# ພຣະຄຣິດໄດ້ເປັນຂື້ນມາຈາກຕາຍແລ້ວປະທັບຢູ່ໃສ? ພຣະຄຣິດໄດ້ຖືກຍົກຂື້ນມານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. # ຜູ້ທີ່ເຊື່ອຄວນສະແຫວງຫາສິ່ງໃດແລະພວກເຂົາບໍ່ຄວນຊອກຫາສິ່ງ​ໃດ? ຜູ້ເຊື່ອຄວນສະແຫວງຫາສິ່ງທີ່ຢູ່ເບື້ອງເທິງ, ແລະບໍ່ແມ່ນສິ່ງຂອງ​ທີ່​ຢູ່​ແຜ່ນດິນໂລກນີ້. # ພຣະເຈົ້າວາງຊີວິດຂອງຜູ້ທີ່ເຊື່ອຢູ່ໃສ? ພຣະເຈົ້າໄດ້ປິດບັງຊີວິດຂອງຜູ້ທີ່ເຊື່ອໄວ້ໃນພຣະຄຣິດ. # ເມື່ອພຣະຄຣິດມາປາກົດຈະມີຫຍັງເກີດຂື້ນກັບຜູ້ທີ່ເຊື່ອ? ເມື່ອພຣະຄຣິດມາປາກົດ ຜູ້ທີ່ເຊື່ອກໍຈະປາກົດພ້ອມກັບພຣະອົງໃນອານຸພາບດ້ວຍ