# ຊາວປະມົງ, ຄົນຫາປາ ## ນິຍາມ ຊາວປະມົງຄືຄົນທີ່ຫາຈັບປາຈາກແມ່ນ້ຳເພື່ອຫາເງິນ. ໃນພັນທະສັນຍາໃໝ່, ຊາວປະມົງໃຊ້ອວນໃຫຍ່ເພື່ອຈັບປາ. ຄຳວ່າ "ຄົນຫາປາ" ເປັນຊື່ເອີ້ນອີກຊື່ໜຶ່ງສຳລັບຊາວປະມົງ. * ເປໂຕແລະອັກຄະທູດຄົນອື່ນໆ ທຳງານເປັນຊາວປະມົງກ່ອນທີ່ພຣະເຢຊູຈະຊົງເອີ້ນພວກເຂົາ. * ດິນແດນຂອງຊົນຊາດອິສະຣາເອນຢູ່ໃກ້ນ້ຳ, ພຣະຄັມພີມີການອ້າງອີງຢ່າງຫລວງຫລາຍໃນສ່ວນທີ່ກ່ຽວຂ້ອງກັບປາແລະຊາວປະມົງ. * ຄຳນີ້ສາມາດແປໄດ້ອີກດ້ວຍປະໂຫຍກເຊັ່ນ, "ຄົນທີ່ຈັບປາ" ຫລື "ຄົນທີ່ຫາເງິນໂດຍການຈັບປາ."