# ພຣະຜູ້ເປັນເຈົ້າ ## ນິຍາມ ຄຳວ່າ “ ພຣະຜູ້ເປັນເຈົ້າ ” ໝາຍເຖິງຜູ້ໃດຜູ້ໜຶ່ງທີ່ມີສິດຄອບຄອງ ຫລື ສິດອຳນາເໜືອຜູ້ຄົນ. ເມື່ອຂຶ້ນຕົ້ນອັກສອນຕົວໃຫຍ່, ເປັນຕຳແໜ່ງທີ່ອ້າງເຖິງພຣະເຈົ້າ. ( ເຖິງຢ່າງໃດກໍ່ຕາມໃຫ້ສັງເກດວ່າເມື່ອໃຊ້ເປັນຮູບແບບຂອງການເວົ້າກັບຜູ້ໃດຜູ້ໜຶ່ງ ຫຼື ໃນຕອນເລີ່ມຕົ້ນຂອງປະໂຫຍກມັນອາດຈະເປັນຕົວອັກສອນໃຫຍ່ ແລະ ມີຄວາມໝາຍຂອງ " ນາຍທ່ານ " ຫຼື " ນາຍ. " ) * ໃນພັນທະສັນຍາເດີມ, ຄຳສັບນີ້ຍັງຖືກນຳໃຊ້ໃນສຳນວນຕ່າງໆເຊັ່ນ: "ອົງພຣະຜູ້ເປັນເຈົ້າ. ພຣະຜູ້ເປັນເຈົ້າອົງສູງສຸດ " ຫລື " ອົງພຣະຜູ້ເປັນເຈົ້າ " ຫລື " ອົງພຣະຜູ້ເປັນເຈົ້າຂອງພວກເຮົາ." * ໃນພັນທະສັນຍາໃໝ່, ພວກອັກຄະສາວົກໄດ້ໃຊ້ຄຳນີ້ໃນສຳນວນຕ່າງໆເຊັ່ນ " ພຣະເຢຊູຄຣິດ " ແລະ " ອົງພຣະເຢຊູຄຣິດ " ເຊິ່ງສື່ສານວ່າພຣະເຢຊູຄືພຣະເຈົ້າ. * ຄຳວ່າ " ອົງພຣະຜູ້ເປັນເຈົ້າ " ໃນພັນທະສັນຍາໃໝ່ຍັງຖືກນຳໃຊ້ເປັນຄຳດຽວ ເພື່ອເປັນການເວົ້າເຖິງພຣະເຈົ້າໂດຍສະເພາະໃນຂໍ້ອ້າງອີງຈາກພຣະສັນຍາເດີມ. ຕົວຢ່າງເຊັ່ນ, ໃນພັນທະສັນຍາເດີມບອກວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງພຣະຢາເວ " ແລະ ໃນພັນທະສັນຍາໃໝ່ໄດ້ກ່າວວ່າ, " ນະມັດສະການແດ່ພຣະອົງຜູ້ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ." * ໃນສະບັບ ULB ແລະ UDB ຕຳແໜ່ງ " ອົງພຣະຜູ້ເປັນເຈົ້າ " ຖືກແປໃນພາສາເປັນພາສາເຮັບເຮີ ແລະ ກຮີກ ໝາຍເຖີງ " ອົງພຣະຜູ້ເປັນເຈົ້າ " ເທົ່ານັ້ນ ບໍ່ໄດ້ຖືກແປເປັນພຣະນາມຂອງພຣະເຈົ້າ ( ພຣະຢາເວ ) ຄືກັນກັບການແປໃນຫຼາຍສະບັບ ## ຄຳແນະນຳໃນການແປ * ບາງພາສາແປຄຳນີ້ວ່າ " ນາຍ " ຫຼື " ຜູ້ປົກຄອງ " ຫຼືໃຊ້ຄຳອື່ນທີ່ສື່ເຖີງເຈົ້າຂອງ ຫຼື ຜູ້ປົກຄອງທີ່ມີອຳນາດສູງສຸດ * ໃນບາງສະພາບການທີ່ເໝາະສົມ ຄຳແປຫຼາຍສະບັບໃຊ້ຕົວອັກສອນໂຕທຳອິດເປັນໂຕພິມໃຫຍ່ເພື່ອຈະເຮັດໃຫ້ຜູ້ອ່ານຈຳແນກອອກຢ່າງຊັດເຈນວ່າຄຳນັ້ນໝາຍເຖີງພຣະເຈົ້າ * ມີຫຼາຍສະຖານທີ່ໃນພັນທະສັນຍາໃໝ່ທີ່ອ້າງເຖີງພັນທະສັນຍາເດີມ ຄຳວ່າ " ອົງພຣະຜູ້ເປັນເຈົ້າພຣະເຈົ້າ " ສາມາດໃຊ້ເພື່ອຈຳແນກໄດ້ຢ່າງຊັດເຈນຄຳນັ້ນໝາຍເຖີງພຣະເຈົ້າ * บางภาษาแปลคำนี้ว่า "นาย" หรือ "ผู้ปกครอง" หรือใช้คำอื่นที่สื่อถึงเจ้าของหรือผู้ปกครองที่มีอำนาจสูงสุด