# ດານີເອນຕັ້ງໃຈຫຍັງໃນຄວາມຄິດຂອງລາວ? ດານີເອນມີຈຸດປະສົງໃນໃຈວ່າລາວຈະບໍ່ເຮັດໃຫ້ຕົນເອງເປັນມົນທິນດ້ວຍອາຫານປານີດຂອງກະສັດ ຫລືດ້ວຍເຫລົ້າອະງຸ່ນຂອງກະສັດ. # ເຈົ້າຫນ້າທີ່ຜູ້ນີ້ໄດ້ຕອບສະຫນອງແນວໃດ ເມື່ອດານີເອນໄດ້ຂໍໃຫ້ລາວອະນຸຍາດ ບໍ່ໃຫ້ອາຫານ ແລະເຫລົ້າຂອງກະສັດເປັນມົນທິນແກ່ລາວເອງ? ເຈົ້າຫນ້າທີ່ຜູ້ນີ້ໄດ້ບອກດານີເອນວ່າ ລາວຢ້ານກົວກະສັດ, ເມື່ອກະສັດໄດ້ສັ່ງອາຫານ ແລະ ເຄື່ອງດື່ມໃຫ້ ດານີເອນກໍຄວນໄດ້ຮັບປະທານ ແລະ ກະສັດອາດຈະຕັດຫົວຂອງ ຫົວຫນ້າເຈົ້າຫນ້າທີ່ ເມື່ອກະສັດໄດ້ເຫັນດານີເອນເບິ່ງຂີ້ຮ້າຍກວ່າບັນດາຄົນຫນຸ່ມອາຍຸລຸ້ນລາວຄາວດຽວກັນ.