lo_ulb/38-ZEC.usfm

449 lines
107 KiB
Plaintext
Raw Permalink Normal View History

2021-01-22 21:47:03 +00:00
\id ZEC
\ide UTF-8
\h ເຊຄາຣິຢາ
\toc1 ເຊຄາຣິຢາ
\toc2 ເຊຄາຣິຢາ
\toc3 zec
\mt ເຊຄາຣິຢາ
\s5
\c 1
\cl ບົດທີ 1
\p
\v 1 ໃນ​ເດືອນ​ທີ​ແປດຂອງປີ​ທີ​ສອງແຫ່ງ​ຣາ­ຊະ­ການ​ຂອງດາ­ຣິ­ອຸດ, ຖ້ອຍຄໍາ​ຂອງ​ພຣະ­ຢາເວ​ມາ​ເຖິງ​ເຊ­ຄາ­ຣີ­ຢາ ຜູ້­ປະ­ກາດ­ພຣະ­ທັມ ລູກ­ຊາຍ​ຂອງ​ເບ­ເຣ­ກີ­ຢາ ແຫ່ງອິດ­ໂດ, ຊົງກ່າວວ່າ,
\v 2 “ພຣະຢາເວ​ໄດ້ໂມໂຫຮ້າຍ​ຕໍ່​ບັນ­ພະ­ບຸ­ຣຸດ​ຂອງ​ພວກ​ເຈົ້າຢ່າງຍິ່ງ!
\v 3 ຈົ່ງກ່າວກັບພວກເຂົາວ່າ, ພຣະ­ຢາເວຈອມໂຍທາ ຊົງກ່າວສິ່ງນີ້: ຈົ່ງຫັນມາຫາເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ແລະພຣະ­ຢາເວຈອມໂຍທາຊົງ​ກ່າວວ່າ, ແລະ​ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ.
\s5
\v 4 ຈົ່ງຢ່າເປັນເຫນືອນບັນ­ພະ­ບຸຣຸດ​ຂອງ​ພວກເຈົ້າ ຜູ້ປະກາດພຣະທັມກ່ອນຫນ້ານີ້, ກ່າວວ່າ, "ພຣະຢາເວຈອມໂຍທາຊົງກ່າວວ່າ: ຈົ່ງຫັນຈາກທາງຊົ່ວຮ້າຍ ແລະ ການກະທຳທີ່ຊົ່ວຊ້າຂອງພວກເຈົ້າ!" ​ແຕ່ພວກເຂົາບໍ່ໄດ້ຍິນ ແລະ ບໍ່ໄດ້ສົນໃຈເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ.
\v 5 ພວກບັນພະບຸຣຸດຂອງພວກເຈົ້າຢູ່ໃສ? ພວກຜູ້ປະກາດພຣະທັມຢູ່ໃສ, ພວກເຂົາຢູ່ທີ່ນີ້ຕະລອດໄປເປັນນິດບໍ?
\v 6 ແຕ່​ຖ້ອຍ­ຄຳຂອງເຮົາ ແລະ ​ຂໍ້​ບັນຍັດ​ທັງ­ຫລາຍ​ຂອງ​ເຮົາ​ທີ່​ເຮົາ ​ໄດ້​ບັນຊາແກ່ພວກ​ຜູ້­ປະ­ກາດພຣະ­ທັມທັງຫລາຍຂອງເຮົາ, ກໍໄດ້ຕາມທັນພວກ​ບັນ­ພະ­ບຸຣຸດ​ຂອງ​ພວກ​ເຈົ້າ​ບໍ່​ແມ່ນ​ບໍ? ດັ່ງນັ້ນ​ພວກ­ເຂົາ​ທັງຫລາຍຈຶ່ງໄດ້ກັບ­ໃຈ​ ແລະ​ເວົ້າວ່າ, 'ພຣະຢາເວຈອມໂຍທາໄດ້ວາງແຜນທີ່ຈະກະທຳກັບເຮົາຕາມທາງ ແລະ ການກະທຳທີ່ສົມຄວນຈະໄດ້ຮັບຂອງພວກເຮົາ, ດັ່ງນັ້ນພຣະອົງຈຶ່ງໄດ້ຊົງໄດ້ກະທຳຢ່າງນັ້ນຕໍ່ພວກເຮົາ.'­”
\s5
\v 7 ໃນ​ວັນ­ທີ​ຊາວ​ສີ່ຂອງເດືອນ​ທີ​ສິບ­ເອັດ ຊຶ່ງ​ເປັນ​ເດືອນ​ເຊ­ບັດ, ໃນ​ປີ​ທີ​ສອງ​ຂອງ​ກະ­ສັດ​ດາ­ຣິ­ອຸດ, ຖ້ອຍຄໍາຂອງ​ພຣະ­ຢາເວ​ໄດ້​ມາ​ເຖິງ​ຜູ້­ປະ­ກາດ­ພຣະ­ທັມເຊ­ຄາ­ຣີ­ຢາ ລູກ­ຊາຍ​ຂອງ​ເບ­ເຣ­ກີ­ຢາ, ຜູ້​ເປັນ​ລູກ­ຊາຍ​ຂອງ​ອິດ­ໂດ, ຊົງກ່າວ​ວ່າ,
\v 8 “ໃນເວລາ​ກາງ­ຄືນ​ ເຮົາໄດ້ເຫັນ, ແລະ​ເປັນ​ດັ່ງ­ນີ້! ມີ​ຊາຍ​ຄົນ​ຫນຶ່ງ​ຂີ່​ມ້າ​ສີ­ແດງ, ແລະເຂົາ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ຂຽວ​ທີ່ຢູ່​ພູ­ເຂົາ; ແລະຢູ່​ເບື້ອງ​ຫລັງ​ຂອງເຂົາ​ມີ​ມ້າ​ສີ­ແດງ, ສີ​ດ່າງ, ແລະ​ ສີ­ຂາວ.
\v 9 ຂ້າ­ພະ­ເຈົ້າ​ຈຶ່ງ​ຖາມ­ວ່າ, ‘ເຈົ້ານາຍ​ເຈົ້າ​ເອີຍ, ​ສິ່ງ​ເຫລົ່າ​ນີ້​ແມ່ນ​ຫຍັງ?" ຈາກນັ້ນເທວະດາຜູ້ທີ່ໄດ້ເວົ້າກັບຂ້າພະເຈົ້າໄດ້ກ່າວວ່າ, ເຮົາຈະສະແດງໃຫ້ເຈົ້າຮູ້ວ່າສິ່ງເຫລົ່ານີ້​​ນີ້ແມ່ນ​ອັນໃດ."
\s5
\v 10 ແລະ​ຜູ້ຊາຍ​ຄົນນັ້ນໄດ້ຢືນຂຶ້ນ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ຂຽວ ​ໄດ້ຕອບ ແລະກ່ວ​ວ່າ, "ຄົນເຫລົ່າ​ນີ້​ແມ່ນຄົນທັງຫລາຍທີ່​ພຣະ­ຢາເວໄດ້ສົ່ງອອກໄປທ່ຽວ​ທົ່ວ​ແຜ່ນ­ດິນ­ໂລກ."
\v 11 ພວກ​ເຂົາໄດ້ຕອບເທວະດາຂອງ​ພຣະຢາເວ ຜູ້ທີ່​ຢືນ­ຢູ່​ທ່າມ­ກາງ​ຕົ້ນ​ນ້ຳ­ມັນ​ສີຂຽວ​ວ່າ; ພວກເຂົໄດ້ເວົ້າກັບລາວວ່າ, "­ພວກເຮົາ​ໄດ້ທ່ອງ​ທ່ຽວ​ໄປ​ທົ່ວແຜ່ນດິນ­ໂລກ; ເບິ່ງ​ແມ, ທົ່ວແຜ່ນດິນ​ຍັງຄົງພັກຜ່ອນຢູ່ຢ່າງ​ສະຫງົບ​ສຸກ​ຢູ່."
\s5
\v 12 ຈາກນັ້ນເທວະດາຂອງ​ພຣະຢາເວ​ໄດ້ຕອບ ແລະ​ ເວົ້າ­ວ່າ, "ພຣະຢາເວຈອມໂຍທາ, ອີກ​ດົນ​ປານ­ໃດ ທີ່​ພຣະ­ອົງ​ຈະ​ບໍ່​ສຳແດງຄວາມເມດຕາ​ສົງສານຕໍ່ນະຄອນ​ເຢ­ຣູ­ຊາ­ເລັມ ແລະ ​ຫົວ​ເມືອງ​ແຫ່ງ​ຢູ­ດາ ທີ່ໄດ້ທົນທຸກຢ່າງບໍ່ຫນ້າເພິງພໍໃຈມາເປັນເວລາ​ເຈັດ​ສິບ​ປີ​ແລ້ວ​ນັ້ນ?"
\v 13 ພຣະ­ຢາເວ​ຕອບ​ເທວະດາ​ ຜູ້​ຊຶ່ງເວົ້າ​ກັບ​ຂ້າພະເຈົ້າ ດ້ວຍ​ຖ້ອຍ­ຄຳ​ທີ່​ດີ, ຖ້ອຍຄຳແຫ່ງການເລົ້າ​ໂລມ​ໃຈ.
\s5
\v 14 ດັ່ງນັ້ນເທວະດາຜູ້ຊຶ່ງໄດ້ເວົ້າກັບ​ຂ້າ­ພະ­ເຈົ້າວ່າ, ໄດ້ກ່າວຂຶ້ນວ່າ, ‘ຈົ່ງ​ຮ້ອງ​ປະກາດ ແລະ ເວົ້າວ່າ, ' ພຣະຢາເວຈອມໂຍທາໄດ້ຊົງກ່່າວສິ່ງນີ້​ວ່າ: ເຮົາ​ມີ​ຄວາມ​ຫວງ​ແຫນ​ອັນ​ໃຫຍ່­ຫລວງ​ຕໍ່ນະຄອນ​ເຢ­ຣູຊາເລັມ ແລະ​ ຊີ­ໂອນ ດ້ວຍຄວາມຮັກທີ່ຍ່ິ່ງໃຫຍ່!
\v 15 ເຮົາ​ໄດ້ໃຈຮ້າຍປະຊາຊົນທັງຫລາຍທີ່ຢູ່ຢ່າງສະບາຍຫລາຍ. ເມື່ອ​ເຮົາໄດ້ໃຈຮ້າຍພຽງເລັກນ້ອຍກັບພວກເຂົາ, ພວກເຂົາໄດ້ເຮັດໄພພິ­ບັດ​ຢ່າງ​ຮ້າຍ­ແຮງເພີ່ມຂຶ້ນ.
\s5
\v 16 ດັ່ງ­ນັ້ນພຣະຢາເວຈອມໂຍທາ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ໄດ້​ກັບ​ມາ​ຍັງນະຄອນເຢ­ຣູ­ຊາ­ເລັມ​ດ້ວຍ​ຄວາມ​ເມດ­ຕາ. ພຣະ­ວິ­ຫານຂອງເຮົາຈະຖືກສ້າງໃນນັ້ນ—ນີ້ຄືປະກາດຂອງພຣະຢາເວຈອມໂຍທາ​​ ແລະ​ ເຊືອກວັດຈະຖືກຄຶງ​​ອອກເຫນືອນະຄອນ​ເຢ­ຣູ­ຊາ­ເລັມ!'
\v 17 ຈົ່ງຮ້ອງ​ປະ­ກາດ​ອີກຄັ້ງວ່າ, 'ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ເມືອງ​ທັງຫລາຍ​ຂອງ​ເຮົາ​ຈະເຕັມລົ້ນໄປດ້ວຍຄວາມດີງາມອີກຄັ້ງ, 'ແລະ​ພຣະຢາເວຈະຊົງມາເລົ້າໂລມຈິດໃຈຊີໂອນອີກຄັ້ງ, ແລະ ພຣະອົງຈະເລືອກ​ນະຄອນ​ເຢ­ຣູ­ຊາ­ເລັມ​ອີກ​ຄັ້ງ.'”
\s5
\v 18 ຂ້າ­ພະ­ເຈົ້າ​ໄດ້​ເງີຍ​ຫນ້າ​ຂຶ້ນ ແລະ​ ໄດ້​ເຫັນເຂົາ​ສັດສີ່​ອັນ!
\v 19 ຂ້າພະເຈົ້າໄດ້ທູນ​ຖາມກັບເທວະດາ ຜູ້ຊຶ່ງໄດ້ເວົ້າ​ກັບ​ຂ້າ­ນ້ອຍ​ວ່າ “ສິ່ງ​ເຫລົ່າ​ນີ້ຄື​ຫຍັງ?” ພວກເຂົາ​ໄດ້​ຕອບ​ຂ້າ­ພະ­ເຈົ້າ​ວ່າ, “ເຂົາ​ເຫລົ່າ​ນີ້​ຄືເຂົາສັດທັງຫລາຍທີ່ໄດ້​ເຮັດ­ໃຫ້​ຢູ­ດາ, ອິດສະຣາເອນ ແລະ ນະຄອນ​ເຢ­ຣູ­ຊາເລັມແຍກກະຈັດກະຈາຍໄປ.”
\s5
\v 20 ຈາກນັ້ນ​ພຣະຢາເວໄດ້ສຳແດງໃຫ້ຂ້ານ້ອຍເຫັນຊ່າງ​ຝືມືສີ່​ຄົນ. ​ຂ້າ­ນ້ອຍ​ຈຶ່ງ​ຖາມ­ວ່າ, “ຄົນ​ເຫລົ່າ​ນີ້​ມາ​ເຮັດ​ຫຍັງ?
\v 21 ພວກເຂົາ​ໄດ້​ຕອບ​ ແລະ ເວົ້າວ່າ, “ເຫລົ່າ​ນີ້ຄື​ເຂົາ​ສັດທັງຫລາຍທີ່​ເຮັດ­ໃຫ້​ຢູ­ດາ​ແຍກກະຈັດກະຈາຍໄປ, ດັ່ງນັ້ນຈຶ່ງ​ບໍ່­ມີ​ຜູ້­ໃດ​ຍົກ​ຫົວ​ຂອງເຂົາຂຶ້ນ. ແຕ່ຄົນເຫລົ່ານີ້ກຳລັງມາເພື່ອຂັບໄລ່ເຂົາສັດທັງຫລາຍຂອງບັນດາປະຊາຊາດທີ່ໄດ້​ຍົກ​ເຂົາ​ສັດໃດໆ, ຂຶ້ນ​ຕໍ່­ສູ້​ແຜ່ນ­ດິນແຫ່ງ​ຢູດາ​ ເພື່ອ​ເຮັດ­ໃຫ້ຢູດາແຍກກະຈັດກະຈາຍໄປ.”
\s5
\c 2
\cl ບົດທີ 2
\p
\v 1 ຕໍ່ຈາກນັ້ນ ຂ້າ­ນ້ອຍ​ໄດ້​ເງີຍ​ຫນ້າ​ຂຶ້ນ​ອີກ ແລະ ​ໄດ້​ເຫັນມີ​ຊາຍ​ຄົນຫນຶ່ງທີ່ມີ​ເຊືອກ​ວັດ­ແທກຢູ່ໃນມື.
\v 2 ຂ້າ­ພະ­ເຈົ້າ​ໄດ້​ຖາມ­ວ່າ “ທ່ານກຳລັງ​ຈະ​ໄປ​ໃສ?” ແລະເຂົາໄດ້ຕອບຂ້ານ້ອຍວ່າ, “ຈະ​ໄປ​ວັດແທກ​ນະຄອນເຢ­ຣູ­ຊາ­ເລັມ​, ເພື່ອເບິ່ງຄວາມກວ້າງ ແລະຄວາມ​ຍາວຂອງນະຄອນນັ້ນ.”
\s5
\v 3 ແລ້ວເທວະດາຜູ້ທີ່ໄດ້ເວົ້າກັບຂ້ານ້ອຍນັ້ນກໍໄດ້ຈາກໄປ ແລະ ເທວະດາອີກອົງຫນຶ່ງໄດ້ອອກໄປພົບເຂົາ.
\v 4 ເທວະດາອົງທີສອງໄດ້ເວົ້າກັບເຂົາວ່າ, “ຈົ່ງ​ແລ່ນ​ໄປ ແລະ ເວົ້າ­ກັບ​ຄົນຫນຸ່ມ​ຄົນ​ນັ້ນ​ວ່າ, ‘ນະຄອນ​ເຢ­ຣູ­ຊາ­ເລັມຈະນັ່ງຢູ່ໃນຊົນນະບົດທີ່ໂລ່ງກວ້າງ ເພາະການເພີ່ມຂຶ້ນຂອງຈຳນວນຄົນ ແລະ ​ສັດ­ລ້ຽງໃນນະຄອນນັ້ນ​.
\v 5 ເພາະເຮົາ—ນີ້ເປັນຄຳປະກາດຂອງພຣະ­ຢາເວກ່າວ—​ເຮົາຈະ​ເປັນເຫນືອນ​ກຳ­ແພງ​ແປວ­ໄຟ​ອ້ອມ​ເມືອງ​ນັ້ນໄວ້, ແລະ​ເຮົາ​ຈະ​ເປັນ​ສະຫງ່າ­ຣາ­ສີ​ໃນທ່າມ​ກາງເຈົ້າ.
