# ພາສີ,ພາສີອາກອນ ## ນິຍາມ ຄຳວ່າ "ພາສີ" ຫຼື "ພາສີອາກອນ" ອ້າງເຖຶງເງີນຫຼືສີ້ນຄ້າຕ່າງໆ ທີ່ຜູ້ຄົນໄດ້ໃຫ້ແກ່ຜູ້ມີອຳນາດເໜື່ອພວກເຂົາ. * ຈຳນວນເງິນທີ່ຕ້ອງຈ່າຍ ສຳລັບອາກອນແມ່ນອີງໃສ່ມູນຄ່າຂອງສິ່ງຂອງຫຼືຊັບສິນຂອງບຸກຄົນທີ່ມີມູນຄ່າເທົ່າໃດ. * ຖ້າຜູ້ໃດບໍໄດ້ຊຳຮະພາສີຕ່າງໆ,ລັດທະບານສາມາດດຳເນຶນການຕາມກົດໝາຍຕໍ່ບຸກຄົນນັ້ນ ເພື່ອຈະໄດ້ຮັບເງິນຈາກຜູ້ທີ່ເປັນໜີ້ລັດທະບານນັ້ນ. * ໂຢເຊັບແລະມາຣີໄດ້ເດີນທາງໄປເມືອງເບັດເລເຮັມເພື່ອຈະຖືກນັບເຂົ້າໃນການສຳຫຼວດພົນລະເມືອງທີ່ມີຈຸດປະສົງເພື່ອເກັບພາສີທຸກຄົນທີ່ອາໄສຢູ່ໃນອານາຈັກໂລມັນ. * ນອກນັ້ນຍັງມີ "ອາກອນໃນພຣະວິຫານ" ເຊິ່ງເປັນເງິນທີ່ຜູ້ຄົນເອົາໃສ່ໃນກ່ອງຖວາຍຂອງວິຫານ. ເງິນຈຳນວນໜຶ່ງນີ້ແມ່ນໃຊ້ເພື່ອດູແລອາຄານຂອງພຣະວິຫານ. * ຄຳວ່າ "ພາສີ"ສາມາດແປວ່າ "ພາສີບັງຄັບ" ຫຼື "ເງີນຂອງລັດທະບານ" ຫຼື "ເງີນຂອງພຣະວຶຫານ" ຂື້ນຢູ່ກັບສະຖານະການ. * ປະໂຫຍກເຊັ່ນ, "ເກັບພາສີ" ແລະ "ພາສີອາກອນຈ່າຍ" ຍັງສາມາດແປເປັນ "ຈ່າຍເງິນໃຫ້ລັດຖະບານ" ຫຼື "ຮັບເງິນໃຫ້ລັດຖະບານ" ຫຼື "ຈ່າຍເງິນທີ່ຕ້ອງການ." * "ຄົນເກັບພາສີ" ເປັນຜູ້ທີ່ເຮັດວຽກໃຫ້ແກ່ລັດທະບານໃນການຮັບເງີນທີ່ປະຊາຊົນຈຳເປັນຕ້ອງຈ່າຍໃຫ້ພວກເຂົາ.