# ຜູ້ທີ່ຖືກເລືອກ, ໄດ້ຖືກເລືອກ, ປະຊາຊົນຜູ້ທີ່ຖືກເລືອກ, ຜູ້ທີ່ຖືກເລືອກ, ຜູ້ທີ່ຖືກຄັດເລືອກ ## ນິຍາມ ຄໍາວ່າ, "ຜູ້ທີ່ຖືກຄັດເລືອກ" ຕາມຕົວອັກສອນໝາຍເຖິງ "ຜູ້ທີ່ຖືກເລືອກ" ແລະເວົ້າເຖິງຄົນທັງຫລາຍທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ. "ຜູ້ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກເລືອກຂອງພຣະເຈົ້າ" ແມ່ນຄໍານໍາໜ້າຊື່ທີ່ເວົ້າເຖິງພຣະເຢຊູ, ຜູ້ທີ່ຖືກເລືອກເປັນພຣະເມຊີອາ. * ຄໍາວ່າ "ຖືກເລືອກ" ໝາຍເຖິງເລືອກບາງສິ່ງຫລືບາງຄົນຫລືຕັດສິນໃຈບາງສິ່ງ. ຫລາຍເທື່ອມັກໃຊ້ເວົ້າເຖິງພຣະເຈົ້າທີ່ໄດ້ແຕ່ງຕັ້ງໄພ່ພົນໃຫ້ເປັນຂອງພຣະອົງແລະຮັບໃຊ້ພຣະອົງ. * ໄດ້ຮັບການຖືກ "ເລືອກ" ໝາຍຄວາມວ່າໄດ້ຮັບການຖືກ "ຄັດເລືອກ" ຫລື "ແຕ່ງຕັ້ງ" ເພື່ອເປັນຫລືເພື່ອເຮັດບາງສິ່ງ. * ພຣະເຈົ້າໄດ້ເລືອກປະຊາຊົນໃຫ້ບໍຣິສຸດ, ແຍກອອກໄວ້ຕ່າງຫາກໂດຍພຣະອົງ ເພື່ອຈຸດປະສົງໃຫ້ເກີດຜົນດີຝ່າຍວິນຍານ. ນັ້ນແມ່ນເຫດຜົນວ່າເປັນຫຍັງຄົນເຫລົ່ານັ້ນຈຶ່ງຖືກເອີ້ນວ່າ "ຜູ້ທີ່ໄດ້ຖືກເລືອກ" ຫລື "ຜູ້ທີ່ຖືກຄັດເລືອກ." * ຄໍາວ່າ "ຜູ້ທີ່ໄດ້ຮັບເລືອກ" ບາງເທື່ອໃຊ້ໃນພຣະຄໍາພີເພື່ອເວົ້າເຖິງຄົນສະເພາະບາງກຸ່ມເຊັ່ນ ໂມເຊ ແລະ ກະສັດາວິດ ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນຜູ້ນໍາໄພ່ພົນຂອງພຣະອົງ. ແລະຍັງໃຊ້ເວົ້າເຖິງຊົນຊາດອິດສະຣາເອນວ່າເປັນໄພ່ພົນທີ່ພຣະເຈົ້າໄດ້ເລືອກ. * ຖ້ອຍຄໍາທີ່ວ່າ "ຜູ້ທີ່ຖືກຄັດເລືອກ" ເປັນຄໍາເວົ້າເກົ່າທີ່ມີຄວາມໝາຍຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບການເລືອກ." ຖ້ອຍຄໍານີ້ໃນພາສາເດີມໃຊ້ກັບຈໍານວນສອງຄົນຂຶ້ນໄປເມື່ອເວົ້າເຖິງຜູ້ທີ່ມີຄວາມເຊື່ອໃນພຣະຄຣິດ. * ໃນພຣະຄໍາພີພາສາອັງກິດເຫລັ້ມເກົ່າ, ຄໍາວ່າ "ຄັດເລືອກ" ໃຊ້ທັງໃນພຣະຄໍາພີເດີມແລະພຣະຄໍາພີໃໝ່ທີ່ຈະແປວ່າ "ຜູ້ທີ່ໄດ້ຮັບເລືອກ" ພຣະຄໍາພີເຫລັ້ມສະໄໝໃໝ່ໃຊ້ຄໍາວ່າ "ຄັດເລືອກ" ໃນພັນທະສັນຍາໃໝ່ເທົ່ານັ້ນ, ທີ່ເວົ້າເຖິງໄພ່ພົນຜູ້ຊຶ່ງໄດ້ຮັບຄວາມພົ້ນໂດຍພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູ. ຕາມທີ່ເຫັນຫລາຍບ່ອນໃນພຣະຄໍາພີ, ໄດ້ແປຄໍານີ້ສ່ວນຫລາຍຈະແປຕາມຕົວອັກສອນວ່າ "ຜູ້ທີ່ໄດ້ຮັບເລືອກ." ## ຄໍາແນະນໍາໃນການແປ * ເປັນການດີທີ່ສຸດຖ້າຫາກແປວ່າ "ຄັດເລືອກ" ດ້ວຍຄໍາຫລືຖ້ອຍຄໍາທີ່ໝາຍຄວາມວ່າ "ຜູ້ທີ່ໄດ້ຮັບເລືອກ" ຫລື "ໄພ່ພົນທີ່ໄດ້ຮັບເລືອກ." ທີ່ເວົ້າມານີ້ສາມາດແປໄດ້ອີກວ່າ "ໄພ່ພົນຜູ້ທີ່ພຣະເຈົ້າເລືອກ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງໃຫ້ເປັນໄພ່ພົນຂອງພຣະອົງ." * ຖ້ອຍຄໍາທີ່ວ່າ, "ຜູ້ທີ່ຖືກເລືອກ" ສາມາດແປໄດ້ອີກຢ່າງໜຶ່ງວ່າ "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ" ຫລື "ຜູ້ທີ່ຖືກຄັດເລືອກ." * "ເຮົາເລືອກເຈົ້າ" ສາມາດແປໄດ້ວ່າ, "ເຮົາໄດ້ແຕ່ງຕັ້ງເຈົ້າ" ຫລື "ເຮົາຄັດເລືອກເຈົ້າ." * ໃນການເວົ້າເຖິງພຣະເຢຊູວ່າເປັນ, "ຜູ້ໄດ້ຮັບເລຶອກ" ສາມາດແປໄດ້ວ່າ, "ຜູ້ທີ່ໄດ້ຮັບເລືອກຂອງພຣະເຈົ້າ" ຫລື "ການແຕ່ງຕັ້ງພຣະເມຊີອາເປັນພິເສດຂອງພຣະເຈົ້າ" ຫລື "ຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງ."