# ແທ່ນບູຊາ ## ນິຍາມ ແທ່ນບູຊາເປັນບ່ອນສ້າງສູງທີ່ຕັ້ງຂື້ນຈາກພື້ນຂຶ້ນມາ ຊຶ່ງຄົນອິສະຣາເອນໃຊ້ເປັນບ່ອນເຜົາສັດ ແລະເມັດພືດຕ່າງໆເພື່ອເປັນບູຊາຖວາຍແດ່ພຣະເຈົ້າ. * ໃນສະໄໝຂອງພຣະຄັມພີ ແທ່ນບູຊາຢ່າງງ່າຍໆ ມັກຈະທຳຂຶ້ນມາຈາກການປັ້ນຂຶ້ນເປັນຮູບຫລືການເອົາກ້ອນຫີນກ້ອນໃຫຍ່ມາເຮັດເປັນກອງກັນຂຶ້ນໃຫ້ໝັ້ນຄົງ. * ແທ່ນບູຊາແບບພິເສດບາງຊະນິດທີ່ເປັນຮູບຊົງແລ້ວກໍຈະທຳມາຈາກໄມ້ແລ້ວຫຸ້ມຫໍ່ດ້ວຍໂລຫະເຊັ່ນ ຄຳ, ທອງເຫລືອງ, ຫລືທອງສຳຣິດ. * ປະຊາຊົນກຸ່ມອື່ນໆ ທີ່ອາໃສຢູ່ໃກ້ອິສະຣາເອນກໍໄດ້ສ້າງແທ່ນບູຊາເພື່ອຖວາຍບູຊາແດ່ພຣະຂອງພວກເຂົາ