# ເລືອດ,ໂລຫິດ ## ນິຍາມ ຄຳວ່າ“ ເລືອດ” ໝາຍເຖິງແຫຼວສີແດງທີ່ອອກມາຈາກຜິວໜັງ ຂອງຄົນເຮົາເມື່ອມີການບາດເຈັບຫລືມີບາດແຜ. ເລືອດແມ່ນສີ່ງທີ່ນຳເອົາສານອາຫານໃຫ້ຊີວິດ ແລະຮ່າງກາຍຂອງຄົນເຮົາ. * ເລືອດເປັນສັນຍາລັກຂອງຊີວິດແລະເມື່ອມັນຖືກຫົດຫລືຖອກ, ມັນເປັນສັນຍາລັກເຖິງການສູນເສຍຊີວິດ, ຫລືຄວາມຕາຍ. * ເມື່ອປະຊາຊົນຖວາຍເຄື່ອງບູຊາແດ່ພຣະເຈົ້າ, ພວກເຂົາໄດ້ຂ້າສັດແລະຖອກເລືອດຂອງມັນໃສ່ແທ່ນບູຊາ. ນີ້ເປັນສັນຍາລັກຂອງການເສຍສະລະຊີວິດຂອງສັດເພື່ອຈ່າຍຄ່າບາບຂອງຄົນ. * ໂດຍຜ່ານການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ, ເລືອດຂອງພຣະເຢຊູເປັນສັນຍາລັກເຮັດໃຫ້ຄົນເຮົາພົ້ນຈາກບາບກຳຂອງພວກເຂົາແລະຈ່າຍຄ່າການລົງໂທດທີ່ພວກເຂົາສົມຄວນໄດ້ຮັບຈາກບາບເຫລົ່ານັ້ນ. * ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະ ເລືອດ” ໝາຍເຖິງມະນຸດ. * ຄຳເວົ້າທີ່ວ່າ“ ເນື້ອໜັງ ແລະໂລຫິດຂອງຕົນເອງ” ໝາຍ ເຖິງຄົນທີ່ພີນ້ອງກັນກັບທາງກຳມະພັນ. ## ຄຳແນະໃນນຳການແປ * ຄຳສັບນີ້ຄວນຈະຖືກແປກັບ ຄຳທີ່ໃຊ້ໃນເລືອດເປັນເປົ້າໝາຍຊອງພາສາ. * ຄຳວ່າ“ ເນື້ອໜັງ ແລະ ໂລຫິດ” ສາມາດແປເປັນ“ ຄົນ” ຫລື“ ມະນຸດ”. * ອີງຕາມສະພາບການ, ຄຳວ່າ "ເນື້ອໜັງ ແລະເລືອດຂອງຂ້ອຍ" ສາມາດແປເປັນ "ຄອບຄົວຂອງຂ້ອຍເອງ" ຫລື "ຍາດພີ່ນ້ອງຂອງຂ້ອຍເອງ" ຫລື "ຄົນຂອງຂ້ອຍເອງ." * ຖ້າມີການສະແດງອອກເປັນເປົ້າໝາຍພາສາ ທີ່ໃຊ້ກັບຄວາມ ໝາຍນີ້, ການສະແດງອອກນັ້ນອາດຈະຖືກນຳໃຊ້ເພື່ອແປວ່າ "ເນື້ອໜັງ ແລະເລືອດ."