\s5
\v 6 ນີ້ເປັນຄຳປະກາດຂອງພຣະຢາເວ ຈົ່ງລຸກຂຶ້ນ​!—ຈົ່ງ​ຫນີ​ໄປ­ໃຫ້ພົ້ນ​ຈາກ​ແຜ່ນ­ດິນແຫ່ງ​ທິດ­ເຫນືອ—ເພາະ­ວ່າ​ເຮົາ​ໄດ້ເຮັດ​ໃຫ້​ພວກ​ເຈົ້າ​ພັດ­ພາກ​ຈາກ​ກັນ​ໄປ​ ເຫມືອນ​ລົມ​ທັງ​ສີ່​ທິດ​ຂອງ​ແຫ່ງທ້ອງ­ຟ້າ​!—ນີ້ເປັນຄຳປະກາດຂອງພຣະ­ຢາເວ.
\v 7 ຈົ່ງລຸກຂຶ້ນຫນີໄປຍັງຊີໂອນ, ພວກເຈົ້າ​ຜູ້​ທີ່​ອາ­ໄສ​ຢູ່​ກັບ​ລູກ­ສາວ​ຂອງ​ບາ­ບີ­ໂລນ!'"
\s5
\v 8 ເພາະວ່າຫລັງຈາກທີ່ພຣະ­ຢາເວຈອມໂຍທາໄດ້ໃຫ້ກຽດ​ຂ້ານ້ອຍ ແລະ ສົ່ງຂ້ານ້ອຍໄປຕໍ່ສູ້ບັນດາປະຊາຊາດທີ່ໄດ້ປຸ້ນ​ພວກ​ເຈົ້າ—ສຳລັບໃຜກໍຕາມທີ່ໄດ້​ແຕະ­ຕ້ອງພວກເຈົ້າ, ແຕະຕ້ອງ​ແກ້ວ­ຕາ​ຂອງ​ພຣະເຈົ້າ!—ຫລັງຈາກພຣະຢາເວໄດ້ຊົງກະທຳສິ່ງນີ້, ເຂົາໄດ້ເວົ້າວ່າ,
\v 9 "ເຮົາ​ ໂຕເຮົາເອງຈະ​ສັ່ນ​ມື​ຂອງ​ເຮົາ​ເຫນືອພວກເຂົາທັງຫລາຍ, ແລະ ​ພວກເຂົາຈະຖືກປຸ້ນ ເພື່ອໃຫ້ແກ່ທາດທັງຫລາຍຂອງພວກເຂົາ." ຈາກນັ້ນ ພວກ​ເຈົ້າ​ຈະ​ໄດ້​ຮູ້­ຈັກ​ວ່າ​ພຣະຢາເວຈອມໂຍທາໄດ້ສົ່ງ​ຂ້ານ້ອຍ​ມາ.
\s5
\v 10 "​ລູກ­ສາວ​ຂອງ​ຊີ­ໂອນເອີຍ, ຈົ່ງ​ໂຫ່­ຮ້ອງດ້ວຍຄວາມ​ຊື່ນ­ຊົມຍິນ­ດີ​ເຖີດ, ເພາະວ່າເຮົາ ໂຕເຮົາເອງຈະເຂົ້າ​ມາ ແລະ​ ​ສະ­ຖິດ​ຢູ່​ທ່າມ­ກາງ​ພວກ​ເຈົ້າ!—ນີ້ເປັນຄຳປະກາດຂອງພຣະຢາເວ."
\v 11 ຈາກນັ້ນບັນດາປະຊາຊາດທັງຫລາຍຈະເຕົ້າໂຮມກັນມາຍັງພຣະຢາເວໃນວັນນັ້ນ. ພຣະອົງກ່າວ່າ, "ຈາກນັ້ນພວກ­ເຈົ້າຈະກາຍເປັນປະຊາກອນຂອງເຮົາ; ເພາະເຮົາ​ຈະ​ສະ­ຖິດ​ຢູ່​ທ່າມ­ກາງ​ພວກ​ເຈົ້າ," ແລະ ​ພວກ​ເຈົ້າ​ຈະ​ຮູ້­ວ່າ​ພຣະ­ຢາເວຈອມໂຍທາ ໄດ້ສົ່ງຂ້ານ້ອຍ­ມາ​ຫາ​ພວກ​ເຈົ້າ.
\s5
\v 12 ເພາະວ່າພຣະຢາເວຈະຮັບຢູ­ດາ​ເປັນ​ສ່ວນ​ມໍ­ລະ­ດົກ ເປັນກຳມະສິດອັນຊອບທັມ​ໃນ​ແຜ່ນ­ດິນ​ສັກສິດຂອງພຣະ­ອົງ ແລະພຣະອົງຈະຊົງເລືອກ​ນະຄອນເຢ­ຣູ­ຊາ­ເລັມສຳລັບພຣະອົງ​ອີກຄັ້ງ.”
\v 13 ຈົ່ງງຽບສະຫງົບ, ມະນຸດທັງຫມົດ, ຕໍ່​ພຣະ­ພັກ​ພຣະ­ຢາເວ, ເພາະ­ວ່າ​ພຣະ­ອົງໄດ້ສະເດັດອອກຈາກ​ບ່ອນ​ສະ­ຖິດ​ຂອງ​ພຣະ­ອົງ​ແລ້ວ!
\s5
\c 3
\cl ບົດທີ 3
\p
\v 1 ແລ້ວ​ເທວະດາ​ໄດ້ຊົງ​ສະ­ແດງ​ໃຫ້​ຂ້າ­ນ້ອຍ​ເຫັນ​ໂຢ­ຊວຍ ມະຫາ­ປະໂລ­ຫິດ ຊຶ່ງ​ກຳລັງຢືນ­ຢູ່​ຕໍ່ຫນ້າເທວະດາ​ຂອງ​ພຣະຢາເວ ແລະ​ ຊາ­ຕານ​ຢືນ­ຢູ່​ຂ້າງ​ຂວາ​ມື​ຂອງ​ເຂົາ ເພື່ອຈະກ່າວໂທດຄວາມບາບຂອງເຂົາ.
\v 2 ເທວະດາຂອງພຣະຢາເວໄດ້ກ່າວ​ຕໍ່​ຊາ­ຕານ​ວ່າ, “ຂໍໃຫ້ພຣະ­ຢາເວຕຳນິເຈົ້າຊາຕານ; ຂໍໃຫ້ພຣະຢາເວຜູ້ທີ່ຊົງ​ເລືອກ​ນະຄອນ​ເຢ­ຣູ­ຊາ­ເລັມ, ຕຳນິເຈົ້າ, ​ນີ້​ບໍ່​ແມ່ນເຫລັກຕີກາ​ທີ່​ໄດ້ຖືກ​ອອກ​ມາ​ຈາກ​ໄຟຫລື​?”
\v 3 ເມື່ອ​ໂຢ­ຊວຍ​ໄດ້ຢືນຢູ່​ຕໍ່ຫນ້າເທວະດາ ເຂົາໄດ້ນຸ່ງ​ເຄື່ອງ​ເປິ­ເປື້ອນ​!
\s5
\v 4 ເທວະດາ​ໄດ້ເວົ້າ ແລ ກ່າວກັບຄົນເຫລົ່ານັ້ນທີ່ໄດ້ຍິນຕໍ່­ຫນ້າ​ເຂົາ​ວ່າ, “ຈົ່ງ​ຖອດ​ເຄື່ອງ­ນຸ່ງ​ເປື້ອນ​ອອກ­ຈາກເຂົາ.” ຈາກນັ້ນເຂົາໄດ້ກ່າວກັບ​ໂຢ­ຊວຍວ່າ, "ຈົ່ງເບິ່ງແມ! ເຮົາ​ໄດ້ເປັນເຫດນຳ​ເອົາ​ຄວາມຜິດບາບຂອງ​ເຈົ້າອອກໄປຈາກເຈົ້າແລ້ວ ແລະ ​ເຮົາ​ຈະ­ໃຫ້​ເຈົ້າ​ນຸ່ງ​ເຄື່ອງໃຫມ່ດ້ວຍເສື້ອຜ້າທີ່ດີ ​”
\v 5 ຈາກນັ້ນເຂົາໄດ້ກ່າວວ່າ, “ຈົ່ງ​ເອົາ​ຜ້າ­ແພ​ບໍ­ຣິສຸດ​ມາ​ຄຽນ​ຫົວ​ຂອງ​ເຂົາ!” ດັ່ງນັ້ນ​ພວກເຂົາ​ຈຶ່ງ​ເອົາ​ຜ້າ­ແພ​ບໍ­ຣິ­ສຸດ​ມາ​ຄຽນ​ຫົວ​ຂອງ​ໂຢ­ຊວຍ ແລະແຕ່ງຕົວດ້ວຍເສື້ອຜ້າທີ່ສະອາດ ໃນຂະນະທີ່ເທວະດາຂອງພຣະຢາເວກຳລັງຢືນ­ຢູ່ຂ້າງໆ.
\s5
\v 6 ຕໍ່ຈາກນັ້ນເທວະດາຂອງ​ພຣະຢາເວໄດ້ສັ່ງ​ໂຢ­ຊວຍ​ຢ່າງຈິງຈັງ ແລະ ໄດ້ເວົ້າວ່າ,
\v 7 “ພຣະ­ຢາເວຈອມໂຍທາ​ກ່າວ​ດັ່ງ­ນີ້​ວ່າ: ຖ້າ​ເຈົ້າ​ດຳ­ເນີນ​ໃນ​ບັນ­ດາ​ທາງ​ຂອງ​ເຮົາ ແລະ ຖ້າເຈົ້າ​ຮັກ­ສາກົດບັນຍັດທັງຫລາຍຂອງເຮົາ ແລ້ວເຮົາຈະໃຫ້ເຈົ້າ​ໄດ້​ປົກ­ຄອງພຣະ​ວິ­ຫານ​ຂອງ​ເຮົາ ແລະ ​ເບິ່ງ­ແຍງ​ສະຖານທີ່ຂອງ​ເຮົາ, ເພາະວ່າ​ເຮົາ​ຈະອະນຸຍາດໃຫ້ເຈົ້າໄປ ແລະ ເຂົ້າມາ​ທ່າມ­ກາງ​ພວກ​ເຫລົ່າ​ນີ້​ທີ່​ເຝົ້າ​ຢູ່​ຕໍ່­ໜ້າ​ເຮົາ.
\s5
\v 8 ໂຢ­ຊວຍ​ມະ­ຫາ­ປະ­ໂລ­ຫິດ, ຈົ່ງ​ຟັງ, ເຈົ້າ ​ແລະ​ ພວກ​ເພື່ອນທັງຫລາຍ​ຂອງ​ເຈົ້າ​ຜູ້ອາໄສ​ຢູ່​ກັບເຈົ້າ! ເພາະວ່າຄົນທັງຫລາຍ​ເຫລົ່າ​ນີ້​ເປັນຫມາຍ​ສຳຄັນ, ສຳລັບເຮົາ ເຮົາເອງ​ຈະ​ນຳກິ່ງກ້ານ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ມາ.
\v 9 ບັດນີ້ ຈົ່ງເບິ່ງທີ່ກ້ອນ​ຫີນ​ກ້ອນ​ນັ້ນທິ່ເຮົາໄດ້ຕັ້ງໄວ້ຕໍ່ຫນ້າຂອງໂຢຊວຍ ທີ່​ມີ​ດວງຕາ​ເຈັດຫນ່ວຍຢູ່ເທິງກ້ອນຫີນດຽວນີ້, ແລະ ເຮົາຈະຈາຣຶກຂໍ້ຄວາມໄວ້—ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ—ແລະ ເຮົາ​ຈະກຳຈັດຄວາມຜິດບາບອອກຈາກແຜ່ນດິນນີ້ພາຍໃນຫນຶ່ງມື້.
\s5
\v 10 ນີ້ເປັນຄຳປະກາດຂອງພຣະຢາເວຈອມໂຍທາ­​ ກ່າວ​ວ່າ—ໃນ​ວັນ​ນັ້ນ—ແຕ່ລະຄົນ​​ຈະ​ເຊີນ​ເພື່ອນ­ບ້ານ​ຂອງ​ເຂົາ ໃຫ້ມານັ່ງກ້ອງຕົ້ນ​ອະ­ງຸ່ນຂອງເຂົາ ແລະ​ ຢູ່​ກ້ອງ​ຕົ້ນ​ຫມາກ­ເດື່ອ​ເທດຂອງພວກເຂົາ.”
\s5
\c 4
\cl ບົດທີ 4
\p
\v 1 ຈາກນັ້ນເທວະດາຜູ້ທີ່ໄດ້ກຳລັງເວົ້າ​ກັບ​ຂ້ານ້ອຍ​ໄດ້​ຫລຽວ​ມາ​ ແລະ​ໄດ້ປຸກ​ຂ້າ­ນ້ອຍ​ເຫມືອນ​ປຸກ​ຜູ້​ຊາຍຄົນຫນຶ່ງ​ໃຫ້​ຕື່ນ​ຈາກ​ການ​ນອນ​ຫລັບຂອງເຂົາ.
\v 2 ເຂົາໄດ້ເວົ້າກັບຂ້າ­ນ້ອຍ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າ­ນ້ອຍໄດ້​ຕອບ​ວ່າ “ຂ້າ­ນ້ອຍ​ໄດ້​ເຫັນ​ເຄື່ອງ​ຮອງ​ຕີນ​ໂຄມ​ອັນ​ຫນຶ່ງ​ທີ່​ເຮັດ​ດ້ວຍ​ທອງ­ຄຳ​ລ້ວນໆ ແລະມີ​ຈອກ​ ​ເທິງ​ຍອດ​ຂອງ​ມັນ ແລະ​ມີ​ໂຄມ­ໄຟ​ເຈັດ​ຫນ່ວຍ​ຢູ່​ເທິງ​ເຄື່ອງ​ຮອງ​ຕີນ​ໂຄມ ແລະ​ມີ​ຮາງລິນ​ເຈັດ​ຮາງ​ສຳ­ລັບ​ໂຄມ­ໄຟ​ທຸກ​ຫນ່ວຍ​ທີ່­ຢູ່​ເທິງ​ຍອດ​ໂຄມ​ນັ້ນ.
\v 3 ມີ​ຕົ້ນ​ຫມາກ­ກອກ­ເທດ​ສອງ​ຕົ້ນ​ຢູ່​ໃກ້​ໂຄມ­ໄຟ, ຕົ້ນ​ຫນຶ່ງຢູ່ທາງເບື້ອງ​ຂວາຂອງ​ຈອກ, ແລະຕົ້ນ​ຫນຶ່ງຕົ້ນຫນຶ່ງ​ຢູ່​ເບື້ອງ​ຊ້າຍ​”
\s5
\v 4 ດັ່ງນັ້ນ​ຂ້າ­ພະ­ເຈົ້າ​ທູນຖາມ​ເທວະດາ​ຜູ້​ທີ່​ກຳລັງເວົ້າ​ກັບ​ຂ້ານ້ອຍວ່າ, “ເຈົ້າ​ນາຍຂອງຂ້ານ້ອຍເອີຍ, ສິ່ງ​ເຫລົ່າ​ນີ້​ຫມາຍເຖີງ​ຫຍັງ?”
\v 5 ເທວະດາທີ່ກຳລັງເວົ້າ​ຂ້ານ້ອຍໄດ້​ຕອບ ແລະເວົ້າ​ຂ້ານ້ອຍ​ວ່າ, “ເຈົ້າ​ບໍ່​ຮູ້​ຫລືວ່າສິ່ງ​ເຫລົ່າ​ນີ້​ຄື​ຫຍັງ?” ຂ້າ­ນ້ອຍໄດ້​ຕອບ​ວ່າ “ເຈົ້າ​ນາຍຂອງຂ້ານ້ອຍ​ເອີຍ, ຂ້າ­ນ້ອຍ​ບໍ່​ຮູ້.”
\s5
\v 6 ດັ່ງນັ້ນເຂົາໄດ້ເວົ້າກັບຂ້າ­ພະ­ເຈົ້າ​ວ່າ, “ນີ້​ເປັນ​ຖ້ອຍຄຳຂອງ​ພຣະຢາເວເຖິງ​ເຊ­ຣູ­ບາ­ເບນຄື: ບໍ່​ແມ່ນ​ດ້ວຍ​ກຳ­ລັງ, ບໍ່​ແມ່ນ​ດ້ວຍ​ອຳ­ນາດ, ແຕ່​ດ້ວຍ​ພຣະ­ວິນ­ຍານ​ຂອງ​ເຮົາ, ພຣະຢາເວຈອມໂຍທາ­ຊົງ​ກ່າວ​ດັ່ງ​ນີ້ແຫລະ.”
\v 7 ໂອ ພູ­ເຂົາ​ທີ່ຍິ່ງໃຫຍ່, ເຈົ້າ​ເປັນອັນໃດ? ຕໍ່­ຫນ້າ​ເຊ­ຣູ­ບາ­ເບນ, ​ເຈົ້າ​ຈະກາຍ​ເປັນ​ທົ່ງ­ຮາບພຽງ ແລະ​ເຂົາ​ຈະ​ນຳ​ກ້ອນ​ຫີນ​ທີ່­ຢູ່​ເທິງ​ຍອດພູ​ອອກ​ມາ​ ເພື່ອ​ໂຫ່­ຮ້ອງ​ວ່າ, ‘ພຣະ­ຄຸນ! ພຣະ­ຄຸນສຳ­ລັບ​ຫີນ​ນັ້ນ!’”
\s5
\v 8 ຖ້ອຍຄຳຂອງພຣະຢາເວໄດ້ມາເຖິງຂ້ານ້ອຍກ່າວວ່າ.
\v 9 “ມື​ຂອງ​ເຊ­ຣູ­ບາ­ເບນ​ໄດ້​ວາງ​ຮາກ­ຖານ​ຂອງ​ພຣະ­ວິ­ຫານ​ນີ້​ ແລະ​ມື​ຂອງ​ເຂົາ​ຈະ​ນຳມາສູ່ຄວາມ​ສຳ­ເລັດ. ຈາກນັ້ນເຈົ້າ​ຈະ​ຮູ້­ວ່າ ພຣະ­ຢາເວຈອມໂຍທາໄດ້ສົ່ງ​ຂ້ານ້ອຍ​ມາ​ຫາ​ເຈົ້າ.
