# ຂໍຮ້ອງ , ຄຳຂໍຮ້ອງ , ວິງວອນ ## ນິຍາມ ຄຳວ່າ "ຂໍຮ້ອງ" ແລະ"ຄຳຂໍຮ້ອງ"ໝາຍເຖິງການຂໍໃຜຈັກຄົນໃຫ້ເຮັດບາງສິ່ງຢ່າງເລັ່ງດ່ວນ ການ "ວິງວອນ" ເປັນການຂໍເລັ່ງດ່ວນ. * ຄຳຂໍຮ້ອງຫລາຍເທື່ອມັກສະແດງວ່າບຸກຄົນນັ້ນຮູ້ສຶກມີຄວາມຈຳເປັນຫລາຍຫລືປາດຖະໜາຄວາມຊ່ວຍເຫລືອຢ່າງຫລາຍ. * ຄົນສາມາດຂໍຮ້ອງຫລືວິງວອນເລັ່ງດ່ວນຕໍ່ພຣະເຈົ້າເພື່ອພຣະເມດຕາຫລືໃຫ້ພຣະອົງປະທານບາງຢ່າງໃຫ້ແກ່ຕົນເອງຫລືຄົນອື່ນ. * ວິທີອື່ນໃນການແປຄຳນີ້ອາດລວມເຖິງຄຳວ່າ "ຂໍຮ້ອງ" ຫລື "ອ້ອນວອນ"ຫລື"ຂໍຢ່າງເລັ່ງດ່ວນ." * ຄຳວ່າ"ວິງວອນ"ສາມາດແປໄດ້ອີກວ່າ"ຄຳຂໍເລັ່ງດ່ວນ"ຫລື"ການກະຕຸ້ນຢ່າງແຮງ." * ກວດສອບໃຫ້ຊັດແຈ້ງວ່າໃນບໍລິບົດມີຄວາມຊັດແຈ້ງວ່າຄຳນີ້ບໍ່ໄດ້ໝາຍເຖິງການຂໍເງີນ.