# ສະອາດ, ຊຳລະໃຫ້ສະອາດ ## ນິຍາມ ຄຳວ່າ "ສະອາດ" ມີຄວາມໝາຍຕາມຕົວໜັງສືວ່າບໍ່ມີຄວາມສົກກະປົກຫຼືມົນທິນໃດໆ. ໃນພຣະຄໍາພີ, ຄຳນີ້ມັກໃຊ້ເປັນຄຳປຽບທຽບທີ່ໝາຍເຖິງ, "ເຮັດໃຫ້ບໍຣິສຸດ," "ບໍຣິສຸດ," ຫຼື "ປາສະຈາກບາບ." * "ການສຳລະໃຫ້ສະອາດ" ເປັນກະບວນການຂອງການເຮັດໃຫ້ສິ່ງໃດສິ່ງໜຶ່ງ "ສະອາດ." ຄຳນີ້ສາມາດແປໄດ້ວ່າ "ຊຳລະລ້າງ" ຫຼື "ເຮັດໃຫ້ບໍຣິສຸດ." * ໃນພັນທະສັນຍາເດີມ, ພຣະເຈົ້າໄດ້ຊົງບອກຊົນຊາດອິດສະຣາເອນວ່າສັດຊະນິດໃດທີ່ຊີ້ສະເພາະເຈາະຈົງວ່າເປັນສັດທີ່ "ສະອາດ" ທີ່ໃຊ້ຖວາຍບູຊາແລະສັດຊະນິດໃດທີ່ເປັນ "ມົນທິນ." ສັດທີ່ສະອາດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ໃຊ້ເພື່ອກິນຫລືຖວາຍບູຊາ. ໃນບໍຣິບົດນີ້, ຄຳວ່າ "ສະອາດ" ມີຄວາມໝາຍວ່າ ສັດຕົວນັ້ນໄດ້ຮັບການຍອມຮັບຈາກພຣະເຈົ້າເພື່ອໃຊ້ເປັນເຄື່ອງຖວາຍບູຊາ. * ຄົນທີ່ເປັນໂລກຜິວໜັງບາງຢ່າງຈະເປັນມົນທິນຈົນກວ່າຜິວໜັງຈະໄດ້ຮັບການຮັກສາໃຫ້ດີພໍທີ່ຈະບໍ່ສາມາດແຜ່ເຊື້ອໂລກໄດ້. ຄຳສອນກ່ຽວກັບການສຳລະຜິວໜັງໃຫ້ສະອາດທີ່ຕ້ອງເຊື່ອຟັງ ເພື່ອທີ່ຄົນນັ້ນຈະໄດ້ຮັບການປະກາດວ່າ "ສະອາດ" ອີກຄັ້ງ. * ບາງຄັ້ງ "ສະອາດ" ໃຊ້ເປັນຄຳປຽບທຽບທີ່ກ່າວເຖິງ ຄວາມບໍຣິສຸດທາງສິລະທໍາ. ## ຄຳແນະນຳໃນການແປ * ຄຳນີ້ສາມາດແປດ້ວຍຄຳທົ່ວໆໄປ ສຳລັບຄຳວ່າ "ສະອາດ" ຫຼື "ບໍຣິສຸດ"