\v 10 ​ຜູ້­ໃດ​ທີ່​ຫມິ່ນປະຫມາດ​ວັນ​ແຫ່ງ​ການ​ເລັກ­ນ້ອຍ​ເຫລົ່ານັ້ນ? ປະຊາຊົນເຫລົ່ານັ້ນ​ຈະ​ໄດ້​ຊົມ­ຊື່ນ­ຍິນ­ດີ ແລະ​ຈະ​ໄດ້​ເຫັນ​ສາຍ​ດິ່ງ​ທີ່­ຢູ່​ໃນ​ມື​ຂອງ​ເຊ­ຣູ­ບາ­ເບນ (ພ້ອມ­ກັບໂຄມໄຟທັງ​ເຈັດດວງເຫລົ່າ​ນັ້ນ ຄື​ບັນ­ດາ​ພຣະ­ເນດ​ຂອງ​ພຣະ­ຢາເວ ທີ່ຊົງຫລຽວ​ເບິ່ງ​ຢູ່​ທົ່ວແຜ່ນດິນ­ໂລກ).”
\v 11 ຈາກນັ້ນ​ຂ້າ­ນ້ອຍໄດ້ທູນ​ຖາມເທວະດາ​ນັ້ນ​ວ່າ, “ຕົ້ນ​ຫມາກ­ກອກ­ເທດ​ສອງ​ຕົ້ນ​ທີ່­ຢູ່​ເບື້ອງ​ຂວາ ແລະ​ເບື້ອງ​ຊ້າຍ​ຂອງ​ເຄື່ອງ​ຮອງ​ຕີນ​ໂຄມ​ນັ້ນ​ແມ່ນ​ຫຍັງ?”
\s5
\v 12 ​ຂ້າ­ນ້ອຍໄດ້​ຖາມເຂົາອີກຄັ້ງວ່າ​, “ກິ່ງກ້ານຕົ້ນ​ຫມາກ­ກອກ­ເທດ​ທັງ​ສອງກິ່ງ​​ກ້ານທີ່​ມີ​ນ້ຳ­ມັນ ສີທອງ​ໄຫລ​ລົງ­ມາແມ່ນ​ຫຍັງ?”
\v 13 ແລະເຂົາໄດ້ຕອບ­ກັບຂ້ານ້ອຍວ່າ, “ເຈົ້າ​ບໍ່​ຮູ້­ຈັກ​ບໍ​ວ່າສິ່ງ​ນັ້ນ​ແມ່ນ​ຫຍັງ?” ຂ້າ­ນ້ອຍາ​ຕອບ​ວ່າ, “ເຈົ້ານາຍຂອງຂ້ານ້ອຍ​ເອີຍ, ຂ້າ­ນ້ອຍ​ບໍ່​ຮູ້­ຈັກ.”
\s5
\v 14 ດັ່ງນັ້ນ ເທວະດາໄດ້​ຕອບ​ວ່າ, “ສິ່ງເຫລົ່ານີ້ຄືລູກຊາຍທັງຫລາຍທີ່ໄດ້­ຮັບ​ການ​ເຈີມ ຜູ້ທີ່​ຢືນ­ຢູ່​ຂ້າງພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນໂລກທັງສິ້ນ”
\s5
\c 5
\cl ບົດທີ 5
\p
\v 1 ຈາກນັ້ນຂ້າ­ນ້ອຍ​ຖອຍ­ຫລັງ​ກັບ ແລະ​ເງີຍ​ຫນ້າ​ຂຶ້ນ​ອີກ ກໍ​ຫລຽວ​ເຫັນ​ຫນັງ­ສື​ມ້ວນ​ຫນຶ່ງ​ເຫາະ​ຢູ່.
\v 2 ເທເວະດານັ້ນ​ຈຶ່ງເວົ້າກັບ​ຂ້າ­ນ້ອຍວ່າ, “ເຈົ້າ​ເຫັນ​ຫຍັງ” ຂ້ານ້ອຍໄດ້​ຕອບ​ວ່າ, “ຂ້າ­ນ້ອຍ​ເຫັນ​ຫນັງ­ສື​ມ້ວນ​ຫນຶ່ງ​ເຫາະ​ຢູ່, ມັນ​ຍາວ​ຊາວ​ສອກ ແລະ​ກວ້າງ​ສິບ​ສອກ.”
\s5
\v 3 ແລ້ວ​ເຂົາ​ໄດ້ເວົ້າກັບຂ້ານ້ອຍ­​ວ່າ, “ນີ້­ແຫລະ​ເປັນ​ຄຳ​ສາບແຊ່ງ​ທີ່​ແຜ່​ອອກ​ໄປ​ທົ່ວ​ພື້ນ​ແຜ່ນ­ດິນ​ໂລກ, ພວກ​ໂຈນ​ຂີ້­ລັກ​ທຸກ​ຄົນ​ຈະ​ຖືກ​ກຳຈັດ​ອອກໄປ​ຕາມ​ທີ່​ຂຽນ­ໄວ້​ຂ້າງ​ເບື້ອງຫນຶ່ງ ແລະ​ທຸກ​ຄົນ­ທີ່​ກ່າວຄຳສາບານ​ບໍ່​ຈິງ ​ຈະ​ຕ້ອງ​ຖືກ​ກຳຈັດອອກ​ຕາມ​ບ່ອນ​ທີ່​ຂຽນໄວ້​ໃນ​ນັ້ນອີກເບື້ອງຫນຶ່ງ.
\v 4 ເຮົາຈະສົ່ງມັນອອກໄປ—ນີ້ຄືຄຳປະກາດຂອງພຣະຢາເວຈອມໂຍທາ—ດັ່ງນັ້ນ ມັນຈະເຂົ້າໄປໃນເຮືອນຂອງຂີ້ລັກນັ້ນ ແລະເຂົ້າໄປ​ໃນ​ເຮືອນ​ຂອງ​ຄົນທີ່​ສາ­ບານ​ບໍ່​ຈິງ​ ໂດຍ​ອອກ​ນາມ​ຂອງ​ເຮົາ. ມັນຈະຍັງຄົງຢູ່ໃນບ້ານຂອງເຂົາ ແລະເຜົາໄຫມ້ທ່ອນໄມ້ ແລະ ກ້ອນຫີນທັງຫລາຍໃນເຮືອນນັ້ນ.”
\s5
\v 5 ຈາກນັ້ນເທວະດາ​ຜູ້​ທີ່ເວົ້າ​ກັບ​ຂ້ານ້ອຍ​ໄດ້​ອອກ ​ແລະ ​ເວົ້າກັບ​ຂ້ານ້ອຍ​ວ່າ, “ຈົ່ງ​ເງີຍ​ຫນ້າ​ຂຶ້ນ ແລະ​ເບິ່ງ​ວ່າ ສິ່ງ​ທີ່​ກຳລັງມາ​ນັ້ນ!”
\v 6 ຂ້ານ້ອຍ​ໄດ້​ເວົ້າ­ວ່າ, “ສິ່ງ​ນັ້ນ​ແມ່ນ​ຫຍັງ?” ເຂົາ​ໄດ້​ຕອບ​ວ່າ “ນີ້​ຄືກະຕ່າບັນຈຸຫນື່ງ​ເອ­ຟາ​ທີ່ກຳລັງຈະມາ. ນີ້ຄືຄວາມຜິດບາບຂອງເຂົາທັງຫລາຍ​​ໃນ​ທົ່ວ​ແຜ່ນ­ດິນ​ທັງສິ້ນ."
\v 7 ແລ້ວຝາ​ເອ­ຟາ​ທີ່ປິດກະຕ່າໄດ້ເປີດອອກ ແລະ​ມີ​ຜູ້­ຍິງ​ຄົນ​ຫນຶ່ງ​ນັ່ງ​ຢູ່­ໃນ​ນັ້ນ!
\s5
\v 8 ເທວະດາໄດ້​ກ່າວ​ວ່າ “ນີ້​ແມ່ນ​ຄວາມ​ຊົ່ວ­ຮ້າຍ!” ​ເທວະດາ​ໄດ້​ໂຍນ​ຍິງ​ນັ້ນ​ເຂົ້າ​ໃນກະຕ່າ​, ແລ້ວ​ເຂົາກໍ​ເອົາ​ຝາ​ທີ່​ເຮັດ​ດ້ວຍ​ຂີ້­ກົ່ວ​ປິດ​ປາກ​ມັນ​ໄວ້.
\v 9 ແລ້ວ​ຂ້າ­ນ້ອຍ​ກໍ​ເງີຍຫນ້າ​ຂຶ້ນ​ຫລຽວ​ເຫັນ​ຜູ້­ຍິງ​ສອງ​ຄົນ​ອອກ​ມາ, ແລະ​ມີ​ລົມ​ຢູ່­ໃນ​ປີກ​ຂອງ​ນາງ—ເພາະວ່າພວກນາງມີປີກ​ນັ້ນ​ຄ້າຍ­ຄື​ປີກ​ຂອງ​ນົກ​ຂຸ້ມ. ​ພວກນາງ​ໄດ້​ຍົກກະຕ່າ​ເອຟາ​ຂຶ້ນ​ລະ­ຫວ່າງ​ແຜ່ນ­ດິນ­ໂລກ ແລະ ​ທ້ອງຟ້າ­.
\s5
\v 10 ດັ່ງນັ້ນ​ຂ້າ­ນ້ອຍ​ໄດ້ເວົ້າກັບເທວະດາ​ຜູ້​ເວົ້າ​ກັບ​ຂ້ານ້ອຍວ່າ, “ນາງ​ເຫລົ່າ­ນັ້ນ​ຈະ​ເອົາ​ກະຕ່າເອ­ຟາ​ໄປ​ໃສ?”
\v 11 ເຂົາໄດ້ເວົ້າກັບ​ຂ້າ­ນ້ອຍ​ວ່າ, “ໄປ​ສ້າງພຣະວິຫານໃນ​ແຜ່ນ­ດິນ​ຊີ­ນາຍ ສຳລັບມັນ, ດັ່ງນັ້ນເມື່ອພຣະວິຫານ​ສຳ­ເລັດ​ແລ້ວ, ກະຕ່ານັ້ນຈະຖືກຈັດໄວ້ທີ່ນັ້ນເທິງແທ່ນ​ບ່ອນທີ່ມັນໄດ້ຈັດຕຽມໄວ້.”
\s5
\c 6
\cl ບົດທີ 6
\p
\v 1 ຈາກນັ້ນຂ້ານ້ອຍ​ໄດ້ຫັນ​ກັບມາ ​ແລະ ໄດ້ເງີຍຫນ້າ​ຂຶ້ນເບິ່ງ ແລະໄດ້ເຫັນ​ລົດມ້າ­ຮົບ​ສີ່​ຄັນກຳລັງ​ອອກ​ມາ​ລະ­ຫວ່າງ­ກາງ​ພູ­ເຂົາ​ສອງຫນ່ວຍ; ແລະພູ­ເຂົາ​ນັ້ນ​ເຮັດມາຈາກ​ທອງ­ແດງ.
\v 2 ລົດມ້າຮົບ​ຄັນ​ທຳ­ອິດ​ມີ​ມ້າ​ສີ­ແດງ, ຄັນ​ທີ​ສອງ​ມີ​ມ້າ​ສີ­ດຳ,
\v 3 ລົດມ້າຄັນ​ທີ​ສາມ​ມ້າ​ສີ­ຂາວ, ແລະລົດມ້າຄັນ​ທີ​ສີ່​ມ້າ​ດ່າງ​ສີ​ເທົາ​.
\v 4 ດັ່ງນັ້ນຂ້ານ້ອຍ​ໄດ້​ຖາມເທວະດາ ຜູ້​ທີ່​ເວົ້າ​ກັບ​ຂ້າ­ນ້ອຍ​ວ່າ, “ເຈົ້າ​ນາຍຂອງຂ້ານ້ອຍ​ເອີຍ, ສິ່ງ​ເຫລົ່າ​ນີ້​ແມ່ນ​ຫຍັງ?”
\s5
\v 5 ເທວະດາ​ນັ້ນ​ໄດ້​ຕອບ ແລະ​ໄດ້ບອກຂ້າ​ນ້ອຍວ່າ, “ສິ່ງເຫລົ່າ​ນີ້​ເປັນລົມທັງ​ສີ່​ແຫ່ງ​ທ້ອງຟ້າ ທີ່ອອກມາຈາກສະຖານທີ່ຂອງພວກເຂົາທັງຫລາຍ ໄດ້​ຢືນ­ຢູ່​ຕໍ່​ພຣະ­ພັກ​ຂອງ​ອົງ­ພຣະ­ຜູ້­ເປັນ­ເຈົ້າ​ແຫ່ງ​ແຜ່ນ­ດິນ­ໂລກທັງຫລາຍ.
\v 6 ຄົນກັບລົດ​ທີ່​ມີ​ມ້າ​ດຳ​ທັງຫລາຍກຳລັງຈະອອກ​ໄປ​ປະເທດທາງທິດ­ເຫນືອ; ມ້າ​ສີ­ຂາວທັງຫລາຍກຳລັງຈະອອກໄປປະເທດຕາເວັນຕົກ ແລະມ້າລາຍທັງຫລາຍກຳລັງຈະອອກໄປປະເທດທາງໃຕ້​.”
\s5
\v 7 ມ້າແຂງແຮງເຫລົ່ານີ້ໄດ້ອອກໄປແລະສະແຫວງຫາ ແລະຈະສຳຫລວດໄປທົ່ວແຜ່ນດິນໂລກ, ດັ່ງນັ້ນທູດ­ສະ­ຫວັນໄດ້ບອກວ່າ, “ຈົ່ງອອກໄປ, ແລະສຳຫລວດແຜ່ນ­ດິນໂລກ!” ແລະພວກມັນໄດ້ໄປແລະສຳຫລວດທົ່ວແຜ່ນ­ດິນໂລກ.
\v 8 ຈາກນັ້ນທູດ­ສະ­ຫວັນໄດ້ຮ້ອງຫາຂ້ານ້ອຍວ່າ, “ເບິ່ງແມ ມ້າເຫລົ່ານີ້ທີ່ອອກໄປຍັງປະ­ເທດທາງທິດ­ເຫນືອ; ພວກເຂົາຈະຕອບສະຫນອງພຣະວິນຍານຂອງເຮົາກ່ຽວກັບປະ­ເທດທາງທິດເຫນືອ”
\s5
\v 9 ດັ່ງນັ້ນຖ້ອຍຄຳຂອງ​ພຣະຢາເວ​ໄດ້​ມາ​ເຖິງ​ຂ້າ­ນ້ອຍ, ກ່າວວ່າ,
\v 10 “ຈົ່ງ​ນຳ​ເອົາ​ຂອງ​ຖວາຍ​ຈາກ​ບັນ­ດາຊະເລີຍ​ ຄື​ຈາກ​ເຮນດາຍ ໂຕ­ບີ­ຢາ, ແລະ​ເຢ­ດາ­ຢາ—ແລະໃນ​ວັນ​ດຽວ​ກັນ​ນັ້ນ ແລະຈົ່ງ​ເຂົ້າ­ໄປ​ໃນ​ເຮືອນ​ຂອງ​ໂຢ­ສີ­ຢາ ລູກ­ຊາຍ​ເຊ­ຟາ­ນີ­ຢາ, ຜູ້ທີ່​ໄດ້​ອອກ​ມາ​ຈາກ​ນະ­ຄອນ​ບາ­ບີ­ໂລນ.
\v 11 ຈົ່ງ​ເອົາ​ເງິນແລະ​ຄຳ​, ເຮັດ​ເປັນ​ມົງ­ກຸດອັນຫນຶ່ງ ແລ້ວສວມ​ໃສ່​ເທິງ​ຫົວ​ຂອງ​ໂຢ­ຊວຍ​ລູກ­ຊາຍ​ເຢ­ໂຮ­ຊາ­ດັກ, ມະ­ຫາ­ປະ­ໂລ­ຫິດ.
\s5
\v 12 ຈົ່ງເວົ້າກັບເຂົາ ແລະກ່າວວ່າ, '​ພຣະຢາເວຈອມໂຍທາ­​ໄດ້​ກ່າວ​ດັ່ງ­ນີ້​: ຊາຍຄົນນີ້, ມີ​ຊື່­ວ່າ​ ­ກິ່ງ! ເຂົາຈະເຕີບໂຕໃນສະຖານທີ່ໆເຂົາຢູ່ ແລະຈາກນັ້ນເຂົາ​ຈະ​ສ້າງ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ.
\v 13 ເຂົານັ້ນແຫລະ​ຈະ​ເປັນ​ຜູ້​ສ້າງ​ພຣະ­ວິ­ຫານ​ຂອງ​ພຣະຢາເວ ແລະ​ເຂົາຈະ​ໄດ້­ຮັບ​ສະຫງ່າຣາສີອັນຍິ່ງໃຫຍ່ຂອງມັນ, ແລ້ວເຂົາຈະນັ່ງ​ແລະ​ປົກ­ຄອງ​ຢູ່​ເທິງ​ຣາ­ຊະ​ບັນ­ລັງ​ຂອງ​ເຂົາ. ​ເຂົາ​ຈະ​ເປັນ​ປະໂລ­ຫິດ​ຄົນຫນຶ່ງຢູ່​ເທິງ​ຣາຊະບັນລັງ​ຂອງເຂົາ ແລະ​ຄວາມເຂົ້າໃຈແຫ່ງ​ສັນ­ຕິ​ສຸກຈະ​ມີ​ຢູ່​ລະ­ຫວ່າງ​​ສອງຝ່າຍ.
\s5
\v 14 ມົງ­ກຸດຈະຖືກວາງໄວ້ໃນ​ພຣະ­ວິ­ຫານ​ຂອງ​ພຣະ­ຢາເວ ເພື່ອ​ເປັນ​ທີ່​ລະ­ນຶກ​ເຖິງ​ເຮນ­ດາຍ, ໂຕ­ບີ­ຢາ, ເຢ­ດາ­ຢາ, ແລະ​ເຮັນ ລູກຊາຍ​ຂອງ​ເຊ­ຟາ­ນີ­ຢາ.
\v 15 ແລ້ວຄົນເຫລົ່ານັ້ນ​ຜູ້​ທີ່­ຢູ່​​ໄກ​ຈະ​ມາ​ແລະ­ສ້າງ​ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາ, ດັ່ງນັ້ນທ່ານຈະຮູ້ວ່າ​ພຣະຢາເວຈອມໂຍທາໄດ້ສົ່ງຂ້ານ້ອຍມາ​ຫາ​ພວກ​ທ່ານ; ເພາະນີ້ຈະເກີດຂຶ້ນ ​ຖ້າ​ພວກ​ທ່ານ​ເຊື່ອ​ຟັງສຽງຂອງພຣະຢາເວ ພຣະເຈົ້າ​ຂອງ​ຢ່າງແທ້ຈິງ!”
\s5
\c 7
\cl ບົດທີ 7
\p
\v 1 ເມື່ອກະສັດ​ດາ­ຣິ­ອຸດ ໄດ້ປົດຄອງເປັນເວລາສີ່ປີ, ໃນ​ວັນ­ທີ​ສີ່​ເດືອນ​ທີ​ເກົ້າ (ຊຶ່ງ​ເປັນ​ເດືອນ​ກິດ­ຊະ­ເລັບ), ຖ້ອຍຄຳຂອງ​ພຣະຢາເວ​ໄດ້​ມາ​ເຖິງ​ເຊຄາຣີຢາ.
\v 2 ປະຊາຊົນ­ເມືອງ​ໄດ້​ສົ່ງ​ຊາ­ເຣັດ­ເຊ ແລະ​ ເຣ­ເກມເມ­ເລັກ ແລະ​ພັກ​ພວກ​ຂອງ​ເຂົາ ເພື່ອຮ້ອງທູນຕໍ່​ພຣະ­ພັກ​ພຣະ­ຢາເວ.
\v 3 ພວກເຂົາໄດ້ກ່າວ​ຕໍ່​ບັນ­ດາ​ປະ­ໂລ­ຫິດ ​ຜູ້ຊຶ່ງໄດ້ຢູ່​ໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາ­ ແລະ​ຕໍ່ພວກ​ຜູ້ປະກາດ­ພຣະ­ທັມ​; ພວກເຂົາໄດ້ກ່າວວ່າ, “ຄວນທີ່ຂ້າ­ນ້ອຍ​ຈະ​ໄວ້​ທຸກໆ​ໃນ​ເດືອນ​ທີ​ຫ້າດ້ວຍການອົດອາຫານ ເຫມືອນທີ່ຂ້ານ້ອຍ​ໄດ້​ເຮັດ​ມາ​ແລ້ວ​ໃນ​ຫລາຍ​ປີຫລື​ບໍ?”
\s5
\v 4 ດັ່ງນັ້ນ ຖ້ອຍຄຳຂອງ​ພຣະຢາເວຈອມໂຍທາ ​ໄດ້​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 5 "ຈົ່ງເວົ້າກັບ​ບັນ­ດາປະຊາຊົນທັງຫມົດຂອງແຜ່ນດິນ ແລະກັບ​ປະ­ໂລ­ຫິດທັງຫລາຍ ແລະເວົ້າ​ວ່າ, 'ເມື່ອ​ພວກເຈົ້າ​ອົດ​ອາຫານ​ແລະ​ໄວ້​ທຸກ​ໃນ​ເດືອນ​ທີ​ຫ້າ ແລະ ​ເດືອນ​ທີ​ເຈັດເປັນເວລາດົນເຖິງເຈັດ​ສິບ​ປີ​ນັ້ນ, ພວກ​ເຈົ້າ​ໄດ້​ອົດອາຫານເພື່ອເຮົາແທ້ຫລື​ບໍ?
\v 6 ເມື່ອພວກ​ເຈົ້າ​ໄດ້​ກິນແລະດື່ມ, ພວກເຈົ້າໄດ້ກິນແລະດື່ມ​ເພື່ອ​ຕົວ​ຂອງ​ເຈົ້າ​ເອງຫລື?
\v 7 ຖ້ອຍຄຳເຫລົ່ານີ້ເປັນພຣະ­ທັມ ຊຶ່ງພຣະຢາເວໄດ້ປະ­ກາດ ໂດຍຜ່ານປາກຂອງຜູ້ປະກາດພຣະ­ທັມຮຸ້ນກ່ອນໆ, ເມື່ອຕອນພວກເຈົ້າຍັງຄົງໄດ້ຢູ່ໃນນະຄອນເຢຣູ­ຊາ­ເລັມ ແລະເມື່ອງທັງຫລາຍຈະເລີນຮຸ່ງເຮືອງໂດຍອ້ອມຮອບ ແລະໄດ້ຕັ້ງຖິ່ນຖານໃນເນເກບ, ແລະເຂດທົ່ງພຽງທາງທິດຕາເວັກຕົກຫລື?”
\s5
\v 8 ຖ້ອຍຄຳຂອງ​ພຣະຢາເວໄດ້​ມາ​ເຖິງ​ເຊ­ຄາ­ຣີ­ຢາ​, ກ່າວວ່າ,
\v 9 “ພຣະຢາເວຈອມໂຍທາ­ຊົງ​ກ່າວ​ດັ່ງ­ນີ້​ວ່າ, 'ຈົ່ງ​ຕັດ­ສິນ​ຕາມ​ຄວາມຍຸດຕິທັມຢ່າງແທ້ຈິງ, ຕາມພັນທະສັນຍາທີ່ສັດຊື່, ແລະດ້ວຍຄວາມເມດຕາ. ໃຫ້ແຕ່ລະຄົນເຮັດສິ່ງນີ້ກັບພີ່ນ້ອງຂອງເຂົາ.
\v 10 ກ່ຽວກັບແມ່­ຫມ້າຍ ແລະລູກ­ກຳ­ພ້າ, ຄົນ​ຕ່າງ­ດ້າວ​ຫລື​ຄົນ​ຍາກຈົນ—ຢ່າກົດຂີ່ຂົ່ມເຫັງພວກເຂົາ, ແລະ ​ຢ່າ​ໃຫ້ພວກເຈົ້າຄົນໃດຄິດ​ອຸບາຍ​ຊົ່ວ​ໃນ​ໃຈ​ ທີ່ຈະທຳຮ້າຍຄົນອື່ນ.”
\s5
\v 11 ແຕ່​ພວກ­ເຂົາ​ປະ­ຕິ­ເສດທີ່ຈະເອົາໃຈໃສ່​ ແລະຍົກບ່າຂຶ້ນຢ່າງ​ດື້​ດຶງ. ພວກ­ເຂົາ​ໄດ້ອັດຫູຂອງພວກເຂົາ ດັ່ງນັ້ນພວກ­ເຂົາ​ຈຶ່ງ​ຈະ​ບໍ່​ໄດ້­ຍິນ.
\v 12 ພວກ­ເຂົາ​ໄດ້​ເຮັດ­ໃຫ້ຈິດ​ໃຈ​ຂອງ­ຕົນແຂງກະດ້າງ​ເຫມືອນຫີນ​ ດັ່ງນັ້ນພວກເຂົາຈຶ່ງບໍ່​ໄດ້­ຍິນ​ພຣະ­ບັນ­ຍັດ ຫລື ຖ້ອຍຄຳທັງຫລາຍຂອງພຣະຢາເວຈອມໂຍທາ. ພຣະອົງໄດ້ສົ່ງຂໍ້ຄວາມເຫລົ່ານີ້ໄປເຖິງປະຊາຊົນ ໂດຍພຣະວິຍານຂອງພຣະອົງໃນສະໄຫມເລີ່ມຕົ້ນ, ໂດຍຜ່ານປາກຂອງຜູ້ປະກາດພຣະຄັມທັງຫລາຍ. ແຕ່ພວກປະຊາຊົນໄດ້ປະຕິເສດທີ່ຈະຟັງ, ດັ່ງນັ້ນ ພຣະຢາເວຈອມໂຍທາຊົງໂກດຮ້າຍຕໍ່ພວກເຂົາຢ່າງຫນັກ.
\s5
\v 13 ມັນໄດ້ເກີດຂຶ້ນເມື່ອພຣະອົງໄດ້ຊົງເອີ້ນ, ແຕ່ພວກເຂົາບໍ່ຟັງ. ດ້ວຍວິທີການດຽວກັນ,“ ພຣະຢາເວຈອມໂຍທາໄດ້ຊົງກ່າວ, "ພວກເຂົາ​ຈະຮ້ອງທູນຕໍ່ເຮົາ, ແຕ່ເຮົາຈະບໍ່ຟັງ.
\v 14 ເພາະເຮົາຈະກະຈັດ­ກະ­ຈາຍພວກເຂົາ​ໄປ​ດ້ວຍ​ລົມຫົວກຸດໄປເຖິງປະຊາຊາດທັງຫລາຍທີ່ພວກເຂົາບໍ່ໄດ້ເຫັນ, ແລະແຜ່ນ­ດິນນັ້ນຈະຖືກຮ້າງ​ເປົ່າຫລັງຈາກພວກເຂົາ. ເພາະວ່າຈະບໍ່ມີ​ໃຜ​ທຽວຜ່ານ​ແຜ່ນດິນນັ້ນ ຫລື ກັບມາຫາມັນອີກ ຕັ້ງແຕ່ປະຊາຊົນນັ້ນໄດ້ເຮັດໃຫ້ແຜ່ນດິນເປັນຫນ້າເພິງພໍໃຈຂອງພວກເຂົາ ໄດ້ກາຍເປັນຮົກຮ້າງວ່າງ​ເປົ່າ."
\s5
\c 8
\cl ບົດທີ 8
\p
\v 1 ຖ້ອຍຄຳຂອງ​ພຣະ­ຢາເວຈອມໂຍທາ​ ໄດ້ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 2 “ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຫວງ​ແຫນ​ຊີ­ໂອນອັນ­ຍິ່ງ­ໃຫຍ່​ ແລະເຮົາ​ຫວງ​ແຫນ​ນາງດ້ວຍຄຽດຮ້າຍອັນຍິ່ງ­ໃຫຍ່!
\v 3 ພຣະຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຈະ​ກັບ​ໄປຫາ​ຊີ­ໂອນ​ ແລະ ​ຈະອາໄສໃນ​ທ່າມ­ກາງ​ນະ­ຄອນ​ເຢ­ຣູ­ຊາ­ເລັມ, ເພາະວ່າ​ເຢ­ຣູ­ຊາ­ເລັມ​ຈະຖືກເອີ້ນວ່າ​ເມືອງ​ແຫ່ງ​ຄວາມ­ຈິງ ແລະ​ພູເຂົາ​ຂອງ​ພຣະ­ຢາເວຈອມໂຍທາ​ ຈະຖືກເອີ້ນ­ວ່າ​ພູ­ເຂົາ​ບໍ­ຣິ­ສຸດ!
\s5
\v 4 ພຣະຢາເວຈອມໂຍທາກ່າວ​ດັ່ງ­ນີ້​ວ່າ: ຊາຍ​ເຖົ້າ​ແລະ​ຍິງ​ເຖົ້າ​ຈະ​ອາ­ໄສ​ຢູ່​ຕາມ​ຖະ­ຫນົນ​ໃນນະຄອນ​ເຢ­ຣູ­ຊາ­ເລັມ​ອີກຄັ້ງ, ແລະທຸກ​ຄົນ​ຕ້ອງມີ​ໄມ້­ຄ້ອນເທົ້າ​ຢູ່­ໃນ​ມືຂອງເຂົາ​ ເພາະວ່າເຂົາເຖົ້າແລ້ວ​.
\v 5 ຖະຫນົນຕ່າງໆຂອງເມືອງນັ້ນ​ຈະ​ເຕັມ​ໄປ​ດ້ວຍ​ພວກ​ເດັກ­­ຊາຍ ​ແລະ ​ພວກເດັກ­ຍິງ ທີ່ກຳລັງ​ແລ່ນ​ຫລິ້ນຢູ່​ໃນນັ້ນ.
\s5
\v 6 ພຣະ­ຢາເວຈອມໂຍທາໄດ້ຊົງກ່າວ​ດັ່ງ­ນີ້​ວ່າ: ໃນວັນເຫລົ່ານັ້ນ ຖ້າບາງສິ່ງເບິ່ງຄືຈະເປັນໄປບໍ່ໄດ້ ໃນ​ສາຍ­ຕາ​ຂອງຄົນ​ທີ່​​ເຫລືອ​ຢູ່­ນີ້, ມັນຄວນເບິ່ງຄືເປັນໄປບໍ່ໄດ້ໃນ​ສາຍ­ຕາ​ຂອງ​ເຮົາ​ຄື​ກັນບໍ?
\v 7 ພຣະ­ຢາເວຈອມໂຍທາ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ, ເຮົາ​ຕ້ອງການ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ເຮົາ​ຈາກດິນແດນທີ່ທິດຕາເວັນຂຶ້ນ ແລະ​ ຈາກດິນແດນແຫ່ງທິດຕາເວັນຕົກ.
\v 8 ເພາະວ່າເຮົາ​ຈະ​ນຳ​ພວກ­ເຂົາກັບ​ມາ, ແລະ​ ພວກເຂົາຈະ​ອາ­ໄສ​ຢູ່​ທ່າມ­ກາງ​ນະ­ຄອນ​ເຢ­ຣູ­ຊາ­ເລັມ, ດັ່ງນັ້ນພວກເຂົາຈະເປັນປະຊາຊົນ​ຂອງ​ເຮົາ, ແລະ​ເຮົາ​ຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ ໃນ​ຄວາມ­ຈິງ ​ແລະ​ດ້ວຍ​ຄວາມ​ຊອບ­ທັມ!
\s5
\v 9 ພຣະຢາເວຈອມໂຍທາຊົງ​ກ່າວ​ວ່າ: ບັດນີ້ພວກເຈົ້າຜູ້ທີ່ຍັງຄົງຟັງຖ້ອຍຄຳທັງຫລາຍເດີມໆ ທີ່ມາຈາກປາກຂອງຜູ້ປະກາດພຣະຄັມທັງຫລາຍ. ເມື່ອ​​ຮາກ­ຖານ​ຂອງພຣະ­ວິ­ຫານ​ຂອງ​ພຣະ­ຢາເວຈອມໂຍທາໄດ້ຖືກວາງແລ້ວ, ນີ້ຄືພຣະ­ວິ­ຫານ​ຂອງພວກເຮົາ, ພຣະຢາເວຈອມໂຍທາຊົງກ່າວວ່າ: ຈົ່ງເຮັດໃຫ້ມືຂອງເຈົ້າແຂງແຮງ ດັ່ງນັ້ນພຣະວິຫານ ຈຶ່ງຈະສາມາດສ້າງຂຶ້ນໄດ້.
\v 10 ເພາະວ່າກ່ອນວັນເຫລົ່າ­ນັ້ນ, ​ບໍ່​ມີ­ໃຜລວບລວມເມັດພຶດໄດ້, ບໍ່ມີໃຜໄດ້ກຳໄລບໍ່ວ່າຈະເປັນຄົນຫລືສັດ, ບໍ່­ມີສັນຕິພາບຈາກ​ສັດຕຣູສຳລັບຜູ້ທີ່ກຳລັງຈະໄປ ຫລືກຳລັງຈະມາ. ເຮົາໄດ້ໃຫ້ພວກເຂົາທຸກຄົນຕໍ່ສູ້ຊຶ່ງກັນແລະກັນ ກັບ​ເພື່ອນ­ບ້ານ​ຂອງ­ຕົນ.
\s5
\v 11 ແຕ່ບັດນີ້ມັນຈະບໍ່ຄືກັບອະດີດ, ເຮົາຈະຢູ່ກັບປະຊາຊົນທີ່ເຫລືອຢູ່—ນີ້ຄືຄຳປະກາດຂອງພຣະ­ຢາເວຈອມໂຍທາ.
\v 12 “ ເພາະວ່າເມັດພຶດພັນແຫ່ງສັນຕິພາບຈະຖືກຫວ່ານ; ເຄືອ​ອະ­ງຸ່ນ​ຈະ​ມີ​ຫມາກ ແລະ ​ແຜ່ນ­ດິນ​ຈະ​ເກີດ​​ຜົນຜະລິດ ແລະບັນດາ​ທ້ອງ­ຟ້າ​ຈະໃຫ້​ນ້ຳ­ຫມອກ​ຕົກ, ເພາະເຮົາ​ຈະ­ເຮັດໃຫ້​ປະ­ຊາ­ຊົນ​ທີ່​ເຫລືອ​ຢູ່​ນີ້​ໄດ້​ຮັບສືບທອດສິ່ງເຫລົ່ານີ້ທັງຫມົດ, ເຊື້ອຊາດຂອງຢູດາ ແລະ ເຊື້ອຊາດຂອງ​ເຢຣູ­ຊາ­ເລັມເອີຍ.
