# ຕາມທີ່ຂຽນໄວ້ ## ນິຍາມ ຖ້ອຍຄຳທີ່ວ່າ "ຕາມທີ່ຂຽນໄວ້" ຫຼື "ສິ່ງທີ່ຂຽນຂຶ້ນ" ເກີດຂຶ້ນຢູ່ເລື້ອຍໆໃນພັນທະສັນຍາໃໝ່ແລະໂດຍປົກກະຕິໄດ້ໝາຍເຖິງຂໍ້ຄຳສັ່ງຕ່າງໆ ຫຼືຄຳທຳນວາຍຕ່າງໆ ທີ່ໄດ້ຂຽນຂຶ້ນໃນພຣະຄຳພີເປັນພາສາເຮັບເຣີ. * ໃນບາງຄັ້ງ "ຕາມທີ່ຂຽນໄວ້" ນັ້ນໝາຍເຖິງສິ່ງທີ່ຂຽນໄວ້ໃນພຣະບັນ ຍັດຂອງໂມເຊ. * ໃນໂອກາດອື່ນໆ ກໍມີຂໍ້ຄວາມທີ່ໝາຍເຖິງສິ່ງທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ໃນພັນທະສັນຍາເດີມ. * ນີ້ແມ່ນຖ້ອຍຄຳທີ່ແປວ່າ "ຕາມທີ່ຂຽນໄວ້ໃນພຣະບັນຍັດຂອງໂມເຊ" ຫຼື "ຕາມທີ່ຜູ້ປະກາດພຣະທຳໄດ້ຂຽນໄວ້ແລ້ວນັ້ນ" ຫຼື "ສິ່ງທີ່ກ່າວໄວ້ໃນກົດພຣະບັນຍັດຂອງພຣະເຈົ້າທີ່ໂມເຊໄດ້ຂຽນໄວ້ໃນພຣະຄຳພີເດີມ." * ມີອີກທາງເລືອກໜຶ່ງຄືການຄົງໄວ້ "ຕາມທີ່ຂຽນໄວ້ " ແລະໃຫ້ເພື່ອເປັນການອະທິບາຍເຖິງຄວາມໝາຍນີ້.