພາະພຣະອົງຈະເເກ້ເເຄ້ນໃຫ້ກັບໂລຫິດຂອງບັນດາຜູ້ຮັບໃຊ້ພຣະອົງ; ເເລະພຣະອົງຈະລົບລ້າງບາບເພື່ອດິນເເດນຂອງພຣະອົງ, ເພື່ອປະຊາຊົນຂອງພຣະອົງ.
\s5
\v 44 ໂມເຊໄດ້ມາເເລະກ່າວເນື້ອເພງທັງຫມົດໃຫ້ປະຊາຊົນໄດ້ຟັງ, ເຂົາກັບໂຢຊວຍລູກຊາຍຂອງນູນ.
\v 45 ເມື່ອໂມເຊທ່ອງຖ້ອຍຄຳທັງຫມົດນີ້ໃຫ້ກັບຄົນອິສະຣາເອນທັງປວງຈົນຈົບເເລ້ວ.
\s5
\v 46 ເຂົາເວົ້າກັບປະຊາຊົນວ່າ, "ຈົ່ງໃຫ້ໃຈຂອງທ່ານຈົດຈໍໍ່ກັບຖ້ອຍຄຳທັງຫມົດທີ່ຂ້ານ້ອຍໄດ້ເປັນພະຍານໃຫ້ກັບພວກທ່ານໃນວັນນີ້, ເພື່ອພວກທ່ານຈະສັ່ງບັນດາລູກຫລານທັງຫລາຍຂອງທ່ານ, ໃຫ້ຖືຮັກສາຖ້ອຍຄຳທັງຫມົດຂອງກົດຫມາຍນີ້.
\v 47 ເພາະໃນສິ່ງນີ້ບໍ່ມີສິ່ງໃດບໍ່ສຳຄັນສຳລັບພວກທ່ານ, ເພາະມັນຄືຊີວິດຂອງພວກທ່ານ, ແລະໂດຍທາງສິ່ງເຫລົ່ານີ້ ພວກທ່ານເຮັດໃຫ້ວັນຂອງພວກທ່ານຍືນຍາວໃນດິນເເດນທີ່ພວກທ່ານກຳລັງຂວ້າມເເມ່ນ້ຳຈໍເເດນໄປຢຶດຄອງນັ້ນ.
\s5
\v 48 ພຣະຢາເວໄດ້ກ່າວກັບໂມເຊໃນວັນດຽວກັນນັ້ນວ່າ,
\v 49 ຈົ່ງຂຶ້ນໄປເທິງພູເຂົາອາບາຣິມ, ຂຶ້ນໄປຈົນເຖິງພູເຂົາເນໂບ, ຊຶ່ງຢູ່ດິນເເດນໂມອາບ, ຝັ່ງກົງກັນຂ້າມເຢຣິໂກ. ເຈົ້າຈະເບິ່ງດິນເເດນການາອານ, ທີ່ເຮົາກຳລັງມອບໃຫ້ປະຊາຊົນອິສະຣາເອນເປັນກຳມະສິດຂອງເຂົາ.
\s5
\v 50 ເຈົ້າຈະຕາຍເທິງພູເຂົານັ້ນທີ່ເຈົ້າຂຶ້ນໄປ, ເເລະເຈົ້າຈະຖືກຮວບຮວມໄປຢູ່ກັບປະຊາຊົນຂອງເຈົ້າ, ຄືກັບອາໂຣນ, ພີີ່ນ້ອງຂອງອິສະຣາເອນຂອງເຈົ້າຈະຕາຍເທິງພູເຂົາເເລະຖືກລວບລວມໄປຢູ່ກັບປະຊາຊົນຂອງເຂົາ.
\v 51 ສິ່ງນີ້ຈະເກີດຂຶ້ນເພາະເຈົ້າບໍ່ຊື່ສັດຕໍ່ເຮົາໃນທ່າມກາງປະຊາຊົນຂອງອິສະຣາເອນທີ່ນ້ຳເເຫ່ງເມຣີບາຄາໃນຄາເດັດບາເນຍ, ໃນຖິ່ນທຸລະກັນດານເເຫ່ງ ຊິນ; ເພາະເຈົ້າໄດ້ປະຕິບັດຕໍ່ເຮົາດ້ວຍການໃຫ້ກຽດ ເເລະນັບຖືທ່າມກາງອິສະຣາເອນ.
\v 52 ເພາະເຈົ້າຈະເບິ່ງເຫັນດິນເເດນຕໍ່ຫນ້າເຈົ້າ, ເເຕ່ເຈົ້າຈະເຂົ້າໄປທີ່ນັ້ນ, ຄືເຂົ້າໄປໃນດິນເເດນທີ່ເຮົາກຳລັງມອບໃຫ້ກັບປະຊາຊົນອິສະຣາເອນ.
\s5
\c 33
\cl ບົດທີ 33
\p
\v 1 ນີ້ຄືຄຳອວຍພອນທີ່ໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າໄດ້ອວຍພອນປະຊາຊົນອິສະຣາເອນກ່ອນການຕາຍຂອງເຂົາ.
\v 2 ເຂົາໄດ້ກ່າວວ່າ; ພຣະຢາເວໄດ້ສະເດັດມາຈາກຊີນາຍເເລະໄດ້ຊົງລຸກຂຶ້ນຈາກ ເອໂດມ ເຫນືອພວກເຂົາ. ພຣະອົງໄດ້ສາຍເເສງຈາກພູເຂົາປາຣານ, ເເລະ ພຣະອົງໄດ້ມາພ້ອມກັບທູດສະຫວັນນັບຫມື່ນໆ, ໃນພຣະຫັດຂວາຂອງພຣະອົງຄືສາຍຟ້າເເລບ.
\s5
\v 3 ເເທ້ຈິງເເລ້ວພຣະອົງຊົງຮັກປະຊາຊົນທັງຫລາຍ; ບັນດາໄພ່ພົນຂອງພຣະອົງເເລະຢູ່ໃນພຣະຫັດຂອງພຣະອົງ, ເເລະພວກເຂົາໄດ້ກົ້ມກາບທີ່ພຣະບາດຂອງພຣະອົງ; ພວກເຂົາໄດ້ຖ້ອຍຄຳທັງຫລາຍຂອງພຣະອົງ.
\v 4 ໂມເຊໄດ້ບັນຊາກົດຫມາຍຢ່າງຫນຶ່ງເເກ່ພວກເຂົາ, ມໍຣະດົກຢ່າງຫນຶ່ງສຳລັບຊຸມນຸມຊົນຂອງຢາໂຄບ.
\s5
\v 5 ເເລ້ວມີກະສັດອົງຫນຶ່ງໃນເຢຊູຮູນ, ເມື່ອບັນດາຜູ້ນຳຂອງປະຊາຊົນໄດ້ມາຮ່ວມກັນ, ຊົນເຜົ່າທຸກເຜົ່າຂອງອິສະຣາເອນໄດ້ມາຢູ່ຮ່ວມກັນ.
\v 6 ຈົ່ງໃຫ້ຣູເບັນມີຊີວິດຢູ່ເເລະບໍ່ຕາຍ, ເເຕ່ຂໍໃຫ້ພວກຜູ້ຊາຍຂອງເຂົາມີເລັກນ້ອຍ.
\s5
\v 7 ນີ້ເເມ່ນພຣະພອນສຳລັບຢູດາ, ໂມເຊໄດ້ກ່າວວ່າ, ຂ້າເເຕ່ພຣະຢາເວ, ຂໍຊົງຟັງເຖີດ, ຂໍຊົງຟັງສຽງຂອງຢູດາ, ເເລະນຳເຂົາມາຍັງປະຊາຊົນຂອງເຂົາອີກຄັ້ງ, ຂໍຊົງຕໍ່ສູ້ພວກເຂົາ, ຂໍຊົງເປັນຄວາມຊ່ວຍເຫລືອເພື່ອຕໍ່ສູ້ກັບພວກສັດຕຣູເຂົາ.
\s5
\v 8 ສຳລັບຄົນເລວີ, ໂມເຊໄດ້ກ່າວວ່າ: ໂດຍອູລິມແລະທຸມມິມ ຂອງພຣະອົງເປັນຜູ້ທີ່ຈົງຮັກພັກດີຂອງພຣະອົງ, ທີ່ພຣະອົງໄດ້ທົດສອບທີ່ມັດສາ, ຜູ້ທີ່ພຣະອົງໄດ້ຊົງຕໍ່ສູ້ທີ່ເມຣີບາ.