\s5
\v 13 ພວກເຈົ້າຈະເປັນຕົວຢ່າງສຳລັບບັນດາປະຊາຊາດແຫ່ງຄຳສາບແຊ່ງ, ໂອ ຄອບ­ຄົວຢູ­ດາ ແລະຄອບ­ຄົວເຊື້ອ­ສາຍອິ­ດສະຣາ­ເອນເອີຍ. ດັ່ງນັ້ນ ເຮົາຈະຊ່ວຍ​ເຫລືອພວກ​ເຈົ້າ ແລະ ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ແຫລ່ງແຫ່ງ​ພຣະ­ພອນ​. ຈົ່ງຢ່າ​ຢ້ານ​ເລີຍ; ​ຈົ່ງເຮັດ​ໃຫ້​ມື​ຂອງ​ພວກເຈົ້າ​ເຂັ້ມ­ແຂງຂຶ້ນ.
\v 14 ເພາະ​ພຣະຢາເວຈອມໂຍທາຊົງ​ກ່າວ​ດັ່ງນີ້​ວ່າ: ດັ່ງທີ່ເຮົາ​ໄດ້ວາງແຜນ ເພື່ອ​ຈະ​ເຮັດ​ອັນ­ຕະ­ລາຍ​ແກ່​ພວກ​ເຈົ້າ ເມື່ອ​ບັນ­ພະ­ບຸຣຸດ​ຂອງ​ພວກ​ເຈົ້າ​ຍົວະ​ໃຫ້​ໂມໂຫ​ຮ້າຍ—ພຣະຢາເວຈອມໂຍທາ­ຊົງກ່າວ​—ແລະບໍ່ໄດ້ຜ່ອນຜັນໃຫ້,
\v 15 ດັ່ງ­ນັ້ນ ເຮົາໄດ້ວາງແຜນທີ່ຈະເຮັດອີກຄັ້ງ​ ແກ່​ນະຄອນເຢ­ຣູຊາ­ເລັມ ແລະ​ແກ່​ເຊື້ອສາຍ​ຢູ­ດາເຫລົ່ານິ້ດ້ວຍ! ຢ່າ​​ຢ້ານ​ເລີຍ!
\s5
\v 16 ​ສິ່ງ​ເຫລົ່າ​ນີ້​ຄື ສິ່ງທີ່ພວກເຈົ້າຕ້ອງເຮັດ: ທຸກ​ຄົນ​ຈົ່ງ​ເວົ້າ​ແຕ່​ຄວາມ­ຈິງ​ກັບ​ເພື່ອນ­ບ້ານທຸກຄົນຂອງເຂົາ. ຈົ່ງ​ຕັດ­ສິນ​ຕາມ​ຄວາມ­ຈິງ, ຄວາມຍຸດຕິທັມ ແລະ​ສ້າງ­ສັນ​ຕິພາບ​ຢູ່​ທີ່​ປະ­ຕູ​ເມືອງທັງຫລາຍຂອງ​ຂອງ​ພວກເຈົ້າ.
\v 17 ຈົ່ງຢ່າ​ວາງແຜນ​ຊົ່ວ​ຮ້າຍໃນ​ໃຈ​ຂອງພວກເຈົ້າ​ຕໍ່­ສູ້​ຊຶ່ງກັນແລະກັນ, ແລະຈົ່ງຢ່າ​ຮັກ​ຄຳ​ປະຕິຍານ​ບໍ່​ຈິງ—ເພາະເຮົາກຽດຊັງສິ່ງເຫລົ່ານີ້!—ນີ້ເປັນຄຳປະກາດຂອງພຣະ­ຢາເວ.”
\s5
\v 18 ຈາກນັ້ນ ຖ້ອຍຄຳຂອງ​ພຣະຢາເວຈອມໂຍທາ­ໄດ້​ມາ​ເຖິງ​ຂ້ານ້ອຍ, ກ່າວວ່າ,
\v 19 “ພຣະຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​: ການ​ອົດ​ອາ­ຫານ​ໃນ​ເດືອນ​ທີ​ສີ່, ​ເດືອນ​ທີ​ຫ້າ​, ເດືອນ​ທີ​ເຈັດ ແລະ​​ເດືອນ​ທີ​ສິບ ຈະ​ເປັນ​ເວລາແຫ່ງ​ຄວາມ​ຊົມ­ຊື່ນ­ຄວາມຍິນ­ດີ ແລະ​ເທດສະການຄວາມສຸກສຳລັບ​ເຊື້ອ­ສາຍ​ຢູ­ດາ! ເຫດ​ສະ­ນັ້ນ​ຈົ່ງ​ຮັກ​ຄວາມ­ຈິງ ແລະ​ສັນຕິພາບ!
\s5
\v 20 ພຣະ­ຢາເວຈອມໂຍທາຊົງກ່າວ​ດັ່ງ­ນີ້​: ປະຊາຊົນຈະມາອີກຄັ້ງ, ແມ້ວ່າຄົນເຫລົ່ານັ້ນຈະອາໄສຢູ່ໃນເມືອງຕ່າງໆ.
\v 21 ຄົນທັງຫລາຍຂອງເມືອງຫນຶ່ງຈະ​ໄປ​ຫາ​ອີກເມືອງ​ຫນຶ່ງແລະເວົ້າ​ວ່າ, "ໃຫ້ເຮົາຮີບໄປ ເພື່ອອ້ອນວອນ​ຕໍ່​ພຣະພັກຂອງພຣະ­ຢາເວ ແລະ​ເພື່ອສະ­ແຫວງ­ຫາ​ພຣະ­ຢາເວຈອມໂຍທາ! ພວກເຮົາເອງ​ກໍ​ກຳລັງຈະ​ໄປ​ດ້ວຍ.
\v 22 ປະຊາຊົນຫລວງຫລາຍແລະ​ບັນ­ດາ​ປະຊາຊາດ​ທີ່​ເຂັ້ມ­ແຂງ​ຈະ​ມາ​ສະ­ແຫວງ­ຫາ​ພຣະຢາເວຈອມໂຍທາໃນນະຄອນ​ເຢ­ຣູ­ຊາ­ເລັມ ແລະ ​ຮ້ອງທູນຂໍພຣະເມດຕາຂອງພຣະຢາເວ!
\s5
\v 23 ພຣະ­ຢາເວຈອມໂຍທາຊົງ​ກ່າວ​ດັ່ງ­ນີ້​ວ່າ: ໃນວັນເຫລົ່ານັ້ນ ຜູ້ຊາຍສິບຄົນຈາກທຸກຊາດ, ທຸກພາສາ ຈະຈັບປາຍເສື້ອຄຸມຂອງພວກເຈົ້າ ແລະກ່າວວ່າ, ‘ໃຫ້­ເຮົາ​ໄປ​ນຳ​ເຈົ້າ, ເພື່ອທີ່ພວກເຮົາຈະ​ໄດ້ຍິນ​ຄຳວ່າ​ ພຣະ­ເຈົ້າ​ສະ­ຖິດ​ຢູ່​ກັບ​ພວກທ່ານ!’”
\s5
\c 9
\cl ບົດທີ 9
\p
\v 1 ນີ້ເປັນຄຳປະກາດຖ້ອຍຄຳຂອງພຣະຢາເວກ່ຽວກັບ­ ແຜ່ນດິນ​ຮັດ­ຣັກ ແລະເມືອງ​​ດາ­ມາ­ເຊ. ເພາະພຣະ​ເນດຂອງພຣະຢາເວແກ່ມະນຸດຊາດ ແລະເຜົ່າພັນຂອງ​ອິດສະຣາເອນ​ທັງ​ໝົດດ້ວຍ.
\v 2 ນີ້ເປັນຄຳປະກາດກ່ຽວກັບ​ຮຳ­ມາດ, ຊຶ່ງ​ມີ​ເຂດ­ແດນ​ຕິດ​ກັນກັບດາມັສກັດ, ແລະກ່ຽວກັບເມືອງຕີ­ເຣ​ແລະ​ຊີ­ໂດນ, ເຖິງ­ວ່າພວກເຂົາຈະ​ສະ­ຫລາດຫລາຍ​ກໍ​ຕາມ.
\s5
\v 3 ເມືອງ​ຕີ­ເຣ​ໄດ້​ສ້າງ​ກຳແພງເມືອງທີ່ແຂງແຮງ​ສຳ­ລັບ​ຕົນເອງ ແລະ​ສະ­ສົມ​ເງິນ​ໄວ້​ເປັນ​ຈຳນວນຫລວງຫລາຍເຫມືອນ​ຂີ້­ຝຸ່ນ ແລະ​ຄຳ​ບໍຣິ­ສຸດເຫມືອນກັບ​ຂີ້­ຕົມ​ຕາມ​ຖະ­ຫນົນ​ທັງຫລາຍ.
\v 4 ລະວັງ ອົງ­ພຣະຜູ້ເປັນເຈົ້າຈະຢຶດ​ຊັບ­ສິນ​ຂອງນາງ ແລະທຳລາຍຄວາມເຂັ້ມແຂງຂອງນາງ​ລົງ​ໄປ​ໃນ​ນ້ຳ​ທະ­ເລ, ດັ່ງນັ້ນເມືອງນີ້ຈະຖືກເຜົາໄຫມ້ດ້ວຍໄຟ.
\s5
\v 5 ເມືອງອາ­ຊະ­ກາ­ໂລນຈະເຫັນ ແລະມີຄວາມຢ້ານ! ເມືອງຄາ­ຊາຈະສັ່ນສະທ້ານຢ່າງຍິ່ງໃຫຍ່, ແລະຄວາມຫວັງຂອງນາງກໍຈະຖືກທຳລາຍ! ກະ­ສັດຈາກເມືອງຄາ­ຊາ ຈະພິ­ນາດລົງ, ແລະເມືອງອາຊະ­ກາ­ໂລນຈະບໍ່ມີຄົນອາ­ໄສຢູ່.
\v 6 ຄົນແປກຫນ້າຈະໃຊ້​ເມືອງ​ອາຊະ­ໂດດ, ເປັນບ້ານຂອງພວກເຂົາ ແລະເຮົາ​ຈະ​ກຳຈັດ​ຄວາມ​ຈອງຫອງ​ຂອງ​ຄົນ​ຟີ­ລິດ­ສະ­ຕີນ.
\v 7 ເພາະເຮົາ​ຈະ​ກຳຈັດ​ເລືອດ​ຂອງ​ພວກ­ເຂົາ​ອອກ​ມາ​ຈາກ​ປາກທັງຫລາຍຂອງພວກເຂົາ ແລະ​ເອົາ​ຄວາມກຽດຊັງ​ອອກ​ໄປ​ຈາກ​ຫວ່າງ​ແຂ້ວ​ຂອງ​ພວກ­ເຂົາ. ຈາກນັ້ນພວກເຂົາຈະກາຍເປັນ​ຜູ້​ທີ່​ຈະ​ເຫລືອ​ຢູ່ນັ້ນສຳລັບພຣະ­ເຈົ້າ​ຂອງ​ພວກ­ເຮົາ ​ຄືຕະກຸນຫນຶ່ງ​ໃນ​ຢູ­ດາ, ແລະ ​ເອັກ­ໂຣນ​ຈະ​ກາຍເປັນເຫນືອນ​ກັບ​ຄົນ​ເຢ­ບຸດ.
\s5
\v 8 ເຮົາ​ຈະ​ຕັ້ງ­ຄ້າຍ​ຢູ່​ຂ້າງ​ແຜ່ນດິນຂອງເຮົາຕໍ່ສູ້ກອງທັບຂອງສັດຕຣູ ດັ່ງນັ້ນຈຶ່ງບໍ່ມີໃຜສາມາດຜ່ານເຂົ້າໄປ ຫລື ກັບອອກມາ, ເພາະະ​ບໍ່​ໃຫ້​ຜູ້­ໃດ​ມາກົດ​ຂີ່ຂົ່ມ­ເຫັງ​ພວກ­ເຂົາ​ໄດ້ອີກຕໍ່ໄປ. ເພາະ​ບັດນີ້​ເຮົາເບິ່ງແຍງດິນແດນຂອງເຮົາດ້ວຍຕາຂອງເຮົາເອງ​!
\s5
\v 9 ຈົ່ງ​ຮ້ອງດ້ວຍຄວາມຊຶ່ນຊົມຍິນດີຢ່າງຍິ່ງ! ລູກ­ສາວ​ແຫ່ງຊີໂອນເອີຍ! ຈົ່ງໂຮ່ຮ້ອງດ້ວຍຄວາມຊື່ນຊົມຍິນດີ​ ລູກສາວແຫ່ງເຢ­ຣູ­ຊາ­ເລັມ​ເອີຍ! ເບິ່ງ​ແມ! ກະ­ສັດ​ຂອງ​ເຈົ້າ​ກຳລັງສະ­ເດັດ​ມາ​ຫາພວກ​ເຈົ້າ​ດ້ວຍ​ຄວາມ­ຍຸດ­ຕິ­ທັມ ແລະກຳລັງຈະຊ່ວຍພວກເຈົ້າ. ພຣະອົງຊົງ​ຖ່ອມໃຈ ແລະຊົງປະທັບເທິງຫລັງ​ລາ, ເທິງຫລັງລູກລາໂຕຫນຶ່ງ.
\v 10 ຈາກນັ້ນ ເຮົາ​ຈະ​ທຳ­ລາຍ​ລົດມ້າ­ຮົບ​ທີ່​ມາ​ຈາກ​ເອຟຣາຢິມ ແລະ​ມ້າ​ອອກຈາກນະຄອນ​ເຢ­ຣູ­ຊາ­ເລັມ, ແລະທະ­ນູ​ຖືກກຳຈັດອອກຈາກການສູ້ຮົບສົງ­ຄາມ; ເພາະ​ພຣະ­ອົງ​ຈະ​ປະ­ກາດ​ສັນ­ຕິ­ສຸກ​ແກ່​ບັນດາປະຊາ­ຊາດ, ແລະ​ການປົກ​ຄອງ​ຂອງພຣະອົງ ຈະເລີ່ມຈາກ​ທະ­ເລ​ນີ້​ໄປ​ເຖິງ​ທະ­ເລ​ນັ້ນ, ແລະ​ຈາກ​ແມ່­ນ້ຳ​ນັ້ນ​ໄປ​ເຖິງ​ສຸດ​ປາຍ​ແຜ່ນ­ດິນ­ໂລກ.
\s5
\v 11 ສຳລັບພວກ​ເຈົ້າ​, ດ້ວຍ​ວ່າເລືອດ​ແຫ່ງ​ຄຳ­ຫມັ້ນ­ສັນ­ຍາ​ຂອງ​ເຮົາກັບພວກເຈົ້າ, ເຮົາຈະ​ປົດ​ປ່ອຍ​ພວກ​ນັກ­ໂທດໃຫ້ເປັນອິດສະຫລະ​ຈາກ​ບໍ່ນ້ຳທີ່ບໍ່­ມີ​ນ້ຳ.
\v 12 ຈົ່ງ​ກັບ​ໄປກຳແພງເມືອງ​ທີ່​ເຂັ້ມ­ແຂງ, ຊະເລີຍເສິກທັງຫລາຍເອີຍ! ແມ້ນແຕ່ໃນ​ວັນ​ນີ້​ເຮົາກຳລັງ​ປະ­ກາດ​ວ່າ, ເຮົາ​ຈະຊົດໃຊ້ເປັນສອງເທົ່າແກ່ພວກເຈົ້າ,
\v 13 ເພາະ​ເຮົາ​ໄດ້​ໂກ່ງ​ຢູ­ດາ​ ເຫນືອນກັບຄັນທະນູຂອງເຮົາ, ເຮົາ​ໄດ້​ໃສ່ຄວາມສັ່ນຂອງເຮົາດ້ວຍ​ເອຟຣາຢິມ. ເຮົາໄດ້ປຸກລູກ​ຊາຍທັງຫລາຍຂອງພວກເຈົ້າ, ຄືຊີ­ໂອນ, ​ຕໍ່­ສູ້​ກັບ​ລູກ­ຊາຍ​ທັງ­ຫລາຍ, ຄື ກຣີກ​, ແລະເຮັດໃຫ້ພວກເຈົ້າຄືຊີ­ໂອນ, ເປັນ​ຄື​ດາບ​ນັກຮົບ!
\s5
\v 14 ພຣະຢາເວຈະປະກົດແກ່ພວກເຂົາ ແລະ​ລູກ​ທະ­ນູ​ຂອງ​ພຣະອົງ​ຈະ​ຖືກຍິງອອກ​ໄປ​ເຫມືອນ​ດັ່ງ​ຟ້າ­ແມບ! ເພາະ­ພຣະອົງພຣະຢາເວຂອງຂ້ານ້ອຍຈະ​ເປົ່າ​ແກ ແລະ ຊົງໄປຂ້າງຫນ້າດ້ວຍພາຍຸຈາກເທມານ.
\v 15 ພຣະ­ຢາເວຈອມໂຍທາ​ຈະ​ປົກປ້ອງ​ຮັກ­ສາ​ພວກ­ເຂົາ​ໄວ້, ແລະ​ພວກ­ເຂົາ​ທັງ­ຫລາຍ​ຈະ​ເຜົາໄຫມ້ພວກເຂົາເຈົ້ົາ ​ແລະ ​ເອົາຊະນະພວກກ້ອນຫີນຂອງສະຫລີງທັງຫມົດ. ຈາກນັ້ນ ພວກເຂົາ​ຈະ​ດື່ມ​​ແລະ​ໂຫ່ຮ້ອງເຫນືອນຄົນເມົາຫລົ້າ​ອະ­ງຸ່ນ, ແລະພວກເຂົາຈະຖືກ​ເຕີມ​ຄືຈອກເຫລົ້າອະງຸ່ນທັງຫລາຍ, ຄືກັບມຸມແຈທັງຫລາຍຂອງ​ແທ່ນ​ບູ­ຊາ.
