# ເຮັດໃຫ້ຊອບທຳ, ການນັບເປັນຜູ້ຊອບທຳ ## ນິຍາມ ຄຳວ່າ “ ເຮັດໃຫ້ຊອບທຳ“ ແລະ “ການນັບເປັນຜູ້ຊອບທຳ“ໝາຍເຖິງການທີ່ເຮັດໃຫ້ຜູ້ທີ່ມີຄວາມຜິດເປັນຄົນຊອບທຳ.ມີແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເປັນຄົນຊອບທຳຢ່າງແທ້ຈິງໄດ້. * ເມື່ອພຣະເຈົ້າເຮັດໃຫ້ມະນຸດມີຄວາມຊອບທຳ, ພຣະອົງຈະໃຫ້ອະໄພບາບຂອງພວກເຂົາແລະເຮັດໃຫ້ພວກເຂົາບໍ່ມີບາບ. ພຣະອົງພຽງແຕ່ໃຫ້ຄົນບາບກັບໃຈແລະເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າເພື່ອຊ່ວຍພວກເຂົາໃຫ້ພົ້ນຈາກບາບຂອງພວກເຂົາ. * “ການນັບເປັນຄົນຊອບທຳ“ ໝາຍເຖິງສິ່ງທີ່ພຣະເຈົ້າໄດ້ເຮັດໃນເວລາທີ່ພຣະອົງໃຫ້ອະໄພບາບຂອງມະນຸດແລະປະກາດວ່າບຸກຄົນນັ້ນເປັນຄົນຊອບທຳໃນສາຍຕາຂອງພຣະອົງ. ## ຄຳແນະນຳ ໃນການແປ * ອີກວິທີ່ໜຶ່ງທີ່ຈະແປຄຳວ່າ “ເຮັດໃຫ້ຊອບທຳ“ ສາມາດປະກອບມີຄຳວ່າ “ປະກາດ“