# ໂກດຮ້າຍ, ໂມໂຫ, ພຣະພິໂຣດ ## ນິຍາມ ການ "ໂກດຮ້າຍ" ຫຼື "ໂມໂຫ" ໝາຍເຖິງການບໍ່ພໍໃຈຢ່າງແຮງ ຫງຸດຫງິດແລະບໍ່ພໍໃຈໃນບາງຢ່າງຫຼືໃນບາງຄົນ. * ເມື່ອມະນຸດໂກດຮ້າຍ ມັກຈະເປັນຄວາມບາບແລະເຫັນແກ່ຕົວ ແຕ່ບາງຄັ້ງກໍເປັນການໂກດຮ້າຍທີ່ຊອບທັມຕໍ່ສູ້ກັບຄວາມອະຍຸດຕິທັມຫຼືການກົດຂີ່ຂົ່ມເຫັງ. * ຄວາມໂກດຮ້າຍຂອງພຣະເຈົ້າ(ທີ່ເອີ້ນວ່າ ພຣະພິໂຣດ)ສະແດງເຖິງຄວາມບໍ່ພໍພຣະທັຍຢ່າງຍິ່ງຂອງພຣະອົງຕໍ່ບາບ. * ຄຳວ່າ "ຍຸຍົງໃຫ້ໂກດຮ້າຍ" ໝາຍຄວາມວ່າ "ທຳໃຫ້ເກີດຄວາມໂກດຮ້າຍ."