\s5
\v 16 ດັ່ງນັ້ນພຣະຢາເວພຣະ­ເຈົ້າ​ຂອງ​ພວກ­ເຂົາ​ຈະ​ຊ່ວຍ​ພວກເຂົາ ໃນວັນນັ້ນ; ​ພວກ­ເຂົາ​ຈະເປັນປະຊາຊົນ​ຂອງ​ພຣະ­ອົງ​ເຫນືອນຝູງສັດ. ພວກ­ເຂົາ​ຈະ​ເປັນ​ເຫມືອນ​ດັ່ງ​ແກ້ວ​ເພັດ ຊຶ່ງ​ຕິດ​ຢູ່­ໃນ​ມົງກຸດ​ທີ່​ສ່ອງ­ແສງ​ໃນ​ແຜ່ນ­ດິນ​ຂອງ​ພຣະ­ອົງ.
\v 17 ພວກເຂົາຊ່າງດີ ແລະ ງົດງາມ! ຊາຍຫນຸ່ມທັງຫລາຍ​ຈະ­ເລີນ​ເຕີບ​ໃຫຍ່ງອກງາມດ້ວຍເມັດເຂົ້າ ແລະ ​ຍິງ­ສາວ​ຈະ­ເລີນງອກງາມດ້ວຍນ້ຳເຫລົ້າອະງຸ່ນ.
\s5
\c 10
\cl ບົດທີ 10
\p
\v 1 ຈົ່ງທູນ​ຂໍຝົນ​ຈາກ​ພຣະ­ຢາເວໃນ​ຍາມ​ຝົນ​ທ້າຍ​ລະ­ດູ—ພຣະຢາເວ​ເຮັດໃຫ້​ເກີດພາຍຸຝົນຄະນອງ—ແລະ​ພຣະ­ອົງ​ຈະ­ປະ­ທານ​ຫ່າ​ຝົນໃຫ້​ແກ່​ທຸກ​ຄົນ ແລະພືດຜັກໃນທົ່ງນາ.
\v 2 ສຳລັບ​ຮູບ​ເຄົາລົບ​ປະ­ຈຳ​ເຮືອນທັງຫລາຍທີ່​ເວົ້າ​ບໍ່­ຈິງ; ​ພວກຫມໍ­ດູທີ່ເຫັນ​ນິມິດ​ບໍ່​ຈິງ; ໄດ້​ເລົ່າ​ຄວາມ​ຝັນ​ບໍ່​ຈິງ, ແລະ​ໃຫ້​ຄຳ​ເລົ້າ​ໂລມ​ໃຈ​ອັບ​ປະ­ໂຫຍດ, ເພາະ­ສະ­ນັ້ນ ພວກ­ເຂົາ​ໄດ້​ປົບຫນີ​ຄືກັບ​ຝູງ​ແກະທີ່ບໍ່ມີຈຸດຫມາຍ​ປາຍທາງ ແລະ​ທຸກຍາກລຳບາກເພາະບໍ່­ມີ​ຜູ້​ລ້ຽງ.
\s5
\v 3 ຄວາມ​ໂມໂຫຮ້າຍ​ຂອງ​ເຮົາ​ເຜົາໄຫມ້​ພວກ​ຜູ້​ລ້ຽງ​ແກະ; ມັນເປັນແກະຕົວຜູ້ຄື—ພວກຜູ້ນຳ—ທີ່ເຮົາ​ຈະ​ລົງ­ໂທດ. ​ພຣະຢາເວຈອມໂຍທາຈະຢູ່ກັບ​ຝູງ​ແກະ​ຂອງ​ພຣະ­ອົງ, ​ຄື​ເຊື້ອ­ສາຍ​ຢູ­ດາ, ແລະ​ເຮັດໃຫ້​ພວກ­ເຂົາ ເປັນ​ເຫນືອນມ້າຮົບຂອງພຣະ­ອົງ​ໃນ​ສົງ­ຄາມ!
\s5
\v 4 ແຈຫີນເສົາເອກມາຈາກເຂົາ; ເຫລັກຕອກເຕັນຈະມາຈາກເຂົາ; ຄັນທະ­ນູສູ້ຮົບມາຈາກເຂົາ; ແລະບັນດາຜູ້ປົກຄອງຈະມາຮ່ວມໂຕກັນ.
\v 5 ພວກເຂົາຈະເປັນເຫນືອນນັກຮົບທັງຫລາຍ ຜູ້ຊຶ່ງ​ຢຽບ­ຢ່ຳສັດຕຣູທັງຫລາຍຂອງພວກເຂົາໃນຂີ້­ຕົມ​ຕາມ​ຖະ­ຫນົນ​; ໃນສົງຄາມ ​ພວກ­ເຂົາ​ຈະ​ສູ້­ຮົບ, ເພາະ​ພຣະ­ຢາເວ​ສະຖິດ​ຢູ່​ກັບຄົນເຫລົ່ານັ້ນ, ແລະ​ຄົນ­ທີ່​ຂີ່​ມ້າ​ຮົບທັງຫລາຍຈະ​ອັບອາຍ.
\s5
\v 6 ເຮົາ​ຈະເສີມກຳລັງ­​ເຊື້ອ­ສາຍ​ຢູ­ດາ​ ແລະປົກປ້ອງ​ເຊື້ອ­ສາຍ​ຂອງ​ໂຢ­ເຊັບ​; ເພາະ​ເຮົາ​ຈະເຮັດໃຫ້ພວກ­ເຂົາ​ຄືນ​ມາ​ສູ່ສະພາບເດີມ ແລະ ເມດຕາພວກເຂົາ. ເຖິງແມ້ວ່າ ພວກເຂົາຈະເປັນເຊັ່ນນັ້ນ ເຮົາກໍບໍ່ໄດ້ຖິ້ມພວກເຂົາອອກໄປ, ເພາະ​ເຮົາ​​ຄື​ພຣະ­ຢາເວ ພຣະ­ເຈົ້າ​ຂອງ​ພວກ­ເຂົາ, ເຮົາ​ຈະ​ຟັງ​ຄຳ​ອ້ອນ­ວອນ​ຂອງ​ພວກເຂົາ.
\v 7 ແລ້ວເອ­ຟຣາ­ຢິມຈະເປັນເໝືອນຊາຍຫນຸ່ມຜູ້ຫນຶ່ງ, ແລະຈິດ­ໃຈຂອງພວກເຂົາທັງ­ຫລາຍຈະຊົມ­ຊື່ນຍິນ­ດີເໝືອນໄດ້ດື່ມເຫລົ້າອະ­ງຸ່ນ; ພວກລູກຫລານຂອງພວກເຂົາຈະໄດ້ເຫັນ ແລະຊົມ­ຊື່ນຍິນ­ດີ. ຈິດ­ໃຈຂອງພວກເຂົາຈະຍິນ­ດີຢ່າງລົ້ນເຫລືອໃນເຮົາ!
\s5
\v 8 ເຮົາ​ຈະ​ຜິວ​ປາກ​​ເອີ້ນ​ພວກ­ເຂົາ ແລະ​ຮວບ­ຮວມ​ພວກ­ເຂົາ​ໄວ້, ເພາະວ່າ ເຮົາຈະຊ່ວຍພວກເຂົາ ແລະ​ພວກເຂົາຈະກາຍເປັນຍິ່ງໃຫ່ຍເຫນືອນທີ່ພວກເຂົາເຄີຍເປັນມາກອ່ນ!
\v 9 ເຮົາ​ໄດ້​ຫວ່ານ​ພວກ­ເຂົາ​ໄປ​ທ່າມ­ກາງປະຊາຊົນທັງຫລາຍ, ແຕ່​ພວກ­ເຂົາ​ຈະ​ລະ­ນຶກ​ເຖິງ​ເຮົາ​ໃນ​ບັນ­ດາ​ປະ­ເທດ​ທີ່​ຫ່າງ​ໄກທັງຫລາຍ​ນັ້ນ, ດັ່ງນັ້ນ ພວກ­ເຂົາ​ ແລະ ລູກຫລານທັງຫລາຍຂອງພວກເຂົາ ຈະ​ດຳ­ລົງ​ຊີ­ວິດ​ຢູ່​ ແລະ ກັບ​ຄືນ​ມາ.
\v 10 ເພາະເຮົາ​ຈະ​ເຮັດໃຫ້ພວກເຂົາ​ກັບມາ​ສູ່ສະພາບເດີມຈາກແຜ່ນດິນ​ເອ­ຢິບ ແລະ ​ຮວບຮວມ​ພວກ­ເຂົາ​ມາ​ຈາກ​ປະ­ເທດ​ອັດຊີເຣຍ. ​ເຮົາ​ຈະ​ນຳ​ພວກ­ເຂົາ​ມາ​ເຖິງ​ແຜ່ນ­ດິນ​ກິ­ເລ­ອາດ ແລະ​ພູ​ເລ­ບາ­ນອນ ​ຈົນກວ່າບ່ອນນັ້ນ​ຈະ​ບໍ່­ມີ​ບ່ອນ​ໃຫ້​ພວກ­ເຂົາ​.
\s5
\v 11 ເຮົາຈະ​ຂວ້າມຜ່ານ​ທະ­ເລ​ແຫ່ງ​ຄວາມ­ທຸກຍາກ; ເຮົາຈະໂຈມຕີ​ຟອງນ້ຳ­ທະເລນັ້ນ ແລະ​ຈະເຮັດໃຫ້ບ່ອນເລິກທັງຫລາຍຂອງແມ່ນໍ້ານິນແຫ້ງລົງ. ຄວາມສະຫງ່າງາມຂອງ​ອັດ­ຊີ­ເຣຍ​ຈະ​ຕົກ­ຕ່ຳ ແລະ​ໄມ້ຄ້ອນເທົ້າ​ຂອງ​ອີ­ຢິບ​ຈະ​ຖືກ​ຖອດ­ອອກ​ໄປຈາກຊາວອີຢິບ.
\v 12 ເຮົາ​ຈະ​ເຮັດໃຫ້ພວກເຂົາເຂັ້ມແຂງດ້ວຍຕົວເຮົາເອງ, ແລະ​ພວກ­ເຂົາ​ຈະດຳເນີນຊີວິດໃນນາມຂອງເຮົາ—ນີ້ເປັນຄຳປະກາດຂອງພຣະຢາເວ​.
\s5
\c 11
\cl ບົດທີ 11
\p
\v 1 ພູເລ­ບາ­ນອນເອີຍ, ຈົ່ງໄຂບັນ­ດາປະ­ຕູຂອງເຈົ້າ, ເພື່ອໄຟຈະໄດ້ເຜົາໄຫມ້ຕົ້ນແປກທັງຫລາຍຂອງເຈົ້າ!
\v 2 ຕົ້ນ­ແປກເອີຍ, ຈົ່ງຮ້ອງໄຫ້ສາ, ເພາະຕົ້ນສົນຈະລົ້ມລົງແລ້ວ! ສະຫງ່າຣາສີທີ່ຖືກທຳລາຍລົງງນັ້ນແມ່ນຫຍັງ! ໂອ ຕົ້ນໂອກແຫ່ງບາ­ຊານເອີຍ, ຈົ່ງຮ້ອງ­ໄຫ້ ເພາະປ່າ­ທຶບໄດ້ລົ້ມລົງຫມົດແລ້ວ.
\v 3 ພວກຜູ້ລ້ຽງແກະກໍຍົກສຽງຮ້ອງ­ໄຫ້ຂຶ້ນ, ເພາະກຽດ­ສັກສີຂອງພວກເຂົາກໍຖືກທຳ­ລາຍໄປແລ້ວ! ຝູງສິງຫນຸ່ມໃຫຍ່ກໍແຜດສຽງຮ້ອງ, ເພາະ­ວ່າຄວາມຈອງຫອງຂອງແມ່­ນ້ຳຢໍ­ແດນຖືກທຳ­ລາຍແລ້ວ!
\s5
\v 4 ນີ້ຄືສິ່ງທີ່ພຣະ­ຢາເວພຣະ­ເຈົ້າ​ຂອງ​ຂ້າ­ນ້ອຍຊົງກ່າວ​ວ່າ, “ເຫມືອນຄົນ​ລ້ຽງ​ຝູງ​ແກະຄົນຫນຶ່ງ, ເຝົ້າເບິ່ງຝູງແກະຊຶ່ງໄດ້ຖືກກຳນົດຂ້າເປັນອາຫານ!
\v 5 (ຄົນທັງຫລາຍຜູ້ຊື້ພວກມັນ ກໍຂ້າພວກມັນເປັນອາຫານ, ແລະບໍ່ຖືກລົງໂທດ, ແລະຄົນທັງຫລາຍທີ່ຂາຍ​ພວກມັນເວົ້າວ່າ, ‘ສາທຸການແດ່​ພຣະ­ຢາເວ! ​ຂ້າ­ນ້ອຍກາຍເປັນຄົນຮັ່ງ­ມີ​ແລ້ວ! ເພາະ​ຜູ້​ລ້ຽງ​ແກະທັງຫລາຍເຮັດວຽກໃຫ້ເຈົ້າຂອງຝູງແກະ ບໍ່ມີຄວາມສົງສານຕໍ່ພວກມັນ.)
\v 6 ເພາະເຮົາບໍ່ໄດ້ສົງສານບັນດາຄົນທີ່ອາໄສໃນແຜ່ນດິນນັ້ນອີກຕໍ່ໄປ!—ນີ້ເປັນຄຳປະກາດຂອງພຣະຢາເວ. ເບິ່ງ​ແມ! ເຮົາ​ເອງທີີ່ຈະ​ເຮັດໃຫ້​ພວກ­ເຂົາທຸກຄົນຕົກຢູ່ໃນ​ມື​ຂອງເພື່ອນບ້ານຂອງພວກເຂົາ ແລະ ໃນ​ມື​ຂອງກະສັດຂອງ​ພວກ­ເຂົາ ແລະພວກ­ເຂົາ​ຈະ​ທຳລາຍແຜ່ນ­ດິນ​ນັ້ນ ແລະ​ເຮົາ​ຈະ​ບໍ່​ຊ່ວຍ­ເຫລືອຈັກ​ຄົນ​ໃຫ້​ພົ້ນ​ຈາກ​ມື​ຂອງ​ພວກ­ເຂົາ​ເລີຍ.”
\s5
\v 7 ດັ່ງ­ນັ້ນຂ້າ­ນ້ອຍ​​ໄດ້ກາຍເປັນຜູ້​ລ້ຽງ​ຝູງແກະທີ່ຖືກກຳນົດໃຫ້ຂ້າເປັນອາຫານ, ເພາະຄົນເຫລົ່ານັ້ນຜູ້ຊຶ່ງໄດ້ຈັດການ​ກັບຝູງ​ແກະ. ຂ້າ­ນ້ອຍ​ໄດ້​ເອົາ​ໄມ້ຄ້ອນ­ເທົ້າ​ສອງ​ອັນ; ອັນຫນຶ່ງ​ໃຫ້​ຊື່­ວ່າ "ພຣະ­ຄຸນ." ອີກ​ອັນຫນຶ່ງ ຂ້າ­ນ້ອຍໃສ່​ຊື່­ວ່າ "​ເອກະ­ພາບ." ດ້ວຍວິທີນີ້ແຫລະ ​ຂ້ານ້ອຍ​ໄດ້​ລ້ຽງ​ດູ​ຝູງ​ແກະ​ນັ້ນ.
\v 8 ໃນເດືອນຫນຶ່ງ ຂ້ານ້ອຍ​ໄດ້​ທຳ­ລາຍ​ຜູ້​ລ້ຽງ​ແກະ​ສາມ​ຄົນ, ເພາະຂ້ານ້ອຍຫມົດຄວາມອົດທົນກັບພວກເຂົາ, ແລະພວກເຂົາ​ກຽດ­ຊັງ​ຂ້ານ້ອຍເຫມືອນ​ກັນ.
\v 9 ຈາກນັ້ນ ຂ້າ­ນ້ອຍ​ໄດ້​ບອກຕໍ່ເຈົ້າຂອງທັງຫລາຍ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ເຮັດວຽກເປັນຄົນລ້ຽງແກະໃຫ້ທ່ານອີກຕໍ່ໄປ. ແກະທີ່ກຳລັງຈະຕາຍ—ປ່ອຍໃຫ້ພວກມັນຕາຍເຖີ້ນ; ແກະນັ້ນກຳລັງຖືກທຳລາຍ—ປ່ອຍໃຫ້ມັນຖືກທຳລາຍເຖີ້ນ; ໃຫ້ແກະນັ້ນທີ່ຍັງເຫລືອຢູ່ກິນເນື້ອຂອງພວກດຽວກັນເອງ.”
\s5
\v 10 ດັ່ງນັ້ນ ຂ້ານ້ອຍໄດ້ນຳເອົາ​ໄມ້ຄ້ອນ­ເທົ້າ​ທີ່​ເອີ້ນວ່າ "ພຣະ­ຄຸນ" ​ນັ້ນ​ມາອອກແລະ​ຫັກມັນ ເພື່ອຫັກພັນທະສັນຍາທີ່ຂ້ານ້ອຍໄດ້ເຮັດກັບເຜົ່າທັງຫມົດຂອງຂ້ານ້ອຍ.