\s5
\v 9 ຜູ້ທີ່ເວົ້າກັບພໍ່ ແລະ ແມ່ ຂອງເຂົາວ່າ, "ຂ້ານ້ອຍບໍ່ໄດ້ເຫັນພວກເຂົາ," ເຂົາບໍ່ຮູ້ຈັກພີ່ນ້ອງຂອງເຂົາ ຫລືບໍ່ໄດ້ຮັບຜິດຊອບຕໍ່ບັນດາລູກຫລານຂອງເຂົາເອງ. ເພາະເຂົາໄດ້ປົກປ້ອງຖ້ອຍຄຳຂອງພຣະອົງ, ເເລະໄດ້ຖືຮັກສາພັນທະສັັນຍາຂອງພຣະອົງ.
\s5
\v 10 ເຂົາສອນບັນຍັດພຣະອົງເເກ່ຢາໂຄບ ເເລະສອນກົດຫມາຍຂອງພຣະອົງເເກ່ອິສະຣາເອນ. ເຂົາຈະຖວາຍເຄື່ອງຫອມຕໍ່ພຣະພັກພຣະຢາເວເເລະຖວາຍເຄື່ອງເຜົາບູຊາຂອງພຣະອົງ.
\s5
\v 11 ຂ້າເເຕ່ພຣະຢາເວ, ຂໍຊົງອວຍພອນບັນດາຊັບສິນຂອງເຂົາ, ເເລະຍອມຮັບການງານຈາກມືຂອງເຂົາຂໍຊົງຂັບໄລ່ສິງໂຕທີ່ລຸກຂຶ້ນຕໍ່ສູ້ພວກເຂົາ, ເເລະຄົນເຫລົ່ານັ້ນກຽດຊັງເຂົາ, ເພື່ອພວກເຂົາຈະບໍ່ໄດ້ລຸກຂຶ້ນຕໍ່ສູ້ອີກ.
\s5
\v 12 ສຳລັບເບນຢາມິນ, ໂມເຊໄດ້ກ່າວວ່າ: ຜູ້ທີ່ເປັນພຣະຢາເວຊົງຮັກເເລະຢູ່ຄຽງຂ້າງເຂົາຢ່າງຫມັ້ນຄົງ; ເພາະພຣະຢາເວຊົງປົກປ້ອງເຂົາ ຕະຫລອດເວລາອັນຍາວນານ, ເເລະມີຊີວິດຢູ່ລະຫວ່າງອ້ອມພຣະກາຍຂອງພຣະຢາເວ.
\s5
\v 13 ສຳລັບໂຢເຊບ, ໂມເຊໄດ້ກ່າວວ່າ: ຂໍໃຫ້ດິນເເດນຂອງເຂົາໄດ້ຮັບພຣະພອນຈາກພຣະຢາເວດ້ວຍສິ່ງມີຄ່າຕ່າງໆ ຈາກທ້ອງຟ້າ, ດ້ວຍຢົດນ້ຳຄ້າງ, ເເລະດ້ວຍສິ່ງທີ່ເລິກລຸ່ມເເມ່ນ້ຳ.
\s5
\v 14 ຂໍໃຫ້ດິນເເດນຂອງເຂົາໄດ້ຮັບການອວຍພອນດ້ວຍສິ່ງມີຄ່າຕ່າງໆ ຊຶ່ງເປັນການເກັບກ່ຽວຈາກດວງຕາເວັນ, ດ້ວຍສິ່ງມີຄ່າຕ່າງໆ ອັນເປັນຜົນຈາກເດືອນທັງຫລາຍ,
\v 15 ດ້ວຍສິ່ງທີ່ດີທີ່ສຸດຈາກບັນດາພູເຂົາບູຮານ, ເເລະດ້ວຍສິ່ງມີຄ່າຕ່າງໆ ຈາກບັນດາເນີນເຂົາຊົ່ວນິຣັນດອນ.
\s5
\v 16 ຂໍໃຫ້ດິນເເດນຂອງເຂົາໄດ້ຮັບສິ່ງມີຄ່າຕ່າງໆ ເເຫ່ງເເຜ່ນດິນເເລະຄວາມອຸດົມສົມບູນຂອງມັນ, ເເລະດ້ວຍນ້ຳພຣະທັຍປະເສີດຂອງພຣະອົງຜູ້ຢູ່ໃນຟຸ່ມໄມ້ນັ້ນ. ຂໍໃຫ້ພຣະພອນມາຍັງຫົວຂອງໂຢເຊບ, ແລະຫົວຜູ້ປົກຄອງເຫນືອພວກພີ່ນ້ອງຂອງເຂົາ.
