# ສາບແຊ່ງ,ຖືກສາບແຊ່ງ ## ນິຍາມ ຄຳວ່າ "ສາບແຊ່ງ" ໝາຍເຖິງການກໍ່ໃຫ້ເກີດສິ່ງບໍ່ດີໃນທາງລົບທີ່ຈະເກີດກັບບຸກຄົນຫຼືສິ່ງທີ່ຖືກສາບແຊ່ງ. * ສາບແຊ່ງອາດເປັນຂໍ້ຄວາມວ່າອັນຕະລາຍຈະເກີດຂື້ນກັບບຸກຄົນແລະສິ່ງຂອງບາງສິ່ງ. * ການສາບແຊ່ງ ບາງຄົນຍັງສາມາດສະແດງອອກເຖິງຄວາມປາດຖະຫນາທີ່ໃຫ້ສິ່ງບໍ່ດີຈະເກີດຂຶ້ນກັບພວກເຂົາ. * ນອກຈາກນີ້ຍັງກ່າວເຖີງການລົງໂທດຫຼື ສິ່ງທີ່ເປັນທາງລົບ ອື່ນໆ ທີ່ບາງຄົນເປັນເຫດໃຫ້ເກີດຂຶ້ນກັບບາງຄົນ. ## ຄຳແນະນຳໃນການແປ * ຄຳນີ້ອາດແປວ່າ"ທຳໃຫ້ເກີດສິ່ງບໍ່ດີຂຶ້ນ" ຫຼື "ປະກາດວ່າມີບາງຢ່າງທີ່ບໍ່ດີຈະເກີດຂຶ້ນ"ຫຼື "ສາບານວ່າ "ຈະກໍ່ໃຫ້ເກີດສິ່ງຊົ່ວຮ້າຍຂຶ້ນ". * ໃນກໍລະນີຂອງພຣະເຈົ້າທີ່ສົ່ງຄຳສາບແຊ່ງໄປຍັງປະຊາຊົນທີ່ບໍ່ເຊື່ອຟັງຂອງພຣະອົງ ອາດແປວ່າ "ລົງໂທດດ້ວຍການປ່ອຍໃຫ້ສິ່ງບໍ່ດີເກີດຂຶ້ນ. * ຄຳວ່າ "ສາບແຊ່ງ"ເມື່ອໃຊ້ເພື່ອອະທິບາຍ ປະຊາຊົນສາມາດແປໄດ້ເຊັ່ນນີ້.