\v 11 ໃນວັນທິ່ພັນທະສັນຍາຖືກ​ຍົກ­ເລີກ​ ແລະ ຄົນເຫລົ່ານັ້ນທີ່ຈັດການກັບຝູງແກະ ແລະຜູ້ຊຶ່ງກຳລັງເຝົ້າເບິ່ງຂ້ານ້ອຍ ຈະໄດ້ຮູ້ວ່າ​ພຣະຢາເວໄດ້ຊົງກ່າວແລ້ວ.
\v 12 ຂ້ານ້ອຍ​ໄດ້​ບອກ​ພວກ­ເຂົາ​ວ່າ, “ຖ້າ​ເບິ່ງຄືວ່າມັນດີຕໍ່ພວກທ່ານ, ຈົ່ງ​ຈ່າຍເງິນຄ່າຈ້າງຂອງຂ້ານ້ອຍມາ, ແຕ່ຖ້າບໍ່ແມ່ນ, ກໍ​ບໍ່ຈ່າຍຄ່າຈ້າງໃຫ້ຂ້ານ້ອຍ.” ດັ່ງນັ້ນ​ພວກ­ເຂົາ​ໄດ້​ຈ່າຍເິງນຄ່າຈ້າງໃຫ້ຂ້ານ້ອຍຈຳນວນເງິນ—ສາມ­ສິບ​ຫລຽນ.
\s5
\v 13 ຈາກນັ້ນ​ພຣະຢາເວໄດ້ຊົງ​ກ່າວກັບຂ້າ­ນ້ອຍ​ວ່າ, “ຈົ່ງສະສົມເງິນນັ້ນໄວ້ໃນຄັງ, ຄ່າຈ້າງທີ່ງົດງາມທິ່ພວກເຂົາປະເມີນຄ່າເຈົ້າ!" ດັ່ງນັ້ນ ຂ້າ­ນ້ອຍຈຶ່ງໄດ້ເອົາເງິນສາມສີບຫລຽນ ແລະສະສົມມັນໄວ້ໃນຄັງໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວ.
\v 14 ຈາກນັ້ນ ​ຂ້າ­ນ້ອຍໄດ້​ຫັກ​ໄມ້­ຄ້ອນເທົ້າ​ອັນ​ທີ​ສອງ​ຂອງຂ້າ­ນ້ອຍ, "ເອກະພາບ," ເພື່ອຕັດຄວາມເປັນພີ່ນ້ອງລະຫວ່າງ​ຢູ­ດາກັບອິດສະຣາເອນ.
\s5
\v 15 ​ພຣະ­ຢາເວ​ໄດ້​ບອກ​ຂ້າ­ນ້ອຍ​ວ່າ, “ອີກຄັ້ງຫນຶ່ງ, ຈົ່ງ​ເອົາ​ເຄື່ອງໃຊ້​ຂອງ​ຜູ້​ລ້ຽງ​ແກະ​ໂງ່​ຈ້າເພື່ອເຈົ້າເອງ,
\v 16 ເບິ່ງແມ໋, ເຮົາ​ຈະ​ຕັ້ງ​ຜູ້​ລ້ຽງ​ແກະ​ຄົນຫນຶ່ງ​ໃນ​ແຜ່ນ­ດິນ​ນີ້. ເຂົາ​ຈະ​ບໍ່ສົນໃຈຄວາມພິນາດຂອງແກະ. ເຂົາຈະບໍ່ສະແຫວງຫາແກະທີ່ກະຈັດກະຈາຍ​, ຫລື​ຮັກສາແກະພິການ. ເຂົາບໍ່ລ້ຽງແກະທີ່ແຂງແຮງ, ແຕ່ຈະກິນເນື້ອຂອງແກະໂຕອ້ວນພີ​ ແລະ ຈະ​ຫັກ​ກີບຕີນ​ຂອງພວກມັນ.
\s5
\v 17 ວິ­ບັດ​ແກ່​ຜູ້​ລ້ຽງ​ແກະ​ທີ່​ອັບ​ປະ­ໂຫຍດ ຜູ້​ທີ່​ປະ​ຖິ້ມ​ຝູງ​ແກະນັ້ນ! ຂໍໃຫ້ດາບນັ້ນຕໍ່ສູ້ກັບແຂນຂອງເຂົາ ແລະ ​ຕາ​ຂວາ​ຂອງເຂົາ! ຂໍໃຫ້ແຂນຂອງເຂົາຫ່ຽວແຫ້ງໄປ ແລະ​ໃຫ້ຕາ​ເບື້ອງ​ຂວາ​ຂອງ​ເຂົາ­​ບອດ​ໄປ!”
\s5
\c 12
\cl ບົດທີ 12
\p
\v 1 ນີ້ຄືການປະກາດຖ້ອຍຄໍາຂອງພຣະຢາເວກ່ຽວກັບ​ອິດສະຣາເອນ—ຄຳປະກາດຂອງພຣະ­ຢາເວ, ຜູ້ຊຶ່ງຊົງຄຶງ​ທ້ອງ­ຟ້າ​ອອກ ແລະ ​ວາງ​ຮາກ­ຖານຂອງແຜ່ນດິນໂລກ, ຜູ້ຊົງໃສ່​ຈິດວິນຍານຂອງ​ປະຊາຊາດໄວ້ໃນມະນຸດ,
\v 2 “ເບິ່ງ​ແມ, ເຮົາ​ຈະ​ເຮັດ­ໃຫ້​ນະຄອນເຢຣູຊາ­ເລັມ​ເປັນ​ຈອກ​ແຫ່ງ​ຄວາມ​ມືນ​ເມົາ​ສຳລັບ​​ປະຊາຊົນ​ທັງ­ຫລາຍ​ທີ່­ຢູ່​ອ້ອມ­ຮອບໆ. ເພື່ອໃຫ້ພວກເຂົາຍ່າງໂຊເຊ ມັນຈະເປັນເຊັ່ນດຽວກັນສຳລັບ​ຢູ­ດາ ລະຫວ່າງການປິດ​ລ້ອມ​ນະຄອນເຢ­ຣູ­ຊາ­ເລັມ​.
\v 3 ໃນ​ວັນ​ນັ້ນ, ເຮົາ​ຈະ​ເຮັດ­ໃຫ້​ເຢຣູຊາ­ເລັມ​ເປັນ​ຫີນ​ຫນັກສຳລັບປະຊາຊົນທັງຫມົົດ. ໃຜກໍຕາມທີ່​ພະຍາ­ຍາມ​ຍົກ​ຫີນ​ນັ້ນ​ຂຶ້ນ ​ຈະ​ເຮັດ­ໃຫ້​ຕົນ​ເອງ​ບາດ­ເຈັບ​ຢ່າງ​ສາຫັດ, ແລະ​ບັນດາປະຊາຊາດແຫ່ງແຜ່ນດິນໂລກ ຈະລວມຕົວກັນຕໍ່ສູ້ເມືອງນັ້ນ.
\s5
\v 4 ໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະຢາເວ—ເຮົາ​ຈະໂຈມຕີມ້າທຸກໂຕດ້ວຍຄວາມຢ້ານກົວ ແລະ ຜູ້​ຂີ່​ມ້າ​ທຸກຄົນຢ່າງຄົນບ້າ​. ເຮົາ​ຈະ​ເພ່ງຕາ​ເບິ່ງ​ເຊື້ອ­ສາຍ​ຢູ­ດາ ແລະຈະ​​ໂຈມຕີ​ມ້າ​ທຸກ​ໂຕ​ຂອງສັດຕຣູຕາ­ບອດ​ໄປ.
\v 5 ຈາກນັ້ນ ຜູ້ນຳທັງຫລາຍຂອງ​ຢູ­ດາ​ຈະ​ເວົ້າ​ໃນ​ໃຈຂອງພວກເຂົາທັງຫລາຍ​ວ່າ, ‘ຄົນທັງຫລາຍຜູ້ອາໄສຢູ່ນະຄອນ​ເຢ­ຣູ­ຊາ­ເລັມ​ຄື​ກຳ­ລັງ​ຂອງພວກ​ເຮົາ ເພາະວ່າ​ພຣະຢາເວຈອມໂຍທາ, ຄືພຣະເຈົ້າຂອງ­​ພວກ­ເຂົາ.
\s5
\v 6 ໃນວັນນັ້ນ ເຮົາຈະເຮັດໃຫ້ຜູ້ນຳ​ທັງຫລາຍ​ຂອງ​ຢູ­ດາເປັນເຫນືອນຫມໍ້ໄຟທ່າມກາງໄມ້ ແລະ ເປັນເຫມືອນໂຄມໄຟທ່າມກາງຕົ້ນເຂົ້າທີ່ຢືນຢູ່, ເພາະພວກເຂົາຈະກືນກິນປະຊາຊົນທັງຫລາຍທີ່ຢູ່ຮອບໆ ທາງດ້ານຂວາ ແລະ ທາງດ້ານຊ້າຍຂອງພວກເຂົາ. ນະຄອນ​ເຢ­ຣູ­ຊາ­ເລັມ​ຈະ​ອາໄສຢູ່ໃນສະຖານທີ່ຂອງເຂົາເອງອີກຄັ້ງ.
\s5
\v 7 ​ພຣະ­ຢາເວຈະຮັກສາເຕັນຂອງຢູດາ ເພື່ອ​ວ່າ​ສະ­ຫງ່າຣາ­ສີ​ຂອງ​ເຊື້ອ­ສາຍ​ດາ­ວິດ ແລະ​ ກຽດສັກສີເຫລົ່ານັ້ນ ຜູ້ອາໄສໃນນະຄອນ​ເຢ­ຣູ­ຊາ­ເລັມ​ຈະ​ບໍ່​ໄດ້ຍິ່ງໃຫ່ຍໄປກວ່າຄົນທີ່ເຫລືອຂອງ​ຢູ­ດາ.
\v 8 ໃນ​ວັນ​ນັ້ນ​ພຣະ­ຢາເວຈະ​ຊົງເປັນຜູ້ປົກ­ປ້ອງຂອງ​ຊາວ­​ເຢ­ຣູຊາ­ເລັມ, ແລະ​ໃນວັນນັ້ນ ຄົນເຫລົ່ານັ້ນ ທີ່ອ່ອນກຳລັງທ່າມກາງພວກເຂົາ​ຈະ​ເປັນ​ເຫມືອນ​ດາ­ວິດ, ໃນຂະນະທີ່ເຊື້ອສາຍຂອງດາວິດ, ຈະເປັນເຫນືອນພຣະເຈົ້າ, ເຫມືອນເທວະດາຂອງພຣະຢາເວຢູ່ຂ້າງຫນ້າພວກເຂົາ.
\v 9 "ໃນ​ວັນ​ນັ້ນ ທີ່ເຮົາ​ຈະເລີ່ມຕົ້ນ​ທຳລາຍບັນດາປະຊາຊາດ​ທັງ​ຫມົດ ​ທີ່​ມາ​ຕໍ່­ສູ້ນະຄອນ​ເຢ­ຣູ­ຊາ­ເລັມ.
\s5
\v 10 ແຕ່ວ່າ ເຮົາ​ຈະຖອກ​ເທພຣະ​ວິນ­ຍານ​ແຫ່ງຄວາມສົງສານ ແລະ ​ຄຳ​ອ້ອນ­ວອນ​ເທິງ​ເຊື້ອ­ສາຍ​ດາ­ວິດ ແລະ​ ຄົນທັງຫລາຍທີ່ອາໄສຢູ່​ເຢຣູ­ຊາ­ເລັມ, ດັ່ງນັ້ນ ພວກເຂົາ​ຈະ​ເຫັນ​ເຮົາ, ຜູ້ດຽວທີ່ພວກເຂົາໄດ້ແນມຜ່ານ. ​ພວກ­ເຂົາ​​ຈະໂສກເສົ້າເສຍໃຈເພື່ອເຮົາ, ເຫມືອນຜູ້ທີ່ໂສກເສົ້າເສຍໃຈ​​ໃຫ້​ແກ່​ລູກ­ຊາຍ​ຄົນ​ດຽວ​ຂອງ­ຕົນ; ພວກເຂົາຈະໄວ້ທຸກໂສກເສົ້າເສຍໃຈຢ່າງຂົ່ມຂື່ນ ສຳລັບພວກເຂົາເຫມືອນຄົນເຫລົ່ານັ້ນ ຜູ້ທີ່ໂສກເສົ້າເສຍໃຈເຖິງການຕາຍຂອງລູກຊາຍກົກຂອງຕົນ.
\v 11 ໃນ​ວັນ​ນັ້ນ ຜູ້ໂສກເສົ້າເສຍໃຈ​ໃນ​ເຢ­ຣູ­ຊາ­ເລັມ​ຈະ​ເປັນ​ເຫມືອນ​ຜູ້ໂສກເສົ້າເສຍໃຈທີ່​ຮາ­ດັດ ­ຣິມ­ໂມນ ​ທີ່​ທົ່ງ­ພຽງ​ເມກິດ­ໂດ.
\s5
\v 12 ແຜ່ນ­ດິນ​ຈະໂສກເສົ້າເສຍໃຈ, ແຕ່ລະຕະກູນແຍກອອກຈາກຕະກູນຕ່າງໆ. ຕະກູນຂອງເຊື້ອສາຍເດວິດຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍ​ນາ­ທານຈະຖືກແຍກອອກ ແລະບັນດາເມຍທັງຫລາຍຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.
\v 13 ຕະກູນຂອງເຊື້ອຍສາຍ​ເລ­ວີ​ຈະຖືກແຍກ ແລະ ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ. ຕະກູນຂອງເຊື້ອສາຍຊິ­ເມ­ອີ​ຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.
\v 14 ທຸກຕະກູນຂອງຕະກູນຕ່າງໆ ທີ່ເຫລືອຢູ່—ແຕ່ລະຕະກູນຈະຖືກແຍກ ແລະ​ບັນ­ດາ​ເມຍ​ຂອງພວກເຂົາ ຈະຖືກແຍກອອກຈາກຜູ້ຊາຍທັງຫລາຍ.”
\s5
\c 13
\cl ບົດທີ 13
\p
\v 1 “ໃນ​ວັນ​ນັ້ນນ້ຳ­ພຸຈະ​ພຸ່ງ­ຂຶ້ນ​ສຳ­ລັບ​ຄອບ­ຄົວ​ຂອງ​ດາ­ວິດ ແລະ​ຊາວ​ເຢ­ຣູ­ຊາ­ເລັມ, ເພາະຄວາມບາບ ແລະ ​ຄວາມບໍຣິສຸດຂອງພວກເຂົາ.
\v 2 ໃນວັນນັ້ນ—ນີ້ເປັນຄຳປະກາດຂອງພຣະ­ຢາເວຈອມໂຍທາ—ເຮົາ​ຈະ​ຕັດ​ຊື່ທັງຫລາຍ​ຂອງ​ບັນ­ດາ​ຮູບ​ເຄົາ­ລົບ​ໃຫ້​ຫນີ​ຈາກ​ແຜ່ນ­ດິນ ແລະຈະບໍ່ມີໃຜລະນືກເຖິງພວກມັນອີກເລີຍ. ເຮົາຈະເຮັດໃຫ້ບັັນດາຜູ້­ປະ­ກາດ­ພຣະ­ທັມບໍ່ຈິງ ແລະ​ ວິນ­ຍານ​ທີ່​ຊົ່ວຮ້າຍທີ່ເປັນມົນທິນອອກ​ໄປ​ຈາກ​ແຜ່ນ­ດິນນັ້ນ.
\s5
\v 3 ຖ້າ​ມີ​ໃຜຍັງ​ທຳ­ນວາຍ​ຢູ່, ພໍ່​ແມ່​ຜູ້​ໃຫ້​ກຳ­ເນີດເຂົາ​ຈະ​ບອກ​ເຂົາ​ວ່າ, ‘ເຈົ້າ​ຈະ​ບໍ່​ມີ­ຊີ­ວິດ​ຢູ່ ​ເພາະ​ເຈົ້າ​ເວົ້າ​ຂີ້­ຕົວະ​ໃນ​ພຣະ­ນາມ​ຂອງ​ພຣະຢາເວ! ຈາກນັ້ນພໍ່​ແມ່​ຜູ້​ໃຫ້​ກຳ­ເນີດ​ເຂົາ​​ຈະ​ແທງ​ເຂົາ​ໃຫ້​ຊອດ​ເມື່ອເຂົາ​ທຳ­ນວາຍ​.
\s5
\v 4 ໃນ​ວັນ​ນັ້ນ​ຜູ້​ທຳ­ນວາຍ​ແຕ່ລະ​ຄົນ​ຈະ​​ອັບ­ອາຍ ເພາະ​ນິ­ມິດ​ຂອງ​ເຂົາ​ເອງ ເມື່ອ​ພວກ­ເຂົາ​ທຳ­ນວາຍ. ພວກ­ເຂົາ​ເຫລົ່ານັ້ນຈະ​ບໍ່​ນຸ່ງ​ເສື້ອທີ່​ເປັນ​ຂົນ​ສັດ ເພື່ອທີ່ຫລອກຫລວງປະຊາຊົນຕໍ່ໄປ.
\v 5 ເພາະແຕ່ລະຄົນຈະເວົ້າວ່າ, ‘ຂ້າ­ພະ­ເຈົ້າ​ບໍ່​ແມ່ນ​ຜູ້​ທຳ­ນວາຍ! ຂ້ານ້ອຍ​ເປັນ​ຊາວ­ນາ, ເພາະແຜ່ນດິນກາຍເປັນງານຂອງ​ຂ້າ­ນ້ອຍ​​ຕັ້ງ­ແຕ່ຂ້າ­ນ້ອຍ​ຍັງ​ເປັນຫນຸ່ມ!'