\s5
\v 17 ສັດຫົວປີຂອງງົວ, ຄືສັກສີຂອງເຂົາ, ເເລະເຂົາຂອງເຂົາເປັນເຂົາຂອງງົວປ່າ. ດ້ວຍສິ່ງເຫລົ່ານີ້ເຂົາຈະຊຸກພວກປະຊາຊົນທັງຫລາຍອອກໄປຈົນສຸດແຜ່ນດິນໂລກ. ພວກເຂົາທັງຫມົດເຫລົ່ານີ້ຄືຄົນ ເອຟຣາອິມ; ນັບຫມື່ນໆ ຄົນທັງຫມົດ ເຫລົ່ານີ້ຄືຄົນ ມານັດເຊ ນັບພັນໆ ຄົນ.
\s5
\v 18 ສຳລັບເຊບູໂລນ, ໂມເຊໄດ້ກ່າວວ່າ: ເຊບູໂລນ, ຈົ່ງຊື່ນຊົມຍິນດີິເຖີດ, ໃນການອອກໄປ, ເເລະພວກທ່ານ, ອິດຊາຄາ, ຈົ່ງຢູ່ໃນເຕັນ.
\v 19 ພວກເຂົາຈະເອີ້ນປະຊາຊົນທັງຫລາຍໄປທີ່ພູເຂົາຕ່າງໆ, ທີ່ນັ້ນເຂົາຈະຖວາຍເຄື່ອງບູຊາເເຫ່ງຄວາມຊອບທັມ. ເພາະພວກເຂົາຈະດູດກິນຄວາມອຸດົມສົມບູນໃນທ້ອງທະເລທັງຫລາຍ, ເເລະຈາກເມັດຊາຍເທິງຫາດຊາຍ.
\s5
\v 20 ສຳລັບກາດ, ໂມເຊໄດ້ກ່າວວ່າ: ການອວຍພອນຊົງເປັນຂອງເຂົາຄືຜູ້ທີ່ເຮັດໃຫ້ກາດ ກວ້າງໃຫຍ່ຫລາຍຂຶ້ນ. ເຂົາຈະມີຊີວິດເຫມືຶຶອນກັບນາງສິງ, ເເລະເຂົາຈະສີກເເຂນຫລືຫົວ.
\s5
\v 21 ເຂົາໄດ້ຈັດຕຽມສິ່ງທີ່ດີທີ່ສຸດສຳລັບຕົວເອງ, ເພາະມີສ່ວນດິນເເດນທີ່ເປັນຂອງຜູ້ນຳທີ່ຖືກສະຫງວນໄວ້. ເຂົາມາພ້ອມກັບບັນດາຫົວຫນ້າຂອງປະຊາຊົນ ເຂົາເຮັດໃຫ້ຄວາມຍຸຕິທັມຂອງພຣະຢາເເລະບັນດາຫົວຫນ້າຂອງປະຊາຊົນ. ເເລະເຮັດໃຫ້ຄວາມຍຸຕິທັມຂອງພຣະຢາເວ ເເລະບັນດາຂໍ້ບັງຄັບຂອງພຣະອົງເເກ່ອິສະຣາເອນສຳເລັດ.
\s5
\v 22 ສຳລັບດານ, ໂມເຊໄດ້ກ່າວວ່າ: ດານເປັນສິງຫມຸ່ມໂຕຫນຶ່ງທີ່ໂດດອອກມາຈາກບາຊານ.
\s5
\v 23 ສຳລັບນັບທາລີ, ໂມເຊໄດ້ກ່າວວ່າ: ນັບທາລີ ຈົ່ງອີ່ມໃຈຢູ່ກັບຄວາມດີໃຈ, ເເລະເຕັມໄປດ້ວຍພຣະພອນຂອງພຣະຢາເວ, ຈົ່ງຢຶດຄອງດິນເເດນທາງຕາເວັນຕົກເເລະທາງໃຕ້.
\s5
\v 24 ໂມໂຊໄດ້ກ່າວວ່າ: ການອວຍພອນຊົງເປັນຂອງ ອາເຊ ຫລາຍຫຍິ່ງກວ່າບັນດາລູກຊາຍອື່ນໆ; ຈົ່ງໃຫ້ເຂົາເປັນທີ່ຍອມຮັບຕໍ່ບັນດາພີ່ນ້ອງຂອງເຂົາ, ເເລະຈົ່ງຍອມໃຫ້ເຂົາຈຸ່ມຕີນຂອງເຂົາໃນນ້ຳມັນຫມາກກອກ.
\v 25 ຂໍໃຫ້ ດານ ເເລະປະຕູເມືອງຂອງພວກທ່ານເປັນດານເເລະທອງສຳຣິດ; ພວກທ່ານຈະຢູ່ໃນຄວາມຫມັ້ນຄົງປອດໄພດົນນານ, ເທົ່າທີ່ພວກທ່ານມີຊີວິດຢູ່.
\s5
\v 26 ບໍ່ມີຜູ້ໃດເປັນເຫມືອນພຣະເຈົ້າ, ເເຫ່ງເຢຊູຣູນຜູ້ສັດຊື່ ຄືຜູ້ຊົງພາຫະນະຜ່ານທ້ອງຟ້າທັງຫລາຍເພື່ອຊ່ວຍພວກທ່ານ, ເເລະໃນສະຫງ່າຣາສີຂອງພຣະອົງເທິງເມກທັງຫລາຍ.
\s5
\v 27 ພຣະເຈົ້າຜູ້ຊົງເປັນນິຣັນດອນ, ຄືທີ່ລີ້ໄພເເລະພາຍໃຕ້ຄືພຣະກາຍທີ່ນິຣັນດອນ. ພຣະອົງຊົງຂັບໄລ່ສັດຕຣູອອກໄປຕໍ່ຫນ້າຕໍ່ຕາພວກທ່ານ, ເເລະພຣະອົງໄດ້ກ່າວວ່າ, "ຈົ່ງທຳລາຍເສຍ!".
\s5
\v 28 ອິສະຣາເອນໄດ້ພັກອາໄສຢູ່ທີ່ປອດໄພ. ນ້ຳພຸຂອງຢາໂຄບນັ້ນຫມັ້ນຄົງຢູ່ ໃນດິນເເດນເເຫ່ງພືດຜົນເເລະເຫລົ້າອະງຸ່ນໃຫມ່; ຈົ່ງໃຫ້, ທ້ອງຟ້າທັງຫລາຍຂອງພຣະອົງຢາດນ້ຳຄ້າງເຫນືອເຂົາເຖີດ.
\s5
\v 29 ພຣະທັງຫລາຍຂອງພຣະອົງນັ້ນຫລາຍ, ອິສະຣາເອນ, ໃຜເປັນເຫມືອນພວກທ່ານ, ຄືປະຊາຊົນທີ່ໄດ້ຮັບການຊ່ວຍໃຫ້ພົ້ນໂດຍພຣະຢາເວ, ຜູ້ຊົງເປັນໂລ່ເເຫ່ງ ຄວາມຊ່ວຍເຫລືອຂອງພວກທ່ານ, ເເລະຊົງເປັນດາບເເຫ່ງສັກສີຂອງພວກທ່ານບໍ? ບັນດາສັດຕູພວກທ່ານຈະມາເພື່ອເຮັດໃຫ້ພວກທ່ານສັ່ນສະເທືອນ; ເເຕ່ພວກທ່ານຈະໃຫ້ບັນດາທີ່ສູງຂອງພວກເຂົາສັ່ນສະເທືອນເເລະລົ້ມລົງ.
\s5
\c 34
\cl ບົດທີ 34
\p
\v 1 ໂມເຊຈຶ່ງຂຶ້ນຈາກທີ່ຮາບພຽງ ໂມອາບຈົນເຖິງພູເຂົາເນໂບ, ເຖິງຍອດເຂົາປີສະກາ, ຊຶ່ງຢູ່ຝັ່ງຕົງຂວ້າມກັບເມືອງເຢຣິໂກ, ທີ່ນັ້ນພຣະຢາເວໄດ້ຊົງສຳເເດງໃຫ້ເຂົາເຫັນດິນເເດນທັງຫມົດຂອງກິເລອາດໄປໄກຈົນເຖິງດານ,
\v 2 ເເລະນັບທາລີທັງຫມົດ, ເເລະດິນເເດນຂອງເອຟຣາອິມກັບມານາເຊ, ເເລະດິນເເດນທັງຫມົດຂອງຢູດາ, ໄປຈົນເຖິງທະເລທາງຝັ່ງຕາເວັນຕົກ.
\v 3 ເເລະເນເກບ, ເເລະທີ່ພູພຽງ ເເຫ່ງເຢຣິໂກ, ເມືອງເເຫ່ງກົກຕານ, ໄປໄກຈົນເຖິງໂຊອາ.
