# ເຈົ້ານາຍ, ນາຍ, ນາຍທ່ານ ## ນິຍາມ ຄຳວ່າ " ເຈົ້ານາຍ " ອ້າງເຖືງບາງຄົນທີ່ເປັນເຈົ້າຂອງ ຫລື ມີສິດອຳນາດເຫນື່ອກ່ວາຄົນອື່ນ. * ບາງເທື່ອຄຳນີ້ໄດ້ຮັບການແປວ່າ " ນາຍ " ເມື່ອກ່າວເຖຶງພຣະເຢຊູ ຫລື ກ່າວເຖືງໃຜບາງຄົນທີ່ເປັນເຈົ້າຂອງພວກຄົນທີ່ເປັນທາດ. * ໃນສະບັບແປພາສາອັງກິດບາງສະບັບໃຊ້ຄຳນີ້ວ່າ " ນາຍທ່ານ " ໃນເນື້ອຫາທີ່ໃຊ້ເພື່ອກ່າວເຖືງຄົນທີ່ມີຕຳແຫນ່ງສູງດ້ວຍຄວາມສຸພາບ. ## ຄຳແນະນຳໃນການແປ * ຄຳນີ້ຕ້ອງແປວ່າ " ນາຍ " ເມື່ອໃຊ້ກ່າວເຖືງບຸກຄົນຫນື່ງທີ່ເປັນເຈົ້າຂອງຄົນທີ່ເປັນທາດ ຄຳນີ້ສາມາດໃຊ້ໂດຍທາດຄົນຫນຶ່ງເພື່ອເອີ້ນບຸກຄົນທີ່ເຂົາມາຮັບໃຊ້ຢູ່. * ເມື່ອກ່າວເຖືງພຣະເຢຊູ ສາມາດແປໂດຍໃຊ້ ຄຳວ່າ " ນາຍ " ຖ້າຫາກໃນເນື້ອຫານັ້ນຫມາຍເຖືງ " ອາຈານສອນທາງສາດສະຫນາ. " * ຖ້າບຸກຄົນທີ່ກ່າວເຖືງພຣະເຢຊູບໍ່ຮູ້ຈັກພຣະອົງຄຳວ່າ " ເຈົ້ານາຍ "ສາມາດແປວ່າ " ນາຍທ່ານ " ໄດ້ ການແປແບບນີ້ຈະໃຊ້ສຳຫລັບເນື້ອຫາອື່ນໆ ທີ່ເອີ້ນບຸກຄົນຫນຶ່ງດ້ວຍຄວາມສຸພາບເຊັ່ນກັນ. * ເມື່ອກ່າວເຖືງພຣະເຈົ້າພຣະບິດາ ຫລື ກ່າວເຖືງພະເຢຊູ ຄຳນີ້ຈະຖືກຂຽນວ່າ " ອັງພຣະຜູ້ເປັນເຈົ້າ. "