\v 6 ແຕ່ບາງຄົນຈະເວົ້າກັບເຂົາວ່າ, ‘ບາດແຜເຫລົ່ານີ້ທີ່ແຂນຂອງທ່ານແມ່ນຫຍັງ?' ແລະເຂົາຈະ​ຕອບ​ວ່າ, ‘ຂ້າ­ນ້ອຍ​ໄດ້ຮັບ​ບາດ​ເຈັບກັບຄົນເຫລົ່ານັ້ນໃນ​ເຮືອນເພື່ອນຂອງ​ຂ້າ­ນ້ອຍ.’”
\s5
\v 7 “ດາບເອີຍ! ເຈົ້າຈົ່ງລຸກຂຶ້ນຕໍ່ສູ້ພວກ​ຜູ້​ລ້ຽງ​ແກະຂອງ​ເຮົາ ຄືຜູ້ຊາຍຄົນນັ້ນທີ່ຢືນໃກ້ເຮົາ—ນີ້ເປັນຄຳປະກາດຂອງພຣະ­ຢາເວຈອມໂຍທາ. ຈົ່ງໂຈມຕີຜູ້​ລ້ຽງ​ແກະ ແລະ​ ຝູງ​ແກະ​ນັ້ນ​ຈະ​ກະ­ຈັດກະ­ຈາຍ​ໄປ! ເຮົາ​ຈະ​ກຳ­ມື​ຂອງ​ເຮົາ​ຕໍ່ສູ້ຄົນຕໍ່າຕ້ອຍທັງຫລາຍ.
\s5
\v 8 ແລ້ວສິ່ງນີ້ຈະໄດ້ເກີດຂຶ້ນທົ່ວແຜ່ນ­ດິນ​—ນີ້ເປັນຄຳປະກາດຂອງພຣະຢາເວ—ສອງໃນສາມຂອງມັນຈະຖືກຕັດອອກ! ຄົນເຫລົ່ານັ້ນຈະຖືກທຳລາຍ​ຈິບ­ຫາຍ​; ພຽງຫນຶ່ງໃນສາມເທົ່ານັ້ນທີ່ຈະ​ຍັງ​ເຫລືອ​ຢູ່.
\v 9 ເຮົາ​ຈະ​ເອົາ​ຫນຶ່ງ​ໃນ​ສາມ​ນີ້ຜ່ານໄຟ​ ແລະ​ເຮັດໃຫ້ພວກເຂົາບໍຣິສຸດເຫມືອນເງິນທີ່ຖືກຫລອມ; ຄື​ເຮົາ​ຈະ​ທົດສອບ​ພວກເຂົາ​ເຫມືອນ​ທົດສອບ​ຄຳ. ພວກ­ເຂົາ​ຈະ​ຮ້ອງ​ຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ ແລະ ເວົ້າວ່າ, ‘ນີ້ເປັນປະ​ຊາ­ຊາດ​ຂອງ​ເຮົາ’ ແລະ​ພວກ­ເຂົາ​ຈະ​ກ່າວ​ວ່າ, ‘ພຣະຢາເວ​ເປັນພຣະ­ເຈົ້າ​ຂອງ​ຂ້ານ້ອຍ!’”
\s5
\c 14
\cl ບົດທີ 14
\p
\v 1 ເບິ່ງ​ແມ! ວັນຂອງພຣະຢາເວກຳລັງມາ ເມື່ອສິ່ງຂອງທີ່ພວກເຈົ້າປຸ້ນມາຈະຖືກແບ່ງກັນ​ໃນ​ທ່າມ­ກາງພວກ​ເຈົ້າ.
\v 2 ແລະ​ເມືອງ​ນັ້ນ​ຈະຖືກ​ຢຶດຄອງ. ບ້ານເຮືອນທັງຫລາຍຈະຖືກ​ປຸ້ນ​ເອົາ​ຊັບ ແລະ ບັນດາຜູ້­ຍິງຈະຖືກ​ຂົ່ມ­ຂືນ. ພົນ­ລະ­ເມືອງ​ເຄິ່ງ​ຫນຶ່ງ​ຈະຖືກຈັບ​ໄປ​ເປັນຊະເລີຍ, ແຕ່ປະ­ຊາ­ຊົນຜູ້​ທີ່​ເຫລືອ​ຢູ່​ຈະ​ບໍ່​ຖືກ​ຕັດ​ອອກ​ໄປ​ຈາກ​ເມືອງນັ້ນ.
\s5
\v 3 ແຕ່​ພຣະ­ຢາເວ​ຈະ​ສະ­ເດັດ​ອອກ​ໄປ ແລະເຮັດສົງຄາມ​ຕໍ່­ສູ້​ກັບ​ປະ­ຊາ­ຊາດ​ເຫລົ່າ­ນັ້ນ ເຫມືອນ​ມື້​ທີ່​ພຣະ­ອົງ​ຕໍ່­ສູ້​ໃນ​ວັນ​ແຫ່ງສົງຄາມ.
\v 4 ໃນ​ມື້​ນັ້ນພຣະ­ບາດ​ຂອງ​ພຣະ­ອົງ​ຈະ​ຢືນ­ຢູ່​ທີ່​ພູ­​ຫມາກກອກ­ເທດ, ຊຶ່ງ​ຢູ່​ຂ້າງ​ນະຄອນ​ເຢ­ຣູ­ຊາ­ເລັມ​ທາງ​ທິດ­ຕາ­ເວັນອອກ ແລະ ​ພູ​ຫມາກກອກເທດ​ນັ້ນ​ຈະຖືກແບ່ງ​ເຄິ່ງ​ລະຫວ່າງ​ທິດຕາ­ເວັນ­ອອກ ແລະ ​ທິດ­ຕາ­ເວັນ­ຕົກ, ໂດຍ​ຮ່ອມພູ​ທີ່​ກວ້າງ​ໃຫຍ່​ ແລະ​ ເຄິ່ງຫນຶ່ງຂອງພູ​ຈະກັບໄປ​ດ້ານທິດ​ເໜືອ ແລະ ​​ເຄິ່ງ​ຫນຶ່ງໄປ​ທາງທິດ​ໃຕ້.
\s5
\v 5 ຈາກນັ້ນພວກເຈົ້າທັງຫລາຍຈະຫນີລົງໄປ​ໃນ​ຮ່ອມ​ພູ­​ຂອງ​ພຣະຢາເວ, ເພາະ­ວ່າ​ຮ່ອມ​​ພູ­ລະຫວ່າງພູເຂົາເຫລົ່ານັ້ນ​ຈະຍາວ​ໄປ​ເຖິງ​ອາ­ເຊນ. ພວກເຈົ້າຈະ​ຫລົບຫນີ​ໄປ ເຫມືອນ​ກັບ​ພວກເຈົ້າໄດ້​ປົບຫນີ​ຈາກ​ແຜ່ນ­ດິນ­ໄຫວ​ໃນ​ສະ­ໄຫມ​ອຸດ­ຊີ­ຢາ ​ກະ­ສັດ​ແຫ່ງ​ຢູ­ດາ. ແລ້ວ​ພຣະຢາເວາ​ພຣະ­ເຈົ້າ​ຂອງ​ຂ້າ­ນ້ອຍ ​ຈະ​ສະ­ເດັດ​ມາ​ພ້ອມກັບ​ອົງຜູ້​ບໍ­ຣິ­ສຸດ​ທັງ­ຫມົດ.
\s5
\v 6 ໃນ​ວັນ​ນັ້ນ ຈະ​ບໍ່­ມີ​ແສງ­ສະ­ຫວ່າງ, ແຕ່ບໍ່ຫນາວ ຫລື ມີຫມາກເຫັບເຫມືອນກັນ.
\v 7 ໃນ​ວັນ​ນັ້ນ, ມີພຽງພຣະຢາເວ­ເທົ່ານັ້ນ​ທີ່​ຮູ້­ຈັກ, ເພາະຈະບໍ່​ແມ່ນ​ກາງ­ເວັນ ຫລື ກາງ­ຄືນອີກຕໍ່ໄປ, ເພາະວ່າເວລາແລງຈະເປັນເວລາຂອງແສງ­ສະ­ຫວ່າງ.
\v 8 ໃນ​ວັນ​ນັ້ນ ນ້ຳ​ແຫ່ງ​ຊີ­ວິດ​ຈະ​ໄຫລ​ອອກ­ຈາກນະຄອນ​ເຢ­ຣູ­ຊາ­ເລັມ. ​ເຄິ່ງຫນຶ່ງ​ໄຫລ​ໄປ​ສູ່​ນ້ຳ​ທະ­ເລ​ທິດ­ຕາເວັນອອກ ແລະ​ອີກ​ເຄິ່ງ​ຫນຶ່ງ​ໄຫລ​ໄປ​ສູ່​ທະ­ເລ​ທິດ­ຕາເວັນຕົກ, ​ໃນ​ລະ­ດູ­ຮ້ອນແລະ​​ລະດູຫນາວ.
\s5
\v 9 ພຣະຢາເວ​ຈະ​ເປັນ​­ກະ­ສັດເຫນືອ­ແຜ່ນ­ດິນ­ໂລກທັງສິ້ນ. ໃນ​ວັນ​ນັ້ນ ຈະມີພຣະຢາເວ­​​, ເປັນ​ພຣະ­ເຈົ້າ​ອົງ​ດຽວ, ແລະ​ມີ​ພຽງພຣະ­ນາມຂອງພຣະອົງເທົ່ານັ້ນ.
\v 10 ແຜ່ນ­ດິນ​ທັງ​ຫມົດຈະເປັນເຫມືອນທົ່ງຮາບພຽງ, ຈາກ​ເກ­ບາ​ຈົນ​ຮອດ​ທິດ­ໃຕ້ຣິມໂມນ​ຂອງນະຄອນເຢ­ຣູ­ຊາ­ເລັມ​. ນະຄອນເຢ­ຣູ­ຊາ­ເລັມຈະຍັງຄົງຖືກຍົກ​ສູງຂຶ້ນຢ່າງຕໍ່ເນື່ອງ ແລະ​ ຢູ່ໃນບ່ອນຂອງມັນ, ​ຕັ້ງ­ແຕ່​ປະ­ຕູ​ເບັນຢາ­ມິນ, ​ຈົນ​ຮອດ​ປະ­ຕູ​ເກົ່າ, ປະ­ຕູຢູ່ແຈ, ແລະ​ຈາກຫໍຄອຍເມືອງຮາ­ນາ­ເນນ ເຖິງ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ​ຂອງ​ກະ­ສັດ.
\v 11 ປະຊາຊົາຈະອາໄສ​ຢູ່­ໃນ​ນະຄອນເຢ­ຣູ­ຊາ­ເລັມ​ ແລະ ພຣະເຈົ້າຈະບໍ່ທຳລາຍລ້າງພວກເຂົາຈົນຫມົດກ້ຽງອີກຕໍ່ໄປ. ຊາວເຢ­ຣູຊາເລັມ​ ຈະມີຊີວິດຢູ່ຢ່າງ​ປອດ­ໄພ.
\s5
\v 12 ນີ້ຈະເປັນໄພພິບັດທີ່ພຣະຢາເວຈະໂຈມຕີປະຊາຊົນທັງຫລາຍ ທີ່ຮັບຈ້າງເຮັດສົງຄາມຕໍ່­ສູ້​ກັບ​ນະຄອນເຢ­ຣູ­ຊາ­ເລັມ: ເນື້ອຫນັງຂອງພວກເຂົາຈະ​ເນົ່າ­ເປື່ອຍລົງ, ແມ້ວ່າພວກເຂົາກຳລັງຈະຢືນຢູ່. ດວງຕາທັງຫລາຍຂອງພວກເຂົາຈະເນົ່າ​​ເປື່ອຍໃນ​ເບົ້າ­ຕາຂອງພວກເຂົາທັງຫລາຍ. ລີ້ນ​ທັງຫລາຍຂອງ​ພວກ­ເຂົາຈ​ະ​ເນົ່າເປື່ອຍ​ໃນ​ປາກຂອງພວກເຂົາ.
\v 13 ​ໃນ​ວັນ​ນັ້ນ ຄວາມຢ້ານກົວອັນຍິ່ງໃຫ່ຍຈາກພຣະຢາເວຈະມີຢູ່ໃນທ່າມ­ກາງ​ພວກ­ເຂົາ. ແຕ່ລະຄົນຈະຈັບມືຊຶ່ງກັນແລະກັນ, ແລະມືຂອງຄົນຫນຶ່ງຈະ​ຍົກ​ມື​ຂຶ້ນ​ຕໍ່­ສູ້​ມືຂອງອີກຄົນຫນຶ່ງ.
\s5
\v 14 ຢູ­ດາ​ຈະ​ຕໍ່­ສູ້​ກັນ​ໃນ​ນະຄອນ​ເຢ­ຣູ­ຊາ­ເລັມເຫມືອນກັນ. ພວກເຂົາ​ຈະຮວບລວມຄວາມຮັ່ງມີທັງຫມົດ ອ້ອມຮອບ ບັນດາປະຊາຊາດ ຄື​ເງິນ, ຄຳ ແລະ​ເສື້ອ­ຜ້າ​ຈຳນວນຫລວງ­ຫລາຍ.
\v 15 ​ໄພ­ພິ­ບັດ​ຢ່າງ​ນີ້​ຈະ​ຕົກ​ຖືກ ມ້າ, ລໍ, ອູດ, ລາ ແລະ​ສັດ​ທຸກ​ຊະ­ນິດ​ທີ່­ຢູ່​ໃນ​ເຕັນ​ເຫລົ່ານັ້ນຈະມີຄວາມທຸກລຳບາກ ເພາະໄພພິບັດດຽວກັນ.
\s5
\v 16 ແລ້ວມັນຈະເກີດຂຶ້ນຄືຄົນທັງຫມົດທີ່ເຫລືອຢູ່ໃນ​ປະ­ຊາຊາດເຫລົ່ານັ້ນ ​ທີ່ມາ​ສູ້­ຮົບ​ກັບນະຄອນ​ເຢ­ຣູ­ຊາ­ເລັມ ນັ້ນ​ຈະ​ຂຶ້ນ​ມາ​ທຸກໆ​ປີ ເພື່ອນະມັດສະການກະ­ສັດ, ​ຄື​ພຣະຢາເວຈອມໂຍທາ,­ ແລະ ຮັກສາ​ເທດ­ສະ­ການ​ປຸກຕູບ.
\v 17 ມັນຈະເກີດຂຶ້ນ ຖ້າ​ຄົນ​ໃດ​ຈາກບັນດາປະຊາຊາດຂອງ​ແຜ່ນ­ດິນ­ໂລກ ​ບໍ່​ຂຶ້ນ​ໄປ​ເຢ­ຣູ­ຊາ­ເລັມ ​ເພື່ອ​ຂາບ­ໄຫວ້​ນະ­ມັດ­ສະ­ການ­ກະ­ສັດ, ຄື​ພຣະ­ຢາເວຈອມໂຍທາ, ແລ້ວພຣະຢາເວຈະບໍ່ໃຫ້ນ້ຳຝົນ​ຕົກ​ໃສ່​ຄອບ­ຄົວຂອງພວກເຂົາ.
\v 18 ​ຖ້າ​ປະຊາຊາດ​ຂອງ​ອີ­ຢິບ​ບໍ່​ຂຶ້ນ​ໄປ, ​ພວກ­ເຂົາກໍຈະບໍ່ໄດ້ຮັບຝົນ​. ​ໄພພິ­ບັດຈາກ​​ພຣະຢາເວຈະ​ໂຈມ­ຕີ​ປະ­ຊາ­ຊາດທັງຫລາຍ ທີ່​ບໍ່​ຂຶ້ນ​ໄປຮັກສາ​ເທດ­ສະ­ການ​ປຸກຕູບ.
\s5
\v 19 ນີ້​ຈະ​ເປັນການລົງ​ໂທດ​ສຳລັບ​ອີ­ຢິບ ແລະ​ ການ­ລົງ­ໂທດ​ປະຊາຊາດ​ທັງ​ຫມົດ ທີ່​ບໍ່​ຂຶ້ນໄປ​ຮັກສາ​ເທດ­ສະ­ການ​ປຸກຕູບ.
\s5
\v 20 ແຕ່​ໃນ​ວັນ​ນັ້ນ, ຫມາກ​ກະ​ດິ່ງ​ທີ່​ຜູກ​ມ້າ​ທັງຫລາຍຈະ​ມີ​ຄຳຈາລຶກ​ວ່າ, “ຈົ່ງແຍກໄວ້ແດ່​ພຣະ­ຢາເວ,” ແລະ ​​ຫມໍ້​ທັງຫລາຍ​ໃນ​ພຣະວິ­ຫານ​ຂອງ​ພຣະຢາເວ​ຈະ​​ເຫມືອນ​ຖ້ວຍທັງຫລາຍ​​ຕໍ່ຫນ້າ​ແທ່ນ​ບູ­ຊາ.
\v 21 ເພາະຫມໍ້​ທຸກ​ຫນ່ວຍ​ໃນ​ເຢ­ຣູ­ຊາ­ເລັມ ແລະ​ ຢູ­ດາ​ຈະຖືກແຍກໄວ້ແດ່ພຣະຢາເວຈອມໂຍທາ ແລະ ທຸກຄົນທີ່ນຳ ເຄື່ອງບູ­ຊາ​ມາຈະກິນຈາກພວກມັນທັງຫລາຍ ແລະ​ ຕົ້ມພວກມັນ. ໃນວັນ​ນັ້ນ​ຈະ​ບໍ່​ມີ­ພວກພໍ່ຄ້າທັງຫລາຍໃນ​ພຣະ­ວິ­ຫານ​ຂອງ​ພຣະຢາເວຈອມໂຍທາ​ອີກ​ຕໍ່­ໄປ.