\s5
\v 4 ພຣະຢາເວກ່າວກັບເຂົາວ່າ, "ນີ້ຄືດິນເເດນທີ່ເຮົາໄດ້ສັນຍາໄວ້ເເກ່ອັບຣາຮາມ, ເເກ່ອີຊາກ, ເເລະເເກ່ຢາໂຄບ, ໂດຍກ່າວວ່າ, "ເຮົາຈະມອບດິນເເດນນັ້ນເເກ່ເຊື້ອສາຍຂອງພວກເຈົ້າ," ເຮົາໄດ້ອະນຸຍາດໃຫ້ເຈົ້າເບິ່ງເຫັນດິນເເດນນັ້ນກັບຕາຂອງເຈົ້າ, ເເຕ່ເຈົ້າຈະໄດ້ຂວ້າມໄປທີ່ນັ້ນ.
\v 5 ດັ່ງນັ້ນໂມເຊຜຸ້ຮັບໃຊ້ຂອງພຣະຢາເວ, ຈຶ່ງໄດ້ເສຍຊີວິດໃນດິນເເດນໂມອາບ, ດັ່ງຖ້ອຍຄຳຂອງພຣະຢາເວໄດ້ຊົງສັນຍາໄວ້.
\v 6 ພຣະຢາເວຊົງຝັງເຂົາໄວ້ດິນເເດນໂມອາບທາງຝັ່ງກົງກັນຂວ້າມກັບ ເບັດເປອໍ, ເເຕ່ບໍ່ຮູ້ວ່າຝັງສົບຢູ່ບ່ອນໃດຈວບຈົນວັນນີ້.
\s5
\v 7 ໂມເຊມີອາຍຸຫນຶ່ງຮ້ອຍຊາວປີເມື່ອເຂົາເສຍຊີວິດ; ຕາຂອງເຂົາບໍ່ຟາງ, ເເລະເເຮງກໍ່ບໍ່ລົດນ້ອຍລົງ.
\v 8 ປະຊາຊົນອິສະຣາເອນໄດ້ຄ້ຳຄວນເພື່ອໂມເຊໃນທົ່ງພຽງໂມອາບເປັນເວລາສາມສິບວັນ, ແລະເເລ້ວວັນຕ່າງໆ ເເຫ່ງການຄ້ຳຄວນໂມເຊກໍຈົບສິ້ນ.
\s5
\v 9 ໂຢຊວຍລູກຊາຍຂອງນູນກໍໄດ້ເຕັມໄປດ້ວຍພຣະວິນຍານເເຫ່ງສະຕິປັນຍາເພາະໂມເຊໄດ້ວາງມືໃຫ້ເພິ່ນທຳຫນ້າທີ່ແທນ. ປະຊາຊົນອິສະຣາເອນໄດ້ເຊື່ອຟັງໂຢຊວຍ. ເເລະໄດ້ເຮັດສິ່ງທີ່ພຣະຢາເວໄດ້ຊົງບັນຊາເເກ່ໂມເຊ.
\s5
\v 10 ນັບຈາກວັນນັ້ນເປັນຕົ້ນມາບໍ່ມີຜູ້ເຜີຍພຣະວະຈະນະໃດທີ່ຄືໂມເຊ, ຄືຜູ້ທີ່ພຣະຢາເວຊົງຮູ້ຈັກຫນ້າຕໍ່ຫນ້າ.
\v 11 ບໍ່ມີຜູ້ເຜີຍພຣະວະຈະນະໃດເປັນຄືເຂົາໃນເລື່ອງຫມາຍສຳຄັນເເລະການອັດສະທີ່ພຣະຢາເວໄດ້ຊົງສົ່ງເຂົາເຂົ້າໄປໃນດິນເເດນອີຢິບ, ຄືຕໍ່ຟາໂຣ ເເລະຕໍ່ບັນດາທາດຂອງເຂົາ, ເເລະຕໍ່ດິນເເດນທັງຫມົດຂອງເຂົາ.
\v 12 ບໍ່ເຄີຍມີຜູ້ເຜີຍພຣະວະຈະນະຄົນໃດທີ່ເປັນເຫມືອນຄວາມຍິ່ງໃຫຍ່ທັງຫມົດ, ຄືການເຮັດອັນຫນ້າຢຳເກງທີ່ໂມເຊໄດ້ເຮັດໃນສາຍຕາຂອງຄົນອິສະຣາເອນທັງຫມົດ.